ຍູ້ແຮງການປ່ຽນແປງໃໝ່ວຽກງານນິຕິບັນຍັດ,
ປະກອບສ່ວນປົດປ່ອຍແຫຼ່ງກຳລັງແຮງສັງລວມ ເພື່ອພັດທະນາປະເທດ
ໃນຍຸກແຫ່ງການບືນຕົວຂຶ້ນຂອງປະເທດຊາດ
ປະກອບສ່ວນປົດປ່ອຍແຫຼ່ງກຳລັງແຮງສັງລວມ ເພື່ອພັດທະນາປະເທດ
ໃນຍຸກແຫ່ງການບືນຕົວຂຶ້ນຂອງປະເທດຊາດ
ສະຫາຍ ໂຕເລິມ, ເລຂາທິການໃຫຍ່ ພົບປະກັບຜູ້ມີສິດເລືອກຕັ້ງ ໃນເມືອງບາດິງ, ດົງດາ, ຮາຍບ່າຈຶງ (ນະຄອນຫຼວງຮ່າໂນ້ຍ) ເພື່ອລາຍງານຜົນການປະຊຸມສະພາແຫ່ງຊາດຄັ້ງທີ 8 ສະໄໝທີ XV ແລະ ຮັບຟັງຄວາມຄິດເຫັນ ແລະ ຂໍ້ສະເໜີແນະຂອງຜູ້ມີສິດເລືອກຕັ້ງ _ພາບ: TTXVN
1- ປີ 2024, ສະພາບການໂລກ ແລະ ພາຍໃນປະເທດໄດ້ປະເຊີນກັບຄວາມຫຍຸ້ງຍາກ ແລະ ຄວາມທ້າທາຍຫຼວງຫຼາຍ, ແຕ່ເມື່ອເບິ່ງຄືນທັງປີກໍອາດເຫັນວ່າ ຫວຽດນາມໄດ້ບັນລຸຜົນສຳເລັດທີ່ສຳຄັນແລະຮອບດ້ານໃນທຸກຂົງເຂດ. ເສດຖະກິດມະຫາພາກຍັງມີສະຖຽນລະພາບ, ໂຄງສ້າງເສດຖະກິດປ່ຽນແປງໄປໃນທາງບວກ; ບັນລຸເປົ້າໝາຍທາງເສດຖະກິດແລະສັງຄົມ 15/15 ທີ່ກຳນົດໄວ້ໃນມະຕິໝາຍເລກ 01/NQ-CP ຂອງລັດຖະບານຢ່າງສຳເລັດຜົນ. ຈີດີພີເຕີບໂຕທັງປີ 7,09% ເຊິ່ງຈັດຢູ່ໃນກຸ່ມປະເທດທີ່ມີອັດຕາການເຕີບໂຕສູງທັງໃນພາກພື້ນ ແລະ ໃນໂລກ ແລະ ເພີ່ມຂະໜາດເສດຖະກິດຂອງປະເທດຂຶ້ນເປັນປະມານ 476,3 ຕື້ໂດລາສະຫະລັດ. ເກັບລາຍໄດ້ງົບປະມານປະເທດເກີນກວ່າ 2 ລ້ານຕື້ດົ່ງ, ສູງກວ່າທີ່ຄາດໝາຍ 19% ທີ່ປະມານ 320 ພັນຕື້ດົ່ງ. ລວມຍອດມູນຄ່າສິນຄ້ານຳເຂົ້າ-ສົ່ງອອກຢູ່ທີ່ 786,29 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 15,4% ເມື່ອທຽບກັບປີກ່ອນໜ້າ. ລະບົບສະຫວັດດິການສັງຄົມມີຄວາມໝັ້ນຄົງ; ຄຸນນະພາບຊີວິດຂອງປະຊາຊົນດີຂຶ້ນ, ອັດຕາຄອບຄົວທຸກຍາກຫຼຸດລົງເຫຼືອ 1,93%. ກຳລັງແຮງງານ, ອັດຕາແຮງງານມີວຽກເຮັດງານທຳເພີ່ມຂຶ້ນ 1,14%; ຄຸນນະພາບຂອງຊັບພະຍາກອນມະນຸດດີຂຶ້ນ. ໂຄງການລົບລ້າງເຮືອນຊົ່ວຄາມແລະເຮືອນຊຸດໂຊມໄດ້ຮັບການປະຕິບັດຢ່າງວ່ອງໄວດ້ວຍແນວຄິດ ແລະ ວິທີການໃໝ່ໆ ແລະ ບັນລຸຜົນສຳເລັດເບື້ອງຕົ້ນທີ່ດີທີ່ສຸດ.
ການປ້ອງປະເທດແລະຄວາມໝັ້ນຄົງສືບຕໍ່ໄດ້ຮັບການປັບປຸງແລະເພີ່ມທະວີ; ຄວາມໝັ້ນຄົງທາງການເມືອງ, ຄວາມເປັນລະບຽບຮຽບຮ້ອຍ ແລະຄວາມປອດໄພທາງສັງຄົມ ໄດ້ຮັບການຮັກສາໄວ້; ວຽກງານປ້ອງກັນແລະຕ້ານການສໍ້ລາດບັງຫຼວງແລະຄວາມຫຍໍ້ທໍ້, ການປ້ອງກັນແລະຕ້ານການໃຊ້ຈ່າຍຟຸ່ມເຟືອຍ ໄດ້ຮັບການດຳເນີນການຢ່າງຄົບຊຸດແລະເຂັ້ມງວດ; ການເຄື່ອນໄຫວພົວພັນຕ່າງປະເທດດຳເນີນໄປຢ່າງເຂັ້ມແຂງ ຄວບຄູ່ໄປກັບຄວາມສຳເລັດໃນການພັດທະນາເສດຖະກິດແລະສັງຄົມ ເຊິ່ງຊ່ວຍຍົກສູງຖານະທີ່ຕັ້ງ ແລະ ອິດທິພົນຂອງປະເທດໃນເວທີສາກົນ.
