ຮອຍປະທັບ​ຂອງ​ເລຂາທິການ​ໃຫຍ່ ຫງວຽນຝູຈ້ອງ
ກ່ຽວ​ກັບ​ທິດ​ສະ​ດີ ​ແລະພຶດຕິກຳໃນ​ວຽກ​ງານ​ການ​ຕ່າງປະ​ເທດ

ໂດຍ ເລ ຮວ່າຍ ຈຸງ
ເລຂາທິການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງ
14:56, 29-12-2024
ວກ. - ຜ່ານ​ການດຳລົງ​ບັນດາຕຳ​ແໜ່ງ​ທີ່​ສຳຄັນ, ໂດຍສະເພາະຄວາມຮັບຜິດຊອບຕຳແໜ່ງ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ຜ່ານ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດຂອງພັກ 3 ຄັ້ງ, ດ້ວຍ​ຄວາມ​ຮູ້​ອັນກວ້າງຂວາງເລິກເຊິ່ງຂອງນັກ​ທິດ​ສະ​ດີຜູ້ຍິ່ງໃຫຍ່, ສະຫາຍ ຫງວຽນຝູຈ້ອງ ​ໄດ້​ສ້າງຮອຍປະທັບ​ທີ່​ສຳຄັນ​ເປັນ​ພິ​ເສດຫຼວງຫຼາຍ​ ທັງພາກທິດສະດີ ແລະການປະຕິບັດດ້ານການຕ່າງປະເທດ.

ສະຫາຍເລຂາທິການໃຫຍ່ ຫງວຽນຝູຈ້ອງ ພ້ອມກັບບັນດາຜູ້ນຳຂອງພັກແລະລັດ ເຂົ້າຮ່ວມການເປີດກອງປະຊຸມການທູດຄັ້ງທີ 32 ທີ່ຮ່າໂນ້ຍ (ວັນທີ 19 ທັນວາ 2023) _ແຫຼ່ງ: nhandan.vn

ສະຫາຍເລຂາທິການໃຫຍ່ ຫງວຽນຝູຈ້ອງ ມັກຈະເວົ້າເຖິງຄຳເວົ້າຂອງ ວ.ອີ. ເລ​ນິນ: ພຽງ​ແຕ່​ພັກ​ທີ່​ນຳພາ​ໂດຍ​ທິດ​ສະ​ດີ​ບຸກ​ເບີກ​ເທົ່າ​ນັ້ນ​ ຈຶ່ງ​ສາມາດ​ປະຕິບັດ​ບົດບາດ​ຂອງ​ທະຫານ​ບຸກ​ເບີກ​ໄດ້(1). ການ​ນຳພາ ​ແລະ ຊີ້ນຳ​ຂອງ​ສະຫາຍຍັງ​ສະ​ແດງ​ໃຫ້​ເຫັນເຖິງ​ຄວາມ​ນຶກ​ຄິດ​ຂອງ​ນັກ​ທິດ​ສະ​ດີ​ ກ.ມາກ ​ກ່ອນ​ໜ້າ ​ແລະຂອງປະທານ​ໂຮ່ຈີ​ມິນ ກ່ຽວ​ກັບ​ບົດບາດ​ຂອງ​ທິດ​ສະ​ດີ ​ແມ່ນ​ສະ​ແດງ​ໃຫ້​ເຫັນ​ທິດ​ທາງ​ປະຕິບັດ​ຕົວ​ຈິງ ​ແລະ ຄວາມ​ສຳຄັນ​ຂອງ​ການ​ປະຕິບັດ​ແມ່ນ​ພື້ນຖານ​ກໍ່ສ້າງ​ທິດ​ສະ​ດີ; ໃນເວລາດຽວກັນ, ທິດສະດີຕ້ອງໄດ້ຮັບການພິສູດໂດຍຜ່ານພຶດຕິກຳ.

1. ຮອຍປະທັບດ້ານທິດ​ສະ​ດີ​ທີ່​ໂດດ​ເດັ່ນ, ກວມ​ລວມ ​ແລະ ສະ​ແດງ​ໃຫ້​ເຫັນ​ຄວາມ​ຄິດ​ເຫັນ​ຂອງສະຫາຍ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ກ່ຽວ​ກັບ​ວຽກ​ງານ​ການ​ຕ່າງປະ​ເທດ ​ແມ່ນ​ຝ່າຍ​ການ​ຕ່າງປະ​ເທດ ​ແລະ ການ​ທູດ​ທີ່​ມີ​ເອກະລັກ​ສະ​ເພາະຂອງ “​ໄມ້​ໄຜ່​ຫວຽດ​ນາມ ເຊິ່ງ “ຮາກໝັ້ນຄົງ, ລຳ​ແຂງແຮງ, ງ່າ​ໄມ້ຍືດຫຍຸ່ນ”, ທີ່ເຕັມໄປດ້ວຍ​ຈິດ​ວິນ​ຍານ, ລັກສະນະ ​ແລະ ຄວາມສະຫງ່າອົງອາດຂອງ​ຫວຽດນາມ(2). ທັດສະນະ​ດັ່ງກ່າວ​ໄດ້​ຮັບ​ການ​ຍົກ​ອອກ​ມາ​ຈາກ​ສະຫາຍ​ເລຂາທິການ​ໃຫຍ່ ຫງວຽນຝູຈ້ອງ ​ໃນ​ຫຼາຍ​ຄັ້ງ, ​ແຕ່​ໃນ​ກອງ​ປະຊຸມ​ການ​ຕ່າງປະ​ເທດ​ແຫ່ງ​ຊາດເພື່ອ​ປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XIII ຂອງ​ພັກ​ ທີ່​ດຳ​ເນີນ​ໄປ​ໃນ​ວັນ​ທີ 14 ທັນວາ 2021, ສະຫາຍ​ເລຂາທິການ​ໃຫຍ່ ຫງວຽນ​ຝູຈ້ອງ ສັງ​ລວມ​ບັນ​ດາ​ຄວາມ​ໝາຍ​ສຳ​ຄັນ​ຂອງ​ທິດ​ສະ​ດີ​ຂອງຝ່າຍ​ການ​ຕ່າງ​ປະ​ເທດ ແລະ ການ​ທູດແບບ “ໄມ້ໄຜ່ຫວຽດ​ນາມ” ໃນ​ສະ​ໄໝ​ໂຮ່​ຈີມິນ.

ສະຫາຍ​ກ່າວ​ຢ່າງ​ຈະ​ແຈ້ງ​ວ່າ, ​ເປົ້າ​ໝາຍ​ການ​ຕ່າງປະ​ເທດ ​ແລະ ການ​ທູດ​ແບບ “​ໄມ້​ໄຜ່​ຫວຽດນາມ” ​ແມ່ນ “​ເພື່ອ​ເອກະລາດ​ແຫ່ງ​ຊາດ, ​ເພື່ອ​ເສລີພາບ ​ແລະ ຄວາມ​ຜາ​ສຸກ​ຂອງ​ປະຊາຊົນ” ​ແລະ “ປົກ​ປັກ​ຮັກສາ​ຜົນ​ປະ​ໂຫຍ​ດຂອງ​ຊາດ-ປະເທດຊາດ””(3). ວິທີ​ການ ​ແລະ ຄຳ​ຂວັນ​ຕົ້ນຕໍ​ຂອງ​ນະ​ໂຍບາຍ​ການ​ຕ່າງປະ​ເທດ ​ແລະ ການ​ທູດ​ແບບ “​ໄມ້​ໄຜ່​ຫວຽດນາມ” ​ແມ່ນ “ອ່ອນ​ໂຍນ, ສະຫລາດ, ​ແຕ່​ແຂງ​ແຮງ ​ແລະ ເຂັ້ມແຂງ​; ມີຄວາມຍືດຫຍຸ່ນ, ມີຫົວຄິດປະດິດສ້າງ ແຕ່ກໍ່ກ້າຫານ ໝັ້ນທ່ຽງຫຼາຍ, ກ້າປະເຊີນໜ້າກັບທຸກສິ່ງທ້າທາຍ ແລະ ຄວາມລຳບາກ... ສາມັກຄີ, ເມດຕາປານີ, ແຕ່ເດັດດ່ຽວໜຽວແໜ້ນ, ອົດທົນ... ຮູ້ອ່ອນໂຍນ, ຮູ້ໜັກແໜ້ນ; ຮູ້ເວລາ, ຮູ້ສະຖານະການ; ຮູ້ຈັກຕົນເອງ, ຮູ້ຈັກຄົນອື່ນ; ຮູ້​ວິ​ທີ​ທີ່​ຈະ​ບຸກ​ໜ້າ​, ຮູ້​ວິ​ທີ​ຖອຍ​, "ແລ້ວແຕ່​ໂອ​ກາດທີ່ຈະກະທຳ​"​, "ເຊືອກອ່ອນມັດ​ແໜ້ນ​”(4).

 ບັນດາພື້ນຖານ ແລະ ທິດຊີ້ນຳຂອງເນື້ອໃນວຽກງານການຕ່າງປະເທດແບບ “ໄມ້ໄຜ່ຫວຽດນາມ” ໄດ້ຮັບການກໍ່ສ້າງພາຍໃຕ້ການນຳພາຂອງພັກກອມມູນິດຫວຽດນາມ ແລະ ປະທານໂຮ່ຈີມິນ ໃນໄລຍະ 90 ປີຜ່ານມາ, ດ້ວຍການໝູນໃຊ້ຫຼັກການພື້ນຖານຂອງລັດທິມາກ-​ເລ​ນິນ ຢ່າງມີຫົວຄິດປະດິດສ້າງ​, ສືບ​ທອດ ​ແລະ ​ເສີມ​ຂະຫຍາຍ​ບັນດາ​ຮີດຄອງ​ປະ​ເພນີ, ເອກະລັກ​ດ້ານ​ການ​ຕ່າງປະ​ເທດ, ການ​ທູດ ​ແລະ ວັດທະນະທຳ​ຂອງ​ຊາດ, ​ເລືອກເອົາ​ເນື້ອ​ໃນ​ວັດທະນະທຳ​ໂລກ ​ແລະ ​ແນວ​ຄິດ​ທີ່​ກ້າວໜ້າ​ຂອງ​ຍຸກ​ສະ​ໄໝ. ດັ່ງນັ້ນ, ສາມາດເຂົ້າໃຈໄດ້ວ່າ: ຝ່າຍການຕ່າງປະເທດ ແລະ ການທູດແບບ “ໄມ້ໄຜ່ຫວຽດນາມ” ໄດ້ສະແດງອອກໃນແນວຄິດ, ທິດສະດີ, ແນວທາງ, ນະໂຍບາຍ ແລະ ການປະຕິບັດວຽກງານການຕ່າງປະເທດ ແລະ ການທູດຂອງຫວຽດນາມ, ພິເສດແມ່ນໃນສະໄໝໂຮ່ຈີມິນ.

