ວກ. - ໃນຂະບວນການສ້າງແລະປັບປຸງບູລະນະລັດແຫ່ງອຳນາດກົດໝາຍສັງຄົມນິຍົມຢູ່ຫວຽດນາມນັ້ນ ສະພາແຫ່ງຊາດມີບົດບາດສຳຄັນສະເໝີມາໃນການຈັດຕັ້ງປະຕິບັດແນວທາງຂອງພັກ, ຮັບປະກັນການເສີມຂະຫຍາຍສິດເປັນເຈົ້າຂອງຂອງປະຊາຊົນ ແລະ ສ້າງຮາກຖານທາງກົດໝາຍໃຫ້ແກ່ການພັດທະນາປະເທດຢ່າງຍືນຍົງ. ເພື່ອຕອບສະໜອງຄວາມຕ້ອງການຂອງພາລະກິດການປ່ຽນແປງໃໝ່, ການເຊື່ອມໂຍງສາກົນຢ່າງເລິກເຊິ່ງ ແລະການສ້າງລັດແຫ່ງອຳນາດກົດໝາຍສັງຄົມນິຍົມ, ການປ່ຽນແປງໃໝ່ແລະປັບປຸງຄຸນນະພາບແລະປະສິດທິຜົນຂອງການດຳເນີນງານຂອງສະພາແຫ່ງຊາດ ຈຶງເປັນໜ້າທີ່ຮີບດ່ວນ ແລະເປັນປັດໄຈສຳຄັນ ໃນການເສີມຂະຫຍາຍປັນຍາ ແລະກຳລັງແຮງແຫ່ງມະຫາ ສາມັກຄີປວງຊົນທັງຊາດ, ການສ້າງແລະສົ່ງເສີມປະຊາທິປະໄຕສັງຄົມນິຍົມ, ການຢືນຢັນກຽດສັກສີແລະສະຖານະຂອງຫວຽດນາມໃນເວທີສາກົນ.

ທ່ານ ເຈິ່ນ ແທັງ ເມິ້ນ ກຳມະການກົມການເມືອງ, ປະທານສະພາແຫ່ງຊາດ ຢ້ຽມຢາມສູນບໍລິການບໍລິຫານລັດຖະການສ່ວນທ້ອງຖິ່ນຕາແສງ ວີ້ຖູຍ, ນະຄອນ ເກີ່ນເທີ ຫຼັງຈາກການເປີດນຳໃຊ້ລະບົບການປົກຄອງສ່ວນທ້ອງຖິ່ນສອງລະດັບ _ພາບ: TTXVN

1. ການປ່ຽນແປງໃໝ່ແລະພັດທະນາປະເທດຊາດ, ການສ້າງແລະປັບປຸງບູລະນະລັດແຫ່ງອຳນາດກົດໝາຍສັງຄົມນິຍົມຫວຽດນາມ ແມ່ນໜ້າທີ່ຍຸດທະສາດ, ມີຄວາມໝາຍຕັດສິນຊີ້ຂາດຕໍ່ພາລະກິດການສ້າງສາແລະປົກປັກຮັກສາປະເທດຊາດໃນຍຸກໃໝ່. ການສ້າງແລະປັບປຸງບູລະນະລັດແຫ່ງອຳນາດກົດໝາຍສັງຄົມນິຍົມຫວຽດນາມແມ່ນແຜນນະໂຍບາຍຍຸດທະສາດຂອງພັກ ແລະ ເປັນຄວາມຕ້ອງການທີ່ຈຳເປັນສຳລັບການພັດທະນາປະເທດໃນຍຸກໃໝ່, ດັ່ງທີ່ໄດ້ຮັບການຢືນຢັນໃນມະຕິເລກທີ 27NQ/TW ລົງວັນທີ 9 ພະຈິກ 2022 ຂອງກອງປະຊຸມເຕັມຄະນະຄັ້ງທີ 6 ຂອງຄະນະບໍລິຫານງານສູນກາງພັກ ຊຸດທີ XIII(1).

ປະທານໂຮ່ຈີມິນຢືນຢັນວ່າ: “ສະພາແຫ່ງຊາດຂອງເຮົາແມ່ນສະພາແຫ່ງຊາດຂອງປະຊາຊົນທັງໝົດ ເຊິ່ງໄດ້ຮັບການເລືອກຕັ້ງຕາມກົດໝາຍການເລືອກຕັ້ງທີ່ເປັນປະຊາທິປະໄຕຢ່າງຍິ່ງ ຄື ການລົງຄະແນນລັບຢ່າງເສລີ, ທົ່ວໄປ ແລະ ທົ່ວເຖິງ... ດັ່ງນັ້ນ, ສະພາແຫ່ງຊາດຂອງເຮົາຈຶງເປັນຕົວແທນຂອງຈິດໃຈແຫ່ງຄວາມສາມັກຄີຂອງປະຊາຊົນທັງປວງ, ຈິດໃຈທີ່ບໍ່ຫຍໍ້ທໍ້ຂອງຊາດ, ຄວາມມຸ່ງໝັ້ນເພື່ອເອກະລາດ ແລະ ຄວາມເປັນເອກະພາບຂອງພີ່ນ້ອງຮ່ວມຊາດຂອງເຮົາທຸກຄົນ ຕັ້ງແຕ່ເໜືອເຖິງໃຕ້”(2). ໃນປະຈຸບັນ, ດ້ວຍບົດບາດຂອງອົງການຕົວແທນສູງສຸດຂອງປະຊາຊົນ, ອົງການອຳນາດລັດສູງສຸດ, ສະພາແຫ່ງຊາດໃຊ້ອຳນາດຕາມລັດຖະທຳມະນູນ, ອຳນາດນິຕິບັນຍັດ, ການຕິດຕາມກວດກາສູງສຸດ ຕໍ່ກິດຈະກຳຂອງລັດ ແລະ ຕັດສິນຕົກລົງບັນຫາສຳຄັນຂອງປະເທດ. ເພື່ອສ້າງລັດແຫ່ງອຳນາດກົດໝາຍສັງຄົມນິຍົມຂອງປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອປະຊາຊົນ, ສະພາແຫ່ງຊາດຈຳເປັນຕ້ອງສືບຕໍ່ປ່ຽນແປງໃໝ່ການຈັດຕັ້ງ ແລະ ການດຳເນີນງານ ໄປສູ່ຄວາມເປັນມືອາຊີບ, ມີປະສິດທິພາບ, ປະຊາທິປະໄຕ ແລະ ຫຼັກນິຕິທຳ; ສ້າງຮາກຖານທາງກົດໝາຍສຳລັບກິດຈະກຳທັງໝົດຂອງລະບົບການເມືອງແລະສັງຄົມ, ມີບົດບາດສຳຄັນໃນການຜັນຂະຫຍາຍແຜນນະໂຍບາຍ ແລະ ແນວທາງຂອງພັກໃຫ້ເປັນກົດໝາຍ ເພື່ອຮັບປະກັນວ່າ ລະບົບກົດໝາຍນັ້ນເປັນໄປຕາມລັດຖະທຳມະນູນ, ຖືກຕ້ອງຕາມກົດໝາຍ ແລະ ມີຄວາມເໝາະສົມ; ແລະ ເພື່ອພັດທະນາແລະປັບປຸງຄຸນນະພາບຂອງກິດຈະກຳທາງນິຕິບັນຍັດ, ການຕິດຕາມກວດກາສູງສຸດ ແລະ ການຕັດສິນຕົກລົງໃນບັນຫາສຳຄັນລະດັບຊາດຢ່າງຕໍ່ເນື່ອງ. ການສືບຕໍ່ປ່ຽນແປງໃໝ່ແລະປັບປຸງຄຸນນະພາບແລະປະສິດທິພາບການດຳເນີນງານຂອງສະພາແຫ່ງຊາດນັ້ນ ບໍ່ພຽງແຕ່ເປັນຄວາມຕ້ອງການພາວະວິໄສຂອງຂະບວນການປັບປຸງບູລະນະລັດແຫ່ງອຳນາດກົດໝາຍສັງຄົມນິຍົມ ແລະ ເປັນຄວາມຮັບຜິດຊອບຮ່ວມກັນຂອງລະບົບການເມືອງທັງໝົດເທົ່ານັ້ນ ແຕ່ຍັງເປັນປັດໄຈສຳຄັນໃນການຮັບປະກັນການພັດທະນາຢ່າງຍືນຍົງ ແລະການບັນລຸເປົ້າໝາຍ: ປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ມີປະຊາທິປະໄຕ, ຍຸຕິທຳ ແລະ ອາລະຍະທຳ.

