ວຽກງານການເມືອງ ແນວຄິດພາຍໃນພັກກອມມູນິດຫວຽດນາມ-
ບົດຮຽນທີ່ໄດ້ຈາກການປ່ຽນແປງໃໝ່ປະເທດຕະຫຼອດ 40 ປີທີ່ຜ່ານມາ
ບົດຮຽນທີ່ໄດ້ຈາກການປ່ຽນແປງໃໝ່ປະເທດຕະຫຼອດ 40 ປີທີ່ຜ່ານມາ
ເລຂາທິການໃຫຍ່ ໂຕເລິມ ເຮັດວຽກຮ່ວມກັບຄະນະໂຄສະນາອົບຮົມແລະຂົນຂວາຍປະຊາຊົນສູນກາງ, ວັນທີ 4 ມີນາ 2026 _ພາບ: TTXVN
ວຽກງານການເມືອງແນວຄິດ - ບັນຫາທີ່ມີລັກສະນະກົດເກນຂອງພັກການເມືອງທີ່ກຳອຳນາດ
ໃນຂະບວນການພັດທະນາຂອງພັກການເມືອງທີ່ກຳອຳນາດຕາມທິດສັງຄົມນິຍົມ, ຄວາມເປັນຈິງທາງປະຫວັດສາດໄດ້ຢືນຢັນກົດເກນທົ່ວໄປຊ້ຳແລ້ວຊ້ຳອີກ ວ່າ: ຄວາມເຂັ້ມແຂງຫຼືຄວາມອ່ອນແອຂອງພັກການເມືອງນັ້ນ ກ່ອນອື່ນໝົດແມ່ນມາຈາກສະພາບຂອງພື້ນຖານອຸດົມການ ແລະຄຸນນະພາບຂອງວຽກງານການເມືອງແນວຄິດ. ພື້ນຖານອຸດົມການທີ່ໝັ້ນຄົງຈະສ້າງຄວາມເປັນເອກະພາບທາງດ້ານຄວາມຮັບຮູ້, ເຈດຈຳນົງ ແລະການກະທຳທົ່ວພັກ ເຊິ່ງຈະແຜ່ຂະຫຍາຍໄປສູ່ກຳລັງແຮງແຫ່ງຄວາມສາມັກຄີທົ່ວສັງຄົມ; ໃນທາງກັບກັນ, ເມື່ອພື້ນຖານອຸດົມການເສື່ອມໂຊມ ແລະຄວາມໄວ້ວາງໃຈທາງການເມືອງຫຼຸດລົງ, ເຖິງແມ່ນວ່າໂຄງສ້າງອົງກອນທີ່ໃຫຍ່ທີ່ສຸດກໍ່ຍັງຍາກທີ່ຈະຮັກສາບົດບາດຜູ້ນໍາໄວ້ໄດ້.
ປະສົບການຂອງບາງປະເທດທີ່ເຄີຍພັດທະນາຕາມແນວທາງສັງຄົມນິຍົມສະແດງໃຫ້ເຫັນວ່າ ການປ່ຽນແປງທາງການເມືອງ ແລະສັງຄົມຄັ້ງໃຫຍ່ ບໍ່ໄດ້ເກີດຈາກບັນຫາທາງເສດຖະກິດ ຫຼືຂໍ້ຈຳກັດໃນການປົກຄອງຂອງລັດເທົ່ານັ້ນ, ແຕ່ທີ່ສຳຄັນກວ່ານັ້ນຄື ເກີດຈາກຄວາມຜິດພາດ ແລະຈຸດອ່ອນໃນວຽກງານການເມືອງແນວຄິດ ເຊິ່ງສາມາດສະຫຼຸບໄດ້ເປັນບັນຫາຫຼັກດັ່ງຕໍ່ໄປນີ້:
ທີ່ໜຶ່ງ, ຄວາມຜັນຜວນໃນພື້ນຖານການເມືອງ ແນວຄິດ ແລະ ທິດສະດີ. ໜຶ່ງໃນປາກົດການທີ່ເຫັນໄດ້ຊັດຄື ການຫຼຸດລົງຂອງຄວາມເຊື່ອໝັ້ນໃນລະບົບແນວຄິດພື້ນຖານ ເຊິ່ງນຳໄປສູ່ການຫ່າງເຫີນຈາກຫຼັກການພື້ນຖານຂອງລັດທິສັງຄົມນິຍົມວິທະຍາສາດ. ຜົນທີ່ຕາມມາຄື ການສູນເສຍທິດທາງຍຸດທະສາດ, ການຂາດຮາກຖານທາງທິດສະດີທີ່ໝັ້ນຄົງສຳລັບການນຳພາສັງຄົມ, ການສ້າງສູນຍາກາດທາງການເມືອງ ແນວຄິດພາຍໃນພັກ ແລະໃນໝູ່ມວນຊົນ.
ທີສອງ, ການປ່ອຍປະລະເຫຼີງສະໜາມຮົບທາງການເມືອງແນວຄິດ ໃນສະພາບການເປີດກວ້າງແລະການເຊື່ອມໂຍງ. ໃນຂະບວນການເຊື່ອມໂຍງສາກົນ, ຖ້າບໍ່ມີກົນໄກຊີ້ນຳທີ່ທັນທ່ວງທີແລະມີປະສິດທິພາບ, ຂໍ້ມູນທີ່ຫຼາກຫຼາຍອາດຈະຖືກນຳໃຊ້ເພື່ອເຜີຍແຜ່ຄວາມຄິດເຫັນທີ່ຜິດພາດແລະບິດເບືອນ, ເຮັດໃຫ້ເກີດຄວາມສັບສົນໃນສັງຄົມ. ເມື່ອວຽກງານການເມືອງ ແນວຄິດບໍ່ສາມາດກ້າວທັນການພັດທະນາທາງວິທະຍາສາດ ແລະເຕັກໂນໂລຊີ, ໂດຍສະເພາະ ໃນສະພາບການການລະເບີດຂອງຂໍ້ມູນ ແລະສື່ມວນຊົນ, ໂດຍສະເພາະກັບການຄຸ້ມຄອງສະພາບແວດລ້ອມທາງອິນເຕີເນັດທີ່ບໍ່ເຂັ້ມງວດ ແລະການຂາດການຊີ້ນຳຈາກອຸດົມການກະແສຫຼັກ, ສັງຄົມຈຶງຖືກຊັກນຳໄປໃນທາງທີ່ຜິດໄດ້ງ່າຍໂດຍແນວໂນ້ມທາງການເມືອງທີ່ຫຍໍ້ທໍ້ ແລະປະຕິກິລິຍາ ບວກກັບການທຳລາຍມ້າງເພຂອງອິດທິກຳລັງສັດຕູ ຈະບັ່ນທອນຄວາມເຊື່ອໝັ້ນໃນພັກການເມືອງ ແລະລະບອບການປົກຄອງປະຈຸບັນ.
