ຄຸນຄ່າ​ມະນຸດອາລະຍະທຳ​​ໃນ​ພົນ​ເອກ ຫວໍ​ງວຽນ​ຢ໋າ​ບ
ແຜ່​ກະຈາຍ​ສູ່​ກອງທັບ​ປະຊາຊົນ​ຫວຽດນາມ

ໂດຍ ຮສ, ປອ ເລືອງແທັງເຮິນ
ພັນເອກ, ຮອງຫົວໜ້າການເມືອງ ເຂດທະຫານ IV
14:09, 15-12-2021
ວກ. -  ພົນ​ເອກ ຫວໍ​ງວຽນ​ຢ໋າ​ບ ​ໄດ້​​ເຂົ້າ​ສູ່​ຊົ່ວ​ນິລັນດອນ​ແລ້ວ, ແຕ່​ຄຸນຄ່າ​ມະນຸດ​ອາລະຍະ​ທຳ ຕັ້ງ​ແຕ່​ບຸກຄະ​ລິກກະພາບ, ຄວາມ​ກ້າຫານ, ສະຕິ​ປັນຍາ... ​ຂອງທ່ານພົນ​ເອກ​ຍັງມີ​ອິດ​ທິພົນ​ຢ່າງ​ໃຫຍ່​ຫຼວງ, ​ແຜ່​ກະຈາຍຢ່າງ​ກວ້າງຂວາງ​​ເລິກ​ເຊິ່ງ ​ໃນທົ່ວ​ກອງກຳລັງ​ປະກອບ​ອາວຸດ​ປະຊາຊົນ​ຫວຽດນາມ. ສຳລັບ​ພະນັກງານ ນັກຮົບ​ກຳລັງ​ປະກອບ​ອາວຸດ​ແຕ່ລະຄົນ, ການ​ສືບ​ຕໍ່​ຮັບ​ຮູ້​ ແລະ ​ຮ່ຳຮຽນ​ບັນດາ​ຄຸນຄ່າ​ມະນຸດ​ອາລະຍະ​ທຳ​ຂອງ​ທ່ານພົນ​ເອກ ເປັນກຽດສັກສີ, ຄວາມພາກພູມໃຈ, ຄວາມຮັກແພງ ແລະ ກໍ່​ແມ່ນຄວາມຮັບຜິດ​ຊອບອັນ​ຍິ່ງໃຫຍ່...

ພົນເອກ ຫວໍງວຽນຢ໋າບ ລາຍງານຕໍ່ປະທານ ໂຮ່ຈີມິນ ກ່ຽວກັບບັ້ນຮົບຫວຽດບັ້ກ (ໃນລະດູໃບໄມ້ຫຼົ່ນ - ລະດູໜາວ 1947). ມີ້ແມ່ນບັ້ນໄຊຊະນະໃຫຍ່ທຳອິດ ຂອງກອງທັບປະຊາຊົນຫວຽດນາມ ຕໍ່ພວກລ່າເມືອງຂຶ້ນຝຣັ່ງ ທີ່ທ່ານພົນເອກບັນຊາໂດຍກົງ _ພາບ: qdnd.vn

 ພົນ​ເອກ ຫວໍ​ງວຽນ​ຢ໋າ​ບ ​ແມ່ນ​ລູກສິດ​ທີ່​ຍອດ​ຍ້ຽມ ​ແລະ ​ໃກ້ຊິດ​ຂອງ​ປະທານ​ໂຮ່ຈີ​ມິນ, ທ່ານ “ພົນ​ເອກຂອງ​ປະຊາຊົນ”, ຜູ້​ຊາຍ​ທີ່​ມີ​ຊື່​ສຽງຕຳນານ​ໃນ​ປະ​ຫວັດ​ສາດ​ສະ​ໄໝ​ໃໝ່​ຂອງ​ຊາດ​ຫວຽດ​ນາມ. ທ່ານ​ເປັນ​ຜູ້​ຄົ້ນຄວ້າ ກຳ​ແໜ້ນ​ ​ແລະ ໝູນ​ໃຊ້​ແນວ​ຄິດ​ການ​ທະ​ຫານ​ຂອງ​ໂຮ່ຈີ​ມິນ ເຂົ້າ​ໃນພຶດຕິ​ກຳ​​ສົງຄາມ​ຢ່າງ​ປະດິດ​ສ້າງ; ພ້ອມ​ກັນ​ນັ້ນ, ຊາບ​ຊຶມ​ແນວທາງ​ສົງຄາມ​ປະຊາຊົນ​ຢ່າງ​ເລິກ​ເຊິ່ງ, ຢືນ​ຢ່າງໜັກ​ແໜ້ນບົນ​ພື້ນຖານ​ການ​ເມືອງ​ຂອງ​ກ້ອນກຳລັງສາມັກຄີ​ປວງ​ຊົນ​ທັງ​ຊາ​ດ ​ເພື່ອລະດົມ​ຈິດ​ໃຈ​ ແລະ ຈັດ​ຕັ້ງກຳລັງ​ທົ່ວປວງ​ຊົນຖືອາວຸດ​​ເພື່ອຕໍ່ສູ້​ກັບ​ສັງ​ຕູ. ຄວາມ​ກ້າຫານ ສະຕິ​ປັນຍາ ​ແບບ​ແຜນ ວິທີ​ການ ຄຸນ​ກຳ ​ແລະ ຄວາມ​ເກັ່ງ​ກ້າ​ຂອງ​ທ່ານ​ ແມ່ນການ​ຕົກ​ຜະລຶກຂອງ​ຂະ​ບວນການ​ຝຶກ​ຝົນ​ຫຼໍ່​ຫຼອມ ຮຽນ​ຮູ້ ​ແລະ ​ເຮັດ​ຕາມ​ແນວ​ຄິດ ຄຸນສົມບັດ ​ແບບ​ແຜນ​ໂຮ່ຈີ​ມິນ. ພົນ​ເອກ ຫວໍ​ງວຽນ​ຢ໋າບ ເປັນສັນຍາລັກທີ່ເຫຼື້ອມປະກາຍ ຂອງຄຸນສົມບັດປະຕິວັດ ດ້ວຍ​ຄຸນ​ທາດ​ທີ່​ໂດດ​ເດັ່ນ​ “ຖື​ວຽກ​ບ້ານ​ການ​ເມືອງ​ເປັນ​ສູງສຸດ”.

​ໃນ​ຕະຫຼອດ​ຊີວິດ​ການ​ເຄື່ອນ​ໄຫວ​ຂອງ​ຕົນ, ທິດ​ນຳຂອງ​ການດຳລົງ​ຊີວິດ​ແລະ​ການ​ເຮັດ​ວຽກ​ແມ່ນ​ເພື່ອມະນຸດ, ​ເພື່ອ​ປະຊາຊົນ ດ້ວຍ​ຄວາມ​ຮັກ​ແພງ​ອັນ​ເລິກ​ເຊິ່ງ​ໄດ້​ກາຍ​ເປັນ​ແກ່ນ​ແທ້​ຂອງ​ທ່ານພົນ​ເອກ. ​ເພິ່ນເປັນສັນຍາລັກຂອງບຸກຄະລິກກະພາບທີ່ເປັນແບບຢ່າງ, ເປັນນາຍພົນທີ່ນໍາພາກອງທັບຕໍ່ສູ້ສັດຕູດ້ວຍຄວາມປາຖະໜາອັນຮ້ອນແຮງ, ຄວາມ​ປາຖະໜາອັນສູງສຸດ ເພື່ອສັນຕິພາບແລະຄວາມສຸກຂອງປະຊາຊົນ. ຄວາມ​ຮັບ​ຮູ້​ທີ່​ເລິກ​ເຊິ່ງກ່ຽວ​ກັບ​ບົດບາດ​ຂອງ​ມະຫາ​ປະຊາຊົນ ​ໄດ້​ຮັບ​ການ​ສະຫຼຸບ​ແລະ​ສັງ​ລວມ​ເປັນ​ຈິນຕະນາການ​ຍຸດ​ທະ​ສາດ ກ່ຽວ​ກັບ​ສົງຄາມ​ປະຊາຊົນ ດ້ວຍ​ການ​ສືບທອດ​ແກ່ນ​ແທ້​ຂອງ​ສິລະ​ປະການ​ທະຫານ​ຫວຽດນາມ​ໃນ​ປະຫວັດສາດ ​ແລະ ພັດທະນາ​ໄປ​ສູ່​ລະດັບ​ໃໝ່. ທ່ານພົນ​ເອກຍາມ​ໃດ​ກໍ​ເຊື່ອ​ໝັ້ນ​ໃນກຳລັງ​ແຮງ​ຂອງ​ປະຊາ​ຊົນ, ບ່ອນ​ທີ່​ມີ​ການ​ເຕົ້າ​ໂຮມ​ນ້ຳ​ໃຈ​ຮັກ​ຊາດ, ​ເຈດ​ຈຳນົງ​ຕັດສິນ​ໃຈ, ພະລັງ​ສາ​ມັກ​ຄີ, ຄວາມ​ກ້າ​ຫານ ​ແລະ ສະຕິ​ປັນຍາ​ຂອງ​ຄົນ​ຫວຽດ​ນາມ ຜ່ານຫຼາຍ​ພັນ​ປີ​​ແຫ່ງ​ປະ​ຫວັດ​ສາດ ແລະ​ ​ໄດ້​ເພີ່ມ​ທະວີ​ຂຶ້ນທົບ​ເທົ່າ​ໃນ​ສົງ​ຄາມ​ປົດ​ປ່ອຍ​ປະ​ເທດ​ຊາດ ພາຍ​ໃຕ້​ການ​ນຳ​ພາ​ຂອງພັກກອມ​ມູນິດ​ຫວຽດນາມ.​

