ປ່ຽນແປງໃໝ່ຈິນຕະນາການກ່ຽວກັບການຕ່າງປະເທດ,
ຮັບຮູ້ກ່ຽວກັບສະພາບການໂລກແລະພາກພື້ນ ແລະ
ສະຖານະຂອງຫວຽດນາມໃນຍຸກໃໝ່,
ຍຸກແຫ່ງການບືນຕົວຂຶ້ນຂອງປະເທດຊາດ
ຮັບຮູ້ກ່ຽວກັບສະພາບການໂລກແລະພາກພື້ນ ແລະ
ສະຖານະຂອງຫວຽດນາມໃນຍຸກໃໝ່,
ຍຸກແຫ່ງການບືນຕົວຂຶ້ນຂອງປະເທດຊາດ
ທ່ານເລຂາທິການໃຫຍ່, ປະທານທະເທດ ໂຕເລິມ ແລະ ບັນດາຜູ້ແທນພ້ອມດ້ວຍເອກອັກຄະລັດຖະທູດຫວຽດນາມທີ່ໄດ້ຮັບການແຕ່ງຕັ້ງໃໝ່ ເມື່ອວັນທີ 14 ຕຸລາ 2024 _ພາບ: TTXVN
ໂລກກຳລັງຢູ່ໃນການປ່ຽນແປງໃຫຍ່ທີ່ມີລັກສະນະຍຸກສະໄໝ. ທ່ານເລຂາທິການໃຫຍ່ ພັກກອມມູນິດຫວຽດນາມ ໄດ້ປະເມີນວ່າ ຕັ້ງແຕ່ນີ້ເຖິງປີ 2030 ແມ່ນໄລຍະສຳຄັນທີ່ສຸດທີ່ຈະກຳນົດລະບຽບໂລກໃໝ່(1). ນີ້ກໍແມ່ນໄລຍະເວລາແຫ່ງໂອກາດຍຸດທະສາດທີ່ສຳຄັນ ເຊິ່ງເປັນຂັ້ນຕອນສຸດທ້າຍຂອງການປະຕິວັດຫວຽດນາມ ເພື່ອບັນລຸເປົ້າໝາຍຍຸດທະສາດສອງຢ່າງຄືປີ 2030(2) ແລະປີ 2045(3) ດ້ວຍໂອກາດແລະຄວາມທ້າທາຍທີ່ກ່ຽວພັນກັນ. ສະພາບການນີ້ຮຽກຮ້ອງໃຫ້ການຕ່າງປະເທດສົ່ງເສີມບົດບາດນຳໜ້າຂອງຕົນຢ່າງແຂງແຮງຍິ່ງກວ່າທີ່ເຄີຍ ເພື່ອສືບຕໍ່ປະກອບສ່ວນທີ່ຄຸ້ມຄ່າໃຫ້ແກ່ການບັນລຸເປົ້າໝາຍຍຸດທະສາດຂອງປະເທດໃນຍຸກໃໝ່, ຍຸກແຫ່ງການບືນຕົວຂຶ້ນຂອງຊາດ.
ສະພາບການໂລກແລະພາກພື້ນ, ພ້ອມທັງໂອກາດແລະຄວາມທ້າທາຍໃນສະເພາະໜ້າ.
ການວິເຄາະສະຖານະການໂລກແລະພາກພື້ນເຖິງປີ 2030, ພ້ອມວິໄສທັດເຖິງປີ 2045
ໃນສະພາບການຂອງໂລກທີ່ມີການປ່ຽນແປງຢ່າງວ່ອງໄວ, ມີຄວາມບໍ່ໝັ້ນຄົງ, ຄວາມບໍ່ແນ່ນອນ ແລະຄວາມຄາດເດົາບໍ່ໄດ້ທີ່ເພີ່ມຂຶ້ນນັ້ນ ເປັນການຍາກທີ່ຈະຄາດການທິດທາງໃນອະນາຄົດຂອງການພັດທະນາໃນໂລກແລະພາກພື້ນໄດ້ຢ່າງແມ່ນຢຳ. ຢ່າງໃດກໍຕາມ, ຈາກພັດທະນາການໃນປະຈຸບັນ, ເຮົາສາມາດສັງເກດແນວໂນ້ມສຳຄັນບາງຢ່າງໃນໂລກແລະພາກພື້ນ ຕັ້ງແຕ່ຕອນນີ້ຈົນເຖິງປີ 2030 ພ້ອມວິໄສທັດເຖິງປີ 2045 ໄດ້ດັງນີ້:
ທີໜຶ່ງ, ໂລກຍັງສືບຕໍ່ປະເຊີນກັບການປ່ຽນແປງຄັ້ງໃຫຍ່ໃນດຸນອຳນາດລະຫວ່າງບັນດາປະເທດມະຫາອຳນາດ, ໂດຍສະເພາະ ສະຫະລັດອາເມລິກາ ແລະ ຈີນ ເຊິ່ງເລັ່ງການເຄື່ອນໄຫວຂອງໂລກໄປສູ່ໂຄງສ້າງຫຼາຍຂົ້ວ, ຫຼາຍສູນກາງ ແລະ ຫຼາຍຊັ້ນ. ນອກຈາກສະຫະລັດອາເມລິການແລະຈີນແລ້ວ, ການບືນຕົວຂຶ້ນຂອງປະເທດມະຫາອຳນາດອື່ນໆ (ຣັດເຊຍ, ອິນເດຍ, ບຣາຊິນ...), ບັນດາປະເທດກຳລັງພັດທະນາ ແລະອົງການທີ່ບໍ່ແມ່ນລັດ (ໂດຍສະເພາະບໍລິສັດເຕັກໂນໂລຊີ) ຈະເຮັດໃຫ້ພູມິທັດແບບຫຼາຍຂົ້ວເດັ່ນຊັດຍິ່ງຂຶ້ນ.
ເຖິງແມ່ນວ່າບັນດາປະເທດມະຫາອຳນາດຈະຮັກສາການສົນທະນາ, ການຮ່ວມມື, ແລະຫຼຸດຜ່ອນຄວາມສ່ຽງ, ແຕ່ການແຂ່ງຂັນດ້ານຍຸດທະສາດຍັງຄົງເປັນລັກສະນະທີ່ໂດດເດັ່ນຂອງສາຍພົວພັນລະຫວ່າງປະເທດມະຫາອຳນາດໃນພາກພື້ນນີ້. ໃນໄລຍະ 5-7 ປີຂ້າງໜ້າ, ການແຂ່ງຂັນຈະທະວີຄວາມຮຸນແຮງຂຶ້ນ ບໍ່ພຽງແຕ່ໃນດ້ານຄວາມໝັ້ນຄົງ, ເສດຖະກິດ, ຊັບພະຍາກອນທຳມະຊາດ ແລະ ວິທະຍາສາດ-ເຕັກໂນໂລຊີເທົ່ານັ້ນ, ແຕ່ຍັງໃນດ້ານວັດທະນະທຳ, ລະບົບແນວຄິດ ແລະ ໂຄງການລິເລີ່ມລະດັບໂລກ; ທັງລະຫວ່າງປະເທດມະຫາອຳນາດ, ລະຫວ່າງປະເທດທີ່ພັດທະນາແລ້ວແລະປະເທດກຳລັງພັດທະນາ ແລະ ລະຫວ່າງລັດແລະອົງການທີ່ບໍ່ແມ່ນລັດ. ພື້ນທີ່ການແຂ່ງຂັນກໍຈະຂະຫຍາຍອອກກວມເອົາທາງບົກ, ທາງທະເລ, ທາງອາກາດ, ໄຊເບີສະເປດ, ອະວະກາດ, ພື້ນທະເລ ແລະ ໃຕ້ດິນ. ທ່າອ່ຽງຂອງການແບ່ງເຂດແດນ ແລະການແຍກສ່ວນ ມີແນວໂນ້ມທີ່ຈະເພີ່ມຂຶ້ນ, ຊຸກຍູ້ການເຕົ້າໂຮມກຳລັງໃໝ່ໃນຫຼາຍຂົງເຂດ.
ສາຍພົວພັນລະຫວ່າງສະຫະລັດອາເມລິກາແລະຈີນ ຄາດວ່າຈະສືບຕໍ່ຄອບງຳສາຍພົວພັນສາກົນທົ່ວໂລກ ແລະ ພາກພື້ນ. ບັນດາປະເທດມະຫາອຳນາດອື່ນໆ, ລວມທັງຣັດເຊຍ, ຍີ່ປຸ່ນ ແລະ ອິນເດຍ, ຈະສືບຕໍ່ຮັກສາຄວາມສາມາດດ້ານເສດຖະກິດ, ການປ້ອງກັນປະເທດ ແລະ ບົດບາດ, ອິດທິພົນຂອງເຂົາເຈົ້າໃນເວທີສາກົນ (4).
ບັນດາປະເທດກຳລັງພັດທະນາ, ບັນດາປະເທດພາກໃຕ້ຈະມີຕຳແໜ່ງທີ່ໃຫຍ່ກວ່າ. ອີງຕາມການຄາດຄະເນ, ຮອດປີ 2050, ໃນອາຊີຕາເວັນອອກສຽງໃຕ້, ອິນໂດເນເຊຍຄາດວ່າຈະກາຍເປັນປະເທດທີ່ມີຂະໜາດເສດຖະກິດໃຫຍ່ເປັນອັນດັບ 8 ຂອງໂລກ; ຜະລິດຕະພັນມວນລວມພາຍໃນປະເທດ (GDP) ຂອງກຸ່ມອາຊຽນຄາດວ່າຈະບັນລຸຫຼາຍກວ່າ 3.000 ຕື້ໂດລາສະຫະລັດ.