ທີສາມ, ການແຍກວຽກງານດ້ານແນວຄິດອອກຈາກຊີວິດຕົວຈິງຂອງປະຊາຊົນ. ໃນບາງພື້ນທີ່, ການໂຄສະນາຊວນເຊື່ອໄດ້ກາຍເປັນເລື່ອງຜິວເຜີນ, ບໍ່ສອດຄ່ອງກັບຄວາມເປັນຈິງ ແລະບໍ່ໄດ້ເຊື່ອມໂຍງກັບການແກ້ບັນຫາໃນຊີວິດທາງສັງຄົມຢ່າງແທ້ຈິງ. ເມື່ອຄຳເວົ້າບໍ່ກົງກັບການກະທຳ; ຄວາມຄິດເຫັນຂອງປະຊາຊົນບໍ່ສອດຄ່ອງກັນ; ບັນຫາທາງສັງຄົມບໍ່ໄດ້ຮັບການແກ້ໄຂ; ແນວທາງແລະແຜນນະໂຍບາຍຕ່າງໆ ບໍ່ນຳມາເຊິ່ງການປັບປຸງຊີວິດຂອງປະຊາຊົນຢ່າງມີຄຸນນະພາບດີ, ດັ່ງນັ້ນ ວຽກງານດ້ານແນວຄິດກໍ່ຄ່ອຍໆສູນເສຍພະລັງໃນການຊັກຊວນໃຈ ແລະຄວາມໄວ້ວາງໃຈທາງສັງຄົມກໍ່ຈະຫຼຸດລົງ.
ທີສີ່, ການເສື່ອມຖອຍຂອງແນວຄິດການເມືອງພາຍໃນພັກ ເຊິ່ງສະແດງໃຫ້ເຫັນໃນຮູບແບບຂອງອຸດົມການທີ່ສັ່ນຄອນ, ເຈດຈຳນົງທາງການເມືອງທີ່ອ່ອນແອລົງ, ການຂາດຄວາມເຊື່ອໝັ້ນໃນເສັ້ນທາງການພັດທະນາທີ່ເລືອກໄວ້ ແລະນັບທັງຄວາມແຕກແຍກພາຍໃນ. ນີ້ແມ່ນໄພຂົ່ມຂູ່ໂດຍກົງແລະອັນຕະລາຍທີ່ສຸດ, ເພາະວ່າ ເມື່ອພັກບໍ່ເປັນເອກະພາບກັນໃນຄວາມຄິດແລະການກະທຳ, ບົດບາດການນຳພາຂອງພັກຍ່ອມອ່ອນແອລົງຢ່າງຫຼີກລ່ຽງບໍ່ໄດ້.
ທີຫ້າ, ຄວາມຫຼ້າຊ້າໃນການປ່ຽນແປງໃໝ່ແບບວິທີການເຮັດວຽກງານດ້ານແນວຄິດ. ການຮັກສາວິທີການໂຄສະນາຊວນເຊື່ອແບບດ້ານດຽວ, ເນື້ອໃນຄຳພີຕາຍຕົວ, ຂາດຄວາມດຶງດູດໃຈ, ບໍ່ເໝາະສົມກັບລະດັບຄວາມຮັບຮູ້ ແລະຄວາມຕ້ອງການຂໍ້ມູນຂ່າວສານທີ່ເພີ່ມສູງຂຶ້ນຂອງສັງຄົນ, ສົ່ງຜົນໃຫ້ວຽກງານດ້ານແນວຄິດຄ່ອຍໆ ສູນເສຍອິດທິພົນໄປ, ໂດຍສະເພາະໃນກຸ່ມຄົນລຸ້ນໃໝ່. ເມື່ອວຽກງານດ້ານແນວຄິດບໍ່ທັນຕໍ່ຍຸກສະໄໝ, ຊ່ອງຫວ່າງລະຫວ່າງພັກກັບສັງຄົມກໍ່ສ່ຽງທີ່ຈະກວ້າງຂຶ້ນ.
ພຶດຕິກຳຕົວຈິງແຫ່ງການປ່ຽນແປງໃໝ່ໃນຫວຽດນາມຕະຫຼອດ 40 ປີທີ່ຜ່ານມາ -
ບົດຮຽນບາງປະການກ່ຽວກັບວຽກງານດ້ານການເມືອງແນວຄິດພາຍໃນພັກ
ໃນຊີວິດຂອງທ່ານປະທານໂຮ່ຈີມິນ ທ່ານໄດ້ເອົາໃຈໃສ່ເປັນພິເສດຕໍ່ການນຳພາວຽກງານການເມືອງແນວຄິດ, ໂດຍຖືວ່າ ນີ້ແມ່ນວຽກງານສຳຄັນທີ່ສຸດ ແລະຊີ້ຂາດຄວາມສຳເລັດຂອງການປະຕິວັດ. ຕະຫຼອດໄລຍະເວລາກວ່າ 95 ປີ ພັກກອມມູນິດຫວຽດນາມໄດ້ຍຶດໝັ້ນ, ໝູນໃຊ້ ແລະພັດທະນາລັດທິມາກ-ເລນິນ ແລະແນວຄິດໂຮ່ຈີມິນຢ່າງສ້າງສັນ ໂດຍກຳນົດວ່າ ວຽກງານການເມືອງແນວຄິດເປັນອົງປະກອບທີ່ສຳຄັນຍິ່ງ ຂອງກິດຈະກຳທັງໝົດຂອງພັກ; ເປັນຂົງເຂດທີ່ສຳຄັນ, ເປັນພື້ນຖານແນວຄິດຂອງພັກ ແລະເປັນພື້ນຖານການເມືອງຂອງລະບອບການປົກຄອງ.
