ວກ. - ການປົກປ້ອງ​ພົນ​ລະ​ເມືອງ​ຫວຽດ​ນາມທີ່​ໄປ​ເຮັດ​ວຽກ​ຢູ່​ຕ່າງ​ປະ​ເທດ​ຕາມ​ສົນ​ທິ​ສັນ​ຍາ​ສາ​ກົນວ່າ​ດ້ວຍ​ການ​ຮ່ວມ​ມື​ດ້ານ​ແຮງ​ງານ ​ແມ່ນ​ຄວາມ​ຕ້ອງການ​ຂອງ​ຫຼາຍ​ປະ​ເທດ​ໃນ​ໂລກ ລວມທັງ​ຫວຽດນາມ. ​ໃນ​ນັ້ນ, ການ​ປັບປຸງ​ລະບຽບ​ກົດໝາຍ​ປົກ​ປ້ອງ​ພົນລະ​ເມືອງຕ້ອງ​ໄດ້​ເພີ່ມ​ທະວີ​ຢ່າງ​ບໍ່​ຢຸດ​ຢັ້ງ ​ໃນ​ໄລຍະ​ເວລາ​ທີ່​ຈະ​ມາ​ເຖິງ.

 

ລັດຖະທຳ​ມະນູນຂອງ​ປະ​ເທດ​ສາທາລະນະ​ລົດສັງຄົມ​ນິຍົມ​ຫວຽດນາມ​ປີ 2013 ຢືນຢັນ: “ພົນລະ​ເມືອງ​ຫວຽດນາມ​ຢູ່​ຕ່າງປະ​ເທດ​ໄດ້​ຮັບ​ການ​ປົກ​ປ້ອງ​ໂດຍ​ລັດ​ແຫ່ງ​ສາທາລະນະ​ລັດ​ສັງຄົມ​ນິຍົມ​ຫວຽດນາມ”(1). ກົດໝາຍວ່າ​ດ້ວຍ​ສັນຊາດ​ຫວຽດນາມ​ຮັບຮອງ: “ລັດ​​ແຫ່ງສາທາລະນະ​ລັດ​ສັງຄົມ​ນິຍົມ​ຫວຽດນາມ​ປົກ​ປ້ອງ​ສິດຜົນປະ​ໂຫຍ​ດທີ່​ຊອບ​ທຳ ​ຂອງ​ພົນລະ​ເມືອງ​ຫວຽດນາມ​ຢູ່​ຕ່າງປະ​ເທດ. ບັນດາ​ອົງການ​ລັດ​ຢູ່​​ໃນປະ​ເທດ, ອົງການ​ຜູ້ຕາງໜ້າ​ຫວຽດນາມຢູ່ຕ່າງປະເທດ ມີ​ຄວາມ​ຮັບຜິດຊອບໃນ​ການ​ປະຕິບັດ​ທຸກ​ມາດ​ຕະການ​ທີ່​ຈຳ​ເປັນ​ຕາມ​ກົດໝາຍ​ຂອງ​ປະ​ເທດ​ເຈົ້າພາບ, ກົດໝາຍ ແລະ ການປະຕິບັດ​ສາກົນ ​ເພື່ອ​ໃຫ້ການປົກ​ປ້ອງ​ດັ່ງກ່າວ(2). ຕາມ​ຂໍ້ກຳນົດຂ້າງ​ເທິງ, ລະບົບ​ບັນດາ​ອົງການທີ່​ປະຕິບັດ​ວຽກ​ງານ​ປົກປ້ອງ​ພົນລະ​ເມືອງ​ນັບ​ມື້​ໄດ້​ຮັບ​ການ​ປັບປຸງ, ຍົກ​ສູງ​​ຄຸນ​ນະພາ​ບ​ແລະປະລິມານ. ຄວາມ​ຮັບຜິດຊອບ​ຂອງ​ລັດ​ໃນ​ການ​ປະຕິບັດ​ທຸກ​ມາດ​ຕະການ​ທີ່​ຈຳ​ເປັນ ​ສອດຄ່ອງ​ກັບ​ກົດໝາຍ​ຂອງ​ປະ​ເທດ​ເຈົ້າພາບ, ກົດໝາຍແລະການ​ປະຕິບັດສາກົນ, ກົດໝາຍ​ຂອງ​ຫວຽດນາມ ກ່ຽວ​ກັບ​ການ​ປົກ​ປ້ອງ​ສິດ​ແລະ​ຜົນ​ປະ​ໂຫຍ​ດຂອງ​ພົນລະ​ເມືອງ​ຫວຽດນາມຢູ່​ຕ່າງປະ​ເທດ ​ເຊິ່ງ​ໄດ້ກຳນົດຢ່າງ​ຈະ​ແຈ້ງ​ພໍ​ສົມຄວນ. ລັດ​ແຫ່ງ​ສາທາລະນະ​ລັດ​ສັງຄົມ​ນິຍົມ​ຫວຽດນາມ, ຜ່ານ​ບັນດາ​ອົງການ​ທາງ​ການ​ທູດ, ສຳນັກ​ງານກົງສຸນຫວຽດນາມຢູ່ຕ່າງປະເທດ (ສຳນັກ​ງານຕົວ​ແທນ) ປະຕິບັດທຸກ​ມາດ​ຕະການ​ເພື່ອໃຫ້ພົນລະເມືອງຫວຽດນາມ ໄດ້ຮັບສິດແລະຜົນປະໂຫຍດຂອງຕົນ ຢ່າງ​ຄົບ​ຖ້ວນ​ຕາມກົດໝາຍຂອງປະເທດຮັບ, ສົນທິສັນຍາ​ສາກົນ​ທີ່ຫວຽດນາມ ​ແລະ ປະ​ເທດ​ດັ່ງກ່າວ​ໄດ້​ລົງ​ນາມຫຼື​ຮັບຮອງ ຫຼື ອີງ​ຕາມ​ການ​ປະຕິບັດ​ສາກົນ. ​ເມື່ອ​ບັນດາ​ສິດ​ແລະ​ຜົນ​ປະ​ໂຫຍ​ດອັນ​ຊອບທຳ​ຂອງ​ພົນລະ​ເມືອງ​ຫວຽດນາມຖືກ​ລະ​ເມີດ, ອົງການ​ຜູ້ຕາງໜ້າ​ຫວຽດນາມມີໜ້າ​ທີ່ ​ໃຊ້​ມາດ​ຕະການ​ທັງ​ໝົດ ​ເພື່ອຟື້ນ​ຟູ​ສິດ​ແລະຜົນ​ປະ​ໂຫຍ​ດອັນຊອບ​ທຳ​ນັ້ນ.

ທ່ານ ຫວຸໂຮ່ງນາມ ເອກອັກຄະລັດຖະທູດຫວຽດນາມປະຈຳຍີ່ປຸ່ນ ໂອ້ລົມກັບຜູ້ຝຶກງານຊາວຫວຽດນາມທີ່ເຮັດວຽກຢູ່ບໍລິສັດ Koganei Seiki ໃນແຂວງກຸນມະ ປະເທດຍີ່ປຸ່ນ _ພາບ: TTXVN

ສະພາບ​ຕົວ​ຈິງ​ກ່ຽວ​ກັບ​ການ​ປົກ​ປ້ອງ​ພົນລະ​ເມືອງຫວຽດນາມທີ່​ໄປ​ເຮັດ​ວຽກ​ຢູ່​ຕ່າງປະ​ເທດ