ທີສອງ, ສັນຕິພາບ, ການຮ່ວມມື ແລະ ການພັດທະນາຈະຍັງຄົງເປັນທ່າອ່ຽງທີ່ໂດດເດັ່ນໃນພາກພື້ນນີ້ຕໍ່ໄປອີກໜຶ່ງເຖິງສອງທົດສະວັດ, ແຕ່ທ່າອ່ຽງເຫຼົ່ານີ້ກຳລັງປະເຊີນກັບຄວາມທ້າທາຍຫຼາຍຂຶ້ນເລື້ອຍໆ. ຮູບແບບແລະລັກສະນະຂອງສົງຄາມ ແລະ ຄວາມຂັດແຍ່ງໃນອະນາຄົດນັ້ນ ມີຄວາມບໍ່ສົມມາດຫຼາຍຂຶ້ນ, ບໍ່ເປັນໄປຕາມແບບແຜນ, ມີຄວາມກ້າວໜ້າທາງເຕັກໂນໂລຢີສູງ ແລະ ມີລັກສະນະການທຳລາຍລ້າງ, ການໃຊ້ສົງຄາມຕົວແທນ ແລະ ແມ່ນແຕ່ຝັງຮາກເລິກໃນລະບົບຄ່ານິຍົມ. ໃນຊຸມປີຕໍ່ໜ້າ, ຄວາມເປັນໄປໄດ້ທີ່ຈະເກີດການທະວີຄວາມຮຸນແຮງຂຶ້ນ ຫຼືແມ່ນກະທັງຄວາມຂັດແຍ້ງທາງທະຫານໃນພາກພື້ນນີ້ ກໍບໍ່ອາດຈະຕັດຖິ້ມໄປໄດ້. ໃນສະພາບການທີ່ການເພິ່ງພາເຊິ່ງກັນແລະກັນເພີ່ມຫຼາຍຂຶ້ນ, ຄວາມຂັດແຍ່ງໃດໆທີ່ເກີດຂຶ້ນລະຫວ່າງປະເທດກໍສາມາດສົ່ງຜົນກະທົບຕໍ່ລະບົບຕ່ອງໂສ້ການສະໜອງສາກົນ, ບັ່ນທອນຄວາມໝັ້ນຄົງ, ຄວາມປອດໄພທາງທະເລ ແລະ ສ່ຽງຕໍ່ການຜັກດັນລາຄາອາຫານແລະພະລັງງານໃຫ້ສູງຂຶ້ນ. ເຖິງແມ່ນວ່າບົດບາດຂອງລັດທິຫຼາຍຝ່າຍ ແລະ ກົດໝາຍສາກົນຈະຍັງຄົງໄດ້ຮັບການຍົກຍ່ອງ, ແຕ່ກໍປະເຊີນກັບຄວາມທ້າທາຍຫຼາຍຂຶ້ນ ຍ້ອນການເພີ່ມຂຶ້ນຂອງລັດທິກີດກັນທາງການຄ້າ ແລະທ່າອ່ຽງໄປສູ່ການເມືອງອຳນາດ ແລະ ການກະກຳຝ່າຍດຽວ. ສະມາຄົມປະຊາຊາດອາຊີຕາເວັນອອກສຽງໃຕ້ (ອາຊຽນ) ໄດ້ຖືກປະເມີນວ່າຈະສືບຕໍ່ຮັກສາບົດບາດສູນກາງໃນໂຄງສ້າງພາກພື້ນທີ່ກຳລັງພັດທະນາ, ແຕ່ໄດ້ຮັບຜົນກະທົບຫຼາຍກວ່າຈາກອິດທິພົນຂອງບັນດາປະເທດມະຫາອຳນາດ ເຊັ່ນດຽວກັນກັບບັນຫາພາຍໃນບາງຢ່າງ. ພ້ອມກັນນັ້ນ, ຮູບແບບການເຊື່ອມໂຍງ ແລະການຮ່ວມມືຫຼາຍຝ່າຍຮູບແບບໃໝ່ອາດຈະປະກົດຕົວຫຼາຍຂຶ້ນ, ລວມທັງກົນໄກ “ພະຫຸພາຄີຂະໜາດນ້ອຍ”(5); ແລະ ຂົງເຂດອື່ນໆ, ໂດຍສະເພາະວິທະຍາສາດ ແລະເຕັກໂນໂລຊີໃໝ່.
ທີສາມ, ວິກິດການອາດຈະເກີດຂຶ້ນເລື້ອຍໆ, ມີຂອບເຂດຜົນກະທົບທີ່ກວ້າງຂຶ້ນ ແລະ/ຫຼື ເປັນການລວມກັນຂອງວິກິດການຫຼາຍຢ່າງ (ໄພພິບັດທາງທຳມະຊາດ, ຄວາມຂັດແຍ່ງ, ຄວາມທຸກຍາກ, ພະຍາດລະບາດ, ຄວາມບໍ່ເທົ່າທຽມກັນ). ຄວາມທ້າທາຍດ້ານຄວາມໝັ້ນຄົງທີ່ບໍ່ແມ່ນແບບດັ້ງເດີມນັ້ນ ມີຄວາມເຊື່ອມໂຍງກັນຫຼາຍຂຶ້ນ, ມີຫຼາຍແງ່ມູມ ແລະຂ້າມຊາຍແດນ, ການປ່ຽນແປງຂອງດິນຟ້າອາກາດ, ໄພພິບັດທາງທຳມະຊາດ, ຄວາມໝັ້ນຄົງທາງໄຊເບີ, ຄວາມໝັ້ນຄົງດ້ານພະລັງງານ, ຄວາມໝັ້ນຄົງດ້ານນ້ຳ, ການກໍ່ການຮ້າຍ, ພະຍາດລະບາດ, ອາຊະຍາກຳຂ້າມຊາດ ແລະບັນຫາອື່ນໆ ກຳລັງທະວີຄວາມຮຸນແຮງຫຼາຍຂຶ້ນ ເຊິ່ງຮຽກຮ້ອງໃຫ້ມີວິທີການຫຼາຍຂະແໜງການ, ຫຼາຍສາຂາວິຊາ ລວມເຖິງຊັບພະຍາກອນລະດັບໂລກໃນການຮັບມື.
ທີສີ່, ເສດຖະກິດໂລກ ແລະ ພາກພື້ນຍັງສືບຕໍ່ເຕີບໂຕ, ແຕ່ມີຄວາມສ່ຽງຫຼາຍ. ການເຕີບໂຕຂອງ GDP ທົ່ວໂລກຄາດວ່າຈະຢູ່ທີ່ 3,2% ໃນປີ 2024 ແລະ 2025(6). ໃນໄລຍະກາງ, ການເຕີບໂຕຂອງ GDP ໂລກມີແນວໂນ້ມທີ່ຈະຕໍ່າກວ່າທີ່ຄາດຄະເນໄວ້ກ່ອນໜ້ານີ້, ໂດຍບັນດາປະເທດທີ່ມີລາຍໄດ້ຕໍ່າ ແລະ ປານກາງປະເຊີນກັບຄວາມຫຍຸ້ງຍາກໃນການກ້າວໄປສູ່ລະດັບລາຍໄດ້ທີ່ສູງຂຶ້ນ.
ດ້ານໜຶ່ງ, ການປະຕິວັດອຸດສາຫະກຳຄັ້ງທີສີ່, ຄວາມກ້າວໜ້າທາງວິທະຍາສາດ ແລະເຕັກໂນໂລຊີ (ປັນຍາປະດິດ - AI, ອຸດສາຫະກຳເຊມິຄອນດັກເຕີ, ເຕັກໂນໂລຊີຊີວະພາບ, ອິນເຕີເນັດດາວທຽມ, ເຄືອຂ່າຍ 5G, 6G ແລະອື່ນໆ), ແລະທ່າອ່ຽງການຫັນປ່ຽນດິຈິຕອນ ແລະການຫັນປ່ຽນສີຂຽວ ຈະສ້າງແຮງຜັກດັນໃຫ້ແກ່ຂະແໜງເສດຖະກິດທີ່ຂະຫຍັນຂັນເຄື່ອນໃໝ່ ເຊັ່ນ: ອີຄອມເມີດ, ເຕັກໂນໂລຊີທາງການເງິນ (fintech), ທະນາຄານດິຈິຕອນ ແລະ ບລ໊ອກເຊນ (blockchain) ເປີດໂອກາດໃຫ້ແກ່ການພັດທະນາທີ່ກ້າວກະໂດດສຳລັບປະເທດຕ່າງໆ ລວມທັງປະເທດກຳລັງພັດທະນາ. ໃນອີກດ້ານໜຶ່ງ, ພາຍໃຕ້ຜົນກະທົບທີ່ເພີ່ມຫຼາຍຂຶ້ນຂອງການແຂ່ງຂັນລະຫວ່າງປະເທດມະຫາອຳນາດ, ທ່າອ່ຽງຂອງການປັບປ່ຽນລະບົບຕ່ອງໂສ້ການສະໜອງ ແລະການບຸລິມະສິດການລົງທຶນ ໂດຍອີງຕາມຄູ່ຮ່ວມມືແລະພາກພື້ນໃກ້ຄຽງ (onshoring, friendshoring, nearshoring) ຍັງຄົງໄດ້ຮັບການສົ່ງເສີມຢ່າງຕໍ່ເນື່ອງ. ຄວບຄູ່ໄປກັບສິ່ງເຫຼົ່ານີ້ແມ່ນທ່າອ່ຽງໄປສູ່ການກີດກັນທາງການຄ້າ, ການນຳໃຊ້ສິດທິໃນຊັບສິນທາງປັນຍາທີ່ເພີ່ມຂຶ້ນ ແລະ ການຄວບຄຸມການສົ່ງອອກຊັບພະຍາກອນຍຸດທະສາດ. ຫຼາຍປະເທດຈະເພີ່ມທະວີຄວາມເປັນອິດສະຫຼະທາງຍຸດທະສາດ ແລະກະຈາຍລະບົບຕ່ອງໂສ້ການສະໜອງເພື່ອຮັບມືກັບຜົນກະທົບຈາກພາຍນອກ; ເພີ່ມທະວີການຄວບຄຸມການສົ່ງອອກ ຫຼືກຳນົດມາດຕະຖານໃໝ່ (ເຊັ່ນ ມາດຕະຖານການປ່ອຍກ໊າດຄາບອນ, ການຕໍ່ຕ້ານການຕັດໄມ້ທຳລາຍປ່າ, ພາສີ ແລະອື່ນໆ). ໃນເວລາດຽວກັນ, ຫຼາຍປະເທດຈະລົງເລິກຄົ້ນຄວ້າເຕັກໂນໂລຊີຄາບອນຕ່ຳ, ການປ່ອຍມົນລະພິດຕ່ຳ ແລະ ພະລັງງານໝູນວຽນ, ເຊັ່ນ: ພະລັງງານນິວເຄຼຍ, ໄຮໂດຣເຈນສີຂຽວ, ການພັດທະນາໂຮງງານໄຟຟ້ານິວເຄຼຍລອຍນ້ຳ, ເຄື່ອງປະຕິກອນນິວເຄຼຍຂະໜາດນ້ອຍແບບໂມດູນ (SMRs)... ທ່າອ່ຽງການຫຼຸດບົດບາດຂອງເງິນໂດລາກຳລັງເພີ່ມສູງຂຶ້ນ ເນື່ອງຈາກຣັດເຊຍ, ຈີນ ແລະປະເທດອື່ນໆ ອີກຫຼາຍປະເທດ ສົ່ງເສີມການຊຳລະເງິນດ້ວຍສະກຸນເງິນທ້ອງຖິ່ນຂອງຕົນ.