2- ຕະຫຼອດໄລຍະ 40 ປີແຫ່ງການດຳເນີນຂະບວນການປ່ຽນແປງໃໝ່ປະເທດ, ສະພາແຫ່ງຊາດໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງເຖິງບົດບາດຂອງຕົນໃນຖານະອົງການຕົວແທນສູງສຸດຂອງປະຊາຊົນ, ອົງການອຳນາດລັດສູງສຸດ, ອົງການໃຊ້ອຳນາດສ້າງລັດຖະທຳມະນູນ ແລະອຳນາດນິຕິບັນຍັດ, ຕິດຕາມກວດກາສູງສຸດຕໍ່ການເຄື່ອນໄຫວຂອງລັດ ແລະການຕັດສິນຕົກລົງກ່ຽວກັບບັນຫາສຳຄັນຂອງຊາດ. ຜົນໄດ້ຮັບສະເພາະມີດັ່ງນີ້:

ທີ່ໜຶ່ງ, ກ່ຽວກັບກິດຈະກຳດ້ານນິຕິບັນຍັດ: ການເຮື່ອນໄຫວນິຕິບັນຍັດຂອງສະພາແຫ່ງຊາດໄດ້ຮັບການປ່ຽນແປງໃໝ່ ແລະປັບປຸງຄຸນນະພາບຢ່າງຕໍ່ເນື່ອງ, ຜັນຂະຫຍາຍແຜນນະໂຍບາຍຂອງພັກໃຫ້ເປັນນິຕິກຳຢ່າງຕັ້ງໜ້າແລະທັນທ່ວງທີ, ບັງຄັບໃຊ້ລັດຖະທຳມະນູນຢ່າງເປັນຮູບປະທຳ, ຍຶດໝັ້ນໃນຄວາມຕ້ອງການຂອງຄວາມເປັນຈິງ, ສະທ້ອນເຈດຈຳນົງແລະຄວາມປາຖະໜາຂອງຜູ້ມີສິດເລືອກຕັ້ງ ແລະ ປະຊາຊົນຢ່າງແທ້ຈິງ; ສົ່ງເສີມການອອກກົດໝາຍ, ປະກາດໃຊ້ກົດໝາຍ, ລັດຖະບັນຍັດ ແລະມະຕິທີ່ສຳຄັນຫຼາຍສະບັບ, ສ້າງຂອບກົດໝາຍທີ່ຄົບຊຸດແລະໝັ້ນຄົງ ສຳລັບການພັດທະນາເສດຖະກິດ-ສັງຄົມ, ຮັບປະກັນການປ້ອງກັນປະເທດ, ຄວາມໝັ້ນຄົງ ແລະການເຊື່ອມໂຍງສາກົນ. ບັນດາກົດໝາຍທີ່ໄດ້ປະກາດໃຊ້ມີຄຸນນະພາບສູງຂຶ້ນເລື້ອຍໆ, ສອດຄ່ອງກັບຄວາມເປັນຈິງແລະທ່າອ່ຽງການພັດທະນາທົ່ວໄປ. ລະບົບກົດໝາຍໄດ້ຮັບການປັບປຸງເທື່ອລະກ້າວໃນຫຼາຍຂົງເຂດທີ່ສຳຄັນ ເຊັ່ນ: ດ້ານເສດຖະກິດມີ ກົດໝາຍວ່າດ້ວຍວິສາຫະກິດ, ກົດໝາຍວ່າດ້ວຍການລົງທຶນ, ກົດໝາຍວ່າດ້ວຍການລົງທຶນຂອງລັດ, ກົດໝາຍວ່າດ້ວຍການຄຸ້ມຄອງແລະການລົງທຶນຂອງລັດໃນວິສາຫະກິດ, ກົດໝາຍວ່າດ້ວຍທີ່ດິນ ແລະອື່ນໆ; ດ້ານສັງຄົມມີ ກົດໝາຍວ່າດ້ວຍແຮງງານ, ກົດໝາຍວ່າດ້ວຍປະກັນສັງຄົມ ແລະອື່ນໆ; ດ້ານການປ້ອງກັນປະເທດແລະຄວາມໝັ້ນຄົງ ມີກົດໝາຍວ່າດ້ວຍການປ້ອງກັນປະເທດ, ກົດໝາຍວ່າດ້ວຍຄວາມປອດໄພທາງໄຊເບີ ແລະອື່ນໆ; ດ້ານຕຸລາການ ມີກົດໝາຍວ່າດ້ວຍການຈັດຕັ້ງສານປະຊາຊົນ, ກົດໝາຍວ່າດ້ວຍການຈັດຕັ້ງໄອຍະການປະຊາຊົນ ແລະອື່ນໆ; ດ້ານການບໍລິຫານແລະການຕ່າງປະເທດມີ ກົດໝາຍແກ້ໄຂແລະເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍການເຂົ້າອອກຂອງພົນລະເມືອງຫວຽດນາມ, ກົດໝາຍວ່າດ້ວຍການເຂົ້າອອກ, ການຜ່ານແດນ ແລະການຢູ່ອາໄສ ຂອງຊາວຕ່າງປະເທດໃນຫວຽດນາມ. ຮ່າງກົດໝາຍແລະລັດຖະບັນຍັດຕ່າງໆ ໄດ້ຖືກກະກຽມຢ່າງພິຖີພິຖັນ, ໂດຍມີການປຶກສາຫາລືຢ່າງກວ້າງຂວາງຂອງຜູ້ຊ່ຽວຊານ, ນັກວິທະຍາສາດ, ຜູ້ມີສິດເລືອກຕັ້ງ ແລະ ປະຊາຊົນ. ຂະບວນການນິຕິບັນຍັດມີຄວາມເຂັ້ມງວດ ແລະ ເປັນວິທະຍາສາດຫຼາຍຂຶ້ນເລື້ອຍໆ, ຮັບປະກັນຄວາມຖືກຕ້ອງຕາມລັດຖະທຳມະນູນ, ຄວາມຖືກຕ້ອງຕາມກົດໝາຍ, ຄວາມສອດຄ່ອງ ແລະຄວາມເປັນໄປໄດ້. ສະພາແຫ່ງຊາດໃຫ້ຄວາມສຳຄັນກັບການທົບທວນ, ການດັດແກ້, ການເພີ່ມເຕີມ ຫຼືການປະກາດໃຊ້ເອກະສານທາງກົດໝາຍໃໝ່, ຮັບປະກັນຄວາມຄົບຊຸດ ຄວາມເປັນເອກະພາບ ແລະ ຄວາມໂປ່ງໃສ, ດັ່ງນັ້ນຈຶ່ງອຳນວຍຄວາມສະດວກໃຫ້ແກ່ການເຂົ້າເຖິງ ແລະ ການຕິດຕາມກວດກາຂອງປະຊາຊົນ. ເອກະສານທາງກົດໝາຍຫຼາຍສະບັບໄດ້ຮັບການຮ່າງ ແລະແກ້ໄຂເພື່ອໃຫ້ເໝາະສົມກັບຄວາມເປັນຈິງຂອງຫວຽດນາມ ແລະຕອບສະໜອງຄວາມຕ້ອງການຂອງການເຊື່ອມໂຍງສາກົນທີ່ເລິກເຊິ່ງຂຶ້ນເລື້ອຍໆ.

