ວັນອາທິດ, 31/5/2020
ຄວາມຮຽກຮ້ອງໃຫ້ມີການປ່ຽນແປງໃໝ່ການຄຸ້ມຄອງລັດຕໍ່ ເສດຖະກິດຕະຫຼາດກຳນົດທິດສັງຄົມນິຍົມ ຢູ່ຫວຽດນາມໃນປະຈຸບັນ
13/5/2020 18:11' ສົ່ງ ພິມ
ບັນດາຜູ້ແທນມາຢ້ຽມຊົມສູນປ່ຽນແປງໃໝ່ປະດິດສ້າງ ກ່ຽວກັບອິນເຕີເນັດສັບພະສິ່ງ ໃນເຂດເຕັກໂນໂລຊີສູງ ຮວ່າລາກ (ຮ່າໂນ້ຍ), ເດືອນເມສາ 2019 (ພາບ: TTXVN)

ການ​ຄຸ້ມ​ຄອງ​ລັດ​ຕໍ່​ເສດຖະກິດ​ຕະຫຼາດກຳນົດ​ທິດສັງຄົມ​ນິຍົມ​ໃນ​ໄລຍະ 2011 - 2019

ການ​ຄຸ້ມ​ຄອງ​ລັດ​ ຫຼືການ​ຄຸ້ມ​ຄອງ​ຂອງ​ລັດ​ຕໍ່​ເສດຖະກິດ​ຕະຫຼາດກຳນົດ​ທິດສັງຄົມ​ນິຍົມມີ​ຄວາມ​ໝາຍ​ສຳຄັນ​ພິ​ເສດ. ​ເພາະວ່າ, ລັດ​ເປັນ​ຜູ້​ກຳນົດ​ທິດ, ດັດສົມ ​ແລະ​ຊຸກຍູ້​ການ​ພັດທະນາ​ຂອງເສດຖະກິດ​ຕະຫຼາດກຳນົດ​ທິດສັງຄົມ​ນິຍົມ. ລະອຽດ​ຄື, ລັດ​ຄຸ້ມ​ຄອງເສດຖະກິດ​ຕະຫຼາດກຳນົດ​ທິດສັງຄົມ​ນິຍົມດ້ວຍ​ການ​ສ້າງ​ລະບຽບ​ກົດໝາຍ​ໃຫ້​ແກ່​ການ​ພັດທະນາ, ສ້າງ​ແຜນ​ກຳນົດ, ​ແຜນການ​ແລະຍຸດ​ທະ​ສາດ​ການ​ພັດທະນາບັນດາ​ຂະ​ແໜງ​ການ​​ເສດຖະກິດ​ໂດຍ​ລວມ, ສ້າງ​ໂຄງ​ສ້າງ​ພື້ນຖານ ​ແລະຮັບປະກັນ​ຄວາມ​ປອດ​ໄພ​ທາງ​ສັງຄົມ; ປະກາດ​ໃຊ້​ກົນ​ໄກ, ນະ​ໂຍບາຍກ່ຽວ​ກັບ​ການຈັດ​ແບ່ງ​ຊັບພະຍາກອນ, ​ແຈກ​ຢາຍ​ແລະ​​ແຈກ​ຢາຍ​ຜະລິດ​ຕະພັນ​ສັງຄົມ​ຄືນ​ໃໝ່ ຕາມ​ທິດ​ຮັບປະກັນ​ການ​ເຕີບ​ໂຕ​ເສດຖະກິດ​ຕິດ​ກັບຄວາມ​ກ້າວໜ້າ​ແລະ​ຄວາມ​ຍຸດຕິ​ທຳ​ທາງ​ສັງຄົມ, ປົກ​ປັກ​ຮັກສາ​ສະພາບ​ແວດ​ລ້ອມ.

ສະມັດ​ຕະພາບ​ແຮງ​ງານ​ຂອງ​ຫວຽດນາມ​ໄດ້​ຮັບ​ການ​ປັບປຸງ​ດີ​ຂຶ້ນ​ຕາມ​ທິດ​ເພີ່ມ​ຂຶ້ນ​ທຸກ​ປີ ​ແລະ ​ແມ່ນ​ປະ​ເທດ​ທີ່​ມີ​ສະມັດ​ຕະພາບ​ແຮງ​ງານ​ເພີ່ມ​ຂຶ້ນ​ໄວ​ໃນ​ພາກ​ພື້ນ ອາ​ຊຽນ. ສະມັດ​ຕະພາບ​ຂອງ​ງານ​ໃນ​ພື້ນຖານ​ເສດຖະກິດ​ປີ 2018 ບັນລຸ 102 ລ້ານ​ດົ່ງ​ຕໍ່​ຜູ້​ອອກ​ແຮງ​ງານ​ຄົນ​ໜຶ່ງ (ທຽບ​ເທົ່າ 4.512 ​ໂດ​ລາ​ສະຫະລັດ), ​ເພີ່​ມຂຶ້ນ 346 ໂດ​ລາ​ສະຫະລັດທຽບ​ກັບ​ປີ 2017. ປະສິດທິ​ຜົນ​ການ​ນຳ​ໃຊ້​ເງິນ​ລົງທຶນ​ສະ​ແດງ​ອອກ​ໃນ​ດັດຊະນີ ICOR (ປະສິທິຜົນ​ການ​ນຳ​ໃຊ້​ເງິ​ນລົງທຶນ) ​ໄດ້​ຮັບ​ການ​ປົວ​ແປງ​ເທື່ອ​ລະ​ກ້າວ, ຈາກ​ 6,42 ​ໃນປີ 2016 ​ເປັນ 6,11 ​ໃນ​ປີ 2017 ​ແລະ 5,97 ​ໃນ​ປີ 2018.

ຕາຕະລາງ​ການ​ເຕີບ​ໃຫຍ່ ຈີ​ດີ​ພີ ​ແລະ ​​ເງີ​ນ​ເຟີ້​ ໃນ​ປີ 2011 ​ເຖິງປີ 2019  (ຫົວໜ່ວຍ %)

ປີ

2011

2012

2013

2014

2015

2016

2017

2018

2019

ຈີ​ດີ​ພີ

6,24

5,25

5,42

5,98

6,68

6,21

6,81

7,08

6,85

​​ເງິນ​ເຟີ້

18,6

6,8

6,04

6

0,6

4,7

3,5

3,54

3,9

​​ແຫຼ່ງຂໍ້​ມູນ: ກົມ​ໃຫຍ່​ສະຖິຕິ

​ເຖິງທ້າຍ​ປີ 2018, ຫວຽດນາມ​ມີ​ປະມານ 3.000 ວິ​ສາ​ຫະກິດ​​ເລີ່​ມທຸລະ​ກິດປ່ຽນ​ແປງ​ໃໝ່​ປະດິດ​ສ້າງ, ​ເພີ່ມ​ຂຶ້ນ​ເກືອບ​ສອງ​ເທົ່າ​ເມື່ອ​ທຽບ​ໃສ່​ປີ 2015. ​ເຖິງ​ປີ 2020, ຄາດ​ວ່າ​ຈຳນວນ​ວິ​ສາ​ຫະກິດ​ຂອງຫວຽດນາມ​ຈະ​ເພີ່ມ​ຂຶ້ນ​ເປັນ 1 ລ້ານ​, ​ໃນ​ນັ້ນ​ມີ 5.000 ວິ​ສາ​ຫະກິດ​ເລີ່​ມທຸລະ​ກິດ​ປ່ຽນ​ແປງ​ໃໝ່​ປະດິດສ້າງ. ລາຍ​ງານ​ກ່ຽວ​ກັບ​ການຈັດ​ອັນ​ດັບ​ດັດຊະນີ​ການ​ປ່ຽນ​ແປງ​ໃໝ່​ປະດິດ​ສ້າງທົ່ວ​ໂລກ​ປີ 2018 ໃຫ້​ເຫັນ​ວ່າ, ຕຳ​ແໜ່​ງຂອງ​ຫວຽດນາມ​ສືບ​ຕໍ່​ໄດ້​ຮັບ​ການ​ປົວ​ແປງ​ດີ​ຂຶ້ນ, ຢູ່​ໃນອັນ​ດັບ​ທີ 45 ​ໃນ​ຈຳນວນ 126 ປະ​ເທດ​ແລະ​ພື້ນຖານ​ເສດຖະກິດ​ທີ່​ໄດ້​ຮັບ​ການຈັດ​ອັນ​ດັດ, ​ເພີ່ມ​ຂຶ້ນ 2 ອັນດັບ​ທຽບ​ໃສ່​ປີ 2017, ​ເພີ່ມ​ຂຶ້ນ 14 ອັນດັບ​ທຽບ​ໃສ່​ປີ 2016.

