ວກ. - ການຕໍ່ຕ້ານຈັກກະພັດອາເມລິກາເພື່ອກູ້ຊາດຂອງປະຊາຊົນຫວຽດນາມແມ່ນ ໜຶ່ງໃນໜ້າປະຫວັດສາດອັນສະຫງ່າລາສີຂອງຊາດ, ເປັນເຫດການທີ່ມີສະຖານະລະດັບສາກົນ ແລະ ມີຄວາມສຳຄັນຮ່ວມສະໄໝຢ່າງເລິກເຊິ່ງ(1), ປະກອບສ່ວນຢ່າງໃຫຍ່ຫຼວງເຂົ້າໃນການສ້າງ ປະຫວັດສາດອັນລ້ຳຄ່າຂອງຊາດໃນຍຸກໂຮ່ຈີມິນ. ໄຊຊະນະອັນຍິ່ງໃຫຍ່ຂອງການຕໍ່ຕ້ານຈັກກະພັດອາເມລິກາເພື່ອກູ້ຊາດ ພາຍໃຕ້ການນຳພາຂອງພັກ ໄດ້ສ້້າງບົດຮຽນອັນລ້ຳຄ່າຫຼາຍຢ່າງໄວ້ໃຫ້ກັບພາລະກິດການສ້າງສາ ແລະ ປົກປັກຮັກສາປະເທດຊາດ.

ປະຊາຊົນຮັບຟັງຄຳສັ່ງສອນຂອງລຸງໄຮ່ _ແຫຼ່ງ: tapchimythuat.vn

ພັກກອມມູນິດຫວຽດນາມໄດ້​​ນຳພາ​ການ​ຕໍ່ສູ້​ຕ້ານ​ຈັກກະພັດ​ອາ​ເມ​ລິ​ກາ​ເພື່ອ​ກູ້ຊາດ​ຢ່າງ​ສຳ​ເລັດ​ຜົນ

ປະທານໂຮ່ຈີມິນຢັ້ງຢືນວ່າ: “ດ້ວຍການນຳພາຂອງພັກ, ການປະຕິວັດ ແລະ ການຕໍ່ຕ້ານຈຶ່ງໄດ້ຮັບໄຊຊະນະ, ການສ້າງສາປະເທດຊາດຈຶ່ງປະສົບຜົນສຳເລັດ”(2); “ເມື່ອ​ພັກ​ເຂັ້ມ​ແຂງ​ຈຶ່ງຈະ​ເຮັດ​ໃຫ້​ການ​ປະ​ຕິ​ວັດ​ສຳ​ເລັດ​ໄດ້, ເຊັ່ນດຽວກັບ​ນາຍ​ເຮືອ​ທີ່ເຂັ້ມ​ແຂງ​ຈຶ່ງຈະ​ອອກ​ເຮືອ​ໄດ້”(3). ທັດສະນະ​ຂອງ​ທ່ານ​ຊີ້​ອອກ​ຢ່າງ​ຈະ​ແຈ້ງ​ວ່າ: ຖ້າ​ຫາກ​ພັກ​ຢາກ​ນຳພາ​ການປະຕິວັດປະສົບຜົນສຳ​ເລັດ, ຕ້ອງ​ມີ​ແນວ​ທາງ​ທີ່​ຖືກຕ້ອງ, ມີ​ການຈັດ​ຕັ້ງ​ທີ່​ແໜ້ນ​ແຟ້ນ, ມີ​ຖັນ​ແຖວ​ພະນັກງານທີ່ໃກ້ຊິດ​ຕິດ​ແທດກັບປະຊາຊົນ; ພັກ​ຈະດຳລົງຢູ່​ບໍ່​ໄດ້ ຖ້າ​ບໍ່ໄດ້ເກີດ​ຈາກ​ປະ​ຊາ​ຊົນ, ຮັບໃຊ້​ປະ​ຊາ​ຊົນ ແລະ ອີງ​ໃສ່​ປະ​ຊາຊົນ. ຕັ້ງແຕ່ບັນດາຂະບວນການປະຕິວັດປີ 1930-1931, ປີ 1936-1939, ການປະຕິວັດເດືອນສິງຫາປີ 1945, ໄຊຊະນະ ດ້ຽນບຽນຝູ ປີ 1954, ໄຊຊະນະອັນຍິ່ງໃຫຍ່ໃນລະດູບານໃໝ່ປີ 1975 ຈົນເຖິງບັນດາຜົນສຳເລັດອັນຍິ່ງໃຫຍ່ທີ່ມີຄວາມໝາຍປະຫວັດສາດຂອງ 40 ປີແຫ່ງການດຳເນີນກິດຈະການປ່ຽນແປງໃໝ່... ທັງໝົດລ້ວນສະແດງເຖິງ​ການ​ນຳພາ​ທີ່​ຖືກຕ້ອງ ​ແລະ ສະຫຼາດສ່ອງໃສ​ຂອງ​ພັກກອມມູນິດຫວຽດນາມ.  

ການ​ຕໍ່ຕ້ານ​ຈັກກະພັດ​ອາ​ເມ​ລິ​ກາ​ເພື່ອ​ກູ້​ຊາດ ເຊິ່ງເຖິງຈຸດສຸດຍອດໃນຍຸດທະການໂຮ່ຈີມິນອັນເປັນປະຫວັດສາດ ​ໄດ້​ເປີດສັກກະລາດ​ແຫ່ງ​ເອກະລາດ, ​ເສລີພາບ ​ແລະ ສັງຄົມ​ນິຍົມ​ໃຫ້​ປະ​ເທດ​ຊາດ. ໄຊຊະນະ​ຂອງການ​ຕໍ່ຕ້ານຈັກກະພັດ​ອາ​ເມ​ລິ​ກາ​ເພື່ອ​ກູ້​ຊາດ ໄດ້ສະແດງ​ໃຫ້​ເຫັນ​ເຖິງການຫຼອມລວມ​ກຳລັງ​ແຮງທີ່ບໍ່ອາດເອົາຊະນະໄດ້ ຂອງ​ນ້ຳ​ໃຈ​ມະຫາສາມັກຄີ​ປວງຊົນທັງ​ຊາດ ແລະ ເຈດຈຳນົງທີ່ອົງອາດກ້າແກ່ນຂອງ​ຊາດ​ວິລະ​ຊົນ, ​ໂດຍ​ສະ​ເພາະ​ແມ່ນ​ ບັນດາ​ໝາກຜົນ​ທີ່​ຫຼີກລ່ຽງ​ບໍ່​ໄດ້ ​ຂອງ​ການ​ນຳພາ​ທີ່​ຖືກຕ້ອງ, ໝັ້ນຄົງ, ຍືດຫຍຸ່ນ ​ແລະ ປະດິດ​ສ້າງ ​ຂອງ​ພັກ​ກອມ​ມູນິດ​ຫວຽດນາມ. ການ​ຕໍ່ຕ້ານ​ແມ່ນ​ເຄື່ອງພິສູດ​ເຖິງຄວາມກ້າຫານ, ສະຕິ​ປັນຍາ ​ແລະ ສະຖານະທີ່ຍິ່ງ​ໃຫຍ່​​ຂອງ​ພັກ ໂດຍເນັ້ນໃຫ້​ເຫັນ​ບົດບາດ​ການ​ນຳພາທີ່ເດັດຂາດ, ຮອບດ້ານ ​ແລະ ສະຫຼາດສ່ອງໃສ​ຂອງ​ພັກ, ​​ສະ​ແດງ​ໃຫ້​ເຫັນເຖິງພອນສະຫວັນດ້ານ​ຍຸດ​ທະ​ສາດທີ່ຍອດຍ້ຽມ ​ແລະ ສິລະ​ປະ​ການ​ນຳພາ​ທີ່​ໄດ້​ຮັບ​ການ​ເສີມຂະຫຍາຍເຕັມທີ່ໃນ​ທຸກ​ດ້ານ​ຄື: ການ​ເມືອງ, ການ​ທະຫານ, ການ​ທູດ, ແນວຄິດ ແລະ ການຈັດ​ຕັ້ງ​ກຳລັງ, ການສົມທົບ​ກຳລັງ​ແຮງ​ຂອງ​ຊາດກັບກຳລັງແຮງຂອງຍຸກສະໄໝ.

ຕະຫຼອດຂະບວນ​ການ​ປະຕິວັດ​ເວົ້າ​ລວມ, ​ໃນ​ການ​ຕໍ່ສູ້​ຕ້ານ​ຈັກກະພັດ​ອາ​ເມ​ລິ​ກາເພື່ອກູ້​ຊາດເວົ້າສະເພາະ, ​ພັກ​ກອມ​ມູນິດຫວຽດນາມ​ໄດ້​ສະ​ແດງ​ໃຫ້​ເຫັນເຖິງ​ວິ​ໄສ​ທັດທີ່ກວ້າງໄກ ​ແລະ ​ແນວ​ຄິດ​ຍຸດ​ທະ​ສາດກ່ຽວ​ກັບ​ສະຖານະການ, ຈາກ​ນັ້ນ ​ໄດ້ເປັນເຈົ້າການໃນການກຳນົດແນວທາງ​ປະຕິວັດ​ທີ່​ຖືກຕ້ອງ ​ແລະ ຈັດ​ຕັ້ງ​ປະຕິບັດ​ແນວທາງ​​ທີ່​ເໝາະ​ສົມ​ກັບ​ເງື່ອນ​ໄຂ​ສະ​ເພາະ ​ແລະ ​ພັດທະນາ​ການຂອງ​ການ​ປະຕິວັດ​ຂອງປະ​ເທດ​ເຮົາ.  

