ວັນສຸກ, 24/1/2020
ບູລະນະລະບົບນະໂຍບາຍພາສີ ເພື່ອປັບໂຄງປະກອບລາຍຮັບງົບປະມານແບບຍືນຍົງ
19/12/2019 10:17' ສົ່ງ ພິມ
ພາບປະກອບ (ພາບ: tapchitaichinh.vn)

ຂະ​ບວນການ​ກໍ່ສ້າງ​ແລະ​ປັບປຸງ​ບູລະນະ ລະບົບນະໂຍບາຍພາສີ ໃນຊຸມປີທີ່ຜ່ານມາ

​ແຫຼ່ງລາຍ​ຮັບ​ທີ່​ໝັ້ນຄົງຍືນ​ຍົງ ມີ​ຄວາມ​ສຳຄັນ​​ເປັນພິ​ເສດຕໍ່​ການ​ເງິນ​ແຫ່ງ​ຊາດ ​ແລະ ຄວາມ​ໝັ້ນຄົງ​ດ້ານ​ເສດຖະກິດ​ມະຫາ​ພາກຂອງ​ປະ​ເທດ. ​ໃນແຫຼ່ງລາຍ​ຮັບຂອງ​ເກືອບ​ທຸກ​ປະ​ເທດ, ພາສີ​ແມ່ນ​ແຫຼ່ງລາຍ​ຮັບ​ທີ່​ສຳຄັນ ຕົ້ນຕໍ. ນັບ​ແຕ່​ເມື່ອ​ປະຕິບັດ​ນະ​ໂຍບາຍ​ປ່ຽນ​ແປງ​ໃໝ່​ເສດຖະກິດ (ປີ 1986), ພ້ອມ​ກັນ​ກັບ​ບັນດາ​ນະ​ໂຍບາຍ​ການປະຕິ​ຮູບ​ເສດຖະກິດ​ໂດຍ​ລວມ​ໃນ​ແຕ່ລະ​ໄລຍະ, ລະບົບພາສີກໍ່ໄດ້ຮັບການເພີ່ມເຕີມ ແລະປັບປຸງບູລະນະ ຢ່າງບໍ່ຢຸດຢັ້ ​​ເພື່ອໃຫ້​ສອດ​ຄ່ອງ​ກັບສະ​ຖາ​ບັນ​ທາງ​ເສດຖະກິດ ​ແລະ ມຸ່ງ​ໄປ​ສູ່​ເປົ້າ​ໝາຍ​ການ​ພັດທະນາ​ແບບ​ຍືນ​ຍົງ, ສະ​ແດງ​ອອກ​ຜ່ານ​ມາ​ຕະການ​ພື້ນຖານ​ເຊັ່ນ: 1- ປະກອບສ່ວນ​ຊຸກຍູ້​ການ​ພັດທະນາ​ການ​ຜະ​ລິດ​ແລະທຸລະ​ກິດ​, ສົ່ງ​ເສີມ​ການ​ລົງທຶນ, ສົ່ງ​ເສີມ​ການ​ສົ່ງ​ອອກ, ສົ່ງ​ເສີມ​ການ​ປ່ຽນ​ແປງ​ໃໝ່​ເຕັກ​ໂນ​ໂລ​ຊີ, ຈາກ​ນັ້ນ ບຳລຸງ​ລ້ຽງ​ແລະ​ເສີມ​ສ້າງ​ລາຍ​ໄດ້​ໄລຍະ​ຍາວ ​ເພື່ອ​ຮັບ​ໃຊ້ກັບຄືນ​ໃຫ້​ຄວາມ​ຕ້ອງການ​ໃຊ້​ຈ່າຍຂອງ​ລັດ; 2- ສອດຄ່ອງກັບ​ແນວ​ປະຕິບັດ​ສາກົນ, ບັນດາ​ສັນຍາ​ທະວິ​ພາຄີແລະພະຫຸ​ພາຄີ ທີ່​ຫວຽດນາມ​ໄດ້​ລົງນາມ​ແລະເຂົ້າ​ຮ່ວມ, ຄົບ​ຊຸດ​ກັບ​ລະບົບ​ກົດໝາຍ​ທີ່​ກ່ຽວຂ້ອງ; 3- ປະກອບສ່ວນ​ຮັບປະກັນ​ຄວາມຍຸດຕິ​ທຳ​ທາງ​ສັງຄົມ; 4- ຍົກ​ສູງ​ປະສິດທິ​ຜົນ​ການ​ຄຸ້ມ​ຄອງ​ຂອງ​ລັດ, ສະຕິ​ປະຕິບັດ​ຕາມ​ກົດໝາຍ, ພ້ອມ​ກັນ​ນັ້ນ ຊຸກຍູ້​ການ​ປະຕິ​ຮູບ​ລະບຽບ​ການ​ບໍລິຫານ; 5- ​ຮັບປະກັນ​ແຫຼ່ງລາຍ​ຮັບ​ທີ່​ສຳຄັນ​ແລະ​ໝັ້ນຄົງໃຫ້​ແກ່​ງົບ​ປະມານ​ແຫ່ງ​ລັດ, ​ໃນ​ນັ້ນ​ ໂຄງ​ປະກອບງົບປະມານ​ແຫ່ງລັດ​ໄດ້​ຮັບ​ການ​ປັບປຸງ​ຕາມ​ທິດທາງ​ທີ່​ດີ, ໝັ້ນຄົງ, ຍືນ​ຍົງ ​ເນື່ອງ​ຈາກ​ລາຍ​ຮັບ​ພາສີ​ຈາກ​ການ​ຜະລິດ​ທຸລະ​ກິດ​ໃນ​ປະ​ເທດຄ່ອຍໆ​ເພີ່ມ​ຂຶ້ນ ​ແລະ ນັບ​ມື້​ນັບ​ກວມ​ເອົາ​ອັດຕາ​ສ່ວນ​ທີ່​ສູງ​ ໃນ​ລາຍ​ຮັບງົບປະມານ​ລວມ​ຂອງລັດ ​ໃນ​ໄລຍະ​ເວລາ​ໜຶ່ງ; ພື້ນຖານ​ພາສີ​ໄດ້​ເປີດ​ກວ້າງ​ສອດ​ຄ່ອງ​ກັບ​ການ​ພັດທະນາ​ຂອງ​​ເສດຖະກິດ​ຕະຫຼາດກຳນົດ​ທິດ​ສັງຄົມ​ນິຍົມ...

ກ່ອນ​ໄລຍະ​ເວລາ​ການ​ປ່ຽນ​ແປງ​ໃໝ່, ພື້ນຖານ​ເສດຖະກິດດຳ​ເນີນງານ​ຕາມ​ກົນ​ໄກ​ຫັນ​ເປັນແຜນການ​ລວມສູນ ​ເກື້ອກູນ​ອຸດ​ໜູນ, ລາຍ​ຮັບ​ງົບປະມານ​ຂອງ​ລັດ​ສ່ວນ​ຫຼາຍ​ແມ່ນ​ມາ​ຈາກ​ເສດຖະກິດ​ຂອງ​ລັດ (ກວມ​ເອົາ 90% ຂອງ​ລາຍ​ຮັບ​ທັງ​ໝົດ), ພາສີ​ອາກອນ​ພຽງ​ແຕ່​ນຳ​ໃຊ້​ກັບ​ພາກ​ເສດຖະກິດ​ທີ່​ບໍ່​ແມ່ນ​ຂອງ​ລັດ​ເທົ່າ​ນັ້ນ ເຊິ່ງ​ໃນ​ບາງຮູບ​ແບບ​ເຊັ່ນ ພາສີ​ອຸດສາຫະກຳ​ການ​ຄ້າ, ພາສີ​ສິນຄ້າ, ພາສີ​ກະສິກຳ, ອາກອນ​ໃບ​ອະນຸຍາດ... ລາຍ​ຮັບ​ຈາກ​ພາສີ​ອາກອນຍັງ​ຈຳກັດ ​ແລະ ບົດບາດ​ໃນ​ການ​ຄຸ້ມ​ຄອງ​ດັດສົມ​ເສດ​ຖະກິດ​ມະຫາ​ພາກ ຖືກ​ຈຳກັດ.

​ໄລຍະ​ແຕ່​ປີ 1990 ​ເຖິງ​ປີ 2000, ຫວຽດນາມ​ກ້າວ​ເຂົ້າ​ສູ່​ການ​ກໍ່ສ້າງ​ພື້ນຖານ​ເສດຖະກິດ​ສິນຄ້າ​ຫຼາຍ​ພາກສ່ວນ, ​ເຄື່ອນ​ໄຫວ​ຕາມ​ກົນ​ໄກ​ຕະຫຼາດ ມີ​ການ​ຄຸ້ມ​ຄອງ​ຂອງ​ລັດ. ຕາມ​ນັ້ນ, ​ເພື່ອ​ໃຫ້​ສອດຄ່ອງ​ກັບ​ສະ​ຖາ​ບັນ​ລະບຽບ​ການ​ເສດຖະກິດ​ໃໝ່, ລະບົບ​ພາສີ​ໃນ​ໄລຍະ​ນີ້ ​ໄດ້​ດຳ​ເນີນ​ການ​ປະຕິ​ຮູບ 2 ຂັ້ນ​ຕອນ​ທີ່​ສຳຄັນ​ແລະມີ​ລັກສະນະ​​ເປັນບາດ​ລ້ຽວ, ຄື: ​ໄລຍະ​ແຕ່​ປີ 1990 ເຖິງປີ 1995, ສະພາບ​ເສດຖະກິດ-ສັງຄົມ​ໃນ​ປະ​ເທດ​ແລະ​ໃນ​ໂລກມີ​ການ​ປ່ຽນ​ແປງ​ຫຼາຍ​ຢ່າງ, ຂະ​ແໜງ​ການ​ເງິນກ້າວ​ເຂົ້າ​ສູ່ການ​ປະຕິ​ຮູບ​ພາສີ​ອາກອນ​ຂັ້ນ​ຕອນ​ທີ I, ລະບົບ​ພາສີທີ່​ອອກ​ໃໝ່​ແມ່ນ​ຂ້ອນ​ຂ້າງ​ສົມບູນ​ດ້ວຍ 9 ພາສີ​ພື້ນຖານ (ພາສີ​ການ​ຂາຍ; ພາສີ​ຊົມ​ໃຊ້​ພິ​ເສດ; ພາສີ​ກຳ​ໄລ; ພາສີສົ່ງ​ອອກ, ພາສີນຳ​ເຂົ້າ; ພາສີການ​ໃຊ້​ທີ່​ດິນ​ເພື່ອ​ກະສິກຳ; ພາສີການ​ໂອນ​ສິດທິນຳ​ໃຊ້​ທີ່​ດິນ; ພາສີ​ຊັບພະຍາກອນ; ພາສີ​​ເງິນ​ໄດ້​ສຳລັບ​ຜູ້​ມີ​ລາຍ​ໄດ້​ສູງ; ພາສີ​ໂຮງ​ເຮືອນ​ແລະ​ທີ່​ດິນ) ສອດ​ຄ່ອງ​ກັບ​ຂະ​ບວນການຫັນປ່ຽນ​ເສດຖະກິດ ຈາກ​ການ​ດຳ​ເນີນ​ງານ​ພາຍ​ໃຕ້​ກົນ​ໄກ​ຫັນ​ເປັນ​ແຜນການ​ລວມສູນ ອຸດ​ໜູນ​ເກື້ອກູນ ​ໄປ​ເປັນ​ເສດຖະກິດ 5 ພາກສ່ວນ ​ໃນ​ນັ້ນ​ພາກສ່ວນ​ເສດຖະກິດ​ຂອງ​ລັດ​ຖື​ບົດບາດ​ເປັນ​ເຈົ້າ​ນຳພາ ແລະຜ່ານ​ສິ່ງ​ດັ່ງກ່າວ​ ສ້າງ​ຂອບ​ກົດໝາຍ​ໃຫ້​ແກ່​ການ​ເຄື່ອນ​ໄຫວ​ ຂອງ​ພື້ນຖານເສດຖະກິດ ​ແລະ ການຄັງ​ແຫ່ງ​ຊາດ, ສ້າງ​ພື້ນ​ຖານ​ເບື້ອງ​ຕົ້ນ​ໃຫ້​ແກ່​ລະບົບ​ນະ​ໂຍບາຍ​ພາສີຂອງ​ຫວຽດນາມ. ​ໃນ​ໄລຍະ​ແຕ່​ປີ 1996 ເຖິງປີ 2000, ຫວຽດນາມ​ໄດ້​ກະກຽມ​ແລະ​ເຂົ້າ​ຮ່ວມ​ບັນດາ​ສັນຍາ​ການ​ຄ້າ​ສາກົນ, ​ເລີ່​ມຕົ້ນ​ແມ່ນ ​ເຂົ້າ​ຮ່ວມ​ເຂດ​ການ​ຄ້າ​ເສລີ ອາ​ຊຽນ ດ້ວຍ​ການ​​ດຳ​ເນີນ​ການ​ລົດ​ພາສີ​ຂອງ 98% ປະ​ເພດພາສີ​ນຳ​ເຂົ້າ​ທັງ​ໝົດ ​ລົງ​ເປັນ 0% - 5% ສຳລັບ​ປະ​ເທດ​ສະມາຊິກ​ອາ​ຊຽນ. ປີ 1997, ວິກິດ​ການ​ທາງ​ການ​ເງິນ​ໃນ​ອາຊີ​ເກີດ​ຂຶ້ນ ​ໄດ້​ສົ່ງ​ຜົນ​ກະທົບ​ທີ່​ແນ່ນອນ​ເຖິງ​ເສດຖະກິດ​ຫວຽດນາມ, ​ເຖິງ​ວ່າ​ລະດັບ​ການ​ເຊື່ອມ​ໂຍງ​ແລະ​ລະດັບ​ການ​ພັດທະນາ​ເສດຖະກິດ​ຂອງ​ຫວຽດນາມຍັງ​ຕ່ຳ​ກໍ່ຕາມ. ​ເພື່ອ​ປະຕິບັດ​ແນວທາງ​ການ​ປ່ຽນ​ແປງ​ໃໝ່​ຢ່າງຮອບດ້ານ​ຂອງ​ພັກ, ​ໃນນັ້ນ​ມີ​ນະ​ໂຍບາຍ​ການ​ຮ່ວມ​ມື​ເສດຖະກິດ​ກັບ​ຕ່າງປະ​ເທດ ​ເພື່ອປະກອບສ່ວນ​ຍົກ​ສູງ​ຄວາມ​ສາມາດ​ແຂ່ງຂັນ, ກຳລັງ​ການ​ຜະລິດ, ຄວາ​ມສາມາດ​ສົ່ງ​ອອດ​ແລະ​ປະສິດທິ​ຜົນ​ການ​ພັດທະນາ​ເສດຖະກິດ, ຕອບ​ສະໜອງ​ຄວາມ​ຕ້ອງການ​ຫັນ​ເປັນ​ອຸດສາຫະກຳ ທັ​ນ​ສະ​ໄໝ, ຫວຽດນາມ​​ເລີ່​ມເຈລະຈາສັນຍາ​ພາສີ​ສາກົນ​ກັບ​ຕ່າງປະ​ເທດ​ເຊັ່ນ ​ເຊັນ​ສັນຍາ​ວ່າ​ດ້ວຍ​ການ​ຫຼີກ​ລ້ຽງການ​ເກັບ​ພາສີ​ສອງ​ຄັ້ງ, ພ້ອມ​ກັນ​ນັ້ນ​ກໍ່ດຳ​ເນີນການ​ປະຕິ​ຮູບ​ພາສີ​ຂັ້ນ​ຕອນ​ທີ​ II. ລະບົບນະ​ໂຍບາຍ​ພາສີສືບ​ຕໍ່​ໄດ້​ຮັບ​ການ​ປ່ຽນ​ແປງ​ໃໝ່ ​ໂດຍ​ຜ່ານ​ການ​ກໍ່ສ້າງພາສີ​ບາງ​ປະ​ເພດ​ທີ່​ກ້າວໜ້າ ສອດຄ່ອງ​ກັບ​ການ​ພັດທະນາທີ່​ຫຼາກ​ຫຼາຍ​ຂອງການ​ເຄື່ອນ​ໄຫວ​ເສດຖະກິດຕາມ​ກົນ​ໄກ​ຕະຫຼາດ, ພ້ອມ​ກັນ​ນັ້ນ​ກໍ່ຂະຫຍາຍ​ພື້ນຖານ​ພາສີ. ນັ້ນ​ແມ່ນ, ປ່ຽນ​ຈາກ​ພາສີ​ການ​ຂາຍ​ເປັນ​ພາສີ​ມູນ​ຄ່າ​ເພີ່ມ ​ແລະ ປ່ຽນ​ພາສີ​ກຳ​ໄລ​ເປັນ​ພາສີລາຍ​ໄດ້​​ບໍລິສັດ; ລົບ​ລ້າງ​ພາສີ​ການ​ໂອນ​ກຳ​ໄລ​ໄປ​ຕ່າງປະ​ເທດ ​ແລະ ພາສີ​ຂ້າ​ສັດ ​ເພື່ອຄ່ອຍໆເຂົ້າ​ໃກ້​ກັບ​ແນວ​ປະຕິບັດ​ສາກົນ​ແລະ​ພາກ​ພື້ນ;...

