ຄວາມບໍ່ຄາດຄິດທາງຍຸດທະສາດໃນການພົວພັນສາກົນ
ແລະ ຄວາມໝາຍນະໂຍບາຍບາງປະການ

ໂດຍ ປອ. ຫວູ ເລ ຖາຍ ຮວ່າງ ແລະ ປອ. ໂງ ຢີ ເລິນ
ກະຊວງການຕ່າງປະເທດ - ສະຖາບັນການສຶກສາຍຸດທະສາດ, ສະຖາບັນການທູດ
01:41, 14-08-2025
ວກ. - ຄວາມບໍ່ຄາດຄິດທາງຍຸດທະສາດກຳລັງກາຍເປັນໜຶ່ງໃນບັນດາບັນຫາສຳຄັນໃນການພົວພັນສາກົນໃນຍຸກປະຈຸບັນ, ໂດຍສະເພາະໃນສະພາບລະບຽບໂລກທີ່ກຳລັງປະເຊີນກັບການປ່ຽນແປງຢ່າງເລິກເຊິ່ງ ດ້ວຍຫຼາຍປັດໄຈທີ່ບໍ່ແນ່ນອນ ແລະ ບໍ່ສາມາດຄາດເດົາໄດ້. ຄວາມຂັດແຍ້ງທົ່ວໂລກໃນປະຈຸບັນສະແດງໃຫ້ເຫັນວ່າ ເຖິງແມ່ນວ່າປະເທດທີ່ມີທ່າແຮງດ້ານການປ້ອງກັນປະເທດ ຄວາມໝັ້ນຄົງ ແລະ ເຕັກໂນໂລຊີ ກໍຍັງຕົກໃນທ່າຮັບຕໍ່ເຫດການບໍ່ຄາດຄິດທາງຍຸດທະສາດທີ່ສົ່ງຜົນກະທົບໃນວົງກວ້າງ. ການຄົ້ນຄວ້າຮອບດ້ານກ່ຽວກັບຄວາມບໍ່ຄາດຄິດທາງຍຸດທະສາດມີຄວາມໝາຍສຳຄັນ, ປະກອບສ່ວນເຂົ້າໃນພາລະກິດການສ້າງສາ ແລະ ປົກປັກຮັກສາປະເທດຊາດໃນສະພາບການໃໝ່.

ປະທານາທິບໍດີ ໂດນັນ ທຣັມ ແຫ່ງສະຫະລັດອາເມລິກາ ລົງນາມໃນຄຳສັ່ງພາສີຕອບໂຕ້ທີ່ທຳນຽບຂາວ ເມື່ອວັນທີ່ 2 ເມສາ 2025 _ແຫຼ່ງ: AFP

ກ່ຽວກັບແນວຄວາມຄິດເລື່ອງຄວາມບໍ່ຄາດຄິດທາງຍຸດທະສາດ

ໃນການຄົ້ນຄວ້າກ່ຽວກັບການພົວພັນລະຫວ່າງປະເທດ, "ຄວາມບໍ່ຄາດຄິດທາງຍຸດທະສາດ" ມັກຈະຖືກເຂົ້າໃຈວ່າເປັນເຫດການທີ່ເກີດຂຶ້ນນຢ່າງກະທັນຫັນ, ເກີນຄວາມສາມາດໃນການຄາດຄະເນຕາມປົກກະຕິ, ມີຜົນກະທົບໂດຍກົງຕໍ່ຜົນປະໂຫຍດແຫ່ງຊາດ ແລະ ຄວາມໝັ້ນຄົງຂອງຊາດ, ດັ່ງນັ້ນ ຈຶ່ງບັງຄັບໃຫ້ປະເທດຕ້ອງປັບປ່ຽນນະໂຍບາຍການຕ່າງປະເທດ ແລະ ທິດທາງຍຸດທະສາດຢ່າງສິ້ນເຊີງ(1). ເຖິງຈະມີຂໍ້ມູນພຽງພໍ, ຜູ້ກຳນົດນະໂຍບາຍກໍອາດຈະຕົກຢູ່ໃນທ່າຮັບໄດ້ ເນື່ອງຈາກອະຄະຕິທາງຄວາມຄິດ ແລະ ແຮງກົດດັນດ້ານເວລາ ສົ່ງຜົນໃຫ້ບໍ່ສາມາດຮັບຮູ້ເຖິງທາດແທ້ຂອງໄພຂົ່ມຂູ່ໃໝ່ໆໄດ້.

ໃນທຳນອງດຽວກັນ, ໃນກິດຈະການຄົ້ນຄວ້າທີ່ສໍາຄັນກ່ຽວກັບການບຸກໂຈມຕີຢ່າງກະທັນຫັນທີ່ທ່າເຮືອໄຂ່ມຸກ (ສະຫະລັດອາເມລິກາ) ໃນປີ 1941, ໂຣເບີຣ໌ຕາ ໂວນສະເຕັດເຕີຣ໌ (Roberta Wohlstetter) ນັກວິຊາການ ຊີ້ໃຫ້ເຫັນວ່າ ການມີຂໍ້ມູນຫຼາຍກວ່າບໍ່ໄດ້ຊ່ວຍປ້ອງກັນເຫດການທີ່ບໍ່ຄາດຄິດທາງຍຸດທະສາດສະເໝີໄປ(2). ບໍ່ໜຳ, ຄວາມລົ້ມເຫຼວໃນການຄາດຄະເນ ແລະປ້ອງກັນເຫດການທີ່ບໍ່ຄາດຄິດທາງຍຸດທະສາດ ມັກຈະບໍ່ແມ່ນຍ້ອນຂາດຂໍ້ມູນ, ແຕ່ເກີດຈາກ “ສັນຍານລົບກວນ” ຈໍານວນຫຼາຍທີ່ຫຼີກລ້ຽງບໍ່ໄດ້ ເມື່ອຕ້ອງປະມວນຜົນຂໍ້ມູນຈໍານວນມະຫາສານ. ຄວາມທ້າທາຍນີ້ຍິ່ງຮ້າຍແຮງຂຶ້ນໃນຍຸກດິຈິຕອນປະຈຸບັນ, ເມື່ອປະເທດຕ່າງໆຕ້ອງປະເຊີນກັບຂໍ້ມູນຈຳນວນມະຫາສານຈາກຫຼາຍແຫຼ່ງທີ່ແຕກຕ່າງກັນ, ພ້ອມກັນນັ້ນ, ອັດຕາການປ່ຽນແປງຂອງສະພາບການສາກົນກໍ່ເພີ່ມຂຶ້ນແບບທະວີຄຸນເຊັ່ນກັນ.

ຈາກທັດສະນະອື່ນ, ນັກວິຊາການ ເອຣິດ ດາຫ໌ລ (Erik Dahl) ເນັ້ນໜັກເຖິງສອງປັດໄຈສໍາຄັນໃນການປ້ອງກັນຄວາມບໍ່ຄາດຄິດທາງຍຸດທະສາດ: ທີໜຶ່ງ, ຂໍ້ມູນທີ່ຊັດເຈນໃນລະດັບຍຸດທະສາດ; ທີສອງ, ຄວາມຍອມຮັບຂອງຜູ້ກຳນົດນະໂຍບາຍຕໍ່ຄຳເຕືອນ(4).

ຜ່ານການປຽບທຽບການເຂົ້າຮ່ວມຂອງສະຫະລັດອາເມລິກາໃນການໂຈມຕີທ່່າເຮືອໄຂ່ມຸກ ກັບການສູ້ຮົບຂອງກອງທັບເຮືອ Midway ໃນສະໜາມຮົບປາຊີຟິກ, ເອຣິດ ດາຫ໌ລ ຊີ້ໃຫ້ເຫັນວ່າ ຄວາມສໍາເລັດໃນການປ້ອງກັນຄວາມບໍ່ຄາດຄິດທາງຍຸດທະສາດບໍ່ພຽງແຕ່ຂຶ້ນກັບຄວາມສາມາດໃນການວິເຄາະຍຸດທະສາດໂດຍລວມ, ແຕ່ຍັງຕ້ອງອາໄສຂໍ້ມູນທີ່ສະເພາະ, ມີລັກສະນະການກະທຳ, ມີຄວາມພ້ອມທີ່ຈະຮັບເອົາ ແລະ ປະມວນຜົນຂໍ້ມູນຂອງຜູ້ນຳ. ທິດສະດີນີ້ມີຄຸນຄ່າພິເສດໃນສະພາບການປະຈຸບັນ, ເມື່ອບັນດາປະເທດກໍາລັງປະເຊີນກັບຄວາມທ້າທາຍດ້ານຄວາມໝັ້ນຄົງຮູບແບບໃໝ່ຫຼາຍປະເພດ, ຕັ້ງແຕ່ການກໍ່ການຮ້າຍຈົນເຖິງການໂຈມຕີທາງໄຊເບີຣ໌ ເຊິ່ງຕ້ອງໃຊ້ການປະສົມປະສານຢ່າງກົມກຽວລະຫວ່າງຄວາມສາມາດໃນການເກັບກໍາຂໍ້ມູນ ແລະ ຄວາມສາມາດໃນການຕັດສິນໃຈຢ່າງທັນເວລາຂອງອົງການກຳນົດນະໂຍບາຍ.

