ວກ. - ນະໂຍບາຍສົ່ງເສີມການລົງທຶນໂດຍກົງຈາກຕ່າງປະເທດ (FDI) ແມ່ນອົງປະກອບໜຶ່ງໃນລະບົບນະໂຍບາຍຂອງລັດຕໍ່ນັກລົງທຶນຕ່າງປະເທດ ເພື່ອບັນລຸເປົ້າໝາຍໃນການດຶງດູດ, ສົ່ງເສີມບົດບາດ ແລະ ຄຸ້ມຄອງການລົງທຶນໂດຍກົງຈາກຕ່າງປະເທດ ໃນທິດທາງການພັດທະນາຂອງປະເທດ. ຢູ່ຫວຽດນາມ, ນະໂຍບາຍສົ່ງເສີມການລົງທຶນໂດຍກົງຈາກຕ່າງປະເທດປະກອບສ່ວນສຳຄັນຕໍ່ຄວາມສຳເລັດຂອງຂະບວນການປ່ຽນແປງໃໝ່ ເຊິ່ງຖືກສ້າງແລະພັດທະນາຄວບຄູ່ໄປກັບການພັດທະນາປະເທດໃນແຕ່ລະໄລຍະ.

ກຳມະການກົມການເມືອງ, ນາຍົກລັດຖະມົນຕີ ຟ້າມ ມິງ ຈິ໊ງ ແລະ ນັກທຸລະກິດເອີຣົບ, ວັນທີ 2 ມີນາ 2025 _ພາບ: TTXVN

ການທົບທວນນະໂຍບາຍການສົ່ງເສີມການລົງທຶນໂດຍກົງຈາກຕ່າງປະເທດ
ໃນຫວຽດນາມໃນຂະບວນການປ່ຽນແປງໃໝ່ປະເທດ.

ໃນໄລຍະເລີ່ມຕົ້ນດຳເນີນກິດຈະການປ່ຽນແປງໃໝ່ປະເທດ, ການສົ່ງເສີມການລົງທຶນໂດຍກົງຈາກຕ່າງປະເທດຂອງຫວຽດນາມສ່ວນໃຫຍ່ແມ່ນເພື່ອຈຸດປະສົງດຶງດູດການລົງທຶນ. ຫຼັງຈາກວິກິດການທາງການເງິນໃນອາຊີໃນປີ 1997-1998, ຫວຽດນາມເລີ່ມຂະຫຍາຍຂອບເຂດການສົ່ງເສີມການລົງທຶນໂດຍກົງຈາກຕ່າງປະເທດ (FDI) ເພື່ອອໍານວຍຄວາມສະດວກໃຫ້ແກ່ນັກລົງທຶນທີ່ມີຢູ່ ແລະ ຄ່ອຍໆເຮັດໃຫ້ການສົ່ງເສີມການລົງທຶນມີຄວາມເປັນມືອາຊີບຫຼາຍຂຶ້ນເລື້ອຍໆ. ການສ້າງຕັ້ງກົມການລົງທຶນຈາກຕ່າງປະເທດພາຍໃຕ້ກະຊວງແຜນການ ແລະ ການລົງທຶນ (ປະຈຸບັນແມ່ນກະຊວງການເງິນ) ແມ່ນບາດກ້າວການພັດທະນາ, ເຮັດໃຫ້ການສົ່ງເສີມການລົງທຶນໂດຍກົງຈາກຕ່າງປະເທດເປັນໜຶ່ງໃນເນື້ອໃນທີ່ສໍາຄັນໃນການຄຸ້ມຄອງລັດກ່ຽວກັບການລົງທຶນໂດຍກົງຈາກຕ່າງປະເທດໃນຫວຽດນາມ.

ເພື່ອດຶງດູດເງິນທຶນໄຫຼເຂົ້າໂດຍກົງຈາກຕ່າງປະເທດ (FDI) ຈາກຜົນກະທົບຂອງຫວຽດນາມທີ່ເຂົ້າຮ່ວມອົງການການຄ້າໂລກ (WTO) ໃນປີ 2007, ລັດຖະບານໄດ້ອອກກົດລະບຽບກ່ຽວກັບການສ້າງ ແລະດຳເນີນການໂຄງການສົ່ງເສີມການລົງທຶນໂດຍກົງຈາກຕ່າງປະເທດລະດັບຊາດ; ດັ່ງນັ້ນ, ໂຄງການສົ່ງເສີມການລົງທຶນໂດຍກົງຈາກຕ່າງປະເທດແຫ່ງຊາດປະຈໍາປີ ແລະໄລຍະກາງຈຶ່ງຖືກສ້າງຂຶ້ນ ແລະຈັດຕັ້ງປະຕິບັດໃນທິດທາງຂອງການດຶງດູດການລົງທຶນໂດຍກົງຈາກຕ່າງປະເທດ. ມະຕິຕົກລົງເລກທີ 03/2014/QD-TTg, ລົງວັນທີ 14 ມັງກອນ 2014, ຂອງນາຍົກລັດຖະມົນຕີທີ່ປະກາດໃຊ້ກົດລະບຽບວ່າດ້ວຍການຄຸ້ມຄອງລັດ ກ່ຽວກັບກິດຈະກໍາສົ່ງເສີມການລົງທຶນ ເຊິ່ງໄດ້ສ້າງຂອບການຄຸ້ມຄອງແບບລວມສູນສໍາລັບກິດຈະກໍາສົ່ງເສີມການລົງທຶນໂດຍກົງຈາກຕ່າງປະເທດ ຂອງກະຊວງ, ຂະແໜງການ ແລະ ທ້ອງຖິ່ນຕ່າງໆ. ກ່ອນນັ້ນ, ມະຕິຕົກລົງເລກທີ 26/2012/QD-TTg, ລົງວັນທີ 8 ມິຖຸນາ 2012 ຂອງນາຍົກລັດຖະມົນຕີ, ທີ່ປະກາດໃຊ້ກົດລະບຽບວ່າດ້ວຍການພັດທະນາ ແລະການຈັດຕັ້ງປະຕິບັດ ໂຄງການສົ່ງເສີມການລົງທຶນແຫ່ງຊາດ ໄດ້ສ້າງກົດລະບຽບກ່ຽວກັບການສົ່ງເສີມການລົງທຶນທີ່ກ່ຽວຂ້ອງກັບການລົງທຶນໂດຍກົງຈາກຕ່າງປະເທດໃນຫວຽດນາມຈຳນວນໜຶ່ງ.

ມາຮອດປະຈຸບັນ, ຂອບນະໂຍບາຍສຳລັບການສົ່ງເສີມການລົງທຶນໂດຍກົງຈາກຕ່າງປະເທດຍັງສືບຕໍ່ໄດ້ຮັບການປັບປຸງໃຫ້ດີຂຶ້ນ ທັງໃນດ້ານນະໂຍບາຍ, ແນວທາງ, ໂຄງການ ແລະແຜນການຕ່າງໆ. ໂດຍສະເພາະ, ມະຕິເລກທີ 50/NQ-TW, ລົງວັນທີ 20 ສິງຫາ 2019, ຂອງກົມການເມືອງສູນກາງ (ສະໄໝທີ XII) "ກ່ຽວກັບທິດທາງການປັບປຸງສະຖາບັນ, ນະໂຍບາຍ, ການປັບປຸງຄຸນນະພາບ ແລະ ປະສິດທິຜົນຂອງການຮ່ວມມືດ້ານການລົງທຶນຈາກຕ່າງປະເທດພາຍໃນປີ 2030", ໄດ້ສ້າງການປ່ຽນແປງທີ່ເຂັ້ມແຂງໃນແນວຄວາມຄິດກ່ຽວກັບການດຶງດູດການລົງທຶນໂດຍກົງຈາກຕ່າງປະເທດ ຈາກປະລິມານໄປສູ່ຄຸນນະພາບ; ກຳນົດເປົ້າໝາຍ, ທັດສະນະ ແລະ ທິດທາງທີ່ສຳຄັນໃນການດຶງດູດການລົງທຶນໂດຍກົງຈາກຕ່າງປະເທດ, ລວມທັງການກຳນົດທິດທາງການສົ່ງເສີມການລົງທຶນໂດຍກົງຈາກຕ່າງປະເທດ. ເພື່ອຫັນມະຕິທີ່ສຳຄັນນີ້ເປັນສະຖາບັນ, ກົດໝາຍການລົງທຶນ ແລະ ເອກະສານແນວທາງການປະຕິບັດຕາມນະໂຍບາຍ, ທິດທາງ, ແຜນການ, ໂຄງການ, ກິດຈະກຳສົ່ງເສີມການລົງທຶນ ແລະອື່ນໆ. ພ້ອມກັນນັ້ນ, ທ່ານນາຍົກລັດຖະມົນຕີ ໄດ້ອະນຸມັດຍຸດທະສາດການຮ່ວມມືດ້ານການລົງທຶນຕ່າງປະເທດໃນໄລຍະປີ 2021-2030, ປະກາດລາຍຊື່ໂຄງການແຫ່ງຊາດທີ່ຮຽກຮ້ອງໃຫ້ມີການລົງທຶນໂດຍກົງຈາກຕ່າງປະເທດ ໃນໄລຍະປີ 2021-2025 ຈຳນວນ 157 ໂຄງການ ມູນຄ່າການລົງທຶນລວມປະມານ 86 ຕື້ໂດລາສະຫະລັດ ໃນຂົງເຂດໂຄງສ້າງພື້ນຖານດ້ານການຂົນສົ່ງ, ພະລັງງານ, ເຕັກໂນໂລຊີຂໍ້ມູນຂ່າວສານ, ສິ່ງແວດລ້ອມ, ການປຸງແຕ່ງກະສິກຳ ແລະອື່ນໆ. ບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນຕ່າງໆ ສ້າງແລະປະຕິບັດໂຄງການ ແລະແຜນການສົ່ງເສີມການລົງທຶນໂດຍກົງຈາກຕ່າງປະເທດ ໃຫ້ສອດຄ່າງກັບຍຸດທະສາດ ແລະແຜນພັດທະນາເສດຖະກິດ-ສັງຄົມຂອງປະເທດ, ຂະແໜງການ ແລະ ທ້ອງຖິ່ນ.

