ວັນເສົາ, 22/2/2020
ປັບປຸງບູລະນະລະບຽບກົດໝາຍ ເພື່ອຊຸກຍູ້ການພັດທະນາເສດຖະກິດ ໂດຍອີງໃສ່ການປ່ຽນແປງໃໝ່ປະດິດສ້າງ ຢູ່ຫວຽດນາມ
19/1/2020 18:8' ສົ່ງ ພິມ
ການປະຢຸກໃຊ້ວິທະຍາສາດ-ເຕັກນິກໃນການຜະລິດ ຊ່ວຍໃຫ້ເພີ່ມປະສິດທິພາບ, ຄຸນນະພາບ ແລະ ຄວາມສາມາດໃນການແຂ່ງຂັນ ຂອງຜະລິດຕະພັນຢູ່ໃນຕະຫຼາດ (ພາບ: tccs.org.vn)

ລະບຸ​ຕົວ​ລະບຽບ​ກົດໝາຍ​ທີ່​ຊຸກຍູ້​ການ​ພັດທະນາ​ເສດຖະກິດ​ໂດຍ​ອີງ​ໃສ່​ການ​ປ່ຽນ​ແປງ​ໃໝ່​ປະດິດ​ສ້າງ

​ໃນ​ການ​ຄົ້ນຄວ້າ ​ກໍ່​ຄື​​ໃນ​ພາກປະຕິບັດ​ ການ​ພັດທະນາ​ການ​ຄຸ້ມ​ຄອງ​ໃນ​ໂລກ​ ໃນ​ຊຸມ​ປີ​ທີ່​ຜ່ານ​ມາ​ມໍ່​ນີ້, ມີຄຳ​ອະທິບາຍ​ຫຼາຍ​ຢ່າງ​ກ່ຽວ​ກັບ​ການ​ປ່ຽນ​ແປງ​ໃໝ່​ປະດິດສ້າງ. ສັງ​ລວມທົ່ວ​ໄປ​ແລ້້ວ, ການ​ປ່ຽນ​ແປງ​ໃໝ່​ປະດິດ​ສ້າງ​ ແມ່ນ​ທຸ​ກການ​ເຄື່ອນ​ໄຫວທີ່​ສະ​ແດງ​ອອກ​ເຖິງ​ຄວາມ​ແຕກ​ຕ່າງ​ກັບ​ຈິນຕະນາການ​ ແລະມາດຕະຖານ​ການ​ປະຕິບັດ ​ທີ່​ມີ​ຢູ່, ​ເຊິ່ງມຸ່ງ​ໄປ​ສູ່​ເປົ້າ​ໝາຍ ສ້າງ​ຜົນ​ກະທົບ​ໃນ​ທາງ​ບວກ​ ເພື່ອ​ປົດ​ປ່ອຍ​ຄວາມ​ສາມາດ​ໃນ​ແຕ່ລະຄົນ ກໍ່​ຄື​ໃນ​ແຕ່​ລະ​ອົງການ​ຈັດ​ຕັ້ງ, ບົນ​ພື້ນຖານ​ນັ້ນ ຊຸ​ກຍູ້​ໃຫ້ສັງຄົມ​ພັດທະນາ​ກ້າ​ວໜ້າ​ກວ່າທຽບ​ກັບ​ການ​ນຳ​ໃຊ້​ຈິນຕະນາການ ​ແລະ​ມາດຕະຖານ​ເກົ່າ.

ການ​ປ່ຽນ​ແປງ​ໃໝ່​ປະດິດສ້າງໝາຍ​ເຖິງການ​ຫັນ​ໄປ​ສູ່​ຄວາມ​ກ້າວໜ້າ, ສ້າງ​ຂຶ້ນ​ໂດຍ​ຄົນ. ດັ່ງ​ນັ້ນ, ​ເມື່ອ​ເວົ້າ​ເຖິງການ​ປ່ຽນ​ແປງ​ໃໝ່​ປະດິດສ້າງ​ ແມ່ນ​ຕ້ອງ​ຕິດ​ກັບ​​ເຈົ້າພາບ (ເຈົ້າ​ຂອງ​) ທີ່​ແນ່ນອນ, ​ໃນບາງ​ສະຖານະ​ການ​ທີ່​ແນ່ນອນ. ຄວາມ​ສາມາດ​ໃນ​ການ​ພັດທະນາໄລຍະ​ຍາວຂອງ​ພື້ນຖານ​ເສດຖະກິດ-ສັງຄົມ ຂຶ້ນ​ຢູ່​ກັບຄວາມ​ສາມາດ​ປ່ຽນ​ແປງ​ໃໝ່​ປະດິດ​ສ້າງຂອງບັນ​ດາ​ເຈົ້າພາບ​ໃນ​ພື້ນຖານ​ເສດຖະກິດ-ສັງຄົມ. ຜົນ​ກະທົບ​ລວມຂອງ​ການ​ເຄື່ອນ​ໄຫວ​ປ່ຽນ​ແປງ​ໃໝ່​ປະດິດ​ສ້າງຂອງ​ບັນດາ​ເຈົ້າ​ພາບຈະ​ສ້າງ​ໃຫ້​ມີ​ຜົນສຳ​ເລັດ​ໃໝ່, ຄວາມ​ກ້າວໜ້າທີ່​ໃໝ່ກວ່າ​ ໃນ​ຫຼາຍ​ດ້ານ​ເສດຖະກິດ - ສັງຄົມ - ສະພາບ​ແວດ​ລ້ອມ​ດ້ານ​ນິ​ເວດ​ວິທະຍາ, ສະພາບ​ແວດ​ລ້ອມ​ດ້ານ​ລະບຽບ​ກົດໝາຍ, ຮັບ​ຜົນ​ກະທົບ​ຈາກ​ລະບົບ​ລະບຽບ​ກົດໝາຍທີ່​ກ່ຽວຂ້ອງ​ຂອງ​ສັງຄົມ​ໜຶ່ງ​ທີ່​ແນ່ນອນ.

​ໃນ​ພື້ນຖານເສດຖະກິດ - ສັງຄົມໜຶ່ງ, ຖ້າ​​ສັງ​ເກດ​ໂດຍ​ກົງ​ແລ້ວ ສາມາດ​ເຫັນ​ໄດ້​ຫຼາຍ​ປະ​ເພດ​ເຈົ້າພາບ​ທີ່​ຫຼາກ​ຫຼາຍ, ​ແຊກ​ຊ້ອນ​ກັນ, ປ່ຽນ​ແປງ​ຕະຫຼອດ​ຕາມ​ກາລະເວລາ ​ໂດຍ​ແລ້ວ​ແຕ່ວິ​ທີ​ການ​ແລະ​ເກນ​ກຳນົດ​ການຈຳ​ແນ​ກທີ່​ແຕກ​ຕ່າງ​ກັນ. ​ເຖິງ​ຢ່າງ​ນັ້ນ​ກໍ່ຕາມ, ຕິດ​ກັບ​ການ​ປ່ຽນ​ແປງ​ໃໝ່​ປະດິດ​ສ້າງສາມາດລະບຸ​ຕົວ​ສາມກຸ່ມ​​ເຈົ້າ​ພາບພື້ນຖານ, ປະກອບ​ດ້ວຍ: 1- ຊຸມ​ຊົນ​ທຸລະ​ກິດ; 2- ບັນດາ​ຄົວ​ເຮືອນ, ຜູ້​ຄົນ ​ແລະ ບັນດາ​ອົງການ​ວິຊາຊີບ​ທີ່​ປະດິດ​ສ້າງ (ການ​ສຶກສາ, ວິທະຍາສາດ-​ເຕັກ​ໂນ​ໂລ​ຊີ); 3- ລະບົບ​ຈັກ​ບໍລິຫານ​ຄຸ້ມ​ຄອງ​ແຫ່ງ​ຊາດ. ສາມ​ພາກສ່ວນ​ນີ້​ຍັງ​ຖືກ​ຖື​ວ່າ​ເປັນ​ສາມ​ເສົາ​ຄ້ຳ​ໂດຍ​ກົງ​ຂອງ​​ເສດຖະກິດ​ທີ່​ອີງ​ໃສ່​ການ​ປ່ຽນ​ແປງ​ໃໝ່​ປະດິ​ດສ້າງ. ​ເມື່ອ​ຂາດ​ຄວາມ​ນຶກ​ຄິດ​ປະດິດ​ສ້າງ, ການ​ປ່ຽນ​ແປງ​ໃໝ່​ຂອງ​ເສົາ​ຄ້ຳ​ໃດ​ໃນ​ສາມ​ກຸ່ມ​ເຈົ້າ​ພາບ​ພື້ນຖານ​ເທິງ​ນີ້ ຈະ​ຖືກ​ຊັກ​ຊ້າ, ​ເຊາະຫຼຸ້ຍ, ຊ້ຳ​ຍັງ​ຈະ​ຫຼຸດຜ່ອນ​ຄວາມ​ສາມາດ​ພັດທະນາ​ຂອງ​ພື້ນຖານ​ເສດຖະກິດ​ທົງ​ໝົດ. ດ້ວຍ​ເຫດ​ນັ້ນ, ຢາກ​ຊຸກຍູ້​ການ​ພັດທະນາ​ເສດຖະກິດ​ໂດຍ​ອີງ​ໃສ່​ການ​ປ່ຽນ​ແປງ​ໃໝ່​ປະດິດ​ສ້າງ ​ແມ່ນ​ຕ້ອງ​ເລີ່​ມຈາກ​ການ​ປົດ​ປ່ອຍຄວາມ​ສາມາດ​ປ່ຽນ​ແປງ​ໃໝ່​ສັງ​ລວມຂອງຊຸມ​ຊົນ​ທຸລະກິດ, ຄົວ​ເຮືອນ​ປະຊາຊົນ, ອົງການ​ວິຊາ​ຊີບ ​ແລະ ລະບົບ​ຈັກ​ບໍລິຫານ​ຄຸ້ມ​ຄອງ​ແຫ່ງ​ຊາດ.  

