ການນຳເອົາຈິດໃຈໃໝ່ຂອງເອກະສານກອງປະຊຸມໃຫຍ່
ຜູ້ແທນທົ່ວປະເທດຄັ້ງທີ
XIV ຂອງພັກເຂົ້າໃນຊີວິດຈິງ

ໂດຍ ຮສ, ປອ. ເຢືອງ ຈູງ ອີ໊
ກຳມະການສູນກາງພັກ, ບັນນາທິການໃຫຍ່ວາລະສານກອມມູນິດ
03:23, 07-07-2026
ວກ. - ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ ບໍ່ພຽງແຕ່ເປັນເຫດການທາງການເມືອງທີ່ສຳຄັນເຊິ່ງສະຫຼຸບວາລະໜຶ່ງເທົ່ານັ້ນ, ແຕ່ຍັງຂີດໝາຍບາດກ້າວການພັດທະນາໃໝ່ ໃນຄວາມເຂົ້າໃຈແລະທິດທາງຍຸດທະສາດຂອງພັກຕໍ່ການພັດທະນາປະເທດ. ຈິດໃຈໃໝ່ທີ່ເກີດຂຶ້ນໃນກອງປະຊຸມໃຫຍ່ຄັ້ງນີ້ສະແດງໃຫ້ເຫັນຢ່າງຈະແຈ້ງເຖິງຄວາມປາດຖະໜາຢ່າງແຮງກ້າທີ່ຈະກ້າວໜ້າພັດທະນນາ, ຄວາມຄິດທີ່ຈະປ່ຽນແປງໃໝ່ຢ່າງຮອບດ້ານ ແລະ ຄວາມຕັດສິນໃຈທີ່ຈະປັບປຸງຍົກສຸງຄວາມສາມາດນຳພາ ແລະກຳອຳນາດຂອງພັກ; ພ້ອມກັນນັ້ນກໍ່ປຸກຕື່ນກຳລັງແຮງສັງລວມຂອງທັງຊາດ. ນີ້ແມ່ນພື້ນຖານທີ່ສຳຄັນ ສຳລັບການສ້າງຮູບແບບການພັດທະນາໃໝ່, ປັບປຸງປະສິດທິພາບການບໍລິຫານປະເທດ ແລະສ້າງແຮງຜັກດັນໃຫ້ຫວຽດນາມກ້າວໜ້າຢ່າງວ່ອງໄວ ແລະໝັ້ນຄົງໃນຍຸກໃໝ່ຂອງປະເທດຊາດ.

ທ່ານເລຂາທິການໃຫຍ່ຂອງພັກລົງເຮັດວຽກຮ່ວມກັບຄະນະບໍລິຫານງານພັກນະຄອນຫາຍຟອງ ກ່ຽວກັບຜົນໄດ້ຮັບຂອງການນຳພາ, ການຊີ້ນຳ, ການຈັດຕັ້ງການຄົ້ນຄວ້າ, ຮ່ຳຮຽນ, ຊາບຊຶມ, ເຜີຍແຜ່ ແລະຜັນຂະຫຍາຍປະຕິບັດ ມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກ. _ພາບ: TTXVN

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດຫວຽດນາມໄດ້ປະສົບຜົນສຳເລັດຢ່າງຈົບງາມ, ເຊິ່ງເປັນຂີດໝາຍການພັດທະນາໃໝ່ໃນດ້ານຄວາມຄິດທິດສະດີ ແລະວິໄສທັດຍຸດທະສາດຂອງພັກ ກ່ຽວກັບພາລະກິດການສ້າງສາ ແລະປົກປັກຮັກສາປະເທດຊາດ ໃນໄລຍະການພັດທະນາໃໝ່. ນີ້ແມ່ນເຫດການທາງການເມືອງທີ່ມີຄວາມໝາຍພິເສດ, ເພາະວ່າມັນບໍ່ພຽງແຕ່ສະຫຼຸບການພັດທະນາຕົວຈິງຂອງປະເທດຜ່ານການເດີນທາງທີ່ເຕັມໄປດ້ວຍຄວາມພະຍາຍາມ ແລະຄວາມສຳເລັດຢ່າງເລິກເຊິ່ງເທົ່ານັ້ນ ແຕ່ຍັງກຳນົດທິດທາງຍຸດທະສາດໄລຍະຍາວ, ສ້າງພື້ນຖານແນວຄິດແລະທິດທາງການປະຕິບັດສຳລັບທົ່ວພັກ ແລະປະຊາຊົນທັງໝົດ ໃນຂັ້ນຕອນຕໍ່ໄປຂອງການພັດທະນາປະເທດຫວຽດນາມ.

ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ XIV ຂອງ​ພັກໄດ້ລະບຸວ່າເປັນກອງປະຊຸມໃຫຍ່ແຫ່ງການປ່ຽນແປງໃໝ່ຢ່າງແຂງແຮງແລະຮອບດ້ານ ເຊິ່ງສະແດງເຖິງຄວາມກ້າວໜ້າຄັ້ງສຳຄັນໃນດ້ານຄວາມຄິດການພັດທະນາ, ວິໄສທັດຍຸດທະສາດ ແລະຄວາມປາດຖະໜາທີ່ຈະກ້າວໜ້າພັດທະນາຂອງຊາດຫວຽດນາມ; ພ້ອມກັນນັ້ນກໍ່ຢືນຢັນເຖິງ​ຄວາມ​ກ້າຫານ, ສະຕິປັນຍາ ​ແລະເຈດຈຳນົງ​ທາງ​ການ​ເມືອງ​ອັນ​ໝັ້ນຄົງ ​ຂອງ​ພັກ​ໃນ​ການ​ກຳນົດນະໂຍບາຍຍຸດ​ທະ​ສາດ ​ເພື່ອ​ນຳພາ​ປະ​ເທດໄປສູ່ການ​ພັດທະນາ​ຢ່າງ​ວ່ອງ​ໄວ ​ແລະຍືນ​ຍົງ.

ບັນດາເອກະສານທີ່ຍື່ນຕໍ່ກອງປະຊຸມໃຫຍ່ໄດ້ຮັບການກະກຽມຢ່າງພິຖີພິຖັນ ແລະເປັນວິທະຍາສາດ, ສະແດງເຖິງຈຸດສູງສຸດຂອງສະຕິປັນຍາຂອງພັກແລະປະຊາຊົນທັງໝົດ; ໂດຍສືບທອດທັດສະນະແລະແນວຄິດທີ່ເປັນຫຼັກການ ເຊິ່ງໄດ້ຮັບການຢືນຢັນຜ່ານກອງປະຊຸມໃຫຍ່ຄັ້ງກ່ອນໆ ຢ່າງຕໍ່ເນື່ອງ, ພ້ອມທັງສະແດງໃຫ້ເຫັນເຖິງພັດທະນາການໃໝ່ໆ ໃນຄວາມຄິດທິດສະດີ ແລະສະທ້ອນເຖິງຄວາມຕ້ອງການພາວະວິໄສ ຂອງການພັດທະນາປະເທດ ໃນສະພາບການໃໝ່ໄດ້ຢ່າງແມ່ນຢຳ. ຄຸນລັກສະນະທີ່ໂດດເດັ່ນຂອງເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະທດຄັ້ງທີ XIV ແມ່ນການເນັ້ນໜັກໃສ່ຈິດໃຈແຫ່ງການປະຕິບັດ, ປະສິດທິພາບໃນການຈັດຕັ້ງປະຕິບັດທີ່ສູງ, ການເຊື່ອມຕໍ່ຢ່າງໃກ້ຊິດ ລະຫວ່າງເປົ້າໝາຍຍຸດທະສາດ ແລະວິທີແກ້ໄຂບັນຫາ, ການໃຊ້ປະສິດທິພາບການພັດທະນາ ແລະຄວາມພໍໃຈຂອງປະຊາຊົນ ເປັນມາດຕະວັດທີ່ສຳຄັນ ຂອງຄວາມສາມາດໃນການນຳພາ ແລະປະສິດທິພາບການປົກຄອງ. ໃນລາຍງານກ່ຽວກັບເອກະສານທີ່ຍື່ນຕໍ່ກອງປະຊຸມໃຫຍ່, ທ່ານເລຂາທິການໃຫຍ່ ໂຕນເລິມ ໄດ້ຢືນຢັນຢ່າງເລິກເຊິ່ງວ່າ: ລາຍງານການເມືອງນີ້ແມ່ນຈຸດສູງສຸດຂອງສະຕິປັນຍາ ແລະຄວາມເຂັ້ມແຂງຂອງປະຊາຊົນ, ການປະສົມປະສານລະຫວ່າງເຈດຈຳນົງຂອງພັກ ແລະຈິດໃຈຂອງປະຊາຊົນ, ເປັນ “ໄຟສາຍສ່ອງທາງ”, “ຄູ່ມືການປະຕິບັດ” ສຳລັບທົ່ວພັກ, ປະຊາຊົນ ແລະກອງທັບທັງໝົດຢ່າງແທ້ຈິງ(1).

