ກອງປະຊຸມສຳມະນາວິທະຍາສາດ ຫົວຂໍ້ “ບົດບາດຂອງວິທະຍາສາດ - ເຕັກໂນໂລຊີ ໃນການພັດທະນາ ກະສິກຳແບບຍືນຍົງ ແລະ ການກໍ່ສ້າງຊົນນະບົດໃໝ່ ຢູ່ເຂດທົ່ງພຽງແມ່ນ້ຳກື໋ວລອງ (ແມ່ນ້ຳຂອງ)”

ວ.ກ.ອອນໄລ - ຕອນເຊົ້າວັນທີ 19-10-2012, ທີ່ນະຄອນ ຊອັກຈັງ, ວາລະສານກອມມູນິດ, ຄະນະບໍລິຫານງານ ພັກແຂວງ ຊອັກຈັງ ແລະ ຄະນະຊີ້ນຳວຽກງານ ພາກຕາເວັນຕົກນາມໂບ້ ໄດ້ປະສານສົມທົບກັນ ຈັດຕັ້ງກອງປະຊຸມສຳມະນາ ວິທະຍາສາດ ດ້ວຍຫົວຂໍ້ “ບົດບາດຂອງວິທະຍາສາດ - ເຕັກໂນໂລຢຊີ ໃນການພັດທະນາ ກະສິກຳແບບຍືນຍົງ ແລະ ກໍ່ສ້າງຊົນນະບົດໃໝ່ ຢູ່ເຂດທົ່ງພຽງແມ່ນ້ຳກື໋ວລອງ”. ກອງປະຊຸມສຳມະນາ ແນໃສ່ປະກອບສ່ວນເຜີຍແຜ່ໃຫ້ຊາບຊືມ ມະຕິກອງປະຊຸມ ຄະນະບໍລິຫານງານສູນກາງພັກ ຄັ້ງທີ່ 6 ສະໄໝທີ່ XI ກ່ຽວກັບ “ພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ ຮັບໃຊ້ໃຫ້ແກ່ພາລະກິດການຫັນເປັນ ອຸດສາຫະກຳທັນສະໄໝ ໃນເງື່ອນໄຂເສດຖະກິດຕະຫຼາດ ຕາມທິດສັງຄົມນິຍົມ ແລະ ເຊື່ອມໂຍງເຂົ້າກັບສາກົນ” ແລະ ນຳເອົາມະຕິດັ່ງກ່າວເຂົ້າສູ່ຊີວິດຕົວຈິງ.

ພັດທະນາແຫຼ່ງຊັບພະຍາກອນມະນຸດເພື່ອ ຕອບສະໜອງຄວາມຮຽກຮ້ອງຕ້ອງການ ຂອງການຫັນເປັນອຸດສາຫະກຳທັນສະໄໝ ແລະ ເຊື່ອມໂຍງ ເຂົ້າກັບສາກົນ

ປິດກອງປະຊຸມສະໄໝສາມັນເທື່ອທີ 4 ສະພາແຫ່ງຊາດຊຸດທີ XIII ຢ່າງຄຶກຄື້ນ

ກອງປະຊຸມສຳມະນາວິທະຍາສາດສາກົນຄັ້ງທີ່ 4 ກ່ຽວກັບທະເລຕາເວັນອອກ