ບາງບັນຫາທິດສະດີແລະພຶດຕິກຳກ່ຽວກັບວຽກງານທີ່ປຶກສາຍຸດທະສາດ
ໃນຂົງເຂດການຈັດຕັ້ງກໍ່ສ້າງພັກ ໃນໄລຍະເກືອບ 40 ປີ
ແຫ່ງການດຳເນີນການປ່ຽນແປງໃໝ່ (ຕອນທີ 1)
ໃນຂົງເຂດການຈັດຕັ້ງກໍ່ສ້າງພັກ ໃນໄລຍະເກືອບ 40 ປີ
ແຫ່ງການດຳເນີນການປ່ຽນແປງໃໝ່ (ຕອນທີ 1)
ສະຫາຍ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດ ເຂົ້າຮ່ວມພິທີເປີດຊຸດອົບຮົມພະນັກງານທີ່ກະກຽມເຂົ້າເປັນສະມາຊິກສູນກາງພັກ ຊຸດທີ 14, ວັນທີ 14 ຕຸລາ 2024 _ພາບ: TTXVN
ເນື້ອໃນ, ບົດບາດ ແລະ ທີ່ຕັ້ງຂອງວຽກງານທີ່ປຶກສາໃນຂົງເຂດການຈັດຕັ້ງກໍ່ສ້າງພັກ
ຕາມພົດຈະນານຸກົມພາສາຫວຽດນາມ, ການໃຫ້ຄຳປຶກສາຄື: “1. ໃຫ້ຄຳເຫັນ, ຊ່ວຍເຫຼືອຜູ້ບັນຊາການໃນການສ້າງ ແລະ ຈັດຕັ້ງປະຕິບັດແຜນການການທະຫານ; 2. ໃຫ້ຄຳເຫັນກ່ຽວກັບແຜນນະໂຍບາຍ, ແຜນການ ແລະ ມາດຕະການໃຫ້ແກ່ບຸກຄົນ ຫຼື ອົງການ”(1). ດັ່ງນັ້ນ, ການໃຫ້ຄຳປຶກສາແມ່ນໃຫ້ຄຳເຫັນ, ຂໍ້ສະເໜີ, ຄຳແນະນຳກ່ຽວກັບແຜນນະໂຍບາຍ, ແຜນງານ, ເນື້ອໃນ, ຂົງເຂດ, ຂັ້ນຕອນຕາມເປົ້າໝາຍ ແລະ ຄວາມຕ້ອງການທີ່ຕ້ອງການການໃຫ້ຄຳປຶກສາ.
ວຽກງານທີ່ປຶກສາແມ່ນການສັງລວມວຽກງານ, ກິດຈະກໍາ, ມາດຕະການທີ່ດໍາເນີນໄປຕາມຂະບວນການສະເພາະຂອງອົງການຈັດຕັ້ງ ຫຼືບຸກຄົນ ທີ່ມີວິຊາສະເພາະ ແລະເປັນມືອາຊີບ ຕາມຫຼັກການຂອງການຈັດຕັ້ງແລະການດໍາເນີນງານ, ຕອບສະໜອງຄວາມຕ້ອງການ ຂອງອົງການ ຫຼືບຸກຄົນ ທີ່ຕ້ອງການຄໍາປຶກສາກ່ຽວກັບແຜນນະໂຍບາຍ, ເນື້ອໃນ ແລະວຽກງານທີ່ແນ່ນອນ ໂດຍເປົ້າໝາຍແລະຄວາມຕ້ອງການທີ່ວາງໄວ້. ວຽກງານທີ່ປຶກສາໃນຂົງເຂດການຈັດຕັ້ງກໍ່ສ້າງພັກ ແມ່ນການຄົ້ນຄວ້າ, ການສະເໜີບົນພື້ນຖານວິທະຍາສາດແລະພຶດຕິກຳ ເພື່ອຊ່ວຍໃຫ້ຜູ້ນໍາມີພື້ນຖານໃນການຕັດສິນໃຈ ແລະ ການຈັດຕັ້ງປະຕິບັດ ວຽກງານການຈັດຕັ້ງກໍ່ສ້າງພັກ ຢ່າງມີປະສິດທິຜົນ.
ວຽກງານທີ່ປຶກສາຍຸດທະສາດໃນຂົງເຂດການຈັດຕັ້ງກໍ່ສ້າງພັກ ແມ່ນວຽກງານທີ່ປຶກສາລະດັບສູນກາງ ເພື່ອໃຫ້ຄຳປຶກສາແກ່ຄະນະບໍລິຫານງານສູນກາງພັກ ເຊິ່ງໂດຍກົງແມ່ນກົມການເມືອງ ແລະຄະນະເລຂາທິການສູນກາງ ກ່ຽວກັບວຽກງານານການຈັດຕັ້ງ ແລະພະນັກງານຂອງທົ່ວພັກ. ໃນນັ້ນ, ຄະນະຈັດຕັ້ງສູນກາງຖືບົດບາດເປັນອົງການຮັບຜິດຊອບຕົ້ນຕໍ ໃນການປະຕິບັດວຽກງານທີ່ປຶກສາຍຸດທະສາດກ່ຽວກັບວຽກງານກໍ່ສ້າງພັກ. ນອກຈາກນີ້, ຍັງມີການປະສານສົມທົບຂອງບັນດາອົງການພັກສູນກາງ, ບັນດາຄະນະສູນກາງ, ກົມການຈັດຕັ້ງພະນັກງານຂອງອົງການສູນກາງ, ບັນດາຄະນະຈັດຕັ້ງພັກທຸກຂັ້ນ ແລະ ບັນດາອົງການທີ່ກ່ຽວຂ້ອງ.
