ການສ້າງຖັນແຖວພະນັກງານຂັ້ນຮາກຖານທີ່ຕອບສະໜອງ
ຄວາມຕ້ອງການຂອງຮູບແບບການປົກຄອງທ້ອງຖິ່ນສອງຊັ້ນໃນປະຈຸບັນ

ໂດຍ ຮສ, ປອ. ຫງວຽນ ບ໋າ ຈ້ຽນ
ຜູ້ອຳນວຍການສະຖາບັນບໍລິຫານແລະຄຸ້ມຄອງລັດ
03:40, 20-10-2026

ວກ.- ການດຳເນີນການຕາມລະບົບການປົກຄອງທ້ອງຖິ່ນສອງຊັ້ນຕັ້ງແຕ່ວັນທີ 1 ກໍລະກົດ 2025 ບໍ່ພຽງແຕ່ເປັນການປັບໂຄງສ້າງການຈັດຕັ້ງເທົ່ານັ້ນ, ແຕ່ຍັງຮຽກຮ້ອງໃຫ້ມີການປັບໂຄງສ້າງໃໝ່ ແລະການເພີ່ມປະສິດທິພາບຄວາມສາມາດໃນການຄຸ້ມຄອງລະດັບຮາກຖານອີກດ້ວຍ. ໃນຮູບແບບໃໝ່ນີ້, ລະດັບຕາແສງກາຍເປັນໜ່ວຍງານປົກຄອງໂດຍກົງທີ່ຮັບຜິດຊອບໃນການຈັດຕັ້ງປະຕິບັດແນວທາງ ແຜນນະໂຍບາຍຂອງພັກ ແລະ ນະໂຍບາຍ ກົດໝາຍຂອງລັດ ແລະແກ້ໄຂບັນຫາໃນທ້ອງຖິ່ນ. ດັ່ງນັ້ນ, ການສ້າງຖັນແຖວພະນັກງານລະດັບຮາກຖານທີ່ມີຄວາມຄິດປະດິດສ້າງ, ຄວາມສາມາດໃນການບໍລິຫານຄຸ້ມຄອງ, ທັກສະດ້ານດິຈິຕອນ, ຄວາມສະຫຼາດໃນການປະຕິບັດ ແລະຈິດໃຈແຫ່ງ “ຫົກຄວາມກ້າ” (ກ້າຄິດ, ກ້າລົງມືເຮັດ, ກ້າຮັບຜິດຊອບ, ກ້າປ່ຽນແປງໃໝ່ປະດິດສ້າງ, ກ້າປະເຊີນກັບຄວາມຫຍຸ້ງຍາກ ແລະ ກ້າກະທຳເພື່ອຜົນປະໂຫຍດສ່ວນລວມ) ຈຶ່ງເປັນຄວາມຕ້ອງການຮີບດ່ວນໃນເວລາດຳເນີນງານລະບົບການປົກຄອງທ້ອງຖິ່ນສອງຊັ້ນ ເພື່ອຕອບສະໜອງຄວາມຕ້ອງການຂອງການພັດທະນາປະເທດໃນຍຸກໃໝ່.ວກ.- ການດຳເນີນການຕາມລະບົບການປົກຄອງທ້ອງຖິ່ນສອງຊັ້ນຕັ້ງແຕ່ວັນທີ 1 ກໍລະກົດ 2025 ບໍ່ພຽງແຕ່ເປັນການປັບໂຄງສ້າງການຈັດຕັ້ງເທົ່ານັ້ນ, ແຕ່ຍັງຮຽກຮ້ອງໃຫ້ມີການປັບໂຄງສ້າງໃໝ່ ແລະການເພີ່ມປະສິດທິພາບຄວາມສາມາດໃນການຄຸ້ມຄອງລະດັບຮາກຖານອີກດ້ວຍ. ໃນຮູບແບບໃໝ່ນີ້, ລະດັບຕາແສງກາຍເປັນໜ່ວຍງານປົກຄອງໂດຍກົງທີ່ຮັບຜິດຊອບໃນການຈັດຕັ້ງປະຕິບັດແນວທາງ ແຜນນະໂຍບາຍຂອງພັກ ແລະ ນະໂຍບາຍ ກົດໝາຍຂອງລັດ ແລະແກ້ໄຂບັນຫາໃນທ້ອງຖິ່ນ. ດັ່ງນັ້ນ, ການສ້າງຖັນແຖວພະນັກງານລະດັບຮາກຖານທີ່ມີຄວາມຄິດປະດິດສ້າງ, ຄວາມສາມາດໃນການບໍລິຫານຄຸ້ມຄອງ, ທັກສະດ້ານດິຈິຕອນ, ຄວາມສະຫຼາດໃນການປະຕິບັດ ແລະຈິດໃຈແຫ່ງ “ຫົກຄວາມກ້າ” (ກ້າຄິດ, ກ້າລົງມືເຮັດ, ກ້າຮັບຜິດຊອບ, ກ້າປ່ຽນແປງໃໝ່ປະດິດສ້າງ, ກ້າປະເຊີນກັບຄວາມຫຍຸ້ງຍາກ ແລະ ກ້າກະທຳເພື່ອຜົນປະໂຫຍດສ່ວນລວມ) ຈຶ່ງເປັນຄວາມຕ້ອງການຮີບດ່ວນໃນເວລາດຳເນີນງານລະບົບການປົກຄອງທ້ອງຖິ່ນສອງຊັ້ນ ເພື່ອຕອບສະໜອງຄວາມຕ້ອງການຂອງການພັດທະນາປະເທດໃນຍຸກໃໝ່.

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຢ້ຽມຢາມແລະເຮັດວຽກຮ່ວມກັບ ຄະນະປະຈຳຄະນະບໍລິຫານງານພັກ ນະຄອນຫາຍຟ່ອງ _ພາບ: TTXVN

ສະພາບການແລະຄວາມຕ້ອງການດ້ານຄຸນນະພາບຂອງຖັນແຖວພະນັກງານຂັ້ນຮາກຖານ

ຍຸກແຫ່ງຄວາມກ້າວໜ້າພັດທະນາຂອງຊາດ ແລະ ຄວາມຕ້ອງການຂອງການບໍລິຫານປະເທດທີ່ທັນສະໄໝ ແລະມີປະສິດທິພາບ.

ປະເທດກຳລັງເຂົ້າສູ່ໄລຍະການພັດທະນາໃໝ່ ໂດຍມີຄວາມຕ້ອງການທີ່ຈະເລັ່ງລັດ ແລະສ້າງຄວາມກ້າວກະໂດດເພື່ອບັນລຸເປົ້າໝາຍຍຸດທະສາດພາຍໃນປີ 2030, ດ້ວຍວິໄສທັດເຖິງປີ 2045. ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກໄດ້ລະບຸຢ່າງຈະແຈ້ງກ່ຽວກັບຄວາມຕ້ອງການທີ່ຈະປ່ຽນແປງໃໝ່ຮູບແບບການເຕີບໂຕ, ປັບປຸງສະຖາບັນ, ຍົກລະດັບຄຸນນະພາບການພັດທະນາ ແລະ ປົດລັອກຊັບພະຍາກອນທັງໝົດ. ໃນສະພາບການນີ້, ຄວາມສາມາດໃນການບໍລິຫານຄຸ້ມຄອງບໍ່ແມ່ນພຽງບັນຫາ “ທາງເຕັກນິກ” ຂອງກົນໄກການບໍລິຫານອີກຕໍ່ໄປ, ແຕ່ກາຍເປັນປັດໄຈຕັດສິນຊີ້ຂາດໃນຄຸນນະພາບການພັດທະນາ ແລະຄວາມສາມາດໃນການບັນລຸຄວາມປາດຖະໜາທີ່ຈະພັດທະນາປະເທດໃຫ້ຈະເລີນຮຸ່ງເຮືອງ. ລາຍງານດັດຊະນີການບໍລິຫານທີ່ດີຂອງ Chandler ປີ 2025 ຮັບຮອງວ່າ ຫວຽດນາມເປັນໜຶ່ງໃນປະເທດທີ່ມີການພັດທະນາຄວາມສາມາດໃນການບໍລິການຄຸ້ມຄອງຂອງຕົນຢ່າງຫຼວງຫຼາຍໃນອາຊີ ໂດຍເລື່ອນຂຶ້ນ 12 ອັນດັບເມື່ອທຽບກັບປີ 2021 ແລະຢູ່ໃນກຸ່ມປະເທດຈຳນວນໜ້ອຍທີ່ຮັກສາການພັດທະນາຢ່າງຕໍ່ເນື່ອງຕະຫຼອດຫຼາຍຊ່ວງເວລາຂອງການສຳຫຼວດ(1). ຜົນໄດ້ຮັບນີ້ສະທ້ອນໃຫ້ເຫັນເຖິງຜົນກະທົບຂອງຂະບວນການປ່ຽນແປງໃໝ່ສະຖາບັນ, ການປະຕິຮູບການບໍລິຫານ, ການຫັນປ່ຽນດິຈິຕອນ, ການປັບໂຄງສ້າງການຈັດຕັ້ງອົງກອນ ແລະ ການເພີ່ມທະວີລະບຽບວິໄນ ແລະຄວາມເປັນລະບຽບຮຽບຮ້ອຍ ຂອງບໍລິການສາທາລະນະ. ຢ່າງໃດກໍ່ຕາມ, ຕໍ່ໜ້າຄວາມຕ້ອງການຂອງການພັດທະນາທີ່ສູງຂຶ້ນ, ແຮງກົດດັນດ້ານການແຂ່ງຂັນທີ່ຫຼາຍຂຶ້ນ ແລະ ຄວາມຄາດຫວັງຂອງສາທາລະນະຊົນທີ່ປາກົດຊັດເຈນຫຼາຍຂຶ້ນ, ຜົນໄດ້ຮັບໃນໄລຍະເລີ່ມຕົ້ນນັ້ນມີຄວາມສຳຄັນ, ແຕ່ກໍ່ເປັນພຽງບາດກ້າວທຳອິດເທົ່ານັ້ນ.

