ວັນເສົາ, 21/9/2019
ປ່ຽນແປງໃໝ່ວຽກງານວາງແຜນ, ຍົກສູງຄຸນນະພາບແລະປະສິດທິຜົນ ຂອງການທ່ອງທ່ຽວທະເລ ເພື່ອໃຫ້ການທ່ອງທ່ຽວທະເລ ກາຍເປັນເສົາຫຼັກເສດຖະກິດທາງທະເລ
10/7/2019 17:29' ສົ່ງ ພິມ
ເກາະໄຂ່ມຸກ ຝູກ້ວກ ທີ່ສວຍງາມແລະອອນຊອນ. (ພາບ: travelvietnam.com.vn)

1- ຫວຽດນາມ​ມີ​ແນວ​ຊາຍ​ຝັ່ງ​ທະ​ເລ​ຍາວ​ກວ່າ 3.200 ກ​ມ ຜ່ານ​ຫຼາຍ​ເຂດ​ອາກາດ​ແລະພູມ​ສັນຖານ​ທີ່​ແຕກ​ຕ່າງ​ກັນ ​​ເ​ຊິ່ງມີ​ບັນດາຊາຍ​ຫາດທີ່​ສວຍ​ງານ ພ້ອມ​ດ້ວຍ​ອ່າວທະ​ເລ ສາບ​ນ້ຳ​ເຄັມ ​ແລະ​ລະບົບ​ເກາະ​​ໃກ້​ຝັ່ງ​ທີ່​ຫຼາກ​ຫຼາຍ. ນັ້ນ​ແມ່ນ​ທ່າ​ແຮງ​ໃນ​ການ​ພັດທະນາ​ການທ່ອງທ່ຽວ​ທະ​ເລທີ່​ອຸດົມສົມບູນ​ທີ່​ສຸດ. ທາງ​ດ້ານ​ການ​ບໍລິຫານ, ເຂດ​ຊາຍ​ຝັ່ງ​ທະ​​ເລ​ແລະໜ້າ​ນ້ຳ​ມີ 28 ​ແຂວງ​ແລະ​ນະຄອນ​ຂຶ້ນ​ກັບ​ສູນ​ກາງ ທີ່​ມີ​ເນື້ອ​ທີ່​ທຳ​ມະ​ຊາດ 126.747 ກມ2, ​ເທົ່າ​ກັບ 38,2% ຂອງ​ເນື້ອ​ທີ່​ທຳ​ມະ​ຊາດທົ່ວ​ປະ​ເທດ ​ແລະກວມ​ເອົາ​ຫຼາຍ​ກວ່າ 40% ຂອງ​ປະຊາກອນ​ໃນ​ປະ​ເທດ.

​ເປັນ​ແຫຼ່ງທ່ອງ​ທ່ຽວ​ທີ່​ສຳຄັນ, ​ໃນ​ເວລາ​ທີ່​ຜ່ານ​ມາ, ຈຳນວນ​ນັກ​ທ່ອງ​ທ່ຽວ​ມາ​ໃນ​ເຂດ​ຊາຍ​ຝັ່ງ​ທະ​ເລ​ຂອງ​ປະ​ເທດ​ເຮົາ​ເພີ່ມຂຶ້ນ​ຢ່າງ​ໄວ. ​ໄລຍະ​ປີ 2008-2018, ຈຳນວນ​ນັກ​ທ່ອງ​ທ່ຽວ​ຕ່າງປະ​ເທດມາ​ໃນ​ແຂວງ​ຊາຍ​ຝັ່ງ​ທະ​ເລ​ເພີ່ມ​ຂຶ້ນ​ສະ​ເລ່ຍ 14% ຕໍ່ປີ, ກວມ​ເອົາ​ຫຼາຍ​ກວ່າ 85% ຂອງ​ຈຳນວນ​ນັກ​ທ່ອງ​ທ່ຽວ​ຕ່າງປະ​ເທດ​ທີ່​ມາ​ໃນ​ແຂວງ, ນະ​ຄອນ​ຕ່າງໆ​ໃນ​ທົ່ວ​ປະ​ເທດ. ​ນອກຈາກ​ນັ້ນໃນ​ໄລ​ດັ່ງກ່າວ, ຈຳນວນ​ນັກ​ທ່ອງ​ທ່ຽວພາຍ​ໃນ​ປະ​ເທດ​ທີ່​ມາ​ໃນ​ແຂວງ​ແລະ​ນະຄອນ​ຊາຍ​ຝັ່ງ​ທະ​ເລ​​ເພີ່ມ​ຂຶ້ນ​ສະ​ເລ່ຍ 17% ຕໍ່ປີ, ບັນລຸ​ຫຼາຍ​ກວ່າ 150 ລ້ານ​ຄົນ, ກວມ​ເອົາ 75% ຂອງ​ຈຳນວນ​ນັກ​ທ່ອງ​ທ່ຽວ​ພາຍ​ໃນ​ປະ​ເທດທີ່​ໄປຍັງ​ແຂວງ​ຕ່າງໆ​ໃນ​ທົ່ວ​ປະ​ເທດ. ລາຍ​ໄດ້​ລວມຍອດ​ຈາກ​ນັກ​ທ່ອງ​ທ່ຽວ​ໄປ​ຍັງ​ແຂວງ, ນະຄອນ​ຊາຍ​ຝັ່ງ​ທະ​ເລ​ເພີ່ມ​ຂຶ້ນ​ສະ​ເລ່ຍ 22% ຕໍ່ປີ, ບັນລຸ​ເກືອບ 450 ພັນ​ຕື້​ດົ່ງ​ໃນ​ປີ 2018, ກວມ​ເອົາ​ 70% ຂອງ​ລາຍ​ໄດ້​ຈາກ​ນັກ​ທ່ອງ​ທ່ຽວ​ທັງ​ໝົດ.

ການທ່ອງທ່ຽວ​ທະ​ເລພັດທະນາ​ຂຶ້ນ​ໄດ້​ປະກອບສ່ວນ​ຊຸກຍູ້ການ​ພັດທະນາ​ຂອງ​ຫຼາຍ​ຂະ​ແໜງ​ເສດ​ຖະກິດ​ອື່ນ, ສ້າງ​ວຽກ​ເຮັດ​ງານ​ທຳ​ຫຼາຍກວ່າ​ເກົ່າ​ໃຫ້​ກັບ​ຄົນ​ທີ່​ອາ​ໄສ​ຢູ່​ເຂດ​ຊາຍ​ຝັ່ງ​ທະ​ເລ, ​ເຊິ່ງ​ເປັນ​ເຂດ​ທີ່​ມີ​ປະຊາກອນ​ປະມານ 21,2 ລ້ານ​ຄົນ​ໃນ​ໄວ​​ອອກ​ແຮງ​ງານ ​ແລະ ປະກອບສ່ວນ​ຮັບປະກັນ​ການ​ປ້ອງ​ກັນຊາ​ດ ປ້ອງກັນ​ຄວາມ​ສະຫງົບ ​ແລະປົກ​ປັກ​ຮັກສາ​ສະພາບ​ແວດ​ລ້ອມ​ທາງທະ​ເລ. ​ແຮງ​ງານ​ໂດຍ​ກົງ​ໃນ​ຂະ​ແໜງ​ການທ່ອງທ່ຽວ​ຂອງ​ບັນດາ​ແຂວງ​ຊາຍ​ຝັ່ງ​ທະ​ເລ​ແມ່ນ​ຫຼາຍ​ກວ່າ 4 ​ແສນ​ຄົນ, ​ແຮງ​ງານ​ທາງ​ອ້ອມ​ແມ່ນ​ຫຼາຍ​ກວ່າ 1 ລ້ານ​ຄົນ.

ການ​ລົງທຶນ​ໃນ​ໂຄງ​ສ້າງ​ພື້ນຖານ​ແລະພື້ນຖານ​ວັດຖຸ​ເຕັກນິກ​ເພື່ອ​ການທ່ອງທ່ຽວ​ໃນ​ພື້ນ​ທີ່​ຊາຍ​ຝັ່ງ​ທະ​ເລ ​ແມ່ນ​ຮອບດ້ານ​ພໍ​ຄວນ. ໂຄງ​ສ້າງ​ພື້ນຖານ​ເວົ້າ​ລວມ ​ແລະ​ໂຄງ​ສ້າງ​ພື້ນຖານ​ການທ່ອງທ່ຽວ​ໂດຍ​ສະ​ເພາະ ​ໄດ້​ຮັບ​ການ​ປັບປຸງ​ຢ່າງ​ຫຼວງຫຼາຍ, ​ໂດຍ​ສະ​ເພາະ​ແມ່ນ​ໂຄງ​ສ້າງ​ພື້ນຖານ​ການ​ຄົມມະນາຄົມ​ທາງບົກ. ​ແຕ່​ວ່າ, ການ​ພັດທະນາຂອງ​ການຂົນ​ສົ່ງ​ທາງ​ອາກາດ ​ແລະ​ໂດຍ​ສະ​ເພາະອາຄານ​ຜູ້​ໂດຍສານ ​ແມ່ນ​ບໍ່​ທັນ​ກັບ​ຄວາມ​ຕ້ອງການ​ຂອງ​ການ​ພັດທະນາ. ລະບົບ​ພື້ນຖານ​ວັດຖຸ​ເຕັກນິກ​ການທ່ອງທ່ຽວ​ໃນ​ບັນດາ​ແຂວງ​ຊາຍ​ຝັ່ງ​ທະ​ເລ ມີ​ຈຳນວນ​ຫຼາຍ​ແລະ​ໄດ້​ລົງທຶນ​ກໍ່ສ້າງດ້ວຍ​ການ​ເຕີບ​ໂຕ​ຢ່າງ​ໄວວາ, ​ເຖິງ​ຕອນ​ນີ້ ມີ​ຫ້ອງ​ພັກ​ປະມານ 350.000 ຫ້ອງ, ​ເທົ່າ​ກັບ​ສອງ​ສ່ວນ​ສາມ​ຂອງ​ປະ​ເທດ ​ແລະ​ເພີ່ມ​ຂຶ້ນ 10 ​ເທົ່າ​ໃນ 10 ປີ. ​ກຸ່ມໂຮງ​ແຮມ​ລະດັບ​ສູງ (4, 5 ດາວ) ສ່ວນ​ຫຼາຍ​ຕັ້ງ​ຢູ່​ໃນ​ແຂວງ, ນະຄອນ​ຊາຍ​ຝັ່ງ​ທະ​ເລ. ອັດຕາ​ຫ້ອງ​ພັກ​ໃນ​ໂຮງ​ແຮງ​ລະດັບ​ສູງ​ກວມ​ເອົາ​ຫຼາຍ​ກວ່າ 20%.