ເນື້ອໃນທີ່ປຶກສາໃນດ້ານການຈັດຕັ້ງກໍ່ສ້າງພັກ ລວມມີການກໍ່ສ້າງ ແລະ ຄຸ້ມຄອງການຈັດຕັ້ງກົງຈັກ, ການບັນຈຸບຸກຄະລາກອນ, ລັດຖະກອນ ພາລະກອນ ໃນລະບົບການເມືອງ; ການກໍ່ສ້າງລະບົບການຈັດຕັ້ງຂອງພັກ; ການກໍ່ສ້າງແລະຄຸ້ມຄອງຖັນແຖວສະມາຊິກພັກ; ວຽກງານພະນັກງານ; ການປົກປ້ອງທາງດ້ານການເມືອງພາຍໃນ. ວຽກງານທີ່ປຶກສາຍຸດທະສາດຂອງບັນດາອົງການສູນກາງພັກໃນຂົງເຂດການຈັດຕັ້ງກໍ່ສ້າງພັກ ແມ່ນດຳເນີນການຜ່ານວິທີການຕົ້ນຕໍດັງຕໍ່ໄປນີ້: ໃຫ້ຄຳປຶກສາດ້ານການວາງແຜນແນວທາງ ແລະ ແຜນນະໂຍບາຍຂອງພັກ; ໃຫ້ຄຳປຶກສາແກ່ຄະນະບໍລິຫານງານສູນກາງ, ກົມການເມືອງ, ຄະນະເລຂາທິການ ໃນການຊີ້ນຳປະຕິບັດໂດຍກົງ ອອກເອກະສານຊີ້ນຳການປະຕິບັດ, ການກວດກາ ແລະ ຕິດຕາມກວດກາການປະຕິບັດ, ການຈັດຕັ້ງປະຕິບັດເອກະສານຂອງພັກໂດຍກົງ; ການສະຫຼຸບເບື້ອງຕົ້ນ, ສະຫຼຸບສັງລວມ, ປະເມີນຜົນການປະຕິບັດເອກະສານຂອງພັກ ກ່ຽວກັບການຈັດຕັ້ງກໍ່ສ້າງພັກ; ດຳເນີນການຄົ້ນຄ້ວາ, ວິເຄາະ, ໃຫ້ຄຳປຶກສາແລະ ຄາດຄະເນຍຸດທະສາດ ກ່ຽວກັບວຽກງານຈັດຕັ້ງ ແລະ ພະນັກງານໃນແຕ່ລະໄລຍະ; ປະກອບສ່ວນຄວາມຄິດເຫັນ; ການກວດກາ; ການປະເມີນເອກະສານ, ໂຄງການ... ຂອງບັນດາອົງການໃນລະບົບການເມືອງ ທີ່ກ່ຽວຂ້ອງກັບວຽກງານການຈັດຕັ້ງກໍ່ສ້າງພັກ; ສະເໜີ, ເປັນປະທານໃນການຈັດຕັ້ງປະຕິບັດ ຫຼື ປະສານງານການປະຕິບັດຫົວຂໍ້ ແລະ ໂຄງການຄົ້ນຄວ້າວິທະຍາສາດ, ພັດທະນາທິດສະດີ ໃນຂົງເຂດການຈັດຕັ້ງກໍ່ສ້າງພັກ.
ບົດບາດ ທີ່ຕັ້ງສຳຄັນຂອງວຽກງານທີ່ປຶກສາຍຸດທະສາດໃນຂົງເຂດການຈັດຕັ້ງກໍ່ສ້າງພັກນັ້ນ ກ່ອນອື່ນໝົດແມ່ນມາຈາກຄວາມສຳຄັນເປັນພິເສດຂອງການຈັດຕັ້ງກໍ່ສ້າງພັກ. ໃນວຽກງານກໍ່ສ້າງແລະປັບປຸງພັກໂດຍລວມນັ້ນ ພັກໄດ້ໃຫ້ຄວາມສຳຄັນຕໍ່ການຈັດຕັ້ງກໍ່ສ້າງພັກສະເໝີ ແລະ ໄດ້ຮັບການຮັບຮູ້ຢ່າງເລິກເຊິ່ງກວ່າໃນແຕ່ລະວາລະຂອງກອງປະຊຸມໃຫຍ່. ຈາກເປົ້າໝາຍທີ່ກຳນົດໄວ້ໃນມະຕິກອງປະຊຸມສູນກາງພັກຄັ້ງທີ 4 (ສະໄໝທີ XII) “ເອົາໃຈໃສ່ແກ້ໄຂຈຸດອ່ອນໃນວຽກງານບຸກຄະລາກອນ ແລະການຄຸ້ມຄອງບຸກຄະລາກອນ; ກໍ່ສ້າງຖັນແຖວພະນັກງານ, ສະມາຊິກພັກ, ໂດຍສະເພາະແມ່ນ ພະນັກງານນຳພາ ຄຸ້ມຄອງທຸກລະດັບ ໃຫ້ມີເຈດຈຳນົງທາງການເມືອງທີ່ເຂັ້ມແຂງ, ມີຈັນຍາບັນ, ມີຄວາມຮັບຜິດຊອບ, ມີຄວາມສາມາດ ແລະ ມີແຮງຈູງໃຈທີ່ຖືກຕ້ອງ, ເປັນຜູ້ບຸກເບີກຢ່າງແທ້ຈິງ, ເປັນແບບຢ່າງທີ່ດີ, ຍາມໃດກໍ່ຖືຜົນປະໂຫຍດຂອງສ່ວນລວມ, ຂອງຊາດ ແລະ ປະຊາຊົນ ເໜືອຜົນປະໂຫຍດສ່ວນຕົວ, ເປັນພະນັກງານຂອງປະຊາຊົນ ແລະຮັບໃຊ້ປະຊາຊົນຢ່າງແທ້ຈິງ. ເສີມສ້າງຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນຕໍ່ພັກ”(2), ລາຍງານການເມືອງຂອງກອງປະຊຸມໃຫຍ່ພັກກອມມູນິດຫວຽດນາມຄັ້ງທີ XIII ໄດ້ສະແດງໃຫ້ເຫັນເຖິງການພັດທະນາອັນສໍາຄັນທາງດ້ານທັດສະນະ ແລະ ຄວາມຮັບຮູ້ ເມື່ອເນັ້ນໜັກເຖິງອົງປະກອບທຳອິດໃນເປົ້າໝາຍການພັດທະນາທົ່ວໄປໃນຊຸມປີຕໍ່ໜ້າຄື: “ຍົກສູງຄວາມສາມາດນຳພາ, ຄວາມສາມາດກຳອຳນາດ ແລະ ກຳລັງຕໍ່ສູ້ຂອງພັກ; ກໍ່ສ້າງພັກ ແລະ ລະບົບການເມືອງທີ່ສະອາດ ແລະ ໝັ້ນຄົງເຂັ້ມແຂງໃນທຸກດ້ານ”(3), ໂດຍສອດຄ່ອງກັບການເນັ້ນໜັກ ແລະການລວມ “ການເພີ່ມທະວີການກໍ່ສ້າງ ປັບປຸງພັກ ແລະ ລະບົບການເມືອງ ທີ່ສະອາດ ແລະ ເຂັ້ມແຂງ” ໄວ້ເປັນອົງປະກອບທຳອິດໃນຫົວຂໍ້ຂອງກອງປະຊຸມໃຫຍ່ຄັ້ງທີ XIII. ນີ້ແມ່ນບາດກ້າວພັດທະນາການໃໝ່ທາງດ້ານຈິນຕະນາການ, ສືບຕໍ່ຊີ້ແຈ້ງແນວທາງການສ້າງຄວາມສາມາດນຳພາ ແລະກຳອຳນາດງຂອງພັກ ທີ່ກຳນົດໄວ້ໃນ ໂຄງການການເມືອງກໍ່ສ້າງປະເທດໃນສະໄໝຂ້າມຜ່ານໄປສູ່ລັດທິສັງຄົມນິຍົມ (ສະບັບເພີ່ມເຕີມ, ພັດທະນາໃນປີ 2011). ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII ຂອງພັກໄດ້ສະແດງໃຫ້ເຫັນຢ່າງຄົບຖ້ວນ ແລະເລິກເຊິ່ງ ເຖິງຄວາມສຳຄັນຂອງວຽກງານການຈັດຕັ້ງກໍ່ສ້າງພັກໃນເງື່ອນໄຂທີ່ພັກກຳອຳນາດການປົກຄອງ, ກໍ່ສ້າງ ແລະ ປັບປຸງບູລະນະລັດແຫ່ງອຳນາດກົດໝາຍສັງຄົມນິຍົມ, ພັດທະນາເສດຖະກິດຕະຫຼາດຕາມທິດສັງຄົມນິຍົມ ແລະ ເຊື່ອມໂຍງເຂົ້າກັບສາກົນ. ບົດລາຍງານສະຫຼຸບວຽກງານກໍ່ສ້າງພັກ ແລະ ການຈັດຕັ້ງປະຕິບັດກົດລະບຽບຂອງພັກ ໄດ້ນຳສະເໜີບົດຮຽນປະສົບການ 5 ປະການ; ໃນນັ້ນ, ບົດຮຽນທີ 3 ໄດ້ເນັ້ນໜັກວ່າ: “ຕ້ອງຊາບຊຶມຢ່າງເລິກເຊິ່ງເຖິງທັດສະນະທີ່ວ່າ ວຽກງານພະນັກງານແມ່ນ “ກຸນແຈ” ຂອງການກໍ່ສ້າງພັກ, ຕິດພັນກັບການຢູ່ລອດຂອງພັກ ແລະ ຊະຕາກຳຂອງລະບອບ; ພະນັກງານແມ່ນຮາກເຫງົ້າຂອງທຸກວຽກງານ, ເປັນປັດໄຈຕັດສິນຄວາມສຳເລັດຂອງການປະຕິວັດ”(4). ໂດຍຖືເປັນວິທີການຊີ້ນຳນຳພາຂອງພັກຜູ້ກຳອຳນາດ, ວຽກງານການຈັດຕັ້ງກໍ່ສ້າງພັກຕ້ອງເຮັດໜ້າທີ່ໃຫ້ຄຳປຶກສາກ່ຽວກັບການຈັດຕັ້ງ ແລະສັບຊ້ອນກົນໄກຂອງລະບົບການເມືອງ ແລະ ປັບປຸງປະສິດທິຜົນການດຳເນີນງານ, ສ້າງຖັນແຖວພະນັກງານທີ່ມີຄຸນສົມບັດ ແລະ ຄຸນນະພາບສຳລັບພັກ ເພື່ອຮັບປະກັນການປະຕິບັດເປົ້າໝາຍກໍ່ສ້າງພັກ ແລະ ລະບົບການເມືອງທີ່ສະອາດປອດໃສ ແລະ ເຂັ້ມແຂງໃນທຸກດ້ານ; ສ້າງກົງຈັກລັດທີ່ກະທັດລັດຮັດກຸມ ແລະເຄື່ອນໄຫວຢ່າງມີປະສິດທິພາບແລະປະສິດທິຜົນ.ເວົ້າອີກຢ່າງໜຶ່ງ, ການປະຕິບັດວຽກງານຈັດຕັ້ງກໍ່ສ້າງພັກເປັນຢ່າງດີ ປະກອບສ່ວນສຳຄັນເຂົ້າໃນການຍົກສູງຖານະຕຳແໜ່ງຂອງພັກ, ຢືນຢັນບົດບາດນຳພາ ແລະ ແນວທາງທີ່ຖືກຕ້ອງຂອງພັກ, ແມ່ນເງື່ອນໄຂສຳຄັນເພື່ອຮັບປະກັນເປົ້າໝາຍການພັດທະນາຮອດປີ 2025, 2030, 2045 ຕາມກຳນົດຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII.
ໃນທຸກຂົງເຂດ, ວຽກງານທີ່ປຶກສາມີບົດບາດສຳຄັນທີ່ສຸດໃນການພັດທະນາອົງການ, ໜ່ວຍງານ ແລະ ການຈັດຕັ້ງ. ຝ່າຍທີ່ປຶກສາຂອງໜ່ວຍງານໄດ້ຮັບການສ້າງຂຶ້ນດ້ວຍໜ້າທີ່ທີ່ເໝາະສົມ ເພື່ອຊ່ວຍໃຫ້ຜູ້ນຳສາມາດຕັດສິນໃຈໄດ້ຢ່າງຖືກຕ້ອງ, ສົມເຫດສົມຜົນ ແລະ ມີປະສິດທິຜົນ, ພ້ອມທັງເພີ່ມປະສິດທິພາບຂອງການຈັດຕັ້ງປະຕິບັດຕາມການຕັດສິນໃຈ. ຜະລິດຕະພັນຂອງພະນັກງານແມ່ນປັດໄຈນໍາເຂົ້າໃນຂະບວນການຕັດສິນໃຈ ແລະການຕັດສິນໃຈສຸດທ້າຍຂອງຜູ້ນໍາ. ຜະລິດຕະພັນທີ່ປຶກສາເປັນຂໍ້ມູນໃນການຕັດສິນໃຈ ແລະ ການຕັດສິນໃຈຂັ້ນສຸດທ້າຍຂອງຜູ້ນຳ. ຜະລິດຕະພັນທີ່ປຶກສາຍິ່ງເປັນວິທະຍາສາດ ມີທິດສະດີ ມີພື້ນຖານພຶດຕິກຳຫຼາຍເທົ່າໃດ ການຕັດສິນໃຈຂອງຜູ້ນຳກໍ່ຈະແມ່ນຢຳຫຼາຍຂຶ້ນເທົ່ານັ້ນ ເຊິ່ງຊ່ວຍເພິ່ມປະສິດທິພາບໃນການພັດທະນາ ແລະ ຄວາມກ້າວໜ້າຂອງອົງການ ໜ່ວຍງານ ແລະການຈັດຕັ້ງ. ກົງກັນຂ້າມ, ຫານຜະລິດຕະພັນທີ່ປຶກສາບໍ່ສົມເຫດສົມຜົນ ແລະ ບໍ່ສາມາດເປັນໄປໄດ້ ການຕັດສິນໃຈຂອງຜູ້ນຳກໍ່ຈະພົບກັບຄວາມຫຍຸ້ງຍາກລຳບາກຫຼາຍຢ່າງ ແລະ ບໍ່ເໝາະສົມຕໍ່ຄວາມເປັນຈິງ.
ຄວາມຮຽກຮ້ອງຕ້ອງການສຳລັບວຽກງານທີ່ປຶກສາຍຸດທະສາດໃນຂົງເຂດການຈັດຕັ້ງກໍ່ສ້າງພັກ
ທີໜຶ່ງ, ຄວາມຕ້ອງການດ້ານຄຸນນະພາບຂອງຄຳປຶກສາ.
