ວກ. - ການຊີ້ແຈງແລະແນະນຳການປະຕິບັດກົດລະບຽບຂອງພັກ ແລະ ເອກະສານຂອງຄະນະບໍລິຫານງານສູນກາງ ກ່ຽວກັບການກວດກາ, ຕິດຕາມກວດກາ ແລະ ວິໄນຂອງພັກ ເປັນໜ້າທີ່ສຳຄັນຂອງພັກ ໂດຍຮັບປະກັນວ່າ ທັດສະນະ, ແນວທາງ ແລະ ມະຕິຂອງພັກ ໄດ້ຮັບການຈັດຕັ້ງປະຕິບັດຕາມຈຸດປະສົງທີ່ຖືກຕ້ອງ ແລະ ມີປະສິດທິພາບ; ພ້ອມກັນນັ້ນ, ສ້າງ “ພື້ນຖານ” ທີ່ໜັກແໜ້ນ ເພື່ອປັບປຸງຍົກສູງປະສິດທິພາບ ແລະປະສິດທິຜົນ ຂອງວຽກງານກວດກາ, ຕິດຕາມກວດກາ ແລະ ວິໄນຂອງພັກ.

ກອງປະຊຸມຂອງຄະນະກຳມະການກວດກາສູນກາງ _ພາບ: ເອກະສານ

ນັບຕັ້ງແຕ່ການສ້າງຕັ້ງພັກກອມມູນິດຫວຽດນາມ, ຜ່ານຫຼາຍໄລຍະການປະຕິວັດທີ່ແຕກຕ່າງກັນ, ພັກໄດ້ເອົາໃຈໃສ່ ແລະ ໃຫ້ຄວາມສຳຄັນຕໍ່ວຽກງານກວດກາ, ຕິດຕາມກວດກາ ແລະວິໄນຂອງພັກ ຢ່າງສະເໝີຕົ້ນສະເໝີປາຍ. ກົດລະບຽບຂອງພັກ ແລະ ເອກະສານຂອງຄະນະບໍລິຫານງານສູນກາງ ຜ່ານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງພັກ (ຕັ້ງແຕ່ກອງປະຊຸມໃຫຍ່ຄັ້ງທີ I ຫາຄັ້ງທີ XIII) ລ້ວນແຕ່ມີພາກ ໝວດ ມາຕາສະເພາະຕ່າງຫາກ ກ່ຽວກັບວຽກງານກວດກາ ແລະ ລະບຽບວິໄນຂອງພັກ(1). ພ້ອມກັນນັ້ນ, ພາລະບົດບາດ, ໜ້າທີ່, ສິດອຳນາດ ແລະ ການຈັດຕັ້ງກົງຈັກຂອງຄະນະກຳມະການກວດກາທຸກຂັ້ນ ໄດ້ຮັບການປັບປຸງໃຫ້ສົມບູນຕາມພາລະບົດບາດ, ໜ້າທີ່ ແລະ ສະພາບຄວາມເປັນຈິງ ຂອງວຽກງານກໍ່ສ້າງພັກ, ຢືນຢັນທັດສະນະທີ່ເປັນເອກະພາບຂອງພັກ: "ການກວດກາ ແລະ ຕິດຕາມກວດກາແມ່ນພາລະໜ້າທີ່ນຳພາຂອງພັກ’’(2). ໃນແຕ່ລະໄລຍະການປະຕິວັດ, ວຽກງານກວດກາ ແລະ ລະບຽບວິໄນຂອງພັກໄດ້ກຳນົດໜ້າທີ່ສະເພາະ ຕາມສະຖານະການຕົວຈິງ ແລະ ໄດ້ຮັບການນຳພາ ແລະ ຈັດຕັ້ງປະຕິບັດໂດຍກົງ ໂດຍຄະນະບໍລິຫານງານພັກ ເພື່ອຮັບປະກັນການຈັດຕັ້ງປະຕິບັດມະຕິ, ຄຳສັ່ງ ແລະ ລະບຽບການທີ່ອອກໂດຍຄະນະບໍລິຫານງານພັກທຸກຂັ້ນ ໃຫ້ເຂົ້າສູ່ຊີວິດຕົວຈິງ, ເສີມຂະຫຍາຍຄວາມໝາຍ, ປະສິດທິຜົນ, ເປົ້າໝາຍ ແລະ ວຽກງານກໍ່ສ້າງພັກ.

