ການພັດທະນາແນວຄິດທິດສະດີຂອງພັກຄອມມູນິດຫວຽດນາມ
ກ່ຽວກັບການປົກປັກຮັກສາປະເທດຊາດຫວຽດນາມສັງຄົມນິຍົມ
ໃນສະຖານະການປະຈຸບັນ
ກ່ຽວກັບການປົກປັກຮັກສາປະເທດຊາດຫວຽດນາມສັງຄົມນິຍົມ
ໃນສະຖານະການປະຈຸບັນ
ທ່ານເລຂາທິການໃຫຍ່ ໂຕເລິມ ພົບປະກັບຜູ້ອະວຸໂສ, ຫົວໜ້າບ້ານ ແລະ ຄົນງານດີເດັ່ນ ໃນແຂວງຢາລາຍ, ວັນທີ 6 ມັງກອນ 2025. _ພາບ: TTXVN
ແນວຄິດທິດສະດີຂອງພັກກອມມູນິດຫວຽດນາມກ່ຽວກັບການປ້ອງກັນປະເທດຊາດຫວຽດນາມສັງຄົມນິຍົມໄດ້ຮັບການສືບທອດມາຈາກຄວາມຮູ້, ປະສົບການ ແລະມູນເຊື້ອອັນລ້ຳຄ່າຂອງການສ້າງຊາດຄວບຄູ່ກັບການປ້ອງກັນປະເທດ, ພ້ອມກັນນັ້ນກໍ່ປະຍຸກໃຊ້ລັດທິມາກ-ເລນິນ ແລະແນວຄິດໂຮ່ຈີມິນຢ່າງສ້າງສັນເຂົ້າໃນຄວາມເປັນຈິງຂອງການປະຕິວັດຫວຽດນາມໃນແຕ່ລະໄລຍະ. ໃນສະພາບການພັດທະນາປະຈຸບັນ, ພັກກອມມູນິດຫວຽດນາມໄດ້ສຸມໃສ່ເນື້ອໃນຕົ້ນຕໍດັ່ງຕໍ່ໄປນີ້:
1- ຍຶດໝັ້ນໃນບົດບາດສຳຄັນຂອງການເສີມສ້າງຄວາມໝັ້ນຄົງແລະການປ້ອງກັນປະເທດແລະປົກປັກຮັກສາປະເທດຊາດຢ່າງສະເໝີຕົ້ນສະເໝີປາຍ ໂດຍຖືວ່າເປັນໜ້າທີ່ສຳຄັນແລະເປັນປະຈຳຂອງທົ່ວພັກ, ທົ່ວປະຊາຊົນ, ທົ່ວກອງທັບ ແລະລະບົບການເມືອງທັງໝົດ. ພ້ອມກັນນັ້ນ ກໍ່ຍຶດໝັ້ນບັນດາທັດສະນະພື້ນຖານ ຄື: ພັກເປັນຜູ້ນຳພາຢ່າງເດັດຂາດ ແລະໂດຍກົງໃນທຸກດ້ານ ຕໍ່ການປ້ອງກັນປະເທດ ແລະ ປົກປັກຮັກສາປະເທດຊາດ; ຍຶດໝັ້ນເປົ້າໝາຍເອກະລາດແຫ່ງຊາດຕິດພັນກັບລັດທິສັງຄົມນິຍົມ; ສົມທົບສອງໜ້າທີ່ຍຸດທະສາດການກໍ່ສ້າງ ແລະການປົກປັກຮັກສາປະເທດຢ່າງໝັ້ນຄົງ; ກໍ່ສ້າງກຳລັງແຂງສັງລວມຂອງປະເທດໃນດ້ານການເມືອງ, ເສດຖະກິດ, ສັງຄົມ, ວັດທະນະທຳ, ການປ້ອງກັນປະເທດ, ຄວາມໝັ້ນຄົງ ແລະ ການຕ່າງປະເທດ... ເອກະສານກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກລະບຸວ່າ: “ການປັບປຸງການປ້ອງກັນປະເທດ, ປ້ອງກັນຄວາມໝັ້ນຄົງ ແລະປົກປັກຮັກສາປະເທດຊາດຫວຽດນາມສັງຄົມນິຍົມຢ່າງໝັ້ນຄົງ ແມ່ນໜ້າທີ່ສຳຄັນແລະເປັນປະຈຳຂອງພັກ, ລັດ, ລະບົບການເມືອງ ແລະ ປະຊາຊົນທັງໝົດ, ເຊິ່ງກອງທັບປະຊາຊົນ ແລະ ຕຳຫຼວດປະຊາຊົນເປັນຫຼັກ”(1). ນີ້ແມ່ນທັດສະນະທີ່ສະເໝີຕົ້ນສະເໝີປາຍຂອງພັກ ເຊິ່ງສ້າງພື້ນຖານທີ່ສຳຄັນໃຫ້ພັກ, ລັດ, ລະບົບການເມືອງ, ປະຊາຊົນ ແລະ ກອງທັບທັງໝົດ ປະຕິບັດໜ້າທີ່ປັບປຸງການປ້ອງກັນປະເທດ ແລະຄວາມໝັ້ນຄົງຢ່າງມີປະສິດທິພາບ ແລະ ປົກປັກຮັກສາປະເທດຊາດຢ່າງໝັ້ນຄົງ.
2- ກຳນົດເປົ້າໝາຍ ແລະ ໜ້າທີ່ຂອງການປ້ອງກັນປະເທດຢ່າງຮອບດ້ານ ຈະແຈ້ງ ແລະ ເລິກເຊິ່ງຍິ່ງຂຶ້ນ ໂດຍສອດຄ່ອງກັບສະຖານະການໃໝ່. ໃນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ II ຂອງພັກ, ເປັນຄັ້ງທຳອິດທີ່ພັກໄດ້ລວມເອົາຫົວຂໍ້ຫຼັກຂອງກອງປະຊຸມໃຫຍ່ຄື: "ການປົກປັກຮັກສາປະເທດຊາດຢ່າງໝັ້ນຄົງ ແລະການຮັກສາສະພາບແວດລ້ອມທີ່ສະຫງົບສຸກແລະໝັ້ນຄົງ". ຕໍ່ມາ, ເອກະສານຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII ຂອງພັກໄດ້ກຳນົດຢ່າງຈະແຈ້ງກ່ຽວກັບເປົ້າໝາຍແລະໜ້າທີ່ໃນການປົກປັກຮັກສາປະເທດຊາດໃນເງື່ອນໄຂໃໝ່ ພ້ອມດ້ວຍການພັດທະນາທີ່ຮອບດ້ານ, ເລິກເຊິ່ງ ແລະ ຄົບຖ້ວນກວ່າເກົ່າ.
