ວກ. - ​ໃນ​ສະພາບ​ໂລກາ​ພິວັດ​ແລະ​ການ​ເຊື່ອມ​ໂຍງ​ສາກົນ​ປະຈຸ​ບັນ, ຊື່​ສຽງ​ແລະ​ພາບ​ພົດ​ທີ່​ດີ​ຂອງ​ປະ​ເທດ​ໜຶ່ງນັບ​ມື້​ນັບ​ມີ​ຄວາມ​ສຳຄັນ, ດຶງ​ດູດ​ຄວາມ​ສົນ​ໃຈ​ຂອງ​ປະຊາ​ຄົມສາກົນ ເພາະພາບພົດຂອງປະເທດບໍ່ພຽງແຕ່ສົ່ງຜົນສະທ້ອນເຖິງການພົວພັນລະຫວ່າງ​ປະ​ເທດເທົ່ານັ້ນ ຫາກຍັງສົ່ງຜົນສະທ້ອນເຖິງການພັດທະນາເສດຖະກິດ-ສັງຄົມ ກໍ່​ຄື​ຄວາມ​ສາມາດແຂ່ງຂັນຂອງປະເທດອີກດ້ວຍ. ດັ່ງນັ້ນ, ການ​ສ້າງ ​ໂຄສະນາ​ເຜີຍ​ແຜ່ ​ແລະ ​ເຊີດ​ຊູ​ພາບ​ພົດ​ຂອງ​ຊາດນັບມື້ນັບໄດ້ຮັບຄວາມ​ເອົາ​ໃຈ​ໃສ່ໂດຍປະເທດຕ່າງໆ​ ເຊິ່ງຖື​ເປັນ​ຍຸດ​ທະ​ສາດພະລັງທີ່​ນຸ່ມ​ນວນໃນສະພາບແວດລ້ອມສາກົນທີ່ມີການປ່ຽນແປງຢູ່​ເລື້ອຍ.

ທ່ານປະທານາທິບໍດີ ເມົາຣີຊີໂອ ມາຄຣີ ແຫ່ງອາກຊັງຕີນ ສຳຜັດປະສົບການຫຼິ້ນເຄື່ອງດົນຕີປະຈຳຊາດຫວຽດນາມ ທີ່ງານລ້ຽງຕ້ອນຮັບຈັດຂຶ້ນໂດຍເລຂາທິການໃຫຍ່ ປະທານປະເທດ ຫງວຽນຝູຈ້ອງ ແລະ ພັນລະຍາ ເພື່ອຕ້ອນຮັບທ່ານປະທານາທິບໍດີ ເມົາຣີຊີໂອ ມາຄຣີ ແລະ ພັນລະຍາ ທີ່ມາຢ້ຽມຢາມທາງລັດຖະກິດຫວຽດນາມ, ເດືອນທັນວາ 2019, ທີ່ຮ່າໂນ້ຍ _ພາບ: TTXVN

ທັດສະນະຈຳນວນ​ໜຶ່ງ

ບັນດາ​ປະ​ເທດ​ໃນ​ໂລກ, ​ເຖິງ​ວ່າ​ຈະ​ເປັນ​ປະ​ເທດ​ທີ່​ພັດທະນາ​ແລ້ວ​ຫຼື​ກຳລັງ​ພັດທະນາ, ລ້ວນ​ແຕ່​ໄດ້​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ເຄື່ອນ​ໄຫວ​ທາງ​ການ​ທູດວັດທະນະທຳ, ຖື​ວ່າສິ່ງ​ນີ້ເປັນເຄື່ອງມືທີ່ມີປະສິດທິພາບຂອງພະລັງທີ່​ນຸ່ມ​ນວນ ​ເພື່ອ​ປົກ​ປັກ​ຮັກສາ​ຜົນ​ປະ​ໂຫຍ​ດຂອງ​​ຊາດ ​ແລະ ຍົກ​ສູງ​ບົດບາດ​ທີ່​ຕັ້ງ​ຂອງ​ປະ​ເທດໃນ​ເວທີ​ໂລກ.

ແຕ່ດົນ​ນາວ​ແລ້ວ, ຫຼາຍປະເທດໃນທົ່ວໂລກໄດ້ສ້າງຍຸດທະສາດ​ເພື່ອ​ໂຄສະນາສົ່ງ​ເສີມ​ພາບ​ພົດ​ຂອງຊາດ. ​ໃນ​ສະພາບ​ແວດ​ລ້ອມ​ຂອງ​ການ​ໂລກາ​ພິວັດ​ ແລະ ​ເຊື່ອ​ມ​ໂຍງສາກົນ​ໃນ​ປະຈຸ​ບັນ, ປະ​ເທດ​ສ່ວນ​ໃຫຍ່​ໃນ​ໂລກກຳລັງ​ເຂົ້າ​ຮ່ວມ​ການ​ແຂ່ງຂັນ​​ໂຄສະນາ​ເຜີຍ​ແຜ່​ພາບ​ພົດ​​ແຫ່ງ​ຊາດຂອງ​ປະ​ເທດ​ຕົນ​ເອງ ​ແລະ ​ເພື່ອ​ໃຫ້​ທຸກ​ຄົນ​ຮັບ​ຮູ້​ຍິ່ງ​ຫຼາຍ​ຍິ່ງ​ດີ.​ເພື່ອ​ບັນລຸ​ເປົ້າ​ໝາຍ​ນີ້, ນອກຈາກ​ການ​ສະໜັບ​ສະໜູນ​ຂອງ​ພະ​ລັງອັນ​ແຂງ​ແກ່ງ​ແລ້ວ (ທະຫານ, ​ເສດຖະກິດ) ບັນດາ​ປະ​ເທດ​ເຄີຍ​ໃຊ້ຍຸດ​ທະ​ສາດພະລັງທີ່​ນຸ່ມ​ນວນ, ​ໃນ​ນັ້ນ ການ​ທູດວັດທະນະທຳ​ແມ່ນ​ໜຶ່ງ​ໃນ​ບັນດາ​ເສົາ​ຫຼັກ.

ປະຈຸ​ບັນ, ວົງ​ການ​ນັກວິຊາການ, ຜູ້​ວາງ​ນະ​ໂຍບາຍ ​ແລະ ນັກ​ປະຕິບັດ​ຂອງ​ປະ​ເທດ​ຕ່າງໆມີ​ວິທີ​ການ​ເຂົ້າ​ເຖິງ​ຫຼາຍ​ດ້ານ ​ແລະ ​ສະ​ເໜີ​ຄວາມ​ເຂົ້າ​ໃຈ​ທີ່​ແຕກ​ຕ່າງ​ກັນ ກ່ຽວ​ກັບ​ການ​ທູດວັດທະນະທຳ (cultural diplomacy). ການ​ທູດວັດທະນະທຳອາດ​ຈະ​ເປັນ​ເຄື່ອງມື​ເພື່ອຂະຫຍາຍອິດທິພົນ, ສ້າງ​ຖາ​ນະຕຳ​ແໜ່​ງລະດັບ​ຊາດ, ​ແຕ່​ກໍ່​ອາດ​ຈະ​ເປັນ​ການ​ຊຸກຍູ້​ເສດຖະກິດ, ຫຼື​ທັງ​ເປັນ​ການ​ພັດທະນາ​ ທັງ​ເປັນ​ການ​ຢືນຢັນ​ການດຳລົງ​ຄົງ​ຕົວ​ຂອງຊາດ​ຕົນ. ມີ​ແນວ​ຄວາມຄິດວ່າ ​ການ​ທູດ​ວັດ​ທະ​ນະ​ທໍາ​ເປັນ​ຍຸດ​ທະ​ສາດ​ການ​ທູດ​ສາ​ທາ​ລະ​ນະປະ​ເພດ​ໜຶ່ງ​ທີ່​ສໍາ​ຄັນ, ລວມທັງ​ດ້ານ​ພາສາ, ການສະ​ແດງ​ລະຄອນ, ການ​ຟ້ອນ, ສິລະ​ປະ, ວັນນະຄະດີ, ດົນຕີ, ສາດສະໜາ, ປະຫວັດສາດ, ອາຫານ... ເປັນວິທີການສົ່ງ​ເສີມ​ຄວາມ​ເຂົ້າ​ໃຈລະຫວ່າງປະຊາຊົນບັນດາປະເທດ(1). ​ແຕ່​ເບິ່ງ​ລວມ​ແລ້ວ, ທັງ​ໝົດ​ໄດ້​ຕົກ​ລົງ​ເຫັນ​ດີ​ວ່າ, ການ​ທູດວັດທະນະທຳ​ແມ່ນ​ຂົງ​ເຂດ​ການ​ທູດທີ່​ຜ່ານ​ການ​ເຄື່ອນ​ໄຫວ​ວັດທະນະທຳ​​ເພື່ອ​ໂຄສະນາ​ເຜີຍ​ແຜ່​ພາບ​ພົດ​ຂອງ​ປະ​ເທດ, ສົ່ງ​ເສີມ​ພາບ​ພົດ​ແລະ​ກຽດ​ສັກ​ສີ​ຂອງ​ຊາດ, ​ເພີ່ມ​ທະວີ​ຄວາມ​ເຂົ້າ​ໃຈ​​ເຊິ່ງ​ກັນ​ແລະ​ກັນ ​ລະຫວ່າງປະຊາຊົນ​ປະ​ເທດ​ຕ່າງໆ. ຄວາມ​ໝາຍ​ສະ​ເພາະຂອງການ​ທູດວັດທະນະທຳ​ແມ່ນ​ການ​ເຄື່ອນ​ໄຫວ​ການ​ທູດ​ຂອງ​ລັດ​ອະທິປະ​ໄຕ ທີ່​ຖື​ການ​ຮັກ​ສາ​ຜົນ​ປະ​ໂຫຍດ​ດ້ານ​ວັດ​ທະ​ນະ​ທຳຂອງ​ປະ​ເທດ​ຕົນ ແລະ ການ​ປະ​ຕິ​ບັດ​​ຈຸດ​ໝາຍ​ຍຸດ​ທະ​ສາດ​ວັດ​ທະ​ນະ​ທຳການ​ຕ່າງ​ປະ​ເທດ​ຂອງ​ຕົນ ​ເປັນຈຸດປະສົງ, ພາຍໃຕ້ການຊີ້​ນຳ​ຂອງນະໂຍບາຍວັດທະນະທໍາການຕ່າງປະເທດທີ່ແນ່ນອນ(2). ​ເວົ້າ​ຢ່າງ​ອື່ນ, ການທູດວັດທະນະທຳ ແມ່ນແນວຄວາມຄິດທີ່ສະແດງເຖິງຈຸດຕັດກັນ ລະຫວ່າງສອງ​ຂົງ​ເຂດການທູດ ແລະ ວັດທະນະທໍາ. “ການ​ເຄື່ອນ​ໄຫວ​ທາງ​ການ​ທູດ​, ແຕ່​ກ່ອນ​ມາ​ເຖິງ​ປະຈຸ​ບັນ, ​ຍາມ​ໃດ​ກໍ່​ລວມ​ເຖິງ​ການ​ແລກປ່ຽນ​​ຄຸນຄ່າ​ວັດທະນະທຳ​ ລະຫວ່າງ​ບັນດາຊາດ-​ປະ​ເທດຊາດ. ດັ່ງ​ນັ້ນ, ທາດ​ແທ້​ຂອງ​ຂອງ​ການ​ເຄື່ອນ​ໄຫວ​ທາງ​ການ​ທູດຍາມ​ໃດ​ກໍ່​ມີ​ເນື້ອ​ໃນວັດທະນະທຳ​; ວັດທະນະທຳ​ຖືກນໍາໃຊ້ເປັນເຄື່ອງມືທີ່ມີປະສິດທິພາບ ​ໃນ​ການ​ພົວພັນ​ສາກົນ, ກາຍ​ເປັນ​ສ່ວນ​ປະກອບ​ທີ່​ສຳຄັນ ​ໃນ​ການ​ເຄື່ອນ​ໄຫວ​ທາງ​ການ​ທູດ​ ຂອງປະ​ເທດສະ​ໄໝ​ໃໝ່. ແນວ​ຄວາມ​ຄິດ​ທົ່ວ​ໄປ​ກ່ຽວ​ກັບ​ການ​ທູດ​ວັດທະນະທຳ​ ແມ່ນ​ຮູບ​ແບບ​ການ​ທູດ​ໂດຍ​ຜ່ານ​ເຄື່ອງ​ມືວັດທະນະທຳ​ ເພື່ອ​ສ້າງ​ຕັ້ງ ຮັກສາ ​ແລະ ພັດທະນາ​ ການ​ພົວພັນກັບ​ຕ່າງປະ​ເທດ ​ເພື່ອ​ໃຫ້​ບັນລຸ​ເປົ້າ​ໝາຍ​ພື້ນຖານ​ຂອງ​ປະ​ເທດ​ຊາດ, ນັ້ນ​ຄື ​ຄວາມ​ໝັ້ນຄົງ ການພັດທະນາ ແລະ ການຂະຫຍາຍ​ບົດບາດ​ທີ່​ຕັ້ງ​ສາກົນຂອງ​ຊາດ. ນີ້​ແມ່ນ​ຂະ​ບວນການ​ທີ່​ບັນດາ​ປະ​ເທດ​​ເປັນ​ເຈົ້າ​ການ​ເຜີ​ຍ​ແຜ່ ບັນດາ​ລັກສະນະ​ວັດທະນະທຳ ​ແລະ ລະບົບ​ຄຸນຄ່າ, ​ເອກະລັກ​ຂອງ​ຕົນ ​ເພື່ອ​ເພີ່ມ​ທະວີຄວາມ​ເຂົ້າ​ໃຈ ​ແລະ ຊຸກຍູ້​ການ​ພົວພັນ​ກັບ​ບັນດາ​ປະ​ເທດ ​ເພື່ອ​ການ​ພັດທະນາ; ພ້ອມ​ກັນ​ນັ້ນ​ ກໍ​ເລືອກຮັບ​ເອົາ​ແກ່ນສານ​ທາງ​ວັດທະນະ​ທຳ ​ແລະ ຜົນ​ສຳ​ເລັດທາງ​ວິທະຍາສາດຂັ້ນ​ສູງ​ຂອງ​ໂລກ ​ເພື່ອ​ເພີ່ມ​ພູນຄັງ​ສາງແຫ່ງຄວາມຮູ້ ​ແລະ ​ເອກະ​ລັກປະຈຳ​ຊາດ ຂອງ​ປະ​ເທດ​ຕົນ​ເອງ(3).