ໂດຍລວມແລ້ວ, ການຄົ້ນຄວາສະແດງໃຫ້ເຫັນວ່າ ຄວາມບໍ່ຄາດຄິດທາງຍຸດທະສາດນັ້ນມີຫຼາຍມິຕິແລະສັບຊ້ອນ ເຊິ່ງອາດຈະເກີດຈາກຫຼາຍສາເຫດທີ່ແຕກຕ່າງກັນ. ນີ້ແມ່ນຄວາມທ້າທາຍສັງລວມທີ່ປະກອບມີປັດໄຈດ້ານຄວາມຮູ້, ການຈັດຕັ້ງແລະລະບົບ ເຊິ່ງຈຳເປັນຕ້ອງໃຫ້ປະເທດສ້າງຂະບວນການ ແລະ ລະບົບທີ່ສົມບູນແບບ ເຊິ່ງລວມເອົາຄວາມສາມາດໃນການລວບລວມ ແລະ ປະມວນຜົນຂໍ້ມູນໂດຍລະອຽດ, ຄວາມສາມາດໃນການວິເຄາະຍຸດທະສາດເຊັ່ນດຽວກັນກັບຄວາມຍືດຫຍຸ່ນໃນຂະບວນການຕັດສິນໃຈ. ໃນສະພາບການທາງພູມສາດ-ການເມືອງຂອງໂລກທີ່ບໍ່ແນ່ນອນເພີ່ມຂຶ້ນ ດ້ວຍ​ການ​ປະກົດ​ຕົວ​ຂອງນະວັດຕະກຳ​ທີ່ບຸກທະລຸ​ເຊັ່ນ ​ປັນຍາ​ປະດິດ (AI), ຂໍ້ມູນຂະໜາດໃຫຍ່ (Big Data) ແລະ ຮູບແບບໃໝ່ໆຂອງຄວາມຂັດແຍ້ງໃນໂລກໄຊເບີຣ໌, ຄວາມສາມາດໃນການລະບຸ ແລະ ຕອບສະໜອງຕໍ່ຄວາມບໍ່ຄາດຄິດທາງຍຸດທະສາດກຳລັງກາຍເປັນໜຶ່ງໃນຄວາມສາມາດຫຼັກ ເພື່ອຮັບປະກັນຄວາມໝັ້ນຄົວແຫ່ງຊາດ.

ປະສົບການສາກົນໃນການຕອບສະໜອງຕໍ່ຄວາມບໍ່ຄາດຄິດທາງຍຸດທະສາດ

ການຄົ້ນຄວ້າກ່ຽວກັບຄວາມຂັດແຍ້ງລະຫວ່າງປະເທດສະແດງໃຫ້ເຫັນວ່າ ມີການບັນທຶກກໍລະນີການຂັດແຍ້ງຍຸດທະສາດທີ່ບໍ່ຄາດຄິດ 68 ກໍລະນີໃນສະຕະວັດທີ XX ໂດຍມັກຈະເກີດຂຶ້ນຫຼັງຈາກໄລຍະເວລາແຫ່ງຄວາມເຄັ່ງຕຶງແລະວິກິດການ(4). ຄຸນລັກສະນະນີ້ຊີ້ໃຫ້ເຫັນເຖິງຄວາມຂັດແຍ້ງພື້ນຖານ ໃນການຄົ້ນຄວ້າຄວາມບໍ່ຄາດຄິດທາງຍຸດທະສາດ, ນັ້ນແມ່ນ, ເຖິງແມ່ນວ່າສັນຍານເຕືອນຈະປາກົດຂຶ້ນ, ປະເທດກໍ່ອາດຈະຕົກຢູ່ໃນທ່າຮັບ ເນື່ອງຈາກຂໍ້ຈໍາກັດໃນການຮັບຮູ້ ແລະ ຕອບສະໜອງຕໍ່ສັນຍານເຫຼົ່ານີ້.

ຕັ້ງແຕ່ປີ 1945, ທາດແທ້ຂອງຄວາມບໍ່ຄາດຄິດທາງຍຸດທະສາດໄດ້ມີການປ່ຽນແປງຢ່າງສິ້ນເຊີງ. ທີໜຶ່ງ, ຂອບເຂດຂອງຄວາມບໍ່ຄາດຄິດທາງຍຸດທະສາດໄດ້ຂະຫຍາຍອອກໄປນອກຂອບເຂດການທະຫານແບບດັ້ງເດີມ, ລວມທັງການໂຈມຕີກໍ່ການຮ້າຍ, ການໂຈມຕີທາງອິນເຕີເນັດ ແລະ ວິກິດການດ້ານເສດຖະກິດແລະການເງິນ ທີ່ມີຜົນກະທົບທາງດ້ານພູມສາດ-ການເມືອງ. ທີສອງ, ເຕັກໂນໂລຊີໄດ້ກາຍເປັນຕົວແປທີ່ສໍາຄັນ ທັງສ້າງເຄື່ອງມືໃໝ່ສໍາລັບການຄາດຄະເນແລະການປ້ອງກັນ ແລະ ເປີດຊ່ອງທາງໃໝ່ຂອງການໂຈມຕີ ແລະ ການສ້າງສິ່ງທີ່ບໍ່ຄາດຄິດ. ​ທີ​ສາມ, ຄວາມ​ຂັດ​ແຍ່ງ​ກັນ​ໃນ​ພາກ​ພື້ນ, ​ເຖິງ​ວ່າ​ຈະ​ຖືກ​ຈຳກັດ​ໃນ​ຂອບ​ເຂດ, ​ແຕ່ກໍ່​ສາມາດ​ສົ່ງ​ຜົນກະທົບ​ທາງ​ຍຸດ​ທະ​ສາດ​ທົ່ວ​ໂລກ​ຜ່ານ​ລະບົບ​ຕ່ອງ​ໂສ້ ​ແລະ ຄວາມ​ເຊື່ອມ​ໂຍງ​ເຂົ້າກັນ​ຂອງ​ລະບົບ​ສາກົນທີ່​ນັບ​ມື້​ນັບ​ເພີ່ມ​ຂຶ້ນ.

ວິ​ກິດ​ການ​ລູກ​ສອນ​ໄຟ​ໃນ​ກູ​ບາ​ປີ 1962 ສະ​ແດງ​ໃຫ້​ເຫັນ​ວ່າ ຄວາມບໍ່ຄາດຄິດ​ທາງ​ຍຸດ​ທະ​ສາດ​ອາດຈະເກີດ​ຂຶ້ນໄດ້​ຈາກການທີ່​ປະ​ເທດຕ່າງໆປະເມີນການຍອມຮັບຄວາມສ່ຽງ​ຂອງ​ກັນ​ແລະ​ກັນ​ຜິດພາດ. ຜົນທີ່ຕາມມາຂອງວິກິດການນຳໄປສູ່ການຈັດຕັ້ງ "ສາຍດ່ວນ" ລະຫວ່າງສະຫະພາບໂຊວຽດແລະສະຫະລັດອາເມລິການ ແລະ ກົນໄກການເຈລະຈາປົກກະຕິລະຫວ່າງມະຫາອໍານາດທັງສອງ ລວມທັງການກຳເກີດຂອງສົນທິສັນຍາຫຼາຍສະບັບກ່ຽວກັບການຄວບຄຸມອາວຸດນິວເຄຼຍໃນທົດສະວັດຕໍ່ໆມາ(5).

ໃນຂະນະດຽວກັນ, ສົງຄາມ ຢອມ ຄິບປົວ ເມື່ອປີ 1973 ລະຫວ່າງລັດອາຣັບ ແລະ ອິດສະຣາແອນ ຖືເປັນຕົວຢ່າງຄຼາດສິກທີ່ສະແດງໃຫ້ເຫັນວ່າ ກຸ່ມປະເທດສຳພັນທະມິດສາມາດສ້າງຄວາມບໍ່ຄາດຄິດທາງຍຸດທະສາດໄດ້ໂດຍໃຊ້ປະໂຫຍດຈາກ “ຈຸດບອດ” ໃນຈິນຕະນາການຍຸດທະສາດຂອງຝ່າຍກົງຂ້າມ. ຫຼັງ​ຈາກ​ໄດ້​ຮັບ​ໄຊ​ຊະ​ນະ​ຢ່າງ​ລົ້ນ​ເຫຼືອ​ໃນ​ສົງ​ຄາມ​ຫົກ​ວັນໃນ​ປີ 1967, ອິດ​ສະ​ຣາ​ເອນ​ໄດ້​ພັດ​ທະ​ນາ "ແນວ​ຄວາມ​ຄິດ​ການ​ປ້ອງ​ກັນ" ບົນພື້ນຖານຂອງ​ຄວາມເຊື່ອ​​ໃນຄວາມເໜືອກ​ວ່າ​ທາງ​ທະ​ຫານ​ໂດຍສົມບູນ ​ແລະ ຫຼັກ​ຄໍາ​ສອນ​ການເຕືອນ​ໄພ​ລ່ວງ​ຫນ້າ(6). ອີ​ຢິບ ແລະ ຊີ​ເຣຍ ສາມາດໃຊ້ປະໂຫຍດຈາກຈຸດ​ອ່ອນ​ໃນຈິນຕະຮາການນີ້ໄດ້ສຳເລັດ ໂດຍດຳ​ເນີນ​ຍຸດທະການຫຼອກລວງທີ່ຊັບຊ້ອນ​ເປັນເວລາ​ຫຼາຍ​ເດືອນ, ​ໃນ​ນັ້ນ​ມີ​ການ​ຊ້ອມ​ຮົບ​ຂະໜາດ​ໃຫຍ່ຫຼາຍ​ກວ່າ 40 ​ຄັ້ງ​​ຕາມແນວ​ຊາຍ​ແດນ, ​ສົ່ງຜົນ​ໃຫ້ ອິດສະຣາ​ແອນ ຄ່ອຍໆສູນ​ເສຍຄວາມລະມັດລະວັງ​ຕໍ່​ການ​ເຄື່ອນ​ໄຫວ​ທາງ​ທະຫານເຫຼົ່ານີ້. ພ້ອມ​ກັນ​ນັ້ນ, ອີ​ຢິບ ​ແລະ ຊີເຣຍ ຍັງ​ໄດ້ໃຊ້ປະໂຫຍດຈາກປັດໄຈທາງ​ວັດທະນະທຳ, ສາສະໜາ (ການເລືອກວັນບຸນ ​ຢອມ ຄິບປົວ) ​ແລະ ຍຸດ​ທະ​ສາດ​ພູມ​ສາດ-ການເມືອງ (ບຸກ​ໂຈມ​ຕີ​ພ້ອມ​ກັນ​ສອງດ້ານ) ​ເພື່ອ​ເພີ່ມອົງປະກອບຂອງ​ຄວາມບໍ່ຄາດຄິດໃຫ້ຫຼາຍທີ່ສຸດ.