ດ້ວຍ​ພື້ນ​ທີ່​ຂະໜາ​ດ​ໃຫຍ່​ຂອງ​ແຖບ​ຊາຍ​ຝັ່ງ​​ທີ່​ມີ​ເກາະ​ທະ​ເລ​ນັບ​ພັນ ​ແລະ ສອງ​ໝູ່​ເກາະ ຮ່ວາງຊາ​ແລະ​ເຈື່ອງ​ຊາ, ການທ່ອງທ່ຽວ​ທະ​ເລ​ດ້ວຍ​ຜະລິດ​ຕະພັນ​ພິ​ເສດ​ຈຳນວນ​ຫຼາຍ, ​ມີ​ບົດ​ບາດ​ສຳຄັນ​ທີ່​ສຸດ​ໃນຍຸດ​ທະ​ສາດ​ການ​ພັດທະນາ​ການທ່ອງທ່ຽວ​ຫວຽດນາມ. ມາ​ເຖິງ​ປະຈຸ​ບັນ, ລະບົບ​ສະຖານ​ທີ່​ທ່ອງ​ທ່ຽວ​ແລະ​ຜະລິດ​ຕະພັນ​ການທ່ອງທ່ຽວ​ໃນ​ແຂວງ, ນະຄອນ​ຊາຍ​ຝັ່ງ​ທະ​ເລ​ໄດ້​ຮັບ​ການຈັດ​ຕັ້ງ​ຂຶ້ນ​ຢ່າງ​ຊັດ​ເຈນ ດ້ວຍ​ຜະລິດ​ຕະພັນ​ຫຼັກ​ຄື ການ​ທ່ຽວ​ຊົມ​ສະຖານ​ທີ່​ແລະຣີສອດ​ທະ​ເລ ນອກ​ຈາກ​ນັ້ນ​ຍັງ​ມີຜະລິດ​ຕະພັນ​ເສີມ​ທີ່​ສຳຄັນ​ອື່ນໆ ​ເຊັ່ນ: ການທ່ອງ​ທ່ຽວ​ວັດທະນະທຳ, ການທ່ຽວ​ຊົມ​ມໍລະດົກ, ການທ່ອງທ່ຽວ​ທາງ​ຈິດ​ວິນ​ຍານ, ການທ່ອງທ່ຽວ​ລວມການ​ປະຊຸມ​ແລະ​ສຳ​ມະ​ນາ (MICE)...​ໃນ​ຕະຫຼອດ​ຄວາມ​ຍາວ​ຂອງ​ແຖບ​ຊາຍ​ຝັ່ງ​ທະ​ເລ​ຂອງ​ປະ​ເທດ ​ໄດ້​ພັດທະນາ​ແລະ​ຈັດ​ຕັ້ງ​ສູນ​ການທ່ອງທ່ຽວ​ທີ່​ມີ​ຊື່​ສຽງ​​ແລະ​ມີ​ຄວາມ​ສາມາດ​ແຂ່ງ​ຂັນສູງ​ ໃນ​ປະ​ເທດ​ແລະ​ພາກ​ພື້ນ​ເຊັ່ນ: ​ເວິນ​ໂດ່​ນ, ຮ້າ​ລອງ (ແຂວງ​ກວ໋າງນິງ), ກ້າດ​ບ່າ (ນະຄອນ​ຮາ​ຍຟອງ), ​ເຊິ່ມ​ເຊີນ (​ແຂວງ​ແທງ​ຮວາ), ​ເກື໋ອລໍ່ (​ແຂວງ​ເງ້ອານ), ທຽນ​ເກິ່ມ (ແຂວງ​ຮ່າ​ຕິ້ງ), ​ເຫ​ວ້, ລັງໂກ (ແຂວງ​ເທື່ອ​ທຽນ-​ເຫວ້), ໝິ​ເຄ-ນອນ​ເນື້ອ​ກ (ນະຄອນ​ດາ​ນັ້ງ), ​ເກື໋ອດ້າຍ, ​ເກາ​ະຈ່າມ (ແຂວງ​ກວ໋າງນາມ), ຍາ​ຈາງ (ແຂວງ​ແຂງ​ຮ່ວາ), ຟານ​ທ້ຽດ-ໝຸຍ​ແນ້ (ແຂວງ​ບິ່ງ​ທ້ວນ), ຫວຸງ​ເຕົ່າ (ແຂວງ​ບ່າ​ເຣ້ຍ-ຫວຸງ​ເຕົ່າ), ນິງຈຶ້ (ແຂວງ​ນິງທ້ວນ), ຢູກ້ວກ (ແຂວງ​ກຽນ​ຢາງ)... ​ໃນ​ແຕ່ລະ​ປີ ບັນດາ​ສູນ​ທ່ອງ​ທ່ຽວ​ເຫຼົ່າ​ນີ້​ໄດ້​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ສາກົນ​ຈຳນ​ວນຫຼາຍ​ຂອງ​ທົ່ວ​ປະ​ເທດ.

​ເມື່ອ​ທຽບ​ກັບ​ເຂດ​ອື່ນໆ​ໃນ​ປະ​ເທດ, ບັນດາ​ທ້ອງ​ຖິ່ນ​ຊາຍ​ຝັ່ງ​ທະ​ເລ​ແມ່ນ​ບ່ອນທີ່​ດຶງ​ດູດ​ໄດ້​ແຫຼ່ງທຶນ​ທີ່​ໃຫຍ່​ຫຼວງຂອງ​ສັງຄົມ ​ເພື່ອ​ພັດທະນາ​ລະບົບ​ຜະລິດ​ຕະພັນ​ບໍລິການ​ແລະ​ພື້ນຖານ​ວັດຖຸ​ເຕັກນິກ​ການທ່ອງທ່ຽວ, ​ໂດຍ​ສະ​ເພາະ​ແມ່ນ​ດຶງ​ດູດ​ນັກ​ລົງທຶນ​ຍຸດ​ທະ​ສາດ​ເຂົ້າ​ໃນ​ບັນດາ​ຂົງ​ເຂດທີ່​ມີ​ຄວາມ​ໝາຍ​ສຳຄັນສຳລັບ​ການທ່ອງທ່ຽວ​ຫວຽດນາມ​ເຊັ່ນ: ຮ້າ​ລອງ, ດາ​ນັ້ງ, ຝູກ້ວກ, ຍາ​ຈາງ ​ແລະ ບາງ​ເຂດ​ອື່ນໆ ລວມທັງ​ບັນດາ​ໂຄງການ​ຂະໜາດ​ໃຫຍ່, ສ້າງ​ກຳລັງ​ໜູນ ​ແລະ​ເປັນ “​ໄມ້​ງັດ” ສຳລັບ​ການ​ພັດທະນາ​ການທ່ອງທ່ຽວ. ການ​ລົງທຶນ​ຂອງບັນດາ​ກຸ່ມ​ເສດຖະກິດ​ເຊັ່ນ: ວິນ​ກຣຸບ (VinGroup), ຊັນ​ກຣຸບ (SunGroup), ​ເມື່ອ​ງ​ແທງ, FLC, BIM, ຕ່ວນ​ເຈົາ... ​ໄດ້​ປະກອບສ່ວນ​ກໍ່​ຮ່າງສ້າງຮູບ​ລະບົບພື້ນຖານ​ວັດຖຸ​ເຕັກ​ນີກການທ່ອງທ່ຽວທີ່​ທັນ​ສະ​ໄໝ​ຢູ່​ຫຼາຍ​ທ້ອງ​ຖິ່ນ. ນັ້ນ​ແມ່ນ​ກຸ່ມ​ໂຮງ​ແຮມ​ຢູ່ ວິນ​ເປີ​ນ (Vinpearl) ຍາ​ຈາງ, ຝູກ້ວກ, ຮ້າ​ລອງ; ລະບົບ​ຜະລິດ​ຕະພັນ​ສວນສາທາລະນະ​ແລະພື້ນ​ທີ່​ບັນ​ເທິງຂອງ ຊັນ​ກຣຸບ ຢູ່ ດາ​ນັ້ງ, ກວ໋າງນິງ, ຝູກ້ວກ; ບັນດາສະຖານ​ທີ່​ພັກຜ່ອນ​ຕາກ​ອາກາດ (Resort - ຣີສອດ)​ ແລະ​ສະໜາມ​ກອຟ ຂອງ​ກຸ່ມ​ເສດຖະກິດ FLC ຢູ່​ກຸຍ​ເຍິນ, ​ເຊິ່ມ​ເຊີນ, ກວ໋າງນິງ, ກວ໋າງບິ່ງ; ລະບົບ​ໂຮງ​ແຮມເມື່ອ​ງ​ແທງ​ຢູ່​ເກືອ​ບທຸກ​ແຂວງ​ຊາຍ​ຝັ່ງ​ທະ​ເລ. ການ​ເພີ່ມ​ຂຶ້ນ​ຂອງ​ບັນດາ​ພື້ນ​ທີ່​ບັນ​ເທິງ​ແລະ​ໂຮງ​ແຮມຫຼູຫຼາ, ທີ່​ມີ​ຂະໜາດ​ແລະ​ຄຸນ​ນະພາ​ບລະດັບ​ສາກົນນັ້ນ ​ໄດ້​ປະກອບສ່ວນ​ເພີ່ມ​ທະວີ​ຄວາມ​ສາມາດ​ແລະ​ກຳລັງ​ແຮງ​ແຂ່ງຂັນ ​ໃຫ້​ກັບ​ບັນດາ​ທ້ອງ​ຖິ່ນ​ຊາຍ​ຝັ່ງ​ທະ​ເລ​ແລະ​ຂອງ​ການທ່ອງທ່ຽວ​ຫວຽດນາມ.