ການຈັດຕັ້ງປະຕິບັດຮູບແບບການປົກຄອງທ້ອງຖິ່ນສອງຊັ້ນ ເຮັດໃຫ້ຈຳນວນໜ່ວຍງານບໍລິຫານລະດັບແຂວງຫຼຸດລົງຈາກ 64 ເຫຼືອ 34 ແຫ່ງ, ແລະໜ່ວຍງານບໍລິຫານລະດັບຕາແສງຫຼຸດລົງຈາກ 10.035 ເຫຼືອ 3.321 ແຫ່ງ, ໃນຂະນະທີ່ໜ່ວຍງານບໍລິຫານລະດັບເມືອງ 696 ແຫ່ງໄດ້ຢຸດການດຳເນີນງານ. ການປ່ຽນແປງນີ້ບໍ່ພຽງແຕ່ຫຼຸດລະດັບກາງລົງເທົ່ານັ້ນ ແຕ່ຍັງກໍ່ໃຫ້ເກີດການປ່ຽນແປງອຳນາດໃນການຈັດຕັ້ງປະຕິບັດ ແລະຄວາມຮັບຜິດຊອບໃນການຄຸ້ມຄອງ ແລະການແກ້ໄຂບັນຫາ ລົງສູ່ລະດັບຮາກຖານ. ດັ່ງນັ້ນ, ຄຸນນະພາບຂອງຖັນແຖວພະນັກງານລະດັບຕາແສງຈຶ່ງເຊື່ອມໂຍງໂດຍກົງກັບຄຸນນະພາບ, ປະສິດທິພາບ ແລະປະສິດທິຜົນຂອງລະບົບການເມືອງທັງໝົດ.

ການປະຕິວັດໃນການປັບປຸງໂຄງສ້າງການຈັດຕັ້ງໃຫ້ມີປະສິດທິພາບ ແລະຄວາມຕ້ອງການໃນການດຳເນີນງານໂຄງສ້າງອົງກອນລະດັບຮາກຖານທີ່ຄ່ອງຕົວ ມີປະສິດທິພາບ ປະສິດທິຜົນ ແລະໄດ້ຜົນດີ.

ຂະບວນການປັບໂຄງສ້າງແລະປັບປຸງປະສິດທິພາບຂອງກົນໄກອົງກອນໄດ້ຮັບການຜັນຂະຫຍາຍໃນວົງກ້ວາງ, ຂະໜາດໃຫຍ່ ແລະມີຄວາມເດັດຂາດສູງ. ທ່ານເລຂາທິການໃຫຍ່ ປະທານປະເທດ ໂຕເລິມ ຊີ້ໃຫ້ເຫັນວ່າ: “ການປັບໂຄງສ້າງແລະປັບປຸງປະສິດທິພາບຂອງກົນໄກອົງກອນໄດ້ຮັບການຜັນຂະຫຍາຍຢ່າງຮອບດ້ານ, ເຖິງຖອງ ແລະພ້ອມພຽງກັນທົ່ວປະເທດໃນວົງກວ້າງ. ໜ່ວຍງານຂຶ້ນກັບສູນກາງຫຼຸດລົງ 34,9%. ຄະນະຊີ້ນຳວຽກງານພັກແລະຄະນະກຳມະການນຳພັກຫຼຸດລົງ 100%; ໜ່ວຍງານບໍລິຫານລະດັບແຂວງຫຼຸດລົງ 46% ແລະ ໜ່ວຍງານບໍລິຫານລະດັບຕາແສງຫຼຸດລົງ 66,9%; ເປັນຄັ້ງທຳອິດນັບຕັ້ງແຕ່ປີ 1945 ທີ່ເຮົາຫຼຸດລະດັບການບໍລິຫານລົງໜຶ່ງລະດັບ (ບໍ່ມີອົງການຈັດຕັ້ງລະດັບເມືອງອີກຕໍ່ໄປ) ແລະຈັດຕັ້ງປະຕິບັດລະບົບການປົກຄອງທ້ອງຖິ່ນສອງຊັ້ນ”(2).

ເມື່ອລະດັບເມືອງບໍ່ແມ່ນລະດັບກາງອີກຕໍ່ໄປ, ວຽກງານຫຼາຍຢ່າງທີ່ກ່ຽວຂ້ອງກັບການບໍລິຫານຄຸ້ມຄອງລັດ, ການໃຫ້ບໍລິການສາທາລະນະ, ການປະສານງານລະຫວ່າງຂະແໜງການ ແລະການຮັບມືກັບສະຖານະການທີ່ເກີດຂຶ້ນໃໝ່ໃນພື້ນທີ່ ຈະຖືກຖ່າຍໂອນໄປຍັງລະດັບຕາແສງ ເຊິ່ງຈະເພີ່ມທັງພາລະງານ ແລະຄວາມຕ້ອງການດ້ານຄຸນນະພາບໃນການຈັດການການງານຢູ່ຮາກຖານ. ດັ່ງນັ້ນ, ຄຸນສົມບັດທີ່ຈຳເປັນສຳລັບພະນັກງານຂັ້ນຮາກຖານຈຶ່ງບໍ່ພຽງແຕ່ກ່ຽວກັບຄຸນວຸດທິ ແລະປະສົບການການເຮັດວຽກ, ແຕ່ບັນຫາສຳຄັນແມ່ນພະນັກງານເຫຼົ່ານັ້ນຕ້ອງມີຄວາມສາມາດໃນການດຳເນີນງານລະບົບທີ່ກະທັດລັດຮັດກຸມ, ມີຄວາມສັກສິດ, ມີປະສິດທິພາບແລະປະສິດທິຜົນ, ພວກເຂົາຕ້ອງສາມາດປະຕິບັດງານໄດ້ຢ່າງປະສົມປະສານ, ວ່ອງໄວ, ໂປ່ງໃສ ແລະເຊື່ອມໂຍງໂດຍກົງກັບຜົນໄດ້ຮັບຂອງການຮັບໃຊ້ປະຊາຊົນ ແລະວິສາຫະກິດ.

ສະພາບແວດລ້ອມກຳລັງປ່ຽນແປງໄປ ແລະຄວາມຕ້ອງການກ່ຽວກັບການບໍລິຫານປົກຄອງທ້ອງຖິ່ນທີ່ເໝາະສົມ.

 ສະພາບແວດລ້ອມການພັດທະນາໃນປະຈຸບັນກຳລັງປ່ຽນແປງຢ່າງໄວວາ, ສັບສົນ ແລະ ຍາກທີ່ຈະຄາດເດົາໄດ້. ຈາກສະຖານະ VUCA(3) ໂລກກຳລັງເຄື່ອນໄປສູ່ສະຖານະ BANI. ໃນສະພາບການນີ້, ຮູບແບບການປົກຄອງທີ່ອີງໃສ່ຂະບວນການທີ່ແຂງກະດ້າງ, ກົນໄກການປະສານງານທີ່ຊ້າ ແລະ ນິໄສການລໍຖ້າຄຳຊີ້ນຳຈາກຂັ້ນເທິງ ກຳລັງເຜີຍໃຫ້ເຫັນຂໍ້ຈຳກັດຫຼາຍຂຶ້ນເລື້ອຍໆ. ການປົກຄອງທ້ອງຖິ່ນທີ່ມີປະສິດທິພາບຕ້ອງມີຄວາມສາມາດປັບຕົວໄດ້ສູງ, ຕອບສະໜອງໄດ້ໄວ, ມີຄວາມຍືດຫຍຸ່ນໃນການຈັດການ ແລະ ອີງໃສ່ຂໍ້ມູນ ແລະ ສະຖິຕິທີ່ເຊື່ອຖືໄດ້.