ຮູບ​ພາບ​ໄມ້​ໄຜ່​ຍັງ​ມີ​ສັນ​ຍາ​ລັກ​ພິ​ເສດ, ຕິດ​ພັນ​ກັບ​ປະ​ເພ​ນີ, ວັດ​ທະ​ນະ​ທຳ​ຂອງ​ຊາວ​ຫວຽດ​ນາມ. ຕົ້ນ​ໄຜ່​ສ້າງ​ກຳ​ແພງ ​ແລະ ​ເມືອງ, ຊ່ວຍ​ບັນ​ພະ​ບຸ​ລຸດ​ຂອງ​ພວກ​ເຮົາ​ປົກ​ປັກ​ຮັກ​ສາ​ໝູ່​ບ້ານ​ຂອງ​ເຂົາ​ເຈົ້າ​ຕໍ່​ຕ້ານ​ສິ່ງ​ທ້າ​ທາຍ​ທາງ​ທຳ​ມະ​ຊາດ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຈາກ​ການ​ຮຸກ​ຮານ​ຂອງ​ຕ່າງ​ປະ​ເທດ. ໄມ້ໄຜ່ມີຄວາມງາມແບບງ່າຍດາຍ, ມີຄຸນສົມບັດອັນລ້ຳຄ່າຫຼາຍດ້ານ, ມີຄວາມໃກ້ຊິດສະໜິດສະໜົມກັບຊາວຫວຽດນາມຫຼາຍລຸ້ນຄົນ, ໃນຊີວິດປະຈຳວັນ, ເຮັດວຽກ ແລະ ຕໍ່ສູ້ປົກປັກຮັກສາປະເທດຊາດ. ໄມ້​ໄຜ່​ຂອງ​ຫວຽດນາມ​ໄປ​ຈາກ​ຊົນນະບົດ​ສູ່​ຕົວເມືອງ, ຈາກ​ເຂດ​ພູດ​ອຍ​ເຖິງ​ເຂດ​ທົ່ງພຽງ, ​ແຕ່​ອະດີດ​ຮອດ​ປະຈຸ​ບັນ, ​ໃນ​ທົ່ວ​ປະ​ເທດ​ເຮົາ. ດ້ວຍ​ເຫດ​ນັ້ນ, ໄມ້​ໄຜ່​ຈຶ່ງ​ແມ່ນ​ຮູບ​ພາບ​ທີ່​ພິ​ເສດ​ໃນ​ຈິດ​ໃຈ​ຂອງ​ຊາວ​ຫວຽດນາມ​ທຸກ​ຄົນ, ​ໃນ​ວັນນະຄະດີແລະສິລະ​ປະ​ຫວຽດນາມ.

​ຫຼັກການ​ໃນ​ນະ​ໂຍບາຍ​ການ​ຕ່າງປະ​ເທດ ​ແລະ ການ​ທູດ​ທີ່​ເປັນ​ເອກະລັກ​ສະ​ເພາະຂອງ “ໄມ້​ໄຜ່​ຫວຽດນາມ” ​ແມ່ນ​ເອກະລາດ, ​ການ​ປົກຄອງ​ດ້ວຍຕົນ​ເອງ, ​ເພື່ອ​ສັນຕິພາບ, ມິດຕະພາບ, ການ​ຮ່ວມ​ມື, ການພັດທະນາ, ​ເຄົາລົບ​ກົດໝາຍ​ສາກົນ. ຍຶດໝັ້ນ​ໃນ​ຫຼັກການ, ​ແຕ່​ມີ​ຫົວຄິດ​ປະດິດ​ສ້າງ ​ແລະ ​ເຄື່ອນ​ໄຫວ​ໃນ​ບັນດາ​ວິທີ ​ແລະ ມາດ​ຕະການ​ປະຕິບັດ, ຕາມ​ທິດນຳ​ຂອງ​ປະທານ​ໂຮ່ຈີ​ມິນ “ເອົາຫຼັກການເປັນພື້ນເພື່ອໝູນໃຊ້ຢ່າງໄຫວພິບ”.

ຈາກ​ຜົນງານ​ດີ​ເດັ່ນ​ຂອງ​ປະ​ເທດ​ໃນ​ການ​ພົວພັນ​ຕ່າງປະ​ເທດ​ໃນ​ຕະຫຼອດ 40 ປີຜ່ານມາ, ບັນດາ​ຄະນະ, ກະຊວງ, ຂະແໜງການ, ທ້ອງ​ຖິ່ນ, ອົງການ​ຄົ້ນ​ຄ້ວາ ​ແລະ ສື່​ມວນ​ຊົນ​ໄດ້​ເຂົ້າ​ໃຈ, ​ເອົາ​ໃຈ​ໃສ່, ຮັບ​ຮູ້ ​ແລະ ຕີ​ລາຄາ​ສູງ​ ບົດບາດ​ຂອງ​ຝ່າຍ​ການ​ຕ່າງປະ​ເທດ ​ແລະ ການ​ທູດແບບ "ໄມ້ໄຜ່ຫວຽດນາມ".

2- ດ້ວຍ​ຄວາມ​ໝາຍ​ເລິກ​ເຊິ່ງທີ່​ສະຫາຍ​ເລຂາທິການ​ໃຫຍ່ ຫງວຽນ​ຝູຈ້ອງ ​ໄດ້​ຊີ້​ແຈ້ງວ່າ, ທິດ​ສະ​ດີ​ການ​ຕ່າງປະ​ເທດ ​ແລະ ການ​ທູດ​ຂອງ​ຝ່າຍ “​ໄມ້​ໄຜ່​ຫວຽດນາມ” ຕ້ອງ​ສືບ​ຕໍ່​ຄົ້ນຄວ້າ, ສ້າງ​ລະບົບ ​ແລະ ພັດທະນາ​ໃນ​ໄລຍະ​ຈະ​ມາ​ເຖິງ. ຢູ່ທີ່ນີ້, ບົດຂຽນໄດ້ສຸມໃສ່ເພີ່ມບາງແນວຄວາມຄິດກ່ຽວກັບທິດສະດີສຳຄັນນັ້ນ ໂດຍຜ່ານການຄົ້ນຄວ້າເບື້ອງຕົ້ນ ແລະ ປະສົບການຂອງຜູ້ມີກຽດ ແລະ ໂຊກດີທີ່ໄດ້ເຂົ້າຮ່ວມການນຳພາ, ທິດຊີ້ນຳ ແລະ ການເຄື່ອນໄຫວຫຼາຍຢ່າງຂອງ ສະຫາຍເລຂາທິການໃຫຍ່ ຫງວຽນຝູຈ້ອງ ນັບແຕ່ຕົ້ນສະໄໝຂອງກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ (ປີ 2021).

ສະຫາຍເລຂາທິການໃຫຍ່ ຫງວຽນຝູຈ້ອງ ຍາມໃດກໍ່ໃຫ້ຄວາມສຳຄັນ ແລະ ເອົາໃຈໃສ່ເປັນພິເສດຕໍ່ວຽກງານການຕ່າງປະເທດ. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ​ການ​ຕ່າງປະ​ເທດ​ແຫ່ງ​ຊາດເພື່ອ​ປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XIII ຂອງ​ພັກ (ວັນທີ 14 ທັນ​ວາ 2021), ສະຫາຍ​ກ່າວ​ວ່າ: “ດັ່ງ​ທີ່​ພວກ​ເຮົາ​ຮູ້​ແລ້ວ, ປະ​ເທດ​ໃດ​ກໍ​ຕາມ, ໃນ​ຂະ​ບວນ​ການ​ສ້າງ​ຕັ້ງ ແລະ ພັດ​ທະ​ນາ, ຕ້ອງ​ແກ້​ໄຂ 2 ບັນ​ຫາ​ພື້ນ​ຖານ​ຄື: ກິດຈະການ​ພາຍ​ໃນ ແລະ ການພົວພັນຕ່າງ​ປະ​ເທດ(5). ຄຳຖະ​ແຫຼ​ງ​ຂອງ​ສະຫາຍ​ສະ​ແດງ​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງ​ເຖິງ​ການ​ເຄື່ອນ​ໄຫວ​ປະຫວັດສາດ​ຂອງ​ປະຊາຊົນ​ຫວຽດນາມ​ທີ່​ມີ​ສັນຕິພາບ, ​ແຕ່​ຍາມ​ໃດ​ກໍ່​ຕັ້ງໜ້າ​ຊຸກຍູ້​ການ​ທູດ​ປົກ​ປັກ​ຮັກສາ​ເອກະລາດ, ​ເປັນ​ເຈົ້າ​ຕົນ​ເອງ, ຮັກສາ​ສະພາບ​ແວດ​ລ້ອມ​ສັນຕິພາບ, ສະຖຽນ​ລະ​ພາບ​ເພື່ອ​ກໍ່ສ້າງ ​ແລະ ພັດທະນາ​ປະ​ເທດ​ຊາດ. ​ໃນ​ຊຸມ​ປີ​ຕົ້ນ​ສະຕະວັດ​ທີ XX, ​ຊາຍ​ໜຸ່ມ​ຮັກ​ຊາດ ຫງວຽນ​ເຕິ໊ດ​ແທ່ງ ເຊິ່ງຕໍ່ມາເປັນປະທານ ​ໂຮ່ຈີ​ມິນ ​ໄດ້​ເດີນທາງ​ໄປຕ່າງປະເທດ​ເພື່ອ​ຊອກ​ຫາ​ວິທີ​ກູ້​ຊາດ ​ແລະ ຍາດ​ເອົາ​ເອກະລາດ​ໃຫ້​ປະ​ເທດ​ຊາດ ແລະທ່ານໄດ້ຍົກ​ສູງ​ລະດັບ​ການ​ທູດຫວຽດນາມໃຫ້ກາຍເປັນແນວຮົບໜຶ່ງ​ໃນ​ສົງຄາມ​ຕໍ່ຕ້ານ​ທີ່ເຕັມໄປດ້ວຍຄວາມ​ຫຍຸ້ງຍາກ​ແລະສິ່ງທ້າ​ທາຍ, ການວາງ​ພື້ນຖານການ​ປະຕິບັດ​ສຳລັບ​ບົດຮຽນ​ທີ່ຍິ່ງໃຫຍ່ໜຶ່ງ​ຂອງ​ການ​ປະຕິວັດ​ໃນປະ​ເທດຂອງ​ເຮົາ ຄື​ການ​ສົມທົບ​ກຳລັງ​ແຮງ​ຂອງ​ຊາດ ​ກັບ​ກຳລັງ​ແຮງ​ຂອງ​ຍຸກ​ສະ​ໄໝ, ສ້າງ​ຫຼັກຖານສຳລັບ​ນະ​ໂຍບາຍ​ເຊື່ອມ​ໂຍງ​ສາກົນ​ຂອງ ຫວຽດນາມ ​ໃນ​ໄລຍະການປ່ຽນແປງໃໝ່.

ທີ່​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XIII ຂອງ​ພັກ, ພາຍ​ໃຕ້​ການ​ນຳພາ​ຂອງ​ສະຫາຍ​ເລຂາທິການ​ໃຫຍ່ ຫງວຽນຝູຈ້ອງ, ພັກ​ກອມ​ມູນິດ​ຫວຽດນາມ ​ໄດ້​ກຳນົດ​ບົດບາດ​ບຸກ​ເບີກຂອງ​ວຽກ​ງານ​ການ​ຕ່າງປະ​ເທດ​ໃນ​ການ​ສ້າງ ​ແລະ ຮັກສາ​ສະພາບ​ແວດ​ລ້ອມ​ສັນຕິພາບ, ສະຖຽນ​ລະ​ພາບ, ລະດົມ​ແຫຼ່ງກຳລັງ​ຈາກ​ພາຍ​ນອກ ​ເພື່ອ​ພັດທະນາ ​ແລະ ຍົກ​ສູງ​ທີ່​ຕັ້ງ ​ແລະ ຊື່​ສຽງ​ຂອງ​ປະ​ເທດ. ແນວ​ຄິດ​ຂອງ​ສະຫາຍ​ເລຂາທິການ​ໃຫຍ່ ຫງວຽນ​ຝູຈ້ອງ ກ່ຽວ​ກັບ​ບົດບາດ​ຂອງ​ການ​ຕ່າງປະ​ເທດ ກໍ່​ສະ​ແດງ​ໃຫ້​ເຫັນ​ເຖິງຄວາມ​ມາດ​ປາດ​ຖະໜາ​ຂອງ​ຕົນ​ເພື່ອ​ໃຫ້​ປະຊາຊົນ​ຫວຽດນາມ “​ຄຽງ​ບ່າ​ຄຽງ​ໄຫຼ່​ກັບ​ບັນດາ​ມະຫາ​ອຳນາດ​ທັງ 5 ທະວີບ” ຕາມ​ຄວາມ​ປາດ​ຖະໜາ​ຂອງ​ປະທານ ​ໂຮ່ຈີ​ມິນ ດ້ວຍວິທີສັດຈະວິພາບ ແລະວິໄສທັດກ້ວາງໄກ, ຍຸດທະສາດໃນສະພາບຂອງໂລກປະຈຸບັນ.

