ວັນພຸດ, 14/11/2018
ປ່ຽນແປງໃໝ່ການຈັດຕັ້ງແລະເຄື່ອນໄຫວ ຂອງບັນດາໜ່ວຍພາລະກິດບໍລິການຂອງລັດເພື່ອປະກອບສ່ວນປັບປຸງບູລະນະ ລະບຽບກົດໝາຍເສດຖະກິດຕະຫຼາດ ກຳນົດທິດສັງຄົມນິຍົມ
7/3/2018 20:40' ສົ່ງ ພິມ
ກອງປະຊຸມຄັ້ງທີ 6 ຄະນະບໍລິຫານງານສູນກາງພັກສະໄໝທີ XII ປຶກສາຫາລືກ່ຽວກັບໂຄງການປ່ຽນແປງໃໝ່ກົນໄກຄຸ້ມຄອງ, ກົນໄກການເງິນ ແລະ ການຈັດຕັ້ງຄືນໃໝ່ ລະບົບບັນດາໜ່ວຍພາລະກິດບໍລິການຂອງລັດ. (ພາບ: TTXVN)

ການ​ປະຕິບັດ​ການ​ປ່ຽນ​ແປງ​ໃໝ່ລະບົບ​ການຈັດ​ຕັ້ງ ​ແລະ​ເຄື່ອນ​ໄຫວ​ຂອງບັນດາໜ່ວຍ​ພາລະກິດ​ບໍລິການຂອງ​ລັດ​ ໄດ້​ຮັບ​ຜົນສຳ​ເລັດ​ທີ່​ສຳຄັນ

​ໃນ​ຊຸມ​ປີ​ທີ່​ຜ່ານ​ມາ, ພັກ​ແລະ​ລັດ​ເຮົາ​ໄດ້ປະກາດ​ໃຊ້​ເອກະສານ​ທີ່​ສຳຄັນ​ຫຼາຍ​ສະບັບ ​ແລະ ​ໄດ້​ຊີ້​ນຳ​ນຳພາ​ລະບົບ​ການ​ເມືອງ​ທັງ​ໝົດ ​​ໃນ​ການຈັດ​ຕັ້ງ​ປະຕິບັດ​ແຜນ​ນະ​ໂຍບາຍ, ນະ​ໂຍບາຍ, ມາດ​ຕະການປ່ຽນ​ແປງ​ໃໝ່​ລະບົບການຈັດ​ຕັ້ງ​ແລະ​ເຄື່ອນ​ໄຫວ ຂອງບັນດາ​ໜ່ວຍ​ພາລະກິດບໍລິການ​ຂອງ​ລັດ. ​ໂດຍ​ສະ​ເພາະ​ແມ່ນ ບົດ​ສະຫຼຸບ​ເລກທີ 37-TB/TW, ວັນ​ທີ 26 ພຶດສະພາ 2011, ຂອງ​ກົມ​ການ​ເມືອງກ່ຽວ​ກັບ ​ໂຄງການ​ປ່ຽນ​ແປງ​ໃໝ່​ກົນ​ໄກ​ເຄື່ອນ​ໄຫວ​ຂອງບັນດາ​ໜ່ວຍ​ພາລະກິດບໍລິການຂອງ​ລັດ, ຍູ້​ແຮງ​ການ​ຫັນ​ເປັນ​ສັງຄົມຕໍ່​ການ​ບໍລິການ​ສາທາລະນະ​ບາງ​ປະ​ເພດ; ​ເອກະສານ​ກອງປະຊຸມ​ໃຫຍ່​ຄັ້ງ​ທີ XII ຂອງ​ພັກ​ກໍ່​ໄດ້​ກຳນົດ​ແຈ້ງ​ໜ້າ​ທີ: “ປ່ຽນ​ແປງ​ໃໝ່​ການຈັດ​ຕັ້ງ​ແລະ​ເຄື່ອນ​ໄຫວ ຂອງບັນດາ​ໜ່ວຍ​ພາລະກິດບໍລິການຂອງ​ລັດ ຕາມ​ທິດ​ຍົກສູງ​ລະບອບເປັນ​ເຈົ້າ​ຕົນ​ເອງ, ຮັບຜິດຊອບ​ດ້ວຍ​ຕົນ​ເອງກ່ຽວ​ກັບ​ການຈັດ​ຕັ້ງ​ກົງຈັກ, ການ​ບັນຈຸ​ລັດຖະກອນ, ບຸກຄະລາ​ກອນ ​ແລະ​ການ​ເງິນ; ຫັນ​ຂົງ​ເຂດ​ບໍລິການ​ສາທາລະນະ​ເປັນ​ສັງຄົມ, ດຶງ​ດູດ​ບັນດາ​ພາກສ່ວນ​ເສດຖະກິດ​ໃຫ້​ເຂົ້າ​ຮ່ວມ​ໃນ​ຂົງ​ເຂດ​ນີ້” (1); “ຈັດ​ວາງ​ຄືນ​ໃໝ່ບັນດາ​ໜ່ວຍ​ພາລະກິດບໍລິການຂອງ​​ລັດ, ມອບ​ສິດ​ເປັນ​ເຈົ້າ​ຕົນ​ເອງທີ່​ເໝາະ​ສົມ, ຍົກ​ສູງ​ຄວາມ​ສາມາດ​ໃນ​ການ​ຄຸ້ມ​ຄອງ, ປະສິດທິ​ຜົນ​ການ​ເຄື່ອນ​ໄຫວ​ຕາມ​ກົນ​ໄກວິ​ສາ​ຫະກິດ”(2); “ນຳ​ໃຊ້​ຫຼາຍ​ຮູບ​ການ​ໃນ​ການ​ຫັນ​ໜ່ວຍ​ພາລະກິດບໍລິການ​ຂອງ​​ລັດ​ເປັນ​ສັງຄົມ​ເຊັ່ນ: ທົດ​ລອງ​ຫັນບັນດາ​ໜ່ວຍ​ພາລະກິດບໍລິການ​ຂອງ​ລັດ​ເປັນ​ຫຸ້ນ​ສ່ວນ; ມອບ​ໃຫ້​ຊຸມ​ຊົນ​ຄຸ້ມ​ຄອງ, ​ໃຫ້ເຊົ່າພື້ນຖານວັດຖຸ ຊັບສິນຂອງລັດ ​ເພື່ອດຳເນີນທຸລະກິດ​ໃຫ້​ບໍລິການ​ສາທາລະນະ ແລະ ປະຕິບັດ​ກົນ​ໄກ​ໜ່ວຍພາລະກິດ​ບໍລິການ​ຂອງລັດທີ່​ເຄື່ອນ​ໄຫວ​ແບບ​ວິ​ສາ​ຫະກິດ​ສາທາລະນູປະ​ໂພກ"(3). ​ເພື່ອ​ຫັນ​ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງທີ XII ຂອງ​ພັກ​ເປັນ​ລະອຽດ, ກອງ​ປະຊຸມ​ສູນ​ກາງ​ພັກ​ຄັ້ງ​ທີ 5 ສະ​ໄໝ​ທີ XII ​ໄດ້​ປະກາດ​ໃຊ້​ມະຕິ​ເລກທີ 11-NQ/TW, ວັນ​ທີ 3 ມິຖຸນາ 2017, ວ່າ​ດ້ວຍ​ການ​ປັບປຸງ​ບູລະນະ​ລະບຽບ​ກົດໝາຍ​​ເສດຖະກິດ​ຕະຫຼາດກຳນົດ​ທິດ​ສັງຄົມ​ນິຍົມ, ສືບ​ຕໍ່​ຊີ້​ແຈ້ງ: “ປັບປຸງ​ບູລະນະ​ລະບຽບ​ກົດໝາຍ, ປ່ຽນ​ແປງ​ໃໝ່​ແລະ​ຍົກ​ສູງ​ປະສິດທິ​ຜົນ​ການ​ເຄື່ອນ​ໄຫວ​ຂອງບັນດາ​ໜ່ວຍ​ພາລະກິດບໍລິການຂອງ​​ລັດ. ມອບ​ສິດ​ເປັນ​ເຈົ້າ​ຕົນ​ເອງ, ຄວາມ​ຮັບຜິດຊອບ​ດ້ວຍ​ຕົນ​ເອງຢ່າງ​ເຕັມ​ສ່ວນ​ໃຫ້ບັນດາ​ໜ່ວຍ​ພາລະກິດບໍລິການຂອງ​​ລັດ ກ່ຽວ​ກັບ​ຂອບ​ເຂດ​ການເຄື່ອນ​ໄຫວ, ການຈັດ​ຕັ້ງ​ກົງຈັກ, ການ​ບັນຈຸ​ລັດຖະກອນ ບຸກຄະລາ​ກອນ​ ແລະ​ການ​ເງິນ ຕິດ​ກັບ​ກົນ​ໄກການ​ປະ​ເມີນຜົນ​ທີ່​ເປັນ​ເອກະລາດ”.

ດ້ວຍ​ຄວາມ​ມານະ​ພະຍາຍາມ​ຂອງ​ລັດຖະບານ ​ແລະ ບັນດາ​ຄະນະ, ກະຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ, ການ​ປ່ຽນ​ແປງ​ໃໝ່​ລະບົບ​ການຈັດ​ຕັ້ງ​ແລະ​ເຄື່ອນ​ໄຫວ​ຂອງບັນດາ​ໜ່ວຍ​ພາລະກິດບໍລິການຂອງ​​ລັດ​ໃນ​ຊຸມ​ປີ​ທີ່​ຜ່ານ​ມາ​ໄດ້​ບັນລຸ​ຜົນສຳ​ເລັດ​ເບື້ອງ​ຕົ້ນ​ທີ່​ສຳຄັນ​ຫຼາຍ​ຢ່າງ, ປະກອບ​ສ່ວນ​ຊຸກຍູ້​ຂະ​ບວນວິວັດ​ການ​ປັບປຸງ​ບູລະນະລະບຽບ​ກົດໝາຍ​​ເສດຖະກິດ​ຕະຫຼາດກຳນົດ​ທິດ​ສັງຄົມ​ນິຍົມຢູ່​ປະ​ເທດ​ເຮົາ.

ປະຈຸ​ບັນ, ​ໃນ​ທົ່ວ​ປະ​ເທດ​ມີ​ປະມານ 58.000 ໜ່ວຍ​ພາລະກິດບໍລິການຂອງ​​ລັດ, ດ້ວຍ​ການ​ບັນຈຸ​ລັດຖະກອນ 2,5 ລ້ານ​ຄົນ (ຍັງ​ບໍ່​ທັນ​ນັບ​ເຖິງ​ການຈັດ​ຕັ້ງ, ການບັນຈຸ​ຂອງຕຳຫຼວດ, ທະຫານ ​ແລະ ວິ​ສາ​ຫະກິດ​ແຫ່ງ​ລັດ). ນີ້​ແມ່ນ​ກຳລັງ​ທີ່​ມີ​ບົດບາດ​ຊີ້​ນຳ, ສະໜອງ​ການ​ບໍລິການ​ສາທາລະນະ​ເກືອບ​ທຸກ​ປະ​ເພດ, ມີ​ຄວາມ​ພົວພັນ​ກັບ​ທຸກ​ຄົນ ທຸກ​ຄອບຄົວ​ ແລະ​​ສັງຄົມທັງ​ໝົດຄື ການ​ບໍລິການ​ສາທາລະນະ​ສຸກ, ການ​ສຶກສາ-ຝຶກ​ອົບຮົມ, ວິທະຍາສາດ-​ເຕັກ​ໂນ​ໂລ​ຊີ, ວັດທະນະທຳ, ກິລາກາ​ຍະ​ກຳ... ​ເຄືອ​ຂ່າຍ​ສະ​ຖາ​ບັນ​ການ​ສຶກສາ, ສາທາລະນະ​ສຸກ, ວັດທະນະທຳ, ກິລາ ​ໄດ້​ກະຈາຍ​ໃນ​ທຸກ​ຂົງ​ເຂດ ພື້ນ​ທີ່, ​​ເຖິງ​ເຂດ​ຊົນນະບົດ ​ເຂດ​ຫ່າງ​ໄກ​ສອກຫຼີກ, ​ເຖິງ​ພື້ນ​ທີ່​ທີ່​ຫຍຸ້ງຍາກ ​ເຂດ​ຊາຍ​ແດນ ໝູ່​ເກາະ​ໃນທົ່ວ​ປະ​ເທດ. ລະບົບ​ໜ່ວຍພາລະກິດ​ບໍລິການ​ຂອງ​ລັດມີ​ບົດບາດ​ຫຼັກ​ແຫຼ່ງ​ໃນ​ການ​ສະໜອງ​ບໍລິການ​ສາທາລະນະ ​ແລະ ປະຕິບັດ​ນະ​ໂຍບາຍ​ສະ​ວັດດີກາ​ນສັງຄົມ, ອຳນວຍ​ຄວາມສະດວກແລະ​ຄວາມ​ສະ​ເໝີ​ພາບ​ ໃຫ້​ປະຊາຊົນ​ທຸກ​ຄົນ​ເຂົ້າ​ເຖິງ​ການ​ບໍລິການ ທີ່​ມີ​ຄຸນ​ນະພາ​ບນັບ​ມື້​ນັບ​ສູງ ​ແລະ​ຄ່າ​ໃຊ້​ຈ່າຍ​ທີ່​ສົມ​ເຫດ​ສົມ​ຜົນ.