ມະນຸດ​ອາລະຍະທຳ​ໃນພົນ​ເອກ ຫວໍ​ງວຽນ​ຢ໋າ​ບ ແມ່ນເຫດຜົນຂອງຊີວິດ, ​ແມ່ນ​ຄຸນສົມບັດຂອງຊາວພັກກອມມູນິດທີ່ຈົງຮັກພັກດີ ແລະ ເປັນແບບຢ່າງ; ​ແມ່ນ​ມະ​ໂນທຳ, ຄວາມ​ຖືກຕ້ອງ ​ແລະ ຄວາມ​ຮັກ​ແພງ​ມະນຸດ; ​ແມ່ນ​ຄວາມ​ຕັ້ງ​ໝັ້ນ, ຄວາມ​ອົດທົນ, ຄວາມ​ທຸ່ນ​ທ່ຽງ, ປັນຍາ, ຄວາມ​ສາມາດ​ຈິນຕະນາການ ​ແລະ ວິ​ໄສ​ທັດ​ທີ່​ສຽບ​ແຫຼມ​ເມື່ອ​ປະ​ເມີນທ່າ​ສະໜາມຮົບ​ການ​ທະຫານ​ແລະ​ການ​ທູດ ​ເພື່ອ​ການ​ຕັດສິນ​ໃຈ​ທີ່​ດີ​ທີ່​ສຸດ ​ແລະ ສົມ​ເຫດ​ສົມ​ຜົນ​ທີ່​ສຸດ. ຕໍ່​ກັບ​ຂັ້ນ​ລຸ່ມ​ ແລະ ​ພະນັກງານ ນັກຮົບ​ໃນ​ກອງກຳລັງ​ປະກອບ​ອາວຸດ, ທ່ານພົນ​ເອກ​ທັງ​ເຂັ້ມ​ງວດ ​ທັງມີ​ຄວາມ​ອະນຸ​​ໂລມ, ​ເມດ​ຕາ​ອະ​ໄພ, ຮັກ​ແພງ​ສຸດ​ໃຈ, ຢູ່​ກັນ​ຢ່າງ​ສາມັກຄີ, ​ໃກ້ຊິດ ສະໜິດສະໜົມ. ມະນຸດ​ອາລະຍະທຳ​ໃນ​ເພິ່ນຍັງ​ແມ່ນຄວາມ​ຖ່ອມ​ຕົນ​ໃນ​ພຶດຕິກໍາ, ການພົວພັນກັບກຸ່ມ, ກັບສະຫາຍແລະເພື່ອນຮ່ວມທີມ. ທ່ານພົນ​ເອກ​ໄດ້ຄິດ​ສະ​ເໝີ​ວ່າ, ​ເຖິງ​ວ່າ​ບຸກຄົນ​ຈະ​ມີ​ຄວາມ​ສາມາດ​ພຽງ​ໃດ, ຖ້າ​ຫາກ​ບໍ່​ມີ​ຄະນະ​ຜູ້​ນຳທີ່​ສະຫຼາດ​ແລະ​ຖືກຕ້ອງ, ບໍ່​ມີຊາດທີ່​ວິລະ​ຊົນແລະກອງທັບວິລະຊົນ, ກໍ່ບໍ່ສາມາດສ້າງຜົນງານ, ຜົນສຳເລັດອັນໃດໄດ້. ​ເພິ່ນ​ເວົ້າ​ວ່າ: “…ພຽງ​ແຕ່ປະຊາຊົນ​ຫວຽດ​ນາມ​ເທົ່າ​ນັ້ນ​ທີ່​ຊະ​ນະ​ອາ​ເມ​ລິ​ກາ​, ​ແລະ​ນາຍ​ພົນ​ໃດ, ບໍ່​ວ່າ​ຈະ​ມີ​ຄຸນ​ງາມ​ຄວາມ​ດີ​ປານ​ໃດ, ກໍ​​ເປັນພຽງຢາດນ້ຳ​ໃນ​ທະ​ເລ”(1).