ທ່ານ​ປະທານ​ໂຮ່ຈີ​ມິນ ​ແນະນຳ​ວ່າ: “ຖ້າ​ພັກ​ເຂົ້າ​ໃຈສະຖານະການ​ຢ່າງ​ຈະ​ແຈ້ງ, ພັກຈະ​ກຳນົດ​ນະ​ໂຍບາຍ​ທີ່​ຖືກຕ້ອງ”(6). ການຄົ້ນຄວ້າເອກະສານ ແລະ ແນວທາງການນຳພາຂອງພັກເຫັນວ່າ ຈຸດເດັ່ນຂອງວິທີການນຳພາຂອງພັກກອມມູນິດຫວຽດນາມ ແມ່ນໄດ້ເອົາໃຈໃສ່ຕີລາຄາສະພາບການທັງພາຍໃນປະເທດ ແລະ ຕ່າງປະເທດ ເພື່ອກຳນົດແນວທາງ ແລະ ແຜນນະໂຍບາຍທີ່ເໝາະສົມ. ສືບ​ຕໍ່ບົດຮຽນ​ປະສົບ​ການ​ນັ້ນ, ພາຍ​ໃຕ້​ການ​ຊີ້​ນຳ​ນຳພາ​ຂອງ​ສະຫາຍ​ເລຂາທິການ​ໃຫຍ່ ຫງວຽນຝູຈ້ອງ, ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XIII ຂອງ​ພັກ​ໄດ້​ກຳນົດ​ບົດຮຽນ​ ແລະມີທິດນຳທີ່ວ່າ “ກຳສະພາບການ ​ແລະ ຄາດ​ຄະ​ເນ​ສະພາບ​ການ​ຢ່າງ​ຖືກຕ້ອງ, ບໍ່​ໃຫ້​ເກີດ​ຄວາມບັງເອີນ ຕົກໃນທ່າຮັບ”(7), “ປົກປັກຮັກສາປະເທດຊາດຕັ້ງແຕ່ຕົ້ນ, ຈາກໄລຍະໄກ, ໃນ​ເວ​ລາ​ທີ່ “ປະ​ເທດ​ຍັງ​ບໍ່​ທັນ​ຢູ່​ໃນ​ອັນ​ຕະ​ລາຍ”(8). ນີ້​ແມ່ນ​ການ​ພັດທະນາ​ອັນ​ສຳຄັນ​ໃນ​ແນວ​ຄິດ​ນຳພາ​ຂອງ​ພັກ​ກອມ​ມູນິດ​ຫວຽດນາມ, ຕອບ​ສະໜອງ​ຄວາມຕ້ອງການ​ຂອງ​ວຽກ​ງານ​ກໍ່ສ້າງ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ໃນ​ສະພາບ​ການ​ໃໝ່.

ຮອຍປະທັບ​ທາງ​ທິດ​ສະ​ດີ​ຂອງ​ສະຫາຍ​ເລຂາທິການ​ໃຫຍ່ ຫງວຽນ​ຝູຈ້ອງ ຍັງ​ໄດ້​ສະ​ແດງ​ໃຫ້​ເຫັນ​ໃນ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ຂອງ​ພັກ ​ໂດຍ​ຜ່ານ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XI ຂອງ​ພັກ (ປີ 2011), ກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ (ປີ 2016) ແລະກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ (ປີ 2021), ໃນ​ຂະ​ບວນ​ການ​ປະ​ຕິ​ບັດ​ໂຄງການການເມືອງກໍ່​ສ້າງ​ປະ​ເທດ​ໃນສ​ະໄໝ​ຂ້າມຜ່ານໄປສູ່ລັດທິ​ສັງ​ຄົມ​ນິ​ຍົມ (ສະບັບເພີ່ມເຕີມ,​ພັດ​ທະ​ນາ​ໃນ​ປີ 2011). ພົ້ນ​ເດັ່ນ​ແມ່ນ​ແນວຄິດກ່ຽວກັບການ​ຮັບປະກັນ​ຜົນ​ປະ​ໂຫຍ​ດສູງສຸດຂອງ​ຊາດ-ປະເທດຊາດ ​ໂດຍ​ອີງ​ໃສ່​ຫຼັກການ​ພື້ນຖານ​ຂອງ​ກົດ​ບັດ​ສະຫະ​ປະຊາ​ຊາດ ​ແລະ ກົດໝາຍ​ສາກົນ, ຄວາມ​ສະ​ເໝີ​ພາບ, ການ​ຮ່ວມ​ມື​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ; ເປັນເພື່ອນ, ເປັນຄູ່ຮ່ວມມືທີ່ໄວ້ວາງໃຈໄດ້ ແລະເປັນສະມາຊິກທີ່ຫ້າວຫັນ, ມີຄວາມຮັບຜິດຊອບໃນປະຊາຄົມສາກົນ; ຍົກລະດັບການພົວພັນຕ່າງປະເທດຫຼາຍຝ່າຍ; ເປັນເຈົ້າການ​ແລະຕັ້ງໜ້າ​ເຊື່ອມ​ໂຍງ​ສາກົນ, ຊຸກຍູ້​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ​ຢ່າງຮອບດ້ານ, ກວ້າງຂວາງ, ຄ່ອງ​ແຄ້ວ ​ແລະ ມີ​ປະສິດທິ​ຜົນ, ພ້ອມ​ກັນ​ນັ້ນ​ ກໍ​ເປັນ​ການ​ແກ້​ໄຂ​ການ​ພົວພັນ​ລະຫວ່າງ​ຄວາມເປັນເອກະລາດ, ຄວານເປັນເຈົ້າຕົນເອງ ​ແລະ ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ.

ຕາມ​ແນວທາງ​ການ​ຕ່າງປະ​ເທດ​ທົ່ວ​ໄປ, ພັກ ​ແລະ ລັດ ຫວຽດນາມ ​ໄດ້​ສ້າງ​ລະບົບ​ທັດສະນະ ​ແລະ ນະ​ໂຍບາຍ​ກ່ຽວ​ກັບ​ບັນຫາ​ທົ່ວ​ໄປ​ຢ່າງ​ຄົບ​ຖ້ວນ​ນັບ​ມື້​ນັບ​ຫຼາຍ​ຂຶ້ນ, ​ເຊັ່ນ: ຍຸດ​ທະ​ສາດ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ໃນ​ສະພາບ​ການ​ໃໝ່​ທີ່​ກອງ​ປະຊຸມ​ສູນ​ກາງ​ຄັ້ງ​ທີ 8 ສະໄໝທີ XI, ວັນທີ 25 ຕຸລາ 2013 ແລະ ກອງ​ປະຊຸມ​ສູນ​ກາງ​ຄັ້ງ​ທີ 8 ສະໄໝ​ທີ XIII, ວັນ​ທີ 24 ພະຈິກ 2023; ມະຕິ​ໝາຍເລກ 34-NQ/TW, ລົງ​ວັນ​ທີ 9 ມັງກອນ 2023 ຂອງ​ກົມ​ການ​ເມືອງສູນກາງພັກ “ກ່ຽວ​ກັບ​ບາງ​ທິດ​ທາງ ​ແລະ ນະ​ໂຍບາຍ​ຕົ້ນຕໍ​ທີ່​ປະຕິບັດ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ຂອງ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XIII”(9). ຄຽງ​ຄູ່​ນັ້ນ​ແມ່ນ​ບັນດາ​ມະຕິ, ທິດ​ທາງ, ບົດ​ສະຫຼຸບ, ​ໂຄງການ ​ແລະ ​ແຜນການ​ຂອງ​ຄະນະ​ບໍລິຫານ​ງານ​ສູນ​ກາງ, ກົມ​ການ​ເມືອງສູນກາງ, ​ຄະນະເລຂາທິການ​ສູນກາງ, ສະພາ​ແຫ່ງ​ຊາດ ​ແລະ ລັດຖະບານ ກ່ຽວ​ກັບ​ວຽກ​ງານ​ການຕ່າງປະເທດ​ຂອງ​ພັກ ​ແລະ ການ​ທູດຂອງ​ລັດ, ການ​ຕ່າງປະເທດ​ປະຊາຊົນ, ການ​ທູດ​ລັດຖະສະພາ, ການ​ທູດ​ປ້ອງ​ກັນ​ປະ​ເທດ, ການ​ທູດ​ປ້ອງ​ກັນ​ຄວາມ​ສະຫງົບ​ປະຊາຊົນ, ການ​ພົວພັນ​ກັບ​ຄູ່​ຮ່ວມ​ມືສອງຝ່າຍ ​ແລະ ຫຼາຍ​ຝ່າຍ, ພິ​ເສດ​ແມ່ນ​ບັນດາ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ, ປະເທດຄູ່​ຮ່ວມ​ມື​ໃຫຍ່ ​ແລະ ຮອບດ້ານ​ໃນ​ຂົງ​ເຂດ​ປົກ​ປັກ​ຮັກສາ​ອະທິປະ​ໄຕ ​ແລະຜືນແຜ່ນ​ດິນ, ​ເສດຖະກິດ​ການ​ທູດ, ວັດທະນະທຳ, ຂ່າວສານ​ຕ່າງປະ​ເທດ ​ແລະ ວຽກ​ງານ​ຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ...

