ວກ. - ​ໃນ​ສະພາບ​ການ​ໂລກາພິວັດ, ​ໂດຍ​ສະ​ເພາະ​ແມ່ນ​ນັບ​ແຕ່​ສົງຄາມ​ເຢັນ​ສິ້ນ​ສຸດ​ລົງ, ຄຽງ​ຄູ່​ກັບ​ການ​ເກີດ​ບັນຫາ​ລະດັບພາກ​ພື້ນ ​ແລະ ລະດັບໂລກ​ທີ່​ບໍ່​ມີ​ປະ​ເທດ​ໃດ​ສາມາດ​ແກ້​ໄຂໄດ້ພຽງລຳພັງ, ລັດທິ​ພະຫຸພາຄີ​ໄດ້​ກາຍ​ເປັນ​ປັດ​ໄຈ​ສຳຄັນ​ໃນ​ການ​ພົວພັນ​ສາກົນຮ່ວມສະໄໝ​ ເພື່ອສ້າງ​ໂລກທີ່​ສັນຕິ ໝັ້ນຄົງ ແລະ ຈະເລີນຮຸ່ງເຮືອງ. ສຳລັບຫວຽດນາມ ການ​ທູດ​ຫຼາຍ​ຝ່າຍ​ຖືເປັນສ່ວນສຳຄັນຂອງກິດຈະການຕ່າງປະເທດຂອງຫວຽດນາມ ໂດຍພັກກອມມູນິດຫວຽດນາມ ​ແລະ ລັດຫວຽດນາມຖື​ວ່າມີສ່ວນສະໜັບສະໜູນ​ສຳຄັນ​ໃນ​ພາລະກິດການ​ສ້າງສາ, ປົກ​ປັກ​ຮັກສາ ​ແລະ ພັດທະນາ​ປະ​ເທດ​ຊາດ.

ທ່ານເລຂາທິການໃຫຍ່ ໂຕເລິມ ແລະ ພັນລະຍາ ພ້ອມກັບຄະນະຜູ້ແທນຂັ້ນສູງຫວຽດນາມ ຢ້ຽມຊົມສຳນັກງານເລຂາທິການສະມາຄົມປະຊາຊາດແຫ່ງອາຊີຕາເວັນອອກສຽງໃຕ້ (ອາຊຽນ) ໃນກຸງ ຈາກາຣ໌ຕາ (ປະເທດອິນໂດເນເຊຍ) ວັນທີ 10 ມີນາ 2025 _ພາບ: TTXVN

ພາບລວມຂອງລັດທິພະຫຸພາຄີ ແລະ ການທູດຫຼາຍຝ່າຍ

ແນວຄວາມຄິດການຮ່ວມມືຫຼາຍຝ່າຍ ເຊິ່ງເຂົ້າໃຈໃນຄວາມໝາຍຂອງການທີ່ປະເທດຕ່າງໆ ເຮັດວຽກຮ່ວມກັນໃນບັນຫາສະເພາະໃດໜຶ່ງ ປະກົດຂຶ້ນຕັ້ງແຕ່ຕົ້ນສະຕະວັດທີ 17 ໂດຍຕິດພັນກັບການສ້າງຕັ້ງລະບົບສາກົນ ເຊິ່ງລັດ-ປະເທດຊາດເປັນແກນຫຼັກ (ລະບົບ Westphalian) (1) ເພື່ອຄວບຄຸມການພົວພັນ, ຮັກສາດຸນອໍານາດລະຫວ່າງປະເທດ ແລະປ້ອງກັນສົງຄາມ(2). ຢ່າງ​ໃດ​ກໍ​ຕາມ, ​ຮອດ​ທ້າຍ​ສະຕະວັດ​ທີ XIX, ​ຮູບ​ແບບ​ການ​ຮ່ວມ​ມື​ຫຼາຍ​ຝ່າຍ​ລະຫວ່າງ​ປະ​ເທດຕ່າງໆຈຶງເລີ່ມ​ປະກົດຂຶ້ນ(3) ​ແລະໄດ້ພັດທະນາເປັນຈຸດປ່ຽນ​ໃນ​ສະຕະວັດ​ທີ XX.

ການ​ກຳ​ເນີດ​ຂອງ​ສະຫະພັນ​ປະຊາ​ຊາດ​ພາຍຫຼັງ​ສົງຄາມ​ໂລກ​ຄັ້ງ​ທີ 1 ​ຖືເປັນກ້າວສຳຄັນໃນການຄິດກ່ຽວ​ກັບ​ການ​ຮ່ວມ​ມື​ຫຼາຍ​ຝ່າຍ ເຊິ່ງເປັນຄວາມປາຖະໜາທີ່ຈະສ້າງ​ປະຊາ​ຄົມ​ແຫ່ງ​ຊາດ​ບົນ​ພື້ນຖານຂອງ​ສັນຕິພາບ​ ແລະ ຄວາມ​ເປັນ​ລະບຽບ​ຮຽບຮ້ອຍຮ່ວມກັນ. ຮອດປີ 1945, ພາຍຫຼັງສົງຄາມໂລກຄັ້ງທີ 2 ສິ້ນສຸດລົງ, ສະຫະປະຊາຊາດໄດ້ກຳເນີດຂຶ້ນ, ເປັນຂີດໝາຍການສ້າງຕັ້ງ ແລະ ພັດທະນາລະບົບຫຼາຍຝ່າຍສາກົນ(4) ແລະ ກົດໝາຍສາກົນໃນປະຈຸບັນ. ການສິ້ນສຸດຂອງສົງຄາມເຢັນເຮັດໃຫ້ເກີດການເຄື່ອນໄຫວຂອງຊີວິດສາກົນພາຍໃຕ້ຜົນກະທົບຂອງໂລກາພິວັດ ແລະການຫັນເປັນພາກພື້ນ ລວມເຖິງການປະກົດຕົວຂອງບັນຫາໃນລະດັບໂລກ. ນັບຕັ້ງແຕ່​ນັ້ນມາ ລັດທິ​ພະຫຸພາຄີ​ນັບ​ມື້​ນັບ​ພັດທະນາ ຈົນກາຍ​ເປັນ​ທ່າ​ອ່ຽງ​ທີ່​ພົ້ນ​ເດັ່ນ ແລະ ປະກອບສ່ວນ​ສ້າງ​ການ​ພົວພັນ​ສາກົນ​ໃນ​ປະຈຸ​ບັນ. 

​ໂດຍ​ທົ່ວ​ໄປແລ້ວ, ລັດທິ​ພະຫຸພາຄີ​ແມ່ນ​ການດຳເນີນການຮ່ວມກັນ​ ເພື່ອ​ແກ້​ໄຂ​ບັນຫາ​ທີ່​ເປັນຂໍ້ກັງວົນ​ຮ່ວມກັນ ແລະ ການ​ທູດ​ຫຼາຍ​ຝ່າຍ​ແມ່ນ​ວິທີ​ການໃນການດຳເນີນການດັ່ງກ່າວ. ​ໃນ​ຫຼາຍ​ທົດ​ສະ​ວັດ, ການ​ທູດ​ຫຼາຍ​ຝ່າຍ​ນັບ​ມື້​ນັບ​ເລິກ​ເຊິ່ງ, ຫຼາຍ​ຂະ​ແໜງ, ຫຼາຍ​ຂົງ​ເຂດ ​ແລະ ​ໄດ້​ກາຍ​ເປັນ​ພາກສ່ວນ​ສຳຄັນ​ຂອງ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ຂອງ​ບັນດາ​ປະ​ເທດ. ຕະຫຼອດຫຼາຍທົດສະວັດທີ່ຜ່ານມາ, ການທູດຫຼາຍຝ່າຍມີເນື້ອໃນເລິກເຊິ່ງຫຼາຍຂຶ້ນ, ຫຼາຍພາກສ່ວນ ຫຼາຍສາຂາ ແລະ ກາຍເປັນສ່ວນສຳຄັນຂອງນະໂຍບາຍການຕ່າງປະເທດຂອງປະເທດຕ່າງໆ.

ຜົນສຳເລັດອັນພົ້ນເດັ່ນຂອງຄວາມພະຍາຍາມທາງການທູດຫຼາຍຝ່າຍມາຮອດປະຈຸບັນແມ່ນໄດ້ປະກອບສ່ວນຮັກສາສັນຕິພາບ ແລະ ຄວາມໝັ້ນຄົງສາກົນ, ສະກັດກັ້ນສົງຄາມທຳລາຍມະນຸດຊາດຜ່ານການກໍ່ສ້າງ ແລະ ພັດທະນາລະບົບກົດໝາຍສາກົນ ແລະ ກົນໄກສາກົນເພື່ອແກ້ໄຂຂໍ້ຂັດແຍ່ງ(5); ການສ້າງ ​ແລະ ຜັນຂະຫຍາຍຂອບ​ການ​ຮ່ວມ​ມືດ້ານ​ການ​ປົດ​ອາ​ວຸດ, ​ການປາບປາມການແຜ່ກະຈາຍ​ອາ​ວຸດ​ທຳລາຍລ້າງສູງ​ ແລະ ການມຸ່ງສູ່​ການກຳຈັດ​ອາວຸດເຫຼົ່ານີ້ໃຫ້ໝົດສິ້ນໄປ(6), ກໍຄືການສົ່ງເສີມ​ມາດ​ຕະການ​ສ້າງ​ຄວາມ​ເຊື່ອໝັ້ນ, ການ​ໄກ່​ເກ່ຍ ​ແລະ ການຮັກສາ​ສັນຕິພາບ(7). ນອກຈາກນີ້, ການທູດຫຼາຍຝ່າຍຍັງສ້າງຜົນງານໃນການສ້າງ ແລະ ດຳເນີນການຕາມວາລະການປະຊຸມສາກົນ ເພື່ອຮັບມືກັບຄວາມທ້າທາຍລະດັບໂລກ ແລະ ບັນລຸໝາກຜົນສຳຄັນຫຼາຍຢ່າງ(8); ຊຸກຍູ້​ການ​ເຊື່ອມ​ໂຍງ​ດ້ານ​ເສດຖະກິດ ​ແລະ ການ​ສ້າງ​ຂອບ​ການ​ເປີດ​ເສລີ​ດ້ານ​ການ​ຄ້າ ​ແລະ ການ​ລົງທຶນ ​ເຊັ່ນ: ອົງການ​ການ​ຄ້າ​ໂລກ (WTO), ສັນຍາ​ຄູ່​ຮ່ວມ​ມື​ເສດຖະກິດ​ຮອບດ້ານ​ພາກ​ພື້ນ (RCEP), ສັນຍາ​ຄູ່​ຮ່ວມ​ມືຮອບດ້ານແລະກ້າວໜ້າ​ຂ້າມ​ປາຊີ​ຟິກ (CPTPP) ​ແລະອື່ນໆ.  ຜ່ານນັ້ນປະກອບສ່ວນເພີ່ມການເຕີບໂຕທາງເສດຖະກິດ, ປັບປຸງຍົກສູງສະມັດຕະພາບແຮງງານ ແລະ ເພີ່ມຜົນປະໂຫຍດທີ່ເຊື່ອມໂຍງກັນຂອງຫຼາຍປະເທດ.

