ວາລະສານກອມມູນິດ - ຜູ້ນຳທາງດ້ານທິດສະດີ
ໃນການເດີນທາງຮ້ອຍປີຂອງສື່ມວນຊົນປະຕິບັດຫວຽດນາມ
ໃນການເດີນທາງຮ້ອຍປີຂອງສື່ມວນຊົນປະຕິບັດຫວຽດນາມ
ວກ. - ໃນການເດີນທາງ 100 ປີທີ່ສະຫງ່າງາມຂອງສື່ມວນຊົນປະຕິວັດຫວຽດນາມ (1925-2025), ວາລະສານກອມມູນິດ - ອົງການທິດສະດີການເມືອງຂອງສູນກາງພັກກອມມູນິດຫວຽດນາມ ຍາມໃດກໍ່ແມ່ນຄັນທຸງທາງແນວຄິດອັນສູງສົ່ງ ແລະ ນຳໜ້າໃນແນວຮົບທິດສະດີ; ສະແດງໃຫ້ເຫັນຢ່າງເລິກເຊິ່ງເຖິງຈິນຕະນາການຍຸດທະສາດ, ວິໄສທັດທີ່ສ້າງສັນ ແລະ ຄວາມກ້າຫານທາງການເມືອງຂອງພັກໃນແຕ່ລະໄລຍະ; ເປັນເວທີວິຊາການທີ່ມີຊື່ສຽງ, ມີສ່ວນຮ່ວມໃນການຊີ້ແຈງທິດສະດີສັງຄົມນິຍົມ ແລະ ເສັ້ນທາງໄປສູ່ລັດທິສັງຄົມນິຍົມຂອງຫວຽດນາມ. ໃນສະພາບການໂລກ ແລະປະເທດກຳລັງປະເຊີນກັບຈຸດປ່ຽນໃໝ່, ວາລະສານກອມມູນິດຕ້ອງສະແດງໃຫ້ເຫັນຢ່າງຈະແຈ້ງເຖິງບົດບາດກຳນົດທິດ, ກ້າວໄປຂ້າງໜ້າ ແລະ ນຳສະເໜີຫຼັກຖານທາງວິທະຍາສາດ ແລະ ໜ້າເຊື່ອຖືສຳລັບວຽກງານແນວຄິດ, ທິດສະດີຂອງພັກ.
ຄັນທຸງທິດສະດີຂອງພັກ ແລະ ສື່ມວນຊົນປະຕິວັດຫວຽດນາມ
ໃນວັນທີ 21 ມິຖຸນາ 1925, ໜັງສືພິມຊາວໜຸ່ມ ໄດ້ຖືກສ້າງຕັ້ງຂຶ້ນໂດຍຜູ້ນຳ ຫງວຽນອ້າຍກ໊ວກ, ເຊິ່ງເປັນຕົ້ນກຳເນີດຂອງສື່ມວນຊົນປະຕິວວັດຫວຽດນາມ. ບໍ່ດົນຫຼັງຈາກພັກກອມມູນິດຫວຽດນາມໄດ້ຖືກສ້າງຕັ້ງຂຶ້ນ, ໃນວັນທີ 5 ສິງຫາ 1930, ວາລະສານແດງ ເຊິ່ງເປັນວາລະສານຕົ້ນແບບຂອງ ວາລະສານກອມມູນິດ ໄດ້ພິມຈຳໜ່າຍສະບັບທຳອິດ. ສະຫາຍ ຫງວຽນອ້າຍກ໊ວກ ເປັນຜູ້ກໍ່ຕັ້ງແລະບັນນາທິການບໍລິຫານຂອງວາລະສານ. ຕະຫຼອດໄລຍະປະຫວັດສາດ, ວາລະສານກອມມູນິດເຊິ່ງມີຊື່ທີ່ແຕກຕ່າງກັນຫຼາຍ(1) ໄດ້ມີການປະກອບສ່ວນອັນສຳຄັນຕໍ່ວຽກງານແນວຄິດ ທິດສະດີຂອງພັກ, ເປັນພາກສ່ວນສຳຄັນຂອງສື່ມວນຊົນປະຕິວັດຫວຽດນາມ.
ການກຳເນີດຂອງພັກກອມມູນິດຫວຽດນາມໄດ້ນຳມາເຊິ່ງຍຸກແຫ່ງການປະຕິວັດທີ່ດຸເດືອດແລະກວ້າງຂວາງ. ໃນສະພາບການທີ່ພັກຍັງໜຸ່ມນ້ອຍ, ທັງສ້າງຮາກຖານການຈັດຕັ້ງ ແນວຄິດແລະແນວທາງປະຕິບັດ, ທັງນຳພາຂະບວນການປະຕິວັດປີ 1930-1931 ໂດຍກົງ, ສູນກາງພັກໄດ້ສັ່ງໃຫ້ພິມຈຳໜ່າຍວາລະສານແດງ ເພື່ອປະຕິບັດໜ້າທີ່ໂຄສະນາຊວນເຊື່ອ. ນີ້ແມ່ນແຜນນະໂຍບາຍສະແດງເຖິງຈິນຕະນາການຍຸດທະສາດ, ວິໄສທັດ ແລະ ວິທີການປະຕິວັດທາງວິທະຍາສາດຂອງຜູ້ນຳ ຫງວຽນອ້ວຍກ໊ວກ ແລະ ສູນກາງພັກ. ການຈັດຕັ້ງອົງການທາງທິດສະດີຕັ້ງແຕ່ຮຸ່ງອະລຸນຂອງການປະຕິວັດສະແດງໃຫ້ເຫັນວ່າ ພັກໄດ້ວາງວຽກງານດ້ານແນວຄິດ, ທິດສະດີໄວ້ໃນທີ່ຕັ້ງແນວໜ້າ ໂດຍຖືວ່າ ວຽກງານແນວຄິດເປັນພາກສ່ວນຫຼັກ ຂອງພາລະກິດການປະຕິວັດ; ການປະຕິວັດຈະປະສົບຄວາມສຳເລັດໄດ້ນັ້ນ ຈຳເປັນຕ້ອງມີທິດສະດີຊີ້ນຳ; ການສ້າງຖັນແຖວນັກຮົບປະຕິວັດທີ່ອົງອາດກ້າແກ່ນນັ້ນ ຈຳເປັນຕ້ອງບຳລຸງແນວຄິດ ແລະຍົກສູງລະດັບຄວາມຮູ້ທາງດ້ານທິດສະດີການເມືອງ. ເມື່ອຂະບວນການຕໍ່ສູ່ເພີ່ມຂຶ້ນ, ການສ້າງຕັ້ງເວທີທິດສະດີເພື່ອສຶກສາອົບຮົມ, ບຳລຸງແນວຄິດປະຕິວັດ, ເປັນເອກະພາບໃນຄວາມຮັບຮູ້ ແລະ ປັບປຸງຍົກສູງລະດັບຄວາມຮູ້ທິດສະດີໃຫ້ແກ່ພະນັກງານ, ສະມາຊິກພັກ ຖືເປັນຄວາມຕ້ອງການທີ່ຈຳເປັນແລະຮີບດ່ວນ.
ໃນໄລຍະການຕໍ່ສູ້ແບບປິດລັບ, ວາລະສານ ດຳເນີນການໂຄສະນາອຸດົມຄະຕິກອມມູນິດ, ລັດທິມາກ-ເລນິນ, ໂຄສະນາເຜີຍແຜ່ວຽກງານກໍ່ສ້າງພັກ, ປຸກລະດົມປະຊາຊົນລຸກຂຶ້ນຍຶດເອົາອຳນາດການປົກຄອງ. ເພື່ອປະຕິບັດພາລະບົດບາດແລະໜ້າທີ່ໄດ້ດີ, ໃນຫຼາຍໄລຍະ, ວາລະສານ ໄດ້ຮັບການບໍລິຫານຈັດການໂດຍກົງຈາກຫົວໜ້າພັກ(2).