ການໃຫ້ຄໍາປຶກສາຕ້ອງຮັບປະກັນຄຸນນະພາບ, ຕ້ອງຊັດເຈນ, ຕ້ອງມີວິໄສທັດໂດຍອີງໃສ່ການວິເຄາະຂໍ້ມູນ, ຂໍ້ມູນທີ່ມີພື້ນຖານວິທະຍາສາດ, ຮັບປະກັນຄວາມເປັນໄປໄດ້. ເພື່ອໃຫ້ຄຳປຶກສາ ແລະ ຂໍ້ສະເໜີແນະມີຄຸນນະພາບ, ຮັບປະກັນຄວາມຖືກຕ້ອງແລະແມ່ນຢຳ, ພະນັກງານທີ່ປຶກສາໃນດ້ານການຈັດຕັ້ງກໍ່ສ້າງພັກ ຈະຕ້ອງມີຄຸນສົມບັດ ແລະ ຄວາມສາມາດດ້ານວິຊາສະເພາະ, ມີຂໍ້ມູນທີ່ຄົບຖ້ວນ, ກຳແໜ້ນແຜນນະໂຍບາຍຂອງພັກໃນການຈັດຕັ້ງກໍ່ສ້າງພັກ, ຕ້ອງມີຄວາມຊື່ສັດ ແລະ ພາວະວິໄສ; ຜະລິດຕະພັນທີ່ປຶກສາຕ້ອງແທດຈິງ, ຮັບປະກັນຄວາມເປັນໄປໄດ້. ຜູ້ເຮັດວຽກງານທີ່ປຶກສາຕ້ອງເຊີດຊູຄວາມຮັບຜິດຊອບສ່ວນຕົວໃນການໃຫ້ຄຳປຶກສາ ແລະ ການສະເໜີບັນຫາ; ຕ້ອງບໍ່ເປັນອັດຕະວິໄສ, ເຈດຈຳນົງນິຍົມ ແລະ ຕ້ອງມີວິໄສທັດຍຸດທະສາດ, ເບິ່ງກວ້າງມອງໄກ ແລະ ເລິກເຊິ່ງ; ຕ້ອງຄິດໄລ່ ແລະ ຄາດຄະເນບັນດາຄວາມໄດ້ປຽບ, ຄວາມຫຍຸ້ງຍາກ, ຄວາມສ່ຽງ, ລວມທັງຜົນກະທົບພາວະວິໄສແລະອັດຕະວິໄສທີ່ອາດຈະເກີດຂຶ້ນ ເພື່ອເປັນເຈົ້າການໃນການສະເໜີມາດຕະການແກ້ໄຂຢ່າງທັນການ ແລະ ມີປະສິດທິຜົນ.
ທີສອງ, ຮັບປະກັນຄວາມຖືກຕ້ອງຕາມແຜນນະໂຍບາຍ ແລະແນວທາງຂອງພັກ ກ່ຽວກັບວຽກງານການຈັດຕັ້ງກໍ່ສ້າງພັກ.
ການໃຫ້ຄຳປຶກສາໃນຂົງເຂດການຈັດຕັ້ງກໍ່ສ້າງພັກ ຕ້ອງອີງໃສ່ພາລະບົດບາດ ແລະໜ້າທີ່ຂອງຄະນະຈັດຕັ້ງທຸກຂັ້ນ; ກຳແໜ້ນ, ຊາບຊຶມຢ່າງເລິກເຊິ່ງ ແລະ ປະຕິບັດແນວທາງ ແຜນນະໂຍບາຍຂອງພັກ ກ່ຽວກັບການຈັດຕັ້ງກໍ່ສ້າງພັກ ຢ່າງເຂັ້ມງວດ, ຕິດຕາມການນຳພາ ແລະ ຊີ້ນຳຂອງຄະນະບໍລິຫານງານສູນກາງ, ກົມການເມືອງ, ຄະນະເລຂາທິການ ແລະ ຄະນະພັກທຸກຂັ້ນຢ່າງໃກ້ຊິດ. ການໃຫ້ຄຳປຶກສາຕ້ອງອີງໃສ່ຂໍ້ກຳນົດກົດລະບຽບໃນປະຈຸບັນຂອງພັກ, ຢ່າເຮັດຕາມຄວາມຄິດ ແລະຄວາມຕ້ອງການສ່ວນຕົວຂອງທີ່ປຶກສາ ຫຼືຜູ້ສະເໜີສ່ວນບຸກຄົນ ຢ່າງບໍ່ສົມເຫດສົມຜົນ. ໃນການໃຫ້ຄຳປຶກສາ ແລະ ສະເໜີວິທີແກ້ໄຂວຽກງານທີ່ໄດ້ຮັບມອບໝາຍ, ຖ້າຫາກພົບຄວາມຫຍຸ້ງຍາກໃນການປະຕິບັດໜ້າທີ່ທີ່ໄດ້ຮັບມອບໝາຍ ຫຼືພົບບັນຫາຈາກການປະຕິບັດລະບຽບການ ແມ່ນຕ້ອງລາຍງານ, ແນະນຳ ແລະ ສະເໜີຕໍ່ໜ່ວຍງານທີ່ມີອຳນາດໜ້າທີ່ ເພື່ອຄົ້ນຄວ້າ, ແກ້ໄຂ ແລະ ເພີ່ມເຕີມ.
ທີສາມ, ຮັບປະກັນເນື້ອໃນຂອງຄຳປຶກສາມີຄວາມພາວະວິໄສ ແລະ ຊື່ສັດ.
ຫຼັກການນີ້ແມ່ນມາຈາກຄວາມຕ້ອງການໃນການຮັບປະກັນຄຸນນະພາບ ແລະ ຄວາມຖືກຕ້ອງຊັດເຈນ ຂອງບັນຫາຄຳປຶກສາແລະຂໍ້ສະເໜີ. ເວົ້າອີກຢ່າງໜຶ່ງ, ການປະຕິບັດຕາມຫຼັກການນີ້ສ້າງພື້ນຖານ ແລະ ຮັບຮອງວ່າບັນຫາຄຳປຶກສາ ແລະ ຂໍ້ສະເໜີມີຄວາມຖືກຕ້ອງ ແລະມີຄຸນນະພາບສູງ. ພຽງແຕ່ບົນພື້ນຖານການວິເຄາະ, ການກຳແໜ້ນຫຼັກຖານວິທະຍາສາດ, ພື້ນຖານທິດສະດີ ແລະພຶດຕິກຳ ຂອງວຽກງານຈັດຕັ້ງກໍ່ສ້າງພັກເທົ່ານັ້ນ ທີ່ປຶກສາຈຶ່ງສາມາດໃຫ້ຄຳປຶກສາ ແລະ ສະເໜີໂຄງການ, ແຜນການ ແລະ ວິທີແກ້ໄຂທີ່ມີປະສິດທິຜົນແລະເໝາະສົມ.
