ວກ. - ໜຶ່ງ​ໃນ​ບັນດາ​ເນື້ອ​ໃນ​ທີ່ສໍາຄັນ ​ເພື່ອ​​ຜັນ​ຂະ​ຫຍາ​ຍການ​ເຄື່ອນ​ໄຫວພົວພັນ​ຕ່າງປະ​ເທດ​ຢ່າງ, ປະດິດ​ສ້າງ ​ແລະ ມີ​ປະສິດທິ​ຜົນ​ ຕາມທີ່​​​ກອງ​ປະຊຸມ​ໃຫຍ່ຄັ້ງທີ 13 ຂອງ​ພັກ​ກອມມູນິດ​ຫວຽດນາມ ​ໄດ້ກໍານົດ: “ສ້າງ​ພື້ນຖານ​ການທູດ​ທີ່​ຮອບດ້ານ, ທັນ​ສະ​ໄໝ ບົນ​ພື້ນຖານ​ສາມ​ເສົາ​ຄໍ້າ​ນັ້ນແມ່ນ ການ​ພົວພັນ​ຕ່າງປະ​ເທດ​ຂອງ​ພັກ, ການ​ທູດ​ຂອງ​ລັດ ​ແລະ ການ​ທູດ​ປະຊາຊົນ”. ນີ້​ທັງ​ແມ່ນ​ເນື້ອ​ໃນທີ່​ມີ​ລັກສະນະສືບ​ທອດ​ຕາມ​ຈິດ​ໃຈ​ຂອງ​ບັນດາ​ກອງ​ປະຊຸມ​ໃຫຍ່​ແຕ່ລະຄັ້ງ​ກ່ອນໜ້ານີ້, ທັງ​ແມ່ນ​ບາດກ້າວ​ພັດທະນາ​ໃໝ່ ກ່ຽວກັບຄວາມຮັບຮູ້ຕໍ່​ເນື້ອ​​ແທ້, ບົດບາດ, ​ແບບ​ວິທີ​ການ​ປະສານ​ງານ ​ແລະ ຜັນ​ຂະຫຍາຍ​ບັນດາການ​ເຄື່ອນ​ໄຫວ​ພົວພັນ​ຕ່າງປະ​ເທດ(1). ​ເພື່ອ​ຜັນ​ຂະຫຍາຍ​ເນື້ອ​ໃນ​ດັ່ງກ່າວ​ໃນ​ຕົວ​ຈິງຢ່າງ​ມີ​ປະສິດທິ​ຜົນ, ຕ້ອງ​ຊີ້​ແຈ້ງຄວາມ​ຮັບ​ຮູ້​ກ່ຽວ​ກັບ​ການ​ພົວພັນ​ຕ່າງປະ​ເທດ​ຂອງ​ພັກ, ການ​ທູດຂອງ​ລັດ ​ແລະ ການ​ທູດ​ປະຊາຊົນ ກໍ​ຄື​ກ່ຽວກັບ​ສາຍ​ພົວພັນ​ລະຫວ່າງ​ສາມ​ເສົາ​ຄໍ້າ​ນີ້ ​ໃນ​ສະພາບ​ການ​ໃໝ່.

 

ພຶດຕິ​ກໍາ​ຕົວ​ຈິງ ​ແລະ ຂະ​ບວນ​​ການພັດທະນາ​ຈິນຕະນາການ​
ຂອງ​ພັກ​ກອມ​ມູນິດ​ຫວຽດນາມ​ ກ່ຽວກັບ​ການ​ພົວພັນ​ຕ່າງປະ​ເທດ​ຂອງ​ພັກ,
ການ​ທູດ​ຂອງ​ລັດ ​ແລະ ການ​ທູດ​ປະຊາຊົນ

​ໃນ​ພຶດຕິ​ກໍາ​ຕົວ​ຈິງ​ຂອງ​ການ​ປະຕິວັດ​ຫວຽດນາມ, ບັນດາ​ຊ່ອງ​ທາງພົວພັນ​ຕ່າງປະ​ເທດ​ທີ່​ແຕກ​ຕ່າງ​ກັນ​ໄດ້ຮັບການໝູນ​ໃຊ້, ພັດທະນາ ​ແລະ ​ເສີມຂະຫຍາຍ​ບົດບາດ​ ຢ່າງມີ​ປະສິດທິ​ຜົນ​, ສອດຄ່ອງ​ກັບ​ແຕ່ລະ​ໄລຍະ​ການ​ປະຕິວັດ​ຂອງ​ປະ​ເທດ​. ຕັ້ງ​ແຕ່​ກ່ອນການກໍາ​ເນີ​ດຂອງ​ລັດ​ແຫ່ງສາທາລະນະ​ລັດປະຊາທິປະ​ໄຕຫວຽດນາມ (ປີ 1945), ພັກ​ກອມ​ມູນິດ​ຫວຽດນາມ ​ແລະ ປະທານ ​ໂຮ່ຈີ​ມິນ ​ໄດ້ໝູນ​ໃຊ້, ​ເສີມ​ຂະຫຍາຍບົດບາດຂອງ​ການ​ພົວພັນ​ຕ່າງປະ​ເທດຂອງ​ພັກ ​ແລະ ການ​ທູດ​ປະຊາຊົນ ​ແນ​ໃສ່ຮັບ​ໃຊ້​ຈຸດໝາຍສູງ​ສຸດ​ໃນ​ໄລຍະ​ເວລາ​ດັ່ງກ່າວ ​ນັ້ນແມ່ນ​ການ​ປົດ​ປ່ອຍ​ຊາດ. ກ່ຽວ​ກັບ​ການ​ພົວພັນ​ຕ່າງປະ​ເທດຂອງ​ພັກ, ຫຼັງຈາກ​ພັກ​ກອມ​ມູນິດ​ຫວຽດນາມ​ໄດ້ຮັບການ​ສ້າງຕັ້ງ (ປີ 1930), ຜູ້​ນໍາ ຫງວຽນອ໋າຍກວັກ​ແລະ ບັນດາສະຫາຍ​ການ​ນໍາ​ບັນພະ​ບູລຸດອື່ນໆຂອງ​ພັກ ​​ໄດ້​ຈັດຕັ້ງປະຕິບັດ​ວຽກງານ​ພົວພັນ​ຕ່າງປະ​ເທດ​ຂອງ​ພັກ​ຢ່າງ​ໂດຍ​ກົງ. ປະທານ ​ໂຮ່ຈີ​ມິນ ​ເປັນ​ຜູ້​ເປີດ​ທາງ ​ແລະ ຜັນ​ຂະຫຍາຍ​ໂດຍ​ກົງ, ນໍາ​ເອົາ​ການ​ທູດ​ປະຊາຊົນ​ກາຍ​ເປັນຊ່ອງທາງ​ພົວພັນ​ຕ່າງປະ​ເທດສໍາຄັນ​ໃນ​ປະຫວັດສາດ​ແຫ່ງ​ການ​ປະຕິວັດ​ຫວຽດນາມ ​ຕັ້ງ​ແຕ່​​ເວລາກ່ອນທີ່​ຫວຽດນາມ​ມີ​ຊ່ອງ​ທາງ​ພົວພັນ​​ເປັນ​ທາງ​ການ ກັບ​ບັນດາ​ປະ​ເທດ​. ນີ້​ແມ່ນ​ພື້ນຖານ​ອັນ​ສໍາຄັນ​ໃຫ້​ພັກ​ກອມ​ມູນິດ​ຫວຽດນາມ​​ໃນ​ການສ້າງ​ນະ​ໂຍບາຍ​ພົວພັນ​ຕ່າງປະ​ເທດມິດຕະພາບ ​ກັບ​ປະຊາຊົນ​ບັນດາ​ປະ​ເທດ, ​ໂດຍ​ສະ​ເພາະ​ແມ່ນ ​ການໝູນ​ໃຊ້​ຫາງ​ສຽງ ​ເພື່ອ​ໃຫ້​ເພື່ອນ​ມິດສາ​ກົນ​ມີ​ຄວາມເຂົ້າ​ໃຈ​ຢ່າງ​ຈະ​ແຈ້ງ ​ແລະ ສະໜັບສະໜູນການ​ຕໍ່ສູ້ປົດ​ປ່ອຍ​ຊາດ, ​ທ້ອນ​ໂຮມ​ປະ​ເທດ​ເປັນເອກະ​ພາບ​ອັນ​ຍືດ​ເຍື້ອຍາວ​ນານ​ຂອງ​ປະຊາຊົນ​ຫວຽດນາມ.

ປະທານ ໂຮ່ຈີມິນ ກັບຜູ້ແທນສະຫະພາບໂຊວຽດ ແລະ ສາກົນ ທີ່ເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງທີ 22 ຂອງພັກກອມມູນິດສະຫະພາບໂຊວຽດ, ເດືອນຕຸລາ 1961 _ພາບ: TTXVN

ໃນ​ໄລຍະ​ຕັ້ງ​ແຕ່​ປີ 1945 ​ເຖິງ​ປີ 1975, ພ້ອມ​ກັບ​ການ​ກໍາ​ເນີ​ດຂອງ​ລັດ​ແຫ່ງສາທາລະນະ​ລັດປະຊາທິປະ​ໄຕຫວຽດນາມ, ສາມ​ເສົາ​ຄໍ້າ​ການ​ພົວພັນ​ຕ່າງປະ​ເທດຂອງພັກ, ການ​ທູດ​ຂອງ​ລັດ ​ແລະ ການ​ທູດ​ປະຊາຊົນ ​ໄດ້​ມີ​​ບາດກ້າວພັດທະນາ​ພໍ​ສົມຄວນ, ປະກອບສ່ວນ​ອັນ​ສໍາຄັນ​ເຂົ້າ​ໃນ​ຂະ​ບວນວິວັດ​ການປົດ​ປ່ອຍ​ຊາດ ​ແລະ ​ທ້ອນ​ໂຮມ​ປະ​ເທດ​​ເປັນ​ເອກະ​ພາບ. ​ໃນ​ໄລຍະ​​ເວລານີ້, ການ​ພົວພັນ​ຕ່າງປະ​ເທດ​ຂອງ​ພັກ​​ສືບຕໍ່ໄດ້ຮັບ​ຄວາມ​ເອົາ​ໃຈ​ໃສ່ພັດທະນາ​ ​ແລະ ຍາດ​ໄດ້​​ຜົນງານ​ທີ່​ສໍາຄັນ, ສ້າງ​​ແນວ​ໂຮມປະຊາຊົນ​ໂລກ​ຂຶ້ນຢ່າງກ້ວາງ​ຂວາງ ​ເພື່ອ​ຊ່ວຍ​​ເຫຼືອ ​ແລະ ສະໜັບສະໜູນການ​ຕໍ່ສູ້​ອັນ​ຊອບທໍາ​ຂອງ​ປະຊາຊົນຫວຽດນາມ, ປະກອບສ່ວນ​ນໍາ​ເອົາ​ບັນດາ​ການຕໍ່ຕ້ານ​ກູ້​ຊາດ​ກ້າວ​ໄປ​ເຖິງ​ໄຊຊະນະ, ປົດ​ປ່ອຍ​ພາກ​ໃຕ້​​ໂດຍ​ສົມ​ບູນ, ​ທ້ອນ​ໂຮມ​ປະ​ເທດ​ເປັນ​ເອກະ​ພາບ.

ການ​ທູດ​ຂອງ​ລັດ​ເຖິງ​​ວ່າຫາ​ກໍ​ໄດ້ຮັບການ​ກໍາ​ເນີດກໍ​ຕາມ ​ແຕ່​ໄດ້​ເສີມຂະ​ຫຍາຍບົດບາດ​ໃນ​ຂະ​ບວນ​ການ​ຊຸກຍູ້​ການ​ຍອມຮັບຂອງ​ໂລກ​ຢ່າງ​ແຂງ​ແຮງ ​ໂດຍຜ່ານ​ການ​ສ້າງຕັ້ງສາຍ​ພົວພັນທາງ​ການ​ທູດ​ຢ່າງ​ເປັນ​ທາງ​ການກັບປະ​ເທດ​ຈໍານວນໜຶ່ງ ​ແລະ ​ເຂົ້າຮ່ວມບັນດາ​ອົງການຈັດຕັ້ງ, ​ເວທີ​ຂອງ​ພາກ​ພື້ນ.

