ການກວດກາອົງການຈັດຕັ້ງພັກເມື່ອມີສັນຍານຂອງການລະເມີດ
- ວິທີການທີ່ວ່ອງໄວ, ທັນທ່ວງທີ ແລະມີປະສິດທິພາບ
ເຊິ່ງຮັບປະກັນປະຊາທິປະໄຕ ແລະລະບຽບວິໄນ
- ວິທີການທີ່ວ່ອງໄວ, ທັນທ່ວງທີ ແລະມີປະສິດທິພາບ
ເຊິ່ງຮັບປະກັນປະຊາທິປະໄຕ ແລະລະບຽບວິໄນ
ທ່ານເລຂາທິການໃຫຍ່ ໂຕເລິມ ເຮັດວຽກກັບຄະນະກຳມະການກວດກາສູນກາງ _ພາບ: TTXVN
ວຽກງານກວດກາ, ຕິດຕາມກວດກາ ແລະ ລົງໂທດທາງວິໄນຂອງພັກ ແມ່ນໜຶ່ງໃນໜ້າທີ່ການນຳພາຂອງພັກ, ສະທ້ອນໃຫ້ເຫັນເຖິງທາດແທ້ປະຕິວັດ, ລັກສະນະນຳໜ້າ, ເປັນແບບຢ່າງ ແລະ ຫຼັກການການຈັດຕັ້ງແລະດຳເນີນຊີວິດຂອງພັກກອມມູນິດຫວຽດນາມ. ໃນນັ້ນ ການກວດກາອົງການຈັດຕັ້ງພັກເມື່ອມີສັນຍານຂອງການລະເມີດ ແມ່ນໜ້າທີ່ສຳຄັນແລະຕົ້ນຕໍ, ປະກອບສ່ວນໂດຍກົງໃນການປ້ອງກັນ ແລະປາບປາມການກະທຳທີ່ເສື່ອມເສຍແລະຫຍໍ້ທໍ້; ປັບປຸງຄວາມບໍລິສຸດແລະຄວາມໝັ້ນຄົງເຂັ້ມແຂງຂອງອົງການຈັດຕັ້ງພັກ.
ໃນຊຸມປີທີ່ຜ່ານມາມໍ່ນີ້, ພາຍໃຕ້ການນຳພາໂດຍກົງຂອງຄະນະບໍລິຫານງານສູນກາງ, ກົມການເມືອງສູນກາງ ແລະ ຄະນະເລຂາທິການສູນກາງ, ໂດຍສະເພາະ ພາຍໃຕ້ການຊີ້ນຳຢ່າງໃກ້ຊິດຂອງທ່ານເລຂາທິການໃຫຍ່ ໂຕເລິມ, ຫົວໜ້າຄະນະຊີ້ນຳສູນກາງດ້ານການປ້ອງກັນແລະຕ້ານການສໍ້ລາດບັງຫຼວງ, ການໃຊ້ຈ່າຍສິ້ນເປືອງ ແລະປະກົດການຫຍໍ້ທໍ້, ວຽກງານກວດກາ, ຕິດຕາມກວດກາ ແລະການລົງໂທດທາງວິໄນຂອງພັກ ໄດ້ກ້າວໜ້າໄປຢ່າງຫຼາຍໃນດ້ານຂອງແນວຄິດ, ວິທີການ ແລະ ປະສິດທິພາບໃນທາງປະຕິບັດ. ຄະດີທີ່ສັບສົນແລະຍືດເຍື້ອຫຼາຍຄະດີທີ່ກ່ຽວຂ້ອງກັບອົງການຈັດຕັ້ງພັກເຊິ່ງກໍ່ໃຫ້ເກີດຄວາມບໍ່ພໍໃຈໃນໝູ່ປະຊາຊົນ ໄດ້ຖືກຄົ້ນພົບ, ສືບສວນຢ່າງວ່ອງໄວ ແລະຈັດການແກ້ໄຂຢ່າງເຂັ້ມງວດ, ສົ່ງຜົນໃຫ້ເກີດຜົນງານທີ່ໂດດເດັ່ນ ແລະໄດ້ຮັບຄວາມເຫັນດີເຫັນພ້ອມ ແລະການສະໜັບສະໜູນຈາກພະນັກງານ, ສະມາຊິກພັກ ແລະປະຊາຊົນ.
ພຶດຕິກຳຕົວຈິງໃຫ້ເຫັນວ່າ, ການກວດກາເມື່ອມີສັນຍານຂອງການລະເມີດສຳລັບອົງການຈັດຕັ້ງພັກ ບໍ່ພຽງແຕ່ເປັນເລື່ອງທາງເຕັກນິກແລະວິຊາຊີບເທົ່ານັ້ນ ແຕ່ຍັງເປັນການຕໍ່ສູ້ທາງດ້ານການເມືອງ, ແນວຄິດ ແລະການຈັດຕັ້ງທີ່ດຸເດືອດ ເຊິ່ງສົ່ງຜົນກະທົບໂດຍກົງຕໍ່ກຽດສັກສີ, ຄວາມສາມາດໃນການນຳພາ ແລະກຳລັງແຮງໃນການຕໍ່ສູ້ຂອງພັກ. ໃນສະພາບການຂອງການກໍ່ສ້າງແລະປັບປຸງພັກທີ່ກຳລັງເຂົ້າສູ່ໄລຍະໃໝ່, ຄວາມຕ້ອງການໃນການກວດກາເມື່ອມີສັນຍານຂອງການລະເມີດຈຶ່ງສູງຂຶ້ນເລື້ອຍໆ ເຊິ່ງຮຽກຮ້ອງໃຫ້ມີຄວາມຕັດສິນໃຈທາງການເມືອງ, ຄວາມເດັດຂາດ, ປະສິດທິພາບ, ຄວາມທັນທ່ວງທີ ແລະ ການກຳນົດເປົ້າໝາຍໄປຍັງບຸກຄົນ, ອົງການຈັດຕັ້ງ ແລະ ການລະເມີດທີ່ຖືກຕ້ອງ.
ວຽກງານຊີ້ນຳ ນຳພາການກວດກາອົງການຈັດຕັ້ງພັກເມື່ອມີສັນຍານຂອງການລະເມີດ
ແລະ ການລະເມີດທີ່ເປັນແບບຢ່າງບາງປະການ ຂອງອົງການຈັດຕັ້ງພັກ
ໃນສະໄໝທີ XIII, ເພື່ອຕອບສະໜອງຄວາມຕ້ອງການຂອງການກໍ່ສ້າງແລະປັບປຸງພັກຢ່າງຮອບດ້ານ ແລະ ການຕໍ່ສູ້ກັບການເສື່ອມໂຊມ, “ການປ່ຽນແປງຕົນເອງ” ແລະ “ການຫັນປ່ຽນຕົນເອງ” ຢ່າງເດັດຂາດ, ຄະນະກຳມະການກວດກາສູນກາງໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງເຖິງບົດບາດຂອງຕົນໃນວຽກງານກວດກາ, ຕິດຕາມກວດກາ ແລະ ການລົງໂທດທາງວິໄນຂອງພັກ, ໂດຍສະເພາະແມ່ນການກວດກາເມື່ອມີສັນຍານຂອງການລະເມີດໂດຍອົງການຈັດຕັ້ງພັກ ເຊິ່ງເປັນໜ້າທີ່ສຳຄັນທີ່ມີຄວາມໝາຍໂດຍກົງໃນການຮັກສາລະບຽບວິໄນ ແລະຄວາມເປັນລະບຽບຮຽບຮ້ອຍພາຍໃນພັກຢ່າງເຄັ່ງຄັດ.
