ວກ. - ຕະຫຼອດໄລຍະເວລາ 80 ປີແຫ່ງການກໍ່ສ້າງ, ການຕໍ່ສູ້ ແລະ ການເຕີບໃຫຍ່ຂະຫຍາຍຕົວ, ພາຍໃຕ້ການນຳພາ, ການສຶກສາອົບຮົມ ແລະການຝຶກຝົນຫຼໍ່ຫຼອມຂອງພັກກອມມູນິດຫວຽດນາມ ແລະ ປະທານໂຮ່ຈີມິນ, ກອງກຳລັງປ້ອງກັນຄວາມສະຫງົບປະຊາຊົນ ໄດ້ຮັບຄວາມໄວ້ວາງໃຈ ແລະການສະໜັບສະໜູນຈາກປະຊາຊົນ ຈິ່ງເປັນ “ດາບສັກສິດ” ທີ່ປົກປ້ອງພັກ, ລັດ ແລະ ປະຊາຊົນຢ່າງແທ້ຈິງ. ໂດຍເສີມຂະຫຍາຍມູນເຊື້ອອັນສະຫງ່າງາມ, ໃນໄລຍະທີ່ຈະມາເຖິງ, ກອງກຳລັງປ້ອງກັນຄວາມສະຫງົບປະຊາຊົນຈະສືບຕໍ່ສ້າງກອງກຳລັງທີ່ຄ່ອງຕົວ, ເຂັ້ມແຂງ, ເປັນແບບຫຼວງ, ດີເດັ່ນ ແລະ ທັນສະໄໝ, ພ້ອມກັບທົ່ວພັກ, ທົ່ວປວງຊົນເພື່ອສືບຕໍ່ຂຽນບົດຄວາມທີ່ຮຸ່ງໂຮດໃນປະຫວັດສາດແຫ່ງການສ້າງສາແລະປົກປັກຮັກສາປະເທດຊາດ.

ກຳມະການກົມການເມືອງ, ນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ເຂົ້າຮ່ວມພິທີເປີດສູນຂໍ້ມູນແຫ່ງຊາດເລກທີ 1 ເຊິ່ງຈັດໂດຍກະຊວງປ້ອງກັນຄວາມສະຫງົບ _ພາບ: TTXVN

1- ໃນວັນທີ 19 ສິງຫາ 1945, ພາຍໃຕ້ການນຳພາຂອງພັກ ແລະ ປະທານໂຮ່ຈີມິນ, ການລຸກຮືຂຶ້ນທົ່ວປະເທດໃນເດືອນສິງຫາໄດ້ເກີດຂຶ້ນ ແລະ ບັນລຸໄຊຊະນະຢູ່ຮ່າໂນ້ຍ, ຈາກນັ້ນໄດ້ແຜ່ຂະຫຍາຍ ແລະ ບັນລຸໄຊຊະນະທົ່ວປະເທດ, ທັບມ້າງແອກການປົກຄອງຂອງພວກລ່າເມືອງຂຶ້ນແລະສັກດິນາ ແລະ ຍຶດອຳນາດການປົກຄອງມາມືປະຊາຊົນ. ພ້ອມກັບການຈັດຕັ້ງອຳນາດການປົກຄອງປະຕິວັດໃນທົ່ວປະເທດ, ໜ່ວຍງານທຳອິດຂອງກອງກຳລັງປ້ອງກັນຄວາມສະຫງົບປະຊາຊົນຖືກຈັດຕັ້ງຂຶ້ນ ໃນທັງສາມພູມິພາກຄື: ກົມປ້ອງກັນຄວາມສະຫງົບໃນພາກເໜືອ, ກົມສືບລັບໃນພາກກາງ ແລະ ກອງກຳລັງປ້ອງກັນຕົນເອງແຫ່ງຊາດໃນພາກໃຕ້.

ເມື່ອສາທາລະນະລັດປະຊາທິປະໄຕຫວຽດນາມຫາກໍ່ສ້າງຕັ້ງຂຶ້ນໃໝ່ ເຊິ່ງປະຈຸບັນແມ່ນສາທາລະນະລັດສັງຄົມນິຍົມຫວຽດນາມ ປະເທດຕ້ອງປະເຊີນກັບສັດຕູຈຳນວນຫຼາຍ ແລະ ຄວາມຫຍຸ້ງຍາກແລະສິ່ງທ້າທາຍຢ່າງຫຼວງຫຼາຍໃນທັນທີ ຍ້ອນການຂາດເຂີນທາງດ້ານການເງິນ, ປະຊາກອນເກືອບ 2 ລ້ານຄົນເສຍຊີວິດຈາກຄວາມອຶດຫິວ ແລະ ປະຊາກອນຫຼາຍກວ່າ 90% ອ່ານບໍ່ອອກຂຽນບໍ່ໄດ້..., ກອງກຳລັງຮັກສາຄວາມປອດໄພ, ຕຳຫຼວດ, ໜ່ວຍສືບລັບ ແລະກອງກຳລັງປ້ອງກັນຕົນເອງແຫ່ງຊາດ ໄດ້ເລີ່ມການຕໍ່ສູ້ຢ່າງດຸເດືອດຕ້ານ "ສັດຕູພາຍໃນແລະຜູ້ຮຸກຮານພາຍນອກ" ທັນທີ ໂດຍເລັ່ງຜັນຂະຫຍາຍວຽກງານການປົກປ້ອງພັກ, ຜູ້ນຳ ແລະລັດຖະບານປະຕິວັດ, ລົງໂທດກຸ່ມຕໍ່ຕານການປະຕິວັດ, ປະກອບສ່ວນເຂົ້າໃນການສະກັດກັ້ນກົນອຸບາຍສົມຮູ້ຮ່ວມຄິດທີ່ຈະທຳລາຍພັກ ແລະໂຄ່ນລົ້ມລັດຖະບານປະຕິວັດ ແລະ ຕໍ່ຕ້ານແຜນການຂອງພວກລ່າເມືອງຂຶ້ນຝຣັ່ງໃນການຂະຫຍາຍສົງຄາມຮຸກຮານຂອງພວກເຂົາ.

ໃນລະຫວ່າງສົງຄາມຕໍ່ຕ້ານພວກລ່າເມືອງຂຶ້ນຝຣັ່ງ, ເພື່ອປະຕິບັດຕາມຄຳຮຽກຮ້ອງອັນສັກສິດຂອງປະທານໂຮ່ຈີມິນທີ່ວ່າ: “ເຮົາຍອມເສຍສະຫຼະທຸກຢ່າງ, ແຕ່ເຮົາຈະບໍ່ຍອມເສຍປະເທດເດັດຂາດ, ບໍ່ຍອມເປັນທາດຢ່າງເດັດຂາດ(1), ກອງກຳລັງປ້ອງກັນຄວາມສະຫງົບປະຊາຊົນໄດ້ເປີດຂະບວນການເຄື່ອນໄຫວຢ່າງກວ້າງຂວາງ ເພື່ອຮ່ຳຮຽນແລະປະຕິບັດຕາມຄຳສອນຂອງລຸງໂຮ່, ປັບປຸງແລະພັດທະນາກຳລັງໃຫ້ເຂັ້ມແຂງຂຶ້ນເລື້ອຍໆ, ການຈັດຕັ້ງກຳລັງນັກສືບສອດແນມ, ກຳລັງຄຸ້ມກັນຕິດອາວຸດ, ຈັດຕັ້ງຕຳຫຼວດຕາແສງ, ເສີມສ້າງເຄືອຂ່າຍຮາກຖານໃນເຂດແນວຫຼັງແລະຖານທີ່ໝັ້ນ; ພັດທະນາຂະບວນການຕ່າງໆຢ່າງກວ້າງຂວາງ ເຊັ່ນ “ຫ້າຄອບຄົວປົກປ້ອງເຊິ່ງກັນແລະກັນ”, “ສາມຂໍ້ຫ້າມ”, “ປ້ອງກັນການຈາລະກຳແລະຮັກສາຄວາມລັບ”...; ຄຽງບ່າຄຽງໄຫຼ່ກັບກອງທັບປະຊາຊົນ, ຕໍ່ສູ້ຢ່າງກ້າຫານ, ບັນລຸໄຊຊະນະທີ່ງຽບສະຫງົບຫຼາຍຄັ້ງແຕ່ສະຫງ່າງາມທີ່ສຸດ, ທັບມ້າງກົນອຸບາຍທຳລາຍຂອງສັດຕູທັງໝົດ, ຮັກສາຄວາມໝັ້ນຄົງແລະຄວາມເປັນລະບຽບຮຽບຮ້ອຍໃນເຂດເສລີແລະເຂດທີ່ໝັ້ນ, ຮັບປະກັນຄວາມປອດໄພແລະຄວາມໝັ້ນຄົງຢ່າງສູງສຸດສຳລັບການປະຕິບັດການທາງທະຫານ ແລະ ອົງການຈັດຕັ້ງສູນກາງຂອງພັກແລະລັດ.

