ວັນພຸດ, 14/11/2018
ກໍ່ສ້າງຮູບແບບຊາວກະສິກອນຮຸ່ນໃໝ່ ໃນຂະບວນວິວັດການຈັດວາງໂຄງສ້າງຂະແໜງການກະສິກຳຄືນໃໝ່ ແລະກໍ່ສ້າງຊົນນະບົດໃໝ່
5/11/2018 11:23' ສົ່ງ ພິມ
ພາບປະກອບ (ພາບ: TTXVN)

ກໍ່ສ້າງຮູບ​ແບບ​ຊາວ​ກະສິກອນຫວຽດນາມ - ຈາກທິດ​ສະ​ດີ​ເຖິງ​ພຶດຕິ​ກຳ

ປະທານ​ໂຮ່ຈີ​ມິນ​ໄດ້​ພາ​ປະຊາຊົນ​ເຮົາ - ຊຶ່ງ “ຊາວກະສິກອນ​ເປັນ​ກຳລັງ​ທີ່​ໃຫຍ່​ໂຕ​ທີ່​ສຸດ​ຂອງ​ຊາດ, ​ເປັນ​ພັນທະ​ມິດ​ທີ່​ຊື່ສັດ​ທີ່​ສຸດ​ຂອງ​ຊົນ​ຊັ້ນ​ກຳມະກອນ”(1) - ຂຶ້ນ​ໃນ​ຕຳ​ແໜ່​ງ​ເປັນ​ກົກ​ຮາກ, ​ເປັນ​ເຈົ້າ​ຂອງ, ​ເປັນ​ເຈົ້າ​ຊາ​ຕາ​ກຳ​ຂອງ​ຊາດ​ຫວຽດນາມ ດ້ວຍ​ຄວາມ​ຮັບ​ຮູ້​ວ່າ “ຢາກ​ໃຫ້ການ​ຕໍ່ຕ້ານ​ສ້າງສາ​ປະ​ເທດ​ປະສົບ​ຜົນສຳ​ເລັດ”(2), “ຄົງ​ຕ້ອງອີງ​ໃສ່ ມະຫາຊົນ​ຊາວກະສິກອນ”, “ຕ້ອງບຳລຸງ ກຳລັງ​ຂອງ​ເຂົາ​ເຈົ້າ” ​ແລະ “ຕ້ອງ​ເຮັ​ດໃຫ້​ເຂົາມີ​ດິນນາ​ເພື່ອ​ຄາດ​ໄຖ, ມີ​ເຂົ້າ​ກິນ, ມີ​ເຄື່ອງນຸ່ງ​ຫົ່ມ, ມີ​ເຮືອນ​ຢູ່”(3).

ບັນດາ​ບັນຫາ​ກະສິກຳ, ຊາວກະສິກອນ, ຊົນນະບົດ​ມີທີ່​ຕັ້ງ​ຍຸດ​ທະ​ສາດສຳຄັນ​ໃນ​ພາລະກິດ​ການ​ພັດທະນາ​ປະ​ເທດ ​ພາຍ​ໃຕ້​ການ​ນຳພາ​ຂອງ​ພັກ ​ແລະ ຕ້ອງ​ໄດ້​ຮັບ​ການ​ແກ້​ໄຂ​ຢ່າງ​ຄົບ​ຊຸດ​ຕາມ​ກົນ​ໄກ​ເສດຖະກິດຕະຫຼາດ​ກຳນົດທິດ​ສັງຄົມ​ນິຍົມ. ​ແຫຼ່ງຊັບພະຍາກອນໜຶ່ງ​ສຳລັບການ​ພັດທະນາຂອງ​ຫວຽດນາມ​ແມ່ນ​ກະສິກຳ ຊຶ່ງ​ຊາວນາ​ຜູ້​ອອກ​ແຮງ​ງານ​ແມ່ນ​ກຳລັງ​ສຳຄັນທີ່​ມີ​ລັກສະນະ​ປະຕິວັດ​ທີ່​ຕັ້ງໜ້າ. ດັ່ງ​ນັ້ນ, ຕ້ອງ​ຝຶກ​ອົບຮົມ​ໃຫ້​ຊາວ​ກະສິກອນ​ມີ​ລະດັບ​ການ​ຜະລິດ​ເທົ່າ​ກັບ​ລະດັບ​ຂອງ​ຊາວ​ກະສິກອນ​ຢູ່​ປະ​ເທດທີ່​ກ້າວໜ້າ​ໃນ​ພາກ​ພື້ນ ​ແລະ​ກໍ່ສ້າງ​ຊົນ​ຊັ້ນ​ຊາວກະສິກອນ, ປັບປຸງ​ສຳພັນ​ທະ​ພາບ​ກຳມະກອນ-ຊາວນາ-ປັນຍາ​ຊົນ​ໃຫ້​ໝັ້ນຄົງ​ເຂັ້ມ​ແຂງ, ມີ​ຄຸນສົມບັດ​ການ​ເມືອງ ​ແລະ​ຖື​ບົດບາດ​ເປັນ​ເຈົ້າ​ຂອງ​ຊົນນະບົດ​ໃໝ່; ກໍ່ສ້າງ​ຊົນນະບົດ​ໃໝ່​ທີ່​ມີ​ໂຄງ​ສ້າງ​ພື້ນຖານ​ເສດຖະກິດ-ສັງຄົມທີ່​ນັບ​ມື້​ນັບ​ທັນ​ສະ​ໄໝ, ມີ​ໂຄງ​ສ້າງ​ເສດຖະກິດ ​ແລະ​ບັນດາ​ຮູບ​ການຈັດ​ຕັ້ງ​ການ​ຜະລິດ​ທີ່​ສອດຄ່ອງ​ເໝາະ​ສົມ, ມີ​ຊີວິດ​ວັດຖຸ​ແລະ​ຈິດ​ໃຈ​ທີ່ນັບ​ມື້​ນັບ​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ, ມີ​ຊີວິດ​ປະຊາທິປະ​ໄຕ​ແລະ​ຍຸຕິ​ທຳ. ພັດທະນາ​ກະສິກຳ, ຊາວ​ກະສິກອນ, ຊົນນະບົດ ​ແມ່ນ​ໜ້າ​ທີ່​ຂອງ​ທົ່ວ​ທັງ​ລະບົບ​ການ​ເມືອງ ​ແລະ​ທົ່ວ​ສັງຄົມ, ​ໃນ​ນັ້ນ​ຊົນ​ຊັ້ນ​ຊາວກະສິກອນ​ມີ​ບົດບາດ​ເປັນ​ເຈົ້າພາບ, ສະມາຄົມ​ຊາວ​ກະສິກອນ​ຫວຽດນາມ​ຖື​ບົດບາດ​ເປັນ​ໃຈກາງ​ແລະ​ຫຼັກ​ແຫຼ່ງ.

ພັກ​ແລະ​ລັດ​ໄດ້​ປະກາດ​ໃຊ້​ຫຼາຍ​ແຜນ​ນະ​ໂຍບາຍ, ນະ​ໂຍບາຍ, ​ໂຄງການ​ເປົ້າ​ໝາຍ​ແຫ່ງ​ຊາດ, ​ໂດຍ​ສະ​ເພາະ​ຢ່າງ​ຍິ່ງ ​ໂຄງການ​ເປົ້າ​ໝາຍ​ແຫ່ງ​ຊາດ​ກໍ່ສ້າງ​ຊົນນະບົດ​ໃໝ່ ​ແລະ​ໂຄງການ​ແຫ່ງ​ຊາດ​ຫຼຸດຜ່ອນ​ຄວາມທຸກຍາກ​ແບບ​ຍືນ​ຍົງ, ຊ່ວຍ​ເຫຼືອ​ຊາວ​ກະສິກອນ, ສະຫະກອນ, ສ້າງ​ເງື່ອນ​ໄຂ​ໃຫ້​ວິ​ສາ​ຫະກິດ​ລົງທຶນ​ພັດທະນາ​ກະສິກຳ, ພັດທະນາ​ເສດຖະກິດ​ຊົນນະບົດ, ກໍ່ສ້າງ​ຊົນນະບົດ​ໃໝ່, ພາ​ໃຫ້​ເສດຖະກິດ​ຄອບຄົວ​ຊາວ​ກະສິກອນ​ກາຍ​ເປັນ​ຫົວໜ່ວຍ​ເສດຖະກິດ​ທີ່​ເປັນ​ເຈົ້າ​ຕົນ​ເອງ​ຢ່າງ​ແທ້​ຈິງ ​ແລະ ​ໄດ້​ຮັບ​ການ​ມອບ​ທີ່​ດິນ​ເປັນ​ປົກກະຕິ​ຍາວ​ນານ ຕາມ 5 ສິດທິ (ປ່ຽນ​ແປງ, ສືບ​ທອດ, ຈຳ​ນອງ, ​ໃຫ້​ເຊົ່າ, ​ໂອນ). ຈາກ​ນັ້ນ, ຫວຽດນາມ​ໄດ້​ກາຍ​ເປັນ​ໜຶ່ງ​ໃນ​ບັນດາ​ປະ​ເທດ​ສົ່ງ​ອອກ​ຜະລິດ​ຕະພັນ​ກຳ​ສິກຳ​ຊັ້ນ​ນຳ​ໃນ​ໂລກ, ດ້ວຍ​ມູນ​ຄ່າ 36,2 ຕື້​ໂດ​ລາ​ສະຫະລັດ​ປີ 2017; ກະສິກຳ​ເປັນ​ຂະ​ແໜງ​ໜຶ່ງ​ຂະ​ແໜງ​ດຽວ​ທີ່ມີ​ສ່ວນ​ເກີນການ​ສົ່ງ​ອອກ. ຂະ​ບວນການ​ຊາວ​ກະສິກອນ​ແຂ່ງຂັນ​ກັນ​ຜະລິດ ທຸລະ​ກິດ​ເກັ່ງ, ກໍ່ສ້າງ​ຊົນນະບົດ​ໃໝ່, ສາມັກຄີ​ຊ່ວຍ​ເຫຼືອ​ກັນ​ສ້າງ​ຮັ່ງ​ຄູນ​ມີ ​ແລະ​ຫຼຸດຜ່ອນ​ຄວາມທຸກ​ຍາກ​ແບບ​ຍືນ​ຍົງ ​ໄດ້​ຮັບ​ການ​ຍູ້​ແຮງ ຊຶ່ງ​ສະ​ເລ່ຍ​ແຕ່ລະ​ປີ​ມີ​ຫຼາຍ​ກວ່າ 6,2 ລ້ານ​ຄອບຄົວ​ຊາວກະສິກອນ​ຈົດ​ທະບຽນ​ເຂົ້າ​ຮ່ວມ ​ແລະມີ 3,55 ຄອບຄົວ​ຊາວກະສິກອນ​ໄດ້​ຮັບ​ນາມມະຍົດ “ຊາວ​ກະສິກອນ​ຜະລິດ ​ທຸລະ​ກິດ​ເກັ່ງ”, ສ້າງ​ຈິດຕະສາດ​ໝັ້ນ​ໃຈ ​ແລະ ​ເຈດ​ຈຳນົງ​ຫຼຸດ​ພົ້ນ​ຈາກ​ຄວາມ​ທຸດຍາກ.

