ການປ່ຽນແປງໃໝ່ແບບວິທີການນຳພາຂອງພັກ ຕໍ່ບັນດາສະມາຄົມຊາວຫວຽດນາມຢູ່ຕ່າງປະເທດ
ທ່ານເລຂາທິການໃຫຍ່ ຫງວຽນ ຝູ ຈ້ອງ ກັບຜູ້ຕາງໜ້າປະຊາຄົມຊາວຫວຽດນາມ ຢູ່ລັດເຊຍ _ພາບ: TTXVN
ແບບວິທີການນຳພາຂອງພັກ ຕໍ່ບັນດາສະມາຄົມຊາວຫວຽດນາມຢູ່ຕ່າງປະເທດ
ຜ່ານບັນດາໄລຍະການປະຕິວັດ
ຕະຫຼອດໄລຍະປະຫວັດສາດການປະຕິວັດ, ພາຍໃຕ້ການນຳພາຂອງພັກ, ປະຊາຄົມຊາວຫວຽດນາມຢູ່ຕ່າງປະເທດໄດ້ປະກອບສ່ວນສຳຄັນຫຼາຍຢ່າງ, ຍາມໃດກໍ່ຮ່ວມຂະບວນການ ແລະ ຄຽງບ່າຄຽງໄລ່ກັບພີ່ນ້ອງຮ່ວມຊາດໃນທົ່ວປະເທດ, ປະກອບສ່ວນເຂົ້າໃນໄຊຊະນະລວມ. ສະມາຄົມແມ່ນ “ບ່ອນອີງ”, ແມ່ນກອງກຳລັງ “ຫຼັກແຫຼ່ງ” ໃນການຈັດຕັ້ງປະຕິບັດແຜນນະໂຍບາຍ, ນະໂຍບາຍຂອງພັກກອມມູນິດຫວຽດນາມ ແລະ ລັດຫວຽດນາມ ກ່ຽວກັນການຂົນຂວາຍຊາວຫວຽດນາມຢູ່ຕ່າງປະເທດກັບຄືນເມືອບ້ານເກີດເມືອງນອນ.
ປະຈຸບັນ, ມີຊາວຫວຽດນາມກວ່າ 5,3 ລ້ານຄົນ ພວມດຳລົງຊີວິດ, ຮ່ຳຮຽນ ແລະ ເຮັດວຽກຢູ່ໃນກວ່າ 130 ປະເທດແລະດິນແດນ, ໂດຍມີສະມາຄົມຊາວຫວຽດນາມປະມານ 1.000 ແຫ່ງໃນທົ່ວໂລກ, ໃນນັ້ນ 500 ກວ່າແຫ່ງ ມີການພົວພັນຢ່າງແໜ້ນແຟ້ນ ກັບສຳນັກງານຜູ້ຕາງໜ້າຫວຽດນາມຢູ່ຕ່າງປະເທດ. ອາດຈະເວົ້າໄດ້ວ່າ, ສະມາຄົມຊາວຫວຽດນາມຢູ່ຕ່າງປະເທດ ໄດ້ພັດທະນາທາງດ້ານປະລິມານ ແລະ ສ່ວນປະກອບ ເຊິ່ງມີຮູບການແລະລັກສະນະການເຄື່ອນໄຫວທີ່ຫຼາກຫຼາຍ ອຸດົມສົມບູນ, ໂຄງປະກອບການຈັດຕັ້ງກໍໄດ້ຮັບການປັບປຸງຢ່າງຕໍ່ເນື່ອງ. ສະມາຄົມຊາວຫວຽດນາມຢູ່ຕ່າງປະເທດສ່ວນໃຫຍ່ໄດ້ເຄື່ອນໄຫວປະຕິບັດຫຼາຍກິດຈະກຳທີ່ອຸດົມສົມບູນ ແລະ ແທດຈິງ ເພື່ອຊ່ວຍໜູນພີ່ນ້ອງຮ່ວມຊາດ ໃນການປັບປຸງຊີວິດໃຫ້ໝັ້ນຄົງ ແລະ ເຊື່ອມໂຍງເຂົ້າກັບສັງຄົມທ້ອງຖິ່ນ, ສ້າງຄວາມຜູກພັນ ຮັກສາເອກະລັກວັດທະນະທຳທີ່ເປັນມູນເຊື້ອ ແລະ ສົ່ງເສີມຄວາມພາກພູມໃຈຂອງຊາດ, ປະກອບສ່ວນເຂົ້າໃນການພັດທະນາຂອງປະເທດ; ພ້ອມກັນນັ້ນ, ຊຸກຍູ້ການພົວພັນມິດຕະພາບ ແລະ ການພົບປະແລກປ່ຽນປະຊາຊົນ ລະຫວ່າງຫວຽດນາມ ກັບບັນດາປະເທດໃນໂລກ.
ພັກກອມມູນິດຫວຽດນາມ ແລະ ລັດຫວຽດນາມ ຍາມໃດກໍ່ເອົາໃຈໃສ່ຢ່າງໃກ້ຊິດເຖິງວຽກງານຊາວຫວຽດນາມຢູ່ຕ່າງປະເທດເວົ້າລວມ, ວຽກງານສະມາຄົມເວົ້າສະເພາະ. ໃນແຕ່ລະໄລຍະປະຫວັດສາດ, ພັກໄດ້ກຳນົດແບບວິທີການນຳພາທີ່ສອດຄ່ອງກັບສະມາຄົມຊາວຫວຽດນາມຢູ່ຕ່າງປະເທດ ເພື່ອລະດົມການປະກອບສ່ວນຂອງຊາວຫວຽດນາມຢູ່ຕ່າງປະເທດ ເຂົ້າໃນພາລະກິດປະຕິວັດຂອງຊາດ.
ໃນໄລຍະຕໍ່ສູ້ປົດປ່ອຍຊາດ ແລະ ໂຮມປະເທດຊາດເປັນເອກະພາບ, ການນຳພັກ ແລະ ລັດ ແລະ ປະທານໂຮ່ຈີມິນ ໄດ້ສ້າງຂະບວນການຊາວຫວຽດນາມຢູ່ຕ່າງປະເທດທີ່ຮັກຊາດຂຶ້ນໂດຍກົງ, ຈາກນັ້ນ ພັດທະນາເປັນສະມາຄົມຜູ້ຮັກຊາດຫວຽດນາມຢູ່ຕ່າງປະເທດ. ໃນສະພາບການໂລກສອງຂົ້ວ ແລະ ການຕໍ່ສູ້ທາງອຸດົມການໄດ້ກາຍເປັນສາຍເຫດເຮັດໃຫ້ອຳນາດການປົກຄອງຂອງບາງປະເທດສັ່ງຫ້າມ ບໍ່ໃຫ້ສະມາຄົມຜູ້ຮັກຊາດ ຫວຽດນາມຢູ່ຕ່າງປະເທດດຳເນີນການ, ດັ່ງນັ້ນ ສະມາຄົມສ່ວນໃຫຍ່ຈຶ່ງເຄື່ອນໄຫວຢ່າງລັບໆ. ຕໍ່ໜ້າສະພາບການດັ່ງກ່າວ, ພັກຈຶ່ງໄດ້ຊີ້ນຳບັນດາສະມາຄົມໂດຍກົງ ຜ່ານກອງກຳລັງຫຼັກແຫຼ່ງຂອງຜູ້ຮັກຊາດ, ສະມາຊິກພັກ ແລະ ປັນຍາຊົນ ດ້ວຍຮູບການຕົ້ນຕໍແມ່ນ ການໂຄສະນາຊວນເຊື່ອ ການຂົນຂວາຍຊັກຊວນ ແລະ ການປຸກລະດົມ. ບັນດາອົງການຈັດຕັ້ງພັກຮາກຖານໃນຕ່າງປະເທດ ກໍ່ຢູ່ພາຍໃຕ້ການຄຸ້ມຄອງ ແລະ ນຳພາຂອງຄະນະເລຂາທິການສູນກາງພັກໂດຍກົງ. ຈຸດໝາຍສູງສຸດຂອງໄລຍະນີ້ແມ່ນ ປົກປ່ອຍຊາດ ແລະ ໂຮມປະເທດຊາດເປັນເອກະພາບ.