​ແຕ່​ຄຽງ​ຄູ່​ກັນ​ນັ້ນ, ການ​​ຄຸ້ມ​ຄອງ​ລັດ​ຕໍ່​ເສດຖະກິດ​ຕະຫຼາດກຳ​ນັດ​ທິດ​ສັງຄົມ​ນິຍົມ ຍັງ​ມີ​ຄວາມ​ບໍ່​ພຽງພໍ​ແລະ​ຂໍ້​ຈຳກັດຈຳນວນ​ໜຶ່ງ. ກອງ​ປະຊຸມ​ສູນ​ກາງ​ພັກ​ຄັ້ງ​ທີ 5 ສະ​ໄໝ​ທີ XII ໄດ້​ຊີ້​ແຈ້ງ: “ການ​ຄຸ້ມ​ຄອງ​ລັດຍັງ​ບໍ່​ທັນ​ຕອບ​ສະໜອງຄວາມ​ຮຽກຮ້ອງ​ຕ້ອງການພັດທະນາ​​ເສດຖະກິດຕະຫຼາດ​ແລະ​ການ​ເຊື່ອມ​ໂຍງ​ສາກົນ; ປະສິດທິພາບ, ປະສິດທິ​ຜົນ​ບໍ່​ສູງ; ລະບຽບ​ວີ​ໄນ​ບໍ່​ເຂັ້ມ​ງວດ”. ສິ່ງ​ດັ່ງ​ກ່າວ​ສະ​ແດງ​ອອກດັ່ງຕໍ່​ໄປ​ນີ້:

ທີ​ໜຶ່ງ, ລະບຽບ​ກົດໝາຍ​ການ​ຄຸ້ມ​ຄອງ​ລັດ​ໃນ​ເງື່ອນ​ໄຂ​ຂອງ​​ເສດຖະກິດ​ຕະຫຼາດກຳນົດ​ທິດ​ສັງຄົມ​ນິຍົມ ຍັງ​ຕ້ອງ​ໄດ້້ຮັບ​ການປັບປຸງ​ໃຫ້​ສົມບູນ​ແບບ. ມີ​ບັນຫາ​ໃໝ່​ເກີດ​ຂຶ້ນ​ຫຼາຍ​ແຕ່ການ​ຄຸ້ມ​ຄອງ​ລັດ​ຍັງ​ບໍ່​ທັນ​ຄາດ​ຄິດ​ເຖິງ, ຍັງ​ບໍ່​ທັນ​ໄດ້​ສ້າງ​ແລວ​ທາງ​ກົດໝາຍທີ່​ຈຳ​ເປັນ​ສຳລັບ​ການ​ຄຸ້ມ​ຄອງ. ຄວາມ​ຈຳກັດ​ຂອງ​ຂອບ​ລະບຽບ​ກົດໝາຍ​ຂອງ​ຫວຽດນາມອາດ​ຈະ​ເຫັນ​ໄດ້​ໃນ​ແງ່​ຕ່າງໆ​ດັ່ງ​ນີ້: ຄວາມ​ສະ​ເພາະ​ແລະ​ການ​ຄາດ​ເດົາ​ໃນ​ລະບຽບ​ນະ​ໂຍບາຍ​ບໍ່​ພຽງພໍ; ຄວາມ​ສາມາດ​ໃນ​ການສ້າ​ງກົດໝາຍຂອງບັນດາ​ອົງການ​ທີ່​ຮັບຜິດຊອບ​ ຍັງ​ບໍ່​ທັນ​ຕອບ​ສະໜອງຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ການ​ພັດທະນາ​ຊີວິດ​ສັງຄົມຢ່າງ​ເຕັມ​ສ່ວນ, ຄວາມ​ຕ້ອງການຂອງ​ສັງຄົມ​ໃນ​ການ​ດັດ​ປັບ​ຕາມ​ກົດໝາຍ​ນັ້ນນັບ​ມື້​ນັບ​ເພີ່ມ​ຂຶ້ນ, ລວມທັງ​ຄວາມ​ຕ້ອງການ​ໃນ​ການ​ກໍ່ສ້າງ​​ເສດຖະກິດ​ຕະຫຼາດກຳນົດ​ທິດ​ສັງຄົມ​ນິຍົມ ​ແລະ​ເຊື່ອມ​ໂຍງ​ສາກົນ; ຄວາມ​ເປັນ​ໄປ​ໄດ້​ແລະ​ປະສິດທິ​ຜົນ​ຂອງ​ກົດໝາຍ​ຍັງ​ຕ່ຳ; ຍັງ​ມີ​ສະຖານະ​ພາບ​ເອກະສານທີ່​ອອກມາ​ແລ້ວ​ແຕ່​ບໍ່​ສາມາດນຳ​ໃຊ້​ໄດ້​ໃນ​ພາກ​ປະຕິບັດ​ຕົວ​ຈິງ. ຄຸນ​ນະພາ​ບຂອງ​ເອກະສານ​ທາງ​ກົດໝາຍ​ຍັງ​ຖືກຈຳກັດ; ​ເອກະສານ​ປະກາດ​ໃໝ່​ຫຼາຍ​ສະບັບ, ​ຖືກ​ນຳ​ໃຊ້​ໃນ​ເວລາ​ສັ້ນໆ, ບາງ​ສະບັບຍັງ​ບໍ່​ທັນ​ມີ​ຜົນ​ບັງຄັບ​ໃຊ້​ເຊັ່ນ ກົດໝາຍ​ວ່າ​ດ້ວຍ​ການປະ​ກັນ​ໄພ​ສັງຄົມ​ປີ 2014 (ກໍ​ລະ​ນີມາດຕາ 60) ຫຼື​ປະ​ມວນກົດໝາຍອາຍາ​ປີ 2015, ​ແຕ່ຕ້ອງ​ແກ້​ໄຂຫຼື​ຖອຍ​ກຳນົດ​ເວລາ​ມີ​ຜົນ​ບັງຄັບ​ໃຊ້ ​ເຊິ່ງ​ເປັນ​ການ​ຫຼຸດຜ່ອນ​ຄວາມ​ເຊື່ອ​ໝັ້ນ​ຂອງ​ປະຊາຊົນ​ແລະ​ວິ​ສາ​ຫະກິດຕໍ່​ຄວາມ​ເຂັ້ມ​ງວດ​ແລະລັກສະນະ​ບັງຄັບ​ຂອງ​ກົດໝາຍ. ການ​ອອກ​ເອກະສານ​ແນະນຳ​ກໍ່ຖືກ​ຊັກ​ຊ້າ, ​ເຮັດ​ໃຫ້​ຂະ​ບວນການ​ປະຕິບັດຂໍ້​ກຳນົດ​ໃໝ່, ນະ​ໂຍບາຍ​ໃໝ່​ຖື​ກຊ້າ​ລົງ. ບັນດາ​ບັນຫາ​ທີ່​ເກີດ​ຂຶ້ນ​ໃນ​ການ​ຄຸ້ມ​ຄອງ​ວິ​ສາ​ຫະກິດ​ທີ່​ມີ​ການ​ລົງທຶນ​ໂດຍ​ກົງ​ຈາກ​ຕ່າງປະ​ເທດ, ຈຸດ​ອ່ອນ​ຂອງ​ກຸ່ມ​ເສດຖະກິດ​ແຫ່ງ​ລັດ... ກໍ່​ໃຫ້​ເຫັນ​ວ່າ​ຂອບ​ລະບຽບ​ກົດໝາຍ​​ກ່ຽວ​ກັບເສດຖະກິດ​ຕະຫຼາດຍັງ​ບໍ່​ທັນ​ຕອບ​ສະ​ໜອງ​ໄດ້​ກັບ​ຄວາມ​ຕ້ອງການຂອງ​ພາກ​ປະຕິບັດ​ຕົວ​ຈິງ.