ຄຳປຶກສາຈະຕ້ອງມາຈາກຄວາມເປັນຈິງ ຫຼືສະຖານະການພາວະວິໄສຂອງວຽກງານ, ພາລະກິດທີ່ກຳລັງແກ້ໄຂ ແລະ ຄວາມສາມາດໃນການເຮັດໃຫ້ພາລະກິດນັ້ນເກີດຂຶ້ນຈິງ. ຂໍ້ມູນຕ້ອງໄດ້ສັງລວມ ແລະ ກັ່ນກອງຈາກຫຼາຍແຫຼ່ງ, ຕິດແທດກັບໜ້າທີ່ຂອງພັກຢ່າງໃກ້ຊິດ, ຮັບປະກັນທິດທາງການເມືອງ, ຖືກຕ້ອງ ແລະ ທັນການ. ການເຄົາລົບຕາມຫຼັກການພາວະວິໄສ ຈະລົບລ້າງປັດໄຈອັດຕະວິໄສ ເຈດຈຳນົງນິຍົມໃນການໃຫ້ຄໍາປຶກສາ. ການເຄົາລົບຕາມຫຼັກການພາວະວິໄສໃນການໃຫ້ຄຳປຶກສາ ຈະຮັບປະກັນຄວາມເປັນໄປໄດ້ ແລະ ແທດຈິງ, ບັນລຸໄດ້ໝາກຜົນສູງ. ຄຸນນະພາບຂອງວຽກງານທີ່ປຶກສາໃນຂົງເຂດການຈັດຕັ້ງກໍ່ສ້າງພັກນັ້ນ ມີຄວາມກ່ຽວຂ້ອງຢ່າງໃກ້ຊິດກັບຄຸນນະພາບ ຂອງການສະຫຼຸບສັງລວມພາກປະຕິບັດ ແລະ ການຄົ້ນຄວ້າທິດສະດີ. ສະນັ້ນ, ຕ້ອງເພີ່ມທະວີການສະຫຼຸບສັງລວມພຶດຕິກຳ ແລະ ສະຫຼຸບການຈັດຕັ້ງປະຕິບັດຮູບແບບການຈັດຕັ້ງໃໝ່ ເພື່ອຖອດຖອນບັນຫາ, ຊ່ອງຫວ່າງ ແລະຂໍ້ບົກຜ່ອງທົ່ວໄປອອກມາ ເພື່ອສະໜອງຂໍ້ພິນິດວິທະຍາສາດ ແນໃສ່ປັບປຸງບູລະນະແນວທາງ ແຜນນະໂຍບາຍ, ສະເໜີແນະວິທີແກ້ໄຂໃນການນຳພາ ແລະຊີ້ນຳປະຕິບັດ.
ການໃຫ້ຄໍາປຶກສາຢ່າງຊື່ສັດແມ່ນຄວາມຕ້ອງການພາວະວິໄສ ແລະ ແມ່ນຫຼັກການທີ່ສໍາຄັນຫຼາຍ ໃນການໃຫ້ຄຳປຶກສາ, ຮັບປະກັນການໃຫ້ຄໍາປຶກສານັ້ນຖືກຕ້ອງແລະແມ່ນຢຳ. ຫຼັກການນີ້ກຳນົດວ່າ ພະນັກງານທີ່ປຶກສາໃນຂົງເຂດການຈັດຕັ້ງກໍ່ສ້າງພັກ ຕ້ອງມີຄວາມຮູ້, ຄວາມສາມາດ, ມີຄຸນທຳ ຄວາມກົງໄປກົງມາ, ຄວາມຊື່ສັດ ແລະ ຄວາມພາວະວິໄສພຽງພໍ ໃນການໃຫ້ຄຳປຶກສາ ແລະສະເໜີຄຳແນະນຳແກ່ຜູ້ນຳ. ຖ້າຄຳປຶກສາບໍ່ສັດຊື່ຈະພາໃຫ້ເກີດຄວາມເສຍຫາຍໃນວຽກງານບຸກຄະລາກອນ, ສ້າງເງື່ອນໄຂໃຫ້ແກ່ການປະກົດຕົວຂອງພັກຝ່າຍຄ້ານ, “ຜົນປະໂຫຍດຂອງກຸ່ມ”, ພາກສ່ວນທ້ອງຖິ່ນ ແລະອື່ນໆ ໃນວຽກງານພະນັກງານ.
ທີສີ່, ສົ່ງເສີມຄວາມຮັບຜິດຊອບຂອງທີ່ປຶກສາລວມໝູ່ ແລະ ບຸກຄົນ.
ການສົ່ງເສີມຄວາມຮັບຜິດຊອບແມ່ນໜ້າທີ່ຂອງທີ່ປຶກສາລວມໝູ່ແລະບຸກຄົນ ຕໍ່ໜ້າຄວາມໄວ້ວາງໃຈແລະການມອບໝາຍຂອງຂັ້ນເທິງ ເພື່ອຈໍາກັດຄວາມຜິດພາດທີ່ບໍ່ຈໍາເປັນ ແລະຄວາມສ່ຽງທີ່ອາດຈະເກີດຂຶ້ນ. ທີ່ປຶກສາລວມໝູ່ແລະບຸກຄົນຕ້ອງມີຄວາມລະມັດລະວັງທີ່ສຸດ, ພິຈາລະນາ, ຄິດໄລ່ຢ່າງຮອບຄອບ ແລະ ຕ້ອງຄາດຄະເນຜົນທີ່ຕາມມາ. ຖ້າຄໍາປຶກສາແລະຂໍ້ສະເໜີບໍ່ຖືກຕ້ອງ ຫຼືບໍ່ຊັດເຈນເໝາະສົມ, ບຸກຄົນແລະທີມງານຕ້ອງຮັບຜິດຊອບ. ທີ່ປຶກສາຕ້ອງໃຫ້ຄໍາໝັ້ນສັນຍາຕໍ່ຜູ້ນໍາກ່ຽວກັບຄວາມຖືກຕ້ອງແມ່ນຢຳຂອງບັນຫາທີ່ເຂົາໃຫ້ຄຳແນະນໍາແລະສະເໜີ.
ບັນດາປັດໄຈສົ່ງຜົນສະທ້ອນເຖິງຄຸນນະພາບການໃຫ້ຄຳປຶກສາຍຸດທະສາດໃນຂົງເຂດການຈັດຕັ້ງກໍ່ສ້າງພັກ
ທີໜຶ່ງ, ການນຳພາ, ຊີ້ນຳ ແລະ ການມອບໝາຍໜ້າທີ່ຂອງຄະນະພັກ.
