ນະໂຍບາຍວີຊ່າສຳລັບຜູ້ມີຄວາມສາມາດ: ໄມ້ງັດຍຸດທະສາດ
ໃນການແຂ່ງຂັນດ້ານຜູ້ມີຄວາມສາມາດລະດັບສາກົນ
ແລະຂໍ້ສະເໜີການອອກແບບນະໂຍບາຍ

ໂດຍ ຮສ. ປອ. ດວ່ານ ມິງ ຫວນ
ກຳມະການສູນກາງພັກ, ຮອງຜູ້ອຳນວຍການປະຈຳສະຖາບັນການເມືອງແຫ່ງຊາດໂຮ່ຈີມິນ
03:26, 13-05-2026

ວກ.- ໃນຍຸກເສດຖະກິດພູມປັນຍາ, ເສດຖະກິດດິຈິຕອນ ແລະ ເສດຖະກິດສ້າງສັນ, ການແຂ່ງຂັນລະດັບໂລກທີ່ດຸເດືອຂຶ້ນເລື້ອຍໆ ເຮັດໃຫ້ຄວາມສາມາດໃນການດຶງດູດ ແລະ ຮັກສາບຸກຄະລາກອນທີ່ມີຄວາມສາມາດລະດັບສາກົນ ເປັນສິ່ງສຳຄັນອັນດັບຕົ້ນໆ ສຳລັບທຸກປະເທດ. ນະໂຍບາຍວີຊ່າສຳລັບຜູ້ມີຄວາມສາມາດ (Talent Visa Policy) ບໍ່ພຽງແຕ່ເປັນເລື່ອງການບໍລິຫານຈັດການ ແລະການເຂົ້າປະເທດເທົ່ານັ້ນ, ແຕ່ຍັງເປັນໄມ້ງັດຍຸດທະສາດໃນການສ້າງຄວາມໄດ້ປຽບໃນການແຂ່ງຂັນດ້ານບຸກຄະລາກອນ. ບັນດາປະເທດທີ່ໄດ້ສ້າງຕັ້ງກົນໄກວີຊ່າສຳລັບຜູ້ມີຄວາມສາມາດ ທີ່ມີຄວາມຍືດຫຍຸ່ນ ແລະສ້າງສັນໃນໄລຍະຕົ້ນໆ ມັກຈະເປັນຜູ້ນໍາໜ້າໃນດ້ານຄວາມສາມາດປ່ຽນແປງໃໝ່ ແລະ ການພັດທະນາອົງຄວາມຮູ້ຂອງຊາດ. ດັ່ງນັ້ນ, ຫວຽດນາມຈຶ່ງຈໍາເປັນຕ້ອງອອກແບບນະໂຍບາຍວີຊ່າສຳລັບຜູ້ມີຄວາມສາມາດ ທີ່ມີລັກສະນະບຸກທະລຸ ແລະ ເຊື່ອມໂຍງຢ່າງໃກ້ຊິດກັບລະບົບນິເວດນະວັດຕະກໍາຂອງປະເທດ ເພື່ອສົ່ງເສີມການພັດທະນາຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ.

ທ່ານເລຂາທິການໃຫຍ່ ໂຕເລິມ ແລະ ຄະນະຜູ້ແທນຢ້ຽມຊົມງານສະແດງນະວັດຕະກຳສາກົນ ພາຍໃຕ້ຫົວຂໍ້ “ເຕັກໂນໂລຊີຍຸດທະສາດ - ກຳນົດອະນາຄົດຂອງຫວຽດນາມ” _ພາບ: TTXVN

ບົດບາດແລະຄວາມໝາຍທາງຍຸດທະສາດ ຂອງນະໂຍບາຍວີຊ່າສຳລັບຜູ້ມີຄວາມສາມາດ
ໃນການແຂ່ງຂັນດ້ານບຸກຄະລາກອນລະດັບສາກົນ

ທໍາອິດ, ນະໂຍບາຍນີ້ເຮັດໃຫ້ເນື້ອໃນຂອງການເຊື່ອມໂຍງສາກົນສົມບູນແບບ ແລະ ມີປະສິດທິພາບ, ສ້າງກົນໄກໃນການປ່ຽນແປງໂຄງສ້າງ ແລະ ຄຸນນະພາບຂອງຊັບພະຍາກອນມະນຸດໃນຮູບແບບການເຕີບໂຕໃໝ່ ທີ່ອີງໃສ່ແຮງຂັບເຄື່ອນການເຄື່ອນຍ້າຍແຮງງານທັງໃນປະເທດ ແລະ ຕ່າງປະເທດ.

ນະໂຍບາຍວີຊ່າສຳລັບຜູ້ມີຄວາມສາມາດ (talent visa)(1), ບໍ່ພຽງແຕ່ຂະຫຍາຍການຮ່ວມມືສາກົນເທົ່ານັ້ນ, ແຕ່ຍັງມີຜົນກະທົບຕໍ່ການປ່ຽນແປງໂຄງສ້າງ ແລະ ຄຸນນະພາບຂອງຊັບພະຍາກອນມະນຸດໃນປະເທດ. ການດຶງດູດຜູ້ຊ່ຽວຊານ, ນັກວິທະຍາສາດ, ນັກປະດິດສ້າງ ແລະ ຜູ້ປະກອບການດ້ານເຕັກໂນໂລຊີຈາກທົ່ວໂລກ ປະກອບສ່ວນເຂົ້າໃນການປັບໂຄງສ້າງຕະຫຼາດແຮງງານ ໄປສູ່ການປ່ຽນແປງທີ່ເນັ້ນຄວາມຮູ້, ດິຈິຕອນ ແລະ ສີຂຽວ, ສອດຄ່ອງກັບຮູບແບບການເຕີບໂຕໃໝ່ ບົນພື້ນຖານຂອງວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກໍາ, ການຫັນປ່ຽນດິຈິຕອນ, ການປ່ຽນແປງສີຂຽວ ແລະ ການປ່ຽນແປງດ້ານພະລັງງານ.

ການມີຢູ່ຂອງບຸກຄະລາກອນທີ່ມີຄວາມສາມາດລະດັບສາກົນໃນບັນດາຂົງເຂດທີ່ສຳຄັນ ເຊັ່ນ: ອຸດສາຫະກຳເຕັກໂນໂລຊີສູງ (ປັນຍາປະດິດ, ເຕັກໂນໂລຊີຊີວະພາບ, ພະລັງງານໝູນວຽນ, ວັດສະດຸຂັ້ນສູງ ແລະອື່ນໆ), ອຸດສາຫະກຳສ້າງສັນ, ອຸດສາຫະກຳວັດທະນະທຳ ແລະອື່ນໆ ຊ່ວຍຫຼຸດໄລຍະເວລາການປ່ຽນຜ່ານຈາກແຮງງານໄຮ້ສີມື ໄປສູ່ແຮງງານຖານຄວາມຮູ້, ປະກອບເປັນກຸ່ມຂະແໜງການປ່ຽນແປງໃໝ່ປະດິດສ້າງ. ດ້ວຍເຫດນີ້, ການເຄື່ອນຍ້າຍຊັບພະຍາກອນມະນຸດຄຸນນະພາບສູງທັງໃນປະເທດ ແລະ ຕ່າງປະເທດ ຈຶ່ງກາຍເປັນແຮງຜັກດັນສຳຄັນ ໃນການປັບປຸງຜະລິດຕະພາບໂດຍລວມ (TFP), ເສີມສ້າງຮາກຖານຂອງເສດຖະກິດພູມປັນຍາ ແລະ ສົ່ງເສີມການພັດທະນາແບບຍືນຍົງ.

ທີສອງ, ເພີ່ມເຕີມຊັບພະຍາກອນ ແລະ ສ້າງ "ສະໜາມແຂ່ງຂັນລະດັບໂລກ" ສຳລັບຜູ້ມີຄວາມສາມາດ.