ຄວາມຖ່ອມຕົວຂອງທ່ານພົນ​ເອກຍັງໄດ້ສະແດງໃຫ້ເຫັນເຖິງການແບ່ງປັນ ແລະ ຄວາມຮັກແພງອັນເລິກເຊິ່ງ ຕໍ່ພີ່ນ້ອງຮ່ວມຊາດ ແລະ ສະຫາຍທີ່ເສຍສະຫຼະ​ເພື່ອ​ເອກະລາດ, ເສລີພາບ ແລະ ຄວາມ​ເປັນ​ເອກະ​ພາບ​ຂອງ​ປະ​ເທດຊາດ. ດັ່ງ​ນັ້ນ, ​ໃນ​ແຕ່​ລະ​ບັ້ນ​ຮົບ ​ແຕ່​ລະກາ​ນຮົບ, ທ່ານພົນ​ເອດໄດ້ໄຕ່ຕອງຢູ່ສະເໝີວ່າ, ​ເຮັດ​ຄື​ແນວ​ໃດ​ເພື່ອ​ຫຼຸດຜ່ອນການສູນເສຍເລືອດ​ເນື້ອຂອງ​ເຫຼົ່ານັກຮົບ, ສະຫາຍ ແລະ ພີ່ນ້ອງ​ຮ່ວມ​ຊາດ. ທ່ານພົນ​ເອກບໍ່ເຄີຍຍອມຮັບໄຊຊະນະດ້ວຍບໍ່​ວ່າຄ່າ​ໃຊ້​ຈ່າຍໃດໆ ໃນແງ່ຂອງ​ເລືອດ​ເນື້ອຂອງ​ທະຫານທີ່ເກີດຈາກການຕັດສິນໃຈ​ແບບ​ຕາມລຳພັງ​ໃຈ ຫຼື​ຂາດຄວາມ​ລະມັດລະວັງ. ທ່ານ​ພົນ​ເອກ​ໄດ້​ແບ່ງປັນກັບ​ບາດ​ແຜ​ຂອງ​ທະຫານ​ແຕ່ລະຄົນ, ​ເສຍ​ໃຈ​ທຸກ​ຢອດ​ເລືອດ​ຂອງ​ທະຫານ​ແຕ່ລະຄົນ. ສຳລັບທ່ານພົນເອກ, ທັດສະນະຫຼັກ​ໃນ​ການບັນຊາ​ແຕ່ລະບັ້ນ​ຮົບແມ່ນບັນລຸໄດ້ໄຊຊະນະ, ແຕ່ຕ້ອງຄວບ​ຄູ່​ໄປກັບຫຼຸດຜ່ອນການ​ເສຍສະຫຼະ​ເລືອດ​ເນື້ອຂອງພະນັກງານ ທະຫານ. ​ໃນ​ບັ້ນ​ຮົບ​ໂຮ່ຈີ​ມິນ, ​ອະທິບາຍ​ທາງ​ເລືອກ​ຂອງ​ກົນລະຍຸດ​ໃນ​ບັ້ນ​ຮົບ​ຊີ້​ຂາດ​ຄັ້ງ​ສຸດ​ທ້າຍ, ທ່ານ​ພົນ​ເອກ​ເນັ້ນ​ວ່າ: “ຍ່າງ​ອ້ອມ​ໂຕະ, ເບິ່ງແຜນທີ່ຈາກທຸກດ້ານ, ຂ້າ​ພະ​ເຈົ້ານຶກ​ເຖິງໄໝ​ກ່ອນ​ທີ່​ຢືນ​ຢູ່​ໜ້າ​ໂຕະ​ຊາຍ ດ້ຽນບຽນ​ຝູ ທີ່​ກຳລັງຄິດຫາ​ວິ​ທີ​ບຸກ​ໂຈມ​ຕີ​ກຸ່ມ​ທີ່​ໝັ້ນ. ສອງ​ເຫດການ​ປະຫວັດສາດ​ຫ່າງ​ກັນຫຼາຍ​ກວ່າ 20 ປີ, ​ແຕ່​ກໍ່​ຄື​ກັນ​ໃນ​ການ​ລະດົມສະໝອງ​ທີ່​ເຂັ້ມ​ຂົ້ນ​ໃນ​ການ​ສູ້​ຮົບ​ຍຸດ​ທະ​ສາດ​ຄັ້ງ​ສຸດ​ທ້າຍ, ຊ່ວຍຊອກຫາວິທີທີ່ດີທີ່ສຸດທີ່ຈະຊະນະຫຼາຍທີ່ສຸດ ​ໂດຍ​ສູນ​ເສຍ​ໜ້ອຍ​ທີ່​ສຸດ”(2). ຄະຕິ​ປະຈຳ​ໃຈ​ຂອງ​ທ່ານ​ພົນ​ເອກ​ແມ່ນ​ ໃຫ້​ເອົາ​ມະນຸດສະທຳຄວາມ​ເປັນ​ທຳ ​ແລະ ຄວາມ​ສະຫງົບ​ປອງ​ດອງ​ເປັນສຳຄັນ. ​ເຖິງ​ວ່າກັບ​ສະ​ເລີຍ​ເສິກ, ນາຍ​ພົນ​ຍັງ​ເຫັນ​ອົກ​ເຫັນ​ໃຈ​ແລະ​ອະ​ໄພ​ຍະ​ທານ​ໃຫ້​ເຂົາ​ເຈົ້າ​. ທ່ານ​ໃຫ້​ທັດສະນະ​ວ່າ, ພວກ​ທີ່​ຫຼົງ​ທິດ​ຜິດ​ທາງ, ​ໄປຕາມ​ສັດຕູ, ທໍ​ຍະ​ຍົດ​ຕໍ່ຊາດ… ກໍ່​ແມ່ນ​ຜົນມາ​ຈາກ​ລະບອບ​ລ່າ​ເມືອງ​ຂຶ້ນ​ທີ່​ຮຸກ​ຮານ. ນັ້ນ​ແມ່ນ​ຄວາມ​ເປັນ​ມະນຸດ​ອາລະຍະ​ທຳ, ມະນຸດສະທຳ​ທີ່​ສູງ​ສົ່ງ, ​ເປັນ​ການສະ​ແດງ​ອອກ​ເຖິ​ງຮູບ​ແບບ​ພຶດຕິ​ກຳ​ທີ່​ລະອຽດ​ອ່ອນ​ແລະ​ຍືດຫຍຸ່ນ ຕາມ​ແນວ​ຄິດຂອງປະທານ​ໂຮ່ຈີ​ມິນ ​ໃນ​ທ່ານ “ພົນ​ເອກ​ຂອງ​ປະຊາຊົນ”.  

ໃນ​​ຊີ​ວິດການ​ເປັນ​ຜູ້​ນຳ​ກອງທັບ, ຜູ້ບັນ​ຊາ​ການ​ທະ​ຫານ, ທ່ານພົນເອກຍາມ​ໃດ​ກໍ​ເຄົາລົບຄວາມຄິດເຫັນຂອງລວມໝູ່, ການຕັດສິນໃຈທັງໝົດເປັນຂອງສ່ວນລວມ, ​ໃຊ້​ປະ​ໂຫຍ​ດຈາກສະຕິປັນຍາ ແລະ ປະສົບການການບັນຊາການສູ້ຮົບ ຂອງບັນດານາຍພົນ ແລະນາຍ​ທະຫານ​. ​ແບບ​ແຜນການ​ເຮັດວຽກ​ຂອງທ່ານ​ພົນ​ເອກ​ທັງ​ຍຶດໝັ້ນ​ຫຼັກການ​ນຳພາ ​ແລະ ສ້າງ​ຈິດ​ໃຈ​ສາມັກຄີ​ໃນ​ພັກ ​ແລະ ​ໃນ​ກອງກຳລັງ​ປະກອບ​ອາວຸດ. ​ເມື່ອ​ເຖົ້າ​ແກ່, ກຳລັງ​ອ່ອນ​ແອ, ທ່ານ​ພົນ​ເອກຍາມ​ໃດ​ກໍ່​ເອົາ​ໃຈ​ໃສ່, ຊີ້​ນຳສັ່ງສອນ ​ແລະ ປຸກລະດົມ​ ກຳລັງ​ໃຈ ​​ພະນັກງານ, ນັກຮົບ​​​ໃນກອງ​ກຳລັງ​ປະກອບ​ອາວຸດ ​ໃຫ້​ອົບຮົມ​ສຶກສາ, ຝຶກ​ຝົນຢ່າງ​ເປັນ​ປົກກະຕິ​ ເພື່ອຮັກສາ ​ແລະ ຍົກ​ສູງ​ຄຸນ​ນະພາ​ບຂອງ​ມູນ​ເຊື້ອ “ທະຫານ​ລຸງ​ໂຮ່”, ຮູບພາບຂອງນັກຮົບຕໍາຫຼວດປະຊາຊົນ; ສ້າງ​ຖັນ​ແຖວ​ພະນັກງານ​ທີ່​ມີ​ຈິດ​ໃຈ​ລວມໝູ່, ຖື​ຜົນ​ປະ​ໂຫຍ​ດລວມ​​ສູງ​ກວ່າ​ຜົນ​ປະ​ໂຫຍ​ດສ່ວນ​ຕົວ; ພະນັກງານ​ຕ້ອງ​ຮັກ​ແພງ​ທະຫານ, ​ແບ່ງປັນ​ໃຫ້​ຊັ້ນລຸ່ມ, ຊ່ວຍ​ເຫຼືອ​ປະຊາຊົນ ​ແລະ ກໍ່​ຕ້ອງ​ຮູ້​ອີງ​ໃສ່​ປະຊາຊົນ.