ການ​ທູດ​ຫຼາຍ​ຝ່າຍ​ຂອງ​ຫວຽດນາມ: ​​ການ​ເດີນ​ທາງຮ່ວມ​ກັບ​ປະ​ເທດ​
ໃນການ​ເຊື່ອມ​ໂຍງ​​ຢ່າງ​ຮອບດ້ານ ​ແລະ ​ເລິກ​ເຊິ່ງ

ຄຽງ​ຄູ່​ກັບ​ການ​ສ້າງ​ຕັ້ງ​ສາທາລະນະ​ລັດ​ປະຊາທິປະ​ໄຕ​ຫວຽດນາມ​ໃນ​ປີ 1945 ເຊິ່ງປະຈຸ​ບັນ​ແມ່ນ​ສາທາລະນະ​ລັດ​ສັງຄົມ​ນິຍົມຫວຽດນາມ, ການ​ທູດ​ຫຼາຍ​ຝ່າຍ​ຂອງ​ຫວຽດນາມ​ໄດ້​ຮັບ​ການກໍ່ຕັ້ງ​ໂດຍ​ປະທານ​ໂຮ່ຈີ​ມິນ ແລະ ຖື​ວ່າ​ແມ່ນ​ບຸລິມະສິດ​ຂອງ​ການ​ທູດ​ຮູບແບບໃໝ່. ໃນ​ຈົດໝາຍ​ເຖິງ​ເລຂາທິການ​ສະຫະ​ປະຊາ​ຊາດໃນ​ປີ 1946, ທ່ານປະທານ​ໂຮ່ຈີ​ມິນ​​ຂຽນ​ວ່າ: “ຫວຽດນາມພ້ອມ​ທີ່​ຈະດຳເນີນະ​ໂຍບາຍ​ເປີດປະຕູ ​ແລະ ການ​ຮ່ວມ​ມື​ໃນ​ທຸກ​ຂົງ​ເຂດ; ຍອມຮັບທີ່ຈະ​ເຂົ້າ​ຮ່ວມໃນ​ອົງການການ​ຮ່ວມ​ມື​ທາງເສດຖະກິດ​ສາກົນ ​ພາຍ​ໃຕ້​ການ​ນຳ​ຂອງ​ສະຫະ​ປະຊາ​ຊາດ”(9). ແນວຄິດໃຫ້ຄວາມສຳຄັນຕໍ່​ການ​ຮ່ວມ​ມື​ຫຼາຍ​ຝ່າຍ​ໄດ້​ຮັບ​ການ​ສືບ​ທອດ ​ແລະ ພັດທະນາຈາກ​ພັກ​ກອມ​ມູນິດ​ຫວຽດນາມ ເຊິ່ງ​ສະ​ແດງ​ອອກ​ຜ່ານແຜນ​ນະ​ໂຍບາຍ ​ແລະ ທິດ​ທາງດ້ານກິດຈະການ​​ຕ່າງປະ​ເທດ​ຫຼາຍ​ຝ່າຍ​ໃນ​ແຕ່ລະ​ໄລຍະ​ແຫ່ງ​ການ​ພັດທະນາ​​ປະ​ເທດ.

​ພິເສດ, ນັບຕັ້ງແຕ່ປະເທດ​ດຳເນີນກິດຈະການ​ປ່ຽນ​ແປງ​ໃໝ່​, ການ​ທູດ​ຫຼາຍ​ຝ່າຍ​ໄດ້ກາຍ​ເປັນ​ສ່ວນ​ສຳຄັນຂອງການຄິດ ແລະ ​ການ​ປະຕິບັດໃນການຜັນຂະຫຍາຍແນວທາງ​ການ​ຕ່າງປະ​ເທດທີ່ “ເປັນເອກະລາດ, ​ເປັນ​ເຈົ້າ​ຕົນ​ເອງ, ສັນຕິພາບ, ການ​ຮ່ວມ​ມື ​ແລະ ການພັດທະນາ; ການ​ຫັນ​ເປັນ​ຫຼາຍ​ຝ່າຍ, ​ຫຼາຍຮູບຫຼາຍແບບ​ຂອງ​ການ​ພົວພັນ, ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ​ຢ່າງເປັນເຈົ້າການ​ແລະຕັ້ງໜ້າ; ​ເປັນ​ເພື່ອນ, ຄູ່​ຮ່ວມ​ມື​ທີ່​ໄວ້​ວາງ​ໃຈໄດ້ ​ແລະ ມີ​ຄວາມ​ຮັບຜິດຊອບ​ຂອງ​ປະຊາ​ຄົມ​ສາກົນ”(10). ແນວ​ຄິດ “ການສ້າງ​ຄວາມ​ຫຼາກ​ຫຼາຍທາງການພົວພັນ” ບົນ​ພື້ນຖານ “ການສ້າງ​ມິດ​ໃຫ້​ຫຼາຍຂຶ້ນ ​ແລະ ຫຼຸດຜ່ອນ​ສັດຕູ” ​ໄດ້ຮັບການກ່າວເຖິງຄັ້ງທຳອິດໃນເອກະສານ​ຂອງ​ພັກ​ກອມ​ມູນິດ​ຫວຽດນາມ​ ໃນ​ມະຕິໝາຍ​ເລກ 13/NQ-TW ລົງ​ວັນ​ທີ 20 ພຶດສະພາ 1988 ຂອງ​ກົມ​ການ​ເມືອງ ເຊິ່ງ​ສະ​ແດງ​ໃຫ້​ເຫັນເຖິງ​ຈຸດ​ປ່ຽນໃນ​ແນວ​ຄິດດ້ານ​ການ​ຕ່າງປະ​ເທດ ​ແລະ ການວາງ​ຮາກ​ຖານສຳລັບແຜນນະໂຍບາຍ “ຫັນ​ການ​ຕ່າງປະ​ເທດເປັນຫຼາຍກ້ຳຫຼາຍຝ່າຍ, ​ຫຼາຍຮູບຫຼາຍແບບ” ຂອງພັກແລະລັດຫວຽດນາມໃນເວລາຕໍ່ມາ. ບົນ​ພື້ນຖານ​ນັ້ນ, ​ແນວ​ຄິດ ​ແລະ ເນື້ອໃນກ່ຽວກັບແຜນນະໂຍບາຍ​ການ​ຕ່າງປະ​ເທດຫຼາຍຝ່າຍ​ຂອງ​ພັກ​ໄດ້​ຮັບ​ການ​ສືບ​ທອດ, ​ເພີ່ມເຕີມ ແລະ ປັບປຸງ​ຢ່າງຕໍ່ເນື່ອງ​ ເພື່ອໃຫ້​ເໝາະ​ສົມ​ກັບ​ສະພາບ​ການ​ສາກົນ ​ແລະ ຮັບ​ໃຊ້ຢ່າງ​ດີ​ທີ່​ສຸດ​ໃຫ້​ແກ່​ຄວາມ​​ຕ້ອງການ​ຂອງ​ພາລະກິດການ​ສ້າງສາ, ປົກ​ປັກ​ຮັກສາ ​ແລະ ພັດທະນາ​ປະ​ເທດ​ຊາດ. ທີ່​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ XII ຂອງ​ພັກ (ປີ 2016) ​ແລະ ກອງ​ປະຊຸມ​ໃຫຍ່​ຜູ້ແທນທົ່ວປະເທດຄັ້ງທີ XIII ຂອງ​ພັກ (ປີ 2021), ການ​ຕ່າງປະ​ເທດ​ຫຼາຍ​ຝ່າຍ​ຂອງ​ຫວຽດນາມ ​ໄດ້​ຮັບ​ການລະບຸ​ວ່າ ເປັນ​ທິດ​ທາງ​ຍຸດ​ທະ​ສາດ​ຂອງ​ປະ​ເທດ. ​ເນື້ອ​ໃນຂອງ​ການຕ່າງປະເທດ​ຫຼາຍ​ຝ່າຍ​ໄດ້​ຮັບ​ການ​ເພີ່ມເຕີມ, ຍົກລະດັບ ​ແລະ ລົງ​ເລິກ ໂດຍພັກ​ແລະລັດ ເຊິ່ງ​ສະ​ແດງ​ໃຫ້​ເຫັນເຖິງ​ການ​ຫັນປ່ຽນທີ່ຈະແຈ້ງ ​ຈາກວິທີ​ຄິດແບບ “ການ​ເຂົ້າ​ຮ່ວມ” (ກອງ​ປະຊຸມ​ໃຫຍ່ຄັ້ງທີ​ X ຂອງພັກ ປີ 2006, ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XI ຂອງ​ພັກ ​ປີ 2011) ໄປ​ສູ່ “ການເປັນເຈົ້າການແລະຕັ້ງໜ້າໃນການເຂົ້າຮ່ວມ, ເສີມຂະຫຍາຍບົດບາດ ແລະ ປະກອບສ່ວນສ້າງແລະກຳນົດຮູບແບບສະຖາບັນຫຼາຍຝ່າຍ ແລະ ລະບຽບທາງ​ການ​ເມືອງ-ເສດຖະກິດ​ສາກົນ” (ກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກປີ 2016 ແລະ ກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກປີ 2021)(11). ພ້ອມກັນນັ້ນ, ຄຳສັ່ງຂອງຄະນະເລຂາທິການ ເລກທີ 25-CT/TW, ລົງວັນທີ 8 ສິງຫາ 2018 “ກ່ຽວກັບການຍູ້ແຮງ ແລະ ຍົກລະດັບການຕ່າງປະເທດຫຼາຍຝ່າຍຮອດປີ 2030 ໄດ້ເພີ່ມທິດທາງ “ສູ້ຊົນບືນຕົວຂຶ້ນຖືບົດ​ບາດຫຼັກ, ນຳ​ພາ ຫຼືໄກ່​ເກ່ຍໃນ​ເວ​ທີ​ປາ​ໄສ ​ແລະອົງ​ການຫຼາຍ​ຝ່າຍ​ ທີ່​ມີ​ຄວາມ​ສຳ​ຄັນ​ດ້ານ​ຍຸດ​ທະ​ສາດ.” 

​ໃນ​ເກືອບ 80 ປີ​ທີ່​ຜ່ານ​ມາ, ຄວາມ​ເຕີບ​ໂຕຂອງ​ການ​ທູດ​ຫຼາຍ​ຝ່າຍ​ລ້ວນ​ແຕ່​ຕິດ​ພັນ​ກັບພາລະກິດ​ປະຕິວັດອັນ​ສະຫງ່າ​ງາມ​ຂອງ​ປະ​ເທດ​ຊາດ. ​ໃນ​ໄລຍະ​ເວລາແຫ່ງການຕໍ່ສູ້​ເພື່ອ​​ເອກະລາດ​​ແລະການທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອກະ​ພາບ (ປີ 1945-1975) ການ​ທູດ​ຫຼາຍ​ຝ່າຍ​ໄດ້​ເປີດແນວຮົບ​ທີ່​ສຳຄັນ ເພື່ອດຶງດູດ​ໃຫ້ໄດ້ຮັບການສະໜັບສະໜູນຈາກມິດປະເທດສາ​ກົນໃນການຕໍ່ສູ້ທີ່ເປັນທຳຂອງຊາດຫວຽດນາມ. ໄຊຊະນະປະຫວັດສາດຂອງການທູດຫຼາຍຝ່າຍ, ດ້ວຍສັນຍາເຊີແນວ ໃນປີ 1954 ແລະ ສັນຍາປາຣີ ໃນປີ 1973, ໄດ້ປະກອບສ່ວນຢັ້ງຢືນສະຖານະຂອງຫວຽດນາມທີ່ເປັນເອກະລາດ ແລະເອກະພາບ ພ້ອມສິດທິພື້ນຖານຂອງຊາດໃນເວທີສາກົນ.