2- ​ໃນ​ຍຸດ​ທະ​ສາດການ​ພັດທະນາ​ເສດຖະກິດ-ສັງຄົມ, ການ​ຮັບປະກັນ​ດ້ານ​ຄວາມ​ປອດ​ໄພ-ການ​ປ້ອງ​ກັນ​ປະ​ເທດ ​ແລະ​ຮັກສາ​ອະທິປະ​ໄຕ​ແຫ່ງ​ຊາດ​, ພັກ​ແລະ​ລັດ​ໄດ້​ກຳນົດ​ແຈ້ງ​ຢູ່​ສະ​ເໝີ​ກ່ຽວ​ກັບ​ບົດບາດ​ສຳຄັນ​ຂອງ​ເສດຖະກິດ​ທະ​ເລ ກໍ່​ຄື​ການທ່ອງທ່ຽວ​ທະ​ເລ (​ໃນ​ຖານະ​ເປັນ​ໜຶ່ງ​ໃນ​ບັນດາ​ຂະ​ແໜງ​ເສດຖະກິດ​ທະ​ເລ​ຫຼັກ). ກອງປະ​ຊູ​ມ​ໃຫຍ່ຜູ້​ແທນ​ທົ່ວປະ​ເທດ​ຄັ້ງ​ທີ VIII ຂອງ​ພັກ (​ເດືອນ​ມິຖຸນາ 1996) ​ໄດ້​ກຳນົດ ​ເຂດ​ທະ​ເລ​ແລະ​ຊາຍ​ຝັ່ງ​ທະ​ເລ​ແມ່ນ​ເຂດ​ຍຸດ​ທະ​ສາດທາງ​​ເສດຖະກິດ​ ​ຄວາມ​ໝັ້ນຄົງ​ແລະການ​ປ້ອງກັນ​ປະ​ເທດ, ມີ​ຂໍ້​ໄດ້​ປຽບ​ຫຼາຍ​ປະການສຳລັບການ​ພັດທະນາ ​ແລະ​ເປັນປະຕູ​ເປີດ​ກວ້າງ​ຂອງ​ທັງ​ປະ​ເທດ ​ເພື່ອ​ຍູ້​ແຮງ​ການ​ແລກປ່ຽນ​ສາກົນ, ດຶງ​ດູດ​ການ​ລົງທຶນ​ຈາກ​ຕ່າງປະ​ເທດ. ຂຸດ​ຄົ້ນ​ຄວາມ​ສາມາດ​ບົ່ມ​ຊ້ອງ​ແລະ​ຂໍ້​ໄດ້​ປຽນ​ຂອງ​ເຂດ​ທະ​ເລ​ແລະ​ຊາຍ​ຝັ່ງ​ທະ​ເລ​ຢ່າງ​ສຸດ​ຂີດ, ສົມທົບ​ກັນ​ຄວາມ​ໝັ້ນຄົງ​ແລະ​ການ​ປ້ອງ​ກັນ​ປະ​ເທດ, ສ້າງ​ທ່າແລະ​ກຳລັງ​ແຮງ​ເພື່ອ​ພັດທະນາ​ເສດຖະກິດ-ສັງຄົມ, ປົກ​ປ້ອງ​ແລະ​ຄວບ​ຄຸມ​ເຂດ​ທະ​ເລ​ຂອງ​ປະ​ເທດ​ຊາດ. ມະຕິ​ເລກທີ 09/NQ-TW, ວັທີ 9 ກຸມພາ 2007, ຂອງ​ກອງ​ປະຊຸມ​ຄັ້ງ​ທີ 4 ຄະນະ​ບໍລິຫານ​ງານ​ສູນ​ກາງພັກ​ສະ​ໄໝ​ທີ X ວ່າ​ດ້ວຍ “ຍຸດ​ທະ​ສາດ​ທະ​ເລ​ຫວຽດນາມ​ຮອດ​ປີ 2020” ກໍ່​ໄດ້​ເນັ້ນວ່າ, ສະຕະວັດ​ທີ XXI ຖືກ​ໂລກ​ຖື​ວ່າ​ເປັນ “ສະຕະວັດ​ແຫ່ງ​ມະຫາ​ສະໝຸດ”. ບັນດາ​ປະ​ເທດ​ທີ່​ມີ​ທະ​ເລ​ລ້ວນ​ແຕ່​​ໄດ້ເອົາ​ໃຈ​ໃສ່​ເຖິງ​ທະ​ເລ ​ແລະ​ໃຫ້​ຄວາມ​ສຳຄັນ​ແກ່​ການ​ສ້າງ​ຍຸດ​ທະ​ສາດ​ທະ​ເລ. ທະ​ເລ​ຕາ​ເວນ​ອອກ, ​ໃນ​ນັ້ນ​ມີ​ເຂດ​ທະ​ເລ​ຂອງ​ຫວຽດນາມ, ມີ​ທີ່​ຕັ້ງ​ພູມ​ສາດ-​ເສດຖະກິດ ​ແລະ ພູມ​ສາດ-ການ​ເມືອງທີ່​ສຳຄັນ​ທີ່​ສຸດ...ພ້ອມ​ດ້ວຍ​ແຫຼ່ງຊັບພະຍາກອນ​ທຳ​ມະ​ຊາດທີ່​ອຸດົມສົມບູນ​ແລະ​ຫຼາກ​ຫຼາຍ, ມີ​ບົດບາດ​ນັບ​ມື້​ນັບ​ໃຫຍ່​ຫຼວງ​ສຳລັບ​ພາລະກິດ​ການ​ພັດທະນາ​ປະ​ເທດ​ຊາດ. ມະຕິ​ຊີ້​ແຈ້ງ​ຮອດ​ປີ 2020 ພາ​ໃຫ້​ປະ​ເທດ​ກາຍ​ເປັນ​ປະ​ເທດ​ທີ່​ເຂັ້ມ​ແຂງ​ທາງ​ທະ​ເລ, ສ້າງ​ຮັ່ງ​ຄູນ​ມີ​ຈາກ​ທະ​ເລ, ຮັບປະກັນ​ອະທິປະ​ໄຕ​ຂອງ​ຊາດ​ໃນ​ເຂດ​ທະ​ເລ​ໝູ່​ເພາະ, ປະກອບສ່ວນ​ທີ່​ສຳຄັນ​ເຂົ້າ​ໃນ​ການ​ຫັນ​ເປັນ​ອຸດສາຫະກຳ ທັນ​ສະ​ໄໝ, ​ເຮັດ​ໃຫ້​ປະ​ເທດ​ຊາດ​ຮັ່ງມີ​ເຂັ້ມ​ແຂງ.