ປະສົບການຕົວຈິງຈາກການປະຕິວັດຫວຽດນາມສະແດງໃຫ້ເຫັນວ່າ ຄຸນຄ່າແລະພະລັງຊີວິດຂອງເອກະສານມະຕິຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ບໍ່ພຽງແຕ່ຢູ່ໃນລະບົບທັດສະນະ ແລະທິດທາງທີ່ກຳນົດໄວ້ເທົ່ານັ້ນ, ແຕ່ສິ່ງສຳຄັນທີ່ສຸດແມ່ນຂະບວນການຈັດຕັ້ງປະຕິບັດ. ເອກະສານມະຕິຈະເສີມຂະຫຍາຍບົດບາດຊີ້ນຳແລະນຳພາໄດ້ຢ່າງແທ້ຈິງ ກໍ່ຕໍ່ເມື່ອໄດ້ຮັບການຫັນເປັນນະໂຍບາຍທີ່ເໝາະສົມ ແລະຜັນຂະຫຍາຍປະຕິບັດຢ່າງສອດຄ່ອງຄົບຊຸດ ແລະມີປະສິດທິພາບ, ກໍ່ໃຫ້ເກີດການປ່ຽນແປງທີ່ຊັດເຈນໃນການພັດທະນາເສດຖະກິດ, ວັດທະນະທຳ ແລະ ສັງຄົມ, ຮັບປະກັນການປ້ອງກັນປະເທດ ແລະຄວາມໝັ້ນຄົງຂອງຊາດ ແລະ ຍົກລະດັບຄຸນນະພາບຊີວິດຂອງປະຊາຊົນ.

ດັ່ງນັ້ນ, ການຮັບຮູ້ຢ່າງຄົບຖ້ວນ, ການຊາບຊຶມຢ່າງເລິກເຊິ່ງກ່ຽວກັບເນື້ອໃນຫຼັກ ແລະຈິດໃຈໃໝ່ຂອງເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ມີຄວາມສຳຄັນເປັນພິເສດ, ທັງເປັນຄວາມຕ້ອງການດ້ານຄວາມຮັບຮູ້ ແລະການປະຕິບັດ, ເພື່ອຮັບປະກັນຄວາມເປັນເອກະພາບລະຫວ່າງຄວາມຄິດແລະພຶດຕິກຳຕົວຈິງ, ລະຫວ່າງແຜນນະໂຍບາຍແລະການຈັດຕັ້ງປະຕິບັດ. ບົນພື້ນຖານນັ້ນ, ເສີມຂະຫຍາຍກຳລັງແຮງສັງລວມຂອງທົ່ວພັກ, ທົ່ວປະຊາຊົນ ແລະ ທົ່ວກອງທັບ ເພື່ອນຳມະຕິກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກໄປປະຕິບັດໄດ້ຢ່າງວ່ອງໄວ, ໃຫ້ເປັນແຮງຜັກດັນສຳຄັນເພື່ອຊຸກຍູ້ປະເທດໃຫ້ກ້າວໄປຂ້າງໜ້າໃນຍຸກໃໝ່, ບັນລຸເປົ້າໝາຍການພັດທະນາປະເທດພາຍໃນປີ 2030 ເຊິ່ງເປັນປີທີ່ພັກຂອງເຮົາສະເຫຼີມສະຫຼອງວັນສ້າງຕັ້ງຄົບຮອບ 100 ປີ (1930-2030); ແລະບັນລຸວິໄສທັດການພັດທະນາຈົນເຖິງປີ 2045 ເຊິ່ງເປັນປີຄົບຮອບ 100 ປີແຫ່ງການສ້າງຕັ້ງສາທາລະນະລັດປະຊາທິປະໄຕຫວຽດນາມ, ປະຈຸບັນແມ່ນສາທາລະນະລັດສັງຄົມນິຍົມຫວຽດນາມ (1945-2045).

ທີໜຶ່ງ, ຈິດໃຈແຫ່ງການປ່ຽນແປງໃໝ່ທີ່ເຂັ້ມແຂງ, ຄົບຊຸດ ແລະ ມີປະສິດທິພາບ

ການປ່ຽນແປງໃໝ່ຍັງຄົງຖືກລະບຸວ່າເປັນຄຳສັ່ງຂອງການພັດທະນາ, ເປັນຄວາມຮຽກຮ້ອງຕ້ອງການທີ່ມີລັກສະນະກົດເກນໃນສະພາບການຂອງການແຂ່ງຂັນຍຸດທະສາດ, ການປ່ຽນແປງໂຄງສ້າງເສດຖະກິດໂລກ ແລະການປະຕິວັດອຸດສາຫະກໍາໃໝ່ທີ່ກຳລັງເກີດຂຶ້ນຢ່າງແຂງແຮງ. ກ່າວຄໍາເຫັນໃນກອງປະຊຸມໃຫຍ່, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ເນັ້ນໜັກວ່າ: ຈິດໃຈແຫ່ງ ການປ່ຽນແປງໃໝ່ ແມ່ນຄວາມຮຽກຮ້ອງຕ້ອງການຂອງຍຸກສະໄໝ. ຖ້າບໍ່ປ່ຽນແປງໃໝ່, ບໍ່ປະຕິຮູບ ກໍຈະບໍ່ມີຄວາມກ້າວໜ້າ, ບໍ່ມີການແຂ່ງຂັນ, ບໍ່ມີການພັດທະນາ. ເຮົາຕ້ອງສືບຕໍ່ປ່ຽນແປງໃໝ່ຄວາມຄິດ, ປ່ຽນແປງໃໝ່ຮູບແບບການພັດທະນາ, ຮູບແບບການເຕີບໂຕ ແລະປ່ຽນແປງໃໝ່ວິທີການຈັດຕັ້ງປະຕິບັດ ເພື່ອໃຫ້ແນວທາງທີ່ຖືກຕ້ອງຂອງພັກກາຍເປັນຜົນໄດ້ຮັບທີ່ເປັນຮູບປະທໍາໃນຊີວິດ”(2). 

ພັດທະນາການທີ່ສຳຄັນຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກແມ່ນການຍົກລະດັບບັນຫາການປ່ຽນແປງໃໝ່ໃຫ້ເລິກເຊິ່ງຍິ່ງຂຶ້ນ, ໂດຍປ່ຽນແປງໃໝ່ແນວຄິດການພັດທະນາ ແລະວິທີການດຳເນີນງານຂອງລະບົບການເມືອງທັງໝົດຢ່າງເປັນພື້ນຖານ. ນີ້ແມ່ນການປ່ຽນແປງຈາກແນວຄິດດ້ານການຄຸ້ມຄອງບໍລິຫານທີ່ເນັ້ນການສັ່ງການ ແລະການແຊກແຊງໂດຍກົງ ໄປສູ່ແນວຄິດການຄຸ້ມຄອງແລະການສ້າງການພັດທະນາ, ໂດຍຖືວ່າລັດມີບົດບາດຊີ້ນຳ, ສ້າງສະພາບແວດລ້ອມ, ອຳນວຍຄວາມສະດວກ, ຈັດສັນແລະຄຸ້ມຄອງຊັບພະຍາກອນຢ່າງມີປະສິດທິຜົນ ແລະຄຸ້ມຄອງຂະບວນການດຳເນີນງານຂອງລະບົບການບໍລິຫານ ແລະເສດຖະກິດຕະຫຼາດຕາມທິດສັງຄົມນິຍົມ ຢ່າງມີປະສິດທິພາບ. ຈຸດສຸມຂອງຈິດໃຈການປ່ຽນແປງໃໝ່ນີ້ ແມ່ນການນຳໃຊ້ປະສິດທິພາບຕົວຈິງເປັນມາດຕະວັດ, ໂດຍໃຊ້ສະມັດຕະພາບ, ຄຸນນະພາບ, ປະສິດທິພາບການລົງທຶນ, ຄວາມສາມາດໃນການແຂ່ງຂັນ ແລະລະດັບຄວາມພໍໃຈຂອງປະຊາຊົນ ເປັນເກນໃນການປະເມີນຄວາມສາມາດໃນການນຳພາ, ການປົກຄອງ ແລະຄວາມສາມາດໃນການຈັດຕັ້ງປະຕິບັດ. 