ບັນດາ​ການ​ເຄື່ອນ​ໄຫວ​ການ​ທູດ​ປະຊາຊົນ​​ສືບຕໍ່ໄດ້ຜັນ​ຂະຫຍາຍ​ຢ່າງ​ແຂງ​ແຮງ. ​ໃນ​ການ​ຕໍ່ຕ້ານ​ຕ້ານ​ອາ​ເມ​ລິ​ກາ​ເພື່ອກູ້​ຊາດ, ການທູດ​ປະຊາຊົນໄດ້​ມີ​ການ​ພັດທະນາຢ່າງ​ກະ​ໂດດ​ຂັ້ນ, ​ໃນ​ຫຼາຍຮູບການ​ຢ່າງ​ປະດິດ​ສ້າງ ​ແລະ ​ເປັນ​ເອກະລັກ​ສະ​ເພາະ, ຕັ້ງ​ແຕ່​ການ​ແຕ່ງຕັ້ງບັນດາ​ຄະນະ​ຜູ້​ແທນ​ໄປ​ຢ້ຽມຢາມ​ບັນດາ​ປະ​ເທດ​ເພື່ອນ​ມິດ, ອ້າຍ​ນ້ອງ​ ຈົນ​ເຖິງ​ການ​ເຂົ້າຮ່ວມກອງ​ປະຊຸມ​ສາກົນ​ຢ່າງ​ຫຼວງຫຼາຍ, ນໍາ​ເອົາ​ສຽງ​ເວົ້າຂອງ​ປະຊາຊົນ​ພາກ​ໃຕ້ທີ່​ກໍາລັງ​ຕໍ່ສູ້​ ​ໄປ​ສູ່ບັນດາ​ເວທີ, ບັນດາອົງການ​ຊື່​ມວນ​ຊົນ​ສາກົນ ​ແລະອື່ນໆ; ຈາກ​ນັ້ນ, ​ໄດ້ສ້າງ​ແນວ​ໂຮມປະຊາຊົນ​ໂລກ​ທີ່​ກວ້າງຂວາງ​ຢ່າງ​ບໍ່​ເຄີຍ​ມີ​ມາ​ກ່ອນ​ເພື່ອສະໜັບສະໜູນ​ປະຊາຊົນຫວຽດນາມ​.

​ແຕ່​ປີ 1975 ​ເຖິງ​ປະຈຸ​ບັນ​ນີ້, ການ​ພົວພັນ​ຕ່າງປະ​ເທດ​ຂອງ​ພັກ, ການ​ທູດ​ຂອງ​ລັດ ​ແລະ ການ​ທູດ​ປະຊາຊົນ​ ສືບຕໍ່ມີ​ບັນດາບາດກ້າວ​ພັດທະນາ​ໃໝ່, ປະກອບສ່ວນອັນ​ສໍາຄັນ​ເຂົ້າ​ໃນ​ພາລະກິດການ​ສ້າງສາ ​ແລະ ປົກ​ປັກຮັກສາ​ປະ​ເທດ​ຊາດ. ​​ເພື່ອເສີມ​ຂະຫຍາຍ​ບັນດາ​ຜົນງານ, ການ​ພົວພັນ​ຕ່າງປະ​ເທດ​ຂອງພັກ​ໄດ້​ມີ​ຄວາມ​ເປັນ​ເຈົ້າການ​ໃນ​ການ​ປັບປຸງ ​ແລະ​ປັບ​ຕົວ​ເຂົ້າກັບ​ສະພາບ​​ແວດ​ລ້ອມ, ສະພາບ​ການ ​ແລະ ບັນດາໜ້າທີ່​ໃໝ່, ​ໃນ​ນັ້ນ: 1- ​ມີ​ຄວາມເປັນ​ເຈົ້າການ, ຕັ້ງໜ້າ​ໃນ​ການຮັກສາ ​ແລະ ​ເປີດ​ກ້ວາງ​ການ​ພົວພັນ​ລະຫວ່າ​ງພັກ​ກອມ​ມູນິດ​ຫວຽດນາມ​ ກັບ​ບັນດາ​ພັກ​ການ​ເມືອງ ​ແລະ ບັນດາຂະ​ບວນການ​ທີ່​ກ້າວໜ້າ​ໃນ​ໂລກ; 2- ມີ​​ການ​ປະກອບສ່ວນ​ທີ່​ສໍາຄັນ​ ​ໃນ​ດ້ານ​ການ​ແນະນຳແລະກໍານົດທິດ​ຍຸດ​ທະ​ສາດ​ໃນ​ດ້ານ​ການ​ຕ່າງປະ​ເທດ ​ໃນ​ສະພາບ​ການ​ທີ່ມີ​​ເຫດການ ຂອງ​ຂະ​ບວນການ​ກອມ​ມູນິດ​ແລະກໍາມະກອນສາກົນ ​ແລະ ສະພາບ​ການ​ຂອງ​ໂລກ​ມີ​ການ​ຜັນ​ແປ​ຢ່າງ​ສັບສົນ; 3- ​​ສ້າງ​ພື້ນຖານ​ການ​ເມືອງທີ່ສໍາຄັນ​​ໃຫ້​ແກ່​ຄວາມໝັ້ນຄົງ, ​ເປີດ​ກ້ວາງ ​ແລະ ຮັດ​ແໜ້ນການ​ພົວພັນ​ສອງ​ຝ່າຍຂອງ​ຫວຽດນາມ​ກັບ​ບັນດາ​ປະ​ເທດ, ພ້ອມກັນ​ນັ້ນ, ປະກອບສ່ວນ​ເຂົ້າ​ໃນ​ການ​ແກ້​ໄຂ​ບັນດາບັນ​ຫາ​ທີ່​ເກີດ​ຂຶ້ນ​ໃນ​ການ​ພົວພັນ​ສອງ​ຝ່າຍ​ຢ່າງ​ຫຼວງຫຼາຍ; 4- ປະກອບສ່ວນ​ເຂົ້າ​ໃນ​ພາລະກິດ​ສັນຕິພາບ, ​ເອກະລາດ​​ແຫ່ງ​ຊາດ, ປະຊາທິປະ​ໄຕ ​ແລະ ຄວາມ​ກ້າວໜ້າທາງ​ສັງຄົມ​ໃນ​ໂລກ, ຍົກ​ສູງ​ອິດ​ທິພົນ ​ແລະ ຖານະ​ບົດບາດ​ທາງ​ສາກົນ​ຂອງ​ພັກ​ກອມ​ມູນິດ​ຫວຽດນາມ. ພິ​ເສດ​ແມ່ນ ພັກ​ໄດ້​ມີ​ບັນດາການ​ບຸກທະລຸ​ໃນ​ການ​ເປີດ​ກ້ວາງ ​ແລະ ຂະຫຍາຍສາຍ​ພົວພັນ​ຂອງ​ພັກທາງ​ດ້ານ​ລວງ​ເລິກ, ​ໃນ​ນັ້ນ, ບໍ່ພຽງ​ແຕ່​ຂະຫຍາຍ​ການ​ພົວພັນ​ກັບ​ບັນດາ​ພັກ​ກອມ​ມູນິດ, ກໍາມະກອນ, ຝ່າຍ​ຊ້າຍ, ບັນດາຂະ​ບວນການ​ທີ່​ກ້າວໜ້າ​ເທົ່າ​ນັ້ນ ​​ແຕ່​ຍັງໄດ້​ມີ​​ບາດກ້າວບຸກທະລຸ​ໃນ​ການພົວພັນ​ກັບ​ບັນດາ​ພັກ​ກໍາ​ອໍານາດ, ພັກຮ່ວມ​ລັດຖະບານ, ພັກຝ່າຍຄ້ານສຳ​ຄັນ ຢູ່​ຫຼາຍປະ​ເທດ​ທີ່​ເປັນ​ຄູ່ຮ່ວມມື​ສໍາຄັນ​ຂອງຫວຽດນາມ, ຈາກ​ນັ້ນ, ​ໄດ້​ປະກອບສ່ວນ​ເຂົ້າ​ໃນ​ການສ້າງ​ພື້ນຖານ​ການ​ເມືອງ​ອັນໜັກ​ແໜ້ນ​ໃຫ້​ແກ່​ການ​ພົວພັນ​ສອງ​ຝ່າຍ(2).

ພ້ອມ​ກັບ​ຂະ​ບວນ​ການປ່ຽນ​ແປງ​ໃໝ່ ​ແລະ ເຊື່ອມ​ໂຍງ​ສາກົນ, ບົດບາດຂອງ​ການ​ທູດ​ຂອງ​ລັດ​ໄດ້ຮັບການ​ເສີມ​ຂະຫຍາຍ​ຢ່າງ​ແຂງ​ແຮງ(3). ​ໃນ​ຊຸມ​ປີ​ທໍາ​ອິດ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່, ການ​ທູດ​ໄດ້​ປະກອບສ່ວນ​ເຂົ້າ​ໃນ​ການ​ທັບ​ມ້າງ​ວົງ​ປິດ​ລ້ອມ​ແລະການຂວໍ້າ​ບາດຂອງ​ຈັກກະພັດ, ນໍາ​ເອົາຫວຽດນາມ​ຫຼຸດພົ້ນ​ອອກ​ຈາກ​ວິ​ກິດ​ການ ​ໂດຍ​ຜ່ານ​ການ​ຫັນ​ການ​ພົວພັນ​ກັບ​ບັນດາ​ປະ​ເທດ​ໃຫຍ່​ເປັນ​ປົກກະຕິ​ຕາມ​ລໍາດັບ, ຊຸກຍູ້​ການ​ພົວພັນ​ກັບ​ບັນດາ​ປະ​ເທດ​ບ້ານ​ໃກ້​ເຮືອນຄຽງ, ​ໃນ​ພາກ​ພື້ນ, ບັນດາ​ປະ​ເທດ​ທີ່​ເປັນ​ຄູ່ຮ່ວມມື​ສໍາຄັນ ​ແລະ ​ເຂົ້າຮ່ວມສະມາຄົມບັນດາ​ປະ​ເທດ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້ (ASEAN, ປີ 1995). ​ໃນ​ຊຸມ​ປີ​ແຫ່ງ​ການ​ຊຸກຍູ້ການ​ເຊື່ອມ​ໂຍງ​ສາກົນ, ການ​ທູດ​ໄດ້​ມີ​ຄວາມ​ຕັ້ງໜ້າ​ໃນ​ການເປີດ​ກ້ວາງ​ການ​ພົວພັນຮ່ວມມື​​ໂດຍຜ່ານການ​ເຂົ້າຮ່ວມ​ເຊັນ​ສັນຍາ​ການ​ຄ້າ​ສອງ​ຝ່າຍຫຼາຍສະບັບ; ​ເຂົ້າຮ່ວມກົນ​ໄກຫຼາຍ​ຝ່າຍ​ທີ່ສໍາຄັນຢ່າງ​ຫຼວງຫຼາຍ; ​ເປັນ​ເຈົ້າພາບ​ຈັດ​ກອງ​ປະຊຸມລະດັບ​ສູງຫຼາຍຄັ້ງ; ​ເປັນ​ສະມາຊິກ​ບໍ່​ຖາວອນ​ຂອງ​ສະພາ​ຄວາມໝັ້ນຄົງແຫ່ງສະຫະປະຊາຊາດ​ສອງ​ຄັ້ງ ​ແລະອື່ນໆ. ສາມາດ​ເວົ້າ​ໄດ້​ວ່າ ການ​ທູດ​ໄດ້​ປະກອບສ່ວນອັນ​ຕັ້ງໜ້າ ​ແລະ ມີ​ປະສິດທິ​ຜົນ​ ໃນ​ການ​ປະຕິບັດ​ໜ້າທີ່ຮັກສາສະພາບ​ແວດລ້ອມ​ສັນຕິພາບ ​ແລະ ສະຖຽນ​ລະ​ພາບ; ປົກ​ປັກຮັກສາ​ເອກະລາດ​ແຫ່​ຊາດ, ອຳນາດອະທິປະ​ໄຕ, ​ເອກະ​ພາບ ​ແລະ ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ; ລະດົມ​ບັນດາແຫຼ່ງກໍາລັງ​ພາຍ​ນອກ ​ເພື່ອຮັບ​ໃຊ້​ໃຫ້​ແກ່​ໜ້າ​ທີ່​ພັດທະນາ​ປະ​ເທດ​​ຢ່າງ​ແທດ​ເໝາະກັບ​ພຶດຕິ​ກໍາ​ຕົງ​ຈິງ; ຍົກສູງ​ອິດ​ທິພົນ​ແລະຖານະ​ບົດບາດທາງ​ສາກົນ​ຂອງ​ປະ​ເທດ​ຊາດ.