ນີ້ແມ່ນຜົນສຳເລັດທີ່ສຳຄັນທີ່ສຸດໃນສະພາບການໂລກ ແລະ ສະຖານະການພາຍໃນປະເທດມີຄວາມຫຍຸ້ງຍາກ ແລະ ຄວາມທ້າທາຍທີ່ສັບສົນກວ່າທີ່ຄາດການໄວ້ ເຊິ່ງຢືນຢັນເຖິງການນຳພາທີ່ສະຫຼາດສ່ອງໃສ, ຖືກຕ້ອງ, ໃກ້ຊິດ ແລະ ທັນທ່ວງທີ່ ຂອງພັກກອມມູນິດ ຫວຽດນາມ ເຊິ່ງໂດຍກົງ ແລະ ເປັນປະຈຳແມ່ນກົມການເມືອງແລະຄະນະເລຂາທິການສູນກາງພັກ ທີ່ນຳໂດຍເລຂາທິການໃຫຍ່ ໂຕເລິມ; ຄວາມເປັນເຈົ້າການ, ການໄປຄຽງຄູ່ກັນ, ການຕິດຕາມກວດກາຢ່າງໄຫວພິບ, ແໜ້ນແຟ້ນ ແລະ ມີປະສິດທິຜົນ ຂອງສະພາແຫ່ງຊາດ; ການຄຸ້ມຄອງ, ຊີ້ນຳ ແລະ ບໍລິຫານຈັດການຢ່າງເຂັ້ມງວດ ຂອງລັດຖະບານ; ການປະສານງານຢ່າງໃກ້ຊິດຂອງຂະແໜງການ, ຂັ້ນຕ່າງໆ ແລະ ບັນດາທ້ອງຖິ່ນ; ການເຂົ້າຮ່ວມຢ່າງຄົບຊຸດຂອງລະບົບການເມືອງທັງໝົດ ແລະ ຄວາມພະຍາຍາມ, ການສູ້ຊົນຂອງທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບ ແລະ ປະຊາຄົມວິສາຫະກິດ.
2- ໃນຄວາມສຳເລັດຮ່ວມກັນຂອງປະເທດນີ້ ຈຳເປັນຕ້ອງເນັ້ນໜັກເຖິງການປະສານສົມທົບຢ່າງແໜ້ນແຟ້ນ, ແທ້ຈິງ ແລະ ມີປະສິດທິຜົນ ລະຫວ່າງສະພາແຫ່ງຊາດ ແລະ ລັດຖະບານ ໃນການຊາບຊຶມເຂົ້າໃຈຂໍ້ສະຫຼຸບຂອງຄະນະບໍລິຫານງານສູນກາງພັກຢ່າງແທ້ຈິງ ເພື່ອຈັດຕັ້ງຜັນຂະຫຍາຍ ແລະ ປະຕິບັດໜ້າທີ່ທີ່ໄດ້ມອບໝາຍໃຫ້ສຳເລັດ, ໂດຍສະເພາະ ການປະສານງານເພື່ອປ່ຽນແປງໃໝ່ວຽກງານນິຕິບັນຍັດ, ຂະຈັດອຸປະສັກ ແລະ ແກ້ບັນຫາດ້ານສະຖາບັນ, ລະອຽດດັ່ງນີ້:
ປະການທີໜຶ່ງ, ການປະສານສົມທົບໃນວຽກງານການສ້າງ ແລະ ຈັດຕັ້ງປະຕິບັດກົດໝາຍ.
ການສ້າງກົດໝາຍ ແລະ ການບັງຄັບໃຊ້ກົດໝາຍ ແມ່ນສອງໜ້າທີ່ຫຼັກ, ພື້ນຖານ ທີ່ມີການພົວພັນ ແລະ ກະທົບເຊິ່ງກັນແລະກັນຢ່າງໃກ້ຊິດ ເຊິ່ງຮຽກຮ້ອງໃຫ້ສະພາແຫ່ງຊາດ, ຄະນະກຳມະການປະຈຳການສະພາແຫ່ງຊາດ, ລັດຖະບານ ແລະ ນາຍົກລັດຖະມົນຕີ ຕ້ອງດຳເນີນງານຢ່າງສອດປະສານກັນ ເພື່ອປັບປຸງສະຖາບັນການພັດທະນາໃຫ້ສົມບູນ ເພື່ອພາລະກິດຮ່ວມກັນ. ໃນປີ 2024, ໂດຍສະເພາະ ໃນກອງປະຊຸມສາມັນຄັ້ງທີ 8 ຄະນະກຳມະການປະຈຳສະພາແຫ່ງຊາດ, ລັດຖະບານ, ບັນດາໜ່ວຍງານຂອງສະພາແຫ່ງຊາດ, ກະຊວງ, ອົງການທຽບເທົ່າກະຊວງ, ໜ່ວຍງານໃນສັງກັດລັດຖະບານ ໄດ້ແລກປ່ຽນແລະປະສານງານກັນຢ່າງສະໝ່ຳສະເໝີ ຕັ້ງແຕ່ຂັ້ນຕອນການກະກຽມເນື້ອໃນສຳລັບກອງປະຊຸມສະໄໝສາມັນ ແລະ ຕະຫຼອດຂະບວນປັບປຸງ ແລະພັດທະນາຮ່າງເອກະສານ.