ຜົນສຳເລັດທີ່ປະເທດຊາດບັນລຸໄດ້ໃນໄລຍະ 40 ປີແຫ່ງການປ່ຽນແປງໃໝ່ນັ້ນ ແມ່ນຜົນມາຈາກການປະສົມປະສານຂອງຫຼາຍປັດໃຈ, ໂດຍສະເພາະແມ່ນ ການຮັກສາພື້ນຖານທາງດ້ານການເມືອງແນວຄິດຂອງພັກ, ການປັບປຸງຄວາມເຊື່ອໝັ້ນຂອງປະຊາຊົນ, ການສ້າງຄວາມເປັນເອກະພາບສູງພາຍໃນພັກ ແລະ ຄວາມເຫັນດີເປັນເອກະພາບຢ່າງກວ້າງຂວາງໃນສັງຄົມ ກ່ຽວກັບລະບອບສັງຄົມນິຍົມ ແລະເສັ້ນທາງສູ່ສັງຄົມນິຍົມ. ຈາກປະສົບການຕົວຈິງຂອງການປ່ຽນແປງໃໝ່ໃນໄລຍະ 40 ປີຜ່ານມາ, ບົດຮຽນບາງປະການກ່ຽວກັບວຽກງານການເມືອງແນວຄິດສາມາດສະຫຼຸບໄດ້ດັ່ງນີ້:
ທີໜຶ່ງ, ການຍຶດໝັ້ນ, ໝູນໃຊ້ ແລະ ພັດທະນາລັດທິມາກ-ເລນິນ ແລະແນວຄິດໂຮ່ຈີມິນຢ່າງສ້າງສັນ ແມ່ນຫຼັກການທີ່ບໍ່ປ່ຽນແປງໃນທຸກສະຖານະການ. ໃນຂະບວນການປ່ຽນແປງໃໝ່, ພັກຂອງພວກເຮົາໄດ້ຍຶດໝັ້ນໃນລັດທິມາກ-ເລນິນ ແລະແນວຄິດໂຮ່ຈີມິນ ເປັນພື້ນຖານແນວຄິດແລະຫຼັກການຊີ້ນຳສຳລັບການກະທຳທັງໝົດມາໂດຍຕະຫຼອດ. ຄວາມຕັ້ງໝັ້ນນີ້ບໍ່ແມ່ນເລື່ອງຄຳພີຕາຍຕົວ ແຕ່ເຊື່ອມໂຍງກັບຂະບວນການພັດທະນາຢ່າງສ້າງສັນສະເໝີ ໂດຍສອດຄ່ອງກັບເງື່ອນໄຂສະເພາະຂອງປະເທດໃນແຕ່ລະໄລຍະຂອງການພັດທະນາ. ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກ ໄດ້ສະຫຼຸບບົດຮຽນທຳອິດທີ່ໄດ້ຮັບຈາກການນຳພາຂະບວນການປ່ຽນແປງໃໝ່ໃນ 40 ປະທີ່ຜ່ານມາໄວ້ຢ່າງຈະແຈ້ງວ່າ: “ການຍຶດໝັ້ນ, ໝູນໃຊ້ ແລະ ພັດທະນາລັດທິມາກ-ເລນິນ ແລະ ແນວຄິດໂຮ່ຈີມິນຢ່າງສ້າງສັນ; ຍຶດໝັ້ນໃນເປົ້າໝາຍເອກະລາດແຫ່ງຊາດແລະລັດທິສັງຄົມນິຍົມ; ຍຶດໝັ້ນໃນແນວທາງການປ່ຽນແປງໃໝ່ຂອງພັກ; ຍຶດໝັ້ນໃນຫຼັກການການຈັດຕັ້ງ ແລະການດຳເນີນງານຂອງພັກ; ດຳເນີນການພັດທະນາເພື່ອໃຫ້ມີຄວາມໝັ້ນຄົງ ແລະຮັກສາຄວາມໝັ້ນຄົງ ເພື່ອສົ່ງເສີມການພັດທະນາທີ່ວ່ອງໄວແລະຍືນຍົງ, ປັບປຸງຊີວິດການເປັນຢູ່ຂອງປະຊາຊົນຢ່າງຕໍ່ເນື່ອງ...”(1). ຈິດໃຈແຫ່ງ “ທັງຍຶດໝັ້ນ, ທັງໝູນໃຊ້ ແລະ ພັດທະນາຢ່າງສ້າງສັນ” ສະທ້ອນໃຫ້ເຫັນເຖິງຄວາມສະຫຼາດຫຼັກແຫຼມທາງການເມືອງ, ສະຕິປັນຍາ, ຄວາມຄິດຍຸດທະສາດ, ຄວາມຕໍ່ເນື່ອງຂອງກະແສປະຫວັດສາດ ແລະບົດຮຽນທີ່ໄດ້ຮັບຈາກການນຳພາຂອງພັກກອມມູນິດຫວຽດນາມ ໃນຂະບວນການປ່ຽນແປງໃໝ່ປະເທດ. ການປະສົມປະສານທີ່ກົມກຽວ ລະຫວ່າງການຍຶດໝັ້ນແລະການປ່ຽນແປງໃໝ່ປະດິດສ້າງນີ້ ໄດ້ເຮັດໃຫ້ພັກສາມາດຮັກສາບົດບາດນຳພາ ແລະກຳລັງແຮງສູ້ຮົບຂອງຕົນ, ໃນຂະນະດຽວກັນກໍປັບຕົວໄດ້ຢ່າງຍືດຫຍຸ່ນຕໍ່ການປ່ຽນແປງທີ່ວ່ອງໄວ ແລະສັບສົນ ໃນສະຖານະການໂລກ.
ທີສອງ, ພວກເຮົາຕ້ອງຮັກສາ ແລະເສີມຂະຫຍາຍບົດບາດນຳພາໂດຍກົງ ແລະ ຮອບດ້ານຂອງພັກ. ການເມືອງແນວຄິດແມ່ນໜ້າທີ່ສຳຄັນທີ່ສຸດໃນວຽກງານການກໍ່ສ້າງແລະປັບປຸງພັກ; ປະກອບສ່ວນເຂົ້າໃນການຍົກສູງຄວາມສາມາດໃນການນຳພາ, ການກຳອຳນາດ ແລະກຳລັງແຮງສູ້ຮົບຂອງພັກ. ວຽກງານການເມືອງແນວຄິດຕ້ອງເລີ່ມຕົ້ນພາຍໃນພັກ; ຄວາມເປັນເອກະພາບທາງດ້ານແນວຄິດພາຍໃນພັກແມ່ນພື້ນຖານຂອງຄວາມເປັນເອກະພາບພາຍໃນລະບົບການເມືອງທັງໝົດ ແລະຄວາມເຫັນດີເຫັນພ້ອມໃນທົ່ວສັງຄົມ.
