ການທູດວັດທະນະທຳແລະການເຜີຍແຜ່ເອກະລັກ,
ຄຸນຄ່າອັນດີງາມຂອງຊາດ ແລະພາບພົດຂອງປະເທດ
ແລະປະຊາຊົນຫວຽດນາມສູ່ເວທີສາກົນໃນຍຸກໃໝ່
ຄຸນຄ່າອັນດີງາມຂອງຊາດ ແລະພາບພົດຂອງປະເທດ
ແລະປະຊາຊົນຫວຽດນາມສູ່ເວທີສາກົນໃນຍຸກໃໝ່
ທ່ານເລຂາທິການໃຫຍ່ ໂຕເລິມ ແລະ ພັນລະຍາ ພ້ອມກັບປະທານາທິບໍດີຝຣັ່ງ ເອມມານູເອວ ມາຄຣົງ ແລະ ພັນລະຍາ ຮ່ວມຊົມການສະແດງດົນຕີລາດຊະວັງເຫວ້ ໃນວັນທີ 26 ພຶດສະພາ 2025 - ພາບ: baovanhoa.vn
ແນວຄວາມຄິດແລະບົດບາດຂອງການທູດວັດທະນະທຳ
ໃນທິດສະດີການພົວພັນສາກົນສະໄໝໃໝ່, ການທູດວັດທະນະທຳມັກຖືກເບິ່ງວ່າເປັນສ່ວນໜຶ່ງຂອງການທູດສາທາລະນະ ໂດຍເນັ້ນການໃຊ້ວິທີການ, ຜະລິດຕະພັນ ແລະ ກິດຈະກຳທາງວັດທະນະທຳ ເພື່ອສ້າງຄວາມໄວ້ເນື້ອເຊື່ອໃຈ, ສ້າງຄວາມປາຖະໜາດີ ແລະ ສົ່ງເສີມຄວາມເຂົ້າໃຈເຊິ່ງກັນແລະກັນລະຫວ່າງປະເທດ. ໃນຂະນະທີ່ການທູດແບບດັ້ງເດີມມຸ່ງເນັ້ນຊ່ອງທາງລະຫວ່າງລັດຕໍ່ລັດ, ການທູດວັດທະນະທຳຂະຫຍາຍຂອບເຂດການຕິດຕໍ່ລະຫວ່າງປະຊາຊົນກັບປະຊາຊົນ, ສັງຄົມກັບສັງຄົມ ແລະມຸ່ງເປົ້າໄປທີ່ສາທາລະນະຊົນໃນວົງກວ້າງໃນຕ່າງປະເທດ.
ການທູດວັດທະນະທຳມັກຖືກເບິ່ງວ່າເປັນການໃຊ້ການສະແດງອອກຢ່າງສ້າງສັນ, ການແລກປ່ຽນແນວຄວາມຄິດແລະຂໍ້ມູນ ແລະການປະຕິສຳພັນ ເພື່ອສ້າງຄວາມເຂົ້າໃຈເຊິ່ງກັນແລະກັນ, ສົ່ງເສີມສາຍພົວພັນມິດຕະພາບແລະການຮ່ວມມື ແລະພ້ອມກັນນັ້ນ ກໍ່ສົ່ງເສີມແລະເຜີຍແຜ່ເອກະລັກ ແລະຄຸນຄ່າທີ່ດີງາມຂອງຊາດ, ພາບພົດຂອງປະເທດ ແລະປະຊາຊົນຫວຽດນາມ ໄປສູ່ປະຊາຄົມໂລກ. ວັດທະນະທຳຢູ່ທີ່ນີ້ບໍ່ພຽງແຕ່ກວມເອົາມໍລະດົກ, ເທດສະການ ງານບຸນ ແລະ ສິລະປະເທົ່ານັ້ນ, ແຕ່ຍັງລວມທັງວິຖີຊີວິດ, ລະບົບຄຸນຄ່າ, ບັນທັດຖານທາງພຶດຕິກຳ, ອາຫານ, ຄວາມຄິດສ້າງສັນຮ່ວມສະໄໝ ແລະ ຜະລິດຕະພັນອຸດສາຫະກຳທາງວັດທະນະທຳ... ການທູດວັດທະນະທຳບໍ່ແມ່ນກິດຈະກຳທາງດຽວ, ແຕ່ແມ່ນການແລກປ່ຽນ ແລະການປະຕິສຳພັນເຊິ່ງກັນແລະກັນ, ຜ່ານຂະບວນການນີ້, ປະເທດຕ່າງໆ ຈະເຂົ້າໃຈແລະດູດຊຶມຄຸນຄ່າ ແລະຜົນສຳເລັດທາງວັດທະນະທຳທີ່ໂດດເດັ່ນ ຂອງມະນຸດຊາດ ເພື່ອເສີມສ້າງມໍລະດົກທາງວັດທະນະທຳຂອງຕົນເອງ, ໃນຂະນະດຽວກັນ ກໍ່ຊີ້ນຳການອະນຸລັກ, ສົ່ງເສີມ ແລະປັບຕົວຄຸນຄ່າທາງວັດທະນະທຳຂອງຕົນເອງ ໃຫ້ສອດຄ່ອງກັບທ່າອ່ຽງການພັດທະນາຂອງໂລກ.
ການທູດວັດທະນະທຳມີຄວາມກ່ຽວຂ້ອງຢ່າງໃກ້ຊິດກັບແນວຄວາມຄິດ “ອຳນາດນຸ່ມນວນ” ເຊິ່ງໝາຍເຖິງຄວາມສາມາດໃນການດຶງດູດ ແລະຊັກຊວນໃຈ ແທນທີ່ຈະບັງຄັບ ຫຼື ໃຊ້ກຳລັງ. ຍ້ອນວັດທະນະທຳ, ຄຸນຄ່າແລະຮູບແບບການພັດທະນາຂອງປະເທດໄດ້ຮັບການຍົກຍ້ອງຈາກປະຊາຄົມໂລກ, ປະເທດຊາດນັ້ນຈຶ່ງມີເງື່ອນໄຂທີ່ດີກວ່າໃນການຈັດຕັ້ງປະຕິບັດການທູດທາງການເມືອງ, ເສດຖະກິດ, ຄວາມໝັ້ນຄົງ ແລະ ການປ້ອງກັນປະເທດໄດ້ຢ່າງມີປະສິດທິພາບຫຼາຍຂຶ້ນ. ເວົ້າອີກຢ່າງໜຶ່ງ, ການທູດວັດທະນະທຳມີບົດບາດສຳຄັນໃນການສົ່ງເສີມການທູດໃນຂົງເຂດອື່ນໆ, ເຊັ່ນ: ການທູດເສດຖະກິດ, ການທູດທາງການເມືອງ, ການປ້ອງກັນປະເທດແລະຄວາມໝັ້ນຄົງ... ການທູດວັດທະນະທຳບໍ່ພຽງແຕ່ເສີມຂະຫຍາຍຄວາມເຂົ້າໃຈເຊິ່ງກັນແລະກັນ ລະຫວ່າງປະເທດເທົ່ານັ້ນ ແຕ່ຍັງຊ່ວຍ “ຜ່ອນຄາຍ” ແລະແກ້ໄຂຄວາມເຄັ່ງຕຶງທາງການເມືອງ, ສ້າງສະພາບແວດລ້ອມທີ່ເອື້ອອຳນວຍຕໍ່ການຮ່ວມມື ແລະການພັດທະນາອີກນຳ.
