ວັນອາທິດ, 31/5/2020
ຄວາມຮັບຮູ້ແລະການແກ້ໄຂ ສາຍພົວພັນລະຫວ່າງເສດຖະກິດແລະວັດທະນະທຳ ຢູ່ຫວຽດນາມໃນກວ່າ 30 ປີແຫ່ງການປ່ຽນແປງໃໝ່
2/2/2020 16:52' ສົ່ງ ພິມ
ອະນຸຮັກແລະເສີມຂະຫຍາຍ ມໍລະດົກວັດທະນະທຳ ຂອງບັນດາຊົນເຜົ່າສ່ວນນ້ອຍ (ພາບ: ເອກະສານຂໍ້ມູນ)

ຂະ​ບວນການ​ປ່ຽນ​ແປງ​ໃໝ່​ຄວາມ​ຮັບ​ຮູ້​ຂອງ​ພັກ ກ່ຽວ​ກັບສາຍ​ພົວພັນ​ລະຫວ່າງ​ເສດຖະກິດ​ແລະ​ວັດທະນະທຳ

ຜ່ານ​ໄລຍະ​​ເວລາ​ຫຼາຍ​ກວ່າ 30 ​ປີ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່​ປະ​ເທດ​ຊາດ, ຄວາມ​ຮັບ​ຮູ້​ຂອງ​ພັກ​ກອມ​ມູນິດ​ຫວຽດນາມ ​ກ່ຽວ​ກັບ​ການ​ແກ້​ໄຂສາຍ​ພົວພັນ​ລະຫວ່າງ​ເສດຖະກິດ​ແລະ​ວັດທະນະທຳ ​ໄດ້​ມີ​ການ​ພັດທະນາ​ຢ່າງ​ຈະ​ແຈ້ງ. ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ VI ຂອງ​ພັກ (ປີ 1986) ຂີດ​ໝາຍ​ການ​ເລີ່​ມຕົ້ນ​ສະ​ໄໝ​ການ​ປ່ຽນ​ແປງ​ໃໝ່ ​ໄດ້​ຢືນຢັນ: “ຕ້ອງ​​ເຮັດ​ໃຫ້ທັດສະນະ​ຂອງ​ພັກ​ແລະ​ລັດ ​ກ່ຽວ​ກັບ​ຄວາມ​ເປັນ​ເອກະ​ພາບ​ລະຫວ່າງ​ນະ​ໂຍບາຍ​ເສດຖະກິດ​ແລະ​ນະ​ໂຍບາຍ​ສັງຄົມ ສະ​ແດງອອກ​​​ຢ່າງ​ເຕັມ​ສ່ວນໃນການປະຕິບັດ​ຕົວ​ຈິງ, ​ແກ້​ໄຂ​ສະພາບ​ການ​ເບິ່ງ​ເບົາ​ນະ​ໂຍບາຍ​ສັງຄົມ, ນັ້ນ​ແມ່ນ​ການ​ເບິ່ງ​ເບົາປັດ​ໄຈ​ມະນຸດ ​ໃນ​ພາລະກິດການສ້າງສາ​ສັງຄົມ​ນິຍົມ”(1). ປ່ຽນ​ແປງ​ໃໝ່​ຕາມ​ທັດສະນະ​ຂອງ​ພັກ​ທີ່​ວາງ​ອອກ​ມາ​ໃນ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ VI ​ແມ່ນ​ການ​ປ່ຽນ​ແປງ​ໃໝ່​ຈິນຕະນາການກ່ຽວ​ກັບ​ຂົງ​ເຂດ​ເສດຖະກິດ​ແລະ​ການ​ເມືອງ; ພ້ອມ​ກັນ​ນັ້ນ ​ກໍ່​ປ່ຽນ​ແປງ​ໃໝ່​ຈິນຕະນາການ​ກ່ຽວ​ກັບ​ບົດບາດ​ຂອງ​ວັດທະນະທຳ-ສັງຄົມ ​ແລະ​ການ​ພັດທະນາ​ເສດຖະກິດ.

​ໂຄງການ​ການ​ເມືອງ​ກ່ຽວ​ກັບ​ການກໍ່ສ້າງ​ປະ​ເທດ​ໃນ​ສະ​ໄໝ​ຂ້າມ​ຜ່ານ​ຂຶ້ນ​ສູ່​ສັງຄົມ​ນິຍົມ (​ປີ 1991) ​ໄດ້​ຊີ້​​ໃຫ້​ເຫັນວ່າ ພື້ນຖານ​ວັດທະນະທຳ​ທີ່​ກ້າວໜ້າ​ແລະ​ເຂັ້ມ​ຂົ້ນ​ໄປ​ດ້ວຍ​ເອກະ​ລັກປະຈຳ​ຊາດ​ນັ້ນ ​ແມ່ນໜຶ່ງ​ໃນ​ບັນດາ​ຄຸນ​ລັກສະນະ​ຂອງ​ລັດທິ​ສັງຄົມ​ນິຍົມທີ່​​ຫວຽດນາມ​ສ້າງ​ຂຶ້ນ​. ໂຄງການ​ການ​ເມືອງ ກໍ່​ໄດ້​ເນັ້ນ​ວ່າ: “…ດຳ​ເນີນ​ການ​ປະຕິວັດ​ສັງຄົມ​ນິຍົມ​ໃນ​ຂົງ​ເຂດ​ແນວ​ຄິດ​ແລະ​ວັດທະນະທຳ ​ເຮັດ​ໃຫ້​ໂລກ​ກະທັດ​ມາກ-​ເລ​ນິນ ​ແລະ ​ແນວ​ຄິດ, ຄຸນສົມບັດ​ຂອງໂຮ່ຈີ​ມິນ ຮັກສາ​ຕຳ​ແໜ່​ງນຳພາ​ໃນຊີວິດ​​ຈິດ​ໃຈ​ຂອງ​ສັງຄົມ. ​ໂດຍ​ສືບ​ທອດ​ແລະ​ເສີມ​ຂະຫຍາຍ​ມູນ​ເຊື້ອ​ວັດທະນະທຳ​ອັນ​ດີ​ງານ​ຂອງທຸກ​ຊົນ​ເຜົ່າ​​ໃນ​ປະ​ເທດ, ຮັບ​ເອົາ​ສິ່ງ​ທີ່​ຍອດ​ຍິ່ງ​ໃນ​ວັດທະນະທຳ​ຂອງ​ມະນຸດຊາດ, ສ້າງ​ສັງຄົມປະຊາທິປະ​ໄຕ​ແລະ​ສີວິ​ໄລ ​ເພື່ອ​ຜົນ​ປະ​ໂຫຍ​ດອັນ​ແທ້​ຈິງ ​ແລະ ກຽດ​ສັກ​ສີ​ຂອງ​ມະນຸດ, ດ້ວຍ​ລະດັບ​ຄວາມ​ຮູ້, ຄຸນສົມບັດ​ສິນ​ທຳ, ຄວາມ​ແຂງ​ແຮງ​ທາງ​ຮ່າງກາຍ​ ແລະ​ຄວາມງາມທີ່​ສູງ​ຂຶ້ນ​ເລື້ອຍໆ.”(2).

ມະຕິ​ເລກທີ 04-NQ/HNTW, ວັນ​ທີ 14-1-1993, ຂອງ​ກອງ​ປະຊຸມ​ສູນ​ກາງ​ພັກ​ຄັ້ງ​ທີ 4 ສະ​ໄໝ​ທີ VII, ກ່ຽວ​ກັບ “ບາງ​ໜ້າ​ທີ່​ວັດທະນະທຳ, ສິລະ​ປະ​ວັນນະຄະດີ​ ໃນ​ຊຸມ​ປີ​ສະ​ເພາະ​ໜ້າ” ​ໄດ້​ຢືນຢັນ​ວ່າ ວັດທະນະທຳ​ເປັນ​ພື້ນຖານ​ທາງ​ຈິດ​ໃຈ​ຂອງ​ສັງຄົມ, ​ເປັນ​ກຳລັງ​ໜູນ​ໜຶ່ງ​ທີ່​ຊຸກຍູ້​ການ​ພັດທະນາ​ເສດຖະກິດ-ສັງຄົມ, ພ້ອມ​ກັນ​ນັ້ນ ​ກໍ່​ເປັນ​ເປົ້າໝາຍຂອງ​ລັດທິ​ສັງຄົມ​ນິຍົມ.

ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ VIII ຂອງ​ພັກ (ປີ 1996) ກໍ່​ໄດ້​ກຳນົດ​ວ່າ ວັດທະນະທຳ​ເປັ້ນ​ພື້ນຖານ​ທາງ​ຈິດ​ໃຈ​ຂອງ​ສັງຄົມ, ມັນ​ທັງ​ເປັນ​ເປົ້າ​ໝາຍ ທັງ​ເປັນ​ກຳລັງ​ໜູນ ​ເພື່ອ​ພັດທະນາ​ເສດຖະກິດ-ສັງຄົມ. ກອງ​ປະຊຸມ​ໃຫຍ່​ໄດ້​ໃຫ້​ທັດສະນະ​ກ່ຽວ​ກັບ​ການ​ຫັນ​ເປັນ​ອຸດສາຫະກຳ ທັນ​ສະ​ໄໝ: “ຖື​ເອົາ​ການ​ເສີມ​ຂະຫຍາຍ​ແຫຼ່ງຊັບພະຍາກອນ​ມະນຸ​ດ ເປັນ​ປັດ​ໄຈພື້ນຖານສຳລັບ​ການ​ພັດທະນາ​ຢ່າງ​ວ່ອງ​ໄວ​ແລະ​ຍືນ​ຍົງ. ປຸກ​ລະດົມ​ປະຊາຊົນ​ທົ່ວ​ປະ​ເທດ​ອອກ​ແຮງ​ກໍ່ສ້າງ​ປະ​ເທດ​ຊາດ, ສະ​ສົມ​ຢ່າງ​ບໍ່​ຢຸດ​ຢັ້ງ​ເພື່ອ​ລົງທຶນ​ພັດທະນາ. ການ​ເຕີບ​ໂຕ​ທາງ​ເສດຖະກິດ​ຕິດ​ກັບ​ການ​ປັບປຸງ​ຊີວິດການ​ເປັນ​ຢູ່​ຂອງ​ປະຊາຊົນ, ພັດທະນາ​ວັດທະນະທຳ, ການ​ສຶກສາ, ປະຕິບັດ​ຄວາມ​ກ້າວໜ້າ​ແລະຄວາມ​ຍຸດຕິ​ທຳ​ທາງ​ສັງຄົມ, ປົກ​ປັກ​ຮັກສາ​ສະພາບ​ແວດ​ລ້ອມ”(3).

​ເພື່ອ​ພັດທະນາ​ແນວທາງ​ການ​ນຳພາ​ຂອງ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ VIII ຕື່ມ​ອີກ​ບາດ​ກ້າວ​ທີ່​ສຳຄັນ, ມະຕິ​ກອງ​ປະຊຸມ​ສູນ​ກາງ​ພັກ​ຄັ້ງ​ທີ 5 ສະ​ໄໝ​ທີ VIII (ປີ 1998) ກ່ຽວ​ກັບ “ການກໍ່ສ້າງ ແລະ ການ​ພັດ​ທະນາ​ວັດທະນະ​ທຳ​ຫວຽດນາມ​ທີ່ກ້າວໜ້າ​ແລະ​ເຂັ້ມ​ຂົ້ນ​ໄປ​ດ້ວຍ​ເອກະລັກ​ປະຈຳ​ຊາດ ​ໄດ້​ກຳນົດ: “ວັດທະນະທຳ​ແມ່ນ​ພື້ນຖານ​ທາງ​ຈິດ​ໃຈ​ຂອງ​ສັງຄົມ, ທັງ​ເປັນ​ເປົ້າ​ໝາຍ ​ທັງ​ເປັນ​ກຳລັງ​ໜູນ​ທີ່​ຊຸກຍູ້​ການ​ພັດທະນາ​ເສດຖະກິດ-ສັງຄົມ”(4). ມະຕິ​ໄດ້​ວາງ​ລະບົບ​ນະ​ໂຍບາຍອອກ​ມາ​ ເພື່ອ​ພັດທະນາວັດທະ​ນະ​ທຳ, ​ໃນ​ນັ້ນ​ໄດ້​ເນັ້ນ​ວ່າ: “ນະ​ໂຍບາຍ​ເສດຖະກິດ​ໃນ​ວັດທະນະທຳ ​ແນ​ໃຈ່​ເຊື່ອມຕິດວັດທະນະທຳ​ກັບບັນດາ​ການ​ເຄື່ອນ​ໄຫວ​ເສດຖະກິດ, ຂຸດ​ຄົ້ນ​ຄວາມ​ສາມາດ​ບົ່ມ​ຊ້ອນ​ທາງ​ເສດຖະກິດ, ການ​ເງິນ​ ເພື່ອຊ່ວຍ​ໜູນ​ໃຫ້​ແກ່​ການ​ພັດ​ທະນາ​ວັດທະນະ​ທຳ, ພ້ອມ​ກັນ​ນັ້ນ ຮັບປະກັນ​ຄວາມຕ້ອງການ​ທາງ​ການ​ເມືອງ​ແລະ​ແນວ​ຄິດ ຂອງ​ການ​ເຄື່ອນ​ໄຫວ​ວັດທະນະທຳ, ຮັກສາ​ເອກະລັກ​ປະຈຳ​ຊາດ”(5). ຄື​ແນວ​ນັ້ນ​ແມ່ນ, ນະ​ໂຍບາຍ​ວັດທະນະທຳ​ໃນ​ເສດຖະກິດ​ຮັບປະກັນ​ໃຫ້​ວັດທະນະທຳສະ​ແດງ​ອອກ​ຢ່າງ​ຈະ​ແຈ້ງ​ໃນ​ການ​ເຄື່ອນ​ໄຫວ​ເສດຖະກິດ​ຕ່າງໆ, ສ້າງ​ເງື່ອນ​ໄຂ​ຫຼາຍ​ກວ່າ​ອີກ​ໃຫ້​ແກ່​ການ​ພັດທະນາ​ວັດທະນະທຳ.

​ໃນກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ IX (ປີ 2001), ພັກ​ກອມ​ມູນິດ​ຫວຽດນາມຢືນຢັນ, ການ​ເຕີບ​ໂຕ​ທາງ​ເສດຖະກິດ​ຕິດ​ແໜ້ນ​ກັບ​ການ​ຮັບປະກັນ​ຄວາມ​ກ້າວໜ້າ​ແລະ​ຄວາມຍຸດຕິທຳ​ທາງ​ສັງຄົມ ​ໃນ​ແຕ່​ລະບາດ​ກ້າວ​ການ​ພັດທະນາ. ການ​ເຕີບ​ໂຕ​ເສດຖະກິດ​ໄປ​ຄຽງ​ຄູ່​ກັບ​ການ​ພັດທະນາ​ວັດທະນະທຳ ​ແລະ ການ​ສຶກສາ,... “ການ​ເຕີບ​ໂຕທາງ​ເສດຖະກິດ​​ໄປ​ຄຽງ​ຄູ່​ກັບ​ການ​ພັດທະນາ​ວັດທະນະທຳ, ຄ່ອຍໆ​ປັບປຸງ​ຊີວິດ​ການ​ເປັນ​ຢູ່​ດ້ານ​ວັດຖຸ​ແລະ​ຈິດ​ໃຈ​ຂອງ​ປະຊາຊົນ, ປະຕິບັດ​ຄວາມ​ກ້າວໜ້າ​ແລະຄວາມ​ຍຸດຕິ​ທຳ​ທາງ​ສັງຄົມ, ປົກ​ປັກ​ຮັກສາ​ແລະປັບປຸງ​ສະພາບ​ແວດ​ລ້ອມ, ສົມທົບ​ການ​ພັດທະນາ​ເສດຖະກິດກັບ​ການ​ເພີ່ມ​ທະວີ​ການ​ປ້ອງ​ກັນຊາ​ດ-ປ້ອງ​ກັນ​ຄວາມ​ສະຫງົບ”(6).

ບົນ​ພື້ນຖານ​ການ​ປະ​ເມີນຜົນ​ສຳ​ເລັດ​ແລະ​ຂໍ້​ຈຳກັດ​ໃນ​ໄລຍະ 5 ປີ​ແຫ່ງ​ການຈັດ​ຕັ້ງ​ປະຕິບັດ​ມະຕິ​ກອງ​ປະຊຸມ​ສູນ​ການ​ພັກ​ຄັ້ງ​ທີ 5 ສະ​ໄໝ​ທີ VIII, ກອງ​ປະຊຸມ​ຄັ້ງ​ທີ 10 ຂອງ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ສະ​ໄໝ​ທີ IX ​ໄດ້​ກຳນົດ, ໜຶ່ງ​ໃນ​ບັນດາ​ເປົ້າ​ໝາຍ​ຂອງ​ວັດທະນະທຳ​ແມ່ນ ຮັບປະກັນການ​ເຊື່ອມ​ຕໍ່​ລະຫວ່າງ ໜ້າ​ທີ່​ພັດທະນາ​ເສດຖະກິດ​ເປັນ​ໃຈ​ກາງ, ການ​ກໍ່ສ້າງປັບປຸງ​ພັກ​ເປັນ​ກຸນ​ແຈສຳຄັນ ກັບ ການ​ຍົກ​ສູງ​ວັດທະນະທຳ​ຢ່າງ​ບໍ່​ຢຸດ​ຢັ້ງ - ​ເຊິ່ງ​ເປັນ​ພື້ນຖານ​ທາງຈິດ​ໃຈ​ຂອງ​ສັງຄົມ; ສ້າງ​ການ​ພັດທະນາ​ຢ່າງ​ຄົບ​ຊຸດ​ຂອງ​ສາມຂົງ​ເຂດ​ດັ່ງກ່າວ ​ແມ່ນ​ເງື່ອນ​ໄຂຮັບປະກັນ​ການ​ພັດທະນາ​ຢ່າງຮອບດ້ານ​ແລະ​ຍືນ​ຍົງ​ຂອງ​ປະ​ເທດ​ຊາດ.

ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ X ຂອງ​ພັກ (ປີ 2006) ​ໄດ້​ສະ​ແດງ​ອອກ​ຢ່າງ​​ເລິກ​ເຊິ່ງ​ເຖິງ​ສາຍ​ພົວພັນ​ລະຫວ່າງການ​ເຕີບ​ໂຕທາງ​ເສດ​ຖະກິດ​ແລະ​ການ​ພັດທະນາ​ວັດທະນະທຳ, ຖື​ວ່າ​ນີ້​ແມ່ນ​ເນື້ອ​ໃນ​ທີ່​ສຳຄັນ​ຂອງ​ທິດ​ທາງ​ສັງຄົມ​ນິຍົມ. ກອງ​ປະຊຸມ​ໃຫຍ່​ໄດ້​ເນັ້ນ​ວ່າ: “...ການ​ເຕີບ​ໂຕ​ເສດຖະກິດ​ໄປ​ຄຽງ​ຄູ່​ກັບ​ການ​ພັດທະນາ​ວັດທະນະທຳ, ສາທາລະນະ​ສຸກ, ການ​ສຶກສາ..., ​ແກ້​ໄຂ​​ບັນດາ​ບັນຫາ​ສັງຄົມຢ່າງ​ດີ ​ເພື່ອ​​ການ​ພັດທະນາ​ມະ​ນຸດ”(7).

ໂຄງການ​ການ​ເມືອງ​ກ່ຽວ​ກັບ​ການກໍ່ສ້າງ​ປະ​ເທດ​ໃນ​ສະ​ໄໝ​ຂ້າມ​ຜ່ານ​ຂຶ້ນ​ສູ່​ສັງຄົມ​ນິຍົມ (ສະບັບ​ປັບປຸງ​ເພີ່ມ​ເຕີມ​ແລະ​ພັດທະນາ​ປີ 2011) ​ໄດ້​ມີ​ການ​ພັດທະນາ​ແລະ​ຍົກ​ລະດັບ​ ທັດສະນະ​ຂອງ​ພັກ​ກ່ຽວ​ກັບສາຍ​ພົວພັນ​ລະຫວ່າງ​ການ​ເຕີບ​ໂຕ​ເສດຖະກິດ​ແລະ​ການ​ພັດທະນາ​ວັດທະນະທຳ. ກອງ​ປະຊຸມ​ໃຫຍ່​ກໍ່​ໄດ້​​ພັດທະນາ​ຄວາມ​ຮັບ​ຮູ້​ກ່ຽວ​ກັບ​ວັດທະນະທຳຫຼາຍ​ກວ່າ​ແຕ່​ກ່ອນ, ​ໂດຍ​ສະ​ເພາະ​ແມ່ນ​ສາຍ​ພົວພັນ​ລະຫວ່າງ​ການ​ເຕີບ​ໂຕ​ເສດຖະກິດ​ແລະ​ການ​ພັດທະນາ​ວັດທະນະທຳ ທີ່​ເນັ້ນ​ໃສ່ຕົວ​ຊີ້​ວັດ​ການ​ພັດທະນາ​ມະນຸດ. ກອງ​ປະຊຸມ​ໃຫຍ່​ໄດ້​ກຳນົດ: “ການ​ພັດທະນາ​ວັດທນະ​ທຳ, ສັງຄົມ​ໃຫ້​​ເໝາະ​ສົມ​​ກົມກຽວກັບ​ການ​ພັດທະນາ​ເສດຖະກິດ, ຮັບປະກັນ​ຄວາມ​ກ້າວໜ້າ​ແລະ​ຄວາມຍຸດຕິ​ທຳ​ທາງ​ສັງຄົມ​ໃນ​ທຸກ​ບາດ​ກ້າວ​ແລະທຸກນະ​ໂຍບາຍ​ການ​ພັດທະນາ”(8).

ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ XII ຂອງ​ພັກ (ປີ 2016) ກຳນົດ​ເປົ້າ​ໝາຍ: “ຮອດ​ປີ 2020, ສູ້​ຊົນ​ປັບປຸງ​ລະບົບ​​ເສດຖະກິດ​ຕະຫຼາດກຳນົດ​ທິດ​ສັງຄົມ​ນິຍົມ​ໃຫ້​ສົມ​ບູນ​ແບບ ຕາມ​ບັນດາ​ມາດຕະຖານ​ທົ່ວ​ໄປ​ຂອງ​ເສດຖະກິດ​ຕະຫຼາດ​ທີ່​ທັນ​ສະ​ໄໝ​ແລະ​ເຊື່ອມ​ໂຍງ​ສາກົນ; ຮັບປະກັນ​ຄວາມ​ເທົ່າ​ທຽມ​ກັນ​ລະຫວ່າງ​ສະ​ຖາ​ບັນ​ເສດຖະກິດ​ແລະ​ສະ​ຖາ​ບັນ​ການ​ເມືອງ, ລະຫວ່າງ​ລັດ​ແລະ​ຕະຫຼາດ; ຮັບປະກັນ​ຄວາມ​ເໝາະ​ສົມ​ກົມກຽວ​ລະຫວ່າງ​ການ​ເຕີບ​ໂຕ​ເສດຖະກິດ​ກັບ​ການ​ພັດທະນາ​ວັດທະນະທຳ, ພັດທະນາມະນຸດ, ການ​ປະຕິບັດ​ຄວາມ​ກ້າວໜ້າ​ແລະ​ຄວາມ​ຍຸດ​ຕິ​ທຳ​ທາງ​ສັງຄົມ, ຮັບປະກັນ​ຄວາມ​ປອດ​ໄພ​ທາງ​ສັງຄົມ, ປົກ​ປັກ​ຮັກສາ​ສະພາບ​ແວດ​ລ້ອມ, ພັດທະນາ​ສັງຄົມ​ຢ່າງ​ຍືນ​ຍົງ”(9). ໜຶ່ງ​ໃນ​ຄວາມ​ຮັບ​ຮູ້​ໃໝ່​ຂອງ​ພັກ​ກ່ຽວ​ກັບ​ສາຍ​ພົວພັນ​ລະຫວ່າງ​ເສດຖະກິດ​ແລະ​ວັດທະນະທຳ​ແມ່ນ ​ເອົາ​ໃຈ​ໃສ່​ຕໍ່ພາລະ​ໜ້າ​ທີ່​ເສດຖະກິດ​ຂອງ​ວັດທະນະທຳ, ​ການໃຫ້​ຄວາມ​ສຳຄັນກັບ​ນະ​ໂຍບາຍ​ເສດຖະກິດ​ໃນ​ວັດທະນະທຳ ​ແລະ ນະ​ໂຍບາຍ​ວັດທະນະທຳ​ໃນ​ເສດຖະກິດ; ພ້ອມ​ກັນ​ນັ້ນ​ໄດ້​ກຳນົດ​ພາລະກິດສຳຄັນ​ໃນ​ຂະ​ບວນການກໍ່ສ້າງ, ພັດທະນາ​ວັດທະນະທຳ​ແລະຜູ້​ຄົນ​ຫວຽດນາມ ​ເພື່ອ​ຕອບ​ສະໜອງຄວາມ​ຕ້ອງການ​ພັດທະນາທີ່​ຍືນ​ຍົງຂອງ​ປະ​ເທດ​ຄື​ວັດທະນະທຳ​ໃນ​ເສດຖະກິດ, ​ໃນ​ນັ້ນ​ຕ້ອງ​ເອົາ​ໃຈ​ໃສ່​ເປັນ​ປະຈຳ​ເຖິງ​ການ​ກໍ່ສ້າງ​ເສດຖະກິດ​ໃນ​ວັດທະນະທຳ. ປະຊາຊົນ​ເປັນ​ໃຈ​ກາງ​ຂອງ​ຂະ​ບວນການ​ພັດທະນາ​ເສດຖະກິດ - ສັງຄົມ.

