ວັນເສົາ, 21/9/2019
ປ່ຽນແປງໃໝ່ຈິນຕະນາການກ່ຽວກັບການເຊື່ອມໂຍງເສດຖະກິດສາກົນ
17/4/2019 9:41' ສົ່ງ ພິມ
ພາບປະກອບ (ພາບ: TTXVN)

ສຳລັບ​ແຕ່ລະ​ປະ​ເທດ, ​ເພື່ອ​ພັດທະນາ​ຕາມ​ທິດ​ທາງ​ທີ່​ດີງາມ​ນັ້ນ ຕ້ອງ​ຮູ້​ປະສານ​ສົມທົບ​ລະຫວ່າງ​ຊັບພະຍາກອນ​ໃນ​ປະ​ເທດ ​ແລະ​ກຳລັງ​ແຮງ​ສາກົນ, ພັດທະນາ​ເສດຖະກິດ​ໃນ​ປະ​ເທດ ​ແລະ​ຍູ້​ແຮງ​ການ​ເຊື່ອມ​ໂຍງ​ເສດຖະກິດ​ສາກົນ. ດັ່ງ​ນັ້ນ, ​ເມື່ອ​ຕັ້ງ​ບັນຫາ​ປ່ຽນ​ແປງ​ໃໝ່​ຈິນຕະນາການ​ເສດຖະກິດ​ ເພື່ອ​ພັດທະນາ​ແບບ​ຍືນ​ຍົງ, ປະດິດ​ສ້າງ ​ແລະ ປົກ​ຄຸມ ​ແມ່ນ​ຕ້ອງ​ເອົາ​ໃຈ​ໃສ່​ເຖິງ​ການ​ປ່ຽນ​ແປງ​ໃໝ່​ຈິນຕະນາການ​ກ່ຽວ​ກັບ​ການ​ເຊື່ອມ​ໂຍງ​ເສດຖະກິດ​ສາກົນ.

ຄວາມ​ຮັບ​ຮູ້​ກ່ຽວ​ກັບ​ການ​ເຊື່ອມ​ໂຍງ​ສາກົນ

ພັກ​ກອມ​ມູນິດ​ຫວຽດນາມກຳນົດ​ວ່າ ການ​ເຊື່ອມ​ໂຍງ​ສາກົນ​​ແມ່ນກຳນົດ​ທິດ​ຍຸດ​ທະ​ສາດ​ ເພື່ອ​ກໍ່ສ້າງ​ແລະ​ປົກ​ປັກຮັກສາ​ປະ​ເທດ​ຊາດ, ຖື​ການ​ເຊື່ອມ​ໂຍງ​ສາກົນ​ແມ່ນ​ພາລະກິດ​ຂອງ​ທົ່ວ​ປວງ​ຊົນ ​ແລະ​ຂອງ​ລະບົບ​ການ​ເມືອງ​ທັງ​ໝົດ. ການ​ເຊື່ອມ​ໂຍງ​ສາກົນ​ບົນ​ພື້ນຖານ​ເສີມ​ຂະຫຍາຍ​ສຸດ​ຂີດ ກຳ​ລົງ​ແຮງ​ພາຍ​ໃນ, ຍາດ​ແຍ່ງ​ເອົາ​ກຳລັງ​ແຮງ​ພາຍ​ນອກ; ການ​ເຊື່ອມ​ໂຍງ​ເສດຖະກິດ​ເປັນ​ຈຸດ​ໜັກ​ໃຈກາງ, ການ​ເຊື່ອມ​ໂຍງ​ໃນ​ບັນດາ​ຂົງ​ເຂດ​ອື່ນຈະ​ໄດ້​ເປີດ​ກວ້າງ​ເທື່ອ​ລະ​ກ້າວ; ປະຕິບັດ​ຕາມ​ຄຳ​ໝັ້ນ​ສັນຍາ​ສາກົນ​ຢ່າງ​ເຂັ້ມ​ງວດ ​ໄປ​ຄຽງ​ຄູ່​ກັບຄວາມ​ເປັນ​ເຈົ້າ​ການ, ຕັ້ງໜ້າ​ໃນ​ການ​ກໍ່ສ້າງ​ແລະ​ປະຕິບັດ ບັນດາ​ມາດຕະຖານ​ລວມ ​ເພື່ອ​ຮັບປະກັນ​ຜົນ​ປະ​ໂຫຍ​ດຂອງ​ປະ​ເທດ​ຊາດ. ມີ​ຄວາມ​ຮັບ​ຮູ້ທີ່​​ເລິກ​ເຊິ່ງ ກ່ຽວ​ກັບ​ຄວາມຕ້ອງການ​ແກ້​ໄຂ​ຢ່າງ​ເໝາະ​ສົມ​ ສາຍ​ພົວພັນ​ລະຫວ່າງການ​ເຊື່ອມ​ໂຍງ​ສາກົນ ​ແລະ ການ​ຮັກສາ​ເອກະລາດ, ຄວາມ​ເປັນ​ເຈົ້າ​ຕົນ​ເອງ ​ແລະ ອະທິປະ​ໄຕ​ຂອງ​ຊາດ. ມີ​ຄວາມ​ຮັບ​ຮູ້​ຈະ​ແຈ້ງ, ​ຄົບ​ຖ້ວນ​ກວ່າ​ເກົ່າ ກ່ຽວ​ກັບ​ບັນດາ​ຈຸດ​ພິ​ເສດ​ຂອງສະພາບ​ແວດ​ລ້ອມ​ສາກົນ ກໍ່​ຄື​ບັນດາ​ລະບົບ​ເຄື່ອງມື, ອຳນາດທີ່​ໄດ້​ໃຊ້​ເພື່ອຄວບ​ຄຸມ, ກວດກາ​ຂະ​ບວນວິວັດ​ການ​ເຊື່ອມ​ໂຍງ​ສາກົນ.

ຄວາມ​ເປັນ​ຈິງ​ໄດ້​ພິສູດ​ໃຫ້​ເຫັນ​ວ່າ, ການ​ເຊື່ອມ​ໂຍງ​ສາກົນ​ບໍ່ຈຳກັດ​ໃນ​ຂອບ​ເຂດ​ໜຶ່ງ​ແລະ​ຂົງ​ເຂດ​ໜຶ່ງ​ຂອງ​ຊີວິດ​ສາກົນ ​ແຕ່​ມັນ​ແຜ່​ກະຈາຍ​ໃນ​ທຸກ​ລະດັບ, ທຸກ​ຂົງ​ເຂດ​ໃນ​ພາກ​ພື້ນ ​ແລະ ​​ທົ່ວ​ໂລກ. ​ເຂົ້າ​ຮ່ວມ​ໃນ​ທຸກ​ດ້ານ​ຂອງ​ຊີວິດ​ສາກົນ​ໝາຍ​ຄວາມ​ວ່າ ຕ້ອງ​ເຂົ້າ​ຮ່ວມ​ໃນ​ຂະ​ບວີ​ວິວັດ​ການ​ເສດຖະກິດ, ການ​ເມືອງ, ວັດທະນະທຳ, ສັງຄົມ ​ແລະ​ການ​ຮັກສາ​ຄວາມ​ປອດ​ໄພ. ການ​ເຊື່ອມ​ໂຍງ​ສາກົນ​ທັງ​ເປັນຄວາມ​ຮຽກຮ້ອງ​ຕ້ອງການ​ພາວະ​ວິ​ໄສ​ຂອງຍຸກ​ສະ​ໄໝ​ເວົ້າ​ລວມ, ທັງ​​ແມ່ນ​ຄວາມ​ຕ້ອງການ​ພາຍ​ໃນ​ຂອງ​ແຕ່ລະ​ປະ​ເທດ. ຂະ​ບວນວິວັດ​ການ​ເຊື່ອມ​ໂຍງ​ສາກົນ​ເກີດ​ຂຶ້ນ​ໃນ​ຫຼາຍ​ລະດັບ ​ແລະ ຫຼາຍ​ແບບ​ວິທີ​ທີ່​ຕ່າງ​ກັນ. ​​ແລ້ວ​ແຕ່​ສະພາບຕົວ​ຈິງ​, ​ແລ້ວ​ແຕ່​ກາລະ​ແລະ​ເທສະ ກໍ່​ຄື​ແຕ່ລະ​ຂົງ​ເຂດ ທີ່​ການ​ເຂົ້າຮ່ວ​ມການ​ເຊື່ອມ​ໂຍງ​ສາກົນຈະ​ໄດ້​ດຳ​ເນີນດ້ວຍ​ບັນດາ​ຮູບ​ການ​ທີ່​ຕ່າງ​ກັນ, ​ເຊັ່ນ​ສອງ​ຝ່າຍ, ສາມຫຼ່ຽມ, ສີ່ຫຼ່ຽມ, ພາກ​ພື້ນ​ແລະ​ທົ່ວ​ໂລກ. ອາດ​ຈະ​ເວົ້າ​ໄດ້​ວ່າ, ​ໃນ​ທົ່ວ​ໂລກ​ພວມ​ເກີດ​ຂະ​ບວນການ​ເຊື່ອມ​ໂຍງ​ສາກົນດ້ວຍ​ຄວາມ​ໄວສູງ ​ແລະ ​ໃນ​ຂົງ​ເຂດ​ທີ່​ນັບ​ມື້​ນັບ​ເປີດ​ກວ້າງ, ນຳ​ໄປ​ສູ່​ການ​ເພິ່ງ​ພາ​ຊຶ່ງ​ກັນ​ແລະ​ກັນ​ເພີ່ມ​ຂຶ້ນ. ດ້ວຍ​ເຫດ​ນັ້ນ, ການ​ເຊື່ອມ​ໂຍງ​ສາກົນ​ແມ່ນ​ຂະ​ບວນວິວັດ​ທີ່​ສັບສົນ, ທັງ​ຮ່ວມ​ມື​ແລະ​ຕໍ່ສູ້ກັນ.

​ເມື່ອ​ເຂົ້າຮ່ວມ​ການ​ເຊື່ອມ​ໂຍງ​ສາກົນ, ຕ້ອງຄິດ​ໄລ່​ຢ່າງຮອບ​ຄອບ​ທີ່​ສຸດ​ກ່ຽວ​ກັບ​ຜົນ​ກະທົບ​ແລະ​ຜົນ​ສະທ້ອນ​ໄລຍະ​ຍາວຂອງ​ການ​ເຊື່ອມ​ໂຍງ ​ແລະ​ການ​ປ່ຽນ​ແປງ​ເສດຖະກິດ-ສັງຄົມ​​ໃນ​ປະ​ເທດ. ຕ້ອງ​ເຊື່ອມ​ຕໍ່ຍຸດ​ທະ​ສາດ​ການພັດທະນາ​ເສດຖະກິດ-ສັງຄົມ, ບັນດາ​ບາດກ້າວ​ລະອຽດ​ໃນ​ປະ​ເທດ ກັບ​ການ​ຜັນ​ປ່ຽນ​ຂອງ​ເສດຖະກິດ​ໂລກ, ກັບ​ບັນດາ​ເປົ້າ​ໝາຍ​ແລະ​ແຜນ​ງານ​ຂອງ​ຂອບ​ການ​ຮ່ວມ​ມື​ສອງ​ຝ່າຍ, ອະນຸ​ພາກ​ພື້ນ, ພາກ​ພື້ນ ​ແລະ ທົ່ວ​ໂລກ, ​ເຮັດ​ຄື​ແນວ​ໃດ​ໃຫ້ບັນດາ​ສັນຍາ​ແລະ​ຂໍ້​ຕົກລົງ​ ໃນ​ບັນດາ​ຂອບ​ການ​ຮ່ວມ​ມືເຫຼົ່ານັ້ນ ມີ​ຄວາມ​ກົມກຽວ​, ບໍ່​ແຕກ​ໂຕນ​ກັນ ຫຼື​ຂັດ​ແຍ່ງ​ກັນ. ​ເພື່ອ​ຫຼີກ​ລ່ຽງການ​ເຮັດ​ໃຫ້​ເກີດ​ຄວາມ​ສັບສົນ​ທາງ​ສັງຄົມ, ຕ້ອງ​ຮັກສາ​ຢູ່​ສະ​ເໝີ ​ເພື່ອ​ຮັບປະກັນ​ຄວາມ​ສົມ​ດຸນ​ທີ່​ເໝາະ​ສົມ​ລະຫວ່າງ​ບັນດາ​ການ​ພົວພັນຄື: ການ​ພົວພັນ​ລະຫວ່າງ​ການ​ຍູ້​ແຮງ​ພາລະກິດ​ການ​ປ່ຽນ​ແປງ​ໃໝ່ປະ​ເທດ ກັບ​ຄວາມ​ຕັ້ງໜ້້າ ​ເປັນ​ເຈົ້າ​ການ​ເຊື່ອມ​ໂຍງ​ສາກົນ; ລະຫວ່າງ​ສິດຜົນປະ​ໂຫຍ​ດ ​ແລະ ພັນທະ​ຂອງ​ປະ​ເທດ​ໃນ​ບັນດາກົນ​ໄກ ​ສະ​ຖາ​ບັນ​ການ​ເຊື່ອມ​ໂຍງ, ລະຫວ່າງ​ເປົ້າ​ໝາຍ​ພັດທະນາ​ເສດຖະກິດ-ສັງຄົມ​ຂອງ​ຫວຽດນາມ ກັບ​ຄວາມ​ຕ້ອງການ, ຄວາມ​ຮຽກ​ຮ້ອງ​ຂອງ​ພາຍ​ນອກ; ລະຫວ່າງ​ຂົງ​ເຂດ​ເສດຖະກິດ ກັບ​ຂົງ​ເຂດ​ອື່ນ. ຕ້ອງ​ປັບ​ຕົວຢ່າງ​ທັນ​ການ, ຕອບ​ສະໜອງ​ຢ່າງ​ໄຫວ​ພິບ, ສ້າງ​ຄວາມ​ສາມາດນຳ​ໃຊ້​ທ່າ​ແຮງ​ປຽບທຽບ​ຂອງ​ປະ​ເທດ​ ເພື່ອ​ການເຊື່ອມ​ໂຍງ​ສາກົນບັນລຸ​ຜົນສຳ​ເລັດ.

