ວັນຈັນ, 22/1/2018
ບາງບັນຫາກ່ຽວກັບການພັດທະນາສະຫະກອນ ໃນໄລຍະປັດຈຸບັນ
12/12/2017 8:59' ສົ່ງ ພິມ
ຈຳນວນສະຫະກອນຂອງຫວຽດນາມ ໃນໄລຍະ 1996-2017. (ສັງລວມຈາກຂໍ້ມູນ ຂອງສະຫະພັນສະຫະກອນຫວຽດນາມ ແລະ ກະຊວງແຜນການແລະການລົງທຶນ).

ການ​ພັດ­ທະ­ນາ​ສະ­ຫະ­ກອນ​ຂອງ​ປະ­ເທດຫວຽດ­ນາມ ໃນ​ເວ­ລາ​ທີ່​ຜ່ານ​ມາ

ເສດ­ຖະ­ກິດ​ລວມ​ໝູ່​ເຊິ່ງ​​ຫຼັກ​ແຫຼ່ງ​ແມ່ນສະ­ຫະ­ກອນ ເປັນ​ພາກ​ສ່ວມ​ທີ່ສຳ­ຄັນໃນ​ພື້ນ­ຖານເສດຖະ­ກິດ; ມັນບໍ່​ພຽງ​ແຕ່​ມີ​ສ່ວນປະ­ກອບ­ ​ໃນ​ການ​ເຕີບ​ໂຕເສດ­ຖະ­ກິດເທົ່າ​ນັ້ນ ຫາກ​ຍັງ​ປະກອບສ່ວນ​ອັນ​ສຳ­ຄັນ​ເຂົ້າ​ໃນ​ການ​ພັດ­ທະ­ນາ​ວັດ­ທະ­ນະ­ທຳ, ຮັບ­ປະ­ກັນ​ຄວາມ​ສະ­ຫງົບທາງ​ການ­ເມືອງ, ຄວາມ​ເປັນ​ລະ­ບຽບ​ຮຽບ​ຮ້ອຍ​ທາງ​ສັງ­ຄົມ. ສະ­ຫະ­ກອນຢູ່​ຫວຽດ­ນາມໄດ້​ຮັບ​ການ​ສ້າງ­ຕັ້ງແລະຂະ­ຫຍາຍ­ຕົວ​ແຕ່​ດົນ​ນານ​ແລ້ວ. ໃນ​ໄລ­ຍະ 1955-1975 ແລະ ຈົນ​ຮອດ​ກ່ອນ​ການ​ປ່ຽນແປງໃໝ່​ໃນ​ປີ 1986, ສະ­ຫະ­ກອນ​ໄດ້​ຮັບ​ການ​ຢັ້ງ​ຢື້ນ​ເປັນ​ໜຶ່ງ​ໃນ​ສອງ​ຮູບ​ການ​ເສດ­ຖະ­ກິດ​ເປັນ​ທາງ​ການ​ຢູ່ຫວຽດ­ນາມ (ຄຽງ​ຄູ່​ກັບ​ວິ​ສາ​ຫະ​ກິດ​ແຫ່ງ​ລັດ). ປີ 1955 ໃນ​ທົ່ວ​ປະ­ເທດ​ມີ​ສະ­ຫະ­ກອນ 45 ແຫ່ງ, ເຖິງ​ປີ 1986 ຕົວ​ເລກ​ນີ້​ໄດ້​ເພີ່ມ​ຂຶ້ນ​ເປັນ 73.470 ແຫ່ງ, ໃນ​ນັ້ນ ມີສະ­ຫະ­ກອນ​ກະສິ­ກຳ 17.022 ແຫ່ງ, ສະ­ຫະ­ກອນ​ອຸດ­ສາ­ຫະ­ກຳ​ 32.034 ແຫ່ງ, ສະ­ຫະ­ກອນ​ຫັດ­ຖະ­ກຳແລະອື່ນໆ​ 24.414 ແຫ່ງ. ໃນໄລ­ຍະ​ນີ້ ຈຳນວນສະຫະກອນໄດ້​ເພີ່ມ​ຂຶ້ນ​ສະ­ເລ່ຍ 2.369 ແຫ່ງ​ຕໍ່​ປີ. ຂະ​ບວນ​ວິ­ວັດ​ແຫ່ງ​ການ​ຂະຫຍາຍ­ຕົວ​ຂອງສະ­ຫະ­ກອນໃນ​ໄລ­ຍະ​ນີ້​ ​ໄດ້​ມີ​ສ່ວນ​ປະ­ກອບທີ່ສຳຄັນ ​ໃຫຍ່​ຫຼວງ ເຂົ້າ​ໃນ​ພາ­ລະ­ກິດ ແຫ່ງ​ການ​ປົດ​ປ່ອຍ­​ຊາດ, ກໍ່­ສ້າງ ແລະ ປົກ​ປັກ​ຮັກ­ສາ​ປະ­ເທດ​ຊາດ.

ກ້າວເຂົ້າ​ສູ່​ໄລ­ຍະ​ແຫ່ງ​ການ​ປ່ຽນ­ແປງ​ໃໝ່, ແຕ່​ປີ 1986 ເຖິງ​ທ້າຍ​ຊຸມ​ປີ 1990, ຍ້ອນ​ຫຼາຍ​ເຫດ­ການ​ພາ­ວະ​ວິ­ໄສແລະອັດ​ຕະ​ວິ­ໄສທີ່​ຕ່າງ​ກັນ, ­ຕົ້ນ​ຕໍ່ແມ່ນ​ຍ້ອນ​ການ​ຫັນ­ປ່ຽນ​ກົນ​ໄກ​ຄຸ້ມ​ຄອງ, ປ່ຽນ­ແປງ​ໂຄງ​ປະ­ກອບ​ການ­ຈັດ­ຕັ້ງ​ຄຸ້ມ​ຄອງ​ລະ­ບົບ​ສະ­ຫະ­ກອນ, ບັນ­ດາ​ຂໍ້​ຈຳ­ກັດແລະສິ່ງ​ຄົງ​ຄ້າງ​ຂອງ​ຮູບ​ການ​ເກົ່າ​ໃນ​ເງື່ອນ­ໄຂ​ໃໝ່,... ດັ່ງ­ນັ້ນ, ສະ­ຫະ­ກອນຈຶ່ງຖືກ​ຕົກ​ໃສ່​ການ​ວິ​ກິດ​ຢ່າງ​ເລິກ­ເຊິ່ງ, ​ສະ­ຫະ­ກອນ​ຖືກ​ແຕກທະ​ລາຍ​ເປັນ​ຈຳ­ນວນ​ຫຼາຍ. ໃນ​ໄລ­ຍະ 1987-1996 ຈຳ­ນວນ​ສະ­ຫະ­ກອນ​ຫຼຸດ​ລົງ​​ສະ­ເລ່ຍ 5.486 ສະຫະກອນ​ຕໍ່​ປີ. ເຖິງເດືອນທັນ­ວາ 1996, ຈຳນວນສະ­ຫະ­ກອນໃນ​ທົ່ວ​ປະ­ເທດ​ຍັງເຫຼືອພຽງ 17.462 ແຫ່ງ, ໃນ​ນັ້ນ​ສ່ວນຫຼາຍແມ່ນ​ເຄື່ອນ​ໄຫວ​ຢ່າງ​ອ່ອນ​ແອ, ແບບ​ຮູບນອກເທົ່ານັ້ນ.