ໄຊຊະນະຂອງການຕໍ່ສູ້ຕ້ານພວກລ່າເມືອງຂຶ້ນຝຣັ່ງຜູ້ຮູກຮານ ໄດ້ເປີດຈຸດປ່ຽນປະຫວັດສາດໃຫ້ແກ່ການປະຕິວັດຫວຽດນາມ ເຊິ່ງເປັນຂີດໝາຍການພັດທະນາໃໝ່ຂອງສື່ມວນຊົນປະຕິວັດເວົ້າລວມ. ພາກເໜືອໄດ້ຮັບການປົດປ່ອຍຢ່າງສົມບວນ, ພາກໃຕ້ສືບຕໍ່ປະຕິບັດການປະຕິວັດຊາດປະຊາທິປະໄຕ ຕໍ່ສູ້ຕ້ານຈັກກະພັດອາເມລິກາ ແລະ ອຳນາດການປົກຄອງທີ່ເປັນລູກແລ້ງຕີນມືຂອງອາເມລິກາ. ໜ້າທີ່ຍຸດທະສາດທີ່ວາງອອກໃຫ້ແກ່ປວງຊົນທັງຊາດໃນເວລານີ້ແມ່ນ ດຳເນີນການໂຮມປະເທດເປັນເອກະພາບ ແລະ ສ້າງຫວຽດນາມໃຫ້ເປັນປະເທດທີ່ສັນຕິພາບ, ເອກະພາບ, ເອກະລາດ, ປະຊາທິປະໄຕ ແລະ ຈະເລີນຮຸ່ງເຮືອງ. ຢ່າງໃດກໍ່ຕາມ, ການປ່ຽນແປງຢ່າງເລິກເຊິ່ງ ຈາກໄລຍະສົງຄາມສູ່ໄລຍະສັນຕິພາບ, ຈາກການກະຈາຍໄປສູ່ການລວມສູນ, ຈາກຊົນນະບົດສູ່ຕົວເມືອງ ກໍ່ໃຫ້ເກີດຄວາມຮຽກຮ້ອງຕ້ອງການໃໝ່ຕໍ່ວຽກງານແນວຄິດ, ທິດສະດີຂອງພັກ. ພາຍໃນພັກ ມີປະກົດການຂອງຄວາມຜິດພາດໄປໃນທິດທາງ “ຝ່າຍຂວາ” ແລະ “ຝ່າຍຊ້າຍ” ເຊິ່ງຕ້ອງມີການແກ້ໄຂຢ່າງທັນທ່ວງທີ ເພື່ອຍົກສູງຄຸນນະພາບວຽກງານທິດສະດີ, ຊີ້ແຈງພື້ນຖານແນວຄິດ, ວິທະຍາສາດຂອງພັກຂອງເຮົາໃນໄລຍະປະຕິວັດໃໝ່.
ທີ່ກອງປະຊຸມສູນກາງພັກຄັ້ງທີ 7 ສະໄໝທີ II (ເດືອນມີນາ 1955), ສູນກາງພັກໄດ້ຕົກລົງສ້າງຕັ້ງ ແລະ ພິມຈຳໜ່າຍ ວາລະສານຮ່ຳຮຽນ. ນີ້ແມ່ນບາດກ້າວທີ່ມີຄວາມໝາຍຍຸດທະສາດ, ຕັ້ງຮາກຖານໃຫ້ແກ່ການພັດທະນາຂອງວຽກງານທິດສະດີການເມືອງຂອງພັກໃນໄລຍະການປະຕິວັດສັງຄົມນິຍົມຢູ່ພາກເໜືອ ແລະ ການຕໍ່ສູ້ເພື່ອໂຮມປະເທດເປັນເອກະພາບ. ການອອກວາລະສານຮ່ຳຮຽນ ໄດ້ຂີດໝາຍການພັດທະນາໃໝ່ຂອງວາລະສານກອມມູນິດ. ວາລະສານຮ່ຳຮຽນ ຖືກວາງຕຳແໜ່ງໃຫ້ເປັນ “ອົງການທາງທິດສະດີ ແລະການເມືອງຂອງພັກ” ເຊິ່ງນຳໂດຍຄະນະບໍລິຫານງານສູນກາງພັກໂດຍກົງ; ກົມການເມືອງສູນການແຕ່ງຕັ້ງສະຫາຍ ເຈື່ອງຈິງ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ເປັນບັນນາທິການໃຫຍ່.
ໃນການຕໍ່ສູ້ຕ້ານຈັກກະພັດອາເມລິກາຜູ້ຮຸກຮານ, ວາລະສານກອມມູນິດຍາມໃດກໍສະແດງໃຫ້ເຫັນເຖິງບົດບາດນຳໜ້າໃນວຽກງານໂຄສະນາ, ສຶກສາອົບຮົມ ສ້າງຄວາມຕື່ນຕົວປະຕິວັດສຳລັບພະນັກງານ, ສະມາຊິກພັກ ແລະ ປະຊາຊົນ ເພື່ອສາມັກຄີກັນອ້ອມຂ້າງພັກ, ຮັກສາຄວາມຈົງຮັກພັກດີຕໍ່ການປະຕິວັດ, ປະກອບສ່ວນທີ່ສຳຄັນເຂົ້າໃນຜົນສຳລັດຂອງການຕໍ່ສູ້ຕ້ານຈັກກະພັດອາເມລິກາຜູ້ຮູກຮານ, ທ້ອບໂຮມປະເທດເປັນເອກະພາບ. ຕະຫຼອດໄລຍະເວລາ 21 ປີ (1955-1976) ພາຍໃຕ້ຊື່ວາລະສານຮ່ຳຮຽນ, ວາລະສານກອມມູນິດໄດ້ປະກອບສ່ວນທີ່ສຳຄັນ ຕໍ່ວຽກງານແນວຄິດແລະທິດສະດີຂອງພັກ, ປະກອບສ່ວນອັນຕັ້ງໜ້າໃນການປະຕິບັດໜ້າທີ່ຍຸດທະສາດ 2 ປະການຂອງການປະຕິວັດຫວຽດນາມໃຫ້ສຳເລັດລຸລ່ວງ.
ໄຊຊະນະອັນຍິ່ງໃຫຍ່ໃນລະດູບານໃໝ່ ປີ 1975 ໄດ້ສິ້ນສຸດການຕໍ່ສູ້ຕ້ານຈັກກະພັດອາເມລິກາ; ພາກໃຕ້ໄດ້ຮັບການປົດປ່ອຍຢ່າງສົມບູນ, ປະເທດໄດ້ເປັນເອກະພາບ, ພາກເໜືອແລະພາກໃຕ້ຮ່ວມຢູ່ໃນຄອບຄົວດຽວກັນ - ຍຸກສະໄໝໃໝ່ຂອງປະເທດຊາດໄດ້ເປີດຂຶ້ນ. ກອງປະຊຸມໃຫຍ່ຄັ້ງທີ IV ຂອງພັກ (ເດືອນທັນວາ 1976) ໄດ້ກຳນົດແນວທາງການປະຕິວັດສັງຄົມນິຍົມໃນຂອບເຂດທົ່ວປະເທດ ແລະ ມີມະຕິປ່ຽນຊື່ພັກແຮງງານຫວຽດນາມ ເປັນພັກກອມມູນິດຫວຽດນາມ. ບົນພື້ນຖານສະພາບການ ແລະໜ້າທີ່ໃນໄລຍະໃໝ່, ໃນວັນທີ 5 ມັງກອນ 1977, ກົມການເມືອງຄະນະບໍລະຫານງານສູນກາງພັກ (ສະໄໝທີ IV) ໄດ້ອອກມະຕິໝາຍເລກ 01/NQ-TW ປ່ຽນຊື່ວາລະສານຮ່ຳຮຽນເປັນວາລະສານກອມມູນິດ, ເລີ່ມແຕ່ເດືອນມັງກອນ 1977 - ນີ້ເປັນຄັ້ງທີຫ້າທີ່ວາລະສານຖືກໃສ່ຊື່ວ່າ ວາລະສານກອມມູນິດ ແລະຍັງຄົງໃຊ້ຊື່ນີ້ມາຈົນເຖິງທຸກວັນນີ້.
