ວກ. - ຕະຫຼອດໄລຍະເວລາກວ່າ 95 ປີນັບຕັ້ງແຕ່ກໍ່ຕັ້ງ, ພັກກອມມູນິດຫວຽດນາມໄດ້ມີບົດບາດນຳພາ ແລະປະຕິບັດພາລະກິດຢ່າງຕໍ່ເນື່ອງ ໃນການຕໍ່ສູ້ເພື່ອການປົດປ່ອຍຊາດ, ການສ້າງສາ ປົກປັກຮັກສາ ແລະ ພັດທະນາປະເທດ; ຢືນຢັນເຖິງພະລັງຊີວິດອັນແຮງກ້າ, ຄວານຕັ້ງໃຈທີ່ອົງອາດກ້າແກ່ນ ແລະ ຄວາມສະຫຼຽວສະຫຼາດທາງປັນຍາຂອງພັກການເມືອງທີ່ແທ້ຈິງ ໃນການນຳພາ ແລະກຳອຳນາດເພື່ອຊາດ ແລະປະຊາຊົນ. ການສຶກສາ, ເສີມສ້າງ ແລະ ປັບປຸງຄຸນຄ່າທາງສິນທຳປະຕິວັດຕາມຈິດໃຈຂອງການກໍ່ສ້າງພັກທີ່ “ມີສິນທຳແລະອາລະຍະທຳ” ໃນສະພາບການຂອງການກໍ່ສ້າງປະເທດຫວຽດນາມທີ່ສັນຕິພາບ, ເອກະລາດ, ປະຊາທິປະໄຕ, ຈະເລີນຮຸ່ງເຮືອງ, ມີອາລະຍະທຳ ແລະ ມີຄວາມສຸກ, ກ້າວໄປສູ່ສັງຄົມນິຍົມຢ່າງໝັ້ນຄົງ, ແມ່ນມີຄວາມສຳຄັນເປັນພິເສດ.

ລຸງໂຮ່ ກັບກຳມະກອນໂຮງານລົດໄຟ ຢາເລີມ (ຮູບແຕ້ມໂດຍສິລະປິນ ຟ້າມລຸງ) - ພາບ: ເອກະສານ

1- ແນວຄິດໂຮ່ຈິມິນ - ລະບົບທັດສະນະທີ່ຄົບຖ້ວນແລະເລິກເຊິ່ງ
ກ່ຽວກັບບັນຫາພື້ນຖານຂອງການປະຕິວັດຫວຽດນາມ

ໃນມໍລະດົກທາງອຸດົມການຂອງປະທານໂຮ່ຈິມິນ, ແນວຄິດກ່ຽວກັບບົດບາດ ແລະ ພາລະກຳບຸກເບີກຂອງພັກແມ່ນເນື້ອໃນຫຼັກທີ່ສອດຫ້ອຍຕະຫຼອດ, ເປັນການໝູນໃຊ້ທິດສະດີມາກ-ເລນິນຢ່າງສ້າງສັນ ໃນການກໍ່ສ້າງພັກການເມືອງຮູບແບບໃໝ່ໃນຫວຽດນາມ. ເພິ່ນໄດ້ຊີ້ໃຫ້ເຫັນຢ່າງຈະແຈ້ງວ່າ "ການປະຕິວັດກ່ອນອື່ນໝົດຕ້ອງ... ມີພັກປະຕິວັດ, ເພື່ອລະດົມແລະຈັດຕັ້ງປະຊາຊົນພາຍໃນ ແລະເຊື່ອມໂຍງກັບປະເທດຊາດທີ່ຖືກກົດຂີ່ ແລະ ຊົນຊັ້ນກຳມາຊີບຢູ່ທົ່ວທຸກແຫ່ງໃນໂລກ. ການປະຕິວັດຈະປະສົບຜົນສຳເລັດໄດ້ກໍ່ຕໍ່ເມື່ອພັກເຂັ້ມແຂງ, ເຊັ່ນດຽວກັບເຮືອຈະແລ່ນໄດ້ກໍ່ຕໍ່ເມື່ອຄົນຄຸມຫາງເສືອໝັ້ນຄົງ”(1). ເພິ່ນໄດ້ອະທິບາຍວ່າ: “ເພື່ອໃຫ້ບັນລຸໄຊຊະນະ, ການປະຕິວັດຕ້ອງມີພັກນຳພາ. ພັກຕ້ອງເຮັດໃຫ້ມະຫາຊົນມີຄວາມຕື່ນຕົວ ຮູ້ເຖິງເຫດຜົນທີ່ພວກເຂົາຖືກກົດຂີ່ ແລະຖືກຂູດຮີດ; ພັກຕ້ອງສອນໃຫ້ປະຊາຊົນເຂົ້າໃຈກົດເກນ ແຫ່ງການພັດທະນາສັງຄົມ, ເພື່ອໃຫ້ພວກເຂົາເຂົ້າໃຈຈຸດປະສົງຂອງການຕໍ່ສູ້ ຂອງພວກເຂົາ ແລະ ສະແດງໃຫ້ປະຊາຊົນເຫັນເຖິງເສັ້ນທາງ ສູ່ການປົດປ່ອຍຢ່າງຈະແຈ້ງ”(2). ຕັ້ງແຕ່ເລີ່ມຕົ້ນ, ປະທານໂຮ່ຈິມິນຢືນຢັນວ່າ ພັກຍຶດໝັ້ນໃນທຸງແຫ່ງຄວາມຮັກຊາດ ແລະລັດທິສັງຄົມນິຍົມສະເໝີມາ, ເດັດດ່ຽວນຳພາປະຊາຊົນທັງມວນໃນການຕໍ່ສູ້ເພື່ອສ້າງປະເທດຫວຽດນາມທີ່ສັນຕິພາບ, ເອກະພາບ, ເອກະລາດ, ປະຊາທິປະໄຕ ແລະຈະເລີນຮຸ່ງເຮືອງ, ປະກອບສ່ວນເຂົ້າໃນການປົກປັກຮັກສາສັນຕິພາບໃນອາຊີຕາເວັນອອກສ່ຽງໃຕ້ ແລະ ໃນໂລກ.

ປະທານໂຮ່ຈິມິນມີທັດສະນະ ແລະ ຄຳແນະນຳທີ່ເລິກເຊິ່ງຫຼາຍ ກ່ຽວກັບບົດບາດ, ພາລະກຳ ແລະຄວາມຮັບຜິດຊອບໃນການບຸກເບີກຂອງພັກກອມມູນິດຫວຽດນາມ. ຕາມທີ່ທ່ານກ່າວໄວ້ວ່າ “ພັກບໍ່ແມ່ນອົງການເພື່ອຫາເງິນແລະສະແຫວງຫາອຳນາດ. ພັກຕ້ອງປະຕິບັດໜ້າທີ່ປົດປ່ອຍຊາດ, ເຮັດໃຫ້ປະເທດຮັ່ງມີແລະເຂັ້ມແຂງ ແລະ ເຮັດໃຫ້ປະຊາຊົນມີຄວາມສຸກ”(3). “ວຽກງານທັງໝົດຂອງພັກຕ້ອງຢູ່ຄຽງຂ້າງປະຊາຊົນສະເໝີ. ຕ້ອງອົບຮົມສັ່ງສອນພະນັກງານ, ສະມາຊິກພັກ ແລະ ປະຊາຊົນດ້ວຍຈິດໃຈແຫ່ງຄວາມຮັກຊາດ ແລະ ຄວາມຂະຫຍັນໝັ່ນພຽນ, ຄວາມປະຢັດ, ຄວາມຊື່ສັດ ແລະ ຄວາມທ່ຽງທຳ”(4). ພັກຕ້ອງກຳຈັດພວກທີ່ສໍ້ລາດບັງຫຼວງ ແລະ ຮັກສາລະບຽບວິໄນຢ່າງເຂັ້ມງວດ. ພະນັກງານແລະສະມາຊິກຂອງພັກ ຕ້ອງຖືເອົາຜົນປະໂຫຍດຂອງປະຊາຊົນເໜືອສິ່ງອື່ນໃດ, ຕ້ອງຊາບຊຶມຄຸນສົມບັດປະຕິວັດສະເໝີ, ຝຶກຝົນຄວາມຂະຫຍັນໝັ່ນພຽນ, ຄວາມປະຢັດ, ຄວາມຊື່ສັດ ແລະ ຄວາມທ່ຽງທຳ, ເຫັນແກ່ສ່ວນລວມບໍ່ເຫັນແກ່ຕົວ, ໂດຍສະເພາະແມ່ນ ສຸມໃສ່ການປູກຝັງຄຸນທຳອັນລ້ຳຄ່າຫ້າປະການຄື: ຄວາມເມດຈາ, ຄວາມຊອບທຳ, ສະຕິປັນຍາ, ຄວາມກ້າຫານ, ຄວາມຊື່ສັດສຸຈະລິດ.  ພະນັກງານແລະສະມາຊິກຂອງພັກຕ້ອງບໍ່ໂລບໃນເງິນທອງ, ຕຳແໜ່ງ, ຊື່ສຽງ, ບໍ່ມັກຄຳຍ້ອງຍໍ ປະຈົບປະແຈງ. ຕາມນັ້ນ, ປະທານໂຮ່ຈິມິນໄດ້ຍົກລະດັບເປົ້າໝາຍການກໍ່ສ້າງພັກຂຶ້ນສູ່ລະດັບໃໝ່ ດ້ວຍວິໄສທັດທີ່ກ້າວໄກຂອງພັກການເມືອງທີ່ມີຄ່ານິຍົມໃໝ່ທີ່ສູງສົ່ງຄື: ສິນທຳ, ວັດທະນະທຳ, ອາລະຍະທຳ, ເຊິ່ງກາຍເປັນຄຸນຄ່າທີ່ເປັນສັນຍະລັກຂອງທາດແທ້ປະຕິວັດ ແລະ ມະນຸດສະທຳທີ່ເລິກເຊິ່ງຂອງພັກ.

ພັກ ມີສິນທຳ” ເພາະວ່າພັກເປັນອົງການຈັດຕັ້ງຂອງບຸກຄົນຜູ້ໂດດເດັ່ນທີ່ມີຄຸນສົມບັດສິນທຳປະຕິວັດສູງສົ່ງ, ພ້ອມທີ່ຈະຮັບໃຊ້ປະເທດຊາດ ແລະ ປະຊາຊົນ. ນອກຈາກຜົນປະໂຫຍດຂອງປະຊາຊົນ, ຜົນປະໂຫຍດຂອງຊາດແລະປະເທດຊາດແລ້ວ, ພັກບໍ່ມີຜົນປະໂຫຍດອື່ນໃດອີກ. ພັກ ມີສິນທຳ” ເພາະວ່າການຈັດຕັ້ງແລະກິດຈະກຳທັງໝົດຂອງພັກ, ອຸດົມການ, ເປົ້າໝາຍ, ແບບແຜນ ແລະ ການກະທຳຂອງອົງການຈັດຕັ້ງພັກ ແລະ ຂອງພະນັກງານ ສະມາຊິກພັກແຕ່ລະຄົນນັ້ນ ຕັ້ງຢູ່ບົນຄຸນຄ່າທາງສິນທຳປະຕິວັດ: ຄວາມຈົງຮັກພັກດີຕໍ່ປະເທດຊາດ, ຄວາມກະຕັນຍູຕໍ່ປະຊາຊົນ; ຄວາມຂະຫຍັນໝັ່ນພຽນ, ຄວາມປະຢັດ, ຄວາມຊື່ສັດສຸຈະລິດ, ຄວາມທ່ຽງທຳ, ເຫັນແກ່ສ່ວນລວມບໍ່ເຫັນແກ່ຕົວ; ຄວາມເມດຕາ, ຄວາມອົດທົນ, ຄວາມເສຍສະຫຼະເພື່ອຜູ້ອື່ນ; ຄຳເວົ້າສອດຄ່ອງກັບການກະທຳ, ໂດຍເອົາຜົນປະໂຫຍດຂອງປະເທດຊາດແລະປະຊາຊົນໄວ້ເໜືອສິ່ງອື່ນໃດ. ໃນປັດຊະຍາຂອງໂຮ່ຈິມິນ, ສິນທຳແມ່ນ “ຮາກ” ຂອງນັກປະຕິວັດ, “ເຊັ່ນດຽວກັບແມ່ນ້ຳຕ້ອງການແຫຼ່ງກຳເນີດນ້ຳ, ຖ້າບໍ່ມີແຫຼ່ງກຳເນີດ ແມ່ນ້ຳກໍ່ຈະແຫ້ງເຫືອດ. ຕົ້ນໄມ້ຕ້ອງມີຮາກ, ຖ້າບໍ່ມີຮາກ ຕົ້ນໄມ້ກໍ່ຈະຫ່ຽວແຫ້ງ. ນັກປະຕິວັດຕ້ອງມີສິນທຳ, ຖ້າບໍ່ມີສິນທຳ ບໍ່ວ່າພວກເຂົາຈະມີຄວາມສາມາດພຽງໃດ ພວກເຂົາກໍ່ບໍ່ສາມາດນຳພາປະຊາຊົນໄດ້”(5).