ນະໂຍບາຍວີຊ່າສຳລັບຜູ້ມີຄວາມສາມາດທີ່ມີປະສິດທິພາບ ຈະຊ່ວຍເຊື່ອມໂຍງ ແລະ ສ້າງສົມດຸນໃຫ້ກັບຊັບພະຍາກອນບຸກຄົນ ທັງໃນປະເທດແລະຕ່າງປະເທດ. ເມື່ອມີການຂາດແຄນຊັບພະຍາກອນບຸກຄົນຄຸນນະພາບສູງພາຍໃນປະເທດ ແລະ ທັກສະທີ່ຈຳກັດ, ໂດຍສະເພາະໃນດ້ານ AI, ການຄຸ້ມຄອງຂໍ້ມູນ, ພະລັງງານສີຂຽວ ແລະ ອຸດສາຫະກຳສ້າງສັນ, ຜູ້ມີຄວາມສາມາດຈະສາມາດເຕີມເຕັມຊ່ອງຫວ່າງຄວາມຮູ້ ແລະ ຍົກລະດັບມາດຕະຖານວິຊາຊີບ ແລະ ມາດຕະຖານການຄຸ້ມຄອງສ້າງສັນ. ບຸກຄະລາກອນທີ່ມີທັກສະສູງໃນທຸກປະເທດລ້ວນແຕ່ຕ້ອງການເຂົ້າຮ່ວມໃນຕະຫຼາດໂລກສະເໝີ ເພື່ອພັດທະນາຄວາມສາມາດ ແລະຂະຫຍາຍຜົນງານໄປສູ່ລະດັບສາກົນ. ໃນຄວາມເປັນຈິງ, ຜູ້ມີຄວາມສາມາດຈາກຕ່າງປະເທດມີເຄືອຂ່າຍຂ້າມຊາດ; ເມື່ອພວກເຂົາຍ້າຍໄປຢູ່ປະເທດໃດປະເທດໜຶ່ງ, ພວກເຂົາກໍ່ຈະເຊື່ອມໂຍງເຄືອຂ່າຍ ແລະລະບົບນິເວດປ່ຽນແປງໃໝ່ປະດິດສ້າງທັງໝົດຂອງປະເທດນັ້ນ ເຂົ້າກັບລະບົບປ່ຽນແປງໃໝ່ປະດິດສ້າງລະດັບໂລກ. ຖ້າຫາກອອກແບບຢ່າງຊານສະຫຼາດ, ນະໂຍບາຍວີຊ່າສຳລັບຜູ້ມີຄວາມສາມາດ ສາມາດດຶງດູດຜູ້ຊ່ຽວຊານ ແລະ ນັກວິທະຍາສາດຈາກຕ່າງປະເທດ ແລະ ສົ່ງເສີມໃຫ້ຜູ້ມີຄວາມສາມາດຊາວຫວຽດນາມເຊື່ອມໂຍງແລະແບ່ງປັນຄວາມຮູ້ໄປທົ່ວໂລກໄດ້.

ທີສາມ, ການໝູນວຽນຂອງຄວາມຮູ້ - ເງື່ອນໄຂສຳຄັນທີ່ສຸດສຳລັບຄຸນຄ່າການສ້າງສັນ.

ໃນລະບົບເສດຖະກິດພູມປັນຍາ, ຄວາມຮູ້ຈະມີຄຸນຄ່າຢ່າງແທ້ຈິງກໍຕໍ່ເມື່ອໄດ້ຮັບການແບ່ງປັນໄປທົ່ວໂລກ. ຖ້າຈຳກັດຢູ່ພາຍໃນຊາຍແດນຂອງປະເທດ, ຄວາມຮູ້ຈະລ້າສະໄໝໄດ້ງ່າຍ ເນື່ອງຈາກຂາດປະຕິສຳພັນ ແລະ ການປະຍຸກໃຊ້ໃໝ່ໆ. ນະໂຍບາຍວີຊ່າສຳລັບຜູ້ມີຄວາມສາມາດ ມີບົດບາດເປັນ "ເສັ້ນເລືອດ" ທີ່ໝູນວຽນຄວາມຮູ້ທົ່ວໂລກ, ເຊື່ອມໂຍງນັກວິທະຍາສາດ, ຜູ້ປະກອບການ ແລະ ສິລະປິນທີ່ມີຄວາມສາມາດຕະຫຼອດລະບົບຕ່ອງໂສ້ຄຸນຄ່າ ຕັ້ງແຕ່ແນວຄິດ - ເຕັກໂນໂລຊີ - ການຄ້າ - ວັດທະນະທຳສ້າງສັນ. ດ້ວຍເຫດນີ້, ບັນດາປະເທດທີ່ດຳເນີນນະໂຍບາຍນີ້ຢ່າງຈິງຈັງບໍ່ພຽງແຕ່ດຶງດູດ ແລະນຳເຂົ້າຄວາມຮູ້ ແລະທັກສະໃໝ່ໆ ເທົ່ານັ້ນ, ແຕ່ຍັງປັບປຸງຄວາມສາມາດໃນການຮຽນຮູ້ (learning capacity) ແລະຄວາມໄວໃນການປັບຕົວຂອງສະຖາບັນ ເຊິ່ງເປັນປັດໄຈຕັດສິນໃນເສດຖະກິດໂລກາພິວັດ ແລະປ່ຽນແປງໃໝ່ຢ່າງຕໍ່ເນື່ອງ(2).

ທີສີ່, ການກວດສອບຄວາມຖືກຕ້ອງຂອງນະໂຍບາຍ ແລະ ການສ້າງລະບົບນິເວດນະວັດຕະກໍາ.

ປະສິດທິພາບຂອງວີຊ່າສຳລັບຜູ້ມີຄວາມສາມາດຂຶ້ນຢູ່ກັບການອອກແບບສະຖາບັນທີ່ໂປ່ງໃສ ແລະ ຍືດຫຍຸ່ນ. ຮູບແບບບັດສີຟ້າຂອງສະຫະພາບເອີຣົບ (EU Blue Card) ຊ່ວຍໃຫ້ຜູ້ອອກແຮງງານທີ່ມີທັກສະສູງ ສາມາດເຂົ້າເຖິງຕະຫຼາດແຮງງານ ແລະສິດຜົນປະໂຫຍດທາງສັງຄົມຂອງເອີຣົບໄດ້. ການາດາແລະອົດສະຕຣາລີເຊື່ອມໂຍງວີຊ່າສຳລັບຜູ້ມີຄວາມສາມາດເຂົ້າກັບລະບົບນິເວດຂອງທຸລະກິດເລີ່ມຕົ້ນ ແລະ ນະວັດຕະກໍາ, ໂດຍປະສົມປະສານເງິນທຶນຮ່ວມລົງທຶນ, ການຮັບປະກັນການຄົ້ນຄວ້າ ແລະ ການສະໜັບສະໜູນທາງວິຊາການ ຈຶ່ງດຶງດູດຜູ້ມີຄວາມສາມາດເຂົ້າມາເປັນສ່ວນໜຶ່ງຂອງຍຸດທະສາດອຸດສາຫະກໍາສ້າງສັນ. ສິ່ງນີ້ສະແດງໃຫ້ເຫັນວ່າ ວີຊ່າສຳລັບຜູ້ມີຄວາມສາມາດຈະຍືນຍົງໄດ້ກໍຕໍ່ເມື່ອເຊື່ອມໂຍງກັບເຄືອຂ່າຍນະວັດຕະກໍາ, ກົນໄກການກວດສອບຄວາມຖືກຕ້ອງຂອງນະໂຍບາຍ ແລະ ການຮັບປະກັນການເຜີຍແຜ່ຄຸນຄ່າ.

ທີຫ້າ, ການເສີມຂະຫຍາຍອຳນາດນຸ່ມນວນ (soft power) ແລະ ຄວາມສາມາດໃນການແຂ່ງຂັນຂອງຊາດ.