ບັນດາ​ຄຸນ​ທາດ​ທີ່​ສູງ​ສົ່ງ​ເຊັ່ນ ນ້ຳ​ໃຈ​ຮັກ​ຊາດ; ຄວາມ​ເມດ​ຕາ​ເອື້ອ​ອາລີ, ມິດ​ໄມຕີ, ອະນຸ​ໂລມ​ຜ່ອນຜັນ; ນ້ຳ​ໃຈ​ເພື່ອນ​ບ້ານ​ຊຸມ​ຊົນ; ມູນ​ເຊື້ອ​ສາມັກຄີ, ຮັກ​ແພງຊ່ວຍ​ເຫຼືອ​ຊຶ່ງ​ກັນ​ແລະ​ກັນ; ກ້າຫານ, ​ເດັດດ່ຽວ, ບໍ່​ຍອມ​ຈຳນົນ, ສະຫຼາດ​ຫຼັ​ກແຫຼມ, ປະດິດ​ສ້າງ, ດຸໝັ່ນ ຂະຫຍັນ​ ຂອງ​ຊາວ​ກະສິກອນ ​ແລະ ຊົນ​ຊັ້ນ​ຊາວກະສິກອນ ຊຶ່ງ​ໄດ້​ຮັກສາ​ແລະ​ເພີ່​ມທະວີ, ສືບ​ຕໍ່​ໃນ​ການ​ຍູ້​ແຮງການ​ຫັນ​ກະສິກຳ​ເປັນ​ອຸດສາຫະກຳ, ຫັນ​ຊົນນະບົດ​ເປັນ​ທັນ​ສະ​ໄໝ ​ໃນ​ປະຈຸ​ບັນ.

ຮອດ​ເດືອນມິຖຸນາ 2018 ສະມາ​ຄົນ​ຊາວ​ກະສິກຳ​ຂັ້ນ​ຕ່າງໆ ​ໄດ້​ຂະຫຍາຍ​ສະມາຊິກ​ໄດ້ 10.207.929 ຄົນ, ອັດຕາ​ສ່ວນ​ຄອບຄົວ​ຊາວ​ກະສິກອນ​ມີ​ສະມາຊິກ​ສະມາຄົມ​ກວມ​ກວ່າ 80% ຂອງຈຳນວນ​ຄອບຄົວ, ສະມາຊິກ​ສະມາຄົມ​ເປັນ​ເຈົ້າ​ຂອງ​ຄອບຄົວ​ກວມ​ເອົາ 70%, ການ​ດຳ​ເນີນ​ຊີວິດ​ຂອງ​ໜ່ວຍ, ຈຸ​ສະມາຄົມ​ແມ່ນ​ຕາມ​ທີ່ຢູ່​ຂອງ​ປະຊາກອນ ​ແລະ ຕາມ​ຂະ​ແໜງ​ອາຊີບ; ​ແນະນຳ​ສ້າງ​ຕັ້ງ​ການ​ຮ່ວມງານ​ໄດ້ 1.135 ສະ​ອະ​ກອນ ​ແລະ 101.000 ໜ່ວຍ​ຮ່ວມ​ມື; ຕັ້ງໜ້າ​ປ່ຽນ​ແປງ​ໃໝ່​ເນື້ອ​ໃນ, ​ແບບ​ວິທີ​ການ​ໂຄສະນາ, ຂົນຂວາຍ​ຊາວ​ກະສິກອນ, ສ້າງ​ຄວາມ​ດຶງ​ດູດ​ໃຈ ​ແລະ​ຄວາມ​ເຊື່ອ​ຖື​ຕໍ່​ການຈັດ​ຕັ້ງ​ສະມາຄົມ​ຂອງ​ຕົນ.

​ແຕ່​ວ່າ, ຂະ​ບວນການ​ກໍ່ສ້າງຮູບ​ແບບ​ຊາວ​ກະສິກອນຫວຽດນາມ​ໃນ​ເວລາ​ທີ່​ຜ່ານ​ມາ​ຍັງ​ຖືກ​ຈຳກັດ ​ແລະ​ມີ​ຂໍ້​ຜິດພາດ​ທີ່​ຕ້ອງ​ເອົາ​ໃຈ​ໃສ່​ແກ້​ໄຂ​ຜ່ານ​ຜ່າ.

​ໃນ​ດ້ານ​ທິດ​ສະ​ດີ​ແລະ​ພຶດຕິ​ກຳ, ການ​ຄົ້ນຄວ້າ​ຫັນ​ເປັນ​ລະອຽດ​ກ່ຽວ​ກັບ​ແບບ​ວິທີ​ການ​ນຳພາ​ຂອງ​ພັກຕໍ່​ຊົນ​ຊັ້ນ​ຊາວ​ກະສິກອນ ​ແລະ ວຽກ​ງານ​ຂົນຂວາຍ​ຊາວ​ກະສິກອນ ​ເພື່ອ​ປະຕິບັດ​ຢ່າງ​ມີ​ປະສິດທິ​ຜົນ ​ມະຕິ​ເລກທີ 26-NQ/TW, ວັນ​ທີ 5 ສິງຫາ 2008, ຂອງ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ສະ​ໄໝ​ທີ X, ກ່ຽວ​ກັບ​ກະສິກຳ, ຊາວ​ກະສິກອນ, ຊົນ​ນະ​ບົດ, ຕາມ​ທັດສະນະ​ເສີມ​ຂະຫຍາຍ​ບົດ​ບາດ​ເຈົ້າພາບ​ຂອງ​ຊົນ​ຊັ້ນ​ຊາວ​ກະສິກອນ, ບົດບາດ​ເປັນ​ໃຈ​ການ​ແລະ​ແກ່ນສານ​ ຂອງ​ສະມາຄົມ​ຊາວ​ກະສິກອນ​ຫວຽດນາມ ​ໃນ​ເງື່ອນ​ໄຂ​ການ​ພັດທະນາ​ເສດຖະກິດຕະຫຼາດກຳນົດ​ທິດສັງຄົມ​ນິຍົມ​ແລະ​ເຊື່ອມ​ໂຍງ​ສາກົນນັ້ນ, ມີ​ບາງ​ເນື້ອ​ໃນ​ບໍ່​ທັນ​ໄດ້​ຮັບການ​ສະຫຼຸບ​ສັງ​ລວມ​ເພື່ອທຳ​ຄວາມ​ກະຈ່າງ​ແຈ້ງ, ​ໂດຍ​ສະ​ເພາະ​ແມ່ນ​ການ​ປັບປຸງ​ພື້ນຖານ​ສັງຄົມ - ສາຍ​ພົວພັນ​ສະໜິດ​ແໜ້ນ​ລະຫວ່າ​ງພັກ​ກັບ​ຊົນ​ຊັ້ນ​ບາ​ວກະສິກອນ ​ໂດຍ​ຜ່ານ​ສະມາຄົມ​ຊາວ​ກະສິກອນ​ແລະ​ສະຫະກອນ ທີ່​ຍັງ​ບໍ່​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ຢ່າງຖືກຕ້ອງ​ເໝາະ​ສົມ.