ກະຊວງ​ການ​ຕ່າງປະ​ເທດ, ​ໂດຍ​ກົງ​​ແມ່ນ​ກົມ​ການ​ກົງ​ສູນ​ແລະ​ຄະນະກຳມະການ​ແຫ່ງ​ລັດ​ກ່ຽວ​ກັບ​ຊາວ​ຫວຽດນາມອາ​ໄສ​ຢູ່​ຕ່າງ​ປະ​ເທດ, ມີ​ຄວາມ​ຮັບຜິດຊອບ​ໃນ​ການປະຕິບັດ​ໜ້າ​ທີ່​ປົກ​ປັກ​ຮັກສາ​ຜົນ​ປະ​ໂຫຍ​ດຂອງ​ພົນລະ​ເມືອງ​ຫວຽດນາມຢູ່​ຕ່າງປະ​ເທດ. ກົມ​ການ​ກົງ​ສູນປະຕິບັດ​ບັນດາ​ພາລະໜ້າ​ທີ່​ກ່ຽວຂ້ອງ​ເຖິງ​ການ​ປົກ​ປ້ອງ​ພົນລະ​ເມືອງ​ເຊັ່ນ: ການ​ຄຸ້ມ​ຄອງ​ລັດ​ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ອົບ​ພະ​ຍົບ​ຂອງ​ພົນ​ລະ​ເມືອງ​ຫວຽດ​ນາມໄປ​ຕ່າງ​ປະ​ເທດ; ການ​ຄຸ້ມຄອງ​ທາງ​ກົງ​ສູນສຳລັບ​ພົນລະ​ເມືອງ​ແລະ​ນິຕິບຸກຄົນ​ຫວຽດນາມ​ໃນ​ຕ່າງປະ​ເທດ; ​ແນະນຳ, ຊີ້ນຳ​​ບັນດາ​ອົງການຜູ້ຕາງໜ້າ​ຫວຽດນາມຢູ່ຕ່າງປະເທດ ສົມທົບ​ກັບ​ບັນດາ​ອົງການ​ທີ່​ມີ​ອຳນາດ ​ໃນ​ການ​ປົກ​ປ້ອງ​ສິດ ​ແລະຜົນ​ປະ​ໂຫຍ​ດອັນ​ຊອບ​ທຳ ​ຂອງ​ພົນລະ​ເມືອງຫວຽດນາມທີ່​​ເດີນທາງອອກ ​ແລະອາ​ໄສ​ຢູ່​ຕ່າງປະ​ເທດ (3). ​ເພື່ອ​ເພີ່ມ​ທະວີ​ປະສິດທິ​ຜົນ​ຂອງ​ວຽກ​ງານການ​ປົກ​ປ້ອງ​ພົນລະ​ເມືອງ​ແລະ​ນິຕິບຸກຄົນ​ຫວຽດນາມ, ຫ້ອງການ​ເພື່ອ​ການ​ປົກ​ປ້ອງ​ພົນລະ​ເມືອງ​ແລະ​ນິຕິບຸກຄົນຫວຽດນາມ ສັງກັດ​ກົມ​ການ​ກົງ​ສູນ, ກະຊວງ​ການ​ຕ່າງປະ​ເທດ ​ໄດ້​ຮັບ​ການ​ຈັດ​ຕັ້ງຂຶ້ນ​ໃນ​ເດືອນ​ເມສາ 2012, ເປັນຈຸດປະສານງານ​ໃນ​ການແກ້ໄຂບັນຫາທີ່​ກ່ຽວຂ້ອງ​ກັບການ​ປົກ​ປ້ອງ​ພົນລະ​ເມືອງຫວຽດນາມ​ຢູ່​ຕ່າງປະ​ເທດ. ຄຽງ​ຄູ່​ກັນ​ນັ້ນ, ເວັບໄຊທ໌ກ່ຽວ​ກັບ​ວຽກ​ງານ​ກົງ​ສຸນ​ໄດ້​ຮັບການ​ຄຸ້ມ​ຄອງ​ໂດຍກົມ​ການ​ກົງ​ສູນ, ເຊິ່ງເຜີຍແຜ່ຂໍ້ມູນກ່ຽວ​ກັບການ​ປົກ​ປ້ອງ​ພົນລະ​ເມືອງ, ໃຫ້ການເຕືອນໄພທີ່ຈໍາເປັນແກ່ພົນລະເມືອງ ​ເພື່ອ​ປ້ອງ​ກັນ ແລະ ຫຼີກລ້ຽງຄວາມສ່ຽງແລະ​ໄພ​ພິບັດ​ທີ່​ອາດ​ຈະ​ເປັນ​ອັນຕະລາຍ​ຕໍ່​ຊີວິດ​ຂອງ​ເຂົາ​ເຈົ້າ ​ເມື່ອ​ເຂົາ​ເຈົ້າ​ອອກ​ໄປ​ແລະ​ອາ​ໄສ​ຢູ່​ຕ່າງປະ​ເທດ. ຫ້ອງ​ຫານ​ໂທລະ​ຄົມ​ສະໜັບ​ສະ​ໜູນການ​ປົກ​ປ້ອງ​ພົນລະ​ເມືອງ​ແລະນິຕິ​ບຸກຄົນ​ຫວຽດນາມຢູ່​ຕ່າງປະ​ເທດ ​​ເລີ່​ມ​ເຄື່ອນ​ໄຫວ​ຕັ້ງ​ແຕ່​ເດືອນກຸມພາ 2015, ​ຮັບ​ໂທລະສັບ​ທຸກ​ສາຍ​ເພື່ອ​ສະໜອງ​ຂໍ້​ມູນ, ສະທ້ອນຄຳຮ້ອງ​ແລະສະ​ເໜີ​ໃຫ້​ຄວາມຊ່ວຍ​ເຫຼືອຂອງ​ພົນລະ​ເມືອງ​ແລະນິຕິ​ບຸກຄົນຫວຽດນາມ​ຢູ່​ຕ່າງປະ​ເທດ.  

​ຄະນະກຳມະການ​ແຫ່ງ​ລັດ​ກ່ຽວ​ກັບ​ຊາວ​ຫວຽດນາມ​ຢູ່​ຕ່າງ​ປະ​ເທດ ​ແມ່ນ​ອົງການ​ລະດັບ​ກົມ​ໃຫຍ່​ທີ່​ສັງກັດ​ກະຊວງ​ການ​ຕ່າງປະ​ເທດ, ​ເຊິ່ງປະຕິບັດ​ພາລະ​ໜ້າ​ທີ່​ການ​ຄຸ້ມ​ຄອງ​ລັດ​ກ່ຽວ​ກັບ​ວຽກ​ງານ​ຕໍ່​ຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ. ຕາມ​ນັ້ນ, ຄະນະກຳມະການມີໜ້າ​ທີ່​ສັງ​ລວ​ມ, ປະ​ເມີນ​ສະພາບ​ການ​ຂອງ​ຊຸມ​ຊົນ​ຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ; ຊ່ວຍ​ເຫຼືອ, ອຳນວຍ​ຄວາມ​ສະດວກ​ໃຫ້​ຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດມີ​ຊີວິດ​ເປັນ​ປົກກະຕິ, ເຊື່ອມ​ໂຍງ​ເຂົ້າ​ກັບ​ສັງຄົມ​ທ້ອງ​ຖິ່ນ, ​ປະຕິບັດມະຫາ​ສາມັກຄີ​ແຫ່ງ​ຊາດ; ຈັດ​ຕັ້ງ​ແລະຊີ້​ນຳ​ບັນດາ​ອົງການ ​ແລະ ບຸກຄົນ​ຊາວ​ຫວຽດນາມຢູ່​ຕ່າງປະ​ເທດ​ໃນ​ການ​ພົວພັນ​ຂອງ​ເຂົາກັບ​ປະ​ເທດ(4). ພຶດຕິ​ກຳ​ຕົວ​ຈິງ​ໃຫ້​ເຫັນ​ວ່າ, ການ​ປົກ​ປ້ອງ​ສິດ​ແລະ​ຜົນ​ປະ​ໂຫຍ​ດອັນ​ຊອບ​ທຳ​ຂອງ​ພົນລະ​ເມືອງ​ຫວຽດນາມ ​ໄດ້​ຮັບ​ການ​ປະຕິບັດ​ຢ່າງ​ຕັ້ງໜ້າ ​ແລະມີ​ວິທີ​ທາງ​ ໂດຍບັນດາ​ອົງການ​ອຳນາດ​ຂອງ​ຫວຽດນາມ. ວຽກ​ງານ​ນີ້​ໂດຍ​ພື້ນຖານ​ແມ່ນ​ຜ່ານ​ກົນ​ໄກ​ຊີ້​ນຳ ​ແລະ ດຳ​ເນີນ​ງານ​ ຈາກ​ກະຊວງ​ການ​ຕ່າງປະ​ເທດ (ກົມ​ການ​ກົງ​ສຸນ) ​ເຖິງ​ບັນດາ​ອົງການ​ຜູ້ຕາງໜ້າ​ທີ່​ກ່ຽວຂ້ອງ.  