​ໃນ​ໄລຍະ​ກໍ່ສ້າງ​ສັງຄົມ​ນິຍົມ ​ແລະ ການປ່ຽນແປງໃໝ່ (ປີ 1975 ​ເຖິງ​ປະຈຸ​ບັນ), ການ​ທູດ​ຫຼາຍ​ຝ່າຍ​ບັນລຸ​ໄດ້​ບັນດາ​ຜົນງານ​ອັນ​ຍິ່ງໃຫຍ່​, ປະກອບສ່ວນ​ອັນສຳຄັນ​​ເຂົ້າ​ໃນ​ການ​ທຳລາຍ​ການ​ປິດ​ລ້ອມ ແລະຂວ້ຳບາດຂອງສັດຕູ, ປົກ​ປັກ​ຮັກສາ​ອະທິປະ​ໄຕເໜືອດິນແດນຢ່າງ​ໝັ້ນຄົງ, ຮັກສາ​ສະພາບ​ແວດ​ລ້ອມທີ່ສະຫງົບສຸກ ແລະ ໝັ້ນຄົງ, ​ເສີມສ້າງສະຖານະ​ຂອງ​ປະ​ເທດ, ດຶງ​ດູດ​ຊັບ​ພະ​ຍາ​ກອນເພື່ອການ​​ພັດ​ທະ​ນາ​. ​ແຕ່ລະ​ເຄື່ອງໝາຍ​ການ​ທູດ​ຫຼາຍ​ຝ່າຍ​ໄດ້​ປະກອບສ່ວນ​ເປີດ​ທາງ​ໃຫ້​ປະ​ເທດ​​ຄ່ອຍໆ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ​ຢ່າງ​ຮອບດ້ານ ​ແລະ ​ເລິກ​ເຊິ່ງ. ການ​ເປັນ​ສະມາຊິກ​ຂອງຫວຽດນາມໃນ​ສະຫະ​ປະຊາ​ຊາດ​ໃນ​ປີ 1977 ມີ​ຄວາມສຳຄັນທາງການ​ເມືອງ ​ແລະ ກົດໝາຍ​ທີ່ສຸດ ໂດຍຢືນຢັນສະຖານະເຕັມຮູບແບບ​ຂອງ​ຫວຽດນາມທີ່​ເປັນ​ເອກະລາດ ​ແລະ ​ເປັນ​ເອກະ​ພາບ​ໃນ​ເວທີ​ສາກົນ (12). ຄວາມມານະພະຍາຍາມຫຼາຍຝ່າຍຂອງຫວຽດນາມ ໃນການຊຸກຍູ້ການເຈລະຈາກັບສະມາຄົມປະຊາຊາດແຫ່ງອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ ແຕ່ປີ 1985) ແລະ ກອງປະຊຸມສາກົນປາຣີ (ໃນປີ 1991) ເພື່ອແກ້ໄຂບັນຫາກຳປູເຈຍ ໄດ້ສ້າງບາດກ້າວບຸກທະລຸ, ປະກອບສ່ວນເປີດກວ້າງການພົວພັນລະຫວ່າງ ຫວຽດນາມກັບບັນດາປະເທດ, ພິເສດແມ່ນບັນດາປະເທດໃຫຍ່ຄື ຈີນ, ສະຫະລັດອາເມລິກາ ແລະ ບັນດາອົງການຈັດຕັ້ງສາກົນ ແລະ ພາກພື້ນ. ​ຫາກ​ການ​ເຂົ້າ​ຮ່ວມ​ອາ​ຊຽນ (ໃນປີ 1995) ເປັນ​ຂີດ​ໝາຍ​ຂະ​ບວນການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ພາກ​ພື້ນ​ຂອງ​ຫວຽດນາມ, ການ​ເຂົ້າ​ຮ່ວມ WTO ຫຼັງຈາກການເຈລະຈາ​ເກືອບ 12 ປີເປັນ​ຂີດ​ໝາຍຂອງ​ເສດຖະກິດ​ຫວຽດນາມທີ່​ເຊື່ອມ​ໂຍງ​ເຂົ້າ​ກັບ​ເສດຖະກິດ​ໂລກ​ຢ່າງ​ເປັນ​ທາງ​ການ. ມາ​ຮອດ​ປະຈຸ​ບັນ, ຈາກ​ປະ​ເທດທີ່​ຖືກ​ປິດລ້ອມ​ແລະ​ໂດດດ່ຽວ, ຫວຽດນາມ​ໄດ້​ກາຍ​ເປັນ​ສະມາຊິກ​ຂອງ​​ກົນ​ໄກ​ການ​ຮ່ວມ​ມື ​ແລະ ການເຊື່ອມໂຍງ​ຫຼາຍ​ຝ່າຍສ່ວນໃຫຍ່ໃນລະດັບ​ໂລກ (ສະຫະ​ປະຊາ​ຊາດ, WTO, ທະນາຄານ​ໂລກ, ກອງ​ທຶນ​ເງິນຕາ​ສາກົນ), ລະຫວ່າງ​ພາກ​ພື້ນ (ເວທີ​ປາ​ໄສ​ການ​ຮ່ວມ​ມື​ອາຊີ-​ເອີຣົບ, ເວທີ​ປາ​ໄສ​ການ​ຮ່ວມ​ມື​ເສດຖະກິດ​ອາຊີ-ປາຊີ​ຟິກ...) ​ເຖິງ​ພາກ​ພື້ນ (ອາ​ຊຽນ, ທະນາຄານ​ພັດທະນາ​ອາຊີ...) ເປັນເຈົ້າຂອງເຄືອຂ່າຍສັນຍາການຄ້າເສລີ (FTA) ກັບສູນກາງເສດຖະກິດແລະການຄ້າຊັ້ນນຳຂອງໂລກສ່ວຍໃຫຍ່. ຄຽງ​ຄູ່​ກັບ​ຂະ​ບວນ​ການ​ນັ້ນ, ຈາກ​ປະ​ເທດ​ທີ່ທຸກ​ຍາກແລະຫຼ້າຫຼັງ, ພາຍຫຼັງ​ເກືອບ 40 ປີ​ແຫ່ງ​ການດຳເນີນການກິດຈະການປ່ຽນແປງໃໝ່ ແລະເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ​ຢ່າງ​ເລິກ​ເຊິ່ງ, ຫວຽດ​ນາມໄດ້​ກາຍ​ເປັນ “ຫົວ​ຈັກ” ​ການ​ເຕີບ​ໂຕ​ຂອງ​ພາກ​ພື້ນອາ​ຊີ ເຊິ່ງເປັນ​ປະ​ເທດກຳລັງພັດ​ທະ​ນາທີ່​ຂະ​ຫຍັນ​ຂັນ​ເຄື່ອນ ແລະ ຢູ່​ໃນອັນ​ດັບທີ 35 ຂອງ​ບັນ​ດາ​ປະ​ເທດ​ເສດ​ຖະ​ກິດທີ່​ໃຫຍ່​ທີ່​ສຸດ​ໃນ​ໂລກ.

ເສີມຂະຫຍາຍຄວາມສຳເລັດ​ໃນ​ການ​ເຊື່ອມ​ໂຍງ​ເສດຖະກິດ​ສາກົນ, ການ​ທູດ​ຫຼາຍ​ຝ່າຍ​ໄດ້ຮ່ວມໄປ​ກັບ​ປະ​ເທດ​ໃນ​ຄວາມ​​ພະຍາຍາມ​ທີ່ຈະ​ຂະຫຍາຍ​ການ​ຮ່ວມ​ມື​ສາກົນ​ທີ່ຮອບດ້ານ​ໃນ​ທຸກ​ຂົງ​ເຂດ. ຫວຽດນາມຕັ້ງໜ້າເຂົ້າຮ່ວມຄວາມພະຍາຍາມຮ່ວມກັນຂອງປະຊາຄົມສາກົນ ໂດຍສະເພາະສະຫະປະຊາຊາດ, ໃນການແກ້ໄຂບັນຫາສັນຕິພາບແລະຄວາມໝັ້ນຄົງໃນພາກພື້ນ ແລະສາກົນ, ສົ່ງເສີມສິດທິ​ມະນຸດ, ສະ​ແດງ​ໃຫ້​ເຫັນເຖິງ​ຄວາມ​ສາມາດ​ໃນ​ຄວາມ​ຮັບຜິດຊອບ​ສາກົນຫຼາຍປະການ, ໂດຍສະເພາະ​ການ​ປະກອບສ່ວນ​ອັນຕັ້ງໜ້າ​ຂອງ​ຫວຽດນາມໃນການດຳລົງຕຳແໜ່ງ ​ແລະ ພັນທະ​ສາກົນ ​ເຊັ່ນ: ປະທານ​ອາ​ຊຽນ (ປີ 1998, 2010, 2020), ສະມາຊິກ​ບໍ່ຖາວອນຂອງສະພາ​ຄວາມ​ໝັ້ນຄົງ​ແຫ່ງສະຫະ​ປະຊາ​ຊາດ (ວາລະປີ 2008-2009, ວາລະປີ 2020-2021), ສະມາຊິກຄະນະຜູ້ວ່າການສຳນັກງານພະລັງງານປະລະມານູສາກົນ (IAEA, ວາລະປີ 1991-1993, 1997-1999, 2003-2005, 2021-2023), ເຈົ້າພາບ APEC (ປີ 2006, 2017), ສະມາຊິກສະພາສິດທິມະນຸດ (ວາລະປີ 2014-2016, 2023-2025)(13)… ຫວຽດນາມຍັງມີສ່ວນຮ່ວມໃນການສ້າງກົນໄກການຮ່ວມມື, ການສ້າງກົດໝາຍ ແລະ ມາດຕະຖານທົ່ວໄປ, ໂດຍສະເພາະການສົ່ງເສີມການ​ປະຕິບັດ​ຖະ​ແຫຼ​ງການ​ກ່ຽວ​ກັບ​ການ​ປະພຶດ​ຂອງ​ບັນດາ​ຝ່າຍ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC), ການສ້າງ​ປະມວນ​ຂໍ້​ກຳນົດ​ການ​ປະພຶດ​ຢູ່​ທະ​ເລ​ຕາ​ເວັນ​ອອກ (COC).

ການປະກອບສ່ວນຂອງພະນັກງານ, ນັກຮົບຫວຽດນາມ ກໍ່ຄືພາບທຸງສີແດງທີ່ມີດາວສີເຫຼືອງຂອງຫວຽດນາມໂບກສະບັດຢູ່ຄະນະຜູ້ແທນຮັກສາສັນຕິພາບຂອງສະຫະປະຊາຊາດຫຼາຍຂຶ້ນເລື້ອຍໆ ຖືເປັນຂີດໝາຍສຳຄັນໃນຂະບວນການເຊື່ອມໂຍງສາກົນດ້ານການປ້ອງກັນປະເທດແລະຄວາມໝັ້ນຄົງ, ປະຕິບັດຄວາມມຸ່ງໝັ້ນຕໍ່ບົດບາດຂອງສະມາຊິກທີ່ຕັ້ງໜ້າ ແລະ ມີຄວາມຮັບຜິດຊອບຂອງຊຸມຊົນສາກົນ ໃນການຮັກສາສະພາບແວດລ້ອມທີ່ສັນຕິ, ໝັ້ນຄົງ ແລະ ການພັດທະນາຮ່ວມກັນສຳລັບມະນຸດຊາດ(14).