ໃນ​ໄລ­ຍະ 1996-2003, ດ້ວຍ​ການ​ກຳ­ເນີດ​ຂອງກົດ­ໝາຍ​ວ່າ​ດ້ວຍສະ­ຫະ­ກອນໃນ​ປີ 1996 ເຊິ່ງ​ໄດ້​ສ້າງ​ກຳ­ລັງ​ໜູນແລະກຳ­ລັງ​ຊີ­ວິດ​ໃໝ່ ໃຫ້​ແກ່​ການ​ຂະ­ຫຍາຍ­ຕົວ​ຂອງ​ສະ­ຫະ­ກອນ. ນີ້​ແມ່ນພື້ນ­ຖານ​ດ້ານ​ກົດໝາຍ​ທຳ​ອິດ ໃຫ້​ແກ່​ການ​ປ່ຽນ­ແປງ​ໃໝ່​ຈິນ­ຕະ­ນາ­ການ​ກ່ຽວ​ກັບ​ທາດ​ແທ້ ວິ­ທີ​ການ​ຄຸ້ມ​ຄອງ ການຈັດ­ຕັ້ງ ແລະເຄື່ອນ​ໄຫວ​ ຂອງ​ສະ­ຫະ­ກອນ ໃນ​ເງື່ອນ­ໄຂ​ເສດ­ຖະ­ກິດ​ຕະ­ຫຼາດ​. ມີ​ສະຫະກອນ​ແບບ​ເກົ່າ​ຫຼາຍ​ແຫ່ງ​ ໄດ້​ຫັນ­ປ່ຽນ ແລະ ເລີ່ມ​ຕົ້ນ​ມີ​ການ​ຟື້ນ​ຟູ ຂະ­ຫຍາຍ­ຕົວ ດ້ວຍ​ບັນ­ດາ​ຫຼັກການ​ສະ­ໝັກ​ໃຈ, ເປັນ​ເຈົ້າ​ຕົນ​ເອງ, ມີ​ຄວາມ​ຮັບ­ຜິດ­ຊອບ​ດ້ວຍ​ຕົນ​ເອງ ແລະ ຕ່າງ​ກໍ່​ມີ​ຜົນ​ປະ­ໂຫຍດ ດັ່ງນັ້ນ​ໄດ້​ຮັບ​ຄວາມ​ເຫັນດີເຫັນພ້ອມ ແລະສະໜັບ­ສະ­ໜູນ​ຈາກ​ສະ­ມາ­ຊິກ​ສະຫະກອນສ່ວນ​ຫຼວງ­ຫຼາຍ. ພາຍ­ຫຼັງ​ເກືອບ 6 ປີ​ແຫ່ງການ​ປະຕິບັດກົດໝາຍ​ວ່າ​ດ້ວຍ​ສະ­ຫະ­ກອນ, ຮອດ​ວັນ​ທີ 31 ມິຖຸ​ນາ 2003 ໃນ​ທົ່ວ​ປະ­ເທດ​ມີ​ສະ­ຫະ­ກອນ 14.207 ແຫ່ງ, ໃນ​ນັ້ນ​ ​ສະ­ຫະ­ກອນ​ສ້າງ­ຕັ້ງ​ໃໝ່​ເກືອບ 5.800 ແຫ່ງ ແລະ ສະ­ຫະ­ກອນ​ຫັນ­ປ່ຽນ​ຈາກ​ແບບ​ເກົ່າ​ເປັນ​ແບບ​ໃໝ່​ 8.400 ແຫ່ງ. ຫຼາຍ​ສະ­ຫະ­ກອນ​ແບບ​ເກົ່າ​ທີ່​ເຄື່ອນ​ໄຫວ​ບໍ່​ມີປະ​ສິດ­ທິ​ຜົນ ຖືກຍຸບເລີກ​ຕາມ​ກຳ­ນົດ​ຂອງ​ກົດ­ໝາຍ, ດັ່ງ­ນັ້ນ​ ຈຳ­ນວນສະ­ຫະ­ກອນ​ໃນ​ໄລ­ຍະ​ນີ້​ມີ​ທ່າ​ອຽງ​ຫຼຸດ​ລົງ, ແຕ່​ການ­ເຄື່ອນ­ໄຫວ​ມີ​ປະ​ສິດ­ທິ​ຜົນ ແລະ ແທດຈິງ​ກ່ວ​າ​ເກົ່າ. ອາດ​ຈະ​ເວົ້າ​ໄດ້​ວ່າ ການ​ຫັນ­ປ່ຽນ​ມາ​ເປັນ​ຕົວ​ແບບສະ­ຫະ­ກອນ​ແບບ​ໃໝ່ ແລະ ແກ້​ໄຂ​ບັນ­ດາ​ສະ­ຫະ­ກອນ​ແບບ​ເກົ່າ​ທີ່​ມີ​ຄວາມ​ຈຳ­ກັດ​ນັ້ນ ເປັນຜົນ­ສຳ­ເລັດ​ອັນ​ໜຶ່ງ ເຊິ່ງ​ໄດ້ສ່ອງ​ແສງ​ເຖິງຜົນ­ສຳ­ເລັດທີ່ສຳຄັນ​​ໃນ​ການ​ປ່ຽນ­ແປງ​ໃໝ່​ຈິນ­ຕະ­ນາ­ການ ແລະ ການ­ເຄື່ອນ­ໄຫວ​ປັບ­ປຸງ​ ພັດທະນາຂົງເຂດ​ເສດ­ຖະ­ກິດ​ນີ້.

ໄລ­ຍະແຕ່​ປີ 2003 ​ຮອດ​ປັດ­ຈຸ­ບັນ ​ໄດ້​ຂີດ​ໝາຍ​ການ​ຟື້ນ​ຟູແລະຂະ­ຫຍາຍ­ຕົວ​ ຂອງສະຫະກອນ ​ທັງ​ດ້ານ​ປະລິມານແລະຄຸນ​ນະ​ພາບ. ປີ 2003 ໃນ​ທົ່ວ​ປະ­ເທດ​ ມີສະ­ຫະ­ກອນ 14.207 ແຫ່ງ, ເຖິງ​ເດືອນ​ກໍລະກົດ 2017 ມີ​ສະ­ຫະ­ກອນ 19.884 ແຫ່ງ, ​ສະ­ຫະ­ພັນ​ສະ­ຫະ­ກອນ 53 ແຫ່ງ ທີ່​ມີ​ການເຄື່ອນ­ໄຫວ​ຫຼາຍ​ຮູບ​ຫຼາຍ​ແບບ​ໃນ​ຂົງ­ເຂດ​ຕ່າງໆ​ ຂອງ​ພື້ນ­ຖານ​ເສດ­ຖະ­ກິດ. ຄິດ​ສະ­ເລ່ຍ​ໃນ​ແຕ່​ລະ​ປີ ​ທົ່ວ​ປະ­ເທດ​ມີ​ສະ­ຫະ­ກອນ​ເພີ່ມ​ຂຶ້ນ​ 408 ແຫ່ງ. ການ​ເພີ່ມ​ຂຶ້ນ​ທາງ​ດ້ານ​ຈຳ­ນວນສະ­ຫະ­ກອນ​ໃນ​ໄລຍະ​ນີ້​ ແມ່ນ​ຜົນງານ​ແຫ່ງ​ການ​ຫັນ­ປ່ຽນ​ຮູບ​ການສະ­ຫະ­ກອນ ທີ່​ໄດ້​ສ້າງ­ຕັ້ງ​ຂຶ້ນໃນໄລ­ຍະກ່ອນ​ປີ 2003 ແລະ ສະ­ຫະ­ກອນ​ທີ່​ໄດ້​ສ້າງ­ຕັ້ງ​ໃໝ່​ໃນ​ເວ­ລາ​ທີ່​ຜ່ານ​ມາ.

​ບັນ­ດາ​ສະ­ຫະ­ກອນ​​ໄດ້​ເຂົ້າ​ຮ່ວມນັບ​ມື້​ນັບ​ເລິກ­ເຊິ່ງ​ກວ້າງ­ຂວາງ​ ​ໃນ​ຫຼາຍ​ຂົງ­ເຂດ​ເສດ­ຖະ­ກິດ​ ຄືກະສິກຳ, ສິນ​ໃນ​ນ້ຳ, ອຸດ­ສາ­ຫະ­ກຳ, ການ​ກໍ່­ສ້າງ, ການ​ຂົນ­ສົ່ງ, ການ​ຄ້າ, ການ​ບໍ­ລິ­ການ, ສິນ​ເຊື່ອ​ປະຊາຊົນ, ບໍ­ລິ­ການ​ໄຟ­ຟ້າ, ສາ­ທາ­ລະ­ນະ​ສຸກ,... ເປັນ­ຕົ້ນ​ແມ່ນ​ ໄດ້​ມີ​ການ​ປະ­ກົດຕົວ​ຂອງ​ຮູບ​ແບບ​ສະຫະກອນ​ຈຳ­ນວນ​ໜຶ່ງ​ ໃນ​ບັນ­ດາ​ຂະ­ແໜງ­ການ, ອາ­ຊີບ​ໃໝ່​ຄື ສະ­ຫະ­ກອນ​ອາ­ນາ​ໄມ​ສິ່ງ­ແວ­ດລ້ອມ; ສະຫະ­ກອນ​ທຸ­ລະ​ກິດ ຂຸດ​ຄົ້ນ ແລະ ຄຸ້ມ​ຄອງ​ຕະ­ຫຼາດ. ສະ­ຫະ­ກອນ​ຈຳ­ນວນ​ໜຶ່ງ​ທີ່​ຫາ­ກໍ່​ສ້າງ­ຕັ້ງ​ຂຶ້ນ ຕິດ​ກັບ​ການ​ຕອບ​ສະ­ໜອງ​ຄວາມ​ຕ້ອງການດ້ານ​ເສດ­ຖະ­ກິດ, ຊີ­ວິດ​ການ​ເປັນ​ຢູ່​ຂອງ​ບັນ­ດາ​ວົງ​ການ, ບັນ­ດາ​ກຸ່ມ​ເປົ້າ​ໝາຍ​ທີ່​ຕ່າງ​ກັນ​ຄື ສະຫະກອນ​ແມ່­ຍິງ, ສະ­ຫະ­ກອນ​ຊາວ​ໜຸ່ມ ຫຼື ສະ­ຫະ­ກອນ​ຂອງ​ຄົນ​ພິ­ການ, ຫຼື​ສະ­ຫະ­ກອນ​ຂອງ​ນັກ­ຮົບ​ເກົ່າ..... ມີ​ການ​ປະ­ກົດຕົວ​ຂອງ​ບັນ­ດາ​ຮູບ​ແບບ​ສະ­ຫະ­ກອນ, ສະ­ຫະ­ພັນ​ສະ­ຫະ­ກອນແບບ​ໃໝ່​ທີ່​ສະໜອງ​ຜະ­ລິດ​ຕະ​ພັນ​ກະ­ສິ­ກຳ​ປອດ​ສານ​ພິດ, ​ປະ­ກອບ­ສ່ວນ​ເຂົ້າ​ໃນ​ການ​ກໍ່­ສ້າງ​ພວງ​ພະ­ນັງຄຸນ​ຄ່າ​ສິນ­ຄ້າ, ຮັບ​ເໝົາຈຳ­ໜ່າຍ​ຜະ­ລິດ​ຕະ​ພັນ​ຈຳ­ນວນ​ໜຶ່ງ​ ໃຫ້​ແກ່​​ສະ­ຫະ­ກອນແລະຄອບ­ຄົວ​ສະ­ມາ­ຊິກ​ ໂດຍ​ຜ່ານ​​ເຄືອ​ຂ່າຍ​ຊູ​ເບີ​ມາ​ເກດ. ການ​ມີ­ໜ້າ​ຂອງ​ບັນ­ດາ​ສະ­ຫະ­ກອນ​ໃນ​ຫຼາຍ​ຂົງ­ເຂດ​ທີ່​​ຕ່າງ​ກັນ​ ໄດ້​ຢືນ­ຢັນ​ເຖິງ​ການ​ຂະຫຍາຍ­ຕົວ​ຂອງສະຫະກອນ​ແມ່ນ​ຮູບ​ການ­ຈັດ­ຕັ້ງ​ເສດ­ຖະ­ກິດ​ທີ່​ສຳຄັນ ໃນ​ເງື່ອນ­ໄຂ​ເສດ­ຖະ­ກິດ​ຕະ­ຫຼາດ​ກຳ­ນົດ​ທິດ​ສັງ­ຄົມ​ນິຍົມ​ຢູ່ຫວຽດ­ນາມ ໃນ​ປັດ­ຈຸ­ບັນ.