ໃນລະຍະກ່ອນການປ່ຽນແປງໃໝ່, ວາລະສານກອມມູນິດໄດ້ປະກອບສ່ວນທີ່ສຳຄັນຕໍ່ຮາກຖານທິດສະດີແລະພຶດຕິກຳ ສຳລັບແນວທາງການປ່ຽນແປງໃໝ່ຂອງພັກກອມມູນິດຫວຽດນາມ. ບັນດາບົດຄວາມໃນວາລະສານກອມມູນິດທີ່ຮັບໃຊ້ມະຕິກອງປະຊຸມສູນກາງພັກຄັ້ງທີ 6 ສະໄໝທີ IV ແລະມະຕິກອງປະຊຸມສູນກາງພັກຄັ້ງທີ 8 ສະໄໝທີ V ສະແດງເຖິງທັດສະນະ “ການປ່ຽນແປງ” ຂອງພັກ, ທັງຊອກຫາທິດທາງທີ່ເໝາະສົມກັບສະພາບການຕົວຈິງ; ປະສານສົມທົບຢ່າງແໜ້ນແຟ້ນລະຫວ່າງທິດສະດີ ກັບພາກປະຕິບັດຕົວຈິງ; ມີຄຸນປະໂຫຍດຫຼວງຫຼາຍໃນການກຳນົດທິດທາງບັນຫາຕ່າງໆ ເຊັ່ນ ການມອບເໝົາຜະລິດໃນການກະເສດ; ແຜນສາມສ່ວນ (ສ່ວນໜຶ່ງລັດມອບໝາຍພ້ອມວັດສະດຸຮັບປະກັນ; ສ່ວນໜຶ່ງດຳເນີນການໂດຍວິສາຫະກິດ; ສ່ວນໜຶ່ງສຳລັບການຜະລິດຂັ້ນສຳຮອງ),...
ໃນເວລາທີ່ພັກນຳພາກິດຈະການປ່ຽນແປງໃໝ່ປະເທດ, ວາລະສານກອມມູນິດຍິ່ງຢືນຢັນຢ່າງຈະແຈ້ງເຖິງບົດບາດຂອງຕົນໃນຖານະອົງການທິດສະດີການເມືອງຂອງຄະນະບໍລິຫານງານສູນກາງພັກ. ບັນດາບົດຄວາມທີ່ລົງພິມໃນວາລະສານກອມມູນິດມັກຈະລົງເລິກການວິເຄາະທິດສະດີ ແລະ ສະຫຼຸບສັງລວມພຶດຕິກຳຕົວຈິງ, ປະກອບສ່ວນແກ້ໄຂບັນຫາທີ່ເກີດຂຶ້ນໃນຊີວິດ ແລະ ສະໜອງພື້ນຖານທິດສະດີໃນການກຳນົດແນວປະຕິບັດ ແລະ ນະໂຍບາຍຂອງພັກແລະລັດ. ໃນຖານນະອົງການທິດສະດີການເມືອງຂອງສູນກາງພັກ, ວາລະສານກອມມູນິດສຸມໃສ່ຄົ້ນຄວ້າ, ໂຄສະນາ, ເຜີຍແຜ່, ສຶກສາອົບຮົມລະບົບແຜນນະໂຍບາຍ, ແນວທາງ ແລະທັດສະນະຂອງພັກ, ນະໂຍບາຍແລະກົດໝາຍຂອງລັດ, ເພື່ອປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການນຳເອົາມະຕິເຂົ້າສູ່ຊີວິດຕົວຈິງ, ຊີ້ແຈງທັດສະນະ ແລະ ແນວທາງຂອງພັກ ກ່ຽວກັບລັດທິສັງຄົມນິຍົມ ແລະ ເສັ້ນທາງສູ່ສັງຄົມນິຍົມຢູ່ຫວຽດນາມ.
ບັນດາບົດຄວາມທີ່ລົງພິມໃນວາລະສານກວມເອົາໜ້າວຽກຍຸດທະສາດຂອງການປະຕິວັດຫວຽດນາມ; ກ່ຽວກັບການຫັນເປັນອຸດສາຫະກຳ ແລະທັນສະໄໝຂອງປະເທດ; ເສດຖະກິດຕະຫຼາດຕາມທິດສັງຄົມນິຍົມ; ການພັດທະນາບັນດາພາກສ່ວນເສດຖະກິດ; ກ່ຽວກັບການສ້າງແລະການເສີມຂະຫຍາຍຄຸນຄ່າວັດທະນະທຳ ແລະ ກຳລັງແຮງຂອງຄົນຫວຽດນາມ; ກ່ຽວກັບການເສີມຂະຫຍາຍກຳລັງແຮງແຫ່ງມະຫາສາມັກຄີປວງຊົນທັງຊາດ; ກ່ຽວກັບການກໍ່ສ້າງລັດແຫ່ງອຳນາດກົດໝາຍສັງຄົມນິຍົມຂອງປະຊາຊົນ, ໂດຍປະຊາຊົນ, ເພື່ອປະຊາຊົນ; ກ່ຽວກັບວຽກງານກໍ່ສ້າງ ປັບປຸງພັກ ແລະ ລະບົບການເມືອງ; ກ່ຽວກັບການຮ່ຳຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ ແລະ ແບບແຜນໂຮ່ຈີມິນ; ການຕໍ່ສູ້ປະຕິເສດທັດສະນະທີ່ຜິດພາດ ແລະ ເປັນປໍລະປັກ, ປົກປ້ອງພື້ນຖານແນວຄິດຂອງພັກ; ເປັນເຈົ້າການໃນການເຂົ້າຮ່ວມການຕໍ່ສູ້ຕ້ານພະຍາດອາດຍາສິດ, ການສໍ້ລາດລັງຫຼວງ, ການຟຸ່ມເຟືອຍ ແລະ ບັນດາປະກົດການຫຍໍ້ທໍ້ໃນສັງຄົມ; ກ່ຽວກັບນະໂຍບາຍການຕ່າງປະເທດທີ່ເປີດກວ້າງຂອງພັກ, ລັດ; ກ່ຽວກັບບັນຫາຂອງຍຸກສະໄໝ, ກ່ຽວກັບຄວາມຂັດແຍ້ງ ແລະ ທ່າອຽງການພັດທະນາຂອງໂລກປະຈຸບັນ; ກ່ຽວກັບໂລກາພິວັດ, ການເຊື່ອມໂຍງສາກົນ, ການປະຕິວັດອຸດສາຫະກຳຄັ້ງທີສີ່, ເສດຖະກິດພູມປັນຍາ, ເສດຖະກິດດິຈິຕອນ ແລະອື່ນໆ. ການຈັດຕັ້ງບົດຄວາມໃນສິ່ງພິມຂອງວາລະສານກອມມູນິດຮັບປະກັນຄວາມເປັນລະບົບ, ຊ່ວຍຊີ້ແຈງພື້ນຖານທາງທິດສະດີ ແລະທາງປະຕິບັດຂອງເນື້ອໃນໃໝ່ຂອງມະຕິສູນກາງໃນໄລຍະການປ່ຽນແປງໃໝ່ຢ່າງທັນທ່ວງທີ. ເນື້ອຫາທາງທິດສະດີ, ການເມືອງ, ປະຕິບັດ ແລະ ວິທະຍາສາດຂອງບົດຄວາມໃນວາລະສານກອມມູນິດໄດ້ຮັບການປັບປຸງເພີ່ມຫຼາຍຂຶ້ນ, ໂດຍໄດ້ຮັບການຕອບຮັບແລະການຕີລາຄາສູງຈາກຜູ້ອ່ານທັງໃນ ແລະຕ່າງປະເທດ.