ພິເສດ, ພາຍໃຕ້ການນຳພາທີ່ສະຫຼາດສ່ອງໃສ, ຖືກຕ້ອງ, ໃກ້ຊິດ ແລະ ທັນທ່ວງທີຂອງພັກ ເຊິ່ງໂດຍກົງແລະສະໝ່ຳສະເໝີແມ່ນກົມການເມືອງ ແລະ ຄະນະເລຂາທິການ ໂດຍມີເລຂາທິການໃຫຍ່ ໂຕເລິມ ເປັນຫົວໜ້າ, ສະພາແຫ່ງຊາດ ແລະ ລັດຖະບານ ໄດ້ຊາບຊຶມກຳແໜ້ນ ແລະ ຊີ້ນຳການສົມທົບຢ່າງແໜ້ນແຟ້ນ, ການນຳໃຊ້ຢ່າງເໝາະສົມ ເພື່ອປ່ຽນແປງໃໝ່ແນວຄິດ ແລະ ວິທີການປະຕິບັດໃນການສ້າງກົດໝາຍ. ໃນກອງປະຊຸມຄັ້ງທີ 7 ແລະ 8, ສະພາແຫ່ງຊາດໄດ້ຜ່ານກົດໝາຍ 29 ສະບັບ ແລະ ມະຕິ 41 ສະບັບ ລວມເຖິງກົດໝາຍແລະມະຕິຫຼາຍສະບັບ ທີ່ກຳນົດນະໂຍບາຍທີ່ບຸກທະລຸ ເພື່ອປົດປ່ອຍຊັບພະຍາກອນສຳລັບການພັດທະນາເສດຖະກິດ-ສັງຄົມ ເພື່ອຕອບສະໜອງຄວາມຕ້ອງການອັນຮີບດ່ວນຂອງປະເທດ ໂດຍລະອຽດຄື:
ທີໜຶ່ງ, ກົດໝາຍຕ້ອງຮັດກຸມແລະຈະແຈ້ງ, ກຳນົດສະເພາະບັນຫາທີ່ຢູ່ພາຍໃຕ້ອຳນາດຂອງສະພາແຫ່ງຊາດ, ສ້າງເງື່ອນໄຂທີ່ເອື້ອອຳນວຍໃຫ້ລັດຖະບານເປັນຜູ້ລິເລີ່ມ ແລະ ໃຫ້ຄວາມຍືດຫຍຸ່ນແລະມີປະສິດທິພາບ ໃນການບໍລິຫານຈັດການ. ດັ່ງນັ້ນ, ຈຳນວນພາກ, ມາດຕະ ແລະ ວັກຕ່າງໆ ໃນຮ່າງກົດໝາຍຫຼັງຈາກຜ່ານການພິຈາລະນາແລະແກ້ໄຂ ຈຶງຫຼຸດລົງຢ່າງຫຼາຍເມື່ອທຽບກັບຮ່າງກົດໝາຍສະບັບເດີມ ເຊັ່ນ ກົດໝາຍວ່າດ້ວຍໄຟໄຟ້ ຫຼຸດ 49 ມາດຕາ, ກົດໝາຍວ່າດ້ວຍວຽກເຮັດງານທຳ ຫຼຸດ 36 ມາດຕາ…
ທີສອງ, ສະພາແຫ່ງຊາດ ແລະ ລັດຖະບານໄດ້ສຸມໃສ່ປັບປຸງກົດລະບຽບເພື່ອເສີມສ້າງການກະຈາຍອຳນາດ ແລະການມອບອຳນາດ ຕາມທິດນຳທີ່ວ່າ “ທ້ອງຖິ່ນຕົກລົງ, ທ້ອງຖິ່ນປະຕິບັດ, ທ້ອງຖິ່ນຮັບຜິດຊອບ”; ສູນກາງພັກ, ສະພາແຫ່ງຊາດ ແລະ ລັດຖະບານມີບົດບາດໃນການສ້າງ, ເພີ່ມທະວີການປັບປຸງບູລະນະລະບຽບກົດໝາຍ ແລະ ກວດກາ, ຕິດຕາມກວດກາ; ຮັບປະກັນບຸກຄະລາກອນທີ່ຈະແຈ້ງ, ວຽກງານຈະແຈ້ງ, ຄວາມຮັບຜິດຊອບຈະແຈ້ງ, ໝາກຜົນຈະແຈ້ງ; ຫຼີກລ້ຽງການສ້າງກົນໄກ “ການຂໍ-ການອະນຸຍາດ”; ຖືເອົາປະຊາຊົນ ແລະ ວິສາຫະກິດເປັນສູນກາງ ແລະ ເປັນອັດຕະພາບ; ຫັນປ່ຽນຢ່າງແຂງແຮງຈາກກົດໝາຍທີ່ເນັ້ນການຄຸ້ມຄອງບໍລິຫານ ໄປສູ່ການປະສານສົມທົບຢ່າງກົມກຽວ ລະຫວ່າງການຄຸ້ມຄອງບໍລິຫານທີ່ມີປະສິດທິພາບ ກັບການສ້າງສັນການພັດທະນາ, ສົ່ງເສີມການປ່ຽນແປງໃໝ່ປະດິດສ້າງ ແລະ ປະຖິ້ມຄວາມຄິດທີ່ວ່າ “ຫາກຄຸ້ມຄອງບໍລິຫາບໍ່ໄດ້ກໍ່ຫ້າມມັນ” ຢ່າງເດັດຂາດ.
ປະການທີສອງ, ກ່ຽວກັບປະສິດທິຜົນໃນການຕິດຕາມກວດກາ ແລະ ການປະຕິບັດນະໂຍບາຍ.
ສະພາແຫ່ງຊາດ ແລະ ລັດຖະບານໄດ້ປະສານງານກັນຢ່າງໃກ້ຊິດ ໃນວຽກງານຕິດຕາມກວດກາ, ສະແດງໃຫ້ເຫັນເຖິງການປ່ຽນແປງໃໝ່ການຄິດກ່ຽວກັບວິທີການຈັດຕັ້ງປະຕິບັດ ແລະການແກ້ໄຂບັນຫາສຳຄັນທີ່ກ່ຽວຂ້ອງກັບການບໍລິຫານຄຸ້ມຄອງປະເທດ. ການເຄື່ອນໄຫວຕິດຕາມກວດການັບມື້ນັບເຂົ້າສູ່ຄວາມແທດຈິງ ແລະມີປະສິດທິຜົນ, ບໍ່ພຽງແຕ່ໃນລັກສະນະຂອງການ “ກວດກາພາຍຫຼັງ” ເທົ່ານັ້ນ ແຕ່ຍັງສຸມໃສ່ບັນຫາທີ່ຍາກ ແລະສັບສົນໃນຂະບວນການດຳເນີນງານ ເພື່ອຊ່ວຍໃຫ້ລັດຖະບານສາມາດຂະຈັດອຸປະສັກ ແລະແກ້ໄຂຂໍ້ຈຳກັດໃນຂະບວນການຈັດຕັ້ງປະຕິບັດໄດ້ຢ່າງວ່ອງໄວ; ສະເໜີແນວທາງແກ້ໄຂ ເພີ່ມເຕີ່ມ ແລະ ປັບປຸງກົນໄກແລະນະໂຍບາຍ, ກຳນົດທິດທາງໄລຍະຍາວ ແລະ ສ້າງການປ່ຽນແປງທີ່ຕັ້ງໜ້າໃນການປະຕິບັດ.