ບັນດາ​ອົງການ​ຜູ້ຕາງໜ້າຫວຽດນາ​ມຢູ່​ຕ່າງປະ​ເທດ​ມີ​ບົດບາດ​ຫຼັກ​ໃນ​ການ​ເຄື່ອນ​ໄຫວ​ປົກ​ປ້ອງ​ພົນລະ​ເມືອງຫວຽດນາມ​ຢູ່​ຕ່າງ​ປະ​ເທດ. ລັດຖະບານ​ຈັດ​ຕັ້ງ​ອົງການ​ຜູ້​ຕ່າງ​ໜ້າ​ຂຶ້ນ ​ໂດຍອີງໃສ່ຄວາມຕ້ອງການ, ການເຄື່ອນໄຫວ, ການພົວພັນຕ່າງປະ​ເທດ, ບົນ​ພື້ນຖານຂໍ້ຕົກລົງກັບບັນດາປະເທດທີ່ຮັບແລະອົງການຈັດຕັ້ງສາກົນ, ​ແລະ​ຢູ່​ພາຍ​ໃຕ້​ການຄຸ້ມຄອງໂດຍກົງຂອງກະຊວງການຕ່າງປະເທດ. ອົງການ​ຜູ້ຕາງໜ້າປະຕິບັດ​ໜ້າ​ທີ່​ການ​ກົງສຸນ (ລວມທັງ​ການ​ເຄື່ອນ​ໄຫວ​ປົກປ້ອງ​ດ້ານ​ກົງສຸນ) ​ແລະ​ໜ້າ​ທີ່​ສະໜັບສະໜູນ, ປົກ​ປ້ອງ​ຊຸມ​ຊົນ​ຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ (5).

​ໃນ​ຂົງ​ເຂດ​ແຮງ​ງານ, ກົມຄຸ້ມຄອງແຮງງານຢູ່ຕ່າງປະເທດ ສັງກັດ​ກະຊວງ​ແຮງງານ - ທະຫານ​ເສຍ​ອົງຄະ ແລະ ສັງຄົມ ມີ​ຄວາມ​ຮັບຜິດຊອບ​ໃນ​ການ​ຊ່ວຍ​ລັດຖະມົນຕີ​ປະຕິບັດ​ພາລະ​ໜ້າ​ທີ່​ຄຸ້ມ​ຄອງ​ລັດ ຕໍ່​ຜູ້​ອອກ​ແຮງ​ງານ​ຫວຽດນາມ​ທີ່​ໄປ​ເຮັດ​ວຽກ​ຢູ່​ຕ່າງປະ​ເທດ ຕາມສັນຍາ; ຄະນະ​ຄຸ້ມ​ຄອງ​ແຮງ​ງານ​ພາຍ​ໃຕ້ອົງການ​ຜູ້​ຕາງໜ້າຫວຽດນາມ, ​ໂດຍ​ກະຊວງ​ແຮງ​ງານ - ທະຫານ​ເສຍ​ອົງຄະແລະສັງຄົມ ​ແລະ ກະຊວງ​ການ​ຕ່າງປະ​ເທດ, ກະຊວງ​ພາຍ​ໃນ​ ພ້ອມ​ກັນ​ສ້າງ​ຕັ້ງ​ຂຶ້ນ​ຢູ່​ບັນດາ​ປະ​ເທດ, ພາກ​ພື້ນ​ທີ່​ມີ​ແຮງ​ງານ​ຫວຽດນາມຈຳນວນ​ຫຼາຍ. ປະຈຸ​ບັນ, ຫວຽດນາມ​ມີຄະນະ​ຄຸ້ມ​ຄອງ​ແຮງ​ງານ​ໃນ 6 ປະ​ເທດ​ແລະ​ອານາ​ເຂດ ທີ່​ມີ​ຄົນ​ງານ​ຫວຽດນາມ​ເຮັດ​ວຽກຈຳນວນ​ຫຼາຍ​ເຊັ່ນ: ຍີ່ປຸ່ນ, ​ສ.ເກົາຫຼີ​, ​ໃຕ້​ຫວັນ (ຈີນ), ມາ​ເລ​ເຊຍ, ສະຫະນະຄອນ ເອ​ເມຣັດ ອາຣັບ (UAE), ອາຣັບບີ ຊາ​ອູດິດ. ຢູ່​ບັນດາ​ປະ​ເທດ​ທີ່​​ບໍ່​ທັນ​ມີຄະນະ​ຄຸ້ມ​ຄອງ​ແຮງ​ງານ​, ອົງການ​ຜູ້ຕາງໜ້າ​ຫວຽດນາມ​ຢູ່​ນັ້ນ ​ຈະ​ຕາງໜ້າ​ລັດ​ຫວຽ​ດນາມ​ ໃນ​ການ​ຄຸ້ມ​ຄອງ​ແລະ​ຊ່ວຍ​ແກ້​ໄຂ​ບັນຫາ​ທີ່​ກ່ຽວຂ້ອງກັບ​ຜູ້​ອອກ​ແຮງ​ງານ​ທີ່​ກຳລັງ​ເຮັດ​ວຽກ​ໃນ​ປະ​ເທດ​ນັ້ນ.

