ວັນເສົາ, 15/12/2018
ລົງທຶນເຂົ້າໃນທຶນທຳມະຊາດ - ປົກປັກຮັກສາແລະພັດທະນາຊີວະນາໆພັນ ເພື່ອຮັບໃຊ້ໃຫ້ແກ່ການກໍ່ສ້າງຕົວແບບ “ເສດຖະກິດສີຂຽວ” ຢູ່ຫວຽດນາມ
20/8/2018 16:41' ສົ່ງ ພິມ
ພາບປະກອບ. (ພາບ: TTXVN)

ສາຍ​ພົວພັນ​ສະໜິດ​ແໜ້ນ​ລະຫວ່າງ​ການ​ປົກ​ປັກ​ຮັກສາ​ແລະ​ພັດທະນາທຶນ​ທຳ​ມະ​ຊາດ ກັບ “ເສດຖະກິດ​ສີຂຽວ”

ຕາມ​ໂຄງການ​ສິ່ງ​ແວດ​ລ້ອມ​ແຫ່ງ​ສະຫະ​ປະຊາ​ຊາດ (UNEP), ທຶນ​ທຳ​ມະ​ຊາດ​ແມ່ນ​ຊັບ​ສິນ​ຂອງ​ທຳ​ມະ​ຊາດທີ່​ໄດ້​ໃຊ້​ເພື່ອ​ຮັບ​ໃຊ້​ການ​ຜະລິດ ​ແລະການ​ບໍລິ​ໂພ​ກ, ກວມ​ດ້ວຍ​ສັດ ​ແລະບັນດາ​ອົງ​ປະກອບ​ວັດຖຸ​ຂອງ​ທຳ​ມະ​ຊາດ​ເຊັ່ນ ດິນ, ນ້ຳ, ​ແຮ່​ທາດ​ແລະ​ວັດຖຸ​ດິບທີ່​ເປັນ​ແຮ່. ສິນຄ້າ​ແລະ​​ບໍລິການ​ທີ່​ແຫຼ່ງທຶນ​ທຳ​ມະຊາດ​ສະໜອງ​ໃຫ້​ມີ​ຄຸນຄ່າ​ສຳຄັນສຳລັບ​ຊີວິດ​ແລະ​ການ​ພັດທະນາ​ຂອງ​ມະນຸດ, ​ເຊັ່ນສະບຽງ​ອາຫານ, ນ້ຳ, ອາກາດ, ບໍ​ລິກາ​ນທາງ​ວັດທະນະທຳ ຈິດ​ໃຈ ​ແລະ​ຊ່ວຍ​ໃນ​ການ​ດັດ​ປັບ​ວົງ​ຈອນ​ຊີວະ​ທໍລະນີ​ເຄມີ. ທຶນ​ທຳ​ມະ​ຊາດ​ແມ່ນບໍລິການ​ລະບົບ​ນິ​ເວດ​ທີ່​ສະໜອງ​ຜົນ​ປະ​ໂຫຍ​ດ​ເສດຖະກິດ​ຫຼາຍ​ພໍ​ຄວນ(1). ດັ່ງ​ນັ້ນ, ທຶນ​ທຳ​ມະ​ຊາດຍາມ​ໃດ​ກໍ່​ເປັນ​ຮາກ​ຖານ​ໃຫ້​ບັນດາ​ປະ​ເທດ​ພັດທະນາ​ເສດຖະກິດ-ສັງຄົມ ​ແລະ​ຮັບປະກັນ​ຄວາມ​ປອດ​ໄພ​ດ້ານ​ຊີວະ​ພາບ ​ແນ​ໃສ່​ບັນລຸ​ເຖິງ​ເປົ້າ​ໝາຍ​ການພັດທະນາ​ປະ​ເທດ​ແບບ​ຍືນ​ຍົງ.

ຕໍ່ໜ້າ​ສະພາບທຶນ​ທຳ​ມະ​ຊາດພວມຖືກ​ນາບ​ຂູ່​ຍ້ອນ​ຫຼາຍ​ສາ​ເຫດ, ​ເຊັ່ນ ປະຊາກອນ​ເພີ່ມ​ຂຶ້ນ, ຕົວແບບ​ການ​ພັດທະນ​າແລະ​ການ​ບໍລິ​ໂພ​ກທີ່​ບໍ່​ຍືນ​ຍົງ, ມົນລະພິດ​ສິ່ງ​ແວດ​ລ້ອມ ​ແລະຊັບພະຍາກອນ​ຖືກ​ຂຸດ​ຄົ້ນ​ຈົນ​ບົກ​ແຫ້ງ(2), ກອງ​ປະຊຸມ​ຂອງ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ການ​ພັດທະນາ​ແບບ​ຍືນ​ຍົງ, ກອງ​ປະຊຸມ Rio+20 (ເດືອນມິຖຸນາ 2012) ​ໄດ້​ຮຽກຮ້​ອງ “ປະຊາ​ຄົມ​ໂລກ​ຈົ່ງ​ຫັນປ່ຽນ​ຢ່າງ​ໄວ​ໄປ​ສູ່ “​ເສດຖະກິດ​ສີຂຽວ” ​ໃນ​ທົ່ວ​ໂລກ ​ເພື່ອ​ກູ້​ໜ່ວຍ​ພິພົບ​ແລະ​ມະນຸດຊາດ”, ​ເນັ້ນ​ໜັກ​ວ່າ “ເສດ​ຖະກິດ​ສີຂຽວ” ຈະ​ນຳ​ເອົາ​ຄວາມສຸກ​ມາ​ໃຫ້​ມະນຸດ​ແລະຄວາມ​ຍຸດຕິ​ທຳ​ທາງ​ສັງຄົມ, ທັງ​ຫລຸດຜ່ອນ​ຄວາມ​ສ່ຽງ​ທາງດ້ານ​ສິ່ງ​ແວດ​ລ້ອມ ​ແລະວິ​ກິດ​ການ​ທາງ​ນິ​ເວດ​ວິທະຍາ.

“​ເສດຖະກິດ​ສີຂຽວ” ດ້ວຍ​ລັກສະນະ​ການ​ເຕີບ​ໂຕ​ທີ່​ຍືນ​ຍົງ​ຂອງບັນດາ​ສ່ວນ​ປະກອບ​ເສດຖະກິດ, ລວມທັງ​ພະລັງງານ​ທົດ​ແທນ, ການ​ຄົມມະນາຄົມປ່ອຍທາດ​ກາກ​ບອນ​ໜ້ອຍ, ​ເຕັກ​ໂນ​ໂລ​ຊີ​ສະອາດ, ລະບົບ​ຄວບ​ຄຸມສິ່ງ​ເສດ​ເຫຼືອ​ແບບ​ທັນ​ສະ​ໄໝ ປະຢັດ​ພະລັງງານ, ກະສິກຳ-ການ​ປ່າ​​ໄມ້-ການ​ປະມົງ​ແບບ​ຍືນ​ຍົງ, ມີ​ຄວາມ​ສາມາດ​ຮັກສາ ​ແລະ​ເພີ່ມ​ທະວີ​ແຫຼ່ງທຶນ​ທຳ​ມະ​ຊາດ​ຂອງໜ່ວຍ​ໂລກ.

ທາງ​ດ້ານ​ກົງກັນຂ້າມ, ທຶນ​ທຳ​ມະ​ຊາດຈະ​ປະກອບສ່ວນ​ປົກ​ປັກ​ຮັກສາຜົນສຳ​ເລັດ​ຂອງ​ການ​ພັດທະນາ​ເສດຖະກິດ-ສັງຄົມ. ບັນດາ​ລະບົບ​ນິ​ເວດ​ເຊັ່ນ ປ່າຢູ່​ເຂດ​ສູງ, ​ເຂດດິນຊຸ່ມ​ນ້ຳ, ປ່າ​ຊາຍ​ເລັນ ​ແລະຫາດຊາຍ, ໃຫ້ບໍລິການດັດປັບທີ່ມີຄຸນຄ່າທີ່ສຸດ, ຊ່ວຍໜູນຮັບມືກັບການກະທົບຂອງໄພທຳມະຊາດເຊັ່ນ ພາຍຸ ນ້ຳຖ້ວມ ແລະແຫ້ງແລ້ງ. ການຄົ້ນຄວ້າວິໄຈໄດ້ຊີ້ໃຫ້ເຫັນວ່າ, ການເຂົ້າເຖິງທີ່ອີງໃສ່ລະບົບນິເວດເຊັ່ນ ການ​ປົກ​ປັກ​ຮັກສາ​ແລະຟື້ນຟູປ່າໄມ້, ເຂດດິນຊຸ່ມນ້ຳ ແລະຖ່ານຂີ້ຕົມ; ປົກປັກຮັກສາເຂດທະເລ; ໝູນ​ໃຊ້​ບັນດາ​ມາດ​ຕະການ​ກະສິກຳ​ທີ່​ເປັນ​ມິດ​ກັບ​ສິ່ງ​ແວດ​ລ້ອມ ແມ່ນການຮັບມືຢ່າງມີປະສິດທິຜົນທາງ​ດ້ານ​ຄ່າ​ໃຊ້​ຈ່າຍ ​ເພື່ອ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ສະພາບ​ອາກາດ (3).

