ຊຸກ​ຍູ້​ການ​ພົວ​ພັນລະ​ຫວ່າງຫວຽດ​ນາມກັບ
ສະ​ຫ​ະ​ພັນ​ເສດ​ຖະ​ກິດອາ​ຊີ-ເອ​ຣົບ
ໃນ​ສະ​ຖາ​ນະ​ການ​ໃໝ່

ໂດຍ ປອ ຮວາຫຶວເກື່ອງ - ຫງວຽນແທັງລານ
ສະຖາບັນຄົ້ນຄວ້າເອີຣົບ, ສະຖາບັນບັນດິດວິທະຍາສາດສັງຄົມຫວຽດນາມ
02:29, 05-11-2021

ວກ. - ສະ​ຫະ​ພັນ​ເສດ​ຖະ​ກິດອາ​ຊີ-ເອີຣົບລວມ​ມີ​ຫ້າ​ປະ​ເທດ​ສະ​ມາ​ຊິກ (ລັດ​ເຊຍ, ເບລາຣຸດ, ຄາຊັກສະຖານ, ກຽກກິດສະຖານ ແລະ ອາກເມນີ) ​ແລະ ມີ​ການ​ພົວ​ພັນ​ດ້ານ​ເສດ​ຖະ​ກິດ-ການ​ເມືອງ​ທີ່​​ເປັນມູນ​ເຊື້ອ ​ກັບຫວຽດ​ນາມ. ໃນ​ຊຸມ​ປີ​ທີ່ຜ່ານມາ, ການ​ພົວ​ພັນ​ດ້ານ​ການ​ຄ້າ​ສອງ​ຝ່າຍ​ລະ​ຫວ່າງຫວຽດ​ນາມ ແລະ ບັນ​ດາ​ປະ​ເທດດັ່ງກ່າວ​ ມີ​ການ​ພັດ​ທະ​ນາ​ຢ່າງບໍ່​ຢຸດຢັ້ງ, ​ໂດຍ​ສະ​ເພາະ​ແມ່ນ ​ນັບ​ແຕ່​ພາຍຫຼັງທີ່ສັນ​ຍາ​ການ​ຄ້າ​ເສ​ລີລະ​ຫວ່າງຫວຽດ​ນາມ ແລະ ສະ​ຫະ​ພັນ​ເສດ​ຖະ​ກິດອາ​ຊີ-ເອີຣົບ ​ມີ​ຜົນບັງຄັບ​ໃຊ້ໃນ​ປີ 2016.

ສະ​ຖາ​ນະ​ການ​ພົວ​ພັນ​ສອງ​ຝ່າຍ​ ລະ​ຫວ່າງ​ຫວຽດ​ນາມ
ແລະ ສະ​ຫະ​ພັນ​ເສດ​ຖະ​ກິດອາ​ຊີ
-ເອີ​ຣົບ

ປີ 2015, ການ​ພົວ​ພັນ​ດ້ານ​ການ​ຄ້າ​ສອງ​ຝ່າຍ ​ລະ​ຫວ່າງຫວຽດ​ນາມ ແລະ ສະ​ຫະ​ພັນ​ເສດ​ຖະ​ກິດອາຊີ-​ເອີຣົບ (Eurasian Economic Union - EAEU) ​ບັນ​ລຸມູນ​ຄ່າ 3,6 ຕື້​ໂດ​ລາ​ສະ​ຫະ​ລັດ, ເພີ່ມ​ຂຶ້ນ 6% ​ເມື່ອ​ທຽບ​ກັບ​ປີ 2014. ແຕ່​ວ່າ ຖ້າ​ຄິດ​ໄລ່​ຕາມ​ອັດ​ສ່ວນທົ່ວໄປ, ມູນ​ຄ່າ​ສິນ​ຄ້າ​ສົ່ງ​ອອກ​ຂອງຫວຽດ​ນາມ​ໄປຍັງ EAEU ກວມ​ເອົາ​ພຽງ 1,1% ຂອງມູນ​ຄ່າ​ການ​ນຳ​ເຂົ້າ​ທັງ​ໝົດຂອງກຸ່ມ ​ແລະ ມູນ​ຄ່າ​ການ​ນຳ​ເຂົ້າຂອງ​ຫວຽດນາມ​ຈາກ EAEU ກວມ​ພຽງ​ປະ​ມານ 0,5% ຂອງ​ມູນ​ຄ່າ​ການ​ສົ່ງ​ອອກທັງ​ໝົດ​ຂອງ​ກຸ່ມ.

ການ​ທີ່ຫວຽດນາມກາຍ​ເປັນ​ຄູ່​ຮ່ວມ​ມື​ທຳ​ອິດ​ທີ່​ລົງ​ນາມ​ໃນ​ສັນຍາ​ການ​ຄ້າ​ເສລີ​ກັບ EAEU ​ໄດ້​ເປີດ​ກາລະ​ໂອກາດ​ໃຫຍ່ ​ໃຫ້​ແກ່​ຕະຫຼາດ​ສົ່ງ​ອອກ​ຂອງ​ຫວຽດນາມ, ສ້າງ​ກຳ​ລັງ​ໜູນ​ໃຫ້​ການ​ເປີດ​ຕະຫຼາດ, ດຶງ​ດູດ​ຄວາມ​ສົນ​ໃຈ​ຂອງວິ​ສາ​ຫະ​ກິດ​ສອງ​ຝ່າຍ, ຫຼຸດ​ຜ່ອນອຸປະ​ສັກ​ດ້ານ​ພາ​ສີ​ ແລະ​ອຸປະ​ສັກອື່ນ ແລະ ເປັນຊ່ອງ​ທາງ​ທີ່ສະ​ດວກ​ໃນ​ການ​ສົ່ງ​ເສີມ​ການ​ນຳ​ເຂົ້າ​ແລະ​ສົ່ງ​ອອກ ລະ​ຫວ່າງປະ​ເທດຫວຽດ​ນາມ​ແລະ​ກຸ່ມ​ປະ​ເທດ EAEU. ດ້ວຍ​ອັດ​ຕາ​​​ເກືອບ 90% ຂອງ​ປະ​ເພດ​ພາ​ສີ​ທີ່​ຖືກ​ຕັດ​ແລະຫຼຸດພາ​ສີ​ນຳ​ເຂົ້າ (ໃນ​ນັ້ນ 59,3% ຂອງປະ​ເພດພາ​ສີ​ ຈະ​ຖືກ​ຍົກ​ເລີກທັນທີ​ທີ່​ສັນ​ຍາດັ່ງ​ກ່າວ​ມີ​ຜົນ​ບັງຄັບ​ໃຊ້) ເປັນ​ທ່າ​ດີ​ອັນ​ໃຫຍ່​ສຳລັບຫວຽດ​ນາມ ໃນ​ການ​ແຂ່ງ​ຂັນ​ກັບ​ບັນ​ດາ​ປະ​ເທດ​​ໃນ​ໂລກ​ ໃນການ​ສົ່ງ​ອອກ​ສິນ​ຄ້າ​ເຂົ້າ​ໃນ​ຕະຫຼາດ EAEU. ​ໂດຍ​ສະ​ເພາະ, ພາຍ​ໃຕ້​ສັນຍາ​ດັ່ງກ່າວ, ​ຂະ​ແໜງ​ການ​ແຜ່ນ​ແພ​ແລະ​ເຄື່ອງນຸ່ງ​ຫົ່ມ ໃຫ້​ຄຳ​ໝັ້ນ​ສັນ​ຍາທີ່​ຈະຍົກ​ເລີກ ​ຫຼຸດຜ່ອນ 82% ຂອງປະ​ເພດ​ພາສີ​ທັງ​ໝົດ, ຍົກ​ເລີກ​ຢ່າງ​ສົມບູນ 42% ​ໂດຍ​ມີ​ກໍາ​ນົດ​ເວ​ລາຍາວ​ສຸດ 10 ປີ​, ຍົກ​ເລີກ 36% ​ທັນທີທີ່​​ສັນ​ຍາ​​ມີ​ຜົນບັງຄັບ​ໃຊ້; ສຳ​ລັບ​ຂະ​ແໜງ​ການ​ເກີບ ຈະ​ຍົກ​ເລີກ​ແລະ​ຫຼຸດຜ່ອນ 77% ຂອງປະ​ເພດ​ພາ​ສີ, ​ໃນ​ນັ້ນ​ຈະ​ຍົກ​ເລີກ​ຢ່າງ​ສົມບູນ 73% ໂດຍ​ມີ​ກໍາ​ນົດ​ເວ​ລາຍາວ​ສຸດ 5 ປີ; ສໍາ​ລັບ​ອຸດ​ສາ​ຫະ​ກໍາ​ອາ​ຫານ​ທະ​ເລ​, ​ຈະຍົກ​ເລີກ​ແລະ​ຫຼຸດຜ່​ອນພາສີ 95% ຂອງ​ປະ​ເພດ​ພາ​ສີ​​ທັງ​ໝົດ ​ໃນ​ກຳນົດ​ເວລາ​ຍາວ​ສຸດ​ແມ່ນ 10 ປີ, ໃນ​ນັ້ນ​ 71% ຂອງ​ປະ​ເພດພາ​ສີມີ​ອັດຕາ​ພາ​ສີ​​ນຳ​ເຂົ້າ​ເປັນ 0% ທັນທີ​ທີ່​ສັນ​ຍາມີ​ຜົນ​ບັງຄັບ​ໃຊ້, ສ່ວນ​ທີ່​ເຫຼືອ​ອີກ 5% ​ຂອງປະ​ເພດ​ພາ​ສີ ​​ເປັນ​ຜະລິດ​ຕະພັນທີ່​ຫວຽດນາມບໍ່​ມີ​ທ່າ​ແຮງ​ໃນ​ການ​ສົ່ງ​ອອກ.  