ເອກະສານຂອງກອງປະຊຸມໃຫຍ່ຜູ້ແທນທົ່ສປະເທດຄັ້ງທີ XIV ຂອງພັກສະແດງໃຫ້ເຫັນຢ່າງຈະແຈ້ງເຖິງຄວາມກ້າວໜ້າໃນຄວາມຄິດການພັດທະນາຂອງພັກ ໂດຍລະບຸວ່າ ວິທະຍາສາດ, ເຕັກໂນໂລຊີ, ການປ່ຽນແປງໃໝ່ປະດິດສ້າງ ແລະການຫັນປ່ຽນດິຈິຕອນ ເປັນແຮງຂັບເຄື່ອນຫຼັກຂອງຮູບແບບການເຕີບໂຕແບບໃໝ່; ຖືວ່າການປັບປຸງບູລະນະສະຖາບັນທີ່ທັນສະໄໝ ແລະການພັດທະນາຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ ເປັນພື້ນຖານທີ່ສຳຄັນ ແລະເນັ້ນໜັກເຖິງຄວາມຕ້ອງການໃນການພັດທະນາທີ່ຍືນຍົງສີຂຽວ, ເສດຖະກິດໝູນວຽນ ແລະການປັບຕົວຢ່າງເປັນເຈົ້າການຕໍ່ການປ່ຽນແປງສະພາບດິນຟ້າອາກາດ ເປັນມາດຕະຖານທີ່ຈຳເປັນຂອງຮູບແບບການພັດທະນາໃໝ່. ພ້ອມກັນນັ້ນ, ປະສິດທິພາບໃນການນຳໃຊ້ຊັບພະຍາກອນ ແລະສະມັດຕະພາບແຮງງານ ໄດ້ຮັບການກຳນົດໃຫ້ເປັນມາດຕະວັດຫຼັກ ທີ່ສະທ້ອນເຖິງຄຸນນະພາບຂອງການເຕີບໂຕ ແລະຄວາມສາມາດໃນການແຂ່ງຂັນຂອງຊາດ. ຕາມຈິດໃຈຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV, ການປ່ຽນແປງໃໝ່ບໍ່ໄດ້ຢຸດຢູ່ທີ່ການເພີ່ມທັດສະນະ ຫຼືການປັບນະໂຍບາຍສະເພາະສ່ວນ, ແຕ່ຕ້ອງໄດ້ຮັບການຈັດຕັ້ງປະຕິບັດພ້ອມໆກັນ ຕັ້ງແຕ່ຄວາມຮັບຮູ້ໄປສູ່ການປະຕິບັດ, ຕັ້ງແຕ່ລະດັບສູນກາງໄປຈົນເຖິງທ້ອງຖິ່ນ, ຕັ້ງແຕ່ການວາງແຜນນະໂຍບາຍໄປຈົນເຖິງການຈັດຕັ້ງປະຕິບັດ. ເມື່ອຈິດໃຈແຫ່ງການປ່ຽນແປງໃໝ່ຝັງຮາກຢ່າງແທ້ຈິງ ເຊື່ອມໂຍງຄວາມຮັບຜິດຊອບສ່ວນບຸກຄົນ ແລະສ່ວນລວມ ເຂົ້າກັບຜົນໄດ້ຮັບທີ່ເປັນຮູບປະທຳ, ຍຶດໝັ້ນໃນລະບຽບວິໄນ, ຄວາມເປັນລະບຽບຮຽບຮ້ອຍ ແລະປະສິດທິຜົນທີ່ຈັບຕ້ອງໄດ້ເທົ່ານັ້ນ ການຕັດສິນໃຈຍຸດທະສາດຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຈຶ່ງຈະສາມາດບັນລຸຄຸນຄ່າຢ່າງເຕັມສ່ວນ, ສ້າງການປ່ຽນແປງທີ່ຊັດເຈນໃນທາງປະຕິບັດ ແລະ ຕອບສະໜອງຄວາມຕ້ອງການຂອງການພັດທະນາປະເທດຢ່າງວ່ອງໄວ ແລະຍືນຍົງໃນໄລຍະໃໝ່ໄດ້.

ທີສອງ, ຈິດໃຈແຫ່ງການໃຫ້ຄວາມສຳຄັນກັບຜົນປະໂຫຍດຂອງຊາດ ແລະຄວາມສຸກຂອງປະຊາຊົນເປັນເປົ້າໝາຍສູງສຸດ.

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ໄດ້ຢືນຢັນຢ່າງຈະແຈ້ງ ແລະສະເໝີຕົ້ນສະເໝີປາຍ ກ່ຽວກັບຫຼັກການຂອງການໃຫ້ຄວາມສຳຄັນກັບຜົນປະໂຫຍດຂອງຊາດ-ປະເທດຊາດ ແລະຄວາມສຸກຂອງປະຊາຊົນ ເປັນເປົ້າໝາຍສູງສຸດ, ເຊິ່ງເປັນຈຸດອ້າງອີງສູງສຸດໃນຂະບວນການທັງໝົດຂອງການກຳນົດ ແລະການຈັດຕັ້ງປະຕິບັດນະໂຍບາຍການພັດທະນາປະເທດ. ສິ່ງນີ້ສະແດງເຖິງພັດທະນາການໃໝ່ໃນຄວາມຮັບຮູ້ທິດສະດີຂອງພັກກອມມູນິດຫວຽດນາມ, ສະທ້ອນໃຫ້ເຫັນເຖິງການໝູນໃຊ້ ລັດທິມາກ-ເລນິນແລະແນວຄິດໂຮ່ຈີມິນ ຢ່າງປະດິດສ້າງ ເຂົ້າໃນເງື່ອນໄຂສະເພາະຂອງຫວຽດນາມ ໃນໄລຍະການພັດທະນາໃໝ່. ດັ່ງນັ້ນ, ແນວທາງແລະນະໂຍບາຍທັງໝົດຈຶ່ງບໍ່ຄວນໄດ້ຮັບການປະເມີນພຽງແຕ່ໃນແງ່ຂອງອັດຕາການເຕີບໂຕ ຫຼືປະສິດທິພາບທາງເສດຖະກິດເທົ່ານັ້ນ, ແຕ່ກ່ອນອື່ນໝົດ ຕ້ອງແນໃສ່ການປັບປຸງຊີວິດການເປັນຢູ່ທັງທາງດ້ານວັດຖຸ ແລະຈິດວິນຍານຂອງປະຊາຊົນຢ່າງຮອບດ້ານ,  ປັບປຸງຄວາມໄວ້ເນື້ອເຊື່ອໃຈທາງສັງຄົມ, ຮັບປະກັນຄວາມຍຸຕິທຳ ແລະຄວາມກ້າວໜ້າ, ແລະການສ້າງໂອກາດໃນການພັດທະນາສຳລັບທຸກຊັ້ນຄົນຂອງປະຊາຊົນ ດ້ວຍຈິດໃຈຂອງ "ບໍ່ປະຜູ້ໃດໄວ້ຂ້າງຫຼັງ" ໃນຂະບວນການພັດທະນາ.

ຈິດໃຈນີ້ສະແດງເຖິງການປ່ຽນແປງທີ່ສຳຄັນ ຈາກຄວາມຄິດດ້ານການພັດທະນາທີ່ມຸ່ງເນັ້ນການເຕີບໂຕທາງເສດຖະກິດ ໄປສູ່ຄວາມຄິດທີ່ເນັ້ນການພັດທະນາຢ່າງຮອບດ້ານ, ກົມກຽວ ແລະຍືນຍົງ;  ໃນນັ້ນ ປະຊາຊົນເປັນໃຈກາງ, ເປັນເຈົ້າຂອງ ແລະ ເປັນແຮງຂັບເຄື່ອນຂອງການພັດທະນາ. ຜົນປະໂຫຍດຂອງຊາດ-ປະເທດຊາດ ຖືກວາງໄວ້ໃນສາຍພົວພັນສັດຈະວິພາກກັບຜົນປະໂຫຍດຂອງປະຊາຊົນ, ສະທ້ອນໃຫ້ເຫັນເຖິງທາດແທ້ຂອງລະບອບສັງຄົມຂອງພວກເຮົາ ນັ້ນຄື ຜົນສຳເລັດດ້ານການພັດທະນາທັງໝົດຕ້ອງມຸ່ງໄປສູ່ການຮັບໃຊ້ປະຊາຊົນ, ປັບປຸງຄຸນນະພາບຊີວິດ ແລະຮັບປະກັນເງື່ອນໄຂສຳລັບການພັດທະນາຢ່າງຮອບດ້ານຂອງປະຊາຊົນ.