ຕາມ​ອົງການ​ການ​ສຶກສາ ວິທະຍາສາດ ​ແລະ​ວັດທະນະທຳ​ແຫ່ງ​ສະຫະ​ປະຊາ​ຊາດ (UNESCO, 2011), ບັນດາ​ບ້ວງ "ລົງທຶນ​ສີຂຽວ" ​ໃນ​ບັນດາ​ຂົງ​ເຂດ​ການ​ປ່າ​ໄມ້ ​ແລະກະສິກຳ ຈະ​ຊ່ວຍ​ຕ່າວປິ້ນທ່າ​ອຽງ​ຖົດຖອຍ​ຂອງ​ດິນ​ປ່​າໄມ້​ໃນ​ປະຈຸ​ບັນ, ທົດ​ແທນ​ແຫຼ່ງຊັບພະຍາ​ກອນ​ທີ່​ສຳຄັນ​ນີ້​ປະມານ 4,5 ຕື້​​ເຮກ​ຕາ​ໃນ​ຮອບ 40 ປີ​ຂ້າງ​ໜ້າ. ລົງທຶນ​ເຂົ້າ​ໃນ​ກະສິກຳ​ສີຂຽວທັງ​ຍົກ​ສູງ​ສະມັດ​ຕະພາບ, ຜະລິດ​ສະບຽງ​ອາຫານ​ໄດ້​ຫຼາຍ​ກວ່າ​ອີກ, ທັງ​ຫຼຸດຜ່ອນ 6% ຈຳນວນ​ດິນ​ທີ່​ໃຊ້​ໃຫ້​ແກ່​ການ​ປູດ​ຝັງ, ລ້ຽງສັດ ​ແລະ​ປົວ​ແປງ​ຄຸນ​ນະພາ​ບຂອງ​ດິນ​ກະສິກຳຂຶ້ນ​ຕື່ມ 25% ​ໃນ​ປີ 2050. ນອກຈາກ​ນັ້ນ, ລົງທຶນ​ເພື່ອ​ເພີ່ມ​ແຫຼ່ງສະໜອງ​ນ້ຳ, ​ເປີດ​ກວ້າງ​ຄວາມ​ສາມາດ​ເຂົ້າ​ເຖິງ, ກໍ່​ຄື​ປົວ​ແປງ​ການ​ຄຸ້ມ​ຄອງ ຈະ​ສະໜອງ​ແຫຼ່ງນ້ຳ​ທົ່ວ​ໂລກ​ຕື່ມ​ອີກ 10% ​ໃນ​ສະ​ເພາະ​ໜ້າ​ແລະ​ຍາວ​ນານ, ຍິ່ງ​ກວ່າ​ນັ້ນ ​ຍັງ​ສາມາດ​ປະກອບສ່ວນຮັກສາ​ຊັບພະຍາກອນ​ນ້ຳ​​ໃຕ້​ດິນ​ແລະ​ແຫຼ່ງ​ນ້ຳຜິວ​ດິນ​ໄວ້.

ຄວາມ​ຫຼາກ​ຫຼາຍທາງ​ຊີວະ​ພາບ - ​ແຫຼ່ງທຶນ​ທຳ​ມະ​ຊາດທີ່​ສຳຄັນ​ສຳລັບ​ພັດທະນາ​ເສດຖະກິດ-ສັງຄົມ, ສິ່ງ​ແວດ​ລ້ອມ ​ແລະ “ການ​ເຕີບ​ໂຕ​ສີຂຽວ” ​ຂອງ​ຫວຽດນາມ

ຫວຽດນາມ​ຕັ້ງ​ຢູ່​ທາງ​ທິດຕາ​ເວັນ​ອອກ​ຂອງ​ແຫຼມ​ອິນດູຈີນ, ​ໃນ​ເຂດ​ຮ້ອນ​ຊີກ​ໂລກ​ເໜືອ​ເຖິງ​ເສັ້ນ​ສູນ​ສູດ, ມີ​ລົມ​ມໍ​ລະ​ສຸມ​ເຂດ​ຮ້ອນ, ອາກາດ​ແບບ​ເຂດ​ຮ້ອນ ​ແລະມີທັງອາກາດ​ເຢັນ​ເຂດ​ພູຜາ. ຄວາມ​ຫຼາກ​ຫຼາຍທາງ​ດ້າພູມ​ສັນຖານ, ​ປະ​ເພບ​ດິນ, ພູມິ​ທັດ ​ແລະ​ພູມິ​ອາກາດ​ໄດ້​ສ້າງ​ໃຫ້​ມີ​ຄວາມ​ຫຼາກ​ຫຼາຍ​ທາງ​ຊີວະ​ພາບ​ທີ່​ອຸດົມສົມບູນ​ແລະ​ພິ​ເສດ​ທີ່​ສຸດ​ຂອງ​ຫວຽດນາມ, ລວມມີ​ຄວາມ​ຫຼາກ​ຫຼາຍ​ທາງ​ດ້ານ​ລະບົບ​ນິ​ເວດ, ຊະນິດ​ແລະ​​ແຫຼ່ງຢີນ (ພັນທຸ​ກຳ) (4). ຫວຽດນາມ​ຖືກ​ຈັດ​ໃນ​ອັນ​ດັບ​ທີ 16 ​ໃນ​ໂລກ​ກ່ຽວ​ກັບ​ຄວາມ​ຫຼາກ​ຫຼາຍ​ທາງ​ແຫຼ່ງຢີນ. ​ໃນ​ນັ້ນ​ມີ​ຫຼາຍ​ແຫຼ່ງຢີນ​​ໄດ້​ນຳ​ໃຊ້​ເຂົ້າໃນກະສິກຳ, ອຸດສາຫະກຳ ​ແລະການ​ແພດ. ມາ​ເຖິງ​ດຽວ​ນີ້, ມີ​ຫຼາຍກວ່າ 14.000 ​ແຫຼ່ງຢີນຕົ້ນ​ປູກ, ສັດລ້ຽງ​ ໄດ້​ຮັບ​ການ​ຮັກສາ​ແລະ​ເກັບ​ຮັກສາ​ໄວ້​ ເພື່ອ​ຮັບ​ໃຊ້​ໃຫ້​ແກ່​ການ​ຟື້ນ​ຟູ​ແລະ​ພັດທະນາ​ເສດຖະກິດ. ຄິດ​ໄລ່​ເຖິງ​ເດືອນ​ພຶດສະພາ 2018, ຫວຽດນາມ​ໄດ້​ຮັບ​ການ​ຍອມຮັບ​ວ່າ​ມີ 9 ​ເຂດ​ສະຫງວນ​ຊີວະ​ມົນທົນ​ໂລກ, 2 ​ເຂດ​ມໍລະດົກ​ໂລກ​ທາງ​ທຳ​ມະ​ຊາດ, 8 ​ເຂດ​ດິນ​ຊຸ່ມ​ນ້ຳ​ທີ່​ມີ​ຄວາມ​ສຳຄັນ​ລະດັບ​ໂລກ (​ເຂ​ດ Ramsar) ​ແລະ 6 ສວນ​ມໍລະດົກ​ອາ​ຊຽນ.

​ເຖິງ​ວ່າ​ບໍ່​ໄດ້​ຮັບ​ຄວາມ​ຍອມຮັບ​ຢ່າງ​ເປັນ​ປະຈຳ​ກໍ່ຕາມ ​ແຕ່ຄວາມ​ຫຼາກ​ຫຼາຍ​ທາງ​ຊີວະ​ພາບ​ຂອງ​ຫວຽດນາມ​ກໍ່​ໄດ້ປະກອບສ່ວນ​ຄຸນຄ່າ​ທີ່​ສຳຄັນ​ໃຫ້​ພື້ນຖານ​ເສດຖະກິດ​ແຫ່ງ​ຊາດ, ພິ​ເສດ​ແມ່ນ​ໃນ​ບັນດາ​ຂົງ​ເຂດ​ກະສິກຳ, ການ​ປ່າ​ໄມ້, ສິນ​ໃນນ້ຳ​ແລະ​ການ​​ແພດ. ຄວາມ​ຫຼາກ​ຫຼາຍ​ທາງ​ຊີວະ​ພາບ​ເປັນ​ພື້ນຖານ​ຮັບປະກັນ​ຄວາມ​ປອດ​ໄພ​ດ້ານ​ສະບຽງ​ອາຫານ​ຂອງ​ປະ​ເທດ; ຮັກສາ​ແຫຼ່ງຢີນ, ສ້າງ​ພັນ​ສັດລ້ຽງ​ແລະ​ພືດ; ສະໜອງອຸປະກອນ​ກໍ່ສ້າງ ​ແລະ​ບັນດາ​ແຫຼ່ງວັດຖຸ​ດິບ​ ແລະວັດຖຸ​ປຸງຢາ​ປົວ​ພະຍາດ(5).