ທີສອງ, ຄຸນນະພາບຂອງການຕິດຕາມກວດກາສູງສຸດ, ການຖາມ-ຕອບ ໃນກອງປະຊຸມສະໄໝສາມັນຂອງສະພາແຫ່ງຊາດ ແລະ ຄະນະກຳມະການປະຈຳສະພາແຫ່ງຊາດ ມີເນື້ອແທ້ສຳຄັນ, ກົງໄປກົງມາ ແລະສ້າງສັນຢ່າງສູງ, ບັນຫາ "ຮ້ອນ" ຫຼາຍບັນຫາທີ່ປະຊາຊົນໃຫຄວາມສົນໃຈໄດ້ຖືກນຳສະເໜີຕໍ່ທີ່ປະຊຸມສະພາແຫ່ງຊາດ ເພື່ອໃຫ້ສະມາຊິກລັດຖະບານແລະຫົວໜ້າກະຊວງຕ່າງໆ ໄດ້ຊີ້ແຈງແລະສະເໜີວິທີແກ້ໄຂຢ່າງທັນທ່ວງທີ. ຫຼັງຈາກການຕິດຕາມກວດກາແລ້ວ ມະຕິຈະຖືກອອກດ້ວຍຂໍ້ກຳນົດສະເພາະ ແລະມີຄວາມຮັບຜິດຊອບສູງ. ຄຸນນະພາບຂອງກອງປະຊຸມສະພາແຫ່ງຊາດໄດ້ຮັບການປັບປຸງ; ຂະບວນການອອກກົດໝາຍ, ການອະພິປາຍ ແລະ ການລົງຄະແນນສຽງເປັນໄປເປັນປະຊາທິປະໄຕ. ການຈັດຕັ້ງແລະການດຳເນີນງານຂອງກອງປະຊຸມສະພາແຫ່ງຊາດເປັນໄປຢ່າງເປັນວິທະຍາສາດແລະຍືດຫຍຸ່ນ. ການອະພິປາຍກຸ່ມ ແລະການອະພິປາຍເຕັມຄະນະມີຊີວິດຊີວາ, ກົງໄປກົງມາ ແລະເສີມຂະຫຍາຍສະຕິປັນຍາລວມໝູ່. ສະມາຊິກສະພາແຫ່ງຊາດບໍ່ຫຼີກລ່ຽງບັນຫາທີ່ຫຍຸ້ງຍາກແລະສັບສົນ ໂດຍສະແດງຄວາມຄິດເຫັນທີ່ຊັດເຈນ ແລະການໂຕ້ວາທີ ເພື່ອຊີ້ແຈງບັນຫາຕ່າງໆ ທີ່ມີຄວາມຄິດເຫັນແຕກຕ່າງກັນ. ການເຮັດວຽກໃນຮູບແບບການປະຊຸມ ແລະ ການຕັດສິນໃຈໂດຍສຽງສ່ວນໃຫຍ່ ແມ່ນຫຼັກການດຳເນີນງານຂອງສະພາແຫ່ງຊາດ, ແຕ່ຄວາມຄິດເຫັນທີ່ແຕກຕ່າງກັນຍັງຄົງໄດ້ຮັບການຮັບຟັງ, ບັນທຶກ ແລະ ພິຈາລະນາຢ່າງຮອບຄອບໃນລະຫວ່າງຂະບວນການຈັດສ້າງຮ່າງກົດໝາຍແລະມະຕິໃຫ້ສຳເລັດສົມບູນ. ການລົງຄະແນນສຽງທາງເອເລັກໂທຣນິກຊ່ວຍຮັບປະກັນຄວາມຖືກຕ້ອງ, ຄວາມໂປ່ງໃສ ແລະ ການເປີດເຜີຍຕໍ່ສາທາລະນະ, ຊ່ວຍໃຫ້ຜູ້ມີສິດເລືອກຕັ້ງສາມາດຕິດຕາມກິດຈະກຳຂອງສະມາຊິກສະພາແຫ່ງຊາດໄດ້.