ຕາມຂໍ້ມູນຂອງກອງທຶນການເງິນສາກົນ (IMF)(3), ປະເທດທີ່ສາມາດຮັກສາການໄຫຼວຽນຂອງບຸກຄະລາກອນທີ່ມີຄຸນນະພາບສູງໄດ້ຢ່າງຕໍ່ເນື່ອງ ມັກຈະມີທ່າແຮງດ້ານການປ່ຽນແປງໃໝ່ປະດິດສ້າງທີ່ດີກວ່າ ແລະມີອຳນາດທາງວັດທະນະທຳທີ່ກວ້າງຂວາງ. ດັ່ງນັ້ນ, ນະໂຍບາຍວີຊ່າສຳລັບຜູ້ມີຄວາມສາມາດຈຶ່ງບໍ່ພຽງແຕ່ເປັນເຄື່ອງມືໃນການຄຸ້ມຄອງການຍ້າຍຖິ່ນຖານເທົ່ານັ້ນ, ແຕ່ຍັງເປັນກົນໄກຂອງອຳນາດນຸ່ມນວນ ທີ່ສະທ້ອນເຖິງຄວາມໜ້າດຶງດູດຂອງສະຖາບັນ, ຄວາມເປີດກວ້າງທາງເສດຖະກິດ ແລະ ສະຖານະການພັດທະນາຂອງປະເທດ. ປະເທດທີ່ຜູ້ມີຄວາມສາມາດເລືອກທີ່ຢູ່ອາໄສ, ເຮັດວຽກ ແລະ ຢູ່ໄລຍະຍາວ ມັກຈະໄດ້ຮັບມຄຸນຄ່າຍີ່ຫໍ້, ກຽດສັກສີ ແລະ ອິດທິພົນສາກົນທີ່ເພີ່ມຂຶ້ນຢ່າງຈະແຈ້ງ. ເພື່ອຮັບປະກັນການພັດທະນາທີ່ຍືນຍົງ, ນະໂຍບາຍສຳລັບຜູ້ມີຄວາມສາມາດຈຳເປັນຕ້ອງໄດ້ຮັບການອອກແບບຢ່າງສອດຄ່ອງລະຫວ່າງການສົ່ງເສີມຊັບພະຍາກອນພາຍໃນປະເທດ ແລະ ການໃຊ້ຊັບພະຍາກອນພາຍນອກ ຫຼີກລ່ຽງການເພິ່ງພາອາໄສຊັບພະຍາກອນມະນຸດຈາກຜູ້ອົບພະຍົບ, ພ້ອມກັນນັ້ນກໍປ້ອງກັນ "ສະໝອງໄຫຼ" ແລະ ສົ່ງເສີມການໝູນວຽນຄວາມຮູ້ລະດັບໂລກ.

ໃນສະພາບການຂອງການແຂ່ງຂັນລະດັບໂລກເພື່ອແຍ່ງຊີງບຸກຄະລາກອນທີ່ມີຄວາມສາມາດທາງປັນຍາ ແລະການປ່ຽນແປງໃໝ່ປະດິດສ້າງ, ຫຼາຍປະເທດຖືວ່າ ວີຊ່າສຳລັບຜູ້ມີຄວາມສາມາດ ເປັນເຄື່ອງມືຍຸດທະສາດໃນການດຶງດູດ, ຮັກສາ ແລະ ເຊື່ອມໂຍງຊັບພະຍາກອນທາງປັນຍາທີ່ມີທັກສະສູງ ເຂົ້າໃນລະບົບນິເວດນະວັດຕະກຳຂອງປະເທດ. ສິ່ງທີ່ເປັນຈຸດຮ່ວມໃນຮູບແບບທີ່ປະສົບຄວາມສຳເລັດແມ່ນ ການປ່ຽນວີຊ່າສຳລັບຜູ້ມີຄວາມສາມາດ ຈາກຂັ້ນຕອນທາງດ້ານການບໍລິຫານ ໄປເປັນເຄື່ອງມືໃນການພັດທະນາຍຸດທະສາດ ແລະເຄື່ອງມືການແຂ່ງຂັນຂອງປະເທດ ເຊິ່ງເຊື່ອມໂຍງໂດຍກົງກັບຂະແໜງການທີ່ສຳຄັນເຊັ່ນ: ເຕັກໂນໂລຊີຂັ້ນສູງ, ວິທະຍາສາດ, ການປ່ຽນແປງໃໝ່ປະດິດສ້າງ ແລະ ອຸດສາຫະກຳສ້າງສັນ - ວັດທະນະທຳ - ການບັນເທີງ. ດ້ວຍເຫດນີ້, ບັນດາປະເທດເຫຼົ່ານີ້ສາມາດຊົດເຊີຍບັນຫາການຂາດແຄນແຮງງານພາຍໃນປະເທດ ແລະ ເພີ່ມຜະລິດຕະພາບ ແລະຄວາມສາມາດໃນການແຂ່ງຂັນຂອງຊາດໄດ້.

ປະສົບການສາກົນສະແດງໃຫ້ເຫັນວ່າ ວີຊ່າສຳລັບຜູ້ມີຄວາມສາມາດບໍ່ພຽງແຕ່ເປັນຂັ້ນຕອນທາງລັດຖະການເທົ່ານັ້ນ ແຕ່ຍັງເປັນໄມ້ງັດຍຸດທະສາດ ແລະເຄື່ອງມືໃນການແຂ່ງຂັນລະດັບຊາດໃນເສດຖະກິດພູມປັນຍາ ແລະເສດຖະກິດສ້າງສັນ. ຫຼັກການສຳຄັນສາມປະການທີ່ນຳໄປສູ່ຄວາມສຳເລັດຂອງຮູບແບບບຸກເບີກນີ້ຄື: 1- ການເຊື່ອມໂຍງນະໂຍບາຍວີຊ່າກັບຂະແໜງການເຕັກໂນໂລຊີສູງ, ການປ່ຽນແປງໃໝ່ປະດິດສ້າງ ແລະອຸດສາຫະກຳສ້າງສັນ ເພື່ອຮັບປະກັນວ່າ ຈະມີບຸກຄະລາກອນທີ່ມີຄວາມສາມາດເຂົ້າມາຮັບໃຊ້ຮູບແບບການເຕີບໂຕໃໝ່; 2- ການຮັບປະກັນເສັ້ນທາງການຢູ່ອາໄສໄລຍະຍາວ, ກົນໄກການເຊື່ອມໂຍງທີ່ມີຄວາມຍືດຫຍຸ່ນ ແລະ ສິດທິໃນການຕັ້ງຖິ່ນຖານທີ່ຊັດເຈນ; 3- ການເຊື່ອມໂຍງວີຊ່າກັບລະບົບນິເວດນະວັດຕະກຳ, ການເລີ່ມຕົ້ນທຸລະກິດ, ວັດທະນະທຳ ແລະການສຶກສາ ເພື່ອສ້າງຜົນກະທົບແຜ່ກະຈາຍຂອງຄວາມຮູ້ (knowledge spillover).

 ນີ້ແມ່ນຂໍ້ສະເໜີແນະທີ່ສໍາຄັນສໍາລັບຫວຽດນາມໃນການສ້າງກົນໄກວີຊ່າສຳລັບຜູ້ມີຄວາມສາມາດທີ່ປັບໃຫ້ເຂົ້າກັບເສດຖະກິດພູມປັນຍາ, ເສດຖະກິດດິຈິຕອນ ແລະອຸດສາຫະກໍາສ້າງສັນ ໂດຍມຸ່ງສູ່ການເຊື່ອມໂຍງຢ່າງຕັ້ງໜ້າ, ການດຶງດູດຢ່າງຍືນຍົງ ແລະການພັດທະນາຊັບພະຍາກອນມະນຸຄຸນນະພາບສູງໃນຍຸກໂລກາພິວັດທາງຄວາມຮູ້.