ທີຫ້າ, ບັນຫາດ້ານການຄຸ້ມຄອງສັງຄົມ, ແນວໂນ້ມທາງສັງຄົມໃໝ່ໆ, ການປ່ຽນແປງທາງປະຊາກອນສາດ ແລະການເຖົ້າແກ່ຂອງປະຊາກອນ ກຳລັງສົ່ງຜົນກະທົບຕໍ່ຄວາມໝັ້ນຄົງ ແລະການພັດທະນາຂອງຊາດເພີ່ມຂຶ້ນເລື້ອຍໆ. ບັນຫາພາຍໃນປະເທດ ແລະ ພາກພື້ນໄດ້ຮັບອິດທິພົນຢ່າງຫຼາຍຈາກຄວາມເຄັ່ງຕຶງທາງພູມິສາດການເມືອງ, ດ້ານລົບຂອງໂລກາພິວັດ, ຄວາມສ່ຽງຈາກການຮຸກຮານທາງວັດທະນະທຳ, ການອົບພະຍົບ/ການຍ້ານຖິ່ນຖານ, ແນວໂນ້ມທາງສັງຄົມໃໝ່, ຂ່າວປອມ, ຂໍ້ມູນທີ່ເປັນອັນຕະລາຍແລະເປັນພິດ ແລະລັດທິສຸດໂຕ່ງໃນສື່ສັງຄົມອອນລາຍ. ບັນຫາຊົນເຜົ່າ, ຊາດນິຍົມ, ປະຊານິຍົມ ແລະ ລັດທິກີດກັນທາງການຄ້າ ກຳລັງມີອິດທິພົນເພີ່ມຂຶ້ນເລື້ອຍໆ. ການປ່ຽນແປງທາງປະຊາກອນ ແລະການເຖົ້າແກ່ຂອງປະຊາກອນ ແມ່ນແນວໂນ້ມທົ່ວໂລກ. ພື້ນຖານເສດຖະກິດຂອງ "ຄົນຜົມຫງອກ" ອາດຈະກາຍເປັນແຮງຂັບເຄື່ອນສຳຄັນໃນເສດຖະກິດ. ຄາດຄະເນວ່າຮອດປີ 2050 ທົ່ວໂລກຈະມີປະຊາກອນທີ່ມີອາຍຸຫຼາຍກວ່າ 65 ປີປະມານ 1,6 ຕື້ຄົນ(7). ໃນຂະນະດຽວກັນ ຄົນລຸ້ນ “millennials”(8) ໃນປະຈຸບັນ (ປະມານ 1,8 ຕື້ຄົນ) ຈະເປັນກຳລັງແຮງງານຫຼັກໃນໄລຍະທີ່ຈະມາເຖິງ(9).
ທີຫົກ, ພາກພື້ນອາຊີປາຊີຟິກ-ມະຫາສະໝຸດອິນເດຍຍັງຄົງເປັນ "ຫົວຈັກ” ຂັບເຄື່ອນການພັດທະນາຢ່າງແຂງຂັນ, ເປັນຕະຫຼາດທີ່ໜ້າດຶງດູດໃຈສຳລັບນັກລົງທຶນ, ເປັນຈຸດໃຈກາງຂອງການເຊື່ອມໂຍງທາງເສດຖະກິດໃໝ່ໆ ແລະເປັນແຮງຂັບເຄື່ອນການເຕີບໂຕທາງເສດຖະກິດໂລກ, ແຕ່ກໍເປັນສູນກາງຂອງການແຂ່ງຂັນລະຫວ່າງບັນດາປະເທດມະຫາອຳນາດ. ປະຈຸບັນ, ພາກພື້ນອາຊີປາຊີຟິກ-ມະຫາສະໝຸດອິນເດຍມີປະຊາກອນຫຼາຍກວ່າ 60% ຂອງປະຊາກອນໂລກ, ມີມູນຄ່າການຄ້າລວມທາງທະເລຫຼາຍກວ່າ 60%, ມີຜະລິດຕະພັນມວນລວນພາຍໃນປະເທດ (GDP) ປະມານ 60% ຂອງໂລກ ແລະເປັນທີ່ຕັ້ງຂອງ 4 ໃນ 5 ປະເທດທີ່ມີຂະໜາດເສດຖະກິດໃຫຍ່ທີ່ສຸດໃນໂລກ (ສະຫະລັດອາເມລິກາ, ຈີນ, ຍີ່ປຸ່ນ ແລະ ອິນເດຍ), ດ້ວຍຂໍ້ຕົກລົງທາງເສດຖະກິດທີ່ສຳຄັນຫຼາຍສະບັບ ເຊັ່ນ: ສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານໃນພາກພື້ນ (RCEP), ສັນຍາຄູ່ຮ່ວມມືຮອບດ້ານແລະກ້າວໜ້າຂ້ານປາຊີຟິກ (CPTPP), ແລະ ເປັນສູນກາງຂອງວິທະຍາສາດ, ເຕັກໂນໂລຊີ ແລະການປ່ຽນແປງໃໝ່ປະດິດສ້າງ. ຄາດວ່າ ຮອດປີ 2050 ອາຊີພຽງພາກພື້ນດຽວ ຈະມີສ່ວນແບ່ງໃນເສດຖະກິດໂລກເຖິງ 52%, ແລະຈະປະກອບສ່ວນໃນການເຕີບໂຕທາງເສດຖະກິດໂລກເຖິງ 2/3(10). ຄຽງຄູ່ກັບ "ຈຸດຮ້ອນ" ອື່ນໆ ທີ່ອາດຈະເກີດຂຶ້ນໃນອາຊີຕາເວັນອອກ, ສະຖານະການໃນທະເລຕາເວັນອອກຈະເຂົ້າສູ່ໄລຍະໃໝ່ທີ່ສັບສົນຍິ່ງຂຶ້ນ, ພ້ອມດ້ວຍຄວາມສ່ຽງ ແລະຄວາມບໍ່ແນ່ນອນທີ່ເພີ່ມຫຼາຍຂຶ້ນ.
ການປະເມີນໂອກາດແລະຄວາມທ້າທາຍສຳລັບຫວຽດນາມໃນຍຸກໃໝ່
ຕະຫຼອດໄລຍະເວລາເກືອບ 40 ປີແຫ່ງການດຳເນີນກິດຈະການປ່ຽນແປງໃໝ່ພາຍໃຕ້ການນຳພາຂອງພັກກອມມູນິດຫວຽດນາມ, ຫວຽດນາມໄດ້ຮັກສາເອກະລາດ, ອະທິປະໄຕ, ເອກະພາບ ແລະ ຜືນແຜ່ນດິນແດນອັນຄົບຖ້ວນໄວ້ໄດ້ ໂດຍໄດ້ກາຍເປັນໜຶ່ງໃນ 40 ປະເທດທີ່ມີເສດຖະກິດໃຫຍ່ທີ່ສຸດໃນໂລກ, ເປັນໜຶ່ງໃນ 20 ປະເທດທີ່ມີການຄ້າກັບຕ່າງປະເທດຫຼາຍທີ່ສຸດ, ມີການພົວພັນທາງການທູດກັບ 194 ປະເທດ ແລະ ການພົວພັນທາງເສດຖະກິດກັບຫຼາຍກວ່າ 230 ປະເທດແລະເຂດແຄວ້ນ, ແລະ ມີເຄືອຂ່າຍຄູ່ຮ່ວມມືຍຸດທະສາດ, ຄູ່ຮ່ວມມືຍຸດທະສາດຮອບດ້ານ ແລະຄູ່ຮ່ວມມືທີ່ຮອບດ້ານ 35 ປະເທດ, ລວມທັງຄູ່ຮ່ວມມືຍຸດທະສາດກັບສະມາຊິກຖາວອນທັງໝົດຂອງສະພາຄວາມໝັ້ນຄົງແຫ່ງສະຫະປະຊາຊາດ. ດ້ວຍຄວາມເຂັ້ມແຂງ, ທ່າແຮງ, ສະຖານະ ແລະ ກຽດສັກສີສາກົນໃນປະຈຸບັນ, ຫວຽດນາມຄາດວ່າຈະປະກອບສ່ວນຫຼາຍຂຶ້ນໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາຢ່າງຍືນຍົງ ໃນພາກພື້ນແລະທົ່ວໂລກ, ພ້ອມທັງຂະບວນການສ້າງກອບກົດໝາຍສາກົນທີ່ເປັນທຳ ແລະສະເໝີພາບ.
