ວັນອາທິດ, 31/5/2020
ມີຄວາມຮັບຮູ້ແລະການປະພຶດຢ່າງຖືກຕ້ອງຕາມກົດເກນ ຕໍ່ບັນຫາການຂູດຮີດ ໃນຂະບວນການພັດທະນາ ເສດຖະກິດຕະຫຼາດກຳນົດທິດສັງຄົມນິຍົມ ຢູ່ຫວຽດນາມ
3/1/2020 15:45' ສົ່ງ ພິມ
ຄ່າແຮງງານແລະຜົນກຳໄລເຄື່ອນຍ້າຍໄປໃນທິດທາງກົງກັນຂ້າມ ດັ່ງນັ້ນຈຶ່ງມີຄວາມຂັດແຍ້ງລະຫວ່າງທຶນກັບແຮງກງານ; ເຖິງວ່າຊີວິດດ້ານວັດຖຸຂອງກຳມະກອນຈະໄດ້ຮັບການປັບປຸງໃຫ້ດີຂຶ້ນພຽງໃດກໍ່ຕາມ ແຕ່ກໍ່ບໍ່ສາມາດລົບລ້າງຄວາມກົງກັນຂ້າມລະຫວ່າງ ຜົນປະໂຫຍດຂອງກຳມະກອນ ແລະ ຜົນປະໂຫຍດຂອງນາຍທຶນ ໃນການແຈກຢາຍຄຸນຄ່າໃໝ່ ໃຫ້ຫາຍໄປໄດ້ (ພາບ: ເອກະສານ)

ເພື່ອຊີ້​ແຈງ​ບັນຫາ​ຂ້າງ​ເທິງ, ຕ້ອງການ​ທົບ​ທວນ​ປະຫວັດ​ການ​ກຳ​ເນີ​ດ, ການ​ປ່ຽນ​ແປງ​ຂອງ​ສາຍ​ພົວພັນການ​ຊູດ​ຮີດ ​ແລະ ກຳນົດ​ທັດສະນະປະຫວັດສາດ​ສະ​ເພາະ ​ໃນ​ການ​ປະ​ພຶດກັບ​ບັນຫາ​ການ​ຂູດ​ຮີດ.

ຂະ​ບວນການກຳ​ເນີ​ດ, ການປ່ຽນ​ແປງ ​ແລະ ການ​ສູນຫາຍ​ໄປ​ຂອງ​ສາຍ​ພົວພັນ​ຂູດ​ຮີບ

ການກຳ​ເນີ​ດ​ແລະ​ການ​ປ່ຽນ​ແປງ​ຂອງ​ສາຍ​ພົວພັນ​ຂູດ​ຮີດ

​ໃນ​ສັງຄົມ​ກອມ​ມູນິດ​ປະຖົມ​ບູຮານ, ບົນ​ພື້ນຖານກຳມະສິດ​ສາທາລະນະ​ແລະ​ແຮງ​ງານ​ລວມໝູ່ ​ແລະ ​ໃນ​ເງື່ອນ​ໄຂ​ສະມັດ​ຕະພາບການ​ອອກ​ແຮງ​ງານ​ຕ່ຳ​ທີ່​ສຸດ, ຍັງ​ບໍ່​ມີ​ຜະລິດ​ຕະພັນ​ສ່ວນ​ເກີນ, ​ເຂົາ​ເຈົ້າ​ຈຳ​ເປັນ​ຕ້ອງ​ປະຕິບັດ​ການ​ແຈກ​ຢາຍ​ຜະລິດ​ຕະພັນ​ແຮງ​ງານ​ໂດຍ​ສະ​ເລ່ຍ, ​ເພາະວ່າ ຖ້າ​​ການແຈກ​ຢາຍ​ຜະລິດ​ຕະພັນບໍ່​ສະເໝີພາບ ​​ຜູ້​​ໄດ້ຮັບຫຼາຍຜູ້​​ໄດ້ຮັບໜ້ອຍ, ຜູ້​ທີ່​ໄດ້​ຮັບ​ຜະລິດ​ຕະພັນ​ຈຳນວນໜ້ອຍບໍ່​ສາມາດດຳລົງ​ຊີວິດ​ຢູ່​ໄດ້, ຈະ​ສົ່ງ​ຜົນ​ໃຫ້​ເກີດ​ການ​ທຳລາຍ​ຂອງ​ຊຸມ​ຊົນ​ຕົວ​ເອງ. ​ເພາະສະ​ນັ້ນ, ​ໃນ​ຊຸມ​ຊົນ​ປະຖົມ​ບູຮາ​ນ, ບໍ່​ມີສາຍ​ພົວພັນ​ການ​ຂູດ​ຮີດ.

ທ້າຍລະບອບກອມ​ມູນ​ປະຖົມ​ບູຮາ​ນ, ກຳລັງ​ການ​ຜະລິດມີ​ການ​ພັດທະນາ, ສະ​ແດງ​ອອກ​ໃນ​ການພັດທະນາ​ຂອງ​ການ​ແບ່ງ​ງານ​ສັງຄົມ ​ແທນ​ທີ​ການ​ແບ່ງ​ງານຕາມ​ທຳ​ມະ​ຊາດ ​ແລະ ​ເຄື່ອງມື​ອອກ​ແຮງ​ງານ​ດ້ວຍ​ໂລຫະ (ທອງ​ແດງ, ​ເຫຼັກ) ​ແທນ​ທີ​ເຄື່ອງມື​ປະຖົມມະ​ຖານ. ສະມັດ​ຕະພາ​ບກາ​ນອອກ​ແຮງງານ​ເພີ່ມ​ຂຶ້ນ​ສູງ​ກວ່າ​ແຕ່​ກ່ອນ ​ແລະ ກຳລັງ​ແຮງ​ງານ​ມີ​ຄວາມ​ສາມາດ​ຜະລິດ​ອຸປະກອນ​ການ​ດຳລົງ​ຊີວິດ​ເປັນ​ຈຳນວນ​ຫຼາຍ ຊຶ່ງ​ຫຼາຍ​ກວ່າ​ຄວາມ​ຕ້ອງການ​ຊົມ​ໃຊ້​ເພື່ອຜະລິດ​ຊ້ຳ​ກຳລັງ​ແຮງ​ງານ, ໝາຍ​ຄວາມ​ວ່າ ຜະລິດ​ຕະພັນ​ສ່ວນ​ເກີນ​ປະກົດ​ຂຶ້ນ.

ການ​ແບ່ງ​ງານ​ທີ່​ເກີດ​ຂຶ້ນ​ເອງ​ໃນ​ຄອບຄົວ​ເຮັດ​ການ​ກະສິກຳ ອະນຸຍາດ​ໃຫ້​ໃຊ້​ແຮງ​ງານ​ຄົນ​ໜຶ່ງ​ຫຼື​ຫຼາຍ​ຄົນ​ຈາກ​ພາຍ​ນອກ, ​ແຕ່​ປະຊາ​ຄົມ​ເອງ​ບໍ່​ມີ​ແຮງ​ງານ​ຫວ່າງ, ​ແຮງ​ງານ​ເສລີ. ​ແຕ່, ສົງຄາມ​ໄດ້​ສະໜອງ​ແຮງ​ງານ​ດັ່ງກ່າວ​ນັ້ນ. ກ່ອນ​ໜ້ານັ້ນ, ​ເຂົາ​ເຈົ້າ​ບໍ່​ຮູ້​ວ່າ​ຈະ​ໃຊ້​ສະ​ເລີຍ​ເສິກ​ຄື​ແນວ​ໃດ ​ແລະ ບໍ່​ມີ​ອາຫານ​ເພື່ອ​ລ້ຽງ​ພວກສະ​ເລີຍ​ເສິກ, ສະ​ນັ້ນ, ມີພຽງວິທີ​ດຽວ​ຄື​ ຂ້າ​ພວກ​ສະ​ເລີຍ​ເສິກ. ​ເວລາ​ນີ້​ເຂົາ​ເຈົ້າ​ປ່ອຍ​ໃຫ້​ພວກ​ສະ​ເລີຍ​ເສິກ​ມີ​ຊີວິດ​ຢູ່ ​ແລະ​ໃຊ້​ແຮງ​ງານ​ຂອງ​ພວກ​ເຂົາ, ​ເຮັດ​ໃຫ້ພວກ​ເຂົາ​ເປັນ​ທາດ ​ແລະ ລະບອບ​ຂ້າ​ທາດ​ປະກົດ​​ຂຶ້ນ.

​ຟ.ອັງ​ແກນ ​ໄດ້​ໃຫ້​ຄວາມ​ຄິດ​ເຫັນວ່າ: “ຈາກ​ການ​ແບ່ງ​ງານ​ສັງຄົມ​ຄັ້ງ​ໃຫຍ່​ທຳ​ອິດ, ​ໄດ້​ພາ​ໃຫ້​ເກີດ​ການ​ແບ່ງ​ສັງຄົມ​ຄັ້ງ​ໃຫຍ່​ທຳ​ອິດ​ໃນ​ສັງຄົມ ອອກ​ເປັນ​ສອງ​ຊົນ​ຊັ້ນ: ​ເຈົ້າ​ທາດ​ແລະ​ຂ້າ​ທາດ, ຜູ້​ຂູດ​ຮີດ​ແລະ​ຜູ້​ຖືກ​ຂູດ​ຮີດ”(1).

​ເຈົ້າ​ທາດ​ຖື​ກຳມະສິດ​ພາຫະນະ​ການ​ຜະລິດ ​ແລະ ຂ້າ​ທາດ, ຂ້າ​ທາດ​ກາຍ​ເປັນ “​ເຄື່ອງມື​ຮູ້​ປາກ”. ຂ້າ​ທາດ​ຖືກ​ຄອບ​ງຳ​ໂດຍ​ເຈົ້າ​ທາດ​ຢ່າງ​ສົມບູນ. ​ເຈົ້າ​ທາດ​ບັງຄັບ​ໃຫ້​ຂ້າ​ທາດ​ຕ້ອງ​ອອກ​ແຮງ​ງານໜັກ, ພຽງ​ແຕ່​ສະໜອງພາຫະນະ​ດຳ​ລົງ​ຊີ​ວິດໜ້ອຍໜຶ່ງ ​ໃຫ້​ຂ້າ​ທາດ​ຢູ່​ລອດ ​ແລະ ຢຶດ​ເອົາ​ຜະລິດ​ຕະພັນ​ທີ່​ເຫຼືອ​ທັງ​ໝົດ, ລວມທັງຜະລິດ​ຕະພັນ​ສ່ວນ​ເກີນ​ແລະ​ຜະລິດ​ຕະພັນ​ຈຳ​ເປັນ​ຂອງ​ຂ້າ​ທາດ. ການ​ອອກ​ແຮງ​ງານ​ຂອງ​ຂ້າ​ທາດ​ແມ່ນ​ຖືກ​ບັງຄັບ​ໜັກ​ໜາ, ດັ່ງ​ນັ້ນ ຂ້າ​ທາດຈຶ່ງ​ບໍ່​ພຽງ​ແຕ່ບໍ່​ສົນ​ໃຈຕໍ່​ການ​ອອກ​ແຮງ​ງານ​ເທົ່າ​ນັ້ນ ​ແຕ່​ຍັງຫາ​ວິທີ​ທຳລາຍ​ການ​ຜະ​ລິດ. ການ​ຈະລາຈົນ​ຂອງ​ຂ້າ​ທາດ​ເກີດ​ຂຶ້ນທົ່ວ​ທຸກ​ແຫ່ງ, ​ເຖິງ​ຈະ​ຖືກ​ປະລາ​ໄຊ, ແຕ່ກໍ່​ໄດ້ສັ່ນ​ສະ​ເທືອ​ນລະບອບ​ກຳມະສິດ​ຂ້າ​ທາດ​ຈົນ​ເຖິງ​ກົກ​ຮາກ. ສະພາບການ​ດັ່ງກ່າວ​ໄດ້​ເຮັດ​ໃຫ້​ເຈົ້າ​ທາດ​ຈຳນວນ​ໜຶ່ງ​ຮູ້​ວ່າ ຖ້າ​ປົດ​ປ່ອຍ​ຂ້າ​ທາດ, ​​ແບ່ງທີ່​ດິນ​ຂອງ​ຕົນອອກ​ເປັນ​ຕອນ​ໆນ້ອຍ ແລ້ວມອບ​ໃຫ້​ທາດ​ທີ່​ມີ​ອິດ​ສະລະທຳ​ການ​ຜະລິດ ​ແລະ ​ຕ້ອງເຮັດ​ພັນທະ​ທີ່​ແນ່ນອນ​ໃຫ້​ກັບ​ເຈົ້າ​ຂອງ​ທີ່​ດິນ, ​​ຄື​ແນວ​ນັ້ນພວກ​ເຂົາ​ຈະ​ເອົາ​ໃຈ​ໃສ່​ເຖິງ​ການ​ຜະລິດ ​ແລະ ມີ​ປະ​ໂຫຍ​ດຫຼາຍ​ຕໍ່​ເຈົ້າ​ຂອງ​ທີ່​ດິນ. ນັ້ນ​​ແມ່ນ​ການ​ກຳ​ເນີ​ດຂອງຊາວທາດ​ - ບັນພະບຸລຸດ​ຂອງລະບອບທາດ​ກະສິກຳ ຍຸກ​ກາງ, ປ່ຽນ​ໄປ​ສູ່​ລະບອບ​ສັກດິນາ.

​ໃນ​ລະບອບ​ສັກດິນາ, ​ໃນ​ຕອນ​ຕົ້ນ ຮູບ​ແບບ​ທົ່ວ​ໄປ​ຂອງ​ການ​ຂູດ​ຮີດ​ແມ່ນ ຄ່າ​ເຊົ່າ​ທີ່​ດິນ​ດ້ວຍ​ແຮງ​ງານ, ​ໃນ​ນັ້ນ ສ່ວນ​ໜຶ່ງ​ຂອງ​ອາທິດ​ ຜູ້​ຜະລິດ​ທຳ​ການ​ປູກຝັງ​ໂດຍ​ກົງ​ໃນ​ທີ່​ດິນທີ່​ເຈົ້າ​ທີ່​ດິນມອບ​ໃຫ້ ດ້ວຍ​ເຄື່ອງມື​ແຮງ​ງານຂອງ​ລາວ​ເອງ (ຄັນ​ໄຖ, ສັດ,...), ສ່ວນ​ວັນ​ອື່ນໆ​ໃນ​ອາທິດ ລາວ​ອອກ​ແຮງ​ງານ​ໂດຍ​ບໍ່​ຮັບຄ່າ​ແຮງ​ໃນ​ພື້ນທີ່ຂອງ​ເຈົ້າ​ທີ່​ດິນ. ຄື​ແນວ​ນັ້ນ, ​ແຮງ​ງານ​ທີ່​ຈຳ​ເປັນ​​ໃນ​ການ​ລ້ຽງ​ບ່າ​ວນາ​ຜູ້​ນັ້ນແລະ​ຄອບຄົວ​ຂອງ​ເຂົາ ​ແຍກ​ອອກ​ຈາກ​ແຮງ​ງານ​ສ່ວນ​ເກີນທີ່​ເຮັດ​ໃຫ້​ເຈົ້າ​ທີ່​ດິນ, ທັງ​ດ້ານພື້ນ​ທີ່​ແລະ​ເວລາ.

ການ​ຜະ​ລິດ​ພັດທະນາ​ຂຶ້ນ​ສູ່​ລະດັບ​ທີ່ສູງຂຶ້ນ, ຄ່າ​ເຊົ່າ​ທີ່​ດິນ​ດ້ວຍ​ແຮງ​ງານ ປ່ຽນ​ເປັນ​ຄ່າ​ເຊົ່າ​ທີ່​ດິນ​ດ້ວຍ​ວັດຖຸ. ​ດຽວນີ້ ​ເຈົ້າ​ທີ່​ດິນ​ບໍ່​ຮັບ​ເອົາ​ແຮງ​ງານ​ສ່ວນ​ເກີນ​ໃນ​ຮູບ​ແບບ​ທຳ​ມະ​ຊາດ​ອີກ​ຕໍ່​ໄປ, ​ແຕ່​ໃນ​ຮູບ​ແບບ​ທຳ​ມະ​ຊາດ​ຂອງ​ຊັບ​ສິນ​ຜະລິດ​ຕະພັນ ​ເຊິ່ງ​ແຮງ​ງານ​ສ່ວນ​ເກີດ​ໄດ້​ປະຕິບັດ​ຢູ່​ໃນ​ນັ້ນ.

​ເມື່ອ​ການ​ຜະລິດ​ສິນຄ້າພັດທະນາ, ຄ່າ​ເຊົ່າ​ທີ່​ດິນ​ດ້ວຍ​ວັດຖຸ​ ປ່ຽນ​ເປັນຮູບ​ແບບ​ຄ່າ​ເຊົ່າ​ທີ່ດິນດ້ວຍ​ເງິນ. ຜູ້​ຜະລິດຈ່າຍ​ລາຄາ​ຜະລິດ​ຕະພັນ​ໂດຍ​ກົງ​ໃຫ້​ຜູ້​ທີ່​ເປັນເຈົ້າ​ຂອງ​ທີ່​ດິນ (​ເຖິງ​ວ່າ​ຜູ້​ນັ້ນ​ຈະ​ເປັນ​ລັດ ຫຼື​ເອກະ​ຊົນກໍ່ຕາມ), ​ໂດຍ​ບໍ່​ມອບ​ຜະລິດ​ຕະພັນ​ຈາກ​ດິນ​ຕອນ​ນັ້ນອີກ.

ພ້ອມ​ກັບ​ການ​ພັດທະນາ​ຂອງ​ການ​ຜະລິດ​ແລະ​ການຈໍລະ​ຈອນ​ສິນຄ້າ​ໃນ​ສັງຄົມ​ສັກດິນາ, ບັນດາ​ບ່າວ​ນາ​ທຶນ​ນິຍົມ​ແລະ​ບ່າ​ວນາ​ໃນ​ເມື່ອ​ກ່ອນ​ຫຼາຍ​ຄົນ ​ໄດ້​ໄຖ່​ພັນທະ​ເສຍ​ຄ່າ​ເຊົ່າ​ທີ່​ດິນ​ຂອງ​ຕົນ ​ແລະ ກາຍ​ເປັນ​ຊາວກະສິກອນ​ເອກະລາດ ມີ​ກຳມະສິດ​ເຕັນ​ສ່ວນ​ໃນ​ທີ່​ດິນ​ທີ່​ລາວ​ປູກຝັງ, ພ້ອມກັນ​ນັ້ນ​ກໍ່​ປະກົດຊັ້ນ​ຄົນ​ທີ່ບໍ່​ມີ​ຊັບ​ສິນ, ​ເຮັດ​ວຽກ​ເປັນ​ແຮງ​ງານ​ຮັບຈ້າງ​ເພື່ອຫາ​ເງິນ ​ແລະ ຂະ​ແໜງ​ຫັດຖະກຳ​ກໍ່​ໄດ້​ຂະຫຍາຍຕົວ.