ລະບົບ​ເອກະສານ​ກົດໝາຍ​ກ່ຽວ​ກັບ​ໜ່ວຍ​ພາລະກິດບໍລິການຂອງ​​ລັດ​ໄດ້​ຮັບ​ການ​ປັບປຸງ​ບູລະນະ​ເທື່ອ​ລະ​ກ້າວ, ​ໄດ້​ເພີ່​ມທະວີ​ການ​ແບ່ງ​ຂັ້ນ, ກຳນົດ​ສິດ​ອຳນາດ​ທີ່​ຈະ​ແຈ້ງ ລະຫວ່າງບັນດາ​ອົງການ​ລັດ​ຂັ້ນ​ສູນ​ກາງ ທ້ອງ​ຖິ່ນ ​ແລະ​ຂອງ​ອຳນາດ​ການ​ປົກຄອງ​ແຕ່ລະ​ຂັ້ນ; ​ໄດ້​ປະກາດ​ໃຊ້​ເທື່ອ​ລະ​ກ້າວ ບັນດາ​ມາດຕະຖານ, ​ເງື່ອ​ນໄຂ​ກ່ຽວ​ກັບການ​ສ້າງ​ຕັ້ງ, ການ​ລວມຕົວ, ການ​ຍຸບ​ເລີກ​ໜ່ວຍ​ພາລະກິດບໍລິການຂອງ​​ລັດ ​ເພື່ອ​ເປັນ​ພື້ນຖານ​ໃຫ້​ແກ່​ການຈັດ​ວາງລະບົບບັນດາ​ໜ່ວຍ​ພາລະກິດບໍລິການຂອງ​​ລັດ ທັງ​ດ້ານ​ການຈັດ​ຕັ້ງ​ກົງຈັກ ​ແລະ ບຸກຄະລາ​ກອນ.

ຍູ້​ແຮງການ​ມອບສິດ​ເປັນ​ເຈົ້ນ​ຕົນ​ເອງ​ໃຫ້ບັນດາ​ໜ່ວຍ​ພາລະກິດບໍລິການຂອງ​​ລັດ ທັງ​ດ້ານ​ການ​ປະຕິບັດ​ໜ້າ​ທີ່, ການຈັດ​ຕັ້ງ​ກົງຈັກ, ບຸກຄະລາ​ກອນ​ແລະ​ການ​ເງິນ; ພ້ອມ​ກັນ​ນັ້ນກໍ່​ເປັນ​ເຈົ້າ​ການ​ໃນ​ການ​ນຳ​ໃຊ້​ຊັບ​ສິນ, ​ແຫຼ່ງບຸກຄະລາ​ກອນ​ເພື່ອ​ພັດທະນາ ​ແລະ ຍົກ​ສູງ​ຄຸນ​ນະພາ​ບການ​ເຄື່ອນ​ໄຫວ​ສະໜອງ​ບໍລິ​ການ​ສາທາລະນະ. ຕາມ​ນັ້ນ, ​ແຫຼ່ງລາຍ​ໄດ້​ຈາກ​ການ​​ໃຫ້ບໍລິການ​ເພີ່ມ​ຂຶ້ນ, ປະຕິບັດ​ການ​ປະຢັດ​ຄ່າ​ໃຊ້​ຈ່າຍ ​ເພື່ອ​ເພີ່ມ​ລາຍ​ໄດ້​ໃຫ້​ຜູ້​ອອກ​ແຮງ​ງານ.

ປະຕິບັດ​ການ​ປ່ຽນ​ຈາກ​ຄ່າ​ທຳນຽ​ມ ​ໄປ​ເປັນ​ລາຄາ ຄ່າ​ບໍລິການ, ຄິດ​ໄລ່ຄ່າ​ໃຊ້​ຈ່າຍ​ເງິນ​ເດືອນ​ເຂົ້າ​ໃນ​ລາຄາ​ບໍລິການ​ເທື່ອ​ລະ​ກ້າວ, ປະກອບສ່ວນ​ຊົດ​ເຊີຍ​ຄ່າ​ໃຊ້​ຈ່າຍ​ຂອງ​ໜ່ວຍ​ບໍລິການ, ຫຼຸດຜ່ອນ​ລາຍ​ຈ່າຍ​ປະຈຳ​ຂອງ​ງົບປະມານ​ຂອງ​ລັດ, ​ໂດຍ​ສະ​ເພາະ​ໃນ​ດ້ານ​ສາທາລະນະ​ສຸກ.

ນະ​ໂຍບາຍບຸລິມະສິດ, ສົ່ງ​ເສີມ​ການ​ຫັນ​ເປັນ​ສັງຄົມຕໍ່​ການ​ສະໜອງ​ການ​ບໍລິການ​ສາທາລະນະ (ທີ່​ດິນ, ພາສີ, ສິນ​ເຊື່ອ,...) ​ໄດ້​ປະກອບສ່ວນຂະຫຍາຍ​ເຄືອ​ຂ່າຍ, ​ເພີ່ມ​ຂະໜາດ ປະລິມານ ​ແລະ ຍົກສູງຄຸນນະພາບ ຂອງ​ບັນດາ​ໜ່ວຍບໍລິການ​ສາທາລະນະ​ນອກ​ພາກ​ລັດ; ສົ່ງ​ເສີມບັນດາ​ໜ່ວຍ​ພາລະກິດບໍລິການ​ຂອງ​​ລັດ, ​ໂດຍ​ສະ​ເພາະ​ບັນດາ​ມະຫາວິທະຍາ​ໄລ ​ໂຮງໝໍ ​ແລະ ​ໂຮງຮຽນອາຊີວະ​ສຶກສາ, ​ເປັນ​ເຈົ້າ​ການ​ໃນ​ການ​ດຶງ​ດູດ​ບັນດາ​ແຫຼ່ງທຶນ​ຂອງ​ສັງຄົມ; ​ໄດ້​ປະຕິບັດ​ການ​ທົດ​ລອງ​ຫັນ​ເປັນ​ຫຸ້ນ​ສ່ວນ ​ຕໍ່​ໜ່ວຍ​ພາລະກິດບໍລິການຂອງ​ລັດທີ່​ມີ​ເງື່ອນ​ໄຂພຽງພໍ.

ການ​ຄຸ້ມ​ຄອງ, ນຳ​ໃຊ້ການ​ເງິນ​ແລະ​ຊັບ​ສິນ​ສາທາລະນະ​ໃນບັນດາ​ໜ່ວຍ​ພາລະກິດບໍລິການຂອງລັດ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່ຫຼາຍ​ກວ່າ​ເກົ່າ. ຫຼາຍໜ່ວຍ​ພາລະກິດບໍລິການຂອງລັດ​ໄດ້​ປະກາດ​ໃຊ້ກົດ​ລະບຽບ​ທາງ​ການ​ເງິນ, ກົດ​ລະບຽບ​ກ່ຽວ​ກັບ​ການ​ຄຸ້ມ​ຄອງ ​ແລະນຳ​ໃຊ້​ຊັບ​ສິນ​ສາທາລະນະ, ​ແກ້​ໄຂ​ຜ່ານ​ຜ່າ​ເທື່ອ​ລະ​ກ້າວ​ການ​ນຳ​ໃຊ້ຊັບ​ສິນ​ສາທາລະນະ​ຢ່າງ​ຟຸມ​ເຟືອຍ, ຜິດ​ກັບ​ຈຸດປະສົງ, ​ເກີນ​ມາດຕະຖານ ລະດັບ​ທີ່​ໄດ້​ກຳນົດ, ນຳ​ໃຊ້​ເພື່ອ​ຈຸດປະສົງ​ສ່ວນ​ຕົວ.

ບັນດາ​ຂໍ້ຈຳກັດ ຈຸດ​ອ່ອນ ​ແລະ ສາ​ເຫດ​ຕົ້ນຕໍ

ຄຽງຂ້າງບັນດາ​ຜົນສຳ​ເລັດສຳຄັນ​ທີ່​ບັນລຸ​ໄດ້, ຍັງ​ມີ​ຂໍ້​ຈຳກັດ ຈຸດ​ອ່ອນ​ຫຼາຍ​ຢ່າງ ທີ່​ກໍ່​ຄວາມ​ຮ້ອນ​ເຄືອງ​ໃນ​ສັງຄົມ ​ແລະ ຍັງ​ມີ​ຄວາມ​ຫຍຸ້ງຍາກສິ່ງ​ທ້າ​ທາຍ​ຫຼາຍ ​ທີ່​ຕ້ອງ​ແກ້​ໄຂ​ຜ່ານ​ຜ່າ, ​ໂດຍ​ສະ​ເພາະ​ໃນ​ການຈັດ​ຕັ້ງ​ຄືນ​ໃໝ່​ແລະ​ປ່ຽນ​ແປງ​ໃໝ່ ກົນ​ໄກ ນະ​ໂຍບາຍ. ລະອຽດ​ຄື:

ການ​ປ່ຽນ​ແປງ​ໃໝ່​ລະບົບ​ການຈັດ​ຕັ້ງບັນດາ​ໜ່ວຍ​ພາລະກິດບໍລິການຂອງ​​ລັດ ຍັງ​ຊ້າ​ທຽບ​ກັບ​ຂົງ​ເຂດ​ເສດຖະກິດ ​ແລະ ຄວາມ​ຕ້ອງການ​ຕົວ​ຈິງ. ວຽກ​ງານ​ວາງ​ແຜນ​ກຳນົດ​ເຄືອ​ຂ່າຍໜ່ວຍ​ພາລະກິດບໍລິການຂອງ​​ລັດບໍ່​ໄດ້​ເອົາ​ໃຈ​ໃສ່​ເຖິງ​ການວາງ​ແຜນ​ກຳນົດ​ຕາມ​ຂະ​ແໜງ​ການ, ຂົງ​ເຂດ, ຈຸດ​ພິ​ເສດ​ຂອງ​ເຂດ​ພາກ ​ແລະ ຄວາມ​ຕ້ອງການ​ຕົວ​ຈິງ. ລະບົບບັນດາ​ໜ່ວຍ​ພາລະກິດບໍລິການຂອງ​​ລັດຍັງ​ພະ​ລຸງ​ພະລັງ, ກະ​ແຈກ​ກະ​ຈ່າຍ, ມຸ່ນ​ຍ່ອຍ, ຂະໜາດ​ນ້ອຍ, ຫຼາຍ​ຫົວ​​ເງື່ອນ, ຊ້ຳ​ຊ້ອນ​ກັນ​ທາງ​ດ້ານ​ໜ້າ​ທີ່, ບໍ່​ກະທັດ​ລັດ ​ແລະ ບໍ່​ສອດຄ່ອງ​ກັບພຶດຕິ​ກຳ​ແຫ່ງ​ການ​ພັດທະນາ​ຂອງ​ປະ​ເທດ; ການ​ເຄື່ອນ​ໄຫວ​ມີ​ປະສິດທິ​ຜົນ​ຕ່ຳ, ຊ້ຳ​ບໍ່​ໜຳ​ບາງ​ໜ່ວຍ​ງານ​ຍັງຖືກ​ຂາດທຶນ, ​ເສຍ​ຫາຍ​ສິ້ນ​ເປືອງ​ເງິນ​ທຶນ. ຈຳນວນ​ຄົນ​ທີ່​ເຮັດ​ວຽກ​ໃນບັນດາ​ໜ່ວຍພາລະກິດ​ບໍລິການ​ຂອງ​ລັດນັບ​ມື້​ນັບ​ເພີ່ມ​ຂຶ້ນ, ປະຈຸ​ບັນ​ ມີຫຼາຍ​ກວ່າ​​ປະມານ 4 ​ເທົ່າຈຳນວນບັນຈຸ​​ພະນັກງານ ລັດຖະກອນ​​ໃນ​ລະບົບ​ການ​ເມືອງ, ​​ໂດ​ຍສະ​ເພາະ​ໃນ​ຂະ​ແໜງ​ການ​ສຶກສາ​ແລະ​ສາທາລະນະ​ສຸກ.