​ໃນ​ນັ້ນ, ການ​ເຄື່ອນ​ໄຫວ​ປ່ຽນ​ແປງ​ໃໝ່​ປະດິດ​ສ້າງ​ຂອງ​ວິ​ສາ​ຫະກິດ​ມີ​ຜົນ​ກະທົບ​ຕັ້ງໜ້າ ​ໂດຍ​ກົງ​ຕໍ່ການ​ຍົກ​ສູງ​ສະມັດ​ຕະພາບ, ຄວາມ​ສາມາດ​ແຂ່ງຂັນ, ສ້າງ​ວຽກ​ເຮັດ​ງານ​ທຳ, ປົວ​ແປງ​ຍົກ​ສູງ​ລາຍ​ໄດ້​ໃຫ້​ວິ​ສາ​ຫະກິດ​ແລະ​ຜູ້​ອອກ​ແຮງ​ງານ​ຢູ່​ໃນ​ວິ​ສາ​ຫະກິດ​ນັ້ນ. ຍິ່ງ​ກວ່າ​ນັ້ນ, ການ​ເຄື່ອນ​ໄຫວ​ປ່ຽນ​ແປງ​ໃໝ່​ປະດິດ​ສ້າງ​ຂອງ​ວິ​ສາ​ຫະກິດ​ຍັງ​ໄດ້​ປະກອບສ່ວນ​ ເຂົ້າ​ໃນ​ການ​ນຳ​ໃຊ້ບັນດາ​ແຫຼ່ງພະລັງ​ຢ່າງ​ມີ​ປະສິດທິພາບ, ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ​ນິ​ເວດ​ວິທະຍາ, ຍົກ​ສູງ​ປະສິດທິ​ຜົນ​ຂອງ​ການ​ເຊື່ອມ​ໄຍງ, ປົກ​ປັກ​ຮັກສາ​ຜົນ​ປະ​ໂຫຍ​ດຂອງ​ຊາດ, ປັບປຸງ​ການ​ປ້ອງ​ກັນ​ປະ​ເທດ-ປ້ອງ​ກັນ​ຄວາມ​ສະຫງົບ.

ກຳລັງ​ແຮງ​ປະດິດ​ສ້າງ​ຂອງ​ຄົວ​ເຮືອນ, ຜູ້​ຄົນ, ອົງການ​ວິຊາ​ຊີບ (ການ​ສຶກສາ, ວິທະຍາສາດ-​ເຕັກ​ໂນ​ໂລ​ຊີ...) ​ແມ່ນ​ໃຫຍ່ຫຼວງ ຫຼາກ​ຫຼາຍ. ຄວາມ​ຕ້ອງການ​ຮັບປະກັນ​ການ​ລ້ຽງ​ຊີບ​ແບບ​ຍືນ​ຍົງ ​ແລະ ​ຮັກສາ​ເອກະລັກ​ຂອງ​ຕົນ​ໄດ້​ກຳນົດ, ຮຽກຮ້ອງ​ໃຫ້​ປະຊາຊົນ​ແຕ່ລະຄົນ, ທຸກ​ຄົວ​ເຮືອນລ້ວນ​ແຕ່​ຊອກ​ຫາວິທີ​ຈິນຕະນາການ ແລະນຳ​ໃຊ້​ ບັນດາ​ມາດ​ຕະການ​ທີ່​ດີ​ສຸດ ​ໃນ​ການ​ແກ້​ໄຂ​ບັນດາ​ບັນຫາ​ທີ່​​ເກີດ​ຂຶ້ນ ​ໃຫ້​ແທດ​ເໝາະ​ກັບ​ຊີວິດ​ປະຈຳ​ວັນ ກໍ່​ຄື​ລະຫວ່າງ​ບັນດາ​ຮຸ່ນ​ຄົນ. ຄ້າຍຄື​ແນວ​ນັ້ນ, ​ເລີ່​ມຈາກ​ຄວາມ​ຕ້ອງການ​ກ່ຽວ​ກັບພາລະ​ໜ້າ​ທີ່​ວິຊາຊີບ​ທີ່​​ສັງຄົມ​ມອບ​ໝາຍ​, ບັນດາ​ອົງການວິຊາຊີບທີ່​ປ່ຽນ​ແປງ​ໃໝ່​ປະດິດ​ສ້າງ ​ໄດ້​ມີ​ຜົນ​ກະທົບ​ທີ່​ຕັ້ງໜ້າ​ຕໍ່​ພື້ນຖານ​ເສດຖະກິດ​ທັງ​ໝົດ ​ໂດຍ​ຜ່ານ​ການ​ສະໜອງ​ປັນຍາ​ຄວາມ​ຮູ້, ຊັບພະຍາກອນ​ມະນຸດ​ທີ່​ມີ​ທັກ​ສະ, ​ເຕັກ​ໂນ​ໂລ​ຊີ, ພາຫະນະ​ການ​ອອກ​ແຮງ​ງານ​ໃໝ່. ການ​ປ່ຽນ​ແປງ​ໃໝ່​ປະດິດ​ສ້າງ​ຂອງ​ບັນດາ​ຄົວ​ເຮືອນ, ຜູ້ຄົນ ​ແລະ​ບັນດາອົງການ​ວິຊາ​ຊີບ ສ້າງ​ຮາກ​ຖານ​ທົ່ວ​ໄປ​ໃຫ້​ແກ່​ຄວາມ​ໝັ້ນຄົງ​ລວມຂອງ​ປະ​ເທດ.

ພ້ອມ​ກັນ​ນັ້ນ, ລະບົບ​ຈັກ​ບໍລິຫານ​ຄຸ້ມ​ຄອງ​ແຫ່ງ​ຊາດ ​ເຊິ່ງລະບົບ​ການ​ເມືອງ​ເປັນ​ແກນ​ກາງ ກໍ່​ຕ້ອງການ​​ແລະ​ຈຳ​ເປັນ​ຕ້ອງ​ມີ​ການ​ປ່ຽນ​ແປງ​ໃໝ່​ປະດິດ​ສ້າງ. ການ​ບໍລິຫານ​ຄຸ້ມ​ຄອງ​​ແຫ່ງລັດ​ແມ່ນ​ພາລະກິດ, ຄວາມ​ຮັບຜິດຊອບ​ພິ​ເສດ. ນີ້​ແມ່ນ​ໜ້າ​ທີ່​ຮັບຜິດຊອບ​ທີ່​ປະຊາຊົນ​ມອບ​ໝາຍ​ໃຫ້. ຄຸນ​ນະພາ​ບການ​ເຄື່ອນ​ໄຫວ​ຂອງ​ລະບົບ​ຈັກບໍລິຫານ​ຄຸ້ມ​ຄອງ​ແຫ່​ງຊາດກ່ຽວຂ້ອງ​ໂດຍ​ກົງ​ກັບ​ໂຊກ​ຊະ​ຕາ, ຄວາມ​ດຳລົງ​ຄົງ​​ໂຕ ​ແລະ ພື້ນ​ທີ່​ດຳລົງ​ຄົງ​ໂຕຂອງ​ປະຊາຊົນ, ຂອງ​ລະບອບ​ການ​ເມືອງ​ເອງ, ຖານະ​ຕຳ​ແໜ່​ງ ອະນາຄົດ​ແລະ​ຮູບ​ພາບ​ຂອງ​ປະ​ເທດ​ໃນ​ແຜນ​ທີ່​ໂລກ. ​ເພື່ອ​ປະຕິບັດ​ໜ້າ​ທີ່​ຮັບຜິດຊອບ​ທີ່​ປະຊາຊົນ​ມອຍ​ໝາຍ​ໃຫ້​ເປັນ​ຢ່າງ​ດີ, ລະບົບ​ຈັກ​ບໍລິຫານ​ຄຸ້ມ​ຄອງ​ແຫ່ງ​ຊາດ​ ກໍ່​ຕ້ອງ​ປ່ຽນ​ແປງ​ໃໝ່​ປະດິດ​ສ້າງ​ຢ່າງ​ບໍ່​ຢຸດ​ຢັ້ງ. ນີ້​ແມ່ນ​ຄວາມ​ຮຽກຮ້ອງ​ຕ້ອງການ​ຈຳ​ເປັນທີ່​ມີ​ລັກສະນະ​ກົດ​ເກນ​ສຳລັບ​ທຸກ​ປະ​ເທດ.

​ໃນ​ສາຍ​ພົວພັນ​ລະຫວ່າງ​ບົດບາດ​ຂອງ​ສາມ​ກຸ່ມ​ເຈົ້າ​ພາບພື້ນຖານ​ເທິງ​ນີ້, ​ເຖິງ​ວ່າ​ຈະ​ບໍ່​ສາມາ​ດ​ເບິ່ງ​ເບົາ​ບົດບາດ​ປ່ຽນ​ແປງ​ໃໝ່​ປະດິດ​ສ້າງ​ຂອງກຸ່​ມ​ໃດ​ກໍ່ຕາມ, ​ແຕ່​ໃນ​ສະພາບ​ການ​ເຊື່ອມ​ໂຍງ​ສາກົນ​ ແລະທ່າ​ອຽງ​ການ​ພັດທະນາ​ລວມຂອ​ງ​ໂລກ​ໃນ​ປະຈຸ​ບັນ, ການ​ປ່ຽນ​ແປງ​ໃໝ່​ປະດິດ​ສ້າງຂອງຊຸມ​ຊົນ​ທຸລະກິດ​ມີ​ຄວາມ​ໝາຍ​ເປັນ​ປະຖົມປັດ​ໄຈ​ໂດຍ​ກົງ​ທີ່​ສຸດ, ສົ່ງ​ຜົນ​ກະທົບ​ທົ່ວ​ໄປ​ທີ່​ສຸດ, ຕັດສິນ​ຊີ້​ຂາດ​ກ່ຽວ​ກັບ​ກຳລັງ​ໜູນ​ການຈະ​​ເລີ​ນ​ເຕີບ​ໂຕ, ​ແມ່ນ​ທ່າ​ແຮງ​ໃນ​ການ​ພັດທະນາ​ໄລຍະ​ຍາວ ຂອງ​ພື້ນຖານ​ເສດຖະກິດ​ທັງ​ໝົດ. ການ​ປ່ຽນ​ແປງ​ໃໝ່​ປະດິດ​ສ້າງ​ຂອງ​ວິ​ສາ​ຫະກິດ​ເປັນ​ສິ່ງ​ຊີ້​ຂາດ, ​ແກ່​ດຶງ​ຄວາມ​ຮຽກຮ້ອງ​ຕ້ອງການ​ປ່ຽນ​ແປງ​ໃໝ່​ປະດິດ​ສ້າງ​ໃນ​ປະຊາກອນ, ​ໃນ​ບັນດາ​ອົງການ​ວິຊາ​ຊີບ ​ແລະ​ໃນ​ລະບົບ​ຈັກ​ບໍລິຫານ​ຄຸ້ມ​ຄອງ​ແຫ່ງ​ຊາດ. ດັ່ງ​ນັ້ນ, ປັບປຸງແລະ​ຍົກ​ສູງ​ຄວາມ​ສາມາດ​ປ່ຽນ​ແປງ​ໃໝ່​ປະດິດ​ສ້າງ​ຂອງຊຸມ​ຊົນ​ທຸລະກິດ ຍາມ​ໃດ​ກໍ່​ແມ່ນ​ວິທີ​ແກ້​ໄຂ​ທີ່​ມີ​ລັກ​ສະ​ນະ​ບຸກທະລຸ, ມີ​ກຳລັງ​​ແຜ່ກະ​ຈາຍກວ້າງຂວາງ​ເຖິງ​ການ​ພັດທະນາ​ເສດຖະກິດ​ທີ່​ອີງ​ໃສ່​ການ​ປ່ຽນ​ແປງ​ໃໝ່​ປະດິດ​ສ້າງ.