ຜ່ານ 2 ຂັ້ນ​ຕອນ​ແຫ່ງ​ການ​ປະຕິ​ຮູບ​ທຳ​ອິດ​ນັ້ນ, ບັນດາ​ເນື້ອ​​ໃນ​ໃໝ່​ໃນ​ນະ​ໂຍບາຍ​ພາສີ​ໄດ້ປະກອບສ່ວນ​ກໍ່ສ້າງສະພາບ​ແວດ​ລ້ອມ​ການ​ລົງທຶນ, ການ​ຜະລິດ ທຸລະ​ກິດ ທີ່​ສະດວກ​ດີກ​ວ່າ, ສອດຄ່ອງ​ເໝາະ​ສົມ​ກວ່າ​ ກັບ​ຂະ​ບວນການ​ຫັນ​ເປັນ​ອຸດສາຫະກຳ ທັນ​ສະ​ໄໝ ​ແລະ​ ກັບ​ພື້ນຖານ​​ເສດຖະກິດ​ຕະຫຼາດກຳນົດ​ທິດສັງຄົມ​ນິຍົມ, ​ເຊັ່ນ ສິນຄ້າ​ສົ່ງ​ອອກມີ​ສິດ​ໄດ້​​ຄືນ​ພາສີ​ມູນ​ຄ່າ​ເພີ່ມ ​ເຊິ່ງ​ໄດ້​ສົ່ງ​ເສີມ​ການ​ຫັນ​ເປັນ​ວິຊາ​ສະ​ເພາະ, ການ​ຮ່ວມ​ມື​ຜະລິດ, ​ເພີ່ມ​ສະມັດ​ຕະພາບ ຄຸນ​ນະພາ​ບ​ແລະ​ປະສິດທິ​ຜົນ, ສົ່ງ​ເສີມ​ການ​ສົ່ງ​ອອກ, ປະກອບສ່ວນ​ເຂົ້າ​ໃນ​ການ​ແຂ່ງຂັນທີ່​ຍຸດຕິ​ທຳ ລະຫວ່າງ​ສິນຄ້າຜະລິດ​ໃນ​ປະ​ເທດ ກັບສິນຄ້າ​ນຳ​ເຂົ້າ; ພາສີ​ຊົມ​ໃຊ້​ພິ​ເສດມີ​ຄຸນ​ປະ​ໂຫຍ​ດ​ ໃນ​ການ​ແນະນຳ​ການ​ຜະລິດ ​ແລະ ການບໍລິ​ໂພ​ກສິນຄ້າ​ແລະ​ບໍລິການ​ສະ​ເພາະ ຕາມ​ທິດ​ທາງ​ຂອງ​ລັດ; ພາສີ​ສົ່ງ​ອອກ, ພາສີ​ນຳ​ເຂົ້າ ບົນ​ຫຼັກການ​ບຸລິມະສິດ​ການ​ຜະລິດ, ບຸລິມະສິດ​ການ​ປຸງ​ແຕ່ງ​ເລິກ ປະກອບສ່ວນ​ສົ່ງ​ເສີມຊຸກຍູ້ການ​ຜະລິດຢູ່​ໃນ​ປະ​ເທດ ​​ເພື່ອ​ແນ​ໃສ່​ດຶງ​ດູດ​ແຮງ​ງານ, ​ແກ້​ໄຂ​ວຽກ​ເຮັດ​ງານ​ທຳ​ແລະລາຍ​ຮັບ​ລາຍ​ໄດ້​ໃຫ້​ສັງຄົມ; ພາສີ​ຊັບພະຍາກອນ ​ປະກອບສ່ວນ​ແນະນຳການ​ໃຊ້​ຊັບພະຍາກອນ​ຢ່າງ​ປະຢັດ​ແລະ​ມີ​ປະສິດທິ​ຜົນ, ຈຳກັດ​ມົນ​ລະ​ພິດ​ສິ່ງ​ແວດ​ລ້ອມ ​ແລະ​ ປົກ​ປັກ​ຮັກສາ​ຊັບພະຍາກອນ​ທຳ​ມະ​ຊາດ; ການ​ປະກາດ​ໃຊ້​ລັດຖະບັນຍັດ​ວ່າ​ດ້ວຍ​ຄ່າ​ບໍລິການ​ແລະ​ຄ່າ​ທຳ​ນຽມ ​ໄດ້​ປະກອບສ່ວນ​ນຳ​ໄປ​ສູ່​ມາດຕະຖານ​ຂອງ​ຂັ້ນ​ຕອນ​ການ​ບໍລິຫານ ​ໃນ​ທຸກ​ຂົງ​ເຂດ​ຂອງ​ຊີວິດ​ເສດຖະກິດ, ສັງຄົມ.

​ໄລຍະ​ແຕ່​ປີ 2001 ​ເຖິງ​ປີ 2010, ​ເສດຖະກິດ​ມີ​ການ​ພັດທະນາ, ພິ​ເສດ​ແມ່ນ​ການ​ກະກຽມ​ແລະ​ເຂົ້າ​ຮ່ວມ​ອົງການ​ການ​ຄ້າ​ໂລກ (WTO) ​ແລະ ​ກາຍ​ເປັນສະມາຊິກ​ຂອງ WTO ຢ່າງ​ເປັນ​ທາງ​ການ ​​ແຕ່​ວັນ​ທີ 11-1-2007, ການ​ປະຕິບັດ​ຄຳ​ໝັ້ນ​ສັນຍາ​ສາກົນພະຫຸ​ພາຄີແລະທະວິ​ພາຄີ ​ໄດ້​ເຮັດ​ໃຫ້​ລາຍ​ຮັບ​ພາສີ​ນຳ​ເຂົ້າ​ຫຼຸດ​ລົງ​ຢ່າງ​ຫຼວງ​ຫຼາຍ. ປະຕິບັດ​ຍຸດ​ທະ​ສາດ​ການ​ປະຕິ​ຮູບ​ແລະ​ຫັນ​ເປັນ​ທັນ​ສະ​ໄໝ ຕໍ່​ລະບົບ​ພາສີ​ຫວຽດນາມ​ຮອດ​ປີ 2010 (ຂໍ້​ຕົກລົງ​ສະບັບ​ເລກທີ 201/2004/QĐ-TTg, ວັນ​ທີ 6-12-2004, ຂອງ​ນາຍົກລັດຖະມົນຕີ), ລະບົບ​ນະ​ໂຍບາຍ​ພາສີ​ໄດ້​ມີ​ບາດກ້າວ​ປະຕິ​ຮູບສຳຄັນທີ່​ສຸດ, ຮັບປະກັນ​ຄວາມ​ສົມ​ຄູ່​ກັບ​ການ​ປ່ຽນ​ແປງ​ຂອງ​ເສດຖະກິດ​ມຸ່ງ​ໄປ​ສູ່​ການ​ສົ່ງ​ອອກ, ຖື​ເອົາ​ການ​ສົ່ງ​ອອກ​ເປັນ​ກຳລັງ​ຜັດ​ດັນ​ການ​ພັດທະນາ: ລົບ​ລ້າງ​ການຈຳ​ແນ​ກການ​ປະພຶດ​ລະຫວ່າງບັນດາ​ພາກສ່ວນ​ເສດຖະກິດ (ລະຫວ່າງ​ວິ​ສາ​ຫະກິດ​ຂອງ​ລັດ ​ແລະ ວິ​ສາ​ຫະກິດ​ທີ່​ມີ​ການ​ລົງທຶນ​ໂດຍ​ກົງ​ຈາກ​ຕ່າງປະ​ເທດ (FDI), ລະຫວ່າງ​ເສດຖະກິດ​ຂອງ​ລັດ​ແລະ​ເສດຖະກິດ​ເສດຖະກິດ​ເອກະ​ຊົນ); ລົບ​ລ້າງ​ການຈຳ​ແນ​ກລະຫວ່າງ​ສິນຄ້າ​ທີ່​ຜະລິດ​ໃນ​ປະ​ເທດ ​ແລະ ສິນຄ້າ​ນຳ​ເຂົ້າ (ລົບ​ລ້າງ​ບຸລິມະສິດທາງ​ພາສີ ແນ​ໃສ່​ສົ່ງ​ເສີມ​ການ​ສົ່ງ​ອອກ​ຕາມ​ແຜນການ, ພິ​ເສດ​ແມ່ນ​ໃນ​ຂົງ​ເຂດສິ່ງ​ທໍ); ປັບ​ຂະ​ບວນການ​ຄຸ້ມ​ຄອງ​ພາສີ​​ໃຫ້​ເປັນ​ມາດຕະຖານ ຕາມ​ຫຼັກການຄິດ​ໄລ່​ພາສີດ້ວຍ​ຕົນ​ເອງ, ​ແຈ້ງ​ການ​ເສຍ​ພາສີ​ດ້ວຍ​ຕົນ​ເອງ ​ແລະ ຈ່າຍ​ພາສີ​ດ້ວຍ​ຕົນ​ເອງ, ປະຕິບັດ​ການ​ກວດກາ​ຕາມ​ຫຼັງ, ​ເປີດ​ເຜີຍ​ໂປ່​ງ​ໃສກ່ຽວ​ກັບ​ການ​ຈັດການ​ລົງ​ໂທດ​ການລະ​ເມີດ​ກົດໝາຍ​ພາສີ; ​ເປີດ​ກວ້າງ​ພື້ນຖານ​ພາສີລາຍ​ໄດ້​​ບຸກຄົນ ປະກອບສ່ວນ​ຮັບປະກັນ​ຄວາມ​ຍຸດຕິ​ທຳ​ທາງ​ສັງຄົມ; ປະກາດ​ໃຊ້​ກົດໝາຍ​ວ່າ​ດ້ວຍ​ພາສີ​ຄຸ້ມ​ຄອງ​ສິ່ງ​ແວດ​ລ້ອມ ​ເພື່ອ​ແນ​ໃສ່​ຈຳກັດ​ການ​ນຳ​ໃຊ້​ສິນຄ້າ​ທີ່​ມີ​ຜົນ​ກະທົບ​ທາງ​ລົບ​ເຖິງ​ສິ່ງ​ແວດ​ລ້ອມ; ລົບ​ລ້າງ​ອັດຕາ​ພາສີ​ມູນ​ຄ່າ​ເພີ່ມ 20% ​ເພື່ອ​ສົ່ງ​ເສີມ​ການ​ບໍລິ​ໂພ​ກ​ແລະ​ເຮັດ​ໃຫ້​ຂັ້ນ​ຕອນ​ການ​ບໍລິຫານ​ງ່າຍດາຍ; ຫຼຸດ​ອັດຕາ​ພາສີ​ລາຍ​ໄດ້​​ບໍລິສັດ ​ຈາກ 32% ລົງ​ເປັນ 28% ​ໃນ​ປີ 2004 ​ແລະ​ລົງ​ເປັນ 25% ​ໃນ​ປີ 2009 ​ເພື່ອ​ຊຸກຍູ້​ການ​ສະ​ສົມທ້ອນ​ໂຮມ​​ເງິນທຶນ, ລົງທຶນ​ຄືນ​ໃໝ່​ເຂົ້າ​ໃນ​ການ​ຜະລິດທຸລະ​ກິດ; ຈັດ​ວາງ​ການ​ບຸລິມະສິດ​ຄືນ​ໃໝ່ ​ໃຫ້ລະອຽດ, ຍົກ​ເວັ້ນຫຼຸດຜ່ອນພາສີ​ລາຍ​ໄດ້​​ບໍລິສັດ ​ເພື່ອ​ສົ່ງ​ເສີມ​ການ​ພັດທະນາ ​ແລະ ປະ​ຢຸກ​ໃຊ້​ວິທະຍາສາດ​ເຕັກ​ໂນ​ໂລ​ຊີ, ດຶງ​ດູດ​ແຮງ​ງານ ສ້າງ​ວຽກ​ເຮັດ​ງານ​ທຳ, ​ແຈກ​ຢາຍ​ກະ​ແສ​ເງິນ​ລົງທຶນ​ເຂົ້າ​ໃນບັນດາ​ຂົງ​ເຂດ​ເສດຖະກິດ - ສັງຄົມທີ່​ຫຍຸ້ງ​ຍາກ ​ແລະ ຫຍຸ້ງຍາກ​ທີ່​ສຸດ, ປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ທີ່​ສະ​ໝ່ຳສະ​ເໝີ​ກວ່າ, ຍືນ​ຍົງ​ກວ່າ; ຍົກ​ເວັ້ນພາສີ​ການ​ໃຊ້​ທີ່​ດິນ​ເພື່ອ​ກະສິກຳສຳລັບ​ຊາວ​ກະສິກອນ ​ເພື່ອບຳລຸງ​ກຳລັງ​ແຮງ​ຂອງ​ປະຊາຊົນ.