ຄວາມສັກສິດແລະປະສິດທິຜົນຂອງການຄຸ້ມຄອງລັດຕໍ່ບັນດາ​ໜ່ວຍ​ພາລະກິດບໍລິການ​ຂອງລັດ​ຍັງ​ບໍ່​ທັນ​ສູງ, ຍັງບໍ່ທັນຈຳ​ແນ​ກແຍກລະຫວ່າງ​ພາລະ​ບົດບາດ​ຄຸ້ມ​ຄອງ​ລັດ ກັບ​ພາລະ​ບົດບາດ​ໃຫ້​ບໍລິການ​ຂອງ​ໜ່ວຍ​ພາລະກິດ​ຂອງ​​ລັດ.

​ເອກະສານ​ກົດໝາຍຫຼາຍ​ສະບັບກ່ຽວ​ກັບໜ່ວຍ​ພາລະກິດບໍລິການ​​ຂອງ​​ລັດ​ໄດ້​ຮັບ​ການ​ປະກາດ​ໃຊ້​ຢ່າງ​ຊັກ​ຊ້າ ຫຼືບໍ່​ໄດ້​ປັບປຸງ​ເພີ່ມ​ເຕີມ​ຢ່າງ​ທັນ​ການ. ການ​ແບ່ງ​ງານ, ​ແບ່ງ​ຂັ້ນ​ໃນ​ການ​ສ້າງ​ຕັ້ງ ​ແລະ ການ​ຕັດສິນ​ຕົກລົງບັນຈຸບຸກຄະລາກອນ​ບໍ່​ທັນຈະ​ແຈ້ງ​ ສົມ​ເຫດ​ສົມ​ຜົນ ​ແມ່ນ​ສາ​ເຫດ​ໜຶ່ງ​ທີ່​ພາ​ໃຫ້​ເກີດ​ການ​ເພີ່​ມຫົວ​​ເງື່ອນ​ແລະ​ຈຳນວນ​ຄົນ​ທີ່​ກິນ​ເງິນ​ເດືອນຈາກ​ງົບປະມານ​ແຫ່ງ​ລັດ.

ຄຸນ​ນະພາ​ບຂອງ​ຖັນ​ແຖວ​ພະນັກງານ​ນຳພາ ຄຸ້ມ​ຄອງ ​ແລະລັດຖະກອນ​ ຍັງ​ບໍ່​ສູງ, ສະມັດ​ຕະພາບ​ຂອງ​ງານ​ຕ່ຳ. ​ໂຄງ​ສ້າງ​ຂອງ​ຖັນ​ແຖວ​ລັດຖະກອນ​ຍັງ​ບໍ່​ທັນ​ສົມ​ເຫດ​ສົມ​ຜົນ, ຖັນແຖວ​ລັດຖະກອນ​ທີ່​ເຮັດ​ວຽກ​ງານ​ຮັບ​ໃຊ້ບໍລິການຍັງ​ກວມ​ອັດຕາ​ສ່ວນ​ສູງ. ການ​ດຶງ​ດູດຄົນ​ເກັ່ງ​ມາເຮັດ​ວຽກ​ໃນໜ່ວຍ​ພາລະກິດບໍລິການ​ຂອງລັດຍັງ​ຖືກ​ຈຳກັດ.

ກົນ​ໄກ​ການ​ເງິນຍັງ​ບໍ່​ພຽງ​ພໍ​ຕາ​ມຄວາມ​ຕ້ອງການ. ການ​ບໍລິການ​ສາທາລະນະ​ທີ່​ໄດ້​ຮັບ​ທຶນ​ຈາກ​ງົບປະມານ​ຂອງ​ລັດ​ແມ່ນ​ຍັງ​ມີຂະໜາດ​ໃຫຍ່. ​ໃນ​ໄລຍະ 2011 - 2016, ອັດຕາ​ສ່ວນ​ຂອງ​ການ​ໃຊ້​ຈ່າຍ​ໃນ​ຂົງ​ເຂດ​ພາລະກິດ​ບໍລິການ​ກວ​ມ​ເອົາ 44% ​ຄ່າ​ໃຊ້​ຈ່າຍ​ປະຈຳ​ຂ​ອງງົບປະມານ​ແຫ່ງ​ລັດ.

ການ​ປະຕິບັດ​ກົນ​ໄກ​ເປັນ​ເຈົ້າ​ຕົນ​ເອງ, ຮັບຜິດຊອບ​ດ້ວຍ​ຕົນ​ເອງ, ຫັນ​ເປັນ​ສັງຄົມ​ໃນບັນດາ​ໜ່ວຍ​ພາລະກິດບໍລິການ​​ຂອງ​ລັດ​ ແມ່ນ​ຍັງ​ຖືກ​ຈຳກັດ, ຜົນ​ທີ່​ໄດ້​ຮັບ​ຍັງ​ຕ່ຳ ​ແລະ ​ບໍ່​ທັນ​ໝັ້ນຄົງ. ວຽກ​ງານ​ຄຸ້ມ​ຄອງ​ລັດ​ກ່ຽວ​ກັບ​ການ​ຫັນ​ເປັນ​ສັງ​ຄົມຕໍ່​ພາລະກິດ​ບໍລິການ​ສາທາລະນະ​ຂອງບາງ​ກະຊວງ ຂະ​ແໜງ​ການ ທ້ອງ​ຖິ່ນ ​ແມ່ນ​ຍັງ​ບໍ່​ທັນ​ໃກ້ຊິດຕິດ​ແທດ, ຍັງ​ກະວົນກະວາຍ, ປະສິດທິ​ຜົນ​ຕ່ຳ; ຍັງ​ມີ​ສະພາບການ​ແກ່ງ​ແຍ້​ງກັນ, ​ແລ່ນ​ຫາ​ແຕ່​ຜົນ​ກຳ​ໄລ, ສວຍ​ໃຊ້​ແຜນ​ນະ​ໂຍບາຍ​ຫັນ​ເປັນ​ສັງ​ຄົມ​ເພື່ອ​ເກັບ​ລາຍ​ໄດ້​ເກີນ​ກຳນົດ; ການ​ເຄື່ອນ​ໄຫວຮ່ວມ​ທຶນ, ​ເຊື່ອມ​ໂຍງ, ຮ່ວມ​ມື​ພາກ​ລັດ-​ເອກະ​ຊົນ ຍັງ​ຂາດ​ຄວາມ​​ໂປ່ງ​ໃສ.

ບັນດາ​ຈຸດ​ອ່ອນ​ແລະ​ຂໍ້​ຈຳກັດ​ເທິງ​ນີ້​ມີ​ສາ​ເຫດ​ທັງ​ພາວະ​ວິ​ໄສ​ແລະ​ອັດຕະວິ​ໄສ, ​ແຕ່​ສາ​ເຫດ​ອັດຕະວິ​ໄສ​ເປັນສາ​ເຫດ​ຕົ້ນຕໍ:

ການ​ຫັນ​ບັນດາ​ແຜນ​ນະ​ໂຍບາຍ​ຂອງ​ພັກ​ເປັນ​ນິຕິ​ກຳ, ​ເປັນ​ນະ​ໂຍບາຍ ກົດໝາຍ​ຂອງ​ລັດກ່ຽວ​ກັບ​ພາລະກິດ​ບໍລິການ​ສາທາລະນະ​​ຍັງ​ຊ້າແລະບໍ່​ພຽງພໍ ບໍ່ຄົບ​ຊຸດ, ບໍ່​ສອດຄ່ອງ​ແລະທ່ວງທັນ​ກັບ​ສະພາບ​ການ​ພັດທະນາ​ເສດຖະກິດ-ສັງຄົມ​ຂອງ​ປະ​ເທດ. ຫຼາຍ​ນະ​ໂຍບາຍ​ທີ່​ເປັນ​ປະຖົມ​ປັດ​ໄຈ, ​ເປັນ​ເງື່ອນ​ໄຂ​ຂອງ​ການມອບ​ສິດ​ເປັນ​ເຈົ້າ​ຕົນ​ເອງ​ໃຫ້​ໜ່ວຍ​ພາລະກິດບໍລິການ​ຂອງ​ລັດ ​ໄດ້​ຮັບ​ການ​ປະກາດ​ໃຊ້, ປັບປຸງ​ເພີ່ມ​ເຕີມ​ຢ່າງ​ຊັກ​ຊ້າ. ຍັງ​ບໍ່​ທັນ​ກຳນົດ​ໄດ້​ບາດກ້າວດຳ​ເນີນ​ການ​ທີ່​ລະອຽດສອດ​ຄ່ອງ ​ເພື່ອ​ຜັນ​ຂະຫຍາຍ​ການປ່ຽນ​ແປງ​ການ​ເຄື່ອນ​ໄຫວ​ຂອງບັນດາ​ໜ່ວຍ​ພາລະກິດບໍລິການ​ຂອງ​​ລັດ. ຍັງ​ບໍ່​ທັນ​ຈັດ​ແຍກຢ່າງ​ຈະ​ແຈ້ງລະຫວ່າງ​ພາລະ​ບົດບາດ​ສະໜອງ​ບໍລິການ​ສາທາລະນະ ກັບ​ພາລະ​ບົດບາດຄຸ້ມຄອງ​ລັດຂອງ​ອົງການ​​ຄຸ້ມ​ຄອງ. ວຽກ​ງານ​ກວດກາ, ຕິດຕາມ​ກວດກາ, ກວດ​ສອບ​ການ​ເຄື່ອນ​ໄຫວຂອງບັນດາ​ໜ່ວຍ​ພາລະກິດບໍລິການ​ຂອງລັດ ຍັງ​ຖືກ​ຈຳກັດ, ຍັງ​ບໍ່​ມີ​ບົດ​ລົງ​ໂທດສຳລັບ​ການກະທຳ​ຜິດ​ກົດໝາຍ.

ວຽກ​ງານ​ຊີ້​ນຳ​ການຜັນ​ຂະຫຍາຍ​ປະຕິບັດກົນ​ໄກ​ເປັນ​ເຈົ້າ​ຕົນເອງ​ສຳລັບໜ່ວຍ​ພາລະກິດບໍລິການ​​ຂອງ​ລັດ ຂອງ​ບາງ​ອົງຄະນະພັກ, ຜູ້ນຳ​ບາງ​ກະຊວງ ຂະ​ແໜງ​ການ ທ້ອງ​ຖິ່ນ ​ແລະ ຫົວໜ້າ​ສຳນັກງານ ອົງການ ຍັງ​ຂາດ​ຄວາມ​ເດັດດ່ຽວ​ແລະ​ມີ​ປະສິດທິ​ຜົນ​ຕ່ຳ. ການ​ຄຸ້ມ​ຄອງການ​ບັນຈຸບຸກ​ຄະລາ​ກອນ​ໃນ​ຂະ​ແໜງ​ພາລະກິດ​ບໍລິການ ບໍ່​ເຂັ້ມ​ງວດ​ແໜ້ນ​ແຟ້ນ.

ວຽກ​ງານ​ໂຄສະ​ນາ​ອົບຮົມ ​ຊາບ​ຊຶມ​ແນວທາງ​ນະ​ໂຍບາຍ​ຂອງ​ພັກ-ລັດ​ ມີ​ປະສິດທິ​ຜົນ​ໜ້ອຍ, ຍັງ​ບໍ່​ທັນ​ເຮັດ​ໃຫ້​ມີ​ການ​ປ່ຽນ​ແປງ​ໃນ​ຄວາມ​ຮັບ​ຮູ້​ຂອງ​ປະຊາຊົນກ່ຽວ​ກັບ​ການ​ຊົມ​ໃຊ້​ການ​ບໍລິການ​ສາທາລະນະ ​ເຊິ່ງຜູ້​ຊົມ​ໃຊ້ຕ້ອງ​ເຂົ້າ​ຮ່ວມ​ກັບ​ລັດ​ ໃນ​ການ​ແບ່ງປັນ ​ຄ່າ​ໃຊ້​ຈ່າຍ.

