ເພີ່ມທະວີວຽກງານກວດກາ, ຕິດຕາມກວດກາ ເພື່ອປະກອບສ່ວນ ເຂົ້າໃນການຍົກສູງ ຄວາມສາມາດການນຳພາ ແລະ ກຳລັງສູ້ຮົບ ຂອງພັກ ໃນສະພາບການໃໝ່
ວກ. ກວດກາ - ຕິດຕາມກວດກາ ແມ່ນໜ້າທີ່ນຳພາ ທັງເປັນວິທີການນຳພາຂອງພັກ. ການເພີ່ມທະວີວຽກງານກວດກາ, ຕິດຕາມກວດກາ ແມ່ນການປະກອບສ່ວນຍົກສູງພາລະບົດບາດ, ຄວາມສາມາດນຳພາ, ກຳລັງສູ້ຮົບຂອງພັກ, ທັງເປັນເນື້ອໃນ, ວິທີການນຳພາ ຂອງພັກ ແມ່ໃສ່ກໍ່ສ້າງພັກໃຫ້ສະອາດປອດໃສ ແລະ ເຂັ້ມແຂງ ທາງດ້ານການເມືອງ, ແນວຄິດ, ການຈັດຕັ້ງ ແລະ ຄຸນສົມບັດສິນທຳ, ມີຄວາມສາມາດພຽງພໍ ເພື່ອແບກຫາບ, ນຳພາ ພາລະກິດການປະຕິວັດ ໃນໄລຍະໃໝ່ ໃຫ້ສຳເລັດມີໄຊ.
ສະຫາຍ ເຈິ່ນເກິມຕູ໋ ເລຂາທິການສູນກາງພັກ, ປະທານຄະນະກຳມະການກວດກາສູນກາງພັກ ເປັນປະທານກອງປະຊຸມຄັ້ງທີ 36 ຂອງຄະນະກຳມະການກວດກາສູນກາງພັກ _ແຫຼ່ງ: ຄະນະກຳມະການກວດກາສູນກາງພັກ
1- ກວດກາ, ຕິດຕາມກວດກາ ແມ່ນບັນດາບົດບາດໜ້າທີ່ນຳພາຂອງພັກ, ເປັນພາກສ່ວນທີ່ສຳຄັນ ໃນວຽກງານກໍ່ສ້າງພັກ. ໃນເວລາ 90 ປີທີ່ຜ່ານມາ, ພັກກອມມູນິດ ຫວຽດນາມ ໄດ້ມີຄວາມເອົາໃຈໃສ່ທີ່ສຸດ ເຖິງວຽກງານກວດກາ, ຕິດຕາມກວດກາ ແລະ ຮັກສາລະບຽບວິໃນຂອງພັກ. ດັ່ງນັ້ນ, ວຽກງານກວດກາ, ຕິດຕາມກວດກາ ໄດ້ປະກອບສ່ວນອັນສຳຄັນ ເຂົ້າໃນການຊຸກຍູ້ ປະຕິບັດ ໜ້າທີ່ການເມືອງ ຂອງແຕ່ລະໄລຍະການປະຕິວັດ; ເຊິ່ງປະກອບສ່ວນອັນຕັ້ງໜ້າ ເຂົ້າໃນການກໍ່ສ້າງພັກ ໃຫ້ເຂັ້ມແຂງທາງດ້ານການເມືອງ, ແນວຄິດ, ການຈັດຕັ້ງ ແລະ ຄຸນສົມບັດ, ເຮັດໃຫ້ພັກມີຄວາມສາມາດພຽງພໍ ເພື່ອນຳພາພາລະກິດການປະຕິວັດ ເຊິ່ງປະຊາຊົນເຊື່ອໝັ້ນ ແລະ ມອບໝາຍໃຫ້. ໃນໄລຍະປ່ຽນແປງໃໝ່, ວຽກງານກວດກາ, ຕິດຕາມກວດກາ ຂອງພັກ ໄດ້ມີການປະກອບສ່ວນອັນສຳຄັນ ເຂົ້າໃນການປົກປັກຮັກສາແນວມາງ, ທັດສະນະ, ບັນດາຫຼັກການຂອງພັກ, ຊຸກຍູ້ການປະຕິບັດບັນດາໜ້າທີ່ການເມືອງ, ກໍ່ສ້າງຖັນແຖວພະນັກງານ, ສະມາຊິກພັກ, ຍົກສູງຄວາມສາມາດນຳພາ ແລະ ກຳລັງສູ້ຮົບຂອງພັກ, ປະກອນສ່ວນ ເຂົ້າໃນການເພີ່ມທະວີ ຄວາມສາມັກຄີ, ເປັນເອກະພາບພາຍໃນພັກ. ການແກ້ໄຂລະບຽບວິໃນພາຍໃນພັກ ກໍ່ໄດ້ມີຄຸນປະໂຫຍດຊຸກຍູ້ອົງການຈັດຕັ້ງຂອງພັກ, ພະນັກງານ, ສະມາຊິກພັກ ຮັກສາ ແລະ ປະຕິບັດຕາມລະບຽບວິໃນ, ກົດຂໍ້ບັງຄັບຂອງພັກ ແລະ ນະໂຍບາຍ, ກົດໝາຍຂອງລັດ ຢ່າງເຂັ້ມງວດ...