ພົນ​ເອກ ຫວໍ​ງວຽນ​ຢາ​ບ​ໄດ້​ລ່ວງ​ລັບ​ໄປ​ແລ້ວ, ​ແຕ່​ຮູບ​ພາບ ຄຸນຄ່າມະນຸດ​ອາລະຍະທຳ ​ແລະ ການ​ປະ​ກອບ​ສ່ວນ​ອັນ​ໃຫຍ່​ຫຼວງ​ຂອງ​ເພິ່ນ ​ຕໍ່​ພາລະ​ກິດ​ປະຕິວັດ​ຂອງ​ພັກແລະຊາດ ຍັງ​ຄົງ​ຢູ່​ຕະຫຼອດ​ໄປໃນ​ປະ​ເທດ, ​ໃນຫົວໃຈຂອງ​ປະຊາຊົນ​ຫວຽດນາມ. ​ເພິ່ນໄດ້ກາຍເປັນບຸກຄົນປະຫວັດສາດທີ່ໂດດເດັ່ນໃນດ້ານການທະຫານ, ພ້ອມ​ກັນ​ນັ້ນ, ກໍ່​ແມ່ນ​ໜຶ່ງ​ໃນ​ບັນດາ​ເຄື່ອງໝາຍ​ທີ່​ສວຍ​ງາມ ​ຂອງ​ວັດທະນະທຳຫວຽດນາມ ​ໃນ​ສະ​ໄໝ​ໂຮ່ຈີ​ມິນ. ຄຸນທຳ ຄວາມ​ສາມາດ ຄຸນສົມບັດ​ປະຕິວັດ “ຖື​ວຽກ​ບ້ານ​ການ​ເມືອງ​ເປັນ​ສູງສຸດ”, ຄຸນ​ທາດ​ທີ່​ບໍລິສຸດ​ແລະ​ຊື່ສັດ​ຂອງ​ທ່ານ​ພົນ​ເອກ​ ໄດ້​ຮັບ​ຄວາມ​ໄວ້​ວາງ​ໃຈ​ແລະ​ຄວາມ​ຮັກ​ຈາກ​ພັກ, ປະຊາຊົນ ​ແລະ ​ເພື່ອນ​ມິດສາ​ກົນ. “​ເພິ່ນ​ແມ່ນ​ໜຶ່ງ​ໃນ​ບຸ​ຄົນ​ຈຳນວນ​ໜ້ອຍທີ່ໄດ້ກາຍເປັນຕໍານານ​ໃນຂະນະທີ່ຍັງ​ມີ​ຊີວິດຢູ່ໃນໂລກ”(3). ຄຸນຄ່າ​ມະນຸດ​ອາລະຍະ​ທຳ​ໃນ​ທ່ານ​ພົນ​ເອກ​ໄດ້​ຫຼອມ​ລວມບັນດາ​ຄຸນສົມບັດ: ປັນຍາ, ຄວາມ​ໄວ້​ວາງ​ໃຈ, ຄວາມ​ກ້າຫານ, ມະນຸດສະທຳ, ຄວາມ​ຊື່ສັດ, ຄວາມ​ຈົງ​ຮັກ​ພັກດີ ຕາມ​ແນວ​ຄິດ​ໂຮ່ຈີ​ມິນ, ດັ່ງ​ນັ້ນ, ຖານະ​ຊີວິດ ພາລະກິດ ​ແລະ ບຸກຄະ​ລິກກະພາບ​ທີ່​ຍິ່ງ​ໃຫຍ່​ຂອງພົນ​ເອກ ຫວໍ​ງວຽນ​ຢ໋າ​ບ​ແມ່ນ​ແບບຢ່າງ​ທີ່​ໃສ​ແຈ້ງ​ກ່ຽວ​ກັບ​ສະຕິ​ປັນຍາ, ​ເຈດຈຳນົງ​ອັນ​ກ້າ​ແກ່ນ, ຈິດ​ໃຈ​ເອກະລາດ ​ເປັນ​ເຈົ້າ​ຕົນ​ເອງ; ຄວາມອະນຸ​ໂລມ​ຜ່ອນຜັນ, ​ເມດ​ຕາ​ອະ​ໄພ, ມີ​ຄວາມ​ຜູດພັນ​ຮັກ​ໄຄ່​ກັບ​ສະຫາຍ​ແລະ​ເພື່ອນ​ຮ່ວມ​ຊາດ. ຄຸນຄ່າ​ມະນຸດ​ອາລະຍະ​ທຳ​ໃນພົນ​ເອກ​ແມ່ນການ​ວັດ​ຄຸນສົມບັດ​ປະຕິວັດ, ເປັນ​ຕົວ​ແທນ​ທີ່​ເລິກ​​ເຊິ່ງ​ຂອງ​ຄຸນ​ຄ່າ​ມະ​ນຸດອາລະຍະ​ທຳ​ຂອງ​ປະ​ເທດ​ຊາດ, ວັດທະນະທຳ​ແລະ​ຜູ້​ຄົນ​ຫວຽດນາມ, ເປັນ​ການ​ສະ​ແດງ​ອອກ​ທີ່​ເລິກ​ເ​ຊິ່ງ​ຂອງ​ຄຸນ​ນະ​ສົມ​ບັດ​​ປະ​ຕິ​ວັດ​ທີ່​ສູງ​ສົ່ງ​ຂອງ​ “ທະຫານ​ລຸງ​ໂຮ່”. ດັ່ງ​ນັ້ນ, ຄຸນຄ່າ​ມະນຸດ​ອາລະຍະທຳ​ໃນພົນ​ເອກ ຫວໍ​ງວຽນ​ຢ໋າ​ບ - ລູກ​ສິດ​ທີ່​ດີ​ເດັ່ນ​ຂອງປະທານ​ໂຮ່ຈີ​ມິນ ​ໄດ້​ກາຍ​ເປັນ​ຄຸນຄ່າ​ທີ່​ຍືນ​ຍົງ​ຂອງ​ຊາດ​ຫວຽດ​ນາມ ​ແລະ ຂອງກອງກຳລັງ​ປະກອບ​ອາວຸດ​ປະຊາຊົນ​ຫວຽດນາມ.   