ຄະນະກຳມະການກວດກາສູນກາງໄດ້ສຸມໃສ່ການຄົ້ນຄວ້າ, ພັດທະນາ, ອອກ ແລະ ໃຫ້ຄຳປຶກສາແກ່ຄະນະບໍລິຫນງານສູນກາງ, ກົມການເມືອງສູນກາງ ແລະຄະນະເລຂາທິການສູນກາງ ກ່ຽວກັບການອອກກົດລະບຽບ, ຂໍ້ບັງຄັບ, ໂຄງການ ແລະ ຄຳແນະນຳທີ່ສຳຄັນຫຼາຍປະການ ກ່ຽວກັບວຽກງານກວດກາ, ຕິດຕາມກວດກາ ແລະການລົງໂທດທາງວິໄນຂອງພັກ, ໂດຍຮັບປະກັນວ່າ ກົດລະບຽບເລົ້ານັ້ນມີວິທະຍາສາດ, ຄົບຖ້ວນ, ເປັນໄປໄດ້ ແລະສອດຄ່ອງກັບສະພາບການຕົວຈິງ, ໃນນັ້ນ ສຸມໃສ່ການປັບປຸງຫຼັກການ, ວິທີການ ແລະ ຂັ້ນຕອນໃນການດຳເນີນການກວດກາແລະຕິດຕາມກວດກາ ໃຫ້ສົມບູນແບບ, ເຊິ່ງມີຜົນທັງໃນດ້ານການໃຫ້ຄວາມຮູ້, ການປ້ອງກັນແລະສະກັດກັ້ນ ລວມທັງເປັນພື້ນຖານໃນການກວດຈັບ ແລະຈັດການກັບການລະເມີດໂດຍອົງການຈັດຕັ້ງພັກ ແລະສະມາຊິກພັກຢ່າງເຂັ້ມງວດ. ສິ່ງນີ້ອຳນວຍຄວາມສະດວກໃຫ້ຄະນະບໍລິຫານງານພັກ, ອົງການຈັດຕັ້ງພັກ ແລະຄະນະກຳມະການກວດກາໃນທຸກລະດັບ ຜັນຂະຫຍາຍໜ້າທີ່ກວດກາ ແລະຕິດຕາມກວດກາຢ່າງເປັນເອກະພາບ, ຕັ້ງແຕ່ລະດັບສູນກາງຈົນເຖິງລະດັບຮາກຖານ.
ສຸມໃສ່ນຳພາແລະຊີ້ນຳຄະນະກຳມະການກວດກາທຸກລະດັບ ໃນການກວດພົບ ແລະ ຈັດການກັບການລະເມີດທີ່ກ່ຽວຂ້ອງກັບພື້ນທີ່ ແລະຂົງເຂດທີ່ມີແນວໂນ້ມທີ່ຈະເກີດການປະຕິບັດທີ່ບໍ່ເໝາະສົມ ແລະເປັນທີ່ສົນໃຈຂອງປະຊາຊົນເປັນພິເສດ, ປ້ອງກັນບໍ່ໃຫ້ເກີດ “ຈຸດຮ້ອນ” ແລະປ້ອງກັນບໍ່ໃຫ້ການລະເມີດສະສົມ, ຍືດເຍື້ອ, ແຜ່ກະຈາຍ ແລະ ກໍ່ໃຫ້ເກີດຜົນສະກະທົບທີ່ຮ້າຍແຮງ. ກໍລະນີທີ່ສັບສົນຈຳນວນຫຼາຍ ທີ່ກ່ຽວຂ້ອງກັບອົງການຈັດຕັ້ງພັກ ແລະສະມາຊິກພັກຈຳນວນຫຼາຍ ໄດ້ຮັບການສືບສວນ, ສະຫຼຸບ ແລະຈັດການຢ່າງເຂັ້ມງວດ; ໂດຍຢືນຢັນຫຼັກການທີ່ວ່າ “ອົງການຈັດຕັ້ງພັກທັງໝົດ ແລະສະມາຊິກພັກທຸກຄົນ ມີຄວາມສະເໝີພາບຕໍ່ໜ້າວິໄນຂອງພັກ”, ສະແດງໃຫ້ເຫັນຢ່າງຈະແຈ້ງເຖິງຈິດໃຈ “ບໍ່ມີເຂດຫວງຫ້າມ, ບໍ່ມີຂໍ້ຍົກເວັ້ນ”, ຮັບປະກັນການປະຕິບັດຕາມວິໄນ ແລະລະບຽບການຂອງພັກຢ່າງເຂັ້ມງວດ, ເພີ່ມທະວີຄວາມສາມັກຄີເປັນເອກະພາບ ແລະປັບປຸງຄວາມໄວ້ວາງໃຈໃນໝູປະຊາຊົນ.
ຄະນະກຳມະການກວດກາສູນກາງນຳພາ ແລະຊີ້ນຳຄະນະກຳມະການກວດກາທຸກຂັ້ນໃຫ້ຍຶດໝັ້ນໃນຄວາມເປັນຈິງຢ່າງໃກ້ຊິດ, ເຂົ້າໃຈ ແລະ ຄາດຄະເນສະຖານະການໄດ້ຢ່າງແມ່ນຢຳ, ກຳນົດທິດທາງໜ້າທີ່ວຽກງານກວດກາ ແລະຕິດຕາມໃຫ້ຄົບຖ້ວນ, ສອດຄ່ອງກັນ ແລະເຊື່ອມໂຍງກັບການແກ້ໄຂບັນຫາທີ່ພະນັກງານ, ສະມາຊິກພັກ ແລະ ປະຊາຊົນເປັນຫ່ວງເປັນໄຍ; ບໍ່ຢຸດຢັ້ງໃນການປ່ຽນແປງໃໝ່ແນວຄິດກ່ຽວກັບວຽກງານກວດກາ, ຕິດຕາມກວດກາ ແລະການລົງໂທດທາງວິໄນຂອງພັກ; ເຄົາລົບກົດເກນພາວະວິໄສ; ມີຄວາມສະເໝີຕົ້ນສະເໝີປາຍແລະຍຶດໝັ້ນໃນຍຸດທະສາດ; ດຳເນີນການຢ່າງສອດຄ່ອງກັນລະຫວ່າງການກວດກາ ແລະການຕິດຕາມກວດກາ ຕາມຫຼັກນຳທີ່ວ່າ: “ການຕິດຕາມກວດກາຕ້ອງໄດ້ຂະຫຍາຍຂອບເຂດ”, “ການກວດກາຕ້ອງມີຈຸດສຸມແລະລຳດັບຄວາມສຳຄັນ”, ໃນນັ້ນ ໃຫ້ຄວາມສຳຄັນກັບການຕິດຕາມກວດກາເພື່ອເຕືອນ, ຕັກເຕືອນ ແລະ ປ້ອງກັນການລະເມີດຕັ້ງແຕ່ຫົວທີ ແລະຈາກໄລຍະໄກ.
