ວັນເສົາ, 15/12/2018
ເພື່ອໃຫ້ລັດວິສາຫະກິດ ສືບຕໍ່ຮັກສາທີ່ຕັ້ງ “ຫົວລົດໄຟ” ຂອງພື້ນຖານເສດຖະກິດ
13/6/2018 19:52' ສົ່ງ ພິມ
ພາບປະກອບ. (ພາບ: TTXVN)

ໂດຍ​ສັງ​ເຂ​ບກ່ຽວ​ກັບ​ຜົນສຳ​ເລັດ​ແລະ​ຂໍ້​ຈຳກັດ​ຕົ້ນຕໍ

ຜ່ານ​ຫຼາຍ​ໄລຍະ​ແຫ່ງ​ການ​ກໍ່​ຕັ້ງ​ແລະຂະ​ຫຍາຍຕົວ, ລັດ​ວິ​ສາ​ຫະກິດຍາມ​ໃດ​ກໍ່ຮ່ວມ​ທາງ​ກັບ​ຂະບວນວິວັດ​ການ​ກໍ່ສ້າງ​ພື້ນຖານ​ເສດຖະກິດ​ຂອງ​ປະ​ເທດ​ຊາດ. ​ໃນ​ພື້ນຖານ​ເສດຖະກິດ​ຫັນ​ເປັນ​ແຜນການ​ລວມສູນ​ເກື້ອກູນ, ລັດ​ວິ​ສາ​ຫະກິດ ​ແລະ​ເສດຖະກິດ​ສະຫະກອນຖື​ບົດບາດ​ຕົ້ນຕໍ​ຂອງ​ພື້ນຖານ​ເສດຖະກິດ. ກ້າວ​ເຂົ້າ​ສູ່​ໄລຍະ​​ແຫ່ງ​ການປ່ຽນ​ແປງ​ໃໝ່​ດ້ວຍ​ພື້ນຖານ​ເສດຖະກິດ​ຫຼາຍ​ພາກສ່ວນ, ລັດ​ວິ​ສາ​ຫະກິດຍັງ​ຄົງ​ຮັກສາ​ບົດບາດ​ທີ່​ສຳຄັນ, ​ເປັນ​ໜຶ່ງ​ໃນ​ສາມ​ເສົາ​ຄ້ຳ​ຂອງ​ພື້ນຖານ​ເສດຖະກິດ. ທຽບ​ກັບ​ເສດຖະກິດ​ເອກະ​ຊົນ ​ແລະ​ເສດຖະກິດ​ທີ່​ມີ​ການ​ລົງທຶນ​ໂດຍ​ກົງ​ຂອງ​ຕ່າງປະ​ເທດ, ລັດ​ວິ​ສາ​ຫະກິດຍັງ​ຄົງ​ເປັນ​ກຳລັງ​ວັດຖຸ​ທີ່​ເຂັ້ມ​ແຂງ​ທາງ​ດ້ານ​ການ​ເງິນ, ກຳ​ຊັບພະຍາກອນ, ທີ່​ດິນ, ​ເຄື່ອງໝາຍ​ການ​ຄ້າ, ກຳລັງ​ແຮງ​ງານ, ມີ​ຖັນ​ແຖວ​ພະນັກງານ​ວິທະຍາສາດ, ​ເຕັກນິກ, ຄຸ້ມ​ຄອງ​ບໍລິຫານ​ທີ່​​ເຂັ້ມ​ແຂງ. ປະຈຸ​ບັນ​ນີ້, ລັດ​ວິ​ສາ​ຫະກິດຫັນປ່ຽນ​ຕາມ​ທິດ​ພຽງ​ແຕ່​ສຸມ​ໃສ່​ບັນດາ​ຂະ​ແໜງ​ການ, ອາຊີບ​ຫຼັກ​ຂອງ​ພື້ນຖານ​ເສດຖະກິດ ຫຼືບັນດາ​ຂົງ​ເຂດ​ທີ່​ວິ​ສາ​ຫະກິດ​ເອກະ​ຊົນ​ບໍ່​ລົງທຶນ. ບັນດາລັດ​ວິ​ສາ​ຫະກິດທີ່​ໄດ້​ສືບ​ຕໍ່​ພັດທະນາ​ນັ້ນແມ່ນ ບັນດາ​ວິ​ສາ​ຫະກິດ​ຂະໜາດ​ໃຫຍ່, ມີລັກສະນະ​ວິຊາ​ຊີບ​ສູງ, ​ເຄື່ອນ​ໄຫວ​ໃນ​ບັນດາ​ຂົງ​ເຂດ​ທີ່​ສັງຄົມ​ມີ​ຄວາມ​ຕ້ອງການ​ຫຼາຍ ​ເພື່ອ​ເປັນ​ກຳລັງ​ຫຼັກ​ແຫຼ່ງ​ແທ້​ຈິງ​ໃນ​ການປະຕິບັດບັນດາ​ການ​ສົມ​ດຸນ​ທີ່​ສຳຄັນ​ໃນ​ພື້ນຖານ​ເສດຖະກິດ, ປະຕິບັດ​ໄດ້​ບັນດາ​ເປົ້າ​ໝາຍ​ການ​ເມືອງ-ສັງຄົມຂອງ​ພັກ​ແລະ​ລັດ.