ພ້ອມກັນນັ້ນ, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ໄດ້ເນັ້ນໜັກເຖິງຄວາມເປັນເອກະພາບແບບອິນຊີ ລະຫວ່າງເປົ້າໝາຍການພັດທະນາເສດຖະກິດ ແລະຄວາມຕ້ອງການໃນການຮັບປະກັນການປ້ອງກັນປະເທດ ແລະຄວາມໝັ້ນຄົງຂອງຊາດ, ການຮັກສາເອກະລາດ, ອະທິປະໄຕ ແລະຜືນແຜ່ນດິນອັນຄົບຖ້ວນຂອງປະເທດ, ໂດຍຖືວ່າສິ່ງນີ້ເປັນເງື່ອນໄຂເບື້ອງຕົ້ນສຳລັບການປົກປ້ອງຜົນປະໂຫຍດຂອງຊາດ-ປະເທດຊາດ ແລະການສ້າງສະພາບແວດລ້ອມທີ່ສະຫງົບສຸກແລະໝັ້ນຄົງ ສຳລັບການພັດທະນາໄລຍະຍາວ. ສິ່ງນີ້ສະທ້ອນໃຫ້ເຫັນເຖິງວິໄສທັດຍຸດທະສາດຂອງພັກໃນການສົມທົບລະຫວ່າງການສ້າງຊາດແລະການປ້ອງກັນປະເທດ, ລະຫວ່າງການເຕີບໂຕທາງເສດຖະກິດ ກັບຄວາມກ້າວໜ້າ ຄວາມສະເໝີພາບທາງສັງຄົມ ແລະການຍົກບະດັບຄຸນນະພາບຊີວິດຂອງປະຊາຊົນ. ບົນພື້ນຖານນັ້ນ, ຈິດໃຈຂອງການໃຫ້ຄວາມສຳຄັນກັບຜົນປະໂຫຍດຂອງຊາດ-ປະເທດຊາດ ແລະຄວາມສຸກຂອງປະຊາຊົນເປັນເປົ້າໝາຍສູງສຸດ ຈຶ່ງກາຍເປັນຫຼັກການທີ່ກວມລວມ, ຊີ້ນຳຂະບວນການວາງແຜນ ແລະຈັດຕັ້ງປະຕິບັດນະໂຍບາຍທັງໝົດ, ເພື່ອຮັບປະກັນການພັດທະນາຂອງປະເທດຢູ່ໃນທິດທາງທີ່ຖືກຕ້ອງ ແລະຍືນຍົງ, ສອດຄ່ອງກັບທາດແທ້ແລະເປົ້າໝາຍຂອງລະບອບສັງຄົມນິຍົມທີ່ພັກ ແລະປະຊາຊົນໄດ້ເລືອກໄວ້.

ທີສາມ, ຈິດໃຈແຫ່ງການເພິ່ງຕົນເອງ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ຄວາມໝັ້ນໃຈໃນຕົນເອງ ແລະຄວາມພາກພູມໃຈໃນຊາດ ເຊິ່ງເປັນພື້ນຖານຂອງຄວາມເຂັ້ມແຂງທີ່ແທ້ຈິງຂອງຊາດຫວຽດນາມ ໃນສະພາບການໃໝ່.

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ສືບຕໍ່ຢືນຢັນແລະເຊີດຊູຈິດໃຈແຫ່ງການເພິ່ງຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ຄວາມໝັ້ນໃຈໃນຕົນເອງ ແລະ ຄວາມພາກພູມໃຈໃນຊາດ ໃນຖານະຄຸນຄ່າຫຼັກ, ຊັບພະຍາກອນພາຍໃນທີ່ມີຄວາມສຳຄັນທີ່ສຸດຕໍ່ການພັດທະນາຢ່າງວ່ອງໄວແລະຍືນຍົງຂອງປະເທດ ໃນສະພາບການຂອງການພັດທະນາທີ່ສັບສົນ ແລະບໍ່ສາມາດຄາດເດົາໄດ້ໃນໂລກ ແລະພາກພື້ນ. ນີ້ບໍ່ພຽງແຕ່ເປັນຄຸນຄ່າດັ້ງເດີມທີ່ມີຄວາມໝາຍທາງປະຫວັດສາດເທົ່ານັ້ນ, ແຕ່ຍັງເປັນມູນຫຼັກການພັດທະນາຍຸດທະສາດ ທີ່ສະທ້ອນເຖິງກົດເກນແຫ່ງການດຳລົງຄົງຢູ່ ແລະການເຕີບໂຕຂອງຊາດຫວຽດນາມຕະຫຼອດຂະບວນການສ້າງຊາດ ແລະການປົກປັກຮັກສາປະເທດຊາດ. ໃນທຸກຍຸກສະໄໝປະຫວັດສາດ, ເຖິງວ່າຈະບໍ່ມີຂໍ້ໄດ້ປຽບທີ່ເໜືອກວ່າໃນດ້ານຂະໜາດອານາເຂດ ຫຼືທ່າແຮງທາງວັດຖຸ, ແຕ່ຊາດຫວຽດນາມກໍ່ມີພະລັງພາຍໃນທີ່ພິເສດສະເໝີມາ, ເຊິ່ງເກີດຈາກເຈດຈຳນົງໃນການເປັນເອກະລາດ, ເປັນເຈົ້າຕົນເອງ, ຄວາມສາມັກຄີ, ຄວາມໝັ້ນໜຽວເດັດດ່ຽວ ແລະ ຄວາມເຊື່ອໝັ້ນຢ່າງເລິກເຊິ່ງ ໃນຄວາມສາມາດເປັນເຈົ້າຕົນເອງ ແລະຄວາມຄິດສ້າງສັນຂອງຕົນ. 

ປະຫວັດສາດໄດ້ພິສູດແລ້ວວ່າ ຈິດໃຈແຫ່ງການເພິ່ງຕົນເອງແລະສ້າງຄວາມເຂັ້ມແຂງດ້ວຍຕົນເອງນັ້ນເອງ ທີ່ຊ່ວຍໃຫ້ຊາດຫວຽດນາມສາມາດເອົາຊະນະຄວາມທ້າທາຍທີ່ຮ້າຍແຮງທີ່ສຸດໄດ້, ຕັ້ງແຕ່ການຕໍ່ສູ້ຕ້ານການຮຸກຮານຈາກຕ່າງປະເທດເພື່ອເອກະລາດຂອງຊາດ ຈົນເຖິງຂະບວນການສ້າງສາແລະພັດທະນາປະເທດ ແລະການເຊື່ອມໂຍງສາກົນ. ນີ້ແມ່ນຂະບວນການທີ່ຊາດຢືນຢັນຕົນເອງຢ່າງຕໍ່ເນື່ອງ, ປະຕິເສດທີ່ຈະຍອມຈຳນົນຕໍ່ແຮງກົດດັນຈາກພາຍນອກ, ໃນຂະນະດຽວກັນກໍ່ເສີມຂະຫຍາຍກຳລັງແຮງພາຍໃນຢ່າງເຕັມທີ່ ແລະນຳໃຊ້ຊັບພະຍາກອນພາຍນອກຢ່າງສົມເຫດສົມຜົນ ເພື່ອສ້າງແລະປັບປຸງຖານະຕຳແໜ່ງຂອງຕົນ. ຄວາມເຊື່ອໝັ້ນໃນສະຕິປັນຍາ, ຄວາມສາມາດ ແລະ ເສັ້ນທາງການພັດທະນາທີ່ເລືອກໄວ້, ພ້ອມກັບຄວາມພາກພູມໃຈຢ່າງເລິກເຊິ່ງໃນມູນເຊື້ອປະຫວັດສາດ, ວັດທະນະທຳ ແລະຜົນສຳເລັດທີ່ໄດ້ຮັບຂອງຕົນ ໄດ້ກາຍເປັນພື້ນຖານທາງຈິດວິນຍານທີ່ໝັ້ນຄົງ, ສ້າງແຮງຜັກດັນທີ່ແຂງແຮງສຳລັບຄວາມກ້າວໜ້າພັດທະນາຂອງຊາດ.