ສະຖານະການໂລກແລະພາກພື້ນມີຄວາມສັບສົນ ແລະຄາດເດົາໄດ້ຍາກ; ການແຂ່ງຂັນຍຸດທະສາດ ແລະ ການປະທະກັນໃນທ້ອງຖິ່ນອາດຈະຮຸນແຮງຂຶ້ນ; ຂໍ້ຂັດແຍ່ງກ່ຽວກັບອະທິປະໄຕ, ອານາເຂດ, ຊາຍແດນ, ທະເລແລະເກາະຕ່າງໆ, ສະຖານະການໃນທະເລຕາເວັນອອກມີຄວາມສັບສົນແລະຄາດເດົາໄດ້ຍາກ...; ບັນຫາຄວາມໝັ້ນຄົງທີ່ບໍ່ແມ່ນແບບດັ້ງເດີມກຳລັງກາຍເປັນເລື່ອງທີ່ສັບສົນຂຶ້ນເລື້ອຍໆ; ການເຊື່ອມໂຍງສາກົນຂອງຫວຽດນາມນັບມື້ນັບເລິກເຊິ່ງ; ບັນດາອິດທິກຳລັງສັດຕູແລະປະຕິການ ກຳລັງເພີ່ມທະວີການເຕື່ອນໄຫວຕໍ່ຕ້ານການປະຕິວັດຫວຽດນາມ... ທັງໝົດນີ້ກຳລັງປ່ຽນແປງສະພາບແວດລ້ອມຍຸດທະສາດ ແລະ ສົ່ງຜົນກະທົບຢ່າງຫຼວງຫຼາຍຕໍ່ຫວຽດນາມ. ເພື່ອບັນລຸເປົ້າໝາຍແລະໜ້າທີ່ປົກປັກຮັກສາປະເທດຊາດຢ່າງມີປະສິດທິພາບໃນສະພາບການດັ່ງກ່າວ, ພັກໄດ້ກຳນົດວ່າ: ຕ້ອງເສີມຂະຫຍາຍກຳລັງແຮງສັງລວມຂອງທັງປະເທດ, ລະບົບການເມືອງທັງໝົດ ປະສານສົມທົບກັບກຳລັງແຮງຂອງຍຸກສະໄໝ, ໃຊ້ປະໂຫຍດຈາກຄວາມເຫັນອົກເຫັນໃຈ ແລະການສະໜັບສະໜູນຂອງປະຊາຄົມສາກັນຢ່າງເຕັມທີ່ ເພື່ອບັນລຸເປົ້າໝາຍສູງສຸດ ເປົ້າໝາຍຫຼັກຄື "ປົກປ້ອງເອກະລາດ, ອະທິປະໄຕ, ເອກະພາບ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງປະເທດຊາດຢ່າງໝັ້ນຄົງ, ປົກປ້ອງພັກ, ລັດ, ປະຊາຊົນ, ລະບອບສັງຄົມນິຍົມ, ວັດທະນະທຳ ແລະ ຜົນປະໂຫຍດຂອງຊາດ-ປະເທດຊາດ; ຮັກສາສະພາບແວດລ້ອມສັນຕິພາບ, ສະຖຽນລະພາບທາງການເມືອງ, ຄວາມໝັ້ນຄົງແຫ່ງຊາດ ແລະ ຄວາມໝັ້ນຄົງຂອງມະນຸດ; ສ້າງສັງຄົມແຫ່ງຄວາມເປັນລະບຽບຮຽບຮ້ອຍ, ມີວິໄນ, ຄວາມປອດໄພ ແລະ ສຸຂະພາບດີ ເພື່ອພັດທະນາປະເທດຕາມທິດທາງສັງຄົມນິຍົມ”(2). ນີ້ແມ່ນແນວຄວາມຄິດໃໝ່ຂອງພັກກອມມູນິດຫວຽດນາມໃນການແກ້ບັນຫາຕ່າງໆທີ່ວາງໄວ້ໃນສາຍພົວພັນແບບສັດຈະວິພາກຂອງເປົ້າໝາຍດ້ານການປົກປັກຮັກສາປະເທດຊາດພາຍໃນເງື່ອນໄຂໃໝ່.