ຄຸນຄ່າຂອງຫວຽດນາມສາມາດພິຈາລະນາໄດ້ຈາກຫຼາຍມຸມມອງ. ຈາກມຸມມອງທາງສັງຄົມແລະວັດທະນະທຳ, ຄຸນຄ່າເຫຼົ່ານີ້ແມ່ນລະບົບຄຸນຄ່າທີ່ຖືກສ້າງແລະປັບປຸງໃຫ້ດີຍິ່ງຂຶ້ນຜ່ານປະຫວັດສາດຂອງການສ້າງຊາດ ແລະການປ້ອງກັນປະເທດ, ຜ່ານຂະບວນການອອກແຮງງານ, ຄວາມຄິດສ້າງສັນ ແລະການເຊື່ອມໂຍງສາກົນ. ກຸ່ມຄຸນຄ່າທີ່ໂດດເດັ່ນບາງກຸ່ມທີ່ມັກຖືກກ່າວເຖິງສາມາດສະຫຼຸບໄດ້ດັ່ງຕໍ່ໄປນີ້:
ຄຸນຄ່າທາງປະຫວັດສາດແລະການປະຕິວັດ: ເຈດຈຳນົງໃນການເປັນເອກະລາດ ແລະການເພິ່ງພາຕົນເອງ; ຈິດໃຈເຂັ້ມແຂງແລະບໍ່ຫຍໍ້ທໍ້; ຄວາມຮັກຊາດຢ່າງແຮງກ້າ ໂດຍຍຶດຖືຜົນປະໂຫຍດຂອງຊາດເໜືອສິ່ງອື່ນໃດ...
ຄຸນຄ່າທາງວັດທະນະທຳແລະຈິດວິນຍານ: ຄວາມເມດຕາແລະຄວາມອະນຸລົມຜ່ອນຜັນ; ມູນເຊື້ອສາມັກຄີແລະການຊ່ວຍເຫຼືອເຊິ່ງກັນແລະກັນ; ວັດທະນະທຳໝູ່ບ້ານ ແລະຊຸມຊົນ; ຄວາມກົມກຽວແລະຄວາມຮັກໃນສັນຕິ...
ຄຸນຄ່າຂອງມະນຸດ: ຄວາມຂະຫຍັນໝັ່ນພຽນ, ຄວາມຄິດສ້າງສັນ, ຄວາມຍືດຫຍຸ່ນແລະຄວາມຄ່ອງແຄ່ວ; ການເຄົາລົບໃນຄວາມຈົງຮັກພັກດີແລະຄວາມຮັກ; ການໃຫ້ຄຸນຄ່າແກ່ຄອບຄົວ, ຄວາມໄຝ່ຮູ້, ການເຄົາລົບຕໍ່ຄູບາອາຈານ...
ພາບພົດຂອງປະເທດແລະປະຊາຊົນຫວຽດນາມ ແມ່ນວິທີທີ່ປະຊາຄົມສາກົນຮັບຮູ້, ຮູ້ສຶກ ແລະ ປະເມີນຫວຽດນາມ. ພາບພົດນັ້ນປະກອບດ້ວຍຫຼາຍອົງປະກອບຄື: ປະຫວັດສາດ, ພູມສາດ, ສະຖາບັນທາງການເມືອງ, ຜົນສຳເລັດທາງເສດຖະກິດແລະສັງຄົມ, ປະຊາຊົນ, ວັດທະນະທຳ, ມໍລະດົກ, ວິຖີຊີວິດ, ລະດັບວິທະຍາສາດ ແລະເຕັກໂນໂລຊີ... ເຄື່ອງໝາຍການຄ້າແຫ່ງຊາດແມ່ນ “ການເຊື່ອມໂຍງ” ອົງປະກອບເຫຼົ່ານີ້ຢ່າງຕັ້ງໃຈເຂົ້າດ້ວຍກັນເປັນເລື່ອງລາວ, ຂໍ້ຄວາມຫຼັກ, ຮູບພາບທີ່ສອດຄ່ອງກັນ ເຊິ່ງຈະຊ່ວຍໃຫ້ໂລກຈົດຈຳແລະຮູ້ຈັກຫວຽດນາມໄດ້ງ່າຍຂຶ້ນ.
ໃນສະພາບການປະຈຸບັນ, ການທູດວັດທະນະທຳມີບົດບາດສຳຄັນໃນການຊ່ວຍໃຫ້ໂລກເຂົ້າໃຈຫວຽດນາມບໍ່ພຽງແຕ່ໃນຖານະປະເທດທີ່ເຄີຍຜ່ນສົງຄາມ ແຕ່ຍັງເປັນປະເທດທີ່ກຳລັງພັດທະນານະວັດຕະກຳ, ການເຊື່ອມໂຍງສາກົນຢ່າງເລິກເຊິ່ງ, ມີທ່າແຮງສູງ, ເປັນມິດແລະໜ້າເຊື່ອຖື. ລາຍງານການເມືອງທີ່ນຳສະເໜີຕໍ່ກອງປະຊຸມໃຫຍ່ພັກກອມມູນິດຫວຽດນາມຄັ້ງທີ XIV ໄດ້ລະບຸຢ່າງຈະແຈ້ງວ່າ: “ເປັນເຈົ້າການໃນການຮ່ວມມືແລະສົ່ງເສີມພາບພົດຂອງປະເທດ, ຄຸນຄ່າທາງວັດທະນະທຳ ແລະປະຊາຊົນຫວຽດນາມສູ່ໂລກຢ່າງຕັ້ງໜ້າ”(1).
ການທູດວັດທະນະທຳແມ່ນຊ່ອງທາງໃນການເຜີຍແຜ່ພະລັງທາງວັດທະນະທຳຂອງຫວຽດນາມໂດຍກົງ. ຜ່ານກິດຈະກຳການທູດວັດທະນະທຳ, ຄຸນຄ່າຂອງຫວຽດນາມຈະຖືກປ່ຽນເປັນຮູບພາບ, ປະສົບການ ແລະຄວາມປະທັບໃຈໃນທາງບວກ ສຳລັບສາທາລະນະຊົນສາກົນ.
ການທູດວັດທະນະທຳປະກອບສ່ວນເຂົ້າໃນການເພີ່ມທະວີຄວາມເຂົ້າໃຈເຊິ່ງກັນແລະກັນ, ຫຼຸດຜ່ອນອະຄະຕິ ແລະຊ່ອງຫວ່າງທາງວັດທະນະທຳ; ສ້າງສະພາບແວດລ້ອມທີ່ເອື້ອອຳນວຍໃຫ້ແກ່ການທູດທາງການເມືອງ, ຂະຫຍາຍການຮ່ວມມື, ການເຈລະຈາ ແລະສະໜັບສະໜູນການທູດເສດຖະກິດ, ການທ່ອງທ່ຽວ, ການຄ້າ, ການລົງທຶນ, ການສຶກສາ ແລະອື່ນໆ.
ການທູດວັດທະນະທຳຢືນຢັນສະຖານະ, ຕຳແໜ່ງ ແລະກຽດສັກສີສາກົນຂອງຫວຽດນາມ, ໂດຍສະເພາະ ໃນສະພາບການທີ່ປະເທດມີສ່ວນຮ່ວມຢ່າງເລິກເຊິ່ງໃນກົນໄກຫຼາຍຝ່າຍ. ດັ່ງນັ້ນ, ການສ້າງແລະການຜັນຂະຫຍາຍຍຸດທະສາດການທູດທາງວັດທະນະທຳຈຶ່ງເປັນອົງປະກອບສຳຄັນ ໃນຍຸດທະສາດໂດຍລວມ ຂອງການເສີມສ້າງອຳນາດນຸ່ມນວນ, ການເຜີຍແຜ່ເອກະລັກແລະຄຸນຄ່າອັນດີງາມຂອງຊາດ, ພາບພົດຂອງປະເທດແລະປະຊາຊົນຫວຽດນາມ.