ພາຍ​ໃຕ້​ການ​ນຳພາ ​ແລະ ຊີ້​ນຳ​ຂອງ​ສະຫາຍ​ເລຂາທິການ​ໃຫຍ່ ຫງວຽນຝູຈ້ອງ, ທັດສະນະ​ຂອງ​ພັກ​ກອມ​ມູນິດ​ຫວຽດນາມ ມີ​ບັນດາ​ບາດກ້າວ​ພັດທະນາ​ໃໝ່ ​ແລະ ສຳຄັນ, ຍົກ​ສູງ​ປະສິດທິ​ຜົນ​ການ​ຊີ້​ນຳ​ນຳພາ​ຂອງ​ພັກ, ​ເປັນ​ເອກະ​ພາບ​ຂອງ​ລັດ ​ແລະ ການສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນລະຫວ່າງ​ບັນດາ​ກຳລັງ​ເຮັດ​ວຽກ​ຢູ່​ຕ່າງປະ​ເທດ ບັນ​ດາ​ການ​ພົວ​ພັນ​ລະ​ຫວ່າງ​ລັດ​ຖະ​ບານ​ກາງ ແລະ​ທ້ອງ​ຖິ່ນ. ປະທານ​ໂຮ່ຈີ​ມິນ, ບັນດາ​ນັກຮົບ​ປະຕິວັດ ​ແລະ ບັນດາ​ນັກຮົບ​ຮັກ​ຊາດຫວຽດນາມ ​ໄດ້​ຕັ້ງໜ້າ​ຊຸກຍູ້​ການ​ພົວພັນ​ກັບ​ບັນດາ​ພັກ ​ແລະ ປະຊາຊົນ​ບັນດາ​ປະ​ເທດ ​ເພື່ອ​ແນ​ໃສ່ຍາດເອົາການ​ໜູນ​ຊ່ວຍ​ສາກົນຕໍ່​ການ​ປະຕິວັດ ຫວຽດນາມ ເຊິ່ງ​ຈຸດ​ພົ້ນ​ເດັ່ນ​ແມ່ນ​ ການ​ສ້າງ​ຕັ້ງ​ແນວ​ໂຮມປະຊາຊົນໂລກເພື່ອສາມັກຄີແລະສະໜັບສະໜຸນຫວຽດນາມ ​ໃນ​ການ​ຕໍ່ສູ້​ຕ້ານການຮຸກຮານຂອງຈັກກະພັດອາເມລິກາ. ຕາມ​ນັ້ນ, ການ​ຊຸກຍູ້​ການ​ພົວພັນ​ກັບ​ບັນດາ​ຝ່າຍ ​ແລະ ປະຊາຊົນ​ບັນດາ​ປະ​ເທດ ​ແມ່ນ​ຈຸດ​ພິ​ເສດ ​ແລະ​ສຳຄັນ​ໃນ​ບັນດາ​ນະ​ໂຍບາຍ ​ແລະ ການ​ເຄື່ອນ​ໄຫວ​ການ​ຕ່າງປະ​ເທດ​ຂອງ​ປະ​ເທດ. ທີ່​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XIII, ພັກ​ກອມ​ມູນິດ​ຫວຽດນາມ ​ເປັນ​ຄັ້ງ​ທຳ​ອິດ​ທີ່ໄດ້​ກ່າວເຖິງ​ແຜນນະ​ໂຍບາຍ​ກໍ່ສ້າງ​ການ​ທູດ​ຮອບດ້ານ ​ແລະ ທັນ​ສະ​ໄໝ ບົນ​ພື້ນຖານ 3 ​ເສົາ​ຄ້ຳ​ຄື: ການ​ຕ່າງປະເທດຂອງ​ພັກ, ການ​ທູດຂອງ​ລັດ ​ແລະ ການຕ່າງປະເທດ​ປະຊາຊົນ. ນີ້​ແມ່ນ​ແຜນນະ​ໂຍບາຍ​ໃໝ່, ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ເຕີບ​ໂຕ​ດ້ານ​ການ​ທູດ​ປະຕິວັດ​ຂອງ​ຫວຽດນາມ, ທັງ​ແມ່ນ​ຄວາມ​ຮຽກຮ້ອງ​ຕ້ອງການ​ທີ່ຮີບ​ດ່ວນ, ຍຸດ​ທະ​ສາດ, ຍາວ​ນານ​ສຳລັບ​ວຽກ​ງານ​ການ​ຕ່າງປະ​ເທດ​ເວົ້າ​ລວມ ​ແລະ ​ໃນ​ຂົງ​ເຂດ​ການ​ທູດ​ເວົ້າ​ສະ​ເພາະ, ສອດຄ່ອງ​ກັບ​ທ່າ​ອ່ຽງການພັດທະນາ​ຂອງ​ການ​ທູດທົ່ວໂລກ. ມະຕິເລກທີ 34-NQ/TW, ລົງວັນທີ 9 ມັງກອນ 2023, ຂອງກົມການເມືອງສູນກາງ ໄດ້ກຳນົດພາລະບົດບາດ, ໜ້າທີ່ຂອງແຕ່ລະເສົາຄ້ຳ ໃນການທູດທັນສະໄໝແລະຮອບດ້ານ. ສະຫາຍຍາມ​ໃດ​ກໍ​ໃຫ້ຄວາມສຳຄັນກັບ​ການ​ພັດທະນາ​ຂອງ​ລັດທິສັງຄົມ​ນິຍົມ​ໃນ​ໂລກ ​ແລະ ການ​ພົວພັນຊອງ​ພັກ​ກອມ​ມູນິດ​ຫວຽດນາມ ກັບ​ບັນດາ​ພັກ​ການ​ເມືອງ, ພິ​ເສດ​ແມ່ນ​ພັກ​ກອມ​ມູນິດ ​ແລະ ພັກ​ແຮງ​ງານ. ທິດ​ສະ​ດີ​ຂອງ​ສະຫາຍ​ກ່ຽວ​ກັບ​ລັດທິ​ສັງຄົມ​ນິຍົມ ​ແລະ ​ເສັ້ນທາງ​​ໄປ​ສູ່​ລັດທິສັງຄົມ​ນິຍົມ​ຫວຽດນາມ ​ແມ່ນ​ການ​ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ການ​ພັດທະນາ​ຂະ​ບວນການ​ຂອງ​ພັກ​ກອມ​ມູນິດ ​ແລະ ສັງຄົມ​ນິຍົມ.

​ສິ່ງຄວນເອົາໃຈໃສ່ຄື, ​ດ້ວຍ​ຄວາມ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ຂອງສະຫາຍ​ເລຂາທິການ​ໃຫຍ່ ຫງວຽນ​ຝູຈ້ອງ, ວຽກ​ງານ​ແນະນຳ​ຍຸດ​ທະ​ສາດ​ນັບ​ມື້​ນັບ​ໄດ້​ເອົາ​ໃຈ​ໃສ່, ຊຸກຍູ້ ​ແລະ ຖື​ເປັນ​ວຽກ​ງານ​ປະຈຳ, ​ເປັນ​ໜ້າ​ທີ່​ແຖວໜ້າ, ປະກອບສ່ວນ​ປະຕິບັດ​ຕົວ​ຈິງ ​ເພື່ອ​ຍົກ​ສູງ​ປະສິດທິ​ຜົນ​ການ​ນຳພາ​ຂອງ​ພັກຕໍ່ວຽກງານການ​ຕ່າງປະ​ເທດ.

ການຄົ້ນຄວ້າແລະສັງລວມກ່ຽວກັບວິທີວິທະຍາຂອງສະຫາຍເລຂາທິການໃຫຍ່ ຫງວຽນຝູຈ້ອງ ໃນວຽກງານການຕ່າງປະເທດ ຈະມີຄວາມໝາຍອັນໃຫຍ່ຫຼວງຕໍ່ການພັດທະນາທິດສະດີກ່ຽວກັບວຽກງານການຕ່າງປະເທດ ແລະການທູດຢູ່ຫວຽດນາມ. ລະອຽດຄື, ​ສະ​ຫາຍ​ຍາມ​ໃດ​ກໍ່​ສະ​ແຫວ​ງຫາ​ທິດ​ທາງ​ສ້າງ​ແນວທາງ ​ແລະ ວິທີ​ແກ້​ໄຂ​ຢ່າງ​ມີ​ປະສິດທິ​ຜົນ​ທີ່​ສຸດ ບົນ​ພື້ນຖານ​ການ​ໝູນໃຊ້​ລັດທິ​ມາກ-​ເລ​ນິນ, ​ແນວ​ຄິດ​ຂອງ​ໂຮ່ຈິ​ມິນ, ບົດຮຽນ​ຈາກ​ປະສົບ​ການ​ອັນ​ລ້ຳ​ຄ່າ​ທີ່​ຖອດ​ຖອນ​ໄດ້​ຈາກ​ປະຫວັດສາດ​ຂອງ​ປະ​ເທດ. ພິເສດ ສະຫາຍໃຫ້ຄວາມສຳຄັນກັບວຽກງານຄົ້ນຄວ້າ ເພື່ອຍຶດໝັ້ນສະຖານະການ ແລະ ເນັ້ນໜັກສະເໝີວ່າ “ພຽງ “ຢ້ານ” ວ່າບໍ່ຮູ້, ຖ້າຮູ້ກໍ່ຈະບໍ່ “ຢ້ານ””. ຈາກ​ນັ້ນ, ປັບປຸງ​ຄຸນ​ນະພາ​ບການ​ແນະນຳ​ຍຸດ​ທະ​ສາດ ​ເພື່ອ​ກໍ່ສ້າງ ​ແລະ ປັບປຸງ​ແນວທາງ​ຍຸດ​ທະ​ສາດ​ຂອງ​ພັກ​ໃຫ້​ສົມບູນ. ສະຫາຍ​ມັກ​ເຕືອນ​ໃຈ​ພວກ​ເຮົາ​ເຖິງ​ຄວາມ​ໝາຍ​ສຳຄັນ​ຂອງ​ນະ​ໂຍບາຍ, ​ເພາະວ່າ ຖ້າ​ນະ​ໂຍບາຍ​ບໍ່​ຖືກຕ້ອງ ​ຫຼື​ບໍ່​ປະຕິບັດ​ຕາມ​ນະ​ໂຍບາຍ, ທຸກ​ຢ່າງ​ຈະ​ລົ້ມ​ແຫຼວ. ກ່ຽວ​ກັບບັນດາ​ເນື້ອ​ໃນ​ການເຈລະຈາ​ແລະ​ແລກປ່ຽນ​ກັບ​ບັນດາ​ຄູ່​ຮ່ວມ​ມື, ສະຫາຍ​ຮັກສາ​ຫຼັກການ​ປະຕິບັດ​ແຜນນະ​ໂຍບາຍ​ຂອງ​ຄະນະ​ນຳ​ທີ່​ມີສິດອຳນາດ ​ແລະ ຂໍແຜນ​ນະ​ໂຍບາຍ​ກ່ຽວ​ກັບ​ບັນດາ​ບັນຫາ​ໃຫຍ່ ​ແລະ​ໃໝ່. ສະຫາຍ​ຍາມ​ໃດ​ກໍ່​ເຄົາລົບ ​ແລະ ມີ​ຄວາມ​ຈິງ​ໃຈ​ກັບ​ບັນດາ​ຄູ່​ຮ່ວມ​ມື, ຊອກ​ຫາ ​ແລະເສີມຂະຫຍາຍ​ຈຸດທີ່ເປັນເອກະສັນ; ຊຸກຍູ້​ການ​ເຈລະຈາ​ເພື່ອ​ເພີ່ມ​ທະວີ​ຄວາມ​ເຂົ້າ​ໃຈ​ເຊິ່ງກັນ​ແລະກັນ ​ແລະ ປະກອບສ່ວນ​ແກ້​ໄຂ​ຄວາມ​ບໍ່​ລົງ​ລອຍ​ກັນ. ການພິຈາລະນາ ແລະ ຕັດສິນນະໂຍບາຍແມ່ນອີງໃສ່ແນວທາງ ແລະ ທັດສະນະຂອງພັກ, ພ້ອມດຽວກັນນັ້ນ ກໍພິຈາລະນາໃນລັກສະນະສ້າງສັນ ແລະມີນໍ້າໃຈດີ ຕໍ່ຄວາມເປັນຫ່ວງຂອງຄູ່ຮ່ວມມື; ຮັກສາຫຼັກການກ່ຽວກັບບັນຫາທີ່ສໍາຄັນ ແລະ ຄວາມສໍາຄັນແລະຄວາມໝາຍ, ແລະໃນເວລາດຽວກັນ ມີຄວາມຍືດຫຍຸ່ນແລະສ້າງສັນ ເພື່ອບັນລຸຜົນໄດ້ຮັບໃນການເຮັດວຽກ; ເອົາບັນຫາທີ່ຕ້ອງແກ້ໄຂໃນມຸມກວ້າງ; ປະຊາທິປະ​ໄຕ, ຮັບ​ຟັງ​ຄວາມ​ຄິດ​ຄວາມ​ເຫັນ, ​ເຄົາລົບ ​ແລະ ຊຸກຍູ້​ການ​ຮ່ວມ​ມື ​ແລະ ​ໃຫ້​ຄຳ​ເຫັນ​​ປຶກສາ; ຕັດສິນ​ໃຈ ​ແລະຕົກລົງ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ຊາດ-ປະ​ເທດ​ຊາດ. ພ້ອມ​ກັບ​ການ​ຊີ້​ນຳ, ທິດ​ທາງ, ທິດ​ສະ​ດີ, ທິດ​ທາງ​ຍຸດ​ທະ​ສາດ, ທ່ານ​ຍັງ​ໄດ້​ເຂົ້າ​ຮ່ວມ​ໂດຍ​ກົງ ​ໃນຫຼາຍ​ວຽກ​ງານ​ການ​ຕ່າງ​ປະ​ເທດ​ທີ່​ສຳ​ຄັນ​ຂອງ​ພັກ ແລະ ລັດ. ໃນ​ໄລຍະ​ດຳ​ເນີນ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XIII ຂອງ​ພັກ, ​ເຖິງ​ວ່າ​ຈະ​ມີ​ຄວາມ​ຂັດ​ແຍ້​ງກັນ​ຍ້ອນ​ພະຍາດ​ໂຄ​ວິດ-19, ​ແຕ່​ສະຫາຍ​ໄດ້​ເຂົ້າ​ຮ່ວມ​ວຽກ​ງານ​ການ​ຕ່າງປະ​ເທດ​ໂດຍ​ກົງ​ກວ່າ 100 ລາຍການ.