ປະ​ສົບ​ການ​ຂອງ​ສົງ​ຄາມຄັ້ງ​ນີ້ເຮັດ​ໃຫ້ເກີດ​ການ​ປ່ຽນ​ແປງ​ພື້ນ​ຖານ​ໃນ​ວິ​ທີ​ການ​ຂອງ​ອິດ​ສະ​ຣາ​ແອນ ໃນການແກ້​ບັນ​ຫາ​ຄວາມບໍ່ຄາດຄິດ​ທາງ​ຍຸດ​ທະ​ສາດ(7). ທີໜຶ່ງ, ອິດສະຣາແອນຈັດຕັ້ງໜ່ວຍງານສະເພາະກິດເພື່ອຄວາມທ້າທາຍສົມມຸດຕິຖານຍຸດທະສາດທີ່ເໜືອກວ່າ, ເພື່ອແນໃສ່ຫຼຸດຜ່ອນຈຸດບອດໃນການວິເຄາະຂ່າວລັບ. ທີສອງ, ສ້າງລະບົບເຕືອນໄພລ່ວງໜ້າແບບຫຼາຍຊັ້ນ ທີ່ປະສົມປະສານທັງອົງປະກອບທາງເຕັກໂນໂລຊີແລະມະນຸດ ໂດຍເນັ້ນເປັນພິເສດທີ່ການຕິດຕາມການປ່ຽນແປງເລັກນ້ອຍ ໃນສະພາບແວດລ້ອມຍຸດທະສາດ. ທີສາມ, ພັດທະນາຫຼັກຄໍາສອນເລື່ອງ “ການປ້ອງກັນແບບລາຍຊັ້ນ” ໂດຍບໍ່ອີງໃສ່ການປ້ອງກັນພຽງຊັ້ນດຽວ, ບໍ່ວ່າການປ້ອງກັນຊັ້ນນັ້ນຈະທັນສະໄໝພຽງໃດກໍຕາມ. ບົດ​ຮຽນ​ນີ້​ຖື​ວ່າ​ຍັງ​ມີ​ຄຸນ​ຄ່າ​ສຳ​ລັບ​ປະເທດ​ຂະ​ໜາດກາງແລະ​ຂະ​ໜາດ​ນ້ອຍໃນ​ສະ​ພາບ​ການ​ປະ​ຈຸ​ບັນ.

ເມື່ອກ້າວເຂົ້າສູ່ສະຕະວັດທີ XXI, ການໂຈມຕີຂອງຜູ້ກໍ່ການຮ້າຍຢູ່ສູນ​ການ​ຄ້າ​ໂລກ ແລະ ​ທຳ​ນຽບ​ຫ້າ​ແຈ ໃນ​ສະ​ຫະ​ລັດອາເມລິກາ (ວັນທີ່ 11 ກັນຍາ 2001) ໄດ້ສ້າງຄວາມທ້າທາຍໃໝ່ໃນການກຳນົດແລະຕອບສະໜອງຕໍ່ຄວາມບໍ່ຄາດຄິດທາງຍຸດທະສາດ. ຄວາມບໍ່ຄາດຄິດບໍ່ໄດ້ຢູ່ທີ່ການເກັບກຳຂໍ້ມູນເນື່ອງຈາກມີລາຍງານຂ່າວລັບຈຳນວຍຫຼາຍ ທີ່ກ່າວເຖິງອົງການກໍ່ການຮ້າຍ ອັນ ກໍອິດະ (Al Qaeda) ໃນໄລຍະກ່ອນການໂຈມຕີ, ແຕ່ຢູ່ທີ່ການບໍ່ສາມາດເຊື່ອມໂຍງຊິ້ນສ່ວນຂໍ້ມູນທີ່ແຕກຕ່າງກັນໃຫ້ເປັນພາບລວມໄດ້(8). ລາຍງານຂອງຄະນະກໍາມະການແຫ່ງຊາດວ່າດ້ວຍການກໍ່ການຮ້າຍແຫ່ງສະຫະລັດອາເມລິກາ (ຫຼືເອີ້ນວ່າຄະນະກໍາມະການວັນທີ 11 ກັນຍາ) ເຊິ່ງຈັດຕັ້ງໂດຍປະທານາທິບໍດີ ຈອຣ໌ດ ບຸດ ຂອງສະຫະລັດອາເມລິກາ ໃນປີ 2002 ລະບຸວ່າ ເລື່ອງນີ້ເປັນຜົນມາຈາກ “ຄວາມລົ້ມເຫຼວຕອງຈິນຕະນາການ” ແລະ ຂໍ້ຈຳກັດໃນໂຄງສ້າງການຈັດຕັ້ງຂອງອົງການສືບຂ່າວຂອງສະຫະລັດອາເມລິກາ ເຊິ່ງຂັດຂວາງການແບ່ງປັນຂໍ້ມູນທີ່ສຳຄັນໃນເຄືອຂ່າຍໜ່ວຍງານຄວາມໝັ້ນຄົງທັງໝົດ. ຫຼັງຈາກນັ້ນບໍ່ດົນ, ສະຫະລັດອາເມລິກາໄດ້ດຳເນີນການປະຕິຮູບທີ່ກວ້າງຂວາງທີ່ສຸດໃນປະຫວັດສາດຂະແໜງການສືບຂ່າວ ເຊິ່ງລວມທັງການຈັດຕັ້ງຜູ້ອໍານວຍການໜ່ວຍສືບຂ່າວແຫ່ງຊາດ (DNI), ການປັບໂຄງສ້າງຂະບວນການແບ່ງປັນຂໍ້ມູນ ແລະການສ້າງສູນການວິເຄາະລະຫວ່າງຂະແໜງການ.

ໃນຂະນະທີ່ສະຫະລັດອາເມລິກາສຸມໃສ່ການປະຕິຮູບສະຖາບັນຂະໜາດໃຫຍ່, ບາງປະເທດຂະໜາດນ້ອຍແລະຂະໜາດກາງໄດ້ພັດທະນາວິທີການທີ່ແຕກຕ່າງກັນເພື່ອຮັບມືກັບຄວາມບໍ່ຄາດຄິດທາງຍຸດທະສາດ. ສິງກະ​ໂປເຊິ່ງ​ມີ​ທີ່​ຕັ້ງທາງ​ພູມ​ສາດ-ຍຸດທະສາດ​ທີ່​ອ່ອນ​ໄຫວ ​ແລະເປາະບາງ ​ໄດ້​ສ້າງ​ລະບົບ “ການ​ເຕືອນ​ໄພ​ໂດຍລວມ” ຂຶ້ນ​ໂດຍ​ຍຶດຫຼັກສາມປະການ. ທີ​ໜຶ່ງ, ພັດທະນາ​ຄວາມ​ສາມາດ​ໃນການ​ຄາດ​ຄະ​ເນ​ຍຸດ​ທະ​ສາດ​ຜ່ານສຳນັກງານ​ສະ​ຖາ​ນະ​ການ​ແຫ່ງ​ຊາດ ​ແລະ ສູນ​ສະ​ຖາ​ນະ​ການ​ແຫ່ງ​ຊາດ ໂດຍສຸມ​ໃສ່​ການສ້າງສະຖານະການ ​ແລະ ການຝຶກຊ້ອມ​ຕອບ​ໂຕ້​ເປັນ​ປະຈຳ. ທີສອງ, ​ເພີ່ມ​ທະວີຄວາມສາມາດສ້າງຄວາມເຂັ້ມແຂງດ້ວຍ​ຕົນ​ເອງ​ຂອງ​ທົ່ວ​ສັງຄົມ ​ໂດຍ​ຜ່ານ​ໂຄງການ “ການປ້ອງ​ກັນ​ປະ​ເທດດ້ວຍກຳລັງ​ທັງ​ໝົດ” ຊ່ວຍ​ກຽມຄວາມພ້ອມດ້ານ​ຈິດ​ໃຈ ​ແລະ ຄວາມ​ສາມາດຂອງຜູ້ຄົນ ໃນການ​ຕອບ​ສະໜອງຕໍ່ສະຖານະ​ການ​ສຸກ​ເສີນ(9)ທີ​ສາມ, ຮັກສາ​ເຄືອ​ຂ່າຍ​ການ​ພົວພັນ​ຕ່າງປະ​ເທດ​ທີ່​ຫຼາກ​ຫຼາຍ​ໃຫ້​ມີ​ຫຼາຍ​ແຫຼ່ງ​ຂໍ້​ມູນ​ຂ່າວສານ ​ແລະ ການສະໜັບສະໜູນ​ເມື່ອ​ມີ​ຄວາມ​ຈຳ​ເປັນ. ຄຽງຂ້າງນັ້ນ, ສິງກະ​ໂປ​ກໍເປັນເຈົ້າການໃນການ​ເຊື່ອມ​ໂຍງ​ຜົນ​ປະ​ໂຫຍ​ດຢ່າງ​ເລິກ​ເຊິ່ງ ​ແລະ ຮອບດ້ານ​ ກັບ​ບັນດາ​ປະ​ເທດ​ໃຫຍ່​ ໂດຍການ​ດຶງ​ດູດ​ບໍລິສັດຊັ້ນນຳ​ຈາກ​ສະຫະລັດອາ​ເມ​ລິ​ກາ, ຈີນ ແລະ ສະຫະພາບ​ເອີ​ຣົບ (ອີ​ຢູ) ໃຫ້ມາ​ຕັ້ງ​ສຳນັກງານ​ໃຫຍ່. ເວທີປາໄສການຮ່ວມມືເສດຖະກິດອາຊີ-ປາຊີຟິກ (APEC), ສະພາການຮ່ວມມືທາງເສດຖະກິດປາຊີຟິກ (PECC) ແລະສະຖາບັນສາກົນອື່ນໆອີກຫຼາຍແຫ່ງ ມີສຳນັກງານໃຫຍ່ຢູ່ໃນສິງກະໂປ. ຈາກປະສົບການສາກົນ ເຮົາສາມາດຖອດຖອນຄຸນລັກສະນະທົ່ວໄປບາງປະການຂອງວິທີການເຂົ້າເຖິງຄວາມບໍ່ຄາດຄິດທາງຍຸດທະສາດ.