ລາຍງານທີ່ສະເໜີຕໍ່ສະພາແຫ່ງຊາດເພື່ອພິຈາລະນາ ແລະ ລາຍງານສຳລັບຄະນະຜູ້ແທນຕິດຕາມກວດກາແລະສຳຫຼວດ ໄດ້ຮັບການກະກຽມຮຽບຮຽງໂດຍກະຊວງ ແລະໜ່ວຍງານຕ່າງໆ ຢ່າງຮອບຄອບ, ຄົບຖ້ວນ, ລະອຽດຖີ່ຖ້ວນ, ຕົງຕາມກຳນົດເວລາ ແລະ ໃຫ້ຂໍ້ມູນຄົບຖ້ວນຕາມທີ່ຄະນະຜູ້ແທນຕິດຕາມກວດກາຮ້ອງຂໍ. ໃນວາລະປະຊຸມທີ່ມີການຊັກຖາມ, ສະມາຊິກສະພາໄດ້ຖາມຄຳຖາມທີ່ກົງໄປກົງມາແລະເຈາະຈົງ; ສະມາຊິກລັດຖະບານຕອບດ້ວຍຄວາມຮັບຜິດຊອບສູງ, ຮັບຟັງຄວາມຄິດເຫັນເພື່ອແກ້ໄຂນະໂຍບາຍທີ່ບໍ່ພຽງພໍໂດຍທັນທີ. ການຖາມ-ຕອບໃນສະໄໝປະຊຸມທີ 7 ແລະ 8 ປະສົບຄວາມສຳເລັດຢ່າງຈົດງາມ ດ້ວຍຄວາມມຸ່ງໝັ້ນຢ່າງແຮງກ້າໃນການຊີ້ນຳ, ຄຸ້ມຄອງ ບໍລະຫານຂອງນາຍົກລັດຖະມົນຕີ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ແລະ ຫົວໜ້າພາກສ່ວນຕ່າງໆ ເຊິ່ງໄດ້ຮັບການຕີລາຄາສູງຈາກຜູ້ມີສິດເລືອກຕັ້ງ.
ປະການທີສາມ, ກ່ຽວກັບການປະສານງານເພື່ອຂະຈັດອຸປະສັກດ້ານສະຖາບັນ, ປະຕິຮູບຂັ້ນຕອນການບໍລິຫານຢ່າງເຖິງຖອງ, ປົດປ່ອຍຊັບພະຍາກອນການພັດທະນາ
ສະພາແຫ່ງຊາດ ແລະ ລັດຖະບານໄດ້ປະສານງານກັນຢ່າງມີປະສິດທິຜົນ ແລະ ວ່ອງໄວໃນການພັດທະນາ ແລະ ປະກາດໃຊ້ນະໂຍບາຍແລະກົດໝາຍ ໂດຍໃຊ້ເຕັກນິກຢ່າງເຖິງຖອງ “ກົດໝາຍດຽວແກ້ໄຂກົດໝາຍຫຼາຍສະບັບ” ເພື່ອແກ້ໄຂຈຸດອຸດຕັນຂອງສະຖາບັນ, ດ້ວຍຂໍ້ກຳນົດໃໝ່ຈຳນວນຫຼາຍທີ່ໄດ້ຮັບການຕີລາຄາວ່າເປັນນະໂຍບາຍທີ່ບຸກທະລຸ, ແກ້ໄຂອຸປະສັກດ້ານການລົງທຶນ, ການຜະລິດແລະທຸລະກິດ ໄດ້ຢ່າງວ່ອງໄວ, ຍູ້ແຮງຄວາມກ້າວໜ້າຂອງໂຄງການລົງທຶນພາກລັດ ແລະ ຊຸກຍູ້ການເຕີບໂຕທາງເສດຖະກິດ.
ບົນພື້ນຖານຄຳເຫັນຂອງສະພາແຫ່ງຊາດ, ລັດຖະບານໄດ້ພິຈາລະນະ ແລະຕັດສິນຕົກລົງຫຼາຍບັນຫາທີ່ສຳຄັນ, ສ້າງການບຸກທະລຸໃນການກໍ່ສ້າງໂຄງສ້າງພື້ນຖານໃຫ້ສຳເລັດສົມບູນ, ເສີມຂະຫຍາຍຊັບພະຍາກອນໃຫ້ສູງສຸດ, ສ້າງພື້ນທີ່ພັດທະນາໃໝ່ ເຊັ່ນ ໂຄງການທາງລົດໄຟຄວາມໄວສູງເໜືອ-ໃຕ້; ການວາງແຜນກຳນົດພື້ນທີ່ທາງທະເລແຫ່ງຊາດ ໄລຍະປີ 2021-2030, ວິໄສທັດເຖິງປີ 2050; ການປັບປຸງແຜນການໃຊ້ທີ່ດິນແຫ່ງຊາດໄລຍະປີ 2021-2030, ວິໄສທັດເຖິງປີ 2050; ການຈັດຕັ້ງນະຄອນເວ້ ຂຶ້ນກັບສູນກາງ; ການສະແດງຄວາມຄິດເຫັນກ່ຽວກັບການວາງແຜນນະຄອນຫຼວງຮ່າໂນ້ຍ ໃນໄລຍະປີ 2021-2030, ວິໄສທັດເຖິງປີ 2050, ໂຄງການປັບປຸງແຜ່ນແມ່ບົດນະຄອນຫຼວງຮ່າໂນ້ຍເຖິງປີ 2045, ວິໄສທັດເຖິງປີ 2065… ພ້ອມກັນນັ້ນ, ດ້ວຍວິໄສທັດໄລຍະຍາວ, ອົງການຕ່າງໆໄດ້ພັດທະນາແລະອອກກົດລະບຽບຢ່າງຮີບດ່ວນ ສ້າງແລວທາງດ້ານກົດໝາຍສຳລັບບັນຫາໃໝ່ໆ, ບັນຫາແຫ່ງຍຸສະໄໝ ເຊັ່ນ ການຄຸ້ມຄອງແລະການນຳໃຊ້ຂໍ້ມູນ, ການພັດທະນາອຸດສາຫະກຳເຕັກໂນໂລຊີດິຈິຕອນ, ປັນຍາປະດິ, ການປ່ຽນແປງດິຈິຕອນ, ການປ່ຽນແປງສີຂຽວ, ການພັດທະນາໂຄງສ້າງພື້ື້ນຖານດ້ານພະລັງງານແຫ່ງຊາດ (ແຜນນະໂຍບາຍກັບມາລົງທຶນໂຄງການໂຮງໄຟຟ້ານິວເຄຼຍ ນິງຖ້ວນ)… ສ້າງການບຸກທະລຸໃນການພັດທະນາປະເທດໃນຊຸມປີຕໍ່ໆໄປ.
