ເພີ່ມທະວີສາຍພົວພັນທີ່ໃກ້ຊິດ
ລະຫວ່າງພັກແລະປະຊາຊົນໃນຍຸກໃໝ່
ລະຫວ່າງພັກແລະປະຊາຊົນໃນຍຸກໃໝ່
ທ່ານເລຂາທິການໃຫຍ່ ໂຕເລິມ ພ້ອມດ້ວຍປະຊາຊົນຄຸ້ມນະຄອນ ເທື້ອງກາດ, ນະຄອນຮ່າໂນ້ຍ ໃນວັນສາມັກຄີແຫ່ງຊາດ _ແຫຼ່ງ: ເອກະສານ
ພື້ນຖານທາງທິດສະດີແລະພຶດຕິກຳຕົວຈິງ
ຂອງສາຍພົວພັນທີ່ໃກ້ຊິດລະຫວ່າງພັກ ແລະປະຊາຊົນ
ລັດທິມາກ-ເລນິນນິຍາມການປະຕິວັດວ່າ ເປັນພາລະກິດຂອງມະຫາຊົນ ເຊິ່ງສະແດງໃຫ້ເຫັນຢ່າງຈະແຈ້ງເຖິງຄວາມສຳຄັນຂອງສາຍພົວພັນລະຫວ່າງພັກ ແລະປະຊາຊົນ. ເລນິນກ່າວໄວ້ຢ່າງຈະແຈ້ງວ່າ: “ລັດທິສັງຄົມນິຍົມທີ່ມີຊີວິດຊີວາແລະສ້າງສັນ ແມ່ນພາລະກິດຂອງມະຫາຊົນເອງ”(1) ແລະ ທ່ານໄດ້ເຕືອນວ່າ: “ໜຶ່ງໃນອັນຕະລາຍທີ່ໃຫຍ່ທີ່ສຸດ ແລະໜ້າຢ້ານກົວທີ່ສຸດ ແມ່ນການຕັດຂາດການຕິດຕໍ່ກັບມະຫາຊົນ”(2).
ໃນລະຫວ່າງຂະບວນການນຳພາການປະຕິວັດ, ພັກກອມມູນິດຫວຽດນາມ ແລະ ປະທານໂຮ່ຈິມິນ ເຂົ້າໃຈຢ່າງເລິກເຊິ່ງເຖິງບົດບາດອັນຍິ່ງໃຫຍ່ຂອງປະຊາຊົນສະເໝີມາ ແລະໄດ້ເອົາໃຈໃສ່ສ້າງແລະປັບປຸງສາຍພົວພັນທີ່ໃກ້ຊິດລະຫວ່າງພັກ ແລະປະຊາຊົນຢ່າງຕໍ່ເນື່ອງ. ປະທານໂຮ່ຈິມິນຢືນຢັນວ່າ: “ໃນທ້ອງຟ້າ ບໍ່ມີສິ່ງໃດມີຄ່າກວ່າປະຊາຊົນ. ໃນໂລກນີ້ ບໍ່ມີສິ່ງໃດເຂັ້ມແຂງກວ່າກຳລັງແຮງແຫ່ງຄວາມສາມັກຄີຂອງປະຊາຊົນ”(3). ທ່ານໃຫ້ຄຳແນະນຳວ່າ: “ການເຫີນຫ່າງຈາກປະຊາຊົນ, ການບໍ່ມີການຕິດຕໍ່ໃກ້ຊິດກັບປະຊາຊົນ ຄືກັບການຢືນຢູ່ກາງອາກາດ, ຍ່ອມຈະລົ້ມເຫຼວຢ່າງແນ່ນອນ”(4); “ປະສົບການຂອງການປະຕິວັດແມ່ນການຢູ່ໃກ້ຊິດກັບມະຫາຊົນ. ຖ້າຢູ່ຫ່າງໄກຈາກມະຫາຊົນ ກໍ່ບໍ່ສາມາດເຮັດຫຍັງໄດ້”(5). ທ່ານຍັງຊີ້ໃຫ້ເຫັນວ່າ: “ເມື່ອມະຫາຊົນຮັບຮູ້ນະໂຍບາຍທີ່ຖືກຕ້ອງ ແລະຄວາມສາມາດໃນການນຳພາຂອງພັກຢ່າງກວ້າງຂວງ, ພັກກໍ່ຈະໄດ້ຮັບຕຳແໜ່ງຜູ້ນຳ”(6).
ໂດຍອ້າງອີງເຖິງສາຍພົວພັນທີ່ໃກ້ຊິດລະຫວ່າງພັກແລະປະຊາຊົນ, ນັບຕັ້ງແຕ່ກອງປະຊຸມໃຫຍ່ຄັ້ງທີ III ຂອງພັກ (ປີ 1960), ພັກກອມມູນິດຫວຽດນາມໄດ້ຢືນຢັນວ່າ: “ກຳລັງແຮງຂອງປະຊາຊົນຢູ່ທີ່ການນຳພາຂອງພັກ; ກຳລັງແຮງອັນຊະນະເລີດຂອງພັກຢູ່ທີ່ສາຍພົວພັນທີ່ໃກ້ຊິດກັບມວນຊົນກວ້າງຂວາງ”(7). ກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກໄດ້ວາງປະຊາຊົນໄວ້ເປັນສູນກາງ ໃນຖານະເຈົ້າຂອງໃນຍຸດທະສາດການພັດທະນາປະເທດ ໂດຍລະບຸວ່າ: “ແຜນນະໂຍບາຍແລະນະໂຍບາຍທັງໝົດຕ້ອງມາຈາກຄວາມຕ້ອງການ, ຄວາມປາດຖະໜາ, ສິດແລະຜົນປະໂຫຍດອັນຊອບທຳຖືກກົດໝາຍຂອງປະຊາຊົນຢ່າງແທ້ຈິງ; ເສີມຂະຫຍາຍສາຍພົວພັນທີ່ໃກ້ຊິດກັບປະຊາຊົນ, ອີງໃສ່ປະຊາຊົນເພື່ອສ້າງພັກ, ຖືເອົາຄວາມສຸກ ແລະຄວາມຢູ່ດີກິນດີຂອງປະຊາຊົນເປັນເປົ້າໝາຍທີ່ຕ້ອງສູ້ຊົນ; ປັບປຸງແລະເພີ່ມທະວີຄວາມໄວ້ວາງໃຈຂອງປະຊາຊົນຕໍ່ພັກ, ລັດ ແລະ ລະບອບສັງຄົມນິຍົມ”(8). ກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກໄດ້ລະບຸຢ່າງຊັດເຈນເຖິງການເຄົາລົບ ແລະສົ່ງເສີມສິດທິໃນການເປັນເຈົ້າຂອງຂອງປະຊາຊົນຕາມຄຳຂວັນທີ່ວ່າ “ປະຊາຊົນຮູ້, ປະຊາຊົນປຶກສາຫາລື, ປະຊາຊົນເຮັດ, ປະຊາຊົນກວດກາ, ປະຊາຊົນຕິດຕາມກວດກາ ແລະ ປະຊາຊົນຊົມໃຊ້ຜົນປະໂຫຍດ”. ພ້ອມກັນນັ້ນກໍ່ໄດ້ເນັ້ນໜັກເຖິງທິດທາງທີ່ວ່າ: “ນຳພາການກຳນົດສິດແລະພັນທະພື້ນຖານຂອງພົນລະເມືອງໄວ້ໃນລັດຖະທຳມະນູນ ເພື່ອເສີມຂະຫຍາຍສິດເປັນເຈົ້າຂອງຂອງປະຊາຊົນໃຫ້ສູງສຸດໃນຂະບວນການກໍ່ສ້າງ, ປົກປ້ອງ ແລະ ພັດທະນາປະເທດ. ຄົ້ນຄວ້າແລະປະກາດໃຊ້ກົນໄກໃຫ້ປະຊາຊົນມີສ່ວນຮ່ວມໃນການກໍ່ສ້າງພັກ, ກໍ່ສ້າງລະບົບການເມືອງທີ່ສະອາດແລະໝັ້ນຄົງເຂັ້ມແຂງ ແລະການກໍ່ສ້າງຖັນແຖວພະນັກງານ. ຕັ້ງໜ້າໃນການຊຸກຍູ້, ຕິດຕາມ ແລະກວດສອບການປະຕິບັດມະຕິຂອງພັກ ກ່ຽວກັບວຽກງານຂົນຂວາຍປະຊາຊົນ”(9
ສາຍພົວພັນລະຫວ່າງພັກກັບປະຊາຊົນເກີດຂຶ້ນຈາກຄວາມຕ້ອງການພາວະວິໄສຂອງພາລະກິດການປະຕິວັດ. ນີ້ແມ່ນສາຍພົວພັນທີ່ພິເສດຫຼາຍ. ພັກເປັນທັງຜູ້ນຳ, ຜູ້ປົກຄອງ ແລະ ເປັນຜູ້ຮັບໃຊ້ປະຊາຊົນ, ໃນຂະນະທີ່ປະຊາຊົນຜູ້ທີ່ສະໝັກໃຈສະໜັບສະໜູນ ແລະເຫັນດີກັບການນຳພາຂອງພັກ ແມ່ນເຈົ້າຂອງປະເທດຊາດ. ກຳລັງແຮງຂອງພັກຢູ່ທີ່ສາຍພົວພັນອັນແໜ້ນແຟ້ນລະຫວ່າງພັກກັບປະຊາຊົນ.