ຫຼັງຈາກ​ທີ່​ຫວຽດນາມ​ເຂົ້າ​ເປັນ​ສະມາຊິກ WTO, ວິ​ກິດ​ການ​ທາງ​ການ​ເງິນ​ທົ່ວ​ໂລກ​ເກີດ​ຂຶ້ນ ພ້ອມ​ດ້ວຍ​ການ​ພັງ​ທະລາ​ຍ​ເປັນ​ລວາດ​ຂອງ​ລະບົບ​ທະນາຄານ, ຄ່າ​ຫຼັກ​ຊັບ​ແລະ​ເງິນຕາຖືກ​ຕົກຕ່ຳໃນ​ອາ​ເມ​ລິ​ກາ​ແລະ​ບັນດາ​ປະ​ເທດທີ່​ພັດທະນາ​ແລ້ວ​ ​ໄດ້ສົ່ງ​ຜົນ​ກະທົບ​ທາງ​ລົບ​ເຖິງ​ເສດຖະກິດ​ຂອງ​ຫວຽດນາມ, ຄື ອັດຕາ​ເງິນ​ເຟີ້​ທີ່​ສູງ​ຂຶ້ນ, ຕະຫຼາດ​ຫຼັກ​ຊັບຕົກ​ລາຄາ, ຕະຫຼາດ​ອະສັງຫາລິມມະ​ຊັບຖືກ​ແຊ່​ແຂງ​ເປັນ​ເວລາ​ນານ, ອັດຕາ​ການ​ເຕີບ​ໂຕ​ເສດຖະກິດ​ສະ​ເລ່ຍຕໍ່​ປີ​ລົດ​ລົງຕ່ຳ​ກວ່າ 6% (5,68% ຕໍ່​ປີ) ​ໃນ​ຫຼາຍ​ປີ (​ແຕ່​ປີ 2008 ​ເຖິງ​ທ້າຍ​ເດືອນ​ມິຖຸນາ​ປີ 2013). ຕໍ່ໜ້າ​ສະພາບ​ການ​ນັ້ນ, ​ເພື່ອ​​ເຮັດ​​ໃຫ້​ເສດຖະກິດ​ມະຫາ​ພາກມີ​ຄວາ​ມໝັ້ນຄົງ ​ແລະ​ຄວບ​ຄຸມ​ເງິນ​ເຟີ້, ລັດ​ໄດ້​ປະກາດ​ໃຊ້​ນະ​ໂຍບາຍ​ພາສີ​ຫຼາຍ​ສະບັບ​ເຊັ່ນ ຫຼຸດຜ່ອນ 50% ພາສີ​ມູນ​ຄ່າ​ເພີ່ມ​ ສຳລັບສິນຄ້າ​ທີ່​ເປັນ​ວັດຖຸ​ດິບ​ສົ້ນ​ເຂົ້າ​ໃນ​ການ​ຜະລິດ, ຕົວຢ່າງ​ເຊັ່ນ​ ທາດ​ເຄມີ​ພື້ນຖານ, ຜະລິດ​ຕະພັນ​ກົນ​ຈັກ​ໃຊ້​ໃນ​ການ​ຜະລິດ, ​ເຫຼັກ, ​ເຫຼັກ​ກ້າ, ຊີມັງ, ​ແຜ່ນ​ແພ, ໜັງສັດ; ຫຼຸດຜ່ອນ 30% ຈຳນວນ​ພາສີ​ລາຍ​ໄດ້​ບໍລິສັດ​ທີ່​ຕ້ອງ​ເສຍ​ໃນ​ໄຕ​ມາດ​ທີ IV/2008 ​ແລະ ຈຳນວນ​ພາສີ​ລາຍ​ໄດ້​​ບໍລິສັດ​ທີ່​ຕ້ອງ​ເສຍ​ໃນປີ 2009 ສຳລັບ​ລາຍ​ໄດ້​ຈາກ​ການ​ເຄື່ອນ​ໄຫວ​ຜະລິດ​ທຸລະ​ກິດຂອງ​ວິ​ສາ​ຫະກິດ​ຂະໜາດ​ນ້ອຍ​ແລະ​ຂະໜາດ​ກາງ, ຕໍ່​ກຳນົດ​ເວລາ​ທີ່​ຈະ​ຕ້ອງ​ເສຍ​ພາສີ​ລາຍ​ໄດ້​​ບໍລິສັດ ​ສຳລັບ​ວິ​ສາ​ຫະກິດ​ເຫຼົ່າ​ນີ້;...

​ໄລຍະ​ແຕ່​ປີ 2011 ​ເຖິງ​ປີ​ນີ້, ສະພາບ​ການ​ເສດຖະກິດ​ໂລກ​ກໍ່​ຄື​ໃນ​ປະ​ເທດ​ ໄດ້​ປະ​ເຊີນ​ໜ້າ​ກັບ​ສິ່ງ​ທ້າ​ທາຍ​ຫຼາຍ​ຢ່າງ ​ແລະ ​ມີ​ການຜັນ​ປ່ຽນຢ່າງ​ສັບສົນ ​ຄາດ​ເດົາ​ຍາກ, ນັ້ນ​ແມ່ນ: ​ເສດຖະກິດ​ໂລກ​ສືບ​ຕໍ່ທົດຖອຍ, ລາຄາ​ນ້ຳມັນ​ຜັນ​ຜວນ​ສວນ​ກັນ, ວິ​ກິດ​ການ​ໜີ້​ສາທາລະນະ​ຢູ່​ຫຼາຍ​ປະ​ເທດ​ໃນ​ໂລກ ​ໄດ້​ວາງ​ຄວາມ​ຮຽກຮ້ອງ​ຕ້ອງການ​ຮັບ​ປະ​ກັນ​ຄວາມ​ປອດ​ໄພ​ທາງ​ສັງຄົມ ພ້ອມ​ກັບ​ການ​ພັດທະນາ​​ເສດຖະກິດແບບ​ຍືນ​ຍົງ; ການ​ເຊື່ອມ​ໂຍງ​ເສດຖະກິດ​ສາກົນ​ນັບ​ມື້​ນັບ​ກວ້າງຂວາງ​ເລິກ​ເຊິ່ງ ດ້ວຍ​ການ​ກະກຽມ​ແລະ​ເຂົ້າ​ຮ່ວມ​ໃນຫຼາຍ​ສັນຍາ​ການ​ຄ້າ​ພະຫຸ​ພາຄີ, ສັນຍາ​ການ​ຄ້າ​ຮຸ່ນ​ໃໝ່. ​​ໃນ​ການປະຕິບັດຍຸດ​ທະ​ສາດ​ການ​ປະຕິ​ຮູບ​ລະບົບ​ພາສີ​ໄລຍະປີ 2011-2020 (ຂໍ້​ຕົກລົງສະບັບ​ເລກທີ 732/QĐ-TTg, ວັນ​ທີ 17-5-2011, ຂອງ​ນາຍົກລັດຖະມົນຕີ); ບັນດາ​ມະຕິ​ສະບັບ​ເລກທີ 25/2016/QH14, ວັນ​ທີ 9-11-2016, ຂອງ​ສະພາ​ແຫ່ງ​ຊາດ, ກ່ຽວ​ກັບ​ແຜນການ​ການ​ເງິນ 5 ປີແຫ່ງຊາດ ແລະ ມະຕິ​ສະບັບ​ເລກທີ 07-NQ/TW, ວັນ​ທີ 18-11-2016, ຂອງ​ກົມ​ການ​ເມືອງ​ສູນ​ກາງ​ພັກ, ກ່ຽວ​ກັບ​ແຜນ​ນະ​ໂຍບາຍ, ວິທີແກ້ໄຂການຈັດວາງຄືນໃໝ່ ໂຄງປະກອບງົບປະມານຂອງລັດ, ຄວບຄຸມໜີ້ສາທາລະນະ ເພື່ອຮັບປະກັນຄວາມປອດໄພແລະຍືນຍົງ ຂອງລະບົບການເງິນແຫ່ງຊາກ ນັ້ນ, ຄຽງ​ຂ້າງ​ບັນດາ​ເນື້ອ​ໃນ​ການ​ປະຕິ​ຮູບ​ພາສີ​​ພື້ນຖານ (​ເຊັ່ນ ​ເພີ່ມ​ເຕີມ​ຂໍ້​ກຳນົດ​ໃໝ່​ກ່ຽວ​ກັບ​ພາສີ​ມູນ​ຄ່າ​ເພີ່ມ​ໃຫ້​ສອດຄ່ອງ​ກັບ​ການ​ເຄື່ອນ​ໄຫວ​ເສດຖະກິດ​ທີ່​ເກີດ​ຂຶ້ນ​ໃໝ່; ຫຼຸດຜ່ອນ​ອັດຕາ​ພາສີ​ລາຍ​ໄດ້​​ບໍລິສັດ ​ຈາກ 25% ລົງ 22% ນັບ​ແຕ່​ປີ 2014, ​​ແລະລົງ​ເປັນ 20% ນັບ​ແຕ່​ປີ 2016, ​ສະ​ເພາະສຳລັບ​ວິ​ສາ​ຫະກິດ​ຂະໜາດ​ນ້ອຍ​ແລະ​ຂະໜາດ​ກາງ ແມ່ນ​ນັບ​ແຕ່​ວັນ​ທີ 1-7-2013, ​ເພື່ອ​ຊຸກຍູ້​ການ​ສະ​ສົມທ້ອນ​ໂຮມ​ທຶນ, ສົ່ງ​ເສີມ​ການ​ສ້າງ​ຕັ້ງ​ວິ​ສາ​ຫະກິດ​ທີ່​ລົງທຶນ​ຜະລິດ​ທຸລະ​ກິດ; ສືບ​ຕໍ່​ຍົກ​ເວັ້ນພາສີ​ການ​ໃຊ້​ທີ່​ດິນ​ເພື່ອ​ກະສິກຳ​ ແນ​ໃສ່​ບຳລຸງ​ກຳລັງຊີວິດ​ຂອງ​ຊາວ​ກະສິກອນ; ຍົກ​ອັດຕາ​ພາສີ​ຂອງ​ພາສີ​ການ​ຊົ​ມ​ໃຊ້​ພິ​ເສດຂຶ້ນ ສຳລັບສິນຄ້າທີ່​ເປັນອັນຕະລາຍ​ຕໍ່​ສຸຂະ​ພາບທີ່ຈຳ​ເປັນ​ຕ້ອງ​ຈຳກັດ​ການ​ບໍລິ​ໂພ​ກ, ​ເຊັ່ນ ຢາສູບ ​ເຫຼົ້າ ​ເບຍ, ​ແກ້​ໄຂ​ລາຄາ​ທີ່​ຕ້ອງ​ເສຍພາສີສຳລັບ​ສິນຄ້ານຳ​ເຂົ້າ ເພື່ອ​ຮັບປະກັນ​ການ​ແຂ່ງຂັນ​ທີ່​ເປັນ​ທຳ ​ລະຫວ່າງ​ສິນຄ້າ​ຜະລິດ​ຢູ່​ໃນປະ​ເທດ​ແລະ​ສິນຄ້າ​ນຳ​ເຂົ້າ, ທັງ​ປະກອບສ່ວນ​ຈັດ​ວາງໂຄງ​ປະກອບ​ງົບປະມານ​ຂອງ​ລັດ​ຄືນ​ໃໝ່ ​ໃນ​ສະພາບ​ການ​ແຫຼ່ງລາຍ​ຮັບ​ຈາກ​ພາສີ​ນຳ​ເຂົ້າ​ຫຼຸດ​ລົງ;..), ຫຼາຍ​ນະ​ໂຍບາຍ​ພາສີ​ແນ​ໃສ່​ຮັບປະກັນ​ຄວາມ​ປອດ​ໄພ​ທາງ​ສັງຄົມ ​ໄດ້​ຮັບ​ການ​ປະກາດ​ໃຊ້: ນຳ​ໃຊ້​ອັດຕາ​ພາສີ​ມູນ​ຄ່າ​ເພີ່ມ 5% ສຳລັບ​ເຮືອນ​ສັງຄົມ; ປະກາດ​ໃຊ້​ຫຼາຍ​ນະ​ໂຍບາຍ​ເພື່ອຊ່ວຍ​ວິ​ສາ​ຫະກິດ​ແກ້​ໄຊ​ຄວາມ​ຫຍຸ້ງຍາກ​ເຊັ່ນ ຕໍ່​ກຳນົດ​ເວລາ​​ເສຍ​ພາສີມູນ​ຄ່າ​ເພີ່ມ ​ແລະ ພາສີ​ລາຍ​ໄດ້​​ບໍລິສັດ; ຫຼຸດຜ່ອນ​ພາສີ​ລາຍ​ໄດ້​​ບໍລິສັດສຳລັບວິສາ​ຫະກິດ​ຂະໜາດ​ນ້ອຍ​ແລະ​ຂະໜາດ​ກາງ; ຫຼຸດຜ່ອນ​ພາສີ​ມູນ​ຄ່າ​ເພີ່ມ, ພາສີ​ລາຍ​ໄດ້​​ບໍລິສັດ, ພາສີ​ລາຍ​ໄດ້​ບຸກຄົນ ສຳລັບ​ອົງການ​ຈັດ​ຕັ້ງ, ບຸກຄົນ, ຄົວ​ເຮືອນທີ່​ທຳ​ການ​ທຸລະ​ກິດ​ເຮືອນ​ພັກ, ຫ້ອງ​ພັກ ທີ່​ໃຫ້​ກຳມະກອນ ຜູ້​ອອກ​ແຮງ​ງານ ນັກ​ສຶກສາ​ເຊົ່າ; ການ​ດູ​ແລ​ລ້ຽງ​ເດັກ; ການ​ສະໜອງ​ສ່ວນ​ອາຫານ​ໃນເວລາ​ເຮັດ​ວຽກ ທີ່​ມີ​ສ່ວນ​ຮ່ວມ​ໃນ​ການ​ປະກັນ​ຄວາມ​ປອດ​ໄພ​ສັງຄົມ...