ໃນສະພາບການໃໝ່ທີ່ມີການແຂ່ງຂັນທາງຍຸດທະສາດລະຫວ່າງປະເທດທີ່ດຸເດືອດຫຼາຍຂຶ້ນ, ຄວາມບໍ່ແນ່ນອນທີ່ເພີ່ມສູງຂຶ້ນ ແລະຄວາມຕ້ອງການໃນການພັດທະນາຢ່າງວ່ອງໄວແລະຍືນຍົງທີ່ເພີ່ມຫຼາຍຂຶ້ນນີ້, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຈຶ່ງເນັ້ນໜັກເປັນພິເສດເຖິງຄວາມຈຳເປັນໃນການເສີມຂະຫຍາຍຈິດໃຈເພິ່ງຕົນເອງ ແລະສ້າງຄວາມເຂັ້ມແຂງດ້ວຍຕົນເອງໃຫ້ສູງສຸດ, ຄຽງຄູ່ກັບການເປັນເຈົ້າການແລະຕັ້ງໜ້າເຊື່ອມໂຍງສາກົນຢ່າງກວ້າງຂວາງ. ການເພິ່ງຕົນເອງແລະສ້າງຄວາມເຂັ້ມແຂງດ້ວຍຕົນເອງ ບໍ່ໄດ້ໝາຍເຖິງການແຍກຕົວຫຼືການປິດກັ້ນ, ແຕ່ໝາຍເຖິງການສ້າງຄວາມສາມາດພາຍໃນທີ່ເຂັ້ມແຂງພຽງພໍທີ່ຈະປັບຕົວໄດ້ຢ່າງມີປະສິດທິພາບ, ເສີມຂະຫຍາຍແຮງຕ້ານທານຕໍ່ກັບຜົນກະທົບຈາກພາຍນອກ ແລະໃຊ້ປະໂຫຍດຈາກໂອກາດຂອງການເຊື່ອມໂຍງສາກົນຢ່າງມີປະສິດທິພາບ ເພື່ອການພັດທະນາປະເທດ. ຈິດໃຈແຫ່ງຄວາມໝັ້ນໃຈໃນຕົນເອງ ແລະຄວາມພາກພູມໃຈໃນຊາດ ເຊິ່ງຕັ້ງຢູ່ບົນພື້ນຖານຂອງຄວາມເຂົ້າໃຈທີ່ຖືກຕ້ອງກ່ຽວກັບສະຖານະ, ທ່າແຮງ ແລະໂອກາດໃນການພັດທະນາຂອງປະເທດ, ເປັນເງື່ອນໄຂສຳຄັນໃນການເສີມສ້າງຄວາມກ້າຫານທາງການເມືອງ ແລະຮັກສາຄວາມເປັນເອກະລາດ ແລະຄວາມເປັນເຈົ້າຕົນເອງໃນການກຳນົດແລະຈັດຕັ້ງປະຕິບັດນະໂຍບາຍການພັດທະນາ.

ດັ່ງນັ້ນ, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ໄດ້ຍົກລະດັບຈິດໃຈແຫ່ງການເພິ່ງຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ຄວາມໝັ້ນໃຈໃນຕົນເອງ ແລະຄວາມພາກພູມໃຈໃນຊາດ ໃຫ້ເປັນທິດທາງຍຸດທະສາດພື້ນຖານ, ໂດຍມີຈຸດປະສົງເພື່ອປຸກຕື່ນ ແລະເສີມຂະຫຍາຍກຳລັງແຮງພາຍໃນຂອງຊາດຢ່າງສຸດຂີດ, ສ້າງແຮງຜັກດັນທາງຈິດວິນຍານອັນຍິ່ງໃຫຍ່ໃຫ້ແກ່ພັກ ແລະປະຊາຊົນທັງປະເທດ ເພື່ອເອົາຊະນະຄວາມຫຍຸ້ງຍາກ ແລະຄວາມທ້າທາຍທັງໝົດຢ່າງໝັ້ນຄົງ ແລະບັນລຸຄວາມປາດຖະໜາທີ່ຈະສ້າງປະເທດໃຫ້ຈະເລີນຮຸ່ງເຮືອງ ແລະມີຄວາມສຸກໃນຍຸກໃໝ່.

ທີສີ່, ຈິດໃຈແຫ່ງ “ຄວາມເປັນເຈົ້າຕົນເອງທາງຍຸດທະສາດ” - ບາດກ້າວພັດທະນາໃໝ່ໃນຄວາມຄິດທິດສະດີ ແລະວິໄສທັດການພັດທະນາປະເທດຂອງພັກ

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ເປັນຄັ້ງທຳອິດ ໄດ້ມີການກຳນົດ “ຄວາມເປັນເຈົ້າຕົນເອງທາງຍຸດທະສາດ” ເປັນໜຶ່ງໃນຫຼັກການຊີ້ນຳຂະບວນການທັງໝົດໃນການກຳນົດ ແລະຈັດຕັ້ງປະຕິບັດແນວທາງການພັດທະນາປະເທດໃນຍຸກໃໝ່. ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ເນັ້ນໜັກເຖິງຈິດໃຈລວມຂອງວາລະນີ້ວ່າ: ຕ້ອງເປັນເຈົ້າການທາງຍຸດທະສາດ, ຄວ້າໂອກາດ, ຮ່ວມແຮງຮ່ວມໃຈກັນ, ຜ່ານຜ່າຄວາມທ້າທາຍທັງໝົດ, ປຸກກະຕຸ້ນຄວາມປາດຖະໜາໃນການພັດທະນາຢ່າງແຂງແຮງ(3). ການລວມເອົາ “ຄວາມເປັນເຈົ້າຕົນເອງທາງຍຸດທະສາດ” ຢ່າງເປັນທາງການໃນເອກະສານຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ບໍ່ພຽງແຕ່ເປັນການເພີ່ມເຕີມຄຳສັບເທົ່ານັ້ນ, ແຕ່ຍັງສະທ້ອນໃຫ້ເຫັນເຖິງພັດທະນາການທີ່ສຳຄັນໃນຄວາມຄິດທິດສະດີຂອງພັກກ່ຽວກັບຄວາມເປັນເອກະລາດ, ເປັນເຈົ້າຕົນເອງ ແລະ ເສັ້ນທາງການພັດທະນາຢ່າງຍືນຍົງຂອງປະເທດໃນເງື່ອນໄຂໃໝ່.

“ຄວາມເປັນເຈົ້າຕົນເອງທາງຍຸດທະສາດ” ສະແດງໃຫ້ເຫັນເຖິງການຍົກລະດັບຄວາມຮັບຮູ້ ຈາກຄວາມເປັນເອກະລາດແລະເປັນເຈົ້າຕົນເອງໃນຂົງເຂດສະເພາະ ໄປສູ່ຄວາມເປັນເອກະລາດແລະເປັນເຈົ້າຕົນເອງໃນລະດັບຍຸດທະສາດໂດຍລວມ, ເຊິ່ງກວມເອົາຂະບວນການພັດທະນາປະເທດຊາດທັງໝົດ. ກ່ອນອື່ນໝົດ, ນັ້ນແມ່ນຄວາມເປັນເຈົ້າຕົນເອງໃນດ້ານຄວາມຄິດ ແລະທິດທາງການພັດທະນາ ເຊິ່ງເປັນສິ່ງຈຳເປັນສຳລັບການຮັບປະກັນວ່າຫວຽດນາມຈະຍັງຄົງຍຶດໝັ້ນບົນເສັ້ນທາງທີ່ເລືອກໄວ້ທ່າມກາງພູມສັນຖານໂລກທີ່ປ່ຽນແປງຢ່າງວ່ອງໄວ ແລະສັບສົນຢ່າງບໍ່ເຄີຍມີມາກ່ອນ. ພ້ອມກັນນັ້ນ, ຄວາມເປັນເຈົ້າຕົນເອງທາງຍຸດທະສາດເສດຖະກິດ ຖືກກຳນົດວ່າເປັນພື້ນຖານວັດຖຸຂອງເອກະລາດຂອງຊາດ, ເຊິ່ງຈຳເປັນຕ້ອງສ້າງເສດຖະກິດທີ່ເພິ່ງຕົນເອງໄດ້, ປັບຕົວໄດ້ສູງ ແລະແຂ່ງຂັນໄດ້ໃນລະດັບສາກົນ. ຄວາມເປັນເຈົ້າຕົນເອງໃນດ້ານວິທະຍາສາດ, ເຕັກໂນໂລຊີ, ການປ່ຽນແປງໃໝ່ປະດິດສ້າງ ແລະການຫັນປ່ຽນດິຈິຕອນ ກາຍເປັນປັດໄຈຫຼັກໃນການປັບປຸງຍົກສູງຄວາມສາມາດໃນການພັດທະນາທີ່ເປັນເອກະລາດແລະຍືນຍົງ. ຄວບຄູ່ໄປກັບສິ່ງນີ້, ຄວາມເປັນເຈົ້າຕົນເອງທາງວັດທະນະທຳເປັນພື້ນຖານທາງຈິດວິນຍານທີ່ຮັບປະກັນການພັດທະນາໄປໃນທິດທາງທີ່ຖືກຕ້ອງ, ຮັກສາເອກະລັກ ແລະກຳລັງແຮງພາຍໃນຂອງຊາດ. ໂດຍສະເພາະ ຄວາມເປັນເຈົ້າຕົນເອງໃນດ້ານການປ້ອງກັນປະເທດ, ຄວາມໝັ້ນຄົງ ແລະການຕ່າງປະເທດ ແມ່ນເສົາຄ້ຳໃນການຮັບປະກັນສະພາບແວດລ້ອມທີ່ສະຫງົບສຸກແລະໝັ້ນຄົງ, ສ້າງເງື່ອນໄຂທີ່ເອື້ອອຳນວຍຕໍ່ການພັດທະນາປະເທດຊາດ.