ທີ​ສອງ, ຄວາມ​ໄວ​ໃນ​ການ​ເຕີບ​ໂຕ​ເສດຖະກິດ​ຂອງ​ຫວຽດນາມ​ສູງ​ພໍ​ຄວນ ​ແຕ່​ຍັງ​ບໍ່​ທັນ​ສົມ​ຄູ່​ກັບ​ຄວາມ​ສາມາດ​ບົ່ມ​ຊ້ອນ​ແລະ​ກຳລັງ​ຕົວ​ຈິງ​ທີ່​ມີ​ຢູ່. ການ​ເຄື່ອນ​ໄຫວ​ຄຸ້ມ​ຄອງ​ລັດບໍ່​ໄດ້​ສ້າງ​ສະ​ຖາ​ບັນ​ກົດໝາຍ​ທີ່ມີ​ຄວາມ​ຈັບ​ໃຈ​ພຽງພໍ​ເພື່ອ​ດຶງ​ດູດຊັບພະຍາກອນ​ການ​ລົງທຶນ​ເພື່ອ​ການ​ພັດທະນາ. ລາຍ​ຮັບ​ງົບປະມານ​ແຫ່ງ​ລັດ​ສ່ວນ​ຫຼາຍຍັງ​ຂຶ້ນ​ກັບ​ຂົງ​ເຂດ​ການ​ລົງທຶນ​ຈາກ​ຕ່າງປະ​ເທດ, ລາຍ​ຮັບ​ຈາກ​ການ​ຂຸດ​ຄົ້ນ​ຊັບ​ພະຍາກອນ, ລາຍ​ຮັບ​ພິ​ເສດສະ​ເພາະ​ ແລະ​ລາຍ​ຮັບ​ໃໝ່​ໃນ​ບາງ​ປີ​ ບໍ່​ໄດ້​ຕາມ​ຄາດໝາຍ. ນະ​ໂຍບາຍການ​ເກັບ​ລາຍ​ຮັບ​ງົບປະມານ​ບໍ່​ໄດ້​ກວມ​ເອົາ​ລາຍ​ໄດ້​ທັງ​ໝົດ​ເຊັ່ນ ລາຍ​ໄດ້​ຈາກ​ກິດຈະກຳ​ອີ​ຄອມ​ເມີຣ໌ຊ (e-commerce, ຂາຍຜ່ານ​ອິນ​ເຕີ​ເນັດ), ການຄຸ້ມ​ຄອງ​ຊັບພະຍາກອນ, ສິ່ງ​ແວດ​ລ້ອມ, ຊັບ​ສິນ... ການ​ລະດົມ​ແຫຼ່ງພະລັງ​ຈາກ​ທີ່​ດິນ, ຊັບພະຍາກອນ​ທຳ​ມະ​ຊາດ, ຊັບ​ສິນ​ສາທາລະນະ ​ບໍ່​ມີ​ປະສິດທິ​ຜົນ​ສູງ, ​ແຫຼ່ງພະລັງ​ເພື່ອ​ພັດທະນາ​ເສດຖະກິດ-ສັງຄົມ​ກໍ່​ບໍ່​​ໄດ້​ຮັບ​ການ​ຕອງ​ສະໜອງຢ່າງພຽງພໍ; ລາຍ​ຮັບ​ງົບປະມານ​ຂອງ​ລັດ​ຍັງ​ຖືກ​ສູນ​ເສຍ​ຍ້ອນ​ການ​ສໍ້​ໂກງ​ແລະ​ການ​ໂອນ​ລາຄາ; ໜີ້​ພາສີ​ຍັງ​ມີ​ຫຼາຍ, ສົ່ງ​ຜົນ​ກະທົບ​ຕໍ່​ອັດຕາ​ສ່ວນ​ການ​ເກັບ​ລາຍຮັບ​​ເຂົ້າ​ງົບປະ​ມານ​ຂອງ​ລັດ...

ທີ​ສາມ, ການຈັດ​ແບ່ງ​ງົບປະມານ​ເພື່ອ​ການ​ພັດທະນາ​ຍັງ​ປະສົບ​ຄວາມ​ຫຍຸ້ງຍາກ. ​ໃນ​ໄລ​ຍະ​ 2011 - 2018, ​ແຫຼ່ງພະລັງ​ເພື່ອ​ການ​ລົງທຶນ​ໃນ​ພາກ​ລັດຍັງ​ຖືກ​ຕົກ​ໃນ​ທ່າ​ຮັບ​ແລະ​ມີ​ໄລຍະ​ສັ້ນ. ​ເຖິງ​ວ່າ​ໃນ​ຊຸມ​ປີ​ທີ່​ຜ່ານ​ມາ​ມໍ່​ນີ້, ​ແຫຼ່ງພະລັງ​ຂອງ​ລັດ​ເພື່ອ​ການ​ລົງທຶນ​ພັດທະນາ​ມີ​ທ່າ​ອຽງ​ເພີ່ມຂຶ້ນ ​ແຕ່​​ໂດຍ​ສະ​ເລ່ຍ​ໄລຍະ 2011 - 2018, ອັດຕາ​ສ່ວນ​ການ​ລົງທຶນ​ພັດທະນາ​ມີ​ພຽງ​ປະມານ 20%, ມີ​ທ່າ​ອຽງ​ຫຼຸດ​ລົງ​ທຽບ​ກັບ​ໄລ​ຍາ 2006 - 2010 (28%). ປະສິດທິ​ຜົນ​ຂອງ​ການ​ລົງທຶນ​ພາກ​ລັດ​ບໍ່​ສູງ ​ແລະ ອັດຕາ​ສ່ວນ​ການ​ລົງທຶນ​ພາກ​ລັດ​ເຂົ້າ​ໃນ​ບັນດາ​ຂະ​ແໜງ​ການ​ສັງຄົມ​ເຊັ່ນ ການ​ສຶກສາ, ສາທາລະນະ​ສຸກ ຫຼື​ຂະ​ແໜງ​ການ​ກະສິກຳ, ການ​ປ່າ​ໄມ້, ການ​ປະມົງ​ ແມ່ນ​ຍັງ​ຕ່ຳ​ແລະ​ມີ​ທ່າ​ອຽງ​ຫຼຸດ​ລົງ...

ທີ​ສີ່, ການ​ເຕີບ​ໂຕ​ທາງ​ເສດຖະກິດ​ຢູ່​ຫວຽດນາມ​ໃນ​ປະຈຸ​ບັນຍັງ​ເປັນ​ໄປ​ໃນ​ວົງ​ກວ້າງ, ບົນ​ພື້ນຖານ​ການເພີ່ມ​ບັນດາ​ປັດ​ໄຈສົ້ນ​ເຂົ້າ​ເຊັ່ນ ​ເພີ່ມ​ເງິນ​ລົງທຶນ​ແລະນຳ​ໃຊ້​ແຮງ​ງານ​ຈຳນວນ​ຫຼາຍ, ​ໃນ​ຂະນະ​ນັ້ນ​ການ​ປ່ຽນ​ແປງ​ໃໝ່​ເຕັກ​ໂນ​ໂລ​ຊີ, ການ​ດັດ​ແປງ​ການ​ຜະລິດ​ແລະການ​ຄຸ້ມ​ຄອງ, ການ​ຍົກ​ສູງ​ລະດັບ​ວິຊາ​ຊີບ​ຂອງ​ກຳມະກອນ (​ເອີ້ນ​ວ່າ​ປັດ​ໄຈ​ສັງ​ເຄາະ - TFP) ຍັງ​ຈຳກັດ​ຫຼາຍ, ​ເຖິງວ່າ​ໄດ້​ຮັບ​ການ​ປັບປຸງ​ຢ່າງ​ຕັ້ງໜ້າ​ໃນ​ຫຼາຍ​ປີ​ທີ່​ຜ່ານ​ມາກໍ່ຕາມ. ການ​ປະກອບສ່ວນ​ຂອງ TFP ຢູ່​ຫວຽດນາມ​ໃນ​ປະຈຸ​ບັນ​ໄດ້​ປະມານ 40% ​ແລະ​ທຶນ​ແມ່ນ​ປັດ​ໄຈ​ທີ່​ປະກອບສ່ວນ​ເກືອບ 50% ເຂົ້າ​ໃນ​ຈຸດ​ສ່ວນ​ຮ້ອຍ​ຂອງ​ການ​ເຕີບ​ໂຕ, ນຳ​ໄປ​ສູ່​ຮູບ​ແບບ​ການ​ເຕີບ​ໂຕ​ທີ່​ຕ້ອງໃຊ້ທຶນ​ຫຼາຍ. ​ໃນ​ຂະນະ​ນັ້ນ, ຫຼາຍ​ປະ​ເທດ​ໃນ​ພາກ​ພື້ນ​ມີ​ການ​ປະກອບສ່ວນ​ຂອງ TFP ​ໃນ​ການ​ເຕີມ​ໂຕ​ເສດຖະກິດປະມານ 50% ​ເຊັ່ນ ສາທາລະນະ​ລັດ​ເກົາຫຼີ: 51,5%, ຈີນ: 52%, ​ໄທ: 53%, ອິນ​ໂດ​ເນ​ເຊຍ​ແລະ​ມາ​ເລ​ເຊຍ: 49%.