ຍຸດທະສາດການທູດວັດທະນະທຳ ແລະການວາງຕຳແໜ່ງພາບພົດຂອງຫວຽດນາມ
ໃນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກ, ແນວຄວາມຄິດເລື່ອງການທູດວັດທະນະທຳໄດ້ຖືກບັນຈຸໄວ້ໃນເອກະສານເປັນຄັ້ງທຳອິດ. ເອກະສານຂອງກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກໄດ້ຢືນຢັນວ່າ: “ສົມທົບຢ່າງໃກ້ຊິດລະຫວ່າງການຕ່າງປະເທດຂອງພັກ ກັບການທູດຂອງລັດແລະການທູດປະຊາຊົນ, ລະຫວ່າງການທູດທາງການເມືອງ ກັບການທູດເສດຖະກິດ ແລະການທູດວັດທະນະທຳ, ລະຫວ່າງການຕ່າງປະເທດ ກັບການປ້ອງກັນປະເທດ ແລະຄວາມໝັ້ນຄົງ”(2). ຕໍ່ມາ, ໃນເອກະສານຕ່າງໆຂອງພັກທີ່ຜ່ານມາ, ການທູດວັດທະນະທຳໄດ້ຮັບການລະບຸວ່າເປັນໜຶ່ງໃນໜ້າທີ່ສຳຄັນ ຂອງວຽກງານການຕ່າງປະເທດ ທີ່ຕິດພັນກັບການສົ່ງເສີມກຳລັງແຮງໂດຍລວມຂອງປະເທດ ແລະປຸກຕື່ນຄວາມປາດຖະໜາໃນການພັດທະນາປະເທດ. ລາຍງານການເມືອງຂອງຄະນະບໍລິຫານງານສູນກາງພັກຊຸດທີ XIII ທີ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກໍ່ໄດ້ເນັ້ນໜັກວ່າ: “ປັບປຸງປະສິດທິຜົນຂອງການທູດວັດທະນະທຳ, ການປ້ອງກັນປະເທດ ແລະຄວາມໝັ້ນຄົງ;... ໃຫ້ຄວາມສຳຄັນກັບກິດຈະກຳທີ່ສົ່ງເສີມພາບພົດຂອງປະເທດແລະປະຊາຊົນຫວຽດນາມ”(3).
ແນວທາງການຕ່າງປະເທດທີ່ເປັນເອກະລາດ, ເປັນເຈົ້າຕົນເອງ, ຫຼາຍຝ່າຍ, ຫຼາກຫຼາຍ, ມີຄວາມຄິດລິເລີ່ມແລະສ້າງສັນນັ້ນ ໄດ້ຮັບການຈັດຕັ້ງປະຕິບັດພ້ອມໆກັນ ໃນສາມເສົາຄໍ້າຄື: ການຕ່າງປະເທດຂອງພັກ, ການທູດຂອງລັດ ແລະ ການທູດລະຫວ່າງປະຊາຊົນ; ໃນນັ້ນ, ອົງປະກອບທາງວັດທະນະທໍາແຊກຊຶມ ແລະປະສົມປະສານໄປທົ່ວທັງສາມເສົາຄໍ້າ.
ລັດເນັ້ນໜັກເຖິງຄວາມຈໍາເປັນໃນການເຊື່ອມໂຍງການພັດທະນາວັດທະນະທໍາ ແລະປະຊາຊົນຫວຽດນາມຢ່າງໃກ້ຊິດ ເຂົ້າກັບການສ້າງເຄື່ອງໝາຍການຄ້າແຫ່ງຊາດ ແລະການສົ່ງເສີມພາບພົດຂອງປະເທດ, ໂດຍຖືວ່າ ນີ້ບໍ່ພຽງແຕ່ເປັນໜ້າທີ່ຂອງຂະແໜງການທູດ ຫຼືວັດທະນະທໍາເທົ່ານັ້ນ, ແຕ່ຍັງເປັນຄວາມຮັບຜິດຊອບຮ່ວມກັນຂອງລະບົບການເມືອງທັງໝົດ, ພາກທຸລະກິດ, ອົງການທາງສັງຄົມ ແລະປະຊາຊົນທຸກຄົນ.
ຈາກທັດສະນະທາງການທູດດ້ານວັດທະນະທຳ, ພາບພົດຂອງຫວຽດນາມທີ່ກໍາລັງສ້າງຂຶ້ນນັ້ນສາມາດກໍານົດໄດ້ດ້ວຍເສົາຄໍ້າຕໍ່ໄປນີ້:
ທີໜຶ່ງ, ຫວຽດນາມເປັນປະເທດທີ່ຮັກຫອມສັນຕິພາບ, ເອກະລາດ, ເປັນເຈົ້າຕົນເອງ ແລະ ມີຄວາມຮັບຜິດຊອບ. ການເຂົ້າຮ່ວມຢ່າງຕັ້ງໜ້າໃນກົນໄກພາກພື້ນແລະສາກົນ, ປະກອບສ່ວນເຂົ້າໃນກິດຈະກຳຮັກສາສັນຕິພາບ, ການຕອບສະໜອງຕໍ່ການປ່ຽນແປງຂອງດິນຟ້າອາກາດ, ການພັດທະນາແບບຍືນຍົງ,... ສ້າງພາບພົດຂອງຫວຽດນາມທີ່ມີຄວາມເປັນເຈົ້າການ, ໜ້າເຊື່ອຖື ແລະ ມີຄວາມຮັບຜິດຊອບພາຍໃນປະຊາຄົມສາກົນ.
ທີສອງ, ຫວຽດນາມມີວັດທະນະທໍາທີ່ອຸດົມໄປດ້ວຍເອກະລັກທີ່ໂດດເດັ່ນ ແລະມູນເຊື້ອອັນຍາວນານ. ລະບົບມໍລະດົກວັດທະນະທຳທີ່ຈັບຕ້ອງໄດ້ ແລະຈັບຕ້ອງບໍ່ໄດ້ທີ່ອຸດົມສົມບູນ, ເຊິ່ງຫຼາຍມໍລະດົກໄດ້ຮັບການຍອມຮັບໃນລະດັບສາກົນ, ລວມເຖິງວັດທະນະທໍາຊຸມຊົນທີ່ຫຼາກຫຼາຍ ຖືເປັນຊັບພະຍາກອນສໍາຄັນສໍາລັບການທູດວັດທະນະທໍາ.
ທີສາມ, ຫວຽດນາມເປັນຈຸດໝາຍປາຍທາງທີ່ປອດໄພ, ເປັນມິດ ແລະໜ້າດຶງດູດໃຈ. ທິວທັດທຳມະຊາດທີ່ສວຍງາມ, ອາຫານທີ່ຫຼາກຫຼາຍ, ຜູ້ຄົນເປັນມິດແລະມີນ້ຳໃຈຕ້ອນຮັບ, ພ້ອມທັງຄ່າໃຊ້ຈ່າຍໃນການເດີນທາງທີ່ບໍ່ແພງ ລ້ວນເປັນປັດໄຈທີ່ປະກອບສ່ວນເຮັດໃຫ້ສະຖານທີ່ແຫ່ງນີ້ກາຍເປັນຈຸດໝາຍປາຍທາງທີ່ຄຸ້ມຄ່າແກ່ການມາຢ້ຽມຢາມ.
ທີສີ່, ຫວຽດນາມເປັນປະເທດທີ່ຂະຫຍັນຂັນເຄື່ອນ ແລະກຳລັງເຕີບໃຫຍ່ຂະຫຍາຍຕົວຢ່າງແຂງແຮງ, ເຂົ້າຮ່ວມໃນລະບົບຕ່ອງໂສ້ຄຸນຄ່າລະດັບໂລກ, ພັດທະນາເສດຖະກິດດິຈິຕອນ, ເສດຖະກິດສີຂຽວ ແລະ ເສດຖະກິດສ້າງສັນ. ພາບພົດນີ້ຈະແຈ້ງຂຶ້ນເລື້ອຍໆ ດ້ວຍການເກີດຂຶ້ນຂອງທຸລະກິດ, ຜະລິດຕະພັນ, ສິລະປິນ, ນັກກິລາ, ນັກວິທະຍາສາດ ແລະ ນັກອອກແບບຊາວຫວຽດນາມ... ທີ່ສ້າງຊື່ສຽງໃນລະດັບພາກພື້ນ ແລະລະດັບໂລກ.
ການທູດວັດທະນະທຳມີໜ້າທີ່ເຊື່ອມໂຍງເສົາຄ້ຳເຫຼົ່ານີ້, ຊ່ວຍໃຫ້ມິດປະເທດຕ່າງໆ ເຫັນເອກະລັກແລະຄຸນຄ່າອັນດີງາມຂອງຊາດ, ພາບພົດຂອງປະເທດແລະປະຊາຊົນຫວຽດນາມໃນສະຕະວັດທີ 21.