ນັບຕັ້ງແຕ່ເລີ່ມຕົ້ນວາລະກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII ຂອງພັກ, ຄະນະກຳມະການກວດກາຂອງພັກທຸກລະດັບ ໄດ້ກວດກາອົງການຈັດຕັ້ງພັກທີ່ຕ້ອງສົງໃສວ່າລະເມີດກົດລະບຽບຈຳນວນ 13.612 ແຫ່ງ. ຈາກການກວດກາພົບວ່າມີອົງການຈັດຕັ້ງພັກກະທຳຜິດ 8.766 ແຫ່ງ; ໄດ້ດຳເນີນການທາງວິໄນກັບອົງການຈັດຕັ້ງພັກ 1.156 ແຫ່ງ. ໃນຈຳນວນນີ້, ຄະນະກຳມະການກວດກາສູນກາງໄດ້ກວດກາອົງການຈັດຕັ້ງພັກ 78 ແຫ່ງ; ຈາກການກວດກາໄດ້ຊີ້ແຈງ ແລະສະຫຼຸບກ່ຽວກັບການລະເມີດແລະຂໍ້ບົກຜ່ອງ ແລະ ຕັດສິນໃຈປະຕິບັດວິໄນຕໍ່ອົງການຈັດຕັ້ງພັກ 259 ແຫ່ງ; ສະເໜີແນະໃຫ້ກົມການເມືອງສູນກາງ ແລະຄະນະເລຂາທິການສູການ ດຳເນີນການທາງວິໄນກັບອົງການຈັດຕັ້ງພັກ 57 ແຫ່ງ; ສັ່ງການໃຫ້ອົງການຈັດຕັ້ງພັກລະດັບລຸ່ມດຳເນີນການກັບອົງການຈັດຕັ້ງພັກ ແລະສະມາຊິກພັກທີ່ກ່ຽວຂ້ອງອີກຫຼາຍແຫ່ງ. ການກວດກາໄດ້ສຸມໃສ່ບັນຫາແລະພື້ນທີ່ສຳຄັນທີ່ມີແນວໂນ້ມທີ່ຈະເກີດການສໍ້ລາດບັງຫຼວງ ແລະພຶດຕິກຳທີ່ບໍ່ເໝາະສົມ ເຊິ່ງກໍ່ໃຫ້ເກີດຄວາມກັງວົນຂອງປະຊາຊົນ ແລະດຶງດູດຄວາມສົນໃຈເປັນພິເສດ ເຊັ່ນ: ວຽກງານພະນັກງານ; ການຄຸ້ມຄອງແລະການໃຊ້ເງິນສາທາລະນະ, ຊັບສິນ, ທີ່ດິນ, ຊັບພະຍາກອນແລະແຮ່ທາດ, ຫຼັກຊັບ, ການຈັດຊື້ອຸປະກອນແລະເວຊະພັນທາງການແພດ; ການຈັດກຽມແລະດຳເນີນການຕາມເອກະສານປະກວດລາຄາ ແລະ ໂຄງການລົງທຶນ...
ປະສົບການຕົວຈິງຈາກການກວດກາເມື່ອກວດພົບການລະເມີດສະແດງໃຫ້ເຫັນວ່າ ອົງການຈັດຕັ້ງພັກມັກຈະກະທຳການລະເມີດຫຼັກໆ ດັ່ງຕໍ່ໄປນີ້:
ທີໜຶ່ງ, ການລະເມີດຫຼັກການລວມສູນປະຊາທິປະໄຕ ແລະ ລະບຽບການເຮັດວຽກ.
ການກວດກາຕົວຈິງສະແດງໃຫ້ເຫັນວ່າ ອົງການຈັດຕັ້ງພັກບາງແຫ່ງລະເມີດຫຼັກການລວມສູນປະຊາທິປະໄຕ; ການລະເມີດໃນການພັດທະນາ, ປະກາດໃຊ້ ແລະ ບັງຄັບໃຊ້ລະບຽບການເຮັດວຽກ, ເຊັ່ນ: ການບໍ່ປະຕິບັດຕາມລະບຽບການເຮັດວຽກຢ່າງເຂັ້ມງວດໃນການຈັດກອງປະຊຸມ, ການສົນທະນາ ແລະ ການອອກມະຕິແລະຂໍ້ສະຫຼຸບ; ການອອກຄຳສັ່ງທີ່ບໍ່ສອດຄ່ອງກັບມະຕິ, ຄຳສັ່ງ ແລະລະບຽບການ ຂອງລະດັບທີ່ສູງກວ່າ ແລະກົດໝາຍ; ການປ່ອຍໃຫ້ເກີດສະຖານະການທີ່ “ບຸກຄົນໜຶ່ງຕັດສິນໃຈໃນນາມຂອງສ່ວນລວມ”, ຫຼື “ສ່ວນລວມໃຫ້ຄວາມຊອບທຳແກ່ການຕັດສິນໃຈຂອງບຸກຄົນ” ເຊິ່ງບິດເບືອນທາດແທ້ຂອງການນຳພາຂອງພັກ.
ທີສອງ, ການລະເມີດໃນວຽກງານຄຸ້ມຄອງພະນັກງານ
ນີ້ແມ່ນຂົງເຂດທີ່ມີບັນຫາສຳຄັນ, ສັບສົນ ແລະມີຜົນກະທົບຍາວນານ. ການລະເມີດມັກປາກົດໃຫ້ເຫັນໃນ: 1- ການໃຊ້ອຳນາດໃນທາງທີ່ຜິດ, ການເຫັນແກ່ຕົວ, ການໃຫ້ຄວາມຊ່ວຍເຫຼືອເປັນພິເສດແກ່ບຸກຄົນ ແລະກຸ່ມໃດກູ່ມໜຶ່ງ ໃນການວາງແຜນ, ການແຕ່ງຕັ້ງ, ການໝູນວຽນ ແລະການໂຍກຍ້າຍພະນັກງານ; 2- ການຂາດຄວາມໂປ່ງໃສ ແລະພາວະວິໄສ ໃນການປະເມີນ ແລະຈັດປະເພດພະນັກງານ ເຊິ່ງນຳໄປສູ່ການວາງຕຳແໜ່ງ ແລະການໃຊ້ພະນັກງານທີ່ບໍ່ເໝາະສົມ. ການລະເມີດເຫຼົ່ານີ້ເຮັດໃຫ້ກຽດສັກສີຂອງອົງການຈັດຕັ້ງພັກເສື່ອມໂຊມ ແລະສົ່ງຜົນກະທົບຕໍ່ຄວາມໄວ້ວາງໃຈຂອງປະຊາຊົນ.