ຄຽງຄູ່ກັນນັ້ນ, ການທູດຫຼາຍຝ່າຍຍັງໄປຄຽງຄູ່ກັບຂະບວນການເຊື່ອມໂຍງສາກົນໃນຂົງເຂດອື່ນໆເຊັ່ນ: ວັດທະນະທໍາ, ຄວາມປອດໄພທາງສັງຄົມ, ແຮງງານ, ຂໍ້ມູນ-ການສື່ສານ, ສິ່ງແວດລ້ອມ, ການທ່ອງທ່ຽວ..., ຜ່ານນັ້ນປະກອບສ່ວນສ້າງເອກະລັກທາງວັດທະນະທໍາຂອງຫວຽດນາມ ໃນໄລຍະເຊື່ອມໂຍງເຂົ້າກັບສາກົນ, ພ້ອມກັນນັ້ນຊຸກຍູ້ຄວາມກ້າວໜ້າທາງສັງຄົມ, ພັດທະນາຕະຫຼາດແຮງງານ, ລະບົບປະກັນສັງຄົມ, ລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກ ແລະ ປະຕິບັດຕາມເປົ້າໝາຍສະຫັດສະວັດຂອງສະຫະປະຊາຊາດ; ອະນຸລັກ​ແລະສົ່ງ​ເສີມ​​ຄຸນຄ່າທາງວັດທະນະທຳ ​ແລະ ປະຫວັດສາດຢ່າງມີປະສິດທິຜົນ, ຖ່າຍຖອດຂໍ້ຄວາມ​ຂອງ​​ຫວຽດນາມທີ່ເປັນອາລະຍະທຳ ແລະ​ຮັກ​ສັນຕິ ​ແລະອື່ນໆ. ໃນຂົງເຂດວິທະຍາສາດ-ເຕັກໂນໂລຊີ, ການສຶກສາ-ການຝຶກອົບຮົມ ແລະ ສາທາລະນະສຸກ, ການທີ່ຫວຽດນາມເຂົ້າຮ່ວມໃນກົນໄກຮ່ວມມືຫຼາຍຝ່າຍໃນພາກພື້ນແລະສາກົນ ໄດ້ປະກອບສ່ວນເຂົ້າໃນການພັດທະນາວິທະຍາສາດ ແລະ ການສຶກສາທີ່ກ້າວໜ້າ, ຍົກສູງຄຸນນະພາບຊັບພະຍາກອນມະນຸດ ແລະ ສາທາລະນະສຸກ, ຕອບສະໜອງຄວາມຕ້ອງການຂອງປະຊາຊົນ, ໂດຍສະເພາະແມ່ນຊ່ວຍລະດົມການສະໜັບສະໜູນທີ່ເປັນຮູບປະທຳ ແລະ ມີປະສິດທິຜົນຈາກບັນດາສະຖາບັນຫຼາຍຝ່າຍໃນການປ້ອງກັນແລະຄວບຄຸມພະຍາດ, ລວມທັງການບໍລິຈາກວັກຊີນໂຄວິດ-19 ຫຼາຍກ່ວາ 70 ລ້ານໂດສ(15).

ບັນດາ​ຜົນງານ​ທີ່​ບັນລຸ​ໄດ້​ນັ້ນ ​ໄດ້​ປະກອບສ່ວນ​ສຳຄັນ ແລະ ​ຢັ້ງຢືນ​ບົດບາດ​ຂອງ​ການ​ທູດ​ຫຼາຍ​ຝ່າຍ ​ແລະ ການ​ພົວພັນສັດຈະວິພາກ ລະຫວ່າງ​​ການ​ທູດ​ຫຼາຍ​ຝ່າຍ ​ແລະ ການ​ເຊື່ອມ​ໂຍງບ​ສາກົນ​ໃນ​ພາລະກິດ​ການສ້າງສາ, ປົກ​ປັກ​ຮັກສາ ​ແລະ ພັດທະນາ​ປະ​ເທດ.

ການ​ທູດ​ຫຼາຍ​ຝ່າຍ​ຂອງ​ຫວຽດນາມ: ມຸ່ງ​ໄປ​ສູ່​ຍຸກ​ແຫ່ງ​ການບືນຕົວຂຶ້ນຂອງ​ຊາດ

ພາຍຫຼັງ​ເກືອບ 40 ປີ​ແຫ່ງ​ການດຳເນີນກິດຈະການ​ປ່ຽນ​ແປງ​ໃໝ່, ຫວຽດນາມພວມ​ກ້າວຢ່າງໝັ້ນຄົງ​​ສູ່​ຍຸກ​ໃໝ່​ຂອງ​ປະ​ເທດ​ຊາດ ເຊິ່ງ​ເປັນ​ຍຸກ​ແຫ່ງ​ການບືນຕົວຂຶ້ນ​ແລະ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ​ຢ່າງ​ເລິກ​ເຊິ່ງແລະຮອບດ້ານ. ​ເພື່ອໃຫ້​ບັນລຸ​ເປົ້າໝາຍການ​ພັດທະນາ​ປະ​ເທດ​ໃນ​ໄລຍະຕໍ່ໄປໄດ້ຢ່າງສຳເລັດມີໄຊ, ການ​ທູດ​ຫຼາຍ​ຝ່າຍ​ຕ້ອງ​ພະຍາຍາມ​ຢ່າງເຕັມທີ່ ເພື່ອໃຊ້ປະໂຫຍດສູງສຸດຈາກເງື່ອນໄຂ, ຊັບພະຍາກອນ ​ແລະ ​ໂອກາດ​ໃໝ່ໆ ​ຈາກ​ສະຖານະ​ການ​ສາກົນ ​ແລະ ລັດທິພະຫູພາຄີ​ເພື່ອ​​ສ້າງສາ, ພັດທະນາ ​ແລະ ປົກ​ປັກ​ຮັກສາປະເທດຊາດສັງຄົມ​ນິຍົມຫວຽດນາມ ​ໃນ​ໄລຍະ​ໃໝ່.

ໂອກາດ ແລະ ຄວາມທ້າທາຍສຳລັບລັດທິພະຫຸພາຄີ ແລະ ການທູດຫຼາຍຝ່າຍໃນຍຸກໃໝ່

ໃນໄລຍະຈະມາເຖິງ, ຄາດຄະເນວ່າສະຖານະການໂລກ ແລະ ພາກພື້ນ ຈະສືບຕໍ່ຜັນປ່ຽນຢ່າງສັບສົນ ແລະບໍ່ສາມາດຄາດເດົາໄດ້ ສົ່ງຜົນກະທົບຢ່າງແຮງຕໍ່ການພົວພັນສາກົນ, ລັດທິພະຫຸພາຄີ, ກໍ່ຄືບົດບາດແລະການເຄື່ອນໄຫວຂອງບັນດາສະຖາບັນຫຼາຍຝ່າຍໃນພາກພື້ນ ແລະ ສາກົນ ດ້ວຍຈຸດເດັ່ນບາງຢ່າງຄື:

ທີໜຶ່ງ, ສັນຕິພາບ, ການຮ່ວມມື ແລະ ການພັດທະນາແມ່ນຄວາມປາດຖະໜາຮ່ວມກັນຂອງປະຊາຊົນໃນໂລກ, ແຕ່ສືບຕໍ່ປະເຊີນກັບອຸປະສັກ ແລະ ຄວາມຫຍຸ້ງຍາກຫຼາຍຢ່າງ, ໂດຍສະເພາະແມ່ນພາຍໃຕ້ຜົນກະທົບຂອງສົງຄາມ, ການປະທະກັນ, ຂໍ້ພິພາດເລື່ອງເຂດແດນ, ຊັບພະຍາກອນທຳມະຊາດ ແລະ ບັນຫາຄວາມໝັ້ນຄົງທີ່ບໍ່ເປັນແບບດັ້ງເດີມ ເຊັ່ນ: ໂລກລະບາດ, ການປ່ຽນແປງສະພາບດິນຟ້າອາກາດ, ສິ່ງທ້າທາຍດ້ານຄວາມໝັ້ນຄົງດ້ານພະລັງງານ, ອາຫານ, ແຫຼ່ງນ້ຳ, ຄວາມໝັ້ນຄົງທາງອິນເຕີເນັດ, ການກໍ່ການຮ້າຍ ແລະ ອາດຊະຍາກຳຂ້າມຊາດ…​ໃນເວລາດຽວກັນ, ທ່າ​ອ່ຽງການ​ປະພຶດໂດຍ​ຝ່າຍ​ດຽວ, ການເມືອງແບບອຳນາດບາດໃຫຍ່, ລັດທິ​ປົກ​ປ້ອງການຄ້າ, ລັດທິ​ຊາດນິຍົມທີ່​ເຫັນ​ແກ່​ຕົວ ​ຍັງ​ຄົງ​ເປັນຄວາມ​ທ້າ​ທາຍ​ຕໍ່​ລັດທິພະຫຸພາຄີ. ແຕ່​ໂດຍ​ລວມ​ແລ້ວ, ປະ​ເທດ​ສ່ວນ​ໃຫຍ່​ຍັງ​ເອົາ​ໃຈ​ໃສ່​ເຖິງ​ການ​ເຂົ້າ​ຮ່ວມໃນ​ບັນດາ​ສະຖາບັນການ​ຮ່ວມ​ມື​ຫຼາຍ​ຝ່າຍ​ໃນ​ພາກ​ພື້ນ ​ແລະ ສາກົນ ​ເນື່ອງ​ຈາກມີ​ຄວາມຈຳເປັນ​ຮີບ​ດ່ວນ​ໃນ​ການຈັດການກັບ​ບັນຫາ​ລະດັບ​ໂລກ​ທີ່​ເກີນຂີດຄວາມ​ສາມາດ​ຂອງ​ປະ​ເທດໃດປະເທດໜຶ່ງ(16).

ການແກ່ງແຍ້ງ​ທາງ​ຍຸດ​ທະ​ສາດ​ນັບ​ມື້​ນັບ​ຮຸນ​ແຮງ, ແຜ່ລາມ ແລະ ​ເປັນ​ສະ​ຖາ​ບັນຫຼາຍຂຶ້ນ; ​ຢ່າງ​ໃດ​ກໍ​ຕາມ, ​ເຖິງ​ວ່າຈະ​ມີ​ການ​ແກ່ງແຍ້ງ​ກັນ​ຢ່າງ​ຮຸນ​ແຮງ​ກໍ່ຕາມ, ​ແຕ່​ບັນດາ​ປະ​ເທດ​ໃຫຍ່​ຍັງ​ພະຍາຍາມ​ຫຼີກລ້ຽງການ​ທຳລາຍ​ສາຍ​ພົວພັນ ​ແລະ ເຮັດໃຫ້ການ​ຮ່ວມ​ມື​ຫຼາຍ​ຝ່າຍເປັນອຳມະພາດ(17). ນອກຈາກ​ນີ້, ການ​ເຕົ້າ​ໂຮມ​ກຳລັງ​ໃນ​ບັນດາ​ເວທີ​​ຫຼາຍ​ຝ່າຍ​ນັບ​ມື້ນັບ​ມີ​ຄວາມ​ຫຼາກ​ຫຼາຍ​ດ້ານ​ຮູບ​ແບບ, ຂະໜາດ ແລະ ລັກສະນະ​; ມີການ​ລິ​ເລີ່ມ, ຂໍ້​ສະ​ເໜີ ​ແລະ ການ​ເຕົ້າ​ໂຮມ​ໃໝ່ຫຼາຍ​ຂຶ້ນເລື້ອຍໆ, ​ໂດຍ​ສະ​ເພາະ​ແມ່ນ​ການ​ເຊື່ອມ​ຕໍ່​ຫຼາຍ​ຝ່າຍ​ຍ່ອຍ ​ເຊິ່ງອາດ​ຈະ​ເຊື່ອມ​ໂຍງໜ້ອຍລົງກັບສະຖາບັນການ​ຮ່ວມ​ມື​ຫຼາຍ​ຝ່າຍ​ໃນ​ພາກ​ພື້ນ ​ແລະ ສາກົນແບບດັ້ງເດີມ. ​ໃນ​ສະພາບ​ການ​ນັ້ນ, ບັນດາ​ປະ​ເທດ​ຂະໜາດ​ນ້ອຍ ​ແລະ ຂະໜາດ​ກາງຈະ​ປະ​ເຊີນ​ກັບແຮງ​ກົດ​ດັນທີ່​ຫຼາຍ​ຂຶ້ນໃນການ “ເລືອກ​ຝ່າຍ”, ​ແຕ່ກໍ​ມີໂອກາດຫຼາຍຂຶ້ນໃນການສົ່ງເສີມບົດບາດ​ຂອງ​ຕົນເອງ ​ເພາະວ່າ​ປະ​ເທດຂະໜາດ​ໃຫຍ່ຈຳເປັນ​ຕ້ອງ​ເອົາຊະນະໃຈເພື່ອນ​ມິດແລະ​ຄູ່​ຮ່ວມ​ມື ​ແລະ ພິ​ຈາ​ລະ​ນາການ​ເຂົ້າ​ຮ່ວມໃນກຸ່ມ​ກຳລັງ​ໃໝ່​ຢ່າງຍືດຫຍຸ່ນ ​ແລະ ເໝາະ​ສົມ.