ດ້ວຍເຄືອຂ່າຍສືບຂ່າວລັບທີ່ຈັດຕັ້ງຂຶ້ນຕັ້ງແຕ່ຕົ້ນ ບວກກັບການສະໜັບສະໜູນຢ່າງແຂງແຮງຈາກປະຊາຊົນ, ກອງກຳລັງປ້ອງກັນຄວາມສະຫງົບປະຊາຊົນໄດ້ລວບລວມຂໍ້ມູນສຳຄັນຫຼາຍຢ່າງເພື່ອຮັບໃຊ້ການນຳພາຂອງພັກ ແລະ ຈັດຕັ້ງກອງກຳລັງເພື່ອແຊກຊຶມເລິກເຂົ້າໄປໃນພື້ນທີ່ທີ່ສັດຕູຍຶດຄອງຊົ່ວຄາວ, "ປ່ຽນແນວຫຼັງຂອງສັດຕູໃຫ້ກາຍເປັນແນວໜ້າຂອງພວກເຮົາ", ທຳລາຍລະບອບຫຸ່ນ, ກຳຈັດພວກທໍລະຍົດແລະຄົນຊົ່ວຮ້າຍ, ປາບປາມພວກຝືນປະຕິວັດ, ປົກປ້ອງກອງກຳລັງຕໍ່ຕ້ານ..., ປະກອບສ່ວນອັນສຳຄັນຕໍ່ໄຊຊະນະໃນສະໜາມຮົບ ໂດຍສະເພາະໄຊຊະນະຄັ້ງປະຫວັດສາດໃນດ້ຽນບຽນຝູທີ່ "ໂດ່ງດັງໄປທົ່ວຫ້າທະວີບແລະສັ່ນສະເທືອນແຜ່ນດິນໂລກ".

ໃນລະຫວ່າງສົງຄາມຕໍ່ຕ້ານຈັກກະພັດອາເມລິກາເພື່ອກູ້ຊາດ, ຢູ່ພາກເໜືອ, ກອງກຳລັງປ້ອງກັນຄວາມສະຫງົບປະຊາຊົນໄດ້ປະຕິບັດເປັນຢ່າງດີ ໜ້າທີ່ຮັກສາຄວາມໝັ້ນຄົງ ແລະ ຄວາມເປັນລະບຽບຮຽບຮ້ອຍ, ປົກປ້ອງການກໍ່ສ້າງສັງຄົມນິຍົມ, ເອົາຊະນະສົງຄາມນັກສືບສອດແນມ ແລະການບຸກລຸກແບບກອມມານໂດຂອງສັດຕູ; ການປະສານງານໃນການເຂົ້າຍຶດຄອງນະຄອນ, ຕົວເມືອງ ແລະ ເຂດທີ່ຫາກໍ່ໄດ້ຮັບການປົດປ່ອຍ; ການຕໍ່ສູ້ກັບກົນອຸບາຍຂອງສັດຕູທີ່ພະຍາຍາມລໍ້ລວງ, ຍຸຍົງ ແລະ ບີບບັງຄັບໃຫ້ພີ່ນ້ອງຮ່ວມຊາດຂອງເຮົາອົບພະຍົບໄປພາກໃຕ້; ເຮັດເປັນຢ່າງດີວຽກງານຂົນຂວາຍມະຫາຊົນ, ຍູ້ແຮງການຕໍ່ສູ້ທາງການເມືອງ ຄວບຄູ່ໄປກັບມາດຕະການທາງອາວຸດ ເພື່ອຕໍ່ຕ້ານພວກກອງປູ້ນ, ພວກນັກສືບສອດແນມຂອງຊຽງໄຄເຊັກ ແລະພວກປະຕິການ; ການຕໍ່ສູ້ເພື່ອທຳລາຍເຄືອຂ່າຍນັກສືບສອດແນມ ແລະສາຍລັບຂອງອາເມລິກາ-ຝຣັ່ງຢ່າງສິ້ນເຊິງ, ຜາບແພ້ກົນອຸບາຍຂອງສັດຕູໃນການສ້າງຖານທັບ ແລະລວບລວມກຳລັງເພື່ອຕໍ່ຕ້ານເຮົາໃນເຂດຊາຍແດນພາກເໜືອ.  

ດ້ວຍຈິດໃຈ "ທັງໝົດເພື່ອແນວໜ້າທີ່ຍິ່ງໃຫຍ່", "ທັງໝົດເພື່ອພາກໃຕ້ທີ່ຮັກແພງ", ກອງກຳລັງປ້ອງກັນຄວາມສະຫງົບໄດ້ລະດົມກຳລັງໃນລະດັບສູງສຸດ, ວ່ອງໄວແລະທັນທ່ວງທີທີ່ສຸດ ເພື່ອໃຫ້ການສະໜັບສະໜູນທາງດ້ານກຳລັງຄົນ, ອາວຸດ, ພາຫະນະ ອຸປະກອນທາງເຕັກນິກ, ຄວາມຊ່ຽວຊານດ້ານວິຊາຊີບ ແລະພະລາທິການ ໃຫ້ແກ່ສະໜາມຮົບພາກໃຕ້ ເພື່ອຮັບໃຊ້ບັ້ນຮົບທາງທະຫານ. ເຖິງວ່າສະຖານະການໃນສະໜາມຮົບຈະຫຍຸ້ງຍາກ ແລະດຸເດືອດທີ່ສຸດ, ແຕ່ເຈົ້າໜ້າທີ່ຕຳຫຼວດທີ່ໃຫ້ການສະໜັບສະໜູນກໍ່ຍັງຄົງຍຶດໝັ້ນ ບໍ່ຫຍໍ້ທໍ້ຕໍ່ການເສຍສະຫຼະແລະຄວາມຍາກລຳບາກ, ຍັງມີຄວາມຕັ້ງໃຈຢ່າງໜັກແໜ້ນທີ່ຈະເຮັດວຽກຮ່ວມກັບສະຫາຍ ແລະພີ່ນ້ອງຮ່ວມຊາດ ເພື່ອສ້າງກຳລັງທາງການເມືອງ, ລະດົມມະຫາຊົນໃຫ້ລຸກຂຶ້ນຕໍ່ສູ້ ແລະທຳລາຍອຳນາດການປົກຄອງຂອງອາເມລິກາແລະພວກຫຸ່ນ, ກຳຈັດຄວາມຊົ່ວຮ້າຍແລະຄວາມອະຍຸຕິທຳ, ປົກປ້ອງການປະຕິວັດ; ລົບລ້າງເຄືອຂ່າຍສືບຂ່າວ, ນັກສືບສອດແນມ ແລະສະຖານທີ່ຂອງສັດຕູ. ສະຫາຍຫຼາຍຄົນໄດ້ເຕີບໃຫຍ່ຂະຫຍາຍຕົວ, ເຂົ້າຮ່ວມໃນຄະນະບໍລິຫານງານພັກທ້ອງຖິ່ນ, ເປັນພະນັກງານນຳພາ, ຜູ້ບັນຊາການຂອງກຳລັງຮັກສາຄວາມສະຫງົບໃນທ້ອງຖິ່ນສ່ວນໃຫຍ່ໃນພາກໃຕ້ ໃນໄລຍະເວລາແຫ່ງການຕໍ່ຕ້ານຈັກກະພັດອາເມລິກາເພື່ອກູ້ຊາດ ຈົນເຖິງການໂຮມປະເທດເປັນເອກະພາບ ພວກເຂົາໄດ້ກາຍເປັນຊັບສິນທີ່ມີຄ່າສຳລັບກອງກຳລັງປ້ອງກັນຄວາມສະຫງົບປະຊາຊົນໃນອີກຫຼາຍປີຕໍ່ໜ້າ.

