ວກ. - ໃນ​ຂະ​ບວນວິວັດການກໍ່​ຕັ້ງແລະພັດ​ທະ​ນາປະ​ເທດ, ທຸກ​ປະ​ເທດ​ລ້ວນ​ແຕ່​ຕ້ອງ​ການ​ກຳ​ລັງ​ພາຍ​ໃນ​​​ເພື່ອນຳໜ້າ​ພາທາງ. ໜຶ່ງ​ໃນ​ບັນ​ດາ​ກຳ​ລັງຂັບ​ເຄື່ອນພາຍ​ໃນທີ່​ມີ​ລັກ​ສະ​ນະແຜ່ຫຼາຍ​ທົ່ວ​ໄປ​ ແລະ ມີ​ບົດ​ບາດ​ຕັດ​ສິນທີ່​ສຸດແມ່ນ​ ຜົນ​ປະ​ໂຫຍ​ດຂອງຊາ​ດ-ປະ​ເທດ​ຊາດ. ບົນ​ພື້ນ​ຖານທາດ​ແທ້​ຂອງ​ລັດ ແລະ ສອດຄ່ອງ​ກັບ​ການ​ປ່ຽນ​ແປງ​ທ່າແລະກຳ​ລັງ​ແຮງ​ຂອງ​ປະ​ເທດ ແລະ ໂລກພາຍ​ນອກ, ບັນ​ຫາທີ່​​ເກີດ​ຂຶ້ນຢູ່​ສະ​ເໝີ​ໃນທຸກໆ​ປະ​ເທດ​ແມ່ນ​ ຕ້ອງ​ມີ​ວິ​ທີ​ເຂົ້າ​ເຖິງ​​​ແບບ​ສັດ​ຈະ​ວິ​ພາກແລະ​ຍຸດ​ທະ​ສາດ ​ເພື່ອ​ກຳ​ນົດ, ປະ​ຕິ​ບັດ ແລະ ປົກ​ປັກ​ຮັກ​ສາ​ຜົນ​ປະ​ໂຫຍດ​ຂອງຊາດ - ປະ​ເທດ​ຊາດ.

ເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ພ້ອມກັບບັນດາເອກອັກຄະລັດຖະທູດ ແລະ ຫົວໜ້າກົງສູນໃຫຍ່ຫວຽດນາມ ໃນຕ່າງປະເທດ (ປີ 2020) _ພາບ: ສາລະຄະດີ

ແນວ​ຄວາມ​ຄິດ​ກ່ຽວ​ກັບ​ຜົນ​ປະ​ໂຫຍດ​ຂອງ​ປະ​ເທດ​ຊາດ​ໄດ້​ປະ​ກົດ​ຂຶ້ນ​ມາ​ດົນ​ນານແລ້ວ ພ້ອມ​ກັບ​ການ​ເກີດ​ຂອງ​ລັດ - ປະ​ເທດ​ຊາດຕ່າງ​ໆ. ບັນ​ດາ​ປະ​ເທດ​ຕ່າງ​ກັນມີວິທີການກໍານົດຜົນປະໂຫຍດທີ່​ແຕກຕ່າງກັນ. ປະ​ເທດ​ໜຶ່ງ​ກຳ​ນົດ​ຜົນ​ປະ​ໂຫຍດ​ຕາມ​ແຕ່​ລ​ະ​ຂົງ​ເຂດ​ເຊັ່ນ​ການ​ເມືອງ, ເສດ​ຖະ​ກິດ, ວັດ​ທະ​ນະ​ທຳ, ອຳ​ນາດ​ອະ​ທິ​ປະ​ໄຕ... ປະເທດຈຳ​ນວນ​ໜຶ່ງ​ໄດ້​ກຳ​ນົດຜົນ​ປະ​ໂຫຍ​ດ​ຕາມ​ລ​ະ​ດັບ​ຄວາມ​ສຳ​ຄັນ (ຄວາມຍືນ​ຍົງ​ຄົງ​ຕົວ, ສະຫຼັກສຳ​ຄັນ, ສຳ​ຄັນ, ສຳ​ຮອງ...). ​ເນື້ອ​ໃນ​ເຫຼົ່າ​ນີ້​ສ້າງ​ພື້​ນ​ຖານເພື່ອ​​ໃຫ້ບັນ​ດາ​ປະ​ເທດ​ສາ​ມາດ​ກຳ​ນົດ​​ບັນ​ຫາບຸລິມະສິດ, ບັນຫາ​ສະຫຼັກສຳ​ຄັນ ທີ່​ຕ້ອງ​ປົກ​ປັກ​ຮັກ​ສາ, ບັນ​ຫາ​ໃດ​​ທີ່​ອາດ​ສາ​ມາດ​ປະ​ນີ​ປະ​ນອມ​ຊົ່ວ​ຄາວ(1). ແຕ່​ວ່າ, ​​​ເພື່ອ​​ສ້າງ​ພື້ນ​ທີ່​​ໃຫ້​ແກ່​ການ​ປະ​ພຶດ​ຢ່າງ​ໄຫວ​ພິບ​ໃນ​ການ​ພົວ​ພັນ​ຕ່າງ​ປະ​ເທດ, ບໍ່ແມ່ນວ່າປະເທດ​ໃດໆ​ກໍ່ເປີດເຜີຍ​ເນື້ອ​ໃນຂອງ​ຜົນປະໂຫຍດສະເພາະຂອງຕົນ​ຕໍ່​ສາທາລະນະ.

ຜົນປະໂຫຍດໃນການພົວພັນລະດັບ​ຊົນຊາດ, ປະເທດຊາດ ແລະ ສາກົນ

ຖ້າ​ໃນ​ເມື່ອ​ກ່ອນ, ທັດສະນະ​ທົ່ວ​ໄປ​ຖືວ່າ ການ​ຕ່າງປະ​ເທດ​​ເປັນ​ການ​ຂະຫຍາຍ​ກິດຈະການ​ພາຍ​ໃນ, ​ແຕ່​ໃນ​ທຸກວັນ​ນີ້, ​ພາຍ​ໃຕ້ຜົນ​ກະທົບ​ຂອງ​ໂລກາພິວັດ, ວຽກ​ງານ​ພາຍ​ໃນ​ປະ​ເທດ​ໄດ້​ຮັບຜົນ​ກະທົບ​ຈາກ​ການ​ຕ່າງປະ​ເທດ​​ຫຼາຍ​ຂຶ້ນ​ເລື້ອຍໆ. ບໍ່​ມີປະເທດໃດທີ່ສາມາດຢືນຢູ່ຄົນດຽວ​ໄດ້​ ໂດຍ​ບໍ່​ໄດ້​ຮັບຜົນກະທົບຈາກປັດ​ໄຈພາຍນອກ. ສະພາບ​ການ​ໂລກ​ໃນ​ປະ​ຈຸ​ບັນ​ໄດ້​ໃຫ້​ເຫັນ​ວ່າ ​ມີ​ສອງ​ສາຍ​ພົວ​ພັນ​ທີ່​ຕ້ອງ​ພິ​ຈາ​ລະ​ນາ, ນັ້ນ​ແມ່ນ: ການ​ພົວ​ພັນ​ລະ​ຫວ່າງ​ລັດ (ຕົວແທນໂດຍ​ຊົ້ນ​ຊັ້ນ) ກັບ​ປະ​ເທດ​ຊາດ (ບັນ​ດາ​ຊັ້ນຄົນ​ປະ​ຊາ​ຊົນ) ແລະ ສາຍ​ພົວ​ພັນ​ລະ​ຫວ່າງ​ບັນ​ດາ​ປະ​ເທດ, ບັນ​ດາ​ປະ​ເທດ​ຊາດ​ນຳ​ກັນ; ໃນ​ນັ້ນ, ຜົນ​ປ​ະ​ໂຫຍດ​ແມ່ນ​ປັດ​ໄຈສອດ​ຫ້ອຍ​ຕະຫຼອດ​ບັນ​ດາ​ສາ​ຍພົວ​ພັນ​ເຫຼົ່ານີ້.​

ທີໜຶ່ງ, ຊົນຊາດ ​ແລະ ປະເທດຊາດ ແມ່ນ​ແນວ​ຄວາມ​ຄິດ​ທີ່​ມີ​ຄວາມ​ໝາຍ​​ໃກ້ຄຽງ​ກັນ ​ແຕ່​ມີ​ຫຼາຍຈຸດທີ່ແຕກຕ່າງກັນ. ຊົນຊາດ ແມ່ນພື້ນຖານ​ຂອງປະເທດຊາດ; ສ່ວນ ປະເທດຊາດ ​ແມ່ນ​ການ​ສະ​ແດງ​ອອກ​ທີ່​ເຂັ້ມ​ແຂງ​ທາງ​ດ້ານ​ການ​ເມືອງ​ຂອງຊົນ​ຊາດ. ຊົນ​ຊາດແມ່ນນິລັນດອນ, ປະ​ເທດຊາດ​ມີ​ຂອບ​ເຂດ​ຈຳ​ກັດ. ປະ​ເທດຊາດ ແລະ ຊົນ​ຊາດ ບໍ່​ແມ່ນ​ເວ​ລາ​ໃດ​ກໍ່​​ເປັນເອກ​ະ​ພາບ​ນຳ​ກັນ​ທາງ​ດ້ານ​ຜົນ​ປະ​ໂຫຍດ. ​ເມື່ອ​ຜົນ​ປະ​ໂຫຍ​ດຂອງ​ຊົນຊາດ ​ແລະ ຜົນ​ປະ​ໂຫຍ​ດຂອງ​ປະ​ເທດຊາດ​ບໍ່​ສອດຄ່ອງ​ກັນ, ຄວາມຂັດ​ແຍ້​ງທາງ​ດ້ານ​ການ​ເມືອງ-ສັງຄົມ​ຂອງ​ປະ​ເທດ​ນັ້ນ​ຈະ​ເກີດ​ຂຶ້ນ, ແລະ ລັດ-ປະ​ເທດ​ຊາດ​ນັ້ນຈະ​ປະ​ເຊີນ​ກັບການ​ທ້າ​ທາຍຄວາມຊອບທຳ.​ ຖ້າ​ຜົນ​ປະ​ໂຫຍ​ດສອງ​ຢ່າງ​ນີ້​ເປັນ​ເອກະ​ພາບ​ກັນ, ລັດ-ປະ​ເທດ​ຊາດນັ້ນ​ຈະ​ມີ​ຄວາມ​ໝັ້ນ​ຄົງ ແລະ ພັດ​ທະ​ນາ. ເພື່ອບັນລຸ​ເຖິງ​ຄວາມ​ເປັນ​ເອ​ກະ​ພາບນັ້ນ, ຊົນ​ຊັ້ນ​ທີ່​ເປັນ​ຕົວ​ແທນ​ຂອງ​ປະ​ເທດ​ຊາດ​ຕ້ອງ​ມີ​ຄວາມ​ສາ​ມາດ ​ແລະ ຕ້ອງ​ຮູ້ຈັກ​ນຳເອົາ​​ຜົນ​ປະ​ໂຫຍດ​ຂອງ​ຕົນມາ​ຮ່ວມ​ໃນ​ຜົນ​ປະ​ໂຫຍດ​ຂອງ​​ຊາດ, ຮູ້​ວິທີ​ປະ​ຕິ​ບັດ​ເພື່ອ​ຜົນ​ປະ​ໂຫຍດ​ຂອງ​ຊາດ, ເພື່ອ​ນຳ​ພາ​ປະ​ເທດ​ຊາດ​ກ້າວ​ຂຶ້ນ.

