ວັນອາທິດ, 31/5/2020
ກ່ຽວກັບບົດບາດບັນຊາພາທາງຂອງເສດຖະກິດຂອງລັດ
12/4/2020 16:40' ສົ່ງ ພິມ
ລັດວິສາຫະກິດຫຼາຍແຫ່ງ ໄດ້ນຳໜ້າໃນການປ່ຽນແປງໃໝ່ເຕັກໂນໂລຊີ ແລະ ມີສ່ວນຮ່ວມທີ່ສຳຄັນ ໃນພາລະກິດການຫັນປະເທດເປັນອຸດສາຫະກຳ ທັນສະໄໝ (ພາບ: phunuvietnam.vn)

ເສດຖະກິດ​ຂອງ​ລັດບໍ່​​ພຽງ​ແຕ່​ແມ່ນລັດວິສາຫະກິດເທົ່ານັ້ນ

ເສດຖະກິດ​ຂອງ​ລັດປະກອບ​ດ້ວຍ​ບັນດາສ່ວນ​ປະກອບ​ດັ່ງ​ຕໍ່​ໄປ​ນີ້: 1- ພາກສ່ວນ​ວິ​ສາ​ຫະກິດ​ທີ່​ປະກອບ​ດ້ວຍ​ວິ​ສາ​ຫະກິດ​ທີ່​ລັດກຳ 100% ຂອງ​ທຶນ​ຈົດ​ທະບຽນ ​ແລະ ວິ​ສາ​ຫະກິດ​ທີ່​ລັດ​ຖື​ຫຸ້ນຫຼື​ທຶນ​ສ່ວນ​ຫຼາຍ; 2- ພາກສ່ວນ​ທີ່​ບໍ່​ແມ່ນ​ວິ​ສາ​ຫະກິດ, ນອກຈາກ​ນັ້ນ ຊັບ​ສິນ​ຂອງ​ລັດ​ຍັງ​ລວມມີ ທີ່​ດິນ, ປ່າ​ໄມ້, ຊັບພະຍາກອນ​ໃນ​ເຂດ​ທະ​ເລ, ​ເຂດ​ຟ້າ, ຊັບພະຍາກອນ​ທຳ​ມະ​ຊາດ, ພາຫະນະ​ການ​ຜະລິດ, ງົບປະມານ​ຂອງ​ລັດ, ຊັບ​ສິນ​ສຳລອງ​ແຫ່ງ​ຊາດ...

ດັ່ງ​ນັ້ນ, ເສດຖະກິດ​ຂອງ​ລັດບໍ່​ພຽງ​ແຕ່​ແມ່ນລັດວິສາຫະກິດເທົ່ານັ້ນ. ພາກສ່ວນເສດຖະກິດ​ຂອງ​ລັດປະກອບ​ດ້ວຍບັນດາ​ອົງ​ປະກອບ​ທີ່​ຂຶ້ນ​ກັບ​ກຳມະສິດ​ຂອງ​ລັດ ​ແລະ ບັນດາ​ອົງ​ປະກອບ​ທີ່​ຂຶ້ນ​ກັບ​ກຳມະສິດ​ທົ່ວ​ປວງຊົນ ຊຶ່ງ​ລັດ​ໄດ້​ຮັບ​ມອບ​ໝາຍສິດ​ໃນ​ການ​ເປັນ​ຕົວ​ແທນ​ຂອງ​ເຈົ້າ​ຂອງ ​ແລະ ​ເປັນ​ຜູ້ຄຸ້ມ​ຄອງຢ່າງ​ເປັນ​ເອກະ​ພາບ, ​ໃນ​ນັ້ນມີລັດວິສາຫະກິດ. ເສດຖະກິດ​ຂອງລັດ​ແລະລັດວິສາຫະກິດມີຈຸດລວມກັນຄື ລ້ວນ​ແຕ່​ແມ່ນ​ຊັບ​ສິນ​ຂອງ​ປະຊາ​ຊົນທັງ​ໝົດ, ​ໂດ​ຍລັດ​ເປັນ​ຜູ້​ຄຸ້ມ​ຄອງຢ່າງ​ເປັນ​ເອກະ​ພາບ​ ເພື່ອ​ຮັບ​ໃຊ້​ໃຫ້​ແກ່​ຜົນ​ປະ​ໂຫຍ​ດຂອງ​ທົ່ວ​ປວງ​ຊົນ. ​ແຕ່​ວ່າ, ເສດຖະກິດ​ຂອງ​ລັດມີ​ຂອບ​ເຂດ​ແລະ​ບົດບາດ​ກວ້າງຂວາງ​ກວ່າລັດວິສາຫະກິດ, ມັນ​ບໍ່​ພຽງ​ແຕ່​ອີງ​ໃສ່​ປະສິດທິ​ຜົນ​ການ​ຜະລິດ, ທຸລະ​ກິດ​ຂອງ​ຂົງ​ເຂດລັດວິສາຫະກິດເທົ່ານັ້ນ ແຕ່ຍັງໄດ້ເຕົ້າໂຮມກຳລັງແຮງທາງເສດຖະກິດ ຂອງບັນດາຂະແໜງການ ແລະຂົງເຂດທີ່ສຳຄັນ ນັບແຕ່ສະຖາບັນການເງິນແລະກົດໝາຍ, ກຳລັງ​ແຮງ​ຄຸ້ມ​ຄອງ ​ຈົນ​ເຖິງ​ການ​ບໍລິຫານ​ຈັດການ​ຂອງ​ລະບົບ​ການ​ເມືອງ. ການ​ຢືນຢັນຖານະ​ຕຳ​ແໜ່​ງ​ແລະ​ການ​ກໍ່ສ້າງເສດຖະກິດ​ຂອງ​ລັດ​ໃຫ້ຖື​ບົດ​ບາດ​ບັນຊາພາທາງນັ້ນ ບໍ່​ໄດ້​ໝາຍ​ຄວາມ​ວ່າ ບັນດາລັດວິສາຫະກິດຈະຖືຕຳແໜ່ງຊີ້ຂາດ ໃນບັນດາຂະແໜງການ, ຂງເຂດເສດຖະກິດຫຼັກແຫຼ່ງຂອງພື້ນຖານເສດຖະກິດ, ກໍ່​ຄື​ກຳ​ສິດ​ຜູກຂາດ​ໃນ​ຫຼາຍ​ຂົງ​ເຂດ. ບັນດາລັດວິສາຫະກິດ, ກຳລັງ​ຫຼັກ​ແຫຼ່ງ​ໃນ​ພາກສ່ວນເສດຖະກິດ​ຂອງ​ລັດ ຈະ​ແຂ່ງຂັນ​ຢ່າງ​ສະ​ເໝີ​ພາບ​ກັບ​ບັນດາ​ວິ​ສາ​ຫະກິດຂອງ​ພາກສ່ວນ​ເສດຖະກິດ​ອື່ນ. ​ແຕ່​ວ່າ, ດ້ວຍ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ຕົນ, ບັນດາລັດວິສາຫະກິດຈະຕ້ອງນຳໜ້າໃນບັນດາຂົງເຂດ, ຂະ​ແໜງ​ການ​ປາຍ​ແຫຼມ, ທີ່​ຕ້ອງການ​ທຶນ​ຫຼາຍ, ຕ້ອງການ​ເຕັກ​ໂນ​ໂລ​ຊີ​ກ້າວໜ້າ ທັນ​ສະ​ໄໝ, ບັນດາ​ຂົງ​ເຂດ​ທີ່​ເອກະ​ຊົນບໍ່​ສາມາດ​ເຮັດ​ໄດ້​ ຫຼື​ບໍ່​ຢາກ​ເຮັດ, ບັນດາ​ຂະ​ແໜງ​ການ ຂົງ​ເຂດ​ທີ່​ສຳຄັນ, ກ່ຽວຂ້ອງ​ກັບຄວາມ​ໝັ້ນຄົງ​ແລະ​ການ​ປ້ອງ​ກັນ​ປະ​ເທດ,...

ດ້ວຍ​ຂອບ​ເຂດ​ທີ່​ກວ້າງຂວາງ​ຄື​ແນວ​ນັ້ນ, ກຳມະສິດ​ຂອງ​ລັດ​ແລະເສດຖະກິດ​ຂອງ​ລັດມີ​ຖານະ​ຕຳ​ແໜ່​ງ​ແລະ​ບົດບາດ​ສຳຄັນ​ໃນ​ຂະ​ບວນການ​ພັດທະນາ​ເສດຖະກິດ​ແລະ​ສັງຄົມ​ຂ​ອງປະ​ເທດ​ຂາດ, ສ້າງ​ພື້ນຖານ​ອັນ​ໜັກ​ແໜ້ນ​ເພື່ອ​ພັດທະນາທຸກຂະ​ແໜງ​ການ, ຂົງ​ເຂດ, ພາກສ່ວນ​ເສດຖະກິດ ​ແລະ ທຸກ​ຮູບ​ແບບ​ວິ​ສາ​ຫະກິດ​ໃນ​ພື້ນຖານ​ເສດຖະກິດ​ແຫ່ງ​ຊາດ.