ສຳລັບພະນັກງານຂັ້ນຮາກຖານໃນຫວຽດນາມ, ແຮງກົດດັນໃນການປັບຕົວຍັງມາຈາກການຫັນປ່ຽນດິຈິຕອນ, ຄວາມຕ້ອງການຄວາມເປີດເຜີຍ ແລະໂປ່ງໃສໃນການດຳເນີນງານ ແລະຄວາມຄາດຫວັງທີ່ສູງຂຶ້ນເລື້ອຍໆ ຂອງປະຊາຊົນຕໍ່ຄຸນນະພາບຂອງບໍລິການສາທາລະນະ. ດັ່ງນັ້ນ ພະນັກງານຂັ້ນຮາກຖານບໍ່ພຽງແຕ່ມີຄວາມຮັບຜິດຊອບໃນການປະຕິບັດຄຳສັ່ງບໍລິຫານເທົ່ານັ້ນ, ແຕ່ຍັງຕ້ອງເຂົ້າໃຈພື້ນທີ່ທ້ອງຖິ່ນ, ເຊື່ອມຕໍ່ກັບປະຊາຊົນ, ຈັດການກັບສະຖານະການ ແລະເປັນເຈົ້າການໃນການແກ້ບັນຫາທີ່ເໝາະສົມກັບສະພາບການສະເພາະ.

ຄວາມຮຽກຮ້ອງຕ້ອງການນີ້ມີຄວາມກ່ຽວຂ້ອງຢ່າງໃກ້ຊິດກັບການປູກຝັງຈິດໃຈແຫ່ງ “ຫົກຄວາມກ້າ” ໃນການບໍລິການສາທາລະນະໃນລະດັບຮາກຖານ. ດັ່ງນັ້ນ, ການປັບປຸງຄຸນນະພາບຂອງພະນັກງານຂັ້ນຮາກຖານຈຶ່ງເປັນຄວາມຕ້ອງການພາວະວິໄສ ແລະມີຄວາມສຳຄັນຢ່າງຍິ່ງ ຕໍ່ການດຳເນີນງານທີ່ລາບລື່ນ ແລະມີປະສິດທິພາບ ຂອງຮູບແບບການຈັດຕັ້ງໃໝ່.

ສະຖານະການປັດຈຸບັນຂອງພະນັກງານຂັ້ນຮາກຖານເມື່ອປະເຊີນກັບຄວາມຕ້ອງການ
ຂອງຮູບແບບການຈັດຕັ້ງໃໝ່ ແລະການພັດທະນາປະເທດຊາດ

ກ່ຽວກັບການກຳນົດມາດຕະຖານ ແລະການຈັດວາງສັບຊ້ອນຖັນແຖວພະນັດງານຂັ້ນຮາກຖານ

ຂະບວນການຈັດວາງໜ່ວຍງານບໍລິຫານ ແລະການປັບໂຄງສ້າງຖັນແຖວພະນັກງານ ໄດ້ປະກອບສ່ວນເຂົ້າໃນການສ້າງກົນໄກການຄັດເລືອກໂດຍທຳມະຊາດ. ຫຼາຍທ້ອງຖິ່ນໄດ້ເປັນເຈົ້າການໃນການທົບທວນ, ມອບໝາຍ, ຍົກຍ້າຍ, ໝູນວຽນ, ຝຶກອົບຮົມໃໝ່ ແລະ ຈັດການກັບຜູ້ທີ່ບໍ່ເໝາະສົມ, ໃນຂະນະດຽວກັນ ກໍ່ຄັດເລືອກແລະນຳໃຊ້ພະນັກງານທີ່ມີຄວາມສາມາດ, ມີຄວາມຮັບຜິດຊອບ ແລະຈິດໃຈແຫ່ງການປະດິດສ້າງ. ນີ້ແມ່ນຂໍ້ກຳນົດມາດຕະຖານເບື້ອງຕົ້ນ; ຄວາມຕ້ອງການໃນປະຈຸບັນແມ່ນຕ້ອງປ່ຽນຈາກ “ມີເງື່ອນໄຂພຽງພໍ” ໄປເປັນ “ມີຄວາມສາມາດໃນການປະຕິບັດ”.

“ຊ່ອງຫວ່າງ” ໃນດ້ານຄວາມສາມາດ ແລະ ແຮງກົດດັນໃນການເຮັດວຽກຂອງພະນັກງານຂັ້ນຮາກຖານ.

ພຶດຕິກຳແຫ່ງການດຳເນີນຮູບແບບການຈັດຕັ້ງໃໝ່ສະແດງໃຫ້ເຫັນວ່າ ຄຸນນະພາບຂອງຖັນແຖວພະນັກງານຂັ້ນຮາກຖານມີ “ຊ່ອງຫວ່າງ” ທີ່ຂ້ອນຂ້າງໃຫຍ່ ລະຫວ່າງຄວາມສາມາດທີ່ມີຢູ່ ກັບຄວາມຕ້ອງການດ້ານວຽກງານ. ຕາມລາຍງານຂອງຄະນະຈັດຕັ້ງສູນກາງ, ປະຈຸບັນມີພະນັກງານລັດຖະກອນວິຊາຊີບລະດັບຕາແສງ 6.182 ຄົນ ຈາກທັງໝົດ 114.834 ຄົນ (ຄິດເປັນ 5,38%) ທີ່ມີຄຸນສົມບັດບໍ່ເໝາະສົມ ຫຼືບໍ່ຕອບສະໜອງຄວາມຕ້ອງການຂອງຕຳແໜ່ງງານໃໝ່(4). ຕົວເລກນີ້ສະແດງໃຫ້ເຫັນວ່າ ເຖິງແມ່ນວ່າຄຸນນະພາບຂອງຖັນແຖວພະນັກງານໄດ້ຮັບການປັບປຸງໃຫ້ດີຂຶ້ນ ແຕ່ກໍ່ຍັງບໍ່ສະໝ່ຳສະເໝີ ແລະຍັງມີຂໍ້ບົກພ່ອງໃນໂຄງສ້າງຂອງຄວາມຊ່ຽວຊານດ້ານວິຊາຊີບ. ຊ່ອງຫວ່າງດ້ານຄວາມສາມາດນັ້ນເຫັນໄດ້ຊັດເຈນໃນດ້ານການໃຫ້ຄໍາແນະນໍາ ແລະການຈັດການງານແບບປະສົມປະສານ. ໃນຮູບແບບໃໝ່, ບັນຫາຫຼາຍຢ່າງທີ່ເຄີຍຖືກແບ່ງຂັ້ນຄຸ້ມຄອງໃຫ້ເມືອງນັ້ນ ປັດຈຸບັນຈຳເປັນຕ້ອງໃຫ້ລະດັບຕາແສງເຂົ້າມາຈັດການຢ່າງຄົບຖ້ວນກວ່າ, ປະສານງານລະຫວ່າງຂະແໜງການຕ່າງໆ ຢ່າງໃກ້ຊິດຫຼາຍຂຶ້ນ ແລະການປະມວນຜົນເອກະສານໄດ້ໄວຂຶ້ນ.

ຫຼັງຈາກການປັບໂຄງສ້າງໃໝ່, ພະນັກງານລະດັບຕາແສງແລະຄຸ້ມນະຄອນ ຕ້ອງປະເຊີນກັບແຮງກົດດັນທີ່ເພີ່ມຂຶ້ນຈາກຫຼາຍແຫຼ່ງເຊັ່ນ ຈາກຜູ້ບັງຄັບບັນຊາ, ສາທາລະນະຊົນ ແລະ ສື່ສັງຄົມອອນໄລນ໌ ເມື່ອຈັດການກັບວຽກງານເນື່ອງຈາກພື້ນທີ່ທາງພູມສາດທີ່ກວ້າງຂຶ້ນ, ຈຳນວນປະຊາກອນທີ່ຢູ່ພາຍໃຕ້ການຄຸ້ມຄອງຂອງເຂົາເຈົ້າຫຼາຍຂຶ້ນ, ຄວາມຕ້ອງການທາງສັງຄົມທີ່ຫຼາກຫຼາຍ, ປະລິມານເອກະສານຈຳນວນຫຼາຍ, ສະຖານະການທີ່ສັບສົນຫຼາຍຢ່າງ ໃນຂະນະທີ່ຈຳນວນພະນັກງານຫຼຸດລົງ ແລະຄວາມຕ້ອງການໃນການເຮັດວຽກໃຫ້ສຳເລັດກໍ່ເພີ່ມຫຼາຍຂຶ້ນ, ໄວຂຶ້ນ ແລະລະອຽດຮອບຄອບ.