​ແຕ່​, ທາງ​ດ້ານ​ຄວາມ​ຮັບ​ຮູ້​ຍັງ​ມີ​ຂໍ້​ຈຳກັດ​ບາງ​ຢ່າງ. ​ໃນ​ການ​ພົວພັນ​ສາກົນ, ບັນຫາ​ຫຼັກ​ແມ່ນ​ຜົນ​ປະ​ໂຫຍ​ດຂອງ​ປະ​ເທດ​ຊາດ, ​ແຕ່​ພະນັກງານບາງ​ຄົນ​ໃນ​ທຸກ​ລະດັບທຸກ​ພາກສ່ວນ ຍັງ​ຖືກຄອບ​ງຳດ້ວຍ​ແນວ​ຄິດ​ພາກສ່ວນ ທ້ອງ​ຖິ່ນ, ບໍ່​​ຮັບ​ຮູ້ຢ່າງ​ເຕັມ​ສ່ວນ​ແລະຮອບດ້ານ​ກ່ຽວ​ກັບ​ຜົນ​ປະ​ໂຫຍ​ດຂອງ​ປະ​ເທດ​ຊາດ. ການ​ຄົ້ນຄວ້າ​ກ່ຽວ​ກັບ​ສາຍ​ພົວພັນ​ລະຫວ່າງ​ການ​ເຊື່ອມ​ໂຍງ​ສາກົນ ​ກັບ​ການ​ຮັບປະກັນ​ເອກະລາດ, ຄວາມ​ເປັນ​ເຈົ້າ​ຕົນ​ເອງ​​ແລະອະທິປະ​ໄຕ​ແຫ່ງ​ຊາດ ​ແມ່ນ​ຍັງ​ບໍ່​ທັນ​ເລິກ​ເຊິ່ງ. ຍັງ​ມີ​ຄວາມ​ຄິດ​ເຫັນ​ແຕກ​ຕ່າງ​ກັນ, ຄວາມ​ເຫັນ​ເປັນ​ກັງວົນ​ກ່ຽວ​ກັບ​ຄວາມ​ສາມາ​ຮັກສາ​ຄວາມ​ເປັນ​ເອກະລາດ, ​ເປັນ​ເຈົ້າ​ຕົນ​ເອງ​ໃນ​ຂະ​ບວນວິວັດ​ການ​ເຊື່ອມ​ໂຍງ​ສາກົນ, ​ເຫັນວ່າ “ຄວາມ​ເສຍ​ຫາຍ” ຫຼາຍ​ກວ່າ “ສິ່ງ​ທີ່​ໄດ້​ຮັບ”; ຫຼື​ເຫັນ​ແຕ່ “ສິ່ງ​ທີ່​ໄດ້​ຮັບ” ​ໂດຍ​ບໍ່​ເອົາ​ໃຈ​ໃສ່​ຊັ່ງຊາ “ຄວາມ​ເສຍ​ຫາຍ”. ຢູ່​ບາງ​ແຫ່ງ, ຄວາມ​ຮັບ​ຮູ້​ກ່ຽວ​ກັບ​ເປົ້າໝາຍ, ຄູ່​ຮ່ວມ​ມື​ຍັງ​ບໍ​ທັນ​ເລິກ​ເຊິ່ງ​ແທ້​ເທື່ອ.

​ເມື່ອທຽບ​ກັບທິດ​ທາງ​ການ​ພັດທະນາ​ແບບ​ຍືນ​ຍົງ, ປະດິດ​ສ້າງ ​ແລະ​ປົກ​ຄຸມ​ແລ້ວ ​ຈິນຕະນາການ​ກ່ຽວ​ກັບ​ການ​ເຊື່ອມ​ໂຍງ​ສາກົນ​ຍັງ​ມີ​ຂໍ້​ຈຳກັດບາງ​ຢ່າງ. ມີ​ແນວ​ຄິດ​ທີ່​ມີ​ແຕ່​ຄິດ​ເຖິງ​ຜົນ​ປະ​ໂຫຍ​ດສະ​ເພາະ​ໜ້າ ​ໂດຍ​ບໍ່​ຄຳນຶງ​ເຖິງຄວາມເສຍ​ຫາຍ​​ໃນໄລຍະ​ຍາວ, ຢາກ​ຍູ້​ແຮງ​ການ​ເຊື່ອມ​ໂຍງ​ສາກົນ, ພິ​ເສດ​ແມ່ນ​ດຶງ​ດູດ​ການ​ລົງທຶນ​ຈາກ​ຕ່າງປະ​ເທດດ້ວຍ​ທຸກ​ວິທີ​ທາງ ​ເພື່ອ​ໃຫ້​ມີ​ການ​ເຕີບ​ໂຕ​ເສດຖະກິດ​ຢ່າງ​ໄວວາ ​ໂດ​ຍບໍ່​ຫົວຊາ​ເຖິງ​ດ້ານ​ລົບ​ຂອງ​ມັນຄື ອາດ​ຈະ​ເປັນ​ອັນຕະລາຍ, ມົນ​ລະ​ພິດ​ສິ່ງ​ແວດ​ລ້ອມ ຫຼື​ການ​ນຳ​ເຂົ້າ​ເຕັກ​ໂນ​ໂລ​ຊີ​ທີ່​ລ້າສະ​ໄໝ​. ມີ​ແນວ​ຄິດ​ໜຶ່ງອີກ​ຄື ​ເອືອຍອີງຢ່າງ​ຂາດ​ຂັ້ນ​ໃສ່​ເຕັກ​ໂນ​ໂລ​ຊີ​ພາຍ​ນອກ, ບໍ່​ເຊື່ອ​ແລະ​ບໍ່​ເອົາ​ໃຈ​ໃສ່​ເຖິງ​ການ​ປ່ຽນ​ແປງ​ໃໝ່, ການ​ປະດິດ​ສ້າງ​ໃນ​ປະ​ເທດ, ພາ​​ໃຫ້​ຂະ​ບວນການ​ພັດທະນາ​ຂາດ​ຄວາມ​ຂະຫຍັນ​ຂັນ​ເຄື່ອນ, ຂາດ​ຄວາມປະດິດ​ສ້າງ. ຍັງ​ມີ​ແນວ​ຄິດ​ໜຶ່ງ​ອີກ​ຄື ​ເຫັນ​ຜົນ​ປະ​ໂຫຍ​ດ​ໃນ​ຂົງ​ເຂດ​ເສດຖະກິດ​ໃດ ກໍ​ເອົາ​ໃຈ​ໃສ່​ຊຸກຍູ້​ການ​ເຊື່ອມ​ໂຍງ ​ຫຼືດຶງ​ດູດການ​ລົງທຶນ​ໃນ​ຂົງ​ເຂດ​ນັ້ນ ​ໂດຍ​ບໍ່​ເຫັນ​ແຈ້ງ​ລັກສະນະ​ສັງ​ລວມ, ປົກ​ຄຸມ​ຂອງ​ທົ່ວ​ທັງ​ພື້ນຖານ​ເສດຖະກິດ-ສັງຄົມ ພາ​ໃຫ້​ເກີດ​ຄວາມ​ບໍ່​ສົມ​ດຸນ, ບໍ່​ກົມກຽວ​ໃນ​ຂະ​ບວນການ​ພັດທະນາ.

ຄວາມ​ເປັນ​ຈິງ​ຂອງ​ຂະ​ບວນວິວັດການ​ເຊື່ອມ​ໂຍງ​ເສດຖະກິດ​ສາກົນ

ດ້ວຍ​ແຜນ​ນະ​ໂຍບາຍ “​ເປັນ​ເຈົ້າ​ການ​​ແລະ​ຕັ້ງໜ້າ​ເຊື່ອມ​ໂຍງ​ສາກົນ”, ​ໃນ​ຊຸມ​ປີ​ທີ່​ຜ່ານ​ມາ ຂະບວນວີ​ວັດການ​ເຊື່ອມ​ໂຍງ​ສາກົນ​ຂອງ​ຫວຽດນາມ ​ໄດ້​ກ້າວ​ຂຶ້ນ​ສູ່​ລະດັບ​ສູງ​ໃໝ່​ໃນ​ທຸກ​ຂົງ​ເຂດ. ຂະ​ບວນວິວັດ​ການ​ເຊື່ອມ​ໂຍງ​ສາກົນ​ໄດ້​ສົ່ງ​ຜົນ​ກະທົບ​ຢ່າງ​ແຂງ​ແຮງ, ຫຼາຍ​ດ້ານ​ເຖິງ​ທ່າ​ແລະ​ກຳລັງ​ແຮງ​ຂອງ​ຫວຽດນາມ​ໃນ​ການ​ພັດທະນາ​ເສດຖະກິດ, ສ້າງ​ວຽກ​ເຮັດ​ງານ​ທຳ​ຕື່ມ​ອີກ ​ແລະ​ເພີ່ມ​ລາຍ​ໄດ້​ໃຫ້​ປະຊາຊົນ; ສ້າງ​ແຮງ​ໜີບ​ແລະ​ເງື່ອນ​ໄຂ​ເພື່ອ​ປັບປຸງ​ບູລະນະ​ລະບຽບ​ກົດໝາຍ​ເສດຖະກິດ; ຍົກ​ສູງ​ຄວາມ​ສາມາດ​ແຂ່ງຂັນ​ຂອງ​ຊາດ, ຂອງ​ວິ​ສາ​ຫະກິດ ​ແລະ​ຜະລິດ​ຕະພັນ. ລາຍ​ໄດ້​ຕໍ່​ຫົວ​ຄົນ​ຂອງ​ຫວຽດນາມ​ໃນ​ປີ 1988 ບັນລຸ​ພຽງ 86 ​ໂດ​ລາ​ສະຫະລັດ​ເທົ່າ​ນັ້ນ - ລະດັບ​ຕ່ຳ​ສຸດ​​ໃນ​ໂລກ, ​ແຕ່​​ໃນ​ຊຸມ​ປີ​ຕໍ່ຈາກ​ນັ້ນໄດ້​ເພີ່ມ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ ​ແລະ​ ຮອດ​ປີ 2016 ​ໄດ້​ບັນລຸ 2.200 ໂດ​ລາ​ສະຫະລັດ, ປີ 2017 ບັນລຸ 2.385 ໂດ​ລາ​ສະຫະລັດ ​ແລະ​ປີ 2018 ບັນລຸ 2.580 ໂດ​ລາ​ສະຫະລັດ. ການ​ເຕີບ​ໂຕ ຈີ​ດີ​ພີ ສະ​ເຫຼ່ຍ​ໃນ​ໄລຍະ 1986 - 1990 ບັນ​ລຸພຽງ 4,4% ຕໍ່​ປີ, ​ເຖິງ​ໄລຍະ 1991 - 2011 ບັນລຸ​ເຖິງ 7,34% ຕໍ່​ປີ. ພິ​ເສດ, ພາຍຫຼັງທີ່​ໄດ້​ເຂົ້າ​ຮ່ວມ​ອົງການ​ການ​ຄ້າ​ໂລກ (WTO), ຫວຽດນາມ​ໄດ້​ຮັກສາ​ຄວາມ​ໄວ​ໃນ​ການ​ເຕີບ​ໂຕ ຈີ​ດີ​ພີ ສູງ​ພໍ​ຄວນ, ປີ 2007, ຄວາມ​ໄວ​ໃນ​ການ​ເຕີບ​ໂຕ ຈີ​ດີ​ພີ ບັນລຸ 8,46% (ລະດັບ​ສູງ​ສຸດ​ໃນ​ຮອບ 11 ປີ​ກ່ອນ​ໜ້າ​ນັ້ນ). ຮອດ​ປີ 2018 ບັນລຸ 7%, ຂະໜາດ​ຂອງ​ພື້ນຖານ​ເສດຖະກິດ​ບັນລຸ​ປະມານ 240 ຕື້ໂດ​ລາ​ສະຫະລັດ. ປີ 2018 ຫວຽດນາມ​ໄດ້​ລົງ​ນາມ​ຢ່າງ​ເປັນ​ທາງ​ການ ​ແລະ ​ໃຫ້​ສັດຕະຍາບັນບັນດາ​ສັນຍາ​ການ​ຄ້າ​ເສລີ (FTA) ຮຸ່ນ​ໃໝ່ (ລົງ​ນາມ​ໃນ​ສັນຍາ​ຄູ່​ຮ່ວມ​ມື​ຮອບດ້ານ​ແລະ​ກ້າວໜ້າ​ຂ້າມ​ປາຊີ​ຟິກ ​ໃນ​ເດືອ​ງມີນາ 2018), ກວດຄືນ​ສັນຍາ​ການ​ຄ້າ​ເສລີ​ຫວຽດນາມ-ສະຫະພາບ​ເອີຣົບ (EVFTA) ​ໃນ​ເດືອນ​ມິຖຸນາ 2018, ຊຸກຍູ້​ການ​ເຈລະຈາ​ສັນຍາ​ຄູ່​ຮ່ວມ​ມື​ຮອບດ້ານ​ພາກ​ພື້ນ (RCEP). ນີ້​ແມ່ນ​ບັນດາ​ສັນຍາ​ການ​ຄ້າ​ເສລີທີ່​ຮອບດ້ານ, ກວ້າງຂວາງ, ​ລະດັບສູງ, ກວມ​ລວມຫຼາຍ​ເນື້ອ​ໃນ​ໃໝ່.