​ໃນ​ສະພາບ​ການ​ທີ່ປະ​ເທດ​ກ້າວ​ເຂົ້າສູ່​ໄລຍະການ​ພັດທະນາ​ໃໝ່ ມີ​ຄວາມຮຽກຮ້ອງຕ້ອງການ ​ແລະ ໜ້າທີ່​ໃໝ່, ການ​ທູດ​ປະຊາຊົນ​ສືບຕໍ່ໄດ້ຮັບ​ການ​ຜັນ​ຂະຫຍາຍ​ ດ້ວຍ​ຮູບ​ການ​ທີ່​ຫຼາກ​ຫຼາຍ​ແລະຄ່ອງ​ແຄ້ວ, ​ເສີມ​ຂະຫຍາຍ​ທ່າ​ໄດ້​ປຽບ​ສະ​ເພາະ​ຂອງ​ປະ​ເທດ ​ໃນ​ການ​ປຸກລະດົມ​ຫາງ​ສຽງສາກົນ, ​ເປີດ​ກ້ວາງ, ຫັນ​ການ​ພົວພັນເປັນຫຼາຍຮູບ​ຫຼາຍ​ແບບ ຫຼາຍ​ກ້ຳຫຼາຍຝ່າຍ ​ກັບບັນດາຄູ່ຮ່ວມມື​ທີ່​ແຕກ​ຕ່າງ​ກັນ​ໃນ​ໂລກ​. ​ພິ​ເສດ, ການ​ທູດ​ປະຊາຊົນ​ໄດ້​ສ້າງ​ຄວາມສະໜິດຕິດ​ພັນ​ແບບ​ພິ​ເສດ​ລະຫວ່າງ​ຄົນ​ກັບ​ຄົນ, ​ຄວາມຮັກ​ແພງ​ສະໜິດສະໜົມ, ເປີດ​ອົກ​ເປີດ​ໃຈ, ​ເປີດ​ບັນດາ​ຊ່ອງ​ທາງ​ການ​ສົນທະນາ ​ແລະ ການ​ຮ່ວມ​ມື​ທີ່​ບໍ່​ເປັນ​ທາງ​ການ, ​ໄດ້ປະກອບສ່ວນ​ເຂົ້າ​ໃນ​ການ​​ແກ້​ໄຂ​ບັນຫາຈໍານວນໜຶ່ງ ​ເພື່ອ​ກ້າວ​ໄປ​ເຖິງ​ການ​ຫັນ​ການ​ພົວພັນ​ກັບ​ບັນດາ​ຄູ່ຮ່ວມມື​ສໍາຄັນເປັນ​ປົກກະຕິ. ພ້ອມ​​ກັບ​ຂະ​ບວນເຊື່ອມ​ໂຍງ​ສາກົນຢ່າງ​ເປັນ​ເຈົ້າການ ​ແລະ ​ຕັ້ງໜ້ານັ້ນ​ ການ​ທູດ​ປະຊາຊົນກໍ່​ເປັນ​ຊ່ອງ​ທາງໜຶ່ງ ​ເພື່ອ​ປັບປຸງ​ສາຍ​ພົວພັນ​ມິດ​ຕະພາບກັບ​ບັນດາ​ປະ​ເທດ​ເພື່ອນ​ມິດ ​ແລະ ຄູ່ຮ່ວມມື​ທີ່​ເປັນ​ມູນ​ເຊື້ອ​ໃນ​ເງື່ອນ​ໄຂ​ໃໝ່; ພ້ອມ​ກັນນັ້ນ ກໍ່ຊອກ​ຫາ ​ເປີດ​ກ້ວາງ​ການຮ່ວມມືກັບ​ບັນດາ​ຄູ່ຮ່ວມມື​ໃໝ່ ​ແນ​ໃສ່​ການລະດົມ​ແຫຼ່ງກໍາລັງ​ຈາກ​ພາຍ​ນອກ​ເພີ່ມຂຶ້ນ ​ເພື່ອຮັບ​ໃຊ້​ການ​ພັດທະນາ​ປະ​ເທດ ​ແລະ ​ເຂົ້າຮ່ວມວຽກງານຂົນຂວາຍ ຕໍ່ສູ້​ເພື່ອ​ປົກ​ປ້ອງ​ຜົນ​ປະ​ໂຫຍ​ດຂອງ​ຊາດ - ປະ​ເທດ​ຊາດ​ໃນ​ເງື່ອນໄຂ​ໃໝ່.

ສະຫາຍ ຫງວຽນຝູຈ້ອງ ເລຂາທິການໃຫຍ່ ປະທານປະເທດ ພົບປະບັນດາທ່ານເອກອັກຄະລັດຖະທູດ, ກົງສູນໃຫຍ່ຫວຽດນາມ ຢູ່ຕ່າງປະເທດ, ເດືອນຕຸລາ 2020 _ ພາບ: TTXVN

ໃນ​ບັນດາ​ເອກະສານ​ກອງ​ປະຊຸມ​ໃຫຍ່​ຂອງ​ພັກ, ​ແຜນ​ນະ​ໂຍບາຍ​ຜັນ​ຂະຫຍາຍ ສາມ​ເສົາ​ຄໍ້າການ​ພົວພັນ​ຕ່າງປະ​ເທດ​ຢ່າງ​ຄົບ​ຊຸດ ​ເຊິ່ງເລີ່​ມ​​ໄດ້ສະ​ເໜີ​ໃນ​ລະດັບ​ທີ່​ແຕກ​ຕ່າງ​ກັນ ຕັ້ງ​ແຕ່​ກອງ​ປະຊຸມ​ໃຫຍ່​ຄັ້ງທີ 4 ຂອງ​ພັກ ​ແລະ ຫຼັງຈາກ​ນັ້ນ, ​ໄດ້​ສືບຕໍ່ຂະຫຍາຍ, ​​ປັບປຸງໃຫ້​ສົມບູນ​ ໃນກອງ​ປະຊຸມ​ໃຫຍ່​ແຕ່​ລະ​ຄັ້ງ. ກອງ​ປະຊຸມ​ໃຫຍ່​ຄັ້ງທີ 4 (ປີ 1976) ​ໄດ້​ສ້າງພື້ນຖານ​ໃຫ້​ແກ່​ຄວາມຮັບຮູ້ກ່ຽວກັບ​ບັນດາ​ຊ່ອງ​ທາງ​ພົວພັນ​ຕ່າງປະ​ເທດ​ ໂດຍ​ຜ່ານ​ການຮັບຮູ້ບັນດາ​ເປົ້າໝາຍ​ໃນ​ການ​ພົວພັນ, ​​ເປັນຄັ້ງທໍາອິດທີ່ໄດ້​ກໍານົດ​ບັນດາໜ້າທີ່​ກັບ​ແຕ່​ລະ​ກຸ່ມ​​ເປົ້າໝາຍລະອຽດ​, ປະກອບ​ມີ​ກຸ່ມ “ຊົນ​ຊັ້ນ​ກໍາມະກອນ ​ແລະ ປະຊາ ຊົນ​ຊາວ​ຜູ້​ອອກ​ແຮງງານ​ບັນດາ​ປະ​ເທດ​ທຶນ​ນິຍົມ”; ກຸ່ມ “ບັນດາ​ປະ​ເທດ​ສັງຄົມ​ນິຍົມ​ອ້າຍ​ນ້ອງ”, “ບັນດາປະ​ເທດ​ໃນ​ພາກ​ພື້ນ”, “ທັງໝົດບັນດາ​ປະ​ເທດ​ອື່ນໆ” ​ແລະກຸ່ມ “ປະຊາຊົນລາວ​ ​ແລະ​ປະຊາຊົນ​ກໍາປູ​ເຈຍ”, “ປະຊາຊົນ​ບັນດາ​ປະ​ເທດ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້”, “ປະຊາຊົນບັນດາ​ປະ​ເທດ​ອາຊີ, ອາ​ຟຣິກ​ກາ ​ແລະ ອາ​ເມ​ລິ​ກາ​ລາຕີ​ນ(4). ອາດ​ຈະ​​ຖື​ວ່າ ນີ້​ແມ່ນ​ບາດກ້າວພັດທະນາຂັ້ນ​ພື້ນຖານ ​ໃນ​ການ​ພັດທະນາ​ບັນດາ​ແຜນ​ນະ​ໂຍບາຍ​ກ່ຽວກັບ​ການ​ພົວພັນ​ຕ່າງປະ​ເທດ​ຂອງ​ພັກ, ການ​ທູດ​ຂອງ​ລັດ ​ແລະ ການ​ທູດ​ປະຊາຊົນ​​ໃນໄລຍະເວລາຕໍ່ໄປ.

ກອງ​ປະຊຸມ​ໃຫຍ່​ຄັ້ງທີ 6 ຂອງ​ພັກ (ປີ 1986) ​ໄດ້​ຊີ້​ແຈ້ງ​ອັດຕະພາບ​ຂອງ​ແຕ່​ລະ​ກຸ່ມ​ເຄື່ອນ​ໄຫວ​ການ​ພົວພັນ​ຕ່າງປະ​ເທດ​ເປັນຄັ້ງທໍາ​ອິດ, ປະກອບ​ມີ​: “ພັກ​ເຮົາ”, “ລັດ​ເຮົາ”, “ປະຊາຊົນ​ຫວຽດນາມ”; ພ້ອມ​ກັນ​ນັ້ນ, ​ໄດ້ສະ​ແດງ​ເຖິງການ​ປະສານ​ງານໃນ​ເບື້ອງ​ຕົ້ນ ​ເມື່ອ​ເວົ້າ​ເຖິງ​ສອງ ຫຼືທັງສາມອັດຕະພາບ​ພ້ອມ​ກັນ ໃນ​ແຜນ​ນະ​ໂຍບາຍຈໍານວນໜຶ່ງ ​ກ່ຽວກັບ​ການ​ພົວພັນ​ຕ່າງປະ​ເທດ​ ​ເຊັ່ນ: “ພັກ, ລັດຖະບານ​ແລະປະຊາຊົນ​ເຮົາ”; “ພັກ​ແລະລັດ​ເຮົາ” “ລັດຖະບານ​ແລະ​ປະຊາຊົນ​ຫວຽດນາມ”(5).

ກອງ​ປະຊຸມ​ໃຫຍ່ຄັ້ງທີ 8 ຂອງ​ພັກ (ປີ 1996) ​ໄດ້​ມີ​ບາດກ້າວ​ພັດທະນາ​ໃໝ່​ ໃນ​ເມື່ອ​ສະ​ແດງ​​ເຖິງ​ການ​ຈໍາ​ແນ​ກລະຫວ່າງ​ບັນດາໜ້າທີ່​ຂອງ​ແຕ່ລະ​ເສົາ​ຄໍ້າ​ການ​ພົວພັນ​ຕ່າງປະ​ເທດ​ຢ່າງ​ຈະ​ແຈ້ງ; ພ້ອມ​​ກັນ​ນັ້ນ, ​ເປັນຄັ້ງທໍາ​ອິດທີ່ໄດ້​ຊີ້​ແຈ້ງ​ບັນດາ​ກຸ່ມ​ພັກ​ທີ່​ຫວຽດນາມ​ມີ​ການ​ພົວພັນດ້ວຍ​ບັນດາຮູບ​ການ​ພົວພັນ​ລະອຽດຄື: “ພັດທະນາ​ການ​ພົວພັນ​ກັບ​ບັນດາ​ພັກ​ກອມມູນິດ ​ແລະ ກໍາມະກອນ, ບັນດາ​ກໍາລັງ​ປະຕິວັດ, ​ເອກະລາດ​​ແຫ່ງ​ຊາດ​ແລະກ້າວໜ້າ; ສ້າງຕັ້ງ ​ແລະ ​ເປີດ​ກ້ວາງ​ການ​ພົວພັນ​ກັບ​ບັນດາ​ພັກ​ກໍາ​ອໍານາດ ​ແລະ ພັກ​ອື່ນໆ”; ນີ້​ກໍ​​ແມ່ນ​ຄັ້ງທໍາ​ອິດ​ທີ່​ກຸ່ມ​ຄໍາ​ສັບ “ການ​ທູດປະຊາຊົນ” ​ໄດ້​ເວົ້າ​ເຖິງ​ບົນ​ພື້ນຖານເນື້ອ​ແທ້​ຢ່າງ​ລະອຽດຄື: “​ເປີດ​ກ້ວາງ​ການ​ພົວພັນ​ການ​ທູດ​ປະຊາຊົນ, ການ​ພົວພັນ​ກັບ​ບັນດາ​ອົງການຈັດຕັ້ງທີ່​ບໍ່​ແມ່ນ​ລັດຖະບານ, ຍາດ​ແຍ່ງ​ຄວາມເຫັນ​ດີ​ເຫັນ​ພ້ອມ ​ແລະ ການສະໜັບສະໜູນຂອງ​ປະຊາຊົນ​ບັນດາ​ປະ​ເທດຢ່າງ​ກ້ວາງ​ຂວາງ, ປະກອບສ່ວນ​ເຂົ້າ​ໃນ​ການ​ຊຸກຍູ້​ທ່າ​ອ່ຽງສັນຕິພາບ, ການຮ່ວມມື ​ແລະ ການພັດທະນາ”(6).

ກອງ​ປະຊຸມ​ໃຫຍ່​ຄັ້ງທີ 9 ຂອງ​ພັກ (ປີ 2001) ສືບຕໍ່ຊີ້​ແຈ້ງ​ຄວາມຮຽກຮ້ອງຕ້ອງການຄື: “ມີການ​ປະສານ​ງານ​ລະຫວ່າງ​ການ​ເຄື່ອນ​ໄຫວ​ການ​ທູດ​ຂອງ​ລັດ, ການ​ເຄື່ອນ​ໄຫວ​ພົວພັນຕ່າງປະ​ເທດ​ຂອງ​ພັກ ​ແລະ ການ​ທູດ​ປະຊາຊົນ​ ຢ່າງ​ແໜ້ນ​ແຟ້ນ. ​ປັບປຸງ​ກົນ​ໄກ​ການຄຸ້ມຄອງ​ບັນດາ​ການ​ເຄື່ອນ​ໄຫວ​ພົວພັນ​ຕ່າງ​ປະ​ເທດ​ໃຫ້ສົມບູນ​ຢ່າງ​ເປັນ​ເອກະ​ພາບ, ສ້າງ​ເປັນກໍາລັງ​ແຮງສັງ​ລວມ​ເພື່ອປະຕິບັດໜ້າທີ່​ວຽກງານ​ພົວພັນ​ຕ່າງປະ​ເທດ​ຢ່າງ​ມີ​ຜົນ​ສໍາ​ເລັດ, ​ເຮັດ​ໃຫ້​ໂລກ​ມີ​ຄວາມເຂົ້າ​ໃຈ​ກ່ຽວກັບປະ​ເທດ, ຄົນ, ຂະ​ບວນການ​ປ່ຽນ​ແປງ​ໃໝ່ຂອງຫວຽດນາມ, ​ແນວທາງ​, ນະ​ໂຍບາຍ​ຂອງ​ພັກ​ແລະລັດຂອງ​ພວກ​ເຮົາ​ໃຫ້​ຈະ​ແຈ້ງ​ກ່ວາ​ເກົ່າ, ຍາດ​ແຍ່ງຄວາມ​ເຫັນ​ດີ​ເຫັນພ້ອມ, ການສະໜັບສະໜູນ ​ແລະ ການຮ່ວມມືນັບ​ມື້​ນັບ​ກ້ວາງ​ຂວາງ​ຂອງ​ໂລກ”(7).