ໃນພາກໃຕ້, ກອງກຳລັງຮັກສາຄວາມໝັ້ນຄົງຖືກຈັດຕັ້ງຂຶ້ນຕັ້ງແຕ່ຕົ້ນ ແລະ ໄດ້ຮັບການປັບປຸງແລະພັດທະນາຢ່າງຕໍ່ເນື່ອງ ຍຶດໝັ້ນໃນດິນແດນແລະປະຊາຊົນຢ່າງໜຽວແໜ້ນ, ກຳຈັດຄວາມຊົ່ວຮ້າຍ, ທຳລາຍການຄວບຄຸມຂອງສັດຕູ, ຈັດຕັ້ງວຽກງານສືບຂ່າວສອດແນມ ແລະຕໍ່ສູ້ເພື່ອຂັດຂວາງແຜນການສືບຂ່າວສອດແນມ, ການເຄື່ອນໄຫວ “ປາບໃຫ້ສະຫງົບ”, "ການບັງຄັບໃຫ້ສະຫວາມິພັກ" ຂອງສັດຕູ; ການປົກປ້ອງຂະບວນການມະຫາຊົນ, ຖານທີ່ໝັ້ນຂອງການຕໍ່ຕ້ານ ແລະອົງການນຳພາ; ເຂົ້າຍຶດຄອງແລະຄວບຄຸມອົງການສືບຂ່າວ, ສະຖານີຕຳຫຼວດຂອງສັດຕູໃນເຂດທີ່ຫາກໍ່ໄດ້ຮັບການປົດປ່ອຍ; ກຳຈັດກຳລັງສັດຕູທີ່ "ແຊກຊຶມ" ຢູ່ພາຍໃນອົງການຂອງເຮົາ, ຜາບແພ້ຍຸດທະສາດສົງຄາມຂອງສັດຕູ, ບັນລຸໄຊຊະນະອັນຍິ່ງໃຫຍ່ ເຊິ່ງຈຸດສູງສຸດແມ່ນບັ້ນຮົບໂຮ່ຈີມິນທີ່ເປັນປະຫວັດສາດ, ປົດປ່ອຍພາກໃຕ້ຢ່າງສົມບູນ ແລະ ທ້ອນໂຮມປະເທດຊາດເປັນເອກະພາບ.   

ເມື່ອປະເທດຊາດເປັນເອກະພາບ ແລະປະຊາຊົນທັງປະເທດກ້າວໄປສູ່ສັງຄົມນິຍົມ, ກອງກຳລັງປ້ອງກັນຄວາມສະຫງົບປະຊາຊົນມີການພົວພັນຢ່າງໃກ້ຊິດກັບປະຊາຊົນ, ປະສານງານຢ່າງໃກ້ຊິດກັບບັນດາກຳລັງ, ລະດັບ ແລະຂະແໜງການອື່ນໆ ເພື່ອປະຕິບັດບົດບາດຫຼັກ ແລະປະຈັນບານໃນແນວຮົບປ້ອງກັນຄວາມໝັ້ນຄົງ ແລະຄວາມເປັນລະບຽບຮຽບຮ້ອຍ, ພ້ອມກັບທົ່ວພັກແລະທົ່ວປວງຊົນເພື່ອເອົາຊະນະຜົນກະທົບຈາກສົງຄາມ, ສ້າງສະຖຽນລະພາບໃຫ້ກັບຊີວິດການເປັນຢູ່ຂອງປະຊາຊົນ, ຕໍ່ສູ້ເພື່ອເອົາຊະນະສົງຄາມທຳລາຍລ້າງຫຼາຍດ້ານຂອງສັດຕູ. ໃນລະຫວ່າງສົງຄາມເພື່ອປົກປັກຮັກສາປະເທດຊາດ ແລະ ປະຕິບັດພັນທະສາກົນ, ພະນັກງານແລະຕຳຫຼວດປະຊາຊົນໄດ້ຄຽງບ່າຄຽງໄຫຼ່ກັບກອງທັບ ແລະປະຊາຊົນໃນແຂວງຊາຍແດນ, ຕໍ່ສູ້ຢ່າງກ້າຫານຕ້ານການຮຸກຮານ ແລະປົກປ້ອງທຸກໆຕາລາງນິ້ວຂອງແຜ່ນດິນອັນສັກສິດຂອງປະເທດຊາດ; ສະໜັບສະໜູນແລະຊ່ວຍເຫຼືອກອງກຳລັງຮັກສາຄວາມສະຫງົບຂອງກຳປູເຈຍແລະລາວ ດ້ວຍນ້ຳໃຈສາກົນອັນສູງສົ່ງ.      