ຫວຽດນາມ​ໄດ້​ກາຍ​ເປັນ​ພາກສ່ວນ​ໜຶ່ງ​ຂອງ​ເສດຖະກິດ​ໂລກ ດ້ວຍ​ມູນ​ຄ່າ​ການ​ຄ້າ​ສົ່ງ​ອອກ​ແລະນຳ​ເຂົ້າ​ບັນລຸ​ເກືອບ 480 ຕຶ້ໂດ​ລາ​ສະຫະລັດ​, ​ເກືອບ 2 ​ເທົ່າ ຈີ​ດີ​ພີ ຂອງ​ປີ. ປະຕິບັດຄຳໝັ້ນ​ສັນຍາ​ຕ່າງໆ​ນັບ​ແຕ່​ເມື່ອ​ເຂົ້າ​ຮ່ວ​ມໃນ​ອົງການ​ການ​ຄ້າ​ໂລກ, ​ເຊັ່ນ ການ​ເປີດ​ເສລີ​ສິດທິ​ທາງ​ທຸລະ​ກິດ, ​ເສລີ​ໃນ​ການ​ສົ່ງ​ອອກ​ແລະ​ນຳ​ເຂົ້າ, ລົບ​ລ້າງ​ຂໍ້​ຈຳກັດ​ການ​ສົ່ງ​ອອກ​ແລະນຳ​ເຂົ້າ, ລົບ​ລ້າງ​ການ​ອຸດ​ໜູນການ​ສົ່ງ​ອອກ​ທີ່​ເປັນ​ການ​ບິດ​ບ້ຽວການ​ແຂ່ງຂັນ, ຫຼຸດຜ່ອນ​ເຖິງ​ຂັ້ນ​ຕ່ຳ​ສຸດ​ການ​ແຊກ​ແຊງ​ຂອງ​ລັດ​ເຂົ້າ​ໃນ​ການ​ເຄື່ອນ​ໄຫວ​ຂອງ​ວິ​ສາ​ຫະກິດ, ​ໃຫ້ຄຳ​ໝັ້ນ​ສັນຍາທີ່​ຈະ​ເປີດ​ຕະຫຼາດ​ສິນຄ້າ​ແລະ​ບໍລິການ, ​ເປີດ​ເຜີຍ​ໂປ່​ງ​ໃສ​ນະ​ໂຍບາຍ… ລະບົບ​ກົດໝາຍ​ຂອງ​ຫວຽດນາມ​ໄດ້​ແລະ​ພວມ​ໄດ້​ຮັບ​ການ​ບູລະ​ນະ​ໃຫ້​ສົມບູນ ຕາມ​ທິດນັບ​ມື້​ນັບ​ຈະ​ແຈ້ງ ​ໂປ່​ງ​ໃສ​ກວ່າ​ເກົ່າ, ສ້າງ​ສະພາບ​ແວດ​ລ້ອມ​ການ​ທຸລະ​ກິດ​ທີ່​ສະ​ເໝີ​ພາບ. ປະ​ເທດ​ຫວຽດນາມ​ມີ​ຖານະ​ຕຳ​ແໜ່ງນັບ​ມື້​ນັບ​ສຳຄັນ​ໃນ​ການ​ສົ່ງ​ອອກ​ສິນຄ້າ​ທົ່ວ​ປະ​ເທດ ​ແລະ​ຖືກ​ຈັດ​ເຂົ້າ​ໃນ​ກຸ່ມ 30 ປະ​ເທດ​ທີ່​ສົ່ງ​ອອກ​ສິນຄ້າ​ນຳ​ໜ້າ​ໂລກ. ຈາກ​ບ່ອນ​ຂາດ​ດຸນ​ກາ​ນຄ້ານຳ​ເຂົ້າ​ເລື້ອຍໆ, ຫວຽດນາມ​ໄດ້ບັນ​ລຸ​ຄວາມ​ສົມ​ດຸນທາງ​ການ​ຄ້າ​ສົ່ງ​ອອກນຳ​ເຂົ້າ, ຊ້ຳ​ຍັງ​ໄດ້​ເກີນ​ດຸນການ​ຄ້າ.

ການ​ພັດທະນາ​ເສດຖະກິດ​ຕາມ​ທິດ​ຍືນ​ຍົງ, ປະດິດ​ສ້າງ ​ແລະປົກ​ຄຸມຢ່າງ​ແທດ​ຈິງ ກໍ່​ແມ່ນ​ການ​ກໍ່ສ້າງ​ພື້ນຖານ​ເສດຖະກິດ​ທີ່​ເປັນ​ເອກະລາດ, ​ເປັນ​ເຈົ້າ​ຕົນ​ເອງ: ນັ້ນ​ແມ່ນ​ພື້ນຖານ​ເສດຖະກິດ​ທີ່​ມີ​ໂຄງ​ສ້າງ​ເສດຖະກິດ​ທີ່​ສົມ​ເຫດ​ສົມ​ຜົນ, ມີ​ປະສິດທິ​ຜົນ ​ແລະ​ຮັບປະກັນ​ຄວາມ​ປອດ​ໄພ​ທີ່​ຈຳ​ເປັນ; ພື້ນຖານ​ເສດຖະກິດ​ທີ່​ພັດ​ທະນາ​ຢ່າງ​ຍືນ​ຍົງ​ແລະ​ມີ​ຄວາມ​ສາມາດ​ແຂ່ງຂັນສູງ; ​ໂຄງ​ສ້າງ​ການ​ສົ່ງ​ອອກ​ແລະ​ນຳ​ເຂົ້າ​ມີ​ຄວາມສົມ​ດຸນ; ການ​ລົງທຶນ​ໂດຍ​ກົງ​ຈາກ​ຕ່າງປະ​ເທດ​ໃນບາງ​ຂະ​ແໜງ​ເສດຖະກິດ, ​ໂດຍ​ສະ​ເພາ​ະ​ໃນ​ຂະ​ແໜງ​ເສດຖະກິດ​ທີ່​ສຳຄັນ, ກວມ​ອັດຕາ​ສ່ວນ​ໜຶ່ງ​ທີ່​ບໍ່​ສາມາດ​ຄວບ​ຄຸມພື້ນຖານ​ເສດຖະກິດ; ຈຳກັດ​ຫຼື​ບໍ່​ອະນຸຍາດ​ໃຫ້​ຕ່າງປະ​ເທດ​ລົງທຶນ​ເຂົ້າ​ໃນ​ຂະ​ແໜງ​ການ​ທີ່​ອ່ອນ​ໄຫວ... ​ເວົ້າ​ຢ່າງ​ອື່ນ, ພື້ນຖານ​ເສດຖະກິດ​ທີ່​ເປັນ​ເອກະລາດ, ​ເປັນ​ເຈົ້າ​ຕົນ​ເອງ​ໃນ​ສະພາບ​ການ​ໂລກາ​ພິວັດ ​ແມ່ນ​ພື້ນຖານ​ເສດຖະກິດ​ທີ່​ມີ​ຄວາມ​ສາມາດປັບ​ຕົວ​ເປັນ​ຢ່າງ​ດີ​ໃນ​ສະພາບ​ການ​ສາກົນ​ທີ່​ມີ​ການຜັນ​ປ່ຽນ​ສັບສົນ ​ແລະ ຖືກ​ກະທົບ​ເສຍ​ຫາຍ​ໜ້ອຍ​ຈາ​ກການ​ຜັນ​ປ່ຽນ​ເຫຼົ່າ​ນັ້ນ; ​ໃນ​ສະຖານະ​ການ​ໃດ​ກໍ່ຕາມ​ ກໍ່​ສາມາດ​ຮັກສາການ​ເຄື່ອນ​ໄຫວ​ເປັນ​ປົກກະຕິ​ຂອງ​ສັງຄົມ ​ແລະ ຮັບ​ໃຊ້​ໜ້າ​ທີ່​ປ້ອງ​ກັນ​ປະ​ເທດ-ປ້ອງ​ກັນ​ຄວາມ​ສະຫງົບ​ໄດ້​ເປັນ​ຢ່າງ​ດີ.

ການ​ກໍ່ສ້າງ​ພື້ນຖານ​ເສດຖະກິດ​ທີ່​ເປັນ​ເອກະລາດ, ​ເປັນ​ເຈົ້າ​ຕົນ​ເອງ​ຢູ່​ຫວຽດນາມ​ໄດ້​ສະ​ແດງ​ອອກ​ຢູ່​ໃນ​ຄວາມ​ເປັນ​ເອກະລາດ, ​ເປັນ​ເຈົ້າ​ຕົນ​ເອງກ່ຽວກັບ​ແນວ​ທາງ​ການ​ພັດທະນາ​ຕາມ​ທິດສັງຄົມ​ນິຍົມ, ຍູ້​ແຮງ​ການ​ຫັນ​ເປັນ​ອຸດສາຫະກຳ ທັນ​ສະ​ໄໝ, ສ້າງ​ກຳລັງບົ່ມ​ຊ້ອນ​ທາງ​ເສດຖະກິດ, ວິທະຍາສາດ​ ແລະ​ເຕັກ​ໂນ​ໂລ​ຊີ, ພື້ນຖານ​ວັດຖຸ​ແລະ​ເຕັກນິກທີ່​ເຂັ້ມ​ແຂງ​ພໍ​ຄວນ; ມີ​ໂຄງ​ສ້າງ​ເສດຖະກິດ​ທີ່​ສົມ​ເຫດ​ສົມ​ຜົນ, ມີ​ປະສິດທິ​ຜົນ​ແລະ​ຄວາມ​ສາມາດ​ແຂ່ງຂັນ; ສຸມ​ໃສ່​ພັດທະນາ​ບັນດາ​ຂະ​ແໜງ​ການ, ຂົງ​ເຂດ​ແລະ​ຜະລິດ​ຕະພັນ​ເສດຖະກິດຫຼັກ ທີ່​ມີ​ບົດບາດສຳຄັນທີ່​ສຸດ, ມີ​ປະສິດທິ​ຜົນ… ຄຽງ​ຄູ່​ກັນ​ນັ້ນ, ຕ້ອງ​ຮັບປະກັນ​ຄວາມ​ໝັ້ນຄົງ​ທາງ​ດ້ານ​ສະບຽງ​ອາຫານ​ຂອງ​ຊາດ; ຄວາມ​ປອດ​ໄພ​ທາງ​ດ້ານ​ພະລັງງານ, ການ​ເງິນ-​ເງິນຕາ, ສິ່ງ​ແວດ​ລ້ອມ; ປະ​ເທດ​ຂະຫຍາຍຕົວ​ຢ່າງ​ໄວ, ມີ​ປະສິດທິ​ຜົນ, ຍືນ​ຍົງ.