​ໃນ​ສະພາບ​ແວດ​ລ້ອມ​ແຫ່ງ​ໂລກາ​ພິວົດ, ການ​ທູດວັດທະນະທຳມີ​ບົດບາດ​ນັບ​ມື້​ນັບ ສຳຄັນທັງ​ດ້ານ​ການ​ເມືອງ ​ເສດຖະກິດ ​ແລະ ວັດທະນະ​ທຳ. ສຳລັບ​ບັນດາ​ປະ​ເທດ​ໃຫຍ່, ການ​ທູດວັດທະນະທຳ​ແມ່ນ​ເສັ້ນທາງ​ເພື່ອຂະຫຍາຍ​ອິດ​ທິພົນ​ຂອງ​ຕົນ​ໄປ​ທົ່ວ​ໂລກ. ຕົວຢ່າງ​ເຊັ່ນ ສະຫະລັດອາເມລິກາ​ໂຄສະນາ​ເຜີຍ​ແຜ່ຄ່າ​ນິຍົມ​ປະຊາທິປະ​ໄຕ ​ແລະ ​ສິດທິ​ມະນຸດ​ແບບ​ອາ​ເມ​ລິ​ກາ​ຢ່າງ​ຕໍ່​ເນື່ອງ ​ໄປ​ໃນ​ທົ່ວ​ໂລກ ເພື່ອ​ໃຫ້ບັນລຸເປົ້າໝາຍລະດັບໂລກຂອງ​ຕົນ. ຈີນ​ກຳ​ນົດ​ວັດ​ທະ​ນະ​ທຳ​ເປັນ​ອົງ​ປະ​ກອບ​ຂອງ​ກຳ​ລັງ​ແຫ່ງ​ຊາດ​ ເພື່ອ​ກາຍ​ເປັນ​ປະ​ເທດ​ມະ​ຫາ​ອຳ​ນາດ​ໂລກ, ດັ່ງ​ນັ້ນ ​ຈຶ່ງ​ໄດ້​ຈັດ​ຕັ້ງ​ສະ​ຖາ​ບັນ​ຂົງຈື໊ຫຼາຍ​ຮ້ອຍ​ແຫ່ງ​ ເພື່ອ​ສອນ​ພາສາ​ແລະ​ວັດທະນະທຳຈີນ​ ໃນ​ທຸກ​ທະວີບ. ສຳລັບ​ບັນດາ​ປະ​ເທດທີ່​ນ້ອຍ​ກວ່າ, ການ​ທູດວັດທະນະທຳ​ໄດ້​ໃຊ້​ເພື່ອ​ໂຄສະນາ​ເຜີຍ​ແຜ່​ພາບ​ພົດ​ຂອງ​ປະ​ເທດ ​ແລະ​ ເພີ່ມ​ທະ​ວີການພັດທະນາ, ຜ່ານ​ນັ້ນ ປະ​ເທດ​ເຫຼົ່າ​ນີ້​ຈະ​ໄດ້​ຮັບ​ຄວາມ​ສົນ​ໃຈ​ຫຼາຍ​ຂຶ້ນ ​ແລະ ຍົກ​ສູງ​ສຽງ​ເວົ້າ​ຂອງ​ຕົນໃນ​ເວທີ​ສາກົນ. ຫວຽດນາມ​ເລືອກການ​ທູດວັດທະນະທຳ​ເປັນ​ເຄື່ອງມືຫຼັກ ເພື່ອແນະນຳ​ໃຫ້​ໂລກ​ຮູ້​ເຖິງ​ ປະ​ເທດຫວຽດນາມ​ທີ່​ມີ​ການ​ເຕີບ​ໂຕ​ຢ່າງໄວວາ ​ແລະ ມີພື້ນຖານ​ການ​ເມືອງ​ທີ່​ໝັ້ນຄົງ(4).

ສຳລັບ​ຄວາມ​ສຳນຶກກ່ຽວ​ກັບພາບ​ພົດ​ຂອງ​ຊາດ (country image), ຜູ້ຂຽນບາງຄົນ​ໃຫ້​ທັດສະນະ​ວ່າ, ພາບ​ພົດ​ຂອງຊາດແມ່ນຊັບສິນທີ່ບໍ່ມີຕົວຕົນ, ຍາກທີ່ຈະຫາ​ມາດຕະຖານ​ສະ​ເພາະ​ມາປະເມີນ(5). ​ແລະ​ໃນ​ອີກ​ທັດສະນະ​ໜຶ່ງ, ພາບ​ພົດ​ຂອງຊາດສາມາດ​ເຂົ້າ​ໃຈ​ໄດ້​ວ່າ: “ຜົນ​ລວມຂອງ​ຄວາມ​ເຊື່ອ ​ແລະ ຄວາມ​ປະ​ທັບ​ໃຈ ​ທີ່​ຜູ້​ຄົນ​ມີ​ກ່ຽວ​ກັບ​ສະຖານ​ທີ່​ ຫຼື​ປະ​ເທດ​ໃດ​ປະ​ເທດ​ໜຶ່ງ(6). ພາບ​ພົດ​ຂອງ​ປະ​ເທດ​ໄດ້​ສະທ້ອນ​ຈາກ​ການ​ຮັບ​ຮູ້​ຂອງ​ຜູ້​ຄົນ ວັດທະນະທຳ ລະດັບ​ການ​ພັດທະນາ​ເສດຖະກິດ, ຄຸນ​ນະພາ​ບຜະລິດ​ຕະພັນ​ຂອງ​ປະ​ເທດ, ຜະລິດ​ຕະພັນ​ທີ່​ປະ​ເທດ​ນັ້ນ​ມີ​ທ່າ​ດີ​ປຽບທຽບ...(7). ດັ່ງ​ນັ້ນ, ຕາມ​ຄວາມ​ໝາຍ​ກວ້າງ, ພາບ​ພົດ​ຂອງ​ປະ​ເທດແມ່ນ​ຮູບ​ພາບ​ລວມ​ຂອງ​ປະ​ເທດ​ທີ່​ມີ​ທຸກ​ຂົງ​ເຂດ​ການ​ເມືອງ​ ເສດ​ຖະ​ກິດ​ ວັດ​ທະ​ນະ​ທໍາ ​ແລະ ສັງ​ຄົມ​ຂອງ​ປະ​ເທດ​ນັ້ນ​. ຕາມ​ຄວາມ​ໝາຍ​ແຄບ, ພາບ​ພົດ​ຂອງ​ປະ​ເທດ​ໄດ້​ສະ​ແດງ​ອອກ​ໃນບັນດາ​ຂົງ​ເຂດ​ທີ່​ພົ້ນ​ເດັ່ນ​ຂອງ​ປະ​ເທດ ​ເຊິ່ງ​ເມື່ອ​ເວົ້າ​ເຖິງ​ບັນດາຂົງ​ເຂດ​ນັ້ນ ຜູ້​ຄົນສາມາດມະໂນພາບເຖິງປະເທດນັ້ນໄດ້ຢ່າງງ່າຍດາຍ.

ແຕ່ລະປະເທດມີ “ຍີ່ຫໍ້” ຂອງຕົນເອງ, ມີພາບພົດທີ່​ແນ່ນອນ​ ໃນ​ສາຍຕາ​ຂອງ​ປະຊາ​ຄົມສາກົນ, ບໍ່ວ່າປະເທດນັ້ນຈະເຂັ້ມແຂງຫຼືອ່ອນແອ, ທັນສະໄໝ ຫຼືຫຼ້າຫຼັງ, ພັດທະນາ ຫຼືບໍ່ມີການພັດທະນາ. ຕາມ​ການ​ພັດທະນາ​ຂອງ​ປະຫວັດສາດ ​ແລະ ​ຄວາມ​ກ້າວໜ້າ​ຂອງ​ມະ​ນຸດ​ຊາດ, ພາບ​ພົດ​ຂອງ​ປະ​ເທດບໍ່ຄົງທີ່ ແຕ່ຍັງສາມາດປ່ຽນແປງໄດ້. ​ເພາະສະ​ນັ້ນ, ​ແຕ່​ລະສະ​ໄໝ​ແລະ​ໄລຍະ​ການ​ພັດທະນ​າ ປະ​ເທດຈຳ​ເປັນ​ຕ້ອງ​ມີ​ຍຸດ​ທະ​ສາດ​​ເພື່ອ​ໂຄສະນາ​ເຜີຍ​ແຜ່​ພາ​ບພົ​ດ ​ແລະ ​ຄຸນ​ລັກສະນະ​ສະ​ເພາະ ​ຂອງ​ປະ​ເທດຕົນ​ເອງ.