ພາຍຫຼັງເກືອບ 35 ປີແຫ່ງການປະຕິບັດແນວທາງປ່ຽນແປງໃໝ່ ໂດຍພັກເປັນຜູ້ລິເລີ່ມ ແລະ ນຳພາ, ພວກເຮົາບັນລຸໄດ້ ບັດາຜົນງານອັນຍິ່ງໃຫຍ່, ມີຄວາມໝາຍປະຫວັດສາດ. ເສດຖະກິດພົ້ນອອກຈາກວິກິດການ ແລະ ມີຄວາມເຕີບໂຕຢ່າງໄວວາ, ພາລະກິດແຫ່ງການຫັນເປັນອຸດສາຫະກຳ, ທັນສະໄໝ, ພັດທະນາເສດຖະກິດຕະຫຼາດກຳນົດທິດສັງຄົມນິຍົມ ກຳລັງໄດ້ຮັບການຍູ້ແຮງ. ຊີວິດການເປັນຢູ່ຂອງປະຊາຊົນ ໄດ້ຮັບການປົວແປງຢ່າງຈະແຈ້ງ. ລະບົບການເມືອງ ແລະ ກຸ່ມກ້ອນສາມັກຄີທົ່ວປວງຊົນ ໄດ້ຮັບການປັບປຸງ ແລະ ເພີ່ມທະວີ. ການເມືອງ - ສັງຄົມມີສະຖຽມລະພາບ; ການປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ ໄດ້ຮັກສາໃຫ້ໝັ້ນຄົງ. ຖານະບົດບາດຂອງ ຫວຽດນາມໃນເວທີສາກົນ ໄດ້ຮັບການຍົກສູງຢ່າງບໍ່ຢຸດຢັ້ງ. ກຳລັງແຮງສັງລວມຂອງຊາດໄດ້ເພີ່ມຂຶ້ນຫຼາຍທີ່ສຸດ, ສ້າງທ່າ ແລະ ກຳລັງແຮງໃໝ່ ໃຫ້ແກ່ປະເທດສືບຕໍ່ກ້າວຂຶ້ນດ້ວຍແງ່ຫວັງອັນດີງາມ. ສິ່ງເຫຼົ່ານັ້ນ ອີກເທື່ອໜຶ່ງຢັ້ງຢືນແນວທາງທີ່ຖືດຕ້ອງ ແລະ ການນຳພາຢ່າງສະຫຼາດສ່ອງໃສຂອງພັກ ເປັນປັດໃຈທີ່ຕັດສິນທຸກຄວາມສຳເລັດຜົນມີໄຊຂອງການປະຕິວັດ ຫວຽດນາມ; ພ້ອມກັນນັ້ນ, ກໍ່ສະແດງຄວາມສາມາດກຳອຳນາດ, ການນຳພາ ແລະ ກຳລັງສູ້ຮົບຂອງພັກ ນັບມື້ນັບໄດ້ຍົກສູງ, ຕອບສະໜອງຄວາມຮຽກຮ້ອງຕ້ອງການໜ້າທີ່ການເມືອງ ໃນແຕ່ລະໄລຍະຂອງການປະຕິວັດ.