ຕາມຄຳກ່າວຂອງປະທານໂຮ່ຈິມິນ, ພັກຜູ້ກຳອຳນາດບໍ່ພຽງແຕ່ອີງໃສ່ຄວາມສາມາດໃນການນຳພາເທົ່ານັ້ນ, ແຕ່ກ່ອນອື່ນໝົດ ຕ້ອງອີງໃສ່ຮາກຖານແຫ່ງສິນທຳ. ຕັ້ງແຕ່ຂະບວນການໂຊວຽດເງ້ຕິ້ງ, ການປະຕິວັດເດືອນສິງຫາ ຈົນເຖິງສົງຄາມຕໍ່ຕ້ານທີ່ຍືດເຍື້ອຍາວນານສອງຄັ້ງ ແລະ ພາລະກິດການປ່ຽນແປງໃໝ່ໃນປະຈຸບັນ, ກຳລັງແຮງຂອງພັກບໍ່ພຽງແຕ່ຢູ່ໃນນະໂຍບາຍທີ່ຖືກຕ້ອງເທົ່ານັ້ນ, ແຕ່ຍັງຢູ່ໃນແບບຢ່າງທາງສິນທຳ, ກຽດສັກສີ ແລະ ການປະພຶດທີ່ເປັນແບບຢ່າງຂອງພະນັກງານ ສະມາຊິກພັກ. ດັ່ງນັ້ນ, ພະນັກງານ ສະມາຊິກພັກທຸກຄົນ, ໂດຍສະເພາະແມ່ນຜູ້ນຳ, ຜູ້ຈັດການ ແລະພະນັກງານຫຼັກແຫຼ່ງຕ້ອງເປັນ “ແກນກາງທາງສິນທຳ” ໃນອົງການ, ໜ່ວຍງານ ຫຼື ທ້ອງຖິ່ນຂອງຕົນ. ການຮ່ຳຮຽນແລະປະຕິບັດຕາມແນວຄິດ, ຄຸນສົມບັດສິນທຳ ແລະ ແບບແຜນຂອງໂຮ່ຈິມິນ ບໍ່ພຽງແຕ່ເປັນຂະບວນການເທົ່ານັ້ນ, ແຕ່ຍັງເປັນເສັ້ນທາງທີ່ພັກຈະຮັກສາຄວາມຊື່ສັດສຸດຈະລິດ ແລະ ສົມຄວນກັບບົດບາດຜູ້ບຸກເບີກໃນການເປັນຜູ້ນໍາທາງສັງຄົມ.

ພັກ ມີອາລະຍະທຳ” ເພາະວ່າແຜນນະໂຍບາຍ ແລະແນວທາງຂອງພັກ ແມ່ນຜົນລວມແຫ່ງສະຕິປັນຍາຂອງຊາດ ແລະແກ່ນແທ້ຂອງວັດທະນະທຳມະນຸດ; ພັກແມ່ນຕົວແທນຂອງສະຕິປັນຍາ,  ການພັດທະນາ ແລະ ຄວາມກ້າວໜ້າທາງສັງຄົມ. ພັກ “ມີອາລະຍະທຳ” ກ່ອນອື່ນໝົດແມ່ນຍ້ອນວ່າ ພັກມີລັດທິມາກ-ເລນິນ ເປັນຮາກຖານທາງຫຼັກຄຳສອນ ເຊິ່ງເປັນທິດສະດີທາງວິທະຍາສາດທີ່ “ແທ້ຈິງທີ່ສຸດ”, “ປະຕິວັດທີ່ສຸດ” ແລະ “ໝັ້ນຄົງທີ່ສຸດ”, ເປັນເຂັມທິດທີ່ນຳພາການດຳເນີນງານຂອງພັກ. ພັກ ມີອາລະຍະທຳ” ເພາະວ່າເປົ້າໝາຍ ແລະອຸດົມການຂອງພັກແມ່ນການປົດປ່ອຍຊົນຊັ້ນ, ປົດປ່ອຍຊາດ ແລະປົດປ່ອຍມະນຸດ, ເພື່ອໃຫ້ປະຊາຊົນທຸກຄົນມີອາຫານ, ເຄື່ອງນຸ່ງຫົ່ມ, ການສຶກສາ ແລະຊີວິດທີ່ມີຄວາມສຸກ, ຈະເລີນຮຸ່ງເຮືອງແລະອີ່ມໜຳສຳລານ. ພັກ ມີອາລະຍະທຳ” ເພາະວ່າພັກປະກອບດ້ວຍບຸກຄົນທີ່ໂດດເດັ່ນ, ຜູ້ນຳໜ້າຂອງຊົນຊັ້ນກຳມະກອນ ແລະຊາດໂດຍລວມ, ຈົງຮັກພັກດີຕໍ່ອຸດົມການຂອງພັກ ໂດຍຍຶດຫຼັກສິນທຳໃໝ່ ສິນທຳປະຕິວັດເປັນຮາກຖານ. ພັກ ມີອາລະຍະທຳ” ເພາະວ່າພັກໄດ້ຮັບການຈັດຕັ້ງຢ່າງແໜ້ນແຟ້ນ, ມີຫຼັກການຈັດຕັ້ງແລະການດຳເນີນງານທີ່ເປັນວິທະຍາສາດ, ມີຄວາມສາມັກຄີເປັນເອກະພາບ, ມີລະບຽບວິໄນ ແລະມີຄວາມຮູ້ສຶກຕື່ນຕົວ. ພັກ ມີອາລະຍະທຳ” ເພາະວ່າພັກເຄົາລົບປະຊາຊົນ, ໃກ້ຊິດກັບປະຊາຊົນ, ຮັບຟັງຄວາມຄິດເຫັນຂອງປະຊາຊົນ ແລະ ພັກຮູ້ວິທີໄຕ່ຕອງຕົນເອງ, ແກ້ໄຂຕົນເອງ, ປັບປຸງຕົນເອງ, ປ່ຽນແປງໃໝ່ຕົນເອງ ແລະ ວາງຕຳແໜ່ງຕົນເອງໃຫ້ສອດຄ່ອງກັບກະແສຄວາມກ້າວໜ້າຂອງຍຸກສະໄໝ...

ພັກ “ມີສິນທຳແລະອາລະຍະທຳ” ບໍ່ພຽງແຕ່ສະທ້ອນເຖິງສະຖານະຂອງພັກເທົ່ານັ້ນ ແຕ່ຍັງແມ່ນການເຂົ້າເຖິງທາງພາລະກຳຂອງພັກກອມມູນິດຫວຽດນາມໃນການນຳພາການກໍ່ສ້າງ, ການປົກປ້ອງ ແລະ ການພັດທະນາປະເທດຊາດ. ຖ້າຫາກເວົ້າວ່າພັກ “ມີສິນທຳ” ໝາຍເຖິງຄຸນສົມບັດຂອງພະນັກງານແລະສະມາຊິກ, ມາດຕະຖານທາງຈະລິຍະທຳແລະຈັນຍາບັນ ພ້ອມທັງພື້ນຖານທາງຈິດວິນຍານຂອງພັກແລ້ວ, ພັກ “ມີອາລະຍະທຳ” ກໍ່ໝາຍເຖິງສະຖານະທາງສະຕິປັນຍາ ທີ່ສູງສົ່ງ, ຄວາມສາມາດໃນການຈັດຕັ້ງທີ່ເຂັ້ມແຂງ ແລະ ວິທີການນຳພາ ເພື່ອຜົນປະໂຫຍດຂອງປະຊາຊົນ ແລະ ຊຸມຊົນ, ໂດຍຖືເອົາອຸດົມການແຫ່ງການປົດປ່ອຍຊາດ, ການປົດປ່ອຍຊົນຊັ້ນ, ການປົດປ່ອຍມະນຸດ ແລະການສ້າງປະເທດຫວຽດນາມທີ່ສັນຕິພາບ, ເອກະພາບ, ເອກະລາດ, ປະຊາທິປະໄຕ ແລະ ຈະເລີນຮຸ່ງເຮືອງ ເປັນເປົ້າໝາຍ.