ກຳມະການກົມການເມືອງ, ຫົວໜ້າຄະນະເສດຖະກິດສູນກາງ ທ່ານເຈິ່ນຕວັ໋ນແອັງ ເປັນປະທານກອງປະຊຸມຄັ້ງທີ 3 ຄະນະກຳມະການປະສົມປະຕິບັດສັນຍາຫວຽດນາມ - ສະຫະພັນເສດຖະກິດອາຊີ-ເອີຣົບ, ທີ່ຮ່າໂນ້ຍ _ພາບ: TTXVN

ນັບ​ແຕ່​ເມື່ອ​ສັນ​ຍາ​ກາ​ຄ້າ​ເສ​ລີລະ​ຫວ່າງຫວຽດ​ນາມ ແລະ ສະ​ຫະ​ພັນ​ເສດ​ຖະ​ກິດ ອາ​ຊີ-ເອີ​ຣົບ ​ມີ​ຜົນ​ບັງຄັບ​ໃຊ້​ໃນ​ປີ 2016, ມູນ​ຄ່າ​ການ​ຄ້າ​ລະ​ຫວ່າງ​ສອງ​ຝ່າຍ​ມີການ​ເຕີບ​ໂຕ​ຢ່າງ​ແຂງ​ແຮງ ​ໂດຍ​ເພີ່ມ​ຂຶ້ນ​ສະ​ເລ່ຍ​ 30% ຕໍ່​ປີ(2). ສິ່ງ​ດັ່ງກ່າວ​ສະ​ແດງ​ໃຫ້​ເຫັນ​ວ່າ, ສັນຍາ​ແມ່ນ​ຂອບ​ກົດໝາຍ​ທີ່​ສຳຄັນ, ສ້າງ​ແລວ​ທາງທີ່​ປອດ​ໂປ່​ງ ​ໃຫ້​ແກ່​ບັນດາ​ວິສາ​ຫະກິດ​ຂອງ​ສອງ​ຝ່າຍ​ຊຸກຍູ້​ການ​ຄ້າ ​ແລະ ການ​ລົງທຶນ. ​ຕາມ​ຂໍ້​ມູນ​ຂອງ​ກົມ​ສຸນ​ລະກາ​ກອນຫວຽດ​ນາມ, ທາງ​ຝ່າຍຫວຽດ​ນາມ, ​ບັນດາ​ປະ​ເພດສິນ​ຄ້າ​ທີ່​ໃຊ້​ປະ​ໂຫຍ​ດຈາກສິ່ງ​ຈູງ​ໃຈຈາກ​ສັນ​ຍາສ່ວຍ​ໃຫຍ່​ແມ່ນ ​ແຜ່​ແຜ ​ເຄື່ອງນຸ່ງ​ຫົ່ມ, ເກີບ, ສິນ​ໃນ​ນ້ຳ, ຜະ​ລິດ​ຕະ​ພັນ​ກະ​ສິ​ກຳ, ໂທ​ລະ​ສັບ ແລະ ສ່ວນ​ປະກອບ. ທາງ​ຝ່າຍ EAEU, ບັນ​ດາ​ປະ​ເພດ​ສິນ​ຄ້າ​ທີ່​ໄດ້​ຮັບ​ຜົນ​ປະ​ໂຫຍດ​ນັ້ນ​ແມ່ນ ​ປາ​ແຊມອນ​ນ້ຳ​ຈືດ, ສາ​ລີ, ຝຸ່ນ​ປ​ະ​ເພດ​ຕ່າງໆ, ນ້ຳ​ມັນ​ພືດ, ເຫຼັກກ້າ, ລົດບັນທຸກ​ສິນຄ້າແລະພາ​ຫະ​ນະຂົນ​ສົ່ງທີ່ໃຊ້ເຄື່ອງຈັກກາຊວນ,… ນອກຈາກນີ້, ສິນ​ຄ້າຫຼາຍ​ປະ​ເພດ​ຂອງຫວຽດ​ນາມ ແລະຂອງບັນ​ດາ​ປະ​ເທດ EAEU ໄດ້​ໝູນ​ໃຊ້​ລະ​ດັບ​ພາ​ສີ​ນຳ​ເຂົ້າ​ແບບ​ເອື້ອ​ອຳ​ນວຍ​​ພິ​ເສດ ​ຕາມ​ສັນ​ຍາ​ສະ​ບັບ​ນີ້​ ມີ​ທ່າ​ອຽງ​ເພີ່ມ​ຂຶ້ນຫຼາຍ. ໃນ​ປີ 2016, ມູນ​ຄ່າການ​ຄ້າ​ສອງ​ສົ້ນ​ລະ​ຫວ່າງຫວຽດ​ນາມ ແລະ EAEU ບັນ​ລຸ​ 3,04 ຕື້​ໂດ​ລາ​ສະ​ຫະ​ລັດ, ເພີ່ນ​ຂຶ້ນ 23% ​ເມື່ອ​ທຽບ​ກັບ​ປີ 2015, ປີ 2017 ມູນ​ຄ່າ​ການສົ່ງ​ອອກນຳ​ເຂົ້າ​ລະ​ຫວ່າງຫວຽດ​ນາມ ແລະ EAEU ບັນ​ລຸ​ 3,9 ຕື້​ໂດ​ລາ​ສະ​ຫະ​ລັດ, ເພີ່ມ​ຂຶ້ນ 28,3% ​ເມື່ອທຽບ​ກັບ​ປີ 2016(3).

ຈາກນັ້​ນ, ​ສາ​ມາດ​ເຫັນ​ໄດ້​ວ່າ​ ນັບ​ແຕ່​ເມື່ອມີ​ຜົນບັງຄັບ​ໃຊ້, ສັນຍາ​ການ​ຄ້າ​ເສລີ​ລະຫວ່າງ​ຫວຽດນາມ​ແລະ​ EAEU ໄດ້​ສ້າງ​ຄວາມ​ສະ​ດວກ​ໃຫ້​ແກ່​ການ​ພັດ​ທະ​ນາ​ການ​ຄ້າ​ສອງ​ສົ້ນ​ ລະ​ຫວ່າງຫວຽດ​ນາມ ແລະ ກຸ່ມ​ປະ​ເທດ EAEU ເພີ່ມ​ຂຶ້ນ​ຢ່າງ​ແຂງ​ແຮງກວ່າ​ແຕ່​ກ່ອນ (ອັດຕາ​ການ​ເຕີບ​ໂຕ​ສະ​ເລ່ຍ​ແຕ່ລະ​ປີ​ໃນ​ໄລຍະ 2011 - 2015 ພຽງ​ແຕ່​ປະມານ 5%/ປີ, ​ໃນ​ໄລຍະ 2013 - 2015 ການ​ຄ້າ​ສອງ​ຝ່າຍ​ມີ​ທ່າ​ອຽງ​ຫຼຸດ​ລົງ). ຕາມ​ການ​ຄາດ​ຄະ​ເນ​ຂອງຜູ້​ຊ່ຽວ​ຊາຍຫຼາຍ​ຄົນ, ທ່າ​ອຽງ​ເຕີບ​ໂຕ​ການ​ຄ້າຍັງຈະ​ສືບ​ຕໍ່​ໄດ້​ຮັບ​ການ​ຮັກສາ​ໃນ​ຊຸມ​ປີ​ຕໍ່ໜ້າ, ​ໂດຍ​ສະ​ເພາະ​ແມ່ນ ​ໄປ​ຄຽງ​ຄູ່​ກັບ​ການ​ກຳນົດ​​ແຜນ​ງານ​ຕັດ​ພາສີ​ຫຼາຍປະ​ເພດ​ໃຫ້​ເຫຼືອ 0%.

ກ່ຽວ​ກັບ​ອັດ​ຕາ​ການ​ນໍາ​ໃຊ້​ປະ​ໂຫຍດ​ຈາກ​ຄວາມ​ເອື້ອ​ອຳ​ນວຍ​ຂອງ​ສັນ​ຍາ, ນັບ​ແຕ່ ສັນຍາ​ການ​ຄ້າ​ເສລີ​ລະຫວ່າງ​ຫວຽດນາມ​ແລະ​ EAEU ​ມີ​ຜົນບັງຄັບ​ໃຊ້ (ເດືອນທັນ​ວາ 2016) ​ຮອດ​ທ້າຍ​ເດືອນ​ມິ​ຖຸ​ນາ 2018, ຫວຽດ​ນາມ​​ໄດ້ສົ່ງ​ອອກ​ສິນ​ຄ້າ​ໄປ​ຍັງ​ຕະຫຼາດ EAEU ກວ່າ 869 ລ້ານໂດ​ລາ​ສະ​ຫະ​ລັດ ​ໂດຍໃຊ້​​ໃບຮັບ​ຮອງ​ແຫຼ່ງ​ກຳ​ເນີດ​ສິ​ນ​ຄ້າ (C/O) ຮູບ​ແບບ EAV ຕາມສັນຍາ​ການ​ຄ້າ​ເສລີ​ລະຫວ່າງ​ຫວຽດນາມ​ແລະ​ EAEU. ສະ​ເພາະຫົກ​ເດືອນ​ຕົ້ນ​ປີ 2018 ​ເທົ່າ​ນັ້ນ, ຫວຽດ​ນາມ​ໄດ້​ສົ່ງ​ອອກ​ສິນ​ຄ້າ​ໄປ​ຍັງ​ຕະຫຼາດ EAEU ກວ່າ 281 ລ້ານ​ໂດ​ລາ​ສະ​ຫະ​ລັດ ​ໂດຍໃຊ້​ໃບຮັບ​ຮອງ​ແຫຼ່ງ​ກຳ​ເນີດ​ສິ​ນ​ຄ້າ ຮູ​ບ​​ແບບ EAV, ກວມ​ເອົາ​ປະມານ 23% ຂອງ​ຍອດ​ມູນ​ຄ່າ​ການ​ສົ່ງ​ອອກ​ໄປ​ຍັງ​ຕະຫຼາດ EAEU. ​ສິນ​ຄ້າ​ສົ່ງ​ອອກບາງ​ປະ​ເພດ​ທີ່​ມີ​ອັດ​ຕາ​ການໃຊ້​ໃບຮັບ​ຮອງ​ແຫຼ່ງ​ກຳ​ເນີດ​ສິ​ນ​ຄ້າ ຮູບ​ແບບ EAV ​ໃນ​ລະ​ດັບ​ສູງ​ລວ​ມ​ມີ ແຜ່ນ​ແພ​ເຄື່ອງ​ນຸ່ງ​ຫົ່ມກວມ​ເອົາ​ເກືອບ 78%, ເກີບກວມ​ເອົາ 59%, ພລາ​ສຕິກ​ແລະຜະລິດ​ຕະພັນ​ພລາ​ສຕິກ​ກວມ​ເອົາ 87%(4).

ນອກ​ຈາກນັ້ນ, ​ເພື່ອ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ເສດ​ຖະ​ກິດ​ສອງ​ຝ່າຍ ​ໃນຂອບ​ຂອງ​ສັນຍາ​ການ​ຄ້າ​ເສລີ​ລະຫວ່າງ​ຫວຽດນາມ​ແລະ EAEU, ສອງ​ຝ່າຍກໍ່​ໄດ້​ມີ​ການ​ເຈ​ລະ​ຈາ ແລະລົງ​ນາມ​ໃນ​ອະນຸ​ສັນຍາຕ່າງໆ, ລະ​ອຽດຄື: ອະນຸ​ສັນ​ຍາ​ລະ​ຫວ່າງ​ລັດ​ຖ​ະບານ ຫວຽດ​ນາມ ແລະ ລັດ​ຖະ​ບານສະ​ຫະ​ພັນຖະລັດ​ລັດ​ເຊຍ ວ່າ​ດ້ວຍ​ການ​ຊ່ວຍ​ເຫຼືອ​ການ​ຜະ​ລິດ​ພາ​ຫະ​ນະ​ຂົນ​ສົ່ງ​ທີ່​ມີ​ເຄື່ອງ​ຈັກ​ໃນ​ປະ​ເທດຫວຽດ​ນາມ ທີ່​ໄດ້​ລົງ​ນາມ​ໃນ​ວັນ​ທີ 21 ມີ​ນາ 2016 (ອະນຸ​ສັນ​ຍາກ່ຽວ​ກັບລົດ​ໂອ​ໂຕ ກັບ ລັດເຊຍ); ອະນຸ​ສັນ​ຍາ​ລະ​ຫວ່າງ​ລັດ​ຖະບານ​ຫວຽດ​ນາມ ແລະ ລັດ​ຖະ​ບານສາ​ທາ​ລະ​ນະ​ລັດເບ​ລາ​ຣຸດ ວ່າ​ດ້ວຍ​ການ​ຊ່ວຍ​ເຫຼືອການຜະ​ລິດ​ພາ​ຫະ​ນະ​ຂົນ​ສົ່ງ​ທີ່​ມີ​ເຄື່ອງ​ຈັກ​ໃນ​ປະ​ເທດຫວຽດ​ນາມ ທີ່​ໄດ້​ລົງ​ນາມ​ໃນ​ວັນ​ທີ 23 ມີ​ນາ 2016 (ອະນຸ​ສັນ​ຍາກ່ຽວ​ກັບລົດ​ໂອ​ໂຕ ກັບ ເບ​ລາ​ຣຸດ); ອະນຸ​ສັນ​ຍາ​ວ່າ​ດ້ວຍ​ການ​ແລກ​ປ່ຽນ​ຂໍ້​ມູນສຸ​ລະກາ​ກອນ ​ທີ່​ລົງ​ນາມ​ໃນ​ວັນ​ທີ 28 ມິ​ຖຸ​ນາ 2018.

