ວ.ກ.ອອນໄລ -  ຕອນເຊົ້າວັນທີ 19-10-2012, ທີ່ນະຄອນ ຊອັກຈັງ, ວາລະສານກອມມູນິດ, ຄະນະບໍລິຫານງານ ພັກແຂວງ ຊອັກຈັງ ແລະ ຄະນະຊີ້ນຳວຽກງານ ພາກຕາເວັນຕົກນາມໂບ້ ໄດ້ປະສານສົມທົບກັນ ຈັດຕັ້ງກອງປະຊຸມສຳມະນາ ວິທະຍາສາດ ດ້ວຍຫົວຂໍ້ ບົດບາດຂອງວິທະຍາສາດ - ເຕັກໂນໂລຢຊີ ໃນການພັດທະນາ ກະສິກຳແບບຍືນຍົງ ແລະ ກໍ່ສ້າງຊົນນະບົດໃໝ່ ຢູ່ເຂດທົ່ງພຽງແມ່ນ້ຳກື໋ວລອງ”. ກອງປະຊຸມສຳມະນາ ແນໃສ່ປະກອບສ່ວນເຜີຍແຜ່ໃຫ້ຊາບຊືມ ມະຕິກອງປະຊຸມ ຄະນະບໍລິຫານງານສູນກາງພັກ ຄັ້ງທີ່ 6 ສະໄໝທີ່ XI ກ່ຽວກັບພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ ຮັບໃຊ້ໃຫ້ແກ່ພາລະກິດການຫັນເປັນ ອຸດສາຫະກຳທັນສະໄໝ ໃນເງື່ອນໄຂເສດຖະກິດຕະຫຼາດ ຕາມທິດສັງຄົມນິຍົມ ແລະ ເຊື່ອມໂຍງເຂົ້າກັບສາກົນແລະ ນຳເອົາມະຕິດັ່ງກ່າວເຂົ້າສູ່ຊີວິດຕົວຈິງ.    

ຮສ.ດຣ. ຫວູວັນຝຸກ, ບັນນາທິການໃຫຍ່ວາລະສານ ກອມມູນິດ ອ່ານລາຍງານແນະນຳການສຳມະນາ.

     ເຂົ້າຮ່ວມ ແລະ ຊີ້ນຳກອງປະຊູມສຳມະນາມີບັນດາສະຫາຍ: ຮສ.ດຣ ຫວູວັນຝຸກ, ບັນນາທິການໃຫຍ່ ວາລະສານ ກອມມູນິດ; ຮວີ່ງມິງດວ່ານ, ຮອງຫົວໜ້າຄະນະຊີ້ນຳວຽກງານພາກຕາເວັນຕົກນາມໂບ້; ກວັກຫວຽດຕຸ່ງ, ກຳມະການ ຄະນະບໍລິຫານງານພັກແຂວງ, ຮອງປະທານ ຄະນະກຳມະການ ປະຊາຊົນແຂວງ ຊອັກຈັງ. ເຂົ້າຮ່ວມກອງປະຊຸມສຳມະນາ ຍັງມີ ບັນດາຜູ້ຕາງໜ້າການນຳ ຄະນະພັກແຂວງ, ຄະນະກຳມະການ ປະຊາຊົນແຂວງ ຊອັກຈັງ ພ້ອມກັບພະນັກງານຄຸ້ມຄອງ, ນັກວິທະຍາສາດ ແລະ ນັກຄົ້ນຄວ້າ 150 ກວ່າຄົນ ທີ່ມີຄວາມສົນໃຈຕໍ່ຫົວຂໍ້ນີ້.

     ກອງປະຊຸມສຳມະນາໄດ້ຮັບ 44 ບົດປະກອບຄວາມຄິດເຫັນ ຂອງບັນດານັກວິທະຍາສາດ ນັກຄຸ້ມຄອງ ນັກຄົ້ນຄວ້າທີ່ໄດ້ສຸມໃສ່ວິໄຈໃຈ້ແຍກ ທຳຄວາມກະຈ່າງແຈ້ງ ກ່ຽວກັບບົດບາດຂອງ ວິທະຍາສາດ ແລະ ເຕັກໂນ ໂລຢຊີ ໃນການພັດທະນາກະສິກຳແບບຍືນຍົງ ແລະ ກໍ່ສ້າງຊົນນະບົດໃໝ່ ຢູ່ເຂດທົ່ງພຽງແມ່ນ້ຳກື໋ວລອງ.