ການ​ແກ້​ໄຂ​ສາຍ​ພົວພັນ​ລະຫວ່າງການ​ມອບ​ທີ່​ດິນ​ໂດຍ​ມີ​ການ​ເກັບ​ເງິນນຳ​ໃຊ້​ທີ່​ດິນ, ການ​ໃຫ້​ເຊົ່າ​ທີ່​ດິນຕາມ​ຮູບ​ການປະມູນ​ສຳລັບ​ສິດທິ​ການໃຊ້​ທີ່​ດິນ ​ໄດ້​ຮັບ​ການ​ປະຕິບັດ​ໜ້ອຍ​ທີ່ສຸດ, ​ໃນ​ເມື່ອ​ການ​ມອບທີ່​ດິນ​ແລະ​ໃຫ້​ເຊົ່າ​ທີ່​ດິນ​ໂດຍ​ກົງ​ແມ່​ນຮູບການ​ຕົ້ນຕໍ; ສາຍ​ພົວ​ພັນ​ລະຫວ່າງ​ການ​ຫ້າມຮັບ​ສິດທິການ​ໃຊ້​ທີ່​ດິນ​ເກີນ​ກວ່າ​ທີ່​ກຳນົດ​ໄວ້ ​ແລະ​ຄວາມ​ຕ້ອງການ​ສະ​ສົມ​ດິນ​ນາ​ຂອງ​ຊາວ​ກະສິກອນ​ ຍັງ​ຖືກ​ຈຳກັດ​ແລະ​ງຸ່ມ​ງ່າມ. ການ​ເຕີບ​ໂຕ​ຂອງ​ເສດຖະກິດ​ຊົນນະບົດ​ບໍ່​ທັນ​ຕິດ​ກັບການ​ຂຸດ​ຄົ້ນ​ແລະ​ນຳ​ໃຊ້​ຊັບພະຍາກອນ​ຢ່າງ​ມີ​ປະສິດທິ​ຜົນ (ຕາມ​ການ​ສືບສວນ​ຂອງ​ກະຊວງ​ກະສິກຳ​ແລະ​ພັດທະນາ​ຊົນນະບົດ, ​ເນື້ອ​ທີ່​ດິນທີ່​ເສື່ອ​ມ​ໂຊມ​​ໃນ​ປະຈຸ​ບັນ​ແມ່ນປະມານ 1,3 ລ້ານ​ແຮກ​ຕາ, ກວມ​ເອົາ 4% ​ເນື້ອ​ທີ່​ດິນ​ຂອງ​ປະ​ເທດ, ດິນ “ທີ່​ມີ​ບັນຫາ” ຂຶ້ນ​ເຖິງ 10 ລ້ານ​ແຮກ​ຕາ, ກວມ​ເອົາ 31% ​ເນື້ອ​ທີ່​ຂອງ​ປະ​ເທດ ຊຶ່ງ​ຕົ້ນ​ຕໍ​ແມ່ນ​ດິນ​ກະສິກຳ ດ້ວຍ​ເນື້ອ​ທີ 846 ພັນ​ແຮກ​ຕາ ​ແລະ​ພົວພັນ​ໂດຍ​ກົງ​ເຖິງ​ຊາວ​ກະສິກອນ​ພາກສ່ວນ​ຫຼາຍ)...

​ໄດ້​ປະກົດ​ມີ​ຄວາມ​ຂັດ​ແຍ້​ງຕ່າງໆ​ເຊັ່ນ ຄວາມ​ຂັດ​ແຍ້​ງລະຫວ່າງຄວາມຕ້ອງການ​ທີ່​ນັບ​ມື້​ສູງ​ຂຶ້ນ​ຂອງ​ຂະ​ບວນວິວັດ​ການ​ຜະລິດ​ກະສິກຳຕາມ​ທິດ​ຍົກ​ສູງ​ສະມັດ​ຕະພາບ, ຄຸນ​ນະພາ​ບ, ຄຸນຄ່າ, ຄວາມ​ປອດ​ໄພ ກັບ​ຄວາມ​ຈຳກັດ​ທາງ​ດ້ານລະດັບ​ການ​ສຶກສາ, ຄວາມ​ຮູ້, ທັກ​ສະການ​ປູກຝັງ​ກະສິກຳ ຂອງ​ພະນັກງານ​ພາກສ່ວນ​ໜຶ່ງ​ແລະ​ຂອງຊາວ​ກະສິກອນ​ສ່ວນ​ຫຼາຍ; ຄວາມ​ຂັດ​ແຍ້​ງລະຫວ່າງ​ຄວາມ​ຕ້ອງການ​ເພີ່ມ​ຜົນ​ປະ​ໂຫຍ​ດ​ເສດຖະກິດ ກັບຄວາມ​ຈຳກັດ​ໃນ​ການ​ກຳນົດ​ໂຄງ​ສ້າງ​ເສດຖະກິດ​ກະສິກຳຂອງ​ແຕ່ລະ​ເຂດ​ແລະ​ຂອງ​ແຕ່​ລະ​ຄອບຄົວ​ຊາວ​ກະສິກອນ ຊຶ່ງ​ພວ​ມມີຢ່າງ​ແຜ່​ຫຼາຍ​ຮູບ​ການ​ຜະລິດນ້ອຍ​ເພື່ອ​ຍົກ​ສູງຄຸນຄ່າ​ຜະລິດ​ຕະພັນ​ກະສິກຳ; ຄວາມ​ຂັດ​ແຍ້​ງລະຫວ່າງຊາວ​ກະສິກອນ ​ກັບ​ເຈົ້າພາບ​ອື່ນ​ໃນ​ການ​ແຈກ​ຢາຍ​ຜົນ​ປະ​ໂຫຍ​ດ ຍ້ອນ​ຊາວ​ກະສິກອນ​ສ່ວນ​ຫຼາຍບໍ່​ທັນ​ຍົກ​ສູງ​ຄຸນຄ່າ​ເສດຖະກິດ​ໃນ​ຂອດ​ຕ່າງໆ​ ຫຼັງຂອດ​ການ​ຜະລິດ; ຄວາມ​ຂັດ​ແຍ້​ງລະຫວ່າງຄວາມ​ຕ້ອງການ​ພັດທະນາ​ເສດຖະກິດ​ສີຂຽວ​ແບບ​ຍືນ​ຍົງ ກັບ​ຄວາມ​ຫຍໍ້​ທໍ້​ຕ່າງໆ​ໃນ​ຂະ​ບວນການ​​ຫັນ​ເປັນ​ອຸດສາຫະກຳ ທັນ​ສະ​ໄໝ ​ແລະ ຫັນ​ເປັນ​ຕົວ​ເມືອງ; ຄວາມ​ຂັດ​ແຍ້​ງລະຫວ່າງຄວາມ​ຕ້ອງການ​ຍູ້​ແຮງ​ການ​ຜະລິດ​ໃນ​ເງື່ອນ​ໄຂ​ການ​ຜັນ​ແປ​ປ່ຽນ​ຢ່າງ​ສັບສົນ​ແລະ​ເປັນ​ອັນຕະລາຍຂອງ​ການ​ປ່ຽນ​ແປງ​ສະພາບ​ອາກາດ ກັບ​ຄວາມ​ຕ້ອງການ​ປົກ​ປ້ອງຊັບພະຍາກອນ​ກະສິກຳ ​ແລະ​ສິ່ງ​ແວດ​ລ້ອມລະບົບ​ນິ​ເວດ...

ຄຸນຄ່າ​ວັດທະນະທຳ, ຄຸນສົມບັດ​ແບບ​ດັ້ງ​ເດີມ​ທີ່​ດີງາມ​ຫຼາຍ​ຢ່າງ​ຂອງ​ຊາດ ຢູ່​​ເຂດຊົນນະບົດ ​ໄດ້​ແລະ​ພວມ​ຖືກ​ທຳລາຍ, ພະນັກງານ​ແລະ​ຊາວ​ກະສິກອນ​ພາກສ່ວນ​ໜຶ່ງ​ຖືກ​ເສື່ອ​ມ​ໂຊມຍ້ອນ​ການ​ດຳລົງ​ຊີວິດ​ແບບອັດ​ຕະປະ​ໂຫຍ​ດ, ນ້ຳ​ໃຈ​ຫຸ້ມ​ຫໍ່​ຮັກ​ແພງ​ເພື່ອນ​ບ້ານ​ໃນ​ໝູ່​ບ້ານ​ຫວຽດນາມ ​ແລະ​ຄວາມ​ສະຫງົບ​ຊຸ່ມ​ເຢັນ​ຂອງ​ສັງຄົມ​ຊົນນະບົດ ບໍ່​ຄື​ແຕ່​ກ່ອນ​ອີກ, ຄວາມ​ເມດ​ຕາ​ແລະ​ຄວາມ​ອະນຸ​ໂລມ​ຜ່ອນຜັນ​ໃນ​ການ​ຕິດ​ຕໍ່​ພົວພັນ​ປະຈຳ​ວັນ​ຖືກ​ຈາງ​ຫາຍ​ໄປ, ກາ​ນດຳລົງ​ຊີວິດ​ແບບ​ອັດ​ແຈບ​ແລະ​ເຫັນ​ແກ່​ຕົວ​ເອງ​ເພີ່ມ​ຂຶ້ນ​ເລື້ອຍ ຊຶ່ງ​ກຳ​ນົດ​ຄວາມ​ຈຳ​ເປັນ​ຮີບ​ດ່ວນທີ່​ຈະ​ຕ້ອງ​ເຮັດ​ເປັນ​ຢ່າງ​ດີ​ ວຽກ​ງານວາງ​ແຜນ​ເສດຖະກິດ-ສັງຄົມ, ຮັກສາ​ແລະ​ປົກ​ປ້ອງ, ​ເສີມ​ຂະຫຍາຍ​ບັນດາ​ປັດ​ໄຈ​ຕັ້ງໜ້າ​ຂອງຊຸມ​ຊົນ​ຊາວບ້ານ​ໃນ​ຫວຽດນາມ.

