ເສີມຂະຫຍາຍມູນເຊື້ອອັນດີງາມ, ສະຕິປັນຍາ, ຄວາມກ້າຫານ,
ຈິດໃຈເປັນເຈົ້າຕົນເອງແລະຄວາມປາດຖະໜາທີ່ຈະກ້າວໜ້າພັດທະນາ
ຂອງແມ່ຍິງຫວຽດນາມໃນຍຸກໃໝ່
ຈິດໃຈເປັນເຈົ້າຕົນເອງແລະຄວາມປາດຖະໜາທີ່ຈະກ້າວໜ້າພັດທະນາ
ຂອງແມ່ຍິງຫວຽດນາມໃນຍຸກໃໝ່
ແທນສະຫະພັນແມ່ຍິງຫວຽດນາມເຂົ້າຮ່ວມຂະບວນແຫ່ ອ໊າວຢ່າຍ ຢູ່ຖະໜົນຄົນຍ່າງອ້ອມທະເລສາບ ຮວ່ານກ໋ຽມ (ນະຄອນຮ່າໂນ້ຍ) - ພາບ: TTXVN
ຄວາມເຂົ້າໃຈທົ່ວໄປກ່ຽວກັບການສ້າງແມ່ຍິງຫວຽດນາມໃນຍຸກໃໝ່
ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ ສືບຕໍ່ເນັ້ນໜັກເຖິງຂໍ້ກຳນົດ: ເອົາໃຈໃສ່ຕໍ່ການສ້າງແມ່ຍິງຫວຽດນາມ ໃນຍຸກໃໝ່, ເສີມຂະຫຍາຍມູນເຊື້ອ, ທ່າແຮງ, ຄວາມເຂັ້ມແຂງ, ສະຕິປັນຍາ ແລະຈິດໃຈເປັນເຈົ້າຕົນເອງ ແລະ ຄວາມໃຝ່ຝັນເພື່ອຄວາມກ້າວໜ້າຂອງແມ່ຍິງ; ການກໍ່ສ້າງຄອບຄົວຫວຽດນາມທີ່ກ້າວໜ້າ, ມີອາລະຍະທຳ, ຈະເລີນຮຸ່ງເຮືອງ ແລະ ມີຄວາມສຸກຢ່າງແຂງຂັນ.
ໃນສະພາບການແຫ່ງການປ່ຽນແປງຮູບແບບການເຕີບໂຕທາງເສດຖະກິດ, ການຫັນປ່ຽນດິຈິຕອນ, ການພັດທະນາເສດຖະກິດສີຂຽວ, ເສດຖະກິດໝູນວຽນ ແລະການເຊື່ອມໂຍງສາກົນທີ່ເລິກເຊິ່ງຂຶ້ນເລື້ອຍໆ, ການກໍ່ສ້າງແມ່ຍິງຫວຽດນາມໃຫ້ຕອບສະໜອງຄວາມຕ້ອງການຂອງຍຸກໃໝ່ ບໍ່ພຽງແຕ່ເປັນເລື່ອງຂອງວຽກງານແມ່ຍິງເທົ່ານັ້ນ, ແຕ່ຍັງເປັນຄວາມຕ້ອງການຍຸດທະສາດສຳລັບການພັດທະນາແບບຍືນຍົງຂອງປະເທດຊາດອີກນຳ.
ສະຫະພັນແມ່ຍິງຫວຽດນາມ ເປັນອົງການທາງສັງຄົມ-ການເມືອງ ທີ່ເປັນຕົວແທນ, ເບິ່ງແຍງ ແລະ ປົກປ້ອງສິດແລະຜົນປະໂຫຍດອັນຊອບທຳຂອງແມ່ຍິງທຸກຄົນ; ມີໜ້າທີ່ຮັບຜິດຊອບໃນການໂຄສະນາເຜີຍແຜ່, ລະດົມຂົນຂວາຍ ແລະສະໜັບສະໜູນການພັດທະນາຂອງແມ່ຍິງ. ໂດຍອີງໃສ່ຄວາມເຂົ້າໃຈຢ່າງລະອຽດກ່ຽວກັບທັດສະນະ ແລະແນວທາງຂອງພັກ ກ່ຽວກັບວຽກງານແມ່ຍິງໃນຍຸກໃໝ່ ແລະ ຍຶດໝັ້ນໃນກົດລະບຽບຂອງສະຫະພັນ, ສະຫະພັນແມ່ຍິງຫວຽດນາມ ໄດ້ກຳນົດໃຫ້ການໂຄສະນາເຜີຍແຜ່, ການລະດົມຂົນຂວາຍ ແລະສະໜັບສະໜູນການພັດທະນາແມ່ຍິງຢ່າງຮອບດ້ານ ເປັນໜຶ່ງໃນໜ້າທີ່ຫຼັກແລະຕໍ່ເນື່ອງມາໂດຍຕະຫຼອດ, ປະກອບສ່ວນເຂົ້າໃນການເສີມຂະຫຍາຍຄວາມເປັນເຈົ້າຕົນເອງ, ທ່າແຮງ, ຄວາມຄິດສ້າງສັນ ແລະຈິດໃຈເປັນເຈົ້າຂອງຂອງແມ່ຍິງ, ສົ່ງເສີມໃຫ້ແມ່ຍິງມີສ່ວນຮ່ວມຢ່າງຕັ້ງໜ້າໃນທຸກດ້ານຂອງຊີວິດສັງຄົມ, ຜ່ານນັ້ນ ປະກອບສ່ວນເຂົ້າໃນການພັດທະນາປະເທດໃນຍຸກໃໝ່ຢ່າງມີປະສິດທິພາບ. ຄະນະກຳມະການສູນກາງສະຫະພັນແມ່ຍິງຫວຽດນາມ ໄດ້ຍຶດໝັ້ນໃນການສະໜັບສະໜູນການພັດທະນາແມ່ຍິງຫວຽດນາມໃນຍຸກໃໝ່ ຕິດພັນກັບການປະຕິບັດເປົ້າໝາຍການພັດທະນາປະເທດ ແລະຄຳໝັ້ນສັນຍາສາກົນຂອງຫວຽດນາມ ກ່ຽວກັບການພັດທະນາຢ່າງຍືນຍົງ, ຄວາມສະເໝີພາບທາງເພດ ແລະສິດທິຂອງແມ່ຍິງ.
ໃນການດຳເນີນຂະບວນການແຂ່ງຂັນກັນ “ສ້າງແມ່ຍິງຫວຽດນາມໃນຍຸກໃໝ່” ເຊິ່ງລິເລີ່ມໂດຍຄະນະກຳມະການສູນກາງສະຫະພັນແມ່ຍິງຫວຽດນາມ, ຄຸນຄ່າຫຼັກຂອງແມ່ຍິງຫວຽດນາມຍຸກໃໝ່ຖືກກຳນົດໃຫ້ເປັນການປະສົມປະສານຢ່າງກົມກຽວລະຫວ່າງປະເພນີ ແລະຄວາມທັນສະໄໝ, ລະຫວ່າງການສືບທອດ, ການເສີມຂະຫຍາຍຄຸນສົມບັດ “ຄວາມກ້າຫານ - ບໍ່ອ່ອນຍອມ - ຈົ່ງຮັກພັກດີ - ຄວາມຂະຫຍັນໝັ້ນພຽນ” ກັບການປູກຝັງຄຸນຄ່າທີ່ເໝາະສົມກັບຄວາມຕ້ອງການຂອງການພັດທະນາໃໝ່ດ້ວຍມາດຖານສີ່ປະການຄື: 1- ຄວາມຮູ້; 2- ຄຸນທຳ; 3- ສຸຂະພາບ; 4- ຄວາມຮັບຜິດຊອບ, ໂດຍມີຄວາມໝາຍດັງນີ້:
1- ບຸກຄົນທີ່ມີຄວາມຮູ້ນັ້ນແມ່ນມີຄຸນວຸດທິທາງການສຶກສາ ແລະ ວິຊາຊີບທີ່ເໝາະສົມກັບຄວາມຕ້ອງການຂອງວຽກງານ ແລະມີຄວາມເຂົ້າໃຈພື້ນຖານກ່ຽວກັບຊີວິດທາງສັງຄົມ. ເປັນເຈົ້າການແລະຕັ້ງໜ້າໃນການຮຽນຮູ້ເພື່ອປັບປຸງຄວາມຮູ້ ແລະທັກສະຂອງຕົນເອງ ແລະ ເຜີຍແຜ່ຈິດໃຈຂອງການຮຽນຮູ້ໄປສູ່ຜູ້ອື່ນອ້ອມຂ້າງ. ມີຄວາມສາມາດໃນການນຳໃຊ້ຄວາມຮູ້ໃໝ່, ດັດແປງຫຼືປະຍຸກໃຊ້ວິທະຍາສາດເຕັກນິກ ແລະ ປະຍຸກໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານເຂົ້າໃນວຽກງານ ແລະຊີວິດປະຈຳວັນ ເຊິ່ງປະກອບສ່ວນເຂົ້າໃນການເພີ່ມສະມັດຕະພາບ, ປະສິດທິພາບໃນການອອກແຮງງານ, ການຜະລິດ, ທຸລະກິດ ແລະ ການເຮັດວຽກ.