ການທູດວັດທະນະທຳບໍ່ແມ່ນກິດຈະກຳທີ່ແຍກຕ່າງຫາກ, ແຕ່ຖືກລວມເຂົ້າກັບກິດຈະກຳການຕ່າງປະເທດດ້ານການເມືອງ, ເສດຖະກິດ, ການປ້ອງກັນປະເທດ, ຄວາມໝັ້ນຄົງ, ການທ່ອງທ່ຽວ, ການສຶກສາ, ວິທະຍາສາດ ແລະ ເຕັກໂນໂລຊີ. ອົງການຂອງລັດທີ່ຮັບຜິດຊອບວຽກງານການຕ່າງປະເທດ ແລະການເຊື່ອມໂຍງສາກົນ ມີບົດບາດເປັນ “ຜູ້ປະສານງານ” ໃນການເຊື່ອມໂຍງແລະປະສານງານກັບການເຂົ້າຮ່ວມຢ່າງພ້ອມພຽງຂອງກະຊວງ ແລະຂະແໜງການທີ່ກ່ຽວຂ້ອງ (ວັດທະນະທຳ, ກິລາ ແລະການທ່ອງທ່ຽວ, ການສຶກສາແລະຝຶກອົບຮົມ, ວິທະຍາສາດ ແລະ ເຕັກໂນໂລຊີ...), ອຳນາດການປົກຄອງທ້ອງຖິ່ນດ້ວຍຜະລິດຕະພັນ, ເຫດການວັດທະນະທຳ, ການທ່ອງທ່ຽວ, ຜະລິດຕະພັນພິເສດຂອງທ້ອງຖິ່ນ ແລະຂອງທຸລະກິດ, ອົງການຈັດຕັ້ງທາງສັງຄົມ, ສິລະປິນ, ປັນຍາຊົນ ແລະຊຸມຊົນຊາວຫວຽດນາມຢູ່ຕ່າງປະເທດ. ໂດຍສະເພາະແມ່ນ ການເຂົ້າຮ່ວມຂອງສື່ມວນຊົນທັງໃນປະເທດແລະຕ່າງປະເທດ, ລວມເຖິງສື່ຕ່າງໆ ແລະສື່ສັງຄົມອອນໄລນ໌ ມີບົດບາດສຳຄັນທີ່ສຸດ.
ການເຊື່ອມໂຍງກັບສູນປະສານງານທາງການທູດນີ້ຈະສ້າງກົນໄກການປະສານງານທີ່ມີປະສິດທິພາບ, ຊ່ວຍຫຼີກລ່ຽງການຊໍ້າຊ້ອນ ແລະການກະຈາຍຊັບພະຍາກອນ, ພ້ອມທັງສ້າງບັ້ນຮົບການທູດທາງວັດທະນະທໍາທີ່ມີຄວາມຮອບດ້ານ, ເລິກເຊິ່ງ ແລະ ມີຜົນກະທົບໃນວົງກວ້າງກວ່າເກົ່າ.
ກິດຈະກຳທົ່ວໄປບາງປະການໃນການທູດວັດທະນະທຳຂອງຫວຽດນາມ
ທີໜຶ່ງ, ການສົ່ງເສີມມໍລະດົກທາງວັດທະນະທຳທີ່ຈັບຕ້ອງໄດ້ ແລະ ຈັບຕ້ອງບໍ່ໄດ້.
ໜຶ່ງໃນກິດຈະກຳທົ່ວໄປ ແລະ ມີປະສິດທິພາບສູງຂອງການທູດວັດທະນະທຳຂອງຫວຽດນາມແມ່ນ ການທູດດ້ານມໍລະດົກຜ່ານການສົ່ງເສີມລະບົບມໍລະດົກທາງວັດທະນະທຳທີ່ຈັບຕ້ອງໄດ້ແລະຈັບຕ້ອງບໍ່ໄດ້ ທີ່ຂຶ້ນທະບຽນໂດຍອົງການຢູເນສໂກ. ມາຮອດປະຈຸບັນ, ຫວຽດນາມມີແຫຼ່ງມໍລະດົກທາງວັດທະນະທຳ ແລະທຳມະຊາດໂລກ 9 ແຫ່ງ(4) (ກຸ່ມບູຮານສະຖານໃນເມືອງຫຼວງເກົ່າເຫວ້, ອ່າວຮ້າລອງ, ເມືອງບູຮານໂຮ້ຍອານ, ກຸ່ມວັດໝີເຊີນ, ອຸທະຍານແຫ່ງຊາດຟອງຍາ-ແກບ່າງ, ສູນກາງທາງປະຫວັດສາດລາຊະວັງທັງລອງ-ຮ່າໂນ້ຍ, ກຳແພງລາຊະວົງໂຮ່, ເຂດທິວທັດອຽນຕື໋ - ຫວິງງຽມ - ໂກນເຊີນ, ກ໊ຽບບາກ, ເຂດທິວທັດຈ່າງອານ) ແລະແຫຼ່ງມໍລະດົກທາງວັດທະນະທຳທີ່ຈັບຕ້ອງບໍ່ໄດ້ 17 ແຫ່ງທີ່ໄດ້ຮັບການຍອມຮັບຈາກຢູເນສໂກ(5) (ດົນຕີລາຊະສຳນັກເຫວ້, ພື້ນທີ່ວັດທະນະທຳຂ້ອງພູສູງພາກກາງ, ເພງພື້ນເມືອງບັ໋ກນິງກວານຫໍ້, ສິລະປະຂັບຮ້ອງກາຈູ່, ສິລະປະຂັບຮ້ອງຊວານ, ການສະແດງດົນຕີຂັບຮ້ອງພາກໃຕ້, ຄວາມເຊື່ອບູຊາກະສັດຮຸ່ງເວືອງ, ເພງພື້ນເມືອງຫວີຢ້ຳເງ້ຕິ໊ງ, ພິທີກຳແລະເກມດຶງເຊືອກ, ການປະຕິບັດບູຊາເຈົ້າແມ່ໄຕຝູຂອງຊາວຫວຽດນາມ). ເອກະສານມໍລະດົກແຕ່ລະສະບັບແມ່ນຜົນມາຈາກການຂົນຂວາຍທາງການທູດຫຼາຍຝ່າຍຢ່າງພິຖີພິຖັນ, ເຊິ່ງເຊື່ອມຕໍ່ຢ່າງໃກ້ຊິດລະຫວ່າງອົງການພາຍໃນປະເທດ, ຄະນະຜູ້ແທນຫວຽດນາມປະຈຳຢູເນສໂກ ແລະປະເທດສະມາຊິກຂອງຄະນະກຳມະການມໍລະດົກ. ລະບົບມໍລະດົກທີ່ອຸດົມສົມບູນນີ້ແມ່ນແຫຼ່ງເນື້ອໃນທີ່ສຳຄັນ ສຳລັບການພັດທະນາ ການທູດວັດທະນະທຳຢ່າງຕໍ່ເນື່ອງ. ການຈັດສັບປະດາວັດທະນະທຳຫວຽດນາມ, ວັນຫວຽດນາມຢູ່ຕ່າງປະເທດ, ງານບຸນ ງານວາງສະແດງ ແລະ ໂຄງການສິລະປະທີ່ຈັດສະແດງມໍລະດົກເຫຼົ່ານີ້ ໄດ້ປະກອບສ່ວນເຂົ້າໃນການນຳເອົາພາບພົດຂອງຫວຽດນາມໄປສູ່ສາທາລະນະຊົນສາກົນ ຜ່ານປະສົບການທີ່ສົດໃສແລະເຕັມໄປດ້ວຍອາລົມຄວາມຮູ້ສຶກ.