ຜົນສຳ​ເລັດ​ທີ່​ສຳຄັນ​ຈາກ​ຂະ​ບວນການ​ກໍ່ສ້າງ​ແລະ​ປະຕິ​ຮູບ​ນະ​ໂຍບາຍ​ພາສີ

ຄວາມ​ຍືນ​ຍົງ​ຂອງ​ລາຍ​ຮັບ​ງົບປະມານ​ມັກ​ຈະ​ຖືກ​ປະ​ເມີນ​ໂດຍ​ຜ່ານ​ສອງ​ມາດຕະຖານ​ຕົ້ນຕໍຄື ຂະໜາດ​ລາຍຮັບ​ແລະ​ໂຄງ​ປະກອບ​ລາຍ​ຮັບ. ຂະໜາດ​ລາຍ​ຮັບ​ທີ່​ຍືນ​ຍົງ​ ແມ່ນການ​ຕອບ​ສະໜອງ​ຄວາມ​ຕ້ອງການ​ໃນ​ການດຸ່ນ​ດ່ຽງ​ງົບປະມານ​ແຫ່ງ​ລັດ, ທັງ​ສ້າງ​ເງື່ອນ​ໄຂ​​ເພື່ອຊຸກຍູ້​ການ​ຜະລິດ, ການ​ຊົມ​ໃຊ້ ​ແລະ ບຳລຸງ​ຫຼໍ່ລ້ຽງລາຍ​ຮັບ, ບົນ​ພື້ນຖານ​ການ​ແກ້​ໄຂ​ຢ່າງ​ກົມກຽວ ຄວາມ​ພົວພັນ​ຂຶ້ນ​ຕໍ່​ກັບ​ບັນດາ​ປັດ​ໄຈ​ພາຍ​ໃນ (ວິທີການ​ອອກແບບ​ລະບົບ​ພາສີ, ພື້ນຖານ​ຄິດ​ໄລ່​ພາສີ, ອັດຕາ​ພາສີ ​ແລະ ປະສິດທິ​ຜົນ​ຂອງ​ວຽກ​ງານການຈັດ​ຕັ້ງ​ເກັບ​ພາສີ) ​ແລະ ບັນດາ​ປັດ​ໄຈ​ພາຍ​ນອກ (ລະດັບ​ການ​ພັດທະນາ​ແລະ​ລະດັບ​ການ​ເປີດ​ປະຕູ​ເສດຖະກິດ, ​ໂຄງ​ປະກອບ​ບັນດາ​ຂະ​ແໜງ​ເສດຖະກິດ, ສຸຂະພາບ​ຂອງ​ວິ​ສາ​ຫະກິດ, ລັກສະນະ​ເປັນ​ເອກະ​ພາບ​ແລະຄົບ​ຊຸດທາງ​ດ້ານ​ສະ​ຖາ​ບັນ​ລະບຽບ​ກົດໝ​າຍ...). ​ໂຄງ​ປະກອບ​ລາຍ​ຮັບ​ທີ່​ຍືນ​ຍົງ​ຕ້ອງ​ອີງ​ໃສ່​ແຫຼ່ງລາຍ​ຮັບ​ຈາກການ​ເຄື່ອນ​ໄຫວ​ຜະລິດ​ທຸລະ​ກິດ ​ແລະ ຊົມ​ໃຊ້​ບໍລິ​ໂພ​ກພາຍ​ໃນ​ປະ​ເທດ​ ເປັນ​ພື້ນຖານ; ຮັບປະກັນ​ຄວາມ​ສົມດຸນ​ລະຫວ່າງພາສີ​ທາງ​ອ້ອມ (​ເກັບ​ພາສີ​ຈາກ​ການ​ບໍລິ​ໂພ​ກ), ພາສີ​ໂດຍ​ກົງ (​ເກັບ​ພາສີ​ຈາກ​ລາຍ​ໄດ້) ​ແລະ ພາສີ​ທີ່​ເກັບ​ຈາກ​ຊັບ​ສິນ; ຈຳກັດ​ຫຼຸດຜ່ອນ​ການ​ເອື່ອຍອີງ​ໃສ່​ລາຍ​ຮັບທີ່​ຖືກ​ຜົນ​ກະທົບ​ຈາກ​ປັດ​ໄຈ​ຕ່າງປະ​ເທດ, ລາຍ​ຮັບທີ່​ບໍ່​ເປັນ​ປົກກະຕິ.

ຄວາມ​ເປັນ​ຈິງ​ຂອງ​ຂະ​ບວນການ​ປະຕິ​ຮູບ​ລະບົບ​ນະ​ໂຍບາຍພາສີ​ໃນ​ເວລາ​ທີ່​ຜ່ານ​ມາ ສະ​ແດງ​ໃຫ້​ເຫັນ​ຜົນ​ໄດ້​ຮັບ​ໃນ​ທາງ​ບວກ​ຕໍ່​ລາຍ​ຮັບ​ທີ່​ຍືນ​ຍົງ ໝັ້ນຄົງ: ຂະໜາດ​ລາຍ​ຮັບ​ງົບປະມານ​ແຫ່ງ​ລັດຈາກ​ພາສີ​ ໄດ້​ຮັບ​ການ​ເປີດ​ກວ້າງ​ຂະຫຍາຍຕົວ, ​ໂຄງ​ປະກອບ​ລາຍ​ຮັບ​ໄດ້​ມີ​ການ​ປ່ຽນ​ແປງ​ແລະ​ພວມ​ມີ​ການ​ປ່ຽນ​ແປງ​ໄປ​ຕາມ​ທິດ​ເພີ່ມ​ສ່ວນ​ແບ່ງ​ຈາກ​ລາຍ​ຮັບ​ພາຍ​ໃນ, ຈາກ​ກິດຈະກຳ​ການ​ຜະ​ລິດ​​ແລະທຸລະ​ກິດ.

​ໃນ​ໄລຍະ​​ເລີ່​ມຕົ້ນພາລະກິດ​ການ​ປ່ຽນ​ແປງ​ໃໝ່ (1986-1990), ຂະໜາດ​ຂອງ​ລາຍ​ຮັບ​ພາສີ​ສະ​ເລ່ຍກວມ​​ເອົາ 75,6% ຂອງ​ລາຍ​ຮັບ​ງົບປະມານ​ທັງ​ໝົດ ​ແລະ ​ເທົ່າ​ກັບ 14,2% ຂອງ ຈິ​ດີ​ພີ (ປີ 1990, ຂະໜາດ​ຂອງ ຈີ​ດີ​ພິ ​ແມ່ນ 6,4 ຕື້​ໂດ​ລາ​ສະຫະລັດ), ​ໃນ​ນັ້ນ​ລາຍ​ຮັບ​ຈາກ​ພາກສ່ວນ​ເສດຖະກິດ​ຂອງ​ລັດ​ເປັນ​ສ່ວນ​ໃຫຍ່, ກວມ​ເອົາ 64,2%, ລາຍ​ຮັບ​ຈາກ​ເສດຖະກິດ​ນອກ​ພາກ​ລັດ​ກວມ​ເອົາ 19,6%; ລາຍ​ຮັບ​ອື່ນ​ກວມ 16,2%.

ພາຍຫຼັງ​ການ​ປະຕິ​ຮູບ​ລະບອບ​ພາສີ​​ຄັ້ງທີ I ​ແລະ​ຄັ້ງ​ທີ II, ຄິດ​ສະ​ເລ່ຍລວມທັງ​ໄລຍະ​ແຕ່​ປີ 1991 ​ເຖິງ​ປີ 2000, ອັດຕາ​ສ່ວນລາຍ​ຮັບ​ງົບປະມານ​ແຫ່ງ​ລັດ​ໂດຍ​ສະ​ເລ່ຍບັນ​ລຸ 20,5% ຂອງ ຈີ​ດີ​ພີ; ​ໃນ​ໄລຍະ​ປີ 1991-1995, ອັດຕາ​ສ່ວນລາຍ​ຮັບ​ງົບປະມານ​ແຫ່ງ​ລັດ​ບັນລຸ 21% ຂອງ​ ຈີ​ດີ​ພີ (ຂະໜາດ​ຂອງ ຈີ​ດີ​ພິ ​​ໃນ​ປີ 1995 ປະມານ 20,7 ຕື້​ໂດ​ລາ​ສະຫະລັດ), ​ໃນ​ໄລຍະ​ປີ 1996-2000, ອັດຕາສ່ວນ​ນີ້​ເຖິງ​ຈະ​ຫຼຸດ​ລົງ​ກໍ່ຕາມ (ເນື່ອງ​ຈາກຜົນ​ກະທົບ​ຈາກ​ວິ​ກິດ​ການ​ເສດຖະກິດ​ໃນ​ຊຸມ​ປີ 1997-1998) ​ແຕ່​ກໍ່​ໄດ້​ບັນລຸ​ເກືອບ 20% ຂອງ ຈີ​ດີ​ພີ (ຂະໜາດ​ຂອງ ຈີ​ດີ​ພິ ​​ໃນ​ປີ 2000 ​ແມ່ນ 31,17 ຕື້​ໂດ​ລາ​ສະຫະລັດ). ກ່ຽວ​ກັບ​ໂຄງ​ປະກອບ​ລາຍ​ຮັບ, ​ໄລຍະ​ປີ 1991-2000, ອັດຕາສ່ວນ​ການ​ລະດົມ​ຈາກ​ພາສີ​ແລະ​ຄ່າ​ທຳນຽມ​ແມ່ນບັນລຸ 18,4% ຂອງ ຈີ​ດີ​ພີ, ​ໃນ​ນັ້ນ ອັດຕາ​ສ່ວນ​ລາຍ​ຮັບ​ໂດຍ​ກົງ​ຈາກ​ການ​ຜະລິດ​ແລະ​ທຸລະ​ກິດ​ເພີ່ມ​ຂຶ້ນ, ​ຄ່ອຍໆ​ຫຼຸດຜ່ອນການ​ເອື່ອຍ​ອີງ​ໃສ່​ລາຍ​ຮັບ​ຈາກ​ການ​ຂາຍ​ຊັບສິນ, ຊັບພະຍາກອນ​ຂອງ​ຊາດ.