ທີໜຶ່ງ, ຄວາມສໍາຄັນຂອງການສ້າງລະບົບເຕືອນໄພລ່ວງໜ້າຫຼາຍຊັ້ນ ເຊິ່ງບໍ່ພຽງແຕ່ອີງໃສ່ເຕັກໂນໂລຊີ ຫຼືການສືບຂ່າວທາງເຕັກນິກເທົ່ານັ້ນ, ແຕ່ຍັງຕ້ອງລວມແຫຼ່ງຂໍ້ມູນຕ່າງໆ ຫຼວງຫຼາຍ, ຕັ້ງແຕ່ການທູດຈົນເຖິງການວິເຄາະທາງວິຊາການ. ປະສົບການຂອງອິສຣາແອນ ແລະ ສິງກະໂປ ສະແດງໃຫ້ເຫັນເຖິງຄວາມສຳຄັນຂອງການຈັດຕັ້ງກຸ່ມຜູ້ຊ່ຽວຊານທີ່ມີໜ້າທີ່ທ້າທາຍສົມມຸດຕິຖານຍຸດທະສາດທີ່ໄດ້ຮັບການຍອມຮັບຢ່າງກວ້າງຂວາງນັ້ນ ຖືເປັນສິ່ງສໍາຄັນໃນການຫຼີກລ້ຽງ “ຈຸດບອດ” ໃນການກຳນົດນະໂຍບາຍ.

ທີສອງ, ບັນດາປະເທດທີ່ປະສົບຜົນສໍາເລັດໃນການຮັບມືກັບຄວາມບໍ່ຄາດຄິດທາງຍຸດທະສາດ ມັກຈະພັດທະນາວິທີການແບບອົງລວມ ທີ່ຫຼາຍກວ່າການແກ້ໄຂບັນຫາສະເພາະທາງດ້ານທະຫານແລະເຕັກໂນໂລຊີເທົ່ານັ້ນ. ​ໃນ​ຂະນະ​ທີ່​ຍັງຮັກສາ​ຄວາມ​ສາມາດໃນການກ່າວເຕືອນ​ແລະ​​ປ້ອງ​ກັນ​ແບບ​ດັ້ງ​ເດີມ, ປະ​ເທດ​ເຫຼົ່າ​ນີ້​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ຍົກສູງ​ຄວາມສາມາດໃນການຟື້ນຕົວຂອງ​ສັງຄົມ (societal resilience). ຮູບແບບ “ການປ້ອງກັນທີ່ຮອບດ້ານ” ຂອງບັນດາປະເທດເອີຣົບເໜືອ ຖືເປັນຕົວຢ່າງທົ່ວໄປ. ສະວີເດນ ແລະ ຟິນແລນ ໄດ້ພັດທະນາໂຄງການຢ່າງເປັນລະບົບ ເພື່ອເພີ່ມຄວາມຮັບຮູ້ ແລະ ຄວາມຍືດຫຍຸ່ນຂອງປະຊາຊົນໃນການປະເຊີນກັບສະຖານະການວິກິດ, ຕັ້ງແຕ່ການປະທະກັນດ້ວຍອາວຸດ ຈົນເຖິງຄວາມທ້າທາຍດ້ານຄວາມໝັ້ນຄົງທີ່ບໍ່ເປັນແບບດັ້ງເດີມ ເຊັ່ນ ການໂຈມຕີທາງໄຊເບີຣ໌ ຫຼື ສົງຄາມຂໍ້ມູນ(10). ວິທີການນີ້ຊ່ວຍສ້າງ “ເຂດກັນຊົນ” ທີ່ສໍາຄັນ, ປະກອບສ່ວນຫຼຸດຜ່ອນຜົນກະທົບຈາກຊ໊ອກຍຸດທະສາດ ແລະ ເພີ່ມຄວາມສາມາດຂອງປະເທດໃນການປັບຕົວກັບສະຖານະການທີ່ບໍ່ຄາດຄິດ.

​ທີ​ສາມ, ​ໃນ​ສະພາບ​ການ​ໂລກາພິວັດ ​ແລະ ​ການ​ເພິ່ງພາເຊິ່ງກັນແລະກັນທີ່ເພີ່ມຫຼາຍຂຶ້ນ, ລັດ​ຂະໜາດ​ນ້ອຍ ​ແລະຂະໜາດກາງ​ໄດ້​ພັດທະນາ​ບັນດາ​ວິທີ​ການ​ປະດິດ​ສ້າງ​ ເພື່ອເພີ່ມທະວີ​ຄວາມ​ສາມາດໃນການ​ຄາດ​ຄະ​ເນ ​ແລະ ຕອບສະໜອງ. ຕົວຢ່າງເຊັ່ນ ການສ້າງເຄືອຂ່າຍຄູ່ຮ່ວມມືທີ່ຫຼາກຫຼາຍ, ການເຂົ້າຮ່ວມຢ່າງຕັ້ງໜ້າໃນກົນໄກການຮ່ວມມືພາກພື້ນ ແລະ ສາກົນ, ພ້ອມກັນນັ້ນ ຮັກສາຄວາມຍືດຫຍຸ່ນໃນນະໂຍບາຍການຕ່າງປະເທດ ເພື່ອຫຼີກລ້ຽງການເພິ່ງພາຄູ່ຮ່ວມມືໃດໜຶ່ງຫຼາຍເກີນໄປ.

​ທີ​ສີ່, ການ​ສ້າງ​ຄວາມ​ສາມາດໃນການຮັບມືກັບສະຖານະການສຸກເສີນທາງ​ຍຸດ​ທະ​ສາດ​ແມ່ນ​ຂະ​ບວນການ​ທີ່ຕໍ່​ເນື່ອງ​ແລະ​ປັບຕົວໄດ້. ໄພຂົ່ມຂູ່ນັບມື້ນັບມີຄວາມຫຼາກຫຼາຍ ແລະ ຊັບຊ້ອນຫຼາຍຂຶ້ນເລື້ອຍໆ ຈຳເປັນຕ້ອງມີວິທີການໂດຍລວມ ແລະ ຍືດຫຍຸ່ນ ເຊິ່ງສາມາດບູລະນາການບົດຮຽນໃໝ່ໆ ແລະ ປັບຕົວໃຫ້ເຂົ້າກັບການປ່ຽນແປງໃນສະພາບແວດລ້ອມຍຸດທະສາດ. ນີ້​ແມ່ນ​ປະສົບ​ການ​ອັນ​ລ້ຳ​ຄ່າ​ທີ່​ບັນດາ​ປະ​ເທດ​ຂະໜາດ​ນ້ອຍ ​ແລະ ຂະໜາດ​ກາງ​ສາມາດ​ອ້າງ​ອີງ​ໃນ​ຂະ​ບວນການ​ສ້າງ​ຄວາມ​ສາມາດ​ໃນ​ການ​ຄາດ​ຄະ​ເນ ​ແລະ ຕອບ​ສະໜອງຕໍ່ຄວາມບໍ່ຄາດຄິດທາງ​ຍຸດ​ທະ​ສາດ​ໃນ​ສະພາບ​ການ​ໃໝ່.

ຫຼີກລ້ຽງການຕົກໃນທ່າຮັບ ແລະ ຄວາມບໍ່ຄາດຄິດໃນສະຖານະການໃໝ່

ຫວຽດ​ນາມພວມ​ປະ​ເຊີນ​ໜ້າ​ກັບ​ສະ​ພາບ​ແວດ​ລ້ອມ​ສາ​ກົນ​ທີ່​ສະ​ລັບ​ສັບ​ຊ້ອນ ແລະ ຄາດ​ຄະ​ເນ​ບໍ່​ໄດ້. ທີໜຶ່ງ, ການແຂ່ງຂັນກັນລະຫວ່າງບັນດາປະເທດມະຫາອຳນາດ, ໂດຍສະເພາະແມ່ນລະຫວ່າງ ສະຫະລັດອາເມລິກາ ແລະ ຈີນ, ພວມສ້າງຄວາມກົດດັນ ແລະ ສິ່ງທ້າທາຍໃໝ່ໃຫ້ກັບບັນດາປະເທດຂະໜາດກາງແລະຂະໜາດນ້ອຍໃນພາກພື້ນ. ທ່າ​ອ່ຽງນີ້​ບໍ່​ພຽງ​ແຕ່​ໄດ້​ສະ​ແດງ​ໃຫ້​ເຫັນ​ໃນ​ແງ່ພູມສາດ-​ການ​ເມືອງ​ແບບ​ດັ້ງ​ເດີມ​ເທົ່າ​ນັ້ນ ແຕ່​ຍັງ​ສະ​ແດງ​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງ​ໃນ​ຂົງ​ເຂດ​ເຕັກ​ໂນ​ໂລ​ຊີ, ການ​ຄ້າ ​ແລະ ລະບົບຕ່ອງ​ໂສ້​ການ​ສະໜອງ​ລະດັບ​ໂລກ. ທີສອງ, ບັນດາຄວາມທ້າທາຍດ້ານຄວາມໝັ້ນຄົງທີ່ບໍ່ເປັນແບບດັ້ງເດີມ ເຊັ່ນ ການປ່ຽນແປງດິນຟ້າອາກາດ, ຄວາມໝັ້ນຄົງທາງອິນເຕີເນັດ, ການລະບາດຂອງພະຍາດ ແລະອື່ນໆ ກໍາລັງວາງຄວາມຕ້ອງການໃໝ່ ກ່ຽວກັບການພະຍາກອນແລະການຕອບສະໜອງ. ທີ​ສາມ, ບັນຫາ​ທະ​ເລ​ຕາ​ເວັນ​ອອກ​ສືບ​ຕໍ່ພັດທະນາຢ່າງສັບສົນ ໂດຍມີ​ຄວາມ​ທ້າ​ທາຍທີ່ເຊື່ອມໂຍງກັນ​ລະຫວ່າງ​ອະທິປະ​ໄຕເໜືອດິນແດນ ເສລີພາບໃນ​ການ​ເດີນ​ເຮືອ ​ແລະ ການຄຸ້ມ​ຄອງ​ຊັບພະຍາກອນ​ທາງ​ທະ​ເລ. 