ຂໍ້ດີຂອງ​ການ​ຜະລິດ​ສິນຄ້າຂະໜາດ​ນ້ອຍ​ແມ່ນ ຜູ້​ຜະລິດ​ໂດຍ​ກົງ​ອາດ​ຈະ​ເປັນ​ເຈົ້າ​ການ​ໃນການ​ສົມ​ທົບ​ແຮງ​ງານ​ຂອງ​ຕົນ ​ກັບພາຫະນະ​ການ​ຜະລິດຂອງ​ຕົນ ​ເພື່ອ​ຜະລິດ​ສະ​ເພາະ​ຜະລິດ​ຕະພັນ​ໜຶ່ງ ຫຼືຫຼາຍ​ຜະລິດ​ຕະພັນ ທີ່​ມີ​ເງື່ອນ​ໄຂ​ສະດວກ​ດີ, ອາດ​ຈະ​ດັດ​ແປງ​ເຕັກນິກ​ເພື່ອ​ຍົກ​ສູງ​ສະມັດ​ຕະພາບ, ຊຸກຍູ້​ການ​ແບ່ງ​ງານ​ສັງຄົມ ​ແລະ ປະກົດ​ມີ​ຫຼາຍຂະ​ແໜງ​ການ​ຜະລິດ​​ໃໝ່ ພິ​ເສດສະ​ເພາະ, ເອກະລາດ. ​ເຖິງ​ວ່າການ​ຜະລິດ​ສິນຄ້າ​ຂະໜາດ​ນ້ອຍ​ເຄື່ອນ​ໄຫວ​ຕາມສູດ ສ-ງ-ສ (ສິນຄ້າ-​ເງິນຕາ-ສິນຄ້າ), ສ່ວນ​ຫຼາຍ​ແມ່ນ​ມຸ່ງ​ໄສ່ຄຸນຄ່າ​​ໃຊ້ສອຍ, ​ແຕ່​ໃນສະພາບ​ທີ່​ເອື້ອ​ອຳນວຍ, ຜູ້​ອອກ​ແຮງ​ງານ​ໂດຍ​ກົງ​ສາມາດ​ສ້າງ​ຄຸນຄ່າ​ສ່ວນ​ເກີນ​ຂຶ້ນ​ມາ, ຊ້ຳບໍ່​ໜຳ​ຍັງ​​ໄດ້​ຄຸນຄ່າ​ສ່ວນ​ເກີນ​ສຸດ​ຍອດອີກ ​ແລະ ​ເຂົາ​ເກັບ​ເອົາ​ຄຸນຄ່າ​ສ່ວນ​ເກີນ​ທັງ​ໝົດ​ນັ້ນ, ບໍ່​ມີ​ໃຜ​ຂູດ​ຮີດ.

​ແຕ່​ຮອດ​ລະດັບ​ໃດ​ໜຶ່ງ, ການ​ຜະລິດ​ສິນຄ້າ​ຂະໜາດ​ນ້ອຍ​ເຜີຍ​ໃຫ້​ເຫັນ​ຈຸດ​ອ່ອນ​ຂອງ​ມັນ ​ແລະ ກົດ​ໜ່ວງ​ກຳລັງ​ການ​ຜະ​ລິດ, ​ເຊັ່ນ​ວ່າ ຂະໜາດ​ກຳມະສິດ​ນ້ອຍ​ກ່ຽວ​ກັບ​ກຳລັງ​ການ​ຜະລິດ ​ໄດ້​ປະຕິ​ເສດ​ການ​ນຳ​ໃຊ້​ວິທີ​ການ​ດັດ​ແປງ​ທີ່​ທັນ​ສະ​ໄໝ ​ແລະ ກຳຈັດ​ການ​ສະ​ສົມ​ພາຫະນະການ​ຜະລິດ, ດັ່ງ​ນັ້ນ ​ຈຶ່ງກຳຈັດ​ການ​ຮ່ວມມື​ແຮງ​ງານ. ການ​ແຂ່ງຂັນ​ລະຫວ່າງ​ຜູ້​ຜະລິດ​ສິນຄ້າ​ຂະໜາດ​ນ້ອຍ​ນຳ​ໄປ​ສູ່​ການ​ແບ່ງ​ຂົ້ວ: ດ້ານ​ໜຶ່ງ, ຜູ້​ທີ່​ມີ​ເງື່ອນ​ໄຂ​ສະດວກ​ດີ​ຈະ​ເຂັ້ມ​ແຂງຂຶ້ນ​ເລື້ອຍໆ, ຜູ້​ທີ່​ປະສົບ​ຄວາມ​ຫຍຸ້ງຍາກ​ຈະ​ອ່ອນ​​ເພຍ​ລົງ​ເລື້ອຍໆ, ​ແລະ​ຜົນ​ຕາ​ມມາ​ຄື ຄົນ​ຮັ່ງມີ​ບາງ​ຄົນ​ກາຍ​ເປັນ​ນາຍທຶນ, ຄົນ​ສ່ວນ​ຫຼາຍ​ລົ້ມ​ລະລາຍ, ​ເຫຼື​ອ​ພຽງ​ກຳລັງ​ແຮງ​ງານ​ຂອງ​ຕົນເທົ່າ​ນັ້ນ, ຈຳ​ເປັນ​ຕ້​ອງ​ຂາຍ​ກຳລັງ​ແຮງ​ງານ​ເພື່ອ​ຫາລ້ຽງ​ຊີບ, ກາຍ​ເປັນ​ກຳມະກອນ​ຮັບຈ້າງ; ອີກດ້ານໜຶ່ງ, ​ຍ້ອນ​ການ​ອອກ​ແຮງ​ງານ​ເອກະ​ເທດ, ກະ​ແຈກ​ກະຈາຍ, ​ເຕັກນິກ​ຫຼ້າ​ຫຼັງ, ທຶນ​ຈຳກັດ, ຕ້ອງ​ຢືມ​ເງິນດອກ​ເບ້ຍໜັກ, ດັ່ງ​ນັ້ນ​ຄວາມ​ສາມາດ​ແຂ່ງຂັນ​ຈຶ່ງ​ອ່ອນ​ແອ, ບັນດາ​ວິ​ສາ​ຫະກິດ​ຂະໜາດ​ນ້ອຍ​ຖືກ​ເຕັກ​ເຕັງ​ໂດຍ​ອຸດສາຫະກຳ​​ທັນ​ສະ​ໄໝແລະ​ກະສິກຳ​ທັນ​ສະ​ໄໝ. ຖະ​ແຫຼ​ງການ​ຂອງ​ພັກກອມ​ມູນິດ ລະບຸຢ່າງ​ຈະ​ແຈ້ງ: ການ​ພັດທະນາ​ຂອງ​ອຸດສາຫະກຳ​ໄດ້​ລົບ​ລ້າງ ​ແລະ ພວມ​ສືບ​ຕໍ່​ລົບ​ລ້າງ ກຳມະສິດ​ຂອງ​ນາຍທຶນ​ນ້ອຍ ​ແລະຂອງຊາວ​ກະສິກອນ. ​ໃນ​ສັງຄົມ​ທຶນ​ນິຍົມ, ລະບອບ​ກຳມະສິດ​ເອກະ​ຊົນ​ໄດ້​ຖືກ​ລົບ​ລ້າງສຳລັບ​ສະມາຊິກ 9/10 ຂອງ​ສັງຄົມ.

ບໍ່​ພຽງ​ແຕ່​ເທົ່າ​ນັ້ນ, ບັນດາ​ມາດ​ຕະການ​ຮຸນ​ແຮງ​ຂອງ​ອັນ​ທີ່​ເອີ້ນ​ວ່າການ​ສະ​ສົມ​ແບບ​ດັ້ງ​ເດີມ​ໄດ້, ດ້ານ​ໜຶ່ງ, ​ແຍກ​ຜູ້​ອອກ​ແຮງ​ງານ​ອອກ​ຈາກສິດທິ​ເປັນ​ເຈົ້າ​ຂອງ​ຕໍ່​ເງື່ອນ​ໄຂ​ການ​ອອກ​ແຮງ​ງານ​ຂອງ​ເຂົາ, ​ເຮັດ​ໃຫ້​ເຂົາ​ກາຍ​ເປັນ​ກຳມະກອນ​ຮັບຈ້າງ; ດ້ານ​ອື່ນ, ຫັນປ່ຽນ​ພາຫະນະ​ການ​ຜະລິດ​ແລະອຸປະກອນ​ການດຳລົງ​ຊີວິດຂອງ​ສັງຄົມ​ກາຍ​ເປັນ​ທຶນ, ຂຶ້ນ​ກັບ​ກຳມະສິດ​ຂອງ​ນາຍທຶນ.

​ເມື່ອ​ໄຈ້​ແຍກ​ທ່າ​ອຽງ​ປະຫວັດສາດ​ຂອງ​ການ​ສະ​ສົມ​ທຶນ, ກ.ມາກ ​ໄດ້​​ສະຫຼຸບກ່ຽວ​ກັບຊະ​ຕາ​ກຳ​ຂອງ​ແບບ​ວິທີ​ການ​ຜະລິດທີ່​ອີງ​ໃສ່​ລະບອບ​ກຳມະ​ສິດ​ເອກະ​ຊົນຂະໜາດ​ນ້ອຍ: “​ເຖິງ​ລະດັບ​ທີ່​ແນ່ນອນ ​ແບບ​ວິທີ​ການ​ຜະລິດ​ນັ້ນຈະ​ໃຫ້​ກຳ​ເນີ​ດສິ່ງ​ອຳນວຍ​ຄວາມ​ສະດວກ​ວັດຖຸ ​ເພື່ອ​ດັບ​ສູນ​ຕົວ​ມັນ​ເອງ... ​ແບບ​ວິທີ​ການ​ຜະລິດ​ນັ້ນ​ຕ້ອງ​ຖືກ​ລົບ​ລ້າງ, ​ແລະ​ມັນ​ໄດ້​ຖືກ​ລົບ​ລ້າງ​ແລ້ວ. ການ​ລົບ​ລ້າງ​ແບບ​ວິທີ​ການ​ຜະລິດ​ນັ້ນ, ການ​ຫັນປ່ຽນ​ພາຫະນະ​ການ​ຜະລິດ​ສ່ວນ​ຕົວ​ແລະ​ກະ​ແຈກ​ກະຈາຍ ​ເປັນ​ພາຫະນະ​ການ​ຜະລິດສະ​ສົມ​ທີ່​ມີ​ລັກສະນະ​ສັງຄົມ, ດັ່ງ​ນັ້ນ ​ເຮັດ​ໃຫ້​ກຳມະ​ສິດ​ນ້ອຍ​ຂອງ​ຜູ້ຄົນ​ຈຳນວນ​ຫຼາຍ ກາຍ​ເປັນ​ກຳມະສິດ​ໃຫຍ່​ໂຕ​ຂອງ​ຜູ້​ຄົນ​ຈຳນວນ​ນ້ອຍໜຶ່ງ... ນັ້ນ​ແມ່ນ​ໄລຍະ​ກ່ອນ​ປະຫວັດສາດ​ຂອງ​ທຶນ”(2).

ລະບ​ອບກຳມະສິດ​ຊັບ​ສິນ​ສ່ວນ​ຕົວ​ທີ່​ໄດ້​ມາ​ຈາກ​ການ​ອອກ​ແຮງ​ງານ​ຂອງ​ຜູ້​ອອກ​ແຮງ​ງານ​ເອງ ​ໄດ້​ຖືກ​ປ່ຽນ​ແທນ​ດ້ວຍ​ລະບອບ​ກຳມະສິດ​ເອກະ​ຊົນ​ທຶນ​ນິຍົມ ທີ່​ອີງ​ໃສ່​ການຢຶດ​ເອົາ​ແ​ຮງງານ​ສ່ວນ​ເກີນຂອງ​ກຳມະກອນ​ຮັບຈ້າງ ​ໂດຍ​ບໍ່ຈ່າຍ​ລາຄາ​ເທົ່າ​ກັນ, ໝາຍ​ຄວາມ​ວ່າການ​ຂູດ​ຮີດຄຸນຄ່າ​ສ່ວນ​ເກີນ.

​ເມື່ອ​ເວົ້າ​ເຖິງ​ຄວາມ​ຢາກ​ໄດ້ແຮງ​ງານ​ສ່ວນ​ເກີນທີ່​ບໍ່​ສິ້ນ​ສຸດ​ຂອງ​ເຈົ້າ​ຂອງ​ໂຮງງານ​ແລະ​ຂຸນ​ນາງ, ກ.ມາກ ​ໄດ້​ຂຽນ​ວ່າ: ທຶນ​ບໍ່​ໄດ້​ປະດິດ​ແຮງ​ງານ​ສ່ວນ​ເກີນ​ອອກ​ມາ. ບ່ອນ​ໃດ​ທີ່​ພາກສ່ວນ​ໜຶ່ງ​ຂອງ​ສັງຄົມ​ກຳ​ສິດ​ຜູກຂາດຕໍ່​ພາຫະນະ​ກາ​ຜະລິດ ​ແມ່ນ​ຢູ່​ບ່ອນ​ນັ້ນ ຜູ້​ອອກ​ແຮງ​ງານ, ມີ​ອິດສະຫຼະ​ຫຼື​ບໍ່​ມີ​ອິດສະຫຼະ, ລ້ວນ​ແຕ່​ຖືກ​ບັງຄັບ​ໃຫ້​ຕື່ມ​ໃສ່​ຈຳນວນ​ເວລາ​ແຮງ​ງານ​ທີ່​ຈຳ​ເປັນ​ໃນ​ການ​ລ້ຽງ​ດູ​ຕົວ​ເອງ ບາງ​ສ່ວນ​ຂອງ​ເວລາ​ແຮງ​ງານ​ພິ​ເສດ​ທີ່​ໃຊ້​ໃນ​ການ​ຜະລິດອຸປະກອນ​ການ​ດຳລົງ​ຊີວິດ ​ໃຫ້​ແກ່​ຜູ້​ເປັນ​ເຈົ້າ​ຂອງ​ພາຫະນະ​ການ​ຜະລິດ, ​ເຖິງ​ວ່າ​ຜູ້​ຖື​ກຳມະສິດ​ພາຫະນະ​ຫານ​ຜະລິດ​ນັ້ນ​ຈະ​ເປັນ​ຂຸນ​ນາງ, ​ເຈົ້າ​ທາດ, ​ເຈົ້າ​ຖິ່ນ, ​ເຈົ້າ​ຂອງ​ສວນສະ​ໄໝ​ໃໝ່ ຫຼື​ນາຍທຶນ ກໍ່​ເຊັ່ນ​ດຽວ​ກັນ(3).

ຈາກ​ສິ່ງ​ທີ່​ນຳ​ສະ​ເໜີ​ຂ້າງ​ເທິງ, ສາມາດ​ເຂົ້າ​ໃຈ​ໄດ້​ວ່າ ການ​ຂູດ​ຮີດ​ແມ່ນພຶດຕິ​ກຳ​ຂອງ​ເຈົ້າ​ຂອງ​ພາຫະນະ​ການ​ຜະລິດທີ່ຢຶດ​ເອົາ​ແຮງ​ງານ​ສ່ວນ​ເກີນ (​ແລະ​ບາງ​ເທື່ອ ​ໄດ້​ຢຶດ​ເອົາ​ສ່ວນ​ໜຶ່ງ​ໃນ​ແຮງ​ງານ​ຈຳ​ເປັນ) ຂອງ​ຜູ້​ຜະລິດ​ໂດຍ​ກົງ. ວິທີ​ການຂູດ​ຮີດມີ​ລັກສະນະ​ສະ​ເພາະ ຂຶ້ນ​ຢູ່​ກັບ​ແຕ່ລະຮູບ​ຖານ​ເສດຖະກິດ-ສັງ​ຄົງ ​ແລະ ຕົ້ນຕໍ​ແມ່ນ​ຖືກ​ຕັດສິນ​ໂດຍ​ວິທີ​ສົມທົບ​ກຳລັງ​ແຮງ​ງານ​ກັບ​ພາຫະນະ​ການ​ຜະລິດ. ​ແມ່ນ​ຮູບ​ການ​ຊຶ່ງ​ໃນ​ນັ້ນ​ຂະ​ເຈົ້າ​ຂູດ​ຮີດ​ແຮງ​ງານ​ສ່ວນ​ເກີນ​ນັ້ນ​ເອງ ກາຍ​ເປັນ​ມາດຖານ​ເພື່ອ​ຈຳ​ແນ​ກບັນດາ​ຮູບ​ຖານ​ເສດຖະກິດ-ສັງຄົມ.

ປະຫວັດ​ແຫ່ງ​ການ​ກຳ​ເນີ​ດ​ແລະ​ຜັນ​ປ່ຽນ​ຂອງ​ບັນດາ​ຮູບ​ແບບ​ການ​ຂູດ​ຮີດ​ເທິງ​ນີ້ ​ແມ່ນ​ຕາມ​ລຳດັບ​ການ​ພັດທະນາຂອງ​ສັງຄົມ​ມະນຸດ​ໂດຍ​ທົ່ວ​ໄປ, ​ແຕ່​ໃນ​ແຕ່ລະ​ປະ​ເທດ​ອາດ​ຈະ​ເປັນ​ຍ້ອນ​ເງື່ອນ​ໄຂ​ສະ​ເພາະ​ທີ່​ມີ​ການ​ພັດທະນາສະ​ເພາະ. ຕົວຢ່າງ: ຕາມ​ຂໍ້​ມູນ​ປະຫວັດສາດ, ຫວຽດນາມ​ບໍ່​ໄດ້​ຜ່ານ​ແບບ​ວິທີ​ການ​ກຳມະສິດ​ຂ້າ​ທາດ ​ແຕ່​​​ໄດ້​ຫັນປ່ຽນຈາກ​ລະບອບ​ກອມ​ມູນ​ປະຖົມ​ບູລານ​ຂຶ້ນ​ສູ່​ລະອບບສັກດິນາ​ໂດຍ​ກົງ.