ປະສິດທິພາບຂອງການຊີ້ແຈງແລະແນະນຳການປະຕິບັດກົດລະບຽບຂອງພັກ ແລະ
ເອກະສານຂອງຄະນະບໍລິຫານງານສູນກາງ ກ່ຽວກັບການກວດກາ
, ຕິດຕາມກວດກາແລະວິໄນຂອງພັກ

ມາຮອດປະຈຸບັນ, ພັກກອມມູນິດຫວຽດນາມໄດ້ອອກລະບົບກົດລະບຽບກ່ຽວກັບວຽກງານກວດກາ ແລະ ຕິດຕາມກວດກາທີ່ຄົບຖ້ວນພໍສົມຄວນ ເຊິ່ງມີຄຸນປະໂຫຍດທາງການສຶກສາອົບຮົມ, ການສັ່ງເຕືອນ ແລະ ການປ້ອງກັນ, ແລະ ຍັງເປັນພື້ນຖານໃນການກວດຈັບແລະຈັດການກັບການລະເມີດ, ຊ່ວຍໃຫ້ພະນັກງານ ແລະ ສະມາຊິກພັກ ສາມາດ “ໄຕ່ຕອງ” ຕົນເອງ ເພື່ອຝຶກຝົນແລະປະຕິບັດ. ພ້ອມກັບການອອກກົດລະບຽບ ແລະ ຄຳແນະນຳທີ່ຄົບຖ້ວນພໍສົມຄວນ, ວຽກງານກວດກາ ແລະ ຕິດຕາມກວດກາ ໄດ້ຮັບການປ່ຽນແປງໃໝ່ເທື່ອລະກ້າວ ຕາມທັດສະນະຂອງພັກ, ໂດຍມີຈຸດໜັກໃຈກາງ, ເຂົ້າສູ່ຂັ້ນຕອນແລະຕ່ອງໂສ້ທີ່ສຳຄັນ ເພື່ອສ້າງຜົນກະທົບແຜ່ຂະຫຍາຍ, ສຶກສາອົບຮົມ, ສັ່ງເຕືອນ, ການຈັດການກັບການລະເມີດໜຶ່ງເພື່ອໃຫ້ໄດ້ວຽກງານຫຼາຍຢ່າງ, ການຈັດການກັບບຸກຄົນຄົນດຽວເພື່ອເຕືອນ, ສະກັດກັ້ນ ແລະ ສຶກສາອົບຮົມຫຼາຍຄົນ; ພ້ອມກັນນີ້, ໃຫ້ດຳເນີນຕາມທິດທາງທີ່ວ່າ ເມື່ອເຫັນແຈ້ງການລະເມີດຢູ່ບ່ອນໃດ ໃຫ້ສະຫຼຸບແລະຈັດການຕາມຄວາມເໝາະສົມ, ບໍ່ມີພື້ນທີ່ຕ້ອງຫ້າມ, ບໍ່ມີຂໍ້ຍົກເວັ້ນ ແລະ ວຽກງານກວດກາຈະປູທາງໃຫ້ແກ່ວຽກງານກວດກາ ແລະ ສືບສວນ. ຄະນະກຳມະການກວດກາທຸກລະດັບ ໄດ້ເພີ່ມສິດອຳນາດ, ປັບປຸງການຈັດຕັ້ງ ແລະ ພະນັກງານ...  