ດ້ວຍການນຳພາທີ່ຖືກຕ້ອງຂອງພັກ ແລະ ການເຄື່ອນໄຫວທີ່ຂະຫຍັນຂັນແຂງຂອງກອງກຳລັງຫຼັກແຫຼ່ງ ແລະ ຂະບວນການຮັກຊາດຂອງສະມາຄົມຊາວຫວຽດນາມຢູ່ຕ່າງປະເທດ ໄດ້ລະດົມການເຂົ້າຮ່ວມຢ່າງແຂງຂັນຂອງຊາວຫວຽດນາມທີ່ອາໄສຢູ່ຕ່າງປະເທດ ສະໜັບສະໜູນຂະບວນການປະຕິວັດໃນປະເທດຢ່າງຕັ້ງໜ້າ. ຕົວຢ່າງເຊັ່ນຢູ່ປະເທດໄທ, ມີຊາວຫວຽດນາມຕ່າງດ້າວໃນໄທຫຼາຍກວ່າ 6.000 ຄົນໄດ້ເຂົ້າຮ່ວມໂດຍກົງ ໃນກອງກຳລັງປະກອບອາວຸດຕໍ່ຕ້ານໃນສະໜາມຮົບລາວ. ຫຼາຍຄົນໄດ້ເສຍສະຫຼະໃນການຕໍ່ສູ້ຕ້ານພວກລ່າເມືອງຂຶ້ນຝຮັ່ງ ເພື່ອປົກປັກຮັກສາເອກະລາດຂອງປະເທດຊາດ. ນັກສຶກສາຫວຽດນາມຈຳນວນຫຼາຍທີ່ຮ່ຳຮຽນຢູ່ບັນດາປະເທດຕາເວັນຕົກ ໄດ້ປຸກຂະບວນການເຄື່ອນໄຫວຕ້ານສົງຄາມ, ທວງເອົາເອກະລາດ ແລະ ເສລີພາບມາໃຫ້ປະເທດຕົນ. ນັກສຶກສາຫຼັກແຫຼ່ງສ່ວນໃຫຍ່ກາຍເປັນແກນນຳຂອງຂະບວນການຮັກຊາດຫວຽດນາມຢູ່ຕ່າງປະເທດໃນເວລາຕໍ່ມາ.
ພາຍຫຼັງປີ 1975, ປະເທດໄດ້ຮັບເອກະລາດ ເປັນເອກະພາບຢ່າງສົມບູນ ແລະ ກ້າວເຂົ້າສູ່ໄລຍະການກໍ່ສ້າງ ແລະ ພັດທະນາ, ແຕ່ນີ້ກໍ່ແມ່ນຈຸດເວລາທີ່ປະເທດປະເຊີນກັບຄວາມຫຍຸ້ງຍາກຫຼາຍຢ່າງ. ຕໍ່ໜ້າສະພາບການດັງກ່າວ, ບັນດາສະມາຄົມຊາວຫວຽດນາມທີ່ຮັກຊາດຢູ່ຕ່າງປະເທດ ໄດ້ຊອກຫາວິທີການປ່ຽນແປງແບບວິທີການເຄື່ອນໄຫວ, ດຳເນີນກອງປະຊຸມປ່ຽນຊື່ເປັນສະມາຄົມຫວຽດນາມ ເພື່ອດຶງດູດສະມາຊິກ ແລະ ຂະຫຍາຍການເຄື່ອນໄຫວ. ໃນຊຸມປີຕົ້ນທົດສະວັດທີ 80 ຂອງສະຕະວັດທີ 20, ການເຄື່ອນໄຫວຂອງບັນດາອົງການຮັກຊາດຫວຽດນາມ ຢູ່ຕ່າງປະເທດໄດ້ຊັກຊ້າລົງ ແລະ ອົງການຊາວຫວຽດນາມຢູ່ຕ່າງປະເທດກໍ່ຫຼຸດລົງ. ໃນຊຸມຊົນໄດ້ເລີ່ມກໍ່ຕັ້ງສະມາຄົມໃໝ່ຈໍານວນໜຶ່ງຂຶ້ນ ໂດຍມີວັດຖຸປະສົງເພື່ອສົ່ງເສີມການພົບປະແລກປ່ຽນ, ສະໜັບສະໜູນ ແລະ ຊ່ວຍເຫຼືອເຊິ່ງກັນແລະກັນ ໃນການດຳລົງຊີວິດໃນປະເທດເຈົ້າບ້ານ. ມາເຖິງປະຈຸບັນ, ເມື່ອຊີວິດການເປັນຢູ່ຂອງພີ່ນ້ອງຮ່ວມຊາດໝັ້ນຄົງກວ່າເກົ່າ, ຄວາມຕ້ອງການເຊື່ອມໂຍງຊຸມຊົນກັບບ້ານເກີດເມືອງນອນເພີ່ມຫຼາຍຂຶ້ນ, ມີຫຼາຍສະມາຄົມໄດ້ຮັບການສ້າງຕັ້ງ ແລະ ດຳເນີນການໂດຍໄດ້ຮັບການໜູນຊ່ວຍຈາກຄະນະຜູ້ແທນທາງການທູດຂອງຫວຽດນາມຢູ່ຕ່າງປະເທດ ແລະ ໄດ້ຮັບການຍອມຮັບຈາກລັດຖະບານເຈົ້າພາບ.
ໃນສະພາບການນັ້ນ, ແບບວິທີການນຳພາຂອງພັກຕໍ່ບັນດາສະມາຄົມກໍ່ໄດ້ຮັບການດັດແປງໃຫ້ເໝາະສົມ. ຄຳສັ່ງຂອງຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມສະບັບເລກທີ 09/CT-TW, ລົງວັນທີ 4 ຕຸລາ 1982, ກ່ຽວກັບວຽກງານຂົນຂວາຍຊາວຫວຽດນາມຢູ່ຕ່າງປະເທດ, ໄດ້ເນັ້ນໜັກວ່າ: ຂະບວນການຮັກຊາດຂອງຊາວຫວຽດນາມຢູ່ຕ່າງປະເທດ ແມ່ນກຳລັງມະຫາຊົນປະຕິວັດ ຂອງຊາວຫວຽດນາມຢູ່ຕ່າງປະເທດ, ແມ່ນບ່ອນອີງຂອງພັກແລະລັດຫວຽດນາມ ໃນວຽກງານຂົນຂວາຍຊາວຫວຽດນາມຢູ່ຕ່າງປະເທດ, ແມ່ນຜູ້ຊ່ວຍດ້ານການເມືອງ ແລະ ການທູດຂອງຫວຽດນາມ ຢູ່ຕ່າງປະເທດ.... ຄຳສັ່ງຍັງລະບຸຢ່າງຈະແຈ້ງ ເຖິງຄວາມຈຳເປັນຕ້ອງປັບປຸງການຈັດຕັ້ງຂະບວນການຮັກຊາດ ຂອງຊາວຫວຽດນາມຢູ່ຕ່າງປະເທດ... ປັບປຸງແລະພັດທະນາສະມາຄົມຊາວຫວຽດນາມທີ່ຮັກຊາກ... ຈັດຕັ້ງກໍາລັງຫຼັກແຫຼ່ງເປັນແກນນໍາພາຂະບວນການເຄື່ອນໄຫວ. ພັກກອມມູນິດຫວຽດນາມສຸມໃສ່ການກຳນົດທິດ, ສະໜັບສະໜູນ ແລະ ໄປຄຽງຄູ່ກັບການເຄື່ອນໄຫວຂອງສະມາຄົມ ໃນຮູບແບບການຊັກຊວນ ແລະ ການປຸກລະດົມທັງທາງດ້ານວັດຖຸ ແລະ ທາງຈິດວິນຍານ. ເປົ້າໝາຍລວມແມ່ນ ກໍ່ສ້າງປະຊາຄົມທີ່ສາມັກຄີ, ພັດທະນາ, ເຊື່ອມໂຍງເຂົ້າກັບສັງຄົມເຈົ້າພາບ ແລະ ຫັນມາສູ່ບ້ານເກີດເມືອງນອນ, ປະກອບສ່ວນກໍ່ສ້າງ ແລະ ປົກປັກຮັກສາປະເທດຊາດຫວຽດນາມ.