ການຊີ້ນຳນຳພາທີ່ສຽບແຫຼມແລະສະຫຼາດສ່ອງໃສຂອງຄະນະພັກມີບົດບາດສຳຄັນ, ສ້າງພື້ນຖານໃຫ້ວຽກງານທີ່ປຶກສາພັດທະນາໄປໃນທິດທາງທີ່ຖືກຕ້ອງ ແລະ ບັນລຸປະສິດທິພາບສູງ. ຜ່ານການມອບໝາຍວຽກງານທີ່ປຶກສາ, ຄະນະພັກບໍ່ພຽງແຕ່ມອບໜ້າທີ່ໃຫ້ກັບຜູ້ໃຕ້ບັງຄັບບັນຊາເທົ່ານັ້ນ, ແຕ່ຍັງສ້າງເງື່ອນໄຂທີ່ເອື້ອອຳນວຍໃຫ້ພວກເຂົາດ້ວຍການສະໜັບສະໜູນດ້ານວັດຖຸ, ເງິນທຶນ ແລະ ກົນໄກທີ່ເໝາະສົມອີກນຳ; ດ້ວຍເຫດນີ້, ໄດ້ສະແດງໃຫ້ເຫັນເຖິງຄວາມໄວ້ເນື້ອເຊື່ອໃຈ ກຳລັງໃຈ ແລະ ກະຕູ້ນໃຫ້ໜ່ວຍງານທີ່ປຶກສາ ແລະພະນັກງານທີ່ປຶກສາຍົກສູງບົດບາດ ແລະ ຄວາມຮັບຜິດຊອບໃນຂະບວນການເຮັດວຽກ. ຄວາມເປັນຈິງສະແດງໃຫ້ເຫັນວ່າ ສະຖານທີ່ທີ່ຄະນະພັກສຸມໃສ່ ແລະ ເອົາໃຈໃສ່ໃນການມອບໝາຍໜ້າທີ່ວຽກງານທີ່ປຶກສາ ຈະບັນລຸເຖິງຄຸນນະພາບ ແລະ ປະສິດທິພາບໃນການເຮັດວຽກ; ພ້ອມກັນນັ້ນ, ກໍຈະຊ່ວຍໃຫ້ພະນັກງານທີ່ປຶກສາເສີມຂະຫຍາຍຄວາມສາມາດຂອງຕົນໃດ້ຢ່າງເຕັມທີ. ກົງກັນຂ້າມ, ໃນສະຖານທີ່ທີ່ຄະນະພັກບໍ່ເອົາໃຈໃສ່ ຫຼື ບໍ່ຊີ້ແຈ້ງຄວາມຮຽກຮ້ອງຕ້ອງການໃນເວລາມອບໝາຍໜ້າທີ່, ໜ່ວຍງານທີ່ປຶກສາແລະພະນັກງານທີ່ປຶກສາ ມັກຈະພົບຄວາມຫຍຸ້ງຍາກໃນການເສີມຂະຫຍາຍບົດບາດ ແລະ ຄວາມສາມາດຂອງຕົນ. ເນື້ອໃນຂອງງານທີ່ມອບໝາຍຍິ່ງມີຄວາມສະເພາະເຈາະຈົງເທົ່າໃດ, ທິດທາງທີ່ຊັດເຈນ ແລະ ລະອຽດອ່ອນຕໍ່ແນວໂນ້ມການພັດທະນາຫຼາຍເທົ່າໃດ ກໍ່ຈະຊ່ວຍຍົກສູງຄຸນນະພາບ ແລະ ປະສິດທິພາບຂອງວຽກງານທີ່ປືກສາໄດ້ຫຼາຍຂຶ້ນເທົ່ານັ້ນ. ຄວາມຖືກຕ້ອງຊັດເຈນແລະທັນເວລາ ໃນການກໍານົດເນື້ອໃນຂອງການມອບໝາຍໜ້າທີ່ບໍ່ພຽງແຕ່ຊ່ວຍໃຫ້ໜ່ວຍງານທີ່ປຶກສາເຂົ້າໃຈເປົ້າໝາຍ ແລະ ຄວາມຕ້ອງການເທົ່ານັ້ນ, ແຕ່ຍັງສ້າງເງື່ອນໄຂໃຫ້ພວກເຂົານໍາໃຊ້ວິທີການເຮັດວຽກແບບວິທະຍາສາດ ແລະສ້າງສັນ, ດ້ວຍເຫດນີ້, ສາມາດແກ້ໄຂບັນຫາທີ່ສັບສົນໄດ້ເປັນຢ່າງດີ.
ທີສອງ, ການຈັດຕັ້ງກົງຈັກ ແລະ ຖັນແຖວພະນັກງານຂອງອົງການທີ່ປຶກສາ.
ກົງຈັດການຈັດຕັ້ງຂອງອົງການທີ່ປຶກສາຕ້ອງໄດ້ຮັບການສັບຊ້ອນແລະປັບປຸງໃຫ້ມີຄວາມກະທັດລັດ ແລະການເຄື່ອນໄຫວຢ່າງມີປະສິດທິພາບ ແລະປະສິດທິຜົນ, ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການ ແລະໜ້າທີ່ໃນໄລຍະໃໝ່. ພະນັກງານທີ່ປຶກສາໃນຂົງເຂດການຈັດຕັ້ງກໍ່ສ້າງພັກ ຕ້ອງໄດ້ມາດຕະຖານທົ່ວໄປຂອງພະນັກງານ, ສະມາຊິກພັກ. ນັ້ນແມ່ນ: ມີລະດັບຄວາມຮູ້ດ້ານທິດສະດີການເມືອງ, ທັດສະນະ ແລະ ແນວທາງຂອງພັກ, ນະໂຍບາຍ ແລະກົດໝາຍຂອງລັດ; ມີຄຸນວຸດທິທາງດ້ານວັດທະນະທຳ ແລະ ວິຊາສະເພາະ, ມີສຸຂະພາບແລະຄວາມສາມາດພຽງພໍ ເພື່ອເຮັດວຽກຢ່າງມີປະສິດທິຜົນ, ຕອບສະໜອງຄວາມຮຽກຮ້ອງຕ້ອງການ ແລະໜ້າທີ່ທີ່ໄດ້ຮັບມອບໝາຍ. ການຈັດຕັ້ງກໍ່ສ້າງພັກ ແມ່ນຂະແໜງການ ແລະ ອາຊີບທີ່ຫຍຸ້ງຍາກຫຼາຍ ເພາະມັນຕິດພັນກັບການຈັດຕັ້ງກົງຈັກຂອງລະບົບການເມືອງ, ສົ່ງຜົນສະທ້ອນເຖິງຜູ້ຄົນ ແລະຖານະຂອງເຂົາໃນສັງຄົມ. ດັງນັ້ນ, ຜູ້ທີ່ເຮັດວຽກງານທີ່ປຶກສາໃນຂົງເຂດການຈັດຕັ້ງກໍ່ສ້າງພັກ ຕ້ອງມີຄວາມກ້າຫານດ້ານການເມືອງ, ມີຈິດໃຈທີ່ບໍລິສຸດ ແລະ ມີ “ດວງຕາ” ທີ່ສຽບແຫຼມໃນການເບິ່ງໂລກ ເບິ່ງຄົນເພື່ອປະເມີນຄວາມສາມາດຂອງພະນັກງານຢ່າງຖືກຕ້ອງ...