ນອກຈາກ​ນີ້, ບັນດາການ​ປະ​ທະ​ກັນ ​ແລະ “ຈຸດຮ້ອນ” ຈາກ​ຢູ​ແກຼນ​ເຖິງ​ແຫຼມ​ເກົາຫຼີ, ສະ​ແດງ​ໃຫ້​ເຫັນ​ວ່າ ​ສະ​ພາບ​ແວດ​ລ້ອມ​ຄວາມ​ໝັ້ນ​ຄົງ​ຂອງ​ພາກ​ພື້ນ​ສາ​ມາດ​ປ່ຽນ​ແປງໄດ້​ຢ່າງ​ວ່ອງ​ໄວ​ແລະ​ເລິກ​ເຊິ່ງ. ພ້ອມກັນນັ້ນ, ການ​ພັດ​ທະ​ນາແອບພຼິເຄຊັນ​ໃໝ່ໆ ເຊັ່ນ ປັນຍາປະດິດ​, ອາ​ວຸດຄວາມໄວເໜືອສຽງ ແລະ​ຄວາມ​ສາ​ມາດທາງ​ໄຊ​ເບີຣ໌​ ກຳລັງສ້າງຄວາມທ້າທາຍໃໝ່ໃນການລະບຸ ແລະ ຕອບສະໜອງຕໍ່ຄວາມບໍ່ຄາດຄິດທາງຍຸດທະສາດ. ໃນສະພາບການນີ້, ຄວາມສາມາດໃນການຮັກສາຄວາມເປັນເຈົ້າການທາງຍຸດທະສາດ ແລະ ຫຼີກລ້ຽງການຕົກໃນທ່າຮັບ ແລະ ຄວາມບໍ່ຄາດຄິດ ກາຍເປັນສິ່ງສໍາຄັນຫຼາຍກ່ວາທີ່ເຄີຍ.

ໃນໄລຍະປະຕິວັດ, ປະທານໂຮ່ຈີມິນໄດ້ສະແດງໃຫ້ເຫັນເຖິງວິໄສທັດຍຸດທະສາດອັນເລິກເຊິ່ງ ແລະ ຄວາມສາມາດຄາດຄະເນ ແລະ ຄວ້າເອົາກຳໂອກາດຢ່າງຄ່ອງແຄ້ວ, ສະແດງໃຫ້ເຫັນຜ່ານບັນດາການຕັດສິນໃຈປະຫວັດສາດທີ່ສຳຄັນຫຼາຍຢ່າງ ເຊັ່ນ ການປຸກລະດົມຂະບວນການ​ປະ​ຕິ​ວັດ​ເດືອນ​ສິງ​ຫາ​ໃນ​ປີ 1945 ແລະ ​ສົງ​ຄາມ​ຕໍ່​ຕ້ານ​ແຫ່ງ​ຊາດ​ໃນ​ປີ 1946​. ສືບທອດ ແລະ ພັດທະນາແນວຄິດດັ່ງກ່າວໃນເງື່ອນໄຂໃໝ່, ແນວ​ຄວາມ​ຄິດ “ບໍ່​ຖືກຕົກໃນທ່າຮັບ ແລະ ຄວາມບໍ່ຄາດຄິດ” ໄດ້​ຮັບ​ການລະບຸຢ່າງ​ເປັນ​ທາງ​ການ​ໃນ​ມະຕິ​ໝາຍເລກ 08-NQ/TW, ລົງ​ວັນ​ທີ 12 ກໍລະກົດ 2003 ຂອງ​ກອງ​ປະຊຸມ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ​ຄັ້ງ​ທີ 8 ​ສະ​ໄໝ​ທີ IX ວ່າ​ດ້ວຍ “ຍຸດ​ທະ​ສາດ​ການປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ໃນ​ສະພາບ​ການ​ໃໝ່”(11). ໃນ​ສະພາບ​ການ​ສາກົນ​ໃນ​ເວລາ​ນັ້ນ, ດ້ວຍ​ການ​ຜັນ​ແປ​ທີ່​ສັບສົນ​ພາຍຫຼັງ​ເຫດການ “ວັນທີ 11 ກັນຍາ 2001” ​ແລະ ​ທ່າ​ອ່ຽງການ​ແຊກ​ແຊງ​ທາງ​ທະ​ຫານທີ່ເພີ່ມຂຶ້ນທົ່ວ​ໂລກ, ພັກ​ກອມ​ມູນິດ​ຫວຽດນາມ​ໄດ້​ເນັ້ນ​ໜັກ​ເຖິງ​ຄວາມ​ສຳຄັນ​ຂອງ “ການ​ຈັດການແກ້ໄຂໜໍ່ແໜງຂອງ​ຄວາມ​ບໍ່​ໝັ້ນຄົງ​, ການຕົກໃນທ່າຮັບ ແລະ ຄວາມບໍ່ຄາດຄິດທັງໝົດ ຢ່າງທັນການ”. ນີ້​ແມ່ນບາດກ້າວ​ການ​ພັດທະນາທີ່​ສຳຄັນ​ໃນ​ແນວ​ຄິດ​ຍຸດ​ທະ​ສາດ​ຂອງ​ພັກ​ກອມ​ມູນິດ​ຫວຽດນາມ ເຊິ່ງສະທ້ອນ​ໃຫ້​ເຫັນເຖິງ​ຄວາມ​ຮັບ​ຮູ້ທີ່​ເລິກ​ເຊິ່ງກວ່າອີກ ​ກ່ຽວ​ກັບ​ຄວາມສັບສົນ ແລະ ຄວາມບໍ່ແນ່ນອນຂອງສະພາບ​ແວດ​ລ້ອມດ້ານ​ຄວາມໝັ້ນຄົງສາກົນ.

ຜ່ານ​ບັນດາ​ກອງ​ປະຊຸມ​ໃຫຍ່ຜູ້ແທນທົ່ວປະເທດຂອງພັກ, ​ຕັ້ງແຕ່​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ X (ປີ 2006) ຮອດ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XIII (ປີ 2021) ທັດສະນະ​ດັ່ງກ່າວ​ສືບ​ຕໍ່​ໄດ້​ຮັບ​ການ​ກ່າວ​ເຖິງ​ຢ່າງສອດຄ່ອງ ​ແລະ ໄດ້ຮັບການພັດທະນາ​ຢ່າງ​ເລິກ​ເຊິ່ງກ່ວາ​ອີກ ​ໃນ​ມະຕິ​ຂອງ​ຄະນະ​ບໍລິຫານ​ງານ​ສູນ​ກາງພັກ​​ຄັ້ງ 8 ສະໄໝທີ XI ​ແລະສະໄໝທີ XIII ຂອງ​ພັກ​ກອມ​ມູນິດ​ຫວຽດນາມ ກ່ຽວ​ກັບ “ຍຸດ​ທະ​ສາດການ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ໃນ​ໄລຍະ​ໃໝ່” ເຊິ່ງໄດ້ເນັ້ນໜັກເຖິງໜ້າທີ່ກີດກັ້ນແລະຍູ້ຖອຍໄພສົງຄາມ ແລະ ຂະຈັດການປະທະກັນດ້ວຍອາວຸດ “ຕັ້ງແຕ່ຕົ້ນ, ຈາກໄລຍະໄກ” ເພື່ອ​ເປັນເຈົ້າການໃນການປ້ອງ​ກັນ, ຄົ້ນ​ພົບ ​ແລະ ຈັດການ​ແກ້​ໄຂ​ຄວາມ​ບໍ່ຄາດຄິດ​ທາງ​ຍຸດ​ທະ​ສາດ ​ແລະ ​ເຫດການ​ກະທັນຫັນຢ່າງມີປະສິດທິພາບ. ທີ່ໜ້າສັງເກດຄື ປະໂຫຍກນີ້ປະກົດຢູ່ໃນ 2 ສະພາບການຕົ້ນຕໍ: ທີໜຶ່ງ, ເມື່ອປະເມີນສະຖານະການໂລກ ແລະ ພາກພື້ນ ທີ່ມີເຫດການທີ່ບໍ່ສາມາດຄາດເດົາໄດ້ ແລະຍາກຕໍ່ການຄາດຄະເນຫຼວງຫຼາຍ; ທີສອງ,​ ​ໃນ​ຫຼັກນຳ​ຊີ້​ນຳດ້ານການ​ປ້ອງ​ກັນ​ປະ​ເທດແລະ​ຄວາມໝັ້ນຄົງ, ໂດຍສະເພາະທີ່​ກ່ຽວຂ້ອງ​ກັບຄວາມ​ທ້າ​ທາຍຕໍ່ອຳນາດ​ອະທິປະ​ໄຕທາງ​ທະ​ເລແລະເກາະ ​ແລະ ການ​ແຂ່ງຂັນ​ຍຸດ​ທະ​ສາດ​ລະຫວ່າງ​ບັນດາ​ປະ​ເທດ​ໃຫຍ່. ຮອດກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ XIII, ພັກ​ຂອງເຮົາ​ໄດ້​ເພີ່ມປັດໄຈ “ຮັກສາຄວາມເປັນເຈົ້າການທາງຍຸດ​ທະ​ສາດ”(12) ເຊິ່ງສະທ້ອນເຖິງການ​ພັດທະນາ​ໃນຄວາມຮັບຮູ້ ​ຈາກ​ທ່າ​ປ້ອງ​ກັນ ​​ເປັນ​ທ່າເປັນເຈົ້າການ​ໃນ​ການ​ຕອບ​ສະໜອງຕໍ່ຄວາມ​ທ້າ​ທາຍ​ທາງ​ຍຸດ​ທະ​ສາດ(13).