ປະສິດທິພາບຂອງການປະກາດໃຊ້ເອກະສານຊີ້ແຈງແລະແນະນຳວຽກງານກວດກາ, ຕິດຕາມກວດກາ ແລະ ລະບຽບວິໄນຂອງພັກ ຕາມກົດລະບຽບຂອງພັກ ແລະ ເອກະສານຂອງຄະນະບໍລິຫານງານສູນກາງ ຢ່າງຄົບຖ້ວນແລະເປັນວິທະຍາສາດນັ້ນ  ໄດ້ປະກອບສ່ວນສຳຄັນຕໍ່ວຽກງານກໍ່ສ້າງ ປັບປຸງພັກ ແລະ ປ້ອງກັນສະຖານະການ “ການປ່ຽນແປງຕົນເອງ”, “ການຫັນປ່ຽນຕົນເອງ” ພາຍໃນຖັນແຖວພະນັກງານ ສະມາຊິກພັກ; ຮັກສາລະບຽບວິໄນຂອງພັກຢ່າງເຂັ້ມງວດ. ຜ່ານການກວດກາ ແລະຕິດຕາມກວດກາ, ຄະນະກຳມະການກວດກາສູນກາງ ແລະ ຄະນະກຳມະການກວດກາທຸກລະດັບ ໄດ້ສະເໜີໃຫ້ຄະນະບໍລິຫານງານສູນກາງ, ກົມການເມືອງສູນກາງ, ຄະນະເລຂາທິການ ແລະຄະນະພັກ ດຳເນີນການຢ່າງເຂັ້ມງວດຕໍ່ອົງການພັກ ແລະສະມາຊິກພັກຈຳນວນຫຼາຍ ທີ່ລະເມີດກົດໝາຍ, ລວມທັງສະມາຊິກພັກທີ່ດຳລົງຕຳແໜ່ງສູງໃນພັກແລະລັດ, ພະນັກງານປະຈຸບັນ ແລະພະນັກງານທີ່ອອກກິນເບ້ຍບຳນານ, ໂດຍຮັບປະກັນຄວາມຍຸຕິທຳ, ຄວາມຖືກຕ້ອງ ແລະ ຄວາມທັນເວລາ, ແລະ ປະກອບສ່ວນສຳຄັນໃນການສ້າງສະພາບແວດລ້ອມທາງສັງຄົມທີ່ສົດໃສ ເພື່ອການພັດທະນາເສດຖະກິດແລະສັງຄົມ; ຕໍ່ສູ້ເພື່ອປ້ອງກັນການເສື່ອມໂຊມທາງດ້ານແນວຄິດ, ການເມືອງ, ຄຸນສົມບັດສິນທຳ, ວິຖີຊີວິດ ແລະ ປະກົດການຂອງ “ການປ່ຽນແປງຕົນເອງ” ແລະ “ການຫັນປ່ຽນຕົນເອງ”; ປ້ອງກັນແລະຕ້ານການສໍ້ລາດບັງຫຼວງ, ຄວາມຫຍໍ້ທໍ້, ການໃຊ້ຈ່າຍຟຸມເຟືອຍ ແລະ ຜົນປະໂຫຍດຂອງກຸ່ມ; ຄ່ອຍໆປັບປຸງຄວາມໄວ້ວາງໃຈຂອງພະນັກງານ, ສະມາຊິກພັກ ແລະ ປະຊາຊົນ ຕໍ່ພັກແລະລັດ; ພ້ອມກັນນັ້ນ, ກວດພົບບັນຫາທີ່ຍັງບໍ່ພຽງພໍໃນການປະຕິບັດ, ບໍ່ສອດຄ່ອງກັບແນວທາງ ແຜນນະໂຍບາຍຂອງພັກ, ນະໂຍບາຍແລະກົດໝາຍຂອງລັດ; ສະເໜີແນະແລະແນະນຳຄະນະບໍລິຫານງານສູນກາງ, ກົມການເມືອງສູນກາງ, ຄະນະເລຂາທິການສູນກາງ ແລະ ຄະນະພັກທຸກຂັ້ນຢ່າງທັນທ່ວງທີ ເພື່ອເພີ່ມເຕີມ ແລະແກ້ໄຂແຜນນະໂຍບາຍ, ນະໂຍບາຍ ແລະ ກົດໝາຍໃຫ້ສອດຄ່ອງກັບຄວາມເປັນຈິງ.

ໃນໄລຍະຜ່ານມາ, ການສຳຫຼວດກວດກາ ແລະຈັດການທາງວິໄນ ຕໍ່ອົງການຈັດຕັ້ງພັກ ແລະພະນັກງານ, ສະມາຊິກພັກທີ່ລະເມີດກົດໝາຍ ໄດ້ຮັບຄວາມສົນໃຈ, ຄວາມເຫັນດີເປັນເອກະພາບ ແລະ ການສະໜັບສະໜູນຈາກຄວາມຄິດເຫັນທາງສັງຄົມ, ພະນັກງານ, ສະມາຊິກພັກ ແລະ ປະຊາຊົນ. ຜົນໄດ້ຮັບນີ້ແມ່ນການຢືນຢັນເຖິງຄວາມຕັດສິນໃຈຂອງພັກ ໃນການຕໍ່ສູ້ປ້ອງກັນແລະຕ້ານການສໍ້ລາດບັງຫຼວງ ແລະ ຄວາມເສື່ອມໂຊມທາງດ້ານແນວຄິດການເມືອງ, ຄຸນສົມບັດສິນທຳ, ວິຖີຊີວິດ ແລະ ຮັກສາລະບຽບວິໄນຢ່າງເຂັ້ມງວດ; ປັບປຸງແລະເພີ່ມທະວີຄວາມເຊື່ອໝັ້ນຂອງພະນັກງານ, ສະມາຊິກພັກ ແລະ ປະຊາຊົນໃນການນຳພາຂອງພັກ.