ໃນທ່າອຽງການພັດທະນາທົ່ວໄປຂອງສື່ມວນຊົນ ວາລະສານກອມມູນິດຍາມໃດກໍ່ມີການປ່ຽນແປງໃໝ່ດ້ວຍຕົນເອງ, ເພີ່ມຄວາມຫຼາກຫຼາຍຂອງສິ່ງພິມ ແລະໃຊ້ຊ່ອງທາງການສະແດງອອກທີ່ຫຼາກຫຼາຍ ເພື່ອນຳສະເໜີແນວປະຕິບັດແຜນນະໂຍບາຍ, ແນວທາງແລະທັດສະນະຂອງພັກ, ນະໂຍບາຍແລະກົດໝາຍຂອງລັດ ມາສູ່ພະນັກງານ, ສະມາຊິກພັກ ແລະ ປະຊາຊົນຈຳນວນຫຼາຍ, ໂດຍສະເພາະພະນັກງານການນຳຂັ້ນສູງ, ພະນັກງານຫຼັກແຫຼ່ງ, ຜູ້ຊ່ຽວຊານ, ນັກຄົ້ນຄວ້າ, ນັກວິທະຍາສາດ… ໂດຍປະຕິບັດຕາມທິດທາງຂອງກົມການເມືອງສູນກາງ, ແຕ່ປີ 2002, ວາລະສານເອເລັກໂຕຣນິກກອມມູນິດ ໄດ້ເປີດຕົວຢ່າງເປັນທາງການບົນອິນເຕີເນັດ; ນອກຈາກເວັບໄຊຕ໌ພາສາຫວຽດນາມແລ້ວ ຍັງມີພາສາອັງກິດ, ລາວ, ຈີນ ແລະ ສະເປນອີກນຳ. ໃນປີ 2006, ວາລະສານກອມມູນິດຍັງຈັດພິມສິ່ງພິມເພີ່ມເຕີມ: ວາລະສານຄອມມູນິດຫົວຂໍ້ຮາກຖານ ແລະ ວາລະສານສຳເນົາເຫດການ. ແຕ່ປີ 2021, ວາລະສານຄອມມູນິດຈັດພິມວາລະສານຄອມມູນິດສະບັບພິເສດ ເຊິ່ງໃຫ້ການວິເຄາະທາງເລິກກ່ຽວກັບບັນຫາທິດສະດີການເມືອງໃໝ່ແລະຮີບດ່ວນ, ແນໃສ່ປະກອບສ່ວນໃນການສະໜອງຂໍ້ໂຕ້ຖຽງ ຫຼັກຖານທາງວິທະຍາສາດ, ທິດສະດີ ແລະ ປະຕິບັດ ໃຫ້ແກ່ສູນກາງພັກ, ຄະນະພັກຂັ້ນແຂວງ ເພື່ອສ້າງແລະຈັດຕັ້ງປະຕິບັດແຜນນະໂຍບາຍ, ນະໂຍບາຍໃຫຍ່ຂອງພັກແລະລັດ. ເດືອນເມສາ 2025, ຫຼັງຈາກຮັບໜ້າທີ່ແລະພາລະກິດຂອງວາລະສານຄະນະກຳມະການພັກແລ້ວ, ວາລະສານກອມມູນິດກໍ່ໄດ້ພິມຈຳໜ່າຍສິ່ງພິມທີ່ມີຊື່ວ່າ ການກໍ່ສ້າງພັກ ເພື່ອການຄົ້ນຄວ້າ ແລະ ໂຄສະນາເຜີຍແຜ່ວຽກງານການກໍ່ສ້າງພັກ. ມາຮອດປະຈຸບັນ, ວາລະສານກອມມູນິດພິມຈຳໜ່າຍເດືອນລະສອງສະບັບ; ວາລະສານກອມມູນນິດສະບັບພິເສດ ພິມຈຳໜ່າຍທຸກໄຕມາດ/ສະບັບ; ວາລະສານສຳເນົາເຫດການ ພິມຈຳໜ່າຍເດືອນລະ 2 ສະບັບ; ວາລະສານກອມມູນິດຕີພິມເປັນພາສາອັງກິດ; ສິ່ງພິມການກໍ່ສ້າງພັກ ພິມຈຳໜ່າຍທຸກເດືອນ/ສະບັບ; ວາລະສານເອເລັກໂຕຣນິກກອມມູນິດອັບເດດຂໍ້ມູນທຸກວັນ. ພ້ອມກັນນັ້ນ, ວາລະສານກອມມູນິດຍັງຄັດເລືອກບົດຄວາມຂ່າວ ແລະແປເປັນພາສາອັງກິດ ເພື່ອເຜີຍແຜ່ບົນ SolidNet ເຊິ່ງເປັນເວັບໄຊຕ໌ຂໍ້ມູນເອເລັກໂຕຣນິກຂອງພັກກອມມູນິດແລະກຳມະກອນໂລກ.
ຄຽງຄູ່ກັບການຈັດພິມສິ່ງພິມ, ວາລະສານກອມມູນິດຍັງຍູ້ແຮງວຽກງານຄົ້ນຄວ້າວິທະຍາສາດ, ເຂົ້າຮ່ວມຢ່າງຕັ້ງໜ້າແລະມີປະສິດທິຜົນໃນວຽກງານຄົ້ນຄວ້າທິດສະດີ ແລະສະຫຼຸບສັງລວມພຶດຕິກຳຕົວຈິງ. ນີ້ແມ່ນເນື້ອໃນທີ່ກອງບັນນາທິການວາລະສານກອມມູນິດໃຫ້ຄວາມເອົາໃຈໃສ່ເປັນພິເສດ. ວາລະສານໄດ້ຈັດຕັ້ງການຄົ້ນຄວ້າໃນຫົວຂໍ້ວິທະຍາສາດໃນລະດັບຊາດ, ລະດັບກະຊວງ ແລະ ລະດັບຮາກຖານ; ຈັດຕັ້ງການສຳມະນາທາງວິທະຍາສາດແລະພາກປະຕິບັດ ແລະ ການສົນທະນາວິທະຍາສາດ. ຫົວຂໍ້ສຳມະນາແລະການປະຊຸມທາງວິທະຍາສາດມັກຈະສອດຄ່ອງກັບມະຕິຂອງພັກຢ່າງໃກ້ຊິດ ໂດຍສຸມໃສ່ບັນຫາທາງທິດສະດີພື້ນຖານ ແລະ ບັນຫາໃນຊີວິດຈິງ, ດຶງດູດການເຂົ້າຮ່ວມ, ການປະກອບສ່ວນຢ່າງສຸດອົກສຸດໃຈ ແລະ ມີຄວາມຮັບຜິດຊອບຂອງນັກວິທະຍາສາດ, ພະນັກງານນຳພາ ແລະ ຜູ້ຈັດການຂອງກະຊວງ, ຂະແໜງການ ແລະທ້ອງຖິ່ນ; ສະໜອງພື້ນຖານວິທະຍາສາດແລະພຶດຕິກຳຕົວຈິງ, ປະກອບສ່ວນເຂົ້າໃນການປະຕິບັດໜ້າທີ່ໃຫ້ຄຳປຶກສາແກ່ສູນກາງໃນການວາງແຜນນະໂຍບາຍ, ແນວທາງ ແລະ ນະໂຍບາຍຕ່າງໆຢ່າງດີ. ຜະລິດຕະພັນຈາກການສຳມະນາ ແລະການປະຊຸມວິທະຍາສາດໄດ້ປະກອບສ່ວນທີ່ແທດຈິງເຂົ້າໃນການຄົ້ນຄວ້າ, ການສຶກສາ, ການຜັນຂະຫຍາຍ ແລະ ການນຳແຜນນະໂຍບາຍແລະມະຕິຂອງສູນກາງໄປໃຊ້ໃນຊີວິດຢ່າງທັນທ່ວງທີ, ຊ່ວຍໃຫ້ພະນັກງານຂອງວາລະສານກອມມູນິດ ປັບປຸງຄຸນສົມບັດແລະຄວາມສາມາດດ້ານວິຊາຊີບ, ບຳລຸງສ້າງຄວາມຮູ້, ຕອບສະໜອງຄວາມຕ້ອງການຄົ້ນຄວ້າທິດສະດີແລະພຶດຕິກຳ, ສະເໜີຂໍ້ໂຕ້ຖຽງທາງວິທະຍາສາດທີ່ສຳຄັນສຳລັບການສ້າງ, ການເສີມ ແລະ ການເຕີມເຕັມທັດສະນະ, ແຜນນະໂຍບາຍ ແລະ ການຕັດສິນນະໂຍບາຍທີ່ສຳຄັນຂອງພັກແລະລັດ.
