ເສີມຂະຫຍາຍປະສິດທິພາບຂອງການພົວພັນຕ່າງປະເທດຫຼາຍຝ່າຍ
ແນໃສ່ຮັບປະກັນ ແລະປົກປ້ອງສິດທິມະນຸດໃຫ້ດີຂຶ້ນ
ໃນສະໄໝແຫ່ງການເຊື່ອມໂຍງສາກົນທີ່ນັບມື້ນັບເລິກເຊິ່ງ
ແນໃສ່ຮັບປະກັນ ແລະປົກປ້ອງສິດທິມະນຸດໃຫ້ດີຂຶ້ນ
ໃນສະໄໝແຫ່ງການເຊື່ອມໂຍງສາກົນທີ່ນັບມື້ນັບເລິກເຊິ່ງ
ນັກສິລະປິນຍິງມອບໝາກໃຫ້ແກ່ທູດຍິງ ແລະຫົວໜ້າສຳນັກງານຕົວແທນຕ່າງປະເທດໃນຫວຽດນາມ ຂະນະທີ່ພວກເຂົາກຳລັງເພີດເພີນກັບການສະແດງເພງພື້ນເມືອງ ກວານຫໍ້ ຈາກແຂວງບັກນິງ. -ພາບ: baoquocte.vn
ສະພາບການສາກົນ ແລະ ການປັບຕົວຂອງຫວຽດນາມ
ໃນຊຸມປີມໍ່ໆມານີ້, ສະຖານະການໂລກແລະພາກພື້ນໄດ້ມີການປ່ຽນແປງຢ່າງໄວວາ ໂດຍມີ “ການຊ໊ອກ” ນະໜາດໃຫຍ່ ແລະຜົນກະທົບຮ້າຍແຮງທີ່ສຸດ ໃນຮອບຫຼາຍທົດສະວັດ. ການແຂ່ງຂັນຍຸດທະສາດລະຫວ່າງບັນດາປະເທດມະຫາອຳນາດທະວີຄວາມຮຸນແຮງຂຶ້ນ, ສົ່ງຜົນກະທົບໂດຍກົງຕໍ່ສະພາບແວດລ້ອມດ້ານຄວາມໝັ້ນຄົງ ແລະການພັດທະນາຂອງໂລກ. ອົງການສະຫະປະຊາຊາດ ແລະກົນໄກຫຼາຍຝ່າຍ ມີບົດບາດສຳຄັນໃນການສ້າງສັນຕິພາບ, ຄວາມໝັ້ນຄົງ ແລະ ການພັດທະນາ, ແຕ່ກໍ່ປະເຊີນກັບຄວາມທ້າທາຍຫຼາຍຢ່າງ. ໂລກາພິວັດ, ນອກເໜືອຈາກຜົນກະທົບທາງບວກແລ້ວ ຍັງເຜີຍໃຫ້ເຫັນຜົນກະທົບທາງລົບທີ່ກະທົບຕໍ່ສະຖຽນລະພາບຂອງຫຼາຍປະເທດ. ຄວາມທ້າທາຍດ້ານຄວາມໝັ້ນຄົງທີ່ບໍ່ແມ່ນແບບດັ້ງເດີມໄດ້ປາກົດຂຶ້ນຢ່າງຈະແຈ້ງ, ໂດຍສະເພາະແມ່ນການປ່ຽນແປງສະພາບດິນຟ້າອາກາດ, ພະຍາດລະບາດ, ຄວາມໝັ້ນຄົງດ້ານພະລັງງານ ແລະຄວາມໝັ້ນຄົງດ້ານອາຫານ. ແນວໂນ້ມຂອງການປ່ຽນແປງທາງດິຈິຕອນ, ການຫັນປ່ຽນສີຂຽວ, ການປະຕິວັດອຸດສາຫະກຳຄັ້ງທີສີ່ ແລະ ໂດຍສະເພາະແມ່ນການປະຍຸກໃຊ້ປັນຍາປະດິດ (AI), ເປີດໂອກາດໃຫ້ແກ່ການຮ່ວມມື ແລະ ການເຕີບໂຕ, ແຕ່ກໍກໍ່ໃຫ້ເກີດຄວາມທ້າທາຍ ຕໍ່ການຜັນຂະຫຍາຍວຽກງານການຕ່າງປະເທດຫຼາຍຝ່າຍຂອງຫວຽດນາມ ເພື່ອຮັບປະກັນແລະປົກປ້ອງສິດທິມະນຸດໃຫ້ດີຍິ່ງຂຶ້ນ.
ຄຸນຄ່າສາກົນຫຼາຍປະການທີ່ກົນໄກການຮ່ວມມືລະຫວ່າງປະເທດຕ່າງໆ ກຳລັງດຳເນີນການຢູ່ນັ້ນສອດຄ່ອງກັບເປົ້າໝາຍປະຈຸບັນຂອງຫວຽດນາມໃນດ້ານການພັດທະນາແບບຍືນຍົງ, ການຮ່ວມມືດ້ານເສດຖະກິດ, ການຮັບມືກັບການປ່ຽນແປງສະພາບດິນຟ້າອາກາດ ແລະ ການຮັກສາສິ່ງແວດລ້ອມ... ພ້ອມກັນນັ້ນ, ພູມສັນຖານ “ຫຼາຍຂົ້ວອຳນາດ” ແລະ ທ່າອ່ຽງໄປສູ່ການດຮັດໃຫ້ການພົວພັນລະຫວ່າງປະເທດເປັນປະຊາທິປະໄຕຫຼາຍຂຶ້ນ ກໍ່ຂະຫຍາຍພື້ນທີ່ສຳລັບການເຂົ້າຮ່ວມຂອງສັງຄົມແລະພາກທຸລະກິດ. ໂດຍສະເພາະ, ກົນໄກການຮ່ວມມືໃນພາກພື້ນອາຊີປາຊີຟິກ, ໂດຍສະເພາະແມ່ນສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ຍັງສືບຕໍ່ຢືນຢັນບົດບາດສຳຄັນຂອງຕົນໃນອາຊີຕາເວັນອອກສ່ຽງໃຕ້ ເຊິ່ງຖືເປັນ “ຈຸດສະຫວ່າງ” ສຳລັບສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາ.
ຢ່າງໃດກໍ່ຕາມ, ສະຖາບັນຫຼາຍຝ່າຍເຊັ່ນ: ສະຫະປະຊາຊາດ, ອົງການການຄ້າໂລກ (WTO), ອົງການອະນາໄມໂລກ (WHO) ແລະ ອົງການຈັດຕັ້ງສາກົນອື່ນໆອີກຫຼາຍແຫ່ງ ຕ່າງປະເຊີນກັບຄວາມທ້າທາຍຢ່າງຮຸນແຮງນັບຕັ້ງແຕ່ສິ້ນສຸດສົງຄາມໂລກຄັ້ງທີສອງ. ການແຂ່ງຂັນຍຸດທະສາດລະຫວ່າງບັນດາປະເທດມະຫາອຳນາດໄດ້ຫຼຸດທອນປະສິດທິພາບ, ຫຼຸດຂອບເຂດການຮ່ວມມື ແລະເຮັດໃຫ້ການຄົ້ນຫາທາງອອກທີ່ເໝາະສົມ, ສອດຄ່ອງ ແລະເປັນທີ່ຍອມຮັບຮ່ວມກັນໄດ້ນັ້ນຍາກຂຶ້ນເລື້ອຍໆ. ຂອບການຮ່ວມມືລະດັບໂລກທີ່ສຳຄັນຫຼາຍປະການ ເຊັ່ນ: ວາລະການພັດທະນາແບບຍືນຍົງປີ 2030 ຫຼືຂໍ້ຕົກລົງປາຣີ ວ່າດ້ວຍການປ່ຽນແປງສະພາບອາກາດ (COP-26) ໄດ້ຖືກຈັດຕັ້ງປະຕິບັດຊ້າກວ່າທີ່ຄວນຈະເປັນ. ໃນເວລາດຽວກັນ, ມະຫາອຳນາດບາງປະເທດກໍ່ມີແນວໂນ້ມທີ່ຈະໃຊ້ກົນໄກການຮ່ວມມືສາກົນເພື່ອຮັບໃຊ້ຜົນປະໂຫຍດຂອງຊາດຫຼາຍຂຶ້ນ ໂດຍຖອນຕົວອອກຈາກຂອບການຮ່ວມມື ແລະແມ່ນແຕ່ເພີ່ມແຮງກົດດັນ, ຫຼຸດຜ່ອນບຸລິມະສິດ ແລະ ຈັດສັນຊັບພະຍາກອນໃຫ້ແກ່ການຮ່ວມມືສາກົນໜ້ອຍລົງ.
ຮອຍປະທັບການຕ່າງປະເທດຫຼາຍຝ່າຍຂອງຫວຽດນາມ ດ້ວຍຈິດໃຈແຫ່ງຄວາມເຄົາລົບ,
ການເຈລະຈາ ແລະການຮ່ວມມື ມີເປົ້າໝາຍເພື່ອຮັບປະກັນ ແລະປົກປ້ອງສິດທິມະນຸດໃຫ້ດີຍິ່ງຂຶ້ນ.