2- ການມີຄຸນທຳໝາຍເຖິງການປະຕິບັດຕາມສິດທິ ແລະຄວາມຮັບຜິດຊອບຂອງຕົນໃນຖານະພົນລະເມືອງ; ການຝຶກຝົນຄຸນສົມບັດສິນທຳເຊັ່ນ “ຄວາມໝັ້ນໃຈໃນຕົນເອງ, ການເຄົາລົບຕົນເອງ, ຄວາມຈົງຮັກພັກດີ ແລະຄວາມຂະຫຍັນໝັ້ນພຽນ”; ມີຈິດສຳນຶກໃນການຮັກສາ ແລະເສີມຂະຫຍາຍຄຸນຄ່າທາງວັດທະນະທຳອັນດີງາມຂອງຊາດ ແລະຂອງແມ່ຍິງຫວຽດນາມ; ການຮັກສາກຽດສັກສີສ່ວນຕົວ ແລະເປັນແບບຢ່າງທີ່ດີໃນຄອບຄົວແລະຊຸມຊົນ ໃນດ້ານການພັດທະນາຄຸນທຳ; ການປະພຶດຕົນຢ່າງມີວັດທະນະທຳ, ສອດຄ່ອງກັບກົດເກນ ຈະລິຍະທຳ ແລະລະບຽບຂໍ້ບັງຄັບຂອງຊຸມຊົນ, ທ້ອງຖິ່ນ, ໜ່ວຍງານ ແລະອົງການຈັດຕັ້ງ.
3- ການມີສຸຂະພາບດີໝາຍເຖິງການມີສ່ວນຮ່ວມຢ່າງແຂງຂັນໃນການຝຶກຝົນຮ່າງກາຍແລະຈິດໃຈ; ການຄິດໃນແງ່ບວກ ແລະການດຳລົງຊີວິດຢ່າງມີສຸຂະພາບດີ; ການເຂົ້າຮ່ວມແລະສົ່ງເສີມໃຫ້ຜູ້ອື່ນເຂົ້າຮ່ວມກິດຈະກຳກິລາ, ວັດທະນະທຳ ແລະສິລະປະ; ການມີຄວາມຮູ້ແລະທັກສະໃນການດູແລສຸຂະພາບຂອງຕົນເອງແລະຄອບຄົວ; ສົ່ງເສີມໃຫ້ເຂົ້າຮ່ວມການປະກັນສຸຂະພາບ.
4- ການມີຄວາມຮັບຜິດຊອບຕໍ່ຕົນເອງ, ຄອບຄົວ, ສັງຄົມ ແລະປະເທດຊາດ ໝາຍເຖິງການມີຄວາມເຄົາລົບຕົນເອງ, ໝັ້ນໃຈໃນຕົນເອງ, ຮູ້ຈັກຮັກແພງ, ເບິ່ງແຍງດູແລ ແລະປົກປ້ອງຕົນເອງ; ມີເຈດຈຳນົງແລະມານະຈິດທີ່ຈະພັດທະນາຕົນເອງຢ່າງຮອບດ້ານ; ຮູ້ວິທີການຈັດຕັ້ງແລະຈັດການຊີວິດຄອບຄົວຢ່າງມີວິທະຍາສາດ; ສ້າງສະພາບແວດລ້ອມໃນຄອບຄົວທີ່ເທົ່າທຽມແລະກົມກຽວ ໂດຍທີ່ສະມາຊິກໃນຄອບຄົວເຄົາລົບ, ຮັບຜິດຊອບ, ຮັກແພງຜູກພັນ ແລະເບິ່ງແຍງເຊິ່ງກັນແລະກັນໃນຊີວິດ; ສ້າງຄອບຄົວທີ່ຈະເລີນຮຸ່ງເຮືອງ, ກ້າວໜ້າ, ມີຄວາມສຸກ ແລະມີອາລະຍະທຳ; ດຳເນີນຊີວິດແລະການເຮັດວຽກຕາມລັດຖະທຳມະນູນ ແລະກົດໝາຍ; ເຂົ້າຮ່ວມຢ່າງຮັບຜິດຊອບ ໃນກິດຈະກຳແລະຂະບວນການແຂ່ງຂັນກັນຮັກຊາດ, ສ້າງຊຸມຊົນແລະສະຖານທີ່ເຮັດວຽກທີ່ມີອາລະຍະທຳ ແລະພັດທະນາ; ເຂົ້າຮ່ວມໃນການປ້ອງກັນແລະຕ້ານການສໍ້ລາດບັງຫຼວງ ແລະ ຕໍ່ສູ້ຕ້ານພຶດຕິກຳທາງລົບໃນສັງຄົມ; ມີຈິດໃຈທີ່ພ້ອມແບ່ງປັນ ແລະ ຊ່ວຍເຫຼືອຜູ້ອື່ນອ້ອມຂ້າງ.
ສຳລັບພະນັກງານສະຫະພັນແມ່ຍິງທຸກລະດັບ, ນອກເໜືອຈາກການປະຕິບັດຕາມມາດຖານທົ່ວໄປແລ້ວ, ພວກເຂົາຍັງຈຳເປັນຕ້ອງສຶກສາ ແລະພັດທະນາຄວາມຮູ້ ແລະທັກສະທາງວິຊາຊີບຢ່າງຕໍ່ເນື່ອງແລະຕັ້ງໜ້າ ເພື່ອຕອບສະໜອງຄວາມຕ້ອງການຂອງວຽກງານຂອງສະຫະພັນ; ຮ່ຳຮຽນແລະປະຕິບັດຕາມແນວຄິດ, ຄຸນສົມບັດສິນທຳ ແລະແບບແຜນຂອງໂຮ່ຈິມິນຢ່າງເປັນປະຈຳ; ມີສະຕິຮັກສາກຽດສັກສີຂອງອົງການສະຫະພັນ, ພາບລັກແລະຊື່ສຽງຂອງພະນັກງານສະຫະພັນ; ເປັນປັດໄຈຂະຫຍັນຂັນເຄື່ອນໃນວຽກງານໂຄສະນາເຜີຍແຜ່ ແລະລະດົມແມ່ຍິງໃຫ້ເຂົ້າຮ່ວມກິດຈະກຳຂອງສະຫະພັນ; ເປັນແບບຢ່າງໃນການອະນຸລັກ ແລະເສີມຂະຫຍາຍຄຸນຄ່າທາງວັດທະນະທຳດັ້ງເດີມທີ່ດີງາມຂອງແມ່ຍິງຫວຽດນາມ; ມີຄວາມຂະຫຍັນຂັນເຄື່ອນ, ປະດິດສ້າງ ແລະນຳໜ້າໃນການກະທຳ ເພື່ອສິດຜົນປະໂຫຍດ ແລະຄວາມສຸກຂອງແມ່ຍິງແລະເດັກ.
ສະພາບການປັດຈຸບັນຂອງວຽກງານການພັດທະນາແມ່ຍິງຫວຽດນາມ
ໂດຍສະຫະພັນແມ່ຍິງຫວຽດນາມ
ສະຫະພັນແມ່ຍິງຫວຽດນາມໄດ້ປຸກລະດົມຂະບວນການ, ກິດຈະກຳ ແລະຮູບແບບຕ່າງໆ ຫຼາຍຢ່າງທີ່ເໝາະສົມກັບກຸ່ມແມ່ຍິງທີ່ແຕກຕ່າງກັນ ເຊັ່ນ ເດັກຍິງໄວລຸ້ນ, ແມ່ຍິງຊົນເຜົ່າສ່ວນນ້ອຍ, ແມ່ຍິງພິການ, ແມ່ຍິງປັນຍາຊົນ, ແມ່ຍິງນັກທຸລະກິດ... ຜ່ານໂຄງການ, ການຂົນຂວາຍ, ແຜນງານ ແລະໂຄງການຕ່າງໆ ເພື່ອສະໜັບສະໜູນແມ່ຍິງໃນການແກ້ໄຂບັນຫາສັງຄົມທີ່ສຳຄັນ, ການເລີ່ມຕົ້ນທຸລະກິດແລະການດຳເນີນທຸລະກິດ...