ວາລະສານກອມມູນິດໄດ້ເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງຖັນແຖວພະນັກງານແລະບັນນາທິການທີ່ມີຫຼັກໝັ້ນການເມືອງທີ່ເຂັ້ມແຂງ, ມີຄຸນສົມບັດແລະຄວາມສາມາດໃນການຄົ້ນຄວ້າ ແລະ ປະສົບການໃນການເຮັດວຽກ. ໃນວາລະສານກອມມູນິດມີນັກຂຽນຫຼາຍຄົນໄດ້ຮັບລາງວັນດ້ານການສື່ສານມວນຊົນຫຼາຍລາງວັນ ແລະ ເປັນຜູ້ຊ່ຽວຊານ, ນັກວິທະຍາສາດ ແລະ ນັກຄົ້ນຄວ້າທີ່ມີປະສົບການ. ຖັນແຖວຜູ້ຮ່ວມມືຂອງວາລະສານມີຈຳນວນຫຼາຍຂຶ້ນ ແລະ ກວມລວມໃນທຸກຂົນເຂດ.
ເມື່ອຫວນຄືນຂະບວນການສ້າງຕັ້ງແລະການພັດທະນາ, ໃນແຕ່ລະສະຖານະການສະເພາະ, ພັກໄດ້ສະໜັບສະໜູນການລົງພິມສິ່ງພິມດ້ານທິດສະດີການເມືອງ. ເປັນເລື່ອງໜ້າພາກພູມໃຈທີ່ວາລະສານກອມມູນິດເປັນສ່ວນໜຶ່ງທີ່ສຳຄັນຂອງວຽກງານແນວຄິດທິດສະດີ, ໄປພ້ອມກັນກັບພາລະກິດອັນສະຫງ່າລາສີຕະຫຼອດໄລຍະ 100 ປີທີ່ຜ່ານມາຂອງສື່ມວນຊົນປະຕິວັດຫວຽດນາມ. ທີ່ຕັ້ງ, ບົດບາດ ແລະ ພາລະກຳປະຫວັດສາດຂອງວາລະສານກອມມູນິດໄດ້ຮັບການກຳນົດໂດຍສູນກາງພັກ ໃນແຕ່ລະໄລຍະເວລາປະຫວັດສາດ ດ້ວຍຄວາມສອດຄ່ອງແລະຕໍ່ເນື່ອງໃນຖານະອົງການທິດສະດີການເມືອງຂອງຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ. ເນື່ອງໃນໂອກາດສະເຫຼີມສະຫຼອງວັນພິມຈຳໜ່າຍວາລະສານຮ່ຳຮຽນ - ວາລະສານກອມມູນິດ ສະບັບທຳອິດຄົບຮອບ 30 ປີ (1955-1985), ວາລະສານກອມມູນິດໄດ້ຮັບຫຼຽນໄຊໂຮ່ຈີມິນຈາກສະພາແຫ່ງລັດ. ສະຫາຍເຈື່ອງຈິງ, ປະທານສະພາແຫ່ງລັດໄດ້ສົ່ງຈົດໝາຍເຖິງກອງບັນນາທິການ, ໂດຍຢືນຢັນວ່າ: ສາມສິບປີທີ່ຜ່ານມາ, ພາຍໃຕ້ການນຳພາຢ່າງໃກ້ຊິດຂອງສູນກາງພັກ, ວາລະສານກອມມູນິດໄດ້ພະຍາຍາມປະສົມປະສານທິດສະດີມາກ-ເລນິນ ເຂົ້າກັບພຶດຕິກຳການປະຕິວັດຫວຽດນາມ ເພື່ອໂຄສະນາເຜີຍແຜ່ແນວທາງ, ທິດນຳ, ນະໂຍບາຍຂອງພັກ ແລະ ລັດຫວຽດນາມຢ່າງເລິກເຊິ່ງ. ວາລະສານໄດ້ປະກອບສ່ວນເຂົ້າໃນການຍົກສູງລະດັບຄວາມຮູ້ທາງດ້ານທິດສະດີ ແລະ ການເມືອງຂອງພະນັກງານ, ສະມາຊິກພັກ ແລະ ລະດົມຂະບວນການເຄື່ອນໄຫວປະຕິວັດຂອງມະຫາຊົນ. ພະນັກງານຈຳນວນຫຼາຍ ທັງພາຍໃນແລະ ພາຍນອກພັກຖືວ່າ ວາລະສານນີ້ເປັນເອກະສານທີ່ເຊື່ອຖືໄດ້ສຳລັບການຮ່ຳຮຽນແລະຄົ້ນຄວ້າແນວທາງ, ນະໂຍບາຍ ແລະທັດສະນະຂອງພັກແລະລັດເຮົາ. ວາລະສານກອມມູນິດສົມກັບເປັນຄັນທຸງທິດສະດີຂອງພັກກອມມູນິດຫວຽດນາມ. ໃນເດືອນສິງຫາ 2003, ວາລະສານກອມມູນິດມີກຽດທີ່ໄດ້ຮັບ ຫຼຽນໄຊດາວຄຳ ເຊິ່ງເປັນຫຼຽນໄຊອັນສູງສົ່ງທີ່ສຸດຂອງພັກແລະລັດຫວຽດນາມ “ສຳລັບການປະກອບສ່ວນອັນຍິ່ງໃຫຍ່ຕໍ່ພາລະກິດປະຕິວັດຂອງພັກແລະປະເທດຊາດ”. ສາມາດຢືນຢັນໄດ້ວ່າ, ຕະຫຼອດຂະບວນການກໍ່ສ້າງແລະພັດທະນາ, ບໍ່ວ່າໃນສະຖານະການໃດໆກໍ່ຕາມ, ວາລະສານກອມມູນິດກໍ່ໄດ້ຍຶດໝັ້ນ ແລະ ມີການປະກອບສ່ວນທີ່ສຳຄັນຫຼາຍປະການຕໍ່ວຽກງານແນວຄິດແລະທິດສະດີຂອງພັກ, ປະກອບສ່ວນອັນໃຫຍ່ຫຼວງເຂົ້າໃນໄຊຊະນະຂອງພາລະກິດປະຕິວັດປົດປ່ອຍຊາດ, ການໂຮມປະເທດເປັນເອກະພາບ, ການກໍ່ສ້າງສັງຄົມນິຍົມ ແລະ ປົກປັກຮັກສາປະເທດຊາດ(3).ສະຫາຍ ເຈິ່ນເກີມຕູ໊, ກຳມະການກົມການເມືອງ, ກຳມະການປະຈຳຄະນະເລຂາທິການ ພ້ອມດ້ວຍຜູ້ແທນເຂົ້າຮ່ວມການສຳມະນາລະດັບຊາດ: “ວຽກງານທິດສະດີຂອງພັກ ແລະ ບັນດາທິດທາງການຄົ້ນຄວ້າທີ່ສຳຄັນເຖິງປີ 2030, ວິໄສທັດຮອດປີ 2045” ຈັດໂດຍຄະນະໂຄສະນາອົບຮົມ ແລະຂົນຂວາຍປະຊາຊົນສູນກາງ ສົມທົບກັບສະຖາບັນການເມືອງແຫ່ງຊາດໂຮ່ຈີມິນ, ວາລະສານຄອມມູນິດ ແລະ ສະພາທິດສະດີສູນກາງ _ພາບ: ເອກະສານ
ສືບຕໍ່ປະຕິບັດພາລະກຳອັນສູງສົ່ງໃນຍຸກສະໄໝໃໝ່