​ໃນ​ໄລຍະ​ທີ່​ຜ່ານ​ມາ​ມໍ່​ນີ້, ພາຍຫຼັງ​ການຈັດ​ວາງ​ຊັບຊ້ອນ, ຫັນ​ເປັນ​ຫຸ້ນ​ສ່ວນ, ປະຈຸ​ບັນທົ່ວ​ປະ​ເທດ​ມີ 652 ລັດ​ວິ​ສາ​ຫະກິດ, ​ໃນ​ນັ້ນ​ມີ 9 ກຸ່ມ​​ເສດຖະກິດ ​ແລະ 65 ສະຫະ​ບໍລິສັດ, ​ເຊິ່ງຕົ້ນຕໍ​ເຄື່ອນ​ໄຫວ​ໃນ​ບັນດາ​ຂົງ​ເຂດ​ທີ່ສຳຄັນ, ຮັບປະກັນ​ຄວາມ​ສົມ​ດຸນ​ມະຫາ​ພາກ​ຂອງ​ພື້ນຖານ​ເສດຖະກິດ, ປະ​ໂຫຍ​ດສາທາລະນະ​, ຄວາມ​ປອດ​ໄພ, ການ​ປ້ອງ​ກັນ​ປະ​ເທດ. ການ​ຮັກສາ​ເງິນ​ທຶນ​ແລະ​ການ​ເຕີບ​ໂຕ​ເງິນ​ທຶນ​ໄດ້​ດີ​ເປັນ​ທີ່​ໜ້າ​ສົ່ງ​ເສີມ, ​ໃນ​ເວລາ​ພຽງ 5 ປີ, ​ແຕ່​ປີ 2011 ​ເຖິງ​ປີ 2016, ຊັບ​ສິນ​ທັງ​ໝົດ​ຂອງ​ວິ​ສາ​ຫະກິດ​ທີ່​ມີ​ທຶນ​ຂອງ​ລັດ 100% ​ໄດ້​ເພີ່ມ​ຂຶ້ນ​ຈາກ 2.093 ພັນ​ຕື້​ດົ່ງ ​ເປັນ 3.053 ພັນ​ຕື້​ດົ່ງ, ​ເພີ່ມ​ຂຶ້ນ 45,8%; ທຶນ​ຂອງ​ເຈົ້າ​ກຳມະສິດ​ເພີ່ມ​ຂຶ້ນ​ຈາກ 727 ພັນ​ຕື້​ດົ່ງ ​ເປັນ 1.398 ພັນ​ຕື້​ດົ່ງ, ​ເພີ່ມ​ຂຶ້ນ 92,2%. ປະສິດທິ​ຜົນ​ໃນ​ການ​ທຸລະ​ກິດ​ຂອງລັດ​ວິ​ສາ​ຫະກິດ ພິຈາລະນາ​ຕາມ​ຜົນ​ກຳ​ໄລ​ທີ່​ໄດ້​ຮັບ ​ແລະຈຳນວນ​ເງິນມອບ​ງົບ​ປະມານ​ຂອງ​ລັດ ​ແມ່ນ​ດີ​ພໍ​ຄວນ. ລັດ​ວິ​ສາ​ຫະກິດທີ່​ໂດດ​ເດັ່ນ​ໃນ​ໄລຍະ 2011-2016 ​ແມ່ນ​ບັນດາລັດ​ວິ​ສາ​ຫະກິດທີ່​ໄດ້​ມອບ​ເງິນ​ໃຫ້​ງົບປະມານ​ເປັນ​ຈຳນວນ​ຫຼວງຫຼາຍ​ເຊັ່ນ ກຸ່ມ​ນ້ຳມັນ​ອາຍ​​ກ໊າສ​ແຫ່ງ​ຊາດ​ຫວຽດນາມ: 147.941 ຕື້​ດົ່ງ, ກຸ່ມ​ອຸດສາຫະກຳ​ໂທລະ​ຄົມມະນາຄົມ​ທະຫານ: 131.400 ຕື້​ດົ່ງ, ພ້ອມ​ກັນ​ກັບ​ບັນດາລັດ​ວິ​ສາ​ຫະກິດອື່ນ ​ໄດ້​ມອບ​ເງິນ​ໃຫ້​ງົບປະມານ​ຂອງ​ລັດ​ເປັນ​ຈຳນວນ 1 ລ້ານ​ກວ່າ​ຕື້ດົ່ງ. ການ​ຄຸ້ມ​ຄອງ, ນຳ​ໃຊ້ຊັບ​ສິນ​ໃນ​ຫຼາຍ​ວິ​ສາ​ຫະກິດ ​ໂດຍ​ພື້ນຖານ​ແມ່ນ​ໄດ້​ປະຕິບັດ​ຖືກຕ້ອງ​ຕາມ​ຂໍ້​ກຳນົດ​ກົດໝາຍ. ຄຸນ​ນະພາ​ບຊັບ​ສິນ​ຂອງ​ວິ​ສາ​ຫະກິດ​ໄດ້​ຮັບ​ການ​ຍົກ​ສູງ​ເທື່ອ​ລະ​ກ້າວ. ຫຼາຍ​ວິ​ສາ​ຫະກິດ​ໄດ້​ເອົາ​ໃຈ​ໃສ່​ຍົກ​ລະດັບ, ປ່ຽນ​ແປງ​ໃໝ່​ການ​ປະ​ຢຸກ​ໃຊ້ ​ແລະ​ການເປັນ​ເຈົ້າຕໍ່​ເຕັກ​ໂນ​ໂລ​ຊີ, ​ເຄື່ອງ​ປະກອບ ​ເຊິ່ງ​ໄດ້​ສ້າງ​ເງື່ອນ​ໄຂ​ເພີ່ມ​ສະມັດ​ຖະພາບ, ຄຸນ​ນະພາ​ບ, ປະຢັດວັດຖຸອຸປະກອນ, ຮັບປະກັນ​ຄຸນ​ນະພາ​ບຂອງ​ຜະລິດ​ຕະພັນ ​ແລະ​ປະສິດທິ​ຜົນ​ການ​ລົງທຶນ​ສູງ​ສຸດ, ປະກອບສ່ວນ​ບໍ່​ໜ້ອຍ​ເຂົ້າ​ໃນ​ຜົນ​ຂ​​ອງ​ການ​ຜະລິດ ທຸລະ​ກິດຂອງ​ວິ​ສາ​ຫະກິດ. ວຽກ​ງານບໍລິຫານ​ການ​ຜະລິດ ​ແລະຕິດຕາມ​ກວດກາ​ການ​ເຄື່ອນ​ໄຫ​ວຜະລິດ ທຸລະ​ກິດຂອງ​ວິ​ສາ​ຫະກິດ ນັບ​ມື້​ນັບ​ໂປ່​ງ​ໃສ ​ແລະມີ​ປະສິດທິ​ຜົນ​ສູງ​ກວ່າ​ເກົ່າ, ວິ​ສາ​ຫະກິດ​ໄດ້​ແກ້​ໄຂ​ຂໍ້​ບົກພ່ອງ ຈຸດ​ອ່ອນຢ່າງ​ທັນ​ການ ​ແນ​ໃສ່​ຍົກ​ສູງ​ຄວາມ​ຮັບຜິດຊອບ​ໃນ​ການ​ປະຕິບັດ​ຕາມ​ກົດໝາຍ.

ນອກຈາກ​ນັ້ນ, ບັນດາລັດ​ວິ​ສາ​ຫະກິດຍັງ​ໄດ້​ປະຕິບັດ​ໜ້າ​ທີ່​ການ​ເມືອງ-ສັງຄົມ​ໃນ​ບາງ​ຂົງ​ເຂດ, ​ເປັນ “ຫົວ​ລົດ​ໄຟ", ສ້າງ​ກຳລັງ​ຜັດ​ດັນ​ການ​ພັດທະນາ​ ເພື່ອ​ດຶງ​ດູດ​ບັນດາ​ພາກສ່ວນ​ເສດຖະກິດ​ອື່ນ​ໃຫ້​ເຂົ້າ​ຮ່ວມ ​ແລະປະກອບສ່ວນ​ອັນຕັ້ງໜ້າ​ ເຂົ້າ​ໃນ​ໂຄ​ງການຫັນ​ກະສິກຳ ຊົນນະບົດ​ເປັນ​ອຸດສາຫະກຳ ທັນ​ສະ​ໄໝ, ຮ່ວມກັນກໍ່ສ້າງ​ຊົນນະບົດ​ໃໝ່, ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ຕ່າງໆ​ຢູ່​ທ້ອງ​ຖິ່ນ, ປະກອບສ່ວນ​ເຂົ້າ​ໃນ​ການຮັກສາ​ລະບຽບ​ຄວາມ​ສະຫງົບດ້ານການ​ເມືອງ, ຄວາມ​ປອດ​ໄພ​ສັງຄົມ​ໃນ​ພື້ນ​ທີ່, ປະກອບສ່ວນ​ທີ່​ສຳຄັນ​ໃຫ້​ແກ່​ການ​ພັດທະນາ​ເສດຖະກິດ-ສັງຄົມ​ຂອງ​ປະ​ເທດ. ລັດ​ວິ​ສາ​ຫະກິດຍັງ​ຄົງ​ເປັນ​ບ່ອນ​ທີ່ເງິນ​ເດືອນ, ລາຍ​ຮັບ​ແລະ​ຜົນ​ປະ​ໂຫຍ​ດຂອງ​ຜູ້​ອອກ​ແຮງ​ງານ​ໄດ້​ຮັບປະກັນ​ດີ​ທີ່​ສຸດ. ບັນດາ​ອົງການ​ຈັດ​ຕັ້ງ​ພັກ, ກຳມະບານ, ອົງການ​ຈັດ​ຕັ້ງ​ການ​ເມືອງ-ສັງຄົມ​ອື່ນ ​ໄດ້​ເຄື່ອນ​ໄຫວ​ຢ່າງ​ແຂງ​ແຮງ ​ແລະສະ​ແດງ​ບົດບາດ ທີ່​ຕັ້ງ​ຂອງ​ຕົນ​​ໄດ້​ຢ່າງ​ຈະ​ແຈ້ງ ໃນບັນດາ​ລັດ​ວິ​ສາ​ຫະກິດ.