ທີສາມ, ການລະເມີດໃນການນຳພາ, ຊີ້ນຳການພັດທະນາເສດຖະກິດແລະສັງຄົມ, ການຄຸ້ມຄອງທີ່ດິນ, ຊັບພະຍາກອນ ແລະ ແຮ່ທາດ.
ອົງການຈັດຕັ້ງພັກບາງແຫ່ງໄດ້ລະເລີຍການນຳພາ, ຂາດການກວດກາ ແລະຕິດຕາມກວດກາ ສົ່ງຜົນໃຫ້ເກີດການລະເມີດໃນການຈັດຕັ້ງປະຕິບັດ, ເຊັ່ນ: ການຈັດຕັ້ງກຸ່ມຜົນປະໂຫຍດ ແລະການລະເມີດລະບົບ; ການສົມຮູ້ຮ່ວມຄິດລະຫວ່າງອົງການຂອງລັດ ແລະທຸລະກິດ/ຜູ້ຮັບເໝົາ ເພື່ອເຮັດໃຫ້ຂັ້ນຕອນຕ່າງໆຖືກຕ້ອງຕາມກົດໝາຍ ແລະລະເມີດຂໍ້ບັງຄັບທາງກົດໝາຍ. ກໍລະນີແລະເຫດການຕ່າງໆຫຼາຍຢ່າງທີ່ກ່ຽວຂ້ອງກັບທີ່ດິນ, ແຮ່ທາດ, ການລົງທຶນຂອງລັດ, ການເງິນ ແລະ ງົບປະມານ... ໄດ້ກໍ່ໃຫ້ເກີດຜົນກະທົບຮ້າຍແຮງ, ກໍ່ໃຫ້ເກີດຄວາມສ່ຽງຕໍ່ການສູນເສຍງົບປະມານຂອງລັດ ແລະກໍ່ໃຫ້ເກີດການສໍ້ລາດບັງຫຼວງ, ການສິ້ນເປືອງ ແລະ ການປະຕິບັດທີບໍ່ເໝາະສົມ.
ທີສີ່, ການລະເມີດໃນວຽກງານການກວດກາ, ຕິດຕາມກວດກາ ແລະ ການປ້ອງກັນແລະຄວບຄຸມການສໍ້ລາດບັງຫຼວງ, ການສິ້ນເປືອງ ແລະ ການປະຕິບັດທີ່ບໍ່ເໝາະສົມ:
ຄະນະບໍລິຫານງານພັກ ແລະ ຄະນະປະຈຳຄະນະບໍລິຫານງານພັກຫຼາຍແຫ່ງ ຂາດຄວາມຮັບຜິດຊອບ, ສະແດງຄວາມລຳອຽງ, ຫຼີກລ່ຽງຄວາມຮັບຜິດຊອບ ແລະ ບໍ່ສາມາດກວດຈັບແລະປ້ອງກັນການລະເມີດພາຍໃນອົງການຂອງຕົນໄດ້ຢ່າງທັນທ່ວງທີ.
ບົດຮຽນທີ່ໄດ້ຮຽນຮູ້ຈາກປະສົບການຕົວຈິງໃນການກວດກາອົງການຈັດຕັ້ງພັກ
ເມື່ອມີສັນຍານຂອງການລະເມີດ
ທີໜຶ່ງ, ຕ້ອງຍຶດໝັ້ນໃນຫຼັກການ, ຮັກສາລະບຽບວິໄນແລະຈິດໃຈການຕໍ່ສູ້ຂອງພັກ, ແລະປະຕິບັດຕາມທິດນຳທີ່ວ່າ “ບໍ່ມີເຂດຫວງຫ້າມ, ບໍ່ມີຂໍ້ຍົກເວັ້ນ” ຢ່າງຖືກຕ້ອງ: ສາເຫດໂດຍກົງປະການໜຶ່ງຂອງການລະເມີດຢ່າງຮ້າຍແຮງໂດຍອົງການຈັດຕັ້ງພັກບາງແຫ່ງຄື ການປ່ອຍປະລະເຫຼີງການນຳພາ, ການລະເມີດຫຼັກການລວມສູນປະຊາທິປະໄຕ, ແມ່ນແຕ່ການປ່ຽນຫຼັກການໃຫ້ເປັນພຽງພິທີການ, ແລະ ການໃຊ້ສ່ວນລວມເພື່ອສ້າງຄວາມຊອບທຳໃຫ້ກັບເຈດຈຳນົງສ່ວນບຸກຄົນ. ໃນບາງແຫ່ງ, ຫົວໜ້າອົງການຈັດຕັ້ງລະເມີດຫຼັກການລວມສູນປະຊາທິປະໄຕ ແລະລະບຽບການເຮັດວຽກຢ່າງຮ້າຍແຮງ, ແຊກແຊງ, ຊັກຈູງ ແລະ ສັ່ງການໂດຍກົງ ໃຫ້ກະທຳການຂັດຕໍ່ລະບຽບການຂອງພັກ ແລະຂໍ້ກຳນົດຂອງກົດໝາຍ. ດ້ວຍເຫດນີ້, ອົງການຈັດຕັ້ງພັກຈຶ່ງຕົກຢູ່ໃນພາວະແຕກແຍກ, ການໃຊ້ອຳນາດໃນທາງທີ່ຜິດ ແລະຜະເດັດການ.
ໂດຍສະເພາະຢ່າງຍິ່ງ, ທິດນຳທີ່ວ່າ “ບໍ່ມີເຂດຫວງຫ້າມ, ບໍ່ມີຂໍ້ຍົກເວັ້ນ” ໄດ້ຮັບການພິສູດແລ້ວຜ່ານການກວດກາ, ການທົບທວນຄວາມຮັບຜິດຊອບ ແລະ ການລົງໂທດທາງວິໄນຕໍ່ອົງການຈັດຕັ້ງພັກຫຼາຍແຫ່ງ. ບົດຮຽນທີ່ໄດ້ຮັບຄື: ເພື່ອໃຫ້ວຽກງານກວດກາມີຜົນໃນການກ່າວເຕືອນ, ຕ້ອງກ້າປະເຊີນໜ້າກັບຄວາມຈິງ, ບໍ່ໃຫ້ຖືກອິດທິພົນຈາກຜົນປະໂຫຍດສ່ວນຕົວ ແລະ ບໍ່ສະແດງຄວາມລຳອຽງ ຫຼືຫຼີກລ່ຽງຄວາມຮັບຜິດຊອບ.