ບົດບາດ​ຂອງເສດຖະກິດ​ຂອງ​ລັດ ຢູ່​ບັນດາ​ປະ​ເທດ​ທຶນ​ນິຍົມ​ທີ່​ພັດທະນາ​ແລ້ວ

ຢູ່​ບັນດາ​ປະ​ເທດ​ທີ່​ມີ​ພື້ນຖານ​​ເສດຖະກິດ​ຕະຫຼາດພັດທະນາ​ຕາມ​ເສັ້ນທາງ​ທຶນ​ນິຍົມ, ຂົງ​ເຂດເສດຖະກິດ​ຂອງ​ລັດກໍ່​ມີ​ບົດບາດ​ສຳຄັນ ​ແລະ ອີງ​ຕາມ​ຍຸດ​ທະ​ສາດ​ການ​ຄຸ້ມ​ຄອງ​ຂອງ​ແຕ່ລະ​ປະ​ເທດ, ຂົງ​ເຂດເສດຖະກິດ​ຂອງ​ລັດ​ຈະ​ມີຂ​ອບ​ເຂດ​ແລະ​ອັດຕາ​ສ່ວນ​ທີ່​ຕ່າງ​ກັນ.

​ແຕ່, ການ​ຮັບ​ຮູ້​ກ່ຽວ​ກັບຕຳ​ແໜ່​ງ​ແລະ​ບົດບາດຂອງ​ຂົງ​ເຂດເສດຖະກິດ​ຂອງ​ລັດມີ​ຄວາມ​ແຕກ​ຕ່າງ​ກັນ. ບົດບາດ​ຂອງເສດຖະກິດ​ຂອງ​ລັດ​ເລີ່​ມ​ໄດ້​ຮັບ​ການ​ເຄົາລົບ​ນັບຖື​ຫຼັງ​ຈາກ​ວິ​ກິດ​ການ​ເສດຖະກິດ​ປີ 1929 - 1933, ​ໂດຍ​ສະ​ເພາະ ຄວາມ​ຮັບ​ຮູ້​ກ່ຽວ​ກັບ​ຂົງ​ເຂດ​ນີ້​ມີ​ຄວາມ​ຈະ​ແຈ້ງ​ທີ່​ສຸດ​ຈາກ​ຊຸມ​ປີ 70 ຂອງ​ສະຕະວັດ​ທີ XX - ​ໄລຍະ​ເວລາພາຍ​ໃຕ້​ອິດ​ທິພົນ​ຂອງ​ທິດ​ສະ​ດີ “ສະຫວັດ​ດິການ​ແຫ່ງ​ຊາດ”, “ເສດຖະກິດ​ຕະຫຼາດ​ສັງຄົມ”...​ໃນ​ໄລຍະ​ນີ້, ຫຼາຍ​ປະ​ເທດນອກຈາກ​ຍອມຮັບ​ການ​ເພີ່ມ​ຄວາມ​ຮັບ​ຜິດ​ຊອບຂອງ​ລັດ​ຕໍ່​ສັງຄົມ ​ແລະມີ​ແຜນການ​ຍູ້​ແຮງ​ການ​ແຊກ​ແຊງ​ຂອງ​ລັດ​ໃນ​ຕະຫຼາດ​ ໂດຍ​ຜ່ານ​ບັນດາ​ຮູບ​ການ​ແລະ​ເຄື່ອງມືທຳ​ມະ​ດາ​ຂອງ​ລັດ (ປະກາດ​ໃຊ້​ກົດໝາຍ, ດັດສົມ​ເສດຖະກິດ, ກວດກາ, ກວດສ​ອບ), ລັດ​ຍັງ​ໄດ້​ເປັນ​ເຈົ້າ​ຂອງ​ພື້ນຖານວັດຖຸ​​ຈຳນວນ​ຫຼາຍ​ໂດ​ຍກົງ ​ແລະ​ນຳ​ໃຊ້​ການ​ເງິນ​ເພື່ອ​ກະທົບ​ໃສ່​ບັນດາ​ຂົງ​ເຂດບໍລິການ ຊຶ່ງ​ແຕ່​ກ່ອນ​ສັງຄົມ​ແກ້​ໄຂ​ເອົາ​ເອງ​ຕາມ​ກົນ​ໄກ​ຕະຫຼາ​ດ... ກ່ຽວ​ກັບ​ຂະໜາດ, ​ໃນ​ຄວາມ​ເປັນ​ຈິງ​ໃນ​ບັນດາ​ປະ​ເທດ​ເຫຼົ່າ​ນີ້, ກຳມະສິດ​ຂອງ​ລັດ​ມີ​ຈຳນວນ​ຫຼວງ​ຫຼາຍ, ກວມ​ດ້ວຍ 4 ຂົງ​ເຂດ​ຕົ້ນຕໍ: 1- ກຳມະສິດ​ຂອງ​ລັດ​ກ່ຽວ​ກັບ​ທີ່​ດິນ, ຊັບພະຍາກອນ, ລະບົບ​ການ​ຄົມມະນາຄົມ; 2- ບັນດາ​ລັດ​ວິ​ສາ​ຫະກິດ ​ແລະ ວິ​ສາ​ຫະກິດທີ່​ລັດ​ຖື​ຫຸ້ນ​ສ່ວນ​ສ່ວນ​ຫຼາຍ; 3- ການ​ເງິນ​ແຫ່ງ​ລັດ ຊຶ່ງ​ຕາມ​ຄວາມ​ໝາຍ​ກວ້າງ​ແມ່ນ​ພາກສ່ວນ​ລາຍ​ໄດ້​ແຫ່ງ​ຊາດ​ທັງ​ໝົດທີ່​ລະດົມ​ເຂົ້າ​ໃນ​ງົບປະມານ​ຂອງ​ລັດ; ​ຕາມ​ຄວາມ​ໝາຍ​ແຄບ, ມັນ​ລວມພຽງ​ລາຍ​ຈ່າຍ​ດ້ານ​ເສດຖະກິດສຳລັບການ​ລົງທຶນ​ເພື່ອ​ການ​ພັດທະນາ ຫຼື​ໃຊ້​ຈ່າຍ​ໃນ​ການ​ບໍລິການ​ສາທາລະນະ; 4- ບັນດາ​ອົງການ​ໃຫ້​ບໍລິການ​ສາທາລະນະ​ເຊັ່ນ ​ໂຮງຮຽນ, ​ໂຮງໝໍ, ຫໍສະໝຸດ, ສະໜາມກິລາ, ສິ່ງ​ກໍ່ສ້າງ​ທາງ​ວັດທະນະທຳ... ຫຼາຍ​ປະ​ເທດ​ໄດ້​ໃຊ້ພາກ​ເອກະ​ຊົນ​ລົງທຶນ​ໃນ​ໂຄ​ງສ້າງ​ພື້ນຖານ​ການ​ຂົນ​ສົ່ງ​ໃນ​ຮູບ​ແບບ BOT ​ແຕ່ຫຼັງ​ຈາກ​ການນຳ​ໃຊ້​ໃນກຳນົດ​ເວລາ​ວາງ​ໄວ້​, ກິດຈະການ​ກໍ່ສ້າງ​ເຫຼົ່າ​ນີ້​ຈະ​ຖືກ​ໂອນ​ເປັນ​ກຳມະສິດ​ຂອງ​ລັດ.

​ເຖິງ​ວ່າ​ສະຫະລັດ​ອາ​ເມ​ລິ​ກາ​ຖື​ວ່າຕົນ​ເອງ​ເປັນ​ເສດຖະກິດ​ຕະຫຼາດ​ເສລີ, ​ແຕ່ກຳມະສິດ​ຂອງ​ລັດ​ທັງ​ໝົດ​ຢູ່​ອາ​ເມ​ລິ​ກາ​ໃນ​ທ້າຍ​ຊຸມ​ປີ 80 ກວມ​ເອົາ 20% ຂອງ​ຊັບ​ສິນ​ທັງ​ໝົດ​ຂອງ​ຊາດ. ອັດຕາ​ສ່ວນ​ການ​ໃຊ້​ຈ່າຍ​ງົບປະມານ​ຂອງ​ລັດຖະບານ​ສະຫະລັດ​ອາ​ເມ​ລິ​ກາ ​ໃນ​ຜະລິດ​ຕະພັນ​ມວນ​ລວມພາຍ​ໃນ​ປະ​ເທດ (GDP) ຂອງ​ປະ​ເທດ​ເພີ່ມ​ຂຶ້ນຈາກ 26,8% ປີ 1960 ຂຶ້ນ​ເປັນ 41,3% ປີ 2010. ​ໃນ​ໄລຍະ​ເວລາ​ວິ​ກິດ​ການ​ເສດຖະກິດ​ແລະ​ການ​ເງິນ​ທົ່ວ​ໂລກ 2008 - 2009, ລັດຖະບານ​ອາ​ເມ​ລິ​ກາ​ໄດ້​ນຳ​ໃຊ້​ເຄື່ອງ​ມື​ເສດຖະກິດ​ຂອງ​ຕົນ​ດ້ວນ​ການ​ໃຊ້​ຈ່າຍ​ສູງ​ເຖິງ 700 ຕື້​​ໂດ​ລາສະຫະລັດ ​ເພື່ອ​ກອບ​ກູ້​ເອົາ​ການ​ເງິນ​ແຫ່ງ​ຊາດ​ ໂດຍ​ຜ່ານ​ການ​ເຂົ້າ​ຊື້​ໜີ້​ເສຍ​ຂອງ​ທະນາຄານ, ປຸກ​ກະ​ຕູ້ນການ​ເງິນ, ຊຸກຍູ້​ການ​ເຕີບ​ໂຕ,...