ທີສອງ, ກິດຈະກຳການທູດທາງວັດທະນະທຳຜ່ານເຫດການສາກົນທີ່ສຳຄັນ
ກິດຈະກຳທີ່ໂດດເດັ່ນຢ່າງໜຶ່ງຂອງການທູດວັດທະນະທຳຂອງຫວຽດນາມແມ່ນ ການເຂົ້າຮ່ວມແລະເປັນເຈົ້າພາບຈັດກິດຈະກຳສາກົນທີ່ສຳຄັນ, ຜ່ານນັ້ນ “ນຳຫວຽດນາມສູ່ໂລກ” ແລະ “ນຳໂລກມາສູ່ຫວຽດນາມ”. ໃນງານວາງສະແດງໂລກຕ່າງໆ (World Expo) ເຊັ່ນ: ງານຊ່ຽງໄຮ້ເອ໊ກຊ໌ໂປ 2010, ງານມິລານເອ໊ກຊ໌ໂປ 2015, ງານດູໄບເອ໊ກຊ໌ໂປ 2020, ແລະ ງານໂອຊາກ້າເອ໊ກຊ໌ໂປ 2025, ຫວຽດນາມໄດ້ສ້າງສາລາ ຫຼືຫໍວາງສະແດງແຫ່ງຊາດ ໂດຍມີຫົວຂໍ້ສະເພາະ ເພື່ອຈັດສະແດງມໍລະດົກ, ຮູບພາບຂອງປະເທດຊາດ, ຜະລິດຕະພັນສ້າງສັນ ແລະອາຫານ. ກິດຈະກຳນີ້ມັກດຶງດູດຜູ້ເຂົ້າຊົມຫຼາຍລ້ານຄົນໃນແຕ່ລະຄັ້ງ. ນີ້ແມ່ນຊ່ອງທາງໂດຍກົງສຳລັບສາທາລະນະຊົນສາກົນໃນການ “ເຊື່ອມຕໍ່” ກັບຫວຽດນາມຜ່ານປະສາດສຳພັດ, ບໍ່ພຽງແຕ່ຜ່ານຂໍ້ມູນທາງການເມືອງແລະເສດຖະກິດທີ່ເປັນນາມທຳເທົ່ານັ້ນ. ໃນທາງກົງກັນຂ້າມ, ການທີ່ຫວຽດນາມເປັນເຈົ້າພາບຈັດງານເທດສະການເຫວ້, ງານເທດສະການຮູບເງົາສາກົນຮ່າໂນ້ຍ, ງານເທດສະການສິລະປະ, ການຖ່າຍຮູບ, ວິຈິດສິນລະດັບສາກົນ ແລະອື່ນໆ ກໍ່ເປັນຈຸດເດັ່ນຂອງການທູດວັດທະນະທຳ. ງານເທດສະການໃນເມືອງເຫວ້ໃນແຕ່ລະປີມັກດຶງດູດຜູ້ເຂົ້າຊົມລະຫວ່າງ 2 ແສນ ຫາ 3 ແສນຄົນ, ລວມທັງນັກທ່ອງທ່ຽວແລະຄະນະສິລະປະຈາກຫຼາຍສິບປະເທດ. ກິດຈະກຳສຳຄັນທີ່ກ່ຽວຂ້ອງກັບການພົວພັນຕ່າງປະເທດ ເຊັ່ນ: ການປະຊຸມເອເປກຫວຽດນາມ 2017 ແລະການແຂ່ງຂັນກິລາຊີເກມຄັ້ງທີ 31..., ລ້ວນໄດ້ຮັບການອອກແບບໃຫ້ມີລາຍການສິລະປະ, ງານເທດສະການຕາມຖະໜົນ, ການສະແດງແສງສີ ແລະ ກິດຈະກຳດ້ານອາຫານການກິນຫຼາຍຢ່າງ ເພື່ອສື່ສານພາບພົດຫວຽດນາມທີ່ສະຫງົບສຸກ, ເປັນມິດ, ສ້າງສັນ ແລະອຸດົມໄປດ້ວຍວັດທະນະທໍາ ເຊິ່ງເປັນການສ້າງ “ຜົນກະທົບທີ່ອ່ອນໂຍນ” ໃນການເສີມຂະຫຍາຍພາບພົດ ແລະສະຖານະຂອງປະເທດ. ອາດເວົ້າໄດ້ວ່າ ແຕ່ລະເຫດການແມ່ນໂອກາດສໍາລັບຫວຽດນາມໃນການສະແດງພາບພົດ, ຜູ້ຄົນ ແລະວັດທະນະທໍາຂອງຕົນ.
ການສົມທົບການທູດທາງການເມືອງເຂົ້າກັບກິດຈະກໍາທາງວັດທະນະທໍາແລະສິລະປະພາຍໃນຂອບເຂດຂອງການຢ້ຽມຢາມລະດັບສູງ ຍັງເປັນການສ້າງຊ່ວງເວລາຂອງ “ການທູດແບບນຸ່ມນວນ” ເຊິ່ງປະກອບສ່ວນເຂົ້າໃນການເສີມສ້າງພາບພົດຂອງຫວຽດນາມທີ່ເປັນມິດ, ຈິງໃຈ, ໃຫ້ຄວາມສຳຄັນກັບຄວາມຈົງຮັກພັກດີແລະມິດຕະພາບ ແລະ ເຄົາລົບນັບຖືຄູ່ຮ່ວມງານຂອງຕົນ.
ທີສາມ, ກິດຈະກຳການທູດທາງວັດທະນະທຳຜ່ານໂຄງການ ແລະແຜນງານຕ່າງໆໃນດ້ານສິລະປະຮ່ວມສະໄໝ, ຮູບເງົາ, ດົນຕີ ແລະ ອາຫານ.
ທິດທາງເຄື່ອນໄຫວທີ່ນັບມື້ນັບໂດດເດັ່ນຂອງການທູດວັດທະນະທຳຫວຽດນາມແມ່ນ ຜ່ານສິລະປະຮ່ວມສະໄໝ, ຮູບເງົາ, ດົນຕີ ແລະ ອາຫານ ເພື່ອສ້າງ “ຊ່ອງທາງອ່ອນໂຍນ”, “ສຳຜັດ” ກັບສາທາລະນະຊົນສາກົນໂດຍກົງ. ໃນດ້ານສິລະປະຮ່ວມສະໄໝ, ສິລະປິນຊາວຫວຽດນາມຈຳນວນຫຼາຍ ທັງນັກແຕ້ມຮູບ, ສິລະປິນຈັດວາງ, ນັກຖ່າຍຮູບ ແລະສິລະປິນການສະແດງ ໄດ້ເຂົ້າຮ່ວມງານ biennale(6) ແລະເທດສະການສິລະປະ ໃນເອີຣົບ, ອາຊີ ແລະ ອາເມລິກາເໜືອ, ດ້ວຍການວາງສະແດງດ່ຽວແລະກຸ່ມ ໃນຫໍພິພິທະພັນ ແລະ ຫ້ອງວາງສະແດງທີ່ມີຊື່ສຽງ, ດຶງດູດຜູ້ເຂົ້າຊົມຫຼາຍພັນຄົນໃນແຕ່ລະຄັ້ງ ເຊິ່ງປະກອບສ່ວນເຂົ້າໃນການວາງຕຳແໜ່ງຫວຽດນາມໃຫ້ເປັນພື້ນທີ່ສ້າງສັນທີ່ມີຊີວິດຊີວາກວ່າທີ່ຈະເປັນພຽງແຕ່ “ດິນແດນແຫ່ງມໍລະດົກ”. ໃນຂະແໜງຮູບເງົາ, ຮູບເງົາຫວຽດນາມມີບົດບາດຫຼາຍຂຶ້ນເລື້ອຍໆໃນງານມະໂຫລານຮູບເງົາສາກົນເຊັ່ນ: ປູຊານ, ເບີລິນ, ໂລຄາໂນ, ໂຕກຽວ,.. ໄດ້ຮັບລາງວັນຫຼາຍລາງວັນ ແລະ ຖືກຊື້ເພື່ອຈັດຈຳໜ່າຍ ແລະອອກອາກາດໃນຫຼາຍຕະຫຼາດ. “ສັບປະດາຮູບເງົາຫວຽດນາມ” ໃນປະເທດຝຣັ່ງ, ເກົາຫຼີໃຕ້, ຍີ່ປຸ່ນ, ສະຫະລັດອາເມລິກາ ແລະອື່ນໆ ຈັດຂຶ້ນຮ່ວມກັນໂດຍກະຊວງວັດທະນະທຳ, ກິລາ ແລະການທ່ອງທ່ຽວ ແລະສະຖານທູດຂອງປະເທດເຫຼົ່ານີ້, ໂດຍປົກກະຕິຈະສາຍຮູບເງົາ 5 ຫາ 10 ເລື່ອງ, ໂດຍແຕ່ລະຮອບການສາຍດຶງດູດຜູ້ຊົມຫຼາຍຮ້ອຍຄົນ ແລະມີການພົບປະຖາມ-ຕອບກັບຜູ້ກຳກັບ ແລະນັກສະແດງ.