ທີສາມ, ການປະກົດຕົວແລະການເປັນຮູບເປັນຮ່າງຂອງທ່າອ່ຽງແລະຂະບວນການໃໝ່ໆ ເຊັ່ນ ການຫັນປ່ຽນດິຈິຕອນ, ການຫັນປ່ຽນສີຂຽວ, ການປະຕິວັດອຸດສາຫະກໍາຄັ້ງທີສີ່, ໂດຍສະເພາະແມ່ນປັນຍາປະດິດ (AI), ໄດ້ເປີດໂອກາດການພັດທະນາຕ່າງໆຫຼວງຫຼາຍ, ແຕ່ໃນຂະນະດຽວກັນກໍ່ມີດ້ານລົບທີ່ຊ້ອນຢູ່, ມີປັດໄຈທີ່ສັບສົນແລະຄວາມຕ້ອງການໃນການເພີ່ມທະວີການປົກຄອງທົ່ວໂລກໃນຂົງເຂດເຫຼົ່ານີ້. ການ​ປະກົດ​ຕົວ​ຂອງ​ບັນດາ​ບັນຫາ​ໃໝ່​ທີ່​ດຶງ​ດູດ​ຄວາມ​ສົນ​ໃຈ​ຂອງ​ປະຊາ​ຄົມ​ໂລກ ​ສົ່ງຜົນໃຫ້​ວາລະການປະຊຸມຫຼາຍ​ຝ່າຍມີການ​ຂະຫຍາຍຕົວ, ​ຫຼາກ​ຫຼາຍ ແລະ ລົງ​ເລິກທາງດ້ານ​ເນື້ອ​ໃນ ​ແລະ ​ເຊື່ອມ​ໂຍງກັນຫຼາຍຂຶ້ນ.

ທິດ​ທາງຜັນຂະຫຍາຍ​ການ​ທູດ​ຫຼາຍ​ຝ່າຍ​ຂອງ​ຫວຽດນາມ ​ໃນ​ໄລຍະ​ຈະ​ມາ​ເຖິງ

​ໃນ​ສະຖານະ​ການ​ສາກົນ​ຄື​ດັ່ງກ່າວ, ການ​ທູດ​ຫຼາຍ​ຝ່າຍ​ຕ້ອງ​ປະສານງານ​ຢ່າງ​ແໜ້ນ​ແຟ້ນກັບ​ບັນດາ “ເຫຼົ່າທັບ” ດ້ານ​ການ​ຕ່າງປະ​ເທດ​ຂອງ​ຫວຽດນາມ, ສືບ​ຕໍ່​ຊຸກຍູ້ ​ແລະ ຍົກລະດັບ​ການ​ເຂົ້າ​ຮ່ວມ ​ແລະ ການ​ປະກອບສ່ວນ​ຂອງ​ຫວຽດນາມ ​ໃນ​ບັນດາ​ເວທີ​ປາ​ໄສ​ຫຼາຍ​ຝ່າຍລະດັບ​ພາກ​ພື້ນ​ແລະສາກົນ, ເໝາະ​ສົມ​ກັບ​ສະຖານະ ​ແລະ ທີ່​ຕັ້ງ​ຂອງ​ປະ​ເທດ. 

ໃນດ້ານຄວາມຄິດ, ສືບຕໍ່ຊາບຊຶມແລະຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII ຂອງພັກ, ເອກະສານແນະນຳຂອງພັກແລະລັດ ກ່ຽວກັບກິດຈະການຕ່າງປະເທດແລະການເຊື່ອມໂຍງສາກົນ; ປະຕິບັດ​ນະ​ໂຍບາຍ​ການ​ຕ່າງປະ​ເທດທີ່​ເປັນ​ເອກະລາດ, ​ເປັນ​ເຈົ້າ​ຕົນ​ເອງ, ຫັນ​ເປັນ​ຫຼາກຫຼາຍ ແລະຫຼາຍຝ່າຍຢ່າງສະໝ່ຳສະເໝີ ໂດຍຍຶດຫຼັກການ​ຮັບປະກັນ​ຜົນ​ປະ​ໂຫຍ​ດຂອງ​ຊາດສູງສຸດ. ພ້ອມກັນ​ນັ້ນ, ຕ້ອງ​ມີ​ການ​ຫັນປ່ຽນຄວາມ​ຄິດ​ຢ່າງ​ແຂງແຮງ​ຈາກ “ການ​ເຂົ້າ​ຮ່ວມ” ​ໄປສູ່ “ການເປັນເຈົ້າການໃນການ​ເຂົ້າ​ຮ່ວມ” ​ໃນ​ການຜັນຂະຫຍາຍ​ວຽກ​ງານ​ການ​ຕ່າງປະ​ເທດ​ຫຼາຍ​ຝ່າຍ, ມຸ່ງໝັ້ນທີ່ຈະມີບົດບາດຫຼັກ ​ແລະ ນຳພາ​ໃນ​ການ​ສ້າງ ​ແລະ ກຳນົດຮູບແບບສະຖາບັນ​ຫຼາຍ​ຝ່າຍ ​ແລະ ​ລະບຽບ​ທາງ​ການ​ເມືອງ ​ແລະ ​ເສດຖະກິດ​ສາກົນ; ​ເພີ່ມ​ທະວີ​ການປ່ຽນແປງໃໝ່ປະດິດສ້າງໃນວິທີການດຳເນີນງານ ​ແລະ ​ມາດ​ຕະການດ້ານກິດຈະ​ການ​ຕ່າງປະ​ເທດ​ຫຼາຍ​ຝ່າຍ​ໃນລັກສະນະທີ່ເປັນຮູບປະທຳ ​ແລະ ມີ​ປະສິດທິ​ຜົນ.

ໃນດ້ານ​ມາດ​ຕະການ, ການລະບຸ​ຈຸດ​ສຸມ ​ແລະ ຈຸດໜັກໃຈກາງຢ່າງຈະແຈ້ງ, ພ້ອມ​ທັງສ້າງຄວາມ​ເຊື່ອມ​ໂຍງ ​ແລະ ຄົບຊຸດໃນການເຂົ້າ​ຮ່ວມ​ເວທີ​ປາ​ໄສ​ຫຼາຍ​ຝ່າຍ​ລະດັບ​ພາກ​ພື້ນ​ແລະລະດັບສາກົນ ຖືເປັນສິ່ງ​ສຳຄັນ​ທີ່​ສຸດ. ຄຽງ​ຄູ່​ກັບ​ການ “ຫຼໍ່ລ້ຽງ” ​ເນື້ອ​ໃນ ​ແລະ ຂໍ້​ລິ​ເລີ່​ມທີ່ຫວຽດນາມ​ໃຫ້​ບຸລິມະສິດ ​ແລະ ຊຸກຍູ້​ຢ່າງສະໝ່ຳສະເໝີ, ຫວຽດນາມຕ້ອງເປັນເຈົ້າການໃນການຍາດ​ແຍ່ງ​ໂອກາດ, ພ້ອມ​​ທີ່​ຈະ​ເຂົ້າ​ຮ່ວມ ​ແລະ ສະ​ເໜີ​ແຜນ​ລິ​ເລີ່​ມໃໝ່ໆ​ທີ່​ເໝາະ​ສົມ​ກັບ​ຄວາມ​ຕ້ອງການ ​ແລະ ສະຖານະການ​ປະຈຸ​ບັນ​ໃນ​​ຂົງ​ເຂດຕ່າງໆ ​ຄື: ການ​ຫັນປ່ຽນ​ສີຂຽວ, ການ​ຫັນປ່ຽນ​ດິຈິ​ຕອນ, ວິທະຍາສາດ​ແລະເຕັກ​ໂນ​ໂລ​ຊີ, ປັນຍາປະດິດ, ການ​ປ່ຽນແປງ​ດ້ານ​ພະ​ລັງ​ງານ, ການຮັບມືກັບການ​ປ່ຽນ​ແປງ​ສະພາບ​ດິນ​ຟ້າ​ອາ​ກາດ, ຄວາມ​ໝັ້ນ​ຄົງ​ດ້ານ​ພະ​ລັງ​ງານ, ຄວາມ​ໝັ້ນ​ຄົງ​ສະ​ບຽງ​ອາ​ຫານ ແລະ ຄວາມ​ທ້າ​ທາຍດ້ານຄວາມໝັ້ນຄົງ​ທີ່​ບໍ່​ແມ່ນ​ແບບ​ດັ້ງ​ເດີມ. ເພື່ອ​ເຮັດ​ໄດ້​ຄື​ແນວ​ນັ້ນ, ຕ້ອງ​ສຸມ​ໃສ່​ຊຸກຍູ້ ​ແລະ ລົງ​ເລິກ​ຄົ້ນຄວ້າ​ຂົງ​ເຂດ​ສະເພາະ​ໃນ​​ກົນ​ໄກ​ການຮ່ວມ​ມື​ຫຼາຍ​ຝ່າຍ​ໃນ​ພາກ​ພື້ນ ​ແລະ ສາກົນ, ໂດຍສະເພາະໃນ​ບັນຫາດ້ານ​ຄວາມໝັ້ນຄົງທີ່​ບໍ່​ເປັນ​ແບບ​ດັ້ງ​ເດີມທີ່ມີລັກສະນະ​ໂລກ ເຊິ່ງສົ່ງ​ຜົນກະທົບ​ໂດຍ​ກົງຕໍ່​ຄວາມ​ໝັ້ນຄົງ ​ແລະ ການ​ພັດທະນາ​ຂອງຫວຽດນາມ.

ໃນ​ການຈັດຕັ້ງ​ປະຕິບັດ, ຮັບປະກັນ​ການ​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນລະຫວ່າງ​ພາຍ​ໃນ ​ແລະ ພາຍນອກ, ການ​ສົມທົບ​ລະຫວ່າງ​ຂະ​ແໜງ​ການ, ໂດຍສະເພາະ​ແມ່ນ​ຜ່ານ​ກົນໄກ​ປະສານ​ງານ ແລະ ການແລກປ່ຽນ​ຢ່າງ​ເປັນ​ປະຈຳ​ລະຫວ່າງ​ບັນດາຄະນະ, ກະຊວງ, ຂະແໜງການ, ທ້ອງ​ຖິ່ນ ​ແລະ ວິ​ສາ​ຫະກິດ ​ເພື່ອ​ຮັບປະກັນ​ຄວາມ​ເປັນເອກະພາບ​ດ້ານຄວາມ​ຄິດ ​ແລະ ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ໃນ​ການ​ກະທຳ. ນີ້​ແມ່ນ​ຄວາມ​ຕ້ອງການ​ທີ່​ຫຼີກ​ລ່ຽງບໍ່​ໄດ້ ​ເມື່ອຫວຽດນາມ​ເຂົ້າ​ຮ່ວມ​ເວທີ​ປາ​ໄສ​ຫຼາຍ​ຝ່າຍ​ໃນ​ພາກ​ພື້ນ​ແລະສາກົນທີ່ນັບ​ມື້​ນັບ​ມີການ​ເຊື່ອມໂຍງ ​ແລະມີຄວາມຊ່ຽວຊານສະເພາະດ້ານ. ພ້ອມ​ກັນ​ນັ້ນ, ຍົກ​ສູງ​ຄຸນ​ນະພາ​ບ, ຄວາມເປັນເຈົ້າການ, ຄວາມຄິດ​ປະດິດ​ສ້າງ​ໃນ​ວຽກ​ງານ​ຄົ້ນ​ຄ້ວາກ່ຽວກັບລັດທິພະຫຸພາຄີ, ຈາກ​ນັ້ນເປັນທີ່ປຶກສາ ໃຫ້ຄຳແນະນຳ ສະ​ເໜີແນະ ​ແລະ ຜັນ​ຂະຫຍາຍ​ບັນດາ​ຮູບ​ການ, ມາດ​ຕະການ, ວິທີ​ການ​ໃໝ່ ແລະ ຄວາມຄິດລິ​ເລີ່​ມຫຼາຍ​ຝ່າຍ​ໃໝ່.