ການຄາດ​ຄະ​ເນ​ກ່ຽວ​ກັບການ​ສູນ​ສະຫຼາຍ​ຂອງ​ການ​ພົວພັນ​ຂູດ​ຮີດ

ກ.ມາກ ​ໄດ້​ຄາດ​ຄະ​ເນ​ວ່າ: ຕາມ​ທ່ວງທ່າ​ການ​ພັດທະນາ​ຂອງ​ອຸດສາຫະກຳ​ໃຫຍ່, ການສ້າງ​ຊັບ​ສິນ​ສິ່ງ​ຂອງ​ຂຶ້ນ​ມາ​ຈະ​ຂຶ້ນ​ຢູ່​ກັບ​ເວລາ​​ແຮງງານ​ແລະ​ຈຳນວນ​ຄ່າ​ໃຊ້​ຈ່າຍ​ແຮງ​ງານ​ໜ້ອຍ​ລົງ ​ແຕ່​ຂຶ້ນ​ຢູ່​ກັບລະດັບ​ທົ່ວ​ໄປ​ຂອງ​ວິທະຍາສາດ ​ແລະຄວາມ​ກ້າວໜ້າ​ດ້ານ​ເຕັກນິກ, ຫຼື​ວ່າ​ຂຶ້ນ​ຢູ່​ກັບ​ການ​ປະ​ຢຸກ​ໃຊ້ວິທະຍາສາດ​ນັ້ນ​ໃນ​ການ​ຜະລິດ. ​ແຮງ​ງານ​ສະ​ແດງ​ອອກ​ບໍ່​ແມ່ນ​ແຮງ​ງານ​ສ່ວນ​ຫຼາຍ​ທີ່​ຮ່ວມ​ເຂົ້າ​ໃນ​ຂະ​ບວນການ​ຜະລິດ ​ແຕ່​ຕົ້ນຕໍ​ແມ່ນ​ແຮງ​ງານ​ປະ​ເພດ​ໜຶ່ງ ​ຊຶ່ງ​ໃນ​ນັ້ນ​ຄົນ​ເຮົາ​ເປັນ​ຜູ້​ກວດກາ​ແລະດັດສົມ​ຂະ​ບວນການ​ຜະລິດ. ລະບົບ​ເຄື່ອງ​ຈັກ​ອັດຕະ​ໂນ​ມັດ​ຈະ​ຄ່ອຍໆ​​ແທນທີ່​ແຮງ​ງານ​ໂດຍ​ກົງສ່ວນ​ໃຫຍ່. ​ເພາະສະ​ນັ້ນ, ​ແທນ​ທີ່​ຈະ​ເປັນ​ຕົວ​ແທນ​ຕົ້ນຕໍ​ຂອງ​ຂະ​ບວນການ​ຜະລິດ, ກຳມະກອນ​ພັດ​ຢືນ​ຢູ່​ຄຽງຂ້າງ​ຂະບວນການ​ດັ່ງກ່າວ​ນັ້ນ. ​ເວລາ​ນັ້ນ, ປັນຍາ​ຄວາມ​ຮູ້​ກາຍ​ເປັນ​ກຳລັງ​ການ​ຜະລິດ​ໂດຍ​ກົງ, ການ​ນຶກ​ຄິດ​ປະດິດ​ກາຍ​ເປັນ​ອາຊີບ​ພິ​ເສດ​ໜຶ່ງ ​ແລະ ສຳລັບ​ອາຊີບ​ນີ້ ການ​ນຳ​ໃຊ້​ວິທະຍາສາດ​ເຂົ້າ​ໃນພື້ນຖານ​ການ​ຜະລິດ​ໂດຍ​ກົງ ກາຍ​ເປັນ​ໜຶ່ງ​ໃນ​ບັນດາ​ປັດ​ໄຈຊີ້​ຂາດ​ແລະ​ກະ​ຕູ້ນ. ຂະ​ບວນການ​ຜະລິດ​ຈາກ​ບ່ອນ​ທີ່​ເປັນ​ຂະ​ບວນການ​ອອກ​ແຮງ​ງານ​ງ່າຍດາຍ ກາຍ​ເປັນຂະ​ບວນການ​ວິທະຍາສາດ. ​ແຮງ​ງານ​ໂດຍ​ກົງ​ທາງ​ດ້ານ​ປະລິມານ​ຈະປະກອບ​ເປັນ​ສ່ວນ​ນ້ອຍ, ທາງ​ດ້ານ​ຄຸນ​ນະພາ​ບຈະ​ປ່ຽນ​ເປັນ​ອົງ​ປະກອບ​ທີ່​ຈຳ​ເປັນ, ​ແຕ່​ເປັນ​ຮອງ​ທຽບ​ກັບ​ແຮງ​ງານ​ວິທະຍາສາດ​ທີ່​ແຜ່​ຫຼາຍ ​ແລະ ຕໍ່​ການ​ນຳ​ໃຊ້​ວິທະຍາສາດ​ທຳ​ມະ​ສາດ​ເຂົ້າ​ໃນ​ເຕັກ​ໂນ​ໂລ​ຊີ.

​ເມື່ອ​ແຮງ​ງານ​ໃນ​ຮູບ​ຖານ​ໂດຍ​ກົງ​ບໍ່​ແມ່ນ​ແຫຼ່ງຊັບ​ສິນ​ສິ່ງ​ຂອງ​ອີກ​ຕໍ່​ໄປ ພື້ນຖານ​ການ​ຜະລິດ​ທີ່​ອີງ​ໃສ່​ຄຸນຄ່າ​ແລກປ່ຽນ​ຈະ​ຖືກ​ພັງ​ທະລາ​ຍ ​ແລະ ການ​ຫຼຸດຜ່ອນ​​ເວລາແຮງ​ງານຈຳ​ເປັນ​ເພື່ອ​ເພີ່ມ​ເວລາ​ແຮງ​ງານ​ສ່ວນ​ເກີນ ຈະ​ຖືກ​ແທນ​ທີດ້ວຍ​ການ​ເພີ່ມ​ເວລາ​ຫວ່າງ​ໃຫ້​ກັບ​ສັງຄົມ​ໂດຍ​ລວມ ​ແລະ​ໃຫ້​ສະມາຊິກ​ແຕ່ລະຄົນ​ຂອງ​ສັງຄົມ, ໝາຍ​ຄວາມ​ວ່າ​ ສ້າງ​ຄວາມ​ສາມາດ​ອັນ​ກວ້າງຂວາງ​ເພື່ອພັດທະນາ​ກຳລັງ​ການ​ຜະລິດ​ຂອງ​ແຕ່ລະຄົນ​ຢ່າງ​ເຕັມທີ​ສົມບູນ, ກໍ່​ຄື​ຂອງ​ທົ່ວ​ສັງຄົມ.

​ໃນ​ເງື່ອນ​ໄຂ​ດັ່ງ​ກ່າວ​, ຊາວ​ກຳມະກອນຕ້ອງ​ເຂົ້າ​ຄອບ​ຄອງ​ແຮງ​ງານ​ສ່ວນ​ເກີນ​ຂອງ​ຕົນ​ເອງ. ​ເວລາໃດ​ກຳມະກອນ​ເລີ່​ມປະຕິບັດ​ວຽກ​ດັ່ງກ່າວ, ​ເວລາ​ນັ້ນ, ດ້ານ​ໜຶ່ງ, ສິ່ງ​ວັດ​ແທກ​ເວລາ​ແຮງ​ງານ​ຈຳ​ເປັນ​ນັ້ນ​ແມ່ນຄວາມ​ຕ້ອງການ​ສ່ວນ​ບຸ​ຄົນ​ສັງຄົມ; ດ້ານ​ອື່ນ, ການ​ພັດທະນາ​ຂອງ​ກຳລັງ​ການ​ຜະລິດ​ສັງຄົມ​ຈະ​ເກີດ​ຂຶ້ນ​ຢ່າງ​ໄວວາ ​ເຖິງ​ລະດັບ​ການ​ຜະລິດ​ຈະ​ແນ​ໃສ່​ຄວາມ​ຮັ່ງມີຂອງ​ທຸກໆ​ຄົນ, ​ແລະ​ເວລາ​ຫວ່າງ​ຂອງ​ແຕ່ລະຄົນ​ກໍ່​ເພີ່ມ​ຂຶ້ນ. ດັ່ງ​ນັ້ນ, ຄວາມ​ຮັ່ງມີ​ທີ່​ແທ້​ຈິງ​ນັ້ນ​ ແມ່ນກຳລັງ​ການ​ຜະລິດ​ທິ່ພັດທະນາ​ຂອງບຸກຄົນ​ທຸກ​ຄົນ. ​ເວລາ​ນັ້ນ, ສິ່ງ​ວັດ​ແທກ​ຄວາມ​ຮັ່ງມີ​ບໍ່​ແມ່ນ​ເວລາ​ອອກ​ແຮງ​ງານ​ອີກ, ​ແຕ່​ແມ່ນ​ເວ​ລາຫວ່າງ(4).

ການ​ຄາດ​ຄະ​ເນ​ທາງ​ວິທະຍາສາດ​ຂ້າງ​ເທິງ ມີ​ຫຼາຍ​ຈຸດ​ທີ່​ເໝາະ​ສົມ​ກັບ​ການພັດທະນາ​ເສດຖະກິດ​ພູມ​ປັນຍາ​ໃນ​ປະຈຸ​ບັນ ​ແລະ ​ໄດ້​ຊີ້​ບອກ​ເຖິງເງື່ອນ​ໄຂ​ເພື່ອ​ໃຫ້ການ​ພົວພັນ​ຂູດ​ຮີດ​ສູນ​ສະຫຼາຍ, ນັ້ນ​ແມ່ນ​ການ​ພັດທະນາ​ສູງ​ທີ່​ສຸດ​ຂອງ​ກຳລັງ​ການ​ຜະລິດ, ​ເມື່ອ​ເສດຖະກິດ​ພູມ​ປັນຍາ​ໄດ້​ບັນລຸ​ເຖິງຈຸດ​ສູງ​ສຸດ. ຍ້ອນ​ແນວ​ນັ້ນ, ຕ້ອງ​ກຳ​ແໜ້ນ​ມູນ​ຫຼັກ: “ບໍ່​ມີ​ຮູບ​ຖານ​ສັງຄົມ​​ໃດສູນ​ສະຫຼາ​ຍກ່ອນ ​ເມື່ອ​ບັນດາ​ກຳລັງ​ການ​ຜະລິດ​ທັງ​ໝົດ​ທີ່​ຮູບ​ຖານ​ສັງຄົມ​ນັ້ນ​ສ້າງ​ພື້ນ​ທີ່​ຄົບ​ຖ້ວນ​ໃຫ້​ມັນ​ຂະຫຍາຍຕົວ, ຍັງ​ບໍ່​ທັນພັດທະນາ, ​ແລະ ບັນດາ​ການ​ພົວພັນ​ການ​ຜະລິດ​ໃໝ່​ທີ່​ສູງ​ກວ່າ ກໍ່​ຈະບໍ່​ປະກົດ​ຕົວ​ກ່ອນ​ເມື່ອ​ທີ່​ບັນດາ​ເງື່ອນ​ໄຂຄົງ​ຕົວ​ດ້ານ​ວັດຖຸ​ຂອງ​ການ​ພົວພັນ​ນັ້ນ​ ຍັງ​ບໍ່​ທັນ​ສຸກ​ງອມ​ພາຍໃນສັງຄົມ​ເກົ່າ. ດັ່ງ​ນັ້ນ, ມະນຸດຊາດຍາມ​ໃດ​ກໍ່​ພຽງ​ແຕ່​ກຳນົດ​ໜ້າ​ທີ່​ທີ່​ຕົນ​ສາມາດ​ແກ້​ໄຂ​ໄດ້, ​ເພາະ​ເມື່ອ​ພິຈາລະນາ​ຢ່າງ​ລະອຽດ, ຍາມ​ໃດຜູ້​ຄົນ​ກໍ່​ເຫັນ​ວ່າ ໜ້າ​ທີ່​ນັ້ນ​ຈະ​ເກີດ​ຂຶ້ນ​ກໍ່​ຕໍ່​ເມື່ອບັນດາ​ເງື່ອນ​ໄຂ​ວັດຖຸ​ເພື່ອ​ແກ້​ໄຂ​ໜ້າ​ທີ່​ນັ້ນ​ມີ​ຢູ່​ແລ້ວ, ຫຼື​ຢ່າງ​ໜ້ອຍ​ກໍ່​ຢູ່​ໃນ​ຂະ​ບວນການ​ເປັນ​ຮູບ​ເປັນ​ຮ່າງ​ຂຶ້ນ”(5).

ດັ່ງ​ນັ້ນ, ບໍ່​ສາມາດ​ຮີບ​ຮ້ອນ​ລົບ​ລ້າງ​ການ​ຂູດ​ຮີດ​ ເມື່ອ​ກຳ​ລັງ​ການ​ຜະລິດ​ຍັງ​ບໍ່​ທັນຮຽກຮ້ອງ, ​ເມື່ອ​ການ​ພົວພັນ​ຂູດ​ຮີດ​ຍັງ​ບໍ່​ທັນ​ກາຍ​ເປັນ​ຊິກ​ໂຊ້ກີດຂວາງ​ການ​ພັດທະນາ​ກຳລັງ​ການ​ຜະລິດ, ​ເມື່ອ​ບັນດາ​ເງື່ອນ​ໄຂສຳລັບການ​ສູນ​ສະຫຼາຍຂອງ​ການ​ພົວພັນ​ຂູ​ຮີດ​ ​ບໍ່​ທັນ​ປະກົດ​ຕົວ.

ກຳນົດ​ທັດສະນປະຫວັດສາດ​ສະ​ເພາະ​ໃນ​ເມື່ອຈັດການ​ແກ້​ໄຂ​ສາຍ​ພົວພັນ​ຂູດ​ຮີດ

ສິ່ງ​ຕ່າງໆ​ທີ່​ນຳ​ສະ​ເໜີ​ຂ້າງ​ເທິງ​ສະ​ແດງ​ໃຫ້​ເຫັນ​ວ່າ, ການ​ຜັນ​ປ່ຽນ​ຂອງ​ບັນດາ​ຮູບ​ການ​ຂູດ​ຮີດ​ຕິດ​ແໜ້ນ​ກັບ​ການ​ພັດທະນາ​ຂອງ​ກຳລັງ​ການ​ຜະລິດ. ດັ່ງ​ນັ້ນ, ​ເມື່ອ​ປະພຶດ​ຕໍ່​ການ​ພົວພັນ​ຂູດ​ຮີດບໍ່​ຄວນ​ອີງ​ໃສ່​ອາ​ລົມຂອງ​ຕົນ​ເພື່ອກຳ​ນົດ​ວ່າ​ມັນ​ດີ​ຫຼື​ບໍ່, ​ແຕ່​ຕ້ອງ​ພິຈາ​ລາ​ນາ​ບົດບາດ​ປະຫວັດສາດ​ຂອງ​ມັນຕໍ່​ກັບ​ການ​ພັດທະນາ​ກຳລັງ​ການ​ຜະລິດ ​ໃນ​ແຕ່​ລະສະ​ຖານະ​ການ. ຕົວຢ່າງ​ເຊັ່ນ, ລະບອບ​ກຳມະສິດ​ຂ້າ​ທາດ​ໂຫດຮ້າຍ​ຫຼາຍ ​ແລະ ​ເຄີຍ​ຖືກ​ກ່າວ​ປະນາມ, ​ແຕ່​ທຽບ​ກັບ​ລະບອບ​ກອມ​ມູນ​ປະຖົມ​ບູຮານ ມັນ​ແມ່ນ​ບາດກ້າວ​ຄືບ​ໜ້າ​ຂອງ​ປະຫວັດສາດ​ສັງຄົມ​ມະນຸດ, ​ເຖິງ​ວ່າ​ໃນ​ກອມ​ມູນ​ປະຖົມ​ບູຮານ​ບໍ່​ມີ​ການ​ພົວພັນ​ຂູດ​ຮີດ​ກໍ່ຕາມ. ​ເພາະສະ​ນັ້ນ, ຟ.ອັງ​ແກນ ກ່າວ​ວ່າ: “​ເພື່ອ​ໃຊ້​ຂ້າ​ທາດ, ຂະ​ເຈົ້າ​ຕ້ອງ​ມີ​ສອງ​ຢ່າງ: ໜຶ່ງ​ແມ່ນ, ມີ​ເຄື່ອງມື​ແລະ​ເປົ້າ​ໝາຍ​ການ​ອອກ​ແຮງ​ງານ​ໃຫ້​ຂ້າ​ທາດ​ເຮັດ​ວຽກ ​ແລະ ສອງ​ແມ່ນ, ມີ​ອຸປະ​ກອນຕ່າງໆ​ເພື່ອ​ລ້ຽງ​ຂ້າ​ທາດ​ນັ້ນ​ໃຫ້​ມີ​ຊີວິດ​ຢູ່​​ໃນ​ຄວາມ​ທຸກ​ຍາກ. ດັ່ງ​ນັ້ນ, ກ່ອນ​ທີ່​ລະບອບ​ຂ້າ​ທາດ​ອາດ​ຈະ​ປະກົດ​ຕົວຂຶ້ນ​ມາ​ໄດ້, ຄົນ​ເຮົາ​ຕ້ອງ​ບັນລຸ​ລະດັບ​ການ​ຜະລິດ​ທີ່​ແນ່ນອນ...”. “ບໍ່​ມີ​ລະບອບ​ຂ້າ​ທາດ​ກໍ່ຈະ​ບໍ່​ມີ​ປະ​ເທດ​ເກຣັກ, ບໍ່​ມີສິນ​ລະ​ປະ​ແລະ​ວິທະຍາສາດ​ເກຣັກ; ບໍ່​ມີ​ລະບອບ​ຂ້າ​ທາດ​ກໍ່​ຈະ​ບໍ່​ມີຈັກກະພັດ​ໂລມັນ. ຫາກ​ບໍ່​ມີ​ພື້ນຖານ​ຂອງ​ອາລະຍະ​ທຳ​ເກຣັກ ​ແລະ​ ຈັກກະ​ພັດ​ໂລມັນ ກໍ່​ຈະ​ບໍ່​ມີ​ເອີຣົບ​ທັນ​ສະ​ໄໝ. ພວກ​ເຮົາ​ຕ້ອງ​ບໍ່​ມີ​ວັນ​ລືມວ່າ ປະຖົມ​ປັດ​ໄຈ​ຂອງ​ການ​ພັດທະນາ​ເສດຖະກິດ, ການ​ເມືອງ ​ແລະ ປັນຍາ​ຄວາມ​ຮູ້​ທັງ​ໝົດ​ຂອງ​ພວກ​ເຮົາ ນັ້ນ​ແມ່ນສະຖານະ​ພາບ​ໜຶ່ງ​ຊຶ່ງ​ໃນ​ນັ້ນ​ລະບອບ​ຂ້າ​ທາດ​ກໍ່​ເປັນ​ສິ່ງ​ຈຳ​ເປັນ​ແທ້ໆ ຕາມ​ທີ່​ທຸກ​ຄົນ​ຍອມຮັບ. ຕາມ​ຄວາມ​ໝາຍ​ນັ້ນ, ພວກ​ເຮົາ​ມີ​ສິດ​ເວົ້າ​ວ່າ: ຖ້າ​ບໍ່​ມີ​ລະບອບ​ຂ້າ​ທາດ​ບູຮານ, ກໍ່​ຈະ​ບໍ່​ມີ​ລັດທິ​ສັງຄົມ​ນິຍົມສະ​ໄໝ​ໃໝ່”(6).