ການຈັດຕັ້ງປະຕິບັດແຜນນະໂຍບາຍ, ນະໂຍບາຍ, ໂຄງການ ແລະ ແຜນການເພື່ອສົ່ງເສີມການລົງທຶນໂດຍກົງຈາກຕ່າງປະເທດໃນເວລາທີ່ຜ່ານມາ ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການວາງຕຳແໜ່ງຫວຽດນາມ ໃຫ້ເປັນຈຸດໝາຍປາຍທາງການລົງທຶນທີ່ປອດໄພ ແລະ ໜ້າດຶງດູດ. ຂໍ້ມູນພື້ນຖານກ່ຽວກັບນະໂຍບາຍ, ກົດໝາຍ ແລະ ສະພາບແວດລ້ອມການລົງທຶນ ແລະ ທຸລະກິດໃນຫວຽດນາມ ໄດ້ຖືກເຜີຍແຜ່ຢ່າງກວ້າງຂວາງ. ອົງການສົ່ງເສີມການລົງທຶນໂດຍກົງຈາກຕ່າງປະເທດ ໄດ້ຖືກສ້າງຕັ້ງຂຶ້ນໃນຫຼາຍປະເທດ, ເຊັ່ນ: ສະຫະລັດອາເມລິກາ, ຍີ່ປຸ່ນ, ສ.ເກົາຫຼີ, ເຢຍລະມັນ, ຝຣັ່ງ ແລະອື່ນໆ. ນອກເໜືອຈາກກິດຈະກຳຕ່າງໆພາຍໃນຂອບຂອງໂຄງການສົ່ງເສີມການລົງທຶນແຫ່ງຊາດ, ບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນໄດ້ຈັດຕັ້ງກິດຈະກຳສົ່ງເສີມ, ເຊື່ອມຕໍ່ການລົງທຶນຢ່າງເປັນເຈົ້າການແລະຫ້າວຫັນ, ສົ່ງຄະນະຜູ້ແທນສົ່ງເສີມການລົງທຶນໂດຍກົງຈາດຕ່າງປະເທດ (FDI) ໄປຍັງປະເທດທີ່ເປັນຄູ່ຮ່ວມມືດ້ານການລົງທຶນທີ່ສຳຄັນຈຳນວນໜຶ່ງ ເພື່ອຕິດຕໍ່ກັບນັກລົງທຶນໃນຂົງເຂດບຸລິມະສິດ. ໂດຍສະເພາະ, ໃນໂຄງການກິດຈະການຕ່າງປະເທດລະດັບສູງ, ວຽກງານສົ່ງເສີມການລົງທຶນໂດຍກົງຈາກຕ່າງປະເທດໄດ້ຮັບການສົ່ງເສີມເພີ່ມຂຶ້ນ ແລະ ບັນລຸຜົນສຳເລັດທີ່ສຳຄັນຫຼາຍຢ່າງ.

ເພື່ອອຳນວຍຄວາມສະດວກໃຫ້ແກ່ການລົງທຶນ, ລັດໄດ້ອອກເອກະສານຫຼາຍສະບັບກ່ຽວກັບການປັບປຸງສະພາບແວດລ້ອມທາງທຸລະກິດ, ການປະຕິຮູບດ້ານການບໍລິຫານ ແລະ ເພີ່ມຄວາມສາມາດໃນການແຂ່ງຂັນຂອງຊາດ; ໃນນັ້ນ, ຈຸດສຸມແມ່ນການຕັດແລະຫຼຸດຜ່ອນຄວາມສັບສົນຂອງຂັ້ນຕອນທີ່ກ່ຽວຂ້ອງກັບທຸລະກິດ, ຂະຫຍາຍກົນໄກປະຕູດຽວທີ່ກ່ຽວຂ້ອງກັບການຫັນປ່ຽນບັນທຶກແລະເອກະສານເປັນດິຈິຕອນ... ລະບົບຂໍ້ມູນການລົງທຶນແຫ່ງຊາດເປັນເວທີດິຈິຕອນທີ່ສຳຄັນ ໃນການສະໜອງຂໍ້ມູນການລົງທຶນ, ຄຳແນະນຳ ແລະ ຈັດການຂັ້ນຕອນການບໍລິຫານພາກລັດແບບອອນໄລນ໌, ຊ່ວຍໃຫ້ນັກລົງທຶນປະຫຍັດເວລາ ແລະຄ່າໃຊ້ຈ່າຍ.

ການເຈລະຈານະໂຍບາຍ, ການຮັບຟັງຄຳແນະນຳ ແລະ ຂໍ້ສະເໜີຈາກນັກລົງທຶນໄດ້ຮັບຄວາມສົນໃຈເພີ່ມຂຶ້ນເລື້ອຍໆ. ກົນໄກການສົນທະນາລະຫວ່າງພາກລັດ ແລະ ເອກະຊົນ, ໂດຍທົ່ວໄປແມ່ນເວທີປຶກສາຫາລືທຸລະກິດຫວຽດນາມ (VBF) ໄດ້ປະກອບສ່ວນຢ່າງຕັ້ງໜ້າ ໃນການປັບປຸງນະໂຍບາຍ, ກົດໝາຍ ແລະ ສະພາບແວດລ້ອມການລົງທຶນ ແລະ ທຸລະກິດໃນຫວຽດນາມ. ການສົນທະນາໂດຍແບ່ງຕາມຂະແໜງການ, ຂົງເຂດ ແລະ ໃນບາງທ້ອງຖິ່ນ ປະກອບສ່ວນແກ້ໄຂບັນຫາຂອງນັກລົງທຶນ. ຮູບແບບການເຈລະຈານະໂຍບາຍ ແລະ ການດູແລນັກລົງທຶນ ໄດ້ຖືກຈັດຕັ້ງປະຕິບັດໂດຍກະຊວງ, ຂະແໜງການ ແລະ ທ້ອງຖິ່ນຈຳນວນໜຶ່ງ, ເຊັ່ນ: ການຈັດການເຈລະຈາກັບນັກລົງທຶນເປັນໄລຍະ, ການສ້າງຕັ້ງກົນໄກປະຕູດຽວເພື່ອຈັດການຂັ້ນຕອນການບໍລິຫານ, ການສ້າງຕັ້ງກຸ່ມເຮັດວຽກພິເສດ ເພື່ອຈັດການຄຳຮ້ອງຂໍຂອງນັກລົງທຶນ, ການເຂົ້າເຖິງແລະສະໜັບສະໜູນບໍລິສັດສາກົນທີ່ວາງແຜນການລົງທຶນໃໝ່ ຫຼື ຂະຫຍາຍການລົງທຶນໃນຫວຽດນາມ ຢ່າງຫ້າວຫັນ, ຊ່ວຍໃຫ້ນັກລົງທຶນເອົາຊະນະຄວາມຫຍຸ້ງຍາກຫຼັງຈາກການລະບາດຂອງພະຍາດໂຄວິດ-19.