ທີສອງ, ປະເທດ ແລະ ສາກົນ ແມ່ນ​ການ​ພົວ​ພັນ​ລະ​ຫວ່າງ​ອັນ​​ສະ​ເພາະ ແລະ ອັນ​ທົ່ວ​ໄປ. ບັນ​ດາ​ປະ​ເທດ ແລະ ການ​ພົວ​ພັນ​ລະ​ຫວ່າງ​ບັນ​ດາ​ປະ​ເທດ​ສ້າງ​ເປັນ​ສາ​ກົນ; ແລ​ະ ສາ​ກົນ​ແມ່ນ​ສະ​ພາບ​ແວດ​ລ້ອມ​ເພື່ອ​ໃຫ້​ບັນດາ​ປະ​ເທດ​ປະຕິ​ສຳພັນນຳກັນ. ການ​ພົວ​ພັນ​ສາ​ກົນ ໂດຍທາດ​​ແທ້​ແລ້ວ ​ແມ່ນ​ການ​ພົວ​ພັນ​ຮ່ວມ​ມື ຫຼື ແຂ່ງ​ຂັນ​ກັນທາງ​ດ້ານ​ຜົນ​ປະ​ໂຫຍດຂອງ​ຊາດ-ປະ​ເທດ​ຊາດນັ້ນ​ເອງ. ປະ​ເທດ​ໜຶ່ງ​ທີ່​ເຂົ້າ​ຮ່ວມ​ຊີ​ວິດ​ສາ​ກົນ​ຕ້ອງ​​ແກ້​ໄຂ​ໃຫ້​ຖືກ​ຕ້ອງ​ບັນ​ຫາ​ຜົນ​ປະ​ໂຫຍ​ດ​ລະ​ຫວ່າງ​ອັນ​ສະ​ເພາະ ແລະ ອັນ​ທົ່ວ​ໄປ. ຖ້າ​​ເນັ້ນອັນ​ທົ່ວ​ໄປ​ເກີນ​ຄວນ​​ໂດຍ​ລືມ​ອັນ​ສະ​ເພາະ, ປະ​ເທດ​ຈະຕົກ​ໃນຄວາມ​ສ່ຽງ​ຂອງ​ການ​ໄລ່​ຕາມ​ລັດ​ທິ​​ສາ​ກົນນິຍົມ​​ໄຮ້​ຈິງ. ກົງ​ກັນ​ຂ້າມ, ຖ້າ​ເນັ້ນພຽງອັນ​ສະ​ເພາະ​ ​ແລະ​ປັດ​ເປົ່າ​ບັນ​ດາ​ຄຸນ​ຄ່າ​ລວມ, ປະ​ເທດນັ້ນ​ຈະ​ຕົກ​ໃສ່​ລັດ​ທິ​​ຊາດນິຍົມ​ຄັບ​ແຄບ. ຊ້ຳ​ບໍ່​ໜຳ, ຖ້າ​ເນັ້ນ​ອັນ​ສະ​ເພາະ ​ແລະໃຊ້​ສິດ​ອຳ​ນາດ​ຮຸນ​ແຮງ​ແນ​ໃສ່​ກໍ່​ຄວາມ​ເສຍ​ຫາຍ​​ຜົນ​ປະ​ໂຫຍດ​ອັນຊອບ​ທຳ​ຂອງ​ປະ​ເທດ​ອື່ນ, ບໍ່​ຫົວຊາ​ຕໍ່​​ບັນ​ດ​າ​ຄຸນ​ຄ່າ​ພື້ນ​ຖານ​ຂອງ​ກົດ​ໝາຍ​ສາ​ກົນ, ປະ​ເທດນັ້ນ​ໄດ້ສະແດງອອກ​ເຖິງ​ລັດ​ທິ​​ອຳນາດ​ບາດ​ໃຫຍ່.

ຜົນ​ປະ​ໂຫຍດ​ຂອງ​ຊາດ-ປະ​ເທດ​ຊາດ​​ເປັນ​ພື້ນ​ຖານ​​ເພື່ອ​ຕັດສິນ​ຕົກ​ລົງບັນດາ​ບັນຫາ​ພາຍ​ໃນ​ຂອງ​ປະ​ເທດ ທັງ​ຄວບ​ຄຸມ​ການ​ປະ​ພຶດ​ຂອງ​ປະ​ເທດນັ້ນ​ໃນ​ເວ​ທີ​ສາ​ກົນ. ແຕ່​ວ່າ, ການ​ກຳ​ນົດ​ຜົນ​ປະ​ໂຫຍດ​ແມ່ນ​ວຽກ​ງານສ່ວຍ​ຫຼາຍ​ມີ​ລັກ​ສະ​ນະ​ອັດ​ຕະ​ວິ​ໄສ​, ຂຶ້ນ​ກັບ​ຄວາມຮັບ​ຮູ້​ຂອງ​ແຕ່​ລະ​ຊາດ-ປະ​ເທດ​ຊາດ. ໃນ​ພາກ​ຕົວ​ຈິງ​ແລ້ວ, ບໍ່​ແມ່ນ​ເວ​ລາ​ໃດໆ​ຜົນ​ປະ​ໂຫຍດ​ຊອງ​ຊາດ-ປະ​ເທ​ດ​ຊາດກໍ່​ໄດ້​ຖືວ່າ​ສູງກວ່າ​ໝູ່​ໝົດ. ໃນຫຼາຍ​ກໍ​ລະ​ນີ, ​ເລື່ອງ​ນີ້​ຖືກ​ແຊກ​ຄຸມ​ດ້ວຍ​ຜົນ​ປະ​ໂຫຍດ​ພາກ​ສ່ວນ, ຜົນ​ປະ​ໂຫຍດ​ກຸ່ມ​ພາຍ​ໃນ​ແຕ່​ລະ​ປະ​ເທດ, ບັນ​ດາ​ປັດ​​ໄຈ​ພາຍນອກເຊັ່ນ: ​ບັນ​ດາ​ທ່າ​ອຽງ, ກະ​ແສ​ແນວ​ໂນ້ມ​ໃນ​ໂລກ (ລັດ​ທິ​ຊາດນິ​ຍົມ, ລັດ​ທິ​ປະ​ຊາ​ນິ​ຍົມ, ກະ​ແສ​ການ​ຕ້ານ​ໂລ​ກາ​ພິ​ວັດ, ການປະ​ທ້ວງ, ບໍ່ເຊື່ອຟັງພົນລະ​ເຮືອນ...) ຫຼືຊ້ຳ​ບໍ່​ໜຳ​ ແມ່ນ​ການແຊກ​ແຊງ​ໂດຍ​ກົງ ແລະ ທາງອ​ອ້ມ​ຂອງ​ຕ່າງປະ​ເທດ.

ບັນຫາຜົນປະໂຫຍດ​ຂອຊາດ ໃນສະພາບ​ແວດ​ລ້ອມສາກົນປະຈຸບັນ

ປະ​ຫວັດ​ສາດຂອງ​ຊາດ, ປະ​ເທດ​ຊາດຕ່າງໆ​ໃຫ້​ເຫັນ​ວ່າ, ຜົນ​ປະ​ໂຫຍດ​ເວ​ລາ​ໃດ​ໆກໍ່​ແມ່ນ​ປັດ​​ໄຈຫຼັກ​ທີ່​ຄວບ​ຄຸມ​ສົງ​ຄາມ ແລະ ສັນ​ຕິ​ພາບ, ການຮ່ວມ​ມືແລະການ​ແກ່ງ​ແຍ້ງ​ກັນ. ​ເມື່ອ​ສົງ​ຄາມ​ໂລກ​ຄັ້ງ​ທີ​ສອງ​​ຢຸດ​ຕິ​ລົງ, ໂລກ​ຫັນ​ເຂົ້າ​ສູ່​ສະ​ໄໝ​ໃໝ່, ໃນ​ນັ້ນ​ການ​ແກ້​ໄຂ​ບັນ​ຫາ​ຜົນ​ປະ​ໂຫຍດ​ໂດຍ​ພື້ນ​ຖານ​ແລ້ວ​ບໍ່​​ໄດ້ຜ່ານ​ສົງ​ຄາມ​ຮ້ອນອີກ​ຕໍ່​ໄປ, ​ແຕ່​ຜ່ານ​ການ​ເຈລະຈາ ​ແລະ ການ​ປະນີປະນອມ​ລະຫວ່າງ​ບັນດາ​ປະ​ເທດ, ກະ​ທັ່ງ​ໃນ​ສະ​ພາບ​ການ​ຂອງ​ການ​ແບ່ງ​ຝ່າຍ, ແບ່ງ​ສາຍ​ໃນ​ການ​ພົວ​ພັນ​ສາ​ກົນ. ລະ​ບົບ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ສາ​ກົນຫຼາຍ​ຝ່າຍ, ໃນ​ນັ້ນ​ໃຈ​ກາງ​ແມ່ນ​ສະ​ຫະ​ປະ​ຊາ​ຊາດ, ທະ​ນາ​ຄານ​ໂລກ (WB), ກອງ​ທຶນ​ການເງິນ​ສາ​ກົນ (IMF), ອົງ​ການ​ການ​ຄ້າ​ໂລກ (WTO)... ທີ່​ບັນ​ດາ​ປະ​ເທດ​ສ້າງຂຶ້ນ​ແນ​ໃສ່​ແກ້​ໄຂ​ບັນ​ດາ​ຂໍ້​ຂັດ​ແຍ້ງ​ທາງ​ດ້ານ​ຜົນ​ປະ​ໂຫຍດ​ນຳ​ກັນ ​ບົນ​ພື້ນ​ຖານ​ກົດ​ໝາຍ ແລະ ຄວາມ​ເຫັນ​ດີ​ເຫັນ​ພ້ອມ. ໂລ​ກາ​ພິ​ວັດ​ທີ່​ພັດ​ທະ​ນາ​ຢ່າງ​ແຂງ​ແຮງ​ໄດ້​ເຮັດ​ໃຫ້​ບັນ​ດາຊົນ​ຊາດ ແລະ ປະ​ເທດ​ຊາດ​ຮັບ​ຮູ້​ໄດ້​ຜົນ​ປະ​ໂຫຍດ​ຂອງ​ການ​ຮ່ວມ​ມືແລະເຊື່ອມ​ຕໍ່ກັນ. ຈາກນັ້ນ, ໂລ​ກ​ໄດ້​ເຫັນ​ກັບ​ຕາ​ ການ​ກຳ​ເນີດ​ຢ່າງກວ້າງ​ຂວາງ​ຂອງບັນ​ດາ​ກົນ​ໄກ​ເຊື່ອມ​ຕໍ່​ພາກ​ພື້ນ, ພົ້ນ​ເດັ່ນ​ແມ່ນ​ສະ​ຫະ​ພັນເອີ​ຣົບ (EU), ສະ​ມາ​ຄົມ​ບັນ​ດາ​ປະ​ເທດ​ອາ​ຊີ​ຕາ​ເວັນ​ອອ​ກ​ສ່ຽງ​ໃຕ້ (ASEAN)... ແລະ ບັນ​ດາ​ຂໍ້​ຕົກ​ລົງ​ການ​ຄ້າ​ສາ​ກົນ​​ໃນ​ລະ​ດັບ​ພາກ​ພື້ນ ແລະ ລະ​ຫວ່າ​ງ​ພາກ​ພື້ນ.

​ສົງ​ຄາມ​ເຢັນ​ສິ້ນ​ສຸດລົງ​ໃນ​ຕົ້ນ​ຊຸມ​ປີ 1990 ​ໄດ້ພາ​ໃຫ້​ໂລກ​ຂ້າມ​ຜ່ານຈາກ​ລະ​ບຽບ​ສອງ​ຂົ້ວ ​ເປັນ​ລະບຽບ​ໂລກ​ໃໝ່​, ຫຼາຍຂົ້ວ, ຫຼາຍ​ສູນ​ກາງ. ໃນ​ນັ້ນ, ການ​ກະ​ທົບ​ທີ່​ແຂງ​ແຮງທີ່​ສຸດ​ຕໍ່​ໄລ​ຍະ​ຂ້າມ​ຜ່ານນີ້​ແມ່ນ “ການ​ປ່ຽນ​ອຳ​ນາດທີ່​ຍິ່ງ​ໃຫຍ່” ສາມ​ຄັ້ງທີ່​ຫຼີກ​ລ່ຽງບໍ່​ໄດ້: ທີໜຶ່ງ, ຈາກ​ເໜືອ​ລົງ​ໃຕ້ (ຊ່ອງ​ຫວ່າງ​ລະ​ຫວ່າງ​ບັນ​ດາ​ປະ​ເທດ​ພັດ​ທະ​ນາ​ແລ້ວ ແລະ ບັນ​ດາ​ປະ​ເທດ​ກຳ​ລັງ​ພັດ​ທະ​ນາ​ໄດ້​ແຄບ​ລົງ); ທີສອງ, ແຕ່​ຕາ​ເວັນ​ຕົກ​ຫາ​ຕາ​ເວັນ​ອອກ (ໃຈ​ກາງ​ຂອງ​ໂລກກຳລັງ​ຍ້າຍຈາກມະຫາສະໝຸດ​ອັດ​ລັນ​ຕິກ ມາ ປາ​ຊີ​ຟິກ); ທີສາມ, ແຕ່ເທິງ​ລົງ​ລຸ່ມ (ການ​ປ່ຽນອຳ​ນາດຈາກ​ບັນ​ດາ​ອັດ​ຕະ​ພາບຂອງ​ລັດ​​ເປັນ​ອັດ​ຕະ​ພາບນອກ​ພາກລັດ).