ໂດຍເສີມຂະຫຍາຍມູນເຊື້ອແຫ່ງຄວາມຮັກຊາດ, ຮັບເອົາທິດສະດີມາກ-ເລນິນ ແລະແນວຄິດໂຮ່ຈິມິນ, ພັກກອມມູນິດຫວຽດນາມໄດ້ນຳສະເໜີທັດສະນະທີ່ຖືກຕ້ອງທີ່ສຸດວ່າ: “ການປະຕິວັດແມ່ນພາລະກິດຂອງປະຊາຊົນ, ໂດຍປະຊາຊົນ, ເພື່ອປະຊາຊົນ; ປະຊາຊົນເປັນເຈົ້າຂອງ, ປະຊາຊົນເປັນຜູ້ຄວບຄຸມ”(10). ທັດສະນະນີ້ຢືນຢັນເຖິງສະຖານະ ແລະຄວາມສຳຄັນພິເສດຂອງສາຍພົວພັນທີ່ໃກ້ຊິດລະຫວ່າງພັກແລະປະຊາຊົນ. ຍ້ອນຄວາມເຂົ້າໃຈຢ່າງເລິກເຊິ່ງແລະສະໝ່ຳສະເໝີໃນທັດສະນະນີ້ເອງທີ່ພັກຂອງເຮົາໄດ້ນຳພາປະຊາຊົນຂອງເຮົາຢ່າງສະຫຼາດຫຼັກແຫຼມ ໃຫ້ເອົາຊະນະສັດຕູຜູ້ຮຸກຮານທັງໝົດ ແລະບັນລຸຜົນສຳເລັດອັນຍິ່ງໃຫຍ່ຫຼາຍຢ່າງທີ່ມີຄວາມໝາຍທາງປະຫວັດສາດໃນການກໍ່ສ້າງ ແລະພັດທະນາປະເທດ.
ສະຖານະການ, ສະພາບການ ແລະ ວິທີແກ້ໄຂທີ່ສຳຄັນບາງຢ່າງ
ເພື່ອເພີ່ມທະວີສາຍພົວພັນທີ່ໃກ້ຊິດລະຫວ່າງພັກແລະປະຊາຊົນ ໃນຍຸກໃໝ່
ສະພາບການແລະສະຖານະການໃນໂລກ, ພາກພື້ນ ແລະ ພາຍໃນປະເທດມີຄວາມພົວພັນກັນຢ່າງໃກ້ຊິດ ແລະສົ່ງຜົນກະທົບໂດຍກົງຫຼືໂດຍອ້ອມ ຕໍ່ສາຍພົວພັນລະຫວ່າງພັກ ແລະປະຊາຊົນໃນຍຸກໃໝ່. ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII ຂອງພັກໄດ້ຄາດຄະເນຢ່າງພາວະວິໄສແລະເລິກເຊິ່ງ ເຖິງສະຖານະການໂລກ, ພາກພື້ນ ແລະ ພາຍໃນປະເທດ ທີ່ຈະສົ່ງຜົນກະທົບຕໍ່ການຈັດຕັ້ງປະຕິບັດມະຕິ, ລວມທັງສາຍພົວພັນລະຫວ່າງພັກ ແລະປະຊາຊົນ.
ສະຖານະການໂລກຍັງສືບຕໍ່ປ່ຽນແປງຢ່າງໄວວາ, ສັບສົນ ແລະບໍ່ສາມາດຄາດເດົາໄດ້. ສັນຕິພາບ, ການຮ່ວມມື ແລະການພັດທະນາ ຍັງຄົງເປັນທ່າອ່ຽງທີ່ສຳຄັນ, ແຕ່ກໍ່ປະເຊີນກັບຄວາມທ້າທາຍໃໝ່ຫຼາຍຢ່າງ. ການແຂ່ງຂັນຍຸດທະສາດລະຫວ່າງປະເທດມະຫາອຳນາດ, ຄວາມຂັດແຍ່ງໃນລະດັບທ້ອງຖິ່ນລະຫວ່າງປະເທດຍັງຄົງຮຸນແຮງ, ຍືດເຍື້ອ ແລະອາດຈະສັບສົນຍິ່ງຂຶ້ນ, ພ້ອມກັບບັນຫາຄວາມໝັ້ນຄົງແບບດັ້ງເດີມ ແລະ ບໍ່ແມ່ນແບບດັ້ງເດີມທີ່ສົ່ງຜົນກະທົບໂດຍກົງແລະຍາວນານ ຕໍ່ກິດຈະກຳທາງເສດຖະກິດ, ການຄ້າ ແລະ ການລົງທຶນ... ກໍຄືຕໍ່ນະໂຍບາຍທາງການເມືອງ, ຊີວິດສັງຄົມ ແລະ ຊີວິດຂອງປະຊາຊົນໃນຫຼາຍປະເທດ. ການປະຕິວັດອຸດສາຫະກຳຄັ້ງທີ 4 ສືບຕໍ່ພັດທະນາຢ່າງແຂງແຮງ, ສົ່ງຜົນກະທົບຢ່າງເລິກເຊິ່ງຕໍ່ທຸກຂົງເຂດແລະຊັ້ນສັງຄົມທົ່ວໂລກ. ວິທະຍາສາດແລະເຕັກໂນໂລຊີໄດ້ສ້າງຄວາມກ້າວໜ້າທີ່ບໍ່ເຄີຍມີມາກ່ອນ, ປະກອບສ່ວນເຂົ້າໃນຄວາມສຳເລັດໃນຂົງເຂດຕ່າງໆເຊັ່ນ: ປັນຍາປະດິດ (AI), ອິນເຕີເນັດຂອງສິ່ງຕ່າງໆ (IoT), ຂໍ້ມູນຂະໜາດໃຫຍ່ (big data), ການປະມວນຜົນແບບຄລາວ, ເຕັກໂນໂລຊີບຼ໊ອກເຊນ, ຫຸ່ນຍົນອັດສະລິຍະ, ລະບົບອັດຕະໂນມັດ ແລະອື່ນໆ. ຫຼາຍປະເທດກຳລັງສົ່ງເສີມທ່າອ່ຽງການຫັນປ່ຽນສີຂຽວ, ການຫັນປ່ຽນດິຈິຕອນ ແລະ ການຫັນປ່ຽນພະລັງງານ ຢ່າງແຂງຂັນ. ພາກພື້ນອາຊີປາຊີຟິກຍັງຄົງເປັນສູນກາງການພັດທະນາທີ່ຂະຫຍັນຂັນເຄື່ອນ, ແຕ່ກໍ່ເປັນພື້ນທີ່ສຳຄັນຂອງການແຂ່ງຂັນລະຫວ່າງປະເທດມະຫາອຳນາດ. ຂໍ້ຂັດແຍ່ງກ່ຽວກັບອະທິປະໄຕດ້ານດິນແດນ, ທະເລ ແລະ ເກາະຕ່າງໆ ຍັງຄົງມີຄວາມສັບສົນ. ຄວາມທ້າທາຍຕ່າງໆ ເຊັ່ນ: ການປ່ຽນແປງສະພາບດິນຟ້າອາກາດ, ການເຊື່ອມໂຊມຂອງສິ່ງແວດລ້ອມ, ການຫຼຸດລົງຂອງຊັບພະຍາກອນ, ລວມທັງຊັບພະຍາກອນນ້ຳ, ໄພພິບັດທາງທຳມະຊາດ, ພະຍາດລະບາດ ແລະອື່ນໆ, ສົ່ງຜົນກະທົບຕໍ່ຊີວິດຂອງປະຊາຊົນໃນທຸກໆມື້ແລະທຸກໆຊົ່ວໂມງ.