ຊ່ອງຫວ່າງໃນນະໂຍບາຍວີຊ່າສຳລັບຜູ້ມີຄວາມສາມາດຂອງຫວຽດນາມ

ໃນຂົງເຂດວິທະຍາສາດແລະເຕັກໂນໂລຊີ: ວິທະຍາສາດແລະເຕັກໂນໂລຊີແມ່ນຮາກຖານສຳຄັນຂອງຄວາມສາມາດໃນການແຂ່ງຂັນຂອງຊາດ ແລະເປັນແຮງຂັບເຄື່ອນຫຼັກຂອງຮູບແບບການເຕີບໂຕໃໝ່ ທີ່ອີງໃສ່ການປ່ຽນແປງໃໝ່ປະດິດສ້າງ, ການຫັນປ່ຽນດິຈິຕອນ ແລະ ການປ່ຽນແປງສີຂຽວ. ຫວຽດນາມໄດ້ດໍາເນີນບາດກ້າວເບື້ອງຕົ້ນໃນການດຶງດູດຜູ້ຊ່ຽວຊານຕ່າງປະເທດໃນດ້ານເຕັກໂນໂລຊີຂໍ້ມູນຂ່າວສານ, ປັນຍາປະດິດ, ເຕັກໂນໂລຊີຊີວະພາບ, ພະລັງງານໝູນວຽນ, ແຕ່ປະສິດທິພາບຍັງຈໍາກັດ ເນື່ອງຈາກຂາດກົນໄກການພັດທະນາທີ່ສຳຄັນ ແລະນະໂຍບາຍສະເພາະສໍາລັບຜູ້ມີຄວາມສາມາດທີ່ໂດດເດັ່ນ.

  ຂັ້ນຕອນການຂໍວີຊ່າ ແລະ ໃບອະນຸຍາດເຮັດວຽກມີຄວາມສັບສົນ ແລະໄລຍະເວລາດຳເນີນການຍັງຍາວນານ. ຫວຽດນາມຍັງບໍ່ທັນໄດ້ສ້າງ "ປະຕູຮັບບຸກຄະລາກອນທີ່ມີຄວາມສາມາດດ້ານເຕັກໂນໂລຊີສູງ" ຄືກັບສູນນະວັດຕະກໍາຂອງປະເທດຢູ່ໃນພາກພື້ນນີ້. ໃນຂະນະດຽວກັນ, ສິງກະໂປໄດ້ຜັນຂະຫຍາຍໂຄງການບັດເທັກໂນໂລຊີ - Tech.Pass (ໃນປີ 2021), ໂດຍໃຫ້ວີຊ່າສອງປີແກ່ຜູ້ຊ່ຽວຊານດ້ານເຕັກໂນໂລຊີດ້ວຍກົນໄກທີ່ຍືດຫຍຸ່ນ, ອະນຸຍາດໃຫ້ມີການສະໜັບສະໜູນຄອບຄົວ ແລະການໂອນຍ້າຍບໍລິສັດທີ່ຈ້າງງານໂດຍບໍ່ຕ້ອງມີຈົດໝາຍເຊີນສະເພາະ(4). ເຢຍລະມັນໃຊ້ບັດສີຟ້າຂອງສະຫະພາບເອີຣົບ (EU Blue Card) ເຊິ່ງອະນຸຍາດໃຫ້ມີທີ່ຢູ່ອາໄສ ແລະຕັ້ງຖິ່ນຖານໄລຍະຍາວໄດ້ຫຼັງຈາກ 33 ເດືອນ(5).

ນອກຈາກນັ້ນ, ການລົງທຶນດ້ານການຄົ້ນຄວ້າ ແລະ ພັດທະນາ (R&D) ຂອງຫວຽດນາມໃນປີ 2025 ຄາດວ່າຈະຢູ່ພຽງແຕ່ 0,9% ຂອງ GDP ເຊິ່ງຕໍ່າກວ່າຄ່າສະເລ່ຍຂອງບັນດາປະເທດໃນອົງການ OECD ທີ່ 2,4%, ເຮັດໃຫ້ໂຄງສ້າງພື້ນຖານດ້ານການຄົ້ນຄວ້າ ແລະການຮ່ວມມືລະຫວ່າງປະເທດອ່ອນແອລົງ(6). ສິ່ງນີ້ຫຼຸດຄວາມໜ້າດຶງດູດໃຈຂອງຫວຽດນາມສຳລັບຜູ້ມີຄວາມສາມາດລະດັບສາກົນ ແລະ ສົ່ງຜົນໃຫ້ນັກວິທະຍາສາດຫວຽດນາມຫຼາຍຄົນຍ້າຍໄປເຮັດວຽກຢູ່ສິງກະໂປ, ຍີ່ປຸ່ນ ແລະ ເກົາຫຼີໃຕ້.   

ໃນຂົງເຂດອຸດສາຫະກຳວັດທະນະທຳ ແລະ ອຸດສາຫພກຳການບັນເທີງ: ປະຈຸບັນ, ອຸດສາຫະກຳວັດທະນະທຳ - ການປະດິດສ້າງປະກອບສ່ວນປະມານ 3,1% ຂອງ GDP ໂລກ ແລະ ສ້າງວຽກເຮັດງານທຳຫຼາຍກວ່າ 30 ລ້ານຕຳແໜ່ງ(7). ໃນບັນດາປະເທດທີ່ພັດທະນາແລ້ວ ວີຊ່າສຳລັບຜູ້ມີຄວາມສາມາດດ້ານວັດທະນະທຳ, ສິລະປະ ແລະ ກິລາອາຊີບ ຖືກເປັນເຄື່ອງມືຍຸດທະສາດໃນການຂະຫຍາຍອຳນາດນຸ່ມນວນ.

ໃນປະເທດຫວຽດນາມ, ປະຈຸບັນຍັງບໍ່ມີວີຊ່າປະເພດແຍກຕ່າງຫາກສຳລັບຊັບພະຍາກອນບຸກຄົນດ້ານຄວາມຄິດສ້າງສັນ. ວີຊ່າແຮງງານ ຫຼື ວີຊ່າທຸລະກິດ ຍັງຖືກນຳໃຊ້ໂດຍທົ່ວໄປກັບທຸກຂະແໜງການແລະອາຊີບ ເຊິ່ງຂາດຄວາມຍືດຫຍຸ່ນ ແລະບໍ່ສະທ້ອນເຖິງຄວາມຄ່ອງຕົວສູງ ແລະ ໄລຍະເວລາໂຄງການສັ້ນຂອງສິລະປິນ, ນັກອອກແບບ ຫຼື ນັກກິລາຈາກຕ່າງປະເທດ. ໃນຂະນະດຽວກັນ, ເກົາຫຼີໃຕ້ໄດ້ພັດທະນາວີຊ່າ Hallyu (E-6) ເຊິ່ງເປັນໂຄງການທີ່ລວມນະໂຍບາຍວີຊ່າ, ການຄຸ້ມຄອງລິຂະສິດ, ການສະໜັບສະໜູນທາງກົດໝາຍ ແລະ ສະຫວັດດີການສັງຄົມ, ປະກອບສ່ວນເຂົ້າໃນການເຜີຍແຜ່ອຳນາດນຸ່ມນວນຂອງ Hallyu ໄປທົ່ວໂລກ. ປະຈຸບັນ, ຫວຽດນາມຍັງບໍ່ມີກົນໄກທີ່ຄ້າຍຄືກັນ ເຊິ່ງຈຳກັດຄວາມສາມາດໃນການດຶງດູດຜູ້ມີຄວາມສາມາດດ້ານຄວາມຄິດສ້າງສັນຈາກຕ່າງປະເທດ ເຖິງວ່າຈະມີວັດທະນະທຳທີ່ອຸດົມສົມບູນ ແລະເປັນເອກະລັກ ແລະ ກຳລັງສ້າງສັນໜຸ່ມທີ່ມີທ່າແຮງຈຳນວນຫຼາຍ(8).