ທັດສະນະກ່ຽວກັບຄວາມເປັນເຈົ້າຕົນເອງທາງຍຸດທະສາດ ແມ່ນການສືບທອດແລະພັດທະນາຢ່າງຕໍ່ເນື່ອງ ຈາກແນວຄິດຂອງພັກກ່ຽວກັບເອກະລາດ, ການເພິ່ງຕົນເອງ ແລະສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ເຊິ່ງສ້າງຕັ້ງຂຶ້ນບົນພື້ນຖານຂອງລັດທິມາກ-ເລນິນ ແລະ ແນວຄິດໂຮ່ຈີມິນ,  ແລະໄດ້ຮັບການທົດສອບຜ່ານປະສົບການຕົວຈິງຂອງການປະຕິວັດຫວຽດນາມ. ໃນສະພາບການຂອງໂລກາພິວັດ ແລະການແຂ່ງຂັນທາງຍຸດທະສາດທີ່ເພີ່ມຂຶ້ນ, ຄວາມເປັນເຈົ້າຕົນເອງທາງຍຸດທະສາດບໍ່ໄດ້ໝາຍເຖິງການໂດດດ່ຽວ, ແຕ່ເປັນເຈົ້າການໃນການເຊື່ອມໂຍງສາກົນ ບົນພື້ນຖານຮັກສາຄວາມເປັນເອກະລາດ, ເປັນເຈົ້າຕົນເອງ ແລະຮັບປະກັນຜົນປະໂຫຍດຂອງຊາດ-ປະເທດຊາດ. ນີ້ແມ່ນການສະແດງອອກທີ່ເຂັ້ມຂຸ້ນຂອງຄວາມສະຫຼຽວສະຫຼາດທາງການເມືອງ, ຄວາມສາມາດໃນການວາງແຜນຍຸດທະສາດ ແລະວິໄສທັດສ້າງຊາດຂອງພັກ, ສ້າງພື້ນຖານທີ່ໝັ້ນຄົງໃຫ້ຫວຽດນາມສາມາດກຳນົດເສັ້ນທາງການພັດທະນາຂອງຕົນເອງຢ່າງແຂງຂັນ, ເສີມຂະຫຍາຍສະຖານະແລະປັບຕົວໃຫ້ເຂົ້າກັບການປ່ຽນແປງຂອງຍຸກສະໄໝໄດ້ຢ່າງມີປະສິດທິພາບ.

ທີຫ້າ, ຈິດໃຈແຫ່ງຄວາມກ້າຄິດ, ກ້າກະທຳ ແລະ ກ້າຮັບຜິດຊອບ - ເປັນຄວາມຮຽກຮ້ອງຕ້ອງການສຳຄັນທີ່ສຸດໃນການສ້າງຖັນແຖວພະນັກງານ ແລະ ສະມາຊິກພັກ.

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກໄດ້ເນັ້ນໜັກເປັນພິເສດເຖິງຄວາມຕ້ອງການໃນການສ້າງຖັນແຖວພະນັກງານ ແລະສະມາຊິກພັກທີ່ມີຄວາມສະຫຼຽວສະຫຼາດທາງການເມືອງທີ່ໝັ້ນຄົງ, ມີຄວາມຄິດສ້າງສັນ, ມີຈິດໃຈເປັນເຈົ້າການແລະປະດິດສ້າງ ແລະຄວາມເຕັມໃຈທີ່ຈະຮັບຜິດຊອບເພື່ອຜົນປະໂຫຍດສ່ວນລວມ. ນີ້ບໍ່ພຽງແຕ່ເປັນຄວາມຮຽກຮ້ອງຕ້ອງການດ້ານຄຸນສົມບັດສ່ວນບຸກຄົນເທົ່ານັ້ນ, ແຕ່ຍັງເປັນເງື່ອນໄຂທີ່ສຳຄັນທີ່ສຸດໃນການເສີມຂະຫຍາຍປະສິດທິພາບ ແລະປະສິດທິຜົນຂອງການນຳພາ ແລະກຳອຳນາດຂອງພັກ ແລະຄວາມສາມາດໃນການບໍລິຫານປະເທດໃນສະພາບການໃໝ່. ຈຸດສຸມຂອງຈິດໃຈນີ້ແມ່ນເພື່ອປຸກຕື່ນ ແລະເສີມຂະຫຍາຍຄວາມຮູ້ສຶກຮັບຜິດຊອບ, ຄວາມປາດຖະໜາທີ່ຈະປະກອບສ່ວນ ແລະຈິດໃຈແຫ່ງການກະທຳເພື່ອການພັດທະນາປະເທດ ແລະຄວາມສຸກຂອງປະຊາຊົນ, ກ່ອນອື່ນໝົດໃນຖັນແຖວພະນັກງານການນຳ ແລະຄຸ້ມຄອງບໍລິຫານ, ໂດຍສະເພາະຜູ້ເປັນຫົວໜ້າ.

ຈຸດສຳຄັນໃໝ່ທີ່ກຳນົດໂດຍກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກນັ້ນແມ່ນ ການຫັນປ່ຽນຢ່າງແຂງແຮງຈາກແນວຄິດການຄຸ້ມຄອງແບບຕັ້ງຮັບທີ່ເນັ້ນການປະຕິບັດຕາມຮູບການ ໄປສູ່ແນວຄິດການກະທຳຢ່າງເປັນເຈົ້າການ, ສ້າງສັນ ແລະ ຮັບຜິດຊອບຕໍ່ຜົນໄດ້ຮັບ. ພະນັກງານແລະສະມາຊິກພັກບໍ່ພຽງແຕ່ຕ້ອງປະຕິບັດໜ້າທີ່ ແລະ ຄວາມຮັບຜິດຊອບຂອງຕົນຢ່າງຖືກຕ້ອງເທົ່ານັ້ນ, ແຕ່ຍັງຕ້ອງເປັນເຈົ້າການໃນການປ່ຽນແປງໃໝ່ຄວາມຄິດ, ຊອກຫາວິທີແກ້ບັນຫາທີ່ມີປະສິດທິພາບ, ກ້າຄິດ, ກ້າກະທຳ ແລະ ກ້າຮັບຜິດຊອບຕໍ່ພັກ ແລະປະຊາຊົນສຳລັບການຕັດສິນໃຈຂອງຕົນ.  ພ້ອມກັນນັ້ນ, ກອງປະຊຸມໃຫຍ່ຍັງເນັ້ນໜັກເຖິງຄວາມຈຳເປັນຮີບດ່ວນ ໃນການແກ້ໄຂສະພາບການຫຼີກລ່ຽງ, ການໂຍນຄວາມຮັບຜິດຊອບໃຫ້ຜູ້ອື່ນ, ຄວາມຢ້ານກົວທີ່ຈະເຮັດຜິດ ແລະຄວາມຢ້ານກົວທີ່ຈະຕ້ອງຮັບຜິດຊອບຕໍ່ການກະທຳຂອງຕົນ ລ້ວນເປັນສິ່ງທີ່ຫຼຸດຜ່ອນປະສິດທິພາບຂອງການຈັດຕັ້ງປະຕິບັດນະໂຍບາຍ, ຂັດຂວາງການພັດທະນາ ແລະ ຫຼຸດຜ່ອນຄວາມໄວ້ວາງໃຈຂອງປະຊາຊົນ. 