ການປົກປ້ອງແລະສົ່ງເສີມສິດທິມະນຸດ ແມ່ນໜຶ່ງໃນເນື້ອໃນຫຼັກຂອງແນວຄິດຂອງໂຮ່ຈິມິນ ແລະ ເປັນທັດສະນະທີ່ສອດຄ່ອງກັນ ຂອງພັກກອມມູນິດຫວຽດນາມ ແລະ ລັດຫວຽດນາມ. ນັບຕັ້ງແຕ່ກໍ່ຕັ້ງ, ພັກກອມມູນິດຫວຽດນາມໄດ້ກຳນົດເປົ້າໝາຍສູງສຸດໄວ້ຄື ເອກະລາດແລະເສລີພາບຂອງຊາດ, ຄວາມສຸກແລະຄວາມຈະເລີນຮຸ່ງເຮືອງຂອງປະຊາຊົນ. ຖະແຫຼງການເອກະລາດປີ 1945 ຢືນຢັນສິດທິຂອງຫວຽດນາມໃນເສລີພາບແລະເອກະລາດ. ລັດຖະທຳມະນູນປີ 2013 ມີບົດແຍກຕ່າງຫາກກ່ຽວກັບສິດທິມະນຸດ, ສິດທິຂັ້ນພື້ນຖານແລະພັນທະຂອງພົນລະເມືອງ. ມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII ຂອງພັກໄດ້ເນັ້ນໜັກວ່າ: “ປະຊາຊົນແມ່ນສູນກາງ ແລະເປັນເຈົ້າຂອງ ຂອງກິດຈະການປ່ຽນແປງໃໝ່, ການສ້າງສາ ແລະການປົກປັກຮັກສາປະເທດຊາດ; ແນວທາງແລະແຜນນະໂຍບາຍທັງໝົດຕ້ອງມາຈາກຄວາມຕ້ອງການ, ຄວາມປາດຖະໜາ, ສິດແລະຜົນປະໂຫຍດອັນຊອບທຳ ຖືກກົດໝາຍຂອງປະຊາຊົນ; ເສີມສ້າງສາຍພົວພັນທີ່ໃກ້ຊິດກັບປະຊາຊົນ, ອີງໃສ່ປະຊາຊົນເພື່ອສ້າງພັກ; ຖືເອົາຄວາມສຸກແລະຄວາມເປັນຢູ່ທີ່ດີຂອງປະຊາຊົນເປັນເປົ້າໝາຍແຫ່ງການສູ້ຊົນ; ປັບປຸງແລະເພີ່ມທະວີຄວາມໄວ້ວາງໃຈຂອງປະຊາຊົນທີ່ມີຕໍ່ພັກ, ລັດ ແລະ ລະບອບສັງຄົມນິຍົມ”(1). ກ່ອນໜ້ານີ້, ມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII ຂອງພັກໄດ້ກຳນົດວ່າ: “ການພັດທະນາວັດທະນະທຳ ແລະສັງຄົມຢ່າງຍືນຍົງ; ເຊື່ອມໂຍງການພັດທະນາເສດຖະກິດ ກັບການພັດທະນາວັດທະນະທຳ, ການປະຕິບັດຄວາມກ້າວໜ້າແລະຄວາມສະເໝີພາບທາງສັງຄົມ ຢ່າງໃກ້ຊິດແລະກົມກຽວ, ປັບປຸງຊີວິດການເປັນຢູ່ຂອງປະຊາຊົນ. ຈັດຕັ້ງປະຕິບັດວາລະການພັດທະນາທີ່ຢືນຢົງຂອງສະຫະປະຊາຊາດປີ 2030, ເຊື່ອມໂຍງເປົ້າໝາຍການພັດທະນາທີ່ຍືນຍົງເຂົ້າກັບແຜນການພັດທະນາເສດຖະກິດ ແລະສັງຄົມຂອງປະເທດ, ຂະແໜງການ ແລະທ້ອງຖິ່ນ ຢ່າງມີປະສິດທິພາບ”(2). ໂດຍສະຫຼຸບບັນຫາທາງທິດສະດີແລະພຶດຕິກຳຕົວຈິງບາງປະການ ກ່ຽວກັບລັດທິສັງຄົມນິຍົມ ແລະ ເສັ້ນທາງໄປສູ່ລັດທິສັງຄົມນິຍົມຢູ່ຫວຽດນາມ, ທ່ານເລຂາທິການໃຫຍ່ ຫງວຽນ ຝູ ຈ້ອງ ໄດ້ຢືນຢັນວ່າ: “ປະຊາຊົນຖືບົດບາດໃຈກາງໃນຍຸດທະສາດການພັດທະນາ; ການພັດທະນາວັດທະນະທຳ, ການກໍ່ສ້າງຄົນຫວຽດນາມແມ່ນທັງເປົ້າໝາຍ ແລະ ແຮງຂັບເຄື່ອນຂອງກິດຈະການປ່ຽນແປງໃໝ່; ການພັດທະນາການສຶກສາ-ຝຶກອົບຮົມ ແລະ ວິທະຍາສາດ-ເຕັກໂນໂລຊີ ແມ່ນນະໂຍບາຍແຫ່ງຊາດອັນດັບໜຶ່ງ; ການປົກປ້ອງສິ່ງແວດລ້ອມແມ່ນໜຶ່ງໃນບັນຫາທີ່ສຳຄັນ, ເປັນເກນສຳລັບການພັດທະນາທີ່ຍືນຍົງ; ການສ້າງຄອບຄົວທີ່ມີຄວາມສຸກ ແລະກ້າວໜ້າເປັນຈຸລັງທີ່ແຂງແຮງແລະມີສຸຂະພາບດີຂອງສັງຄົມ, ການປະຕິບັດຄວາມສະເໝີພາບທາງເພດ ເປັນເກນຂອງຄວາມກ້າວໜ້າ ແລະ ອາລະຍະທຳ”(3).
ຕັ້ງແຕ່ປີ 2016 ຈົນເຖິງປະຈຸບັນ, ພັກກອມມູນິດຫວຽດນາມ ແລະລັດຫວຽດນາມ ໄດ້ປັບປຸງລະບົບນະໂຍບາຍ, ກົດໝາຍ ແລະ ສະຖາບັນຢ່າງຕໍ່ເນື່ອງ ເພື່ອສົ່ງເສີມສິດທິມະນຸດ, ສິດທິພົນລະເຮືອນ ແລະ ການພັດທະນາເສດຖະກິດແລະສັງຄົມ. ຜົນສຳເລັດທາງດ້ານເສດຖະກິດແລະສັງຄົມໃນໄລຍະນີ້ ໄດ້ສ້າງເງື່ອນໄຂໃຫ້ປະເທດສາມາດຮັບປະກັນການໄດ້ຮັບສິດທິຂັ້ນພື້ນຖານ, ສະຫວັດດີການສັງຄົມ ແລະຜົນສຳເລັດໃນການພັດທະນາສຳລັບພົນລະເມືອງທຸກຄົນ, ໂດຍສະເພາະກຸ່ມເປາະບາງ. ສິ່ງນີ້ສະແດງໃຫ້ເຫັນເຖິງລັກສະນະມະນຸດສະທຳ ແລະນະໂຍບາຍທີ່ສອດຄ່ອງກັນ ຂອງພັກແລະລັດ ໃນການເສີມຂະຫຍາຍສິດເປັນເຈົ້າຕົນເອງ ແລະ ການດູແລຊີວິດແລະຄວາມສຸກຂອງປະຊາຊົນ. ວຽກງານຮັບປະກັນສິດທິມະນຸດໄດ້ບັນລຸຜົນທີ່ສຳຄັນແລະຮອບດ້ານໃນຫຼາຍຂົງເຂດ(4), ສ້າງພື້ນຖານທີ່ເປັນຮູບປະທຳສຳລັບການເຜີຍແຜ່ປະສິດທິຜົນຂອງນະໂຍບາຍການຕ່າງປະເທດຫຼາຍຝ່າຍຂອງຫວຽດນາມ ໃນຈິດໃຈແຫ່ງຄວາມເຄົາລົບ, ການເຈລະຈາ ແລະການຮ່ວມມື ເພື່ອຮັບຮອງແລະປົກປ້ອງສິດທິມະນຸດໃຫ້ດີຍິ່ງຂຶ້ນ.
ທີໜຶ່ງ, ຊີວິດການເປັນຢູ່ທາງດ້ານວັດຖຸ ແລະຈິດໃຈຂອງປະຊາຊົນໄດ້ຮັບການປັບປຸງຢ່າງຕໍ່ເນື່ອງ. ຫຼັງຈາກດຳເນີນການປ່ຽນແປງໃໝ່ມາ 40 ປີ, ຈາກປະເທດທີ່ໄດ້ຮັບຜົນກະທົບຢ່າງໜັກໜ່ວງຈາກສົງຄາມ, ຖືກໂດດດ່ຽວທາງການເມືອງ ແລະຖືກຂວ້ຳບາດທາງເສດຖະກິດເປັນເວລາສາມທົດສະວັດ, ຫວຽດນາມໄດ້ກ້າວຂຶ້ນມາເປັນແບບຢ່າງໃນການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາສະຫັດສະຫວັດ (MDGs) ຂອງສະຫະປະຊາຊາດ. ເປັນແບບຢ່າງສຳລັບການຮຳບາດແຜສົງຄາມ ແລະການຟື້ນຟູປະເທດຫຼັງສົງຄາມ. ໃນປີ 2023, ດັດຊະນີການພັດທະນາມະນຸດ (HDI) ຂອງຫວຽດນາມບັນລຸ 0,766, ເຮັດໃຫ້ຫວຽດນາມຢູ່ໃນກຸ່ມປະເທດທີ່ມີລະດັບການພັດທະນາມະນຸດສູງ ໂດຍຢູ່ໃນອັນດັບທີ 93 ຈາກ 193 ປະເທດແລະດິີແດນ(5).