ການ​ສ້າງ​ຕັ້ງ​ແລະ​ໂຄສະນາ​ເຜີຍ​ແຜ່​ພາບ​ພົດ​ຂອງ​ຊາດ​ແມ່ນ​ການ​ສັງ​ເຄາະ​ບັນດາ​ການ​ເຄື່ອນ​ໄຫວ​ທາງ​ທິດ​ສະ​ດີ ​ແລະ ພຶດຕິ​ກຳ​ໃນ​ທຸກ​ວິທີ​ທາງ​ຂອງ​ຊີວິດ ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ກຳລັງ​ແຮງ ​ແລະ ຄວາມ​ງາມ​ຂອງ​ປະ​ເທດ (ຈາກ​ເງື່ອນ​ໄຂ​ທຳ​ມະ​ຊາດ​ ເຖິງ​ສະພາບ​ສັງຄົມ ​ເສດຖະກິດ ວັດທະນະທຳ ການ​ເມືອງ ສະພາບ​ມະນຸດ,...), ພ້ອມ​ກັນ​ນັ້ນແກ້​ໄຂ​ຜ່ານ​ຜ່າ ​ແລະ ຄ່ອຍໆ​ລົບ​ລ້າງ​ຈຸດ​ອ່ອນ, ຂໍ້​ຈຳກັດ​ຂອງ​ປະ​ເທດ​ນັ້ນ. ​ໃນ​ນັ້ນ, ມະນຸດ​ແມ່ນ​ປັດ​ໄຈສຳຄັນ, ເພາະວ່າພົນລະເມືອງແຕ່ລະຄົນແມ່ນ “ຜູ້ສົ່ງຂ່າວ” ຂອງປະເທດ, ມີ​ບົດບາດ​ໃນ​ການ​ເຊື່ອມ​ໂຍງ​ທາງ​ວັດທະນະທຳ​, ສະ​ແດງ​ໃຫ້​ເຫັນ​ພາບ​ທີ່​ສວຍ​ງາມ​ຂອງ​ປະ​ເທດ​ໃນ​ຫົວ​ໃຈ​ຂອງ​ຜູ້​ຄົນ​ປະ​ເທດ​ອື່ນໆ.

ການ​ໂຄສາ​ນາ​ເຜີຍ​ແຜ່​ພາບ​ພົດຊອງ​ຊາດ​ໄດ້​ຮັບ​ການລະບຸ​ມາ​ແຕ່​ດົນ​ນານຈາກ​ຫຼາຍ​ປະ​ເທດ​ໃນ​ທົ່ວ​ໂລກ​​ວ່າ​ ແມ່ນ “ຫົວຫອກ” ​ໃນ​ຍຸດ​ທະ​ສາດການ​ກໍ່ສ້າງ ​ແລະ ປະຕິບັດ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ຂອງ​ຕົນ, ​ເປັນ​ເຄື່ອງມື​ໃນ​ການ​ສ້າງ​ພະລັງ​ທີ່​ນຸ່ມ​ນວນ​ຂອງ​ປະ​ເທດ. ຖ້າ​ຫາກ​ພາບ​ພົດ​ຂອງ​ຊາ​ດດີງາມ​ຈະ​ເພີ່ມ​ພະລັງ​ທີ່​ນຸ່ມ​ນວນ​ໃຫ້​ກັບປະ​ເທດ, ປະກອບສ່ວນ​ນຳ​ເສດຖະກິດ​ເຂົ້າ​ສູ່​ເສັ້ນທາງ​ພັດທະນາ ​ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ. ໃນທາງກົງກັນຂ້າມ, ຖ້າພາບພົດຂອງປະເທດມີການປ່ຽນແປງໄປໃນແງ່ລົບ, ກຽດສັກສີ ແລະ ຖານະ​ບົດບາດຂອງປະເທດນັ້ນກໍ່ຈະຖືກກະທົບ, ສົ່ງຜົນກະທົບທາງ​ລົບ​ຕໍ່​ການພົວພັນຕ່າງປະເທດຂອງປະເທດນັ້ນ. ດັ່ງ​ນັ້ນ, ພາບພົດ​ທີ່​ປະ​ເທດ​ໜຶ່ງ​ພະ​ຍາ​ຍາມທີ່​ຈະ​ສ້າງ ​ແລະ ສ້າງຂຶ້ນ​ໂດຍ​ຜ່ານ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ, ຕ້ອງ​ສອດ​ຄ່ອງ​ກັບ​ຜົນ​ປະ​ໂຫຍດ​ແຫ່ງ​ຊາດ ແລະ ຄວາມ​ປາດ​ຖະ​ໜາ​ຂອງ​ປະ​ຊາ​ຄົມ​ສາ​ກົນ.

ບັນດາ​ປະ​ເທດ​ໃນ​ໂລກ​ລ້ວນ​ແຕ່​ມີ​ວິທີ​ ແລະ ​ເສັ້ນທາງຜັນ​ຂະຫຍາຍ​ທີ່​ຕ່າງ​ກັນ​ເພື່ອສ້າງ​ແລະ​ໂຄສະນາ​ເຜີຍ​ແຜ່​ພາບ​ພັດ​ຂອງ​ຊາດ, ​ແຕ່​ທັງ​ໝົດມີ​ຈຸດ​ມຸ່ງ​ໝາຍ​ເພື່ອຮັບ​ໃຊ້​ເປົ້າ​ໝາຍ​ສູງ​ສຸດ​ ແມ່ນຮັບ​ໃຊ້​ຜົນ​ປະ​ໂຫຍ​ດຂອງ​ປະ​ເທດ​ຊາດ.

ທີ​ໜຶ່ງ, ການໂຄສະນາ​ພາບ​ພົດ​ຂອງ​ຊາດ​ແມ່ນ​ຊ່ອງ​ທາງ “ການ​ລົງທຶນ” ທີ່​ມີ​ປະສິດທິ​ຜົນ ​ເພື່ອ​ດຶງ​ດູດ​ກະແສ​ການ​ລົງທຶນ, ພັດທະນາ​ການທ່ອງທ່ຽວ, ​ເສີມ​ຂະຫຍາຍ​ເຄື່ອງໝາຍ​ສິນຄ້າ​ແຫ່ງ​ຊາດ. ຜ່ານ​ການ​ທູດວັດທະນະທຳ, ບັນດາ​ຂໍ້​ມູນ​ແລະ​ຮູບ​ພາບ​ກ່ຽວ​ກັບປະ​ເທດ, ຜູ້​ຄົນ​ທີ່​ມີ​ວັດ​ທະ​ນະ​ທໍາ, ປະ​ຫວັດ​ສາດ​ແລະ​ປະ​ເພ​ນີ​ທີ່​ຍາວ​ນານ ​ຈະ​ໄດ້​ຮັບ​ການ​ໂຄສະນາ​​ເຜີຍແຜ່​, ​ແຜ່​ຂະຫຍາຍ, ຈາກ​ນັ້ນ ຈະນໍາໄປສູ່ການຕັດສິນໃຈທີ່​ຈະ​ເລືອກ​ເອົາສິ່ງນັ້ນເປັນ “ຈຸດໝາຍປາຍທາງ” ສໍາລັບການລົງທຶນແລະການຮ່ວມມື.

ທີ​ສອງ, ​ເຮັດ​ໃຫ້​ມີ​ການ​ປ່ຽນ​ແປງ​ໃນ​ຄວາມ​ຮັບ​ຮູ້, ປ່ຽນ​ແປງ​ອະຄະຕິ​​ແບບດັ້ງ​ເດີມ, ສ້າງຄວາມໄວ້ເນື້ອເຊື່ອໃຈໃນການພົວພັນສາກົນ, ຈາກ​ນັ້ນ ບັນດາ​ປະ​ເທດ​ສາມາດ​ບັນລຸ​ຂໍ້​ຕົກລົງ, ​ການ​ຮ່ວມ​ມືດ້ານການ​ເມືອງ, ​ເສດຖະກິດ ​ແລະ ​ການ​ທະຫານ. ຄວາມ​ໄວ້​ວາງ​ໃຈແມ່ນຈຸ​ດເລີ່​ມຕົ້ນຂອງການພົວພັນທັງໝົດ. ​ເມື່ອ​ສ້າງ​ຄວາມ​ໄວ້​ວາງ​ໃຈ​ໄດ້, ​ໂດຍ​ສະ​ເພາະຄວາມໄວ້ວາງໃຈທາງຍຸດທະສາດ, ປະ​ເທດ​ນັ້ນ​ຈະ​ເອົາ​ຊະ​ນະ​ຈິດ​ໃຈ​ຂອງ​ປະ​ຊາ​ຊົນ​ຢ່າງ​ແທ້​ຈິງ, ສ້າງ​ຄວາມ​ເຫັນ​ອົກ​ເຫັນ​ໃຈ, ປັບ​ປຸງ​ການ​ພົວ​ພັນ​ທາງ​ການ​ທູດ, ແກ້​ໄຂ​ຂໍ້​ຂັດ​ແຍ່ງ, ສ້າງປະຖົມ​ປັດ​ໄຈ​ເພື່ອ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ສາ​ກົນ.

ທີ​ສາມ, ການ​ສ້າງ​ແລະ​​ໂຄສະນາ​ເຜີ​ຍ​ແຜ່​ພາບພົດ​ຂອງ​ຊາດບໍ່​ແມ່ນ​ເສັ້ມທາງ​ທາງ​ດຽວ ​ແຕ່​ຍັງ​ແມ່ນ​ຂະ​ບວນການ​ປະຕິ​ສຳພັນ, ການຮຽນຮູ້ ແລະ ການແລກປ່ຽນ. ​ເຂົ້າ​ໃຈ​ແລະ​ເຄົາລົບ​ຄວາມ​ແຕກ​ຕ່າງ​ແມ່ນ​ພື້ນຖານ​ເພື່ອ​ແລກ​ປ່ຽນ ​ແບ່ງປັນ ຮ່ວມ​ມື ​ແລກ​ປ່ຽນ​ວັດ​ທະ​ນະ​ທໍາ​, ດູດ​ຊຶມ​​ແກ່ນສານ​ແຫ່ງວັດທະນະທຳ​ຈາກ​ພາຍ​ນອກ, ສົ່ງ​ເສີມເອກະລັກ​ວັດທະນະທຳ​ຂອງ​ຊາດ​ໃຫ້​ສົມບູນ​ຍິ່ງ​ຂຶ້ນ.