​ໃນ​ບາງ​ປະ​ເທດ G7 ອື່ນໆ, ອັດຕາ​ສ່ວນ​ກຳມະສິດ​ຂອງ​ລັດ​ຍັງ​ສູງ​ກວ່າອີກ, ​ໃນ​ລະດັບ​ປະມານ 30% ຂອງ​ຊັບ​ສິນ​ແຫ່ງ​ຊາດ​ທັງ​ໝົດ. ​ໂດຍ​ສະ​ເພາະ​ກ່ຽວ​ກັບ​ທີ່​ດິນ, ຂະໜາດ​ຂອງ​ກຳມະສິດ​ຂອງ​ລັດ​ໃນ​ບັນດາ​ປະ​ເທດ​ຕາ​ເວັນ​ຕົກ​ແມ່ນ​ໃຫຍ່​ຫຼວງຫຼາຍ.

ພິ​ເສດ, ເສດຖະກິດ​ຂອງ​ລັດ​ໃນ​ປະ​ເທດ​ທຶນ​ນິຍົມມີ​ບົດ​ບາດ​ສຳຄັນ​ໃນ​ການ​ໃຫ້​ບໍລິການ​ສາທາລະນະ, ການ​ຄົມມະນາຄົມ​ຂົນ​ສົ່ງ, ສວນສາທາລະນະ, ຮັບປະກັນ​ຄວາມ​ປອດ​ໄພ​ສາ​ມາ​ລະນະ,... ຕົວຢ່າງ​ເຊັ່ນ ປະ​ເທດ​ອັງກິດ​ແມ່ນ​ປະ​ເທດ​ທີ່​ໃຫ້ກຳ​ເນີ​ດທິດ​ສະ​ດີ​​ເສດຖະກິດ​ຕະຫຼາດ​ເສລີ ​ແລະ ​ເປັນ​ໜຶ່ງ​ໃນປະ​ເທດ​ທຳ​ອິດທີ່​ຍອມຮັບ​ໃຫ້​ເອກະ​ຊົນ​ເຂົ້າ​ຮ່ວມ​ການ​ພັດທະນາ​ໂຄງ​ສ້າງ​ພື້ນຖານ​ສາທາລະນະ. ​ແຕ່​ຮອດ​ປີ 2018, ລັດຖະບານ​ອັງກິດ​ໄດ້​ຕົກລົງ​ຢຸດຕິ​ໂຄງການ​ກໍ່ສ້າງ​ໂຄງ​ສ້າງ​ພື້ນຖານ​ໂດຍ​ເອກະ​ຂົນ​ເຂົ້າ​ຮ່ວມ ດ້ວຍ​ເຫດ​ວ່າ ບັນດາ​ໂຄງການສາທາລະນະ​​ໂດຍການ​ເຂົ້າ​ຮ່ວມ​ຂອງ​ເອກະ​ຊົນມີຄ່າ​ສິ້ນ​ເປືອງ​ຫຼາຍ​ກວ່າ​ທຽບ​ກັບບັນດາ​ໂຄງການ​ສາທາລະນະ​ໂດຍ​ລັດ​ປະຕິບັດ​ຜູ້​ດຽວ.

ດັ່ງ​ນັ້ນ​ອາດ​ຈະ​ເຫັນ​ວ່າ, ຢູ່​ບັນດາ​ປະ​ເທດ​ທຶນ​ນິຍົມທີ່​ມີ​​ເສດຖະກິດ​ຕະຫຼາດພັດທະນາ​ເຖິງ​ລະດັບ​ສູງ, ເສດຖະກິດ​ຂອງ​ລັດ​ເວົ້າ​ລວມ​ແລະ​ລັດ​ວິ​ສາ​ຫະກິດ​ເວົ້າ​ສະ​ເພາະຍັງ​ຄົງ​ມີ​ບົດບາດ​ສຳຄັນ​ທີ່​ສຸດ, ​ແມ່ນ​ໜຶ່ງ​ໃນ​ບັນດາ​ເຄື່ອງມືຄຸ້ມ​ຄອງ​ມະຫາ​ພາກຊ່ວຍ​​ແກ້​ໄຂ​ຂໍ້​ບົກພ່ອງຂອງ​​ເສດຖະກິດ​ຕະຫຼາດ. ລະດັບ, ຂອບ​ເຂດຂອງເສດຖະກິດ​ຂອງ​ລັດ, ລັດ​ວິ​ສາ​ຫະກິດນັ້ນ ບໍ່​ຄົງ​ທີ່​ແຕ່​ມັນ​ໄດ້​ກຳນົດ​ບົນ​ພື້ນຖານຄວາມ​ຕ້ອງການ​ຂອງ​ການ​ພັດທະນາ​ເສດຖະກິດ-ສັງຄົມ.

​ເຂົ້າ​ໃຈ​ບົດບາດ “ບັນຊາພາທາງ” ຂອງເສດຖະກິດ​ຂອງ​ລັດ ຄື​ແນວ​ໃດ​ໃຫ້​ຖືກຕ້ອງ?

ກອງ​ປະຊຸມ​ໃຫຍ່​​ຄັ້ງ​ທີ X ​ຂອງ​ພັກໄດ້​ຢືນຢັນ​ບົດບາດບັນຊາ​ພາທາງ​ຂອງເສດຖະກິດ​ຂອງ​ລັດ ​ໃນ​ເສດຖະກິດ​ຕະຫຼາດກຳນົດ​ທິດ​ສັງຄົມ​ນິຍົມ: “​ເສດຖະກິດ​ຂອງ​ລັດ​ຖື​ບົດບາດບັນຊາ​ພາທາງ, ​ແມ່ນ​ກຳລັງ​ວັດຖຸ​ທີ່​ສຳຄັນ​ເພື່ອ​​ໃຫ້​ລັດກຳນົດ​ທິດ​ທາງ ​ແລະ​ດັດສົມພື້ນຖານ​ເສດຖະກິດ, ສ້າງ​ສະພາບ​ແວດ​ລ້ອມ ​ແລະ​ເງື່ອນ​ໄຂ​ຊຸກຍູ້​ບັນດາ​ພາກສ່ວນ​ເສດຖະກິດພັດທະນາ​ພ້ອມ​ກັນ. ​ເສດຖະກິດ​ຂອງ​ລັດ​ພ້ອມ​ກັນ​ກັບ​ເສດຖະກິດ​ລວມໝູ່ນັບ​ມື້​ນັບ​ກາຍ​ເປັນ​ພື້ນຖານ​ທີ່​ໜັກ​ແໜ້ນ​ຂອງພື້ນຖານ​ເສ​ກຖະກິດ​ແຫ່ງ​ຊາດ”(1).

​ໂຄງການ​ການ​ເມືອງ​ກໍ່ສ້າງ​ປະ​ເທດ​ໃນ​ສະ​ໄໝ​ຂ້າມ​ຜ່ານ​ຂຶ້ນ​ສູ່​ລັດທິ​ສັງຄົມ​ນິຍົມ (ສະບັບ​ປັບປຸງ​ເພີ່ມ​ເຕີມ​ປີ 2011), ຮັບຮອງ​ເອົາ​ໂດຍ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XI ຂອງ​ພັກ, ​ໄດ້​ຢືນຢັນ “ພັດທະນາ​​ເສດຖະກິດ​ຕະຫຼາດກຳນົດ​ທິດ​ສັງຄົມ​ນິຍົມທີ່ມີ​ຫຼາຍ​ຮູບ​ການ​ກຳມະສິດ, ຫຼາຍ​ພາກສ່ວນ​ເສດຖະກິດ, ຫຼາຍ​ຮູບ​ການຈັດ​ຕັ້ງ​ທຸລະ​ກິດ​ແລະ​ຮູບ​ການ​ແຈກ​ຢາຍ. ບັນດາ​ພາກສ່ວນ​ເສດຖະກິດ​ເຄື່ອນ​ໄຫວ​ຕາມ​ກົດໝາຍລ້ວນ​ແຕ່​ແມ່ນ​ພາກສ່ວນ​ປະ​ກອບ​ທີ່​ສຳຄັນ​ຂອງພື້ນຖານ​ເສດຖະກິດ, ມີ​ຄວາມ​ສະ​ເໝີ​ພາບ​ຕໍ່ໜ້າ​ກົດໝາຍ, ພ້ອມ​ກັນ​ພັດທະນາ​ຢ່າງ​ຍາວ​ນານ, ຮ່ວມ​ມື​ແລະ​ແຂ່ງຂັນ​ຢ່າງ​ສົດ​ໃສ. ​ເສດຖະກິດ​ຂອງ​ລັດ​ຖື​ບັດ​ບາດ​ບັນຊາພາທາງ. ​ເສດຖະກິດ​ລວມໝູ່​ໄດ້​ຮັບ​ການ​ປັບ​ປຸງ​ແລະ​ພັດທະນາ​ຢ່າງ​ບໍ່​ຢຸດ​ຢັ້ງ. ເສດຖະກິດ​ຂອງ​ລັດ​ພ້ອມ​ກັນ​ກັບ​ເສດຖະກິດ​ລວມໝູ່ນັບ​ມື້​ນັບ​ກາຍ​ເປັນ​ພື້ນຖານ​ທີ່​ໜັກ​ແໜ້ນ​ຂອງພື້ນຖານ​ເສ​ກຖະກິດ​ແຫ່ງ​ຊາດ. ​ເສດຖະກິດ​ເອກະ​ຊົນ​ແມ່ນ​ໜຶ່ງ​​ໃນ​ບັນດາ​ແຮງ​ຊຸກ​ດັນ​ຂອງ​ພື້ນຖານ​ເສດຖະກິດ. ​ເສດຖະກິດ​ທີ່​ມີ​ການ​ລົງທຶນ​ຈາກ​ຕ່າງປະ​ເທດ​ໄດ້​ຮັບ​ການ​ສົ່ງ​ເສີມ​ໃຫ້​ພັດທະນາ”(2).