ທີສອງ, ເປັນເຈົ້າການໃນການກວດພົບ ແລະກວດກາການລະເມີດຢ່າງທັນທ່ວງທີ ເພື່ອປ້ອງກັນຕັ້ງແຕ່ຕົ້ນ ແລະຈາກໄລຍະໄກ: ການລະເມີດບາງຢ່າງພາຍໃນອົງການຈັດຕັ້ງພັກບໍ່ໄດ້ຖືກກວດພົບຢ່າງທັນທ່ວງທີ ແລະ ສັນຍານຂອງການລະເມີດບໍ່ໄດ້ຖືກລະບຸຢ່າງວ່ອງໄວ, ດັ່ງນັ້ນ ການປ້ອງກັນຕັ້ງແຕ່ຕົ້ນແລະຢ່າງຕັ້ງໜ້າ ຈຶ່ງບໍ່ມີປະສິດທິພາບຫຼາຍ, ສົ່ງຜົນໃຫ້ເມື່ອເຖິງເວລາກວດກາ ແລະຈັດການແກ້ໄຂ, ຫຼາຍກໍລະນີກໍ່ລຸກລາມກາຍເປັນຮ້າຍແຮງ, ເຮັດໃຫ້ເກີດຜົນກະທົບຢ່າງຫຼາຍ ແລະ ອົງການຈັດຕັ້ງພັກແລະສະມາຊິກພັກຈຳນວນຫຼາຍຖືກລົງໂທດທາງວິໄນ. ໃນບາງກໍລະນີ, ການລະເມີດເລີ່ມຕົ້ນຕັ້ງແຕ່ການວາງແຜນ ແລະການແຕ່ງຕັ້ງພະນັກງານ, ແຕ່ຄະນະບໍລິຫານງານພັກ ແລະອົງການກວດກາບໍ່ເຂົ້າແຊກແຊງຢ່າງທັນການ, ເມື່ອເຖິງເວລານັ້ນ ລະບົບການຄຸ້ມຄອງທີ່ດິນ, ການລົງທຶນຂອງລັດ, ການເງິນ ແລະອື່ນໆ ໄດ້ຮັບຜົນກະທົບຢ່າງກວ້າງຂວາງ, ການຈັດການຈຶ່ງຍາກລຳບາກຫຼາຍ ແລະເຮັດໃຫ້ເກີດຜົນກະທົບຢ່າງຫຼາຍ.
ບົດຮຽນທີ່ໄດ້ຮັບຄື: ການກວດກາທີ່ດຳເນີນການເມື່ອກວດພົບສັນຍານຂອງການລະເມີດຕ້ອງຖືກເບິ່ງວ່າເປັນ “ດາບຄົມ”, ຢ່າປ່ອຍໃຫ້ການລະເມີດເລັກນ້ອຍສະສົມກາຍເປັນກາານລະເມີດຮ້າຍແຮງ ກ່ອນທີ່ຈະມີການກວດກາ, ທົບທວນ ແລະດຳເນີນການແກ້ໄຂ. ເພື່ອບັນລຸເປົ້າໝາຍນີ້, ອົງການກວດກາຈຳເປັນຕ້ອງ: 1- ກຳສະຖານະການໃນຮາກຖານຢ່າງລະອຽດ, ຕິດຕາມພື້ນທີ່ທີ່ມັກເກີດການສໍ້ລາດບັງຫຼວງ, ການສິ້ນເປືອງ ແລະ ການປະຕິບັດທີ່ບໍ່ເໝາະສົມ ຢ່າງສະໝ່ຳສະເໝີ; 2- ສ້າງກົນໄກການປະສານງານກັບອົງການຕ່າງໆ ເຊັ່ນ: ໜ່ວຍງານກວດການ, ຜູ້ກວດສອບບັນຊີ ແລະ ຜູ້ສືບສວນ... ເພື່ອເກັບກຳແລະວິເຄາະຂໍ້ມູນ; 3- ເສີມຂະຫຍາຍລະບົບການຕິດຕາມກວດກາເປັນປະຈຳ ແລະ ຕິດຕາມກວດກາຕາມຫົວຂໍ້ ເພື່ອຮັບປະກັນວ່າ “ເມື່ອມີສັນຍານຂອງການລະເມີດຈະດຳເນີນການກວດການທັນທີ”; 4- ການກວດກາທີ່ທັນທ່ວງທີບໍ່ພຽງແຕ່ຊ່ວຍຈັດການກັບອົງການຈັດຕັ້ງທີ່ລະເມີດໄດ້ຢ່າງຖືກຕ້ອງ, ແຕ່ຍັງປ້ອງກັນປະຕິກິລິຍາລູກໂສ້ ແລະ ເສີມສ້າງຄວາມໄວ້ວາງໃຈລະຫວ່າງເຈົ້າໜ້າທີ່, ສະມາຊິກພັກ ແລະ ປະຊາຊົນອີກນຳ.
ທີສາມ, ຕ້ອງເຂົ້າໃຈພື້ນທີ່ແລະຂົງເຂດໃນທ້ອງຖິ່ນຢ່າງລະອຽດ ແລະ ເລືອກຈຸດສຸມ ແລະບຸລິມະສິດທີ່ເໝາະສົມ.
ປະສົບການຕົວຈິງສະແດງໃຫ້ເຫັນວ່າ ການລະເມີດສ່ວນໃຫຍ່ມັກຈະສຸມໃສ່ໃນບາງຂົງເຂດ ເຊັ່ນ: ວຽກງານພະນັກງານ, ການຄຸ້ມຄອງທີ່ດິນ, ຊັບພະຍາກອນ, ແຮ່ທາດ, ການເງິນ, ງົບປະມານ, ການລົງທຶນພາກລັດ... ເຫຼົ່ານີ້ລ້ວນເປັນ “ພື້ນທີ່ຕ່ຳ” ທີ່ກຸ່ມຜົນປະໂຫຍດ, ການສໍ້ລາດບັງຫຼວງ, ການສິ້ນເປືອງ ແລະ ການປະຕິບັດທີ່ບໍ່ເໝາະສົມເກີດຂຶ້ນໄດ້ງ່າຍ.
ບົດຮຽນທີ່ໄດ້ຮັບຄື: ອົງການກວດກາຕ້ອງເລືອກຈຸດສຸມແລະລຳດັບຄວາມສຳຄັນທີ່ຖືກຕ້ອງ. ເມື່ອສຸມໃສ່ຂົງເຂດສຳຄັນ, ຜົນການກວດກາຈະມີປະສິດທິພາບສູງ ແລະມີຜົນໃນການເຕືອນແລະກີດກັ້ນໃນວົງກວ້າງ. ດັ່ງນັ້ນ, ການກວດກາຈຶ່ງບໍ່ພຽງແຕ່ “ວິນິດໄສບັນຫາ” ແຕ່ຍັງ “ກຳນົດວິທີແກ້ໄຂ” ເພື່ອປ້ອງກັນການເກີດຂຶ້ນຊ້ຳອີກ .