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກຢືນຢັນຢ່າງຈະແຈ້ງວ່າ ຄຸນຄ່າ ແລະຄວາມມີຊີວິດຊີວາຂອງມະຕິບໍ່ໄດ້ຢູ່ທີ່ຖ້ອຍຄຳຫຼືຄຳຂວັນ, ແຕ່ໄດ້ຮັບການພິສູດດ້ວຍຜົນງານທີ່ເປັນຮູບປະທຳໃນທາງປະຕິບັດ, ດ້ວຍການປ່ຽນແປງທີ່ແທ້ຈິງໃນການພັດທະນາເສດຖະກິດແລະສັງຄົມ, ແລະດ້ວຍຄວາມພໍໃຈທີ່ເພີ່ມຂຶ້ນຂອງປະຊາຊົນ. ສິ່ງນີ້ຮຽກຮ້ອງໃຫ້ຖັນແຖວພະນັກງານ ແລະສະມາຊິກພັກ ຕ້ອງເປັນຜູ້ລົງມືປະຕິບັດຢ່າງແທ້ຈິງ, ເປັນກຳລັງບຸກເບີກໃນການຈັດຕັ້ງປະຕິບັດແນວທາງຂອງພັກ ແລະປ່ຽນນະໂຍບາຍໃຫ້ກາຍເປັນຄວາມຈິງທີ່ມີຊີວິດຊີວາ.

ຈິດໃຈແຫ່ງຄວາມກ້າຄິດ, ກ້າກະທຳ ແລະ ກ້າຮັບຜິດຊອບ ບໍ່ພຽງແຕ່ເປັນຄວາມຮຽກຮ້ອງຕ້ອງການສຳລັບວິທີການເຮັດວຽກເທົ່ານັ້ນ, ແຕ່ຍັງເປັນການສະແດງອອກຢ່າງເຂັ້ມຂຸ້ນຂອງຄວາມສະຫຼຽວສະຫຼາດທາງການເມືອງ, ຄຸນສົມບັດສິນທຳປະຕິວັດ ແລະ ຈິດສຳນືກໃນການຮັບໃຊ້ປະເທດຊາດ ແລະປະຊາຊົນ. ນີ້ແມ່ນປັດໄຈສຳຄັນໃນການປົດລັອກຊັບພະຍາກອນ, ປັບປຸງປະສິດທິພາບໃນການຈັດຕັ້ງປະຕິບັດ ແລະສ້າງແຮງຜັກດັນໃໝ່ເພື່ອສົ່ງເສີມການພັດທະນາປະເທດຊາດຢ່າງວ່ອງໄວ ແລະຍືນຍົງໃນຍຸກໃໝ່.

ທີຫົກ, ຈິດໃຈແຫ່ງການກະທຳຢ່າງເດັດຂາດ, ເວົ້າໜ້ອຍ, ເຮັດຫຼາຍ, ເຮັດທັນທີ, ເຮັດຈົນເຖິງສຳເລັດເສັດສິ້ນ - ປັດໄຈທີ່ຮັບປະກັນວ່າມະຕິຂອງກອງປະຊຸມໃຫຍ່ຈະຖືກນຳໄປປະຕິບັດຢ່າງວ່ອງໄວ ແລະມີປະສິດທິພາບ.

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ໄດ້ກຳນົດຄວາມຮຽກຮ້ອງຕ້ອງການພິເສດເພື່ອເນັ້ນໜັກເຖິງຈິດໃຈແຫ່ງການກະທຳທີ່ເດັດຂາດ, ໂດຍຖືວ່ານີ້ເປັນຂັ້ນຕອນສຳຄັນສຳລັບປະສິດທິພາບ ແລະປະສິດທິຜົນຂອງການນຳພາຂອງພັກ ແລະຄວາມສຳເລັດຂອງການພັດທະນາປະເທດໃນໄລຍະໃໝ່. ທ່ານເລຂາທິການໃຫຍ່ ໂຕເລິມ ຊີ້ໃຫ້ເຫັນວ່າ ຂໍ້ຈຳກັດທີ່ສຳຄັນປະການໜຶ່ງແມ່ນ ແຜນນະໂຍບາຍແລະແນວທາງທີ່ຖືກຕ້ອງຫຼາຍຢ່າງຍັງບໍ່ໄດ້ຮັບການຈັດຕັ້ງປະຕິບັດຢ່າງມີປະສິດທິພາບ(4). ໃນຄວາມເປັນຈິງ, ຈຸດອ່ອນທີ່ໃຫຍ່ທີ່ສຸດໃນປະຈຸບັນແມ່ນ ນະໂຍບາຍທີ່ຖືກຕ້ອງຫຼາຍຢ່າງຍັງບໍ່ທັນໄດ້ຮັບການຈັດຕັ້ງປະຕິບັດຢ່າງມີປະສິດທິພາບ. ສິ່ງນີ້ສະແດງໃຫ້ເຫັນວ່າ ຊ່ອງຫວ່າງລະຫວ່າງນະໂຍບາຍ ແລະຜົນຂອງການຈັດຕັ້ງປະຕິບັດຍັງເປັນບັນຫາທີ່ຕ້ອງໄດ້ຮັບການແກ້ໄຂຢ່າງເປັນພື້ນຖານ, ເຊິ່ງຮຽກຮ້ອງໃຫ້ມີການປ່ຽນແປງຢ່າງແຂງແຮງ ຈາກການຄິດແບບມີທິດທາງໄປສູ່ການຄິດແບບມີການປະຕິບັດ, ຈາກການເນັ້ນໜັກການອອກມະຕິ ໄປສູ່ການໃຫ້ຄວາມສຳຄັນກັບປະສິດທິພາບຂອງການຈັດຕັ້ງປະຕິບັດ.

ຈິດໃຈແຫ່ງການກະທຳທີ່ກຳນົດໂດຍກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກແມ່ນຈິດໃຈແຫ່ງການກະທຳທີ່ເປັນຮູບປະທຳ, ເດັດຂາດ ແລະຮອບຄອບ, ດ້ວຍທິດນຳທີ່ວ່າ “ເວົ້າໜ້ອຍ, ເຮັດຫຼາຍ”, “ຄຳເວົ້າຕ້ອງສອດຄ່ອງກັບການກະທຳ”, ແລະໃຊ້ຜົນງານທີ່ເປັນຮູບປະທຳເປັນມາດຕະວັດຄວາມສາມາດນຳພາ, ຄວາມສາມາດຄຸ້ມຄອງ ແລະ ຄວາມຮັບຜິດຊອບຂອງແຕ່ລະອົງກອນ ແລະບຸກຄົນ. ດັ່ງນັ້ນ, ຄວາມຮັບຜິດຊອບໃນການຈັດຕັ້ງປະຕິບັດຈຶ່ງບໍ່ໄດ້ຢຸດຢູ່ພຽງແຕ່ການຍົກສູງຄວາມຮັບຮູ້ເທົ່ານັ້ນ, ແຕ່ຕ້ອງຫັນເປັນຮູບປະທຳໃນຮູບແບບຂອງໂຄງການ, ແຜນການ, ກົນໄກ, ນະໂຍບາຍ ແລະ ວິທີແກ້ໄຂທີ່ເປັນໄປໄດ້, ຮັບປະກັນການຈັດຕັ້ງປະຕິບັດຢ່າງຄົບຊຸດ ແລະມີປະສິດທິພາບທົ່ວທັງລະບົບການເມືອງ. ກອງປະຊຸມໃຫຍ່ຮຽກຮ້ອງໃຫ້ເອົາຊະນະລັດທິພິທີການ, ການສະແຫວງຫາຜົນສຳເລັດເພື່ອຕົວເອງ, ການຄິດໄລຍະສັ້ນ ພ້ອມທັງການສະແດງອອກຂອງ “ເວົ້າຫຼາຍແຕ່ເຮັດໜ້ອຍ”, “ເວົ້າເກ່ງແຕ່ເຮັດບໍ່ດີ”, ຫຼື ການຂາດຄວາມຕັ້ງໃຈໃນການຈັດຕັ້ງປະຕິບັດ.