ໃນດ້ານດົນຕີແລະອາຫານ, ກຸ່ມສິລະປະການສະແດງຂອງຫວຽດນາມ (ດົນຕີແລະການຟ້ອນລຳພື້ນເມືອງ, ຄອນເສີດ, ການສະແດງຕຸກກະຕານ້ຳ, ດົນຕີປ໊ອບ ແລະອື່ນໆ) ເດີນທາງໄປສະແດງໃນຫຼາຍປະເທດ, ເຂົ້າຮ່ວມງານບຸນດົນຕີສາກົນ ແລະສະແດງຕໍ່ໜ້າຜູ້ຊົມຫຼາຍໝື່ນຄົນໃນແຕ່ລະທົວ, ໄດ້ຮັບການລາຍງານຂ່າວໃນທາງບວກຈາກສື່ມວນຊົນທ້ອງຖິ່ນ. ໃນເວລາດຽວກັນ, ເທດສະການອາຫານຫວຽດນາມທີ່ຈັດໂດຍສຳນັກງານຕົວແທນຂອງຫວຽດນາມໃນເອີຣົບ, ອາຊີຕາເວັນອອກ ແລະອາເມລິກາເໜືອ ມັກນຳສະເໜີອາຫານເຊັ່ນ ເຝີ, ແນມ, ບຸນຈ໋າ, ກາເຟ, ບັ໋ນໝີ່,... ດຶງດູດຜູ້ຄົນນັບພັນຄົນໃນເວລາພຽງສອງສາມມື້, ອາຫານຫວຽດນາມຫຼາຍຢ່າງໄດ້ຮັບການໂຫວດໃຫ້ເປັນ “ອາຫານທີ່ຕ້ອງລອງ” ໂດຍສື່ຕ່າງປະເທດ, ແລະ ຮ້ານອາຫານແລະເທດສະການອາຫານຫວຽດນາມໃນຕ່າງປະເທດຫຼາຍແຫ່ງ ກາຍເປັນພື້ນທີ່ສຳລັບການພົບປະ, ແລກປ່ຽນຄວາມຄິດເຫັນ ແລະເຮັດໜ້າທີ່ເປັນ “ຂົວເຊື່ອມຕໍ່” ລະຫວ່າງຫວຽດນາມກັບເພື່ອນມິດສາກົນ. ປະສົບການໂດຍກົງນີ້ຊ່ວຍນຳສະເໜີພາບພົດຂອງຫວຽດນາມທີ່ສົດໃສ, ທັນສະໄໝ ແລະ ເຂົ້າເຖິງງ່າຍ ເຊິ່ງມີສ່ວນຊ່ວຍເພີ່ມຄວາມສຳພັນທີ່ດີງາມ ແລະເສີມສ້າງ “ອຳນາດທາງວັດທະນະທຳ” ຂອງປະເທດ.
ທີສີ່, ການທູດວັດທະນະທຳຜ່ານການສົ່ງເສີມບົດບາດຂອງຊຸມຊົນຊາວຫວຽດນາມຢູ່ຕ່າງປະເທດ
ເສົາຄ້ຳທີ່ສຳຄັນຫຼາຍຂອງການທູດວັດທະນະທຳຫວຽດນາມແມ່ນ ບົດບາດຂອງຊຸມຊົນຊາວຫວຽດນາມຢູ່ຕ່າງປະເທດ. ປະຈຸບັນ, ມີຊາວຫວຽດນາມຫຼາຍກວ່າ 6 ລ້ານຄົນອາໄສຢູ່ໃນຫຼາຍກວ່າ 130 ປະເທດແລະເຂດແຄວ້ນ, ໃນນັ້ນຫຼາຍກວ່າ 80% ແມ່ນຢູ່ປະເທດທີ່ພັດທະນາແລ້ວ(7) ໂດຍມີສະມາຄົມຫຼາຍພັນແຫ່ງ, ສະມາຄົມຊາວຫວຽດນາມ, ສະມາຄົມນັກສຶກສາ ແລະສະມາຄົມທຸລະກິດ. ນີ້ແມ່ນເຄືອຂ່າຍທີ່ກວ້າງຂວາງຂອງ “ທູດວັດທະນະທຳຂອງປະຊາຊົນ”, ປະກອບສ່ວນເຂົ້າໃນການເຜີຍແຜ່ພາບລັກສະນະຂອງຫວຽດນາມຢ່າງເປັນທຳມະຊາດ, ຍືນຍົງ ແລະ ມີປະສິດທິພາບ.
ໃນແຕ່ລະປີ, ຊຸມຊົນຊາວຫວຽດນາມໃນສະຫະລັດອາເມລິກາ, ຝຣັ່ງ, ເຢຍລະມັນ, ສາທາລະນະລັດເຊັກ, ຣັດເຊຍ, ອົດສະຕຣາລີ, ເກົາຫຼີໃຕ້, ຍີ່ປຸ່ນ ແລະປະເທດອື່ນໆ ຈັດກິດຈະກຳຊຸມຊົນຫຼາຍຮ້ອຍລາຍການ ເຊັ່ນ: ງານບຸນປີໃໝ່, ເທດສະການໄຫວ້ພະຈັນ, ວັນລະນຶກເຖິງກະສັດຮຸ່ງເວືອງ ແລະ ວັນຊຸດອ໋າວຢ່າຍ ເຊິ່ງດຶງດູດຜູ້ເຂົ້າຮ່ວມງານຫຼາຍຮ້ອຍຫາຫຼາຍພັນຄົນໃນແຕ່ລະກິດຈະກຳ, ລວມທັງເພື່ອນມິດຈາກປະເທດເຈົ້າບ້ານຈຳນວນຫຼາຍ. ລາຍການເຫຼົ່ານີ້ມັກຈະປະກອບມີການຟ້ອນລຳແລະເພງພື້ນເມືອງ, ການສະແດງແຟຊັ່ນອ໋າວຢ່າຍ, ການແນະນຳອາຫານ ແລະເກມພື້ນເມືອງ ເຊິ່ງຊ່ວຍໃຫ້ຜູ້ຊົມຕ່າງປະເທດໄດ້ສຳຜັດວັດທະນະທຳຫວຽດນາມໂດຍກົງ.