     ໃນບົດປາໄສໄຂກອງປະຊຸມສຳມະນາ, ສະຫາຍຮວິ່ງມິງດວ່ານ, ຮອງຫົວໜ້າຄະນະຊີ້ນຳວຽກງານພາກຕາ ເວັນຕົກນາມໂບ້, ກ່າວວ່າ ເພື່ອໃຫ້ເຂດທົ່ງພຽງແມ່ນ້ຳກື໋ວລອງຂະຫຍາຍຕົວຢ່າງໄວແລະໝັ້ນຄົງ, ຫຍໍ້ສັ້ນໂດຍໄວ ຄວາມຜິດໂຕນກັນ ທາງດ້ານການພັດທະນາ ທຽບກັບເຂດອື່ນໆໃນປະເທດ ແມ່ນຕ້ອງຜັນຂະຫຍາຍການຄົ້ນຄວ້າ ແລະນຳໃຊ້ວິທະຍາສາດ - ເຕັກໂນໂລຢຊີ (ວ-ຕ) ທັນສະໄໝເຂົ້າໃນການຜະລິດກະສິກຳ ແນໃສ່ຍົກຄຸນຄ່າຂອງ ການຜະລິດ ໃນເນື້ອທີ່ລ້ຽງສັດນ້ຳ ແລະ ປູກຝັງໃຫ້ສູງຂຶ້ນທົບ 1,2 ເຖິງ 1,5 ເທົ່າທຽບກັບປີ 2010. ນັ້ນແມ່ນ ຈຸດໝາຍ, ວິທີການແກ້ ທີ່ຮຽກຮ້ອງໃຫ້ ວ-ຕ ຕ້ອງເຂົ້າຮ່ວມດ້ວຍຖານະບົດບາດເປັນຫຼັກແຫຼ່ງ.

     ໃນລາຍງານແນະນຳການສຳມະນາ, ຮສ.ດຣ ຫວູວັນຝຸກ ຢືນຢັນວ່າ: ຜົນສຳເລັດອັນໃຫຍ່ຫຼວງຂອງການ ປະຕິວັດ ວ-ຕ ທັນສະໄໝໄດ້ ແລະ ພວມຊຸກຍູ້ຢ່າງແຂງແຮງ ຕໍ່ການຂະຫຍາຍຕົວຂອງກຳລັງການຜະລິດ, ຍົກສູງ ປະສິດທິພາບ ຄຸນນະພາບ ປະສິດທິຜົນຂອງງານ, ເຮັດໃຫ້ໂຄງປະກອບເສດຖະກິດຂອງຫຼາຍປະເທດມີການ ປ່ຽນແປງ ແລະ ຫັນປ່ຽນຢ່າງແຂງແຮງ. ທ່ານຮອງສາດສະດາຈານເນັ້ນໜັກວ່າ: ດ້ວຍຈິດໃຈຕັ້ງໜ້າປະກອບສ່ວນ ພ້ອມກັບທົ່ວພັກ, ທົ່ວປວງຊົນສ້າງກຳລັງໝູນໃໝ່ ໃຫ້ແກ່ການພັດທະນາ ວ-ຕ, ຮັບໃຊ້ການພັດທະນາແບບຍືນຍົງ ຂອງເຂດທົ່ງພຽງແມ່ນ້ຳກື໋ວລອງ, ກອງປະຊຸມສຳມະນາຈະສຸມໃສ່ສົນທະນາ ແລກປ່ຽນຄວາມຄິດເຫັນ ກ່ຽວກັບ ບັນຫາຈຳນວນໜຶ່ງດັ່ງນີ້:

    ໜຶ່ງ, ບົນພື້ນຖານທິດສະດີ, ແນວທາງ, ແຜນນະໂຍບາຍຂອງພັກ, ນະໂຍບາຍກົດໝາຍຂອງລັດ ແລະ ພຶດຕິ ກຳແຫ່ງການເຄື່ອນໄຫວ ວ-ຕ ຢູ່ເຂດທົ່ງພຽງແມ່ນ້ຳກື໋ວລອງໃນເວລາຜ່ານມາ, ຢັ້ງຢືນບັນດາຜົນສຳເລັດ ແລະ ການປະກອບສ່ວນຂອງ ວ-ຕ ໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ, ພັດທະນາການກະເສດ, ຊົນນະບົດ ແລະ ປົວແປງຊີວິດການເປັນຢູ່ ຂອງປະຊາຊົນ, ໂດຍສະເພາະແມ່ນ ຊາວນາເຂດທົ່ງພຽງແມ່ນ້ຳກື໋ວລອງ. ຍົກໃຫ້ ເຫັນແຈ້ງບົດບາດເປັນກຳລັງໝູນ ຄວາມສຳຄັນເປັນພິເສດຂອງ ວ-ຕ ຕໍ່ກັບການພັດທະນາແບບຍືນຍົງຢູ່ເຂດທົ່ງ ພຽງແມ່ນ້ຳກື໋ວລອງ ໃນເວລາສະເພາະໜ້າ.

    ສອງ, ຮັບຮູ້ຮູບໂຊງຂອງຂໍ້ຈຳກັດ ແລະ ໄຈ້ແຍກຂໍ້ຈຳກັດ, ຈຸດອ່ອນຕ່າງໆ ໃນການເຄື່ອນໄຫວ ວ-ຕ ຢູ່ເຂດ ທົ່ງພຽງ ແມ່ນ້ຳກື໋ວລອງ ເວລາຜ່ານມາ, ຊີ້ໃຫ້ເຫັນແຈ້ງສາເຫດຂອງຂໍ້ຈຳກັດ, ຈຸດອ່ອນເຫຼົ່ານັ້ນ. ສຸມໃສ່ສົນທະນາ ແລກປ່ຽນຄວາມຄິດເຫັນ ເພື່ອແກ້ ຂອດມັດຕ່າງໆທີ່ຄົນທັງຫຼາຍພວມສົນໃຈ ເຊັ່ນຄວາມບໍ່ສອດຄ່ອງທາງດ້ານ ກົນໄກ, ນະໂຍບາຍລົງທຶນ ໃຫ້ແກ່ການພັດທະນາ ວ-ຕ; ຄວາມອ່ອນຄວາມສາມາດ ຂອງແຫຼ່ງບຸກຄະລາກອນ; ຂໍ້ຈຳກັດໃນລະບອບ, ນະໂຍບາຍນຳໃຊ້ ເກື້ອກຸນ ຕໍ່ຜູ້ເກັ່ງກ້າສາມາດ; ການເຄື່ອນໄຫວຄົ້ນຄວ້າ, ປະຢຸກໃຊ້ ວ-ຕ ຍັງບໍ່ທັນຕິດແໜ້ນກັບ ລັກສະນະພິເສດສະເພາະ ທາງດ້ານວັດທະນະທຳ-ສັງຄົມ ຂອງເຂດທົ່ງພຽງແມ່ນ້ຳ ກື໋ວລອງ; ຂາດການປະສານສົມທົບ ລະຫວ່າງເຂດ, ປະສາມສົມທົບ ລະຫວ່າງ 4 ພາຄີ (ຊາວນາ, ພາກລັດ, ນັກ ວິທະຍາສາດ, ວິສາຫະກິດ), ປະສານສົມທົບຫຼາຍຂະແໜງການ, ຮ່ວມມືສາກົນ ໃນການຄົ້າຄວ້າການລົງທຶນ ແລະ ຜັນຂະຫຍາຍບັນດາໂຄງການ ວ-ຕ; ຍັງບໍ່ທັນເອົາໃຈໃສ່ສ້າງເງື່ອນໄຂ ອຳນວຍຄວາມສະດວກ ແລະ ເສີມຂະຫຍາຍ ຢ່າງເໝາະສົມ ບົດບາດຂອງຊາວນາ ຂອງນັກທຸລະກິດ ແລະ ນັກວິທະຍາສາດໃນການປະດິດສ້າງ ແລະ ນຳໃຊ້ ຜົນງານຂອງ ວ-ຕ ເຂົ້າໃນການຜະລິດ, ທຸລະກິດ,...