3- ເປັນເຈົ້າການໃນການພັດທະນາຍຸດທະສາດແລະຍຸດທະວິທີ ເພື່ອປ້ອງກັນຄວາມສ່ຽງຂອງການປະທະກັນແຕ່ຫົວທີ ແລະ ຈາກໄລຍະໄກ. ບົນພື້ນຖານການສືບທອດແນວຄິດແລະປະສົບການຈາກມູນເຊື້ອການປົກປັກຮັກສາປະເທດຂອງຊາດຫວຽດນາມ, ພັກກອມມູນິດຫວຽດນາມໄດ້ກຳນົດທິດນຳໃນການປົກປັກຮັກສາປະເທດຊາດໃນສະພາບການໃໝ່ໄວ້ວ່າ: “ມີແຜນປ້ອງກັນຄວາມສ່ຽງຈາກສົງຄາມແລະຄວາມຂັດແຍ້ງຕັ້ງແຕ່ຫົວທີ ແລະຈາກໄລຍະໄກ; ເປັນເຈົ້າການໃນການປ້ອງກັນ, ກວດພົບແຕ່ຫົວທີ ແລະ ກຳຈັດປັດໄຈທີ່ບໍ່ຕ້ອງການ, ໂດຍສະເພາະປັດໄຈພາຍໃນທີ່ອາດຈະກໍ່ໃຫ້ເກີດການປ່ຽນແປງຢ່າງກະທັນຫັນ”(3). ພັກຕັ້ງໃຈທີ່ຈະຕ້ອງເຂົ້າໃຈຢ່າງຖ່ອງແທ້ ແລະ ຄາດຄະເນສະຖານະການຢ່າງຖືກຕ້ອງ; ໂຄສະນາເຜີຍແຜ່ ແລະ ສຶກສາອົບຮົມກ່ຽວກັບການປ້ອງກັນປະເທດ ແລະ ຄວາມໝັ້ນຄົງ, ການປົກປັກຮັກສາປະເທດຊາດ, ການເພີ່ມຄວາມຮັບຮູ້ກ່ຽວກັບຄູ່ຮ່ວມງານ ແລະ ເປົ້າໝາຍຕໍ່ສູ້; ເພີ່ມທະວີການກໍ່ສ້າງກຳລັງແລະທ່າສະໜາມຮົບການປ້ອງກັນປະເທດ ແລະຄວາມໝັ້ນຄົງ; ຍູ້ແຮງການເຄື່ອນໄຫວຕ່າງປະເທດເພື່ອຕອບສະໜອງຄວາມຕ້ອງການຂອງການປົກປັກຮັກສາປະເທດຊາດ. ພ້ອມກັນນັ້ນ “ພະຍາຍາມປ້ອງກັນຄວາມຂັດແຍ້ງແລະສົງຄາມ ແລະແກ້ໄຂຂໍ້ພິພາດຢ່າງສັນຕິວິທີຕາມກົດໝາຍສາກົນ. ຕໍ່ສູ້ຢ່າງເດັດດ່ຽວແລະໜຽວແໜ້ນ ເພື່ອປົກປ້ອງເອກະລາດ, ອຳນາດອະທິປະໄຕ, ເອກະພາບ ແລະຜືນແຜ່ນດິນອັນຄົບຖ້ວນ, ພື້ນທີ່ນ່ານຟ້າແລະເຂດທະເລຢ່າງໜັກແໜ້ນ; ຮັກສາສະພາບແວດລ້ອມສັນຕິພາບເພື່ອການພັດທະນາ”(4). ພັກບໍ່ພຽງແຕ່ເນັ້ນໜັກຫຼັກການຂອງການປະສານສົມທົບ ການຕໍ່ສູ້ດ້ວຍອາວຸດແລະບໍ່ໃຊ້ອາວຸດ ຢ່າງໃກ້ຊິດເທົ່ານັ້ນ, ແຕ່ຍັງປະສານສົມທົບການປ້ອງກັນກັບການກໍ່ສ້າງ ໂດຍໃຊ້ການກໍ່ສ້າງເພື່ອປົກປ້ອງ ແລະ ການປ້ອງກັນທີ່ດີເພື່ອສ້າງເງື່ອນໄຂໃຫ້ແກ່ການກໍ່ສ້າງທີ່ດີອີກນຳ. ພັກຮັບຮູ້ດີວ່າ ການຕໍ່ສູ້ໂດຍບໍ່ໃຊ້ກຳລັງອາວຸດມີບົດບາດທີ່ສຳຄັນຫຼາຍຂຶ້ນເລື້ອຍໆ ໃນການປ້ອງກັນແລະຕໍ່ສູ້ຕ້ານ "ການຫັນປ່ຽນໂດຍສັນຕິ" ເພື່ອຕອບໂຕ້ກົນອຸບາຍແລະການກະທຳບ່ອນທຳລາຍຂອງກອງກຳລັງສັດຕູແລະພວກປະຕິການຢ່າງມີປະສິດທິພາບ. ດັ່ງນັ້ນ, ພັກຈຶ່ງໄດ້ພັດທະນາແນວຄິດທິດສະດີກ່ຽວກັບວິທີການແລະແນວທາງແກ້ໄຂ ໃນການປະຕິບັດຫຼັກການປົກປັກຮັກສາປະເທດຊາດ "ຕັ້ງແຕ່ຫົວທີແລະຈາກໄລຍະໄກ" ໃນທິດທາງເພີ່ມຄວາມກະຕືລືລົ້ນ ແລະ ເປັນໄປໄດ້ຫຼາຍຂຶ້ນ.
4- ການລະບຸຄູ່ຮ່ວມງານ, ເປົ້າໝາຍ ແລະ ສາຍພົວພັນ, ພ້ອມທັງການຫັນປ່ຽນລະຫວ່າງຄູ່ຮ່ວມງານ ແລະ ເປົ້າໝາຍນັ້ນ ມີຄວາມຊັດເຈນ, ຍືດຫຍຸ່ນ ແລະ ເປັນສັດຈະວິພາກຫຼາຍຂຶ້ນ. ດ້ວຍຄວາມເປັນເຈົ້າການໃນການຄາດຄະເນສະພາບການໂລກແລະພາກພື້ນຢ່າງຖືກຕ້ອງ, ພັກຈຶ່ງສາມາດລະບຸຄູ່ຮ່ວມງານ, ເປົ້າໝາຍ ແລະ ຄວາມເຊື່ອມໂຍງ, ສາຍພົວພັນ ແລະ ການປ່ຽນແປງທີ່ສັບສົນລະຫວ່າງກັນໄດ້ຢ່າງຈະແຈ້ງ ເພື່ອປັບປຸງການແກ້ໄຂຄວາມເຊື່ອມໂຍງ, ສາຍພົວພັນ ແລະ ການປ່ຽນແປງເຫຼົ່ານີ້ໃຫ້ດີຍິ່ງຂຶ້ນ.