​ເຖິງ​ກອງ​ປະຊຸມ​ໃຫຍ່ຄັ້ງທີ 10 ຂອງ​ພັກ (ປີ 2006), ພັກ​ໄດ້​ປະກອບ​ເພີ່ມ​ເຕີມ​ກົນ​ໄກການ​ຄຸ້ມ​ຄອງ ​ແລະ ສາຍ​ພົວພັນ​ປະສານ​ງານ​ລະຫວ່າງ​ສາມ​ຊ່ອງ​ທາງການ​ພົວພັນ​ຕ່າງປະ​ເທດ​ດັ່ງກ່າວ​ຢ່າງ​ແໜ້ນ​ແຟ້ນຄື: “ຮັບປະກັນ​ການ​ນໍາພາເປັນເອກະ​ພາບ​ຂອງ​ພັກ, ການ​ຄຸ້ມ​ຄອງລວມສູນຂອງລັດ ​ຕໍ່​ບັນດາ​ການ​ເຄື່ອນ​ໄຫວພົວພັນ​ຕ່າງປະ​ເທດ. ສົມທົບ​ຢ່າງ​ແໜ້ນ​ແຟ້ນລະຫວ່າງ​ການ​ເຄື່ອນ​ໄຫວ​ພົວພັນ​ຕ່າງປະ​ເທດ​ຂອງ​ພັກ, ການ​ທູດ​ຂອງ​ລັດ ​ແລະ ການ​ທູດ​ປະຊາຊົນ​; ລະຫວ່າງ​ການ​ພົວພັນ​ຕ່າງປະ​ເທດທາງ​ດ້ານການ​ເມືອງ ​ແລະ ​​ການພົວພັນ​ຕ່າງປະ​ເທດທາງ​ດ້ານເສດຖະກິດ; ການ​ພົວພັນ​ຕ່າງປະ​ເທດ, ການ​ປ້ອງ​ກັນປະ​ເທດ ​ແລະ ການປ້ອງ​ກັນ​ຄວາມ​ສະຫງົບ; ລະ​ຫວ່າງ​ການ​ສື່​ຂ່າວ​ການ​ພົວພັນ​ຕ່າງປະ​ເທດ ​ແລະ ການ​ສື່ຂ່າວ​ພາຍ​ໃນປະ​ເທດ(8).

​ໃນ​ກອງ​ປະຊຸມ​ໃຫຍ່ຄັ້ງທີ 13 ຂອງ​ພັກ (ປີ 2021), ພັກ​ໄດ້​ກໍານົດ​ສາມ​ເສົາ​ຄໍ້າພື້ນຖານທີ່​ປະກອບ​ເປັນ​​ພື້ນຖານ​ການ​ທູດ​ຫວຽດນາມທີ່ຮອບດ້ານ​ເປັນຄັ້ງທໍາ​ອິດ​ຄື: “ສ້າງພື້ນຖານ​ການການ​ທູດ​ທີ່​ຮອບດ້ານ, ທັນ​ສະ​ໄໝ ບົນ​ພື້ນຖານ​ສາມ​ເສົາ​ຄໍ້າ ​ນັ້ນແມ່ນ​ການ​ພົວພັນຕ່າງປະ​ເທດ​ຂອງ​ພັກ, ການ​ທູດ​ຂອງ​ລັດ ​ແລະ ການ​ທູດ​ປະຊາຊົນ”(9). ນີ້​ແມ່ນ​ບາດກ້າວພັດທະນາ​ອັນ​ສໍາຄັນ ​ໃນ​ເມື່ອ​ບົດບາດ​ຂອງ​ການ​ພົວພັນ​ຕ່າງປະ​ເທດ​ຂອງ​ພັກ, ການ​ທູດ​ຂອງລັດ ​ແລະ ການ​ທູດ​ປະຊາຊົນ ​ໄດ້ຮັບການ​ຍົກ​ສູງ​ເປັນ​ສາມ​ປັດ​ໄຈ​ຫຼັກ ທີ່​ປະກອບ​ເປັນ​ພື້ນຖານການ​ທູດທີ່​ຮອບດ້ານ (​ແທນ​ທີ່​ເປັນ​ບັ​ນດາ​ປັດ​ໄຈທີ່​ຄຽງຄູ່​ກັບ​ບັນດາ​ຂົງ​ເຂດການ​ທູດ​ອື່ນໆ). ພ້ອມກັນ​ນັ້ນ, ສາມ​ເສົາ​ຄໍ້າ​ດັ່ງກ່າວ​​ໄດ້​ຕັ້ງ​ໃນກ້ອນ​ເອກະ​ພາບໜຶ່ງ ​ແມ່ນພື້ນຖານ​ການ​ທູດ​ທີ່ຮອບດ້ານ, ທັງ​ມີ​ລັກສະນະ​ເອກະລາດທຽບ​ຖານ, ທັງ​ຊ່ວຍເຫຼືອ​ເຊິ່ງກັນແລະກັນ ​ເພື່ອ​ຈຸດໝາຍລວມ ​ນັ້ນແມ່ນ​ຜົນ​ປະ​ໂຫຍ​ດຂອງ​ຊາດ - ປະ​ເທດ​ຊາດ.

ສະ​ນັ້ນ, ສາມາດ​ເຫັນ​ໄດ້​ວ່າ ຜ່ານ​ກອງ​ປະຊຸມ​ໃຫຍ່​ແຕ່ລະຄັ້ງ, ຈິນຕະນາການຂອງ​ພັກ​ກອມ​ມູນິດ​ຫວຽດນາມ​ກ່ຽວກັບ​ສາມ​ເສົາ​ຄໍ້າ​ການ​ພົວພັນ​ຕ່າງປະ​ເທດ​ໄດ້ຮັບການພັດທະນາ, ​​ປັບ​ປຸງ​ໃຫ້​ສົມບູນຢ່າງ​ຕໍ່​ເນື່ອງ, ​​ສອດຄ່ອງກັບ​ທັດສະນະ​ກ່ຽວກັບ​ການ​ຜັນ​ຂະຫຍາຍຢ່າງ​ຄົບ​ຊຸດ, ​ການປະສານ​ສົມທົບ​ຢ່າງ​ແໜ້ນ​ແຟ້ນ ​ລະຫວ່າງ​ການ​ພົວພັນ​ຕ່າງປະ​ເທດ​ຂອງ​ພັກ, ການ​ທູດ​ຂອງ​ລັດ ​ແລະ ການ​ທູດ​ປະຊາຊົນ​ ແມ່ນ​ສອດຄ່ອງ​ກັບ​ກົດ​ເກນພາວະ​ວິ​ໄສ, ສະພາບ​ການ​ສາກົນ ​ກໍ​ຄື​ບັນດາ​ເງື່ອນ​ໄຂລະອຽດ​ຂອງ​ການ​ປະຕິວັດ​ປະ​ເທດ​ເຮົາ​ໃນ​ແຕ່ລະ​ໄລຍະ.

ກ່ອນ​ອື່ນໝົດ, ບົນ​ພື້ນຖານ​ລັກສະນະ​ສະ​ເພາະ​ຂອງ​ລະບອບ​ການ​ເມືອງ​​ໃນຫວຽດນາມ, “ພັກ​ກອມ​ມູນິດ​ຫວຽດນາມ​ເປັນ​ພັກ​ກໍາ​ອໍານາດ, ນໍາພາ​ລັດ ​ແລະ ສັງຄົມ”(10). ດັ່ງ​ນັ້ນ, ການ​ພົວພັນ​ຕ່າງປະ​ເທດ​ຂອງ​ພັກ​ມີ​ເງື່ອນ​ໄຂ​ເພື່ອ​ເສີມ​ຂະຫຍາຍ​ບົດບາດຢ່າງ​ແຂງ​ແຮງ, ປະກອບສ່ວນ​ໃຫ້​ແກ່ວຽກງານ​ພົວພັນ​ຕ່າງປະ​ເທດ​ລວມຂອງ​ປະ​ເທດ. ການ​ພົວພັນຕ່າງປະ​ເທດ​ຂອງ​ພັກ ​ແມ່ນ​ຊ່ອງ​ທາງ​ທີ່​ກ້າວ​ໄປ​ເຖິງ​ກຸ່ມບັນດາ​ພັກ​ການ​ເມືອ​ງໃນ​ໂລກ, ​ໃນ​ນັ້ນ, ການ​ພົວພັນ​ກັບ​ພັກ​ການ​ເມືອງຈຳນວນ​ຫຼາຍມີ​ບົດບາດກໍານົດ​ທິດ​ຍຸດ​ທະ​ສາດ​ໃຫ້​ແກ່​ການ​ພົວພັນ​ສອງ​ຝ່າຍ​; ພ້ອມ​ກັນນັ້ນ, ​ເຂົ້າຮ່ວມຢ່າງ​ຕັ້ງໜ້າ​ໃນການວາງ​ແຜນ​​ນະ​ໂຍບາຍ, ​ແນວທາງ, ທັດສະນະ​ການ​ພົວພັນ​ຕ່າງປະ​ເທດ​ຂອງ​ພັກ. ພຶດຕິ​ກໍາ​ຕົວ​ຈິງ​ນີ້​ໄດ້​ສ້າງ​ບົດບາດ, ທີ່​ຕັ້ງຂອງ​ການ​ພົວພັນ​ຕ່າງປະ​ເທດ​ຂອງ​ພັກ​ຂຶ້ນຄື​ກັນ​ກັບ​ເສົາ​ຄໍ້າ​ສໍາຄັນ​ອັນໜຶ່ງ ຂອງ​ພື້ນຖານການ​ພົວພັນ​ຕ່າງປະ​ເທດ​ຮອບດ້ານ​ຂອງຫວຽດນາມ.

ການ​ທູດ​ຂອງ​ລັດ​ໄດ້​​ຕິດພັນ​ກັບ​ການ​ກໍາ​ເນີ​ດຂອງ​​ລັດ​ແຫ່ງສາທາລະນະ​ລັດປະຊາທິປະ​ໄຕ ຫວຽດນາມ, ຂະ​ບວນວິວັດ​ການ​ຕໍ່ສູ້​ຍາດ​ເອົາ​ເອກະລາດ​ແຫ່ງ​ຊາດ, ການທ້ອນ​​ໂຮມປະ​ເທດ​ເປັນເອກະ​ພາບ ກໍຄື​ຂະ​ບວນວິວັດ​​ການ​​ເຊື່ອມ​ໂຍງ​ສາກົນ​ຢ່າງ​ກ້ວາງ​ຂວາງ ເລິກ​ເຊິ່ງ ​ໃນ​ໄລຍະ​ປ່ຽນ​ແປງ​ໃໝ່. ​ເຖິງ​ແມ່ນ​ວ່າ ການ​ຄົງ​ຕົວ​ຂອງ​ການ​ທູດ​ຂອງ​ລັດດ້ວຍ​ເນື້ອ​ແທ້ພື້ນຖານ​ແມ່ນ “ຄວາມ​ສາມາດ​ໃນ​ການ​ເຂົ້າຮ່ວມ​ການ​ພົວພັນ​ກັບປະ​ເທດ​ອື່ນ”(11) ​ໄດ້​ຮັບຮູ້​​ແມ່ນ​ຈຸດ​ພິ​ເສດ​ຈໍາ​ເປັນໜຶ່ງ ທີ່ພ້ອມ​ກັບຂະ​ບວນວິວັດ​​ການ​ສ້າງຕັ້ງປະ​ເທດ, ​ແຕ່​ການ​ພັດທະນາ​ຂອງ​ເສົາ​ຄໍ້າ​ພົວພັນ​ຕ່າງປະ​ເທດ​ນີ້ ກໍ່​ຂຶ້ນ​ກັບລະດັບ​ການ​ເຊື່ອມ​ໂຍງ​ສາກົນ​ຂອງ​ປະ​ເທດ​ເຂົ້າ​ໃນ​ຊີວິດ​ການ​ພົວພັນ​ສາກົນ​ພໍ​ສົມຄວນ. ຕາມ​ນັ້ນ, ຖ້າວ່າການ​ກໍາ​ເນີ​ດຂອງ​ລັດ​ແຫ່ງສາທາລະນະ​ລັດປະຊາທິປະ​ໄຕຫວຽດນາມ ຖື​ເປັນເງື່ອນໄຂຈໍາ​ເປັນ​ໃຫ້​ແກ່​ການ​ປາກົດ​ຕົວ​ຂອງ​ການ​ທູດ​ຂອງ​ລັດ, ​ເຊິ່ງ​ຂະ​ບວນວິວັດ​ການ​ເຊື່ອມ​ໂຍງ​ສາກົນ​ທີ່​ນັບ​ມື​ນັບ​ເລິກ​ເຊິ່ງກ້ວາງ​ຂວາງ ​ແລະ ຮອບດ້ານ​ຂອງຫວຽດນາມ​ເປັນ​ເງື່ອນ​ໄຂທີ່​ພຽງພໍ ​ເພື່ອ​ໃຫ້ການ​ທູດ​ຂອງ​ລັດ​​​ໄດ້ເສີມ​ຂະຫຍາຍ​ບົດບາດ​ຢ່າງແຂງ​ແຮງ. ນີ້​ກໍ່​ແມ່ນ​ຊ່ອງ​ທາງ​ພົວພັນ​ຢ່າງ​ເປັນ​ທາງ​ການ, ຕົ້ນຕໍ ​ແລະ ມີປະສິດທິພາບ ປະສິດທິ​ຜົນ​ສູງ ໃນການ​ພົວພັນກັບ​ບັນດາ​ປະ​ເທດ​ໃນ​ໂລກ.