    ສາມ, ສະເໜີນຳພັກ ແລະ ລັດ ກ່ຽວກັບວິທີການ ມາດຕະການແກ້ຈຳນວນໜຶ່ງ ເພື່ອໃຫ້ ວ-ຕ ຢູ່ເຂດທົ່ງພຽງ ແມ່ນ້ຳກື໋ວລອງ ຂະຫຍາຍຕົວຢ່າງແຂງແຮງ, ຖືກຕາມທິດທາງ, ຮັບໃຊ້ຢ່າງມີຜົນແທດຈິງໃຫ້ແກ່ການພັດທະ ນາກະສິກຳ ແລະ ຊົນນະບົດໃນເວລາທີ່ຈະມາເຖິງ. ເຕົ້າໂຮມລວມສູນໃສ່ບັນດາບັນຫາ: ກຳນົດທິດພັດທະນາ; ວຽກງານຄຸ້ມຄອງລັດ, ຈັດຕັ້ງລະບົບ, ກົນໄກຄຸ້ມຄອງ ແລະ ກົນໄກເຄື່ອນໄຫວຂອງ ວ-ຕ ໃນຂົງເນດກະສິກຳ, ກໍ່ສ້າງຊົນນະບົດໃໝ່; ຂອບເຂດເງື່ອນໄຂເຄື່ອນໄຫວ ວິທະຍາສາດ ແລະ ມອບໂອນເຕັກໂນໂລຊີ ໃນການກະເສດ; ວຽກງານບຳລຸງສ້າງ ນຳໃຊ້ ເກື້ອກຸນ ເພື່ອຂະຫຍາຍແຫຼ່ງບຸກຄະລາກອນ ວ-ຕ ໃນຂົງເຂດກະສິກຳ, ດັດແປງກົນໄກ  ນະໂຍບາຍ ກ່ຽວກັບການລົງທຶນພັດທະນາ ຄວາມສາມາດບົ່ມຊ້ອນດ້ານ ວ-ຕ, ການເງິນ ໃຫ້ແກ່ການເຄື່ອນໄຫວ ວ-ຕ; ເພີ່ມທະວີການປະສານສົມທົບ ລະຫວ່າງເຂດ, ປະສາມສົມທົບລະຫວ່າງ 4 ພາຄີ, ປະສານສົມທົບ ຫຼາຍຂະແໜງການ, ຮ່ວມມືສາກົນໃນການຄົ້າຄວ້າ, ມອບໂອນ ວ-ຕ ຮັບໃຊ້ໃຫ້ແກ່ການພັດທະນາ ການກະເສດ, ກໍ່ສ້າງຊົນນະບົດໃໝ່; ຂະຫຍາຍຕະຫຼາດ ວ-ຕ ຢູ່ເຂດທົ່ງພຽງແມ່ນ້ຳກື໋ວລອງ.

    ສີ່, ເຮັດໃຫ້ເຫັນແຈ້ງເນື້ອໃນທິດສະດີແລະພຶດຕິກຳ ເພື່ອປະຕິບັດຈິດໃຈຂອງກອງປະຊຸມສູນກາງພັກຄັ້ງທີ 6 ສະໄໝ ທີ XI ຢ່າງມີປະສິດທິຜົນ ນັ້ນຄື: "...ຂະຫຍາຍ ແລະ ປະຢຸກໃຊ້ ວ-ຕ... ວ-ຕ ພ້ອມກັບການສຶກສາ ແລະການບຳລຸງສ້າງ ຕ້ອງເປັນ ນະໂຍບາຍແຫ່ງລັດອັນດັບໜຶ່ງ ຢ່າງແທ້ຈິງ, ເປັນກຳລັງໝູນທີ່ສຳຄັນທີ່ສຸດ ເພື່ອພັດທະນາປະເທດ. ວ-ຕ ເປັນເນື້ອໃນຫຼັກແຫຼ່ງ ໃນການເຄື່ອນໄຫວທຸກຢ່າງ ຂອງບັນດາຂະແໜງການ, ບັນດາ ຂັ້ນທັງໝົດ ຊຶ່ງໃນນັ້ນການນຳພາຂອງພັກ ມີບົດບາດຕັດສິນ, ການຄຸ້ມຄອງຂອງລັດ ແລະ ຄວາມເກັ່ງກ້າສາມາດ ຄວາມຕັ້ງຕໍ່ບໍລິສຸດ ຂອງບັນດານັກວິທະຍາສາດ ແມ່ນເງື່ອນໄຂຕັດສິນເບື້ອງຕົ້ນ".  