ໃນສາຍພົວພັນລະຫວ່າງ “ສິນທຳ” ແລະ “ອາລະຍະທຳ” ນັ້ນ, “ສິນທຳ” ໝາຍເຖິງຄຸນສົມບັດ, ມາດຕະຖານ, ກົດລະບຽບໃນການປະພຶດ ແລະຮາກຖານທາງຈິດວິນຍານຂອງພັກ, ເປັນ “ຮາກເຫງົ້າ” ຂອງນັກປະຕິວັດ; ສ່ວນ “ອາລະຍະທຳ” ໝາຍເຖິງຈຸດສູງສຸດຂອງສະຕິປັນຍາ ແລະວິທີການນຳພາໃນລະດັບສູງສຸດ ເພື່ອຜົນປະໂຫຍດຂອງປະຊາຊົນ. ດັ່ງນັ້ນ, ການສ້າງພັກໃນຍຸກໃໝ່ຈຶ່ງບໍ່ໄດ້ໝາຍເຖິງພຽງແຕ່ການສ້າງພັກທາງດ້ານການເມືອງ, ແນວຄິດ, ການຈັດຕັ້ງອົງການ, ການປັບປຸງກົງຈັກກົນໄກ, ການຍົກສູງຄວາມສາມາດໃນການນຳພາ ແລະ ກຳລັງແຮງໃນການຕໍ່ສູ້ແລະກຳອຳນາດເທົ່ານັ້ນ, ແຕ່ທີ່ສຳຄັນກວ່ານັ້ນແມ່ນການສ້າງພັກທີ່ “ມີສິນທຳແລະອາລະຍະທຳ” ກ່າວຄື ການສ້າງພັກທີ່ສະແດງເຖິງພະນັກງານ ແລະ ສະມາຊິກພັກທີ່ເປັນແບບຢ່າງຢ່າງແທ້ຈິງ ທັງໃນດ້ານຄຸນທຳແລະວິຖີຊີວິດ, ມີຄວາມສະຫຼຽວສະຫຼາດທາງການເມືອງ, ຄວາມຮັບຮູ້, ຄວາມຮັບຜິດຊອບ ແລະ ຄວາມສາມາດ; ມີແນວຄິດປະດິດສ້າງ, ວິໄສທັດຍຸດທະສາດ, ວິທີການເຂົ້າເຖິງແລະແກ້ໄຂບັນຫາ ຢ່າງຍືດຫຍຸ່ນແລະມີປະສິດທິພາບ; ມີຄວາມສາມາດໃນການເຂົ້າໃຈ, ສັງເຄາະ, ວິເຄາະ, ປະເມີນແລະຄາດຄະເນ; ມີຄວາມຄິດທີ່ສຽບແຫຼມ ແລະສາມາດຕັດສິນໃຈໄດ້ຢ່າງທັນທ່ວງທີແລະແມ່ນຢຳ. ຕະຫຼອດໄລຍະເວລາກວ່າ 95 ປີ, ແນວຄິດຂອງປະທານໂຮ່ຈິມິນໄດ້ຖືກນຳໃຊ້ ແລະພັດທະນາຢ່າງສ້າງສັນ. ຕັ້ງແຕ່ພິໄນກຳ ອັນສັກສິດຂອງເພິ່ນ: “ພັກຂອງເຮົາເປັນພັກທີ່ກຳອຳນາດ. ສະມາຊິກພັກແລະພະນັກງານທຸກຄົນຕ້ອງຊາບຊຶມຄຸນສົມບັດສິນທຳປະຕິວັດ ຢ່າງແທ້ຈິງ, ຂະຫຍັນໝັ່ນພຽນ, ປະຢັດມັດທະຍັດ, ຊື່ສັດທ່ຽງທຳ ແລະ ເຫັນແກ່ສ່ວນລວມບໍ່ເຫັນແກ່ຕົວ ຢ່າງແທ້ຈິງ”(6) ຈົນເຖິງມະຕິຂອງພັກໃນປະຈຸບັນ, ໂດຍສະເພາະບັນດາມະຕິກອງປະຊຸມຄະນະບໍລິຫານງານສູນກາງພັກຄັ້ງທີ 4 ສະໄໝທີ XI, XII, XIII ກ່ຽວກັບການກໍ່ສ້າງແລະປັບປຸງພັກ, ລ້ວນແຕ່ເຕັມໄປດ້ວຍຈິດໃຈຂອງພັກທີ່ວ່າ “ພັກມີສິນທຳແລະອາລະຍະທຳ”. ນັ້ນແມ່ນເສັ້ນດ້າຍສີແດງທີ່ສອດຫ້ອຍຕະຫຼອດ, ສ້າງລັກສະນະ, ກຽດສັກສີ, ຄວາມສາມາດໃນການນຳພາ ແລະກຳລັງແຮງສູ້ຮົບຂອງພັກກອມມູນິດຫວຽດນາມ ໃນທຸກຍຸກສະໄໝການປະຕິວັດ.

2. ໝູນໃຊ້ແນວຄິດໂຮ່ຈິມິນໃນການຄົ້ນຄວ້າ, ເສີມສ້າງ ແລະ
ປັບປຸງຄຸນຄ່າທາງສິນທຳປະຕິວັດໃຫ້ສົມບູນ ຕາມຈິດໃຈຂອງການກໍ່ສ້າງພັກທີ່
“ມີສິນທຳແລະອາລະຍະທຳ” ໃຫ້ສອດຄ່ອງກັບສະພາບການໃໝ່

ເລີ່ມຈາກສະພາບຄວາມເປັນຈິງແຫ່ງການກໍ່ສ້າງແລະປັບປຸງພັກໃນຊຸມປີທີ່ຜ່ານມາ ແລະ ຄວາມຕ້ອງການແລະໜ້າທີ່ຕ່າງໆ ໃນຂະນະທີ່ປະເທດເຂົ້າສູ່ໄລຍະການພັດທະນາໃໝ່, ການຍູ້ແຮງການຫັນເປັນອຸດສາຫະກຳ, ຫັນເປັນທັນສະໄໝ, ການເຊື່ອມໂຍງສາກົນຢ່າງເລິກເຊິ່ງແລະການຫັນປ່ຽນດິຈິຕອນ, ການຄົ້ນຄວ້າ, ເສີມສ້າງ ແລະ ປັບປຸງຄຸນຄ່າທາງສິນທຳປະຕິວັດໃຫ້ສົມບູນ ຕາມຈິດໃຈຂອງການກໍ່ສ້າງພັກໃຫ້ “ມີສິນທຳແລະອາລະຍະທຳ” ໃຫ້ສອດຄ່ອງກັບສະພາບການໃໝ່ ຈຶ່ງເປັນບັນຫາສຳຄັນ ທີ່ຮຽກຮ້ອງໃຫ້ມີການປະສົມປະສານຢ່າງກົມກຽວ ລະຫວ່າງອົງປະກອບຕ່າງໆເຊັ່ນ ການເມືອງ, ສິນທຳ, ວັດທະນະທຳ, ອາລະຍະທຳ. ສິ່ງນີ້ຕິດພັນກັບຄວາມຕ້ອງການຕ່າງໆ ເຊັ່ນ: ການເພິ່ມທະວີການກໍ່ສ້າງ, ການປັບປຸງແກ້ໄຂ, ການປ່ຽນແປງໃໝ່ຕົນເອງ ເພື່ອໃຫ້ພັກຂອງພວກເຮົາ “ມີສິນທຳແລະອາລະຍະທຳ” ຢ່າງແທ້ຈິງ, ຍົກສູງລະດັບ ແລະ ເສີມຂະຫຍາຍປະສິດທິພາບ ແລະປະສິດທິຜົນ ຂອງຄວາມສາມາດໃນການນຳພາ, ຄວາມສາມາດໃນການກຳອຳນາດ ແລະ ກຳລັງແຮງໃນການສູ້ຮົບຂອງພັກ; ຄົ້ນຄວ້າແລະສືບຕໍ່ປັບປຸງທິດສະດີການກໍ່ສ້າງພັກທາງດ້ານຄຸນສົມບັດສິນທຳໃຫ້ສົມບູບຍິ່ງຂຶ້ນ, ເພື່ອໃຫ້ພັກ “ມີສິນທຳແລະອາລະຍະທຳ" ຢ່າງແທ້ຈິງໃນສະຖານະການໃໝ່.

ການຢືນຢັນຂໍ້ຄວາມຮຽກຮ້ອງຕ້ອງການຂ້າງເທິງນີ້, ໃນດ້ານໜຶ່ງ, ສະແດງໃຫ້ເຫັນເຖິງຄວາມຕັ້ງໝັ້ນ, ການໝູນໃຊ້ ແລະ ການພັດທະນາທັດສະນະແລະແນວຄິດຂອງປະທານໂຮ່ຈິມິນ ກ່ຽວກັບວຽກງານການກໍ່ສ້າງພັກ ຢ່າງປະດິດສ້າງ; ໃນອີກດ້ານໜຶ່ງ, ຍັງຈຳເປັນຕ້ອງມີຄວາມເຂົ້າໃຈໃໝ່ກ່ຽວກັບທາດແທ້, ບົດບາດ ແລະ ພາລະກຳບຸກເບີກຂອງພັກໃນຍຸກໃໝ່, ເຊິ່ງສະທ້ອນໃຫ້ເຫັນໃນແງ່ມຸມທາງທິດສະດີ ແລະ ພາກປະຕິບັດ ດັ່ງຕໍ່ໄປນີ້:

 ທີໜຶ່ງ, ການກໍ່ສ້າງພັກໃຫ້ພັກ “ມີສິນທຳ” ຢ່າງແທ້ຈິງນັ້ນ ແມ່ນຄວາມຮຽກຮ້ອງຕ້ອງການໃໝ່ກ່ຽວກັບຄຸນລັກສະນະທີ່ສຳຄັນ ແລະແມ່ນຄຳສັ່ງຂອງພັກສຳລັບການປະຕິບັດຕົວຈິງ.

ເນື້ອໃນຂອງທັດສະນະການສ້າງພັກໃນດ້ານຄຸນສົມບັດສິນທຳນັ້ນ ໄດ້ຖືກນຳສະເໜີໂດຍພັກກອມມູນິດຫວຽດນາມ ແລະຖືກຈັດວາງໄວ້ທຽບເທົ່າກັບເນື້ອໃນຂອງການສ້າງພັກໃນດ້ານການເມືອງ, ແນວຄິດ ແລະການຈັດຕັ້ງ ນັບຕັ້ງແຕ່ກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ. ນັບຕັ້ງແຕ່ນັ້ນມາ, ເນື້ອໃນຂອງການສ້າງພັກໃນດ້ານຄຸນສົມບັດສິນທຳໄດ້ຮັບການຄົ້ນຄວ້າແລະຊີ້ແຈງຢ່າງຕໍ່ເນື່ອງ. ໃນສະພາບການໃໝ່, ການສ້າງພັກໃຫ້ “ມີສິນທຳ” ວາງຄວາມຕ້ອງການໂດຍກົງແລະຮີບດ່ວນຫຼາຍຂຶ້ນ, ສະແດງໃຫ້ເຫັນຢ່າງຈະແຈ້ງເຖິງບົດບາດ ແລະພາລະກຳບຸກເບີກຂອງພັກ ໃນພາລະກິດການສ້າງສາ, ປົກປັກຮັກສາ ແລະ ພັດທະນາປະເທດຊາດ; ພ້ອມກັນນັ້ນ, ນີ້ເປັນໜຶ່ງໃນ "ຄຳສັ່ງ" ສຳລັບການປະຕິບັດ, ເຊິ່ງເປັນຄວາມຕ້ອງການທາງປະຕິບັດທີ່ເຂັ້ມແຂງ ແລະເດັດຂາດກວ່າ, ໂດຍສະເພາະຜ່ານການສະແດງອອກ, ພຶດຕິກຳ, ການກະທຳ ແລະ ການປະພຶດໃນການຈັດຕັ້ງ ແລະການເຄື່ອນໄຫວຂອງພັກ ຕະຫຼອດຈົນຄຸນສົມບັດສິນທຳ, ວິຖີຊີວິດ, ແບບແຜນການເຮັດວຽກ ແລະ ການປະພຶດຂອງພະນັກງານ ແລະສະມາຊິກພັກແຕ່ລະຄົນ. ສິ່ງນີ້ສະແດງໃຫ້ເຫັນວ່າ ພັກບໍ່ພຽງແຕ່ສ້າງແລະປັບປຸງພັກທາງດ້ານຄຸນສົມບັດສິນທຳ ຜ່ານການສ້າງມາດຕະຖານດ້ານຄຸນສົມບັດສິນທຳ, ການໂຄສະນາເຜີຍແຜ່, ການສຶກສາອົບຮົມ, ການລະດົມຂົນຂວາຍ ແລະ ການຊັກຊວນພະນັກງານ ແລະສະມາຊິກພັກໃຫ້ຮ່ຳຮຽນ, ຝຶກຝົນຫຼໍ່ຫຼອມ ແລະ ເປັນແບບຢ່າງທາງສິນທຳເທົ່ານັ້ນ, ແຕ່ຍັງໄດ້ກຳນົດຄວາມຕ້ອງການທີ່ຍິ່ງໃຫຍ່ກວ່າ, ສົມຈິງກວ່າ ແລະເປັນຮູບປະທຳຫຼາຍຂຶ້ນ: ນັ້ນຄື, ຮຽກຮ້ອງໃຫ້ແນວທາງ, ແຜນນະໂຍບາຍ ແລະມະຕິທັງໝົດຂອງພັກ ຕະຫຼອດຈົນຂະບວນການຈັດຕັ້ງປະຕິບັດ ແລະກິດຈະກຳທັງໝົດຂອງພັກ, ຂອງຄະນະບໍລິຫານງານພັກ, ອົງການຈັດຕັ້ງພັກ ແລະ ພະນັກງານ ສະມາຊິກພັກ ຕ້ອງສະແດງໃຫ້ເຫັນເຖິງຄຸນສົມບັດ, ສັນຍະລັກ ແລະອຸດົມຄະຕິອັນສູງສົ່ງ, ຄຸນຄ່າຂອງການເປັນແບບຢ່າງ ແລະການປະຕິບັດຕາມຄຸນສົມບັດສິນທຳປະຕິວັດ. ການສ້າງພັກທີ່ມີສິນທຳ” ຢ່າງແທ້ຈິງຍັງໝາຍເຖິງການສ້າງຄະນະບໍລິຫານງານພັກ, ອົງການຈັດຕັ້ງພັກ ແລະ ພະນັກງານແລະສະມາຊິກພັກທຸກຄົນ ໃຫ້ເປັນແບບຢ່າງຂອງການປະຕິບັດຕາມຄຸນສົມບັດສິນທຳໃນຄວາມເປັນຈິງ. ແນວທາງ, ແຜນນະໂຍບາຍແລະມະຕິທັງໝົດຂອງພັກ ແລະການເຄື່ອນໄຫວທັງໝົດຂອງພັກ ຕ້ອງສະແດງໃຫ້ເຫັນເຖິງຄຸນສົມບັດສິນທຳປະຕິວັດ. ມາດຕະຖານທາງສິນທຳຂອງພັກບໍ່ພຽງແຕ່ສະທ້ອນໃຫ້ເຫັນໃນລະບຽບຂໍ້ບັງຄັບກ່ຽວກັບມາດຕະຖານທາງຈະລິຍະທຳ ແລະເນື້ອໃນຂອງເອກະສານ ແລະມະຕິເທົ່ານັ້ນ, ແຕ່ບຍັງຕ້ອງວັດແທກແລະພິສູດໄດ້ດ້ວຍຮູບພາບທີ່ມີຊີວິດຊີວາ, ດ້ວຍການກະທຳ, ຄຳເວົ້າ, ການປະຕິບັດ ແລະ ຜົນຜະລິດທີ່ເປັນຮູບປະທຳ ຂອງຄະນະບໍລິຫານງານພັກ ແລະອົງການຈັດຕັ້ງພັກ, ດ້ວຍວິຖີຊີວິດ, ແບບແຜນ, ຄວາມຮັບຜິດຊອບ ແລະການປະພຶດຕົວຂອງພະນັກງານແລະສະມາຊິກພັກແຕ່ລະຄົນ.