ແຕ່ວ່າ, ໃນຂະບວນວິວັດແຫ່ງການພັດທະນາ, ບໍ່ແມ່ນຍາມໃດບັນດາອົງການຈັດຕັ້ງຂອງພັກ ແລະ ສະມາຊິກພັກທັງໝົດ ລ້ວນແຕ່ຮັກສາໄດ້ຄຸນທາດການເມືອງ, ຄຸນສົມບັດ ແລະ ແບບແຜນດຳລົງຊີວິດທີ່ສະອາດປອດໃສ, ເຊີດຊູອຸດົມການຂອງພັກ, ຮັບປະກັນຄວາມສາມາດການນຳພາ ແລະ ກຳລັງສູ້ຮົບ. ກອງປະຊຸມໃຫຍ່ຄັ້ງທີ XII ຂອງພັດກອມມູນິດຫວຽດນາມ ໄດ້ຮັບຮອງຢ່າງສັດຊື່ວ່າ: “ຄວາມສາມາດນຳພາ ແລະ ກຳລັງສູ້ຮົບ ຂອງອົງການຈັດຕັ້ງພັກ ຈຳນວນທີ່ບໍ່ໜ້ອຍ ກໍ່ຍັງຕ່ຳ, ຊ້ຳບໍ່ໜຳມີບາງບ່ອນເສຍຫາຍກຳລັງສູ້ຮົບ”(1). ໜຶ່ງໃນບັນດາສາຍເຫດອັນສຳຄັນ ຂອງສະພາບການດັ່ງກ່າວແມ່ນ: “ຄຸນນະພາບ, ປະສິດທິຜົນ ຂອງວຽກງານກວດກາ, ຕິດຕາມກວດກາ ແລະ ການຈັດການແກ້ໄຂອົງການຈັດຕັ້ງພັກ ແລະ ສະມາຊິດພັກທີ່ລະເມີດລະບຽບວິໄນ ຍັງບໍ່ທັນໄດ້ສູງ, ກຳລັງແຮງບໍ່ພຽງພໍ ເພື່ອປະກອບສ່ວນເຂົ້າໃນການສະກັດກັ້ນ ແລະ ຍູ້ຖອຍການສໍ້ລາດບັງຫຼວງ, ການຟຸ່ມເຟືອຍ, ການຫຍໍ້ທໍ້ພາຍໃນພັກ. ມີຂໍ້ຂາດຕົກບົກພ່ອງ, ຄວາມຜິດພາດ ຂອງອົງການຈັດຕັ້ງພັກ, ສະມາຊິກພັກຈຳນວນຫຼາຍ ໄດ້ຮັບການກວດກາແກ້ໄຂຢ່າງຊັກຊ້າ, ຫຼື ແກ້ໄຂແບບແກ່ຍາວ, ດັ່ງນັ້ນ ກົດຂໍ້ບັງຄັບ, ລະບຽບວິໃນຢູ່ບາງບ່ອນ ກໍ່ຍັງບໍ່ທັນໄດ້ປະຕິບັດຢ່າງເຂັ້ມງວດ; ຍັງບໍ່ທັນເສີມຂະຫຍາຍຢ່າງພຽງພໍ ພາລະບົດບາດ, ຄວາມຮັບຜິດຊອບ ຂອງບັນດາອົງການຈັດຕັ້ງ ໃນລະບົບການເມືອງ ແລະ ຂອງປະຊາຊົນ ໃນວຽກງານກວດກາ, ຕິດຕາມກວດກາ”(2).