ການປ່ຽນ​ລະ​ບຽບ​ໂລກນັ້ນ​ບໍ່​ສາ​ມາດ​ພົ້ມ​ອອກ​ຈາກ​ກົດ​ເກນ​ຂອງ​ຄວາມ​ຂັດ​ແຍ້ງ​ໄດ້. ການ​ຄົງ​ຕົວ​ຂອງ​ບັນ​ດາ​ທ່າ​ອຽງ​ເວ​ລາ​ໃດ​ກໍ່ພາ​ໃຫ້​ເກີດ​ການ​ຕ້ານ​ທ່າ​ອຽງ. ຕົວ​ຢ່າງວ່າ, ໂລ​ກາ​ພິ​ວັດ​ແມ່ນ​ສອງ​ດ້ານ​ຂອງ​ບັນ​ຫາ, ຍ້ອນ​ວ່າ​ມັນ​ສ້າງ​ເປັນ​ສະ​ຖາ​ນະ​ການ “ຜູ້​​ຊະ​ນະ, ຜູ້​​ແພ້” ຢູ່​ພາຍ​​ໃນ​ແຕ່​ລະ​ປະ​ເທດ ແລະ ລະ​ຫວ່າງ​ປະ​ເທດ. ຢູ່​ພາຍ​ໃນແຕ່ລະ​ປະ​ເທດ, ຜົນ​ປະ​ໂຫຍດ​ທີ່​ໂລ​ກາ​ພິ​ວັດ​ນຳ​​ມາ​ໃຫ້ ຈະ​ບໍ່​ໄດ້​ແຈກ​ຈ່າຍຢ່າງສະ​ເໝີ​ພາບ ​ເຮັດ​ໃຫ້​ຫຼາຍ​ກຸ່ມ​ຄົນ​ງານ​ຂອງ​ແບບວິ​ທີ​ການ​ຜະ​ລິດ​ແບບ​ເກົ່າ​ຖືກ​ສູນ​ເສຍ​ວຽກ​ເຮັດ​ງານ​ທຳ, ເຮັດ​ໃຫ້​ຄວາມບໍ່​ສະ​ເໝີ​ພາບ​ກັນ ແລະ ຄວາມ​ຂັດ​ແຍ້ງ​ສັງ​ຄົມ​ເພີ່ມ​ຂຶ້ນ. ບັນ​ດາຈຸດ​ອ່ອນ​ເປັນລົບຂອງ “ຝ່າ​ມື​ທີ່ບໍ່​ມີ​ຕົນ​ຕົວ” ຍິ່ງ​ປາ​ກົດ​ອອກ​ຢ່າງ​ຈະ​ແຈ້ງ, ມີລະ​ດັບ​ສັບ​ສົນ​ກວ່າ​, ໃນ​ຂະ​ນະ​ທີ່ບັນ​ດາ​ລັດ ແລະ ຊົນ​ຊັ້ນ​ກຳ​ອຳ​ນາດບໍ່​ສາ​ມາດ​ໄກ່​ເກ່ຍ​ຜົນ​ປະ​ໂຫຍດ​ໃນ​ສັງ​ຄົມ​ຕໍ່ໜ້າ​ສະ​ຖາ​ນະ​ການ​ໄດ້. ນີ້​ແມ່ນ​ແຜ່ນ​ດິນ​ທີ່​ອຸ​ດົມ​ສົມ​ບຸນ​ໃຫ້​ແກ່​ບັນ​ດາ​ຂະ​ບວນ​ການ​ປະທ້ວງ, ຕໍ່​ຕ້ານ​ລັດ​ຖະ​ບານ ແລະ ລັດ​ທິ​ຊາດ​ນິ​ຍົມ​ທີ່​ມີ​ສີ​ສັນ​ປະ​ຊາ​ນິ​ຍົມ​​ຟື້ນ​ຕົວ​​ຂຶ້ນ​ ທັ​ງ​ຢູ່​ບັນ​ດາ​ປະ​ເທດ​ພັດ​ທະ​ນາ​ແລ້ວ ແລະ ກຳ​ລັງ​ພັດ​ທະ​ນາ.

​ໃນ​ສະພາບ​ການ​ໂລກ​ທີ່​ຜັນ​ປ່ຽນ​ເລື້ອຍ, ການ​ພົວພັນ​ສາກົນ​ປ່ຽນ​ແປງ​ເມື່ອ​ບັນດາ​ປະ​ເທດ​ຮັບ​ຮູ້​ໄດ້​ຜົນ​ປະ​ໂຫຍດ​ຂອງ​ຕົນ​ເອງ. ລະ​ບຽບ​ໂລກ ແລະ ລະ​ບົບ​ສາ​ກົນ​ປະ​ຈຸ​ບັນ​ຖືກ​ຖື​ວ່າ​ກຳ​ລັງ​ເຮັດ​ໃຫ້​ຜົນ​ປະ​ໂຫຍດ ແລະ ທ່າ​ໄດ້​ບຽບ​ທີ່​ມີຢູ່​ຂອງ​ບັນ​ດາ​ປະ​ເທດ​ພັດ​ທະ​ນາ​ແລ້ວຫຼຸດ​ລົງ, ພ້ອມ​ກັນ​ນັ້ນ​ເປັນ “ເສື້ອ​ຜືນທີ່ຄັບ​ເກີນ​ໄປ” ສຳ​ລັບ​ບັນ​ດາ​ປະ​ເທດ​ພັດ​ທະ​ນາ, ​ໂດຍ​ສະ​ເພາະ​ແມ່ນ​ບັນ​ດາ​ປະ​ເທດ​ມະ​ຫາ​ອຳ​ນາດ​ທີ່​ກຳ​ລັງ​ຟື້ນ​ຕົວຂຶ້ນ. ດ້ວຍ​ເຫດ​ນັ້ນ, ເພື່ອ​ຍາດ​​ແຍ່ງເອົາ​ຜົນ​ປະ​ໂຫຍດ ແລະ ຖາ​ນະ​ບົດ​ບາດ​ຂອງ​ຕົນ, ການແຂ່ງ​ຂັນ​ລະ​ຫວ່າງ​ບັນ​ດາປະ​ເທດມະ​ຫາ​ອຳ​ນາດ​​ໃນ​ກຸ່ມ “ປະ​ຈຳ” ແລະ ກຸ່ມ “ກຳ​ລັງ​ຟື້ນ​ຕົວ​ຂຶ້ນ” ​ນັ​ບມື້​ນັບ​ຮຸນ​ແຮງ​ຂຶ້ນ. ໃນ​ນັ້​ນ, ການ​ພົວ​ພັນ​ລະ​ຫວ່າງອາ​ເມ​ລິ​ກາ ແລະ ຈີນ ພາຍຫຼັງ​ສາມ​ທົດ​ສະ​ວັດ​ໄດ້​ກາຍ​ເປັນ​ການ​ພົວ​ພັນ​ຕົ້ນ​ຕໍ່​ທີ່​ແຊກ​ຄຸມ​ການ​ພົວ​ພັນ​ສາ​ກົນ, ໄດ້​ຫັນ​ແຕ່​ສີ​ສັນ​ການຮ່ວມ​ມື​ ມາ​ເປັນ​ການແຂ່ງ​ຂັນ​ຍຸດ​ທະ​ສາດ​ຮອບ​ດ້ານ ​ເພື່ອ​ຍາດຊິງ​ສະຖານະ​ມະ​ຫາ​ອຳ​ນາດ​ແຕ່​ພຽງ​ຜູ້​ດຽວໃນທົດ​ສະ​ວັດ​ໜ້າ.

ການ​ເຄື່ອ​ນ​ໄຫ​ວ​ຂອງ​ລະ​ບຽບ​ສາ​ກົນ​ເຮັດ​ໃຫ້​ເກີດການ​ສັ່ນສະ​ເທືອນ ແລະ ແຊກ​ຊ້ອນ​ກັນລະ​ຫວ່າງ​ບັນ​ດາ​ປັດ​ໄຈ​ໃໝ່ - ເກົ່າ. ກົດ​ໝາຍ​ສາ​ກົນພົບ​ຄວາມ​ຫຍຸ້ງ​ຍາກ​ ຍ້ອນ​ການ​ກັບ​ຄືນ​ມາ​ຂອງ​ລັດ​ທິ​​ອຳ​ນາດ​ປະ​ເທດ​ໃຫຍ່, ລັດທິ​ຊາດນິຍົມ​ເຫັນ​ແກ່​ຕົວ, ລັດທິ​ຫົວ​ຮຸນ​ແຮງ​ໃນ​ຫຼາຍສ່ວນ​ຂອງ​ໂລກ. ບັນດາ​ສະ​ຖາ​ບັນ​ຫຼາຍ​ຝ່າຍ​ປະ​ເຊີນ​ໜ້າ​ກັບ​ການ​ທ້າ​ທາຍ​ຢ່າງ​ໃຫຍ່​ຫຼວງ​ໃນ​ດ້ານ​ຄວາມ​ຊອບ​ທຳ, ​ໂດຍ​ມີສຽງ​ຮຽກ​ຮ້ອງ​ໃຫ້​ມີ​ການ​ປະຕິ​ຮູບ​ອົງການ​ສະ​ຫະ​ປະ​ຊາ​ຊາດ, WB, IMF, WTO... ​ໄປ​ພ້ອມ​ກັນ​ກັບ​ທ່າ​ອຽງ ​ເຊິ່ງ​ປະ​ເທດ​ຈຳນວນໜຶ່ງ​ ສ້າງ​ຕັ້ງ​​ອົງ​ການ​​ພາກ​ພື້ນ ຫຼື ສາກົນດ້ວຍ​ຕົນ​ເອງ​ຂຶ້ນເຊັ່ນ ກຸ່ມ​ປະ​ເທດ​ເສດຖະກິດ​ພັດ​ທະ​ນາ​ແລະ​ເສດຖະກິດ​ພົນ​ເດັ່ນ​ໃໝ່ (BRICS), ທະ​ນາ​ຄານ​ເພື່ອ​ການ​ລົງ​ທຶນ​​ໂຄງ​ສ້າງພື້ນ​ຖານ​ແຫ່ງ​ອາ​ຊີ  (AIIB)...

​ໃນ​ສະພາບ​ການ​ດຽວ​ກັນ, ບັນ​ດາ​ປະ​ເທດ​ຂະ​ໜາດ​ກາງ ແລະ ຂະ​ໜາດ​ນ້ອຍ​ຮັບ​ຮູ້​ຈະ​ແຈ້ງວ່າ, ຜົນ​ປະ​ໂຫຍດ​ຂອງ​ຊາດ-ປະ​ເທດ​ຊາດ​ຈະ​ໄດ້​ຮັບ​ປະ​ກັນ​ໃນ​ລະ​ບຽບ​ສາ​ກົນ​ທີ່​ອິງ​ຕາມ​ກົດໝາຍ​ສາກົນ ​ແລະ ລັດ​ທິຫຼາຍ​ຝ່າຍ. ໃນ​ພາກ​ຕົວ​ຈິງ, ບັນ​ດາ​ປະ​ເທດ​ນີ້​ໄດ້​ມີ​ຄວາມ​ພະ​ຍາ​ຍາມ​ເພື່ອ​ປົກ​ປັກ​ຮັກ​ສາ​ຜົນ​ປະ​ໂຫຍດ​ແຫ່ງ​ຊາດ​ຂອງ​ຕົນ​ໃນ​ສະ​ຖາ​ນະ​ການ​ໃໝ່​ທີ່​ມີ​ຄວາມ​ທົດ​ສອບຫຼາຍ​ຢ່າງ. ຄຽງ​ຄູ່​ກັບ​ເອກະລັກ, ຜົນ​ປະ​ໂຫຍດ​ເຄີບ​ເປັນ​ປັດ​​ໄຈ​ຕັດ​ສິນ​ເຖິງ​ການ​ເຂົ້າ​ຮ່ວມຫຼືບໍ່​ເຂົ້າ​ຮ່ວມ​ໃນຄຳ​ໝັ້ນ​ສັນ​ຍາ, ການ​ເຊື່ອມ​ໂຍງ​ສາ​ກົນ, ຫຼື​ການ​​ລວມ​ຕົວ​ຫຼືການ​ແຍກ​ຕົວຂອງ​ປະຊາ​ຊາດ. ຜົນ​ປະ​ໂຫຍດ​ຢູ່ນີ້​ລວມ​ມີ​ທັງ​ຜົນ​ປະ​ໂຫຍດ​ທີ່​ໄດ້ຮັບ​ໃນ​ເວ​ລາເຊື່ອມ​ໂຍງ ແລະ ຜົນ​ປະ​ໂຫຍດທີ່​ສູນ​ເສຍ​ເມື່ອຍອມ​ສະຫຼະສິດ​ສ່ວນ​ໜຶ່ງ​ໃນ​ສິດ​ຕັດ​ສິນ​ດ້ວຍ​ຕົນ​ເອງ​ຂອງ​ຕົນ. ​ໃນເວ​ລາ​ທີ່​ຜ່ານ​ມາມໍ່​ນີ້, ມີ​ປະ​ກົດ​ການຕ່າງໆ​ທີ່​ປະກົດ​ຂຶ້ນ​​ເຊັ່ນ ປະ​ເທດ​ອາ​ເມລິ​ກາພາຍ​ໃຕ້ການ​ປົກ​ຄອງ​ຂອງ ປະ​ທາ​ນາ​ທິ​ບໍ​ດີ ໂດ​ນັນ ທ​ຣັມ ໄດ້​ຖອນ​ອອກ​ຈາກ​ຄຳ​ໝັ້ນ​ສັນ​ຍາ​ສາ​ກົນ​ຈຳ​ນວນ​ໜຶ່ງ; ປະ​ເທດ ອັງ​ກິດ ຖອນອອກ​ຈາກສະ​ຫະ​ພາບ​ເອີຣົບ ແລະ ການ​ຫຼຸດ​ລົງ​ຂອງ​ບົດບາດຂອງສະຖາບັນແລະການເຊື່ອມໂຍງພາກພື້ນ. ເຫດ​ຜົນມາ​ຈາກ​ການທີ່​ປະ​ເທດ​ຕ່າງໆ​ບໍ່ສາ​ມາດແກ້​ໄຂບັນ​ຫາ​ຜົນ​ປະ​ໂຫຍດ​ລະ​ຫວ່າງສ່ວນ​ສະ​ເພາະແລະສ່ວນ​ລວມ​, ທັງ​ພາຍ​ໃນປະ​ເທດ​ແລະ​ໃນ​ການສຳພັນ​ກັບ​​ປະ​ເທດ​ອື່ນໆ.