ກ້າວເຂົ້າສູ່ຍຸກແຫ່ງການປ່ຽນແປງໃໝ່, ພິເສດແມ່ນນັບແຕ່ເມື່ອເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງ, ພັກແລະລັດໄດ້ປະກາດໃຊ້ແຜນນະໂຍບາຍ ແລະ ນະໂຍບາຍຫຼາຍສະບັບ ກ່ຽວກັບວຽກງານຊາວຫວຽດນາມຢູ່ຕ່າງປະເທດ. ມະຕິຂອງກົມການເມືອງສູນກາງພັກສະບັບເລກທີ 36-NQ/TW, ລົງວັນທີ 26 ມີນາ 2004, ກ່ຽວກັບວຽກງານຊາວຫວຽດນາມຢູ່ຕ່າງປະເທດ ໄດ້ເນັ້ນໜັກເຖິງຄວາມຕ້ອງການ, ໜ້າທີ່ປັບປຸງ ແລະ ພັດທະນາ ບັນດາອົງການຈັດຕັ້ງສັງຄົມ ທີ່ເຮັດວຽກງານຂົນຂວາຍຊາວຫວຽດນາມຢູ່ຕ່າງປະເທດ, ເຊັ່ນ ສະມາຄົມພົວພັນກັບຊາວຫວຽດນາມຢູ່ຕ່າງປະເທດ, ສະມາຄົມພີ່ນ້ອງຂອງຊາວຫວຽດນາມຢູ່ຕ່າງປະເທດ ແລະ ຮູບແບບການເຕົ້າໂຮມອື່ນໆ ທີ່ຖືກຕ້ອງຕາມກົດໝາຍ ຕາມຄວາມປະສົງ ແລະ ລັກສະນະຂອງຊຸມຊົນໃນພື້ນທີ່ທີ່ຢູ່ອາໄສ. ຄຳສັ່ງຂອງກົມການເມືອງສູນກາງພັກສະບັບເລກທີ 45-CT/TW, ລົງວັນທີ 19 ພຶດສະພາ 2015, ຮຽກຮ້ອງໃຫ້ຄົ້ນຄວ້າ ພັດທະນານະໂຍບາຍ, ໜູນຊ່ວຍບັນດາສະມາຄົມ ແລະ ບັນດາກຳລັງສຳຄັນໃນຊຸມຊົນ; ຄົ້ນຄວ້າທົດລອງການຮັບຮູ້ບັນດາສາຂາສະມາຄົມຊາວຫວຽດນາມ ຢູ່ຕ່າງປະເທດ ເປັນສະມາຊິກຂອງແນວໂຮມປະເທດຊາດຫວຽດນາມ, ສະຫະພັນບັນດາອົງການມິດຕະພາບຫວຽດນາມ, ສະຫະພັນແມ່ຍິງຫວຽດນາມ, ສະຫະພັນຊາວໜຸ່ມຫວຽດນາມ... ຄຳສັ່ງຂອງນາຍົກລັດຖະມົນຕີສະບັບເລກທີ 19/2008/CT-TTg, ລົງວັນທີ 6 ມິຖຸນາ 2008, ໄດ້ກຳນົດໜ້າທີ່ການຈັດຕັ້ງ ແລະ ສ້າງຕັ້ງສະມາຄົມຊາວຫວຽດນາມຢູ່ຕ່າງປະເທດ ໃນພື້ນທີ່ທີ່ຜັນຂະຫຍາຍໄດ້, ກຳນົດທິດທາງ ແລະ ພັດທະນາກິດຈະກຳຂອງສະມາຄົມຊາວຫວຽດນາມຢູ່ຕ່າງປະເທດ.
ຄວາມຕ້ອງການໃໝ່ ໃນແບບວິທີການນຳພາຂອງພັກກອມມູນິດຫວຽດນາມ
ຕໍ່ບັນດາສະມາຄົມຊາວຫວຽດນາມຢູ່ຕ່າງປະເທດ
ສະພາບການໂລກ ແລະ ປະຊາຄົມຊາວຫວຽດນາມຢູ່ຕ່າງປະເທດໃນປະຈຸບັນ ພວມວາງຄວາມຕ້ອງການໃໝ່ ໃນແບບວິທີການນຳພາຂອງພັກ ຕໍ່ບັນດາສະມາຄົມ.
ກ່ຽວກັບສະພາບການໂລກ, ສະຖານະການໂລກພວມຄ່ອຍໆຫັນປ່ຽນໄປເປັນຫຼາຍຂົ້ວ, ຫຼາຍສູນກາງ; ການເຕົ້າໂຮມກຳລັງ, ການເຊື່ອມໂຍງ, ການແກ່ງແຍ້ງກັນ ລະຫວ່າງບັນດາປະເທດ ເກີດຂຶ້ນຢ່າງສັບສົນ; ບັນດາປະເທດທີ່ມີລະບອບການເມືອງ-ສັງຄົມ ທີ່ແຕກຕ່າງກັນ ທັງຮ່ວມມືແລະທັງຕໍ່ສູ້ກັນ ເພື່ອການຢູ່ຮ່ວມກັນໂດຍສັນຕິ. ໃນສະຖານະການດັ່ງກ່າວ, ການນຳພາຂອງພັກຕໍ່ບັນດາສະມາຄົມຊາວຫວຽດນາມຢູ່ຕ່າງປະເທດ ຕ້ອງໄດ້ເນັ້ນໜັກເຂົ້າໃນເປົ້າໝາຍ ລະດົມການເຂົ້າຮ່ວມຂອງຊາວຫວຽດນາມຢູ່ຕ່າງປະເທດ ເພື່ອສ້າງແລະຮັກສາສະພາບແວດລ້ອມສັນຕິພາບ, ສະຖຽນລະພາບ, ສິ່ງອຳນວຍຄວາມສະດວກ ໃຫ້ແກ່ການພັດທະນາ ແລະ ປົກປ້ອງເອກະລາດ, ອຳນາດອະທິປະໄຕ, ເອກະພາບ ແລະ ຜືນແຜ່ນດິນອັນຄົບຖ້ວນ ຂອງປະເທດຊາດ; ລະດົມຊັບພະຍາກອນເພື່ອປະກອບສ່ວນໂດຍກົງໃຫ້ແກ່ການພັດທະນາປະເທດ; ພ້ອມກັນນັ້ນ, ປະກອບສ່ວນຊຸກຍູ້ການພົວພັນມິດຕະພາບ ການຮ່ວມມືໃນຫຼາຍດ້ານ ແລະ ການພົບປະແລກປ່ຽນປະຊາຊົນລະຫວ່າງຫວຽດນາມ ແລະ ປະເທດເຈົ້າພາບ, ຜ່ານນັ້ນ ຊ່ວຍຍົກສູງຖານະບົດບາດຂອງປະເທດຫວຽດນາມ.