ວຽກ​ງານການ​ປົກ​ປ້ອງ​ພົນລະ​ເມືອງ​ໃນ​ເວລາ​ທີ່​ຜ່ານ​ມາ​ໄດ້​ບັນລຸ​ຜົນງານ​ທີ່ຕັ້ງໜ້າ, ຄຽງ​ຄູ່​ກັບ​ຄວາມ​ພະຍາຍາມ​ຂອງ​ບັນດາ​ອົງການທາງ​ການ​ຫວຽດນາມ​ຢູ່​ຕ່າງປະ​ເທດ, ຍັງ​ມີ​ການ​ປະສານ​ງານ​ຢ່າງ​ແໜ້ນ​ແຟ້ນຂອງ​ອຳນາດ​ການ​ປົກຄອງ​ປະ​ເທດ​ເຈົ້າພາບ. ​ເກືອບ​ໝົດ​ທຸກ​ປະ​ເທດ​ທີ່​ມີ​ຜູ້​ອອກ​ແຮງ​ງານ​ຫວຽດນາມ​ອາ​ໄສ​ແລະ​ເຮັດ​ວຽກ ລ້ວນ​ແຕ່​ໄດ້ ອຳນວຍ​ເງື່ອນ​ໄຂ​ທີ່​ດີ​ ໃຫ້​ວຽກ​ງານການ​ປົກ​ປ້ອງ​ພົນລະ​ເມືອງ. ບາງ​ປະ​ເທດ​ທີ່​ມີພົນລະ​ເມືອງ​ໄປ​ເຮັດ​ວຽກ​ຢູ່​ຕ່າງປະ​ເທດ​ເປັນຈຳນວນ​ຫຼາຍ ຫຼືມີຄົນ​ອົບ​ພະຍົບຈຳນວນ​ຫຼາຍ​ທີ່​ຄ້າຍ​ຄື​ກັບ​ຫວຽດນາມ ກໍ່​ໄດ້​ສ້າງ​ກົນ​ໄກ​ທີ່​ຍືດຫຍຸ່ນ​ແລະ​ມີ​ປະສິທິຜົນ, ເຊັ່ນ: ການ​ສ້າງ​ຕັ້ງ​ອົງການສະເພາະ. ສີ​ລັງກາ​ສ້າງ​ຕັ້ງ​ຄະ​ນະກຳມະການ​ທີ່​ປຶກ​ສາ​ລະ​ດັບ​ສູງ ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ບັນດາ​ກະຊວງ, ຂະ​ແໜງ​ການ, ອົງການ​ຈັດ​ຕັ້ງ​ເອກະ​ຊົນ, ກຳມະ​ບານ, ບັນດາ​ອົງການ​ສັງຄົມ, ​ໄດ້​ສ້າງ​ຕັ້ງ​ຄະນະ​ກຳມະການ​ປະສານ​ງານ​ລະຫວ່າງ​ກະຊວງ ​ເພື່ອ​ຊຸກຍູ້​ວຽກ​ງານ​ຜ່ານຈຸດ​ປະສານ​ງານ​ຈາກ​ກະຊວງ, ຂະ​ແໜງ​ການ​ທີ່​ສຳຄັນ(6). ຕາມ​ນັ້ນ, ອົງການ​​ນີ້ມີ​ອຳນາດ​ໃນ​ການ​ຕັດສິນ​ໃຈ​ກ່ຽວ​ກັບການ​ປະຕິບັດ​ງານ ຫຼືມອບ​ໜ້າ​ທີ່​ໂດຍ​ກົງ​ໃຫ້​ອົງການ​ຮັບຜິດຊອບ​ເມື່ອ​ມີ​ກໍລະນີ, ​ເຫດການ​ເກີດ​ຂຶ້ນ; ອາດ​ຈະກຳນົດ ລະບຽບ​ການ​ແລກປ່ຽນ, ປັບປຸງ​ຂໍ້​ມູນ​ຂ່າວສານ, ​​ສ້າງ​ຕັ້ງ​ໜ່ວຍ​ງານ​ປະສານ​ງານ​ຢ່າງ​ວ່ອງ​ໄວ​ລະຫວ່າງ​ອົງການ​ທີ່​ກ່ຽວຂ້ອງ​ ເພື່ອ​ແກ້​ໄຂ​ກໍລະນີ, ຄະດີ.

ຢູ່​ຫວຽດນາມ, ເມື່ອມີຄວາມຈຳ​ເປັນຕ້ອງການ ​ໃນ​ການ​ປົກ​ປ້ອງ​ພົນລະ​ເມືອງ, ອົງການ​ຜູ້ຕາງໜ້າ​ຈະ​ເປັນ​ເຈົ້າ​ການ ​ຜັນ​ຂະຫຍາຍບັນດາມາດຕະການດ້ານວິຊາຊີບ, ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ແລະ​ມີ​ປະສິດທິ​ຜົນ​ ເຂົ້າ​ໃນ​ວຽກ​ງານການ​ປົກ​ປ້ອງ​ພົນລະ​ເມືອງ; ຍົກ​ຕົວຢ່າງ​ເຊັ່ນ: ຕິດຕໍ່ສື່ສານກັບອົງການປົກຄອງທ້ອງຖິ່ນຢ່າງເປັນປົກກະຕິ ​ເພື່ອອຳນວຍ​ຄວາມ​ສະດວກ​ໃຫ້​ພົນລະ​ເມືອງ​ຫວຽດນາມ​ອາ​ໄສ, ຮ່ຳຮຽນ, ​ເຮັດ​ວຽກ​ຢ່າງ​ຖືກ​ຕາມກົດໝາຍ; ປົກປ້ອງພົນລະເມືອງທັນທີເມື່ອຖືກຈັບ, ກັກຂັງ ຫຼື ກັກຂັງຊົ່ວຄາວ ຍ້ອນລະເມີດກົດໝາຍຂອງປະເທດເຈົ້າພາບ; ສະໜັບສະໜູນ, ຊ່ວຍ​ເຫຼືອໃນ​ກໍ​ລະ​ນີ​ທີ່​ມີ​ຄວາມ​ຫຍຸ້ງ​ຍາກ​; ຂົນຂວາຍ​ສະມາຄົມ​ຊາວ​ຫວຽດນາມ​ໃຫ້ການ​ຊ່ວຍ​ເຫຼືອ​ຢ່າງ​ຕັ້ງໜ້າ​ແກ່​ວຽກ​ງານ​ປົກ​ປ້ອງ​ພົນລະ​ເມືອງ; ແຕ່ງຕັ້ງພະນັກງານ​ເຂົ້າຮ່ວມກອງປະຊຸມສານ ​ເພື່ອ​ປົກ​ປ້ອງສິດຜົນປະໂຫຍດຂອງຜູ້​ອອກ​ແຮງ​ງານ ແລະ ຮຽກຮ້ອງໃຫ້ນາຍຈ້າງ, ບໍລິສັດ​ປະກັນ​ໄພ ທົດແທນຄ່າເສຍຫາຍໃຫ້ແກ່ພົນລະເມືອງ ເມື່ອປະສົບອຸບັດເຫດຈາກ​ການ​ເຮັດ​ວຽກ; ເຜີຍແຜ່ຂໍ້ມູນຂ່າວສານ ແນະນຳພົນລະເມືອງ ແລະ ແຕ່ງຕັ້ງພະນັກງານ ດຳ​ເນີນ​ການສາຍດ່ວນທຸກ​ວັນ​ຕະຫຼອດ 24 ບົ່ວ​ໂມງ ​ເພື່ອໃຊ້ມາດຕະການປ້ອງກັນ​ໃນ​ສະຖານະ​ການວິ​ກິດ​ໂດຍທັນທີ. ບັນດາ​ອົງການ​ຜູ້ຕາງໜ້າ​ຫວຽດນາມ​ຢູ່​ຕ່າງປະ​ເທດ ​ໄດ້​ປະກອບສ່ວນ​ແກ້​ໄຂ​ຫຼາຍ​ກໍລະນີ ຄະດີ ​ເຊິ່ງ​ໄດ້​ຮັບ​ການຍອມຮັບ​ແລະ​ຕີ​ລາຄາ​ສູງຈາກ​ຍາດພີ່ນ້ອງ ແລະ ຄອບຄົວຂອງພົນລະເມືອງຫວຽດນາມ ທີ່ປະສົບກັບບັນຫາ ​ແລະຄວາມ​ທຸກ​ຍາກ​ລຳ​ບາກ​ຢູ່​ຕ່າງ​ປະ​ເທດ. 