ແນວຄິດທິດສະດີໃໝ່, ພັກກອມມູນິດຫວຽດນາມ “ປະຕິບັດແນວທາງການຕ່າງປະເທດທີ່ເປັນເອກະລາດ, ເປັນເຈົ້າຕົນເອງ, ສັນຕິພາບ, ມິດຕະພາບ, ຮ່ວມມືແລະການພັດທະນາຢ່າງຕໍ່ເນື່ອງ, ສ້າງການພົວພັນຕ່າງປະເທດແບບຫຼາຍຝ່າຍແລະຫຼາຍຮູບຫຼາຍແບບ... ຫວຽດນາມເປັນມິດ, ເປັນຄູ່ຮ່ວມມືທີ່ໜ້າເຊື່ອຖື ແລະ ເປັນສະມາຊິກທີ່ຕັ້ງໜ້າ ແລະມີຄວາມຮັບຜິດຊອບຂອງປະຊາຄົມສາກົນ”(5). ພ້ອມກັນນັ້ນ, ຫວຽດນາມໄດ້ເສີມສ້າງແລະເພີ່ມທະວີການຮ່ວມມືສອງຝ່າຍກັບບັນດາຄູ່ຮ່ວມມື, ໂດຍສະເພາະແມ່ນຄູ່ຮ່ວມມືຍຸດທະສາດ, ຄູ່ຮ່ວມມືຮອບດ້ານ ແລະ ຄູ່ຮ່ວມມືທີ່ສຳຄັນອື່ນໆ, ສ້າງຜົນປະໂຫຍດທີ່ເຊື່ອມໂຍງເຂົ້າກັນ ແລະ ເພີ່ມຄວາມໄວ້ວາງໃຈກັນ; ເຂົ້າຮ່ວຢ່າງເປັນເຈົ້າການແລະຕັ້ງໜ້າໃນບັນດາກົນໄກຫຼາຍຝ່າຍກ່ຽວກັບການປ້ອງກັນປະເທດ ແລະ ຄວາມໝັ້ນຄົງ ດ້ວຍແນວຄິດໃໝ່ກ່ຽວກັບການປົກປັກຮັກສາປະເທດຊາດ; ຕໍ່ສູ້ຢ່າງເດັດດ່ຽວແລະໜຽວແໜ້ນເພື່ອເອົາຊະນະກົນອຸບາຍແລະການກະທຳທັງໝົດ ຂອງອິດທິກຳລັງສັດຕູແລະປະຕິການ ທີ່ແຊກແຊງເຂົ້າໃນກິດຈະການພາຍໃນ, ລະເມີດເອກະລາດ, ອະທິປະໄຕ, ເອກະພາບ, ຜືນແຜ່ນດິນອັນຄົບຖ້ວນ, ຄວາມໝັ້ນຄົງແຫ່ງຊາດ ແລະ ສະຖຽນລະພາບທາງການເມືອງຂອງປະເທດ... ດັ່ງນັ້ນ, ຮອດເດືອນພຶດສະພາ 2025, ຫວຽດນາມໄດ້ສ້າງສາຍພົວພັນທາງການທູດກັບ 194 ປະເທດ (ລວມທັງບັນດາປະເທດໃຫຍ່ທັງໝົດ), ມີການພົວພັນທາງການຄ້າກັບຕະຫຼາດຕ່າງປະເທດຫຼາຍກວ່າ 200 ແຫ່ງ ແລະ ເປັນສະມາຊິກຂອງຫຼາຍອົງການຈັດຕັ້ງ ແລະເວທີປາໄສສາກົນ ແລະ ພາກພື້ນ. ໂດຍສະເພາະ ຫວຽດນາມໄດ້ສ້າງສາຍພົວພັນກັບຄູ່ຮ່ວມມືຍຸດທະສາດຮອບດ້ານ 13 ປະເທດ; ໃນຈຳນວນນີ້, ຫວຽດນາມໄດ້ສ້າງສາຍພົວພັນຮ່ວມມືລະດັບສູງກັບສະມາຊິກຖາວອນທັງ 5 ຂອງສະພາຄວາມໝັ້ນຄົງແຫ່ງສະຫະປະຊາຊາດ (ການຮ່ວມມືຍຸດທະສາດຮອບດ້ານກັບ 4 ປະເທດຄື: ຈີນ, ລັດເຊຍ, ສະຫະລັດອາເມລິກາ ແລະ ຝຣັ່ງ, ແລະ ການຮ່ວມມືຍຸດທະສາດກັບສະຫະລາຊະອານາຈັກ).
5- ການເສີມຂະຫຍາຍກຳລັງແຮງສັງລວມເພື່ອປົກປັກຮັກສາປະເທດຊາດ. ພັກກອມມູນິດຫວຽດນາມຢືນຢັນວ່າ ກຳລັງແຮງເພື່ອປົກປັກຮັກສາປະເທດຊາດແມ່ນກຳລັງແຮງສັງລວມຂອງກຸ່ມກ້ອນມະຫາສາມັກຄີປວງຊົນທັງຊາດ ແລະລະບົບການເມືອງທັງໝົດ ພາຍໃຕ້ການນຳພາຂອງພັກ; ກຳລັງທີ່ປົກປັກຮັກສາປະເທດຊາດແມ່ນປະຊາຊົນທັງໝົດພາຍໃຕ້ການນຳພາຂອງພັກ ເຊິ່ງກອງທັບປະຊາຊົນມີບົດບາດຫຼັກ. ນີ້ແມ່ນກຳລັງແຮງສັງລວມຈາກປັດໄຈຄື: ການເມືອງ, ການທະຫານ, ເສດຖະກິດ, ວິທະຍາສາດ ແລະ ເຕັກໂນໂລຊີ, ວັດທະນະທຳ ແລະ ການພົວພັນຕ່າງປະເທດ; ເປັນການສະແດງອອກເຖິງກຳລັງແຮງທາງດ້ານວັດຖຸ ແລະຈິດໃຈຂອງປະຊາຊົນທຸກຄົນພາຍໃນປະເທດ ແລະ ຊາວຫວຽດນາມທີ່ອາໄສຢູ່ຕ່າງປະເທດທີ່ຫັນມາສູ່ປິຕຸພູມສະເໝີ; ເປັນການປະສົມປະສານຢ່າງໃກ້ຊິດລະຫວ່ງກຳລັງແຮງພາຍໃນແລະພາຍນອກ, ກຳລັງແຮງຂອງຊາດກັບກຳລັງແຮງຂອງຍຸກສະໄໝ. ກຳລັງແຮງທັງໝົດນີ້ຫຼອມລວມແລະວາງຢູ່ພາຍໃຕ້ການນຳພາໂດຍກົງແລະເດັດຂາດຂອງພັກ, ການຄຸ້ມຄອງທີ່ເປັນເອກະພາບຂອງລັດ, ຄວາມເຫັນດີເຫັນພ້ອມ ຄວາມໄວ້ວາງໃຈ ແລະ ຄວາມຕັດສິນໃຈຂອງປະຊາຊົນທັງມວນ; ໂດຍມີກຳລັງແຮງທາງດ້ານການເມືອງແລະຈິດວິນຍານເປັນແກນຫຼັກ; ຄວາມສາມັກຄີປວງຊົນທັງຊາດເປັນແຮງຂັບເຄື່ອນຕົ້ນຕໍ ແລະ “ທ່າສະໜາມຮົບໃນໃຈປະຊາຊົນ" ເປັນຮາກຖານ.