ທີສອງ, ເດັກນ້ອຍໄດ້ຮັບການເບິ່ງແຍງ, ລ້ຽງດູ ແລະມີເງື່ອນໄຂທີ່ຈຳເປັນທັງໝົດເພື່ອເຂົ້າໂຮງຮຽນ; ຂະບວນການສົ່ງເສີມການຮຽນຮູ້ໄດ້ຮັບການຈັດຕັ້ງປະຕິບັດໃນໝູ່ປະຊາກອນທັງໝົດ; ລະບົບການສຶກສາຂອງປະເທດກຳລັງພັດທະນາຢ່າງຕໍ່ເນື່ອງ ໂດຍມີເປົ້າໝາຍເພື່ອສ້າງສັງຄົມແຫ່ງການຮຽນຮູ້. ມາຮອດປະຈຸບັນ, ຫວຽດນາມໄດ້ດຳເນີນການໃຫ້ການສຶກສາອະນຸບານແກ່ເດັກອາຍຸ 5 ປີທົ່ວປະເທດ; ອັດຕາການເຂົ້າຮຽນໃນໂຮງຮຽນປະຖົມສຶກສາຕາມໄວທີ່ເໝາະສົມຢູ່ທີ່ 99,7%; ອັດຕານັກຮຽນທີ່ສຳເລັດການສຶກສາລະດັບມັດທະຍົມສຶກສາຕອນຕົ້ນຢູ່ທີ່ 90,7%(6). ຕັ້ງແຕ່ປີການສຶກສາ 2025-2026, ນະໂຍບາຍການຮຽນຟຣີສຳລັບນັກຮຽນ ຕັ້ງແຕ່ອະນຸບານຈົນຮອດມັດທະຍົມສຶກສາຕອນປາຍ ຂອງລັດທົ່ວປະເທດ ໄດ້ຮັບການຈັດຕັ້ງຂຶ້ນ. ນີ້ແມ່ນນະໂຍບາຍສຳຄັນທີ່ໄດ້ຮັບຄວາມເຫັນດີເຫັນພ້ອມຢ່າງສູງຈາກສັງຄົມໂດຍລວມ, ສະແດງໃຫ້ເຫັນເຖິງຄວາມເໜືອກວ່າຂອງລະບອບການປົກຄອງ ແລະ ທັດສະນະທີ່ສອດຄ່ອງກັນຂອງພັກແລະລັດຫວຽດນາມ ກ່ຽວກັບລະບົບການສຶກສາ ແລະ ຄາດວ່າຈະຊ່ວຍປັບປຸງຄຸນນະພາບການສຶກສາທົ່ວໄປ ແລະຄຸນນະພາບຊັບພະຍາກອນມະນຸດຂອງຊາດ.
ທີສາມ, ຊາວໜຸ່ມແລະຜູ້ທີ່ຢູ່ໃນໄວເຮັດວຽກມີໂອກາດໃນການເຮັດວຽກຫຼາຍຂຶ້ນ ເຊິ່ງບໍ່ພຽງແຕ່ຈະຊ່ວຍຍົກລະດັບຊີວິດຂອງຕົນເອງ ແລະຄອບຄົວເທົ່ານັ້ນ, ແຕ່ຍັງຊ່ວຍສົ່ງເສີມການພັດທະນາປະເທດໂດຍກົງອີກນຳ. ຮອດໄຕມາດທີສອງຂອງປີ 2025, ທົ່ວປະເທດຈະມີຜູ້ມີວຽກເຮັດງານທຳ 52 ລ້ານຄົນ, ກວມເອົາ 97,2% ຂອງແຮງງານທີ່ມີອາຍຸ 15 ປີຂຶ້ນໄປຂອງທົ່ວປະເທດ(7).
ທີສີ່, ຜູ້ສູງອາຍຸໄດ້ຮັບການດູແລ ແລະເອົາໃຈໃສ່ຢ່າງຄົບຖ້ວນເພີ່ມຂຶ້ນເລື້ອຍໆ; ວຽກງານຕອບແທນບຸນຄູນຂອງທະຫານເສຍອົງຄະ, ນັກຮົບເສຍສະຫຼະຊີວິດເພື່ອຊາດ ແລະ ຜູ້ທີ່ມີຄຸນງາມຄວາມດີຕໍ່ການປະຕິວັດ ໄດ້ຮັບການຈັດຕັ້ງປະຕິບັດຢ່າງມີປະສິດທິພາບ. ອາຍຸຍືນສະເລ່ຍຂອງຊາວຫວຽດນາມເພີ່ມຂຶ້ນຈາກ 65,5 ປີ (ໃນປີ 1993) ເປັນ 74,6 ປີ (ໃນປີ 2024), ສູງກວ່າຄ່າສະເລ່ຍຂອງໂລກ (73 ປີ)(8). ນັບແຕ່ເດືອນກໍລະກົດ 2024, ຫວຽດນາມໄດ້ເພີ່ມລະດັບມາດຕະຖານຂອງເງິນອຸດໜູນພິເສດ ສຳລັບຜູ້ທີ່ມີຄຸນງາມຄວາມດີຕໍ່ການປະຕິວັດຂຶ້ນ 35,7%, ໂດຍມີຄ່າໃຊ້ຈ່າຍລວມໃນການອຸດໜຸນແລະຊ່ວຍເຫຼືອພິເສດສຳລັບຜູ້ທີ່ມີຄຸນງາມຄວາມດີຕໍ່ການປະຕິວັດປະມານ 35.630 ຕື້ດົ່ງຕໍ່ປີ(9).
ທີຫ້າ, ຫວຽດນາມໄດ້ຮັບການຍອມຮັບຈາກປະຊາຄົມໂລກວ່າເປັນໜຶ່ງໃນປະເທດທີ່ເປັນແບບຢ່າງທີ່ປະສົບຜົນສຳເລັດຫຼາຍຢ່າງໃນການຕໍ່ສູ້ກັບຄວາມທຸກຍາກ. ຮອດທ້າຍປີ 2024, ອັດຕາຄວາມທຸກຍາກຫຼາຍມິຕິໃນທົ່ວປະເທດ (ລວມທັງອັດຕາຄອບຄົວທຸກຍາກ ແລະ ຄອບຄົວໃກ້ທຸກຍາກ) ແມ່ນ 4,06%(10). ປະຈຸບັນ, ທົ່ວປະເທດໃຫ້ການຊ່ວຍເຫຼືອທາງສັງຄົມແກ່ປະຊາຊົນເກືອບ 3,8 ລ້ານຄົນ (ປະມານ 3,38% ຂອງປະຊາກອນ); ສະໜັບສະໜູນຄ່າໃຊ້ຈ່າຍໃນການດູແລລາຍເດືອນສຳລັບ 389.000 ຄົວເຮືອນ. ງົບປະມານທັງໝົດສຳລັບການຊ່ວຍເຫຼືອທາງສັງຄົມແມ່ນປະມານ 32.000 ຕື້ດົ່ງຕໍ່ປີ(11). ໃນໄລຍະການລະບາດຂອງພະຍາດໂຄວິດ-19, ຫວຽດນາມໄດ້ຈັດງົບປະມານຊ່ວຍເຫຼືອຂະໜາດໃຫຍ່ສຳລັບປະຊາຊົນ ແລະ ໄດ້ຮັບການຍອມຮັບວ່າເປັນໜຶ່ງໃນຫ້າປະເທດທີ່ມີອັດຕາການສັກຢາວັກຊີນສູງທີ່ສຸດໃນໂລກ. ພ້ອມກັນນັ້ນ, ໂຄງການກຳຈັດເຮືອນຊົ່ວຄາວ ແລະເຮືອນເກົ່າແກ່ເພພັງ ກຳລັງດຳເນີນການທົ່ວປະເທດ, ຄາດວ່າຈະສຳເລັດໃນປີ 2025.
ທີຫົກ, ຄວາມສະເໝີພາບທາງເພດສືບຕໍ່ໄດ້ຮັບຄວາມສົນໃຈ ແລະມີຄວາມກ້າວໜ້າຢ່າງຫຼວງຫຼາຍ. ຈາກລາຍງານຊ່ອງຫວ່າງທາງເພດລະດັບໂລກຂອງເວທີເສດຖະກິດໂລກ (WEF), ດັດຊະນີຄວາມສະເໝີພາບທາງເພດຂອງຫວຽດນາມດີຂຶ້ນຢ່າງຫຼວງຫຼາຍ, ຈາກອັນດັບທີ 87 ໃນປີ 2021 ເປັນອັນດັບທີ 72 ຈາກ 146 ປະເທດໃນປີ 2024(12) ເຊິ່ງເປັນການຢືນຢັນເຖິງຄວາມພະຍາຍາມ ແລະຄວາມມຸ່ງໝັ້ນຂອງຫວຽດນາມໃນການສົ່ງເສີມສິດທິ ແລະໂອກາດທີ່ເທົ່າທຽມກັນສຳລັບແມ່ຍິງແລະຜູ້ຊາຍ.
ທີເຈັດ, ປະຊາຊົນດຳລົງຊີວິດຢູ່ໃນສະພາບແວດລ້ອມທີ່ສະຫງົບສຸກແລະໝັ້ນຄົງ, ຄວາມເປັນເອກະລາດແລະອະທິປະໄຕຂອງຊາດໄດ້ຮັບການຮັກສາໄວ້, ຄວາມໝັ້ນຄົງທາງດ້ານການເມືອງ ແລະຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ ໄດ້ຮັບການຮັບປະກັນ. ປະຊາຊົນໄດ້ຮັບເສລີພາບທາງປະຊາທິປະໄຕ, ເສລີພາບທາງສາສະໜາແລະຄວາມເຊື່ອ, ເສລີພາບຂອງສື່ມວນຊົນ, ການເຂົ້າເຖິງຂໍ້ມູນຂ່າວສານ, ຄວາມຄິດສ້າງສັນ ແລະ ຄວາມສະເໝີພາບຕໍ່ໜ້າກົດໝາຍຢ່າງເຕັມທີ່. ຈາກລາຍງານຄວາມສຸກໂລກປີ 2025 ຂອງເຄືອຂ່າຍວິທີແກ້ໄຂການພັດທະນາແບບຍືນຍົງ (SDSN) ຫວຽດນາມຢູ່ໃນອັນດັບທີ 46 ເຊິ່ງເປັນການພັດທະນາໃນທາງບວກເມື່ອທຽບກັບອັນດັບທີ 65 ໃນປີ 2023 ແລະອັນດັບທີ 54 ໃນປີ 2024(13). ຈາກການຈັດອັນດັບໂລກດ້ານດັດຊະນີການພັດທະນາຢ່າງຍືນຍົງ (SGDs), ຄະແນນຂອງຫວຽດນາມເພີ່ມຂຶ້ນຈາກ 57,6 ຄະແນນໃນປີ 2016 ເປັນ 73,4 ຄະແນນໃນປີ 2025 (ຈາກຄະແນນເຕັມ 100) ເຊິ່ງເພີ່ມຂຶ້ນປະມານ 27,4% ໃນໄລຍະເວລາເກືອບທົດສະວັດ (14).