ດັ່ງນັ້ນ, ຂອບສະຖາບັນແລະນະໂຍບາຍຂອງຫວຽດນາມກ່ຽວກັບການສົ່ງເສີມການລົງທຶນໂດຍກົງຈາກຕ່າງປະເທດ ໃນໄລຍະເກືອບ 40 ປີແຫ່ງການດຳເນີນກິດຈະການປ່ຽນແປງໃໝ່ຈຶງເລີ່ມມີຮູບຮ່າງຂຶ້ນ ໂດຍຄ່ອຍໆເຊື່ອມໂຍງກັບຂະບວນການສ້າງ ແລະປັບປຸງນະໂຍບາຍ ເພື່ອດຶງດູດແລະຄຸ້ມຄອງການລົງທຶນໂດຍກົງຈາກຕ່າງປະເທດ. ການດຳເນີນນະໂຍບາຍສົ່ງເສີມການລົງທຶນໂດຍກົງຈາກຕ່າງປະເທດ ຄ່ອຍໆປ່ຽນຈາກທ່າຮັບໄປເປັນຄວາມເປັນເຈົ້າການຕັ້ງໜ້າ ໂດຍມີກິດຈະກຳສົ່ງເສີມການລົງທຶນທີ່ຫຼາກຫຼາຍ ແລະສອດປະສານກັນຫຼາຍຂຶ້ນ. ພ້ອມກັບການປັບປຸງບູລະນະສະຖາບັນ ແລະນະໂຍບາຍໃນຂົງເຂດເສດຖະກິດ-ສັງຄົມ (ໂຄງສ້າງພື້ນຖານ, ການສຶກສາ-ຝຶກອົບຮົມ, ການພັດທະນາວິທະຍາສາດ-ເຕັກໂນໂລຊີ...), ຄວາມພະຍາຍາມໃນການສ້າງ, ປັບປຸງບູລະນະ ແລະ ຜັນຂະຫຍາຍປະຕິບັດນະໂຍບາຍສົ່ງເສີມການລົງທຶນໂດຍກົງຈາກຕ່າງປະເທດ ໄດ້ປະກອບສ່ວນສຳຄັນ ຕໍ່ຜົນສຳເລັດຂອງການດຶງດູດການລົງທຶນໂດຍກົງຈາກຕ່າງປະເທດ ໃນຫວຽດນາມ. ການຄິດໄລ່ສະສົມຈົນເຖິງທ້າຍປີ 2024, ຫວຽດນາມດຶງດູດໂຄງການລົງທຶນໂດຍກົງຈາກຕ່າງປະເທດທີ່ຖືກຕ້ອງຕາມກົດໝາຍໄດ້ປະມານ 42.000 ໂຄງການ ຈາກຫຼາຍກວ່າ 140 ປະເທດແລະເຂດແຄວ້ນ ໂດຍມີທຶນຈົດທະບຽນລວມປະມານ 500 ຕື້ໂດລາສະຫະລັດ, ໃນນັ້ນເງິນທຶນທີ່ຈ່າຍອອກໄປມີຈຳນວນຫຼາຍກວ່າ 320 ຕື້ໂດລາສະຫະລັດ, ເທົ່າກັບ 64% ຂອງທຶນຈົດທະບຽນທັງໝົດ. ຄຸນນະພາບຂອງເງິນທຶນ FDI ກຳລັງໄດ້ຮັບການປັບປຸງໃຫ້ດີຂຶ້ນ ໂດຍຄ່ອຍໆປ່ຽນໄປສູ່ຂົງເຂດທີ່ມີມູນຄ່າເພີ່ມ ແລະ ເນື້ອໃນເຕັກໂນໂລຊີທີ່ສູງຂຶ້ນ. ກິດຈະກຳສົ່ງເສີມການລົງທຶນໂດຍກົງຈາກຕ່າງປະເທດໃນຊຸມປີທີ່ຜ່ານມາ ໄດ້ເສີມສ້າງພາບພົດຂອງຫວຽດນາມ ໃນຖານະເປັນຈຸດໝາຍປາຍທາງທີ່ດຶງດູດໃຈສຳລັບວິສາຫະກິດຕ່າງປະເທດ. ຈາກຜົນສຳຫຼວດຂອງຫໍການຄ້າເອີຣົບໃນຫວຽດນາມ (EuroCham) ໃນປີ 2024, ເຫັນວ່າ ຜູ້ນຳວິສາຫະກິດກິດເອີຣົບໃນຫວຽດນາມ 75% ຢືນຢັນວ່າ ຈະສືບຕໍ່ໃຫ້ຄວາມສຳຄັນກັບການລົງທຶນໃນຫວຽດນາມ. ຜົນສຳຫຼວດດັດຊະນີຄວາມເຊື່ອໝັ້ນທາງທຸລະກິດຂອງ EuroCham ສະແດງໃຫ້ເຫັນວ່າ 31% ຂອງວິສາຫະກິດສະມາຊິກຂອງ EuroCham ເລືອກຫວຽດນາມເປັນໜຶ່ງໃນສາມຈຸດໝາຍປາຍທາງການລົງທຶນຊັ້ນນຳ.

ນອກເໜືອຈາກຜົນສຳເລັດສຳຄັນທີ່ບັນລຸໄດ້, ນະໂຍບາຍສົ່ງເສີມການລົງທຶນໂດຍກົງຈາກຕ່າງປະເທດຂອງຫວຽດນາມ ຍັງມີຂໍ້ຈຳກັດບາງຢ່າງ ຍ້ອນຄວາມຕ້ອງການທີ່ເພີ່ມຂຶ້ນໃນການດຶງດູດເງິນທຶນ FDI ເພື່ອຮັບໃຊ້ການຍູ້ແຮງການປ່ຽນແປງໃໝ່ຮູບແບບການເຕີບໂຕ ທີ່ອີງບົນພື້ນຖານວິທະຍາສາດ-ເຕັກໂນໂລຊີ ແລະ ການປ່ຽນແປງໃໝ່ປະດິດສ້າງ. ການຕິດຕາມທ່າອ່ຽງການລົງທຶນທົ່ວໂລກໃນການສົ່ງເສີມການລົງທຶນໂດຍກົງຈາກຕ່າງປະເທດ ໃນຊ່ວງເວລາທີ່ຜ່ານມາ ບໍ່ໄດ້ມີຄວາມຕັ້ງໜ້າ ແລະລະອຽດອ່ອນຢ່າງແທ້ຈິງ. ນັບຕັ້ງແຕ່ທົດສະວັດທຳອິດຂອງສະຕະວັດທີ 21, ການລົງທຶນທົ່ວໂລກໄດ້ປ່ຽນແປງພາຍໃຕ້ຜົນກະທົບຂອງການປະຕິວັດອຸດສາຫະກຳຄັ້ງທີ 4 ແລະ ການແຂ່ງຂັນຍຸດທະສາດລະຫວ່າງບັນດາປະເທດໃຫຍ່, ຢ່າງໃດກໍ່ຕາມ, ຫວຽດນາມຍັງບໍ່ໄດ້ຄວ້າເອົາໂອກາດຈາກການປ່ຽນແປງເຫຼົ່ານີ້ ເພື່ອມຸ່ງເປົ້າໄປທີ່ບໍລິສັດຊັ້ນນຳ ທີ່ມີຄວາມຕ້ອງການໃນການປ່ຽນລະບົບຕ່ອງໂສ້ການສະໜອງ ແລະການລົງທຶນ.

ນະໂຍບາຍສົ່ງເສີມການລົງທຶນໂດຍກົງຈາກຕ່າງປະເທດຂາດຍຸດທະສາດໄລຍະຍາວ, ກິດຈະກຳສົ່ງເສີມສ່ວນໃຫຍ່ແມ່ນໄລຍະສັ້ນ, ການສົ່ງເສີມແບບແຜ່ຫຼາຍແທນທີ່ຈະມີຈຸດໜັກໃຈກາງ ຕາມຂະແໜງການ, ຂົງເຂດ ແລະ ຄູ່ຮ່ວມມືບຸລິມະສິດ. ຊັບພະຍາກອນສົ່ງເສີມການລົງທຶນໂດຍກົງຈາກຕ່າງປະເທດ ຍັງກະແຈກກະຈາຍຢູ່, ຂາດການເຊື່ອມໂຍງຢ່າງແໜ້ນແຟ້ນລະຫວ່າງກະຊວງ, ຂະແໜງການ ແລະ ທ້ອງຖິ່ນ. ການຈັດການສົ່ງເສີມການລົງທຶນໂດຍກົງຈາກຕ່າງປະເທດໃນຕ່າງປະເທດ ບໍ່ເປັນມືອາຊີບຢ່າງແທ້ຈິງ ແລະ ຊັບພະຍາກອນກໍ່ກະແຈກກະຈາຍ.