ຍ້ອນ​ການທ່ອງທ່ຽວ​ທະ​ເລມີບົດບາດ​ທີ່​ຕັ້ງ​ທີ່​ສຳຄັນ​ຕໍ່ການ​ພັດທະນາ​ການທ່ອງທ່ຽວ​ຂອງ​ທົ່ວ​ປະ​ເທດ, ນາຍົກລັດຖະມົນຕີ ຈຶ່ງ​ໄດ້​ເຊັນ​ຂໍ້​ຕົກລົງ​ເລກທີ 2473/QĐ-TTg, ວັນ​ທີ 30 ທັນວາ 2011, ຮັບຮອງ “ຍຸດ​ທະ​ສາດ​ການ​ພັດທະນາ​ການທ່ອງທ່ຽວ​ຫວຽດນາມ​ຮອດ​ປີ 2020, ວິ​ໄສ​ທັດ​ຮອດ​ປີ 2030” ​ແລະ “​ແຜນ​ແມ່​ບົດ​ໂດຍ​ລວມກ່ຽວ​ກັບ​ການ​ພັດທະນາ​ການທ່ອງທ່ຽວ​ຫວຽດນາມ​ຮອດ​ປີ 2020, ວິໄສທັດຮອດປີ 2030" (​ໄດ້​ຮັບ​ການ​ອະນຸມັດ​ຈາກ​ນາຍົກລັດຖະມົນຕີ​ໃນ​ຂໍ້​ຕົກລົ​ງ​ເລ​ທີ 201/QĐ-TTg, ວັນ​ທີ 22 ມັງກອນ 2013. ຍຸດ​ທະ​ສາດ​ແລະ​ແຜນ​ແມ່​ບົດ​ໄດ້​ກຳນົດວ່າ​ການທ່ອງທ່ຽວ​ທະ​ເລ​ແມ່ນ​ທິດ​ທາງ​ບຸລິມະສິດ​ທີ່​ສຳຄັນ​ທີ່​ສຸດ ​ເພື່ອ​ພັດທະນາ​ຜະລິດ​ຕະພັນ​ການທ່ອງທ່ຽວ. ວັນ​ທີ 15 ສິງຫາ 2013, ລັດຖະມົນຕີ​ກະຊວງ​ວັດທະນະທຳ, ກິລາ ​ແລະ​ການທ່ອງທ່ຽວ​ໄດ້​ເຊັນ​ຂໍ້​ຕົກລົງ​ເລກທີ 2782/QĐ-BVHTTDL ຮັບຮອງ​ໂຄງການ “ພັດທະນາ​ການທ່ອງທ່ຽວ​ທະ​ເລ, ​ເກາະ ​ແລະ​ເຂດ​ຊາຍ​ຝັ່ງ​ທະ​ເລ​ຫວຽດນາມ​ຮອດ​ປີ 2020”, ​ໃນ​ນັ້ນ​ຢືນຢັນ​ທັດສະນະ​ການ​ພັດທະນາ​ການທ່ອງທ່ຽວ​ທະ​ເລ, ​ເກາະ ​ແລະ​ເຂດ​ຊາຍ​ຝັ່ງ​ທະ​ເລ​ຢ່າງ​ໄວວາ ​ແລະ​ຍືນ​ຍົງ; ບຸລິມະສິດ​ການ​ພັດທະນາ​ການທ່ອງທ່ຽວ​ທະ​ເລ​ຄຸນ​ນະພາ​ບສູງ; ພັດທະນາ​ການທ່ອງທ່ຽວ​ທະ​ເລ​ຕ້ອງ​ຕິດ​ແໜ້ນ​ຢູ່​ສະ​ເໝີ​ກັບ​ເປົ້າ​ໝາຍ​ຮັບປະກັນ​ຄວາມ​ໝັ້ນຄົງ-ການ​ປ້ອງ​ກັນ​ປະ​ເທດ; ການ​ພັດທະນາ​ການທ່ອງທ່ຽວ​ທະ​ເລ​ ຕ້ອງ​ໄດ້​ຕັ້ງ​ຢູ່​ໃນ​ການ​ພົວພັນ​ການ​ພັດທະນາ​ໂດຍ​ລວມ ກ່ຽວ​ກັບ​ເສດຖະກິດ-ສັງຄົມ​ຂອງ​ເຂດ​ຊາຍ​ຝັ່ງ​ທະ​ເລດ ​ແລະ​ສອດຄ່ອງ​ກັບ​ຍຸດ​ທະ​ສາດ​ທະ​ເລ​ຫວຽດນາມ​ຮອດ​ປີ 2020. ​ໂຄງການ​ໄດ້​ວາງ​ເປົ້າ​ໝາຍ​ການ​ພັດທະນາ​ໂດຍ​ສັງ​ເຂ​ບ​ແມ່ນ ຮອດ​ປີ 2020 ການທ່ອງທ່ຽວ​ທະ​ເລ​ກາຍ​ເປັນ​ຂະ​ແໜງ​ການ​ກຳລັງ​ໜູນ ​ຂອງ​ເສດຖະກິດ​ທະ​ເລ​ຂອງ​ຫວຽດນາມ, ປະກອບສ່ວນ​ປະຕິບັດ​ເປົ້າ​ໝາຍ “ສູ້​ຊົນ​ຮອດ​ປີ 2020 ພາ​ໃຫ້​ຫວຽດນາມ​ກາຍ​ເປັນ​ປະ​ເທດ​ທີ່​ເຂັ້ມ​ແຂງ​ທາງ​ດ້ານ​ທະ​ເລ, ສ້າງ​ຮັ່ງ​ຄູນ​ມີ​ຈາກ​ທະ​ເລ, ຮັບປະກັນ​ອະຕິ​ປະ​ໄຕ​ແຫ່ງ​ຊາດ​ໃນ​ເຂດ​ທະ​ເລໝູ່​ເກາະ, ປະກອບສ່ວນ​ທີ່​ສຳຄັນ​ເຂົ້າ​ໃນ​ການ​ຫັນ​ເປັນ​ອຸດສາຫະກຳ ທັນ​ສະ​ໄໝ, ​ເຮັດ​ໃຫ້​ປະ​ເທດ​ຊາດ​ຮັ່ງມີ​ເຂັ້ມ​ແຂງ”; ປະຕິບັດ​ຢ່າງ​ສຳ​ເລັດ​ຜົນ ​ຍຸດ​ທະ​ສາ​ແລະ​ແຜນ​ແມ່​ບົດ​ໂດຍ​ລວມ ກ່ຽວ​ກັບ​ການ​ພັດທະນາ​ການທ່ອງທ່ຽວ​ຫວຽດນາມ​ຮອດ​ປີ 2020, ວິ​ໄສ​ທັດ​ຮອດ​ປີ 2030 ທີ່​ໄດ້​ຮັບ​ການ​ອະນຸ​ມັກ​ຈາກ​ນາຍົກລັດຖະມົນຕີ. ຮອດ​ປີ 2020, ການທ່ອງທ່ຽວ​ທະ​ເລຕ້ອງ​ມີ​ຈຸດໝາຍ​ປາຍທາງ​ການທ່ອງທ່ຽວ​ລະດັບ​ສາກົນ​ຢ່າງ​ໜ້ອຍ 6 ​ແຫ່ງ​ທີ່​ມີ​ການ​ແຂ່ງຂັນ​ສູງ​ຄື ຮ້າລອງ-ບ໊າຍຕື໋ລອງ-ກາດ​ບ່າ; ລັງ​ໂກ-​ແກ໋ງ​ເຢືອງ, ​ໂຮ້ຍອານ-​ເກາະ​ຈ່າມ; ຍາ​ຈາງ-ກາມ​ແຣັງ, ຟານ​ທ້ຽດ-ໝຸຍ​ແນ້ ​ແລະ ຝູກ້ວກ; ສ້າງ​ແລະ​ເລີ່​ມຕົ້ນ​ການ​ຂຸດ​ຄົ້ນ​ທ່າ​ເຮືອ​ທ່ອງ​ທ່ຽວ​ບາງ​ແຫ່ງ​ເຊັ່ນ: ຮ້າ​ລອງ, ດາ​ນັ້ງ, ຍາ​ຈາງ, ນະຄອນ​ໂຮ່ຈີ​ມິນ ​ແລະ ຝູກ້ວກ; ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ສາກົນ​ໄດ້​ປະມານ 22 ລ້ານ​ຄົນ ​ແລະນັກ​ທ່ອງ​ທ່ຽວ​ພາຍ​ໃນ​ປະ​ເທດ​ໄດ້ 58 ລ້ານ​ຄົນ; ລາຍ​ໄດ້​ລວມຍອດ​ຈາກ​ການທ່ອງທ່ຽວ​ບັນລຸ​ຫຼາຍ​ກວ່າ 200.000 ຕື້​ດົ່ງ, ​ເທົ່າ​ກັບ 10 ຕື້​ໂດ​ລາ​ສະຫະລັດ; ສ້າງ​ວຽກ​ເຮັດ​ງານ​ທຳ​ໂດຍ​ກົງ​ໄດ້​ປະມານ 6 ​ແສນ​ງານ ​ແລະ​ວຽກ​ເຮັດງານ​ທຳ​ໂດຍ​ທາງ​ອ້ອມ​ໄດ້ 1,1 ລ້ານ​ງານ, ​ທຽບ​ເທົ່າ 71% ຂອງ​ຍອດ​ຈຳນວນ​ນັກ​ທ່ອງ​ທ່ຽວ​ສາກົນ ​ແລະ 61% ຂອງຍອດ​ຈຳນວນນັກ​ທ່ອງ​ທ່ຽວ​ພາຍ​ໃນປະ​ເທດ, 68% ຂອງ​ລາຍ​ໄດ້​ລວມຍອດ​ຈາກ​ການທ່ອງທ່ຽວ​ຂອງ​ທົ່ວ​ປະ​ເທດ. ​ໂຄງການ​ກໍ່​ໄດ້​ຊີ້​ແຈ້ງ 7 ທິດ​ທາງ​ການ​ພັດທະນາ​ຕົ້ນ​ຕໍ່​ກ່ຽວ​ກັບ: ຕະຫຼາດ​ການທ່ອງທ່ຽວ​ທະ​ເລ; ຜະລິດ​ຕະພັນ​ການທ່ອງທ່ຽວ​ທະ​ເລ; ການ​ສົ່ງ​ເສີມ​ການທ່ອງທ່ຽວ​ທະ​ເລ; ພັດທະນາ​ແຫຼ່ງບຸກຄະລາ​ກອນ​ການທ່ອງທ່ຽວ​ທະ​ເລ; ການຈັດ​ຕັ້ງ​ອານາ​ເຂດ​ການທ່ອງທ່ຽວ; ລົງທຶນ​ພັດທະນາ​ການທ່ອງທ່ຽວ​ທະ​ເລ; ການ​ພັດທະນາ​ການທ່ອງທ່ຽວ​ທະ​ເລ​ຕິດ​ກັບ​ການ​ຮັບປະກັນ​ຄວາມ​ໝັ້ນ​ຄົມ-ການ​ປ້ອງ​ກັນ​ປະ​ເທດ.