ປະການທີສີ່, ກ່ຽວກັບການປະສາມງານແກ້ໄຂບັນຫາຄວາມປອດໄພທາງສັງຄົມ ແລະ ການພັດທະນາຄຸນນະພາບຊີວິດຂອງປະຊາຊົນ
ສະພາແຫ່ງຊາດ ແລະ ລັດຖະບານ ຮ່ວມມືປະສານງານກັນຢ່າງແໜ້ນແຟ້ນ ແລະ ເປັນເອກະພາບກັນສູງ ໃນການປະກາດໃຊ້ກົນໄກແລະນະໂຍບາຍ ເພື່ອແກ້ໄຂບັນຫາເສດຖະກິດສັງຄົມ ແລະຊີວິດຂອງປະຊາຊົນ ຢ່າງທັນທ່ວງທີ, ຂະຈັດຄວາມຫຍຸ້ງຍາກ ແລະອຸປະສັດຕ່າງໆຢ່າງໄວ, ສ້າງເງື່ອນໄຂເພື່ອຊຸກຍູ້ການຜະລິດແລະທຸລະກິດ, ປົດປ່ອຍຊັບພະຍາກອນ, ຊ່ວຍເຫຼືອແລະຍົກສູງຊີວິດການເປັນຢູ່ທາງດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນ, ໂດຍສະເພາະກຸ່ມຜູ້ດ້ອຍໂອກາດ ເພື່ອຮັບປະກັນຄວາມຍຸຕິທຳທາງສັງຄົມ, ຕອບສະໜອງຄວາມຕ້ອງການຮີບໃນທາງປະຕິບັດ ເຊັ່ນ ກົດໝາຍປະກັນສຸຂະພາບ (ແກ້ໄຂເພີ່ມເຕີມ) ກຳນົດໃຫ້ມີການເຊື່ອມໂຍງແລະການສື່ສານແບບຂັ້ນຕອນໃນການກວດແລະການປິ່ນປົວພະຍາດທາງປະກັນສຸກຂະພາບ; ຫຼຸດຜ່ອນພາສີມູນຄ່າເພີ່ມ, ໂຄງການເປົ້າໝາຍແຫ່ງຊາດເພື່ອການພັທະນາດ້ານວັດທະນະທຳໃນໄລຍະປີ 2025-2035, ໂຄງການເປົ້າໝາຍແຫ່ງຊາດເພື່ອການປ້ອງກັນແລະຄວບຄຸມຢາເສບຕິດຮອດປີ 2030... ພິເສດ, ສະພາແຫ່ງຊາດໄດ້ອະນຸຍາດໃຫ້ນຳໃຊ້ແຫຼ່ງຫຼຸດຜ່ອນແລະປະຢັດ 5% ໃນປີ 2024 ຈາກງົບປະມານສູນກາງ ແລະ ທ້ອງຖິ່ນ ເພື່ອສະໜັບສະໜູນການລົບລ້າງເຮືອນຊົ່ວຄາວແລະເຮືອນຊຸດໂຊມສຳລັບຄອບຄົວທຸກຍາກ ແລະ ຄອບຄົວເກືອບທຸກຍາກ...
3- ການຮ່ວມມືແລະການປະສານງານທີ່ມີປະສິດທິຜົນ ລະຫວ່າງສະພາແຫ່ງຊາດ ແລະ ລັດຖະບານ ໃນການກະກຽມ ແລະ ຈັດຕັ້ງກອງປະຊຸມຄັ້ງທີ 7 ແລະ 8 ໄດ້ນຳມາເຊິ່ງບົດຮຽນອັນມີຄ່າຈຳນວນຫຼາຍ ເຊິ່ງລະອຽດຄື: 1- ການປະສານງານຢ່າງໃກ້ຊິດໃນທຸກຂັ້ນຕອນ, ນັບແຕ່ຂັ້ນຕອນກະກຽມໃນວຽກງານນິຕິບັນຍັດ, ຮັບປະກັນຄວາມເປັນໄປໄດ້ຂອງກົດລະບຽບໃນຮ່າງກົດໝາຍແລະມະຕິ, ການສ້າງເງື່ອນໄຂທີ່ເອື້ອອຳນວຍຕໍ່ການປະຕິບັດຫຼັງຈາກທີ່ຜ່ານແລ້ວ; 2- ເນື້ອໃນທີ່ຍື່ນໃຫ້ສະພາແຫ່ງຊາດຕ້ອງໄດ້ຮັບການກະກຽມຢ່າງຮອບຄອບ, ຕິດແທດກັບພາກຕົວຈິງຂອງປະເທດ, ຮັບຟັງ ແລະ ຕອບສະໜອງຕໍ່ຄວາມຄິດເຫັນ, ການຕິດຕາມກວດກາ, ການວິພາກວິຈານ ແລະ ຂໍ້ສະເໜີແນະ ຂອງຜູ້ມີສິດເລືອກຕັ້ງ, ເພື່ອນຮ່ວມຊາດ, ນັກວິທະຍາສາດ, ສະມາຊິກສະພາ ແລະ ນັກເຄື່ອນໄຫວປະຕິບັດຕົວຈິງ; ເພີ່ມທະວີວິໄນແລະລະບຽບການ, ເພີ່ມທະວີຄວາມຮັບຜິດຊອບຂອງຜູ້ນຳ ແລະ ສຸມໃສ່ວຽກງານສື່ສານດ້ານນະໂຍບາຍ; 3- ເພີ່ມທະວີການສົນທະນາ, ອະພິປາຍ: ຂະບວນການນິຕິບັນຍັດຕ້ອງສ້າງພື້ນທີ່ສຳລັບການແລກປ່ຽນແລະອະພິປາຍຢ່າງເປັນປະຊາທິປະໄຕ ລະຫວ່າງບັນດາອົງການ, ຮັບຟັງຄໍາຄິດເຫັນຫຼາຍມິຕິ, ໂດຍສະເພາະຄວາມຄິດເຫັນຈາກຮາກຖານ ແລະ ເຮັດວຽກຮ່ວມກັນເພື່ອເປົ້າໝາຍຮ່ວມກັນໃນການເລືອກວິທີແກ້ບັນຫາທິ່ເໝາະສົມ ແລະມີປະສິດທິຜົນທີ່ສຸດ; 4- ເຊື່ອມໂຍງການສ້າງກົດໝາຍ ກັບການປະຕິບັດກົດໝາຍຢ່າງໃກ້ຊິດ ແລະ ຕິດຕາມການບັງຄັບໃຊ້ກົດໝາຍຢ່າງໃກ້ຊິດ, ແກ້ໄຂສະຖານະການ “ການຈັດຕັ້ງປະຕິບັດຍັງເປັນຈຸດອ່ອນ” ເພື່ອຮັບປະກັນວ່າ ກົດໝາຍຕ່າງໆໄດ້ຮັບການບັງຄັບໃຊ້ຢ່າງຍຸຕິທຳ, ເຄັ່ງຄັດ, ສະໝ່ຳສະເໝີ, ວ່ອງໄວ, ມີປະສິດທິພາບ ແລະ ປະສິດທິຜົນ.