ໃນບົດຄວາມ “ຫວຽດນາມສະຫວ່າງສົດໃສ” ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງພັກກອມມູນິດຫວຽດນາມຄົບຮອບ 95 ປີ, ສະຫາຍເລຂາທິການໃຫຍ່ ໂຕເລິມ ໄດ້ຢືນຢັນວ່າ: “ພື້ນຖານທິດສະດີທີ່ໝັ້ນຄົງເປັນເຂັມທິດໃຫ້ແກ່ການກະທຳຂອງພັກ, ຕັດສິນຄວາມຖືກຕ້ອງຂອງແນວທາງນຳພາ ແລະ ຍຸດທະສາດການພັດທະນາປະເທດ”(4). ປະເທດກຳລັງກ້າວຢ່າງໜັກແໜ້ນເຂົ້າສູ່ຍຸກແຫ່ງການພັດທະນາໃໝ່ພາຍໃຕ້ການນຳພາຂອງພັກກອມມູນິດຫວຽດນາມ. ພາລະກິດການປ່ຽນແປງໃໝ່ປະເທດ ແລະເຊື່ອມໂຍງສາກົນໄດ້ກໍ່ໃຫ້ເກີດແລະກຳລັງກໍ່ໃຫ້ເກີດບັນຫາໃໝ່ຈຳນວນໜຶ່ງ, ທັງທາງທິດສະດີ ແລະ ພາກປະຕິບັດ, ທີ່ຕ້ອງໄດ້ຮັບການຄົ້ນຄວ້າ, ຮັບມື ແລະ ແກ້ໄຂ, ເຊິ່ງຮຽກຮ້ອງໃຫ້ວຽກງານແນວຄິດ, ທິດສະດີຕ້ອງຍົກສູງຄຸນນະພາບ ແລະປະສິດທິຜົນການເຄື່ອນໄຫວ, ປະກອບສ່ວນເຂົ້າໃນການກໍ່ສ້າງພັກຂອງເຮົາໃຫ້ສະອາດປອດໃສ ແລະ ເຂັ້ມແຂງທາງດ້ານການເມືອງ, ແນວຄິດ, ການຈັດຕັ້ງ ແລະ ຄຸນສົມບັດ, ມີອິດທິພົນແລະຄວາມສາມາດຢ່າງພຽງພໍ ເພື່ອນຳພາປະຊາຊົນປະຕິບັດພາລະກິດການປະຕິວັດຫວຽດນາມໃຫ້ປະສົບຜົນສຳເລັດ.
ໃນວັນທີ 28 ທັນວາ 2024, ກົມການເມືອງສູນກາງໄດ້ປະກາດໃຊ້ຂໍ້ຕົກລົງເລກທີ 213-QĐ/TW, ກຳນົດກ່ຽວກັບພາລະບົດບາ, ໜ້າທີ່, ການຈັດຕັ້ງກົງຈັກຂອງວາລະສານກອມມູນິດ. ໃນນັ້ນກຳນົດວ່າ, ວາລະສານກອມມູນິດເປັນອົງການທິດສະດີການເມືອງຂອງສູນກາງພັກກອມມູນິດຫວຽດນາມ, ພາຍໃຕ້ການນຳພາໂດຍກົງ ແລະ ເປັນປະຈຳຂອງກົມການເມືອງແລະຄະນະເລຂາທິການ, ມີພາລະໜ້າທີ່ຄົ້ນຄວ້າ, ໂຄສະນາ, ເຜີນແຜ່, ສຶກສາອົບຮົມທິດສະດີການເມືອງຂອງພັກ. ສູນກາງພັກໄດ້ກຳນົດວ່າ ວາລະສານກອມມູນິດມີໜ້າທີ່ 7 ປະການດັ່ງນີ້: 1- ສະຫຼຸບສັງລວມພຶດຕິກຳຕົວຈິງ, ຄົ້ນຄວ້າທິດສະດີ; 2- ຄົ້ນຄວ້າວິທະຍາສາດທິດສະດີການເມືອງ; 3- ໂຄສະນາ, ສຶກສາອົບຮົມ; 4- ຕໍ່ສູ້ປະຕິເສດບັນດາແນວຄິດ, ຖ້ອຍທຳນອງເສດສັນປັ້ນແຕ່ງ, ຜິດພາດ, ເປັນສັດຕູ, ປົກປັກຮັກສາລັດທິມາກ-ເລນິນ, ແນວຄິດໂຮ່ຈີມິນ, ແນວທາງ, ທັດສະນະຂອງພັກ, ນະໂຍບາຍ ກົດໝາຍຂອງລັດ; 5- ວຽກງານຂໍ້ມູນຂ່າວສານການຕ່າງປະເທດ ແລະ ການຮ່ວມມືສາກົນ; 6- ເຂົ້າຮ່ວມການໂຄສະນາ, ເຜີຍແຜ່ວິຊາສະເພາະວຽກງານພັກ ໃຫ້ແກ່ຄະນະພັກ, ອົງການຈັດຕັ້ງພັກ, ພະນັກງານ, ສະມາຊິກພັກ; 7- ເປັນອົງການປະຈຳການຂອງລາງວັນສື່ມວນຊົນແຫ່ງຊາດກ່ຽວກັບການສ້າງພັກ (ລາງວັນຄ້ອນກ່ຽວຄຳ).
ໂດຍອີງຕາມພາລະບົດບາດແລະໜ້າທີ່ທີ່ໄດ້ຮັບມອບໝາຍຈາກກົມການເມືອງ ແລະ ຄະນະເລຂາທິການ; ເສີມຂະຫຍາຍມູນເຊື້ອອັນສະຫງ່າລາສີໃນການເດີນທາງ 100 ປີຂອງສື່ມວນຊົນປະຕິວັດຫວຽດນາມ ແລະ ການດຳເນີນຕໍ່ໄປໃນການເດີນທາງຂອງຍຸກໃໝ່ຂອງປະເທດ, ໃນເວລາອັນໃກ້ນີ້, ວາລະສານກອມມູນີດຈະສຸມໃສ່ໜ້າທີ່ຫຼັກຕໍ່ໄປນີ້:
ທີໜຶ່ງ, ຍົກສູງຄຸນນະພາບການຄົ້ນຄວ້າວິທະຍາສາດ, ຕິດພັນກັບການເຄື່ອນໄຫວບັນນາທິການ ແລະ ພິມຈຳໜ່າຍ. ກິດຈະກຳຄົ້ນຄວ້າວິທະຍາສາດຕ້ອງໄດ້ຮັບການນຳໄປສູ່ລະດັບຂອງອົງການທິດສະດີການເມືອງຂອງຄະນະບໍລິຫານງານສູນກາງ; ຍົກສູງຄຸນນະພາບການບັນນາທິການ, ການຂຽນບົດທິດສະດີເລິກເຊິ່ງ. ກຳນົດຢ່າງຈະແຈ້ງວ່າ ການເຄື່ອນໄຫວຄົ້ນຄວ້າວິທະຍາສາດແມ່ນໜ້າທີ່ການເມືອງສຳຄັນ ແລະ ເປັນປັດໄຈຕັດສິນຄຸນນະພາບຂອງເນື້ອໃນ, ເນື້ອຫາວິທະຍາສາດ, ລັກສະນະທິດສະດີ ແລະຄວາມສາມາດໃນການປະຕິບັດຂອງວາລະສານ. ພະນັກງານ, ນັກຂ່າວ, ນັກບັນນາທິການຂອງວາລະສານຕ້ອງຜັນຂະຫຍາຍການຄົ້ນຄວ້າກ່ຽວກັບໂຄງການ ແລະ ຫົວຂໍ້ທາງວິທະຍາສາດຢ່າງແຂງຂັນ ເພື່ອຊີ້ແຈງບັນຫາທາງທິດສະດີ ແລະ ພຶດຕິກຳຕົວຈິງ ເພື່ອຍົກສູງຄຸນສົມບັດແລະຄວາມຮັບຮູ້ຂອງພວກເຂົາ ແລະ ເພື່ອສຳເລັດໜ້າທີ່ທີ່ໄດ້ຮັບມອບໝາຍເປັນຢ່າງດີ.