ຢູ່​ພາຍ​ໃນ​ປະ​ເທດ, ປະ​ຕິ​ບັດ​ຕາມສົນ​ທິ​ສັນ​ຍາ, ຂໍ້​ຕົກ​ລົງ ແລະ ​ຄຳ​ໝັ້ນ​ສັນ​ຍາ​ສາ​ກົນ​ທີ່​ຫວຽດ​ນາມເຂົ້າ​ຮ່ວມ ແລະ ຊຸກ​ຍູ້​ຢ່າງ​ມີ​ປະ​ສິດ​ທິ​ຜົນ; ສ້າງ​ແລະປັບປຸງ​ຂອບ​ກົດໝາຍ ​ແລະ ກົນ​ໄກ​ປະຕິບັດ​ທີ່​ເໝາະ​ສົມ ​ເພື່ອໃຫ້ສອດຄ່ອງກັບການປະຕິບັດຕາມ​ຄຳ​ໝັ້ນ​ສັນຍາ ​ແລະ ພັນທະ​ສາກົນ. ພ້ອມກັນນັ້ນ, ຍູ້ແຮງການປ່ຽນແປງໃໝ່ ແລະ ສັບຊ້ອນການຈັດຕັ້ງກົງຈັກ ເພື່ອປະຕິບັດວຽກງານການຕ່າງປະເທດຫຼາຍຝ່າຍໃຫ້ມີຄວາມຄ່ອງຕົວ, ມີປະສິດທິພາບ ປະສິດທິຜົນ ແລະ ເພີ່ມທະວີການລົງທຶນດ້ານການເງິນ ແລະບຸກຄົນໃຫ້ແກ່ວຽກງານການຕ່າງປະເທດຫຼາຍຝ່າຍ ທີ່ແທດເໝາະກັບທ່າແຮງ ແລະ ທີ່ຕັ້ງຂອງຫວຽດນາມ; ​ໃນນັ້ນ ມີການເພີ່ມ​ທະວີ​ການ​ກໍ່ສ້າງ, ຝຶກອົບຮົມ ​ແລະ ບຳລຸງ​ສ້າງ​ພະນັກງານ ​ແລະ ຜູ້​ຊ່ຽວຊານ​ດ້ານ​ການ​ຕ່າງປະ​ເທດ​ຫຼາຍ​ຝ່າຍ​ ທີ່ມີຄວາມເຂັ້ມ​ແຂງ, ​ເປັນມືອາຊີບ, ມີຫຼັກໝັ້ນທາງການເມືອງ, ມີຄຸນສົມບັດ, ຄວາມສາມາດ, ມີທັກສະ ແລະ ສາມາດສືບທອດໄດ້.

ພິ​ເສດ, ປີ 2025 ແມ່ນ​ປີ​​ສຳຄັນ​ທີ່ມີເຫດການ​ສຳຄັນຕ່າງໆໃນ​ດ້ານການ​ທູດ​ຫຼາຍ​ຝ່າຍ ​ເຊັ່ນ: ​ຄົບຮອບ 30 ປີທີ່ຫວຽດນາມ​ເຂົ້າ​ຮ່ວມ​ອາ​ຊຽນ ​ແລະ ຄົບຮອບ 80 ປີ​ການ​ສ້າງ​ຕັ້ງ​ສະຫະ​ປະຊາ​ຊາດ. ສືບຕໍ່ການປະກອບສ່ວນຂອງຫວຽດນາມ ຕໍ່ກັບບັນດາບັນຫາຮ່ວມກັນຂອງໂລກ, ວຽກງານການຕ່າງປະເທດຫຼາຍຝ່າຍຈະສຸມໃສ່ການກະກຽມ ແລະ ຈັດຕັ້ງເປັນຢ່າງດີ ບັນດາເຫດການທີ່ຫວຽດນາມເປັນເຈົ້າພາບ ເຊັ່ນ: ເວທີປາໄສອະນາຄົດອາຊຽນ, ກອງປະຊຸມສຸດຍອດຄູ່ຮ່ວມມືເພື່ອການເຕີບໂຕສີຂຽວ ແລະເປົ້າໝາຍລະດັບໂລກຄັ້ງທີ 4 (P4G), ກອງປະຊຸມສະຫະປະຊາຊາດວ່າດ້ວຍການຄ້າ ແລະການພັດທະນາ (UNCTAD); ສືບ​ຕໍ່​ດຳເນີນຢ່າງສຳເລັດຜົນໃນການຮັບຜິດຊອບແລະໜ້າທີ່​ສຳຄັນໃນ​ອົງການ ​ແລະ ​ເວທີ​ປາໄສ​ການ​ຮ່ວມ​ມື​ຫຼາຍ​ຝ່າຍ​ໃນ​ພາກ​ພື້ນ​ແລະສາກົນ ​ເຊັ່ນ ອາ​ຊຽນ, ອະນຸ​ພາກ​ພື້ນ​ແມ່​ນ້ຳຂອງ, ​ເວທີ​ປາ​ໄສ​ການ​ຮ່ວມ​ມື​ເສດຖະກິດ​ອາຊີ-ປາຊີ​ຟິກ (APEC) ແລະ ກົນ​ໄກ​ການ​ຮ່ວມ​ມື​ຂອງ​ສະຫະ​ປະຊາ​ຊາດ, ​ໃນ​ນັ້ນ​ມີ​ກົນ​ໄກຂອງ UNESCO ​ແລະ ຄະນະ​ກຳມະການບໍລິຫານ​ຂອງ​ອົງການ​ສະຫະ​ປະຊາ​ຊາດ​ເພື່ອ​ຄວາມ​ສະ​ເໝີ​ພາບ​ທາງ​ດ້ານ​ເພດ ​ແລະ ການເສີມພະລັງ​ຂອງ​ແມ່ຍິງວາລະ​ປີ 2025-2027.

ພ້ອມ​ກັນ​ນັ້ນ, ຫວຽດນາມສືບ​ຕໍ່​ຖື​ບົດບາດ​ເປັນ​ສະມາຊິກ​ທີ່​ຕັ້ງໜ້າ ​ແລະ ມີ​ຄວາມ​ຮັບຜິດຊອບ​ໃນ​​ອົງການ, ໜ່ວຍງານ ແລະ ​ເວທີ​ປາ​ໄສ​ຫຼາຍ​ຝ່າຍ, ແລະ ສືບ​ຕໍ່ສະໝັກ​ຕຳ​ແໜ່​ງທີ່​ເໝາະ​ສົມ​ກັບ​ການ​ບຸລິມະສິດ ​ແລະ ຜົນ​ປະ​ໂຫຍ​ດຂອງຫວຽດນາມ, ​ເຊັ່ນ: ​ສະໝັກເປັນສະມາຊິກສະພາ​ສິດທິ​ມະນຸດແຫ່ງ​ສະຫະ​ປະຊາ​ຊາດ ວາລະປີ 2026-2028, ​ເປັນ​ຄັ້ງ​ທຳ​ອິດ​ທີ່​ມີ​ຜູ້​​ສະໝັກເຂົ້າ​ຮັບຕຳແໜ່ງ​ຜູ້​ພິພາກສາ​ສານຍຸຕິທຳ​ສາກົນ​ວ່າດ້ວຍກົດໝາຍ​ທະ​ເລ (ITLOS) ວາລະປີ 2026-2035... ຫວຽດນາມກໍຈະ​​ປະກອບສ່ວນຢ່າງແຂງຂັນ ​ແລະ ມີ​ຄວາມ​ຮັບຜິດຊອບຫຼາຍຂຶ້ນ ໃນ​ບັນດາ​ບັນຫາ​ລວມ, ​ໂດຍ​ສະ​ເພາະ​ແມ່ນ​ການ​ຕອບ​ສະໜອງຕໍ່ຄວາມ​ທ້າ​ທາຍລະດັບ​ໂລກ ເຊັ່ນ ການ​ປ່ຽນ​ແປງ​ສະພາບ​ດິນ​ຟ້າ​ອາກາດ, ການຫຼຸດ​ການ​ປ່ອຍ​ກ໊າດເຮືອນແກ້ວ​ສຸດທິ ແລະ ການສົ່ງເສີມ​ເປົ້າ​ໝາຍ​ພັດທະນາທີ່​ຍືນ​ຍົງ (SDGs); ​ເຂົ້າ​ຮ່ວມ​ຢ່າງ​ເລິກ​ເຊິ່ງກວ່າ​ອີກ ​ໃນກິດຈະກຳ​ຮັກສາ​ສັນຕິພາບ​ຂອງ​ສະຫະ​ປະຊາ​ຊາດ, ການ​ຊອກ​ຫາ​ແລະ​ກູ້​ໄພ, ການ​ຊ່ວຍ​ເຫຼືອ​ດ້ານ​ມະນຸດສະທຳ​ແລະ​ອື່ນໆ.

ດ້ວຍ​ທິດ​ທາງ​ທີ່​ໄດ້​ສະ​ເໜີ, ການ​ທູດ​ຫຼາຍ​ຝ່າຍ​ຈະ​ສືບ​ຕໍ່ດຳເນີນໄປ​ຄຽງ​ຄູ່ກັບປະເທດ ​ແລະ ປະກອບສ່ວນ​ສ້າງແຮງຜັກດັນທີ່ດີ​ ເພື່ອ​ນຳ​ປະ​ເທດ​​​ເຂົ້າ​ສູ່ຍຸກ​ໃໝ່ ​ຍຸກ​ແຫ່ງ​ການ​ບືນຕົວຂຶ້ນຂອງ​ຊາດຫວຽດນາມຢ່າງໝັ້ນຄົງ./. 