4- ເພື່ອສືບຕໍ່ເສີມຂະຫຍາຍບັນດາໝາກຜົນທີ່ບັນລຸໄດ້, ໃນປີ 2025 ໃຫ້ສຸມໃສ່ບັນດາເນື້ອໃນຕໍ່ໄປນີ້:
ທີໜຶ່ງ, ຈັດຕັ້ງປະຕິບັດກົດໝາຍ ແລະມະຕິທີ່ຫາກໍ່ຜ່ານໃນກອງປະຊຸມຄັ້ງທີ 8 ຢ່າງວ່ອງໄວ ແລະ ທັນທ່ວງທີ; ຊາບຊຶມຈິດໃຈປ່ຽນແປງໃໝ່ຄວາມຄິດກ່ຽວກັບການສ້າງກົດໝາຍ ໂດຍຕິດພັນຢ່າງແໜ້ນແຟ້ນກັບການບັງຄັບໃຊ້ກົດໝາຍຢ່າງມີປະສິດທິຜົນ ແລະ ຕິດຕາມກວດກາການບັງຄັບໃຊ້ຢ່າງເຂັ້ມງວດ ເພື່ອໃຫ້ກົດໝາຍແລະມະຕິຕ່າງໆເຂົ້າສູ່ຊີວິດຢ່າງວ່ອງໄວ ແລະ ເສີມຂະຫຍາຍປະສິດທິຜົນໃນການສ້າງສັນການພັດທະນາ ແລະ ສົ່ງເສີມການພັດທະນາເສດຖະກິດ-ສັງຄົມ, ການປ້ອງກັນປະເທດແລະຄວາມໝັ້ນຄົງຂອງແຕ່ລະທ້ອງຖິ່ນ ແລະ ທົ່ວປະເທດ.
ທີສອງ, ຕັ້ງໜ້າປະສານງານ, ທົບທວນ ແລະ ກະກຽມເນື້ອໃນກອງປະຊຸມສະພາແຫ່ງຊາດຢ່າງຮອບຄອບ; ໂດຍສະເພາະ ໃນກອງປະຊຸມຄັ້ງທີ 9 ໃນເດືອນກຸມພາ 2025; ຈຳກັດການສະເໜີເນື້ອໃນເພີ່ມເຕີ່ມໃນເວລາໃກ້ປະຊຸມ ຫຼືລະຫວ່າງການປະຊຸມ ຖ້າຫາກບໍ່ຈຳເປັນແທ້. ບັນດາອົງການຂອງສະພາແຫ່ງຊາດເປັນເຈົ້າການຊຸກຍູ້ ແລະ ປະສານງານຢ່າງໃກ້ຊິດ ເພື່ອຮັບປະກັນຄຸນນະພາບແລະຄວາມຄືບໜ້າຂອງໂຄງການ, ແຜນການ, ແຜນຮ່າງ, ລາຍງານ ແລະອື່ນໆ ທີ່ສະເໜີຕໍ່ສະພາແຫ່ງຊາດ, ຄະນະກຳມະການປະຈຳສະພາແຫ່ງຊາດ. ໃນນັ້ນຕ້ອງສຸມໃສ່ຜັນຂະຫຍາຍບັນດາໜ້າທີ່ດັ່ງນີ້:
- ສືບຕໍ່ປ່ຽນແປງໃໝ່ຂະບວນການນິຕິບັນບັດ, ຮັບປະກັນຄວາມຮອບຄອບ, ຄວາມລະອຽດຖີ່ຖ້ວນ, ມີຄຸນນະພາບ, ມີສະຖຽນ ແລະ ມີຄຸນຄ່າໄລຍະຍາວ, ແຕ່ຍັງຕ້ອງທັນເວລາ, ຕິດແທດກັບຕົວຈິງ ແລະ ຕອບສະໜອງຄວາມຕ້ອງການໃນການປະຕິບັດທີ່ຫຼາກຫຼາຍ ແລະ ປ່ຽນແປງຢ່າງຕໍ່ເນື່ອງ. ຊຸກຍູ້ການແບ່ງຂັ້ນ, ແບ່ງອຳນາດ, ຫຼຸດຂັ້ນຕອນການບໍລິຫານ, ສຸມໃສ່ແກ້ໄຂອຸປະສັກສຳຄັນທາງສະຖາບັນ, ໂຄງສ້າງພື້ນຖານ ແລະ ຊັບພະຍາກອນບຸກຄົນ.
- ສືບຕໍ່ຍົກສູງປະສິດທິຜົນການຕິດຕາມກວດກາ ແລະ ວິພາກວິຈານ. ສະພາແຫ່ງຊາດ ແລະ ລັດຖະບານຕ້ອງປະສາງານຢ່າງໃກ້ຊິດໃນການຈັດຕັ້ງຄະນະຕິດຕາມກວດກາ. ເພີ່ມທະວີການຕິດຕາມກວດກາການປະຕິບັດມະຕິຂອງສະພາແຫ່ງຊາດ, ຮັບປະກັນໃຫ້ນະໂຍບາຍຕ່າງເຂົ້າສູ່ຊີວິດຢ່າງມີປະສິດທິຜົນ. ຊຸກຍູ້ກົນໄກອະທິບາຍລາຍງານ, ຮັບເອົາຄຳຄິດເຫັນຂອງປະຊາຊົນ ແລະ ສະມາຊິກສະພາແຫ່ງຊາດ.