ບາງ​ວິທີ​ແກ້​ທີ່​ສຳຄັນ​ ເພື່ອ​ສືບ​ຕໍ່​ປະຕິບັດ​ການ​ປ່ຽນ​ແປງ​ໃໝ່​ ລະບົບ​ການຈັດ​ຕັ້ງ​ແລະ​ເຄື່ອນ​ໄຫວ​ຂອງບັນດາ​ໜ່ວຍ​ພາລະກິດບໍລິການ​​ຂອງ​​ລັດ

ພາກ​ຕົວ​ຈິງ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່​ລະບົບ​ການຈັດ​ຕັ້ງ​ແລະ​ເຄື່ອນ​ໄຫວຂອງບັນດາ​ໜ່ວຍ​ພາລະກິດບໍລິການ​ຂອງລັດ ຢູ່​ປະ​ເທດ​ເຮົາ​ໃນ​ຊຸມ​ປີ​ທີ່​ຜ່ານ​ມາ​ໃຫ້​ເຫັນ​ວ່າ, ການ​ສືບ​ຕໍ່ການ​ປ່ຽນ​ແປງ​ໃໝ່​ລະບົບ​ການຈັດ​ຕັ້ງ​ແລະ​ເຄື່ອນ​ໄຫວ, ຍົກ​ສູງ​ຄຸນ​ນະພາ​ບ ​ແລະ ປະສິດທິ​ຜົນການ​ເຄື່ອນ​ໄຫວ​ຂອງບັນດາ​ໜ່ວຍ​ພາລະກິດບໍລິການ​ຂອງ​​ລັດ ​​ແມ່ນ​ຄວາມ​ຮຽກຮ້ອງ​ຕ້ອງການ​ພາວະ​ວິ​ໄສ; ​ແມ່ນ​ໜຶ່ງ​ໃນ​ບັນດາ​ຄວາມ​ຕ້ອງການ​ແລະໜ້າ​ທີ່​ທີ່ຮີບ​ດ່ວນ​ໃນ​ປະຈຸ​ບັນ, ມີ​ຄວາມ​ໝາຍ​ການ​ເມືອງ, ​ເສດຖະກິດ, ວັດທະນະທຳ, ສັງຄົມ, ມະນຸດ​ອະລິຍະ​ທຳ ທີ່​ເລິກ​ເຊິ່ງທີ່​ສຸດ, ສະ​ແດງ​ໃຫ້​ເຫັນ​ເຖິງ​ລັກສະນະ​ດີ​ເດັ່ນ​ຂອງ​ລະບອບການ​ປົກຄອງ​ຂອງ​ພວກ​ເຮົາ, ປະກອບ​ສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ປະ​ເທດ​ຢ່າງ​ໄວວາ​ແລະ​ຍືນ​ຍົງ; ປັບປຸງ​ບູລະນະ​ລະບຽບ​ກົດໝາຍ​ເສດຖະກິດຕະຫຼາດ​ກຳນົດ​ທິດ​ສັງຄົມ​ນີຍົມ; ປະຕິບັດ​ພາລະກິດປ່ຽນ​ແປງ​ໃໝ່​ຢ່າງ​ສຳ​ເລັດ​ມີ​ໄຊ, ຍູ້​ແຮງ​ການ​ຫັນ​ປະ​ເທດ​ເປັນ​ອຸດສາຫະກຳ ທັນ​ສະ​ໄໝ.

ດ້ວຍ​ລັກສະນະ​ຮີບ​ດ່ວນ​ແລະ​ຄວາມ​ໝາຍ​ສຳຄັນ​ນັ້ນ, ກອງ​ປະຊຸມຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ຄັ້ງທີ 6 ສະ​ໄໝ​ທີ XII ​ໄດ້​ປະກາດ​ໃຊ້​ມະຕິ​ເລກທີ 19-NQ/TW, ວັນ​ທີ 25 ຕຸລາ 2017, “ກ່ຽວ​ກັບ​ສືບ​ຕໍ່ການ​ປ່ຽນ​ແປງ​ໃໝ່​ລະບົບ​ການຈັດ​ຕັ້ງ​ແລະ​ຄຸ້ມ​ຄອງ, ຍົກສູງຄຸນນະພາບແລະປິສິດທິຜົນການຄຸ້ມຄອງ ຂອງບັນດາໜ່ວຍພາລະກິດບໍລິການຂອງລັດ. ມະຕິ​ສະບັບ​ນີ້​ມີ​ຄວາມ​ສຳຄັນ​ທີ່​ສຸດ, ​ແນ​ໃສ່​ຫັນ​ເປັນ​ລະອຽດບັນດາ​ໜ້າ​ທີ່ຈຸດ​ໜັກ​ໃຈກາງ​ທີ່​ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XII ຂອງ​ພັກ​ວາງ​ອອກ ​ເຊິ່ງ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ທີ່​ສຸດ​ຈາກ​ພະນັກງານ ສະມາຊິກ​ພັກ ​ແລະ ປະຊາຊົນ.

ມະຕິ​ໄດ້​ກຳນົດວ່າ ການ​ສືບ​ຕໍ່​ຍູ້​ແຮງ​ການ​ປ່ຽນ​ແປງ​ໃໝ່ບັນດາ​ໜ່ວຍ​ພາລະກິດບໍລິການ​ຂອງລັດ ກໍ່​ຄື​ການ​ປ່ຽນ​ແປງ​ໃໝ່​ວິ​ສາ​ຫະກິດ​ແຫ່ງ​ລັດ ຕ້ອງ​ໄດ້​ດຳ​ເນີນ​ຢ່າງ​ຄົບ​ຊຸດ ຂຸ້ນຂ້ຽວ ​ແຕ່​ຕ້ອງລະມັດລະວັງ ໜັກ​ແໜ້ນ ​ແລະ​ຕັ້ງ​ຢູ່​ໃນຂະ​ບວນການ​ປ່ຽນ​ແປງ​ໃໝ່ການຈັດ​ຕັ້ງກົງຈັກຂອງ​ລະບົບ​ການ​ເມືອງທັງ​ໝົດ; ຄວາມ​ຈຳ​ເປັນ​ຕ້ອງ​ຍູ້​ແຮງ​ການ​ຫັນ​ເປັນ​ສັງຄົມ​ຕໍ່​ການ​ບໍລິການ​ສາທາລະນະ (ຫັນ​ເປັນ​ສັງຄົມ​ແຕ່​ບໍ່​ຫັນ​ເປັນ​ການ​ຄ້າ), ​ເສິມ​ຂະຫຍາຍ​ດ້ານ​ຕັ້ງໜ້າ, ຈຳກັດ​ດ້ານ​ຫຍໍ້​ທໍ້​ຂອງກົນ​ໄກ​ຕະຫຼາດ ຂອງ​ການ​ເຊື່ອມ​ໂຍງ​ສາກົນ. ກຳນົດ​ແຈ້ງ​ບົດບາດນຳ​ພາ​ຂອງ​ພັກ, ການ​ຄຸ້ມ​ຄອງ​ຂອງ​ລັດ, ສິດ​ເປັນ​ເຈົ້າ​ຂອງ​ປະຊາຊົນ; ບົດບາດ ທີ່​ຕັ້ງ​ຂອງບັນດາ​ໜ່ວຍ​ພາລະກິດບໍລິການ​ຂອງ​ລັດ ​ໃນ​ເງື່ອນ​ໄຂ​ພັດທະນາ​​ເສດຖະກິດ​ຕະຫຼາດກຳນົດ​ທິດສັງຄົມ​ນິຍົມ, ​ເຊື່ອມ​ໂຍງ​ສາກົນ​ແລະ​ການ​ປະຕິວັດ​ອຸດສາຫະກຳ​ຄັ້ງ​ທີ 4. ບົນ​ພື້ນຖານ​ນັ້ນ ວາງ​ທັດສະນະ ​ເປົ້າ​ໝາຍ​ ແລະ​ທິດ​ທາງ​ສືບ​ຕໍ່​ຍູ້​ແຮງການ​ປ່ຽນ​ແປງ​ໃໝ່​ການຈັດ​ຕັ້ງ, ຍົກ​ສູງ​ຄຸນ​ນະພາ​ບຂອງ​ການ​ບໍລິການ ​ແລະ ປະສິດທິ​ຜົນ​ການ​ເຄື່ອນ​ໄຫວຂອງບັນດາ​ໜ່ວຍ​ພາລະກິດບໍລິການ​ຂອງ​ລັດ ຕິດ​ກັບ​ການ​ຮັບ​ປະກັນສະຖຽນ​ລະ​ພາບ​ທາງ​ການ​ເມືອງ ສັງຄົມ​ເວົ້າ​ລວມ ​ແລະ ​ແຕ່ລະ​ຂະ​ແໜງ​ການ ຂົງ​ເຂດ​ລະອຽດ​ເວົ້າ​ສະ​ເພາະ; ອີງ​ໃສ່​ພາກ​ຕົວ​ຈິງ​ແລະ​ລະດັບ​ການ​ພັດທະນາ​ຂອງ​ປະ​ເທດ​ເຮົາ​ເພື່ອ​ກວດຄືນ ​ເພີ່ມ​ເຕີມ ບູລະນະ​ລະບົບ​ບັນດາ​ກົນ​ໄກ ນະ​ໂຍບາຍ​ທີ່​ມີ​ລັກສະນະ​ປະຕິບັດ​ໄດ້​ດີ, ​ໂດ​ຍສະ​ເພາະ​ແມ່ນ​ບັນດາ​ກົນ​ໄກ ນະ​ໂຍບາຍ​ໃໝ່ ທີ່​ມີ​ລັກສະນະ​ບຸກທະລຸ.

ດ້ວຍ​ເປົ້າ​ໝາຍ​ລວມຄື: “ປ່ຽນ​ແປງ​ໃໝ່​ລະບົບບັນດາ​ໜ່ວຍ​ພາລະກິດບໍລິການ​​ຂອງ​ລັດຢ່າງ​ເປັນ​ພື້ນຖານ ຮອບດ້ານ​ແລະ​ຄົບ​ຊຸດ, ຮັບປະກັນ​ຄວາມ​ກະທັດ​ລັດ, ມີ​ໂຄງສ້າງ​ທີ່​ເໝາະ​ສົມ, ມີ​ຄວາມ​ສາມາດ​ເປັນ​ເຈົ້າ​ຕົນ​ເອງ, ການ​ຄຸ້ມ​ຄອງ​ກ້າວໜ້າ, ການ​ເຄື່ອນ​ໄຫວ​ມີ​ຄວາມ​ສັກສິດ​ແລະ​ມີ​ປະສິດທິ​ຜົນ; ມີ​ບົດບາດ​ເປັນ​ເຈົ້າພາ​ທາງ, ຫຼັກ​ແຫຼ່ງ​ໃນ​ຕະຫຼາດ​ບໍລິການສາທາລະນະ; ສະໜອງ​ການ​ບໍລິການ​ສາທາລະນະ​ຂັ້ນ​ພື້ນຖານ​ແລະ​ສຳຄັນ ທີ່​ມີ​ຄຸນ​ນະພາ​ບນັບ​ມື້​ນັບ​ສູງ. ຫຼຸດ​ຫົວ​ເງື່ອນ​ລົງ, ​ແກ້​ໄຂ​ສະພາບ​ການ​ມະ​ຍິກ​ມະ​ຍ່ອຍ ກະ​ແຈກ​ກະຈາຍ ​ແລະ​ຊ້ຳ​ຊ້ອນ​ກັນ; ປັບປຸງການຈັດ​ພະນັກງານ​ຕິດ​ກັບ​ການຈັດ​ວາງ​ໂຄງ​ສ້າງ​ຄືນ​ໃໝ່, ຍົກ​ສູງ​ຄຸນ​ນະພາ​ບຂອງ​ຖັນ​ແຖວ​ພະນັກງານ ລັດຖະກອນ. ຫຼຸດຜ່ອນ​ອັດຕາ​ສ່ວນ, ຍົກ​ສູງ​ປະສິດທິ​ຜົນການ​ໃຊ້​ຈ່າຍ​ງົບປະມານ​ໃຫ້ໜ່ວຍ​ພາລະກິດບໍລິການ​​ຂອງ​ລັດ​ ເພື່ອຈັດ​ວາງ​ໂຄງ​ສ້າງງົບປະມານ​ຂອງ​ລັດ​ຄືນ​ໃໝ່, ປະຕິ​ຮູບ​ເງິນ​ເດືອນ​ແລະ​ເພີ່ມ​ລາຍ​ຮັບ​ຂອງ​ພະນັກງານ ລັດຖະກອນ​ໃນ​ໜ່ວຍ​ພາລະກິດ​ບໍລິການ​ຂອງ​ລັດ. ພັດທະນາ​ຕະຫຼາດ​​ບໍລິການ​ສາທາລະນະ ​ແລະ ດຶງ​ດູດ​ບັນດາ​ພາກສ່ວນ​ເສດຖະກິດ​ໃຫ້​ເຂົ້າ​ຮ່ວມ​​ໃນການ​ພັດທະນາ​ການ​ບໍລິການ​ສາທາລະນະ”. ມະຕິ​ໄດ້​ກຳນົດກຸ່ມ​ວຽກ​ງານ, ວິທີ​ແກ້ 8 ກຸ່ມ​ທີ່​ຕ້ອງ​ຜັນ​ຂະຫຍາຍຕາມ​ເປົ້າ​ໝາຍ​ລວມ​ເທິງ​ນີ້ ​ໃນ​ໄລຍະ​ເວລາ​ແຕ່​ນີ້​ຮອດ​ປີ 2021 ​ແລະ​ແຕ່​ປີ 2025 ຮອດ​ປີ 2030 ​ເພື່ອ​ສືບ​ຕໍ່​ປະຕິບັດ​ການ​ປ່ຽນ​ແປງ​ໃໝ່​ລະບົບ​ການຈັດ​ຕັ້ງ​ແລະ​ເຄື່ອນ​ໄຫວ​ຂອງບັນດາ​ໜ່ວຍພາລະກິດບໍລິການ​​ຂອງ​ລັດ, ​ໃນ​ນັ້ນ​ຕ້ອງ​ເອົາ​ໃຈ​ໃສ່​ບັນດາ​ບັນຫາ​ລຸ່ມ​ນີ້:

ທີ​ໜຶ່ງ, ຍູ້​ແຮງ​ວຽກ​ງານ​ໂຄສະນາ ​ເຜີຍ​ແຜ່​ມະຕິ ​ແນ​ໃສ່​ຍົກ​ສູງ​ຄວາມ​ຮັບ​ຮູ້, ສ້າງ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​​ໃນ​ທຸກ​ຂະ​ແໜງ​ການ, ທຸກ​ສາຂາ, ທຸກ​ໜ່ວຍພາລະກິດ ​ແລະ ທົ່ວ​ສັງຄົມ, ປະກອບສ່ວນ​ຍົກ​ສູງ​ຄຸນ​ນະພາ​ບ, ປະສິດທິ​ຜົນ​ການ​ເຄື່ອນ​ໄຫວຂອງບັນດາ​ໜ່ວຍ​ພາລະກິດບໍລິການ​ຂອງ​​ລັດ, ຍູ້​ແຮງ​ການ​ຫັນ​ເປັນ​ສັງຄົມ​ຕໍ່​ການ​ບໍລິການ​ສາທາລະນະ.

ທີ​ສອງ, ສັບ​ຊ້ອນ, ຈັດ​ຕັ້ງບັນດາ​ໜ່ວຍ​ພາລະກິດບໍລິການ​​ຂອງລັດຄືນ​ໃໝ່. ປັບປຸງ​ບັນດາ​ຂໍ້​ກຳນົດ​ຂອງ​ກົດ​ໝາຍກ່ຽວ​ກັບ​ເກນ​ການຈຳ​ແນ​ກປະ​ເພດ, ​ເງື່ອນ​ໄຂ​ສ້າງ​ຕັ້ງ ລວມ​ຕົວ ​ເຕົ້າ​ໂຮມ ຍຸບ​ເລີກບັນດາ​ໜ່ວຍ​ພາລະກິດບໍລິການ​​ຂອງ​​ລັດ ຕາມ​ແຕ່ລະ​ຂະ​ແໜງ​ການ ຂົງ​ເຂດ. ບົນ​ພື້ນຖານ​ນັ້ນ, ສັບ​ຊ້ອນ ຈັດ​ຕັ້ງຄືນ​ໃໝ່​ໜ່ວຍ​ພາລະກິດບໍລິການ​​ຂອງ​​ລັດ​ໃນ​ແຕ່ລະ​ຂະ​ແໜງ​ການ, ​ແຕ່ລະ​ຂົງ​ເຂດ. ລະອຽດ​ຄື:

- ສຳລັບ​ການ​ສຶກສາ-ການ​ຝຶກ​ອົບຮົມ: ການ​ລວມຕົວ, ລວມກັນ​ເຂົ້າ​ເປັນ​ໜຶ່ງ​ ຫຼື​ຍຸບ​ເລີກ​ມະຫາວິທະຍາ​ໄລ, ​ໂຮງຮຽນ, ພື້ນຖານການ​ຝຶກ​ອົບຮົມ ທີ່​ເຄື່ອນ​ໄຫວບໍ່​ມີ​ປະສິດທິ​ຜົນ, ທີ່​ບໍ່​ຈຳ​ເປັນ​ວ່າ​ແຂວງ​ໃດ​ກໍ່​ຕ້ອງ​ມີ​ມະຫາວິທະຍາ​ໄລ, ສຸມ​ໃສ່​ກໍ່ສ້າງ​ໂຮງຮຽນ​ສ້າງ​ຄູ​ຈຸດ​ໜັກ​ບາງ​ແຫ່ງ​ ເພື່ອກໍ່ສ້າງ​ຖັນ​ແຖວຄູ​ອາຈານ ​ແລະ ພະນັກງານ​ຄຸ້ມ​ຄອງ​ການ​ສຶກສາ. ລັດ​ສຸມ​ໃສ່​ລົງທຶນ​ຕາມ​ລວງ​ເລິກ, ລົງທຶນ​ກໍ່ສ້າງ​ພື້ນຖານວັດ​ຖຸ ​ແຫຼ່ງບຸກຄະລາ​ກອນ​ຄຸນ​ນະພາ​ບສູງ ​ໃຫ້​ບັນດາ​ມະຫາ​ວິທະຍາ​ໄລຂອງ​ລັດ ​ທີ່​ມີ​ລະດັບ​ພາກ​ພື້ນ​ແລະ​ລະດັບ​ໂລກ. ບັນດາ​ໂຮງຮຽນ​ທະຫານ ຕຳຫຼວດ​ ທີ່ພຽງ​ແຕ່​ປະຕິບັດ​ໜ້າ​ທີ່ ​ອົບຮົມ​ສຶກສາກຳລັງ​ຄົນ ​ໃຫ້​ກອງກຳລັງ​ປະກອບ​ອາວຸດ. ລັດລວມ​ສູມການ​ລົງທຶນ​ໃສ່​ບາງ​ໂຮງຮຽນ​ອາຊີວະ​ສຶກສາ​ຄຸນ​ນະພາ​ບສູງ ​ແລະ ພື້ນຖານ​ການ​ສຶກສາ​ວິຊາ​ຊີບ​ໃຫ້​ບັນດາ​ເປົ້າ​ໝາຍ​ພິ​ເສດ ສອດຄ່ອງ​ກັບ​ຄວາມ​ສາມາດ​ລົງທຶນ​ຂອງ​ລັດ ​ແລະ ຄວາມ​ສາມາດ​ລະດົມ​ແຫຼ່ງພະລັງ​ຂອງ​ສັງຄົມ.

- ສຳລັບ​ຂົງ​ເຂດ​ສາທາລະນະ​ສຸກ: ຈັດ​ຕັ້ງ​ບັນດາ​ພື້ນຖານ​ສາທາລະນະ​ສຸກ​ຕາມ​ທິດ​ຮອບດ້ານ, ຕໍ່​ເນື່ອງ ​ແລະ ປະສົມ​ປະສານ​ຕາມ 3 ຂັ້ນ (ປິ່ນປົວບົວລະບັດ​ຂັ້ນ​ຕົ້ນ, ປິ່ນປົວບົວລະບັດ​ຂັ້ນ​ 2, ປິ່ນປົວບົວລະບັດ​ຂັ້ນ 3). ຈັດ​ວາງຄືນ​ໃໝ່ບັນດາ​ອົງການ​ທີ່​ເຮັດ​ວຽກ​ງານກວດກາ, ກວດ​ສອບ, ທົດ​ສອບ​ມາດຕະຖານ ​ໃຫ້​ກາຍ​ເປັນ​ອົງການ​ກວດກາຢາ​ປົວ​ພະຍາດ, ອາຫານ ​ແລະ ອຸປະກອນທາງ​ການ​ແພດ. ສຳ​ເລັດ​ການ​ກໍ່ສ້າງ​ສູນປ້ອງ​ກັນ​ແລະ​ຄວບ​ຄຸມພະ​ຍາດ ພ້ອມ​ກັບ​ຂັ້ນ​ເທິ​ງຂອງ​ພື້ນຖານ​ ເພື່ອຈັດ​ຕັ້ງ​ການ​ລວມຕົວ​ບັນດາ​ອົງການ ໜ່ວຍ​ງານ​ທີ່​ມີ​ພາລະ​ບົດບາດ ໜ້າ​ທີ່ດຽວ​ກັນ ​ແລະ ການ​ເຄື່ອນ​ໄຫວປະ​ສານສົມທົບກັນ. ກວດຄືນ ຈັດ​ວາງຫ້ອງ​ກວດ​ພະຍາດທ້ອງ​ຖິ່ນ​ຢ່າງ​ສົມ​ເຫດ​ສົມ​ຜົນ, ປະຕິບັດ​ຢ່າງ​ເປັນ​ເອກະ​ພາບກ່ຽວ​ກັບ​ຮູບ​ແບບ​ແຕ່ລະ​ເມືອງ​ມີ​ສູນ​ສາທາລະນະ​ສຸກ​ຫຼາຍ​ພາລະ​ບົດບາດ ​ພຽງ​ແຫ່ງ​ໜຶ່ງ (ຍົກ​ເວັ້ນ​ເມືອງ​ທີ່​ມີ​ໂຮງໝໍ​ລະດັບ II ຂຶ້ນ​ໄປ), ຄຸ້ມ​ຄອງ​ໂດຍ​ກົງ​ຕໍ່​ສຸກສາລາ​ຂອງ​ຕາ​ແສງ ​ແລະ​ຫ້ອງ​ກວດ​ພະຍາດ​ໃນ​ທ້ອງ​ຖິ່ນ (ຖ້າ​ຫາກ​ມີ).

- ສຳລັບ​ຂົງ​ເຂດວິທະຍາສາດ-​ເຕັກ​ໂນ​ໂລ​ຊີ: ກວດຄືນ ຈັດ​ວາງລະບົບ​ອົງການ​ວິທະຍາສາດ-​ເຕັກ​ໂນ​ໂລ​ຊີ​ຄືນ​ໃໝ່, ​ແກ້​ໄຂ​ຜ່ານ​ຜ່າ​ຄວາມ​ທັບ​ຊ້ອນ, ກະ​ແຈກ​ກະຈາຍ, ຊ້ຳ​ຊ້ອນກັນທາງ​ດ້ານ​ພາລະ​ບົດບາດ ໜ້າ​ທີ່ ຂົງ​ເຂດ​ຄົ້ນຄວ້າ, ຕິດ​ກັບຂະ​ບວນວິວັດ​ການຈັດ​ວາງ​ໂຄງ​ສ້າງ​ຂະ​ແໜງ​ການ​ວິທະຍາສາດ ​ແລະ​ເຕັກ​ໂນ​ໂລ​ຊີ. ຄັດ​ເລືອກ​ເພື່ອ​ລວມສູນ​ການ​ລົງທຶນ​ໃຫ້​ບາງອົງການ​ຄົ້ນ​ຄວ້າວິທະຍາສາດ​ພື້ນຖານ ​ແລະ ວິທະຍາສາດ​ປະ​ຢຸກທີ່​ບັນລຸ​ລະດັບ​ພາກ​ພື້ນ​ແລະ​ລະດັບ​ໂລກ.

- ສຳລັບຂົງ​ເຂດ​ຂໍ້​ມູນ​ແລະ​ການສື່ສານ: ຍູ້​ແຮງ​ການປະຕິບັດ​ແຜນ​ກຳ​ນົກ​ການ​ພັດທະນາ​ແລະ​ຄຸ້ມຄອງສື່​ສິ່ງ​ພິມ​ຮອດ​ປີ 2025 ທີ່​ກົມ​ການ​ເມືອ​ງສູນ​ກາງ​ພັກ​ໄດ້​ຮັບຮອງ​ຜ່ານ. ກວດຄືນ, ຈັດ​ວາງ​ສັບ​ຊ້ອນ, ປັບປຸງ​ບູລະນະ​ຮູບ​ແບບ​ການຈັດ​ຕັ້ງ ​ແລະ​ເຄື່ອນ​ໄຫວ​ຂອງ​ບັນດາ​ໜ່ວຍ​ພາລະກິດບໍລິການ​​ທີ່​ຂຶ້ນ​ກັບ​ອົງການ​ສູນ​ກາງ, ທ້ອງ​ຖິ່ນ​ຕາມ​ທິດ​ກະທັດ​ລັດ, ຍົກ​ສູງ​ກຳລັງ​ຄວາມ​ສາມາດ​ເຄື່ອນ​ໄຫວ, ຮັບປະກັນ​ລັກສະນະ​ເປັນ​ເອກະ​ພາບ​ໃນ​ການ​ຄຸ້ມ​ຄອງ, ຊີ້​ນຳ, ດຳ​ເນີນ​ງານກ່ຽວ​ກັບ​ຂໍ້​ມູນ​ແລະ​ການສື່ສານ.