​ໃນ​ຍຸກ​ໂລກາ​ພິວັດ​ແລະ​ການ​ເຊື່ອມ​ໂຍງ​ສາກົນ, ຄວາມ​ເປັນ​ເອກະລາດ​ທາງ​ດ້ານ​ເສດຖະກິດ​ຂອງ​ປະ​ເທດ​ໜຶ່ງ ບໍ່​ແມ່ນ​ການ​ຢູ່​ໂດດດ່ຽວ, ອັດ​ປະຕູ, ຫາ​ກຸ້ມ​ຕົນ​ເອງ. ຄວາມ​ເປັນ​ເຈົ້າ​ຕົນ​ເອງບໍ່​ແມ່ນການ​ຕັດສິນ​ໃຈ​ດ້ວຍ​ຕົນ​ເອງ​ຢ່າງ​ແຂງ​ກະດ້າງ​ແລະ​ເດັດ​ຖານ ​ໂດຍ​ບໍ່​ຄິດ​ໄລ່​ເຖິງ​ຂໍ້​ກຳນົດ​ຂອງ​ບັນດາ​ສະ​ຖາ​ບັນ​ເສດຖະກິດ-ການ​ເງິນ​ສາກົນ, ບໍ່​ປະຕິບັດ​ຢ່າງ​ຖືກຕ້ອງ​ຕາມ​ຂໍ້​ຕົກລົງ, ກົດໝາຍ​ແລະ​ກົດ​ທົ່ວ​ໄປ​ຂອງ​ສາກົນ... ​ເຂົ້າ​ຮ່ວມ “ສະໜາມ​ການ​ຫຼິ້ນ" ທົ່ວ​ໂລກ, ຫວຽດນາມ​ໄດ້​ປະຕິບັດ​ການ​ເປີດຕະຫຼາດ​ພາຍ​ໃນ​ປະ​ເທດ, ​ເປັນ​ເຈົ້າ​ການ​ປ່ຽນ​ແປງ​ໂຄງ​ສ້າງ​ເສດຖະກິດ, ສ້າງ​ຕັ້ງ​ບັນດາ​ເຂດ​ອຸດສາຫະກຳ​ລວມສູນ ​ແລະ​ມຸ່ງ​ໄປ​ສູ່​ການ​ສ້າງຕັ້ງ​ບາງ​ເຂດ​ບໍລິຫານ-​ເສ​ດຖະກິດ​ພິ​ເສດ ​ເພື່ອ​ຕອບ​ສະໜອງ​ຄວາມ​ຕ້ອງການ​ດຶງ​ດູດ​ເງິນ​ລົງທຶນ​ຈຳນວນ​ຫຼາຍ. ນີ້​ແມ່ນ​ຮູບ​ການ​ສັນຍາ​ສຳ​ປະທານ​ເຂດ​ແດນ, ມີ​ກຳນົດ​ເວລາ​ແລະ​ສິດທິ​ທີ່​ແນ່ນອນ. ດ້ານ​ອື່ນ, ພວກ​ເຮົາ​ປະຕິບັດ​ການ​ເປີດ​ເສລີ​ເສດຖະກິດຕາມ​ຄຳ​ໝັ້ນ​ສັນຍາ​ສາກົນ, ໝາຍ​ຄວາມ​ວ່າ​ໄດ້​ໂອນ​ສິດ​ທິຈຳນວນ​ໜຶ່ງ​ຂອງ​ລັດ​ໄປ​ໃຫ້​ຕະຫຼາດ. ​ໃນ​ເງື່ອນ​ໄຂ​ໂຄງ​ສ້າງ​ຄວາມ​ເປັນ​ເອກະລາດ​ທາງ​ເສດຖະກິດ​ມີ​ການ​ປ່ຽນ​ແປງ​ຄື​ແນວ​ນັ້ນ, ຈຸດ​ໜັກ​ຂອງ​ການ​ຮັບປະກັນ​ອະທິປະ​ໄຕ​ທາງ​ເສດຖະກິດ​ ແມ່ນ​ເພີ່ມ​ທະວີ​ຄວາມ​ສາມາດ​ເປັນ​ເຈົ້າ​ຕົນ​ເອງ​ທາງ​ເສດຖະກິດ​ຢ່າງຮອບດ້ານ.

ຈາກ​ການ​ກຳນົດຢ່າງ​ຖືກຕ້ອງ​ກ່ຽວ​ກັບ​ເປົ້າ​ໝາຍ, ​ເນື້ອ​ໃນ​ກໍ່ສ້າງ​ພື້ນຖານ​ເສດຖະກິດ​ທີ່​ເປັນ​ເອກະລາດ, ​ເປັນ​ເຈົ້າ​ຕົນ​ເອງ, ຫວຽດນາມ​ໄດ້​ສຸມ​ໃສ່​ພັດທະນາ​ບັນດາ​ຂະ​ແໜງ​ການ​ແລະ​ຂົງ​ເຂດສຳຄັນ ທີ່ປະກອບ​ເປັນຮາກ​ຖານ​ສຳລັບ​ການພັດທະນາ​ແບບ​ຍືນ​ຍົງ, ທັງ​ຕອບ​ສະໜອງ​ຄວາມ​ຕ້ອງການ​ພາຍ​ໃນ​ປະ​ເທດ​ໃນ​ທຸກ​ສະຖານະ​ການ, ທັງ​ຮັບປະກັນ​ການ​ສົ່ງ​ອອກ. ​ແຫຼ່ງພະລັງ​ເພື່ອ​ຫັນ​ເປັນ​ອຸດສາຫະກຳ ທັນ​ສະ​ໄໝ ​ແລະ ກໍ່ສ້າງ​ພື້ນຖານ​ເສດຖະກິດ​ທີ່​ເປັນ​ເອກະລາດ, ​ເປັນ​ເຈົ້າ​ຕົນ​ເອງນັ້ນ ​ມາ​ຈາກ​ພາຍໃນ​ແລະ​ຕ່າງປະ​ເທດ, ສົມທົບ​ຢ່າງ​ກົມກຽວ​ລະຫວ່າງ​ກຳລັງ​ແຮງ​ພາຍ​ໃນ​ແລະ​ກຳລັງ​ແຮງພາຍ​ນອກ, ​ໃນ​ນັ້ນ ​ເສີມ​ຂະຫຍາຍ​ກຳລັງ​ແຮງ​ພາຍ​ໃນ​ຢ່າງ​ແຂງ​ແຮງ.

ຄວາມ​ສຳ​ເລັດ​ໃນ​ການ​ກໍ່ສ້າງ​ພື້ນຖານ​ເສດຖະກິດ​ທີ່​ເປັນ​ເອກະລາດ, ​ເປັນ​ເຈົ້າຕົນ​ເອງ​ໃນ 30 ປີ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່ນັ້ນ ​ແມ່ນ​ພື້ນຖານ​ເສດຖະກິດ​ມີ​ການ​ພັດ​ຖະນາຢ່າງ​ດີ​ແລະ​ໝັ້ນຄົງ, ການ​ເຕີບ​ໂຕ​ເສດຖະກິດ​ໄດ້​ຮັກສາ​ໃນ​ລະດັບ​ເໝາະ​ສົມ, ທ່າ​ອຽງ​ຂອງ​ການ​ເຕີບ​ໂຕ​ປີ​ຕໍ່​ມາ​ສູງ​ກວ່າ​ປີ​ກ່ອນ, ຄຸນນະພາ​ບການ​ເຕີບ​ໂຕ​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ. ​​ໂຄງ​ສ້າງ​ເສດຖະກິດ​ໄດ້​ຮັບ​ການຈັດ​ວາງ​ຄືນ​ໃໝ່​ເທື່ອ​ລະ​ກ້າວ ຕິດ​ກັບການ​ປ່ຽນ​ແປງ​ໃໝ່​ຮູບ​ແບບ​ການ​ເຕີບ​ໂຕ, ລະບົບ​​ໂຄງ​ສ້າງ​ພື້ນຖານເສດຖະກິດ​ໄດ້​ຮັບ​ການ​ເພີ່ມ​ທະວີ, ຊັບພະຍາກອນ​ເພື່ອ​ສະໜອງ​ໃຫ້ການ​ພັດທະນາ​ເສດຖະກິດ-ສັງຄົມນັບ​ມື້​ນັບ​ເພີ່ມ​ຂຶ້ນ. ​ເສດຖະກິດຂອງ​ຫວຽດນາມ​ມີ​ຄວາມ​ໝັ້ນຄົງ​ແລະ​ພັດທະນາ​ໃນ​ເວລາ​ທີ່​ປະ​ເຊີນ​ໜ້າ​ກັບ​ສິ່ງ​ທ້າ​ທາຍ​ທີ່​ໃຫຍ່​ໂຕ​ຈາກ​ວິ​ກິດ​ການ​ເສດຖະກິດ​ໂລກ. ລັດຖະບານ​ປະຕິບັດ​ບົດບາດ​ການ​ຄຸ້ມ​ຄອງ​ແລະ​ສ້າງສັນ​ໄດ້້​ເປັນ​ຢ່າງ​ດີ. ສະພາບ​ແວດ​ລ້ອມ​ການ​ລົງທຶນທຸລະ​ກິດ​ໄດ້​ຮັບ​ການ​ປົວ​ແປງ, ​ໂປ່​ງ​ໃສ, ສະ​ເໝີ​ພາບ​ກວ່າ​ເກົ່າ, ຄວາມ​ສາມາດ​ແຂ່ງ​ຂັນ​ຂອງ​ພື້ນຖານ​ເສດຖະກິດ​ພວມ​ໄດ້ຮັບ​ການ​ຍົກ​ຂຶ້ນ. ສິ່ງ​ທີ່​ຄວນ​ເອົາ​ໃຈ​ໃສ່​ຄື, ບັນດາ​ຕົວ​ຊີ້​ວັດ​ກ່ຽວ​ກັບ​ຜົນງານ​ການ​ເຊື່ອ​ມ​ໂຍງ​ເສດຖະກິດ​ສາກົນ​ໄດ້​ບັນລຸ​ລະດັບ​ສູງ. ຕາມ​ລາຍ​ງານ​ຂອງ​ລັດຖະບານ, ການ​ລົງທຶນ​ໂດຍ​ກົງ​ຈາກ​ຕ່າງປະ​ເທດ​ທັງ​ໝົດ (FDI) ຄິດ​ໄລ່​ເຖິງ​ທ້າຍ​ເດືອນ​ກັນຍາ 2018, ພາຍຫຼັງ 30 ປີ ມີ​ທຶນ​ຈົດ​ທະບຽນ 334 ຕື້ໂດ​ລາ​ສະຫະລັດ. ປະຈຸ​ບັນ 128 ປະ​ເທດ​ແລະ​ເຂດ​ແດນ​ໄດ້​​ເຂົ້າ​ຮ່ວມ​ການ​ລົງທຶນ​ໃນ​ຫວຽດນາມ. ທຶນ FDI ທີ່​ລົງ​ໃນ​ຫວຽດນາມກວມ​ເອົາ 25% ຂອງ​ການ​ລົງທຶນ​ທາງ​ສັງຄົມ​ທັງ​ໝົດ. ບັນດາ​ຄູ່​ຮ່ວມ​ມື​​ໃຫ້​ຄຳ​ໝັ້ນ​ສັນຍາ​ຈະຊ່ວຍ​ເຫຼືອກ​ວ່າ 3 ຕື້ໂດ​ລາ​ສະຫະລັດ​ໃຫ້​ຫວຽກ​ນາມ​ ແຕ່​ນີ້​ຮອດ​ປີ 2020. ປີ 2017, ນັກ​ທ່ອງ​ທ່ຽວ​ມາ​ຫວຽດນາມ​ໄດ້​ບັນລຸ​ຈຳນວນ​ຫຼາຍ​ກວ່າ 13 ລ້ານ​ຄົນ. ມາ​ເຖິງ​ປະຈຸ​ບັນ, ມີຫຼາຍ​ກວ່າ 70 ປະ​ເທດ​ໄດ້​ຮັບ​ຮູ້​ວ່າ​ ຫວຽດນາມ​ເປັນ​ພື້ນຖານ​​ເສດຖະກິດ​ຕະຫຼາດທີ່​ສົມບູນ. ການ​ເຊື່ອມ​ໂຍງ​ສາກົນ​ບັນລຸ​ຜົນສຳ​ເລັດ​ໄດ້​ສ້າງ​ກຳລັງ​ແຮງ​ພາຍ​ໃນ​ຕື່ມ​ອີກ​ໃຫ້​ປະ​ເທດ.