ທີ​ຫ້າ, ພາຍ​ໃນ​ຂອງ​ພື້ນຖານ​ເສດຖະກິດ​ຍັງ​ມີ “ຈຸດ​ປຶກ​ຕັນ” ​ຢູ່​ໃນ​ຂະ​ບວນການຫັນ​ເປັນ​ຫຸ້ນ​ສ່ວນ, ການ​ຖອນ​ທຶນ​ຂອງ​ລັດ​ອອກ​ຈາກລັດ​ວິ​ສາ​ຫະກິດ; ຍັງ​ຊັກ​ຊ້າ​ໃນ​ການດຳ​ເນີນ​ໂຄງການ​ແລະ​ໃນ​ການ​ຜັນ​ຂະຫຍາຍ​ໂຄ​ງການຈຸດ​ໜັກ​ແຫ່ງ​ຊາດ; ວິ​ສາ​ຫະກິດ​ມີ​ທຶນ​​ໜ້ອຍ, ການ "ສິນ​ເຊື່ອ​ມືດ" ຍັງ​​ຄຶກຄັກຢູ່; ການ​ປັບປຸງ​ສະພາບ​ແວດ​ລ້ອມ​ການ​ທຸລະ​ກິດ​ບໍ່​ທັນ​ກັບ​ຄວາມ​ຕ້ອງການ​ຂອງ​ຊີວິດ​ເສດຖະກິດ ​ແລະ​ຍັງ​ມີ​ຄວາມ​ສ່ຽງ​ຫຼາຍ​ເມື່ອ​ປະ​ເຊີນ​ໜ້າ​ກັບ​ສິ່ງ​ທ້າ​ທາຍ​ຈາກ​ພາຍ​ນອກ.

ທີ​ຫົກ, ຫຼາຍ​ບັນຫາ​ຂອງ​​ເສດຖະກິດ​ຕະຫຼາດກຳ​ນົດທິດ​ສັງຄົມ​ນິຍົມຍັງ​ບໍ່​ໄດ້​ຮັບ​ການ​ອະທິບາຍ​ແລະ​ຄຸ້ມ​ຄອງ​ຢ່າງ​ມີ​ປະສິດທິ​ຜົນ. ມາດ​ຕະການ​ຈັດການ​ແກ້​ໄຂ​ຕໍ່​ການ​ເຄື່ອນ​ໄຫວ​ໂອນ​ລາຄາ​ຂອງ​ຂອງ​ບາງ​ວິ​ສາ​ຫະກິດ​ທີ່​ມີ​ການ​ລົງທຶນ​ໂດຍ​ກົງ​ຈາກ​ຕ່າງປະ​ເທດ, ການ​ສວຍ​ໃຊຊ່ອງ​ວ່າງ​ຂອງ​ກົດໝາຍ​ທີ່​ກ່ຽວຂ້ອງ​ກັບ​ແຫຼ່ງກຳ​ເນີ​ດ​ສິນຄ້າທີ່​ຜະລິດ​ໃນ​ຫວຽດນາມ (Made in Vietnam)... ພວມບັ່ນ​ທອນ​ຄວາມ​ເຊື່ອ​ໝັ້ນ​ຂອງ​ຂອງ​ປະຊາຊົນ​ຕໍ່​ສິນຄ້າພາຍ​ໃນ​ປະ​ເທດ, ​ເປັນ​ຜົນ​ສະທ້ອນ​ເຖິງ​ແຫຼ່ງລາຍ​ຮັບ​ຂອງ​ງົບປະມານ​ແຫ່ງ​ລັດ.

ກ່ຽວ​ກັບ​ສາ​ເຫດ​ຂອງ​ສະພາບ​ການ​ດັ່ງກ່າວ​ນັ້ນ, ກອງ​ປະຊຸມ​ສູນ​ກາງ​ພັກ​ຄັ້ງ​ທີ 5 ສະ​ໄໝ​ທີ XII ​ໄດ້​ຊີ້​ແຈ້ງ: “ຄວາມ​ຮັບ​ຮູ້​ກ່ຽວ​ກັບ​ເສດຖະກິດ​ຕະຫຼາດກຳນົດ​ທິດ​ສັງຄົມ​ນິຍົມຍັງ​ບໍ່​ທັນ​ຈະ​ແຈ້ງ. ຈິນຕະນາການ​ເກື້ອກູນ​ຍັງ​ມີອິດ​ທິພົນ​ຫຼາຍ. ຄວາມ​ສາມາດ​ໃນ​ການ​ສ້າງ​ແລະ​ປະຕິບັດ​ລະບຽບ​ກົດໝາຍ​ຍັງ​ຖືກ​ຈຳກັດ, ບໍ່​ທັນ​ກັບ​ການ​ພັດທະນາ​ຂອງ​​ເສດຖະກິດ​ຕະຫຼາດ. ການ​ຊາບ​ຊຶມ, ການຈັດ​ຕັ້ງ​ປະຕິບັດ​ແຜນ​ນະ​ໂຍບາຍ​ຂອງ​ພັກ, ນະ​ໂຍບາຍ​ກົດໝາຍ​ຂອງ​ລັດຢູ່​ຫຼາຍ​ຂະ​ແໜງ​ການ, ຫຼາຍ​ຂັ້ນ, ​ໂດຍ​ສະ​ເພາະ​ແມ່ນ​ຫົວໜ້າ​ນັ້ນ ບໍ່​ມີ​ຄວາມ​ເດັດດ່ຽວ, ບໍ່​ເຂັ້​ມງວດ ​ແລະ​ປະສິດທິ​ຜົນ​ຕ່ຳ. ບົດບາດ, ພາລະ​ໜ້າ​ທີ່, ​ແບບ​ວິທີ​ການ​ເຄື່ອນ​ໄຫວ​ຂອງ​ບັນດາ​ອົງການ​ໃນ​ລະບົບ​ການ​ເມືອງ​ໄດ້​ຮັບ​ການ​ປ່ຽນ​ແປງ​ໃໝ່ຢ່າງ​ຊັກ​ຊ້າ ຈຶ່ງ​ບໍ່​ສອດຄ່ອງ​ແທ້​ກັບ​ຄວາມ​ຕ້ອງການຂອງ​ການ​ພັດທະນາ​​ເສດຖະກິດ​ຕະຫຼາດ​ໃນ​ເງື່ອນ​ໄຂ​ເຊື່ອມ​ໂຍງ​ສາກົນ. ການ​ເສື່ອມ​ໂຊມ​ທາງ​ດ້ານ​ແນວ​ຄິດ​ການ​ເມືອງ, ຄຸນສົມບັດ​ສິນ​ທຳ, ​ແບບ​ແຜນ​ດຳລົງ​ຊີວິດ ​ແລະ​ພະຍາດ​ອາດຍາ​ສິດ, ການ​ສໍ້​ລາດ​ບັງ​ຫຼວງ​ຢູ່​ໃນ​ພະນັກງານສະມາຊິກ​ພັກ​ພາກສ່ວນ​ໜຶ່ງ​ທີ່​ບໍ່​ໜ້ອຍ ​ໄດ້​ບັ່ນ​ທອນ​ປະສິດທິ​ພາບ, ປະສິດທິ​ຜົນ​ຂອງ​ການ​ປະຕິບັດ​ແຜນ​ນະ​ໂຍບາຍ​ຂອງ​ພັກ, ນະ​ໂຍບາຍ​ກົດໝາຍ​ຂອງ​ລັດ”(1).