ສະພາບການພາຍໃນປະເທດມີຂໍ້ໄດ້ປຽບພື້ນຖານຫຼາຍຢ່າງ. ຫຼັງຈາກທີ່ພັກກອມມູນິດຫວຽດນາມນຳພາຂະບວນການປ່ຽນແປງໃໝ່ມາເປັນເວລາ 40 ປີ ປະເທດຫວຽດນາມໄດ້ຮັບຜົນສຳເລັດຫຼາຍຢ່າງ ແລະກຽດສັກສີໃນເວທີສາກົກໍ່ເພີ່ມສູງຂຶ້ນຢ່າງຕໍ່ເນື່ອງ. ຜົນສຳເລັດນີ້ໄດ້ຮັບການຢືນຢັນໂດຍເລຂາທິການໃຫຍ່ ໂຕເລິມ ໃນບົດຄວາມເລື່ອງ “ຫວຽດນາມສະຫວ່າງສົດໃສ”: “ມາຮອດປະຈຸບັນ, ຫວຽດນາມໄດ້ກາຍເປັນປະເທດກຳລັງພັດທະນາທີ່ມີລາຍໄດ້ປານກາງ, ເຊື່ອມໂຍງຢ່າງເລິກເຊິ່ງແລະກວ້າງຂວາງ ເຂົ້າໃນການເມືອງໂລກ, ເສດຖະກິດໂລກ ແລະ ອາລະຍະທຳຂອງມະນຸດ, ຫວຽດນາມຮັບຜິດຊອບໜ້າທີ່ສາກົນທີ່ສຳຄັນຫຼາຍຢ່າງ ແລະ ມີບົດບາດຢ່າງແຂງຂັນໃນອົງການຈັດຕັ້ງສາກົນ ແລະເວທີປາໄສຫຼາຍຝ່າຍທີ່ສຳຄັນຫຼາຍແຫ່ງ. ເອກະລາດ, ອະທິປະໄຕ, ເອກະພາບ ແລະຜືນແຜ່ນດິນອັນຄົບຖ້ວນໄດ້ຮັບການຮັກສາໄວ້; ຜົນປະໂຫຍດຂອງຊາດ-ປະເທດຊາດໄດ້ຮັບການຮັບປະກັນ. ຂະໜາດເສດຖະກິດໃນປີ 2024 ມີມູນຄ່າຫຼາຍກວ່າ 470 ຕື້ໂດລາສະຫະລັດ, ຢູ່ອັນດັບທີ 32 ຂອງໂລກ ແລະຢູ່ໃນກຸ່ມ 20 ປະເທດທີ່ມີເສດຖະກິດຂະໜາດໃຫຍ່ທີ່ສຸດໃນແງ່ຂອງການຄ້າ ແລະການດຶງດູດການລົງທຶນຈາກຕ່າງປະເທດ. ຊີວິດການເປັນຢູ່ຂອງປະຊາຊົນດີຂຶ້ນຢ່າງເຫັນໄດ້ຊັດ, ອັດຕາຄວາມທຸກຍາກຫຼຸດລົງຢ່າງຫຼາຍ, ປະຈຸບັນມີພຽງແຕ່ 1,93% (ຕາມມາດຕະຖານຫຼາຍມິຕິ) ເມື່ອທຽບກັບ 60% ໃນປີ 1986. ທ່າແຮງໃນດ້ານການເມືອງ, ເສດຖະກິດ, ວັດທະນະທຳ, ສັງຄົມ, ວິທະຍາສາດ-ເຕັກໂນໂລຊີ, ການປ້ອງກັນຊາດ ແລະຄວາມໝັ້ນຄົງ ໄດ້ຮັບການປັບປຸງຢ່າງຕໍ່ເນື່ອງ”(11). ການປະຕິວັດໃນການປັບປຸງໂຄງສ້າງການຈັດຕັ້ງຂອງລະບົບການເມືອງ ແລະ ການຈັດວາງຫົວໜ່ວຍບໍລິຫານຄືນໃໝ່ ຕາມຮູບແບບອຳນາດການປົກຄອງທ້ອງຖິ່ນສອງລະດັບນັ້ນ ໄດ້ເລີ່ມຮັບການຈັດຕັ້ງປະຕິບັດຢ່າງມີປະສິດທິພາບໃນເບື້ອງຕົ້ນ.
ຢ່າງໃດກໍ່ຕາມ, ປະເທດຍັງປະເຊີນກັບຄວາມຫຍຸ້ງຍາກແລະຄວາມທ້າທາຍ ທີ່ພັກໄດ້ຊີ້ໃຫ້ເຫັນວ່າ: “ປັດໄຈພື້ນຖານເຊັ່ນ: ສະຖາບັນ, ພື້ນຖານໂຄງລ່າງ, ຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ, ເຕັກໂນໂລຊີ... ຍັງຢູ່ໃນລະດັບຕໍ່າເມື່ອທຽບກັບຄວາມຕ້ອງການທີ່ຈະເຮັດໃຫ້ຫວຽດນາມເປັນປະເທດອຸດສາຫະກໍາໃນທິດທາງທີ່ທັນສະໄໝໃນໄວໆນີ້. ບັນຫາສັງຄົມສ້າງແຮງກົດດັນຢ່າງຫຼວງຫຼາຍຕໍ່ການພັດທະນາເສດຖະກິດແລະສັງຄົມ ເຊັ່ນ: ການສູງໄວຂອງປະຊາກອນ, ຊ່ອງຫວ່າງລະຫວ່າງຄົນຮັ່ງມີກັບຄົນທຸກຍາກ ແລະລະດັບການພັດທະນາ. ໄພພິບັດທາງທໍາມະຊາດ, ພະຍາດລະບາດ, ການປ່ຽນແປງສະພາບດິນຟ້າອາກາດ, ລະດັບນໍ້າທະເລທີ່ສູງຂຶ້ນ, ການຊຶມເຂົ້າຂອງນໍ້າເຄັມ ກຳລັງເພີ່ມຂຶ້ນຢ່າງໄວວາ ດ້ວຍຄວາມຮຸນແຮງ ແລະບໍ່ສາມາດຄາດເດົາໄດ້,...”(12).
ສະພາບການແລະສະຖານະການຂ້າງເທິງຈະສົ່ງຜົນກະທົບໂດຍກົງຫຼືໂດຍອ້ອມຕໍ່ຄວາມຄິດຂອງປະຊາຊົນທຸກຊັ້ນຄົນ, ສົ່ງຜົນຕໍ່ຜົນໄດ້ຮັບແລະປະສິດທິຜົນຂອງການສ້າງວຽກເຮັດງານທຳ, ການເພີ່ມລາຍໄດ້ຂອງປະຊາຊົນ, ການຫຼຸດຜ່ອນຄວາມທຸກຍາກ, ການປ່ຽນແປງໂຄງສ້າງແຮງງານທາງສັງຄົມ, ການແກ້ໄຂບັນຫາສິ່ງແວດລ້ອມ, ສຸກຂະອະນາໄມ, ຄວາມປອດໄພດ້ານອາຫານ, ການສຶກສາ, ການດູແລທາງການແພດສຳລັບປະຊາຊົນ, ການຮັບປະກັນຄວາມໝັ້ນຄົງທາງການເມືອງ, ຄວາມເປັນລະບຽບຮຽບຮ້ອຍແລະຄວາມປອດໄພທາງສັງຄົມ, ການຕໍ່ສູ້ກັບການບິດເບືອນຄວາມສຳເລັດຂອງຫວຽດນາມໃນດ້ານປະຊາທິປະໄຕ, ສິດທິມະນຸດ, ຊົນເຜົ່າແລະສາສະໜາ ທີ່ພວກສັດຕູສວຍໃຊ້ເພື່ອແບ່ງແຍກສາຍພົວພັນທີ່ໃກ້ຊິດລະຫວ່າງພັກແລະປະຊາຊົນ ແລະ ແບ່ງແຍກກຸ່ມກ້ອນມະຫາສາມັກຄີປວງຊົນທັງຊາດ.