ສະໜັບສະໜູນການພັດທະນາປັນຍາຂອງແມ່ຍິງ, ຍົກສູງຄວາມສາມາດແລະຄຸນນະພາບຂອງຊັບພະຍາກອນບຸກຄົນຍິງ
ເພື່ອປະຕິບັດມາດຖານ “ການມີຄວາມຮູ້”, ສະມາຄົມແມ່ຍິງທຸກລະດັບໄດ້ຍູ້ແຮງວຽກງານການໂຄສະນາ, ອົບຮົມສຶກສາ ແລະຝຶກອົບຮົມ ເພື່ອຍົກສູງລະດັບການສຶກສາ, ທັກສະທາງວິຊາຊີບ, ຄວາມສາມາດໃນການຄຸ້ມຄອງ, ການເປັນຜູ້ປະກອບການ ແລະຄວາມສາມາດໃນການປັບຕົວຂອງແມ່ຍິງໃນສະພາບການຫັນປ່ຽນດິຈິຕອນ ແລະເສດຖະກິດພູມປັນຍາ. ໂດຍສະເພາະ, ມີສະມາຊິກແລະແມ່ຍິງຫຼາຍກວ່າ 12,2 ລ້ານຄົນໄດ້ຮັບຂໍ້ມູນກ່ຽວກັບການຈ້າງງານ ແລະການເປັນຜູ້ປະກອບການ; ມີການຝຶກອົບຮົມແລະໃຫ້ຄວາມຮູ້ຫຼາຍກວ່າ 140.000 ຄັ້ງແກ່ພະນັກງານ, ສະມາຊິກ ແລະແມ່ຍິງຫຼາຍກວ່າ 7,5 ລ້ານຄົນ ກ່ຽວກັບການຮັກສາສິ່ງແວດລ້ອມ, ການປັບຕົວເຂົ້າກັບການປ່ຽນແປງສະພາບດິນຟ້າອາກາດ ແລະ ການພັດທະນາຢ່າງຍືນຍົງ. ໂດຍສະເພາະ, ການສ້າງຕັ້ງແລະດຳເນີນງານສະໂມສອນ “ຜູ້ນຳແຫ່ງການປ່ຽນແປງ” ຈຳນວນ 1.500 ແຫ່ງໃນເຂດຊົນເຜົ່າສ່ວນນ້ອຍ ເຊິ່ງໄດ້ປະກອບສ່ວນເຂົ້າໃນການສົ່ງເສີມທັກສະການເປັນຜູ້ນຳ, ການຄິດແບບວິພາກວິຈານ ແລະ ຈິດໃຈເປັນເຈົ້າການໃນໝູ່ແມ່ຍິງ ແລະເດັກຍິງໃນເຂດທີ່ດ້ອຍໂອກາດ.
ໃນຫຼາຍປີທີ່ຜ່ານມາ, ສະຫະພັນແມ່ຍິງຫວຽດນາມໄດ້ເອົາໃຈໃສ່ເຖິງວຽກງານການພັດທະນາຖັນແຖວປັນຍາຊົນຍິງຢ່າງຕໍ່ເນື່ອງ ແລະ ສົ່ງເສີມໃຫ້ແມ່ຍິງເຂົ້າຮ່ວມໃນການຄົ້ນຄວ້າວິທະຍາສາດ. ສະຫະພັນຮັບຮູ້ວ່າ ການເຕີບໂຕແລະການພັດທະນາຂອງປັນຍາຊົນຍິງບໍ່ພຽງແຕ່ປະກອບສ່ວນເຂົ້າໃນຜົນສຳເລັດດ້ານວິທະຍາສາດຂອງປະເທດຊາດເທົ່ານັ້ນ ແຕ່ຍັງເປັນຊັບພະຍາກອນທີ່ມີຄ່າສຳລັບການເຊື່ອມໂຍງຢ່າງເລິກເຊິ່ງ ແລະການພັດທະນາຢ່າງຍືນຍົງຂອງປະເທດ. ໃນປີ 2011, ສະຫະພັນແມ່ຍິງຫວຽດນາມໄດ້ສະໜັບສະໜູນການສ້າງຕັ້ງສະມາຄົມປັນຍາຊົນຍິງຫວຽດນາມ ເຊິ່ງເປັນ “ບ້ານຮ່ວມ” ສຳລັບປັນຍາຊົນຍິງທົ່ວປະເທດ. ມາຮອດປະຈຸບັນ, ສະມາຄົມປັນຍາຊົນຍິງຫວຽດນາມມີສະມາຊິກເກືອບ 6.000 ຄົນ, ລວມທັງສາຂາຕ່າງໆ ໃນມະຫາວິທະຍາໄລ ແລະສະຖາບັນຄົ້ນຄວ້າທີ່ສຳຄັນຫຼາຍແຫ່ງ ເຊິ່ງລວບລວມບຸກຄະລາກອນປັນຍາຊົນຍິງທີ່ມີຄຸນສົມບັດສູງ, ລວມທັງສາດສະດາຈານ 24 ຄົນ, ຮອງສາດສະດາຈານ 224 ຄົນ, ປະລິນຍາເອກ 727 ຄົນ ແລະປະລິນຍາໂທເກືອບ 2.000 ຄົນທີ່ເຮັດວຽກໃນຂະແໜງວິທະຍາສາດຕ່າງໆ. ສະມາຄົມປັນຍາຊົນຍິງຫວຽດນາມບໍ່ພຽງແຕ່ເຕົ້າໂຮມກຳລັງເທົ່ານັ້ນ ແຕ່ຍັງຈັດຕັ້ງເວທີວິຊາການ ແລະກອງປະຊຸມວິທະຍາສາດທັງພາຍໃນ ແລະຕ່າງປະເທດຢ່າງແຂງຂັນ, ສ້າງສະພາບແວດລ້ອມໃຫ້ນັກປັນຍາຊົນຍິງໄດ້ແລກປ່ຽນ ແລະແບ່ງປັນຜົນການຄົ້ນຄວ້າ, ຂະຫຍາຍການຮ່ວມມື ແລະຍົກລະດັບສະຖານະຂອງແມ່ຍິງຫວຽດນາມໃນຊຸມຊົນວິທະຍາສາດຂອງພາກພື້ນອາຊີປາຊີຟິກ ແລະທົ່ວໂລກ(2).
ຄຽງຄູ່ກັບການພັດທະນາຂອງສະມາຄົມປັນຍາຊົນຍິງຫວຽດນາມ, ສະຫະພັນແມ່ຍິງຫວຽດນາມຍັງມີບົດບາດສຳຄັນໃນການຈັດຕັ້ງລາງວັນ ໂຄວາແລບສະກາຢາ ໃນຫວຽດນາມ ເຊິ່ງເປັນລາງວັນທາງວິທະຍາສາດທີ່ມີຊື່ສຽງສຳລັບນັກວິທະຍາສາດຍິງໃນສາຂາວິທະຍາສາດທຳມະຊາດ. ລາງວັນນີ້ໄດ້ມອບໃຫ້ແກ່ບຸກຄົນ 57 ຄົນ ແລະກຸ່ມນັກວິທະຍາສາດຍິງທີ່ໂດດເດັ່ນ 22 ກຸ່ມ ໃນສາຂາຕ່າງໆເຊັ່ນ: ຄະນິດສາດ, ຟີຊິກສາດ, ເຄມີສາດ, ຊີວະສິທະຍາ, ກະເສດສາດ, ແພດທະຍະສາດ ແລະ ເຕັກໂນໂລຊີຂໍ້ມູນຂ່າວສານ... ສິ່ງນີ້ເປັນແຫຼ່ງກຳລັງໃຈທີ່ດີ, ຊ່ວຍກະຕຸ້ນຄວາມອົດທົນ, ຄວາມອຸທິດຕົນ ແລະຄວາມຄິດສ້າງສັນຂອງນັກວິທະຍາສາດຍິງ. ມູນນິທິ ໂຄວາແລບສະກາຢາ ຍັງສຸມໃສ່ການລົງທຶນໃນຄົນລຸ້ນໃໝ່ຜ່ານການມອບທຶນການສຶກສາປະຈຳປີແກ່ນັກຮຽນຍິງທີ່ໂດດເດັ່ນ. ກິດຈະກຳນີ້ສະແດງໃຫ້ເຫັນເຖິງຄວາມມຸ່ງໝັ້ນໄລຍະຍາວຂອງສະຫະພັນແມ່ຍິງຫວຽດນາມໃນການສ້າງໂອກາດ ແລະສົ່ງເສີມໃຫ້ນັກສຶກສາຍິງໄດ້ເຮັດຕາມຄວາມຝັນດ້ານວິທະຍາສາດ, ປະກອບສ່ວນເຂົ້າໃນການປູກຝັງຊັບພະຍາກອນບຸກຄົນຍິງທີ່ມີຄຸນນະພາບສູງສຳລັບອະນາຄົດ. ປະສົບການຕົວຈິງສະແດງໃຫ້ເຫັນວ່າ ແມ່ຍິງຫວຽດນາມສືບຕໍ່ຢືນຢັນຕຳແໜ່ງຂອງຕົນໄດ້ໃນຖັນແຖວປັນຍາຊົນ ແລະກຳລັງແຮງງານຄຸນນະພາບສູງ: ແມ່ຍິງກວມເອົາ 47% ຂອງພະນັກງານ ລັດຖະກອນທີ່ມີປະລິນຍາໂທ; 39% ຂອງປະລິນຍາເອກໃນສະຖາບັນການສຶກສາແມ່ຍິງ(3); ສາດສະດາຈານຍິງ ແລະຮອງສາດສະດາຈານຍິງ ໃນໄລຍະປີ 2019-2024 ມີຈຳນວນ 601 ຄົນໃນ 2.798 ຄົນ (ບັນລຸອັດຕາ 21,47%)(4) .