ຂໍ້ຈຳກັດໃນການດຶງດູດການລົງທຶນໂດຍກົງຈາກຕ່າງປະເທດສະທ້ອນເຖິງປະສິດທິພາບທີ່ຕໍ່າຂອງການສົ່ງເສີມການລົງທຶນໂດຍກົງຈາກຕ່າງປະເທດບາງສ່ວນ. ໂຄງສ້າງທຶນ FDI ຍັງບໍ່ພຽງພໍ, ໂດຍສຸມໃສ່ພາກພື້ນອາຊີຕາເວັນອອກ ໃນຂະນະທີ່ທຶນ FDI ຈາກພາກພື້ນ ແລະ ປະເທດທີ່ມີທ່າແຮງທາງດ້ານການເງິນ, ເຕັກໂນໂລຊີ ແລະ ຕະຫຼາດທີ່ຈຳກັດ. ທຶນ FDI ໃນບາງຂະແໜງການ ແລະຂົງເຂດບຸລິມະສິດໃນທິດທາງການພັດທະນາເສດຖະກິດ-ສັງຄົມ (ໂຄງສ້າງພື້ນຖານ, ກະສິກຳເຕັກໂນໂລຊີສູງ, ເຕັກໂນໂລຊີຊີວະພາບ, ສິ່ງແວດລ້ອມ ແລະອື່ນໆ) ບໍ່ໄດ້ຕອບສະໜອງຄວາມຕ້ອງການ ແລະ ຄວາມຄາດຫວັງ.

ລະດັບເຕັກໂນໂລຊີໃນໂຄງການ FDI ໂດຍທົ່ວໄປແມ່ນມີຈຳກັດ, ເນື່ອງຈາກວຽກງານສົ່ງເສີມການລົງທຶນໂດຍກົງຈາກຕ່າງປະເທດ, ການຄົ້ນຄວ້າ, ການເຂົ້າເຖິງ, ການເຊື່ອມຕໍ່ ແລະ ການເບິ່ງແຍງນັກລົງທຶນດ້ານເຕັກໂນໂລຊີສູງ ຍັງບໍ່ມີປະສິດທິພາບ. ປະສົບການທີ່ໄດ້ຮັບຈາກຂະບວນການລະດົມບໍລິສັດເຕັກໂນໂລຊີຂະໜາດໃຫຍ່ຫຼາຍແຫ່ງໃຫ້ມາລົງທຶນໃນຫວຽດນາມ (ເຊັ່ນ NVIDIA, Qualcomm, Foxconn...) ໃນເວລາທີ່ຜ່ານມາສະແດງໃຫ້ເຫັນວ່າ ເຫດຜົນທີ່ບໍລິສັດເຕັກໂນໂລຊີບໍ່ສົນໃຈກັບຫວຽດນາມແທ້ໆນັ້ນ ແມ່ນຍ້ອນບໍ່ໄດ້ຮັບຂໍ້ມູນເລິກເຊິ່ງທີ່ຄົບຖ້ວນແລະທັນທ່ວງທີ ກ່ຽວກັບນະໂຍບາຍ ແລະສະພາບແວດລ້ອມການລົງທຶນໃນຫວຽດນາມ, ເຊັ່ນດຽວກັນກັບການຂາດ "ຊຸດບໍລິການ" ທີ່ເໝາະສົມໃນການອຳນວຍຄວາມສະດວກໃນຂັ້ນຕອນ, ການດູແລ ແລະ ການເຊື່ອມຕໍ່ກັບຄູ່ຮ່ວມງານໃນປະເທດ ໂດຍສະເພາະສຳລັບບໍລິສັດເຫຼົ່ານີ້. 

ບໍລິການຫຼັງການລົງທຶນໄດ້ຮັບຄວາມເອົາໃຈໃສ່ຫຼາຍຂຶ້ນ, ແຕ່ຍັງຂາດຄວາມເປັນລະບົບ, ວິທີການ ແລະ ຄວາມເລິກເຊິ່ງ. ມາຮອດປະຈຸບັນ, ຍັງບໍ່ມີໂຄງການດູແລນັກລົງທຶນແບບມືອາຊີບທີ່ໃຫ້ບໍລິການທີ່ມີຄຸນນະພາບ. ຈາກການສຳຫຼວດຂອງ EuroCham ໃນປີ 2024, ເຫັນວ່າ ເຫດຜົນປະການໜຶ່ງທີ່ນັກລົງທຶນຈາກສະຫະພາບເອີຣົບ (EU) ລັງເລທີ່ຈະຂະຫຍາຍການລົງທຶນໃນຫວຽດນາມ ເນື່ອງຈາກຫວຽດນາມບໍ່ໄດ້ຮ່ວມມືກັບນັກລົງທຶນໃນການດຳເນີນໂຄງການຢ່າງແທ້ຈິງ ແລະ ຊັກຊ້າໃນການຕອບສະໜອງ ແລະ ແກ້ໄຂຄຳຂໍຂອງນັກລົງທຶນ. ສະພາບຄວາມເປັນຈິງໃຫ້ເຫັນວ່າ, ຂະບວນການ ແລະ ຂັ້ນຕອນການບໍລິຫານຈັດການຍັງເປັນອຸປະສັກສຳລັບວິສາຫະກິດທີ່ມີການລົງທຶນຈາກຕ່າງປະເທດ.  

ຂໍ້ຈຳກັດຂ້າງເທິງນີ້ເກີດຈາກຫຼາຍສາເຫດ ເຊິ່ງສ່ວນໃຫຍ່ແມ່ນຍ້ອນເຫດຜົນທາງອັດຕະວິໄນ. ຕົວຢ່າງເຊັ່ນ ແນວຄິດແລະຄວາມຮັບຮູ້ຂອງທຸກລະດັບ ແລະ ທຸກຂະແໜງການກ່ຽວກັບການສົ່ງເສີມການລົງທຶນໂດຍກົງຈາກຕ່າງປະເທດ ຍັງຄົງຊັກຊ້າໃນການປ່ຽນແປງໃໝ່ ແລະ ບໍ່ເປັນເຈົ້າການ; ຂາດຍຸດທະສາດແຫ່ງຊາດທີ່ສົມບູນກ່ຽວກັບການສົ່ງເສີມການລົງທຶນໂດຍກົງຈາກຕ່າງປະເທດ ເພື່ອເປັນພື້ນຖານສຳລັບເປົ້າໝາຍ ແລະ ທິດທາງທີ່ຄົບຊຸດ ແລະສອດຄ່ອງກັນ ໃນການດຶງດູດການລົງທຶນໂດຍກົງຈາກຕ່າງປະເທດ. ວຽກງານການຄົ້ນຄວ້າ ແລະການຄາດຄະເນການລົງທຶນສາກົນບໍ່ໄດ້ຕາມທັນແນວໂນ້ມການພັດທະນາໃໝ່ຂອງໂລກ; ການຄົ້ນຄວ້າຢ່າງເລິກເຊິ່ງກ່ຽວກັບຂະແໜງການ, ຂົງເຂດ, ຮູບແບບການລົງທຶນ ແລະ ບໍລິສັດຂະໜາດໃຫຍ່ໃໝ່ ຍັງມີຄວາມຈຳກັດ. ຊັບພະຍາກອນ ແລະຄວາມສາມາດໃນການສົ່ງເສີມການລົງທຶນໂດຍກົງຈາກຕ່າງປະເທດ ຍັງບໍ່ເປັນໄປຕາມຄວາມຕ້ອງການ; ຖັນແຖວພະນັກງານທີ່ສົ່ງເສີມການລົງທຶນໂດຍກົງຈາກຕ່າງປະເທດ ຍັງບໍ່ມີມາດຕະຖານຄວາມຊ່ຽວຊານ, ວິຊາຊີບ, ພາສາຕ່າງປະເທດ ແລະອື່ນໆ. 