ໃນ​ຍຸກ​ອຸດ​ສາ​ຫະ​ກຳແລະໂລ​ກາ​ພິ​ວັດ, ບັນ​ດາ​ບັນ​ຫາ​ລະດັບ​ໂລກ​ນັບ​ມື້​ນັບມີ​ຄວາມ​ຈຳ​ເປັນ​ຮີບ​ດ່ວນ. ພົ້ນ​ເດັ່ນ​ແມ່ນ​ສິ່ງ​ທ້າ​ທາຍ​ຈາກການ​ປ່ຽນ​ແປງສະພາບພູມິ​ອາ​ກາດແລະໂລກ​ລະ​ບາດ​ກຳ​ລັງ​ກາຍ​ເປັນ “ສັດ​ຕູທົ່ວ​ໄປ” ທີ່ບໍ່​ມີ​ປະ​ເທດ​ໃດ​ສາ​ມາດ​ແກ້​ໄຂ​ໄດ້​ດ້ວຍ​ຕົນ​ເອງ. ສິ່ງ​ທີ່​ຢອກ​ກວນຄື, ອຸປະສັກທີ່ໃຫຍ່ທີ່ສຸດ​ໃນ​ການ​ຕໍ່ສູ້​ກັບ​ສັດຕູ​ທົ່ວ​ໄປ​ແມ່ນມາຈາກຄວາມຈິງທີ່ວ່າລັດຕ່າງໆຍັງໃຫ້ຄວາມສໍາຄັນກັບຜົນປະໂຫຍດໄລຍະສັ້ນຫຼາຍກວ່າຜົນປະໂຫຍດໄລຍະຍາວ. ຕົວ​ຢ່າງ​ເຊັ່ນ ບັນ​ດາ​ປະ​ເທດ​ມະ​ຫາ​ອຳ​ນາດ​ອຸດ​ສາ​ຫະ​ກຳ​​​ຍັງ​ບໍ່​ທັນ​ບັນລຸຂໍ້​ຕົກລົງ​ຮ່ວມ​ກັນ​​ໃນ​ການ​ຫຼຸດຜ່ອນ​ການ​ປ່ອຍ​ກ໊າດ​ເຮືອນ​ແກ້ວ​ທົ່ວ​ໂລກ ​ຫຼື “ລັດ​ທິຊາດນິຍົມ​ວັກຊີ​ນ” ທີ່​ກຳ​ລັງດຳ​ເນີນ​ຢູ່​ໃນ​ສະ​ພາບ​ການ​ໂລກລະບາດ​ໂຄວິດ-19 ຍັງແຜ່ລາມໄປທົ່ວໂລກໃນ 2 ປີທີ່​ຜ່ານ​ມາ. ​ຄວາມ​​ພະ​ຍາ​ຍາມ​ຮ່ວມ​ມື​ສາ​ກົນ​ປະ​ຈຸ​ບັນໄດ້​ດຳ​ເນີນ​ໄປ​ແລ້ວ, ​ແຕ່ຍັງ​ບໍ່​ທັນ​ທັນ​ການ, ບໍ່ມີ​ປະສິດທິ​ຜົນ ​ແລະ ບໍ່ຢູ່​ໃນ​ລະດັບການ​ບໍລິຫານ​ທົ່ວ​ໂລກ.

ໂລກ​ຍັງ​ຄົງ​ໄຕ່​ຕອງ​ກ່ຽວ​ກັບ​ຮູບ​ແບບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ​ໃນ​ສະ​ພາບ​ການ​ໃໝ່. ຖ້າ​ວ່າ​ຄວາມ​​ພະ​ຍາ​ຍາມ​ເພື່ອ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ເປັນ​ເລື່ອງ​ທີ່​ກົມ​ກຽວ​ຜົນ​ປະ​ໂຫຍດ​ຂອງ​ຄົນລຸ້ນ​ປະ​ຈຸ​ບັນ ​ ແລະຄົນລຸ້ນຕໍ່ໆໄປ, ການ​ພັດທະນາ​ລວມແມ່ນເລື່ອງຮັບປະກັນຜົນ​ປະ​ໂຫຍ​ດທີ່ສະເໝີພາບ ລະຫວ່າງຊຸມຊົນທົ່ວໂລກ. ຄວາມ​ສ່ຽງຂອງການຖືກ “ປະໄວ້ຂ້າງ​ຫຼັງ” ​ແມ່ນ​ມີ​ຈິງສໍາລັບປະເທດ, ຊົນຊາດ, ບັນດາກຸ່ມຄົນ, ທັງທາງດ້ານເສດຖະກິດ, ສັງຄົມ, ການເມືອງ, ວັດທະນະທໍາ, ສຸຂະພາບ, ການສຶກສາ... ການ​ພັດ​ທະ​ນາ​ຂອງວິ​ທະ​ຍາ​ສາດ-ເຕັກ​ໂນ​ໂລ​ຊີ, ດ້ານໜຶ່ງ​, ຊ່ວຍ​ໃຫ້​ໂລກ​ກ້າວ​ໜ້າກວ່າ; ອີກດ້ານໜຶ່ງ, ກໍ່ພາ​ໃຫ້​ເກີດ​ຄວາມທ້າ​ທາຍ​ໃໝ່​ຫຼາຍ​ຢ່າງເຊັ່ນ: ການ​ຮັກສາ​ຄວາມ​ແອດ​ໄພ​ເຄືອ​ຂ່າຍ, ການ​ຮັກສາຄວາມປອດ​ໄພ​ທາງ​ການ​ແພດ... ຫຼື​ຄວາມ​ສ່ຽງ​ທີ່​ຈະ​ຊັກ​ຊ້າ​ທາງດ້ານ​ເສດ​ຖະ​ກິດ. ນັ້ນ​ແມ່ນ​ບັນ​ຫາ​ຜົນ​ປະ​ໂຫຍດ​ເຊິ່ງຈຳ​ເປັນ​ຕ້ອງ​ແກ້​ໄຂ​ໃນ​ໂລກ​ຍຸກໂລ​ກາ​ພິ​ວັດ ແລະ ຂຶ້ນ​ຕໍ່​ເຊິ່ງ​ກັນ​ແລະ​ກັນ. ກວ່າ​ເວ​ລາ​ໃດໝົດ, ປະ​ຈຸ​ບັນ​ນີ້​ແມ່ນ​ເວ​ລາ​ທີ່​ບັນ​ດາ​ປະ​ຊາ​ຊາດ​ຕ້ອງ​ໄປ​ເຖິງ​ຄວາມ​ຮັບ​ຮູ້​ຮ່ວມ​ກັນ​ ກ່ຽວ​ກັບ​ບັນ​ດາ​ຜົນ​ປະ​ໂຫຍດ​ຮ່ວມ​ກັນ ​ເພື່ອ​ພ້ອມ​ກັນ​ຮ່ວມ​ມື, ບັນ​ດາ​ໄພ​ອັນ​ຕະ​ລາຍທີ່​ຕ້ອງ​ພ້ອມ​ກັນ​ແກ້​ໄຂ, ເພື່ອຖື​ເອົາ​ນັ້ນ​ເປັນ​ພື້ນ​ຖານ​ແກ້​ໄຂ​ບັນ​ດາ​ບັນ​ຫາ​ສະ​ເພາະ ແລະ ບັນ​ດາຂໍ້​ຂັດ​ແຍ່ງດ້ານຜົນປະໂຫຍດອື່ນໆ.

ຮັບປະກັນສູງຜົນປະໂຫຍດ​ຂອຊາດ-ປະເທດຊາດຫວຽດນາມ ໃນໄລຍະຍຸດທະສາດໃໝ່

ໃນ​ປະ​ຫວັດ​ສາດຫວຽດ​ນາມ, ນັບ​ແຕ່​ການ​ກຳ​ເນີດ​ຂອງ​ລັດ ວັນ​ລາງ, ​ຄວາມສຳນຶກ​ກ່ຽວ​ກັບ​ຊົນ​ຊາດ-ປະ​ເທດ​ຊາດ​ໄດ້​ປາກົດ​ຂຶ້ນ. ​ໃນຫຼາຍ​ພັນ​ປີ​ແຫ່ງ​ການສ້າ​ງຕັ້ງແລະປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ​ຂອງ​ປະຊາ​ຊົນ​ຫວຽດນາມ, ​ໂດຍ​ສະ​ເພາະ​ແມ່ນຜ່ານ​ການ​ຕໍ່​ສູ້ຕ້ານ​ສັດ​ຕູ​ຜູ້​ຮຸກ​ຮານ ແລະ ຕ້ານໄພ​ທຳ​ມະ​ຊາດ, ໄດ້​ເຮັດ​ໃຫ້​ຄວາມສຳນຶກ​ນັ້ນ​ເປັ​ນຮູບ​ຮ່າງ​ຂຶ້ນແລະ​ໄດ້​ຮັບ​ການປັບ​ປຸງ. ຈາກ​ນັ້ນ, ຈິນ​ຕະ​ນະ​ການ​ກ່ຽວ​ກັບ​ຜົນ​ປະ​ໂຫຍດ​ຂອງຊາດ-ປະ​ເທດ​ຊາດ​ກໍ່​ປາກົດຂຶ້ນພ້ອມ​ກັບ​ຈິດ​ສຳນຶກ​ກ່ຽວ​ກັບ​ຊົນ​ຊາດ​, ປະ​ເທດ​ຊາດ. ບັນ​ດາ​ບົດ​ນິ​ພົນ​ແບບ​ສະ​ບັບ​ເຊັ່ນ: ດິນ​ແດນ​ປະ​ເທດ​ທາງ​ພາກ​ໃຕ້, ຖະ​ແຫຼງການ​ໄຊຊະນະ​ໃນ​ການ​ຕ້ານກອງ​ທະ​ຫານ​ອູ່,... ເປັນ​ຫຼັກ​ຖານ​ທີ່​ຈະ​ແຈ້ງທີ່​ສຸດ​ທີ່​ສະ​ແດງ​ເຖິງ​ຈິດ​ສຳນຶກ​ໃນ​ຜົນ​ປະ​ໂຫຍດຂອງ​ຊາດ-ປະ​ເທດ​ຊາດ ​ຂອງຫວຽດ​ນາມນັບແຕ່​ເລີ່​ມຕົ້ນ.