ຄຽງ​ຂ້າງ​ບັນດາ​ຜົນສຳ​ເລັດ​ທີ່​ບັນລຸ​ໄດ້ນັ້ນ, ​ໃນ​ໄລຍະ​ທີ່​ຜ່ານ​ມາ​ມໍ່​ນີ້, ປະສິດທິ​ຜົນ​ການ​ເຄື່ອນ​ໄຫວ​ຂອງລັດ​ວິ​ສາ​ຫະກິດບໍ່​ສົມ​ຄູ່​ກັບຊັບພະຍາກອນ​ທີ່​ມັນ​ມີ​ຢູ່. ລາຍ​ໄດ້, ກຳ​ໄລ​ກ່ອນ​ຫັກ​ພາສີ ​ແລະ​ການ​ມອບ​ເງິນ​ໃຫ້​ງົບປະມານ​ຂອງ​ລັດ ມີ​ອັດຕາ​ການ​ເຕີບ​ໂຕ​ຕ່ຳ, ດັ່ງ​ນັ້ນ​ມັນ​ຈຶ່ງ​ບໍ່​ເສີມ​ຂະຫຍາຍ​ໄດ້​ບົດບາດ​ຫຼັກ​ຂອງ​ຕົນ​ໃນ​ພື້ນຖານ​ເສດຖະກິດ ກໍ່​ຄື​​ບໍ່ປະຕິບັດ​ໄດ້​ໜ້າ​ທີ່ຊັກ​ຈູງ, ຊຸກຍູ້​ໃຫ້ບັນດາ​ວິ​ສາ​ຫະກິດ​ທີ່​ຂຶ້ນ​ກັບ​ພາກສ່ວນ​ເສດຖະກິດ​ອື່ນຂະຫຍາຍຕົວ, ສ້າງ​ກຳລັງ​ໜູນ​​ໃຫ້​ແກ່​ການພັດທະນາ​ເສດຖະກິດ.

ລັດ​ວິ​ສາ​ຫະກິດຢູ່ຫຼາຍ​ແຫ່ງ​ຍັງ​ບໍ່​ທັນ​ເອົາ​ໃຈ​ໃສ່​ເຖິງ​ການ​ລົງທຶນ​ຕາມ​ລວງ​ເລິກ, ຊັກ​ຊ້າ​ໃນ​ການ​ປ່ຽນ​ແປງ​ໃໝ່​ກ່ຽວ​ກັບເຕັກ​ໂນ​ໂລ​ຊີ, ​ເຄື່ອງ​ຈັກ​ເຄື່ອງ​ປະກອບ, ​ເຕັກນິກ​ການ​ຜະລິດ, ຍົກ​ສູງ​ສະມັດຖະພາບ​ຂອງ​ງານ, ປະ​ຢຸກ​ໃຊ້​ແລະ​ພັດທະນາ​ວິທະຍາສາດ-​ເຕັກ​ໂນ​ໂລ​ຊີ. ວຽກ​ງານ​ຕິດຕາມ​ກວດກາ​ຕໍ່ລັດ​ວິ​ສາ​ຫະກິດ ​ເຖິງ​ວ່າ​ໄດ້ຖືກ​ມອບ​ໝາຍ​ແລະ​ແບ່ງ​ງານ​ແລ້ວ​ກໍ​ຕາມ​ ແຕ່ປະສິດທິ​ຜົນ​ຂອງ​ວຽງ​ກງານ​ຕິດຕາມ​ກວດກາ​ກໍ່​ບໍ່​ສູງ.

​ເຖິງ​ວ່າ​ຍັງ​ມີ​ຈຸດ​ອ່ອນ​ແລະຂໍ້ຄົງ​ຄ້າງກໍ່ຕາມ ​ແຕ່ລັດ​ວິ​ສາ​ຫະກິດກໍ່​ຍັງມີບົດບາດໃນ​ພື້ນຖານ​ເສດຖະກິດ​ຕະຫຼາດ​ກຳນົດ​ທິດ​ສັງຄົມ​ນິຍົມ ນັ້ນ​ເປັນ​ສິ່ງ​ທີ່​ບໍ່​ອາດ​ປະຕິ​ເສດ​ໄດ້. ​ໃນ​ຂະ​ບວນວິວັດ​ແຫ່ງ​ການ​ກໍ່​ຕັ້ງແລະພັດທະນາ ລັດ​ວິ​ສາ​ຫະກິດກໍ່ພົບ​ຄວາມ​ຫຍຸ້ງຍາກ​ແລະ​ສິ່ງ​ທ້າ​ທາຍ​ຫຼາຍ​ຢ່າງ, ນັ້ນ​ກໍ່​ເປັນ​ສິ່ງ​ຈຳ​ເປັນ, ບໍ່​ອາດ​ຈະ​ຫຼີກ​ລ່ຽງ​ໄດ້​ໃນ​ເສັ້ນທາງ​ແຫ່ງ​ການຢັ້ງຢືນ​ຕົນ​ເອງ.

​ເພື່ອ​ໃຫ້ລັດ​ວິ​ສາ​ຫະກິດ​ເປັນ “ຫົວ​ລົດ​ໄຟ” ຂອງ​ພື້ນຖານ​ເສດຖະກິດ

ທາງ​ດ້ານ​ຄວາມ​ຮັບ​ຮູ້, ພວກ​ເຮົາ​ລ້ວນ​ແຕ່​ເຫັນ​ແຈ້ງວ່າ​ ເສດຖະກິດ​ລັດວິ​ສາ​ຫະກິດ​ມີ​ບົດບາດ​ສຳຄັນ​ທີ່​ສຸດ ພ້ອມ​ກັນ​ກັບ​ເສດຖະກິດ​ສະຫະກອນ​ເປັນ​ຮາກ​ຖານ​ຂອງ​ເສດຖະກິດ​ສັງຄົມ​ນິຍົມ. ພຽງ​ແຕ່​​ເມື່ອທັງ​ສອງ​ພາກສ່ວນ​ເສດຖະກິດ​ນີ້​ເຄື່ອນ​ໄຫວ​ຢ່າງ​ມີ​ປະສິດທິ​ຜົນເທົ່າ​ນັ້ນ ພື້ນຖານ​ເສດຖະກິດ​ສັງຄົມ​ນິຍົມຈຶ່ງ​​ເປັນ​ຮູບ​ເປັນ​ຮ່າງ​ຂຶ້ນຢ່າງສົມບູນ. ​ແຕ່​ໃນ​ສະ​ໄໝ​ແຫ່ງ​ການ​ຂ້າມ​ຜ່ານ​ຂຶ້ນສູ່ສັງຄົມ​ສັງຄົມ​ນິຍົມ, ພື້ນຖານ​ເສດຖະກິດ​ຂອງ​ພວກ​ເຮົາ​ມີ​ການ​ແຊກ​ຊ້ອນ​ກັນ​ລະຫວ່າງ​ບັນ​ດາ​ພາກສ່ວນ​ເສດຖະກິ​ດ ​ແລະ ຈະ​ບໍ່​ມີ​ພາກສ່ວນ​ເສດຖະກິດ​ໃດ​ໄດ້​ຮັບ​ການ​ນັບຖື​ເປັນ​ເອກ ​ແລະ​ຕົ້ນຕໍ​ ໃນພື້ນຖານ​ເສດຖະກິດ. ດັ່ງ​ນັ້ນ, ການ​ແຂ່ງຂັນ​ເພື່ອ​ຢັ້ງຢືນ​ບົດບາດຂອງ​ເສດຖະກິດ​ລັດ​ວິ​ສາ​ຫະກິດພວມ​ສະ​ແດງ​ອອກ​ຢ່າງ​ສັບສົນ​ແລະ​ຫຍຸ້ງຍາກ​ທີ່​ສຸດ.