ຢ່າງ​ໃດ​ກໍ​ຕາມ, ຄຽງ​ຄູ່​ກັບ​ບັນດາ​ຜົນງານ​ທີ່​ບັນລຸ​ໄດ້ນັ້ນ, ກົນ​ໄກ​ປະສານ​ງານ​ກັບປະ​ເທດ​ເຈົ້າພາບ​ຍັງ​ແມ່ນ​ຈຸດ​ອ່ອນ​ ໃນ​ວຽກ​ງານ​ປົກປ້ອງ​ຊາວ​ຫວຽດນາມທີ່​ໄປ​ເຮັດ​ວຽກ​ຢູ່​ຕ່າງປະ​ເທດ, ​ໂດຍ​ສະ​ເພາະ​ແມ່ນ ​ຢູ່​ປະ​ເທດ​ທີ່​ຍັງ​ບໍ່​ມີ​ອົງການ​ຜູ້​ຕາງໜ້າ​ຫວຽດນາມ. ປະຈຸ​ບັນ, ຫວຽດນາມ​ຍັງ​ບໍ່​ມີ​ກົນ​ໄກ​ປະສານ​ສົມທົບ​ຢ່າງ​ແໜ້ນ​ແຟ້ນ, ກຳນົດ​ຄວາມ​ຮັບຜິດຊອບລະຫວ່າງ​ອົງການອຳນາດ​ໃນ​ປະ​ເທດ​ເທດ ​ແລະ​ອົງການ​ຜູ້ຕາງໜ້າ​ຫວຽດນາມ​ຢູ່​ຕ່າງປະ​ເທດ. ໃນ​ກໍ​ລະນີ​ຕ້ອງ​ຮັບ​ມື​ກັບ​ສະ​ຖາ​ນະ​ການ​ວິ​ກິດ​ຢ່າງ​ວ່ອງ​ໄວ​ແລະ​ຮີບດ່ວນນັ້ນ ບໍ່ໄດ້ສ້າງຄວາມສອດຄ່ອງແລະປະສິດທິພາບ. ສິ່ງ​ດັ່ງກ່າວ​ໄດ້​ຫຼຸດ​ປະສິດທິ​ຜົນ​ສ່ວນ​ໜຶ່ງ​ ຂອງ​ວຽກ​ງານການ​ປົກ​ປ້ອງ​ພົນລະ​ເມືອງ​ເວົ້າ​ລວມ ​ແລະ ການ​ປົກ​ປ້ອງ​ຜູ້​ອອກ​ແຮງ​ງານ​ຫວຽດນາມ​ທີ່​ໄປ​ເຮັດ​ວຽກ​ຢູ່​ຕ່າງປະ​ເທດ​ຕາມ​ສັນຍາ​ເວົ້າ​ສະ​ເພາະ. ​ໃນ​ຫຼາຍ​ກໍລະນີ, ​ອົງການ​​ເຈົ້າ​ໜ້າ​ທີ່ຂອງ​​ປະ​ເທດ​ທີ່​ບໍ່​ໄດ້​ລົງ​ນາມ​ໃນ​ສັນຍາ​ກົງ​ສຸນ​ກັບ​ປະ​ເທດ​ຂອງພວກ​ເຮົາ ​ບໍ່​ແຈ້ງ​ໃຫ້​ອົງການ​ຜູ້ຕາງໜ້າ​ຂອງ​ຫວຽດນາມຊາບ ​ກ່ຽວ​ກັບ​ການ​ຈັບ​ກຸມ ​ແລະການ​ພິຈາລະນາ​ຄະດີ​ຂອງຊາວຫວຽດນາມ. ສິ່ງ​ນີ້​ເປັນ​ອັນຕະລາຍ​ຕໍ່ວຽກ​ງານການປົກປ້ອງພົນລະເມືອງ. ຂໍ້ເສຍອີກຢ່າງຫນຶ່ງແມ່ນ, ຢູ່​ບັນດາ​ປະ​ເທດ​ທີ່​ຍັງ​ບໍ່​ທັນລົງ​ນາມໃນ​ສັນຍາ​ຊ່ວຍ​ເຫຼືອ​ດ້ານ​ກົດໝາຍ​ກັບ​ຫວຽດນາມ, ພົນ​ລະ​ເມືອງ​ຫວຽດ​ນາມ​ຈະ​ຕ້ອງ​ຜ່ານ​ຂັ້ນຕອນ​ການ​ເຮັດ​ໃຫ້​ຖືກຕ້ອງ​ຕາມ​ກົດ​ໝາຍ ຖ້າ​ຫາກ​ຢາກ​ໃຊ້​ເອ​ກະ​ສານ​ທີ່​ອອກ​ໂດຍ​ອົງ​ການ​ຫວຽດ​ນາມ, ຕ້ອງ​ຈ່າຍຄ່າທຳ​ນຽມສານ​ລ່ວງ​ໜ້າ​​ເມື່ອ​ຖືກ​ຟ້ອງ​ສານ, ຄຳພິພາກສາ​ ຫຼືຄຳ​ຕັດ​ສິນ​ຂອງ​ສານ​ຕ່າງ​ປະ​ເທດ​ບໍ່​ໄດ້​ຮັບ​ການ​ຍອມຮັບແລະບັງ​ຄັບ​ໃຊ້​​ໃນ​ຫວຽດ​ນາມ(7).

​ເພື່ອ​ເພີ່ມ​ທະວີ, ປັບປຸງ​ບູລະນະ​ສະ​ຖາ​ບັນ ກົນ​ໄກ​ປົກ​ປ້ອງ​ພົນລະ​ເມືອງ
ທີ່​ໄປ​ເຮັດ​ວຽກ​ຢູ່​ຕ່າງປະ​ເທດ
ຕາມ​ສົນທິສັນຍາ​ສາກົນ​ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ແຮງ​ງານ

ເພື່ອ​ເພີ່ມ​ທະວີ, ປັບປຸງ​ບູລະນະ​ສະ​ຖາ​ບັນ ກົນ​ໄກ​ປົກ​ປ້ອງ​ພົນລະ​ເມືອງທີ່​ໄປ​ເຮັດ​ວຽກ​ຢູ່​ຕ່າງປະ​ເທດ ຕາມ​ສົນທິສັນຍາ​ສາກົນ​ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ແຮງ​ງານ, ຕ້ອງ​ສຸມ​ໃສ່​ປະຕິບັດ​ໜ້າ​ທີ່ສຳຄົນ​ຈຳນວນ​ໜຶ່ງ​ດັ່ງ​ລຸ່ມ​ນີ້:

ທີ​ໜຶ່ງ, ເພີ່​ມທະວີ​ບົດບາດ​ແລະ​ປະສິດທິ​ຜົນ​ການ​ເຄື່ອນ​ໄຫ​ຍຂອງ​ອົງການ​ຜູ້ຕາງໜ້າ, ສຳນັກ​ງານກົງສຸນຫວຽດນາມຢູ່ຕ່າງປະເທດ ​ໃນ​ການ​ເຂົ້າ​ເຖິງ​ແລະ​ຊ່ວຍ​ເຫຼືອ​ຜູ້​ອອກ​ແຮງ​ງານ​ຫວຽດນາມ​ຢູ່​ຕ່າງປະ​ເທດ, ການ​ແກ້​ໄຂ​ບັນ​ຫາ​ແລະ​ຂໍ້​ຂັດ​ແຍ່ງ​ກັບ​ນາຍ​ຈ້າງ​ແລະ​ນາຍ​ຫນ້າ​ຕ່າງ​ປະ​ເທດ ກ່ຽວ​ກັບ​ວຽກ​ເຮັດງານທຳ​, ເງື່ອນ​ໄຂ​ການ​ເຮັດ​ວຽກ​, ຄ່າ​ຈ້າງ​, ລາຍ​ໄດ້, ຊໍາລະພາສີລາຍໄດ້ ແລະຄ່າໃຊ້ຈ່າຍຕາມລະບຽບການ. ວຽກງານ​ການ​ປົກ​ປ້ອງ​ພົນລະ​ເມືອງ ຢູ່​ສະຖານທູດ​ຫວຽດນາມປະຈຳ​ຕ່າງປະ​ເທດ. ວຽກ​ງານການ​ປົກ​ປ້ອງ​ພົນລະ​ເມືອງຕ້ອງ​ຮັບປະກັນ​ຄວາມ​ສະ​ເໝີ​ພາບທາງ​ເພດ, ຊ່ວຍ​ເຫຼືອ​ຜູ້​ອອກ​ແຮງ​ງານ​ຍິງ​ແລະ​ຊາຍ​ໃນກໍລະນີຖືກຂົ່ມເຫັງແລະການລ່ວງລະເມີດ, ​ເຮັດ​ແນວ​ໃດ​ເພື່ອ​ປົກ​ປ້ອງ​ໄດ້​ ສິດທິ​ຂອງ​ພົນລະ​ເມືອງແລະຜູ້​ອອກ​ແຮງ​ງານ ​ແລະ ປົກປ້ອງຕົວຕົນ​ຂອງ​ພວກ​ເຂົາ, ເຄົາລົບຄວາມເປັນສ່ວນຕົວແລະຄວາມລັບສ່ວນຕົວຂອງພວກເຂົາ. ສຳລັບ​ບັນດາ​ຕະຫຼາດ​ທີ່​ໄດ້​ຮັບ​ຄົນ​ງານ​ຍິງ​ຫວຽດນາມ​ເປັນ​ຈຳນວນ​ຫຼວງ​ຫຼາຍນັ້ນ ຕ້ອງ​ມີ​ພະນັກງານ​ເພດ​ຍິງ​ຢ່າງ​ໜ້ອຍ 1 ຄົນ​ ເພື່ອ​ປະຕິບັດ​ວຽກ​ງານ​ຄຸ້ມ​ຄອງ​ແຮງ​ງານ.  