ຍຸກໃໝ່ນີ້ມາພ້ອມກັບຂໍ້ກຳນົດ, ໜ້າທີ່ ແລະວິທີແກ້ໄຂໃໝ່ທີ່ຄອບຄຸມແລະໃໝ່ກວ່າ ເພື່ອເພີ່ມທະວີສາຍພົວພັນທີ່ໃກ້ຊິດລະຫວ່າງພັກແລະປະຊາຊົນ. ວິທີແກ້ໄຂທີ່ສຳຄັນຕໍ່ໄປນີ້ຈຳເປັນຕ້ອງໄດ້ຮັບການຈັດຕັ້ງປະຕິບັດຢ່າງປະສານງານກັນ:
ທີໜຶ່ງ, ເພີ່ມທະວີການນຳພາຂອງພັກຕໍ່ລະບົບການເມືອງ ແລະທົ່ວສັງຄົມ ເພື່ອສ້າງ ແລະປັບປຸງສາຍພົວພັນທີ່ແໜ້ນແຟ້ນແລະໃກ້ຊິດ ລະຫວ່າງພັກແລະປະຊາຊົນ.
ພັກສືບຕໍ່ນຳພາລັດໃນການຜັນຂະຫຍາຍປະຕິບັດແລະເຮັດໃຫ້ເປັນຈິງຕາມທັດສະນະ ແລະແນວທາງຂອງພັກ ກ່ຽວກັບການເສີມຂະຫຍາຍສິດເປັນເຈົ້າຂອງຂອງປະຊາຊົນ ແລະເສີມຂະຫຍາຍກຳລັງແຮງຂອງກຸ່ມກ້ອນມະຫາສາມັກຄີປວງຊົນທັງຊາດ; ກ່ອນອື່ນໝົດແມ່ນນະໂຍບາຍເພື່ອຈັດຕັ້ງປະຕິບັດກົນໄກ “ພັກນຳພາ, ລັດຄຸ້ມຄອງ, ປະຊາຊົນເປັນເຈົ້າຂອງ” ແລະ ຕາມທິດນຳທີ່ວ່າ “ປະຊາຊົນຮູ້, ປະຊາຊົນປຶກສາຫາລື, ປະຊາຊົນເຮັດ, ປະຊາຊົນກວດກາ, ປະຊາຊົນຕິດຕາມ, ປະຊາຊົນຊົມໃຊ້ຜົນປະໂຫຍດ”. ມີແຜນການແລະມາດຕະການຕ່າງໆ ເພື່ອຜັນຂະຫຍາຍວຽກງານການໂຄສະນາ, ເຜີຍແຜ່ ແລະໃຫ້ຄວາມຮູ້ແກ່ປະຊາຊົນຢ່າງມີປະສິດທິພາບ ເພື່ອຍົກສູງຄວາມຮັບຮູ້ກ່ຽວກັບກົດໝາຍ, ພ້ອມທັງຈັດຕັ້ງປະຕິບັດກົດໝາຍທີ່ກ່ຽວຂ້ອງໂດຍກົງກັບປະຊາຊົນຢ່າງມີປະສິດທິພາບ ເຊັ່ນ: ປະມວນກົດໝາຍແຮງງານ, ກົດໝາຍວ່າດ້ວຍປະຊາທິປະໄຕຢູ່ຮາກຖານ, ກົດໝາຍວ່າດ້ວຍການຮັບເລື່ອງຮ້ອງຮຽນຂອງພົນລະເມືອງ, ກົດໝາຍວ່າດ້ວຍການຮ້ອງທຸກ, ກົດໝາຍວ່າດ້ວຍການແຈ້ງຄວາມ... ຈັດຕັ້ງການຮັບເລື່ອງຮ້ອງຮຽນຈາກພົນລະເມືອງ ແລະ ການສົນທະນາກັບປະຊາຊົນຢ່າງສະໝ່ຳສະເໝີ ແລະ ການແກ້ໄຂຂໍ້ສະເໜີແລະຄຳຮ້ອງຂໍທີ່ຊອບດ້ວນກົດໝາຍຈາກປະຊາຊົນຢ່າງທັນການ ແລະຖືກຕ້ອງຕາມກົດໝາຍ, ປ້ອງກັນການເກີດ “ຈຸດຮ້ອນ”, ການຮ້ອງທຸກທີ່ສັບສົນແລະມີຂະໜາດໃຫຍ່ ສົ່ງຜົນກະທົບຕໍ່ຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍ ແລະຄວາມປອດໄພທາງສັງຄົມ.
ຄະນະບໍລິຫານງານພັກຄວນເພີ່ມທະວີການນຳພາ, ການກວດກາ ແລະຕິດຕາມການຈັດຕັ້ງປະຕິບັດມະຕິ, ມະຕິຕົກລົງ ແລະ ຂໍ້ບັງຄັບຂອງພັກໃນການສ້າງແລະປັບປຸງພັກ; ໂດຍສະເພາະກ່ຽວກັບສິ່ງທີ່ສະມາຊິກພັກບໍ່ໄດ້ຮັບອະນຸຍາດໃຫ້ເຮັດ, ຄວາມຮັບຜິດຊອບໃນການເປັນແບບຢ່າງ, ຮັກສາຫຼັກການລວມສູນປະຊາທິປະໄຕ, ການຕິຊົມຕົນເອງແລະການຕິຊົມ, ການສ້າງກຸ່ມກ້ອນມະຫາສາມັກຄີປວງຊົນທັງຊາດ ແລະອື່ນໆ, ສ້າງການຫັນປ່ຽນທີ່ແທ້ຈິງໃນຄວາມຮັບຮູ້, ຄວາມຮັບຜິດຊອບແລະການກະທຳ ຂອງພະນັກງານແລະສະມາຊິກພັກ, ໂດຍສະເພາະຂອງພະນັກງານຫຼັກແຫຼ່ງແລະຜູ້ນຳ ຕໍ່ໜ້າພັກແລະປະຊາຊົນ. ຜ່ານການກວດກາແລະການຕິດຕາມເປັນປະຈຳ ເພື່ອຄົ້ນເຜີຍອຸປະສັກແລະບັນຫາໃນການປະຕິບັດນະໂຍບາຍ ແລະແນວທາງຂອງພັກຢ່າງທັນທ່ວງທີ ເພື່ອແກ້ໄຂບັນຫາເຫຼົ່ານັ້ນຢ່າງວ່ອງໄວໃນລະດັບຮາກຖານ. ການຍ້ອງຍໍແລະໃຫ້ລາງວັນຢ່າງທັນການ ຕໍ່ອົງການຈັດຕັ້ງ ແລະບຸກຄົນທີ່ເຮັດສຳເລັດໜ້າທີ່ໄດ້ດີເລີດ, ພ້ອມທັງການວິພາກວິຈານແລະການລົງໂທດທາງວິໄນ ຕໍ່ຜູ້ທີ່ບໍ່ປະຕິບັດຕາມ ຫຼືການຈັດຕັ້ງປະຕິບັດຕາມມະຕິ, ຄຳຕັດສິນແລະຂໍ້ບັງຄັບຂອງພັກ ບໍ່ມີປະສິດທິພາບ.
ຄະນະບໍລິຫານງານພັກຄວນເພີ່ມທະວີການສຶກສາອົບຮົມແລະຝຶກຝົນຫຼໍ່ຫຼອມພະນັກງານແລະສະມາຊິກພັກ, ໂດຍສະເພາະແມ່ນພະນັກງານຫຼັກແຫຼ່ງແລະຜູ້ນຳທຸກຂັ້ນ, ໃຫ້ດຳລົງຊີວິດທີ່ເປັນແບບຢ່າງ, ມີຄວາມຮັບຜິດຊອບຕໍ່ປະຊາຊົນ, “ການປາກເວົ້າໄປຄຽງຄູ່ກັບການກະທຳ” ເພື່ອໃຫ້ປະຊາຊົນເຊື່ອຖືແລະປະຕິບັດຕາມ. ສືບຕໍ່ຍູ້ແຮງການ “ຮຽນຮູ້ແລະປະຕິບັດຕາມແນວຄິດ, ຄຸນສົມບັດສິນທຳ ແລະ ແບບແຜນຂອງໂຮ່ຈິມິນ” ເພື່ອສ້າງການປ່ຽນແປງຂອງພະນັກງານແລະສະມາຊິກພັກ ໃນດ້ານ “ການໃກ້ຊິດກັບຮາກຖານ”, “ການໃກ້ຊິດກັບມະຫາຊົນ”, ມີວິຖີຊີວິດທີ່ຖືກຕ້ອງເໝາະສົມ, ອຸທິດຕົນ, ມີຄວາມຮັບຜິດຊອບໃນວຽກງານ, ເກັບກຳແລະແກ້ໄຂບັນຫາແລະຂໍ້ສະແນະທີ່ຊອບດ້ວຍກົດໝາຍຂອງປະຊາຊົນ ຢ່າງວ່ອງໄວແລະຖືກຕ້ອງຕາມກົດໝາຍ.