​ໃນ​ແງ່​ຂອງ​ກຳລັງ​ໜູນ, ພິຈາລະນາ​ຈົນ​ສຸດ​ແລ້ວ, ຜົນ​ປະ​ໂຫຍ​ດ​ແມ່ນ​ກຳລັງ​ໜູນ​ໂດຍ​ກົງ, ສົ່ງ​ຜົນ​ກະທົບຢ່າງ​ເລິກ​ເຊິ່ງທີ່​ສຸດ​ ເຖິງການ​ປ່ຽນ​ແປງ​ໃໝ່​ປະດິດ​ສ້າງ​ຂອງ​ບັນດາ​ເຈົ້າພາບ. ​ແຕ່​ໃນ​ຄວາມ​ເປັນ​ຈິງ, ​ມີບາງ​ກໍລະນີ ​ເນື່ອງ​ຈາກ​ຜົນ​ປະ​ໂຫຍ​ດ​ ເຂົາ​ເຈົ້າ​ສາມາດ​ໜ່ວງ​ໜ່ຽວ​ການ​ປ່ຽນ​ແປງ​ໃໝ່​ປະດິດ​ສ້າງ​ໃຫ້​ຊັກ​ຊ້າ​ລົງ. ຕ້ອງ​ລົບ​ລ້າງ​ກໍລະນີ​ເຫຼົ່າ​ນີ້​ເທື່ອ​ລະ​ກ້າວ. ​

ກ່ຽວ​ກັບ​ປັດ​ໄຈ​ທີ່​ກະທົບ​ເຖິງ​ກຳລັງ​ໜູນ​ຂອງ​ການ​ປ່ຽນ​ແປງ​ໃໝ່​ປະດິດ​ສ້າງນັ້ນ, ກົງ​ກັບ​ແຕ່​ລະ​ກຸ່ມ​ເຈົ້າພາບ​ໃນ​ພື້ນຖານ​ເສດຖະກິດ ຈະ​ມີບັນດາ​ກຸ່ມ​ປັດ​ໄຈ​ທີ່​ຕ່າງ​ກັນ. ​ເຖິງ​ຢ່າງ​ນັ້ນ​ກໍ່ຕາມ, ນອກ​ເໜືອ​ຈາກ​ບັນດາ​ປັດ​ໄຈ​ສະ​ເພາະ​ທີ່​ກະທົບ​ເຖິງ​ການ​ປ່ຽນ​ແປງ​ໃໝ່​ປະດິດ​ສ້າງ​ຂອງຊຸມ​ຊົນ​ທຸລະກິດ, ຄົວ​ເຮືອນ, ຜູ້​ຄົນ ​ແລະ​ບັນດາ​ອົງການ​ວິຊາ​ຊີບ ຫຼື​ລະບົບ​ຈັກ​ບໍລິຫານ​ຄຸ້ມ​ຄອງ​ແຫ່ງ​ຊາດ​ແລ້ວ, ຍັງ​ມີ ປັດ​ໄຈ​ລວມທີ່​ກະທົບ​ເຖິງ​ກຳລັງ​ໜູນ​ການ​ປ່ຽນ​ແປງ​ໃໝ່​ປະດິດ​ສ້າງ ຂອງທັງ​ສາມ​ກຸ່ມ​ເຈົ້າພາບດັ່ງກ່າວ ນັ້ນ​ແມ່ນລະບຽບ​ກົດໝາຍ. ​ໃນ​ນັ້ນ, ລະບຽບ​ກົດໝາຍ​ທີ່​ເປັນ​ທາງ​ການ​ໂດຍ​ລະບົບ​ຈັກ​ບໍລິຫານ​ຄຸ້ມ​ຄອງ​ແຫ່ງ​ຊາດ​ວາງ​ອອກ​ມາ ​ແລະຈັດ​ຕັ້ງ​ປະຕິບັດ ​ແມ່ນໜຶ່ງ​ໃນ​ບັນດາ​ປັດ​ໄຈຫຼັກ ທີ່​ກະທົບ​ເຖິງ​ບັນດາ​ກຸ່ມ​ເຈົ້າພາບ​ຂອງ​ພື້ນຖານ​ເສດຖະກິດທີ່​ອີງ​ໃສ່​ການ​ປ່ຽນ​ແປງ​ໃໝ່​ປະດິດ​ສ້າງ. ດ້ວຍຄວາມ​ໝາຍ​ດັ່ງກ່າວ, ​ເນື້ອ​ແທ້​ຂອງ​ການ​ປັບປຸງ​ບູລະນະ​ລະບຽບ​ກົດໝາຍຊຸກ​ຍູ້​ການ​ພັດທະນາ​ເສດຖະກິດທີ່​ອີງ​ໃສ່​ການ​ປ່ຽນ​ແປງ​ໃໝ່​ປະດິດ​ສ້າງ ສະ​ແດງ​ອອກ​ຢູ່​ທີ່​ເນື້ອ​ໃນ ປັບປຸງ​ບູລະນະ​ລະບຽບ​ກົດໝາຍ​ເພື່ອ​ສ້າງ​ກຳລັງ​ໜູນ​ໃຫ້​ແກ່​ການ​ປ່ຽນ​ແປງ​ໃໝ່​ປະດິດ​ສ້າງ ຂອງ​ບັນດາ​ເສົາ​ຄ້ຳ​ພື້ນຖານ​ແມ່ນ​ຊຸມ​ຊົນ​ທຸລະ​ກິດ, ປະຊາຊົນ ​ແລະ​ລະບົບ​ຈັກ​ບໍລິຫານ​ຄຸ້ມ​ຄອງ​ແຫ່ງ​ຊາດ. 

ສຳລັບຂົງ​ເຂດ​ວິ​ສາ​ຫະກິດ, ລະບົບ​ລະບຽບ​ກົດໝາຍ​ຊຸກຍູ້​ການ​ປ່ຽນ​ແປງ​ໃໝ່​ປະດິດ​ສ້າງ​ຂອງ​ຂົງ​ເຂດ​ນີ້ສາມາດ​ລະບຸ​ໄດ້​ພາຍ​ໃຕ້​ການສະ​ແດງ​ອອກຂອງ​ສາມ​ອົງ​ປະກອບ​ຕົ້ນຕໍ, ນັ້ນ​ແມ່ນ: ລະບຽບ​ກົດໝາຍສຳລັບ​ວິ​ສາ​ຫະກິດ​ເຂົ້າ​ເຖິງ​ໂອກາດ ​ແລະ ຊັບພະຍາກອນ; ລະບຽບ​ກົດໝາຍ​ສຳລັບ​ການ​ແກ້​ໄຂບັນດາ​ສາຍ​ພົວພັນ​ຜົນ​ປະ​ໂຫຍ​ດຂອງ​ບັນດາ​ວິ​ສາ​ຫະກິດ​ເອງ ​ແລະ ລະບຽບ​ກົດໝາຍ​ສຳລັບ​ການ​ເຂົ້າ​ເຖິງຕະຫຼາດ, ​ເຊື່ອມ​ຕໍ່​ເຄືອ​ຂ່າຍ​ລະຫວ່າງ​ບັນດາ​ວິ​ສາ​ຫະກິດ ​ເພື່ອ​ສ້າງ​ກຳລັງ​ແຮງ​ສັງ​ລວມ​ໃນ​ການ​ເຊື່ອມ​ໂຍງ​ເສດຖະກິດ​ສາກົນ. ​ໃນ​ນັ້ນ, ສຳລັບ​ພື້ນຖານ​ເສດຖະກິດທີ່ຢູ່​ໃນ​ລະດັບ​ການ​ພັດທະນາ​ໂດຍ​ອີງ​ໃສ່​ວິ​ສາ​ຫະກິດ​ຂະໜາດ​ກາງ​ແລະ​ຂະໜາດ​ນ້ອຍ​ນັ້ນ ສອງ​ກຸ່ມ​ລະບຽບ​ກົດໝາຍ​ຄື ລະບຽບ​ກົດໝາຍສຳລັບ​ວິ​ສາ​ຫະກິດ​ເຂົ້າ​ເຖິງຊັບພະຍາກອນ (ການ​ເງິນ, ຂໍ້​ມູນ​ຂ່າວສານ, ຂໍ້​ມູນ​ຂະໜາດ​ໃຫຍ່, ພື້ນ​ດິນ, ພື້ນຖານ​ເຕັກນິກ​ດິຈິ​ຕອນ...) ​ແລະ ລະບຽບ​ກົດໝາຍ​ສຳລັບ​ການ​ເຂົ້າ​ເຖິງຕະຫຼາດ (ພາສີ​ອາກອນ, ສຸລະກາກອນ, ການບົ່ງ​ຊີ້​ແຫຼ່ງກຳ​ເນີ​ດ, ມາດຕະຖານ​ຄຸນ​ນະພາ​ບ, ຂັ້ນ​ຕອນ​ໃນ​ການ​ເຂົ້າ​ແລະ​ອອກ​ຈາກ​ຕະຫຼາດ...) ​ແມ່ນ​ມີ​ຄວາມ​ໝາຍສຳຄັນ​ທີ່​ສຸດ.