ທີແປດ, ຫວຽດນາມເປັນສະມາຊິກທີ່ຂະຫຍັນຂັນເຄື່ອນຂອງສະພາສິດທິມະນຸດແຫ່ງສະຫະປະຊາຊາດສຳລັບວາລະປີ 2023-2025 ແລະ ໄດ້ຮັບການເລືອກຕັ້ງໃໝ່ເປັນສະມາຊິກຂອງສະພາສິດທິມະນຸດແຫ່ງສະຫະປະຊາຊາດສຳລັບວາລະປີ 2026-2028 ເຊິ່ງເປັນການຢືນຢັນເຖິງບົດບາດ ແລະຕຳແໜ່ງຂອງຫວຽດນາມໃນການຮ່ວມມືຫຼາຍຝ່າຍດ້ານສິດທິມະນຸດ. ການອອກຄຳສັ່ງເລກທີ 25-CT/TW, ລົງວັນທີ 8 ສິງຫາ 2018, ໂດຍຄະນະເລຂາທິການສູນກາງ “ກ່ຽວກັບການເສີມສ້າງ ແລະຍົກລະດັບການພົວພັນຕ່າງປະເທດຫຼາຍຝ່າຍເຖິງປີ 2030” (ຕໍ່ໄປນີ້ເອີ້ນວ່າຄຳສັ່ງເລກທີ 25-CT/TW) ໄດ້ກຳນົດໃຫ້ການພົວພັນຕ່າງປະເທດຫຼາຍຝ່າຍເປັນທິດທາງຍຸດທະສາດທີ່ສຳຄັນ ແລະ ເປັນວິທີການທີ່ມີປະສິດທິພາບ ໃນການປະຕິບັດແນວທາງການຕ່າງປະເທດ, ກໍ່ໃຫ້ເກີດການປ່ຽນແປງທີ່ເຂັ້ມແຂງໃນຄວາມຄິດແລະການກະທຳ, ຈາກ “ການເຂົ້າຮ່ວມ” ໄປສູ່ “ການມີສ່ວນຮ່ວມຢ່າງຕັ້ງໜ້າ”, “ປະກອບສ່ວນຢ່າງຕັ້ງໜ້າໃນການສ້າງ ແລະກຳນົດກົດເກນຮ່ວມກັນ” ແລະ “ການມຸ່ງໝັ້ນທີ່ຈະມີບົດບາດຫຼັກ, ບົດບາດນຳ ແລະບົດບາດໄກ່ເກ່ຍ ໃນເວທີປາໄສແລະອົງການຈັດຕັ້ງຫຼາຍຝ່າຍ ທີ່ມີຄວາມສຳຄັນທາງຍຸດທະສາດຕໍ່ປະເທດ, ສອດຄ່ອງກັບຄວາມສາມາດ ແລະເງື່ອນໄຂສະເພາະ”. ໃນໜ້າທີ່ຫຼັກ, ຄຳສັ່ງເລກທີ 25-CT/TW ໄດ້ເນັ້ນໜັກເຖິງຄວາມຕ້ອງການທີ່ຈະ “ຮັບຜິດຊອບທີ່ສຳຄັນຢ່າງຕັ້ງໜ້າ ແລະ ລົງສະໝັກຮັບຕຳແໜ່ງໃນຄະນະກຳມະການບໍລິຫານ ແລະອຳນວຍການຂອງກົນໄກຫຼາຍຝ່າຍ”. ບົນພື້ນຖານນີ້, ວຽກງານການຕ່າງປະເທດຫຼາຍຝ່າຍໂດຍທົ່ວໄປ, ລວມທັງດ້ານສິດທິມະນຸດ, ໄດ້ຖືກຈັດຕັ້ງປະຕິບັດຢ່າງມີປະສິດທິພາບ, ປັບຕົວໃຫ້ເຂົ້າກັບການປ່ຽນແປງໃນລະດັບສາກົນ, ປະກອບສ່ວນປົກປ້ອງ ແລະສົ່ງເສີມຜົນປະໂຫຍດຍຸດທະສາດຂອງຫວຽດນາມໃນດ້ານຄວາມໝັ້ນຄົງແລະການພັດທະນາ, ພ້ອມທັງຢືນຢັນຈິດໃຈຂອງການເປັນ “ສະມາຊິກທີ່ມີຄວາມຮັບຜິດຊອບຂອງປະຊາຄົມສາກົນ”. ກິດຈະກຳການຕ່າງປະເທດຫຼາຍຝ່າຍຂອງຫວຽດນາມໄດ້ບັນລຸຜົນສຳເລັດທີ່ເປັນຮູບປະທຳຫຼາຍຢ່າງ, ຕັ້ງແຕ່ການປະກອບສ່ວນທີ່ສຳຄັນໃນເວທີປາໄສພາກພື້ນ ແລະສາກົນ, ການກະຊັບການພົວພັນສອງຝ່າຍກັບຄູ່ຮ່ວມມື, ການເຂົ້າຮ່ວມໃນການແກ້ໄຂບັນຫາລະດັບໂລກ, ຈົນເຖິງການກຳນົດທິດທາງ ແລະໜ້າທີ່ຂອງການດຳເນີນນະໂຍບາຍຕ່າງປະເທດຫຼາຍຝ່າຍ ໃນຍຸກໃໝ່ຂອງການພັດທະນາປະເທດ.
ໃນວັນທີ 11 ຕຸລາ 2022, ສະມັດຊາໃຫຍ່ແຫ່ງຊາດສະຫະປະຊາຊາດໄດ້ເລືອກຫວຽດນາມເປັນສະມາຊິກສະພາສິດທິມະນຸດແຫ່ງສະຫະປະຊາຊາດສຳລັບວາລະປີ 2023-2025 ເຊິ່ງນັບຈາກບົດບາດທີ່ປະສົບຜົນສຳເລັດໃນຖານະສະມາຊິກບໍ່ຖາວອນຂອງສະພາຄວາມໝັ້ນຄົງແຫ່ງສະຫະປະຊາຊາດໃນວາລະປີ 2020-2021 ແລະ ໃນຖານະປະທານອາຊຽນໃນປີ 2020, ເຫດການນີ້ຖືເປັນກ້າວສຳຄັນ ໃນຂະບວນການຜັນຂະຫຍາຍແນວທາງການຕ່າງປະເທດຂອງກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ ແລະ ຄຳສັ່ງເລກທີ 25-CT/TW. ຕໍ່ມາ ໃນວັນທີ 14 ຕຸລາ 2025, ສະມັດຊາໃຫຍ່ແຫ່ງສະຫະປະຊາຊາດໄດ້ເລືອກຫວຽດນາມອີກຄັ້ງໃຫ້ເປັນສະມາຊິກສະພາສິດທິມະນຸດແຫ່ງສະຫະປະຊາຊາດສຳລັບວາລະປີ 2026-2028. ເຫດການນີ້ເປັນການຢືນຢັນເຖິງສະຖານະ ແລະກຽດສັກສີທີ່ສູງຂຶ້ນ ຂອງຫວຽດນາມໃນເວທີສາກົນ ແລະສະແດງໃຫ້ເຫັນເຖິງການຍອມຮັບຂອງປະຊາຄົມໂລກຕໍ່ແນວທາງນະໂຍບາຍ, ຄວາມພະຍາຍາມ ແລະຜົນສຳເລັດຂອງຫວຽດນາມ ໃນການຮັບຮອງແລະປົກປ້ອງສິດທິມະນຸດ.
ສືບຕໍ່ຈາກຂໍ້ລິເລີ່ມແລະຜົນສຳເລັດທີ່ບັນລຸໄດ້ ໃນໄລຍະການດຳລົງຕຳແໜ່ງສະມາຊິກສະພາສິດທິມະນຸດແຫ່ງສະຫະປະຊາຊາດລະຫວ່າງປີ 2014 ເຖິງ 2016, ຫວຽດນາມຍັງຄົງມີບົດບາດທີ່ຮັບຜິດຊອບ, ເປັນເຈົ້າການແລະຕັ້ງໜ້າ ໃນຖານະສະມາຊິກໃນເວທີປາໄສຫຼາຍຝ່າຍດ້ານສິດທິມະນຸດຫຼາຍແຫ່ງ. ໃນນັ້ນມີຄະນະກຳມະການອົງການບໍ່ຂຶ້ນກັບລັດຖະບານຂອງສະພາເສດຖະກິດແລະສັງຄົມແຫ່ງສະຫະປະຊາຊາດ (ECOSOC), ຄະນະກຳມະການກິດຈະການວັດທະນະທຳ, ສັງຄົມ ແລະມະນຸດສະທຳ ຂອງສະມັດຊາໃຫຍ່ແຫ່ງຊາດສະຫະປະຊາຊາດ(ຄະນະກຳມະການທີ 3), ຄະນະກຳມະການພັດທະນາສັງຄົມ (CSocD), ຄະນະກຳມະການຄວບຄຸມຢາເສບຕິດ (CND) ແລະກົນໄກລະດັບພາກພື້ນພາຍໃນຂອບອາຊຽນ.