ດັ່ງ​ນັ້ນ, ສາມາດ​ເຫັນ​ໄດ້​ວ່າ ທັດສະນະ​ຂອງ​ພັກ​ກ່ຽວ​ກັບສາຍ​ພົວພັນ​ລະຫວ່າງ​ການ​ພັດທະນາ​ເສດຖະກິດ​ແລະການ​ພັດທະນາ​ວັດທະນະທຳນັ້ນ ​ໄດ້​ເປັນ​ຮູບ​ເປັນ​ຮ່າງ​ຂຶ້ນ​ແລະ​ໄດ້​ຮັບ​ການ​ເພີ່ມ​ເຕີມ, ພັດທະນາ​ຢ່າງ​ບໍ່​ຢຸດ​ຢັ້ງ ​ຈາກ​ເອກະສານ​ຂອງ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ VI (ປີ 1986) ​ເຖິງ​ເອກະສານ​ຂອງ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XII (ປີ 2016), ພ້ອມ​ກັນ​ນັ້ນ​ກໍ່​ສະ​ແດງ​ໃຫ້​ເຫັນ​ເຖິງຄວາມ​ໝັ້ນຄົງ​ໃນ​ນະ​ໂຍບາຍ​ການ​ເມືອງ​ຂອງ​ພັກ. ທັດສະນະ​ຂອງ​ພັກ​ກ່ຽວ​ກັບ​ສາຍ​ພົວພັນ​ລະຫວ່າງ​ການ​ພັດທະນາ​ເສດຖະກິດ​ແລະ​ການ​ພັດທະນາ​ວັດ​ທະນະ​ທຳສາມາດ​ລະບຸ​ດັ່ງ​ຕໍ່​ໄປ​ນີ້:

ທີ​ໜຶ່ງ, ​ເສດຖະກິດ​ເປັນ​ພື້ນຖານ​ວັດຖຸ, ວັດທະນະທຳ​ເປັນ​ພື້ນຖານຈິດ​ໃຈ​ຂອງ​ສັງຄົມ. ສາຍ​ພົວພັນ​ລະຫວ່າງ​ການ​ພັດທະນາ​ເສດຖະກິດ​ແລະ​ການ​ພັດທະນາ​ວັດ​ທະນະ​ທຳ ​ແມ່ນ​ສາຍ​ພົວພັນ​ພາຍ​ໃນ, ​ມີ​ລັກສະນະ​ທາດ​ແທ້ ​ແລະ ຕ້ອງ​ໄດ້​ແກ້​ໄຂ​ຢ່າ​ງຖືກຕ້ອງ​ເໝາະ​ສົມ​ກົນ​ກຽວ, ​ໃຫ້ການ​ພັດທະນາ​ເສດຖະກິດ​ເປັນ​ປະຖົມ​ປັດ​ໄຈ​ແລະ​ເງື່ອນ​ໄຂ​ທີ່​ແທ້​ຈິງ ​ເພື່ອ​ພັດທະນາ​ວັດທະນະທຳ, ການ​ພັດທະນາ​ວັດທະນະທຳ​ເປັນ​ເປົ້າ​ໝາຍ​ແລະ​ກຳລັງ​ໜູນ​ໃນ​ການ​ເຕີບ​ໂຕ​ທາງ​ເສດຖະກິດ.

ທີ​ສອງ, ການ​ແກ້​ໄຂສາຍ​ພົວພັນ​ລະຫວ່າງ​ພັດທະນາເສດຖະກິດ​ແລະ​ພັດທະນາວັດທະນະທຳ ​ຕ້ອງຕັ້ງຢູ່​ໃນ​ການ​ພົວພັນ​ໂດຍ​ລວມລະຫວ່າງ​ເສດຖະກິດ, ການ​ເມືອງ, ວັດທະນະທຳ, ສັງຄົມ; ຕ້ອງ​ຮັບປະກັນການ​ຕິດ​ຕໍ່​ກັນ​ລະຫວ່າງ​ໜ້າ​ທີ່​ການ​ພັດທະນາ​ເສດຖະກິດ​ເປັນ​ໃຈກາງ, ການ​ປໍ່ສ້າງ​ພັກ​ເປັນ​ກຸນ​ແຈສຳຄັນ ກັບ ການ​ຍົກ​ສູງ​ລະດັບວັດທະນະທຳ​ຢ່າງ​ບໍ່​ຢຸດ​ຢັ້ງ - ​ເຊິ່ງ​ເປັນ​ພື້ນຖານ​ຈິດ​ໃຈ​ຂອງ​ສັງຄົມ, ຖື​ເອົາການ​ພັດທະນາສາມ​ຂົງ​ເຂດ​ນີ້​ຢ່າງ​ຄົບ​ຊຸດ ​ເປັນ​ເງື່ອນ​ໄຂ​ຕັດສິນ​ເບື້ອງ​ຕົ້ນສຳລັບ​ການ​ພັດທະນາປະ​ເທດ​ຊາດຢ່າງ​ຮອບດ້ານ​ແລະ​ຍືນ​ຍົງ​.

ທີ​ສາມ, ຮັບປະກັນ​ການ​ສົມທົບ​ຢ່າງ​​ເໝາະ​ສົມກົມກຽວລະຫວ່າງ​ພັດທະນາເສດຖະກິດ​ແລະພັດທະນາ​ວັດທະນະທຳ ຜ່ານ​ລະບົບ​ນະ​ໂຍບາຍ​ທີ່​ສົມບູນ​ແບບ, ​ໃນ​ນັ້ນ​ມີ​ຄວາມ​ເປັນ​ເອກະ​ພາບ​ລະຫວ່າງ​ນະ​ໂຍບາຍ​ເສດຖະກິດ​ໃນ​ວັດທະນະທຳ ​ແລະ ວັດທະນະທຳ​ໃນ​ເສດຖະກິດ. ຄວາມ​ຮຽກຮ້ອງ​ຕ້ອງການ​ຕ່າງໆ​ກ່ຽວ​ກັບການ​ພັດທະນາ​ວັດທະນະທຳ, ກ່ຽວ​ກັບ​ຄວາມ​ກ້າວໜ້​າແລະຄວາມ​ຍຸດຕິ​ທຳ​ທາງ​ສັງຄົມນັ້ນ ​ບໍ່​ຕ້ອງ​ລໍຖ້າ​ຈົນ​ກວ່າ​ເສດຖະກິດພັດທະນາ​​ສູງ​ແລ້ວ​ຈຶ່ງ​​ຕອບ​ສະໜອງຄວາມ​ຕ້ອງການ​ນັ້ນ, ​ແຕ່​ຕ້ອງ​ໄດ້​ປະຕິບັດ​ໃນ​ແຕ່​ລະບາດ​ກ້າວ, ແຕ່​ລະນະ​ໂຍບາຍ​ການ​ພັດທະນາ​ຂອງ​ປະ​ເທດ.

ການ​ແກ້​ໄຂສາຍ​ພົວພັນ​ລະຫວ່າງ​ເສດຖະກິດ​ແລະ​ວັດທະນະທຳຢູ່​ຫວຽດນາມ ​ໃນ​ໄລຍະ​ເວລາ​ຫຼາຍ​ກວ່າ 30 ​ປີ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່

​ໃນ​ຂະ​ບວນການ​ປ່ຽນ​ແປງ​ໃໝ່​ປະ​ເທດ, ການ​ແກ້​ໄຂສາຍ​ພົວພັນ​ລະຫວ່າງ​ເສດຖະກິດ​ແລະ​ວັດທະນະທຳ​ໄດ້​ບັນລຸ​ຄວາມ​ສຳ​ເລັດ​ທີ່​ສຳຄັນຫຼາຍ​ຢ່າງ, ​ແຕ່​ກໍ່​ມີ​ຂໍ້​ຈຳກັດ​ບໍ່​ໜ້ອຍ ​ເຊິ່ງຕ້ອງ​ຮັບ​ຮູ້​ຢ່າງ​ຖືກຕ້ອງ​ແລະ​ພາວະ​ວິ​ໄສ ​ເພື່ອ​ແກ້​ໄຂ​ແລະ​ຜ່ານ​ພົ້ນ​ຢ່າງ​ທັນ​ການ, ຈາກ​ນັ້ນ​ ມີ​ທິດ​ທາງ​ທີ່​ເໝາະ​ສົມ​ໃນ​ໄລຍະ​ຕໍ່​ໄປ.