ການປັບປຸງນະໂຍບາຍເພື່ອສົ່ງເສີມການລົງທຶນໂດຍກົງຈາກຕ່າງປະເທດ
ໃນຫວຽດນາມໃນສະພາບການໃໝ່ 

ການລົງທຶນສາກົນກຳລັງມີການປ່ຽນແປງຢ່າງເລິກເຊິ່ງພາຍໃຕ້ຜົນກະທົບລວມຂອງຫຼາຍທ່າອ່ຽງ ເຊິ່ງໂດຍກົງແມ່ນທ່າອ່ຽງການແຂ່ງຂັນຍຸດທະສາດລະຫວ່າງບັນດາປະເທດໃຫຍ່, ການພັດທະນາທີ່ເຂັ້ມແຂງຂອງການປະຕິວັດອຸດສາຫະກຳຄັ້ງທີ 4, ການຫັນປ່ຽນດິຈິຕອນ, ການຫັນປ່ຽນສີຂຽວ... ເຖິງຈະມີຂໍ້ໄດ້ປຽບແລະໂອກາດທີ່ຈະໃຊ້ປະໂຫຍດຈາກກະແສທຶນການລົງທຶນໂດຍກົງຈາກຕ່າງປະເທດໃໝ່ຈາກທ່າອ່ຽງນີ້, ໂດຍສະເພາະການປ່ຽນແປງການລົງທຶນ, ການປັບໂຄງສ້າງລະບົບຕ່ອງໂສ້ການສະໜອງ ແລະ ເຄືອຂ່າຍການຜະລິດຂອງບໍລິສັດຊັ້ນນຳຫຼາຍແຫ່ງໃນໂລກ, ແຕ່ຫວຽດນາມຕ້ອງປະເຊີນກັບການແຂ່ງຂັນທີ່ຮຸນແຮງຂຶ້ນເລື້ອຍໆ ຈາກຫຼາຍປະເທດໃນການດຶງດູດການລົງທຶນໂດຍກົງຈາກຕ່າງປະເທດ ທີ່ກ່ຽວຂ້ອງກັບເຕັກໂນໂລຊີສູງ ແລະ ການພັດທະນາແບບຍືນຍົງ. ບັນດາປະເທດໃນພາກພື້ນໄດ້ທຸ່ມເທຊັບພະຍາກອນຈຳນວນຫຼາຍ ໃນການດຳເນີນການຕາມຍຸດທະສາດເພື່ອການສົ່ງເສີມການລົງທຶນໂດຍກົງຈາກຕ່າງປະເທດ ໃນດ້ານເຕັກໂນໂລຊີໃໝ່ທີ່ເປັນມິດກັບສິ່ງແວດລ້ອມ; ໃນຂະນະດຽວກັນກໍ່ສົ່ງເສີມການປັບປຸງສະພາບແວດລ້ອມການລົງທຶນ, ປັບປຸງກົນໄກ "ປະຕູດຽວ" ໃຫ້ທັນສະໄໝ ແລະ ປັບປຸງຂັ້ນຕອນແລະບໍລິການສະໜັບສະໜູນການລົງທຶນໃຫ້ເປັນດິຈິຕອນຢ່າງເຂັ້ມແຂງ...

ຫຼັງຈາກດຳເນີນກິດຈະການປ່ຽນແປງໃໝ່ປະເທດເກືອບ 40 ປີ, ຫວຽດນາມກຳລັງກະກຽມເຂົ້າສູ່ຍຸກແຫ່ງການພັດທະນາປະເທດດ້ວຍເປົ້າໝາຍ ແລະວິໄສທັດທີ່ຈະກາຍເປັນປະເທດກຳລັງພັດທະນາທີ່ມີອຸດສາຫະກຳທັນສະໄໝ ແລະລາຍໄດ້ປານກາງສູງພາຍໃນປີ 2030 ແລະ ເປັນປະເທດພັດທະນາແລ້ວທີ່ມີລາຍໄດ້ສູງພາຍໃນປີ 2045, ໂດຍວາງຄວາມຕ້ອງການໃນການດຶງດູດການລົງທຶນໂດຍກົງຈາກຕ່າງປະເທດທີ່ສູງຂຶ້ນເລື້ອຍໆ ທັງໃນດ້ານປະລິມານ, ຄຸນນະພາບ ແລະ ປະສິດທິພາບ. ດ້ວຍສະຖານະແລະຄວາມເຂັ້ມແຂງໃໝ່, ຫວຽດນາມມີໂອກາດທີ່ດີໃນການດຶງດູດການລົງທຶນໂດຍກົງຈາກຕ່າງປະເທດທີ່ມີຄຸນນະພາບ ເນື່ອງຈາກປະເທດແລະຄູ່ຮ່ວມງານຈຳນວນຫຼາຍໃຫ້ຄວາມສຳຄັນກັບສະຖານະຂອງຫວຽດນາມໃນຍຸດທະສາດ ແລະນະໂຍບາຍລະດັບພາກພື້ນ ແລະ ຖືວ່າຫວຽດນາມເປັນຄູ່ຮ່ວມມືແລະເພື່ອນທີ່ເຊື່ອຖືໄດ້ ແລະ ເປັນຈຸດໝາຍປາຍທາງທີ່ປອດໄພສຳລັບການລົງທຶນແລະການຜະລິດ. ຂອບການຮ່ວມມືທີ່ຫາກໍຈັດຕັ້ງຂຶ້ນແລະຍົກລະດັບ ລວມເຖິງເຄືອຂ່າຍສັນຍາການຄ້າເສລີ (FTA) ທີ່ລົງນາມແລ້ວ ກຳລັງເປີດໂອກາດອັນຍິ່ງໃຫຍ່ໃຫ້ຫວຽດນາມຂະຫຍາຍ ແລະປັບປຸງຄຸນນະພາບແລະປະສິດທິພາບ ຂອງການຄ້າ-ການລົງທຶນ, ການຮ່ວມມືດ້ານວິທະຍາສາດແລະເຕັກໂນໂລຊີ, ການກະຈາຍ ແລະຂະຫຍາຍແຫຼ່ງທຶນຈາກຕ່າງປະເທດແບບຫຼາຍຝ່າຍ, ໂດຍສະເພາະ ການລົງທຶນໂດຍກົງຈາກຕ່າງປະເທດ ຈາກຄູ່ຮ່ວມງານທີ່ມີທ່າແຮງທາງດ້ານການເງິນ ແລະ ເຕັກໂນໂລຊີ. ເພື່ອໃຊ້ປະໂຫຍດຈາກໂອກາດຍຸດທະສາດ ເພື່ອຮັບໃຊ້ການພັດທະນາຢ່າງວ່ອງໄວ ແລະ ຍືນຍົງຂອງປະເທດໃນຍຸກໃໝ່, ການປ່ຽນແປງໃໝ່ຄວາມຄິດ ແລະ ການປັບປຸງນະໂຍບາຍດຶງດູດການລົງທຶນໂດຍກົງຈາກຕ່າງປະເທດໂດຍທົ່ວໄປ ແລະ ນະໂຍບາຍການສົ່ງເສີມການລົງທຶນໂດຍກົງຈາກຕ່າງປະເທດໂດຍສະເພາະ ມີບົດບາດສຳຄັນຢ່າງຍິ່ງ.

ເພື່ອປັບປຸງນະໂຍບາຍການສົ່ງເສີມການລົງທຶນໂດຍກົງຈາກຕ່າງປະເທດໃຫ້ສົມບູນແບບ, ຈຳເປັນຕ້ອງພິຈາລະນາທິດທາງ ແລະວິທີແກ້ໄຂບາງຢ່າງ ເພື່ອປັບປຸງນະໂຍບາຍສົ່ງເສີມການລົງທຶນໂດຍກົງຈາກຕ່າງປະເທດ ດັ່ງຕໍ່ໄປນີ້:

ທີໜຶ່ງ, ປ່ຽນການສົ່ງເສີມການລົງທຶນໂດຍກົງຈາກຕ່າງປະເທດ ຈາກວິທີການແບບມວນຊົນ ສູ່ການສົ່ງເສີມການລົງທຶນຢ່າງເປັນເຈົ້າການ, ມີຍຸດທະສາດ, ມີຈຸດສຸມທາງດ້ານຂະແໜງການ ຂົງເຂດ ແລະ ຄູ່ຮ່ວມງານ ໂດຍຍຶດຖືຄຸນນະພາບ ແລະປະສິດທິພາບເປັນເກນຫຼັກ; ຈາກການໂຄສະນາການສົ່ງເສີມສະພາບແວດລ້ອມການລົງທຶນແລະທຸລະກິດເປັນຕົ້ນຕໍ ໄປສູ່ການດຳເນີນການສ້າງຍີ່ຫໍ້ ແລະພາບພົດແຫ່ງຊາດ, ການອຳນວຍຄວາມສະດວກດ້ານການລົງທຶນ, ການບໍລິການສະໜັບສະໜູນ, ການດູແລ, ການສົ່ງເສີມການເຊື່ອມໂຍງ ແລະການເຈລະຈານະໂຍບາຍການລົງທຶນ ຢ່າງຄົບຊຸດແລະມີປະສິດທິພາບ. ການອຳນວຍຄວາມສະດວກໃນການລົງທຶນ, ການບໍລິການສະໜັບສະໜູນ, ການດູແລ, ການສົ່ງເສີມການເຊື່ອມໂຍງ ແລະ ການເຈລະຈານະໂຍບາຍການລົງທຶນຢ່າງພ້ອມໆກັນ ແລະ ມີປະສິດທິພາບ. ດັ່ງນັ້ນ ຈຶ່ງມີຄວາມຈຳເປັນທີ່ຈະຕ້ອງຄົ້ນຄວ້າ, ພັດທະນາ ແລະ ຈັດຕັ້ງປະຕິບັດຍຸດທະສາດໂດຍລວມຂອງຊາດ ກ່ຽວກັບການສົ່ງເສີມການລົງທຶນໂດຍກົງຈາກຕ່າງປະເທດ, ໃນນັ້ນ ວາງຕຳແໜ່ງຍີ່ຫໍ້ຫວຽດນາມຢ່າງຈະແຈ້ງແລະສະໝ່ຳສະເໝີ ໃນຖານະຈຸດໝາຍປາຍທາງການລົງທຶນທີ່ປອດໄພ, ເປັນມິດກັບນັກລົງທຶນ ແລະມີການເຊື່ອມໂຍງສູງ ເຊິ່ງສົ່ງເສີມການພັດທະນາແບບຍືນຍົງ ແລະການປ່ຽນແປງໃໝ່ປະດິດສ້າ.

ການລະບຸຂະແໜງການ, ຂົງເຂດ ແລະ ຄູ່ຮ່ວມງານບຸລິມະສິດໃນຍຸດທະສາດການສົ່ງເສີມການລົງທຶນໂດຍກົງຈາກຕ່າງປະເທດ ມີບົດບາດສຳຄັນທີ່ສຸດ, ເພາະວ່າ ນີ້ແມ່ນພື້ນຖານໃນການຈັດສັນແລະໃຊ້ຊັບພະຍາກອນການສົ່ງເສີມ ການລົງທຶນໂດຍກົງຈາກຕ່າງປະເທດ ຢ່າງສົມເຫດສົມຜົນ. ຄຽງຄູ່ກັນນັ້ນ, ຍັງຈຳເປັນຕ້ອງທົບທວນແລະປະເມີນຂະແໜງການແລະຂົງເຂດໂດຍລວມຂອງເສດຖະກິດ, ຈາກນັ້ນຈຶງເລືອກຂະແໜງການ ແລະຂົງເຂດບຸລິມະສິດໃນການສົ່ງເສີມການລົງທຶນໂດຍກົງຈາກຕ່າງປະເທດ, ຮັບປະກັນຄວາມສອດຄ່ອງກັບເປົ້າໝາຍ ແລະ ທິດທາງການພັດທະນາຂອງປະເທດ ແລະ ມີຄວາມສາມາດໃນການສ້າງຜົນກະທົບແຜ່ກະຈາຍ ຜ່ານການເພີ່ມມູນຄ່າ ແລະ ການເຊື່ອມໂຍງກັບພາກເສດຖະກິດພາຍໃນປະເທດ.  ການກຳນົດຄູ່ຮ່ວມງານບຸລິມະສິດໃນການສົ່ງເສີມການລົງທຶນໂດຍກົງຈາກຕ່າງປະເທດນັ້ນ ຈຳເປັນຕ້ອງພິຈາລະນາຈາກທັງທັດສະນະທາງພູມສາດ ແລະ ຄວາມສາມາດຂອງຄູ່ຮ່ວມງານໃນການຕອບສະໜອງເປົ້າໝາຍ, ທິດທາງ ແລະ ຄວາມຕ້ອງການ ໃນການດຶງດູດການລົງທຶນໂດຍກົງຈາກຕ່າງປະເທດ.  

ທີສອງ, ສ້າງແລະຈັດຕັ້ງປະຕິບັດໂຄງການ ແລະ ແຜນການເພື່ອສົ່ງເສີມ ການລົງທຶນໂດຍກົງຈາກຕ່າງປະເທດ ໃນຂະແໜງການ, ຂົງເຂດ ແລະ ຄູ່ຮ່ວມງານບຸລິມະສິດ ບົນພື້ນຖານການຫັນຍຸດທະສາດລວມແຫ່ງຊາດກ່ຽວກັບການສົ່ງເສີມການລົງທຶນໂດຍກົງຈາກຕ່າງປະເທດເປັນຮູບປະທຳ. ໃນນັ້ນ: 1- ກຳນົດຢ່າງຈະແຈ້ງກ່ຽວກັບບໍລິສັດຂ້າມຊາດທີ່ຕ້ອງການເປັນເຈົ້າການໃນການເຂົ້າຫາ ແລະ ສົ່ງເສີມການລົງທຶນ ລວມເຖິງບໍລິສັດໃນປະເທດທີ່ສາມາດຮ່ວມມື ແລະເຊື່ອມໂຍງກັບບໍລິສັດຂ້າມຊາດໄດ້. ຖ້າມີກົນໄກໃນການດຶງດູດບໍລິສັດໃນປະເທດໃຫ້ເຂົ້າຮ່ວມກິດຈະກຳສົ່ງເສີມການລົງທຶນໂດຍກົງຈາກຕ່າງປະເທດ ພາຍໃຕ້ຂອບໂຄງການແລະແຜນການ ເພື່ອສົ່ງເສີມຂະແໜງການ ແລະ ຂົງເຂດບຸລິມະສິດ, ກິດຈະກຳສົ່ງເສີມ ການລົງທຶນໂດຍກົງຈາກຕ່າງປະເທດ ຈະມີປະສິດທິພາບຫຼາຍຂຶ້ນ; 2- ສ້າງຂໍ້ສະເໜີຊຸດນະໂຍບາຍສະເພາະ ໃນແຕ່ລະຂະແໜງການ ແລະຂົງເຂດບຸລິມະສິດ ພ້ອມຂອບນະໂຍບາຍບຸລິມະສິດ, ບໍລິການສະໜັບສະໜູນນັກລົງທຶນ ແລະ ເກນກຳນົດສະເພາະ ສຳລັບການຮັບສິ່ງຈູງໃຈ ເພື່ອເປັນເອກະພາບໃນການຈັດຕັ້ງປະຕິບັດ, ປະກອບສ່ວນເຂົ້າໃນການເອົາຊະນະສະຖານະການຂອງ "ການແຂ່ງຂັນຈາກລຸ່ມຂຶ້ນເທິງ" ລະຫວ່າງທ້ອງຖິ່ນໃນການສົ່ງເສີມ ແລະ ດຶງດູດການລົງທຶນໂດຍກົງຈາກຕ່າງປະເທດ; 3- ກຳນົດລາຍຊື່ໂຄງການສຳຄັນເພື່ອດຶງດູດການລົງທຶນໂດຍກົງຈາກຕ່າງປະເທດໃນຂະແໜງການ ແລະ ຂົງເຂດບຸລິມະສິດ, ໂດຍສະເພາະ ໂຄງການລະດັບຊາດ, ເພື່ອສ້າງຜົນກະທົບໃນວົງກວ້າງ ຫຼືການພັດທະນາໃໝ່ໃນຂະແໜງການ ແລະ ຂົງເຂດບຸລິມະສິດ.

