ວັນທີ 29 ພະຈິກ 2012, ສະຫະພັນ ບັນດາອົງການຈັດຕັ້ງ ມິດຕະພາບ, ສະມາຄົມມິດຕະພາບ ຫວຽດນາມ-ລາວ ນະຄອນ ໂຮ່ຈີມິນ ໄດ້ຈັດຕັ້ງພິທີ ຢ່າງສົມກຽດ ເພື່ອສະເຫຼີມສະຫຼອງ ວັນຊາດຂອງ ສປປ ລາວ ຄົບຮອບ 37 ປິ (2-12-1975 – 2-12-2012)  

 

ລາຍການສະແດງສິນລະປະພື້ນເມືອງລາວ ໃນພິທີສະເຫຼີມສະຫຼອງ - ຮູບຂອງ: phunuonline.com.vn

     ເຂົ້າຮ່ວມໃນພິທີສະເຫຼີມສະຫຼອງ ມີຜູ້ຕາງໜ້າການນຳ ນະຄອນໂຮ່ຈີມິນ, ກົງສູນໃຫຍ່ຂອງ ສປປ ລາວ ປະຈຳ ນະຄອນໂຮ່ຈີມິນ, ບັນດາອະດີດທະຫານອາສາສະໝັກຫວຽດນາມທີ່ເຄີຍໄປສູ້ຮົບຢູ່ລາວ ແລະ ນັກທຸລະກິດ ນັກຮຽນ ນັກສຶກສາລາວຫຼາຍຄົນ ທີ່ພວມດຳລົງຊີວິດ ແລະ ສຶກສາຮ່ຳຮຽນຢູ່ນະຄອນ ໂຮ່ຈີມິນ.

     ໂດຍລຶ້ມຄືນບັນດາຜົນງານຂອງການຕໍ່ສູ້ຍາດເອົາເອກະລາດແຫ່ງຊາດ ແລະ ບັນດາຜົນສຳເລັດທີ່ຜົ້ນເດັ່ນຂອງ ສປປ. ລາວ ພາຍຫຼັງສົງຄາມ, ທ່ານປະທານສະມາຄົມມິດຕະພາບ ຫວຽດນາທ-ລາວ ນະຄອນໂຮ່ຈີມິນ ຟານຊວນບຽນໄດ້ເນັ້ນໜັກວ່າ: “ຜ່ານການທົດສອບຂອງກາລະເວລາ, ພວກເຮົາຮູ້ສຶກເອກອ້າງທະນົງໃຈທີ່ສຸດ ທີ່ເຫັນວ່າສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດແລະການຮ່ວມມືຮອບດ້ານ ລາວ-ຫວຽດນາມ ທີ່ທ່ານປະທານໂຮ່ຈີມິນ, ທ່ານປະທານໄກສອນ ພົມວິຫານ, ທ່ານປະທານ ສຸພານຸວົງ ໄດ້ສ້າງຂຶ້ນແລະອອກເຫື່ອເທແຮງເພີ່ມພູນຄູນສ້າງນັ້ນ, ກໍ່ຖືກບັນດາຮຸ້ນພະນັກງານການນຳ, ບັນດານັກຮົບປະຕິວັດ ແລະ ປະຊາຊົນສອງປະເທດ ລາວ-ຫວຽດນາມ ປົກປັກຮັກສາສືບທອດ, ສືບຕໍ່ເພີ່ມພູນຄູນສ້າງ ແລະ ຂະຫຍາຍຢ່າງບໍ່ຢຸດຢັ້ງ ຈາກຮຸ້ນພໍ່ຕໍ່ຮຸ້ນລູກຫຼານ ແລະ ກາຍເປັນຊັບສົມບັດອັນລ້ຳຄ່າຂອງທັງສອງຊາດ”