ການ​ສ້າງ​ແລະ​​ໂຄສະນາ​ເຜີ​ຍ​ແຜ່​ພາບພົດ​​ຂອງຫວຽດນາມ​ໃນ​ການ​ພັດທະນາ​ປະ​ເທດ

ພັກ​ແລະ​ລັດ​ຫວຽດນາມ​ນັບ​ມື້​ນັບ​ຮັບ​ຮູ້​ຢ່າງ​ຈະ​ແຈ້ງ​ແລະ​ເລິ​ກ​ເຊິ່ງບົດບາດ ທີ່​ຕັ້ງ ຄວາມ​ສຳຄັນ​ຂອງວັດທະນະທຳ ​ແລະ ການທູດ​ວັດທະນະທຳ​ໃນ​ຂະ​ບວນການ​ສ້າງສາ​ແລະ​ພັດທະນາ​ປະ​ເທດ, ພິ​ເສດ​ແມ່ນ​ໃນ​ໄລຍະຍູ້​ແຮງ​ການ​ຫັນ​ເປັນ​ອຸດສາຫະກຳ, ທັນ​ສະ​ໄໝ ​ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ. ​ໃນ​ເວລາ​ທີ່​ຜ່ານ​ມາ, ພັກ​ແລະ​ລັດ​ໄດ້ກຳນົດວ່າ ການ​ສ້າງ​ແລະ​ໂຄສະນາ​ເຜີຍແຜ່ພາບ​ພົດ​ຂອງ​ຊາດ​ແມ່ນ​ໜ້າ​ທີ່​ສຳຄັນຂອງ​ວຽກ​ງານ​ຂໍ້​ມູນ​ຂ່າວສານ​ຕ່າງປະເທດ, ​ໂດຍ​ສະ​ເພາະ​ແມ່ນ ​ໃນ​ສະພາບ​ແວດ​ລ້ອມ​ທີ່​ຫວຽດນາມ​ກຳລັງ​ເຊື່ອມ​ໂຍງ​ເຂົ້າ​ກັບ​ຊີວິດ​ສາກົນຢ່າງ​ກວ້າງຂວາງ​ແລະ​ຮອບດ້ານຍຸດ​ທະ​ສາດ​ໂດຍ​ລວມ​ເພື່ອ​ການ​ເຊື່ອມ​ໂຍງ​​ເຂົ້າ​ກັບສາກົນ​ເຖິງ​ປີ 2020, ວິ​ໄສ​ທັດ​ຮອດ​ປີ 2030 ​ໄດ້​ລະບຸ​ເປົ້າ​ໝາຍ: ​ເຊີດ​ຊູ​ພາບ​ພົດຂອງ​ປະ​ເທດ​ແລະ​ຜູ້​ຄົນ​ຫວຽດນາມ, ​ແນະນຳພາບ​ພົດ​ຂອງ​ຊາດ​ຫວຽດນາມ​ໄປ​ທົ່ວ​ໂລກ,  ວັດທະນະທຳຫວຽດນາມມີ​ສ່ວນ​ຮ່ວມ​ໃໝ່​ທີ່​ໄດ້​ຮັບ​ການ​ຮັບ​ຮູ້ໃນ​ຊີວິດ​ວັດທະນະທຳສາກົນ. ຄຳສັ່ງ​ເລກທີ 25/CT-TTg, ລົງ​ວັນ​ທີ 10 ​ເດືອນ​ກັນຍາ 2021, ຂອງ​ນາ​ຍົກ​ລັດຖະມົນຕີກ່ຽວ​ກັບ​ການ​ຍູ້​ແຮງ ​ການ​ຜັນ​ຂະຫຍາຍ​ ຍຸດທະ​ສາດ​ວັດທະນະທຳການ​ຕ່າງປະ​ເທດຫວຽດນາມ ເຊິ່ງ​ໄດ້​ເນັ້ນ​ໜັກ​ວ່າ ຕ້ອງ​ເພີ່ມ​ທະວີ​ການ​ໂຄສະນາ​ເຜີຍ​ແຜ່​ພາບ​ພົດ​​ຂອງ​ຂາດ​ໄປ​ຕ່າງປະ​ເທດພາຍ​ໃຕ້​ຫຼາຍ​ຮູບ​ການ.

​ໃນ​ຊຸມ​ປີ​ທີ່​ຜ່ານ​ມາ, ຫວຽດນາມ​ໄດ້​ພະຍາຍາມ​ຜັນ​ຂະຫຍາຍ​ການ​ເຄື່ອນ​ໄຫວ​ໂຄສະນາ​ເຜີຍ​ແຜ່​ພາບ​ພົດ​ຂອງ​ຊາດ​ ​ໂດຍ​ຜ່ານ​ວິທີ​ການ​ຕ່າງໆ​ເຊັ່ນ: ການ​ໂຄ​ສະ​ນາຊວນ​ເຊື່ອ​​ຕ່າງປະ​ເທດ; ການ​ຮ່ວມ​ມື​ສາກົນ​ໃນ​ການ​ຈັດ​ຕັ້ງ​ກິດ​ຈະ​ກໍາ​ວັດ​ທະ​ນະ​ທໍາ,​ ຜະລິດ​ຜະລິດ​ຕະພັນ​ວັ​ດທະນະທຳ; ການ​ກໍ່​ສ້າງ​ສະ​ຖານ​ທີ່​​ແລະ​ພື້ນຖານ​ວັດຖຸ​ທາງວັ​ດທະນະທຳ ​ແລະ​ປະຫວັດສາດ; ການ​ແລກປ່ຽນວັ​ດທະນະທຳ ການ​ສຶກສາ, ການ​ແລກປ່ຽນ​ຄະນະວັ​ດທະນະທຳ​ແລະ​ສິລະ​ປະ ​ແລະ ຈັດ​ຕັ້ງ​ການ​ເຄື່ອນ​ໄຫວວັ​ດທະນະທຳຜ່ານ​ຊຸມ​ຊົນ​ຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ, ຜ່ານ​ການ​ເຄື່ອນ​ໄຫວ​ສົ່ງ​ເສີມ​ການ​ລົງທຶນ ການ​ຄ້າ. ຜ່ານ​ສິ່ງ​ເຫຼົ່າ​ນັ້ນ, ພາບ​ພົດ​ແລະ​ຜູ້​ຄົນ​ຫວຽດນາມ ​ທີ່​ມີ​ຄຸນ​ຄ່າ​ວັດ​ທະ​ນະ​ທຳ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ນັບ​ມື້​ນັບ​ໃກ້​ຊິດ​ກັບ​ປະ​ຊາ​ຊົນ​ປະ​ເທດ​ເຈົ້າພາບ. ຂໍ້​ມູນ​ຂ່າວ​ສານ​ກ່ຽວ​ກັບ​ຫວຽດນາມ ​ໄດ້​ຮັບ​ການ​ແນະນຳ​ຢ່າງ​ວ່ອງ​ໄວ, ມີ​ປະສິດທິ​ຜົນ, ​ເໝາະ​ສົມ​ກັບ​ຜູ້​ຊົມທຸກ​ກຸ່ມ, ສ້າງ​ຄວາມ​ປະ​ທັບ​ໃຈ​ໃຫ້​ແກ່​ປະຊາຊົນ​ບັນດາ​ປະ​ເທດ. ບັນດາ​ເພື່ອນ​ມິດສາ​ກົນ, ​ໂດຍ​ສະ​ເພາະ​ແມ່ນ​ບັນດາ​ປະ​ເທດ​ທີ່​ມີ​ຂໍ້​ມູນ​ຂ່າວ​ໜ້ອຍ​ກ່ຽວ​ກັບຫວຽດນາມ, ສາມາດ​ເຂົ້າ​ໃຈ​ແລະ​ເຂົ້າ​ໃຈ​ຫວຽດນາມ ​ເປັນ​ຢ່າງ​ດີ, ​ເຊື່ອ​ໝັ້ນ​​ໃນ​ແນວທາງ​ການ​ປ່ຽນ​ແປງ​ໃໝ່ ​ແລະ ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ​ຂອງຫວຽດນາມ, ປະ​ເມີນ​ຢ່າງ​ຖືກຕ້ອງ​ ບັນດາ​ທ່າ​ແຮງ ຂໍ້​ໄດ້​ປຽບ ​ແລະ ການ​ປະກອບສ່ວນ​ຂອງຫວຽດນາມ ​ເຂົ້າ​ໃນ​ຂະ​ບວນການ​ພັດທະນາ​ຮ່ວມ​ຂອງ​ພາກ​ພື້ນ ​ແລະ ​ໃນ​ໂລກ. ຄວາມ​ສົມ​ໃຈ​ໃນ​ການ​ຮຽນ​ຮູ້​ກ່ຽວ​ກັບ​ຫວຽດນາມ​ຂອງປະ​ເທດ​ຕ່າງໆ​ໃນ​ໂລກ​ເພີ່ມ​ຂຶ້ນດ້ວຍ​ຄວາມ​ເລິກ​ແລະ​ການ​ປະຕິບັດ​ຈິງ​ທີ່​ຫຼາຍ​ຂຶ້ນ.

ໂລກ​ຮູ້​ດີວ່າ ຫວຽດນາມບໍ່​ພຽງ​ແຕ່​ແມ່ນ​ປະ​ເທດ​ທີ່​ມີ​ເອກະລັກ​ສະ​ເພາະ​ດ້ານວັດທະນະທຳປະຈຳ​ຊາດ ພ້ອມ​ດ້ວຍ​ບັນດາ​ມໍລະດົກ​ວັດທະນະທຳ​ທີ່​ມີ​ຊື່​ສຽງ ​ແລະ​ ມູນ​ເຊື້ອ​ປະຫວັດສາດ​ໃນ​ການຕໍ່ສູ້ກັບຜູ້ຮຸກຮານຈາກຕ່າງປະເທດ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ປະ​ເທດ​ພວມ​ມີ​ການ​ຫັນປ່ຽນ​ຢ່າງ​ແຂງ​ແຮງ, “ຈຸດໝາຍປາຍທາງທີ່ໜ້າເຊື່ອຖືຂອງ​ນັກ​ລົງທຶນ​ຕ່າງປະ​ເທດ”, “ເສດຖະກິດທີ່ພົ້ນເດັ່ນ​ໃໝ່”, “ຈຸດໝາຍປາຍທາງວັ​ດທະນະທຳ​ແຖວ​ໜ້າ​ຂອງອາຊີ”, ປະ​ເທດ​ທີ່​ພວມ​ບືນ​ຕົວ​ຂຶ້ນ​ຢ່າງ​ແຂງ​ແຮງ, ​ແມ່ນ​ໜຶ່ງ​ໃນ​ບັນດາ “​ແບບຢ່າງ” ​ໃນ​ການ​ປະຕິບັດ​ຢ່າງ​ມີ​ປະສິດທິ​ຜົນ​ໃນ​ການ​ຫຼຸດຜ່ອນ​ຄວາມທຸກ​ຍາກ, ຮັກສາ​ສະພາບ​ແວດ​ລ້ອມ​ສັນຕິພາບ​ແລະສະຖຽນ​ລະ​ພາບ; ເປັນ​ປະ​ເທດ​ທີ່​ປະຕິບັດ​ການ​ປ່ຽນ​ແປງ​ໃໝ່​ສຳ​ເລັດ​ຜົນ, ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ​ຢ່າງ​ກວ້າງ​ຂວາງ, ເປັນ​ຄູ່​ຮ່ວມ​ມື​ທີ່​ເຊື່ອ​ຖື​ໄດ້ ແລະ ມີ​ຄວາມ​ຮັບ​ຜິດ​ຊອບ, ສະ​ແດງ​ບົດ​ບາດ​ຢ່າງ​​ເປັນ​ເຈົ້າ​ການແລະຕັ້ງໜ້າ​ ເຂົ້າ​ໃນ​ວຽກ​ງານ​ຮ່ວມ​ຂອງ​ພາກ​ພື້ນ ແລະ ໂລກ.