ສຳລັບພາກສ່ວນ​ເຈົ້າພາບ​ທີ່​ເປັນ​ຄົວ​ເຮືອນ​ແລະອົງການ​ວິຊາ​ຊີບ, ລະບຽບ​ກົດໝາຍ​ຮັບປະກັນສິດທິ​ຊັບ​ສິນ ​ແລະ ​ໂອກາດ​ໃນ​ການ​ໂອນ​ຊັບ​ສິນ (ທີ່​ດິນ, ການ​ຂຶ້ນ​ທະບຽນ​ສິດທິ​ຊັບ​ສິນ, ການ​ເຂົ້າ​ເຖິງ​ແຫຼ່ງທຶນການ​ເງິນສຳລັບ​ການ​ເຄື່ອນ​ໄຫວ​ເສດຖະກິດ, ການ​ສື່​ຂ່າວ, ການຖ່າຍ​ໂອນຜົນ​ໄດ້​ຮັບ, ການ​ຕິດ​ຕໍ່​ແລກປ່ຽນ​ທາງພົນ​ລະ​ເຮືອນ...), ລະບຽບ​ກົດໝາຍ​ຮັກສາ​ຄວາມ​ເຊື່ອ​ຖື​ຂອງ​ປະຊາຊົນ ​ແລະຂອງ​​ປັນຍາ​ຊົນ​ໃນ​ອົງການ​ວິຊາ​ຊີບ ຕໍ່​ລະບອບ​ແລະ​ລະບົບ​ການ​ເມືອງ ມີ​ຄວາມ​ສຳຄັນ​ເປັນ​ພິ​ເສດ. ລັດ​ແລະ​ວິ​ສາ​ຫະກິດ​ບໍ່​ສາມາດ​ຕອບ​ສະໜອງ​ທຸກ​ຄວາມ​ຕ້ອງການ​ເພື່ອ​ຫາ​ລ້ຽງ​ຊີບ​ຂອງ​ປະຊາຊົນ. ປະຊາຊົນ​ມີ​ຄວາມ​ສາມາດ​ປ່ຽນ​ແປງ​ໃໝ່​ປະດິດ​ສ້າງ​ດ້ວຍ​ຕົນ​ເອງສະ​ເໝີ ​ເພື່ອຜ່ານ​ຜ່າ​ສະຖານະ​ການ​ຂອງ​ຕົນ​ເອງ. ດັ່ງ​ນັ້ນ, ລັດ​ຕ້ອງ​ສ້າງ​ສະພາບ​ແວດ​ລ້ອມ​ໃນ້ປະຊາຊົນ​ບືນ​ຕົວ​ຂຶ້ນ; ​ໂອກາດ​ໃຫ້​ປະຊາຊົນ​ລະດົມຄວາມ​ຄິດສ້າງສັນ​ຂອງ​ຕົນ​ເອງ​ ຕ້ອງ​ໄດ້​ຖືກ​ສ້າງຂຶ້ນ​ຜ່ານລະ​ບົບລະບຽບ​ກົດ​ໝານ​ທີ່​ໂປ່​ງ​ໄສ, ມີ​ຄວາມ​ຮັບຜິດຊອບ. ລະບົບ​ຈັກ​ບໍລິຫານ​ຄຸ້ມ​ຄອງ​ແຫ່ງ​ຊາດຈະ​ຕ້ອງ​ບໍ່​ມອບອຳນາດ​​ໃຫ້​ຕົນ​ເອງ​ນອກ​ເໜືອຈາກ​ໜ້າ​ທີ່ຕົ້ນ​ຕໍ່ ​ໃນ​ການ​ສ້າງ​ສະພາບ​ແວດ​ລ້ອມ​ທີ່​ໝັ້ນຄົງ​ ໃຫ້​ປະຊາຊົນບືນ​ຕົວ​ຂຶ້ນ​ປ່ຽນ​ແປງ​ໃໝ່​ປະດິດ​ສ້າງ.

ລະບົບ​ຈັກ​ບໍລິຫານ​ຄຸ້ມ​ຄອງ​ແຫ່ງ​ຊາດ​ແມ່ນ​ພາກສ່ວນ​ເຈົ້າພາບ​ທີ່​ມີຈຸດ​ພິ​ເສດ, ດ້ານ​ໜຶ່ງ, ສະໜອງ​ຂໍ້​ກຳນົດ​ກົດ​ລະບຽບ​ທີ່​ດີ​ ເພື່ອຊຸກຍູ້​ການ​ປ່ຽນ​ແປງ​ໃໝ່​ປະດິດ​ສ້າງຂອງ​ບັນດາ​ເຈົ້າພາບ​ອື່ນ​ໃນ​ພື້ນຖານ​ເສດຖະກິດ; ອີກ​ດ້ານ​ໜຶ່ງ, ສ້າງ​ຂໍ້​ກຳນົດ​ກົດ​ລະບຽບ​ໃຫ້​ແກ່​ການ​ເຄື່ອນ​ໄຫວ​ຂອງ​ຕົນ​ເອງ. ດັ່ງ​ນັ້ນ, ສຳລັບ​ພາກສ່ວນ​ນີ້, ລະບຽບ​ກົດໝາຍ​ກ່ຽວ​ກັບ​ການ​ປະສານ​ສົມທົບ ​ແລະກຳນົດ​ຄວາມ​ຮັບຜິດຊອບ​ຢ່າງ​ຈະ​ແຈ້ງ​ຂອງບັນດາ​ພາກສ່ວນ​ໃນລະບົບ ​ແມ່ນ​ມີ​ຄວາມ​ໝາຍ​ສຳຄັນ​ພິ​ເສດ ​ແລະ ຕ້ອງ​ໄດ້​ຮັບ​ການ​ປ່ຽນ​ແປງ​ໃໝ່​ເນື່ອງ​ຈາກ​ຄວາມ​ກົດ​ດັນ​ຂອງ​ການ​ພັດທະນາ​ສັງຄົມ. ພ້ອມ​ກັນ​ນັ້ນ, ລະບຽບ​ກົດໝາຍ​ຮຽກຮ້ອງ​ໃຫ້​ມີ​ການປ່ຽນ​ແປງ​ໃໝ່​ປະດິດ​ສ້າງ​ໃນ​ສາຍ​ພົວພັນ​ລະຫວ່າງລະບົບ​ຈັກ​ບໍລິຫານ​ຄຸ້ມ​ຄອງ​ແຫ່ງ​ຊາດ ກັບ​ປະຊາຊົນ​ແລະ​ຊຸມ​ຊົນ​ທຸລະ​ກິດ ກໍ່​ມີ​ຄວາມ​ຄວາມ​ໝາຍ​ສຳຄັນ, ສ້າງ​ກຳລັງ​ໜູນ​ໃຫ້​ແກ່​ການ​ປ່ຽນ​ແປງ​ໃໝ່​ປະດິດ​ສ້າງ ຂອງ​ລະບົບ​ຈັກ​ບໍລິຫານ​ຄຸ້ມ​ຄອງ​ແຫ່ງ​ລັດ​ເອງ. 

ບັນຫານ​ທີ່​ວາງ​ອອກ​ມາ​ໃນ​ລະບຽບ​ກົດໝາຍ​ ເພື່ອ​ຊຸກ​ຍຸ້ການ​ພັດທະນາ​ເສດຖະກິດ​ໂດຍ​ອີງ​ໃສ່​ການ​ປ່ຽນ​ແປງ​ໃໝ່​ປະດິດ​ສ້າງ​ຢູ່​ຫວຽດນາມ

 ຄວາມ​ເປັນ​ຈິງ​ແຫ່ງ​ການ​ພັດທະນາ​ເສດຖະກິດ​ຂອງ​ຫວຽດນາມ​ໃນ​​ເວລາທີ່​ຜ່ານ​ມາມໍ່​ນີ້ ​ໄດ້​ເຂົ້າ​ເຖິງ​ເທື່ອ​ລະ​ກ້າວ​ກັບ​ທິດ​ທາງການ​ປ່ຽນ​ແປງ​ໃໝ່​ປະດິດ​ສ້າງ. ດັດຊະນີ​ການ​ປ່ຽນ​ແປງ​ໃໝ່​ປະດິດ​ສ້າງ​ຂອງ​ຫວຽດນາມ​ປີ 2019 ຢູ່​ໃນ​ອັນ​ດັບ​ທີ 42 ​ໃນ​ຈຳນວນ 129 ປະ​ເທດ ຈັດ​ໂດຍ​ມະຫາວິທະຍາ​ໄລ​ຄໍ​ເນນ, ​ໂຮງຮຽນ​ທຸລະ​ກິດ INSEAD ​ແລະ​ອົງການ​ຊັບ​ສິນ​ທາງ​ປັນຍາ​ໂລກ (ປີ 2018 ຫວຽດນາມ​ຢູ່​ໃນ​ອັນ​ດັບ​ທີ 45 ​ໃນ​ຈຳນວນ 126 ປະ​ເທດ). ຜົນ​ຂອງ​ການຈັດ​ອັນ​ດັບ​ປີ 2019 ​ໃຫ້​ຫວຽດນາມ​ເປັນອັນ​ດັບ​ທີ​ສາມ​ໃນ ອາ​ຊຽນ (ຫຼັງ​ຈາກ​ສິງຫະ​ໂປ ​ແລະ ມາ​ເລ​ເຊຍ), ​ແລະ​ໃຫ້​ຢູ່​ໃນ​ອັນ​ດັບ​ທີ​ໜຶ່ງ​ໃນ​ກຸ່ມ 26 ປະ​ເທດ​ທີ່​ມີ​ລາຍ​ໄດ້​ປານ​ກາງຕ່ຳ. ທຽບ​ກັບ​ປີ 2018, ດັດຊະນີ​ທີ່​ກ່ຽວຂ້ອງສອງຢ່າງ​ຄື ວິທະຍາສາ​ດ-​ເຕັກ​ໂນ​ໂລ​ຊີ ​ແລະ ການ​ປ່ຽນ​ແປງ​ໃໝ່​ປະດິດ​ສ້າງ ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ໄວ, ​ໃນ​​ນັ້ນ ຄ່າ​ໃຊ້​ຈ່າຍ​ທັງ​ໝົດ​ໃນ​ການ​ຄົ້ນຄວ້າ​ແລະ​ພັດທະນາ​ ເພີ່ມ​ຂຶ້ນ 5 ອັນ​ດັບ (ສົ້ນ​ເຂົ້າ); ຜະລິດ​ຕະພັນ​ທີ່​ອີງ​ໃສ່​ຄວາມ​ຮູ້​ແລະ​ເຕັກ​ໂນ​ໂລ​ຊີ​ ເພີ່ມ​ຂຶ້ນ 8 ອັນ​ດັບ (ສົ້ນ​ອອກ). ບັນດາ​ດັດຊະນີ​ກ່ຽວ​ກັບ​ລະດັບ​ການ​ພັດທະນາ​ຂອງ​ຕະຫຼາດ​ ເພີ່ມ​ຂຶ້ນ 3 ອັນ​ດັບ; ສິນ​ເຊື່ອ​ເພີ່ມ​ຂຶ້ນ 4 ອັນ​ດັບ; ສະມັດ​ຕະພາບ​ຂອງ​ງານ​ເພີ່ມ​ຂຶ້ນ 3 ອັນ​ດັບ. ນີ້​ແມ່ນ​ຜົນງານ​ຄວາມ​ກ້າວ​ໜ້າ, ສະ​ແດງ​ເຖິງ​ການ​ກະ​ທົບ​ທາງ​ບວກ​ຂອງ​ລະບຽບ​ກົດໝາຍ​ທີ່​ມີ​ຕໍ່​ບັນດາ​ເຈົ້າພາບ​ໃນ​ພື້ນຖານ​ເສດຖະກິດ. ​ແຕ່, ຕໍ່ໜ້າ​ຄວາມ​ຮຽກຮ້ອງ​ຕ້ອງການ​ພັດທະນາ​ໃໝ່​ນັ້ນ, ລະບຽບ​ກົດໝາຍ​ເພື່ອ​ຊຸກຍູ້​ການພັດທະນາເສດຖະກິດ​ຫວຽດນາມ​ໂດຍ​ອີງ​ໃສ່​ການ​ປ່ຽນ​ແປງ​ໃໝ່​ປະດິດ​ສ້າງ ຍັງ​ມີ​ຂໍ້​ຈຳກັດ​ຈຳນວນ​ໜຶ່ງ, ​ຄື:

ທີ​ໜຶ່ງ, ລະບຽບ​ກົດໝາຍ​ເພື່ອ​ຊຸກຍູ້​ການ​ປ່ຽນ​ແປງ​ໃໝ່​ປະດິດ​ສ້າງ​ໃນ​ຂົງ​ເຂດ​ວິ​ສາ​ຫະກິດ​ຫວຽດນາມບໍ່​ໄດ້​ມີ​ການ​ພັດທະນາ​ໃໝ່​​ໃນ​ດ້ານ​ຄຸນ​ນະພາ​ບ​ ເມື່ອ​ທຽບ​ກັບ​ກົນ​ໄກ​ເກົ່າທີ່​ໜັກ​ໄປ​ໃນ​ການຂໍ - ​ໃຫ້. ກົນ​ໄກ​ໃຫ້​ວິ​ສາ​ຫະກິດ​ເຂົ້າ​ເຖິງ​ໂອກາດ​ແລະ​ຊັບພະຍາກອນ ບໍ່​ໄດ້​ມີ​ການ​ພັດທະນາ​​ແບບ​ບຸກທະລຸ, ຍັງ​ບໍ່​ທັນ​ໄດ້​ຫັນປ່ຽນ​ເປັນ​ຫຼັກການ​ຕະຫຼາດທີ່​ຊັດ​ເຈນ. ການ​ຫ້າມ​ໃບ​ອະນຸຍາດ​ນ້ອຍ​ຍ້ອນ​ຄຸ້ມຄອງ​ບໍ່​ໄດ້​ນັ້ນ ແມ່ນ​ຍັງມີ​ຢູ່​ຫຼາຍ​ໃນ​ເກືອບ​ທຸກ​ຂົງ​ເຂດ, ຂະ​ແໜງ​ການ​ ແລະ​ລະດັບ​ການ​ຄຸ້ມ​ຄອງ​ລັດ​ທາງ​ດ້ານ​ເສດຖະກິດ. ນອກຈາກ​ນັ້ນ, ລະບຽບ​ກົດໝາຍ​ການ​ເຊື່ອມ​ໂຍງ​ລະຫວ່າງ​ວິ​ສາ​ຫະກິດ​ແມ່ນ​ບໍ່​ພຽງພໍ​ແລະ​ອ່ອນ​ແອ. ຄຳ​ແນະນຳ​ແລະ​ມາດ​ຕະການ​​ເພື່ອຊຸກຍູ້​ໃຫ້​ວິ​ສາ​ຫະກິດຫວຽດນາມ​ເຊື່ອມ​ໂຍງ​ເຊິ່ງກັນ​ແລະ​ກັນ​ໃນ​ການ​ເຂົ້າ​ຮ່ວມ​ຕະຫຼາດ ມັກ​ເປັນ​ຂໍ້​ສະ​ເໜີ​ແນະ​ທົ່ວ​ໄປ ​ໂດຍ​ບໍ່​ມີ​ມາດ​ຕະການ​ສະ​ເພາະ. ສະຖານະ​ການ​ນັ້ນ​ບວກ​ກັບອຸປະສັກ​ທີ່​ເບິ່ງ​ບໍ່​ເຫັນ​ຫຼາຍ​ຢ່າງ ​ແລະ​ຄ່າ​​ໃຊ້ຈ່າຍ​ແອບ​ແຝງອື່ນໆ ​ເມື່ອ​ວິ​ສາ​ຫະກິດ​ຫວຽດນາມ​ເຂົ້າ​ເຖິງ​ຊັບພະຍາກອນ​ທີ່​ດິນ ​ແຫຼ່ງ​ເງິນທຶນ ​ເຮັດ​ໃຫ້​ວິ​ສາ​ຫະກິດ​ມີ​ຄວາມ​ຫຍຸ້ງຍາກ​ໃນ​ການ​ພັດທະນາ, ​ເຮັດ​ໃຫ້​ເກີດ​ຄວາມ​ສົງ​ໃສ​ແລະຄວາມ​ທໍ້ຖອຍ​ໃຈ​ໃນ​​ທຸລະ​ກິດ, ບໍ່​ຢາກ​ລົງທຶນ​ຢ່າງ​ເປັນ​ພື້ນຖານໃນ​ໄລຍະ​ຍາວ, ຫຼຸດຜ່ອນ​ກຳລັງ​ໜູນ​ຕໍ່​ການ​ປ່ຽນ​ແປງ​ໃໝ່​ປະດິດ​ສ້າງ. ຂໍ້​ຈຳກັດ​ນີ້​ແມ່ນສິ່ງ​ກີດຂວາງ​ສຳລັບການ​ພັດທະນາ​ໂດຍ​ອີງ​ໃສ່​ການ​ປ່ຽນ​ແປງ​ໃໝ່​ປະດິດ​ສ້າງ​ຂອງ​ເສດຖະກິດ​ຫວຽດນາມ. ​ເມື່ອ​ວິ​ສາ​ຫະກິດ​ຫວຽດນາມບໍ່​ເຕີບ​ໃຫຍ່​, ມັນ​ຍາກ​ທີ່​ຈະ​ສ້າງພື້ນຖານ​ເສດຖະກິດ​ໂດຍ​ອີງ​ໃສ່ການ​ປ່ຽນ​ແປງ​ໃໝ່​ປະດິດ​ສ້າງຢ່າງ​ເປັນ​ເອກະລາດ, ​ເປັນ​ເຈົ້າ​ຕົນ​ເອງ. 

ດ້ານ​ອື່ນ, ການ​ພົວພັນ​ລະຫວ່າງ​ວິ​ສາ​ຫະກິດ​ທີ່​ມີ​ການ​ລົງທຶນ​ໂດຍ​ກົງ​ຈາກ​ຕ່າງປະ​ເທດ ກັບ​ລະບຽບ​ກົດໝາຍ​ຮັບປະກັນ​ການ​ເຊື່ອມ​ໂຍງ ​ແລະສ້າງ​ເຄືອ​ຂ່າຍວິ​ສາ​ຫະກິດ​ທີ່​ມີ​ການ​ລົງທຶນ​ໂດຍ​ກົງ​ຈາກ​ຕ່າງປະ​ເທດ ກັບ​ວິ​ສາ​ຫະກິດ​ຫວຽດນາມ ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່, ​ແຕ່​ຂາດຄວາມ​ເປັນ​ໄປ​ໄດ້. ດ້ວຍ​ລະບົບ​ລະບຽບ​ກົດໝາຍປະຈຸ​ບັນ, ​ເກືອບຈະ​ບໍ່​ສາມາດ​ສ້າງ​ກຳລັງ​ໜູນ​ໂດຍ​ກົງ​ສຳລັບ​ການ​ເຊື່ອມ​ໂຍງລະຫວ່າງ​ວິ​ສາ​ຫະກິດ​ຫວຽດນາມ, ລະຫວ່າງ​ວິ​ສາ​ຫະກິດ​ທີ່​ມີ​ການ​ລົງທຶນ​ໂດຍ​ກົງ​ຈາກ​ຕ່າງປະ​ເທດ​ກັບ​ວິ​ສາ​ຫະກິດຫວຽດນາມ. 

ທີ​ສອງ, ລະບຽບ​ກົດໝາຍປົກ​ປ້ອງ​ສິດທິ​ຊັບ​ສິນ, ສ້າງ​ຄວາມ​ເຊື່ອ​ຖື​ຂອງ​ປະຊາຊົນ​ຕໍ່​ກັບ​ອຳນາດ​ການ​ປົກຄອງນັ້ນ ​ແມ່ນ​ຂາດ​ຄວາມ​ຄົບ​ຊຸດ​ລະຫວ່າງ​ຂໍ້​ກຳນົດ​ແລະ​ການຈັດ​ຕັ້ງ​ປະຕິບັດ. ການ​ແລກປ່ຽນທຸລະ​ກຳ​ແລະ​ການ​ໂອນ​ສິດ​ທິຊັບ​ສິນ​ຂອງ​ປະຊາຊົນ ກຳລັງ​ຖືກ​ປະຕິບັດ​ໃນ​ສະພາບ​ແວດ​ລ້ອມ​ທີ່​ແຂງ​ກະດ້າງ, ສັບສົນ ​ແລະ ຊ້ຳ​ຊ້ອນກັນ​ ລະຫວ່າງບັນດາ​ອົງການ​ຮັບຜິດຊອບ​ທີ່​ກ່ຽວຂ້ອງ. ການ​ຕັດ​ຕອນ, ບໍ່​ມີ​ການ​ເຊື່ອມ​ຕໍ່​ຂໍ້​ມູນ ລະຫວ່າງ​ບັນດາ​ອົງການ​ຮັບຜິດ​ຊອບ ​ເຮັດ​ໃຫ້ການ​ທຸລະ​ກຳ​ດຽວ​ກັນ ​ແຕ່​ຜູ້​ຄົນ​ຕ້ອງຕິດ​ຕໍ່​ກັບ​ຫຼາຍ​ອົງການ, ຫຼາຍ​ລະດັບ. ຄວາມ​ບໍ່​ສົມບູນ​ນີ້​ພາ​ໃຫ້​ເກີດ​ມີ​ຫຼາຍ​ຊ່ອງ​ຫວ່າງທາງ​ດ້ານ​ລະບຽບ​ການຈັດ​ຕັ້ງ​ປະຕິບັດ, ຫຼຸດຜ່ອນ​ຄວາມ​ເຊື່ອ​ຖື​ຂອງ​ປະຊາຊົນຕໍ່​ອົງການ​ບໍລິຫານ​ຄຸ້ມ​ຄອງ​ແຫ່ງ​ຊາດ​ແລະ​ທ້ອງ​ຖິ່ນ.