     ທ່ານສຸດທິເດດ ພົມມະລາດ ຫົວໜ້າກົງສູນໃຫຍ່ແຫ່ງ ສປປ.ລາວ ປະຈຳນະຄອນໂຮ່ຈີມິນ ໄດ້ສະແດງຄວາມ ຂອບອົກຂອບໃຈຢ່າງຈິງໃຈຕໍ່ການຊ່ວຍເຫຼືອຂອງພັກ, ລັດ ແລະ ປະຊາຊົນຫວຽດນາມ ໃຫ້ແກ່ ພັກ, ລັດ ແລະ ປະຊາຊົນລາວໃນການຕໍ່ສູ້ຍາດເອົາເອກະລາດແຫ່ງຊາດ ກໍ່ຄືໃນຂະບວນວິວັດການສ້າງສາພັດທະນາເສດຖະກິດ - ສັງຄົມລາວໃນປັດຈຸບັນ. ສະຫາຍຢືນຢັນວ່າ ໃນຕະຫຼອດ 37 ປີຜ່ານມາ ສາຍພົວພັນມິດຕະພາບອັນໝັ້ນແກ່ນ ຄວາມສາມັກຄີພິເສດແລະການຮ່ວມມືຮອບດ້ານລະຫວ່າງ ລາວ-ຫວຽດນາມ ສືບຕໍ່ຂະຫຍາຍຕົວ, ກາຍເປັນຊັບສົມ ບັດອັນລ້ຳຄ່າຂອງສອງຊາດ, ເປັນປັດໃຈປະກອບສ່ວນເຂົ້າໃນໄຊຊະຂອງແຕ່ລະປະເທດ. ປັດຈຸບັນນີ້ ການຮ່ວມມື ລະຫວ່າງສອງປະເທດໃນບັນດາຂົງເຂດເສດຖະກິດ ການຄ້າ ວັດທະນະທຳ ການສຶກສາ ການປ້ອງກັນຊາດປ້ອງກັນ ຄວາມສະຫງົບ ການຕ່າງປະເທດ ລ້ວນແຕ່ນຳມາຊຶ່ງໝາກຜົນຕົວຈິງໃຫ້ແຕ່ລະປະເທດ.

     ໃນການພົວພັນຮ່ວມມືລົງທຶນ, ປັນຈຸບັນ ຫວຽດນາມຢູ່ໃນອັນດັບທີສອງ ໃນບັນດາປະເທດທີ່ລົງທຶນເຂົ້າລາວ ຊຶ່ງມີ 424 ໂຄງການ ດ້ວຍຍອດມູນຄ່າ 3,57 ຕື້ ໂດລາສະຫະລັດ. ຄິດໄລ່ເຖິງໄຕມາດທີ III-2012, ຍອດມູນຄ່າ ການຄ້າລະຫວ່າງສອງປະເທດໄດ້ບັນລຸ 700 ກວ່າລ້ານໂດລາສະຫະລັດ, ຄາດກະວ່າໃນໝົດປີ 2012 ຈະບັນລຸ 1 ຕື້ໂດລາສະຫະລັດ.

     ສະເພາະນະຄອນໂຮ່ຈີມິນ, ການພົວພັນຮ່ວມມືໃນຫຼາຍດ້ານກັບລາວ ກໍ່ໄດ້ຍົກສູງຂຶ້ນຢ່າງບໍ່ຢຸດຢັ້ງ ໃນຂົງເນດ ຕ່າງໆ ເຊັ່ນ ເສດຖະກິດ ການຄ້າ ການສາທາລະນະສຸກ ການສຶກສາ ການກະສິກຳ ການຫລຸດຜ່ອນຄວາມທຸກຈົາອຶດຫິວ. ມາເຖິງດຽວນີ້ ມີ 37 ວິສາຫະກິດຂອງນະຄອນໂຮ່ຈີມິນ ໄດ້ຮັບໃບອະນຸຍາດໃຫ້ລົງທຶນເຂົ້າລາວ ດ້ວຍຈຳນວນທຶນ ທັງໝົດເກືອບ 340 ລ້ານໂດລາສະຫະລັດ, ຕົ້ນຕໍ່ແມ່ນລົງທຶນເຂົ້າໃນຂົງເຂດກະສິກຳ ປ່າໄມ້ ລ້ຽງປາ ອຸດສາຫະກຳ ປຸງແຕ່ງ, ຂຸດຄົ້ນແຮ່ທາດ ແລະ ກໍ່ສ້າງ.