​ໃນ​ຄວາມ​ຮັບ​ຮູ້​ໃໝ່​ດ້ວຍ​ເນື້ອ​ໃນທີ່​ກວ້າງ​ກວ່າຄື ​ເສດຖະກິດ​ຂອງ​ລັດ ​ເຊິ່ງ​ໃນ​ນັ້ນລັດ​ວິ​ສາ​ຫະກິດມີ​ບົດບາດ​ສຳຄັນ, ພ້ອມ​ກັບ​ບັນດາ​ຊັບພະຍາກອນ​ເສດຖະກິດການ​ເງິນ​ອື່ນ, ​ເຊັ່ນ​ງົບປະມານຂອງ​ລັດ, ບັນດາ​ກອງ​ທຶນ​ການ​ເງິນ ​ແລະບັນດາ​ແຫຼ່ງພະລັງຊັບ​ພະຍາກອນ, ບໍ່​ແຮ່, ທີ່​ດິນທີ່​ຂຶ້ນ​ກັບ​ກຳມະສິດ​ທົ່ວ​ປວງ​ຊົນ, ມັນ​ເປັນອັນ​ຈະ​ແຈ້ງວ່າ​ເສດຖະກິດ​ຂອງ​ລັດ​ຈະ​ຖື​ບົດ​ບາດ​ເປັນ​ເຈົ້າພາ​ທາງ​ໃນ​ພື້ນຖານ​ເສດຖະກິດ, ບໍ່​ມີ​ພາກສ່ວນ​ເສດຖະກິດ​ໃດ​ທີ່​ສາມາດ​ປຽບທຽບ​ໄດ້. ພ້ອມ​ກັບ​ບັນດາ​ນະ​ໂຍບາຍ​ຂອງ​ລັດ, ​ເສດຖະກິດ​ຂອງ​ລັດ​ຈະ​ຊັກ​ຈູງ​ພື້ນຖານ​ເສດຖະກິດ​ໃຫ້​ພັດທະນາ​ຕາມທິດ​ທາງ​ສັງຄົມ​ນິຍົມ. ຄວາມ​ຈິງ ນັ້ນ​ແມ່ນ​ສາຍ​ພົວພັນ​ລະຫວ່າງ​ການ​ເມືອງ​ແລະ​ເສດຖະກິດ, ລະຫວ່າງ​ໂຄງ​ບົນ ​ແລະ​ໂຄງ​ລ່າງ. ສາຍ​ພົວພັນ​ນີ້​ໄດ້​ຖືກ​ກຳນົດ​ໂດຍບັນດາ​ນັກຄລາສສິກ​ຂອງ​ລັດ​ທິມາກ-​ເລ​ນິນ. ​ເຖິງ​ຢ່າງ​ນັ້ນ​ກໍ່ຕາມ, ​ເສດຖະກິດ​ຂອງ​ລັດ​ຢາກ​ຖື​ບົດບາດ​ເປັນ​ເຈົ້າພາ​ທາງ, ຊັກ​ຈູງ​ພື້ນຖານ​ເສດຖະກິດ, ດ້ວຍ​ບົດບາດ​ຫຼັກ​​ແຫຼ່ງຂອງລັດ​ວິ​ສາ​ຫະກິດ, ​ແມ່ນ​ເສດຖະກິດຂອງ​ລັດ​ຕ້ອງ​ເອົາ​ຊະນະ​ຕົນ​ເອງ​ເພື່ອບືນ​ຕົວ​ຂຶ້ນ, ຊ້ຳບໍ່​ໜຳ​ຍັງ​ຕ້ອງ​ຫັນປ່ຽນ​ພາກສ່ວນ​ໜຶ່ງ​ເປັນທຶນ​ນິຍົມ​ແຫ່ງ​ລັດ, ລົງທຶນ​ຊື້​ຫຸ້ນ​ຂອງ​ວິ​ສາ​ຫະກິດ ຫຼືດຳ​ເນີນ​ການ​ຫັນ​ເປັນ​ຫຸ້ນ​ສ່ວນ. ດ້ວຍ​ການ​ເຂົ້າ​ຮ່ວມ​ມຄື​ແນວ​ນັ້ນ, ຄື​ທີ່​ທ່ານ ວ.ອີ.​ເລ​ນິນ​ ໄດ້​ເວົ້າ, ​ໃນ “ທຶນ​ນິຍົມ​ແຫ່ງ​ລັ​ດ” ​ໄດ້​ມີ “ສາມ​ສ່ວນ​ສີ່​​ແມ່ນ​ສັງຄົມ​ນິຍົມ”. ບັນດາ​ປະ​ເທດ​ທີ່​ຈາກ​ການ​ຜະລິດ​ນ້ອຍຂຶ້ນ​ສູ່​ສັງຄົມ​ນິຍົມ​ໂດຍ​ບໍ່​ຜ່ານ​ໄລ​ຍະພັດທະນາ​ທຶນ​ນິຍົມ​ນັ້ນ ຈຳ​ເປັນ​ຕ້ອງຜ່ານ “ສອງ​ສະຖານີ” ຄື “ລັດທິ​ທຶນ​ນິຍົມ​ແຫ່ງ​ລັດ ​ແລະ ການກວດ​ສອບ-ກວດກາ”. ລັດ​ທິທຶນ​ນິຍົມ​ແຫ່ງ​ລັດ​ດ້ວຍ​ການ​ເຂົ້າ​ຮ່ວມ​ທຶນ​ປະສົມ​ຂອງ​ລັດ​ແລະ​ເອກະ​ຊົນ ​ແມ່ນ​ໄລຍະ​ຂ້າມ​ຜ່ານ​ໜຶ່ງ, ​ເພື່ອ​ນຳ​ໃຊ້​ຊັບພະຍາກອນ​ເງິນ​ທຶນ​ຂອງ​ສັງຄົມ​ໄດ້​ຢ່າງ​ຂະຫຍັນ​ຂັນ​ເຄື່ອນ​ແລະ​ມີ​ປະສິດທິ​ຜົນ​ກວ່າ. ດັ່ງ​ນັ້ນ, ຕ້ອງ​ຮັບ​ຮູ້​ວ່າ, ລັດ​ວິ​ສາ​ຫະກິດບໍ່​ພຽງ​ແຕ່​ແມ່ນວິ​ສາ​ຫະກິດ​ທີ່​ມີ​ທຶນ​ຂອງ​ລັດ 100% ຫາກ​ນັບ​ທັງບັນດາ​ວິ​ສາ​ຫະກິດທີ່​ລັດ​ກຳ​ຫຸ້ນ​ສ່ວນຊີ້​ຂາດ.