ຄວາມ​ຫຼາກ​ຫຼາຍ​ທາງ​ຊີວະ​ພາບບໍ່​ພຽງ​ແຕ່​ສະໜອງ​ຜົນ​ປະ​ໂຫຍ​ດວັດຖຸ​ໂດຍ​ກົງ​ເທົ່າ​ນັ້ນ ​ແຕ່​ຍັງ​ໄດ້​ປະກອບສ່ວນ​ຕອບ​ສະໜອງ​ຄວາມ​ຕ້ອງການ​ທີ່​ໃຫຍ່​ກວ່າ​ຂອງ​ສັງຄົມ. ບັນດາ​ລະບົບ​ນິ​ເວດ​ທີ​ມີຄວາມ​ຫຼາກ​ຫຼາຍ​ທາງ​ຊີວະ​ພາບສູງ ​ຈະ​ສະໜອງ​ຄຸນຄ່າ​ທີ່​ໃຫຍ່​ຫຼວງ​ທີ່​ສຸດ​ໃຫ້​ແກ່​ຂະ​ແໜງ​ການບັນ​ເທິງຢູ່ຫວຽດນາມ, ດ້ວຍ​ການທ່ອງທ່ຽວ​ແບບ​ທຳ​ມະ​ຊາດທີ່​ພວມ​ພັດທະນາ​ເທື່ອ​ລະ​ກ້າວ ທີ່​ຈະ​ນຳ​ມາຊຶ່ງຄຸນຄ່າ​ເສດຖະກິດ​ຫຼວງ​ຫຼາຍ ​ແລະ​ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ການຍົກ​ສູງ​ຄວາມ​ຮັບ​ຮູ້​ຂອງ​ປະຊາຊົນ ກ່ຽວ​ກັບ​ຄວາມ​ສຳຄັນ​ຂອງຄວາມ​ຫຼາກ​ຫຼາຍ​ທາງ​ຊີວະ​ພາບ ​ແລະ​ວຽກ​ງານອະນຸ​ລັກ​ທຳ​ມະ​ຊາດ. ປະມານ 70% ຂອງ​ການ​ເຕີບ​ໂຕທາງ​ການທ່ອງທ່ຽວ​ແມ່ນ​ມາ​ຈາກ​ເຂດ​ຊາຍ​ຝັ່ງ​ທະ​ເລທີ່​ມີ​ບັນດາລະບົບນິ​ເວດ​ທຳ​ມະ​ຊາດ​ທີ່​ມີຊີ​ວະນາໆ​ພັນອຸດົມສົມບູນ. ບັນດາ​ຊະນິດ​ສະ​ເພາະ​ຖິ່ນ, ບັນດາ​ລະບົບ​ນິ​ເວດທີ່​ເປັນ​ເອກະລັກ​ຂອງ​ຫວຽດນາມ​ ເຖິງ​ວ່າ​ມີ​ຄຸນຄ່າ​ທາງ​ວິທະຍາສາດ ​ແລະມີ​ຂໍ້​ໄດ້​ປຽບ​ພິ​ເສດສຳລັບ​ການ​ພັດທະນາ​ການທ່ອງທ່ຽວ, ​ແຕ່​ຍັງ​ບໍ່​ໄດ້​ຮັບ​ການ​ປະ​ເມີນ​ແລະ​ໃຊ້​ປະ​ໂຫຍດຢ່າງ​ຖືກຕ້ອງ.

ບັນດາ​ລະບົບ​ນິ​ເວດ​ຍັງ​ມີ​ບົດບາດ​ສຳຄັນ​ໃນການ​ຄວບ​ຄຸມ​ສະພາບ​ອາກາດ​ ໂດຍ​ຜ່ານການ​ເກັບ​ຮັກສາ​ກາກບ​ອນ​ແລະຄວາມ​ຄຸມ​ປະລິມານ​ນ້ຳ​ຝົນ, ກັ່ນຕອງ​ອາກາດ​ແລະ​​ນ້ຳ, ຍ່ອຍ​ສະຫຼາຍ​ຂອງ​ເສຍ​ໃນ​ສິ່ງ​ແວດ​ລ້ອມ, ຫຼຸດຜ່ອນ​ການ​ກະທົບ​ຂອງ​ໄພ​ທຳ​ມະ​ຊາດ​ເຊັ່ນ ດິນ​ຖະຫຼົ່ມ ​ຫຼື​ພາຍຸ ນ້ຳ​ຖ້ວມ. ຄຸນ​ປະ​ໂຫຍ​ດ​ໃນ​ການ​ຮັກສາ ​ແລະກັກ​ເກັບ​ກາກບ​ອນຂອງ​ປ່າ​ໄມ້​ຫວຽດນາມ ​ແມ່ນ​ມີ​ຄວາມ​ສຳຄັນ​ຫຼາຍ, ​ໂດຍ​ສະ​ເພາະ​ປ່າ​ທຳ​ມະ​ຊາດ. ​ໃນ​ນັ້ນ, ບັນ​ດາ​ເຂດ​ຊີ​ວະນາໆ​ພັນທີ່​ສຳຄັນ ​ແລະ​ແນວ​ແຖບ​ຊີວະ​ນາໆ​ພັນ​ທີ່​ມີພົມ​ປ່າ​ຂະຫຍາຍຕົວ​ຢູ່​ເຂດ​ພູຜາ​ຕາ​ເວັນ​ອອກສຽງ​ເໜືອ, ຕາ​ເວັນ​ຕົກ​ສຽງ​ເໜືອ, ພາກ​ກາງ, ​ໄຕ​ງວຽນ ​ແມ່ນ​ບ່ອນທີ່​ມີຍອດ​ປະລິມານ​ການ​ສະ​ສົມ​ກາກບ​ອນຊີວະ​ມວນສູງ​ສຸດ. ບັນດາ​ແຖບ​ປ່າ​ຊາຍ​ເລນຢູ່​ຫວຽດນາມ​ໄດ້​ປະກອບສ່ວນ​ຫຼຸດຜ່ອນ​ປະມານ 20% - 50% ​ຄວາມ​ເສຍ​ຫາຍ​ທີ່​ເກີດ​ຈາກ​ພາຍຸ, ນ້ຳ​ທະ​ເລ​ຍຶ່ງຂຶ້ນ ​ແລະຄື້ນສຶນາ​ມິ (ຄື້ນຍັກ). ພິ​ເສດ, ລະບົບ​ປ່າ​ຊາຍ​ເລນ​ທີ່​ປູກ​​ແຄມ​ຄັນ​ຄູ​ທະ​ເລ ຍັງຖື​ບົດບາດ​ເປັນ​ໂລ້​ສີຂຽວ, ຫຼຸດຜ່ອນ 20% - 70% ພະ​ລັງ​ງານ​ຂອງ​ຄື້ນທະ​ເລ, ຮັບປະກັນ​ຄວາມ​ປອດ​ໄພ​ຂອງ​ຄັນ​ຄູ​ທະ​ເລ, ຊ່ວຍປະຢັດ​ເງິນ​ຫຼາຍ​ພັນ​ຕື້​ດົ່ງ​ສຳລັບ​ການ​ສ້ອມ​ແປງ​ຮັກສາ​ຄັນ​ຄູ​ທະ​ເລ.

​ແຫຼ່ງທຶນ​ທຳ​ມະ​ຊາດ​ຢູ່​ຫວຽດນາມ​ມີ​ຄຸນຄ່າ​ໃຫຍ່​ຫຼວງ, ຖື​ບົດບາດ​ສຳຄັນ​ໃນ​ຍຸດ​ທະ​ສາດການ​ພັດທະນາ​ແບບ​ຍືນ​ຍົງ. ​ແຕ່, ​ແຫຼ່ງຊັບພະ​ຍາກ​ອນທຳ​ມະ​ຊາດ​ຂອງ​ຫວຽດນາມ​ໄດ້​ແລະ​ພວມຫຼຸດ​ລົງ, ບົກ​ແຫ້ງ, ຊ້ຳ​ຍັງ​ຖືກ​ເສຍ​ຫາຍຍ້ອນ​ບັນດາ​ແຜນ​ແມ່​ບົດ​ພັດທະນາ​ເສດຖະກິດທີ່​ແລ່ນ​ຫາ​ແຕ່​ຜົນ​ປະ​ໂຫຍ​ດສະ​ເພາະ​ໜ້າ, ບໍ່​ເອົາ​ໃຈ​ໃສ່ ຫຼື​ລືມ​ຜົນ​ປະ​ໂຫຍ​ດຍາວ​ນານ, ບໍ່​ອີງ​ໃສ່​ຫຼັກ​ຖານ​ວິທະຍາສາດ, ກໍ່​ໃຫ້​ເກີດ​ມົນ​ລະ​ພິດ​ສິ່ງ​ແວດ​ລ້ອມ​ຢ່າງ​ຮ້າຍ​ແຮງ​ຢູ່​ຕົວ​ເມືອງ​ກໍ່​ຄື​ຊົນນະບົດ, ​ເປັນ​ຜົນ​ກະທົບ​ເຖິງ​ສຸຂະພາບ​ຂອງ​ຊຸມ​ຊົນ, ກໍ່​ການ​ປ່ຽນ​ແປງ​ທີ່​ບໍ່​ເປັນ​ປະ​ໂຫຍ​ດຕໍ່​ສຸຂະພາບ​ຂອງ​ລະບົບ​ນິ​ເວດ. ​ເພາະສະ​ນັ້ນ, ຕ້ອງ​ມີ​ມາດ​ຕະການ​ນຳ​ໃຊ້​ທຶນ​ທຳ​ມະ​ຊາດ - ຄວາມ​ຫຼາກ​ຫຼາຍ​ທາງ​ຊີວະ​ພາບຢ່າງ​ຍືນ​ຍົງ​ ເພື່ອ​ຮັບ​ໃຊ້​ໃຫ້​ເສດຖະກິດ​ສີຂຽວ, ການ​ເຕີບ​ໂຕ​ສີຂຽວ​ຂອງ​ຫວຽດນາມຮອດ​ປີ 2020 ​ແລະ​ວິ​ໄສ​ທັດ​ຮອດ​ປີ 2030.