​ເມື່ອ​ກອງທັບ​ແລະປະຊາຊົນຫວຽດນາມຍາດເອົາຄວາມເປັນເຈົ້າການ​ໃນການຕໍ່​ຕ້ານພວກລ່າເມືອງຂຶ້ນ​ຝຣັ່ງຜູ້ຮຸກຮານໄດ້ແລ້ວ; ພວກຈັກກະພັດອາເມລິກາຊ່ວຍເຫຼືອພວກລ່າເມືອງຂຶ້ນຝຣັ່ງ ແລະ ເຂົ້າແຊກແຊງແນວຮົບອິນດູຈີນຫຼາຍຂຶ້ນ, ພັກກອມມູນິດຫວຽດນາມຈຶງລະບຸແຜນການ ແລະ ກົນອຸບາຍຂອງຈັກກະພັດອາເມລິກາໄດ້ຢ່າງຈະແຈ້ງ. ໃນເດືອນກຸມພາປີ 1954, ກົມການເມືອງສູນກາງພັກປະເມີນວ່າ: ພວກຈັກກະພັດອາເມລິກາກໍາລັງເຄື່ອນຕົວໄປສູ່ການແຊກແຊງໂດຍກົງຢ່າງເປີດແປນ ໃນສົງຄາມອິນດູຈີນ(4). ພາຍຫຼັງໄຊຊະນະ ດ້ຽນບຽນຝູ ທີ່ “ດັງກ້ອງໄປທົ່ວ 5 ທະວີບ ແລະ ສັ່ນສະເທືອນແຜ່ນດິນໂລກ”, ໃນລະຫວ່າງຂະບວນການເຈລະຈາສັນຍາເຊີແນວປີ 1954, ພັກສືບຕໍ່ລະບຸວ່າ: ໃນໄລຍະໃໝ່ນີ້, ຈັກກະພັດອາເມລິກາ ພວມກາຍເປັນສັດຕູຕົ້ນຕໍ ແລະ ໂດຍກົງຂອງປະຊາຊົນອິນດູຈີນ(5). ພາຍຫຼັງ​ສັນຍາ​ເຊີແນວ​ປີ 1954, ປະເທດຫວຽດນາມ​ຖືກ​ແບ່ງ​ອອກ​ເປັນສອງພາກ​ຊົ່ວຄາວ. ທີ່​ກອງ​ປະຊຸມ​ສູນ​ກາງພັກ​ຄັ້ງ​ທີ 7 ສະ​ໄໝ​ທີ II (ເດືອນມີ​ນາ 1955), ພັກ​ໄດ້​ກຳນົດ​ທິດ​ທາງ​ການ​ປະຕິວັດ​ໃນ​ໄລຍະ​ໃໝ່​ຄື: ປັບປຸງພາກ​ເໜືອ; ຮັກສາ ແລະຊຸກຍູ້ຂະບວນການຕໍ່ສູ້ທາງດ້ານການເມືອງຂອງປະຊາຊົນພາກໃຕ້; ເພື່ອປັບປຸງ​ສັນ​ຕິ​ພາບ, ດຳເນີນການໂຮມປະເທດເປັນໜຶ່ງ ແລະ ບັນລຸຄວາມເປັນເອກະລາດ ແລະ ປະ​ຊາ​ທິ​ປະ​ໄຕໃນທົ່ວປະເທດ(6).    

ພາກ​ເໜືອ​ໄດ້​ຮັບ​ເອ​ກະ​ລາດ​ແລະ​ກ້າວເຂົ້າສູ່​ການ​ກໍ່​ສ້າງ​ສັງ​ຄົມ​ນິ​ຍົມ; ພາກໃຕ້ເຊິ່ງຈັກກະພັດອາເມລິກາຂັບໄລ່ພວກລ່າເມືອງຂຶ້ນຝຣັ່ງອອກໄປ ແລະຕັ້ງລັດຖະບານຫຸ່ນຂອງ ໂງດິ່ງຢ້ຽມ, ກາຍເປັນເມືອງຂຶ້ນແບບໃໝ່ທີ່ມີແຜນການແບ່ງແຍກປະເທດຫວຽດນາມຢ່າງຖາວອນ. ມະຕິ​ກອງ​ປະຊຸມ​ສູນ​ກາງ​ພັກຄັ້ງ​ທີ 15, ຊຸດ​ທີ II (ເດືອນກໍ​ລະ​ກົດ 1959) ​ໄດ້​ກຳນົດ​ສອງ​ໜ້າ​ທີ່​ຍຸດ​ທະ​ສາດ​ຂອງ​ການ​ປະຕິວັດ​ຫວຽດນາມ ​ແມ່ນ ​ການ​ປະຕິວັດ​ສັງຄົມ​ນິຍົມຢູ່​ພາກ​ເໜືອ ​ແລະ ການ​ປະຕິວັດ​ຊາດປະຊາທິປະ​ໄຕ​ປະຊາຊົນ​ຢູ່ພາກ​ໃຕ້. “​ໜ້າ​ທີ່​ຍຸດ​ທະ​ສາດທັງສອງນີ້, ເຖິງ​ວ່າ​ຈະມີລັກສະນະທີ່​ແຕກ​ຕ່າງ​ກັນ​ ແຕ່ກໍມີຄວາມກ່ຽວຂ້ອງກັນແບບອິນຊີ, ດຳ​ເນີນ​ໄປ​ຄຽງ​ຄູ່​ກັນ, ມີ​ອິດ​ທິພົນ​ຢ່າງ​ເລິກ​ເຊິ່ງຕໍ່ກັນ ແລະ ສະໜັບສະໜູນ​ເຊິ່ງກັນ​ແລະກັນຢ່າງແຂງແຮງ ໂດຍມຸ່ງເປົ້າ​ໄປທີ່​ທິດ​ທາງຮ່ວມກັນໃນ​ການ​ຮັກສາ​ສັນຕິພາບ, ໂຮມປະເທດຊາດເປັນເອກະ​ພາບ ແລະ ສ້າງ​ເງື່ອນ​ໄຂທີ່ເອື້ອອຳນວຍເພື່ອນຳ​ປະ​ເທດ​ຫວຽດນາມທັງໝົດໄປ​ສູ່ລັດທິ​ສັງຄົມ​ນິຍົມ”(7). ກອງ​ປະຊຸມ​ໄດ້ກຳນົດ​ແນວທາງ​ທີ່​ຖືກຕ້ອງແລະຮີບ​ດ່ວນ ໃນການດຳເນີນການຕໍ່ສູ້​ດ້ວຍ​ອາວຸດ​ ສົມທົບ​ກັບ​ການ​ຕໍ່ສູ້​ທາງ​ການ​ເມືອງ​ຢູ່​ພາກ​ໃຕ້; ​ແມ່ນ​ຈຸດ​ຫັນ​ປ່ຽນ​ຍຸດ​ທະ​ສາດ​ຂອງ​ຂະ​ບວນການ​ຕໍ່ສູ້​ຢູ່ພາກ​ໃຕ້​ຢ່າງ​ແຂງ​ແຮງ, ​ເລີ່ມຕົ້ນ​ແຕ່​ຂະ​ບວນການ ​ດົ່ງເຂີຍ ປີ 1959–1960 ເຊິ່ງ​ໄດ້​ສະ​ແດງ​ໃຫ້​ເຫັນເຖິງຄວາມ​ຖືກຕ້ອງ ​ແລະ ຄວາມສະຫຼາດສ່ອງໃສ​ຂອງ​ຍຸດ​ທະ​ສາດ ​ແລະ ຍຸດ​ໂທບາຍ​ຂອງ​ພັກ.

​ເຖິງໃນ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ III (ປີ 1960), ວິ​ໄສ​ທັດ, ຄວາມ​ຕັດສິນ​ໃຈ ແລະ ແນວທາງການ​ນຳພາ​ຂອງ​ພັກ​ໃນ​ການ​ຕໍ່ສູ້​ຕ້ານ​ຈັກກະພັດ​ອາ​ເມ​ລິ​ກາເພື່ອກູ້​ຊາດ​ໄດ້​ສະ​ແດງ​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງ​ວ່າ: “ປະເທດຫວຽດນາມ​ຂອງ​ພວກ​ເຮົາ​ເປັນ​ໜຶ່ງ, ຊາດ​ຫວຽດນາມຂອງເຮົາເປັນ​ໜຶ່ງ. ປະ​ເທດ​ຂອງ​ພວກ​ເຮົາ​ຈະ​ເປັນ​ເອກະ​ພາບ​ຢ່າງແນ່ນອນບົນ​ພື້ນຖານ​ເອກະລາດ ແລະ ປະຊາທິປະ​ໄຕ, ປະຊາຊົນ​ຂອງ​ພວກ​ເຮົາ​ຈະ​ໄດ້​ເຕົ້າ​ໂຮມ​ກັນ​ໃນ​ສັນຕິພາບ, ​ເສລີ ​ແລະ ຄວາມ​ຜາ​ສຸກ. ແມ່ນໍ້າອາດຈະເຫືອດແຫ້ງ, ພູ​ເຂົາ​ອາດ​ຈະເຊາະເຈື່ອນ, ແຕ່ຄວາມຕັ້ງໃຈທີ່ຈະໂຮມປະເທດຊາດເປັນເອກະພາບຂອງປະຊາຊົນເຮົາຈະບໍ່ຫວັ່ນໄຫວ ແລະ ໃນທີ່ສຸດ ພວກເຮົາຈະຊະນະຢ່າງແນ່ນອນ”(8). ພັກ​ໄດ້​ຊີ້​ອອກ​ຢ່າງ​ຈະ​ແຈ້ງ​ສອງ​ໜ້າ​ທີ່​ຍຸດ​ທະ​ສາດ​ຂອງ​ການ​ປະຕິວັດ​ຫວຽດນາມ​ຄື: ກໍ່ສ້າງ​ລັດທິສັງຄົມ​ນິຍົມ​ຢູ່​ພາກ​ເໜືອ ​ແລະ ປົດ​ປ່ອຍ​ພາກ​ໃຕ້, ມຸ່ງ​ໄປ​ເຖິງການໂຮມ​ປະ​ເທດຊາດເປັນເອກະພາບ.​ ປີ 1960, ແນວ​ໂຮມ​ແຫ່ງ​ຊາດປົດປ່ອຍພາກໃຕ້​ຫວຽດ​ນາມ​ໄດ້​ກຳ​ເນີ​ດ​ຂຶ້ນ, ເປີດ​ໄລ​ຍະ​ໃໝ່, ນຳ​ການ​ປະ​ຕິ​ວັດ​ພາກ​ໃຕ້​ພັດ​ທະ​ນາ​ຢ່າງ​ແຂງ​ແຮງ​ທາງດ້ານສະຖານະ ແລະ​ກຳ​ລັງ​ແຮງ.

ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ III ຂອງພັກໄດ້​ຂີດໝາຍ​ດາ​ບາດ​ກ້າວການພັດທະນາທາງດ້ານຈິນຕະນາການ, ຄວາມ​ຮັບ​ຮູ້ ແລະ ການ​ນຳ​ພາ​ຂອງພັກ ຕໍ່​ການ​ປະ​ຕິ​ວັດ​ຫວຽດ​ນາມທີ່ເຕັມ​ໄປ​ດ້ວຍ​ຄວາມ​ລຳ​ບາກ ແລະ ການ​ເສຍ​ສະ​ລະ. ພັກ​ໄດ້​ສືບ​ຕໍ່​ເຊີດຊູຄັນທຸງ​ເອກະລາດ​ແຫ່ງ​ຊາດ ​ແລະລັດທິສັງຄົມ​ນິຍົມ, ສົມທົບ​​ກຳລັງ​ແຮງຂອງ​ຊາດ ກັບກຳລັງແຮງຂອງຍຸກສະໄໝ​ຢ່າງ​ມີ​ປະສິດທິ​ຜົນ, ປຸກລະດົມ​ກຳລັງ​ແຮງອັນຊະນະເລີດຂອງກ້ອນກຳລັງມະຫາ​ສາມັກຄີ​ປວງຊົນທັງ​ຊາດ ແລະນ້ຳໃຈຮັກຊາດ - “ຄື້ນ​ໃຫຍ່” ທີ່ມີພະລັງມະຫາສານແຫ່ງເຈດຈຳນົງ ຄວາມຕັດສິນໃຈ ​ແລະ ການ​ກະທຳ​ຂອງ​ທົ່ວ​ພັກ, ທົ່ວ​ປວງ​ຊົນ ແລະ ກອງທັບ - ​ເພື່ອ “ທັບມ້າງ” ພວກ​ຈັກກະພັດນິຍົມຜູ້​ຮຸກ​ຮານ ​ແລະ ​ພວກລູກແຫຼ້ງຕີນມື​ຂອງ​ພວກ​ເຂົາ. ດ້ານ​ໜຶ່ງ, ພັກ​ນຳພາ​ການ​ປະຕິວັດ​ຢ່າງ​ເດັດດ່ຽວ​ໜຽວ​ແໜ້ນ​ໃນ​ການ​ປະຕິບັດ​ແນວທາງ ແລະ ຍຸດ​ທະ​ສາດ; ຄຽງ​ຄູ່​ກັນ​ນັ້ນ, ​ໃນ​ແຕ່ລະ​ໄລຍະ, ​ເວລາ, ສະຖານທີ່ ​ແລະ ພື້ນທີ່, ພັກ​ຂອງ​ພວກ​ເຮົາ​ໄດ້​ນຳພາ ​ແລະ ກຳນົດ​ຍຸດ​ໂທບາຍ, ມາດຕະການຮັບມື ແລະ ຍຸດ​ທະວິທີ​ທີ່​ເໝາະ​ສົມຢ່າງວ່ອງໄວ.

ພາຍ​ໃຕ້​ການນຳພາ​ຂອງ​ພັກ, ຕັ້ງແຕ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ ​ເຖິງ​ບັນດາ​ອົງການ​ຫຼັກຂອງ​ພັກ, ກອງກຳລັງປະກອບອາວຸດທັງສາມ​ໄດ້​ຮັບ​ການສ້າງ​ຕັ້ງ, ປັບປຸງ ​ແລະ ​ເຕີບໃຫຍ່ເຂັ້ມ​ແຂງ. ບັນດາຂະບວນການຕໍ່ສູ້​ທາງ​​ການ​ເມືອງ, ການຂົນຂວາຍ​ທາງ​ທະຫານ ແລະ ການ​ຕໍ່ສູ້​ພາຍ​ໃນສູນກາງຂອງ​ສັດຕູ​ ໄດ້ຮັບການສົ່ງເສີມຢ່າງແຂງແຮງ. ພັກ​ໄດ້​ນຳພາ​ກອງທັບ​ປະຊາຊົນ​ຫວຽດນາມ ​ໂດຍ​ກົງ ​ແລະ ຮອບດ້ານ, ເສີມຂະຫຍາຍສິລະ​ປະ​ການ​ທະຫານ ​ແລະ ສົງຄາມ​ປະຊາຊົນ​ຫວຽດນາມ. ບົດບາດອັນໃຫຍ່ຫຼວງຂອງວຽກງານພັກ ແລະ ວຽກງານການເມືອງໃນກອງທັບ ມີຄວາມໂດດເດັ່ນໃນຜົນງານແຕ່ລະຄັ້ງ, ພ້ອມທັງໄຊຊະນະທັງໝົດຂອງສົງຄາມຕໍ່ຕ້ານຈັກກະພັດອາເມລິກາ ເພື່ອກູ້ຊາດ.  

 ໃນ​ດ້ານ​ການ​ທະຫານ, ພັກ​ໄດ້​ໝູນໃຊ້​ແນວ​ຄິດ​ໂຮ່ຈີ​ມິນ ​ແລະ ມູນເຊື້ອຂອງຊາດໃນການ​ຕໍ່​ສູ້​ກັບ​ຜູ້​ຮຸກ​ຮານ​ຕ່າງປະເທດຢ່າງປະດິດສ້າງ ໂດຍປະສົມປະສານ​ສິລະ​ປະການ​ຊີ້​ນຳ​ສົງຄາມ​ປະຊາຊົນ​ ເຂົ້າກັບ​ວິທີການ​ຕໍ່ສູ້​ທີ່ຍືດຫຍຸ່ນ. ໃນ​ໄລຍະປີ 1961-1964, ພັກ​ໄດ້ມີແຜນນະໂຍບາຍ​ຍູ້​ແຮງ​ການຮົບແບບກອງຫຼອນ, ເອົາຊະນະ​ໂຄງການສ້າງໝູ່ບ້ານ​ຍຸດ​ທະ​ສາດ​ຂອງ​ສັດຕູ, ​ເປີດ​ກວ້າງ​ເຂດ​ປົດ​ປ່ອຍ; ປັບປຸງກອງກຳລັງປະກອບອາວຸດສາມປະເພດຄື: ກອງທະຫານຫຼວງ, ກອງທະຫານທ້ອງຖິ່ນ ແລະ ທະຫານລາດກອງຫຼອນ, ​ຂະຫຍາຍແນວຮົບທາງ​ການ​ເມືອງ, ສົມທົບ​ການ​ປະກອບ​ອາວຸດ ​ແລະ ການ​ເມືອງ, ຈາກນັ້ນ ທັບມ້າງ “ສົງຄາມ​ພິ​ເສດ” ຂອງສັດຕູ. ໃນໄລຍະປີ 1965-1968, ພວກຈັກກະພັດອາເມລິກາເຂົ້າຮ່ວມສົງຄາມໂດຍກົງ,  ປ່ຽນເປັນ “ສົງຄາມພາກສ່ວນ” ແລະ ດຳເນີນສົງຄາມຖິ້ມລະເບີດຍິງທໍາລາຍພາກເໜືອຫວຽດນາມ. ພັກ​ໄດ້ດຳເນີນນະ​ໂຍບາຍ “ຜະລິດໄປພ້ອມກັບການ​ສູ້​ຮົບ” ໂດຍຮັກສາ​ແນວຫຼັງທາງ​ພາກ​ເໜືອ​ຢ່າງ​ໝັ້ນຄົງ, ໜູນ​ຊ່ວຍ​ສະໜາມ​ຮົບ​ພາກ​ໃຕ້ ແລະ ຈັດການສົງຄາມປະຊາຊົນໃນທັງສອງພາກ. ບັນດາໄຊຊະນະທີ່ເປັນແບບສະບັບໃນສະໜາມຮົບຕ່າງໆເຊັ່ນ: ໜູຍແທ່ງ, ວ້ານເຕື່ອງ, ເປລີຍແມ, ເບົ່າບ່າງ ແລະອື່ນໆ ເຊິ່ງຈຸດສຸດຍອດແມ່ນການບຸກໂຈມຕີ ແລະລຸກຮື້ຂຶ້ນໃນບຸນປີໃໝ່ປີວອກ 1968 ໄດ້ເຮັດໃຫ້ຍຸດທະສາດຂອງຈັກກະພັດອາເມລິກາ ຕ້ອງຢຸດຊະງັກລົງ. ໃນໄລຍະປີ 1969-1973, ເມື່ອອາເມລິກາແລະອຳນາດການປົກຄອງຫຸ່ນ ໄຊ່ງ່ອນ ປ່ຽນໄປໃຊ້ “ການຫັນສົງຄາມເປັນຂອງຫວຽດນາມ” ແລະ ຍູ້ແຮງສົງຄາມທຳລາຍພາກເໜືອ, ພັກໄດ້ນຳພາທົ່ວປວງຊົນ ແລະ ກອງທັບທັງໝົດ ໃຫ້ສືບຕໍ່ສົມທົບການຕໍ່ສູ້ທາງການທະຫານ-ການເມືອງ-ການທູດ ແລະ ປະຕິບັດບັນດາໄຊຊະນະອັນຍິ່ງໃຫຍ່ຄື: ບັ້ນຮົບເສັ້ນທາງເລກ 9 - ພາກໃຕ້ລາວ (ປີ 1971), ບັ້ນຮົບຢູ່ ຈີ້ - ທຽນ (ປີ 1972), ບັ້ນຮົບ “ຮ່າໂນ້ຍ - ດ້ຽນບຽນຝູທາງອາກາດ” (ເດືອນທັນວາ 1972) ແລະອື່ນໆ, ບັງຄັບໃຫ້ຈັກກະພັດອາເມລິກາ ລົງນາມໃນສັນຍາປາຣີ (ປີ 1973) ເພື່ອຢຸດຕິສົງຄາມ ແລະ ຟື້ນຟູສັນຕິພາບຢູ່ຫວຽດນາມ. ໃນ​ໄລຍະ​ປີ 1973-1975, ເມື່ອເຫັນແຈ້ງວ່າ​ໂອກາດ​ການ​ປະຕິວັດ​ໄດ້​ສຸກງອມ​ແລ້ວ, ພັກ​ຈຶ່ງປ່ຽນ​ຍຸດ​ທະ​ສາດເປັນການ​ບຸກ​ໂຈມ​ຕີ​ຢ່າງແຂງ​ແຮງ, ມຸ່ງ​ສູ່​ການ​ບຸກ​ໂຈມ​ຕີ​ທົ່ວ​ໄປ, ປົດ​ປ່ອຍ​ພາກ​ໃຕ້ໂດຍສົມບູນ ແລະ ໂຮມປະເທດ​ເປັນ​ເອກະ​ພາບ.