- ຍົກສູງຄຸນນະພາບການຕັດສິນຕົກລົງກ່ຽວກັບບັນຫາສຳຄັນຂອງປະເທດໃຫ້ມີຄວາມຖືກຕ້ອງ ແລະທັນທ່ວງທີຫຼາຍຂຶ້ນ, ໂດຍສະເພາະ ການຕັດສິນຕົກລົງກ່ຽວກັບງົບປະມານແຫ່ງລັດ, ບັນຫາເສດຖະກິດ-ສັງຄົມ, ການຈັດຕັ້ງກົນໄກ ແລະ ໂຄງການສຳຄັນລະດັບຊາດ. ເພີ່ມທະວີການປະສານງານດ້ານການຄົ້ນຄວ້າ ແລະພັດທະນານະໂຍບາຍ ເພື່ອຊຸກຍູ້ການປ່ຽນແປງດິຈິຕອນ, ການຫັນປ່ຽນແປງສີຂຽວ ແລະ ກາປະຍຸກໃຊ້ເຕັກໂນໂລໂລຊີສູງ ໃນການຄຸ້ມຄອງບໍລິຫານພາກລັດ, ການຜະລິດ ແລະ ທຸລະກິດ ລວມເຖິງສົ່ງເສີມທຸລະກິດສະຕາດອັບ ແລະ ການປ່ຽນແປງໃໝ່ປະດິດສ້າງ.
ໃນການເຄື່ອນໄຫວທຸກດ້ານ, ການຊາບຊຶມແລະຜັນຂະຫຍາຍແນວທາງ ແລະ ແຜນນະໂຍບາຍບຸລິມະສິດຂອງພັກ, ຍຶດຖືສິດແລະຜົນປະໂຫຍດອັນຊອບທຳຂອງປະຊາຊົນເປັນສູນກາງຂອງການຕັດສິນໃຈທັງໝົດ, ສຸມໃສ່ການສ້າງແລະປັບປຸງກົນໄກ, ນະໂຍບາຍກ່ຽວກັບປະກັນຄວາມປອດໄພທາງສັງຄົມ, ສາທາລະນະສຸກ, ການສຶກສາ ແລະ ວຽກເຮັດງານທຳ ໃຫ້ສົມບູນແບບ. ປະຕິບັດຂໍ້ກຳນົດຂອງກົມການເມືອງສູນກາງເລກທີ 178-QĐ/TW, ລົງວັນທີ 27 ມິຖຸນາ 2024 “ວ່າດ້ວຍການຄວບຄຸມອຳນາດ, ການປ້ອງກັນແລະປາບປາມການສໍ້ລາດບັງຫຼວງ, ຄວາມຫຍໍ້ທໍ້ ໃນວຽກງານດ້ານກົດໝາຍ” ຢ່າງເຂັ້ມງວດ, ຫ້າມບໍ່ໃຫ້ “ເກີດການສໍ້ລາດບັງຫຼວງດ້ານນະໂຍບາຍ” ໂດຍເດັດຂາດ; ເຊື່ອມໂຍງ “ຜົນປະໂຫຍດຂອງກຸ່ມ” ແລະ ຜົນປະໂຫຍດຂອງທ້ອງຖິ່ນ ໃນການພັດທະນາ ແລະ ເຜີຍແຜ່ເອກະສານນິຕິກຳ.
ທີສາມ, ສະເໜີໃຫ້ລັດຖະບານ ແລະ ອົງການທີ່ມີອຳນາດຕາມກົດໝາຍວ່າດ້ວຍການປະກາດໃຊ້ເອກະສານນິຕິກຳ ສັ່ງການໃຫ້ອົງການຄົ້ນຄວ້າ ສະເໜີໂຄງການແລະຮ່າງແຜນງານໂດຍໄວ ເພື່ອສົ່ງໃຫ້ຄະນະປະຈຳສະພາແຫ່ງຊາດກ່ອນວັນທີ 1 ມີນາ 2025 ເພື່ອພິຈາລະນາ ແລະ ບັນຈຸເຂົ້າໃນໂຄງການພັດທະນາກົດໝາຍ ແລະ ລັດຖະບັນຍັດປີ 2026, ປັບປຸງໂຄງການປີ 2025 ແລະ ກະກຽມດີທີ່ສຸດໃຫ້ແກ່ກອງປະຊຸມສະພາແຫ່ງຊາດຄັ້ງທີ 9 ແລະ 10; ໃນນັ້ນ, ໃຫ້ບຸລິມະສິດກັບໂຄງການຕ່າງໆເພື່ອປະຕິບັດຕາມການຊີ້ນຳຂອງຄະນະບໍລິຫານງານສູນກາງ, ກົມການເມືອງ, ຄະນະເລຂາທິການ, ໂດຍສະເພາະ ຕາມມະຕິຫຼ້າສຸດຂອງກົມການເມືອງໝາຍເລກ 57-NQ/TW, ລົງວັນທີ 22 ທັນວາ 2024 ເລື່ອງ “ການບຸກທະລຸໃນການພັດທະນາວິທະຍາສາດ, ເຕັກໂນໂລຊີ, ການປ່ຽນແປງໃໝ່ປະດິດສ້າງ ແລະ ການປ່ຽນແປງດິຈິຕອນລະດັບຊາດ”; ໂຄງການຮັບໃຊ້ການຮັກສາສະຖຽນລະພາບຂອງກົງຈັກການຈັດຕັ້ງ ແລະ ປັບປຸງບູລະນະກົນໄກການເຄື່ອນໄຫວຂອງບັນດາອົງການໃນລະບົບການເມືອງພາຍຫຼັງການຈັດວາງສັບຊ້ອນ.
ທີສີ່, ປະສານງານຢ່າງແໜ້ນແຟ້ນໃນການຈັດຕັ້ງສະຫຼຸບຜົົນການປະຕິບັດໂຄງການກຳນົດທິດທາງການສ້າງກົດໝາຍສຳລັບສະພາແຫ່ງຊາດສະໄໝທີ XV. ບົນພື້ນຖານຜົນການສະຫຼຸບ ແລະ ອີງໃສ່ແຜນນະໂຍບາຍ ແລະທິດທາງທີ່ກຳນົດໄວ້ໃນຮ່າງເອກະສານກອງປະຊຸມໃຫຍ່ຄັ້ງທີ XIV, ມະຕິແລະຂໍ້ສະຫຼຸບຂອງພັກ ແລະ ຄວາມຈຳເປັນໃນການພັດທະນາລະບົບກົດໝາຍໃນຂົງເຂດຕ່າງໆ… ສະເໜີໃຫ້ກະຊວງ, ອົງການທຽບເທົ່າກະຊວງ ແລະ ອົງການຂອງລັດ ປະສານງານກັບອົງການຂອງສະພາແຫ່ງຊາດ ເພື່ອສະເໜີໜ້າທີ່ດ້ານນິຕິບັນຍັດທີ່ຈະດຳເນີນການໃນວາລະຕໍ່ໄປ, ເພື່ອພັດທະນາທິດທາງການສ້າງໂຄງການດ້ານນິຕິບັນຍັດສຳລັບສະພາແຫ່ງຊາດສະໄໝທີ XVI ແລະ ສະເໜີໃຫ້ອົງການມີອຳນາດໜ້າທີ່ຕັດສິນຕົກລົງ.