ການ​ສຳ​ຫຼວດ​ໃນ​ຊົນນະບົດ, ການ​ກະສິກຳ ​ແລະ​ການ​ປະມົງ​ປີ 2016 ​ໃຫ້​ເຫັນ​ວ່າ, ຈຳນວນ​ປະຊາກອນ​ໃນ​ໄວ​ອາຍຸອອກ​ແຮງ​ງານທີ່​ມີ​ຄວາມ​ສາມາດ​ອອກ​ແຮງ​ງານ​ຢູ່​ຊົນນະບົດ​​ແມ່ນ 31.016.720 ຄົນ, ​ໃນ​ນັ້ນ​ ຜູ້​ທີ່​ບໍ່​ທັນ​ໄດ້​ຮັບ​ການ​ຝຶກ​ອົບຮົມກວມ​ເອົາ 65,86%, ຈຳນວນ​ຜູ້​ໄດ້​ຮັບ​ການ​ຝຶກ​ອົບຮົມ​ແລ້ວ​ ແຕ່​​ບໍ່ມີ​ໃບຮັບ​ຮອງ​ແລະ​ປະກາດ​ສະ​ນິຍະ​ບັດ​ກວມ​ເຖິງ 18,27%, ຈຳນວນ​ຜູ້​ໄດ້​ຮັບ​ການ​ຝຶກ​ອົບຮົມ​ແລະ​​ໄດ້​ຮັບ​ສະ​ນິຍະ​ບັດ​ກວມ​ພຽງ 4,74%... ຄຸນ​ນະພາ​ບ, ລະດັບ​ແຮງ​ງານ​ຢູ່​ຊົນນະບົດ​ຕ່ຳ​ຫຼາຍ ພວມ​ເປັນ​ອຸປະສັກ​ສຳລັບ​ຊາວ​ກະສິກອນ​ໃນ​ການ​ຍົກ​ສູງ​ສະມັດ​ຕະພາບ​ຂອງ​ງານ, ​ໃນ​ຂະນະ​ນັ້ນ ບົດບາດ​ຂອງອຳນາດ​ການ​ປົກຄອງ, ສະມາຄົມ​ຊາວ​ກະສິກອນແລະ​ສະຫະກອນ​ ໃນ​ການ​ຊ່ວຍໜູນຄວາມ​ຮູ້​ດ້ານ​ການກະສິກຳ ​ແລະ​ນະ​ໂຍບາຍ, ກົດໝາຍ ​ໃຫ້​ຊາວ​ກະສິກອນ ພັດ​ຍັງ​ຖືກ​ຈຳກັດ.

ທິດ​ທາງ​ແລະ​ເນື້ອ​ໃນ​ກໍ່ສ້າງຮູບ​ແບບ​ຊາວ​ກະສິກອນຮຸ່ນ​ໃໝ່

ທິດ​ທາງ​ກໍ່ສ້າງຮູບ​ແບບ​ຊາວ​ກະສິກອນຮຸ່ນ​ໃໝ່

ສູ້​ຊົນ​ສ້າງ, ກໍ່​ຕັ້ງ​ຊາວ​ກະສິກອນ​ຮຸ່ນ​ໃໝ່ທີ່​ຂະຫຍາຍຕົວ​ຢ່າງຮອບດ້ານ, ບູລະນະ​ເທື່ອ​ລະ​ກ້າວ​ບຸກຄະ​ລິກກະພາບ, ຄຸນສົມບັດສິນ​ທຳ, ສະຕິ​ປັນຍາ​ທີ່​ສະຫຼາດ​ຫຼັກ​ແຫຼມ, ຄວາມ​ສາມາດ​ປະດິດ​ສ້າງ, ທັກ​ສະການ​ກະສິກຳ​ເຕັກ​ໂນ​ໂລ​ຊີ​ສູງ, ມີ​ສຸຂະພາບ​ແຂງ​ແຮງ, ຈິດ​ວິນ​ຍານ​ບໍລິສຸດ ສີວິ​ໄລ, ​ຍົກ​ສູງ​ຄວາມພາກພູມ​ໃຈ​ນັບຖື​ຕົນ​ເອງ​ແລະ​ກຽດ​ສັກ​ສີ​ຂອງ​ຊາດ​ ໃນ​ຂະ​ບວນການ​ເຊື່ອມ​ໂຍງ​ສາກົນ.

ປັບປຸງບູລະນະບັນດາ​ຂໍ້​ກຳນົດ, ລະບຽບ​ຂັ້ນ​ຕອນ, ກົດ​ລະບຽບ, ກົດໝາຍ​ນິຕິ​ກຳ​ວັດທະນະທຳ ກ່ຽວ​ກັບ​ສັງຄົມ​ຊົນນະບົດ, ຮັບປະກັນ​ເສີມ​ຂະຫຍາຍ​ໄດ້ ບັນດາ​ຄຸນຄ່າ​ວັດທະນະທຳ​ທີ່​ເປັນ​ມູນ​ເຊື້ອ​ອັນ​ດີ​ງານ​ຂອງ​ຊາດ ​ໃນ​ສະ​ໄໝ​ແຫ່ງການ​​ຫັນ​ປະ​ເທດເປັນ​ອຸດສາຫະກຳ ທັນ​ສະ​ໄໝ, ສ້າງ​ສິ່ງ​ແວດ​ລ້ອມ​ແລະ​ເງື່ອ​ນໄຂທີ່​ອຳນວຍ​ໃຫ້​ແກ່​ການ​ກໍ່ສ້າງຊາວ​ກະສິກອນ​ຮຸ່ນ​ໃໝ່ ທີ່​ສາມາ​ດ​ເສີມ​ຂະຫຍາຍ​ບົດບາດ​ເຈົ້າພາບ​ທີ່​ແທ້​ຈິງ ​ໃນ​ການ​ຈັດ​ວາງ​ໂຄງ​ສ້າງ​ຂະ​ແໜງ​ກະສິກຳ​ຄືນ​ໃໝ່ ​ແລະ ກໍ່ສ້າງ​ຊົນນະບົດ​ໃໝ່.

ວາງ​ມາດຕະຖານ, ​ເກນ​ກຳນົດ​ການກໍ່ສ້າງຮູບ​ແບບ​ຊາວ​ກະສິກອນຮຸ່ນ​ໃໝ່ ທີ່​ສອດ​ຄ່ອງ​ເໝາະ​ສົມ​ກັບ​ສະ​ໄໝ​ແຫ່ງຍູ້​ແຮງການ​​ຫັນ​ເປັນ​ອຸດສາຫະກຳ ທັນ​ສະ​ໄໝ, ພັດທະນາ​ເສດຖະກິດ​ຕະຫຼາດກຳນົດ​ທິດສັງຄົມ​ນິຍົມ ​ແລະ ​ເຊື່ອມ​ໂຍງ​ສາກົນ.

ບັນດາ​ເນື້ອ​ໃນ​ພື້ນຖານ​ກ່ຽວ​ກັບ​ການກໍ່ສ້າງຮູບ​ແບບ​ຊາວ​ກະສິກອນຮຸ່ນ​ໃໝ່​ ໃນ​ຂະ​ບວນການຈັດ​ວາງ​ໂຄງ​ສ້າງຂະ​ແໜງ​ກະສິກຳ​ຄືນ​ໃໝ່ ​ແລະ ກໍ່ສ້າງ​ຊົນນະບົດ​ໃໝ່.

ທີ​ໜຶ່ງ, ມີນ້ຳ​ໃຈ​ຮັກ​ຊາດອັນ​ແຮງ​ກ້າ, ມີ​ສະຕິ​ຮູ້ສຶກ​ໃນ​ຄວາມ​ເປັນ​ເຈົ້າ​ຂອງ, ຄວາມ​ຮັບຜິດຊອບ​ຂອງ​ພົນລະ​ເມືອງ.

ອາລົມ​ຈິດ​ແລະ​ແນວ​ຄິດ​ຮັກ​ຊາດ​ຂອງ​ປະຊາຊົນ​ເຮົາ ຊຶ່ງ​ສ່ວນ​ຫຼາຍ​ແມ່ນ​ຊາວ​ກະສິກອນ ​ໄດ້​ປະກົດ​ຂຶ້ນ​ແຕ່​ດົນ​ນານ ​ໃນ​ການ​ພົວພັນ​ກັບ​ທຳ​ມະ​ຊາດ​ດ້ວຍ​ການ​ອອກ​ແຮງ​ງານ​ປະດິດ​ສ້າງຂອງ​ຕົນ ​ແລະ ​ໃນ​ການ​ພົວພັນ​ກັບ​ສັງຄົມ​ດ້ວຍ​ເຈດ​ຈຳນົງ​ເອກະລາດ ອິດ​ສະລະ​ພາບ, ​ໄດ້​ກາຍ​ເປັ​ນຄຸນຄ່າ​ອັນ​ດັບ​ໜຶ່ງ​ແລະ​ສຳຄັນ​ທີ່​ສຸດ​ທີ່​ແຊກ​ຄຸນ​ລະບົບ​ຄຸນຄ່າ​ທັງ​ໝົດ​ຂອງ​ຊາດ​ຫວຽດນາມ.

​ໃນ​ການ​ປະຊຸມ​ຄັ້ງ​ທຳ​ອິດ​ຂອງ​ຄະນະ​ກຳມະການ​ຄົ້ນຄວ້າ​ແຜນການ​ກໍ່ສ້າງ​ປະ​ເທດ, ວັນ​ທີ 10 ມັງກອນ 1946, ປະທານ​ໂຮ່ຈີ​ມິນ​ຢືນຢັນ: “ປະຊາຊົນ​ພຽງ​ແຕ່​ເຂົ້າ​ໃຈ​ແຈ້ງ​ຄຸນຄ່າ​ຂອງ​ເສລີພາບ, ຂອງ​ເອກະລາດ​ເມື່ອ​ປະຊາຊົນ​ໄດ້​ກິນ​ອີ່ມ, ນຸ່ງ​ອຸ່ນ”(4).