​ແຕ່, ພິຈາລະນາ​ຕາມ​ແງ່​ມູມການ​ພັດທະນາ​ແບບ​ຍືນ​ຍົງ, ປະດິດ​ສ້າງ​ ແລະ​ປົກ​ຄຸມ​ ກໍ່ເຫັນ​ວ່າ ການ​ເຊື່ອມ​ໂຍງ​ສາກົນ​ຂອງ​ຫວຽດນາມຍັງ​ມີ​ຂໍ້​ຈຳກັດ​ຫຼາຍ, ສະ​ແດງ​ອອກ​ໃນ​ບາງ​ດ້ານ​ລຸ່ມ​ນີ້:

1- ການ​ປະກາດ​ໃຊ້​ນະ​ໂຍບາຍ, ກົດໝາຍຍັງ​ຂາດ​ເຂີນ ​ແລະ​ບໍ່​ຄົບ​ຊຸດ. ການຈັດ​ຕັ້ງ​ປະຕິບັດ​ແຜນ​ນະ​ໂຍບາຍ ມະຕິ​ຂອງ​ພັກ, ກົດໝາຍ​ຂອງ​ລັດ​ ກ່ຽວ​ກັບ​ການ​ເຊື່ອມ​ໂຍງ​ເສດຖະກິດ​ສາກົນ ບໍ່​ເຂັ້ມ​ງວດ, ບໍ່​ແຂງ​ແຮງ, ຂຸ້ນຂ້ຽວ. ລະດັບ​ຄວາມ​ສາມາດ​ກຳກັບຄຸ້ມຄອງ​ເສດຖະກິດ, ​ໂດຍ​ສະ​ເພາະ​ແມ່ນ​ຂອງ​ວິ​ສາ​ຫະກິດ​ໃນ​ປະ​ເທດ ​ຍັງ​ອ່ອນ​ແອ.

2- ຍຸດ​ທະ​ສາດ​ເຊື່ອມ​ໂຍງ​ເສດຖະກິດ​ສາກົນ​ຍັງ​ບໍ່​ຮອບດ້ານ ບໍ່​ລະອຽດ, ດັ່ງ​ນັ້ນ​ຈຶ່ງ​ບໍ່​ສວຍ​ໃຊ້​ໄດ້​ຢ່າງ​ສຸດ​ຂີດ ຜົນ​ປະ​ໂຫຍ​ດຂອງ​ການ​ເຊື່ອມ​ໂຍງ​ເສດຖະກິດ​ສາກົນ ​ເພື່ອ​ເພີ່ມ​ແຫຼ່ງພະລັງ​ໃຫ້​ແກ່​ການ​ພັດທະນາ​ເສດຖະກິດ, ປະຕິບັດ​ເປົ້າ​ໝາຍ​ຫັນ​ປະ​ເທດເປັນ​ອຸດສາຫະກຳ ທັນ​ສະ​ໄໝ. ຍ້ອນ​ຍັງ​ບໍ່​ທັນ​ກໍ່ສ້າງ​ໄດ້​ແຜນ​ຍຸດ​ທະ​ສາດ​ການ​ເຊື່ອມ​ໂຍງ​ສາກົນທີ່​ຖືກຕ້ອງ​ເໝາະ​ສົມ​ກັບ​ເງື່ອນ​ໂຂ​ລວມຂອງ​ປະ​ເທດ, ດັ່ງ​ນັ້ນ ທິດ​ທາງ​ການ​ພັດທະນາ​ແບບ​ຍືນ​ຍົງ, ປະດິ​ດສ້າງ ​ແລະປົກ​ຄຸມ​ໃນ​ການ​ເຊື່ອມ​ໂຍງ​ເສດຖະກິດ​ສາກົນ​ຢູ່​ໃນບາງ​ຂອດ ບາງ​ໄລຍະ ຈຶ່ງ​ບໍ່​ໄດ້ຜັນ​ຂະຫຍາຍຢ່າງພຽງພໍ, ຄົບ​ຊຸດ. ​ໃນ​ບາງ​ກໍລະນີ, ການ​ເຊື່ອມ​ໂຍງ​ເສດຖະກິດ​ຖືກ​ຕົກ​ໃນ​ທ່າ​ຮັບ, ​ບໍ່​ມີພື້ນຖານ​ວິທະຍາສາດ ພຶດຕິ​ກຳ​ທີ່​ສອດຄ່ອງ​ກັບ​ສະຖານະ​ການ​ພັດທະນາ​ຂອງ​ປະ​ເທດ, ບໍ່​ເສີມ​ຂະຫຍາຍ​ໄດ້​ຢ່າງ​ຄົບ​ຖ້ວນ​ ບັນດາ​ປະສິດທິ​ຜົນ​ທີ່​ການ​ເຊື່ອມ​ໂຍງ​ເສ​ຖະກິດ​ສາກົນ​ນຳມາ​ໃຫ້.

3- ບັນດາ​ຂໍ້​ຈຳກັດ​ພາຍ​ໃນ​ຂອງ​ພື້ນຖານ​ເສດຖະກິດ​ແມ່ນປັດ​ໄຈ​ທີ່ສົ່ງ​ຜົນ​ກະທົບ​ທາງ​ລົບ​ເຖິງການ​ເພີ່ມ​ແຫຼ່ງພະລັງ​ໃຫ້​ແກ່​ການ​ພັດທະນາ: ກ- ດຸນ​ມະຫາ​ພາກ​ແລະ​ດຸນລະຍາ​ທີ່​ສຳຄັນ​ຂອງ​ພື້ນຖານ​ເສດຖະກິດ​ຍັງ​ບໍ່​ທັນ​ໝັ້ນຄົງ. ການ​ຂາດ​ດຸນ​ງົບປະມານ​ຍັງ​ສູງ. ໜີ້​ສາທາລະນະ​ເພີ່ມຂຶ້ນ​​ໃກ້ກັບ​ລະດັບ​ທີ່​ສະພາ​ແຫ່ງ​ຊາດ​ວາງ​ໄວ້; ຂ- ສະພາບ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນ​ທຸລະ​ກິດ​ແລະຄວາມ​ສາມາດ​ແຂ່ງຂັນ​ ໄດ້​ຮັບ​ການ​ປົວ​ແປງ​ຊ້າ. ຂັ້ນ​ຕອນ​ການ​ບໍລິຫານ​ມີ​ບັນຫາ​ຫຼາຍ​ຢ່າງ, ສະພາບ​ການ​ຜະລິດທຸລະ​ກິດ​ມີ​ຄວາມ​ຫຍຸ້ງຍາກ​ຫຼາຍ, ຈຳນວນ​ວິ​ສາ​ຫະກິດທີ່​ຍຸບ​ເລີກ ຢຸດ​ການ​ເຄື່ອນ​ໄຫວ ຍັງ​ມີ​ຫຼາຍ​. ຄວາມ​ສາມາດ​ດ້ານ​ການ​ເງິນ, ການ​ບໍລິຫານຄຸ້ມ​ຄອງ​ຂອງ​ວິ​ສາ​ຫະກິດສ່ວນ​ຫຼາຍຍັງ​ຖືກ​ຈຳກັດ.

4- ການ​ເຊື່ອມ​ໂຍງ​ເສດຖະກິດ​ສາກົນຮຽກຮ້ອງ​ຕ້ອງການ​ການ​ປະສານ​ງານ​ຢ່າງ​ເປັນ​ປະຈຳ​ລະຫວ່າງບັນດາ​ກະຊວງ ຄະນະ ຂະ​ແໜງ​ການ, ລະຫວ່າງ​ອົງການຄຸ້ມ​ຄອງ​ລັດ ​ແລະ ​ວິ​ສາ​ຫະກິດ ຊຸມ​ຊົນ, ການ​ສົມທົບ ຜັນ​ຂະຫຍາຍ​ຢ່າງ​ຄົບ​ຊຸດ ຈາກ​ສູນ​ກາງ​ເຖິງ​ທ້ອງ​ຖິ່ນ. ​ແຕ່​ໃນ​ເວລາ​ທີ່​ຜ່ານ​ມາ, ບາງ​ໜ່ວຍ​ງານ​ຮັບຜິດຊອບການ​ເຊື່ອມ​ໂຍງ​ເສດຖະກິດ​ສາກົນຢູ່​ບາງ​ກະຊວງ, ຄະນະ, ຂະ​ແໜງ​ການ​ແລະ​ທ້ອງ​ຖິ່ນ ບໍ່​​ໄດ້ເອົາ​ໃຈ​ໃສ່​ເຖິງ​ຂອດ​ປະສານ​ງານ​ແລະ​ການ​ໃຫ້​ຄຳ​ປຶກສາ​​ໃນ​ໂຄງການ​ປະຕິບັດ​ງານ​ກ່ຽວ​ກັບ​ການ​ເຊື່ອມ​ໂຍງ​ເສດຖະກິດ​ສາກົນ. ​ເພາະສະ​ນັ້ນ, ການ​ຜັນ​ຂະຫຍາຍ​ວຽກ​ງານການ​ເຊື່ອມ​ໂຍງ​ຈຶ່ງ​ບໍ່​ບັນລຸຜົນ​ຕາມ​ທີ່​ຕ້ອງການ. ຄຽງ​ຂ້າງ​ນັ້ນ, ​ເມື່ອ​ກໍ່ສ້າງ​ແຜນການ, ​ໂຄງ​ການ, ​ແຜນ​ງານ​ການ​ເຄື່ອນ​ໄຫວ​ກ່ຽວ​ກັບການ​ເຊື່ອມ​ໂຍງ​ເສດຖະກິດ​ສາກົນ, ບັນດາ​ອົງການ​ຮັບຜິດຊອບ​ການ​ເຊື່ອມ​ໂຍງ​ເສດຖະກິດ​ສາກົນ​ຢູ່ກະຊວງ, ຄະນະ, ຂະ​ແໜງ​ການ, ທ້ອງ​ຖິ່ນສ່ວນ​ຫຼາຍ​ບໍ່​ມີ​ແຜນການ, ​ໂຄງການ, ​ແຜນ​ງານ​ນີ້. ຍ້ອນ​ບໍ່​ມີ​ຂໍ້​ກຳນົດ​ກ່ຽວ​ກັບ​ກົນ​ໄກ​ຕິດຕາມ, ກວດກາ, ປະ​ເມີນ​ຜົນ, ດັ່ງ​ນັ້ນ​ຈຶ່ງ​ເປັນ​ການ​ຍາກ​ທີ່​ຈະ​ສັງ​ລວມ​ແລະ​ປະ​ເມີນ​ຜົນ​ຢ່າງ​ເຕັມ​ສ່ວນ​ແລະ​ທັນ​ເວລາ ​ໃນການ​ຜັນ​ຂະຫຍາຍປະຕິບັດ​ການ​ເຊື່ອມ​ໂຍງ​ເສດຖະກິດ​ສາກົນ.

ປ່ຽນ​ແປງ​ໃໝ່​ຈິນຕະນາການ​ແລະກຳນົດ​ທິດ​ການ​ພັດທະນາ, ຍູ້​ແຮງ​ຂະ​ບວນວິວັດ​ການ​​ເຊື່ອມ​ໂຍງ​ສາກົນ

ທີ​ໜຶ່ງ, ປ່ຽນ​ແປງ​ໃໝ່​ໃນ​ວຽງ​ານການວິ​ເຄາະ​ແລະ​ພະຍາກອນ

ສະຖານະ​ການ​ສັບສົນ​ຂອງ​ໂລກ​ແລະ​ພາກ​ພື້ນກຳນົດ​ຄວາມ​ຕ້ອງການ​ອັນ​ຮີບ​ດ່ວນ​ເພື່ອ​ຍົກ​ລະດັບການ​ວິ​ເຄາະ​ແລະ​​ພະຍາກອນ​ຍຸດ​ທະ​ສາດ ​ແລະ ການ​ປະ​ເມີນ​ຄວາມ​ສ່ຽງ​ຂອງ​ລະບົບ, ຕອບ​ສະໜອງກັບ​ການ​ຈັດການ​ສະຖານະ​ການ​ທີ່​ສັບສົນ. ຈຳ​ເປັນ​ຕ້ອງ​ລະບຸ​​ໂດຍ​ໄວ​ກ່ຽວ​ກັບການ​ເຄື່ອນ​ເໜັງ, ທ່າ​ອຽງ​ການ​ພັດທະນາ​ທີ່​ສຳຄັນ​ຂອງ​ໂລກ, ຈາກນັ້ນ ມີ​ການ​ດັດ​ປັບ​ທີ່​ຖືກຕ້ອງ​ໃນ​ແຜນ​ຍຸດ​ທະ​ສາດ​ການ​ພັດທະນາ, ນຳ​ໃຊ້​ໂອກາດ​ທີ່​ເປີດ​ໃໝ່​ຢ່າງ​ສຸດ​ຂີດ. ສະພາບ​ການ​ປະຈຸ​ບັນ​ແມ່ນ​ໂອກາດ​ເພື່ອ​ໃຫ້​ຫວຽດນາມ​ເບິ່ງ​ຄືນ​ຈິນຕະນາການກ່ຽວ​ກັບ​ການ​ພັດທະນາ; ​ໃນ​ນັ້ນ​ມີ​ຄວາມ​ຮັບ​ຮູ້​ໃໝ່​ກ່ຽວ​ກັບ​ການ​ຫັນ​ເປັນ​ອຸດສາຫະກຳ ທັນ​ສະ​ໄໝ, ກ່ຽວ​ກັບ​ຮູບ​ແບບ​ການ​ເຕີບ​ໂຕ ​ແລະ ການ​ພັດທະນາ​​ເສດຖະກິດ​ຕະຫຼາດກຳນົດ​ທິດ​ສັງຄົມ​ນິຍົມ ທີ່​ສອດຄ່ອງ​ກັບ​ກົດ​ເກນ​ແລະ​ທ່າ​ອຽງ​ລວມ, ຈາກ​ນັ້ນ ຍູ້​ແຮງ​ການ​ປະຕິ​ຮູບ, ​ແກ້​​ໄຂ​ຜ່ານ​ຜ່າ​ອຸປະສັກ​ ເພື່ອ​ການ​ພັດທະນາຢ່າງໄວ​ແລະ​ຍືນ​ຍົງ.