ທ່າມກາງຄວາມທ້າທາຍຈາກສະຖານະການພາຍໃນປະເທດທີ່ຫຍຸ້ງຍາກທີ່ສຸດ, ສະຖານະການສາກົນແລະພາກພື້ນກຳລັງພັດທະນາໄປໃນລັກສະນະທີ່ສັບສົນ, ການລົ້ມສະຫຼາຍຂອງຮູບແບບສັງຄົມນິຍົມໃນສະຫະພາບໂຊວຽດ ແລະປະເທດສັງຄົມນິຍົມໃນເອີຣົບຕາເວັນອອກ ແລະ ບັນດາອິດທິກຳລັງສັດຕູພວມດຳເນີນຍຸດທະສາດ "ການຫັນປ່ຽນໂດຍສັນຕິ" ຄວບຄູ່ກັບການຈະລາຈົນໂຄ່ນລົ້ມ ເພື່ອລົບລ້າງປະເທດສັງຄົມນິຍົມທີ່ເຫຼືອຢູ່, ກອງກຳລັງປ້ອງກັນຄວາມສະຫງົບປະຊາຊົນໄດ້ສະແດງຄວາມຈົງຮັກພັກດີຕໍ່ປະເທດຊາດ ແລະປະຊາຊົນ, ຕໍ່ພັກແລະລັດ, ແລະ ພ້ອມກັນກັບທົ່ວພັກແລະທົ່ວປວງຊົນ ຮັກສາສັດທາ, ຕໍ່ສູ້ເພື່ອທັບມ້າງກົນອຸບາຍແລະກິດຈະກຳທີ່ຊົ່ວຮ້າຍແລະອັນຕະລາຍທັງໝົດຂອງບັນດາອິດທິກຳລັງສັດຕູແລະປໍລະປັກ, ເອົາຊະນະຄວາມຫຍຸ້ງຍາກແລະສິ່ງທ້າທາຍທັງໝົດ, ຍູ້ແຮງກິດຈະການປ່ຽນແປງໃໝ່, ດຳເນີນການຫັນປະເທດເປັນອຸດສາຫະກຳແລະທັນສະໄໝ ແລະ ການເຊື່ອມໂຍງສາກົນຂອງປະເທດ. ໂດຍສະເພາະ, ໃນຊຸມປີມໍ່ໆມານີ້, ດ້ວຍຄວາມເຂົ້າໃຈຢ່າງຖ້ອງແທ້ໃນແນວທາງແລະທັດສະນະຂອງພັກ, ຄະນະພັກປ້ອງກັນຄວາມສະຫງົບສູນກາງ  ແລະກະຊວງປ້ອງກັນຄວາມສະຫງົບ ໄດ້ນຳພາແລະຊີ້ນຳໃຫ້ກອງກຳລັງປ້ອງກັນຄວາມສະຫງົບປະຊາຊົນທົ່ວປະເທດ ຜັນຂະຫຍາຍການປ່ຽນແປງໃໝ່ໃນທຸກດ້ານຂອງວຽກງານຕຳຫຼວດ, ພ້ອມທັງໃຫ້ຄຳແນະນຳແກ່ພັກແລະລັດຢ່າງທັນທ່ວງທີ ກ່ຽວກັບແຜນນະໂຍບາຍແລະວິທີແກ້ໄຂ ເພື່ອຮັບປະກັນຄວາມໝັ້ນຄົງ ແລະຄວາມເປັນລະບຽບຮຽບຮ້ອຍ, ຮັບໃຊ້ຢ່າງຕັ້ງໜ້າແກ່ໜ້າທີ່ການພັດທະນາເສດຖະກິດ-ສັງຄົມ ແລະການເຊື່ອມໂຍງສາກົນຢ່າງຮອບດ້ານ ແລະເລິກເຊິ່ງຂອງປະເທດ. ເປັນເຈົ້າການແລະສ້ຽມແຫຼມໃນການວິເຄາະສະຖານະການ, ລະບຸເປົ້າໝາຍແລະຄູ່ຮ່ວມງານຢ່າງຖືກຕ້ອງ, ເຕົ້າໂຮມກຳລັງເພື່ອຕໍ່ສູ້ສະກັດກັ້ນ ແລະເອົາຊະນະກົນອຸບາຍ ແລະການເຄື່ອນໄຫວມ້າງເພທຳລາຍທັງໝົດ ຂອງອິດທິກຳລັງສັດຕູແລະປໍລະປັກ, ແກ້ໄຂບັນຫາຄວາມໝັ້ນຄົງທີ່ສັບສົນ ແລະແກ່ຍາວຫຼາຍປະການ ໃນລະດັບຮາກຖານ ຢ່າງເດັດຂາດ ແລະມີປະສິດທິພາບ, ຮັກສາຄວາມໝັ້ນຄົງຂອງຊາດ, ປັບປຸງແນວປ້ອງກັນດ້ານຄວາມໝັ້ນຄົງນອກເຂດແດນຢ່າງຕໍ່ເນື່ອງ, ຫຼີກລ່ຽງການຖືກຕົກໃນທ່າຮັບແລະສິ່ງບໍ່ຄາດຄິດທາງຍຸດທະສາດ. ລະດົມລະບົບການເມືອງທັງໝົດ ແລະປະຊາຊົນທຸກຄົນ ໃຫ້ມີສ່ວນຮ່ວມໃນການສ້າງຄວາມໝັ້ນຄົງ ແລະຄວາມສະຫງົບຮຽບຮ້ອຍ, ຕໍ່ສູ້ປ້ອງກັນແລະຕ້ານອາຊະຍາກຳ, ຫຼຸດຜ່ອນອາຊະຍາກຳຢ່າງຕໍ່ເນື່ອງ, ສ້າງການປ່ຽນແປງທີ່ຕັ້ງໜ້າໃນດ້ານລະບຽບວິໄນ ແລະຄວາມປອດໄພທາງສັງຄົມ ແລະເພີ່ມທະວີຄວາມໝັ້ນຄົງຂອງມະນຸດ. ເປັນແບບຢ່າງແລະນຳໜ້າໃນການປະຕິບັດແຜນນະໂຍບາຍກ່ຽວກັບການກໍ່ສ້າງແລະປັບປຸງພັກ; ປັບປຸງໂຄງສ້າງການຈັດຕັ້ງຂອງລະບົບການເມືອງໃຫ້ກະທັດລັກຮັດກຸມ, ມີປະສິດທິພາບ ແລະປະສິດທິຜົນ; ປັບປຸງສະຖາບັນແລະກົດໝາຍໃຫ້ສົມບູນແບບ; ຕໍ່ສູ້ປ້ອງກັນແລະຕ້ານການສໍ້ລາດບັງຫຼວງ, ການສິ້ນເປືອງແລະຄວາມຫຍໍ້ທໍ້; ຈັດຕັ້ງປະຕິບັດນະໂຍບາຍຄວາມປອດໄພທາງສັງຄົມ; ໃນການບຸກເບີກ, ນຳພາ ແລະ ສ້າງແຮງບັນດານໃຈ ໃຫ້ແກ່ທຸກຂະແໜງການແລະທຸກຂັ້ນ ໃນການຫັນເປັນດິຈິຕອນ, ການປ່ຽນແປງໃໝ່ວິທີການຄຸ້ມຄອງລັດ, ການປະຕິຮູບການບໍລິຫານ, ການປະຍຸກໃຊ້ແລະການພັດທະນາຂໍ້ມູນປະຊາກອນນັ້ນ ກອງກຳລັງປ້ອງກັນຄວາມສະຫງົບປະຊາຊົນໄດ້ບັນລຸຜົນສຳເລັດທີ່ສຳຄັນແລະເປົ້າໝາຍທີ່ໂດດເດັ່ນຫຼາຍຢ່າງ ເຊິ່ງໄດ້ເສີມສ້າງສະພາບແວດລ້ອມດ້ານຄວາມໝັ້ນຄົງແລະຄວາມປອດໄພ, ປະກອບສ່ວນເຂົ້າໃນການສົ່ງເສີມການພັດທະນາເສດຖະກິດ-ສັງຄົມຢ່າງແຂງແຮງ, ຂະຫຍາຍການພົວພັນຕ່າງປະເທດ, ຍົກສູງຖານະຂອງປະເທດ, ສ້າງພື້ນຖານແລະແຮງຜັກດັນເພື່ອໃຫ້ສາມາດປະຕິບັດໜ້າທີ່ອັນມີກຽດສະຫງ່າໃນອະນາຄົດໄດ້ຢ່າງໝັ້ນໃຈ.

ຕະຫຼອດໄລຍະເວລາແປດສິບປີແຫ່ງການກໍ່ສ້າງ ການສູ້ຮົບ ແລະການເຕີບໃຫຍ່ຂະຫຍາຍຕົວ, ໃນທຸກໄລຍະຂອງການປະຕິວັດ, ທັງໃນຍາມສົງຄາມແລະຍາມສະຫງົບສຸກຂອງການສ້າງຊາດ, ກອງກຳລັງປ້ອງກັນຄວາມສະຫງົບປະຊາຊົນໄດ້ຈົງຮັກພັກດີຕໍ່ພັກ, ຕໍ່ປະເທດຊາດ ແລະເພື່ອຮັບໃຊ້ປະຊາຊົນຢ່າງສຸດອົກສຸດໃຈສະເໝີມາ. ພະນັກງານຕຳຫຼວດແລະຕຳຫຼວດຫຼາຍໝື່ນຄົນໄດ້ເປັນແບບຢ່າງອັນໜ້າຊົມເຊີຍໃນດ້ານຄວາມກ້າຫານ, ການອຸທິດຕົນ ແລະ ການເສຍສະຫຼະ, ໂດຍເຮັດວຽກທັງກາງເວັນແລະກາງຄືນ ເພື່ອປົກປ້ອງຄວາມໝັ້ນຄົງຂອງຊາດ, ຮັບປະກັນຄວາມເປັນລະບຽບຮຽບຮ້ອຍ ແລະຄວາມປອດໄພທາງສັງຄົມ ແລະ ເພື່ອຊີວິດທີ່ສະຫງົບສະບາຍ ແລະມີຄວາມສຸກຂອງປະຊາຊົນ. ໃນລະຫວ່າງສົງຄາມຕໍ່ຕ້ານພວກລ່າເມືອງຂຶ້ນຝຣັ່ງ ແລະ ຈັກກະພັດອາເມລິກາ, ພະນັກງານຕຳຫຼວດ ແລະຕຳຫຼວດຫຼາຍກວ່າ 14.000 ຄົນໄດ້ເສຍສະຫຼະຊີວິດຢ່າງກ້າຫານ ແລະ ຫຼາຍກວ່າ 20.000 ຄົນໄດ້ຮັບບາດເຈັບໃນສະໜາມຮົບ. ປະຈຸບັນນີ້, ໃນແນວຮົບອັນຍາກລຳບາກແລະດຸເດືອດຂອງການຕໍ່ສູ້ກັບອາຊະຍາກຳ ແລະ ການຮັກສາຄວາມສະຫງົບແລະລະບຽບວິໄນ, ພະນັກງານຕຳຫຼວດແລະຕຳຫຼວດຫຼາຍຮ້ອຍຄົນໄດ້ເສຍສະຫຼະຊີວິດຢ່າງກ້າຫານ ແລະ ອີກຫຼາຍພັນຄົນໄດ້ຮັບບາດເຈັບໃນຂະນະປະຕິບັດໜ້າທີ່.