ບັນ­ດາ​ຮູບ​ການ​ທ້ອນ​​ໂຮມ ເຊື່ອມ​ຕໍ່​ລະຫວ່າງສະ­ຫະ­ກອນ ​ໄດ້ຮັບ​ການ​ພັດທະນາຢ່າງ​ແຂງ­ແຮງ ໃນ​ໄລ­ຍະ​ແຕ່ ປີ 2003 ​ຮອດ​ປັດ­ຈຸບັນ​. ປັດ​ຈຸບັນ ໃນ​ທົ່ວ​ປະ­ເທດ​ ມີສະ­ຫະ­ພັນ​ສະ­ຫະ­ກອນ​ 53 ແຫ່ງ, ໃນ​ນັ້ນ ມີ​ສະ­ຫະ­ພັນ​ສະ­ຫະ­ກອນ​ກະ­ສິ­ກຳ​ 18 ແຫ່ງ, ສະ­ຫະ­ພັນ​ສະ­ຫະ­ກອນສິນ​ໃນ​ນ້ຳ 2 ແຫ່ງ, ສະ­ຫະ­ພັນ​ສະຫະກອນຄົມ­ມະ­ນາ­ຄົມ​ຂົນ­ສົ່ງ 8 ແຫ່ງ, ສະ­ຫະ­ພັນ​ສະ­ຫະ­ກອນອຸດ­ສາ­ຫະ­ກຳ 4 ແຫ່ງ, ສະ­ຫະ­ພັນ​ສະຫະກອນກໍ່­ສ້າງ 5 ແຫ່ງ, ສະ­ຫະ­ພັນ​ສະ­ຫະ­ກອນ​ການ​ຄ້າ ການ​ບໍ­ລິ­ການ 13 ແຫ່ງ. ບັນ­ດາ​ສະ­ຫະ­ພັນ​​ເຫຼົ່າ​ນັ້ນໄດ້​ດຶງ​ດູດ​ການ​ເຂົ້າ​ຮ່ວມ​ຂອງ​ສະ­ຫະ­ກອນ​ສະ­ມາ­ຊິກ​​ເກືອບ 1.500 ແຫ່ງ. ການ​ເຊື່ອມ​ຕໍ່ ແລະ ຂະຫຍາຍຕົວ​ຂອງ​ລະ­ບົບ​ສະ­ຫະ­ພັນ​ສະ­ຫະ­ກອນສະ​ເພາະຂະ­ແໜງການ ອາ­ຊີບ​ດ້ວຍ​ຂະ­ໜາດ​ໃຫຍ່​ກວ່າ, ນຳ​ເອົາ​ປະ​ສິດ­ທິ​ຜົນ​ອັນ​ຕັ້ງ­ໜ້າມາ​ໃຫ້, ພິ­ເສດ​ແມ່ນ​ບັນ­ດາ​ສະ­ຫະ­ພັນ​ສະ­ຫະ­ກອນທີ່​ຕິດ​ກັບ​ການພັດທະນາ​ພວງ​ພະນັງຄຸນຄ່າ​ສິນ­ຄ້າ​ແບບ​ຍືນ​ຍົງ ​ໄດ້​ມີ​ການ­ເຄື່ອນ­ໄຫວຢ່າງ​ດີ​ມີ​ປະ​ສິດ­ທິ​ຜົນ, ດັ່ງ­ນັ້ນ, ໄດ້​ຍົກ​ສູງ​ປະສິດ​ທິ​ຜົນ​ການ­ເຄື່ອນ­ໄຫວ, ລາຍ​ໄດ້​ຂອງ​ສະ­ມາ­ຊິກ ແລະ ຢືນ­ຢັນ​​ບົດ­ບາດ​ຂອງສະຫະກອນ ຕໍ່​ການ​ພັດ­ທະ­ນາ​ເສດຖະກິດ​ແບບ​ຍືນ​ຍົງ​ຂອງ​ປະ­ເທດ.

ໃນ​ປັດ­ຈຸ​ບັນ, ບັນ­ດາ​ສະ­ຫະ­ກອນ ແລະ ສະ­ຫະ­ພັນ​ສະ­ຫະ­ກອນ​ໃນ​ທົ່ວ​ປະ­ເທດ​ໄດ້​ມີ​ການ​ດຶງ​ດູດ ສະມາ­ຊິກ​ເຂົ້າ​ຮ່ວມ​ເປັນຈຳນວນ 6,2 ລ້ານ​ກວ່າ​ຄົນ ແລະ ສ້າງ​ວຽກ​ເຮັດ​ງານ​ທຳ​ໃຫ້​ແກ່​ຜູ້ອອກ­ແຮງ​ງານເກືອບ 2 ລ້ານ​ຄົນ. ລາຍ​ຮັບ​ຕາມ​ສະ­ເລ່ຍ​ຂອງ​ສະ­ຫະ­ກອນ​ໃນ​ປີ 2016 ບັນ­ລຸ​ 3 ຕື້​ດົ່ງ, ເພີ່ມ​ຂຶ້ນ​ 500 ລ້ານ​ດົ່ງ ​​ທຽບ​ກັບ​ໄລ­ຍະ​ເວ­ລາ​ດຽວ​ກັນ​ຂອງ​ປີ 2012. ລາຍ​ໄດ້​ສະ­ເລ່ຍ​ຂອງ​ຜູ້​ອອກ­ແຮງ​ງານ​ຢ່າງ​ປົກ­ກະ­ຕິ​ໃນສະ­ຫະ­ກອນ ເພີ່ມ​ຂຶ້ນ​ຈາກ 10 ລ້ານ​ດົ່ງເປັນ 31 ລ້ານ​ດົ່ງ​ຕໍ່​ຄົນ​ຕໍ່​ປີ. ບັນ­ດາ​ສະ­ຫະ­ກອນ, ສະ​ຫະ​ພັນ​ສະຫະ­ກອນ​ໄດ້​ປະ­ກອບ­ສ່ວນ​ອັນ​ສຳ­ຄັນ​ເຂົ້າ​ໃນ​ການ​ຊຸກ­ຍູ້​ການ​ພັດ­ທະ­ນາ​ເສດ­ຖະ­ກິດ ແລະ ແກ້​ໄຂ​ບັນ­ດາ​ບັນຫາ​ສັງ­ຄົມ, ເປັນ­ຕົ້ນ​ແມ່ນ​ຢູ່​ເຂດ​ຊົນ­ນະ­ບົດ. ຕາມ​ການ​ສະ​ຖີ​ຕິ, ຄວາມ​ໄວ​​ໃນ​ການ​ເຕີບ​ໂຕ​ຂອງ​ຂົງເຂດສະຫະ­ກອນ ໃນ​ຊຸມ​ປີ​ທີ່​ຜ່ານ​ມາມໍ່​ນີ້​ບັນ­ລຸ​​ສະ­ເລ່ຍ 3,5% ຕໍ່​ປີ; ປະ­ກອບ­ສ່ວນປະ­ມານ 5% ​ເຂົ້າ​ໃນ ຈີ​ດີ​ປີ ຂອງຫວຽດ­ນາມ. ນອກ­ຈາກ​ນີ້, ບັນ­ດາ​ສະ­ຫະ­ກອນ ແລະ ສະ­ຫະ­ພັນ​ສະ­ຫະ­ກອນ​ໃນ​ທົ່ວ​ປະ­ເທດ​ໄດ້​ປະກອບ­ສ່ວນ​ເຂົ້າ​ໃນ​ການ​ລົບ​ລ້າງ​ຄວາມ​ອຶດ­ຫິວ ແລະ ຫຼຸດ­ຜ່ອນ​ຄວາມ­ທຸກ​ຍາກ, ສ້າງ​ສະ​ຖຽມ​ລະ​ພາບ​ຄວາມ​ສະຫງົບທາງ​ສັງ­ຄົມ, ຍົກ​ສູງ​ຈິດ­ໃຈ​ຮັກ​​ແພງ​ຜູກ​ພັນ​ກັນ​ຢ່າງ​ສະ­ໜິດ­ສະ­ໜົມ, ເພື່ອ​ຊຸມ­ຊົມ, ຊຸດ​ຍູ້​ການ​ຫັນ​ເປັນ​ປະ­ຊາ­ທິ­ປະ­ໄຕ, ຮັບ­ປະ­ກັນ​ສະ­ຫວັດ­ດີ​ການ, ຮັກ­ສາ​ສະ​ຖຽມ​ລະ​ພາບ​ດ້ານ​ການ­ເມືອງ​ຢູ່​ຫາກ​ຖານ; ເປັນ​ປັດ­ໃຈ​ທີ່​ມີ​ຄວາມ​ໝາຍ​ຕັດ­ສິນ​ຜົນ­ສຳ­ເລັດ​ໃນ​ພາ­ລະ­ກິດ​ກໍ່­ສ້າງ​ຊົນ­ນະ­ບົດ​ໃໝ່.