ຄຽງຄູ່​ກັນ​ນັ້ນ, ​ເລີ່​ມຈາກ​ຄວາມ​ຮັບ​ຮູ້ ​ແລະ ຄວາມ​ຕ້ອງການ​​ລະດົມ​ກໍາລັງ​ແຮງ ​ແລະ ​ການ​ສະໜັບສະໜູນຂອງ​ປະຊາຊົນ​ໂລກ​ຕໍ່ຫວຽດນາມ ​ໃນ​ການຕໍ່ສູ້​ປົດ​ປ່ອຍ​ຊາດ​ເມື່ອ​ກ່ອນ ​ກໍ​ຄື​ໃນ​ການ​ສ້າງສາ​ແລະປົກ​ປັກ​ຮັກສາປະ​ເທດ​ຊາດ​ໃນ​ປະຈຸ​ບັນ, ການ​ທູດ​ປະຊາຊົນ​ໄດ້​ເສີມ​ຂະຫຍາຍ​ບົດບາດ​ຂອງຕົນ​ຢ່າງ​ມີ​ປະສິດທິ​ຜົນ. ນີ້​ແມ່ນ​ຈຸດ​ພິ​ເສດ​ທີ່ມີ​ທັງລັກ​ສະ​ນະ​ປະຫວັດສາດ ​ແລະ ​ລັກສະນະຍຸກ​ສະ​ໄໝ. ຄວາມ​ຮັບ​ຮູ້ກ່ຽວກັບ​ບົດບາດ​ຂອງ​ການ​ທູດ​ປະຊາຊົນ, ດ້ານໜຶ່ງ, ​ແມ່ນ​ການສືບ​ທອດທັດສະນະ “ຖື​ເອົາ​ປະຊາຊົນ​ເປັນ​ກົກ​ເຄົ້າ”, ມີ​ຄວາມສາມັກຄີ​​ໂດຍ​ອີງ​ໃສ່ກໍາລັງ​ແຮງ​ຂອງປະຊາຊົນ ​ແລະ ມູນ​ເຊື້ອ​ການ​ທູດ​ແບບ “ທ່ຽງທໍາ”, ຄວາມ​ເປັນ​ທໍາ, ສັນຕິພາບ, ມິດຕະພາບ ​ແລະ ມະນຸ​ດສະ​ທໍາຂອງ​​ຊາດຫວຽດນາມ; ອີກ​ດ້ານໜຶ່ງ, ​ເລີ່​ມຈາກ​ການ​ຖອດ​ຖອນບົດຮຽນ​ປະສົບ​ການ​​ຈາກ​ຂະ​ບວນການຕໍ່ສູ້​ປົດ​ປ່ອຍ​ຊາດຂອງ​ບັນດາ​ຊົນ​ຊາດ​ໃນ​ຫົວ​ເມືອງ​ຂຶ້ນ, ​ໃນ​ນັ້ນ, ປະຊາຊົນ​ເປັນ​ກໍາລັງ​ທີ່ສໍາຄັນ​ໃນ​ບັນດາ​ການ​ປະຕິວັດປົດ​ປ່ອຍຊາດ​, ​ເພື່ອ​​ສັນຕິພາບ, ມິດຕະພາບ, ຄວາມ​ສາມັກຄີ, ການຮ່ວມ​ມື ​ແລະ ການ​ພັດທະນາ ລະຫວ່າງ​ບັນດາ​ປະ​ເທດ​ໃນ​ໂລກ. ບົນ​ຈິດ​ໃຈ “ຊາວກໍາມະ​ຊີບຢູ່​​ໃນສີ່​ທິດ​ລ້ວນ​ແຕ່​ເປັນ​ອ້າຍ​ນ້ອງກັນ” ດັ່ງ​ທີ່​ປະ​ທານ ​ໂຮ່ຈີ​ມິນ ​ເຄີຍ​ໄດ້ສະຫຼຸບ​ຖອດ​ຖອນ, ການ​ພົວພັນ​ລະຫວ່າງ​ປະຊາຊົນ​ກັບ​ປະຊາຊົນ​ຍາມ​ໃດ​ກໍ​​ເປັນ​ພື້ນຖານ​ໃຫ້​ແກ່​ສາຍພົວພັນ​ລະຫວ່າງ​ບັນດາ​ປະ​ເທດ, ​ເປັນ​ສາຍ​ພົວພັນທີ່​ໜັ້ນຄົງ ​ແລະ ຍາວ​ນານ, ເຖິງວ່າທ່າທີຂອງ​ລັດຖະບານຈະ​ມີ​ການ​ປ່ຽນ​ແປງ​ຄື​ແນວ​ໃດ ​ການ​ພົວພັນ​ລະຫວ່າງ​ປະຊາຊົນ​ບັນດາປະ​ເທດກໍ​ບໍ່ຖືກຈືດຈາງ ຫຼື​ສູນຫາຍ​​ໄປ(12).

ນອກຈາກ​ນັ້ນ, ການ​ພັດທະນາ ​ແລະ ສາຍ​ພົວພັນທີ່​ແໜ້ນ​ແຟ້ນລະຫວ່າງ​ການ​ພົວພັນ​ຕ່າງປະ​ເທດ​ຂອງ​ພັກ, ການ​ທູດ​ຂອງ​ລັດ ​ແລະ ການ​ທູດ​ປະຊາຊົນ​ ຍັງ​ໄດ້​ສ່ອງ​ແສງ​ເຖິງ​ຄວາມ​ເໝາະສົມ, ສອດຄ່ອງ​ກັບ​ທ່າ​ອ່ຽງການຫັນ​ການ​ພົວພັນລະຫວ່າງ​ປະ​ເທດ​ຮ່ວມ​ສະ​ໄໝ​ເປັນຫຼາຍຮູບ​ຫຼາຍ​ແບບ. ການ​ປາກົດ​ຕົວ ​ແລະ ການ​ເພີ່ມ​ທະວີ​ບົດບາດ​ຂອງ​ບັນດາ​ອັດຕະພາບ​ໃໝ່​ ໄປ​ຄຽງຄູ່​ກັບອັດຕະພາບ​ຂອງ​ລັດ ​ເຊັ່ນ: ບັນດາ​ອົງການຈັດຕັ້ງການ​ເມືອງ - ສັງຄົມ, ບັນດາ​ພັກ​ການ​ເມືອງ​ແລະອື່ນໆ ​ໄດ້ຕັ້ງຂຶ້ນ​ຄວາມ​ຕ້ອງການຈໍາ​ເປັນ​ຕ້ອງ​ເປີດ​ກ້ວາງ​ບັນດາ​ຊ່ອງ​ທາງ​ພົວພັນ​ຕ່າງປະ​ເທດ ​ດ້ວຍ​ບັນດາ​ເຄື່ອງມື ວິທີ​ການ ​ແລະ ກໍາລັງ​ຜັນ​ຂະຫຍາຍ​ທີ່​ຫຼາກ​ຫຼາຍ, ສອດຄ່ອງ​ກັບ​ແຕ່​ລະ​ອັດຕະພາບ, ດ້ວຍ​​ການ​ບຸລິ​ມະ​ສິດທາງດ້ານ​ຜົນ​ປະ​ໂຫຍ​ດ, ຈຸດ​ພິ​ເສດທາງ​ດ້ານພາກສ່ວນ ​ແລະ ​ວິທີ​ການ​ຈັດຕັ້ງການ​ເຄື່ອນ​ໄຫວ​ສະ​ເພາະ. ພ້ອມກັນນັ້ນ, ສາຍ​ພົວພັນທີ່​ແໜ້ນ​ແຟ້ນລະຫວ່າງ​ບັນດາ​ອັດຕະພາບ ກໍຄືຄວາມ​ສາມາດ​ໃນ​ການ​ສົ່ງ​ຜົນສະທ້ອນທີ່​ນັບ​ມື້​ນັບ​ແຂງ​ແຮງ ຕໍ່ຂະ​ບວນການ​ແກ້​ໄຂ​ບັນດາ​ບັນຫາ​ສາກົນ​ ​ເຊິ່ງ​ໄດ້​ຕັ້ງ​ຄວາມ​ຮຽກຮ້ອງ​ຕ້ອງການ​ຕ້ອງ​ຜັນ​ຂະຫຍາຍ​ຢ່າງຮອບ​ດ້ານ ​ແລະ ມີການ​ປະສານ​ງານ​ຢ່າງ​ແໜ້ນ​ແຟ້ນ ລະຫວ່າງການ​ເຄື່ຶອນ​ໄຫວ​ພົວພັນ​ຕ່າງປະ​ເທດ ​ກັບ​ບັນດາອັດຕະພາບ​ທີ່​ແຕກ​ຕ່າງ​ກັນ. ​ເວົ້າອີກ​ຢ່າງໜຶ່ງ, ການ​ເຄື່ອນ​ໄຫວ​ຂອງ​ຊີວິດຄວາມ​​ພົວພັນສາກົນ​ ​ແລະ ການສະແຫວງຫາ​ເປົ້າ​ໝາຍລວມກ່ຽວກັບ​ຜົນ​ປະ​ໂຫຍ​ດຂອງ​ຊາດ - ປະ​ເທດ​ຊາດ ​ໄດ້​​ເຮັດ​ໃຫ້​ບັນດາ​ຊ່ອງ​ທາງ​ພົວພັນ​ຕ່າງປະ​ເທດ​ເສີມ​ຂະຫຍາຍ​ທ່າ​ໄດ້​ປຽບຂອງ​ຕົນ​ຢ່າງ​ແຂງ​ແຮງ ​ແລະ ມີ​ການ​ພົວພັນ​ຢ່າງ​ແໜ້ນ​ແຟ້ນ​ເຊິ່ງກັນ​ແລະ​ກັນ

ຄວາມ​ຮັບ​ຮູ້​ກ່ຽວກັບ​ສາຍ​ພົວພັນ​ລະຫວ່າງ​ການ​ພົວພັນ​ຕ່າງປະ​ເທດ​ຂອງ​ພັກ,
ການ​ທູດ​ຂອງ​ລັດ ​ແລະ ການ​ທູດ​ປະຊາຊົນ​ໃນ​ສະພາບ​ການ​ໃໝ່

​ໃນ​ສະພາບ​ການ​ສາກົນ​ສືບ​ຕໍ່​ມີ​ການ​ປ່ຽນ​ແປງ​ຢ່າງ​ໃຫຍ່​ຫຼວງ, ວ່ອງ​ໄວ, ສັບສົນ, ຄາດ​ຄະ​ເນ​ໄດ້​ຍາກ, ບົ່ມ​ຊ້ອນ​ທັງ​ກາລະ​ໂອກາດ ​ແລະ ສິ່ງ​ທ້າ​ທາຍຕໍ່ພາລະກິດການ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ, ກອງ​ປະຊຸມ​ໃຫຍ່ຄັ້ງທີ  13 ຂອງ​ພັກ​ໄດ້​ກໍານົດ​ວ່າ ຕ້ອງ “​ເສີມ​ຂະຫຍາຍ​ບົດບາດນໍາໜ້າ ຂອງ​ການ​ພົວພັນ​ຕ່າງປະ​ເທດ​ໃນ​ການ​ສ້າງ ​ແລະ ຮັກສາ​ສະພາບແວດ​ລ້ອມ​ສັນຕິພາບ, ສະຖຽນ​ລະ​ພາບ, ລະດົມ​ບັນດາ​ແຫຼ່ງ​ກໍາລັງ​ພາຍ​ນອກ ​ເພື່ອ​ພັດທະນາ​ປະ​ເທດ”(12), ​ໃນ​ນັ້ນ, ​ເສີມ​ຂະຫຍາຍ ກໍາລັງ​ແຮງ​ສັງ​ລວມຂອງ​ພື້ນຖານ​ການ​ທູດທີ່​ຮອບດ້ານ ດ້ວຍ​ສາມ​ເສົາຄໍ້າຄື ການ​ພົວພັນ​ຕ່າງປະ​ເທດ​ຂອງ​ພັກ, ການ​ທູດ​ຂອງ​ລັດ ​ແລະ ການ​ທູດ​ປະຊາຊົນ.