ທີສາມ, ປ່ຽນແປງໃໝ່ແລະປັບປຸງຍົກສູງຄຸນນະພາບຂອງການບໍລິການລົງທຶນຢ່າງມືອາຊີບ ແລະທັນສະໄໝ. ພຶດຕິກຳຕົວຈິງສະແດງໃຫ້ເຫັນວ່າ ການບໍລິການດູແລຫຼັງການລົງທຶນມັກມີຄ່າໃຊ້ຈ່າຍໜ້ອຍກວ່າ ທຽບກັບບັ້ນໂຄສະນາສົ່ງເສີມການລົງທຶນຂະໜາດໃຫຍ່. ເພື່ອຮັບປະກັນວ່າ ນັກລົງທຶນຕ່າງປະເທດໄດ້ຮັບການດູແລໃນຂະນະທີ່ຊັບພະຍາກອນມີຈຳກັດ, ຈຳເປັນຕ້ອງສ້າງໂຄງການດູແລຫຼັງການລົງທຶນທີ່ມີຈຸດໜັກໃຈກາງ ເຊິ່ງລວມເຖິງ: 1- ຊຸດການດູແລພື້ນຖານສຳລັບນັກລົງທຶນທຸກຄົນ; 2- ຊຸດການດູແລຂັ້ນສູງສຳລັບນັກລົງທຶນທີ່ມີຄວາມສຳຄັນ ເຊິ່ງກຳລັງດຳເນີນໂຄງການທີ່ມີມູນຄ່າເພີ່ມສູງ ແລະ/ຫຼື ມີຜົນກະທົບໃນວົງກວ້າງ (ເຊັ່ນ: ການຖ່າຍທອດເຕັກໂນໂລຊີ, ການຮ່ວມມືກັບວິສາຫະກິດໃນປະເທດ ແລະອື່ນໆ). ສຳລັບນັກລົງທຶນຍຸດທະສາດບາງຄົນໃນຂົງເຂດບຸລິມະສິດ, ຈຳເປັນຕ້ອງຈັດຕັ້ງກຸ່ມສະເພາະ ແລະ ກຸ່ມເຮັດວຽກເພື່ອສະໜັບສະໜູນນັກລົງທຶນ.

ການຄົ້ນຄວ້າກ່ຽວກັບການສ້າງຕັ້ງກົນໄກການຕອບສະໜອງຂອງນັກລົງທຶນແບບເປັນລະບົບ (SIRM) ເພື່ອຕິດຕາມແລະຄຸ້ມຄອງບັນຫາທີ່ນັກລົງທຶນກັງວົນ ເຊິ່ງຈະຊ່ວຍເພີ່ມຄວາມເຊື່ອໝັ້ນຂອງນັກລົງທຶນ ແລະຫຼຸດຂໍ້ຂັດແຍ່ງໃຫ້ນ້ອຍທີ່ສຸດ. ມີຄວາມຈຳເປັນຕ້ອງລວມອົງການຫຼັກ ເພື່ອຮັບແລະປະເມີນບັນຫາຂອງນັກລົງທຶນ; ໃນເວລາດຽວກັນ ຈະຕ້ອງມີກົນໄກການປະສານງານ ແລະຂໍ້ມູນທີ່ທັນທ່ວງທີ ແລະ ລຽບງ່າຍລະຫວ່າງອົງການທີ່ກ່ຽວຂ້ອງໃນລະດັບສູນກາງແລະທ້ອງຖິ່ນ ເພື່ອຕອບສະໜອງແລະແກ້ໄຂຂໍ້ກັງວົນ ແລະ ບັນຫາຂອງນັກລົງທຶນ.

ທີສີ່, ເພີ່ມທະວີການສົ່ງເສີມການລົງທຶນໂດຍກົງຈາກຕ່າງປະເທດ ໃນການຜັນຂະຫຍາຍການທູດເສດຖະກິດ. ຈຸດສຸມແມ່ນ ການເສີມຂະຫຍາຍບົດບາດຂອງອົງການຜູ້ຕາງໜ້າ ແລະຫ້ອງການການຄ້າຂອງຫວຽດນາມຢູ່ຕ່າງປະເທດ ໃນການເຂົ້າເຖິງ ແລະຂະຫຍາຍເຄືອຂ່າຍນັກລົງທຶນຍຸດທະສາດ ຫຼືນັກລົງທຶນທີ່ມີທ່າແຮງໃນຂົງເຂດສຳຄັນ; ເພີ່ມທະວີການປະສານງານໃນການກະກຽມ ແລະຈັດຕັ້ງເວທີປາໄສ ແລະກິດຈະກຳຕ່າງໆ ເພື່ອສົ່ງເສີມການລົງທຶນໂດຍກົງຈາກຕ່າງປະເທດໃນທາງປະຕິບັດ, ໂດຍມີຜົນທີ່ເປັນຮູບປະທຳໃນກິດຈະກຳການຕ່າງປະເທດລະດັບສູງ; ສົ່ງເສີມການຂະຫຍາຍຕົວແລະເພີ່ມທະວີການຮ່ວມມືກັບອົງການ ແລະສະມາຄົມສົ່ງເສີມການລົງທຶນສາກົນທີ່ມີຊື່ສຽງ ເຊັ່ນ: ອົງການຮ່ວມມືສາກົນຂອງຍີ່ປຸ່ນ (JICA), ອົງການຮ່ວມມືສາກົນເກົາຫຼີ (KOICA), ອົງການຮ່ວມມືເພື່ອການພັດທະນາແຫ່ງເຢຍລະມັນ (GIZ), ຄະນະກຳມະການພັດທະນາເສດຖະກິດສິງກະໂປ (EDB), EuroCham ແລະອື່ນໆ ໃນການປະສານງານເພື່ອສົ່ງເສີມການລົງທຶນຮ່ວມກັນ (twin-promotion), ການສະໜັບສະໜູນເພື່ອປັບປຸງຄວາມສາມາດໃນການສົ່ງເສີມການລົງທຶນ, ການເຈລະຈານະໂຍບາຍ ແລະ ການໃຫ້ບໍລິການແກ່ນັກລົງທຶນ.

ທີຫ້າ, ການຫັນເປັນດິຈິຕອນກຳລັງປ່ຽນແປງວິທີການສົ່ງເສີມການລົງທຶນໂດຍກົງຈາກຕ່າງປະເທດຢ່າງຫຼວງຫຼາຍ ເຊິ່ງການນຳລະບົບດິຈິຕອນມາໃຊ້ກັບເນື້ອຫາການສົ່ງເສີມການລົງທຶນໂດຍກົງຈາກຕ່າງປະເທດສ່ວນໃຫຍ່, ຕັ້ງແຕ່ການສົ່ງເສີມ, ຂໍ້ມູນການລົງທຶນ ຈົນເຖິງການອຳນວຍຄວາມສະດວກໃນຂັ້ນຕອນ ແລະການດູແລນັກລົງທຶນ. ຈາກການສຳຫຼວດໃນປີ 2021 ຂອງອົງການເພື່ອການຮ່ວມມືແລະການພັດທະນາເສດຖະກິດ (OECD) ເຫັນວ່າ ອົງການສົ່ງເສີມການລົງທຶນໃນປະເທດ OECD ເກືອບ 100% ໃຊ້ເຄືອຂ່າຍສັງຄົມເພື່ອສົ່ງເສີມການລົງທຶນໂດຍກົງຈາກຕ່າງປະເທດ, ຫຼາຍກວ່າ 90% ຂອງອົງການຈັດກອງປະຊຸມແລະສຳມະນາສົ່ງເສີມການລົງທຶນທາງອອນໄລນ໌, ຫຼາຍກວ່າ 80% ຂອງອົງການໄດ້ຫຼຸດຈຳນວນຄະນະຜູ້ແທນທີ່ເດີນທາງໄປຕ່າງປະເທດເພື່ອສົ່ງເສີມການລົງທຶນ ເນື່ອງຈາກການຫັນເປັນດິຈິຕອນ, ເກືອບ 50% ຂອງອົງການໃຊ້ຂໍ້ມູນຂະໜາດໃຫຍ່ເພື່ອວິເຄາະພຶດຕິກຳຂອງນັກລົງທຶນ, ຫຼາຍກວ່າ 30% ຂອງອົງການຄຸ້ມຄອງຂັ້ນຕອນການອອກໃບອະນຸຍາດການລົງທຶນທັງໝົດໃນສະພາບແວດລ້ອມດິຈິຕອນ, ຫຼາຍກວ່າ 20% ຂອງອົງການໃຊ້ປັນຍາປະດິດ (AI) ເປັນ "ຜູ້ຊ່ວຍສະເໝືອນ" ເພື່ອສະໜັບສະໜູນນັກລົງທຶນ.