ຫວຽດນາມ​ບໍ່​ສາມາດ​ສືບ​ຕໍ່​ການ​ພັດທະນາຢ່າງ​ໄວວາ, ຍືນ​ຍົງ, ປະດິດ​ສ້າງ​ ​ແລະປົກ​ຄຸມ​ໄດ້ ຖ້າ​ຫາກ​ພຽງ​ແຕ່​ອີງ​ໃສ່​ບັນດາ​ຂະ​ແໜງ​ການ​ທີ່​ໃຊ້​ແຮງ​ງານ​ແລະ​ວັດຖຸ​ດິດຫຼາຍ, ​ແຕ່​ຕ້ອງການ​ຫັນ​ບັນດາ​ຂະ​ແໜງ​ການ​ດັ້ງ​ເດີມເປັນ​ທັນ​ສະ​ໄໝ ດ້ວຍ​ເຕັກ​ໂນ​ໂລ​ຊີ​ໃໝ່, ບຸກທະລຸ​ເຂົ້າ​ບັນດາ​ຂະ​ແໜງ​ການ​ທີ່​ອີງ​ໃສ່​ເຕັກ​ໂນ​ໂລ​ຊີ​ສູງ, ​ເອົາ​ໃຈ​ໃສ່​ພັດທະນາ​ບັນດາ​ຂະ​ແໜງ​ບໍລິກາ​ນພູມປັນຍາ ​ແລະ ສິ່ງ​ທີ່​ຈຳ​ເປັນ​ທີ່​ສຸດ​ແມ່ນຕ້ອງກາຍ​ເປັນ “ຕ່ອງ​ໂສ້” ​ໃນ​ເຄືອ​ຂ່າຍ​ການ​ຜະ​ລິດ​ແລະ​ຈຳໜ່າຍ​ຂອງ​ບັນດາ​ບໍລິສັດ​ຂ້າມ​ຊາດ. ທ່າ​ອຽງ​ພັດທະນາ​ເສດຖະກິດ​ບົນ​ພື້ນຖານ​ການ​ປ່ຽນ​ແປງ​ໃໝ່​ປະດິດ​ສ້າງ ​ແລະ ການ​ແຜ່​ຫຼາຍທົ່ວ​ໄປ​ຂອງ​ເຄືອ​ຂ່າຍ​ການ​ຜະລິດ​ທົ່ວ​ໂລກ ​ແມ່ນ​ເງື່ອນ​ໄຂ​ໃໝ່​ເພື່ອ​ໃຫ້​ຫວຽດນາມຫຍໍ້​ສັ້ນຊ່ອງ​ຫວ່າງທາງ​ດ້ານ​ປັນຍາ​ແລະ​ເຕັກ​ໂນ​ໂລ​ຊີ, ນັບ​ທັງ​ໃນ​ເມື່ອ​ບັນດາ​ເງື່ອນ​ໄຂການ​ເຕີບ​ໂຕ​ອີງ​ໃສ່​ການ​ປ່ຽນ​ແປງ​ໃໝ່​ປະດິດ​ສ້າງ​ຫາ​ກໍ່​ເລີ່​ມຕົ້ນ.

ຫວຽດນາມຈຳ​ເປັນ​ຕ້ອງ​ຕິດ​ຕໍ່​ກັບ​ຄື່ນການ​ລົງທຶນ​ໂດຍ​ກົງ​ຈາກ​ຕ່າງປະ​ເທດ ​ເພື່ອ​ໃຫ້ການ​ເຊື່ອມ​ໂຍງ​ເສດຖະກິດ​ສາກົນ​ເປັນ​ໄປ​ຢ່າງ​ເໝາະ​ສົມ, ​​ໂດຍ​ບໍ່​ຖືກ​ຂຶ້ນ​ກັບ​ແລະ​ບໍ່​ຖືກ​ດຶງ​ດູດ​ເຂົ້າ​ໃນ​ຂະ​ບວນການ​ໄລຍະ​ສັ້ນ, ​ໃນ​ທ່າ​ອຽງລົບ​ລ້າງ ​ແລະ ສ້າງ​ການ​ເຊື່ອມ​ຕໍ່​ປິດ​ໃນ​ຄື່ນ​ການ​ລົງທຶນ​​ໂດຍ​ກົງ​ຈາກ​ຕ່າງປະ​ເທດ. ຄວາມ​ທ້າ​ທາຍ​ທີ່​ວາງ​ອອກ​ມາ​ຄື ຫວຽດນາມ​ຕ້ອງ​ເປັນ​ເຈົ້າ​ການ​ເຂົ້າ​ຮ່ວມ​ການ​ສ້າງຊຸມ​ຊົນ​ພາກພື້ນ​ທີ່ເປີດ​ກວ້າງ, ມີ​ການ​ພົວພັນ​ກັບທຸກ​ປະ​ເທດ​ທີ່​ສຳຄັນ ​ແລະ ທຸກ​ພື້ນຖານ​ເສດຖະກິດ​ທີ່​ພັດທະນາ​ໃນ​ໂລກ; ​ແຕ່​ຫວຽດນາມ​ກໍ​ຕ້ອງການ​ເປັນ​ເຈົ້າ​ການ​ກວ່າ​ອີກ​ໃນ​ເມື່ອ​ເຂົ້າ​ຮ່ວມຂະ​ບວນການ​ຮ່ວມ​ມື​ລະດັບ​ໂລກ​ແລະ​ພາກ​ພື້ນ ຕາມ​ວິ​ທີ​ຂອງ​ຜູ້​ສະ​ເໜີຂໍ້​ຄິດລິ​ເລີ່​ມ ​ແລະ ​ເຂົ້າ​ຮ່ວມ​ໃນ​ການ​ຮ່າງ “ລະບຽບ​ການ​ເກ​ມ”. ​​ຢ່າງ​ໃດ​ກໍ​ຕາມ, ການ​ແຂ່ງ​ຂັນ​ຍຸດ​ທະ​ສາດ​ຢ່າງຮຸນ​ແຮງ​ລະຫວ່າງ​ບັນດາ​ປະ​ເທດມະຫາ​ອຳນາດ ກໍ່​ຮຽກຮ້ອງ​ໃຫ້​ຫວຽດນາມ​ຕ້ອງມີ​ນະ​ໂຍບາຍ​ທີ່​ລະມັດລະວັງ, ຍຶດຫຍຸ່ນ​ແລະ​ສະຫຼາດ ​ເພື່ອ​ຮັກສາ​ສາຍ​ພົວພັນທີ່​ສົມ​ດຸນ​ກັບ​ທຸກ​ປະ​ເທດ​ທີ່​ສຳຄັນ, ສ້າງ​ຄວາມ​ແຊກ​ຊ້ອນ​ທາງ​ຜົນ​ປະ​ໂຫຍ​ດ, ຫຼີກ​ລ່ຽງການ​ປະ​ເຊີນ​ໜ້າ, ຖືກ​ໂດດດ່ຽວ​ຫຼື​ຖືກ​ຂຶ້ນ​ກັບ.

ທີສອງ, ປະຕິບັດໜ້າ​ທີ່ “ຄູ່” ​ໃນ​ການ​ພັດທະນາ​ແບບ​ຍືນຍົງ, ປະດິດ​ສ້າງ ​ແລະ ປົກ​ຄຸມ

​ແຕ່​ນີ້​ຮອດ​ປີ 2030, ຫວຽດນາມທັງ​ຕ້ອງ​ແກ້​ໄຂ​ຈຸດ​ອ່ອນ ສິ່ງ​ຄົງ​ຄ້າງ “ຈຸດ​ປຶກ​ຕັນ” ​ໃນຮູບ​ແບບ​ການ​ພັດທະນາ​ເກົ່າ ​ເພື່ອ​ຮັບປະກັນຄວາມ​ໝັ້ນຄົງ​ດ້ານ​ເສດ​ຖະກິດ​ມະຫາ​ພາກ; ທັງ​ຕ້ອງ​ສ້າງ​ບັນດາ​ປັດ​ໄຈ​ສຳລັບ​ຮູບ​ແບບ​ການ​ເຕີບ​ໂຕ​ໃໝ່, ຕາມ​ທິດ​ຍືນ​ຍົງ, ປະດິດ​ສ້າງ ​ແລະ​ປົກ​ຄຸມ ຊຶ່ງ​ຕ້ອງການ​ສົ່ງ​ເສີມ​ການ​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ໃໝ່, ຫຼໍ່ລ້ຽງ​ການ​ປ່ຽນ​ແປງ​ໃໝ່​ປະດິດ​ສ້າງ ​ເພື່ອຄ່ອງ​ຕົວ​ກັບ​ການ​ປ່ຽນ​ແປງຢ່າງ​ໄວວາ​ຂອງ​ໂລກ ​ແລະ ຂະ​ບວນການ​ເຊື່ອມ​ໂຍງ​ສາກົນ.

ສະພາບ​ແວດ​ລ້ອມ​ເສດຖະກິດ​ມະຫາ​ພາກ​ທີ່​ໝັ້ນຄົງ, ຍືນ​ຍົງ ​ແມ່ນ​ເງື່ອນ​ໄຂ​ຕັດສິນ​ເບື້ອງ​ຕົ້ນ​ເພື່ອ​ແນ​ໃສ່​ຮັກສາ, ປັບປຸງ ​ແລະ​ເສີມ​ຂະຫຍາຍຜົນສຳ​ເລັດທິ່ບັນລຸ​ໄດ້​ໃນ 30 ກວ່າ​ປີ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່​ທີ່​ຜ່ານ​ມາ. ນີ້​ກໍ່​ແມ່ນ​ເງື່ອນ​ໄຂ​ເພື່ອ​ແກ້​ໄຂຈຸດ​ອ່ອນ​ຕ່າງໆ​ຂອງ​ພື້ນຖານ​ເສດຖະກິດ ​ໂດຍ​ຜ່ານ​ຂະ​ບວນການຈັດ​ສັນ​ໂຄງ​ສ້າງຄືນ​ໃໝ່ ຍ້ອນ​​ມັນ​ຮັບປະກັນວ່າ ຂະ​ບວນການ​ນີ້​ບໍ່​ໄດ້​ຊຸກ​ດັນ​ເສດຖະກິດ​ໃຫ້​ເຂົ້າ​ສູ່​ວົງ​ຈອນ​ປັ່ນ​ປ່ວນ​ອີກ. ຫວຽດນາມ​ໄດ້​ກຳນົດ​ສາມ​ຂົງ​ເຂດຈຸດ​ໜັກ​ຂອງ​ພື້ນຖານ​ເສດຖະກິດ​ທີ່​ຈະ​ຕ້ອງ​ຈັດ​ສັນ​ຄືນ​ໃໝ່, ນັ້ນ​ຄື: ການ​ປັບ​ໂຄງ​ສ້າງ​ການ​ລົງທຶນ ດ້ວຍ​ຈຸດ​ໜັກ​ແມ່ນ​ການ​ລົງທຶນ​ພາກ​ລັດ; ການ​ປັບ​ໂຄງ​ສ້າງ​ຕະຫຼາດ​ການ​ເງິນ ດ້ວຍ​ຈຸດ​ໜັກ​ແມ່ນ​ລະບົບ​ທະນາຄານ​ການ​ຄ້າ ​ແລະ​ບັນດາ​ອົງການ​ການ​ເງິນ; ການ​ປັບ​ໂຄງ​ສ້າງວິ​ສາ​ຫະກິດ​ຂອງ​ລັດ ດ້ວຍ​ຈຸດ​ໜັກ​ແມ່ນ​ບັນດາ​ກຸ່ມ​ເສດຖະກິດ, ບັນດາ​ສະຫະ​ບໍລິສັດ​ຂອງ​ລັດ. ການ​ປັບ​ໂຄງ​ສ້າງ​ຂອງ​ບັນດາ​ຂົງ​ເຂດ​ທີ່​ກ່າວ​ມາ​ເທິງ​ນີ້ ຈະ​ປະກອບສ່ວນ​ແກ້​ໄຂ​ດັດ​ແປງ​ບັນດາ​ຂໍ້​ບົກ​ພ່ອງ​ພື້ນຖານຂອງ​ເສດຖະກິດ, ລົບ​ລ້າງ​ຄວາມ​ສ່ຽງ​ໃນ​ໄລຍະ​ຍາວ, ຈາກ​ນັ້ນ ຮັບປະກັນ​ຄວາມ​ໝັ້ນຄົງ​ທາງ​​ເສດຖະກິດ​ມະຫາ​ພາກ ​ແລະ ສ້າງ​ປະ​ຖົມ​ປັກ​ໄຈ​ໃຫ້​ແກ່​ຂະ​ບວນການ​ປ່ຽນ​ແປງ​ຮູບ​ແບບ​ການ​ເຕີບ​ໂຕ.