ກ່ຽວ​ກັບ​ການ​ຜັນ​ຂະ​ຫຍາຍ​ບັນ​ດາອະນຸ​ສັນ​ຍາ​ວ່າ​ດ້ວຍ​ການ​ຜະ​ລິດ​ພາ​ຫະ​ນະ​ຂົນ​ສົ່ງ​ ກັບລັດ​ເຊຍແລະເບ​ລາ​ຣຸດເວົ້າ​ລວມ ແລະ ​ໂດຍ​ສະ​ເພາະ​ການຈັດ​ຕັ້ງ​ບໍລິສັດ​ຮ່ວມ​ທຶນ ຈະ​ຊ່ວຍ​ຂະຫຍາຍ​ຕະຫຼາດ​ລົດ​ຂົນ​ສົ່ງ​​ໃນຫວຽດ​ນາມ, ສ້າງ​ເງື່ອນ​ໄຂ​ເພື່ອ​ເພີ່ມການ​ມີຢູ່ຂອງ​ສິນ​ຄ້າ​ອຸດ​ສາ​ຫະ​ກຳ​ຂອງລັດ​ເຊຍແລະເບ​ລາ​ຣຸດ ​ໃນຫວຽດ​ນາມ. ສຳ​ລັບອະນຸ​ສັນ​ຍາ​ການ​ແລກ​ປ່ຽນ​ຂໍ້​ມູນສຸລະ​ກາກ​ອນທາງ​ເອ​ເລັກ​​ໂຕຣນິກ ​ຜ່ານ​ກົນ​ໄກ​ການ​ແລກ​ປ່ຽນ​ຂໍ້​ມູນ​ແລະ​ການ​ສື່ສານ​ຢ່າງ​ສະ​ໝ່ຳມະ​ເໝີ ແລະ ທັນທີຫຼັງຈາກການ​ຜ່ານ​ດ່ານ​ສິນ​ຄ້າ, ອະນຸ​ສັນ​ຍາ​​ຈະ​ປະ​ກອບ​ສ່ວ​ນ​ໃນການ​ຕໍ່​ສູ້​ປ້ອງ​ກັນ​ແລະ​ຕ້ານ​ການ​ລະ​ເມີດກົດໝາຍ​ໃນ​ດ້ານ​ສຸລະກາກອນ, ຍູ້​ແຮງ​ຂະ​ບວນ​ການ​ຜ່ານ​ດ່ານ​ຂອງ​ສິນ​ຄ້າ, ອຳ​ນວຍ​ຄວາມ​ສະ​ດວກ​ໃຫ້​ແກ່​ການ​ຄ້າ ແລະ ຊຸກ​ຍູ້​ສິນ​ຄ້າ​ສົ່ງ​ອອກ ນຳ​ເຂົ້າ​ຂອງ​ແຕ່​ລະ​ປະ​ເທດ.

ຄຽງ​ຄູ່​ກັນກັບ​ບັນ​ດາອະນຸ​ສັນ​ຍາ​ດັ່ງ​ກ່າວ, ສອງຝ່າຍ​ກໍ່​ພວມ​ເຈລະຈາ​ອະນຸ​ສັນຍາ​ກ່ຽວ​ກັບການສ້າງລະບົບການ​ຮັບຮອງ​ແລະ​ກວດ​ສອບແຫຼ່ງກຳເນີດສິນຄ້າ​ທາງ​ເອ​ເລັກ​ໂຕຣນິກ, ​ເຊິ່ງຄາດວ່າຈະສຳເລັດໃນໄວໆນີ້, ​​ແນ​ໃສ່ສະໜັບສະໜູນການກວດສອບ​ຄວາມ​ຖືກຕ້ອງຂອງໃບຮັບຮອງ​ແຫຼ່ງກຳເນີດສິນຄ້າ ​ເພື່ອ​ໃຫ້​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຈາກ​ການປະຕິບັດ​ພິເສດພາຍໃຕ້ສັນຍາ​ການ​ຄ້າ​ເສລີ​ລະຫວ່າງ​ຫວຽດນາມ​ແລະ EAEU.

ປີ 2019, ມູນ​ຄ່າ​ການ​ຄ້າ​ສອງ​ສົ້ນ​ລະ​ຫວ່າງຫວຽດ​ນາມແລະ EAEU ບັນ​ລຸ​10,4 ຕື້​ໂດ​ລາ​ສະ​ຫະ​ລັດ, ເພີ່ມ​ຂຶ້ນ 20,78% ​ເມື່ອ​ທຽບ​ກັບ​ປີ 2018, ກວມ 2% ຂອງ​ຍອດ​ມູນ​ຄ່າ​ການ​ນຳ​ເຂົ້າ​ແລະສົ່ງ​ອອກ​ ຂອງ​ຫວຽດນາມກັບ​ໂລກ. ໃນນັ້ນ, ການ​ສົ່ງ​ອອກ​ຂອງ​ຫວຽດນາມເພີ່ມຂຶ້ນ 6,43%, ບັນລຸ 7,2 ຕື້​ໂດ​ລາ​ສະ​ຫະ​ລັດ(5).

ການປຸງແຕ່ງຜະລິດຕະພັນກະເສດເພື່ອສົ່ງອອກສູ່ຕະຫຼາດອາຊີ-ເອີຣົບ _ພາບ: ສາລະຄະດີ

ພິ​ເສດ, ໃນ 10 ​ເດືອນຕົ້ນ​ປີ 2020, ເຖິງວ່າ​ຕ້ອງ​ປະ​ເຊີນ​ກັບ​ການ​ຜັນ​ແປຢ່າງ​ສັບສັບສົນ​ຂອງ​ການ​ຄ້າ​​ໂລກ ແລະ ການ​ລະ​ບາດຂອງ​ພະຍາດໂຄວິດ-19, ມູນ​ຄ່າ​ການ​ຄ້າ​ສອງ​ຝ່າຍ​ລະ​ຫວ່າງຫວຽດ​ນາມແລະ EAEU ກໍ່​ຍັງເຕີບ​ໂຕ​ຢ່າງ​ປະ​ທັບ​ໃຈ, ດ້ວຍ​ມູນ​ຄ່າ​ການ​ຄ້າ​ສອງ​ສົ້ນ 10,34 ຕື້​ໂດ​ລາ​ສະ​ຫະ​ລັດ, ເພີ່ມ​ຂຶ້ນ 17,98%. ໃນ​ນັ້​ນ, ມູນ​ຄ່າ​ການ​ສົ່ງ​ອອກ​ບັນ​ລຸ​ 7,18 ຕື້​ໂດ​ລາ​ສະ​ຫະ​ລັດ, ເພີ່ມ​ຂຶ້ນ 16,15%; ມູນ​ຄ່າ​ການນຳ​ເຂົ້າ​ບັນ​ລຸ 1,16 ຕື້​ໂດ​ລາ​ສ​ະ​ຫະ​ລັດ, ເພີ່ມ​ຂຶ້ນ​ 22,35% ​ເມື່ອ​ທຽບ​ກັບ​ໄລ​ຍະ​ດຽວ​ກັບ​ຂອງ​ປີ 2019(6). ແຕ່​ວ່າ, ພື້ນ​ທີ່​ສົ່ງ​ອອກ​ຂອງຫວຽດ​ນາມ​ໄປ​ຍັງ​ພາກ​ພື້ນອາ​ຊີ-ເອ​ຣົບ ​ຍັງມີຫຼາຍ​ທີ່​ສຸດ, ​ເພາະ​ຖ້າ​ຄິດ​ໄລ່​ຈາກ​ມູນ​ຄ່າ​ການ​ນຳ​ເຂົ້າລວມ​ຂອງ 10 ເດືອນ​ຕົ້ນ​ປີ 2020 ຂອງ EAEU ​ປະ​ມານ 1.400 ຕື້​ໂດ​ລາ​ສະ​ຫະ​ລັດ ເຊິ່ງມູນ​ຄ່າ​ການ​ສົ່ງ​ອອກ​ຂອງຫວຽດ​ນາມ​ກວມ​ເອົາ​ພຽງ 0,5% ຂອງ​ສ່ວນ​ແບ່ງ​ຕະຫຼາດ​ເທົ່າ​ນັ້ນ. ຄວນ​ຮູ້​ວ່າ, ລັດ​ເຊຍແມ່ນ​ຕະຫຼາດ​ທີ່ກວມ​ເອົາ 90% ຂອງ​ຍອດ​ມູນ​ຄ່າ​ການ​ຄ້າ​ທັງ​ໝົດ​ລະຫວ່າງ​ຫວຽດນາມແລະ EAEU, ​ແຕ່​ການ​ຄ້າ​ສອງ​ຝ່າຍ​ລະຫວ່າງຫວຽດນາມ ​ແລະ ລັດ​ເຊຍ ກວມ​ອັດຕາ​ສ່ວນ​ໜ້ອຍ​ຂອງ​ວົງ​ເງິນ​ການ​ຄ້າ​ຂາ​ເຂົ້າ​ຂາ​ອອກ​ຂອງສອງປະ​ເທດ, ​ເຊິ່ງກວມ​ພຽງ 0,7% ຂອງ​ມູນ​ຄ່າ​ການ​ຄ້າ​ທັງ​ໝົດ​ຂອງລັດ​ເຊຍ ແລະ ກວມ​ເອົາ 0,9% ຂອງ​ມູນ​ຄ່າ​ການຄ້າ​ທັງ​ໝົດ​ຂອງຫວຽດ​ນາມ.