​ໂດຍຮັບຮູ້ຢ່າງ​ຈະ​ແຈ້ງ​ເຖິງ​ບົດບາດ​ສຳຄັນ​ຂອງ​ແນວຄິດ​ແລະວັດທະນະທຳ ພັກຈຶ່ງໃຫ້ຄວາມສຳຄັນທີ່ສຸດເຖິງ​ວຽກ​ງານ​ໂຄສະນາ​ເຜີຍ​ແຜ່ ​ແລະ ການ​ສຶກສາ​ດ້ານ​ການ​ເມືອງ​ແລະແນວຄິດ. ​ໄດ້​ກຳນົດ​ຢ່າງ​ຈະ​ແຈ້ງ​ເຖິງ​ບົດບາດ​ສຳຄັນ​ຂອງ​ແນວ​ຮົບອຸດົມການ ​ແລະ ວັດທະນະທຳ, ພັກ​ໄດ້​ເອົາ​ໃຈ​ໃສ່​ເປັນ​ຢ່າງ​ດີ​ຕໍ່​ວຽກ​ງານ​ໂຄສະນາ​ເຜີຍ​ແຜ່ ​ແລະ ການ​ສຶກສາ​ດ້ານ​ການ​ເມືອງ ​ແລະ ອຸດົມ​ຄະຕິ. ຕະຫຼອດ​ໄລຍະ​ສົງຄາມ​ຕໍ່ຕ້ານ, ວຽກງານຂໍ້ມູນຂ່າວສານ, ການໂຄສະນາ​ເຜີຍ​ແຜ່, ສື່​ປະຕິວັດ, ວັນນະກຳ​ແລະສິລະ​ປະ​ການຕໍ່ຕ້ານ​ໄດ້​ຮັບການສົ່ງເສີມ, ປະກອບສ່ວນ​ຊຸກຍູ້​ຈິດ​ໃຈ​ຕໍ່ສູ້, ​ເພີ່ມ​ທະວີ​ຄວາມ​ເຊື່ອ​ໝັ້ນ​ປະຕິວັດ ແລະ ຫຼໍ່ຫຼອມ​ອຸດົມ​ການ​ໃຫ້​ແກ່​ທະຫານ, ຊາວ​ໜຸ່ມ, ນັກ​ສຶກສາ, ປັນຍາ​ຊົນ​ທີ່​ເຂົ້າ​ຮ່ວມ​ສົງຄາມ​ຕໍ່ຕ້ານ. ບັນດາ​ຂະບວນການ “ສຽງ​ເພງທັບສຽງ​ລະ​ເບີດ”, “ສາມ​ກຽມພ້ອມ”, “ຫ້າອາສາ​ສະໝັກ”... ​ແມ່ນ​ໝາກຜົນ​ແຫ່ງ​ການ​ນຳພາດ້ານແນວຄິດ​ແລະວັດທະນະທຳຢ່າງມີປະສິດທິຜົນ. ໃນດ້ານ​ການ​ທູດ, ພັກ​ໄດ້​ສະ​ແດງ​ໃຫ້​ເຫັນເຖິງສະຖານະທາງ​ການ​ເມືອງ ​ແລະ ຄວາມໝັ້ນຄົງ ໂດຍປະສານສົມທົບ​ການ​ເຄື່ອນ​ໄຫວ​ທາງ​ການ​ທະຫານ ​ແລະ ການ​ເຈລະຈາ​ທາງ​ການ​ທູດຢ່າງໃກ້ຊິດ. ​ໃນ​ສະຖານະ​ການປ່ຽນ​ແປງ​ຢ່າງໄວ​​ໃນປະເທດ​ແລະສາກົນ, ພັກ​ໄດ້​ສະ​ເໜີ​ຍຸດ​ທະ​ສາດ​ການ​ທູດ​ທີ່​ເໝາະ​ສົມ. ໂດຍຊາບຊຶມທັດສະນະ​ແລະແນວ​ຄິດ​ການ​ທູດ​ຂອງ ​ໂຮ່ຈີ​ມິນ ທີ່ວ່າ: “ເອົາຫຼັກການເປັນພື້ນເພື່ອໝູນໃຊ້ຢ່າງໄຫວພິບ”, “ກຳລັງແຮງແມ່ນ​​ຄ້ອງ, ການ​ທູດ​ແມ່ນ​ສຽງ. ຄ້ອງໃຫຍ່ຂຶ້ນເທົ່າໃດ ສຽງດັງກ້ອງເທົ່ານັ້ນ”, ການ​ທູດ​ຫວຽດນາມ ​ໄດ້​ຜັນ​ຂະຫຍາຍ​ຢ່າງຍືດຫຍຸ່ນແລະໄຫວພິບ, ຍາດ​ແຍ່ງ​ເອົາ​ຄວາມ​ເຫັນ​ອົກ​ເຫັນ​ໃຈ ​ແລະ ການສະໜັບສະໜູນຂອງ​ໂລກ, ໂດຍສະເພາະ ການສະໜັບສະ​ໜູນຂອງ​ບັນດາ​ປະ​ເທດ​ສັງຄົມ​ນິຍົມ, ບົນ​ພື້ນຖານ​ຄວາມເດັດດ່ຽວ ແລະ ຄວາມຕັ້ງໝັ້ນໃນເປົ້າໝາຍ​ການປະຕິວັດ ແລະໄຊຊະນະໃນແນວຮົບ​ທະ​ຫານ​. ສັນຍາປາຣີ ປີ 1973 ​ແມ່ນ​ໄຊຊະນະ​ທາງ​ການ​ເມືອງ​ແລະການ​ທູດ​ອັນ​ໃຫຍ່​ຫຼວງ, ປະກອບສ່ວນ​ສ້າງ​ເງື່ອນ​ໄຂທີ່​ສະດວກ​ໃຫ້​ແກ່​ການ​ປົດ​ປ່ອຍ​ພາກ​ໃຕ້​ຢ່າງ​ສົມບູນ.