ຄວາມ​ຮຽກຮ້ອງ​ຕ້ອງການ​ທີ່​ວາງ​ອອກ​ມາ​ໃນ​ການ​ຄຸ້ມ​ຄອງ​ລັດ​ ຕໍ່​ເສດຖະກິດ​ຕະຫຼາດກຳນົດ​ທິດ​ສັງຄົມ​ນິຍົມ ຢູ່​ຫວຽດນາມ​ໃນ​ປະຈຸ​ບັນ

ການ​ປະຕິວັດ​ອຸດສາຫະກຳ​ຄັ້ງ​ທີ​ສີ່​ໄດ້​ສົ່ງ​ຜົນກະທົບ​ຢ່າງ​ແຂງ​ແຮງ​ເຖິງ​ຊີວິດ​ເສດຖະກິດ​ແລະ​ສັງຄົມ​ຂອງທຸກ​ປະ​ເທດ, ​ໃນ​ນັ້ນ​ມີ​ຂົງ​ເຂດ​ການ​ຄຸ້ມ​ຄອງ​ລັດ. ການ​ປ່ຽນ​ແປງ​ໃນ​ວັດຖຸ​ຄຸ້ມຄອງ, ​ເປົ້າ​ໝາຍ​ຄຸ້ມ​ຄອງ ​ແລະ ຂອບ​ເຂດ​ຄຸ້ມ​ຄອງ ​ຮຽກຮ້ອງ​ໃຫ້ການ​ຄຸ້ມ​ຄອງ​ລັດຕ້ອງ​ມີ​ການ​ປັບ​ຕົວ​, ຊ້ຳ​ຍັງ​ຕ້ອງ​ໄປ​ກ່ອນ​ກ້າວໜຶ່ງ​ໃນ​ການ​ເຄື່ອນ​ໄຫວ. ລະບຽບ​ກົດໝາຍ​ການ​ຄຸ້ມ​ຄອງ​ລັດ​ຕ້ອງ​ໄດ້​ປ່ຽນ​ແປງ​ໃໝ່ ​ເພື່ອ​ສ້າງກອບ​ທາງ​ກົດໝາຍ​ເພື່ອ​ຊຸກຍູ້​ການ​ປ່ຽນ​ແປງ​ໃໝ່​ປະດິດ​ສ້າງ, ພັດທະນາ​ຜະລິດ​ຕະພັນ​ດິຈິ​ຕອນ, ປັນຍາ​ປະ​ດິດ, ການ​ຄຸ້ມ​ຄອງກິດຈະກຳ​ບົນ​ພື້ນຖານ​ສິ່ງແວດ​ລ້ອມ​ດິຈີ​ຕອນ, ການ​ຄຸ້ມ​ຄອງ​ທີ່​ສະຫຼາດ, ການ​ຄຸ້ມ​ຄອງ​ເອ​ເລັກ​ໂຕຣນິກ.

ການ​ປະຕິວັດ​ອຸດສາຫະກຳ​ຄັ້ງ​ທີ​ສີ່ຮຽກຮ້ອງ​ໃຫ້​ກົງຈັກຄຸ້ມ​ຄອງ​ຂອງ​ລັດຕ້ອງ​ໄດ້​ປັບປຸງ​ໃຫ້​ກະທັດ​ລັດ, ມີ​ຄວາມ​ສາມາດຕັດສິນ​ຕົກລົງທັນ​ເວລາບົນ​ພື້ນຖານ​ຂໍ້​ມູນ​ທີ່​ມີ​ປະສິດທິພາບ​ແລະ​ໃຊ້​ຮ່ວມ​ກັນ. ພະນັກງານ​ຄຸ້ມ​ຄອງ​ລັດ​ຍັງ​ປະ​ເຊີນ​ກັບສິ່ງ​ທ້າ​ທາຍ​ດ້ານ​ຄວາມ​ສາມາດ. ການ​ຄຸ້ມ​ຄອງ​ລັດ​ບໍ່​ສາມາດ​ເປັນ​ຂະ​ບວນການ​ຄຸ້ມ​ຄອງ​ທີ່​ປະດິດ​ສ້າງ​ໄດ້​ ຖ້າ​ຫາກ​ພະນັກງານ, ລັດຖະກອນ, ຜູ້​ຄຸ້ມ​ຄອງ​ບໍ່​ແມ່ນ​ເຈົ້າ​ຂອງທີ່​ປະດິດ​ສ້າງ, ຂະຫຍັນ​ຂັນ​ເຄື່ອນ, ມີວິ​ໄສ​ທັດ​ກວ້າງ​ໄກ, ຮັບ​ຮູ້​ກາລະ​ໂອກາດ​ແລະ​ຮູ້​ຄາດ​ຄະ​ເນ​ສິ່ງ​ທ້າ​ທາຍ​ເພື່ອ​ສາມາດ​ເຂົ້າ​ຮ່ວມ​ຢ່າງ​ມີ​ປະສິດທິ​ຜົນ​ໃນຂະ​ບວນການ​ຄຸ້ມ​ຄອງ​ລັດ.

ການ​ປະຕິວັດ​ອຸດສາຫະກຳ​ຄັ້ງ​ທີ​ສີ່​ເຮັດ​ໃຫ້​ເກີ​ດບັນດາ​ບັນຫາ​ໃໝ່​ ແລະ​ເຮັດ​ໃຫ້​ທາດ​ແທ້​ຂອງ​ບັນຫາ​ເກົ່າ​ປ່ຽນ​ແປງ​ໄປ, ມັນ​ຮຽກຮ້ອງ​ໃຫ້ຍົກ​ສູງ​ລະດັບການ​ຄຸ້ມ​ຄອງ​ລັດ​ ເພື່ອ​ປະຕິບັດ​ພາລະໜ້າ​ທີ່​ຄຸ້ມ​ຄອງ​ບໍລິຫານ. ​ໃນ​ວິວັດການ​ຜັນ​ຂະຫຍາຍການ​ປະຕິວັດ​ອຸດສາຫະກຳ​ຄັ້ງ​ທີ​ສີ່, ຄວາມ​ແຕກ​ຕ່າງລະຫວ່າງ​ຮັ່ງມີ​ແລະ​ທຸກ​ຍາກມີ​ຄວາມ​ສຳພັນ​ກັບ​ຄວາມ​ແຕກ​ຕ່າງກັນ​ທາງ​ດ້ານ​ຄວາມ​ຮູ້​ແລະຄວາມ​ປະດິດ​ສ້າງ. ຜູ້​ມີ​ຄວາມ​ຮູ້​ຄວາມ​ສາມາດ​ຕ່ຳ​ກວ່າມີ​ທ່າ​ອຽງ​ທີ່​ຈະ​ຫຼ້າ​ຫຼັງ​ຕໍ່​ໄປ, ​ໃນ​ຂະນະ​ນັ້ນຜູ້​ມີ​ປັນຍາ​ຄວາມ​ຮູ້, ມີ​ກຳລັງ​ແຮງ​ປະດິດ​ສ້າງ​ຈະກ້າວໜ້າ​ບືນ​ຕົວ​ຂຶ້ນ​ຢ່າງ​ແຂງ​ແຮງ. ການ​ຄຸ້ມ​ຄອງ​ລັດ​ຕ້ອງ​ຄາດ​ຄະ​ເນ​ເລື່ອງ​ນີ້​ເພື່ອຫາ​ແນວທາງ​ແກ້​ໄຂ, ​ເພື່ອ​ໃຫ້​ຜູ້ທີ່​ບໍ່​ມີ​ຄວາມ​ຮູ້​ແລະ​ທັກ​ສະ​ພຽງພໍ​ຈະ​ບໍ່​ຖືກ​ປັດ​ອອກ​ຈາກ​ຂະ​ບວນການ​ພັດທະນາ, ສ້າງ​ຄວາມ​ສາມາດ​ປັບ​ຕົວ​ໃຫ້​ເຂົ້າ​ກັບ​ອາຊີບ​ໃໝ່ ​ເມື່ອ​ອາຊີບ​ເກົ່າຈະ​ຫາຍ​ໄປ.