ມະຕິ​ເລກທີ 08-NQ/TW, ວັນ​ທີ 16 ມັງກອນ 2017, ຂອງ​ກົມ​ການ​ເມືອງ​ສູນ​ກາງ​ພັກ ວ່າ​ດ້ວຍ “ພັດທະນາ​ການທ່ອງທ່ຽວ​ໃຫ້​ກາຍ​ເປັນ​ຂະ​ແໜງ​ເສດຖະກິດ​ປາຍ​ແຫຼມ” ​ໄດ້​ເນັ້ນ​ວ່າການ​ພັດທະນາ​ການທ່ອງທ່ຽວ​ແມ່ນ​ທິດ​ທາງ​ຍຸດ​ທະ​ສາດ​ທີ່​ສຳຄັນ​ເພື່ອ​ພັດທະນາ​ປະ​ເທດ​ຊາດ, ສ້າງ​ກຳລັງ​ໝູນ​ເພື່ອ​ຊຸກ​ຍູ້​ການ​ຂະຫຍາຍຕົວ​ຂອງ​ບັນດາ​ຂະ​ແໜງການ​ແລະບັນດາຂົງ​ເຂດ​ອື່ນ.

ວັນ​ທີ 22 ຕຸລາ 2018, ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ໄດ້​ອອກມະຕິ​ເລກທີ 36-NQ/TW ວ່າ​ດ້ວຍ “ຍຸດ​ທະ​ສາດ​ການພັດທະນາ​ເສດຖະກິດ​ທະ​ເລ​ຫວຽດນາມ​ແບບ​ຍືນ​ຍົງ​ຮອດ​ປີ 2030, ວິ​ໄສ​ທັດ​ຮອດ​ປີ 2045”, ​ໃນ​ນັ້ນ​ກຳນົດ​ວ່າການ​ທ່ອງ​ທ່ຽວ​ເປັນ​ຂົງ​ເຂດ​ບຸລິມະສິດ​ອັນ​ດັບ​ໜຶ່ງ ​ເພື່ອພັດທະນາ​ເສດຖະກິດ​ທະ​ເລ. ຄວາມ​ເປັນ​ຈິງ​ແຫ່ງ​ການ​ພັດທະນາ​ຂອງ​ບັນດາ​ຂະ​ແໜງ​ການ​ເສດ​ຖະກິດ​ໃນ​ເວລາ​ທີ່​ຜ່ານ​ມາ ​ໄດ້​ສະ​ແດງໃຫ້​ເຫັນ​ວ່າ ການທ່ອງທ່ຽວ​ທະ​ເລ​ພວມ​ເປັນ​ຂໍ້​ໄດ້​ປຽບ​ທີ່​ສຳຄັນ, ນຳ​ລາຍ​ໄດ້​ຈຳນວນ​ຫຼາຍ​ມາ​ໃຫ້ປະ​ເທດ, ປະກອບສ່ວນ​ທີ່​ສຳຄັນ​ໃນ​ໂຄງ​ສ້າງ ຈີ​ດີ​ພີ, ສ້າງ​ວຽກ​ເຮັດ​ງານ​ທຳ​ແລະ​ຫຼຸດຜ່ອນ​ຄວາມທຸກ​ຍາກ, ພັດທະນາ​ໂຄງ​ສ້າງ​ພື້ນຖານ​ແລະພື້ນຖານ​ວັດຖຸ​ເຕັກນິກ, ​ແລະ​ເປັນ​ຂົງ​ເຂດ​ທີ່​ຮັບປະກັນ​ຄວາມ​ຕ້ອງການ​ກ່ຽວ​ກັບ​ເປົ້າ​ໝາຍ​ການ​ພັດທະນາ​ແບບ​ຍືນ​ຍົງ. ມະຕິ​ເລກທີ 36-NQ/TW ກໍ່​ໄດ້​ຊີ້​ແຈ້ງ ຍຸດ​ທະ​ສາດການ​ພັດທະນາ​ເສດຖະກິດ​ທະ​ເລຕ້ອງ​ໃຫ້​ຄວາມ​ສຳຄັນ​ເຖິງ​ການ​ລົງທຶນ​ກໍ່ສ້າງ​ໂຄງ​ສ້າງ​ພື້ນຖານ​ການທ່ອງທ່ຽວ; ສົ່ງ​ເສີມ, ສ້າງ​ເງື່ອນ​ໄຂ​ອຳນວຍ​ຄວາມສະດວກ ​ໃຫ້​ບັນດາ​ພາກສ່ວນ​ເສດຖະກິດ​ເຂົ້າ​ຮ່ວມ​ໃນ​ການ​ພັດທະນາການທ່ອງທ່ຽວ​ນິ​ເວດ, ການ​ສຳ​ຫຼວດທາງ​ວິທະຍາສາດ, ການທ່ອງທ່ຽວ​ຊຸມ​ຊົນ, ຣີສອດທະ​ເລ​ຄຸນ​ນະພາ​ບສູງ ຢູ່​ເຂດ​ຊາຍ​ຝັ່ງ​ທະ​ເລ; ກໍ່ສ້າງ, ພັດທະນາ​ຜະລິດ​ຕະພັນ, ລະບົບ​ຜະລິດ​ຕະພັນ ​ແລະ​ເຄື່ອງໝາຍ​ບໍລິການ​ທ່ອງ​ທ່ຽວທະ​ເລ​ລະດັບ​ສາກົນ ບົນ​ພື້ນຖານການອະນຸ​ລັກ​ຄວາມ​ຫຼາກ​ຫຼາຍທາງ​ຊີວະ​ພາບ, ​ເສີມ​ຂະຫຍາຍ​ຄຸນຄ່າຂອງ​ມໍລະດົກ​ທຳ​ມະ​ຊາດ, ວັດທະນະທຳ, ປະຫວັດ​ສາດທີ່​ເປັນ​ເອກະລັກ​ຂອງບັນດາ​ພາກ, ​ເຂດ​ໃນ​ປະ​ເທດ, ​ເຊື່ອມ​ຕໍ່​ກັບ​ບັນດາ​ສາຍ​ການທ່ອງທ່ຽວ​ສາກົນ ​ເພື່ອ​​ໃຫ້​ຫວຽດນາມ​ກາຍ​ເປັນ​ຈຸດໝາຍ​ປາຍທາງທີ່​ໜ້າ​ສົນ​ໃຈ​ຂອງ​ໂລກ. ຄົ້ນຄວ້າ​ທົດ​ລອງ​ພັດທະນາ​ການທ່ອງ​ທ່ຽງ​ໄປ​ຍັງ​ເກາະ​ແລະ​ພື້ນ​ທີ່​ນອກ​ຝັ່ງ​ທະ​ເລ. ​ເພີ່ມ​ທະວີ​ຄວາມ​ສາມາດ​​ໃນ​ການຊອກ​ຫາ​ແລະກູ້​ໄພ; ຍູ້​ແຮງ​ການ​ເຄື່ອນ​ໄຫວສຳ​ຫຼວດຄົ້ນ​ຄວາ​ວິທະຍາສາດ; ​ເອົາ​ໃຈ​ໃສ່​ເຖິງ​ວຽກ​ງານ​ການ​ສຶກສາ, ສາທາລະນະ​ສຸກ​ທະ​ເລ... ຊ່ວຍ​ເຫຼືອ, ສ້າງ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ​ເພື່ອ​ໃຫ້​ປະຊາຊົນ​ຊາຍ​ຝັ່ງ​ປ່ຽນ​ອາຊີບ ຈາກ​ກິດຈະກຳ​ທີ່​ອາດ​ຈະ​ເປັນ​ອັນຕະລາຍ, ​ເປັນ​ຜົນ​ກະທົບ​ທາງ​ລົບ​ຕໍ່​ທະ​ເລ ມາ​ເປັນ​ການ​ເຄື່ອນ​ໄຫວປົກ​ປ້ອງ​ຮັກສາ, ​ສ້າງ​ວິຖີ​ຊີວິດ​ທີ່​ຍືນ​ຍົງ, ສ້າງ​ວຽກເຮັດ​ງານ​ທຳ​ໃໝ່ທີ່​ໝັ້ນຄົງ ​ແລະ ​ເພີ່ມ​ລາຍ​ໄດ້​ໃຫ້​ປະຊາຊົນ.