ການດູແລສຸຂະພາບຂອງແມ່ຍິງ, ການພັດທະນາສຸຂະພາບກາຍແລະຈິດໃຈຂອງແມ່ຍິງ
ສະມາຄົມແມ່ຍິງທຸກລະດັບກຳລັງຊຸກຍູ້ການໂຄສະນາເຜີຍແຜ່ ແລະສຶກສາອົບຮົມດ້ານສຸນທະລິຍະສາດ, ທັກສະທາງຊີວິດ, ການຝຶກຝົນຮ່າງກາຍ ແລະການພັດທະນາສຸຂະພາວະທາງຈິດໃຈ; ລະດົມແລະສະໜັບສະໜູນແມ່ຍິງໃນການດູແລສຸຂະພາບ. ຜ່ານການໂຄສະນາເຜີຍແຜ່ແລະລະດົມນີ້, ໃນແຕ່ລະປີມີສະມາຄົມແມ່ຍິງລະດັບຮາກຖານ 10.596 ແຫ່ງ (ບັນລຸ 100%) ໄດ້ດຳເນີນກິດຈະກຳຢ່າງໜ້ອຍໜຶ່ງປະເພດ ເພື່ອສົ່ງເສີມໃຫ້ແມ່ຍິງພັດທະນາຄວາມຮູ້, ປູກຝັງຄຸນທຳ ແລະ ພັດທະນາສຸຂະພາບຂອງຕົນເອງ ເຊິ່ງບັນລຸເປົ້າໝາຍທີ່ວາງໄວ້ໃນກອງປະຊຸມໃຫຍ່ແມ່ຍິງແຫ່ງຊາດຄັ້ງທີ XIII. ໃນໄລຍະປີ 2022-2025,ການເຄື່ອນໄຫວຟ້ອນລຳພື້ນເມືອງໃນໝູ່ສະມາຊິກແມ່ຍິງ ໄດ້ກາຍເປັນໜຶ່ງໃນກິດຈະກຳທາງວັດທະນະທຳ ແລະກິລາທີ່ມີຊີວິດຊີວາ, ດຶງດູດສະມາຊິກຈຳນວນຫຼວງຫຼາຍທັງໃນຊົນນະບົດ ແລະໃນຕົວເມືອງ ໃຫ້ເຂົ້າຮ່ວມ, ປະກອບສ່ວນຕົວຈິງໃນການພັດທະນາສຸຂະພາບກາຍ ແລະສຸຂະພາວະທາງຈິດໃຈຂອງແມ່ຍິງ. ການແຂ່ງຂັນກິລາແລະການຟ້ອນລຳພື້ນເມືອງທີ່ຈັດໂດຍສະມາຄົມແມ່ຍິງທຸກລະດັບ ລວມທັງກິດຈະກຳອະນຸລັກ ແລະເຊີດຊູຄຸນຄ່າຂອງຊຸດອ໋າວຢ່າຍ ເຊິ່ງເປັນມໍລະດົກທາງວັດທະນະທຳຂອງຫວຽດນາມ ໄດ້ປະກອບສ່ວນເຂົ້າໃນການເພີ່ມພູນຊີວິດທາງຈິດວິນຍານ ແລະວັດທະນະທຳຂອງແມ່ຍິງໃຫ້ດີຍິ່ງຂຶ້ນ.
ຍູ້ແຮງການສະໜັບສະໜູນແມ່ຍິງໃຫ້ເສີມຂະຫຍາຍຄວາມເຂັ້ມແຂງທາງດ້ານເສດຖະກິດ ແລະບັນລຸການຫຼຸດຜ່ອນຄວາມທຸກຍາກແບບຍືນຍົງ ຜ່ານການເປັນຜູ້ປະກອບການ, ການເລີ່ມຕົ້ນທຸລະກິດ, ການຝຶກອົບຮົມວິຊາຊີບ, ການສ້າງວຽກເຮັດງານທຳ, ການສະໜັບສະໜູນຮູບແບບການດຳລົງຊີວິດ, ການຂະຫຍາຍສະຫະກອນ ແລະກຸ່ມສະຫະກອນທີ່ແມ່ຍິງຄຸ້ມຄອງ; ເພີ່ມຄວາມສາມາດເຂົ້າເຖິງສິນເຊື່ອນະໂຍບາຍ, ການເງິນຈຸລະພາກ... ຜົນໄດ້ຮັບທີ່ໂດດເດັ່ນ: ແມ່ຍິງຫຼາຍກວ່າ 1,2 ລ້ານຄົນຫຼຸດພົ້ນອອກຈາກຄວາມທຸກຍາກ; ແມ່ຍິງ 53.626 ຄົນໄດ້ເລີ່ມຕົ້ນ/ລິເລີ່ມທຸລະກິດ; ສະຫະກອນໃໝ່ 666 ແຫ່ງຖືກສ້າງຕັ້ງຂຶ້ນ; ແມ່ຍິງ 12,2 ລ້ານຄົນໄດ້ຮັບການສຶກສາອົບຮົມກ່ຽວກັບການຈ້າງງານ ແລະການເປັນຜູ້ປະກອບການ; ແຮງງານຍິງ 490.000 ຄົນ ມີວຽກເຮັດງານທຳຫຼັງການຝຶກອົບຮົມ; ສິນເຊື່ອຄົງຄ້າງ 146.000 ຕື້ດົ່ງ ສຳລັບຄົວເຮືອນແມ່ຍິງ 2,5 ລ້ານຄົວເຮືອນ ຜ່ານການມອບໝາຍໃຫ້ທະນາຄານນະໂຍບາຍສັງຄົມດູແລ; ສິນເຊື່ອຄົງຄ້າງ 30.000 ຕື້ດົ່ງ ໂດຍປະສານງານກັບທະນາຄານເພື່ອການກະເສດແລະພັດທະນາຊົນນະບົດແຫ່ງຫວຽດນາມ (Agribank) ສຳລັບສະມາຊິກ 217.000 ຄົນ. ອົງການການເງິນຈຸລະພາກແຫ່ງຄວາມຮັກ (TYM) ໄດ້ໃຫ້ການສະໜັບສະໜູນແມ່ຍິງກວ່າ 170.000 ຄົນ ດ້ວຍເງິນກູ້ລວມຫຼາຍກວ່າ 2.000 ຕື້ດົ່ງ. ຜ່ານນັ້ນ, ສະມາຄົມໄດ້ປະກອບສ່ວນເຂົ້າໃນການສົ່ງເສີມການມີສ່ວນຮ່ວມຂອງແມ່ຍິງໃນດ້ານການຜະລິດ, ທຸລະກິດ, ວິທະຍາສາດ, ເຕັກໂນໂລຊີ ແລະການປ່ຽນແປງໃໝ່ປະດິດສ້າງ. ຈາກລາຍງານໃຫ້ເຫັນວ່າ, ປະຈຸບັນແມ່ຍິງເປັນເຈົ້າຂອງ ແລະຄຸ້ມຄອງວິສາຫະກິດຂະໜາດນ້ອຍ ແລະຂະໜາດກາງໃນຫວຽດນາມປະມານ 20% (5); ອັດຕາຜູ້ອຳນວຍການ/ເຈົ້າຂອງວິສາຫະກິດ ແລະສະຫະກອນທີ່ເປັນແມ່ຍິງແມ່ນ 28,2% (ການສຳຫຼວດເສດຖະກິດທົ່ວໄປປີ 2021); ອັດຕາຕຳແໜ່ງຜູ້ນຳໃນວິສາຫະກິດເຕັກໂນໂລຊີສູງແມ່ນ 15% ເມື່ອທຽບກັບຄ່າສະເລ່ຍທົ່ວໂລກທີ່ 9%(6).
ສະໜັບສະໜູນການສ້າງຄອບຄົວຫວຽດນາມທີ່ຈະເລີນຮຸ່ງເຮືອງ, ມີຄວາມສຸກ, ກ້າວໜ້າ ແລະ ມີອາລະຍະທຳ; ສ້າງສະພາບແວດລ້ອມທີ່ປອດໄພສຳລັບແມ່ຍິງແລະເດັກ.