ທີຫ້າ, ຊາບຊຶມແລະຜັນຂະຫຍາຍຕາມຄວາມຮຽກຮ້ອງຕ້ອງການແລະພາລະກິດຮີບດ່ວນໃນການປັບປຸງກົງຈັກການຈັດຕັ້ງຂອງລະບົບການເມືອງ. ນີ້ແມ່ນພາລະກິດທີ່ສຳຄັນທີ່ສຸດ, ແຕ່ລະອົງການຕ້ອງເປັນເຈົ້າການ, ສະເໜີແຜນງານລະອຽດສະເພາະເພື່ອປະຕິບັດ, ພ້ອມກັນນີ້ ຈຳເປັນຕ້ອງປະສານງານກັນຢ່າງເປັນປະຈຳ ເພື່ອຮັບປະກັນຄວາມສອດຄ່ອງກັນໃນການຈັດຕັ້ງກົງຈັກຂອງລະບົບການເມືອງທັງໝົດ, ເຮັດໃຫ້ກົງຈັດທີ່ໄດ້ຮັບການປັບປຸງແລ້ວນັ້ນດຳເນີນງານຢ່າງຄ່ອງຕົວ, ມີປະສິດທິພາບ ແລະ ເປັນຈັງຫວະ.
ໃນປີທີ່ຜ່ານມາ, ໃນການປະຕິບັດແຜນການໝາຍເລກ 734 (ເພີ່ມເຕີ່ມແຜນການໝາຍເລກ 81) ຂອງຄະນະກຳມະການປະຈຳສະພາແຫ່ງຊາດ, ບັນດາອົງການຂອງສະພາແຫ່ງຊາດ ຮ່ວມກັນກັບລັດຖະບານ ແລະ ບັນດາອົງການທີ່ກ່ຽວຂ້ອງ ໄດ້ດຳເນີນການຄົ້ນຄວ້າ ແລະ ກວດຄືນກົດໝາຍວ່າດ້ວຍການຈັດຕັ້ງສະພາແຫ່ງຊາດ ແລະ ຈະນຳສະເໜີຕໍ່ສະພາແຫ່ງຊາດ ເພື່ອແກ້ໄຂເພີ່ມເຕີມກົດໝາຍສະບັບນີ້ໃນໄວໆນີ້. ນອກຈາກນີ້ ລັດຖະບານຍັງກຳລັງຄົ້ນຄວ້າ ແລະ ແກ້ໄຂກົດໝາຍວ່າດ້ວຍການຈັດຕັ້ງລັດຖະບານ, ກົດໝາຍວ່າດ້ວນການຈັດຕັ້ງອຳນາດການປົກຄອງທ້ອງຖິ່ນ, ກົດໝາຍວ່າດ້ວຍການເຜີຍແຜ່ເອກະສານທາງກົດໝາຍ ແລະ ກົດໝາຍສະເພາະທາງອື່ນໆ ທີ່ມີເນື້ອໃນກ່ຽວຂ້ອງອີກຫຼາຍສະບັບ(1).
ດັ່ງນັ້ນ, ຕັ້ງແຕ່ນີ້ເປັນຕົ້ນໄປ, ລັດຖະບານ, ບັນດາກະຊວງ, ອົງການທຽບເທົ່າກະຊວງ, ອົງການພາຍໃຕ້ລັດຖະບານ, ແນວໂຮມປະເທດຊາດຫວຽດນາມ, ສານ ແລະ ສຳນັກງານໄອຍະການ ຈຳເປັນຕ້ອງປະສານງານຢ່າງໃກ້ຊິດກັບບັນດາອົງການຂອງສະພາແຫ່ງຊາດ ເພື່ອດຳເນີນການທົບທວນ, ປັບປຸງ ແລະ ສະເໜີແກ້ໄຂກົດລະບຽບທີ່ກ່ຽວຂ້ອງໃນກົດໝາຍແລະມະຕິ ກ່ອນໜ້າທີ່ໜ່ວຍງານຂອງຕົນຮ່າງຂຶ້ນ ແລະ ສົ່ງໄປໃຫ້ຄະນະກຳມະການປະຈຳສະພາແຫ່ງຊາດເພື່ອພິຈາລະນາ ແລະ ຕັດສິນໃຈເພີ່ມເຂົ້າໃນໂຄງການພັດທະນາກົດໝາຍແລະລັດຖະດຳລັດ; ຖ້າຈຳເປັນ, ເພື່ອຮັບປະກັນຄວາມຄືບໜ້າຕາມຂໍ້ກຳນົດ, ຄະນະກຳມະການປະຈຳສະພາແຫ່ງຊາດສາມາດສົ່ງຄວາມຄິດເຫັນກ່ຽວກັບເນື້ອໃນຂອງໂຄງການ ພ້ອມກັບການຕັດສິນໃຈເພີ່ມເຂົ້າໃນໂຄງການ ເພື່ອສະເໜີໃຫ້ສະພາແຫ່ງຊາດພິຈາລະນາ ແລະ ອະນຸມັດໃນກອງປະຊຸມສະໄໝສາມັນຄັ້ງທີ 9; ສ້າງຮາກຖານທາງກົດໝາຍທີ່ເປັນເອກະພາບສຳລັບການຈັດວາງສັບຊ້ອນ ແລະ ການປັບປຸງກົງຈັກໃຫ້ກະທັດລັດຮັດກຸມ, ການດຳເນີນງານທີ່ລຸລ່ວງຂອງລະບົບທັງໝົດ, ເພື່ອໃຫ້ແຜນນະໂຍບາຍຂອງພັກໄດ້ຮັບການຜັນຂະຫຍາຍ ແລະ ເສີມຂະຫຍາຍປະສິດທິຜົນສູງສຸດ ເມື່ອສູນກາງອະນຸມັດເປັນເອກະສັນ./.
------------------------------
(1) ກົດໝາຍ 167 ສະບັບ, ມະຕິຂອງສະພາແຫ່ງຊາດ 9 ສະບັບ, ລັດຖະດຳລັດ 10 ສະບັບ, ມະຕິຂອງຄະນະກຳມະການປະຈຳສະພາແຫ່ງຊາດ 2 ສະບັບ ແລະ ເອກະສານອື່ນໆອີກປະມານ 4500 ສະບັບ.