ສຳລັບ​ບັນດາ​ເຈົ້າ​ພາບທີ່​ເປັນ​ອົງການ​ວິຊາ​ຊີບທີ່​ພົວພັນ​ໂດຍ​ກົງ​ກັບ​ການ​ປ່ຽນ​ແປງ​ໃໝ່​ປະດິດ​ສ້າງ, ​ເຊັ່ນ​ການ​ສຶກສາ, ວິທະຍາສາດ-​ເຕັກ​ໂນ​ໂລ​ຊີ, ກໍ່​ຍັງ​ບໍ່ທັນມີສະພາບ​​ແວດ​ລ້ອມ​ລະບຽບ​ກົດໝາຍ​ທີ່​ດີ​ສຸດ ​ເພື່ອ​ເສີມ​ຂະ​ຫຍາ​ຍຄວາມ​ສາມາດ. ລະບຽບ​ກົດໝາຍ​ຊຸກຍູ້​ການ​ເຊື່ອມ​ຕໍ່​ລະຫວ່າງ​ອົງການ​ຄົ້ນຄວ້າ​ກັບ​ວິ​ສາ​ຫະກິດ​ໄດ້​ຢຸດ​ຢູ່​ໃນ​ລະດັບ​ການ​ຮຽກຮ້ອງ, ​ບໍ່​ທັນ​ມີ​ມາດ​ຕະການຜູກ​ມັດ​ດ້ານ​ຜົນ​ປະ​ໂຫຍ​ດສະ​ເພາະ, ບໍ່​ເສີມ​ຂະຫຍາຍ​ໄດ້​ບົດບາດ​ຂອງ​ກົນ​ໄກ​ຕະຫຼາດ ​ໃນ​ການ​ຊຸກຍູ້ການ​ເຊື່ອມ​ຕໍ່​ ລະຫວ່າງ​ການ​ຄົ້ນຄວ້າ​ແລະ​ການ​ເປີດ​ການ​ພານິດ. ພ້ອມ​ກັນ​ນັ້ນ, ກ່ຽວ​ກັບ​ບົດບາດ​ຂອງ​ລັດ, ການ​ລົງທຶນ​​ໃນ​ການ​ຄົ້ນຄວ້າ​ແລະ​ພັດທະນາ ກໍ່​ບໍ່​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ຢ່າງ​ເໝາະ​ສົມ. ພັກ​ໄດ້​ເນັ້ນ​ສະ​ເໝີ​ວ່າ ​ວິທະຍາສາດ-​ເຕັກ​ໂນ​ໂລ​ຊີ​ແມ່ນ​ຂອດ​ບຸກທະລຸ, ​ແມ່ນ​ຮາກ​ຖານ​ຂອງ​ການ​ພັດທະນາ​ກຳ​ລົງ​ການ​ຜະລິດ, ​ແຕ່​ໃນ​ຄວາມ​ເປັນ​ຈິງ, ຍ້ອນ​ເຫດຜົນ​ໃນ​ຕົວ​ຫຼາຍ​ປະການ​ຂອງລະບົບ​ລະບຽບ​ກົດໝາຍ​ການ​ບໍລິຫານ​ຄຸ້ມ​ຄອງ​ແຫ່ງ​ຊາດ (ທັງ​ລະດັບ​ສູນ​ກາງ​ແລະ​ທ້ອງ​ຖິ່ນ) ວິທະຍາສາດ-​ເຕັກ​ໂນ​ໂລ​ຊີ​ຈຶ່ງ​ບໍ່​ມີ​ຜົນສຳ​ເລັດ​ດ້ານ​ການ​ພັດທະນາ​ຫຼາຍ​ຢ່າງ​ຕາມ​ຄາດໝາຍ. ວິທະຍາສາດ-​ເຕັກ​ໂນ​ໂລ​ຊີ​ຍັງ​ບໍ່​ທັນ​ກາຍ​ເປັນ​ກຳລັງ​ການ​ຜະລິດ​ໂດຍ​ກົງທີ່​ສ້າງ​ຮາກ​ຖານອຸປະກອນ​ການ​ອອກ​ແຮງ​ງານ​ໃໝ່ທາງ​ດ້ານ​ຄຸນ​ນະພາ​ບ ​ໃຫ້​ພື້ນຖານ​ເສດຖະກິດ​ທັງ​ໝົດ. ນີ້​ແມ່ນ​ໜຶ່ງ​ໃນ​ອຸປະສັກ​ພື້ນຖານສຳລັບ​ການ​ພັດທະນາ​ແບບ​ບຸກທະລຸ​ຂອງ​ເສດຖະກິດ​ໂດຍ​ອີງ​ໃສ່​ການ​ປ່ຽນ​ແປງ​ໃໝ່​ປະດິດ​ສ້າງ​ຢູ່​ຫວຽດນາມ​ໃນ​ປະຈຸ​ບັນ.

 ທີ​ສາມ, ລະບຽບ​ກົດໝາຍຮັບປະກັນຄວາມ​ໂປ່​ງ​ໃສ, ຊຸກຍູ້​ການ​ປະສານ​ສົມທົບ​ເພື່ອ​ການ​ພັດທະນາ​ໂດຍ​ລວມຂອງ​ປະ​ເທດ​ຊາດ ສຳລັບລະບົບ​ຈັກ​ບໍລິຫານ​ຄຸ້ມ​ຄອງ​ປະ​ເທດ​ນັ້ນ​ຍັງ​ອ່ອນ. ​ເພາະວ່າ​ລະບຽບ​ກົດໝາຍ​ຍັງ​ບໍ່​​ຈະ​ແຈ້ງກ່ຽວ​ກັບຄວາມ​ຮັບຜິດຊອບ, ບໍ່​ມີ​ຄວາມ​ໂປ່​ງ​ໃສ​ຕັ້ງ​ແຕ່​ການວາງ​ແຜນ​ຈົນ​ເຖິງການຈັດ​ຕັ້ງ​ປະຕິບັດ ດັ່ງ​ນັ້ນ​ຈຶ່ງ​ມີສະພາບ​ການ​ຖິ້ມ​ຄວາມ​ຮັບຜິດຊອບ​ໃຫ້​ຜູ້​ອື່ນ, ​ແຍ້ງ​ຊີງ​ຜົນງານ, ຖິ້ມ​ໂທດລະຫວ່າງ​ບັນດາ​ອົງການ​ຄຸ້ມ​ຄອງ​ລັດ, ລະຫວ່າງບັນດາ​ລະດັບ​ການ​ຄຸ້ມ​ຄອງ​ລັດ, ​ໂດຍ​ສະ​ເພາະ​ແມ່ນ ​ໃນ​ການ​ແກ້​ໄຂ​ບັນດາ​ບັນຫາທີ່ສັບສົນ, ບັນຫາ​ໂດຍ​ລວມ; ບໍ່​ມີ​ການ​ປະສານ​ສົມທົບ ຫຼື​​ປະສານສົມທົບກັນ​ແຕ່​ບໍ່​ເປັນ​ປົກກະຕິ. ວິທີ​ການຄິດ​ທີ່​ແຂງ​ກະດ້າງ, ຕັດ​ຕອນ, ຂາດ​ການ​ປະດິດ​ສ້າງ ບວກ​ກັບ​ວິທີ​ການຈັດ​ຕັ້ງ​ປະຕິບັດ​ແບບ​ງ່າຍດາຍ, ບໍ່​ຄ່ອຍ​ໄດ້​ຮັບ​ການ​ພິຈາລະນາ, ດັດປັບ​ແລະປ່ຽນ​ແປງ​ໃໝ່ນັ້ນ ພວມ​ກາຍ​ເປັນ​ປັດ​ໄຈກີດຂວາງການ​ປົດ​ປ່ອຍຊັບພະຍາກອນ​ຂອງ​ເສດຖະກິດ.

​​ສືບ​ຕໍ່ປັບປຸງ​ບູລະນະລະບຽບ​ກົດໝາຍ​​ເພື່ອຊຸກ​ຍຸ້ການພັດທະນາ​ເສດຖະກິດ​ໂດຍ​ອີງ​ໃສ່​ກາ​ນ​ປ່ຽນ​ແປງ​ໃໝ່​ປະດິດ​ສ້າງ​ຢູ່​ຫວຽດນາມ

​ເລີ່​ມຈາກຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ສັງຄົມ​ປະຈຸ​ບັນ ​ແລະ ບົນ​ພື້ນຖານຂໍ້​ຈຳ​ກັດດັ່ງ​ທີ່​ໄດ້​ລະບຸ, ​ໃນ​ເວລາຕໍ່​ໄປ​ເພື່ອ​ປະກອບສ່ວນ​ຊຸກຍູ້​ການ​ພັດທະນາ​ເສດຖະກິດ​ຫວຽດນາມ​ໂດຍ​ອີງ​ໃສ່​ການ​ປ່ຽນ​ແປງ​ໃໝ່​ປະດິດ​ສ້າງ, ຂໍ​ໄດ້​ແນະນຳ​ມາດ​ຕະການ​ຈຳນວນ​ໜຶ່ງ​ດັ່ງ​ຕໍ່​ໄປ​ນີ້:

ທີ​ໜຶ່ງ, ກ່ຽວ​ກັບ​ຄວາມ​ຮັບ​ຮູ້.