ທີສາມ, ເງື່ອນໄຂຮັບປະກັນວຽກງານຂອງຖັນແຖວພະນັກງານທີ່ປຶກສາ.
ເພື່ອສົ່ງເສີມຄວາມຄິດສ້າງສັນຂອງທີມງານທີ່ປຶກສາ, ຕ້ອງສ້າງສະພາບແວດລ້ອມການເຮັດວຽກທີ່ມີປະຊາທິປະໄຕຢ່າງແທ້ຈິງ, ເພື່ອໃຫ້ພະນັກງານທີ່ປຶກສາສາມາດເຂົ້າເຖິງແຫຼ່ງຂໍ້ມູນຂ່າວສານໄດ້ຢ່າງເຕັມສ່ວນແລະໂດຍກົງ ກ່ຽວກັບບັນຫາທີ່ກ່ຽວຂ້ອງກັບຂົງເຂດ ແລະວຽກງານຂອງພວກເຂົາ. ພະນັກງານທີ່ປຶກສາຕ້ອງການໃຫ້ຜູ້ນໍາໄວ້ວາງໃຈພວກເຂົາ, ກ້າມອບວຽກໃຫ້ພວກເຂົາ ແລະ ສ້າງເງື່ອນໄຂທີ່ເອື້ອອຳນວຍໃຫ້ພະນັກງານປະຕິບັດໜ້າທີ່ຂອງພວກເຂົາ. ຄວາມໄວ້ເນື້ອເຊື່ອໃຈຂອງອົງການ ແລະ ຂອງຜູ້ນໍາຕໍ່ພະນັກງານທີ່ປຶກສາ ແມ່ນພື້ນຖານສໍາຄັນເພື່ອສົ່ງເສີມຄວາມຄິດສ້າງສັນ, ຄວາມກ້າຫານຄົ້ນຄວ້າ, ສະເໜີແນວຄວາມຄິດໃໝ່, ຄົ້ນຄວ້າ, ຄົ້ນພົບສິ່ງໃໝ່ ແລະ ຍົກສູງຄຸນນະພາບຂອງການໃຫ້ຄຳປຶກສາ. ຄູ່ຂະໜານກັບການສ້າງສະພາບແວດລ້ອມການເຄື່ອນໄຫວທີ່ເປັນປະຊາທິປະໄຕ ເປີດເຜີຍ ແລະ ໂປ່ງໃສ ເພື່ອໃຫ້ພະນັກງານເສີມຂະຫຍາຍປະຊາທິປະໄຕໃນການປຶກສາຫາລື ແລະໂຕ້ວາທີບັນຫາຕ່າງໆ, ສະແດງຄວາມຄິດເຫັນສ່ວນຕົວ, ສົນທະນາກັບການນຳທຸກຂັ້ນ, ຮັບຟັງແລະເຂົ້າໃຈ,..., ນອກນັ້ນຍັງຕ້ອງສ້າງກົນໄກ ເພື່ອໃຫ້ພະນັກງານທີ່ປຶກສາສາມາດວິພາກວິຈານທາງວິທະຍາສາດໃນບັນຫາທີ່ກ່ຽວຂ້ອງກັບນະໂຍບາຍ ແລະ ໂຄງການຕ່າງໆ ທີ່ຈະໄດ້ຮັບການພິຈາລະນາ ແລະຕັດສິນໃຈໂດຍຜູ້ນຳທຸກຂັ້ນ ໄດ້ຢ່າງໝັ້ນໃຈ.
ຄຽງຄູ່ກັນນັ້ນ, ການປ່ຽນແປງໃໝ່ລະບອບ, ກົນໄກ ແລະ ນະໂຍບາຍສຳລັບພະນັກງານທີ່ປຶກສານັ້ນ ຕ້ອງສ້າງແຮງຈູງໃຈໃນທາງບວກ ເພື່ອດຶງດູດພະນັກງານທີ່ມີຄຸນທຳ, ຄວາມສາມາດ ແລະ ມີແນວໂນ້ມດີ ເຂົ້າມາເຮັດວຽກໃນໜ່ວຍງານທີ່ປຶກສາຂອງພັກນັບມື້ນັບຫຼາຍຂຶ້ນ. ດັງນັ້ນ, ຕ້ອງມີນະໂຍບາຍທີ່ສອດຄ່ອງກັນ ຕັ້ງແຕ່ການສັນຫາ, ການດຶງດູດ, ການຝຶກອົບຮັມ ບຳລຸງສ້າງ, ລະບອບການນຳໃຊ້ພະນັກງານ, ໂອກາດໃນການພັດທະນາວິຊາຊີບ ຈົນເຖິງນະໂຍບາຍຈ່າຍເງິນຕອບຕອບແທນແລະອື່ນໆ.
ນອກຈາກນັ້ນ, ຄວາມຕ້ອງການທີ່ສຳຄັນອີກອັນໜຶ່ງແມ່ນຕ້ອງສຸມໃສ່ການລົງທຶນດ້ານຂໍ້ມູນຂ່າວສານ, ເອກະສານ ແລະ ຖານຂໍ້ມູນໃຫ້ພຽງພໍ ເພື່ອໃຫ້ຄະນະທີ່ປຶກສາໄດ້ຮັບຂໍ້ມູນທີ່ຖືກຕ້ອງ, ຄົບຖ້ວນ ແລະ ທັນທ່ວງທີ ເພື່ອໃຊ້ໃນການຄົ້ນຄວ້າ ແລະ ມີເງື່ອນໄຂໃນການສະເໜີຄວາມຄິດເຫັນ ຄຳແນະນຳທີ່ເໝາະສົມ ຕໍ່ຜູ້ນຳທຸກຂັ້ນ.
ທີສີ່, ກົນໄກການປະສານງານ ແລະ ການປະສານສົມທົບໃນການໃຫ້ຄຳປຶກສາຍຸດທະສາດລະຫວ່າງບັນດາຄະນະຂອງພັກ.