ກ່ຽວກັບສະພາບການພາຍໃນປະເທດ, ຄວາມຮັ່ງມີ, ຄວາມສາມາດບົ່ມຊ້ອນ, ຖານະບົດບາດ ແລະ ກຽດສັກສີຂອງປະເທດ ໄດ້ຮັບການປັບປຸງ ແລະ ເພີ່ມທະວີຢ່າງຕໍ່ເນື່ອງ; ການພົວພັນລະຫວ່າງຫວຽດນາມກັບບັນດາປະເທດນັບມື້ນັບເຂົ້າສູ່ລວງເລິກ. ດັ່ງນັ້ນ, ຄຽງຂ້າງການຂົນຂວາຍສະມາຄົມຊາວຫວຽດນາມຢູ່ຕ່າງປະເທດຫັນສູ່ບ້ານເກີດເມືອງນອນ, ພັກກອມມູນິດຫວຽດນາມກໍ່ກຳນົດໜ້າທີ່ຮັບຜິດຊອບ ໃນການເບິ່ງແຍງ ແລະ ໜູນຊ່ວຍຊາວຫວຽດນາມຢູ່ຕ່າງປະເທດສ້າງຄວາມໝັ້ນຄົງໃນຊີວິດ, ປົກປ້ອງຜົນປະໂຫຍດທີ່ຖືກຕ້ອງຕາມກົດໝາຍຂອງບັນດາອົງການ ແລະ ບຸກຄົນຊາວຫວຽດນາມຢູ່ຕ່າງປະເທດ, ປັບປຸງຖານະ ແລະ ກຽດສັກສີໃນສັງຄົມເຈົ້າບ້ານ. ສິ່ງດັ່ງກ່າວກໍ່ໄດ້ກຳນົດຄວາມຕ້ອງການໃໝ່ ສຳລັບບັນດາສຳນັກງານຜູ້ຕາງໜ້າຫວຽດນາມໃນຕ່າງປະເທດ, ຄະນະພັກ, ອົງການຈັດຕັ້ງພັກຢູ່ຕ່າງປະເທດ, ຄຽງຄູ່ກັບການດຳເນີນການທູດດ້ານການເມືອງ, ເສດຖະກິດ ແລະ ວັດທະນະທຳ, ຄວນເອົາໃຈໃສ່ກວ່າອີກ ເຖິງການຜັນຂະຫຍາຍວຽກງານຊາວຫວຽດນາມຢູ່ຕ່າງປະເທດ.
ກ່ຽວກັບສະພາບການຂອງປະຊາຄົມ ແລະ ສະມາຄົມຊາວຫວຽດນາມຢູ່ຕ່າງປະເທດ: ການຂະຫຍາຍແລະເປີດກວ້າງພື້ນທີ່ ແລະ ການກໍ່ຕົວຂອງຊາວຫວຽດນາມຢູ່ຕ່າງປະເທດລຸ້ນໃໝ່ ດ້ວຍຄວາມຫຼາກຫຼາຍ ແລະ ຄວາມສັບສົນດ້ານທັດສະນະການເມືອງ ຮຽກຮ້ອງໃຫ້ພັກກອມມູນິດຫວຽດນາມ ຕ້ອງເສີມຂະຫຍາຍບົດບາດນຳພາ, ກຳນົດທິດທາງ ແລະ ຊີ້ນຳບັນດາສະມາຄົມ.
ໃນຊຸມປີມໍ່ໆມານີ້, ສະມາຄົມໃໝ່ຫຼາຍແຫ່ງໄດ້ຮັບການສ້າງຕັ້ງ ແລະ ມີບົດບາດຫຼາຍກວ່າເກົ່າ ໃນການສາມັກຄີ ແລະ ເຕົ້າໂຮມຊຸມຊົນ, ໃນນັ້ນ ມີອົງການຂ້າມຊາດເກີດຂຶ້ນ ແລະ ປະກົດຕົວຫຼາຍກວ່າເກົ່າ. ອີກຈຸດທີ່ໜ້າສັງເກດແມ່ນ, ບັນດາສະມາຄົມແບບດັ້ງເດີມສືບຕໍ່ໄດ້ຮັບການປັບປຸງທາງດ້ານການຈັດຕັ້ງ, ແຕ່ພວມປະເຊີນກັບຄວາມຫຍຸ້ງຍາກໃນການຮັກສາ ແລະ ເປີດກວ້າງການເຄື່ອນໄຫວ, ກໍ່ສ້າງແກນຫຼັກ ແລະ ພັດທະນາຄົນລຸ້ນຕໍ່ໄປ. ຜູ້ນຳລຸ້ນຫຼັກແຫຼ່ງສ່ວນໃຫຍ່ແມ່ນຜູ້ສູງອາຍຸ ແລະ ສຸຂະພາບບໍ່ດີ,ໃນຂະນະທີ່ຄົນລຸ້ນໃໝ່ມີຄວາມສົນໃຈໃນການທຳມາຫາກິນຫຼາຍກວ່າ, ບໍ່ຢາກເຂົ້າຮ່ວມວຽກງານສະມາຄົມເວົ້າສະເພາະ ແລະ ວຽກງານຂອງຊຸມຊົນໂດຍທົ່ວໄປ.
ປະຈຸບັນ, ຍັງບໍ່ມີກົນໄກສຳລັບໜູນຊ່ວຍທາງດ້ານແຫຼ່ງພະລັງໃຫ້ແກ່ສະມາຄົມຊາວຫວຽດນາມຢູ່ຕ່າງປະເທດ. ເງິນທຶນສຳລັບການເຄື່ອນໄຫວ ແລະ ການຈັດຕັ້ງກິດຈະກຳຂອງສະມາຄົມນັ້ນ ສ່ວນຫຼາຍແມ່ນມາຈາກການປະກອບສ່ວນຂອງຊາວຫວຽດນາມຢູ່ຕ່າງປະເທດ ຫຼື ລະດົມຈາກແຫຼ່ງສະໜັບສະໜູນ. ເນື່ອງຈາກຊັບພະຍາກອນທີ່ມີຢູ່ຢ່າງຈໍາກັດ, ວຽກງານຂອງສະມາຄົມຈຶງຢຸດຢູ່ທີ່ການໃຫ້ກຳລັງໃຈ ຊຸກຍູ້ທາງຈິດວິນຍານເທົ່ານັ້ນ, ຍັງບໍ່ທັນຕອບສະໜອງຄວາມຕ້ອງການທາງດ້ານການເງິນ, ການຈັດກິດຈະກຳເພື່ອອະນຸລັກເອກະລັກທາງວັດທະນະທຳຂອງຊາດ, ການຫັນສູ່ບ້ານເກີດເມືອງນອນ ຫັນມາຫາປະເທດຊາດຂອງພີ່ນ້ອງຮ່ວມຊາດ... ຢູ່ບາງແຫ່ງ, ສຳນັກງານຜູ້ຕາງໜ້າຫວຽດນາມໃນຕ່າງປະເທດ ບໍ່ໄດ້ເອົາໃຈໃສ່ຢ່າງພຽງພໍເຖິງການກໍ່ສ້າງ ແລະ ພັດທະນາກຳລັງຫຼັກແຫຼ່ງໃນຊຸມຊົນ. ເລື່ອງນີ້ເປັນຜົນສະທ້ອນເຖິງການກຳນົດທິດ, ການສະໜັບສະໜູນ ແລະ ການຮ່ວມງານກັບການເຄື່ອນໄຫວຂອງສະມາຄົມ, ໂດຍສະເພາະແມ່ນ ສະມາຄົມຂອງນັກສຶກສາ ແລະ ຜູ້ອອກແຮງງານ ເຊິ່ງເປັນກຳລັງຫຼັກແຫຼ່ງໃນການຜັນຂະຫຍາຍວຽກງານຊາວຫວຽດນາມຢູ່ຕ່າງປະເທດ. ໃນຂະນະນັ້ນ, ບັນດາການຈັດຕັ້ງ, ບຸກຄົນຫວຽດນາມຫົວຮຸນແຮງຢູ່ຕ່າງປະເທດ ໄດ້ປ່ຽນໃໝ່ຮູບແບບການເຄື່ອນໄຫວຢ່າງຕໍ່ເນື່ອງ ສັບຊ້ອນກວ່າເກົ່າ, ພະຍາຍາມສວຍໃຊ້ບັນດາບັນຫາ “ຮ້ອນເຄືອງ ແລະ ຂໍ້ບົກພ່ອງ” ໃນປະເທດເພື່ອທຳລາຍພັກແລະລັດຫວຽດນາມ. ພວກສຸດຂົ້ວ ຫົວຮຸນແຮງມັກຕ້ານຢັນທຳລາຍ, ຂົ່ມຂູ່, ຊອກຫາວິທີທຳລາຍສະມາຄົມ ແລະ ບຸກຄົນທີ່ຂະຫຍັນຂັນເຄື່ອນ.