ບັນ­ດາ​ບັນ­ຫາ​ທີ່​ວາງ​ອອກ​ຕໍ່​ການ​ພັດທະນາ​ສະ­ຫະ­ກອນ ​ຢູ່ຫວຽດ­ນາມ​ໃນ​ປັດ­ຈຸ​ບັນ

ທີ​ໜຶ່ງ, ໃນ​ຊຸມ​ປີ​ທີ່ຜ່ານ​ມາ​ມໍ່​ນີ້, ສະ­ຫະ­ກອນ​​ມີ​ທ່າ​ອຽງ​ຟື້ນ​ຟູ​ ແຕ່​ການ​ຂະ­ຫຍາຍ­ຕົວ​ຍັງ​ບໍ່​​ສົມ​ກັບ​ຄວາມ​ສາ­ມາດ​ບົ່ມ​ຊ້ອນ, ຈຳ­ນວນ​ສະ­ຫະ­ກອນທີ່ສ້າງ­ຕັ້ງ​ໃໝ່​ກໍ່​ຍັງ​ໜ້ອຍ, ການ­ຈັດ​ວາງ​ສະຫະກອນ​ກໍ່​ຍັງ​ບໍ່​ທັນ​ສະ​ໝ່ຳ​ສະ­ເໝີ​ກັນ​ລະ­ຫວ່າງ​ບັນ­ດາ​ຂົງ­ເຂດ ແລະ ​ເຂດ, ພາກ; ຂະ­ໜາດ​ສະ­ຫະ­ກອນ​ຍັງ​ນ້ອຍ, ຈຳ­ນວນ​ສະ­ມາ­ຊິກ​ສະ­ຫະ­ກອນຍັງ​ບໍ່​ຫຼາຍ, ­ທຶນ​ຜະ­ລິດ ທຶນ​ທຸ­ລະ​ກິດກໍ່​ຂາດ​ເຂີນ, ລະ­ດັບ​ຄວາມ​ຮູ້​ໃນ​ດ້ານ​ຄຸ້ມ​ຄອງ​ຍັງ​ອ່ອນ, ພື້ນຖານ​ວັດ­ຖຸ ອຸ­ປະ­ກອນ​ຍັງ​ຂາດ­ເຂີນ, ລະ­ດັບ​ເຕັກ​ໂນ​ໂລ​ຊີ​ກໍ່​ຍັງ​ຫຼ້າ​ຫຼັງ, ລັກ­ສະ­ນະ​ເປັນ​ເຈົ້າ​ການ ຄວາມປະດິດ​ສ້າງ​ຂອງສະ­ຫະ­ກອນ​ກໍ່​ຍັງ​ຕ່ຳ; ການ​ປະ­ກອບ­ສ່ວນ​ເຂົ້າ​ໃນ​ການ​ເຕີບ​ໂຕ​ເສດ­ຖະ­ກິດ​ລວມ​ຂອງ​ທົ່ວ​ປະ­ເທດ (ຈີ​ດີ​ພີ) ກໍ່​ຍັງ​ຕ່ຳ ແລະ ກຳ­ລັງ​ມີ​ທ່າ​ອຽງ​ຫຼຸດ­ລົງ​ເປັນ​ກ້າວໆ​ໃນ​ຊຸມ​ປີ​ທີ່​ຜ່ານ​ມາມໍ່​ນີ້.

ທີ​ສອງ, ຄວາມ​ຮັບ​ຮູ້​ກ່ຽວ​ກັບ​ເສດ­ຖະ­ກິດ​ຮ່ວມ​ມືແລະສະ­ຫະ­ກອນ ຂອງ​ພະ­ນັກ­ງານ ສະ­ມາ­ຊິກ​ພັກ ແລະ ປະ​ຊາຍ​ຊົນ​ຈຳ­ນວນ​ໜຶ່ງ ​ຢູ່​ບາງ​ບ່ອນ ບາງ​ເວ­ລາ ​ກໍ່​ຍັງ​ບໍ່​ທັນ​ຮູ້​ເທົ່າ​ເຖິງ​ການ, ​ບໍ່​ເປັນ​ເອ­ກະ​ພາບ​ກັນ, ຍັງ​ມີ​ແນວ​ຄິດ​ອະ­ຄະ­ຕິ​ຕໍ່​​ສະ­ຫະ­ກອນ​ແບບ​ເກົ່າ ດັ່ງ­ນັ້ນຈຶ່ງ​ບໍ່ເຫັນ​ໄດ້​ຖາ­ນະ, ​ບົດ­ບາດທີ່​ສຳ­ຄັນ​ຂອງ​ສະ­ຫະ­ກອນ ໃນ​ພື້ນ​ຖານເສດ­ຖະ­ກິດ​ຕະ­ຫຼາດ​ກຳ­ນົດ​ທິດ​ສັງ­ຄົມ​ນິ­ຍົມ​ ຢູ່ຫວຽດ­ນາມ; ຊ້ຳ­ບໍ່­ໜຳ​ ຍັງ​ມີ​ຄວາມ​ເຂົ້າໃຈ​ຜິດກ່ຽວກັບ​ທາດ​ແທ້, ຫຼັກ​ການ­ເຄື່ອນ­ໄຫວ​ຂອງ​ສະ­ຫະ­ກອນ; ຍັງ​ບໍ່​ຈຳ­ແນກ​ໄດ້ ​ຄວາມ​ແຕກ​ຕ່າງ​ກັນ​ລະ­ຫວ່າງ​ຕົວ​ແບບ​ສະ­ຫະ­ກອນ​ແບບ​ໃໝ່​ ກັບ​ຕົວ​ແບບ​ສະ­ຫະ­ກອນ​ແບບ​ເກົ່າ, ລະ­ຫວ່າງ​ສະ­ຫະ­ກອນ​ກັບ​ວິ​ສາ​ຫະ​ກິດ. ຄະນະ​ພັກ, ອຳ­ນາດ​ການ​ປົກ­ຄອງ​ຂັ້ນ​ຕາແສງ​ຈຳ­ນວນ​ໜຶ່ງ​ ໄດ້​ມີ​ການ​ແຊກ​ແຊງ​ຢ່າງ​ເລິດ​ເຊິ່ງ​ທີ່​ສຸດ​ເຂົ້າ​ໃນ​ການເຄື່ອນ­ໄຫວ​ຂອງສະ­ຫະ­ກອນ​ກະ­ສິ­ກຳ​​ທົ່ວ​ຕາ​ແສງ, ລະ­ເມີດ​ຫຼັກ­ການ​ເປັນ​ເຈົ້າ​ຕົນ​ເອງ ຮັບຜິດຊອບ​ດ້ວຍ​ຕົນ​ເອງ​ຂອງ​ເສດ­ຖະ­ກິດ​ລວມ​ໝູ່. ບັນ­ດາ​ສະ­ມາ­ຊິກສະ­ຫະ­ກອນເອງ​ ກໍ່​ຍັງ​ບໍ່​ທັນ​ຮັບ​ຮູ້​ຢ່າງ​ພຽງ­ພໍ​ເຖິງ​ໜ້າ­ທີ່​ກໍ່ສ້າງແລະ​ປະ­ກອບ­ສ່ວນ ​ເພື່ອ​ໃຫ້​ສະ­ຫະ­ກອນ​​ເຕີບ​ໃຫຍ່​ເຂັ້ມ​ແຂງ​ທາງ​ດ້ານ​ເສດຖະກິດ​ຢ່າງ​ບໍ່​ຢຸດ​ຢັ້ງ, ບົນ​ພື້ນຖານ​ນັ້ນ​ຈຶ່ງ​ມຳ​ເອົາ​ຜົນ​ປະ­ໂຫຍດທີ່ໃຫຍ່​ກວ່າ​ມາໃຫ້​ຕົນ​ເອງ.

ທີ​ສາມ, ຂອບ​ກົດ­ໝາຍ​ກໍ່​ຍັງ​ແຄບ, ກົນ​ໄກ​ນະ­ໂຍ­ບາຍພັດທະນາ​ສະ­ຫະ­ກອນ​ກໍ່​ຍັງ​ບໍ່​ຄົບ​ຊຸດ, ບໍ່​ມີ​ແຮງດຶງ​ດູດ. ການ​ປະ­ກາດ​ໃຊ້​ເອ­ກະ­ສານ​ຊີ້​ນຳ​ປະ­ຕິ­ບັດ​ຈັດ​ຕັ້ງ​ສະ­ຫະ­ກອນ​ຄືນ­ໃໝ່ ຕາມ​ກົດ­ໝາຍ​ວ່າ​ດ້ວຍ​ສະຫະ­ກອນ ປີ 2012 ກໍ່​ມີ​ຄວາມ​ແຕກ​ຕ່າງ​ກັນ. ພາຍ­ຫຼັງ​ກົດ­ໝາຍ​ວ່າ​ດ້ວຍ​ສະ­ຫະ­ກອນ​ປີ 2012 ມີ​ຜົນ​ບັງຄັບ​ໃຊ້ມາ​ຮອດ​ປັດ­ຈຸ​ບັນ​ນີ້, ບັນ­ດາ​ເອ­ກະ­ສານທາງ​ກົດ­ໝາຍ​ໄດ້​ຮັບ​ການ​ປະ­ກາດ​ໃຊ້​ຢ່າງ​ຊັກ​ຊ້າ, ຍັງ​ບໍ່​ຄົບ​ຊຸດ; ເນື້ອ​ໃນ​ຈຳ­ນວນ​ໜຶ່ງ​ຍັງ​ບໍ່​ໄດ້​ຮັບ​ການ​ແນະ­ນຳ​ ຊຶ່ງໄດ້​ກໍ່​ຄວາມ​ຫຍຸ້ງ­ຍາກ​ໃຫ້​ແກ່​ສະ­ຫະ­ກອນ ​ໃນ​ຂະ​ບວນ​ວິວັດການ​ຫັນ­ປ່ຽນ ​ໂດຍ​ສະ​ເພາະ​ກ່ຽວ​ກັບຂັ້ນ​ຕອນ​ການ​ລົງ​ທະບຽນ. ຈຸດ​ປຶກ​ຕັນ​ຂັດ​ຂວາງ​ການ​ພັດ­ທະ­ນາ​ສະຫະ­ກອນນັ້ນ​ ແມ່ນ​ທີ່​ດິນ, ການ​ເຂົ້າ​ເຖິງ​ແຫຼ່ງ​ສິນ​ເຊື່ອ, ການ​ໝູນ​ໃຊ້​ຄວາມ​ກ້າວ­ໜ້າ​ດ້ານ​ວິ­ທະ­ຍາ­ສາດ - ເຕັກນິກ ແລະ ພິ­ເສດ​ແມ່ນ​ຕະ­ຫຼາດທີ່​ຍັງ​ບໍ່​ມີ​ວິທີ​ຢ່າງ​ເໝາະ​ສົມ. ​ນະ­ໂຍ­ບາຍ​ສະໜັບສະໜູນຊ່ວຍ­ເຫຼືອ​ເຖິງ​ວ່າ​ມີ​ຫຼາຍ​ ແຕ່​ໄດ້​ໝູນ​ໃຊ້​ຮ່ວມ​ສຳລັບ​ທຸກ​ຮູບ​ແບບ​ສະ­ຫະ­ກອນ​ ດັ່ງ­ນັ້ນຈຶ່ງ​ມີຄວາມ​ຫຍຸ້ງຍາກ​ໃນ​ການ​ຜັນ​ຂະ­ຫຍາຍ​ປະ­ຕິ­ບັດ, ​ສົ່ງ​ຜົນ​ສະ­ທ້ອນ​ໂດຍ​ກົງ​ເຖິງ​ການ­ເຄື່ອນ­ໄຫວ​ຜະ­ລິດ, ທຸ­ລະ​ກິດ​ຂອງ​ສະ­ຫະ­ກອນ.