3- ​ໃນ​ເວລາ​ສະ​ເພາະ​ໜ້າ, ​ເພື່ອ​ສູ້​ຊົນໃຫ້​ບັນລຸ​ຈຸດປະສົງ​ຂອງ​ການພັດທະນາ​ການທ່ອງທ່ຽວ​ເວົ້າ​ລວມ ​ແລະ​ການທ່ອງທ່ຽວ​ທະ​ເລ​ເວົ້າ​ສະ​ເພາະ​ທີ່​ໄດ້​ວາ​ງອອກ​ມາ, ຕໍ່ໜ້າ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງການ​ປະຕິບັດ, ຂະ​ແໜງ​ການທ່ອງທ່ຽວ​ຕ້ອງ​ມີ​ການ​ປ່ຽນ​ແປງ​ໃໝ່ວຽກງານ​ວາງ​ແຜນ, ຍົກ​ສູງ​ຄຸນ​ນະພາ​ບ​ແລະ​ປະສິດ​ທີ​ຜົນ ​ເພື່ອ​ພັດທະນາ​ຢ່າງ​ຍືນ​ຍົງ ​ແລະ ​ເຮັດ​ໃຫ້ການ​ທ່ອງ​ທ່ຽວ​ທະ​ເລ​ກາຍ​ເປັນ​ເສດຖະກິດ​ຫຼັກ​ທາງ​ທະ​ເລ. ດັ່ງ​ນັ້ນ, ຂະ​ແໜງ​ການທ່ອງທ່ຽວ​ຕ້ອງ​ສຸມ​ໃສ່​ບັນດາ​ໜ້າ​ທີ່​ຕົ້ນ​ຕໍ່​ລຸ່ມ​ນີ້:

ທີ​ໜຶ່ງ, ກ່ຽວ​ກັບ​ວຽກ​ງານ​ວາງ​ແຜນການ​ພັດທະນາ​ການທ່ອງທ່ຽວ​ທະ​ເລ.

ກ, ກຳນົດທັດສະນະ​ສຸມ​ໃສ່​ການວາງ​ແຜນ​ແລະ​ລົງທຶນພັດທະນາ​ການທ່ອງທ່ຽວ​ຢ່າງ​ແຂງ​ແຮງ ​ເພື່ອສ້າງ​ໃຫ້​ມີ​ລະບົບ​ພື້ນຖານ​ວັດ​ຖຸ​ເຕັກນິກ, ບຸກ​ຄະລາ​ກອນ ​ແລະ ລະບົບ​ຜະລິດ​ຕະພັນ​ແລະ​ບໍລິການ​ກ່ຽວ​ກັບ​ການທ່ອງທ່ຽວ​ທະ​ເລທີ່​ບັນລຸລະດັບ​ສາ​ກົນ, ຢືນຢັນ​ເຄື່ອງໝາຍ​ແຫ່ງ​ຊາດ​ກ່ຽວ​ກັບ​ທະ​ເລ ​ແລະ​ມີ​ເຄື່ອງໝາຍ​ກ່ຽວ​ກັບ​ການທ່ອງທ່ຽວ​ທະ​ເລ.

ຂ, ກ່ຽວ​ກັບ​ການວາງ​ແຜນພັດທະນາ​ບັນດາ​ຂົງ​ເຂດ​ຮັບ​ໃຊ້​ຄວາມ​ຕ້ອງການ​ພັດທະນາການທ່ອງທ່ຽວ​ທະ​ເລ ​ເຊິ່ງຄວາມ​ຕ້ອງການ​ຕົ້ນຕໍ​ແມ່ນ​ວຽກ​ງານ​ວາງ​ແຜນລະບົບ​ໂຄງ​ສ້າງ​ພື້ນຖານ ​ເພື່ອ​ຮັບປະກັນ​ຄວາມ​ຕ້ອງການ​ພັດທະນາ​ການທ່ອງທ່ຽວ​ທະ​ເລ. ຫວຽດນາມ​ແມ່ນ​ປະ​ເທດ​ທີ່​ມີ​ທ່າ​ໄດ້​ປຽບ​ກ່ຽວ​ກັບ​ທະ​ເລ​ແລະກ່ຽວ​ກັບ​ການທ່ອງທ່ຽວ​ທະ​ເລ ​ແຕ່​ປະຈຸ​ບັນມີ​ທ່າ​ເຮືອ​ທ່ອງ​ທ່ຽວ​ທາງ​ທະ​ເລ​ພຽງ 1 ​ແຫ່ງ. ການທ່ອງທ່ຽວທະ​ເລ​ດ້ວຍ​ເຮືອ​ແມ່ນ​ທິດ​ທາງການ​ພັດທະນາ​ທີ່​ສຳຄັນ, ມັນ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ຈຳນວນ​ຫຼາຍ​ແລະ​ມີຄ່າ​ໃຊ້​ຈ່າຍ​ສູງ, ພ້ອມ​ກັນ​ນັ້ນ​ກໍ່​ເຊື່ອມ​ຕໍ່​ເສັ້ນທາງ​ເດີນ​ເຮືອ​ສາກົນ. ​ໃນ​ຊຸມ​ປີ​ສະ​ເພາະ​ໜ້າ, ​ການວາງ​ແຜນ​ແລະ​ລົງທຶນ​ກໍ່​ສ້າງ​ລະບົບທ່າ​ເຮືອ​ທ່ອງ​ທ່ຽວ​ທາງ​ທະ​ເລ ​ແລະ ການປັບປຸງ​ສ່ວນ​ໜຶ່ງ​ຂອງ​ທ່າ​ເຮືອ​ຂົນ​ສົ່ງ​ສິນຄ້າ​ເປັນ​ທ່າ​ເຮືອ​ທ່ອງ​ທ່ຽວ​ ​ແມ່ນ​ຄວາມ​ຮຽກຮ້ອງ​ຕ້ອງການ​ທີ່​ຈຳ​ເປັນ. ຄວາມ​ຕ້ອງການ​ທີ່​ຈຳ​ເປັນ​ອີກ​ອັນ​ໜຶ່ງ​ແມ່ນ ການວາງ​ແຜນ​ເຄືອ​ຂ່າ​ຍສະໜາມ​ບິນ​ໃນ​ແຂວງຕ່າງໆ​ຕາມ​ຊາຍ​ຝັ່ງ​ທະ​ເລ ​ເພື່ອ​ສາມາດ​ຮັບປະກັນ​ຄວາມ​ຕ້ອງການ​ທີ່​ເພີ່ມ​ຂຶ້ນຂອງ​ນັກ​ທ່ອງ​ທ່ຽວ, ຮັບປະກັນ​ເປົ້າ​ໝາຍ​ການ​ເຕີບ​ໂຕ​ຂອງ​ຂະ​ແໜງ​ການທ່ອງທ່ຽວ.

ຄ, ວຽກງານ​ວາງ​ແຜນການ​ພັດທະນາບັນດາ​ເຂດ​ທ່ອງ​ທ່ຽວ​ຊາຍ​ຝັ່ງຕ້ອງ​ໄດ້​ຮັບ​ການຍູ້​ແຮງບົນ​ພື້ນຖານຕິດ​ແໜ້ນ​ກັບ​ປັດ​ໄຈ​ສະ​ເພາະ​ຂອງ​ຂໍ້​ໄດ້​ປຽບ​ທາງທະ​ເລຂອງ​ແຕ່ລະ​ເຂດ​ແລະ​ແຕ່ລະ​ທ້ອງ​ຖິ່ນ. ການວາງ​ແຜນ​ແລະ​ການ​ຄຸ້ມ​ຄອງ​ປະຕິບັດ​ແຜນການພັດທະນາ​ການທ່ອງທ່ຽວ​ທະ​ເລ​ຕ້ອງ​ອີງ​ໃສ່​ຄວາມ​ຕ້ອງການ​ທີ່​ແທ້​ຈິງຂອງ​ຕະຫຼາດ, ຫຼີກ​ລ່ຽງການ​ພັດທະ​ນອະສັງຫາລິມະ​ຊັບ​ດ້ານ​ການທ່ອງທ່ຽວ​ຢ່າງ​ຫຼວງ​ຫຼາຍ. ການວາງ​ແຜນ​ພື້ນ​ທີ່​ຊາຍ​ຝັ່ງ ​ແລະ​ເນື້ອ​ທີ່​ຂອງ​ກິດຈະກຳ​ການທ່ອງທ່ຽວ​ທະ​ເລ ຕ້ອງ​ອີງ​ໃສ່​ທັດສະນະການ​ນຳ​ໃຊ້​ຊັບພະຍາກອນ​ທະ​ເລ​ຢ່າງ​ຍືນ​ຍົງ.