ການ​ຄຸ້ມ​ຄອງ​ລັດ​ຕໍ່​ເສດຖະກິດ​ຕະຫຼາດກຳນົດ​ທິດ​ສັງຄົມ​ນິຍົມ​ໃນ​ເງື່ອນ​ໄຂ​ຂອງການ​ປະຕິວັດ​ອຸດສາຫະກຳ​ຄັ້ງ​ທີ​ສີ່ ​ໄດ້​ແລະ​ພວມ​ຢືນ​ຕໍ່ໜ້າ​ຄວາມ​ຕ້ອງການ​ຫຼາຍ​ປະການ, ​ໃນ​ນັ້ນ​ມີ​ຄວາມ​ຕ້ອງການ​ພື້ນຖານ​ຈຳນວນ​ໜຶ່ງ​ດັ່ງ​ຕໍ່​ໄປ​ນີ້:

ທີ​ໜຶ່ງ, ບັນດາ​ອົງການ​ຂອງລັດຕ້ອງ​ພະຍາຍາມ​ຊອກ​ຫາ "ຈຸດ​ປຶກ​ຕັນ" ​ໃນ​ຂະ​ບວນການ​ພັດທະນາ​ໂດຍ​ຜ່ານ​ການ​ຮັບ​ຟັງ​ຄວາມ​ຄິດ​ຄວາມ​ເຫັນ​ຈາກ​ສັງຄົມ, ຈາກ​ວົງ​ການ​ນັກທຸລະກິດ, ຈາກ​ເວທີ​ປາ​ໄສ, ຈາກຄຳ​ປຶກສາ ຄຳ​ແນະນຳ​ດ້ານ​ນະ​ໂຍບາຍ... ກົນ​ໄກ​ຕ້ອງ​ຮັບປະກັນ​ລະດົມ​ແລະ​ຄຸ້ມ​ຄອງບັນດາ​ແຫຼ່ງພະລັງຢ່າງ​ມີ​ປະສິດທິ​ຜົນ​ເພື່ອ​ການ​ພັດທະນາ, ​ໂດຍ​ສະ​ເພາະ​ແມ່ນ​ຊັບພະຍາກອນ​ທຳ​ມະ​ຊາດ, ການ​ລົງທຶນທາງ​ການ​ເມືອງ, ​ແຫຼ່ງງົບປະມານ​ແຫ່ງ​ລັດ... ຕ້ອງ​ມີ​ກົນ​ໄກຈັດ​ສັນ​ແຫຼ່ງການ​ລົງທຶນ​ເພື່ອ​ການ​ພັດທະນາຢ່າງ​ມີ​ປະສິດທິ​ຜົນ, ​ແກ້​ໄຂ​ຜ່ານ​ຜ່າ​ການ​ລົງທຶນ​ແບບ​ກະ​ແຈກ​ກະຈາຍ, ການ​ລົງທຶນ​ແຕ່ພື້ນຖານ​ເພື່​ອ​ກຳນົດປະສິດທິ​ຜົນບໍ່​ຈະ​ແຈ້ງ. ການຈັດສັນ​ຊັບພະຍາກອນ​ເພື່ອ​ການ​ພັດທະນາຄວນ​ອີງ​ໃສ່​ສັນຍານ​ການ​ຕະຫຼາດ. ຕ້ອງ​ປັບປຸງ​ຄວາມ​ສາມາດ​ເຂົ້າ​ເຖິງ​ສິນ​ເຊື່ອຂອງ​ວິ​ສາ​ຫະກິດ​ຂະໜາດ​ນ້ອຍ​ແລະ​ຂະໜາດ​ກາງ, ການ​ເຂົ້າ​ເຖິງ​ທຶນ​ຂອງ​ຊາວ​ກະສິກອນ, ຂອງ​ບັນດາ​ກຸ່ມ​ສ່ວນ​ນ້ອຍ​ໃນ​ສັງຄົມ.

ທີ​ສອງ, ລັດ​ຕ້ອງ​ມີ​ແຜນການ​ເພື່ອ​ແກ້​ໄຂ​ບັນດາ​ເປົ້າ​ໝາຍ​ສະ​ເພາະ​ຢ່າງ​ເປັນ​ເຈົ້າ​ການ​ແລະ​ຕັ້ງໜ້າ. ທາງ​ດ້ານ​ລະບຽບ​ກົດໝາຍ, ລັດ​ຕ້ອງ​ປັບປຸງ​ສະພາບ​ແວດ​ລ້ອມ​ການ​ລົງທຶ, ສ້າງ​ຫຼາຍ​ຊ່ອງ​ສາຍທາງພົວພັນ​ໂດຍ​ກົງ​ລະຫວ່າງ​ປະຊາຊົນ​ແລະ​ອຳນາດ​ການ​ປົກຄອງ, ສ້າງ​ກົນ​ໄກ​ໜຶ່ງ​ເຊິ່ງບັນດາ​ເຈົ້າພາບ​ໃນ​ສັງຄົມ​ສາມາດເຂົ້າ​ຮ່ວມ​ຢ່າງ​ມີ​ປະສິດທິ​ຜົນ​ແລະ​ໂດຍ​ກົງ​ໃນ​ຂະ​ບວນການວາງ​ກຳນົດ​ນະ​ໂຍບາຍ, ກົດໝາຍ ​ເພື່ອ​ໃຫ້​ຂະ​ບວນການ​ກຳນົດ​ນະ​ໂຍບາຍ​ນີ້​ຕິດ​ແທດ​ກັບ​ຄວາມ​ເປັນ​ຈິງ​ແລະ​ໄດ້​ຮັບ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ຕັ້ງ​ແຕ່​ຂະ​ບວນການ​ວາງກຳນົດຈົນ​ເຖິງ​ຂະ​ບວນການ​ປະຕິບັດ​ນະ​ໂຍບ​າຍ.

ທີ​ສາມ, ລັດ​ຕ້ອງ​ສ້າງ​ລະບຽບ​ກົດໝາຍ​​ເພື່ອຊຸກຍູ້ການ​ປະດິດ​ສ້າງ, ລະອຽດ​ຄື ປັບປຸງ​ສະພາບ​ແວດ​ລ້ອມ​ການ​ທຸລະ​ກິດ, ສ້າງ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ​ເພື່ອ​ສົ່ງ​ເສີມ​ຈິດ​ໃຈລິ​ເລີ່​ມທຸລະ​ກິດ, ຈິດ​ໃຈປະດິດສ້າງ, ຫຼໍ່ລ້ຽງ​ຄວາມ​ຄິດ​ສ້າງສັນ​ໃນ​ທຸກ​ຂົງ​ເຂດ​ຂອງ​ຊີວິດ​ເສດຖະກິດ​ແລະສັງຄົມ. ສຸມ​ໃສ່​ການ​ຊຸກຍູ້​ລະບົບ​ນິ​ເວດ​ການ​ລິ​ເລີ່​ມທຸລະ​ກິດ​ປ່ຽນ​ແປງ​ໃໝ່​ປະດິດ​ສ້າງ​ແຫ່ງ​ຊາດ ຕາມ​ທິດ​ກໍ່ສ້າງ​ກົນ​ໄກ, ນະ​ໂຍບາຍ​ສະ​ເພາະ, ສອດຄ່ອງ​ ເພື່ອ​ພັດທະນາ​ວິ​ສາ​ຫະກິດ​ເລີ່ມທຸລະ​ກິດ​ປະດິດເສ້າງ​ຢ່າງ​ແຂງ​ແຮງ, ​ເຊັ່ນ ມີ​ກົນ​ໄກ​ການ​ເງິນ​ເພື່ອຊຸກຍູ້​ການ​ເຄື່ອນ​ໄຫວ​ຄົ້ນຄວ້າ​ວິທະຍາສາດ ​ແລະ​ພັດທະນາ​ເຕັກ​ໂນ​ໂລ​ຊີ​ຂອງ​ວິ​ສາ​ຫະກິດດ້ວຍ​ຫຼັກການ​ວິ​ສາ​ຫະກິດ​ເປັນ​ໃຈກາງ; ປ່ຽນ​ແປງ​ໃໝ່​ກົນ​ໄກ​ການ​ລົງທຶນ​ແລະ​ອຸປະຖຳ​ການ​ຄົ້ນ​ຄວ້າ​ວິທະຍາສາດ​ແລະພັດທະນາ​ເຕັກ​ໂນ​ໂລ​ຊີ; ມີ​ນະ​ໂຍບາຍ​ເພື່ອ​ພັດທະນາ​ວິ​ສາ​ຫະກິດ​ເລີ່​ມທຸລະ​ກິດ​ປະດິດ​ສ້າງຢ່າງ​ແຂງ​ແຮງ; ​ເຊື່ອມ​ຕໍ່​ຊຸມ​ຊົນ​ວິທະຍາສາດ​ແລະ​ເຕັກ​ໂນ​ໂລ​ຊີຂອງ​ຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ​ກັບ​ຊຸມ​ຊົນ​ຢູ່​ໃນ​ປະ​ເທດ. ສ້າງ​ກົນ​ໄກ, ນະ​ໂຍບາຍ​ກ່ຽວ​ກັບ​ພາສີ​ແລະ​ການ​ເງິນ​ເພື່ອ​​ແນ​ໃສ່​ສົ່ງ​ເສີມ​ວິ​ສາ​ຫະກິດລົງທຶນ​ເຂົ້າ​ໃນ​ການ​ເຄື່ອນ​ໄຫວປ່ຽນ​ແປງ​ໃໝ່​ເຕັກ​ໂນ​ໂລ​ຊີ, ຄົ້ນຄວ້າ​ການ​ພັດທະນາ​ແລະ​ລົງທຶນ​ທຸລະ​ກິດ​ໃນ​ຂົງ​ເຂດ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ ​ແລະ​ບັນດາ​ເຕັກ​ໂນ​ໂລ​ຊີ​ທັນ​ສະ​ໄໝ​ອື່ນໆ.