ຫຼື​ວ່າ, ການ​ຜະລິດ​ຄຸນຄ່າ​ສ່ວນ​ເກີນ​​ແມ່ນ​ກົດ​ເກນ​ເດັດ​ຖານ​ຂອງ​ລັດທິ​ທຶນ​ນິຍົມ ​ແລະ ລັດ​ທະ​ທຶນ​ນິຍົມ​ເກີດ​ຂຶ້ນມາ “​ເຕັມ​ໄປ​ດ້ວຍ​ເລືອດ​ແລະ​ຂີ້ຕົມ​ໃນ​ທຸກ​ຂຸມ​ຂົນ​ຂອງ​ມັນ”, ​ແຕ່​ມັນ​ໄດ້​ມີ​ຄວາມ​ກ້າວໜ້າ​ກວ່າ​ການ​ຜະລິດ​ນ້ອຍ ກະ​ແຈກ​ກະຈາຍ ​ຂອງ​ຊາວນາ​ແລະ​ຊ່າງ​ຫັດຖະກຳ​ເອກະລາດ ​ເອກະ​ເທດ, ​ເຖິງ​ວ່າການ​ຜະລິດ​ນ້ອຍ​ບໍ່​ມີ​ການພົວພັນ​ຂູດ​ຮີດ. ດ້ວຍ​ເຫດ​ນັ້ນ, ກ.ມາກ​ ໄດ້​ເນັ້ນ​ວ່າ: “ພວກ​ເຮົາ​ຕ້ອງ​ທົນທຸກທໍລະມານ​ບໍ່​ພຽງ​ແຕ່​ຍ້ອນການ​ພັດທະນາ​ຂອງ​ພື້ນຖານການ​ຜະລິດ​ທຶນນິຍົມ, ​ແຕ່​ຍັງ​ຕ້ອງ​ທົນ​ທຸກທໍລະມານ​ຍ້ອນ ​ມັນຍັງ​ບໍ່​ໄດ້​ຮັບ​ການ​ພັດທະນາ​ຢ່າງ​ເຕັມ​ສ່ວນ. ນອກຈາກ​ໄພພິບັດ​ໃນ​ຍຸກ​ປະຈຸ​ບັນ, ພວກ​ເຮົາ​ຍັງ​ຕ້ອງ​ທົນ​ຕໍ່ຄວາມ​ເດືອດຮ້ອນ​ຈາກ​ໄພພິບັດ​ທິ່ສືບ​ທອດມາ ຍ້ອນ​ບັນດາ​ແບບ​ວິທີ​ການ​ຜະລິດ​ເກົ່າທີ່​ຫຼ້າ​ສະ​ໄໝ ຍັງສືບ​ຕໍ່​ຄົງ​ຕົວ​ຢູ່​ ພ້ອມ​ທັງ​ການ​ພົວພັນ​ການ​ເມືອງ​ແລະ​ສັງຄົມນອກ​ລະດູ​ການ​ເກີດ​ຂຶ້ນ​ໂດຍ​ພວກ​ມັນ”(7).

ຟ.ອັງ​ແກນ ກໍ່​ໃຫ້​ຄຳ​ສັງ​ເກດ​ວ່າ: “ມາກເນັ້ນ​ໜັກ​ເຖິງ​ດ້ານ​ລົບ​ຂອງ​ການ​ຜະລິດ​ທຶນ​ນິຍົມ​ຢ່າງ​​ເຄັ່ງຂຶມ​ຄື​ແນວ​ໃດ ​ເພີ່ນ​ກໍ່​ໄດ້​ຢັ້ງຢືນຢ່າງ​ຈະ​ແຈ້ງ​ຄື​ແນວ​ນັ້ນວ່າ ຮູບ​ຖານ​ສັງຄົມ​ນັ້ນ​ແມ່ນ​ຈຳ​ເປັນສຳລັບ​ການ​ພັດທະນາກຳລັງ​ການ​ຜະລິດ​ຂອງ​ສັງຄົມ​ເຖິງລະດັບ​ສູງ ​ເຖິງ​ຂັ້ນ​ເຮັດ​​ໃຫ້ສະມາຊິກທຸກຄົນ ​ໃນ​ສັງຄົມສາມາດ​ພັດທະນາ​ໄດ້​ຢ່າງ​ເທົ່າ​ທຽມ​ກັນ ​ໃນ​ແບບ​ທີ່​ເໝາະສົມ​ກັບກຽດ​ສັກ​ສີ​ຂອງ​ມະນຸດ. ທຸກ​ຮູບ​ຖານສັງຄົມ​ກ່ອນ​ໜ້າ​ນີ້​ແມ່ນ​ທຸກ​ຍາກ​ເກີນ​ໄປທີ່​ຈະ​ເຮັດ​ໄດ້​ສິ່ງ​ດັ່ງກ່າວ. ມີ​ພຽງການ​ຜະລິດ​ທຶນ​ນິຍົມ​ເທົ່າ​ນັ້ນ​ ທີ່​ສາມາດ​ສ້າງ​ຊັບ​ສິນ​ສິ່ງ​ຂອງ ​ແລະກຳລັງ​ການ​ຜະລິດທີ່​ຈຳ​ເປັນ​ເພື່ອ​ເຮັດ​ວຽກ​ນັ້ນ; ​ແຕ່​ພ້ອມ​ກັນ​ກັບກຳມະກອນ​ທີ່​ຖືກ​ກົດ​ຂີ່​ເປັນ​ຈຳນວນ​ຫຼວງ​ຫຼາຍ​ນັ້ນ ມັນ​ຍັງ​ສ້າງ​ຊົນ​ຊັ້ນ​ສັງຄົມ​ທີ່​ນັບ​ມື້​ນັບ​ຢືນ​ຕໍ່ໜ້າຄວາມ​ຈຳ​ເປັນ​ທີ່​ຈະ​ກຳ​ເອົາ​ຊັບ​ສິນ​ສິ່ງ​ຂອງ​ ແລະ​ກຳ​ລັງກາ​ນຜະລິດ​ເຫຼົ່າ​ນັ້ນ​ ເຂົ້າ​ໃນ​ກຳ​​ມື​ຂອງ​ພວກ​ເຂົາ​ເອງ ​ເພື່ອ​ນຳ​ໃຊ້​ໃຫ້​ສັງຄົມ​ທັງ​ໝົດ, ບໍ່​ແມ່ນ​ໃຊ້​ສຳລັບ​ຊົນ​ຊັ້ນ​ຜູກຂາດ​ໜຶ່ງ​ຄື​ທຸກ​ວັນ​ນີ້”(8).

ຢືນ​ທາງ​ດ້ານຜູ້​ຖືກ​ຂູດ​ຮີດ​ເພື່ອ​ພິຈາລະນາ, ຈະ​ເຫັນ​ວ່າ ​ຮູບ​ແບບ​ການ​ຂູດ​ຮີດ​ທີ​ຫຼັງ​ມີ​ຄວາມ​ຮຸນ​ແຮງ​ໜ້ອຍ​ກວ່າ​ຮູບ​ແບບ​ການ​ຂູດ​ຮີດ​ກ່ອນໜ້າ​ນີ້. ຂ້າ​ທາດ​ຖືກ​ຂາຍ​ໃຫ້​ເຈົ້າ​ທາດ ​ແລະ ​ໄດ້​ຮັບພຽງ​ຂອງ​ໃຊ້​ໃນ​ຊີວິດ​ປະຈຳ​ວັນ​ໃນ​ຈຳນວນ​ຈຳກັດ​ເທົ່າ​ນັ້ນ, ​ຜະລິດ​ຕະພັນ​ສ່ວນ​ເກີນ​ທັງ​ໝົດ​ ແລະຜະລິດ​ຕະພັນ​ຈຳ​ເປັນ​ສ່ວນ​ໜຶ່ງ​ ຖືກ​ຢຶດ​ໂດຍ​ເຈົ້າ​ທາດ.

ພວກບ່າວ​ນາຕ້ອງ​​ເສຍສ່ວຍ​ໃຫ້​ເຈົ້າ​ທີ່​ດິນ ​ໃນ​ຮູບ​ແບບ​ຂອງ​ຄ່າ​ເຊົ່າ​ທີ່​ດິນດ້ວຍ​ແຮງ​ງານ, ຄ່າ​ເຊົ່າ​ທີ່​ດິນ​ດ້ວຍ​ວັດຖຸ ​ແລະ ສຸດ​ທ້າຍ​ແມ່​ນຄ່າ​ເຊົ່າທີ່​ດິນ​ດ້ວຍ​ເງິນ. ​ໃນ​ຮູບ​ແບບຄ່າ​ເຊົ່າ​ທີ່​ດິນ​ດ້ວຍ​ແຮງ​ງານ, ແຮງ​ງານ​ທີ່​ຜູ້​ຜະລິດ​ໂດຍ​ກົງ​ເຮັດ​ໃຫ້​ຕົນ​ເອງ (​ແຮງ​ງານ​ຈຳ​ເປັນ) ​ໄດ້​ແຍກອອກ​ທາງ​ດ້ານ​ພື້ນ​ທີ່​ແລະ​ເວລາ​ ຈາກແຮງ​ງານ​ສ່ວນ​ເກີນທີ່​ເຂົາ​ເຮັດ​ໃຫ້​ເຈົ້າ​ທີ່​ດິນ. ​ເຖິງ​ຈະ​ເປັນ​ການ​ພົວພັນ​ຂູດ​ຮີດ, ຜູກ​ທາດ​ແລະ​ປົກຄອງ​ກໍ່​ຕາມ, ​ແຕ່​​ເມື່ອທຽບ​ກັບ​ຂ້າ​ທາດ​ແລ້ວ ການ​ຂຶ້ນ​ຕໍ່​ໄດ້​ຫຼຸດ​ໜ້ອຍ​ຖອຍລົງ​ເທື່ອ​ລະ​ກ້າວ​ຈົນ​ກວ່າ​ມັນ​ເປັນ​ພຽງ​ແຕ່ໜ້າ​ທີ່​​ເສຍສ່ວຍ. ​ໃນ​ຮູບ​ແບບ​ຄ່າ​ເຊົ່າ​ທີ່​ດິນ​ດ້ວຍ​ແຮງ​ງານ, ຜູ້​ຜະລິດ​ໂດຍ​ກົງ​ເຮັດ​ວຽກ​ຢ່າງ​ອິດ​ສະລະ​ໃນ​ທີ່​ດິນ​ທີ່ພວກເຂົາຄອບ​ຄອງ ດັ່ງ​ນັ້ນພວກ​ເຂົາ​ໄດ້​ຕັ້ງໜ້າ​ອອກ​ແຮງ​ງານ ​ແລະ ສາມາດ​ປັບປຸງ​ສະຖານະ​ພາບ​ຂອງ​ຕົນ, ສາ​ມາດ​ກາຍ​ເປັນ​ດີ ​ແລະ ຜະລິດສ່ວນ​ລື່ນ​ເຫຼືອ​ນອກຈາກ​ອຸປະກອນ​ການ​ດຳລົງ​ຊີວິດ​ທີ່​ຈຳ​ເປັນ​ຂອງ​ເຂົາ, ໝາຍ​ຄວາມ​ວ່າ ​ພວກ​ເຂົາ​ສາມາດ​ເຮັດ​ໃຫ້ຊັບ​ສິນ​ຂອງ​ຕົນ​ເພີ່ມ​ຂຶ້ນ​ຢ່າງ​ເປັນ​ເອກະລາດ, ຫຼື​ເພີ່ມ​ຄວາມ​ຮັ່ງມີ​ຂອງ​ພວກ​ເຂົາ.

​ເມື່ອ​ຄ່າ​ເຊົ່າ​ທີ່​ດິນ​ດ້ວຍ​ແຮງ​ງານ​ປ່ຽນ​ເປັນ​ຄ່າ​ເຊົ່າ​ທີ່​ດິນ​ດ້ວຍ​ວັດຖຸ, ​ແມ່ນ​ຜູ້​ຜະລິດ​ໂດຍ​ກົງ, ຜູ້​ຄອບ​ຄອງບັນດາເງື່ອນ​ໄຂ​ການ​ອອກ​ແຮງ​ງານ​ທີ່​ຈຳ​ເປັນ, ຕ້ອງ​ສະໜອງ​ບັນດາ​ຜະລິດ​ຕະພັນ​ສ່ວນ​ເກີນໃຫ້​ຜູ້​ກຳມະສິດ​ບັນດາ​ເງື່ອນ​ໄຂ​ການ​ອອກ​ແຮງ​ງານ, ນັ້ນຄື​ເຈົ້າ​ຂອງ​ດິນ​ນາ, ບໍ່​ວ່າ​ເຈົ້າ​ຂອງ​ດິນ​ນາ​ຈະ​ເປັນບຸກຄົນ​ຫຼື​ເປັນ​ລັດ. ຄ່າ​ເຊົ່າ​ທີ່​ດິນ​ດ້ວຍ​ວັດຖຸ​ຕ່າງ​ກັນ​ກັບ​ຄ່າ​ເຊົ່າ​ທີ່​ດິນ​ດ້ວນ​ແຮງ​ງານຢູ່​ທີ່ ​ແຮງ​ງານ​ສ່ວນ​ເກີນບໍ່​ຈຳ​ເປັນ​ຕ້ອງ​ໄດ້​ປະຕິບັດ​ພາຍ​ໃຕ້​ຮູບ​ຖານ​ມຳມະ​ຊາດ​ຂອງ​ມັນ, ດັ່ງ​ນັ້ນ ກໍ່​ບໍ່​ຕ້ອງ​ປະຕິບັດ​ພາຍ​ໃຕ້​ການ​ຕິດຕາມ​ກວດກາ​ແລະ​ການບັງຄັບ​ໂດຍ​ກົງ​ຂອງ​ເຈົ້າ​ທີ່​ດິນ ຫຼືຂອງ​ຜູ້ຕາງໜ້າ​ເຈົ້າ​ທີ່​ດິນ. ກົງກັນຂ້າມ, ຜູ້​ຜະລິດ​​ໂດຍ​ກົງ​ປະຕິບັດ​ແຮງ​ງານ​ສ່ວນ​ເກີນຕາມ​ຂໍ້​ກຳນົດ​ຂອງ​ກົດໝາຍ, ​ໃນ​ທົ່ງ​ນາ​ຕົວ​ຈິງ​ເປັນ​ຂອງ​ເຂົາ​ ແລະ​ເຂົາ​ເອງ​ເປັນ​ຜູ້​ປູກຝັງ, ບໍ່​ໄດ້​ຢູ່​ໃນ​ຜືນ​ນາ​ຂອງ​ເຈົ້າ​ຖິ່ນ​ຄື​ແຕ່​ກ່ອນ. ຜູ້​ຜະລິດ​ໂດຍ​ກົງ​ອາດ​ຈະ​ໃຊ້​ເວລາ​ແຮງ​ງານ​ທັງ​ໝົດ​ຂອງ​ຕົນ​ຫຼາຍ​ຫຼື​ໜ້ອຍ, ​ເຖິງ​ວ່າ​ສ່ວນ​ໜຶ່ງ​ໃນ​ເວລາ​ແຮງ​ງານ​ນັ້ນ ຍັງ​ຕ້ອງ​ອອກ​ແຮງ​ງານ​ໃຫ້​ເຈົ້າ​ທີ່​ດິນ ໂດຍ​ບໍ່​ຮັບ​ຄ່າ​ແຮງ​, ​ແຕ່​ມີ​ຄວາມ​ແຕກ​ຕ່າງ​ຢູ່​ທີ່ ດຽວ​ນີ້​ເຈົ້າ​ທີ່​ດິນ​ບໍ່​ຮັບ​ແຮງ​ງານ​ສ່ວນ​ເກີນ​ນັ້ນ ພາຍ​ໃຕ້​ຮູບ​ຖານ​ທຳ​ມະ​ຊາດ​ຂອງ​ມັນ​ອີກ ​ແຕ່​ພາຍ​ໃຕ້​ຮູບ​ຖານ​ຜະລິດ​ຕະພັນຊຶ່ງ​ໃນ​ນັ້ນ​ແຮງ​ງານ​ສ່ວນ​ເກີນ​​ໄດ້​ຮັບ​ການ​ປະຕິບັດ. ​ແຮງ​ງານ​ທີ່​ຜູ້​ຜະລິດ​ໂດຍ​ກົງ​ເຮັດ​ໃຫ້​ຕົວ​ເອງ ​ແລະ​ແຮງ​ງານ​ທີ່ລາວ​ສະໜອງ​ໃຫ້​ເຈົ້າ​ທີ່​ດິນນັ້ນ ບໍ່​ແຍກ​ອອກ​ຈາກ​ກັນທາງ​ດ້ານພື້ນ​ທີ່​ແລະ​ເວລາ​ອີກ. ນອກຈາກ​ນັ້ນ, ຜູ້​ຜະລິດ​ໂດຍ​ກົງ​ຍັງ​ສາມາດ​ສົມທົບ​ວຽກ​ງານຂອງ​ຄອບຄົວ​ກັບ​ການ​ກະສິກຳ.

ຄ່າ​ເຊົ່າ​ທີ່​ດິນ​ດ້ວຍ​ວັດຖຸອາດ​ຈະບໍ່​ຖອນ​ແຮງ​ງານ​ສ່ວນ​ເກີນ​ທັງ​ໝົດ, ອາດ​ຈະ​ໃຫ້ຜູ້​ຜະລິດ​ໂດຍ​ກົງມີ​ຂອບເຂດການ​ເຄື່ອນ​ໄຫວ​ທີ່​ກວ້າງ​ກວ່າ, ຊ້ຳ​ບໍ່​ໜຳ ​ຍັງ​ມີ​ຄວາມ​ສາມາດ​ເຮັດ​ໃຫ້ຜູ້​ຜະລິດ​ໂດຍ​ກົງ ຊອກ​ຫາ​ໄດ້​​ພາຫະນະບາງ​ຢ່າງ​ເພື່ອ​ໃຫ້​ລາວ​ຂູດ​ຮີດ​ແຮງ​ງານ​ຂອງ​ຜູ້​ອື່ນ​ໂດຍ​ກົງ. ​ແຕ່​ຄ່າ​ເຊົ່າ​ທີ່​ດິນ​ດ້ວຍ​ວັດຖຸກໍ່​ອາດ​ຈະ​ພາ​ໃຫ້​ຜູ້​ຜະລິດ​ໂດຍ​ກົງຕົກ​ເປັນ​ໜີ້, ​ໂດຍ​ສະ​ເພາະ​ໃນ​ໄລຍະ​ເກີດ​ໄພ​ທຳ​ມະ​ຊາດ ແລະສັດຕູ​ພືດ​ທຳ​ລາຍ​ຜົນລະປູກ, ​ເຖິງ​ຂັ້ນ​ບໍ່​ສາມາດຜະລິດ​ຊ້ຳ, ບໍ່​ສາມາດ​ເປີດ​ກວ້າງ​ການ​ຜະລິດ ​ແລະ ຕ້ອງ​ພໍ​ໃຈກັບ​ອຸປະກອນ​ການ​ດຳລົງ​ຊີວິດ​ທີ່​ໜ້ອຍ​ທີ່​ສຸດ​ເພື່ອ​ຢູ່​ລອດ.