ຫຼັງ​ຈາກ​ກວ່າ 30 ປີ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່, ​ເສດຖະກິດ​ຫວຽດນາມ​ມີ​ການ​ເຕີບ​ໂຕ​ຢ່າງ​ຕໍ່​ເນື່ອງ​ແລະມີ​ສະຖຽນ​ລະ​ພາບ​ພໍ​ສົມຄວນ, ​ໂຄງ​ປະກອບ​ເສດຖະກິດ​ໄດ້​ຫັນປ່ຽນ​ໄປ​ໃນ​ທິດ​ທາງ​ທີ່​ດີ, ຊີວິດ​ການ​ເປັນ​ຢູ່​ທາງ​ດ້ານ​ວັດຖຸ​ແລະ​ຈິດ​ໃຈ​ຂອງ​ປະຊາຊົນ​ໄດ້​ຮັບ​ການ​ປັບປຸງ. ລວມຍອດ​ຜະລິດ​ຕະພັນ​ພາຍ​ໃນ​ປະ​ເທດ​ປີ 2018 ມີ​ມູນ​ຄ່າ​ປະມານ 240 ຕື້​ໂດ​ລາ​ສະຫະລັດ; ຈີ​ດີ​ພີ ຕໍ່​ຫົວ​ຄົນ​ບັນລຸ​ໄດ້ 2.587 ຕື້​ໂດ​ລາ​ສະຫະລັດ, ປະຈຸ​ບັນ ຫວຽດນາມ​ກາຍ​ເປັນ​ປະ​ເທດ​ທີ່​ມີ​ລາຍ​ໄດ້ປານ​ກາງ. ໂຄງ​ປະກອບ​ເສດຖະກິດ​ໄດ້​ຫັນປ່ຽນ​ໄປ​ໃນ​ທິດ​ທາງ​ທີ່​ກ້າວໜ້າ, ຈີ​ດີ​ພີ ຂອງ​ກະສິກຳ, ອຸດສາຫະກຳ, ການກໍ່ສ້າງ ​ແລະ ການ​ບໍລິການ ​ໄດ້​ຫັນປ່ຽນ​ຢ່າງ​ຈະ​ແຈ້ງ, ຕາມ​ລຳດັບ​ແມ່ນ​ຈາກ 40,5%, 23,8%, 35,7% ປີ 1991 ປ່ຽນ​​ເປັນ 14,57%, 34,28%, 41,17% ປີ 2018(10). ຜ່ານ​ໄລຍະ​ເວລາ​ຫຼາຍ​ກວ່າ 30 ປີ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່, ສະຖານະ​ທາງ​ເສດຖະກິດ​ຂອງ​ຫວຽດນາມ​ໃນ​ເວທີ​ສາກົນ​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ​ພໍ​ສົມຄວນ.

​ໂລກ​ໄດ້​ຕີ​ລາຄາ​ສູງ​​ຕໍ່​ຄວາມ​ສຳ​ເລັດ​ຂອງ​ການ​ເຕີບ​ໂຕ​ເສດຖະກິດຕິດ​ກັບ​ການ​ແກ້​ໄຂ​ບັນຫາ​ສັງຄົມ​ໃນ​ຫວຽດນາມ. ປີ 2007, ສະຫະ​ປະຊາ​ຊາດ​ໄດ້​ຮັບ​ຮູ້​ຜົນສຳ​ເລັດ​ຂອງ​ຫວຽດນາມ​ໃນ​ການ​ບັນລຸ​ເປົ້າ​ໝາຍສະ​ຫັດສະ​ວັດ​ກ່ຽວ​ກັບ​ການ​ລົບ​ລ້າງ​ຄວາມ​ອຶດຫິວ​ແລະ​ຫຼຸດຜ່ອນ​ຄວາມທຸກ​ຍາກ​ເ​ກື​ອບ 10 ປີ​ກ່ອນ​ເວລາ​ທີ​ກຳນົດ. ວັນ​ທີ 21-9-2015, ​ໃນ​ພິທີ​ປະກາດ “ໝາກຜົນ​ຂອງ 15 ປີ​ແຫ່ງ​ການ​ປະຕິບັດ​ເປົ້າ​ໝາຍ​ສະຫັດ​ສະ​ວັດຢູ່​ຫວຽດນາມ”, ສະຫະ​ປະຊາ​ຊາດໄດ້​ຮັບ​ຮູ້​ຜົນສຳ​ເລັດ​ຂອງ​ຫວຽດນາມ​ໃນ​ການ​ບັນລຸ​ເປົ້າ​ໝາຍສະ​ຫັດ​ສະ​ວັດ​ກ່ຽວ​ກັບ​ການ​ລົບ​ລ້າງ​ຄວາມ​ອຶດຫິວ​ແລະ​ຫຼຸດຜ່ອນ​ຄວາມທຸກ​ຍາກ; ບັນລຸການ​ສຶກສາທົ່ວ​ໄປຊັ້ນ​ປະຖົມ​ສຶກສາສາມັນ; ຊຸກຍູ້ຄວາມ​ສະ​ເໝີ​ພາບ​ທາງ​ເພດ ​ແລະ ມີ​ຄວາມ​ກ້າວໜ້າ​ໃນ​ຕົວ​ຊີ້​ວັດ​ສາທາ​ລະນະ​ສຸກ; ບັນລຸ​ເປົ້າ​ໝາຍ​ໃນ​ການ​ຄວບ​ຄຸມ​ໄຂ້ຍຸງ​ແລະ​ວັນນະ​ໂລກ ພ້ອມ​ທັງ​ຍູ້​ຖອຍ​ການ​ແຜ່​ລະບາດ​ຂອງ​ໂລກ​ເອດ​ສ໌...

ປະຕິບັດ​ທັດສະນະ​ກ່ຽວ​ກັບການ​ພັດທະນາ​ແບບ​ຍືນ​ຍົງ, ການ​ເຊື່ອມ​ຕໍ່​ເປົ້າ​ໝາຍການ​ເຕີບ​ໂຕ​ຂອງ ຈີ​ດີ​ພີ ກັບ​ການ​ປະຕິບັດບັນດາ​ເລກ​ຄາດໝາຍ​ທາງ​ສັງຄົມ, ສະພາບ​ແວດ​ລ້ອມ, ການ​ແກ້​ໄຂ​ບັນຫາ​ການ​ພັດທະນາ​ເສດຖະກິດ​ແລະ​ວັດທະນາ​ທຳ​ຢູ່​ປະ​ເທດ​ຫວຽດນາມ​ໃນ​ເວລາ​ທີ່​ຜ່ານ​ມາ​ ໄດ້​ບັນລຸ​ຜົນສຳ​ເລັດ​ທີ່​ສຳຄັນ. ດັດຊະນີ​ການ​ພັດທະນາມະນຸດ (HDI) ຂອງ​ຫວຽດນາມລວມມີ: ລະດັບ​ການ​ເພີ່ມ ຈີ​ດີ​ພີ, ອາຍຸ​ຍືນ, ການລົບ​ລ້າງ​ຄວາມ​ບໍ່​ຮູ້​ໜັງສື ​ແລະ ​ການເຜີຍ​ແຜ່​ການ​ສຶກສາ​ຊັ້ນ​ປະຖົມ​ສຶກສາ, ການ​ແກ້​ໄຂ​ວຽກ​ເຮັດ​ງານ​ທຳ, ການລົບ​ລ້າງ​ຄວາມ​ອຶດຫິວ​ແລະ​ຫຼຸດຜ່ອນ​ຄວາມທຸກ​ຍາກ ​​ເຊິ່ງດັດຊະນີນັ້ນ​ມີ​ທ່າ​ອຽງ​ເພີ່ມ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ​ໃນ 27 ປີ ຈາກ 0.475 ປີ 1990 ​ເຖິງ 0,694 ປີ 2017. ພິ​ເສດ, ວຽກ​ງານ​ການ​ສ້າງ​ວັດທະນະທຳ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່, ​ເກີດ​ມີ​ຄຸນຄ່າ​ໃໝ່ທີ່​ດີງາມ​ໃນ​ການ​ດຳລົງ​ຊີວິດ ​ແລະ ບຸກຄະ​ລິກກະພາບ​ຂອງ​ຄົນ​ຫວຽດນາມ. ວຽກ​ງານ​ອະນຸ​ຮັກ​ແລະ​ເສີມ​ຂະຫຍາຍ​ມໍລະດົກ​ວັດທະນະທຳ, ​ໃນ​ນັ້ນ​ມີ​ວັດທະນະທຳ​ຂອງ​ຊົນ​ເຜົ່າ​ສ່ວນ​ນ້ອຍ ​ໄດ້​ຮັບ​ການ​ລົງທຶນ​ຫຼາຍ​ກວ່າ​ແຕ່​ກ່ອນ. ລະບົບ​ມໍລະດົກ​ວັດທະນະທຳ​ໄດ້​ຮັບການ​ລົງ​ທຶນ​ເພື່ອ​ປະຕິສັງຂອນ, ປະດັບ​ປະດາ ແລະ​​ເສີມ​ຂະຫຍາຍ​ບົດບາດ​ຂອງ​ມັນ​ໃນ​ການ​ຊຸກຍູ້​ການ​ພັດທະນາ​ເສດຖະກິດ-ສັງຄົມ, ຍົກ​ສູງ​ຊີວິດ​ການ​ເປັນ​ຢູ່​ດ້ານ​ຈິດ​ໃຈ​ຂອງ​ປະຊາຊົນ. ມໍລະດົກ​ວັດທະນະທຳ​ຫຼາຍ​ຢ່າງ​ໄດ້​ຮັບ​ການ​ຍອມຮັບ​ຈາກ​ສາກົນ​ວ່າ​ເປັນ​ມໍລະດົກ​ວັດທະນະທຳ​ໂລກ.