ດ້ວຍເປົ້າໝາຍໃນການສ້າງຊັບພະຍາກອນແລະກຳລັງແຮງອັນໃຫຍ່ຫຼວງ ເພື່ອປົກປັກຮັກສາປະເທດຊາດໃນສະຖານະການໃໝ່, ພັກຮຽກຮ້ອງໃຫ້ “ເສີມຂະຫຍາຍກຳລັງແຮງສັງລວມຂອງທົ່ວປະເທດ, ຂອງລະບົບການເມືອງທັງໝົດ ບວກກັບກຳລັງແຮງຂອງຍຸກສະໄໝ ແລະ ໃຊ້ປະໂຫຍດຢ່າງເຕັມທີຈາກຄວາມເຫັນອົກເຫັນໃຈ ແລະ ການສະໜັບສະໜູນຂອງປະຊາຄົມສາກົນ”(6). ນີ້ແມ່ນການເພີ່ມເຕີມ ແລະ ພັດທະນາແນວຄິດທິດສະດີໃນການກຳນົດກຳລັງແຮງເພື່ອປົກປັກຮັກສາປະເທດຊາດ ທ່າມກາງສະຖານະການທີ່ສັບສົນ ແລະຄາດເດົາບໍ່ໄດ້ໃນພາກພື້ນ ແລະສາກົນ. ສິ່ງນີ້ສະແດງໃຫ້ເຫັນເຖິງການສືບທອດ ແລະເສີມຂະຫຍາຍມູນເຊື້ອອັນລ້ຳຄ່າຂອງຊາດຫວຽດນາມນັ້ນຄື ໃນຍາມຫຍຸ້ງຍາກລຳບາກແລະປະເຊີນກັບຄວາມທ້າທາຍ, ເຈດຈຳນົງ, ຄວາມໄຝ່ຝັນ, ຄວາມພາກພູມໃຈ ແລະສັກສີຂອງຊາດ ຈະໄດ້ຮັບການພັດທະນາຢ່າງສູງສະເໝີ, ສ້າງຄວາມເຂັ້ມແຂງໃຫ້ແກ່ທັງຊາດໃນການປົກປັກຮັກສາປະເທດຊາດຢ່າງໝັ້ນຄົງ ແລະບັນລຸເປົ້າໝາຍໃນການກໍ່ສ້າງສັງຄົມນິຍົມຢ່າງສຳເລັດຜົນ.
ເພື່ອເສີມຂະຫຍາຍບົດບາດຫຼັກຂອງກອງທັບປະຊາຊົນ, ກອງກຳລັງປ້ອງກັນຄວາມສະຫງົບປະຊາຊົນ ແລະ ກອງທະຫານລາດປ້ອງກັນຕົນເອງໃນການປະຕິບັດໜ້າທີ່ປົກປ້ອງເອກະລາດ, ອຳນາດອະທິປະໄຕ, ເອກະພາບ, ຜືນແຜ່ນດິນອັນຄົບຖ້ວນ, ປົກປ້ອງຄວາມໝັ້ນຄົງແຫ່ງຊາດ, ຮັບປະກັນຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມປອດໄພທາງສັງຄົມ, ພັກກອມມູນິດຫວຽດນາມໄດ້ກຳນົດວ່າ: “ການສ້າງກອງທັບປະຊາຊົນ ແລະ ກອງກຳລັງປ້ອງກັນຄວາມສະຫງົບປະຊາຊົນທີ່ປະຕິວັດ, ເປັນແບບຫຼວງ, ຊຳນານການຮົບ ແລະ ທັນສະໄໝທີ່ລະກ້າວ, ໂດຍມີບາງກອງທັບ, ເຫຼົ່າທັບ ແລະ ກອງກຳລັງທີ່ກ້າວໜ້າໂດຍກົງສູ່ຄວາມທັນສະໄໝ..., ພະຍາຍາມສ້າງກອງທັບປະຊາຊົນ ແລະ ກອງກຳລັງປ້ອງກັນຄວາມສະຫງົບປະຊາຊົນທີ່ປະຕິວັດ, ເປັນແບບຫຼວງ, ຊຳນານການຮົບ ແລະ ທັນສະໄໝພາຍໃນປີ 2030 ໂດຍມີຄວາມເຂັ້ມແຂງທາງດ້ານການເມືອງ, ແນວຄິດ, ຈະລິຍະທຳ, ການຈັດຕັ້ງ ແລະ ບຸກຄະລາກອນ”; “ສ້າງກອງກຳລັງສຳຮອງທີ່ເຂັ້ມແຂງເພື່ອລະດົມພົນ ແລະ ກອງທະຫານລາດປ້ອງກັນຕົນເອງທີ່ເຂັ້ມແຂງແລະກວ້າງຂວາງໃນທຸກພາກ, ທຸກເຂດ ແລະ ທາງທະເລ. ເອົາໃຈໃສ່ກໍ່ສ້າງກອງກຳລັງຮັກສາຄວາມສະຫງົບຮຽບຮ້ອຍແລະຄວາມປອດໄພທາງສັງຄົມລະດັບຮາກຖານ ເພື່ອຕອບສະໜອງຄວາມຕ້ອງການຂອງໜ້າທີ່ການຮັກສາຄວາມປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍຢູ່ທ້ອງຖິ່ນຕ່າງໆ”(7). ນີ້ບໍ່ພຽງແຕ່ເປັນທາງເລືອກທີ່ຖືກຕ້ອງ ແລະຕອບສະໜອງໜ້າທີ່ສະເພາະໜ້າແລະຍາວນານໄດ້ເທົ່ານັ້ນ, ແຕ່ຍັງສະແດງໃຫ້ເຫັນວ່າ ພັກໄດ້ກຳນົດແລະຄ່ອຍໆສຳເລັດແຜນການກໍ່ສ້າງກຳລັງຫຼັກເພື່ອປະຕິບັດໜ້າທີ່ປົກປ້ອງປະເທດຊາດ. ດັ່ງນັ້ນ, ທັດສະນະກ່ຽວກັບກຳລັງແຮງສັງລວມ ແລະກຳລັງທີ່ຮອບດ້ານໃນການປົກປັກຮັກສາປະເທດຊາດສະທ້ອນໃຫ້ເຫັນຢ່າງເລິກເຊິ່ງເຖິງ ລັກສະນະທົ່ວປວງຊົນແລະຮອບດ້ານ ຂອງການປ້ອງກັນປະເທດ ແລະ ການປ້ອງກັນຄວາມໝັ້ນຄົງຂອງປະຊາຊົນ ໃນພາລະກິດການປົກປັກຮັກສາປະເທດຊາດໃນຍຸກໃໝ່ ເຊິ່ງພັກສືບຕໍ່ຢືນຢັນດ້ວຍຄວາມໝາຍທີ່ເລິກເຊິ່ງ ແລະກວ້າງຂວາງກວ່າເກົ່າ.