ສືບຕໍ່ປ່ຽນແປງໃໝ່ວິທີການນຳພາຂອງພັກໃນວຽກງານຂົນຂວາຍປະຊາຊົນຕາມທິດທາງສັງຄົມນິຍົມ ແລະ ການເຊື່ອມໂຍງສາກົນ. ບົນພື້ນຖານການປະເມີນແລະຄາດຄະເນສະຖານະການສາກົນແລະພາຍໃນປະເທດຢ່າງໃກ້ຊິດ, ໂດຍສະເພາະແມ່ນການເຂົ້າໃຈບັນຫາທີ່ປະຊາຊົນມີຄວາມສົນໃຈ ແລະ ກ່ຽວຂ້ອງກັບສິດແລະຜົນປະໂຫຍດອັນຊອບທຳຂອງພວກເຂົາ, ເພື່ອກຳນົດທິດທາງຂອງກຸ່ມວິທີການນຳພາວຽກງານຂົນຂວາຍປະຊາຊົນຢ່າງຖືກຕ້ອງ. ເອົາໃຈໃສ່ນຳພາການກໍ່ສ້າງແລະປັບປຸງການຈັດຕັ້ງ, ກົງຈັກ ແລະ ຖັນແຖວພະນັກງານທີ່ເຮັດວຽກວານດ້ານການໃຫ້ຄຳປຶກສາ ແລະການປະຕິບັດວຽກງານຂົນຂວາຍປະຊາຊົນໂດຍກົງ; ພ້ອມກັນນັ້ນ, ນຳພາການເພີ່ມເຕີມເອກະສານຂອງພັກແລະກົດໝາຍຂອງລັດ ເພື່ອເສີມຂະຫຍາຍບົດບາດ, ຄວາມຕັ້ງໜ້າແລະຄວາມເປັນເຈົ້າການຂອງແນວໂຮມປະເທດຊາດຫວຽດນາມ ແລະອົງການຈັດຕັ້ງປະຊາຊົນ ໃນການປະຕິບັດໜ້າທີ່ທີ່ໄດ້ຮັບມອບໝາຍ, ໂດຍສະເພາະແມ່ນວຽກງານການໂຄສະນາ ແລະ ການລະດົມສະມາຊິກ, ຜູ້ຮ່ວມງານແລະປະຊາຊົນ.
ທີສອງ, ເພີ່ມທະວີວຽກງານການຄຸ້ມຄອງແລະການບໍລິຫານຂອງລັດ ໃນການສ້າງສາຍພົວພັນທີ່ໃກ້ຊິດລະຫວ່າງພັກແລະປະຊາຊົນ.
ຜັນຂະຫຍາຍແນວທາງ, ແຜນນະໂຍບາຍ, ທັດສະນະ ແລະມະຕິຂອງພັກ ກ່ຽວກັບວຽກງານຂົນຂວານປະຊາຊົນ ໃຫ້ເປັນນະໂຍບາຍ, ກົດໝາຍ, ໂຄງການ, ແຜນການ ແລະແຜນງານ ເພື່ອຈັດຕັ້ງປະຕິບັດ. ສືບຕໍ່ປະເມີນຜົນການຜັນຂະຫຍາຍລະບົບທັດສະນະທັງຫ້າຂອງພັກໃນມະຕິເລກທີ 25-NQ/TW, ລົງວັນທີ 3 ມິຖຸນາ 2013, ຂອງກອງປະຊຸມຄົບຄະນະຄັ້ງທີ 7 ຄະນະບໍລິຫານງານສູນກາງພັກສະໄໝທີ XI “ກ່ຽວກັບການເພີ່ມທະວີແລະປ່ຽນແປງໃໝ່ການນຳພາຂອງພັກ ຕໍ່ວຽກງານຂົນຂວາຍປະຊາຊົນ ໃນສະຖານະການໃໝ່”, ກົນໄກ “ພັກນຳພາ, ລັດຄຸ້ມຄອງ, ປະຊາຊົນເປັນເຈົ້າຂອງ”, ແລະທິດນຳທີ່ວ່າ “ປະຊາຊົນຮູ້, ປະຊາຊົນປຶກສາຫາລື, ປະຊາຊົນເຮັດ, ປະຊາຊົນກວດກາ, ປະຊາຊົນຕິດຕາມ ແລະປະຊາຊົນຊົມໃຊ້ຜົນປະໂຫຍດ” ເພື່ອໃຫ້ປະຊາຊົນທຸກຄົນນຳໄປປະຕິບັດ. ຜັນຂະຫຍາຍມະຕິເລກທີ 19-NQ/TW, ລົງວັນທີ 16 ມິຖຸນາ 2022, ຂອງກອງປະຊຸມຄົບຄະນະຄັ້ງທີ 5 ຄະນະບໍລິຫານງານສູນກາງພັກສະໄໝທີ XIII “ກ່ຽວກັບກະສິກຳ, ຊາວກະສິກອນ ແລະ ຊົນນະບົດ ຈົນເຖິງປີ 2030, ໂດຍມີວິໄສທັດເຖິງປີ 2045”; ມະຕິເລກທີ 20-NQ/TW, ລົງວັນທີ 16 ມິຖຸນາ 2022, ຂອງກອງປະຊຸມຄົບຄະນະຄັ້ງທີ 5 ຄະນະບໍລິຫານງານສູນກາງພັກສະໄໝທີ XIII “ກ່ຽວກັບການສືບຕໍ່ປ່ຽນແປງໃໝ່, ພັດທະນາ ແລະປັບປຸງປະສິດທິຜົນຂອງເສດຖະກິດລວມໝູ່ໃນໄລຍະໃໝ່”; ມະຕິເລກທີ 43-NQ/TW, ລົງວັນທີ 24 ພະຈິກ 2023, ຂອງກອງປະຊຸມຄົບຄະນະຄັ້ງທີ 8 ຄະນະບໍລິຫານງານສູນກາງພັກສະໄໝທີ XIII “ກ່ຽວກັບການສືບຕໍ່ເສີມຂະຫຍາຍມູນເຊື້ອ ແລະກຳລັງແຮງແຫ່ງມະຫາສາມັກຄີປວງຊົນທັງຊາດ ເພື່ອສ້າງສາປະເທດຂອງພວກເຮົາໃຫ້ຈະເລີນຮຸ່ງເຮືອງ ແລະມີຄວາມສຸກຍິ່ງຂຶ້ນ. ມະຕິເລກທີ 68-NQ/TW, ລົງວັນທີ 4 ພຶດສະພາ 2025, ຂອງກົມການເມືອງສູນກາງພັກ “ວ່າດ້ວຍການພັດທະນາເສດຖະກິດເອກະຊົນ";... ກຳນົດໃຫ້ລັດຕ້ອງສືບຕໍ່ຜັນຂະຫຍາຍເປັນນະໂຍບາຍແລະກົດໝາຍ ເພື່ອໃຫ້ທົ່ວພັກແລະປະຊາຊົນທຸກຄົນນຳໄປປະຕິບັດ.
ລັດຖະບານແລະອຳນາດການປົກຄອງທຸກຂັ້ນກຳລັງລະດົມຊັບພະຍາກອນທັງໝົດເພື່ອຊີ້ນຳ ແລະຈັດຕັ້ງປະຕິບັດແຜນນະໂຍບາຍ ແລະເອກະສານຂອງພັກ, ຂອງສະພາແຫ່ງຊາດ ແລະສະພາປະຊາຊົນ ຢ່າງມີປະສິດທິພາບ. ຮັບປະກັນຊັບພະຍາກອນເພື່ອປັບປຸງຄວາມໄວ ແລະຄຸນນະພາບຂອງການເຕີບໂຕ, ການພັດທະນາເສດຖະກິດແລະສັງຄົມຢ່າງວ່ອງໄວ ແລະຍືນຍົງ, ເສີມສ້າງການປ້ອງກັນປະເທດ, ຄວາມໝັ້ນຄົງ ແລະ ການພົວພັນຕ່າງປະເທດ. ບົນພື້ນຖານດັ່ງກ່າວ ໄດ້ປັບປຸງຊີວິດການເປັນຢູ່ທັງທາງດ້ານວັດຖຸ ແລະຈິດໃຈຂອງປະຊາຊົນທຸກຊັ້ນຄົນຢ່າງຕໍ່ເນື່ອງ. ນີ້ແມ່ນວິທີແກ້ໄຂທີ່ສຳຄັນທີ່ສຸດ ເພື່ອປັບປຸງແລະເພີ່ມທະວີສາຍພົວພັນທີ່ໃກ້ຊິດລະຫວ່າງພັກແລະປະຊາຊົນ.