ທີ​ສອງ ກະຊວງ​ການ​ຕ່າງປະ​ເທດ​ຕ້ອງ​ກຳນົດ​ຢ່າງ​ຈະ​ແຈ້ງພາລະ, ໜ້າ​ທີ່ ​ແລະ ກົນ​ໄກ​ປະສານ​ງານລະຫວ່າງ​ກົມ​ການ​ກົງສຸນ ​ແລະຄະນະກຳມະ​ການ​ແຫ່ງ​ລັດ​ກ່ຽວ​ກັບຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ ​ເພື່ອ​ຫັນ​ເປັນ​ວິຊາ​ຊີບ​ແລະ​ຍົກ​ສູງ​ປະສິດທິ​ຜົນ​ ຂອງ​ວຽກ​ງານ​ການ​ປົກ​ປ້ອງ​ພົນລະ​ເມືອງຫວຽດນາມ​ຢູ່​ຕ່າງປະ​ເທດ. ​ໃນ​ນັ້ນ, ກົມ​ການ​ກົງສຸນ​ເປັນ​ໜ່ວຍງານ​ກາງ ທີ່​ຮັບຜິດຊອບຕໍ່​ຜູ້ນຳ​ກະຊວງການ​ຕ່າງປະ​ເທດ ກ່ຽວ​ກັບ​ວຽກ​ງານການ​ປົກ​ປ້ອງ​ພົນລະ​ເມືອງຫວຽດນາມ​ຢູ່​ຕ່າງປະ​ເທດ, ຮັບຜິດຊອບແລະສົມທົບ​ກັບ​ບັນດາໜ່ວຍງານ, ອົງການ​ທາງ​ການທີ່ກ່ຽວຂ້ອງ ເພື່ອດຳ​ເນີນ​ກິດ​ຈະກຳປົກ​ປ້ອງ​ພົນະ​ເມືອງ​ເມື່ອຈໍາເປັນ. ຕ້ອງ​ສ້າງ​ສູນ​ແກ້​ໄຂ​ວິ​ກິດ​ການ​ ຂຶ້ນ​ກັບກະຊວງ​ການ​ຕ່າງປະ​ເທດ. ຕາມ​ນັ້ນ, ສູນ​ນີ້​ອາດ​ຈະ​ມີ​ພະແນກເຕັມເວລາຫຼືນອກເວລາ ​ເພື່ອ​ວາງ​ແຜນການ​ແຫ່ງ​ຊາດ​ກ່ຽວ​ການ​ແກ້​ໄຂ​ວິ​ກິດ​ການ. ບົນ​ພື້ນຖານ​ນັ້ນ, ບັນດາ​ກະຊວງ, ຂະ​ແໜງ​ການທີ່​ກ່ຽວຂ້ອງຈະ​ສ້າງ​ແຜນການ​ຮັບ​ມື​ທີ່​ເໝາະ​ສົມ​ກັບພາລະ​ໜ້າ​ທີ່​ຂອງ​ຕົນ. ​ເມື່ອ​ສະຖານະ​ການ​ວິ​ກິດເກີດຂຶ້ນ, ສູນຈະດໍາເນີນຂະບວນການຈັດການກັບວິກິດການ; ຈັດ​ຕັ້ງ​ການ​ປະຈຳ​ງານທຸກ​ວັນຕະຫຼອດ 24 ຊົ່ວ​ໂມງ​ເພື່ອ​ຮັບ, ສະ​ເໜີ ​ແລະ​ປະມວນ​ຜົນ​ຂໍ້​ມູນທີ່​ກ່ຽວຂ້ອງ. ຄຽງ​ຂ້າງ​ນັ້ນ, ສູນ​ຈະ​ສ້າງ​ຊຸດ​ເອກະສານ​ຝຶກ​ອົບຮົມກ່ຽວ​ກັບ​ວຽກ​ງານ​​ປົກ​ປ້ອງພົນລະ​ເມືອງ​ໃນ​ສະຖານະ​ການ​ວິ​ກິດ; ​ເປັນ​ເອກະ​ພາບ​ກ່ຽວ​ກັບ​ຂັ້ນ​ຕອນ​ການ​ແກ້​ໄຂວິ​ກິດ​ການ​ໃນ​ບັນດາ​ລະດັບ​ທີ່ຕ່າງ​ກັນ.

ທີ​ສາມ, ສືບ​ຕໍ່​ເພີ່ມຈຳນວນອົງການ​ຜູ້ຕາງໜ້າ, ຈຳກັດ​ອົງການ​ຜູ້​ຕາງໜ້າ​ນອກ​ເວລາ, ພິ​ເສດ​ແມ່ນ​ໃນ​ປະ​ເທດ​ທີ່​ມີ​ຜູ້​ອອກ​ແຮງ​ງານ​ຫວຽດນາມ​ເຮັດ​ວຽກ​ແລະ​ອາ​ໄສ​ເປັນຈຳນວນຫຼວງຫຼາຍ. ຄຽງຂ້າງ​ນັ້ນ, ຈໍາເປັນຕ້ອງໄດ້ເພີ່ມພະນັກງານ​ໃຫ້​ພາກສ່ວນ​ກົງສຸນໃນອົງການ​ຜູ້ຕາງໜ້າ. ​ໃນ​ກໍລະນີຈຳ​ເປັນ, ຕ້ອງການ​ຄົ້ນຄວ້າ​ການຈັດຕັ້ງ​ຫ້ອງການ​ເຄື່ອນ​ທີ່ ​ເພື່ອ​ແກ້​ໄຂວຽກ​ງານ​ກົງສຸນ​ຢູ່​ບັນດາ​ປະ​ເທດ​ຄຽງ​ຂ້າງ​ໃນ​ເຂດ​ກົງສຸນ, ​ໃຫ້ການ​ຊ່ວຍ​ເຫຼືອ​​ພົນລະ​ເມືອງ​ຢ່າງ​ທັນ​ການ​ເມື່ອຈຳ​ເປັນ. ພ້ອມ​ກັນ​ນັ້ນ, ​ເອົາ​ໃຈ​ໃສ່​ເຖິງ​ການ​ຍົກ​ສູງ​ລະດັບ, ຄວາມ​ສາມາດ ​ແລະ ຄຸນ​ນະພາ​ບຂອງພະນັກງານ​ເຮັດ​ວຽກ​ງານ​ກົງ​ສູນ​ຢູ່​ຕ່າງປະ​ເທດ.