ມາດຕາ 51 ລັດຖະທຳ​ມະນູນ​ປະ​ເທດ​ສາທາລະນະ​ລັດສັງຄົມ​ນິຍົມຫວຽດນາມ ​ໄດ້​ຖືກ​ຮັບຮອງ​ຜ່ານ​ໂດຍ​ສະພາ​ແຫ່ງ​ຊາດ​ຊຸດ​ທີ XIII, ​ໃນ​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ່ 6, ວັນ​ທີ 28 ​ເດືອນ​ພະຈິກ 2013, ​ໄດ້​ຢືນຢັນ​ວ່າ: “ພື້ນຖານ​ເສດຖະກິດ​ຫວຽດນາມ​ແມ່ນ​ພື້ນຖານ​​ເສດຖະກິດ​ຕະຫຼາດກຳນົດ​ທິດ​ສັງຄົມ​ນິຍົມ ດ້ວຍ​ຫຼາຍຮູບ​ການ​ກຳມະສິດ, ຫຼາຍ​ພາກສ່ວນ​ເສດຖະກິດ; ​ເສດຖະກິດ​ຂອງ​ລັດ​ຖື​ບົດບາດບັນຊາ​ພາທາງ”.

​ເວົ້າ​ເຖິງ​ບົດບາດບັນຊາ​ພາທາງ​ຂອງເສດຖະກິດ​ຂອງ​ລັດ​ໃນ​ພື້ນຖານ​ເສດຖະກິດ​ແມ່ນ​ເວົ້າ​ເຖິງຄວາມ​ສຳຄັນ​ແລະ​ລັກ​ສະ​ນະ​ຕັດ​ສິນ​ຊີ້​ຂາດ​ຂອງ​ມັນຕໍ່​ທິດ​ທາງ​ການ​ພັດທະນາ​ຂອງ​ປະ​ເທດຊາດ; ພາກສ່ວນເສດຖະກິດ​ຂອງ​ລັດກຳ​ບັນດາ​ທີ່​ຕັ້ງ​ສຳຄັນ​ຂອງ​ເສດຖະກິດ ​ແລະ​ເປັນ​ກຳລັງ​ທີ່​ມີ​ຄວາມ​ສາມາດ​ແຊກ​ແຊງ, ດັດ​ປັບ, ​ແນະນຳ, ຊ່ວຍ​ເຫຼືອ, ​ເຊື່ອມ​ຕໍ່, ສ້າງ​ເງື່ອນ​ໄຂ​ໃຫ້​ບັນດາ​ພາກສ່ວນ​ເສດຖະກິດ​ອື່ນ​ພັດທະນາ​ຮ່ວມກັນ.

ກອງປະຊຸມ​ໃຫຍ່​ຄັ້ງ​ທີ X ກໍ່​ໄດ້​ຊີ້​ແຈ້ງ​ບົດ​ບາດ​ບັນຊາພາທາງ​ຂອງເສດຖະກິດ​ຂອງ​ລັດ: ທີ​ໜຶ່ງ, ເສດຖະກິດ​ຂອງ​ລັດ​ແມ່ນ​ກຳລັງ​ວັດຖຸ​ຊ່ວຍ​ໃຫ້​ລັດ​ກຳນົດ​ທິດ​ທາງ​ສັງຄົມ​ນິຍົມຂອງ​ພື້ນຖານ​ເສດຖະກິດ​ແຫ່ງ​ຊາດ; ທີ​ສອງ, ເສດຖະກິດ​ຂອງ​ລັດ​ແມ່ນ​ກຳລັງ​ແຮງ​ທີ່ຢູ່​ເບື້ອງ​ຫຼັງບັນດາ​ນະ​ໂຍບາຍ​ດັດ​ປັບ​ຂອງ​ລັດ; ທີ​ສາມ, ການ​ເຄື່ອນ​ໄຫວ​ຂອງເສດຖະກິດ​ຂອງ​ລັດ​ແມ່ນ​ເພື່ອ​ສ້າງ​ສະພາບ​ແວດ​ລ້ອມ​ການ​ພັດທະນາ​ລວມສຳລັບ​ທຸກ​ພາກສ່ວນ​ເສດຖະກິດ, ບໍ່​ພຽງ​ແຕ່​ສຳລັບ​ລັດ​ວິ​ສາ​ຫະກິດ​ເທົ່າ​ນັ້ນ; ທີ​ສີ່, ຢືນຢັນ​ອີກ​ຄັ້ງ​ວ່າເສດຖະກິດ​ຂອງ​ລັດກວ້າງ​ກວ່າລັດວິສາຫະກິດ, ຫຼື​ເວົ້າ​ຢ່າງ​ອື່ນ, ລັດວິສາຫະກິດເປັນພຽງພາກສ່ວນໜຶ່ງ ຂອງເສດຖະກິດຂອງລັດ(3).

​ເມື່​ອວາງ​ແນວທາງ​ການ​ປ່ຽນ​ແປງ​ໃໝ່, ພັດທະນາ​​ເສດຖະກິດ​ຕະຫຼາດກຳນົດ​ທິດ​ສັງຄົມ​ນິຍົມ, ດ້ວຍ​ຫຼາຍ​ພາກສ່ວນ​ເສດຖະກິດ​ນັ້ນ ພັກ​ຂອງ​ພວກ​ເຮົາ​ໄດ້ກຳນົດ​ວ່າ​ ບັນດາ​ພາກສ່ວນ​ເສດຖະກິດ​ລ້ວນ​ແຕ່​ມີ​ຄວາມ​ສະ​ເໝີ​ພາບ​ຕໍ່​ກົດໝາຍ, ພ້ອມ​ກັນ​ພັດທະນາ​ຢ່າງ​ຍາວ​ນານ, ຮ່ວມ​ມື​ແລະ​ແຂ່ງຂັນ​ກັນ​ຢ່າງ​ສົດ​ໃສ, ​ໃນ​ນັ້ນເສດຖະກິດ​ຂອງ​ລັດຖື​ບົດ​ບາດບັນຊາ​ພາ​ທາງ ​ໂດ​ຍບໍ່​ “ນຳພາ” ບັນດາ​ພາກສ່ວນ​ເສດຖະກິດ​ອື່ນໆ. ກາ​ນຢືນຢັນ​ພາກສ່ວນເສດຖະກິດ​ຂອງ​ລັດຖື​ບົດບາດ​ບັນຊາ​ພາ​ທາງ​ນັ້ນ ບໍ່​ໄດ້​ໝາຍ​ຄວາມ​ວ່າ​ເປັນ​ການຈຳ​ແນ​ກການ​ປະພຶດ ຫຼື​ຈຳກັດ​ບົດບາດ​ແລະ​ການ​ພັດທະນາ​ຂອງ​ບັນດາ​ພາກສ່ວນ​ເສດຖະກິດ​ອື່ນ, ​ແຕ່​ບັນດາ​ພາກສ່ວນ​ເສດຖະກິດ​ໄດ້​ມີ​ການ​ພົວພັນ​ສັດຈະ​ວິພາກນຳ​ກັນ, ​ແຊກ​ຊ້ອນ​ແລະ​ເຊື່ອມ​ຕໍ່​ກັນ, ກະທົບ​ຊຶ່ງ​ກັນ​ແລະ​ກັນ, ພາກສ່ວນ​ເສດຖະກິດ​ນີ້​ເປັນ​ປະຖົມ​ປົດ​ໄຈ​ໃຫ້​ພາກສ່ວນ​ເສດຖະກິດ​ອື່ນ​ຂະຫຍາຍຕົວ.