ທີສາມ, ກ່ຽວກັບການຕັດສິນຕົກລົງໃນບັນຫາສຳຄັນລະດັບຊາດ: ສະພາແຫ່ງຊາດພິຈາລະນາ ແລະ ຕັດສິນໃຈໃນບັນຫາສຳຄັນຕ່າງໆ, ສ້າງຮາກຖານສຳລັບຄວາມກ້າວໜ້າໃນອະນາຄົດຂອງປະເທດ. ເພື່ອແກ້ໄຂຄວາມຫຍຸ້ງຍາກ ແລະອຸປະສັກຢ່າງທັນທ່ວງທີ, ສ້າງຄວາມກ້າວໜ້າເພື່ອປັບປຸງໂຄງສ້າງພື້ນຖານ, ເພີ່ມປະສິດທິພາບການໃຊ້ຊັບພະຍາກອນ ແລະ ສ້າງພື້ນທີ່ການພັດທະນາໃໝ່ໆ, ສະພາແຫ່ງຊາດໄດ້ປຶກສາຫາລື ແລະອະນຸມັດມະຕິ ດ້ວຍຄະແນນສຽງສະໜັບສະໜູນສູງໃນເລື່ອງນະໂຍບາຍການລົງທຶນສຳລັບໂຄງລົດໄຟຄວາມໄວສູງສາຍເໜືອ-ໃຕ້ ແລະ ໂຄງການສຳຄັນລະດັບຊາດອື່ນໆ; ການປັບປຸງແຜນການໃຊ້ທີ່ດິນແຫ່ງຊາດສຳລັບໄລຍະປີ 2021-2030, ວິໄສທັດເຖິງປີ 2050; ແຜນນະໂຍບາຍຈັດຕັ້ງໜ່ວຍງານບໍລິຫານລະດັບແຂວງ, ຍົກເລີກລະດັບເມືອງ ແລະ ຈັດຕັ້ງປະຕິບັດຮູບແບບອຳນາດການປົກຄອງທ້ອງຖິ່ນສອງລະດັບ... ສະພາແຫ່ງຊາດໄດ້ປຶກສາຫາລື ແລະອະນຸມັດກົນໄກ ແລະນະໂຍບາຍຫຼາຍຢ່າງ ເພື່ອຂະຈັດ “ອຸປະສັກ”, ແກ້ໄຂບັນຫາຂອງຊາດຢ່າງທັນທ່ວງທີ, ລົບລ້າງຄວາມຫຍຸ້ງຍາກແລະອຸປະສັກຢ່າງວ່ອງໄວ, ສ້າງເງື່ອນໄຂເພື່ອສົ່ງເສີມການຜະລິດ, ທຸລະກິດ, ປົດປ່ອຍຊັບພະຍາກອນ ແລະ ຍົກລະດັບຄຸນນະພາບຊີວິດທາງດ້ານວັດຖຸ ແລະຈິດວິນຍານຂອງປະຊາຊົນ.

ທີສີ່, ກ່ຽວກັບການປະຍຸກໃຊ້ວິທະຍາສາດແລະເຕັກໂນໂລຊີ ແລະ ການຫັນປ່ຽນດິຈິຕອນ: ການປ່ຽນແປງທີ່ສຳຄັນໃນວິທີການດຳເນີນງານຂອງສະພາແຫ່ງຊາດແມ່ນການເລັ່ງການຫັນປ່ຽນດິຈິຕອນ, ປະຕິບັດໜ້າທີ່ເປັນຕົວແທນຂອງປະຊາຊົນບົນແພລດຟອມດິຈິຕອນ; ການປ່ຽນແປງໃໝ່ຂະບວນການດຳເນີນງານໂດຍອີງໃສ່ຂໍ້ມູນ ແລະເຕັກໂນໂລຊີດິຈິຕອນ. ໂຄງສ້າງພື້ນຖານດ້ານເຕັກໂນໂລຊີຂໍ້ມູນຂ່າວສານຂອງສຳນັກງານສະພາແຫ່ງຊາດໄດ້ເສີມຂະຫຍາຍປະສິດທິຜົນກິດຈະກຳຂອງສະພາແຫ່ງຊາດ, ຄະນະກຳມະການປະຈຳສະພາແຫ່ງຊາດ, ໜ່ວຍງານຂອງສະພາແຫ່ງຊາດ ແລະ ສະມາຊິກສະພາແຫ່ງຊາດ. ການປະຍຸກໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານເປັນໄປຢ່າງເປັນລະບົບ. ຄັງຂໍ້ມູນໄດ້ຮັບການສ້າງຂຶ້ນ ອັບເດດເປັນປະຈຳ ແລະ ເພີ່ມເຕີມຂໍ້ມູນຢ່າງຕໍ່ເນື່ອງ ເພື່ອຮັບປະກັນຄວາມໝັ້ນຄົງ ຄວາມປອດໄພ ຄວາມລັບ ແລະ ການປົກປ້ອງຂໍ້ມູນ. ລະບົບການປະຍຸກໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານໄດ້ຖືກນຳໃຊ້ ແລະໃຊ້ງານຢ່າງກວ້າງຂວາງ ແລະມີປະສິດທິພາບ ເຊັ່ນ: ຊອບແວສຳລັບການຄຸ້ມຄອງບັນທຶກສະມາຊິກສະພາແຫ່ງຊາດ; ຊອບແວສຳລັບການຄຸ້ມຄອງບັນທຶກເຈົ້າໜ້າທີ່ ແລະພະນັກງານລັດຖະກອນ; ລະບົບຄຸ້ມຄອງຄຳຮ້ອງທຸກ, ການແຈ້ງການ ແລະ ການກ່າວໂທດ; ລະບົບການຄຸ້ມຄອງເອກະສານ; ປະຕູອີເລັກໂທຣນິກຂອງສະພາແຫ່ງຊາດ; ລະບົບການປະຊຸມທາງວິດີໂອອອນໄລນ໌; ໜ້າຂໍ້ມູນການສຳຫຼວດຄວາມຄິດເຫັນສາທາລະນະອອນໄລນ໌; ເວັບໄຊທ໌ສູນສື່ມວນຊົນ; ເວັບໄຊທ໌ສຳລັບການຝຶກອົບຮົມຜູ້ແທນທີ່ໄດ້ຮັບເລືອກໃໝ່; ເວັບໄຊທ໌ສຳລັບການເລືອກຕັ້ງສະພາແຫ່ງຊາດ; ເວັບໄຊທ໌ສຳລັບການຂໍຄວາມຄິດເຫັນຈາກປະຊາຊົນ; ລະບົບຫໍສະໝຸດດິຈິຕອນ; ແອັບພລິເຄຊັນທີ່ໃຫ້ຂໍ້ມູນແກ່ຜູ້ແທນສະພາແຫ່ງຊາດຜ່ານອຸປະກອນເຄື່ອນທີ່...