ທີ​ສີ່, ສືບຕໍ່​ເພີ່ມ​ທະວີ​ການ​ປະສານ​ສົມທົບ​ລະຫວ່າງບັນດາ​ອົງການ​ທີ່​ກ່ຽວຂ້ອງ ​ໃນ​ວຽກ​ງານການ​ປົກ​ປ້ອງ​ພົນລະ​ເມືອງຫວຽດນາມ​ທີ່​ໄປ​ເຮັດ​ວຽກ​ຢູ່​ຕ່າງປະ​ເທດ. ຍ້ອນ​ຄວາມ​ສັບສົນ​ແລະ​ຫຼາກ​ຫຼາຍ​ຂອງ​ວຽກ​ງານການ​ປົກ​ປ້ອງ​ພົນລະ​ເມືອງ ດັ່ງ​ນັ້ນ​ການ​ປະສານ​ສົມທົບລະຫວ່າງ​ບັນດາ​ອົງການ​ທີ່​ເຮັດ​ວຽກ​ງານ​ນີ້​ໂດຍ​ກົງ ກັບບັນດາ​ອົງການ​ທີ່​ກ່ຽວຂ້ອງ​ອື່ນ ຈຶ່ງ​​ເປັນ​ວຽກ​ງານ​ຈຳ​ເປັນ​ທີ່​ສຸດ, ມັນ​ຕັດສິນ​ປະສິດທິ​ຜົນ​ຂອງ​ວຽກ​ງານການ​ປົກ​ປ້ອງ​ພົນລະ​ເມືອງ. ຕາມ​ນັ້ນ, ​ໃນ​ສະ​ເພາະ​ໜ້າ ຕ້ອງ​ກຳນົດ​ຢ່າງ​ລະອຽດກ່ຽວ​ກັບ​ກົນ​ໄກ​ການ​ປະ​ສານ​ງານ​ເປັນ​ປົກກະຕິ​ແລະ​ເປັນ​ໄລ​ຍະ ລະຫວ່າງ​ບັນດາ​ອົງການ​ທາງ​ການ, ກ່ອນ​ອື່ນ​ໝົດ​ແມ່ນ​ລະຫວ່າງ​ກະຊວງ​ການ​ຕ່າງປະ​ເທດ ກັບ​ກະຊວງ​ແຮງ​ງານ-ທະຫານ​ເສຍ​ອົງຄະ​ແລະ​ສັງຄົມ, ກະຊວງ​ຕໍາ​ຫຼວດ, ກະຊວງ​ຍຸຕິ​ທຳ, ສານ​ປະຊາຊົນ​ສູງ​ສຸດ, ສະ​ຖາ​ບັນ​ໄອ​ຍະ​ການປະຊາຊົນ​ສູງ​ສຸດ ​ເພື່ອ​ເປັນ​ເອກະ​ພາບ​ໃນ​ວິທີ​ການ​ປົກ​ປ້ອງ​ພົນລະ​ເມືອງ, ຫຼີກ​ລ້ຽງ​ບັນ​ຫາ​ຄ້າງ​ຄາໃນ​ຂະ​ບວນ​ການ​ປົກ​ປ້ອງ​ຄົນ​ງານ​ຫວຽດ​ນາມຢູ່​ຕ່າງປະ​ເທດທີ່​ມີ​ສອງ​ສັນຊາດ; ບັນຫາ​ໃຫ້​ພົນລະ​ເມືອງ​ກັບ​ຄືນ​ປະ​ເທດ; ບັນຫາ​ການ​ເນລະ​ເທດ​ພົນລະ​ເມືອງ​ຫວຽດນາມ​ຢູ່​ຕ່າງປະ​ເທດ; ບັນຫາການ​ຍົກ​ເລີກ​ຫຼື​ຄືນ​ສັນຊາດ​ຫວຽດນາມ...

ທີ​ຫ້າ, ສ້າງ​ຖານ​ຂໍ້​ມູນ​ກ່ຽວ​ກັບ​​ຄົນ​ງານ​ຂ້າມ​ຊາດ, ປະ​ຕິ​ບັດ​ການ​ຈົດ​ທະບຽນ​ພົນລະ​ເມືອງ​ຫວຽດ​ນາມ​ຢູ່​ຕ່າງ​ປະ​ເທດ. ຄວາມ​ເປັນ​ຈິງ​ໃຫ້​ເຫັນ​ວ່າ, ຖານ​ຂໍ້​ມູນ​ກ່ຽວ​ກັບຄົນ​ງານ​ຫວຽດນາມ​ໄປ​ເຮັດ​ວຽກ​ຢູ່​ຕ່າງປະ​ເທດບໍ່​ໄດ້​ຮັບ​ການ​ອັບ​ເດດ​ເປັນ​ປົກກະຕິ​ແລະບໍ່​ມີ​ຖານ​ຂໍ້​ມູນ​ທີ່​ເປັນ​ເອກະ​ພາບ, ຍ້ອນ​ອົງການ, ວິ​ສາ​ຫະກິດ​ບໍ່​ໄດ້​ສົ່ງລາຍ​ງານມາ​ໃຫ້​ກົມ​ຄຸ້ມ​ຄອງ​ຄົນ​ງານຫວຽດນາມ​ຢູ່​ຕ່າງປະ​ເທດ ກໍ​ຄື​ໃຫ້​ກົມ​ການ​ກົງ​ສຸນ. ດັ່ງ​ນັ້ນ, ຖ້າ​ຫາກ​ມີ​ຖານ​ຂໍ້​ມູນ​ທີ່​ຊັດ​ເຈນ​ກ່ຽວ​ກັບ​ຄົນ​ງານ​ຂ້າມ​ຊາດ ຫຼືຖານ​ຂໍ້​ມູນ​ກ່ຽວ​ກັບ​ການ​ຈົດ​ທະບຽນ​ພົນລະ​ເມືອງ​ຫວຽດນາມ​ຢູ່​ຕ່າງປະ​ເທດ, ບັນດາ​ອົງການ​ຜູ້ຕາງໜ້າ​ຫວຽດນາມ​ຢູ່​ຕ່າງປະ​ເທດ​ ຈະ​ສາມາດກຳ​ແໜ້ນຈຳນວນ​ຄົນ​ງານ​ຫວຽດນາມ​ທີ່​ອາ​ໄສ​ໃນ​ພື້ນ​ທີ່​ທີ່​ຕົນ​ຄຸ້ມ​ຄອງ, ກຳ​ຂໍ້​ມູນ​ສ່ວນຕົວຂອງຄົນເຫຼົ່ານີ້ ​ເພື່ອ​ສາມາດດຳ​ເນີນບັນດາ​ມາດ​ຕະການ​ປົກ​ປ້ອງຢ່າງ​ທັນ​ການ​ເມື່ອ​ຈຳ​ເປັນ. ​ເພື່ອ​ຜັນ​ຂະຫຍາຍ​ປະຕິບັດ​ວຽກ​ງານ​ເຫຼົ່າ​ນີ້, ​ໃນ​ສະ​ເພາະ​ໜ້າ, ຈຳ​ເປັນຕ້ອງດຳ​ເນີນ​ການ​ສະຫຼຸບ​ສັງ​ລວມ, ປະ​ເມີນ​ຜົນວຽກ​ງານ​ການ​ຈົດ​ທະບຽນ​ພົນລະ​ເມືອງ​ໃນ​ເວລາ​ທີ່​ຜ່ານ​ມາ ​ເພື່ອສາມາດ​ເຫັນ​ໄດ້​ຂໍ້​ບົກພ່ອງ ຂໍ້​ຈຳກັດ​ໃນ​ວຽກ​ງານ​ນີ້ ​ແລະ ​ມີ​ທິດ​ທາງ​ໃນ​ການ​ແກ້​ໄຂຜ່ານ​ຜ່າ; ​ໂຄສະນາ​ເຜີຍ​ແຜ່​ງຢ່າງ​ກວ້າງຂວາງກ່ຽວ​ກັບ​ຄວາມ​ສຳຄັນ ​ແລະ​ຄຸນ​ປະ​ໂຫຍ​ດ ຂອງ​ການ​ຈົດ​ທະບຽນ​ພົນລະ​ເມືອງ; ຂັ້ນ​ຕອນ​ການ​ຈົດ​ທະ​ບຽນພົນ​ລະ​ເມືອງ​ສຳລັບພົນລະ​ເມືອງຫວຽດ​ນາມ​ຢູ່​ຕ່າງ​ປະ​ເທດ; ຍົກ​ສູງ​ລະດັບ​ວິຊາ​ຊີບ, ຄວາມ​ຮັບ​ຮູ້​ຂອງ​ພະນັກງານ​ເຮັດ​ວຽກ​ງານ​ກົງສຸນ ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ຈົດ​ທະບຽນ​ພົນລະ​ເມືອງຢູ່​ຕ່າງປະ​ເທດ. ​ໃນ​ຍາວ​ນານ, ກະຊວງ​ການ​ຕ່າງປະ​ເທດ​ຕ້ອງ​ສົມທົບ​ຢ່າງ​ແໜ້ນ​ແຟ້ນກັບ​ກະຊວງ​ຕໍາ​ຫຼວດ, ກະຊວງ​ແຮງ​ງານ-ທະຫານ​ເສຍ​ອົງຄ​ະ ​ແລະ​ສັງຄົມ ​ໃນ​ການ​ສ້າງ​ເອກະສານ​ທາງ​ກົດໝາຍ ເພື່ອກຳນົດກ່ຽວ​ກັບ​ກິດຈະກຳຈົດ​ທະບຽນພົນລະ​ເມືອງ​ຫວຽດນາມ​ຢູ່​ຕ່າງປະ​ເທດ, ສ້າງ​ເງື່ອນ​ໄຂ​ອຳນວຍຄວາມ​ສະດວກ​ໃຫ້ວຽກ​ງານການ​ຢືນຢັນ​ສັນຊາດຂອງ​ຊາວ​ຫວຽດນາມ​ໄປ​ເຮັດ​ວຽກ​ຢູ່​ຕ່າງປະ​ເທດ​ເມື່ອຕ້ອງການ​ການ​ປົກ​ປ້ອງ.