ສາມາດຢືນຢັນໄດ້ວ່າ ປັດໄຈຕັດສິນໄຊຊະນະຂອງສົງຄາມຕໍ່ຕ້ານຈັກກະພັດອາເມລິກາເພື່ອກູ້ຊາດ ບໍ່ພຽງແຕ່ຢູ່ໃນແນວທາງທີ່ຖືກຕ້ອງເທົ່ານັ້ນ, ແຕ່ຍັງຢູ່ໃນການຕັ້ງໝັ້ນໃນອຸດົມຄະຕິເອກະລາດແຫ່ງຊາດ ແລະ ລັດທິສັງຄົມນິຍົມອີກດ້ວຍ. ພັກແມ່​ນຜູ້ຊີ້​ທາງ, ຈັດຕັ້ງ ພ້ອມທັງສ້າງແຮງບັນດານ​ໃຈ ​ແລະ ນຳພາ​ປະຊາຊົນ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ ​ແລະ ການ​ເສຍສະຫຼະ​ທັງປວງ. ຄວາມ​ສະ​ໜິດ​ຕິດ​ພັນ​ລະ​ຫວ່າງ​ພັກ ແລະ​ປະ​ຊາ​ຊົນ ໄດ້​ສ້າງ​ພະລັງແຂງແຮງອັນຫາທີ່ປຽບບໍ່​ໄດ້, ເສີມສ້າງກຸ່ມກ້ອນມະຫາ​ສາ​ມັກ​ຄີປວງຊົນທັງ​ຊາດ​. ໄຊຊະນະອັນຍິ່ງໃຫຍ່ຂອງປະຊາຊົນຫວຽດນາມ ຍັງເກີດຈາກຄວາມຈິງທີ່ວ່າ ພັກຂອງພວກເຮົາສົ່ງເສີມກຳລັງແຮງສັງລວມຂອງລະບົບການເມືອງທັງໝົດ, ຂອງທົ່ວປວງຊົນ, ການປະສານສົມທົບຢ່າງເຂົ້າແກັບເຂົ້າເກຍລະຫວ່າງສູນກາງ ແລະທ້ອງຖິ່ນ, ລະຫວ່າງແນວຫຼັງ ແລະ ແນວໜ້າ, ລະຫວ່າງໃນປະເທດ ແລະ ຕ່າງປະເທດ. ພັກເຮົາໄດ້ລະດົມກຳລັງແຮງສູງສຸດຂອງທົ່ວປະເທດ, ທັງກຳລັງແຮງດ້ານວັດຖຸ ແລະກຳລັງແຮງທາງດ້ານການເມືອງ-ຈິດໃຈ, ກຳລັງແຮງຂອງມູນເຊື້ອຮັກຊາດອັນແຮງກ້າ ຂອງປະເທດທີ່ມີອາລະຍະທຳຍາວນານນັບພັນປີ ໃນການຕໍ່ຕ້ານສົງຄາມຈັກກະພັດອາເມລິກາເພື່ອກູ້ຊາດ. “ວັນເວລາຈະຜ່ານໄປ, ແຕ່ໄຊຊະນະຂອງປະຊາຊົນຂອງພວກເຮົາໃນສົງຄາມຕໍ່ຕ້ານອາເມລິກາເພື່ອກູ້ຊາດ ຈະຖືກບັນທຶກໄວ້ໃນປະຫວັດສາດຂອງຊາດເຮົາຕະຫຼອດໄປ ໃນຖານະໜຶ່ງໃນໜ້າປະຫວັດສາດທີ່ສະຫວ່າງສະໄໝທີ່ສຸດ, ເປັນສັນຍາລັກທີ່ສ່ອງປະກາຍແຫ່ງໄຊຊະນະອັນສົມບູນ ຂອງລັດທິວິລະຊົນປະຕິວັດ ແລະ ສະຕິປັນຍາຂອງມະນຸດຊາດ ແລະ ຈະຖືກຈາລຶກໄວ້ໃນປະຫວັດສາດໂລກ ໃນຖານະຄວາມສຳເລັດອັນຍິ່ງໃຫຍ່ຂອງສະຕະວັດທີ 20, ເປັນເຫດການທີ່ມີຄວາມສໍາຄັນລະດັບສາກົນ ແລະມີຄວາມໝາຍຍຸກສະໄໝອັນເລິກເຊິ່ງ”(9).

ເສີມ​ຂະຫຍາຍ​ບົດບາດ​ນຳພາ​ຂອງ​ພັກ, ນຳພາ​ປະ​ເທດ​ຊາດ​ກ້າວ​ເຂົ້າ​ສູ່​ຍຸກ​ໃໝ່​ຢ່າງ​ໝັ້ນຄົງ

ເຄິ່ງສະຕະວັດຜ່ານໄປ, ນັບຕັ້ງແຕ່ປະເທດໄດ້ຮັບການທ້ອນໂຮມເປັນເອກະພາບຢ່າງສົມບູນ, ບົດບາດການນຳພາຂອງພັກຍັງຄົງຢູ່ ແລະ ຈຳເປັນຕ້ອງໄດ້ຮັບການສືບທອດ ແລະ ເສີມຂະຫຍາຍໃນພາລະກິດການສ້າງສາ, ພັດທະນາ ແລະ ປົກປັກຮັກສາປະເທດຊາດໃນປະຈຸບັນ. ໄຊຊະນະຂອງສົງຄາມຕໍ່ຕ້ານຈັກກະພັດອາເມລິກາເພື່ອກູ້ຊາດ ໄດ້ຖອດຖອນບົດຮຽນອັນລ້ຳຄ່າຂອງຍຸກສະໄໝຄື: ຍຶດໝັ້ນບົດບາດການນຳພາທີ່ເດັດຂາດ ແລະ ຮອບດ້ານຂອງພັກ, ລວມທັງການນຳພາທີ່ເດັດຂາດ ແລະ ໂດຍກົງໃນທຸກດ້ານຕໍ່ກອງທັບ, ເສີມຂະຫຍາຍສິລະປະການທະຫານ ແລະ ສົງຄາມປະຊາຊົນຫວຽດນາມໃຫ້ເຖິງລະດັບສູງສຸດ; ຍຶດໝັ້ນ​ເປົ້າ​ໝາຍ​ເອກະລາດ​ແຫ່ງ​ຊາດ ​ຕິດ​ພັນ​ກັບ​ລັດທິ​ສັງຄົມ​ນິຍົມ; ເສີມຂະຫຍາຍກຳລັງແຮງຂອງກຸ່ມກ້ອນມະຫາສາມັກຄີປວງຊົນທັງຊາດ; ຮູ້​ວິ​ທີ​ສົມທົບ​ກຳລັງ​ແຮງ​ຂອງ​ຊາດ​ກັບ​ກຳລັງ​ແຮງ​ຂອງ​ຍຸກ​ສະ​ໄໝ; ຖື​ພຶດຕິກຳຕົວຈິງ​ເປັນ​ພື້ນຖານ​ໃນ​ການ​ພັດທະນາ​ທິດ​ສະ​ດີ, ປ່ຽນແປງໃໝ່​ວິທີ​ການ​ນຳພາ​ຢ່າງ​ບໍ່​ຢຸດ​ຢັ້ງ, ປັບປຸງຍົກສູງ​ຄວາມ​ສາມາດ​ນຳພາ ​ແລະກຳອຳນາດຂອງພັກ...

ພາລະກິດອັນສັກສິດຂອງພັກໃນຍຸກແຫ່ງການພັດທະນາ ແມ່ນການນຳພາປະເທດໃຫ້ສາມາດສ້າງຫວຽດນາມທີ່ເປັນສັງຄົມຄົມນິຍົມ, ປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ປະຊາທິປະໄຕ, ຍຸຕິທຳ, ອາລະຍະທຳ ທີ່ເທົ່າທຽມກັບມະຫາອຳນາດທັງ 5 ທະວີບໄດ້ສຳເລັດ; ຮັບ​ປະ​ກັນ​ໃຫ້​ປະ​ຊາ​ຊົນ​ມີ​ຊີ​ວິດ​ທີ່​ຈະ​ເລີນ​ຮຸ່ງ​ເຮືອງ ​ແລະ​ມີ​ຄວາມ​ສຸກ; ປະກອບສ່ວນ​ນັບມື້ນັບຫຼາຍສຳລັບ​ສັນຕິພາບ, ສະຖຽນ​ລະ​ພາບ, ການ​ພັດທະນາ​ຂອງ​ພາກ​ພື້ນແລະ​ໂລກ, ​ເພື່ອ​ຄວາມ​ຜາ​ສຸກ​ຂອງ​​ມະນຸດຊາດ ​ແລະ ອາລະຍະທຳ​ທົ່ວ​ໂລກ(10). ໃນ​ທຸກ​ສະຖານະ​ການ, ການ​ຮັກສາ​ບົດບາດ​ການ​ນຳພາ​ຂອງ​ພັກ​ແມ່ນ​ກຸນ​ແຈ​ໃນ​ການ​ພັດທະນາ​ປະ​ເທດ​ຊາດ, ຮັບປະກັນ​ຄວາມ​ໝັ້ນຄົງຍືນຍົງ​ ແລະ​ຄວາມ​ວັດທະນາ​ຖາວອນຂອງປະເທດຊາດ.

ໃນເສັ້ນທາງ​ຂ້າງໜ້າ​ມີ​ຄວາມ​ຮຽກຮ້ອງ​ຕ້ອງການ​ສູງສຸດສະລັບ​ພັກ. ກ້າວ​ເຂົ້າ​ສູ່​ຍຸກ​ໃໝ່​ແຫ່ງ​ການ​ພັດທະນາ​ດ້ວຍ​ກາລະ​ໂອກາດ ​ແລະ ສິ່ງ​ທ້າ​ທາຍ​ທີ່​ຕິດ​ພັນກັນ, ບົດບາດ​ນຳພາປະເທດ​ຂອງ​ພັກ​ກອມ​ມູນິດ​ຫວຽດນາມ ຮຽກຮ້ອງ​ໃຫ້ຕ້ອງປັບປຸງແລະປ່ຽນແປງໃໝ່ຢ່າງບໍ່ຢຸດຢັ້ງ ເພື່ອຍົກ​ສູງ​ຄຸນ​ນະພາ​ບ​ແລະປະສິດທິ​ຜົນ. ຄວາມເປັນຈິງ​ແລະຄວາມສຳ​ເລັດ​ຂອງການ​ຕໍ່ຕ້ານ, ການສ້າງສາ​ປະ​ເທດ​ ​ແລະ ການດຳເນີນກິດຈະການປ່ຽນແປງໃໝ່ ແລະ ​ເຊື່ອມ​ໂຍງ​ສາກົນ ​ໄດ້​ຢືນຢັນ​ເຖິງ​ບົດບາດ​ນຳພາ ​ແລະ ກຳອຳນາດ​ຂອງ​ພັກ​ກອມ​ມູນິດ​ຫວຽດນາມ. ເພື່ອສືບ​ຕໍ່​ປະຕິບັດ​ສຳ​ເລັດ​ຜົນ​ໃນ​ພາລະກິດ​ການສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ໃນຍຸກ​ໃໝ່ ຍຸກ​ແຫ່ງ​ການບືນຕົວຂຶ້ນຂອງ​ຊາດ, ພັກ​ກອມ​ມູນິດ​ຫວຽດນາມຈະຕ້ອງມີຄວາມ​ເປັນເລີດທັງ​ໃນ​ດ້ານ​ສະຕິ​ປັນຍາ, ຄວາມກ້າຫານ, ຄວາມ​ສາມາດ ​ແລະ ຈັນ​ຍາ​ບັນ​ໃນ​ການ​ກຳອຳນາດການປົກຄອງ. ມີພຽງ​​ພັກການເມືອງທີ່ນຳໜ້າທາງການເມືອງ, ຍຶດໝັ້ນໃນອຸດົມຄະຕິ, ​ມີສະຕິ​ປັນຍາສ່ອງໃສ, ສຽບແຫຼມໃນຍຸດທະສາດ, ​ໃກ້​ຊິດ​ກັບຄວາມເປັນ​ຈິງ ແລະ ຜູກພັນຢ່າງ​ໃກ້​ຊິດ​ກັບ​ປະຊາຊົນເທົ່ານັ້ນ ຈຶ່ງ​ສາມາດ​ນຳພາ​ປະ​ເທດ​ຊາດ​ກ້າວສູ່ລັດທິ​ສັງຄົມ​ນິຍົມຢ່າງໝັ້ນຄົງ, ສ້າງປະເທດຫວຽດນາມທີ່ເຂັ້ມແຂງ, ຈະເລີນຮຸ່ງເຮືອງ ແລະ ມີ​ຄວາມ​​ສຸກ.