ສະມາຄົມແມ່ຍິງທຸກລະດັບໄດ້ສະໜັບສະໜູນແມ່ຍິງໃນການປະຕິບັດບົດບາດຂອງຕົນຢ່າງມີປະສິດທິພາບ ໃນການສ້າງຄອບຄົວທີ່ມີຄວາມສຸກ, ກ້າວໜ້າ ແລະມີອາລະຍະທຳ ຜ່ານຂະບວນການຂົນຂວາຍການ “ສ້າງຄອບຄົວດ້ວຍ 5 ຂໍ້ບໍ່ ແລະ 3 ມາດຕະຖານຄວາມສະອາດ” ແລະ ຮູບແບບ, ກິດຈະກຳສະເພາະ. ໃນໄລຍະປີ 2021-2025, ຂະບວນການຂົນຂວາຍນີ້ໄດ້ມີຄວາມກ້າວໜ້າຢ່າງຫຼວງຫຼາຍດ້ວຍຂໍ້ລິເລີ່ມທີ່ປະດິດສ້າງ, ຕອບສະໜອງຄວາມຕ້ອງການຂອງສະພາບການໃໝ່ ແມ່ຍິງຫຼາຍລ້ານຄົນໄດ້ຮັບການສະໜັບສະໜູນດ້ານປະກັນສັງຄົມ ແລະການເຂົ້າເຖິງປະກັນສຸຂະພາບ; ຫຼັກສູດການສື່ສານ ແລະການຝຶກອົບຮົມຫຼາຍໝື່ນຫຼັກສູດໄດ້ຊ່ວຍໃຫ້ແມ່ຍິງພັດທະນາທັກສະທາງຊີວິດ, ທັກສະການລ້ຽງດູລູກ, ການເປັນຜູ້ປະກອບການ ແລະການພັດທະນາເສດຖະກິດ; ຄົວເຮືອນຫຼາຍກວ່າ 1 ລ້ານຄົວເຮືອນໄດ້ຮັບການສະໜັບສະໜູນໃນການໃຊ້ນ້ຳສະອາດ ແລະຄົວເຮືອນຫຼາຍກວ່າ 400.000 ຄົວເຮືອນໄດ້ປະຕິບັດຕາມເກນ 8 ຂໍ້ຂອງຂະບວນການຂົນຂວາຍ. ນີ້ເປັນກ້າວສຳຄັນໃນການຂະຫຍາຍບວນການຂົນຂວາຍອອກໄປນອກຄົວເຮືອນ, ປ່ຽນໃຫ້ເປັນແຮງຂັບເຄື່ອນສຳລັບຊຸມຊົນ ແລະເຊື່ອມໂຍງຄວາມຮັບຜິດຊອບຂອງແມ່ຍິງກັບການພັດທະນາແບບຍືນຍົງຂອງປະເທດ. ນອກຈາກນັ້ນ, ໂຄງການ “ໂຄສະນາເຜີຍແຜ່, ການສຶກສາອົບຮົມ, ການລະດົມຂົນຂວາຍ ແລະ ການສະໜັບສະໜູນໃຫ້ແມ່ຍິງມີສ່ວນຮ່ວມໃນການແກ້ໄຂບັນຫາທາງສັງຄົມທີ່ກ່ຽວຂ້ອງກັບແມ່ຍິງໃນໄລຍະປີ 2017-2027” ຫຼັງຈາກສາມປີແຫ່ງການຈັດຕັ້ງປະຕິບັດໄລຍະທີ 2 (2022-2027) ດ້ວຍສາມເນື້ອໃນຫຼັກ (ການປ້ອງກັນແລະຄວບຄຸມຄວາມຮຸນແຮງໃນຄອບຄົວ; ການອົບຮົມໃຫ້ຄວາມຮູ້ດ້ານການລ້ຽງດູລູກນ້ອຍ; ການຮັບປະກັນຄວາມປອດໄພຂອງອາຫານ) ໄດ້ເສີມຂະຫຍາຍປະສິດທິພາບ. ໂຄງການນີ້ໄດ້ກາຍເປັນຊ່ອງທາງການສະໜັບສະໜູນທີ່ເປັນຮູບປະທຳ ຊ່ວຍໃຫ້ແມ່ຍິງຈຳນວນຫຼາຍໄດ້ຮັບທັກສະໃນການຮັບມືກັບຄວາມຮຸນແຮງໃນຄອບຄົວ, ຂະນະດຽວກັນກໍ່ເຜີຍແຜ່ຄຸນຄ່າດ້ານມະນຸດສະທຳໃນຊຸມຊົນ ດ້ວຍຮູບແບບການອົບຮົມໃຫ້ຄວາມຮູ້ດ້ານການລ້ຽງດູລູກນ້ອຍຫຼາຍກວ່າ 5.000 ແຫ່ງ. ສະມາຄົມແມ່ຍິງໃນທຸກລະດັບໄດ້ເຂົ້າຮ່ວມໃນການໃຫ້ຄຳແນະນຳ ແລະສະໜັບສະໜູນການແກ້ໄຂບັນຫາຫຼາຍກວ່າ 5.000 ກໍລະນີທີ່ກ່ຽວຂ້ອງກັບຄວາມຮຸນແຮງ ແລະການລ່ວງລະເມີດຕໍ່ແມ່ຍິງແລະເດັກ ເຊິ່ງປະກອບສ່ວນໃນການປົກປ້ອງສິດທິ ແລະຜົນປະໂຫຍດທີ່ຖືກຕ້ອງຕາມກົດໝາຍຂອງແມ່ຍິງ. ມີການຈັດຕັ້ງລະບົບ “ທີ່ຢູ່ທີ່ເຊື່ອຖືໄດ້” ຫຼາຍກວ່າ 2.300 ແຫ່ງເພື່ອສະໜັບສະໜູນ ແລະໃຫ້ຄຳແນະນຳແກ່ແມ່ຍິງແລະເດັກຫຼາຍກວ່າ 50.000 ຄົນ, ເຊິ່ງກາຍເປັນສ່ວນສະໜັບສະໜູນທີ່ສຳຄັນໃນການປ້ອງກັນ ແລະຕໍ່ສູ້ກັບຄວາມຮຸນແຮງໃນຄອບຄົວ ແລະການລ່ວງລະເມີດຕໍ່ແມ່ຍິງແລະເດັກ. ພ້ອມກັນນັ້ນ, ໂຄງການທີ່ມີລັກສະນະມະນຸດສະທຳຢ່າງເຂັ້ມແຂງເຊັ່ນ “ແມ່ອຸປະຖຳ” ໄດ້ຮັບການລະດົມ, ເຊື່ອມຕໍ່, ສະໜັບສະໜູນ ແລະ ດູແລໂດຍສະມາຄົມແມ່ຍິງທຸກລະດັບ, ໃຫ້ຄວາມຊ່ວຍເຫຼືອເດັກກຳພ້າຫຼາຍກວ່າ 32.000 ຄົນທີ່ຢູ່ໃນສະຖານະການຫຍຸ້ງຍາກລຳບາກ ລວມທັງເດັກກຳພ້າຫຼາຍກວ່າ 3.000 ຄົນທີ່ເກີດໃນໄລຍະການລະບາດຂອງພະຍາດໂຄວິດ-19, ດ້ວຍຊັບພະຍາກອນທີ່ລະດົມໄດ້ທັງໝົດເກືອບ 170 ຕື້ດົ່ງ, ເຊິ່ງເປັນການເຜີຍແຜ່ຈິດໃຈແຫ່ງຄວາມເມດຕາ ແລະການແບ່ງປັນຂອງແມ່ຍິງຫວຽດນາມຢ່າງເລິກເຊິ່ງ(7).
ເຂົ້າຮ່ວມໃນການຕິດຕາມກວດກາ, ການວິພາກວິຈານທາງສັງຄົມ ແລະການສະເໜີແນະນະໂຍບາຍທີ່ກ່ຽວຂ້ອງກັບແມ່ຍິງ, ເດັກນ້ອຍ ແລະ ຄວາມສະເໝີພາບທາງເພດ; ສະໜັບສະໜູນແມ່ຍິງໃນການເສີມຂະຫຍາຍສິດເປັນເຈົ້າຂອງຂອງຕົນ.
ຄະນະກຳມະການສູນກາງສະຫະພັນແມ່ຍິງໄດ້ເປັນປະທານການວິພາກສິຈານທາງສັງຄົມຕໍ່ຮ່າງກົດໝາຍ 7 ສະບັບ, ເຂົ້າຮ່ວມໃນການວິພາກວິຈານທາງສັງຄົມຕໍ່ຮ່າງກົດໝາຍ 2 ສະບັບ ຮ່ວມກັບແນວໂຮມປະເທດຊາດຫວຽດນາມ; ປະສົບຄວາມສຳເລັດໃນການສະເໜີໂຄງການຂອງລັດຖະບານ 1 ໂຄງການ “ສະໜັບສະໜູນສະຫະກອນທີ່ບໍລິຫານໂດຍແມ່ຍິງ ແລະສ້າງວຽກເຮັດງານທຳໃຫ້ແກ່ແຮງງານຍິງຈົນຮອດປີ 2030”; ປະສົບຄວາມສຳເລັດໃນການສະເໜີຊຸດນະໂຍບາຍການຖືພາເກີດລູກສຳລັບແມ່ຍິງຊົນເຜົ່າສ່ວນນ້ອຍ 4 ຊຸດ, ເຊິ່ງປະກອບສ່ວນເຂົ້າໃນການຫຼຸດຜ່ອນອັດຕາການເສຍຊີວິດຂອງແມ່ແລະເດັກອ່ອນ; ປັບປຸງການດູແລສຸຂະພາບຂອງແມ່ແລະເດັກ. ໃນລະດັບແຂວງແລະນະຄອນ, ສະຫະພັນແມ່ຍິງໄດ້ຈັດການວິພາກວິຈານທາງສັງຄົມກ່ຽວກັບຮ່າງເອກະສານ 40 ສະບັບໃນລະດັບດຽວກັນ; ປະສົບຜົນສຳເລັດໃນການສະເໜີນະໂຍບາຍ/ໂຄງການ/ແຜນງານ 96 ສະບັບ.