ຢ່າງໃດກໍ່ຕາມ, ການຫັນເປັນຮູບປະທຳ, ການທົບທວນ, ການປັບປຸງ, ການເພີ່ມເຕີມ ແລະ ການປະກາດໃຊ້ຂໍ້ກຳນົດ ກົດລະບຽບໃໝ່ ກ່ຽວກັບວຽກງານກວດກາ ແລະຕິດຕາມກວດກາ ຂອງຄະນະພັກ ແລະອົງການຈັດຕັ້ງພັກ ໃນບາງເວລາ, ບາງບ່ອນຍັງບໍ່ທັນທັນເວລາ; ເນື້ອໃນຂອງເອກະສານບາງສະບັບບໍ່ຄ່ອຍສອດຄ່ອງກັບລະບຽບຂອງຂັ້ນເທິງ ແລະສະຖານະການຈິງ ຂອງອົງການຈັດຕັ້ງພັກແຕ່ລະປະເພດ ແລະອື່ນໆ, ກໍ່ໃຫ້ເກີດຄວາມຫຍຸ້ງຍາກໃນການຈັດຕັ້ງປະຕິບັດວຽກງານກວດກາ, ຕິດຕາມກວດກາ ແລະລະບຽບວິໄນຂອງພັກ. ຄວາມໝັ້ນຄົງຂອງລະບົບເອກະສານກ່ຽວກັບການກວດກາ, ຕິດຕາມກວດກາ ແລະ ລະບຽບວິໄນຂອງພັກ ຍັງບໍ່ເປັນມາດຕະຖານດຽວກັນໃນທຸກລະດັບຂອງການອອກເອກະສານ; ຍັງມີຄວາມຊັກຊ້າໃນການອອກກົດລະບຽບສະເພາະ ແລະການຈັດຕັ້ງປະຕິບັດເອກະສານຂອງຂັ້ນເທິງ. ການຈັດຕັ້ງປະຕິບັດການຮ່າງເອກະສານຍັງມີຄວາມສັບສົນ; ຄຸນນະພາບຂອງຮ່າງເອກະສານບາງສະບັບ ລວມເຖິງຄຸນນະພາບຂອງຂໍ້ຄິດເຫັນຕໍ່ຮ່າງເອກະສານຍັງບໍ່ສູງ; ການເຄື່ອນໄຫວປະສານງານໃນການຮ່າງເອກະສານຍັງບໍ່ທັນເປັນເຈົ້າການແລະທັນທ່ວງທີ ແລະ ບາງເນື້ອໃນບໍ່ສະທ້ອນຄວາມເປັນຈິງຂອງຊີວິດສັງຄົມໄດ້ຢ່າງທັນທ່ວງທີ; ບາງເອກະສານບໍ່ສອດຄ່ອງກັນທັງດ້ານເນື້ອໃນ ແລະ ຮູບແບບ; ມີຄວາມສັບສົນໃນການໃຫ້ປຶກສາກ່ຽວກັບການຮ່າງ, ການປະກາດໃຊ້ເອກະສານ...

ນອກຈາກນັ້ນ, ຄຸນນະພາບແລະປະສິດທິຜົນຂອງວຽກງານກວດກາ ແລະຕິດຕາມກວດການຍັງບໍ່ສູງ ແລະ ຍັງບໍ່ທັນເສີມຂະຫຍາຍກຳລັງແຮງສັງລວມ ຂອງຂະແໜງການ ແລະຂົງເຂດຕ່າງໆ ໃນວຽກງານກວດກາ, ຕິດຕາມກວດການ ແລະ ການປະຕິບັດວິໄນຂອງພັກ; ບໍ່ເອົາໃຈໃສ່ຕໍ່ການກວດກາປ້ອງກັນ ແລະ ສົ່ງເສີມປັດໄຈທີ່ຕັ້ງໜ້າ; ຂໍ້ບົກຜ່ອງ ແລະການລະເມີດຫຼາຍປະການຂອງສະມາຊິກພັກ ແລະອົງການຈັດຕັ້ງພັກ ໄດ້ຮັບການຄົ້ນພົບແລະແກ້ໄຂຢ່າງຊັກຊ້າ. ຄວາມສາມາດ, ຄຸນສົມບັດ ແລະແບບແຜນການເຮັດວຽກຂອງເຈົ້າໜ້າທີ່ກວດກາຈຳນວນໜຶ່ງ ບໍ່ຕອບສະໜອງໄດ້ຕາມຄວາມຕ້ອງການ ແລະໜ້າທີ່ວຽກງານ...