ການປ່ຽນແປງຢ່າງຫຼາຍໃນດຸນອຳນາດລະຫວ່າງສູນກາງອຳນາດທີ່ສຳຄັນ ກຳລັງສ້າງທັງໂອກາດແລະຄວາມທ້າທາຍໃນການດຳເນີນງານຕານເປົ້າໝາຍນະໂຍບາຍການຕ່າງປະເທດ.
ກ່ຽວກັບໂອກາດ
ສັນຕິພາບ, ການຮ່ວມມື ແລະ ການພັດທະນາຍັງຄົງເປັນທ່າອ່ຽງທີ່ສຳຄັນ. ເຖິງວ່າຈະມີການແຂ່ງຂັນກັນຢ່າງດຸເດືອດກໍຕາມ ແຕ່ບັນດາປະເທດມະຫາອຳນາດຍັງຄົງຫຼີກລ່ຽງການປະເຊີນໜ້າ ແລະຄວາມຂັດແຍ້ງໂດຍກົງ ແລະຍັງຄົງຕ້ອງການສັນຕິພາບ ແລະສະຖຽນລະພາບໃນພາກພື້ນແລະທົ່ວໂລກ. ການໃຊ້ປະໂຫຍດຈາກຂໍ້ໄດ້ປຽບທາງພູມສາດ ແລະຄວາມກວ້າງຂວາງຂອງການພົວພັນຕ່າງປະເທດ ຈະສ້າງພື້ນທີ່ຫຼາຍຂຶ້ນໃນການສົ່ງເສີມການຮ່ວມມື, ການກະຈາຍຄວາມຫຼາກຫຼາຍ ແລະການປະສານຜົນປະໂຫຍດພາຍໃນຂອບຂອງສະຫະປະຊາຊາດ, ອາຊຽນ, ກົນໄກການຮ່ວມມືອະນຸພາກພື້ນແມ່ນ້ຳຂອງ, ການເຊື່ອມໂຍງໂຄງສ້າງພື້ນຖານ, ການເຊື່ອມໂຍງທາງເສດຖະກິດ, ການເຊື່ອມຕໍ່ດິຈິຕອນ, ການຮ່ວມມືໃນການຖ່າຍທອດວິທະຍາສາດແລະເຕັກໂນໂລຊີ, ການສຶກສາແລະການຝຶກອົບຮົມ ແລະ ການແລກປ່ຽນລະຫວ່າງປະຊາຊົນກັບປະເທດຕ່າງໆ ໃນພາກພື້ນແລະທົ່ວໂລກ, ສ້າງການປະສານຜົນປະໂຫຍດທີ່ຈຳເປັນສຳລັບການຮັກສາສະພາບແວດລ້ອມທີ່ສະຫງົບ ແລະໝັ້ນຄົງ ແລະ ສົ່ງເສີມການພົວພັນກັບຄູ່ຮ່ວມມືທີ່ສຳຄັນທັງໃນແລະນອກພາກພື້ນ; ສິ່ງນີ້ສ້າງໂອກາດເພີ່ມເຕີມໃນການຢືນຢັນ ແລະເສີມຂະຫຍາຍສະຖານະຂອງປະເທດຊາດ, ປະກອບສ່ວນເຂົ້າໃນການສ້າງກອບກົດໝາຍສາກົນໃນຂົງເຂດໃໝ່ໆ ທີ່ສອດຄ່ອງກັບຜົນປະໂຫຍດຂອງຊາດ-ປະເທດຊາດ, ພ້ອມທັງແກ້ໄຂບັນຫາທົ່ວໄປໃນພາກພື້ນແລະທົ່ວໂລກ.
ຜົນສຳເລັດຂອງການປະຕິວັດອຸດສາຫະກຳຄັ້ງທີສີ່, ຄວາມກ້າວໜ້າໃໝ່ໆໃນດ້ານວິທະຍາສາດແລະເຕັກໂນໂລຊີ ແລະ ຂົງເຂດການພັດທະນາທີ່ເກີດໃໝ່ ກຳລັງເປີດໂອກາດໃຫ້ສາມາດກ້າວຂ້ານ ແລະຫຼຸດຊ່ອງຫວ່າງການພັດທະນາເມື່ອທຽບກັບປະເທດອື່ນໆ ທົ່ວໂລກ, ລວມທັງປະເທດກຳລັງພັດທະນາ. ການໃຊ້ປະໂຫຍດຈາກຄວາມຮູ້, ປະສົບການ ແລະ ຊັບພະຍາກອນຂອງປະຊາຄົມໂລກ ຈະເປັນແຮງຜັກດັນທີ່ສຳຄັນ ແລະກ້າວໜ້າສຳລັບເສດຖະກິດ.
ທ່າມກາງສະພາບການທີ່ບັນດາປະເທດມະຫາອຳນາດເພີ່ມທະວີໂຄງການຮ່ວມມື ແລະການເຊື່ອມໂຍງດ້ານເສດຖະກິດສາກົນ, ການສ້າງລະບົບຕ່ອງໂສ້ການສະໜອງ ແລະ ລະບົບຕ່ອງໂສ້ການຜະລິດໃໝ່ໆ, ໂອກາດໃນການເສີມຂະຫຍາຍຖານະຕຳແໜ່ງຂອງຕົນໃນລະບົບຕ່ອງໂສ້ການສະໜອງ ແລະການຜະລິດລະດັບພາກພື້ນ ແລະລະດັບໂລກກຳລັງປາກົດຂຶ້ນ ຖ້າຫາກພວກເຂົາສາມາດຄວ້າເອົາໂອກາດເຫຼົ່ານັ້ນໄວ້ໄດ້. ການຍົກລະດັບ ແລະ ພັດທະນາສາຍພົວພັນກັບຄູ່ຮ່ວມມືທີ່ສຳຄັນຫຼາຍແຫ່ງ ຈະສ້າງພື້ນທີ່ທີ່ສຳຄັນໃນການຂະຫຍາຍຕະຫຼາດສົ່ງອອກແລະນຳເຂົ້າ, ດຶງດູດການລົງທຶນໂດຍກົງຈາກຕ່າງປະເທດ (FDI) ແລະ ການຊ່ວຍເຫຼືອເພື່ອການພັດທະນາຢ່າງເປັນທາງການ (ODA) ທີ່ມີຄຸນນະພາບສູງ, ຊຸກຍູ້ຄວາມກ້າວໜ້າໃນດ້ານສະຖາບັນ, ພື້ນຖານໂຄງລ່າງ ແລະ ຊັບພະຍາກອນມະນຸດ.
ກ່ຽວກັບຄວາມທ້າທາຍ:
ສະພາບແວດລ້ອມສາກົນ ແລະ ພາກພື້ນຈະມີຄວາມຜັນຜວນຫຼາຍຂຶ້ນ, ສົ່ງຜົນກະທົບຢ່າງແຮງຕໍ່ຄວາມໝັ້ນຄົງ ແລະ ການພັດທະນາ, ສ້າງຄວາມຫຍຸ້ງຍາກຫຼາຍຢ່າງໃນການນຳພາ, ການຄຸ້ມຄອງ ແລະ ການບໍລິຫານກ່ຽວກັບການປົກປ້ອງອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ, ການພັດທະນາເສດຖະກິດ-ສັງຄົມ, ຄວາມໝັ້ນຄົງຂອງມະນຸດ, ຄວາມເປັນລະບຽບຮຽບຮ້ອຍແລະຄວາມປອດໄພທາງສັງ. ການເພີ່ມຂຶ້ນຂອງອຳນາດທາງການເມືອງ, ການກະທຳຝ່າຍດຽວ ແລະ ການລະເມີດກົດໝາຍສາກົນ ກໍ່ໃຫ້ເກີດຄວາມທ້າທາຍຫຼາຍຢ່າງຕໍ່ການປົກປ້ອງອະທິປະໄຕ, ການຮັບປະກັນການປ້ອງກັນປະເທດ ແລະ ຄວາມໝັ້ນຄົງຂອງບັນດາປະເທດ.
ການປະສົມປະສານກັນຂອງຄວາມທ້າທາຍດ້ານຄວາມໝັ້ນຄົງແບບດັ້ງເດີມ ແລະແບບໃໝ່ຍັງຄົງເປັນໄພຂົ່ມຂູ່ທີ່ຍາວນານ ແກ້ໄຂໄດ້ຍາກ ແລະສັບສົນຫຼາຍຂຶ້ນໃນໂລກທີ່ປ່ຽນແປງຢ່າງໄວວາ ເຊິ່ງເຕັມໄປດ້ວຍຄວາມບໍ່ໝັ້ນຄົງ, ຄວາມບໍ່ແນ່ນອນ ແລະ ຄວາມຄາດເດົາບໍ່ໄດ້ທີ່ເພີ່ມຂຶ້ນ.
ຄວາມສ່ຽງທີ່ຈະຫຼ້າຫຼັງນັ້ນມີຢູ່ຈິງ ຖ້າເຮົາບໍ່ໃຊ້ປະໂຫຍດຈາກໂອກາດຢ່າງເຕັມທີໃນການປ່ຽນແປງໄປສູ່ຮູບແບບການພັດທະນາໂດຍອີງໃສ່ການປ່ຽນແປງໃໝ່ປະດິດສ້າງ, ຄວາມຮູ້ ແລະ ເຕັກໂນໂລຊີຂັ້ນສູງ. ຫຼາຍປະເທດໃນພາກພື້ນ ແລະໃນໂລກ ກຳລັງພະຍາຍາມປັບປຸງສະພາບແວດລ້ອມທາງທຸລະກິດ, ການດຶງດູດການລົງທຶນໂດຍກົງຈາກຕ່າງປະເທດ ແລະ ພັດທະນາອຸດສາຫະກໍາ, ສ້າງການແຂ່ງຂັນທີ່ດຸເດືອດ. ນອກຈາກນັ້ນ, ສິ່ງທ້າທາຍທາງສັງຄົມ, ໂດຍສະເພາະ ບັນຫາປະຊາກອນສູງອາຍຸ ເຊິ່ງເປັນທ່າອ່ຽງທີ່ເກີດຂຶ້ນໃນຫຼາຍປະເທດທົ່ວໂລກ ກໍາລັງເພີ່ມຂຶ້ນ, ສົ່ງຜົນກະທົບຕໍ່ກໍາລັງແຮງງານ ແລະສ້າງພາລະອັນໜັກໜ່ວງຕໍ່ງົບປະມານດ້ານການປະກັນສັງຄົມ.