ຄວາມທ້າທາຍທີ່ກ່ຽວຂ້ອງກັບໂຄງສ້າງພື້ນຖານດິຈິຕອນ ແລະການຂາດຄວາມສອດຄ່ອງກັນໃນການຄຸ້ມຄອງຂໍ້ມູນ.

ການຫັນເປັນດິຈິຕອນແມ່ນເງື່ອນໄຂເພື່ອໃຫ້ອຳນາດການປົກຄອງຂັ້ນຮາກຖານໃນການປັບປຸງປະສິດທິພາບ ປະສິດທິຜົນ ແລະການດຳເນີນງານໃນຮູບແບບໃໝ່. ຢ່າງໃດກໍ່ຕາມ, ຫຼາຍທ້ອງຖິ່ນຍັງຂາດແພຼດຟອມດິຈິຕອນທີ່ສອດຄ່ອງກັນ, ເຊື່ອມຕໍ່ກັນ ແລະມີສະຖຽນລະພາບ. ຄວາມແຕກຕ່າງໃນດ້ານໂຄງສ້າງພື້ນຖານທາງເຕັກນິກ, ລະດັບການກຳນົດມາດຕະຖານຂໍ້ມູນ ແລະຄວາມສາມາດດ້ານດິຈິຕອນຂອງພະນັກງານໃນແຕ່ລະທ້ອງຖິ່ນສົ່ງຜົນກະທົບໂດຍກົງຕໍ່ຄຸນນະພາບການໃຫ້ບໍລິການສາທາລະນະ.  

ຂັ້ນຕອນການບໍລິຫານຫຼາຍຢ່າງໄດ້ຖືກຍ້າຍໄປຍັງລະບົບດິຈິຕອນແລ້ວ, ແຕ່ຂະບວນການຈັດຕັ້ງປະຕິບັດຍັງບໍ່ທັນໄດ້ຖືກແປງເປັນດິຈິຕອນຢ່າງສົມບູນ, ສົ່ງຜົນໃຫ້ເກີດສະຖານະການ “ການໃຊ້ລະບົບເອເລັກໂຕຣນິກແບບຜິວເຜີນ”; ຂໍ້ມູນມີຢູ່ແລ້ວ, ແຕ່ຍັງບໍ່ທັນໄດ້ແບ່ງປັນລະຫວ່າງລະບົບຕ່າງໆ; ຊອບແວມີຢູ່ແລ້ວ, ແຕ່ຍັງບໍ່ທັນໄດ້ປະສົມປະສານ ຫຼືເຮັດວຽກຜິດພາດຫຼາຍຄັ້ງ. ພາຍໃຕ້ເງື່ອນໄຂເຫຼົ່ານີ້, ພະນັກງານຂັ້ນຮາກຖານຕ້ອງປະຕິບັດໜ້າທີ່ຕາມຂັ້ນຕອນໃໝ່ ແລະເອົາຊະນະຂໍ້ຈຳກັດດ້ານໂຄງສ້າງພື້ນຖານ, ເຊິ່ງສົ່ງຜົນກະທົບຕໍ່ປະສິດທິພາບການເຮັດວຽກ. ເມື່ອຂໍ້ມູນກະແຈກກະຈາຍ, ການອັບເດດຊ້າ ຫຼືມາດຕະຖານການເຊື່ອມຕໍ່ບໍ່ດີ, ອຳນາດການປົກຄອງທ້ອງຖິ່ນຈຶ່ງປະສົບບັນຫາໃນການຄຸ້ມຄອງຕາມເວລາຈິງ ແລະ ຍາກທີ່ຈະສ້າງການເຊື່ອມໂຍງ ການຕິດຕໍ່ກັນ ໃນການຮັບໃຊ້ປະຊາຊົນ.

ຄວາມຕ້ອງການດ້ານຄວາມຄິດ ແລະຄວາມສາມາດຂອງພະນັກງານຂັ້ນຮາກຖານໃນຍຸກໃໝ່.

ທີໜຶ່ງ, ປ່ຽນຄວາມຄິດດ້ານການຄຸ້ມຄອງໄປສູ່ການຄຸ້ມຄອງການພັດທະນາ, ຈາກການບໍລິຫານໄປສູ່ການຮັບໃຊ້.

ບັນຫາສຳຄັນຂອງການຫັນປ່ຽນໃນປະຈຸບັນແມ່ນ ການປ່ຽນຈາກຄວາມຄິດການຄຸ້ມຄອງບໍລິຫານແບບເດີມ ໄປສູ່ຄວາມຄິດການຄຸ້ມຄອງບໍລິຫານເພື່ອການພັດທະນາ; ຈາກການປະຕິບັດຕາມຄຳສັ່ງໄປສູ່ການສ້າງເງື່ອນໄຂສຳລັບການພັດທະນາ; ຈາກສະຖານະ “ອົງການປົກຄອງສາທາລະນະ” ໄປສູ່ການຮັບໃຊ້ປະຊາຊົນ. ນີ້ແມ່ນການປັບປ່ຽນພື້ນຖານໃນການຈັດການອຳນາດລັດ, ຄວາມຮັບຜິດຊອບໃນການບໍລິການສາທາລະນະ ແລະ ການປະຕິບັດໜ້າທີ່ຂອງອຳນາດການປົກຄອງທ້ອງຖິ່ນ.

ຄວາມຄິດການຄຸ້ມຄອງບໍລິຫານການພັດທະນາຮຽກຮ້ອງໃຫ້ພະນັກງານລະດັບຕາແສງແລະຄຸ້ມນະຄອນ ວາງວຽກງານຂອງຕົນໃຫ້ສອດຄ່ອງກັບເປົ້າໝາຍການພັດທະນາທ້ອງຖິ່ນ ແລະຜົນປະໂຫຍດທີ່ແທ້ຈິງຂອງປະຊາຊົນ ແລະວິສາຫະກິດ. ພະນັກງານບໍ່ພຽງແຕ່ຕ້ອງຮັບປະກັນການແກ້ໄຂບັນຫາ “ຕາມລະບຽບການ” ເທົ່ານັ້ນ ແຕ່ຍັງຕ້ອງຮັບປະກັນວ່າ “ການແກ້ບັນຫາເຫຼົ່ານັ້ນສົ່ງເສີມການພັດທະນາ, ອຳນວຍຄວາມສະດວກໃຫ້ແກ່ປະຊາຊົນ ແລະ ປ້ອງກັນຄວາມສ່ຽງໃນໄລຍະຍາວ”.

ໃນສະພາບການທີ່ລະດັບຕາແສງກາຍເປັນຜູ້ປະຕິບັດວຽກງານໂດຍກົງຫຼາຍຂຶ້ນ, ຄວາມຄິດການຮັບໃຊ້ຈະຕ້ອງປ່ຽນໄປເປັນຄວາມສາມາດໃນການປະຕິບັດທີ່ເປັນຮູບປະທຳຄື: ການຮັບຟັງປະຊາຊົນ, ການສົນທະນາກັບປະຊາຊົນ, ການອະທິບາຍນະໂຍບາຍຢ່າງຈະແຈ້ງ, ການກວດພົບບັນຫາຕັ້ງແຕ່ຕົ້ນໃນລະດັບຮາກຖານ, ການເປັນເຈົ້າການໃນການສະເໜີຂໍ້ລິເລີ່ມ ແລະ ການຕິດຕາມຜົນໄດ້ຮັບຢ່າງຕໍ່ເນື່ອງ.

ທີສອງ, ການຕອບສະໜອງຂອບຄວາມສາມາດຫຼັກໃນຍຸກດິຈິຕອນ.