ທີຫ້າ, ການຂໍຄວາມຄິດເຫັນຂອງປະຊາຊົນ, ຜູ້ທີ່ໄດ້ຮັບຜົນກະທົບຈາກກົດໝາຍນັ້ນ ໄດ້ຮັບການເອົາໃຈໃສ່ເປັນສຳຄັນ ແລະ ຈັດຕັ້ງປະຕິບັດຢ່າງເປັນຮູບປະທຳຫຼາຍຂຶ້ນເລື້ອຍໆ. ຮ່າງກົດໝາຍທີ່ສຳຄັນໄດ້ຮັບການປຶກສາຫາລືຢ່າງກວ້າງຂວາງ ໂດຍລວມເອົາຄຳຄິດເຫັນຈາກຜູ້ຊ່ຽວຊານ, ນັກວິທະຍາສາດ ແລະ ປະຊາຊົນທຸກພາກສ່ວນ. ຮ່າງກົດໝາຍ, ລາຍງານການທົບທວນ, ຄວາມເຫັນຂອງສະມາຊິກສະພາແຫ່ງຊາດ ແລະ ເອກະສານທີ່ກ່ຽວຂ້ອງ ໄດ້ຮັບການເຜີຍແຜ່ຕໍ່ສາທາລະນະຜ່ານສື່ມວນຊົນ ແລະເວັບໄຊທ໌ເອເລັກໂຕຣນິກຂອງສະພາແຫ່ງຊາດ ເພື່ອອຳນວຍຄວາມສະດວກໃນການຕິດຕາມແລະກວດສອບໂດຍປະຊາຊົນ ແລະອົງການທີ່ສົນໃຈ.

ເຖິງວ່າຈະມີຜົນສຳເລັດຫຼາຍຢ່າງ, ແຕ່ການດຳເນີນງານຂອງສະພາແຫ່ງຊາດຍັງປະເຊີນກັບຄວາມຫຍຸ້ງຍາກ ແລະ ຂໍ້ຈຳກັດບາງຢ່າງ ດັງນີ້: 1- ໃນສາມອຸປະສັກສຳຄັນໃນປະຈຸບັນຄື ສະຖາບັນ, ໂຄງສ້າງພື້ນຖານ ແລະ ຊັບພະຍາກອນບຸກຄົນນັ້ນ "ສະຖາບັນແມ່ນອຸປະສັກທີ່ສຳຄັນທີ່ສຸດ". ຄຸນນະພາບຂອງການຮ່າງແລະການປັບປຸງກົດໝາຍໃນບາງດ້ານບໍ່ໄດ້ຕາມຄວາມຕ້ອງການຕົວຈິງ; ກົດລະບຽບບາງຂໍ້ບໍ່ສອດຄ່ອງກັນຢ່າງແທ້ຈິງ, ມີຄວາມຊ້ຳຊ້ອນ ແລະ ກໍ່ໃຫ້ເກີດການສິ້ນເປືອງຊັບພະຍາກອນ ແລະໄຮ້ປະສິດທິພາບ; 2- ຂໍ້ກົດໝາຍບາງຂໍ້ຍັງບໍ່ຈະແຈ້ງ, ນຳໄປສູ່ການຕີຄວາມໝາຍທີ່ແຕກຕ່າງກັນ, ເຮັດໃຫ້ການນຳໃຊ້ ແລະການບັງຄັບໃຊ້ເປັນໄປໄດ້ຍາກ; 3- ຄວາມສາມາດໃນການຄາດຄະເນບໍ່ສູງພໍ, ບໍ່ສາມາດຕາມທັນການພັດທະນາຢ່າງວ່ອງໄວຂອງເສດຖະກິດແລະສັງຄົມ, ສົ່ງຜົນໃຫ້ບົດບັນຍັດບາງປະການໃນກົດໝາຍທີ່ອອກໃໝ່ລ້າສະໄໝ; 4- ຂະບວນການປຶກສາຫາລື, ຮັບຟັງ ແລະ ອະທິບາຍຂໍ້ສະເໜີແນະ ໂດຍສະເພາະຈາກຜູ້ທີ່ໄດ້ຮັບຜົນກະທົບໂດຍກົງ, ບາງຄັ້ງກໍ່ເປັນພຽງພິທີການ. ໃນລະຫວ່າງຂະບວນການຮ່າງ, ກວດສອບ ແລະ ຢືນຢັນ, ອົງການທີ່ກ່ຽວຂ້ອງຂາດການປະສານງານຢ່າງໃກ້ຊິດ, ນຳໄປສູ່ຄວາມຂັດແຍ້ງ, ຄວາມຊ້ຳຊ້ອນ ຫຼືຊ່ອງໂຫວ່ທາງກົດໝາຍ; 5- ຄວາມສາມາດຂອງເຈົ້າໜ້າທີ່ແລະລັດຖະກອນບາງຄົນບໍ່ໄດ້ຕາມຄວາມຕ້ອງການ; ສັດສ່ວນຂອງຜູ້ແທນເຕັມເວລາບໍ່ພຽງພໍ, ສົ່ງຜົນກະທົບຕໍ່ຄຸນນະພາບ ແລະປະສິດທິພາບຂອງວຽກງານນິຕິບັນຍັດ, ເຊັ່ນ: ການເຂົ້າຮ່ວມຢ່າງຕັ້ງໜ້າໃນກອງປະຊຸມ ແລະເວລາທີ່ຈັດສັນໃຫ້ສຳລັບການປະຕິສຳພັນກັບຜູ້ມີສິດເລືອກຕັ້ງ; 6- ໂຄງສ້າງພື້ນຖານດ້ານວັດຖຸແລະເຕັກນິກບໍ່ໄດ້ຕາມຄວາມຕ້ອງການສຳລັບການຈັດຕັ້ງປະຕິບັດກົດລະບຽບໃໝ່, ໂດຍສະເພາະທີ່ກ່ຽວຂ້ອງກັບການປະຍຸກໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານ; 7- ການໂຄສະນາເຜີຍແຜ່ ແລະການອົບຮົມສຶກສາແກ່ປະຊາຊົນກ່ຽວກັບກົດໝາຍຍັງບໍ່ທັນມີປະສິດທິພາບຢ່າງແທ້ຈິງ ແລະ ປະຊາຊົນ, ວິສາຫະກິດ ແລະແມ່ນແຕ່ເຈົ້າໜ້າທີ່ບາງຄົນທີ່ປະຕິບັດໜ້າທີ່ກໍ່ຍັງບໍ່ເຂົ້າໃຈ ຫຼືນຳໃຊ້ຂໍ້ກຳນົດຂອງກົດໝາຍໃໝ່ຢ່າງຊ່ຽວຊານ. ສິ່ງນີ້ເຮັດໃຫ້ເກີດຄວາມລັງເລໃນການນຳໃຊ້ ແລະອາດຈະເຖິງຂັ້ນການຈັດຕັ້ງປະຕິບັດບໍ່ຄົບຖ້ວນ; 8. ບາງອົງການແລະທ້ອງຖິ່ນບາງແຫ່ງຍັງບໍ່ທັນມີຄວາມກະຕືລືລົ້ນ, ຄວາມຄິດສ້າງສັນ ຫຼືຄວາມເດັດຂາດໃນການວາງແຜນ ແລະຈັດຕັ້ງການບັງຄັບໃຊ້ກົດໝາຍ; 9. ການກວດກາແລະກຳກັບດູແລການຈັດຕັ້ງປະຕິບັດບໍ່ສະໝ່ຳສະເໝີ ຫຼືເຂັ້ມງວດພຽງພໍ, ການກວດພົບແລະຈັດການອຸປະສັກ ແລະ ຂໍ້ບົກຜ່ອງໃນຂະບວນການຈັດຕັ້ງປະຕິບັດເປັນໄປຢ່າງຊັກຊ້າ. ການລະເມີດກົດໝາຍຍັງບໍ່ໄດ້ຮັບການຈັດການແກ້ໄຂຢ່າງທັນທ່ວງທີ... ນອກຈາກນັ້ນ, ການປ່ຽນແປງຢ່າງໄວວາໃນການປະຕິບັດ, ໂດຍສະເພາະໃນຊຸມປີມໍ່ໆມານີ້, ໄດ້ສ້າງແຮງກົດດັນຕໍ່ຂະບວນການປັບປຸງກົດໝາຍ.