ໃນຂະນະດຽວກັນ, ໄດ້ມີການເປີດສອນພາສາຫວຽດນາມໃນທ້າຍສັບປະດາຫຼາຍແຫ່ງສຳລັບຊາວຫວຽດນາມລຸ້ນທີສອງແລະສາມໃນສະຫະລັດອາເມລິກາ, ຝຣັ່ງ, ເຢຍລະມັນ, ສາທາລະນະລັດເຊັກ, ຣັດເຊຍ ແລະປະເທດອື່ນໆ, ໂດຍແຕ່ລະສູນມີນັກຮຽນຫຼາຍສິບຫາຫຼາຍຮ້ອຍຄົນ, ພ້ອມກິດຈະກຳຕ່າງໆ ທີ່ສຳຫຼວດປະຫວັດສາດ, ພູມສາດ ແລະ ວັດທະນະທຳຂອງຫວຽດນາມ. ທາງດ້ານເສດຖະກິດແລະວັດທະນະທຳ, ຮ້ານອາຫານຫວຽດນາມຫຼາຍໝື່ນແຫ່ງທົ່ວໂລກ ທີ່ໃຫ້ບໍລິການເຝີ, ແນມ, ບັ໋ນໝີ່, ກາເຟ ແລະອາຫານອື່ນໆ, ໄດ້ກາຍເປັນ “ຈຸດເຊື່ອມຕໍ່” ທາງວັດທະນະທຳໃນຊີວິດປະຈຳວັນສຳລັບຄົນທ້ອງຖິ່ນ. ຜູ້ປະກອບການ, ນັກປັນຍາຊົນ ແລະສິລະປິນຊາວຫວຽດນາມຢູ່ຕ່າງປະເທດຈຳນວນຫຼາຍ ຍັງໄດ້ຈັດງານວາງສະແດງ, ງານມະໂຫລານຮູບເງົາ, ງານດົນຕີ ແລະປະຊຸມສຳມະນາກ່ຽວກັບຫວຽດນາມຢ່າງຕັ້ງໜ້າ. ຜ່ານກິດຈະກຳທີ່ຫຼາກຫຼາຍເຫຼົ່ານີ້, ຊຸມຊົນຊາວຫວຽດນາມຢູ່ຕ່າງປະເທດ ໄດ້ປະກອບສ່ວນຕົວຈິງໃນການສ້າງພາບພົດຂອງຫວຽດນາມທີ່ເປັນມິດ, ໄຝ່ຮຽນຮູ້, ຂະຫຍັນຂັນເຄື່ອນ ແລະອຸດົມໄປດ້ວຍເອກະລັກວັດທະນະທຳໃນເວທີສາກົນ.
ທີຫ້າ, ການຊຸກຍູ້ການທູດວັດທະນະທຳຜ່ານການປະຍຸກໃຊ້ສື່ດິຈິຕອນ ແລະເວທີອອນໄລນ໌.
ການເຄື່ອນໄຫວທີ່ນັບມື້ນັບໂດດເດັ່ນໃນການທູດວັດທະນະທຳແມ່ນ ການປະຍຸກໃຊ້ສື່ດິຈິຕອນ ແລະເວທີອອນໄລນ໌ ເພື່ອໂຄສະນາເຜີຍແຜ່ພາບພົດຂອງຫວຽດນາມແລະປະຊາຊົນຊາວຫວຽດນາມສູ່ໂລກ. ອົງການຕ່າງໆ ເຊັ່ນ: ກະຊວງການຕ່າງປະເທດ, ກະຊວງວັດທະນະທຳ, ກິລາແລະການທ່ອງທ່ຽວ, ໂດຍສະເພາະ ອົງການທ່ອງທ່ຽວແຫ່ງຊາດຫວຽດນາມ (ເມື່ອກ່ອນແມ່ນກົມໃຫຍ່ການທ່ອງທ່ຽວ) ຮ່ວມກັບລະບົບສະຖານທູດ ແລະສະຖານກົງສຸນ, ດຳເນີນການເວັບໄຊຕ໌ຫຼາຍພາສາຫຼາຍຮອຍແຫ່ງ, ໜ້າແຟນເພຈ, ຊ່ອງ YouTube, ບັນຊີ Facebook, TikTok, ແລະ ບັນຊີ Instagram ເພື່ອແນະນຳມໍລະດົກ, ການທ່ອງທ່ຽວ, ອາຫານ, ສິລະປະ ແລະ ຜູ້ຄົນຂອງຫວຽດນາມ. ບັ້ນຮົບດິຈິຕອນກ່ຽວກັບການທ່ອງທ່ຽວ ແລະ ວັດທະນະທຳຂອງຫວຽດນາມຈຳນວນຫຼາຍ ມີຍອດເຂົ້າຊົມແລະການມີປະຕິສຳພັນຫຼາຍສິບລ້ານຄັ້ງ ຫຼືຫຼາຍຮ້ອຍລ້ານຄັ້ງ, ຊ່ວຍເຜີຍແຜ່ພາບພົດຂອງຫວຽດນາມໄປໄກເກີນຂອບເຂດຂອງກິດຈະກຳທາງການທູດແບບດັ້ງເດີມ.
ໂດຍສະເພາະ ໃນໄລຍະການລະບາດຂອງພະຍາດໂຄວິດ-19, ສະຖານທູດແລະສະຖານກົງສຸນຫວຽດນາມຢູ່ຕ່າງປະເທດໄດ້ຈັດ “ສັບປະດາວັດທະນະທຳຫວຽດນາມອອນໄລນ໌”, ງານວາງສະແດງດິຈິຕອນ, ການສາຍຮູບເງົາອອນໄລນ໌, ຄອນເສີດອອນໄລນ໌ ແລະການຖ່າຍທອດສົດເພື່ອສະແດງອາຫານຫວຽດນາມ ແລະຊຸດອ໋າວຢ່າຍພື້ນເມືອງ. ແຕ່ລະກິດຈະກຳດຶງດູດຜູ້ຊົມສົດຫຼາຍພັນຄົນ ແລະ ຍັງເຜີຍແຜ່ໃນວົງກວ້າງຂວາງຜ່ານເນື້ອຫາທີ່ບັນທຶກໄວ້. ພິພິທະພັນແລະແຫຼ່ງບູຮານສະຖານຫຼາຍແຫ່ງ ເຊັ່ນ: ພະລາຊະວັງທັງລອງ, ວັດວັນນະກຳ-ມະຫາວິທະຍາໄລແຫ່ງຊາດ, ຫໍພິພິທະພັນໃນເມືອງເຫວ້, ນະຄອນໂຮ່ຈິມິນ ແລະອື່ນໆ ໄດ້ນຳໃຊ້ລະບົບການທ່ອງທ່ຽວແບບ 3D/360 ອົງສາ, ການທ່ອງທ່ຽວແບບສະເໝືອນຈິງ ເພື່ອໃຫ້ບໍລິການແກ່ຜູ້ຊົມທັງໃນແລະຕ່າງປະເທດຫຼາຍແສນຄົນ. ດ້ວຍເຫດນີ້, ການທູດວັດທະນະທຳຂອງຫວຽດນາມຈຶ່ງໄດ້ນຳໃຊ້ວິທະຍາສາດ ແລະເຕັກໂນໂລຊີເທື່ອລະກ້າວ, ປ່ຽນໄປສູ່ສະພາບແວດລ້ອມດິຈິຕອນ ແລະ ສະແດງໃຫ້ເຫັນເຖິງ “ອຳນາດນຸ່ມນວນ” ຂອງປະເທດໄດ້ຢ່າງມີປະສິດທິພາບ.
ວິທີແກ້ໄຂບາງຢ່າງໃນການເຜີຍແຜ່ເອກະລັກ ແລະຄຸນຄ່າອັນດີງາມຂອງຊາດ,
ພາບພົດຂອງປະເທດແລະປະຊາຊົນຫວຽດນາມໃຫ້ກວ້າງຂວາງກວ່າອີກ ຜ່ານການທູດວັດທະນະທຳ
ທີໜຶ່ງ, ຕ້ອງປັບປຸງຍຸດທະສາດການທູດວັດທະນະທຳໃຫ້ສອດຄ່ອງກັບຍຸດທະສາດ “ ອຳນາດນຸ່ມນວນ” ແລະ ເຄື່ອງໝາຍການຄ້າຂອງຊາດ. ຈຳເປັນຕ້ອງກຳນົດວິໄສທັດໄລຍະຍາວສຳລັບພາບພົດຂອງຫວຽດນາມໃຫ້ຊັດເຈນ, ສ້າງຊຸດຂໍ້ຄວາມຫຼັກ ແລະລະບົບຄຸນຄ່າຊີ້ນຳ ເພື່ອກຳນົດທິດທາງກິດຈະກຳການທູດວັດທະນະທຳໃນລະດັບສູນກາງ ແລະທ້ອງຖິ່ນ, ທັງໃນປະເທດແລະຕ່າງປະເທດ.