ອົງການຂອງລັດທຸກລະດັບຕ້ອງສືບຕໍ່ເສີມຂະຫຍາຍສິດເປັນເຈົ້າຂອງຂອງປະຊາຊົນ ແລະປະຕິບັດຕາມຫຼັກປະຊາທິປະໄຕຢ່າງກວ້າງຂວາງ, ໂດຍສະເພາະແມ່ນ ປະຊາທິປະໄຕໂດຍກົງ. ການເສີມຂະຫຍາຍສິດເປັນເຈົ້າຂອງຂອງປະຊາຊົນແມ່ນການສ້າງຄວາມເຫັນດີເຫັນພ້ອມທາງສັງຄົມ, ສ້າງກຳລັງແຮງຂອງກຸ່ມກ້ອນມະຫາສາມັກຄີປວງຊົນທັງຊາດ, ລະດົມຊັບພະຍາກອນຈາກທຸກພາກສ່ວນຂອງປະຊາຊົນ ເພື່ອຈັດຕັ້ງປະຕິບັດຂະບວນການປ່ຽນແປງໃໝ່ປະເທດໃຫ້ດີຍິ່ງຂຶ້ນ. ອົງການຂອງລັດຕ້ອງແກ້ໄຂຂໍ້ສະເໜີແລະຄຳແນະນຳທີ່ຖືກຕ້ອງຕາມກົດໝາຍຈາກປະຊາຊົນຢ່າງທັນການ ແລະຖືກຕ້ອງຕາມກົດໝາຍ. ຢ່າງໃດກໍ່ຕາມ, ການປະຕິບັດປະຊາທິປະໄຕຕ້ອງເຊື່ອມໂຍງກັບ “ຄວາມເຄົາລົບກົດໝາຍ” ສະເໝີ, ຮັກສາລະບຽບວິໄນ ແລະຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ; ເດັດດ່ຽວຕໍ່ສູ້ກັບການສວຍໃຊ້ສິດເສລີພາບປະຊາທິປະໄຕ, ການບິດເບືອນຜົນການປະຕິບັດປະຊາທິປະໄຕທີ່ແນໃສ່ການທຳລາຍພັກ ລັດ ແລະ ແບ່ງແຍກກຸ່ມກ້ອນມະຫາສາມັກຄີປວງຊົນທັງຊາດ.
ນັບຕັ້ງແຕ່ຕົ້ນປີ 2025, ຄະນະບໍລິຫານງານສູນກາງພັກ, ກົມການເມືອງສູນກາງ, ຄະນະເລຂາທິການສູນກາງ ແລະ ສະຫາຍເລຂາທິການໃຫຍ່ ໂຕເລິມ ໄດ້ເອົາໃຈໃສ່ຢ່າງໃກ້ຊິດຕໍ່ການນຳພາການປັບປຸງໂຄງສ້າງການຈັດຕັ້ງຂອງລະບົບການເມືອງໃຫ້ມີປະສິດທິພາບ, ຫຼຸດລະດັບຊັ້ນກາງ, ຮັບປະກັນການຄຸ້ມຄອງສັງຄົມທີ່ມີປະສິດທິພາບ, ສົ່ງເສີມການພັດທະນາ ແລະຮັບໃຊ້ປະຊາຊົນ. ໂດຍສະເພາະ, ຕັ້ງແຕ່ວັນທີ 1 ກໍລະກົດ 2025, ຮູບແບບອຳນາດການປົກຄອງທ້ອງຖິ່ນສອງຊັ້ນ ຈະເລີ່ມໃຊ້ທົ່ວປະເທດຢ່າງເປັນທາງການ. ບົນພື້ນຖານນີ້, ການປັບປຸງແລະການລວມຕົວຂອງໂຄງສ້າງການຈັດຕັ້ງຂອງລະບົບການເມືອງຈະດຳເນີນຕໍ່ໄປ, ໂດຍສຸມໃສ່ການເພີ່ມປະສິດທິພາບແລະປະສິດທິຜົນ, ຄຽງຄູ່ກັບການເລັ່ງການປະຕິຮູບການບໍລິຫານ, ການສ້າງລັດຖະບານດິຈິຕອນ, ການແກ້ໄຂບັນຫາທີ່ກ່ຽວຂ້ອງກັບປະຊາຊົນຢ່າງວ່ອງໄວແລະມີປະສິດທິພາບ ແລະການຈັດຕັ້ງປະຕິບັດປະຊາທິປະໄຕຂັ້ນຮາກຖານ ຕາມທີ່ກົດໝາຍກຳນົດໄວ້. ການພັດທະນາເສດຖະກິດຈະເຊື່ອມໂຍງກັບການສ້າງຄວາມໝັ້ນຄົງທາງສັງຄົມ, ການປົກປ້ອງສິ່ງແວດລ້ອມ ແລະ ການຮັກສາລະບົບນິເວດທີ່ຍືນຍົງ...
ອີງໃສ່ປະຊາຊົນເພື່ອສ້າງພັກ, ອຳນາດການປົກຄອງ ແລະລະບົບການເມືອງທີ່ສະອາດແລະໝັ້ນຄົງເຂັ້ມແຂງ. ເສີມຂະຫຍາຍສິດເປັນເຈົ້າຂອງຂອງປະຊາຊົນ, ເຄົາລົບຄວາມຄິດເຫັນ, ຄວາມຄິດລິເລີ່ມ ແລະ ການປະກອບສ່ວນຂອງປະຊາຊົນທັງກ່ອນ ແລະລະຫວ່າງການຈັດຕັ້ງປະຕິບັດແຜນນະໂຍບາຍ, ນະໂຍບາຍ ແລະກົດໝາຍ. ສືບຕໍ່ເພີ່ມເຕີມກົນໄກໃຫ້ປະຊາຊົນມີສ່ວນຮ່ວມໃນການຕິດຕາມກວດກາການຈັດຕັ້ງປະຕິບັດໂຄງການ ແລະແຜນງານສຳຄັນທີ່ກ່ຽວຂ້ອງຢ່າງໃກ້ຊິດກັບຊີວິດ ແລະວຽກງານຂອງພວກເຂົາ. ສ້າງເງື່ອນໄຂໃຫ້ປະຊາຊົນມີສ່ວນຮ່ວມໃນການຕິດຕາມກວດກາ ແລະໃຫ້ຄໍາຄິດເຫັນແກ່ເຈົ້າໜ້າທີ່ ແລະ ສະມາຊິກພັກ, ໂດຍສະເພາະໃນການຕໍ່ສູ້ກັບການສໍ້ລາດບັງຫຼວງ, ການສິ້ນເປືອງ ແລະ ການປະຕິບັດທີ່ບໍ່ເໝາະສົມ ແລະ ໃນການປະຢັດມັດທະຍັດ.
ທີສາມ, ເພີ່ມທະວີຄວາມຮັບຜິດຊອບຂອງແນວໂຮມປະເທດຊາດຫວຽດນາມ ແລະ ອົງການຈັດຕັ້ງປະຊາຊົນ ໃນການສ້າງສາຍພົວພັນທີ່ໃກ້ຊິດລະຫວ່າງພັກແລະປະຊາຊົນ.