ດ້ວຍ​ບົດບາດການ​ປູທາງ ກະ​ຕູ້ນ ສົ່ງ​ເສີມ ລະດົມ ດູດ​ຊຶມ, ປະສານ​ສົມທົບ​ຢ່າງ​ແໜ້ນ​ແຟ້ນກັບ​ບັນດາ​ການ​ເຄື່ອນ​ໄຫວ​ທາງ​ການ​ທູດ​ທີ່​ຫຼາກ​ຫຼາຍ​ແລະອຸດົມສົມບູນ, ການທູດ​ວັດທະນະທຳ​ໄດ້​ແລະ​ພວມ​ປະກອບສ່ວນຍົກ​ສູງ​ລະດັບ​ແລະ​ຖານະ​ບົດບາດ​ຂອງ​ປະ​ເທດ, ຍາດ​ແຍ່ງ​ເອົາ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ ​ແລະ ​ສະໜັບສະໜູນ ຂອງ​ປະຊາຊົນ​ໂລກຕໍ່​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ແລະສັງ​ຄົມຂອງ​ປະຊາຊົນ​ຫວຽດນາມ. ສິ່ງ​ດັ່ງກ່າວ​ສະ​ແດງ​ອອກ​ຢ່າງ​ຈະ​ແຈ້ງ​ໃນ​ດ້ານຕ່າງໆຕໍ່​ໄປ​ນີ້:

ທີ​ໜຶ່ງ, ປັບປຸງແລະຮັກສາ​ສະພາບ​ແວດ​ລ້ອມ​ສັນຕິພາບ ​ແລະ ຄວາມໝັ້ນຄົງ, ສ້າງ​ເງື່ອນ​ໄຂ​ທີ່​ເອື້ອອຳນວຍຕໍ່​ການ​ພັດທະນາ​ຂອງ​ປະ​ເທດ. ດ້ວຍ​ພາລະກິດ​ອັນ​ໃຫຍ່​ຫຼວງ​ໃນ​ການ​ປະກອບສ່ວນ “ປົກ​ປັກ​ຮັກສາ​ປະ​ເທດ​ແຕ່ກ່ອນ, ​​ແຕ່​​ໄກ, ​ແຕ່​ເມື່ອ​ປະ​ເທດ​ບໍ່​ມີ​​ໄພ​ອັນຕະລາຍ”, ພ້ອມ​ກັນ​ນັ້ນ​ກໍ່​ໄຫວ​ພິບ​ແລະປະດິດ​ສ້າງ​ ໃນ​ການ​ຊອກ​ຫາ​ວິທີ​ການ​ໃໝ່​ເພື່ອຊຸກຍູ້​ການ​ຮ່ວມ​ມື​ສາກົນ, ສ້າງ​ເງື່ອນ​ໄຂ​ສາກົນ​ທີ່​ເອື້ອ​ອຳນວຍ ​ເພື່ອສ້າງສາ​ແລະ​ພັດທະນາ​ປະ​ເທດ, ​ເພີ່ມ​ທະວີ​ທ່າ​ແລະ​ກຳລັງ​ແຮງ​ຂອງ​ປະ​ເທດ, ການ​ທູດ​ຫວຽດນາມ​ໃນ​ນັ້ນ​ມີການທູດ​ວັດທະນະທຳ ​ໄດ້​ປະກອບສ່ວນ​ຍົກ​ສູງ​ປະສິດທິ​ຜົນ ​ແລະ ​ເພີ່ມ​ທະວິ​ການ​ພົວພັນ​ກັບ​ບັນດາ​ຄູ່​ຮ່ວມ​ມື​ສາກົນ, ​ເປີດ​ກວ້າງການ​ພົວພັນ​ກັບຄູ່​ຮ່ວມ​ມື​ສາກົນ ​ໃນ​ນັ້ນ​ມີ 30 ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ແລະຄູ່​ຮ່ວມ​ມື​ຮອບດ້ານ ລວມທັງທຸກປະເທດທີ່​ເປັນ​ສະມາຊິກ​ຖາວອນ​ຂອງສະພາຄວາມໝັ້ນຄົງ​ແຫ່ງສະຫະປະຊາຊາດ, ປະ​ເທດ​ສ່ວນ​​ໃຫຍ່ທີ່​ເປັນ​ສະມາຊິກ​ຂອງ​ກຸ່ມ​ການ​ເມືອງ, ​ເສດຖະກິດ​ທີ່ສຳຄັນ​ຂອງ​ໂລກ, ​ໂດຍ​ສະ​ເພາະ​ປະ​ເທດ​ເພື່ອນ​ບ້ານ.

ທີ​ສອງ, ປະກອບສ່ວນ​ຊຸກ​ຍູ້​ການ​ພັດທະນາ​ເສດຖະກິດ, ສ້າງ​ພື້ນຖານ​ເພື່ອ​ຜັນ​ຂະຫຍາຍ​ການ​ທູດ​ໃນ​ທຸກ​ດ້ານ: ການ​ເມືອງ - ​ເສດຖະກິດ - ວັດທະນະທຳ​ - ສັງຄົມ, ​ໂດຍ​ສະ​ເພາະ​ທາງ​ດ້ານ​ເສດຖະກິດ ​ເພື່ອ​ຮັບ​ໃຊ້​ຜົນ​ປະ​ໂຫຍ​ດຂອງ​ປະ​ເທດ. ການ​ໂຄສະນາ​ເຜີຍ​ແຜ່​ພາບ​ພົດ​ຂອງ​ປະ​ເທດປະກອບສ່ວນ​ໃນ​ການ​ດຶງ​ດູດ​ຊັບພະຍາກອນ​ການ​ລົງທຶນຂະໜາດ​ໃຫຍ່, ສົ່ງ​ເສີມ​ການ​ຄ້າ ການທ່ອງທ່ຽວ, ຍາດ​ແຍ່ງ​ເອົາ​​ແຫຼ່ງພະລັງ, ຄວາມ​ຮູ້​ດ້ານ​ວິທະຍາສາດ ​ເຕັກ​ໂນ​ໂລ​ຊີ​ແລະ​ການ​ສຶກສາ​ ຂອງ​ປະ​ເທດ​ທີ່​ກ້າວໜ້າ... ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການປະຕິບັດບັນດາເປົ້າໝາຍການພັດທະນາເສດຖະກິດ​ແລະສັງຄົມ.  

ທີ​ສາມ, ຍາດ​ແຍ່ງ​ເອົາຄວາມ​ເຫັນ​ດີ​ເຫັນ​ພ້ອມ​ແລະ​ການ​ສະໜັບສະໜູນ ຂອງ​ປະຊາຊົນ​ໂລກ ຕໍ່ພາລະກິດ​ການ​ຕໍ່ສູ້​ເພື່ອ​ປົກ​ປັກ​ຮັກສາ​ເອກະລາດ, ​ອະທິປະ​ໄຕ ​ແລະ ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນຂອງ​ປະ​ເທດ. ການ​ທູດ​ຫວຽດນາມ​ໄດ້​​ປະກອບສ່ວນ​ຕໍ່ສູ້​ໃນ​ດ້ານ​ການ​ທູດ, ກົດໝາຍ ​ແລະ ຫາງ​ສຽງ​ສາກົນ​ຢູ່​ບັນດາ​ອົງການ​ແລະສະ​ຖາ​ບັນ​ພາກ​ພື້ນ, ປະກອບສ່ວນ​ແກ້​ໄຂ​ບັນດາ​ບັນຫາ​ທີ່​ກ່ຽວຂ້ອງ​ກັບ​ຜົນ​ປະ​ໂຫຍ​ດຂອງ​ຊາດ-ປະ​ເທດຊາດ, ປົກ​ປ້ອງ​ອະທິປະ​ໄຕ ​ເອກະ​ພາບ ​ແລະ ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ ​ຂອງ​ປະ​ເທດ​ຊາດ. ພ້ອມ​ກັນ​ນັ້ນ, ຕໍ່ສູ້​ປະຕິ​ເ​ສດຖ້ອຍທຳ​ນອງທີ່​ບໍ່​ຖືກຕ້ອງ, ​ເປັນ​ສັດຕູ, ຂໍ້​ມູນ​ໃນ​ແງ່​ລົບ​ແລະບິດ​ເບືອນ​ສະພາບ​ການ​ຢູ່ຫວຽດນາມ, ປະກອບສ່ວນ​ປົກ​ປັກ​ຮັກສາ​ລະບອບ​ ແລະ ຄວາມ​ໝັ້ນຄົງ​ແຫ່ງ​ຊາດ.

ທີ່​ສີ່, ປະກອບສ່ວນ​​ເປີດ​ກວ້າງ​ການ​ແລກປ່ຽນວັດທະນະທຳກັບ​ຕ່າງປະ​ເທດ, ​ເພີ່ມ​ທະວີ​ຄວາມ​ເຂົ້າ​ໃຈ​ເຊິ່ງກັນ​ແລະ​ກັນ​ ລະຫວ່າງ​ຫວຽດນາມ​ກັບບັນດາ​ປະ​ເທດ​ທີ່​ຫວຽດນາມ​ຍັງ​ບໍ່​ທັນ​ມີ​ການ​​ແລກປ່ຽນ​ເປັນ​ປະຈຳ ​ເພື່ອ​ສ້າງ​ພື້ນຖານ​ໃຫ້​ແໜ້ນ​ແຟ້ນກ່ວາ​ອີກ ​ແລະ ຮັດ​ແໜ້ນ​ການ​ພົວພັນ​ລະຫວ່າງຫວຽດນາມ ​ແລະ ບັນດາ​ປະ​ເທດ. ຄ່ອຍໆສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ, ນຳ​ການ​ພົວພັນ​ຄູ່​ຮ່ວມ​ມື​ເຂົ້າສູ່​ລວງ​ເລິກ, ສະຖຽນ​ລະ​ພາບ ​ແລະ ຍືນ​ຍົງ. ຜ່ານ​ບັນດາ​ເຫດການ​ພົວພັນ​ຕ່າງປະ​ເທດທີ່ສຳຄົນ​ທີ່​ຈັດ​ຕັ້ງ​ຢູ່​ຫວຽດນາມ, ບັນດາ​ການ​ຢ້ຽມຢາມ​ຂອງການ​ນຳ​ພັກແລະລັດ​​ໃນປະ​ເທດ​ຕ່າງໆ, ບັນດາ​ການ​​ເຄື່ອນ​ໄຫວແລກປ່ຽນວັດທະນະທຳ ສິລະ​ປະ ​ໄດ້​ປະ​ກອບ​ສ່ວນທີ່​ຕັ້ງໜ້າ ​ເຮັດ​ໃຫ້​ມີ​ການ​ປ່ຽນ​ແປງ​ໃນ​ຄວາມ​ຮັບ​ຮູ້ກ່ຽວ​ກັບ​ຫວຽດນາມຂອງ​ບັນດາ​ຄູ່​ຮ່ວມ​ມືສາກົນ, ​ເພີ່ມ​ທະວີ​ຄວາມ​ເຂົ້າ​ໃຈ​ເຊິ່ງກັນ​ແລະ​ກັນ, ຊຸກຍູ້​ການ​ຮ່ວມ​ມື​ແລະ​ມິດຕະພາບ.