ສະພາບການນີ້ກຳນົດຄວາມຕ້ອງການທີ່ສູງຂຶ້ນຕໍ່ການຕ່າງປະເທດຂອງຫວຽດນາມໃນໄລຍະໃໝ່.
ການປັບປ່ຽນຄວາມຄິດແລະຄວາມຮັບຮູ້ກ່ຽວກັບເປົ້າໝາຍ, ຫຼັກການ, ທິດນຳ ແລະ ໜ້າທີ່ຂອງການຕ່າງປະເທດ. ຕຳແໜ່ງແລະບົດບາດຂອງການຕ່າງປະເທດໃນໄລຍະໃໝ່ນີ້ຖືກກຳນົດໃຫ້ "ມີຄວາມສຳຄັນແລະເປັນປະຈຳ", ຄຽງຄູ່ກັບການປ້ອງກັນປະເທດ ແລະ ຄວາມໝັ້ນຄົງ. ເປົ້າໝາຍຂອງການຕ່າງປະເທດໃນທຸກໄລຍະແມ່ນເພື່ອຮັບໃຊ້ "ຜົນປະໂຫຍດຂອງຊາດ-ປະເທດຊາດ", ແຕ່ລາຍລະອຽດແລະບຸລິມະສິດຈະແຕກຕ່າງກັນໄປຕາມການເວລາ. ໃນຍຸກສະໄໝແຫ່ງການບືນຕົວຂຶ້ນຂອງຊາດຫວຽດນາມໄປສູ່ເປົ້າໝາຍປີ 2030 ແລະປີ 2045, ຜົນປະໂຫຍດຂອງການພັດທະນາເສດຖະກິດ-ສັງຄົມ, ການປົກປ້ອງພາລະກິດການປ່ຽນແປງໃໝ່, ການຫັນເປັນອຸດສາຫະກຳແລະທັນສະໄໝຂອງປະເທດຕ້ອງຖືກຈັດໄວ້ໃນຕຳແໜ່ງທີ່ບຸລິມະສິດສູງ. ຫຼັກການແລະທິດນຳໃນການຕ່າງປະເທດແມ່ນ "ການປົກປ້ອງຜົນປະໂຫຍດສູງສຸດຂອງຊາດ-ປະເທດຊາດ", "ການສົມທົບກຳລັງແຮງຂອງຊາດເຂົ້າກັບກຳລັງແຮງຂອງຍຸກສະໄໝ" ແລະ "ການເອົາຫຼັກການເປັນພື້ນເພື່ອໝູນໃຊ້ຢ່າງໄຫວພິບ", ແຕ່ວິທີການຈັດຕັ້ງປະຕິບັດຫຼັກການ ແລະທິດນຳການຕ່າງປະເທດຈຳເປັນຕ້ອງໄດ້ຮັບການປັບປຸງ ແລະປ່ຽນແປງໃໝ່ໃຫ້ເໝາະສົມກັບສະພາບການປະຈຸບັນ, ປະກອບສ່ວນເຂົ້າໃນການປະຕິບັດເປົ້າໝາຍການພັດທະນາຂອງປະເທດໃຫ້ປະສົບຜົນສຳເລັດ.
ໜ້າທີ່ການຕ່າງປະເທດໂດຍພື້ນຖານແລ້ວກ່ຽວຂ້ອງກັບເປົ້າໝາຍດ້ານການປ້ອງກັນປະເທດ, ຄວາມໝັ້ນຄົງ, ການພັດທະນາ ແລະ ການເສີມຂະຫຍາຍສະຖານະຂອງປະເທດໃນເວທີສາກົນ. ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII ຂອງພັກ (ເດືອນມັງກອນ 2021) ໄດ້ກຳນົດ “ບົດບາດນຳໜ້າຂອງການຕ່າງປະເທດ” ໃນ "ການສ້າງແລະຮັກສາສະພາບແວດລ້ອມທີ່ສັນຕິພາບແລະສະຖຽນລະພາບ, ການລະດົມຊັບພະຍາກອນພາຍນອກເພື່ອການພັດທະນາປະເທດຊາດ, ເສີມສ້າງສະຖານະແລະກຽດສັກສີຂອງປະເທດ". ໃນໄລຍະທີ່ຈະມາເຖິງ, ໜ້າທີ່ການຕ່າງປະເທດຈະໄດ້ຮັບການກຳນົດຢ່າງຊັດເຈນ ແລະຍົກລະດັບໃຫ້ສູງຂຶ້ນ ໂດຍຍຶດໝັ້ນຕາມຈິດໃຈຊີ້ນຳຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໃນການປະຊຸມຮ່ວມກັບຄະນະພັກກະຊວງການຕ່າງປະເທດ ກ່ຽວກັບການຜັນຂະຫຍາຍແນວທາງການຕ່າງປະເທດຂອງກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ ແລະ ການພັດທະນາຂະແໜງການທູດ.
ທິດທາງໜ້າທີ່ຂ້າງເທິງສະທ້ອນໃຫ້ເຫັນເຖິງການປ່ຽນແປງຈິນຕະນາການກ່ຽວກັບຖານະ ແລະບົດບາດຂອງການຕ່າງປະເທດໃນຍຸກໃໝ່, ຍຸກແຫ່ງການບືນຕົວຂຶ້ນຂອງຊາດ. ນັ້ນແມ່ນພື້ນຖານການທູດທີ່ເປັນເຈົ້າການ, ຕັ້ງໜ້າ ແລະປະດິດສ້າງຫຼາຍຂຶ້ນ, ມີການເຊື່ອມໂຍງທີ່ແໜ້ນແຟ້ນຍິ່ງຂຶ້ນ ລະຫວ່າງປັດໄຈພາຍໃນແລະສາກົນ, ອຳນວຍຄວາມສະດວກແລະສ້າງຄຸນຫະໂຫຍດຢ່າງເປັນຮູບປະທຳ ຕໍ່ການບັນລຸເປົ້າໝາຍການພັດທະນາຂອງປະເທດໃນໄລຍະໃໝ່. ນັ້ນກໍແມ່ນພື້ນຖານການທູດທີ່ມີຄວາມສາມາດ ແລະ ຄວາມພ້ອມທີ່ຈະປະກອບສ່ວນຢ່າງມີປະສິດທິພາບຫຼາຍຂຶ້ນ ໃນການແກ້ໄຂບັນຫາຮ່ວມກັນໃນລະດັບພາກພື້ນແລະທົ່ວໂລກ; ຜ່ານນັ້ນ ສ້າງທ່າແລະກຳລັງແຮງໃໝ່ໃຫ້ກັບປະເທດ ແລະເສີມຂະຫຍາຍຊື່ສຽງຂອງປະເທດໃນເວທີສາກົນໃຫ້ສູງຂຶ້ນ.
ການປ່ຽນແປງໃນການຮັບຮູ້ ແລະການປະເມີນສະຖານະການໂລກ ແລະພາກພື້ນໃນອະນາຄົດ ເປັນພື້ນຖານສຳລັບການປັບປ່ຽນ ແລະປ່ຽນແປງຄວາມຄິດ ແລະການດຳເນີນນະໂຍບາຍຕ່າງປະເທດ. ຄວາມເຂົ້າໃຈທີ່ຖືກຕ້ອງກ່ຽວກັບແນວໂນ້ມການພັດທະນາໂລກທີ່ຕິດພັນກັບເສັ້ນທາງການພັດທະນາ, ເປົ້າໝາຍ ແລະ ຄວາມຕ້ອງການຂອງປະເທດ, ຈະຊ່ວຍໃຫ້ຫວຽດນາມວາງຕຳແໜ່ງຕົວເອງໄດ້ຢ່າງຖືກຕ້ອງພາຍໃນກະແສຫຼັກຂອງໂລກ.