​ແຕ່​ວ່າ, ນອກຈາກ​ຜົນສຳ​ເລັດ​ທີ່​ບັນລຸ​ໄດ້​ນັ້ນ, ຄວາມ​ເປັນ​ຈິງ​​ແຫ່ງການ​ແກ້​ໄຂ​ສາຍ​ພົວພັນລະຫວ່າງ​ເສດຖະກິດ​ແລະ​ວັດທະນະທຳ​ກໍ່​ຍັງ​ມີ​ຂໍ້​ຈຳກັດ​ບໍ່​ໜ້ອຍ. ການ​ພັດທະນາ​ເສດຖະກິດ​ຍັງ​ບໍ່​ທັນ​ຍືນ​ຍົງ, ຄຸນະພາບ​ການ​ເຕີບ​ໂຕ, ສະມັດ​ຕະພາບ, ປະສິດທິ​ຜົນ, ຄວາມ​ສາມາດ​ແຂ່ງຂັນ​ຂອງ​ພື້ນຖານ​ເສດຖະກິດ​ຍັງ​ຕ່ຳ, ບໍ່​ສົມ​ຄູ່​ກັບ​ຄວາມ​ສາມາດ​ບົ່ມ​ຊ້ອນ; ການ​ຫັນປ່ຽນ​​ໂຄງ​ປະກອບເສດຖະກິດຕາມ​ທິດ​ອຸດສາຫະກຳ ທັນ​ສະ​ໄໝ​ຍັງ​ຊ້າ; ​ໂຄງ​ປະກອບ​ພາຍ​ໃນ​ຂະ​ແໜງ​ການ​ບໍ່​ສົມ​ເຫດ​ສົມ​ຜົນ. ການ​ເຕີບ​ໂຕ​ອີງ​ໃສ່​ປັດ​ໄຈ​ທາງ​ກວ້າງ, ການ​ຫັນໄປສູ່​ການ​ພັດທະນາ​ຕາມ​ລວງ​ເລິກ​ແມ່ນ​ຍັງ​ຊ້າ. ຄຸນະພາບຂອງ​ຊັບພະຍາກອນ​ມະນຸດ, ​ໂຄງ​ສ້າງ​ພື້ນຖານ​ແມ່ນ​ຍັງ​ເປັນ “ຄໍ​ຂວດ” ທີ່ຂັດຂວາ​ງການ​ພັດທະນາ. ພື້ນຖານ​ເພື່ອ​ໃຫ້​ຫວຽດນາມ​ກາຍ​ເປັນ​ປະ​ເທດ​ອຸດສາຫະກຳ​ຕາມ​ທິດ​ທັນ​ສະ​ໄໝ​ແມ່ນ​ຍັງ​ບໍ່​ໄດ້​ເກີດ​ຂຶ້ນ​ຢ່າງ​ຄົບຖ້ວນ, ​ຍັງ​ມີປັດ​​ໄຈ​ທີ່​ອາດ​ກໍ່​ໃຫ້​ເກີດ​ຄວາມ​ບໍ່​ສະຖຽນ​ລະ​ພາບ, ​ໄພ​ອັນຕະລາຍ​ຕໍ່​ການ​ພັດທະນາ​​ເຊິ່ງ​ພັກ​ໄດ້​ຊີ້​​ໃຫ້​ເຫັນ​ນັ້ນ ​ແມ່ນ​ຍັງ​ມີ​ຢູ່. ການຈັດ​ຕັ້ງ​ປະຕິບັດ​ທັດສະນະ​ເຊື່ອມ​ຕໍ່​ການ​ເຕີບ​ໂຕ​ເສດຖະກິດ​ກັບ​ການ​ພັດທະນາ​ວັດທະນະທຳ​ນັ້ນ ​ແມ່ນ​ຍັງ​ບໍ່​ຄົບ​ຊຸດ​ແລະ​ເຖິງ​ຖອງ. ຄວາມ​ຮັບ​ຮູ້​ຂອງ​ພະນັກງານ​ການ​ນຳ​ແລະ​ຄຸ້ມ​ຄອງ​ຈຳນວນ​ໜຶ່ງຢູ່​ບາງ​ຂະ​ແນ​ງການ, ບາງ​ທ້ອງ​ຖິ່ນ​ ແມ່ນ​ຍັງ​ບໍ່​ເລິກ​ເຊິ່ງ; ຍັງບໍ່​ທັນເຂົ້າ​ໃຈ​ຢ່າງ​ຈະ​ແຈ້ງ​ເຖິງ​ບົດບາດ​ຂອງ​ວັດທະນະທຳ​ທີ່​ເປັນ​ເປົ້າ​ໝາຍ​ແລະ​ກຳ​ລັງໜຸນຂອງ​ການ​ພັດທະນາ​ເສດຖະກິດ-ສັງຄົມ. ຍ້ອນຄວາມ​ກົດ​ດັນ​ຂອງ​ການ​ເຕີບ​ໂຕ​ເສດຖະກິດ ດັ່ງ​ນັ້ນ ຫຼາຍຂະ​ແໜງ​ການ, ຫຼາຍ​ທ້ອງ​ຖິ່ນ ຈຶ່ງ​ບໍ່​ຄ່ອຍ​ສົນ​ໃຈ​ກັບ​ການ​ພັດທະນາ​ວັດທະນະທຳ ​ແລະ ການຮັກສາ​ສະພາບ​ແວດ​ລ້ອມ. ​ໃນ​ຂະ​ບວນການວາງ​ແຜນ​ແລະກໍ່ສ້າງ​ໂຄງການ, ​ແຜນການພັດທະນາ​ເສດຖະກິດ-ສັງຄົມ, ຫຼາຍ​ແຫ່​ງພຽງ​ແຕ່​ສຸມ​ໃສ່​ຜົນ​ປະ​ໂຫຍ​ດ​ເສດຖະກິດ​ເທົ່າ​ນັ້ນ, ບໍ່​ໄດ້​ເອົາ​ໃຈ​ໃສ່​ຢ່າງ​ຖືກຕ້ອງ​ເຖິງ​ການ​ພັດທະນາ​ວັດທະນະທຳ, ການ​ສຶກສາ, ສາທາລະນະ​ສຸກ ​ແລະ​ສິ່ງ​ແວດ​ລ້ອມສຳລັບ​ຜູ້​ອອກ​ແຮງ​ງານ. ການ​ກໍ່ສ້າງ​ວິຖີ​ຊີວິດ​ວັດທະນະທຳ​ບໍ່​ມີ​ການ​ປ່ຽນ​ແປງ​ໃນ​ທາງ​ບວກ, ​ໂດຍ​ສະ​ເພາະ​ແມ່ນ​ໃນ​ກິດຈະກຳ​ງານ​ບຸນ, ການ​ພົວພັນຕິດ​ຕໍ່ຊຸມ​ຊົນ, ການ​ກໍ່ສ້າງ​ວັດທະນະທຳການ​ຈະລາຈອນ ​ແລະ ​ວັດທະນະທຳສຳນັກງານ. ສະພາບ​ການ​​ເສື່​ອມ​ໂຊມ, ຕົກ​ຕ່ຳ​ທາງ​ດ້ານ​ແນວ​ຄິດ, ຄຸນສົມບັດ​ສິນ​ທຳ, ​ແບບ​ແຜນ​ດຳລົງ​ຊີວິດ ບໍ່​ໄດ້​ຮັບ​ການ​ປ້ອງ​ກັນ​ຢ່າງ​ມີ​ປະສິດທິ​ຜົນ. ການ​ເພີ່ມ​ຂຶ້ນ​ຂອງ​ຄວາມ​ຊົ່ວ​ຮ້າຍ​ທາງ​ສັງຄົມ, ອາ​ຊະ​ຍາ​ກຳ, ​ໂດຍ​ສະ​ເພາະ​ແມ່ນ​ໃນ​ຊາວ​ໜຸ່ມ, ​ການ​ໃຊ້​ຄວາມ​ຮຸນ​ແຮງ​ໃນ​ໂຮງຮຽນ ​ແມ່ນ​ບັນຫາ​ທີ່​ໜ້າ​ເປັນ​ຫ່ວງ. ຈຸດ​ອ່ອນ​ໃນ​ການ​ຄຸ້ມ​ຄອງ​ວັດທະນະທຳ​ຂອງ​ລັດ​ຍັງ​ບໍ່​ຖືກ​ຜ່ານ​ພົ້ນ. ການ​ຕໍ່ສູ້​​ເພື່ອ​ປ້ອງ​ກັນ​ຜະລິດ​ຕະພັນ​ວັດທະນະທຳທີ່​ເປັນ​ອັນຕະລາຍ, ​ໂດຍ​ສະ​ເພາະ​ໃນ​ອິນ​ເຕີ​ເນັດ, ​ແມ່ນ​ຍັງ​ບໍ່​ພຽງພໍ.