​ໃນ​ໄລຍະ​ປີ 2001-2010, ລະດັບ​ການລະດົມ​ລາຍ​ຮັບ​ງົບປະມານ​ແຫ່ງ​ລັດ​ບັນລຸ​ສະ​ເລ່ຍ 25,7% ຂອງ ຈີ​ດີ​ພີ. ກ່ຽວ​ກັບ​ໂຄງ​ປະກອບ​ລາຍ​ຮັບ, ອັດຕາ​ສ່ວນການ​ລະດົມ​ຈາກ​ພາສີ​ແລະ​ຄ່າ​ທຳນຽມ​ (ກວມ​ທັງ​ລາຍ​ຮັບ​ຈາກ​ນ້ຳມັນ​ດິບ, ຊັບ​ພາ​ຍາກ​ອນ) ​ແມ່ນ 22,4% ຂອງ ຈີ​ດີ​ພີ, ​ໃນ​ນັ້ນ​ພາສີ​ມູນ​ຄ່າ​ເພີ່ມ​ກວມ​ເອົາ​ປະມານ 23,7% ຂອງ​ລາຍ​ຮັບ​ງົບປະມານ​ແຫ່ງ​ລັດ; ພາສີ​ລາຍ​ໄດ້​​ບໍລິສັດ (ລວມ​ທັງ​ຜົນ​ກຳ​ໄລຈາ​ກການ​ຂຸດ​ຄົ້ນ​ນ້ຳມັນ​ດິບ) ​ກວມ 29,3%; ພາສີສົ່ງ​ອອກ, ພາສີ​ນຳ​ເຂົ້າ: 12,2%; ລາຍ​ຮັບ​ຈາກ​ຄ່າ​ບໍລິການ, ​ຄ່າ​ທຳນຽມ ​ແລະ​ລາຍ​ຮັບ​ຈາກ​ການ​ນຳ​ໃຊ້​ທີ່​ດິນ: 14,8%; ລາຍ​ຮັບ​ຈາກ​ພາສີ​ຊົມ​ໃຊ້​ພິ​​ເສດ: 7,2%; ພາສີ​ຊັບ​ພະຍາກອນ: 6,8%, ພາສີ​ລາຍ​ໄດ້​ບຸກຄົນ: 2,8%...

​ໄລຍະ​ແຕ່​ປີ 2011 ​ເຖິງ​ປະຈຸ​ບັນ, ຂະໜາດ​ຂອງ​ລາຍ​ຮັບ​ງົບປະມານ​ແຫ່ງ​ລັດ ​ໄດ້​ເພີ່ມ​ຂຶ້ນ 3,8 ​ເທົ່າ​ເມື່ອ​ທຽບ​ກັບ​ໄລຍະ​ປີ 2001-2010, ​ໃນ​ນັ້ນ​ ລາຍ​ຮັບພາຍ​ໃນ​ປະ​ເທດ​ເພີ່ມຂຶ້ນ​ປະມານ 5,1 ​ເທົ່າ; ລາຍ​ຮັບ​ຈາກ​ນ້ຳມັນ​ດິບ: ປະມານ 1,3 ​ເທົ່າ ​ແລະ ລາຍ​ຮັບ​ຈາກ​ການ​ນຳ​ເຂົ້າ​ແລະ​ສົ່ງ​ອອກ: ປະມານ 2,9 ​ເທົ່າ. ອັດຕາສ່ວນ​ການ​ລະດົມລາຍ​ຮັບເຂົ້າ​ງົບປະມານ​ແຫ່ງ​ລັດ​ໃນ​ໄລຍະ​ນີ້​​ສະ​ເລ່ຍປະມານ 24,4% ຂອງ ຈີ​ດີ​ພີ, ​ໃນ​ນັ້ນ​ລາຍ​ຮັບ​ຈາກ​ພາສີ​ແລະ​ຄ່າ​ທຳນຽມ​ປະມານ 20,7% ຂອງ ຈີ​ດີ​ພີ.

​ໂດຍ​ລວມ​ແລ້ວ, ອັດຕາ​ສ່ວນການ​ລະດົມລາຍ​ຮັບ​ຈາກ​ພາສີ​ແລະ​ຄ່າ​ທຳນຽມ ມີ​ທ່າ​ອຽງຫຼຸດ​ລົງ​ເມື່ອ​ທຽບ​ກັບ​ໄລຍະ​ກ່ອນ (ປະຈຸ​ບັນ​ຢູ່​ໃນ​ລະ​ດັບ​ປະມານ 21% ຂອງ ຈີ​ດີ​ພີ), ຕົ້ນຕໍ​ແມ່ນຍ້ອນ​ລາຍ​ຮັບ​ຈາກ​ນ້ຳມັນ​ດິບ​ແລະ​ການ​ສົ່ງ​ອອກ​ນຳ​ເຂົ້າຫຼຸດ​ລົງ​ຢ່າງ​ແຮງ. ​ແຕ່, ຍົກ​ເວັ້ນພາສີ​ທີ່​ເກັບ​ໃນ​ນ້ຳມັນ​ດິບ​ແລ້ວ, ການ​ລະດົມ​ລາຍ​ຮັບ​ຈາກ​ພາສີ​ແລະ​ຄ່າ​ທຳນຽມ​ ໄດ້​ສະ​ແດງ​ຜົນ​ໃນ​ທາງ​ບວກ (​ເພີ່ມຂຶ້ນ​ຈາກ 16,5% ຂ​ອງ ຈີ​ດີ​ພີ ​ໃນ​ໄລຍະປີ 2001-2010 ຂຶ້ນ 17,5% ຂອງ ຈີ​ດີ​ພີ ​ໃນ​ໄລຍະ​ປະຈຸ​ບັນ ​ແລະ ຄາດ​ວ່າ​ໃນ​ໄລຍະ 5 ປີ 2016-2020 ​ແມ່ນ​ປະມານ 18% ຂອງ ຈີ​ດີ​ພີ). ລາຍ​ຮັບ​ພາຍ​ໃນ​ປະ​ເທດ​ກວມ​ອັດຕາ​ສ່ວນນັບ​ມື້ນັບ​ສູງ ​ໃນລາຍ​ຮັບ​ງົບປະມານ​ແຫ່ງ​ລັດ​ທັງ​ໝົດ, ​ໄລຍະ​ປີ 2001-2010 ສະ​ເລ່ຍບັນລຸ​ໄດ້ 55,2%; ​ໃນ​ໄລຍະ​ປະຈຸ​ບັນ​ສະ​ເລ່ຍບັນລຸ​ໄດ້ 74,8% (​ໃນ​ນັ້ນ​ປີ 2018 ບັນລຸ 80,6%, ຄາດ​ວ່າ​ປີ 2020 ຈະ​ບັນລຸ 83%); ບັນລຸ​ເປົ້າ​ໝາຍ​ກ່ອນ​ກຳນົດ​ເວລາ 5 ປີ ຕາມ​ຍຸດ​ທະ​ສາດ​ການ​ເງິນ​ຮອດ​ປີ 2020 (ປີ 2016 ບັນລຸ 80,5%, ​ໃນ​ຂະນະ​ທີ່​ເປົ້າ​ໝາຍ​ສູ້​ຊົນ​ໃຫ້​ໄດ້​ຫຼາຍ​ກວ່າ 80% ​ໃນ​ປີ 2020); ​ໂດຍ​ພື້ນຖານ​ແມ່ນ​ໄດ້ບັນລຸ​ຈຸດປະສົງ​ຂອງ​ຕົນ​ຕາມ​ມະຕິ​ຕົກລົງ​ສະບັບ​ເລກ​ທີ່ 07-NQ/TW (​ເປົ້າ​ໝາຍ​ແມ່ນ 84% - 85%).

​ໃນ​ໂຄງ​ປະກອບ​ລາຍ​ຮັບ​ພາຍ​ໃນ​ປະ​ເທດ, ມີ​ການຫັນປ່ຽນ​ການ​ປະກອບສ່ວນ​ຂອງ​ລາຍ​ຮັບຈາກ​ພາກ​ລັດ​ວິ​ສາ​ຫະກິດ ​ໄປ​ສູ່​ວິ​ສາ​ຫະກິດ​ນອກ​ພາກ​ລັດ​ແລະ​ວິ​ສາ​ຫະກິດທີ່​ມີ​ການ​ລົງທຶນ​ໄດ​ຍກົງ​ຈາກ​ຕ່າງປະ​ເທດ (ອັດຕາ​ສ່ວນ​ລາຍ​ຮັບ​ຈາກ​ລັດ​ວິ​ສາ​ຫະກິດຫຼຸດ​ລົງ ຈາກ 44% ​ໃນ​ປີ 2001 ລົງ​ເປັນ 27,7% ​ໃນ​ປີ 2011 ​ແລະ​ຄາດ​ວ່າ​ຈະຢູ່​ໃນ​ລະດັບ 13,3% ​ໃນ​ປີ 2020; ອັດຕາ​ສ່ວນ​ລາຍ​ຮັບ​ຈາກ​ວິ​ສາ​ຫະກິດ​ນອກ​ພາກ​ລັດ​ເພີ່ມ​ຂຶ້ນຕາມ​ລຳດັບ, ຈາກ 12,8% ຂຶ້ນ​ເປັນ 18,5% ​ແລະ 20,5%; ອັດຕາ​ສ່ວນ​ລາຍ​ຮັບ​ຈາກພາກສ່ວນ​ວິ​ສາ​ຫະກິດ​ທີ່​ມີ​ການ​ລົງທຶນ​ໂດຍ​ກົງ​ຈາກ​ຕ່າງປະ​ເທດ ​ເພີ່ມ​ຂຶ້ນ ຈາກ 10,8% ຂຶ້ນ​ເປັນ 16,9% ​ແລະ 17,9%).

ຕາມ​ໂຄງ​ປະກອບ​ປະ​ເພດ​ພາສີນັ້ນ, ພາສີ​ມູນ​ຄ່າ​ເພີ່ມ (ກວມດ້ວຍ​ພາສີ​ມູນ​ຄ່າ​ເພີ່ມສຳລັບ​ສິນຄ້າ​ນຳ​ເຂົ້າ​ທີ່​​ບໍ່​ໄດ້​ລວມການ​ຄືນ​ເງິນ​ພາສີ) ​ເພີ່ມ​ຂຶ້ນ​ຈາກ​ລະດັບ​ສະ​ເລ່ຍ 27% ຂອງ​ລວມຍອດ​ລາຍ​ຮັບ​ງົບປະມານ​ແຫ່ງ​ລັດ​ໃນ​ໄລຍະ​ປີ 2001-2010 ຂຶ້ນ​ເປັນ 33,8% ​ໃນ​ໄລຍະ​ປະຈຸ​ບັນ (​ໃນ​ນັ້ນ, 3 ປີ 2016-2018 ຢູ່​ໃນ​ລະດັບ 31% - 32%), ພາສີ​ຊົມ​ໃຊ້​ພິ​ເສດ​ເພີ່ມຂຶ້ນຕາມ​ລຳດັບ ຈາກ 7% ຂຶ້ນ 8,3% (​ໃນ​ນັ້ນ 3 ​ປີ 2016-2018 ສະ​ເລ່ຍ 8,7%, ​ເພີ່ມ​ຂຶ້ນ​​ເມື່ອທຽບ​ກັບ​ອັດຕາສະ​ເລ່ຍຂອງ​ໄລຍະ​ເວລາ​ທັງ​ໝົດ), ພາສີ​ນຳ​ເຂົ້າ​ສົ່ງ​ອອກຫຼຸດ​ລົງ​ຕາມ​ລຳດັບ ຈາກ 12,2% ລົງ 6,7% (​ໃນ​ນັ້ນ 3 ປີ 2016-2018 ສະ​ເລ່ຍ 5,6%, ຫຼຸດ​ລົງ​ເມື່ອ​ທຽບ​ກັບ​ອັດຕາ​ສະ​ເລ່ຍຂອງ​ໄລຍະ​ເວລາ​ທັງ​ໝົດ); ພາສີ​ລາຍ​ໄດ້​​ບໍລິສັດ​ເພີ່ມ​ຂຶ້ນ ຈາກ​ລະດັບ​ສະ​ເລ່ຍ 13% ​ໃນ​ໄລຍະ​ປີ 2001-2020 ຂຶ້ນ​ລະດັບ​ສະ​ເລ່ຍ 15,2% ​ໃນ​ໄລຍະ​ປີ 2011-2020 (​ໃນ​ນັ້ນ 3 ປີ 2016-2018 ສະ​ເລ່ຍ 14,4%, ຫຼຸດ​ລົງ​ເມື່ອ​ທຽບ​ກັບ​ລະດັບ​ສະ​ເລ່ຍລວມຂອງ​ໄລຍະ​ເວລາ​ທັງ​ໝົດ); ພາສີ​ລາຍ​ໄດ້ບຸກຄົນ​ເພີ່ມ​ຂຶ້ນ​ຕາມ​ລຳດັບ ຈາກ 2,8% ຂຶ້ນ 6,2% (​ໃນ​ນັ້ນ 3 ປີ 2016-2018 ສະ​ເລ່ຍ 6,2%).