ອີດດ້ານໜຶ່ງ, ປະຈຸບັນມີບັນຫາການເມືອງພາຍໃນຫຼາຍຢ່າງເກີດຂຶ້ນ, ເພາະວ່າ ຍັງມີບັນດາພາກສ່ວນສວຍໂອກາດ ພະຍາຍາມຊອກຫາໂອກາດເລັດລອດເຂົ້າພັກ ແລະ ໃນພາກຕົງຈິງ, ຍ້ອນຜົນກະທົບຂອງສະພາບການຢູ່ພາຍນອກ ບວກກັບການຂາດການເຝິກຝົນ ຫຼໍ່ຫຼອມແບບຕື່ນຕົວ ດັ່ງນັ້ນຈຶ່ງມີສະມາຊິກຈຳນວນໜຶ່ງ, ນັບທັງສະມາຊິກພັກທີ່ມີຄຸມງາມຄວາມດີ ຖືກເສື່ອມໂຊມ, ປ່ຽນທາດຂາດຄຸນ ເຮັດໃຫ້ມີບັນດາບັນຫາທາງດ້ານການເມືອງທີ່ເກີດຂຶ້ນໃນປະຈຸບັນ. ໂດຍສະເພາະແມ່ນ, ໃນສະພາບການທີ່ລະບົບສັງຄົມນິຍົມ ແລະ ຂະບວນການກອມມູນິດໃນໂລກ ຖອຍຫຼັງຊົ່ວຄາວ; ສະພາບການສາກົນກໍ່ມີຄວາມສັບສົນ ແລະ ມີໄພອັນຕະລາຍຫຼາຍຢ່າງທີ່ຄາດເດົາຍາກ ພ້ອມກັບຜົນກະທົບທີ່ແຂງແຮງ ຂອງດ້ານກົງກັນຂ້າມ ຂອງກົນໄກເສດຖະກິດຕະຫຼາດ ແລະການເຊື່ອມໂຍງສາກົນ, ດັ່ງນັ້ນ ມີພະນັກງານ, ສະມາຊິກພັກຈຳນວນໜຶ່ງສວຍໂອກາດທາງດ້ານການເມືອງ, ສະແຫວງຫາຜົນປະໂຫຍດສ່ວນຕົວທີ່ບໍ່ຖືກຕ້ອງ. ບາງຄົນຍ້ອນບໍ່ເຫັນດີກັບອົງການຈັດຕັ້ງຂອງພັກແລະລັດ, ຍ້ອນຜົນກະທົບຈາກທັດສະນະ ແລະ ທ່າອຽງທີ່ຜິດພາດ ຫຼື ຖືກພວກສັດຕູຊື້ຈ້າງຈອບອອຍດຶງດູດ ຈຶ່ງໄດ້ຫ່າງເຫີນຈາກເປົ້າໝາຍອຸດົມຄະຕິຂອງພັກ, ທໍລະຍົດຕໍ່ພັກ, ທໍລະຍົດປະເທດຊາດ, ມີການກະທຳຕໍ່ຕ້ານກັບໂຄງການການເມືອງ ກົດລະບຽບຂອງພັກ, ມະຕິຄຳສັ່ງຂອງພັກ, ນະໂຍບາຍກົດໝາຍຂອງລັດ, ຈົງໃຈເປັນນັກສືບສອບແນມໃຫ້ຕ່າງປະເທດ; ເຂົ້າຮ່ວມໃນພັກຝ່າຍ ອົງການຈັດຕັ້ງການເມືອງປະຕິການ; ສະໜອງ ເປີດເຜີຍຂໍ້ມູນລັບຂອງພັກແລະລັດ ໃຫ້ສັດຕູ,... ມີພະນັກງານ ສະມາຊິກພັກພາກສ່ວນໜຶ່ງ ຖືກເສື່ອມໂຊມດ້ານແນວຄິດການເມືອງ, ຄຸນສົມບັດສິນ ແບບແຜນດຳລົງຊີວິດ, “ການຜັນປ່ຽນຕົນເອງ”, “ການປ່ຽນແປງຕົນເອງ”, ສໍ້ລາດບັງຫຼວງ, “ຜົນປະໂຫຍດໝູ່ພວກ”, ສະຕິຮູ້ສຶກຕໍ່ລະບຽບວິໄນບໍ່ໜັກແໜ້ນ, ຂາດຄວາມເປັນແບບຢ່າງ, ນຳໄປສູ່ການຫ່າງເຫີນມະຫາຊົນນັບມື້ນັບຮ້າຍແຮງ, ສົ່ງຜົນກະທົບບໍ່ດີເຖິງຊື່ສຽງຂອງພັກ, ເຖິງຄວາມສາມາດນຳພາ ແລະ ກຳລັງສູ້ຮົບຂອງພັກ..., ບັນດາຂໍ້ຜິດພາດດັ່ງກ່າວຂ້າງເທິງຂອງພວກເຂົາ ໄດ້ກາຍເປັນໄພຂົ່ງຂູ່ອັນໃຫຍ່ຫຼວງ ຕໍ່ການຄົງຕົວຂອງພັກ ແລະ ລະບອບປະຊາທິປະໄຕ.