ແນວໂຮມປະເທດຊາດຫວຽດນາມ ແລະອົງການຈັດຕັ້ງປະຊາຊົນສືບຕໍ່ປ່ຽນແປງໃໝ່ເນື້ອໃນ ແລະແບບວິທີການເຄື່ອນໄຫວ. ໃນຍຸກໃໝ່, ແນວໂຮມປະເທດຊາດຫວຽດນາມ ແລະອົງການຈັດຕັ້ງສະມາຊິກ ຈຳເປັນຕ້ອງດຳເນີນງານຕາມຮູບແບບໃໝ່ ແລະແຜນນະໂຍບາຍ, ຄຳສັ່ງ ແລະຂໍ້ສະຫຼຸບຂອງຄະນະບໍລິຫານງານສູນກາງ, ກົມການເມືອງສູນກາງ ແລະຄະນະເລຂາທິການສູນກາງ ທີ່ຫາກໍ່ອອກ, ເຊັ່ນ: ຄຳສັ່ງເລກທີ 48-CT/TW, ລົງວັນທີ 24 ມິຖຸນາ 2025, ຂອງຄະນະບໍລິຫານງານສູນກາງ “ກ່ຽວກັບການນຳພາກອງປະຊຸມໃຫຍ່ຜູ້ແທນແນວໂຮມປະເທດຊາດຫວຽດນາມ ແລະ ອົງການຈັດຕັ້ງທາງການເມືອງແລະສັງຄົມທຸກລະດັບ ໄປສູ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດແນວໂຮມປະເທດຊາດຫວຽດນາມ ສຳລັບວາລະປີ 2026-2031”; ຂໍ້ຕົກລົງເລກທີ 301-QD/TW, ລົງວັນທີ 9 ມິຖຸນາ 2025, ຂອງຄະນະເລຂາທິການສູນກາງ “ຂໍ້ກຳນົດກ່ຽວກັບພາລະບົດບາດ, ໜ້າທີ່ ແລະການຈັດຕັ້ງໂຄງສ້າງອົງການ ຂອງຄະນະກຳມະການແນວໂຮມປະເທດຊາດຫວຽດນາມລະດັບແຂວງ ແລະຕາແສງ”;... ອົງການປະຊາຊົນສືບຕໍ່ປະຕິບັດໜ້າທີ່ໃນຖານະຕົວແທນປົກປ້ອງສິດແລະຜົນປະໂຫຍດທີ່ຖືກຕ້ອງຕາມກົດໝາຍຂອງສະມາຊິກຢ່າງມີປະສິດທິຜົນ. ສຸມໃສ່ການຫັນລົງສູ່ຮາກຖານ, ຂະຫຍາຍຮູບແບບການລະດົມ ແລະການເຕົ້າໂຮມປະຊາຊົນທຸກຊັ້ນຄົນໃຫ້ຫຼາດຫຼາຍຕາມລະດັບການສຶກສາ ແລະລັກສະນະສະເພາະຂອງແຕ່ລະພາກພື້ນ, ທ້ອງຖິ່ນ,... ເພີ່ມທະວີວຽກງານຂໍ້ມູນຂ່າວສານ ແລະໂຄສະນາເຜີຍແຜ່ ກ່ຽວກັບມະຕິແລະຂໍ້ກຳນົດຂອງຄະນະບໍລິຫານງານສູນກາງ, ກົມການເມືອງສູນກາງ ແລະຄະນະເລຂາທິການສູນກາງ ທີ່ກ່ຽວຂ້ອງກັບປະຊາຊົນ, ພ້ອມທັງປະຕິບັດໜ້າທີ່ຕິດຕາມກວດກາ ແລະ ວິພາກວິຈານທາງສັງຄົມຢ່າງມີປະສິດທິພາບ; ເຂົ້າຮ່ວມໃນການສ້າງພັກ ແລະອຳນາດການປົກຄອງທີ່ສະອາດ ແລະເຂັ້ມແຂງ. ຈັດຕັ້ງແລະປຸກລະດົມສະມາຊິກສະຫະພັນ, ສະມາຊິກສະມາຄົມ ແລະປະຊາຊົນ ໃຫ້ເຂົ້າຮ່ວມໃນບັນດາຂະບວນການແຂ່ງຂັນກັນຮັກຊາດ, ການຂົນຂວາຍ ການລະດົມຊັບພະຍາກອນທັງໝົດ ເພື່ອພັດທະນາເສດຖະກິດແລະສັງຄົມ, ປະກອບສ່ວນປັບປຸງຍົກສູງລະດັບຄຸນນະພາບຊີວິດທັງທາງດ້ານວັດຖຸ ແລະຈິດໃຈຂອງປະຊາຊົນ.
ການສ້າງຖັນແຖວພະນັກງານຂອງແນວໂຮມປະເທດຊາດຫວຽດນາມ ແລະ ອົງການຈັດຕັ້ງການເມືອງແລະສັງຄົມ ທີ່ຕອບສະໜອງຄວາມຕ້ອງການ, ໜ້າທີ່, ການສ້າງຖັນແຖວພະນັກງານທີ່ “ໃກ້ຊິດກັບປະຊາຊົນ, ເຂົ້າໃຈປະຊາຊົນ, ຮຽນຮູ້ຈາກປະຊາຊົນ, ເຄົາລົບປະຊາຊົນ ແລະ ຮັບຜິດຊອບຕໍ່ປະຊາຊົນ”, “ຮັບຟັງສິ່ງທີ່ປະຊາຊົນເວົ້າ, ເວົ້າໃຫ້ປະຊາຊົນເຂົ້າໃຈ ແລະ ເຮັດໃຫ້ປະຊາຊົນໄວ້ວາງໃຈ”, ແລະເປັນ “ຜູ້ຮັບໃຊ້ປະຊາຊົນ” ຢ່າງແທ້ຈິງ”. ການເສີມສ້າງແລະພັດທະນາຄຸນສົມບັດຂອງພະນັກງານທີ່ເຮັດວຽກດ້ານການຂົນຂວາຍມະຫາຊົນໃນດ້ານທິດສະດີການເມືອງ, ຄວາມເຂົ້າໃຈສະຖານະການຕົວຈິງ, ທັກສະທາງວິຊາຊີບ ແລະຄວາມສາມາດໃນການເຕົ້າໂຮມ ແລະຂົນຂວາຍມະຫາຊົນ, ຕອບສະໜອງຄວາມຕ້ອງການຂອງການຈັດຕັ້ງແລະກົງຈັກໃໝ່ ໃນການດຳເນີນການປະຕິວັດ ເພື່ອປັບປຸງໂຄງສ້າງການຈັດຕັ້ງຂອງລະບົບການເມືອງໃຫ້ທັນສະໄໝ ໃນການດຳເນີນງານທີ່ມີປະສິດທິພາບແລະມີປະສິດທິຜົນ ພາຍໃຕ້ການນຳພາຂອງພັກ. ພະນັກງານຂົນຂວາຍມະຫາຊົນຕ້ອງເຂົ້າໃຈຄວາມຄິດເຫັນຂອງປະຊາຊົນ, ສັງລວມບັນຫາທີ່ປະຊາຊົນສົນໃຈ, ທີ່ກ່ຽວຂ້ອງກັບສິດທິ ແລະ ຜົນປະໂຫຍດທີ່ຖືກຕ້ອງຕາມກົດໝາຍຂອງປະຊາຊົນ, ໂດຍສະເພາະແມ່ນຂໍ້ສະເໜີແລະຄຳແນະນຳທີ່ຊອບທຳຂອງປະຊາຊົນ, ເພື່ອໃຫ້ຄຳແນະນຳແກ່ຄະນະບໍລິຫານງານພັກແລະອຳນາດການປົກຄອງທີ່ກ່ຽວຂ້ອງ ໃນການຈັດການ ແລະແກ້ໄຂບັນຫາຢ່າງທັນການ, ປ້ອງກັນບໍ່ໃຫ້ເກີດການຮ້ອງທຸກທີ່ສັບສົນ ຫຼືເກີດ “ຈຸດຮ້ອນ” ຂຶ້ນຢ່າງເດັດຂາດ.
ຫຼັງຈາກການຈັດວາງສັບຊ້ອນ, ເສີມສ້າງ ແລະປັບປຸງກົງຈັກຂອງແນວໂຮມປະເທດຊາດຫວຽດນາມ ແລະ ອົງການຈັດຕັ້ງທາງການເມືອງແລະສັງຄົມຕາມຮູບແບບໃໝ່, ຈຳເປັນຕ້ອງສ້າງຄວາມເຫັນດີເຫັນພ້ອມສູງ ແລະສ້າງສາຍພົວພັນປະສານງານຢ່າງໃກ້ຊິດ ເພື່ອປະຕິບັດໜ້າທີ່ການເມືອງໃນຍຸກໃໝ່ໃຫ້ດີທີ່ສຸດ.
ທີສີ່, ເພີ່ມທະວີຄວາມຮັບຜິດຊອບຂອງປະຊາຊົນໃນການສ້າງສາຍພົວພັນທີ່ໃກ້ຊິດລະຫວ່າງປະຊາຊົນແລະພັກ.