ໜ້າທີ່ແລະວິທີການສົ່ງເສີມບົດບາດແລະປັບປຸງຍົກສູງປະສິດທິພາບ
ແລະປະສິດທິຜົນຂອງການກວດກາ
, ຕິດຕາມກວດກາແລະລະບຽບວິໄນຂອງພັກ

ໃນໄລຍະຕໍ່ໄປ, ການຊີ້ແຈງແລະແນະນຳປະຕິບັດກົດລະບຽບຂອງພັກ ແລະ ເອກະສານຂອງຄະນະບໍລິຫານງານສູນກາງ ກ່ຽວກັບການກວດກາ, ຕິດຕາມກວດກາ ແລະ ລະບຽບວິໄນຂອງພັກ ເພື່ອສົ່ງເສີມບົດບາດ, ປັບປຸງຍົກສູງປະສິດທິພາບ ແລະ ປະສິດທິຜົນຂອງການກວດກາ, ຕິດຕາມກວດກາ ແລະ ລະບຽບວິໄນຂອງພັກ ສືບຕໍ່ເປັນເນື້ອໃນສຳຄັນ; ໃນນັ້ນ, ຈຳເປັນຕ້ອງສຸມໃສ່ບາງໜ້າທີ່ແລະວິທີແກ້ໄຂ ຕໍ່ໄປນີ້:

ທີໜຶ່ງ, ສືບຕໍ່ປະຕິບັດຕາມທັດສະນະ, ຫຼັກການ ແລະ ໝູນໃຊ້ແລະພັດທະນາລັດທິມາກ-ເລນິນ ແລະ ແນວຄິດໂຮ່ຈີມິນ ຢ່າງປະດິດສ້າງ; ຍຶດໝັ້ນບັນດາຫຼັກການຂອງການຈັດຕັ້ງ ແລະການເຄື່ອນໄຫວຂອງພັກ; ເພີ່ມທະວີວຽກງານການກໍ່ສ້າງແລະປັບປຸງພັກ, ປັບປຸງຍົກສູງຄວາມສາມາດໃນການນຳພາ, ຄວາມສາມາດໃນການກຳອຳນາດ ແລະ ກຳລັງແຮງສູ້ຮົບຂອງພັກ, ສ້າງພັກແລະລະບົບການເມືອງທີ່ສະອາດປອດໃສ ແລະໝັ້ນຄົງເຂັ້ມແຂງໃນທຸກດ້ານ. ໂດຍສະເພາະ ສຸມໃສ່ການປັບປຸງຍົກສູງຄຸນນະພາບ, ປະສິດທິພາບ ແລະປະສິດທິຜົນຂອງວຽກງານກວດກາ ແລະ ຕິດຕາມກວດກາຂອງພັກ, ປະກອບສ່ວນຮັກສາລະບຽບວິໄນຂອງພັກຢ່າງເຂັ້ມງວດ.

ການຊີ້ແຈງແລະແນະນຳປະຕິບັດກົດລະບຽບຂອງພັກ ແລະເອກະສານຂອງຄະນະບໍລິຫານງານສູນກາງ ກ່ຽວກັບການກວດກາ, ຕິດຕາມກວດກາ ແລະວິໄນຂອງພັກນັ້ນ ຖືກສ້າງຂຶ້ນໂດຍມີຈຸດມຸ່ງໝາຍເພື່ອເພີ່ມທະວີການນຳພາຂອງພັກ. ຍຶດໝັ້ນຕາມໂຄງການການເມືອງ, ກົດລະບຽບຂອງພັກ, ແຜນນະໂຍບາຍແລະຂໍ້ກຳນົດຂອງພັກ ແລະກົດໝາຍຂອງລັດຢ່າງໃກ້ຊິດ; ເພີ່ມເຕີມແລະແກ້ໄຂບັນຫາໃໝ່ທີ່ເກີດຂຶ້ນໃນການປະຕິບັດຢ່າງວ່ອງໄວ ແລະມີປະສິດທິພາບ, ຮັບປະກັນຄວາມຄົບຊຸດແລະເປັນເອກະພາບ ກັບກົດລະບຽບຂອງພັກ ແລະກົດໝາຍຂອງລັດ.