3. ຕະຫຼອດ 13 ປີຜ່ານມາ, ນັບແຕ່ສະຫາຍ ຫງວຽນຝູຈ້ອງ ດຳລົງຕຳແໜ່ງເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ສະພາບການຢູ່ພາກພື້ນ ແລະ ໃນໂລກໄດ້ພັດທະນາຢ່າງວ່ອງໄວ, ນັບມື້ນັບສັບສົນ ແລະຄາດຄະເນຍາກ. ກອງປະຊຸມສູນກາງພັກກາງສະໄໝ (ເດືອນພຶດສະພາ 2023) ໄດ້ຕີລາຄາວ່າ “ຄວາມຫຍຸ້ງຍາກ, ສິ່ງທ້າທາຍໃໝ່ໄດ້ປະກົດຕົວ, ຮ້າຍແຮງກວ່າ ແລະ ໜັກໜ່ວງກວ່າການຄາດຄະເນ, ທຽບກັບໄລຍະດຽວກັນໃນບາງເງື່ອນໄຂທີ່ຜ່ານມາ”. ​ໃນ​ສະພາບ​ການ​ນັ້ນ, ພາຍ​ໃຕ້​ການ​ຊີ້​ນຳ​ທີ່​ມີ​ສະຕິ​ປັນຍາ ​ແລະຖືກຕ້ອງ​ ຂອງ​ຄະນະ​ບໍລິຫານ​ງານ​ສູນ​ກາງ, ກົມ​ການ​ເມືອງສູນກາງ ​ແລະ ຄະນະ​ເລຂາທິການສູນກາງ, ນຳໂດຍສະຫາຍເລຂາທິການໃຫຍ່ ຫງວຽນຝູຈ້ອງ, ທົ່ວພັກ, ປະຊາຊົນ, ກອງທັບ ໄດ້ມານະພະຍາຍາມປະຕິບັດສຳເລັດໜ້າທີ່ຕາມເປົ້າໝາຍທີ່ລະບຸໄວ້ໃນໂຄງການການເມືອງກໍ່ສ້າງປະເທດໃນສະໄໝຂ້າມຜ່ານໄປສູ່ລັດທິສັງຄົມນິຍົມ (ສະບັບປັບປຸງແລະພັດທະນາໃນປີ 2011) ​ແລະ ນະ​ໂຍບາຍ​ການ​ຕ່າງປະ​ເທດ​ຂອງ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XI, XII ແລະ XIII ຂອງ​ພັກ. ນັບ​ແຕ່​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XIII, ພິ​ເສດ​ແມ່ນ​ ນັບ​ແຕ່​ກອງ​ປະຊຸມ​ວຽກ​ງານ​ການ​ຕ່າງປະ​ເທດ​ແຫ່ງ​ຊາດ​ຄັ້ງ​ທຳອິດ​ເປັນ​ຕົ້ນ​ມາ, ວຽກ​ງານ​ການ​ຕ່າງປະ​ເທດ​ບັນລຸ​​ໝາກຜົນຫຼາຍຢ່າງທີ່ສຳຄັນ​ທາງ​ປະຫວັດສາດ, ກາຍ​ເປັນ​ຈຸດ​ພົ້ນ​ເດັ່ນ​ທີ່​ໜ້າ​ປະ​ທັບ​ໃຈ​ໃນ​ບັນ​ດາ​ຜົນ​ງານ ແລະ ຜົນ​ສຳ​ເລັດ​ລວມ​ຂອງ​ປະ​ເທດ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້(10). ສິ່ງເຫຼົ່ານີ້ຍັງເປັນ​ເຄື່ອງໝາຍ​ຂອງ​ສະຫາຍ​ເລຂາທິການ​ໃຫຍ່ ຫງວຽນຝູຈ້ອງ ​ໃນ​ການ​ປະຕິບັດ​ວຽກ​ງານດ້ານ​ການ​ຕ່າງປະ​ເທດ ​ແລະ ​ຝ່າຍ​ການ​ຕ່າງປະ​ເທດ ​ແລະການ​ທູດທີ່ເຕັມ​ທີ່ເຕັມໄປດ້ວຍ​ເອກະລັກ​ຂອງ “​ໄມ້​ໄຜ່​ຫວຽດນາມ”.

ນັບ​ແຕ່​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ XI ຂອງ​ພັກ​ມາ​ຮອດ​ປະ​ຈຸ​ບັນ, ການ​ພົວ​ພັນ​ລະ​ຫວ່າງ​ຫວຽດ​ນາມແລະບັນ​ດາ​ປະ​ເທດ ​ໄດ້​ຂະ​ຫຍາຍ​ຕົວ ແລະ ເລິກ​ເຊິ່ງກວ່າ. ນັບ​ແຕ່​ປີ 2011 ​ເປັນ​ຕົ້ນ​ມາ, ຫວຽດນາມ​ໄດ້​ສ້າງ​ຕັ້ງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດກັບ ຫຼືຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ 26 ຄັ້ງ ລວມທັງ 5 ປະເທດທີ່ເປັນສະມາຊິກຖາວອນຂອງສະພາຄວາມໝັ້ນຄົງແຫ່ງສະຫະປະຊາຊາດ, ຈາກທັງໝົດ 30 ປະເທດ ທີ່ຮ່ວມກັບປະເທດຂອງເຮົາສ້າງການພົວພັນຄູ່ຮ່ວມໃນລະດັບຕ່າງໆ.

ການ​ພົວ​ພັນ​ກັບ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງຄື ​ຈີນ, ລາວ​ ແລະ​ ກໍາ​ປູ​ເຈຍ ​ໄດ້​ຮັບ​ການປັບປຸງ ​ຢ່າງ​ບໍ່​ຢຸດ​ຢັ້ງ. ໃນນັ້ນ, ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ກັບ​ຈີນ ​ໄດ້​ຮັບ​ການ​ຍົກ​ລະດັບ; ສອງ​ຝ່າຍ​ແລະ​ປະ​ເທດ​ໄດ້​ເຫັນ​ດີ​ເປັນ​ເອກະສັນ​ກັນ​ສ້າງ​ປະຊາ​ຄົມ​ຮ່ວມ​ມື​ໃນ​ອະນາຄົດ ​ທີ່​ມີ​ຄວາມ​ໝາຍ​ຍຸດ​ທະ​ສາດ ​ບົນ​ພື້ນຖານ​ກົດ​ບັດ​ສະຫະ​ປະຊາ​ຊາດ, ກົດໝາຍ​ສາກົນ ​ແລະ ບັນດາ​ມາດຖານ​ພື້ນຖານ​ຂອງ​ການ​ພົວພັນ​ສາກົນ. ສອງ​ປະ​ເທດ​ກໍ່​ເຫັນ​ດີ​ເພີ່ມ​ທະວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ, ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນປະເທດ ປ້ອງ​ກັນ​ຄວາມໝັ້ນຄົງ, ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ອື່ນ​ຢ່າງ​ເລິກ​ເຊິ່ງກ່ວາ​ອີກ, ສ້າງ​ພື້ນຖານ​ສັງຄົມ​ໃຫ້​ແໜ້ນ​ແຟ້ນກ່ວາ​ອີກ, ການ​ຮ່ວມ​ມື​ຫຼາຍ​ຝ່າຍ​ໄດ້​ຮັບ​ການ​ຄວບ​ຄຸມ ​ແລະ ​ແກ້​ໄຂ​ໄດ້​ດີກ​ວ່າ. ສາມ​ພັກ ​ແລະ 3 ປະ​ເທດ ຫວຽດນາມ - ລາວ - ກຳປູ​ເຈຍ ຢືນຢັນ​ວ່າ: ມູນເຊື້ອປະຫວັດສາດ​ແຫ່ງ​ຄວາມ​ສາມັກຄີ ​ແລະ ການ​ຊ່ວຍ​ເຫຼືອ​ເຊິ່ງກັນ​ແລະກັນ​ລະຫວ່າງ 3 ພັກ ​ແລະ ປະຊາຊົນ 3 ປະ​ເທດ ​ແມ່ນ​ຊັບ​ສິນ​ອັນ​ລ້ຳ​ຄ່າ ​ແລະ ​ແມ່ນ​ໜຶ່ງ​ໃນ​ບັນດາ​ປັດ​ໄຈ​ສຳຄັນ, ​ແມ່ນ​ແຫຼ່ງກຳລັງ​ແຮງ​ທີ່​ສຸດ ສຳລັບພາລະກິດ​ຂອງ​ແຕ່ລະ​ພັກ ​ແລະ​ແຕ່ລະ​ປະ​ເທດ​ໃນ​ອະດີດ ​ແລະ ປະຈຸ​ບັນ. ຄວາມ​ເຂົ້າ​ໃຈ​ແລະ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ເຊິ່ງກັນ​ແລະ​ກັນ ​ລະຫວ່າງ​ສາມ​ປະ​ເທດ​ໄດ້​ຮັບ​ການປັບປຸງ, ການ​ພົວພັນ​ດ້ານ​ປ້ອງ​ກັນປະເທດ ແລະ​ຄວາມ​ໝັ້ນຄົງ​ສືບ​ຕໍ່​ພັດທະນາ​ແລະການເປັນ​ເສົາ​ຄ້ຳ, ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ຖືກລະບຸ​ວ່າ​ເປັນ​ຂົງ​ເຂດ​ທີ່​ຕ້ອງການ​ການ​ບຸກທະລຸ.

ການ​ພົວພັນ​ກັບ​ບັນດາ​ປະ​ເທດ​ໃຫຍ່, ບັນດາ​ປະ​ເທດ​ໃນ​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້, ບັນດາ​ຄູ່​ຮ່ວມ​ມື​ທີ່​ສຳຄັນ ​ແລະ ບັນດາ​ເພື່ອນ​ມິດ​ດັ້ງເດີມ ​ນັບ​ມື້​ນັບ​ມີ​ບາດກ້າວ​ພັດທະນາ​ໃໝ່​ທີ່​ສຳຄັນ. ພັກ​ກອມ​ມູນິດ​ຫວຽດນາມ ​ໄດ້​ພັດທະນາ​ການ​ພົວພັນ​ກັບພັກການເມືອງ ​ເກືອບ 260 ພັກ​ຢູ່ໃນ 120 ປະ​ເທດ​ທົ່ວ​ໂລກ, ​ໃນ​ນັ້ນ​ປະມານ 70% ​ແມ່ນ​ພັກ​ກຳ​ອຳນາດ ຫຼື ​ເຂົ້າ​ຮ່ວມ​ລັດຖະບານ, ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ການ​ກຳນົດ​ທິດ​ທາງ​ດ້ານ​ການ​ເມືອງ​ຂອງ​ການ​ພົວພັນ​ລະຫວ່າງ​ຫວຽດນາມກັບ​ບັນດາ​ປະ​ເທດ. ພັກ​ແລະລັດຫວຽດນາມ ​ໄດ້​ແກ້​ໄຂ​ບັນດາ​ບັນຫາ​ການ​ຕ່າງປະ​ເທດ​ທີ່​ສັບສົນ​ທີ່​ເກີດ​ຂຶ້ນ​ຢ່າງ​ເໝາະ​ສົມ, ຮັບປະກັນ​ຜົນ​ປະ​ໂຫຍ​ດຂອງ​ຊາດ-ປະເທດຊາດ ​ບົນ​ພື້ນຖານ​ກົດໝາຍ​ສາກົນ, ສະ​ເໝີ​ພາບ ​ແລະ ມີ​ຜົນ​ປະ​ໂຫຍ​ດຮ່ວມກັນ, ສອດຄ່ອງ​ກັບ​ແນວທາງ​ການ​ຕ່າງປະ​ເທດ​ ແລະ ນະໂຍບາຍການປ້ອງ​ກັນ​ປະ​ເທດທີ່ “ບໍ່ປະຕິບັດ 4 ປະການ”(11).