ການ​ພັດທະນາ​ຂອງການ​ຄ້າ, ​ອຸດສາຫະກຳ, ຕົວ​ເມືອງ ​ແລະ ການ​ພັດທະນາ​ຂອງ​ການ​ຜະລິດ​ສິນຄ້າ​ເວົ້າ​ລວມ ​ໄດ້​ພາ​ໃຫ້​ມີ​ການ​ຫັນປ່ຽນ​ຄ່າ​ເຊົ່າ​ທີ່​ດິນ​ວັດຖຸ ​ເປັນ​ຄ່າ​​ເຊົ່າ​ທີ່​ດິນ​ດ້ວຍ​ເງິນ; ​ເບື້ອງ​ຕົ້ນ​ການ​ຫັນປ່ຽນ​ນັ້ນ​ເກີດ​ຂຶ້ນ​ກະ​ແຈກ​ກະ​ຈ່າຍ, ຕໍ່​ມາ​ມັນ​ເກີດ​ຂຶ້ນ​ໃນ​ທົ່ວ​ປະ​ເທດ. ດຽວ​ນີ້, ຜູ້​ຜະລິດຈ່າ​ຍລາຄາ​ຜະລິດ​ຕະພັນ​ໂດຍ​ກົງ​ໃຫ້​ຜູ້​ກຳມະສິດ​ທີ່​ດິນ ​ໂດຍ​ບໍ່​ມອບ​ຜະລິດ​ຕະພັນ​ນັ້ນ. ຄື​ແນວ​ນັ້ນ, ຜະລິດ​ຕະພັນ​ສ່ວນ​ໜຶ່ງ​ຂອງ​ຜູ້​ຜະລິດ​ໂດຍ​ກົງ ຈຳ​ເປັນ​ຕ້ອງ​ປ່ຽນ​ເປັນ​ສິນຄ້າ. ​ດັ່ງ​ນັ້ນ, ລັກສະນະ​ຂອງ​ແບບ​ວິທີ​ການ​ຜະລິດທັງໝົດ​ໄດ້​ປ່ຽນ​ແປງສ່ວນໜຶ່ງ, ​ແຕ່​ຜູ້​ຜະລິດ​ໂດຍ​ກົງ​ຍັງ​ຄື​ເກົ່າ​ແມ່ນຜູ້ຄອບ​ຄອງ​ດິນ​ນາ, ຕ້ອງ​ສະໜອງ​​ແຮງ​ງານ​ທີ່ບໍ່​ໄດ້​ຮັບ​ຄ່າ​ແຮງ​ຈຳນວນ​ໜຶ່ງພາຍ​ໃຕ້​ຮູບ​ຖານ​ຜະລິດ​ຕະພັນ​ສ່ວນ​ເກີນ​ທີ່​ໄດ້​ຫັນປ່ຽນ​ເປັນ​ເງິນ ໃຫ້​ເຈົ້າ​ທີ່​ດິນ - ຜູ້​ກຳມະສິດ​ເງື່ອນ​ໄຂ​ການ​ຜະລິດ​ຕົ້ນ​ຕໍ່. ​ແຕ່, ​ການກຳມະສິດ​ບັນດາ​ເງື່ອນ​ໄຂ​ການ​ອອກ​ແຮງ​ງານ​ອື່ນນອກ​ເໜືອ​ຈາກ​ທີ່​ດິນ (​ເຊັ່ນ​ເຄື່ອງມື​ກະສິກຳ...) ​ໄດ້​ກາຍ​ເປັນ​ກຳມະສິດ - ​ເບື້ອງ​ຕົ້ນ​ໃນ​ຄວາມ​ເປັນ​ຈິງ, ຕໍ່​ມາ​ຕາມ​ກົດໝາຍ, ຂອງ​ຜູ້​ຜະລິດ​ໂດຍ​ກົງ.

ສຳລັບ​ຄ່າ​ເຊົ່າ​ທີ່​ດິນ​ດ້ວຍ​ເງິນ, ການ​ພົວພັນ​ແບບ​ຊິນ​ເຄີຍ​ແລະ​​ດັ້ງ​ເດີມ ​ລະຫວ່າງຜູ້​ກຳມະສິດ​ທີ່​ດິນ​ແລະບັນດາ​ຜູ້​ຂຶ້ນ​ກັບ​ທີ່​ຄອບ​ຄອງ​ດິນ​ນາ​ສ່ວນ​ໜຶ່ງ​ແລະປູກຝັງ​ໃນ​​ນາ​ຜືນ​ນັ້ນ, ຈຳ​ເປັນ​ຕ້ອງ​ປ່ຽນ​ເປັນ​ສາຍ​ພົວພັນທີ່ບໍລິສຸດ, ມີ​ລັກສະນະ​ສັນຍາ ​ແລະຖືກ​ຄວບ​ຄຸ​ມ​ໂດຍຂໍ້​ກຳນົດ​ທີ່​ເຂັ້ມ​ງວດ​ຂອງ​ກົດໝາຍ​ລາຍ​ລັກ​ອັກສອນ. ດັ່ງ​ນັ້ນ, ​ແນ່ນອນຜູ້​ຄວບ​ຄຸມ​ທີ່​ດິນ​ແລະ​ປູກຝັງ​ໃນ​ທີ່​ດິນ​ຜືນ​ນັ້ນຈະ​ກາຍ​ເປັນ​ຜູ້​ເຊົ່າ​ທີ່​ດິນ​ງ່າຍດາຍ. ​ແລະ​ການ​ຫັນປ່ຽນ​ຄ່າ​ເຊົ່າ​ທີ່​ດິນ​ດ້ວຍ​ວັດ​ຖຸ​ເປັນ​ຄ່າ​ເຊົ່າ​ທີ່​ດິນ​ດ້ວຍ​ເງິນ ກໍ່ອຳນວຍ​​ເງື່ອນ​ໄຂ​ໃຫ້​ຜູ້​ຄອບ​ຄອງທີ່​ດິນ​ກ່ອນ​ໜ້າ​ນີ້ ​ໃນ​ການ​​ໄຖ່​ຄືນ​ພັນທະ​ເສຍ​ຄ່າ​​ເຊົ່າທີ່​ດິນ​ຂອງ​ຕົນ ​ແລະ ກາຍ​ເປັນ​ຊາວນາ​ເອກະລາດ, ມີ​ກຳມະສິດ​ເຕັມ​ສ່ວນ​ໃນ​ທີ່​ດິນທີ່​ລາວ​ປູກຝັງ, ໝາຍ​ເຖິງ ຊາວ​ກະສິກອນ​ຂະໜາດ​ນ້ອຍ.

ສຳລັບ​ກຳມະກອນ​ເສລີ​ໃນ​ສັງຄົມ​ທຶນ​ນິຍົມ, ພວກ​ເຂົາ​​ໄດ້ຂາຍ​ແຮງ​ງານ​ຂອງ​ຕົນ​ເປັນ​ສິນຄ້າ. ​ລາວ​ບໍ່​ໄດ້​ເປັນ​ຂອງ​ເຈົ້າ​ຂອງ​ໃດ​ໜຶ່ງທີ່​ແນ່ນອນ. ກຳມະກອນ​ອາດ​ສະໝັກ​ໃຈຢຸດ​ເຮັດ​ວຽກ​ໃຫ້​ນາຍທຶນ​ຄົນນີ້ຫຼັງ​ຈາກ​ໝົດ​ສັນຍາ​ຈ້າງ​ງານ ​ແລະ ຍ້າຍ​ໄປ​ເຮັດ​ວຽກ​ກັບ​ນາຍທຶນ​ຄົນ​ອື່ນ; ນາຍທຶນ​ສາມາດ​ເລີກ​ຈ້າງ​ເຂົາ​ໄດ້​ເມື່ອ​ຕ້ອງການ, ​ແຕ່​ກຳມະກອນ​ບໍ່​ສາມາດ​ແຍກ​ອອກ​ຈາກຊົນ​ຊັ້ນ​ນາຍທຶນ​ໄດ້, ຖ້າ​ລາວ​ບໍ່​ຢາກ​ອຶດ​ຢາກຈົນ​ຕາຍ. ລາວ​ບໍ່​ໄດ້​ເປັນ​ຂອງ​ນາຍທຶນ​ຄົນ​ນີ້ ຫຼື​ນາຍທຶນ​ຄົນ​ອື່ນ ​ແຕ່​​ເປັນ​ຂອງ​ຊົນ​ຊັ້ນ​ນາຍທຶນ​ທັງ​ໝົດ. ຍ້ອນ​ກຳມະກອນແມ່ນ​ເຈົ້າ​ຂອງ​ກຳລັງ​ແຮງ​ງານ ດັ່ງ​ນັ້ນ​ຈຶ່ງ​ໄດ້​ຮັບ​ຄ່າ​ແຮງງານ. ​ແຕ່​ລາວຈະ​ໄດ້​ຮັບ​ເງິນ​ຄ່າ​ແຮງ​ງານ​ກໍ່​ຕໍ່​ເມື່ອລາວ​ສ້າງ​ຄຸນຄ່າ​ໃໝ່ທີ່​ໃຫຍ່​ກວ່າ​ຄຸນຄ່າ​ຂອງ​ກຳລັງ​ແຮງ​ງານ (ສະ​ແດງ​ອອກ​ໃນ​ຮູບ​ແບບ​ເງິນ​ຄ່າ​ແຮງງານ), ໝາຍ​ຄວາມ​ວ່າ​ສ້າງ​ຄຸນຄ່າ​ສ່ວນ​ເກີນອອກ​ມາ ຊຶ່ງ​ຄຸນຄ່າ​ສ່ວນ​ເກີນ​ແມ່ນ​ແຮງ​ງານ​ສ່ວນ​ເກີນ​ທີ່​ໄດ້​ຫັນ​ເປັນ​ວັດຖຸ.

​ເມື່ອ​ວິພາກ​ວິຈານ​ທັດສະນະ​ທີ່​ຖື​ວ່າ ຜົນ​ປະ​ໂຫຍ​ດຂອງນາຍ​ທຶນ​ແລະ​ຜົນ​ປະ​ໂຫຍ​ດຂອງ​ຄົນງານ​ແມ່ນ​ໜຶ່ງ​ກຽວ, ກ.ມາກ ​ໄດ້​​​ໄຈ້​ແຍກ: ສິ່ງ​ດັ່ງກ່າວ​ພຽງ​ແຕ່​ໝາຍ​ຄວາມ​ວ່າ ນາຍທຶນ​ແລະ​ຄົນ​ງານ​ຮັບຈ້າງ​ແມ່ນ​ສອງ​ດ້ານ​ຂອງ​ການ​ພົວພັນ​ໜຶ່ງ, ຖ້າ​ນາຍທຶນ​ບໍ່​ຈ້າງ​ກຳມະກອນ ກຳມະກອນ​ຈະ​ອຶດຫິວ, ຖ້ານາຍທຶນບໍ່ຂູດຮີດຜູ້ອອກແຮງງານ ນາຍທຶນຈະລົ້ມລະລາຍ. ​ແຕ່​ວ່າ ຄ່າ​ແຮງ​ງານແລະ​ກຳ​ໄລ​ເຄື່ອນ​ໄຫວ​ໄປ​ໃນ​ທິດ​ທາງ​ກົງກັນຂ້າມ ດັ່ງ​ນັ້ນ​ລະຫວ່າງ​ທຶນ​ແລະ​ແຮງ​ງານ​ຈຶ່ງ​ຂັດ​ແຍ່ງ​ກັນ. ​ເຖິງ​ຈະ​ປັບປຸງຊີວິດວັດຖຸ​ຂອງ​ກຳມະກອນ​ໃຫ້​ດີ​ຂຶ້ນ​ກໍ່ຕາມ ກໍ່​ບໍ່​ລົບ​ລ້າງ​ໄດ້​ຄວາມ​ຂັດ​ແຍ່ງ​ລະຫວ່າງຜົນ​ປະ​ໂຫຍ​ດຂອງກຳມະກອນ​ແລະ​ຜົນ​ປະ​ໂຫຍ​ດຂອງ​ນາຍທຶນ ​ໃນ​ການ​ແຈກ​ຢາຍ​ຄຸນຄ່າ​ໃໝ່ (ປະກອບ​ດ້ວຍ v+m), v ​ເພີ່ມ​ຂຶ້ນ m ຈະຫຼຸດ​ລົງ ​ແລະ​ກົງ​ຂ້າມ v ຫຼຸດ​ລົງ m ຈະ​ເພີ່ມ​ຂຶ້ນ.

ບາງ​ຄົນ​ໂຕ້​ຖຽງ​ວ່າ, ປະຈຸ​ບັນ​ຢູ່​ບັນດາ​ປະ​ເທດ​ທຶນ​ນິຍົມທີ່​ພັດທະນາ ລະດັບ​ຊີວິດຂອງ​ກຳມະກອນ​ສ່ວນ​ຫຼາຍ​ໄດ້​ຮັບ​ການ​ຍົກ​ສູງ​ກວ່າ​ແຕ່​ກ່ອນ​ຫຼາຍ​ທີ່​ສຸດ, ຜູ້​ອອກ​ແຮງ​ງານ​ຫຼາຍ​ຄົນ​ໄດ້​ຊື້​ຫຸ້ນ, ປະກົດ​ຊົນ​ຊັ້ນ​ກາງ​ທີ່​ໜາ​ແໜ້ນ ດັ່ງ​ນັ້ນ​ລັດ​ທິ​ທຶນ​ນິຍົມ​ໄດ້​ປ່ຽນ​ແປງ​ທາດ​ແທ້​ຂອງ​ມັນ, ມັນບໍ່​ແມ່ນ​ສັງຄົມ​ທີ່​ອີ​ງ​ໃສ່​ການ​ຂູດ​ຮີດ​ຄຸນຄ່າ​ສ່ວນ​ເກີນ​ອີກ.

ການ​ຜະລິດ​ຄຸນຄ່າ​ສ່ວນ​ເກີນ​ທຽບ​ຖານ​ໄດ້​ຊີ້​ແຈ້ງວ່າ, ອາ​​ໄສ​ການ​ນຳ​ໃຊ້​ຄວາມ​ກ້າວໜ້າ​ທາງ​ວິທະຍາສາດ-​ເຕັກ​ໂນ​ໂລ​ຊີ, ​ກຳລັງການ​ຜະລິດ​ຂອງ​ແຮງ​ງານ​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ, ກ່ອນ​ອື່ນ​ໝົດ​ແມ່ນ​ໃນ​ບັນດາ​ຂະ​ແໜງ​ການ​ຜະລິດອຸປະກອນ​ການ​ດຳລົງ​ຊີ​ວິກ ​ແລະ ບັນດາ​ຂະ​ແໜງ​ການ​ຜະລິດ​ພາ​ຫະ​ນະ​ການ​ຜະລິດ​ເພື່ອ​ຜະລິດ​ອຸປະກອນ​ການ​ດຳລົງ​ຊີວິດ, ດ້ວຍ​ຄວາມ​ຍາວ​ຂອງ​ວັນ​ງານ​ບໍ່​ປ່ຽນ​ແປງ (ຊ້ຳ​ບໍ່​ໜຳ​ຍັງ​ໄດ້​ຫຍໍ້​ສັ້ນ) ​ເວລາ​ແຮງ​ງານ​ຈຳ​ເປັນ​ຫຼຸດ​ລົງ, ​ເວລາ​ແຮງ​ງານ​ສ່ວນ​ເກີນ​ເພີ່ມ​ຂຶ້ນ, ດັ່ງ​ນັ້ນ​ຈຶ່ງ​ເຮັດ​ໃຫ້​ອັດຕາ​ແລະ​ປະລິມານ​ຄຸນຄ່າ​ສ່ວນ​ເກີນ​ເພີ່ມ​ຂຶ້ນ​ຫຼາຍ​ກວ່າ​ແຕ່​ກ່ອນ. ຈາກ​ນັ້ນ, ຊີວິດ​ການ​ເປັນຢູ່ຂອງຜູ້​ອອກ​ແຮງ​ງານ​ໄດ້​ຮັບ​ການ​ປັບປຸງ​ໃຫ້​ດີ​ຂຶ້ນ, ​ແຕ່​ລະດັບ​ການ​ຂູ​ຮີດ​ແຮງ​ງານ​ທີ່​ບໍ່​ໄດ້​ຮັບ​ຄ່າ​ແຮງ ​ໄດ້​ເພີ່ມ​ຂຶ້ນ​ສູງ​ກວ່າ​ແຕ່​ກ່ອນ. ສຳລັບ​ນາຍທຶນ ພວກ​ເຂົາ​ສາມາດ​ດຳລົງ​ຊີວິດ​ໃນ​ຄວາມ​ຟຸມ​ເຟືອຍ​ຫຼູຫຼາກ​ວ່າ​ແຕ່​ກ່ອນ, ທັງ​ສາມາດ​ສະ​ສົມ​ໄດ້​ຫຼາຍ​ກວ່າ​ແຕ່​ກ່ອນ​ເພື່ອ​ເພີ່ມ​ຂະໜາດ​ການຜະລິດຂຶ້ນ.

ລະດັບ​ການ​ຂູດ​ຮີດ​ເພີ່ມ​ຂຶ້ນຍັງ​ສະ​ແດງ​ອອກ​ໃນ​​ເງິນຄ່າ​ແຮ​ງປຽບ​ທຽບ ຫຼື​ເງິນ​ຄ່າ​ແຮງ​ທຽບ​ຖານ. ຕົວຢ່າງ, ຍ້ອນ​ສະມັດ​ຕະພາບ​​ແຮງງານ​ເພີ່ມ​ຂຶ້ນ, ລາຄາ​ສິນຄ້າບໍລິ​ໂພ​ກອຸປະ​ໂພ​ກທັງ​ໝົດ​ຫຼຸດ​ລົງ 2/3, ຄ່າ​ແຮງ​ງານ​ລາຍ​ວັນ​ຫຼຸດ​ລົງ 1/3. ດ້ວຍ​ເງິນ​ຄ່າ​ແຮງ​ງານ​ນີ້, ກຳມະກອນ​ຊື້​​ສິນຄ້າ​​ໄດ້ຫຼາຍ​ກວ່າ​​ແຕ່​ກ່ອນ, ໝາຍ​ຄວາມ​ວ່າ​ເງິນ​ຄ່າ​ແຮງ​ງານ​ຕົວ​ຈິງ​ເພີ່ມ​ຂຶ້ນ, ​ແຕ່​ບໍ່​ແມ່ນ​ໃນ​ລະດັບດຽວ​ກັນ​ກັບ​ການ​ເພີ່ມ​ກຳ​ໄລ, ດັ່ງ​ນັ້ນ​ເງິນ​ຄ່າ​ແຮງ​ທຽບ​ຖານ​ຈຶ່ງຫຼຸດ​ລົງ. ​ເງິນ​ຄ່າ​ແຮງ​ທຽບ​ຖານສະ​ແດງ​ອອກ​ເຖິງ​ການ​ພົວພັນ​ລະຫວ່າງ​ເງິນ​ຄ່າ​ແຮງ​ແລະ​ຜົນ​ກຳ​ໄລ. ສົມມຸດ​ວ່າ​ ໃນ​ຊ່ວງ​ເວລາ​ທີ​ດີ​ຂອງ​ການ​ທຸລະ​ກິດ, ​ເງິນ​ຄ່າ​ແຮງ​ເພີ່ມ​ຂຶ້ນ 5%, ກຳ​ໄລ​ເພີ່ມ​ຂຶ້ນ 30% ​ແມ່ນ​ເງິນ​ຄ່າ​ແຮງ​ທຽບ​ຖານ​ໄດ້​ຫຼຸດ​ລົງ. ​ເປັນ​ອັນວ່າ, ​ເຖິງ​ວ່າ​ຊີວິດ​ການ​ເປັນ​ຢູ່​ຂອງ​ກຳມະກອນ​ໄດ້​ຮັບ​ການ​ປົວ​ແປງ​ໃຫ້​ດີ​ຂຶ້ນ, ​ແຕ່​ລະດັບ​ການ​ຂູດ​ຮີດ​ໄດ້​ເພີ່ມ​ຂຶ້ນ​ກວ່າ​ແຕ່​ກອ່ນ, ​ດັ່ງ​ນັ້ນ ຄວາມ​ແຕກ​ໂຕມກັນທາງ​ດ້ານ​ລາຍ​ໄດ້​ລະຫວ່າງ​ນາຍທຶນ​ແລະ​ກຳມະກອນກຳລັງ​ຂະຫຍາຍ​ກວ້າງ​ອອກ.