ໃນສະພາສິດທິມະນຸດແຫ່ງສະຫະປະຊາຊາດ, ຫວຽດນາມມີບົດບາດຢ່າງຕັ້ງໜ້າໃນການຮ່າງມະຕິ ເຊິ່ງໄດ້ສ້າງຜົນງານທີ່ຊັດເຈນ. ຄວາມຄິດລິເລີ່ມເຫຼົ່ານີ້ສະແດງໃຫ້ເຫັນເຖິງການເຊື່ອມໂຍງ ແລະການປະສານກັນລະຫວ່າງບຸລິມະສິດຂອງຫວຽດນາມ ແລະຄ່ານິຍົມດ້ານສິດທິມະນຸດຮ່ວມກັນ, ໂດຍສອດຄ່ອງກັບເງື່ອນໄຂສະເພາະຂອງປະເທດ, ພ້ອມທັງປະກອບສ່ວນເຂົ້າໃນການເສີມສ້າງສະຖານະ ແລະກຽດສັກສີຂອງປະເທດໃນເວທີສາກົນ. ໃນເດືອນມີນາ 2023, ໃນກອງປະຊຸມສາມັນຄັ້ງທີ 52 ຂອງສະພາສິດທິມະນຸດແຫ່ງສະຫະປະຊາຊາດ ໃນນະຄອນເຈນີວາ (ສະວິດເຊີແລນ), ຫວຽດນາມເປັນປະທານ ແລະນຳພາກຸ່ມປະເທດຫຼັກ 14 ປະເທດ(15) ຈາກພາກພື້ນຕ່າງໆ ທີ່ມີລະດັບການພັດທະນາແຕກຕ່າງກັນ ເພື່ອຮ່າງແລະປຶກສາຫາລືກັບສະພາສິດທິມະນຸດໃນການຮັບຮອງມະຕິເລກທີ 52/19 ເນື່ອງໃນໂອກາດຄົບຮອບ 75 ປີຂອງຖະແຫຼງການສາກົນວ່າດ້ວຍສິດທິມະນຸດ (UDHR) ແລະຄົບຮອບ 30 ປີຂອງຖະແຫຼງການ ແລະແຜນປະຕິບັດການວຽນນາ (VDPA) ໂດຍມີປະເທດຮ່ວມສະໜັບສະໜູນ 121 ປະເທດ(16). ຄວາມຄິດລິເລີ່ມນີ້ປະກອບສ່ວນເຂົ້າໃນການເຜີຍແຜ່ຂໍ້ຄວາມທີ່ມີຄວາມໝາຍ ແລະເສີມສ້າງຄວາມມຸ່ງໝັ້ນຂອງປະຊາຄົມໂລກ ໃນການຈັດຕັ້ງປະຕິບັດຫຼັກການແລະເປົ້າໝາຍຂອງການສົ່ງເສີມ ແລະປົກປ້ອງສິດທິມະນຸດ ຕາມທີ່ໄດ້ຢືນຢັນໃນເອກະສານສອງສະບັບທີ່ກ່າວມາຂ້າງເທິງ; ພ້ອມກັນນັ້ນກໍ່ເນັ້ນໜັກເຖິງບົດບາດຂອງສະພາສິດທິມະນຸດ ແລະກົນໄກສິດທິມະນຸດຂອງສະຫະປະຊາຊາດ. ມະຕິດັ່ງກ່າວເນັ້ນໜັກເຖິງບົດບາດນຳຂອງລັດໃນການຮັບຮອງສິດທິມະນຸດ, ຢືນຢັນການມີສ່ວນຮ່ວມຂອງແມ່ຍິງ, ຄຸນຄ່າຂອງການຮ່ວມມື ແລະຄວາມສາມັກຄີລະຫວ່າງປະເທດ ພ້ອມທັງຫຼັກການຂອງການເຄົາລົບຄວາມຫຼາກຫຼາຍແລະການກວມລວມ ໃນການສົ່ງເສີມ ແລະປົກປ້ອງສິດທິມະນຸດ.
ນັບຕັ້ງແຕ່ປີ 2015, ກຸ່ມປະເທດຫຼັກດ້ານການປ່ຽນແປງສະພາບອາກາດ ແລະ ສິດທິມະນຸດ, ປະກອບດ້ວຍຫວຽດນາມ, ຟີລິບປິນ ແລະ ບັງກະລາເທດ, ໄດ້ຍື່ນຮ່າງມະຕິກ່ຽວກັບການປົກປ້ອງ ແລະສົ່ງເສີມສິດທິມະນຸດ ໃນສະພາບການຂອງການປ່ຽນແປງສະພາບອາກາດ ຕໍ່ສະພາສິດທິມະນຸດແຫ່ງສະຫະປະຊາຊາດຢ່າງສະໝ່ຳສະເໝີ. ມະຕິໃນແຕ່ລະປີໄດ້ສຸມໃສ່ຫົວຂໍ້ສະເພາະ ເຊັ່ນ: ສິດທິໃນການໄດ້ຮັບສຸຂະພາບທີ່ດີ (2015), ສິດທິຂອງເດັກນ້ອຍ (2016), ສິດທິຂອງຜູ້ອົບພະຍົບ (2017), ສິດທິຂອງແມ່ຍິງ (2018), ສິດທິຂອງຜູ້ພິການ (2019), ສິດທິຂອງຜູ້ສູງອາຍຸ (2020), ສິດທິຂອງກຸ່ມເປາະບາງ (2021), ສິດທິໃນການໄດ້ຮັບອາຫານ (2022), ການປ່ຽນແປງສະພາບອາກາດແລະການດຳລົງຊີວິດ (2023), ການຫັນປ່ຽນທີ່ຍຸດຕິທຳເພື່ອຮັບມືກັບການປ່ຽນແປງສະພາບອາກາດ (2024) ແລະ ການເຂົ້າເຖິງການເງິນທຶນດ້ານສະພາບອາກາດຢ່າງເທົ່າທຽມແລະມີປະສິດທິພາບ (2025). ໃນຈຳນວນນີ້, ມະຕິສອງສະບັບທີ່ຮ່າງແລະສົ່ງເສີມໂດຍຫວຽດນາມ (ມະຕິ A/HRC/RES/47/24(17) ແລະ ມະຕິ A/HRC/RES/56/8(18)) ໄດ້ບັນລຸຜົນທີ່ສຳຄັນ, ໂດຍມີສ່ວນຊ່ວຍໃນການວາງລະບົບ ແລະຍົກລະດັບການອະພິປາຍ, ການລາຍງານ ແລະ ບຸລິມະສິດຂອງສະຫະປະຊາຊາດ ແລະ ສະພາສິດທິມະນຸດແຫ່ງສະຫະປະຊາຊາດກ່ຽວກັບການປົກປ້ອງສິດທິມະນຸດ ໃນການຕອບສະໜອງຕໍ່ການປ່ຽນແປງສະພາບອາກາດ. ໂດຍສະເພາະ, ມະຕິເຫຼົ່ານີ້ໄດ້ລວມເອົາແນວຄວາມຄິດນຳພາບາງຢ່າງຈາກເອກະສານຂອງຫວຽດນາມ, ພ້ອມທາງລວມເອົາອົງປະກອບຫຼາຍຢ່າງທີ່ປົກປ້ອງຜົນປະໂຫຍດຂອງບັນດາປະເທດກຳລັງພັດທະນາທີ່ໄດ້ຮັບຜົນກະທົບຢ່າງໜັກຈາກການປ່ຽນແປງສະພາບອາກາດ ເຂົ້າໄວ້ໃນເອກະສານຢ່າງເປັນທາງການຂອງສະຫະປະຊາຊາດ.
ໃນເດືອນກໍລະກົດ 2025, ໃນກອງປະຊຸມຄັ້ງທີ 59 ຂອງສະພາສິດທິມະນຸດແຫ່ງສະຫະປະຊາຊາດ ທີ່ນະຄອນເຈນີວາ (ສະວິດເຊີແລນ), ຫວຽດນາມຮ່ວມກັບຊາອຸດິອາຣະເບຍ, ອານເຊຣີ, ອາເຊີໄບຈານ, ຄູເວດ ແລະປາກີສະຖານ ໄດ້ສະເໜີສັນທາມະຕິ A/HRC/RES/59/23 ຕໍ່ສະພາສິດທິມະນຸດແຫ່ງສະຫະປະຊາຊາດວ່າດ້ວຍ “ການເພີ່ມທະວີການຮ່ວມມືສາກົນ, ການຊ່ວຍເຫຼືອທາງເຕັກນິກ ແລະ ການສ້າງຄວາມສາມາດເພື່ອເສີມສ້າງຂອບການເຮັດວຽກລະດັບຊາດ ສຳລັບການປົກປ້ອງແລະເສີມສ້າງຄວາມເຂັ້ມແຂງໃຫ້ແກ່ເດັກໃນໂລກໄຊເບີ”(19). ການຮັບຮອງມະຕິສະບັບນີ້ຢ່າງສຳເລັດຜົນ ສະແດງໃຫ້ເຫັນເຖິງຄວາມກັງວົນທີ່ເພີ່ມຂຶ້ນຂອງປະຊາຄົມໂລກ ກ່ຽວກັບຄວາມທ້າທາຍ ແລະຄວາມສ່ຽງທີ່ເດັກປະເຊີນຢູ່ໃນໂລກໄຊເບີ, ພ້ອມທັງຢືນຢັນບົດບາດ ແລະພາບພົດຂອງຫວຽດນາມໃນການສົ່ງເສີມບັນຫາສິດທິມະນຸດໃນສະພາບການຫຼາຍຊາດ. ມະຕິດັ່ງກ່າວເນັ້ນໜັກເຖິງຄວາມສຳຄັນຂອງອະນຸສັນຍາສະຫະປະຊາຊາດວ່າດ້ວຍການຕໍ່ຕ້ານອາຊະຍາກຳທາງໄຊເບີ, ເຊິ່ງໄດ້ລົງນາມໃນນະຄອນຮ່າໂນ້ຍໃນເດືອນຕຸລາ 2025 (ອະນຸສັນຍາຮ່າໂນ້ຍ).
ການຮັບປະກັນແລະປົກປ້ອງສິດທິມະນຸດແມ່ນຄວາມປາດຖະໜາຮ່ວມກັນຂອງມວນມະນຸດຊາດ, ແຕ່ການປົກປ້ອງແລະສົ່ງເສີມສິດທິມະນຸດຕ້ອງເຊື່ອມໂຍງກັບສະພາບການ ແລະເງື່ອນໄຂສະເພາະຂອງແຕ່ລະປະເທດ, ໂດຍອີງໃສ່ຫຼັກການຂອງກົດບັດສະຫະປະຊາຊາດ ແລະກົດໝາຍສາກົນ. ດັ່ງນັ້ນ, ຂົງເຂດນີ້ຈຶ່ງມີແນວທາງແລະທັດສະນະທີ່ແຕກຕ່າງກັນ, ເຊິ່ງເກີດຈາກຄ່ານິຍົມ, ແນວຄິດ, ສະຖາບັນ, ເງື່ອນໄຂທາງປະຫວັດສາດ ແລະຜົນປະໂຫຍດສະເພາະຂອງແຕ່ລະປະເທດ. ໃນຄວາມເປັນຈິງ, ບາງປະເທດແລະອົງການຈັດຕັ້ງສາກົນຍັງມີວິທີການທີ່ບໍ່ຄົບຖ້ວນເມື່ອປະເມີນບັນຫາສິດທິມະນຸດ.