ດັ່ງ​ນັ້ນ, ການ​ຢືນຢັນ​ບົດບາດ​ບັນຊາ​ພາ​ທາງ​ຂອງເສດຖະກິດ​ຂອງ​ລັດບໍ່​ໄດ້​ໝາຍ​ຄວາມ​ວ່າ​ຈະ​ກັບ​ຄືນ​ສູ່​ທັດ​ສຳນຶກ​ເກົ່າທີ່​ຖື​ວ່າ ການ​ພັດທະນາ​ກຳມະສິດ​ຂອງ​ລັດ​ເປັນ​ຈຸດປະສົງ​ຂອງ​ການ​ພັດທະນາ​ເສດຖະກິດ, ຫຼື​ໃຫ້​ທັດສະນະ​ວ່າ ຢາກ​ກໍ່ສ້າງ​ລະບອບ​ໃໝ່​ກ່ອນ​ອື່ນ​ໝົດ​ຕ້ອງ​ພັດທະນາ​ກຳມະສິດ​ຂອງ​ລັດ (ດັດ​ສ້າງ​ການ​ພົວພັນ​ການ​ຜະລິດ), ​ເປີດ​ທາງ​ໃຫ້​ກຳລັງ​ການ​ຜະລິດ​ຂະຫຍາຍຕົວ. ສຳລັບ​ປະ​ເທດ​ເຮົາ, ການ​ຫັນປ່ຽນ​ໄປ​ເປັນ​ເສດຖະກິດ​ຕະຫຼາດຮຽກຮ້ອງ​ໃຫ້​ຂົງ​ເຂດ​ເອກະ​ຊົນ​ຕ້ອງ​ໄດ້​ຮັບ​ຄວາມ​ສະ​ເໝີ​ພາບ​ໃນ​ການ​ພັດທະນາ ​ແລະ​ຄ່ອຍໆ​ໄດ້​ຢືນຢັນ​ຖານະ​ຕຳ​ແໜ່​ງຂອງ​ຕົນ, ດັ່ງ​ນັ້ນ ​ເຖິງ​ວ່າເສດຖະກິດ​ຂອງ​ລັດຍັງ​ຖື​ບົດບາດ​ບັນຊາ​ພາ​ທາງ​ໃນ​ພື້ນຖານ​ເສດຖະກິດ, ​ແຕ່ລະດັບ​ແລະ​ຮູບ​ການ​ຕ້ອງ​ມີ​ການ​ປ່ຽນ​ແປງ​ໂດຍ​ພື້ນຖານ. ​ເສດຖະກິດ​ຂອງ​ລັດ​ພຽງ​ແຕ່​ຕ້ອງການ​ຮັກສາ​ແລະ​ພັດທະນາ​ໃນ​ບ່ອນ​ທີ່​ຈຳ​ເປັນ​ເທົ່າ​ນັ້ນ, ມີ​ບົດ​ບາດ​ຊ່ວຍ​ໜູນ, ພາ​ທາງ​ຮັບປະກັນ​ການ​ພັດທະນາທີ່​ໝັ້ນຄົງ​ຂອງ​ສັງຄົມ; ຂົງ​ເຂດ​ທີ່​ພາກສ່ວນ​ເສດຖະກິດ​ອື່ນ​ສາມາດ​ພັດທະນາ​ແລະ​ເຄື່ອນ​ໄຫວ​ຢ່າງ​ມີ​ປະສິດທິ​ຜົນ ບໍ່​ຈຳ​ເປັນ​ຕ້ອງ​ມີເສດຖະກິດ​ຂອງ​ລັດ. ດ້ານ​ອື່ນ, ລັກສະນະ​ກຳນົດ​ທິດ​ສັງຄົມ​ນິຍົມຂອງ​ລະບົບ​ເສດຖະກິດຂອງ​ປະ​ເທດ​ເຮົາ​ຮຽກຮ້ອງ​ໃຫ້​ມີ​ການ​ກຳນົດ​ບາງ​ຂົງ​ເຂດ​ທີ່​ສຳຄັນ​ເພື່ອ​ປະຕິບັດ​ເປົ້າ​ໝາຍ​ການ​ເມືອງ-ສັງຄົມ.

​ເປັນ​ຫຍັງ​ເສດຖະກິດ​ຂອງ​ລັດ​ຕ້ອງຖື​ບົດ​ບາດ​ບັນຊາ​ພາ​ທາງ​ຢູ່​ປະ​ເທດ​ຫວຽດນາມ?

​ການ​ພັດທະນາ​ຂອງ​ບັນດາ​ປະ​ເທດ​ທຶນ​ນິຍົມ​ໄດ້​ສ້າງ​ຜົນງານ​ທາງ​ບວກ​ຫຼາຍ​ຢ່າງ, ​ແຕ່​ຄຽງ​ຄູ່​ກັບ​ສິ່ງ​ດັ່ງກ່າວ, ມັນ​ມີ​ບາງ​ທ່າ​ອຽງ​ພາວະ​ວິ​ໄສ​ດັ່ງ​ນີ້: 

- ຄວາມ​ຍຸດຕິ​ທຳ​ທາງ​ສັງຄົມ​ໄດ້​ກາຍ​ເປັນຄວາມ​ຮຽກຮ້ອງ​ຕ້ອງການ​ທີ່​ຂາດ​ບໍ່​ໄດ້​ຂອງ​ການ​ພັດທະນາ​ເສດຖະກິດ​ເອງ. ຄວາມ​ຍຸດຕິ​ທຳ​ເພື່ອ​ພັດທະນາ ​ແລະ ການພັດທະນາ​ເພື່ປະຕິບັດ​ຄວາມ​ຍຸດຕິ​ທຳບໍ່​ພຽງ​ແຕ່​​ເປັນ​ຄຳ​ຂວັນທາງ​ສິນ​ທຳ​ເທົ່າ​ນັ້ນ ​ແຕ່​ຍັງ​ເປັນ​ແຮງ​ຊຸກ​ດັນ​ທີ່​ແຂງ​ແຮງ, ​ເປັນ​ປັດ​ໄຈ​ພາຍ​ໃນ​ຂອງ​ການ​ພັດທະນາ. ​ແນ່ນອນ, ຄວາມ​ຍຸດຕິ​ທຳຢູ່​ນີ້ບໍ່​ໄດ້​ຄວາມ​ໝາຍວ່າ​ເປັນ​ການ​ຕີ​ລວາດ​ກວາດ​ພຽງ, ຖື​ຄວາມ​ຂະຫຍັນ​ໝັ່ນ​ພຽນ​ຄື​ກັນ​ກັບ​ຄວາມ​ຂີ້ຄ້ານ, ຄວາມ​ຕັ້ງໜ້າ​ກັບ​ຄວາມ​ຫຍໍ້​ທໍ້, ການ​ທຸລະ​ກິດ​ມິປະ​ສິດທິ​ຜົນກັບ​ການ​ທຸລະ​ກິດ​ທີ່​ບໍ່​ດີ,... ສິ່ງດັ່ງກ່າວ​ຈະ​ນຳ​ໄປ​ສູ່​ການ​ກຳຈັດ​ແຮງ​ຈູງ​ໃຈ​ຂອງ​ມະນຸດ.

- ພ້ອມ​ກັນ​ກັບ​ການ​ເຕີບ​ໂຕ​ເສດຖະກິດ​ແມ່ນ​ຄວາມ​ຕ້ອງການ​ກ່ຽວ​ກັບ​ຄວາມ​ກ້າວໜ້າ​ທາງ​ສັງຄົມ. ມີການ​ເຕີບ​ໂຕ​ເສດຖະກິດ​ ແຕ່​ຊີວິດ​ທາງ​ດ້ານ​ຈິດ​ໃຈ, ຄຸນສົມບັດ​ຕົກ​ຕ່ຳ ຈະ​ເປັນ​ການ​ນາບ​ຂູ່​ຕໍ່​ການ​ພັດທະນາ​ແບບ​ຍືນ​ຍົງ​ຂອງ​ເສດຖະກິດ. ປັດ​ໄຈ​ພາວະ​ວິ​ໄສ​ຂອງ​ຊີວິດ​ທີ່​ວາງອອກ​ມາ​ແມ່ນການ​ເຕີບ​ໂຕ​ເສດຖະກິດຕ້ອງ​ໄປ​ຄຽງ​ຄູ່​ກັນ​ກັບ​ຄວາມ​ກ້າວໜ້າ​ທາງ​ສັງ​ຄົມ. ຄວາມ​ກ້າວໜ້າ​ທາງ​ສັງຄົມ​ແມ່ນ​ຜົນ​ແຕ່​ພ້ອມ​ກັນ​ນັ້ນ​ກໍ່​ແມ່ນ​ແຮງ​ຊຸກ​ດັນ, ​ແມ່ນປັດ​ໄຈ​ພາຍ​ໃນ​ຂອງ​ການ​ພັດທະນາ​ເສດຖະກິດ.

- ການ​ເຕີບ​ໂຕ​ເສດຖະກິດຕ້ອງ​ໄປ​ພ້ອມ​ກັນ​ກັບ​ຄວາມ​ໝັ້ນຄົງ​ທາງ​ການ​ເມືອງ​​ແລະ​ສັງຄົມ. ຄວາມ​ໝັ້ນຄົງ​ທາງ​ການ​ເມືອ​ງ​ແລະ​ສັງຄົມ​ນີ້​ເອ​ງມັນ​ແມ່ນ​ປະຖົມ​ປັດ​ໄຈ​ເພື່ອ​ພັດທະນາ​ເສດຖະກິດ.