ບົດຮຽນ​ປະຫວັດ​ສາດຈາກ​ພາກປະຕິບັດ​ຕົວ​ຈິງ ກ່ຽວ​ກັບ​ນະ​ໂຍບາຍ​ແກ້​ໄຂການ​ພົວພັນ​ຂູດ​ຮີດ ​ຢູ່​ປະ​ເທດ​ໂຊ​ວຽດລັດ​ເຊຍ ພາຍຫຼັງ​ການ​ປະຕິວັດ​ເດືອນ​ຕຸລາ 1917

ທາງ​ດ້ານ​ທິດ​ສະ​ດີ, ວ.ອີ.​ເລ​ນິນ ​ໄດ້​ນຳສະ​ເໜີ​ຢ່າງ​ຄົບ​ຖ້ວນ​ແລະ​ຈະ​ແຈ້ງ ບັນດາ​ມູນ​ຫຼັກ​ຂອງ​ລັດທິ​ມາກ​ ກ່ຽວ​ກັບ​ລັດທິ​ທຶນ​ນິຍົມ ​ແລະກ່ຽວ​ກັບ​ການ​ຂູດ​ຮີດ​ຄຸນຄ່າ​ສ່ວນ​ເກີນ. ຕົວຢ່າງ, ດ້ານ​ໜຶ່ງ, ວ.ອີ.​ເລ​ນິນ ​ເນັ້ນ​ໜັກ “ມີ​​ວິທີ​ດຽວ​ເທົ່າ​ນັ້ນ​ທີ່​ຈະ​ຢຸດຕິສະພາບ​ການ​ນາຍທຶນ​ຂູດ​ຮີດ​ແຮງ​ງານ, ນັ້ນ​​ແມ່ນ: ລົບ​ລ້າງ​ລະບອບ​ກຳມະສິດ​ເອກະ​ຊົນ​ກ່ຽວ​ກັບ​ເຄື່ອງມື​ແຮງ​ງານ, ມອບ​ໂອນ​ບັນດາ​ໂຮງ​ຈັກ​ໂຮງງານ​ແລະ​ບໍ່​ແຮ່​ທັງ​ໝົດ, ພ້ອມ​ດ້ວຍ​ຊັບ​ສິນດິນນາ​ທີ່​ກວ້າງ​ໃຫຍ່ທັງ​ໝົດ,... ​ໃຫ້​ກັບ​ສັງຄົມ ​ແລະ ດຳ​ເນີນ​ການ​ຜະລິດ​ລວມໝູ່​ສັງຄົມ​ນິຍົມ ຊຶ່ງ​ຂັບ​ເຄື່ອນ​ໂດຍ​ກຳມະກອນ​ເອງ”(9). ​ແຕ່ ດ້ານ​ອື່ນ, ວ.ອີ.​ເລ​ນິນ ​ໄດ້​ຊີ້​ແຈ້ງ: ການ​ສຳ​ເລັດ​ເປົ້າ​ໝາຍ “ປົດ​ປ່ອຍ​ຜູ້​ອອກ​ແຮງ​ງານ​ທັງ​ໝົດ​ໃຫ້​ພົ້ນ​ຈາກ​ການ​ກົດ​ຂີ່​ແລະ​ຂູດ​ຮີດ​ທຸກ​ຢ່າງ” ​ແລະ “ການ​ດັບສູນ​ລະບອບ​ກຳມະສິດ​ເອກະ​ຊົນ​ກ່ຽວ​ກັບພາຫະນະ​ການ​ຜະລິດ ​ແລະການ​ສ້າງ​ຕັ້ງ​ສັງຄົມ​ສັງຄົມ​ນິຍົມນັ້ນ ມັນ​ຮຽກຮ້ອງ​ໃຫ້​ມີ​ການ​ພັດທະນາ​ໃນ​ລະດັບທີ່​ສຸດ​ ຂອງກຳ​ລັງການ​ຜະ​ລິດທຶນ​ນິຍົມ ​ແລະ ລະດັບ​ການຈັດ​ຕັ້ງ​ທີ່ສູງ​ທີ່​ສຸດ​ຂອງ​ຊົນ​ຊັ້ນ​ກຳມະກອນ”(10). “ນັ້ນ​ແມ່ນ​ວຽກ​ງານ​ຍາວ​ນານ​ທີ່​ສຸດ. ຢາກ​ສຳ​ເລັດ​ວຽກງານ​ດັ່ງກ່າວ, ຕ້ອງ​ປະຕິບັດບາດກ້າວ​ກະ​ໂດດ​ທີ່​ຍິ່ງ​ໃຫຍ່ ​ໃນ​ການ​ພັດທະນາ​ກຳລັງ​ການ​ຜະລິດ, ຕ້ອງ​​ເອົາຊະນະ​ການ​ຕ້ານທານ​ຂອງ​ບັນດາ​ສິ່ງ​ເສດ​ເຫຼືອ​ຂອງ​ການ​ຜະລິດ​ນ້ອຍ (ທີ່​ສົ່ງ​ຜົນ​ກະທົບ​ທາງ​ລົບ, ຍື​ດ​ຍາວ​ພິ​ເສດ ​ແລະ ຍາກ​ທີ່​ຈະ​ແກ້​ໄຂ​ຜ່ານ​ຜ່າ​ໄດ້), ຕ້ອງ​ເອົາ​ຊະນະພະລັງ​ອັນ​ຍິ່ງ​ໃຫຍ່​ຂອງປະ​ເພນີ​ເກົ່າ​ແກ່​ແລະ​ຄວາມ​ຊິນ​ເຄີຍ​ຫຼ້າ​ຫຼັງ ທີ່​ຕິດ​ແໜ້ນ​ກັບ​ສິ່ງ​ເສດ​ເຫຼືອ​ເຫຼົ່າ​ນັ້ນ”(11).

ວ.ອີ.​ເລ​ນິນ ​ໄດ້​ກ່າວຢ້ຳຂໍ້​ສະຫຼຸບ​ຊອງ ກ.ມາກ ວ່າ “ຍ້ອນ​ບັນດາ​ກົດ​ເກນ​ການ​ພັດທະນາ​ຂອງ​ລັດທິ​ທຶນ​ນິຍົມນັ້ນ​ເອງ ຊຶ່ງ​ລະບອບ​ສັງຄົມ​ນິຍົມຕ້ອງ​​ກຳ​ເນີ​ດຂຶ້ນ​ຢ່າງ​ແນ່ນອນ”(12) ​ແລະ​ຕຳ​ໜິວິຈານນັກ​ປະຊາ​ນິຍົມ​ທີ່​ບໍ່​ເຂົ້າ​ໃຈ​ສິ່ງ​ຕໍ່​ໄປ​ນີ້: ​ເຮັດ​ຄື​ແນວ​ໃດ​ຄົນ​ເຮົາ​ຈະ​ສາມາດຕໍ່ສູ້​ຕ້ານ​ລັດ​ທະ​ທຶນ​ນິຍົມ, ບໍ່​ແມ່ນດ້ວຍການ​ເຮັດ​ໃຫ້ການ​ພັດທະນາ​ຂອງ​ມັນ "ຊັກ​ຊ້າ" ​ແຕ່​ດ້ວຍ​ການ​ຊຸກຍູ້ການ​ພັດທະນາ​ຂອງ​ມັນ​ໃຫ້​ໄວ​ຂຶ້ນ, ບໍ່​ແມ່ນ​ມາ​ຈາກ​ດ້ານ​ຫຼັງ​ແຕ່​ມາຈາກ​ດ້ານໜ້າ, ບໍ່​ແມ່ນ​ຕາມ​ທິດ​ທາງປະຕິ​ການ ​ແຕ່​ຕາມ​ທິດ​ກ້າວໜ້າ”(13).

​ແຕ່​ວ່າ, ຫຼັງຈາກການ​ປະຕິວັດ​ເດືອນ​ຕຸລາລັດ​ເຊຍ​ປີ 1917 ຈົນ​ຮອດ​​ວິ​ກິດການ​ເສດຖະກິດ​ແລະ​ການ​ເມືອງໃນ​ລະດູບານ​ໃໝ່​ປີ 1921, ຄື​ກັບ​ຄຳ​ສັງ​ເກດ​ຂອງ ວ.ອີ.​ເລ​ນິນ, ນະ​ໂຍບາຍ​ເສດຖະກິດ​ຂອງ​ປະ​ເທດ​​ໂຊ​ວຽດລັດ​ເຊຍມີ​ຄວາມ​ຜິດພາດ​ຫຼາຍ​ຢ່າງ​ແລະ​ປະສົບ​ກັບ​ຄວາມ​ລົ້ມ​ເຫຼວຫຼາຍ, ຈຳ​ເປັນ​ຕ້ອງ​ຫັນ​ມາ​ປະຕິບັດ​ນະ​ໂຍບາຍ​​ເສດຖະກິດ​ແຜນ​ໃໝ່ (NEP), ​ໃນ​ນັ້ນ​ມີ 2 ຂໍ້​ຜິດພາດ​ໃຫຍ່​ທີ່​ສຸດ, ທີ​ໜຶ່ງ, ການຄິດ​ໄລ່​ຍັງ​ບໍ່​ທັນ​ຄົບ​ຖ້ວນ​ ແຕ່ກໍ່​ໄດ້ຄິດ​ວ່າ​ຈະ​ສາມາດ​ໃຊ້​ຄຳ​ສັ່ງຂອງ​ລັດ​ກຳມາ​ຊີບ​ໂດຍ​ກົງ ​ເພື່ອຈັດ​ຕັ້ງ​ຕາມ​ແບບ​ກອມ​ມູນິດ​ນິຍົມ, ການ​ຜະລິດ​ແລະ​ແຈກ​ຢາຍຜະລິດ​ຕະພັນ​ໂດຍ​ລັດ ຢູ່​ໃນ​ປະ​ເທດ​ກະສິກຳ​ຂະໜາດ​ນ້ອຍ, ​ແລະ ​ໄດ້​ສັນນິດຖານ​ຢ່າງ​ໄຮ້​ຫຼັກ​ຖານ​ວ່າ: ພື້ນຖານ​ເສດຖະກິດ​ລັດ​ເຊຍ​ເກົ່າ​ຈະຫັນ​​ໂດຍ​ກົງໄປ​ສູ່ການ​ຜະລິດ​ລັດ​ວິ​ສາ​ຫະກິດ ​ແລະ ​ໄປ​ສູ່​ການ​ແຈກ​ຢາຍ​ຕາມ​ບັນດາ​ຫຼັກການ​ກອມ​ມູນິດ​ນິຍົມ; ທີ​ສອງ, ບໍ່​ໄດ້​ຍົກ​ບັນຫາ:​ເສດຖະກິດ​ລັດ​ເຊຍ​ຈະ​ມີ​ການ​ພົວພັນ​ຄື​ແນວ​ໃດ​ກັບ​ຕະຫຼາດ, ກັບ​ການ​ຄ້າ.

​ແຕ່ ວ.ອີ.​ເລ​ນິນ ​ໄດ້ຢັ້ງຢືນ: ບໍ່​ຄວນ​ຢ້ານ​ທີ່​ຈະ​ຍອມຮັບ​ຄວາມ​ລົ້ມ​ເຫຼວຂອງ​ຕົນ​ເອງ. ຕ້ອງ​ຖອດ​ຖອນ​ບົດຮຽນ​ຈາກ​ຄວາມ​ລົ້ມ​ເຫຼວ​ແຕ່​ລະ​ຄັ້ງ. ສິ່ງ​ທີ່​ເຮັດ​ບໍ່​ໄດ້​​ດີ ​ແມ່ນ​ຕ້ອງ​ເຮັດ​ຄືນ​ໃໝ່​ຢ່າງຮອບ​ຄອບ ຖີ່​ຖ້ວນ​ກວ່າ​ເກົ່າ ​ແລະ​ມີ​ລະບົບ​ກວ່າ​ເກົາ. ຖ້າ​ພວກ​ເຮົາ​ຄິດ​ວ່າການ​ຮັບ​ຮູ້​ຄວາມ​ລົ້ມ​ເຫຼວຄື​ກັນ​ກັບ​ການ​ປະລະ​ຖານະ​ຕຳ​ແໜ່​ງໜຶ່ງ, ຈະ​ເຮັດ​ໃຫ້​ເກີດ​ຄວາມ​ເບື່ອ​ໜ່າຍ​ທໍ້ຖອຍ​ໃຈ ​ແລະ​ເຮັດ​ໃຫ້​ເສຍ​ກຳລັງ​ໃຈ​ຕໍ່ສູ້, ​ແມ່ນ​ຕ້ອງ​ເວົ້າ​ວ່າ ນັກ​ປະຕິວັດ​ດັ່ງກ່າວ​ບໍ່​ມີຄ່າ​ຫຍັງ​ເລີຍ... ມື້​ນີ້​ພວກ​ເຮົາ​ຈະ​ບໍ່​ສາມາດຮຽນ​ຮູ້​ໄດ້​ ວິທີ​ແກ້​ໄຂ​ໜ້າ​ທີ່​ຂອງ​ຕົນດ້ວຍ​ວິທີ​ການ​ໃໝ່, ຖ້າ​ບົດຮຽນ​ປະສົບ​ການ​ໃນ​ມື້ວານ​ນີ້ ບໍ່​ໄດ້​ເປີດ​ຕາ​ໃຫ້​ພວກ​ເຮົາ​ເຫັນ​ຄວາມ​ຜິດພາດ​ຂອງ​ວິທີ​ການ​ເກົ່າ.

ວ.ອີ.​ເລ​ນິນ ​ເນັ້ນ​ວ່າ: ດ້ວຍ​ນະ​ໂຍບາຍ​ເສດຖະກິດ​ແຜນ​ໃໝ່ຂອງ​ພວກ​ເຮົາ, ພວກ​ເຮົາ​ກຳລັງ​ແກ້​ໄຂ​ຄວາມ​ຜິດພາດ​ຕ່າງໆ, ພວກ​ເຮົາ​ກຳລັງ​ຮຽນ​ຮູ້​ວິທີ​ການສືບຕໍ່​ການ​ກໍ່ສ້າງອາຄານ​ສັງຄົມ​ນິຍົມຢູ່​ໃນ​ປະ​ເທດ​ກະສິກຳ​ຂະໜາດ​ນ້ອຍ​ຄື​ແນວ​ໃດ ຊຶ່ງ​ຈະ​ບໍ່​ເຮັດ​ຜິດພາດ​ອີກ​ຕໍ່​ໄປ.

ຍ້ອນ​ລະດັບ​ວັດທະນະທຳ​ຂອງ​ປະ​ເທດ​ເຮົາ​ຍັງ​ຕ່ຳ, ພວກ​ເຮົາ​ບໍ່​ສາມາດ​ດັບ​ສູນ​ລັດທິ​ທຶນ​ນິຍົມດ້ວຍ​ການ​​ໂຈມ​ຕີ​​ໂດຍກົງ​ໄດ້. ຮອດ​ລະດູບານ​ໃໝ່​ປີ 1921 ພວກ​ເຮົາ​ໄດ້​ເຫັນ​ແຈ້ງວ່າ ບໍ່​ຄວນ​ກໍ່ສ້າງ​ລັດທິ​ສັງຄົມ​ນິຍົມ​ໂດຍ​ກົງ ຊຶ່ງ​ໃນ​ຫຼາຍ​ຂົງ​ເຂດ​ເສດຖະກິດ ພວກ​ເຮົາ​ຕ້ອງ​ຖອຍກັບ​ຄືນ​ສູ່​ລັດທິ​ທຶນ​ນິຍົມ​ແຫ່ງ​ລັດ ​ແລະ ຮັບປະກັນ​ການ​ຫັນປ່ຽນ​ຈາກ​ລັດທິ​ທຶນ​ນິຍົມ​ແຫ່ງ​ລັດ ​ໄປ​ສູ່​ລັດທິ​ສັງຄົມ​ນິຍົມ​ໃນ​ອະນາຄົດ​ອັນ​ໃກ້ນີ້.

ໜຶ່ງ​ໃນ​ຈຸດ​ເດັ່ນ​ຂອງ​ນະ​ໂຍບາຍ​ເສດຖະກິດ​ແຜນ​ໃໝ່​ແມ່ນ ປ່ຽນ​ແທນ​ລະບອບ​ການເກັບ​ເກນ​ສະບຽງອາຫານ​ທີ່​ເຫຼືອ ດ້ວຍ​ລະບອບການ​ເກັບ​ພາສີ​ສະບຽງ​ອາຫານ. ຊຶ່ງ​ເມື່ອ​ປະກາດ​ການ​ປ່ຽນ​ແທນ​ລະບອບ​ການ​ເກັບ​ເກນດ້ວຍ​ພາສີ​ສະບຽງອາຫານ ​ແລະ ອອກດຳລັດ​ວ່າ​ດ້ວນ​ສິດ​ເສລີພາບ​ໃນ​ການ​ຄ້າຂາຍຜະລິດ​ຕະພັນ​ກະສິກຳ​ທີ່​ເຫຼືອ​ຂອງ​ຊາວ​ກະສິກອນ ພາຍຫຼັງ​ທີ່​ໄດ້​ເສຍ​ພາສີ​ສະບຽງ​ອາຫານ​ແລ້ວ ​ແມ່ນ​ພວກ​ເຮົາ​ໄດ້​ອະນຸຍາດ​ໃຫ້​ລັດທິ​ທຶນ​ນິຍົມພັດທະນາ​​ຢ່າງ​ເສລີ(14).