ໃນສະພາບການຂອງຫວຽດນາມ, ຄຽງຄູ່ກັບການຍູ້ແຮງການປະຕິຮູບຂັ້ນຕອນການບໍລິຫານທີ່ກ່ຽວຂ້ອງກັບການຫັນເປັນດິຈິຕອນ, ຍັງຈຳເປັນຕ້ອງສົ່ງເສີມການຫັນເປັນດິຈິຕອນໃນການສົ່ງເສີມການລົງທຶນໂດຍກົງຈາກຕ່າງປະເທດ, ໂດຍສະເພາະ ໃນດ້ານຂໍ້ມູນແລະການສະໜັບສະໜູນນັກລົງທຶນ. ດັ່ງນັ້ນ, ຈຶ່ງມີຄວາມຈຳເປັນທີ່ຈະຕ້ອງຄົ້ນຄວ້າແລະສ້າງ "ປະຕູການລົງທຶນແຫ່ງຊາດແບບຄົບວົງຈອນໃນຫຼາຍພາສາ” ໃນໄວໆ ນີ້ ບົນພື້ນຖານຂອງການເຊື່ອມໂຍງໜ້າທີ່ຂໍ້ມູນຢ່າງເປັນເອກະພາບ (ນະໂຍບາຍ, ກົດໝາຍ, ສະພາບແວດລ້ອມທາງການລົງທຶນ ແລະອື່ນໆ), ການຈັດການແກ້ໄຂຂັ້ນຕອນການບໍລິຫານທີ່ກ່ຽວຂ້ອງກັບການລົງທຶນ, ຖານຂໍ້ມູນທີ່ຈຳເປັນສຳລັບນັກລົງທຶນ (ການວາງແຜນ, ຜູ້ສະໜອງພາຍໃນປະເທດ, ຂະແໜງການ/ຂົງເຂດບຸລິມະສິດ, ໂຄງການບຸລິມະສິດແຫ່ງຊາດ ແລະອື່ນໆ), ລະບົບຮັບຕອບຄວາມກັງວົນຂອງນັກລົງທຶນທີ່ມີຄວາມປະຕິສຳພັນສູງ, ເຊື່ອມຕໍ່ກັບປະຕູຂໍ້ມູນລະດັບຊາດ, ລະດັບກະຊວງ, ລະດັບຂະແໜງການ ແລະ ລະດັບທ້ອງຖິ່ນ. ນອກຈາກນັ້ນ, ເພີ່ມທະວີການນຳໃຊ້ເຕັກໂນໂລຊີດິຈິຕອນໃນການຄຸ້ມຄອງການພົວພັນກັບນັກລົງທຶນຕ່າງປະເທດ (CRM) ແລະ ໃນການສົ່ງເສີມແລະສື່ສານການລົງທຶນເພື່ອປັບປຸງຄຸນນະພາບການດູແລນັກລົງທຶນ ແລະປະສິດທິພາບການສື່ສານ.  

ທີຫົກ, ປັບປຸງຍົກສູງຄວາມສາມາດໃນການສົ່ງເສີມການລົງທຶນໂດຍກົງຈາກຕ່າງປະເທດຢ່າງເປັນມືອາຊີບ, ທັນສະໄໝ ແລະ ມີປະສິດທິພາບ. ສືບຕໍ່ຈັດແຈງແລະ ປັບປຸງກົນໄກຂອງອົງການສົ່ງເສີມການລົງທຶນ ທັງໃນລະດັບສູນກາງແລະທ້ອງຖິ່ນ, ພ້ອມກັນນັ້ນ ກໍ່ປ່ຽນແປງໃໝ່ ແລະ ປັບປຸງຮູບແບບການຄຸ້ມຄອງ ແລະການດຳເນີນງານໃຫ້ທັນສະໄໝ ແລະ ມີປະສິດທິພາບ. ນອກຈາກນັ້ນ, ເຮົາຍັງສາມາດອີງໃສ່ປະສົບການສາກົນເພື່ອເລືອກຮູບແບບທີ່ເໝາະສົມສຳລັບການຈັດຕັ້ງອົງການສົ່ງເສີມການລົງທຶນໃນປະເທດຂອງພວກເຮົາ. ການຄົ້ນຄວ້າແລະການສຳຫຼວດຕົວຈິງຂອງອົງການຈັດຕັ້ງສາກົນທີ່ມີຊື່ສຽງ(1) ສະແດງໃຫ້ເຫັນວ່າ ອົງການສົ່ງເສີມການລົງທຶນທີ່ມີປະສິດທິພາບໃນໂລກມີລະດັບຄວາມເປັນເຈົ້າຕົນເອງສູງ ແລະ/ຫຼື ມີການຈັດຕັ້ງຕາມຮູບແບບການຄຸ້ມຄອງທີ່ລວມເອົາພາກລັດແລະພາກເອກະຊົນເຂົ້າດ້ວຍກັນ.

ຄຽງຄູ່ກັນນັ້ນ, ປັບປຸງແລະເພີ່ມປະສິດທິພາບການດຳເນີນງານຂອງຜູ້ຕາງໜ້າສົ່ງເສີມການລົງທຶນໂດຍກົງຈາກຕ່າງປະເທດໃນຕ່າງປະເທດ; ສ້າງເວທີຮ່ວມສຳລັບການແບ່ງປັນຂໍ້ມູນແລະການປະສານງານ ລະຫວ່າງອົງການສົ່ງເສີມການລົງທຶນໂດຍກົງຈາກຕ່າງປະເທດ ກັບຜູ້ຕາງໜ້າສົ່ງເສີມການລົງທຶນໂດຍກົງຈາກຕ່າງປະເທດ ແລະຜູ້ຕາງໜ້າຫວຽດນາມຢູ່ຕ່າງປະເທດ ໃນໄວໆນີ້. ການສ້າງຖັນແຖວພະນັກງານສົ່ງເສີມການລົງທຶນໂດຍກົງຈາກຕ່າງປະເທດທີ່ເປັນມືອາຊີບ, ມີຄວາມຊຳນານດ້ານທັກສະ, ຄວາມຊ່ຽວຊານ ແລະ ພາສາຕ່າງປະເທດ, ໂດຍສະເພາະ ພະນັກງານທ້ອງຖິ່ນ ບົນພື້ນຖານການປ່ຽນແປງໃໝ່ແລະປັບປຸງຍົກສູງຄຸນນະພາບການສຶກສາອົບຮົມ, ບຳລຸງຝຶກຝົນພະນັກງານສົ່ງເສີມການລົງທຶນທີ່ມີຄວາມຊ່ຽວຊານດ້ານນະໂຍບາຍແລະກົດໝາຍການລົງທຶນ ແລະ ມີຄວາມຊຳນານດ້ານທັກສະຖື້ນຖານ (ການເຈລະຈາ, ການໃຫ້ຄຳປຶກສາ, ການສື່ສານ - ການຕະຫຼາດ ແລະອື່ນໆ).

ນະໂຍບາຍສົ່ງເສີມການລົງທຶນໂດຍກົງຈາກຕ່າງປະເທດມີບົດບາດສຳຄັນໃນການດຶງດູດ ແລະຄຸ້ມຄອງການລົງທຶນໂດຍກົງຈາກຕ່າງປະເທດ. ເພື່ອໃຊ້ປະໂຫຍດຈາກໂອກາດອັນດີໃນການດຶງດູດເງິນທຶນໄຫຼເຂົ້າຈາກຕ່າງປະເທດທີ່ມີຄຸນນະພາບ, ຈຳເປັນຕ້ອງປ່ຽນແປງໃໝ່ການຄິດຢ່າງແຂງແຮງ ແລະປັບປຸງນະໂຍບາຍສົ່ງເສີມການລົງທຶນໂດຍກົງຈາກຕ່າງປະເທດໃຫ້ສົມບູນແບບ ດ້ວຍວິໄສທັດໄລຍະຍາວ, ເປັນມືອາຊີບ, ສອດຄ່ອງ ແລະທັນສະໄໝ. ການປັບປຸງນະໂຍບາຍສົ່ງເສີມການລົງທຶນໂດຍກົງຈາກຕ່າງປະເທດໃຫ້ສົມບູນແບບນັ້ນ ຈຳເປັນຕ້ອງວາງໄວ້ໃນການພັດທະນາ ແລະການປັບປຸງບູລະນະນະໂຍບາຍແລະກົດໝາຍທາງດ້ານເສດຖະກິດແລະສັງຄົມໂດຍລວມ ເຊິ່ງໂດຍກົງແມ່ນນະໂຍບາຍແລະກົດໝາຍດ້ານການລົງທຶນ. ສິ່ງນີ້ຈະປະກອບສ່ວນສຳຄັນໃນການສ້າງບາດກ້າວໃໝ່ໃນການດຶງດູດເງິນທຶນຈາກການລົງທຶນໂດຍກົງຈາກຕ່າງປະເທດ ເພື່ອບັນລຸວິໄສທັດ, ເປົ້າໝາຍ ແລະ ທິດທາງການພັດທະນາຂອງປະເທດໃນຍຸກໃໝ່, ຍຸກແຫ່ງການບືນຕົວຂຶ້ນຂອງຊາດ./.

-------------------

(1) ທະນາຄານໂລກ (WB), ອົງການເພື່ອການຮ່ວນມືແລະການພັດທະນາເສດຖະກິດ (OECD)...