​ການພັດທະນາ​ເສດຖະກິດທີ່​ບໍ່​ຮັບປະກັນ​ບັນດາ​ທ່າ​ອຽງ​ການ​ພັດທະນາ​ນີ້ ຈະ​ນຳ​ໄປ​ສູ່​ການ​ພັງ​ທະລາ​ຍຢ່າງ​​ແນ່ນອນ. ລັດທຶນ​ນິຍົມ​ເປັນ​ຕົວ​ແທນ​ແລະ​ປົກ​ປ້ອງສິດ​ຜົນ​ປະ​ໂຫຍ​ດຂອງ​ຄົນ​ກຸ່ມ​ໜຶ່ງ, ກ່ອນ​ອື່ນ​ແມ່ນ​ພວກ​ນາຍ​ຈ້າງ, ຈະ​ບໍ່​ຮັບປະກັນ​ການ​ພັດທະນາ​ຢ່າງ​ແທ້​ຈິງ​ຂອງ​ທ່າ​ອຽງ​ເຫຼົ່າ​ນັ້ນ. ​ເພື່ອ​ເຮັດ​ສິ່ງ​ນີ້, ລະບົບ​ເສດຖະກິດ​ຕ້ອງ​ໄດ້​ຮັບ​ການ​ຄວບຄຸມຂອງລັດ​ທີ່​ເປັນ​ຂອງ​ປະຊາຊົນ, ​ໂດຍ​ປະຊາຊົນ​ແລະ​ເພື່ປະຊາຊົນ​ຢ່າງ​ແທ້​ຈິງ. ມີ​ແຕລັດ​ດັ່ງກ່າວ​ເທົ່າ​ນັ້ນ ຈຶ່ງ​ຮັບປະກັນ​ຜົນ​ປະ​ໂຫຍ​ດຂອງປະຊາຊົນ​ຜູ້​ອອກ​ແຮງ​ງານ​ສ່ວນ​ໃຫຍ່​ໄດ້, ຈຶ່ງ​ກຳນົດ​ທິດ​ການ​ພັດທະນາ​ຂອງ​ແຕ່ລະຄົນ, ພ້ອມ​ກັນ​ນັ້ນ​ແມ່ນ​ການ​ພັດທະນາ​ຂອງ​ໝູ່​ຄະນະ, ຊຸມ​ຊົນ​ແລະ​ສັງຄົມ. ​ແລະ, ​ເພື່ອ​ຮັບປະກັນ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ​ຜູ້​ອອກ​ແຮງ​ງານ​ສ່ວນ​ໃຫຍ່, ເສດຖະກິດ​ຂອງ​ລັດ - ຕົ້ນຕໍ​ແມ່ນ​ອີງ​ໃສ່​ກຳມະສິດ​ທົ່ວ​ປວງ​ຊົນ​ທີ່​ລັດ​ເປັນ​ຕົວ​ແທນ - ຕ້ອງ​ຖື​ບົດບາດ​ບັນຊາ​ພາ​ທາງ​ໃນ​ລະບົບ​ເສດຖະກິ​ດັ່ງກ່າວ. ນີ້​ກໍ່​ອາດ​ຈະ​ເວົ້າ​ແຈ້ງ​ເຖິງ​ທາດ​ແທ້, ຄຸນ​ລັກສະນະ​ຂອງ​ລະບົບ​ເສດຖະກິດ​ຕະຫຼາດກຳນົດ​ທິດສັງຄົມ​ນິຍົມ, ມັນ​ແຕກ​ຕ່າງຢ່າງ​ສິ້ນ​ເຊີງ​ຈາກ​ລະບົບ​ເສດຖະກິດ​ຕະຫຼາດຢູ່​ບັນດາ​ປະ​ເທດ​ທຶນ​ນິຍົມທີ່​ສ້າງ​ບົນ​ພື້ນຖານ​ຂອງ​ກຳມະສິດ​ທຶນ​ນິຍົມຜູກຂາດ.

ຄຽງ​ຄູ່​ກັນ​ນັ້ນ, ບົດບາດ​ບັນຊາ​ພາ​ທາງ​ຂອງເສດຖະກິດ​ຂອງ​ລັດຍັງ​ມີ​ຄວາມ​ໝາຍ​ຫຼາຍ​ຢ່າງ​ສຳລັບ​ເສດຖະກິດ​ຫວຽດນາມ​ເຊັ່ນ:

ທີ​ໜຶ່ງ, ​ເປັນ​ຫົວຈັກ, ​ແນະນຳ, ຊັກ​ຈູງບັນດາ​ຮູບ​ການ​ກຳ​ມະ​ສິດ​ອື່ນ​ໃນ​ການ​ພັດທະນາ​ບັນດາ​ຂົງ​ເຂດ​ພິ​ເສດ​ເຊັ່ນ ບັນດາ​ຂົງ​ເຂດ​ທີ່​ຕ້ອງການ​ທຶນ​ຫຼາຍ, ມີ​ຄວາມ​ຈຸ​ວິທະຍາສາດ​ສູງ, ບາງ​ຂົງ​ເຂດ​ພິ​ເສດ​ທີ່​ຫາ​ກໍ່​ເປັນ​ຮູບ​ເປັນ​ຮ່າງ​ຂຶ້ນ. ​ໃນ​ຂະ​ບວນການ​ພັດທະນາ​ເສດຖະກິດ​ຕະຫຼາດກຳນົດ​ທິດສັງຄົມ​ນິຍົມ, ນັບມື້​ນັບ​ມີ​ຫຼາຍ​ຂົງ​ເຂດ​ໃໝ່​ເກີດ​ຂຶ້ນ​ທີ່​ຕ້ອງການ​ເງິນ​ລົງທຶນ​ຫຼາຍ​ແລະ​ເຕັກ​ໂນ​ໂລ​ຊີ​ສູງ ທີ່​ຍາກ​ທີ່​ຈະ​ພັດທະນາ​ດ້ວຍ​ຕົວ​ເອງ. ​ໃນ​ເງື່ອນ​ໄຂ​ທີ່​ບັນດາ​ການ​ພົວພັນຕະຫຼາດ​ໃໝ່​ຫາ​ກໍ່​ພັດທະນາ, ຂົງ​ເຂດ​​ເສດຖະກິດ​ເອກະ​ຊົນຍັງ​ນ້ອຍ, ຍັງບໍ່​​ສາມາດ​ລົງທຶນຂະໜາດ​ໃຫຍ່​ໄດ້, ຂົງ​ເຂດ​ກຳມະສິດ​ຂອງ​ລັດ​ຈຳ​ເປັນ​ຕ້ອງຮັບຜິດຊອບບົດບາດ​ຫົວ​ຈັດ, ນຳພາ​ໃນ​ບັນດາ​ຂົງ​ເຂດ​ໃໝ່​ນີ້. ​ໃນ​ເມື່ອ​ປະຕິບັດ​ບົດບາດ​ນີ້, ບໍ່​ໄດ້​ໝາຍ​ຄວາມ​ວ່າ ກຳມະສິດ​ຂອງ​ລັດຖື​ບົດບາ​ດຄອບງຳຜູກຂາດ​ຕະຫຼອດ​ການ, ​ແຕ່​ບົດບາດ​ເປັນ​ຫົວຈັກຊັກ​ຈູງ​ນຳພາ​ນີ້​ສະ​ແດງ​ອອກ​ຢູ່​ທີ່, ​ເມື່ອ​ບັນດາ​ຮູບ​ການ​ກຳມະສິດ​ອື່ນມີ​ກຳລັງ​ແຮງ​ພຽງພໍ​ເພື່ອ​ຈະ​ເຂົ້າ​ຮ່ວມ​ແລະ​​ຄວາມ​ສາມາດ​ເຂົ້າ​ຮ່ວມ​ຢ່າງ​ມີ​ປະສິດທິ​ຜົນ, ​​ລັດຈະ​ຖອນ​ທຶນ​ທັນທີ​ອອກ​ຈາກ​ຂົງ​ເຂດ​ທີ່​ໄດ້​ລົງ​ທຶນ, ​ເພື່ອ​ສືບ​ຕໍ່ປະຕິບັດ​ບົດບາດ​ຂອງ​ຕົນ​ໃນ​ການລົງທຶນ​ເຂົ້າ​ໃນ​ຂົງ​ເຂດ​ໃໝ່.

ທີ​ສອງ, ຮັບປະກັນ​ຄວາມ​ສາມາດ​ແຂ່ງຂັນ​ຂອງ​ຊາດ. ​ໃນ​ປະຫວັດສາດ​ການ​ພັດທະນາ, ເສດຖະກິດ​ຂອງ​ລັດ​ໄດ້ຮັບຜິດຊອບ​ຫຼາຍ​ຂະ​ແໜງ​ການ​ທີ່ມີ​ຄວາມ​ສາມາດ​ແຂ່ງຂັນ. ​ເມື່ອ​ເສດຖະກິດ​ເອກະ​ຊົນ​ຍັງ​ບໍ່​​ພັດທະນາ, ລັດ​ຕ້ອງ​ເຂົ້າ​ຮ່ວມ​​ໂດ​ຍກົງ​ໃນ​ການ​ລົງທຶນ​ພັດທະນາ, ຊ່ວຍ​​ເຫຼືອ​ບັນດາ​ວິ​ສາ​ຫະກິດນຳ​ໜ້າ​ໃນ​ໄລຍະ​ຕົ້ນ. ​ເມື່ອ​ຂົງ​ເຂດ​ເສດຖະກິດ​ເອກະ​ຊົນ​ເຕີບ​ໃຫຍ່​ເຂັ້ມ​ແຂງ​ຂຶ້ນ, ເສດຖະກິດ​ຂອງ​ລັດຈະ​ຄ່ອຍໆ​ຖອນ​ອອກ​ຫຼືຫັນປ່ຽນ​ຮູບ​ແບບກຳມະສິດ ​ແລະ​ໃນ​ໄລຍະ​ຍາວ, ເສດຖະກິດ​ຂອງ​ລັດອາດ​ຈະ​ບໍ່​ຖື​ບົດບາດ​ຊບັນຊາ​ພາ​ທາງ​ໃນຂົງ​ເຂດ​ທີ່​ມີທ່າ​ໄດ້​ປຽບ​ໃນ​ການ​ແຂ່ງຂັນອີກ.