ພັກໄດ້ກຳນົດວ່າ “ມີກົນໄກໃນການລະດົມຊັບພະຍາກອນຈາກທ້ອງຖິ່ນ ແລະ ຊັບພະຍາກອນສັງຄົມ ເພື່ອສ້າງທ່າແຮງດ້ານການປ້ອງກັນປະເທດ ແລະ ຄວາມໝັ້ນຄົງໃນພື້ນທີ່ປ້ອງກັນປະເທດ”(8) ແລະ “ສືບຕໍ່ປ່ຽນແປງໃໝ່ກົນໄກແລະນະໂຍບາຍ, ປັບປຸງຄຸນນະພາບການດຶງດູດ ແລະ ຝຶກອົບຮົມຜູ້ມີຄວາມສາມາດ ແລະຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ ເພື່ອຕອບສະໜອງຄວາມຕ້ອງການຂອງໜ້າທີ່ປົກປັກຮັກສາປະເທດຊາດໃນສະຖານະການໃໝ່”(9). ເນື້ອໃນນີ້ສະແດງໃຫ້ເຫັນເຖິງການພັດທະນາ ແລະ ການບູລະນະແນວຄິດທິດສະດີຂອງພັກກອມມູນິດຫວຽດນາມ ກ່ຽວກັບກົນໄກການລະດົມຊັບພະຍາກອນ, ເດັດດ່ຽວຈັດຕັ້ງອົງການທາງທະຫານໃນທ້ອງຖິ່ນໃຫ້ກະທັດລັດຮັດກຸມ, ມີປະສິດທິພາບ ແລະ ເຂັ້ມແຂງ ເພື່ອປົກປັກຮັກສາປະເທດຊາດໃນທຸກສະຖານະການ.
6- ການປ້ອງກັນປະເທດແລະຄວາມໝັ້ນຄົງມີຄວາມກ່ຽວຂ້ອງຢ່າງໃກ້ຊິດ ແລະ ເປັນເອກະພາບກັນໃນເປົ້າໝາຍການປົກປັກຮັກສາປະເທດຊາດສັງຄົມນິຍົມ. ນັບຕັ້ງແຕ່ກອງປະຊຸມໃຫຍ່ຄັ້ງທີ XII, ພັກກອມມູນິດຫວຽດນາມໄດ້ກຳນົດວ່າ: “ເພີ່ມທະວີທ່າແຮງການປ້ອງກັນປະເທດ ແລະ ຄວາມໝັ້ນຄົງ; ສ້າງທ່າສະໜາມຮົບການປ້ອງກັນປະເທດທົ່ວປວງຊົນ ແລະ ທ່າສະໜາມຮົບປ້ອງກັນຄວາມໝັ້ນຄົງປະຊາຊົນທີ່ໝັ້ນຄົງ”(10), ແລະໃນກອງປະຊຸມໃຫຍ່ຄັ້ງທີ XIII, ພັກໄດ້ຂະຫຍາຍຄວາມຕື່ມອີກວ່າ: “ເພີ່ມທະວີທ່າແຮງການປ້ອງກັນປະເທດ ແລະ ຄວາມໝັ້ນຄົງ; ສ້າງແລະເສີມຂະຫຍາຍ “ທ່າສະໜາມຮົບໃນໃຈປະຊາຊົນ” ໃນການປ້ອງກັນປະເທດ ແລະຄວາມໝັ້ນຄົງຂອງປະຊາຊົນ ຢ່າງແຂງແຮງ; ສ້າງແລະປັບປຸງ ທ່າສະໜາມຮົບການປ້ອງກັນປະເທດທົ່ວປວງຊົນ ແລະ ທ່າສະໜາມຮົບປ້ອງກັນຄວາມໝັ້ນຄົງປະຊາຊົນທີ່ເຂັ້ມແຂງ”(11). ດັ່ງນັ້ນ, ແຜນນະໂຍບາຍຂອງພັກໃນການເສີມສ້າງ ແລະປັບປຸງການປ້ອງກັນປະເທດແລະຄວາມໝັ້ນຄົງແຫ່ງຊາດແມ່ນມຸ່ງໄປສູ່ເປົ້າໝາຍຮ່ວມກັນໃນການປົກປັກຮັກສາປະເທດຊາດຫວຽດນາມສັງຄົມນິຍົມຢ່າງໝັ້ນຄົງ ເຊິ່ງສະແດງອອກຜ່ານການປະສານສົມທົບຢ່າງໃກ້ຊິດ ລະຫວ່າງການສ້າງທ່າແຮງ, ກຳລັງ ແລະ ທ່າສະໜາມຮົບຂອງລະບົບການປ້ອງກັນປະເທດທົ່ວປວງຊົນ ກັບການສ້າງທ່າແຮງ, ກຳລັງ ແລະ ທ່າສະໜາມຮົບຂອງລະບົບຄວາມໝັ້ນຄົງປະຊາຊົນ.