​ໃນ​ໄລ​ຍະ​ສັ້ນ, ອາດຈະ​ເວົ້າ​ໄດ້​ວ່າ ຫວຽດ​ນາມພວມ​ບັນລຸ​ປະ​ສິດ​ທິ​ຜົນ​ສູງກວ່າ EAEU ນັບ​ແຕ່ສັນຍາ​ການ​ຄ້າ​ເສລີ​ລະຫວ່າງ​ຫວຽດນາມ​ແລະ EAEU ມີ​ຜົນ​ບັງຄັບ​ໃຊ້. ສາ​ເຫດຫຼັກໜຶ່ງ​​ແມ່ນ​ ກະແສການສົ່ງອອກຂອງຫວຽດນາມມີຄວາມຫຼາກຫຼາຍ, ຕົ້ນຕໍ​ແມ່ນສິນຄ້າອຸປະໂພກບໍລິໂພກ ທີ່ປະຊາຊົນນຳໃຊ້ຢ່າງກວ້າງຂວາງເຊັ່ນ: ​ໂທລະສັບ​ມື​ຖື, ຄອມພິວເຕີ, ອາຫານ ແລະ ເສື້ອຜ້າ. ​ກຸ່ມ​ສິນ​ຄ້າບໍລິ​ໂພ​ກ​ເຫຼົ່າ​ນີ້​ເຕີບ​ໂຕ​ຂຶ້ນ​ຕັ້ງ​ແຕ່​ວັນ​ທຳ​ອິດ​ທີ່​ສັນ​ຍາ​​ມີ​ຜົນບັງຄັບ​ໃຊ້. ກ່ຽວ​ກັບ​ຝ່າຍ EAEU, ​​ເຫດຜົນ​ທີ່​ການສົ່ງ​ອອກ​ເຕີບ​ໂຕ​​ບໍ່​ສູງ​ເທົ່າ​ກັບ​ຂອງ​ຫວຽດນາມ​ແມ່ນຍ້ອນ​ວ່າ ​ສິນ​ຄ້າ​ສົ່ງ​ອອກ​ຈາກ EAEU ​ແມ່ນ​ສິນຄ້າ​ເພື່ອ​ການ​ລົງທຶນເຊັ່ນ ນ້ຳ​ມັນ, ຜະ​ລິດ​ຕະ​ພັນ​ນ້ຳ​ມັນ, ຝຸ່ນ, ໂລ​ຫະ ​ແລະເຄື່ອງ​ອາ​ໄຫຼ່ລົດໂອ​ໂຕ. ​ປ​ະ​ເພດ​ສິນ​ຄ້າ​ເຫຼົ່ານີ້​​ເພີ່ມ​ປະລິມານ​ການສົ່ງ​ອອກ​​ໄດ້ຍາກ ຍ້ອນ​ວ່າ​ຕ້ອງ​ມີ​ສັນ​ຍາ​ຊື້​ຂາຍ​ຂະ​ໜາດ​ໃຫຍ່, ​ຂໍ້​ຕົກ​ລົງ​​ການ​ຂົງ​ສົ່ງພິ​ເສດ ແລະ ລູກ​ຄ້າຕ້ອງ​ເປັນບໍ​ລິສັດ​ຂະໜາ​ກ​ໃຫຍ່.

ສຳ​ລັບ​ການ​ຄ້າ​ບໍ​ລິ​ການ, ການ​ແລກ​ປ່ຽນ​​ບໍ​ລິ​ການ​ລະ​ຫວ່າງປະ​ເທດຫວຽດ​ນາມ​ແລະ​ກຸ່ມ​ປະ​ເທດ EAEU ​ຍັງ​ໜ້ອຍ​ພໍ​ສົມ​ຄວນ. ນອກ​ຈາກ​​ບໍ​ລິ​ການ​ຂົນ​ສົ່ງ ​ແລະ ປະ​ກັນ​ໄພ​ທີ່​ກ່ຽວຂ້ອງ​ກັບ​ການ​ຄ້າ​ສິນ​ຄ້າ​ແລ້ວ ບໍລິການ​ການທ່ອງ​ທ່ຽວແລະການ​ສຶກ​ສາ​ຍັງ​ເປັນ​ບໍ​ລິ​ການ​ແລກ​ປ່ຽນ​ກັນ​ຫຼາຍ​ທີ່​ສຸດ​ໃນ​ປະຈຸ​ບັນ.

ໃນ​ຂົງ​ເຂດ​ການລົງ​ທຶນ, ລັດ​ເຊຍ​​ຢູ່​ໃນ​ອັນ​ດັບທີ 25 ຈາກ 135 ປະ​ເທດແລະດິນ​ແດນ​ທີ່​ລົງ​ທຶນ​​ໃນຫວຽດ​ນາມ (​ເຖິງວັນ​ທີ 20 ທັນ​ວາ 2019). ຕາມ​ກະ​ຊວງ​ແຜນ​ການ ແລະການ​ລົງ​ທຶນ, ໃນ​ 11 ເດືອນຕົ້ນ​ປີ 2019, ລັດ​ເຊຍມີ​ໂຄງ​ການ​ລົງ​ທຶນ​ໂດຍ​ກົງ​ເຂົ້າ ຫວຽດ​ນາມ 13 ໂຄງ​ການ, ດ້ວຍຈຳ​ນວນ​ທຶນ​ທັງ​ໝົດ​ 3,31 ລ້ານ​ໂດ​ລາ​ສະ​ຫະ​ລັດ; ໃນ​ຂະນະນັ້ນ​ມີ 72 ໂຄງ​ການ​ທີ່​ລົງ​ທຶນ​ທາງອ້​ອມ​ຂອງ​ບັນ​ດາ​ວິ​ສາ​ຫະ​ກິດລັດ​ເຊຍ ດ້ວຍ​ຈຳ​ນວນ​ທຶນ​ຈົດ​ທະ​ບຽນທັງ​ໝົດ​ 25,61 ລ້ານ​ໂດ​ລາ​ສະ​ຫະ​ລັດ. ຈຳ​ນວນ​ໂຄງ​ການ​ລົງ​ທຶນ​ຂອງວິ​ສາ​ຫະ​ກິດລັດ​ເຊຍເຂົ້າ​ໃນຫວຽດ​ນາມ ໂດຍ​ຜ່ານ​ຮູບ​ການປະກອບທຶນ​ແລະຊື້​ຫຸ້ນ. ຕາມຂໍ້​ມູນ​ຂອງສະຖານກົງ​ສູນ​ໃຫຍ່​​ ແຫ່ງສະ​ຫະ​ພັນທະ​ລັດລັດ​ເຊຍ​ ໃນ​ນະຄອນ​ໂຮ່​ຈິ​ມິນ, ຈົນ​ເຖິງ​ປະ​ຈຸ​ບັນ, ​ເງິນ​ລົງ​ທຶນ​ທັງ​ໝົດຂອງລັດ​ເຊຍ​ໃນຫວຽດ​ນາມສູງ​ເຖິງ 2,6 ຕື້​ໂດ​ລາ​ສະ​ຫະ​ລັດ. ທ່າ​ອ່ຽງການ​ລົງທຶນ​ໂດຍ​ກົງ​ຂອງລັດເຊຍ​ໃນຫວຽດນາມ ​ແມ່ນ​ສຸມ​ໃສ່​ບັນດາ​ຂົງ​ເຂດ​ຜະລິດ​ອຸດສາຫະກຳ, ພື້ນຖານ​ໂຄງ​ລ່າງ​ຄົມມະນາຄົມ, ພະລັງງານ, ນ້ຳມັນ​ແລະອາຍ​ແກັສ, ອຸດສາຫະກຳ​ປະກອບ, ​ເຕັກ​ໂນ​ໂລ​ຊີສູງ. ທ່າ​ອ່ຽງ​ນີ້​​ກຳ​ລັງ​ເພີ່ມ​ຂຶ້ນ ​ຍ້ອ​ນ​ວ່ານີ້​ແມ່ນ​ກຳ​ລັງ​ແຮງ​ຂອງ​ບັນ​ດາ​ວິ​ສາ​ຫະ​ກິດລັດ​ເຊຍ ແລະ ຫວຽດນາມ​ກໍ່​ກຳ​ລັງ​ເຊື້ອ​ເຊີນການ​ລົງ​ທຶນ​​ເຂົ້າ​ໃນ​ບັນ​ດາ​ຂົງ​ເຂດ​ອຸດ​ສາ​ຫະ​ກຳ​ນີ້. ​ກົງ​ກັນ​ຂ້າມ, ຫວຽດນາມ​ກໍ່​​ມີ 22 ໂຄງ​ການ​ລົງ​ທຶນ​ເຂົ້າ​ໃນລັດ​ເຊຍ ດ້ວຍ​ຈຳ​ນວນ​ທຶນ​ໃໝ່​ແລະເພີ່ມ​ທຶນ​ຂຶ້ນ ເກືອບ 3 ຕື້​ໂດ​ລາ​ສະ​ຫະ​ລັດ. ບັນ​ດາ​ໂຄງ​ການ​ໃຫຍ່​ຄື ບໍ​ລິ​ສັດ​ຮ່ວ​ມທຶນ Rusvietpetro, ສູນ​ການ​ຄ້າ​ແລະ​ວັດທະ​ນະ​ທຳອະ​ເນກປະສົງ​ຮ່າ​ໂນ້ຍ - ມົດສະ​ກູ ແລະ ກອມ​ແພຼດ​ອຸດ​ສາ​ຫະ​ກຳ-ກະ​ສິ​ກຳ​ ຂອງ​ກຸ່ມ​ບໍ​ລິ​ສັດ TH TrueMilk. ໃນ​ນັ້​ນ, ​ໂຄງ​ການ​ລ້ຽງ​ງົວນົມ ​ແລະ​ການປຸງ​ແຕ່ງ​ນົມ ​ມີ​ມູນ​ຄ່າກວ່າ 2 ຕື້​ໂດ​ລາ​ສະ​ຫະ​ລັດ ທີ່​ລົງທຶນໂດຍ​ບໍ​ລິ​ສັດ TH TrueMilk ​ໃນມົດ​ສະກູ ແລະ ຄາ​ລູກ້າ ໄດ້​ກາຍ​ເປັນ​ຈຸດ​ສະ​ຫວ່າງ​ໃນ​ການ​ພົວ​ພັນ​ລົງ​ທຶນຫວຽດ​ນາມ - ລັດ​ເຊຍ. ຄຽງ​ຂ້າງ​ນັ້ນ, ນັກ​ລົງທຶນ​ລັດ​ເຊຍ​ຍັງ​ຕ້ອງການ​ເສີມ​ສ້າງ​ຄວາມ​ຮ່ວມ​ມື​ດ້ານ​ການ​ລົງທຶນ​ໃນ​ພາກ​ການ​ກະ​ເສດ​ຂອງ​ຫວຽດນາມ. ​ຄາດ​ວ່ານີ້ຈະ​ເປັນ​ທິດທາງ​ໃໝ່​ໃນ​ການ​ເພີ່ມ​ກະ​ແສ​ການ​ລົງທຶນ​ໂດຍ​ກົງ​ຈາກ​ຕ່າງ​ປະ​ເທດ (FDI) ຈາກ​ລັດ​ເຊຍເຂົ້າ​​ໃນ​ຫວຽດ​ນາມ. ​ຕາມນັ້ນ, ຮູບ​ແບບການ​ຮ່ວມ​ມື​ຈະ​ໄດ້​ຜັນ​ຂະ​ຫຍາຍແມ່ນ​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ, ເຕັກ​ນິກ, ແນວ​ພັນ​ຂອງ​ບັນ​ດາ​ນັກ​ລົງ​ທຶນ​ຕ່າງ​ປະ​ເທດ​ ແນ​ໃສ່​ຮັບ​ປະ​ກັນ​ຄຸນ​ນະ​ພາບ​ຜະ​ລິດ​ຕະ​ພັນກະສິກຳ.

ຫວຽດ​ນາມແລະກາຊັກສະຖານສ້າງ​ຕັ້ງ​​ວິ​ສາ​ຫະ​ກິດ​ຮ່ວມ​ທຶນ​ເພື່ອລົງ​ທຶນກໍ່​ສ້າງ​ໂຮງ​ຈັກ​ທີ່​ຕະຫຼາດ​ຂອງ​ກັນແລະກັນ, ຕົວ​ຢ່າງ​ເຊັ່ນໂຮງ​ຈັກ​ຜະ​ລິດ​ໝີ່​ເສັ້​ນແລະບັນ​ດາ​ຜະ​ລິດ​ຕະ​ພັນ​ຈາກ​ແປ້ງ​ຂອງ​ບໍ​ລິ​ສັດ Mareven Food Holdings ດ້ວຍທຶນ 100% ຂອງຫວຽດ​ນາມ ທີ່​ກຳ​ລັງ​ເຄື່ອນ​ໄຫວ​ຢ່າງ​ມີປະສິດທິ​ຜົນ​ໃນກາຊັກ​ສະຖານ, ຜະ​ລິດ​ຕະ​ພັນ​ 80% ຂອງ​ບໍ​ລິ​ສັດ​ນີ້​ສົ່ງ​ອອກ​ໄປ​ຍັງຕ່າງ​ປະ​ເທດ.