ໃນຂົງເຂດການສຶກສາ ແລະ ສາທາລະນະສຸກ: ການສຶກສາແລະສາທາລະນະສຸກແມ່ນສອງເສົາຄໍ້າຂອງຄວາມໝັ້ນຄົງຂອງມະນຸດ ແລະ ການພັດທະນາແບບຍືນຍົງ, ເຊິ່ງບຸກຄະລາກອນທີ່ມີຄວາມສາມາດລະດັບສາກົນມີຜົນກະທົບຢ່າງແຮງ. ເຖິງວ່າຫວຽດນາມຈະມີຜູ້ຊ່ຽວຊານຊາວຕ່າງປະເທດຈຳນວນໜຶ່ງທີ່ເຮັດວຽກຢູ່ໃນສະຖາບັນການສຶກສາຊັ້ນສູງ ແລະໂຮງໝໍຂະໜາດໃຫຍ່, ແຕ່ກໍມີຈຳນວນໜ້ອຍ. ອັດຕາສ່ວນຂອງອາຈານຊາວຕ່າງຊາດໃນສະຖາບັນການສຶກສາຊັ້ນສູງຂອງຫວຽດນາມທີ່ເຂົ້າຮ່ວມໃນການຈັດອັນດັບສາກົນມັກຈະມີພຽງແຕ່ 1%-2%, ໃນຂະນະທີ່ ສິງກະໂປ ຢູ່ທີ່ປະມານ 25% ແລະ ເກົາຫຼີໃຕ້ປະມານ 15% (9). ສາເຫດສ່ວນໜຶ່ງມາຈາກນະໂຍບາຍວີຊ່າ ແລະການຢູ່ອາໄສທີ່ບໍ່ໜ້າດຶງດູດ, ການພັກເຊົາໄລຍະສັ້ນ, ຂັ້ນຕອນທີ່ສັບສົນ ແລະ ການຂາດການຮັບປະກັນສຳລັບຄອບຄົວຂອງຜູ້ຊ່ຽວຊານ. ຫວຽດນາມຍັງບໍ່ມີ "ລະບົບວີຊ່າແບບຄົບວົງຈອນ" (one-stop visa system) ສຳລັບຜູ້ມີຄວາມສາມາດດ້ານການສຶກສາ - ສາທາລະນະສຸກ, ເຊິ່ງນຳໄປສູ່ການຄຸ້ມຄອງທີ່ກະຈັດກະຈາຍລະຫວ່າງກະຊວງ, ຂະແໜງການຕ່າງໆ(10). ໃນຂະນະດຽວກັນ, ມາເລເຊຍ, ສິງກະໂປ ແລະ ໄທ ໄດ້ນຳວີຊ່າສະເພາະສຳລັບຜູ້ຊ່ຽວຊານດ້ານສາທາລະນະສຸກ ແລະການສຶກສາມາໃຊ້ ເຊິ່ງອະນຸຍາດໃຫ້ເຮັດວຽກ, ຄົ້ນຄວ້າ ແລະ ຝຶກອົບຮົມດ້ວຍຂັ້ນຕອນທີ່ຍືດຫຍຸ່ນ.

ໃນຂົງເຂດເສດຖະສາດ, ການເງິນ - ທະນາຄານ, ໂລຈິສະຕິກ, ການຄຸ້ມຄອງຕົວເມືອງ ແລະ ໂຄງການທີ່ສຳຄັນ: ຊັບພະຍາກອນບຸກຄົນທີ່ມີຄຸນນະພາບສູງໃນຂົງເຂດການເງິນ, ທະນາຄານ, ໂລຈິສະຕິກ, ການຄຸ້ມຄອງຕົວເມືອງ ແລະ ໂຄງສ້າງພື້ນຖານ ມີບົດບາດສຳຄັນໃນການປ່ຽນແປງຮູບແບບການເຕີບໂຕ ຈາກແບບຂະຫຍາຍກວ້າງ ໄປສູ່ແບບເຂັ້ມຂົ້ນ. ຢ່າງໃດກໍ່ຕາມ, ຫວຽດນາມຂາດແຄນຜູ້ຊ່ຽວຊານທີ່ມີປະສົບການລະດັບສາກົນຢ່າງຫຼາຍ. ຕາມຂໍ້ມູນຂອງ IMF(11), ຫວຽດນາມຂາດແຄນຜູ້ຊ່ຽວຊານດ້ານເຕັກໂນໂລຊີທາງການເງິນ (fintech) ແລະການຄຸ້ມຄອງຄວາມສ່ຽງລະດັບໂລກ, ໃນຂະນະທີ່ສິ່ງເຫຼົ່ານີ້ແມ່ນຄວາມສາມາດຫຼັກຂອງການເງິນດິຈິຕອນ. ຕະຫຼາດໂລຈິສະຕິກຂອງຫວຽດນາມກຳລັງພັດທະນາຢ່າງໄວວາ, ໂດຍສະເພາະການໃຊ້ປະໂຫຍດຈາກຂໍ້ໄດ້ປຽບທີ່ປຽບທຽບໄດ້ຂອງທີ່ຕັ້ງທາງພູມສາດ, ທ່າເຮືອ, ສະໜາມບິນ ແລະ ການປ່ຽນແປງລະບົບຕ່ອງໂສ້ການສະໜອງລະດັບໂລກ, ແຕ່ຂາດພະນັກງານປະສານງານລະຫວ່າງປະເທດ. ໃນໂຄງການພັດທະນາຕົວເມືອງ, ພະລັງງານໝູນວຽນ, ການຂົນສົ່ງ ຫຼື ເຂດອຸດສາຫະກຳອັດສະລິຍະ, ວີຊ່າເຮັດວຽກບໍ່ມີກຸ່ມບຸລິມະສິດສະເພາະ, ເຮັດໃຫ້ການລະດົມຜູ້ຊ່ຽວຊານຈາກທົ່ວໂລກເປັນໄປໄດ້ຍາກ. ໃນທາງກົງກັນຂ້າມ, ສະຫະລັດອາຣັບເອມິເຣດ ແລະ ກາຕາຣ໌ ໄດ້ຜັນຂະຫຍາຍໂຄງການວີຊ່າທອງຄຳ (Golden Visa) ສຳລັບຜູ້ຊ່ຽວຊານດ້ານໂຄງສ້າງພື້ນຖານ ແລະການເງິນ ເຊິ່ງອະນຸຍາດໃຫ້ຢູ່ອາໄສໄດ້ຍາວນານເຖິງ 10 ປີ ພ້ອມກັບສິດທິໃນການລົງທຶນ ແລະການຕັ້ງຖິ່ນຖານ. ການຂາດກົນໄກທີ່ຄ້າຍຄືກັນນີ້ຫຼຸດຄວາມໄດ້ປຽບໃນການແຂ່ງຂັນຂອງຫວຽດນາມໃນດ້ານຊັບພະຍາກອນບຸກຄົນສຳລັບໂຄງການສຳຄັນລະດັບຊາດ.