ສາຍພົວພັນແບບສັດຈະວິພາກນີ້ ວາງຢູ່ພາຍໃນຄວາມເປັນເອກະພາບ ເຊື່ອມໂຍງຢ່າງໃກ້ຊິດ ກັບພາລະກິດການປ່ຽນແປງໃໝ່, ການຫັນເປັນອຸດສາຫະກໍາ ແລະຫັນເປັນທັນສະໄໝຂອງປະເທດ, ການສ້າງ ແລະ ພັດທະນາເສດຖະກິດ-ສັງຄົມ ແລະ ການເຊື່ອມໂຍງສາກົນ. ພ້ອມກັນນັ້ນ, ມັນສະທ້ອນໃຫ້ເຫັນເຖິງຄວາມຕ້ອງການ ແລະ ໜ້າທີ່ພື້ນຖານຂອງສອງຂົງເຂດການເຄື່ອນໄຫວພິເສດສະເພາະທີ່ແນໃສ່ການປົກປັກຮັກສາປະເທດຊາດໃນສະຖານະການໃໝ່ ແລະ ການສ້າງທ່າແຮງ, ກໍາລັງ ແລະ ທ່າສະໜາມຮົບຂອງລະບົບການປ້ອງກັນປະເທດທົ່ວປວງຊົນ ແລະ ລະບົບຄວາມໝັ້ນຄົງປະຊາຊົນນັ້ນ ຕ້ອຮັບປະກັນຄວາມຮອບດ້ານ, ຄົບຊຸດ, ມີການພົວພັນທີ່ໃກ້ຊິດ ແລະ ມີປະສິດທິພາບສູງໃນທົ່ວປະເທດ ຕະຫຼອດຈົນໃນແຕ່ລະພື້ນທີ່ ແລະຂົງເຂດສະເພາະ.
7- ຊາບຊຶມແລະຈັດການເປັນຢ່າງດີສາຍພົວພັນລະຫວ່າງການສ້າງລັດທິສັງຄົມນິຍົມ ແລະ ການປົກປັກຮັກສາປະເທດຊາດສັງຄົມນິຍົມໃນການປະຕິບັດຕົວຈິງ. ໃນສະພາບການປະຈຸບັນ, ສາຍພົວພັນນີ້ມີຄວາມສຳຄັນເປັນພິເສດ, ເປັນສາຍພົວພັນພື້ນຖານ, ມີອິດທິພົນ ແລະ ແຊກຊຶມຢູ່ໃນຄວາມສຳຄັນອື່ນໆ; ມັນຕ້ອງໄດ້ຮັບການແກ້ໄຂຜ່ານການປະສານງານຢ່າງໃກ້ຊິດ ແລະ ການຜັນຂະຫຍາຍໜ້າທີ່ຕ່າງໆຢ່າງຄົບຊຸດຄື: ການພັດທະນາເສດຖະກິດແລະສັງຄົມເປັນໃຈກາງ; ການກໍ່ສ້າງພັກເປັນກຸນແຈສຳຄັນ; ການພັດທະນາວັດທະນະທຳ - ຮາກຖານທາງຈິດວິນຍານຂອງສັງຄົມ; ການຮັບປະກັນການປ້ອງກັນປະເທດແລະຄວາມໝັ້ນຄົງເປັນໜ້າທີ່ສຳຄັນແລະເປັນປະຈຳ. ໃນນັ້ນ, ການກໍ່ສ້າງ ແລະປັບປຸງການປ້ອງກັນປະເທດ ແລະ ຮັກສາຄວາມໝັ້ນຄົງແຫ່ງຊາດ ເພື່ອຮັບໃຊ້ໜ້າທີ່ການພັດທະນາເສດຖະກິດ, ວັດທະນະທຳ, ສັງຄົມ, ການກໍ່ສ້າງພັກແລະລະບົບການເມືອງ. ໃນການສ້າງພັກແລະລະບົບການເມືອງ, ຕ້ອງບັນລຸເຖິງເປົ້າໝາຍໃນການຮັກສາແລະເພີ່ມທະວີການນຳພາຂອງພັກ ແລະ ປະສິດທິພາບແລະປະສິດທິຜົນຂອງການຄຸ້ມຄອງບໍລິຫານຂອງລັດໃນໜ້າທີ່ປົກປັກຮັກສາປະເທດຊາດ. ໃນການພັດທະນາວັດທະນະທຳ, ຕ້ອງເອົາໃຈໃສ່ເຖິງການເພີ່ມຄວາມເຂັ້ມແຂງດ້ານການປ້ອງກັນປະເທດແລະຄວາມໝັ້ນຄົງ, ຮັບໃຊ້ການກໍ່ສ້າງແລະການພັດທະນາທ່າແຮງດ້ານການປ້ອງກັນປະເທດແລະຄວາມໝັ້ນຄົງແຫ່ງຊາດ, ຈະຕ້ອງ “ປະສານສົມທົບຢ່າງໃກ້ຊິດ ແລະມີປະສິດທິພາບລະຫວ່າງເສດຖະກິດ, ວັດທະນະທຳ, ສັງຄົມ, ການຕ່າງປະເທດ ກັບການປ້ອງກັນປະເທດແລະຄວາມໝັ້ນຄົງຂອງຊາດ ແລະ ລະຫວ່າງການປ້ອງກັນປະເທດ ແລະຄວາມໝັ້ນຄົງ ກັບເສດຖະກິດ, ວັດທະນະທຳ, ສັງຄົມ ແລະ ການຕ່າງປະເທດ”(12). ການແກ້ໄຂຄວາມສຳພັນລະຫວ່າງການກໍ່ສ້າງ ແລະ ການປົກປັກຮັກສາປະເທດຊາດແມ່ນສະແດງໃຫ້ເຫັນໂດຍສະເພາະໃນການປະສານສົມທົບຢ່າງໃກ້ຊິດຂອງຂົງເຂດຕ່າງໆ; ໃຫ້ຄວາມສຳຄັນກັບການພັດທະນາເສດຖະກິດ, ວັດທະນະທຳ, ສັງຄົມ ຕິດພັນກັບການຮັບປະກັນການປ້ອງກັນປະເທດ ແລະຄວາມໝັ້ນຄົງໃນພື້ນທີ່ສຳຄັນ, ເຂດຫ່າງໄກສອກຫຼີກ, ເຂດຊາຍແດນ, ທະເລແລະເກາະ.