ປະ​ຫວັດ​ສາດ​​ໄດ້​ໃຫ້​ເຫັນ​ວ່າ, ການ​ໃຫ້​ຊາດ-ປະ​ເທດ​ຊາດກ່ອນ​ສະ​ເໝີ​ຊ່ວຍ​ໃຫ້ຫວຽດ​ນາມຜ່ານ​ຜ່າ​ໄລ​ຍະທີ່​ຫຍຸ້ງ​ຍາກ​ທີ່​ສຸດ. ເພື່ອຊາດ-ປະ​ເທດ​ຊາດ, ຊາວຫວຽດ​ນາມ​ເຕັມ​ໃຈ​ທີ່​ຈະ​ປະລະ​ຄວາມ​ແຄ້ນ​ສ່ວນ​ຕົວ​ເພື່ອ​ໃຫ້ “​ກະ​ສັດແລະບ່າວ​ໄພ່​ເປັນ​ຈິດ​ໜຶ່ງ​ໃຈ​ດຽວກັນ, ອ້າຍ​ນ້ອງສາມັກຄີ, ປະ​ເທດ​ຮ່ວມ​ແຮງກັນ”. ເພື່ອ​ຊາດ-ປະ​ເທດ​ຊາດ, ຊາວ​ຫວຽດນາມຕັດ​ສິນ​ໃຈ​ວ່າ​ຈະບໍ່​ສູນ​ເສຍ​ທີ່​ດິນທີ່​ບັນ​ພະ​ບຸ​ລຸດ​ສ້າງ​ໄວ້ພຽງ​ຄືບ​ດຽວ ແລະ ທັນທີ​ທີ່​ຂັບ​ໄລ່​ຜູ້​ຮຸກ​ຮານ​ອອກ​ນອກ​ປະ​ເທດ​ ຫວຽດນາມ​ກໍ່​ສົ່ງ​ທູດ​ຂອງ​ຕົນ​ໄປ​ລິ​ເລີ່​ມສ້າງສັນ​ຕິ​ພາບ “​ເຮັດ​ແນວ​ໃດ​ໃຫ້ດິນແດນຄົບຖ້ວນ, ຫວັງ​ວ່າ​ມີ​ຄວາມ​ປອດ​ໄພ”, ເພື່ອ​ສາ​ມາດ​ອ້າ​ງຕົວ​ວ່າ​ເປັນ​ຈັກກະພັດ ​ແລະ​ພົວພັນ​ກັບ​ພາຍ​ນອກ​ໃນ​ຖານະ​ກະສັດ​ໄດ້.

ມູນ​ເຊື້ອ​ດັ່ງ​ກ່າວນັ້ນ​ທີ່​ໄດ້​ສືບ​ທອດ ແລະ ພັດ​ທະ​ນາ​ໃນ​ໄລ​ຍະ​ປ​ະ​ຫວັດ​ສາດ​ຂອງ​ປະ​ເທດ​ຫວຽດນາມ. ການ​ກຳ​ເນີດ​ຂອງ​ພັກກອມ​ມູ​ນິດ ຫວຽດ​ນາມ ປີ 1930 ທີ່​ໄດ້​ຢຸດ​ຕິ​ໄລ​ຍະ​ວິ​ກິດ​ການ​ການ​ນຳ, ເປີດ​ເສັ້ນ​ທາງ​ກູ້​ຊາດ ແລະ ພັດ​ທະ​ນາ​ ຂອງ​ປະ​ເທດ​ຊາດຫວຽດ​ນາມ. ​ໃນ​ຕະຫຼອດ​ໄລ​ຍະ​ນຳ​ພາ​ການ​ປະ​ຕິ​ວັດ​ໃນ 90 ກວ່າ​ປີ​ທີ່​ຜ່ານ​ມາ, ພັກ​ກອມ​ມູ​ນິດຫວຽດ​ນາມຍາມ​ໃດ​ກໍ່​ຖື​ເອົາ​ຜົນ​ປະ​ໂຫຍດ​ຂອງ​ຊາດ-ປະ​ເທດ​ຊາດ​ເປັນ​ ​ເປັນ​ອັນ​ດັບ​ໜຶ່ງ, ກ່ອນ​ອື່ນ​ໝົດ, ​ເປັນ​ເອກະ​ພາບ​ແລະ ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ​ລະຫວ່າງ​ຜົນ​ປະ​ໂຫຍ​ດຂອງ​ຊົນຊັ້ນ ​ແລະ ຜົນ​ປະ​ໂຫຍ​ດຂອງຊົນ​ຊາດ. ພັກ​ຢືນຢັນ​ວ່າ ຜົນປະ​​ໂຫຍ​ດຂອງຊົນ​ຊາດ ​ແລະຜົນ​ປະ​ໂຫຍ​ດ​ປະ​ເທດ​ຊາດ ຂອງຫວຽດນາມ​ແມ່ນ​​ເປັນອັນ​ໜຶ່ງ​ອັນ​ດຽວ(2). ຜົນ​ປະ​ໂຫຍດ​ຂອງ​ຊົນ​ຊັ້ນ​ກຳ​ມະ​ກອນ, ເຊິ່ງ​ຜູ້ຕາງ​ໜ້າແມ່ນ​ພັກກອມ​ມູ​ນິດ ​ເປັນເອ​ກະ​ພາບ​ກັບ​ຜົນ​ປະ​ໂຫຍດ​ຂອງ​ປະ​ຊາ​ຊົນ​ຜູ້​ອອກ​ແຮງ​ງານ ແລະ ທົ່ວ​ປວງ​ຊົນ​ທັງ​ຊາດ.

ໃນ​ໄລ​ຍະ​ຕໍ່​ສູ້ຕ້ານ​ພວກ​ລ່າ​ເມືອງ​ຂຶ້ນ ແລະ ຈັດ​ກະ​ພັດ, ພັກ​ກອມ​ມູ​ນິດຫວຽດ​ນາມຍາມ​ໃດ​ກໍ່​ຖືຜົນ​ປະ​ໂຫຍດ​ຂອງ​ຊາດ-ປະ​ເທດ​ຊາດ​ເປັນ​ອັນ​ດັບໜຶ່ງ, ດ້ວຍ​ເປົ້າ​ໝາຍສູງ​ສຸດ​ແມ່ນ​ເອ​ກະ​ລາດ​ແຫ່ງ​ຊາດແລະສັງ​ຄົ​ມ​ນິ​ຍົມ. ຍ້ອນ​ແນວ​ນັ້ນ, ພັກ​ໄດ້​ນຳພາ​ປະ​ເທດ​ຊາດ​ດຳ​ເນີນ​ສົງຄາມ​ຕໍ່ຕ້ານ​ສອງຄັ້ງ​ຢ່າງ​ສຳ​ເລັດ​ຜົນ ​ແລະ ທ້ອນ​ໂຮມ​ປະ​ເທດ​ຊາດເປັນ​ເອກະ​ພາບ. ກ້າວ​ເຂົ້າ​ສູ່​ໄລ​ຍະ​ປ່ຽນ​ແປງ​ໃໝ່, ພັກ​ໄດ້​ເບິ່ງ​ຕົວ​ຈິງ​ຢ່າງ​ກົງ​ໄປ​ກົງ​ມາ ​ແລະ ປ່ຽນ​ແປງ​ໃໝ່​ຢ່າງ​ຮອບ​ດ້ານ, ນຳ​ພາ​ປະ​ເທດ​ຜ່ານ​ຜ່າ​​ວິ​ກິດ​ການ​ເສດ​ຖະ​ກິດ-ສັງ​ຄົມ, ມ້າງ​ເພ​ການ​ປິດ​ລ້ອມຂວ້ຳ​ບາດຂອງ​ສັດຕູ ແລະ ​ເຊື່ອມໂຍງ​ເຂົ້າ​ກັບ​ສາ​ກົນ​ເທື່ອ​ລະ​ກ້າວ, ເປີດ​​ກາ​ລະ​ໂອ​ກາດ​ໃໝ່​ໃຫ້​ແກ່​ການ​ພັດທະນາປະ​ເທດ. ບັນ​ດາ​ຂີດ​ໝາຍ​ປະ​ຫວັດ​ສາດ​ດັ່ງ​ກ່າວນັ້ນ​ ໄດ້​ພິ​ສູດ​ໃຫ້​​ເຫັນ​ຄວາມຖືກ​ຕ້ອງ​ຂອງ​ການ​ຍຶດ​ໝັ້ນ​ປະ​ຕິ​ບັດ​ຕາມ​ຜົນ​ປະ​ໂຫຍດ​ຂອງ​ຊາດ-ປະ​ເທດ​ຊາດ​ ບົນ​ພື້ນ​ຖານ​ການຮ່ວມ​ມື​ສາ​ກົນ.

ຕະຫຼອດ​ໄລ​ຍະ​ເວລາ​ດັ່ງ​ກ່າວ, ຈິນ​ຕະ​ນາ​ການ​ຂອງພັກ​ກອມ​ມູ​ນິດຫວຽດ​ນາມ ກ່ຽວ​ກັບ​ຜົນ​ປະ​ໂຫຍດ​ຂອງ​ຊາດ-ປະ​ເທດ​ຊາດ ​ໄດ້​ມີ​ຄວາມ​ສືບ​ທອດ, ເສີມ​ຂະ​ຫຍາຍ, ເໝາະ​ສົມ​ກັບ​ສະ​ຖາ​ນະ​ການ​ສາ​ກົນ ແລະ ສະ​ພາບ​ການ​ຢູ່​ພາຍ​ໃນ​ປະ​ເທດ. ນັບ​ແຕ່ກອງ​ປະ​ຊຸມ​ສູນ​ກາງ​ພັກ​ຄັ້ງ​ທີ 3 ສະ​ໄໝ​ທີ 7 (ເດືອນກຸມ​ພາ 1992), ພັກ​ກອມ​ມູ​ນິດ ຫວຽດ​ນາມ ໄດ້​ວາງ​ອອກ​ທິດ​ນຳ​ແກ້​ໄຂ​ບັນ​ດາ​ບັນ​ດ​ຫາ​ສາ​ກົນ​ສີ່​ຂໍ້​ແມ່ນ "ຮັບ​ປະ​ກັນ​ຜົນ​ປະ​ໂຫຍດທີ່​ແທ້​ຈິງຂອງ​ຊາດ​”. ໃນ​ເອ​ກະ​ສານກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 11 ຂອງ​ພັກ​ກອມ​ມູ​ນິດຫວຽດ​ນາມ, ​ເປັນຄັ້ງ​ທຳ​ອິດ​ທີ່​ໄດ້​ຢືນ​ຢັນ​ເປົ້າ​ໝາຍ​ກ່ຽວ​ກັບ​ຜົນ​ປະ​ໂຫຍດຂອງ​ຊາດ-ປະ​ເທດ​ຊາດ​ຢ່າງ​ເປັນ​ທາງ​ການ. ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກ​ກ​ອມ​ມູ​ນິດຫວຽດາມ ກໍ່​ໄດ້​ກຳ​ນົດ​ວ່າ: “ຮັບ​ປະ​ກັນ​ຜົນ​ປະ​ໂຫຍດ​ສູງ​ສຸດ​ຂອງຊາດ-ປະ​ເທດ​ຊາດ ​ບົນ​ພື້ນ​ຖານ​ບັນ​ດາຫຼັກ​ການ​ພື້ນ​ຖານ​ຂອງ​ກົດ​ໝາຍ​ສາ​ກົນ, ສະ​ເໝີ​ພາບ ແລະ ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ…”(3). ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ​ພັກ (ເດືອນມີນາ 2021) ຢືນຢັນ​ວ່າ: “ຮັບປະກັນ​ຜົນ​ປະ​ໂຫຍ​ດສູງ​ສຸດ​ຂອງ​​ຊາດ-ປະ​ເທດ​ຊາດ ບົນພື້ນຖານ​ຫຼັກການ​ພື້ນຖານ​ຂອງ​ກົດ​ບັດ​ສະຫະ​ປະຊາ​ຊາດ ​ແລະ ກົດໝາຍ​ສາກົນ, ສະ​ເໝີ​ພາບ, ການ​ຮ່ວມ​ມື ​ແລະ ມີ​ຜົນ​ປະ​ໂຫຍ​ດຮ່ວມ​ກັນ”(4).

ໃນ​ໄລຍະ​ຍຸດ​ທະ​ສາດ​ປະຈຸ​ບັນ, ຜົນ​ປະ​ໂຫຍ​ດຂອງ​ຊາດ-ປະ​ເທດ​ຊາດ​ຂອງ​ຫວຽດນາມອາດ​ຈະ​ ກຳນົດຕາມ​ເນື້ອ​ໃນ​ດັ່ງ​ນີ້: ຮັບປະກັນເອກະລາດ​ແຫ່ງ​ຊາດ, ອຳນາດອະທິປະໄຕ ແລະ ຄວາມ​ໝັ້ນຄົງ​ແຫ່ງຊາດ, ຊຸກຍູ້ການພັດທະນາປະເທດ​ຢ່າງຮອບດ້ານ ແລະ ຍືນ​ຍົ, ຍົກສູງຖານະບົດບາດ ​ແລະ ອິດທິພົນສາກົນຂອງປະເທດ.