ທີ​ສີ່, ການ​ຄຸ້ມ​ຄອງລັດຕໍ່​ສະ­ຫະ­ກອນ​ ກໍ່ບໍ່​ເປັນ​ເອ­ກະ​ພາບ​ກັນ ແລະ ​ຍັງ​ມີ​ຄວາມ​ຈຳ­ກັດຫຼາຍ. ກົງ­ຈັກ​ເສ­ນາ​ທິ​ການ​ໃນ​ການ​ຄຸ້ມ​ຄອງ​ລັດ​ແຕ່​ສູນ​ກາງຈົນ​ຮອດ​ທ້ອງ​ຖິ່ນ ຍັງ​ບໍ່​ໄດ້​ປັບ­ປຸງ​ບູ­ລະ­ນະ​ໃຫ້​ຖືກຕ້ອງ​ຕາມ​ລະ­ດັບ ແລະ ເປັນ​ເອ­ກະ​ພາບ​ໃນ​ການ​ຄົ້ນ­ຄວ້າ​ກໍ່­ສ້າງ, ຜັນ​ຂະ­ຫຍາຍ​ມະ­ຕິ ກົດ­ໝາຍ ແລະ ນະ­ໂຍ­ບາຍ​ຂອງ​ລັດ ກໍ່​ຄື​ການ​ປະ­ຕິ­ບັດ​ວຽກ​ງານ​ຄຸ້ມ​ຄອງ​​ລັດຕໍ່​ສະ­ຫະ­ກອນ. ພະ­ນັກ­ງານ​ຄຸ້ມ​ຄອງ​ລັດ​ກ່ຽວ​ກັບ​ສະ­ຫະ­ກອນ​ກໍ່​ຍັງ​ຂາດ­ເຂີນ ແລະ ມີ​ຄວາມ​ຈຳ­ກັດ​ທາງ​ດ້ານ​ວິ­ຊາ​ສະ­ເພາະ, ສ່ວນ​ຫຼາຍ​ເປັນ​ພະນັກງານ​ຄວບ​ໜ້າ­ທີ່ ຍັງ​ບໍ່​ໄດ້​ບຳ­ລຸງ​ສ້າງ​ທາງ​ດ້ານ​ວິ­ຊາ​ການ, ວິ­ຊາ​ສະ­ເພາະ, ການ​ປະ­ຕິ­ບັດ​ບັນ­ດາ​ເນື້ອ​ໃນ​ຂອງ​ການ​ຄຸ້ມ​ຄອງ​​ລັດ ກ່ຽວ​ກັບ​ເສດ­ຖະ­ກິດ​ລວມ​ໝູ່ ແລະສະ­ຫະ­ກອນ ຕາມ​ກຳ­ນົດ​ຂອງ​ກົດ­ໝາຍ ຍັງ​ບໍ່​ທັນ​ຄົບ​ຖ້ວນແລະບໍ່​ໄດ້ຮັບ​ຜົນ​ດີ. ວຽກ​ງານ​ກວດ­ກາ, ຕິດ­ຕາມ ແລະ ແກ້​ໄຂ​ບັນ­ດາ​ບັນ­ດາ​ການ​ລະ­ເມີດ​ກົດ­ໝາຍ​ໃນ​ການ​ພັດ­ທະ­ນາ​ເສດ­ຖະ­ກິດ​ລວມ​ໝູ່ ຍັງ​ບໍ່​ເປັນ​ປົກ­ກະ­ຕິ, ທັນ​ເວ­ລາ, ຍັງ​ຂາດ​ຂໍ້​ກຳ­ນົດ​ກ່ຽວ​ກັບ​ການ​ແກ້​ໄຂ​ບັນ­ດາ​ກໍ­ລະ­ນີ​ທີ່​ລະ­ເມີດ. ສິ່ງ​ເຫຼົ່າ​ນີ້ ໄດ້​ພາ­ໃຫ້​ວຽກ​ງານຄຸ້ມ​ຄອງ​​ລັດຕໍ່​ສະຫະກອນ​ບາງ​ເທື່ອ​ຖືກ​ປ່ອຍປະ​ລະ​ເລີຍ, ບໍ່​ຕອບ​ສະໜອງ​ໄດ້​ຄວາມ​ຕ້ອງການ​ຂອງ​ວຽກ​ງານ​ຄຸ້ມ​ຄອງ​ລັດ​ຕໍ່ການພັດທະນາ​ສະຫະກອນ.

ທີ​ຫ້າ, ການ​ເຊື່ອມ​ຕໍ່ ຮ່ວມ​ມື​ຂອງ​ບັນ­ດາ​ສະ­ຫະ­ກອນ ​ຍັງ​ບໍ່​ມີ​ຄວາມ​ໜັກ​ແໜ້ນ, ປະ​ສິ​ດທິ​ຜົນ​ຕ່ຳ, ບົດບາດ​ຂອງ​ສະ­ຫະ­ພັນ​ສະ­ຫະ­ກອນ​ຍັງ​ບໍ່​ໄດ້​ເສີມ​ຂະ­ຫຍາຍ. ການ­ເຄື່ອນ­ໄຫວ​ຂອງ​ສະ­ຫະ­ກອນ ກໍ່​ຍັງ​ຂາດ​ຄວາມ​ຕິດ​ພັນ​ນຳ​ກັນ, ຍັງ​ບໍ່​ມີ​ການ​ເຊື່ອມ​ຕໍ່ລະບົບ​ຢ່າງ​ແໜ້ນ​ແຟ້ນ​ ​ທັງ​ດ້ານ​ເສດ­ຖະ­ກິດ ສັງ­ຄົມ ແລະ ການຈັດ­ຕັ້ງ. ການ​ເຄື່ອນ​ໄຫວຮ່ວມ​ທຸ­ລະ​ກິດ ເຊື່ອມ​ຕໍ່​​ການ​ຜະ­ລິດທຸ­ລະ​ກິດ ​ລະ­ຫວ່າງບັນ­ດາ​ສະ­ຫະ­ກອນ ​ກໍ່​ຍັງ​ໜ້ອຍ, ເນື້ອ​ໃນ​ບໍ່​ອຸ­ດົມສົມບູນ. ​ຂະໜາດ​ຂອງສະ­ຫະ­ພັນ​ສະ­ຫະ­ກອນ ເບິ່ງ​ລວມ​ຍັງ​ນ້ອຍ, ປະ​ສິດ­ທິ​ຜົນ​ຍັງ​ບໍ່​ສູງ ແລະ ການ​ຊ່ວຍ­ເຫຼືອບັນ­ດາ​ສະ­ຫະ­ກອນ ສະ­ມາ­ຊິກ​ກໍ່​ຍັງ​ໜ້ອຍ.