ສຳ​ລັບເບ​ລາ​ຣຸດ, ປະ​ຈຸ​ບັນ ເບ​ລາ​ຣຸດ​ມີ​ສາ​ມໂຄງ​ການລົງ​ທຶນ​​ໃນຫວຽດ​ນາມ ດ້ວຍ​ຈຳ​ນວນ​ທຶນທີ່​ລົງທັງ​ໝົດ​ 16,25 ລ້ານ​ໂດ​ລາ​ສະ​ຫະ​ລັດ. ຫວຽດ​ນາມມີ​ໂຄງ​ການ​ລົງ​ທຶນ​​ໃນເບ​ລາ​ຣຸດ ​ໃນ​ດ້ານ​ການ​ຄ້າຂາຍ​ສົ່ງແລະຂາຍ​ຍ່ອຍ ຂອງບໍ​ລິ​ສັດ​ການ​ຄ້າ​ຕ່າງ​ປະ​ເທດ IP Hapaco ເປັນ​ເຈົ້າ​ຂອງ​ລົງ​ທຶນ, ​ໃນ​ຮູບ​ແບບ​ຂອງ​ທຶນ​ FDI 100% ​ເປັນ​ຈຳນວນ 1,6 ລ້ານ​ໂດ​ລາ​ສະ​ຫະ​ລັດ. ໃນ​ເດືອນ​ກັນ​ຍາ 2019, ໂຮງ​ງານ​ຜະລິດ​ລົດບັນທຸກ Maz Asia ດ້ວຍກຳລັງການຜະລິດ 3.000 ຜະລິດຕະພັນ/ປີ ທີ່​ຮ່ວມ​ທຶນ​ລະຫວ່າງຫວຽດນາມແລະເບລາຣຸດ ໄດ້ເປີດຂຶ້ນ​ໃນແຂວງຮືງອຽນ. ຂັ້ນ​ຕອນການ​ຮ່ວມ​ທຶນ​ໃນ​ການ​ຜະລິດຜະ​ລິດ​ຕະ​ພັນ​ນົມ​ໃນ​ແຂວງນີ້​ ໄ​ດ້ຮັບ​ການ​ນ​ລົງ​ນາມດ້ວຍ​ການ​ກຳ​ນົດທິດ​ໄລຍະ​ຍາວ​ນານ ​ເພື່ອ​ເຂົ້າ​ເຖິງ​ຕະຫຼາດ​ບັນ​ດາ​ປະ​ເທດອາ​ຊຽນ ​ເຊິ່ງ​ນຳ​ເອົາ​ຜົນ​ປະ​ໂຫຍດ​ມາໃຫ້​ທັງ​ສອງ​ຝ່າຍ.

ກຳມະກອນແລະວິສະວະກອນ ທີ່ໂຮງງານຜະລິດແລະປະກອບລົດໂອໂຕ MAZ ASIA (ຮ່ວມທຸລະກິດລະຫວ່າງຫວຽດນາມ ແລະ ເບລາຣຸດ) ທີ່ແຂວງຮຶງອຽນ _ພາບ: TTXVN

ສາ​ມາດ​ເຫັນ​ໄດ້​ວ່າ, ເຖິງວ່າ​ການ​ແຜ່​ລະ​ບາດຂອງໂຄວິດ-19 ໄດ້​ເຮັດ​ໃຫ້​ການ​ແລກ​ປ່ຽນ​ສິນ​ຄ້າ​​ພົບ​ຄວາມ​ຫຍຸ້ງ​ຍາກຫຼາຍ​ຢ່າງກໍ່ຕາມ, ແຕ່​​ການ​​ແລະ​ປ່ຽນ​ການຄ້າ​ລະ​ຫວ່າງຫວຽດ​ນາມແລະ EAEU ​ຍັງ​ບັນ​ລຸ​​ຜົນ​ງານທີ່​ດີ​ຫຼາຍ​ຢ່າງ. ຂົງ​ເຂດ​ເສດ​ຖະ​ກິດ, ການ​ຄ້າ ແລະການ​ລົງ​ທຶນ​ລະ​ຫວ່າງຫວຽດ​ນາມແລະ EAEU ໄດ້ເປີດ​ໂອກາດ​ການ​ຮ່ວມ​ມື​ໃໝ່ໆ​ຫຼ​າຍຢ່າງເຊັ່ນ ກະ​ສິ​ກຳ, ການລ້ຽງ​ງົວ​ນົມ​ແລະປຸງ​ແຕ່ງ​ນົມ, ສ້າງ​ຕັ້ງ​ພວງ​ພະ​ນັງ​ຄຸນ​ຄ່າ​ໃໝ່​ໃນ​ຂະ​ແໜງ​ສິນ​ໃນ​ນ້ຳ, ການຮ່ວມ​ມື​ໃນ​ບັນ​ດາ​ຂົງ​ເຂດ​ເຕັກ​ໂນ​ໂລ​ຊີ​ສູງ ແລະ ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວ​ສານ.

​​ຄວາມ​ສະ​ດວກແລະຄວາມ​ຫຍຸ້ງ​ຍາກ​ໃນການ​ຜັນ​ຂະ​ຫຍາຍ​
ສັນ​ຍາ​ການ​ຄ້າ​ເສ​ລີ
ລະຫວ່າງຫວຽດ​ນາມ ​ແລະ ສະ​ຫະ​ພັນ​ເສດ​ຖະ​ກິດອາ​ຊີ-ເອ​ຣົບ

ດ້ວຍ​ບັນດາ​ໝາກຜົນ​ທີ່​ໄດ້​ຮັບ​ພາຍຫຼັງທີ່​ສັນຍາ​ການ​ຄ້າ​ເສລີ​ລະຫວ່າງຫວຽດນາມ ​ແລະ EAEU ​ມີ​ຜົນບັງຄັບ​ໃຊ້​ຢ່າງ​ເປັນ​ທາງ​ການ, ​ຂໍ້ສະດວກ​ທີ່​ເກີດ​ຈາກ​ສັນຍາສາມາດ​ກ່າວ​ເຖິງໄດ້ດັ່ງນີ້:

ທີ​ໜຶ່ງ, ສັນຍາ​ການ​ຄ້າ​ເສລີ​ລະຫວ່າງ​ຫວຽດນາມ​ແລະ​ EAEU ​ມີ​ຄວາມ​ໝາຍ​ຍຸດ​ທະ​ສາດ, ສ້າງ​ຂອບ​ກົດໝາຍແລະເງື່ອນ​ໄຂ​ທີ່​ສະ​ດວກ ​ເພື່ອ​ພັດ​ທະ​ນາ​ການ​ພົວ​ພັນ​ຮ່ວມ​ມື​ເສດ​ຖະ​ກິດ, ການ​ຄ້າ​ ລະ​ຫວ່າງຫວຽດ​ນາມແລະ EAEU ເວົ້າ​ລວມ ກໍ່​ຄື​ກັບ​ແຕ່​ລະ​ປະ​ເທດ​ສະ​ມາ​ຊິກ​ເວົ້າ​ສະ​ເພາະ. ສັນ​ຍາ​ສະ​ບັບ​ນີ້​ໄດ້​ເປັນ​ຂີດ​ໝາຍ​ໃຫຍ່​ໃນ​ຂະ​ບວນ​ວິ​ວັດ​ການ​ເຊື່ອມ​ໂຍງ​ເສດ​ຖະ​ກິດ​ສາ​ກົນ​ເລິກ​ເຊິ່ງ​ກວ້າງ​ຂວາງ​ຂອງຫ​ວຽດ​ນາມ.

ທີ​ສອງ, EAEU ແມ່ນ​ພາກ​ພື້ນ​ເສດ​ຖະ​ກິດ​ທີ່​ມີອັດຕາ​ການ​ເຕີບ​ໂຕ​​ທີ່​ດີ, ​ເປັນ​ຕະຫຼາດ​ຂະໜາດ​ໃຫຍ່ ທີ່​ມີ​ສະ​ມາ​ຊິກຫ້າ​ປະ​ເທດ, ມີ​ປະ​ຊາ​ກອນປະມານ 183 ລ້ານ​ຄົນ (ປີ 2018); ລວມຍອດ​ຜະ​ລິດ​ຕະ​ພັນ​ພາຍ​ໃນສູງ​ເຖິງ 1.900 ຕື້​ໂດ​ລາ​ສະ​ຫະ​ລັດ​ ເຖິງ​ທ້າຍ​ປີ 2018 ແລະ ເພີ່ມ​ຂຶ້ນ​ເກືອບ 1% ໃນ​ສາມ​ເດືອນ​ຕົ້ນ​ປີ 2019(7). ເຖິງວ່າ EAEU ຫາກໍ່​ໄດ້​ສ້າງ​ຕັ້ງ​ໃນ​ປີ 2015 ແຕ່ນີ້​ແມ່ນ​ກຸ່ມ​ສະ​ຫະ​ພັນ​​ທີ່​ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ໃນ​ການ​ພັດ​ທະ​ນາ. ໃນ​ອະ​ນາ​ຄົດ, EAEU ມີ​​ໂອກາດ​ຂະຫຍາຍຕົວດີ ໂດຍການ​ເພີ່ມ​ບາງ​ປະ​ເທດ​​ຈາກ​ປະຊາ​ຄົມ​ລັດ​ເອ​ກະ​ລາດ (SNG). ນີ້​ຈະ​ແມ່ນ​ທ່າ​ໄດ້​ປຽບ​ສຳລັບ​ບັນດາ​ປະ​ເທດ​ທີ່​ໄດ້​ລົງ​ນາມ​ໃນສັນຍາ​ການ​ຄ້າ​ເສລີກັບ EAEU ຄືປະ​ເທດ​ຫວຽດນາມ.

ທີ​ສາມ, ບັນ​ດາ​ປະ​ເທດ EAEU ໃນ​ປະ​ຈຸ​ບັນ​ກຳ​ລັງ​​ຊຸກ​ຍູ້​ເປີດກວ້າງ​ການ​ພົວພັນ​ດ້ານ​ການ​ຄ້າ, ການ​ລົງ​ທຶນ​ ກັບປະ​ຊາ​ຄົມ​ອາຊຽນ ແນ​ໃສ່​ເພີ່ມ​ທະ​ວີ​ການ​ພົວ​ພັນ​ກັບ​ພາກ​ພື້ນອາ​ຊີ-ປາ​ຊີ​ຟິກ. ໃນ​ຂະ​ນະທີ່ຫວຽດ​ນາມ​ກຳ​ລັງ​ຕັ້ງ​ໜ້າ​ພັດ​ທະ​ນາ​​ຕ່ອງ​ໂສ້​ການ​ສະໜອງການ​ຜະ​ລິດ​ສິນ​ຄ້າ ແລະ ການ​ບໍ​ລິ​ໂພກ​ໃນ​ພາກ​ພື້ນ, ດັ່ງ​ນັ້ນ ການເພີ່ມ​ທະວີ​ການ​ພົວພັນ​ເສດຖະກິດການ​ຄ້າ​ກັບຫວຽດ​ນາມ ຕາມ​ລວງ​ເລິກ ​ຈະ​ເປັນ​ປະ​ຖົມ​ປັດ​ໃຈ​ເພື່ອ​ໃຫ້​ບັນ​ດາ​ຜູ້​ຜະ​ລິດແລະຜູ້​ສະ​ໜອງ​ຜະ​ລິດ​ຕ​ະ​ພັນ ​ຂອງ​ບັນ​ດາ​ປະ​ເທດ EAEU ມີ​ໂອ​ກາດ​ເຂົ້າ​ຮ່ວມ​ບັນ​ດາ​ຕ່ອງ​ໂສ້​ສະ​ໜອງ​ຜະ​ລິດ​ຕະ​ພັນ​​ໃນ​ພາກ​ພື້ນອາ​ຊີ-ປາ​ຊີ​ຟິກ.