​ແຕ່ລະ​ເສົາ​ຄໍ້າ​ການພົວພັນ​ຕ່າງປະ​ເທດລ້ວນ​ແຕ່​ມີ​ບົດບາດ ​ແລະ ພາລະ​ກໍາ​ສະ​ເພາະ ແນ​ໃສ່​ລະດົມ​ບັນດາ​ກໍາລັງທີ່​ຫຼາກ​ຫຼາຍ, ໝູນ​ໃຊ້​ທຸກ​ຮູບ​ການ/​ເຄື່ອງມື​ການ​ພົວພັນຕ່າງປະ​ເທດ, ຜັນ​ຂະຫຍາຍ​​ໃນ​ຫຼາຍຂົງ​ເຂດ/ພື້ນ​ທີ່ ​ແລະ ມຸ່ງ​ສູ່​ບັນດາເປົ້າໝາຍທີ່​ແຕກ​ຕ່າງ​ກັນ​ຢ່າງ​ຫຼວງຫຼາຍ ​ແນ​ໃສ່​ເສີມ​ຂະຫຍາຍ​ກໍາລັງ​ແຮງ​ສັງ​ລວມ, ປະຕິບັດ​ຈຸດໝາຍ​ການ​ພົວພັນ​ຕ່າງປະ​ເທດຂອງ​ປະ​ເທດ​ຢ່າງ​ມີ​ປະສິດທິ​ຜົນ. ການ​ພົວພັນ​ຕ່າງປະ​ເທດ​ຂອງ​ພັກ​ມີໜ້າທີ່: 1- ​ເຂົ້າຮ່ວມ​ການວາງ​ແຜນ​ນະ​ໂຍບາຍ, ​ແນວທາງ, ບັນດານະ​ໂຍບາຍ​​ກ່ຽວກັບ​ບັນຫາ​ພົວພັນຕ່າງປະ​ເທດ​ທີ່ສໍາຄັນ; 2- ຜັນ​ຂະຫຍາຍ​ການ​ເຄື່ອນ​ໄຫວ​ພົວພັນ​ຕ່າງປະ​ເທດ ​ເພື່ອ​ພັດທະນາ​ການ​ພົວພັນ​ກັບ​ບັນດາ​ພັກ​ການ​ເມືອງ ປະກອບສ່ວນ​ເຂົ້າ​ໃນ​ການປັບປຸງ​ພື້ນຖານການ​ເມືອງ​ໃຫ້​ແກ່​ການ​ພົວພັນ​ຂອງຫວຽດນາມ​ກັບ​ບັນດາ​ປະ​ເທດ; ສ້າງຂອບ​ເຂດ​, ກໍານົດ​ທິດ​ການ​ພົວພັນ, ​ແກ້​ໄຂ​ບັນຫາ​ໃນການ​ພົວພັນ​ລະຫວ່າງ​ຫວຽດນາມ​ ກັບ​ບັນດາ​ຄູ່ຮ່ວມ​ມື​ສໍາຄັນ; 3- ຄຸ້ມ​ຄອງ​ບັນດາ​ການ​ເຄື່ອນ​ໄຫວ​ພົວພັນ​ຕ່າງປະ​ເທດ​ຂອງ​ທົ່ວລະບົບ​ການ​ເມືອງ​ຢ່າງ​ເປັນ​ລະບົບ, ຊີ້​ນໍາ​ວຽກງານ​ພົວພັນ​ຕ່າງປະ​ເທດ​ຂອງ​ພັກ ​ແລະ ການ​ທູດ​ປະຊາຊົນ ​ຕັ້ງ​ແຕ່​ສູນ​ກາງ​ລົງ​ຮອດ​ຮາກ​ຖານ.

ການ​ທູດ​ແຫ່ງ​ລັດ ດ້ວຍ​ພາ​ລະ​ກິດຂອງ​ຊ່ອງ​ທາງ​ການ​ພົວ​ພັນ​ທາງ​ການ​ທູດ​ລະ​ຫວ່າງ​ລັດ​ຫວຽດ​ນາມ ແລະ ບັນ​ດາ​ປະ​ເທດ, ​ໄດ້​ເສີມ​ຂະຫຍາຍ​ບົດບາດ​ໃນ​ການ​ເປີດ​ກ້ວາງການ​ພົວພັນ​​ເປັນ​ທາງ​ການກັບ​ບັນດາ​ປະ​ເທດ, ສ້າງ​ກອບ​ກົດໝາຍສໍາຄັນ​ ​ເພື່ອ​ເພີ່ມ​ທະວີ​ການ​ຮ່ວມ​ມື​ສາກົນ​ໃນ​ທຸກ​ຂົງ​ເຂດ, ນໍາ​ເອົາ​ບັນດາ​ສາຍ​ພົວພັນກັບ​ບັນດາ​ປະ​ເທດ​​ໃຫ້ນັບ​ມື້​ນັບ​​ເຂົ້າສູ່​ລວງ​ເລິກ; ​ເຂົ້າຮ່ວມ​ ແລະ​ເສີມຂະຫຍາຍ​ບົດບາດ​ຂອງ​ຫວຽດນາມ​ໃນ​ບັນດາກົນ​ໄກ​, ​ເວທີ​ພາກ​ພື້ນ ​ແລະ ສາກົນ, ​ເປັນ​ເຈົ້າການ​ແລະຕັ້ງໜ້າ​ໃນ​ການ​ເຊື່ອມ​ໂຍງ​ສາກົນ​ ໃຫ້ນັບ​ມື້​ນັບ​​ເລິກ​ເຊິ່ງ ແລະ ກ້ວາງ​ຂວາງຍິ່ງ​ຂຶ້ນ.

ການ​ທູດ​ປະຊາຊົນ​ມີ​ບົດບາດ​ສໍາຄັນ​ທີ່​ສຸດ​ ໃນ​ການ​ສ້າງ​ພື້ນຖານ​ສັງຄົມ​ມິດຕະພາບ, ​ເປັນ​ຊ່ອງ​ທາງ​ພົວພັນ​ຕ່າງປະ​ເທດໜຶ່ງທີ່ “ທ່ຽງທໍາ” ມີອິດ​ທິພົນ, ຊ່ວຍ​ກະທົບ​ໃສ່​ຈິດ​ໃຈ​ຂອງ​ຄົນດ້ວຍ​ຄວາມ​ເປັນ​ທໍາ, ຄວາມ​ຖືກຕ້ອງ, ຈັນຍາ​ທໍາ ​ແລະ ​ມະນຸດສະ​ທໍາ. ດ້ວຍ​ທິດ​ນໍາ “​ເປັນ​ເຈົ້າການ, ​ໄຫວ​ພິບ, ປະດິດ​ສ້າງ, ມີ​ປະສິດທິ​ຜົນ”, ພາກສ່ວນ​ແລະກໍາລັງ​ເຂົ້າຮ່ວມ​ຢ່າງ​ກ້ວາງ​ຂວາງ, ​ເຄືອ​ຂ່າຍ​ຄູ່​ຮ່ວມ​ມື, ຂົງ​ເຂດ ເນື້ອ​​ໃນ ​ແລະ ຮູບ​ການ​ຮ່ວມ​ມືທີ່​ຫຼາກ​ຫຼາຍ, ອຸດົມສົມ​ບູນ, ມີ​ຊີວິດ​ຊີວາ, ການ​ທູດ​ປະຊາຊົນ​ມີ​ຄວາມ​ສາມາດ​ກວມ​ເອົາ​ທຸກ​ຂົງ​ເຂດ​ໃນ​ຊີວິດ​ສັງຄົມ, ພ້ອມ​ກັນ​ນັ້ນ ສາມາດ​ເສີມ​ຂະຫຍາຍ​ປະສິດທິ​ຜົນ​ໃນ​ບາງ​ບັນຫາ ​ແລະ ຢູ່​ບາງພື້ນ​ທີ່ໃນ​ສະພາວະລະອຽດ​ທີ່ການ​ພົວພັນຕ່າງປະ​ເທດ​ຂອງ​ພັກ ​ແລະ ການ​ທູດ​ຂອງ​ລັດບໍ່ມີ​​ເງື່ອນ​ໄຂທີ່​ຈະ​ປະຕິບັດ ຫຼື​ຖ້າ​ເຮັດ​ມັນ​ອາດ​ຈະບໍ່ເອື້ອອໍານວຍ​ເທົ່າ​ທີ່​ຄວນ.

ສາມ​ເສົາ​ຄໍ້າ​ການພົວພັນຕ່າງປະ​ເທດ​ໄດ້​ມີ​ການ​ປະສານສົມທົບ​ຢ່າງ​ແໜ້ນ​ແຟ້ນ, ຄົບ​ຊຸດ, ປະກອບ​ເພີ່ມ​ເຕີມ, ຊ່ວຍ​ເຫຼືອ​ເຊິ່ງກັນ​ແລະກັນ, ຮັບປະກັນ​ຄວາມ​ຮຽກຮ້ອງ​ຕ້ອງການ​ພື້ນຖານ​ຈໍານວນໜຶ່ງ ດັ່ງ​ນີ້:

ທີໜຶ່ງ, ການວາງ​ແຜນ, ການຜັນ​ຂະຫຍາຍ​ບັນດາ​ເສົາ​ຄໍ້າ​ການ​ພົວພັນ​ຕ່າງປະ​ເທດ​ ພາຍ​ໃຕ້ການ​ນໍາພາ​ເປັນ​​ເອກະ​ພາບຂອງ​ພັກ ​ເພື່ອຈຸດໝາຍ​ລວມ​ ​ນັ້ນແມ່ນ​ຜົນ​ປະ​ໂຫຍ​ດຂອງ​ຊາດ - ປະ​ເທດ​ຊາດ. ການ​ເຊື່ອມ​ຊຶມຢ່າງ​ເລິກ​ເຊິ່ງ ​ຫຼັກການ​ພັກນໍາພາ​ ຕັ້ງແຕ່​ຂອດ​ວາງ​ແຜນ​ນະ​ໂຍບາຍ ຈົນ​ເຖິງ​ການ​ຜັນ​ຂະຫຍາຍ​ປະຕິບັດ​, ຈະ​ຮັບປະກັນ​ຄວາມ​ເປັນ​ເອກະ​ພາບ​ໃນ​ຄວາມ​ຮັບ​ຮູ້​ ຕໍ່ບັນດາ​ບັນຫາ​ໃຫຍ່, ຮັບປະກັນ​ຄວາມ​ສະ​ເໝີຕົ້ນສະ​ເໝີປາຍ, ສອດຄ່ອງກັບ​ຈຸ​ດໝາຍລວມ​ ໃນ​ຂະ​ບານ​ການ​ຜັນ​ະຫຍາຍ​ບັນດາ​ການ​ເຄື່ອນ​ໄຫວ​ພົວພັນຕ່າງປະ​ເທດ; ກໍ​ຄື​ການກໍານົດ​ບົດບາດ, ​ແບ່ງ​ງານ, ​ແບ່ງໜ້າທີ່​ຢ່າງ​ເໝາະ​ສົມ, ມີ​ປະສິດທິ​ຜົນ, ​ເສີມ​ຂະຫຍາຍກໍາລັງ​ແຮງ​ສັງ​ລວມຂອງ​ທົ່ວ​ລະບົບ​ການ​ເມືອງ.

ທີ​ສອງ, ມີ​ການ​ປະສານ​ງານ​ລະຫວ່າງ​ບັນດາ​ເສົາ​ຄໍ້າ​ການພົວພັນຕ່າງປະ​ເທດ ຢ່າງ​ເປັນ​ປະ​ຈໍາ, ​ແໜ້ນ​ແຟ້ນ, ຄົບ​ຊຸດ ​ແລະ ມີ​ປະສິດທິ​ຜົນ, ຮັບປະກັນ​ລັກສະນະ​ສັງ​ລວມ, ສະໜິດຕິດ​ພັນ, ປະຕິບັດ​ຕາມ​ບັນດາ​ຈຸດໝາຍ​ແລະ​ທິດທາງ​ລວມ, ພ້ອມກັນ​ນັ້ນ, ມີ​ຄວາມ​ສອດຄ່ອງ​ກັບ​ການ​ບຸລິ​ມະ​ສິດ​​ການ​ພົວພັນ​ຕ່າງປະ​ເທດ​ໃນ​ແຕ່ລະ​ຈຸດ​ເວລາ ​ແລະ ພື້ນ​ທີ່​ລະອຽດ. ຜັນ​ຂະຫຍາຍ​ຢ່າງ​ຈິງ​ຈັງ, ຕິດຕາມ​ການ​ປະຕິບັດກົດ​ລະບຽບການຄຸ້ມ​ຄອງ​ບັນດາ​ການ​ເຄື່ອ​ນ​ໄ​ຫວພົວພັນ​ຕ່າງປະ​ເທດ​ຂອງ​ກົມ​ການ​ເມືອງ​ຢ່າງ​ເຂັ້ມງວດ ​ແລະ ​ເປັນ​ເອກະ​ພາບ; ດຳ​ເນິນການ​ສະຫຼຸບ​ເບື້ອງ​ຕົ້ນ, ສະຫຼຸບຕາມ​ກໍານົດ​ເວລາ ​ແນ​ໃສ່​ປັບປຸງ, ​ເພີ່ມ​ເຕີມບັນດາ​ຂໍ້​ກໍານົດ, ​ເນື້ອ​ໃນ​ໃຫ້​ສອດຄ່ອງ​ກັບ​ພຶດຕິ​ກໍາ​ຕົວ​ຈິງ; ຍູ້​ແຮງ​ການ​ປະກາດ​ໃຊ້​ກົດ​ລະບຽບການ​ຄຸ້ມ​ຄອງ​ເປັນ​ເອກະ​ພາບ ​ບັນດາ​ການ​ເຄື່ອນ​ໄຫວ​ພົວພັນ​ຕ່າງປະ​ເທດ​ຂອງ​ຄະນະ​ພັກ​ທ້ອງ​ຖິ່ນ​, ພ້ອມ​ກັນ​ນັ້ນ, ສ້າງ​ໂດຍ​ໄວ​ລະບົບ​ເອກະສານ​ການ​ຄຸ້ມ​ຄອງ, ກົງຈັກການຈັດຕັ້ງ ​ແລະ ກົນ​ໄກ​ສົມທົບ​ການ​ຄຸ້ມ​ຄອງເປັນເອກະ​ພາບ ຕໍ່​ບັນດາ​ການ​ເຄື່ອນ​ໄຫວ​ພົວພັນ​ຕ່າງປະ​ເທດ​.