ມາດ​ຕະການ​ຈຳນວນ​ໜຶ່ງ ​ເພື່ອ​ແກ້​​ໄຂ​ເປັນ​ຢ່າງ​ດີ ສາຍ​ພົວພັນ​ລະຫວ່າງການ​ເຕີບ​ໂຕ​ເສດຖະກິດ​ແລະການ​ພັດທະນາ​ວັດທະນະທຳ​ໃນ​ເວລາ​ຕໍ່​ໄປ

ຈາກ​ສະພາບ​ການ​ຂ້າງ​ເທິງ, ​ເພື່ອ​ປະກອບສ່ວນ​ເຂົ້າ​ໃນ​ການ​ແກ້​ໄຂສາຍ​ພົວພັນ​ລະຫວ່າງການ​ເຕີບ​ໂຕ​ເສດຖະກິດ​ແລະການ​ພັດທະນາ​ວັດທະນະທຳ​ໃນ​ເວລາ​ຕໍ່​ໄປ​ໃຫ້​ມີ​ປະສິດທິ​ຜົນ​ກວ່າ​ເກົ່າ ​ແມ່ນ​ຕ້ອງ​ປະຕິບັດ​ທິດ​ທາງ​ແລະວິທີ​ແກ້​ໄຂຕໍ່​ໄປ​ນີ້:

ທີ​ໜຶ່ງ, ຍົກ​ສູງ​ຄວາມ​ຮັບ​ຮູ້​ໃຫ້​ພະນັກງານ, ສະມາຊິກ​ພັກ​ແລະ​ປະຊາຊົນ, ກ່ອນ​ອື່ນ​ໝົດ​ແມ່ນ​ໃຫ້​ອົງການນຳພາ ຄຸ້ມ​ຄອງ, ອົງການກຳນົດ​ນະ​ໂຍບາຍ​ເສດຖະກິດ-ສັງຄົມ ​ແລະ ວິ​ສາ​ຫະກິດ ກ່ຽວ​ກັບຄວາມ​ຈຳ​ເປັນ​ຕ້ອງ​ເຊື່ອມ​ຕໍ່​ລະຫວ່າງການ​ເຕີບ​ໂຕ​ເສດຖະກິດ​ແລະການ​ພັດທະນາ​ວັດທະນະທຳ ​ໃນ​ແຕ່​ລະບາດ​ກ້າວ, ​ແຕ່​ລະນະ​ໂຍບາຍ​ການ​ພັດທະນາ; ຕໍ່ສູ້​ຢ່າງ​ເດັດດ່ຽວ​ຕ້ານ​ທ່າ​ອຽງສ້າງ​ຜົນ​ກຳ​ໄລ​ດ້ວຍ​ທຸກ​ວິທີ, ​ຕ້ານ​ການແຍກ​ເປົ້າ​ໝາຍ​ເສດຖະກິດ​ອອກ​ຈາກ​ເປົ້າມາຍ​ວັດທະນະທຳ​ແລະ​ສັງຄົມ.

ທີ​ສອງ, ການ​ເຕີບ​ໂຕ​ເສດຖະກິດຕ້ອງ​ສົມທົບ​ຢ່າງ​ກົມກຽວ​ກັບການ​ພັດທະນາ​ວັດທະນະທຳ, ຍົກ​ສູງ​ຊີວິດ​ການ​ເປັນ​ຢູ່​ທຸກ​ດ້ານ, ທັງ​ດ້ານວັດຖຸ​ແລະ​ຈິດ​ໃຈຂອງ​ປະຊາຊົນ ​ຢ່າງ​ບໍ່​ຢຸດ​ຢັ້ງ. ສົມທົບ​ການ​ລົງ​ທຶນຂອງ​ລັດ ກັບ​ການ​ລະດົມ​ແຫຼ່ງພະລັງ​ສັງຄົມ​ຕ່າງໆ ​ເພື່ອ​ພັດທະນາວັດທະນະທຳ, ການ​ສຶກສາ, ວິທະຍາສາດ​ແລະ​ເຕັກ​ໂນ​ໂລ​ຊີ. ຍູ້​ແຮງ​ການ​ພັດທະນາ​ບັນດາ​ເຂດ​ເສດຖະກິດ​ຈຸດ​ໜັກ, ພ້ອມ​ກັນ​ນັ້ນ​ກໍ່​ຊ່ວຍ​ເຫຼືອ​ບັນດາ​ເຂດ​ທີ່​ພົບ​ຄວາມ​ຫຍຸ້ງຍາກ. ສ້າງ​​ຕົວ​ເມືອ​ງຢູ່​ເຂດ​ຕ່າງໆຢ່າງ​ສົມ​ເຫດ​ສົມ​ຜົນ; ພັດທະນາ​ຢ່າງ​ເໝາະ​ສົມ​ກົມກຽວ​ລະຫວ່າງ​ຕົວ​ເມືອງ​ແລະ​ຊົນນະບົດ. ສົ່ງ​ເສີມ​ການ​ສ້າງ​ຮັ່ງ​ຄູນ​ມີ​ຖືກ​ກົດໝາຍ ​ໄປ​ຄຽງ​ຄູ່​ກັບ​ການ​ຫຼຸດຜ່ອນ​ຄວາມທຸກ​ຍາກ, ປະຕິບັດ​ເປົ້າ​ໝາຍ “ປະຊາຊົນ​ຮັ່ງມີ, ປະ​ເທດ​ຊາດ​ເຂັ້ມ​ແຂງ ມີ​ປະຊາທິປະ​ໄຕ ຍຸດຕິ​ທຳ ​ແລະ ສີວິ​ໄລ”.

ທີ​ສາມ, ​ເສີມ​ຂະຫຍາຍ​ບົດບາດ​ຂອງ​ວັດທະນະທຳ, ການ​ສຶກສາ, ວິທະຍາສາດ​ແລະ​ເຕັດ​ໂນ​ໂລ​ຊີ ຕໍ່​ການ​ເຕີບ​ໂຕ​ເສດຖະກິດ​ແລະການ​ພັດທະນາ​ປະ​ເທດ​ເວົ້າ​ລວມ, ​ໃນ​ນັ້ນ ສຸມ​ໃສ່​ການ​ກໍ່ສ້າງ​ວັດທະນະທຳ​ຫວຽດນາມທີ່​ກ້າວໜ້າ​ແລະ​ເຂັ້ມ​ຂົ້ນ​ໄປ​ດ້ວຍ​ເອກະລັກ​ປະຈຳ​ຊາດ, ທັງ​ສືບ​ທອດ​ແລະ​ເສີມ​ຂະຫຍາຍ​ມູນ​ເຊື້ອ​ວັດທະນະທຳ​ທີ່​ດີງາມ​ຂອງຊຸມ​ຊົນ​ບັນດາ​ເຜົ່າ​ຫວຽດນາມ, ທັງ​ຮັບ​ເອົາ​ສິ່ງ​ທີ່​ຍອດ​ຍິ່ງ​ໃນ​ວັດທະນະທຳ​ຂອງ​ມະນຸດຊາດ ​ເພື່ອ​ໃຫ້​ວັດທະນະທຳ​ກາຍເປັນ​ພື້ນຖານຈິດ​ໃຈ​ທີ່​ແທ້​ຈິງ​ຂອງ​ສັງຄົມ. ​ເສີມ​ຂະຫຍາຍ​ແລະ​ຍົກ​ສູງຊັບພະຍາກອນ​ມະນຸດ, ​ໂດຍ​ສະ​ເພາະ​ແມ່ນ​ຊັບພະຍາກອນ​ມະນຸດ​ທີ່​ມີ​ຄຸນ​ນະພາ​ບສູງ. ພັດທະນາ​ວິທະຍາສາດ​ແລະ​ເຕັກ​ໂນ​ໂລ​ຊີ​ຢ່າງ​ແຂງ​ແຮງ​ ເພື່ອ​ເປັນ​ກຳລັງ​ໜູນ​ໃນ​ການ​ຍົກ​ສູງ​ສະມັດ​ຕະພາບ, ຄຸນ​ນະພາ​ບ, ປະສິດທິ​ຜົນ, ພັດທະນາ​ເສດຖະກິດ​ຢ່າງ​ໄວວາ​ແລະ​ຍືນ​ຍົງ. ປ່ຽນ​ແປງ​ໃໝ່​ຢ່າງ​ແຂງ​ແຮງ ການຈັດ​ຕັ້ງ, ກົນ​ໄກ​ຄຸ້ມ​ຄອງ, ນະ​ໂຍບາຍ​ພັດທະນາ​ວິທະຍາສາດ​ແລະ​ເຕັກ​ໂນ​ໂລ​ຊີ ​ເພື່ອ​ປະຕິບັດເປົ້າ​ໝາຍ, ໜ້າ​ທີ່ພັດທະນາ​ເສດຖະກິດ-ສັງຄົມ. ຫັນ​ການ​ເຄື່ອນ​ໄຫວວິທະຍາສາດ-​ເຕັກ​ໂນ​ໂລ​ຊີ​ເຂົ້າ​ສູ່​ເປົ້າ​ໝາຍການປ່ຽນ​ແປງ​ໃໝ່​ຮູບ​ແບບ​ການ​ເຕີບ​ໂຕ ​ແລະ​ການຈັດ​ສັນ​ໂຄງ​ປະກອບ​ເສດຖະກິດ​ຄືນ​​ໃໝ່, ຍູ້​ແຮງ​ການ​ຫັນ​ເປັນ​ອຸດສາຫະກຳ, ການຫັນ​ເປັນ​ທັນ​ສະ​ໄໝ, ການ​ພັດທະນາ​ເສດຖະກິດ​ພູມ​ປັນຍາ, ​ເສດຖະກິດ​ດິຈິ​ຕອນ.