ເພື່ອເສີມຂະຫຍາຍສິດເປັນເຈົ້າຂອງຂອງປະຊາຊົນໄດ້ດີທີ່ສຸດ, ປະຊາຊົນຄວນມີສ່ວນຮ່ວມໃນການສະແດງຄວາມຄິດເຫັນຕໍ່ການນຳພາຂອງພັກ ແລະການຄຸ້ມຄອງຂອງລັດຢ່າງສະໝ່ຳສະເໝີ ດ້ວຍຈິດໃຈທີ່ສ້າງສັນ, ເພື່ອຜົນປະໂຫຍດຂອງປະເທດຊາດ.
ປະຊາຊົນແລະຜູ້ມີສິດເລືອກຕັ້ງມີຄວາມຮັບຜິດຊອບໃນການສະແດງຄວາມຄິດເຫັນຕໍ່ພັກແລະລັດ ກ່ຽວກັບແຜນນະໂຍບາຍ, ນະໂຍບາຍ ແລະ ກົດໝາຍ; ເຂົ້າຮ່ວມໃນການໃຫ້ຄຳຄິດເຫັນກ່ຽວກັບກິດຈະກຳຂອງສະພາແຫ່ງຊາດ, ສະພາປະຊາຊົນ, ຄະນະກຳມະການປະຊາຊົນ ແລະ ຜູ້ແທນທີ່ໄດ້ຮັບການເລືອກຕັ້ງ, ປະກອບສ່ວນຄວາມຄິດເຫັນກ່ຽວກັບໂຄງການ, ແຜນການ ແລະ ແຜນງານສຳຄັນທີ່ກ່ຽວຂ້ອງກັບຊີວິດຂອງປະຊາຊົນ; ເຂົ້າຮ່ວມໃນການຕິດຕາມກວດກາການຈັດຕັ້ງປະຕິບັດໂຄງການ ແລະແຜນການຕ່າງໆ, ພ້ອມທັງຕິດຕາມກວດກາຄຸນສົມບັດ, ຈັນຍາບັນ ແລະ ວິຖີຊີວິດຂອງພະນັກງານ ແລະ ສະມາຊິກພັກ ຕາມລະບຽບຂໍ້ບັງຄັບຂອງພັກແລະລັດ.
ການປະຕິບັດແລະດຳເນີນງານຕາມນະໂຍບາຍ ແລະ ກົດໝາຍຂອງລັດຢ່າງເຂັ້ມງວດ ແລະການປະຕິບັດໜ້າທີ່ພົນລະເມືອງນັ້ນ ສະແດງໃຫ້ເຫັນໄດ້ໃນທຸກໆກິດຈະກຳ ແລະການກະທຳ, ເຊັ່ນ: ການເຂົ້າຮ່ວມໃນການຈະລາຈອນ, ການປົກປ້ອງສິ່ງແວດລ້ອມ, ການຮັບປະກັນຄວາມປອດໄພແລະຄວາມເປັນລະບຽບຮຽບຮ້ອຍ, ການປ້ອງກັນແລະຕ້ານໄຟໄໝ້ ແລະການລະເບີດ ແລະອື່ນໆ. ພົນລະເມືອງທຸກຄົນມີຄວາມສະເໝີພາບຕໍ່ໜ້າກົດໝາຍ. ນອກຈາກການປະຕິບັດຕາມໂດຍສະໝັກໃຈແລ້ວ, ພົນລະເມືອງແຕ່ລະຄົນຍັງມີໜ້າທີ່ຮັບຜິດຊອບໃນການສົ່ງເສີມ ແລະສະໜັບສະໜູນສະມາຊິກໃນຄອບຄົວແລະຊຸມຊົນ ໃຫ້ປະຕິບັດຕາມເຊັ່ນກັນ; ເຂົ້າຮ່ວມໃນການຄຸ້ມຄອງຄວາມປອດໄພ ແລະຄວາມສະຫງົບຮຽບຮ້ອຍ, ສ້າງວິຖີຊີວິດແບບໃໝ່ໃນພື້ນທີ່ຢູ່ອາໄສຂອງຕົນ; ປະຕິບົດຕາມກົດລະບຽບແລະທຳນຽມປະຕິບັດຂອງຊຸມຊົນເພື່ອຜົນປະໂຫຍດສ່ວນລວມ,...
ເພີ່ມທະວີຄວາມຮັບຜິດຊອບແລະພັນທະຂອງພົນລະເມືອງໃນດ້ານແຮງງານ, ການພັດທະນາການຜະລິດ ແລະທຸລະກິດ ເພື່ອຍົກລະດັບຄຸນນະພາບຊີວິດທັງທາງດ້ານວັດຖຸ ແລະຈິດໃຈຂອງຄອບຄົວແລະຊຸມຊົນ ແລະ ປະກອບສ່ວນເຂົ້າໃນງົບປະມານຂອງລັດ. ການພັດທະນາເສດຖະກິດແລະສັງຄົມທີ່ວ່ອງໄວແລະຍືນຍົງຂຶ້ນກັບຄວາມພະຍາຍາມຂອງປະຊາຊົນຜ່ານກິດຈະກຳການຜະລິດ ແລະທຸລະກິດຂອງວິສາຫະກິດ, ສະຫະກອນ ແລະ ຄົວເຮືອນ.
ດ້ວຍຄວາມພະຍາຍາມຂອງພັກໃນການປັບປຸງ ແລະພັດທະນາກົນໄກຂອງລະບົບການເມືອງໃຫ້ “ກະທັດລັດ, ເຂັ້ມແຂງ, ມີປະສິດທິພາບ, ມີປະສິດທິຜົນ ແລະຄຸ້ມຄ່າ”, ພົນລະເມືອງ, ອົງການ ແລະການຈັດຕັ້ງທຸກແຫ່ງ ຕ້ອງຍຶດໝັ້ນໃນຄວາມຮັບຜິດຊອບຂອງຕົນໃນການສະໜັບສະໜູນ, ປະກອບສ່ວນ ແລະຮ່ວມກັນສ້າງພັກແລະລັດທີ່ສະອາດແລະໝັ້ນຄົງເຂັ້ມແຂງ.
---------------------------------
(1) ວ.ອີ. ເລນິນ: ນິພົນຄົບຊຸດ, ສພຈ. ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2005, ເຫຼັ້ມ 35, ໜ້າ 64
(2) ວ.ອີ. ເລນິນ: ນິພົນຄົບຊຸດ, ປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 44, ໜ້າ 426
(3) ໂຮ່ຈີມິນ: ນິພົນຄົບຊຸດ, ສພຈ. ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2011, ເຫຼັ້ມ 10, ໜ້າ 453
(4) ໂຮ່ຈີມິນ: ນິພົນຄົບຊຸດ, ປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 5, ໜ້າ 326
(5) ໂຮ່ຈີມິນ: ນິພົນຄົບຊຸດ, ປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 12, ໜ້າ 634
(6) ໂຮ່ຈີມິນ: ນິພົນຄົບຊຸດ, ປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 5, ໜ້າ 168
(7) ເອກະສານຄົບຊຸດຂອງພັກ, ສພຈ. ການເມືອງແຫ່ງຊາດ, ຮ່າໂນ້ຍ, 2002, ເຫຼັ້ມ 21, ໜ້າ 695
(8) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII, ສພຈ. ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2021, ເຫຼັ້ມ 1, ໜ້າ 96-97
(9) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII, ປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 2, ໜ້າ 249
(10) ມະຕິເລກທີ 25-NQ/TW, ລົງວັນທີ 3 ມິຖຸນາ 2013, ຂອງກອງປະຊຸມຄົບຄະນະຄັ້ງທີ 7 ຄະນະບໍລິຫານງານສູນກາງພັກສະໄໝທີ XI, “ວ່າດ້ວຍການເພີ່ມທະວີ ແລະ ການປ່ຽນແປງໃໝ່ການນຳພາຂອງພັກຕໍ່ວຽກງານຂົນຂວາຍປະຊາຊົນໃນສະພາບການໃໝ່”
(11) ສຈ. ປອ. ໂຕເລິມ: “ຫວຽດນາມສະຫວ່າງສົດໃສ”, ວາລະສານກອມມູນິດ, ສະບັບທີ 1.055 (ເດືອນກຸມພາ 2025), ໜ້າ 5-6
(12) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII, ປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 2, ໜ້ 92–93