ທີສອງ, ການສ້າງຖັນແຖວພະນັກງານທີ່ປຶກສາທີ່ມີລະດັບວິຊາຊີບ, ມີທັກສະ, ຄຸນນະພາບ ແລະ ຄວາມສາມາດໃນການຕອບສະໜອງຄວາມຕ້ອງການ ແລະ ໜ້າທີ່ວຽກງານ; ພ້ອມກັນນັ້ນ, ປັບປຸງຍົກສູງຄຸນນະພາບວຽກງານທີ່ປຶກສາກ່ຽວກັບການກວດກາ, ຕິດຕາມກວດກາ ແລະ ລະບຽບວິໄນຂອງພັກ. ໃນລະຫວ່າງກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ, ຄະນະບໍລິຫານງານສູນກາງໄດ້ອອກມະຕິເລກທີ 28-NQ/TW, ລົງວັນທີ 17 ພະຈິກ 2022, “ກ່ຽວກັບການສືບຕໍ່ປ່ຽນແປງໃໝ່ວິທີການນຳພາ ແລະກຳອຳນາດຂອງພັກ ຕໍ່ລະບົບການເມືອງ ໃນໄລຍະໃໝ່”, ໃນນັ້ນ ໄດ້ກຳນົດໜ້າທີ່ແລະວິທີແກ້ໄຂຄື: ປັບປຸງຍົກສູງຄຸນນະພາບຂອງຄຳແນະນຳເປັນລາຍລັກອັກສອນຈາກອົງການທີ່ປຶກສາ ແລະໜ່ວຍງານຊ່ວຍວຽກຂອງພັກ, ໂດຍສະເພາະ ໃນການໃຫ້ຄຳແນະນຳຍຸດທະສາດ ແລະ ການວາງແຜນນະໂຍບາຍແລະແນວທາງ; ຊີ້ແນະ, ຊຸກຍູ້, ກວດກາ ແລະ ຕິດຕາມກວດການການຈັດຕັ້ງປະຕິບັດແຜນນະໂຍບາຍ ແລະແນວທາງຂອງພັກ.

ວຽກງານໃຫ້ຄໍາປຶກສາແກ່ຄະນະພັກກ່ຽວກັບການກວດກາ, ຕິດຕາມກວດກາ ແລະ ການປະຕິບັດວິໄນຂອງພັກ ແມ່ນການສັງລວມວຽກງານ, ການເຄື່ອນໄຫວ ແລະ ມາດຕະການດໍາເນີນການ ຕາມຂະບວນການສະເພາະ ໂດຍພະນັກງານທີ່ປຶກສາ ແລະອົງການທີ່ປຶກສາຊ່ວຍວຽກຂອງຄະນະພັກ ໃນການໃຫ້ຄໍາປຶກສາແກ່ຄະນະພັກ ເພື່ອນໍາພາ, ຊີ້ນໍາ ແລະ ຈັດຕັ້ງປະຕິບັດວຽກງານກວດກາ, ຕິດຕາມກວດກາ ແລະ ການປະຕິບັດວິໄນຂອງພັກ ຕາມກົດລະບຽບຂອງພັກ ແລະເອກະສານຂອງຄະນະບໍລິຫານງານສູນກາງ, ແລະ ສອດຄ່ອງກັບຫຼັກການການຈັດຕັ້ງ ແລະ ການດໍາເນີນງານຂອງພັກ. ໃນຂະບວນການໃຫ້ຄໍາປຶກສາເພື່ອຮ່າງເອກະສານກ່ຽວກັບການກວດກາ, ຕິດຕາມກວດກາ ແລະ ການປະຕິບັດວິໄນຂອງພັກນັ້ນ ຕ້ອງຮັບປະກັນການປະຕິບັດຫຼັກການລວມສູນປະຊາທິປະໄຕ, ກໍານົດຄວາມຮັບຜິດຊອບ ແລະສິດອໍານາດຂອງອົງການພັກ ແລະສະມາຊິກພັກ ຢ່າງຊັດເຈນ. ພັດທະນາແລະປະກາດໃຊ້ເອກະສານຂອງພັກໃນລັກສະນະທີ່ຄົບຊຸດ, ຮອບດ້ານ, ມີຈຸດໜັກໃຈກາງ, ຄາດເດົາໄດ້ສູງ ແລະ ຕິດແທດກັບຄວາມເປັນຈິງຢ່າງໃກ້ຊິດ. ດັ່ງນັ້ນ, ມີຄວາມຈໍາເປັນຢ່າງຍິ່ງ ທີ່ຈະຕ້ອງເຮັດໜ້າທີ່ໃຫ້ຄໍາປຶກສາ ແລະສ້າງກົດລະບຽບການປະກາດໃຊ້ເອກະສານຂອງພັກກ່ຽວກັບການກວດກາ, ຕິດຕາມກວດກາ ແລະ ການປະຕິບັດວິໄນຂອງພັກໃຫ້ດີ.

ທີສາມ, ຕິດຕາມສະຖານະການຕົວຈິງຢ່າງໃກ້ຊິດ ເພື່ອພັດທະນາລະບຽບການ ແລະແນວປະຕິບັດກ່ຽວກັບການກວດກາ, ຕິດຕາມກວດກາ ແລະ ວິໄນຂອງພັກ ຢ່າງເໝາະສົມ, ຮັບປະກັນການຈັດຕັ້ງປະຕິບັດການກວດກາຢ່າງມີປະສິດທິພາບ ແລະ ປັບປຸງຍົກສູງຄຸນນະພາບຂອງວຽກງານກວດກາຂອງພັກ. 