ທີ​ສີ່, ກຳນົດສາຍ​ພົວພັນ​ລະຫວ່າງເສດຖະກິດ​ແລະ​ວັດທະນະທຳ ​ແມ່ນ​ສາຍ​ພົວພັນ​ສັດຈະ​ວິພາ​ບ, ​ເປັນ​ປະຖົມ​ປັດ​ໄຈ, ​ເປັນ​ເງື່ອ​ນໄຂສຳລັບ​ການ​ພັດທະນາ​ຮ່ວມ​ກັນ. ​ເພາະສະ​ນັ້ນ, ຕ້ອງ​ຢຶດໝັ້ນ​ໃນ​ທັດສະນະ​ທີ່​ຖືກຕ້ອງ​ຂອງ​ພັກ​ກ່ຽວ​ກັບ​ການ​ຕິດ​ພັນ​ຢ່າງ​ແໜ້ນ​ແຟ້ນລະຫວ່າງ​ສາມ​ໜ້າ​ທີ່: ການ​ພັດທະນາ​ເສດຖະກິດ​ເປັນ​ໃຈກາງ, ການ​ກໍ່ສ້າງ​ພັກ​ເປັນ​ກຸນ​ແຈສຳຄັນ ພ້ອມ​ກັບ​ການ​ພັດທະນາ​ວັດທະນະທຳ, ປະຕິບັດ​ຄວາມ​ກ້າວໜ້າ​ແລະ​ຄວາມ​ຍຸດຕິ​ທຳ​ທາງ​ສັງຄົມ​ຢ່າງ​ບໍ່​ຢຸດ​ຢັ້ງ. ຄຽງ​ຄູ່​ກັບ​ບຸລິມະສິດການປ່ຽນແປງໃໝ່ທາງດ້ານ​ເສດຖະກິດ, ຕ້ອງ​ເອົາ​ໃຈ​ໃສ່​ຢ່າງ​ເໝາະ​ສົມ​ເຖິງ​ການ​ພັດທະນາ​ວັດທະນະທຳ, ກໍ່ສ້າງ​ຜູ້​ຄົນ​ໃໝ່, ສ້າງ​ສະພາບ​ແວດ​ລ້ອມ​ທີ່​ສະອາດ​ສົດ​ໄສ​ໃຫ້​ແກ່​ການ​ພັດທະນາ. ​ແຕ່, ​ໃນ​ແຕ່ລະ​ເວລາ ​ແຕ່ລະ​ຂະ​ແນ​ງການ ​ແຕ່ລະ​ເຂດ​ແລະ​ທ້ອງ​ຖິ່ນ, ອາດ​ຈະ​ເນັ້ນ​ໜັກ​ປັດ​ໄຈ​ເສດຖະກິດ ຫຼື​ປັດ​ໄຈ​ວັດທະນະທຳ​ໃຫ້​​ເໝາະ​ສົມ​ກັບສະຖານະ​ການສະ​ເພາະ, ​ແກ້​ໄຂ​ຜ່ານ​ພົ້ນພະຍາດ​ອາດຍາ​ສິດ, ກົນ​ຈັກ​ຕາຍ​ຕົວ ຫຼື​ພະຍາດ​ອັດຕະວິ​ໄສ, ​ເຈດ​ຈຳນົງ​ນິຍົມ.

ທີ​ຫ້າ, ສືບ​ຕໍ່​ປ່ຽນ​ແປງ​ໃໝ່​ແບບ​ວິທີການ​ນຳພາ​ຂອງ​ພັກ ​ແລະ ວິທີ​ການ​ຄຸ້ມ​ຄອງ​ບໍລິຫານ​ຂອງ​ລັດ, ​ເສີມ​ຂະຫຍາຍ​ບົດບາດ​ເປັນ​ເຈົ້າ​ຂອງ​ແລະ​ການ​ຕິດຕາມ​ກວດກາ​ຂອງ​ປະຊາຊົນ ​ໃນ​ຂະ​ບວນການ​ເຊື່ອມ​ຕໍ່ການ​ເຕີບ​ໂຕ​ເສດຖະກິດ​ກັບການ​ພັດທະນາ​ວັດທະນະທຳ. ອົງການ​ຮັບຜິດຊອບ​ທຸກ​ຂັ້ນ, ທຸກຂະ​ແໜງ​ການ​ດຳ​ເນີນ​ການ​ກວດກາ, ຕິດຕາມ​ກວດກາ ​ແລະ ຖອດ​ຖອນ​ບົດຮຽນ​ຢ່າງ​ເປັນ​ປະຈຳ ​ເພື່ອ​ແກ້​ໄຂ​ຢ່າງ​ທັນ​ການ​ຕໍ່​ບັນດາ​ບັນຫາ​ພຶດຕິ​ກຳ​ໃນ​ການ​ແກ້​ໄຂ​ສາຍ​ພົວພັນ​ລະຫວ່າງ​ເສດຖະກິດ​ແລະ​ວັດທະນະທຳ./.

​ໂດຍ ປອ. ຫວໍ​ທິຮວາ

ສະ​ຖາ​ບັນ​ວາລະສານ​ສາດ​ແລະ​ການ​ສື່ສານ

----------------------------------

(1) ​ເອກະສານ​ຄົບ​ຊຸດຂອງ​ພັກ​, ສພຈ. ການ​ເມືອງ​ແຫ່ງ​ຊາດ, ຮ່າ​ໂນ້ຍ, 2006, ​ເຫຼັ້ມ 47, ໜ້າ 420.

(2) ເອກະສານ​ຄົບ​ຊຸດຂອງ​ພັກ​, ປຶ້ມ​ທີ່​ໄດ້​ແນະນຳ, ​ເຫຼັ້ມ 51, ໜ້າ 135.

(3) ​ເອກະສານ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ VIII, ສພຈ. ການ​ເມືອງ​ແຫ່ງ​ຊາດ, ຮ່າ​ໂນ້ຍ, 1996, ໜ້າ 85.

(4), (5) ​ເອກະສານ​ກອງ​ປະຊຸມ​ຄັ້ງ​ທີ 5 ຂອງ​ຄະນະ​ບໍລິຫານ​ງານ​ສູນ​ກາງພັກ​ສະ​ໄໝ​ທີ VIII, ສພຈ. ການ​ເມືອງ​ແຫ່ງ​ຊາດ, ຮ່າ​ໂນ້ຍ, 1998, ໜ້າ 55, 73.

(6) ​ເອກະສານ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ IX, ສພຈ. ການ​ເມືອງ​ແຫ່ງ​ຊາດ, ຮ່າ​ໂນ້ຍ, 2001, ໜ້າ 89.

(7) ເອກະສານ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ X, ສພຈ. ການ​ເມືອງ​ແຫ່ງ​ຊາດ, ຮ່າ​ໂນ້ຍ, 2006, ໜ້າ 77 – 78.

(8) ເອກະສານ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ XI, ສພຈ. ການ​ເມືອງ​ແຫ່ງ​ຊາດ-ຊື້​ເທິ​ດ, ຮ່າ​ໂນ້ຍ, 2011, ໜ້າ 40.

(9) ເອກະສານ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ XII, ຫ້ອງການ​ສູນ​ກາງ​ພັກ, ຮ່າ​ໂນ້ຍ, 2016, ໜ້າ 104.

(10) http://www.gso.gov.vn/default.aspx?tabid=382&idmid=&ItemID=19041

- ບົດ​ນີ້​ໄດ້​ລົງ​ພິມ​ໃນວາລະສານ​ກອມ​ມູນິດ ສະບັບ​ທີ 927 (​ເດືອນ​ຕຸລາ 2019)

Other Stories

ບົດທີ່ມີຜູ້ອ່ານຫລາຍສຸດ

ບົດໃໝ່ສຸດ