 ຫວ່າງ​ມໍ່ໆ​ມາ​ນີ້, ຫາງ​ສຽງ​ສາກົນ​ຕີ​ລາຄາ​ສູງ​ບັນດາ​ໝາກຜົນ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ຫວຽດນາມ ​ໂດຍ​ຜ່ານ​ການ​ຢືນຢັນ​ວ່າ ​ໃນ​ໄລຍະ​ເວລາ​ພຽງ 10 ​ເດືອນ (ເດືອນກັນຍາ 2023 – ມິຖຸນາ 2024), ປະມຸກ​ລັດ​ສາມ​ທ່ານ​​ຈາກ 3 ປະ​ເທດ​ມະຫາ​ອຳນາດ​ຂອງ​ໂລກ​ຄື ອາ​ເມ​ລິ​ກາ, ຈີນ ​ແລະ ລັດ​ເຊຍ ​ໄດ້​ມາ​ຢ້ຽມຢາມ​ຫວຽດນາມ ຕາມ​ຄຳ​ເຊີນ​ຂອງ​ທ່ານ​ເລຂາທິການ​ໃຫຍ່ ຫງວຽນຝູຈ້ອງ. ກ່ອນ​​ນັ້ນ, ​ໃນ​ປີ 2021 ​ແລະ 2023, ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ຫງວຽນຝູຈ້ອງ, ປະທານ​ພັກ​ປະຊາຊົນ​ກຳປູ​ເຈຍ ສົມເດັດ ຮຸນເຊນ ​ແລະ ​ເລຂາທິການ​ໃຫຍ່​ພັກ​ປະຊາຊົນ​ປະຕິວັດ​ລາວ ປະທານ​ປະ​ເທດລາວ ທອງ​ລຸນ ສີ​ສຸ​ລິດ ​ໄດ້​ຈັດ​ຕັ້ງກອງ​ປະ​ຊຸມ​ສຸດຍອດ​ຫວຽດ​ນາມ - ກຳ​ປູ​ເຈຍ - ລາວ, 30 ປີ​ຫຼັງ​ກອງ​ປະ​ຊຸມ​ທີ່​ຄ້າຍ​ຄື​ກັນ​ໄດ້​ຈັດ​ຂຶ້ນ​ໃນ​ປີ 2019.

 ການ​ພົວພັນ​ຕ່າງປະ​ເທດ​ຫຼາຍ​ຝ່າຍ​ບັນລຸ​ໄດ້ບາດກ້າວ​ທີ່​ຕັ້ງໜ້າຫຼາຍປະການ, ປະກອບສ່ວນ​ສ້າງ​ກຳລັງ​ແຮງ​ໃຫ້​ແກ່​ການ​ທູດ​ສອງ​ປະ​ເທດ, ຊຸກຍູ້​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ ​ແລະ ​ເພີ່ມ​ທະວີ​ກຳລັງ​ແຮງ​ລວມຂອງ​ປະ​ເທດ. ຫວຽດນາມ​ໄດ້ເຂົ້າ​ຮ່ວມໃນອົງການຈັດຕັ້ງຫຼາຍກວ່າ 70 ອົງການ​ ລວມມີອົງລະຫວ່າງ​ລັດຖະບານລະດັບໂລກ, ລະດັບລະຫວ່າງ​ພາກ​ພື້ນ ຫຼືລະດັບພາກ​ພື້ນ, ກົນ​ໄກການ​ຮ່ວມ​ມື​ຫຼາຍ​ຝ່າຍ​ທີ່​ສຳຄັນໃນດ້ານ​ລັດຖະສະພາ, ການປ້ອງ​ກັນປະເທດແລະ​ຄວາມ​ໝັ້ນຄົງ ​ແລະ ກົນ​ໄກການ​ຮ່ວມ​ມື​ສາກົນ​ທີ່​ສຳຄັນ​ທີ່​ສຸດ​ຂອງພັກ ​ແລະອົງການ​ປະຊາຊົນ. ໃນກົນ​ໄກເຫຼົ່ານັ້ນ, ການ​ເຂົ້າ​ຮ່ວມ​ຂອງຫວຽດນາມ​ແມ່ນ​ນັບ​ມື້​ນັບເປັນເຈົ້າການ ແທດ​ຈິງ ​ແລະ ​ເລິກ​ເຊິ່ງ; ຕັ້ງໜ້າ​ຊຸກຍູ້ ​ແລະ ປົກ​ປັກ​ຮັກສາ​ຜົນ​ປະ​ໂຫຍ​ດຂອງ​ຊາດ-ປະເທດຊາດ, ພ້ອມກັນນັ້ນ. ຕັ້ງໜ້າ​ເຂົ້າ​ຮ່ວມ​ໃນ​ການ​ສ້າງ “ກົດ​ລະ​ບຽບ” ​ແລະ​ແກ້​ໄຂ​ບັນດາ​ສິ່ງ​ທ້າ​ທາຍ​ທົ່ວໄປສຳລັບ​ປະຊາ​ຄົມ​ໂລກ​ ໃນບັນດາ​ຂົງ​ເຂດ​ຄວາມ​ໝັ້ນຄົງ​ແບບ​ດັ້ງ​ເດີມ ຫຼືຄວາມ​ໝັ້ນຄົງ​ທີ່ບໍ່ເປັນແບບດັ້ງເດີມ. ໃນ​ສະພາບ​ການ​ທີ່​ໂລກ​ພວມ​ຢູ່​ໃນ​ໄລຍະ​ຫັນປ່ຽນ​ສູ່​ສະຖານະ​ການ “ຫຼາຍ​ຂົ້ວ, ຫຼາຍ​ສູນກາງ”, ປະສົບ​ກັບ​ການ​ປ່ຽນ​ແປງ​ຢ່າງ​ສັບສົນ​ ແລະ​ຄວາມ​ທ້າ​ທາຍ​ຂ້າມ​ຊາຍ​ແດນ​ນັບ​ມື້​ນັບ​ຮ້າຍ​ແຮງ, ​ການ​ເຄື່ອນ​ໄຫວ​ຫຼາຍ​ຝ່າຍ​ແມ່ນ​ໜຶ່ງ​ໃນ​ບັນດາ​ວິທີ​ທີ່​ສຳຄັນ ​ເພື່ອ​ປົກ​ປັກ​ຮັກສາ​ຜົນ​ປະ​ໂຫຍ​ດຂອງ​ຊາດ-ປະເທດຊາດ ແລະສ້າງ​ສະ​ພາບ​ແວດ​ລ້ອມ​ສາ​ກົນ​ທີ່​ສະ​ດວກ​ເພື່ອ​ສັນ​ຕິ​ພາບ​ແລະ​ການ​ພັດ​ທະ​ນາ​ຂອງ​ປະ​ເທດ.

ການ​ຮ່ວມ​ມື​ໃນ​ຂອບ​ເຂດ​ສອງ​ຝ່າຍ​ຫຼື​ຫຼາຍ​ຝ່າຍ​ລະຫວ່າງ​ຫວຽດນາມ ​ແລະ ຄູ່​ຮ່ວມ​ມື​ສາກົນ​ໃນ​ຂົງ​ເຂດ​ເສດຖະກິດ, ວິທະຍາສາດ - ​ເຕັກ​ໂນ​ໂລ​ຊີ, ວັດທະນະທຳ, ການ​ສຶກສາ​ບັນລຸ​ໄດ້​ບັນດາ​ໝາກຜົນ​ສຳຄັນ. ໃນໄລຍະ 10 ປີຜ່ານມາ, ຫວຽດນາມ ຍາມໃດກໍ່ແມ່ນໜຶ່ງໃນ 3 ປະເທດທີ່ດຶງດູດການລົງທຶນໂດຍກົງຈາກຕ່າງປະເທດ (FDI) ຫຼາຍກວ່າໝູ່ໃນສະມາຄົມບັນດາປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ແລະ ແມ່ນໜຶ່ງໃນປະເທດກຳລັງພັດທະນາທີ່ໄດ້ນຳໜ້າໃນການດຶງດູດ FDI. ຫວຽດນາມ​ໄດ້​ກາຍ​ເປັນ​ໜຶ່ງ​ໃນ 20 ປະ​ເທດ​ທີ່​ມີ​ຂະໜາດ​ການ​ຄ້າ​ໃຫຍ່​ທີ່​ສຸດ​ໃນ​ໂລກ, ມີ​ການ​ພົວພັນ​ດ້ານ​ເສດຖະກິດ​ການ​ຄ້າ​ກັບ 230 ປະ​ເທດ​ໃນ​ທົ່ວ​ໂລກ ​ແລະ ໄດ້ລົງນາມໃນ​ສັນຍາ​ການ​ຄ້າ​ເສລີ (FTA) ກັບ 60 ກວ່າ​ປະ​ເທດແລະຄູ່ຮ່ວມມື. ​ເນື້ອ​ໃນ​ດ້ານ​ວິທະຍາສາດແລະ​ເຕັກ​ໂນ​ໂລຊີນັບ​ມື້​ນັບ​ເພີ່ມ​ຂຶ້ນ​ໃນ​ການ​ຮ່ວມ​ມືພາກລັດ, ລະຫວ່າງ​ອົງການ​ຄົ້ນ​ຄ້ວາ ​ແລະ ວິ​ສາ​ຫະກິດ. ຫວຽດນາມ​ໄດ້​ລົງ​ນາມ​ໃນ​ສັນຍາ​ຮ່ວມ​ມື​ດ້ານ​ວັດທະນະທຳ​ກັບ​ຫຼາຍ​ຄູ່​ຮ່ວມ​ມື ເພື່ອສ້າງ​ຄວາມ​ສະດວກ​ໃຫ້​ແກ່​ການ​ພັດທະນາ​ປະເທດ​ໃນດ້ານ​ວັດທະນະທຳ; ບັນດາ​ອົງການ​ວິຊາ​ຊີບທາງ​ສັງຄົມ, ວິ​ສາ​ຫະກິດ ​ແລະບຸກຄົນຕ່າງໆ ​ນັບ​ມື້​ນັບ​ຕັ້ງໜ້າ​ເຂົ້າ​ຮ່ວມ​ການ​ຮ່ວມ​ມື​ດ້ານ​ວັດທະນະທຳ​ສາກົນ. ປະຈຸ​ບັນ, ຫວຽດນາມ​ໄດ້​ຮັບລາງວັນ 32 ລາຍການ ​ຈາກ​ອົງການ​ສຶກສາ, ວິທະຍາສາດ ​ແລະ ວັດທະນະທຳ​ແຫ່ງສະຫະ​ປະຊາ​ຊາດ (UNESCO).

ການສື່​ຂ່າວ​ຕ່າງ​ປະ​ເທດ​ໄດ້​ຮັບ​ການ​ເສີມ​ຂະ​ຫຍາຍ ​ແລະ​ນໍາ​ໃຊ້​ຢ່າງ​ຕັ້ງ​ຫນ້າ​, ທັນ​ທີ​, ແລະ​ອຸ​ດົມ​ສົມ​ບູນ ​ໃນ​ເນື້ອ​ໃນ​ແລະ​ຮູບ​ແບບ. ພ້ອມ​ກັນ​ນັ້ນ, ຫວຽດນາມໄດ້​ສ້າງ​ລະບົບ​ນະ​ໂຍບາຍ ແລະກົດລະບຽບ​​ໃນ​ເອກະສານທາງກົດໝາຍຕ່າງໆ ​ເພື່ອ​ສ້າງ​ເງື່ອນ​ໄຂ​ທີ່ເອື້ອອຳນວຍໃນການ​ປົກ​ປ້ອງສິດທິ​ແລະຜົນ​ປະ​ໂຫຍ​ດອັນ​ຊອບ​ທຳ​ຂອງ​ຊາວຫວຽດນາມຢູ່​ຕ່າງປະ​ເທດ ໃນແງ່ຂອງ​ການ​ປົກ​ປັກ​ຮັກສາ​ຄວາມ​ໝັ້ນຄົງ​ຂອງ​ຊາດ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ຄອບຄົວ, ການຮ່ຳຮຽນ, ການດຳ​ເນີນ​ທຸລະ​ກິດ ​ແລະ ດຳລົງ​ຊີວິດໃນຫວຽດນາມ. ວຽກ​ງານ​ຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ​ໄດ້​ຮັບ​ການ​ປະຕິບັດ​ໃນ​ຫຼາຍ​ຮູບ​ຫຼາຍ​ແບບ ​ແລະ ປະກອບສ່ວນ​ອັນ​ຕັ້ງໜ້າ​ໃຫ້​ຊາວ​ຫວຽດນາມ​ເຂົ້າ​ໃຈຂໍ້ມູນ​ກ່ຽວ​ກັບ​ປະ​ເທດ​ຊາດ, ຜູກ​ພັນ​ກັບ​ປະ​ເທດ, ພ້ອມ​ກັນ​ນັ້ນ​ ກໍ່ຕໍ່ສູ້​ແລະ​ເປີດ​ເຜີຍແຜນການ​ແລະການ​ກະທຳ​ຂອງ​ບັນດາ​ອິດ​ທິກຳລັງ​ສັດຕູ ທີ່ຫວັງທຳລາຍ ຕອບໂຕ້ຕໍ່ພັກ ແລະປະຊາຊົນຫວຽດນາມ.