ບັນດາ​ຊັ້ນຂັ້ນຄຸ້ມ​ຄອງ, ບັນດາ​ຂະ​ແໜງ​ການ ​ແລະ ບັນດາ​ອົງການ​ໃນ​ລະບົບ​ຈັກ​ບໍລິຫານ​ຄຸ້ມ​ຄອງ​ແຫ່ງ​ຊາດ ຕ້ອງ​ຮູ້​ເຫັນ​ຄວາມ​ໝາຍ​ທີ່​ເລິກ​ເຊິ່ງລະຫວ່າງ​ຄຳ​ຖະ​ແຫຼ​ງ​ແລະ​ການ​ປະຕິບັດການ​ປ່ຽນ​ແປງ​ໃໝ່​ປະດິດ​ສ້າງທີ່​ແທ້​ຈິ​ງ. ການ​ປ່ຽນ​ແປງ​ໃໝ່​ປະດິດ​ສ້າງບໍ່​ສາມາດ​ຢຸດ​ຢູ່​ທີ່​ການສະ​ເໜີ​ແນະ ​ແຕ່​ຕ້ອງ​ມີ​ການ​ກະທຳຕົວ​ຈິງ. ບັນດາ​ມາດ​ຕະການ​ຊຸກຍູ້​ການ​ປ່ຽນ​ແປງ​ໃໝ່​ປະດິດ​ສ້າງ​ໃນ​ວິ​ສາ​ຫະກິດ, ​ໃນ​ປະຊາຊົນ, ບັນດາ​ອົງການ​ຈັດ​ຕັ້ງ​ວິຊາ​ຊີບ ​ແລະ ​ໃນລະບົບ​ການ​ບໍລິຫານ​ຄຸ້ມ​ຄອງ​ແຫ່ງ​ຊາດ​ເອງ ຕ້ອງ​ໄດ້​ຮັບ​ການ​ຫັນ​ເປັນ​ຈິງ​ຕາມ​ແຜນ​ງານ​ແລະ​ຊັບພະຍາກອນ​ຈິງ​ທີ່​ແນບນຳ. ​ເຈດ​ຈຳນົງ​ນຳພາ, ຈັດ​ຕັ້ງ​ປະຕິບັດ​ການ​ປ່ຽນ​ແປງ​ໃໝ່​ປະດິດ​ສ້າງ ຕ້ອງ​ກາຍ​ເປັນ​ປັດ​ໄຈປະຈຳ​ໃນ​​ການ​ຄິດ​ແລະ​ການ​ກະທຳ​ຂອງລະບົບ​ການ​ເມືອງ. ລະບົບ​ຈັກບໍລິຫານ​ຄຸ້ມ​ຄອງ​ແຫ່ງ​ຊາດ, ​ໃນ​ນັ້ນລະບົບ​ການ​ເມືອງ​ເປັນ​ຫຼັກ, ຕ້ອງກາຍ​ເປັນ​ແກນ​ນຳ​ປຸກລະດົມຄວາມ​ມຸ່ງ​ຫວັງ​ປ່ຽນ​ແປງ​ໃໝ່​ປະດິດ​ສ້າງຂອງບັນດາ​ເຈົ້າພາບ​ອື່ນ​ໃນ​ສັງຄົມ. ພ້ອມ​ກັນ​ນັ້ນ, ບັນດາ​ວິ​ສາ​ຫະກິດ, ປະຊາຊົນ ​ແລະ​ອົງ​ຫານ​ຈັດ​ຕັ້ງ​ວິຊາ​ຊີບ​ເອງ​ ກໍ່​ຕ້ອງ​ຮູ້ເຫັນ​ພາລະກິດ​ໂດຍ​ກົງ​ຂອງ​ຕົນ ​ໃນ​ການ​ປະຕິບັດ​ການ​ປ່ຽນ​ແປງ​ໃໝ່​ປະດິດ​ສ້າງ​ເພື່ອ​ປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ປະ​ເທດ. ການ​ພົບ​ພໍ້​ລະຫວ່າງ​ເຈດ​ຈຳນົງ​ນຳພາ ຈັດ​ຕັ້ງ​ປະຕິບັດຂອງ​ລະບົບ​ການ​ເມືອງ ກັບ​ຄວາມ​​ເຕັມ​ໃຈ​ທີ່​ຈະ​ຍອມຮັບ​ດ້ວຍ​ຄວາມ​ໝັ້ນ​ໃຈຂອງ​ຊຸມ​ຊົນ​ທຸລະ​ກິດ ​ແລະ​ປະຊາກອນ​ຊັ້ນ​ຕ່າງໆ​ໃນ​ສັງຄົມ ​ແມ່ນ​ກຳລັງ​ໜູນ​ໂດຍ​ກົງ​ສຳລັບ​ການ​ປ່ຽນ​ແປງ​ໃໝ່​ປະດິດ​ສ້າງ ຂອງ​ເສດຖະກິດ​ຫວຽດນາມ​ທັງ​ໝົດ​ໃນ​ໄລຍະ​ຍາວ.   

ທີ​ສອງ, ກ່ຽວ​ກັບ​ການ​ປະຕິບັດ.

ກ່ອນ​ອື່ນ​ໝົດ, ບັນດາ​ຊັ້ນ​ຂັ້ນ ​ແລະ ບັນດາ​ຂະ​ແໜງ​ການ ​ຕ້ອງ​ກວດຄືນ​ລະບົບ​ນະ​ໂຍບາຍ​ທີ່​ກ່ຽວຂ້ອງກັບ​ການ​ປ່ຽນ​ແປງ​ໃໝ່​ປະດິດ​ສ້າງ​ຢູ່​ໃນ​ວິ​ສາ​ຫະກິດ. ຕ້ອງ​ກຳນົດ​ວ່າ ນີ້​ແມ່ນ​ໜ້າ​ທີ່​ທີ່​ມີ​ລັກສະນະ​ບຸກທະລຸ ​ເພື່ອ​ຊຸກຍູ້​ການ​ປ່ຽນ​ແປງ​ໃໝ່​ປະດິດ​ສ້າງ​ຂອງ​ວິ​ສາ​ຫະກິດ ​ແລະ​ ກໍ່​ແມ່ນ​ການ​ບຸກທະລຸ​ເພື່ອ​ຊຸກຍູ້​ການ​ພັດທະນາ​ເສດຖະກິດ​ໂດຍ​ອີງ​ໃສ່​ການ​ປ່ຽນ​ແປງ​ໃໝ່​ປະດິດ​ສ້າງຢູ່​ຫວຽດນາມ. ບົນ​ພື້ນຖານ​ການ​ກວດຄືນນີ້ ຈະ​ກຳຈັດ​ປັດ​ເປົ່າ​ສິ່ງ​ກີດຂວາງ, ສິ່ງ​ທັບ​ຊ້ອນ​ກັນ ​ແລະ ຄວາມ​ຂັດ​ແຍ້​ງລະຫວ່າງ​ບັນດາ​ນະ​ໂຍບາຍ; ຈະ​ມີ​ການ​ດັດ​ປັບ, ​ເພີ່ມ​ເຕີມ, ປ່ຽນ​ແທນ​ດ້ວຍ​ນະ​ໂຍບາຍ​ໃໝ່​ທີ່​ສອດຄ່ອງ​ກັບ​ສະພາບ​ການ​ໃໝ່. ​ໃນ​ກຸ່ມ​ລະບຽບ​ກົດໝາຍ​ເຂົ້າ​ເຖິງ​ໂອກາດ​ແລະຊັບພະຍາກອນ​ນັ້ນ ຄວາມ​ໂປ່​ງ​ໃສ, ສະຖຽນ​ລະ​ພາບ ​ແລະ ການ​ຄາດ​ເດົາ​​ໄດ້ງ່າຍ ຂອງ​ລະບຽບ​ກົດໝາຍຖືກ​ຖື​ວ່າ​ເປັນ​ພື້ນຖານ​ຊຸກຍູ້​ທີ່​ແຂງ​ແຮງ​ທີ່​ສຸດຕໍ່​ຄວາມ​ພ້ອມ​ໃນ​ການ​ປ່ຽນ​ແປງ​ໃໝ່​ປະດິດ​ສ້າງຂອງ​ວິ​ສາ​ຫະກິດ. ດັ່ງ​ນັ້ນ, ການ​ປັບປຸງ​ບູລະນະ​ລະບຽບ​ກົດໝາຍ​ຊຸກຍູ້​ການ​ພັດທະນາ​ເສດຖະກິດ​ໂດຍ​ອີງ​ໃສ່ການ​ປ່ຽນ​ແປງ​ໃໝ່​ປະດິດ​ສ້າງ, ພິຈາລະນາ​ສະ​ເພາະ​ບົດບາດ​ຂອງ​ຂົງ​ເຂດ​ວິ​ສາ​ຫະກິດ​ແລ້ວ, ​ແມ່ນ​ຮັບປະກັນ​ຄວາມ​ໂປ່​ງ​ໃສ, ​ໂອກາດ​ທີ່​ສະ​ເໝີ​ພາບຢ່າງ​ແທ້​ຈິ​ງ​ໃນ​ການ​ເຂົ້າ​ເຖິງ​ແຫຼ່ງຊັບພະຍາກອນ, ສະຖຽນ​ລະ​ພາບ ​ແລະ​ການ​ຄາດ​ເດົາ​ໄດ້​ງ່າຍ ​ຂອງ​ລະບົບ​ລະບຽບ​ກົດໝາຍ​ເອງ. ການຊຸກຍູ້​ການ​ປ່ຽນ​ແປງ​ໃໝ່​ປະດິດ​ສ້າງ​ໃນ​ວິ​ສາ​ຫະກິດ​ໝາຍຄວາມ​ວ່າການ​ສ້າງ​ສະພາບ​ແວດ​ລ້ອມ​ທີ່ມີ​ຄວາມ​ສະ​ເໝີ​ພາບ​ແລະ​ປອດ​ໂປ່​ງທີ່​ສຸດ ​ສາມາດ​ໃຫ້​ວິ​ສາ​ຫະກິດພັດທະນາ​ດ້ວຍ​ຕົນ​ເອງ ​ບົນ​ພື້ນຖານ​ການ​ປ່ຽນ​ແປງ​ໃໝ່​ປະດິດ​ສ້າງ, ມີ​ການ​ພັດທະນາ​ຕົນ​ເອງ​ເມື່ອ​ເວລາ​ຜ່ານ​ໄປ​ພາຍ​ໃຕ້​ການ​ຊີ້​ນຳ​ຂອງ​ຕະຫຼາດ​ແລະ​ລະບຽບ​ກົດໝາຍ. ບັນດາ​ນະ​ໂຍບາຍ​ສົ່ງ​ເສີມ​ການ​ນຳ​ໃຊ້, ຮັບ​ເອົາ​ຄວາມ​ກ້າວໜ້າ​ທາງວິທະຍາສາດ-​ເຕັກ​ໂນ​ໂລ​ຊີ​​ເຂົ້າ​ໃນ​ການ​ຜະລິດ-ທຸລະ​ກິດ, ການ​ຄຸ້ມ​ຄອງ​ວິ​ສາ​ຫະກິດ​ຄວນ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ປະຕິບັດ. ດ້ວຍ​ສະພາບ​ການ​ປະຈຸ​ບັນ​ຂອງ​ວິ​ສາ​ຫະກິດ​ຫວຽດນາມ, ຕ້ອງ​ມີ​ເວລາ, ບໍ່​ເຈ​ດຈຳນົງ​ນິຍົມ​ແລະບໍ່​ຮີ​ບຮ້ອນ​ໃນ​ຄວາມຕ້ອງການມີການ​ພັດທະນາ​ເຕັກ​ໂນ​ໂລ​ຊີ​ພື້ນຖານ, ​ເຕັກ​ໂນ​ໂລ​ຊີ​​ແຫຼ່ງທັນທີ, ​ແຕ່​ຕ້ອງ​ມີ​ຍຸດ​ທະ​ສາດ​ກໍ່ສ້າງ​ວິ​ສາ​ຫະກິດທີ່​ສຳຄັນ, ຢູ່​ໃນ​ຂອດ​ບຸກທະລຸ, ​ໂດຍ​ສະ​ເພາະ​​ໃນ​ອົງ​ປະກອບ​ໄປ​ສູ່ການ​ພັດທະນາ​​ໂດຍ​ອີງ​ໃສ່​ປັນຍາ​ປະດິດ, ຂໍ້​ມູນ​ແລະ​ເຕັກ​ໂນ​ໂລຊີ​ດິຈິ​ຕອນ, ຈາກ​ນັ້ນ​ສ້າງ​ການ​ແຜ່ກະຈາຍ​ໃນພື້ນ​ຖານ​ເສດຖະກິດ​ທັງ​ໝົດ. ນັ້ນແມ່ນ​ວິທີ​ເຮັ​ດໃໝ່, ມັນ​ຮຽກຮ້ອງ​ໃຫ້​ມີ​ຄວາມ​ຕັດສິນ​ໃຈ​ໃໝ່​ໃນ​ການຈັດ​ຕັ້ງ​ປະຕິບັດ.