ຕໍ່ໜ້າສະພາບການທີ່ກ່າວມາຂ້າງເທິງ, ພັກແລະລັດຫວຽດນາມໄດ້ວາງຂໍ້ກຳນົດໃໝ່ຫຼາຍຂໍ້ກ່ຽວກັບວຽກງານຊາວຫວຽດນາມຢູ່ຕ່າງປະເທດເວົ້າລວມ ແລະ ວຽກງານສະມາຄົມເວົ້າສະເພາະ. ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກອມມູນິດຫວຽດນາມຊີ້ແຈ້ງວ່າ ໃນເວລາທີ່ຈະມາເຖິງ “ຕ້ອງຜັນຂະຫຍາຍວຽກງານຊາວຫວຽດນາມຢູ່ຕ່າງປະເທດຢ່າງຮອບດ້ານ ແລະ ແຂງແຮງ”. ບົນພື້ນຖານນັ້ນ, ບົດສະຫຼຸບຂອງກົມການເມືອງສູນກາງພັກສະບັບເລກທີ 12-KL/TW, ລົງວັນທີ 12 ສິງຫາ 2021, “ກ່ຽວກັບວຽກງານຊາວຫວຽດນາມຢູ່ຕ່າງປະເທດໃນສະພາບການໃໝ່” ໄດ້ກຳນົດວ່າ ບັນດາໜ້າທີ່ແລະວິທີການແກ້ໄຂໃນເວລາຕໍ່ໜ້າ ຈະຕ້ອງສະແດງຢ່າງຈະແຈ້ງເຖິງ ຄວາມຮັກແພງ ແລະ ຄວາມຮັບຜິດຊອບຂອງພັກ ແລະ ລັດ ໃນການເບິ່ງແຍງດູແລປະຊາຄົມຊາວຫວຽດນາມຢູ່ຕ່າງປະເທດ. ໃນນັ້ນມີຄວາມຕ້ອງການກ່ຽວກັບການປ່ຽນແປງໃໝ່, ຮູບແບບການດຳເນີນງານທີ່ຫຼາກຫຼາຍ, ຄວາມຍືດຫຍຸ່ນໃນການລະດົມຊາວຫວຽດນາມຢູ່ຕ່າງປະເທດ; ສືບຕໍ່ໃຫ້ຄວາມສຳຄັນ, ເອົາໃຈໃສ່ຊ່ວຍໜູນ ແລະ ເສີມຂະຫຍາຍບົດບາດຂອງບັນດາກຳລັງຫຼັກແຫຼ່ງໃນປະຊາຄົມ.
ສືບຕໍ່ປ່ຽນແປງໃໝ່ແບບວິທີການນຳພາຂອງພັກ
ຕໍ່ບັນດາສະມາຄົມຊາວຫວຽດນາມຢູ່ຕ່າງປະເທດ
ທີໜຶ່ງ, ເພີ່ມທະວີການນຳພາຂອງພັກຜ່ານມະຕິ ແລະ ບັນດາທິດທາງ ແຜນນະໂຍບາຍ, ນະໂຍບາຍສຳຄັນ ກ່ຽວກັບວຽກງານຊາວຫວຽດນາມຢູ່ຕ່າງປະເທດ.
ພັກນຳພາລັດໃນການສືບຕໍ່ຫັນບັນດາທັດສະນະຊີ້ນຳຂອງພັກເປັນນິຕິກຳ ເປັນຂໍ້ບັງຄັບລະອຽດ ເຊິ່ງທັດສະນະຊີ້ນຳເຫຼົ່ານັ້ນມີຢູ່ໃນມະຕິສະບັບເລກທີ 36-NQ/TW, ຄຳສັ່ງສະບັບເລກທີ 45-CT/TW ແລະ ບົດສະຫຼຸບເລກທີ 12-KL/TW ຂອງກົມການເມືອງສູນກາງພັກ ກ່ຽວກັບວຽກງານຊາວຫວຽດນາມຢູ່ຕ່າງປະເທດ. ຕາມນັ້ນ, ລັດຕ້ອງສືບຕໍ່ປັບປຸງບູລະນະແລະຫັນເປັນອັນລະອຽດ ບັນດາແຜນນະໂຍບາຍ ແລະ ນະໂຍບາຍທີ່ກ່ຽວຂ້ອງກັບການສະໜັບສະໜູນ ການເຄື່ອນໄຫວຂອງສະມາຄົມຊາວຫວຽດນາມຢູ່ຕ່າງປະເທດ ໃນພື້ນທີ່ສຳຄັນຈຳນວນໜຶ່ງ, ມີຊາວຫວຽດນາມຈຳນວນຫຼວງຫຼາຍ, ໂດຍສະເພາະແມ່ນດ້ານແຫຼ່ງກຳລັງ ແລະ ເງິນທຶນ. ສຳລັບສະມາຄົມຈຳນວນໜຶ່ງທີ່ດຳເນີນງານຢ່າງມີປະສິດທິຜົນ, ມີອິດທິພົນກັບອຳນາດການປົກຄອງທ້ອງຖິ່ນ, ມີບົດບາດສຳຄັນໃນການສົ່ງເສີມການພົວພັນລະຫວ່າງຫວຽດນາມກັບປະເທດອື່ນໆ, ຈຳເປັນຕ້ອງຄົ້ນຄວ້າແລະສະໜັບສະໜູນເງິນທຶນຕາມກົນໄກສະເພາະ ບົນຫຼັກການທີ່ສະມາຄົມດຳເນີນການດ້ວຍຄວາມສະໝັກໃຈ, ເປັນເຈົ້າຕົນເອງ, ປົກຄອງຕົນເອງ, ໃຊ້ຈ່າຍການເງິນດ້ວຍຕົນເອງ, ລັດໃຫ້ທຶນດຳເນີນງານຮ່ວມກັບວຽກງານທີ່ໄດ້ຮັບມອບໝາຍ. ຄຽງຂ້າງການໜູນຊ່ວຍດ້ານການເງິນ, ໃນການປຶກສາຫາລືກັບລັດຖະບານປະເທດເຈົ້າພາບ, ຕ້ອງສືບຕໍ່ຂົນຂວາຍລັດຖະບານເຈົ້າພາບສ້າງເງື່ອນໄຂ ໃຫ້ບັນດາສະມາຄົມຊາວຫວຽດນາມໃນປະເທດນັ້ນ ດຳເນີນງານ ປະກອບສ່ວນໃຫ້ປະເທດເຈົ້າພາບ, ອະນຸຍາດໃຫ້ຊາວຫວຽດນາມສ້າງສະມາຄົມທີ່ສອດຄ່ອງກັບກົດໝາຍຂອງປະເທດເຈົ້າພາບ, ປົກປ້ອງສິດແລະຜົນປະໂຫຍດທີ່ຖືກຕ້ອງຕາມກົດໝາຍ ຂອງສະມາຊິກສະມາຄົມ ແລະ ຂອງຊາວຫວຽດນາມຢູ່ຕ່າງປະເທດ.
ໃນໄລຍະຍາວ, ບົນພື້ນຖານການສະຫຼຸບສັງລວມ 20 ປີແຫ່ງການຜັນຂະຫຍາຍມະຕິຂອງກົມການເມືອງສູນກາງພັກສະບັບເລກທີ 36-NQ/TW, ຄວນຄິດເຖິງການປະກາດໃຊ້ ມະຕິໃໝ່ຂອງກົມການເມືອງສູນກາງພັກ ກ່ຽວກັບການເພີ່ມທະວີການນຳພາຂອງພັກຕໍ່ວຽກງານຊາວຫວຽດນາມຢູ່ຕ່າງປະເທດໃນສະພາບການໃໝ່.
ທີສອງ, ປ່ຽນແປງໃໝ່ວຽກງານການຂົນຂວາຍ, ໂຄສະນາຊວນເຊື່ອ, ໃນນັ້ນເອົາໃຈໃສ່, ປຸກລະດົມທາງດ້ານວັດຖຸແລະຈິດໃຈ.