ໃນສະພາບການຂອງໂລກແລະພາກພື້ນທີ່ກຳລັງເກີດການປ່ຽນແປງທີ່ສັບສົນ ແລະ ບໍ່ສາມາດຄາດເດົາໄດ້ ລວມເຖິງຜົນກະທົບທາງລົບຂອງໂລກາພິວັດ ແລະ ການປະຕິວັດອຸດສາຫະກຳຄັ້ງທີ 4, ຄວາມຕ້ອງການໃນການສ້າງພັກທາງດ້ານຄຸນສົມບັດສິນທຳ ເພື່ອໃຫ້ພັກ“ມີສິນທຳ” ຢ່າງແທ້ຈິງ ຈຶ່ງມີຄວາມຮີບດ່ວນຍິ່ງຂຶ້ນ. ການສໍ້ລາດບັງຫຼວງ, ການກະທຳຜິດສິນທຳ, ການເສື່ອມໂຊມທາງດ້ານແນວຄິດການເມືອງ, “ການປ່ຽນແປງຕົນເອງ”, “ການຫັນປ່ຽນຕົນເອງ” ລ້ວນເປັນໄພຂົ່ມຂູ່ທີ່ເຮັດໃຫ້ພັກອ່ອນແອລົງຈາກພາຍໃນ. ດັ່ງນັ້ນ, ຄຸນຄ່າທາງຄຸນສົມບັດສິນທຳປະຕິວັດຈຶ່ງກາຍເປັນມາດຕະການວັດແທກຄຸນນະພາບຂອງສະມາຊິກພັກ ແລະເປັນຮາກຖານຂອງຄວາມໄວ້ວາງໃຈຂອງປະຊາຊົນ. ການສ້າງພັກໃຫ້ “ມີສິນທຳ” ຢ່າງແທ້ຈິງໝາຍເຖິງການເຮັດໃຫ້ພັກສະອາດບໍລິສຸດ, ສູງສົ່ງ, ມີວັດທະນະທຳ, ມີມະນຸດສະທຳ, ໃກ້ຊິດກັບປະຊາຊົນ ແລະ “ເພື່ອປະຊາຊົນ” ຫຼາຍຂຶ້ນ.

ທີສອງ, ການສ້າງພັກໃຫ້ “ມີສິນທຳ” ຢ່າງແທ້ຈິງ ແມ່ນຄວາມຮຽກຮ້ອງຕ້ອງການທີ່ສຳຄັນ ເຊິ່ງຢືນຢັນຢ່າງແຂງແຮງເຖິງບົດບາດແລະພາລະກຳຂອງພັກໃນຖານະເປັນຜູ້ນຳໜ້າ.

ພ້ອມກັບຄວາມຕ້ອງການທີ່ຈະສ້າງພັກໃຫ້ “ມີສິນທຳ” ຢ່າງແທ້ຈິງນັ້ນ, ການສ້າງພັກໃຫ້ພັກ “ມີອາລະຍະທຳ” ຢ່າງແທ້ຈິງ ກໍ່ເປັນໜ້າທີ່ສຳຄັນ ເຊິ່ງເຊື່ອມໂຍງຢ່າງໃກ້ຊິດກັບການສ້າງພັກໃຫ້ “ມີສິນທຳ”. ນີ້ແມ່ນການພັດທະນາແນວຄິດທາງການເມືອງ ແລະ ທິດສະດີຂອງພັກ ກ່ຽວກັບຄວາມຕ້ອງການໃນການກໍ່ສ້າງພັກໃນຍຸກໃໝ່ຂອງປະເທດ, ເປັນສິ່ງຈຳເປັນທີ່ສຸດໃນການຢືນຢັນບົດບາດ ແລະພາລະກຳນຳພາ ແລະກຳອຳນາດ ຂອງພັກໃນສະພາບການໃໝ່. ດັ່ງນັ້ນ, ອົງການຈັດຕັ້ງພັກຕ້ອງມີຄວາມຄ່ອງແຄ້ວຫຼາຍຂຶ້ນ, ມີ0ວິທະຍາສາດຫຼາຍຂຶ້ນ ແລະ ມີປະສິດທິພາບຫຼາຍຂຶ້ນ; ສະມາຊິກພັກຕ້ອງມີຄວາມຮູ້ຄວາມສາມາດຫຼາຍຂຶ້ນ ແລະ ມີວິໄສທັດທີ່ກວ້າງໄກຂຶ້ນ; ວິທີການນຳພາຕ້ອງມີທັງຄວາມຄົບຖ້ວນ ຄວາມຮອບດ້ານ ພ້ອມທັງໃກ້ຊິດກັບປະຊາຊົນຫຼາຍຂຶ້ນ. ສິ່ງນີ້ສະທ້ອນໃຫ້ເຫັນເຖິງການພັດທະນາໃນດ້ານຄວາມຮັບຮູ້, ທັດສະນະ, ຄວາມຄິດ, ວິໄສທັດ, ລະດັບການຈັດຕັ້ງ, ວິທີການນຳພາ, ວິທີການຄຸ້ມຄອງພາຍໃນ, ວິທີການປະພຶດ ແລະອື່ນໆ.

ພັກທີ່ “ມີອາລະຍະທຳ” ແມ່ນພັກທີ່ມີຮາກຖານທາງແນວຄິດແລະທິດສະດີທີ່ກ້າວໜ້າ, ສະທ້ອນເຖິງປະເພນີວັດທະນະທຳຂອງຊາດ ແລະແກ່ນແທ້ທາງປັນຍາຂອງມະນຸດຊາດ ແລະ ແມ່ນການລວມຕົວຂອງສະຕິປັນຍາຂອງພັກແລະປະຊາຊົນທັງໝົດ. ພັກທີ່ “ມີອາລະຍະທຳ” ແມ່ນພັກທີ່ໃຊ້ວິທີການນຳພາໂດຍການຮັບຟັງ, ການຊັກຊວນ ແລະ ການສົ່ງເສີມນະວັດຕະກຳ; ມີວິທີການດຶງດູດແລະໃຫ້ຄຸນຄ່າແກ່ຜູ້ມີຄວາມສາມາດ, ແລະຖືວ່າ ປະຊາຊົນເປັນສູນກາງແລະເຈົ້າຂອງຂອງຂະບວນການພັດທະນາ. ໃນສະພາບການຂອງການພັດທະນາເສດຖະກິດຕະຫຼາດຕາມທິດສັງຄົມນິຍົມ ແລະ ການສ້າງລັດແຫ່ງອຳນາດກົດໝາຍສັງຄົມນິຍົມ, ພັກ“ມີອາລະຍະທຳ” ຍັງສະແດງໃຫ້ເຫັນເຖິງຄວາມສາມາດໃນການນຳພາ ແລະການກຳອຳນາດ ດ້ວຍວິໄສທັດທີ່ກ້າວໄກ, ຊີ້ນຳການບໍລິຫານປະເທດຢ່າງມີປະສິດທິພາບ. ສິ່ງນີ້ຍັງສະທ້ອນໃຫ້ເຫັນໃນຈິດໃຈແຫ່ງການຍຶດໝັ້ນ ແລະເຄົາລົບລັດຖະທຳມະນູນ ແລະກົດໝາຍ, ຮັບຟັງຄຳຄິດເຫັນ ແລະຂໍ້ສະໜີແນະຈາກປະຊາຊົນ, ຮັກສາສາຍພົວພັນທີ່ໃກ້ຊິດກັບປະຊາຊົນສະເໝີ ແລະ ສົ່ງເສີມສິດທິໃນການເປັນເຈົ້າຂອງຂອງປະຊາຊົນ.

ພັກທີ່ “ມີອາລະຍະທຳ” ນັ້ນມີໂຄງສ້າງແລະລະບົບອົງການຈັດຕັ້ງທີ່ຄ່ອງຕົວ, ມີຫຼັກການດຳເນີນງານ ແລະແບບແຜນການນຳພາ ທີ່ເປັນວິທະຍາສາດ ແລະປະຕິບັດໜ້າທີ່ເພື່ອຜົນປະໂຫຍດສູງສຸດຂອງປະຊາຊົນ. ໃນຊ່ວງຊີວິດຂອງປະທານໂຮ່ຈິມິນ ທ່ານໄດ້ກ່າວໄວ້ຢ່າງຈະແຈ້ງວ່າ: ນອກເໜືອຈາກຜົນປະໂຫຍດຂອງປະເທດຊາດແລະປະຊາຊົນແລ້ວ, ພັກຂອງເຮົາບໍ່ມີຜົນປະໂຫຍດອື່ນໃດ. ໃນການຈັດຕັ້ງແລະການເຄື່ອນໄຫວຂອງພັກ, ຫຼັກການລວມສູນປະຊາທິປະໄຕ ທັງຮັບປະກັນການນຳພາລວມສູນແລະເປັນເອກະພາບ ພ້ອມທັງເສີມຂະຫຍາຍປະຊາທິປະໄຕຢ່າງກວ້າງຂວາງ ເຊິ່ງເປັນການສະແດງອອກຢ່າງຈະແຈ້ງຂອງວິທີການນຳພາ ໃນການຈັດຕັ້ງແລະການເຄື່ອນໄຫວຂອງພັກ. ການຕິຊົມຕົນເອງແລະຕິຊົມ, ການກວດກາແລະຕິດຕາມກວດກາ, ການເປັນແບບຢ່າງ, ການກະທຳເພື່ອຜົນປະໂຫຍດສູງສຸດຂອງປະຊາຊົນ... ທັງໝົດນີ້ລ້ວນເປັນການສະແດງອອກຢ່າງເປັນຮູບປະທຳຂອງ “ວັດທະນະທຳພາຍໃນພັກ”. ໂດຍສະເພາະໃນຍຸກດິຈິຕອນ, ພັກກຳລັງຄ່ອຍໆນຳໃຊ້ຜົນສຳເລັດທາງວິທະຍາສາດ ແລະເຕັກໂນໂລຊີ ເພື່ອປັບປຸງປະສິດທິພາບຂອງວິທີການນຳພາ, ການກຳອຳນາດ, ການສ້າງຖານຂໍ້ມູນດິຈິຕອນ ກ່ຽວກັບພະນັກງານແລະສະມາຊິກພັກ, ການປ່ຽນແປງໃໝ່ວິທີການສື່ສານ, ການໂຄສະນາອົບຮົມ, ການຂົນຂວາຍມະຫາຊົນ ແລະ ການເກັບກຳຄວາມຄິດເຫັນຂອງປະຊາຊົນ.