ພ້ອມກັນນັ້ນ, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ໄດ້ເນັ້ນໜັກເຖິງຄວາມຮັບຜິດຊອບຂອງຄະນະບໍລິຫານງານພັກ, ອົງການຈັດຕັ້ງພັກ, ອົງການ, ໜ່ວຍງານ ແລະ ຖັນແຖວພະນັກງານ ແລະສະມາຊິກພັກ ໃນການນຳມະຕິໄປປະຕິບັດຢ່າງວ່ອງໄວ ຜ່ານການຈັດຕັ້ງເປັນສະຖາບັນ, ການເຮັດໃຫ້ເປັນຮູບປະທຳ ແລະ ການຈັດຕັ້ງປະຕິບັດຢ່າງຈິງຈັງ, ສອດຄ່ອງກັນແລະມີປະສິດທິພາບ. ການລະດົມແລະນຳໃຊ້ຊັບພະຍາກອນທັງໝົດຢ່າງມີປະສິດທິພາບ, ການເສີມຂະຫຍາຍກຳລັງແຮງຂອງກຸ່ມກ້ອນມະຫາສາມັກຄີປວງຊົນທັງຊາດ ແລະການປະສານເຈດຈຳນົງທາງການເມືອງ ແລະຄວາມສາມາດໃນການຈັດຕັ້ງຢ່າງໃກ້ຊິດ ເປັນເງື່ອນໄຂເບື້ອງຕົ້ນສຳລັບການບັນລຸເປົ້າໝາຍ ແລະໜ້າທີ່ທີ່ກອງປະຊຸມໃຫຍ່ໄດ້ວາງໄວ້.

ນອກຈາກຄຸນລັກສະນະທົ່ວໄປຂອງຈິດໃຈໃໝ່ໃນເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ທີ່ກ່າວມາຂ້າງເທິງແລ້ວ, ເອກະສານກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມຍັງປະກອບດ້ວຍເນື້ອໃນທີ່ມີຄວາມໝາຍທາງຍຸດທະສາດຫຼາຍຢ່າງໃນຂົງເຂດການເມືອງ, ເສດຖະກິດ, ວັດທະນະທຳ, ສັງຄົມ, ການປ້ອງກັນປະເທດ, ຄວາມໝັ້ນຄົງ ແລະ ການຕ່າງປະເທດ. ສິ່ງທີ່ໂດດເດັ່ນໃນນີ້ແມ່ນ ການຢືນຢັນຄວາມປາດຖະໜາທີ່ຈະສ້າງປະເທດຊາດໃຫ້ຈະເລີນຮຸ່ງເຮືອງ, ມີອາລະຍະທຳ ແລະ ມີຄວາມສຸກເປັນຄຸນຄ່າຫຼັກ ທີ່ແຊກຊຶມຢູ່ໃນແນວທາງການພັດທະນາປະເທດທັງໝົດໃນໄລຍະໃໝ່. ຄວາມປາດຖະໜານີ້ບໍ່ໄດ້ຢຸດຢູ່ທີ່ເປົ້າໝາຍດ້ານລັກສະນະ, ແຕ່ຕັ້ງຢູ່ບົນຂອບຂອງການພັດທະນາຢ່າງຍືນຍົງ, ເຊື່ອມໂຍງການເຕີບໂຕທາງເສດຖະກິດ ກັບຄວາມກ້າວໜ້າແລະຄວາມສະເໝີພາບທາງສັງຄົມ, ການປັບປຸງຍົກສູງຄຸນນະພາບຊີວິດ ແລະການພັດທະນາຢ່າງຮອບດ້ານຂອງປະຊາຊົນ. ໃນເວລາດຽວກັນ, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ໄດ້ກຳນົດຄວາມຕ້ອງການໃໝ່ທີ່ສູງຂຶ້ນ ໃນການກໍ່ສ້າງແລະປັບປຸງພັກ ແລະລະບົບການເມືອງ, ໂດຍຖືວ່ານີ້ເປັນປັດໄຈຕັດສິນຄວາມສຳເລັດຂອງແຜນນະໂຍບາຍແລະນະໂຍບາຍທັງໝົດ. ຂໍ້ກຳນົດເຫຼົ່ານີ້ລວມມີການປັບປຸງຄວາມສາມາດໃນການນຳພາ ແລະການກຳອຳນາດຂອງພັກ; ການປັບປຸງຄວາມເຂັ້ມແຂງທາງການເມືອງ ແລະຄຸນສົມບັດສິນທຳປະຕິວັດ; ການສ້າງພັກທີ່ສະອາດແລະເຂັ້ມແຂງຢ່າງແທ້ຈິງ, ພັກທີ່ມີ “ສິນທຳແລະອາລະຍະທຳ”; ການເພີ່ມທະວີສາຍພົວພັນທີ່ໃກ້ຊິດລະຫວ່າງພັກແລະປະຊາຊົນ; ການໃຊ້ຄວາມສຸກແລະຄວາມພໍໃຈຂອງປະຊາຊົນເປັນມາດຕະວັດທີ່ສຳຄັນ ໃນການປະເມີນປະສິດທິພາບການເຄື່ອນໄຫວຂອງອົງການພັກ ແລະລະບົບການເມືອງທັງໝົດ.

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກໄດ້ເປີດບົດໃໝ່ຂອງການພັດທະນາປະເທດຊາດ ທ່າມກາງໂອກາດອັນໃຫຍ່ຫຼວງທີ່ປະສົມປະສານກັບຄວາມຫຍຸ້ງຍາກ ແລະຄວາມທ້າທາຍຫຼາຍຢ່າງ. ໃນສະພາບການນີ້, ການນຳເອົາຈິດໃຈໃໝ່ຂອງເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ໄປປະຕິບັດ ບໍ່ພຽງແຕ່ເປັນໜ້າທີ່ທາງການເມືອງຕາມປົດກະຕິ, ແຕ່ຍັງເປັນສິ່ງຈຳເປັນໃນການພັດທະນາ, ເປັນແຮງຜັກດັນທີ່ກະຕູ້ນໃຫ້ພັກ ແລະປະຊາຊົນທັງປະເທດຈັດຕັ້ງປະຕິບັດໜ້າທີ່ຢ່າງທັນການ, ຍືດຫຍຸ່ນ ແລະມີປະສິດທິພາບ, ເພື່ອຕອບສະໜອງຄວາມຕ້ອງການຂອງການພັດທະນາປະເທດຢ່າງວ່ອງໄວແລະຍືນຍົງ, ຮັບປະກັນຜົນປະໂຫຍດສູງສຸດຂອງຊາດ-ປະເທດຊາດ, ສ້າງການປ່ຽນແປງທີ່ເຂັ້ມແຂງຜ່ານຜົນສຳເລັດດ້ານການພັດທະນາທີ່ເປັນຮູບປະທຳ ແລະ ຍືນຍົງໃນທຸກຂົງເຂດ./. 

---------------

(1) ເບິ່ງ: “ລາຍງານກ່ຽວກັບບັນດາເອກະສານທີ່ຍື່ນຕໍ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ”, ເວັບໄຊຕ໌ອີເລັກໂຕຣນິກຂອງພັກກອມມູນິດຫວຽດນາມ, ວັນທີ 11 ກຸມພາ 2026, https://tulieuvankien.dangcongsan.vn/bo-chinh-tri-ban-bi-thu- ban-chap-hanh-trung-uong/dai-hoi-dang/lan-thu-xiv/ bao-cao-ve-cac-van-kien-trinh-dai-hoi-xiv-dang-cong- san-viet-nam.html?categoryId=3000412
(2) ສຈ. ປອ. ໂຕເລິມ: “ສຸນທອນພົດປິດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV”,
ວາລະສານກອມມູນິດ, ສະບັບທີ 1078, ເດືອນມັງກອນ 2026, ໜ້າ 74-75
(3) ເບິ່ງ: ສຈ. ປອ. ໂຕເລິມ: “ສຸນທອນພົດປິດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV”,
ເອກະສານທີ່ໄດ້ແນະນຳ, ໜ້າ 74
(4) ເບິ່ງ: “ລາຍງານກ່ຽວກັບບັນດາເອກະສານທີ່ຍື່ນຕໍ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ”,
ເວັບໄຊຕ໌ອີເລັກໂຕຣນິກຂອງພັກກອມມູນິດຫວຽດນາມ, ວັນທີ 11 ກຸມພາ 2026, ເອກະສານທີ່ໄດ້ແນະນຳ,