8- “ສືບຕໍ່ຄົ້ນຄວ້າແລະພັດທະນາທິດສະດີກ່ຽວກັບການປ້ອງກັນປະເທດ, ການທະຫານ, ຄວາມໝັ້ນຄົງ, ສິລະປະການທະຫານ, ສິລະປະການປົກປ້ອງຄວາມໝັ້ນຄົງແຫ່ງຊາດ ແລະ ຄວາມໝັ້ນຄົງທາງສັງຄົມໃນສະຖານະການໃໝ່. ຍົກສູງຄວາມສາມາດໃນການຄາດຄະເນຍຸດທະສາດ, ຮັກສາການຄວາມເປັນເຈົ້າການທາງຍຸດທະສາດ; ບໍ່ໃຫ້ຕົກໃນທ່າຮັບ ຫຼື ຕົກໃຈໃນສະຖານະການໃດໆ”(13). ນີ້ແມ່ນບາດກ້າວການພັດທະນາໃໝ່, ແມ່ນວິທີແກ້ໄຂທີ່ສຳຄັນ ແລະ ເປັນວິທະຍາສາດຂອງພັກ ໃນແນວຄິດທິດສະດີກ່ຽວກັບການປ້ອງກັນປະເທດ, ຄວາມໝັ້ນຄົງ ແລະ ການປົກປັກຮັກສາປະເທດຊາດ; ສະແດງໃຫ້ເຫັນເຖິງວິໄສທັດຍຸດທະສາດ, ແນວຄິດທີ່ສະຫຼາດຫຼັກແຫຼມ ແລະ ຄວາມກ້າວໜ້າໃນການຮັບຮູ້ ແລະການເຄື່ອນໄຫວຕົວຈິງ ໃນຂົງເຂດການປ້ອງກັນປະເທດ, ຄວາມໝັ້ນຄົງ ແລະ ການປົກປັກຮັກສາປະເທດຊາດ. ເນື່ອງຈາກວ່າ ແນວທາງການທະຫານເປັນສ່ວນສຳຄັນຂອງແນວທາງການເມືອງ ແລະ ຂຶ້ນກັບແນວທາງການເມືອງຂອງພັກ, ມັນເປັນພື້ນຖານທາງທິດສະດີສຳລັບການບັນລຸເປົ້າໝາຍ ແລະ ໜ້າທີ່ທາງການເມືອງຂອງພັກຢ່າງສຳເລັດຜົນໃນແຕ່ລະໄລຍະຂອງການປະຕິວັດ. ໃນສະພາບການຂອງການພັດທະນາໃໝ່, ແນວຄິດທິດສະດີຂອງພັກສະແດງໃຫ້ເຫັນຢ່າງຕໍ່ເນື່ອງເຖິງຂໍ້ຄິດວິທະຍາທີ່ວ່າ: “ສືບຕໍ່ຈັດຕັ້ງປະຕິບັດຍຸດທະສາດການປົກປັກຮັກສາປະເທດຊາດ, ຍຸດທະສາດການປ້ອງກັນປະເທດ, ຍຸດທະສາດການທະຫານ, ຍຸດທະສາດຄວາມໝັ້ນຄົງແຫ່ງຊາດ, ຍຸດທະສາດການປົກປ້ອງຊາຍແດນແຫ່ງຊາດ, ຍຸດທະສາດການປົກປັກຮັກສາປະເທດຊາດໃນໂລກໄຊເບີ, ຍຸດທະສາດຄວາມໝັ້ນຄົງທາງໄຊເບີແຫ່ງຊາດ ແລະ ຍຸດທະສາດການປ້ອງກັນປະເທດ ແລະ ຄວາມໝັ້ນຄົງສະເພາະດ້ານອື່ນໆ ຢ່າງຮອບດ້ານແລະພ້ອມພຽງກັນ”(14).
ການວິເຄາະຂ້າງເທິງໃຫ້ເຫັນວ່າ, ແນວຄິດທິດສະດີຂອງພັກກ່ຽວກັບການປົກປັກຮັກສາປະເທດຊາດສັງຄົມນິຍົມໃນສະຖານະການປະຈຸບັນມີຄວາມອຸດົມສົມບູນ, ເລິກເຊິ່ງ, ໄດ້ຮັບການເພີ່ມເຕີມພັດທະນາ ແລະ ສົມບູນຂຶ້ນຢ່າງຕໍ່ເນື່ອງ, ດັ່ງທີ່ສະທ້ອນໃຫ້ເຫັນໃນມະຕິ, ຄຳສັ່ງ ແລະ ການນຳພາຕົວຈິງຂອງພັກ. ແນວຄິດທິດສະດີໃໝ່ນີ້ໄດ້ຮັບການເຂົ້າໃຈແລະຈັດຕັ້ງປະຕິບັດຢ່າງທົ່ວເຖິງໂດຍທົ່ວພັກ, ລັດ, ລະບົບການເມືອງ, ປະຊາຊົນແລະກອງທັບ ຜ່ານການແກ້ບັນຫາທີ່ປະສານກັນຫຼາຍປະການ ດ້ວຍຄວາມຕັດສິນໃຈທາງດ້ານການເມືອງຢ່າງສູງ, ປະສົບຄວາມສຳເລັດຫຼາຍຢ່າງໃນການປັບປຸງການປ້ອງກັນປະເທດແລະຄວາມໝັ້ນຄົງ, ການກໍ່ສ້າງແລະປົກປັກຮັກສາປະເທດຊາດຫວຽດນາມສັງຄົມນິຍົມຢ່າງໝັ້ນຄົງ, ສ້າງພື້ນຖານໃຫ້ພັກກອມມູນິດຫວຽດນາມສາມາດນຳພາການປະຕິວັດຫວຽດນາມໄປສູ່ຍຸກແຫ່ງການພັດທະນາໃໝ່ໄດ້ຢ່າງໝັ້ນຄົງຕໍ່ໄປ./.
-------------------------------------------
(1) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII, ສພຈ. ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2021, ເຫຼັ້ມ 1, ໜ້າ 156.
(2) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII, ປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 1, ໜ້າ 156.
(3) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII, ຫ້ອງການສູນກາງພັກ, ຮ່າໂນ້ຍ, 2016, ໜ້າ 149.
(4) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII, ປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 1, ໜ້າ 156–157
(5), (6) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII, ປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 1, ໜ້າ 161-162, 155-156.
(7), (8), (9) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII, ປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 1, ໜ້າ 157-158, 159, 160.
(10) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII, ຫ້ອງການສູນກາງພັກ, ຮ່າໂນ້ຍ, 2016, ໜ້າ 148.
(11) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII, ປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 1, ໜ້າ 157.
(12), (13), (14) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII, ປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 1, ໜ້າ 157, 159, 160.