     ໃນພາກການສົນທະຍາ ແລກປ່ຽນຄວາມຄິດເຫັນ: ທ່ານ ຮສ.ດຣ ເຟືອງຫງອກແທກ, ປະທານສະມາຄົມ ວິທະຍາສາດເສດຖະກິດ ແລະ ການຄຸ້ມຄອງ ນະຄອນໂຮຈີມິນ; ທ່ານ ຮສ.ດຣ ຫງວຽນຢູວເກິ່ນ, ຫົວໜ້າພາກວິຊາ  ພັດທະນາຊົນນະບົດ, ມະຫາວິທະຍາໄລ ເກິ່ນເທີ; ປທ ເຈິ່ນຫືວຫຽບ, ຫົວໜ້າກົມເສດຖະກິດ, ຄະນະຊີ້ນຳວຽກ ງານພາກຕາເວັນຕົກນາມໂບ້ໃຫ້ທັດສະນະວ່າ ວ-ຕ ມີບົດບາດສຳຄັນທີ່ສຸດ ໃນການປະສາມສົມທົບ ເຊື່ອມໂຍງເຂດພັດທະນາ ການຜະລິດບັນດາຜະລິດຕະພັນກະສິກຳ ທີ່ສຳຄັນຕົ້ນຕໍ່ ແລະ ກໍ່ສ້າງຊົນນະບົດໃໝ່ ຢູ່ເຂດທົ່ງພຽງ ແມ່ນ້ຳກື໋ວລອງ. ໃຂຊຸມປີຜ່ານມາ, ພາກຕົວຈິງໄດ້ໃຫ້ເຫັນວ່າ ຜົນປະໂຫຍດຈາກໂຄງການ ທີ່ກ່ຽວຂ້ອງກັນການປະຢຸກໃຊ້ ວ-ຕ ໃນການກະເສດ ລ້ວນແຕ່ຈະແຈ້ງທີ່ສຸດ, ແຕ່ເມື່ອຜັນຂະຫຍາຍ ການປະຕິບັດໃນພື້ນທີ່ຕ່າງໆ ກໍ່ເຫັນມີຄອບຄົວຊາວນາບໍ່ໜ້ອຍ ຢູ່ທ້ອງຖິ່ນ ຍັງມີຄວາມກັງວົນ ລັ່ງເລໃຈ. ສິ່ງທີ່ຄວນເອົາໃຈໃສ່ກໍ່ຄື ໃນເວລາທີ່ການກະເສດ ຂອງບັນດາປະເທດໃນພາກພື້ນ ແລະ ໃນໂລກໄດ້ກຳເອົາ ແລະ ປະຢຸກໃຊ້ ວ-ຕ ທັນສະໄໝ ຢ່າງຊຳນິຊຳນານ ເຂົ້າໃນການຜະລິດ, ປະດິດສ້າງໄດ້ຜະລິດຕະພັນສິນຄ້າ ທີ່ບັນຈຸແຮງງານພຸມປັນຍາ ຫຼາຍຢ່າງນັ້ນ, ແຕ່ຊາວນາປະເທດເຮົາເວົ້າລວມ, ຊາວນາຢູ່ເຂດທົ່ງພຽງ ແມ່ນ້ຳກື໋ວລອງ ເວົ້າໂດຍສະເພາະ ຍັງບໍ່ທັນບັນລຸໄດ້ ມາດຕະຖານປານກາງຂອງພາກພື້ນ.  