ທີ​ຫົກ, ຄຸນ​ນະ​ພາບ​ແຫຼ່ງ​ບຸກ​ຄະ­ລາ​ກອນ​ຂອງ​​ສະ­ຫະ­ກອນ​ກໍ່​ຍັງ​ຕ່ຳ, ຍັງ​ບໍ່​ຕອບ​ສະ­ໜອງ​ໄດ້​ໜ້າທີ່​ການ​ຜະ­ລິດ ທຸ­ລະ​ກິດ​ໃນ​ເງື່ອນ­ໄຂ​ເສດ­ຖະ­ກິດ​ປັດ­ຈຸ​ບັນ​. ​ລະ­ດັບ​ຄວາມ​ຮູ້​ທາງ​ດ້ານການ​ຄຸ້ມ​ຄອງ ແລະ ວິ­ຊາ​ສະເພາະ​ຂອງ​ພະ­ນັກ­ງານ​ຄຸ້ມ​ຄອງ​ສະ­ຫະ­ກອນ ​​ເບິ່ງ​ລວມຍັງຕ່ຳ, ສ່ວນ​ຫຼາຍ​ບໍ່​ໄດ້​ບຳ­ລຸງ​ສ້າງ​ກ່ອນ​ການ​ຮັບຜິດຊອບໜ້າ​ທີ່​ຄຸ້ມ​ຄອງ​ສະ­ຫະ­ກອນ. ຈິນ­ຕະ­ນາ­ການ​ທາງ​ດ້ານ​ການ​ຜະ­ລິດ ທຸ­ລະ​ກິດ​ຍັງ​ບໍ່​ທ່ວງທັນ​ກັບ​ການ​ພັດ­ທະ­ນາ​ຂອງ​ກົນ​ໄກ​ຕະ­ຫຼາດ, ຂາດ​ຄວາມ​ສຳ​ພັດ​ໄວ ແລະ ຄວາມ​ຂະ­ຫຍັນ​ຂັນ​ເຄື່ອນ​ໃນ​ການ­ຈັດ­ຕັ້ງ​ບັນ­ຊາ. ສິ່ງ​ເຫຼົ່າ​ນີ້​ໄດ້​ເຮັດ​ໃຫ້­ການ​ປ່ຽນ­ແປງ​ໃໝ່​ໃນ​ການ­ຈັດ­ຕັ້ງ​ການ​ຜະ­ລິດຂອງ​ສະ­ຫະ­ກອນ ຢູ່ຫຼາຍ​ແຫ່ງ​ພົບ​ຄວາມ​ຫຍຸ້ງຍາກສັບສົນ, ພິ­ເສດ​ແມ່ນ​ໃນ​ສະ­ພາບ​​ຄວາມ­ດັນແຫ່ງ​ການແຂ່ງ­ຂັນ​ໃນ​ພື້ນ­ຖານເສດ­ຖະ­ກິດ​ຕະ­ຫຼາດ ​ນັບ​ມື້​ນັບ​ສູງ​ຂຶ້ນ.

ທີ​ເຈັດ, ການ​ຫັນ­ປ່ຽນ​ຕົວ​ແບບ​ສະ­ຫະ­ກອນຕາມ​ກຳ­ນົດ​ຂອງ​ກົດ­ໝາຍ​ ກໍ່​ຍັງ​ມີ​ຄວາມ​ກະ­ວົນ­ກະ­ວາຍ ຍ້ອນ​ຂະບວນ​ວິ­ວັດ​​ນີ້​ໄດ້​ເຮັດ​ໃຫ້ມີ​ການ​ປ່ຽນ­ແປງ​ໂດຍ​ພື້ນ­ຖານ ​ໃນ​ການ​ພົວ­ພັນກຳມະສິດ, ການ​ພົວ­ພັນ​ດ້ານ​ຄຸ້ມ​ຄອງ, ການ​ພົວ­ພັນ​ດ້ານ​ແຈກ​ຢາຍ ແລະ ລະ­ດັບ​ທຶນປະກອບ​ຫຼາຍ​ສຸດ ຂອງ​ສະ­ມາ­ຊິກ​ໃນ​ເວ­ລາເຂົ້າ​ຮ່ວມ​ສະ­ຫະ­ກອນ​ແບບ​ໃໝ່. ດັ່ງ­ນັ້ນ, ການ​ຫັນ­ປ່ຽນ, ລົງ​ທະ­ບຽນ​ສະ­ຫະ­ກອນ​ຄືນ­ໃໝ່ ຕາມ​ກຳ­ນົດ​ຂອງ​ກົດໝາຍ​ວ່າ​ດ້ວຍສະ­ຫະ­ກອນ ປີ 2012 ຈຶ່ງ​ປະ­ຕິ­ບັດ​ຢ່າງ​ຊັກ​ຊ້າ. ມີ​ສະ­ຫະ­ກອນ​ຫຼາຍ​ແຫ່ງ​ ເຖິງ​ວ່າໄດ້​ມີ​ການ​ຫັນ­ປ່ຽນ​ຕາມ​ກົດ­ໝາຍ​ແລ້ວ ແຕ່​ຍັງ​ບໍ່ມີ​ການ​ປ່ຽນ­ແປງ​ໃນ​ວິ​ທີ​ການ­ເຄື່ອນ­ໄຫວ, ຈິນ­ຕະ­ນາ­ການ​ເຄື່ອນ​ໄຫວ​ກໍ່​ຍັງ​ໜັກ­​ໄປທາງ​ດ້ານ​ການ​ບໍ­ລິ­ຫານ ​ເກື້ອ​ກຸນ, ປະ​ສິດ­ທິ​ຜົນ​ການ­ເຄື່ອນ­ໄຫວຍັງ​ຖືກ​ຈຳ­ກັດ.

​ຄວາມ​ເຫັນ­ ແລະ ຂໍ້​ສະ­ເໜີ​ແນະ​ຈຳນວນ​ໜຶ່ງ

ການ​ພັດທະນາ​ສະ­ຫະ­ກອນ ​​ແມ່ນ­ຄວາມ​ຮຽກ­ຮ້ອງຕ້ອງການທີ່​ຈຳ­ເປັນອັນ​ໜຶ່ງ​ ໃນ​ພື້ນ­ຖານ​ເສດ­ຖະ­ກິດ​ຕະ­ຫຼາດ​ກຳ­ນົດ​ທິດ​ສັງ­ຄົມ​ນິ­ຍົມ​ຢູ່ຫວຽດ­ນາມ ໃນ​ປັດຈຸ​ບັນ, ​ປະ­ກອບ­ສ່ວນ​ເຂົ້າ​ໃນ​ການ​ຮັບ­ປະ­ກັນ​ການພັດທະນາ​ຢ່າງ​ໜັ້ນ​ຄົງຂອງ​ປະ­ເທດ, ລົບ​ລ້າງແລະຫຼຸດ­ຜ່ອນ​ຄວາມ­ທຸກ​ຍາກ, ຮັກສາ​ຄວາມ​ສະຫງົບ​ຂອງ​ສັງ­ຄົມ. ເພື່ອ “ສືບ­ຕໍ່​ປ່ຽນ­ແປງ​ໃໝ່​ເນື້ອ​ໃນ ແລະ ວິ­ທີ​ການ­ເຄື່ອນ­ໄຫວ​ຂອງ​ສະ­ຫະ­ກອນ” ຕາມ​ຈິດ­ໃຈ​ມະ­ຕິ​ກອງ​ປະ­ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ­ເທດ​ຄັ້ງ​ທີ XII ຂອງ​ພັກ, ໃນ​ເວ­ລາ​ຕໍ່​ໄປ​ນີ້, ຕາມ​ພວກ​ຂະ​ພະ​ເຈົ້າ, ຕ້ອງ​ສຸມ​ໃສ່​ປະ­ຕິ­ບັດ​ໃຫ້​ໄດ້​​ເປັນ​ຢ່າງດີ​ ວິທີ​ແກ້​ໄຂ​ທີ່​ສຳຄັນຈຳ­ນວນ​ໜຶ່ງ​ ​ດັ່ງ​ລຸ່ມ​ນີ້:

ທີ​ໜຶ່ງ, ຍົກ​ສູງ​ຄວາມ​ຮູ້​ກ່ຽວ​ກັບ​ທາດ​ແທ້, ຖາ­ນະທີ່​ຕັ້ງ, ພາ­ລະ​ບົດ­ບາດ​ຂອງ​ສະ­ຫະ­ກອນ​ໃນ​ພື້​ນ​ຖານ​ເສດຖະ­ກິດ​ຕະ­ຫຼາດ​ກຳ­ນົດ​ທິດ​ສັງ­ຄົມ​ນິ­ຍົມ ແລະ ເຊື່ອມ​ໂຍງ​ສາ­ກົນ. ສືບ­ຕໍ່​ປ່ຽນ­ແປງ​ໃໝ່ ແລະ ​ເພີ່ມ​ທະວີວຽກ​ງານ​ຢ່າງ​ແທ້​ຈິງ, ມີ​ປະ​ສິດ­ທິ​ຜົນ, ເໝາະ​ສົມ​ກັບ​ແຕ່​ລະ​ເປົ້າ​ໝາຍ ແນ­ໃສ່​ຍົກ​ສູງ​ຄວາມ​ຮັບ​ຮູ້​ໃຫ້​ແກ່​ພະ­ນັກ­ງານ ສະ­ມາ­ຊິກ​ພັກ ແລະ ປະ­ຊາ­ຊົນ ​ກ່ຽວ​ກັບ​ການ​ພັດ­ທະ­ນາ​ເສດ­ຖະ­ກິດ​ລວມ​ໝູ່, ເສດ­ຖະ­ກິດ​ສະຫະກອນ, ເສດ­ຖະ­ກິດ​ສະ­ຫະ­ກອນ​ແບບ​ໃໝ່. ເພີ່ມ​ທະ­ວີ​ວຽກ​ງານ​ຄົ້ນ­ຄວ້າ, ທຳ​ຄວາມ​ກະຈ່າງ­ແຈ້ງກ່ຽວ​ກັບ​ພື້ນຖານ​ທິດ​ສະ​ດີແລະພຶດຕິ​ກຳຂອງ​ການ​ພັດ­ທະ­ນາ​ສະ­ຫະ­ກອນ ​ໃນ​ພື້ນ­ຖານ​ເສດ­ຖະ­ກິດ​ຕະ­ຫຼາດ​ກຳນົດ​ທິດ​ສັງ­ຄົມ​ນິ­ຍົມ ແລະ ການ​ເຊື່ອມ​ໂຍງ​ສາ­ກົນ. ຄຽງ​ຄູ່​ກັບການ​ໂຄ­ສະ­ນາ​​ເຜີຍ​ແຜ່ແຜນ​ນະ­ໂຍ­ບາຍ ແນວ­ທາງ​ຂອງ​ພັກ, ນະ­ໂຍ­ບາຍ ກົດ­ໝາຍ​ຂອງ​ລັດ ກ່ຽວ​ກັບ​ການ​ພັດທະນາ​ສະ­ຫະ­ກອນ, ຕ້ອງ​ເພີ່ມ​ທະ­ວີ​ການ​ແນະ­ນຳ​ບັນ­ດາ​ຕົວ​ແບບສະ­ຫະ­ກອນ​ແບບ​ໃໝ່, ບົດ­ຮຽນ​ຂອງ​ຂະ​ບວນ​ການສະ­ຫະ­ກອນ​ໃນ​ພາກ​ພື້ນ ແລະ ໃນ​ໂລກ.