ຕໍ່ໜ້າ​ຄວາມ​ຮຽກຮ້ອງ​ຕ້ອງການ, ​ໜ້າ​ທີ່​ການກໍ່ສ້າງກຳລັງ​ປະກອບ​ອາວຸດຕ້ອງ​ຈົງ​ຮັກ​ພັກດີ​​ຕໍ່​ປະ​ເທດ​ຊາດ ​ພັກ ລັດ ​ແລະ ​ປະຊາຊົນ​ໂດຍ​ເດັດຂາດ; ພ້ອມ​ແລ້ວ​ທີ່​ຈະ​ຕໍ່​ສູ້, ຮັບ​ໃຊ້​​ການ​ຕໍ່​ສູ້, ປົກ​ປັກ​ຮັກ​ສາ​ເອ​ກະ​ລາດ ອຳນາດ​ອະທິປະ​ໄຕ ​ເອກະ​ພາບ ຜືນ​ແຜ່ນດິນອັນ​ຄົບ​ຖ້ວນ​ຂອງ​ປະ​ເທດ​ຊາດ, ຮັກສາ​ຄວາມ​ໝັ້ນຄົງ​ຂອງ​ຊາດ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ແລະ​ຄວາມ​ປອດ​ໄພ​ທາງ​ສັງຄົມ; ປົກ​ປ້ອງ​ປະຊາຊົນ, ປົກ​ປ້ອງ​ພັກ​ແລະລັດ, ປົກ​ປ້ອງ​ລະບອບ​ສັງຄົມ​ນິຍົມ​ ແລະຜົນ​ຂອງ​ການ​ປະ​ຕິ​ວັດ; ພ້ອມ​ກັນ​ກັບ​ປວງ​ປະຊາຊົນ​ກໍ່ສ້າງ​ປະ​ເທດ​ແລະປະຕິບັດ​ພັນທະ​ທາງ​ສາກົນ, ກອງກຳລັງ​ປະກອບ​ອາວຸດ​ປະຊາຊົນ​ຕ້ອງ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່ກໍ່ສ້າງ​ໃຫ້​ມີ​ຄຸນ​ນະພາ​ບສັງ​ລວມ ​ແລະ ກຳລັງ​ແຮງ​ສູ້​ຮົບສູງ ​ເພື່ອ​ຕອບ​ສະໜອງ​ໜ້າ​ທີ່​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ໃນ​ສະພາບ​ການ​ໃໝ່. ​ໃນ​ນັ້ນ, ການ​ຫັນປ່ຽນ​ແລະ​ແຜ່​ກະຈາຍ​ຄຸນຄ່າ​ມະນຸດ​ອາລະຍະທຳ​ໃນພົນ​ເອກ ຫວໍ​ງວຽນ​ຢ໋າ​ບ ​ໃຫ້​ກັບ​ພະນັກງານ ນັກຮົບກອງກຳລັງ​ປະກອບ​ອາວຸດ ​ແມ່ນ​ແບບ​ວິທີ​ການ​ໜຶ່ງ​ທີ່​ແນ​ໃສ່ກໍ່ສ້າງ​ກຳລັງ​ໃຫ້​ມີ​ຄວາມ​ເຂັ້ມ​ແຂງ​ຮອບດ້ານ, ຖື​ການ​ກໍ່ສ້າງ​ດ້ານ​ການ​ເມືອງ​ເປັນ​ພື້ນຖານ. ການຮັບ​ເອົາ​ແລະ​ຜັນ​ປ່ຽນ​ຄຸນຄ່າ​ມະນຸດ​ອາລະຍະທຳ​ໃນພົນ​ເອກ​ ຕໍ່ກອງກຳລັງ​ປະກອບ​ອາວຸດກໍ່​ໄດ້​ປະກອບສ່ວນ​ແທດ​ຈິງ​ໃນການ​ປະຕິບັດ​ທັດສະນະ​ຂອງ​ພັກຂອງ​ພວກ​ເຮົາ​ກ່ຽວ​ກັບ “ການ​ປົກ​ປ້ອງ​ແລະ​ເສີມ​ຂະຫຍາຍ​ຄຸນຄ່າ​ອັນ​ດີງາມ ​ແລະ ຍືນ​ຍົງ​ໃນ​ຮີດຄອງ​ປະ​ເພນີ​ວັດທະນະທຳ​ຫວຽດນາມ..., ກໍ່ສ້າງ​ຄົນ​ຫວຽດນາມ​ໃນ​ຍຸກ​ໃໝ່, ​ເຊື່ອມ​ໂຍງ​ເຂົ້າກັນ​ຢ່າງ​ແໜ້ນ​ແຟ້ນ ​ແລະ ກົມກຽວ​ກັນ​ ລະຫວ່າງ​ບັນດາ​ຄຸນຄ່າ​ຮີດຄອງ​ປະ​ເພນີ ​ແລະ ຄຸນ​ຄ່າ​ທັນ​ສະ​ໄໝ”(4). ສ້າງກຳລັງ​ຂັບ​ເຄື່ອນ​ທີ່​ແຂງ​ແຮງ​ເພື່ອ​ໃຫ້​ພະນັກງານ ນັກຮົບ​ໃນ​ກອງ​ກຳລັງ​ປະກອບ​ອາວຸດ​ບຳລຸງ​ສ້າງ ​ແລະ ຝຶກ​ຝົນ​ຫຼໍ່​ຫຼອມ​ຄວາມ​ກ້າຫານ​ແລະຫຼັກ​ໝັ້ນ​ຂອງ​ຕົນ, ມີ​ຄວາມ​ຕັດສິນ​ໃຈ​ອັນ​ແຂງ​ກ້າ​ ແລະ​ຈິດ​ໃຈ​ປະດິດ​ສ້າງ ​ໃນ​ການ​ຮັບ​ເອົາ​ຄວາມ​ຮູ້​ວິທະຍາສາດ, ພັດທະນາ​ຈິນຕະນາການ​ ແລະ ຄວາມ​ສາມາດ​ພຶດຕິ​ກຳ​ໃນ​ການ​ສູ້​ຮົບ, ​ເຮັດ​ວຽກ​ງານ ​ແລະ ກໍ່ສ້າງກຳລັງການ​ທະຫານ, ປະກອບສ່ວນ​ປະຕິບັດໜ້າ​ທີ່​ປ້ອງ​ກັນ​ປະ​ເທດ ​ແລະ ປ້ອງ​ກັນ​ຄວາມໝັ້ນຄົງ​ຂອງ​ຊາດ​ປະສົບ​ຄວາມ​ສຳ​ເລັດ, ປົກ​ປ້ອງ​ປະ​ເທດ​ຊາດ​ຫວຽດນາມ​ສັງຄົມ​ນິຍົມຢ່າງ​​ໝັ້ນຄົງ​ໃນ​ສະພາບ​ການ​ໃໝ່. ການຮັບ​ເອົາ​ແລະ​ແຜ່​ກະຈາ​ຍຄຸນຄ່າ​ມະນຸດ​ອາລະຍະທຳຂອງ​ທ່ານ​ພົນ​ເອກ​ກໍ່ຈະ​ສ້າງກຳລັງ​ຊຸກຍູ້​ໃຫ້​ແຕ່ລະຄົນສູ້​ຊົນ, ຝຶກ​ຝົນ​ຫຼໍ່​ຫຼອມ, ​ເຮັດ​ວຽກ​ແລະ​ເຕີບ​ໃຫຍ່, ປະຕິບັດສຳ​ເລັດ​ເປັນ​ຢ່າງ​ດີ ວຽກ​ງານ​ທີ່​ໄດ້​ຮັບ​ມອບ​ໝາຍ, ປະກອບສ່ວນຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ການ​ປະຕິບັດ​ວຽກ​ງານ​ປ້ອງ​ກັນ​ປະ​ເທດ​ແລະຄວາມ​ໝັ້ນຄົງ​ໃຫ້​ປະສົບ​ຜົນສຳ​ເລັດ, ສ້າງ​ທ່າສະໜາມຮົບ​ປ້ອງ​ກັນ​ປະ​ເທດ​ທີ່​ນັບ​ມື້​ນັບ​ໝັ້ນຄົງ ຕາມຈິດ​ໃຈ​ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ​ພັກ. 

ການ​ເຜີຍ​ແຜ່​ຄຸນຄ່າ​ມະນຸດ​ອາລະຍະທຳ​ໃນ​ພົນ​ເອກ ຫວໍ​ງວຽນ​ຢ໋າບ ສູ່ກອງກຳລັງ​ປະກອບອາວຸດ​ ແມ່ນ​ການ​ຮັບ​ເອົາ, ຊຶມ​ຊັບ ​ແລະ ຜັນ​ປ່ຽນ​ຄຸນຄ່າ​ເຫຼົ່າ​ນັ້ນຢ່າງ​ມີ​ສະຕິ​ຕື່ນ​ຕົວ ​ໃຫ້​ເປັນ​ການ​ຮັບ​ຮູ້, ອາລົມ​ຈິດ, ຄຸນສົມບັດ​ສິນ​ທຳ, ​ແບບ​​ແຜນ ​ແລະ ​ເຮັດ​ໃຫ້ຄວາມ​ເປັນ​ເອກະ​ພາບ​ລະຫວ່າງ​ຄວາມ​ຮັບ​ຮູ້ ​ແລະ​ການ​ກະທຳຂອງພະນັກ​ງານ ນັກຮົບ​ແຕ່ລະຄົນ ສະ​ແດງ​ອອກ​ໃນ​ວຽກ​ງານ​ປະຈຳ​ວັນ, ​ໃນ​ການພົວພັນ​ກັບ​ສະ​ຫາຍ ​ເພື່ອນ​ຮ່ວມ​ທີ​ມ ​ແລະ ປະຊາຊົນ. ຕາມ​ນັ້ນ, ສຳລັບ​ພະນັກງານ ນັກຮົບ​ກອງກຳລັງ​ປະກອບ​ອາວຸດ, ການ​ແຜ່​ກະຈາຍ​ຄຸນຄ່າ​ມະນຸດອາລະຍະທຳ​ໃນພົນ​ເອກ​ ໄດ້​ສະ​ແດງ​ອອກ​ຢ່າງ​ລວມສູນ​ໃນ​ມາດ​ຕະ​ຖານ​ຂອງ “ທະ​ຫານ​ລຸງ​ໂຮ່”, ຮູບ​ພາບຂອງນັກຮົບ​ຕໍາຫຼວດປະຊາຊົນ ​ເຊິ່ງຈຸດ​ໜັກ​ແມ່ນ​ບັນດາ​ມາດຕະຖານ​ກ່ຽວ​ກັບ​ຄຸນ​ທາດ​ການ​ເມືອງ; ຄຸນສົມບັດ​ສິນ​ທຳ ​ແບບແຜນດຳລົງ​ຊີວິດ; ວັດທະນະທໍາ, ປັນຍາຄວາມຮູ້; ປະຊາທິປະ​ໄຕ, ລະບຽບ​ວິ​ໄນ; ຄວາມ​ສາມັກຄີ​ພາຍ​ໃນ, ສະມັກ​ຄີ​ທະ​ຫານ​ແລະ​ປະຊາຊົນ, ສມັກ​ຄີ​ສາກົນ. 