ກ່ອນອື່ນໝົດ, ຈຳເປັນຕ້ອງປ່ຽນແປງໃໝ່ເນື້ອໃນ, ແບບວິທີ ແລະ ຈິນຕະນາການກ່ຽວກັບວຽກງານຂໍ້ມູນຂ່າວສານ ແລະ ການໂຄສະນາຊວນເຊື່ອ ຕໍ່ຊາວຫວຽດນາມ ແລະ ສະມາຄົມຊາວຫວຽດນາມຢູ່ຕ່າງປະເທດ. ກ່ຽວກັບຈິນຕະນາການ, ໃຫ້ຖືວ່າຊາວຫວຽດນາມຢູ່ຕ່າງປະເທດເປັນທັງເປົ້າໝາຍ ແລະ ອັດຕະພາບ ຂອງວຽກງານຂໍ້ມູນຂ່າວສານ ແລະ ການໂຄສະນາຊວນເຊື່ອ. ກ່ຽວກັບເນື້ອໃນ, ສຸມໃສ່ການໂຄສະນາ ສຶກສາອົບຮົມ ເພື່ອຍົກສູງຄວາມຮູ້ກ່ຽວກັບການເມືອງ, ແນວຄິດຂອງພະນັກງານສະມາຄົມ, ສະມາຊິກສະມາຄົມ ແລະ ຊາວຫວຽດນາມຢູ່ຕ່າງປະເທດ, ເອົາໃຈໃສ່ເປັນພິເສດເຖິງການຊາບຊຶມບັນດາແຜນນະໂຍບາຍ, ທັດສະນະ, ແນວທາງຂອງພັກ ກ່ຽວກັບວຽກງານສາມັກຄີທົ່ວປວງຊົນທັງຊາດ ເພື່ອຍົກສູງຄວາມຮັບຮູ້ ແລະ ຄວາມຮັບຜິດຊອບຂອງປະຊາຄົມ ແລະ ສະມາຄົມ. ສິ່ງສຳຄັນທີ່ສຸດແມ່ນ ຕ້ອງເຜີຍແຜ່ກ່ຽວກັບສະຖານະການຂອງປະເທດ, ທິດທາງ ແລະ ນະໂຍບາຍຂອງພັກແລະລັດໂດຍທັນທີ ໃນລັກສະນະທີ່ເໝາະສົມ ຕໍ່ປະຊາຄົມຊາວຫວຽດນາມຢູ່ຕ່າງປະເທດ; ເພີ່ມທະວີການໂຄສະນາ, ອົບຮົມສຶກສາກ່ຽວກັບປະຫວັດສາດ, ວັດທະນາະທຳ ແລະ ມູນເຊື້ອຂອງຊາດ ໃຫ້ຊາວຫວຽດນາມຢູ່ຕ່າງປະເທດ ເພື່ອຫຼໍ່ລ້ຽງແລະເສີມຂະຫຍາຍນ້ຳໃຈຮັກບ້ານເກີດເມືອງນອນ ແລະ ຄວາມພາກພູມໃຈໃນຊາດ ຂອງຊາວຫວຽດນາມຢູ່ຕ່າງປະເທດແຕ່ລະຄົນ. ກ່ຽວກັບແບບວິທີ, ເສີມຂະຫຍາຍປະສິດທິຜົນ ຂອງສື່ເອເລັກໂຕຣນິກກະແສຫຼັກໃນປະເທດ ແລະ ສື່ມວນຊົນທີ່ຫຼາກຫຼາຍຂອງປະຊາຄົມຊາວຫວຽດນາມຢູ່ຕ່າງປະເທດ; ເພີ່ມທະວີການສື່ຂ່າວແລະການໂຄສະນາຊວນເຊື່ອໃນເວທີດິຈິຕອນ ແລະ ສື່ມວນຊົນສັງຄົມ ເພື່ອໃຫ້ອົງການແລະບຸກຄົນຕ່າງໆສາມາດເຂົ້າເຖິງແຫຼ່ງຂ່າວທີ່ເປັນທາງການແລະເປັນກາງໄດ້ທຸກເວລາ, ທຸກບ່ອນ. ປັບປຸງແລະພັດທະນາປະສິດທິພາບຂອງກົນໄກການປະສານງານ, ຕອບສະໜອງຢ່າງໄວແລະທັນການ, ຕໍ່ສູ້ປະຕິເສດບັນດາຂໍ້ກ່າວຫາທີ່ບໍ່ຖືກຕ້ອງ, ບິດເບືອນສະພາບການຂອງປະເທດຢ່າງມີປະສິດທິຜົນ.
ນອກຈາກນັ້ນ, ຈຳເປັນຕ້ອງປ່ຽນແປງໃໝ່ ແລະ ເປີດຄວາມຫຼາກຫຼາຍຂອງບັນດາຮູບການໂຄສະນາຊວນເຊື່ອ, ຂົນຂວາຍຊາວຫວຽດນາມຢູ່ຕ່າງປະເທດເວົ້າລວມ ແລະ ບັນດາສະມາຕົມເວົ້າສະເພາະ. ນີ້ແມ່ນໜ້າທີ່ຈຸດສຸມ ທີ່ຮີບດ່ວນ ແລະ ຍາວນານ. ຜ່ານແຜນນະໂຍບາຍເບິ່ງແຍງດູແລຂອງພັກແລະລັດ, ຕ້ອງເພີ່ມທະວີບັນດາມາດຕະການຊັກຊວນບັນດາອົງການ ແລະ ບຸກຄົນຊາວຫວຽດນາມຢູ່ຕ່າງປະເທດ ທັງທາງດ້ານວັດຖຸ ແລະ ຈິດໃຈ. ເພີ່ມທະວິບົດບາດຂອງການຮ່ວມງານ, ແນະນຳທິດທາງການເຄື່ອນໄຫວຂອງສະມາຄົມ, ບໍ່ແຊກແຊງຫຼາຍເກີນໄປ, ບໍ່ຄອບງຳ, ບັງຄັບ ແລະ ບໍ່ບໍລິຫານກິດຈະກຳຂອງສະມາຄົມ. ເອົາໃຈໃສ່ການປຶກສາຫາລືໂດຍກົງ, ຕິດຕໍ່ພົວພັນກັບບັນດາຝ່າຍ ເພື່ອແກ້ໄຂຄວາມຂັດແຍ່ງທີ່ມີຢູ່ພາຍໃນບາງສະມາຄົມ. ຍ້ອນລັກສະນະຂອງຊຸມຊົນໃນແຕ່ລະທ້ອງທີ່ທີ່ແຕກຕ່າງກັນ, ໃນວຽກງານການຂົນຂວາຍ, ການນຳຂອງພັກຕໍ່ສະຫະພັນຕ້ອງມີວິທີທີ່ເໝາະສົມກັບສະຖານະການຕົວຈິງໃນແຕ່ລະທ້ອງທີ່, ເພີ່ມທະວີການແນະນຳທິດທາງ, ການໄປຮ່ວມກັນ, ບໍ່ບັງຄັບໃຊ້ຮູບແບບລວມກັນ. ນອກຈາກນັ້ນ, ຕ້ອງສົ່ງເສີມ, ສ້າງເງື່ອນໄຂ, ເສີມຂະຫຍາຍສິດເປັນເຈົ້າຕົນເອງ, ຄຸ້ມຄອງຕົນເອງ, ເປັນເຈົ້າການ, ການປະດິດສ້າງຂອງສະມາຄົມ.