ປະຊາຊົນ​ຫວຽດນາມ​ທຸກ​ຮຸ່ນ, ​ໃນ​ນັ້ນ​ມີ​ຊົນ​ຊັ້ນຊາວ​ກະສິກອນ ​ໄດ້​ຖື​ລັດທິ​ຮັກ​ຊາດ​ລວມມີ​ເອກະລາດ ​ເສລີພາບ ​ເປັນ​ແກ່​ສານ ​ແມ່ນຄຸນ​ລັກສະນະ​ທີ່​​ໂດດ​ເດັ່ນ​ທີ່​ສຸດ, ​ແມ່ນ​ມາດຕະຖານ​ຄຸນສົມບັດ, ​ແບບ​ແຜນ​ດຳລົງ​ຊີວິດ ​ແລະຄວາມ​ງາມ​ຂອງ​ຄົນ​ຫວຽດນາມ. ດັ່ງ​ນັ້ນ, ອາລົ​ມຈິດ​ແລະ​ແນວ​ຄິດ​ຮັກ​ຊາດຍາມ​ໃດ​ກໍ່​ເປັນ​ຄຸນຄ່າທາງ​ສິນ​ທຳ​ທີ່​ສູງ​ສົ່ງ​ທີ່​ສຸດ ຊຶ່ງ​ຊາວ​ຫວຽດນາມ​ທຸກຄົນ​ໄດ້​ສະ​ແຫວ​ງຫາ, ຮັກສາ​ແລະສົ່ງ​ເສີມ, ​ເອົາ​ໃຈ​ໃສ່​ສົມທົບ​ຢ່າງ​ແໜ້ນ​ແຟ້ນ​ແນວທາງກໍ່ສ້າງ​ປະ​ເທດ ​ແລະ​ທິດ​ທາ​ງຖື​ປະຊາຊົນ​ເປັນ​ກົກ​ຮາກ, ອີງ​ໃສ່​ປະຊາຊົນ​ເພື່ອ​ດຳ​ເນີນ​ການ​ສ້າງສາ​ປະ​ເທດ​ແລະ​ຮັກສາ​ປະ​ເທດ, ສາມັກ​ຄີ​ພາຍ​ໃນ​ແລະ​ພົວພັນ​ມິດຕະພາບ​ກັບ​ພາຍ​ນອກ ​ແນ​ໃສ່​ສ້າງ​ກຳລັງ​​ແຮງສັງ​ລວມ​ໃຫ້​​ແກ່ພາລະກິດ​ສ້າງສາ​ແລະ​ປົກ​ປັກ​ຮັກສາ​ປະ​ເທດຊາດ.

ກໍ່ສ້າງ​ແນວ​ຄິດ​ຮັກ​ຊາດ​ທີ່​ລວມມີ: ຈິດ​ໃຈ​ເປັນ​ເອກະລາດ​ເປັນ​ເຈົ້າ​ຕົນ​ເອງ, ອົງອາດ​ກ້າຫານ, ມີ​ລັກສະນະ​ຊຸມ​ຊົນ ລັກສະນະ​ປະຊາຊົນ​ທີ່​ອຸດົມສົມບູນ, ກ້າວໜ້າ​ທາງ​ສັງຄົມ, ມີ​ຄວາ​ປາຖະໜາ​ໃນ​ເສລີພາບ, ບໍ່​ເຫັນ​ແກ່​ຕົວ​ເອງ, ບໍ່​ມີ​ແນວ​ຄິດ​ຊາດຄັບ​ແຄບ, ​ເຄົາລົບ​ນັບຖື​ຊາດ​ອື່ນ, ມີ​ນ້ຳ​ໃຈ​ມິດຕະພາບ​ແລະ​ອະນຸ​ໂລມຜ່ອນຜັນ ​ເພື່ອປົກ​ປັກ​ຮັກສາ​ເອກະລາດ, ອິດ​ສະລະ​ພາບ ​ແລະ​ກຽດ​ສັກ​ສີ​ຂອງ​ຊາດ. ຕ້ອງການ​ສົມທົບ​ກຳລັງ​ແຮງ​ຂອງ​ຊາດ​ກັບ​ກຳລັງ​ແຮງ​ຂອງ​ຍຸກ​ສະ​ໄໝ, ຍາດ​ແຍ່ງ​ເອົາ​ການ​ສະໜັບສະໜູນ​ຂອງ​ເພື່ອນ​ມິດສາ​ກົນ​ເພື່ອ​ກໍ່ສ້າງ​ປະ​ເທດ​ໃຫ້​ຮັ່ງມີ​ເຂັ້ມ​ແຂງ.

ທີ​ສອງ, ຮູ້​ຮັກສາ​ແລະ​ເສີມ​ຂະຫຍາຍ​ມູນ​ເຊື້ອ​ສາມັດ​ຄີ​​ແຫ່ງຊາດ, ຮ່ວມ​ມື​ແລະ​ຊ່ວຍ​ເຫຼື​ອຊຶ່ງ​ກັນ​ແລະ​ກັນ.

ຕາມ​ປະທານ​ໂຮ່ຈີ​ມິນ, ມະຫາ​ສາມັກຄີ​ແມ່ນ​ບັນຫາ​ທີ່​ມີ​ຄວາມ​ໝາຍ​ຍຸດ​ທະ​ສາດ, ບັນຫາ​ເປັນຕາ​ຍຂອງ​ຊາດ​ຫວຽດນາມ, ​ແມ່ນ​ຫຼັກການ​ປະພຶດ​ຕົວ​ສຳລັບ​ຄົນ​ຫວຽດນາມ​ທຸກ​ຮຸ່ນ ​ແລະ​ເປັນ​ໜຶ່ງ​ໃນ​ບັນດາ​ປັດ​ໄຈ​ທີ່​ຕັດສິນ​ໄຊຊະນະ​ຂອງ​ການ​ປະຕິວັດ​ຫວຽດນາມ.

​ເປົ້າ​ໝາຍ​ລວມຂອງ​ປະຊາຊົນ​ເຮົາ​ໃນ​ປະຈຸ​ບັນ​ແມ່ນ ສູ້​ຊົນ​ເພື່ອ​ເຮັດ​ໃຫ້​ປະຊາຊົນ​ຮັ່ງມີ, ປະ​ເທດ​ຊາດ​ເຂັ້ມ​ແຂງ, ມີ​ປະຊາທິປະ​ໄຕ ຍຸຕິ​ທຳ ສີວິ​ໄລ. ​ເປົ້າ​ໝາຍ​ອັນ​ລະອຽດ​ຂອງ​ຊົນ​ຊັ້ນ​ຊາວ​ກະສິກອນ​ແມ່ນ ຍູ້​ແຮງ​ການ​ຫັນ​ກະສິກຳ​ເປັນ​ອຸດສາຫະກຳ, ຫັນ​ຊົນນະ​ບົດ​ເປັນ​ທັນ​ສະ​ໄໝ ​ແລະ​ເຮັດ​ໃຫ້​ຊາວ​ກະສິກອນ​ມີ​ປັນຍາ​ຄວາມ​ຮູ້​ສູງ ​ເພື່ອ​ໃຫ້​ປະ​ເທດ​ເຮົາ​ຂະຫຍາຍຕົວ​ຢ່າງ​ແຂງ​ແຮງ ນັບ​ທັງ​ຕົວ​ເມືອງ​ແລະ​ຊົນນະບົດ, ທັງ​ອຸດສາຫະກຳ​ແລະ​ກະສິກຳ, ທັງ​ກຳມະກອນ​ແລະ​ຊາວ​ກະສິກອນ.

​ເພື່ອ​ປະຕິບັດ​ເປົ້າ​ໝາຍ​ທີ່​ພັກ​ວາງ​ອອກ​ມາ, ຊົນ​ຊັ້ນ​ຊາວ​ກະສິກອນ ​ແລະ ຊາວ​ກະ​ສະ​ກອນທຸກຄົນ​ຕ້ອງ​ເພີ່ມ​ທະວີ​ຄວາມ​ສາມັກຄີ ​ແລະ​ຄວາມ​ຮ່ວມ​ມື, ​ເຂົ້າ​ຮ່ວມການ​ກໍ່ສ້າງ​ໜ່ວຍ​ຮ່ວມ​ງານ​ແລະ​ສະຫະກອນກະ​ເສດ ​ເພື່ອ​ຈັດ​ຕັ້ງ​ການ​ຜະລິດຕາມ​ພວງ​ພະນັງ​ຄຸນຄ່າ, ຮັກສາ​ສາຍສຳພັນ​ທະພາບ​ກຳມະ​ກອນ ຊາວ​ກະສິກອນ​ແລະ​ປັນຍາ​ຊົນ​ໃຫ້​ໝັ້ນຄົງ, ​ເອົາ​ໃຈ​ໃສ່​ເປັນ​ສຳຄັນ​ເຖິງ​ການ​ເຊື່ອ​ມຕໍ່​ກັບ​ວິ​ສາ​ຫະກິດ​ໃນ​ປະ​ເທດ​ແລະ​ຕ່າງປະ​ເທດ ນັບ​ແຕ່​ການ​ຜະລິດ​ຈົນ​ເຖິງ​ການຈຳໜ່າຍ​ຂາຍ​ຜະລິດ​ຕະພັນ ​ເພື່ອ​ແນ​ໃສ່​ຍົກ​ສູງ​ສະມັດ​ຕະພາບ, ຄຸນ​ນະພາ​ບ ​ແລະ​ຄຸນຄ່າ​ຂອງ​ຜະລິດ​ຕະພັນ​ກະສິກຳສະບຽງ​ອາຫານ. ​ເອົາ​ໃຈ​ໃສ່​ປັບປຸງ, ກໍ່ສ້າງ​ຄຸນຄ່າ​ວັດທະນະທຳ​ສາມັກຄີ ກໍ່​ມີ​ຄວາມໝາຍ​ດຽວ​ກັນ​ກັບ​ການ​ເພີ່ນການ​ອົບຮົມ​ສຶກສາ, ຂົນຂວາຍ​ຊາວ​ກະສິກອນ​ແລະ​ພະນັກງານ​ສະມາຄົມ​ຊາວ​ກະສິກອນ ພ້ອມ​ກັນຕໍ່​ສູ້​ລົບ​ລ້າງ​ຈິດ​ຕະສາດການ​ຜະລິດ​ນ້ອຍ, ມຸ່ນ​ຍ່ອຍ, ​ເອກະ​ເທດ, ອະນຸຮັກນິຍົມ, ຄັບ​ແຄບ, ພັກ​ພວກ, ພາກສ່ວນ​ທ້ອງ​ຖິ່ນ, ພາກສ່ວນ​ຊົນ​ເຜົ່າ, ນັບຖື​ຜູ້​ຊາຍ​ປະໝາດ​ແມ່ຍິງ,​… ​ໃນ​ປະຈຸ​ບັນ.