ສະມາຄົມແມ່ຍິງທຸກລະດັບສະໜັບສະໜູນແມ່ຍິງໃນການປະຕິບັດປະຊາທິປະໄຕໃນລະດັບຮາກຖານ ຜ່ານການເຂົ້າຮ່ວມໃນການສະແດງຄວາມຄິດເຫັນເພື່ອສ້າງພັກ, ກໍ່ສ້າງອຳນາດການປົກຄອງ, ການພັດທະນາເສດຖະກິດ-ສັງຄົມໃນລະດັບທ້ອງຖິ່ນ ແລະລະດັບຊາດ, ໂດຍສະເພາະ ຫຼັງຈາກທີ່ກົດໝາຍວ່າດ້ວຍການປະຕິບັດປະຊາທິປະໄຕໃນລະດັບຮາກຖານໄດ້ຮັບການອະນຸມັດຈາກສະພາແຫ່ງຊາດຊຸດທີ XV ໃນປີ 2022 ແລະຂະບວນການສະຫຼຸບ 10 ປີແຫ່ງການຈັດຕັ້ງປະຕິບັດມະຕິເລກທີ 218-QĐ/TW, ລົງວັນທີ 12 ທັນວາ 2013, ຂອງກົມການເມືອງສູນກາງ “ການປະກາດໃຊ້ກົດລະບຽບກ່ຽວກັບການເຂົ້າຮ່ວມຂອງແນວໂຮມປະເທດຊາດຫວຽດນາມ, ອົງການທາງການເມືອງແລະສັງຄົມ ແລະປະຊາຊົນໃນການສະແດງຄວາມຄິດເຫັນເພື່ອສ້າງພັກ ແລະກໍ່ສ້າງອຳນາດການປົກຄອງ”; ການຈັດກິດຈະກຳສົນທະນາກັບຄະນະບໍລິຫານງານພັກ ແລະອຳນາດການປົກຄອງຕັ້ງແຕ່ສູນກາງຈົນເຖິງຮາກຖານ.ແນະນຳວັດທະນະທຳຂອງເຂດພູສູງພາກຕາເວັນຕົກສຽງເໜືອໃຫ້ແກ່ນັກທ່ອງທ່ຽວຝຣັ່ງ _ທີ່ມາ: nhiepanhdoisong.vn
ບັນຫາບາງຢ່າງກ່ຽວກັບການສົ່ງເສີມບົດບາດຂອງແມ່ຍິງຫວຽດນາມຢ່າງມີປະສິດທິພາບໃນຍຸກໃໝ່
ການພັດທະນາຢ່າງວ່ອງໄວຂອງເຕັກໂນໂລຊີດິຈິຕອນ ແລະຜົນກະທົບແລະອິດທິພົນຢ່າງເລິກເຊິ່ງຂອງວິທະຍາສາດ ແລະເຕັກໂນໂລຊີ ຕໍ່ທຸກດ້ານຂອງຊີວິດສັງຄົມ, ລວມທັງຜົນກະທົບທາງເພດ.
ອະຄະຕິທາງເພດແລະອຸປະສັກຈາກວັດທະນະທຳດັ້ງເດີມ ສົ່ງຜົນໃຫ້ຊ່ອງຫວ່າງທາງເພດຍັງຄົງມີຢູ່ຫຼາຍໃນບາງຂົງເຂດຂອງຊີວິດ. ໃນນັ້ນ, ການມີສ່ວນຮ່ວມຂອງແມ່ຍິງໃນການເມືອງຍັງຄົງມີຈຳກັດ, ໂດຍສະເພາະໃນລະດັບຮາກຖານ; ອັດຕາສ່ວນຂອງພະນັກງານຍິງໃນຕຳແໜ່ງການຄຸ້ມຄອງ ແລະນຳພາຍັງຄົງຕໍ່າ ເມື່ອທຽບກັບຕຳແໜ່ງການຄຸ້ມຄອງ ແລະຜູ້ນຳໂດຍທົ່ວໄປ ແລະເມື່ອທຽບກັບການເພີ່ມຂຶ້ນຂອງຈຳນວນແຮງງານຍິງ. ອັດຕາສ່ວນຂອງແມ່ຍິງທີ່ດຳລົງຕຳແໜ່ງຜູ້ນຳ ແລະຄຸ້ມຄອງໃນທຸກລະດັບ ຍັງຄົງຕໍ່າເມື່ອທຽບກັບເປົ້າໝາຍທີ່ກຳນົດໄວ້ໃນຍຸດທະສາດແຫ່ງຊາດ ວ່າດ້ວຍຄວາມສະເໝີພາບທາງເພດສຳລັບໄລຍະປີ 2021-2030; ອັດຕາການມີສ່ວນຮ່ວມຂອງແຮງງານຍິງແມ່ນ 62,9%, ໃນຂະນະທີ່ອັດຕາການມີສ່ວນຮ່ວມຂອງແຮງງານຊາຍແມ່ນ 75,3% ແລະ ມີຊ່ອງຫວ່າງທາງເພດໃນດ້ານຄ່າຈ້າງ(8), ແມ່ຍິງຍັງຕ້ອງຮັບຜິດຊອບວຽກບ້ານສ່ວນໃຫຍ່ທີ່ບໍ່ໄດ້ຮັບຄ່າຈ້າງ...
ຄວາມຕ້ອງການຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ ເພື່ອຕອບສະໜອງຂະບວນການຫັນປະເທດເປັນອຸດສາຫະກຳແລະທັນສະໄໝນັ້ນ ເຮັດໃຫ້ເກີດຄວາມຫຍຸ້ງຍາກ ແລະຄວາມທ້າທາຍສຳລັບແມ່ຍິງ. ການຄົ້ນຄວ້າສະແດງໃຫ້ເຫັນວ່າ ອັດຕາການເຂົ້າຮ່ວມການຝຶກອົບຮົມວິຊາຊີບຂອງແມ່ຍິງແມ່ນ 24,8%, ໃນຂະນະທີ່ອັດຕາການເຂົ້າຮ່ວມຂອງຜູ້ຊາຍສູງເຖິງ 30%, ໂດຍສະເພາະໃນເຂດຊົນນະບົດ; ອັດຕາການໃຊ້ລະບົບການຜະລິດອັດຕະໂນມັດຂອງແມ່ຍິງຕໍ່າກວ່າຜູ້ຊາຍເຖິງ 3 ເທົ່າ(9). ຄຽງຄູ່ກັນນັ້ນ, ລະດັບຄວາມຊ່ຽວຊານ ແລະຄວາມສາມາດຂອງແມ່ຍິງບາງສ່ວນຍັງຄົງມີຈຳກັດ.
ທ່າອ່ຽງປະຊາກອນສູງອາຍຸ ແລະຜົນກະທົບຂອງປັດໄຈທາງວັດທະນະທຳ ເຊັ່ນ “ການນິຍົມລູກຊາຍ” ອາດຈະນໍາໄປສູ່ຄວາມສ່ຽງທີ່ສົ່ງຜົນກະທົບຕໍ່ອັດຕາການເກີດ ແລະກໍ່ໃຫ້ເກີດຄວາມບໍ່ສະເໝີພາບທາງເພດໃນສັງຄົມ; ການແຕ່ງງານໃນໄວເຍົາຍັງຄົງເກີດຂຶ້ນໃນເຂດຊົນນະບົດ, ເຂດພູດອຍ ແລະ ເຂດຫ່າງໄກສອກຫຼີກທີ່ມີປະຊາກອນຊົນເຜົ່າສ່ວນນ້ອຍຈຳນວນຫຼາຍ. ສິ່ງນີ້ສົ່ງຜົນກະທົບຕໍ່ຄຸນນະພາບຂອງປະຊາກອນ ແລະຄຸນນະພາບຂອງຊັບພະຍາກອນມະນຸດ.