-----------------

(1) ໃນປີ 1648, ສົນທິສັນຍາ Westphalia ໄດ້ລົງນາມ. ການ​ກຳ​ເນີດ​ຂອງ​ແນວ​ຄິດ “ອຳນາດອະ​ທິ​ປະ​ໄຕຂອງ​ຊາດ” ເຊິ່ງ​ບັນ​ທຶກ​ໄວ້​ໃນ​ສົນ​ທິ​ສັນ​ຍາ Westphalia ໄດ້​ກາຍ​ເປັນ​ພື້ນ​ຖານ​ຂອງ​ລະ​ບົບ​ສາ​ກົນ​ທີ່​ມີ​ລັດ-ປະ​ເທດ​ຊາດ​ເປັນອັດຕະພາບ​ຫຼັກ, ເປັນການວາງຮາກ​ຖານໃຫ້​ແກ່​ການ​ພົວ​ພັນ​ສາ​ກົນ​ສະ​ໄໝໃໝ່.  
(2) ອິມມານຸແອນ ກັງ (Immanuel Kant) - ນັກປັດຊະຍາຊາວເຢຍລະມັນຊັ້ນນຳໃນຍຸກແຫ່ງການຕັດສະຮູ້ - ສະເໜີແນວຄວາມຄິດໃນການສ້າງຕັ້ງ “ສະຫະພັນປະຊາຊາດ” (Idea for a Universal History from a Cosmopolitan Point of View). ເປັນກອບການເຮັດວຽກຮ່ວມເພື່ອຄວບຄຸມພຶດຕິກໍາ ແລະຮັກສາຄວາມສາມັກຄີລະຫວ່າງປະເທດຕ່າງໆ, ເພື່ອໃຫ້ບັນລຸເປົ້າໝາຍໃນການນຳມາເຊິ່ງສັນຕິພາບທີ່ຍືນຍົງ ແລະ ສະພາບແວດລ້ອມທີ່ປອດໄພສຳລັບແຕ່ລະປະເທດ.
(3) ສິ່ງທີ່ໂດດເດັ່ນແມ່ນການເກີດຂຶ້ນຂອງອົງການຈັດຕັ້ງສາກົນໃນສະຕະວັດທີ 19, ເຊັ່ນ: ຄະນະກໍາມາທິການ Rhine (1815), ຂະບວນການກາແດງສາກົນ (1863), ສະຫະພັນໂທລະເລກສາກົນ (1865), ແລະສະຫະພັນໄປສະນີສາກົນ (1874).
(4) ພ້ອມກັບອົງການສະຫະປະຊາຊາດແມ່ນການສ້າງຕັ້ງບັນດາສະຖາບັນການເງິນ-ເງິນຕາ ເຊັ່ນ: ທະນາຄານໂລກ (WB, ປີ 1945), ກອງທຶນການເງິນສາກົນ (IMF, ປີ 1944) ...  ໃນເວລາດຽວກັນ, ມີການຈັດຕັ້ງອົງການສາກົນເພື່ອການຮ່ວມມືສະເພາະທາງຂຶ້ນຫຼາຍແຫ່ງ ເຊັ່ນ: ສະຫະພັນໄປສະນີສາກົນ (IPU, ປີ 1948), ອົງການທີ່ປຶກສາທາງທະເລສາກົນ (IMCO, ປີ 1948), ອົງການອະນາໄມໂລກ (WHO, ປີ 1948), ອົງການອຸຕຸນິຍົມວິທະຍາໂລກ (WMO, ປີ 1950), ສຳນັກງານພະລັງງານປະລະມານູສາກົນ (IAEA, ປີ 1957), ອົງການຊັບສິນທາງປັນຍາໂລກ (WIPO, ປິ 1967)... 
(5) ໃນເວລາເກືອບ 80 ປີ, ໄດ້ມີການສ້າງສົນທິສັນຍາ​ສາກົນຫຼາຍ​ກວ່າ 560 ສະບັບ ​ແລະ ມີ​ຜົນບັງຄັບໃຊ້, ກວມ​ເອົາ​ບັນດາ​ບັນຫາ, ຂະ​ແໜງ​ການ ​ແລະ ຂົງ​ເຂດ​ຕ່າງໆ; ​ກົນ​ໄກ​ແກ້​ໄຂ​ຂໍ້​ພິພາດລະຫວ່າງປະເທດຈຳນວນຫຼາຍ​ໄດ້​ຮັບ​ການຈັດ​ຕັ້ງ​ຂຶ້ນ ​ເຊັ່ນ: ສານ​ຍຸຕິ​ທຳ​ສາກົນ (ICJ, ປີ 1946), ອົງການ​ແກ້​ໄຂ​ຂໍ້​ພິພາດ​ຂອງ WTO (DSB, 1995), ສານອະນຸຍາໂຕຕຸລາການ​ຖາວອນ (PCA, ປີ 1899), ສານ​ສາກົນ​ວ່າດ້ວຍກົດໝາຍ​ທະ​ເລ (ITLOS, ປີ 1996)...
(6) ມາ​ຮອດ​ປະ​ຈຸ​ບັນ, ປະເທດຕ່າງໆຫຼາຍກວ່າ 180 ​ປະ​ເທດ​ໄດ້​ລົງ​ນາມ​ໃນ​ບັນ​ດາ​ສັນ​ຍາ​ຮ່ວມ​ມື​ຫຼາຍ​ຝ່າຍ ທີ່ມີຜົນຜູກ​ມັດທາງ​ກົດ​ໝາຍ​ກ່ຽວ​ກັບ​ການ​ບໍ່​ແຜ່​ຂະ​ຫຍາຍ​ອາ​ວຸດ​ນິວ​ເຄຼຍ; ກໍຄືສົນທິສັນຍາສາກົນກ່ຽວກັບການປົດອາວຸດ 15 ສະບັບ
ລວມທັງສົນທິສັນຍາວ່າດ້ວຍການບໍ່ແຜ່ຂະຫຍາຍອາວຸດນິວເຄຼຍ (ປີ 1968), ສົນທິສັນຍາຫ້າມທົດລອງອາວຸດນິວເຄຼຍໂດຍຮອບດ້ານ (ປີ 1996), ອະນຸສັນຍາຍາວ່າດ້ວຍການຫ້າມອາວຸດເຄມີ (ປີ 1992), ອະນຸສັນຍາວ່າດ້ວຍການຫ້າມອາວຸດຊີວະພາບ (ປີ 1972) ແລະຫວ່າງ​ມໍ່ໆ​ມາ​ນີ້ ສົນທິສັນຍາວ່າດ້ວຍການຄ້າອາວຸດແບບເດີມ (ATT) ແລະສົນທິສັນຍາວ່າດ້ວຍການຫ້າມອາວຸດນິວເຄຼຍ (TPNW).
(7) ສະຫະປະຊາຊາດມີບົດບາດສໍາຄັນໃນການຢຸດຕິສົງຄາມເກົາຫຼີ (ປີ 1950-1953), ວິກິດການຄອງ ສຸເອດ (ປີ 1956), ວິກິດການລູກສອນໄຟໃນກູບາ (ປີ 1962), ສົງຄາມຕາເວັນອອກກາງ (ປີ 1973),
ສົງຄາມອີຣ່ານ - ອີຣັກ (ປີ 1988), ສົງຄາມຕາອ່າວເປີເຊຍ (ປີ 1990-1991) ແລະຄວາມຂັດແຍ່ງອື່ນໆອີດຫຼາຍ ໃນກໍາປູເຈຍ, ແອລຊັນວາດໍ, ກົວເຕມາລາ, ໂມຊຳບິກ, ໂກງໂກ, ໂຊມາເລຍ, ອະດີດຢູໂກສະລາເວຍ ແລະອື່ນໆ. ທ່ານເລຂາທິການສະຫະປະຊາຊາດຍັງມີບົດບາດສຳຄັນໃນການສົ່ງເສີມການຢຸດຍິງລະຫວ່າງ ອິດສະຣາແອນ ແລະ ບັນດາປະເທດອາຣັບ, ການເຈລະຈາສັນຍາຢຸດຍິງເພື່ອຢຸດຕິສົງຄາມ ອີຣ່ານ - ອີຣັກ ແລະອື່ນໆ. ນັບແຕ່ປີ 1946, ສະຫະປະຊາຊາດ ໄດ້ສົ່ງຄະນະຜູ້ແທນຮັກສາສັນຕິພາບເກືອບ 70 ຄະນະໄປຍັງຫຼາຍພູມພາກຂອງໂລກ (ປະຈຸບັນຮັກສາຄະນະຜູ້ແທນໄວ້ 11 ຄະນະ); ການ​ເຄື່ອນ​ໄຫວ​ຮັກສາ​ສັນຕິພາບ​ຂອງ​ສະຫະ​ປະຊາ​ຊາດ​ຖື​ເປັນ​ເຄື່ອງ​ມື​ທີ່​ມີ​ປະສິດທິ​ພາບ​ໃນ​ການ​ເສີມສ້າງ​ຄວາມ​ໝັ້ນຄົງລະດັບ​ໂລກ, ມີບົດບາດ​ສຳຄັນ​ໃນ​ການ​ຟື້ນ​ຟູ​ສັນຕິພາບ, ຢຸດຕິ​ການ​ປະ​ທະ​ກັນ ​ແລະ ສະໜັບສະໜູນ​ຂະ​ບວນການ​ຟື້ນຟູໃນ​ຫຼາຍ​ປະ​ເທດ.
(8) ເຊັ່ນ: ເປົ້າໝາຍແຫ່ງສະຫັດສະຫວັດ, ວາລະການພັດທະນາທີ່ຍືນຍົງປີ 2030, ເປົ້າໝາຍການພັດທະນາທີ່ຍືນຍົງ (SDGs)…
(9) ສຳລັບ​ປະ​ເທດ​ປະຊາທິປະ​ໄຕ, ຫວຽດນາມພ້ອມ​ທີ່​ຈະດຳເນີນ​ໂຍບາຍ​ເປີດ​ປະຕູ ​ແລະ ຮ່ວມ​ມື​ໃນ​ທຸກ​ຂົງ​ເຂດ​ຄື: ຫວຽດນາມໃຫ້ການຕ້ອນຮັບຢ່າງດີແກ່ນາຍທຶນຕ່າງຊາດ ແລະວິສາວະກອນໃນທຸກຂະແໜງການ - ຫວຽດນາມພ້ອມທີ່ຈະຂະຫຍາຍ​ທ່າ​ເຮືອ, ສະໜາມ​ບິນ
 ແລະ ຖະໜົນ​​ເພື່ອ​ການ​ຄ້າ​​ ແລະ ການຂົນສົ່ງລະຫວ່າງປະເທດ ​ພາຍ​ໃຕ້​ການ​ນຳ​ຂອງ​ສະຫະ​ປະຊາ​ຊາດ - ຫວຽດນາມພ້ອມ​ທີ່​ຈະ​ລົງ​ນາມ​ໃນຂໍ້ຕົກລົງ ​ແລະ ສົນທິສັນຍາ​ຄວາມໝັ້ນຄົງພິເສດທີ່​ກ່ຽວຂ້ອງ​ກັບ​ການ​ໃຊ້​ຖານທັບເຮືອ ແລະ ຖານທັບອາກາດບາງແຫ່ງຮ່ວມກັບກອງກຳລັງທະຫານເຮືອ ແລະ ກອງທັບບົກພາຍໃຕ້ກອບສະຫະປະຊາດ”. ເບິ່ງ: ໂຮ່ຈີມິນ: ນິພົນຄົບຊຸດ, ສພຈ. ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2011, ເຫຼັ້ມ 4, ໜ້າ 523.
(10) 
ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XI, ສພຈ. ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2011, ໜ້າ 235–236.  