ທີສາມ, ການປ່ຽນແປງໃໝ່ຄວາມຄິດທິດສະດີເຊື່ອມໂຍງກັບການພັດທະນາຕົວຈິງຂອງປະເທດ. ກິດຈະການປ່ຽນແປງໃໝ່ໃນຫວຽດນາມກ່ອນອື່ນໝົດແມ່ນການປ່ຽນແປງໃໝ່ແນວຄວາມຄິດ. ບົນພື້ນຖານການສະຫຼຸບສັງລວມພຶດຕິກຳ ແລະການຄົ້ນຄວ້າທິດສະດີ, ພັກກອມມູນິດຫວຽດນາມໄດ້ສ້າງແລະປັບປຸງທິດສະດີ ກ່ຽວກັບແນວທາງການປ່ຽນແປງໃຫ້ສົມບູນເທື່ອລະກ້າວ ເຊິ່ງເປັນອົງລວມບັນດາທັດສະນະ, ເປົ້າໝາຍ, ວິໄສທັດ ແລະທິດທາງສຳລັບການພັດທະນາປະເທດ ແລະການປົກປັກຮັກສາປະເທດຊາດສັງຄົມນິຍົມ. ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກໄດ້ຢືນຢັນວ່າ ລະບົບທິດສະດີກ່ຽວກັບແນວທາງປ່ຽນແປງໃໝ່ແມ່ນສ່ວນປະກອບຂອງພື້ນຖານແນວຄິດຂອງພັກ, ເຊິ່ງໄດ້ມາຈາກ “ການໝູນໃຊ້, ເພີ່ມເຕີມ ແລະພັດທະນາລັດທິມາກ-ເລນິນ ແລະ ແນວຄິດໂຮ່ຈີມິນຢ່າງສ້າງສັນ ໃນໄລຍະການປ່ຽນແປງໃໝ່; ເປັນການເພີ່ມເຕີມແລະພັດທະນາທິດສະດີສັງຄົມນິຍົມ ແລະເສັ້ນທາງສູ່ສັງຄົມນິຍົມໃນຫວຽດນາມຢ່າງສ້າງສັນ, ສອດຄ່ອງກັບກົດເກນພາວະວິໄສ, ເຊິ່ງເກີດຈາກປະສົບການຕົວຈິງຂອງປະເທດ ແລະທ່າອ່ຽງຂອງຍຸກສະໄໝ;...”(2). ດັ່ງນັ້ນ “ການສ້າງຮູບແບບຂອງລັດທິສັງຄົມນິຍົມຫວຽດນາມທີ່ມີເສົາຄໍ້າພື້ນຖານ 3 ປະການຄື: ເສດຖະກິດຕະຫຼາດຕາມທິດສັງຄົມນິຍົມ; ລັດແຫ່ງອຳນາດກົດໝາຍສັງຄົມນິຍົມ ຂອງປະຊາຊົນ, ໂດຍປະຊາຊົນ ແລະເພື່ອປະຊາຊົນ ພາຍໃຕ້ການນຳພາຂອງພັກກອມມູນິດຫວຽດນາມ; ແລະ ປະຊາທິປະໄຕສັງຄົມນິຍົມ;… (3), ທັງສືບທອດບັນດາມູນຫຼັກພື້ນຖານຂອງລັດທິສັງຄົມນິຍົມວິທະຍາສາດ ແລະສະທ້ອນໃຫ້ເຫັນເຖິງການພັດທະນາຕົວຈິງຂອງປະເທດຢ່າງຈະແຈ້ງ. ຍ້ອນການປ່ຽນແປງໃໝ່ຂອງແນວຄິດທິດສະດີທີ່ກ່ຽວຂ້ອງກັບສະຖານະການຕົວຈິງຂອງປະເທດ, ພັກຂອງພວກເຮົາຈຶ່ງບໍ່ຕົກຢູ່ໃນພາວະວິກິດທາງທິດສະດີ, ແຕ່ຍັງຄົງຮັກສາບົດບາດນຳພາໃນການຊີ້ນຳ ແລະນຳພາສັງຄົມຢູ່ສະເໝີ.
ທີສີ່, ການເຊື່ອມໂຍງວຽກງານການເມືອງແນວຄິດ ກັບການພັດທະນາເສດຖະກິດ-ສັງຄົມ ແລະ ປັບປຸງຍົກສູງຄຸນນະພາບຊີວິດຂອງປະຊາຊົນ. ໜຶ່ງໃນບົດຮຽນທີ່ໂດດເດັ່ນຂອງການປ່ຽນແປງໃໝ່ແມ່ນການເຊື່ອມໂຍງວຽກງານການເມືອງແນວຄິດເຂົ້າກັບການພັດທະນາຕົວຈິງຂອງປະເທດຢ່າງຕໍ່ເນື່ອງ. ແນວທາງແລະແຜນນະໂຍບາຍຂອງພັກບໍ່ພຽງແຕ່ໄດ້ຮັບການເຜີຍແຜ່ແລະເຂົ້າໃຈຢ່າງລະອຽດເທົ່ານັ້ນ, ແຕ່ຍັງໄດ້ຮັບການຫັນເປັນນິຕິກຳ ແລະຈັດຕັ້ງປະຕິບັດຢ່າງເປັນຮູບປະທຳ ຜ່ານນະໂຍບາຍຕົວຈິງ ແລະການດຳເນິນການທີ່ວ່ອງໄວ, ເດັດຂາດ ແລະມີປະສິດທິພາບເພີ່ມຂຶ້ນເລື້ອຍໆ ແນໃສ່ນຳຜົນປະໂຫຍດໂດຍກົງມາສູ່ປະເທດແລະປະຊາຊົນ, ໂດຍມີເປົ້າໝາຍແລະຄວາມຕ້ອງການໃນການໃຫ້ຄວາມສຳຄັນກັບຄວາມເປັນຢູ່ທີ່ດີ ແລະຄວາມສຸກຂອງປະຊາຊົນເປັນໃຈກາງ ແລະຜົນປະໂຫຍດຂອງຊາດ-ປະເທດຊາດເໜືອສິ່ງອື່ນໃດ. ຜົນໄດ້ຮັບໃນທາງບວກໃນການພັດທະນາເສດຖະກິດ-ສັງຄົມ ແລະການປັບປຸງຊີວິດທາງດ້ານວັດຖຸ ແລະຈິດວິນຍານຂອງປະຊາຊົນ ສ້າງພື້ນຖານທີ່ໜັກແໜ້ນ ເພື່ອເສີມສ້າງຄວາມໄວ້ວາງໃຈ ແລະຄວາມເຫັນດີເຫັນພ້ອມທາງສັງຄົມ ເຊິ່ງຈະຊ່ວຍລະດົມຊັບພະຍາກອນໃນສັງຄົມ ເພື່ອກິດຈະການປ່ຽນແປງໃໝ່, ການສ້າງສາແລະປົກປັກຮັກສາປະເທດຊາດ. ພຶດຕິກຳຕົວຈິງສະແດງໃຫ້ເຫັນວ່າ ເມື່ອປະຊາຊົນໄດ້ຮັບປະໂຫຍດຈາກຜົນຂອງການພັດທະນາ, ຄວາມໄວ້ວາງໃຈຂອງພວກເຂົາທີ່ມີຕໍ່ພັກ ແລະລະບອບການປົກຄອງ ຈະເຂັ້ມແຂງຂຶ້ນຢ່າງຍືນຍົງ ແລະເລິກເຊິ່ງ.