ພັກແມ່ນອົງການຈັດຕັ້ງຂອງບຸກຄົນທີ່ໂດດເດັ່ນ, ດັ່ງນັ້ນ, ພັກທີ່ “ມີອາລະຍະທຳ” ຈຶ່ງສະທ້ອນໃຫ້ເຫັນເປັນຕົ້ນຕໍໃນວັດທະນະທຳ ແລະຄຸນຄ່າສ່ວນບຸກຄົນຂອງພະນັກງານ ແລະສະມາຊິກພັກ. ສິ່ງນີ້ບໍ່ພຽງແຕ່ສະແດງອອກໃນດ້ານການສຶກສາເທົ່ານັ້ນ, ແຕ່ຍັງລວມເຖິງພຶດຕິກຳທີ່ມີວັດທະນະທຳ, ຈິດໃຈເປີດກວ້າງ, ຄວາມອ່ອນນ້ອມຖ່ອມຕົວ, ຄວາມຊື່ສັດສຸຈະລິດ, ການເຄົາລົບສະຫາຍ, ການຮັບຟັງປະຊາຊົນ ແລະ ການດຳລົງຊີວິດ ແລະການເຮັດວຽກຕາມກົດໝາຍ. ພັກທີ່ “ມີອາລະຍະທຳ” ສະແດງໃຫ້ເຫັນໄດ້ຈາກພະນັກງານແລະສະມາຊິກພັກທີ່ມີຄຸນສົມບັດສິນທຳ, ສະຕິປັນຍາ, ການຄິດຢ່າງເປັນວິທະຍາສາດ, ການປະພຶດຢ່າງມີອາລະຍະທຳ, ວິໄສທັດ, ມີຄວາມສາມາດນຳພາແລະບໍລິຫານຄຸ້ມຄອງ ແລະ ຄວາມພ້ອມທີ່ຈະຮັບໃຊ້ປະເທດຊາດແລະປະຊາຊົນ. ດັ່ງນັ້ນ, ການສ້າງພັກທີ່ “ມີອາລະຍະທຳ” ຈຶ່ງບໍ່ອາດຈະແຍກອອກຈາກການສ້າງຖັນແຖວພະນັກງານທີ່ມີຄວາມຮູ້, ຄວາມສາມາດ, ມີຄຸນສົມບັດສິນທຳ, ມີແນວຄິດສ້າງສັນ, ສະຕິປັນຍາ ແລະມີຮູບແບບການພຶດທີ່ດີ, ແບບແຜນການນຳພາ ແລະ ແບບແຜນການເຮັດວຽກທີ່ເປັນວິທະຍາສາດ.

ພັກທີ່ “ມີອາລະຍະທຳ” ໝາຍຄວາມວ່າ ແນວທາງ, ແຜນນະໂຍບາຍຂອງພັກມີວິໄສທັດທີ່ເບິ່ງໄປຂ້າງໜ້າ, ປູທາງ ແລະ ໃຫ້ທິດທາງສຳລັບການພັດທະນາ; ພັກມີຄວາມກະຕືລືລົ້ນ ແລະປັບຕົວໄດ້ສະເໝີຕໍ່ສະຖານະການໂລກ ແລະພາກພື້ນທີ່ປ່ຽນແປງໄປ; ພັກຍັງຄົງຍຶດໝັ້ນໃນຮາກຖານທາງແນວຄິດຂອງລັດທິມາກ-ເລນິນ ແລະແນວຄິດໂຮ່ຈິມິນ; ພັກປະຕິບັດໜ້າທີ່ ແລະພາລະກຳບຸກເບີກຂອງຕົນ ໃນການຕໍ່ສູ້ເພື່ອການປົດປ່ອຍຊາດ, ການສ້າງສາ, ປົກປັກຮັກສາ ແລະ ພັດທະນາປະເທດຊາດ; ພັກມີຄວາມສາມາດ, ຄວາມສັນທັດໃນການຄາດຄະເນ, ວິໄສທັດຍຸດທະສາດ ແລະການກະທຳເພື່ອອະນາຄົດທີ່ດີກວ່າ, ເພື່ອຄວາມຈະເລີນຮຸ່ງເຮືອງ ແລະ ສະຫວັດດີພາບຂອງປະເທດຊາດ ແລະ ເພື່ອຄວາມສຸກຂອງປະຊາຊົນ.

ທີສາມ, ການສ້າງພັກທີ່ “ມີສິນທຳແລະອາລະຍະທຳ” ເປັນການຕັດສິນໃຈທາງຍຸດທະສາດ ແລະເປັນເງື່ອນໄຂເບື້ອງຕົ້ນສຳລັບພັກ ເພື່ອນຳພາກິດຈະການປ່ຽນແປງໃໝ່, ກໍ່ສ້າງ ແລະ ພັດທະນາປະເທດຊາດໃນຍຸກໃໝ່ ໃຫ້ປະສົບຜົນສຳເລັດ.

ສະພາບຄວາມເປັນຈິງໃນຊຸມປີທີ່ຜ່ານມາສະແດງໃຫ້ເຫັນວ່າ ແນວຄິດເລື່ອງການສ້າງພັກທີ່ “ມີສິນທຳແລະອາລະຍະທຳ” ກຳລັງປະກົດໃຫ້ເຫັນຢ່າງຈະແຈ້ງຂຶ້ນເລື້ອຍໆ ໃນຊີວິດທາງການເມືອງ ແລະສັງຄົມຂອງປະເທດ, ໂດຍສະເພາະແມ່ນ:

ວຽກງານກໍ່ສ້າງແລະປັບປຸງພັກໄດ້ຮັບການຈັດຕັ້ງປະຕິບັດຢ່າງແຂງແຮງ, ພ້ອມກັນ ແລະແທ້ຈິງ. ມະຕິກອງປະຊຸມຄົບຄະນະຄັ້ງທີ 4 ຂອງຄະນະບໍລິຫານງານສູນກາງພັກ (ສະໄໝທີ XI, XII ແລະ XIII), ບັນດາລະບຽບຂໍ້ບັງຄັບກ່ຽວກັບສິ່ງທີ່ສະມາຊິກພັກບໍ່ໄດ້ຮັບອະນຸຍາດໃຫ້ເຮັດ; ການປ້ອງກັນແລະຕ້ານການສໍ້ລາດບັງຫຼວງ, ການໃຊ້ຈ່າຍສິ້ນເປືອງ ແລະ ປະກົດການຫຍໍ້ທໍ້; ການກວດກາ, ຕິດຕາມກວດກາ ແລະ ວິໄນຂອງພັກ; ການປະພຶດທີ່ເປັນແບບຢ່າງ; ການຄວບຄຸມອຳນາດ; ມາດຕະຖານດ້ານຈັນຍາບັນສຳລັບພະນັກງານແລະສະມາຊິກພັກ... ໄດ້ຖືກອອກແລະບັງຄັບໃຊ້ຢ່າງເຂັ້ມງວດ, ເຮັດໃຫ້ເກີດການປ່ຽນແປງທີ່ສຳຄັນໃນດ້ານພຶດຕິກຳຕົວຈິງຂອງການກໍ່ສ້າງພັກ. ການຈັດການກັບການສໍ້ລາດບັງຫຼວງ ແລະປະກົດການທາງລົບຢ່າງເຂັ້ມງວດ ສະແດງໃຫ້ເຫັນເຖິງຈິດໃຈຂອງ “ບໍ່ມີເຂດຫ້າມ, ບໍ່ມີຂໍ້ຍົກເວັ້ນ”, ເຊິ່ງສະທ້ອນໃຫ້ເຫັນຢ່າງຈະແຈ້ງເຖິງຄວາມຕ້ອງການອັນດັບຕົ້ນໆ ກ່ຽວກັບມາດຕະຖານແລະຄຸນສົມບັດສິນທຳປະຕິວັດ ສຳລັບພະນັກງານແລະສະມາຊິກພັກ.

ພັກໄດ້ກຳນົດເປົ້າໝາຍແລະໜ້າທີ່ສຳຄັນ ໃນການສ້າງສາແລະພັດທະນາປະເທດຊາດ ຢ່າງຖືກຕ້ອງ, ພ້ອມດ້ວຍໜ້າທີ່ຈຸດສຸມແລະບຸກທະລຸທາງຍຸດທະສາດ ທີ່ໄດ້ລະບຸໄວ້ໃນເອກະສານກອງປະຊຸມໃຫຍ່ຄັ້ງທີ XIII ແລະເອກະສານອື່ນໆ ເຊິ່ງສ້າງຍຸກໃໝ່ຂຶ້ນມາ, ພ້ອມກັນນັ້ນ ພັກຍັງໄດ້ລະບຸແລະຊີ້ໃຫ້ເຫັນເຖິງຂໍ້ຈຳກັດ, ຂໍ້ບົກຜ່ອງ, ອຸປະສັກ ແລະບັນຫາຕ່າງໆ ໃນຂະບວນການພັດທະນາປະເທດ ຕະຫຼອດຈົນການດຳເນີນງານຂອງລະບົບການເມືອງ ແລະ ວິທີການນຳພາແລະກຳອຳນາດຂອງພັກ. ພັກໄດ້ສະເໜີແລະນຳພາການປ່ຽນແປງຄັ້ງສຳຄັນ ແລະປະຕິວັດຢ່າງຮີບດ່ວນ ເພື່ອນຳພາປະເທດເຂົ້າສູ່ຍຸກໃໝ່ແຫ່ງການພັດທະນາ. ນັ້ນແມ່ນການປະຕິວັດໂຄງສ້າງການຈັດຕັ້ງລະບົບການເມືອງ, ການປັບໂຄງສ້າງໜ່ວຍງານບໍລິຫານລະດັບແຂວງ ແລະ ລະດັບຕາແສງ, ການຍົກເລີກໜ່ວຍງານບໍລິຫານລະດັບເມືອງ; ການຈັດຕັ້ງປະຕິບັດການຕັດສິນໃຈຍຸດທະສາດ ກ່ຽວກັບການປ່ຽນແປງໃໝ່ແລະການປະຕິຮູບສະຖາບັນເພື່ອການພັດທະນາ; ກ່ຽວກັບຄວາມກ້າວໜ້າທາງດ້ານວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກໍາ ແລະ ການຫັນປ່ຽນດິຈິຕອນ; ກ່ຽວກັບການພັດທະນາເສດຖະກິດເອກະຊົນ; ກ່ຽວກັບການເຊື່ອມໂຍງສາກົນໃນສະພາບການໃໝ່; ການສ້າງຄວາມໝັ້ນຄົງດ້ານພະລັງງານຂອງຊາດ; ການພັດທະນາດ້ານການສຶກສາແລະການຝຶກອົບຮົມ; ການພັດທະນາສາທາລະນະສຸກ, ເພີ່ມທະວີການຄຸ້ມຄອງແລະດູແລສຸຂະພາບຂອງປະຊາຊົນໃຫ້ດີຍິ່ງຂຶ້ນ,...