ຮັບປະກັນເອກລາດ​​ແຫ່ງ​ຊາດ, ອຳນາດອະທິປະໄຕ ແລະ ຄວາມໝັ້ນຄົງແຫ່ງຊາດ ແມ່ນ​ປົກ​ປັກ​ຮັ​ກ​ສາ​​ເອ​ກະ​ລາດ​ແຫ່ງ​ຊາດ, ອຳ​ນາດ​ອະ​ທິ​ປະ​ໄຕ, ເອກ​ະ​ພາບ ແລະ ຜືນ​ແຜ່ນ​ດິນ​, ​ເຂດທະ​ເລ, ໝູ່​ເກາະ, ເຂດ​ຟ້າ ຂອງ​ປະ​ເທດ​ໃຫ້​ໝັ້ນ​ຄົງ​ຄົບ​ຖ້ວນ ເຊິ່ງ​ຕັດ​ພັນ​ກັບການ​ປົກ​ປັກ​ຮັກ​ສາ​ພັກ, ລັດ, ປະ​ຊາ​ຊົນ ແລະ ລະ​ບອບ​ສັງ​ຄົມ​ນິ​ຍົມ, ລວມ​ທັງ​ການ​ປົກ​ປ້ອງ​ຜົນ​ປະ​ໂຫຍດ​ອັນ​ຊອບ​ທຳ ແລະ ຖືກ​ກົດ​ໝາຍ​ຂອງ​ປະ​ຊາ​ຊົນ ແລະ ວິ​ສາ​ຫະ​ກິດຫວຽດ​ນາມຢູ່​ຕ່າງ​ປະ​ເທດ. ຜົນ​ປະ​ໂຫຍດ​ຂອງ​ຊາດ-ປະ​ເທດ​ຊາດ​​ໃນ​ເນື້ອ​ໃນ​​ນີ້ກ່ຽວຂ້ອງ​ກັບ​ປະ​ເທດ ແລະ ປະຊາຊົນ​ຫວຽດ​ນາມ, ກັບ​ລະ​ບົບ​ການ​ເມືອງ ແລະ ລະ​ບອບ​ສັງ​ຄົມ​ນິ​ຍົມ​ຢູ່ຫວຽດ​ນາມ, ກັບ​ພາ​ລະ​ບົດ​ບາດ​ນຳ​ພາ​ປະ​ເທດ ແລະ ທັດ​ສະ​ນະ, ແນວ​ທາງ, ນະ​ໂຍ​ບາຍ​ຂອງ​ພັກ ແລະລັດ. ນັ້ນ​ກໍ່​ແມ່ນ​ສິດ​ທິຂອງ​ປະຊາຊົນຫວຽດ​ນາມ ​ໃນ​ການຕັດ​ສິນ​ດ້​ວຍ​ຕົນ​ເອງ​ຕໍ່ຊາ​ຕາ​ກຳ ແລະ ​ອະ​ນາ​ຄົດ​ຂອງ​ຕົນ, ຕັດ​ສິນ​ການເລືອກ​ເອົາ​ພັກ​ການ​ເມືອງ​ທີ່​ນຳ​ພາ​ປະ​ເທດ​ດ້ວຍ​ຕົນ​ເອງ, ລະ​ບົບ​ການ​ເມືອງ ແລະ ລະ​ບອບ​ສັງ​ຄົມ, ລະ​ບົບ​ແນວ​ຄິດ ແລະ ລະ​ບົບ​ຄຸນ​ຄ່າ​ທີ່​ມຸ່ງ​ໝັ້ນ​ປະ​ຕິ​ບັດ. ຜົນ​ປະ​ໂຫຍດ​ຂອ​ຊາດ-ປະ​ເທດ​ຊາດ​ໄດ້​ສ່ອງ​ແສງ​ມູນ​ເຊື້ອ​ປະ​ຫວັດ​ສາດ ແລະ ຄວາມ​ປາດ​ຖະ​ໜາ​ຂອງ​​ຊາດຫວຽດ​ນາມທັງ​ໝົດ ໃນ​ຕະຫຼອດ​ໄລ​ຍະ​ປະ​ຫວັດ​ສາດການ​ຕໍ່​ສູ້​ສ້າງ​ຊາດ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ແຕ່​ກ່ອນ​ມາ​ຮອດ​ປະ​ຈຸ​ບັນ ແລະ ຜ່ານບັນ​ດາ​ໄລ​ຍະ​ປະ​ຕິ​ວັດ​ ພ​າຍ​ໃຕ້​ການ​ນຳ​ພາ​ຂອງ​ພັກ​ກອມ​ມູ​ນິດຫວຽດ​ນາມ.

ຊຸກຍູ້ການພັດທະນາປະເທດຢ່າງຮອບດ້ານ ແລະ ຍືນ​ຍົ ແມ່ນ​ສ້າງ​ສາ​ປະ​ເທດ​ມຫ້​ເຂັ້ມ​ແຂງ​ຮູ່ງ​ເຮືອງ​ສີ​ວິ​ໄລ ດ້ວຍ​ການ​ປະ​ສົມ​ກຳ​ລັງ​ແຮງ​ພາຍ​ໃນ​ກັບ​ກຳ​ລັງ​ແຮງ​ພາຍນອກ​ ມຸ້ງ​ສູ່​​ເປົ້າ​ໝາຍ “ປະ​ຊາ​ຊົນ​ຮັ່ງ​ມີ, ປະ​ເທດຊາດ​ເຂັ້ມ​ແຂງ, ມີ​ປະຊາທິປະ​ໄຕ, ຍຸ​ຕິ​ທຳ ​ແລະ ​ສີ​ວິ​ໄລ”. ​ຢູ່​ໃນ​ເນື້ອ​ໃນນີ້, ຜົນ​ປະ​ໂຫຍດ​ຂອງ​ຊາດ-ປະ​ເທດ​ຊາດ​ຮຽກ​ຮ້ອງ​ໃຫ້​ປຸກລຸກ ແລະ ເສີມ​ຂະ​ຫຍາຍ​ທຸກໆ​ແຫຼ່ງ​ພະ​ລັງ​ງານ​ຢູ່​ພາຍ​ໃນ​ປະ​ເທດ ເພື່ອ​ພັດ​ທະ​ນາ​ເສດ​ຖະ​ກິດ​-ສັງ​ຄົມ​ຢ່າງ​ຂະ​ຫຍັນ​ຂັນ​ເຂື່ອນ, ຕໍ່​ເນື່ອງ ແລະ ຍືນ​ຍົຄົງ, ພ້ອ​ມ​ທັງ​ຍາດ​ແຍ່ງ, ຂຸດ​ຄົ້ນ ແລະ ນຳ​ໃຊ້​ໃຫ້​ໝົດ ​ຄວາມ​ສາມ​າດ​ທຸກ​ແຫຼ່ງ​ພະ​ລັງ​​ຈາກ​ພາຍນອກ ​ເພື່ອ​ຮັບ​ໃຊ້ຢ່າງ​ໄດ້​ການ​ໄດ້​ງານ​ໃຫ້​ແກ່​ພາ​ລະ​ກິດ​ພັດ​ທະ​ນານັ້ນ. ຜົນ​ປະ​ໂຫຍດ​ຂອງ​ຊາດ-ປະ​ເທດ​ຊາດ ​ລວມ​ມີ​ເປົ້າ​ໝາຍການ​ສ້າງແລະຮັກ​ສາ​ສະ​ພາບ​ແວດ​ລ້ອມ​ສັນຕິພາບ​ແລະສະຖຽນ​ລະ​ພາບ, ສ້າງ​ເງື່ອນ​ໄຂສາກົນ​ທີ່​ເອື້ອ​ອຳນວຍ​ ​ເພື່ອ​ປະຕິບັດພາລະກິດ​ການປ່ຽນ​ແປງ​ໃໝ່ ​ແລະ​ ຫັນປະ​ເທດ​ເປັນອຸດສາຫະ​ກຳ-ທັນ​ສະ​ໄໝ​ຢ່າງ​ສຳ​ເລັດ​ຜົນ, ກໍ່​ສ້າງແລະປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ​ສັງ​ຄົມ​ນິ​ຍົມ​ໃນ​ທຸກ​ທິດ​ທາງທີ່​ມີ​ການ​ປ່ຽນ​ແປງ​ຂອງ​ໂລກ, ເສີມ​ຂະ​ຫຍາຍ​ກຳ​ລັງ​ແຮງອັນ​ໃຫຍ່​ຫຼວງ​ແຫ່ງ​ຄວາມ​ສາ​ມັກ​ຄີ​​ແຫ່ງ​ຊາດ ​ເພື່ອ​ແນ​ໃສ່​ປະຕິບັດວິ​ໄສ​ທັດ ແລະ ຄວາມ​ມຸ້ງ​ມາດ​ປາດ​ຖະ​ໜາ​ຂອງຫວຽດ​ນາມ ຮອດ​ປີ 2025, ປີ 2030 ແລະ ປີ 2045.

ຍົກສູງ​ຖານະ​ບົດບາດແລະອິດທິພົນສາກົນຂອງປະເທດ ແມ່ນ​ຍົກ​ສູງ​ພະລັງອັນອ​ອ່ນນຸ່ມ ​ແລະ ຄຸນ​ຄ່າ​ເອ​ກະ​ລັກ​ຂອງຫວຽດ​ນາມ ບົນ​ເວ​ທີ​ສາ​ກົນ. ຢູ່​ເນື້ອ​ໃນນີ້, ຜົນ​ປະ​ໂຫຍດ​ຂອງ​ຊາດ-ປະ​ເທດ​ຊາດ ​ທັງ​ເປັນ​ຜົນ​ງານ, ທັງ​ເປັນ​ກຳ​ລັງ​ໜູນ​ໃຫ້​​ເນື້ອ​ໃນທັງ​ສອງ​ເທິງນີ້. ຖານະ​ບົດບົດ ແລະ ອິດ​ທິ​ພົນ​ສາ​ກົນ​ຂອງ​ປະ​ເທດ​​ສະ​ແດງອອກ​ໃນຄວາມ​ເຄົາລົບ ແລະ ຄວາມ​​ໄວ້​ວາງ​ໃຈ​ທີ່​ໂລກມີ​ຕໍ່​ປະ​ເທດ. ຄວາມ​ເຄົາລົບ ແລະ ຄວາມ​​ໄວ້​ວາງ​ໃຈນັ້ນ​ເປັນ​ພື້ນ​ຖານ ແລະ ປະ​ຖົມ​ປັດ​​ໄຈ​ເພື່ອ​ໃຫ້ຫວຽດ​ນາມເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ; ພ້ອມ​ທັງ, ຍາດ​ແຍ່ງ​ການ​ຮ່ວມ​ມື, ຄວາມ​ສະ​ໜັບ​ສະ​ໜູນ​ຂອງ​ປະ​ຊາ​ຄົມ​ສາ​ກົນຕໍ່ຫວຽດ​ນາມ. ດັ່ງ​ນັ້ນ, ຖາ​ນະ​ບົດ​ບາດ ແລະ ອິດ​ທິ​ພົນ​ສາ​ກົນ ​ໄດ້​ປະກອບ​ສ່ວ​ນ​ທີ່ມີ​ລັກ​ສະ​ນະ​ຕັດສິນ​ໃນ​ການ​ປົກ​ປັກ​ຮັກ​ສາ​ອຳ​ນາດ​ອະ​ທິ​ປະ​ໄຕ ແລະ ຄວາມໝັ້ນຄົງ​ຂອງ​ຊາດ ກໍ່​ຄື​ຊຸກ​ຍູ້​ຢ່າງ​ແຂງ​ແຮງ​ພາ​ລະ​ກິດ​ພັດ​ທະ​ນາ​ປະ​ເທດ​ຢ່າງຮອບ​ດ້​ານ ແລະ ຍືນ​ຍົງ, ເພື່ອ​ປະ​ກອບ​ສ່ວນອັນ​ຕັ້ງ​ໜ້າ​ ເຂົ້າ​ໃນ​ການ​ຕໍ່​ສູ້​ຮ່ວມ​ກັນ​ຂອງ​ປະ​ຊາ​ຊົນ​ໂລກ ​ເພື່ອ​​ສັນ​ຕິ​ພາບ, ເອ​ກະ​ລາດ​ແຫ່ງ​ຊາດ, ປະ​ຊາ​ທິ​ປະ​ໄຕ ແລະ ຄວາມກວ້າ​ໜ້າ.​

ສາມ​ເນື້ອ​ໃນ​ນີ້​ເຕົ້າ​ໂຮມ​ເປັນ​ກຸ່ມ​ກ້ອນ​ເອ​ກະ​ພາບ ແລະ ກົມ​ກຽວ​ໃນ​ຜົນ​ປະ​ໂຫຍດ​ຂອງ​ຊາດ-ປະ​ເທດ​ຊາດ. ມັນ​​ເພີ່ມ​ເຕີມ​​ໃຫ້​ແກ່​ກັນ ​ແລະ ຄອບຄອງເຊິ່ງ​ກັນ​ແລະ​ກັນ, ສ້າງ​ເປັນ​ລັກ​ສະ​ນະ​ສັງ​ລວມແລະສົມບູນ​ແບບ​ຂອງ​ຜົນ​ປະ​ໂຫຍດຂອງ​ຊາດ-ປະ​ເທດ​ຊາດດ ແລະ ຊ່ວຍ​ໃຫ້ສາມາດ​ປົກປ້ອງ ແລະ ປະ​ຕິ​ບັດ​ຜົນ​ປະ​ໂຫຍດ​ຂອງ​ຊາດ-ປະ​ເທດ​ຊາດ​ໄດ້.