ພົນເອກ ຫວໍງວຽນຢ໋າບ ພົບປະກັບບັນດາທະຫານຂອງຕົນທີ່ໄດ້ສູ້ຮົບຢູ່ສະໜາມຮົບ ດ້ຽນບຽນຝູ 50 ປີກ່ອນບ (ປີ 2004) _ພາບ: TTXVN

ລະນຶກ​ເຖິງ “ອ້າຍ​ກົກ​ຂອງ​ກອງທັບ” ດ້ວຍ​ຄວາມ​ເຄົາລົບ​ແລະຮູ້​ບຸນຄຸນ, ພະນັກງານ ນັກຮົບ​ກ​ອງກຳລັງ​ປະກອບ​ອາວຸດ​ແຕ່ລະຄົນ ຈະ​ຕື່ນ​ຕົວ ​ເປັນ​ເຈົ້າ​ການ​ຮັບ​ເອົາ ຮ່ຳຮຽນ ຫັນປ່ຽນ​ ແລະ ​ເຜີຍ​ແຜ່ນຄຸນຄ່າ​ມະນຸດອາລະຍະທຳ​ໃນພົນ​ເອກ ຫວໍ​ງວຽນ​ຢ໋າ​ບ ສູ່​ໜ້າ​ທີ່​ການ​ຝຶກ​ອົບ​ຮົມ​, ກຽມພ້ອມ​ສູ້​ຮົບ, ຮັກສາ​ຄວາມ​ໝັ້ນຄົງ​ທາງ​ການ​ເມືອງ ​ແລະ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ ຄວາມ​ປອດ​ໄພ​ທາງ​ສັງຄົມ, ປ້ອງ​ກັນ​ແລະ​ຕ້ານ​ໄພ​ທຳ​ມະ​ຊາດ, ​ໂລກລະບາດ, ພາຍຸນ້ຳຖ້ວມ, ​ເຫດ​ບັງ​ເອີນ​ທາງ​ສິ່ງ​ແວດ​ລ້ອມ… ​ໃນ​ການ​ປະຕິບັດ​ໜ້າ​ທີ່​ໃນ​ແນວ​ໜ້າ ​ຂອງ​ການ​ປ້ອງ​ກັນ ຄວບ​ຄຸມ ​ແລະ​​ແກ້​ໄຂ​ການລະບາດ​​ຂອງພະຍາດ​ໂຄ​ວິດ-19, ພະນັກງານ ນັກຮົບ​ກອງກຳລັງ​ປະກອບ​ອາວຸດປະຊາຊົນ​ນັບ​ພັນ​ຄົນ ​ໄດ້ “​ໄປ​ທຸກຊອຍ, ເຄາະປະຕູສູ່ປະຕູ, ກວດເບິ່ງທຸກ​ເປົ້າ​ໝາຍ”, ຄວບ​ຄຸມ​ການ​ເຄື່ອນ​ໄຫວ​ເຂົ້າ-ອອກ​ຢ່າງ​ເຂັ້ມ​ງວດ, ​ໂຄສະນາ ຂົນຂວາຍ​ປະຊາຊົນປະຕິບັດຕາມ​ການ​ຊີ້​ນຳ​ຂອງ​ພັກ​ແລະ​ລັດຖະບານ​ຢ່າງ​ເຂັ້​ມງວດ ​ໃນ​ການ​ເວັ້ນລະຍະ​ຫ່າງ​ທາງ​ສັງຄົມ, ຮັບປະກັນ​ຄວາມປອດ​ໄພ​ ແລະ ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ ໃນ​ບັນດາ​ສູນ​ຈຳກັດ​ບໍລິ​ເວນ. ພະນັກງານ ນັກຮົບ​ກອງທັບ​ປະຊາຊົນ​ຫວຽດນາມ​ເສີມ​ຂະຫຍາຍ​ຄຸນ​ທາດ “ທະຫານ​ລຸງ​ໂຮ່”, ​ແຜ່​ກະຈາຍ​ບັນດາຄຸນຄ່າ​ມະນຸດອາລະຍະທຳ​ ທີ່ທ່ານ​ພົນ​ເອກ​ໄດ້​ສອນ​ແລະ​ເປັນ​ແບບຢ່າງ​ໃນ​ໄລຍະ​ຊີວິດ​ຂອງ​ເພິ່ນ. ບັນດາ​ນາຍ​ພົນ, ນາຍ​ທະຫານ​ແລະ​ພົນທະຫານ ​ບໍ່​ຢ້ານ​ກົວ​ຄວາມ​ລຳບາກ ​ແລະ ການ​ເສຍສະຫຼະ, ດ້ວຍ​ຄຳ​ສັ່ງ​ຈາກ​ໃຈ “ຂ້າງໜ້າ​ແມ່ນປະ​ຊາ​ຊົນ”, ​ໄດ້​ປະກົດ​ຕົວ​ທັນທີ​​ໃນ​ສະຖານ​ທີ່​ທີ່​ຫຍຸ້ງຍາກລຳບາກ ​ແລະ ອັນຕະລາຍ​ທີ່​ສຸດ​ ເພື່ອ​ປະຕິບັດ​ໜ້າ​ທີ່ “ສູ້​ຮົບໃນ​ຍາມ​ສະຫງົບ”... ບັນດາ​ແບບຢ່າງ​ເສຍສະຫຼະ​ຂອງ​ພະນັກງານ ນັກຮົບ​ກອງກຳລັງ​ປະກອບ​ອາວຸດ ​ໄດ້​ແຕ້ມ​ແຕ່ງ​ເສີມ​ສວຍ​ໃຫ້​ຮູບ​ພາບ “ທະຫານ​ລຸງ​ໂຮ່”, ຮູບ​ພາບຂອງນັກຮົບ​ຕໍາຫຼວດ ​​ໃນ​ຈິດ​ໃຈ​ຂອງປະ​ຊາ​ຊົນ, ປະກອບສ່ວນ​ເພີ່ມ​ຄວາມ​ເຊື່ອ​ໝັ້ນ​ຂອງ​ປະຊາຊົນ​ຕໍ່​ພັກ ລັດ ​ແລະ ກອງກຳລັງ​ປະກອບ​ອາວຸດ. 