ທາງ​ດ້ານ​ພຶດຕິ​ກຳ, ​ຢູ່ໃນ​ໂລກ, ລັດ​ວິ​ສາ​ຫະກິດ​ແມ່ນ​ປະ​ເພດ​ວິ​ສາ​ຫະກິດ​ທີ່​ແຜ່​ຫຼາຍ​ຢູ່ຫຼາຍ​ປະ​ເທດ​ທຶນ​ນິຍົມທີ່​ຈະ​ເລີ​ນພັດທະນາ​ເຊັ່ນ ອາ​ເມ​ລິ​ກາ, ​ເຢຍລະ​ມັນ, ອັງກິດ, ຝະລັ່ງ, ນູ​ແວນ​ເຊ​ລັງ,... ສ່ວນ​ຫຼາຍ​ແມ່ນ​ມີ​ຂະໜາດ​ໃຫຍ່ ​ຫຼື​ໃຫຍ່​ທີ່​ສຸດ, ​ເປັນ​ຕົ້ນ​ແມ່ນ​ໃນ​ການ​ພັດທະນາ​ແລະ​ຂຸດ​ຄົ້ນ​ໂຄງ​ສ້າງ​ພື້ນຖານ​ເຕັກນິກ, ຂຸດ​ຄົ້ນ​ແຮ່​ທາດ, ການ​ເງິນ, ສິ່ງ​ແວດ​ລ້ອມ, ​ໄປ​ຊະນີ​ໂທລະ​ຄົມມະນາຄົມ, ການ​ບໍລິການ​ສາທາລະນະ... ຊ້ຳ​ບໍ່​ໜຳ, ຢູ່​ບາງ​ປະ​ເທດ, ລັດ​ວິ​ສາ​ຫະກິດພາຍຫຼັງ​ທີ່​ໄດ້​ຫັນ​ເປັນ​ຫຸ້ນ​ສ່ວນ, ​ໂອນ​ໃຫ້​ເອກະ​ຊົນ​ຄຸ້ມ​ຄອງ, ​ແຕ່​ບໍ່​ມີ​ປະສິດທິ​ຜົນ, ສ້າງ​ຄວາມ​ຮ້ອນ​ເຄື່ອງ​ໃຫ້​ສັງຄົມ, ມັນ​ກໍ່​ຖືກ​ໄຖ່​ຖອນ​ໂດຍ​ລັດ​ເພື່ອ​ຈັດ​ຕັ້ງ​ການ​ຂຸດ​ຄົ້ນ, ຮັບ​ໃຊ້​ໃຫ້​ສັງຄົມ.

ກ່ຽວ​ກັບ​ການກຳນົດ​ທິດ​ພັດທະນາລັດ​ວິ​ສາ​ຫະກິດກໍ່​ໄດ້​ຮັບ​ການ​ສະຫຼຸບ​ສັງ​ລວມ, ຖອດ​ຖອນ​ບົດຮຽນ​ຜ່ານ​ແຕ່ລະ​ໄລຍະ​ຢູ່​ປະ​ເທດ​ເຮົາ. ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ VI ຂອງ​ພັກຂີດ​ໝາຍ​ບາດ​ລ້ຽວພື້ນຖານ​ໃນ​ການ​ປ່ຽນ​ແປງ​ໃໝ່​ເສດຖະກິດ​ເວົ້າ​ລວມ, ​ໃນ​ນັ້ນ​ມີ​ບັນດາ​ວິ​ສາ​ຫະກິດ​ຂອງ​ລັດ. ​ເອກະສານ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ VI ​ໄດ້​ລະບຸ: “ຕ້ອງ​ປ່ຽນ​ແປງ​ໃໝ່​ກົນ​ໄກ​ຄຸ້ມ​ຄອງ, ຮັບປະກັນ​ໃຫ້​ບັນດາໜ່ວຍ​ເສດຖະກິດ​ລັດ​ວິ​ສາ​ຫະກິດ​ມີ​ສິດ​ເປັນ​ເຈົ້າ​ດ້ວຍ​ຕົນ​ເອງ, ຫັນປ່ຽນ​ຢ່າງ​ແທ້​ຈິງ​ມາ​ໃຊ້​ການ​ໄລ່​ລຽງ​ທຸລະ​ກິດສັງຄົມ​ນິຍົມ, ຟື້ນ​ຟູ​ລະບຽບ​ວິ​ໄນ​ໃນ​ການ​ເຄື່ອນ​ໄຫວ​ເສດຖະກິດ...”. ຫຼັງ​ຈາກ​ນັ້ນ, ຜ່ານ​ກອງ​ປະຊຸມ​ໃຫຍ່​ສະ​ໄໝ​ຕ່າງ​ໆ, ພັກ​ເຮົາ​ໄດ້​ມີ​ມະຕິ, ຂໍ້​ສະຫຼຸບ​ຫຼາຍ​ສະບັບທີ່​ສະ​ແດງ​ໃຫ້​ເຫັນ​ເຖິງ​ລັກ​ສະ​ນະ​ບໍ່​ປ່ຽນ​ແປງ ​ແລະການ​ພັດທະນາຢ່າງ​ປະດິດ​ສ້າງ​ໃນ​ບັນດາ​ທັດສະນະ, ​ແຜນ​ນະ​ໂຍບາຍ, ຈຸດປະສົງ, ລະດັບ​ຄາດໝາຍ, ໜ້າ​ທີ່​ຂອງ​ການ​ສືບ​ຕໍ່​ຈັດ​ວາງ​ສັບ​ຊ້ອນ​ແລະ​ປ່ຽນ​ແປງ​ໃໝ່ລັດ​ວິ​ສາ​ຫະກິດ.

ມະຕິ​​ເລກທີ 12-NQ/TW ທີ່ຖືກ​ຮັບຮອງ​ຜ່ານ​ໂດ​ຍກອງ​ປະຊຸມ​ສູນ​ກາງ​ພັກ​ຄັ້ງ​ທີ 5 ສະ​ໄໝ​ທີ XII, ວັນ​ທີ 3 ມິຖຸນາ 2017, ວ່າ​ດ້ວຍ​ການສືບ​ຕໍ່ປັບ​ໂຄງ​ສ້າງ, ປ່ຽນແປງໃໝ່ ແລະຍົກສູງປະສິດທິຜົນຂອງລັດວິສາຫະກິດ, ກຳ​ນົດ​ໜຶ່ງ​ໃນ​ບັນດາ​ທັດສະນະ​ຊີ້​ນຳ​ຄື: “ລັດ​ວິ​ສາ​ຫະກິດ​ເຄື່ອນ​ໄຫວ​ຕາມ​ກົນ​ໄກ​ຕະຫຼາດ, ​ເອົາ​ປະສິດທິ​ຜົນ​ເສດຖະກິດ​ເປັນ​ບັນທັດຖານ​ການ​ປະ​ເມີ​ນຕົ້ນ​ຕໍ, ​ເປັນ​ເຈົ້າ​ຕົນ​ເອງ, ຮັບຜິດຊອບ​ດ້ວຍ​ຕົນ​ເອງ, ​ແຂ່ງຂັນ​ແບບ​ສະ​ເໝີ​ພາບ​ກັບ​ວິ​ສາ​ຫະກິດ​ສັງກັດ​ພາກ​ສ່ວນ​ເສດຖະກິດ​ອື່ນ ຕາມ​ກົດໝາຍ. ຮັບປະກັນ​ຄວມ​ເປີດ​ເຜີຍ, ​ໂປ່​ງ​ໃສ ​ແລະ​ຄວາມ​ຮັບຜິດຊອບ​ອະທິບາຍ​ລາຍ​ງານຂອງ​ລັດ​ວິ​ສາ​ຫະກິດ. ຈຳ​ແນ​ກ​ແຍກ​ໜ້າ​ທີ່ຂອງ​ລັດ​ວິ​ສາ​ຫະກິດທີ່ທຳ​ການ​ຜະລິດ ທຸລະ​ກິດ​ສິນຄ້າ, ບໍລິການທຳ​ມະ​ດາ ກັບໜ້າ​ທີ່​ຂອງ​ລັດ​ວິ​ສາ​ຫະກິດທີ່​ທຳການ​ຜະລິດ, ສະໜອງ​ສິນຄ້າ ບໍລິການ​ສາທາລະນະ”. ພ້ອມ​ກັນ​ນັ້ນ, ມະຕິ​ໄດ້​ສະ​ເໜີ​ມາດ​ຕະການ​ປ່ຽນ​ແປງ​ໃໝ່ກົນ​ໄກ, ນະ​ໂຍບາຍ​ເພື່ອ​ໃຫ້ລັດ​ວິ​ສາ​ຫະກິດ​ເຄື່ອນ​ໄຫວ​ຕາມ​ກົນ​ໄກ​ຕະຫຼາດ​ຢ່າງ​ແທ້​ຈິງ, ມຸ່ງ​ສູ່​ການ​ຮັບປະກັນ​ຄວາມ​ສະ​ເໝີ​ພາບ​ລະຫວ່າງລັດ​ວິ​ສາ​ຫະກິດ ​ແລະ​ວິ​ສາ​ຫະກິດ​ທີ່​ສັງກັດ​ພາກສ່ວນ​ເສດຖະກິດ​ອື່ນ, ຮັບປະກັນ​ສິດ​ເປັນ​ເຈົ້າ​ຕົນ​ເອງ, ຮັບຜິດຊອບ​ດ້ວຍ​ຕົນ​ເອງ​ຂອງລັດ​ວິ​ສາ​ຫະກິດ, ການ​ພົວພັນ​ລະຫວ່າງ​ລັດ​ແລະລັດ​ວິ​ສາ​ຫະກິດມີ​ຄວາມ​ຈະ​ແຈ້ງ​ກວ່າ​ເກົ່າ​ຕາມ​ກົນ​ໄກ​ຕະຫຼາດ ​ແນ​ໃສ່​ຮັບປະກັນ​ປະສິດທິ​ຜົນ​ສູງ​ສຸດ​ຂອງລັດ​ວິ​ສາ​ຫະກິດ.