ທີ​ສອງ, ປັບ­ປຸງ​ບູ­ລະ­ນະ​ກົນ​ໄກ, ນະ­ໂຍ­ບາຍ​ສະໜັບສະໜູນຊ່ວຍ­ເຫຼືອ​ການ​ພັດ­ທະ­ນາສະ­ຫະ­ກອນ. ກວດ­ຄືນ ປົວແປງ ປັບ­ປຸງ ບູ­ລະ­ນະ ແລະ ຈັດ​ຕັ້ງ​ປະ­ຕິ­ບັດ​​ເປັນ​ຢ່າງ​ດີ​ ນະ­ໂຍ­ບາຍ​ສະໜັບສະໜູນຊ່ວຍ­ເຫຼືອ​ການ​ພັດ­ທະ­ນາສະ­ຫະ­ກອນ, ພິ­ເສດ​ແມ່ນ​ນະ­ໂຍ­ບາຍ​ກ່ຽວ​ກັບ​ພະ­ນັກ­ງານ, ກໍ່­ສ້າງ​ແຫຼ່ງ​ບຸກ​ຄະ­ລາ​ກອນ, ທີ່​ດິນ, ການ​ເງິນ-ສິນ​ເຊື່ອ, ວິທະຍາ­ສາດ-ເຕັກ​ໂນ​ໂລ​ຊີ ແລະ ການຕະ­ຫຼາດ. ມີ​ນະ­ໂຍ­ບາຍ​ຊ່ວຍ­ເຫຼືອ, ເອື້ອ­ເຟື້ອ​ຕໍ່​ບັນ­ດາ​ສະ­ຫະ­ກອນ, ສະຫະ­ພັນສະ­ຫະ­ກອນ ທີ່​ເຄື່ອນ​ໄຫວ​ໃນ​ຂົງ­ເຂດ​ກະ­ສິ­ກຳ ຊົນ­ນະ­ບົດ ແລະ ເປົ້າ​ໝາຍ​ສະ­ມາ­ຊິກ​ສະ­ຫະ­ກອນ​ເປັນ​ຊາວ­ນາ​ຜູ້​ທຸກ​ຍາກ ຢູ່​ເຂດ​ຫ່າງ​ໄກ​ສອກ­ຫຼີກ ເຂດ​ຊາຍ​ແດນ ໝູ່​ເກາະ​ທະ­ເລ.

ທີ​ສາມ, ເພີ່ມ​ທະ­ວີ​ວຽກ​ງານ​ຄຸ້ມ​ຄອງ​​ລັດກ່ຽວ​ກັບ​ສະ­ຫະ­ກອນ​ແຕ່​ສູນ​ກາງ​ຈົນ​ຮອດ​ທ້ອງ​ຖິ່ນ. ປັບ­ປຸງ​ບູລະ­ນະ, ຍົກ​ສູງ​ຄວາມ​ສາ­ມາດ, ປະ​ສິດ­ທິ​ຜົນ​ການ­ເຄື່ອນ­ໄຫວ ຂອງ​ລະ­ບົບ​ກົງ­ຈັກ​ຄຸ້ມ​ຄອງ​​ລັດ​ຕໍ່​ສະຫະກອນ ​ຕາມ​ກຳ­ນົດ​ຂອງ​ກົດ­ໝາຍ, ຮັບ­ປະ­ກັນ​ຄວາມ​ສັກ­ສິດ ປະ​ສິດ­ທິ​ຜົນ, ສຸມ​ໃສ່​ແລະ​ເປັນເອ­ກະ​ພາບ​ແຕ່​ສູນ​ກາງ​ຈົນ​ຮອດ​ທ້ອງ​ຖິ່ນ. ກຳ­ນົດ​­ແຈ້ງ​ພາ­ລະ​ໜ້າ­ທີ່, ໜ້າ­ທີ່, ຄວາມ​ຮັບ­ຜິດ­ຊອບ, ສິດ​ອຳ­ນາດ ແລະ ກົນ​ໄກ​ປະ­ສານ​ສົມທົບ​ຂອງ​ບັນ­ດາ​ກະ­ຊວງ ຂະ­ແໜງ­ການ ອົງ​ການ­ຈັດ­ຕັ້ງ​ສູນ​ກາງ ແລະ ທ້ອງ​ຖິ່ນ ​ໃນ​ການ​ພັດທະ­ນາ​ສະຫະ­ກອນ. ເພີ່ມ​ທະ­ວີ​ວຽກ​ງານ​ກວດ​ສອບ ກວດ­ກາ ຕິດ­ຕາມ ແລະ ແກ້​ໄຂ​ຢ່າງ​ທັນ​ການ​ຕໍ່​ການ​ລະ­ເມີດ​ກົດໝາຍ​ກ່ຽວ​ກັບສະ­ຫະ­ກອນ.

ທີ​ສີ່, ປະ­ຕິ­ບັດ​ໃຫ້​ໄດ້​ເປັນ​ຢ່າງ​ດີ ​ນະ­ໂຍ­ບາຍສະໜັບສະໜູນ ​ຊ່ວຍ­ເຫຼືອ ເອື້ອ­ເຟື້ອ​ການ​ພັດທະນາ​ສະຫະ­ກອນ. ສຸມ​ໃສ່​​ການ​ຊ່ວຍ­ເຫຼືອ​ທາງດ້ານການ​ເງິນຈາກແຫຼ່ງ​ທຶນ​ຕ່າງໆ ​​ໂດ​ຍມີ​ການ​ແຊກ​ຊ້ອນ​ກັບ​ນະໂຍບາຍປະ­ຕິ­ບັດ​ໂຄງ­ການ​ຈຸດ­ໝາຍ​ແຫ່ງ​ຊາດ ກ່ຽວ​ກັບ​ການ​ກໍ່­ສ້າງ​ຊົນ­ນະ­ບົດ​ໃໝ່ ​ເພື່ອ​ສ້າງ­ຕັ້ງ​ຕົວ​ແບບ​ຈຸດ​ສຸມ​ຈຳ­ນວນ​ໜຶ່ງ​ ຢູ່​ບັນ­ດາ​ແຂວງ​ກະ­ສິ­ກຳ ສຳລັບ​ສອງ​ຕົວ​ແບບ​ສະ­ຫະ­ກອນ ແມ່ນ​ສະ­ຫະ­ກອນ​ບໍ­ລິ­ການ​ສາທາລະ­ນະ​ຢູ່​ຊົນ­ນະ­ບົດ ແລະ ສະ­ຫະ­ກອນ​ຜະລິດ​ກະ­ສິ­ກຳ. ມີມາດ​ຕະ­ການບຸລິ​ມະ​ສິດຕົວຈິງ​ເພື່ອ​ຊ່ວຍ­ເຫຼືອ​ສະ­ຫະ­ກອນ​ທາງ​ດ້ານ​ວິ­ທະ­ຍາ­ສາດ-ເຕັກ​ໂນ​ໂລ​ຊີ, ທຶນ, ແຫຼ່ງ​ບຸກ​ຄະ­ລາ​ກອນ, ຕະ­ຫຼາດ... ເພື່ອ​ຜັນ​ຂະ­ຫຍາຍ​ຕາມ “ຕົວ​ແບບ​ທົດ​ລອງ”; ມອບ​ໜ້າ­ທີ່​ຊີ້​ນຳ​ໃຫ້​ຜູ້ນຳ​ຂັ້ນ​ເມືອງ; ສວຍ​ໃຊ້​ບັນ­ດາ​ໂອ­ກາດທີ່​ດີ ​ກໍ່​ຄື​ມີ​ມາດ​ຕະ­ການ​ເພື່ອ​ຈຳ​ກັດ​ດ້ານ​ຫຍໍ້­ທໍ້​ໃນ​ຂະ​ບວນ​ວິ­ວັດ​​ການ​ເຊື່ອມ​ໂຍງ​ສາ­ກົນ.