(11) ກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ (ປີ 2016) ກຳນົດໜ້າທີ່ຂອງວຽກງານການຕ່າງປະເທດຫຼາຍຝ່າຍວ່າ “ເປັນເຈົ້າການໃນການເຂົ້າຮ່ວມ ແລະ ເສີມຂະຫຍາຍບົດບາດຂອງຕົນໃນກົນໄກຫຼາຍຝ່າຍ, ໂດຍສະເພາະອາຊຽນ ແລະ ສະຫະປະຊາຊາດ. ເປັນເຈົ້າການ ແລະ ຕັ້ງໜ້າໃນການເຂົ້າຮ່ວມບັນດາກົນໄກຫຼາຍຝ່າຍດ້ານການປ້ອງກັນປະເທດ ແລະ ຄວາມໝັ້ນຄົງ, ລວມທັງການເຂົ້າຮ່ວມໃນກິດຈະກຳການຮ່ວມມືລະດັບສູງ ເຊັ່ນ ການເຄື່ອນໄຫວຮັກສາສັນຕິພາບຂອງສະຫະປະຊາຊາດ, ການຝຶກຊ້ອມດ້ານຄວາມໝັ້ນຄົງທີ່ບໍ່ເປັນແບບດັ້ງເດີມ ແລະກິດຈະກຳອື່ນໆ”, “ປະຕິບັດ​​ຄຳ​ໝັ້ນ​ສັນຍາ​ສາກົນ​ຢ່າງ​ຄົບ​ຖ້ວນ, ພັດທະນາ ​ແລະ ປະຕິບັດ​ຍຸດ​ທະ​ສາດເພື່ອ​ເຂົ້າ​ຮ່ວມ​ໃນ​ຂົງ​ເຂດ​ການ​ຄ້າ​ເສລີ​ກັບ​ບັນດາ​ຄູ່​ຮ່ວມ​ມື​ເສດຖະກິດ​ການ​ຄ້າ​ທີ່​ສຳຄັນ, ລົງ​ນາມ​ແລະຜັນ​ຂະຫຍາຍ​ສັນຍາ​ການ​ຄ້າ​ເສລີ​ລຸ້ນ​ໃໝ່​ພາຍໃນແຜນແມ່ບົດຢ່າງ​ມີ​ປະສິດທິ​ຜົນ”. ເບິ່ງ: ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII, ຫ້ອງວ່າການສູນກາງພັກ, ຮ່າໂນ້ຍ, 2016, ໜ້າ 155; ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ XIII ຂອງພັກ (ປີ 2021) ສືບ​ຕໍ່​ພັດທະນາຄວາມ​ຄິດ​ກ່ຽວກັບການ​ຕ່າງປະ​ເທດ​ຫຼາຍ​ຝ່າຍ​ຄື: “ປະຕິບັດ​ບັນດາ​ຄຳ​ໝັ້ນ​ສັນຍາ​ພາກ​ພື້ນ ​ແລະ ສາກົນຢ່າງແຂງຂັນ, ປະສົມປະສານເຂົ້າ​ກັບ​ຍຸດ​ທະ​ສາດ, ນະ​ໂຍບາຍ, ​ແຜນການ ​ແລະ ໂຄງການພັດທະນາ​ເສດຖະກິດ-ສັງຄົມ. ເປັນເຈົ້າການໃນການເຂົ້າ​ຮ່ວມ, ປະກອບສ່ວນ​ຢ່າງ​ຕັ້ງໜ້າ ແລະ ​ເສີມ​ຂະຫຍາຍ​ບົດບາດ​ຂອງ​ຫວຽດນາມ ​ໃນ​ການສ້າງ ​ແລະ ກຳນົດຮູບແບບ​ສະ​ຖາ​ບັນ​ຫຼາຍ​ຝ່າຍ ​ແລະ ​ລະບຽບເສດຖະກິດ​ການ​ເມືອງ​ສາກົນ, ປະຕິບັດຕາມ​ຄຳ​ໝັ້ນ​ສັນຍາ​ສາກົນ ​ແລະ ຂໍ້ຕົກລົງ​ການ​ຄ້າ​ທີ່​ໄດ້​ລົງ​ນາມ​ຢ່າງ​ຄົບ​ຖ້ວນ”. “ສືບ​ຕໍ່​ປ່ຽນແປງໃໝ່​ການ​ຮ່ວມ​ມື​ສາກົນ​ດ້ານ​ກົດໝາຍ​ຢ່າງເປັນເຈົ້າການ ແລະ ​ຕັ້ງໜ້າ, ໃຊ້​ລະບຽບ​ການ​ແລະຫຼັກການສາກົນ​ຢ່າງ​ມີ​ປະສິດທິ​ຜົນ ແລະ ​ເຂົ້າ​ຮ່ວມໃນກິດຈະກຳຂອງ​ຊຸມຊົນ​ພາກ​ພື້ນ ​ແລະ ສາກົນ; ເປັນເຈົ້າການໃນການ​ສະ​ເໜີ​ຂໍ້​ລິ​ເລີ່​ມ ​ແລະ ກົນ​ໄກ​ຮ່ວມ​ມື​ບົນ​ຫຼັກການ​ຜົນ​ປະ​ໂຫຍ​ດ​ຮ່ວມກັນ​ເພື່ອ​ສັນຕິພາບ, ເອກະລາດ​ຂອງ​ຊາດ, ປະຊາທິປະ​ໄຕ ​ແລະ ຄວາມຈະເລີນ​ກ້າວໜ້າ​ທາງ​ສັງຄົມຂອງ​ໂລກ, ​ເພື່ອ​ສ້າງ​ການ​ປ່ຽນ​ແປງ​ຂອງຄຸນ​ນະພາ​ບໃນ​ການ​ຮ່ວມ​ມື​ສາກົນ​ດ້ານ​ກົດໝາຍ”. ເບິ່ງ: ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII, ສພຈ. ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2021, ໜ້າ 164 (ເຫຼັ້ມ I), ໜ້າ 154 (ເຫຼັ້ມ II).
(12) ນອກຈາກນັ້ນ, ຫວຽດນາມຍັງໄດ້ເຂົ້າເປັນສະມາຊິກຢ່າງເປັນທາງການໃນອົງການອຸຕຸນິຍົມວິທະຍາໂລກ (WMO), ກອງທຶນການເງິນສາກົນ (IMF), ທະນາຄານໂລກ (WB), ອົງການອະນາໄມໂລກ (WHO), ທະນາຄານພັດທະນາອາຊີ (ADB) ແລະ​ເປັນ​ສະ​ມາ​ຊິກ​ຂອງ​ສະ​ພາ​ເພື່ອ​ການ​ຊ່ວຍ​ເຫຼືອ​ດ້ານ​ເສດ​ຖະ​ກິດຮ່ວມ​ກັນ​ຂອງ​ປະ​ເທດ​ສັງ​ຄົມ​ນິ​ຍົມ (SEV​)​… 
(13) ນອກຈາກນັ້ນ, ຫວຽດນາມຍັງເຂົ້າຮ່ວມໃນສະພາປະຕິບັດງານສະຫະພັນໄປສະນີສາກົນ (UPU) ວາລະປີ 2022-2025, ຮອງປະທານສະມັດຊາໃຫຍ່ແຫ່ງສະຫະປະຊາຊາດ ສະໄໝທີ 77 (2022-2023); ອົງການ​ບໍລິຫານ ​ແລະ ວິຊາຊີບ​ຂອງ​ອົງການ​ການ​ສຶກສາ, ວິທະຍາສາດ ​ແລະ ວັດທະນະທຳແຫ່ງສະຫະ​ປະຊາ​ຊາດ (UNESCO) ເຊັ່ນ ສະພາ​ບໍລິຫານ UNESCO ວາລະປີ 2021-2025, ຄະນະ​ກຳມະການ​ລະຫວ່າງ​ລັດຖະບານວ່າດ້ວຍການປົກ​ປ້ອງ​​ແລະສົ່ງເສີມ​ຄວາມ​ຫຼາກ​ຫຼາຍ​ຂອງ​ການ​ສະແດງອອກ​ທາງ​ວັດທະນະທຳ​ ວາລະປີ 2021-2025, ຄະນະ​ກຳມະການ​ລະຫວ່າງ​ລັດຖະບານ​ວ່າດ້ວຍການພິທັກມໍລະດົກທາງວັດທະນະທຳທີ່ບໍ່ມີຕົວຕົນ ວາລະປີ 2022-2026; ຄະນະກໍາມະການກົດໝາຍສາກົນ (ILC) ວາລະປີ 2023-2027; ສະພາສິດທິມະນຸດແຫ່ງສະຫະປະຊາຊາດ ວາລະປີ 2023-2025; ຄະນະກຳມາທິການກົດໝາຍແລະເຕັກນິກຂອງໜ່ວຍງານກົ້ນທະເລ (LTC) ວາລະປີ 2023–2027.
(14) ມາ​ຮອດ​ປະຈຸ​ບັນ, ພາຍຫຼັງ 10 ປີ, ຫວຽດນາມ​ໄດ້​ສົ່ງ​ນາຍ​ທະຫານ 804 ຄົນ​ໄປ​ປະຕິບັດ​ໜ້າ​ທີ່​ຮັກສາ​ສັນຕິພາບ​ຢູ່​ຄະນະຜູ້ແທນ​ຮັກສາ​ສັນຕິພາບຂອງສະຫະ​ປະຊາ​ຊາດ​ໃນ​ຊູ​ດັງ​ໃຕ້, ສາທາລະນະ​ລັດອາ​ຟລິກາ​ກາງ ​ແລະ ກົມ​ຮັກສາ​ສັນຕິພາບ​ຢູ່​ສຳນັກງານ​ໃຫຍ່​ສະຫະ​ປະຊາ​ຊາດ; ໄດ້ສົ່ງໂຮງໝໍສະໜາມແຫ່ງທີ່ສອງຈຳນວນ 4 ຮອບທີ່ຄະນະຜູ້ແທນໃນຊູດານໃຕ້ ແລະ ທີມວິສະວະກອນ 1 ທີມທີ່ຄະນະຜູ້ແທນໃນ ອາບເຢ (ເຂດທີ່ພິພາດລະຫວ່າງຊູດານໃຕ້ ແລະ ຊູດານ); ເປັນ​ໜຶ່ງ​ໃນ​​ປະ​ເທດ​ທີ່​ມີ​ອັດຕາ​ສ່ວນ​ແມ່ຍິງເຂົ້າ​ຮ່ວມສູງທີ່ສຸດໃນບັນດາປະເທດທີ່ສົ່ງກອງກຳລັງໄປຍັງ​ສະຫະ​ປະຊາ​ຊາດ.
(15) ລະຫວ່າງການແຜ່ລະບາດຂອງພະຍາດໂຄວິດ-19, ຫວຽດນາມໄດ້ຮັບວັກຊີນຫຼາຍກວ່າ 61,7 ລ້ານໂດສ ຜ່ານໂຄງການ COVAX ແລະ ອຸປະກອນທາງການແພດມູນຄ່າ 45 ລ້ານໂດລາສະຫະລັດ ຈາກອົງການຕ່າງໆຂອງສະຫະປະຊາຊາດ.
(16) ບັນດາສະຖາບັນຫຼາຍຝ່າຍ, ໂດຍສະເພາະແມ່ນອົງການສະຫະປະຊາຊາດ, ຍັງຄົງໄດ້ຮັບຄວາມເຄົາລົບຈາກປະເທດຕ່າງໆສ່ວນໃຫຍ່ ແລະ ສືບຕໍ່ມີບົດບາດນຳໜ້າ, ລິເລີ່ມ ແລະ ນຳພາໃນການລິເລີ່ມ ແລະ ຄວາມພະຍາຍາມຕ່າງໆໃນໄລຍະມໍ່ໆມານີ້ ເພື່ອຮັບມືກັບຄວາມທ້າທາຍລະດັບໂລກທີ່ບໍ່ມີປະເທດໃດປະເທດໜຶ່ງສາມາດແກ້ໄຂໄດ້ດ້ວຍຕົວເອງເຊັ່ນ: ການສົ່ງເສີມການໃຫ້ຄວາມຄຸ້ມຄອງວັກຊີນເພື່ອປ້ອງກັນ ແລະ ຕໍ່ສູ້ກັບການລະບາດຂອງພະຍາດໂຄວິດ-19, ການສ້າງກອບການເຮັດວຽກສຳລັບສັນຍາວ່າດ້ວຍການອະນຸລັກແລະການໃຊ້ປະໂຫຍດຢ່າງຍືນຍົງຂອງຄວາມຫຼາກຫຼາຍທາງຊີວະພາບໃນພື້ນທີ່ທາງທະເລນອກເໜືອເຂດອຳນາດສານແຫ່ງຊາດ (BBNJ), ການສ້າງກອບການເຮັດວຽກດ້ານການຄຸ້ມຄອງລະດັບໂລກສໍາລັບລູກປືນ, ປັນຍາປະດິດ ແລະອື່ນໆ.
(17) ຫວ່າງ​ມໍ່ໆ​ມາ​ນີ້, ການທີ່​ສະຫະ​ປະຊາ​ຊາດ​ແລະ​ປະ​ເທດ​ສະມາຊິກ​ໄດ້​ຮັບຮອງ​ເອົາ​ເອກະສານສຳລັບ​ອະນາຄົດຫຼັງຈາກຂະບວນການເຈລະຈາທີ່ຍາວນານ ແລະ ສັບສົນ ເພື່ອກຳນົດທິດທາງການຮ່ວມມືຫຼາຍຝ່າຍໃນໄລຍະຈະມາເຖິງ ຖືເປັນເຄື່ອງພິສູດປະການໜຶ່ງວ່າ ປະເທດສ່ວນໃຫຍ່ຍັງຄົງໃຫ້ຄວາມສຳຄັນກັບບົດບາດຂອງສະຖາບັນການຮ່ວມມືຫຼາຍຝ່າຍໃນພາກພື້ນ ແລະ ສາກົນ.