ກ່ຽວກັບເປົ້າໝາຍ, ບັນດາມາດຕະການຂົນຂວາຍ ໂຄສະນາຊວນເຊື່ອຄວນສຸມໃສ່ບັນດາກຳລັງຫຼັກແຫຼ່ງ, ຄົນໜຸ່ມຊາວຫວຽດນາມຢູ່ຕ່າງປະເທດ, ຜູ້ມີຊື່ສຽງ ແລະ ມີອິດທິພົນ ແລະ ຊາວຫວຽດນາມຢູ່ຕ່າງປະເທດຍັງມີອະຄະຕິ. ໃນນັ້ນ, ສືບຕໍ່ຜັນຂະຫຍາຍປະຕິບັດນະໂຍບາຍການໃຫ້ລາງວັນ ແລະ ໃຫ້ກຳລັງໃຈ ແກ່ສະມາຄົມ, ຜູ້ນຳສະມາຄົມ ແລະ ພະນັກງານຫຼັດແຫຼ່ງ ທີ່ມີຜົນງານຫຼາຍຢ່າງ ໃນການສ້າງຊຸມຊົນ ແລະ ປະກອບສ່ວນໃຫ້ແກ່ປະເທດ; ເອົາໃຈໃສ່ການຈັດຕັ້ງກິດຈະກໍາທີ່ມີຄວາມໝາຍ, ມຸ່ງໄປສູ່ຮາກເຫງົ້າ ໃຫ້ຊາວໜຸ່ມຫວຽດນາມຢູ່ຕ່າງປະເທດ ເພື່ອບຳລຸງສ້າງຄວາມເອກອ້າງທະນົງໃຈຂອງຊາດ, ຄວາມຮູ້ສຶກຜູກພັນ ແລະ ຄວາມຮັກຕໍ່ປະເທດຊາດ; ຂົນຂວາຍແລະເສີມຂະຫຍາຍບົດບາດຂອງບັນດາອົງການ ແລະ ບຸກຄົນຊາວຫວຽດນາມຢູ່ຕ່າງປະເທດ ທີ່ມີຊື່ສຽງແລະມີອິດທິພົນ ໃນການເຕົ້າໂຮມ ແລະ ສາມັກຄີຊຸມຊົນ. ສຳລັບບັນດາອົງການ ແລະ ບຸກຄົນຊາວຫວຽດນາມຢູ່ຕ່າງປະເທດທີ່ຍັງມີອະຄະຕິ, ຕ້ອງມີມາດຕະການທີ່ຮອບດ້ານແລະຕັ້ງໜ້າກວ່າ ເພື່ອຂະຫຍາຍເຂດການຕິດຕໍ່ພົວພັນ, ສືບຕໍ່ຂົນຂວາຍ ໂຄສະນາຊວນເຊື່ອ ບົນພື້ນຖານເພີ່ມຄວາມຄ້າຍຄືກັນຫຼາຍຂຶ້ນ, ຍອມຮັບໃນຄວາມແຕກຕ່າງທີ່ບໍ່ຂັດກັບຜົນປະໂຫຍດລວມຂອງຊາດ, ສະແດງໃຫ້ເຫັນຢ່າງຄົບຖ້ວນເຖິງມູນເຊື້ອມະຫາສາມັກຄີປວງຊົນທັງຊາດ, ນັ້ນແມ່ນ: ຊາວຫວຽດນາມທຸກຄົນ ບໍ່ວ່າຊົນເຜົ່າ, ສາສະໜາ, ແຫຼ່ງກຳເນີດ, ສະຖານະທາງສັງຄົມ, ເຫດຜົນໃນການໄປຕ່າງປະເທດ, ທີ່ປາດຖະໜາປະກອບສ່ວນເຂົ້າໃນການປະຕິບັດຈຸດໝາຍ ປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ມີປະຊາທິປະໄຕ ຍຸຕິທຳ ແລະ ອາລະຍະທຳ, ທັງໝົດເຕົ້າໂຮມກັນເປັນກຸ່ມກ້ອນມະຫາສາມັກຄີປວງຊົນທັງຊາດ.
ທີສາມ, ເພີ່ມທະວີການນຳພາຂອງພັກຕໍ່ບັນດາສະມາຄົມ ໂດຍວຽກງານການຈັດຕັ້ງ ແລະ ພະນັກງານ.
ກ່ຽວກັບວຽກງານການຈັດຕັ້ງ ແລະ ພະນັກງານ, ຕ້ອງຍົກສູງບົດບາດພິເສດສະເພາະ, ການຄຸ້ມຄອງລັດເປັນເອກະພາບກ່ຽວກັບວຽກງານຊາວຫວຽດນາມຢູ່ຕ່າງປະເທດ. ສືບຕໍ່ປັບປຸງການຈັດຕັ້ງອົງການທີ່ເຮັດວຽກງານຊາວຫວຽດນາມຢູ່ຕ່າງປະເທດ ຂອງຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມຢູ່ຕ່າງປະເທດ ເພື່ອໃຫ້ມີອົງການວິຊາສະເພາະທີ່ສົມກັບໜ້າທີ່, ສະແດງຄວາມຮູ້ສຶກ ແລະ ຄວາມຮັບຜິດຊອບຂອງພັກ ແລະ ລັດທີ່ມີຕໍ່ຊາວຫວຽດນາມຢູ່ຕ່າງປະເທດ, ພ້ອມກັນນັ້ນກໍຕອບສະໜອງຄວາມຄາດຫວັງຂອງຊາວຫວຽດນາມຢູ່ຕ່າງປະເທດ. ເພີ່ມທະວີກຳລັງ ແລະ ຍົກສູງຂີດຄວາມສາມາດຂອງຖັນແຖວພະນັກງານທີ່ເຮັດວຽກງານຊຸມຊົນ; ໃນນັ້ນ, ເອົາໃຈໃສ່ບັນດາໜ່ວຍງານທີ່ເຮັດວຽກໂດຍກົງໃນປະເທດເຈົ້າພາບ ໃນລັກສະນະທີ່ໃກ້ຊິດ, ແທດຈິງ, ມີປະສິດທິຜົນ ແລະ ທັນການ ເພື່ອຕອບສະໜອງຄວາມປາດຖະໜາອັນຊອບທຳຂອງປະຊາຄົມຊາວຫວຽດນາມຢູ່ປະເທດເຈົ້າພາບ. ພຶດຕິກຳຕົວຈິງໃຫ້ເຫັນວ່າ, ຢູ່ພື້ນທີ່ທີ່ສຳນັກງານຜູ້ຕາງໜ້າຫວຽດນາມມີພະນັກງານຊຸມຊົນປະຈຳ ຫຼື ມີການຈັດຕັ້ງຄະນະເຮັດວຽກຊຸມຊົນ ເຊິ່ງວຽກງານຊາວຫວຽດນາມຢູ່ນັ້ນຈະໄດ້ຮັບການຜັນຂະຫຍາຍຢ່າງຕັ້ງໜ້າ, ເປັນເຈົ້າການ ແລະ ມີຫົວຄິດປະດິດສ້າງ. ດັ່ງນັ້ນ, ຮູບແບບຄະນະເຮັດວຽກຊຸມຊົນໃນສຳນັກງານຜູ້ຕາງໜ້າຄວນໄດ້ຮັບການຈັດຕັ້ງໃນບັນດາພື້ນທີ່ອື່ນ, ໂດຍສະເພາະໃນພື້ນທີ່ທີ່ມີຊາວຫວຽດນາມອາໄສຢູ່ເປັນຈຳນວນຫຼວງຫຼາຍ.
ຄຽງຄູ່ກັນນັ້ນ, ຄວນສຸມໃສ່ເບິ່ງແຍງດູແລ, ປັບປຸງ, ສ້າງສະມາຄົມດັ້ງເດີມທີ່ເຂັ້ມແຂງ, ສົ່ງເສີມການລວມຕົວແບບໃໝ່, ຍົກສູງຄຸນນະພາບການເຄື່ອນໄຫວຂອງສະມາຄົມຕາມທິດທາງແທດຈິງ, ມີປະສິດທິຜົນ, ປະຊາທິປະໄຕ, ເປີດເຜີຍ, ໂປ່ງໃສ. ປັບປຸງຄະນະບໍລິຫານງານສະມາຄົມ, ເອົາໃຈໃສ່ຂົນຂວາຍຊາວຫວຽດນາມຢູ່ຕ່າງປະເທດທີ່ເປັນສະມາຊິກພັກ, ຜູ້ເປັນຫຼັກແຫຼ່ງ ມີຊື່ສຽງ ແລະ ມີອິດທິພົນ ໃຫ້ເຂົ້າຮ່ວມຄະນະບໍລິຫານງານ ແລະ ຕັ້ງໜ້າປະກອບສ່ວນເຂົ້າໃນວຽກງານຂອງສະມາຄົມ, ຜ່ານນັ້ນ ຈຶງເຂົ້າໃຈເຖິງພັດທະນາການທາງອຸດົມການ ຂອງສະມາຊິກຢ່າງທັນທ່ວງທີ, ເພື່ອຮັບໃຊ້ໃຫ້ແກ່ການອະນຸມັດ ຄະນະບໍລິຫານງານສະມາຄົມທີ່ໃກ້ຊິດກັບສະພາບຕົວຈິງ, ພ້ອມທັງຮັບປະກັນທິດທາງການເຄື່ອນໄຫວຂອງສະມາຄົມຊາວຫວຽດນາມຢູ່ຕ່າງປະເທດ.