     ທ່ານຮສ.ດຣ ຫງວຽນມິງເຈົາ, ຫົວໜ້າສະຖາບັນຄົ້ນຄວ້າຕົ້ນໄມ້ກິນໝາກພາກໃຕ້ ກໍ່ມີທັດສະນະຄືຂ້າງເທິງ; ທ່ານ ດຣ ເລວັນແບ໋ງ, ຫົວໜ້າສະຖາບັນຄົ້ນຄວ້າຕົ້ນເຂົ້າ ທົ່ງພຽງແມ່ນ້ຳກື໋ວລອງ ຍັງໄດ້ສະເໜີວິທີແກ້ຈຳນວນໜຶ່ງ ແນໃສ່ສ້າງການບຸກທະລຸ ທີ່ມີລັກສະນະເປັນຈິງ ຕໍ່ກັບການພັດທະນາໄວ ແລະ ຍືນຍົງໃນຂົງເຂດກະສິກຳ, ພັດທະນາຊົນນະບົດ ຢູ່ເຂດທົ່ງພຽງແມ່ນ້ຳກື໋ວລອງ ໃນໄລຍະເວລາທີ່ຈະມາເຖິງ. ລະອຽດຄື ຍົກສູງຄຸນຄ່າເພີ່ມເຕີມ ໂດຍຜ່ານບັນດາຕົວແບບຜະລິດ ພິເສດສະເພາະ, ປະສານສົມທົບລະຫວ່າງ ວິສາຫະກິດ ກັບຊາວນາ ນັບແຕ່ຂອດເລິ່ມຕົ້ນ  ຈົນເຖິງຂອດສຸດທ້າຍ, ຮັບປະກັນຂະບວນວິວັດການຜະລິດ, ປຸງແຕ່ງ, ຈຳໜ່າຍຂາຍສິນຄ້າ ຢ່າງເປັນເອກະພາບ; ຊຸກຍູ້ການຮ່ວມມື ລະຫວ່າງເອກະຊົນ ກັບພາກລັດໃນການກະເສດ, ເຊື່ອນຕໍ່ພວງພະນັງຄຸນຄ່າ ໃນປະເທດ ກັບພວງພະນັງຄຸນຄ່າທົ່ວໂລກ; ປະສານສົມທົບລະຫວ່າງ ສະມາຄົມຂະແໜງສິນຄ້າ; ເພີ່ນການລົງທຶນ ໃຫ້ແກ່ການ ເກັບຮັກສາ, ປຸງແຕ່ງ,… ເພາະສະນັ້ນ ຈຶ່ງຈຳເປັນຕ້ອງມີການບຸກທະລຸ ໃນການປະຢຸກໃຊ້ ຄວາມກ້າວໜ້າຕ່າງໆ ຂອງ ວ-ຕ ເພື່ອຫລຸດລາຄາສຳເລັດຮູບ ຂອງຜະລິດຕະພັນ, ເພີ່ມປະສິດທິພາບ; ຫລຸດຜ່ອນຄ່າໃຊ້ຈ່າຍພົວພັນ ຕິດຕໍ່ຢູ່ໃນພວງພະນັງຄຸນຄ່າ ກະເສດຕະພັນ (ລະບົບເຮືອນໂຮງ ຄັງສາງ ພາຫະນະຂົນສົ່ງ, ຂົວທາງ…), ເພີ່ນຄຸນນະພາບຜະລິດຕະພັນ ທີ່ເອົາໄປຈຳໜ່າຍ ເຊັ່ນເຄື່ອງໝາຍການຄ້າ, ລະບົບການແຈກຢາຍ. ທ່ານ ຮສ.ດຣ ຫງວຽນວັນຈີ່ງ, ຮອງຜູ້ອຳນວຍການວິທະຍາໄລ ເສດຖະກິດ-ກົດໝາຍ, ມະຫາວິທະຍາໄລແຫ່ງຊາດ ນະຄອນ ໂຮຈີມິນ; ທ່ານ ດຣ ຮວ່າງບັກກວັກ, ສະຖະບັນຄົ້ນຄວ້າຕົ້ນເຂົ້າ ທົ່ງພຽງແມ່ນ້ຳກື໋ວລອງ ໃຫ້ທັດສະນະວ່າ: ຢາກຍູ້ແຮງ ແລະ ບັນລຸການປະກອບເຄື່ອງກົນຈັກ ດ້ວຍອັດຕາສູງ ໃນການຜະລິດກະສິກຳ ຢູ່ເຂດທົ່ງພຽງແມ່ນ້ຳກື໋ວລອງ ແມ່ນຕ້ອງດຳເນີນການວາງແຜນກຳນົດລວມ ໃຫ້ທົ່ວເຂດ, ຕ້ອງກໍ່ສ້າງພື້ນຖານໂຄງລ່າງ ເສດຖະກິດໃຫ້ສົມບູນ ແລະ ໝູນໃຊ້ບັນດາຮູບການຈັດຕັ້ງ ການຜະລິດທີ່ແທດເໝາະ. ການນຳໃຊ້ເຄື່ອງກົນຈັກ ໃນການຜະລິດກະສິກຳ ຢູ່ເຂດທົ່ງພຽງແມ່ນ້ຳກື໋ວລອງ ໄດ້ເປີດກວ້າງ ກໍ່ຈະປະກອບສ່ວນຍູ້ແຮງ ຂະບວນວິວັດການກໍ່ສ້າງຊົນນະບົດໃໝ່ ໃນເຂດນີ້ ແລະ ກົງຂ້າມ, ວິວັດການກໍ່ສ້າງຊົນນະບົດໃໝ່ ຂະຫຍາຍຕົວໄວເທົ່າໃດ ກໍ່ຈະປະກອບສ່ວນຊຸກຍູ້ ຂະບວນວິວັດການຫັນເປັນກົນຈັກ ຢູ່ເຂດທົ່ງພຽງແມ່ນ້ຳກື໋ວລອງ ໃຫ້ຂະຫຍາຍຕົວໄວເທົ່ານັ້ນ. ເພື່ອບັນລຸສິ່ງດັ່ງກ່າວນັ້ນຕ້ອງ  ເອົາໃຈໃສ່ບຳລຸງກໍ່ສ້າງພະນັກງານ ໃຫ້ຂະແໜງການກະສິກຳ ມີແຫຼ່ງບຸກຄະລາກອນທີ່ແຂງແຮງ ພໍທີ່ຈະຕອບສະໜອງ ຄວາມຕ້ອງການໄດ້ດີ.