ໂອກາດແລະຄວາມທ້າທາຍໃນການພັດທະນານະໂຍບາຍວີຊ່າສຳລັບຜູ້ມີຄວາມສາມາດໃນຫຼາຍຂະແໜງການ

ຈາກຂໍ້ມູນຂອງ WEF(12), ຮອດປີ 2030 ໂລກຈະຂາດແຄນແຮງງານທີ່ມີທັກສະສູງເຖິງ 85 ລ້ານຄົນ, ເຮັດໃຫ້ເກີດ "ການແຂ່ງຂັນວີຊ່າສຳລັບຜູ້ມີຄວາມສາມາດ" ທົ່ວໂລກ. ຫວຽດນາມມີໂອກາດທີ່ຈະໃຊ້ປະໂຫຍດຈາກຄື້ນການຍ້າຍຖິ່ນຖານຂອງຊັບພະຍາກອນບຸກຄົນຄຸນນະພາບສູງ ທີ່ກ່ຽວຂ້ອງກັບການຖ່າຍທອດຄວາມຮູ້ ເມື່ອປະເທດກຳລັງປ່ຽນຜ່ານໄປສູ່ເສດຖະກິດດິຈິຕອນ, ການປ່ຽນແປງໃໝ່ປະດິດສ້າງ ແລະ ການພັດທະນາສີຂຽວຢ່າງແຂງແຮງ. ຢ່າງໃດກໍ່ຕາມ, ນະໂຍບາຍໃນປະຈຸບັນຍັງຄົງກະແຈກກະຈາຍ, ຂາດການເຊື່ອມໂຍງ ແລະ ບໍ່ສອດຄ່ອງກັນລະຫວ່າງຂະແໜງການຕ່າງໆ; ແຮງຈູງໃຈທາງພາສີ, ສະຫວັດດີການ, ການສະໜັບສະໜູນຄອບຄົວ ແລະ ການເຊື່ອມຕໍ່ກັບເຄືອຂ່າຍຜູ້ຊ່ຽວຊານລະດັບສາກົນຍັງມີຈຳກັດ. ໃນຄວາມເປັນຈິງ, ຫວຽດນາມຂາດຍຸດທະສາດທີ່ສົມບູນແບບ ໃນການຄຸ້ມຄອງການຍ້າຍຖິ່ນຖານຂອງຜູ້ມີຄວາມສາມາດລະຫວ່າງປະເທດ, ດັ່ງນັ້ນ ປະສິດທິພາບໃນການດຶງດູດຜູ້ມີຄວາມສາມາດຈຶ່ງຕໍ່າ ແລະ ບໍ່ມີການເຊື່ອມໂຍງລະຫວ່າງວີຊ່າ - ການຝຶກອົບຮົມ - ການນຳໃຊ້ - ຄ່າຕອບແທນ - ສະພາບແວດລ້ອມການເຮັດວຽກ,... ໃນຖານະລະບົບນິເວດການພັດທະນາ. ດັ່ງນັ້ນ, ເພື່ອໃຫ້ວີຊ່າສຳລັບຜູ້ມີຄວາມສາມາດກາຍເປັນໄມ້ງັດຍຸດທະສາດ ໃນການແຂ່ງຂັນດ້ານຜູ້ມີຄວາມສາມາດລະດັບສາກົນ, ຫວຽດນາມຈຳເປັນຕ້ອງລວມເອົາ "ນະໂຍບາຍວີຊ່າສຳລັບຜູ້ມີຄວາມສາມາດ" ເຂົ້າໃນລະບົບນະວັດຕະກໍາຂອງປະເທດ, ເຮັດໃຫ້ມັນກາຍເປັນໄມ້ງັດຍຸດທະສາດໃນການດຶງດູດຜູ້ມີຄວາມສາມາດລະດັບສາກົນ ແລະ ສົ່ງເສີມການເຊື່ອມໂຍງຢ່າງຍືນຍົງ.

ຂໍ້ສະເໜີການອອກແບບນະໂຍບາຍ

ເພື່ອໃຫ້ນະໂຍບາຍວີຊ່າສຳລັບຜູ້ມີຄວາມສາມາດກາຍເປັນໄມ້ງັດຍຸດທະສາດ ໃນການພັດທະນາຊັບພະຍາກອນບຸກຄົນຄຸນນະພາບສູງ ແລະ ເສີມສ້າງຂີດຄວາມສາມາດໃນການແຂ່ງຂັນຂອງປະເທດ, ຫວຽດນາມຈຳເປັນຕ້ອງມີວິທີເຂົ້າເຖິງໂດຍລວມ, ໂດຍພິຈາລະນາວ່າມັນເປັນສ່ວນປະກອບຂອງນະໂຍບາຍການພັດທະນາຄວາມຮູ້ ແລະກຳນົດຮູບແບບລະບົບນິເວດນະວັດຕະກໍາຂອງປະເທດ.

ທີໜຶ່ງ, ສ້າງກົນໄກ "ວີຊ່າສຳລັບຜູ້ມີຄວາມສາມາດຫວຽດນາມ" ທີ່ມີຜົນບັງຄັບໃຊ້ທາງກົດໝາຍໄລຍະຍາວ ແລະ ເຊື່ອມໂຍງກັບສາກົນ.

ຫວຽດນາມຈໍາເປັນຕ້ອງອອກວີຊ່າສຳລັບຜູ້ມີຄວາມສາມາດເປັນໂຄງການລະດັບຊາດທີ່ມີຂອບກົດໝາຍຂອງຕົນເອງ, ມີໄລຍະເວລາ 5-10 ປີ, ມີກົນໄກການຕໍ່ອາຍຸທີ່ຍືດຫຍຸ່ນ ແລະ ສິດທິການຢູ່ອາໄສແບບມີເງື່ອນໄຂ. ນະໂຍບາຍນີ້ຕ້ອງປະສານລວມການຍ້າຍຖິ່ນຖານ - ແຮງງານ - ວິທະຍາສາດ - ເຕັກໂນໂລຊີ ແລະ ນະວັດຕະກໍາ, ໂດຍອ້າງອີງມາດຕະຖານຂອງປະເທດທີ່ພັດທະນາແລ້ວ(13).

ວີຊ່າສຳລັບຜູ້ມີຄວາມສາມາດຄວນໃຫ້ຄວາມສຳຄັນກັບ 10 ຂົງເຂດຍຸດທະສາດຄື: ປັນຍາປະດິດ, ເຕັກໂນໂລຊີຊີວະພາບ, ພະລັງງານໝູນວຽນ, ການຫັນປ່ຽນສີຂຽວ, ວັດສະດຸຂັ້ນສູງ, ເຕັກໂນໂລຊີຄວອນຕຳ, ການດູແລສຸຂະພາບທີ່ມີຄຸນນະພາບສູງ, ການສຶກສາລະດັບມະຫາວິທະຍາໄລ, ນັກປະດິດ ແລະສິລະປິນ ທີ່ມີຄວາມສາມາດ, ນັກກິລາທີ່ມີຄວາມສາມາດ ເຊິ່ງເປັນເສົາຄ້ຳຂອງຮູບແບບການເຕີບໂຕໃໝ່. ຄວນມີການກຳນົດມາດຖານດ້ານປະລິມານທີ່ໂປ່ງໃສ ກ່ຽວກັບຄວາມສາມາດ ແລະ ຜົນງານທາງວິທະຍາສາດ ແລະ ເຕັກໂນໂລຊີ, ຄ້າຍຄືກັບໂຄງການ Tech.Pass ຂອງສິງກະໂປ ຫຼື ໂຄງການ Global Talent Independent Program ຂອງອົດສະຕຣາລີ ເພື່ອຮັບປະກັນຄວາມສາມາດໃນການແຂ່ງຂັນ ແລະ ການປະເມີນຜົນການປະຕິບັດຢ່າງເປັນປະຈຳ.

ທີສອງ, ການປະສົມປະສານແຮງຈູງໃຈທາງການເງິນ, ພາສີ ແລະ ສະຫວັດດີການສັງຄົມ.

ນະໂຍບາຍວີຊ່າສຳລັບຜູ້ມີຄວາມສາມາດສະໄໝໃໝ່ຕ້ອງເຊື່ອມໂຍງກັບແຮງຈູງໃຈທາງການເງິນ ແລະ ຄວາມໝັ້ນຄົງທາງສັງຄົມ. ຫວຽດນາມຈຳເປັນຕ້ອງປະສົມປະສານແຮງຈູງໃຈດ້ານພາສີລາຍໄດ້ບຸກຄົນທຳມະດາ, ການສະໜັບສະໜູນການຄົ້ນຄວ້າ ແລະ ການເລີ່ມຕົ້ນທຸລະກິດ ແລະ ນະໂຍບາຍວີຊ່າຄອບຄົວ ທີ່ຮັບປະກັນການເຂົ້າເຖິງການສຶກສາ ແລະ ການດູແລສຸຂະພາບຢ່າງເທົ່າທຽມກັນ.