ທີຫ້າ, ເປັນເຈົ້າການໃນການຕໍ່ສູ້ເພື່ອປົກປ້ອງພື້ນຖານແນວຄິດຂອງພັກ, ຫຼີກລ່ຽງການຕົກຢູ່ໃນທ່າຮັບ ທີ່ບໍ່ຄາດຄິດ. ໃນສະພາບການຂອງໂລກາພິວັດ, ການເຊື່ອມໂຍງສາກົນຢ່າງເລິກເຊິ່ງ ແລະການພັດທະນາຢ່າງແຂງແຮງຂອງການປະຕິວັດອຸດສາຫະກຳຄັ້ງທີ 4 ເຊິ່ງສົ່ງຜົນກະທົບຕໍ່ທຸກຂົງເຂດ, ໂດຍສະເພາະແມ່ນເຕັກໂນໂລຊີຂໍ້ມູນຂ່າວສານ, ພັກກອມມູນິດຫວຽດນາມໄດ້ສ້າງກຳລັງ ແລະກົນໄກຢ່າງຕັ້ງໜ້າ ເພື່ອປົກປ້ອງພື້ນຖານແນວຄິດຂອງຕົນ ແລະປະຕິເສດທັດສະນະທີ່ຜິດພາດ ແລະເປັນສັດຕູ. ມາຮອດປະຈຸບັນ, ວຽກງານນີ້ບໍ່ພຽງແຕ່ໄດ້ຮັບການຈັດຕັ້ງປະຕິບັດພາຍໃນພັກເທົ່ານັ້ນ, ແຕ່ຍັງໄດ້ຂະຫຍາຍໄປສູ່ທົ່ວສັງຄົມ, ໂດຍສະເພາະແມ່ນການພັດທະນາຢ່າງແຂງແຮງໃນໂລກໄຊເບີ, ປະກອບສ່ວນເຂົ້າໃນການຮັກສາແນວຮົບດ້ານອຸດົມການຢ່າງແຂງຂັນ, ໂດຍບໍ່ຖືກຕົກຢູ່ໃນທ່າຮັບ ແລະການໂຈມຕີທີ່ບໍ່ຄາດຄິດ ເມື່ອປະເຊີນກັບກົນອຸບາຍທຳລາຍຂອງກຳລັງສັດຕູ ແລະ ການຜັນປ່ຽນທີ່ສັບສົນໃນສະຖານະການໂລກ.
ທີຫົກ, ປ່ຽນແປງໃໝ່ວິທີການເຮັດວຽກງານດ້ານແນວຄິດໃຫ້ເໝາະສົມກັບແນວໂນ້ມຂອງຍຸກສະໄໝ. ວຽກງານການເມືອງແນວຄິດໃນປະຈຸບັນໄດ້ມີການປ່ຽນແປງວິທີການຢ່າງຈະແຈ້ງ, ຈາກການສື່ສານທາງດຽວໄປສູ່ການສົນທະນາ, ການປະຕິສຳພັນ ແລະການຊັກຊວນໃຈແບບຫຼາຍທິດທາງ; ຈາກການໂຄສະນາທາງການບໍລິຫານໄປສູ່ການສື່ສານທັນສະໄໝແບບຫຼາຍແພຼດຟອມ. ການນຳໃຊ້ຄວາມກ້າວໜ້າທາງວິທະຍາສາດແລະເຕັກໂນໂລຊີ, ການຫັນປ່ຽນດິຈິຕອນໃນຂໍ້ມູນແລະການສື່ສານ ແລະການນຳໃຊ້ສື່ສັງຄົມອອນໄລນ໌ ແລະສື່ໃໝ່ໆ ໄດ້ຊ່ວຍເພີ່ມປະສິດທິຜົນຂອງວຽກງານດ້ານແນວຄິດ, ໂດຍສະເພາະໃນກຸ່ມຄົນລຸ້ນໃໝ່.
ທີເຈັດ, ສ້າງລະບົບອົງການຈັດຕັ້ງທີ່ເຂັ້ມແຂງ ແລະຖັນແຖວພະນັກງານທີ່ມີຄວາມສາມາດ ເພື່ອໃຫ້ຄໍາແນະນຳແລະປະຕິບັດວຽກງານການເມືອງແນວຄິດຂອງພັກ, ຮັບປະກັນທັງປະລິມານແລະຄຸນນະພາບ ເພື່ອປະຕິບັດໜ້າທີ່ທີ່ໄດ້ຮັບມອບໝາຍໃຫ້ປະສົບຜົນສໍາເລັດ. ຖັນແຖວພະນັກງານທີ່ເຮັດວຽກງານການເມືອງແນວຄິດ ກໍາລັງໄດ້ຮັບການພັດທະນາ ແລະຝຶກອົບຮົມຢ່າງຕໍ່ເນື່ອງໃນດ້ານຄວາມສະຫຼາດທາງການເມືອງ, ຄວາມຮູ້ທາງທິດສະດີ ແລະທັກສະການປະຕິບັດຕົວຈິງ. ນີ້ແມ່ນປັດໄຈຕັດສິນຄຸນນະພາບ ແລະປະສິດທິພາບຂອງວຽກງານການເມືອງແນວຄິດ, ເພາະວ່າແນວທາງ ແຜນນະໂຍບາຍທັງໝົດຕ້ອງໄດ້ຮັບການປະຕິບັດຜ່ານຜູ້ຄົນ.ພົນເອກ ຈິ້ງ ວັນ ກວ້ຽດ, ກຳມະການກົມການເມືອງ, ເລຂາທິການຄະນະບໍລິຫານງານສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມແລະຂົນຂວາຍມະຫາຊົນສູນກາງ ໄປຢ້ຽມຢາມແລະອວຍພອນພະນັກງານແລະທ່ານໝໍ ຂອງສະຖາບັນການແພດແຜນບູຮານທະຫານ (ກະຊວງປ້ອງກັນປະເທດ) ເນື່ອງໃນໂອກາດສະເຫຼີມສະຫຼອງວັນແພດໝໍຫວຽດນາມຄົບຮອບ 71 ປີ (27 ກຸມພາ 1955 - 27 ກຸມພາ 2026) _ພາບ: TTXVN
ຄວາມຕ້ອງການວຽກງານການເມືອງແນວຄິດໃນໄລຍະການພັດທະນາໃໝ່
ກ້າວເຂົ້າສູ່ຍຸກໃໝ່ແຫ່ງການພັດທະນາດ້ວຍເປົ້າໝາຍ ແລະວິໄສທັດຍຸດທະສາດໃນໂອກາດສະເຫຼີມສະຫຼອງ 100 ປີແຫ່ງການສ້າງຕັ້ງພັກກອມມູນິດຫວຽດນາມ (1930-2030) ແລະຄົບຮອບ 100 ປີແຫ່ງການສ້າງຕັ້ງປະເທດ (1945-2045), ພ້ອມກັບຄວາມປາດຖະໜາທີ່ຈະສ້າງປະເທດຫວຽດນາມທີ່ສະຫງົບສຸກ, ເອກະລາດ, ປະຊາທິປະໄຕ, ຈະເລີນຮຸ່ງເຮືອງ, ມີອາລະຍະທຳ ແລະ ມີຄວາມສຸກ, ກ້າວໄປສູ່ສັງຄົມນິຍົມຢ່າງໝັ້ນຄົງ ແລະຄຽງຂ້າງກັບປະເທດມະຫາອຳນາດຂອງໂລກ ຕາມທີ່ປະທານໂຮ່ຈີມິນປາດຖະໜາ, ໃນສະພາບການໂລກແລະພາຍໃນປະເທດ ທີ່ມີຂໍ້ໄດ້ປຽບຫຼາຍຢ່າງ ແລະໂອກາດອັນຍິ່ງໃຫຍ່ ທ່າມກາງຄວາມຫຍຸ້ງຍາກແລະສິ່ງທ້າທາຍຮ້າຍແຮງນັ້ນ ວຽກງານການເມືອງແນວຄິດຈຶງສຸມໃສ່ຄວາມຕ້ອງການສຳຄັນດັ່ງຕໍ່ໄປນີ້:
ທີໜຶ່ງ, ຈຳເປັນຕ້ອງຍຶດໝັ້ນໃນພື້ນຖານແນວຄິດຂອງພັກພາຍໃຕ້ເງື່ອນໄຂ ແລະສະຖານະການທັງໝົດ. ຕ້ອງປະຕິບັດຫຼັກການ “4 ປະການ” ຢ່າງຈິງຈັງ ຄື: ຕ້ອງຍຶດໝັ້ນ, ໝູນໃຊ້ ແລະ ພັດທະນາລັດທິມາກ-ເລນິນ ແລະແນວຄິດໂຮ່ຈີມິນຢ່າງສ້າງສົນ; ຍຶດໝັ້ນໃນເປົ້າໝາຍເອກະລາດແຫ່ງຊາດແລະສັງຄົມນິຍົມ; ຍຶດໝັ້ນແນວທາງການປ່ຽນແປງໃໝ່ຂອງພັກ; ຍຶດໝັ້ນໃນຫຼັກການການຈັດຕັ້ງ ແລະການດຳເນີນງານຂອງພັກ ເພື່ອສ້າງແລະປົກປ້ອງປະເທດຊາດສັງຄົມນິຍົມຫວຽດນາມຢ່າງໜັກແໜ້ນ. ພ້ອມກັນນັ້ນ, ຕ້ອງສະຫຼຸບສັງລວມພຶດຕິກຳ ແລະຄົ້ນຄວ້າທິດສະດີຢ່າງຕໍ່ເນື່ອງ, ໝູນໃຊ້ແລະພັດທະນາລັດທິມາກ-ເລນິນ ແລະແນວຄິດໂຮ່ຈີມິນຢ່າງສ້າງສັນ ເຂົ້າກັບຄວາມເປັນຈິງຂອງການປະຕິວັດຫວຽດນາມ. ການຍຶດໝັ້ນໃນວຽກງານການເມືອງແນວຄິດບໍ່ໄດ້ໝາຍເຖິງການອະນຸລັກນິຍົມ, ແຕ່ແມ່ນການຮັກສາແກ່ນແທ້ແລະຫຼັກການໄວ້, ພ້ອມທັງເປັນເຈົ້າການໃນການປ່ຽນແປງໃໝ່ ແລະພັດທະນາຢ່າງເໝາະສົມກັບການປ່ຽນແປງທີ່ວ່ອງໄວຂອງຍຸກສະໄໝ.
ທີສອງ, ຕ້ອງຍົກສູງຄວາມຮັບຮູ້ ແລະເພີ່ມທະວິການນຳພາຮອບດ້ານ ແລະໂດຍກົງຂອງພັກຕໍ່ວຽກງານການເມືອງແນວຄິດ. ອົງການຈັດຕັ້ງພັກ, ຄະນະບໍລິຫານງານພັກ, ໂດຍສະເພາະ ເລຂາທິການຄະນະພັກ, ຕັ້ງແຕ່ລະດັບສູນກາງຈົນເຖິງລະດັບຮາກຖານ, ຕ້ອງໃຫ້ຄວາມສຳຄັນກັບວຽກງານການເມືອງແນວຄິດ; ຈຳເປັນຕ້ອງກຳນົດໃຫ້ວຽກງານການເມືອງແນວຄິດເປັນໜ້າທີ່ຈຸດສຸມ; ຜັນຂະຫຍາຍການນຳພາແລະຊີ້ນຳຢ່າງເປັນປະຈຳ ເພື່ອປັບປຸງຍົກສູງຄຸນນະພາບ ແລະປະສິດທິຜົນຂອງວຽກງານການເມືອງແນວຄິດ ດ້ວຍວິທີການແກ້ບັນຫາທີ່ສະເພາະແລະແທດຈິງ. ການນຳພາທີ່ຮອບດ້ານແລະໂດຍກົງຂອງພັກ ແມ່ນປັດໄຈຕັດສິນຄວາມເຂັ້ມແຂງ ແລະຄວາມສຳເລັດຂອງວຽກງານການເມືອງແນວຄິດ. ໃນເວລາດຽວກັນ, ພະນັກງານແລະສະມາຊິກພັກທຸກຄົນ ຕ້ອງມີຄວາມໝັ້ນຄົງທາງດ້ານຫຼັກໝັ້ນການເມືອງ, ຕັ້ງໝັ້ນໃນເປົ້າໝາຍແລະອຸດົມການ, ບໍ່ຫວັ່ນໄຫວຕໍ່ຜົນກະທົບທີ່ສັບສົນຂອງສະຖານະການ. ເປັນເຈົ້າການໃນການປ້ອງກັນແລະກີດກັ້ນຄວາມສ່ຽງຂອງການເສື່ອມໂຊມທາງແນວຄິດການເມືອງ, “ການຫັນປ່ຽນຕົນເອງ”, “ການປ່ຽນແປງຕົນເອງ” ຕັ້ງແຕ່ຕົ້ນ ແລະຈາກໄລຍະໄກ.
ທີສາມ, ຕ້ອງເຊື່ອມໂຍງຢ່າງໃກ້ຊິດວຽກງານການເມືອງແນວຄິດເຂົ້າກັບການພັດທະນາຕົວຈິງຂອງປະເທດຊາດ ແລະຜົນປະໂຫຍດທີ່ແທ້ຈິງຂອງປະຊາຊົນ. ວຽກງານການເມືອງແນວຄິດ, ໃນຂະນະທີ່ປະກອບສ່ວນໂດຍກົງຕໍ່ວຽກງານກໍ່ສ້າງແລະປັບປຸງພັກໃຫ້ສະອາດ ແລະເຂັ້ມແຂງຮອບດ້ານ ກໍ່ຕ້ອງຍຶດໝັ້ນຢ່າງໃກ້ຊິດກັບໜ້າທີ່ພັດທະນາປະເທດ ແລະປັບປຸງຍົກສູງຊີວິດການເປັນຢູ່ຂອງປະຊາຊົນ. ວຽກງານການເມືອງແນວຄິດຕ້ອງນຳໜ້າພາທາງ ແລະມີບົດບາດນຳໃນການສ້າງ ແລະເພີ່ມທະວີຄວາມຕັດສິນໃຈທາງການເມືອງ, ຄວາມເປັນເອກະພາບທາງດ້ານແນວຄິດ ແລະການກະທຳທີ່ເດັດຂາດ ເພື່ອບັນລຸເປົ້າໝາຍຍຸດທະສາດໃນຍຸກການພັດທະນາໃໝ່ໄດ້ຢ່າງສຳເລັດຜົນ. ທຸກໆເນື້ອໃນຂອງການໂຄສະນາຊວນເຊື່ອ, ການສຶກສາ ແລະການປຸກລະດົມຂົນຂວາຍ ຕ້ອງມາຈາກຄວາມເປັນຈິງ, ໂດຍສຸມໃສ່ການແກ້ໄຂບັນຫາທີ່ສັງຄົມເປັນຫ່ວງ ແລະຄວາມຄາດຫວັງຂອງປະຊາຊົນ. ປະສິດທິພາບໃນການປັບປຸງຊີວິດທາງດ້ານວັດຖຸ ແລະຈິດໃຈຂອງປະຊາຊົນຄວນເປັນມາດຕະວັດທີ່ສຳຄັນຂອງວຽກງານການເມືອງແນວຄິດ ເພື່ອປັບປຸງຄວາມໄວ້ວາງໃຈທາງສັງຄົມຢ່າງຍືນຍົງ.