​ເຖິງ​ວ່າ​ໄດ້​ບັນລຸຜົນສຳ​ເລັດ​ທີ່​ສຳຄັນ​ເທິງ​ນີ້​ກໍ່ຕາມ, ​ແຕ່​ລະບົບ​ນະ​ໂຍບາຍ​ພາສີ​ກໍ່​ມີ​ຂໍ້​ຈຳກັດ ​ແລະ​ປະ​ເຊີນ​ໜ້າ​ກັບ​ສິ່ງ​ທ້າ​ທາຍ​ຕ່າງໆ ​ໃນ​ການ​ປັບປຸງ​ບູລະນະ​ເພື່ອ​ຮັບປະກັນ​ແຫຼ່ງລາຍ​ຮັບ​ທີ່​ຍືນ​ຍົງ.

ຂະໜາດ​ຂອງ​ລາຍ​ຮັບ​ງົບປະມານ​ແຫ່ງ​ລັດ (​ເປັນ​ເປີ​ເຊັນ​ຂອງ ຈີ​ດີ​ພີ) ຢູ່​ໃນ​ທ່າ​ອຽງ​ຫຼຸດ​ລົງ, ​ໃນ​ຂະນະ​ທີ່ຄວາມ​ກົດ​ດັນຕ້ອງ​ຮັບປະກັນ​ແຫຼ່ງລາຍ​ຮັບ​ເພື່ອ​ເພີ່ມ​ການ​ໃຊ້​ຈ່າຍປົກກະຕິ ຍັງ​ໃຫຍ່​ຢູ່ (​ໃນ​ໄລຍະ 2011-2015, ຂະໜາດ​ຂອງການ​ໃຊ້​ຈ່າຍ​ປົກ​ກະຕິ​ເພີ່ມ​ຂຶ້ນປະມານ 2,04 ​ເທົ່າ, ​ແຕ່​ຂະໜາດ​ຂອງ​ລາຍ​ຮັບ​ຈາກ​ພາສີ, ຄ່າບໍລິການ​ແລະຄ່າ​ທຳນຽມ, ລວມທັງ​ລາຍ​ຮັບ​ຈາກ​ນ້ຳມັນ​ດິດ, ​ເພີ່ມ​ຂຶ້ນ​ພຽງ​ປະມານ 1,65 ​ເທົ່າ). ທ່າ​ອຽງ​ນີ້​ໄດ້​ເຮັດ​ໃຫ້ດຸນ​ງົບ​ປະມານ​ໃນ​ຊຸມ​ປີ​ໝໍ່ໆ​ມາ​ນີ້​ພົບ​ຄວາມ​ຫຍຸ້ງຍາກ.

ກ່ຽວ​ກັບ​ໂຄງ​ປະກອບ​ລາຍ​ຮັບ, ຍັງ​ບໍ່​​ມີ​ຄວາມ​ສົມ​ດຸນລະຫວ່າງ​ບັນດາ​ລາຍ​ຮັບຈາກ​ພາສີ​ລາຍ​ໄດ້, ພາສີ​ການຊົມ​ໃຊ້ ​ແລະ ຈາກພາສີ​ຊັບ​ສິນ. ລາຍ​ຮັບ​ຕ່າງໆ​ທີ່​ມາ​ຈາກ​ພາສີ​ລາຍໄດ້ບຸກຄົນ, ​ພາສີ​ເຮືອນ​ໂຮງ​ແລະ​ທີ່​ດິນ (ພາສີ​ອະສັງຫາລິມມະ​ຊັບ) ​ແມ່ນ​ຍັງ​ໜ້ອຍ; ພາສີ​ການ​ນຳ​ໃຊ້​ທີ່​ດິນ​ບໍ່​ແມ່ນ​ເພື່ອ​ກະສິກຳ, ມີ​ຜົນ​ບັງຄັບ​ໃຊ້​ຕັ້ງ​ແຕ່​ວັນ​ທີ 1 ມັງກອນ 2012, ມີ​ການ​ປ່ຽນ​ແປງ​ຫຼາຍ​ກ່ຽວ​ກັບວິທີ​ຄິດ​ໄລ່​ພາສີ, ​ແຕ່​ລາຍ​ຮັບ​ຈາກ​ພາສີ​ນີ້​ຍັງ​ໜ້ອຍ. ລາຍ​ຮັບ​ຈາກ​ພາສີ​ນຳ​ເຂົ້າ​ຫຼຸດ​ລົງ​ຫຼາຍ​ ເມື່ອ​ຫວຽດນາມປະຕິບັດຢ່າງ​ເຂັ້ມ​ງວດ​ ຕາມ​ຄຳ​ໝັ້ນ​ສັນຍາ​ກ່ຽວ​ກັບ​ການ​ຫຼຸດຜ່ອນ​ພາສີ ທີ່​ກຳນົດ​ໃນ​ສັນຍາ​ການ​ຄ້າ​ເສລີທະວິ​ພາຄີ​ແລະ​ພະຫຸ​ພາຄີ. ນະ​ໂຍບາຍ​ບຸລິມະສິດ​ພາສີຍັງ​ແຜ່​ກະຈາຍ. ປະສິດທິ​ຜົນ​ຂອງ​ນະ​ໂຍບາຍ​ບຸລິມະສິດ​ນີ້​ຕ້ອງ​ໄດ້​ຮັບ​ການ​ປະ​ເມີນ, ​ໄຈ້​ແຍກຢ່າງ​ລະອຽດ, ຮອບດ້ານ ​ເພື່ອ​ມີ​ການ​ດັດ​ແປງ​ໃຫ້​ເໝາະ​ສົມ.

​ເປົ້າ​ໝາຍ​ແລະ​ທິດ​ທາງ​ປັບປຸງ​ບູລະນະ​ລະບົບະ​ໂຍບາຍ​ພາສີ​ ໃນ​ເວລາຕໍ່ໜ້າ

​ໃນ​ເວລາ​ຕໍ່ໜ້າ, ສະພາບ​ການ​ເສດຖະກິດ​ຍັງ​ຜັນ​ປ່ຽນ​ຢ່າງ​ສັບສົນ ​ແລະ ຄາດ​ເດົາ​ຍາກ, ມີ​ຄວາມ​ສະດວກ​ແລະ​ຄວາມຫຍຸ້ງຍາກ, ​ໂອກາດ​ແລະ​ສິ່ງ​ທ້າ​ທາຍ ​ທີ່​​ແຊກຊ້ອນ​ກັນ. ພ້ອມ​ກັນ​ກັບ​ການ​ເຊື່ອມ​ໂຍງ​ເສດຖະກິດ​ສາກົນ​ທີ່​ນັບ​ມື້​ກວ້າງຂວາງ​ເລິກ​ເຊິ່ງ, ການ​ເຕີບ​ໂຕ​ເສດຖະກິດ​ກໍ່​ຖືກ​ຜົນ​ກະທົບ​ທາງ​ລົບ​ຈາກ​ການ​ແກ່ງ​ແຍ້​ງຍຸດ​ທະ​ສາດ​ລະຫວ່າງ​ບັນດາ​ປະ​ເທດມະຫາ​ອຳນາດ ທີ່​ນັບ​ມື້​ຍິ່ງ​ເຄັ່ງຮ້ອນ; ທ່າ​ອຽງ​ປົກ​ປ້ອງ​ການ​ຄ້າ, ສົງຄາມ​ການ​ຄ້າ ​ແລະ ລັດທິ​ປະຊາ​ນິຍົມ ພວມ​ເປັນ​ສິ່ງ​ກີດຂວາງ​ຕໍ່ການ​ເຕີບ​ໂຕ​ທົ່ວ​ໄປ. ຢູ່​ໃນ​ປະ​ເທດ, ຄວາມ​ສ່ຽງ​ຕ່າງໆ​ທີ່​ອາດ​ເກີດ​ຂຶ້ນ​ສາມາດ​ເຮັດ​ໃຫ້​ເສດຖະກິດ​ມະຫາ​ພາກ​ບໍ່​ໝັ້ນຄົງ, ສົ່ງ​ຜົນ​ກະທົບ​ທາງອ້ອມ​ເຖິງການ​ເຕີບ​ໂຕ​ເສດຖະກິດ; ລະດັບ​ການ​ເປີດ​ປະຕູ​ການ​ຄ້າ, ການ​ເງິນ​ແຫ່ງ​ຊາດ​ແມ່ນ​ສູງ​ກວ່າ​ເມື່ອ​ທຽບ​ກັບ​ລະດັບ​ການ​ພັດທະນາ​ຂອງ​ພື້ນຖານ​ເສດຖະກິດ; ລະດັບ​ການ​ພັດທະນາ​ແລະລັກສະນະ​ປະສິດທິ​ຜົນ​ຂອງ​ຕະຫຼາດ​ການ​ເງິນຍັງ​ບໍ່​ທັນ​ສູງ; ການ​ປັບ​ໂຄງ​ສ້າງ​ວິ​ສາ​ຫະກິດ, ພິ​ເສດ​ແມ່ນ​ວິ​ສາ​ຫະກິດ​ຂອງ​ລັດ​ແລະ​ທະນາຄານ ​ແມ່ນຍັງ​ຊັກ​ຊ້າ; ການ​ເຕີບ​ໂຕ​ເສດຖະກິດ​ຍັງ​ຂຶ້ນ​ກັບ​ຂົງ​ເຂດ​ທີ່​ມີ​ການ​ລົງທຶນ​ໂດຍ​ກົງ​ຈາກ​ຕ່າງປະ​ເທດ, ສະ​ແດງ​ອອກ​ຢ່າງ​ຈະ​ແຈ້ງ​ຢູ່​ໃນ​ການ​ເຕີບ​ໂຕ​ຂອງຂະ​ແໜງ​ການ​ຜະລິດ​ແລະປຸງ​ແຕ່ງ. ບັນຫາ​ເຫຼົ່າ​ນີ້​ພວມ​ວາງ​ຄວາມ​ຮຽກຮ້ອງອອກ​ມາ ​ໃຫ້​ຫວຽດນາມຫັນ​ທິດຍຸດ​ທະ​ສາດ​ໄປ​ສູ່​ຮູບ​ແບບ​ການ​ເຕີບ​ໂຕ​ໃໝ່​ທີ່​ອີງ​ໃສ່ສະມັດ​ຕະພາບ​ຂອງ​ງານ​ແລະ​ການ​ປ່ຽນ​ແປງ​ໃໝ່​ປະດິດ​ສ້າງ, ​ໃຊ້​ປະ​ໂຫຍ​ດສູງສຸດຈາກ​ຂໍ້​ດີ ​ເພື່ອ​ຮັກສາ​ການ​ເຕີບ​ໂຕທີ່​ມີ​ຄຸນ​ນະພາ​ບສູງ​ໃນ​ໄລຍະ​ຕໍ່​ໄປ. ການ​ຫັນປ່ຽນ​ຮູບ​ແບບ​ການ​ເຕີບ​ໂຕ​ ຈະວາງ​ຄວາມ​ຮຽກຮ້ອງ​ຕ້ອງການ​ໃໝ່​ ໃຫ້​ແກ່​ການ​ປັບປຸງ​ບູລະນະ​ນະ​ໂຍບາຍ​ເສດຖະກິດ​ມະຫາ​ພາກ, ​ໃນ​ນັ້ນ​ມີ​ນະ​ໂຍບາຍ​ພາສີ.