ສຳ​ລັບຫວຽດ​ນາມ, ​ໃນ​ບັນ​ດາ​ໄລ​ຍະ​ປະ​ຫວັດ​ສາດ​ທີ່​ຕ່າງ​ກັນ ​ອາດ​ຈະ​ມີ​ລະ​ດັບ​ບຸ​ລິ​ມະ​ສິດ​ທີ່​ຕ່າງ​ກັນ​ທາງ​ດ້ານ​ເປົ້າ​ໝາຍ, ແຕ່​​ເປົ້າ​ໝາຍທັງ​ສາມນີ້​ຍາມ​ໃດ​ກໍ່​ມີ​ຄວາມ​ກົມ​ກຽວ​ນຳ​ກັນ​ ສ້າງ​ເປັນ​ກຸ່ມ​ກ້ອນ​ເອ​ກະ​ພາບ. ​ໃນ​ໄລ​ຍະ​ປະ​ຈຸ​ບັນ ແລະ ເວ​ລາ​ຕໍ່​ໄປ, ເປົ້າ​ໝາຍ​ດ້ານ​ຄວາມ​ປອດ​ໄພ​ແມ່ນ​ພື້ນ​ຖານ, ເປົ້າ​ໝາຍ​ດ້ານການ​ພັດ​ທະ​ນາ​ແມ່ນ​ໃຈ​ກາງ, ເປົ້າ​ໝາຍ​ຖາ​ນະ​ບົດ​ບາດ​​ເປັນ​ສ່ວນ​ເສີມ​ທີ່ສຳ​ຄັນ​ ​ເພື່ອ​ຄວາມ​ປອດ​ໄພແລ​ະການພັດ​ທະ​ນາ. ການພັ​ດ​ທະ​ນາ​ຕ້ອງ​ເປັນ​ໃຈ​ກາງ, ເພື່ອ​ເປັນ​ຈຸດ​ປະ​ສົງ ແລະ ເງື່ອນ​ໄຂ​ໃຫ້​ແກ່​ການ​ຢູ່​ລອດ​ຂອງ​ທຸກໆ​ປະ​ເທດ ​ແມ່ນຄວາມ​ຈະ​ເລີ​ນ​ຮູ່ງ​ເຮືອງ​. ມີ​ການ​ພັດ​ທະ​ນາ​, ​ຄວາມ​ປອດ​ໄພ​ຈຶ່ງຈະ​ຍືນ​ຍົງ, ຖາ​ນະ​ບົດ​ບາດ​ຈຶ່ງຈະ​ຍາວ​ນານ​.

ທິດ​ນຳ​ກ່ຽວ​ກັບການຮັບ​ປະ​ກັນ​ສູງ​ສຸດ​ຜົນ​ປະ​ໂຫຍດ​ຂອງ​ຊາດ-ປະ​ເທດ​ຊາດ ສືບ​ຕໍ່​ຊີ້​ທິດ​ເຍືອງທາງ​ໃຫ້​ຫວຽດນາມໃນ​ໄລ​ຍະ​ຕໍ່​ໄປ. ເ​ອ​ກະ​ສານກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ​ພັກ​ກອມ​ມູ​ນິດຫວຽດ​ນາມໄດ້​ຢືນ​ຢັນ​ສິ່ງນີ້​ຢູ່​​ໃນພາກ “ທັດ​ສະ​ນະ​ຊີ້​ນຳ”, ໃຫ້​ເຫັນ​​ເຖິງຄວາມ​ເປັນ​ເອ​ກະ​ພາບ​ໃນ​ຄວາມ​ຮັບ​ຮູ້​ສູງ​ສຸດ. ທຸກ​ທິດ​ທາງ, ໜ້າ​ທີ່​ໃນ​ໄລ​ຍະ​ຕໍ່​ໄປ​ ລ້ວນ​ແຕ່​ເພື່ອ​ຜົນ​ປະ​ໂຫຍດ​ຂອງ​ຊາດ-ປະ​ເທດ​ຊາດ ແລະ ​ຜົນ​ປະ​ໂຫຍດ​ອື່ນ​ໃນ​ຫວຽດນາມ ​ລ້ວນ​ແຕ່​ຮັບ​ໃຊ້​ຜົນ​ປະ​ໂຫຍດ​ຂອງ​ຊາດ-ປະ​ເທດ​ຊາດ.

ພ້ອມ​ກັນ​ນັ້​ນ, ໃນ​ສະ​ພາບ​​ແວດ​ລ້ອມ​ສາ​ກົນທີ່​ມີ​ການ​ຟື້ນ​ຕົວ​ຂອງ​ລັດ​ທິ​​ຊາດນິຍົມ, ລັດ​ທິ​ມະ​ຫາ​ອຳ​ນາດບາດ​ໃຫຍ່, ພັກ​ກອມ​ມູ​ນິດຫວຽດ​ນາມ ໄດ້​ຢືນ​ຢັນ​ວ່າ ຫວຽດ​ນາມບໍ່​ໄປ​ຕາມ​ລັດ​ທິ​ຊາດນິຍົມຄັບ​ແຄບ ​ເຫັນ​ແກ່​ຕົວ​ເອງ, ​ແຕ່​ຊຸກ​ຍູ້​ຜົນ​ປະ​ໂຫຍດ​ຂອງ​ຕົນ​ບົນ​ພື້​ນ​ຖານ​ບັນ​ດາຫຼັກ​ການ​ພື້ນ​ຖານ​ຂອງ​ກົດ​ບັດ​ສະ​ຫະ​ປະ​ຊາ​ຊາດ ແລະ ກົດ​ໝາຍ​ສາ​ກົນ. ບັນ​ດາຫຼັກ​ການນີ້​ລ​ວມ​ມີ: ຄວາມສະ​ເໝີ​ພາບ​ທາງ​ດ້ານ​​ອະ​ທິ​ປະ​ໄຕ​ແຫ່ງ​ຊາດ; ເຄົາ​ລົບ​ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ ແລະ ຄວາມ​ເປັນເອ​ກະ​ລາດ​ດ້ານ​ການ​ເມືອງ​ແຫ່ງ​ຊາດ; ບໍ່​ນາບ​ຂູ່​ວ່າຈະໃຊ້​ກຳ​ລັງ ຫຼື​ໃຊ້​ກຳ​ລັງ​ໃນ​ການ​ພົວ​ພັນ​ສາ​ກົນ; ບໍ່​ແຊກ​ແຊງ​ກິດຈະການພາຍ​ໃນ​ຂອງ​ປະ​ເທດ​ຕ່າງໆ; ເຄົາ​ລົບ​ບັນ​ດາ​ພັນ​ທະ​ສາ​ກົນ ແລະ ກົດ​ໝາຍ​ສາ​ກົນ; ແກ້​ໄຂ​ບັນ​ດາ​ຂໍ້​ຂັດ​ແຍ້ງ​ສາ​ກົນ​ດ້ວຍ​ສັນ​ຕິ​ວິ​ທີ. ນັ້ນ​ແມ່ນ​ບັນ​ດາຫຼັກ​ການ​ທົ່ວ​ໄປ ແລະ ກ້າວ​ໜ້າ​ ເຊິ່ງ​ມະ​ນຸດຊາດ​ທັງ​ໝົດ​​ກຳ​ລັງ​ພະ​ຍາ​ຍາມ​ຮັກ​ສາ. ໃນ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ, ທຸກໆ​ປະ​ເທດ, ອົງ​ການ​ຈັດ​ຕັ້ງ, ບຸກ​ຄົນ​ເຖິງວ່າຈະ​ຮັບ​ປະ​ກັນ​ສູງ​ສຸດ​ຜົນ​ປະ​ໂຫຍດ​ຂອງ​ຊາດ-ປະ​ເທດ​ຊາດ​ຂອງ​ຕົນກໍ່ຕາມ, ກໍ່​ຕ້ອງ​ປະ​ຕິ​ບັດ​ກົດ​ໝາຍ​ສາ​ກົນ, ບັນ​ດາຫຼັການ ກົດ​ລະບຽບ​ຂອງ​ອົງ​ການຈັດ​ຕັ້ງ​ສາ​ກົນ​ໃນ​ການ​ພົວ​ພັນ​ຕ່າງ​ປະ​ເທດ ​ຢ່າງ​ເຂັ້ມ​ງວດ; ຫຼີກ​ລ່ຽງ​ແນວ​ຄິດ​ເຫັນ​ແກ່​ຕົວ ​ແລະ ການ​ກະ​ທຳ​ເພື່ອ​ຜົນ​ປະ​ໂຫຍດ​ພາກ​ສ່ວນ, ຂອງ​ຊາດ ​ໂດຍບໍ່ຄຳນຶງ​ເຖິງ​ກົດ​ໝາຍ​ສາ​ກົນ. ຫວຽດ​ນາມເຄົາ​ລົບ ແລະ ປົກ​ປ້ອງຫຼັກການ​ເຫຼົ່າ​ນີ້ ​ເຊິ່ງກໍ່​ແມ່ນ​ປົກປ້ອງ​ຜົນ​ປະ​ໂຫຍດຂອງ​ຕົນ​ເອງ ແລະ ປົກ​ປັກ​ຮັ​ກ​ສາ​ອັນ​ລວມ. ໃນ​ບັນ​ດາ​ທົດ​ສະ​ວັດ​ທີ່​ຜ່ານ​ມາ, ແຜນ​ນະ​ໂຍ​ບາຍ​ທີ່​ບໍ່​ປ່ຽນ​ແປງ ແລະ ການ​ຊີ້​ນຳ​ກ່ຽວ​ກັບ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ແບບ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ​ພັກ​ໃນການ​ແກ້​ໄຂ​ບັນ​ດາ​ບັນ​ຫາ​ຄວາມ​ຂັດ​ແຍ້ງ​ຜົນ​ປະ​ໂຫຍດ, ຂໍ້​ພິພາດ​ດ້ານອຳ​ນາດ​ອະ​ທິ​ປະ​ໄຕ​​ໃນ​ແຜ່ນ​ດິນ ແລະ ພາ​ລະ​ບົດ​ບາດ​​ສາ​ກົນສຳຄັນ ທີ່ຫວຽດ​ນາມໄດ້​ຮັບ​ຜິດ​ຊອບ​ຢ່າງ​ດີ​ເດັ່ນ​ໃນ​ເວ​ລາ​ທີ່​ຜ່ານ​ມານັ້ນ ​ແມ່ນຫຼັກ​ຖານ​ທີ່​ຈະ​ແຈ້ງ​ທີ່​ສຸດ​ຂອງ​ເລື່ອງ​ນີ້.

ບົນ​ພື້ນ​ຖານ​ແນວ​ທາງ​ການ​ພົວ​ພັນຕ່າງປະ​ເທດ​ທີ່​ເປັນ​ເອ​ກະ​ລາດ, ເປັນ​ເຈົ້າ​ການ, ເປີດກວ້າງ, ຫຼາຍກ້ຳ​ຫຼາຍ​ຝ່າຍ, ຫຼາຍ​ຮູບ​ແບບ, ຫວຽດ​ນາມ ມຸ່ງ​ສູ່​​ການ​ຮ່ວມ​ມື “ສະເໝີພາບ ແລະ ຜົນ​ປະ​ໂຫຍ​ດຮ່ວມກັນ”, ຮັບ​ປະ​ກັນ​ຜົນ​ປະ​ໂຫຍດ​ຂອງ​ຊາດ-ປະ​ເທດ​ຊາດ, ພ້ອມ​ທັງ​ຮັບ​ປະ​ກັນ​ຄວາມ​ກົມ​ກຽວ​ກັບ​ຜົນ​ປະ​ໂຫຍດ​ຂອງ​ຄູ່​ຮ່ວມ​ມື​ຕ່າງໆ, ຜົນ​ປະ​ໂຫຍດ​ລວມ​ຂອງ​ປະ​ຊາ​ຄົມ​ພາກ​ພື້ນ ແລະ ສາ​ກົນ. ໃນ​ພຶດຕິ​ກຳຕົວ​ຈິງຫຼາຍ​ກວ່າ 35 ​ປີແຫ່ງ​ການ​ປ່ຽນ​ແປງ​ໃໝ່​ໃຫ້​ເຫັ​ນ​ວ່າ, ຫວຽດ​ນາມນັບ​ມື້​ນັບ​ສະ​ແດງ​​ໃຫ້​ເຫັນ​ຢ່າງຈະ​ແຈ້ງ​ເຖິງ​ບົດ​ບາດ​ເປັນ​ເພື່ອນ ເປັນ​ຄູ່​ຮ່ວມ​ມື​ທີ່​​ໄວ້​ວາງ​ໃຈ​ໄດ້, ເປັນ​ສະ​ມາ​ຊິກ​ທີ່ຕັ້ງ​ໜ້າ​ແລະມີ​ຄວາມ​ຮັບ​ຜິດ​ຊອບ ​ຂອງ​ປະ​ຊາຄົມ​ສາ​ກົນ, ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ​ເຂົ້າ​ໃນ​ສັນ​ຕິ​ພາບ, ການຮ່ວມ​ມື ແລະ ການພັດ​ທະ​ນາ​ໃນ​ພາກ​ພື້ນ ແລະ ໃນ​ໂລກ.