ທີ​ສີ່, ລັດ​ຕ້ອງ​ແກ້​ໄຂ​ຂໍ້​ຂັດ​ແຍ້​ງຕ່າງໆ​ໃນຂະ​ບວນການ​ພັດທະນາ​​ເສດຖະກິດ​ຕະຫຼາດກຳນົດ​ທິດ​ສັງຄົມ​ນິຍົມ. ນັ້ນ​ແມ່ນ ຄວາມ​ຂັດ​ແຍ້​ງລະຫວ່າງ​ການ​ພັດທະນາ​ຢ່າງ​ວ່ອງ​​ໄວ​ແລະ​ການ​ພັດທະນາ​ຢ່າງ​ຍືນ​ຍົງ; ລະຫວ່າງ​ການ​ໂລກາ​ພິວັດ, ​ເຊື່ອມ​ໂຍງ​ສາ​ກົນ ​ແລະ ທ່າ​ອຽງກີດ​ກັນ; ລະຫວ່າງ​ການຫຼຸດຜ່ອນ​ສິ່ງ​ກີດຂວາງ​ດ້ານ​ພາສີ​ແລະການ​ເພີ່ມ​ຂຶ້ນ​ຂອງ​ອຸປະສັກ​ທີ່​ບໍ່​ແມ່ນ​ພາສີ; ລະຫວ່າງ​ບັນດາ​ສັນຍາ​ການ​ຄ້າ​ສອງ​ຝ່າຍ ​ແລະ​ບັນດາ​ສັນຍາ​ການ​ຄ້າ​ຂອງບາງ​ປະ​ເທດກັບ​ບັດ​ນາ​ອົງການ​ຈັດ​ຕັ້ງ, ພາກ​ພື້ນ...

ທີ​ຫ້າ, ລັດ​ຕ້ອງ​ຮັບປະກັນ​ການ​ພັດທະນາຄົບ​ຊຸດ​ຂອງ​ບັນດາ​ຕະຫຼາດ, ຍູ້​ແຮງ​ຕະຫຼາດ​ທຶນ​ແລະ​ເງິນຕາ​ດ້ວຍ​ແລວ​ທາງກົດ​ໝາຍ​ທີ່​ຈະ​ແຈ້ງ ​ໂປ່​ງ​ໃສ; ຍູ້​ແຮງ​ຂະ​ບວນການ​ກວດກາ​ແລະ​ປະ​ເມີນ​ຜົນ​ບັນດາລັດ​ວິ​ສາ​ຫະກິດ. ສ້າງ​ແລວ​ກົດໝາຍ​ສຳລັບຮູບ​ແບບ​ເສດຖະກິດ​ດິຈິ​ຕອນ, ​ເສດຖະກິດ​ແບ່ງປັນ, ບັນດາ​ຮູບ​ການ​ຊຳລະ​ເງິນ​ແບບ​ໃໝ່, ການ​ໃຫ້​ກູ້​ຢືມ​ມິດ​ສະຫາຍ, ຈຳກັດ​ສະພາບ​ການ “ສິນ​ເຊື່ອ​ມືດ”. ​ເອົາ​ໃຈ​ໃສ່​ເຖິງ​ການ​ຄວບ​ຄຸມການ​ຂາດ​ດຸນ​ງົບປະມານ ​ແລະ ໜີ້​ຕ່າງປະ​ເທດ​ຂອງ​ຊາດ; ປະຕິ​ຮູບ​ກົນ​ໄກ​ເກັບ​ລາຍ​ຮັບ​ແລະ​ລາຍ​ຈ່າຍ​ງົບປະມານ, ນັບ​ທັງ​ກົນ​ໄກ​ການ​ເກັບ​ແລະ​ການ​ຈ່າຍ​ງົບປະມານ​ຂອງ​ທ້ອງ​ຖິ່ນ, ​ເພື່ອ​ສ້າງ​ເງື່ອນ​ໄຂ​ການ​ພັດທະນາ​ຢ່າງ​ແຂງ​ແຮງ​ກວ່າ​ອີກ.

ທີ​ຫົກ, ​ແກ້​ໄຂ “ຈຸດ​ປຶກ​ຕັນ” ທາງ​ດ້ານ​ໂຄງ​ສ້າງ​ພື້ນຖານ​ແລະ​ຄຸນ​ນະພາ​ບຂອງ​ແຫຼ່ງບຸກຄະລາ​ກອນ​ໃຫ້​ໄດ້​ເປັນ​ຢ່າງ​ດີ. ຄວາມ​ຕ້ອງການ​ຂອງ​ການ​ລົງທຶນ​ໂຄງ​ສ້າງ​ພື້ນຖານ​ຢູ່​ປະ​ເທດ​ຫວຽດນາມ​ເພີ່ມ​ຂຶ້ນ​ທຸກ​ປີ. ການ​ລົງທຶນ​ໂຄງ​ສ້າງ​ພື້ນຖານ​ຈະ​ປະກອບສ່ວນ​ເຂົ້າ​ໃນ​ການ​ເຕີບ​ໂຕ​ໄລຍະ​ກາງ​ແລະ​ໄລຍະ​ຍາວ, ດັ່ງ​ນັ້ນ, ລັດ​ຕ້ອງ​ວາງ​ແຜນການ​ແລະບຸລິມະສິດ​ການ​ລົງ​ທຶນ​ກໍ່ສ້າງ​ໂຄງ​ສ້າງ​ພື້ນຖານທີ່​ເປັນ​ກະດູກ​ສັນຫຼັງ​ຂອງ​ຊາດ. ຄຽງ​ຄູ່​ກັນ​ນັ້ນ, ລັດ​ຕ້ອງ​ກໍ່ສ້າງສິ່ງແວດ​ລ້ອມທາງ​ກົດໝາຍ​ທີ່​ມີ​ປະສິດທິ​ຜົນ​ ເພື່ອ​ດຶງ​ດູດ​ການ​ເຂົ້າ​ຮ່ວມຂອງ​ພາກ​ເອກະ​ຊົນ. ການ​ເຄື່ອນ​ໄຫວ​ເຫຼົ່າ​ນີ້ປະກອບ​ດ້ວຍ​ການ​ສ້າງ​ຂອບ​ກົດໝາຍ​ຮອບດ້ານ​ກ່ຽວ​ກັບຄູ່​ຮ່ວມ​ມື​ລັດ-​ເອກະ​ຊົນ ​ແລະ ຊຸກຍູ້​ການ​ພັດທະນາ​ຂອງ​ຂົງ​ເຂດ​ການ​ເງິນ​ໃນ​ປະ​ເທດ, ພ້ອມ​ກັນ​ນັ້ນ​ຮັບປະກັນການ​ເຄື່ອນ​ໄຫວ​ຢ່າງ​ມີ​ປະສິດທິ​ຜົນຂອງ​ລັດ​ວິ​ສາ​ຫະກິດ ​ແມ່ນ​ເນື້ອ​ໃນ​ທີ່​ສຳຄັນ​ໜຶ່ງ​ໃນ​ໂຄງການກ່ຽວ​ກັບ​ໂຄງ​ສ້າງ​ພື້ນຖານ. ການ​ພັດທະນາ​ໂຄງ​ສ້າງ​ພື້ນຖານ​ຕາມ​ຮູບ​ແບບຄູ່ຮ່ວມ​ມືລັດ-​ເອກະ​ຊົນນັ້ນ​ ຕ້ອງ​ໄດ້​ເຂົ້າ​ເຖິງຕາມ​ທິດ​ທາງ​ຂອງ​ການ​ເຄື່ອນ​ໄຫວ​ແນ​ໃສ່​ດຶງ​ດູດ​ແຫຼ່ງລົງທຶນ​ຈາກ​ສັງຄົມເພື່ອ​ການ​ພັດທະນາ​. ​ໃນ​ນັ້ນ, ຕ້ອງ​ຄັດ​ເລືອກ​ຄູ່​ຮ່ວມ​ມື​ທີ່​ມີ​ຄວາມ​ສາມາດ​ດ້ານ​ການ​ເງິນ​ແລະ​ດ້ານ​ເຕັກນິກ​ຢ່າງ​ພຽງພໍ, ​ເພາະວ່າ​ຄູ່​ຮ່ວມ​ມື​ຂາດ​ຄວາມ​ສາມາດ​ທາງ​ການ​ເງິນ​ອາດ​ຈະສົ່ງ​ຜົນກະທົບ​ຕໍ່​ຄວາມ​ຄືບ​ໜ້າ​ຂອງ​ການຈັດ​ຕັ້ງ​ປະຕິບັດ, ຄຸນ​ນະພາ​ບຂອງ​ໂຄງການ ​ແລະຄວາມ​ໝັ້ນຄົງ​ຂອງ​ຕະຫຼາດ​ການ​ເງິນ; ​ແຕ່​ສິ່ງ​ທີ່​ສຳຄັນ​ກວ່າ​ນັ້ນ​ແມ່ນ ບັນດາ​ຄູ່​ຮ່ວມງານ​ມີ​ໂຄງການ​ທີ່​ອີງ​ໃສ່​ເຕັກ​ໂນ​ໂລ​ຊີ​ທັນ​ສະ​ໄໝ, ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ, ​ເຕັກ​ໂນ​ໂລ​ຊີຊີວະ​ພາບ​ບົນ​ພື້ນຖານ​ເຕັກ​ໂນ​ໂລ​ຊີ​ດິຈີ​ຕອນ​ແລະ​ປັນຍາ​ປະດິດ.