​ເພື່ອ​ບັນລຸ​ເຖິງ​ເປົ້າ​ໝາຍ​ສັງ​ລວມຄື “ປັບ​ໂຄງ​ສ້າງ, ປ່ຽນ​ແປງ​ໃໝ່ ​ແລະ​ຍົກ​ສູງ​ປະສິດທິ​ຜົນ​ຂອງ​ລັດ​ວິ​ສາ​ຫະກິດ ບົນ​ພື້ນຖານ​ເຕັກ​ໂນ​ໂລ​ຊີ​ທັນ​ສະ​ໄໝ, ຄວາມ​ສາມາດ​ປ່ຽນ​ແປງ​ໃໝ່​ປະດິດ​ສ້າງ, ບໍລິຫານ​ຈັດການ​ຕາມ​ມາດຕະຖານ​ສາກົນ, ​ແນ​ໃສ່​ລະດົມ ​ແຈກ​ຢາຍ ​ແລະ​ນຳ​ໃຊ້ຊັບພະຍາກອນ​ສັງຄົມ​ຢ່າງ​ມີ​ປະສິດທິ​ຜົນ, ຮັກສາ​ແລະ​ພັດທະນາ​ເງິນ​ທຶນ​ຂອງ​ລັດ​ຢູ່​ໃນ​ວິ​ສາ​ຫະກິດ ​ເພື່ອ​ໃຫ້​ລັດ​ວິ​ສາ​ຫະກິດສາມາດ​ຮັກສາ​ທີ່​ຕັ້ງ​ຫຼັກ​ໄດ້​ຢ່າງ​ໝັ້ນຄົງ ​ແລະ​ເປັນ​ກຳລັງ​ວັດຖຸ​ທີ່​ສຳຄັນ​ຂອງ​ເສດຖະກິດ​ຂອງ​ລັດ, ປະກອບສ່ວນ​ຊຸກຍູ້​ການ​ພັດທະນາ​ເສດຖະກິດ ​ແລະ​ປະຕິບັດ​ຄວາມ​ກ້າວໜ້າ, ຄວາມ​ຍຸຕິ​ທຳ​ທາງ​ສັງຄົມ”, ​ແມ່ນຈຳ​ເປັນ​ຕ້ອງຈັດ​ວາງ​ສັບ​ຊ້ອນ​ລະບົບລັດ​ວິ​ສາ​ຫະກິດຄືນ​ໃໝ່​ຕາມ​ກົນ​ໄກ​ຕະຫຼາດ, ຍູ້​ແຮງ​ການ​ຫັນ​ລັດ​ວິ​ສາ​ຫະກິດເປັນ​ຫຸ້ນ​ສ່ວນ, ລັດ​ພຽງ​ແຕ່​ກຳຂະ​ແໜງ​ການ​ແລະ​ຂົງ​ເຂດສຳຄັນ​ທີ່​ເປັນ​ແກນ​ຫຼັກ​ຂອງ​ເສດຖະກິດ​ຂອງ​ປະ​ເທດ. ​ໃນ​ການ​ຫັນ​ເປັນ​ຫຸ້ນ​ສ່ວນ, ລັດ​ອາດ​ຈະ​ຂາຍ​ຫຸ້ນ​ສ່ວນ​ທັງ​ໝົດ ຫຼື​ຖື​ຫຸ້ນ​ສ່ວນ​ຊີ້ຂາດ ຫຼື​ເຂົ້າ​ຮ່ວມ​ຫຸ້ນ​ສ່ວນ​ເພື່ອ​ຊັກ​ຈູງ​ວິ​ສາ​ຫະກິດ, ຖື​ຫຸ້ນ​ສ່ວນ​ບໍ່​ຊີ້​ຂາດຫຼື​ໂອນ​ເປັນ​ວິ​ສາ​ຫະກິດສາທາລະນະ. ​ແຕ່, ລັດ​ອາດ​ຈະ​ຮັກສາ​ທຶນ​ປະກອບ​ໃນ​ວິ​ສາ​ຫະກິດ​ຈຳນວນ​ໜຶ່ງ​ທີ່​ເຄື່ອນ​ໄຫວມີ​ປະສິດທິ​ຜົນ​ແທ້​ຈິງ ​ເພື່ອ​ເກັບ​ລາຍ​ໄດ້​ຈາກ​ເງິນ​ປັນ​ຜົນ, ​ເພີ່ມ​ເຕີມ​ໃສ່​ງົບ​ປະມານ​ຂອງ​ລັດ, ​ໃຊ້​ຈ່າຍ​ໃຫ້​ແກ່​ການ​ຮັກສາ​ຄວາມ​ປອດ​ໄພ​ແລະ​ສະ​ວັດ​ດີກາ​ນສັງຄົມ.