ເພື່ອຮັກສາແລະຮັບປະກັນພາລະບົດບາດນຳພາຂອງພັກຕໍ່ຜົນສຳເລັດຂອງພາລະກິດປ່ຽນແປງໃໝ່, ການກໍ່ສ້າງພັກໃຫ້ສະອາດປອດໃສແລະເຂັ້ມແຂງເປັນໜ້າທີ່ສຳຄັນ, ການປ່ຽນແປງໃໝ່ແລະປັບປຸງພັກຢ່າງເປັນປະຈຳ, ເພື່ອຍົກສູງຄວາມສາມາດນຳພາ ແລະ ກຳລັງສູ້ຮົບຂອງພັກ ໃຫ້ທຽບເທົ່າກັບຄວາມຮຽກຮ້ອງຕ້ອງການ ແລະ ໜ້າທີ່ຂອງສະພາບການໃໝ່ ນັ້ນແມ່ນຄວາມຮຽກຮ້ອງທີ່ມີຄວາມໝາຍສຳຄັນ ຕໍ່ພັກແລະລະບອບປະຊາທິປະໄຕ. ໃນວຽກງານກໍ່ສ້າງພັກ, ວຽກງານກວດກາ, ຕິດຕາມກວດກາຂອງພັກແມ່ນໜຶ່ງໃນບັນດາເນື້ອໃນທີ່ສຳຄັນ, ປະກອບສ່ວນອັນສຳຄັນເຂົ້າໃນການຮັກສາທາດແທ້, ເປົ້າໝາຍ, ອຸດົມຄະຕິຂອງພັກ, ຍົກສູງຄວາມສາມາດການນຳພາ ແລະ ກຳລັງສູ້ຮົບຂອງພັກ. ດັ່ງນັ້ນ, ພັກໄດ້ຢັ້ງຢືນການເພີ່ມທະວີວຽກງານກວດກາ, ຕິດຕາມກວດກາ ແມ່ນມີຄວາມຕ້ອງການ ແລະ ສຳຄັນທີ່ສຸດ, ການກວດກາ, ຕິດຕາມກວດກາແມ່ນໜ້າທີ່ນຳພາຂອງພັກ. ການກວດກາ, ຕິດຕາມກວດກາ ແລະ ຮັກສາລະບຽບວິໃນຂອງພັກ ແມ່ນໜ້າທີ່ຂອງທົ່ວພັກ. ພັກຍາມໃດກໍ່ມີຄວາມເອົາໃຈໃສ່ເຖິງວຽກງານກວດກາ, ຕິດຕາມກວດກາ ແລະ ໄດ້ກຳນົດວ່າ ວຽກງານນີ້ມີທີ່ຕັ້ງສຳຄັນທີ່ສຸດ ໃນການເຄື່ອນໄຫວນຳພາທັງໝົດຂອງພັກ. ບັນດາອົງຄະນະພັກມີຄວາມຮັບຜິດຊອບ ໃນການນຳພາວຽກງານກວດກາ, ຕິດຕາມກວດກາ ແລະ ຈັດຕັ້ງການປະຕິບັດໜ້າທີ່ກວດກາ, ຕິດຕາມກວດກາຕໍ່ບັນດາອົງການຈັດຕັ້ງຂອງພັກ ແລະ ສະມາຊິກພັກ ໃນການປະຕິບັດໂຄງການການເມືອງ, ກົດລະບຽບຂອງພັກ, ມະຕິ, ຄຳສັ່ງຂອງພັກ ແລະ ກົດໝາຍຂອງລັດ. ຄະນະກຳມະການກວດກາຂັ້ນຕ່າງໆເປັນອົງການກວດກາ, ຕິດຕາມກວດກາສະເພາະກິດ ຂອງຄະນະພັກຂັ້ນດຽວກັນ ແລະ ເປັນກຳລັງຕົ້ນຕໍ່ໃນການປະຕິບັດໜ້າທີ່ກວດກາ, ຕິດຕາມກວດກາຕາມກຳນົດຂອງກົດລະບຽບຂອງພັກ ແລະ ໜ້າທີ່ທີ່ຄະນະພັກມອບໝາຍໃຫ້.