ທີ​ຫ້າ, ​ເປັນ​ຂົວ​ຕໍ່​ລະຫວ່າງ​ປະຊາ​ຄົມ​ຊາວ​ຫວຽດນາມອາ​ໄສ​ຢູ່​ຕ່າງປະ​ເທດ ກັບ ປະຊາ​ຊົມ​ພາຍ​ໃນ​ປະ​ເທດ ​ແລະ ບ້ານ​ເກີດ​ເມືອງ​ນອນ, ປະ​ເທດ​ຊາດ, ​ເພີ່ມ​ທະວີ​ກຳລັງ​ແຮງ​ແຫ່ງ​ຊາດ, ຮັດ​ແໜ້ນ​ຄວາມ​ສາມັກຄີ, ປຸກລຸກ​ຄວາມ​ເອກອ້າງ​ທະນົງ​ໃຈ​ຂອງ​ຊາດ ​ແລະຈິດ​ໃຈ​ຫັນ​ໜ້າ​ມາ​ຫາຕົ້ນ​ກຳ​ເນີດ, ປຸກພະລັງ​ແຮງ​ອັນ​ໃຫຍ່​ຫຼວງ​ຂອງ​ປະຊາ​ຄົມຊາວ​ຫວຽດນາມ​ຢູ່ຕ່າງປະ​ເທດ​ ເພື່ອ​ປະກອບສ່ວນ​ທີ່​ຕັ້ງໜ້າ​ເຂົ້າ​ໃນ​ການ​ພັດທະນາ​ປະ​ເທດ.

​ໃນ​ສະພາບ​ທີ່​ໂລກ​ພວມ​ປະ​ເຊີນ​ໜ້າ​ກັບ​ວິ​ກິດ​ການ​ໃນ​ທຸກ​ຂົງ​ເຂດ​ຍ້ອນການລະບາດ​ຂອງ​ໂຄ​ວິດ-19, ບັນດາ​ປະ​ເທດ​ລ້ວນ​ແຕ່​ລວມສູນການນຳ​ໃຊ້​ແຫຼ່ງກຳລັງ​ຂອງ​ຕົນ​ໃນ​ການໂຄສະນາ​ເຜີຍ​ແຜ່ພາບພົດ​ຂອງ​ປະ​ເທດ​ທາງ​ອອນ​ລາຍ ​ເພື່ອ​ສະໜອງ​ຂໍ້​ມູນ​ຂ່າວສານ, ​ໂຄສະນາ​ແລະສົ່ງ​ເສີມ​ການທ່ອງທ່ຽວ. ສິ່ງ​ດັ່ງກ່າວສ້າງ​ການ​ແຂ່ງຂັນ​ແລະການ​ແກ່ງ​ແຍ້​ງທີ່​ຮຸນ​ແຮງລະຫວ່າງປະເທດຕ່າງໆ ໃນການສົ່ງເສີມພາບພົດແລະ​ເຄື່ອງໝາຍ​ການ​ຄ້າຂອງຊາດຕົນ.

​ເພື່ອ​ເພີ່ມ “ການ​ຮັບ​ຮູ້​ກ່ຽວ​ກັບ​ຫວຽດນາມ” ​ໃນ​ຂອບ​ເຂດທົ່ວ​ໂລກ, ຄວນ​ພິຈາລະນາ​ວິທີ​ແກ້​ບັນຫາ​ຕໍ່​ໄປ​ນີ້:

ທີ​ໜຶ່ງ, ສ້າງ​ຍຸດ​ທະ​ສາດ​​ແຫ່ງ​ຊາດໂດຍ​ລວມ​ແລະ​ຮອບດ້ານ​​​ໃນ​ການ​ໂຄສະນາ ​ເຜີຍ​ແຜ່​ພາບ​ພົດ​ຂອງ​ຫວຽດນາມ​ໄປ​ທົ່ວ​ໂລກ, ​ເໝາະ​ສົມກັບ​ແຕ່​ລະສະ​ໄໝ ​ໄລຍະ​ເວລາ​ແຫ່ງ​ການ​ພັດທະນາ​ຂອງ​ປະ​ເທດ, ​ໂດຍ​ມີ​ການ​ປະສານ​ງານ​ແລະ​ເຊື່ອມ​ໂຍງ​ລະຫວ່າງບັນດາ​ເຂດ ພາກ ທ້ອງ​ຖິ່ນ ຂະ​ແໜງການ ຂົງ​ເຂດ, ດ້ວນ​ການ​ເຂົ້າຮ່ວຂອງຫຼາຍ​ພາກສ່ວນ​ໃນ​ສັງຄົມ. ​ໃນ​ໂລກ​ປະຈຸ​ບັນ, ຫຼາຍ​ປະ​ເທດ​ໄດ້​ສ້າງຍຸດ​ທະ​ສາດ​ການ​ສື່​ສານ, ​ໂຄສະນາ​ເຜີຍ​ແຜ່​ພາບ​ພົດ​ແລະ​ເຄື່ອງໝາຍ​ການ​ຄ້າ​ຂອງ​ຊາດ, ​ເຊິ່ງ​ໄດ້ຜັນ​ຂະ​ຫຍາຍ​ຂະ​ໜາດ​ໃຫຍ່ ແລະ​ໄດ້​ຮັບຜົນ​ສຳ​ເລັດ; ບັນດາ​ກົນ​ໄກ ນະ​ໂຍບາຍ​ໄດ້​ຮັບ​ການ​ເພີ່ມ​ເຕີມ, ອັບ​​ເດດ ​ແລະ​ ປັບປຸງ​ບູລະນະ​ຢ່າງ​ສະໝ່ຳສະ​ເໝີ, ສອດຄ່ອງ​ກັບ​ພຶດຕິ​ກຳ​ຕົວ​ຈິງ​ແຫ່ງ​ການ​ພັດທະນາ​ປະ​ເທດ. ສ້າງ​ຍຸດ​ທະ​ສາດ​​ໂດຍລວມ, ​ເຊື່ອມ​ໂຍງ​​ກິດຈະກຳ​ການ​ທູດ​ວັດທະນະທຳ​ໃນ​ການຜັນ​ຂະຫຍາຍ​ຍຸດ​ທະ​ສາດ​ພັດທະນາ​ເສດຖະກິດ - ສັງຄົມ, ຍຸດ​ທະ​ສາດ​ພັດທະນາ​ວັດທະນະທຳ, ຍຸດ​ທະ​ສາດ​ພັດທະນາ​ການທ່ອງທ່ຽວ​ຫວຽດນາມ,... ​ເພື່ອ​ແນ​ໃສ່​ສ້າງຜົນ​ກະທົບ​ສັງ​ເຄາະຕໍ່​ການ​ປະຕິບັ​ດ​ເປົ້າ​ໝາຍການ​ພັດທະນາ​ເສດຖະກິດ - ສົງ​ຄົມ​ຂອງ​ບັນດາ​ທ້ອງ​ຖິ່ນ​ແລະ​ທົ່ວ​ປະ​ເທດ ​ເຊິ່ງຈະ​ເປັນ​ພື້ນຖານ​ເພື່ອ​ຜັນ​ຂະຫຍາຍ​ຢ່າງ​ເປັນ​ລະບົບ​ແລະ​ມີ​ປະສິດທິ​ຜົນ ​ໃນ​ການ​ນຳ​ພາບ​ພົດ​ຂອງ​ຫວຽດນາມ​ໄປ​ທົ່ວ​ໂລກ.

ທີ​ສອງ, ກຳນົດທີ່​ຕັ້ງ​ຂອງ​ພາບ​ພົດ​ຂອງ​ຫວຽດ​ນາມ, ເຫັນ​ໄດ້​ຊັດ​ເຈນ​ວ່າ​ ພວກ​ເຮົາ​ຢູ່​ ໃສໃນແຜນທີ່​ເຄື່ອງໝາຍ​ການ​ຄ້າໂລກ. ​ເພື່ອ​ສ້າງ​ແລະ​ໂຄສະນາ​ເຜີຍ​ແຜ່​ພາບ​ພົດ​ຂອງ​ປະ​ເທດ​ແມ່ນ​ຕ້ອງ​ມີຄວາມດຶງດູດ, ມີ​ລັກສະນະ​ສະ​ເພາະ, ມີ​ເອກະລັກ​ທີ່ໂດດເດັ່ນ. ​ໃນ​ປະຫວັດສາດ, ຊາດ​ຫວຽດນາມ​ໄດ້​ສ້າງ​ເອກະລັກ​ສະ​ເພາະ ໂດດເດັ່ນຂອງ​ຕົນ. ​ໃນ​ສະພາບ​ການ​ປະຈຸ​ບັນ, ຕ້ອງ​ມີ​ຄວາມ​ປະດິດ​ສ້າງ​ຫຼາຍ​ກວ່າ​ອີກ ​ໃນ​ການ​ສ້າງ​ຜະລິດ​ຕະພັນວັດທະນະທຳ “​ຫວຽດນາມ​ລ້ວນໆ”, ຜະລິດ​ຕະພັນທີ່​ປະສົມ​ປະສານ​ທັງ​ຄຸນຄ່າ​ດັ້ງ​ເດີມ​ແລະສຽງ​ສະທ້ອນ​ຂອງສະ​ໄໝ​ໃໝ່, ສ້າງຄວາມດຶງດູດ “ຈັບ​ໃຈ” ທີ່ແຕກຕ່າງກັນ​ໃນ​ຮູບ​ພາບທີ່ມີສີສັນຂອງວັດທະນະທໍາໂລກ.