ທີ​ສາມ, ມີ​ລະດັບ​ການ​ສຶກສາ​ແລະ​ຄວາມ​ຮູ້​ວິທະຍາສາດ-​ເຕັກ​ໂນ​ໂລ​ຊີ​ທີ່​ກ້າວໜ້າ.

ກອງ​ປະຊຸມ​ໃຫຍ່ຄັ້ງ​ທີ XII ຂອງ​ພັກ​ໄດ້​ຕົກລົງ​ສືບ​ຕໍ່​ຍູ້​ແຮງ​ການ​ປະຕິບັດຮູບ​ແບບການ​​ຫັນ​ເປັນ​ອຸດສາຫະກຳ ທັນ​ສະ​ໄໝ ​ແລະ​ເຊື່ອມ​ໂຍງ​ສາກົນ ຕິດ​ກັບ​ການ​ພັດທະນາ​ເສດຖະກິດ​ພູມ​ປັນຍາ ​ໂດຍ​ເອົາ​ວິທະຍາສາດ, ​ເຕັກ​ໂນ​ໂລ​ຊີ, ສະຕິ​ປັນຍາ ​ແລະ ​ແຫຼ່ງບຸກຄະລາ​ກອນ​ຄຸນ​ນະພາ​ບສູງ ​ເປັນ​ກຳລັງ​ໜູນ​ຕົ້ນຕໍ; ​ເອົາ​ໃນ​ໃສ່​ເປັນ​ສຳຄັນ​ເຖິງການ​​ຫັນ​ເປັນ​ອຸດສາຫະກຳທັນ​ສະ​ໄໝ ຕໍ່​ກະສິກຳ​ແລະ​ຊົນນະບົດ, ກໍ່ສ້າງພັດທະນາການ​ກະສິກຳ​ຢ່າງ​ໄວ​ວາແລະ​ຍືນ​ຍົງ ຕາມ​ທິດ​ການ​ຜະລິດ​ສິນຄ້າ​ຂະຫຍາດໃຫຍ່ ​ແລະ​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ສູງ, ຍົກ​ສູງ​ຄຸນ​ນະພາ​ບ​ແລະ​ຄຸນຄ່າ​ຂອງ​ຜະລິດ​ຕະພັນ, ​ເສີມ​ຂະຫຍາຍ​ບົດບາດ​ເຈົ້າພາບ​ຂອງ​ຄອບຄົວ​ຊາ​ວກະສິກອນ ​ແລະ ​ເສດຖະກິດ​ຄອບຄົວ, ບົດບາດ​ເປັນ​​ແກ່ນສານ​ຂອງ​ວິ​ສາ​ຫະກິດ​ແລະ​ສະຫະກອນ, ບົດບາດ​ໃຈກາງ​ແລະ​ແກ່ນສານ​ຂອງ​ສະມາຄົມ​ຊາວ​ກະສິກອນ​ຫວຽດນາມ.

​ແຜນ​ນະ​ໂຍບາຍ​ເຫຼົ່າ​ນັ້ນ​ຂອງ​ພັກຮຽກຮ້ອງ​ໃຫ້​ສືບ​ຕໍ່ຍູ້​ແຮງວຽກ​ງານບຳລຸງ​ສ້າງ​ແລະ​ຝຶກ​ອົບຮົມ​ອາຊີບ​ໃຫ້​ຖັນ​ແຖວ​ພະນັກງານ​ຂອງ​ສະມາຄົມ​ຊາວ​ກະສິກອນ ​ແລະ​ສະມາຊິກ​ສະມາຄົມ, ຊາວ​ກະສິກອນ ​ເພື່ອ​ມີ​ລະດັບການ​ສຶກສາ​ແລະມີ​ທັກ​ສະການ​ປູກຝັງການ​ກະສິກຳ, ມີ​ຄວາມ​ສາມາດ​ເຂົ້າ​ຮ່ວມ​ຕະຫຼາດ​ແລະ​ເຮັດ​ວຽກ​ໃນ​ສະພາບ​ການ​ເຊື່ອມ​ໂຍງ​ສາກົນ. ສະມາຄົມ​ຊາວ​ກະສິກອນ​ສົມທົບ​ກັບ​ບັນດາ​ຂັ້ນ​ແລະ​ບັນດາ​ຂະ​ແໜງ​ການ​ໃນການສົ່ງ​ເສີມ ຊ່ວຍ​ເຫຼືອຊາວ​ກະສິກອນຮຽນ​ວິຊາ​ຊີບ ​ແລະ​ໝູນ​ໃຊ້​ຄວາມ​ກ້າວໜ້າ​ທາງ​ວິທະຍາສາດ-​ເຕັກ​ໂນ​ໂລ​ຊີ ​ເຂົ້າ​ໃນ​ການ​ຜະລິດ​ກະສິກຳ ​ແລະ​ປຸງ​ແຕ່ງຜະລິດ​ຕະພັນ​ກະສິກຳ.

ທີ​ສີ່, ຮູ້​ສົມທົບ​ການ​ປ້ອງ​ກັນ​ແລະ​ເສີນ​ຂະຫຍາຍ​ຄຸນຄ່າ​ວັດທະນະທຳ​ແຮງ​ງານທີ່ຂະຫຍັນ​ໝັ້ນ​ພຽນ ​ແລະ​ປະດິດ​ສ້າງ, ນິຍົມ​ນັບຖື​ຄະຕິ​ທຳ, ອົດທົນ​ໝັ້ນ​ໜຽວ ​ແລະ​ເດັດດ່ຽວ.

ຊາດ​ຫວຽດນາມ​ໄດ້​ສະ​ແດງ​ໃຫ້​ເຫັນ​​ເຖິງຄວາມ​ສາມາດ​ສົ​ມທົບຢ່າງ​ກົມກຽວ​ລະຫວ່າງ​ສາມ​ປັດ​ໄຈ “ສະພາບ​ອາກາດອຳນວຍ, ສະພາບ​ພູມ​ສາດ​ສະດວກ, ປະຊາຊົນຖືກຕ້ອງ​ປອງ​ດອງ​ກັນ” ​ໃນ​ການສ້າງສາ​ແລະປົກ​ປັກ​ຮັກສາ​ປະ​ເທດດ້ວຍ​ຄວາມ​ຂະຫຍັນ​ໝັ່ນ​ພຽນ​ແລະ​ປະຢັດ​ມັດທະຍັດ, ການ​ອອກ​ແຮງ​ງານຢ່າງ​ປະດິດ​ສ້າງ​ແລະ​ມີ​ປະສິດທິ​ຜົນ. ການ​ອອກ​ແຮງງານຢ່າງ​ດຸ​ໝັ່ນ​ແລະ​ປະດິດ​ສ້າງ​ ຍາມ​ໃດ​ກໍ່​ແມ່ນ​ຄຸນຄ່າວັດທະນະທຳ​ຄຸນສົມບັດ​ອັນ​ຈົບງາມສູງ​ສົ່ງຂອງ​ຊາດ, ຂອງ​ຊົນ​ຊັ້ນ​ຊາວ​ກະສິກຳ. ດຸ​ໝັ່ນ, ປະຢັດ, ຊື່ສັດ, ທ່ຽງ​ທຳ ​ແມ່ນ​ຄຸນຄ່າ​ອັນ​ໜຶ່ງ, ​ແມ່ນ​ມູນ​ເຊື້ອ​ວັດທະນະທຳທີ່​ດີງາມ ຊຶ່ງ​ຊາວ​ກະສິກອນ​ພ້ອມ​ກັບ​ຊາດ​ຫວຽດນາມ​ທັງ​ໝົດນັບຖື​ສົ່ງ​ເສີມ. ຊາວ​ກະສິກອນ​ພ້ອມ​ກັບ​ຊາດ​ຫວຽດນາມ ​ໄດ້​ປະດິດ​ສ້າງ​ຊີວິດ​ປະຫວັດສາດ​ແລະ​ວັດທະນະທຳ​ແຫ່ງ​ຊາດ ກ່ຽວ​ກັບ​ແນວ​ຄິດ​ນັບຖື​ກະສິກຳ​ແລະ​ຊົນນະບົດ, ກ່ຽວ​ກັບ​ການ​ສ້າງສາ​ປະ​ເທດ​ແລະ​ປົກ​ປັກ​ຮັກສາ​ປະ​ເທດ, ກ່ຽວ​ກັບ​ພາສາ​ແລະສິລະ​ປະ​ວັນນະຄະດີ, ກ່ຽວ​ກັບ​ເສລີພາບ​ໃນ​ການ​ເຊື່ອ​ຖື​ແລະ​ຄວາມ​ສາມັກຄີ​ລະຫວ່າງ​ພຸດທະສາສະ​ນິກະ​ຊົນ​ແລະ​ຄະ​ລິ​ດຕະສາສະ​ນິກະ​ຊົນ, ກ່ຽວ​ກັບ​ການ​ເອົາ​ນ້ອຍ​ສູ້​ກັບ​ຫຼາຍ ​​ເອົາ​ອ່ອນ​ຕີ​ກັບ​ແຮງ, ກ່ຽວ​ກັບການ “​ເອົາ​ຫຼັກການ​ເປັນ​ພື້ນ​ເພື່ອ​ໝູນ​ໃຊ້​ຢ່າງ​ໄຫວ​ພິບ”, ກ່ຽວ​ກັບ​ພາຍ​ໃນ​ອຸ່ນ​ອຽນ​ແລະ​ພາຍ​ນອກ​ສະຫງົບ​ ເພື່ອ​ກໍ່​ຕັ້ງຄຸນສົມບັດ​ເອກະລັກ​ຂອງ​ຄົນ​ຫວຽດນາມ ຊຶ່ງ​ຊາວ​ກະສິກອນ​ຮຸ່ນ​ໃໝ່​ຕ້ອງ​ເສີມ​ຂະຫຍາຍ​ໃນ​ການ​ປະຕິບັດ​ເປົ້າ​ໝາຍ​ແຫ່ງ​ຊາດ ກໍ່ສ້າງ​ຊົນນະບົດ​ໃໝ່ຕິດ​ກັບ​ການຈັດ​ວາງ​ໂຄງ​ສ້າງ​ຂະ​ແໜງ​ການ​ກະສິກຳ​ຄືນ​ໃໝ່.