ຕ້ອງ​ສື​ບຕໍ່​ປັບປງບູລະນະ​ນະ​ໂຍບາຍ, ກົດໝາຍ​ກ່ຽວ​ກັບ​ການ​ຄຸ້ມ​ຄອງ ນຳ​ໃຊ້​ເງິນ​ທຶນ ຊັບ​ສິນ​ຂອງ​ລັດ​ຢູ່​ວິ​ສາ​ຫະກິດ ​ໃຫ້​ຄົບ​ຊຸດ, ຄົບ​ຖ້ວນ, ທັນ​ການ, ມີ​ຄຸນ​ນະພາ​ບ, ບົນ​ພື້ນຖານ​ຮີບ​ສະຫຼຸບ​ສັງ​ລວມ, ຕີ​ລາຄາ ​ແລະລາຍ​ງານ​ໃຫ້​ສະພາ​ແຫ່ງ​ຊາດ ​ເພື່ອປັບປຸງ ​ເພີ່ມ​ເຕີມ​ບັນດາ​ກົດໝາຍ​ທີ່​ກ່ຽວ​ຂ້ອງ, ພິ​ເສດ​ແມ່ນ​ຕ້ອງ​ຄົ້ນ​ຄວ້າດັດ​ແປງ​ມາດຕະຖານລັດ​ວິ​ສາ​ຫະກິດ ຕາມ​ມະຕິ​ເລກທີ 12-NQ/TW, ບໍ່​ໃຫ້​ເກີດ​ມີ​ຊ່ອງ​ວ່າງ​ທາງ​ກົກ​ໝາຍກ່ຽວ​ກັບ​ການ​ຄຸ້ມ​ຄອງ ນຳ​ໃຊ້​ເງິນ​ທຶນ ຊັບ​ສິນ​ຂອງ​ລັດຢູ່​ໃນ​ວິ​ສາ​ຫະກິດ​ທີ່​ລັດ​ຖື​ຫຸ້ນ, ມີ​ຫຸ້ນ​ສ່ວນ​ຊີ້​ຂາດ. ພວກ​ເຮົາ​ປະພຶດ​ຕໍ່ລັດ​ວິ​ສາ​ຫະກິດຢ່າງ​ສະ​ເໝີ​ພາບ​ກັບ​ບັນດາ​ວິ​ສາ​ຫະກິດ​ສັງກັດ​ພາກສ່ວນ​ເສດຖະກິດ​ອື່ນ, ​ແຕ່​ຕ້ອງ​ຄຸ້ມ​ຄອງລັດ​ວິ​ສາ​ຫະກິດ​ຕາມ​ກົນ​ໄກ​ສະ​ພາະຕ່າງຫາກ, ຍ້ອນ​ວ່າ​ມັນ​ແມ່ນ​ເງິນ​ທຶນ​ແລະ​ຊັບ​ສິນ​ຂອງ​ລັດ, ​ແມ່ນ​ຂອງ​ກຳມະສິດ​ທົ່ວ​ປວງ​ຊົນ.

ຕ້ອງ​ແບ່ງ​ງານມອບ​ໜ້າ​ທີ່ ​ແລະ​ຊີ້​ນຳ​ໃຫ້​ແຕ່​ລະ​ກະຊວງ​ປະຕິບັດ​ບົດບາດຄຸ້ມ​ຄອງ​ລັດ​ໃນຂະ​ແໜງການ ຂົງ​ເຂດ​ທີ່​ກະຊວງ​ຮັບຜິດຊອບ, ​ແກ້​ໄຂ​ກຳຈັດ​ສິ່ງ​ຄົງ​ຄ້າງ, ສຳ​ຫຼວດກວດກາຄວາມ​ຜິດພາດ​ຂອງ​ບັນດາ​ກະຊວງ​ໃນ​ເວລາ​ທີ່​ຜ່ານ​ມາ. ສືບ​ຕໍ່​ຊີ້​ນຳ​ການ​ກຳຈັດ​ດັດ​ແກ້​ຢ່າງ​ເຂັ້ມ​ງວດຕໍ່​ຄວາມ​ຜິດພາດຕ່າງໆ​ໃນ​ການຄຸ້ມ​ຄອງ ນຳ​ໃຊ້​ເງິນ​ທຶນ ຊັບ​ສິນ​ຂອງ​ລັດຢູ່​ວິ​ສາ​ຫະກິດ ​ແລະ​ໃນ​ການ​ຫັນລັດ​ວິ​ສາ​ຫະກິດ​ເປັນ​ຫຸ້ນ​ສ່ວນ; ຊີ້​ນຳ​ໃຫ້​ບັນດາ​ກະຊວງ ຂະ​ແໜງ​ການປະຕິບັດ​ຂໍ້​ສະຫຼຸບ​ຂອງ​ອົງການ​ກວດກາ​ຂອງລັດຖະບານ ​ແລະອົງການ​ກວດ​ສອບ​ຂອງ​ລັດ.

ສືບ​ຕໍ່​ປັບປຸງ​ການ​ເຄື່ອນ​ໄຫວ​ຂອງ​ບັນດາ​ກຸ່ມ​ເສດຖະກິດ, ສະຫະ​ບໍລິສັດ​ຂອງ​ລັດ ຕາມ​ມະຕິ​ຂອງ​ພັກ ​ແລະ​ສະພາ​ແຫ່ງ​ຊາດ. ​ແກ້​ໄຂຈັດການ​ຢ່າງ​ເຂັ້ມ​ງວດຕໍ່​ບັນດາລັດ​ວິ​ສາ​ຫະກິດ, ບັນດາ​ໂຄງການ​ລົງທຶນ​ທີ່ຊັກ​ຊ້າ,  ຂາດທຶນ, ປະສິດທິ​ຜົນ​ຕ່ຳ. ພິຈາລະນາ​ກົນ​ໄກ, ນະ​ໂຍບາຍ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ຕ່າງໆ​ທາງ​ດ້ານ​ການ​ເງິນ, ​ແຮງ​ງານ, ນະ​ໂຍບາຍ​ວິທະຍາສາດ-​ເຕັກ​ໂນ​ໂລ​ຊີ... ​ແນ​ໃສ່​ຍົກ​ສູງ​ຄຸນ​ນະພາ​ບ, ປະສິດທິ​ຜົນ​ການ​ເຄື່ອນ​ໄຫວ​ຂອງ​ບັນດາ​ວິ​ສາ​ຫະກິດ​ທີ່​ໄດ້​ປັບ​ໂຄງ​ສ້າງ​ຄືນ​ໃໝ່​ແລ້ວ​ ແຕ່ສະພາບ​ການ​ຜະລິດ ທຸລະ​ກິດ​ຍັງ​ບໍ່​ທັນ​ດີ​ຂຶ້ນ.

ປັບປຸງ​ບູລະນະ​ການຈັດ​ຕັ້ງ​ກົງ​ຈັດ, ກຳນົດ​ແຈ້ງສິດ​ຂອບ​ເຂດ, ຄວາມ​ຮັບຜິດຊອບຂອງ​ຄະນະ​ກຳມາ​ທິການ​ຄຸ້ມຄອງ​ເງິນ​ທຶນ​ຂອງ​ລັດ​ຢູ່​ວິ​ສາ​ຫະກິດ ​ແນ​ໃສ່ຈຳ​ແນ​ກ​ແຍກ​ພາລະ​ບົດບາດຜູ້ຕາງໜ້າ​ຂອງເຈົ້າ​ຂອງ ​ແລະ​ພາລະ​ບົດບາດຄຸ້ມ​ຄອງຂອງ​ອົງການ​ຄຸ້ມ​ຄອງ​ລັດ​ຕໍ່ລັດ​ວິ​ສາ​ຫະກິດ. ສະຫຼຸບ​ສັງ​ລວມ, ຕີ​ລາຄາ​ຮູບ​ແບບ​ເຄື່ອນ​ໄຫວ ​ແລະ​ພາລະ​ບົດບາດ, ໜ້າ​ທີ່​ຂອງສະຫະ​ບໍລິສັດ​ລົງທຶນ ​ແລະທຸລະ​ກິດ​ເງິນ​ທຶນຂອງ​ລັດ ​ເພື່ອ​ຮັບປະກັນ​ການ​ປະຕິບັດ​ຕາມ​ແຜນ​ນະ​ໂຍບາຍຖອນ​ທຶນ​ຂອງ​ລັດ​ອອກ​ຈາກ​ຂົງ​ເຂດທີ່ລັດ​ບໍ່​ຈຳ​ເປັນ​ຕ້ອງ​ລົງທຶນ.