ປະສົບການຂອງອົດສະຕຣາລີສະແດງໃຫ້ເຫັນວ່າ ຊຸດແຮງຈູງໃຈທີ່ຄົບຖ້ວນສົມບູນ ລວມມີການຫຼຸດພາສີ, ການສະໜັບສະໜູນຄ່າຮຽນສຳລັບລູກຫຼານ ແລະ ປະກັນສຸຂະພາບແຫ່ງຊາດ, ເປັນປັດໄຈສຳຄັນທີ່ເຮັດໃຫ້ປະເທດນີ້ກາຍເປັນ "ສູນລວມຜູ້ມີຄວາມສາມາດພິເສດໃນພາກພື້ນອາຊີປາຊີຟິກ". ຫວຽດນາມຈຳເປັນຕ້ອງນຳໃຊ້ປະສົບການນີ້ ເພື່ອດຶງດູດຜູ້ມີຄວາມສາມາດລະດັບສາກົນ ແລະປັນຍາຊົນຊາວຫວຽດນາມຢູ່ຕ່າງປະເທດ ໃຫ້ເຂົ້າມາມີສ່ວນຮ່ວມໃນລະບົບນິເວດນະວັດຕະກຳພາຍໃນປະເທດໃນໄລຍະຍາວ.

ທີສາມ, ເຊື່ອມໂຍງນະໂຍບາຍວີຊ່າສຳລັບຜູ້ມີຄວາມສາມາດເຂົ້າກັບລະບົບນິເວດນະວັດຕະກໍາແຫ່ງຊາດ.

ວີຊ່າສຳລັບຜູ້ມີຄວາມສາມາດຈະມີປະສິດຕະພາບກໍ່ໍ່ຕໍ່ເມື່ອເຊື່ອມໂຍງກັບລະບົບນິເວດນະວັດຕະກໍາແຫ່ງຊາດ. ລັດຖະບານຕ້ອງເຊື່ອມໂຍງນະໂຍບາຍນີ້ ກັບສູນນະວັດຕະກໍາແຫ່ງຊາດ, ເຂດເຕັກໂນໂລຊີສູງ ແລະມະຫາວິທະຍາໄລຄົ້ນຄວ້າທີ່ສໍາຄັນ ເພື່ອສ້າງ "ລະບົບນິເວດສໍາລັບການດຶງດູດ ແລະໃຊ້ປະໂຫຍດຈາກຜູ້ມີຄວາມສາມາດ". ພ້ອມກັນນັ້ນ, ກໍ່ຕ້ອງເຊື່ອມໂຍງກັບເຄືອຂ່າຍຜູ້ມີຄວາມສາມາດຊາວຫວຽດນາມທົ່ວໂລກ, ສ້າງວົງຈອນການໄຫຼວຽນຂອງຄວາມຮູ້ຂ້າມຊາຍແດນ, ຊ່ວຍໃຫ້ຫວຽດນາມທັງຮັບແລະເຜີຍແຜ່ຄວາມຮູ້ພາຍໃນປະຊາຄົມວິທະຍາສາດ ແລະເຕັກໂນໂລຊີສາກົນ. ຮູບແບບນີ້ຊ່ວຍໃຫ້ເກີດການຫຼອມລວມສະຕິປັນຍາຂອງຫວຽດນາມໃນລະດັບໂລກ ໂດຍປະສົມປະສານຊັບພະຍາກອນພາຍໃນແລະພາຍນອກປະເທດໃນວົງຈອນປິດ: ການດຶງດູດ - ການຮ່ວມມື - ການພັດທະນາ - ການຖ່າຍທອດ.

ທີສີ່, ການວາງຕຳແໜ່ງຍີ່ຫໍ້ຜູ້ມີຄວາມສາມາດແຫ່ງຊາດ ແລະ ການສື່ສານຍຸດທະສາດ.

ນະໂຍບາຍດ້ານຜູ້ມີຄວາມສາມາດ ຕ້ອງໄປຄຽງຄູ່ກັບຍຸດທະສາດການສ້າງຍີ່ຫໍ້ "ປະຕູສູ່ບຸກຄະລາກອນທີ່ມີຄວາມສາມາດ". ຫວຽດນາມຄວນຜັນຂະຫຍາຍປະຕິບັດໂຄງການລວມຜູ້ມີຄວາມສາມາດຊາວຫວຽດນາມ (Vietnam Talent Hub) ເພື່ອສົ່ງເສີມພາບພົດຂອງປະເທດໃນຖານະປະຕູສູ່ຜູ້ມີຄວມສາມາດຂອງອາຊຽນ ເຊິ່ງເຊື່ອມໂຍງກັບລະບົບຕ່ອງໂສ້ຄຸນຄ່າດ້ານນະວັດຕະກໍາທົ່ວໂລກ.

ການສື່ສານນະໂຍບາຍຕ້ອງເນັ້ນໜັກຄຸນຄ່າທີ່ເປີດກວ້າງ, ປ່ຽນແປງໃໝ່ປະດິດສ້າງ ແລະຍືນຍົງ, ພ້ອມທັງສ້າງຄວາມສອດຄ່ອງຂອງຂໍ້ມູນລະຫວ່າງກະຊວງ ແລະອົງການຕ່າງໆ (ກະຊວງປ້ອງກັນປະເທດ, ກະຊວງປ້ອງກັນຄວາມສະຫງົບ, ກະຊວງການຕ່າງປະເທດ, ກະຊວງວິທະຍາສາດ ແລະເຕັກໂນໂລຊີ, ກະຊວງສຶກສາທິການແລະການຝຶກອົບຮົມ, ກະຊວງວັດທະນະທໍາ, ກິລາແລະການທ່ອງທ່ຽວ, ກະຊວງສາທາລະນະສຸກ, ກະຊວງພາຍໃນ ແລະອື່ນໆ). ນີ້ບໍ່ພຽງແຕ່ເປັນຍຸດທະສາດທາງເສດຖະກິດເທົ່ານັ້ນ, ແຕ່ຍັງເປັນເຄື່ອງມືຂອງອຳນາດນຸ່ມນວນ, ຢືນຢັນວ່າ ຫວຽດນາມເປັນປະເທດທີ່ປອດໄພ, ມີການປ່ຽນແປງໃໝ່ປະດິດສ້າງ ແລະ ເຊື່ອມໂຍງສາກົນ.

ທີຫ້າ, ດຳເນີນການທົດລອງນະໂຍບາຍແບບຄວບຄຸມ (sandbox) ສຳລັບວີຊ່າຜູ້ມີຄວາມສາມາດພິເສດໃນຂົງເຂດເຕັກໂນໂລຊີໃໝ່.