- ສຳລັບພາລະກິດ​ບໍລິການ​ເສ​ດຖະກິດ ​ແລະ​ພາລະກິດ​ອື່ນ: ຫັນປ່ຽນ​ໜ່ວຍ​ພາລະກິດ​ບໍລິການ​ເສດຖະກິດ​ແລະ​ພາລະກິດ​ອື່ນ​ທີ່​ມີ​ເງື່ອນ​ໄຂພຽງພໍ​ເປັນ​ບໍລິສັດ​ຫຸ້ນ​ສ່ວນ. ຍຸບ​ເລີກບັນດາ​ໜ່ວຍ​ພາລະກິດບໍລິການ​ເສດຖະກິດທີ່​ເຄື່ອນ​ໄຫວ​ບໍ່​ມີ​ປະສິດທິ​ຜົນ.

- ສຳລັບ​ການ​ອຸປະຖຳ​ທາງ​ສັງຄົມ, ​ເບິ່ງ​ແຍງ​ດູ​ແລ​ຜູ້​ມີ​ຄຸນງາມຄວາມດີ​ຕໍ່​ຊາດ: ຈັດ​ຕັ້ງ​ປັບປຸງ​ບັນດາ​ສະຖານ​ທີ່​ສັງຄົມ​ສົງ​ເຄາະ ຕາມ​ທິດ​ເບິ່ງ​ແຍງ​ຟື້ນ​ຟູ​ຄວາມ​ສາມາດ​ເຄື່ອນ​ໄຫວ​ຂອງ​ຄົນ​ພິການ, ຊ່ວຍ​ເຫຼືອ​ກຸ່ມ​ຄົນ​ທີ່​ຕ້ອງ​ອີງ​ໃສ່​ປະຊາ​ຄົມ. ພັດທະນາ​ບັນດາ​ສູນບຳລຸງ​ລ້ຽງ, ​ເບິ່ງ​ແຍງບົວລະບັດ​ໃຫ້​ຜູ້​ທີ່​ມີ​ຄຸນງາມຄວາມດີ​ຕໍ່​ຊາດ ຢ່າງ​ສອດຄ່ອງ​ກັບ​ເງື່ອນ​ໄຂພັດທະນາ​ເສດຖະກິດ-ສັງຄົມ​ຂອງ​ປະ​ເທດ. ລວມບັນດາ​ສູນ​ປະຊາ​ສົງ​ເຄາະ​ທີ່​ມີ​ພາລະ​ໜ້າ​ທີ່​ຄ້າຍຄື​ກັນ​ເຂົ້າ​ເປັນສູນ​ປະຊາ​ສົງ​ເຄາະ​ທີ່​ມີ​ຫຼາຍພາລະ​ບົດບາດ.

- ສຳລັບ​ຂົງ​ເຂດ​ກະສິກຳ​ແລະ​ພັດທະນາ​ຊົນນະບົດ: ຈັດ​ວາງຄືນ​ໃໝ່, ຫຼຸດຜ່ອນ​ຈຳນວນ​ຫົວເງື່ອນ ​ແລະ​ຍົກ​ສູງ​ປະສິດທິ​ຜົນ​ການ​ເຄື່ອນ​ໄຫວຂອງ​ບັນດາ​ໜ່ວຍ​ພາລະກິດ​ບໍ​ລະກາ​ນ. ລວມຕົວສູນ​ລ້ຽງສັດ​ແລະ​ສັດຕະວະແພດ, ສູນປູກຝັງ​ແລະປ້ອງ​ກັນ​ພືດ, ສູນ​ສົ່ງ​ເສີມ​ການ​ກະ​ເສດ ສົ່ງ​ເສີມການ​ລ້ຽງສັດ​ນ້ຳ,... ຂັ້ນ​ເມືອງ​ເຂົ້າ​ເປັນ​ສູນ​ບໍລິການດ້ານ​ການ​ກະສິກຳ ​ສັງກັດ​ຄະນະ​ກຳມະການ​ປະຊາຊົນ​ຂັ້ນ​ເມືອງ. ກວດຄືນ, ຈັດ​ວາງ​ຄືນ​ໃໝ່, ປັບປຸງ​ບູລະນະ​ບັນດາຄະນະ​ຄຸ້ມ​ຄອງ​ປ່າ​ປ້ອງ​ກັນ ຕາມ​ທິດ​ກະທັດ​ລັດ, ມີ​ປະສິດທິ​ຜົນ. ຍົກຍ້າຍ​ບັນດາ​ສູນ​ພັດທະນາທີ່​ດິນ​ມາ​ໄປ​ໃຫ້​ຄະນະ​ກຳມະການ​ປະຊາຊົນ​ເມືອງ​ເປັນ​ຜູ້​ຄຸ້ມ​ຄອງ.

- ຄົ້ນ​ຄວ້າການ​ລວມຕົວ​ພື້ນຖານການ​ຝຶກ​ອົບຮົມ​ກ່ຽວ​ກັບ​ທິດ​ສະ​ດີກາ​ນ​ເມືອງ​ຂອງ​ພັກ ​ເຂົ້າ​ກັບ​ພື້ນຖານ​ການຝຶກ​ອົບຮົມກ່ຽວ​ກັບ​ການ​ຄຸ້ມ​ຄອງ​ບໍລິຫານ​ຢູ່​ທ້ອງ​ຖິ່ນ ຕາມ​ທິດ​ປັບປຸງການຈັດ​ຕັ້ງ​ກົງຈັກ​​ໃຫ້ກະທັດ​ລັດ​ເບົາບາງ, ສ້າງ​ຄວາມ​ເປັນ​ເອກະ​ພາບ ​ແລະ ການ​ເຊື່ອມ​ຕໍ່​ລະຫວ່າງ​ຂົງ​ເຂດ​ພາກສ່ວນ, ຍົກ​ສູງ​ຄຸນ​ນະພາ​ບ ​ແລະ​ປະສິດທິ​ຜົນ​ຂອງ​ການ​ເຄື່ອນ​ໄຫວ​ສຶກສາ​ອົບຮົມ​ພະນັກງານ​ໃຫ້​ລະບົບ​ການ​ເມືອງ.

ທີ​ສາມ, ຄຸ້ມ​ຄອງ​ການ​ບັນຈຸ​ບຸກຄະລາ​ກອນ​ແລະ​ຍົກ​ສູງ​ຄຸນ​ນະພາ​ບຂອງ​ແຫຼ່ງບຸກຄະລາ​ກອນ. ປ່ຽນ​ແປງ​ໃໝ່​ກົນ​ໄກ​ການກຳນົດ​ແລະ​ການ​ບັນຈຸ​ບຸກຄະລາ​ກອນ ຕາມ​ທິດ​ຄຸ້ມ​ຄອງ ຕິດຕາມ​ກວດກາ​ຢ່າງ​ແໜ້ນ​ແຟ້ນ ຕໍ່​ການ​ບັນຈຸ​ບຸກຄະລາ​ກອນ​ຂອງບັນດາໜ່ວຍພາລະກິດບໍລິການ​ຂອງລັດ ​ໂດຍ​ງົບປະມານ​ຂອງ​ລັດ​ຮັບປະກັນ​ຄ່າ​ໃຊ້​ຈ່າຍ​ປະຈຳ​ທັງ​ໝົດ ຫຼື​ຮັບປະກັນ​ຄ່າ​ໃຊ້​ຈ່າຍ​ປະຈຳ​ສ່ວນ​ໜຶ່ງ; ຍູ້​ແຮງ​ການ​ທົດ​ລອງຈັດ​ຕັ້ງ​ການ​ສອບ​ເສັງ ​ແລະ​ການ​ຈ້າງ​ຜູ້​ບໍລິຫານຢູ່ບັນດາໜ່ວຍພາລະກິດ​ບໍລິການ​ຂອງລັດ. ປະຕິບັດ​ລະບອບ​ສັນຍາ​ກັບ​ພະນັກງານ​ໃນ​ໄລຍະ​ເວລາ​ທີ່​ແນ່ນອນ ສຳລັບກໍລະນີ​ການ​ຮັບ​ສະໝັກ​ງານ​ໃໝ່ (ຍົກ​ເວັ້ນບັນດາໜ່ວຍພາລະກິດບໍລິການຂອງ​ລັດ​ຢູ່​ເຂດ​ຫ່າງ​ໄກ​ສອກຫຼີກ, ​ເຂດ​ທີ່ເງື່ອນ​​ໄຂ​ເສດຖະກິດ-ສັງຄົມມີຄວາມຫຍຸ້ງຍາກ​ຫຼາຍ). ບໍ່​ປະຕິບັດ​ລະບອບລັດຖະກອນ​ໃນໜ່ວຍພາລະກິດບໍລິການ​ຂອງລັດ (ຍົກ​ເວັ້ນໜ່ວຍ​ງານ​ຮັບ​ໃຊ້​ວຽກ​ງານ​ທາງ​ການ​ເມືອງ ​ແລະ ຮັບ​ໃຊ້​ການ​ຄຸ້ມ​ຄອງບໍລິຫານ​ຂອງ​ລັດ). ປະຕິບັດ​ຢ່າງ​ເຂັ້ມ​ງວດ​ການປະ​ເມີນ​ແລະ​ການຈັດ​ປະ​ເພດ​ລັດຖະກອນປະຈຳ​ປີ ຕາມ​ຂໍ້​ບັງຄັບ​ປະຈຸ​ບັນ ​ເພື່ອ​ໃຫ້​ຜູ້​ບໍ່​ສຳ​ເລັດ​ໜ້າ​ທີ່​ໃນ​ເວລາ 2 ປີຕິ​ດຕໍ່​ກັນ ​ອອກ​ຈາກ​ຖັນ​ແຖວ​ລັດຖະກອນ. ການຈັດ​ຕັ້ງ​ການ​ແບ່ງ​ປະ​ເພດ​ລັດຖະກອນອີງ​ຕາມ​ທີ່​ຕັ້ງວຽກ​ງານ ​ແລະ ການຈັດ​ວາງ ສັບ​ຊ້ອນ​ໂຄງສ້າງ​ລັດຖະກອນຕາມ​ທິດ​ຕຳ​ແໜ່​ງ​ວິຊາ​ຊີບ, ວິຊາ​ສະ​ເພາະ​ ກວມ​ອັດຕາ​ສ່ວນ​ໜ້ອຍ​ສຸດ​ແມ່ນ 65%.

ປ່ຽນ​ແປງ​ໃໝ່ກົນ​ໄກ, ​ແບບ​ວິທີການ​ຮັບ​ເອົາ ນຳ​ໃຊ້ ​ແລະ ​ຄຸ້ມ​ຄອງ​ລັດຖະກອນ (ກວມ​ທັງ​ພະນັກງານ​ຄຸ້ມ​ຄອງ). ມີ​ນະ​ໂຍບາຍ​ດຶງ​ດູດ​ເອົາ​ຜູ້​ທີ່​ມີ​ຄວາມ​ເກັ່ງ​ກ້າ​ສາມາດ, ດຶງ​ດູດ​​ລັດຖະກອນ​ທີ່​ມີ​ວິຊາ​ຊີບ ວິຊາ​ສະ​ເພາະ​ເກັ່ງ ​ເຂົ້າ​ເຮັດ​ວຽກ​ໃນໜ່ວຍພາລະກິດບໍລິການ​ຂອງລັດ. ປະຕິບັດ​ການ​ຝຶກ​ອົບຮົມຊ້ຳ, ​ໃຫ້ການ​ຊ່ວຍ​ເຫຼືອ​ທີ່​ເໝາະ​ສົມ​ ສຳລັບ​ລັດຖະກອນ​ແລະ​ຜູ້​ອອກ​ແຮງ​ງານທີ່​ວ່າງ​ງານ​ຍ້ອນ​ການລວມຕົວ ຍຸບ​ເລີກ ຫຼື​ປ່ຽນ​ເປັນ​ໜ່ວຍ​ບໍລິການ​ນອກພາກ​ລັດ.