​ໃນ​ສະພາບ​ການການ​ຜັນປ່ຽນ​ຢ່າງ​ສັບສົນ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ຫວຽດນາມຍັງຄົງຮັກສາ​ອຳນາດອະທິປະ​ໄຕ ​ແລະປົກ​ປັກ​ຮັກສາ​ຜົນ​ປະ​ໂຫຍ​ດຂອງ​ຊາດໃນເຂດທະ​ເລ​ ຂອງ​ປະ​ເທດຊາດ ​ຕາມ​ອະນຸສັນຍາ​ສະຫະ​ປະຊາ​ຊາດວ່າດ້ວຍ​ກົດໝາຍ​ທະ​ເລ (UNCLOS) ປີ 1982, ຈັດການແກ້​ໄຂ​​ກໍລະນີ​ແລະ​ບັນຫາ​ທີ່ສັບສົນຢ່າງຮາບຮື່ນ, ພະຍາຍາມສົ່ງເສີມ​ການ​ຮ່ວມ​ມື ​ແລະ ​ແກ້​ໄຂຂໍ້​ແຕກ​ຕ່າງ​ແລະຂໍ້ພິພາດຢ່າງ​ສັນຕິ. ຫວຽດນາມ​ໄດ້​ລົງ​ນາມ​ໃນ​ສັນຍາ​ກຳນົດ​ເຂດ​ເສດຖະກິດ​ຈຳ​ເພາະ​ ກັບອິນ​ໂດ​ເນ​ເຊຍ ແລະ ຮ່ວມກັນ​ກັບ​ຈີນ ​ແລະບັນດາ​ປະ​ເທດ​ສະມາຊິກອາ​ຊຽນ ​ມີ​ຄວາມ​ຄືບ​ໜ້າ​ໃນ​ການ​ເຈລະຈາ ​ເພື່ອ​ສ້າງ​ປະມວນ​ຂໍ້​ກຳນົດ​ການ​ປະພຶດ​ຢູ່​ທະ​ເລ​ຕາ​ເວັນ​ອອກ (COC). ບັນດາເຂດ​ຊາຍ​ແດນ​ທາງ​ບົກ​ລະ​ຫວ່າງ​ຫວຽດ​ນາມ ແລະບັນ​ດາ​ປະ​ເທດ​ເພື່ອນບ້ານ ​​ມີຄວາມສະຫງົບສຸກ, ​ປອດ​ໄພຫຼາຍຂຶ້ນ ແລະກຳລັງ​ກາຍ​ເປັນ​ເຂດທີ່​ພັດ​ທະ​ນາ. ພິ​ເສດ, ຫວຽດນາມ​ແລະລາວ​ໄດ້ເພີ່ມຄວາມໜາ ແລະຕົກແຕ່ງ ລະບົບຫຼັກ​ໝາຍ​ຊາຍ​ແດນສຳເລັດຮຽບຮ້ອຍແລ້ວໃນ​ປີ 2016; ແລະກັບກຳປູ​ເຈຍ​ໄດ້​ລົງ​ນາມ​ໃນ​ສົນທິສັນຍາ​ເພີ່ມ​ເຕີມຂອງສົນທິສັນຍາ​ກຳນົດເຂດ​ແດນ​ແຫ່ງ​ຊາດ​ປີ ​​1995 ​ແລະ 2005 ​ແລະ ພິທີ​ສານວ່າດ້ວຍການກຳນົດເຂດແກນ ແລະ​ປັກ​ຫຼັກ​ໝາຍ​ຊາຍປະມານ 84%​ ຂອງເຂດແດນ​ທາງ​ບົກ ພາຍຫຼັງ​ການ​ເຈລະຈາ​ມານານ​ກວ່າ 36 ປີ.

ສະຫາຍເລຂາທິການໃຫຍ່ ຫງວຽນຝູຈ້ອງ ຍາມໃດກໍ່ເຕືອນວ່າ ຢ່າເປັນອັດຕະວິໄສ, ເພິ່ງພໍໃຈກັບຜົນສຳເລັດແລະຜົນງານທີ່ໄດ້ຮັບ. ພັກເຮົາແລະສະຫາຍ​ເລຂາທິການ​ໃຫຍ່ ຫງວຽນຝູຈ້ອງ ​ໄດ້​ຊີ້​ອອກ​ບັນດາ​ຂໍ້​ຈຳກັດ ​ແລະ ຂໍ້​ຂາດ​ຕົກ​ບົກ​ຜ່ອງ​ທີ່​ຕ້ອງ​ແກ້​ໄຂ; ພ້ອມ​ກັນ​ນັ້ນ, ສະຫາຍ​ຍັງ​ເນັ້ນ​ໜັກ​ວ່າ: ​ເພື່ອ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ ​ແລະ ສິ່ງ​ທ້າ​ທາຍ​ອັນ​ໜັກໜ່ວງ​ໃນ​ຕໍ່ໜ້າ, ຮຽກຮ້ອງ​ໃຫ້​ທົ່ວ​ພັກ, ທົ່ວ​ປວງ​ຊົນ, ທົ່ວ​ກອງທັບ, ພິ​ເສດ​ແມ່ນ​ບັນດາ​ກຳລັງເຮັດວຽກ​ງານ​ການ​ຕ່າງປະ​ເທດ ​ຕ້ອງ​ມີ​ຄວາມ​ຕັດສິນ​ໃຈ ​ແລະ ຄວາມ​ພະຍາຍາມ​ກ່ວາ​ອີກ. ​ຢ່າງ​ໃດ​ກໍ່ຕາມ, ​ໂດຍ​ລວມ, ໝາກຜົນແລະຜົນສຳເລັດ​ຂອງ​ວຽກ​ງານ​ການ​ຕ່າງປະ​ເທດ​ໃນ​ໄລຍະທີ່ຜ່ານມາ​ມໍ່​ນີ້ ​ໄດ້​ເປີດ​ໂອກາດ​ຍຸດ​ທະ​ສາດ​ໃຫຍ່​ອັນ​ດັບ 2 ​ໃນ​ວຽກ​ງານ​ການ​ຕ່າງປະ​ເທດ​ນັບ​ແຕ່​ປະ​ເທດ​ລິ​ເລີ່​ມດຳເນີນການ​ປ່ຽນແປງໃໝ່. ໂອກາດຍຸດທະສາດທໍາອິດແມ່ນ ຜົນສໍາເລັດຂອງປະເທດຂອງເຮົາໃນການສ້າງສະພາບແວດລ້ອມທີ່ສະຫງົບສຸກ; ທັບມ້າງການປິດລ້ອມ ແລະການຂວ້ຳບາດ; ຜູກມິດກັບທຸກປະເທດ; ເຊື່ອມໂຍງເສດຖະກິດກັບສາກົນ; ເຊື່ອມຕໍ່ຄືນໃໝ່ການ​ຊ່ວຍ​ເຫຼືອ​ແລະ​ການ​ພົວ​ພັນ​ທາງການ​ຄ້າ​ ແລະສ້າວ​ເງື່ອນ​ໄຂ​ເພື່ອ​ດຶງ​ດູດ FDI. ​ໂອກາດ​ຍຸດ​ທະ​ສາດ​ທີ 2 ​ແມ່ນ​ພື້ນຖານ​ເພື່ອ​ໃຫ້​ສັນຕິພາບ​ຂອງ​ປະ​ເທດ​ນັບ​ມື້​ນັບ​ແໜ້ນ​ແຟ້ນກ່ວາ​ອີກ, ຫວຽດນາມ​ແມ່ນ​ເພື່ອນ​ກັບ​ບັນດາ​ປະ​ເທດ, ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ, ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ກັບ​ບັນດາ​ປະ​ເທດ​ໃຫຍ່, ມີ​ທີ່​ຕັ້ງ​ສຳຄັນ​ໃນ​ໂລກ ​ແລະ ພາກ​ພື້ນ; ພິ​ເສດ, ຫວຽດນາມພວມ​ເພີ່ມ​ທະວີ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ໂລກ​ຢ່າງ​ຮອບດ້ານ ​ແລະ ​ເລິກ​ເຊິ່ງກ່ວາ​ອີກ. ການ​ພົວພັນ​​ແລະຄວາມ​ໄວ້ວາງ​ໃຈທາງການເມືອງ​ຂອງ​ຫວຽດນາມ ກັບ​ບັນດາ​ຄູ່​ຮ່ວມ​ມື ໄດ້ສ້າງ​ຄວາມ​ໄດ້​ປຽບ​ຍຸດ​ທະ​ສາດ​ ໃຫ້​ປະ​ເທດຜັນຂະຫຍາຍ​ແນວທາງ​ການ​ຕ່າງປະ​ເທດ​ຂອງ​ພັກ ​ແລະ ໃຊ້​ໂອກາດ​ໃໝ່ຢ່າງເຕັມທີ່​ໃນ​ການ​ຮ່ວມ​ມື​ສາກົນ ໃນດ້ານການຄ້າ-ການ​ລົງທຶນ, ວິທະຍາສາດ-​ເຕັກ​ໂນ​ໂລ​ຢີ, ການສຶກສາ-ຝຶກອົບຮົມ,... ປະກອບສ່ວນອັນຕັ້ງໜ້າເຂົ້າໃນພາລະກິດການຫັນ​ເປັນ​ອຸດສາຫະກຳ​ແລະທັນ​ສະ​ໄໝ​ຂອງ​ປະ​ເທດ​ໃນ​ໄລຍະ​ໃໝ່.