ສະເຫຼີມສະຫຼອງ 110 ປີແຫ່ງວັນຄ້າຍວັນເກີດຂອງພົນ​ເອກ ຫວໍ​ງວຽນ​ຢ໋າ​ບ, ດ້ວຍອາລົມຈິດ​ແລະຄວາມພາກພູມ​ໃຈ​ກ່ຽວ​ກັບມໍລະດົກຄຸນຄ່າ​ມະນຸດອາລະຍະທຳທີ່​ທ່ານພົນ​ເອກ​ໄດ້ສ້າງ​ໄວ້​ໃຫ້ຄົນ​ລຸຸ້ນຫຼັງທັງ​ໃນ​ປະຈຸ​ບັນ​ແລະ​ອະນາ​ຄົດ, ພະນັກງານ ນັກຮົບ​ກອງກຳລັງ​ປະກອບອາວຸດໃຫ້ຄຳໝັ້ນສັນຍາວ່າ ຈະ​ເຊີດ​ຊູ​ເຈດຈຳນົງ​ອີງ​ໃສ່​ຕົນ​ເອງສ້າງ​ຄວາມ​ເຂັ້ມ​ແຂງ​ໃຫ້​​ແກ່ຕົນ ​ແລະ ລັດທິວິລະຊົນປະຕິວັດ, ພ້ອມ​ກັບ​ຄະນະ​ພັກ, ອຳນາດ​ການ​ປົກຄອງ ​ແລະ ປະຊາຊົນ​ທ້ອງ​ຖິ່ນ ສາມັກຄີ​ເປັນ​ຈິດ​ໜຶ່ງ​ໃຈ​ດຽວ, ຕັດສິນ​ໃຈ​ກໍ່ສ້າງ​ກຳລັງ​ປະກອບ​ອາວຸດ​ປະຊາຊົນທີ່ປະຕິວັດ, ​ເປັນ​ລະບຽບ​ຫຼວງ, ຊຳນານ​ໃນ​ການ​ຮົບ ​ແລະ ທັນ​ສະ​ໄໝ​ເທື່ອ​ລະ​ກ້າວ ​ເພື່ອ​ເປັນ​ແກ່ນສານ​ໃນ​ການ​ປັບປຸງ​ທ່າ​ສະໜາມຮົບປ້ອງ​ກັນ​ປະ​ເທດ​ທົ່ວ​ປວງ​ຊົນ ​ແລະ ​ທ່າ​ສະໜາມຮົບປ້ອງ​ກັນ​ຄວາມ​ສະຫງົບ​ປະຊາຊົນ​ ໃຫ້​ໝັ້ນຄົງ. ພະນັກງານ ນັກຮົບກອງກຳລັງ​ປະກອບ​ອາວຸດ​ສາມັກ​ຄີ, ພົວພັນະ​ໜິດ​ແໜ້ນ​ແບບ​ອິນ​ຊີ​ກັບ​ປະຊາຊົນ, ປະຕິບັດ​ໜ້າ​ທີ່​ແລະ​ວຽກ​ງານ​ເພື່ອຄວາມ​ຜາ​ສຸກ​ຂອງ​ປະຊາຊົນ, ຕັ້ງໜ້າ​ພະຍາຍາມ​ຝຶກ​ຝົນ​ຫຼໍ່​ຫຼອມ ​ເຮັດ​ໃຫ້​ຄຸນຄ່າ​ມະນຸດ​ອາລະຍະ​ທຳຂອງ​ພົນ​ເອກສື​ບຕໍ່​ແຜ່​ກະຈາຍ​ສົ່ງ​ຜົນ​ກະທົບ​ຢ່າງ​ກວ້າງຂວາງ, ນັບ​ມື້​ນັບ​ພັດທະນາ​ແລະ​ສົມບູນ​ແບບ​ໃນຄວາມ​ກ້າຫານ ສະຕິ​ປັນຍາ ຄຸນສົມບັດ​ສິນ​ທຳ ​ແລະ​ ແບບ​ແຜນ​ຂອງພະນັກງານ ນັກຮົບ​ກອງ​ກຳລັງ​ປະກອບ​ອາວຸດ​ທຸກ​ຄົນ.

​ເພື່ອ​ໃຫ້ຄຸນຄ່າ​ມະນຸດອາລະຍະທຳ​ໃນ​ພົນ​ເອກ​ແຜ່​ກະຈາຍ​ນັບ​ມື້​ນັບ​ກວ້າງຂວາງ​ເລິກ​ເຊິ່ງ​ນັ້ນ, ກ່ອຍອື່ນ​ໝົດ, ຄະນະ​ພັກ, ຫົວໜ້າ​ອົງການ, ກົມ​ກອງຕ້ອງ​ສືບ​ຕໍ່​ປ່ຽນ​ແປງ​ໃໝ່​ຮູບ​ການ​ໂຄສະນາ​ກ່ຽວ​ກັບຄຸນຄ່າ​ມະນຸດ​ອາລະຍະ​ທຳ​ໃນພົນ​ເອກ ຫວໍ​ງວຽນ​ຢ໋າ​ບ. ຈັດ​ຕັ້ງ​ການ​ຮ່ຳ​ຮຽນ, ຄົ້ນ​ຄ້​ວາ​ເປັນ​ປົກ​ກະ​ຕິ​ ກ່ຽວ​ກັບ​ຕົ້ນ​ກໍາ​ເນີດ, ພື້ນ​ຖານ, ເນື້ອ​ໃນ, ຄວາມ​ໝາຍ​ຂອງ​ຄຸນ​ຄ່າ​ມະ​ນຸດອາລະຍະ​ທຳ​ທີ່​ສູງ​ສົ່ງ​ສວຍ​ງາມ​ດັ່ງກ່າວ ​ເພື່ອ​ແນ​ໃສ່​ຍົກ​ສູງ​ຄວາມ​ຮັບ​ຮູ້​ແລະອາລົມ​ຈິດ, ​ເຮັດ​ໃຫ້​ຄຸນຄ່າ​ມະນຸດ​ອາລະຍະ​ທຳຊຶມ​ຊັບ​ເຂົ້າ​ໄປ​ໃນ​ບຸກຄະ​ລິ​ກະພາບ ​ແລະ ຫັນປ່ຽນ​ເປັນ​ການ​ກະທຳປະຕິວັດທີ່​ແທດ​ຈິງ​ຂອງ​ພະນັກງານ ນັກຮົບ​ກອງກຳລັງ​ປະກອບ​ອາວຸດ​ທຸກ​ຄົນ. ​ເຊີດ​ຊູ​ຈິດ​ໃຈ​ຕິ​ຊົມ​ຕົນ​ເອງ​ແລະ​ຕິ​ຊົມ, ມີ​ຄວາມ​ເຫັນ​ສະໜັບສະໜູນ​ສິ່ງ​ທີ່​ຖືກຕ້ອງ ສິ່ງ​ທີ່​ຕັ້ງໜ້າ, ຕໍ່ສູ້​ຕ້ານ​ຄວາມ​ຊົ່ວ​ແລະ​ຄວາມ​ຫຍໍ້​ທໍ້, ​ເປັນ​ເຈົ້າ​ການ​ໃນ​ການປ້ອງ​ກັນ​ບັນດາ​ປະກົດ​ການ​ຂອງ​ການ “ຫັນປ່ຽນ​ຕົນ​ເອງ”, “ປ່ຽນ​ແປງ​ຕົນ​ເອງ” ຢູ່​ພາຍ​ໃນ ​ເພື່ອ​ໃຫ້​ມີ​ຄວາມ​ກ້າວໜ້າຮ່ວມ​ກັນ.

ການຮໍ່າຮຽນ, ຮັບເອົາ ແລະ ຫັນບັນດາຄຸນຄ່າມະນຸດອາລະຍະ​ທຳ​ໃນ​ພົນ​ເອກ ໃຫ້ແກ່ກອງກຳລັງປະກອບອາວຸດນັ້ນ ຈຳ​ເປັນຕ້ອງໄດ້ຮັບການສະຫຼຸບ​ໃຫ້​ເປັນມາດຖານ​ການ​ສູ້​ຊົນ​ຂອງ​ແຕ່​ລະ​ອົງການ, ​ແຕ່​ລະກຳ​ລັງ, ພະນັກງານ ນັກຮົບ​ແຕ່ລະຄົນ ​ເພື່ອຝຶກ​ຝົນ​ຫຼໍ່​ຫຼອມ​ຢ່າງ​ຕໍ່​ເນື່ອງ ​ແລະ ປະຕິບັດ “ສິບຄໍາສາບານ”, “ສິບສອງວິໄນ” ຂອງທະຫານ,  “ຄຳສອນ​ຫົກ​ຂໍ້​ຂອງ​ລຸງ​​ໂຮ່ທີ່​ສັ່ງສອນ​ນັກຮົບຕໍາຫຼວດປະຊາຊົນ” ​ໃຫ້​ໄດ້​ເປັນ​ຢ່າງ​ດີ. ພະນັກງານ ນັກຮົບ​ມີ​ຄວາມຮັກ​ແພງ ​ແບ່ງປັນ​ອາລົມ​ຈິດ​ຖານ​ສະຫາຍ ​ເພື່ອນ​ຮ່ວມ​ທີ​ມ, ລະດົມກຳ​ລັງ​ໃຈແລະຊ່ວຍເຫຼືອເຊິ່ງກັນແລະກັນ ໃນການປະຕິບັດວຽກງານ, ສ້າງກຳ​ລັງ​ແຮງ​ແຫ່ງ​ຄວາມ​ສາ​ມັກ​ຄີ ​ເປັນ​ເອກະ​ພາບ​ໃນ​ແຕ່​ລະ​ອົງການ ກົມກອງ, ປະຕິບັດທຸກ​ໜ້າ​ທີ່​ທີ່​ໄດ້​ຮັບ​ມອບ​ໃຫ້​ສຳ​ເລັດ​ຜົນ. ​ເພີ່ມ​ທະວີ​ການ​ປະຕິບັດ​ບັນດາ​ມາດ​ຕະການ​ເປັນ​ແບບຢ່າງ, ​ໂດຍ​ສະ​ເພາະ​ແມ່ນ​ພະນັກງານ​ການນຳ, ​ເພື່ອ​ເປັນ​ບ່ອນ​ອີງທີ່​ໜ້າ​ເຊື່ອ​ຖື​ໃຫ້​ແກ່​ຂັ້ນ​ລຸ່ມ ​ແລະທະຫານ ​ຕາມ​ຄຳຕັກ​ເຕືອນ​ຂອງທ່ານ​ພົນ​ເອກ, ນັ້ນ​ແມ່ນ ພະນັກງານ​ຕ້ອງ​ເປັນ​ແບບຢ່າງ ​ເປັນ​ຕົວຢ່າງ​ໃຫ້​ຂັ້ນລຸ່ມ, ​ໃກ້ຊິດຕິດ​ແທດ​ກັບ​ປະຊາຊົນ, ພະຍາຍາມ​ສູ້​ຊົນ ຝຶກ​ຝົນ​ໃຫ້​ເຕີບ​ໃຫຍ່​ແລະ​ກ້າວໜ້າ​ຢ່າງ​ຕໍ່​ເນື່ອງ.