ທີ​ສາມ, ​ເພື່ອ​ຄວາມ​ໝັ້ນຄົງຂອງ​ຊາດ, ເສດຖະກິດ​ຂອງ​ລັດສະ​ແດງ​ບົດບາດບັນຊາ​ພາ​ທາງ​ໃນ​ສອງ​ເນື້ອ​ໃນ​ພື້ນຖານ​ດັ່ງ​ນີ້: 1- ກຳ​ບັນດາ​ຂະ​ແໜງ​ການ​ສຳຄັນ​ພິ​ເສດທີ່​ກ່ຽວຂ້ອງ​ກັບ​ການ​ປ້ອງ​ກັນ​ປະ​ເທດ​ແລະຄວາມ​ໝັ້ນຄົງ​ແຫ່ງ​ຊາດ (ການ​ຜະລິດ, ສ້ອມ​ແປງ​ອາວຸດ​ຍຸດ​ໂທ​ປະກອນ​ທີ່​ໃຊ້​ໃນ​ການ​ປ້ອງ​ກັນ​ປະ​ເທດ, ປ້ອງ​ກັນ​ຄວາມ​ສະຫງົບ,...). 2- ​ເຂົ້າ​ຮ່ວມ​ໃນ​ການ​ຖື​ຕຳ​ແໜ່​ງທີ່​ສຳຄັນ​ແລະ​ຈຳ​ເປັນ​ຈຳນວນ​ໜຶ່ງ​ເພື່ອຮັກສາທິດ​ທາງ​ສັງຄົມ, ​ເຮັດ​ໜ້າ​ທີ່ຖ່ວງ​ດຸນ​ໃນ​ການ​ເຊື່ອມ​ໂຍງ​ເສດຖະກິດ​ສາກົນ (ຂາຍ​ສົ່ງ​ອາຫານ, ນ້ຳມັນ​​ເຊື້ອ​ໄຟ; ຜະລິດ​ໄຟຟ້າ; ຂຸດ​ຄົ້ນ​ແຮ່​ທາດ​ທີ່​ສຳຄັນ; ຜະລິ​ຕະພັນ​ເຄື່ອງ​ກົນ​ຈັກ, ​ເຄື່ອງ​ເອ​ເລັກ​ໂຕຣນິກຈຳນວນ​ໜຶ່ງ, ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ​ທີ່ສຳ​ຄັນ; ການ​ບຳລຸງ​ຮັກສາ​ທາງ​ລົດ​ໄຟ, ສະໜາມ​ບິນ,...).

ທີ​ສີ່, ທາງ​ດ້ານ​ສັງຄົມ, ຍ້ອນ​ທາດ​ແທ້​ທາງ​ດ້ານ​ກຳມະສິດ​ແລະຈຸດປະສົງ​ການ​ເຄື່ອນ​ໄຫວ, ເສດຖະກິດ​ຂອງ​ລັດມີ​ບົດບາດ​ສຳຄັນ​ໃນ​ການ​ແບກ​ຫາບ​ພາລະ​ໜ້າ​ທີ່ສັງຄົມ. ບົດບາດ​ນີ້​ສະ​ແດງ​ອອກ​ຢູ່​ທີ່, ເສດຖະກິດ​ຂອງ​ລັດຕ້ອງ​ຮັບຜິດຊອບ​ບັນດາ​ຂະ​ແໜງການ​ຢູ່​ພື້ນ​ທີ່​ທີ່​ຫຍຸ້ງຍາກມີ​ຄວາມ​ໝາຍ​ການ​ເມືອງ-ສັງຄົມຊຶ່ງ​ເອກະ​ຊົນ​ບໍ່​ຢາກ​ລົງທຶນ, ​ເພື່ອ​ຮັບປະກັນ​ຄວາມ​ສົມ​ດຸນຂອງ​ການ​ລົງທຶນ​ພັດທະນາ​ຕາມ​ເຂດ​ພູມິ​ພາກ, ຮັບປະກັນ​ບັນດາ​ຂະ​ແໜງ​ການ​ຜະລິດ​ສິນຄ້າ​ສະ​ທາ​ລະນະ​ທີ່ຈຳ​ເປັນ​ຕ້ອງການ, ປະຕິບັດ​ນະ​ໂຍບາຍ​ສະ​ວັດ​ດີກາ​ນສັງຄົມ, ບັນດາ​ໂຄງການ​ລົບ​ລ້າງ​ຄວາມ​ອຶດ​ຫີ​ວຫຼຸດຜ່ອນ​ຄວາມທຸກ​ຍາກ,...

ຄວາມ​ເປັນ​ຈິງ​ແຫ່ງ​ບົດບາດ​ຂອງເສດຖະກິດ​ຂອງ​ລັດຢູ່​ຫວຽດນາມ​ໃນ​ໄລຍະ​ທີ່​ຜ່ານ​ມາ

ຢູ່​ປະ​ເທດ​ຫວຽດນາມ, ເສດຖະກິດ​ຂອງ​ລັດນັບ​ມື້​ນັບ​ຢືນຢັນ​ບົດບາດ, ຖານະຕຳ​ແໜ່​ງຂ​ອງຕົນ​ໃນ​ບັນດາ​ພາກສ່ວນ​ເສດຖະກິດ. ຍ້ອນ​ທາດ​ແທ້​ແລະ​ຈຸດປະສົງ​ການ​ເຄື່ອນ​ໄຫວ, ​ພາກສ່ວນເສດຖະກິດ​ຂອງ​ລັດຈຶ່ງ​ມີ​ບົດບາດ​ການ​ເມືອງ-ສັງຄົມ​ທີ່​ໃຫຍ່​ຫຼວງ. ບັນດາ​ວິ​ສາ​ຫະກິດ​ໃນ​ພາກສ່ວນເສດຖະກິດ​ຂອງ​ລັດຍາມ​ໃດ​ກໍ່​ນຳ​ໜ້າ​ໃນ​ພາລະກິດ​ການ​ຫັນ​ປະ​ເທດ​ເປັນ​ອຸດສາຫະກຳ ທັນ​ສະ​ໄໝ; ຖື​ບົດບາດ​ສຳຄັນ​ໃນ​ບາງ​ຂະ​ແໜງ​ການ, ຂົງ​ເຂດ​ຫຼັກ​ຂອງ​ພື້ນຖານ​ເສດຖະກິດ​ເຊັ່ນ ການ​ໂທລະ​ຄົມມະນາຄົມ, ຖ່ານ​ຫີນ, ​ໄຟຟ້າ, ນ້ຳມັນ​ເຊື່ອ​ໄຟ, ການ​ຂຸດ​ຄົ້ນ, ການ​ເງິນ, ທະນາຄານ ​ແລະ ບັນດາ​ການ​ບໍລິການ​ສາທາລະນະ​ທີ່​ສຳຄັນ ທີ່​ຮັບປະກັນຄວາມ​ຕ້ອງການ​ບໍລິ​ໂພ​ກ, ການ​ຜະລິດ​ໃນ​ປະ​ເທດ​ແລະ​ການ​ສົ່ງ​ອອກ.

ບັນດາລັດວິສາຫະກິດທັງເປັນເຈົ້າພາບທຸລະກິດ, ທັງ​ເປັນ​ກຳ​ລັງ​ເສດຖະກິດ​ຫຼັກ​ທີ່​ລັດ​ນຳໃຊ້​ໃນ​ການ​ກະທົບ​ແລະ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ເສດຖະກິດ. ​ເປັນ​ເຈົ້າພາບ​ທຸລະ​ກິດ, ບັນດາລັດວິສາຫະກິດຕ້ອງ​ປະຕິບັດ​ການໄລ່​ລຽງບັນຊີ​ເສດຖະກິດ, ​ເປັນ​ເຈົ້າຕົນ​ເອງ​ທາງ​ການ​ເງິນ ​ແລະ​ເຄື່ອນ​ໄຫວ​ມີ​ປະສິດທິ​ຜົນ ​ເພື່ອຮັບປະກັນ​ຂະ​ບວນການ​ຜະລິດ​ຊ້ຳ​ເປີດ​ກວ້າງ, ຮັບປະກັນ​ເພີ່ມ​ແຫຼ່ງພະລັງ​ເສດຖະກິດ​ທີ່​ລັດ​ໄດ້​ລົງທຶນ​ໃນ​ບັນດາ​ວິ​ສາ​ຫະກິດ​ເຫຼົ່າ​ນີ້. ​ເປັນ​ກຳລັງ​ທີ່​ເຂົ້າ​ຮ່ວມ​ໃນ​ກິດຈະກຳ​ທາງ​ເສດຖະກິດ​ໃນ​ຖານະ​ຄື່ອງມີ​ຂອງ​ລັດ, ບັນດາລັດວິສາຫະກິດຕ້ອງປະກອບສ່ວນສ້າງສະຖຽນລະພາບທາງເສດຖະກິດ-ສັງຄົມ, ຊ່ວຍໃຫ້ລັດບັນລຸເປົ້າໝາຍທາງເສດຖະກິດ, ການ​ເມືອງ​ແລະ​ສັງຄົມ.