ທີສີ່, ສົມທົບການກວດກາຂອງພັກເຂົ້າກັບການຕິດຕາມກວດກາຂອງປະຊາຊົນ, ສື່ມວນຊົນ ແລະອົງການທີ່ກ່ຽວຂ້ອງຢ່າງໃກ້ຊິດ.
ຄະດີສຳຄັນຫຼາຍຄະດີໄດ້ຖືກຄົ້ນພົບຈາກຂໍ້ສະເໜີແນະຂອງປະຊາຊົນ, ຂໍ້ມູນຈາກສື່ ແລະ ຜົນຂອງການກວດກາ ແລະການກວດສອບບັນຊີ... ນີ້ແມ່ນແຫຼ່ງຂໍ້ມູນທີ່ອຸດົມສົມບູນ, ຊ່ວຍໃຫ້ອົງການກວດກາ “ຮັບຟັງສຽງຫົວໃຈຂອງຊີວິດທາງການເມືອງແລະສັງຄົມ”.
ບົດຮຽນທີ່ໄດ້ຮັບຄື: ຈຳເປັນຕ້ອງສ້າງກົນໄກການປະສານງານແບບເປີດທີ່ຍອມຮັບຂໍ້ສະເໜີແນະ ແລະຄຳແນະນຳຈາກປະຊາຊົນ, ສື່ມວນຊົນ ແລະ ອົງການສະເພາະທາງ. ການກວດກາອົງການຈັດຕັ້ງພັກບໍ່ສາມາດຈຳກັດຢູ່ສະເພາະກິດຈະການພາຍໃນໄດ້, ຖ້າບໍ່ດັ່ງນັ້ນຈະນຳໄປສູ່ຄວາມເປັນອັດຕະວິໄນ ແລະການຂາດຂໍ້ມູນໄດ້ງ່າຍ.
ທ່ານເລຂາທິການໃຫຍ່ ໂຕເລິມ ເຄີຍເນັ້ນໜັກວ່າ: “ພວກເຮົາຕ້ອງສ້າງ “ທ່າສະໜາມຮົບໃນໃຈປະຊາຊົນ” ໂດຍອີງໃສ່ປະຊາຊົນ, ຮັບຟັງປະຊາຊົນ; ຄວາມເຫັນດີເຫັນພ້ອມແລະການສະໜັບສະໜູນຂອງປະຊາຊົນ ແມ່ນມາດຕະວັດຄວາມໄວ້ວາງໃຈທີ່ມີຕໍ່ການນຳພາຂອງພັກ”(1). ເມື່ອກວດກາອົງການຈັດຕັ້ງຂອງພັກ, ຖ້າມີການປະສານງານຢ່າງໃກ້ຊິດກັບຊ່ອງທາງການຕິດຕາມກວດກາທາງສັງຄົມ, ອົງການກວດກາຈະມີພື້ນຖານຫຼາຍຂຶ້ນ ໃນການສະຫຼຸບຜົນຢ່າງພາວະວິໄສແລະຄົບຖ້ວນ ເຊິ່ງຈະຊ່ວຍເສີມສ້າງຄວາມຊອບທຳຂອງການຕັດສິນໃຈໃນການດຳເນີນການ.
ທີຫ້າ, ກຳນົດຄວາມຮັບຜິດຊອບລວມໝູ່ຢ່າງຊັດເຈນ, ບໍ່ອະນຸຍາດໃຫ້ມີການ “ແບ່ງ” ຄວາມຮັບຜິດຊອບ.
ບາງອົງການຈັດຕັ້ງພັກ ເມື່ອຖືກກວດກາ ພະຍາຍາມທີ່ຈະຕຳນິບຸກຄົນ ຫຼືແບ່ງຄວາມຮັບຜິດຊອບຢ່າງເທົ່າທຽມກັນ, ເຮັດໃຫ້ການຈັດການມີຜົນກະທົບໜ້ອຍລົງ.
ບົດຮຽນທີ່ໄດ້ຮັບຄື: ການກວດກາອົງການຈັດຕັ້ງພັກຕ້ອງຊີ້ແຈງຄວາມຮັບຜິດຊອບສ່ວນລວມກ່ອນ, ເພາະໃນການນຳພາແລະການຊີ້ນຳ, ການຕັດສິນໃຈທີ່ສຳຄັນທັງໝົດນັ້ນກະທຳໂດຍຄະນະບໍລິຫານງານພັກ ແລະຄະນະປະຈຳຂອງຄະນະບໍລິຫານງານພັກ. ຫຼັງຈາກຊີ້ແຈງຄວາມຮັບຜິດຊອບສ່ວນລວມແລ້ວ ຈຶ່ງຄວນພິຈາລະນາຄວາມຮັບຜິດຊອບຂອງແຕ່ລະບຸກຄົນພາຍໃນສ່ວນລວມນັ້ນ.
ເມື່ອກຳນົດກົນໄກ “ການນຳພາລວມໝູ່, ຄວາມຮັບຜິດຊອບສ່ວນບຸກຄົນ" ຢ່າງຖືກຕ້ອງເທົ່ານັ້ນ ຈຶ່ງຈະບໍ່ເກີດສະຖານະການທີ່ບຸກຄົນ “ເສຍສະຫຼະ” ໃນຂະນະທີ່ລວມໝູ່ຫຼີກລ່ຽງຄວາມຮັບຜິດຊອບ. ວິທີການນີ້ຮັບປະກັນຄວາມຍຸຕິທຳ, ຄວາມເຂັ້ມງວດ ແລະຍຶດໝັ້ນໃນຫຼັກການຂອງການຈັດຕັ້ງ ແລະການດຳເນີນງານຂອງພັກ.
ທີຫົກ, ການສົມທົບລະຫວ່າງການກໍ່ສ້າງແລະການຕໍ່ສູ້ ໂດຍເນັ້ນການປ້ອງກັນ
ການກວດກາອົງການຈັດຕັ້ງພັກບໍ່ພຽງແຕ່ມີຈຸດປະສົງເພື່ອກວດພົບ ແລະຈັດການກັບການລະເມີດ, ທົບທວນ, ປະເມີນ ແລະ ສະຫຼຸບຈຸດແຂງແລະຈຸດອ່ອນຂອງຄະນະບໍລິຫານງານພັກ, ອົງການຈັດຕັ້ງພັກລະດັບລຸ່ມ ແລະສະມາຊິກພັກ ໃນການປະຕິບັດຕາມແຜນນະໂຍບາຍແລະລະບຽບຂອງພັກ ແລະກົດໝາຍຂອງລັດເທົ່ານັ້ນ, ແຕ່ຍັງເພື່ອຊ່ວຍໃຫ້ອົງການຈັດຕັ້ງພັກແກ້ໄຂ, ປ້ອງກັນການກະທຳຜິດຊ້ຳ ແລະເຕືອນກ່ຽວກັບການລະເມີດ; ເພື່ອຮັກສາລະບຽບວິໄນ, ປ້ອງກັນບໍ່ໃຫ້ອົງການຈັດຕັ້ງພັກອອກນອກເສັ້ນທາງ ແລະ ປະກອບສ່ວນສຳຄັນເພື່ອຮັບປະກັນວ່າ ແນວທາງແລະແຜນນະໂຍບາຍຂອງພັກໄດ້ຮັບການຈັດຕັ້ງປະຕິບັດຢ່າງຈິງຈັງ ແລະມີປະສິດທິພາບ.