ເສັ້ນທາງ, ເປົ້າໝາຍ ແລະ ຄວາມຕ້ອງການໃນການພັດທະນາປະເທດໄດ້ຮັບການກຳນົດໄວ້ຢ່າງຈະແຈ້ງແລ້ວ. ໃນນັ້ນ, ສິ່ງສຳຄັນທີ່ສຸດແມ່ນການບັນລຸເປົ້າໝາຍຍຸດທະສາດໃຫ້ສຳເລັດພາຍໃນປີ 2030, ຫວຽດນາມຈະກາຍເປັນປະເທດກຳລັງພັດທະນາທີ່ມີອຸດສາຫະກຳທີ່ທັນສະໄໝ ແລະມີລາຍໄດ້ປານກາງສູງ; ແລະພາຍໃນປີ 2045, ຫວຽດນາມຈະກາຍເປັນປະເທດສັງຄົມນິຍົມທີ່ພັດທະນາແລ້ວ ທີ່ມີລາຍໄດ້ສູງ; ເພື່ອປຸກຕື່ນມານະຈິດແຫ່ງຊາດ, ຄວາມໝັ້ນໃຈໃນຕົນເອງ, ຈິດໃຈເພິ່ງຕົນເອງ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ຄວາມພາກພູມໃຈໃນຊາດ ແລະ ຄວາມປາຖະໜາໃນການພັດທະນາປະເທດ; ການປະສານສົມທົບກຳລັງແຮງຂອງຊາດເຂົ້າກັບກຳລັງແຮງຂອງຍຸກສະໄໝ. ເພື່ອບັນລຸເປົ້າໝາຍເຫຼົ່ານີ້, ຫວຽດນາມຈຳເປັນຕ້ອງຮັບປະກັນເງື່ອນໄຂຕໍ່ໄປນີ້:
ຮັກສາສະພາບແວດລ້ອມທີ່ສັນຕິພາບແລະສະຖຽນລະພາບ; ຮັກສາສະຖານະການການຕ່າງປະເທດທີ່ເປີດກວ້າງ ແລະເອື້ອອຳນວຍຕໍ່ການພັດທະນາ. ນອກເໜືອຈາກການຮັກສາເອກະລາດ, ອຳນາດອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ ແລະ ການຕອບສະໜອງຕໍ່ສິ່ງທ້າທາຍດ້ານຄວາມໝັ້ນຄົງແບບດັ້ງເດີມແລະແບບໃໝ່ທີ່ມີຄວາມຊັບຊ້ອນຫຼາຍຂຶ້ນຢ່າງມີປະສິດທິພາບແລ້ວ ຫວຽດນາມຍັງຈຳເປັນຕ້ອງສືບຕໍ່ເສີມສ້າງເຄືອຂ່າຍສາຍພົວພັນກັບຄູ່ຮ່ວມມືໃຫ້ໝັ້ນຄົງ ໂດຍສະເພາະກັບບັນດາປະເທດໃຫຍ່, ບັນດາສູນກາງທາງເສດຖະກິດ, ວິທະຍາສາດ ແລະ ເຕັກໂນໂລຊີຊັ້ນນຳໃນໂລກ ເພື່ອເພີ່ມໂອກາດການຮ່ວມມືໃຫ້ຫຼາຍທີ່ສຸດ ເພື່ອບັນລຸເປົ້າໝາຍການພັດທະນາປະເທດໃນຍຸກໃໝ່.
ປົດປ່ອຍແຮງຂັບເຄື່ອນການເຕີບໂຕຂອງພື້ນຖານເສດຖະກິດ, ການຟື້ນຟູປັດໄຈຂັບເຄື່ອນການເຕີບໂຕແບບດັ້ງເດີມ (ການຄ້າ, ການສົ່ງອອກ) ຄວບຄູ່ໄປກັບການຊອກຫາ ແລະພັດທະນາປັດໄຈຂັບເຄື່ອນການເຕີບໂຕໃໝ່ໆຢ່າງແຂງຂັນ, ໂດຍສະເພາະ ໃນຂະແໜງການແລະຂົງເຂດເຕັກໂນໂລຊີສູງ (ເຕັກໂນໂລຊີດິຈິຕອນ, ເຊມິຄອນດັກເຕີ, ປັນຍາປະດິດ, ເຕັກໂນໂລຊີຊີວະພາບ, ກະສິກຳສະຫຼາດ ແລະອື່ນໆ) ເພື່ອຮັກສາລະດັບການເຕີບໂຕທີ່ສູງຢ່າງຕໍ່ເນື່ອງ ແລະບັນລຸຄວາມກ້າວໜ້າທີ່ສຳຄັນ.
ການເຊື່ອມໂຍງເສດຖະກິດສາກົນທີ່ເລິກເຊິ່ງ ແລະ ການເຂົ້າຮ່ວມໃນລະດັບທີ່ສູງຂຶ້ນໃນລະບົບຕ່ອງໂສ້ການສະໜອງພາກພື້ນ ແລະທົ່ວໂລກ. ຫວຽດນາມຈຳເປັນຕ້ອງຫັນປ່ຽນ ແລະສະສົມຊັບພະຍາກອນຈາກພາຍນອກທີ່ມີປະສິດທິພາບຫຼາຍຂຶ້ນ ໃຫ້ກາຍເປັນກຳລັງແຮງພາຍໃນປະເທດ, ສ້າງຮາກຖານເພື່ອດຳເນີນການຫັນປະເທດເປັນອຸດສາຫະກຳແລະທັນສະໄໝໃຫ້ປະສົບຜົນສຳເລັດ. ໃຊ້ປະໂຫຍດຈາກສັນຍາການຄ້າເສລີ (FTA) ເຊັ່ນ: CPTPP, RCEP, ສັນຍາການຄ້າເສລີຫວຽດນາມແລະອີຢູ (EVFTA),... ເພື່ອຂະຫຍາຍແລະກະຈາຍຕະຫຼາດໃຫ້ຫຼາກຫຼາຍຍິ່ງຂຶ້ນ. ດັ່ງນັ້ນ, ຫວຽດນາມຈຳເປັນຕ້ອງສ້າງການເຊື່ອມຕໍ່ທີ່ໃກ້ຊິດ ແລະ ມີປະສິດທິພາບລະຫວ່າງວິສາຫະກິດພາຍໃນ ແລະ ຕ່າງປະເທດຕາມທິດທາງສົ່ງອອກ, ຍົກສູງຄວາມສາມາດໃນການແຂ່ງຂັນຂອງວິສາຫະກິດພາຍໃນປະເທດ, ໂດຍສະເພາະແມ່ນວິສາຫະກິດຂະໜາດກາງ, ຂະໜາດນ້ອຍ ແລະນ້ອຍສຸດ (MSMEs) ໂດຍການລົງທຶນໃນດ້ານວິທະຍາສາດແລະເຕັກໂນໂລຊີ, ປັບປຸງຍົກສູງສະມັດຕະພາບ, ຄຸນນະພາບ ແລະ ການຝຶກອົບຮົມບຸກຄະລາກອນ.
ການປ່ຽນແປງໃໝ່ລະບອບລະບຽບ, ການແກ້ບັນຫາຄໍຂວດ, ການປູທາງໃຫ້ແກ່ການພັດທະນາ; ສືບຕໍ່ປັບປຸງນະໂຍບາຍແລະກົດໝາຍໃຫ້ສົມບູນແບບ, ປັບປຸງຍົກສູງປະສິດທິພາບ ແລະປະສິດທິຜົນຂອງການຄຸ້ມຄອງລັດ. ນີ້ຖືວ່າເປັນ "ອຸປະສັກສຳຄັນທີ່ສຸດ" ໃນການພັດທະນາປະເທດໃນປະຈຸບັນ ແລະຈຳເປັນຕ້ອງຂະຈັດອອກໄປເພື່ອສ້າງແຮງຜັກດັນໃນການພັດທະນາ.
ການພັດທະນາຊັບພະຍາກອນບຸກຄົນຄຸນນະພາບສູງ ເພື່ອຕອບສະໜອງຄວາມຕ້ອງການໃນການສ້າງແບບວິທີການຜະລິດໃໝ່ທີ່ກ້າວໜ້າແລະທັນສະໄໝ, ເຊັ່ນດຽວກັນກັບຄວາມຕ້ອງການໃນການເຊື່ອມໂຍງສາກົນຢ່າງເລິກເຊິ່ງ. ພ້ອມກັນນັ້ນ ກໍຕ້ອງສ້າງແຜນການໄລຍະຍາວແລະເໝາະສົມ ເພື່ອຕອບສະໜອງຕໍ່ສິ່ງທ້າທາຍຢ່າງມີປະສິດທິພາບ.
ບາງບັນຫາທີ່ວາງອອກມາຕໍ່ການຕ່າງປະເທດຂອງຫວຽດນາມໃນຍຸກແຫ່ງການບືນຕົວຂຶ້ນຂອງຊາດ
ທີໜຶ່ງ, ສືບຕໍ່ໃຫ້ຄວາມສຳຄັນສູງສຸດຕໍ່ການພົວພັນຕ່າງປະເທດທີ່ຮັບໃຊ້ການພັດທະນາ ໂດຍອາໄສການໃຊ້ປະໂຫຍດຢ່າງມີປະສິດທິພາບຈາກສະພາບແວດລ້ອມການພົວພັນຕ່າງປະເທດທີ່ເອື້ອອຳນວຍແລະເປີດກວ້າງຂອງປະເທດ ແລະ ຈຸດແຂງສະເພາະຕົວຂອງການຕ່າງປະເທດ. ຄຽງຄູ່ກັບການວາງແນວຄິດ "ຮັບໃຊ້ການພັດທະນາ" ໃນຈຸດໃຈກາງຂອງໜ້າທີ່ການງານທັງໝົດນັ້ນ ຂົງເຂດການຕ່າງປະເທດຈຳເປັນຕ້ອງສຸມໃສ່ການໃຊ້ປະໂຫຍດຈາກຂອບການພົວພັນກັບຄູ່ຮ່ວມມືຢ່າງມີປະສິດທິພາບ ເພື່ອສົ່ງເສີມໂອກາດການຮ່ວມມືທາງເສດຖະກິດ, ວິທະຍາສາດ ແລະ ເຕັກໂນໂລຊີ, ໂດຍສະເພາະເຕັກໂນໂລຊີໃໝ່ໆ, ປະກອບສ່ວນເຂົ້າໃນການສະສົມຄວາມເຂັ້ມແຂງພາຍໃນປະເທດໃຫ້ປະເທດສາມາດກ້າວໜ້າ, ພັດທະນາ ແລະ ດຳເນີນຂະບວນການຫັນເປັນອຸດສາຫະກຳແລະທັນສະໄໝໄດ້ຢ່າງສຳເລັດຜົນ. ດ້ວຍຄວາມເຂັ້ມແຂງທີ່ບຸກເບີກ, ການຕ່າງປະເທດຄວນສືບຕໍ່ສົ່ງເສີມການສຶກສາຂໍ້ມູນ ແລະ ບົດຮຽນທີ່ໄດ້ຮຽນຮູ້ຈາກປະສົບການການພັດທະນາຂອງປະເທດອື່ນໆ, ໂດຍສະເພາະກ່ຽວກັບການປະຕິຮູບສະຖາບັນ ແລະ ນະໂຍບາຍ ແລະ ການຫຼຸດພົ້ນຈາກ "ກັບດັກລາຍໄດ້ປານກາງ". ພ້ອມກັນນັ້ນ, ການຕ່າງປະເທດຍັງມີພື້ນທີ່ອີກຫຼາຍທີ່ຈະເສີມຂະຫຍາຍບົດບາດປະສານງານ, ເຊື່ອມໂຍງ ແລະ ກຳຈັດອຸປະສັກໃນການປະຕິບັດຄຳໝັ້ນສັນຍາ ແລະ ຂໍ້ຕົກລົງກັບຄູ່ຮ່ວມງານສາກົນ, ໂດຍສະເພາະໃນຂົງເຂດທີ່ສຳຄັນເຊັ່ນ: ການພັດທະນາພື້ນຖານໂຄງລ່າງຍຸດທະສາດ, ພະລັງງານ, ການເຊື່ອມຕໍ່ທາງດິຈິຕອນ, ການສົ່ງເສີມ "ວັດທະນະທຳການລົງມືປະຕິບັດ" ແລະການຍົກລະດັບປະສິດທິຜົນແລະເນື້ອໃນຂອງການຮ່ວມມືກັບຄູ່ຮ່ວມງານ.