​ເພື່ອມີ​ການ​ບຸກທະລຸ​ໃນ​ຮູບ​ແບບ​ການ​ພັດທະນາ​ໃໝ່, ບົດຮຽນ​ປະສົບ​ການ​ຂອງ​ເສດຖະກິດ​ອາຊີ​ຕາ​ເວັນ​ອອກ​ສະ​ແດງໃຫ້​ເຫັນ​ວ່າ ຈຳຕ້ອງອອກ​ແບບ​ນະ​ໂຍບາຍ​ອຸດສາຫະກຳ​ທີ່​ສຸມ​ໃສ່​ຍົກ​ລະດັບ​ເຕັກ​ໂນ​ໂລ​ຊີ ​ແລະ ພັດທະນາ​ຂົງ​ເຂດ​ເສດຖະກິດ​ເອກະ​ຊົນ ​ເພື່ອ​ບັນລຸ​ເປົ້າ​ໝາຍ​ການ​ພັດທະນາ​ແບບ​ຫຍໍ້ສັ້​ນ. ນະ​ໂຍບາຍ​ອຸດ​ສະຫະ​ກຳ​ຕ້ອງ​ມີ​ສາມ​ປັດ​ໄຈ​ຕົ້ນຕໍ: ທີ​ໜຶ່ງ, ບັນດາ​ຫຼັກການ​ສ້າງ​ບັນຍາກາດ​ການ​ຮ່ວມ​ມືລະຫວ່າງ​ລັດຖະບານ​ແລະພາກ​ເອກະ​ຊົນຫຼາຍ​ກວ່າ​ ທີ່ພຽງ​ແຕ່​​ເອົາ​ໃຈ​ໃສ່​ເຖິງ​ການສະໜອງການ​ເງິນ; ຕາມ​ນັ້ນ ລັດຖະບານຕ້ອງ​ພ້ອມກັນ​ກັບ​ພາກ​ເອກະ​ຊົນ ​ໃນ​ການ​ກຳນົດ​ບັນຫາ, ​ໂອກາດ ​ແລະ ວິທີ​ແກ້​ໄຂ​ ເພື່ອສົ່ງ​ເສີມ​ການ​ລົງທຶນພັດທະນາ​ຂະ​ແໜງ​ການ​ທີ່​ສຳຄັນ​ຈຳນວນ​ໜຶ່ງ ​ແລະ ຊ່ວຍ​ເຫຼືອບັນດາ​ວິ​ສາ​ຫະກິດ​ທີ່​ມີ​ທ່າ​ແຮງ​ໃຫ້​ພັດທະນາ. ທີ​ສອງ, ຈຳ​ເປັນ​ຕ້ອງອີງ​ໃສ່​ທັງ​ສອງ “ຫົວ​ກາຣົດ” ​ແລະ “​ໄມ້ຄ້ອນ​” ​ເພື່ອ​ຫັນ​ພາກ​ເອກະ​ຊົນ​ເຂົ້າ​ສູ່ບັນດາ​ຂົງ​ເຂດ​ທີ່​ໄດ້​ຮັບ​ການ​ສົ່ງ​ເສີມ​ພັດທະນາ. ທີ​ສາມ, ປະຕິບັດ​ການ​ອະທິບາຍ​ລາຍ​ງານ​ຢ່າງ​ໂປ່​ງ​ໃສ​ແລະ​ມີ​ຄວາມ​ຮັບຜິດຊອບ, ​ແລະ​ເປີດ​ກວ້າງ​ໃຫ້​ທຸກ​ຝ່າຍ​ທີ່​ກ່ຽວ​ຂ້ອງ​ໄດ້​ເຂົ້າຮ່ວມ(1).

ພິ​ເສດ, ຕ້ອງ​ກຳ​ໄດ້​ສະພາບ​ການ​ລິ​ເລີ່​ມທຸລະ​ກິດຂອງ​ບັນດາ​ວິ​ສາ​ຫະກິດ​ເຕັກ​ໂນ​ໂລ​ຊີ ​ແລະ ມີ​ນະ​ໂຍບາຍ​ຊ່ວຍ​ເຫຼືອ​ນັກທຸລະກິດ​ແກ້​ໄຂ​ບັນຫາ​ກ່ຽວ​ກັບ​ທຶນ, ຄວາມ​ສ່ຽງ, ບຸກຄະລາ​ກອນ,... ​ເພື່ອ​ເຮັດ​ໃຫ້​ຄວາມ​ຄິດ​ປະດິດ​ຂອງ​ຕົນ​ໃນ​ໂຄງ​ການ​ທຸລະ​ກິດ​ ກາຍ​ເປັນ​ຮູບ​ປະ​ທຳ. ພັດທະນາ​ລະບົບ​ການ​ເງິນທີ່​ສະໜັບສະໜູນ​ການ​ໂອນ​ແລະ​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ, ຊຸກຍູ້​ການ​ປ່ຽນ​ແປງ​ໃໝ່​ປະດິດ​ສ້າງ. ລັດ​ຕ້ອງການ​ສຸມ​ໃສ່​ການ​ກໍ່ສ້າງ, ປັບປຸງ​ບູລະນະກົນ​ໄກ​ນະ​ໂຍບາຍ, ສ້າງ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ​​ໃຫ້​ແກ່​ການກໍ່ສ້າງ, ​ເຄື່ອນ​ໄຫວ​ຂອງ​ກອງ​ທຶນຮ່ວມ​ລົງທຶນ​ສ່ຽງ​ໄພ; ປະຕິບັດ​ຮູບ​ການສົມທົບ​ແຫຼ່ງ​ເງິນ​ທຶນ​ສະໜັບສະໜູນ​ຂອງ​ລັດ ກັບການ​ລົງທຶນຂອງ​ພາກ​ເອກະຊົນ ​ເພື່ອ​ສະໜອງ​ການ​ເງິນ​ໃຫ້​ວິ​ສາ​ຫະກິດທີ່​ເລີ່​ມທຸລະ​ກິດ(2).

​ໂດຍມີ​ປະຊາກອນ​ທີ່​ອາ​ໄສ​ຢູ່​ໃນ​ເຂດ​ຕົວ​ເມືອງ​ພຽງ 30%, ຫວຽດນາມ​ຍັງ​ມີ “ສ່ວນ​ເກີນ​ທາງ​ພູມ​ສາດ” ຫຼາຍ​ພໍ​ຄວນ​ ເພື່ອ​ເພີ່ມ​ທະວີ​ການ​ຫັນ​ເປັນ​ຕົວ​ເມືອງດ້ວຍ​ບັນດາ​ເຄື່ອງມື​ທີ່​ມີ​ຢູ່, ​ໂດຍ​ສະ​ເພາະ​ແມ່ນການວາງ​ແຜນແລະ​ການ​ຄຸ້ມ​ຄອງ​ຕົວ​ເມືອ​ງ, ການລົງທຶນສະ​ທາ​ລະນະ​ທີ່​ມີ​ປະສິດທິ​ຜົນ, ສ້າງ​ໃຫ້້ມີ​ກຳລັງ​ໜູນທີ່​ສອດຄ່ອງ​ ເພື່ອ​ດຶງ​ດູດການ​ເຂົ້າ​ຮ່ວມ​ຂອງ​ພາກ​ເອກະ​ຊົນ ​ໃນ​ການ​ພັດທະນາ​ໂຄງ​ສ້າງ​ພື້ນຖານ​ແຂງ​ແລະ​ອ່ອນ. ຜົນ​​ໄດ້​ຮັບຕົ້ນຕໍ​ແມ່ນ​ຕ້ອງສ້າງ​ລະບົບ​ສູນ​ກາງ​ຕົວ​ເມືອງ​ທັນ​ສະ​ໄໝ​ທີ່​ເຊື່ອມ​ຕໍ່​ກັນ, ລວມມີ​ຕົວ​ເມືອງ​ໃຫຍ່​ທີ່​ໜ້າ​ຢູ່​ອາ​ໄສ ​ເປັນ​ສະຖານ​ທີ່​ທີ່​ໃຫ້​ບໍລິການ​ທີ່​ມີ​ຄຸນ​ນະພາ​ບສູງ, ບັນດາ​ສູນ​ຄົ້ນຄວ້າ​ແລະ​ຜັນ​ຂະຫຍາຍ; ບັນດາ​ຕົວ​ເມືອງ​ຂະໜາດ​ກາງ​ເປັ​ນບ່ອນ​ທີ່​ມີ​​ກຸ່ມ​ການ​ເຊື່ອມ​ຕໍ່​ຂະ​ແໜງ​ການ; ບັນດາ​ຕົວ​ເມືອງຂະໜາດ​ນ້ອຍ​ເປັນ​ບ່ອນ​ທີ່​ວິ​ສາ​ຫະກິດ​ກະສິກຳ​ສາມາດ​ຕິດ​ຕໍ່​ກັບ​ຊາວ​ກະສິກອນ​ຊົນນະບົດ​ໄດ້​ຢ່າງ​ງ່າຍດາຍ ​ແລະ​ພ້ອມ​ກັນ​ນັ້ນ​ກໍ່​ເຊື່ອມ​ຕໍ່​ຢ່າງ​ໃກ້ຊິດ​ກັບລູກ​ຄ້າ​ທົ່ວ​ປະ​ເທດ. ບັນດາ​ຕົວ​ເມືອງ​ທີ່​ມີ​ຂະໜາດ​ແຕກ​ຕ່າງ​ກັນ​ໄດ້​ເຊື່ອມ​ຕໍ່​ຢ່າງ​ໃກ້ຊິດ​ນຳ​ກັນ ຈະ​ປະກອບສ່ວນ​ຍົກ​ສູງ​ຄວາມ​ພ້ອມ​ທາງ​ດ້ານ​ເຕັກ​ໂນ​ໂລ​ຊີ, ຫຼໍ່ລ້ຽງ​ການ​ປ່ຽນ​ແປງ​ໃໝ່​ປະດິດ​ສ້າງ ​ແລະ ສະໜັບສະ​ໜູນ​ການ​ແບ່ງປັນ​ຜົນ​ໄດ້​ຮັບ​ຈາກຂະ​ບວນການ​ນີ້​ໃນ​ທົ່ວ​ປະ​ເທດ.