2- ໃນໄລຍະເວລາທີ່ຈະມາເຖິງ, ການເພີ່ມທະວີວຽກງານກວດກາ, ຕິດຕາມກວດກາ ຕ້ອງສຸມໃສ່ບາງເນື້ອໃນໃຈກາງດັ່ງລຸ່ມນີ້:
ທີໜຶ່ງ, ສືບຕໍ່ໍ່ປ່ຽນແປງໃໝ່, ເພີ່ມທະວີ, ຍົກສູງຜົນສັກສິດ ແລະປະສິທິຜົນຂອງວຽກງານກວດກາ, ຕິດຕາມກວດກາ, ລະບຽບວິໄນຂອງພັກ ຕາມຈິດໃຈຂອງກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກກອມມູນິດຫວຽດນາມ. ນັ້ນແມ່ນ: “ຍົກສູງຄວາມຮັບຮູ້ຂອງບັນດາຄະນະພັກ, ອົງການຈັດຕັ້ງຂອງພັກ, ພະນັກງານ, ສະມາຊິກພັກ, ກ່ອນອື່ນໝົດແມ່ນ ຜູ້ເປັນຫົວໜ້າຄະນະພັກ, ອົງການຈັດຕັ້ງຂອງພັກ ກ່ຽວກັບວຽກງານກວດກາ, ຕິດຕາມກວດກາ ເພື່ອນຳພາ, ຊີ້ນຳ, ຈັດຕັ້ງການປະຕິບັດໃຫ້ໄດ້ດີ ພາລະໜ້າທີ່, ໜ້າທີ່, ສິດ ແລະ ຄວາມຮັບຜິດຊອບ ໃນວຽກງານກວດກາ, ຕິດຕາມກວດກາ, ລະບຽບວິໄນຂອງພັກ. ສຸມໃສ່ຊີ້ນຳການກໍ່ສ້າງ, ປົວແປບູລະນະບັນດາຂໍ້ກຳນົດຂອງພັກ ເພື່ອຍົກສູງຄຸນນະພາບ, ປະສິດທິພາບ, ປະສິດທິຜົນຂອງການກວດກາ, ຕິດຕາມກວດກາ ແລະ ລະບຽບວິໄນຂອງພັກ.