​ໃນ​ຄຳ​ປາ​ໄສ​ຂອງ​ທ່ານ​ເລຂາທິການ​ໃຫຍ່ ຫງວຽນ ຝູ ຈ້ອງ ທີ່​ກອງ​ປະຊຸມ​ການ​ເມືອງການ​ທະຫານ​ທົ່ວ​ກອງທັບ​​ປີ 2016: ການ “ບໍ່​ຖືກຕົກໃນທ່າຮັບແລະຄວາມບໍ່ຄາດຄິດ” ​ໄດ້ຮັບການ​ເນັ້ນ​ໜັກ​ວ່າ “​ແມ່ນ​ໜ້າທີ່​ຍຸດ​ທະ​ສາດ​ທີ່​ສຳຄັນ ​ແລະຈຳເປັນທີ່ສຸດ”(14). ພິ​ເສດ, ທີ່​ກອງ​ປະຊຸມ​ການ​ທູດ​ຄັ້ງ​ທີ 32 (ວັນທີ 19 ທັນວາ 2023), ທ່ານ​ເລຂາທິການ​ໃຫຍ່ ຫງວຽນ ຝູ ຈ້ອງ ​ເນັ້ນ​ເຖິງຄວາມຕ້ອງການ “ຕິດຕາມ​ການປ່ຽນແປງສະຖານະການພາຍນອກຢ່າງໃກ້ຊິດ ແລະ ຄາດຄະເນ​ທິດ​ທາງການ​ພັດທະນາ​ສະຖານະ​ການ​ພາຍ​ນອກໄດ້​ຢ່າງ​ຖືກຕ້ອງ ແລະ ໂດຍສະເພາະ​ແມ່ນ ປະເມີນຜົນການ​ກະທົບ​ຕໍ່ຫວຽດນາມຢ່າງຖືກຕ້ອງ ເພື່ອບໍ່​ຖືກຕົກໃນທ່າຮັບແລະຄວາມບໍ່ຄາດຄິດ ​ແລະ ຕ້ອງມີສະຕິສ່ອງໃສແລະທຸ່ນທ່ຽງຢູ່ສະ​ເໝີ​ໃນການຄວ້າເອົາໂອກາດແລະຂໍ້​ໄດ້​ປຽບ, ຜ່ານຜ່າຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍ(15). ວັນ​ທີ 31 ຕຸລາ 2024, ​ໃນ​ການປຶກສາຫາລືກັບຊຸດອົບຮົມພະນັກງານທີ່ກຽມສະໝັກຮັບເລືອກເປັນສະມາຊິກສູນກາງພັກຊຸດທີ XIV ກ່ຽວກັບ “ຍຸກ​ໃໝ່, ຍຸກ​ແຫ່ງ​ການບືນຕົວຂຶ້ນ​ຂອງ​ປະ​ເທດ​ຊາດ”, ທ່ານ​ເລຂາທິການ​ໃຫຍ່ ໂຕເລິມ ​ໃຫ້​ຄວາມເຫັນ​ວ່າ: ​ໃນ​ສະພາບ​ການ​ໂລກ​ທີ່ພວມ​ມີ​ການ​ປ່ຽນ​ແປງ​ຄັ້ງສຳຄັນນັ້ນ “ຄວາມ​ທ້າ​ທາຍມີຄວາມໂດດເດັ່ນ​ຫຼາຍຂຶ້ນ ​ແລະ ​ໂອກາດ​ໃໝ່ໆ​​ອາດ​ຈະ​ປະກົດຂຶ້ນ​ໃນໄລຍະເວລາແຫ່ງການປ່ຽນແປງ​ກະທັນຫັນ”(16). ໃນກອງປະຊຸມເຮັດວຽກ​ກັບ​ຄະນະ​ປະຈຳ​ຄະນະພັກການ​ທະຫານ​ສູນ​ກາງ (ເດືອນ​ສິງຫາ 2024), ທ່ານ​ເລຂາທິການ​ໃຫຍ່ ໂຕເລິມ ​ເນັ້ນ​ໜັກ​ເຖິງ​ຄວາມ​ສຳຄັນ​ຂອງ “ການລະບຸຄູ່ຮ່ວມມືແລະເປົ້າໝາຍຕໍ່ສູ້ຢ່າງເໝາະສົມ ສອດຄ່ອງ ແລະ ຍືດຫຍຸ່ນ, ຈັດການຢ່າງເໝາະສົມ ກົມກຽວ ແລະ ແລະ ທັນທ່ວງທີ່, ບໍ່ໃຫ້ຕົກໃນທ່າຮັບ ​ແລະ ຄວາມ​ບໍ່ຄາດຄິດ; ປ້ອງ​ກັນ​ຄວາມ​ສ່ຽງຈາກ​ການ​ປະ​ທະ​ກັນ ​ແລະ ການ​ປະ​ເຊີາໜ້າ, ຫຼີກ​ລ້ຽງ​ຄວາມ​ໂດດດ່ຽວ ​ແລະ ການ​ເພິ່ງ​ພາຂຶ້ນກັບພາຍນອກ”(17).

ຈາກ​ຂະ​ບວນ​ການພັດທະນາຄວາມຄິດ​ຍຸດ​ທະ​ສາດທີ່ກ່າວມາຂ້າງເທິງ ​ບວກ​ກັບ​ສິ່ງ​ທ້າ​ທາຍ​ໃໝ່ໆ​ໃນ​ສະ​ຖາ​ນະ​ການ​ປະ​ຈຸ​ບັນ ຈຳ​ເປັນຕ້ອງ​ຢືນ​ຢັນ​​ການ​ເພີ່ມທະວີຄວາມ​ສາ​ມາດ​ໃນ​ການ​ປ້ອງ​ກັນ​ ແລະ​ຕອບ​ສະ​ໜອງຕໍ່ເຫດການທີ່ບໍ່ຄາດຄິດທາງຍຸດ​ທະ​ສາດນັ້ນ ຕ້ອງໃຊ້ວິທີ​ການ​ທີ່​ຄົບ​ຖ້ວນ​, ເປັນ​ລະ​ບົບ ​ແລະ ຍືດຫຍຸ່ນ. ວິທີການນີ້ຈໍາເປັນຕ້ອງປະສົມປະສານການກໍ່ສ້າງສະຖາບັນ, ການພັດທະນາຊັບພະຍາກອນ ແລະ ການເພີ່ມຄວາມສາມາດໃນການຄາດຄະເນຢ່າງສອດປະສານກັນ, ພ້ອມກັນນັ້ນ ກໍຕ້ອງຮັບປະກັນຄວາມເປັນເອກະພາບໃນການຄິດແລະການກະທຳ ຕະຫຼອດທັງລະບົບການເມືອງ. ບົນ​ພື້ນຖານ​ນັ້ນ, ອາດ​ຈະມີການ​ສະ​ເໜີແນວທາງເພີ່ມເຕີມ​ບາງ​ປະການ ​ເພື່ອ​ເພີ່ມ​ທະວີ​ກຳລັງ​ຄວາມ​ສາມາດຂອງຫວຽດນາມໃນການປ້ອງ​ກັນ ແລະ ຕອບ​ສະໜອງຕໍ່ເຫດການທີ່ບໍ່ຄາດຄິດ​ທາງ​ຍຸດ​ທະ​ສາດ​ໃນ​ໄລຍະ​ຈະ​ມາ​ເຖິງ.

ທີໜຶ່ງ, ສືບ​ຕໍ່​ຍູ້​ແຮງວຽກງານການ​ສຶກສາ ​ແລະ ຍົກ​ສູງ​ຄວາມ​ຮັບ​ຮູ້​ຂອງ​ທົ່ວ​ພັກ, ທົ່ວ​ປວງ​ຊົນ ​ແລະ ກອງທັບ​ ກ່ຽວ​ກັບ​ບັນດາ​ຄວາມ​ທ້າ​ທາຍ​ດ້ານ​ຄວາມໝັ້ນຄົງ​ແບບ​ດັ້ງ​ເດີມ ​ແລະ ຄວາມໝັ້ນຄົງທີ່ບໍ່​ເປັນ​ແບບ​ດັ້ງ​ເດີມ ​ແລະ ບົດບາດ​ຂອງ​ວຽກງານ​ຄາດ​ຄະ​ເນ​ຍຸດ​ທະ​ສາດ. ນີ້​ບໍ່​ພຽງ​ແຕ່​ແມ່ນ​ວຽກ​ງານ​ຂອງ​​ອົງການ​ວິຊາ​ສະ​ເພາະ​ເທົ່າ​ນັ້ນ, ແຕ່​ຍັງ​ຕ້ອງ​ກຳນົດ​ໃຫ້ເປັນຄວາມ​ຮັບຜິດຊອບ​ຂອງ​ລະບົບ​ການ​ເມືອງ​ທັງ​ໝົດ, ຕິດ​ພັນ​ກັບ​ການ​ເພີ່ມ​ທະວີ​ທ່າສະໜາມຮົບ​ປ້ອງ​ກັນ​ປະ​ເທດທົ່ວປວງຊົນ ແລະ ທ່າສະໜາມຮົບ​ປ້ອງ​ກັນ​ຄວາມໝັ້ນຄົງ​ຂອງ​ປະຊາຊົນ​ໃຫ້​ໝັ້ນຄົງ. ຄຽງຄູ່ກັນນັ້ນ ໃຫ້ຄວາມສຳຄັນກັບການກໍ່ສ້າງ “ທ່າສະໜາມຮົບໃນໃຈ​ປະຊາຊົນ”, ເສີມຂະຫຍາຍກຳລັງແຮງສັງລວມຂອງກຸ່ມກ້ອນມະຫາສາມັກຄີປວງຊົນທັງຊາດໃນການຄົ້ນເຜີຍ, ສະໜອງ​ຂໍ້​ມູນ​ຂ່າວສານ ​ແລະ ​ເຂົ້າ​ຮ່ວມ​ການ​ປ້ອງ​ກັນ​ຄວາມ​ສ່ຽງ ແລະຄວາມ​ທ້າ​ທາຍ​ຕໍ່​ຄວາມ​ໝັ້ນຄົງ​ແຫ່ງ​ຊາດ. ຜ່ານ​ນັ້ນ, ປະກອບສ່ວນ​ກໍ່ສ້າງ​ທ່າ​ແຮງ​ດ້ານ​ການ​ເມືອງ-ຈິດ​ໃຈ ​ແລະ ຮາກຖານທີ່ໝັ້ນຄົງສຳລັບການ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ “ຕັ້ງ​ແຕ່​ຕົ້ນ, ຈາກ​ໄລຍະ​ໄກ” ​ໃນ​ສະພາບ​ການ​ໃໝ່.