 ພັກ​ນຳພາ​ປະ​ເທດ​ຊາດ​ປະຕິບັດ​ພາລະກິດ​ປະຕິວັດ​ຂອງ​ປະຊາຊົນ, ​ໂດຍ​ປະຊາຊົນ ແລະ ​ເພື່ອ​ປະຊາຊົນ ​ໃນໄລຍະຫັນປ່ຽນ​ໃໝ່, ຕອບ​ສະໜອງ​ຄວາມ​ມຸ່ງ​ມາດ​ປາຖະໜາ​ພັດທະນາ​ຂອງ​ປະຊາຊົນ​ຫວຽດນາມ. ພັກ​ກຳນົດ​ວ່າ, ​ໃນ​ຂະ​ບວນການ​ກ້າວ​ເຂົ້າ​ສູ່​ຍຸກ​ໃໝ່​ຢ່າງ​ໜັກ​ແໜ້ນນັ້ນ ມີ​​ໜ້າ​ທີ່ ​ແລະ ວິທີ​ການ​ດຳເນີນການທີ່ມີລັກສະນະ​ປະຕິວັດ ເຊິ່ງຕ້ອງອາໄສ​ຄວາມ​ພ້ອມ​ທີ່ຈະ​ອຸທິດ ​​ແລະ​ເສຍສະຫຼະ​ ຂອງ​ພະນັກງານ, ສະມາຊິກ​ພັກ ແລະ ປະຊາຊົນ ​ເພື່ອ​ອະນາຄົດ​ທີ່​ສົດ​ໃສ​ຂອງຊາດໂດຍລວມ. ການ​ນຳພາທີ່​ຖືກຕ້ອງ​ຂອງ​ພັກ ພ້ອມ​ກັບ​ຄວາມ​ຕັດສິນ​ໃຈ​ຂອງ​ທົ່ວ​ພັກ, ທົ່ວ​ປວງ​ຊົນ, ທົ່ວ​ກອງທັບ, ກຳລັງ​ແຮງ​ແຫ່ງ​ມະຫາ​ສາມັກຄີ​​ປວງ​ຊົນ​ທັງ​ຊາດ, ສົມທົບກຳລັງ​ແຮງ​ຂອງ​ຊາດ ກັບກຳລັງແຮງຂອງຍຸກສະໄໝ ແນ່ນອນ​ວ່າ​ ຈະ​ນຳພາ​ຫວຽດນາມ​ກ້າວສູ່​ໄຊຊະນະ​ໃໝ່​ອັນ​ສະຫງ່າ​ລາສີ, ສືບ​ຕໍ່​ຂຽນ “ປະຫວັດສາດ​ທອງ​ຂອງ​ປະ​ເທດ​ຊາດ”. 

ໂດຍເສີມຂະຫຍາຍ​ບົດຮຽນທີ່ໄດ້ຮຽນຮູ້​ຈາກ​ສົງຄາມ​ຕໍ່ຕ້ານ​ຈັກກະພັດ​ອາ​ເມ​ລິ​ກາ​ເພື່ອ​ກູ້​ຊາດ ແລະ ​ເພື່ອ​ປະຕິບັດ​ພາລະກິດ​ນຳພາ​ປະ​ເທດ​ໃນຍຸກ​ໃໝ່, ພັກກອມມູນິດຫວຽດນາມ​ຕ້ອງ​ສືບ​ຕໍ່​ປະຕິບັດ​ບັນດາ​ຂໍ້​ກຳນົດ ​ແລະ ວິທີ​ແກ້​ໄຂຕໍ່ໄປນີ້​ຢ່າງ​ມີ​ປະສິດທິ​ຜົນ:

ທີ​ໜຶ່ງ, ​ໃນ​ສະພາບ​ການ​ໂລກາພິວັດ​ທີ່​ກວ້າງຂວາງ ​ແລະ ການ​ປະຕິວັດ​ອຸດສາຫະກຳຄັ້ງ​ທີສີ່ທີ່ແຂງແຮງ, ພັກ​ຕ້ອງ​ສືບ​ຕໍ່​ຍົກ​ສູງ​ຄວາມ​ສາມາດ​ໃນ​ການ​ວາງ​ແຜນ​ຍຸດ​ທະ​ສາດການພັດທະນາ​ປະ​ເທດ​ຊາດ. ການສ້າງແຜນກຳນົດແລະແຜນພັດທະນາເສດຖະກິດ-ສັງຄົມ, ຮັບປະກັນການປ້ອງກັນຊາດ-ຄວາມໝັ້ນຄົງ ແລະ ການຕ່າງປະເທດຕ້ອງຕິດພັນກັບຄວາມເປັນຈິງ, ແທດຈິງ ແລະ ແທດເໝາະກັບການປ່ຽນແປງຂອງສາກົນຢ່າງໄວ. ເສີມຂະຫຍາຍບົດບາດຊີ້​ນຳ ​ແລະ ນຳພາ​ຂອງ​ພັກ ​ໃນ​ການ​ພັດທະນາ​ວິທະຍາສາດ​ເຕັກ​ໂນ​ໂລຊີ, ການປ່ຽນແປງໃໝ່ປະດິດສ້າງ, ຊຸກຍູ້​ການ​ຫັນ​ເປັນ​ດິຈິ​ຕອນ, ພັດທະນາເສດຖະກິດພູມປັນຍາ, ​ເສດຖະກິດ​ສີຂຽວ, ​ເສດຖະກິດ​ໝຽນວຽນ ​ແລະອື່ນໆ.

ທີສອງ, ພັກ​ສືບ​ຕໍ່​ເສີມ​ຂະຫຍາຍ​ບົດບາດ​ນຳພາ​ຂອງຕົນ​ໃນ​ການປັບປຸງ ​ແລະ ພັດທະນາ​ບັນດາ​ອົງ​ປະກອບ​ຄື: ເສດຖະກິດຕະຫຼາດ​ຕາມ​ທິດ​ສັງຄົມ​ນິຍົມ; ລັດແຫ່ງອຳນາດກົດໝາຍສັງຄົມ​ນິຍົມ​ຂອງ​ປະ​ຊາ​ຊົນ, ໂດຍ​ປະຊາຊົນ ແລະ ​ເພື່ອ​ປະຊາຊົນ, ລະບົບປະຊາທິປະ​ໄຕ​ສັງຄົມ​ນິຍົມ. ​ໃນ​ນັ້ນ, ​ເສດຖະກິດ​​ຕະຫຼາດ​ຕາມ​ທິດ​ສັງຄົມ​ນິຍົມ​ແມ່ນ​ພະລັງຂັບເຄື່ອນ​ຕົ້ນຕໍ​ ເພື່ອ​ປົດ​ປ່ອຍ​ກຳລັງ​ການຜະລິດ​; ລັດແຫ່ງອຳນາດກົດໝາຍສັງຄົມນິຍົມຂອງ​ປະ​ຊາ​ຊົນ, ໂດຍ​ປະ​ຊາ​ຊົນ ແລະ ເພື່ອ​ປະ​ຊາ​ຊົນ ​ມີ​ບົດ​ບາດ​ໃນ​ການ​ສ້າງ​ການ​ພັດ​ທະ​ນາ; ລະບົບປະຊາທິປະ​ໄຕ​ສັງຄົມ​ນິຍົມ​ແມ່ນ​ທັງ​ເປົ້າ​ໝາຍ ​ແລະ ​ພະລັງຂັບເຄື່ອນ​ການ​ພັດທະນາ.

ການສ້າງແຕ່ລະອົງປະກອບ ແລະ ແກ້ໄຂການພົວພັນລະຫວ່າງອົງປະກອບຢ່າງເໝາະສົມ ປະກອບສ່ວນເຂົ້າໃນການພັດທະນາກຳລັງການຜະລິດທີ່ທັນສະໄໝ, ຄ່ອຍໆປັບປຸງການພົວພັນການຜະລິດ ແລະ ແບບວິທີການຜະລິດທີ່ກ້າວໜ້າ; ຮັບປະກັນ​ຄວາມ​ເໜືອກວ່າອັນເປັນ​ເອກະລັກ​​ຂອງ​ຮູບ​ແບບ​ສັງຄົມ​ນິຍົມ​ຫວຽດນາມ.