ເວົ້າລວມແລ້ວ, ໃນ​ທຸກ​ໄລ​ຍະ​ການ​ປະ​ຕິ​ວັດຫວຽດ​ນາມ, ຜົນ​ປະ​ໂຫຍດ​ຂອງ​ຊາດ-ປະ​ເທດ​ຊາດ​ທັງ​ເປັນ​ເປົ້າ​ໝາຍ, ທັງ​ເປັນ​ທິດ​ນຳ ແລະ ກຳ​ລັງ​ຜັກ​ດັນ​ຂອງ​ການ​ພັດ​ທະ​ນາ. ພາຍຫຼັງກວ່າ 35 ປີ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່, ຈິນ​ຕະ​ນາ​ການກ່ຽວ​ກັບ​ຜົນ​ປະ​ໂຫຍດ​ຂອງ​ຊ​າດ-ປະ​ເທດ​ຊາດ​ຂອງ​ພັກກອມ​ມູ​ນິດຫວຽດ​ນາມ ໄດ້​ມີ​​ບາດ​ກ້າວ​ໃຫຍ່​ທີ່ສຳ​ຄັນ ແລະ ນັບ​ມື້​ນັບ​ຮອບ​ດ້ານກວ່າ​ເກົ່າ.

ບັນ​ດາ​ບາດ​ກ້າວ​ໃຫຍ່ນີ້​ແມ່ນ​ຜົນ​ງານ​ຂອງ​ຈິນ​ຕະ​ນາ​ການ​ທີ່​ຖືກ​ຕ້ອງ​ທາງ​ດ້ານ​ຜົນ​ປະ​ໂຫຍດ​ຂອງ​ຊາດ-ປະ​ເທດ​ຊາດ ແລະ ຂ​ອງ​ການ​ປ່ຽນ​ແປງ​ໃໝ່​ຈິນ​ຕະ​ນາ​ການ​ກ່ຽວ​ກັບ​ຜົນ​ປະ​ໂຫຍດ​ຂອງ​ຊາດ-ປະ​ເທດ​ຊາດ​ຢ່າງ​ທັນ​ເວ​ລາ ​ໃຫ້​ແກ່​ແຕ່​ລະ​ໄລ​ຍະການ​ພັດ​ທະ​ນາ​ປະ​ເທດ ແລະ ຕໍ່ໜ້າ​ການ​ປ່ຽນ​ແປງ​ຂອງ​ໂລກ. ລະ​ອຽດ​ແມ່ນ​ກຳ​ນົດ​ໃຫ້​ຖືກ​ຕ້ອງ​ຜົນ​ປະ​ໂຫຍດ​ຂອງ​ຊາດ-ປະ​ເທດ​ຊາດ​ໃນ​ແກ່​ແຕ່​ລະ​ໄລ​ຍະ, ຊີ້​ໃຫ້​ເຫັນ​ອັນ​ທີ່ບໍ່​ປ່ຽນ​ແປງ ແລະ ອັນ​ທີ່​ປ່ຽນ​ແປງ​ໄດ້ ​ໃນ​ຜົນ​ປະ​ໂຫຍດຂອງຊາດ-ປະ​ເທດ​ຊາດ; ພ້ອມ​ທັງ​ວາງ​ແຜນ​ກຳ​ນົດ​ຍຸດ​ທະ​ສາດ​ທີ່ເໝາະ​ສົມແລະເປັນ​ໄປ​ໄດ້​ ເພື່ອ​ປົກ​ປັກ​ຮັກ​ສາແລະປະ​ຕິ​ບັດ​​ຜົນ​ປະ​ໂຫຍດຂອງ​ຊາດ-ປະ​ເທດ​ຊາດຢ່າງ​ສຳ​ເລັດ​ຜົນ. ຈິນ​ຕະ​ນາ​ການ ແລະ ການປ່ຽນ​ແປງ​ໃໝ່​ຈິນ​ຕະ​ນາ​ການ​ຂອງ​ພັກ​ອມ​ມູ​ນິດຫວຽດ​ນາມ ກ່ຽວກັບ​ຜົນ​ປະ​ໂຫຍດຂອງ​ຊາດ-ປະ​ເທດ​ຊາດ ດ້ວຍ​ເຫດນັ້ນ​ຍາມ​ໃດ​ກໍ່ມີ​ລັກ​ສະ​ນະ​ເໝາະ​ສົມ, ທັນ​ເວ​ລາ​, ຖືກ​ຕ້ອງ ແລະ ເສີມ​ຂະ​ຫຍາຍ​ໄດ້​ຄຸນ​ປະ​ໂຫຍດ​ຢູ່​ສະ​ເໝີ.

ຮັບ​ປ​ະ​ກັນ​ຜົນ​ປະ​ໂຫຍດສູງ​ສຸດຂອງ​ຊາດ-ປະ​ເທດ​ຊາດ​​ແມ່ນ​ທັດ​ສະ​ນະ​ລວມ​ທີ່​ຄວບ​ຄຸມ​ການ​ກຳ​ນົດ​ແຜນ​ນະ​ໂຫຍ​ບາຍ, ແນວ​ທາງ, ນະ​ໂຍ​ບາຍ​ຂອງ​ພັກແລະລັດຫວຽດ​ນາມ. ຜົນສໍາ​ເລັດ​ຂອງ​ປະ​ເທດໃນມື້ນີ້​ໃຫ້​ເຫັນ​ວ່າ​ ທັດ​ສະ​ນະ​ຂອງ​ພັກ​ກອມ​ມູ​ນິດຫວຽດ​ນາມ ທີ່ຖື​ຜົນ​ປະ​ໂຫຍດ​ຂອງ​ຊາດ-ປະ​ເທດ​ຊາດ​​ສູງ​ສຸດ​ແລະກ່ອນອື່ນ​ໝົດ ​ແມ່ນ​ທັດສະນະ​ທີ່ຖືກ​ຕ້ອງ​ແລະສະຫຼາດສ່ອງ​ໃສ​.

ໃນ​ຊຸມ​ປີ​ຕໍ່​ໄປ, ສະ​ພາບ​ການ​ໂລກ ແລະ ພາກ​ພື້ນ​ຈະ​ສືບ​ຕໍ່​ຜັນ​ແປ​ຢ່າງ​ສັບ​ສົນ, ມີ​ໄພ​ອັນ​ຕະ​ລາຍ ແລະ ສິ່ງ​ທ້າ​ທາຍຫຼາຍ​ຢ່າງ​ຕໍ່​ຄວາມໝັ້ນຄົງ ແລະ ການ​ພັດ​ທະ​ນາ​ປະ​ເທດ. ຍືດ​ໝັ້ນ​ເປົ້າ​ໝາຍ​ເອ​ກະ​ລາດ​ແຫ່ງ​ຊາດ ແລະ ສັງ​ຄົມ​ນິ​ຍົມ, ຫວຽດ​ນາມຕ້ອງ​ສືບ​ຕໍ່​ຮັບ​ປະ​ກັນດີ​ສຸດ​ຜົນ​ປະ​ໂຫຍດ​ຂອງ​ຊາດ-ປະ​ເທດ​ຊາດ​ຂອງ​ຕົນ​ເອງ ​ບົນ​ພື້ນ​ຖານປະສົມ​ກົມ​ກຽວ ແລະ ປະ​ກອບ​ສ່ວນ​ເຂົ້າ​ໃນ​ຜົນ​ປະ​ໂຫຍດ​ຂອງ​ຄູ່​ຮ່ວມ​ມື, ພາກ​ພື້ນ ແລະ ທົ່​ວ​ໂລກ. ນັ້ນ​ແມ່ນ​ເປົ້​າ​ໝາຍ​ທີ່ບໍ່​ປ່ຽນ​ແປງ, ທັງ​ເປັນ​ເຂັມ​​ທິດຊີ້​ນຳ​ການ​ປະ​ຕິ​ບັດ ​ເພື່ອ​ໃຫ້ຫວຽດ​ນາມປະ​ຕິ​ບັດ​​ຄວາມ​ປາດ​ຖະ​ໜາ​ພັດ​ທະ​ນາ​ຂອງ​ຕົນ ​​ໃຫ້​ປາກົດ​ເປັນ​ຈິງ ມຸ່ງ​ສູ່ບັນ​ດາ​ຈຸດໝາຍ​ປະ​ຫວັດ​ສາດ​ສຳ​ຄັນ​ຂອງ​ປະ​ເທດ​ໃນ​ປີ 2025, 2030 ແລະ 2045, ກໍ່​ສ້າງ​ສັງ​ຄົມ​ນິ​ຍົມ​ຢ່າງ​ສຳ​ເລັດ​ຜົນ./.

----------------------------

(1) ຕົວຢ່າງ, ຈີນກໍານົດຜົນປະໂຫຍດຫຼັກຄື​: ອຳ​ນາດ​ອະ​ທິ​ປະ​ໄຕ​ຂອງ​ຊາດ, ຄວາມ​ໝັ້ນຄົງ​ແຫ່ງ​ຊາດ, ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ, ການໂຮມ​ປະ​ເທດ​ຊາດ​ເປັນ​ເອກະ​ພາບ, ລະ​ບອບການ​ເມືອງ​ແຫ່ງ​ຊາດ​ທີ່​ລັດ​ຖະ​ທຳ​ມະ​ນຸນ​ຈີນ​ໄດ້​ກຳ​ນົດ​ໄວ້ ແລະ ສະ​ຖາ​ນະ​ການ​ສັງ​ຄົມ​ທີ່​ມີ​ຄວາມ​ໝັ້ນ​ຄົງ, ຫຼັກ​ຮັບ​ປະ​ກັນ​​ພື້ນ​ຖານ​ຂອງ​ການ​ພັດທະນາ​ເສດ​ຖະ​ກິດ-ສັງຄົມທີ່​ຍືນ​ຍົງ. ອາ​ເມ​ລິ​ກາ​ກຳ​ນົດ “ຜົນ​ປະ​ໂຫຍດສູງສຸດ​ຂອງ​ຊາດສີ່​ປະການ” ຄື: ປົກປ້ອງປະຊາຊົນອາ​ເມ​ລິ​ກາ, ປ​ະ​ເທດອາ​ເມລິ​ກາ ແລະ ວິຖີ​ຊີ​ວິດອາ​ເມລິ​ກາ; ສົ່ງເສີມຄວາມ​ຈະ​ເລີ​ນຮຸ່ງເຮືອງຂອງອາເມລິກາ; ປົກ​ປັກ​ຮັກສາສັນຕິພາບ​ໂດຍ​ຜ່ານຜ່ານຄວາມເຂັ້ມແຂງ; ​ເພີ່ມ​ທະວີ​ອິດ​ທິພົນ​ຂອງ​ສະຫະລັດ.

(2) ດັ້ງດິ່ງ​ກູ໋ຍ: ຜົນ​ປະ​ໂຫຍ​ດຂອງ​ຊາດ-ປະ​ເທດ​ຊາດ​ແມ່ນ​ຫຼັກການ​ຂອງ​ການ​ເຄື່ອນ​ໄຫວ​ພົວພັນ​ຕ່າງປະ​ເທດ”. https://vov.vn/chinh-tri/loi-ich-quoc-gia-dan-toc-la-nguyen-tac-toi-cao-cua-hoat-dong-doi-ngoai-543351.vov

(3) ເອ​ກະ​ສານກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 12, ຫ້ອງ​ການ​ສູນ​ກາງ​ພັກ, ຮ່າ​ໂນ້ຍ, 2016, ໜ້າ 153.

(4) ເອ​ກະ​ສານກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 13, ສພຈ ການ​ເມືອງ​ແຫ່ງ​ຊາດ ສື້​ເຖິ້ດ, ຮ່າ​ໂນ້ຍ, 2021, ​ເຫຼັ້ມ I, ໜ້າ 110.   

- ບົດນີ້ໄດ້ລົງພິມໃນວາລະສານກອມມູນິດສະບັບທີ 973 (​ເດືອນກັນຍາ 2021)