ຜົນສຳເລັດ, ໄຊຊະນະ, ຄວາມພະຍາຍາມ, ການອຸທິດຕົນ ແລະ ການເສຍສະຫຼະຂອງພະນັກງານຕຳຫຼວດແລະຕຳຫຼວດ ໄດ້ປະກອບສ່ວນເຂົ້າໃນການຮັກສາສັນຕິພາບ ແລະສະຖຽນລະພາບໃນປະເທດ, ຍຶດໝັ້ນໃນລະບຽບວິໄນແລະກົດໝາຍ; ປົກປ້ອງຊີວິດທີ່ສະຫງົບສຸກແລະມີຄວາມສຸກຂອງປະຊາຊົນ; ເສີມສ້າງມູນເຊື້ອອັນຮຸ່ງເຮືອງຂອງຕຳຫຼວດປະຊາຊົນຫວຽດນາມ ເຊິ່ງລວມມີ: 1- ຄວາມຈົງຮັກພັກດີຢ່າງແທ້ຈິງຕໍ່ປະເທດຊາດ, ພັກ, ລັດ ແລະປະຊາຊົນ; 2- ບໍ່ຫຍໍ້ທໍ້ຕໍ່ຄວາມຫຍຸ້ງຍາກແລະອຸປະສັກ, ພ້ອມທີ່ຈະຕໍ່ສູ້ແລະເສຍສະຫຼະເພື່ອເອກະລາດ, ເສລີພາບ, ອະທິປະໄຕ, ເອກະພາບ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງປະເທດ, ເພື່ອຄວາມສະຫງົບ ຄວາມເປັນລະບຽບຮຽບຮ້ອຍຂອງປະເທດ ແລະ ເພື່ອຊີວິດທີ່ສະຫງົບສຸກ ແລະ ມີຄວາມສຸກຂອງປະຊາຊົນ; 3- ພົວພັນຢ່າງໃກ້ຊິດກັບປະຊາຊົນ, ເພື່ອຮັບໃຊ້ປະຊາຊົນ, ອີງໃສ່ປະຊາຊົນໃນການເຮັດວຽກ ແລະການຕໍ່ສູ້ໃຫ້ປະສົບຄວາມສຳເລັດ; 4- ສືບຕໍ່ຮ່ຳຮຽນ, ຝຶກຝົນຫຼໍ່ຫຼອມ ແລະ ພັດທະນາຈັນຍາບັນ ແລະຄຸນທຳຂອງພະນັກງານຕຳຫຼວດປະຕິວັດຢ່າງຕໍ່ເນື່ອງ, ປັບປຸງຍົກສູງຈິດໃຈແຫ່ງຄວາມເປັນເອກະລາດ, ເພິ່ງພາຕົນເອງ, ການສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ຄວາມຄິດລິເລີ່ມ, ຄວາມຊານສະຫຼາດ, ຄວາມຄິດສ້າງສັນ ແລະປະຕິບັດໜ້າທີ່ທີ່ໄດ້ຮັບມອບໝາຍທັງໝົດຢ່າງດີເລີດ; 5- ພາຍໃນມີຄວາມສາມັກຄີ, ເປັນເອກະພາບ, ປະຊາທິປະໄຕ ແລະ ລະບຽບວິໄນຢ່າງເຂັ້ມງວດ, ການປະສານງານແລະການຮ່ວມມືກັບກອງທັບປະຊາຊົນ, ກະຊວງ, ຂະແໜງການ ແລະກອງກຳລັງອື່ນໆ; 6. ເຊີດຊູຈິດໃຈແຫ່ງຄວາມສາມັກຄີສາກົນທີ່ບໍລິສຸດ, ມີເຫດມີຜົນ, ມີຄວາມເມດຕາ, ຮັບໃຊ້ພາລະກິດການຕໍ່ສູ້ປົດປ່ອຍຊາດ, ສ້າງສາແລະປົກປັກຮັກສາປະເທດຊາດ, ປະກອບສ່ວນເຂົ້າໃນການຮັບປະກັນຄວາມໝັ້ນຄົງໃນພາກພື້ນແລະໃນໂລກ.      

2. ໃນໄລຍະທີ່ຈະມາເຖິງ, ສະຖານະການໂລກແລະພາກພື້ນຍັງສືບຕໍ່ພັດທະນາໃນລັກສະນະທີ່ສັບສົນ, ສົ່ງຜົນກະທົບຢ່າງເລິກເຊິ່ງຕໍ່ທຸກດ້ານຂອງຊີວິດສາກົນ. ສະພາບແວດລ້ອມທາງເສດຖະກິດ, ການເມືອງ ແລະ ຄວາມໝັ້ນຄົງສາກົນມີຄວາມຜັນຜວນ ແລະສັບສົນ, ມີຄວາມຂັດແຍ້ງ, ການປະທະ ແລະຄວາມສ່ຽງທີ່ເພີ່ມຂຶ້ນ; ໄພຂົ່ມຂູ່ດ້ານຄວາມໝັ້ນຄົງທີ່ບໍ່ແມ່ນແບບດັ້ງເດີມສົ່ງຜົນກະທົບຢ່າງເລິກເຊິ່ງ ແລະ ຫຼາຍດ້ານໃນທົ່ວໂລກ.  ຫຼັງຈາກດຳເນີນການປ່ຽນແປງໃໝ່ເປັນເວລາ 40 ປີ, ປະເທດຫວຽດນາມໄດ້ບັນລຸຜົນສຳເລັດທີ່ສຳຄັນ ແລະຂ້ອນຂ້າງຮອບດ້ານໃນເກືອບທຸກຂົງເຂດ, ແຕ່ຄວາມສ່ຽງແລະຄວາມທ້າທາຍທີ່ສົ່ງຜົນກະທົບຕໍ່ສະຖຽນລະພາບທາງການເມືອງ, ຄວາມໝັ້ນຄົງຂອງຊາດ, ຄວາມສະຫງົບຮຽບຮ້ອຍທາງສັງຄົມ ແລະຄວາມປອດໄພ ຍັງບໍ່ໄດ້ຮັບການແກ້ໄຂ ແລະ ໃນບາງດ້ານກັບມີຄວາມຊັບຊ້ອນຫຼາຍຂຶ້ນ ເຊັ່ນ: ຄວາມສ່ຽງທີ່ຈະຫຼ້າຫຼັງທາງເສດຖະກິດເມື່ອທຽບກັບປະເທດພັດທະນາແລ້ວຫຼາຍປະເທດໃນພາກພື້ນແລະໂລກ; ຄວາມສ່ຽງທີ່ຈະຫຼົງທາງຈາກເສັ້ນທາງສັງຄົມນິຍົມ; ບັນດາປະກົດການຂອງ "ການປ່ຽນແປງຕົນເອງ", "ການຫັນປ່ຽນຕົນເອງ"; ການສໍ້ລາດບັງຫຼວງ; ກົນອຸບາຍ, ການເຄື່ອນໄຫວ ແລະຍຸດທະວິທີ "ຫັນປ່ຽນໂດຍສັນຕິ" ຂອງບັນດາອິດທິກຳລັງສັດຕູ; ສະຖານະການອາຊະຍາກຳກຳລັງສັບສົນຫຼາຍຂຶ້ນເລື້ອຍໆ.