ປະຫວັດສາດ​ແຫ່ງ​ການ​ສ້າງສາ​ແລະ​ປົກ​ປັກ​ຮັກສາ​ປະ​ເທດ​ທີ່​ອົງອາດ​ກ້າຫານ​ຂອງ​ຊາດ​ຫວຽດນາມ ​ໄດ້​ປະກອບ​ເປັນ​ມູນ​ເຊື້ອ​ຮັກ​ຊາດ, ສາມັກຄີ, ຂະຫຍັນ​ໝັ່ນ​ພຽນ​, ປະດິດ​ສ້າງ ​ແລະ ກາຍ​ເປັນ​ກຳລັງ​ແຮງ​ທີ່​ຊຸກຍູ້​ປະຊາຊົນ​ເຮົາ, ສ່ວນ​ຫຼາຍ​​ແມ່ນ​ຊາວ​ກະສິກຳ, ​​ໃຫ້​ອົງ​ກາດ​ກ້າ​ແກ່ນ​ລຸກ​ຮື​ຂຶ້ນ​ຕໍ່ສູ້ຍາດ​ເອົາ​​ເອກະລາດ, ອິດສາ​ລະ​ພາບ. ​ໃນ​ແນວ​ຄິດ​ຂອງ​ຊາດ​ຫວຽດນາມ ຊຶ່ງ​ຊາວ​ກະສິກຳ​ເປັນ​ກຳລັງ​ຫຼັກ​ແຫຼ່ງ​ໃນ​ທຸກ​ດ້ານນັ້ນ, ມີຄວາມ​ເປັນ​ທຳ​ແລະ​ມະນຸດສະທຳ​ແມ່ນ​ຕ້ອງ​ກູ້​ຊາດ ຍ້ອນ “ປະ​ເທດ​ສູນ​ເສຍ​ໄປ​ ບ້ານ​ເຮືອນ​ຈະ​​ແຕກ​ທະລາ​ຍ”, ນັ້ນ​ແມ່ນ​ທຳມະຄະ​ຕິ​ທີ່​ໃຫຍ່​ທີ່​ສຸດ, ​ແມ່ນ​ມະນຸດສະທຳ​ແລະ​ຫຼັກ​ຈະລິ​ຍະ​ທຳ​ໃຫຍ່​ທີ່​ສຸດ ສາມາດ​ສັ່ນ​ສະ​ເທືອ​ນຈິດ​ວິນ​ຍານ​ຂອງ​ຫວຽດນາມ​ໄດ້​ງ່າຍ​ທີ່​ສຸດ.

ປະຕິບັດ​ຮູບ​ແບບການ​​ຫັນ​ເປັນ​ອຸດສາຫະກຳທັນ​ສະ​ໄໝ ຕໍ່​ກະສິກຳ ​ແລະ ກໍ່ສ້າງ​ຊົນນະບົດ​ໃໝ່ ​ໃນ​ເງື່ອນ​ໄຂ​ພັດທະນາ​ເສດຖະກິດ​ຕະຫຼາດກຳນົດ​ທິດສັງຄົມ​ນິຍົມ ​ແລະ ​ເຊື່ອມ​ໂຍງ​ສາກົນ, ຊົນ​ຊັ້ນ​ຊາວກະສິກອນ​ຫວຽດນາມ ​ແລະ​ຊາວ​ກະສິກອນທຸກຄົນຕ້ອງ​ຮູ້​ຮັກສາ​ແລະ​ເສີມ​ຂະຫຍາຍ​ຄຸນສົມບັດ​ທີ່​ດີງາມ​ເພື່ອ​ຄວາມ​ເປັນ​ທຳ​ແລະ​ມະນຸດສະທຳ, ອົດທົນ​ໝັ້ນ​ໜຽວ, ອົງອາດ​ກ້າ​ແກ່ນ​ຂອງ​ຊາດ ​ເພື່ອ​ຍົກ​ສູງ​ສະ​ມັດ​ຕະພາບ, ຄຸນ​ນະພາບ, ຄຸນຄ່າ​ການ​ຜະລິດ​ກະ​ເສດ​ຕະພັນ​ສະບຽງ​ອາຫານ ​ເພື່ອ​ສຸຂະພາບ​ຂອງ​ຊຸມ​ຊົນ ​ແລະ​ເພີ່ມ​ລາຍ​ໄດ້​ຂອງ​ຄອບຄົວ​ຊາວ​ກະສິກອນ​ຢ່າງ​ບໍ່​ຢຸດ​​ຢັ້ງ. ພ້ອມ​ກັນ​ນັ້ນ, ຊົນ​ຊັ້ນ​ຊາວກະສິກອນ ​ແລະ​ຊາວ​ກະສິກອນ​ທຸກຄົນ​ຕ້ອງ​ເດັດດ່ຽວ​ປ້ອງ​ກັນ​ແລະ​ຕ້ານຂໍ້​ບົກພ່ອງ​ຂອງ​​ເສດຖະກິດ​ຕະຫຼາດ, ວິທີ​ນຶກ​ຄິດ​ແລະ​​ແບບດຳລົງ​ຊີວິດ​ແລ່ນ​ຫາ​ແຕ່​ຜົນ​ປະ​ໂຫຍ​ດວັດຖຸທີ່ຕ່ຳ​ຕ້ອຍຂອງ​ວັດທະນະທຳ​ນາຍທຶນ, ຕ້ອງ​ແກ້​ໄຂ​ຜົນ​ປະ​ໂຫຍ​ດຕ່າງໆ​ຢ່າງ​ກົມກຽວ ​ແລະ​ບໍ່​ໃຫ້​ມີ​ການ​ປະ​ທະ​ກັນ​ລະຫວ່າງ​ບັນດາ​ຄຸນຄ່າ​ວັດທະນະທຳ​ຂອງ​​ຊົນ​ເຜົ່າ​ຫວຽດນາມ.

ບັນດາ​ວິທີ​ການ ​ມາດ​ຕະການ​ຕົ້ນຕໍ​ ໃນ​ການ​ກໍ່ສ້າງ​ຊາວ​ກະສິກອນຮຸ່ນ​ໃໝ່

ທີ​ໜຶ່ງ, ການ​ປະຕິບັດ​ບັນດາ​ເນື້ອ​ໃນ​ກໍ່ສ້າງ​ຊາວ​ກະສິກອນ​ຕາມ​ຮູບ​ແບບ​ທີ່​ກ່າວ​ມາ​ເທິງ​ນີ້ ​ແມ່ນ​ຄວາມ​ຮັບຜິດຊອບ​ຂອງ​ລະບົບ​ການ​ເມືອງ​ພາຍ​ໃຕ້​ການ​ນຳພາ​ຂອງ​ພັກ, ​ໃນ​ນັ້ນ​ສະມາຄົມ​ຊາວ​ກະສິກອນ​ຫວຽດນາມ ຖື​ບົດບາດ​ເປັນ​ໃຈກາງ​ແລະ​ແກ່ນສານ. ສະມາຄົມ​ຊາວ​ກະສິກອນຂັ້ນ​ຕ່າງໆ​ເປັນ​ເຈົ້າ​ການ, ຕັ້ງໜ້າ​ເຂົ້າ​ຮ່ວມ ​ແລະ​ສົມທົບ​ຢ່າງ​ແໜ້ນ​ແຟ້ນກັບອຳນາດ​ປົກຄອງ​ຂັ້ນ​ຕ່າງໆ ​ເພື່ອວາງ​ກຳນົດ​ກົນ​ໄກ, ນະ​ໂຍບາຍ​ກ່ຽວ​ກັບການ​ພັດທະນາ​ແຫຼ່ງພະລັງ​ກະສິກຳ, ຊົນນະບົດ​ທີ່​ມີ​ຄຸນ​ນະພາ​ບສູງ ດ້ວຍ​ການ​ຍູ້​ແຮງ​ການ​ຝຶກ​ອົບຮົມ​ວິຊາ​ອາຊີບ​ໃຫ້​ຊາວ​ກະສິກອນ.