ທີ​ສາມ, ສ້າງລະບົບຄຸນຄ່າມາດຕະຖານ, ຮູບພາບທີ່ສວຍງາມ, ບຸກຄະ​ລິກກະພາບ​ທົ່ວ​ໄປ​ຂອງຜູ້​ຄົນຫວຽດນາມ, ​ໂດຍ​ສະ​ເພາະ​ໃນ​ສະພາບ​ການ​ທີ່​ປະ​ເທດກຳລັງ​ກ້າວ​ເຂົ້າ​ສູ່​ໄລຍະ​ແຫ່ງ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ​ຢ່າງຮອບດ້ານ​ແລະ​​ເລິກ​ເຊິ່ງ. ​ເອກະສານ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ​ພັກ​ກອມ​ມູນິດ​ຫວຽດນາມ​ໄດ້​ລະບຸ: “ສຸມ​ໃສ່​ການ​ຄົ້ນຄວ້າ, ກຳນົດ ​ແລະ ຜັນ​ຂະຫຍາຍການ​ກໍ່ສ້າງ​ລະບົບ​ຄຸນຄ່າ​ແຫ່ງ​ຊາດ, ລະບົບ​ຄຸນຄ່າ​ວັດທະນະທຳ ​ແລະ ມາດຕະຖານ​ຜູ້​ຄົນ​ ​ໂດຍ​ຕິດ​ພັນ​ກັບ​ການ​ຮັກສາ, ພັດທະນາ​ລະບົບ​ຄຸນຄ່າ​ຄອບຄົວ​ຫວຽດນາມ”(8). ບັນດາ​ຄຸນຄ່າ​ຫຼັກ​ຂອງຜູ້​ຄົນ​ຫວຽດນາມ ​ເຊັ່ນ: ນ້ຳ​ໃຈ​ຮັກ​ຊາດອັນ​ແຮງ​ກ້າ, ​ເຈດຈຳນົງ​ເປັນ​ເຈົ້າ​ຕົນ​ເອງ​ແຫ່ງ​ຊາດ, ນ້ຳ​ໃຈ​ສາມັກຄີ, ຈິດສຳນຶກ​ຊຸມ​ຊົນ, ຄວາມເມດຕາ, ຄວາມອະນຸ​ໂລມ, ການເຄົາລົບ​ໃນ​ຄຸນທໍາ, ຄວາມກະຕັນຍູ, ຂະຫຍັນ​ໝັ່ນ​ພຽນ, ມີຄວາມຄິດສ້າງສັນໃນການເຮັດວຽກ…, ຕ້ອງ​ໄດ້​ຮັບ​ການ​ເພີ່ມ​ເຕີມ, ດັດ​ປັບ ​ແລະ ຍົກ​ຂຶ້ນ​ສູ່​ລະດັບ​ໃໝ່ ​ໃຫ້​ສອດຄ່ອງ​ກັບ​ຄວາມ​ຕ້ອງການ​ພັດທະນາ​ໃໝ່. ວຽກ​ງານ​ການ​ສຶກສາ​ອົບຮົມ​ຄຸນສົມບັດ, ມູນ​ເຊື້ອ​ວັດທະນະທຳ ​ແນວ​ຄິດ, ສ້າງ​ບຸກຄະ​ລິກ​ແລະ​ວິຖີ​ຊີວິດ​ທີ່​ດີງາມ ຕ້ອງ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ເປັນສຳຄັນ; ການ​ຍົກ​ສູງ​ຄວາມ​ຮູ້​ຂອງ​ປະຊາຊົນ​ຕ້ອງ​​ຖື​​ເປັນ​ນະ​ໂຍບາຍ​ແຫ່ງ​ລັດ, ​ໂດຍ​ສະ​ເພາະຢ່າງ​ຍິ່ງ​ເມື່ອ​ຫວຽດນາມຍັງຕາມ​ຫຼັງ​ບັນດາ​ປະ​ເທດ​ພັດທະນາ​ແລ້ວ​ໃນ​ດ້ານ​ວິທະຍາສາດ-​ເຕັກ​ໂນ​ໂລ​ຢີ; “​ເຄື່ອງ​ຂອງ​ເດີນທາງ” ຂອງ​ພວກ​ເຮົາເພື່ອ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ​ຍັງ​ມີ​ໜ້ອຍ​ໃນ​ແງ່​ຂອງ ​ຊັບພະຍາກອນບຸ​ຄົນ​ທີ່​ມີ​ຄຸນ​ນະພາ​ບ. ​ແລະ​ ສິ່ງສຳຄັນ​ແມ່ນ​ວິທີການ “ປຸກ​ລະ​ດົມນ້ຳ​ໃຈ​ຮັກ​ຊາດ, ຈິດສຳນຶກ​ຊຸມ​ຊົນ, ​ເຈດ​ຈຳນົງ​ເປັນ​ເຈົ້າ​ຕົນ​ເອງ, ຄວາມພາກພູມໃຈຂອງຊາດ ແລະ ຄວາມປາຖະໜາທີ່ຈະບືນ​ຕົວຂຶ້ນ”(9), ​ເພື່ອ​ໃຫ້​ປະຊາຊົນ​ແຕ່ລະຄົນ​ໄດ້​ຮັບ​ຮູ້​ເຖິງ​ການ​ເຄົາລົບ, ອະນຸລັກ​ຮັກສາ, ສືບ​ຕໍ່ ​ແລະ ສົ່ງ​ເສີມ​ບັນດາ​ຄຸນຄ່າ​ຄວາມ​ງາມ​ແບບ​ດັ້ງ​ເດີມນັ້ນ.

ທີ​ສີ່, ​ເສີມ​ຂະຫຍາຍ​ພະລັງ​ນຸ່ນ​ວນຂອງ​ຊາດ ​ເພື່ອ​ຍູ້​ແຮງວຽກ​ງານ​ໂຄສະນາ​ເຜີຍ​ແຜ່​ບັນດາ​ຄຸນຄ່າ ​ແລະ ຜົນງານ​ທີ່​ຫວຽດນາມບັນລຸ​ໄດ້​ສູ່​ໂລກ. ຄຽງ​ຄູ່​ກັບ​ການ​ເສີມ​ຂະຫຍາຍ​ກຳລັງ​ແຮງ​ ຖານະ​ບົດບາດ ​ແລະ ກຽດ​ສັກ​ສີ​ຂອງປະ​ເທດ​ຫວຽດນາມ​ໃນ​ເວທີ​ສາກົນ​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ, ຄຸນຄ່າ​ພູມ​ສາດ-ຍຸດ​ທະ​ສາດ​ຂອງ​ຫວຽດນາມ ກໍ່​ໄດ້​ຮັບ​ຄວາມ​ສົນ​ໃຈ​ຈາກ​ ​ປະ​ເທດ​ໃຫຍ່ຫຼາຍປະ​​ເທດ. ນັ້ນ​ແມ່ນ​ຄວາມ​ສະດວກ ຂໍ້​ໄດ້​ປຽບ​ພື້ນຖານ ​ເພື່ອ​ໃຫ້ຫວຽດນາມ​​ຍາດ​ແຍ່ງ​ເອົາ​ການ​ສະໜັບສະໜູນ​ຂອງ​ບັນດາ​ປະ​ເທດ​ ຕໍ່​ນະ​ໂຍບາຍ​ປ່ຽນ​ແປງ​ໃໝ່​ແລະເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ, ຫັນປ່ຽນ​ທັດສະນະ​ຂອງ​ໂລກ​ຕໍ່​ຫວຽດນາມ​ໃນທາງ​ບວກ ​ແລະ ແທດ​ຈິງ.  

ທີ​ຫ້າ, ​ເພີ່ມ​ທະວີ​ການ​ຮ່ວມ​ມື​ແລະ​ແລກປ່ຽນວັດທະນະທຳດ້ວຍ​ບັນດາ​ຮູບ​ການ​ທີ່​ຫຼາກ​ຫຼາຍ ອຸດົມສົມບູນ, ຊຶມ​ເລິກ​ເຂົ້າ​ໃນ​ທຸກ​ຂົງ​ເຂດ​ຂອງ​ຊີວິດ​ສັງຄົມ. ​ໃນ​ສະພາບ​ການ​ແຜ່​ລະບາດ​ຂອງ​ພະຍາດ​ໂຄ​ວິດ-19 ຍັງ​ສັບສົນ ​ແລະ ບໍ່​ສາມາດ​ຄາດ​ຄະ​ເນ​ໄດ້, ເພື່ອ​ປັບ​ຕົວ​ເຂົ້າ​ກັບ​ສະພາບ​ການ​ໃໝ່​ຢ່າງຍືດຫຍຸ່ນ, ຈຳ​ເປັນຕ້ອງມີ​ການ​ປ່ຽນ​ແປງ​ໃໝ່ ​ແລະ​ສົ່ງ​ເສີມ​ວິທີ​ການ​ໃໝ່​ໃນ​ການ​ໂຄສະນາ ​ເຜີຍ​ແຜ່, ນຳ​ໃຊ້​ເຕັກນິກ​ດິຈີ​ຕອນ​ໃນ​ລາຍການວັດທະນະທຳ ສິລະ​ປະ​ອອນ​ລາຍ, ສົ່ງສີມ​​ພາບພົດ​ຂອງປະ​ເທດ​ຜ່ານ​ໂຊ​ຊຽນມີ​ເດຍ​, ​ບັນດາ​ເວັບ​ໄຊສັງ​ຄົມ​ເຊັ່ນ fanpage​, youtube ເພື່ອ​ສົ່ງ​ເສີມ​ການ​ເຊື່ອມ​ຕໍ່​ຂໍ້​ມູນ​ຂ່າວ​ສານ​ແລະ​ການ​ໂຄ​ສະ​ນາ​.

ທີ​ຫົກ, ຫັນ​ການ​ເຄື່ອນ​ໄຫວ​ໂຄສະນາ​ເຜີຍ​ແຜ່​ເປັນ​ສັງຄົມ, ລວມ​ເນື້ອ​ໃນ​ໂຄສະນາ​ພາບ​ພົດ​ຂອງ​ປະ​ເທດ​ໃນການ​ເຄື່ອນ​ໄຫວ​ການ​ເມືອງ ເສດຖະກິດ ວັດທະນະທຳ... ລະດົມ​ທຸກ​ແຫຼ່ງພະລັງ, ທຸກ​ພາກສ່ວນ ​ແລະ ​ຊຸມ​ຊົນ​​ໃຫ້ເຂົ້າ​ຮ່ວມການ​ໂຄສະນາ​ເຜີຍ​ແຜ່​ເຄື່ອງໝາຍ​ການ​ຄ້າ ​ແລະ ​ພາບ​ພົດ​ຂອງ​ຫວຽດນາມ. ບົດບາດສໍາຄັນຂອງ​ບັນດາ​ອົງການ, ກະຊວງ, ຂະ​ແໜງ​ການ, ການ​ເຂົ້າ​ຮ່ວມ​ຂອງ​ວິ​ສາ​ຫະກິດ​ແລະ​ປະຊາຊົນ, ການ​ເຊື່ອມ​ໂຍງບົດ​ບາດ​ຂອງ​ເຄືອ​ຂ່າຍ​ກົງ​ສຸນ​ຫວຽດ​ນາມ​​ໃນ​ນັບ​ຮ້ອຍ​ປະ​ເທດ​ທົ່ວ​ໂລກ ກໍ່​ຄື​ເຄືອ​ຂ່າຍ​ນັກ​ສຶກ​ສາຫວຽດນາມ​ໃນ​ຕ່າງປະ​ເທດ..., ເປັນ​ກຳລັງ​ລວມ​ເພື່ອ​ນຳ​ພາບ​ພົດ​ຂອງ​ຫວຽດນາມ​ໄປ​ທົ່ວ​ໂລກ ​ແລະ ນຳ​ໂລກ​ມາ​ສູ່ຫວຽດນາມ. ນອກຈາກ​ນັ້ນ, ການ​ເຂົ້າ​ຮ່ວມ​ຂອງ​ຊຸມ​ຊົນ​ຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດກໍ່​ຈະ “ປະກອບສ່ວນ​ຮັກສາ​ແລະ​ສົ່ງ​ເສີມ​ພາສາ​ຫວຽດນາມ, ​ເອກະລັກວັດທະນະທຳ ​ແລະ ​ມູນ​ເຊື້ອ​ຂອງ​ຊາດ, ດຶງ​ດູດ​​ແຫຼ່ງພະລັງ​ທີ່​ມີຄຸນ​ນະພາ​ບສູງຢູ່​ຕ່າງປະ​ເທດ ​ເພື່ອ​ປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ແບບ​ຍືນ​ຍົງ​ຂອງ​ປະ​ເທດ”(10).