ທີ​ສີ່, ໂຄງ​ສ້າງ​ການ​ຄ້າ​ຜະລິດ​ຕະພັນ​ລະ​ຫວ່າງຫວຽດ​ນາມແລະ EAEU ມີ​ລັກ​ສະ​ນະ​ເພີ່ມ​ເຕີມ​ເຊິ່ງ​ກັນແລະກັນ, ບໍ່​ມີ​ການແຂ່ງ​ຂັນກັນ​ໂດຍ​ກົງ, ດັ່ງ​ນັ້ນ​ ​ຜົນ​ກະ​ທົບ​ຈາກ​ການ​ເປີດ​ຕະຫຼາດຫວຽດ​ນາມສູ່​ຄູ່​ຮ່ວມ​ມື ໂດຍຜ່ານສັນຍາ​ການ​ຄ້າ​ເສລີ ຈະຫຼຸດລົງ​ຫຼາຍ.

ເຖິງ​ຢ່າງ​ໃດ​ກໍ​ຕາມ, ນອກຈາກ​ບັນດາ​ທ່າ​ໄດ້​ປຽບ​ທີ່​ກ່າວ​ມາ​ນັ້ນ, ຍັງ​ມີ​ຄວາມ​ຫຍຸ້ງຍາກ​ບາງ​ຢ່າງ​ເມື່ອ​ປະຕິບັດສັນຍາ​ການ​ຄ້າ​ເສລີ​ລະຫວ່າງ​ຫວຽດນາມ​ແລະ EAEU.

ທີ​ໜຶ່ງ, ເຖິງວ່າ​ໄດ້​ມີບາດ​ກ້າວ​ພັດ​ທະ​ນາທີ່​ດີ​ ແຕ່​ລະ​ດັບ​ການ​ໝູນ​ໃຊ້​ຄ​ວາມ​ເອື້ອ​ອຳ​ນວຍ​ຈາກສັນຍາ​ການ​ຄ້າ​ເສລີ​ລະຫວ່າງ​ຫວຽດນາມ​ແລະ EAEU ກໍ່​ຍັງ​ຕ່ຳ, ​ໂດຍ​ສະ​ເພາະອັດຕາການນໍາໃຊ້ໃບຮັບຮອງ​​ແຫຼ່ງກໍາເນີດສິນຄ້າ ຮູບ​ແບບ EAV.

ທີ​ສອງ, ຫວຽດ​ນາມປະ​ຈຸ​ບັນ​ເປັນ​ຄູ່​ຮ່ວມ​ສັນຍາ​ການ​ຄ້າ​ເສລີ​ທຳ​ອິດ​ຂອງ EAEU, ​ເລື່ອງ​ນີ້​ຈະ​ຊ່ວຍ​ໃຫ້​ສິນ​ຄ້າ​ຂອງຫວຽດ​ນາມມີ​ທ່າ​ດີ​ພິ​ເສດກວ່າ. ແຕ່​ວ່າ, ໃນ​ສະພາບ​ການການ​ແຜ່​ລະບາດ​ຂອງໂຄວິດ-19, ບັນ​ດາ​ວິ​ສາ​ຫະ​ກິດ​ຂອງຫວຽດ​ນາມປະ​ເຊີນ​ກັບຄວາມ​​ທ້າ​ທາຍບໍ່​ໜ້ອຍ, ​ໂດຍ​ສະ​ເພາະ​ໃນ​ຂົງ​ເຂດ​ກະ​ສິ​ກຳ​ແລະການ​ປະມົງ. ຄວາມ​ທ້າ​ທາຍ​ຕົ້ນຕໍ​ເກີດ​ຈາກ​ຂໍ້ກຳນົດຂອງ TBT (ການ​ປົກ​ປ້ອງທາງເຕັກນິກທາງການຄ້າ) ​ແລະ SPS (ມາດ​ຕະ​ການສຸຂະ​ອະ​ນາ​ໄມ ແລະ ການກັກ​ກັນ​ສັດ, ພືດ). ຄຽງຂ້າງ​ນັ້ນ, ຂັ້ນ​ຕອນແລະລະບຽບການນໍາເຂົ້າຂ້ອນຂ້າງສັບສົນແລະບໍ່ຊັດເຈນ, ບໍ່​ສອດຄ່ອງ​ກັນ​ພາຍ​ໃນ EAEU. ຕາມ​ກຳ​ນົດ​ຂອງ EAEU, ຫາກວິ​ສາ​ຫະ​ກິດ​ໄດ້​ຮັບ​ການ​ຮັບຮອງ​ຈາກໜ່ວຍ​ງານ​ບໍລິຫານ​ຄຸ້ມ​ຄອງຂອງ​ລັດ​ໃຫ້​ມີ​ສິດ​ສົ່ງ​ອອກ ​ຝ່າຍ EAEU ຈະຍອມ​ຮັບວິ​ສາ​ຫະ​ກິດດັ່ງກ່າວ. ແຕ່​ໃນ​ຕົວ​ຈິງ, ​ວິ​ສາ​ຫະ​ກິດຫວຽດ​ນາມ​ຍັງບໍ່​​ໄດ້​ຮັບການ​ຍອມຮັບ ​ເນື່ອງ​ຈາກຝ່າຍ EAEU ​ຍັງ​ບໍ່​ໄວ້​ວາງ​ໃຈ​ລະ​ບົບ​ການກວດ​ສອບ ​ແລະ​ກັກ​ກັນ​ຂອງ​ຫວຽດນາມ.

ທີ​ສາມ, ອຸປະສັກ​ອື່ນໆ​ທີ່​ອາດ​ສາ​ມາດກ່າວ​ເຖິງ​ຄື ​ການຕິດ​ຕໍ່ແລກ​ປ່ຽນ​ກັບ​ບັນ​ດາ​ຄູ່​ຮ່ວມ​ມື​ພາຍ​ໃນ EAEU, ສ່ວນ​ໃຫຍ່​ໃຊ້​ເງິນ ຣູເບີນ ແລະພາ​ສາ​ລັດ​ເຊຍ, ກົນ​ໄກ​ຊຳ​ລະ​ເງິນ​ບໍ່​ສະ​ດວກ​...

ທີ​ສີ່, ມູນ​ຄ່າ​ການ​ຄ້າ​ແລະການ​ລົງ​ທຶນ​ລະ​ຫວ່າງຫວຽດ​ນາມ ກັບ​ບັນ​ດາ​ປະ​ເທດ EAEU ​ຍັງ​ຕ່ຳ​​ເມື່ອ​ທຽບ​ກັບ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ ແລະ ທຽບ​ກັບ​ຄູ່​ຮ່ວມ​ມື​ອື່ນຂອງຫວຽດ​ນາມ. ​​ນັກ​ຊ່ຽວ​ຊານ​ດ້ານ​ເສດ​ຖະ​ກິດລະບຸ​ວ່າ, ໂຄຕາການ​ສົ່ງ​ອອກທີ່​ໄດ້​ຮັບສິດທິ​ພິ​ເສດ​ຈາກ EAEU ​ແຕ່ບໍ່​​ໄດ້​ຈັດ​ຢູ່​ໃນ​ຜະ​ລິດ​ຕະ​ພັນຫຼັກ​ຂອງຫວຽດ​ນາມ.

ມາດ​ຕະ​ການ​ຊຸກ​ຍູ້​ການ​ພົວ​ພັນ​ດ້ານ​ການ​ຄ້າ
ລະຫວ່າງຫວຽດ​ນາມ ​ແລະ
ສະ​ຫ​ະ​ພັນ​ເສດ​ຖະ​ກິດອາ​ຊີ-ເອີ​ຣົບ

ທີ​ໜຶ່ງ, ບັນດາ​ກະຊວງ, ຂະ​ແໜງ​ການ​ທີ່​ກ່ຽວ​ຂ້ອງ​ ຕ້ອງ​​ສືບ​ຕໍ່ໄປ​ພ້ອມ​ກັນ​ກັບຊຸນຊົນວິ​ສາ​ຫະ​ກິດ, ໂດຍ​ຜ່ານ​ບັນ​ດາ​ກົນ​ໄກ​ເຊັ່ນ ຄະ​ນະ​ກຳ​ມະ​ການ​ປະ​ສົມ, ຄະນະກຳມະ​ການລະ​ຫວ່າງ​ລັດ​ຖະ​ບານ..., ເພື່ອ​ສືບ​ຕໍ່ສະໜັບສະໜູນ​ແລະແກ້​ໄຂຂະ​ຈັດ​ອຸປະສັກທີ່​ບໍ່​ແມ່ນ​​ພາ​ສີ ​ໂດຍ​ສະ​ເພາະ​ໃຫ້​ຄວາມ​ຮ່ວມ​ມື ​ເພື່ອ​ເຮັດ​ໃຫ້​ຂັ້ນ​ຕອນ​ການ​ບໍລິຫານ ​ແລະ​ສຸລະກາກອນ​ເປັນ​ແບບ​ເອ​ເລັກ​ໂຕຣນິກ; ຂະ​ຈັດ​ອຸປະສັກ​ໃນ​ການ​ອອກ​ໃບຮັບຮອງ​ແຫຼ່ງ​ກຳ​ເນີດ, ເຈ​ລະ​ຈາ​ຍອມ​ຮັບຮ່ວມ​ກັນ​ໃນດ້ານ​ການ​ກະ​ສິ​ກຳ; ກຳນົດ​ກອບ​ກົດໝາຍ​ທີ່​​ເອື້ອອຳນວຍ; ​​ເພີ່ມ​ທະ​ວີ​ການ​ຈັດ​ກິດຈະກຳ​ສົ່ງ​ເສີມ​ການ​ຄ້າ​ ແລະ ການ​ເຊື່ອມ​ຕໍ່ທາງ​ການ​ຄ້າ ​ສຳລັບ​ຊຸມ​ຊົນ​ວິ​ສາ​ຫະ​ກິດຫວຽດ​ນາມ ​ແລະ EAEU; ຄົ້ນ​ຄວ້າ​ຜັນ​ຂະ​ຫຍາຍ​ປະ​ຕິ​ບັດບັນ​ດາ​ມາດ​ຕະ​ການ, ວິ​ທີ​ການ​ແກ້​ໄຂ ​ເພື່ອ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື, ຊຸກ​ຍູ້​ການ​ຄ້າ​ສອງ​ຝ່າຍ​ລະ​ຫວ່າງຫວຽດ​ນາມແລະ EAEU, ​ໃຊ້​ປະ​ໂຫບ​ດສູງ​ສຸດ​ຈາກ​ສັນ​ຍາ​ດັ່ງ​ກ່າວ.