​ໃນ​ປະ​ເທດ​ກະສິກຳ​ນ້ອຍ, ​ເມື່ອ​ມີ​ການ​ແລກປ່ຽນ, ການ​ພັດທະນາ​ຂອງ​ເສດຖະກິດ​ນ້ອຍ​ ຈະ​ເປັນ​ການ​ພັດທະນາຂອງ​ນາຍທຶນ​ນ້ອຍ, ການ​ພັດທະນາ​ທຶນ​ນິຍົມ, ນັ້ນ​ແມ່ນ​ສັດຈະທຳທີ່​ປະຕິ​ເສດ​ບໍ່​ໄດ້, ​ແມ່ນ​ສັດຈະທຳ​ເບື້ອງ​ຕົ້ນ​ຂອງ​ເສດຖະສາດ​ການ​ເມືອງ, ​ໄດ້​ຮັບ​ການ​ຢືນຢັນ​ຈາກ​ປະສົບ​ການ​ທຸກ​ວັນ​ແລະຈາກການ​ສັງ​ເກດ​ຂອງ​ຄົນ​ທຳ​ມະ​ດາ​ສາມັນ.

ຕໍ່ໜ້າ​ຄວາມ​ເປັນ​ຈິງ​ທາງ​ເສດຖະກິດ​ດັ່ງກ່າວ ຈະ​ສາມາດ​ປະຕິບັດ​ຕາມ​ນະ​ໂຍບາຍ​ໃດ​ແດ່? ຫຼື​ການ​ຫາ​ວິທີຫ້າມ​ປາມ​, ກີດ​ກັ້ນ​ເດັດຂາດ ທຸກ​ການ​ພັດທະນາການ​ແລກປ່ຽນ​ເອກະ​ຊົນທີ່​ບໍ່​ແມ່ນ​ຂອງ​ລັດ, ໝາຍ​ຄວາມ​ວ່າ​ຂອງ​ການ​ຄ້າ ຂອງ​ລັດທິ​ທຶນ​ນິຍົມ, ຊຶ່ງ​ເປັນ​ການ​ພັດທະນາ​ທີ່​ບໍ່​ສາມາດ​ຫຼີກລ່ຽງ​​ໄດ້ເມື່ອ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ຜະລິດ​ນ້ອຍ​ຫຼາຍ​ລ້ານຄົນ. ນະ​ໂຍບາຍ​ນັ້ນ​ແມ່ນ​ຄວາມ​ໂງ່​ຈ້າ​ແລະ​ການ​ຂ້າ​ຕົວ​ຕາຍ​ສຳລັບ​ພັກການ​ເມືອງ​ໃດ​ທີ່​ຕ້ອງການ​ນຳ​ໃຊ້​ມັນ. ​​ແມ່ນ​ຄວາມໂງ່​ຈ້າ​ເພາະວ່າ, ທາງ​ດ້ານ​ເສດຖະກິດ, ບໍ່​ສາມາດ​ປະຕິບັດນະ​ໂຍບາຍ​ນັ້ນ​ໄດ້; ​ແມ່ນ​ກາ​ນຂ້າ​ຕົວ​ຕາຍ​ເພາະວ່າ, ພັກ​ໃດ​ທີ່​ຕັ້ງ​ໃຈ​ປະຕິບັດ​ນະ​ໂຍບາຍ​ດັ່ງກ່າວ ຈະ​ລົ້ມ​ລະລາຍ​ຢ່າງ​ແນ່ນອນ.

ຫຼື​ວ່າ (ນະ​ໂຍບາຍ​ສຸດ​ທ້າຍ​ທີ່​ສາມາດ​ນຳ​ໃຊ້​ໄດ້ ​ແລະສົມ​ເຫດ​ສົມ​ຜົນ​ທີ່​ສຸດ) ບໍ່​ຫາ​ວິທີ​ຫ້າມ​ປາມ​ແລະ​ກໍ່​ບໍ່​ກີດ​ກັ້ນ​ເດັດຂາດ​ຕໍ່​ການ​ພັດທະນາ​ຂອງ​ລັດທິ​ທຶນ​ນິຍົມ ​ແຕ່​ພະຍາຍາມ​ນຳ​ມັນ​ໄປ​ສູ່​ເສັ້ນທາງຂອງ​ລັດທິ​ທຶນ​ນິຍົມ​ແຫ່ງ​ລັດ.

​ແຕ່​ຈະ​ສາມາດ​ເຊື່ອມ​ຕໍ່, ປະສານ, ສົມທົບລັດ​ໂຊ​ວຽດ​ກັບ​ລັດ​ທິ​ທຶນ​ນິຍົມ​ແຫ່ງ​ລັດ​ໄດ້​ຫຼື​ບໍ່ ? ແນ່ນອນວ່າ​ໄດ້.

ພາຍ​ໃຕ້​ການ​ນຳພາ​ທາງ​ການ​ເມືອງ​ຂອງ​ຊົນ​ຊັ້ນ​ກຳມະກອນ, ສາມາດ​ນຳ​ໃຊ້​ລັດທິທຶນ​ນິຍົມ​ເອກະ​ຊົນ (ບໍ່​ຕ້ອງ​ການເວົ້າ​ເຖິງ​ລັດທິ​ທຶນ​ນິຍົມ​ແຫ່ງ​ລັດ​) ​ເພື່ອກໍ່ສ້າງ​ລັດທິ​ສັງຄົມ​ນິຍົມ. ນັ້ນ​ເບິ່ງ​ຄື​ວ່າ​ເປັນ​ເລື່ອງ​ແປກປະຫຼາດ: ລັດທິ​ທຶນ​ນິຍົມ​ເອກະ​ຊົນ​ແຕ່​ຖື​ບົດ​ບາດ​ຜູ້​ຊ່ວຍ​ໃຫ້​ລັດທິ​ສັງຄົມ​ນິຍົມ? ​ແຕ່​ມັນ​ບໍ່​ຕ່າງ​ປະຫຼາດ​ແຕ່ຢ່າງ​ໃດ​ເລີຍ(15).

ອາ​​ໄສ​ນະ​ໂຍບາຍ​ເສດຖະກິດ​ແຜນ​ໃໝ່​ທີ່​ຖືກຕ້ອງນັ້ນ, ປະ​ເທດ​ໂຊ​ວຽດລັດ​ເຊຍ​ໄດ້​ພົ້ນ​ອອກ​ຈາກ​ວິ​ກິດ​ການ​ທາງ​ເສດຖະກິດ​ແລະ​ການ​ເມືອງ​ໃນ​ລະດູບານ​ໃໝ່​ປີ 1921 ​ແລະ ​ພັດທະນາ​ເສດຖະກິດ-ສັງຄົມ​ຢ່າງ​ໄວວາ.

ຄວາມ​ໝາຍ​ຂອງ​ການ​ຄົ້ນຄວ້າ​ທິດ​ສະ​ດີ​ກ່ຽວ​ກັບ​ການ​ພົວພັນ​ຂູດ​ຮີດ ສຳລັບ​ການ​ພັດທະນາ​ເສດຖະກິດ​ຕະຫຼາດ​ກຳນົດ​ທິດ​ສັງຄົມ​ນິຍົມ ຢູ່​ປະ​ເທດ​ເຮົາ

​ເປົ້າ​ໝາຍ​ສຸດ​ທ້າຍ​ຂອງ​ລັດທິ​ກອມ​ມູນິດ​ເຊິ່ງ​ໄລຍະ​ທຳ​ອິດ​ແມ່ນ​ລັດທິ​ສັງຄົມ​ນິຍົມ ​ແລະ ກໍ່​ແມ່ນ​ຄວາມ​​ປາຖະໜາ​ຂອງ​ມະນຸດຊາດ​ນັ້ນ ແມ່ນລົບ​ລ້າງ​ລະບອບ​ຄົນ​ຂູດ​ຮີດ​ຄົນ. ​ແຕ່​ບໍ່​ອາດ​ຈະ​ປະຕິບັດ​ເປົ້າ​ໝາຍ​ດັ່ງກ່າວດ້ວຍ​ວິທີ​ອັດຕະວິ​ໄສ ​ເຈດ​ຈຳນົງ​ນິຍົມ​ໄດ້ ​ແຕ່​ຕ້ອງ​ອີງ​ຕາມ​ລະດັບ​ການ​ພັດທະນາ​ຂອງ​ກຳລັງ​ການ​ຜະລິດ. ຕາມ​ກົດ​ເກນ​ການ​ປະຕິ​ເສດ​ຂອງ​ການ​ປະ​ຕິ​ເສດ, ​ແບບ​ວິທີ​ການ​ຜະລິດ​ກຳມະສິດ​ຂ້າ​ທາດ​ຖືກ​ປ່ຽນ​ແທນ​ດ້ວຍ​ແບບ​ວິທີ​ການ​ຜະລິດ​ສັກດິນາ ​ແລະ​ເຖິງຄາວ​ມັນ ​ແບບ​ວິທີ​ການ​ຜະລິດ​ສັກດິນາ​ໄດ້​ຖືກ​ປ່ຽນ​ແທນ​ດ້ວຍ​ແບບ​ວິທີ​ການ​ຜະລິດ​ທຶນ​ນິຍົມ. ກົງ​ກັບ​ການ​ພັດທະນາ​ນັ້ນ, ຮູບ​ການ​ຂູດ​ຮີດ​ຂ້າ​ທາດ​ຖືກ​ປ່ຽນ​ແທນ​ດ້ວຍຮູບ​ການຂູດ​ຮີດ​ຄ່າ​ເຊົ່າ​ທີ່​ດິນ​ສັກດິນາ (ປະກອບ​ດ້ວນ ຄ່າ​ເຊົ່າ​ທີ່​ດິນ​ດ້ວຍ​ແຮງ​ງານ, ຄ່າ​ເຊົ່າ​ທີ່​ດິນ​ດ້ວຍ​ວັດຖຸ ​ແລະ ຄ່າ​ເຊົ່າ​ທີ່​ດິນ​ດ້ວບ​ເງິນ) ຕໍ່​ຈາກ​ນັ້ນ ຮູບ​ການ​ຄ່າ​ເຊົ່າ​ທີ່​ດິນ​ສັກດິນາ ​ໄດ້​ຖືກ​ປະຕິ​ເສດ​ໂດຍ​ຮູບ​ການ​ຄຸນຄ່າ​ສ່ວນ​ເກີນ. ເມື່ອລະດັບ​ການ​ພັດທະນາ​ຂອງ​ກຳລັງ​ການ​ຜະລິດ ​ແລະ ລະດັບ​ການ​ຫັນການ​ຜະລິດ​ເປັນ​ສັງຄົມ​ໄດ້​ພັດທະນາ​ສູງ​ທີ່​ສຸດ, ​ໂດຍ​ລັດທິ​ທຶນ​ນິຍົມ​ເອງ​ສ້າງ​ຂຶ້ນ​ມາ, ​ໄດ້​ຂັດ​ແຍ່ງ​ຢ່າງ​ຮຸນ​ແຮງ​ກັບ​ລະບອບ​ກຳມະສິດເອກະ​ຊົນ​ທຶນ​ນິຍົມ, ພາ​ໃຫ້ການ​ພົວພັນ​ກຳມະສິດ​ນັ້ນກາຍ​ເປັນ​ໂຊ້​ຄາກົດ​ໜ່ວງ​ການ​ຂະຫຍາຍຕົວ​ຂອງ​ກຳລັງ​ການ​ຜະລິດ, ​ເວລາ​ນັ້ນ​ຈຶ່ງ​ມີ​ເງື່ອນ​ໄຂ​ເພື່ອ​ກ້າວ​ຂຶ້ນ​ສັງຄົມ​ທີ່​ບໍ່​ມີ​ການ​ຂູດ​ຮີດ. ຍ້ອນ​ການ​ຂະຫຍາຍຕົວ​ຂອງ​ກຳລັງ​ການ​ຜະລິດ​ ແລະ​ການ​ຫັນ​ການ​ຜະລິດ​ເປັນ​ສັງຄົມ​ໃນ​ລະດັບ​ສູງ ​ໄດ້​ເປັນ​ປະຖົມ​ປັດ​ໄຈ​ເພື່ອກໍ່ສ້າງ​ສັງຄົມ​ໜຶ່ງ​ທີ່​ບໍ່​ມີ​ການພົວພັນ​ຂູດ​ຮີດ, ດັ່ງ​ນັ້ນ ການ​ຍູ້​ແຮງ​ການ​ພັດທະນາ​ເສດຖະກິດ​ເອກະ​ຊົນ​ທຶນ​ນິຍົມຢູ່​ປະ​ເທດ​ເຮົາ ​ແມ່ນ​ສອດຄ່ອງ​ກັບ​ທິດ​ທາງ​ສັງຄົມ​ນິຍົມ. ດັ່ງ​ທີ່​ຄຳ​ເຫັນ​ຂອງ ຟ.ອັງ​ແກນ ທີ່​ກ່າວ​ມາ​ຂ້າງ​ເທິງ: ມີ​ພຽງພື້ນຖານ​ການ​ຜະລິດ​ທຶນ​ນະ​ຍົມ​ເທົ່າ​ນັ້ນທີ່​ສາມາດ​ສ້າງ​ປະຖົມ​ປັດ​ໄຈ​ດັ່ງ​ກ່າວ​ໄດ້. ຫຼື​ຕາມ​ທີ່​ຄາດ​ການ​ໄວ້​ໂດຍ ກ.ມາກ: “​ແບບ​ວິທີ​ການ​ຄອບ​ຄອງ​ທຶນ​ນິຍົມ​ຖື​ກຳ​ເນີ​ດຂຶ້ນ​ໂດຍ​ແບບ​ວິທີ​ການ​ຜະລິດ​ທຶນ​ນິຍົມ, ​ແລະ​ດັ່ງ​ນັ້ນ ນັບ​ທັງ​ລະບອບ​ກຳມະສິດ​ເອກະ​ຊົນ​ທຶນ​ນິຍົມ ກໍ່​ໄດ້​ປະຕິ​ເສດ​ຄັ້ງ​ທຳ​ອິດ​ ຕໍ່ໍ່ໍ່ລະບອບ​ກຳມະສິດ​ສ່ວນ​ຕົວທີ່ອີງ​ໃສ່​ແຮງ​ງານ​ຂອງ​ຕົນ​ເອງ. ​ແຕ່​ພື້ນຖານ​ການ​ຜະລິດ​ທຶນ​ນິຍົມຊ້ຳພັດ​ກໍ່​ໃຫ້​ເກີດ​ການ​ປະຕິ​ເສດ​ຕົວ​ມັນ​ເອງ, ດ້ວຍ​ຄວາມ​ຈຳ​ເປັນ​ຂອງ​ຂະ​ບວນການ​ທຳ​ມະ​ຊາດ. ນັ້ນ​ແມ່ນ​ການ​ປະຕິ​ເສດ​ຂອງ​ການ​ປະຕິ​ເສດ”(16).

ປະຈຸ​ບັນ​ນີ້ ລະ​ດັບ​ການພັດທະນາ​ຂອງ​ກຳລັງ​ການ​ຜະລິດຢູ່​ປະ​ເທດ​ເຮົາ​ຍັງ​ຕ່ຳ ​ແລະ​ບໍ່​ສະ​ໝ່ຳສະ​ເໝີ​ລະຫວ່າງ​ຂະ​ແໜງ​ການ, ລະຫວ່າງ​ບັນດາ​ເຂດ ​ແລະ ​ລະຫວ່າງ​ບັນດາ​ຫົວໜ່ວຍ​ເສດຖະກິດ​ໃນ​ຂະ​ແໜງ​ການ​ໜຶ່ງ ແລະ​ໃນ​ເຂດ​ໜຶ່ງ. ຕາມ​ກົດ​ເກນວ່າ​ດ້ວຍ​ການ​ພົວພັນ​ການ​ຜະລິດ​ຈະ​ຕ້ອງ​ເໝາະ​ສົມ​ກັບ​ການ​ພັດທະນາ​ຂອງ​ກຳລັງ​ການ​ຜະລິດ, ​ແນ່ນອນ​ຈະ​ມີ​ຮູບ​ການ​ກຳມະສິດ​ຢູ່​ຫຼາຍ​ຮູບ​ການ, ​ໃນ​ນັ້ນ​ມີກຳມະສິດ​ເອກະ​ຊົນ​ທຶນ​ນິຍົມກ່ຽວ​ກັບ​ພາຫະນະ​ການ​ຜະລິດ, ດັ່ງ​ນັ້ນ​ຈຶ່ງ​ບໍ່​ສາມາດ​ຕັ້ງ​ບັນຫາ​ລົບ​ລ້າງ​ທຸກ​ຮູບ​ການ​ກຳມະສິດ. ຕ້ອງ​ຖື​ເອົາການ​ຊຸກຍູ້​ການ​ພັດທະນາ​ກຳລັງ​ການ​ຜະລິດ, ​ເພີ່ມ​ສະມັດ​ຕະພາບ​ຂອງ​ງານ​ເປັນ​ພື້ນຖານ​ເພື່ອ​ຈັດການ​ແກ້​ໄຂ​ບັນຫາ​ຂູດ​ຮີດ. ຮູບ​ການ​ຂູດ​ຮີດ​ໃດ​ທີ່​ຂັດຂວາງ​ການ​ພັດທະນາ​ກຳລັງ​ການ​ຜະລິດ (​ເຊັ່ນ​ການໃຫ້​ກູ້​ຢືມ​ດອກ​ເບ້ຍໜັກ) ​ແມ່ນ​ຕ້ອງ​ມີ​ນະ​ໂຍບາຍ​​ເພື່ອ​ລົບ​ລ້າງ. ຮູບ​ການ​ໃດ​ທີ່​ຍັງ​ຊຸກຍູ້ກຳລັງ​ການ​ຜະລິດ​ໃຫ້​ຂະຫຍາຍຕົວ (​ເຊັ່ນ​ເສດຖະກິດ​ເອກະ​ຊົນ​ທຶນ​ນິຍົມ) ຖືກ​ຖື​ວ່າ​ມີ​ຄວາມ​ກ້າວໜ້າ, ລັດ​ຕ້ອງ​ຮັບປະກັນ​ສິດທິ​ກຳມະສິດ ​ແລະຜົນ​ປະ​ໂຫຍ​ດທີ່​ຖືກ​ກົດໝາຍ​ຂອງ​ນາຍທຶນ, ສົ່ງ​ເສີມ​ພວກ​ເຂົາ​ຍູ້​ແຮງ​ການ​ຜະລິດ​ທຸລະ​ກິດຕາມ​ກົດໝາຍ ​ເພື່ອ​ພາລະກິດ “ປະຊາຊົນ​ຮັ່ງມີ, ປະ​ເທດ​ຊາດ​ເຂັ້ມ​ແຂງ, ມີ​ປະຊາທິປະ​ໄຕ ຍຸດຕິ​ທຳ ​ແລະ ສີວິ​ໄລ”.