ທີ​ສາມ, ​ເສີມ​ຂະຫຍາຍ​ບົດບາດ, ລັກສະນະ​ສະ​ເພາະ, ສອດຄ່ອງ​ກັບ​ຈຸດ​ພິ​ເສດ, ທ່າ​ແຮງ​ຂອງ​ແຕ່ລະ​ເສົາ​ຄໍ້າ​ການ​ພົວພັນ​ຕ່າງປະ​ເທດ ບົນ​ພື້ນຖານ​ຄວາມຮັບ​ຮູ້​ທີ່​ຈະ​ແຈ້ງ ກ່ຽວກັບ​ບັນດາຄຸນ​ລັກສະນະ​ສະ​ເພາະ​ຂອງ​ແຕ່ລະ​ເສົາ​ຄໍ້າ​, ກ່ຽວກັບ​ກໍາລັງ, ​ເທສະ, ​ເຄື່ອງມື​ ກໍ່​ຄື​ແບບວິທີ​ການ​ຜັນ​ຂະຫຍາຍ. ​ໃນ​ນັ້ນ, ມີ​ຄວາມ​ເອົາ​ໃຈ​ໃສ່ເປັນ​ພິ​ເສດ​ຕໍ່ທ່າ​ແຮງ​ທາງ​ດ້ານ​ມູນ​ເຊື້ອ​ການ​ພົວພັນ​ອັນ​ຍາວ​ນານ, ສະໜິດຕິດ​ພັນ​, ສະ​ເໝີຕົ້ນສະ​ເໝີປາຍຂອງ​ການ​ພົວພັນຕ່າງປະ​ເທດ​ຂອງ​ພັກ​; ຄວາມ​ສາມາດ​ໃນ​ການ​ເຊື່ອມ​ໂຍງ​ຢ່າງ​ຂະຫຍັນ​ຂັນ​ເຂື່ອນ, ຕັ້ງໜ້າ, ຮອບດ້ານ, ມີ​ປະສິດທິພາບ​ ປະສິດທິ​ຜົນ​ສູງ ​ຂອງ​ການ​ທູດ​ຂອງ​ລັດ;​ແລະກໍາລັງ​ແຫ່ງ​ການ​ແຜ່​ກະຈາຍ, ຊວນ​ເຊື່ອ​ໂດຍ​ອີງ​ໃສ່ “ພະລັງ​ອ່ອນ”, ອຳນາດ​ທີ່​ຊອບ​ທຳ ​ແລະ ຄວາມຍຸຕິ​ທໍາ ​ຂອງ​ການ​ທູດ​ປະຊາຊົນ.

ທີ​ສີ່, ມີ​ຈິນຕະນາການ​ປ່ຽນ​ແປງ​ໃໝ່, ປະດິດ​ສ້າງ​ ໃນ​ການ​ຜັນ​ຂະຫຍາຍ​ບັນດາ​ເສົາ​ຄໍ້າ​ການພົວພັນ​ຕ່າງປະ​ເທດ​ ໃນ​ສະພາບ​ການ​ທີ່ມີ​ການ​ຜັນ​ແປ​ຢ່າງ​ໃຫຍ່​ຫຼວງ, ​ໄວວາ​ນ ​ແລະ ສັບສົນ​ ຂອງ​ສະພາບ​ການ​ສາກົນ. ກໍາລັງ, ​ເປົ້າໝາຍ, ​ເນື້ອ​ໃນ,​ ​ແບບ​ວິທີ​ການ​ເຄື່ອນ​ໄຫວ​ຂອງ​ແຕ່ລະ​ເສົາ​ຄໍ້າ​ການພົວພັນ​ຕ່າງປະ​ເທດ ຕ້ອງ​ໄດ້​ມີ​ການ​ພັດທະນາ, ​ປ່ຽນ​ແປງ​ໃໝ່ຢ່າງ​ຕໍ່​ເນື່ອງ, ສອດຄ່ອງ​ກັບ​​ການ​ຫັນປ່ຽນຂອງ​ໂລກ, ພາກ​ພື້ນ ​ແລະ ຂອງ​ປະ​ເທດ; ​ເຊື່ອມ​ຊຶມ​ທິດ​ນໍາ “ຖື​ເອົາຫຼັກການ​ເປັນ​ພື້ນ ​ເພື່ອໝູນ​ໃຊ້​ຢ່າງ​ໄຫວ​ພິບ” ຢ່າງ​ເລິກ​ເຊິ່ງ, ຮັບປະກັນຄວາມ​ໄຫວ​ພິບ, ​ລະອຽດ​ໃນ​ແຕ່​ລະສະ​ພາວະ, ສະພາບ​ການ, ກັບ​ແຕ່​ລະ​ກຸ່ມ​ຄູ່​ຮ່ວມ​ມື, ​ເປົ້າໝາຍ, ບົນ​ພື້ນຖານ​ການຮັບປະກັນ​ຜົນ​ປະ​ໂຫຍ​ດຂອງ​​ຊາດ - ປະ​ເທດ​ຊາດ​ຢ່າງສູງ​ສຸດ.

​ໃນ​ໄລຍະ​ຕໍ່ໜ້າ, ​ເພື່ອ​ຜັນ​ຂະຫຍາຍ​ປະຕິບັດ​ແນວທາງ, ​ແຜນ​ນະ​ໂຍບາຍ​ພົວພັນຕ່າງປະ​ເທດ​ຂອງ​ກອງ​ປະຊຸມ​ໃຫຍ່ຄັ້ງທີ 13 ຂອງ​ພັກ​ຢ່າງ​ສໍາ​ເລັດ​ຜົນ, ການ​ພົວພັນຕ່າງປະ​ເທດ​ຂອງ​ພັກ, ການ​ທູດ​ຂອງ​ລັດ ​ແລະ ການ​ທູດ​ປະຊາຊົນ​ ຕ້ອງ​ສຸມ​ໃສ່​ວຽກງານ​ຈໍານວນໜຶ່ງ​​ດັ່ງ​ນີ້:

ໜຶ່ງ​ແມ່ນ, ​ເພີ່ມ​ທະວີ​ການ​ປະສານ​ງານ​ລະຫວ່າງ​ບັນດາ​ເສົາ​ຄໍ້າ​ການ​ພົວພັນ​ຕ່າງປະ​ເທດ, ພິ​ເສດ​ແມ່ນ ​ລະຫວ່າງ​ການ​ພົວພັນ​ຕ່າງປະ​ເທດ​ຂອງ​ພັກ ​ແລະ ການ​ທູດ​ຂອງ​ລັດ, ​ໃນ​ວຽກງານ​ເປັນ​ເສນາ​ທິການ. ບັນດາ​ຊ່ອງ​ທາງ​ພົວພັນ​ຕ່າງປະ​ເທດ​ສາມາດ​ປະສານງານ​ນໍາ​ກັນ ​ໃນ​ການ​ຕີ​ລາຄາ, ຄາດ​ຄະ​ເນ​ສະພາບ​ການ, ພິ​ເສດ​ແມ່ນ​ ບັນດາ​ບັນຫາ​ທີ່ກ່ຽວພັນ​ເຖິງ​ຄວາມ​ຄວາມ​ໝັ້ນຄົງ ​ແລະ ການ​ພັດທະນາ​ຂອງ​ປະ​ເທດ, ຈາກ​ນັ້ນ, ​ເປັນ​ເສນາ​ທິການ​ໃນການ​ວາງ​ແຜນ​ນະ​ໂຍບາຍ, ມາດ​ຕະການ​ພົວພັນ​ຕ່າງປະ​ເທດ​ຢ່າງ​ມີ​ປະສິດທິ​ຜົນ ​ແລະ ທັນ​ທ່ວງ​ທີ; ຄົ້ນຄ້ວາ ​ແລະ ຄາດ​ຄະ​ເນ​ຍຸດ​ທະ​ສາດ​ກ່ຽວກັບ​ສະຖານະ​ການ​ຂອງ​ໂລກ, ພາກ​ພື້ນ, ບັນດາ​ທ່າ​ອ່ຽງ​ໃຫຍ່, ບັນດາ​ຄູ່​ຮ່ວມ​ມື​ສໍາຄັນ ​ແລະ ບັນຫາ​ສາກົນ​ຕ່າງໆ… ທີ່​ສົ່ງ​ຜົນ​ກະທົບ​ຕໍ່ຜົນ​ປະ​ໂຫຍ​ດຂອງ​ພວກ​ເຮົາ; ສະ​ເໜີ​ທິດ​ທາງ​ຜັນ​ຂະຫຍາຍ ການ​ພົວພັນ​ຕ່າງປະ​ເທດ​ໃນ​ບັນດາ​ບັນຫາ​ທີ່​ມີ​ລັກສະນະ​ຍຸດ​ທະ​ສາດ. ການ​ພົວພັນ​ຕ່າງປະ​ເທດ​ຂອງ​ພັກ ​ແລະ ການ​ທູດ​ຂອງ​ລັດ​ ເປັນ​ສອງ​ກໍາລັງ​ທີ່​ມີ​ບົດບາດ​ຫຼັກ​ແຫຼ່ງ​ໃນ​ການ​ເປັນ​ເສນາ​ທິການ​ຍຸດ​ທະ​ສາດ, ​ໂດຍ​ສະ​ເພາະ​ແມ່ນ​ ໃນ​ບັນດາ​ບັນຫາ​ໃຫຍ່​ທີ່​ມີ​ລັກສະນະ​ຍຸດ​ທະ​ສາດ. ຄຽງຄູ່​ກັນ​ນັ້ນ, ການ​ທູດ​ປະຊາຊົນ​ກໍ​ເປັນ​ຊ່ອງ​ທາງ​ຂໍ້​ມູນ​ຂ່າວສານ​ທີ່​ສໍາຄັນ, ​ຫຼາຍມິ​ຕິ, ພາວະ​ວິ​ໄສ, ມີ​​ປະ​ໂຫຍ​ດ, ສາມາດ​ປະກອບສ່ວນ​ໃຫ້​ແກ່ວຽກງານ​ຄົ້ນຄ້ວາ, ຄາດ​ຄະ​ເນ​ສະພາບ​ການ, ສະ​ເໜີບັນດາ​ແຜນ​ນະ​ໂຍບາຍ ​ແລະ ມາດ​ຕະການ​ແກ້​ໄຂ​ທີ່​ເໝາະ​ສົມ​ໃນ​ການ​ພົວພັນ​ຕ່າງປະ​ເທດ​. 

ສອງ​ແມ່ນ, ມີ​​ການ​ປະສານ​ງານ​ໃນ​ການ​ຜັນ​ຂະຫຍາຍ​ບັນດາ​ການ​ພົວພັນ​ຕ່າງປະ​ເທດຢ່າງ​ເປັນ​ເຈົ້າການ​ແລະຕັ້ງໜ້າ​ ​​​ເພື່ອຜົນ​ປະ​ໂຫຍ​ດຂອງ​ຊາດ - ປະ​ເທດຊາດ​ໃຫ້​ເກີດ​ປະ​ໂຫຍ​ດສູງ​ສຸດ. ການ​ພົວພັນ​ຕ່າງປະ​ເທດ​ຂອງ​ພັກສາ​ມາດ​ເສີມ​ຂະຫຍາຍ​ບົດບາດ​ກໍານົດ​ທິດ​ຍຸດ​ທະ​ສາດ ​ໃນ​ການ​ພົວພັນ​ກັບ​ບັນດາ​ປະ​ເທດ​ທີ່​ມີ​ລະບອບ​ການ​ເມືອງຄ້າຍ​ຄື​ກັນ ​ແລະ ມີ​ສາຍ​ພົວພັນ​ສະໜິດ​ແໜ້ນ, ຍາວ​ນານ​ກັບ​ພັກ​ເຮົາ; ພ້ອມ​ກັນ​ນັ້ນ, ​ເພີ່ມ​ທະວີການ​ພົວພັນ​ກັບ​ບັນດາ​ພັກ​ການ​ເມືອງ​ທີ່​ມີ​ບົດບາດ​ຢູ່​ປະ​ເທດ​​​ຄູ່​ຮ່ວມ​ມືທີ່​ສໍາຄັນ ​ແລະ ​ບັນດາ​ປະ​ເທດເພື່ອນ​ມິດທີ່​ເປັນ​ມູນ​ເຊື້ອ ​ເພື່ອ​ສ້າງ​ພື້ນຖານ​ທາງ​ດ້ານ​ການ​ເມືອງທີ່​ສະດວກ​ໃຫ້​ແ​ກ່ການ​ພົວພັນ​ສອງ​ຝ່າຍ.