ຂໍ້ຈຳກັດຂ້າງເທິງນີ້ຈຳເປັນຕ້ອງໄດ້ຮັບການແກ້ໄຂ ເພື່ອປ້ອງກັນບໍ່ໃຫ້ເປັນອຸປະສັກຕໍ່ການພັດທະນາ, ເຮັດໃຫ້ເກີດຄວາມສິ້ນເປືອງ ແລະ ພາດໂອກາດໃນການພັດທະນາປະເທດຊາດໃນຍຸກໃໝ່. ນີ້ແມ່ນຄວາມຮັບຜິດຊອບຂອງລະບົບການເມືອງທັງໝົດ, ແຕ່ຄວາມຮັບຜິດຊອບທີ່ສຳຄັນຢ່າງຍິ່ງນັ້ນແມ່ນຂອງສະພາແຫ່ງຊາດ, ອົງການຕ່າງໆ ຂອງສະພາແຫ່ງຊາດ, ສະມາຊິກສະພາແຫ່ງຊາດ ແລະ ລັດຖະບານ(3). ເພື່ອເອົາຊະນະສະຖານະການດັງກ່າວ ຈຳເປັນຕ້ອງມີວິທີແກ້ໄຂທີ່ຄົບຖ້ວນສົມບູນ ຕັ້ງແຕ່ການກຳນົດນະໂຍບາຍ, ການຮ່າງ, ການປະເມີນ ແລະ ການປະກາດໃຊ້ກົດໝາຍ ຈົນເຖິງການຈັດຕັ້ງປະຕິບັດ, ການກວດກາ ແລະການຕິດຕາມກວດກາການບັງຄັບໃຊ້ກົດໝາຍ.

3. ປະເທດກຳລັງກຽມກ້າວເຂົ້າສູ່ຍຸກໃໝ່, ດ້ວຍຈິດໃຈໃໝ່, ແຮງຜັກດັນໃໝ່ ແລະ ຄວາມເຊື່ອໝັ້ນໃນການນຳພາຂອງພັກກອມມູນິດຫວຽດນາມ. ຕໍ່ໜ້າຄວາມຮຽກຮ້ອງຕ້ອງການອັນຮີບດ່ວນນີ້, ສະພາແຫ່ງຊາດຕ້ອງສຸມໃສ່ການຈັດຕັ້ງປະຕິບັດວຽກງານສຳຄັນຕໍ່ໄປນີ້ຢ່າງມີປະສິດທິພາບ:

ທີໜຶ່ງ, ສືບຕໍ່ຊາບຊຶມແລະຈັດຕັ້ງປະຕິບັດຢ່າງມີປະສິດທິພາບຕາມມະຕິເລກທີ 27-NQ/TW, ລົງວັນທີ 9 ພະຈິກ 2022, ຂອງກອງປະຊຸມເຕັມຄະນະຄັ້ງທີ 6 ຂອງຄະນະບໍລິຫານງານສູນກາງພັກຊຸດທີ XIII ວ່າດ້ວຍການສືບຕໍ່ສ້າງແລະປັບປຸງບູລະນະ ລັດແຫ່ງອຳນາດກົດໝາຍສັງຄົມນິຍົມຂອງຫວຽດນາມໃນໄລຍະໃໝ່; ມະຕິເລກທີ 66-NQ/TW, ລົງວັນທີ 30 ເມສາ 2025, ຂອງກົມການເມືອງສູນກາງພັກ ວ່າດ້ວຍ ການປ່ຽນແປງໃໝ່ວຽກງານການອອກກົດໝາຍ ແລະການບັງຄັບໃຊ້ກົດໝາຍ ໃຫ້ສອດຄ່ອງກັບຄວາມຕ້ອງການຂອງການພັດທະນາປະເທດໃນຍຸກໃໝ່; ຄຳປາໄສຊີ້ນຳຂອງເລຂາທິການໃຫຍ່ ໂຕເລິມ ໃນພິທີເປີດກອງປະຊຸມສະພາແຫ່ງຊາດສະໄໝທີ 8 ຊຸດທີ XV ວ່າດ້ວຍການປ່ຽນແປງໃໝ່ວຽກງານນິຕິບັນຍັດ ແລະປັບປຸງການຈັດຕັ້ງ ແລະ ການດຳເນີນງານຂອງສະພາແຫ່ງຊາດໃຫ້ດີຍິ່ງຂຶ້ນ.