ບົດຮຽນທີ່ໄດ້ຮັບຄືື: ຂໍ້ສະຫຼຸບຈາກການກວດກາແຕ່ລະຄັ້ງຕ້ອງເຊື່ອມໂຍງກັບວິທີແກ້ໄຂ, ຂໍ້ສະເໜີແນະສຳລັບການເພີ່ມເຕີມລະບຽບຂໍ້ບັງຄັບ, ກົດລະບຽບ ແລະກົນໄກໃນການຄວບຄຸມອຳນາດ. ຈາກນັ້ນ, ການກວດກາຈຶ່ງສ້າງຄຸນຄ່າທີ່ຍືນຍົງແລະຍາວນານ. ຕົວຢ່າງເຊັ່ນ ການກວດກາຄະນະກຳມະການພັກແຂວງຫຼາຍແຫ່ງທີ່ມີການລະເມີດໃນວຽກງານພະນັກງານ ນຳໄປສູ່ຂໍ້ສະເໜີແນະໃນການເສີມຂັ້ນຕອນດ້ານບຸກຄະລາກອນ ແລະກະຊັບຄວາມຮັບຜິດຊອບຮ່ວມກັນ, ຈາກນັ້ນໄດ້ຈຳກັດການເກີດການເລືອກປະຕິບັດ ແລະການລຳອຽງ. ນີ້ແມ່ນຫຼັກຖານທີ່ສະແດງໃຫ້ເຫັນວ່າ ການກວດການັ້ນທັງ “ຕໍ່ສູ້” ແລະ “ສ້າງ”.
ທີເຈັດ, ເນັ້ນໜັກບົດບາດຂອງຫົວໜ້າອົງການກວດກາ, ເສີມຂະຫຍາຍຄວາມກ້າຫານ, ສະຕິປັນຍາ ແລະ ວິທີການເຮັດວຽກຂອງພະນັກງານກວດກາ.
ຄວາມສຳເລັດຂອງວຽກງານກວດກາສ່ວນໃຫຍ່ແມ່ນຂຶ້ນກັບຄວາມກ້າຫານ ແລະ ສະຕິປັນຍາຂອງພະນັກງານກວດກາ. ພະນັກງານກວດກາຕ້ອງ “ມີຄວາມກ້າຫານທີ່ຈະປະເຊີນໜ້າກັບຄວາມຈິງ, ບໍ່ຢ້ານກົວການປະເຊີນໜ້າ ແລະ ບໍ່ຫຼີກລ່ຽງຄວາມຫຍຸ້ງຍາກລຳບາກ”.
ບົດຮຽນທີ່ໄດ້ຮັບຄື: ຫົວໜ້າອົງການກວດກາທຸກລະດັບຕ້ອງເປັນແບບຢ່າງທີ່ດີ, ມີຄວາມເປັນກາງແລະທ່ຽງທຳຢ່າງແທ້ຈິງ. ພວກເຂົາຕ້ອງມຸ່ງເນັ້ນຢ່າງຕໍ່ເນື່ອງໃນການສ້າງ ແລະປັບປຸງໂຄງສ້າງອົງກອນ ແລະພະນັກງານຂອງຄະນະກຳມະການກວດກາ ແລະ ອົງການກວດກາໃນທຸກລະດັບ ເພື່ອຮັບປະກັນວ່າ ພວກເຂົາມີຄວາມກ້າຫານ, ຊື່ສັດ, ເປັນມືອາຊີບ, ມີຄວາມຮູ້ດ້ານກົດໝາຍ ແລະມີຄວາມຊຳນານໃນວຽກງານຂອງຕົນ, ຕອບສະໜອງຄວາມຕ້ອງການແລະໜ້າທີ່ຕາມທີ່ທ່ານເລຂາທິການໃຫຍ່ໄດ້ຊີ້ນຳໄວ້ວ່າ: “ແຈ່ມແຈ້ງຄືກະຈົກ, ຄົມຄືດາບ”.
ການກວດກາອົງການຈັດຕັ້ງພັກເມື່ອມີສັນຍານຂອງການລະເມີດບໍ່ພຽງແຕ່ເປັນຂັ້ນຕອນດ້ານວິຊາການໃນວຽກງານກໍ່ສ້າງພັກເທົ່ານັ້ນ ແຕ່ຍັງເປັນການສະແດງໃຫ້ເຫັນຢ່າງຈະແຈ້ງເຖິງຄວາມສຽບແຫຼມທາງການເມືອງ, ສະຕິປັນຍາ, ການຍຶດໝັ້ນໃນຫຼັກການຢ່າງແນ່ວແນ່ ແລະຄວາມສາມາດໃນການກຳອຳນາດຂອງພັກ. ຖ້າດຳເນີນການຢ່າງເດັດຂາດ, ວ່ອງໄວ ແລະມີປະສິດທິພາບ, ວຽກງານນີ້ຈະສ້າງ “ກຳແພງວິໄນທີ່ແຂງແກ່ງ” ປົກປ້ອງຄວາມບໍລິສຸດແລະຄວາມເຂັ້ມແຂງຂອງອົງການຈັດຕັ້ງພັກ ແລະເສີມສ້າງຄວາມໄວ້ວາງໃຈຂອງພະນັກງານ, ສະມາຊິກພັກ ແລະ ປະຊາຊົນທີ່ມີຕໍ່ການນຳພາຂອງພັກ.
ປະສົບການທີ່ຜ່ານມາໄດ້ພິສູດແລ້ວວ່າ ບໍ່ມີອົງການໃດຂອງພັກທີ່ໄດ້ຮັບການຍົກເວັ້ນຈາກລະບຽບວິໄນຂອງພັກ - ທຸກອົງການຂອງພັກມີຄວາມເທົ່າທຽມກັນຕໍ່ໜ້າລະບຽບວິໄນຂອງພັກ. ນີ້ແມ່ນຫຼັກຖານທີ່ຊັດເຈນຂອງທິດນຳທີ່ວ່າ “ບໍ່ມີເຂດຫວງຫ້າມ, ບໍ່ມີຂໍ້ຍົກເວັ້ນ”, ສ້າງຜົນກະທົບທາງສັງຄົມ-ການເມືອງທີ່ເຂັ້ມແຂງ ແລະໄດ້ຮັບການສະໜັບສະໜູນ ແລະຊື່ນຊົມຢ່າງສູງ ຈາກຄວາມຄິດເຫັນຂອງປະຊາຊົນທັງໃນປະເທດ ແລະຕ່າງປະເທດ.