ແບບວິທີການນຳພາ ແລະກຳອຳນາດຂອງພັກ ນັບມື້ນັບໄດ້ຮັບການປ່ຽນແປງໃໝ່ໃນທິດທາງທີ່ເປີດເຜີຍ, ປະຊາທິປະໄຕ, ຄວາມໂປ່ງໃສ, ອາລະຍະທຳ. ພັກສະໜັບສະໜູນການປ່ຽນແປງໃໝ່ແບບແຜນການນຳພາ ຈາກແບບທີ່ອີງໃສ່ແນວຄິດອາດຍາສິດ, “ຄຳສັ່ງບໍລິຫານ” ທີ່ມີຫຼາຍຂັ້ນຕອນແລະຫຼາຍລະດັບ ໄປສູ່ແນວທາງທີ່ເນັ້ນການບໍລິຫານປະເທດທີ່ທັນສະໄໝ ແລະມີປະສິດທິພາບ; ການແບ່ງຂັ້ນຄຸ້ມຄອງແລະກະຈາຍອຳນາດ; ກຳນົດຢ່າງຈະແຈ້ງກ່ຽວກັບພາລະບົດບາດ, ໜ້າທີ່ ແລະ ສິດຂອບເຂດ, ການຫັນລົງສູ່ຮາກຖານຢ່າງແຂງແຮງ ແລະ ການຍຸບເລີກລະດັບກາງ; ເພີ່ມແບບວິທີການນຳພາຜ່ານບົດບາດບຸກເບີກ ແລະການເປັນແບບຢ່າງຂອງພະນັກງານ ແລະສະມາຊິກພັກ, ພ້ອມທັງຜ່ານຮູບແບບແລະຕົວຢ່າງທີ່ກ້າວໜ້າແລະມີປະສິດທິພາບ. ພັກທີ່ “ມີອາລະຍະທຳ” ສະທ້ອນໃຫ້ເຫັນໃນການບໍລິຫານປະເທດທີ່ທັນສະໄໝ ແລະມີປະສິດທິພາບ, ໃນການປະຕິຮູບການບໍລິຫານ, ການປ່ຽນແປງໃໝ່ແລະການປັບໂຄງສ້າງອົງການພັກ ພາຍໃນອົງການແລະການຈັດຕັ້ງຕ່າງໆ ຂອງລະບົບການເມືອງ, ໃນການປະຍຸກໃຊ້ຜົນສຳເລັດທາງວິທະຍາສາດ, ເຕັກໂນໂລຊີ ແລະການຫັນປ່ຽນດິຈິຕອນ, ໃນການຮັບຟັງແລະຕອບສະໜອງຕໍ່ຄວາມຄິດເຫັນຂອງປະຊາຊົນ, “ຖືເອົາຄວາມສຸກ, ຄວາມອີ່ມໜຳສຳລານຂອງປະຊາຊົນ ເປັນເປົ້າໝາຍແຫ່ງການສູ້ຊົນຂອງພັກ”. ທັດສະນະຕ່າງໆ ເຊັ່ນ “ປະຊາຊົນເປັນຮາກຖານ”, “ປະຊາຊົນເປັນເຈົ້າຂອງ”, “ປະຊາຊົນເປັນສູນກາງ”... ສະແດງໃຫ້ເຫັນຢ່າງຈະແຈ້ງເຖິງວິທີການຂອງພັກທີ່“ມີສິນທຳແລະອາລະຍະທຳ”. 

ຊີວິດທາງການເມືອງແລະວັດທະນະທຳພາຍໃນພັກໄດ້ຮັບການຍົກລະດັບຂຶ້ນ. ລະດັບທິດສະດີການເມືອງໃນໝູ່ພະນັກງານ ແລະສະມາຊິກພັກ ໄດ້ຮັບການປັບປຸງຍົກສູງຂຶ້ນ. ການຝຶກອົບຮົມ, ການບຳລຸງສ້າງ ແລະ ການປັບປຸງຄວາມຮູ້ ແລະທັກສະໃນການນຳພາ ແລະການຄຸ້ມຄອງ ໄດ້ຮັບການເພີ່ມທະວີຂຶ້ນ. ພະນັກງານການນຳແລະຄຸ້ມຄອງສ່ວນໃຫຍ່ໃນທຸກລະດັບ ໄດ້ຮັບການເສີມສ້າງຄວາມຮູ້ທາງທິດສະດີການເມືອງ ແລະ ໄດ້ຮັບການຝຶກອົບຮົມແລະປັບປຸງຄວາມຮູ້ ແລະທັກສະຕາມທີ່ກຳນົດ. ຂະບວນການຮ່ຳຮຽນແລະປະຕິບັດຕາມແນວຄິດ, ຄຸນສົມບັດສິນທຳ ແລະແບບແຜນຂອງໂຮ່ຈິມິນ ກຳລັງເລິກເຊິ່ງຍິ່ງຂຶ້ນ; ວັດທະນະທຳໃນການນຳພາ, ການຄຸ້ມຄອງ, ການຈັດຕັ້ງ ແລະ ການປະຕິບັດງານບໍລິການສາທາລະນະ ໄດ້ກາຍເປັນມາດຕະວັດທີ່ສຳຄັນຂອງຄວາມສາມາດໃນການນຳພາ, ການກຳອຳນາດ ແລະ ຄວາມສາມາດໃນການບໍລິຫານປະເທດ, ການປົກຄອງຊາດ ແລະ ການຄຸ້ມຄອງການພັດທະນາທ້ອງຖິ່ນ. ຄະນະບໍລິຫານງານພັກໃຫ້ຄວາມສຳຄັນກັບການສ້າງວັດທະນະທຳການບໍລິການສາທາລະນະ, ຈັນຍາບັນການບໍລິການສາທາລະນະ ແລະ ວັດທະນະທຳການປະພຶດປະຕິບັດພາຍໃນລະບົບການເມືອງ ດ້ວຍເກນແລະການສະແດງອອກທີ່ສະເພາະເຈາະຈົງ ເຊິ່ງສະທ້ອນເຖິງລັກສະນະວັດທະນະທຳ ແລະ ອາລະຍະທຳຂອງພັກ.

ຮູບພາບແລະຄວາມໄວ້ວາງໃຈທາງດ້ານການເມືອງທີ່ມີຕໍ່ພັກໃນໝູ່ປະຊາຊົນໄດ້ຮັບການເສີມສ້າງ ແລະແຜ່ຂະຫຍາຍ. ດ້ວຍການຕັດສິນໃຈຍຸດທະສາດທີ່ໄດ້ດຳເນີນການແລະກຳລັງດຳເນີນການຢູ່ ແລະ ດ້ວຍຜົນງານທີ່ໂດດເດັ່ນໃນການຕໍ່ສູ້ຕ້ານການສໍ້ລາດບັງຫຼວງ ແລະການພັດທະນາເສດຖະກິດ-ສັງຄົມ, ການປົກປ້ອງອະທິປະໄຕຂອງຊາດ, ການຮັບມືກັບໂລກລະບາດແລະໄພພິບັດທາງທຳມະຊາດ, ການປ້ອງກັນປະເທດ, ການຮັກສາຄວາມໝັ້ນຄົງ, ການຕ່າງປະເທດ ແລະ ການເຊື່ອມໂຍງສາກົນ, ບົດບາດການນຳພາທີ່ຮອບດ້ານ, ຖືກຕ້ອງ ແລະ ຊານສະຫຼາດຂອງພັກຂອງເຮົາໄດ້ຮັບການຢືນຢັນເພີ່ມຂຶ້ນເລື້ອຍໆ. ບໍ່ເຄີຍມີມາກ່ອນທີ່ປະເທດເຮົາຈະມີອຳນາດເຂັ້ມແຂງ, ທ່າແຮງ, ສະຖານະ ແລະກຽດສັກສີໃນເວທີໂລກສູງສົ່ງຄືໃນປະຈຸບັນ ເຊິ່ງຍິ່ງເຮັດໃຫ້ປະຊາຊົນເຊື່ອວ່າ ມີພຽງພັກການເມືອງທີ່ມີສິນທຳ ແລະອາລະຍະທຳຢ່າງແທ້ຈິງເທົ່ານັ້ນທີ່ມີຄວາມສາມາດ ແລະຄວາມໜ້າເຊື່ອຖືທີ່ຈະນຳພາປະເທດຊາດຜ່ານຜ່າຄວາມທ້າທາຍ ແລະກ້າວໄປສູ່ອະນາຄົດທີ່ຈະເລີນຮຸ່ງເຮືອງໄດ້.

3. ບັນຫາບາງຢ່າງທີ່ເກີດຂຶ້ນກ່ຽວກັບການຄົ້ນຄວ້າ, ການເສີມເພີ່ມເຕີມ ແລະ
ການປັບປຸງຄຸນຄ່າທາງຄຸນສົມບັດສິນທຳປະຕິວັດ
ໃນຈິດໃຈຂອງການສ້າງພັກທີ່ “ມີສິນທຳແລະອາລະຍະທຳ” ໃນສະພາບການໃໝ່.

ເພື່ອໃຫ້ບັນລຸນະໂຍບາຍແລະທັດສະນະໃນການສ້າງພັກໃຫ້ “ມີສິນທຳແລະອາລະຍະທຳ” ຢ່າງແທ້ຈິງໃນໄລຍະການພັດທະນາໃໝ່, ຈຳເປັນຕ້ອງພິຈາລະນາວິທີແກ້ໄຂທີ່ສຳຄັນດັງຕໍ່ໄປນີ້:

ທີໜຶ່ງ, ເຮົາຕ້ອງຍຶດໝັ້ນ, ໝູນໃຊ້ ແລະ ພັດທະນາພື້ນຖານແນວຄິດຂອງພັກຢ່າງປະດິດສ້າງ, ຮັກສາທາດແທ້ປະຕິວັດ, ວິທະຍາສາດ ແລະ ມະນຸດສະທຳຂອງລັດທິມາກ-ເລນິນ ແລະ ແນວຄິດໂຮ່ຈິມິນ; ຕໍ່ສູ້ຢ່າງບໍ່ປະນີປະນອມກັບທັດສະນະທີ່ຜິດພາດແລະເປັນສັດຕູ ລວມເຖິງການສະແດງອອກຂອງການສວຍໂອກາດທາງການເມືອງ. ການຫ່າງເຫີນຈາກຫຼັກມູນຂອງລັດທິມາກ-ເລນິນ ແລະ ແນວຄິດໂຮ່ຈິມິນ ແມ່ນການຫ່າງເຫີນຈາກທາດແທ້ວິທະຍາສາດ, ປະຕິວັດ, ຈະລິຍະທຳ ແລະມະນຸດສະທຳຂອງພັກ. ດັ່ງນັ້ນ, ພັກຕ້ອງສືບຕໍ່ປ່ຽນແປງໃໝ່ເນື້ອໃນ ແລະ ວິທີການອົບຮັມສຶກສາທາງການເມືອງແລະແນວຄິດ, ປະສົມປະສານທິດສະດີແລະການປະຕິບັດ, ເນັ້ນໜັກໃສ່ “ການຮຽນຮູ້ດ້ວຍຕົນເອງ, ການຝຶກຝົນຫຼໍ່ຫຼອມດ້ວຍຕົນເອງ” ໃນໝູ່ພະນັກງານແລະສະມາຊິກພັກ. ຍູ້ແຮງການຮ່ຳຮຽນແລະປະຕິບັດຕາມແນວຄິດ, ຄຸນສົມບັດສິນທຳ ແລະ ແບບແຜນຂອງໂຮ່ຈິມິນ ໃນທາງແທດຈິງ: ພະນັກງານແລະສະມາຊິກພັກທຸກຄົນຕ້ອງພັດທະນາຄວາມມຸ້ງໝັ້ນໃນການປະຕິບັດຕາມຫຼັກສິນທຳ, ປະຕິບັດໜ້າທີ່ທາງການ ແລະ ປູກຝັງວັດທະນະທໍາແຫ່ງຄວາມອຸທິດຕົນ ທີ່ຕິດພັນກັບຄວາມຮັບຜິດຊອບ ແລະໜ້າທີ່ທີ່ໄດ້ຮັບມອບໝາຍ. ການນຳໃຊ້ເຕັກໂນໂລຊີດິຈິຕອນ ແລະສື່ສັງຄົມອອນໄລນ໌ຢ່າງເປັນເຈົ້າການ, ສອດຄ່ອງກັບກົດລະບຽບ ແລະມາດຕະຖານທາງຈະລິຍະທຳ, ເພື່ອເຜີຍແຜ່ຄຸນຄ່າທີ່ຕັ້ງໜ້າ, ຕ້ານການບິດເບືອນ, ປັບປຸງ “ສະໜາມຮົບດ້ານອຸດົມການ” ໃນສະພາບແວດລ້ອມອອນໄລນ໌. ສົມທົບການສຶກສາກ່ຽວກັບມາດຕະຖານດ້ານຄຸນສົມບັດປະຕິວັດ ເຂົ້າກັບການສຶກສາກ່ຽວກັບປະພຶດກຳທາງວັດທະນະທຳ, ຈັນຍາບັນໃນການບໍລິການສາທາລະນະ ແລະ ຈັນຍາບັນທາງວິຊາຊີບຕະຫຼອດທັງລະບົບການເມືອງ.