ທີ​ສາມ, ​ໃນ​ສະພາບ​ການ​ແຂ່ງຂັນ​ດ້ານ​ຍຸດ​ທະ​ສາດທີ່ດຸເດືອດຫຼາຍຂຶ້ນ​ ລະຫວ່າງ​ບັນດາ​ປະ​ເທດ​ໃຫຍ່​, ຄວາມ​ໝັ້ນຄົງ​ແບບ​ດັ້ງ​ເດີມ​ແລະ​ແບບບໍ່​ດັ້ງ​ເດີມໄດ້​ຕິດ​ພັນກັນ​ຢ່າງຊັບຊ້ອນ, ພັກ​ຕ້ອງ​ເພີ່ມ​ທະວີ​ຄວາມສາມາດ​ນຳພາ​ໃນດ້ານ​ການ​ປ້ອງ​ກັນ​ປະ​ເທດ, ປ້ອງ​ກັນ​ຄວາມ​ໝັ້ນຄົງ ​ແລະ ການ​ຕ່າງປະ​ເທດ. ເພີ່ມ​ທະວີ​ການ​ນຳພາ​ເດັດຂາດ, ໂດຍ​ກົງ​ໃນ​ທຸກ​ດ້ານ​ຂອງພັກຕໍ່​ກອງທັບ; ກໍ່ສ້າງ​ກອງທັບ​ຕາມ​ທິດ “​ປະຕິວັດ, ເປັນລະບຽບຫຼວງ, ຊຳນານການຮົບ, ທັນ​ສະ​ໄໝ​ເທື່ອ​ລະ​ກ້າວ”, ​ເປັນ​ກຳລັງ​ຫຼັກ​ແຫຼ່ງ​ໃນ​ການ​ປະຕິບັດ​ວຽກ​ງານ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ ​ແລະ ​ເປັນ​ກຳລັງ​ການ​ເມືອງ​ທີ່​ຈົງຮັກພັກດີ ​ແລະເຊື່ອຖື​ໄດ້ຢ່າງແທ້ຈິງ​ຂອງ​ພັກ, ປະ​ເທດ​ຊາດ ​ແລະ ປະຊາຊົນ; ຍຶດໝັ້ນມູນເຊື້ອ​ແຫ່ງ​ຄວາມຕັດສິນໃຈຕໍ່ສູ້, ຕັດສິນ​ໃຈ​ຍາດ​ເອົາ​ໄຊຊະນະ, ຮູ້​ວິທີການ​ຕໍ່ສູ້ ແລະ ການເອົາຊະນະ​ຂອງ​ກອງທັບ​ປະຊາຊົນ​ຫວຽດນາມ; ຕໍ່ສູ້​ຢ່າງ​ເດັດດ່ຽວ​ຕ້ານແຜນການ​ແລະກົນ​ອຸບາຍ​ໃນການ “ຫຼຸດບົດບາດທາງການ​ເມືອງ” ຂອງກອງທັບ​ໂດຍກອງ​ກຳລັງ​ສັດຕູ. ຍຶດໝັ້ນ​ຫຼັກການ​ເອກະລາດ, ເປັນເຈົ້າ​ຕົນ​ເອງ, ການ​ຫັນ​ເປັນ​ຫຼາຍ​ຝ່າຍ, ຄວາມ​ຫຼາກ​ຫຼາຍ, ​ເດັດດ່ຽວ​ປົກ​ປັກ​ຮັກສາ​ອະທິປະ​ໄຕ​ຂອງ​ປະ​ເທດ​ຊາດ, ພ້ອມ​ກັນນັ້ນ ເປັນເຈົ້າການໃນການເຂົ້າ​ຮ່ວມ​ຢ່າງ​ເລິກ​ເຊິ່ງ, ຮອບດ້ານ ແລະ ຕັ້ງໜ້າ​ ໃນ​ບັນດາ​ໂຄງ​ປະກອບ​ພາກ​ພື້ນ​ແລະ​ໂລກ ດ້ວຍ​ຄຳ​ຂວັນທີ່ວ່າ ຫວຽດນາມເປັນ​ມິດ ​ແລະ ເປັນສະມາຊິກ​ທີ່​ມີ​ຄວາມ​ຮັບຜິດຊອບ​ຂອງ​ປະຊາ​ຄົມ​ສາກົນ.

ທີ​ສີ່, ພັກ​ສືບ​ຕໍ່​ຍູ້​ແຮງ​ວຽກ​ງານ​ກໍ່ສ້າງ ປັບປຸງພັກ ​ແລະ ​​ລະບົບ​ການ​ເມືອງ ​ໃຫ້​ສະອາດ ​ແລະ ​ເຂັ້ມ​ແຂງ​ໃນ​ທຸກ​ດ້ານ, ຕິດ​ພັນ​ກັບ​ການ​ຮ່ຳຮຽນ ​ແລະ ປະຕິບັດ​ຕາມແນວຄິດ, ຄຸນສົມບັດ​ສິນ​ທຳ ​ແລະ ແບບແຜນ​ຂອງ​ປະທານ​ໂຮ່ຈີມິນ. ​ໃນ​ເງື່ອນໄຂຂອງພື້ນຖານ​ເສດຖະກິດ​​ຕະຫຼາດ​ຕາມ​ທິດ​ສັງຄົມ​ນິຍົມ ​ແລະ ​ການເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນນັ້ນ ​​ຄວາມ​ສ່ຽງ​ຕໍ່​ການ​ເສື່ອມ​ໂຊມ​ດ້ານແນວຄິດ​ການ​ເມືອງ, ຄຸນສົມບັດ​ສິນ​ທຳ, ວິຖີ​ການດຳເນີນຊີວິດ; “ການປ່ຽນແປງຕົນເອງ”, “ການຫັນປ່ຽນຕົນເອງ” ພາຍໃນພັກ ຂົ່ມຂູ່ການຢູ່ລອດຂອງພັກແລະລະບອບການປົກຄອງ. ການ​ເພີ່ມ​ທະວີ​ລະບຽບ​ວິ​ໄນ, ປັບປຸງ​ຈັນ​ຍາ​ບັນ​ປະຕິວັດ, ກໍ່ສ້າງ​ຖັນ​ແຖວ​ພະນັກງານ​ທີ່​ມີ​ຄຸນສົມບັດສິນທຳ, ມຸ່ງໝັ້ນ, ມີ​ວິ​ໄສ​ທັດ, ຮັບ​ໃຊ້​ປະ​ເທດ​ຊາດ​ແລະປະຊາຊົນ​ ຖືເປັນ​ຄວາມ​ຮຽກຮ້ອງ​ຕ້ອງການ​ອັນ​ຮີບ​ດ່ວນ. ພ້ອມ​ກັນ​ນັ້ນ, ຕ້ອງເປັນເຈົ້າການໃນການປ້ອງກັນ, ສະກັດ​ກັ້ນ ແລະ ຍູ້ຖອຍພະຍາດ​ສໍ້ໂກງ, ​ການສໍ້​ລາດ​ບັງ​ຫຼວງ, ການໃຊ້ຈ່າຍຟຸມເຟືອຍ, ປະກົດ​ການ​ຫຍໍ້​ທໍ້, ກໍ່ສ້າງ​ພັກໃຫ້​ມີ​ຈັນ​ຍາ​ບັນ ແລະ ອາລະຍະທຳ, ເສີມສ້າງແລະປັບປຸງ​ຄວາມ​​ເຊື່ອຖື​ຂອງ​ປະຊາຊົນ​ຕໍ່​ພັກຢ່າງສະໝ່ຳສະເໝີ. ພັກກໍ່ສ້າງແລະປັບປຸງຕົນເອງຢ່າງບໍ່ຢຸດຢັ້ງ ໃຫ້ມີກຳລັງແຮງແລະຄວາມສາມາດຕໍ່ສູ້ຢ່າງພຽງພໍ ເພື່ອກຳນົດແນວທາງການເມືອງທີ່ຖືກຕ້ອງ, ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆຢ່າງທັນການ, ແກ້ໄຂຂໍ້ຂັດແຍ່ງໃຫຍ່ ແລະ ບັນຫາຫຍຸ້ງຍາກໄດ້ຢ່າງມີປະສິດທິພາບ, ກຳອຳນາດເພື່ອປະຊາຊົນ, ກຳອຳນາດຢ່າງມີວິທະຍາສາດ, ກຳອຳນາດຢ່າງມີປະຊາທິປະໄຕ, ກຳອຳນາດຕາມກົດໝາຍ, ກຳອຳນາດຢ່າງສັດຊື່ສຸຈະລິດ.   