ທີສອງ, ເຊື່ອມໂຍງການຄົ້ນຄວ້າທາງທິດສະດີ ແລະ ການສະຫຼຸບສັງລວມພາກປະຕິບັດຢ່າງໃກ້ຊິດ. ວາລະສານກອມມູນິດພ້ອມກັນກັບບັນດາອົງການຄົ້ນຄວ້າວິທະຍາສາດ ແລະອົງການທິດສະດີ ສ້າງແລະກຳນົດບັນດາຂໍ້ໂຕ້ຖຽງທາງວິທະຍາສາດ ແລະ ຂໍ້ພິນິດທິດສະດີ ເພື່ອການວາງແຜນ, ດັດປັບ, ເພີ່ມເຕີມ ແລະ ປັບປຸງບູລະນະແຜນນະໂຍບາຍ ແນວທາງຂອງພັກ ແລະ ນະໂຍບາຍກົດໝາຍຂອງລັດ; ຄົ້ນຄວ້າການປ່ຽນແປງໃໝ່ວິທີການນຳພາຂອງພັກ, ວິທີການດຳເນີນງານຂອງຮູບແບບການປົກຄອງທ້ອງຖິ່ນສອງລະດັບ; ການປັບປຸງລະບຽບກົດໝາຍ; ການພັດທະນາເສດຖະກິດເອກະຊົນ; ກ່ຽວກັບການເຊື່ອມໂຍງສາກົນຢ່າງຄົບຊຸດ, ຮອບດ້ານ, ເລິກເຊິ່ງ ແລະ ມີປະສິດທິຜົນ,… ຍູ້ແຮງວຽກງານຄົ້ນຄວ້າທິດສະດີ, ສະຫຼຸບສັງລວມພຶດຕິກຳຕົວຈິງ ເພື່ອຮັບໃຊ້ໂດຍກົງໃຫ້ແກ່ການໂຄສະນາ, ບັນນາທິການ, ການສ້າງບົດຄວາມແລະຫົວຂໍ້ເລິກເຊິ່ງ, ມີຜົນໃນການສື່ສານຢ່າງເລິກເຊິ່ງ. ການຄົ້ນຄວ້າທິດສະດີທີ່ເລິດເຊິ່ງຊ່ວຍວຽກງານໂຄສະນາແນວທາງດ້ວຍການໃຊ້ເຫດຜົນ ໂດຍໃຊ້ທິດສະດີເພື່ອຊີ້ແຈງພາກປະຕິບັດ. ມີຄວາມຈໍາເປັນຕ້ອງລວມການສະຫຼຸບສັງລວມພຶດຕິກຳຕົວຈິງໄວ້ໃນໂຄງການວິທະຍາສາດຢ່າງເປັນລະບົບ. ສ້າງໂອກາດໃຫ້ນັກຂ່າວແລະບັນນາທິການມີສະພາບແວດລ້ອມທີ່ຫຼາກຫຼາຍເພື່ອດຳເນີນການຄົ້ນຄວ້າພາກປະຕິບັດ ແລະໃກ້ຊິດກັບຮາກຖານ, ໂດຍສະເພາະໃນເຂດພູດອຍ, ເຂດຫ່າງໄກສອກຫຼີກ, ເຂດຊົນເຜົ່າສ່ວນໜ້ອຍ, ເຂດຊາຍແດນແລະເກາະ, ພື້ນທີ່ເສດຖະກິດສຳຄັນ ແລະພື້ນທີ່ສັງຄົມທີ່ຮ້ອນແຮງ; ລົງເລິກຊີວິດປະຊາຊົນ, ຮັບຟັງ ແລະ ເວົ້າແທນປະຊາຊົນ, ຊ່ວຍເຫຼືອແລະແນະນຳປະຊາຊົນປະຕິບັດແຜນນະໂຍບາຍ ແນວທາງຂອງພັກ, ນະໂຍບາຍ ກົດໝາຍຂອງລັດຢ່າງເໝາະສົມ.
ທີສາມ, ກະຈາຍຮູບແບບການໂຄສະນາຂົນຂວາຍປະຊາຊົນ. ຄຽງຄູ່ກັນກັບການປັບປຸງຍົກສູງຄຸນນະພາບ ແລະ ຮັກສາຄໍລັມນ໌ທີ່ມີຢູ່ແລ້ວ, ວາລະສານກອມມູນິດຍັງສົ່ງເສີມວຽກງານການໂຄສະນາ, ຄັດເລືອກພາຫະນະສື່ຂ່າວສະໄໝໃໝ່, ສ້າງການພົວພັນໂຕ້ຕອບລະຫວ່າງວາລະສານແລະຜູ້ອ່ານຜ່ານຮູບແບບທີ່ເໝາະສົມ.
ທີສີ່, ປະສົມປະສານຢ່າງເໝາະສົມລະຫວ່າງການ “ກໍ່ສ້າງ” ແລະ “ຕໍ່ສູ້”. ວາລະສານກອມມູນິດຕ້ອງສະແດງໃຫ້ເຫັນຢ່າງຄົນຖ້ວນເຖິງໜ້າທີ່ “ກໍ່ສ້າງ” ແລະ “ຕໍ່ສູ້” ໃນວຽກງານແນວຄິດຂອງພັກ. ຍົກສູງຄຸນນະພາບບົດຄວາມລະບຸຕົວຕົນ, ຕໍ່ສູ້ປະຕິເສດທັດສະນະທີ່ຜິດພາດແລະປໍລະປັກ ດ້ວຍຂໍ້ໂຕ້ຖຽງທີ່ແຫຼມຄົມ ແລະ ໜ້າເຊື່ອຖື.
ທີຫ້າ, ຍົກສູງປະສິດທິຜົນວຽກງານຄົ້ນຄວ້າ, ຮັບໃຊ້ການນຳພາ, ຊີ້ນຳ, ໂຄສະນາເຜີຍແຜ່, ອົບຮົມສຶກສາທິດສະດີການເມືອງ. ສະຫຼຸບຜົນການປະຕິບັດການຄົ້ນຄວ້າ, ການອ່ານ ແລະ ການໃຊ້ໜັງສືພິມແລະວາລະສານຂອງພັກ ຕາມຂໍ້ສະຫຼຸບແລະຄຳສັ່ງຂອງຄະນະເລຂາທິການ ແລະ ສະເໜີໃຫ້ຄະນະເລຂາທິການອອກເອກະສານໃໝ່. ຜ່ານ “ຊ່ອງທາງ” ທີ່ເໝາະສົມຫຼາຍອັນ, ວາລະສານຄອມມູນິດໃຫ້ຂໍ້ມູນເພື່ອໃຫ້ບໍລິການຜູ້ອ່ານທັງໃນແລະຕ່າງປະເທດໂດຍກົງແລະກວ້າງຂວາງ, ໂດຍລວບລວມຄວາມຄິດເຫັນ ແລະ ປະເມີນຜົນການປະຕິບັດໜ້າທີ່ຂອງວາລະສານ. ສືບຕໍ່ຍູ້ແຮງການປະສານງານແລະການສື່ສານເຊື່ອມໂຍງກັບຄະນະ, ກະຊວງ, ຂະແໜງການສູນກາງ ແລະທ້ອງຖິ່ນຕ່າງໆ ໃນຂະບວນການຜັນຂະຫຍາຍປະຕິບັດພາລະບົດບາດ ແລະ ໜ້າທີ່.