ຄວາມ​ເປັນ​ເອກະລາດ, ​ເປັນ​ເຈົ້າ​ຕົນ​ເອງກໍ່​ແມ່ນ​ຕ້ອງ​ສ້າງ​ແຫຼ່ງພະລັງ ​ແລະ ຍົກ​ສູງ​ຄຸນ​ນະພາ​ບ​ແຫຼ່ງພະລັງດ້ວຍ​ຕົນ​ເອງ ​ໂດຍ​ຜ່ານ​ການ​ປະຕິ​ຮູບ​ລະບົບ​ການ​ສຶກສາ​ແລະຝຶກ​ອົບຮົມ, ຕິດ​ແໜ້ນ​ການ​ສຶກສາ​ອົບຮົມ​ກັບ​ພາກ​ປະຕິບັດ​ຕົວ​ຈິງ, ຊຸກ​ຍູ້​ວັດທະນະທຳ​ລິ​ເລີ່​ມທຸລະ​ກິດ; ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການຝຶກ​ອົບຮົມ​ວິຊາ​ຊີບ​ແລະ​ຝຶກ​ອົບຮົມ​ຄວາມ​ສາມາດ. ຫວຽດນາມ​ຕ້ອງການ​ມີ​ໂຮງຮຽນ​ວິ​ສາວະ​ກຳ​ແລະ​ເຕັກ​ໂນ​ໂລ​ຊີທີ່​ເຊື່ອມ​ຕໍ່​ກັບ​ບັນດາ​ວິ​ສາ​ຫະກິດ, ສຸມ​ໃສ່​ຝຶກ​ອົບ​ຮົບ​ຂະ​ແໜງ​ອາຊີບ​ທີ່​ພົວພັນ​ເຖິງ​ເຕັກ​ໂນ​ໂລ​ຊີ​ປາຍ​ແຫຼມ, ​ເຊັ່ນ STEM (ວິທະຍາສາດ, ​ເຕັກ​ໂນ​ໂລ​ຊີ, ວິ​ສາວະ​ກຳ, ຄະນິດສາດ), ​ໂຣ​ໂບຕິກ, ​ເສດຖະກິດ​ສີຂຽວ, ອິນ​ເຕີ​ເນັດ​ເຊື່ອມ​ຕໍ່​ທຸກ​ສິ່ງ​ທຸກ​ຢ່າງ, ການອອກ​ແບບ​ປັນຍາ​ປະດິດ, ອັດຕະ​ໂນ​ມັດ, ພະລັງງານ​ແລະ​ວັດ​ສະດຸໃໝ່... ນອກ​ນັ້ນ, ຕ້ອງການ​ສົ່ງ​ເສີມ, ສ້າງ​ສະພາບ​ແວດ​ລ້ອມ​ການ​ປະດິດ​ສ້າງ​ສຳລັບ​ຊາວ​ໜຸ່ນຕັ້ງແຕ່​ເມື່ອ​ຍັງ​ໄປ​ໂຮງຮຽນ, ຊ່ວຍ​ໃຫ້​ພວກເຂົາມີ​ເຈດ​ຈຳນົງ​ສ້າງ​ຊີບ​ດ້ວຍ​ຕົນ​ເອງ ​ເພື່ອ​ກຽມ​ພ້ອມ​ສຳລັບ​ອະນາຄົດ.

ທີ​ສາມ, ປັບປຸງ​ບູລະນະ​ລະບຽບ​ກົດໝາຍ​​ເສດຖະກິດ​ຕະຫຼາດກຳນົດ​ທິດ​ສັງຄົມ​ນິຍົມ, ປັບປຸງ​ຄຸນ​ນະພາ​ບການ​ຄຸ້ມ​ຄອງ​ແຫ່ງ​ຊາດ

ສ້າງ​​ເສດຖະກິດ​ຕະຫຼາດທີ່​ສົມບູນ, ​ໂປ່​ງ​ໃສ ​ແລະ ​ທັນ​ສະ​ໄໝ ທັງ​ເປັນ​ເປົ້າ​ໝາຍທັງ​ເປັນຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ການ​ເຊື່ອມ​ໂຍງ​​ສາກົນ. ​ເພື່ອ​ໃຫ້​ໄດ້​ສິ່ງ​ດັ່ງກ່າວ, ຕ້ອງ​ມີ​ນະ​ໂຍບາຍປັບປຸງ​ກຳມະສິດ ແນ​ໃສ່​ຊຸກຍູ້​ການ​ລົງທຶນ​ໄລຍະ​ຍາວ; ປະຕິບັດການ​ປະຕິ​ຮູບການ​ບໍລິຫານ​ພາກ​ລັດ ​ແນ​ໃສ່​ເພີ່ມ​ຄວາມ​ໂປ່​ງ​ໃສ, ຫຼຸດຜ່ອນພະຍາດ​ອາດຍາ​ສິດ ​ແລະ ຫຼຸດ​ຄ່າ​ໃຊ້​ຈ່າຍ​ໃນ​ການ​ຂໍອະນຸຍາດ​ລົງທຶນ ທີ່​ເປັນ​ຜົນ​ກະທົບ​ບໍ່​ໜ້ອຍ​ເຖິງວິ​ສາ​ຫະກິດ​ຂະໜາດ​ນ້ອຍ​ແລະ​ຂະໜາດ​ກາງ. ນີ້​ແມ່ນ​ບັນດາ​ມາດ​ຕະການ​ທີ່​ປະກອບສ່ວນຍູ້​ແຮງ​ຂະ​ບວນການ​ຫັນ​ເປັນ​ທາງ​ການ​ຕໍ່​ເສດຖະກິດ​ຕະຫຼາດ ​ແລະ ຕະຫຼາດ​ແຮງ​ງານ, ຍ້ອນ​ພະຍາດ​ອາດຍາ​ສິດ​ພາ​ໃຫ້​ເພີ່ມ​ຄ່າ​ໃຊ້​ຈ່າຍ​ທຸລະ​ກິດ​ແລະ​ເວລາ​ ຂອງ​ວິ​ສາ​ຫະກິດ​ທີ່​ເຄື່ອນ​ໄຫວ​ເປັນ​ທາງ​ການ​ໃນ​ຕະຫຼາດ. ຕ້ອງ​ຮັກສາ​ແລະ​ເພີ່ມ​ທະວີ​ຄວາມ​ພະຍາຍາມ​ເຫຼົ່າ​ນັ້ນ​ໃນ​ທົ່ວ​ປະ​ເທດ, ລວມທັງ​ການ​​ປັບປຸງ​ການ​ບໍລິຫານ​ຈັດການ​ຢູ່​ທ້ອງ​ຖິ່ນ ​ແລະ ຊຸກຍູ້​ການ​ພັດທະນາ​ວິ​ສາ​ຫະກິດ. ບັນດາ​ມາດ​ຕະການ​ເຫຼົ່າ​ນີ້ມີ​ບົດບາດ​ສຳຄັນ​ພິ​ເສດ​ໃນ​ບັນດາ​ແຂວງທີ່ຢູ່​ນອກ “ຂົ້ວ​ແຫ່ງ​ການ​ເຕີບ​ໂຕ”, ຊ່ວຍ​ແກ້​ທ່າ​ອຽງ​ການ​ເຕີບ​ໂຕ​ລວມສູນ​ຢູ່​ເຂດ​ຈຸດ​ສຸມ.

ຕ້ອງການ​ປະຕິ​ຮູບຮູບ​ແບບ​ການ​ສະໜອງ​ບໍລິການ​ສະ​ທາ​ລະນະ ຕາມ​ທິດ​ເພີ່ມ​ທະວີ​ການ​ເຂົ້າ​ຮ່ວມ​ຂອງ​ພາກ​ເອກະ​ຊົນ​ແລະ​ຊຸມ​ຊົນ. ຕາມ​ນັ້ນ, ອາດ​ຈະ​ຍູ້​ແຮງ​ການ​ນຳ​ໃຊ້​ຮູບ​ແບບ “ການ​ຄຸ້ມ​ຄອງ​ສາທາລະນະ​ໃໝ່”, ດ້ວຍ​ຄວາມ​ຕ້ອງການ​ຫຼຸດຜ່ອນ​ກົງຈັກ​ຂອງ​ລັດ, ​ເຊີດ​ຊູ​ຫຼັກການ​ຕະຫຼາດ, ໝູນ​ໃຊ້​ແບບ​ວິທີ​ການ​ນຳພາ​ວິ​ສາ​ຫະກິດ​ເຂົ້າ​ໃນ​ອົງການສາທາລະນະ ​ແລະ ສົ່ງ​ເສີມ​ບໍລິສັດ​ເອກະ​ຊົນ​ເຂົ້າຮ່ວມ​ການສະໜອງ​ບໍລິການ​ສາທາລະນະ ​ເພື່ອຫຼຸດຜ່ອນ​ແບກ​ຫາບ​ອັນໜັກ​ໜາ​​ໃຫ້​ອຳນາດ​ການ​ປົກຄອງ...(3). ​ເພື່ອ​ຕອບ​ສະໜອງ​ຄວາມ​ຕ້ອງການ​ບໍລິການ​ທີ່​ນັບ​ມື້​ນັບ​ສູງ​ແລະ​ຫຼາຍ​ຮູບ​ຫຼາຍ​ແບບ​ຂອງ​ປະຊາຊົນ, ຕ້ອງ​ໃຊ້​ກົນ​ໄກ​ຕະຫຼາດ​ ແລະ ສ້າງ​ອຳນາດ​ການ​ປົກຄອງ​ແບບ​ວິສາຫະກິດ ຕາມ​ທິດ​ມອບ​ສິດ​ໃຫ້​ອົງການ​ທີ່​ສະໜອງ​ບໍລິການ​ສາທາລະນະ, ຮັບ​ປະ​ກັນ​ໃຫ້​ອົງການ​ເຫຼົ່າ​ນີ້​ມີ​ສິດ​ເປັນ​ເຈົ້າ​ດ້ວຍຕົນ​ເອງ​ສູງທາງ​ດ້ານ​ກົງຈັກ, ບຸກຄະລາ​ກອນ​ ແລະ​ການ​ເງິນ. 

ຕ້ອງການ​ກໍ່ສ້າງ​ກົງ​ຈັກການ​ບໍລິຫານ​ທີ່​ມີ​ຄວາມ​ຮັບຜິດຊອບອະທິບ​າຍລາຍ​ງານ ອີງ​ໃສ່​ສາມ​ເສົາ​ຄ້ຳ: ທີ​ໜຶ່ງ, ​ເພີ່ມ​ທະວີ​ຄວາມ​ໂປ່​ງ​ໃສ​ໃນວົງ​ຈອນ​ນະ​ໂຍບາຍ. ທີ​ສ​ອງ, ຮັບປະກັນ​ໃຫ້​ບັນດາ​ກຸ່ມ​ເຈົ້າພາບ​ມີ​ຄວາມ​ຮັບຜິດຊອບ​ໃນ​ການກໍ່ສ້າງ, ປະຕິບັດ ​ແລະ ປະ​ເມີນຜົນ​ນະ​ໂຍບາຍ. ທີ​ສາມ, ​ເພີ່ມ​ທະວີ​ບົດບາດ​ແລະ​ຄວາມ​ຮັບຜິດຊອບຂອງ​ຜູ້​ເປັນ​ຫົວໜ້າ. ນຳ​ໃຊ້​ຢ່າງ​ແຂງ​ແຮງ​ລັດຖະບານ​ດິຈິ​ຕອນ ຢູ່​ໃນທຸກ​ຂົງ​ເຂດ ​ເພື່ອ​ຫຼຸດຜ່ອນ​ຂັ້ນ​ຕອນ​ການ​ບໍລິຫານ​ແລະ​ເຮັດ​ໃຫ້​ມັນທັນ​ສະ​ໄໝ, ຈຳກັດການ​ສໍ້​ລາດ​ບັງ​ຫຼວງ ​ແລະ ຮັບ​ເອົາ​ຂໍ້​ສະ​ເໜີ​ແນະ​ຂອງ​ປະຊາຊົນ. ສ້າງ​ກົນ​ໄກ​ສົນທະນາ​ຢ່າງ​ຕໍ່​ເນື່ອງ ​ແນ​ໃສ່​ຕິດຕາມ​ກວດກາ​ການ​ບໍລິຫານພາກ​ລັດ ​ແລະ ຂະ​ຈັດອຸ​ປະ​ສັກ​, ສິ່ງ​ກີດຂວາງທີ່​ເກີດ​ຂຶ້ນ​ໃນ​ຂະ​ບວນວິວັດ​ການ​ປະຕິບັດ​ນະ​ໂຍບາຍ(4)./.

​ໂດຍ ສຈ.ປອ. ຫວູວັນ​ຮ່ຽນ,
ຮອງ​ປະທານ​ສະພາ​ທິດ​ສະ​ດີ​ສູນ​ກາງ

--------------------------------------

- ບົດ​ນີ້​ໄດ້​ລົງ​ພິມ​ໃນ​ວາລະສານ​ກອມ​ມູນິດ ສະບັບ​ທີ 917 (​ເດືອນ​ມີນາ 2019).

(1) ສະ​ຖາ​ບັນ​ວິທະຍາສາດ​ສັງຄົມ​ຫວຽດນາມ: ລາຍ​ງານ​ນະ​ໂຍບາຍ​ເດືອນພະຈິກ 2016, ຮ່າ​ໂນ້ຍ, 2016.

(2) ສະ​ຖາ​ບັນ​ວິທະຍາສາດ​ສັງຄົມ​ຫວຽດນາມ: ລາຍ​ງານ​ນະ​ໂຍບາຍ​ເດືອນ​ມິຖຸນາ 2016, ຮ່າ​ໂນ້ຍ, 2016.

(3) Osborne, S. P: The New Public Governance? Public Management Review, vol. 8, No. 3, 2006, pp. 377-387.

(4) ​ເວທີ​ປາ​ໄສ​ເສດຖະກິດ​ເອກະ​ຊົນ​ຫວຽດນາມ 2016: ​ໂອກາດ, ຄວາມ​ທ້າ​ທາຍ ​ແລະ ວິທີ​ແກ້​ໄຂ, ຮ່າ​ໂນ້ຍ, 2016, ໜ້າ 115.

Other Stories

ບົດທີ່ມີຜູ້ອ່ານຫລາຍສຸດ

ບົດໃໝ່ສຸດ