ເພື່ອປະຕິບັດເປົ້າໝາຍຍຸດທະສາດຢ່າງສຳເລັດຜົນ ມຸ່ງສູ່ການສະເຫຼີມສະຫຼອງວັນສ້າງຕັ້ງພັກຄົບຮອບ 100 ປີ ແລະວັນສ້າງຕັ້ງສາທາລະນະລັດປະຊາທິປະໄຕຫວຽດນາມຄົບຮອບ 100 ປີ ເຊິ່ງປະຈຸບັນແມ່ນສາທາລະນະລັດສັງຄົມນິຍົມຫວຽດນາມ, ທົ່ວພັກແລະທົ່ວປວງຊົນໄດ້ສາມັກຄີ ແລະເປັນເອກະພາບສູງ ຕາມການຕັດສິນຕົກລົງຂອງກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ ເພື່ອນຳພາປະເທດເຂົ້າສູ່ຍຸກໃໝ່ ຍຸກແຫ່ງການພັດທະນາ ແລະຄວາມຈະເລີນຮຸ່ງເຮືອງ; ໂດຍມີເປົ້າໝາຍສູງສຸດແມ່ນ "ການສ້າງສະຖຽນລະພາບ, ການພັດທະນາ ແລະ ການຍົກລະດັບຄຸນນະພາບຊີວິດຂອງປະຊາຊົນ"; ດ້ວຍຄວາມຮຽກຮ້ອງຕ້ອງການຂອງ "ການພັດທະນາທີ່ມີຄຸນນະພາບສູງ, ການພັດທະນາທີ່ວ່ອງໄວແລະຍືນຍົງ”, “ຄວາມເປັນເຈົ້າການ, ການເພິ່ງຕົນເອງ ແລະ ຄວາມເປັນອິດສະຫຼະໃນການພັດທະນາ”. ຕໍ່ໜ້າຄວາມຮຽກຮ້ອງຕ້ອງການ, ໜ້າທີ່ ແລະພາລະກິດປະຕິວັດໃນຍຸກໃໝ່ນັ້ນ ກອງກຳລັງປ້ອງກັນຄວາມສະຫງົບປະຊາຊົນສືບຕໍ່ປ່ຽນແປງໃໝ່ຈິນຕະນາການໃນການເປັນເສນາທິການ, ການຈັດຕັ້ງວຽກງານຮັບປະກັນຄວາມໝັ້ນຄົງ ແລະຄວາມເປັນລະບຽບຮຽບຮ້ອຍ, ເສີມຂະຫຍາຍບົດບາດຂອງ ດາບສັກສິດຂອງພັກ, ລັດ ແລະ ປະຊາຊົນຢ່າງສຸດຂີດ; ໃຊ້ປະໂຫຍດສູງສຸດຈາກໂອກາດ, ປ່ຽນຄວາມທ້າທາຍໃຫ້ເປັນໂອກາດໃນການພັດທະນາປະເທດ; ນຳໜ້າປະຈັນບານໃນການປະຕິບັດແຜນນະໂຍບາຍຍຸດທະສາດຂອງພັກ, ສະໜອງສະພາບແວດລ້ອມທີ່ສະຫງົບສຸກ ແລະໝັ້ນຄົງ ເພື່ອຮັບປະກັນຮາກຖານທີ່ໝັ້ນຄົງສຳລັບຄວາມສຳເລັດໃນການພັດທະນາ. ສຸມໃສ່ການບັນລຸເປົ້າໝາຍແລະໜ້າທີ່ຕໍ່ໄປນີ້:

ທີໜຶ່ງ, ບໍ່ວ່າໃນສະຖານະການໃດ ກໍ່ຕ້ອງຮັບປະກັນຫຼັກການທີ່ວ່າ ພັກນຳພາກອງກຳລັງປ້ອງກັນຄວາມສະຫງົບປະຊາຊົນຢ່າງເດັດຂາດແລະໂດຍກົງໃນທຸກດ້ານ. ການຮັບປະກັນການນຳພາຂອງພັກຕໍ່ກອງກຳລັງປ້ອງກັນຄວາມສະຫງົບປະຊາຊົນຢ່າງຮອບດ້ານ ເຊິ່ງກວມເອົາຂົງເຂດການເມືອງ, ແນວຄິດ ແລະ ການຈັດຕັ້ງ; ໃນທຸກໜ້າທີ່ວຽກງານຄື ການປົກປ້ອງຄວາມໝັ້ນຄົງຂອງຊາດ, ການຮັກສາຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມປອດໄພທາງສັງຄົມ, ແລະ ການກໍ່ສ້າງກອງກຳລັງຕຳຫຼວດປະຊາຊົນ; ບໍ່ວ່າບ່ອນໃດທີ່ມີອົງການຈັດຕັ້ງ, ມີການເຄື່ອນໄຫວປົກປ້ອງຄວາມໝັ້ນຄົງຂອງຊາດ ແລະ ການຮັບປະກັນຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມປອດໄພທາງສັງຄົມ ບ່ອນນັ້ນຍ່ອມມີການນຳພາໂດຍກົງຂອງພັກ. 

ທີສອງ, ປ່ຽນແປງໃໝ່ຈິນຕະນາການຢ່າງແຂງແຮງໃນການຮັບປະກັນ, ການປົກປ້ອງຄວາມໝັ້ນຄົງ ແລະຄວາມເປັນລະບຽບຮຽບຮ້ອຍ ເພື່ອຕອບສະໜອງຄວາມຕ້ອງການ ແລະໜ້າທີ່ ຂອງໄລຍະການປະຕິວັດໃໝ່ຂອງປະເທດ. ແຕກຕ່າງຈາກໃນອະດີດທີ່ຄວາມໝັ້ນຄົງເປັນສິ່ງຈຳເປັນຕໍ່ການພັດທະນາ, ໃນໄລຍະປະຕິວັດໃໝ່ຂອງປະເທດ, ຄວາມໝັ້ນຄົງແລະຄວາມເປັນລະບຽບຮຽບຮ້ອຍຕ້ອງຢືນຢັນບົດບາດພື້ນຖານຂອງຕົນຕໍ່ຄວາມສຳເລັດຂອງການພັດທະນາ. “ການປັບໂຄງສ້າງປະເທດ”, ການດຳເນີນກົງຈັກອຳນາດການປົກຄອງທ້ອງຖິ່ນສອງລະດັບໃນ 34 ແຂວງແລະນະຄອນທົ່ວປະເທດໄປພ້ອມໆກັນ ເຊິ່ງເປັນອົງລວມຂອງການບໍລິຫານໃໝ່ແຫ່ງສາທາລະນະລັດສັງຄົມນິຍົມຫວຽດນາມ ໄດ້ສ້າງບາດລ້ຽວໃນຈິນຕະນາການການຄຸ້ມຄອງແຫ່ງຊາດ ແລະຍັງຮຽກຮ້ອງໃຫ້ມີບາດລ້ຽວໃນຈິນຕະນາການຍຸດທະສາດກ່ຽວກັບການຮັບປະກັນ, ການປົກປ້ອງຄວາມໝັ້ນຄົງແລະຄວາມເປັນລະບຽບຮຽບຮ້ອຍ. ກອງກຳລັງປ້ອງກັນຄວາມສະຫງົບປະຊາຊົນບໍ່ພຽງແຕ່ປະຕິບັດໜ້າທີ່ປົກປ້ອງຄວາມໝັ້ນຄົງແລະຄວາມເປັນລະບຽບຮຽບຮ້ອຍ ດ້ວຍໜ້າທີ່ແລະວິທີແກ້ໄຂແບບດັ້ງເດີມໄດ້ດີເທົ່ານັ້ນ, ແຕ່ສິ່ງທີ່ສຳຄັນກວ່ານັ້ນແມ່ນ ຕ້ອງໃຫ້ການສະໜັບສະໜູນ ແລະເຮັດວຽກຮ່ວມກັບລະບົບການເມືອງ ແລະປະຊາຊົນທົ່ວປະເທດຢ່າງຕັ້ງໜ້າໃນການປະຕິບັດແຜນນະໂຍບາຍຂອງພັກ; ສ້າງເງື່ອນໄຂທີ່ດີທີ່ສຸດສຳລັບການພັດທະນາເສດຖະກິດ-ສັງຄົມ. ທົບທວນ, ປັບປຸງ ແລະ ເພີ່ມເຕີມແຜນງານຮັບປະກັນຄວາມໝັ້ນຄົງແລະຄວາມເປັນລະບຽບຮຽບຮ້ອຍ ໃຫ້ສອດຄ່ອງກັບທິດທາງຍຸດທະສາດໃໝ່, ບົນພື້ນຖານຂອງພື້ນທີ່ການພັດທະນາ ແລະການຄຸ້ມຄອງບໍລິຫານໃໝ່, ແກ້ໄຂຜ່ານຜ່ານຈິນຕະນາການກະຈັດກະຈາຍຢ່າງເຖິງຖອງ, ຫັນປ່ຽນຢ່າງແຂງແຮງໄປສູ່ຈິນຕະນາການແບບອົງລວມ ໂດຍມີການປະສານງານແລະການເຊື່ອມຕໍ່ຢ່າງໃກ້ຊິດ ລະຫວ່າງວຽກງານຂອງສອງລະດັບ,ການຕິດຕໍ່ໜໍ່ເນືອງລະຫວ່າງບັນດາກຳລັງ, ຄວບຄູ່ໄປກັບການແນະນຳແລະຊີ້ນຳເປັນປະຈຳຈາກລະດັບແຂວງ, ການສ້າງລະດັບຕາແສງທີ່ເຂັ້ມແຂງ ເຊິ່ງສາມາດແກ້ໄຂບັນຫາດ້ານຄວາມໝັ້ນຄົງແລະຄວາມເປັນລະບຽບຮຽບຮ້ອຍໃນລະດັບຮາກຖານໄດ້.