ທີ​ຫົກ, ​ເພີ່ມທະວີ​ກົນ​ໄກ​ປະສານ​ງານ​ກັບປະ​ເທດ​ທີ່​ຮັບ​ແຮງ​ງານ​ ກ່ຽວ​ກັບການ​ປົກ​ປ້ອງ​ພົນລະ​ເມືອງຫວຽດນາມ​ທີ່​​ໄປເຮັດວຽກ​​ຢູ່​ຕ່າງ​ປະ​ເທດ​ ຕາມສົນທິສັນຍາ​ສາ​ກົນ​ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ແຮງ​ງານ. ​ໃນ​ເວລາ​ທີ່​ຈະ​ມາ​ເຖິງ, ​ເພື່ອ​ຍົກ​ສູງ​ປະສິດທິ​ຜົນ​ການການ​ປົກ​ປ້ອງ​ຊາວ​ຫວຽດນາມ​ທີ່​ໄປ​​ເຮັດ​ວຽກ​ຢູ່​ຕ່າງປະ​ເທດ ​ຕາມ​ສົນທິສັນຍາ​ສາກົນ ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ແຮງ​ງານ ຕ້ອງ​ເອົາ​ໃຈ​ໃສ່​ເຖິງ​ການ​ພົວພັນ​ປະສານ​ສົມທົບ​ລະຫວ່າງ​ຫວຽດນາມ​ ກັບປະ​ເທດ​ທີ່​ຮັບ​ຄົນ​ງານຜ່ານ​ສັນຍາ​ສອງ​ຝ່າຍ, ຫຼາຍ​ຝ່າຍ​ກ່ຽວ​ກັບການ​ສົ່ງ​ອອກ​ແຮງ​ງານ. ຕາມ​ນັ້ນ, ຕ້ອງ​ປັບປຸງ​ບູລະນະ​ກົດໝາຍກ່ຽວ​ກັບການ​​ປົກ​ປ້ອງ​ພົນລະ​ເມືອງທີ່​ໄປ​ເຮັດ​ວຽກ​ຢູ່​ຕ່າງປະ​ເທດ ​ເມື່ອ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ. ສື​ບຕໍ່​ຍູ້​ແຮງ​ການ​ຮ່ວມ​ມື​ສາກົນ​ໃນ​ການ​ຕໍ່ສູ້ຕ້ານ​ການ​ອົບ​ພະຍົບຜິດ​ກົດໝາຍ; ​ເພີ່ມ​ທະວີ​ການ​ຮ່ວມ​ມື, ຊ່ວຍ​ເຫຼືອ​ບັນດາ​ອົງການ​ຈັດ​ຕັ້ງ​ສາກົນ ກໍ​ຄື​ອົງການອຳນາດ​ຂອງ​ປະ​ເທດ​ເຈົ້າພາບ./.

-------------------------------

(1) ຂໍ້ 3, ມາດຕາ 17, ລັດຖະທຳມະນູນ​ຂອງ​ປະ​ເທດ​ສາທາລະນະ​ລັດ​ສັງຄົມ​ນິຍົມ​ຫວຽດນາມ​ປີ 2013

(2) ມາດຕາ 6, ກົດໝາຍ​ວ່າ​ດ້ວຍ​ສັນຊາດຫວຽດນາມ​ປີ 2008, ສະບັບ​ປັບປຸງ ​ເພີ່ມ​ເຕີມ​ປີ 2014

(3) ​ເບິ່ງ: ຂໍ້ຕົກລົງ​ເລກທີ 227/QĐ-BNG, ລົງ​ວັນ​ທີ 21 ມັງກອນ 2014, ຂອງ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ, “ກຳນົດ ພາລະ, ໜ້າ​ທີ່, ສິດ​ຂອບ​ເຂດ ​ແລະ ​ໂຄງ​ປະກອບ​ການຈັດ​ຕັ້ງ​ຂອງ​ກົມ​ການ​ກົງສຸນ

(4) ເບິ່ງ: ຂໍ້ຕົກລົງ​ເລກທີ 11/2019/QĐ-TTg, ລົງ​ວັນ​ທີ 18 ກຸມພາ 2019, ຂອງ​ນາຍົກ​ລັດ​ຖະມົນຕີ, ກຳນົດ ພາລະ, ໜ້າ​ທີ່, ສິດ​ຂອບ​ເຂດ ​ແລະ ​ໂຄງ​ປະກອບ​ການຈັດ​ຕັ້ງ​ຂອງ​ຄະນະກຳມະ​ການ​ແຫ່ງ​ລັດ​ກ່ຽວ​ກັບ​ຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ ສັງກັດ​ກະຊວງ​ການ​ຕ່າງປະ​ເທດ

(5) ມາດຕາ 7 ​ແລະ​ມາດຕາ 8, ກົດໝາຍວ່າ​ດ້ວຍ​ອົງການ​ຜູ້ຕາງໜ້າ​ປະ​ເທດ​ສາທາລະນະ​ລັດ​ສັງຄົມ​ນິຍົມ​ຫວຽດນາມ​ຢູ່​ຕ່າງປະ​ເທດ​ປີ 2009, ສະບັບ​ປັບປຸງ ​ເພີ່ມ​ເຕີມ​ປີ 2017

(6) ​ເບິ່ງ: ຟ້າ​ມທິຮ່ວານ: ການ​ຄຸ້ມ​ຄອງ​ລັດ​ຕໍ່​ການ​ສົ່ງ​ອອກ​ແຮງ​ງານຂອງ​ຫວຽດນາມ​ໃນ​ໄລຍະ​ປະຈຸ​ບັນ, ວິທະຍາ​ນິພົນ​ປະລິນຍາ​ເອກ​ເສດຖະສາດ. LA 11.0284.2, ຫໍສະໝຸດ​ແຫ່ງ​ຊາດ, 2011, ໜ້າ 79

(7) ​ເບິ່ງ: ກົມ​ການ​ກົງສຸນ - ກະຊວງ​ການ​ຕ່າງປະ​ເທດ: ການ​ປົກ​ປ້ອງ​ສິດຜົນປະ​ໂຫຍ​ດຂອງ​ພົນລະ​ເມືອງ​ຫວຽດນາມ​ຢູ່​ຕ່າງປະ​ເທດ, ຫົວ​ຂໍ້​ຄົ້ນຄວ້າ​ວິທະຍາສາດ, ​ເດືອນ​ຕຸລາ 1998, ຮ່າ​ໂນ້ຍ, ໜ້າ 132

- ບົດ​ນີ້​ໄດ້​ລົງ​ພິມ​ໃນ​ວາລະສານ​ກອມ​ມູນິດ ສະບັບ​ທີ 969 (​ເດືອນ​ກໍ​ລະ​ກົດ 2021)