ຕິດຕາມ​ທ່າ​ອຽງ​ການ​ປະຕິ​ຮູບ​ນະ​ໂຍບາຍ​ພາສີ​ຂອງ​ບັນດາ​ປະ​ເທດ​ໃນ​ຊຸມ​ປະ​ທີ່​ຜ່ານ​ມາ​ມໍ່​ນີ້​ໃຫ້​ເຫັນ​ວ່າ, ສ່ວນ​ໃຫຍ່ແມ່ນ​ໄປ​ຕາມ​ທິດ​ທາງຂອງ​ຄວາມ​ສົມ​ດຸນລະຫວ່າງ ​ການ​ເພີ່ມ​ລາຍ​ຮັບ​ງົບປະມານ ​ແລະ ການ​ສົ່ງ​ເສີມ​ການ​ເຕີບ​ໂຕ. ​ໃນ​ສະພາບ​ການ​ໂລກາ​ພິວັດ​ຢ່າງ​ແຂງ​ແຮງ, ການ​ແຂ່ງຂັນ​ດ້ານ​ທຶນຮອນ​ແລະ​ແຮງ​ງານ​ໃນ​ໂລກ​ເພີ່ມ​ຂຶ້ນ, ປະ​ເທດ​ຕ່າງໆ​ໄດ້​ນຳ​ສະ​ເໜີ​ນະ​ໂຍບາຍ​ບຸລິມະສິດ​ດ້ານ​ພາສີ ​ເພື່ອ​ດຶງ​ດູດ​ການ​ລົງທຶນ, ຈັດການ​ແລະ​ແກ້​ໄຂ​ບັນຫາ​ຫຍຸ້ງຍາກ​ຕ່າງໆ​ໃນຂະ​ບວນການ​ຟື້ນ​ຟູ​ເສດຖະກິດ, ພ້ອມ​ກັນ​ກັບ​ບັນດາ​ວິທີ​ແກ້​ໄຂ​ເພື່ອ​ຊົດ​ເຊີຍ​ຊ່ອງ​ຫວ່າງ​ລາຍ​ຮັບ, ຮັບປະກັນຄວາ​ມໝັ້ນຄົງ​ແລະ​ຍືນ​ຍົງຂອງ​ງົບປະມານ​ໄລຍະ​ກາງ​ແລະ​ໄລຍະ​ຍາວ, ລະອຽດ​ຄື: ຫຼຸດ​ຜ່ອນອັດຕາ​ພາສີລາຍ​ໄດ້​ບໍລິສັດ ​ເພື່ອ​ດຶງ​ດູດ​ການ​ລົງທຶນ​ແລະສະໜັບສະໜູນ​ວິ​ສາ​ຫະກິດ​ໃນ​ປະ​ເທດ (​ເຊັ່ນ​ຢູ່​ອາ​ເມ​ລິ​ກາ, ອັງກິດ, ປອກຕູຍ​ການ, ​ແອັດ​ສະ​ປາຍ, ສິກະ​ໂປ, ມາ​ເລ​ເຊຍ...); ​ເພີ່ມ​ອັດຕາ​ພາສີ​ລາຍໄດ້​ບຸກຄົນສຳລັບ​ຜູ້​ມີ​ລາຍ​ໄດ້​ສູງ, ຫຼຸດຜ່ອນ​ອັດຕາ​ພາສີ​ສຳລັບ​ຜູ້​ມີ​ລາຍ​ໄດ້​ຕ່ຳ ​ແລະ ​ເພີ່ມ​ລະດັບອຸດ​ໜູນ​ຄອບຄົວ ​ເພື່ອ​ແນ​ໃສ່ລົດ​ຊ່ອງ​ຫວ່າງ​ລະຫວ່າງ​ຄົນ​ຮັ່ງມີ​ແລະ​ຄົນ​ທຸກ​ຍາກ (​ເຊັ່ນ​ຢູ່​ອາ​ເມ​ລິ​ກາ, ອັງກິດ, ກຣົວຊີ, ຈີນ, ​ໄທ...); ​ເພີ່ມ​ອັດຕາ​ພາສີ​ມູນ​ຄ່າ​ເພີ່ມ ​ແລະ ພາສີ​ຊົມ​ໃຊ້​ພິ​ເສດ ຕາມ​ທິດ​ທາງ​ຂະຫຍາຍ​ເປົ້າ​ໝາຍທີ່​ຕ້ອງ​ເສຍ​ພາສີ, ຫຼຸດຜ່ອນ​ລາຍການ​ສິນຄ້າ​ທີ່​ບໍ່​ເສຍພາສີ (166 ປະ​ເທດ, ​ໃນ​ນັ້ນ​ມີ​ສະຫະພາບ​ເອີຣົບ, ລັດ​ເຊຍ, ຈີນ, ສິກະ​ໂປ,... ​ໄດ້​ປັບ​ໂຄງ​ສ້າງ​ຄືນ​ໃໝ່​ຕາມ​ທິດ​ທາງ​ເພີ່ມ​ທະວີ​ແຫຼ່ງລາຍ​ຮັບ​ຈາກ​ພາສີ​ທາງ​ອ້ອມ, ​ໂດຍ​ຜ່ານ​ການ​ເພີ່ມ​ພາສີ​ມູນ​ຄ່າ​ເພີ່ມ​ແລະ​ພາສີ​ຊົມ​ໃຊ້​ພິ​ເສດ); ​ເພີ່ມ​ລາຍ​ຮັບ​ຈາກ​ພາສີ​ທີ່​ພົວພັນ​ເຖິງ​ຊັບ​ສິນ (​ໂອ​ສະຕຣາລີ, ກາ​ນາ​ດາ, ມາ​ເລ​ເຊຍ...); ​ເພີ່ມ​ພາສີ​ຕ່າງໆ​ທີ່​ພົວພັນ​ເຖິງ​ການ​ປົກ​ປ້ອງ​ສິ່ງ​ແວດ​ລ້ອມ...

​ໃນ​ສະພາບ​ການ​ເສດຖະກິດ​ແລະ​ໃນ​ທ່າ​ອຽງປັບ​ປ່ຽນ​ນະ​ໂຍບາຍ​ລາຍ​ຮັບ​ຂອງ​ບັນດາ​ປະ​ເທດ​ທີ່​ກ່າວ​ມາ​ເທິງ​ນີ້, ບັນດາ​ເປົ້າ​ໝາຍ​ທີ່​ຂະ​ແໜງ​ການ​ການ​ເງິນວາງ​ອອກ​ມາ​ ເພື່ອປັບປຸງ​ບູລະນະ​ລະບົບ​ພາສີ​ໃນ​ໄລຍະ​ຕໍ່ໜ້າ​ແມ່ນ: 1- ຫັນ​ທັດສະນະ​ແນວທາງ​ຂອງ​ພັກ​ກ່ຽວ​ກັບ​ພາສີເປັນ​ນິຕິ​ກຳ ​ແລະ ​ຜັນ​ຂະຫຍາຍ​ນະ​ໂຍບາຍ​ຂອງ​ລັດ ກ່ຽວ​ກັບການ​ປັບປຸງບູລະນະ​ນະ​ໂຍບາຍ​ພາສີ ​ເພື່ອ​​ເປົ້າ​ໝາຍປັບ​ໂຄງ​ປະກອບ​ແຫຼ່ງລາຍ​ຮັບ​ງົບປະມານ​ແຫ່ງ​ລັດ ທີ່​ກົມ​ການ​ເມືອງ​ແລະ​ສະພາ​ແຫ່ງ​ຊາດ​ໄດ້​ວາງ​ອອກ​ມາ ​ໃນ​ມະຕິ​ສະບັບ​ເລກທີ 07-NQ/TW ​ແລະ ມະຕິ​ສະບັບ​ເລກທີ 25/2016/QH14, ນັ້ນ​ຄື: “ສຸມ​ໃສ່​ການ​ສ້າງ​ໂຄງ​ປະກອບ​ແຫຼ່ງລາຍ​ຮັບ​ຄືນ​ໃໝ່; ປັບປຸງ​ບູລະນະ​ນະ​ໂຍບາຍ​ລາຍ​ຮັບ ຕິດ​ກັບ​ການ​ປັບ​ໂຄງ​ປະກອບ​ລາຍ​ຮັບ​ງົບປະມານ​ແຫ່ງ​ລັດ ​ໃນ​ທິດ​ທາງ​ການ​ຄອບຄຸມ​ແຫຼ່ງລາຍ​ຮັບ​ທັງ​ໝົດ, ຂະຫຍາຍ​ພື້ນຖານ​ລາຍ​ຮັບ, ​ໂດຍ​ສະ​ເພາະ​ບັນດາ​ແຫຼ່ງລາຍ​ຮັບ​ໃໝ່, ທີ່​ສອດຄ່ອງ​ກັບ​ແນວ​ປະຕິບັດ​ສາກົນ; ​ເພີ່ມ​ອັດຕາ​ສ່ວນ​ລາຍ​ຮັບ​ພາຍ​ໃນ​ປະ​ເທດ, ຮັບປະກັນ​ອັດຕາ​ສ່ວນ​ທີ່​ສົມ​ເຫດ​ສົມ​ຜົນລະຫວ່າງ​ພາສີ​ທາງ​ອອ້ມ​ແລະ​ພາສີ​ໂດຍ​ກົງ, ຂຸດ​ຄົ້ນ​ຢ່າງ​ຖືກຕ້ອງ​ກ່ຽວ​ກັບ​ພາສີ​ທີ່​ເກັບ​ຈາກ​ຊັບ​ສິນ ຊັບພະຍາກອນ ​ແລະ ​ການ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ, ຈຳກັດການ​ລວມ​ນະ​ໂຍບາຍ​ທາງ​ສັງຄົມ​ໃນ​ພາສີ ​ແລະນະ​ໂຍບາຍ​ກ່ຽວ​ກັບ​ການຍົກ​ເວັ້ນພາສີ ການຫຼຸດຜ່ອນ​​ແລະການຕໍ່​ກຳນົດ​ເວລາ​ເກັບ​ພາສີ, ຮັບປະກັນ​ຄວາມ​ເປັນກາງ​ຂອງ​ພາສີ, ປະກອບສ່ວນ​ສ້າງ​ສະພາບ​ແວດ​ລ້ອມການ​ລົງທຶນທຸລະ​ກິດ​ທີ່​ສະດວກ​ດີ​ແລະ​ຍຸດຕິ​ທຳ, ສົ່ງເສີມ​ການ​ລົງທຶນ, ດັດປັບລາຍ​ໄດ້​ຢ່າງ​ສົມ​ເຫດ​ສົມ​ຜົນ”. 2- ຮັບປະກັນ​ທາດ​ແທ້​ທີ່​ແທ້​ຈິງ​ຂອງ​ແຕ່​ລະປະ​ເພດພາສີ, ຮັບປະກັນ​ຄວາມ​ໝັ້ນຄົງຈະ​ແຈ້ງ, ​ແກ້​ໄຂ​ບັນຫາຂໍ້​ບົກພ່ອງ, ​ກຳຈັດແກ້​ໄຂ​ຄວາມ​ຫຍຸ້ງຍາກ​ໃຫ້​ແກ່​ການ​ຜະລິດ​ແລະ​ທຸລະ​ກິດ, ຫຼຸດຜ່ອນ​ຂັ້ນ​ຕອນ​ການ​ບໍລິຫານ ສ້າງ​ເງື່ອນ​ໄຂອຳນວຍ​ຄວາມ​ສະດວກ​ໃຫ້​ຜູ້​ເສຍ​ພາສີ. 3- ຮັບປະກັນ​ຄວາມ​ເປັນ​ເອກະ​ພາບ​ຂອງ​ລະບົບ​ກົດໝາຍ, ຕອບ​ສະໜອງ​ແລະຮັບປະກັນ​ຄວາມ​ເຂົ້າກັນ​ໄດ້​ກັບ​ກົດໝາຍ​ໃໝ່ທີ່​ອອກ​ໂດຍ​ສະພາ​ແຫ່ງ​ຊາດ, ​ເຊັ່ນ ກົດໝາຍ​ວ່າ​ດ້ວນ​ການ​ສະໜັບສະໜູນ​ວິ​ສາ​ຫະກິດ​ຂະໜາດ​ນ້ອຍ​ແລະ​ຂະໜາດ​ກາງ, ກົດໝາຍການ​ລົງທຶນ, ປະມວນ​ກົດໝາຍ​ແພ່ງ... 4- ຮັບປະກັນ​ເປົ້າ​ໝາຍ​ເຊື່ອມ​ໂຍງ​ເສດຖະກິດ​ສາກົນ, ສອດຄ່ອງ​ກັບ​ທ່າ​ອຽງ​ການ​ພັດທະນາ, ຜ່ານ​ນັ້ນ​ປະກອບສ່ວນ​ຍົກ​ສູງ​ຄວາມ​ສາມາ​​ດ​ແຂ່ງ​ຂັນຂອງ​ວິ​ສາ​ຫະກິດ​ຫວຽດນາມ ​ແລະ ​ເພີ່ມ​ວຽກ​ເຮັດ​ງານ​ທຳ​ໃຫ້​ຜູ້​ອອກ​ແຮງ​ງານ, ຕໍ່ສູ້​ຕ້ານ​ກັບ​ການ​ສູນ​ເສຍ​ລາຍ​ຮັບ​ງົບປະມານ​ຂອງ​ລັດ, ຕ້ານ​ການ​ສໍ້​ໂກງ​ທາງ​ການ​ຄ້າ, ການ​ໂອນ​ລາຄາ...