ໃນສ່ວນຂອງບັນຫາສິດທິມະນຸດ, ຫວຽດນາມເລືອກໃຊ້ວິທີການທີ່ສ້າງສັນແລະຍືດຫຍຸ່ນ; ໂດຍຮັບຟັງແລະເຄົາລົບຄວາມຕ້ອງການດ້ານການຮ່ວມມື ແລະ ການສະໜັບສະໜູນທາງເຕັກນິກ, ສົ່ງເສີມການເຈລະຈາເພື່ອຫາວິທີແກ້ໄຂທີ່ເໝາະສົມ, ໂດຍມຸ່ງຫວັງໃຫ້ເກີດການປ່ຽນແປງໃນທາງບວກ ແລະເປັນຮູບປະທຳ ໃນການໃຊ້ສິດທິມະນຸດທົ່ວໂລກ, ສອດຄ່ອງກັບເງື່ອນໄຂສະເພາະຂອງແຕ່ລະປະເທດ ແລະ ຄຸນຄ່າທົ່ວໄປຂອງສິດທິມະນຸດ.
ຫວຽດນາມເຂົ້າຮ່ວມຢ່າງເຕັມທີ່, ມີຄວາມຮັບຜິດຊອບແລະຕັ້ງໜ້າ ໃນກົນໄກການທົບທວນສະຖານະການສິດທິມະນຸດໂດຍລວມ (UPR) ຕະຫຼອດຈົນສົນທິສັນຍາສິດທິມະນຸດສາກົນ ທີ່ຫວຽດນາມເປັນພາຄີ. ຕັ້ງແຕ່ປີ 2016, ຫວຽດນາມໄດ້ໃຫ້ການສະໜັບສະໜູນແລະດຳເນີນການຕາມ UPR ຢ່າງຕໍ່ເນື່ອງແລະຈິງຈັງ ເຊິ່ງເປັນກົນໄກທີ່ສົ່ງເສີມການເຈລະຈາ ແລະການຮ່ວມມືບົນພື້ນຖານຂອງຄວາມໂປ່ງໃສ ແລະຄວາມສະເໝີພາບ ພາຍໃນຂອບຂອງສະພາສິດທິມະນຸດແຫ່ງສະຫະປະຊາຊາດ. ລາຍງານ UPR ລະດັບຊາດຂອງຫວຽດນາມໄດ້ຮັບການຮັບຮອງໂດຍສັນທາມະຕິສະເໝີມາ ແລະໄດ້ຮັບການຍອມຮັບ ແລະຄຳຍ້ອງຍໍຊົມເຊີຍຢ່າງສູງຈາກຫຼາຍປະເທດ. ໃນຊຸມປີມໍ່ໆມານີ້, ປະຊາຄົມໂລກໄດ້ຍິນດີຕ້ອນຮັບການເຂົ້າຮ່ວມຂອງຫວຽດນາມ ໃນການເຈລະຈາລາຍງານ UPR ລະດັບຊາດ ຮອບທີ 4 ເປັນພິເສດ ເຊິ່ງກົງກັບວາລະຄົບຮອບ 70 ປີແຫ່ງໄຊຊະນະດຽນບຽນຟູ (7 ພຶດສະພາ 1954 - 7 ພຶດສະພາ 2024) ແລະ ການລົງນາມໃນສັນຍາເຈນີວາ ວ່າດ້ວຍການຟື້ນຟູສັນຕິພາບໃນອິນດູຈີນ ເຊິ່ງເປັນເຫດການສຳຄັນ ທີ່ຢືນຢັນຄວາມປາດຖະໜາຂອງຊາດໃນການເປັນເອກະລາດ ແລະເສລີພາບ, ຄວາມສຸກຂອງປະຊາຊົນ ແລະ ພ້ອມກັນນັ້ນກໍ່ສ້າງພື້ນຖານສຳລັບການປົກປ້ອງ ແລະສົ່ງເສີມສິດທິມະນຸດໃນຫວຽດນາມ. ໃນແຕ່ລະຮອບຂອງຂະບວນການ UPR, ຫວຽດນາມໄດ້ອອກແຜນການໂດຍລວມ ເພື່ອດຳເນີນການຕາມຂໍ້ສະເໜີແນະທີ່ໄດ້ຮັບການຍອມຮັບ, ໂດຍກຳນົດຄວາມຮັບຜິດຊອບໃຫ້ແກ່ກະຊວງ, ຄະນະ ແລະຂະແໜງການ ຢ່າງຈະແຈ້ງ.
ຫວຽດນາມໄດ້ຕັ້ງໜ້າໃນການກະກຽມບົດລາຍງານລະດັບຊາດ ແລະອອກແຜນປະຕິບັດການ ເພື່ອປະຕິບັດຕາມຂໍ້ສະເໜີແນະຂອງຄະນະກຳມະການອະນຸສັນຍາ, ພ້ອມທັງອະນຸສັນຍາສາກົນທີ່ສຳຄັນເຊິ່ງຫວຽດນາມເປັນພາຄີ, ໂດຍສະເພາະ ອະນຸສັນຍາສາກົນວ່າດ້ວຍການລົບລ້າງທຸກຮູບແບບຂອງການຈຳແນກເຊື້ອຊາດ (CERD), ອະນຸສັນຍາວ່າດ້ວຍສິດທິພົນລະເມືອງແລະສິດທິການເມືອງ (ICCPR), ອະນຸສັນຍາຕໍ່ຕ້ານການທໍລະມານ (CAT) ແລະ ອະນຸສັນຍາວ່າດ້ວຍສິດທິຂອງຄົນພິການ (CRPD)... ດ້ວຍການກະກຽມຢ່າງພິຖີພິຖັນ ແລະເນື້ອໃນທີ່ຄົບຖ້ວນແລະເລິກເຊິ່ງ, ລາຍງານລະດັບຊາດຂອງຫວຽດນາມໄດ້ຮັບການຍ້ອງຍໍຊົມເຊີຍຢ່າງສູງຈາກຄະນະກຳມະການອະນຸສັນຍາສະເໝີມາ ແລະໄດ້ຮັບການອ້າງອີງ, ຍົກຍ້ອງ ແລະເປັນທີ່ຕ້ອງການສຳລັບການແບ່ງປັນປະສົບການຈາກຫຼາຍປະເທດ.
ຍຸດທະສາດການຮັບປະກັນແລະປົກປ້ອງສິດທິມະນຸດ
ຄວບຄູ່ໄປກັບການຕ່າງປະເທດແບບຫຼາຍຝ່າຍ ໃນໄລຍະທີ່ຈະມາເຖິງ.
ຜົນໄດ້ຮັບໃນການຮັບປະກັນ ແລະສົ່ງເສີມສິດທິມະນຸດຕັ້ງແຕ່ປີ 2016 ຈົນເຖິງປະຈຸບັນສະແດງໃຫ້ເຫັນເຖິງຄວາມມຸ່ງໝັ້ນທີ່ແຮງກ້າ ແລະຄວາມພະຍາຍາມຢ່າງຕໍ່ເນື່ອງຂອງຫວຽດນາມໃນຂົງເຂດສິດທິມະນຸດ. ຢ່າງໃດກໍ່ຕາມ, ຫວຽດນາມຍັງປະເຊີນກັບຄວາມທ້າທາຍທີ່ເປັນອັນສະເພາະຂອງປະເທດ ແລະທີ່ເກີດຈາກການປ່ຽນແປງຂອງໂລກ. ໃນໄລຍະຕໍ່ໄປ, ວຽກງານການປົກປ້ອງແລະສົ່ງເສີມສິດທິມະນຸດຕິດພັນກັບການພົວພັນຕ່າງປະເທດຫຼາຍຝ່າຍ, ຄາດວ່າຈະຊ່ວຍວາງຕຳແໜ່ງຫວຽດນາມໃຫ້ຢູ່ໃນກະແສການພັດທະນາຂອງຍຸກສະໄໝ ແລະສະໜັບສະໜູນການເຕີບໂຕໃນຍຸກໃໝ່ໄດ້ຢ່າງມີປະສິດທິພາບ. ເພື່ອບັນລຸເປົ້າໝາຍນີ້, ຫວຽດນາມຈຳເປັນຕ້ອງຈັດຕັ້ງປະຕິບັດຍຸດທະສາດທີ່ຮອບດ້ານ. ມະຕິເລກທີ 59-NQ/TW, ລົງວັນທີ 25 ມັງກອນ 2025, ຂອງກົມການເມືອງສູນກາງ ວ່າດ້ວຍ “ການເຊື່ອມໂຍງສາກົນໃນສະຖານະການໃໝ່”, ໄດ້ກຳນົດການເຊື່ອມໂຍງສາກົນທີ່ຄົບຖ້ວນ ແລະສອດຄ່ອງກັນ, ໂດຍມີປະຊາຊົນເປັນສູນກາງ, ພ້ອມກັນນັ້ນກໍ່ປ່ຽນຈາກການເຂົ້າຮ່ວມໄປສູ່ການມີສ່ວນຮ່ວມຢ່າງຕັ້ງໜ້າ ແລະ ຄ່ອຍໆ ກຳນົດ “ກົດລະບຽບ” ຫຼາຍຝ່າຍ. ການຈັດຕັ້ງປະຕິບັດມະຕິເລກທີ 59-NQ/TW ເປັນພື້ນຖານດ້ານທິດທາງສຳລັບການເຊື່ອມໂຍງລຳດັບຄວາມສຳຄັນຂອງການພັດທະນາປະເທດ ກັບມາດຕະຖານສາກົນດ້ານສິດທິມະນຸດ, ເຊິ່ງຈະຊ່ວຍຮັບປະກັນຜົນປະໂຫຍດຂອງຊາດ-ປະເທດຊາດ ໃນສະພາບການເຊື່ອມໂຍງສາກົນຢ່າງເລິກເຊິ່ງ ແລະການແຂ່ງຂັນຍຸດທະສາດທີ່ເພີ່ມຫຼາຍຂຶ້ນ.