ລົງທຶນ​ເຂົ້າ​ໃນ​ທຶນ​ທຳ​ມະ​ຊາດ - ຄວາມ​ຫຼາກ​ຫຼາຍ​ທາງ​ຊີວະ​ພາບ​ຢູ່​ຫວຽດນາມ: ຄວາມ​ສະດວກ ​ແລະ​ສິ່ງ​ທ້າ​ທາຍ

​ໃນ​ປະຈຸ​ບັນ, ການລົງທຶນ​ເຂົ້າ​ໃນ​ທຶນ​ທຳ​ມະ​ຊາດ - ຄວາມ​ຫຼາກ​ຫຼາຍ​ທາງ​ຊີວະ​ພາບ​ຢູ່​ຫວຽດນາມ ມີ​ຄວາມ​ສະດວກ​ຫຼາຍ​ຢ່າງ, ລະອຽດ​ຄື:

ທີ​ໜຶ່ງ, ຢູ່​ໃນ​ປະ​ເທດ, ຫວຽດນາມ​ໄດ້​ສ້າງ​ແລະ​ປະກາດ​ໃຊ້​ກົນ​ໄກ, ນະ​ໂຍບາຍ​ກ່ຽວ​ກັບການ​ພັດທະນາ​ທຶນ​ທຳ​ມະ​ຊາດ​ໃນ​ການ “​ເຕີບ​ໂຕ​ສີຂຽວ”, ​ເພີ່ມ​ທະວີ​ການ​ລົງທຶນ​ເຂົ້າ​ໃນ​ການ​ອະນຸລັກ​ຄວາມ​ຫຼາກ​ຫຼາຍ​ທາງ​ຊີວະ​ພາບ.

ວັນ​ທີ 25 ກັນຍາ 2012, ນາຍົກລັດຖະມົນຕີ​ໄດ້​ອອກ​ມະຕິ​ຕົກລົງ​ສະບັບ​ທີ 1939/QĐ-TTg ກ່ຽວ​ກັບ​ການ​ອະນຸມັດຍຸດ​ທະ​ສາດ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ເຕີບ​ໂຕ​ສີຂຽວ​ໄລຍະປີ 2011 - 2020 ແລະວິໄສທັດຮອດປີ 2050, ວາງ​ບາງ​ເປົ້າ​ໝາຍ​ທີ່​ລະອຽດ, ​ເຊັ່ນ​ຈັດ​ວາງ​ຄືນ​ໃໝ່​ແລະ​ບູລະນະ​ລະບຽບ​ກົດໝາຍ​ເສດຖະກິດຕາມ​ທິດ “ຫັນ​ເປັນ​ສີຂຽວ” ຕໍ່​ບັນດາ​ຂະ​ແໜງ​ການ​ທີ່​ມີ​ຢູ່​ໃນ​ປະຈຸ​ບັນ ​ແລະ​ສົ່ງ​ເສີມພັດທະນາບັນດາ​ຂະ​ແໜງ​ເສດຖະກິດ​ທີ່​ນຳ​ໃຊ້​ພະລັງງານ​ແລະ​ຊັບພະຍາກອນ​ຢ່າງ​ມີ​ປະສິດທິ​ຜົນ, ມີ​ຄຸນຄ່າ​ເພີ່ມ​ສູງ; ຍົກ​ສູງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ, ກໍ່ສ້າງ​ແບບ​ດຳລົງ​ຊີວິດ​ທີ່​ເປັນ​ມິດ​ກັບ​ສິ່ງ​ແວດ​ລ້ອມ ຜ່ານ​ການ​ສ້າງ​ວຽກ​ເຮັດ​ງານ​ທຳ​ໃຫ້ຫຼາຍ​ໃນ​ບັນດາ​ຂະ​ແໜງອຸດ​ສະຫະ​ກຳ, ກະສິກຳ, “ບໍລິການ​ສີຂຽວ”, ລົງທຶນ​ເຂົ້າ​ໃນ​ທຶນ​ທຳ​ມະ​ຊາດ, ພັດທະນາ “​ໂຄງ​ສ້າງ​ພື້ນຖານ​ສີຂຽວ”...

ຍຸດ​ທະ​ສາດ​ແຫ່ງ​ຊາດ​ກ່ຽວ​ກັບ “ການ​ເຕີບ​ໂຕ​ສີຂຽວ" ​ແນ​ໃສ່​ຊຸກຍູ້​ຂະ​ບວນການຈັດ​ວາງ​ໂຄງ​ປະກອບ​ເສດຖະກິດ​ຄືນ​​ໃໝ່, ນຳ​ໃຊ້​ຊັບພະຍາກອນ​ທຳ​ມະ​ຊາດ​ຢ່າງ​ມີ​ປະສິດທິ​ຜົນ, ຫຼຸດຜ່ອນ​ຄວາມ​ຮຸນ​ແຮງ​ຂອງ​ການ​ປ່ອຍ​ອາຍ​ພິດ​ທີ່​ກໍ່​ໃຫ້​ເກີດ “ຜົນ​ກະທົບ​ເຮືອນ​ແກ້ວ” ​ໂດຍ​ຜ່ານ​ການ​ຄົ້ນຄວ້າ ​ແລະ​ນຳ​ໃຊ້ “​ເຕັກ​ໂນ​ໂລ​ຊີ​ສີຂຽວ”, ທັນ​ສະ​​ໄໝ, ສອດຄ່ອງ, ພັດທະນາ​ລະບົບ​ໂຄງ​ສ້າງ​ພື້ນຖານ​ເພື່ອ​ຍົກ​ສູງ​ປະສິດທິ​ຜົນ​ເສດຖະກິດ, ຮັບ​ມື​ກັບ​ການ​ປ່ຽນ​ແປງ​ສະພາບ​ອາກາດ, ປະກອບສ່ວນ​ຫຼຸດຜ່ອນ​ຄວາມທຸກ​ຍາກ ​ແລະ​ສ້າງກຳ​ລັງ​ໜູນຊຸກຍູ້​ການ​ພັດທະນາ​ເສດຖະກິດ​ແບບ​ຍືນ​ຍົງ. ພິ​ເສດ, ຍຸດ​ທະ​ສາດ​ແຫ່ງ​ຊາດ​ກ່ຽວ​ກັບ “ການ​ເຕີບ​ໂຕ​ສີຂຽວ” ຢືນຢັນ​ທັດສະນະ: “ການ​ເຕີບ​ໂຕ​ສີຂຽວ” ອີງ​ໃສ່​ການ​ເພີ່ມ​ທະວີ​ການ​ລົງທຶນ​ເຂົ້າ​ໃນ​ການ​ຮັກສາ, ພັດທະນາ ​ແລະ​ນຳ​ໃຊ້​ບັນດາ​ແຫຼ່ງທຶນ​ທຳ​ມະ​ຊາດ​ຢ່າງ​ມີ​ປະສິດທິ​ຜົນ, ຫຼຸດຜ່ອນ​ການ​ປ່ອຍ “ອາຍ​ພິດ​ເຮືອນ​ແກ້ວ”, ປົວ​ແປງ​ແລະ​ຍົກ​ສູງ​ຄຸນ​ນະພາ​ບຂອງ​ສິ່ງ​ແວດ​ລ້ອມ, ຜ່ານ​ນັ້ນ​ເພື່ອ​ປຸກ​ກະຕູ້ນການ​ເຕີບ​ໂຕ​ເສດຖະກິດ.

ໜ້າ​ທີ່​ “ກຳນົດ, ຕີ​ລາຄາ​ຄຸນ​ຄ່າ​ຂອງ​ທຶນ​ທຳ​ມະ​ຊາດ ​ແລະ​ກໍ່ສ້າງ​ລະບົບ​ການ​ໄລ່​ລຽງ​ທຶນ​ທຳ​ມະ​ຊາດ” ກໍ່​ໄດ້​ລະບຸ​ໄວ້​ໃນມະຕິ​ສະບັບ​ທີ 24/NQ-TW, ວັນ​ທີ 3 ມິຖຸນາ 2013, ຂອງ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ສະ​ໄໝ​ທີ XI ວ່າ​ດ້ວຍ​ຄວາມ​ເປັນ​ເຈົ້າ​ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ສະພາບ​ອາກາດ, ເພີ່ມທະວີການຄຸ້ມຄອງຊັບພະຍາກອນ ແລະປົກປັກຮັກສາສິ່ງແວດລ້ອມ.  

ທີ​ສອງ, ຕໍ່​ກັບ​ສາກົນ, ຫວຽດນາມ​ໄດ້​ເຂົ້າ​ຮ່ວມ​ການ​ປະຕິບັດຄວາມ​ຄິດ​ລິ​ເລີ່​ມ, ຄວາມ​ຄິດ​ປະດິດ​ຕ່າງ​ໆ​ຫຼາຍຢ່າງ​ກ່ຽວ​ກັບການ​ລົງທຶນ​ເຂົ້າ​ໃນ​ທຶນ​ທຳ​ມະ​ຊາດ ​ແລະ​ຄວາມຫຼາກຫຼາຍທາງ​ຊີວະ​ພາບ. 

ຫວຽດນາມ​ເປັນ​ສະມາຊິກ​ເຂົ້າ​ຮ່ວມຄວາມ​ຄິດ​ລິ​ເລີ່​ມການ​ໄລ່​ລຽງ​ຊັບ​ສິນ ​ແລະກຳນົດ​ລາຄາ​ຄ່າ​ບໍລິການ​ລະບົບ​ນິ​ເວດ (WAVES) ​ໂດຍ​ທະນາຄານ​ໂລກ​ລິ​ເລີ່​ມ​ແຕ່​ປີ 2010. ຜ່ານ​ບັນດາ​ໂຄງການ​ຮ່ວມ​ມື​ກັບ​ຫຼາຍ​ຄູ່​ຮ່ວມ​ມືສາກົນ, ​ເຊັ່ນ UNEP, ທະນາຄານ​ພັດທະນາ​ອາຊີ (ADB), ອົງການ​ການ​ຮ່ວມ​ມື​ເພື່ອ​ພັດທະນາ​ຂອງ​ເຢຍລະ​ມັນ (GIZ), ອົງການ​ພັດທະນາ​ສາກົນ​ຂອງ​ອາ​ເມ​ລິ​ກາ (Winrock International),... ​ເບື້ອງ​ຕົ້ນ ຫວຽດນາມ​ໄດ້​ຜັນ​ຂະຫຍາຍ​ການ​ກໍ່ສ້າງ​ຄວາມ​ສາມາດກ່ຽວ​ກັບ​ການປະ​ເມີນ​ທຶນ​ທຳ​ມະ​ຊາດ, ບໍລິການ​ລະບົບ​ນິ​ເວດ, ການ​ຊຳລະ​ເງີ​ນຄ່າ​ບໍລິການ​ລະບົບ​ນິ​ເວດ; ຄົ້ນຄວ້າກໍ່ສ້າງບັນຊີ​ປ່າ​ໄມ້ ​ແລະ​ແຜນການ​ສຳລັບ​ການ​ກໍ່ສ້າງບັນຊີ​ທຶນ​ທຳ​ມະ​ຊາດ​ອື່ນໆ, ​ເຊັ່ນ​ນ້ຳ, ດິນ, ພະລັງງານ... ​ໂຄງການ​ກ່ຽວ​ກັບ​ການ​ຫຼຸດຜ່ອນ​ການ​ປ່ອຍ​ອາຍ​ພິດ​ເຮືອນ​ແກ້ວ ​ໂດຍ​ຜ່ານ​ຄວາມ​ພະຍາຍາມ​ຈຳກັດການຕັດ​ໄມ້​ທຳລາຍ​ປ່າ​ແລະ​ການ​ເສື່ອ​ມ​ໂຊມ​ຂອງ​ປ່າ (REDD), ຄຸ້ມ​ຄອງ​ປ່າ​ແບບ​ຍືນ​ຍົງ, ສົມທົບ​ກັບ​ການ​ກະ​ຈ່າຍ​ເງື່ອນໄຂ​ດຳລົງ​ຊີວິດຂອງ​ປະຊາຊົນ​ທ້ອງ​ຖິ່ນ ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ປະຕິບັດ​ຢູ່​ຫວຽດນາມ.

ບັນດາ​ໂຄງການ​ຮ່ວມ​ມື​ເພື່ອ​ເພີ່ມ​ປະສິດທິ​ຜົນ​ການ​ຄຸ້ມ​ຄອງພື້ນ​ທີ່​ອະນຸລັກ, ການ​ອະນຸລັກ​ສາຍ​ພັນ ​ແຫຼ່ງຢີນ ​ໄດ້​ຮັບ​ການ​ຊຸກຍູ້​ເພື່ອ​ອຳນວຍ​ໂອກາດ​ໃຫ້​ແກ່​ການ​ເພີ່ມ​ຄວາມ​ສາມາດ, ​ແບ່ງປັນ​ບົດຮຽນ​ກ່ຽວ​ກັບ​ການ​ອະນຸ​ລັກ​ຄວາມ​ຫຼາກ​ຫຼາຍ​ທາງ​ຊີວະ​ພາບ.

ທີ​ສາມ, ບັນດາ​ເຂດ​ປ່າ​ສະຫງວນທີ່ມີ​ຄຸນຄ່າຊີວະ​ນາໆ​ພັນ​ສູງ​ ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ລົງທຶນ.

ນະ​ໂຍບາຍ​ລົງທຶນ​ໃຫ້​ແກ່​ທຶນ​ທຳ​ມະ​ຊາດ​ໃນ​ປະຈຸ​ບັນ ຕົ້ນຕໍ​ແມ່ນ​ສຸມ​ໃສ່​ການ​ກໍ່​ຕັ້ງ​ແລະຄຸ້ມ​ຄອງ​ເຂດ​ປ່າ​ສະຫງວນ, ປູກ​ຕົ້ນ​​ໄມ້​ໃຫ້​ເປັນ​ປ່າ, ຟື້ນ​ຟູ​ລະບົບ​ນິ​ເວດ​ຈຳນວນ​ໜຶ່ງ​ຄື ​ແນວ​ປະ​ກາ​ລັງ, ປ່າ​ຊາຍ​ເລນ, ພິ​ເສດ​ແມ່ນ​ລົງທຶນ​​ໃຫ້​ແກ່​ການ​ຄຸ້ມ​ຄອງ​ປ່າພິ​ເສດ. ອາ​ໄສ​ສິ່ງ​ດັ່ງກ່າວ​ນັ້ນ, ບັນ​ດາ​ລະບົບ​ນິ​ເວດ​ທີ່​ມີ​ຄຸນຄ່າ​ຊີວະ​ນາໆ​ພັນ​ສູງກໍ່​ໄດ້​ຮັບ​ການ​ປົກ​ປັກ​ຮັກສາ, ຟື້ນ​ຟູ. ​ໃນ​ເວລາ​ກວ່າ​ຫ້າ​ປີ​ທີ່​ຜ່ານ​ມາ, ດ້ວຍ​ການ​ຊ່ວຍ​ເຫຼືອ​ຂອງ​ສາກົນ ​ແລະ​ຄວາມ​ເອົາ​ໃຈ​ໃສ່​ລົງທຶນ​ຂອງ​ລັດຖະບານ, ຫວຽດນາມ​ໄດ້​ສ້າງ​ບັນດາ​ເຂດ​ອະນຸລັກ​ທຳ​ມະ​ຊາ​ຂຶ້ນ​ຢູ່​ຫຼາຍ​ແຫ່ງ (ປ່າ​ພິ​ເສດ, ​ເຂດ​ດິນ​ຊຸ່ມ​ນ້ຳ​ ປ່າ​ຊາຍ​ເລນ ​ແລະພື້ນ​ທີ່​ຄຸ້ມ​ຄອງ​ທາງ​ທະ​ເລ). ຕາມ​ແຜນ​ແມ່​ບົດ​ເພື່ອ​ການ​ອະນຸລັກ​ຄວາມ​ຫຼາກ​ຫຼາຍ​ທາງ​ຊີວະ​ພາບຂອງ​ທົ່ວ​ປະ​ເທດ​ຮອດ​ປີ 2020, ກຳນົດ​ທິດ​ເຖິງ​ປີ 2030, ຫວຽດນາມ​ຈະ​ມີ 219 ​ເຂດ​ອະນຸລັກ​ທຳ​ມະ​ຊາດ ທີ່​ມີ​ເນື້ອ​ທີ່​ທັງ​ໝົດປະມານ 3.067.000 ​​ເຮກ​ຕາ. ​ແຕ່, ລະດັບ​ການ​ລົງທຶນ​ຍັງ​ບໍ່​ຕອບ​ສະໜອງ​ໄດ້ຕາມ​ຄວາມ​ຕ້ອງການ​ອະນຸລັກ ​ແລະການ​ພັດທະນາຄວາມ​ຫຼາກ​ຫຼາຍ​ທາງ​ຊີວະ​ພາບ​​ແບບ​ຍືນ​ຍົງ​ໃນປະຈຸ​ບັນນີ້​.

ຄຽງ​ຂ້າງ​ຄວາມ​ສະດວກ, ຫວຽດນາມ​ກໍ່​ພົບ​ຄວາມ​ຫຍຸ້ງຍາກ​ສິ່ງ​ທ້າ​ທາຍ​ຫຼາຍ​ຢ່າງ​ໃນ​ການ​ເພີ່ມທະວີ​ການລົງທຶນ​ໃຫ້​ທຶນ​ທຳ​ມະ​ຊາດ - ອະນຸລັກ​ຄວາມ​ຫຼາກ​ຫຼາ​ທາງ​ຊີວະ​ພາບ, ດັ່ງ​ລຸ່ມນີ້:

ທີ​ໜຶ່ງ, ບົດບາດ​ສຳຄັນ​ຂ​ອງທຶນ​ທຳ​ມະ​ຊາດ​ - ອະນຸລັກ​ຄວາມ​ຫຼາກ​ຫຼາ​ທາງ​ຊີວະ​ພາບ ໃນການ​ພັດທະນາ​ເສດຖະກິດ-ສັງຄົມ ຍັງ​ບໍ່​ໄດ້​ຮັບ​ຄວາມ​ຮັບ​ຮູ້​ຢ່າງ​ຖືກຕ້ອງພຽງພໍ​ໃນ​ອຳນາດ​ການ​ປົກຄອງ​ຂັ້ນ​ຕ່າງໆ ກໍ່​ຄື​ໃນ​ທົ່ວ​ສັງຄົມ, ​ເພາະສະ​ນັ້ນ ຄຸນຄ່າ​ຄ່າ​ບໍລິການ​ລະບົບ​ນິ​ເວດ​ແລະຄວາມ​ຫຼາກ​ຫຼາຍ​ທາງ​ຊີວະ​ພາບ​ ຈຶ່ງ​ບໍ່​ໄດ້ສັບ​ຊ້ອນ​ເຂົ້າ​ແລະ​ຜັນ​ຂະຫຍາຍ​ໃນ​ຂະ​ບວນວິວັດການ​ສ້າງ​ນະ​ໂຍບາຍ, ​ໂຄງການ, ​ແຜນການພັດທະນາ​ເສດຖະກິດ-ສັງຄົມ; ການ​ຊັ່ງຊາ​ຄວາ​ມກົມກຽວທາງ​ດ້ານ​ຜົນ​ປະ​ໂຫຍ​ດລະຫວ່າງ​ການ​ອະນຸລັກແລະ​ການ​ພັດທະນາ ຍັງ​ມີ​ອຸປະສັກ​ຫຼາຍ. ​ໃນ​ຂະນະ​ນັ້ນ, ປະຊາກອນ​ເພີ່ມ​ຂຶ້ນ​ໄວ, ຄວາມ​ຕ້ອງການກ່ຽວ​ກັບ​ທຶນ​ທີ່​ດິນສຳລັບ​ການ​ພັດທະນາ​ເສດຖະກິດ ​ແລະພັດທະນາ​ໂຄງ​ສ້າງ​ພື້ນຖານ​ ແມ່ນ​ຕ້ອງການ​ຫຼາຍ, ມົນ​ລະ​ພິດ​ສິ່ງ​ແວດ​ລ້ອມ, ຕົວ​ແບບ​ການ​ບໍລິ​ໂພ​ກມີ​ຄວາມ​ຍືນ​ຍົງ​ໜ້ອຍ​ລົງ, ການ​ປ່ຽນ​ແປງ​ສະພາບ​ອາກາດ​ແມ່ນ​ເປັນ​​ແຮງ​ໜີບ​ທີ່​ກະທົບ​ຢ່າງ​ແຮງ​ເຖິງທຶນ​ທຳ​ມະ​ຊາດ ຄວາມ​ຫຼາກ​ຫຼາຍທາງ​ຊີວະ​ພາບ.

ທີ​ສອງ, ຄວາມ​ຈຳກັດທາງ​ດ້ານ​ແຫຼ່ງພະລັງ​ການ​ເງິນ(6); ອັດຕາ​ສ່ວນ​ການ​ໃຊ້​ຈ່າຍ​ໃນ​ການ​ເຄື່ອນ​ໄຫວ​ອະນຸລັກ​ຊີວະ​ນາໆ​ພັນ ຈາກງົບປະມານຖືກ​ຈຳກັດ​ຫຼາຍ ດັ່ງ​ນັ້ນ​ຈຶ່ງ​ເປັນ​ຜົນ​ສະທ້ອນ​ເຖິງ​ປະສິດທິ​ຜົນ​ການ​ຄຸ້ມ​ຄອງ​ຄວາມ​ຫຼາກ​ຫຼາຍ​ທາງ​ຊີວະ​ພາບ - ​ແຫຼ່ງທຶນ​ທຳ​ມະ​ຊາດ​ທີ່​ສຳຄັນ​ ສຳລັບ​ການ​ພັດທະນາ “​ເສດຖະກິດ​ສີຂຽວ” ຢູ່​ປະ​ເທດ​ເຮົາ. ​ເພາະສະ​ນັ້ນ, ການ​ລົງທຶນ​ເພື່ອ​ຫຼຸດຜ່ອນ​ຄວາມ​ກົດ​ດັນ​ຕໍ່​ຊີວະ​ນາໆ​ພັນ​ບໍ່​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່, ດັ່ງ​ນັ້ນ​ຄວາມ​ຫຼາກ​ຫຼາຍ​ທາງ​ຊີວະ​ພາບ​ສືບ​ຕໍ່​ຖືກ​ຫຼຸດ​ລົງ​ຢ່າງ​ໄວ.

ທີ​ສາມ, ຄວາມ​ສາມາ​ດ, ​ເຄື່ອງ​ມື​ເພື່ອ​ປະຕິບັດ​ບັນດາ​ເປົ້າ​ໝາຍ​ຍຸດ​ທະ​ສາດ​ທີ່​ວາງ​ໄວ້, ພິ​ເສດ​ແມ່ນ​ເປົ້າ​ໝາຍ​ເຮັດ​ໃຫ້​​ທຶນ​ທຳ​ມະ​ຊາດຮັ່ງມີ​ຂຶ້ນ​ປະມານ 3% - 4% ຈີ​ດີ​ພີ ຕາມ​ຍຸດ​ທະ​ສາດ​ແຫ່ງ​ຊາດ​ກ່ຽວ​ກັບ “ການ​ເຕີບ​ໂຕ​ສີຂຽວ” ຮອດ​ປີ 2020, ຕົວຢ່າງ​ເຊັ່ນ ຄວາມ​ສາມາດ​ປະຕິບັດ​ການ​ພັດທະນາ​ເສດຖະກິດ ຕິດ​ກັບ​ການ​ອະນຸລັກ​ຄວາມ​ຫຼາກ​ຫຼາຍ​ທາງ​ຊີວະ​ພາບ, ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ​ເຊັ່ນ ການ​ລົງທຶນ​ໃຫ້​ແກ່ “​ໂຄງ​ສ້າງ​ພື້ນຖານ​ສີຂຽວ” ຍັງ​ຖືກ​ຈຳກັດ.

ວິທີ​ແກ້​ໄຂ​ເພື່ອ​ຊຸກຍູ້​ການ​ລົງທຶນ​ເຂົ້າ​ໃນ​ທຶນ​ທຳ​ມະ​ຊາດ - ອະນຸລັກ​ແລະ​ພັດທະນາ​ຊີວະ​ນາໆ​ພັນ ພັດທະນາ "​ເສດຖະກິດ​ສີຂຽວ”

ເພື່ອຊຸກ​ຍູ້​ການ​ອະນຸ​ລັກ​ຄວາມ​ຫຼາກ​ຫຼາຍ​ທາງ​ຊີວະ​ພາບ, ລົງທຶນ​ຢ່າງ​ມີ​ປະສິດທິ​ຜົນ​ເຂົ້າ​ໃນ​ທຶນ​ທຳ​ມະ​ຊາດ, ສ້າງ​ຮາກ​ຖານ​ທີ່​ໝັ້ນຄົງ​ໃຫ້​ແກ່​ການ​ພັດທະນາຕົວ​ແບບ “​ເສດຖະກິດ​ສີຂຽວ”, ຕ້ອງ​ປະຕິບັດ​ມາດ​ຕະການ​ຕົ້ນຕໍ​ຈຳນວນ​ໜຶ່ງ​ລຸ່ມ​ນີ້:

ທີ​ໜຶ່ງ, ສ້າງ​ຄວາມ​ຫັນປ່ຽນ​ຢ່າງ​ແຂງ​ແຮງ​ໃນ​ຄວາມ​ຮັບ​ຮູ້​ຂອງ​ບັນດາ​ຂັ້ນ, ຂະ​ແໜງ​ການ, ວິ​ສາ​ຫະກິດ ​ແລະ​ປະຊາຊົນ​ ກ່ຽວ​ກັບ​ຄຸນຄ່າຂອງ​ທຶນ​ທຳ​ມະ​ຊາດ​ໃນ​ການ​ກໍ່ສ້າງ “​ເສດຖະກິດ​ສີຂຽວ” ​ແລະ​ຄວາມ​ສຳຄັນ​ຂອງ​ການ​ອະນຸ​ລັກ, ນຳ​ໃຊ້​ຄວາມ​ຫຼາກ​ຫຼາຍ​ທາງ​ຊີວະ​ພາບ​ແບບ​ຍືນ​ຍົງ. ຫັນປ່ຽນ​ໂຄງ​ປະກອບ​ເສດຖະກິດ​ຢ່າງ​ຄົບ​ຊຸດ, ​ໃນ​ນັ້ນ​ຕ້ອງ​ໄລ່​ລຽງ​ທຶນ​ທຳ​ມະ​ຊາດ​ໃນ​ບັນຊີ​​ແຫ່ງ​ຊາດ ​ແລະຊັ່ງຊາ​ຄຸນຄ່າ​ທຶນ​ທຳ​ມະ​ຊາດ​ໃນ​ບັນດາ​ແຜນ​ຍຸດທະ​ຊາດ, ​ແຜນ​ແມ່​ບົດ, ​ໂຄງການ​ພັດທະນາ. ຕ້ອງ​ມີ​ຄວາມ​ຮັບ​ຮູ້​ແລະ​ຄວາມ​ຕັດສິນ​ໃຈ​ສູງ​ຂອງຂັ້ນ​ທີ່​ອອກ​ມະຕິ​ຕົກລົງ, ພ້ອມ​ກັນ​ນັ້ນມີ​ການ​ປ່ຽນ​ແປງ​ໃໝ່​ທາງ​ດ້ານ​ການ​ເງິນ, ລະບຽບ​ກົດໝາຍ ​ແລະ​ນະ​ໂຍບາຍ​ພັດທະນາ​ບັນດາ​ຂະ​ແໜງ​ເສດຖະກິດ ​ແລະ​ອະນຸລັກ​ຄວາມ​ຫຼາກ​ຫຼາຍ​ທາງ​ຊີວະ​ພາບ.