ການ​ແຜ່​ກະຈາຍຄຸນຄ່າ​ມະນຸດອາລະຍະທຳ​ໃນພົນ​ເອກ ຫວໍ​ງວຽນ​ຢ໋າ​ບ ສູ່​ກອງກຳລັງ​ປະກອບ​ອາວຸດ ຕິດ​ພັນ​ກັບ​ການ​ຍູ້​ແຮງ​ການຮ່ຳຮຽນ​ ແລະ​ປະຕິບັດ​ຕາມ​ແນວ​ຄິດ, ຄຸນສົມບັດ​ສິນ​ທຳ, ​ແບບ​ແຜນ​ໂຮ່ຈີ​ມິນ ​ແລະ ການ​ຂົນຂວາຍ “​ເສີ​ມຂະຫຍາຍ​ມູນ​ເຊື້ອ, ອຸທິດຄວາມ​ສາມາດ, ສົມກຽດ​​ກັບນາມມະຍົດ “ທະຫານ​ລຸງ​ໂຮ່” ​ໃນ​ກອງທັບ, “ສ້າງ​ແບບຕໍາຫຼວດປະຊາຊົນດ້ວຍ​ຄວາມ​ກ້າຫານ, ມີ​ມະນຸດສະທຳ ​ແລະ ຮັບ​ໃຊ້​ປະຊາຊົນ” ​ແລະ ​ຄຳ​ຂວັນ​ການ​ດຳ​ເນີນ​ງານ “​ເປັນ​ເຈົ້າ​ການ, ​ເປັນ​ແບບຢ່າງ, ມີ​ລະບຽບ​ວິ​ໄນ, ມີ​ຄວາມ​ຮັບຜິດຊອບ ​ແລະ ມີ​ປະສິດທິ​ຜົນ” ຂອງ​ກຳລັງ​ຕຳຫຼວດ​ປະຊາຊົນ, ດ້ວຍ​ມາດ​ຖານ​ສະ​ເພາະ​ຄື: ຍຶດ​ໝັ້ນ, ໝັ້ນ​ຄົງ, ​ເຈດ​ຕະ​ນາ​ບໍ​ລິ​ສຸດ, ມີ​ຄວາມ​ຮັບ​ຜິດ​ຊອບ​ສູງ, ການ​ກະ​ທຳ​ທີ່​ສວຍ​ງາມ; ຄຸນສົມບັດ​ສິນ​ທຳ, ຊີວິດທີ່ສະອາດແລະສົດ​ໃສ, ຂະຫຍັນໝັ່ນ​ພຽນ, ປະຢັດ, ຊື່ສັດ, ທ່ຽງທຳ, ​ເຫັນ​ແກ່​ສ່ວນ​ລວມບໍ່​ເຫັນ​ແກ່​ສ່ວນ​ຕົວ; ມີ​ຄວາມ​ຮູ້​ວິທະຍາສາດ, ມີ​ກຳລັງ​ຄວາມ​ສາມາດ ວິທີ​ການ ​ແບບ​ແຜນການ​ເຮັດ​ວຽກ ​ແລະ ສຸຂະພາບ​ດີ; ປະຊາທິປະ​ໄຕ, ລະບຽບ​ວິ​ໄນ​ແບບ​ຕື່ນ​ຕົວ​ແລະ​ເຂັ້ມ​ງວດ; ສາມັກຄີ, ​ເຄົາລົບ ​ແລະ ​ໃກ້ຊິດ​ກັບ​ປະຊາຊົນ, ມີ​ຈິດ​ໃນ​ສາກົນ​ທີ່​ຜ່ອງ​ໃສ…, ປະກອບສ່ວນ​ກໍ່ສ້າງ​ກອງ​ທັບ​ປະຊາຊົນ, ຕໍາຫຼວດປະຊາຊົນ​ທີ່​ປະຕິວັດ, ​ເປັນ​ລະບຽບ​ຫຼວງ, ​ຊຳນານ​ໃນ​ການ​ຮົບ, ທັນ​ສະ​ໄໝ​ເທື່ອ​ລະ​ກ້າວ, ບາງ​ເຫຼົ່າ​ພົນ, ​ເຫຼົ່າ​ທັບ, ກຳລັງຈະກ້າວ​ຂຶ້ນ​ສູ່​ທັນ​ສະ​ໄໝ​ໂດຍ​ກົງ, ຕອບ​ສະໜອງ​ຄວາມ​ຕ້ອງການ​ຂອງ​ໜ້າ​ທີ່​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ຫວຽດນາມ​ສັງຄົມ​ນິຍົມ​ໃນ​ສະພາບ​ການ​ໃໝ່./.  

---------------------------------

(1) ​ເຈິ່ນຈ້ອງ​ຈຸ​ງ: ຜູ້​ບັນຊາ​ການ​ໃຫຍ່ ຫວໍ​ງວຽນ​ຢ໋າ​ບ, ສພຈ ການ​ເມືອງ​ແຫ່ງ​ຊາດ ສື້​ເຖິ້ດ, ຮ່າ​ໂນ້ຍ, 2006, ໜ້າ 835 - 836

(2) ຜູ້​ຂຽນ​ຫຼາຍ​ຄົນ: ພົນ​ເອກ ຫວໍ​ງວຽນ​ຢ໋າ​ບ ກັບ​ການ​ຕໍ່ສູ້​ຕ້ານ​ອາ​ເມ​ລິ​ກາ, ກູ້​ຊາດ, ສພຈ ກອງທັບ​ປະຊາຊົນ, ຮ່າ​ໂນ້ຍ, 2005, ໜ້າ 964

(3) ​ເຈິ່ນຈ້ອງ​ຈຸ​ງ: ຜູ້​ບັນຊາ​ການ​ໃຫຍ່ ຫວໍ​ງວຽນ​ຢ໋າ​ບ, ປຶ້ມ​ທີ່​ໄດ້​ແນະນຳ, ໜ້າ 5.

(4) ​ເອກະສານ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 13, ສພຈ ການ​ເມືອງ​ແຫ່ງ​ຊາດ ສື້​ເຖິ້ດ, ຮ່າ​ໂນ້ຍ, 2021, ​ເຫຼັ້ມ I, ໜ້າ 143.

- ບົດ​ນີ້​ໄດ້​ລົງ​ພິມ​ໃນ​ວາລະສານ​ກອມມູນິດອອນ​ໄລ ວັນ​ທີ 18 ສິງຫາ 2021.