ທີຫົກ, ເປີດກວ້າງຂອບເຂດການຄົ້ນຄວ້າບັນຫາສາກົນ, ຊຸກຍູ້ການຮ່ວມມືສາກົນ. ໃນສະພາບການທີ່ປະເທດຂອງພວກເຮົາກຳລັງເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງ, ໜ້າທີ່ຄົ້ນຄວ້າບັນຫາສາກົນຂອງວາລະສານຄອມມູນິດຕ້ອງມີການບຸກທະລຸ ແລະ ຂະຫຍາຍຂອບເຂດຂອງຕົນ. ສ້າງແຜນການຊຸກຍູ້ການຮ່ວມມືສາກົນກັບບັນດາອົງການຄົ້ນຄວ້າແລະທິດສະດີຂອງພັກກອມມູນິດ ແລະ ພັກກ້າວໜ້າທົ່ວໂລກ, ຜ່ານນັ້ນແລກປ່ຽນ, ຮຽນຮູ້ ແລະ ສະຫຼຸບປະສົບການເພື່ອນຳໃຊ້ເຂົ້າໃນກິດຈະກຳຂອງວາລະສານ.
ທີເຈັດ, ເອົາໃຈໃສ່ການກໍ່ສ້າງກຳລັງພະນັກງານຄົ້ນຄວ້າ, ບັນນາທິການ, ຂະຫຍາຍຖັນແຖວຜູ້ຮ່ວມມື. ສ້າງຖັນແຖວພະນັກງານວາລະສານກອມມູນິດທີ່ມີຫຼັກໝັ້ນທາງການເມືອງທີ່ເຂັ້ມແຂງ, ສ້ຽມແຫຼມທາງດ້ານທິດສະດີ, ໃກ້ຊິດກັບການປະຕິບັດຕົວຈິງ, ຊ່ຽວຊານດ້ານການສື່ສານມວນຊົນ, ທັກສະການຄົ້ນຄວ້າ ແລະ ບັນນາທິການ. ໃຫ້ຄວາມສຳຄັນກັບການດຶງດູດແຫຼ່ງບຸກຄະລາກອນທີ່ມີຄຸນນະພາບເຂົ້າມາເຮັດວຽກໃນອົງການທິດສະດີຂອງພັກ. ສ້າງສະພາບແວກລ້ອມການເຮັດວຽກທີ່ເອື້ອອຳນວຍ, ຮັບປະກັນອຸປະກອນການເຮັດວຽກຄົບຖ້ວນຕາມຄວາມຕ້ອງການຂອງສື່ມວນຊົນໃນສະພາບການການປະຕິວັດອຸດສາຫະກຳຄັ້ງທີສີ່; ເບິ່ງແຍງດດູແລຊີວິດດ້ານວັດຖຸແລະຈິດໃຈຂອງຖັນແຖວພະນັກງານ, ບັນນາທິການ ແລະ ນັກຂ່າວ.
ຍູ້ແຮງການສ້າງຖັນແຖວຜູ້ຮ່ວມມືທີ່ປະກອບດ້ວຍນັກທິດສະດີ, ຜູ້ຊ່ຽວຊານ, ນັກວິທະຍາສາດ, ຜູ້ນຳ, ຜູ້ຈັດການກະຊວງ, ຂະແໜງການ, ທ້ອງຖິ່ນ ແລະ ຜູ້ຊ່ຽວຊານຕ່າງປະເທດ. ການຈັດຕັ້ງກົນໄກສຳລັບການພົວພັນໂຕ້ຕອບແລະແລກປ່ຽນຂໍ້ມູນຂ່າວສານເປັນປະຈຳ, ຊ່ວຍໃຫ້ຜູ້ຮ່ວມມືເຂົ້າໃຈວັດຖຸປະສົງ, ຄວາມຕ້ອງການ ແລະ ແຜນງານຂອງວາລະສານ, ປະສານງານໃນການຂຽນບົດຄວາມ ແລະ ເຂົ້າຮ່ວມໃນເວທີປາໄສ ເພື່ອໃຫ້ສິ່ງພິມ ແລະ ເວທີປາໄສຂອງວາລະສານກອມມູນິດມີຄຸນນະພາບສູງຂຶ້ນ, ສົມຄວນໄດ້ຮັບຄວາມໄວ້ວາງໃຈ ແລະ ຄວາມຄາດຫວັງຈາກຄະນະບໍລິຫານງານສູນກາງພັກ, ກົມການເມືອງ ແລະ ຄະນະເລຂາທິການ ສຳລັບອົງການທິດສະດີທາງການເມືອງ ແລະເວທີປາໄສວິຊາການທີ່ມີມູນເຊື້ອອັນຍາວນານແລະສະຫງ່າງາມ./.
----------------------
(1) ແຕ່ປີ 1930 ຫາ 1945, ຫຼັງຈາກວາລະສານແດງ, ກໍມີວາລະສານຄອມມູນິດ (ໃນປີ 1931), ວາລະສານບົນເຊີວິກ, ຫຼັງຈາກນັ້ນແມ່ນວາລະສານກອມມູນິດ (ໃນປີ 1941) ແລະ ວາລະສານຄອມມູນິດ (ໃນປີ 1943). ໃນຊຸມປີແຫ່ງການຕໍ່ສູ້ຕ້ານພວກລ່າເມືອງຂຶ້ນຝຣັ່ງ, ວາລະສານມີຊື່ວ່າ ຊີວິດພາຍໃນ (1947-1950) ແລະ ວາລະສານຄອມມູນິດ (ໃນປີ 1950). ຫຼັງຈາກສັນຕິພາບກັບຄືນສູ່ພາກເໜືອ, ວາລະສານຮ່ຳຮຽນ ໄດ້ກຳເນີດຂຶ້ນໃນເດືອນທັນວາ 1955 ແລະຈັດພິມລາຍເດືອນ. ແຕ່ວັນທີ 5 ມັງກອນ 1977, ວາລະສານການຮ່ຳຮຽນ ໄດ້ປ່ຽນຊື່ເປັນວາລະສານກອມມູນິດ ແລະຈັດພິມລາຍເດືອນຢ່າງຕໍ່ເນື່ອງ. ຢູ່ພາກໃຕ້, ໃນການຕໍ່ສູ້ຕ້ານພວກລ່າເມືອງຂຶ້ນຝຣັ່ງ, ສູນກາງກົມພາກໃຕ້ໄດ້ຈັດພິມວາລະສານຄົ້ນຄວ້າ ແລະ ໃນຊຸມປີແຫ່ງການຕໍ່ສູ້ຕ້ານ ຈັກກະພັດອາເມລິກາເພື່ອກູ້ຊາດ, ໄດ້ຈັດພິມ ວາລະສານຕ່ຽນຟອງ (ອີງຕາມ: “ຄຳນຳ” ຂອງປຶ້ມທີ່ມີຫົວຂໍ້ວ່າ ວາລະສານຄອມມູນິດ - ຂັ້ນຕອນການພັດທະນາ (ສະບັບພິມຈຳໜ່າຍຄັ້ງທີ 6), ຮ່າໂນ້ຍ, 2020.
(2) ປະທານໂຮ່ຈີມິນເປັນຜູ້ກໍ່ຕັ້ງ, ບັນນາທິການບໍລິຫານທຳອິດ; ຕໍ່ມາແມ່ນສະຫາຍ ຮ່າຮຸຍເຕິ້ບ (1934-1936), ເຈື່ອງຈິງ (1941-1957)
(3) ເບິ່ງ: “ຈົດໝາຍອວຍພອນຈາກສະຫາຍເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ເຖິງວາລະສານກອມມູນິດ ເນື່ອງໃນໂອກາດຄົບຮອບ 90 ປີແຫ່ງການພິມຈຳໜ່າຍວາລະສານກອມມູນິດຄັ້ງທຳອິດ (5 ສິງຫາ 1930 - 5 ສິງຫາ 2020)”, ວາລະສານຄອມມູນິດ, ສະບັບທີ 947 (ເດືອນສິງຫາ 2020), ໜ້າ 3
(4) ສຈ, ປອ. ໂຕເລິມ: “ຫວຽດນາມສະຫວ່າງສົດໃສ”, ວາລະສານຄອມມູນິດ, ສະບັບທີ 1055 (ເດືອນກຸມພາ 2025), ໜ້າ 7 - 8