ການ​ທູດ​ຂອງ​ລັດ​ທີ່​ມີ​ລັກ​ສະ​ນະ​ເປັນ​ອັດຕະພາບ​ຂອງການ​ພົວ​ພັນ​ສາ​ກົນ​ ທີ່ໄດ້​ຮັບ​ການ​ຮັບ​ຮູ້​ຢ່າງກວ້າງ​ຂວາງຈາກ​ປະ​ຊາ​ຄົມ​ສາ​ກົນ​,​ ດ້ວຍ​ທ່າ​ແຮງຂອງ​ກໍາລັງປະຕິບັດວຽກງານການ​ຕ່າງປະ​ເທດ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ ທີ່ຈະ​ປະຕິບັດໜ້າທີ່​ຜັນ​ຂະຫຍາຍ​ການ​ເຄື່ອນ​ໄຫວ​ພົວພັນ​ສອງ​ຝ່າຍ​ ກັບທຸກ​ປະ​ເທດ​ທີ່​​ມີ​ການ​ພົວພັນກັບພວກ​ເຮົາ, ກໍ່​ຄື​ກັບ​ບັນດາ​ອົງການຈັດຕັ້ງ, ​ເວທີ, ກົນ​ໄກ​ສາກົນ ​ແລະ ພາກ​ພື້ນ​ ທີ່​ຫວຽດນາມ​ເປັນ​ສະມາຊິກ.

ການ​ທູດ​ປະຊາຊົນມີ​ຂໍ້​ໄດ້​ປຽບສະ​ເພາະ ນັ້ນ​ແມ່ນ​ມີ​ສຽງ​ເວົ້າລະ​ຫວ່າງ​ຄົນກັບ​ຄົນ​ທີ່​ຍືດຫຍຸ່ນ, ຄວາມ​ສາມາດ​ໃນ​ການ​​ເຂົ້າ​ເຖິງ​ບັນດາ​ຄູ່​ຮ່ວມ​ມື/​ເປົ້າໝາຍທີ່​ກ້ວາງ​ຂວາງ ​ແລະ ຜັນ​ຂະຫຍາຍ​ການ​ຮ່ວມ​ມື/ຕໍ່ສູ້​ຢ່າ​ງ​ໄຫວ​ພິບ, ສອດຄ່ອງ​ກັບ​ແຕ່ລະສະພາບ​ການລະອຽດ, ສາມາດ​ສ້າງຕັ້ງ ​ແລະ ​ຜັນ​ຂະຫຍາຍ​ຊ່ອງ​ທາງການ​ພົວພັນ​ໂດຍ​ກົງ, ມີ​ປະສິດທິ​ຜົນ ດ້ວຍການ​ເຄື່ອນ​ໄຫວ​ຮ່ວມ​ມື​ແລກ​ປ່ຽນ​ທີ່​ອຸດົມສົມບູນ ​ໃນຫຼາຍ​ຂົງ​ເຂດ​ລະອຽດ (ເຊັ່ນ: ຄວາມ​ສາມັກຄີ​ມິດຕະພາບ, ການ​ຮ່ວມ​ມື​ທາງ​ດ້ານ​ເສດຖະກິດ, ການ​ແລກປ່ຽນສິລະ​ປະ - ວັນນະຄະດີ, ວິທະຍາສາດ - ການ​ສຶກສາ, ກິລາ ​ແລະອື່ນໆ), ຈາກ​ນັ້ນ, ທັງ​ເພີ່ມ​ທະວີຄວາມ​ໄວ້​ວາງ​ໃຈ, ຄວາມ​ເຂົ້າ​ໃຈ​ເຊິ່ງກັນ​ແລະກັນ ລະຫວ່າງ​ປະຊາຊົນ​ບັນດາ​ປະ​ເທດ, ​ເປັນ​ພື້ນຖານ​ທາງ​ສັງຄົມ​ທີ່ໝັ້ນຄົງ, ທັງ​ປະກອບ​ເພີ່ມ​ເຕີມ​ບັນດາ​ເນື້ອ​ໃນ​ຂອງ​ການ​ຮ່ວມ​ມື, ປະກອບສ່ວນ​ເຮັດ​ໃຫ້ການພົວພັນ​ຕ່າງປະ​ເທດ​ຂອງຫວຽດນາມ​ກັບ​ບັນດາ​ປະ​ເທດເລິກ​ເຊິ່ງກ່ວາ​ເກົ່າ.

​ເວົ້າລວມ​ແລ້ວ, ກອງ​ປະຊຸມ​ໃຫຍ່ຄັ້ງທີ 13 ຂອງ​ພັກ​ໄດ້​ຢັ້ງຢືນ, ຜັນ​ຂະຫຍາຍພື້ນຖານ​ການ​ທູດທີ່ຮອບດ້ານ ​ບົນ​ພື້ນຖານ​ສາມ​ເສົາ​ຄໍ້າ​ຫຼັກ​ແຫຼ່ງ ນັ້ນ​ແມ່ນ ການ​ພົວພັນ​ຕ່າງປະ​ເທດ​ຂອງ​ພັກ, ການ​ທູດ​ຂອງ​ລັດ ​ແລະ ການ​ທູດ​ປະຊາຊົນ, ພາຍ​ໃຕ້​ການ​ນໍາພາ​ເປັນເອກະ​ພາບຂອງ​ພັກ​​. ນີ້​ແມ່ນ​ການ​ສືບ​ທອດ, ​ເສີມ​ຂະຫຍາຍ​ມູນ​ເຊື້ອ ​ແລະ ບົດຮຽນ​ອັນ​ລໍ້າ​ຄ່າ​ຂອງ​ການ​ພົວພັນ​ຕ່າງປະ​ເທດ​ຫວຽດນາມ​ຜ່ານບັນດາ​ໄລຍະ​ຂອງ​ການ​ປະຕິວັດ. ສາມ​ເສົາ​ຄໍ້າ​ຂອງການ​ພົວພັນ​ຕ່າງປະ​ເທດ​ທັງມີ​ຄວາມ​ເປັນ​ເອກະລາດ, ລັກສະນະ​ພິ​ເສດສະ​ເພາະ​ໃນ​ການ​ເຄື່ອນ​ໄຫວ, ທັງ​ມີການ​ແບ່ງປັນ, ປະສານ​ງານ, ປະກອບ​ເພີ່ມ​ເຕີມ, ຊ່ວຍ​ເຫຼືອ​ເຊິ່ງກັນ​ແລະກັນ, ​ໄດ້ສ້າງ​ເປັນກໍາລັງ​ແຮງ​ສັງ​ລວມຂອງ​ພື້ນຖານ​ການ​ທູດ​ທີ່​ຮອບດ້ານ​ຂອງຫວຽດນາມ ​ໃນ​ໄລຍະ​ປະຕິວັດ​ປະຈຸ​ບັນ./.

-------------------

(1) ບັນດາ​ການ​ເຄື່ອນ​ໄຫວ​ພົວພັນ​ຕ່າງປະ​ເທດ​ຂອງ​ພັກ, ການ​ທູດ​ຂອງ​ລັດ ​ແລະ ການ​ທູດ​ປະຊາຊົນ​ທີ່​ໄດ້​ກ່າວ​ເຖິງ​​ໂດ​ຍພັກ​ແລະລັດ ​ໃນ​ຫຼາຍ​ຊື່ທີ່​ແຕກ​ຕ່າງ​ກັນ, ​ເໝາະ​ສົມ​ກັບ​ແຕ່​ລະກາ​ນ​ເຄື່ອນ​ໄຫວ​ພົວພັນ​ຕ່າງປະ​ເທດ ​ແລະ ສະພາບ​ການສະ​ເພາະ. ບົດ​ຂຽນ​ນີ້ຕົກລົງ​ເອີ້ນ​ຊື່​ຕາມ​ຈິດ​​ໃຈ​ຂອງກອງ​ປະຊຸມ​ໃຫຍ່ຄັ້ງທີ 13 ຂອງ​ພັກວ່າ “​ເສົາ​ຄໍ້າ”.

(2) ​ໃນ​ປະຈຸ​ບັນ, ພັກ​ກອມ​ມູນິດ​ຫວຽດນາມ​ໄດ້​ຂະຫຍາຍ​ການ​ພົວພັນ​ໃນ​ຫຼາຍລະດັບ​ທີ່​ແຕກ​ຕ່າງ​ກັນ​ກັບ 245 ພັກ​ການ​ເມືອງ ຢູ່ 111 ປະ​ເທດ; ຮູບ​ການ​ພົວພັນ​ນັບ​ມື້​ນັບ​ຫຼາກຫຼາຍ; ​ເນື້ອ​ໃນ​ນັບ​ມື້​ນັບ​ມີ​ຄວາມອຸດົມສົມບູນ, ກວ​ມ​ເອົາ​ບັນດາ​ການ​ເຄື່ອນ​ໄຫວຮັບ​ໃຊ້​ໃຫ້​ແກ່​ການ​ຂະ​ຍາຍ​ການ​ພົວພັນ​ຂອງ​ພັກ, ຂະຫຍາຍ​ການ​ພົວພັນ​ຂອງລັດ ຈົນ​ເຖິງ​ການ​ເຂົ້າຮ່ວມ​ຊຸກຍູ້​ການ​ແກ້​ໄຂ​ບັນຫາສາກົນ, ພາກ​ພື້ນ, ບັນຫາ​ໂລກ ຕິດ​ພັນ​ກັບຄວາມ​ໝັ້ນຄົງ ​ແລະ ການ​ພັດທະນາ​ຂອງ​ປະ​ເທດ.

(3) ຟ້າ​ມບິ່ງ​ມິ​ງ: “35 ປີຜ່ານມາ, ຂະ​ແໜງ​ການ​ການ​ທູດ​ຍາມ​ໃດ​ກໍ່ຮ່ວມ​ເດີນທາງພ້ອມ​ກັບ​ຊົນ​ຊາດ, ຮັບ​ໃຊ້​ປະ​ເທດ​ຊາດ ​ແລະ ຮັບ​ໃຊ້ປະຊາຊົນ”, VTV ອອນ​ລາຍ, http://vtv.vn ​ເຂົ້າຫາ​ໃນ​ວັນ​ທີ 24 ພຶດສະພາ 2021.

(4) ​ເບິ່ງ: ​ເອກະສານຄົບ​ຊຸດ​ຂອງ​ພັກ, ສນຈ ການ​ເມືອງ​ແຫ່ງ​ຊາດ, ຮ່າ​ໂນ້ຍ, 2004, ​ເຫຼັ້ມ 37, ໜ້າ 617 – 619.

(5) ​ເບິ່ງ: ເອກະສານຄົບ​ຊຸດ​ຂອງ​ພັກ, ສນຈ ການ​ເມືອງ​ແຫ່ງ​ຊາດ, ຮ່າ​ໂນ້ຍ, 2006, ​ເຫຼັ້ມ 47, ໜ້າ 432 – 443.

(6) ເອກະສານກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດຄັ້ງທີ 8 ຂອງ​ພັກ, ສນຈ ການ​ເມືອງ​ແຫ່ງ​ຊາດ, ຮ່າ​ໂນ້ຍ, 1991, ໜ້າ 42.

(7) ເອກະສານກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດຄັ້ງທີ 9 ຂອງ​ພັກ, ສນຈ ການ​ເມືອງ​ແຫ່ງ​ຊາດ, ຮ່າ​ໂນ້ຍ, 2001, ໜ້າ 122 – 123.

(8) ເອກະສານກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດຄັ້ງທີ 10 ຂອງ​ພັກ, ສນຈ ການ​ເມືອງ​ແຫ່ງ​ຊາດ, ຮ່າ​ໂນ້ຍ, 2006, ໜ້າ. 115.

(9) ເອກະສານກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດຄັ້ງທີ 13, ສນຈ ການ​ເມືອງ​ແຫ່ງ​ຊາດ ສຶ້​ເຖິ້ດ, ຮ່າ​ໂນ້ຍ, 2021, ເຫຼັ້ມ I, ໜ້າ 138.

(10) ເອກະສານກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດຄັ້ງທີ 11, ສນຈ ການ​ເມືອງ​ແຫ່ງ​ຊາດ ສຶ້ເຖິ້ດ, ຮ່າ​ໂນ້ຍ, 2011, ໜ້າ 88.

(11) ​ເບິ່ງ: ມາດຕາ 1, ສົນທິສັນຍາ​ວ່າ​ດ້ວຍ​ສິດທິ ​ແລະ ພັນທະ​ຂອງ​ປະ​ເທດ ປີ 1933, https://treaties.un.org/doc/Publication/UNTS/LON/Volume%20165/v165.pdf, ​ເຂົ້າຫາ​ໃນ​ວັນ​ທີ 29 ມີນາ 2021

(12) ສະຫະພັນ​ບັນດາອົງການ​ຈັດ​ຕັ້ງ​ມິດຕະພາບຫວຽດນາມ: “​ແນວ​ຄິດ​ຂອງ​ປະທານ ​ໂຮ່ຈີ​ມິນ ກ່ຽວກັບ​ວຽກງານ​ການ​ທູດປະຊາຊົນ”,​http://vufo.org.vn, ​ເຂົ້າຫາ​ໃນ​ວັນ​ທີ 26 ມີນາ 2021.

(13) ເອກະສານກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດຄັ້ງທີ 13, ປຶ້ມທີ່​ໄດ້​ແນະ​ນໍາ, ​ເຫຼັ້ມ I, ໜ້າ 138.

- ບົດນີ້​ໄດ້​ລົງ​ພິມ​ໃນວາລະສານ​ກອມ​ມູນິດ​ ສະບັບເລກທີ 971 (​ເດືອນ​ສິງຫາ 2021)