ສະຫາຍ​ເລຂາທິການ​ໃຫຍ່ ຫງວຽນ​ຝູຈ້ອງ ​ເນັ້ນ​ໜັກ​ວ່າ: ບັນດາ​ຜົນງານ​ອັນ​ໃຫຍ່​ຫຼວງ​ທີ່​ມີ​ຄວາມ​ໝາຍ​ປະຫວັດສາດ​ຂອງພາລະກິດການ​ປ່ຽນແປງໃໝ່ ທີ່ລິເລີ່ມ​ແລະນຳພາດຳເນີນການໂດຍພັກຂອງເຮົານັ້ນ ແມ່ນ​ຜົນຜະ​ລິດ​ທີ່ຕົກຜະລຶກຂອງຄວາມ​ຄິດ​ປະ​ດິດ​ສ້າງ, ເປັນ​ຜົນ​ຈາກ​ຂະ​ບວນ​ການ​ແຫ່ງ​ຄວາມ​​ພະ​ຍາ​ຍາມ​ຢ່າງ​ບໍ່​ຢຸດ​ຢັ້ງ ແລະ ຕໍ່​ເນື່ອງ​ໃນ​ຫຼາຍ​ດ້ານ​ຂອງ​ທົ່ວ​ພັກ, ທົ່ວ​ປວງ​ຊົນ, ທົ່ວ​ປວງ​ຊົນ ແລະ ທົ່ວ​ກອງ​ທັບ. ພ້ອມ​ກັນ​ນັ້ນ, ສະພາບ​ຕົວ​ຈິງ​ຍັງ​ຢືນຢັນ​ວ່າ ສະຫາຍ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ, ກົມ​ການ​ເມືອງສູນກາງ, ​ຄະນະເລຂາ​ທິການ​ ຕັດສິນ​ໃຈ​ກ່ຽວ​ກັບແນວທາງໃຫຍ່​, ​ນະ​ໂຍບາຍ​ສຳຄັນ​, ຊີ້ນຳ​ໂດຍກົງຕໍ່ວຽກ​ງານ​ການ​ຕ່າງປະ​ເທດທີ່ສຳຄັນ ແລະ ຈັດການແກ້ໄຂບັນດາບັນ​ຫາ​ສັບສົນ​ທີ່​ສຸດ​ທີ່​ເກີດ​ຂຶ້ນ​, ສ້າງຮອຍປະທັບ​ປະຫວັດສາດ​ໃນ​ການ​ກໍ່ສ້າງ ​ແລະ ປະຕິບັດ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ຂອງ​ຫວຽດນາມ ​ໃນ​ຊຸມ​ປີຜ່ານມາ. ສະຫາຍເລຂາທິການໃຫຍ່ ຫງວຽນຝູຈ້ອງ ເປັນຜູ້ນຳດີເດັ່ນພິເສດ ແລະເປັນ “ຄູສອນ” ໃນໂຮງຮຽນການຕ່າງປະເທດ ແລະການທູດ ທີ່ເຕັມໄປດ້ວຍເອກະລັກຂອງ “ໄມ້ໄຜ່ຫວຽດນາມ” ໃນສະໄໝໂຮ່ຈີມິນ.

ໃນ​ຊຸມ​ມື້​ຜ່ານ​ມາ, ດ້ວຍ​ຄວາມ​ເສົ້າສະລົດ​ໃຈ ​ແລະ ຄວາມ​ຮັກ​ແພງ​ອັນເລິກເຊິ່ງ ແລະພິ​ເສດທີ່ມີຕໍ່​ສະຫາຍ​ເລຂາທິການ​ໃຫຍ່ ຫງວຽນ​ຝູຈ້ອງ, ບັນດາ​ພະນັກງານ, ສະມາຊິກ​ພັກ ​ແລະ ປະຊາຊົນ ​ໄດ້​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ຢ່າງ​ແຮງ​ຕໍ່​ການ​ອຸທິດຕົນ ​ແລະ ການ​ປະກອບສ່ວນ​ອັນຍິ່ງ​ໃຫຍ່​ຂອງ​ສະຫາຍ​ເລຂາທິການ​ໃຫຍ່ໃນບັນຫາພື້ນຖານສອງປະການ ຂອງປະເທດແລະປະຊນຊົນ ​ເຊິ່ງສະຫາຍ​ໄດ້​ເນັ້ນ​ໜັກຄື ກິດຈະການ​ພາຍ​ໃນປະເທດ ​ແລະ ການຕ່າງປະ​ເທດ. ບັນດາ​ນັກ​ການ​ເມືອງ​ຢູ່​ຕ່າງປະ​ເທດ​ກໍ່​ສະ​ແດງ​ຄວາມ​ຊົມ​ເຊີຍ ​ແລະ ຕີ​ລາຄາ​ສູງ​ບັນດາ​ໂຊກລາບ, ທ່າ​ແຮງ, ທີ່​ຕັ້ງ ​ແລະ ຊື່​ສຽງ​ສາກົນ​ຂອງ​ຫວຽດນາມ ທີ່​ບໍ່​ເຄີຍ​ມີມາກ່ອນ, ພາຍ​ໃຕ້​ການ​ນຳພາ​ຂອງ​ພັກ ​ແລະ ສະຫາຍ​ເລຂາທິການ​ໃຫຍ່ ຫງວຽນຝູຈ້ອງ. ສະຫາຍໄດ້ລ່ວງລັບໄປແລ້ວ, ແຕ່​ຊື່​ແລະພາລະກິດ, ຄຸນງາມຄວາມດີແລະການ​ອຸທິດ​ຕົນ, ຄວາມເກັ່ງກ້າສາມາດ​ ແລະຄຸນທຳ​ ຂອງສະຫາຍ​ຈະ​ຮຸ່ງ​ເຮືອງ​ເຫຼືອງ​ເຫຼື້ອມ​ໃນ​ປະຫວັດສາດ​ອັນ​ສະຫງ່າ​ລາສີ​ຂອງ​ພັກ​ກອມ​ມູນິດ​ຫວຽດນາມ ແລະຊາດ​ຫວຽດນາມ ຕະຫລອດ​ການ, ດ້ວຍ​ຄວາມ​ຮູ້​ບຸນ​ຄຸນ​ຂອງ​ພະນັກງານ, ສະມາຊິກ​ພັກ ​ແລະ ປະຊາຊົນ​ຫວຽດນາມ ​ໃນ​ຄວາມ​ຮັກ​ແພງ​ຂອງ​ເພື່ອນ​ມິດສາ​ກົນ.

 ໃນຊ່ວງເວລາອັນສະເທືອນອາລົມທີ່ສຸດ, ຂໍສະແດງຄວາມເສຍໃຈຢ່າງບໍ່ມີສິ້ນສຸດແລະສະແດງຄວາມເຄົາລົບ​ນັບຖື​ຕໍ່​ສະຫາຍ​ເລຂາທິການ​ໃຫຍ່ ຫງວຽນຝູຈ້ອງ - ຜູ້ນຳ​ທີ່​ໂດດເດັ່ນເປັນພິເສດ, ​​ແບບຢ່າງ​ທີ່​ໃສແຈ້ງ​ໃນ​ການ​ຮ່ຳຮຽນ ​ແລະ ປະຕິບັດຕາມ​ແນວຄິດ, ຄຸນສົມບັດສິນທຳ ​ແລະ ​ແບບແຜນ​ໂຮ່ຈີ​ມິນ, ສະມາຊິກ​ພັກ​ກອມ​ມູນິດ​ທີ່​ຈົງ​ຮັກ​ພັກດີ ດ້ວຍ​ກຽດ​ສັກ​ສີ​ອັນ​ໃຫຍ່​ຫຼວງ​ຂອງ​ພັກ, ລັດ ​ແລະ ປະຊາຊົນ​ຫວຽດນາມ, ​ໄດ້​ສະ​ແດງ​ໃຫ້​ເຫັນເຖິງ​ຄຸນ​ນະພາ​ບ, ຄວາມ​ສາມາດ, ຄວາມ​ກ້າຫານ, ສະຕິ​ປັນຍາ​ຂອງ​ລຸ້ນຄົນ​ຫວຽດນາມ. ຜູ້​ນໍາ​ໃນ​ກິດຈະການປ່ຽນແປງໃໝ່ - ຍັງ​ຮຸ່ງເຮືອງ​ດ້ວຍ​ຄວາມ​ເຊື່ອ​ໝັ້ນ​ອັນແຮງກ້າແລະໝັ້ນຄົງວ່າ​: ພາຍໃຕ້ການນຳພາອັນສະຫຼາດສ່ອງໃສຂອງພັກກອມມູນິດຫວຽດນາມ, ປະເທດຊາດຫວຽດນາມ ຈະເສີມຂະຫຍາຍບັນດາຜົນງານອັນຍິ່ງໃຫຍ່ທີ່ບັນລຸໄດ້, ຜ່ານຜ່າທຸກຄວາມຫຍຸ້ງຍາກແລະສິ່ງທ້າທາຍ ເພື່ອສືບຕໍ່ສ້າງຄວາມເຂັ້ມແຂງ, ຄວາມສາມາດບົ່ມຊ້ອນ, ຖານະຕຳແໜ່ງ ແລະ ກຽດສັກສີຂອງຊາດຫວຽດນາມ ຕາມຄວາມປາດຖະໜາຂອງປະຊາຊົນຫວຽດນາມ ແລະສະຫາຍເລຂາທິການໃຫຍ່ ຫງວຽນຝູຈ້ອງ./.

---------------------

(1) ວ.ອີ ເລນິນ: ນິພົນຄົບຊຸດ, ສພຈ. ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2005, ເຫຼັ້ມ 6, ໜ້າ 32
(2) ຫງວຽນຝູຈ້ອງ: “ກໍ່ສ້າງແລະພັດທະນາພື້ນຖານການຕ່າງປະເທດແລະການທູດຫວຽດນາມທີ່ທັນສະໄໝ ແລະ ອຸດົມໄປດ້ວຍເອກະລັກຂອງຊາດ”, ວາລະສານກອມມູນິດ, ສະບັບທີ 980, ເດືອນທັນວາ 2021, ໜ້າ 18-19
(3), (4), (5) ຫງວຽນຝູຈ້ອງ: “ກໍ່ສ້າງແລະພັດທະນາພື້ນຖານການຕ່າງປະເທດແລະການທູດຫວຽດນາມທີ່ທັນສະໄໝ ແລະ ອຸດົມໄປດ້ວຍເອກະລັກຂອງຊາດ”, ວາລະສານກອມມູນິດ, ສະບັບທີ 980, ເດືອນທັນວາ 2021, ໜ້າ 19 – 27
(6) ໂຮ່ຈີມິນ: ນິພົນຄົຍຊຸດ, ສພຈ. ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2011, ເຫຼັ້ມ5, ໜ້າ 307
(7), (8) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII, ສພຈ. ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2021, ເຫຼັ້ມ 1, ໜ້າ 98, 101
(9) ນີ້​ແມ່ນ​ມະຕິ​ຄັ້ງ​ທຳ​ອິດ​ຂອງ​ກົມ​ການ​ເມືອງສູນກາງພັກ​ກ່ຽວ​ກັບ​ວຽກ​ງານ​ການ​ຕ່າງປະ​ເທດ​ຮອບດ້ານ​ພາຍຫຼັງ 35 ປີ​ນັບ​ແຕ່​ວັນ​ທີ 20 ພຶດສະພາ1988, ກົມ​ການ​ເມືອງສູນກາງພັກ ສະໄໝທີ VI ອອກ​ມະຕິ​ເລກທີ 13-NQ/TW, “ກ່ຽວ​ກັບ​ວຽກ​ງານ ​ແລະ ນະ​ໂຍບາຍ​ການ​ຕ່າງປະ​ເທດ​ໃນ​ສະພາບ​ການ​ໃໝ່”.
(10) ເບິ່ງ: ຫງວຽນຝູຈ້ອງ: “ສືບຕໍ່ປ່ຽນແປງໃໝ່, ກໍ່ສ້າງແລະພັດທະນາພື້ນຖານການຕ່າງປະເທດແລະການທູດຫວຽດນາມທີ່ທັນສະໄໝ, ໝັ້ນຄົງເຂັ້ມແຂງຮອບດ້ານ ແລະ ອຸດົມໄປດ້ວຍເອກະລັກຂອງ “ໄມ້ໄຜ່ຫວຽດນາມ””, ວາລະສານກອມມູນິດ, ສະບັບທີ 1028, ເດືອນທັນວາ 2023, ໜ້າ 9 – 14
(11) 1- ບໍ່ອະນຸຍາດ​ໃຫ້​ຕ່າງປະ​ເທດ​ຕັ້ງ​ຖານ​ທັບ​ທະຫານ ຫລື ​ໃຊ້​ດິນແດນ​ເພື່ອ​ຕໍ່ສູ້​ກັບ​ປະ​ເທດ​ອື່ນ; 2- ບໍ່​ເຂົ້າ​ຮ່ວມ​ພັນທະ​ມິດ​ທາງ​ທະຫານ; 3- ບໍ່​ພົວພັນກັບ​ປະ​ເທດ​ໜຶ່ງເພື່ອຕໍ່​ສູ້​ກັບ​ປະເທດ​ອື່ນ; 4- ຫ້າມໃຊ້ກຳລັງ ຫຼື ນາບຂູ່ວ່າຈະໃຊ້ກຳລັງໃນການພົວພັນສາກົນ.