ນອກຈາກນັ້ນ, ຕ້ອງໃຫ້ຄວາມສຳຄັນ, ເບິ່ງແຍງ ແລະ ບຳລຸງສ້າງພະນັກງານໜຸ່ມ;ຕິດຕາມຄຽງຂ້າງ ແລະ ຊີ້ນຳການເຄື່ອນໄຫວຂອງສະມາຄົມນັກນັກຮຽນ ແລະ ສະມາຄົມນັກສຶກສາ, ເພາະວ່ານີ້ແມ່ນກຳລັງຫຼັກແຫຼ່ງໃນການດຶງດູດ ແລະ ເຊື່ອມໂຍງຊາວຫວຽດນາມທີ່ອາໄສຢູ່ຕ່າງປະເທດ. ຈັດຕັ້ງການຝຶກອົບຮົມ ບຳລຸງສ້າງ ແລະ ການຂົນຂວາຍ ເພື່ອດຶງດູດລຸ້ນໜຸ່ມຂອງຊາວຫວຽດນາມຢູ່ຕ່າງປະເທດ ໃຫ້ເຂົ້າຮ່ວມສະມາຄົມ ແລະ ສ້າງທີມຜູ້ນໍາຂອງສະມາຄົມຕໍ່ໄປ. ສ້າງມາດຕະຖານໃຫ້ກັບພະນັກງານສະມາຄົມເທື່ອລະກ້າວ, ໃຫ້ຄວາມສຳຄັນກັບການຝຶກອົບຮົມ ບຳລຸງສ້າງ ແລະ ຍົກສູງລະດັບຄວາມຮູ້ ແລະ ທັກສະໃນການຂົນຂວາຍມະຫາຊົນ; ສົ່ງເສີມບົດບາດຂອງຄວາມກະຕືລືລົ້ນ ແລະ ຄວາມເປັນແບບຢ່າງຂອງພະນັກງານສະມາຄົມ.
ທີສີ່, ປ່ຽນແປງໃໝ່ ແລະ ເພີ່ມທະວີການກວດກາ, ຕິດຕາມກວດກາຕໍ່ວຽກງານຊາວຫວຽດນາມຢູ່ຕ່າງປະເທດເວົ້າລວມ, ວຽກງານສະມາຄົມເວົ້າສະເພາະ.
ມະຕິ, ຄຳສັ່ງ, ຂໍ້ສະຫຼຸບຂອງພັກແມ່ນຫຼັກຖານເພື່ອຕີລາຄາ, ກວດກາ, ຕິດຕາມກວດກາການປະຕິບັດຂອງອົງການຈັດຕັ້ງພັກ ແລະ ສະມາຊິກພັກ ໃນບັນດາອົງການຈັດຕັ້ງຂອງລະບົບການເມືອງ. ດັ່ງນັ້ນ, ຕ້ອງກວດກາ, ຕິດຕາມກວດກາຢ່າງເປັນປະຈຳ ຕໍ່ການປະຕິບັດແຜນນະໂຍບາຍ, ແນວທາງຂອງພັກກ່ຽວກັບວຽກງານຊາວຫວຽດນາມຢູ່ຕ່າງປະເທດ, ໃນນັ້ນມີມະຕິສະບັບເລກທີ 36-NQ/TW, ຄຳສັ່ງສະບັບເລກທີ 45-CT/TW ແລະ ບົດສະຫຼຸບສະບັບເລກທີ 12-KL/TW ຂອງກົມການເມືອງສູນກາງພັກ. ວຽກງານກວດກາ, ຕິດຕາມກວດກາຕ້ອງໄດ້ດຳເນີນຢ່າງຄົບຊຸດ, ໜັກແໜ້ນ, ເຂັ້ມງວດ ແລະ ເສີມຂະຫຍາຍໄດ້ເປັນຢ່າງດີ ບົດບາດຕິດຕາມກວດກາຂອງຖັນແຖວພະນັກງານ, ສະມາຊິກພັກ, ມະຫາຊົນ ແລະ ປະຊາຄົມຊາວຫວຽດນາມຢູ່ຕ່າງປະເທດ. ຍົກສູງປະສິດທິພາບ ແລະ ປະສິດທິຜົນ ຂອງວຽກງານການຄຸ້ມຄອງສະມາຊິກພັກຢູ່ຕ່າງປະເທດ. ຈັດການແກ້ໄຂກໍລະນີທີ່ສະມາຊິກພັກຢູ່ຕ່າງປະເທດລະເມີດກົດລະບຽບຂອງພັກທັນທີ. ດັງນັ້ນ, ການປ່ຽນໃໝ່ແບບວິທີການນຳພາຂອງພັກຕໍ່ສະມາຄົມຊາວຫວຽດນາມທີ່ອາໄສຢູ່ຕ່າງປະເທດ ແມ່ນຄວາມຮຽກຮ້ອງຕ້ອງການອັນຮີບດ່ວນ ໃນສະພາບການປະຈຸບັນ ເພື່ອໃຫ້ພັກຂອງພວກເຮົາເພີ່ມທະວີການນຳພາ, ເອົາໃຈໃສ່, ໜູນຊ່ວຍ ແລະ ຊີ້ນຳ ເພື່ອສ້າງສະມາຄົມໃຫ້ເຂັ້ມແຂງ ແລະ ມີຊີວິຊີວາ, ເສີມຂະຫຍາຍປະສິດທິຜົນຂອງບົດບາດຄວາມສາມັກຄີ ແລະ ເຕົ້າໂຮມພີ່ນ້ອງຮ່ວມຊາດເປັນຈຳນວນຫຼວງຫຼາຍ, ສົມຄວນທີ່ເປັນ “ບ່ອນອີງ” ໃນວຽກງານການຂົນຂວາຍຊາວຫວຽດນາມທີ່ອາໄສຢູ່ຕ່າງປະເທດ ໃຫ້ຫັນມາສູ່ບ້ານເກີດເມືອງນອນ, ປະກອບສ່ວນປັບປຸງກຸ່ມກ້ອນມະຫາສາມັກຄີປວງຊົນທັງຊາດໃຫ້ແໜ້ນແຟ້ນ, ຮ່ວມມືຮ່ວມແຮງກັນກໍ່ສ້າງປະເທດຫວຽດນາມໃຫ້ເຂັ້ມແຂງ ແລະ ຈະເລີນຮຸ່ງເຮືອງ./.
-------------------
(1) ປະຈຸບັນ, ມີຄະນະກຳມະການຊາວໜຸ່ມ 4 ຄະນະໃນລັດເຊຍ, ກູບາ, ລາວ ແລະ ຈີນ, ຂຶ້ນກັບສູນກາງຄະນະຊາວໜຸ່ມກອມມູນິດໂຮ່ຈີມິນ; ສະມາຄົມນັກສຶກສາ ຫວຽດນາມ 11 ແຫ່ງຢູ່ ອັງກິດ, ຝະລັ່ງ, ເຢຍລະມັນ, ແບນຊິກ, ໂຮນລັງ, ຮຸງກາຣີ, ສ.ເກົາຫຼີ, ໄທ, ສິງກະໂປ, ໂອຕຮິກ, ອົດສະຕາລີ, ຂຶ້ນກັບສະມາຄົມນັກສຶກສາຫວຽດນາມສູນກາງ; ສະມາຄົມຊາວໜຸ່ມ-ນັກສຶກສາ 4 ແຫ່ງຢູ່ ຍີ່ປຸ່ນ, ອາເມລິກາ, ສາທາລະນະລັດເຊັກ ແລະ ຣູມານີ ແມ່ນສະມາຊິກຂອງສະຫະພາບຊາວໜຸ່ມຫວຽດນາມ.
- ບົດນີ້ໄດ້ລົງພິມໃນວາລະສານກອມມູນິດ ສະບັບທີ 999 (ເດືອນຕຸລາ 2022)