ກ່າວປາໄສໃນກອງປະຊຸມໃຫຍ່ແຂ່ງຂັນກັນຮັກຊາດທົ່ວປະເທດຄັ້ງທີ 5 ຂອງສະຫະພັນແມ່ຍິງຫວຽດນາມ (ເດືອນຕຸລາ 2025), ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ສະເໜີແນະເຖິງຄວາມຕ້ອງການໃນການສ້າງແມ່ຍິງຫວຽດນາມໃນຍຸກໃໝ່ ດ້ວຍລະບົບຄຸນຄ່າການພັດທະນາທີ່ຮອບດ້ານແລະກົມກຽວ ລະຫວ່າງປະເພນີແລະຄວາມທັນສະໄໝ ໂດຍມີຄຸນສົມບັດດັ່ງນີ້: ຄວາມຮັກຊາດ - ຄວາມເປັນເຈົ້າຕົນເອງ - ຄວາມກ້າຫານ - ຄວາມເມດຕາ - ສະຕິປັນຍາ - ຄວາມຄິດສ້າງສັນ - ຄວາມຮັບຜິດຊອບ - ມີທັກສະດ້ານດິຈິຕອນ - ເປັນມິດກັບສິ່ງແວດລ້ອມ(10) ໂດຍວາງແນວທາງນີ້ເປັນໜ້າທີ່ຫຼັກ, ເປັນ “ການບຸກທະລຸຍຸດທະສາດ” ຂອງຂະບວນການແມ່ຍິງຫວຽດນາມໃນໄລຍະປີ 2025-2035, ດ້ວຍວິໄສທັດເຖິງປີ 2045.
ວິທີແກ້ໄຂບາງປະການເພື່ອເສີມຂະຫຍາຍບົດບາດຂອງແມ່ຍິງຫວຽດນາມໃນຍຸກໃໝ່
ຢ່າງມີປະສິດທິພາບ
ທີໜຶ່ງ, ຄວນດຳເນີນການຄົ້ນຄວ້າເພື່ອເສີມ ແລະປັບປຸງສະຖາບັນ, ນະໂຍບາຍ ແລະ ອອກແບບໂຄງການແລະແຜນງານ ເພື່ອສົ່ງເສີມການພັດທະນາມະນຸດຢ່າງຮອບດ້ານ, ລວມທັງການພັດທະນາຢ່າຮອບດ້ານຂອງແມ່ຍິງ. ນີ້ບໍ່ພຽງແຕ່ເປັນເລື່ອງຂອງຄວາມສະເໝີພາບທາງເພດເທົ່ານັ້ນ, ແຕ່ຍັງເປັນຍຸດທະສາດທີ່ຈະຊ່ວຍໃຫ້ແມ່ຍິງມີສະພາບແວດລ້ອມທີ່ເອື້ອອຳນວຍໃນການເຮັດວຽກ, ສະແດງຄວາມສາມາດ ແລະປະກອບສ່ວນເຂົ້າໃນການພັດທະນາແບບຍືນຍົງຂອງປະເທດ. ແມ່ຍິງເປັນກຳລັງແຮງງານທີ່ສຳຄັນ, ດັ່ງນັ້ນ, ການປັບປຸງຄຸນວຸດທິວິຊາຊີບ ແລະທັກສະອາຊີບຂອງແມ່ຍິງຈຶ່ງມີສ່ວນຊ່ວຍໃນການຕອບສະໜອງຄວາມຕ້ອງການໃນການສ້າງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ. ພ້ອມກັນນັ້ນ, ການພັດທະນາຢ່າງຮອບດ້ານຂອງແມ່ຍິງເປັນພື້ນຖານສຳລັບການປັບປຸງຄຸນນະພາບປະຊາກອນ ແລະຫຼຸດຜ່ອນຜົນກະທົບຈາກພາວະປະຊາກອນສູງອາຍຸ.
ທີສອງ, ການຄົ້ນຄວ້າທີ່ມຸ່ງໄປສູ່ການຄຸ້ມຄອງການພັດທະນາສັງຄົມຢ່າງຍືນຍົງ; ຮັບປະກັນຄວາມກ້າວໜ້າແລະຄວາມສະເໝີພາບທາງສັງຄົມ, ການປັບນະໂຍບາຍເພື່ອຮັບມືກັບບັນຫາປະຊາກອນສູງອາຍຸ, ການພັດທະນາບໍລິການສະໜັບສະໜູນສຳລັບແມ່ຍິງສູງອາຍຸ; ນະໂຍບາຍເພີ່ມທະວີຄວາມສາມາດໃນການເຂົ້າເຖິງ ແລະການມີສ່ວນຮ່ວມຂອງແມ່ຍິງໃນດ້ານວິທະຍາສາດ, ເຕັກໂນໂລຊີ, ການປ່ຽນແປງໃໝ່ປະດິດສ້າງ ແລະການຫັນປ່ຽນດິຈິຕອນຂອງປະເທດ, ປະກອບສ່ວນສົ່ງເສີມການເຕີບໂຕຂອງຈຳນວນຜູ້ຊ່ຽວຊານ, ນັກວິທະຍາສາດ ແລະຜູ້ປະກອບການເພດຍິງ; ເສີມສ້າງຄວາມໝັ້ນຄົງທາງສັງຄົມໃຫ້ແກ່ແມ່ຍິງແລະເດັກນ້ອຍ; ເພີ່ມທະວີການຄຸ້ມຄອງນະໂຍບາຍການເກີດລູກສຳລັບແມ່ຍິງ; ພ້ອມກັນນັ້ນ, ສົ່ງເສີມຄວາມສະເໝີພາບທາງເພດ ເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະເສີມສ້າງຄວາມເຂັ້ມແຂງໃຫ້ແກ່ແມ່ຍິງໃນທຸກຂົງເຂດຂອງຊີວິດສັງຄົມ.
ທີສາມ, ເພີ່ມທະວີບົດບາດທາງການເມືອງຫຼັກ ແລະການເຂົ້າຮ່ວມຢ່າງຕັ້ງໜ້າ ແລະມີປະສິດທິຜົນຂອງແນວໂຮມປະເທດຊາດຫວຽດນາມ ແລະ ບັນດາອົງການຈັດຕັ້ງທາງສັງຄົມແລະການເມືອງ ໂດຍຜ່ານໜ້າທີ່ໂຄສະນາຂົນຂວາຍສະມາຊິກສະມາຄົນ, ສະມາຊິກຊາວໜຸ່ມ ແລະປະຊາຊົນ ໃຫ້ປະຕິບັດຕາມແນວທາງ, ແຜນນະໂຍບາຍຂອງພັກ, ກົດໝາຍແລະລະບຽບການຂອງລັດຢ່າງມີປະສິດທິພາບ. ດຳເນີນການຕິດຕາມກວດກາ ແລະ ວິພາກວິຈານທາງສັງຄົມ, ປົກປ້ອງສິດແລະຜົນປະໂຫຍດອັນຊອບທຳຂອງສະມາຊິກສະມາຄົມ, ສະມາຊິກຊາວໜຸ່ມ ແລະປະຊາຊົນ.
ທີສີ່, ປ່ຽນແປງໃໝ່ເນື້ອໃນ ແລະວິທີການດຳເນີນງານຂອງສະຫະພັນແມ່ຍິງຫວຽດນາມ ໄປໃນທິດທາງເພີ່ມທະວີການປະສານງານຢ່າງໃກ້ຊິດກັບຄະນະ, ກະຊວງ, ຂະແໜງການ, ໜ່ວຍງານ, ອົງການຈັດຕັ້ງ ແລະທ້ອງຖິ່ນຕ່າງໆ ໃນການສະເໜີນະໂຍບາຍເພື່ອສະໜັບສະໜູນແມ່ຍິງ; ສົ່ງເສີມບົດບາດ, ທ່າແຮງ ແລະຈຸດແຂງຂອງແມ່ຍິງ ໃນທຸກຂົງເຂດຂອງຊີວິດສັງຄົມ; ພ້ອມກັນແລະສະໜັບສະໜູນຊ່ວຍເຫຼືອແມ່ຍິງທີ່ດ້ອຍໂອກາດ; ຈັດຕັ້ງຂະບວນການແຂ່ງຂັນກັນ “ສ້າງແມ່ຍິງຫວຽດນາມແຫ່ງຍຸກໃໝ່” ຢ່າງມີປະສິດທິພາບ ເພື່ອຕອບສະໜອງຄວາມຕ້ອງການຂອງໄລຍະການພັດທະນາໃໝ່ຂອງປະເທດ ດ້ວຍການໃຫ້ຄວາມສຳຄັນເປັນພິເສດກັບການພັດທະນາຄວາມສາມາດຮອບດ້ານຂອງແມ່ຍິງ, ໂດຍສະເພາະທັກສະດ້ານດິຈິຕອນ ແລະຄວາມໝັ້ນຄົງທາງໄຊເບີ. ການສະໜັບສະໜູນການສ້າງແມ່ຍິງຫວຽດນາມລຸ້ນໃໝ່ - ເສີມຂະຫຍາຍມູນເຊື້ອອັນດີງາມ, ສະຕິປັນຍາ, ຄວາມກ້າຫານ, ຈິດໃຈເປັນເຈົ້າຕົນເອງ ແລະຄວາມປາດຖະໜາທີ່ຈະກ້າວໜ້າ - ບໍ່ພຽງແຕ່ເປັນຄວາມຕ້ອງການພາວະວິໄສ ຂອງຂະບວນການພັດທະນາ, ແຕ່ຍັງເປັນໜ້າທີ່ຍຸດທະສາດທີ່ມີວິໄສທັດໄລຍະຍາວ, ຕິດພັນກັບເປົ້າໝາຍຂອງການກໍ່ສ້າງຄົນຫວຽດນາມທີ່ສົມບູນແບບໃນຍຸກໃໝ່; ປະກອບສ່ວນເຂົ້າໃນການສ້າງແມ່ຍິງລຸ້ນໃໝ່ທີ່ມີຄວາມຮູ້, ຄວາມຮັບຜິດຊອບ ແລະຄວາມຫ້າວຫັນ ເພື່ອຮັບປະກັນການພັດທະນາຢ່າງຍືນຍົງຂອງປະເທດ./.