***

​ໃນ​ໂລກ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ຜັນ​ຜວນດ້ວຍ​ຄວາມ​ສະດວກ, ​ໂອກາດ, ຄວາມ​ຫຍຸ້ງຍາກ, ສິ່ງ​ທ້າ​ທາຍ​ທີ່​ທັບ​ຊ້ອນ​ກັນ, ມີ​ຄວາມ​ບໍ່​ແນ່ນອນ​ທີ່​ອາດ​ເກີດ​ຂຶ້ນ​ຫຼາຍ​ຢ່າງ​ຕໍ່​ຂະ​ບວນ​ການ​ພັດ​ທະ​ນານັ້ນ, ຫວຽດນາມ​ພວມ​ມີ​ການ​ປ່ຽນ​ແປງ​ຢ່າງ​ຕັ້ງໜ້າ​ໃນ​ທຸກ​ຂົງ​ເຂດ​ເສດຖະກິດ ການ​ເມືອງ ​ແລະ ສັງຄົມ. ພາບ​ພົດ ຖານະ​ບົດບາດ​ ແລະ ຊື່​ສຽງ​ແຫ່ງ​ຊາດ​ຂອງ​ຫວຽດນາມນັບ​ມື້​ນັບ​ໄດ້​ຮັບ​ການ​ຢືນຢັນ ​ແລະ ​ເຊີດ​ຊູ​ໃນ​ເວທີ​ສາກົນ. ຄວາມ​ເຊື່ອ​ໝັ້ນ​ຂອງ​ປະຊາ​ຄົມ​ສາກົນ​ຕໍ່ສະ​ຖາ​ບັນ​ທາງ​ການ​ເມືອງ​ແລະ​ຄວາມ​ສາມາດ​ໃນ​ການ​ບໍລິຫານ​ປະ​ເທດ​ຂອງ​ຫວຽດນາມ​ນັບ​ມື້​ນັບ​ໝັ້ນຄົງ. ຄວາມ​​ປາດ​ຖະ​ໜາ​ຢາກ​ສ້າງ​ປະ​ເທດ​​ໃຫ້​ຈະ​ເລີ​ນຮຸ່ງ​ເຮືອງ​ນັບ​ມື້​ນັບ​​ໄດ້​ຮັບ​ການ​ປຸກຕື່ນ​ຢ່າງ​ແຂງ​ແຮງ. ດັ່ງນັ້ນ, ພາບ​ພົດຂອງ​ຫວຽດນາມ​ມີ​ຄວາມ​ໝັ້ນຄົງ ​ແລະ ເຕັມ​ໄປ​ດ້ວຍ​ຄວາມ​ສາ​ມາດ​​ໃນ​ການພັດ​ທະ​ນາ, ​ເຂົ້າ​​ຮ່ວມ​ໃນ​ການ​ສ້າງ​ສັນ​ຕິ​ພາບ​ຮ່ວມ​ກັບ​ໂລກ ​ເຊິ່ງຕ້ອງ​ສືບ​ຕໍ່​ໂຄສະນາ​ເຜີຍ​ແຜ່ຢ່າງ​ກວ້າງຂວາງ ​ເພື່ອປະກອບສ່ວນ​ເຂົ້າ​ໃນ​ການ​ເຕີບ​ໂຕ​ເສດຖະກິດ, ສະຖຽນ​ລະ​ພາບ​ທາງ​ການ​ເມືອງ ສັງຄົມ ຄວາມ​ໝັ້ນຄົງ ​ແລະ ການ​ປ້ອງ​ກັນ​ປະ​ເທດ.

​ເອກະສານ​ກອງ​ປະຊຸມ​ໃຫຍ່ຄັ້ງ​ທີ 13 ຂອງ​ພັກ​ໄດ້ລະບຸວ່າ: “ຈັດ​ຕັ້ງ​ເປັນ​ຢ່າງ​ດີ​ວຽກ​ງານຂໍ້​ມູນ​ຂ່າວສານຕ່າງປະເທດ​ ເພື່ອ​ໂຄສະ​ນາ​ເຜີຍ​ແຜ່​ພາບ​ພົດຂອງຊາດ, ຜູ້​ຄົນ ​ແລະ ວັດທະນະທຳຫວຽດນາມ​ໄປ​ທົ່ວ​ໂລກ”. ສືບ​ຕໍ່​ຍົກ​ສູງ​ຄຸນ​ນະພາ​ບ ​ແລະ ປະສິດທິ​ຜົນ​ຂອງ​ວຽກ​ງານວັດທະນະທຳກັບ​ຕ່າງປະ​ເທດ​ຂອງ​ຫວຽດນາມ ​ເພື່ອ​ແນ​ໃສ່ພັດທະ​ນາ​ວັດທະນະທຳ ​ແລະ​ ຜູ້​ຄົນ​ຫວຽດນາມ ​ຢ່າງຮອບດ້ານ. ຮັບ​ເອົາ​ບັນດາຄຸນຄ່າວັດທະນະທຳ ຂອງ​ມະນຸດຊາດ; ອະນຸລັກ ​ເສີມ​ຂະຫຍາຍ ​ແລະ ​ໂຄສະນາ​ເຜີຍ​ແຜ່ ບັນດາ​ຄຸນຄ່າວັດທະນະທຳຂອງ​ຫວຽດນາມ; ​ເຊີດ​ຊູ​ພາບ​ພົດ​ຂອ​ງປະ​ເທດ​ແລະຜູ້​ຄົນ​ຫວຽດນາມ, ​ເຖິງ​ປີ 2030 ພາບ​ພົດ​ຂອງ​ຊາດ​ຫວຽດນາມຈະໄດ້​​​ເຜີຍ​ແຜ່​ຢ່າງກວ້າງຂວາງ​ໃນ​ທົ່ວ​ໂລກ, ວັດທະນະທຳຫວຽດນາມ​ຈະໄດ້​ຮັບ​ການ​ຍອມຮັບ​ແລະ​ມີ​ສ່ວນ​ຮ່ວມ​ໃໝ່​ ໃນຊີວິດ​ວັດທະນະທຳສາກົນ. ສາມາດ​ເວົ້າ​ໄດ້​ວ່າ, ນີ້​ແມ່ນ​ບັນດາ​ທິດ​ທາ​ງພື້ນຖານ​ເພື່ອ​ໃຫ້​ໃນ​ຊຸມ​ປີ​ທີ່​ຈະ​ມາ​ເຖິງ, ການທູດ​ວັດທະນະທຳ ພ້ອມ​ກັບ​ການ​ທູດ​ການ​ເມືອງ ​ແລະ ການ​ທູດ​ເສດຖະກິດ ສືບ​ຕໍ່​ເສີມ​ຂະຫຍາຍ​ຄວາມ​ສາມາດບົ່ມ​ຊ້ອນ, ທ່າ​ແຮງ ​ແລະ ໝາກຜົນ​ທີ່​ບັນລຸ​ໄດ້​ ເພື່ອ​ປະກອບສ່ວນ​ນຳ​ປະ​ເທດ​ຊາດ​ຂຶ້ນ​ສູ່​ໄລຍະ​ໃໝ່​​ແຫ່ງ​ການ​ພັດທະນາ./.

--------------

(1) Cultural Diplomacy, #https://www.americansecurityproject.org/public-diplomacy-and-strategic-communication/cultural-diplomacy/

(2) ​ແບັ່ງ​ເຕີນ​ເລືອ​ງ: ການທູດ​ວັດທະນະທຳ ​ແລະ ພະລັງ​ນຸ່ມ​ນວນ​ຂອງ​ຈີນ: ທັດສະນະ​ໂລກາ​ພິວັດ (ບົດ​ແປ​ພາ​ສາ​ຫວຽດ​ນາມ​), ສພຈ ການ​ສອນ​ແລະ​ຄົ້ນຄວ້າ​ພາສາ​ຕ່າງປະ​ເທດ, ປັກ​ກິ່ງ, 2008, ໜ້າ 78.

(3) ​ເບິ່ງ: ຟ້າ​ມຢາ​ຄຽມ: “ການ​ທູດ​ຫວຽດນາມ​ສະ​ໄໝ​ໃໝ່​ໃນ​​ໄລຍະ​ການເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ”, ​ໃນ​ປຶ້ມພື້ນຖານ​ການ​ທູດ​ທີ່​ຮອບດ້ານ​ຂອງ​ຫວຽດນາມ​ໃນ​ໄລຍະ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ, ສພຈ ການ​ເມືອງ​ແຫ່ງ​ຊາດ ສື້​ເຖິ້ດ, ຮ່າ​ໂນ້ຍ, 2015, ໜ້າ 507.

(4) http://nghiencuuquocte.org/2016/01/23/ngoai-giao-van-hoa-cultural-diplomacy/

(5) ແບັ່ງ​ເຕີນ​ເລືອ​ງ: ການທູດ​ວັດທະນະທຳ ​ແລະ ພະລັງ​ນຸ່ມ​ນວນ​ຂອງ​ຈີນ: ທັດສະນະ​ໂລກາ​ພິວັດ, ປຶ້ມ​ທີ່​ໄດ້​ແນະນຳ, ໜ້າ 439.

(6), (7) Jorge de Vincente: “State branding in the 21st century”, http://tufts.edu

(8) ​ເອກະສານ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງທີ 13, ສພຈ ການ​ເມືອງ​ແຫ່ງ​ຊາດ ສື້​ເຖິ້ດ, ຮ່າ​ໂນ້ຍ, ​ເຫຼັ້ມ 1, ໜ້າ 143.

(9) ເອກະສານ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງທີ 13, ປຶ້ມ​ທີ່​ໄດ້​ແນະນຳ, ຮ່າ​ໂນ້ຍ, ເຫຼັ້ມ 2, ໜ້າ 135.

(10) ຄຳ​ສັ່ງ​ເລກທີ 25/CT-TTg, ລົງວັນ​ທີ 10 ກັນຍາ 2021, ຂອງ​ນາຍົກລັດຖະມົນຕີ, “ກ່ຽວ​ກັບ​ການ​ຍູ້​ແຮງ​ການ​ຜັນ​ຂະຫຍາຍ​ຍຸດ​ທະ​ສາດ​ວັດທະນະທຳການ​ຕ່າງປະ​ເທດ​ຂອງ​ຫວຽດນາມ”.

- ບົດ​ນີ້​ໄດ້​ລົງ​ພິມ​ໃນ​ວາລະສານ​ກອມ​ມູນິດ ສະບັບ​ທີ 976 (​ເດືອນ​ຕຸລາ 2021)