ທີສີ່, ປ່ຽນແປງໃໝ່ຢ່າງແຂງແຮງເນື້ອໃນແລະວິທີການເຮັດວຽກດ້ານແນວຄິດຕາມທິດທາງທີ່ກ້າວໜ້າ, ເປັນມືອາຊີບ ແລະມີປະສິດທິພາບຫຼາຍຂຶ້ນ. ວຽກງານການເມືອງແນວຄິດຕ້ອງມີສ່ວນຮ່ວມໂດຍກົງແລະສຳຄັນ ໃນການສ້າງແລະປັບປຸງພັກໃຫ້ສະອາດ ແລະ ເຂັ້ມແຂງ, ເສີມຂະຫຍາຍຄວາມສາມາດໃນການນຳພາ, ການກຳອຳນາດ ແລະ ກຳລັງແຮງສູ້ຮົບຂອງພັກ. ວຽກງານການເມືອງແນວຄິດຄວນມຸ່ງໄປສູ່ການປູກຝັງຄວາມກ້າຫານທາງການເມືອງ, ຍົກລະດັບມາດຕະຖານທາງປັນຍາ, ສ້າງຄຸນທຳ ແລະວັດທະນະທຳພາຍໃນພັກ. ປັບປຸງລະດັບການສະຫຼຸບສັງລວມພຶດຕິກຳ, ຍົກລະດັບການຄົ້ນຄວ້າທິດສະດີ, ສະໜອງພື້ນຖານວິທະຍາສາດທີ່ໜັກແໜ້ນສຳລັບການວາງແຜນທີ່ຖືກຕ້ອງ ແລະການຈັດຕັ້ງປະຕິບັດແນວທາງແຜນນະໂຍບາຍຂອງພັກ, ກົດໝາຍແລະນະໂຍບາຍຂອງລັດ ຢ່າງມີປະສິດທິພາບ. ມີການປ່ຽນຢ່າງຈະແຈ້ງຈາກການສື່ສານທາງດຽວໄປສູ່ການປະຕິສຳພັນຫຼາຍທາງ; ຈາກການໂຄສະນາຊວນເຊື່ອທາງບໍລິຫານໄປສູ່ການສື່ສານທີ່ຊັກຊວນໃຈ ແລະແຜ່ຂະຫຍາຍກວ້າງ. ພັດທະນາລະບົບນິເວດສື່ແບບຫຼາຍແພຼດຟອມທີ່ປັບໃຫ້ເໝາະສົມກັບກຸ່ມເປົ້າໝາຍແຕ່ລະກຸ່ມ, ໂດຍສະເພາະຄົນລຸ້ນໃໝ່; ເພີ່ມຄວາມດຶງດູດໃຈ, ລັກສະນະຕໍ່ສູ້ ແລະ ລັກສະນະທິດທາງຂອງເນື້ອໃນ.
ທີຫ້າ, ເປັນເຈົ້າການໃນການຕໍ່ສູ້ຢ່າງຕັ້ງໜ້າ ເພື່ອປົກປ້ອງພື້ນຖານແນວຄິດຂອງພັກ ແລະ ພື້ນຖານການເມືອງຂອງລະບອບການປົກຄອງ. ຍົກສູງຄວາມລະມັດລະວັງໃນການປະຕິວັດ, ເສີມຂະຫຍາຍກຳລັງແຮງສັງລວມຂອງລະບົບການເມືອງ, ຄວາມກ້າຫານສະຫຼາດຫຼັກແຫຼມ ຄວາມຮັບຜິດຊອບທາງການເມືອງ ແລະຈິດໃຈຕໍ່ສູ້ຂອງພະນັກງານສະມາຊິກພັກ, ຄວາມຕັ້ງໜ້າທາງການເມືອງ-ສັງຄົມຂອງປະຊາຊົນ, ດຳເນີນການຢ່າງເປັນເຈົ້າການແລະທັນທ່ວງທີ ເພື່ອຕອບໂຕ້ແລະຫັກລ້າງຖ້ອຍທຳນອງທີ່ຜິດພາກແລະປະຕິການຂອງອິດທິກຳລັງສັດຕູ ໃນສັງຄົມແລະບົນອິນເຕີເນັດ ຢ່າງເດັດຂາດ, ປົກປ້ອງແນວຮົບທາງການເມືອງແນວຄິດຂອງພັກຢ່າງໝັ້ນຄົງ. ປ້ອງກັນແລະຈັດການຂໍ້ມູນທີ່ບໍ່ຖືກຕ້ອງ, ຂໍ້ມູນທີ່ເປັນອັນຕະລາຍ ແລະຂໍ້ມູນທີ່ມີເຈດຕະນາຮ້າຍ ຢ່າງທັນການ ເພື່ອຫຼີກລ້ຽງການຕົກຢູ່ໃນທ່າຮັບ ຫຼືບໍ່ພ້ອມຮັບມືໃນສະຖານະການໃດໆ ໃນແນວຮົບທາງການເມືອງແນວຄິດ. ພ້ອມກັນນັ້ນ, ຕ້ອງ “ເອົາການສ້າງເປັນຫຼັກ”, ເພີ່ມການສະໜອງຂໍ້ມູນທາງການແລະຂໍ້ມູນໃນທາງບວກ, ຊີ້ນຳຄວາມຄິດເຫັນສາທາລະນະ ແລະເປັນເຈົ້າການໃນການເຜີຍແຜ່ຂໍ້ຄວາມທີ່ຕັ້ງໜ້າຢ່າງມີປະສິດທິພາບ.