ການ​ລົບລ້າງບັນດາ​ຮູບ​ການ​ຂູດ​ຮີດ​ທີ່​ລ້າ​ສະ​ໄໝກໍ່​ບໍ່​ສາມາດ​ອີງ​ໃສ່​ພຽງ​ແຕ່​ການ​ຫ້າມ​ປາມ ຫຼື​ໃຊ້​ຄວາມ​ຮຸນ​ແຮງ ​ແຕ່​ຕ້ອງ​ປ່ຽນ​ແທນ​ດ້ວຍ​ບັນດາ​ມາດ​ຕະການ​ເສດຖະກິດ​ທີ່​ເໝາະ​ສົມ. ຕົວຢ່າງ, ​ເພື່ອ​ລົບ​ລ້າງ​ການ​ໃຫ້​ກູ້​ຢືມ​ກອກ​ເບ້ຍ​ໜັກ (ສິນ​ເຊື່ອ​ມືດ) ຕ້ອງ, ດ້ານ​ໜຶ່ງ, ​ປັບປຸງ​ບູລະນະ​ລະບົບ​ສິນ​ເຊື່ອສຳລັບ​ຜູ້​ທຸກ​ຍາກ, ສິນ​ເຊື່ອ​ສຳລັບວິ​ສາ​ຫະກິດ​ຂະໜາດກາງ​ແລະ​ຂະໜາດ​ນ້ອຍ, ຕອບ​ສະໜອງ​ຄວາມ​ຕ້ອງການ​ຂອງ​ພວກ​ເຂົາ​ກ່ຽວ​ກັບ​ທຶນ​ເພື່ອ​ພັດທະນາ​ການ​ຜະລິດ​ທຸລະ​ກິດ; ອີກດ້ານໜຶ່ງ, ​ໃນ​ເມື່ອຍ​ອມຮັບ​ຄວາມ​ກ້າວໜ້າ​ແລະ​ຖືກ​ກົດໝາຍ​ຂອງ​ເສດຖະກິດ​ເອກະ​ຊົາທຶນ​ນິຍົມ​ ແມ່ນ​ຕ້ອງ​ສົ່ງ​ເສີມ​ໃຫ້​ມັນ​ຂະຫຍາຍຕົວ, ບໍ່ອາດ​ຈະ​ປະຕິ​ເສດ​​ໄດ້​ວ່າລັກສະນະ​ພື້ນຖານ​ຂອງ​ມັນ​ແມ່ນ​ການ​ຂູດ​ຮີດ​ຄຸນຄ່າ​ສ່ວນ​ເກີນ ​ແລະຕ້ອງ​ຍອມຮັບ​ວ່າ​ມີ​ຄວາມ​ຂັດ​ແຍ່ງ​ທາງ​ດ້ານ​ຜົນ​ປະ​ໂຫຍ​ດລະຫວ່າງ​ນາຍທຶນ​ແລະ​ກຳມະກອນ. ຮັບ​ຮູ້​ຢ່າງ​ຖືກຕ້ອງ​ຄື​ແນວ​ນັ້ນບໍ່​ແມ່ນ​ເພື່ອ​ອະຄະຕິ, ຈຳ​ແນ​ກການ​ປະພຶດ​ຕໍ່​ວິ​ສາ​ຫະກິດ​ເອກະ​ຊົນ​ທຶນ​ນິຍົມ, ​ແຕ່​ເພື່ອ​ມີ​ນະ​ໂຍບາຍ​ທີ່​ສອດຄ່ອງ​ເໝາະ​ສົມ​ທັງ​ສອງ​ດ້ານ: ດ້ານ​ໜຶ່ງ, ຕ້ອງ​ຮັບປະກັນ​ສະພາບ​ແວດ​ລ້ອມ​ການ​ລົງທຶນ​ທີ່​ສະດວກ​ດີ​ ​ໃຫ້ນາຍທຶນ​ສາມາດ​ໄດ້​ຮັບ​ຜົນ​ກຳ​ໄລທີ່​ເໝາະ​ສົມ ​ເພື່ອ​ໃຫ້​ເຂົາ​ຫ້າວຫັນ​ໃນ​ການ​ລົງທຶນ​ຜະລິດ. ​ໃນ​ເງື່ອນ​ໄຂ​ໂລກາ​ພິວັດ ​ແລະ​ພາກ​ພື້ນ​ພິວັດ​ທາງ​ດ້ານ​ເສດຖະກິດ, ການ​ແຂ່ງຂັນ​ກັນ​ໃນ​ການ​ດຶງ​ດູດ​ການ​ລົງທຶນ​ທີ່​ນັບ​ມື້​ເຄັ່ງຮ້ອນ​ນັ້ນ, ນະ​ໂຍບາຍ​ບຸລິມະສິດ​ກໍ່​ມີ​ບົດບາດ​ສຳຄັນ. ນັ້ນ​ແມ່ນ​ເຫດຜົນ​ທີ່​ລັດ​ຂອງເຮົາ​ແລະປະ​ເທດ​ອື່ນໆ ​ໄດ້ປັບປຸງ​ບູລະນະ​ກົດໝາຍການ​ລົງທຶນ​ໃຫ້​ມີ​ຄວາມ​ດຶງ​ດູດ​ກວ່າ​ເກົ່າ. ອີກ​ດ້ານ​ໜຶ່ງ, ລັດຄວນ​ປະສົມ​ກົມກຽວ​ຜົນ​ປະ​ໂຫຍ​ດຂອງ​ເຈົ້າ​ຂອງ​ທຶນ​ແລະ​ເຈົ້າ​ຂອງ​ກຳລັງ​ແຮງ​ງານ​, ເຮັດ​ຄື​ແນວ​ໃດ​ໃຫ້ “​ເຈົ້າ​ຂອງ​ແລະ​ຄົນ​ງານ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຮ່ວມ​ກັນ”, “ຜົນ​ປະ​ໂຫຍ​ດສາທາ​ລະນາ​ແລະຜົນ​ປະ​ໂຫຍ​ດ​ສ່ວນ​ຕົວ​ກົມກຽວ​ກັນ” ​ເພື່ອ​ຫຼີກ​ລ່ຽງຄວາມ​ຂັດ​ແຍ່ງທີ່​​ຮຸນ​ແຮງ, ກີດ​ຂວາງ​ການ​ພັດທະນາ​ການ​ຜະລິດ, ພ້ອມ​ກັນ​ນັ້ນ​ກໍ່ປ້ອງ​ກັນ​ການ​ປະພຶດ​ທີ່​ບໍ່​ດີ, ​ເຊັ່ນ ການ​ຫຼີກ​ໜີ​ພາສີ, ການ​ໂອນ​ລາຄາ, ການ​ເຊື່ອງ​ຊ້ອນ​ບໍ່​ຈ່າຍ​ປະກັນ​ໄພ​ສັງຄົມ​ສຳລັບ​ກຳມະກອນ...

​ເມື່ອ​ມີ​ຮູບ​ການ​ກຳມະສິດ​ຢູ່​ຫຼາຍ​ຮູບ​ແບບ, ຈຳ​ເປັນ​ຕ້ອງ​ຮັບ​ຮູ້​ການ​ແຈກ​ຢາຍ​ຕາມສິດທິ​ກຳມະ​ສິກ,​ເວົ້າ​ຢ່າງ​ອື່ນ​ແມ່ນ ​ສິດທິ​ກຳມະສິດ​ໄດ້​ຮັບ​ການ​ປະຕິບັດ​ທາງ​ດ້ານ​ເສດຖະກິດ. ​ແຕ່ຄວນ​ຫຼີກ​ລ່ຽງສຸດ​ຂົ້ວ​ທັງ​ສອງ: ​ໜຶ່ງ, ​ເນັ້ນ​ໜັກ​ກຳມະສິດເກີນ​ຄວນ​ວ່າ​ເປັນ​ເປົ້າ​ໝາຍ​ທີ່​ຈະ​ເລັ່ງ​ໃສ່, ຮີບຮ້ອນ​ໃນ​ການ​ລົບ​ລ້າງກຳມະສິດ​ເອກະ​ຊົນ, ສ້າງ​ຕັ້ງ​ກຳມະສິດ​ສາທາລະນະ​ແບບ​ຮູບ​ນອກ, ຄຶດ​ວ່າ​ເຮັດ​ຄື​ແນວ​ນັ້ນ​ແມ່ນ​ໄດ້​ລົບ​ລ້າງ​ການ​ພົວພັນ​ຂູດ​ຮີດ​ສຳ​ເລັດ​ແລ້ວ, ພາ​ໃຫ້​ເກີດສະຖານະ​ການ​ບໍ່​ມີ​ເຈົ້າ​ຂອງ; ສອງ, ພຽງ​ແຕ່​ຖື​ກຳມະສິດ​ເປັນ​ພາຫະນະ, ຈະ​ເປັນ​ຮູບ​ການ​ກຳມະສິດ​ໃດໆກໍ່​ດີ ທະ​ແນມ​ແຕ່ມັນ​ຊຸກຍູ້​ການ​ຜະລິດ​ຂະຫຍາຍຕົວ ​​ແຕ່​ລືມ​ວ່າຄວາມ​ບໍ່​ສະ​ເໝີ​ພາບ​ທາງ​ດ້ານ​ກຳມະ​ສິກ​ນັ້ນ ​ແມ່ນ​ສາ​ເຫດ​ຕົ້ນຕໍ​ທີ່ນຳ​ໄປ​ສູ່​ຄວາມ​ບໍ່​ສະ​ເໝີ​ພາບ​ທາງ​ສັງຄົມ.

ຈາກ​ນັ້ນ, ​ເພື່ອ​ປະຕິບັດ​ເປັນ​ແຕ່​ລະ​ກ້າວ​ ການ​ເຕີບ​ໂຕ​ເສດຖະກິດ​ໄປ​ຄຽງ​ຄູ່​ກັບ​ຄວາມ​ກ້າວໜ້າ​ແລະ​ຄວາມ​ສະ​ເໝີ​ພາບ​ທາງ​ສັງຄົມ, ລັດທັງ​ເຄົາລົບ​ກົດ​ເກນ​ເສດຖະກິດ​ໃນ​ການ​ແຈກ​ຢາຍ (ການ​ແຈກ​ຢາຍ​ຄັ້ງ​ທຳ​ອິດ), ທັງ​ຕ້ອງ​ດັດ​ປັບ​ການ​ແຈກ​ຢາຍ​ຄືນ​ໃໝ່, ໝາຍ​ຄວາມ​ວ່າ​ ດັດ​ປັບ​ລາຍ​ໄດ້​ຂອງບັນດາ​ຊັ້ນ​ປະຊາກອນ. ການ​ດັດ​ປັບ​ນີ້​ບໍ່​ພຽງ​ແຕ່​ມຸ່ງ​ໄປ​ທີ່​ການ​ແຈກ​ຢາຍ​ຜົນ​​ການ​ຜະລິດ​ເທົ່າ​ນັ້ນ ​ແຕ່​ຍັງ​ມຸ່ງ​ໄປ​ທີ່​ການຄ່ອຍໆ​ປ່ຽນ​ແປງຮູບ​ແບບ​ການ​ເຕົ້າ​ໂຮມ​ບັນດາ​ແຫຼ່ງພະລັງ​ທີ່​ມີ​ປະ​ໂຫຍ​ດສຳລັບ​ກຸ່ມ​ຜູ້ມີ​ລາຍ​ໄດ້​ຕ່ຳ. ລັດ​ສ້າງ​ໂອກາດ​ທີ່​ສະດວກ​ດີ​ ໃຫ້​ຜູ້​ທຸກ​ຍາກ​ມີສິດ​ກຳມະສິດ ຫຼື​ສິດ​ຄອບ​ຄອງ​ແລະນຳ​ໃຊ້​ບັນດາ​ປັດ​ໄຈ​ການ​ຜະລິດ, ​ເຊັ່ນ​ດິນ​ນາ, ສິນ​ເຊື່ອ, ນະ​ໂຍບາຍ​ສົ່ງ​ເສີມ​ການ​ປ່າ​ໄມ້ ການ​ກະສິກຳ ການ​ປະມົງ, ການ​ຝຶກ​ອົບຮົມ​ວີ​ຊາ​ຊີບ...

ນອກຈາກ​ນັ້ນ, ລັດ​ຍັງ​ຕ້ອງ​ເອົາ​ໃຈ​ໃສ່​ເຖິງ​ການ​ດັດ​ປັບ ​ການ​ພົວພັນ​ການ​ສະໜອງ-ຄວາມ​ຕ້ອງການ ​ແລະ ລາຄາ​ຕະຫຼາດ ​ເພື່ອຮັບປະກັນ​ເງິນ​ຄ່າ​ແຮງ​ງານ​ຕົວ​ຈິງຂອງ​ກຳມະກອນ, ດັດ​ປັບ​ຫຼຸດ​ລາຍ​ໄດ້​ຂອງຜູ້​ຮັ່ງມີ (​ເຊັ່ນ ​ເກັບ​ພາສີ​ລາຍ​ໄດ້​ຂອງ​ບໍລິສັດ, ພາສີ​​ເງິນ​ໄດ້ບຸກຄົນກ້າວ​ເປັນອັນ​ດັບ, ພາສີ​ຊັບ​ສິນ, ພາສີ​ມໍລະດົກ), ດັດ​ປັບ​ເພີ່ມ​ລາຍ​ໄດ້​ສຳລັບຜູ້​ດ້ອຍ​ໂອກາດ (​ໂດຍ​ຜ່ານ​ບັນດາ​ໂຄງການ​ເສດຖະກິດ-ສັງຄົມ, ການບໍລິການ​ສາທາລະນະ, ບັນດາ​ຮູບ​ການ​ປະກັນ​ໄພ...). ສິ່ງ​ດັ່ງກ່າວ​ຈະ​ປ່ຽນສາຍ​ພົວພັນ​ຂູດ​ຮີດ​ໃນ​ເງື່ອນ​ໄຂລັດ​ແຫ່ງ​ອຳນາດ​ກົດໝາຍ​ສັງຄົມ​ນິຍົມ, ປະກອບສ່ວນ​ຮັກສາ​ທິດ​ທາງ​ສັງຄົມ​ນິຍົມ ​ເມື່ອ​ນຳ​ໃຊ້​ກົນ​ໄກ​ຕະຫຼາດ./.

​ໂດຍ ສຈ. ປອ. ​ໂດ໋ ເຖ ຕຸ່ງ

------------------------------------

(1) ກ.ມາກ ​ແລະ ຟ.ອັງ​ແກນ: ນິພົນ​ຄົບ​ຊຸດ, ສພຈ. ການ​ເມືອງ​ແຫ່ງ​ຊາດ, ຮ່າ​ໂນ້ຍ, 1995, ​ເຫຼັ້ມ 21, ໜ້າ 240.

(2), (3) ກ.ມາກ ​ແລະ ຟ.ອັງ​ແກນ: ນິພົນ​ຄົບ​ຊຸດ, ປຶ້ມ​ທີ່​ໄດ້​ແນະນຳ, 1993, ​ເຫຼັ້ມ 23, ໜ້າ 1057-1058, 347-348.

(4) ​ເບິ່ງ: ກ.ມາກ ​ແລະ ຟ.ອັງ​ແກນ: ນິພົນ​ຄົບ​ຊຸດ, ປຶ້ມ​ທີ່​ໄດ້​ແນະນຳ, 2000, ​ເຫຼັ້ມ 46, ພາກ​ທີ II, tr. 358-360, 367, 368-372, 375-376.

(5) ກ.ມາກ ​ແລະ ຟ.ອັງ​ແກນ: ນິພົນ​ຄົບ​ຊຸດ, ປຶ້ມ​ທີ່​ໄດ້​ແນະນຳ, 1993, ​ເຫຼັ້ມ 13, ໜ້າ 15-16.

(6) ກ.ມາກ ​ແລະ ຟ.ອັງ​ແກນ: ນິພົນ​ຄົບ​ຊຸດ, ປຶ້ມ​ທີ່​ໄດ້​ແນະນຳ, 1994, ​ເຫຼັມ 20, ໜ້າ 227, 254.

(7) ກ.ມາກ ​ແລະ ຟ.ອັງ​ແກນ: ນິພົນ​ຄົບ​ຊຸດ, ປຶ້ມ​ທີ່​ໄດ້​ແນະນຳ, 1993, ​ເຫຼັ້ມ 23, ໜ້າ 19.

(8) ກ.ມາກ ​ແລະ ຟ.ອັງ​ແກນ: ນິພົນ​ຄົບ​ຊຸດ, ປຶ້ມ​ທີ່​ໄດ້​ແນະນຳ, 1994, ​ເຫຼັ້ມ 16, ໜ້າ 325-326.

(9) ວ.ອີ.​ເລ​ນິນ: ນິພົນ​ຄົບ​ຊຸດ, ສພຈ. ກ້າວໜ້າ, ມົດສະ​​ໂກ​, 1974, ​ເຫຼັ້ມ 2, ໜ້າ 113.

(10) ວ.ອີ.​ເລ​ນິນ: ນິພົນ​ຄົບ​ຊຸດ, ປຶ້ມ​ທີ່​ໄດ້​ແນະນຳ, 1979, ​ເຫຼັ້ມ 10, ໜ້າ 302.

(11) ວ.ອີ.​ເລ​ນິນ: ນິພົນ​ຄົບ​ຊຸດ, ປຶ້ມ​ທີ່​ໄດ້​ແນະນຳ, 1977, ​ເຫຼັ້ມ 39, ໜ້າ 18.

(12), (13) ວ.ອີ.​ເລ​ນິນ: ນິພົນ​ຄົບ​ຊຸດ, ປຶ້ມ​ທີ່​ໄດ້​ແນະນຳ, 1974, ​ເຫຼັ້ມ 1, ໜ້າ 215, 456.

(14) ​ເບິ່ງ: ວ.ອີ.​ເລ​ນິນ: ນິພົນ​ຄົບ​ຊຸດ, ປຶ້ມ​ທີ່​ໄດ້​ແນະນຳ, 1978, ​ເຫຼັ້ມ 44, ໜ້າ 188-189, 195, 200, 248, 254-255, 262.

(15) ​ເບິ່ງ: ວ.ອີ.​ເລ​ນິນ: ນິພົນ​ຄົບ​ຊຸດ, ປຶ້ມ​ທີ່​ໄດ້​ແນະນຳ, 1978, ​ເຫຼັ້ມ 43, ໜ້າ 266-268, 281.

(16) ກ.ມາກ ​ແລະ ຟ.ອັງ​ແກນ: ນິພົນ​ຄົບ​ຊຸດ, ປຶ້ມ​ທີ່​ໄດ້​ແນະນຳ, 1993, ​ເຫຼັ້ມ 23, ​ເຫຼັ້ມ 1059.

- ບົດ​ນີ້​ໄດ້​ລົງ​ພິມ​ໃນວາລະສານ​ກອມ​ມູນິດ ສະບັບ​ທີ 925 (​ເດືອນ​ກັນຍາ 2019)

Other Stories

ບົດທີ່ມີຜູ້ອ່ານຫລາຍສຸດ

ບົດໃໝ່ສຸດ