ການພັດທະນາເສດຖະກິດດິຈິຕອນ, ສັງຄົມດິຈິຕອນ, ລັດຖະບານດິຈິຕອນ ແລະ ການປົກຄອງສະໄໝໃໝ່ ຮຽກຮ້ອງໃຫ້ພະນັກງານຂັ້ນຮາກຖານຕ້ອງຕອບສະໜອງຄວາມຕ້ອງການດ້ານຄວາມສາມາດທີ່ຄົບຖ້ວນກວ່າແຕ່ກ່ອນ. ກ່ອນອື່ນໝົດແມ່ນຄວາມສາມາດດ້ານດິຈິຕອນ: ຄວາມສາມາດໃນການນຳໃຊ້ລະບົບຂໍ້ມູນຮ່ວມກັນ, ການໃຊ້ຊອບແວການຄຸ້ມຄອງວຽກງານ, ບໍລິການສາທາລະນະອອນໄລນ໌, ເຄື່ອງມືວິເຄາະຂໍ້ມູນ ແລະ ແພຼດຟອມການເຮັດວຽກຮ່ວມກັນທາງອີເລັກໂຕຣນິກຢ່າງຊ່ຽວຊານ. ຄວາມສາມາດດ້ານດິຈິຕອນຢູ່ທີ່ນີ້ບໍ່ໝາຍເຖິງພຽງແຕ່ຮູ້ວິທີໃຊ້ອຸປະກອນ ຫຼືຊອບແວເທົ່ານັ້ນ, ແຕ່ຍັງມີຄວາມສາມາດໃນການເຮັດວຽກບົນພື້ນຖານຂອງຂໍ້ມູນ ເພື່ອປັບປຸງຄຸນນະພາບການບໍລິການສາທາລະນະ.

ນອກຈາກນັ້ນ, ຍັງມີຄວາມສາມາດໃນການໃຫ້ຄໍາປຶກສາດ້ານນະໂຍບາຍ ແລະການຈັດຕັ້ງປະຕິບັດ. ໃນຮູບແບບອຳນາດການປົກຄອງທ້ອງຖິ່ນສອງຊັ້ນ, ພະນັກງານຂັ້ນຮາກຖານຕ້ອງແປງຄວາມຕ້ອງການຂອງສູນກາງ ແລະ ແຂວງ/ນະຄອນ ໃຫ້ເປັນແຜນປະຕິບັດງານທີ່ເໝາະສົມກັບເງື່ອນໄຂສະເພາະຂອງທ້ອງຖິ່ນ ແລະ ໜ່ວຍງານ; ປະສານງານຢ່າງໃກ້ຊິດກັບຂະແໜງການທີ່ກ່ຽວຂ້ອງ; ຈັດລໍາດັບຄວາມສໍາຄັນຂອງວຽກງານຢ່າງເປັນວິທະຍາສາດ; ຕິດຕາມກວດກາ, ຊີ້ນໍາ ແລະ ປະເມີນຜົນໄດ້ຢ່າງຄົບຖ້ວນ.

ຄຸນສົມບັດທີ່ສຳຄັນຢ່າງຍິ່ງສຳລັບພະນັກງານຂັ້ນຮາກຖານແມ່ນຄວາມສາມາດໃນການຮັບມືກັບສະຖານະການທີ່ສັບສົນ ແລະຈັດການວິກິດການຕ່າງໆໃນພື້ນທີ່ຂອງຕົນເອງ. ລະດັບຕາແສງແມ່ນບ່ອນທີ່ພະນັກງານຕິດຕໍ່ກັບປະຊາຊົນໂດຍກົງ ແລະເປັນບ່ອນທີ່ຄວາມຂັດແຍ້ງ, ການບໍ່ພໍໃຈ, ຂໍ້ພິພາດ, ບັນຫາສັງຄົມ ແລະ ປະຕິກິລິຍາຂອງປະຊາຊົນປາກົດໃຫ້ເຫັນໄດ້ໄວທີ່ສຸດ. ດັ່ງນັ້ນ, ພະນັກງານຈຶ່ງຈຳເປັນຕ້ອງມີທັກສະດ້ານການປະຊາສຳພັນ, ການເຈລະຈາ, ການໄກ່ເກ່ຍ, ການຊັກຊວນໃຈ, ການສື່ສານນະໂຍບາຍ ແລະ ການຄຸ້ມຄອງພາຍໃຕ້ແຮງກົດດັນສູງ.

ທີສາມ, ການໃກ້ຊິດກັບປະຊາຊົນ, ການໃກ້ຊິດກັບຮາກຖານ ແລະ ການມີຈິດໃຈແຫ່ງ “ຫົກຄວາມກ້າ”

ໜຶ່ງໃນຂໍ້ກຳນົດທີ່ສຳຄັນສຳລັບພະນັກງານຂັ້ນຮາກຖານຄື ການໃກ້ຊິດກັບປະຊາຊົນ, ຕິດແທດກັບປະຊາຊົນ ແລະ ການມີສ່ວນຮ່ວມໂດຍກົງໃນຊີວິດຂອງປະຊາຊົນ. ໃນຍຸກໃໝ່ນີ້, ຂໍ້ກຳນົດນີ້ໄດ້ຮັບການຢືນຢັນເພີ່ມເຕີມໃນຖານະມາດຕະຖານທາງການເມືອງ ແລະຈັນຍາບັນຫຼັກ. ພະນັກງານອາດຈະມີຄວາມຊ່ຽວຊານໃນເຕັກນິກການຄຸ້ມຄອງ ແລະຄວາມຊ່ຽວຊານດ້ານເຕັກໂນໂລຢີ, ແຕ່ຖ້າພວກເຂົາຢູ່ຫ່າງໄກຈາກປະຊາຊົນ, ຂາດຄວາມຮັບຜິດຊອບຕໍ່ປະຊາຊົນ ແລະບໍ່ເຂົ້າໃຈຄວາມຄິດ ແລະຄວາມປາດຖະໜາຂອງປະຊາຊົນ ກໍ່ຈະເປັນເລື່ອງຍາກສຳລັບພວກເຂົາທີ່ຈະປະຕິບັດໜ້າທີ່ທີ່ໄດ້ຮັບມອບໝາຍໃຫ້ສຳເລັດ.

ຈິດໃຈແຫ່ງ “ຫົກຄວາມກ້າ” ຕ້ອງເປັນຫຼັກການຊີ້ນຳສຳລັບພະນັກງານຂັ້ນຮາກຖານ. ກ້າຄິດເພື່ອຊອກຫາວິທີແກ້ໄຂໃໝ່; ກ້າປະຕິບັດເພື່ອຈັດການກັບວຽກງານທີ່ຫຍຸ້ງຍາກ; ກ້າຮັບຜິດຊອບເພື່ອຮັບປະກັນຄວາມຕໍ່ເນື່ອງໃນການບໍລິການສາທາລະນະ; ກ້າປ່ຽນແປງໃໝ່ປະດິດສ້າງເພື່ອຫຼີກລ່ຽງການຖືກຈຳກັດດ້ວຍຮູບແບບເດີມ; ກ້າປະເຊີນກັບຄວາມຫຍຸ້ງຍາກເພື່ອຮັກສາສະຖຽນລະພາບໃນພື້ນທີ່; ກ້າກະທຳເພື່ອຜົນປະໂຫຍດສ່ວນລວມເພື່ອເອົາຊະນະຄວາມລັງເລ, ການຫຼີກລ່ຽງ ແລະ ຄວາມສົມບູນແບບ.

ຢ່າງໃດກໍ່ຕາມ, ຈິດໃຈແຫ່ງ “ຫົກຄວາມກ້າ” ນັ້ນແຕກຕ່າງຢ່າງສິ້ນເຊິງຈາກການກະທຳໂດຍລຳພັງໃຈ ຫຼືເຈດຈຳນົງນິຍົມ. ພະນັກງານທີ່ກ້າຄິດແລະກ້າປະຕິບັດຕ້ອງເຮັດແນວນັ້ນບົນພື້ນຖານຂອງຄວາມເຂົ້າໃຈຢ່າງລະອຽດ ກ່ຽວກັບແນວທາງແຜນນະໂຍບາຍຂອງພັກ ແລະ ນະໂຍບາຍກົດໝາຍຂອງລັດ ແລະ ມີຄວາມເຂົ້າໃຈສະພາບຄວາມເປັນຈິງຢ່າງເລິກເຊິ່ງ ຄຽງຄູ່ກັບຄວາມຮັບຜິດຊອບໃນການອະທິບາຍລາຍງານ. ພຽງແຕ່ເມື່ອຄວາມສະຫຼາດທາງການເມືອງ, ຈັນຍາບັນການບໍລິການສາທາລະນະ ແລະ ຄວາມສາມາດດ້ານວິຊາຊີບຖືກລວມເຂົ້າກັນເທົ່ານັ້ນ, ຖັນແຖວພະນັກງານຂັ້ນຮາກຖານຈຶ່ງຈະສາມາດເປັນກຳລັງສຳຄັນທີ່ເຮັດໃຫ້ລະບົບການປົກຄອງທ້ອງຖິ່ນແບບສອງລະດັບດຳເນີນງານໄດ້ຢ່າງມີປະສິດທິພາບ.