ທີ​ສອງ, ເພີ່​ມ​ທະ​ວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ການລົງ​ທຶນ, ລວມ​ທັງ​ການ​ລົງ​ທຶນ​ຂອງ ຫວຽດ​ນາມເຂົ້າ​ໃນ EAEU ແລະຂອງ EAEU ເຂົ້າ​ໃນຫວຽດ​ນາມ. ເພື່ອ​ຊຸກ​ຍູ້​ການ​ຮ່ວມ​ມື​ໃນ​ຂົງ​ເຂດນີ້, ຕ້ອງ​ການ​ກຳ​ນົດ​ຄືນ​ໃໝ່​ບັນ​ດາ​ບຸ​ລິ​ມະ​ສິດ​ໃນ​ການ​ລົງ​ທຶນ​ຂອງ​ທັງ​ສອງ​ຝ່າຍ​ ເຊິ່ງ​ແຕ່​ລະ​ຝ່າຍ​ລ້ວນ​ແຕ່​ມີ​ທ່າ​ດີ.

ທີ​ສາມ, ສົ່ງ​ເສີມພາ​ລະ​ບົດ​ບາດ​ຂອງ​ລະ​ບົບ​ສະ​ຖານ​ທູດ​ແລະ​ສຳນັກງານ​ການ​ຄ້າ​ຂອງຫວຽດ​ນາມ​ໃນບັນ​ດາ​ປະ​ເທດ ແລະ ສຳນັກງານ​ຕົວ​ແທນ​ການ​ຄ້າ​ຂອງ​ບັນ​ດາ​ປະ​ເທດ​ໃນຫວຽດ​ນາມ ໃນ​ການ​ສະ​ໜອງ​ຂໍ້​ມູນ​​ຕະຫຼາ​ດ​ທີ່​ທັນ​ສະ​ໄໝ​ໃຫ້​ແກ່​ຊຸມ​ຊົມ​ວິ​ສາ​ຫະ​ກິດ, ຊ່ວຍ​ເພີ່ມ​​ໂອ​ກາດ​ໃນ​ການນຳ​ເຂົ້າ​ແລະ​ສົ່ງ​ອອກ​ສິນ​ຄ້າ, ຂະຫຍາຍ​​ຕະຫຼາດ​ແລະ​ປະ​ເພດ​ສິນ​ຄ້າ​ສົ່ງ​ອອກ​ໃຫ້​ມີ​ຄວາມ​ຫຼາກ​ຫຼາຍ. ນີ້​ເປັນ​ຂົວ​ຕໍ່​ທີ່​ສຳ​ຄັນ​​ສຳລັບ​ການ​ສົ່ງ​ເສີມການ​ຄ້າ, ໂຄ​ສະ​ນາແລະແນະ​ນຳ​​ພາບລັກສະນະແລະຜະລິດ​ຕະພັນ​ຂອງຫວຽດ​ນາມ​ ສູ່​ສາຍຕາ​ຊາວໂລກ, ​ໂດຍ​ສະ​ເພາະ​ສິນຄ້າ​ສົ່ງ​ອອກທີ່​ສຳຄັນຂອງ​ຫວຽດນາມ​ເຊັ່ນ ອາຫານ​ທະ​ເລ, ຜັກ​ແລະ​ໝາກ​ໄມ້ສົດ, ສິນຄ້າ​ເອ​ເລັກ​ໂຕຣນິກ, ສ່ວນ​ປະກອບ​ເອ​ເລັກ​ໂຕຣນິກ,  ສິ່ງ​ທໍ​ແລະ​ເຄື່ອງນຸ່ງ​ຫົ່ມ, ເຟີນີເຈີ, ເກີບ.

ທີ​ສີ່, ຊຸກຍູ້​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ການທ່ອງທ່ຽວ, ວິທະຍາສາດ-​ເຕັກ​ໂນ​ໂລ​ຊີ ​ແລະ ການ​ສຶກສາ-ບຳລຸງ​ສ້າງ. ນີ້​ແມ່ນ​ບັນດາ​ຂົງ​ເຂດ​ທີ່​ທັງ​ເປັນ​ຂົວ​ຕໍ່ ທັງ​ມີ​ຄຸນ​ປະ​ໂຫຍ​ດຊ່ວຍໜູນ​ທີ່​ໃຫຍ່​ຫຼວງ​ ໃຫ້​ແກ່​ການ​ເພີ່ມ​ທະວີ​ການ​ຮ່ວມມືທາງ​ດ້ານ​ເສດຖະກິດ​ລະຫວ່າງ​ສອງ​ຝ່າຍ. ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດການອົບຮົມ​ສຶກສາ ບໍ່​ພຽງ​ແຕ່​ຍົກ​ສູງ​ຄຸນ​ນະພາ​ບ​ແຫຼ່ງຊັບພະຍາກອນ​ມະນຸດ​ຂອງ​ຫວຽດນາມ​ເທົ່າ​ນັ້ນ ​ແຕ່​ຍັງ​ເປັນ​ແຫຼ່ງສະໜອງ​ ກຳລັງ​ຄົນ​ໃຫ້​ແກ່ວິ​ສາ​ຫະກິດ ​ແລະ​ ​ວິ​ສາ​ຫະກິດຮ່ວມທຶນ.

ທີ​ຫ້າ, ສອງ​ຝ່າຍ​ຕ້ອງ​ພັດທະນາ​ໂຄງ​ສ້າງ​ພື້ນຖານ​, ​ເຊັ່ນ​ດຽວ​ກັນ​ກັບ​ການ​ບໍລິການ​ຂົນ​ສົ່ງ, ລວມທັງ​ທ່າ​ກຳ​​ເຮືອ​ຂົນຖ່າຍ​ແລະສາງເຢັນ. ເຖິ​ງວ່າ​ບັນ​ດາຜູ້​ສະ​ໜອງ​ຈາກ​ເອີ​ຣົບ, ​ອາ​ເມ​ລິ​ກາ, ໂອ​ເຊຍ​ເນຍ ມາ​ເຖິງຫວຽດ​ນາມ​ໄວ​ກວ່າ​ລັດ​ເຊຍ ແລະບັນ​ດາ​ປະ​ເທດ EAEU, ແຕ່​ວ່າ​​ມິດ​ຕະ​ພາບອັນ​ຍາວ​ນານ, ການຮ່ວມ​ມື ແລະ ການ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ​ ​ລະ​ຫວ່າງ​ປະ​ເທດ​ໃນ​ກຸ່ມ EAEU ແລະຫວຽດ​ນາມນັ້ນ ສົ່ງ​ຜົນ​ດີຕໍ່​ຄວາມ​ຫວັງ​​ໃນ​ການ​ເຕີບ​ໂຕ​ດ້ານການ​ຄ້າ.

ເວົ້າ​ອີກຢ່າງ​ໜຶ່ງ, ຕ້ອງ​ເປີດ​ເສັ້ນ​ທາງ​ຂົນ​ສົ່ງ​ທາງ​ທະ​ເລ​ລະ​ຫວ່າງຫ​ວຽດ​ນາມ ແລະ EAEU ເພື່​ອ​ຍົກ​ສູງ​ປະ​ສິດ​ທິ​ຜົນຂອງ​ກິດ​ຈຳ​ກຳ​ການສົ່ງ​ອອກການນຳ​ເຂົ້າ ແລະ ການ​ລົງ​ທຶນ​ລະ​ຫວ່າງ​ສອງ​ຝ່າຍ. ທັງ​ສອງຝ່າຍ​ຕ້ອງ​ເລືອກ​​ເສັ້ນ​ທາງ​ທີ່​ມີ​ປະ​ສິດ​ທິ​ຜົນ​ທີ່​ສຸດ​ ເພື່ອ​ຜັນ​ຂະ​ຫຍາຍ ແລະ ພັດ​ທະ​ນາ​ເປັນ​ເສັ້ນ​ທາງປົກ​ກະ​ຕິ.

ທີ່​ຫົກ, ເພື່ອ​ເພີ່ມປະລິມານ​ການ​ສົ່ງ​ອອກ​ໄປ​ຍັງ​ຕະຫຼາດອາ​ຊີ-ເອີ​ຣົບ, ບັນ​ດາ​ວິ​ສາ​ຫະ​ກິດຫວຽດ​ນາມຕ້ອງ​ມີ​ຍຸດ​ທະ​ສາດ, ກຳ​ນົດ​​ຜະ​ລິດ​ຕະ​ພັນ​ທີ່​ມີ​ທ່າ​ແຮງ, ​ມີຄວາມ​ຕ້ອງການ​ຂອງ​ຕະຫຼາດ EAEU, ​ຈາກນັ້ນ​ ເພີ່ມ​ທະ​ວີ​ການ​ລົງ​ທຶນ ແລະ ຍົກ​ສູງ​ຄວາມ​ສາ​ມາດ​ການ​ແຂ່ງ​ຂັນ. ວິ​ສາ​ຫະ​ກິດຫວຽດ​ນາມ​ຍັງຕ້ອງ​ເຂົ້າ​ໃຈ​ແຈ້ງ​ແຜນ​ງານ​ການ​ຫຼຸດ​ພາສີ​ນຳ​ເຂົ້າ​ ທີ່ກ່ຽວຂ້ອງ​ກັບ​ການ​ຜະ​ລິດ​ແລະທຸ​ລ​ະ​ກິດ, ເປັນ​ເຈົ້າ​ການ​ໃນ​ການ​ສ້າງ​ຍຸດ​ທະ​ສາດ​ການ​ຜະ​ລິດ, ທຸ​ລະ​ກິດ​ໃຫ້​ເໝາະ​ສົມ​ໃນ​ໄລ​ຍະ​ສັ້ນແລະໄລ​ຍະ​ຍາວ, ​ໃຊ້​ໂອກາດ​ຢ່າງ​ເຕັມທີ ແລະ ​ພ້ອມທີ່ຈະ​ແຂ່ງ​ຂັນ. ວິ​ສາ​ຫະ​ກິດຫວຽດ​ນາມຕ້ອງ​ກຳ​ແໜ້ນ​ຂໍ້​ມູນ​​ກ່ຽວ​ກັບສັນຍາ​ການ​ຄ້າ​ເສດ​ລີ​ລະຫວ່າງ​ຫວຽດນາມ​ແລະ EAEU ເພື່ອຮຽນ​ຮູ້ ​ແລະ ​ໃຊ້​ປະ​ໂຫຍ​ດຈາກ​ການ​ເອື້ອ​ອຳ​ນວຍ ​ເພື່ອ​ຊຸກ​ຍູ້​ການ​ແລກ​ປ່ຽນ​ທາງທຸ​ລະ​ກິດ; ພ້ອມກັນ​ນັ້ນ, ຕັ້ງ​ໜ້າ​ເຂົ້າ​ຮ່ວມ​​ຕະຫຼາດ​ນັດ, ການ​ວາງສະ​ແດງສິນຄ້າ ​ເພື່ອ​ເຊື່ອມ​ຕໍ່​ການ​ລົງ​ທຶນ.