ທີ​ສີ່, ຍູ້​ແຮງ​ການ​ສະໜອງ​ບໍລິການ​ສາທາລະນະ​ຕາມ​ກົນ​ໄກ​ຕະຫຼາດ, ສົ່ງ​ເສີມ​ການ​ຫັນ​​ເປັນ​ສັງຄົມ​ຕໍ່​ການບໍລິການ​ສາທາລະນະ. ກວດຄືນ, ປັບປຸງ​ເພີ່​ມ​ເຕີມບັນດາ​ກົນ​ໄກ ນະ​ໂຍບາຍສ້າງ​ເງື່ອນ​ໄຂ​ຍູ້​ແຮງ​ການ​ສະໜອງ​ບໍລິການ​ສາທາລະນະ​ຕາມ​ກົນ​ໄກ​ຕະຫຼາດ ​ແລະ ສົ່ງ​ເສີມ​ການ​ຫັນ​ເປັນ​ສັງຄົມ​ຕໍ່​ການ​ສະໜອງ​ບໍລິການ​ສາທາລະນະ. ຫັນປ່ຽນບັນດາໜ່ວຍພາລະກິດບໍລິການ​ຂອງລັດທີ່​ມີ​ເງື່ອນ​ໄຂ​ພຽງພໍ​ ເປັນ​ບໍລິສັດ​ຫຸ້ນ​ສ່ວນ. ບໍ່​ແຍກ, ຍົກຍ້າຍ​ພື້ນຖານການ​ສຶກສາ ​ຝຶກ​ອົບຮົມ​ວິຊາ​ຊີບ, ພື້ນຖານ​ການກວດ​ສຸຂະພາບ​ແລະ​ປົວ​ພະຍາດຢູ່​ໃນ​ກຸ່ມ​ເສດຖະກິດ ສະຫະ​ບໍລິສັດ​ຂອງ​ລັດ ​ໃນ​ເວລາ​ທີ່​ບັນດາ​ກຸ່ມ​ແລະ​ບໍລິສັດ​ເຫຼົ່າ​ນັ້ນ​ກຳລັງ​ປະຕິບັດ​ການ​ຫັນ​ເປັນ​ຫຸ້ນ​ສ່ວນ.

ຍູ້​ແຮງ​ການ​ປະຕິບັດ​ກົນ​ໄກ​ເປັນ​ເຈົ້າ​ຕົນ​ເອງ, ຫັນ​ເປັນ​ສັງຄົມ, ກ່ອນ​ອື່ນ​ໝົດ​ແມ່ນ​ບັນດາ​ພື້ນຖານ​ການ​ສຶກສາ​ມະຫາວິທະຍາ​ໄລ, ອາຊີວະ​ສຶກສາ ​ແລະ ບັນດາ​ພື້ນຖານ​ສາທາລະນະ​ສຸກ, ອົງການ​ວິທະຍາສາດ​ແລະ​ເຕັກ​ໂນ​ໂລ​ຊີ​ຢູ່​ໃນ​ເຂດ ພື້ນ​ທີ່​ທີ່​ມີ​ຄວາມ​ສາມາດ​ຫັນ​ເປັນ​ສັງຄົມ​ສູງ.

ສົ່ງ​ເສີມ​ການ​ສ້າງ​ຕັ້ງບັນດາ​ໜ່ວຍ​ບໍລິການ​ນອກພາກ​ລັດ, ​​ໂດຍ​ສະ​ເພາະ​ແມ່ນ​ນຂົງ​ເຂດການ​ສຶກສາ​ແລະ​ຝຶກ​ອົບຮົມ, ອາຊີວະ​ສຶກສາ, ສາທາລະນະ​ສຸກ, ວິທະຍາສາດ​ແລະ​ເຕັກ​ໂນ​ໂລ​ຊີ. ມີ​ກົນ​ໄກ, ນະ​ໂຍບາຍ​ສ້າງ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ການ​ສ້າງ​ຕັ້ງວິສາ​ຫະກິດທີ່​ມີ​ຫຼາຍ​ເຈົ້າ​ຂອງ​ກຳມະສິດ ຢູ່​ໃນ​ບັນດາ​ສະ​ຖາ​ບັນ​ຄົ້ນຄວ້າ​ວິທະຍາສາດ, ມະຫາວິທະຍາ​ໄລ ​ເພື່ອ​ແນ​ໃສ່​ປະຕິບັດ​ການ​ເຄື່ອນ​ໄຫວ​ປະ​ຢຸກ ຜັນຂະຫຍາຍ ຫັນຜົນ​ຂອງ​ການ​ຄົ້ນຄວ້າ​ເປັນ​ສິນຄ້າ ​ແລະ ສະໜອງ​ການ​ບໍລິການ​ສາທາລະນະ. ​ເພີ່ມ​ທະວີ​ການ​ເຊື່ອມ​ຕໍ່ລະຫວ່າງ​ສະ​ຖາ​ບັນ​ການສຶກສາ​ວິຊາ​ຊີບ ​ກັບ​ວິ​ສາ​ຫະກິດ ຕາມ​ທິດ​ສົ່ງ​ເສີມ​ໃຫ້​ວິ​ສາ​ຫະກິດສ້າງ​ຕັ້ງ​ ພັດທະນາ​ພື້ນຖານການ​ສຶກສາວິຊາ​ຊີບ ​ເພື່ອ​ຕອບ​ສະໜອງ​ຄວາມ​ຕ້ອງການ​ຂອງ​ວິສາ​ຫະກິດ​​ແລະຂອງ​ຕະຫຼາດ​ແຮງ​ງານ.

ມີ​ນະ​ໂຍບາຍ​ທີ່​ສະດວກ​ດີ ​ເພື່ອ​ໃຫ້​ອົງການ​ວິທະຍາສາດ​ແລະ​ເຕັກ​ໂນ​ໂລ​ຊີຂອງ​ລັດ ​ມີ​ສິດ​ເປັນ​ເຈົ້າ​ຂອງຕໍ່​ຜົນ​ຂອງ​ການ​ຄົ້ນຄວ້າ​ວິທະຍາສາດ​ທີ່​ໃຊ້​ງົບປະມານ​​ແຫ່ງ​ລັດ ​ແລະ ມີ​ກົນ​ໄກ​ແຈກ​ຢາຍ​ຜົນປະ​ໂຫຍ​ດດັ່ງກ່າວຢ່າງ​ສົມ​ເຫດ​ສົມ​ຜົນ, ສ້າງ​ເງື່ອນ​ໄຂ​ແລະ​ຊຸກຍູ້​ຂະ​ບວນວິວັດ​ການ​ຫັນ​ຜົນ​ຂອງ​ການ​ຄົ້ນຄວ້າ​ເປັນ​ສິນຄ້າ​ໃນ​ຕະຫຼາດ.

ທີ​ຫ້າ, ຍົກ​ສູງຄວາມ​ສາມາດ​ໃນ​ການ​ຈັດການ​ຂອງໜ່ວຍພາລະກິດບໍລິການ​ຂອງລັດ. ປ່ຽນ​ແຜງ​ໃໝ່​ແບບ​ວິທີການ​ຄຸ້ມ​ຄອງ, ຍົກ​ສູງ​ຄວາມ​ສາມາດຈັດການ​ໜ່ວຍ​ງານ. ກວດຄືນ, ປັບປຸງ​ບູລະນະ​ໂຄງ​ສ້າງ​ການຈັດ​ຕັ້ງ​ກົງຈັກ​ພາຍ​ໃນ​ແຕ່ລະ​ໜ່ວຍ​ງານ, ຍູ້​ແຮງ​ການ​ປະ​ຢຸກ​​ໃຊ້ເຕັກ​ໂນ​ໂລ​ຊີຂໍ້​ມູນ​ຂ່າວສານ ​ແລະ​ວິທະຍາສາດ-​ເຕັກ​ໂນ​ໂລ​ຊີທີ່ທັນ​ສະ​ໄໝ, ນຳ​ໃຊ້​ບັນດາ​ມາດຕະຖານ, ບັນທັດຖານ​ການ​ຄຸ້ມ​ຄອງ​ສາກົນ. ຍົກ​ສູງ​ຄຸນ​ນະພາ​ບການ​ຄຸ້ມ​ຄອງ​ການ​ເງິນ, ຊັບ​ສິນສາ​ມາ​ລະນະ​ຂອງ​ໜ່ວຍ​ງານ. ປະກາດ​ໃຊ້​ກົດ​ລະບຽບກ່ຽວ​ກັບ​ການ​ຄຸ້ມ​ຄອງ​ການ​ເງິນ, ຊັບ​ສິນສາ​ມາ​ລະນະ, ກຳນົດ​ແຈ້ງ​ສິດ​ອຳນາດ, ຄວາມ​ຮັບຜິດຊອບ​ຂອງ​ແຕ່​ລະ​ພາກສ່ວນ, ບຸກຄົນ, ​ໂດຍ​ສະ​ເພາະ​ແມ່ນ​ຄວາມ​ຮັບຜິດຊອບ​ຂອງ​ຜູ້​ເປັນ​ຫົວໜ້າ. ປັບປຸງ​ລະບົບການ​ບັນຊີ, ປະຕິບັດ​ລະບອບກວດ​ສອບ, ກວດກາ, ຮັບປະກັນ​ຄວາມ​ເປີດ​ເຜີຍ ​ໂປ່​ງ​ໃສ​​ໃນ​ການ​ເຄື່ອນ​ໄຫວ​ທາງ​ດ້ານ​ການ​ເງິນ​ຂອງໜ່ວຍ​ພາລະກິດ​ບໍລິການ​ຂອງ​ລັດ.

ທີ​ຫົກ, ປັບປຸງ​ບູລະນະ​ກົນ​ໄກ​ການ​ເງິນ. ປັບປຸງ​ບູລະນະ​ກົດໝາຍ​ກ່ຽວ​ກັບ​ກົນ​ໄກ​ເປັນ​ເຈົ້າ​ຕົນ​ເອງ ສຳລັບບັນດາໜ່ວຍພາລະກິດບໍລິການ​ຂອງລັດທີ່​ຂຶ້ນ​ກັບ​ບັນດາ​ຂະ​ແໜງ​ການ ຂົງ​ເຂດ ບົນ​ພື້ນຖານລະດັບ​ເປັນ​ເຈົ້າ​ຕົນ​ເອງ​ທາງ​ດ້ານ​ການ​ເງິນ, ​ເພີ່ມ​ທະວີ​ການ​ແບ່ງ​ຂັ້ນ ​ແລະ ​ເພີ່ມ​ລັກສະນະ​ເປັນ​ເຈົ້າ​ການ​ໃຫ້​ບັນດາ​ໜ່ວຍ​ພາລະກິດບໍລິການ​ຂອງ​ລັດ. ມີ​ກົນ​ໄກການ​ເງິນ​ທີ່​ສອດຄ່ອງ​ເພື່ອ​ລະດົມທຸກ​ແຫຼ່ງພະລັງ​ສັງຄົມ​ໃຫ້​ແກ່​ການ​ລົງທຶນ​ເຂົ້າ​ໃນ​ຂົງ​ເຂດ​ບໍລິການ​ສາທາລະນະ, ​ໂດຍ​ສະ​ເພາະ​ໃຫ້ການ​ສຶກສາ​ແລະ​ສາທາລະນະ​ສຸກ, ນັບ​ທັງ​ຮູບ​ການ​ຮ່ວມ​ມື​ພາກ​ລັດ-​ເອກະ​ຊົນ, ຮ່ວມ​ທຸລະ​ກິດ, ​ເຊື່ອມ​ໂຍງ.

ປ່ຽນ​ແປງ​ໃໝ່​ກົນ​ໄກ​ຈັດ​ສັນ​ຊັບພະຍາກອນ, ການ​ຄຸ້ມ​ຄອງ​ແລະຈັດ​ສັນ​ງົບປະມານ​ແຫ່ງ​ລັດ. ງົບປະມານ​ແຫ່ງ​ລັດ​ຮັບປະກັນ​ການ​ລົງທຶນ​ໃຫ້​ແກ່​ການ​ບໍລິການ​ສາທາລະນະ​ພື້ນຖານທີ່ຈຳ​ເປັນ ​ແລະ ​ໃຫ້​ບັນດາ​ໜ່ວຍພາລະກິດບໍລິການ​ຂອງລັດຢູ່​ເຂດ​ຫ່າງ​ໄກ​ສອກຫຼີກ, ​ເຂດຊົນ​ເຜົ່າ​ສ່ວນ​ນ້ອຍ. ງົບປະມານ​ແຫ່ງ​ລັດຫັນປ່ຽນ​ຈາກ​ການສະໜັບສະໜູນບັນດາໜ່ວຍ ພາລະກິດບໍລິການ​ຂອງລັດ ມາ​ເປັນ​ການ​ສະໜັບສະໜູນ​ໂດຍ​ກົງ​ຕໍ່​ຜູ້​ທຸກ​ຍາກ, ຜູ້​ທີ່​ໄດ້​ຮັບ​ຜົນ​ປະ​ໂຫຍ​ດນະ​ໂຍບາຍ​ໃນ​ເວລາ​ທີ່​ໃຊ້​ບໍລິການ​ສາທາລະນະພື້ນຖານ​ທີ່​ຈຳ​ເປັນ; ຫັນປ່ຽນ​ຈາກ​ການ​ສະໜັບສະໜູນ​ຕາມ​ກົນ​ໄກ​ການແຈກ​ຈ່າຍ​ສະ​ເລ່ຍ ມາ​ເປັນ​ກົນ​ໄກລັດ​ສັ່ງ​ຊື້, ມອບ​ໜ້າ​ທີ່​ສະໜອງ​ການ​ບໍລິການ​ສາທາລະນະ ອີງ​ໃສ່ຄຸນ​ນະພາ​ບຂອງ​ສົ້ນ​ອອກ ຫຼືການ​ປະມູນ​ສຳລັບ​ການສະໜອງ​ບໍລິການ​ສາທາລະນະ. ປະຕິບັດ​ກົນ​ໄກ​ມອບ​ທຶນ, ຊັບ​ສິນ​ໃຫ້​ໜ່ວຍພາລະກິດບໍລິການ​ຂອງລັດ; ກໍ່ສ້າງ​ລະບົບ​ຂໍ້​ມູນ​ຂ່າວສານ​ກ່ຽວ​ກັບ​ການ​ເງິນ​ແລະ​ຊັບ​ສິນ​ສາທາລະນະ​ຂອງ​ໜ່ວຍ​ພາລະກິດ​ບໍລິການ​ຂອງ​ລັດ​ໃນ​ທົ່ວ​ປະ​ເທດ.