ບົດຮຽນສຳຄັນທີ່ໄດ້ຮັບຄື: ເພື່ອສ້າງພັກທີ່ສະອາດ, ເຂັ້ມແຂງຮອບດ້ານນັ້ນ ການກວດກາຕ້ອງເປັນໄປຢ່າງຕັ້ງໜ້າ, ກ້າວລ້ຳໄປຂ້າງໜ້າໜຶ່ງກ້າວ, ກວດຈັບແລະຈັດການກັບການລະເມີດໂດຍອົງການຂອງພັກຢ່າງທັນທ່ວງທີ, ປ້ອງກັນບໍ່ໃຫ້ການລະເມີດຍືດເຍື້ອ ຫຼືແຜ່ກະຈາຍ. ຖ້າເຮັດໄດ້ດີ, ວຽກງານກວດກາບໍ່ພຽງແຕ່ຈັດການແກ້ໄຂການກະທຳຜິດເທົ່ານັ້ນ ແຕ່ຍັງສົ່ງເສີມຄວາມຖືກຕ້ອງ, ສະໜັບສະໜູນປັດໄຈທີ່ຕັ້ງໜ້າ ແລະ ປົກປ້ອງພະນັກງານທີ່ກ້າຄິດ, ກ້າກະທຳ ແລະ ກ້າຮັບຜິດຊອບເພື່ອຜົນປະໂຫຍດສ່ວນລວມ.
ໃນສະພາບການທີ່ປະເທດກຳລັງມຸ່ງໄປສູ່ການເປັນປະເທດກຳລັງພັດທະນາທີ່ມີລາຍໄດ້ປານກາງສູງພາຍໃນປີ 2030 ແລະ ເປັນປະເທດພັດທະນາແລ້ວທີ່ມີລາຍໄດ້ສູງພາຍໃນປີ 2045, ຄວາມຕ້ອງການໃນວຽກງານກວດກາຈຶ່ງເພີ່ມຂຶ້ນເລື້ອຍໆ. ບັນດາອິດທິກຳລັງສັດຕູແລະປະຕິການ ກຳລັງພະຍາຍາມທຸກວິທີທາງເພື່ອບິດເບືອນ, ໂຈມຕີ ແລະທຳລາຍຊື່ສຽງຂອງອົງການຈັດຕັ້ງພັກ. ດ້ານລົບຂອງກົນໄກຕະຫຼາດ, ໂລກາພິວັດ ແລະການເຕີບໂຕຢ່າງວ່ອງໄວຂອງປັນຍາປະດິດ (AI) ກໍ່ໃຫ້ເກີດຄວາມທ້າທາຍໃໝ່ໆ ຕໍ່ການບໍລິຫານປົກຄອງປະເທດ ແລະການຄວບຄຸມອຳນາດ. ໃນສະຖານະການດັ່ງກ່າວ, ຄວາມທັນທ່ວງທີ, ຄວາມເດັດຂາດ ແລະປະສິດທິພາບຂອງການກວດກາເມື່ອມີສັນຍານຂອງການລະເມີດໂດຍອົງການຈັດຕັ້ງພັກ ແລະສະມາຊິກພັກ ຈະຕ້ອງໄດ້ຮັບການຍົກລະດັບຂຶ້ນສູ່ລະດັບໃໝ່.
ຈາກບົດຮຽນທີ່ໄດ້ຮັບ, ສາມາດຢືນຢັນໄດ້ວ່າ: ການກວດກາອົງການຈັດຕັ້ງພັກເມື່ອມີສັນຍານຂອງການລະເມີດຖືເປັນໜຶ່ງໃນໜ້າທີ່ສຳຄັນ. ດັ່ງທີ່ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ຢືນຢັນໃນກອງປະຊຸມໃຫຍ່ຄັ້ງທີ 1 ຂອງຄະນະກຳມະການພັກ ບັນດາອົງການສູນກາງພັກວ່າ: “ການນຳພາທີ່ຖືກຕ້ອງຂອງພັກແມ່ນປັດໄຈຕັດສິນຊີ້ຂາດໃນໄຊຊະນະທັງໝົດຂອງການປະຕິວັດຫວຽດນາມ”(2). ການກວດກາເມື່ອມີສັນຍານຂອງການລະເມີດແມ່ນເຄື່ອງມືທີ່ແຫຼມຄົມເພື່ອຮັບປະກັນວ່າ ການນຳພານີ້ມີຄວາມບໍລິສຸດ, ເຂັ້ມແຂງ, ມີຊື່ສຽງ, ມີປະສິດທິພາບ, ສົມຄວນໄດ້ຮັບຄວາມໄວ້ວາງໃຈ ແລະຄວາມຄາດຫວັງຂອງປະຊາຊົນສະເໝີ./.
-----------------------------
(1) ສຈ, ປອ. ໂຕເລິມ: “ຄວາມຕັ້ງໝັ້ນ - ຄວາມຕັດສິນໃຈ - ຄວາມເຫັນດີເປັນເອກະພາບ - ຄວາມຮອບດ້ານ - ການບຸກທະລຸໃນວຽກງານປ້ອງກັນແລະຕ້ານການສໍ້ລາດບັງຫຼວງ, ການສິ້ນເປືອງ ແລະ ປະກົດການຫຍໍ້ທໍ້, ປະກອບສ່ວນເຂົ້າໃນການສ້າງພັກທີ່ “ມີຄຸນທຳແລະອາລະຍະທຳ” ຢ່າງແທ້ຈິງ ແລະ ປະເທດຊາດທີ່ເຂັ້ມແຂງ, ຈະເລີນຮຸ່ງເຮືອງ, ມີອາລະຍະທຳ ແລະ ມີຄວາມສຸກ”, ວາລະສານກອມມູນິດ, ສະບັບທີ1075, ເດືອນທັນວາ 2025, ໜ້າ 7.
(2) ເບິ່ງ: “ຄຳປາໄສຂອງທ່ານເລຂາທິການໃຫຍ່ ໂຕເລິມ ທີ່ກອງປະຊຸມໃຫຍ່ຄັ້ງທີ 1 ຂອງຄະນະກຳມະການພັກ ບັນດາອົງການສູນກາງພັກ”, ໜັງສືພິມກອງທັບປະຊາຊົນອອກໄລນ໌, ວັນທີ 24 ກັນຍາ 2025, https://www.qdnd.vn/chinh-tri/tin-tuc/phat-bieu-cua-tong-bi-thu-to-lam-tai-dai-hoi-dai-bieu-dang-bo-cac-co-quan-dang-trung-uong-lan-thu-i-847583