ໃນວັນທີ 28 ກຸມພາ 2025, ຄະນະບໍລິຫານງານສູນກາງໄດ້ອອກບົດສະຫຼຸບໝາຍເລກ 127-KL/TW ຂອງກົມການເມືອງສູນກາງ ແລະຄະນະເລຂາທິການສູນກາງ ວ່າດ້ວຍ “ຜັນຂະຫຍາຍການຄົ້ນຄວ້າ, ສະເໜີໃຫ້ສືບຕໍ່ຈັດວາງສັບຊ້ອນການຈັດຕັ້ງກົງຈັກຂອງລະບົບການເມືອງ”. ໃນການກະກຽມໃຫ້ແກ່ກອງປະຊຸມໃຫຍ່ທົ່ວປະເທດຄັ້ງທີ XIV ຂອງພັກ, ໃນບົດສະຫຼຸບໝາຍເລກ 126-KL/TW, ລົງວັນທີ 14 ກຸມພາ 2025, ຂອງກົມການເມືອງສູນກາງ ແລະຄະນະເລຂາທິການສູນກາງ “ກ່ຽວກັບບາງເນື້ອໃນແລະໜ້າທີ່ໃນການສືບຕໍ່ຈັດວາງສັບຊ້ອນ ແລະປັບປຸງການຈັດຕັ້ງກົງຈັກຂອງລະບົບການເມືອງ ໃນປີ 2025”, ກົມການເມືອງສູນກາງ ແລະຄະນະເລຂາທິການສູນກາງໄດ້ສັ່ງໃຫ້: ມອບໝາຍໃຫ້ຄະນະອະນຸກຳມະການເອກະສານ ແລະ ບັນດາຄະນະອະນຸກຳມະການຂອງກອງປະຊຸມໃຫຍ່ທົ່ວປະເທດຄັ້ງທີ XIV ຮັບເອົາເນື້ອໃນທີ່ກ່ຽວຂ້ອງກັບການຈັດວາງສັບຊ້ອນການຈັດຕັ້ງກົງຈັກ ແລະ ທິດທາງໃນການປັບປຸງຮູບແບບການຈັດຕັ້ງຂອງລະບົບການເມືອງ ໃຫ້ສົມບູນແບບ ເພື່ອລວມເຂົ້າໃນຮ່າງເອກະສານຂອງກອງປະຊຸມໃຫຍ່, ໂດຍສະເພາະແມ່ນ ຮ່າງບົດລາຍງານການເມືອງ ແລະ ຮ່າງມະຕິກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ ກ່ຽວກັບແຜນນະໂຍບາຍ ແລະທິດທາງການແກ້ໄຂ ເພີ່ມເຕີມກົດລະບຽບພັກ, ໂຄງການການເມືອງ ແລະ ລັດຖະທຳມະນູນ (ຖ້າຈຳເປັນ) ເພື່ອໃຫ້ມີພື້ນຖານໃນການຈັດຕັ້ງປະຕິບັດໃນວາລະຕໍ່ໄປ. ດັ່ງນັ້ນ, ຈຶ່ງຈຳເປັນຕ້ອງສືບຕໍ່ຄົ້ນຄວ້າ, ຫັນເປັນຮູບປະທຳ ແລະແນະນຳກົດລະບຽບຂອງພັກ ແລະ ເອກະສານຂອງຄະນະບໍລິຫານງານສູນກາງ ກ່ຽວກັບການກວດກາ, ຕິດຕາມກວດກາ ແລະ ປະຕິບັດວິໄນຂອງພັກ ໃຫ້ທັນເວລາ, ຄົບຖ້ວນ, ສອດຄ່ອງ ແລະ ເໝາະສົມກັບສະພາບການຕົວຈິງ.

ທີສີ່, ໃຫ້ຄວາມສຳຄັນກັບການຄົ້ນຄວ້າທິດສະດີ ແລະພຶດຕິກຳກ່ຽວກັບການກວດກາ, ການຕິດຕາມກວດກາ ແລະ ການປະຕິບັດວິໄນຂອງພັກ; ໃນນັ້ນ, ສຸມໃສ່ການຄົ້ນຄວ້າກ່ຽວກັບການນຳໃຊ້ຕົວຈິງໃນວຽກງານກວດກາ ແລະ ຕິດຕາມກວດກາ. ປະສົມປະສານການຄົ້ນຄວ້າທິດສະດີ ແລະພຶດຕິກຳຕົວຈິງ ກ່ຽວກັບວຽກງານກວດກາແລະຕິດຕາມກວດກາ ກັບການຄົ້ນຄວ້າທິດສະດີ ແລະພຶດຕິກຳຕົວຈິງ ກ່ຽວກັບວຽກງານກໍ່ສ້າງພັກຢ່າງສອດປະສານກັນ. ເອົາໃຈໃສ່ສະຫຼຸບສັງລວມພຶດຕິກຳກ່ຽວກັບວຽກງານກວດກາ, ຕິດຕາມກວດກາ ແລະ ການປະຕິບັດວິໄນຂອງພັກ ພ້ອມກັບທິດທາງວຽກງານກໍ່ສ້າງພັກ.