     ສະຫລຸບການປະຊຸມສຳມະນາ, ຮສ.ດຣ ຫວູວັນຝຸກ ຕີລາຄາສູງຕໍ່ຈິດໃຈຕັ້ງໜ້າ, ຄວາມຮີບດ່ວນ ແລະ ຄວາມຮັບຜິດຊອບ ຂອງບັນດານັກວິທະຍາສາດ ນັກຄຸ້ມຄອງ ນັກຄົ້ນຄວ້າ ທີ່ໄດ້ເຮັດໃຫ້ເຫັນແຈ້ງຈຸດປະສົງ ລະດັບຄາດໝາຍ ທີ່ການປະຊຸມສຳມະນາ ໄດ້ວາງອອກມາ. ສະຫາຍເນັ້ນໜັກວ່າ ການປະຊຸມສຳມະນາໄດ້ຍົກໃຫ້ ເຫັນຄວາມຈຳກັດ, ຂໍ້ຄົງຄ້າງ ແລະ ສາເຫດຕ່າງໆ. ດ້ວຍບັນດາຜົນສຳເລັດ ທີ່ການປະຊຸມສຳມະນານີ້ບັນລຸໄດ້  ພວກເຮົາຈະນຳສະເໜີມາດຕະການ ວິທີການ ທີ່ມີຜົນປະໂຫຍດຈຳນວນໜຶ່ງ ໃຫ້ພັກ ແລະ ລັດ ເພື່ອຈະສ້າງຮາກ ຖານ ແລະ ກຳລັງແຮງໃໝ່ ຊ່ວຍໃຫ້ ວ-ຕ ຢູ່ເຂດທົ່ງພຽງແມ່ນ້ຳກື໋ວລອງ ຂະຫຍາຍຕົວຢ່າງແຂງແຮງ, ຖືກຕາມທິດ ທາງ, ຮັບໃຊ້ຢ່າງແທດຈິງ ໃຫ້ແກ່ການພັດທະນາການກະເສດ, ຊົນນະບົດ. ການປະຊຸມສຳມະນາ ຈະປະກອບສ່ວນ ຊ່ວຍໃຫ້ຊາວນາ ແລະ ຂະແໜງກະສິກຳ ທົ່ວປະເທດເວົ້າລວມ, ໃນເຂດທົ່ງພຽງແມ່ນ້ຳກື໋ວລອງ ເວົ້າໂດຍສະເພາະ  ມີບາດກ້າວເດີນທີ່ສອດຄ່ອງ ໃນການເຂົ້າຄົ້ນຄວ້າ, ປະຢຸກໃຊ້ ວ-ຕ ເຂົ້າໃນການປະລິດ./.

                                                                 ບົດແລະຮູບພາບໂດຍ ເລິມກວັນ