--------------------------------------
(1) ມະຕິເລກທີ 57-NQ/TW, ລົງວັນທີ 22 ທັນວາ 2024, “ວ່າດ້ວຍການບຸກທະລຸໃນການພັດທະນາວິທະຍາສາດ, ເຕັກໂນໂລຊີ, ການປ່ຽນແປງໃໝ່ປະດິດສ້າງ ແລະ ການຫັນເປັນດິຈິຕອນຂອງຊາດ”; ມະຕິເລກທີ 59-NQ/TW, ລົງວັນທີ 24 ມັງກອນ 2025, “ວ່າດ້ວຍການເຊື່ອມໂຍງສາກົນໃນສະພາບການໃໝ່”; ມະຕິເລກທີ 66-NQ/TW, ລົງວັນທີ 30 ເມສາ 2025, “ວ່າດ້ວຍການປ່ຽນແປງໃໝ່ວຽກງານການສ້າງແລະບັງຄັບໃຊ້ກົດໝາຍ ເພື່ອຕອບສະໜອງຄວາມຕ້ອງການຂອງການພັດທະນາປະເທດໃນຍຸກໃໝ່”; ມະຕິເລກທີ 68-NQ/TW, ລົງວັນທີ 4 ພຶດສະພາ 2025, “ວ່າດ້ວຍການພັທະນາເສດຖະກິດເອກະຊົນ”; ມະຕິເລກທີ 70-NQ/TW, ລົງວັນທີ 20 ສິງຫາ 2025, “ວ່າດ້ວຍການຮັກສາຄວາມໝັ້ນຄົງຂອງພະລັງງານແຫ່ງຊາດຮອດປີ 2030, ວິໄສທັດຮອດປີ 2045”; ມະຕິເລກທີ 71-NQ/TW, ລົງວັນທີ 22 ສິງຫາ 2025, “ວ່າດ້ວຍການບຸກທະລຸໃນການພັດທະນາການສຶກສາແລະການຝຶກອົບຮົມ”; ມະຕິເລກທີ 72-NQ/TW, ລົງວັນທີ 9 ກັນຍາ 2025, “ວ່າດ້ວຍບາງວິທີການບຸກທະລຸແລະເພີ່ມະວີການປົກປ້ອງ, ເບິ່ງແຍງດູແລ ແລະພັດທະນາສຸຂະພາບຂອງປະຊາຊົນ”; ມະຕິເລກທີ 79-NQ/TW, ລົງວັນທີ 6 ມັງກອນ 2026, “ວ່າດ້ວຍການພັດທະນາເສດຖະກິດຂອງລັດ”; ມະຕິເລກທີ 80-NQ/TW, ລົງວັນທີ 7 ມັງກອນ 2026, “ວ່າດ້ວຍການພັດທະນາວັດທະນະທຳຫວຽດນາມ”
(2) ຕົວຢ່າງທີ່ໂດດເດັ່ນລວມມີກອງປະຊຸມເຄືອຂ່າຍນັກວິທະຍາສາດ ແລະ ວິສະວະກອນຍິງແຫ່ງອາຊີປາຊີຟິກປີ 2024 (INWES-APNN 2024) ແລະ ກອງປະຊຸມສາກົນສຳລັບນັກວິທະຍາສາດຍິງໃນສາຂາຄະນິດສາດປະຍຸກໃນອາຊີຕາເວັນອອກສຽງໃຕ້ປະຈຳປີ 2025.
(3) ທູຮັ່ງ: “ແຮງງານຍິງຍັງກວມເອົາສ່ວນໃຫຍ່ໃນຂະແໜງການທີ່ໃຊ້ແຮງງານເຂັ້ມຂົ້ນ”, ວາລະສານອອນໄລນ໌ Vneconomy, ອອກວັນທີ 22 ພຶດສະພາ 2024, https://vneconomy.vn/ lao-dong-nu-con-chiem-phan-lon-trong-cac-nganh-tham-dung-lao-dong.htm
(4) ລວບລວມໂດຍຫ້ອງການສະພາສາດສະດາຈານແຫ່ງລັດ
(5) “ການສົ່ງເສີມການເຕີບໂຕທາງທຸລະກິດຜ່ານການຂະຈັດອຸປະສັກ: ປຶ້ມປົກຂາວກ່ຽວກັບວິສາຫະກິດຂະໜາດນ້ອຍ ແລະຂະໜາດກາງທີ່ແມ່ຍິງເປັນເຈົ້າຂອງ”, ກະຊວງແຜນການແລະການລົງທຶນ ຮ່ວມກັບທະນາຄານພັດທະນາອາຊີ (ADB), 2023
(6) ໂຕນ ງ້ອກ ແຮ້ງ: “ການປະກອບສ່ວນຂອງແມ່ຍິງຫວຽດນາມຕະຫຼອດໄລຍະເວລາເກືອບ 40 ປີແຫ່ງການດຳເນີນກິດຈະການປ່ຽນແປງໃໝ່”, ວາລະສານກອມມູນິດ, ສະບັບທີ 1.048, ເດືອນຕຸລາ 2024, ໜ້າ 44
(7) ເບິ່ງ: ສະຫະພັນແມ່ຍິງຫວຽດນາມ: ລາຍງານປະຈຳປີກ່ຽວກັບວຽກງານໂຄສະນາອົບຮົມ (ປີ 2022, 2023, 2024); ລາຍງານສະບັບທີ 575-/BC-ĐCT, ລົງວັນທີ 30 ພຶດສະພາ 2025 ວ່າດວຍ “ລາຍງານປະເມີນຜົນການຈັດຕັ້ງປະຕິບັດໂຄງການທີ 8 “ການສົ່ງເສີມຄວາມສະເໝີພາບທາງເພດ ແລະແກ້ໄຂບັນຫາຮີບດ່ວນສຳລັບແມ່ຍິງ ແລະເດັກ”ພາຍໃຕ້ແຜນງານເປົ້າໝາຍແຫ່ງຊາດສຳລັບຊົນເຜົ່າສ່ວນນ້ອຍ ແລະເຂດພູດອຍ, ໄລຍະທີ I: 2021-2025; ສະເໜີເນື້ອໃນແລະວິທີແກ້ໄຂສຳລັບໄລຍະທີ II ຂອງໂຄງການ: 2026-2030”; ລາຍງານເລກທີ 577/BC-ĐCT, ລົງວັນທີ 6 ມິຖຸນາ 2025, “ກ່ຽວກັບການສະຫຼຸບໂຄງການ “ການໃຫ້ຄວາມຊ່ວຍເຫຼືອແມ່ຍິງໃນເຂດຊາຍແດນ” ໄລຍະປີ 2021-2025”
(8) ກົມໃຫຍ່ສະຖິຕິ: ຖະແຫຼງຂ່າວກ່ຽວກັບສະພາບການແຮງງານ ແລະ ການຈ້າງງານໃນໄຕມາດທຳອິດຂອງປີ 2023.
(9) ເຈິ່ນ ທີ້ ມິງ ທີ: “ຄຸນຄ່າຂອງຄອບຄົວຫວຽດນາມໃນຍຸກໃໝ່ ແລະ ບົດບາດຂອງແມ່ຍິງ” ການນຳສະເໜີໃນກອງປະຊຸມສຳມະນາ “ເສີມຂະຫຍາຍບົດບາດຂອງແມ່ຍິງໃນຍຸກໃໝ່, ຍຸກແຫ່ງຄວາມກ້າວໜ້າພັດທະນາຂອງປະເທດຊາດ”, ຈັດໂດຍສະຫະພັນແມ່ຍິງຫວຽດນາມ ຮ່ວມມືກັບວາລະສານຄອມມູນິດ, ຮ່າໂນ້ຍ, ເດືອນທັນວາ 2024.
(10) ຕວ່ານ ຖັງ: “ຄະນະກຳມະການສູນກາງສະຫະພັນແມ່ຍິງຫວຽດນາມໄດ້ຮັບຫຼຽນໄຊແຮງງານຊັ້ນໜຶ່ງ”, ໜັງສືພິມອອນໄລນ໌ຂອງລັດຖະບານ, ວັນທີ 2 ຕຸລາ 2025. https://baochinhphu.vn/trung-uong-hoi-lien-hiep-phu-nu-viet-nam-don-nhan-huan-chuong-lao-dong-hang-nhat-102251002190814978.htm