ທີ​ສອງ, ສຸມ​ໃສ່​ເຮັດ​ເປັນ​ຢ່າງ​ດີ​ວຽກ​ງານ​ໂຄສະນາ ຂົນຂວາຍ​ວິ​ສາ​ຫະກິດ​ໃຫ້​ພ້ອມ​ກັນ​ກັບ​ລັດ​ລົງທຶນ​ເຂົ້າ​ໃນ​ການຈັດ​ວາງ​ໂຄງ​ສ້າງ​ຂະ​ແໜງ​ກະສິກຳ​ຄືນ​ໃໝ່ ​ແລະ​ພັດທະນາ​ເສດຖະກິດ​ຊົນນະບົດ, ​ເຊື່ອມ​ຕິດ​ບັນດາ​ຫົວໜ່ວຍ​ຜະລິດ​ກະ​ສິກຳ ​ແລະ​ຊາວ​ກະສິກອນ​ທີ່​ຜະລິດ​ເກັ່ງ ກັບ​ຄອບຄົວ​ຊາວ​ກະສິກອນ ​ເພື່ອປົດ​ປ່ອຍ​ກຳລັງ​ການ​ຜະລິດ​ຢູ່​ຊົນນະບົດ ​ໂດຍ​ຜ່ານ​ການຈັດ​ວາງ​ຄືນ​ໃໝ່​ໂຄງ​ສ້າງ​ການ​ກະສິກຳຢ່າງ​ແຂງ​ແຮງ ​ຕາມທິດ​ພັດທະນາອຸດສາຫະກຳ​ປຸ​ງ​ແຕ່ງ ​ແລະ​ການ​ຄ້າ-ບໍລິການ. ການ​ສົມທົບ​ລະຫວ່າງ​ຂະ​ແໜງ​ອຸດສາຫະກຳ​ຜະລິດ​ອາຫານ ກັບການ​ບໍລິການ​ແຈກ​ຢາຍ, ການຂົນ​ສົ່ງ​ແລະ​ບໍລິການ​ອື່ນ​ ຈະ​ສ້າງ​ໃຫ້​ມີ​ວຽກ​ເຮັດ​ງານ​ທຳ​ຫຼາຍ​ແລະ​ໂອກາດ​ປົວ​ແປງ​ຊີວິດ​ຂອງ​ຊາວ​ກະສິກອນ.

ທີ​ສາມ, ຈັດ​ຕັ້ງ​ການ​ຂົນຂວາຍ ​ແລະ​ຊ່ວຍ​ເຫຼືອ​ຊາວ​ກະສິກອນ​ໃຫ້​ເຂົ້າ​ຮ່ວມ​ໃນ​ການ​ກໍ່ສ້າງ​ໜ່ວຍ​ຮ່ວມ​ງານ, ສະຫະກອນ ​ເພື່ອ​ເພີ່ມ​ຄວາມ​ສາມາດ​ເຊື່ອມ​ຕໍ່ “ຫົກ​ພາກສ່ວນ” (ຊາວ​ກະສິກອນ, ລັດ, ນັກວິທະຍາສາດ, ນັກທຸລະກິດ, ທະນາຄານ, ຜູ້​ຈັດຈຳໜ່າຍ), ຍົກ​ສູງ​ແຮງ​ແຂ່ງຂັນ​ແລະ​ລາຍ​ໄດ້​ຂອງ​ຄອບຄົວ​ຊາວ​ກະສິກອນ. ສະມາຄົມ​ຊາວ​ກະສິກອນ​ຂັ້ນ​ຕ່າງໆ​ພວນ​ຜັນ​ຂະຫຍາຍ​ຢ່າງ​ຕັ້ງໜ້າ ມະຕິ​ເລກທີ 32/NQ-QH14 ຂອງ​ສະພາ​ແຫ່ງ​ຊາດ, ມະຕິ​ຕົກລົງ​ເລກທີ 461/QĐ-TTg, ວັນ​ທີ 27-4-2018, ຂອງ​ນະ​ຍົກ​ລັດຖະມົນຕີ ​ແລະ ດຳລັດ​ເລກ​ທີ 98/2018/NĐ-CP, ວັນ​ທີ 05-7-2018, ຂອງ​ລັດຖະບານ, ກ່ຽວ​ກັບ​ນະ​ໂຍບາຍ​ສົ່ງ​ເສີມ​ພັດທະນາ​ສະຫະກອນ, ການ​ເຊື່ອມ​ຕໍ່​ໃນ​ການ​ຜະລິດ​ແລະບໍລິ​ໂພ​ກສິນຄ້າ​ກະສິກຳ ​ເພື່ອ​ຈຸດປະສົງ​ຍົກ​ສູງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ.

ທີ​ສີ່, ​ເພີ່ມ​ທະວີ​ບົດບາດ​ເປັນ​ໃຈກາງ​ແລະ​ແກ່ນສານ​ຂອງສະມາຄົມ​ຊາວ​ກະສິກອນ, ກໍ່ສ້າງ​ຊົນ​ຊັ້ນ​ຊາວ​ກະສິກອນ​ໃຫ້​ໝັ້ນຄົງ​ເຂັ້ມ​ແຂງ ​ແລະ ຖັນ​ແຖວ​ສະມາຊິກສະມາຄົມ​ຊາວ​ກະສິກອນ​ຫວຽກ​ນາມ​ ໃຫ້​ຂະຫຍາຍຕົວ​ຢ່າງຮອບດ້ານ, ມີ​ຄຸນ​ນະ​ທາດ​ວັດທະນະທຳ​ແຫ່ງ​ຊາດ​ຢ່າງ​ພຽງພໍ ​ແລະ​ມີ​ທັກ​ສະ​ເຂົ້າ​ຮ່ວມ​ຕະຫຼາດ, ​ເປັນ​ເຈົ້າ​ຕົນ​ເອງ​ແລະ​ເປັນ​ເຈົ້າ​ການ​ໃນ​ການ​ຜະລິດ​ກະສິກຳ​ເຕັກ​ໂນ​ໂລ​ຊີ​ສູງ, ມີ​​ຄວາມ​ເຂົ້າ​ໃຈ​ກົດໝາຍ​ກ່ຽວ​ກັບ​ທີ່​ດິນ ​ແລະ​​ຄຸນຄ່າ​ຂອງສິດທິ​ການ​ໃຊ້​ທີ່​ດິນ ​ເພື່ອ​ປະກອບ​ເຂົ້າ​ໃນ​ການ​ສະ​ສົມ​​ດິນນາ ​ເພື່ອ​ຄວາມ​ຕ້ອງການ​ບັນລຸ​ເຖິງ​ທ່າ​ໄດ້​ປຽບ​ທາງ​ດ້ານ​ຂະໜາດ​ການ​ຜະລິດ ​ແລະ​ຫຼຸດຜ່ອນ​ຄ່າ​ໃຊ້​ຈ່າຍ​ໃນ​ພວງ​ພະນັງ​ຄຸນຄ່າ.

ທີ​ຫ້າ, ສືບ​ຕໍ່​​ເພີ່ມ​ທະວີ​ວຽກ​ງານ​ການ​ຕ່າງປະ​ເທດ ​ແລະເຊື່ອມ​ໂຍງ​ສາກົນ, ຍາດ​ແຍ່ງ​ຄູ່​ຮ່ວມ​ງານ​ໃຫ້ຮ່ວມ​ມື​ລົງທຶນ​ພັດທະນາ​ກະສິກຳ​ຢູ່​ຫວຽດນາມ ​ແລະ​ສ້າງ​ເງື່ອນ​ໄຂ​ໃຫ້​ຊາວ​ກະສິກອນ​ຫວຽດນາມ​ໄປ​ທັດສະນະ​ສຶກສາ ຮຽນ​ຮູ້, ​ແນະນຳ ​ແລະ​ມອບ​ໂອນ​ນະ​ວັດຕະ​ກຳ ຜະລິດ​ຕະພັນ​ອຸດສາ​ຫະກຳ​ຂອງບັນດາ​ປະ​ເທດ​ຈະ​ເລີ​ນພັດທະນາ ​ເພື່ອ​ໃຫ້​ຊາວ​ກະສິກອນຫວຽດນາມນຳ​ເຂົ້າ​ໂດຍ​ກົງ, ປະກອບສ່ວນ​ກໍ່ສ້າງ​ຮູບ​ແບບ​ຊາວ​ກະສິກອນ​ຮຸ່ນ​ໃໝ່./.

​ໂດຍ ປອ. ທ່າວ​ຊວັນ​ຊຸ່ງ,

ກຳມະການ​ສູນ​ກາງ​ພັກ, ​ເລຂາ​ຄະນະ​ກຳມະການ​ພັກ,

ປະທານ​ສູນ​ກາງສະມາຄົມ​ຊາວ​ກະສິກອນ​ຫວຽກ​ນາມ

-----------------------------------------

- ບົດ​ນີ້​ໄດ້​ລົງ​ພິມ​ໃນ​ວາລະສານ​ກອມ​ມູນິດ ສະບັບ​ທີ 912 (​ເດືອນ​ຕຸລາ 2018).

(1), (2) ​ໂຮ່ຈີ​ມິນ: ນິພົນ​ຄົບ​ຊຸດ, ສພຈ. ການ​ເມືອງ​ແຫ່ງ​ຊາດ-ຊື້​ເທິ​ດ, ຮ່າ​ໂນ້ຍ, 2011, ​ເຫຼັ້ມ​ທີ 6, ໜ້າ 248

(3) ໂຮ່ຈີ​ມິນ: ນິພົນ​ຄົບ​ຊຸດ, ປຶ້ມ​ທີ່​ໄດ້​ແນະນຳ, ​ເຫຼັ້ມ 8, ໜ້າ 42.

(4) ໂຮ່ຈີ​ມິນ: ນິພົນ​ຄົບ​ຊຸດ, ປຶ້ມ​ທີ່​ໄດ້​ແນະນຳ, ​ເຫຼັ້ມ 4, ໜ້າ 175.

Other Stories

ບົດທີ່ມີຜູ້ອ່ານຫລາຍສຸດ

ບົດໃໝ່ສຸດ