ທີສອງ, ສຸມ​ໃສ່​ປັບປຸງ​ຄວາມ​ເປັນ​ເຈົ້າ​ຕົນ​ເອງ​ຂອງ​ປະ​ເທດ​ໃນ​ບັນດາ​ຂົງ​ເຂດ​ທີ່ສຳຄັນ, ນັບ​ແຕ່​ເສດຖະກິດ, ​ເຕັກ​ໂນ​ໂລ​ຊີ ​ເຖິງ​ການ​ປ້ອງ​ກັນ​ປະເທດແລະຄວາມໝັ້ນຄົງ. ປະສົບການສາກົນສະແດງໃຫ້ເຫັນວ່າ ຄວາມສາມາດໃນການຕອບສະໜອງຕໍ່ຄວາມບໍ່ຄາດຄິດທາງຍຸດທະສາດບໍ່ພຽງແຕ່ຂຶ້ນກັບຄວາມສາມາດໃນການຄາດຄະເນເທົ່ານັ້ນ, ແຕ່ຍັງຕ້ອງການພື້ນຖານທາງຈິດວິນຍານ ແລະ ວັດຖຸ-ເຕັກໂນໂລຊີທີ່ໝັ້ນຄົງ ແລະ ຄວາມສາມາດໃນການສ້າງຄວາມເຂັ້ມແຂງດ້ວຍຕົນເອງຂອງສັງຄົມທັງໝົດ ເພື່ອຮັບປະກັນຄວາມທົນທານຕໍ່ແຮງກະແທກທີ່ອາດຈະເກີດຂຶ້ນ. ໃນນັ້ນ, ການ​ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ການ​ປ້ອງ​ກັນ​ປະ​ເທດ, ການຊ່ຽວຊານ​ເຕັກ​ໂນ​ໂລ​ຊີ​ຫຼັກ​ຈຳ​ນວນ​ໜຶ່ງ ແລະ ການ​ສ້າງ​ຂີດຄວາມ​ສາ​ມາສຳຮອງທາງ​ຍຸດ​ຖືເປັນສິ່ງ​ສຳ​ຄັນ​ເປັນ​ພິ​ເສດ.

ທີ​ສາມ, ສືບ​ຕໍ່​ເສີມ​ຂະຫຍາຍທິດນຳ “ເອົາຫຼັກການເປັນພື້ນເພື່ອໝູນໃຊ້ຢ່າງໄກວພິບ” ​ໃນ​ການ​ພົວພັນ​ຕ່າງປະ​ເທດ. ສິ່ງ​ດັ່ງກ່າວ​ຮຽກຮ້ອງ​ໃຫ້​ທັງ​ຍຶດໝັ້ນ​ຫຼັກການ​ພື້ນຖານ​ຂອງ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ທີ່​ເປັນ​ເອກະລາດ, ​ເປັນ​ເຈົ້າ​ຕົນ​ເອງ, ຫຼາຍ​ຝ່າຍ ​ແລະ ​ມີ​ຄວາມ​ຫຼາກ​ຫຼາຍ, ​ແລະ​ມີຄວາມຍືດຫຍຸ່ນໃນການຕອບສະໜອງຕໍ່ການປ່ຽນແປງສະຖານະການທີ່ສັບສົນ. ພິ​ເສດ​ແມ່ນ ​ຕ້ອງ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ຄວາມໝັ້ນຄົງ, ການ​ແລກປ່ຽນ​ຂໍ້​ມູນ​ກັບ​ບັນດາ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ​ແລະ ຄູ່ຮ່ວມມືຮອບດ້ານ, ປະກອບສ່ວນ​ເພີ່ມ​ທະວີ​ຄວາມ​ສາມາດໃນການເຂົ້າເຖິງ​ຂໍ້​ມູນ​ໄດ້​ຢ່າງ​ວ່ອງໄວ ​ແລະ ຂະຫຍາຍພື້ນທີ່ໃນການຈັດການ​ສະຖານະ​ການທີ່​ສັບສົນ. ​ເພື່ອ​ເຮັດ​ສິ່ງນີ້ ຈຳເປັນຕ້ອງ​ສ້າງ​ການເຊື່ອມໂຍງ​ຜົນ​ປະ​ໂຫຍ​ດທີ່ໃກ້ຊິດກັນກ່ວາ​ອີກ ແລະ ​ເພີ່ມ​ຄວາມ​ໄວ້ວາງໃຈທາງ​ການ​ເມືອງ​ໃນ​ການ​ແບ່ງປັນ​ຂໍ້​ມູນ​ຍຸດ​ທະ​ສາດ.  

ທີ​ສີ່, ປັບປຸງ​ກົນ​ໄກການປະສານງານ ​ແລະ ​ການແບ່ງປັນ​ຂໍ້​ມູນ​ລະຫວ່າງ​ຂະ​ແໜງ​ການ​ໃນ​ການ​ພະຍາກອນ​ຍຸດ​ທະ​ສາດໃຫ້ສົມບູນແບບ ເພື່ອ​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ ລະຫວ່າງ​ບັນດາອົງການດ້ານການ​ຕ່າງປະ​ເທດ, ການປ້ອງ​ກັນປະເທ​ດ, ​ຄວາມ​ໝັ້ນຄົງ ​ແລະ ການ​ຄົ້ນຄວ້າ​ຍຸດ​ທະ​ສາດ. ການສ້າງລະບົບເຕືອນໄພລ່ວງໜ້າຫຼາຍຊັ້ນ ທີ່ມີຄວາມສາມາດໃນການປະສານລວມແລະປະມວນຜົນຂໍ້ມູນຈາກແຫຼ່ງຕ່າງໆ ຖືເປັນຄວາມຕ້ອງການຮີບດ່ວນໃນສະພາບການປະຈຸບັນ. ຄຽງຂ້າງນັ້ນ, ການປັບປຸງຄວາມສາມາດໃນການຈັດການວິກິດ (ລວມທັງວິກິດການສື່) ຜ່ານການຝຶກຊ້ອມຕາມສະຖານະການຈຳລອງ. ພິ​ເສດ, ​ເພີ່ມ​ການ​ລົງທຶນໃນການສ້າງ​ອົງການ​ຄົ້ນ​ຄ້ວາ​ຍຸດ​ທະ​ສາດ​​ຄຸນ​ນະພາ​ບສູງ, ປະກອບສ່ວນ​ຢ່າງ​ມີ​ປະສິດທິ​ຜົນ​ໃນ​ການ​ເຊື່ອມ​ຕໍ່​ການ​ຄົ້ນຄວ້າ​ດ້ານ​ວິຊາ​ການ ​ແລະ ການກຳນົດ​ນະ​ໂຍບາຍ, ປະກອບສ່ວນ​ປັບປຸງ​ຄວາມ​ສາມາດ​ຂອງ​ປະ​ເທດ​ໃນ​ການ​ຄາດ​ຄະ​ເນ ​ແລະ ລະບຸເຫດການສຸດເສີນ​ທາງ​ຍຸດ​ທະ​ສາດໄດ້ໃນໄລຍະເລີ່ມຕົ້ນ.

ທີ​ຫ້າ, ສົ່ງເສີມຄວາມ​ທັນ​ສະ​ໄໝ​ຂອງ​ການ​ວິ​ເຄາະ​ແລະປະມວນຜົນ​ຂໍ້​ມູນ. ໃນສະພາບການຂອງຂໍ້ມູນທີ່ມີປະລິມານເພີ່ມຫຼາຍຂຶ້ນ ແລະ ສະຖານະການທີ່ປ່ຽນແປງຢ່າງວ່ອງໄວ, ການນຳໃຊ້ຄວາມສຳເລັດຂັ້ນສູງ ເຊັ່ນ ປັນຍາປະດິດ (AI) ໃນການວິເຄາະຂໍ້ມູນຂະໜາດໃຫຍ່, ສົມທົບກັບການປັບປຸງຄວາມສາມາດໃນການຕັດສິນໃຈ ແລະ ການຄາດຄະເນຂອງທີມງານຜູ້ຊ່ຽວຊານ, ຖືເປັນຄວາມຕ້ອງການທີ່ຫຼີກລ່ຽງບໍ່ໄດ້. ສິ່ງນີ້ບໍ່ພຽງແຕ່ຊ່ວຍປັບປຸງຄວາມໄວແລະຄວາມແມ່ນຢຳໃນການຄົ້ນເຜີຍສັນຍານເຕືອນລ່ວງໜ້າເທົ່ານັ້ນ, ແຕ່ຍັງເພີ່ມຄວາມສາມາດໃນການຄາດຄະເນແນວໂນ້ມການພັດທະນາຂອງສະຖານະການອີກນຳ, ຈາກນັ້ນສາມາດສະເໜີແຜນການຕອບສະໜອງໄດ້ຢ່າງທັນທ່ວງທີ ແລະມີປະສິດທິຜົນ. 

ໃນ​ສະພາບ​ການ​ໂລກແລະພາກພື້ນມີການພັດທະນາ ປ່ຽນແປງຢ່າງ​ສັບສົນ ​ແລະ ​ບໍ່​ສາມາດ​ຄາດ​ເດົາໄດ້ນັ້ນ, ການ​ຄົ້ນ​ຄ້ວາ ​ແລະ ການຕອບ​ສະໜອງຕໍ່ເຫດການທີ່ບໍ່ຄາດຄິດທາງ​ຍຸດ​ທະ​ສາດ ​ໄດ້​ກາຍ​ເປັນ​ຄວາມ​ຮຽກຮ້ອງ​ຕ້ອງການ​ອັນ​ຮີບ​ດ່ວນ​ສຳລັບ​ແຕ່ລະ​ປະ​ເທດ. ຈາກຄວາມ​ຮັບ​ຮູ້ກ່ຽວກັບ “ການບໍ່ໃຫ້ຕົກໃນທ່າຮັບ ​ແລະ ຄວາມ​ບໍ່ຄາດຄິດ” ຈົນເຖິງການວາງແຜນ “ຮັກ​ສາ​ທ່າເປັນເຈົ້າການທາງ​ຍຸດ​ທະ​ສາດ” ແລະຫຼັກນຳ “ເອົາຫຼັກການເປັນພື້ນເພື່ອໝູນໃຊ້ຢ່າງໄຫວພິບ”, ພັກ​ຂອງ​ເຮົາ​ໄດ້ມີບາດກ້າວການພັດທະນາທີ່ສຳຄັນໃນດ້ານການຄິດຍຸດ​ທະ​ສາດ. ການຜັນ​ຂະຫຍາຍປະຕິບັດ​ທັດສະນະ​ຊີ້​ນຳ​ນີ້ ຕ້ອງອາໃສ​ຄວາມ​​ພະຍາຍາມ​ຂອງ​ລະບົບ​ການ​ເມືອງທັງໝົດ ​ແລະ ການ​ປະສານງານ​ຢ່າງ​ແໜ້ນ​ແຟ້ນລະຫວ່າງ​ບັນດາ​ອົງການ, ຄະນະ, ກະຊວງ, ຂະແໜງການ​ ໃນ​ການ​ປັບປຸງ​ຄວາມ​ສາມາດ​ໃນ​ການ​ຄາດ​ຄະ​ເນ ​ແລະ ຈັດການ​ສະຖານະການ. ດ້ວຍ​ເຫດ​ນີ້, ຫວຽດນາມຈະ​ຕອບ​ສະໜອງຕໍ່ຄວາມ​ທ້າ​ທາຍທັງໝົດໄດ້​ຢ່າງໝັ້ນຄົງ, ໃຊ້ປະໂຫຍດຈາກ​ໂອກາດການ​ພັດທະນາໄດ້​ຢ່າງ​ມີ​ປະສິດທິ​ຜົນ ແລະ ປະຕິບັດ​ສອງ​ໜ້າ​ທີ່​ຍຸດ​ທະ​ສາດການ​ກໍ່ສ້າງ ​ແລະ ການປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ສັງຄົມ​ນິຍົມ​ຫວຽດນາມໄດ້ຢ່າງສຳເລັດມີໄຊ./.