ທີສອງ, ເສີມຂະຫຍາຍຢ່າງແຂງແຮງບົດບາດທີ່ສຳຄັນແລະຕໍ່ເນື່ອງຂອງການຕ່າງປະເທດ, ພ້ອມກັບຂະແໜງການແລະກອງກຳລັງອື່ນໆ, ໂດຍສະເພາະແມ່ນການປະສານງານຢ່າງໃກ້ຊິດລະຫວ່າງການປ້ອງກັນປະເທດ-ປ້ອງກັນຄວາມໝັ້ນຄົງ ແລະການຕ່າງປະເທດໃນການຮັກສາສະພາບແວດລ້ອມທີ່ສັນຕິພາບ, ສະຖຽນລະພາບ, ປົກປ້ອງເອກະລາດ, ອະທິປະໄຕ, ເອກະພາບ ແລະ ຜືນແຜ່ນດິນອັນຄົບຖ້ວນຢ່າງໝັ້ນຄົງ; ລະບຸແລະແກ້ໄຂຄວາມທ້າທາຍຕໍ່ຄວາມໝັ້ນຄົງ ແລະການພັດທະນາຂອງປະເທດ "ຕັ້ງແຕ່ຫົວທີແລະຈາກໄລຍະໄກ". ພ້ອມກັນນັ້ນ, ຄວນໃຫ້ຄວາມສຳຄັນຫຼາຍຂຶ້ນກັບລັກສະນະສັດຈະວິພາກ, ການເຊື່ອມໂຍງຢ່າງໃກ້ຊິດ ແລະ ການຫັນປ່ຽນເຊິ່ງກັນແລະກັນ ລະຫວ່າງຜົນປະໂຫຍດດ້ານຄວາມໝັ້ນຄົງ ແລະການພັດທະນາ. ປະສານສົມທົບຢ່າງແໜ້ນແຟ້ນລະຫວ່າງເສດຖະກິດ ແລະ ການປ້ອງກັນປະເທດ-ປ້ອງກັນຄວາມໝັ້ນຄົງ, ລວມທັງການສົ່ງເສີມການຮ່ວມມືດ້ານເສດຖະກິດໃນເຂດຊາຍແດນກັບປະເທດເພື່ອນບ້ານ, ປະກອບສ່ວນເຂົ້າໃນການປັບປຸງເສັ້ນຊາຍແດນທີ່ສັນຕິພາບ, ມິດຕະພາບ, ການຮ່ວມມື ແລະ ການພັດທະນາ.
ທີສາມ, ເສີມຂະຫຍາຍບົດບາດນຳພາຜ່ານຄວາມຄິດລິເລີ່ມ, ແນວຄິດ, ການປະກອບສ່ວນຢ່າງແຂງຂັນໃນການພັດທະນາ, ກຳນົດກົດເກນ ແລະຂໍ້ບັງຄັບດ້ານພຶດຕິກຳໃນການພົວພັນສາກົນ. ດ້ວຍຄວາມເຂັ້ມແຂງແລະສະຖານະໃໝ່ຂອງປະເທດ ລວມເຖິງຄວາມພ້ອມທີ່ຈະປະກອບສ່ວນຫຼາຍຂຶ້ນໃນການແກ້ໄຂບັນຫາຮ່ວມກັນລະດັບໂລກ, ການທູດຫຼາຍຝ່າຍຈຳເປັນຕ້ອງໄດ້ຮັບການຍົກລະດັບໃຫ້ສູງຂຶ້ນ, ໂດຍສະເພາະພາຍໃນກົນໄກຕ່າງໆເຊັ່ນ: ອາຊຽນ, ສະຫະປະຊາຊາດ, ອະນຸພາກພື້ນແມ່ນໍ້າຂອງ. ຫວຽດນາມສາມາດເສີມຂະຫຍາຍຄວາມຄິດລິເລີ່ມແລະບົດບາດຕັ້ງໜ້າຂອງຕົນ ໃນບັນຫາທີ່ກ່ຽວຂ້ອງກັບສັນຕິພາບ, ຄວາມໝັ້ນຄົງ ແລະ ການພັດທະນາໃນພາກພື້ນ; ເຂົ້າຮ່ວມຢ່າງຕັ້ງໜ້າຕັ້ງແຕ່ເລີ່ມຕົ້ນໃນການກຳນົດຂອບ ແລະ "ກົດເກມ" ໃໝ່ ໂດຍສະເພາະທີ່ກ່ຽວຂ້ອງກັບເຕັກໂນໂລຊີ, ການຮັບປະກັນຜົນປະໂຫຍດສູງສຸດຂອງຊາດ-ປະເທດຊາດ.
ທີສີ່, ການປະສານສົມທົບຢ່າງກົມກຽວ ຄົບຊຸດ ລະຫວ່າງການທູດທາງການເມືອງ, ການທູດທາງເສດຖະກິດ, ການທູດທາງວັດທະນະທໍາ ແລະ ຂົງເຂດອື່ນໆ; ໃນນັ້ນການທູດທາງການເມືອງແມ່ນສິ່ງສໍາຄັນ, ການທູດທາງເສດຖະກິດແມ່ນການບຸກທະລຸ, ການທູດທາງວັດທະນະທໍາແມ່ນພື້ນຖານ. ຕາມນັ້ນ, ການທູດທາງການເມືອງຈໍາເປັນຕ້ອງດຳເນີນການຢ່າງຕໍ່ເນື່ອງເພື່ອເສີມສ້າງຄວາມໄວ້ວາງໃຈທາງການເມືອງໃຫ້ໝັ້ນຄົງ, ເພີ່ມການປະສານຜົນປະໂຫຍດກັບຄູ່ຮ່ວມມື, ຈັດການສາຍພົວພັນໂດຍລວມກັບປະເທດເພື່ອນບ້ານ, ປະເທດມະຫາອໍານາດ ແລະ ຄູ່ຮ່ວມມືທີ່ສໍາຄັນຢ່າງມີປະສິດທິພາບ, ປະກອບສ່ວນສ້າງຄວາມເຂັ້ມແຂງແລະສະຖານະໃໝ່ໃຫ້ແກ່ປະເທດ. ການທູດທາງເສດຖະກິດຕ້ອງປົດປ່ອຍກຳລັງແຮງພາຍໃນ, ເປີດໂອກາດໃນການພັດທະນາ, ປະກອບສ່ວນສ້າງຄວາມກ້າວໜ້າໃນການເຕີບໂຕທາງເສດຖະກິດຢ່າງຍືນຍົງ; ປະກອບສ່ວນເຂົ້າໃນການຮັກສາການພັດທະນາທີ່ແຂງແຮງ ແລະໝັ້ນຄົງຂອງເສດຖະກິດໂລກ ແລະ ຕອບສະໜອງຕໍ່ຄວາມທ້າທາຍລະດັບໂລກ. ການທູດທາງວັດທະນະທໍາຊ່ວຍປັບປຸງຮາກຖານທາງຈິດວິນຍານ, ເສີມຂະຫຍາຍຄວາມເຂົ້າໃຈເຊິ່ງກັນແລະກັນ, ອໍານວຍຄວາມສະດວກໃນການດຳເນີນຄວາມສຳພັນລະຫວ່າປະເທດ ແລະ ປະກອບສ່ວນເຂົ້າໃນການສົ່ງເສີມແລະຍົກລະດັບອຳນາດນຸ່ມນວນແລະສະຖານະສາກົນຂອງປະເທດ. ສົ່ງເສີມຮູບແບບໃໝ່ທາງການທູດທີ່ສອດຄ່ອງກັບຄວາມຕ້ອງການ ແລະທິດທາງການພັດທະນາຂອງປະເທດໃນຍຸກໃໝ່, ໂດຍສະເພາະການທູດດ້ານວິທະຍາສາດແລະເຕັກໂນໂລຊີ, ການທູດດ້ານກະສິກໍາ, ການທູດດ້ານສິ່ງແວດລ້ອມ ແລະອື່ນໆ.