ທີ​ຫ້າ, ກໍ່­ສ້າງແລະ​ເຜີຍ­ແຜ່​ຂະ­ຫຍາຍ​ບັນ­ດາ​ຕົວ​ແບບ​ໃໝ່, ອີງ​ຕາມ​ຄວາມ​ຮຽກ­ຮ້ອງ​ຕ້ອງ­ການ​ຮ່ວມ​ມື​ແບບ​ສະ­ໝັກ​ໃຈ​ ຂອງ​ບັນ­ດາ​ສະ­ມາ­ຊິກ​ສະ­ຫະ­ກອນ, ເພື່ອ​ຜົນ​ປະ­ໂຫຍດ​ຂອງ​ສະ­ມາ­ຊິກ, ສະ­ຫະ­ກອນ ແລະ ຊຸມ​ຊົນ. ເອົາ­ໃຈ­ໃສ່​ກໍ່­ສ້າງ​​ສະ­ຫະ­ກອນກະສິກຳ​ແບບ​ໃໝ່ ຢູ່​ບັນ­ດາ​ເຂດ​ທີ່​ມີ​ຜະ­ລິດ​ຕະ​ພັນ​ທີ່​ມີ​ທ່າ​ໄດ້​ບຽບ​ໃນ​ການ​ແຂ່ງ­ຂັນ. ກໍ່­ສ້າງ​ຕົວ​ແບບ​ສະ­ຫະ­ກອນ​​ສະ­ເພາະຂະ​ແໜງ​ການ, ຂະຫຍາຍ​ບັນ­ດາ​ຮູບ​ແບບ​ສະ­ຫະ­ກອນ​ຢູ່​ບັນ­ດາ​ທ້ອງ​ຖິ່ນ​ ທີ່​ມີເງື່ອນ­ໄຂ​ທຳ​ມະ​ຊາດ ເສດ­ຖະ­ກິດ ສັງ­ຄົມ ແລະ ວັດ­ທະ­ນະ­ທຳ​ທີ່​ແຕກ​ຕ່າງ​ກັນ​ ແນ­ໃສ່​ເສີມ​ຂະຫຍາຍ​ຄວາມ​ສາ­ມາດ​ບົ່ມ​ຊ້ອນດ້ານ​ເສດຖະ­ກິດ​ຂອງ​ທ້ອງ​ຖິ່ນ. ກໍ່­ສ້າງ​ບັນ­ດາ​ຕົວ​ແບບ​ສະ­ຫະ­ກອນ, ສະຫະພັນ​ສະຫະກອນ​ຜະລິດ ຈຳ­ໜ່າຍ​ຜະລິດ​ຕະ​ພັນ ​ຕາມ​ພວງ​ພະ­ນັງຄຸນ​ຄ່າ ​ແນ­ໃສ່​ຈຸດ­ໝາຍ​ສ້າງ​ວຽກ​ເຮັດ​ງານ​ທຳ ແລະ ຍົກ​ສູງ​ລາຍ​ໄດ້​ ໃຫ້​ແກ່​ສະ­ມາ­ຊິກສະຫະກອນ. ບົນ​ພື້​ນ​ຖານ​ດັ່ງ­ກ່າວ ເພື່ອ​ສະ­ຫຼຸບ, ໂຄ­ສະ­ນາ​ເຜີຍ​ແພ່ ແລະ ແຜ່​ຂະ­ຫຍາຍ​ຮູບ​ແບບ​ສະ­ຫະ­ກອນ​ແບບ​ໃໝ່​ທີ່​ຫຼາກ​ຫຼາຍ. 

ທີ​ຫົກ, ຈັດ​ຕັ້ງ ປັບ­ປຸງ​ການ­ເຄື່ອນ­ໄຫວ​ຂອງ​​ສະ­ຫະ­ກອນ​ຄືນ­ໃໝ່ ໃຫ້​ຖືກ​ຕາມ​ທາດ​ແທ້​ຂອງ​ສະຫະກອນ, ກົດ­ໝາຍ​ສະ­ຫະ­ກອນ​ປີ 2012 ແລະ ບັນ­ດາ​ເອ­ກະ­ສານ​ແນະ­ນຳ; ເສີມ​ຂະ­ຫຍາຍ​​ບົດບາດ​ເປັນ​ເຈົ້າ​ຂອງຂອງ​ສະ­ມາ­ຊິກ​ສະ­ຫະ­ກອນ; ຂົນ­ຂວາຍ​ໃຫ້​ສະ­ມາ­ຊິກ​ສະ­ຫະ­ກອນ​ປະ­ກອບ­ສ່ວນ​ທຶນ ແລະ ຍົກ​ສູງ​ລະດັບ​ປະ­ກອບ­ສ່ວນ​ທຶນ; ສົ່ງ​ເສີມສະ­ຫະ­ກອນດຶງ​ດູດ​ສະ­ມາ­ຊິກ, ທ້ອນ​ໂ​ຮມລວມ​ຕົວ​ສະຫະ­ກອນ​ທີ່​ມີ​ອາ­ຊີບ​ຮ່ວມ​ກັນ ​ເພື່ອ​ເພີ່ມ​ຄວາມ​ສາ­ມາດ​ທາງ​ດ້ານ​ການ​ເງິນ ແລະ ຂະ­ໜາດ​ການເຄື່ອນ​ໄຫວ​ຂອງ​ສະ­ຫະ­ກອນ​ຂຶ້ນ​ຕື່ມ​ອີກ. ຕັດສິນ​ໃຈ​ຍຸບ​ເລີກສະ­ຫະ­ກອນ​ທີ່ເຄື່ອນ­ໄຫວ​ບໍ່​ມີປະ​ສິດ­ທິ​ຜົນ, ເຄື່ອນ​ໄຫວ​​ແບບ​ຮູບ​ການ. ປັບ­ປຸງ​ບູ­ລະ­ນະ​ລະ­ບົບກອງ​ທຶນ​ຊ່ວຍ­ເຫຼືອ​ການ​ພັດທະນາ​ສະ­ຫະ­ກອນ ​ຂອງ​ສະ­ຫະ­ພັນ​ສະ­ຫະ­ກອນ​.

ທີ​ເຈັດ, ເພີ່ມ​ທະ­ວີ​ຄວາມ​ສາ­ມາດ​ໃນ​ການ­ຈັດ­ຕັ້ງ, ຄຸ້ມ​ຄອງ​ບໍລິຫານ​ການ­ເຄື່ອນ­ໄຫວ​ທຸ­ລະ​ກິດ​ຂອງ​ຄະນະ​ກຳມະການ​ຄຸ້ມ​ຄອງ ແລະ ຜູ້​ຄຸ້ມ​ຄອງ​ສະ­ຫະ­ກອນ. ພ້ອມ​ທັງ, ເອົາ­ໃຈ­ໃສ່​ເຖິງ​ການ​ຍົກ​ສູງ​ລະ­ດັບ​ຄວາມ​ຮູ້​ວິ­ຊາ​ອາ­ຊີບ​ໃຫ້​ແກ່​ສະ­ມາ­ຊິກ ​ແນ­ໃສ່​ຊ່ວຍ​ໃຫ້​ເຂົາ­ເຈົ້າມີ​ຄວາມ​ຮູ້ ​ແລະ​ກຳ​ໄດ້ລຳ­ດັບ​ການ​ດຳ­ເນີນ​ການ​ຜະ­ລິດ​ເປັນ​ຜະລິດ​ຕະ​ພັນ​ແບບ​ໃໝ່​ ຕາມ​ຄວາມ​ຕ້ອງ­ການ​ຂອງ​ຕະ­ຫຼາດ. ສົ່ງ­ເສີມ​ການ​ແຂ່ງ­ຂັນ​ໃນ​ກົນ​ໄກ​ຕະ­ຫຼາດ​ ເພື່ອ​​ໃຫ້​ສະ­ຫະ­ກອນ​ບຸກ​ບືນ​ກ້າວ​ຂຶ້ນ​ດ້ວຍ​ຕົນ​ເອງ, ມີ​ການ​ປະ­ກອບ­ສ່ວນ​ເພື່ອ​ສົ່ງ​ຜົນ​ສະ­ທ້ອນຢ່າງ​ຕັ້ງ­ໜ້າ​ຕໍ່​ການ​ພັດ­ທະ­ນາ​ຂອງ​ເສດ­ຖະ­ກິດ​ຄອບ­ຄົວ​ສະ­ມາ­ຊິກ​ສະ­ຫະ­ກອນ.

ທີ​ແປດ, ເສີມ​ຂະ­ຫຍາຍ​ກຳ­ລັງ​ແຮງ​ຂອງ​ລະ­ບົບ​ການ­ເມືອງ​ທັງ​ໝົດ ​ໃນ​ການ​ພັດ­ທະ­ນາ​ສະ­ຫະ­ກອນ. ເພີ່ມ​ທະ­ວີ​ການ​ນຳ­ພາ​ຂອງ​ຄະ­ນະ​ພັກ​ຂັ້ນ​ຕ່າງໆ, ການ​ປະ­ສານ​ສົມ­ທົບ​ຢ່າງ​ແໜ້ນ​ແຟ້ນ, ມີ​ຄວາມ​ຮັບ­ຜິດ­ຊອບ​ຂອງ​ບັນ­ດາ​ກະ­ຊວງ ຂະ­ແໜງ­ການ ​ທ້ອງ​ຖິ່ນ ສະ­ຫະ­ພັນ​ສະ­ຫະ­ກອນຫວຽດ­ນາມ, ແນວ​ໂຮມ​ປະເທດ​ຊາດ ຫວຽດ­ນາມ, ບັນ­ດາ​ອົງ​ການ­ຈັດ­ຕັ້ງ​ການ­ເມືອງ-ສັງ­ຄົມ... ປັບ­ປຸງ, ປ່ຽນ­ແປງ​ໃໝ່​ການ­ເຄື່ອນ­ໄຫວ​ຂອງ​ສະຫະພັນ​ສະ­ຫະ­ກອນ​ຫວຽດ­ນາມ, ຮັບ­ປະ­ກັນ​ການ​ປະ­ຕິ­ບັດ​​​ພາ­ລະ​ໜ້າ­ທີ່​ເປັນ​ອົງ​ການ­ຈັດ­ຕັ້ງ​ທີ່​ຕາງໜ້າ​ຂອງ​ສະ­ຫະ­ກອນ ແລະ ປະ­ຕິ­ບັດ​ບັນ­ດາ​ໜ້າ­ທີ່​ຕາມ​ກຳ­ນົດ​ຂອງ​ກົດ­ໝາຍ.

ໂດຍ ປອ. ຟ້າ​ມເຕິດ​ຖັງ
ຮອງ​ບັນ­ນາ­ທິ­ການ​ໃຫຍ່ ວາ­ລະ­ສານກອມ​ມູ​ນິດ

Other Stories

ບົດທີ່ມີຜູ້ອ່ານຫລາຍສຸດ

ບົດໃໝ່ສຸດ