ທີ່ປຶກສາດ້ານການຈັດຕັ້ງກໍ່ສ້າງພັກ ແມ່ນການໃຫ້ຄຳປຶກສາດ້ານການຈັດຕັ້ງ, ການປະຕິບັດວຽກງານພະນັກງານ, ຈຶງເປັນວຽກງານທີ່ກວມລວມແລະສະຫະວິຊາ ກ່ຽວຂ້ອງກັບຫຼາຍຂົງເຂດຄື: ການກວດກາ, ການຕິດຕາມກວດກາ, ກິດຈະການພາຍໃນ... ດັງນັ້ນ, ເພື່ອຍົກສູງຄຸນນະພາບ ແລະ ປະສິດທິຜົນຂອງວຽກງານທີ່ປຶກສາດ້ານການຈັດຕັ້ງກໍ່ສ້າງພັກ ແມ່ນຈຳເປັນຕ້ອງມີກົນໄກປະສານສົມທົບຢ່າງມີປະສິດທິຜົນ ລະຫວ່າງບັນດາຄະນະຂອງພັກ. ມີຄວາມຈຳເປັນຕ້ອງຮັບຮອງຫຼັກການຕໍ່ໄປນີ້: ວຽກງານໜຶ່ງຈະມອບໝາຍໃຫ້ສະເພາະພະແນກ ຫຼືໜ່ວຍງານດຽວເທົ່ານັ້ນ ເພື່ອຄວບຄຸມແລະຮັບຜິດຊອບຫຼັກ, ສ່ວນພະແນກແລະໜ່ວຍງານອື່ນໆ ມີໜ້າທີ່ປະສານງານເພື່ອດຳເນີນງານຮ່ວມກັນ.
ທີຫ້າ, ຄວາມຕັ້ງໜ້າ, ເປັນເຈົ້າການ, ປະດິດສ້າງ ແລະ ເປັນມືອາຊີບ ຂອງພະນັກງານທີ່ປຶກສາ.
ການໃຫ້ຄຳປຶກສາຍຸດທະສາດນັ້ນບໍ່ໄດ້ໝາຍເຖິງການອົດຮັບ, ລໍຖ້າຜູ້ບັງຄັບບັນຊາສັ່ງ ຫຼືຮ້ອງຂໍ ກ່ອນທີ່ຈະເລີ່ມຄົ້ນຄວ້າ, ສະເໜີ ແລະ ໃຫ້ຄໍາແນະນໍາ, ແຕ່ກົງກັນຂ້າມ ອົງການທີ່ປຶກສາແລະຖັນແຖວພະນັກງານທີ່ປຶກສາຍຸດທະສາດຕ້ອງກະຕືລືລົ້ນ ປະດິດສ້າງ ແລະ ເປັນເຈົ້າການໃນການຄົ້ນຄວ້າ, ສະຫຼຸບສັງລວມພຶດຕິກຳ, ກຳແໜ້ນພື້ນຖານທິດສະດີ, ວິທະຍາສາດ ແລະ ພາກປະຕິບັດ, ຄາດຄະເນສະຖານະການຢ່າງຖືກຕ້ອງ, ຕັ້ງໜ້າສະເໜີ ແລະ ໃຫ້ຄຳປຶກສາກ່ຽວກັບຮູບແບບການຈັດຕັ້ງໃໝ່ ແລະ ແຜນການໃໝ່ ເພື່ອແກ້ໄຂ “ຂໍ້ບົກຜ່ອງ” ທີ່ພາກປະຕິບັດວາງອອກມາ. ຄວາມຕັ້ງໜ້າ, ຄວາມເປັນເຈົ້າການ, ຄວາມຄິດປະດິດສ້າງ ແລະ ຄວາມເປັນມືອາຊີບ ໃນການຈັດຕັ້ງ ແລະ ປະຕິບັດວຽກງານທີ່ປຶກສາຂອງອົງການທີ່ປຶກສານັ້ນ ມີຄວາມສຳຄັນຕໍ່ຄຸນນະພາບຂອງຄຳປຶກສາ.
ຢ່າງໃດກໍຕາມ, ຍັງຈຳເປັນຕ້ອງເອົາໃຈໃສ່ເຖິງຄວາມຈິງທີ່ວ່າ ພະນັກງານທົ່ວໄປ ແລະ ພະນັກງານທີ່ປຶກສາໃນຂົງເຂດການຈັດຕັ້ງກໍ່ສ້າງພັກ ລ້ວນແຕ່ມີຄວາມຕ້ອງການທີ່ຈະກ້າວໜ້າ ແລະ ພັດທະນາອາຊີບຂອງຕົນ, ດັ່ງນັ້ນ ຈຶງຈຳເປັນຕ້ອງສ້າງແຮງຈູງໃຈທີ່ຖືກຕ້ອງສຳລັບກິດຈະກຳທີ່ກະຕືລືລົ້ນຂອງພະນັກງານ. ດັ່ງນັ້ນ, ຄະນະພັກຈຶ່ງມີຄວາມຮັບຜິດຊອບໃນການສ້າງສະພາບແວດລ້ອມແຫ່ງການເຮັດວຽກທີ່ເໝາະສົມ ເອື້ອອຳນວຍ, ມີກົນໄກຕອບສະໜອງ ຄ່າຕອບແທນ ແລະ ໃຫ້ລາງວັນທີ່ເໝາະສົມ, ລວມທັງໃຫ້ຄວາມເຄົາລົບຕໍ່ບຸກຄົນທີ່ມີຄວາມສາມາດ ເພື່ອກະຕູ້ນຄວາມຕັ້ງໜ້າ ຄວາມເປັນເຈົ້າການ ແລະ ຄວາມຄິດສ້າງສັນຂອງພະນັກງານທີ່ປຶກສາຍຸດທະສາດ ໃນຂົງເຂດການຈັດຕັ້ງກໍ່ສ້າງພັກ./. (ຍັງມີອີກ)
-------------------------
(1) ພົດຈະນານຸກົມພາສາຫວຽດນາມ, ສພຈ. ວັດທະນະທຳ ແລະ ຂໍ້ມູນຂ່າວສານ, ຮ່າໂນ້ຍ, 1999, ໜ້າ 1523.
(2) ເບິ່ງ: ມະຕິໝາຍເລດ 04-NQ/TW, ລົງວັນທີ 30 ຕຸລາ 2016, ຂອງກອງປະຊຸມ ຄັ້ງທີ່ 4 ຄະນະບໍລະຫານງານສູນກາງພັກ ຊຸດທີ XII, “ວ່າດ້ວຍການເພີ່ມທະວີການກໍ່ສ້າງແລະ ປັບປຸງພັກ; ກີດກັ້ນ, ຍູ້ຖອຍຄວາມເຊື່ອມໂຊມທາງດ້ານແນວຄິດການເມືອງ, ຄຸນສົມບັດສິນທຳ, ແບບແຜນດຳລົງຊີວິດ ແລະ ບັນດາປະກົດການຂອງ “ການປ່ຽນແປງຕົນເອງ”, “ການຫັນປ່ຽນຕົນເອງ” ຢູ່ພາຍໃນ”, https://tulieuvankien.dangcongsan.vn/van-kien-tu-lieu-ve-dang/hoi-nghi-bch-trung-uong/khoa-xii/nghi-quyet-so-04nq-tw-ngay-30102016-hoi-nghi-lan-thu-tu-ban-chap-hanh-trung-uong-dang-khoa-xii-ve-tang-cuong-xay-dung-chinh-550
(3) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII, ສພຈ. ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2021, ເຫຼັ້ມ 1, ໜ້າ 111.
(4) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII, ປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 2, ໜ້າ 226.