ງ, ການວາງ​ແຜນ​ພັດທະນາ​ບັນດາ​ພື້ນ​ທີ່​ຊາຍ​ຝັ່ງ ຕ້ອງ​ເນັ້ນ​ພື້ນ​ທີ່​ສຳຄັນຈຸກ​ໜັກໃຈ​ກາງ, ຈຳ​ເປັນ​ຕ້ອງລວມ​ສູນ​ການ​ລົງທຶນທີ່​ແຂງ​ແຮງ ​ເພື່ອ​ສ້າງ​ເປັນ​ຈຸດໝາຍ​ປາຍທາງທີ່​ມີ​ເຄື່ອງໝາຍ​ລະດັບ​ສາກົນ, ກຳນົດ​ຕຳ​ແໜ່​ງ​ເຄື່ອງໝາຍ​ການທ່ອງທ່ຽວ​ທະ​ເລ​ຫວຽດນາມ. ພ້ອມ​ກັນ​ນັ້ນ, ຍັງ​ຕ້ອງ​ວາງ​ແຜນ​ອະນຸ​ຮັກ​ພື້ນ​ທີ່​ທີ່​ກ່ຽວຂ້ອງ​ກັບ​ພູມີ​ທັດ​ທຳ​ມະ​ຊາດ​ທີ່​ສວ​ຍງາມ, ມີ​ຄວາມ​ຫຼາກ​ຫຼາຍ​ທາງ​ຊີວະ​ພາບ​ສູງ, ​ແມ່ນ​ຈຸດ​ໝາຍ​ປາຍທາງ​ທີ່​ຈັບ​ໃຈ ຍາວ​ນານ​ສຳລັບ​ຕະຫຼາດ​ການທ່ອງທ່ຽວ.

ຈ, ວຽກ​ງານ​ວາງ​ແຜນການ​ພັດທະນາ​ບັນດາ​ພື້ນ​ທີ່​ຊາຍ​ຝັ່ງ ຕ້ອງ​ຄິດ​​ເຖິງ​ການ​ເຊື່ອມ​ຕໍ່​ລະຫວ່າງ​ຂະ​ແໜງ​ການ, ​ເສີມ​ຂະຫຍາຍ​ສຸດ​ຂີດ​ຄຸນຄ່າ​ຂອງ​ຊັບພະຍາກອນ, ຈາກ​ຊາຍ​ຫາດ, ທິວ​ທັດ​ທະ​ເລ, ລະບົບ​ນິ​ເວດຊາຍຝັ່ງ​ແລະ​ໃຕ້ທະ​ເລ, ​ອາຫານ​ທະ​ເລ ຈົນ​ເຖິງ​ຄຸນຄ່າ​ວັ​ດທະນະ​ທຳ​ແລະ​ວິຖີ​ຊີວິດຂອງ​ຜູ້​ຢູ່​ອາ​ໄສ​ຊາຍ​ຝັ່ງ​ທະ​ເລ. ພ້ອມ​ກັນ​ນັ້ນ, ທັງ​ດຶງ​ດູດ​ໄດ້​ການ​ເຂົ້າ​ຮ່ວມ​ຂອງຊຸມ​ຊົນ​ໃນ​ກິດຈະກຳ​ການທ່ອງທ່ຽວ ກໍ່​ຄື​ສິດທິ​ໃນ​ການ​ໃຊ້​ພື້ນ​ທີ່​ສາທາລະນະ​ແຄມ​ຝັ່ງ​ທະ​ເລ. ຍູ້​ແຮງ​ການ​ພັດທະນາ​ຜະລິດ​ຕິ​ພັນ, ສິນຄ້າ ​ແລະບໍລິການທີ່​ຈຳ​ເປັນ​ເພື່ອ​ຮັບ​ໃຊ້​ກິດຈະກຳ​ການທ່ອງທ່ຽວ.

ທີ​ສອງ, ກ່ຽວ​ກັບ​ການ​ຍົກ​ສູງ​ຄຸນ​ນະພາ​ບ​ແລະ​ປະສິດທິ​ຜົນ ​ເພື່ອ​ພັດທະນາ​ການທ່ອງທ່ຽວ​ທະ​ເລ.

ກ, ບັນດາ​ມາດຕະຖານ, ບັນທັດຖານ​ທັກ​ສະ​ວິຊາ​ຊີບ​ແລະຄຳ​ແນະນຳ​ສະ​ເພາະ ຕ້ອງ​ໄດ້​ຮັບ​ການກວດຄືນ, ປັບປຸງ​ແລະ​ປະກາດ​ໃຊ້ ​ເພື່ອ​ຮັບປະກັນການ​ແນະນຳ​ຢ່າງ​ພຽງພໍ​ກ່ຽວ​ກັບ​ຄວາມ​ຕ້ອງການດ້ານ​ຄຸນ​ນະພາບ​ການທ່ອງທ່ຽວ. ບັນດາ​ແຂວງ​ຊາຍ​ຝັ່ງ​ທະ​ເລ​ຕ້ອງ​ນຳ​ໃຊ້​ມາດຕະຖານ​ແລະ​ຂໍ້​ບັງຄັບ​ທີ່​ມີ​ຢູ່, ນອກຈາກ​ນັ້ນ ອາດ​ຈະ​ມີ​ການ​ອອກ​ລະບຽບ​ແລະ​ຂໍ້​ບັງຄັບ​ສະ​ເພາະ​ໃນ​ທ້ອງ​ຖິ່ນ, ສອດຄ່ອງ​ກັບ​ລັກສະນະ​ຂອງ​ຊັບພະຍາກອນ​ໃນພື້ນ​ທີ່​ທີ່​ຈະ​ຕ້ອງ​ຄຸ້ມ​ຄອງ​ເຊັ່ນ: ກົດລະບຽບ​ກ່ຽວ​ກັບ​ການ​ຄຸ້ມ​ຄອງ​ແລະ​ນຳ​ໃຊ້​ຫາດ​ຊາຍ, ກົດລະບຽບ​ກ່ຽວ​ກັບກິລາ​ທະ​ເລ, ກົດ​ລະບຽບ​ກ່ຽວ​ກັບ​ການ​ເຄື່ອນ​ໄຫວທຸລະ​ກິດ​ທີ່​ຫາດ​ຊາຍ...ການ​ຄຸ້ມ​ຄອງ​ສະ​ເພາະ​ຂະ​ແໜງ​ການ​ຂອງ​ລັດ​ຕ້ອງ​ໄດ້​ຮັບ​ການ​ເພີ່ມ​ທະວີ. ການ​ປະ​ເມີນ​ຜົນ, ການ​ສຳ​ຫຼວດ ​ແລະການ​ກວດກາ​ຕໍ່​ຂົງ​ເຂດ​ສະ​ເພາະ​ຕ່າງໆ ​ຕ້ອງ​ໄດ້​ເພີ່ມ​ທະວີ. ຕົວຢ່າງ​ທີ່​ດີ​ຕ້ອງ​ໄດ້​ຮັບ​ການ​ຊົມ​ເຊີຍຍົກຍ້ອງ.

ຂ, ​ເອົາ​ໃຈ​ໃສ່​ອົບຮົມ​ສຶກສາ, ບຳລຸງ​ສ້າງ, ຍົກ​ສູງ​ຄຸນ​ນະພາ​ບຂອງ​ແຫຼ່ງບຸກຄະລາ​ກອນ ​ເພື່ອ​ຮັບປະກັນດ້ານ​ບຸກຄະລາ​ກອນຮັບ​ໃຊ້​ການທ່ອງທ່ຽວທະ​ເລ​ຂອງ​ປະ​ເທດ. ​ໃນ​ປະຈຸ​ບັນ, ​ແຫຼ່ງບຸກຄະລາ​ກອນ​ການທ່ອງທ່ຽວທີ່​ເຕົ້າ​ໂຮມ​ຫຼາຍ​ທີ່​ສຸດ ​ແລະ​ມີ​ຄຸນ​ນະພາ​ບສູງ​ທີ່​ສຸດ​ ແມ່ນ​ຢູ່​ຕົວ​ເມືອງ​ໃຫຍ່​ແລະ​ໃນ​ທ້ອງ​ຖິ່ນ​ຊາຍ​ຝັ່ງ​ທະ​ເລ. ​ນີ້ກໍ່​ແມ່ນ​ເຂດທີ່​ມີ​ຫຼາຍ​ພື້ນຖານ​ການທ່ອງທ່ຽວ​ລະດັບ​ສູງ. ດັ່ງ​ນັ້ນ, ​ແຫຼ່ງບຸກ​ຄະລາ​ກອນ​ການທ່ອງທ່ຽວ​ຢູ່​ບັນດາ​ແຂວງ​ຊາຍ​ຝັ່ງ​ທະ​ເລ ທັງ​ມີ​ເງື່ອນ​ໄຂ​ຍົກ​ສູງ​ຄວາມ​ສາມາດ, ທັງ​ຕ້ອງ​ແມ່ນ​ກຳລັງ​ທີ່​ນຳ​ໜ້າ​ທາງ​ດ້ານ​ຄຸນ​ນະພາ​ບ​ແຫຼ່ງບຸກຄະລາ​ກອນ, ສ້າງຄຸນ​ນະພາ​ບທົ່ວ​​ໄປ ​ແລະ​ລະດັບ​ສາກົນ​ໃຫ້ການ​ທ່ອງ​ທ່ຽວ​ຫວຽດນາມ.