ທີສອງ, ການສ້າງສະພາບແວດລ້ອມທາງວັດທະນະທຳສິນທຳ ແລະ ອາລະຍະທຳການເມືອງພາຍໃນພັກ, ໂດຍມີ “ການປະພຶດທີ່ເປັນແບບຢ່າງ” ເປັນສູນກາງ ແລະ “ວັດທະນະທຳທາງການເມືອງ” ເປັນພື້ນຖານ. ດ້ວຍເຫດນີ້, ພັກຈຶ່ງຈຳເປັນຕ້ອງໃຫ້ແນວທາງໃນການຈັດຕັ້ງປະຕິບັດ, ພັດທະນາ ແລະ ວາງລະບຽບກ່ຽວກັບມາດຕະຖານຈະລິຍະທຳຂອງພັກ ໃຫ້ເປັນປະມວນຈະລິຍະທຳສຳລັບພຶດຕິກຳທາງການເມືອງ - ຄຸນສົມບັດສິນທຳ - ວັດທະນະທຳຂອງສະມາຊິກພັກ, ໂດຍຖືວ່າເປັນ “ມາດຕະຖານຄຸນຄ່າທາງພຶດຕິກຳ” ໃນທຸກກິດຈະກຳຂອງອົງການຈັດຕັ້ງພັກ, ພະນັກງານແລະສະມາຊິກ. ການສ້າງສະພາບແວດລ້ອມການດຳເນີນຊີວິດພັກທີ່ເຂັ້ມແຂງ, ເປັນປະຊາທິປະໄຕ ແລະ ມີມະນຸດສະທຳ, ຕໍ່ສູ້ຕ້ານລັດທິພິທີການ, ການສະແຫວງຫາຄວາມສຳເລັດເພື່ອຕົນເອງ ແລະ “ເວົ້າຫຼາຍແຕ່ເຮັດໜ້ອຍ”. ກອງປະຊຸມໜ່ວຍພັກຕ້ອງກາຍເປັນສະຖານທີ່ສຳລັບການຜັນຂະຫບາຍວິທີການນຳພາ ແລະວຽກງານແນວຄິດ ບົນພື້ນຖານວິທະຍາສາດ, ການສຶກສາ ແລະສະຕິປັນຍາ, ເປັນສະຖານທີ່ສຳລັບສະມາຊິກພັກໃນການໄຕ່ຕອງຕົນເອງ, ແກ້ໄຂຕົນເອງ ແລະ ປູກຝັງຄຸນສົມບັດສິນທຳຂອງຕົນເອງ. ການເປັນແບບຢ່າງ” ຖືເປັນລະບົບທີ່ບັງຄັບໃຊ້ ແລະ ການລະເມີດກົດຂໍ້ນີ້ຖືເປັນການລະເມີດຈະລິຍະທຳຂອງສະມາຊິກພັກ. ການພັດທະນາແລະເຜີຍແຜ່ “ວັດທະນະທຳການເມືອງ” ພາຍໃນພັກ ເຊິ່ງປະກອບດ້ວຍວັດທະນະທຳການນຳພາ, ວັດທະນະທຳການປົກຄອງ, ວັດທະນະທຳປະຊາທິປະໄຕ, ການສົນທະນາ, ຄວາມຮັບຜິດຊອບ, ວັດທະນະທຳຕິຊົມຕົນເອງແລະຕິຊົມ, ຄວາມສາມັກຄີແລະຄວາມເປັນເອກະພາບ. ສະມາຊິກພັກທຸກຄົນຕ້ອງຮູ້ວິທີໃຊ້ແລະສົ່ງເສີມ “ອຳນາດທາງວັດທະນະທຳ”, ສະຕິປັນຍາ, ການປະພຶດທີ່ມີຈະລິຍະທຳ, ການເຄົາລົບຫຼັກການ, ແຕ່ເຕັມໄປດ້ວຍຄວາມເມດຕາກະລຸນາຂອງມະນຸດ.

ທີສາມ, ຕ້ອງປ່ຽນແປງໃໝ່ວຽກງານພະນັກງານຢ່າງແຂງແຮງ ເຊິ່ງຖືເປັນ “ກະແຈຂອງກະແຈ” ເພື່ອໃຫ້ພັກ “ມີສິນທຳແລະອາລະຍະທຳ” ຢ່າງແທ້ຈິງ. ປະທານໂຮ່ຈິມິນຖືວ່າ “ພະນັກງານແມ່ນຮາກຖານຂອງວຽກງານທັງໝົດ” ແລະ “ຄວາມສຳເລັດຫຼືຄວາມລົ້ມເຫຼວຂອງທຸກຄວາມພະຍາຍາມຂຶ້ນຢູ່ກັບວ່າພະນັກງານນັ້ນດີຫຼືບໍ່ດີ”. ເພື່ອໃຫ້ພັກເຮົາ “ມີສິນທຳແລະອາລະຍະທຳ” ຢ່າງແທ້ຈິງ, ຈຳເປັນຕ້ອງໃຫ້ຄວາມສຳຄັນທີ່ສຸດຕໍ່ ຄຸນສົມບັດສິນທຳ, ມາດຕະຖານທາງຈະລິຍະທຳ ແລະວັດທະນະທຳ ອາລະຍະທຳ ໃນວຽກງານພະນັກງານ. ດັ່ງນັ້ນ, ພັກຈຶ່ງຕ້ອງມຸ່ງເນັ້ນໄປທີ່ການສ້າງກົນໄກໃນການຄັດເລືອກແລະໃຊ້ພະນັກງານ ໂດຍອີງໃສ່ຄຸນສົມບັດ, ຄວາມສາມາດ, ຜົນງານ, ການປະກອບສ່ວນ ແລະ ຄວາມໄວ້ວາງໃຈຈາກປະຊາຊົນ. ພັກເຮົາຕ້ອງສ້າງລະບົບປະເມີນຜົນພະນັກງານ ໂດຍໃຊ້ຂໍ້ມູນແບບປະລິມານ ແລະ ເຊື່ອມໂຍງຜົນການປະເມີນເຂົ້າກັບຜົນງານ, ການຝຶກຝົນຄຸນທຳ ແລະຈິດໃຈໃນການຮັບໃຊ້ປະຊາຊົນ. ພະນັກງານທີ່ຂາດຄຸນທຳແລະຈະລິຍະທຳ, ມີຄວາມສາມາດອ່ອນແອ ຫຼື ສະແດງໃຫ້ເຫັນເຖິງສັນຍານຂອງການສວຍໂອກາດທາງການເມືອງ ຈະຕ້ອງຖືກປະຕິເສດການແຕ່ງຕັ້ງ, ການວາງແຜນ ຫຼືການເລືອກຕັ້ງໃໝ່ໂດຍເດັດຂາດ. ຕ້ອງຂະຫຍາຍປະຊາທິປະໄຕໃນວຽກງານພະນັກງານ ແລະ ການເປີດເຜີຍຂັ້ນຕອນດຳເນີນງານ, ເອກະສານ ແລະ ຜົນການລົງຄະແນນສຽງໄວ້ວາງໃຈ ຕໍ່ສາທາລະນະ; ສົ່ງເສີມປະຊາຊົນແລະແນວໂຮມປະເທດຊາດຫວຽດນາມ ເຂົ້າຮ່ວມໃນການຕິດຕາມກວດກາ ແລະຄັດເລືອກພະນັກງານ. ກໍ່ສ້າງຖັນແຖວພະນັກງານໜຸ່ມທີ່ມີຄວາມຮູ້, ຄຸນສົມບັດສິນທຳ, ທັກສະດິຈິຕອນ, ຄວາມກ້າຫານ ແລະ ຄວາມສາມາດໃນການເຮັດວຽກໃນສະພາບແວດລ້ອມສາກົນ, ສ້າງແບບຢ່າງຂອງ “ສະມາຊິກພັກທີ່ມີອາລະຍະທຳ” ໃນຍຸກໃໝ່.

ທີສີ່, ປ່ຽນແປງໃໝ່ແບບວິທີການນຳພາ ແລະ ການກຳອຳນາດຂອງພັກ ຕາມທິດທາງວິທະຍາສາດ, ປະຊາທິປະໄຕ, ອາລະຍະທຳ ແລະຫຼັກນິຕິທຳ. ການທີ່ພັກເປັນສິນທຳ, ເປັນອາລະຍະທຳນັ້ນ ບໍ່ພຽງແຕ່ສະແດງອອກໃນຄຸນສົມບັດສິນທຳຂອງສະມາຊິກເທົ່ານັ້ນ ແຕ່ຍັງລວມເຖິງວິທີການກຳອຳນາດຢ່າງມີມະນຸດສະທຳ, ວິທະຍາສາດ ແລະ ທັນສະໄໝອີກດ້ວຍ. ດັ່ງນັ້ນ, ພັກຕ້ອງປ່ຽນແປງ ແລະ ແທນທີ່ວິທີການນຳພາທີ່ເພິ່ງພາຄຳສັ່ງແລະຄຳຂວັນທາງການບໍລິຫານຢ່າງຫຼາຍ ດ້ວຍການນຳພາທີ່ອີງໃສ່ວິໄສທັດຍຸດທະສາດ, ຫຼັກການ, ກົດຂໍ້ບັງຄັບທາງກົດໝາຍ, ການປະພຶດທີ່ເປັນແບບຢ່າງ ແລະການຊັກຊວນ. ເພີ່ມທະວີການກະຈາຍອຳນາດແລະການແບ່ງຂັ້ນຄຸ້ມຄອງ ຄຽງຄູ່ກັບການກວດກາ, ການຕິດຕາມກວດກາ, ການຄວບຄຸມອຳນາດ, ສ້າງຄວາມໂປ່ງໃສແລະຄວາມຮັບຜິດຊອບຕໍ່ຜົນງານ. ຜັນຂະຫຍາຍກົນໄກ “ພັກນຳພາ - ລັດຄຸ້ມຄອງ - ປະຊາຊົນເປັນເຈົ້າຂອງ” ດ້ວຍລະບົບກົດໝາຍທີ່ກຳນົດອຳນາດ ແລະ ຄວາມຮັບຜິດຊອບຢ່າງຊັດເຈນ, ຫຼີກລ່ຽງການທັບຊ້ອນກັນ. ປັບປຸງວຽກງານການນຳພາ, ການຄຸ້ມຄອງຂອງພັກໃຫ້ທັນສະໄໝ ຜ່ານການຫັນປ່ຽນດິຈິຕອນ, ການຄຸ້ມຄອງຂໍ້ມູນ ແລະ ການວິເຄາະນະໂຍບາຍໂດຍການປະຍຸກໃຊ້ຄວາມກ້າວໜ້າທາງວິທະຍາສາດ ແລະເຕັກໂນໂລຊີ. ສ້າງຖັນແຖວພະນັກງານທີ່ປຶກສາຍຸດທະສາດຂອງພັກ ທີ່ມີຄວາມສະຫຼາດ, ມີຈັນຍາບັນ, ມີຄວາມຄິດສ້າງສັນ ແລະ ມີວິໄສທັດໄລຍະຍາວ.