ຕາມ​ນັ້ນ, ​ໃນ​ເວລາ​ທີ່​ຈະ​ມາ​ເຖິງ, ຂະ​ແໜງ​ການ​ເງິນ​ວາງ​ເປົ້າ​ໝາຍ, ກຳນົດ​ທິດ​ທາງ​ລະອຽດ​ໃນ​ປັບປຸງລະບົບ​ນະ​ໂຍບາຍ​ພາສີ​ໃຫ້​ສົມບູນ ​ເພື່ອ​ແນ​ໃສ່​ປັບ​ໂຄງ​ປະກອບ​​ແຫຼ່ງລາຍ​ຮັບງົບປະມານ​ໃຫ້​ໝັ້ນຄົງ​ຍືນ​ຍົງດັ່ງ​ຕໍ່​ໄປ​ນີ້:

- ກ່ຽວ​ກັບ​ຂະໜາດ​ຂອງ​ລາຍ​ຮັບ​ງົບປະມານ, ຢຶດຕາມ​ເປົ້າ​ໝາຍ​ສະ​​ເພາະທີ່​ກຳນົດ​ໄວ້​ໃນ​ມະຕິ​ສະບັບ​ເລກທີ 07-NQ/TW: “ອັດຕາ​ສ່ວນການ​ລະດົມ​ເຂົ້າ​ງົບປະມານ​ແຫ່ງ​ລັດ​ໃນ​ໄລຍະ 2016-2020 ສະ​ເລ່ຍປະມານ 20% - 21% ຂອງ​ຈີ​ດີ​ພີ, ສູ້​ຊົນ​ໃຫ້​ບັນລຸ​ລາຍ​ຮັບ​ງົບປະມານ​ທັງ​ໝົດ​ປະມານ​ 1,65 ​ເທົ່າ​ເມື່ອ​ທຽບ​ກັບ​ໄລຍະ 2011-2015. ​ໃນ​ລາຍ​ຮັບ​ງົບປະມານ​ແຫ່ງ​ລັດ​ທັງ​ໝົດ, ອັດຕາ​ສ່ວນ​ຂອງ​ລາຍ​ຮັບ​ພາຍ​ໃນ​ແມ່ນ​ປະມານ 84% - 85%, ອັດຕາ​ສ່ວນ​ລາຍ​ຮັບ​ຈາກ​ນ້ຳມັນ​ດິບແລະ​ຈາກ​ການ​ສົ່ງ​ອອກ​ນຳ​ເຂົ້າ ​ແມ່ນ​ປະມານ 14% - 16%; ອັດຕາ​ສ່ວນ​ລາຍ​ຮັບ​ງົບປະມານ​ສູນ​ກາງ​ແມ່ນ 60% - 65%. ພາຍຫຼັງ​ປີ 2020, ອັດຕາ​ສ່ວນການ​ລະດົມ​ເຂົ້າ​ງົບປະມານ​ແຫ່ງ​ລັດທຽບກັບ ຈີ​ດີ​ພີ ຈະ​ໄດ້​ຮັກສາ​ໄວ້​ໃນ​ລະດັບ​ໝັ້ນຄົງ​ແລະ​ສົມ​ເຫດ​ສົມ​ຜົນ”.

- ກ່ຽວ​ກັບ​ໂຄງ​ປະກອບ​ລາຍ​ຮັບ​ຂອງ​ແຕ່​ລະ​ພາສີ ​ໃນ​ລະບົບ​ນະ​ໂຍບາຍ​ພາສີ ຈະ​ມີ​ການ​ປັບ​ປ່ຽນ, ​ແຕ່​ຂອບ​ເຂດ​ຂອງຜົນ​ກະທົບ​ເຖິງລາຍ​ຮັບ​ງົບປະມານ​ແຫ່ງ​ລັດຈະ​ບໍ່​ໃຫຍ່​ເກີນ​ໄປ, ອັດຕາສ່ວນ​ລາຍ​ຮັບຈາກ​ພາສີ​ໂດຍ​ກົງ (ພາສີ​ລາຍໄດ້ບໍລິສັດ, ພາສີລາຍ​ໄດ້​ບຸກຄົນ) ຕິດຕາມ​ທ່າ​ອຽງ​ທີ່​ຈະ​ຢູ່​ຄື​ເກົ່າ ຫຼື​ປັບ​ຕົວ​ລົງ, ສຸມ​ໃສ່​ປົວ​ແປງ​ລາຍ​ຮັບ​ຈາກ​ພາສີ​ທາງ​ອ້ອມ (​ເຊັ່ນ ພາສີ​ຊົມ​ໃຊ້​ພິ​ເສດ, ພາສີທີ່​ກ່ຽວຂ້ອງ​ກັບ​ຊັບ​ສິນ...), ​ໃນ​ນັ້ນ ພາສີ​ຫຼັກບາງ​ຢ່າງ​ ຄາດວ່າ​ຈະ​ເປັນ​ດັ່ງຕໍ່​ໄປ​ນີ້:

ກ່ຽວ​ກັບ​ພາສີ​ລາຍໄດ້​​ບໍລິສັດ: ກວດຄືນ​ເພື່ອລົບ​ລ້າງ​ບຸລິມະສິດ​ໃນ​ການຫຼຸດຜ່ອນ​ຍົກ​ເວັ້ນພາສີ ທີ່​ບໍ່​ສອດຄ່ອງເໝາະສົມ​ກັບ​ຄວາມ​ຕ້ອງການ​ຂອງການ​ພັດທະນາ​ແລະ​ການ​ເຊື່ອມ​ໂຍງ​ສາກົນ​ອີກ​ຕໍ່​ໄປ; ຈຳກັດ​ການ​ລວມນະ​ໂຍບາຍ​ທາງ​ສັງຄົມ​ເຂົ້າ​ກັບນະ​ໂຍບາຍ​ຫຼຸດຜ່ອນ ຍົກ​ເວັ້ນພາສີ ຍືດ​ເວລາ​ເສຍ​ພາສີ, ຮັບປປະ​ກັນ​ລັກສະນະ​ເປັນກາງ​ຂອງ​ພາສີ; ​ໃຫ້ການ​ບຸລິ​ມະ​ສິດ​ພາສີ​ລາຍ​ໄດ້​ບໍລິສັດ ສຳລັບ​ວິ​ສາ​ຫະກິດ​ຂະໜາດ​ນ້ອຍ​ແລະ​ນ້ອຍ​ສຸດ ​ເພື່ອ​ບຳລຸງ​ລ້ຽງ​ແລະ​ສ້າງ​ແຫຼ່ງລາຍ​ຮັບທີ່​ໝັ້ນຄົງ​ໃນ​ອານາ​ຄົດ. ​ເປີດ​ກວ້າງ​ພື້ນຖານ​ພາສີ​ໂດຍ​ຜ່ານການປັບ​ລົງ ຫຼືຍົກ​ເລີກ​ການ​ໂອນສ່ວນ​ຂາດທຶນ ສຳລັບ​ບັນດາ​ຂົງ​ເຂດທີ່​ບໍ່​ສົ່ງ​ເສີມ​ການ​ລົງທຶນ ສອດຄ່ອງ​ກັບ​ແນວ​ປະຕິບັດ​ສາກົນ; ປະຕິບັດ​​ມາດຕະຖານການ​ປ້ອງ​ກັນ​ແລະ​ຕ້ານ​ການ​ໂອນ​ລາຄາ, ຕ້ານ​ການ​​ເຊາະຫຼຸ້ຍຂອງ​ແຫຼ່ງລາຍ​ຮັບ (BESP), ​ເຊັ່ນ ທຶນ​ໜ້ອຍ, ຄ່າ​ໃຊ້​ຈ່າຍ​ດອກ​ເບ້ຍ, ກິດຈະການ​ການ​ຄ້າ​ເອ​ເລັກ​ໂຕຣນິດ​ຂ້າມ​ຊາດ...

ກ່ຽວ​ກັບ​ພາສີ​ຊົມ​ໃຊ້​ພິ​ເສດ: ກວດຄືນ, ຄົ້ນຄວ້າ​ເພີ່ມ​ເຕີມ​ເປົ້າ​ໝາຍ​ທີ່​ຕ້ອງ​ເສຍ​ພາສີ​ຊົມ​ໃຊ້​ພິ​ເສດ ​ເພື່ອ​ແນະນຳ​ວິທີ​ຄວບ​ຄຸມ​ການ​ບໍລິ​ໂພ​ກ​ໃຫ້​ສອດຄ່ອງ​ກັບສະພາບ​ການ​ພັດທະນາ​ເສດຖະກິດ-ສັງຄົມ; ສ້າງ​ແຜນ​ງານ​ເພື່ອ​ເພີ່ມ​ພາສີ​ສຳລັບສິນຄ້າ​ຕ່າງໆ​ເຊັ່ນ ຢາສູບ, ​​ເຫຼົ້າ, ເບຍ, ​ເພື່ອ​ຈຳກັດ​ການ​ຜະລິດ ການຊົມ​ໃຊ້ ​ແລະ ປະຕິບັດ​ຄຳ​ໝັ້ນ​ສັນຍາ​ສາກົນ; ຄົ້ນຄວ້າກາ​ນສົມທົບ​ລະຫວ່າງ​ ອັດຕາ​ພາສີ​ຕາມ​ສັດສ່ວນ ​ແລະ ອັດຕາ​ພາສີ​ແທ້​ຈິງ ສຳລັບສິນຄ້າ​ແລະ​ບໍລິການ​ຈຳນວນ​ໜຶ່ງ​ທີ່​ຕ້ອງ​ເສຍ​ພາສີ.

ກ່ຽວ​ກັບ​ພາສີ​ທີ່​ກ່ຽວຂ້ອງ​ກັບ​ຊັບ​ສິນ: ສືບ​ຕໍ່​ປະຕິບັດ​ການ​ຫຼຸດຜ່ອນ ຍົກ​ເວັ້ນພາສີການ​ໃຊ້​ທີ່​ດິນ​ກະສິກຳ ​ໃນ​ໄລຍະ​ຕໍ່​ໄປ ​ເພື່ອ​ປະກອບສ່ວນ​ປະຕິບັດ​ແຜນ​ນະ​ໂຍບາຍ, ທັດສະນະ​ຂອງ​ພັກ​ແລະ​ລັດ​ ກ່ຽວ​ກັບ​ກະສິກຳ, ຊາວ​ກະສິກອນ ​ແລະ ຊົນນະບົດ. ຄົ້ນ​ຄ້ວາ​ການ​ປ່ຽນ​ແປງ, ​ເພີ່ມ​ເຕີມ​ພາສີ​ການ​ໃຊ້​ທີ່​ດິນ​ບໍ່​​ແມ່ນເພື່ອ​ກະສິກຳ ​ແລະ ພາສີ​ເຮືອນ​ຢູ່​ອາ​ໄສ ​ໃນ​ເວລາ​ທີ່​ເໝາະ​ສົມ.

ພ້ອມ​ກັນ​ກັບ​ການປັບປຸງບູລະນະ​ລະບົບ​ນະ​ໂຍບາຍ​ພາສີ ​ແມ່ນ​ການ​ປັບປຸງ​ບູລະນະ​ລະບົບ​ການ​ຄຸ້ມ​ຄອງພາສີ, ປະຕິບັດ​ການ​ປະຕິ​ຮູບ​ການ​ບໍລິຫານ, ສ້າງ​ສະພາບ​ແວດ​ລອມ​ການ​ລົງທຶນ-ທຸລະ​ກິດ​ທີ່​ສົດ​ໃສ, ສ້າງ​ເງື່ອນ​ໄຂ​ເພື່ອ​ພັດທະນາ​ບັນດາ​ພາກສ່ວນ​ເສດຖະກິດ; ​ເຂົ້າ​ເຖິງ​ບັນດາ​ມາດຕະຖານ​ແລະ​ແນວ​ປະຕິບັດ​ສາກົນ ​ເພື່ອປະກອບສ່ວນ​ດຶງ​ດູດ​ການ​ລົງທຶນຢູ່​ໃນ​ປະ​ເທດ​ແລະ​ຕ່າງປະ​ເທດ, ສ້າງ​ພື້ນຖານ​ເພື່ອ​ຈັດ​ຕັ້ງ​ລະບົບ​ການ​ຄຸ້ມ​ຄອງ​ພາສີທີ່​ທັນ​ສະ​ໄໝ ​ໃນ​ເງື່ອນ​ໄຂ​ເຊື່ອມ​ໂຍງ​ສາກົນ; ສ້າງ​ກອບ​ກົດໝາຍ​ໃຫ້​ແກ່​ການ​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີຂໍ້​ມູນ​ຂ່າວສານ​ເຂົ້າ​ໃນ​ວຽກ​ງານ​ຄຸ້ມ​ຄອງພາສີ, ​ໃນ​ນັ້ນ​ມີ​ການ​ນຳ​​ໃຊ້​ຢ່າງ​ກວ້າງຂວາງການ​ຄຸ້ມ​ຄອງ​ພາສີ​ເອ​ເລັກ​ໂຕຣນິກ, ທຸລະ​ກຳ​ເອ​ເລັກ​ໂຕຣນິກຢ່າງ​ເປີດ​ເຜີຍ​ແລະ​ໂປ່​ງ​ໃສ; ​ແກ້​ໄຂ​ຜ່ານ​ຜ່າ​ຂໍ້​ຈຳກັດ​ແລະ​ຂໍ້​ບົກພ່ອງ​ໃນ​ປະຈຸ​ບັນ./.

​ໂດຍ ດິງຕ໋ຽນ​ຢຸ້ງ

ກຳມະການ​ສູນ​ກາງ​ພັກ, ລັດຖະມົນຕີ​ກະຊວງ​ການ​ເງິນ

------------------------------

ບົດ​ນີ້​ໄດ້​ລົງ​ພິມ​ໃນ​ວາລະສານກອມ​ມູນິດ ສະບັບ​ທີ 924 (​ເດືອນ​ສິງຫາ 2019)

Other Stories

ບົດທີ່ມີຜູ້ອ່ານຫລາຍສຸດ

ບົດໃໝ່ສຸດ