ທີມງານລັດຖະກອນຂອງຕາແສງຍາບິກ, ແຂວງດົ່ງນາຍ, ເຮັດວຽກຢູ່ສູນບໍລິການບໍລິຫານສາທາລະນະ _ພາບ: TTXVN

ວິທີແກ້ໄຂບາງຢ່າງໃນການສ້າງຖັນແຖວພະນັກງານຂັ້ນຮາກຖານ
ເພື່ອຕອບສະໜອງຄວາມຕ້ອງການຂອງການພັດທະນາປະເທດ

ເພື່ອແກ້ໄຂຂໍ້ຈຳກັດແລະຂໍ້ບົກຜ່ອງຂອງຖັນແຖວພະນັກງານຂັ້ນຮາກຖານ, ຄວນພິຈາລະນາວິທີແກ້ໄຂຕໍ່ໄປນີ້:

ທີໜຶ່ງ, ການກຳນົດມາດຕະຖານຕຳແໜ່ງງານ ແລະຂອບຄວາມສາມາດ ແມ່ນມີຄວາມສຳຄັນຫຼາຍ ໃນການແກ້ໄຂບັນຫາຄວາມກະແຈກກະຈາຍ ແລະ ພາລະງານທີ່ຫຼາຍເກີນໄປໃນການປະຕິບັດງານ.

ການສ້າງຕຳແໜ່ງງານໃນລະດັບຮາກຖານຕ້ອງຢູ່ບົນພື້ນຖານຂອງການປັບໂຄງສ້າງພາລະບົດບາດ ແລະໜ້າທີ່ຂອງອຳນາດການປົກຄອງຮາກຖານພາຍໃນຮູບແບບການປົກຄອງທ້ອງຖິ່ນສອງຊັ້ນ. ບໍ່ພຽງແຕ່ຕ້ອງອະທິບາຍໜ້າທີ່ຄວາມຮັບຜິດຊອບຂອງແຕ່ລະຕຳແໜ່ງຢ່າງຖືກຕ້ອງ, ແຕ່ຍັງຕ້ອງກຳນົດຢ່າງຈະແຈ້ງກ່ຽວກັບຂອບຄວາມສາມາດຫຼັກ, ມາດຕະຖານຜົນຜະລິດ ແລະ ສາຍພົວພັນການຮ່ວມມືລະຫວ່າງຕຳແໜ່ງຕ່າງໆໃນການປະຕິບັດໜ້າທີ່ລັດຖະການ. ນີ້ເປັນພື້ນຖານສຳລັບການຮັບສະໝັກ, ການຈັດວາງ, ການຝຶກອົບຮົມ, ການປະເມີນ ແລະ ການໃຊ້ພະນັກງານຢ່າງມີປະສິດທິພາບຫຼາຍຂຶ້ນ, ຫຼີກລ່ຽງສະຖານະການທີ່ຊື່ຕຳແໜ່ງງານດຽວກັນມີຂໍ້ກຳນົດຄວາມສາມາດທີ່ບໍ່ຊັດເຈນ ຫຼື ກວ້າງເກີນໄປ ເຊິ່ງນຳໄປສູ່ການທັບຊ້ອນ ແລະຄວາມຫຍຸ້ງຍາກໃນການມອບໝາຍຄວາມຮັບຜິດຊອບ.

ເມື່ອສ້າງຕຳແໜ່ງງານໃນລະດັບຮາກຖານ, ຈຳເປັນຕ້ອງທົບທວນແລະປັບປຸງລາຍຊື່ຕຳແໜ່ງງານໂດຍອີງຕາມຄຳແນະນຳຂອງກະຊວງພາຍໃນ ແລະຄວາມຕ້ອງການຕົວຈິງຂອງແຕ່ລະທ້ອງຖິ່ນ; ພ້ອມກັນນັ້ນ, ຕ້ອງເຊື່ອມໂຍງຕຳແໜ່ງງານກັບໂຄຕ້າຈຳນວນພະນັກງານ, ຂະບວນການເຮັດວຽກ, ແອັບພລິເຄຊັນດິຈິຕອນ ແລະ ກົນໄກການປະສານງານທີ່ເຊື່ອມໂຍງກັນ. ພ້ອມກັບການກຳນົດມາດຕະຖານຂອບຄວາມສາມາດ, ຈຳເປັນຕ້ອງເລັ່ງການຈັດວາງສັບຊ້ອນຖັນແຖວພະນັກງານລະດັບຕາແສງຄືນໃໝ່ຕາມຫຼັກການ “ສີ່ປະການທີ່ຖືກຕ້ອງ” (ບຸກຄົນທີ່ເໝາະສົມ, ວຽກງານທີ່ເໝາະສົມ, ທັກສະວິຊາຊີບທີ່ເໝາະສົມ ແລະ ຈຸດແຂງທີ່ເໝາະສົມ), ແລະປັບປຸງການຈັດການວິກິດການໄດ້ດີ.

ຕາຕະລາງ: ຄວາມສາມາດຫຼັກສຳລັບຕຳແໜ່ງງານ ຂອງພະນັກງານລັດຖະກອນຂັ້ນຮາກຖານ ບາງຕຳແໜ່ງ

ຕຳແໜ່ງງານຢູ່ໃນລະດັບຕາແສງ, ຄຸ້ມນະຄອນ, ເຂດພິເສດ

ຄວາມສາມາດຫຼັກທີ່ຕ້ອງການ

ໜ້າທີ່ຍຸດທະສາດ

ນຳພາ, ຄຸ້ມຄອງ (ປະທານ, ຮອງປະທານ)

ການຄຸ້ມຄອງຍຸດທະສາດ, ການຄຸ້ມຄອງຕາມຜົນງານ, ການຄຸ້ມຄອງວິກິດການ

ສ້າງພື້ນທີ່ເພື່ອການພັດທະນາ, ກະຕຸ້ນ ແລະລະດົມຊັບພະຍາກອນໃນທ້ອງຖິ່ນ

ເຈົ້າໜ້າທີ່ຕຸລາການ ແລະ ທະບຽນພົນລະເຮືອນ

 

ມີຄວາມຮູ້ທາງກົດໝາຍຢ່າງເລິກເຊິ່ງ, ທັກສະການໄກ່ເກ່ຍ, ຄວາມຊື່ສັດສຸດຈະລິດ

ຮັບປະກັນວ່າການຕັດສິນໃຈທາງການມີຜົນທາງກົດໝາຍສູງສຸດ

ເຈົ້າໜ້າທີ່ການເງິນ ແລະການບັນຊີ

ການຄຸ້ມຄອງງົບປະມານອີງຕາມຜົນໄດ້ຮັບ, ການຄິດແບບສາທາລະນະ

ການເພີ່ມປະສິດທິພາບການໃຊ້ຊັບພະຍາກອນທາງການເງິນ, ປ້ອງກັນການສໍ້ລາດບັງຫຼວງ, ການສິ້ນເປືອງ, ຄວາມຫຍໍ້ທໍ້

ເຈົ້າໜ້າທີ່ດ້ານການຫັນປ່ຽນດິຈິຕອນ

 

ການຄຸ້ມຄອງຂໍ້ມູນ, ຄວາມປອດໄພທາງໄຊເບີຣ໌, ການແປງຂະບວນການໃຫ້ເປັນດິຈິຕອນ

ການດຳເນີນງານພາກລັດແບບດິຈິຕອນ ແລະການສະໜັບສະໜູນການເຂົ້າເຖິງບໍລິ ການດິຈິຕອນຂອງປະຊາຊົນ

ເຈົ້າໜ້າທີ່ທີ່ດິນ ແລະການກໍ່ສ້າງ

ການຄຸ້ມຄອງແຜນການ, ການປະມວນຜົນຂໍ້ມູນ GIS, ການຕິດຕາມກວດກາພາກສະໜາມ   

ການປົກປ້ອງຊັບພະຍາກອນ, ຮັກສາລະບຽບໃນເມືອງ ແລະສ້າງຄວາມຍືນຍົງດ້ານສິ່ງແວດລ້ອມ

ທີສອງ, ການປ່ຽນແປງໃໝ່ການຝຶກອົບຮົມ ແລະການບຳລຸງສ້າງພະນັກງານຂັ້ນຮາກຖານຢ່າງເປັນພື້ນຖານ ໂດຍມຸ່ງເນັ້ນການພັດທະນາຄວາມສາມາດໃນການປະຕິບັດງານບໍລິການສາທາລະນະ.