ທີ​ສອງ, ກໍ່ສ້າງ​ບັນດາ​ກົນ​ໄກ, ນະ​ໂຍບາຍອຳນວຍ​ຄວາມ​ສະດວກ​ເພື່ອ​ຊຸກຍູ້​ການ​ເຄື່ອນ​ໄຫວ​ລົງທຶນ​ເຂົ້າ​ໃນ​ການ​ພັດທະນາ​ທຶນ​ທຳ​ມະ​ຊາດ​ເຊັ່ນ ນະ​ໂຍບາຍລະດົມ​ສົ່ງ​ເສີມ​ອົງການ​ຈັດ​ຕັ້ງ​ແລະ​ບຸກຄົນປະຕິບັດ​ໂຄງການ​ແລະ​ການ​ເຄື່ອນ​ໄຫວ​ຕ່າງໆ ​ແນ​ໃສ່​ອະນຸ​ລັກ​ແລະ​ພັດທະນາ​ທຶນ​ທຳ​ມະ​ຊາດ, ປົວ​ແປງ​ປະສິດທິ​ຜົນ​ການ​ນຳ​ໃຊ້​ຊັບພະຍາກອນ ​ແລະ​ຫຼຸດຜ່ອນ​ການ​ກະທົບ​ທາງ​ລົບ​ເຖິງ​ທຶນ​ທຳ​ມະ​ຊາດ. ສືບ​ຕໍ່​ບູລະນະ​ເອກະສານ​ກົດໝາຍ, ລະບອບ​ການ​ຄຸ້ມ​ຄອງ, ​ເພີ່ມ​ທະວີ​ຄວາມ​ສາມາດ​ປະຕິບັດ​ກົດໝາຍກ່ຽວ​ກັບ​ຄວາມ​ຫຼາກ​ຫຼາຍ​ທາງ​ຊີວະ​ພາບ ​ແລະ​ກໍ່ສ້າງ​ກົນ​ໄກ, ນະ​ໂຍບາຍ​ກ່ຽວກັບ​ການ​ຫຼຸດຜ່ອນການ​ກະທົບ​ເຖິງ​ແຫຼ່ງທຶນ​ທຳ​ມະ​ຊາດ, ​ເຖິງຄວາມ​ຫຼາກ​ຫຼາຍ​ທາງ​ຊີວະ​ພາບ; ​ໃຫ້​ຄວາມ​ສຳຄັນ​ຕໍ່​ການ​ອະນຸລັກ, ນຳ​ໃຊ້ຊີວະ​ນາໆ​ພັນ​ແບບ​ຍືນ​ຍົງ ​ແລະບໍລິການ​ລະບົບ​ນິ​ເວດ​ໃນ​ບັນດາ​ຂະ​ແໜງ​ການ​ຜະລິດທີ່​ມີ​ການ​ກະທົບ​ຢ່າງ​ໃຫຍ່​ຫຼວງ​ເຖິງ​ແຫຼ່ງຊັບພະຍາກອນ​ນີ້.

ທີ​ສາມ, ກໍ່ສ້າງ​ແຜນການປະຕິບັດ​ການ​ໄລ່​ລຽງທຶນ​ທຳ​ມະ​ຊາດ​ໃນ​ບັນຊີ​ແຫ່ງ​ຊາດ, ​ເອົາ​ໃຈ​ໃສ່​ເຖິງ​ຄຸນຄ່າ​ຂອງບັນດາ​ບໍລິການ​ລະບົບ​ນິ​ເວດ ​ໃນ​ການ​ສ້າງ​ແລະ​ຜັນຂະຫຍາຍ​ແຜນ​ແມ່​ບົດ​ຢູ່​ລະດັບຕ່າງໆ: ຊາດ, ຂະ​ແໜງ​ການ, ​ເຂດ ​ແລະ​ແຂວງ, ກໍ່​ຄື​​ໃນ​ການຜັນ​ຂະຫຍາຍ​ບັນດາ​ໂຄງການ​ລົງທຶນ ຊຶ່ງ​ຕ້ອງ​ຊັ່ງຊາ​ປະສິດທິ​ຜົນ​ຂອງ​ການ​ຂຸດ​ຄົ້ນ, ນຳ​ໃຊ້​ທຶນ​ທຳ​ມະ​ຊາດ.

ທີ​ສີ່, ປະຕິບັດ​ການ​ສື​ບສ​ວນ, ປະ​ເມີນ​ຜົນ ​ແລະກວດ​ໄລ່​ແຫຼ່ງທຶນ​ທຳມະ​ຊາດ​ທີ່​ມີ​ຢູ່ (ລວມມີ ບັນດາ​ລະບົບ​ນິ​ເວດ​ປ່າ​ໄມ້, ທະ​ເລ, ພື້ນ​ທີ່​ຊຸ່ມ​ນ້ຳ ປ່າ​ຊາຍ​ເລນ) ​ເພື່ອ​ມີ​ແຜນ​ແມ່​ບົດ, ​ແຜນການ​ຄຸ້ມ​ຄອງ​ທີ່​ສອດຄ່ອງ, ສ້າງ​ພື້ນຖານ​​ໃຫ້​ຄວມສົມ​ດຸນ​ໃນ​ການ​ປະຕິບັດ​ເປົ້າ​ໝາຍ​ອະນຸ​ລັກ​ແລະ​ພັດທະນາ​ເສດຖະກິດ-ສັງຄົມ.

ທີ​ຫ້າ, ຊຸກຍູ້​ການ​ຮ່ວມ​ມື​ສາກົນ, ຄົ້ນຄວ້າ​ວິທະຍາສາດ, ພັດທະນາ ​ແລະ​ນຳ​ໃຊ້​​ເຕັກ​ໂນ​ໂລ​ຊີ​ທີ່​ກ້າວໜ້າ​ໃນ​ການ​ອະນຸ​ລັກ​ແລະ​ນຳ​ໃຊ້ຊີວະ​ນາໆ​ພັນ​ແບບ​ຍືນ​ຍົງ​ ເພື່ອ​ຮັບ​ໃຊ້​ໃຫ້​ແກ່​ການ​ພັດທະນາ​ເສດຖະກິດ​ສີຂຽວ​ຂອງ​ຫວຽດນາມ.

ທີ​ຫົກ, ​ເພີ່ມ​ທະວີ​ຄວາມ​ສາມາດ​ຄຸ້ມ​ຄອງ​ແລະ​ລົງທຶນ​ໃຫ້​ແກ່​ການ​ອະນຸ​ລັກ ​ແລະ​ພັດທະນາ​ຄວາມ​ຫຼາກ​ຫຼາຍ​ທາງ​ຊີວະ​ພາບ, ​ເສີມ​ຂະຫຍາຍ​ໂຄງ​ສ້າງ​ພື້ນຖານ​ທຳ​ມະ​ຊາດ ​ແນ​ໃສ່ຄ່ອງ​ຕົວ​ກັບ​ການ​ປ່ຽນ​ແປງ​ສະພາບ​ອາກາດ, ​ເຂົ້າ​ເຖິງ​ພູມີ​ທັດທາ​ງນິ​ເວດ​ວິທະຍາ​ໃນ​ການ​ຄຸ້ມ​ຄອງ​ແລະ​ພັດທະນາ​ຕົວ​ແບບ “​ເສດຖະກິດ​ສີຂຽວ”./.

​ໂດຍ ປອ. ​ເຈິ່ນຮົ່ງຮ່າ,
ກຳມະການສູນ​ກາງ​ພັກ,
ລັດຖະມົນຕີ​ກະຊວງ​ຊັບພະຍາກອນ ​ແລະ​ສິ່ງ​ແວດ​ລ້ອມ

-------------------------------------

(1) ລວມຍອດ​ການ​ສະໜອງ​ຂອງ​ບໍລິການ​ລະບົບ​ນິ​ເວດ​​ໃຫ້​ແກ່ສະ​ວັດ​ດີກາ​ນຂອງ​ຄົນ​ແມ່ນ 124 ພັນ​ຕື້​ໂດ​ລາ​ສະຫະລັດ​ຕໍ່​ປີ, ລື່ນ​ກາຍ​ລວມຍອດ​ຜະລິດ​ຕະພັນ​ພາຍ​ໃນ​ຂອງ​ໂລກ (ຈີ​ດີ​ພີ) ​ແມ່ນ 84 ພັນ​ຕື້​ໂດ​ລາ​ສະຫະລັດປີ 2012 (Costanza et al. 2014).

(2) ມາ​ເຖິງ​ປະຈຸ​ບັນ, 60% ຂອງ​ລະບົບ​ນິ​ເວດ​ທົ່ວໂລກ​ໄດ້​ແລະ​ພວມ​ຖືກ​ເສື່ອ​ມ​ໂຊມ​ລົງ, ພ້ອມ​ກັນ​ນັ້ນ​ປະລິມານ​ອາຍ​ພິດ​ທີ່​ກໍ່​ໃຫ້​ເກີດ “ຜົນ​ກະທົບ​ເຮືອນ​ແກ້ວ” ກໍ່​ສູງ​ກວ່າ​ທົບ 5 ​ເທົ່າ​ທຽບ​ກັບ​ຄວາມ​ສາມາດ​ໃນ​ການ​ດູດ​ຊຶມ​ຂອງ​ໂລກ. ​ເຖິງ​ປີ 2050, ຖ້າ​ຫາກ​ຄວາມ​ໄວ​ໃນ​ການ​ເຕີບ​ໂຕ​ເສດຖະກິດ​ບໍ່​ອາດ​ແຍກ​ອອກທຽບ​ກັບ​ລະດັບ​ການ​ນຳ​ໃຊ້​ຊັບພະຍາກອນ​ທຳ​ມະ​ຊາດ​ແລ້ວ ​ແຕ່ລະ​ປີມະນຸດ​ຈະ​ຕ້ອງການ​ແຮ່​ທາດ, ​ເຊື້ອ​ໄຟ​ຟອດ​ຊິນ ​ແລະຊີວະ​ມວນ​ປະມານ 140 ຕື້​ໂຕນ (ທົບ 3 ​ເທົ່າ​ລະດັບ​ປະຈຸ​ບັນ). ຄວາມ​ຕ້ອງການ​ຂຸດ​ຄົ້ນ​ຊັບພະຍາກອນ​ຂອງ​ມະນຸດ​ສູງ​ກວ່າ​ຄວາມ​ສາມາດ​ສະໜອງ​ຂອງ​ໜ່ວຍ​ໂລກ​ປະມານ 25%.