ທີສອງ, ເສີມຂະຫຍາຍຄວາມສາມາດໃນການອອກແບບ ແລະຈັດຕັ້ງກິດຈະກຳການທູດວັດທະນະທຳ. ລົງທຶນໃນການຝຶກອົບຮົມພະນັກງານການທູດ, ວັດທະນະທຳ ແລະສື່ມວນຊົນ ໃນທິດທາງສະຫະວິທະຍາ; ພັດທະນາ “ນັກອອກແບບນະໂຍບາຍ” ທີ່ມີຄວາມສາມາດໃນການຄິດແບບຍຸດທະສາດ, ເຂົ້າໃຈທັງວັດທະນະທຳໃນປະເທດ ແລະ ກະແສວັດທະນະທຳແລະສື່ມວນຊົນສາກົນ; ສົ່ງເສີມການສ້າງຜະລິດຕະພັນທາງວັດທະນະທຳ ແລະສິລະປະທີ່ສາມາດເປັນສັນຍາລັກຂອງເອກະລັກຂອງຫວຽດນາມໃນລະດັບພາກພື້ນແລະທົ່ວໂລກ.
ທີສາມ, ສົ່ງເສີມການນຳໃຊ້ການຫັນປ່ຽນດິຈິຕອນໃນການທູດວັດທະນະທຳ. ສ້າງແພລດຟອມດິຈິຕອນ ແລະຖານຂໍ້ມູນແບບເປີດ ກ່ຽວກັບວັດທະນະທຳຫວຽດນາມໃນຫຼາຍພາສາ; ພັດທະນາພິພິທະພັນດິຈິຕອນ, ນິທັດສະການສະເໝືອນຈິງ ແລະການທ່ອງທ່ຽວສະເໝືອນຈິງ; ລົງທຶນໃນບັ້ນໂຄສະນາສື່ສານດິຈິຕອນແບບມືອາຊີບໃນໄລຍະຍາວ ໂດຍໃຊ້ວິທີການເລົ່າເລື່ອງໃໝ່ໆ ເພື່ອດຶງດູດຊາວໜຸ່ມທົ່ວໂລກ.
ທີສີ່, ເສີມຂະຫຍາຍບົດບາດຂອງຊຸມຊົນຊາວຫວຽດນາມຢູ່ຕ່າງປະເທດ ແລະຄູ່ຮ່ວມງານສາກົນ. ຈັດຕັ້ງປະຕິບັດນະໂຍບາຍເພື່ອສົ່ງເສີມ, ເຊື່ອມຕໍ່ ແລະ ຍົກຍ້ອງບຸກຄົນ ແລະອົງການຊາວຫວຽດນາມຢູ່ຕ່າງປະເທດທີ່ຜົນງານໃນການທູດວັດທະນະທຳ; ສົ່ງເສີມການແລກປ່ຽນລະຫວ່າງປະຊາຊົນ, ການແລກປ່ຽນນັກຮຽນ, ນັກວິຊາການ, ສິລະປິນ, ຜູ້ສ້າງຮູບເງົາ, ນັກອອກແບບ ແລະອື່ນໆ ເພື່ອສ້າງເຄືອຂ່າຍ “ທູດວັດທະນະທຳ” ທີ່ກວ້າງຂວາງ
ທີຫ້າ, ເຊື່ອມໂຍງການທູດວັດທະນະທຳກັບການພັດທະນາອຸດສາຫະກຳວັດທະນະທຳ ແລະ ການທ່ອງທ່ຽວ. ປະສົມປະສານການທູດວັດທະນະທຳເຂົ້າໃນຍຸດທະສາດການພັດທະນາການທ່ອງທ່ຽວແຫ່ງຊາດ, ສ້າງຜະລິດຕະພັນ, ເສັ້ນທາງ ແລະ ງານບຸນທີ່ເປັນເອກະລັກ ທີ່ມີ “ເລື່ອງລາວຫວຽດນາມ” ຢ່າງຈະແຈ້ງ; ສະໜັບສະໜູນໃຫ້ທຸລະກິດລົງທຶນໃນອຸດສາຫະກຳວັດທະນະທຳ ເພື່ອສ້າງຜະລິດຕະພັນທີ່ມີຄວາມສາມາດໃນການແຂ່ງຂັນໃນຕະຫຼາດຕ່າງປະເທດ ແລະມີເອກະລັກຂອງຫວຽດນາມ.
ດ້ວຍການໃຊ້ວັດທະນະທຳເປັນ “ພາສາກາງ” ຂອງມະນຸດຊາດ, ຫວຽດນາມຈຶ່ງຢູ່ໃນຕຳແໜ່ງທີ່ໄດ້ປຽບໃນການນຳສະເໜີພາບພົດຂອງປະເທດທີ່ຮັກສັນຕິພາບ, ມີວັດທະນະທຳທີ່ຫຼາກຫຼານ, ມີຊີວິດຊີວາ, ສ້າງສັນ ແລະ ໜ້າເຊື່ອຖື./.
---------------------
(1) ເບິ່ງ: “ລາຍງານການເມືອງຂອງຄະນະບໍລິຫານງານສູນກາງພັກຊຸດທີ XIII ໃນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກ”, ວາລະສານກອມມູນິດ, ສະບັບທີ 1.078, ເດືອນມັງກອນ 2026, ໜ້າ 46.
(2) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XI, ສພຈ. ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2011, ໜ້າ 139.
(3) ເບິ່ງ: “ລາຍງານການເມືອງຂອງຄະນະບໍລິຫານງານສູນກາງພັກຊຸດທີ XIII ໃນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກ”, ປຶ້ມທີ່ໄດ້ແນະນຳ, ໜ້າ 53.
(4) ເບິ່ງ: “ບັນດາມໍລະດົກທາງວັດທະນະທຳແລະທຳມະຊາດໂລກຢູ່ຫວຽດນາມ”, ນະໂຍບາຍແລະຊີວິດການເປັນຢູ່, ເວັບໄຊທ໌ພິເສດຂອງສຳນັກຂ່າວຫວຽດນາມ, ວັນທີ 15 ກໍລະກົດ 2025, https://chinhsachcuocsong.vnanet.vn/ nhung-di-san-van-hoa-va-thien-nhien-the-gioi-tai-viet-nam/64581.html.
(5) ເບິ່ງ: “ແຫຼ່ງມໍລະດົກໂລກທີ່ໄດ້ຮັບການຮັບຮອງຈາກຢູເນສໂກ 17 ແຫ່ງ: ວັດທະນະທຳອັນອຸດົມສົມບູນແລະກ້ວາງໃຫຍ່ໄພສານຂອງຊາດ”, ເວັບໄຊຕ໌ຂໍ້ມູນເອເລັກໂຕຣນິກຂອງ ກະຊວງວັດທະນະທຳ ກິລາ ແລະ ການທ່ອງທ່ຽວ, ວັນທີ 12 ທັນວາ 2025, https://bvhttdl.gov.vn/17-di-san-duoc-unesco-ghi-danh-nen-van-hoa-phong-phu-do-so-cua-dan-toc-20251212150617854.htm.
(6) ງານວັດທະນະທຳ ແລະ ສິລະປະນີ້ ຈັດຂຶ້ນທຸກໆສອງປີ.
(7) ເບິ່ງ: ຈຸງຮຶງ: “ການເສີມຂະຫຍາຍບົດບາດຂອງຊຸມຊົນຊາວຫວຽດນາມຢູ່ຕ່າງປະເທດ - ຊັບພະຍາກອນຍຸດທະສານສຳລັບການພັດທະນາປະເທດ”, ໜັງສືພິມເຍິນເຢິນອອນໄລນ໌, ວັນທີ 11 ກັນຍາ 2025, https://nhandan.vn/phat-huy-vai-tro-cong-dong-nguoi-viet-nam-o-nuoc-ngoai-nguon-luc-chien-luoc-cho-phat-trien-dat-nuoc-post907424.html