ທີຫ້າ, ເພີ່ມທະວີວຽກງານກວດກາ, ຕິດຕາມກວດກາ ແລະ ວິໄນຂອງພັກ, ເຮັດໃຫ້ສິນທຳບໍລິສຸດເພື່ອອະນຸລັກຮັກສາອາລະຍະທຳຂອງພັກ. ການກວດກາ, ຕິດຕາມກວດກາ ແລະລະບຽບວິໄນ ແມ່ນເຄື່ອງມືໃນການບັງຄັບໃຊ້ຈັນຍາບັນ ແລະຫຼັກການຂອງພັກ, ສະແດງໃຫ້ເຫັນເຖິງຄວາມຍຸຕິທຳ, ປະຊາທິປະໄຕ ແລະອາລະຍະທຳໃນການປົກຄອງ ໃຊ້ອຳນາດ. ຕາມນັ້ນ, ພັກຕ້ອງສ້າງລະບົບກວດກາ ແລະຕິດຕາມກວດກາແບບເປັນເຈົ້າການ, ໂດຍໃຫ້ຄວາມສຳຄັນກັບການປ້ອງກັນ, ການອົບຮົມສຶກສາ ແລະ ການເຕືອນເປັນຕົ້ນຕໍ, ໃຊ້ການລົງໂທດທາງມີວິໄນເປັນທາງເລືອກສຸດທ້າຍ, ແຕ່ຕ້ອງບັງຄັບໃຊ້ຢ່າງເຄັ່ງຄົດ. ເພີ່ມຄວາມເປັນເອກະລາດແລະພາວະວິໄສ ຂອງຄະນະກຳມະການກວດກາທຸກລະດັບ; ຂະຫຍາຍຊ່ອງທາງການຕິດາມກວດກາຈາກແນວໂຮມປະເທດຊາດຫວຽດນາມ, ສື່ມວນຊົນ ແລະປະຊາຊົນ. ເຜີຍແຜ່ຜົນຂອງການຈັດການກັບຜູ້ລະເມີດ; ເຊື່ອມໂຍງຄວາມຮັບຜິດຊອບຂອງຫົວໜ້າອົງການ ກັບໝູ່ຄະນະແລະບຸກຄົນພາຍໃນອົງການ ເມື່ອມີການລະເມີດເກີດຂຶ້ນ. ຖືການລົງໂທດທາງວິໄນຂອງພັກວ່າເປັນ “ການປິ່ນປົວ” ທາງດ້ານການເມືອງ, ແນວຄິດ ແລະຄຸນສົມບັດສິນທຳ, ບໍ່ພຽງແຕ່ເພື່ອການສະກັດກັ້ນເທົ່ານັ້ນ ແຕ່ຍັງເປັນການເຕືອນແລະການສຶກສາໃຫ້ຄວາມຮູ້ອີກນຳ. ການໝູນໃຊ້ຄວາມກ້າວໜ້າທາງວິທະຍາສາດ ແລະເຕັກໂນໂລຊີ ໃນການກວດກາ, ຕິດຕາມການປ່ຽນແປງຂອງຊັບສິນ ແລະລາຍໄດ້, ການປ້ອງກັນແລະຕ້ານການສໍ້ລາດບັງຫຼວງ, ການໃຊ້ຈ່າຍສິ້ນເປືອງ ແລະຄວາມຫຍໍ້ທໍ້ພາຍໃນພັກ.

ທີຫົກ, ເສີມຂະຫຍາຍບົດບາດຂອງປະຊາຊົນ ເຊິ່ງເປັນພື້ນຖານແລະມາດຕະວັດການ “ມີສິນທຳແລະອາລະຍະທຳ” ຂອງພັກ. ປະທານໂຮ່ຈິມິນ ໄດ້ເນັ້ນໜັກວ່າ: “ໃນທ້ອງຟ້າ ບໍ່ມີສິ່ງໃດມີຄ່າຫຼາຍກວ່າປະຊາຊົນ. ໃນໂລກ ບໍ່ມີສິ່ງໃດເຂັ້ມແຂງກວ່າກຳລັງແຮງແຫ່ງສາມັກຄີຂອງປະຊາຊົນ”. ພັກຈະ“ມີສິນທຳແລະອາລະຍະທຳ” ໄດ້ກໍ່ຕໍ່ເມື່ອເອົາປະຊາຊົນເປັນຮາກຖານ ແລະ ໃຊ້ຄວາມໄວ້ວາງໃຈແລະການສະໜັບສະໜູນຂອງປະຊາຊົນ ເປັນມາດຕະວັດວຽກງານການນຳພາຂອງພັກ. ດັ່ງນັ້ນ, ພັກຕ້ອງສ້າງກົນໄກໃຫ້ປະຊາຊົນມີສ່ວນຮ່ວມໃນການໃຫ້ຄຳຄິດເຫັນ ແລະ ການຕິດຕາມກວດກາພະນັກງານ ສະມາຊິກພັກ ຜ່ານຊ່ອງທາງດິຈິຕອນ ແລະເວັບໄຊຕ໌ຮັບຟັງຄຳຄິດເຫັນສາທາລະນະ. ຄວນຈັດຕັ້ງການສົນທະນາເປັນປະຈຳ ລະຫວ່າງຫົວໜ້າຄະນະບໍລິຫານງານພັກ, ອົງການຈັດຕັ້ງພັກ ກັບປະຊາຊົນ; ຄວນເປີດເຜີຍຕໍ່ສາທາລະນະເຖິງພັນທະສັນຍາໃນການຮັບໃຊ້ ແລະ ຜົນຂອງການແກ້ໄຂຂໍ້ບົກພ່ອງ. ເສີມຂະຫຍາຍບົດບາດຂອງແນວໂຮມປະເທດຊາດຫວຽດນາມ ແລະ ອົງການຈັດຕັ້ງມະຫາຊົນ ໃນການຕິດຕາມກວດກາ, ການວິພາກວິຈານ ແລະ ການໃຫ້ຄຳແນະນຳກ່ຽວກັບນະໂຍບາຍ, ຄຸນສົມບັດສິນທຳ, ວິຖີຊີວິດ, ແບບແຜນການນຳພາ, ທັດສະນະຄະຕິ ແລະ ຄວາມຮັບຜິດຊອບຂອງພະນັກງານ, ສະມາຊິກພັກ, ລັດຖະກອນ ແລະພາລະກອນ.

ທີເຈັດ, ພັດທະນາຄວາມສາມາດຈິນຕະນາການວິທະຍາສາດ ແລະການປ່ຽນແປງໃໝ່ປະດິດສ້າງ. ພັກທີ່ “ມີອາລະຍະທໍາ” ຕ້ອງດໍາເນີນງານບົນພື້ນຖານຂອງຄວາມຮູ້, ຄວາມຄິດແບບວິທະຍາສາດ ແລະ ວິໄສທັດທີ່ກວ້າງໄກ. ຕາມນັ້ນ, ພັກຕ້ອງສືບຕໍ່ປ່ຽນແປງໃໝ່ຈິນຕະນາການຍຸດທະສາດ, ຍົກສູງຄວາມສາມາດໃນການຄົ້ນຄວ້າ, ການຄາດຄະເນ ແລະ ການຄິດແບບວິພາກວິຈານ ຂອງອົງການທີ່ປຶກສາ, ສະຖາບັນວິທະຍາສາດ, ສະຖາບັນການສຶກສາ ແລະ ສະຖາບັນຄົ້ນຄວ້າ. ຕ້ອງລົງທຶນຫຼາຍຂຶ້ນໃນການຄົ້ນຄວ້າ ແລະ ການອົບຮົມສຶກສາທິດສະດີການເມືອງ ໂດຍເຊື່ອມໂຍງກັບຄວາມເປັນຈິງຂອງຫວຽດນາມ ແລະດູດຊຶມເອົາສິ່ງທີ່ດີທີ່ສຸດຂອງມະນຸດຊາດ. ປູກຝັງທັກສະດ້ານດິຈິຕອນ, ການຄຸ້ມຄອງເຕັກໂນໂລຢີ ແລະ ຄວາມຄິດປ່ຽນແປງໃໝ່ປະດິດສ້າງ ໃນໝູ່ພະນັກງານແລະສະມາຊິກພັກ. ສົ່ງເສີມວັດທະນະທໍາທາງວິຊາການ, ການອະພິປາຍທາງທິດສະດີ ແລະ ການສົນທະນານະໂຍບາຍທີ່ເປີດເຜີຍ ໃນສະພາບແວດລ້ອມທີ່ເໝາະສົມ.

ທີແປດ, ການສ້າງແລະເຜີຍແຜ່ຄຸນຄ່າອັນສູງສົ່ງຂອງລະບອບສັງຄົມນິຍົມ ແລະພາບລັກຂອງພັກທີ່ “ມີສິນທຳແລະອາລະຍະທຳ”. ໃນສະພາບການຂອງການເຊື່ອມໂຍງສາກົນຢ່າງເລິກເຊິ່ງ, ຈຳເປັນຕ້ອງຢືນຢັນເອກະລັກທາງວັດທະນະທຳຂອງຫວຽດນາມ ແລະ ຄຸນຄ່າອັນສູງສົ່ງຂອງລະບອບສັງຄົມນິຍົມ, ສ້າງແລະເຜີຍແຜ່ພາບລັກຂອງພັກທີ່ “ມີສິນທຳແລະອາລະຍະທຳ”, ໂດຍມຸ່ງໄປສູ່ພັກທີ່“ມີສິນທຳແລະອາລະຍະທຳ” ດ້ວຍພະນັກງານແລະສະມາຊິກພັກທີ່ມີສິນທຳ, ມີປັນຍາ, ມີຄວາມຄິດວິທະຍາສາດ, ມີພຶດຕິກຳທີ່ເປັນມາດຕະຖານ, ມີວິໄສທັດ, ມີຄວາມສາມາດໃນການມຸ່ງໄປສູ່ການສ້າງສັນ, ພ້ອມທີ່ຈະຮັບໃຊ້ປະເທດຊາດແລະປະຊາຊົນ./.

--------------------------

 (1) ໂຮ່ຈິມິນ: ນິພົນຄົບຊຸດ, ສພຈ. ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2011, ເຫຼັ້ມ 2, ໜ້າ 289

(2) ໂຮ່ຈິມິນ: ນິພົນຄົບຊຸດ, ປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 8, ໜ້າ 274

(3), (4), (5) ໂຮ່ຈິມິນ: ນິພົນຄົບຊຸດ, ປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 5, ໜ້າ 289, 289, 292

(6) ໂຮ່ຈິມິນ: ນິພົນຄົບຊຸດ, ປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 15, ໜ້າ 622