ການຝຶກອົບຮົມແລະການພັດທະນາພະນັກງານຂັ້ນຮາກຖານຕ້ອງປ່ຽນຈາກການຖ່າຍທອດຄວາມຮູ້ ໄປເປັນການຝຶກຝົນຄວາມສາມາດໃນການປະຕິບັດງານບໍລິການສາທາລະນະຢ່າງຈິງຈັງ. ດຳລັດເລກທີ 171/2025/ND-CP, ລົງວັນທີ 30 ມິຖຸນາ 2025 ຂອງລັດຖະບານໄດ້ສ້າງຕັ້ງກຸ່ມເນື້ອໃນການຝຶກອົບຮົມທີ່ສຳຄັນຫ້າກຸ່ມ ໂດຍມີເນື້ອໃນດ້ານວິທະຍາສາດ, ເຕັກໂນໂລຊີ, ການປ່ຽນແປງໃໝ່ປະດິດສ້າງ, ການຫັນປ່ຽນດິຈິຕອນ ແລະ ທັກສະການຄຸ້ມຄອງສະໄໝໃໝ່ໄດ້ຖືກກຳນົດຢ່າງຈະແຈ້ງຍິ່ງຂຶ້ນ. ເພື່ອໃຫ້ເກີດປະສິດທິຜົນ ຈຳເປັນຕ້ອງກຳນົດໂຄງການຝຶກອົບຮົມທີ່ເປັນຮູບປະທຳ ເຊິ່ງສອດຄ່ອງກັບຕຳແໜ່ງງານ, ສະຖານະການໃນທ້ອງຖິ່ນ ແລະຄວາມຕ້ອງການຂອງຮູບແບບການປົກຄອງທ້ອງຖິ່ນສອງຊັ້ນ: ການບໍລິຫານຄຸ້ມຄອງໂດຍໃຊ້ຂໍ້ມູນ (ຄວາມສາມາດໃນການໃຊ້ປະໂຫຍດ, ວິເຄາະຂໍ້ມູນຈາກລະບົບປະຊາກອນ, ທີ່ດິນ ແລະປະກັນສັງຄົມ ເພື່ອການຕັດສິນໃຈທີ່ທັນເວລາແລະຖືກຕ້ອງ); ທັກສະໃນການຈັດການສະຖານະການທີ່ສັບສົນ (ຝຶກອົບຮົມພະນັກງານກ່ຽວກັບວິທີການເຂົ້າຮ່ວມໃນການສົນທະນາ ແລະແກ້ໄຂ “ຈຸດຮ້ອນ” ໃນລະດັບຮາກຖານຜ່ານສະຖານະການຈຳລອງ); ຄວາມຊ່ຽວຊານດ້ານເຕັກນິກ ແລະທັກສະວິຊາຊີບທີ່ເລິກເຊິ່ງ (ການຝຶກອົບຮົມຢ່າງເລິກດ້ານການບໍລິຫານຄຸ້ມຄອງ, ຄວາມສາມາດດ້ານວິຊາຊີບຕາມຕຳແໜ່ງງານ, ພື້ນທີ່ ແລະ ຂົງເຂດຄວາມຮັບຜິດຊອບ; ການປະຫຍຸກໃຊ້ຮູບແບບຫ້ອງທົດລອງນະໂຍບາຍ).

ການຈັດຕັ້ງປະຕິບັດວິທີການຝຶກອົບຮົມແລະບຳລຸງສ້າງພະນັກງານຢ່າງຍືດຫຍຸ່ນ ໂດຍປະຍຸກໃຊ້ເຕັກໂນໂລຊີດິຈິຕອນ, ປະສົມປະສານການຝຶກອົບຮົມອອນໄລນ໌ ແລະການຝຶກອົບຮົມແບບຕົວຕໍ່ຕົວ ແລະ ການສົມທົບທິດສະດີກັບການປະຕິບັດ. ພ້ອມກັນນັ້ນ, ສາມາດນຳໃຊ້ມາດຕະການໝູນວຽນແລະການຍົກຍ້າຍ ເພື່ອໃຫ້ພະນັກງານໄດ້ຮັບການສຶກສາ, ຝຶກອົບຮົມ ແລະຝຶກຝົນໃນສະພາບແວດລ້ອມການເຮັດວຽກ ເຊິ່ງຈະຈະຊ່ວຍໃຫ້ພວກເຂົາເຕີບໃຫຍ່ໄດ້ໄວຂຶ້ນ ແລະ ສາມາດຕອບສະໜອງຄວາມຕ້ອງການທີ່ສູງຂຶ້ນໃນການປະຕິບັດລັດຖະການໄດ້. ຜົນການຝຶກອົບຮົມແລະພັດທະນາຈະຕ້ອງໄດ້ຮັບການປັບປຸງໃນບັນທຶກເອເລັກໂຕຣນິກ ແລະ ກາຍເປັນມາດຖານທີ່ສຳຄັນໃນການປະເມີນ, ການວາງແຜນ, ການຍົກຍ້າຍ ແລະ ການແຕ່ງຕັ້ງພະນັກງານ.

ທີສາມ, ການປ່ຽນແປງໃໝ່ກົນໄກການປະເມີນ, ການນຳໃຊ້ ແລະ ການໃຫ້ລາງວັນແກ່ພະນັກງານຂັ້ນຮາກຖານ, ໂດຍເຊື່ອມໂຍງກັບຜົນການປະຕິບັດໜ້າທີ່.

ໜຶ່ງໃນອຸປະສັກສຳຄັນໃນປະຈຸບັນແມ່ນ ກົນໄກການປະເມີນພະນັກງານຍັງຄົງເປັນແບບຮູບການ, ບໍ່ຈຳແນກ, ຂາດການວັດແທກປະລິມານ ແລະ ບໍ່ເຊື່ອມໂຍງຢ່າງໃກ້ຊິດກັບຜົນການປະຕິບັດງານບໍລິການສາທາລະນະ. ດຳລັດເລກທີ 335/2025/ND-CP, ລົງວັນທີ 21 ທັນວາ 2025, ຂອງລັດຖະບານ ວ່າດ້ວຍການກຳນົດກ່ຽວກັບການປະເມີນ ແລະການຈັດປະເພດຄຸນນະພາບຂອງອົງການລັດ ແລະພະນັກງານລັດຖະກອນ, ໄດ້ເປີດທາງໃຫ້ແກ່ການປະເມີນຜົນພະນັກງານໂດຍອີງໃສ່ຜົນການປະຕິບັດງານ ແລະຜົນໄດ້ຮັບ. ຄວາມທ້າທາຍຢູ່ທີ່ການເຮັດໃຫ້ສິ່ງນີ້ເປັນຮູບປະທຳໃນຊຸດຕົວຊີ້ວັດທີ່ເໝາະສົມກັບພະນັກງານແຕ່ລະກຸ່ມໃນລະດັບຕາແສງ.

ສຳລັບພະນັກງານລັດຖະກອນມືອາຊີບ, ສູດການໃຫ້ຄະແນນທີ່ເຊື່ອມໂຍງກັບການປະເມີນຜົນການປະຕິບັດງານຈຳເປັນຕ້ອງໄດ້ຮັບການກຳນົດມາດຕະຖານຕາມເກນສຳຄັນດັ່ງຕໍ່ໄປນີ້: ເປົ້າໝາຍການສຳເລັດວຽກງານ; ຄຸນນະພາບການປະມວນຜົນເອກະສານ; ຄວາມທັນເວລາ; ຈິດໃຈຮ່ວມມືໃນການງານ; ຄວາມສາມາດໃນການໃຊ້ແອັບພຼີເຄຊັນດິຈິຕອນ; ລະດັບຄວາມພໍໃຈຂອງປະຊາຊົນແລະວິສາຫະກິດ. ສຳລັບຜູ້ນຳລະດັບຕາແສງ, ດັດຊະນີການປະເມີນຕ້ອງເຊື່ອມໂຍງກັບຜົນໄດ້ຮັບຂອງການພັດທະນາເສດຖະກິດແລະສັງຄົມ, ການປະຕິຮູບການບໍລິຫານ, ການຫັນປ່ຽນດິຈິຕອນ, ການຮັກສາວິໄນແລະຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມໄວ້ວາງໃຈຂອງປະຊາຊົນ. ຄວບຄູ່ໄປກັບການປະເມີນ ຈຳເປັນຕ້ອງປັບປຸງກົດລະບຽບແລະນະໂຍບາຍໃຫ້ເໝາະສົມກັບລັກສະນະ, ຄວາມຕ້ອງການ ແລະໜ້າທີ່ຂອງວຽກງານໃນສະພາບການໃໝ່ສຳລັບພະນັກງານລະດັບຕາແສງ.