ທີຫ້າ, ຍົກລະດັບການຄົ້ນຄວ້າ, ການໃຫ້ຄຳປຶກສາແລະພະຍາກອນຍຸດທະສາດ ເຊິ່ງສະທ້ອນໃຫ້ເຫັນເຖິງຈິດໃຈທີ່ຄົບຖ້ວນ, ທັນສະໄໝ ແລະ ເປັນມືອາຊີບຂອງ "ການທູດໃນຍຸກໃໝ່". ຜະລິດຕະພັນດ້ານການຄົ້ນຄວ້າແລະຄຳປຶກສາ ຈຳເປັນຕ້ອງມີການເຊື່ອມໂຍງ, ເຊື່ອມຕໍ່ລະຫວ່າງສາຂາວິຊາ ແລະຮອບດ້ານ ໂດຍອີງໃສ່ການປະສານງານຢ່າງໃກ້ຊິດລະຫວ່າງທຸກເສົາຄໍ້າ ແລະທຸກພາກສ່ວນທີ່ກ່ຽວຂ້ອງກັບກິດຈະການຕ່າງປະເທດ. ພິເສດ, ການຕ່າງປະເທດຈຳເປັນຕ້ອງເສີມຂະຫຍາຍບົດບາດຂອງການຄົ້ນຄວ້າ ແລະໃຫ້ຄຳປຶກສາກ່ຽວກັບບັນຫາເສດຖະກິດຕ່າງປະເທດຂອງປະເທດ, ລວມທັງຍຸດທະສາດການເຊື່ອມໂຍງເສດຖະກິດສາກົນຢ່າງເລິກເຊິ່ງ ແລະ ເສີມຂະຫຍາຍບົດບາດ, ທີ່ຕັ້ງ ແລະ ການເຂົ້າຮ່ວມຂອງຫວຽດນາມໃນລະບົບຕ່ອງໂສ້ການສະໜອງລະດັບພາກພື້ນ ແລະທົ່ວໂລກ. ເຂົ້າໃຈຢ່າງລະອຽດເຖິງພັດທະນາການສາກົນທີ່ສົ່ງຜົນກະທົບຕໍ່ຄວາມໝັ້ນຄົງແລະການພັດທະນາຂອງປະເທດ, ໂດຍສະເພາະທີ່ກ່ຽວຂ້ອງກັບປະເທດເພື່ອນບ້ານ, ປະເທດມະຫາອຳນາດ, ຄູ່ຮ່ວມມືທີ່ສຳຄັນ ແລະ ທ່າອ່ຽງການພັດທະນາໃໝ່ໆ; ຄາດຄະເນໂອກາດແລະຄວາມທ້າທາຍ, ແລະ ໃຫ້ຄຳແນະນຳກ່ຽວກັບແຜນນະໂຍບາຍ, ການຕັດສິນໃຈ ແລະ ວິທີແກ້ໄຂທີ່ເໝາະສົມ.
ທີຫົກ, ການສ້າງຖັນແຖວພະນັກງານທາງການທູດໃນຍຸກໃໝ່ທີ່ມີທັງຄວາມຮູ້ຄວາມເຂົ້າໃຈທາງການເມືອງ ແລະຄວາມສາມາດທາງວິຊາຊີບສູງ, ມີໄຫວພິບທາງການເມືອງທີ່ເຂັ້ມແຂງ, ມີຄວາມຮູ້ ແລະ ທັກສະທີ່ຄົບຖ້ວນທຽບເທົ່າມາດຕະຖານລະດັບພາກພື້ນແລະສາກົນ, ມີຄວາມເຂົ້າໃຈຢ່າງລະອຽດກ່ຽວກັບກົດໝາຍສາກົນ, ປະເພນີຂະນົບທຳນຽມ, ວັດທະນະທຳ, ກົດໝາຍທ້ອງຖິ່ນ, ຫຼັກການນະໂຍບາຍຕ່າງປະເທດແລະການຮ່ວມມືສາກົນ, ມຸ່ງໝັ້ນບຸກເບີກນະວັດຕະກຳແລະຄວາມຄິດສ້າງສັນຢ່າງຕໍ່ເນື່ອງ, ປະກອບສ່ວນຕົວຈິງໃນການບັນລຸເປົ້າໝາຍການຕ່າງປະເທດໃນໄລຍະໃໝ່. ເພື່ອບັນລຸເປົ້າໝາຍດັ່ງກ່າວ, ວຽກງານພະນັກງານຕ້ອງສືບຕໍ່ເປັນ “ກະແຈສຳຄັນ” ໃນໜ້າທີ່ການກໍ່ສ້າງ ແລະພັດທະນາຂະແໜງການທູດໃນໄລຍະຕໍ່ໄປ. ອາດຈະເວົ້າໄດ້ວ່າ ນີ້ແມ່ນເງື່ອນໄຂຕັດສິນເບື້ອງຕົ້ນທີ່ເຮັດໃຫ້ການຕ່າງປະເທດພັດທະນາຢ່າງແຂງແຮງ ແລະ ປະກອບສ່ວນຢ່າງມີຄຸນຄ່າໃນການບັນລຸເປົ້າໝາຍ ແລະຍຸດທະສາດການພັດທະນາປະເທດໃນຍຸກແຫ່ງການບືນຕົວຂຶ້ນຂອງຊາດ./.
---------------------
(1) ໂຕເລິມ: “ຄວາມຮັບຮູ້ພື້ນຖານບາງປະການກ່ຽວກັບຍຸກໃໝ່ - ຍຸກແຫ່ງການບືນຕົວຂຶ້ນຂອງຊາດ”, ວາລະສານກອມມູນິດ, ສະບັບທີ 1.050, ເດືອນພະຈິກ 2024, ໜ້າ 4.
(2) ຮອດປີ 2030, ຄົບຮອບ 100 ປີແຫ່ງການສ້າງຕັ້ງພັກ, ຫວຽດນາມຈະກາຍເປັນປະເທດກຳລັງພັດທະນາທີ່ມີລາຍໄດ້ປານກາງສູງ.
(3) ຮອດປີ 2045, ຄົບຮອບ 100 ປີແຫ່ງການສະຖາປະນາສາທາລະນະລັດປະຊາທິປະໄຕຫວຽດນາມ ເຊິ່ງປະຈຸບັນແມ່ນສາທາລະນະລັດສັງຄົມນິຍົມຫວຽດນາມ, ຫວຽດນາມຈະເປັນປະເທດສັງຄົມນະຍົມທີ່ພັດທະນາແລ້ວ ແລະມີລາຍໄດ້ສູງ.
(4) ຄາດວ່າ ລັດເຊຍຈະເປັນປະເທດທີ່ມີຂະໜາດເສດຖະກິດໃຫຍ່ເປັນອັນດັບ 8 ຂອງໂລກພາຍໃນປີ 2030 ໂດຍມີງົບປະມານດ້ານການປ້ອງກັນປະເທດປະມານ 123 ຕື້ໂດລາສະຫະລັດ ເຊິ່ງຢູ່ໃນອັນດັບທີ 4 ຂອງໂລກ. ຍີ່ປຸ່ນຄາດວ່າຈະຂະຫຍັບຂຶ້ນມາຢູ່ໃນອັນດັບທີ 6 ໃນບັນດາ 10 ປະເທດທີ່ມີການໃຊ້ຈ່າຍດ້ານການປ້ອງກັນປະເທດຫຼາຍທີ່ສຸດພາຍໃນປີ 2030. ສ່ວນອິນເດຍຄາດວ່າຈະຍັງຄົງຮັກສາສະຖານະປະເທດທີ່ມີຂະໜາດເສດຖະກິດໃຫຍ່ເປັນອັນດັບ 3 ຂອງໂລກພາຍໃນປີ 2030 ໂດຍຄາດວ່າຈະມີການໃຊ້ຈ່າຍດ້ານການປ້ອງກັນປະເທປະມານ 183 ຕື້ໂດລາສະຫະລັດພາຍໃນປີ 2030.
(5) ສິ່ງນີ້ສະແດງໃຫ້ເຫັນໄດ້ຜ່ານກຸ່ມ “ສີ່ຝ່າຍ” (QUAD). ຂໍ້ຕົກລົງການຮ່ວມມືດ້ານການປ້ອງກັນປະເທດສາມຝ່າຍ ລະຫວ່າງສະຫະລັດອາເມລິກາ, ສະຫະລາຊະອານາຈັກ ແລະ ອົດສະຕຣາລີ (AUKUS), ກຸ່ມປະເທດພັດທະນາແລ້ວແລະປະເທດເສດຖະກິດເກີດໃໝ່ (BRICS), ອົງການຄວາມຮ່ວມມືຊຽງໄຮ້ (SCO), ກົນໄກ "ຫ້າຕາ", ແລະ ຂໍ້ຕົກລົງກ່ຽວກັບຊິບເຊມິຄອນດັກເຕີ ເຊັ່ນ CHIP4 ແລະ CHIP5.
(6) ເບິ່ງ: ຫງວຽນ ຮັ່ງ: “ກອງທຶນການເງິນລະຫວ່າງປະເທດ (IMF) ປັບການຄາດຄະເນການເຕີບໂຕທາງເສດຖະກິດໃນປີ 2024 ສຳລັບຫຼາຍປະເທດ”, Vietnam+, ngày 22-10-2024, https://www.vietnamplus.vn/imf-dieu-chinh-du-bao-tang-truong-nam-2024-doi-voi-mot-so-nen-kinh-te-post986822.vnp?gidzl=7e9ADcoKRaOQd4mpQejfHHoQI3TttMf2Lin9CYNQR4PMc4zWTum-556JI6yirsDB3C4JFML59XD2QfLXJG
(7) ລາຍງານເລື່ອງ “ໂລກທີ່ກຳລັງສູງໄວຂຶ້ນ: ປີ 2015” ເຜີຍແຜ່ໂດຍສຳນັກງານສຳມະໂນປະຊາກອນແຫ່ງສະຫະລັດອາເມລິການ ເມື່ອວັນທີ 28 ມີນາ 2016.
(8) “millennials” ຄົນລຸ້ນນີ້ເກີດລະຫວ່າງຕົ້ນທົດສະວັດ 1980 ແລະກາງທົດສະວັດ 1990 ຂອງສະຕະວັດທີ XX.
(9) ຂໍ້ມູນຈາກເວທີເສດຖະກິດໂລກ (WEF) ເດືອນພະຈິກ 2021.
(10) ເບິ່ງ: “ASIA 2050: Realizing the Asian Century” (ແປໂດຍຫຍໍ້: ອາຊີ ປີ 2050: ການຮັບຮູ້ເຖິງສະຕະວັດແຫ່ງອາຊີ), Asian Development Bank, 2025, https://www.adb.org/sites/default/files/publication/28608/asia2050-executive-summary.pdf