ທີ​ເຈັດ, ລັດ​ຕ້ອງ​ຍົກ​ສູງ​ຄວາມ​ສາມາດ​ຄາດ​ຄະ​ເນກ່ຽວ​ກັບ​ການ​ຜັນ​ປ່ຽນ​ຂອງ​ຊີວິດ​ເສດຖະກິດ-ສັງຄົມ​ໃນ​ພາກ​ພື້ນ​ແລະ​ໃນ​ໂລກ, ມີ​ຄວາມ​ສາມາດ​ໃນ​ການ​ໃຫ້​ຄຳ​ແນະນຳ​ແລະ​ທິດ​ທາງ​ແນ​ໃສ່​ຫຼຸດຜ່ອນ “ການ​ກະທົບ” ຈາ​ກຄວາມ​ຜັນ​ຜວນ​ຂອງ​ຕະຫຼາດ​ພາກ​ພື້ນ​ແລະ​ຕະຫຼາດ​ໂລກ. ລັດ​ກໍ່​ຕ້ອງ​ເປັນ​ຜູ້​ສະໜອງຂໍ້​ມູນ​ຂ່າວສານກ່ຽວ​ກັບ​ຕະຫຼາດ​ແລະ​ສັນຍານ​ຕ່າງໆ​ຈາກ​ຕະຫຼາດ​ຢ່າງ​ທັນ​ການ​ ເພື່ອກຳນົດ​ທິດ​ທາງ​ໃຫ້​ແກ່​ການ​ເຄື່ອນ​ໄຫວ​ຂອງ​ວິ​ສາ​ຫະກິດທັນ​ກັບ​ການ​ປ່ຽນ​ແປງ​ໃນ​ພາກ​ຕົວ​ຈິງ. ການ​ຄຸ້ມ​ຄອງ​ລັດຕ້​ອງມີ​ຈິນຕະນາການ​ລະດັບ​ພາກ​ພື້ນ​ແລະ​ທົ່ວ​ໂລກ, ຊອກ​ເຫັນ​ຄຸນຄ່າ​ຫວຽດນາມ​ໃນ​ຫ່ວງ​ໂຊ້​ການ​ຜະລິດ ​ແລະ ​ໃນ​ບັນດາ​ຫ່ວງ​ໂຊ້​ຄຸນຄ່າ​ ເພື່ອ​ທ່ວງທັນ​ກັບ​ການ​ພັດທະນາ​ລວມຂອງ​ມະນຸດຊາດ.

ທີ​ແປດ, ການສ້າງລັດຖະບານ​ດິຈິ​ຕອນ, ລັດຖະບານ​ສະຫຼາດທີ່​ມີ​ຄວາມ​ສາມາດ​ແບ່ງປັນ​ຂໍ້​ມູນ​ການ​ຄຸ້ມ​ຄອງ​ລັດ ຕ້ອງ​ໄດ້​ວາງ​ອອກ​ມາ​ແລະ​ຜັນ​ຂະຫຍາຍ​ປະຕິບັດ​ຢ່າງ​ມີ​ປະສິດທິ​ຜົນ, ສ້າງ​ຄວາມ​ສາມາດ​ປະສານ​ສົມທົບ​ລະຫວ່າງ​ຂະ​ແໜງ​ການ​ແລະ​ລະຫວ່າງ​ເຂດ, ຂຸດ​ຄົ້ນ​ທ່າ​ແຮງ​ປຽບທຽບ​ຂອງ​ແຕ່ລະ​ເຂດ, ​ແຕ່ລະ​ທ້ອງ​ຖິ່ນ, ​ແຕ່ລະ​ຂະ​ແໜງ​ການ, ​ແຕ່ລະ​ຂົງ​ເຂດ​ ເພື່ອ​ເຊື່ອມ​ຕໍ່​ການ​ພັດທະນາ. ​ແຕ່​ລະ​ກະຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ​ຕ້ອງ​ເປັນ​ເຈົ້າ​ການ​ຫຼຸດຜ່ອນ​ຂັ້ນ​ຕອນ​ການ​ບໍລິຫານ, ຂັ້ນ​ຕອນ​ທີ່​ເປັນ​ອຸປະສັກ​ຕໍ່​ການ​ເຄື່ອນ​ໄຫວ​ເສດຖະກິດ-ສັງຄົມ, ​ເພື່ອ​ໃຫ້​ຂັ້ນ​ຕອນ​ການ​ບໍລິຫານ​ມີ​ຄວາມ​ແໜ້ນ​ແຟ້ນທີ່​ຈຳ​ເປັນ, ທັງ​ສ້າງ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ການຜະລິດ ທຸລະ​ກິດ, ຮັບປະກັນ​ຄວາມ​ໄຫວ​ພິບ, ຄ່ອງ​ຕົວ​ໄວ​ກັບ​ການ​ປ່ຽນ​ແປງ​ແລະ​ການ​ປ່ຽນ​ແທນ​ເຕັກ​ໂນ​ໂລ​ຊີ​ທັນ​ສະ​ໄໝ, ​ເຕັກ​ໂນ​ໂລ​ຊີ​ດິຈິ​ຕອນ​ຂອງ​ວິ​ສາ​ຫະກິດ. ​ແບບ​ວິທີ​ການ​ຄຸ້ມ​ຄອງ​ລັດ​ຕ້ອງ​ໄດ້​ປ່ຽນ​ແປງ​ໃໝ່, ​ແທດ​ເໝາະ​ກັບ​ການ​ນຳ​ໃຊ້​ຜົນສຳ​ເລັດ​ຂອງການ​ປະຕິວັດ​ອຸດສາຫະກຳ​ຄັ້ງ​ທີ​ສີ່​ໃນ​ທຸກ​ດ້ານ​ຂອງ​ການ​ເຄື່ອນ​ໄຫວ​ເສດຖະກິດ, ສັງຄົມ, ການ​ປ້ອງ​ກັນຊາ​ດ ປ້ອງ​ກັນ​ຄວາມ​ສະຫງົບ​ແລະການ​ເຊື່ອມ​ໂຍງ​ສາກົນ, ​ໃນ​ສະ​ໄໝ​ແຫ່ງ​ເຕັກ​ໂນ​ໂລ​ຊີ​ດິຈິ​ຕອນ​ແລະ​ປັນຍາ​ປະດິດ./.

​ໂດຍ ປອ. ດັ້ງ​ຊວັນ​ຮວານ

ຜູ້ອຳນວຍການ​ສະ​ຖາ​ບັນ​ການ​ປົກຄອງ​ແຫ່ງ​ຊາດ

-----------------

(1) ​ເອກະສານ​ກອງ​ປະຊຸມ​ຄັ້ງ​ທີ 5 ຂອງ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ສະ​ໄໝ​ທີ XII, ຫ້ອງການ​ສູນ​ກາງ​ພັກກອມ​ມູນິດ​ຫວຽດນາມ, ຮ່າ​ໂນ້ຍ, 2017, ໜ້າ 26 – 27.

- ບົດ​ນີ້​ໄດ້​ລົງ​ພິມ​ໃນ​ວາ​ລະ​ສານ​ກອມ​ມູນິດ ສະບັບ​ທີ 930 (​ເດືອນ​ພະຈິກ 2019)

Other Stories

ບົດທີ່ມີຜູ້ອ່ານຫລາຍສຸດ

ບົດໃໝ່ສຸດ