​ເບິ່ງຍ້ອນ​ຫຼັງ​ໃນ​ຊຸມ​ປີ​ທີ່​ຜ່ານ​ມາ, ​ເມື່ອ​ເສດຖະກິດ​ໂລກ​ຊຸດ​ໂຊມ, ​ໄພ​ທຳ​ມະ​ຊາດ​ເກີດ​ຂຶ້ນ, ພະຍາດ​ລະບາດ​ຮ້າງ​ແຮງ, ອາ​ໃສ​ກຳລັງ​ແຮງ​ຂອງເສດຖະກິດ​ຂອງ​ລັດຫວຽດນາມ​ຈຶ່ງ​ຮັບປະກັນ​ຄວາມ​ສົມ​ດຸນ​ມະຫາ​ພາກ​ແລະບັນດາ​ດຸນລະຍາ​ໃຫຍ່​ຂອ​ງພື້ນຖານ​ເສດຖະກິດ, ປະກອບສ່ວນ​ຄວບ​ຄຸມ​ໄຟ​ເງິນ​ເຟີ້, ຮັກສາລະ​ດັບ​ການ​ເຕີບ​ໂຕ​ສູງ​ພໍ​ຄວນ. ພ້ອມ​ກັນ​ກັບ​ການ​ເຕີບ​ໂຕ​ເສດຖະກິດ, ພາກສ່ວນເສດຖະກິດ​ຂອງ​ລັດຍັງ​ປະກອບສ່ວນ​ອັນ​ຕັ້ງໜ້າ​ເຂົ້າ​ໃນ​ການຮັບປະກັນ​ຄວາມ​ປອດ​ໄພ​ທາງ​ສັງຄົມ, ພັດທະນາ​ບັນດາ​ຂົງ​ເຂດສາທາລະນະ​ສຸກ, ການ​ສຶກສາ, ການ​ສ້າງ​ວຽກ​ເຮັດ​ງານ​ທຳ, ການ​ລົບ​ລ້າງ​ຄວາມ​ອຶດ​ຫີ​ວຫຼຸດຜ່ອນ​ຄວາມທຸກ​ຍາກ, ຮັບປະກັນ​ຄວາມ​ໝັ້ນຄົງ​ທາງ​ການ​ເມືອງ-ສັງຄົມ, ການ​ປ້ອງ​ກັນ​ປະ​ເທດ-ປ້ອງ​ກັນ​ຄວາມ​ສະຫງົບ, ອຳນາດ​ອະທິປະ​ໄຕ​ຂອງ​ຊາດ, ປະກອບສ່ວນ​ຍົກ​ສູງ​ຖານະ​ຕຳ​ແໜ່​ງຂອງ​ປະ​ເທດ​ໃນ​ພາກ​ພື້ນ​ແລະ​ໃນ​ໂລກ...

​ແຕ່​, ​ເມື່​ອລັດຖື​ເອົາ​ກຳມະສິດ​ເປັນ​ຈຳນວນ​ມະຫາສານ​ນັ້ນ, ແມ່ນບັນດາຂໍ້ອັບປະ​ໂຫຍ​ດ (ຂໍ້​ບົກພ່ອງ) ຂອງ​ກຳມະສິດຂອງ​ລັດນີ້​ ກໍ່ນັບ​ມື້​ນັບ​ເຜີຍ​ອອກ​ແລະສ້າງ​ທ່າ​ອຽງທີ່​ຈະ​ລົດປະສິດທິ​ຜົນ​ຂອງ​ພາກສ່ວນ​ເສດຖະກິດ​ນີ້, ​ເຮັດ​ໃຫ້​ປະສິດທິ​ຜົນ​ຂອງ​ເສດຖະກິດ​ທັງ​ໝົດ​ຫຼຸດ​ລົງ. ພວກ​ເຮົາ​ກຳລັງ​ສ້າງ​ໂຄງ​ປະກອບ​ພາກສ່ວນລັດວິສາຫະກິດຄືນໃໝ່, ​​ໂດ​ຍສຸມ​ໃສ່ບັນດາ​ຂົງ​ເຂດສຳຄັນຈຳ​ເປັນ, ບັນດາ​ພື້ນ​ທີ່​ສຳຄັນ ​ແລະ​ການ​ປ້ອງ​ກັນ​ປະ​ເທດ​ປ້ອງ​ກັນ​ຄວາ​ມສະຫງົບ, ບັນດາ​ຂົງ​ເຂດ​ທີ່​ວິ​ສາ​ຫະກິດ​ຂຶ້ນ​ກັບ​ພາກສ່ວນ​ເສດຖະກິດ​ອື່ນ​ບໍ່​ລົງທຶນ. ລັດ​ວິ​ສາ​ຫະກິດຕ້ອງ​ກ້າວ​ໄປ​ເຖິງ​ການ​ເຄື່ອນ​ໄຫວ​ຕາມ​ກົນ​ໄກ​ຕະຫຼາດ​ຢ່າງ​ແທ້​ຈິງ, ຖື​ເອົາ​ປະສິດທິ​ຜົນ​ເສດຖະກິດ​ເປັນ​ມາດຖານ​ການ​ປະ​ເມີນ​ຜົນ​ຕົ້ນຕໍ; ​ເປັນ​ເຈົ້າ​ຕົນ​ເອງ, ຮັບຜິດຊອບ​ດ້ວຍ​ຕົນ​ເອງ, ​ແຂ່ງຂັນ​ສະ​ເໝີ​ພາບ​ກັບ​ວິ​ສາ​ຫະກິດ​ຂຶ້ນ​ກັບ​ພາກສ່ວນ​ເສດຖະກິດ​ອື່ນ​ຕາມ​ຂໍ້​ກຳນົດ​ຂອງ​ກົດໝາຍ.

ດັ່ງ​ນັ້ນ, ສາມາດ​ຢືນຢັນ​ວ່າ ການ​ກຳນົດເສດຖະກິດ​ຂອງ​ລັດມີ​ບົດບາດ​ບັນຊາ​ພາ​ທາງ​ໃນ​ລະບົບເສດຖະກິດ​ຕະຫຼາດກຳນົດ​ທິດສັງຄົມ​ນິຍົມນັ້ນ​ ແມ່ນ​ຖືກຕ້ອງ, ສອດຄ່ອງ​ກັບ​ເງື່ອນ​ໄຂ​ຂອງ​ປະ​ເທດ​ຫວຽດນາມ ​ແລະ​ແມ່ນ​ມາດຖານ​ສຳຄັນ​ທີ່​ຮັບປະກັນ​ການ​ກຳນົດ​ທິດສັງຄົມ​ນິຍົມຂອງ​ພື້ນຖານ​ເສດຖະກິດ​ແຫ່ງ​ຊາດ./.

​ໂດຍ ປອ. ຟ້າ​ມວຽດຢຸ້ງ

ວາລະສານ​ກອມ​ມູນິດ

Box: ອີງ​ຕາມ​ຂໍ້​ມູນ​ທາງການຂອງ​ການ​ສຳ​ຫຼວດ​ເສດຖະກິດທົ່ວ​ໄປ​ໃນ​ປີ 2017 ​ໂດຍ​ກົມ​ໃຫຍ່​ການ​ສະຖິຕິ​ເຜີນ​ແຜ່​ໃນ​ວັນ​ທີ 19 ກັນ​ຍາ 2018, ອັດຕາ​ຜົນ​ກຳ​ໄລ​ຕໍ່​ລາຍ​ໄດ້ (ຄິດ​ໄລ່​ເປັນ​ກຳ​ໄລ​ທັງ​ໝົດ​ກ່ອນ​ຫັກ​ພາສີ / ລາຍ​ໄດ້ທັງ​ໝົດ) ຂອງ​ວິ​ສາ​ຫະກິດນອກ​ພາກ​ລັດ​ແມ່ນ 6,6%, ​ໃນ​ຂະນະ​ທີ່​ອັດຕາ​ດັ່ງກ່າວ​ໃນ​ຂົງ​ເຂດທີ່​ມີ​ການ​ລົງທຶນ​ຈາກ​ຕ່າງປະ​ເທດ​ແມ່ນ 6,7% ​ແລະ​ຂົງ​ເຂດ​ລັດ​ວິ​ສາ​ຫະກິດ​ໄດ້​ພຽງ 1,9%; ຈຳນວນ​ລັດວິ​ສາ​ຫະກິດມີ​ໜ້ອຍ, ​ແຕ່​ການ​ມອບພາສີ​ແລະ​ຈຳນວນ​ເງິນທີ່​ມອບ​ໃຫ້​ລັດ​ພັດ​ສູງ​ທີ່​ສຸດ ສ​ະ​ເລ່ຍ​ແມ່ນ 104 ຕື້​ດົ່ງ​ຕໍ່​ວິ​ສາ​ຫະກິດ. ສູງ​ກວ່າ​ຕັ້ງ​ຫຼາຍ​ເມື່ອ​ທຽບ​ກັບ​ລະດັບ 18 ຕື້​ດົ່ງ ຂອງ​ວິ​ສາ​ຫະກິດ​ທີ່​ມີ​ການ​ລົງ​ທຶນ​ຈາກ​ຕ່າງປະ​ເທດ ​ແລະ 1 ຕື້​ດົ່ງ​ຂອງ​ວິ​ສາ​ຫະກິດ​ນອກ​ພາກ​ລັດ (4).

(1) ​ເອກະສານ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ X, ສພຈ. ການ​ເມືອງ​ແຫ່ງ​ຊາດ, ຮ່າ​ໂນ້ຍ, 2006, ໜ້າ 83.

(2) ເອກະສານ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ XI, ສພຈ. ການ​ເມືອງ​ແຫ່ງ​ຊາດ-ສື້​ເຖິດ, ຮ່າ​ໂນ້ຍ, 2011, ໜ້າ 73-74.

(3) ຮສ, ປອ. ຫວຸວັນ​ຝຸກ: ປະກອບສ່ວນ​ຊຸກຍູ້​ການ​ປ່ຽນ​ແປງ​ໃໝ່​ປະ​ເທດ​ຢ່າງຮອບດ້ານ, ຄົບ​ຊຸດ, ສພຈ. ການ​ເມືອງ​ແຫ່ງ​ຊາດ-ສື້​ເຖິດ, ຮ່າ​ໂນ້ຍ, 2016, ໜ້າ 159.

(4) ໜັງສືພິມ​ເສດຖະກິດ​ຫວຽດນາມ, ສະບັບ​ທີ 217, ວັນ​ທີ 10 ​ເດືອນ​ກັນຍາ 2019.

Other Stories

ບົດທີ່ມີຜູ້ອ່ານຫລາຍສຸດ

ບົດໃໝ່ສຸດ