ຄ, ວຽກ​ງານ​ການ​ຄຸ້ມ​ຄອງ​ແລະຍົກ​ສູງ​ຄວາມ​ສາມາດ​ຂອງ​ຈຸດໝາຍ​ປາຍທາງ​ຕ້ອງ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່. ​ເພື່ອ​ສ້າງ​ເຄື່ອງໝາຍ​ທີ່​ດີ​ກ່ຽວ​ກັບ​ການທ່ອງທ່ຽວ​ທະ​ເລ, ບັນດາ​ສະຖານທີ່​ທ່ອງ​ທ່ຽວ​ທາງ​ທະ​ເລ​ຕ້ອງ​ເປັນ​ຈຸດໝາຍ​ປາຍທາງ​ທີ່​ໜ້າ​ສົນ​ໃຈ, ປອດ​ໄພ, ​ເປັນ​ມິດ,​ ເປັນ​ລະບຽບລຽບລ້ອຍ, ຮັບປະກັນ​ສຸກຂະ​ອານາ​ໄມ​ສິ່ງ​ແວດ​ລ້ອມ. ນີ້​ແມ່ນ​ຄວາມ​ຮັບຜິດຊອບ​ຂອງ​ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ​ ໃນ​ການ​ຮັບປະກັນ​ສະພາບ​ແວດ​ລ້ອມ​ການທ່ອງທ່ຽວ ​ແລະ​ສ້າງຮູບ​ພາບ​ສະຖານ​ທີ່​ທ່ອງ​ທ່ຽວ. ຄວນ​ໃຊ້ຫຼັກ​ປະຕິບັດ​ໃນ​ກິດຈະກຳ​ການທ່ອງທ່ຽວ​ໃນ​ແຕ່ລະ​ຈຸດໝາຍ​ປາຍ​ທາງ. ບັນດາ​ພື້ນຖານ​ແລະ​ສະ​ຖາ​ບັນ​ຊຸມ​ຊົນ, ບໍລິການ​ທີ່​ກ່ຽວຂ້ອງ​ເພື່ອ​ຕອບ​ສະໜອງ​ຄວາມ​ຕ້ອງການ​ຂອງ​ນັກ​ທ່ອງ​ທ່ຽວ​ຈະ​ຕ້ອງ​ໄດ້​ມາດຕະຖານ.

ງ, ສົ່ງ​ເສີມ​​ໃຫ້ວິ​ສາ​ຫະກິດ​ແລະ​ນັກ​ລົງທຶນພັດທະນາ​ກິດ​ຈະກຳ​ການທ່ອງທ່ຽວທະ​ເລ​ທີ່ຫຼາກ​ຫຼາຍ ອີງ​ໃສ່ທິດ​ທາງຂອງ​ການວາງ​ແຜນການ​ພັດທະນາ ​ເພື່ອ​ໃຫ້​ມີ​ຜະລິດ​ຕະພັນ​ແລະ​ບໍລິການ​ການທ່ອງທ່ຽວ​ທາງ​ທະ​ເລ​ທີ່​ຫຼາກຫຼາຍ. ການ​ພັດທະນາສອດຄ່ອງ​ກັບ​ແຜນ​ແມ່​ບົດ​ແລະ​ລັກສະນະຊັບພະ​ຍາກ​ອນ​ໃນ​ແຕ່​ລະ​ພື້ນ​ທີ່​ ກ່ຽວ​ກັບການທ່ອງທ່ຽວ​ພັກຜ່ອນຣີສອດ​ທະ​ເລ, ການທ່ອງທ່ຽວ​ກິລາ​ທະ​ເລ, ການທ່ອງທ່ຽວ​ທ່ຽວ​ຊົມ​ທິວ​ທັດ​ທະ​ເລ, ການທ່ອງທ່ຽວ​​ນິ​ເວດທະ​ເລ... ສົ່ງ​ເສີມ​ການ​ພັດທະນາ​ຜະລິດ​ຕະພັນ​ທີ່​ມີ​ຄຸນ​ນະພາ​ບສູງ, ຮັບປະກັນ​ເງື່ອນ​ໄຂ​ແລະ​ຂໍ້​ກຳນົດ​ກ່ຽວ​ກັບການຮັກສາ​ສິ່ງ​ແວດ​ລ້ອມ ​ແລະ​ການ​ພັດທະນາ​ທີ່​ຍືນ​ຍົງ.

ຈ, ​ເພີ່ມ​ທະວີ​ວຽກ​ງານ​ການ​ສົ່ງ​ເສີມ, ສ້າງ​ຮູບ​ພາບ ​ແລະ​ກຳນົດ​ຕຳ​ແໜງ່​ເຄື່ອງໝາຍ​ການທ່ອງທ່ຽວ​ທາງ​ທະ​ເລ. ການ​ເຄື່ອນ​ໄຫວ​ນີ້​ບໍ່​ພຽງ​ແຕ່​ໂຄສະນາ​ເຜີຍ​ແຜ່​ຢ່າງ​ກວ້າງຂວາງ​ໃນ​ເພື່ອນ​ມິດສາ​ກົນ​ ກ່ຽວ​ກັບຮູບ​ພາບ, ​ເຄື່​ອງໝາຍ​ການທ່ອງທ່ຽວ​ທາງທະ​ເລ​ຫວຽດນາມ, ທະ​ເລ​ແຫ່ງ​ຊາດ​ຫວຽດນາມ​ເທົ່າ​ນັ້ນ ​ແຕ່​ຍັງ​ສ້າງ​ຄວາມ​ໝັ້ນ​ໃຈເຊື່ອ​ຖື​ໃນ​ປະຊາຊົນ, ​ໃນ​ຊຸມ​ຊົນ​ສັງຄົມ​ ກ່ຽວ​ກັບທ່າ​ແຮງ​ການ​ພັດທະນາ​ການທ່ອງທ່ຽວ​ທະ​ເລ​ຂອງ​ຫວຽດນາມ, ຄວາມ​ເຂັ້ມ​ແຂງ​ພາຍ​ໃນ​ຂອງ​ປະ​ເທດ​ຊາດ​ທີ່​​ແຂງ​ແຮງ​ທາງ​ດ້ານ​ທະ​ເລ ​ແລະສ້າງ​ຄວາມ​ຮັ່ງມີ​ຈາກ​ທະ​ເລ, ພ້ອມ​ກັນ​ນັ້ນ​ກໍ່​ຮັບ​ໃຊ້​ຄວາມ​ຕ້ອງ​ການ​ພັກຜ່ອນ​ແລະ​ຄວາມ​ເພີດ​ເພີນ​ລ່າ​ເລີງ​ຂອງ​ປະຊາຊົນ​ທົ່ວ​ປະ​ເທດ.

ທະ​ເລ, ​ເກາະ ​ແລະ​ເຂດ​ຊາຍ​ຝັ່ງ​ທະ​ເລ​ຂອງ​ຫວຽດນາມມີຊັບພະຍາ​ການ​ທີ່​ມີ​ຄ່າຢ່າງຫຼວງຫຼາຍ ຕ້ອງ​ໄດ້​ຮັບ​ການ​ຂຸດ​ຄົ້ນ, ນຳ​ໃຊ້​ຢ່າງ​ສົມ​ເຫດ​ສົມ​ຜົນ​ແລະ​ຍືນ​ຍົງ. ການທ່ອງທ່ຽວ​ແມ່ນ​ຂະ​ແໜງ​ການ​ເສດຖະກິດ​ປາຍ​ແຫຼ​ງ, ຂະ​ແໜງອຸດ​ສະຫະ​ກຳ​ໄຮ້​ຄວັນ, ຕ້ອງ​ໄດ້​ຮັບ​ການ​ກຳນົດ​ທິດ​ທາງ​ການ​ພັດທະນ​ເພື່ອຢືນຢັນ​ບົດບາດ​ຂອງ​ເສົາ​ຄ້ຳ, ຊຸກຍູ້​ການ​ພັດທະນາ​ເສດຖະກິດ​ທະ​ເລ, ດຶງ​ດູດ​ການ​ພັດທະນຂອງ​ບັນດາ​ຂະ​ແໜງ​ການ​ແລະຂົງ​ເຂດ​ທີ່​ກ່ຽວຂ້ອງ, ຢືນຢັນ​ອະທິປະ​ໄຕ, ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ, ກຳນົດ​ຕຳ​ແໜ່​ງຂອງ​ປະ​ເທດ​ທີ່​ເຂັ້ມ​ແຂງ​ທາງ​ດ້ານ​ທະ​ເລ, ປະຕິບັດ​ມະຕິ​ເລກທີ 36-NQ/TW, ວັນ​ທີ 22 ຕຸລາ 2018, ຂອງ​ກອງ​ປະຊຸມ​ສູນ​ກາງ​ພັກຄັ້ງ​ທີ 8 ສະ​ໄໝ​ທີ XII ວ່າ​ດ້ວຍ “​ຍຸດ​ທະ​ສາດ​ການ​ພັດທະນາ​ເສດຖະກິດ​ທະ​ເລ​ຫວຽດນາມ​ແບບ​ຍືນ​ຍົງ​ຮອດ​ປີ 2030, ວິ​ໄສ​ທັດ​ຮອດ​ປີ 2045” ຢ່າງ​ສຳ​ເລັດ​ມີ​ໄຊ./.

​ໂດຍ ​ໂງ​ຮ່ວາງ​ຈູງ

ຮອງ​ຜູ້ອຳນວຍການ​ໃຫຍ່​ຂອງ​ກົມ​ການທ່ອງທ່ຽວ​ແຫ່ງ​ຊາດ​ຫວຽດນາມ

--------------------------------------

ບົດ​ນີ້​ໄດ້​ລົງ​ພິມ​ໃນ​ວາລະສານ​ກອມ​ມູນິດ​ ສະບັບ​ທີ 920 (​ເດືອນ​ມິຖຸນາ 2019)

Other Stories

ບົດທີ່ມີຜູ້ອ່ານຫລາຍສຸດ

ບົດໃໝ່ສຸດ