ທີສອງ, ປ່ຽນແປງໃໝ່ຈິນຕະນາການແລະວິທີການໃນການເຄື່ອນໄຫວນິຕິບັນຍັດ. ເຮົາຕ້ອງປ່ຽນຈາກຄວາມຄິດທີ່ວ່າການອອກກົດໝາຍຂຶ້ນຢູ່ກັບວາລະການດຳລົງຕຳແໜ່ງ ມາເປັນແນວທາງນິຕິບັນຍັດທີ່ໝັ້ນຄົງແລະຍືນຍົງໃນໄລຍະຍາວ ເຊິ່ງເຊື່ອມໂຍງກັບຍຸດທະສາດການພັດທະນາປະເທດ, ການປັບປຸງບູລະນະຂະບວນການນິຕິບັນຍັດຫຼາຍດ້ານ, ຂະຫຍາຍຂອບເຂດການປຶກສາຫາລື ແລະການລວບລວມຄວາມຄິດເຫັນຈາກຫຼາກຫຼາຍພາກສ່ວນທາງສັງຄົມກ່ອນການປະກາດໃຊ້; ພ້ອມກັນນັ້ນກໍ່ເສີມຂະຫຍາຍບົດບາດຂອງການວິພາກວິຈານທາງສັງຄົມ ແລະຄວາມຄິດເຫັນຈາກຜູ້ຊ່ຽວຊານໃນຮ່າງກົດໝາຍ.

ທີສາມ, ປ່ຽນແປງໃໝ່ວິທີການຕິດຕາມກວດກາສູງສຸດ, ສ້າງກົນໄກຕິດຕາມກວດກາຢ່າງຕໍ່ເນື່ອງແລະເລິກເຊິ່ງ, ເພີ່ມທະວີການກວດສອບຫຼັງການດຳເນີນງານ, ສ້າງຖານຂໍ້ມູນລະດັບຊາດກ່ຽວກັບຜົນການກວດສອບ ແລະ ການຈັດຕັ້ງປະຕິບັດມະຕິຂອງສະພາແຫ່ງຊາດ; ເພີ່ມທະວີການຕິດຕາມກວດກາການບັງຄັບໃຊ້ກົດໝາຍ ແລະຄວາມຮັບຜິດຊອບຂອງຜູ້ນຳ; ສືບຕໍ່ປັບປຸງລະບົບກົດໝາຍໃຫ້ມີຄວາມສອດຄ່ອງ, ໝັ້ນຄົງ ແລະ ທັນສະໄໝ; ປ່ຽນແປງໃໝ່ຂະບວນການອອກກົດໝາຍໂດຍການປຶກສາຫາລືກັບຜູ້ຊ່ຽວຊານ, ອົງການທາງສັງຄົມ, ວິສາຫະກິດ ແລະ ປະຊາຊົນທົ່ວໄປ; ເພີ່ມທະວີການວິພາກວິຈານ ແລະ ການອະພິປາຍໃນສະພາແຫ່ງຊາດ; ສ້າງກົນໄກການຕິດຕາມກວດກາທີ່ມີຜົນຜູກພັນ ແລະການກວດສອບຫຼັງການດຳເນີນການທີ່ຊັດເຈນ, ຮັບປະກັນວ່າ ຫຼັງຈາກການຕິດຕາມກວດກາຈະມີຂໍ້ສະເໜີແນະສະເພາະ, ມີການມອບໝາຍຄວາມຮັບຜິດຊອບ ແລະ ການກວດສອບຜົນການຈັດຕັ້ງປະຕິບັດ; ເພີ່ມທະວີການຕິດຕາມກວດກາຕາມຫົວຂໍ້ ແລະການກວດສອບໂດຍກົງໃນລະດັບທ້ອງຖິ່ນແລະຮາກຖານ, ໃຊ້ລະບົບຂໍ້ມູນເອເລັກໂຕຣນິກເພື່ອກວດສອບປະສິດທິຜົນຂອງການຈັດຕັ້ງປະຕິບັດກົດໝາຍ ແລະນະໂຍບາຍ; ເສີມຂະຫຍາຍບົດບາດຂອງຜູ້ແທນປະຈຳການ ແລະການປຶກສາຫາລືກັບຜູ້ຊ່ຽວຊານ ແລະນັກວິທະຍາສາດຢ່າງຈະແຈ້ງກວ່າເກົ່າ.

ທີສີ່, ປ່ຽນແປງໃໝ່ຂະບວນການຕັດສິນຕົກລົງກ່ຽວກັບບັນຫາສຳຄັນລະດັບຊາດ; ຍົກສູງຄວາມສາມາດໃນການວິເຄາະ, ປະເມີນຜົນ ແລະຄາດຄະເນ ຂອງອົງການຊ່ວຍວຽກຂອງສະພາແຫ່ງຊາດ; ຈັດຕັ້ງກົນໄກໃນການປະເມີນຜົນກະທົບຂອງນະໂຍບາຍກ່ອນ ແລະຫຼັງການຕັດສິນຕົກລົງນະໂຍບາຍສຳຄັນລະດັບຊາດ; ເພີ່ມຄວາມໂປ່ງໃສໃນການອະພິປາຍ ແລະການລົງຄະແນນສຽງ ກ່ຽວກັບບັນຫາສຳຄັນ ເຊັ່ນ ງົບປະມານ, ການລົງທຶນພາກລັດ ແລະ ສົນທິສັນຍາສາກົນ; ເສີມຂະຫຍາຍບົດບາດຂອງຄະນະກຳມະການຕ່າງໆ ຂອງສະພາແຫ່ງຊາດ ເພື່ອຮັບປະກັນວ່າ ທຸກບັນຫາທີ່ນຳສະເໜີຕໍ່ສະພາແຫ່ງຊາດລ້ວນໄດ້ຮັບການປຶກສາຫາລື, ຖົກຖຽງ ແລະ ກວດສອບຢ່າງລະອຽດຖີ່ຖ້ວນຈາກຫຼາຍທັດສະນະ.