ທີໜຶ່ງ, ສືບຕໍ່ໃຫ້ບຸລະມະສິດກັບການສ້າງລັດແຫ່ງອຳນາດກົດໝາຍສັງຄົມນິຍົມໃນຫວຽດນາມ, ປັບປຸງລະບົບກົດໝາຍແລະນະໂຍບາຍໃຫ້ສົມບູນ ແລະເສີມສ້າງຊັບພະຍາກອນເພື່ອການພັດທະນາຢ່າງຍືນຍົງແລະຮອບດ້ານ; ສົ່ງເສີມປະຊາທິປະໄຕ ແລະເພີ່ມປະສິດທິພາບຂອງລັດແຫ່ງອຳນາດກົດໝາຍສັງຄົມນິຍົມ; ຄົ້ນຄວ້າການຮັບເອົາຄຳໝັ້ນສັນຍາດ້ານສິດທິມະນຸດສາກົນເຂົ້າໃນລະບົບກົດໝາຍພາຍໃນປະເທດ ໃຫ້ສອດຄ່ອງກັບຄຸນຄ່າສິດທິມະນຸດທົ່ວໄປ.
ທີສອງ, ເພີ່ມທະວີມາດຕະການ, ນະໂຍບາຍ ແລະ ຊັບພະຍາກອນ ເພື່ອຮັບປະກັນສິດທິມະນຸດໃນທຸກຂົງເຂດໃຫ້ດີຂຶ້ນ ໃຫ້ສອດຄ່ອງກັບຄຸນຄ່າສິດທິມະນຸດທົ່ວໄປ; ປັບປຸງປະສິດທິພາບການໃຫ້ບໍລິການສາທາລະນະ, ຍູ້ແຮງການປະຕິຮູບການບໍລິຫານ, ຈັດຕັ້ງປະຕິບັດຍຸດທະສາດການປ່ຽນແປງສີຂຽວ ແລະການຫັນປ່ຽນດິຈິຕອນຢ່າງມີປະສິດທິພາບ, ເພີ່ມຄວາມສາມາດເຂົ້າເຖິງຂໍ້ມູນຂ່າວສານຂອງປະຊາຊົນ ແລະ ສົ່ງເສີມການພັດທະນາການສື່ສານແລະສື່ມວນຊົນ.
ທີສາມ, ຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ (SDGs) ຢ່າງເຕັມທີ່ ພ້ອມທັງຂະຫຍາຍລະບົບປະກັນສັງຄົມ, ຫຼຸດຜ່ອນຄວາມບໍ່ສະເໝີພາບ, ຮັບປະກັນການເຂົ້າເຖິງສິດທິພື້ນຖານສຳລັບກຸ່ມເປາະບາງ. ໃຫ້ຄວາມສຳຄັນກັບການຫຼຸດຜ່ອນຊ່ອງຫວ່າງການພັດທະນາລະຫວ່າງພາກພື້ນ ແລະກຸ່ມປະຊາກອນ, ສົ່ງເສີມການຫຼຸດຜ່ອນຄວາມທຸກຍາກຫຼາຍມິຕິ ແລະ ສະໜັບສະໜູນການດຳລົງຊີວິດທີ່ຍືນຍົງສຳລັບປະຊາຊົນ.
ທີສີ່, ຍົກສູງຄວາມຮັບຮູ້ໃນຖັນແຖວພະນັກງານ, ລັດຖະກອນ, ຊຸມຊົນທຸລະກິດ ແລະປະຊາຊົນ ກ່ຽວກັບສິດທິມະນຸດ, ໂດຍສະເພາະສົນທິສັນຍາແລະເອກະສານສາກົນກ່ຽວກັບສິດທິມະນຸດທີ່ຫວຽດນາມເປັນພາຄີ.
ທີຫ້າ, ຍູ້ແຮງການຮ່ວມມືກັບບັນດາປະເທດ, ກົນໄກຂອງສະຫະປະຊາຊາດ ແລະ ອົງການຈັດຕັ້ງພາກພື້ນ ກ່ຽວກັບສິດທິມະນຸດດ້ວຍຈິດໃຈແຫ່ງຄວາມສະເໝີພາບ, ການເຄົາລົບກົດໝາຍສາກົນ, ການບໍ່ແຊກແຊງກິດຈະການພາຍໃນ, ພ້ອມທັງເສີມຂະຫຍາຍການສ້າງຄວາມສາມາດ ແລະການສະໜັບສະໜູນທາງເຕັກນິກ ເພື່ອຮັບປະກັນຜົນປະໂຫຍດ ແລະ ປັບປຸງການໃຊ້ສິດທິມະນຸດຂອງປະຊາຊົນໃຫ້ດີຍິ່ງຂຶ້ນ.
ທີຫົກ, ເສີມຂະຫຍາຍບົດບາດຂອງຫວຽດນາມໃນຖານະສະມາຊິກຂອງສະພາສິດທິມະນຸດແຫ່ງສະຫະປະຊາຊາດ ເພື່ອສົ່ງເສີມບຸລິມະສິດຂອງບັນດາປະເທດກຳລັງພັດທະນາ, ໂດຍສະເພາະໃນເລື່ອງຄວາມສະເໝີພາບທາງເພດ, ການປົກປ້ອງກຸ່ມເປາະບາງ ແລະ ການແກ້ໄຂບັນຫາຄວາມໝັ້ນຄົງທີ່ບໍ່ແມ່ນແບບດັ້ງເດີມ ເຊັ່ນ: ການປ່ຽນແປງສະພາບອາກາດ ແລະ ຄວາມໝັ້ນຄົງທາງອາຫານ, ພ້ອມທັງເສີມສ້າງສິດທິທີ່ກ່ຽວຂ້ອງກັບແຮງງານ, ສຸຂະພາບ ແລະ ສາທາລະນະສຸກ.
ໂດຍລວມແລ້ວ, ໂດຍອີງໃສ່ພື້ນຖານຈາກເດີມ, ນັບຕັ້ງແຕ່ປີ 2016, ນະໂຍບາຍການຕ່າງປະເທດຫຼາຍຝ່າຍຂອງຫວຽດນາມ ເຊິ່ງຕັ້ງຢູ່ບົນພື້ນຖານຂອງຄວາມເຄົາລົບ, ການເຈລະຈາ ແລະການຮ່ວມມື ເພື່ອແນໃສ່ຮັບປະກັນແລະປົກປ້ອງສິດທິມະນຸດໃຫ້ດີຍິ່ງຂຶ້ນ, ໄດ້ຮັບການຜັນຂະຫຍາຍຢ່າງຄົບຊຸດ ໂດຍມີຈຸດເດັ່ນໃໝ່ຫຼາຍຢ່າງ, ຍົກລະດັບທັງຄຸນນະພາບແລະຂອບເຂດ, ແລະຄ່ອຍໆ ສະໜັບສະໜູນການກໍ່ຕົວຂອງ “ກົດເກມ” ຫຼາຍຝ່າຍລະດັບໂລກ ເຊິ່ງເຊື່ອມໂຍງຢ່າງໃກ້ຊິດກັບຄວາມໝັ້ນຄົງ, ການພັດທະນາ ແລະ ຂະບວນການພັດທະນາທາງເສດຖະກິດແລະສັງຄົມຂອງປະເທດ. ກິດຈະກຳການພົວພັນຕ່າງປະເທດຫຼາຍຝ່າຍປະກອບສ່ວນຢືນຢັນຕຳແໜ່ງ ແລະກຽດສັກສີສາກົນຂອງຫວຽດນາມ, ສົ່ງເສີມການຊົມໃຊ້ສິດທິມະນຸດບໍ່ພຽງແຕ່ພາຍໃນປະເທດເທົ່ານັ້ນ ແຕ່ຍັງລວມທັງສາກົນ, ດ້ວຍຈິດໃຈໃນການຮັບປະກັນການປະຕິບັດຕາມຄຸນຄ່າສິດທິມະນຸດທົ່ວໄປ, ພ້ອມທັງສອດຄ່ອງກັບເງື່ອນໄຂ ແລະເສັ້ນທາງການພັດທະນາຂອງແຕ່ລະປະເທດ. ຢ່າງໃດກໍ່ຕາມ, ຫວຽດນາມຍັງຕ້ອງພະຍາຍາມເອົາຊະນະຄວາມທ້າທາຍຫຼາຍຢ່າງ, ສືບຕໍ່ປັບປຸງຄຸນນະພາບ ແລະປະສິດທິຜົນຂອງການພົວພັນຕ່າງປະເທດຫຼາຍຝ່າຍ ເພື່ອຮັບປະກັນແລະປົກປ້ອງສິດທິມະນຸດໃຫ້ດີຍິ່ງຂຶ້ນ, ເພື່ອເສີມຂະຫຍາຍອຳນາດນຸ່ມນວນ, ເຜີຍແຜ່ພາບພົດຂອງປະເທດຊາດທີ່ເປັນເອກະລາດ, ເປັນເຈົ້າຕົນເອງ, ສັນຕິພາບ, ຮ່ວມມື, ເປັນມິດ ແລະ ກຳລັງພັດທະນາຢ່າງແຂງແຮງ; ກາຍເປັນ “ແບບຢ່າງຂອງສັນຕິພາບ ແລະການພັດທະນາທີ່ຍືນຍົງ”, ປະກອບສ່ວນຢ່າງຕັ້ງໜ້າໃນການຍົກສູງສຽງແລະບົດບາດຂອງບັນດາປະເທດກຳລັງພັດທະນາ(20) ແລະ ຮັບປະກັນສະຫວັດດີການສັງຄົມ, ສິດທິມະນຸດ ແລະ ສິດທິຂອງພົນລະເມືອງໃນຍຸກໃໝ່, ຍຸກແຫ່ງການພັດທະນາກ້າວໜ້າຂອງຫວຽດນາມ.