ທີສີ່, ປົກປ້ອງພະນັກງານຂັ້ນຮາກຖານຜູ້ທີ່ມີຄວາມຄິດສ້າງສັນ, ກ້າຄິດແລະກ້າລົງມືປະຕິບັດເພື່ອຜົນປະໂຫຍດສ່ວມລວມ.

ກົດໝາຍວ່າດ້ວຍພະນັກງານລັດຖະກອນ ປີ 2025 (ມາດຕາ 34) ໄດ້ລະບຸເຖິງການຍົກເວັ້ນ, ການຜ່ອນຜັນ ຫຼືການຫຼຸດຄວາມຮັບຜິດຊອບສຳລັບພະນັກງານທີ່ມີເຈດຕະນາບໍລິສຸດ, ປະຕິບັດຕາມຂັ້ນຕອນທີ່ຖືກຕ້ອງໃນການຂໍອະນຸມັດ ແລະ ບໍ່ສະແຫວງຫາຜົນປະໂຫຍດສ່ວນຕົວ, ແຕ່ຕ້ອງປະເຊີນກັບຄວາມສ່ຽງທີ່ເກີດຂຶ້ນຈິງໃນລະຫວ່າງຂະບວນການສ້າງສັນນະວັດຕະກໍາ. ນີ້ແມ່ນບາດກ້າວສຳຄັນດ້ານສະຖາບັນ ເຊິ່ງຈຳເປັນຕ້ອງໄດ້ຮັບການເຂົ້າໃຈຢ່າງວ່ອງໄວ ແລະ ຈັດຕັ້ງປະຕິບັດຢ່າງສະໝ່ຳສະເໝີທົ່ວລະບົບການເມືອງຂອງປະເທດເຮົາ. ອົງການທີ່ມີສິດອຳນາດຕ້ອງເຮັດວຽກຮ່ວມກັບຄະນະບໍລິຫານງານພັກ ແລະອຳນາດການປົກຄອງລະດັບຕາແສງ ໃນການຜັນຂະຫຍາຍປະຕິບັດຮູບແບບໃໝ່, ກຳນົດຂອບເຂດທີ່ຈະແຈ້ງລະຫວ່າງການກະທຳຜິດເພື່ອປະໂຫຍດຕົນເອງ ແລະຄວາມສ່ຽງໃນການປ່ຽນແປງໃໝ່, ຍ້ອງຍໍແລະປົກປ້ອງພະນັກງານຜູ້ກ້າຫານ, ມີຄວາມຮັບຜິດຊອບ ແລະມີຄວາມຄິດສ້າງສັນຢ່າງທັນທ່ວງທີ.

ທີຫ້າ, ປັບປຸງໂຄງສ້າງພື້ນຖານໃຫ້ທັນສະໄໝ ແລະ ຫັນປ່ຽນຂະບວນການບໍລິຫານຄຸ້ມຄອງທັງໝົດໃນລະດັບຮາກຖານໃຫ້ເປັນດິຈິຕອນຢ່າງຮອບດ້ານ

 ການປັບປຸງຍົກສູງຄຸນນະພາບຂອງພະນັກງານຮາກຖານ ຕ້ອງເຊື່ອມໂຍງກັບການປັບປຸງສະພາບແວດລ້ອມ ແລະສະພາບການເຮັດວຽກທີ່ທັນສະໄໝຂອງພະນັກງານແລະລັດຖະກອນ. ຈຸດສຸມສຳລັບໄລຍະປີ 2025-2030 ແມ່ນການສ້າງແພຼດຟອມຂໍ້ມູນທີ່ເຊື່ອມໂຍງກັນຕັ້ງແຕ່ລະດັບແຂວງເຖິງລະດັບຕາແສງ; ການແປງຂໍ້ມູນ ຂະບວນການ ແລະລາຍງານໃຫ້ເປັນດິຈິຕອນ ແລະປະສານຂໍ້ມູນໃຫ້ສອດຄ່ອງກັນ;  ການເຊື່ອມໂຍງລະບົບທົ່ວໄປ ແລະການກຳນົດມາດຕະຖານຂະບວນການໃຊ້ປະໂຫຍດຂໍ້ມູນສຳລັບການບໍລິຫານຄຸ້ມຄອງ. ໃນໜ່ວຍງານທີ່ຄວບລວມໃໝ່, ຄວນໃຫ້ຄວາມສຳຄັນກັບການສ້າງສູນບໍລິຫານສາທາລະນະທີ່ທັນສະໄໝ ເພື່ອສະໜັບສະໜູນປະຊາຊົນໃນການໃຊ້ບໍລິການສາທາລະນະອອນໄລນ໌, ພ້ອມທັງເພີ່ມທະວີການຝຶກອົບຮົມທັກສະດິຈິຕອນສຳລັບພະນັກງານ.

ດັ່ງນັ້ນ, ການສ້າງຖັນແຖວພະນັກງານຂັ້ນຮາກຖານທີ່ມີຄວາມຄິດແລະຄວາມສາມາດທີ່ເໝາະສົມກັບຮູບແບບການຈັດຕັ້ງແບບໃໝ່ ຈຶ່ງເປັນວຽກງານທີ່ຮີບດ່ວນ ແລະເປັນຍຸດທະສາດ. ນີ້ບໍ່ພຽງແຕ່ເປັນຄວາມຕ້ອງການຂອງວຽກງານພະນັກງານເທົ່ານັ້ນ, ແຕ່ຍັງເປັນເງື່ອນໄຂສຳຄັນໃນການຮັບປະກັນຄວາມສຳເລັດຂອງການປະຕິບັດແຜນນະໂຍບາຍປັບປຸງໂຄງສ້າງການຈັດຕັ້ງໃຫ້ມີປະສິດທິພາບ ແລະຍົກລະດັບຄຸນນະພາບການບໍລິຫານຄຸ້ມຄອງທ້ອງຖິ່ນ ເພື່ອບັນລຸເປົ້າໝາຍການພັດທະນາປະເທດຊາດໃນຍຸກໃໝ່.

---------------------------------------

 (1) ເບິ່ງ: Chandler Institute of Governance: The Chandler Good Government Index 2025 Report (ແປໂດຍຫຍໍ້: ລາຍງານດັດຊະນີການບໍລິຫານພາກລັດທີ່ດີຂອງ Chandler ປີ 2025), Singapore, 2025, https://chandlergovernmentindex.com/ wp-content/uploads/2025/05/2025-Chandler-Good- Government-Index-Report.pdf

(2) ເບິ່ງ: ບົດສະຫຼຸບທີ 210-KL/TW, ລົງວັນທີ 12 ພະຈິກ 2025, ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XIII, “ກ່ຽວກັບການສ້າງແລະປັບປຸງບູລະນະການຈັດຕັ້ງກົງຈັກຂອງລະບົບການເມືອງໃນໄລຍະທີ່ຈະມາເຖິງ”, ລະບົບເອກະສານ ແລະ ບັນທຶກຂອງພັກ. https://tulieuvankien.dangcongsan.vn/he-thongvan-ban/van-ban-cua-dang/ket-luan-so-210-kl-tw-ngay- 12-11-2025-cua-ban-chap-hanh-trung-uong-ve-tiep-tucxay-dung-hoan-thien-to-chuc-bo-may-cua-he.html

(3) VUCA ຫຍໍ້ມາຈາກ: Volatility (ຄວາມຜັນຜວນ), Uncertainty (ຄວາມບໍ່ແນ່ນອນ), Complexity (ຄວາມສັບສົນ), Ambiguity (ຄວາມຄຸມເຄືອ). BANI ຫຍໍ້ມາຈາກ: Brittle (ເປາະບາງ), Anxious (ວິຕົກກັງວົນ), Non-linear (ບໍ່ເປັນເຊິງເສັ້ນ), Incomprehensible (ເຂົ້າໃນຍາກ).

(4) ເບິ່ງ: ລາຍງານສະບັບທີ 523-BC/BTCTW, ລົງວັນທີ 29 ຕຸລາ 2025, ຂອງຄະນະຈັດຕັ້ງສູນກາງ, “ກ່ຽວກັບສະພາບການ, ຜົນໄດ້ຮັບໃນການດຳເນີນງານຂອງລະບົບການເມືອງ ແລະອຳນາດການປົກຄອງທ້ອງຖິ່ນສອງຊັ້ນ ໃນເດືອນຕຸລາ 2026”