​ເພີ່ມ​ທະວີ​ວຽກ​ງານ​ກວດກາ, ກວດ​ສອບ, ຕິດຕາມ​ກວດ​ກາການ​ປະຕິບັດ​ນະ​ໂຍບາຍ, ກົດໝາຍກ່ຽວ​ກັບ​ການ​ຄຸ້ມ​ຄອງ​ເງິນ​ທຶນ, ຊັບ​ສິນ​ຂອງ​ລັດ​ຢູ່​ວິ​ສາ​ຫະກິດ ​ແລະການ​ຫັນລັດ​ວິ​ສາ​ຫະກິດ​ເປັນ​ຫຸ້ນ​ສ່ວນ. ຢືນຢັນ​ການ​ກວດກາ​ດ້ວຍ​ຕົນ​ເອງມີ​ບົດບາດ​ສຳຄັນ ຮັບປະກັນພູມ​ຕ້ານທານ​ຂອງ​ວິ​ສາ​ຫະກິດ ​ໂດຍ​ຜ່ານ​ການ​ກວດກາ​ພາຍ​ໃນ​ຢ່າງ​ເປີດ​ເຜີຍ ​ໂປ່​ງ​ໃສ ​ແລະ​ຖື​ວ່າ​ນີ້​ເປັນ​ບັນຫາການ​ຢູ່​ລອດ​ຂອງລັດ​ວິ​ສາ​ຫະກິດ.

ປ່ຽນ​ແປງ​ໃໝ່ຮູບ​ແບບ​ການຈັດ​ຕັ້ງ ​ແລະ​ແບບ​ວິທີ​ການ​ນຳພາ​ຂອງອົງການ​ຈັດ​ຕັ້ງ​ພັກ, ການ​ເຄື່ອນ​ໄຫວ​ຂອງ​ບັນດາ​ອົງການ​ຈັດ​ຕັ້ງ​ການ​ເມືອງ-ສັງຄົມ, ອາຊີບ ​ຢູ່​ວິ​ສາ​ຫະກິດ; ຍົກ​ສູງ​ປະສິດທິ​ຜົນ​ການ​ເຄື່ອນ​ໄຫວ​ຂອງ​ບັນດາ​ອົງ​ການຈັດ​ຕັ້ງ, ອົງຄະ​ນະມະ​ຫາ​ຊົນ ​ແນ​ໃສ່​ປົກ​ປ້ອງ​ສິດ​ແລະ​ຜົນ​ປະ​ໂຫຍ​ດທີ່​ຖືກ​ກົດໝາຍ, ຊອບ​ທຳ​ຂອງ​ຜູ້​ອອກ​ແຮງ​ງານ​ໃນລັດ​ວິ​ສາ​ຫະກິດ.

ບັນດາ​ກຸ່ມ​ເສດຖະກິດ, ສະຫະ​ບໍລິສັດ​ຂອງ​ລັດ ຕ້ອງ​ປ່ຽນ​ແປງ​ໃໝ່​ຈິນຕະນາການ, ວິທີ​ນຶກ​ຄິດ, ວິທີ​ເຮັດ​ດ້ວຍ​ຕົນ​ເອງ​ໃນ​ສະຖານະ​ການ​ໃໝ່. ສືບ​ຕໍ່​ປ່ຽນ​ແປງ​ໃໝ່ການ​ບໍລິຫານ​ວິ​ສາ​ຫະກິດ, ປັບ​ປຸງ​ບູລະນະກົງຈັກ​ຄຸ້ມ​ຄອງ, ​ເພີ່ມ​ທະວີ​ການ​ບຳລຸງ​ສ້າງ ຝຶກ​ອົບຮົມ​ຍົກ​ສູງ​ລະດັບຂອງ​ພະນັກງານ​ຄຸ້ມ​ຄອງ​ວິ​ສາ​ຫະກິດ ຕອບສະໜອງ​ຄວາມ​ຕ້ອງການບໍລິຫານ​ຈັດການ​ໃນ​ກົນ​ໄກຕະຫຼາດ, ຄັດ​ເລືອກ​ພະນັກງານ​ທີ່​ໄດ້​ຜ່ານ​ບັນດາ​ຕຳ​ແໜ່​ງວຽກ​ງານ​ຄຸ້ມຄອງ, ຜ່ານ​ການ​ທົດ​ສອບ​ໃນ​ພຶດຕິ​ກຳ, ມີ​ຄວາມ​ສາມາດ​ຢ່າງ​ແທ້​ຈິງ ​ເພື່ອ​ໃຫ້​ນຳພາລັດ​ວິ​ສາ​ຫະກິດ. ກໍ່ສ້າງ​ແຫຼ່ງບຸກຄະລາ​ກອນ, ຖື​ຄຸນ​ນະພາ​ບ​ແຮງ​ງານ​ເປັນທຶນຮອນ​ທີ່​ປະ​ເສີດ​ຂອງ​ວິ​ສາ​ຫະກິດ. ລວມສູນ​ໃສ່​ບັນດາ​ຂະ​ແໜງ​ການ​ທຸລະ​ກິດ​ຕົ້ນຕໍ. ສ້າງ​ແຜນ​ດຳ​ເນີນ​ງານ ​ແລະ​ປະຕິບັດ​ການ​ຖອນ​ທຶນ​ອອກ​ຈາກ​ວິ​ສາ​ຫະກິດ​ທີ່​ລັດ​ໄດ້​ລົງທຶນ, ຮັບປະກັນ​ຄວາມ​ເປີດ​ເຜີຍ ​ໂປ່​ງ​ໃສ, ​ເອົາ​ຜົນ​ປະ​ໂຫຍ​ດສູ​ງສຸດ​ມາ​ໃຫ້​ລັດ. ຕັ້ງໜ້າ​ຜັນ​ຂະຫຍາຍ​ການ​ຄົ້ນຄວ້າ​ປະ​ຢຸກ​ໃຊ້, ນຳ​ໜ້າ​ໃນ​ການ​ປ່ຽນ​ແປງ​ໃໝ່​ວິທະຍາສາດ-​ເຕັກ​ໂນ​ໂລ​ຊີ ​ແລະ​ໃນ​ການ​ປະຕິວັດ​ອຸດສາຫະກຳ​ຄັ້ງ​ທີ​ສີ່, ລົງທຶນ​ປ່ຽນ​ແປງ​ໃໝ່​ເຕັກ​ໂນ​ໂລ​ຊີ, ຜະລິດ​ຕະພັນ, ການ​ບໍລິການ ​ແນ​ໃສ່ຍົກ​ສູງ​ຄຸນຄ່າ​ເພີ່ມ ​ແລະ​ຄວາມ​ສາມາດ​ແຂ່ງຂັນ​ຂອງ​ບັນດາ​ຜະລິດ​ຕະພັນ, ການ​ບໍລິການ./.

​ໂດຍ ຝຸ່ງກວັກ​ຫຽນ

ກຳມະການ​ສູນ​ກາງ​ພັກ, ຮອງ​ປະທານ​ສະພາ​ແຫ່ງ​ຊາດ

------------------------------

ບົດ​ນີ້​ໄດ້​ລົງ​ພິມ​ໃນ​ວາລະສານ​ກອມ​ມູນິດ ສະບັບ​ທີ 907 (​ເດືອນ​ພຶດສະພາ 2018)

Other Stories

ບົດທີ່ມີຜູ້ອ່ານຫລາຍສຸດ

ບົດໃໝ່ສຸດ