ທີຫ້າ, ປັບປຸງຍົກສູງຄຸນນະພາບຂອງສະມາຊິກສະພາແຫ່ງຊາດ, ເພີ່ມອັດຕາສ່ວນສະມາຊິກສະພາແຫ່ງຊາດປະຈຳ ເພື່ອຮັບປະກັນຄວາມຊ່ຽວຊານສູງ. ພ້ອມກັນນັ້ນ, ຈຳເປັນຕ້ອງມີການຝຶກອົບຮົມຢ່າງເປັນລະບົບ, ປັບປຸງຄວາມຮູ້ດ້ານກົດໝາຍແລະການຕ່າງປະເທດຂອງສະພາແຫ່ງຊາດ, ເພີ່ມທະວີການຝຶກອົດຮົມດ້ານຄວາມຮູ້ທາງກົດໝາຍ ແລະທັກສະທາງລັດຖະສະພາ; ໂດຍສະເພາະສຳລັບສະມາຊິກສະພາແຫ່ງຊາດທີ່ໄດ້ຮັບເລືອກຕັ້ງໃໝ່, ຈຳເປັນຕ້ອງມີໂຄງການຝຶກອົບຮົມຢ່າງເລິກເຊິ່ງ; ປ່ຽນແປງໃໝ່ວຽກງານການປະຕິສຳພັນກັບຜູ້ມີສິດເລືອກຕັ້ງ, ການຮັບຟັງແລະສະທ້ອນຄວາມຄິດເຫັນຂອງພວກເຂົາ... ຍົກລະດັບຄວາມເປັນມືອາຊີບ ແລະຄວາມຊ່ຽວຊານໃນການຄົ້ນຄວ້າ, ການອອກກົດໝາຍ ແລະ ການຕິດຕາມກວດກາ.

ທີຫົກ, ສົ່ງເສີມການປະຍຸກໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານ ແລະການຫັນປ່ຽນດິຈິຕອນໃນການເຄື່ອນໄຫວຂອງສະພາແຫ່ງຊາດ ເຊັ່ນ: ການສ້າງແລະພັດທະນາສະພາແຫ່ງຊາດດິຈິຕອນ; ການນຳຂະບວນການນິຕິບັນຍັດ, ການຕິດຕາມກວດກາສູງສຸດ, ການປະຕິສຳພັນກັບປະຊາຊົນ ແລະ ການພົວພັນກັບຜູ້ມີສິດເລືອກຕັ້ງ ມາສູ່ລະບົບດິຈິຕອນ; ການປະຍຸກໃຊ້ປັນຍາປະດິດ ແລະຂໍ້ມູນຂະໜາດໃຫຍ່ໃນການກຳນົດ ແລະຕິດຕາມກວດການະໂຍບາຍ; ເພີ່ມທະວີການປະຕິສຳພັນກັບປະຊາຊົນ ແລະຜູ້ມີສິດເລືອກຕັ້ງ ຜ່ານແພລດຟອມອອນໄລນ໌, ເຄືອຂ່າຍສັງຄົມ ແລະເວທີລັດຖະສະພາແບບເປີດ; ຍູ້ແຮງການປະຍຸກໃຊ້ການຫັນປ່ຽນດິຈິຕອນໃນການບໍລິຫານຄຸ້ມຄອງ, ການອອກກົດໝາຍ, ການຕິດຕາມກວດກາ, ການຈັດກອງປະຊຸມຕາມຫົວຂໍ້ ແລະ ກຳນົດກົນໄກຂໍ້ມູນຂ່າວສານເພື່ອໃຫ້ຜູ້ມີສິດເລືອກຕັ້ງມີສ່ວນຮ່ວມໃນການຕິດຕາມກວດກາ./.

---------------------

(1) ຈຸດປະສົງໂດຍລວມຂອງມະຕິເລກທີ 27NQ/TW, ລົງວັນທີ 9 ພະຈິກ 2022 ແມ່ນ: “ເພື່ອປັບປຸງລັດແຫ່ງອຳນາດກົດໝາຍສັງຄົມນິຍົມຂອງປະຊາຊົນ ໂດຍປະຊາຊົນ ແລະ ເພື່ອປະຊາຊົນ ນຳໂດຍພັກກອມມູນິດຫວຽດນາມ ໃຫ້ສົມບູນແບບ; ມີລະບົບກົດໝາຍທີ່ສົມບູນ, ໄດ້ຮັບການປະຕິບັດຢ່າງເຂັ້ມງວດແລະສະເໝີຕົ້ນສະເໝີປາຍ; ຍຶດໝັ້ນໃນຄວາມສູງສຸດຂອງລັດຖະທຳມະນູນແລະກົດໝາຍ, ເຄົາລົບ ຮັບປະກັນ ແລະ ຄຸ້ມຄອງສິດທິມະນຸດແລະສິດທິພົນລະເມືອງ ຢ່າງມີປະສິດທິພາບ; ອຳນາດລັດເປັນເອກະພາບ ໂດຍມີການແບ່ງງານຢ່າງຈະແຈ້ງ, ການປະສານງານຢ່າງໃກ້ຊິດ ແລະການຄວບຄຸມຢ່າງມີປະສິດທິພາບ; ມີລະບົບບໍລິຫານແລະຕຸລາການທີ່ເປັນມືອາຊີບ, ຍຶດຫຼັກນິຕິທຳແລະທັນສະໄໝ; ມີກົງຈັກແຫ່ງລັດທີ່ກະທັດລັດ ຄ່ອງຕົວ ສະອາດ ມີປະສິດທິພາບແລະປະສິດທິຜົນ; ມີຖັນແຖວພະນັກງານ ລັດຖະກອນ ພາລະກອນທີ່ມີຄຸນສົມບັດແລະຄວາມສາມາດພຽງພໍ, ເປັນມືອາຊີບແລະຊື່ສັດຢ່າງແທ້ຈິງ; ມີການປົກຄອງປະເທດທີ່ທັນສະໄໝແລະມີປະສິດທິພາບ; ເພື່ອຕອບສະໜອງຄວາມຕ້ອງການຂອງການພັດທະນາປະເທດຢ່າງວ່ອງໄວແລະຍືນຍົງ ກ້າວສູ່ການເປັນປະເທດພັດທະນາແລ້ວທີ່ມີລາຍໄດ້ສູງຕາມທິດທາງສັງຄົມນິຍົມພາຍໃນປີ 2045”.
(2) ໂຮ່ຈີມິນ: ນິພົນຄົບຊຸດ, ສພຈ. ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2011, ເຫຼັ້ມ 10, ໜ້າ 464.
(3) ເບິ່ງ: “ເນື້ອໃນເຕັມຂອງຄຳປາໄສຂອງທ່ານເລຂາທິການໃຫຍ່ແລະປະທານປະເທດ ໂຕເລິມ ໃນພິທີເປີດກອງປະຊຸມສະພາແຫ່ງຊາດສະໄໝທີ 8 ຊຸດທີ XV”, https://xaydungchinhsach.chinhphu.vn/ phat-bieu-cua-tong-bi-thu-chu-tich-nuoc-to-lam-taiphien-khai-mac-ky-hop-thu-8-quoc-hoi-khoa-xv119241021113227895.htm