-----------------

(1) Michael I. Handel: “Intelligence and the problem of strategic surprise” (ແປໂດຍຫຍໍ້: ການສືບຂ່າວ ແລະ ບັນຫາຄວາມບໍ່ຄາດຄິດທາງຍຸດທະສາດ), The Journal of Strategic Studies 7, No. 3, 1984, ໜ້າ 229-281.
(2) ເບິ່ງ: Wohlstetter, Roberta: Pearl Harbor: warning and decision (ແປໂດຍຫຍໍ້: ທ່າເຮືອໄຂ່ມຸກ: ຄໍາເຕືອນແລະການຕັດສິນໃຈ), Stanford University Press, 1962.
(3) ເບິ່ງ: Erik J. Dahl: Intelligence and surprise attack: Failure and success from Pearl Harbor to 9/11 and beyond (ແປໂດຍຫຍໍ້: ການສືບຂ່າວ ແລະ ການບຸກໂຈມຕີກະທັນຫັນ: ຄວາມລົ້ມເຫຼວ ແລະ ຄວາມສຳເລັດຈາກທ່າເຮືອໄຂ່ມຸກ ເຖິງເຫດການ ວັນທີ 11 ກັນຍາ ແລະ ຍິ່ງກວ່ານັ້ນອີກ), Georgetown University Press, 2013.
(4) ເບິ່ງ: Stanley L. Mushaw: “Strategic Surprise Attack” (ແປໂດຍຫຍໍ້: ການບຸກໂຈມຕີແບບກະທັນຫັນທາງຍຸດທະສາດ), Naval War College Newport Advanced Research Program, 1989.
(5) Jonathan Colman: Cuban Missile Crisis: Origins, Course and Aftermath (ແປໂດຍຫຍໍ້: ວິກິດການລູກສອນໄຟໃນກູບາ: ຕົ້ນກຳເນີດ, ເສັ້ນທາງ ແລະ ຜົນທີ່ຕາມມາ), Edinburgh University Press, 2016.
(6) ເບິ່ງ: Ephraim Kahana: “Early warning versus concept: The case of the Yom Kippur War 1973” (ແປໂດຍຫຍໍ້: ແນວຄວາມຄິດເລື່ອງການເຕືອນໄພລ່ວງໜ້າ: ກໍລະນີສົງຄາມ ຢອມ ຄິບປົວ ປີ 1973), Intelligence and National Security 17, No. 2, 2002, ໜ້າ 81-104.
(7) ເບິ່ງ: Itai Shapira: “The Yom Kippur intelligence failure after fifty years: what lessons can be learned?” (ແປໂດຍຫຍໍ້: ຄວາມລົ້ມເຫຼວຂອງໜ່ວຍສືບຂ່າວ ຢອມ ຄິບປົວ ຫຼັງຈາກຜ່ານໄປ 50 ປີ: ມີບົດຮຽນອັນໃດແດ່ທີ່ເຮົາຮຽນຮູ້ໄດ້?), Intelligence and National Security 38, No. 6, 2023, ໜ້າ 978-1.002
(8) Thomas H. Kean - Lee Hamilton, The 9/11 commission report: Final report of the national commission on terrorist attacks upon the United States (ແປໂດຍຫຍໍ້: ລາຍງານຂອງຄະນະກຳມະການວັນທີ່ 11 ກັນຍາ: ລາຍງານສຸດທ້າຍຂອງຄະນະກຳມະການແຫ່ງຊາດກ່ຽວກັບການບຸກໂຈມຕີກໍ່ການຮ້າຍທີ່ສະຫະລັດອາເມລິກາ), Vol. 1. Government Printing Office, 2004.
(9) Ron Matthews - Nellie Zhang Yan: “Small country “total defence”: a case study of Singapore” (ແປໂດຍຫຍໍ້: ປະເທດນ້ອຍ “ປ້ອງກັນປະເທດຢ່າງຮອບດ້ານ”: ກໍລະນີປະເທດສິງກະໂປ), Defence Studies 7, No. 3, 2007, ໜ້າ 376-395.

(10) Alberto Giacometti - Jukka Teräs: Regional economic and social resilience: An exploratory in-depth study in the Nordic countries (ແປໂດຍຫຍໍ້: ຄວາມສາມາດຟື້ນຟູເສດຖະກິດ-ສັງຄົມຂອງພາກພື້ນ: ການຄົ້ນຄວ້າແບບສຳຫຼວດເລິກເຊິ່ງໃນບັນດາປະເທດເອີຮົບເໜືອ), Nordregio, 2019.
(11) ດັ້ງ ດິ່ງ ກວີ໊: “ການເຂົ້າເຖິງຄວາມຄິດກ່ຽວກັບ “ຄູ່ຮ່ວມມື”, “ເປົ້າໝາຍຕໍ່ສູ້” ໃນສະພາບການໃໝ່”, ວາລະສານກອມມູນິດເອເລັກໂຕຣນິກ, ວັນທີ 13 ມັງກອນ 2023, https://www.tapchicongsan.org.vn/media-story/-/asset_publisher/V8hhp4dK31Gf/content/tiep-can-tu-duy-ve-doi-tac-doi-tuong-trong-boi-canh-moi
(12) 
ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII, ສພຈ. ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2021, ເຫຼັ້ມ I, ໜ້າ 159.
(13) ຫງວຽນ ງ້ອກ ໂຮ່ຍ: “ທັດສະນະ “ການປ້ອງກັນຄວາມສ່ຽງຈາກສົງຄາມ ແລະ ຄວາມຂັດແຍ້ງ ຢ່າງເປັນເຈົ້າການຕັ້ງແຕ່ຕົ້ນແລະຈາກໄລຍະໄກ” ໃນກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ”, ວາລະສານການປ້ອງກັນປະເທດທົ່ວປວງຊົນ, ວັນທີ 5 ມິຖຸນາ 2021, http://m.tapchiqptd.vn/vi/quan-triet-thuc-hien-nghi-quyet/quan-diem-chu-dong-ngan-ngua-cac-nguy-co-chien-tranh-xung-dot-tu-som-tu-xa-tai-dai-hoi-xiii-cua-dang-17139.html
(14) ຂ່າວສານຫວຽດນາມ: “ຂໍ້ຄວາມເຕັມຂອງຄຳປາໄສຂອງເລຂາທິການໃຫຍ່ ຫງວຽນຝູຈ້ອງ ໃນກອງປະຊຸມການທະຫານການເມືອງທົ່ວກອງທັບປີ 2016”, ໜັງສືພິມກອງທັບປະຊາຊົນເອເລັກໂຕຣນິກ, ວັນທີ 13 ທັນວາ 2016, https://www.qdnd.vn/quoc-phong-an-ninh/tin-tuc/toan-van-phat-bieu-cua-tong-bi-thu-nguyen-phu-trong-tai-hoi-nghi-quan-chinh-toan-quan-nam-2016-494879
(15) ເບິ່ງ: “ຂໍ້ຄວາມເຕັມຂອງຄຳປາໄສຂອງເລຂາທິການໃຫຍ່ ຫງວຽນຝູຈ້ອງ ໃນກອງປະຊຸມການທູດຄັ້ງທີ 32”, ໜັງສືພິມເອເລັກໂຕຣນິກລັດຖະບານ, ວັນທີ 19 ທັນວາ 2023, https://baochinhphu.vn/toan-van-phat-bieu-cua-tong-bi-thu-nguyen-phu-trong-tai-hoi-nghi-ngoai-giao-lan-thu-32-102231219155116287.htm
(16) ສຈ, ປອ. ໂຕເລິມ: “ເນື້ອໃນພື້ນຖານບາງປະການກ່ຽວກັບຍຸກສະໄໝໃໝ່, ຍຸກແຫ່ງການບືນຕົວຂຶ້ນຂອງປະເທດຊາດ; ບັນດາທິດທາງຍຸດທະສາດ ເພື່ອນຳປະເທດເຂົ້າສູ່ຍຸກສະໄໝໃໝ່, ຍຸກແຫ່ງການບືນຕົວຂຶ້ນຂອງປະເທດຊາດ”, ວາລະສານກອມມູນິດເອເລັກໂຕຣນິກ, ວັນທີ 1 ພະຈິກ 2024, https://www.tapchicongsan.org.vn/web/guest/media-story/-/asset_publisher/V8hhp4dK31Gf/content/ky-nguyen-moi-ky-nguyen-vuon-minh-cua-dan-toc-ky-nguyen-phat-trien-giau-manh-duoi-su-lanh-dao-cam-quyen-cua-dang-cong-san-xay-dung-thanh-cong-nuoc-vie
(17) “ເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ເຮັດວຽກກັບຄະນະປະຈຳຄະນະພັກການທະຫານສູນກາງ”, ໜັງສືພິມເອເລັກໂຕຣນິກລັດຖະບານ, ອອກວັນທີ 28 ສິງຫາ 2024,
  https://baochinhphu.vn/tong-bi-thu-chu-tich-nuoc-to-lam-lam-viec-voi-ban-thuong-vu-quan-uy-trung-uong-102240828091158399.htm

- ບົດນີ້ໄດ້ບົວພິມໃນ ວາລະສານກອມມູນິດສະບັບທີ 1057 (ເດືອນມີນາ 2025)