-----------------------------------
(1) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII, ສພຈ. ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2021, ເຫຼັ້ມ 1, ໜ້າ 96-97
(2) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII, ຫ້ອງການສູນກາງພັກ, 2016, ຮ່າໂນ້ຍ, ໜ້າ 299-300
(3) ຫງວຽນ ຝູ ຈ້ອງ: “ບາງບັນຫາທິດສະດີແລະພຶດຕິກຳ ກ່ຽວກັບລັດທິສັງຄົມນິຍົມ ແລະ ເສັ້ນທາງໄປສູ່ລັດທິສັງຄົມນິຍົມຢູ່ຫວຽດນາມ”, ວາລະສານກອມມູນິດ, ສະບັບທີ 966, ເດືອນພຶດສະພາ 2021, ໜ້າ 9
(4) ເບິ່ງ: “ທ່ານນາຍົກລັດຖະມົນຕີ ຟ້າມ ມິງ ຈິ໊ງ ເປັນປະທານກອງປະຊຸມລະດັບຊາດກ່ຽວກັບການສຶກສາ ສິດທິມະນຸດ”, ໜັງສືພິມອອນໄລນ໌ຂອງລັດຖະບານ, ວັນທີ 11 ທັນວາ 2024, https://baochinhphu.vn/thu-tuong-pham-minh-chinh-chu-tri-hoi-nghi-toan-quoc-ve-giao-duc-quyen-con-nguoi-102241212081332109.htm
(5) ເຍິດ ແອງ: “ຫວຽດນາມມີດັດຊະນີການພັດທະນາມະນຸດໃນລະດັບສູງ”, ໜັງສືພິມເຍິນເຢີນອອນໄລນ໌, ວັນທີ 7 ພຶດສະພາ 2025, https://nhandan.vn/viet-nam-duy-tri-chi-so-phat-trien-con-nguoi-o-muc-cao-post877966.html
(6) ເຟືອງ ຮ່າ: “10 ປີແຫ່ງການປະຕິບັດມະຕິໝາຍເລກ 29: ແນວຄິດແລະບັນຍາກາດການປ່ຽນແປງໃໝ່ທີ່ປຸກກະຕູ້ນຂະແໜງການສຶກສາທັງໝົດ”, ວາລະສານສຶກສາທິການ, ວັນທີ 27 ພະຈິກ 2023, https://tapchigiaoduc.edu.vn/article/88221/211/10-nam-thuc-hien-nghi-quyet-29-tu-tuong-khi-the-doi-moi-da-di-sau-vao-toan-nganh-giao-duc/
(7) ເບິ່ງ: “ຖະແຫຼງຂ່າວກ່ຽວກັບສະພາບການແຮງງານ ແລະ ການຈ້າງງານໃນໄຕມາດທີສອງ ແລະ ຫົກເດືອນຕົ້ນປີ 2025”, ກົມໃຫຍ່ສະຖິຕິ, https://www.nso.gov.vn/du-lieu-va-so-lieu-thong-ke/2025/07/thong-cao-bao-chi-ve-tinh-hinh-lao-dong-viec-lam-quy-ii-va-6-thang-dau-nam-2025
(8) ເບິ່ງ: “ອາຍຸຍືນສະເລ່ຍທີ່ເພີ່ມຂຶ້ນ ແລະອັດຕາການເກີດທີ່ຫຼຸດລົງ ກຳລັງເລັ່ງໃຫ້ປະຊາກອນຫວຽດນາມມີອາຍຸສູງຂຶ້ນ”, ເວັບໄຊທ໌ຂອງກົມປະຊາກອນ, ກະຊວງສາທາລະນະສຸກ, 2025, https://vnpa.moh.gov.vn/tin-tong-hop/tuoi-tho-tang-nguoi-dan-sinh-it-day-toc-do-gia-hoa-dan-so-viet-nam-them-nhanh
(9) ເງິນ ແອງ: “ປີ 2024: ມີການເພີ່ມງົບປະມານກວ່າ 5.300 ຕື້ດົ່ງ ສຳລັບເງິນອຸດໜູນແລະເງິນຊ່ວຍເຫຼືອພິເສດແກ່ຜູ້ທີ່ມີຄຸນງາມຄວາມດີຕໍ່ຊາດ”, ໜັງສືພິມເຍິນເຢີນອອນໄລນ໌, ngày 5-7-2024, https://nhandan.vn/nam-2024-tang-hon-5300-ty-dong-thuc-hien-tro-cap-phu-cap-uu-dai-voi-nguoi-co-cong-post817610.html
(10) ມະຕິຕົກລົງໝາຍເລກ 217/QĐ-BLĐTBXH, ລົງວັນທີ 4 ກຸມພາ 2024, ຂອງກະຊວງແຮງງານ-ທະຫານບາດເຈັບແລະສັງຄົມ ປະກາດຜົນການທົບທວນສະຖານະການຄົວເຮືອນທຸກຍາກ ແລະໃກ້ທຸກຍາກ ປີ 2024 ຕາມມາດຕະຖານຄວາມທຸກຍາກຫຼາຍມິຕິ ສຳລັບໄລຍະປີ 2022-2025.
(11) ຖູຍ ຈຸກ: “ປະມານເກືອບ 3,8 ລ້ານຄົນໄດ້ຮັບເງິນອຸດໜູນສັງຄົມ”, ໜັງສືພິມເສດຖະກິດແລະຕົວເມືອງອອນໄລນ໌, ວັນທີ 30 ຕຸລາ 2024, https://kinhtedothi.vn/gan-3-8-trieu-nguoi-duoc-huong-tro-cap-xa-hoi.html
(12) “ກອງປະຊຸມທົບທວນເບື້ອງຕົ້ນລາຍງານຂອງລັດຖະບານກ່ຽວກັບຜົນການປະຕິບັດເປົ້າໝາຍແຫ່ງຊາດວ່າດ້ວຍຄວາມສະເໝີພາບທາງເພດໃນປີ 2024”, ເວັບໄຊຕ໌ຂອງກະຊວງພາຍໃນ, ວັນທີ 4 ເມສາ 2025, https://moha.gov.vn/tin-tuc---su-kien/tin-hoat-dong-cua-bo-noi-vu/phien-hop-tham-tra-so-bo-bao-cao-cua-chinh-phu-ve--d610-t57031.html
(13) “ຫວຽດນາມມີຄວາມກ້າວໜ້າຢ່າງໂດດເດັ່ນໃນດັດຊະນີຄວາມສຸກ”, ໜັງສືພິມອອນໄລນ໌ຂອງລັດຖະບານ, ວັນທີ 20 ມີນາ 2025, https://baochinhphu.vn/viet-nam-tang-vuot-bac-ve-chi-so-hanh-phuc-102250320112059904.htm
(14) ຫວຽດ ລິງ: “ຫວຽດນາມຢູ່ອັນດັບສອງໃນອາຊີຕາເວັນອອກສ່ຽງໃຕ້ໃນດັດຊະນີການພັດທະນາຢ່າງຍືນຍົງ”, ໜັງສືພິມອອນໄລນ໌ຕ່ຽນຟອງ, ວັນທີ 22 ສິງຫາ 2025, https://tienphong.vn/viet-nam-dung-thu-2-dong-nam-a-ve-chi-so-phat-trien-ben-vung-post1771519.tpo
(15) ຫວຽດນາມ, ໂອສະຕິກ, ບັງກລາເທດ, ແບນຊິກ, ໂບລີເວຍ, ບຣາຊີນ, ຊີເລ, ໂກສະຕາ ຣິກາ, ຟີຈີ, ອິນເດຍ, ປານາມາ, ຣູມານີ, ອາຟຣິກາໃຕ້ ແລະ ສະເປນ
(16) ສະພາສິດທິມະນຸດແຫ່ງສະຫະປະຊາຊາດ: “ມະຕິຕົກລົງ A/HRC/RES/52/19”, ສະມັດຊາໃຫຍ່ສະຫະປະຊາຊາດ, ວັນທີ 6 ເມສາ 2023, https://docs.un.org/en/A/HRC/RES/52/19
(17) ສະພາສິດທິມະນຸດແຫ່ງສະຫະປະຊາຊາດ: “ມະຕິຕົກລົງ A/HRC/RES/47/24”, ສະມັດຊາໃຫຍ່ສະຫະປະຊາຊາດ, ວັນທີ 26 ກໍລະກົດ 2021, https://docs.un.org/en/A/HRC/RES/47/24
(18) ສະພາສິດທິມະນຸດແຫ່ງສະຫະປະຊາຊາດ: “ມະຕິຕົກລົງ A/HRC/RES/56/8”, ສະມັດຊາໃຫຍ່ສະຫະປະຊາຊາດ, ວັນທີ 16 ກໍລະກົດ 2024, https://docs.un.org/en/A/HRC/RES/56/8
(19) ສະພາສິດທິມະນຸດແຫ່ງສະຫະປະຊາຊາດ: “ມະຕິຕົກລົງ A/HRC/RES/59/23”, ສະມັດຊາໃຫຍ່ສະຫະປະຊາຊາດ, ວັນທີ 10 ກໍລະກົດ 2025, https://docs.un.org/en/A/HRC/RES/59/23
(20) ຟ້າມ ວັນ ຕ້ຽບ: “ເລຂາທິການໃຫຍ່ສະຫະປະຊາຊາດ: ຫວຽດນາມເປັນແບບຢ່າງຂອງສັນຕິພາບ ແລະ ການພັດທະນາຢ່າງຍືນຍົງ”, ເວັບໄຊຕ໌Vietnam+, ວັນທີ 10 ມິຖຸນາ 2025, https://www.vietnamplus.vn/tong-thu-ky-lhq-viet-nam-la-hinh-mau-cua-hoa-binh-va-phat-trien-ben-vung-post1043350.vnp