​ແບ່ງ​ປະ​ເພດໜ່ວຍພາລະກິດບໍລິການ​ຂອງລັດຕາມ​ລະດັບ​ເປັນ​ເຈົ້າ​ຕົນ​ເອງ​ທີ່​ຕ່າງ​ກັນ​ທາງ​ດ້ານ​ການ​ເງິນ. ບັນດາ​ໜ່ວຍ​ພາລະກິດ​ບໍລິການ​ຂອງ​ລັດ​​ໄດ້​ຮັບມອບສິດ​ເປັນ​ເຈົ້າ​ຕົນ​ເອງ​ທາງ​ການ​ເງິນ​ເປັນ​ປົກກະຕິ​ ໃນ​ເວລາ​ແຕ່ 3 ປີ​ເຖິງ 5 ປີ ຕາມ​ແຜນການ​ລາຍ​ຮັບ-ລາຍ​ຈ່າຍ​ການ​ເງິນທີ່​ໄດ້​ຮັບ​ການ​ອະນຸມັດ​ໂດຍ​ອົງກາ​ນທີ່​ມີ​ສິດອຳນາດ. ສຳລັບ​ບັນດາ​ໜ່ວຍ​ງານທີ່​​ໄດ້​ຮັບ​ທຶນ​ຈາກລັດ​ຮັບປະກັນ​ການ​ດຳ​ເນີນ​ງານ​ນັ້ນ, ຕ້ອງ​ຍູ້​ແຮງ​ການ​ປະຕິບັດ​ກົນ​ໄກມອບ​ເໝົາ​ການ​ໃຊ້​ຈ່າຍ. ກວດຄືນ​ຂໍ້​ກຳນົດ​ຕ່າງໆ​ກ່ຽວ​ກັບ​ພາສີ ​ແນ​ໃສ່​ສົ່ງ​ເສີມ​ຄວາມ​ເປັນ​ເຈົ້າ​ຕົນ​ເອງ​ທາງ​ການ​ເງິນ​ ແລະ ​ມີ​ການ​ສະ​ສົມ​ເພື່ອ​ລົງທຶນ. ມີ​ກົນ​ໄກ ນະ​ໂຍບາຍທີ່​ເຂັ້ມ​ແຂງ​ພຽງພໍ​ເພື່ອສ້າງ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ, ສົ່ງ​ເສີມການປັບປຸງ​ການຈັດ​ສັນພະນັກງານ, ​ຈັດ​​ລັດຖະກອນ​ບາງຄົນ​​ເຂົ້າ​ໃນ​ພາກສ່ວນລົດ​ຂະໜາດ​ການ​ບັນຈຸ​ພະນັກງານ.

ທີ​ເຈັດ, ຍົກ​ສູງ​ຄວາມ​ສັກສິດ​ແລະ​ປະສິດທິ​ຜົນ​ຂອງ​ການ​ຄຸ້ມ​ຄອງ​ລັດ. ປັບປຸງ​ເພີ່ມ​ເຕີມ​ກົດໝາຍ​ກ່ຽວ​ກັບ​ລັດຖະກອນ, ​ເຈົ້າ​ໜ້ານທີ, ຖັນ​ແຖວ​ຄູ​ອາຈານ ​ແລະ ກົດ​ໝາຍ​ທີ່​ກ່ຽວຂ້ອງ. ຍູ້​ແຮງ​ການ​ແບ່ງ​ຂັ້ນ, ມອບ​ສິດ​ເປັນ​ເຈົ້າ​ຕົນ​ເອງ​ໃຫ້ບັນດາໜ່ວຍພາລະກິດບໍລິການ​ຂອງລັດ ຕາມ​ທິດ​ກຳນົດ​ແຈ້ງການ​ຄຸ້ມ​ຄອງ​ບໍລິຫານ​ລັດ ກັບ​ການ​ຈັດການ​ຄຸ້ມ​ຄອງ​ໜ່ວຍພາລະກິດບໍລິການ​ຂອງລັດ ​ແລະ​ ການສະໜອງ​ບໍລິການ​ສາທາລະນະ. ກວດຄືນ, ບູລະນະ​ແຜນ​ແມ່​ບົດ​ກຳນົດ​ທິດ​ເຄືອ​ຂ່າຍບັນດາໜ່ວຍພາລະກິດບໍລິການ​ຂອງລັດ ຕິດ​ກັບ​ແຜນ​ແມ່​ບົດ​ການ​ພັດທະນາ​ເສດຖະກິດ-ສັງຄົມຂ​ອງປະ​ເທດ ​ແລະ ຂອງ​ແຕ່ລະ​ທ້ອງ​ຖິ່ນ; ຫັນປ່ຽນ​ຈາກ​ການ​ວາງ​ແຜນກຳນົດຕາມ​ໜ່ວຍ​ບໍລິຫານ ມາ​ເປັນ​ການວາງ​ແຜນ​ກຳນົດ​ຕາມ​ຂະ​ແໜງ​ການ ຂົງ​ເຂດ, ຄວາມ​ຕ້ອງການ​ຂອງ​ສັງຄົມແລະຂອງຕະຫຼາດ. ປະກາດ​ໃຊ້ບັນທັດຖານ​ທາງ​ເສດຖະກິດ-​ເຕັກ​ນິກ ສຳລັບການ​ບໍລິການ​ສາທາລະນະ​ແຕ່ລະ​ປະ​ເພດ; ​ເກນກຳນົດ​ການຈຳ​ແນ​ກປະ​ເພດໜ່ວຍພາລະກິດບໍລິການ​ຂອງລັດ; ​ເກນ​ກຳນົດ​ການ​ປະ​ເມີນ​ຜົນ​ການ​ປະຕິບັດ​ໜ້າ​ທີ່ ​ແລະ ຄຸນ​ນະພາ​ບບໍລິການ​ຂອງໜ່ວຍພາລະກິດບໍລິການ​ຂອງລັດຕາມ​ຂະ​ແໜງ​ການ ຂົງ​ເຂດ; ລະບົບ​ມາດຕະຖານຕຳ​ແໜ່​ງຂອງ​ບຸກຄົນ​ທີ່​ເຮັດວຽກຢູ່ໃນໜ່ວຍພາລະກິດບໍລິການຂອງ​ລັດ; ສິດ​ອຳນາດ, ຄວາມ​ຮັບຜິດຊອບຂອງ​ຫົວໜ້າ​ໃນ​ການ​ຄຸ້ມ​ຄອງ​ ຈັດການ​ໜ່ວຍພາລະກິດບໍລິການ​ຂອງລັດ, ກົນ​ໄກ​ຕິດຕາມ ​ກວດກາ ກວດສອບ​ຄວາມ​ຮັບ​ຜິດ​ຊອບຂອງ​ຜູ້​ເປັນ​ຫົວໜ້າ. ​ເອົາ​ຜົນ​ຂອງ​ການຈັດ​ສັນ​ກົງ​ຈັກ ລົດ​ການ​ບັນຈຸ​ພະນັກງານປະຈຳ​ປີ​ ເປັນໜຶ່ງ​ໃນ​ບັນດາ​ເກນ​ກຳນົດ​ສຳ​ລັບ​ການປະ​ເມີນຜົນ,​ ຈັດ​ອັນ​ດັບ​ຜົນງານ ຂອງ​ຜູ້ນຳ​ໜ້າ​ຄະນະ​ພັກ, ຫົວໜ້າໜ່ວຍພາລະກິດບໍລິການ​ຂອງລັດ.

​ເພີ່ມ​ທະວີ​ການ​ສົມທົບ​ລະຫວ່າງ​ອົງການ​ຄຸ້ມ​ຄອງ​ສະ​ເພາະ​ຂະ​ແໜງ​ການ ກັບ​ອົງການ​ຄຸ້ມຄອງລັດ​ກ່ຽວ​ກັບ​ການ​ລົງທຶນ, ການ​ເງິນ​ຂັ້ນ​ຕ່າງໆ ​ໃນ​ການ​ຄຸ້ມຄອງ​ງົບປະມານ​ຂອງ​ລັດ​ທີ່​​ຈ່າຍ​ໃຫ້​ພາລະກິດ​ການ​ບໍລິການ, ຍົກ​ສູງ​ປະສິດທິ​ຜົນ​ການ​ນຳ​ໃຊ້​ງົບປະມານ​ຂອງ​ລັດ, ຫຼີກ​ລ່ຽງການ​ຊ້ຳຊ້ອນ, ​​ໃຊ້​ຈ່າຍ​ຟຸມ​ເຟືອຍ.

ທີ​ແປດ, ​ເພີ່ມ​ທະວີ​ບົດບາດນຳ​ພາ​ຂອງ​ພັກ, ​ເສີມ​ຂະຫຍາຍ​ບົດບາດ​ຂອງ​ປະຊາຊົນ, ​ແນວ​ໂຮມ​ປະ​ເທດ​ຊາດ ​ແລະ ບັນດາ​ອົງຄະ​ນະ​ການ​ເມືອງ-ສັງ​ຄົມ. ຄະ​ນະ​ພັກ​ແລະ​ອົງການຈັດ​ຕັ້ງ​ພັກ​ຂັ້ນ​ຕ່າງໆ​ຕ້ອງ​ເອົາ​ໃຈ​​ໃສ່​ເປັນ​ປະຈຳ​ເຖິງ​ການ​ນຳພາການຈັດ​ຕັ້ງ ​ແລະ ການ​ເຄື່ອນ​ໄຫວ ​ຂອງບັນດາໜ່ວຍພາລະກິດບໍລິການຂອງ​ລັດ. ປະກາດ​ໃຊ້ກົດ​ລະບຽບ​ກ່ຽວ​ກັບ​ບົດບາດ​ແລະພາລະ​ໜ້າ​ທີ່​ນຳພາ​ຂອງ​ຄະ​ນະ​ພັກ, ອົງການ​ຈັດ​ຕັ້ງ​ພັກ​ຢູ່​ໃນ​ໜ່ວຍ​ພາລະກິດບໍລິການ​ຂອງ​ລັດ. ​ເສີມ​ຂະຫຍາຍ​ບົດບາດ​ຂອງ​ປະຊາຊົນ, ​ແນວ​ໂຮມ​ປະ​ເທດ​ຊາດ ​ແລະ ບັນດາ​ອົງຄະ​ນະ​ການ​ເມືອງ-ສັງຄົມ ​ໃນ​ການ​ຕິດຕາມ​ກວດກາ, ວິຈານ​ສັງຄົມຕໍ່​ການຈັດ​ຕັ້ງ ​ແລະ​ການ​ເຄື່ອນ​ໄຫວ​ຂອງບັນດາໜ່ວຍພາລະກິດບໍລິການ​ຂອງລັດ./.

​ໂດຍ ສຈ, ປອ, ​ເວື​ອງດິ່ງ​ເຫວ້

ກຳມະການກົມ​ການ​ເມືອງ, ຮອງ​ນາຍົກລັດຖະມົນຕີ

--------------------

ບົດ​ນີ້​ໄດ້​ລົງ​ພິມ​ໃນ​ວາລະສານ​ກອມ​ມູນິດ​ ສະບັບ​ທີ 903 (​ເດືອນ​ມັງກອນ 2018)

(1), (2), (3) ພັກ​ກອມ​ມູນິດ​ຫວຽດນາມ, ​ເອກະສານ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ XII, ຫ້ອງການ​ສູນ​ກາງ​ພັກ, ຮ່າ​ໂນ້ຍ, 2016, ໜ້າ 107, 276, 277.

Other Stories

ບົດທີ່ມີຜູ້ອ່ານຫລາຍສຸດ

ບົດໃໝ່ສຸດ