ທີສາມ, ນຳໜ້າໃນການຈັດຕັ້ງປະຕິບັດແຜນນະໂຍບາຍຍຸດທະສາດຂອງພັກ, ໂດຍສະເພາະແມ່ນ "ສີ່ເສົາຫຼັກ" ເຊິ່ງແມ່ນ 4 ມະຕິຂອງກົມການເມືອງສູນກາງພັກ (2). ໃນນັ້ນ, ສືບຕໍ່ເສີມຂະຫຍາຍບົດບາດເປັນເສນາທິການ ແລະປະສານງານການປະຕິບັດໂຄງການຂອງລັດຖະບານໝາຍເລກທີ 06 ກ່ຽວກັບ "ການພັດທະນາແອັບພລິເຄຊັນຂໍ້ມູນປະຊາກອນ, ການລະບຸຕົວຕົນ ແລະ ການກວດສອບສິດທິທາງເອເລັກໂຕຣນິກ ເພື່ອສະໜັບສະໜູນການຫັນປ່ຽນດິຈິຕອນແຫ່ງຊາດໃນໄລຍະປີ 2022-2025, ວິໄສທັດເຖິງປີ 2030", ຍູ້ແຮງການປະຕິຮູບຂັ້ນຕອນການບໍລິຫານ, ປະກອບສ່ວນເຂົ້າໃນການບັນລຸເປົ້າໝາຍພາຍໃນປີ 2025, ຂັ້ນຕອນການບໍລິຫານລັດຖະການທີ່ກ່ຽວຂ້ອງກັບທຸລະກິດທັງໝົດຈະໄດ້ຮັບການຈັດລະບຽບ ແລະດຳເນີນການທາງອອນລາຍຢ່າງລາບລື່ນ, ໄຮ້ຮອຍຕໍ່, ໂປ່ງໃສ ແລະ ມີປະສິດທິພາບ; ຂັ້ນຕອນການບໍລິຫານລັດຖະການທັງໝົດ 100% ຈະດຳເນີນການໂດຍບໍ່ຄໍານຶງເຖິງເຂດການປົກຄອງພາຍໃນແຂວງ ເພື່ອໃຫ້ບໍລິການທີ່ດີທີ່ສຸດແກ່ປະຊາຊົນ. ຜັນຂະຫຍາຍຢ່າງແຂງແຮງການເຄື່ອນໄຫວສ້າງເສດຖະກິດຂໍ້ມູນ ໂດຍສຸມໃສ່ການພັດທະນາອຸດສາຫະກໍາຄວາມປອດໄພໃຫ້ເປັນຫົວຫອກຂອງອຸດສາຫະກໍາແຫ່ງຊາດຢ່າງແທ້ຈິງ, ປັບປຸງຂີດຄວາມສາມາດໃນການປົກປ້ອງຄວາມໝັ້ນຄົງຂອງຊາດ ພ້ອມກັນນັ້ນກໍປະກອບສ່ວນຢ່າງຕັ້ງໜ້າໃນການບັນລຸເປົ້າໝາຍການເຕີບໂຕທາງເສດຖະກິດ 8% ໃນປີ 2025 ແລະການເຕີບໂຕສອງຕົວເລກໃນປີຕໍ່ໆໄປ. ຮັບປະກັນຄວາມໝັ້ນຄົງແລະຄວາມປອດໄພຢ່າງແທ້ຈິງຕະຫຼອດຂະບວນການສ້າງ, ບັງຄັບໃຊ້ກົດໝາຍ ແລະ ປັບປຸງບູລະນະກົດໝາຍ, ກວດຈັບແລະສະເໜີແນະວິທີແກ້ໄຂຢ່າງທັນການສຳລັບປາກົດການ “ສວຍໂອກາດຫາກຳໄລເກີນຄວນ”, “ຜົນປະໂຫຍດກຸ່ມ”, ການເສື່ອມໂຊມ, ການປ່ຽນແປງຕົນເອງ, ການຫັນປ່ຽນຕົນເອງ, ການກະທົບຕໍ່ສະຖາບັນແລະນະໂຍບາຍໃນລະຫວ່າງຂະບວນການສ້າງ ບັງຄັບໃຊ້ກົດໝາຍ ແລະການປັບປຸງບູລະນະກົດໝາຍ. ສະໜັບສະໜູນແລະປົກປ້ອງການບັງຄັບໃຊ້ກົດໝາຍຢ່າງເຂັ້ມງວດໃນທົ່ວລະບົບການເມືອງ ແລະໃນໝູ່ປະຊົນທັງໝົດ, ສ້າງສັງຄົມທີ່ເປັນລະບຽບວິໄນ, ປອດໄພ ແລະ ມີສຸຂະພາບດີ. ຊາບຊຶມແລະປະຕິບັດທັດສະນະຂອງພັກກ່ຽວກັບການພັດທະນາເສດຖະກິດເອກະຊົນຢ່າງເຄັ່ງຄັດ, ໂດຍຍຶດໝັ້ນໃນຫຼັກການແຍກແຍະຄວາມຮັບຜິດຊອບທາງອາຍາອອກຈາກຄວາມຮັບຜິດຊອບທາງປົກຄອງແລະທາງແພ່ງຢ່າງຊັດເຈນ; ແລະແຍກແຍະລະຫວ່າງນິຕິບຸກຄົນ ແລະບຸກຄົນທຳມະດາໃນການຈັດການກັບການກະທຳຜິດ. ສືບຕໍ່ຍູ້ແຮງການເຊື່ອມໂຍງສາກົນໃນດ້ານຄວາມຊ່ວຍເຫຼືອທາງກົດໝາຍລະຫວ່າງກັນ, ປົກປ້ອງຄວາມໝັ້ນຄົງແລະຄວາມເປັນລະບຽບຮຽບຮ້ອຍ, ຢືນຢັນບົດບາດໃນ "ການນຳໜ້າປູທາງ" ແລະ ອຳນວຍຄວາມສະດວກໃນການເຊື່ອມໂຍງສາກົນໃນຂົງເຂດອື່ນໆ.