ທີຫົກ, ຍູ້ແຮງການປະຍຸກໃຊ້ວິທະຍາສາດ ເຕັກໂນໂລຊີ ແລະ ເພີ່ມທະວີການຫັນປ່ຽນດິຈິຕອນ ໃນວຽກງານການເມືອງແນວຄິດ. ສືບທອດແລະເສີມຂະຫຍາຍຜົນສຳເລັດແລະປະສົບການທີ່ມີຢູ່, ສົມທົບກັບການນຳໃຊ້ເຕັກໂນໂລຊີດິຈິຕອນ ແລະແພຼດຟອມສື່ດິຈິຕອນ ຢ່າງມີປະສິດທິພາບ ແລະກະຈາຍວິທີການດຳເນີນວຽກງານການເມືອງແນວຄິດໃນຊຸມຊົນ ແລະໃນໂລກໄຊເບີ. ສ້າງລະບົບຂໍ້ມູນດິຈິຕອນກ່ຽວກັບຄວາມຄິດເຫັນສາທາລະນະ; ປະຍຸກໃຊ້ປັນຍາປະດິດ ແລະການວິເຄາະຂໍ້ມູນຂະໜາດໃຫຍ່ ເພື່ອຫາຄວາມເຂົ້າໃຈ ແລະຄາດຄະເນແນວໂນ້ມທາງອຸດົມການ ແລະຄວາມຮູ້ສຶກທາງສັງຄົມ. ພັດທະນາແພຼດຟອມດິຈິຕອນເພື່ອໃຊ້ການໂຄສະນາຊວນເຊື່ອ, ການສຶກສາ ແລະການປະຕິສຳພັນກັບປະຊາຊົນ, ຄ່ອຍໆ ປ່ຽນວຽກງານການເມືອງແນວຄິດຈາກ “ອີງປະສົບການ” ໄປສູ່ “ຂັບເຄື່ອນດ້ວຍຂໍ້ມູນ”.
ທີເຈັດ, ສ້າງຖັນແຖວພະນັກງານການເມືອງແນວຄິດທີ່ມີຄວາມສາມາດໃນການປະຕິບັດໜ້າທີ່. ວຽກງານພະນັກງານແມ່ນຂອດສຳຄັນທີ່ສຸດ ເຊິ່ງຈຳເປັນຕ້ອງສຸມໃສ່ການສ້າງໂຄງສ້າງການຈັດຕັ້ງ ແລະຖັນແຖວພະນັກງານທີ່ກ່ຽວຂ້ອງໂດຍກົງກັບວຽກງານການເມືອງແນວຄິດ ເພື່ອຕອບສະໜອງຄວາມຕ້ອງການຂອງຍຸກໃໝ່. ຄວນໃຫ້ຄວາມສຳຄັນກັບການສ້າງ, ຝຶກອົບຮົມ ແລະບຳລຸງສ້າງຖັນແຖວພະນັກງານການເມືອງແນວຄິດ ທີ່ມີຄວາມກ້າຫານທາງການເມືອງ, ຄຸນທຳ, ການຄິດທາງວິທະຍາສາດ, ວິໄສທັດຍຸດທະສາດ, ຄວາມຮູ້ທາງທິດສະດີ, ບົດຮຽນປະສົບການ, ທັກສະການໂຄສະນາອົບຮົມຂົນຂວາຍ, ທັກສະການຈັດການສະຖານະການ, ທັກສະດ້ານເຕັກໂນໂລຊີ ແລະການສື່ສານດິຈິຕອນ, ມີຄວາມສາມາດເຮັດວຽກງານໃນສະພາບແວດລ້ອມສາກົນ... ກາຍເປັນນັກຮົບທີ່ຈົງຮັກພັກດີຢ່າງແທ້ຈິງໃນແນວຮົບທາງການເມືອງແນວຄິດຂອງພັກ. ພ້ອມກັນນັ້ນ, ກໍ່ຈຳເປັນຕ້ອງມີກົນໄກໃນການລະບຸ, ດຶງດູດ, ຝຶກອົບຮົມ, ບຳລຸງສ້າງ, ນຳໃຊ້ ແລະໃຫ້ຄ່າຕອບແທນທີ່ເໝາະສົມສຳລັບບຸກຄະລາກອນທີ່ມີຄຸນນະພາບສູງ.
ທີແປດ, ປັບປຸງກົນໄກການນຳພາ, ການຊີ້ນຳ, ການປະສານງານ, ການກວດກາ ແລະ ການປະເມີນຜົນງານທາງການເມືອງແນວຄິດໃຫ້ສົມບູນແບບ. ພັດທະນາລະບົບມາດຖານແລະຕົວຊີ້ວັດສະເພາະເຈາະຈົງແລະວັດຜົນໄດ້ ສຳລັບການປະເມີນຜົນ; ເຊື່ອມໂຍງຄວາມຮັບຜິດຊອບຂອງຄະນະບໍລິຫານງານພັກ, ອົງການຈັດຕັ້ງພັກ ແລະຜູ້ນຳ ເຂົ້າກັບຜົນໄດ້ຮັບຂອງວຽກງານການເມືອງແນວຄິດ. ສືບຕໍ່ປັບປຸງໂຄງສ້າງການຈັດຕັ້ງໃຫ້ຄ່ອງຕົວ, ປັບປຸງການດຳເນີນງານໃຫ້ເໝາະສົມ ແລະ ເພີ່ມທະວີການປະສານງານລະຫວ່າງຄະນະທີ່ປຶກສາຍຸດທະສາດຂອງພັກ, ອົງການສື່ມວນຊົນ, ສື່ສິ່ງພິມ, ໜ່ວຍງານດ້ານວັດທະນະທຳ, ສິລະປະ, ວິທະຍາສາດ ການສຶກສາ… ໃນລະບົບການເມືອງ, ຮັບປະກັນຄວາມຕໍ່ເນື່ອງ, ການເຊື່ອມໂຍງ, ຄວາມເປັນເອກະພາບ, ຄວາມສອດຄ່ອງ ແລະ ປະສິດທິພາບ. ເພີ່ມທະວີການກວດກາ, ຕິດຕາມກວດກາ ແລະ ແກ້ໄຂຂໍ້ບົກພ່ອງໃດໆທີ່ສະແດງເຖິງຄວາມເປັນຕາມຮູບການ ແລະໄຮ້ປະສິດທິພາບໂດຍທັນການ.
ຄວາມຕ້ອງການທັງໝົດເທິງນີ້ບໍ່ພຽງແຕ່ເປັນໜ້າທີ່ສະເພາະໜ້າເທົ່ານັ້ນ ແຕ່ຍັງເປັນທິດທາງຍຸດທະສາດໄລຍະຍາວອີກດ້ວຍ. ໃນສະພາບການໃໝ່, ວຽກງານການເມືອງແນວຄິດຕ້ອງກາຍເປັນ “ເສົາຄໍ້າທາງຈິດໃຈ”, “ແຮງຜັກດັນພາຍໃນ” ແລະ “ເຄື່ອງປ້ອງກັນ” ຢ່າງແທ້ຈິງ ສຳລັບພາລະກິດການສ້າງສາ ແລະປົກປັກຮັກສາປະເທດຊາດຫວຽດນາມສັງຄົມນິຍົມ./.
--------------------------------
(1) (2) (3) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV, ສພຈ. ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2026, ເຫຼັ້ມ 1, ໜ້າ 73, 76-77, 76.