---------------------------------

(1) ກົດລະບຽບຂອງພັກປີ 1929, ໄດ້ຮັບການຮັບຮອງໃນກອງປະຊຸມສ້າງຕັ້ງພັກ ໃນວັນທີ 3 ກຸມພາ 1930 (ໝວດທີ V: ວິໄນ); ກົດລະບຽບຂອງພັກ ຊຸດທີ I (ໝວດທີ V: ປະຊາທິປະໄຕ ແລະ ວິໄນຂອງພັກ); ກົດລະບຽບຂອງພັກ ຊຸດທີ II (ໝວດທີ IX: ຄະນະກຳມະການກວດກາຂັ້ນຕ່າງໆ; ໝວດທີ XI: ການຍ້ອງຍໍໃຫ້ລາງວັນ ແລະ ການລົງໂທດທາງວິໄນ); ກົດລະບຽບຂອງພັກ ຊຸດທີ III (ໝວດທີ VII: ຄະນະກຳມະການກວດກາຂັ້ນຕ່າງໆ; ໝວດທີ X: ລະບຽບວິໄນພາຍໃນພັກ); ກົດລະບຽບຂອງພັກ ຊຸດທີ IV (ໝວດທີ VI: ຄະນະກຳມະການກວດກາຂັ້ນຕ່າງໆ; ໝວດທີ IX: ການປະຕິບັດວິໄນຢູ່ໃນພັກ); ກົດລະບຽບຂອງພັກ ຊຸດທີ V (ໝວດທີ VI: ຄະນະກຳມະການກວດກາຂັ້ນຕ່າງໆ; ໝວດທີ IX: ການປະຕິບັດວິໄນພາຍໃນພັກ); ກົດລະບຽບຂອງພັກ ຊຸດທີ VI (ໝວດທີ VII: ຄະນະກຳມະການກວດກາຂັ້ນຕ່າງໆ; ໝວດທີ X: ການປະຕິບັດວິໄນພາຍໃນພັກ); ກົດລະບຽບຂອງພັກ ຊຸດທີ VII (ໝວດທີ VII: ຄະນະກຳມະການກວດກາຂັ້ນຕ່າງໆ; ໝວດທີ VIII: ການປະຕິວັດວິໄນພາຍໃນພັກ); ກົດລະບຽບຂອງພັກ ຊຸດທີ VIII (ໝວດທີ VII: ວຽກງານກວດກາຂອງພັກ ແລະຄະນະກຳມະການກວດກາຂັ້ນຕ່າງໆ; ໝວດທີ VIII: ລາງວັນ ແລະ ວິໄນ); ກົດລະບຽບຂອງພັກ ຊຸດທີ IX (ໝວດທີ VII: ວຽກງານກວດກາຂອງພັກ ແລະ ຄະນະກຳມະການກວດກາຂັ້ນຕ່າງໆ; ໝວດທີ VIII: ລາງວັນ ແລະ ວິໄນ); ກົດລະບຽບຂອງພັກ ຊຸດທີ X (ໝວດທີ VII: ວຽກງານກວດກາ, ຕິດຕາມກວດກາຂອງພັກ ແລະ ຄະນະກຳມະການກວດກາຂັ້ນຕ່າງໆ; ໝວດທີ VIII: ລາງວັນ ແລະ ວິໄນ); ກົດລະບຽບຂອງພັກ ຊຸດທີ XI, XII, XIII (ໝວດທີ VII: ວຽກງານກວດກາ, ຕິດຕາມກວດກາຂອງພັກ ແລະ ຄະນະກຳມະການກວດກາຂັ້ນຕ່າງໆ; ໝວດທີ VIII: ລາງວັນ ແລະ ວິໄນ), ຫ້ອງການສູນກາງພັກ, ລະບົບເອກະສານຂອງພັກ.

(2) ກົດລະບຽບຂອງພັກກອມມູນິດຫວຽດນາມ, ໝວດທີ VII, ຂໍ້ 1, ມາດຕາ 30, ສພຈ. ການເມືອງປຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2011, ໜ້າ 50.