ທີສີ່, ເພີ່ມທະວີມາດຕະການຮັກສາຄວາມໝັ້ນຄົງ ແລະຄວາມເປັນລະບຽບຮຽບຮ້ອຍ, ເສີມສ້າງພາບພົດຂອງຫວຽດນາມໃນຖານະປະເທດທີ່ສະຫງົບສຸກ ແລະໝັ້ນຄົງ ຖືເປັນຊັບພະຍາກອນແລະແຮງຜັກດັນສຳຄັນສຳລັບການພັດທະນາ. ກຳແໜ້ນສະຖານະການພາຍນອກ ແລະ ພາຍໃນ, ຄູ່ຮ່ວມງານ, ເປົ້າໝາຍ, ບັນດາບັນຫາຄວາມໝັ້ນຄົງແບບດັ້ງເດີມ ແລະ ບໍ່ແມ່ນແບບດັ້ງເດີມ; ໃຫ້ຄຳປຶກສາແກ່ພັກແລະລັດຢ່າງທັນການທີ່ກ່ຽວກັບການກຳນົດ ແລະການດຳເນີນນະໂຍບາຍພາຍໃນແລະຕ່າງປະເທດ, ການພັດທະນາເສດຖະກິດ, ວັດທະນະທໍາ ແລະສັງຄົມ, ຮັບປະກັນຄວາມປອດໄພທາງສັງຄົມ ແລະການຍົກລະດັບມາດຕະຖານການດໍາລົງຊີວິດຂອງປະຊາຊົນ. ຮັກສາຄວາມໝັ້ນຄົງຂອງຊາດ, ເພີ່ມທະວີມາດຕະການປົກປ້ອງພັກ, ປົກປ້ອງລະບອບສັງຄົມນິຍົມ, ປົກປ້ອງຄວາມໝັ້ນຄົງຂອງພາກພື້ນຍຸດທະສາດ, ຄວາມໝັ້ນຄົງພາຍໃນກຸ່ມຊົນເຜົ່າແລະສາສະໜາ, ຄວາມໝັ້ນຄົງທາງເສດຖະກິດ, ຄວາມໝັ້ນຄົງທາງການເມືອງພາຍໃນ, ຄວາມໝັ້ນຄົງດ້ານຂໍ້ມູນແລະການສື່ສານ, ຄວາມໝັ້ນຄົງທາງສັງຄົມ, ຄວາມໝັ້ນຄົງທາງໄຊເບີ, ຄວາມໝັ້ນຄົງດ້ານຂໍ້ມູນ ແລະຄວາມໝັ້ນຄົງທາງດິຈິຕອນ, ປ້ອງກັນບໍ່ໃຫ້ເກີດສະຖານະການທີ່ບໍ່ຄາດຄິດ ຫຼື ສະຖານະການບັງເອີນ, ປ້ອງກັນເຫດການໃດໆທີ່ລົບກວນຄວາມໝັ້ນຄົງ ແລະຄວາມເປັນລະບຽບຮຽບຮ້ອຍ, ລົງໂທດຢ່າງຮຸນແຮງຕໍ່ການກະທຳທັງໝົດທີ່ຕໍ່ຕ້ານເອກະລາດ, ອະທິປະໄຕ, ເອກະພາບ ແລະ ຜືນດິນແດນອັນຄົບຖ້ວນຂອງປະເທດ ແລະລົງໂທດຢ່າງໜັກຕໍ່ການກະທຳທີ່ຕໍ່ຕ້ານພາລະກິດການສ້າງສາ ແລະປົກປັກຮັກສາປະເທດຊາດ. ສຸມໃສ່ການຕໍ່ສູ້ປ້ອງກັນແລະປາບອາຊະຍາກຳ, ການສ້າງຕາແສງທີ່ບໍ່ມີຢາເສບຕິດແລະບໍ່ມີອາຊະຍາກຳ, ກ້າວໄປສູ່ການສ້າງແຂວງທີ່ບໍ່ມີຢາເສບຕິດແລະບໍ່ມີອາຊະຍາກຳ, ເພື່ອເປັນພື້ນຖານໃຫ້ແກ່ການສ້າງຮູບແບບຕາແສງສັງຄົມນິຍົມ ແລະ ແຂວງສັງຄົມນິຍົມຕາມທິດທາງຂອງພັກ. ຮັບປະກັນຄວາມໝັ້ນຄົງແລະຄວາມປອດໄພຢ່າງສູງສຸດສຳລັບການສະຫຼອງຄົບຮອບ 80 ປີການປະຕິວັດເດືອນສິງຫາ ແລະ ວັນຊາດທີ 2 ກັນຍາ, ກອງປະຊຸມໃຫຍ່ພັກທຸກຂັ້ນ ແລະ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກ, ການເລືອກຕັ້ງຜູ້ແທນສະພາແຫ່ງຊາດຊຸດທີ XVI ແລະ ການເລືອກຕັ້ງຜູ້ແທນສະພາປະຊາຊົນທຸກຂັ້ນ ສຳລັບວາລະປີ 2026-2031.

 ທີຫ້າ, ສືບຕໍ່ສ້າງກອງກຳລັງປ້ອງກັນຄວາມສະຫງົບປະຊາຊົນທີ່ປະຕິວັດ, ເປັນແບບຫຼວງ, ເປັນມືອາຊີບ, ມີຄຸນນະພາບສູງ ແລະທັນສະໄໝ ເພື່ອຕອບສະໜອງຄວາມຕ້ອງການ ແລະໜ້າທີ່ໃນສະຖານະການໃໝ່. ພາຍໃຕ້ການນຳພາຂອງພັກ, ສືບຕໍ່ສ້າງກອງກຳລັງປ້ອງກັນຄວາມສະຫງົບປະຊາຊົນທີ່ກະທັດລັດ, ເຂັ້ມແຂງ, ເປັນແບບຫຼວງ, ເປັນມືອາຊີບ ແລະທັນສະໄໝ ດ້ວຍຈິດໃຈເພິ່ງຕົນເອງ ແລະສ້າງຄວາມເຂັ້ມແຂງດ້ວຍຕົນເອງ. ເພື່ອຮັບປະກັນວ່າ ກອງກຳລັງປ້ອງກັນຄວາມສະຫງົບປະຊາຊົນຍາມໃດກໍເປັນບ່ອນອີງທີ່ໜັກແໜ້ນແລະໜ້າເຊື່ອຖື ແລະ ເປັນແຫຼ່ງຄວາມພາກພູມໃຈຂອງປະຊາຊົນແລະປະເທດຊາດຫວຽດນາມສະເໝີມາ./.

----------

 (1) ໂຮ່ຈີມິນ: ນິພົນຄົບຊຸດ, ສພຈ. ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2011, ເຫຼັ້ມ 4, ໜ້າ 534

(2) ມະຕິໝາຍເລກ 57-NQ/TW, ລົງວັນທີ 22 ທັນວາ 2024, ຂອງກົມການເມືອງສູນກາງພັກ, “ວ່າດ້ວຍການພັດທະນາວິທະຍາສາດ, ເຕັກໂນໂລຊີ, ການປ່ຽນແປງໃໝ່ປະດິດສ້າງ ແລະ ການປ່ຽນແປງດິຈິຕອນລະດັບຊາດ”; ມະຕິໝາຍເລດ 59-NQ/TW, ລົງວັນທີ 24 ມັງກອນ 2025, ຂອງກົມການເມືອງສູນກາງພັກ ວ່າດ້ວຍການເຊື່ອມໂຍງສາກົນໃນສະພາບການໃໝ່”; ມະຕິໝາຍເລກ 66-NQ/TW, ລົງວັນທີ 30 ເມສາ 2025, ຂອງກົມການເມືອງສູນກາງພັກ, “ວ່າດ້ວຍການສ້າງແລະບັງຄັບໃຊ້ກົດໝາຍເພື່ອຕອບສະໜອງຄວາມຕ້ອງການໃນການພັດທະນາປະເທດໃນຍຸກສະໄໝໃໝ່”; ມະຕິໝາຍເລກ 68-NQ/TW, ລົງວັນທີ 4 ພຶດສະພາ 2025, ຂອງກົມການເມືອງສູນກາງພັກ, “ວ່າດ້ວຍການພັດທະນາເສດຖະກິດເອກະຊົນ”.