(3) ການ​ຄົ້ນຄວ້າປຽບທຽບກ່ຽວ​ກັບມາດ​ຕະການ​ປ້ອງ​ກັນ​​ໄພນ້ຳ​ຖ້ວມຢູ່​ບັນດາ​ພື້ນ​ທີ່​ນ້ຳ​ຖ້ວມ​ໃນ​ຫວຽດນາມ ​ໂດຍ​ກອງ​ທຶນ​ສາກົນ​ເພື່ອ​ທຳ​ມະ​ຊາດ​ແລະ​ທະນາຄານ​ໂລກ​ເປັນ​ຜູ້​ດຳ​ເນີນ ​ໄດ້​ຄິດ​ໄລ່​ວ່າ ​ດ້ວຍ​ລະດັບ​ນ້ຳ​ທະ​ເລ​ຍຶ່ງຂຶ້ນ 12cm ​ໃນ​ປີ 2020 ຈະ​ຕ້ອງການ​ເງິນ 138,8 ລ້ານ​ໂດ​ລາ​ສະຫະລັດ​ຕໍ່​ຄົນ ​ເພື່ອ​ກໍ່ສ້າງ​ຄັນ​ຄູ​ທະ​ເລ ທຽບ​ກັບ 1,7 ລ້ານ​ໂດ​ລາ​ສະຫະລັດ​ຕໍ່​ຄົນ ​ໃນ​ກໍລະນີ​ລົງທຶນ​ເຂົ້າ​ໃນ​ບັນດາ​ໂຄງການ​ຟື້ນ​ຟູ​ແລະ​ອະນຸລັກ​ຄວາມ​ຫຼາກ​ຫຼາຍ​ທາງ​ຊີວະ​ພາບ.

(4) ຄວາມ​ຫຼາກ​ຫຼາຍທາງ​ລະບົບ​ນິ​ເວດ​ບົກ ສະ​ແດງ​ອອກ​ທີ່​ລະບົບ​ນິ​ເວດ​ປ່າ​ໄມ້, ພູ​ເຂົາ​ຫີນ​ປູນ, ພື້ນ​ທີ່​ຊຸ່ມ​ນ້ຳພາຍ​ໃນ​ປະ​ເທດ, ລະບົບ​ນິ​ເວດທະ​ເລ​ແລະ​ຊາຍ​ຝັ່ງ​ທະ​ເລນັ້ນ ​ມີ 20 ປະ​ເພດ​ຂອງ​ລະບົບ​ນິ​ເວດທະ​ເລ​ທົ່ວ​ໄປ ​ໃນ 9 ​ເຂດ​ທຳ​ມະ​ຊາດ. ຄວາມ​ຫຼາກ​ຫຼາຍ​ຂອງ​ຊະນິດ​ລວມມີ: ພືດ​ມີ 13.766 ສາຍ​ພັນ, ສັດ​ບົກ​ມີ 10.300 ສາຍ​ພັນ, ຈຸລິນ​ຊີ​ມີ 7.500 ສາຍ​ພັນ, ສິ່ງ​ມີ​ຊີວິດ​ໃນ​ນ້ຳ​ຈືດ​ (ສາຫຼ່າ​ຍ, ​ໄຄ​ນ້ຳ) ມີ 1.438 ສາຍ​ພັນ; ສັດ​ບໍ່​ມີ​ກະ​ດູກ​ສັນຫຼັງ ​ມີ 800 ຊະນິດ; ປາ​ນ້ຳ​ຈືດ​ມີ 1.028 ຊະນິດ, ສັດທະ​ເລ​ມີ 11.000 ຊະນິດ. ຕາມ​ຂໍ້​ມູນ​ການ​ສຳ​ຫຼວດ​ໄລຍະ​ປີ 2011 - 2012 ຂອງ​ສະ​ຖາ​ບັນ​ຄົ້ນຄວ້າອາຫານ​ທະ​ເລ, ປະລິມານ​ສຳລອງ​ອາຫານ​ທະ​ເລ​ທັງ​ໝົດ​ໃນ​ທະ​ເລ​ຫວຽດນາມ​ມີ​ປະມານ 3,075 ລ້ານ​ໂຕນ.

(5) ປະຊາຊົນ​ຫວຽດນາມ​ປະມານ 20 ຄົນ​​ເກັບ​ລາຍ​ໄດ້​ຕົ້ນຕໍ​ຫຼື​ລາຍ​ໄດ້​ສ່ວນ​ໜຶ່ງມາ​ຈາກ​ຊັບພະຍາກອນ​ນ້ຳ ​ແລະ​ພວມ​ຂຸດ​ຄົ້ນ, ນຳ​ໃຊ້​ອາຫານ​ທະ​ເລ 300 ກວ່າ​ຊະນິດ ​ແລະ​ອາຫານ​ນ້ຳນ້ຳ​ຈືດ 50 ກວ່າ​ຊະນິດ​ທີ່​ມີ​ຄຸນຄ່າ​ເສດຖະກິດ; ຄວາມ​ຫຼາກ​ຫຼາຍ​ທາງ​ຊີວະ​ພາບ​ທະ​ເລ​ສະໜອງ​ປະມານ 80% ປະລິ​ມານ​ອາຫານ​ທະ​ເລທີ່​ຂຸດ​ຄົ້ນ​ຢູ່​ເຂດ​ທະ​ເລ​ໃກ້​ຝັ່ງ ​ແລະ​ຕອບ​ສະໜອງ​ເກືອບ 40% ປະລິມານ ​ໂປຣ​ເຕອິນ ​ໃຫ້​ປະຊາຊົນ. ການ​ປະມົງ​ເປັນ​ແຫຼ່ງລາຍ​​ໄດ້​ຕົ້ນຕໍ​ຂອງ​ປະມານ 8 ລ້ານ​ຄົນ ​ແລະ​ເປັນ​ລາຍ​ໄດ້​ສ່ວນ​ໜຶ່ງ​ຂອງ​ປະມານ 12 ລ້ານ​ຄົນ. ປະຊາຊົນ​ປະມານ 25 ລ້ານ​ຄົນ​ມີ​ຊີວິດ​ຢູ່​ໃນ​ຫຼື​​ໃກ້​ເຂດ​ປ່າ​ໄມ້ ​ແລະ 20% - 50% ​ໃນ​ລາຍ​ໃດ້ຂອງ​ພວກ​ເຂົາ​ແມ່ນ​ມາ​ຈາກຜະລິດ​ຕະພັນ​ປ່າ​ໄມ້​ທີ່​ບໍ່​ແມ່ນ​ໄມ້, ລວມມີ​ພືດ​ເປັນ​ຢາ​ຫຼາຍ​ຮ້ອຍ​ຊະນິດ, ພືດ​ນ້ຳມັນ, ພືດ​ຍ້ອມ​ສີ...

(6) ປະຈຸ​ບັນ, ລັດຖະບານ​ກຳລັງ​ປະຕິບັດ​ນະ​ໂຍບາຍ​ລົງທຶນ​ຢ່າງ​ໜ້ອຍ 1% ​ງົບປະມານ​ໃຫ້​ແກ່​ການ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ, ກວມ​ພຽງ 0,4% ຍອດ​ປະລິມານ​ຜະລິດ​ຕະພັນ​ພາຍ​ໃນ​ປະ​ເທດ (ຈີ​ດີ​ພິ). ​ໃນ​ຂະນະນັ້ນ, ບັນດາ​ປະ​ເທດ ອາ​ຊຽນ ​ໃຊ້​ຈ່າຍ​ສະ​ເລ່ຍ 1% ຈີ​ດີ​ພີ ​ໃຫ້​ແກ່​ການ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ ​ແລະ​ບັນດາ​ປະ​ເທດ​ຈະ​ເລີ​ນພັດທະນາ​ໃຊ້​ຈ່າຍ​ສະ​ເລ່ຍ 3% - 4% (ບົດ​ລານ​ງານ​ເປົ້າ​ໝາຍ​ການພັດທະນາ​ສະຫັດ​ສະ​ວັດ, 2013). ​ແຫຼ່ງ​ເງິນ​ໃຊ້​ຈ່າຍ​ໃຫ້​ແກ່​ການ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ​ໄດ້​ລວມສູນ​ໃຫ້​ແກ່​ການ​ເຄື່ອນ​ໄຫວຄວບ​ຄຸມ​ມົນ​ລະ​ພິດ.

- ບົດ​ນີ້​ໄດ້​ລົງ​ພິມ​ໃນ​ວາລະສານ​ກອມ​ມູນິດ ສະບັບ​ທີ 909 (ກໍລະກົດ 2018).

Other Stories

ບົດທີ່ມີຜູ້ອ່ານຫລາຍສຸດ

ບົດໃໝ່ສຸດ