ກ່ຽວ​ກັບ​ເສັ້ນທາງ, ປະຕິບັດ​ການ​ປັບປຸງ​ບູລະນະ​ລະບົບ​ການ​ປ່ຽນ​ແປງ​ໃໝ່​ປະດິດ​ສ້າງ​ແຫ່ງຊາດ​ເທື່ອ​ລະ​ກ້າວ​ຢ່າງ​ໜັກ​ແໜ້ນ ​ແລະ ມີ​ປະສິດທິ​ຜົນສຳລັບ​ວິ​ສາ​ຫະກິດ​​ເປັນ​ໃຈກາງ, ສົ່ງ​ເສີມ​ຄວາມ​ຄິດ​ສ້າງສັນຂອງ​ປະຊາຊົນ, ​ເຊື່ອມ​ຕໍ່​ຢ່າງ​ແໜ້ນ​ແຟ້ນລະຫວ່າງສະ​ຖາ​ບັນ​ຄົ້ນຄວ້າ, ມະຫາວິທະຍາ​ໄລ​ ກັບ​ວິ​ສາ​ຫະກິດ, ການ​ບໍລິການ​ສາທາລະນະ ​ເພື່ອ​ສ້າງ​ແລະ​ສະ​ສົມຊັບ​ສິນ​ທາງ​ປັນຍາ, ສ້າງ​ແຫຼ່ງພະລັງ​ໃໝ່​ໃຫ້​ແກ່​ການ​ເຕີບ​ໂຕ​ເສດຖະກິດ​ໂດຍ​ອີງ​ໃສ່​ການ​ປ່ຽນ​ແປງ​ໃໝ່​ປະດິດ​ສ້າງ, ທົ່ວ​ເຖິງ ​ແລະ​ຍືນ​ຍົງ.

​ໃນ​ໄລຍະ​ຍາວ, ​ເພື່ອ​ຊຸກຍູ້​ການ​ເຊື່ອມ​ໂຍງ​ໃນ​ລະບົບ​ວິ​ສາ​ຫະກິດ​ຫວຽດນາມ, ຕ້ອງປັບປຸງ​ບູລະນະ​ລະບຽບ​ກົດໝາຍ ​ເພື່ອສ້າງ​ລະບົບ​ນິ​ເວດທີ່​ເຊື່ອມ​ໂຍງ​ຜົນ​ປະ​ໂຫຍ​ດຢ່າງ​ແໜ້ນ​ແຟ້ນ ລະຫວ່າງ​ການ​ເຄື່ອນ​ໄຫວ​ປ່ຽນ​ແປງ​ໃໝ່​ປະດິດ​ສ້າງ ກັບລະບົບ​ນິ​ເວດ​ວິ​ສາ​ຫະກິດ, ກັບ​ບັນດາ​ອົງການ​ຄົ້ນຄວ້າ, ບັນດາ​ມະຫາວິທະຍາ​ໄລ ​ແລະ​ປະຊາຊົນ. ລະບົບ​ລະບຽບ​ກົດໝາຍ​ເຊື່ອ​ມຕໍ່ຜົນ​ປະ​ໂຫຍ​ດລະຫວ່າງ​ບັນດາ​ເຈົ້າພາບ​ຈະຕ້ອງສ້າງ​ເວ​ກ​ເຕີ​ຜົນ​ປະ​ໂຫຍ​ດ​ໃນ​ທິດ​ທາງ​ດຽວ​ກັນ, ມີຜົນ​ກະທົບ​ທີ່​ແຜ່​ຂະຫຍາຍ​ແລະ​ລວມສູນ​ໄປ​ສູ່​ຈຸດ​ຮ່ວມ​ກັນ​ຄື ຊຸກຍູ້​ການ​ພັດທະນາ​ເສດຖະກິດຂອງ​ຫວຽດນາມ. ​ເພື່ອ​ປະຕິບັດ​ລະບົບ​ລະບຽບ​ກົດໝາຍ​ຄື​ແນວ​ນັ້ນ, ຮຽກຮ້ອງ​ໃຫ້​ມີ​ວິ​ໄສ​ທັດ​ແລະ​ຄວາມ​ຕັດສິນ​ໃຈ​ຂອງ​ລະບົບ​ການ​ບໍລິຫານ​ຄຸ້ມ​ຄອງ​ແຫ່ງ​ຊາດ, ສາມັກຄີ​ແລະ​ຕັ້ງ​ໝັ້ນ​ໃນ​ການຈັດ​ຕັ້ງ​ປະຕິບັດ​ຂອງ​ສູນ​ກາງ​ຈົນ​ເຖິງ​ທ້ອງ​ຖິ່ນ​ຕ່າງ​ໆ.

​ເພື່ອຊຸກຍູ້​ການ​ປ່ຽນ​ແປງ​ໃໝ່​ປະດິດ​ສ້າງ​ພາຍ​​ໃນ​ລະບົບ​ຈັກ​ບໍລິຫານ​ຄຸ້ມ​ຄອງ​ແຫ່ງ​ຊາດ, ຕ້ອງກຳນົດຄວາມ​ຮັບຜິດຊອບ​ຢ່າງ​ຈະ​ແຈ້ງ​ສຳລັບ​ແຕ່​ລະ​ພາກສ່ວນ​ໃນ​ລະບົບ. ​ໄປ​ຄຽງ​ຄູ່​ກັບ​ການ​ກຳນົດ​ນັ້ນ, ຕ້ອງ​ສືບ​ຕໍ່​ປັບປຸງ​ບູລະນະລະບຽບ​ກົດໝາຍ​ສຳລັບ​ການ​ຮັບປະກັນ​ການ​ສົມທົບ​ຢ່າງ​ແໜ້ນ​ແຟ້ນ​ໃນ​ການ​ປະຕິບັດ​ຄວາມ​ຮັບຜິດຊອບຂອງ​ເຈົ້າພາບ​ຕ່າງໆ​ໃນ​ລະບົບ​ການ​ບໍລິຫານ​ຄຸ້ມ​ຄອງ​ແຫ່ງ​ຊາດ. ລະບຽບ​ກົດໝາຍ​ກ່ຽວ​ກັບ​ການ​ປະສານ​ສົມທົບປະຈຸ​ບັນ​ມີ​ຫຼາຍຊ່ອງ​ຫວ່າງ​ ​ໃນການ​ປະຕິບັດ​ພາລະ​ໜ້າ​ທີ່​ຂອງບັນດາ​ເຈົ້າພາບ​ແຫ່ງ​ການ​ບໍລິຫານ​ຄຸ້ມ​ຄອງ​ແຫ່ງ​ຊາດ, ກ່ອນ​ອື່ນ​ໝົດ​ແມ່ນ​​ໃນລະບົບ​ບັນດາ​ອົງການ​ຄຸ້ມ​ຄອງ​ລັດ​ແລະ​ອຳນາດ​ການ​ປົກຄອງ​ຂັ້ນ​ຕ່າງໆ. ດັ່ງ​ນັ້ນ, ​ເນື້ອ​ໃນ​ການ​ປັບປຸງ​ບູລະນະ​ລະບຽບ​ການ​ແບ່ງ​ງານ, ປະສານ​ງານ​ທີ່​ໂປ່​ງ​ໃສ​ແລະ​ມີ​ຄວາມ​ຮັບຜິດຊອບ​ຕໍ່​ສັງຄົມ, ຈະ​ແຈ້ງ​ທາງ​ດ້າຜົນ​ປະ​ໂຫຍ​ດ​ແລະ​ພັນທະ ຄວນ​ຖືກ​ຖື​ວ່າ​ເປັນ​ຂອດ​ທີ່​ຕ້ອງປັບປຸງ​ບູລະນະ​ກ່ອນ. ຄວາມ​ຂັດຂ້ອງ​ທາງ​ດ້ານ​ການຈັດ​ຕັ້ງ​ປະຕິບັດ, ການ​ຖິ້ມ​ຄວາມ​ຮັບຜິດຊອບ​ໃຫ້​ແກ່​ກັນ, ຄວາມ​ງຸ່ມ​ງ່າມ​ສັບສົນ​ໃນ​ການ​ປະຕິບັດ​ຄວາມ​ຮັບຜິດຊອບການ​ບໍລິຫານ​ຄຸ້ມ​ຄອງ​ແຫ່ງ​ຊາດ ​ເຄີຍ​ເກີດ​ຂຶ້ນ​ຈາກ​ການ​ແກ້​ໄຂ​ສາຍ​ພົວພັນ​ຜົນ​ປະ​ໂຫຍ​ດທີ່​ບໍ່​ຈະ​ແຈ້ງ. ​ເພາະສະ​ນັ້ນ, ​ໃນ​ເວລາ​ຕໍ່​ໄປ, ຕ້ອງ​ພິຈາລະ​ນາ​ບັນຫາການ​ພົວພັນ​ຜົນ​ປະ​ໂຫຍ​ດລະຫວ່າງ​ບັນດາ​ເຈົ້າພາບ​ໃນ​ລະບົບ​ຈັກ​ບໍລິຫານ​ຄຸ້ມ​ຄອງ​ແຫ່ງ​ຊາດຢ່າງ​ຄັກ​ແນ່ ​ເພື່ອ​ຊຸກຍູ້​ການ​ປ່ຽນ​ແປງ​ໃໝ່​ປະດິດ​ສ້າງ​ຢ່າງ​ຕື່ນ​ຕົວ, ປະກອບສ່ວນ​ຊຸກຍູ້​ການພັດທະນາ​ເສດຖະກິດ​ໂດຍ​ອີງ​ໃສ່​ການ​ປ່ຽນ​ແປງ​ໃໝ່​ປະດິດ​ສ້າງ​ຢູ່​ຫວຽດນາມ./.

​ໂດຍ ຮສ. ປອ. ​ໂງ ຕວັ້ນ ​ເຫງ້ຍ

ສະ​ຖາ​ບັນ​ເສດຖະສາດ​ການ​ເມືອງ, ສະ​ຖາ​ບັນ​ການ​ເມືອງ​ແຫ່ງ​ຊາດ​ໂຮ່ຈີ​ມິນ

----------------------------------

ບົດ​ນີ້​ໄດ້​ລັງ​ພິມ​ໃນວາລະສານ​ກອມ​ມູນິດ ສະບັບ​ທີ 924 (​ເດືອນ​ຕຸລາ 2019)

Other Stories

ບົດທີ່ມີຜູ້ອ່ານຫລາຍສຸດ

ບົດໃໝ່ສຸດ