ທີ​ຫ້າ, ພັກ​ຕ້ອງ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ວຽກ​ງານແນວຄິດ ​ທິດ​ສະ​ດີ, ດຳເນີນການສະຫຼຸບສັງລວມພຶດຕິກຳແລະພັດທະນາ​ທິດ​ສະ​ດີຢ່າງບໍ່ຢຸດຢັ້ງ, ​ໃຫ້ຄວາມສຳຄັນກັບການ​ຖອດ​ຖອນ​ບົດຮຽນ​ອັນ​ລ້ຳ​ຄ່າ​ຈາກປະສົບການຂອງ​ບັນພະບຸລຸດ​ໃນ​ປະຫວັດສາດ​ຂອງ​ຊາດ ​ແລະ ປະສົບ​ການ​ນຳພາ​ປະຕິວັດ​ຂອງ​ພັກ​ເຮົາ, ຜ່ານ​ນັ້ນ ​ສືບ​ທອດ​ແລະນຳ​ໃຊ້, ແລະພັດທະນາຢ່າງປະດິດ​ສ້າງ​ໃນ​ວຽກ​ງານ​ກໍ່ສ້າງ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ. ໃຫ້ຄວາມສຳຄັນກັບການ​ສຶກສາ​ອົບຮົມມູນເຊື້ອ ​ແລະ ຄຸນສົມບັດ​ປະຕິວັດ, ປຸກຕື່ນນ້ຳ​ໃຈ​ຮັກ​ຊາດ, ​ເຈດຈຳນົງສ້າງຄວາມເຂັ້ມແຂງ​ຂອງ​ຊາດ, ກຳລັງ​ແຮງ​ແຫ່ງມະຫາ​ສາມັກຄີປວງຊົນທັງ​ຊາດ ​ແລະ ຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ທີ່ຈະ​ພັດທະນາ​ປະ​ເທດ​​ໃຫ້​ຮັ່ງມີ​ເຂັ້ມ​ແຂງ ຈະເລີນຮຸ່ງເຮືອງ ແລະມີຄວາມສຸກ. ເດັດ​ດ່ຽວ​ຕໍ່​ສູ້​ແລະ​ເອົາຊະນະກົນອຸບາຍທຳລາຍມ້າງເພຂອງ​​ບັນດາ​ກອງກຳລັງ​ສັດຕູ, ປົກ​ປັກ​ຮັກສາ​ພື້ນຖານ​ແນວຄິດ​ຂອງ​ພັກ​ຢ່າງ​ໝັ້ນຄົງ.

ທີ​ຫົກ, ​ເພີ່ມ​ທະວີ​ແລະ​ປ່ຽນແປງໃໝ່​ການ​ນຳພາ​ຂອງ​ພັກຕໍ່​ວຽກ​ງານ​ຂົນຂວາຍ​ມະຫາຊົນ; ສ້າງ​ການ​ປ່ຽນ​ແປງ​ຢ່າງ​ແຂງ​ແຮງ​ໃນຄວາມຮັບຮູ້ ​ແລະ ການ​ກະທຳ​ຂອງ​ຄະນະ​ພັກ ​ແລະ ລະບົບ​ການ​ເມືອງ ​ກ່ຽວ​ກັບ​ວຽກ​ງານ​ຂົນຂວາຍ​ມະຫາຊົນ. ຄະນະ​ພັກ, ອົງການ​ຈັດ​ຕັ້ງ​ພັກສືບ​ຕໍ່​ປ່ຽນແປງໃໝ່ແບບ​ວິທີ​ການ​ນຳພາ​ໃຫ້​ມີ​ຄວາມ​ໃກ້ຊິດ​ກັບ​ປະຊາຊົນ, ​ໃກ້ຊິດ​ກັບ​ຮາກ​ຖານ, ​ແກ້​ໄຂ​ຄວາມ​ມຸ່ງ​ມາດ​ປາຖະໜາ​ອັນຊອບ​ທຳ​ຂອງ​ປະຊາຊົນ​ໂດຍ​ໄວ, ​ເສີມຂະຫຍາຍ​ຂໍ້ດີ​ຂອງ​ຮູບ​ແບບ​ການ​ປົກຄອງ​ທ້ອງ​ຖິ່ນສອງຂັ້ນຕໍ່ໄປ​ໃນ​ໄລຍະ​ຈະ​ມາ​ເຖິງ. ປະຕິບັດທັດສະນະ “ປະຊາຊົນແມ່ນຮາກ”; ປະຊາຊົນແມ່ນໃຈກາງຂອງການພັດທະນາ; ແຜນນະໂຍບາຍ, ແນວ​ທາງ ​ແລະ ນະໂຍບາຍທັງໝົດ ​ລ້ວນ​ແຕ່ເກີດ​ມາ​ຈາກ​ຄວາມ​​ປາດ​ຖະໜາ, ຜົນ​ປະ​ໂຫຍ​ດອັນ​ຊອບ​ທຳ ​ແລະ ຄວາມ​ສຸກ​ຂອງ​ປະຊາຊົນ. ການ​ນຳ​ຂອງ​ພັກ​ສືບ​ຕໍ່​ເປັນແກ​ນຫຼັກ, ເປັນທຸງ​ທີ່​ເຕົ້າ​ໂຮມ​ສະຕິ​ປັນຍາ, ຄວາມປາດຖະໜາ ​ແລະ ກຳລັງ​ແຮງ​ແຫ່ງມະຫາ​ສາມັກຄີ​​ປວງ​ຊົນ​ທັງ​ຊາດ, ຮຽກຮ້ອງປະຊາຊົນທັງປະເທດ, ທະວີຄູນຄວາມພາກພູມໃຈ, ຄວາມເຄົາລົບຕົນເອງ ແລະເຈດຈຳນົງຂອງທັງຊາດ, ກະຕູ້ນແລະສ້າງແຮງບັນດານໃຈໃຫ້ຄົນທຸກຊົນຊັ້ນ, ລະດົມຊັບພະຍາກອນທັງໝົດ ແລະ ໃຊ້ປະໂຫຍດຈາກ​ທຸກ​ໂອກາດເພື່ອ​ພັດທະນາ​ປະ​ເທດ​.

ປະຫວັດສາດຊີ້ນຳທັງປະຈຸບັນແລະອະນາຄົດ. ບົດຮຽນກ່ຽວກັບ​ການ​ນຳພາ​ຂອງ​ພັກ​ໃນການ​ຕໍ່ຕ້ານ​​ຈັກກະພັດ​ອາ​ເມ​ລິ​ກາເພື່ອ​ກູ້​ຊາດ ​ແມ່ນ​ມໍລະດົກ​ທາງ​ຈິດ​ໃຈ​ອັນ​ລ້ຳ​ຄ່າ ແລະ ​ເປັນ​ເຂັມ​ທິດ​ນຳທາງ​ສູ່​ຍຸກສະໄໝ​ໃໝ່ຂອງຊາດ. ພາຍໃຕ້ຄັນທຸງອັນສະຫງ່າລາສີຂອງພັກ, ປະຊາຊົນແລະກອງທັບທັງໝົດໄດ້ບັນລຸໄຊຊະນະອັນຍິ່ງໃຫຍ່ເພື່ອປະເທດຊາດ, ໂດຍສະເພາະການຕໍ່ສູ້ຕ້ານຈັກກະພັດອາເມລິກາເພື່ອກູ້ຊາດ ໄດ້ສະແດງໃຫ້ເຫັນເຖິງຄວາມກ້າຫານ, ຄວາມສະຫຼາດ, ຄຸນທຳ, ສັກສີ ແລະ ຈິດສຳນຶກຂອງປະຊາຊົນຫວຽດນາມ ແລະ ປະເທດຊາດຫວຽດນາມ; ພາຍໃຕ້ການນຳພາຂອງພັກ ແລະ ການຮຽກຮ້ອງຂອງພັກ, ເສີມຂະຫຍາຍຄວາມພາກພູມໃຈ, ຄວາມເຊື່ອໝັ້ນ, ຄວາມເປັນເຈົ້າຕົນເອງ, ຄວາມອີງໃສ່ຕົນເອງແລະສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ປະຊາຊົນເຮົາຈະສືບຕໍ່ຂຽນສິ່ງມະຫັດສະຈັນໃນສະຕະວັດທີ 21, ນຳພາປະເທດຊາດກ້າວເຂົ້າສູ່ຍຸກໃໝ່ຢ່າງໜັກແໜ້ນ, ເພື່ອສັນຕິພາບ, ເອກະລາດ, ປະຊາທິປະໄຕ, ຮັ່ງມີຈະເລີນຮຸ່ງເຮືອງ, ວັດທະນາຖາວອນ, ມີຄວາມຜາສຸກ ແລະ ກ້າວເຂົ້າສູ່ລັດທິສັງຄົມນິຍົມຢ່າງໝັ້ນຄົງ.

--------------------------------------------------------

(1) ສຈ. ປອ. ໂຕເລິມ: “ຫວຽດນາມສະຫວ່າງສົດໃສ”, ວາລະສານກອມມູນິດ, ສະບັບທີ 1055, ເດືອນກຸມພາ 2025, ໜ້າ 5.

(2) ໂຮ່ຈີມິນ: ນິພົນຄົບຊຸດ, ສພຈ. ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2011, ເຫຼັ້ມ 8, ໜ້າ 273

(3) ໂຮ່ຈີມິນ: ນິພົນຄົບຊຸດ, ປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 2, ໜ້າ 289

(4), (5) ເບິ່ງ: ເອກະສານຄົບຊຸດຂອງພັກ, ສພຈ. ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2001, ເຫຼັ້ມ 15, ໜ້າ 30, 172

(6) ເບິ່ງ: ເອກະສານຄົບຊຸດຂອງພັກ, ປຶ້ມທີ່ໄດ້ແນະນຳ, 2002, ເຫຼັ້ມ 16, ໜ້າ 185

(7) ເບິ່ງ: ເອກະສານຄົບຊຸດຂອງພັກ, ປຶ້ມທີ່ໄດ້ແນະນຳ, 2002, ເຫຼັ້ມ 20, ໜ້າ 62

(8) ເບິ່ງ: ເອກະສານຄົບຊຸດຂອງພັກ, ປຶ້ມທີ່ໄດ້ແນະນຳ, 2002, ເຫຼັ້ມ 21, ໜ້າ528

(9) ເອກະສານຄົບຊຸດຂອງພັກ, ປຶ້ມທີ່ໄດ້ແນະນຳ, 2004, ເຫຼັ້ມ 37, ໜ້າ 457

(10) ສຈ. ປອ. ໂຕເລິມ: “ຫວຽດນາມສະຫວ່າງສົດໃສ”, ເອກະສານທີ່ໄດ້ແນະນຳ, ໜ້າ 7.