ຫວຽດນາມຄວນດຳເນີນການທົດລອງນະໂຍບາຍແບບຄວບຄຸມ (sandbox) ສຳລັບວີຊ່າຜູ້ມີຄວາມສາມາດໃນຂົງເຂດຕ່າງໆ ເຊັ່ນ: ປັນຍາປະດິດ, ເຕັກໂນໂລຊີທາງການເງິນ (fintech), ເຕັກໂນໂລຊີຊີວະການແພດ ແລະເຕັກໂນໂລຊີສີຂຽວ, ອຸດສາຫະກຳວັດທະນະທຳ ແລະ ອຸດສາຫະກຳບັນເທິງ ເຊິ່ງຈະຊ່ວຍໃຫ້ມີຄວາມພ້ອມໃນການນຳຄວາມສຳເລັດທາງເຕັກໂນໂລຊີໃໝ່ໆ ແລະແນວຄິດນະວັດຕະກຳ ມາໃຊ້ໃນທາງການຄ້າ ພ້ອມທັງຄຸ້ມຄອງຄວາມສ່ຽງໄດ້ຢ່າງມີປະສິດທິພາບ. ວິທີການນີ້ຈະຊ່ວຍໃຫ້ຫວຽດນາມຮຽນຮູ້ຈາກຮູບແບບສາກົນ, ຫຼຸດຄວາມສ່ຽງທາງກົດໝາຍ ແລະຄ່ອຍໆ ປັບປຸງຂອບສະຖາບັນຂອງຕົນໃຫ້ສົມບູນແບບ. ຖ້າຈັດຕັ້ງປະຕິບັດຢ່າງມີປະສິດທິພາບ, ແຊນດ໌ບ໊ອກຊ໌ວີຊ່າຜູ້ມີຄວາມສາມາດອາດຈະກາຍເປັນຮູບແບບບຸກເບີກໃນພາກພື້ນ, ຄ້າຍຄືກັບສິງກະໂປ, ໃນການຈັດການທົດລອງນະໂຍບາຍເຕັກໂນໂລຊີແບບຄວບຄຸມ.

ນະໂຍບາຍວີຊ່າສຳລັບຜູ້ມີຄວາມສາມາດກຳລັງກາຍເປັນໄມ້ງັດຍຸດທະສາດສຳຄັນ ໃນການແຂ່ງຂັນດ້ານບຸກຄະລາກອນທີ່ມີຄວາມສາມາດ ໃນຍຸກແຫ່ງການປ່ຽນແປງໃໝ່ປະດິດສ້າງທົ່ວໂລກ. ໃນຂະນະທີ່ຫຼາຍປະເທດໄດ້ຈັດຕັ້ງໂຄງການວີຊ່າສຳລັບຜູ້ມີຄວາມສາມາດຢ່າງຄອບຄຸມແລ້ວ, ຫວຽດນາມຍັງຢູ່ໃນໄລຍະເລີ່ມຕົ້ນ.

ການຈັດຕັ້ງປະຕິບັດວີຊ່າສຳລັບຜູ້ມີຄວາມສາມາດຫວຽດນາມຈະຊ່ວຍດຶງດູດ, ຮັກສາ ແລະ ພັດທະນາບຸກຄະບາກອນທີ່ມີຄວາມສາມາດລະດັບສາກົນ ເພື່ອຊົດເຊີຍການຂາດແຄນບຸກຄະລາກອນທີ່ມີທັກສະສູງໃນປະເທດ, ສົ່ງເສີມການໄຫຼວຽນຂອງຄວາມຮູ້ ແລະ ກະຕຸ້ນລະບົບນິເວດນະວັດຕະກຳຂອງປະເທດ ເພື່ອການເຊື່ອມໂຍງສາກົນ. ຖ້າໄດ້ຮັບການອອກແບບຢ່າງເໝາະສົມ ແລະ ປະສົມປະສານຢ່າງກົມກຽວກັບນະໂຍບາຍອື່ນໆ ແລະ ເຊື່ອມໂຍງຢ່າງໃກ້ຊິດກັບລະບົບນິເວດນະວັດຕະກຳຂອງປະເທດ, ນີ້ຈະເປັນປະຕູສູ່ການດຶງດູດບຸກຄະລາກອນທີ່ມີຄວາມສາມາດລະດັບໂລກ ແລະ ປະກອບສ່ວນຊຸກຍູ້ການເຊື່ອມໂຍງທີ່ເລິກເຊິ່ງ ເຂົ້າໃນລະບົບນິເວດນະວັດຕະກຳລະດັບພາກພື້ນ, ຢືນຢັນສະຖານະຂອງປະເທດຜູ້ສ້າງຄວາມຮູ້ ແລະ ເຊື່ອມໂຍງຢ່າງຫ້າວຫັນ ໃນຂະນະທີ່ກ້າວເຂົ້າສູ່ຍຸກໃໝ່ແຫ່ງການພັດທະນາ./.

-----------------------

(1) ວີຊ່າສຳລັບຜູ້ມີຄວາມສາມາດ (talent visa) ແມ່ນນະໂຍບາຍທີ່ຫຼາຍປະເທດນຳມາໃຊ້ເພື່ອດຶງດູດຜູ້ຊ່ຽວຊານ, ນັກວິທະຍາສາດ, ນັກປະດິດ ແລະ ຜູ້ປະກອບການດ້ານເຕັກໂນໂລຊີ ເຊິ່ງມີສ່ວນຊ່ວຍເລັ່ງການພັດທະນາ ແລະ ສົ່ງເສີມເຄືອຂ່າຍແລະລະບົບນິເວດນະວັດຕະກຳ.

(2) World Bank: World Development Report: The Changing Nature of Work (ລາຍງານການພັດທະນາໂລກ: ທາດແທ້ການປ່ຽນແປງຂອງວຽກງານ), 2019, ໜ້າ 103-107

(3) ເບິ່ງ: IMF: World Economic Outlook, (ແປໂດຍຫຍໍ້: ພາບລວມເສດຖະກິດໂລກ), 2021, ໜ້າ 75-78

(4) EDB (ຄະນະກຳມະການການພັດທະນາເສດຖະກິດສິງກະໂປ): Tech.Pass Policy Framework (ຂອບນະໂຍບາຍ Tech.Pass), 2021, ໜ້າ 5-6

(5) OECD (ອົງການຮ່ວມມືແລະພັດທະນາດ້ານເສດຖະກິດ): International Migration Outlook (ແນວໂນ້ມການຍ້າຍຖິ່ນຖານລະຫວ່າງປະເທດ), Paris: OECD Publishing, 2020, ໜ້າ 41-43

(6) OECD: Science, Technology and Innovation Outlook (ແນວໂນ້ມດ້ານວິທະຍາສາດ, ເຕັກໂນໂລຊີ ແລະ ການປ່ຽນແປງໃໝ່ປະດິດສ້າງ), Paris: OECD Publishing, 2023, ໜ້າ 20.

(7) UNESCO (ອົງການການສຶກສາ, ວິທະຍາສາດ ແລະ ວັດທະນະທຳ ແຫ່ງສະຫະປະຊາຊາດ): ReShaping Policies for Creativity (ການປັບປ່ຽນນະໂຍບາຍດ້ານການປ່ຽນແປງໃໝ່ປະດິດສ້າງ), Paris: UNESCO Publishing, 2022, ໜ້າ 12-13

(8) UNESCO: ReShaping Policies for Creativity (ການປັບປ່ຽນນະໂຍບາຍດ້ານການປ່ຽນແປງໃໝ່ປະດິດສ້າງ), Paris: UNESCO Publishing, 2022, ໜ້າ 15

(9) World Bank (ທະນາຄານໂລກ): Higher Education Sector Review (ປະເມີນການສຶກສາມະຫາວິທະຍາໄລ), 2022, ໜ້າ 11

(10) OECD: Education Policy Outlook (ພາບລວມຂອງນະໂຍບາຍການສຶກສາ), 2023, ໜ້າ 22-23

(11) IMF: World Economic Outlook (ພາບລວມເສດຖະກິດໂລກ), Washington D.C.: International Monetary Fund, 2021, ໜ້າ 16

(12) WEF (ເວທີປາໄສເສດຖະກິດໂລກ): Future of Jobs Report (ລາຍງານກ່ຽວກັບອະນາຄົດຂອງວຽກເຮັດງານທຳ), 2023, ໜ້າ 33-35

(13) ເບິ່ງ: OECD: International Migration Outlook (ແນວໂນ້ມການຍ້າຍຖິ່ນຖານລະຫວ່າງປະເທດ), Paris: OECD Publishing OECD, 2020, ໜ້າ 41-43