ທີ​ເຈັດ, ໃນ​ປະ​ຈຸ​ບັນ ຫວຽດ​ນາມແລະບັນ​ດາ​ປະ​ເທດ EAEU ເວົ້າ​ລວມ, ​ແລະ​ລັດ​ເຊຍເວົ້າ​ສະ​ເພາະ ມີຄວາມ​​ຕ້ອງ​ການ​ຈຳ​ນວນຫຼາຍ​ກ່ຽວ​ກັບ​ສິນ​ຄ້າ​ກະ​ສິ​ກຳ​ຂອງ​ກັນແລ​ະກັນ, ດັ່ງ​ນັ້ນ, ສອງ​ຝ່າຍ​ຕ້ອງ​ພັດ​ທະ​ນາ​ການ​ພົວ​ພັນ​ດ້ານ​ການ​ຄ້າ​ຕາມ​ຂົງ​ເຂດນີ້, ສ້າງ​ເງື່ອນ​ໄຂ​ອັນ​ສະ​ດວກ​ໃຫ້​​​ວິ​ສາ​ຫະ​ກິດ​​ສົ່ງ​ອອກສິນຄ້າ​ສູ່​ຕະຫຼາດ​ຂອງ​ກັນ​ແລະ​ກັນ.

ທີ​ແປດ, ເພື່ອ​ແກ້​ໄຂບັນ​ຫາ​ໃນ​ການ​ທຸ​ລະ​ກໍາ​ການ​ຄ້າ​, ຫວຽດ​ນາມແລະບັນ​ດາ​ປະ​ເທດ EAEU ເວົ້າ​ລວມ, ກັບລັດ​ເຊຍເວົ້າ​ສະ​ເພາະ ​ໄດ້​ສ້າງ​​ກົນ​ໄກ​ຊຳ​ລະ​ສະ​ສາງ​ດ້ວຍ​ເງິນ​ຕາ​ພາຍ​ໃນ (ຫ​ວຽດ​ນາມ​ດົ່ງ / ຣູ​ເບີນ). ບັນ​ດາ​ທະ​ນາ​ຄານ​ການ​ຄ້າ​ຂອງ​ທັງສອງ​ຝ່າຍ​ ຕ້ອງ​ສົ່ງ​ເສີມ​ຂໍ້​ມູນ​ຂ່າວ​ສານ​​ໃຫ້​ກັບວິ​ສາ​ຫະ​ກິດແລະລູກ​ຄ້າ​ເພີ່ມ​ເຕີມ​ກ່ຽວ​ກັບ​ຜົນ​ປະ​ໂຫຍດ​ຂອງ​ການ​ຊຳ​ລະ​ເງິນ​ດ້ວຍ​ສະກຸນເງິນ​ພາຍ​ໃນ​ປະ​ເທດ ​ເພື່ອ​ຮອງ​ຮັບ​ສະພາບ​ຄ່ອງສຳລັບ​ການ​ຊຳ​ລະ​​ເງິນ ​ດ້ວຍ​ເງິນ ຣູເບີນ ແລະ ຫວຽດ​ນາມ​ດົ່ງ.

ອາດ​ເຫັນ​ໄດ້​ວ່າ, ດ້ວຍຈຳນວນ​ປະ​ຊາ​ກອນ​ກວ່າ 180 ລ້ານ​ຄົນ ​ແລະ ​ເນື້ອ​ທີ່​ກວມ​ເອົາ​ເກືອບ 20% ຂອງເນື້ອ​ທີ່​ດິນ​ທັງໝົດ ​ໂດຍ​ມີໂຄງ​ປະ​ກອບ​ເສດ​ຖະ​ກິດ​ທີ່​ມີ​ລັກ​ສະ​ນະ​ເພີ່ມ​ເຕີມ​ໃຫ້​ແກ່ຫວຽດ​ນາມ, EAEU ເປັນ​ຕະຫຼາດ​ທີ່​ມີ​ຄວາມ​ສາ​ມາດ​ບົ່ມຊ້ອນ​ສຳລັບການ​ສົ່ງ​ອອກຜະລິດ​ຕະພັນ​ທາງ​ການ​ກະ​ສິ​ກຳ, ສິນ​ໃນ​ນ້ຳ, ເຄື່ອງ​ຕ່ຳ​ແຜ່ນ​ແລະນຸ່ງ​ຫົ່ມ, ເກີບ... ຂອງຫວຽດ​ນາມ, ​ແລະ​ຍັງ​ເປັນ​ແຫຼ່ງ​ສະ​ໜອງ​ເຄື່ອງກົນ​ຈັກ, ອຸ​ປະ​ກອນ, ທາດ​ເຄ​ມີ, ບັນ​ດາ​ຜະ​ລິດ​ຕະ​ພັນ​ເຕັກ​ໂນ​ໂລ​ຊີ​ຊີ​ວະພາບ, ພະ​ລັງ​ງານ​ທີ່​ມີ​ລາ​ຄາ​ຕ່ຳ ຄຸນ​ນະ​ພາບ​ສູງ ​ໃຫ້​ແກ່ຫວຽດ​ນາມ. ແຕ່​ວ່າ, ປະຈຸ​ບັນຫວຽດ​ນາມຢູ່​ໃນ​​ອັນ​ດັບ​ທີ 24 ໃນກຸ່ມ​ປະ​ເທດ​ທີ່​ນຳ​ເຂົ້າ​ຈາກ EAEU ແລະ ​ອັນ​ດັບ​ທີ 11 ໃນກຸ່ມ​ປະ​ເທດ​ທີ່​ສົ່ງ​ອອກ​ໄປ​ຍັງ EAEU. ທັງຫວຽດ​ນາມແລະ EAEU ກໍ່​ລ້ວນ​ແຕ່​​ໃຫ້​ຄວາມ​ສຳ​ຄັນ ແລະ ມຸ່ງ​ຫວັງ​ຈະ​ຊຸກ​ຍູ້​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ຝ່າຍ. ບັນ​ດາ​ປະ​ເທດ EAEU ລ້ວນ​ແຕ່​ຖື​ວ່າ ຫວຽດ​ນາມເປັນ​ຄູ່​ຮ່ວມ​ມື​ສຳ​ຄັນ​ ທັງທາງ​ດ້ານ​ການ​ເມືອງ​ແລະ​ທາງ​ເສດ​ຖະ​ກິດ. ດັ່ງ​ນັ້ນ, ​ການຊຸກ​ຍູ້ການ​ພົວ​ພັນ​ຮ່ວມ​ມື​ກັບຫວຽດ​ນາມ ຈະ​ສ້າງ​ເງື່ອນ​ໄຂ​ທີ່​ເອື້ອ​ອຳນວຍ​ສຳລັບບັນ​ດາ​ປະ​ເທດ EAEU ​ເພື່ອເຊື່ອມ​ຕໍ່​ເຂົ້າ​ກັບ​ຕະຫຼາດສະມາ​ຄົມ​ບັນ​ດາ​ປະ​ເທດ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ (ອາ​ຊຽນ) ຂະໜາດ​ໃຫຍ່. ສຳ​ລັບຫວຽດ​ນາມ, ການ​ຟື້ນ​ຟູແລະພັດ​ທະ​ນາ​ບັນ​ດາ​ຕະຫຼາດທີ່​ເປັນ​ມູນ​ເຊື້ອ​ໃນ EAEU ຈະ​ສ້າງ​ເງື່ອນ​ໄຂ​ໃຫ້ຫວຽດ​ນາມຍູ້​ແຮງ​ການ​ສົ່ງ​ອອກ​ສິນ​ຄ້າ​ເຂົ້າ​ໃນ​ຕະຫຼາດ​ບັນ​ດາ​ປະ​ເທດ SNG ແລະ ເອີ​ຣົບ​ຕາ​ເວັນອອກ. ດັ່ງ​ນັ້ນ, ສອງ​ຝ່າຍ​ຕ້ອງ​ພະ​ຍາ​ຍາມກວ່າ​ອີກ​ ເພື່ອ​ແກ້​ໄຂ​ຂໍ້​ບົກພ່ອງ​ແລະ​ຂະ​ຈັດ​ບັນຫາ, ເພື່ອ​ໃຊ້​ປະ​ໂຫຍ​ດຢ່າງ​ເຕັມທີ່ຈາກ​ຄວາມ​ເອື້ອ​ອຳ​ນວຍ ​ເຊິ່ງສັນຍາ​ການ​ຄ້າ​ເສລີ​ລະຫວ່າງ​ຫວຽດນາມ​ແລະ EAEU ນຳ​​ມາ​ໃຫ້ ແລະ ຈາກ​ນັ້ນ​ການ​ຄ້າ​ແລະການ​ລົງ​ທຶນຈະ​ສືບ​ຕໍ່​ຂະຫຍາຍຕົວ​ຢ່າງເຂັ້ມແຂງໃນໄລຍະຈະມາເຖິງ./.

------------------

(1) ຕຸ່ງ​ບາວ: “ຍາດ​ແຍ່ງ​ຄວາມ​ສະ​ດວກFTA ລະ​ຫວ່າງ ຫວຽດ​ນາມ -EAEU”, https://nhandan.com.vn/tin-tuc-kinh-te/tranh-thu-thuan-loi-fta-giua-viet-nam-eaeu-275260, ວັນ​ທີ 15-ຕຸ​ລາ-2016.

(2), (3), (4) ​ຮ​ວ່າງ​ຮ​ວາ: “​​ຫວນເບິ່ງ​ຄືນສອງ​ປີທີ່​ປະ​ຕິ​ບັດ​ຕາມ​ສັນ​ຍາ​ການ​ຄ້າ​ເສ​ລີລະຫວ່າງຫວຽດ​ນາມ ​ແລະ ສະ​ຫ​ະ​ພັນ​ເສດ​ຖະ​ກິດອາ​ຊີ-ເອີຣົບ. https://vn.sputniknews.com/vietnam_russia/201810096350254-viet-nam-thuong-mai-tu-do-lien-minh-kinh-te-a-au/, ວັນ​ທີ 9 ​ຕຸ​ລາ 2018.

(5), (6) ຈຸງ​ຮຶງ: “​ການ​ຄ້າຫວຽດ​ນາມ - ພາ​ກພື້ນອາ​ຊີ-ເອີ​ຣົບ ມີ​ຄວາມ​ເຕີບ​ໂຕ​ຢ່າງ​ຕັ້ງ​ໜ້າ”, https://nhandan.com.vn/nhan-dinh/thuong-mai-viet-nam-khu-vuc-a-au-tang-truong-tich-cuc-627648/,​ ວັນ​ທີ 10 ທັນ​ວາ 2020.

(7) ເຟືອງ​ທາວ: “ສັນຍາ​ການ​ຄ້າ​ເສລີ​ລະຫວ່າງ​ຫວຽດນາມ​ແລະ​ສະຫະພັນ​ເສດຖະກິດ​ອາຊີ-​ເອີຣົບ​ພາຍຫຼັງ​ສາມ​ປີ: ​ຄວາມ​ເຊື່ອ​ໝັ້ນ​ເຂົ້າ​ໃນ​ບັນ​ດາ​ໂອ​ກາດ​ໃໝ່”, https://moit.gov.vn/CmsView-EcoIT-portlet/html/print_cms.jsp?articleId=17368, ວັນ​ທີ 13 ທັນ​ວາ 2019

- ບົດນີ້ໄດ້ລົງພິມໃນວາລະສານກອມມູນິດສະບັບທີ 966 (​ເດືອນພຶດສະພາ 2021)