ການປ່ຽນແປງໃໝ່, ເພີ່ມທະວີ, ຍົກສູງປະສິດທິພາບແລະປະສິດທິຜົນ ຂອງວຽກງານກວດກາ, ຕິດຕາມກວດກາ ຂອງຄະນະພັກ, ອົງການຈັດຕັ້ງພັກ, ຄະນະກຳມະການກວດກາຂັ້ນຕ່າງໆ ແລະ ໜ່ວຍພັກ; ຈັດການແກ້ໄຂຢ່າງທັນການ ເຂັ້ມງວດ ຕໍ່ບັນດາອົງການຈັດຕັ້ງພັກ, ສະມາຊິກພັກ ທີ່ລະເມີດໂຄງການການເມືອງ, ກົດລະບຽບຂອງພັກ, ມະຕິ, ຄຳສັ່ງ, ຂໍ້ກຳນົດຂອງພັກ ແລະ ນະໂຍບາຍກົດໝາຍຂອງລັດ, ບັນດາການກະທຳປົກປ້ອງ, ປົກປິດໃຫ້ຂໍຂາດຕົກບົກຜ່ອງ, ການກະທຳຜິດຂອງອົງການຈັດຕັ້ງຂອງພັກ, ສະມາຊິກພັກ, ເປີດເຜີຍຜົນຂອງການແກ້ໄຂ. ເອົາໃຈໃສ່ເຖິງການກວດກາ, ຕິດຕາມກວດກາບັນດາຫົວໜ້າຄະນະພັກ, ອົງການຈັດຕັ້ງພັກ, ອົງການຈັດຕັ້ງລັດ, ແນວໂຮມປະເທດຊາດ, ອົງການຈັດຕັ້ງການເມືອງ - ສັງຄົມ ໃນການປະຕິບັດໜ້າທີ່ການງານ, ໜ້າທີ່, ສິດອຳນາດທີ່ໄດ້ມອບໝາຍ ແລະ ຮັກສາຄຸນສົມບັດສິນທຳ, ແບບແຜນດຳລົງຊີວິດ, ບໍ່ປ່ອຍໃຫ້ສະມາຊິກໃນຄອບຄົວສວຍໃຊ້ຕຳແໜ່ງແລະອຳນາດ ເພື່ອສະແຫວງຫາຜົນປະໂຍດສ່ວນຕົວ. ເພີ່ມທະວີການກວດກາ, ຕິດຕາມກວດກາຕໍ່ບັນດາຄະນະກຳມະການພັກ, ຄະນະຮັບຜິດຊອບວຽກງານພັກ ຢູ່ໃນບັນດາອົງການລັດ, ໃນຫົວໜ່ວຍເສດຖະກິດ ແລະ ບັນດາຂົງເຂດທີ່ເກີດຄວາມຜິດພາດໄດ້ງ່າຍ. ສືບຕໍ່ປົວແປງບູລະນະກົນໄກ, ວິທີການ, ລຳດັບການດຳເນີນການກວດກາ, ຕິດຕາມກວດກາ, ປະຕິບັດກົດລະບຽບວິໄນ ແລະ ແກ້ໄຂການຮ້ອງທຸກພາຍໃນພັກ; ປົວແປງບູລະນະກົນໄກປະສານງານ ແລະ ຍົກສູງຄຸນນະພາບການປະສານສົມທົບປະຕິບັດໜ້າທີ່ກວດກາ, ຕິດຕາມກວດກາ, ປະຕິບັດລະບຽບວິໄນຂອງພັກ ລະຫວ່າງຄະນະກຳມະການກວດກາກັບບັນດາອົງການຈັດຕັ້ງຂອງພັກ ແລະ ອົງການທີ່ກ່ຽວຂ້ອງ.
ໃນໄລຍະກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກກອມມູນິດ ຫວຽດນາມ, ວຽກງານກວດກາ, ຕິດຕາມກວດການ ແລະ ປະຕິບັດລະບຽບວິໄນຂອງພັກ ໄດ້ຮັບໝາກຜົນສຳຄັນ ແລະ ມີບາດກ້າວບຸກທະລຸ. ຕັ້ງແຕ່ເລີ່ມຕົ້ນກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກຈົນຮອດປະຈຸບັນນີ້, ຄະນະບໍລິຫານງານສູນກາງພັກ, ກົມການເມືອງ, ຄະນະເລຂາທິການ, ຄະນະກຳມະການກວດກາສູນກາງພັກ ໄດ້ປະຕິບັດວິໄນຕໍ່ສະມາຊິກພັກຫຼາຍກວ່າ 90 ຄົນ ເຊິ່ງເປັນພະນັກງານທີ່ຢູ່ພາຍໃຕ້ການຄຸ້ມຄອງຂອງສູນກາງພັກ, ໃນນັ້ນມີສະຫາຍເປັນກຳມະການກົມການເມືອງ, ກຳມະການສູນກາງພັກ, ອະດິດກຳມະການສູນກາງພັກ, ໜຶ່ງສະຫາຍເປັນຮອງນາຍົກລັດຖະມົນຕີ, ບາງສະຫາຍເປັນນາຍພົນໃນກຳລັງປະກອບອາວຸດ, ໃນນັ້ນ ບາງກໍລະນີຖືກດຳເນີນຄະດີອາຍາ. ພ້ອມກັນນັ້ນ, ກົມການເມືອງ, ຄະນະເລຂາທິການກໍ່ໄດ້ປະຕິບັດລະບຽບວິໄນຕໍ່ຫຼາຍອົງການຈັດຕັ້ງຂອງພັກ... ສິ່ງເຫຼົ່ານັ້ນສະແດງໃຫ້ເຫັນເຖິງຄວາມສາມາດນຳພາ, ກຳລັງສູ້ຮົບ ແລະ ຄວາມຕັດສິນໃຈຂອງພັກ, ເຊິ່ງກ່ອນອື່ນໝົດແມ່ນ ຂອງຄະນະບໍລິຫານງານສູນກາງພັກ, ກົມການເມືອງ, ຄະນະເລຂາທິການ, ຄະນະກຳມະການກວດກາສູນກາງພັກ, ຢືນຢັນຢ່າງຈະແຈ້ງວ່າ ບໍ່ມີເຂດຕ້ອງຫ້າມ, ບໍ່ມີຂໍ້ຍົກເວັ້ນ ໃນການຕໍ່ສູ້ປ້ອງກັນແລະຕ້ານຄວາມເສື່ອມໂຊມ, ສະກັດກັ້ນແລະຍູ້ຖອຍການສໍ້ລາດບັງຫຼວງ, ການຟຸ່ມເຟືອຍ, “ຜົນປະໂຫຍດໝູ່ພວກ”, ຄວາມຫຍໍ້ທໍ້ເປັນເທື່ອລະກ້າວ; ຊຸກຍູ້ການປະຕິບັດຄວາມຮັບຜິດຊອບເປັນແບບຢ່າງຂອງພະນັກງານ, ສະມາຊິກພັກ, ໂດຍສະເພາະແມ່ນຫົວໜ້າອົງການຈັດຕັ້ງພັກ, ອົງການແລະໜ່ວຍງານຕ່າງໆ; ເພື່ອປະກອບສ່ວນຍົກສູງຄວາມສາມາດນຳພາແລະກຳລັງສູ້ຮົບຂອງພັກ, ເຮັດໃຫ້ພັກກອມມູນິດຫວຽດນາມ ນັບມື້ນັບສະອາດປອດໃສ, ເຂັ້ມແຂງ, ມີຄວາມສາມັກຄີກວ່າອີກ; ຄວາມເຊື່ອໝັ້ນຂອງປະຊາຊົນເຂົ້າໃນການນຳພາຂອງພັກນັບມື້ນັນໄດ້ຮັບການປັບປຸງ ແລະ ເພີ່ມທະວີ.
ທີສອງ, ວຽກງານກວດກາ, ຕິດຕາມກວດກາຕ້ອງປະກອບສ່ວນທີ່ສຳຄັນເຂົ້າໃນການປ້ອງກັນ, ສະກັດກັ້ນ ແລະ ຍູ້ໃຫ້ຖອຍສະພາບການເສື່ອມໂຊມທາງດ້ານແນວຄິດການເມືອງ, ຄຸນສົມບັດ, ແບບແຜນດຳລົງຊີວິດ, “ການຜັນປ່ຽນຕົນເອງ”, “ການປ່ຽນແປງຕົນເອງ”, ອາດຍາສິດ, ສໍ້ລາດບັງຫຼວງ, “ຜົນປະໂຫຍດໝູ່ພວກ”. ໃນປະຈຸບັນ, ພະນັກງານ, ສະມາຊິກພັກພາກສ່ວນໜຶ່ງ ມີຄວາມເສື່ອມໂຊມທາງດ້ານແນວຄິດການມືອງແລະມາດຕະຖານຄຸນສົມບັດ, ຄຸນສົມບັດສິນທຳປະຕິວັດຖືກຊຸດໂຊມລົງ; ບາງຄົນລັ່ງເລໃຈກ່ຽວກັບເປົ້າໝາຍ, ອຸດົມຄະຕິການເມືອງ; ລັດທິເອກະຊົນພັດທະນາຂຶ້ນ, ພາຍາດອາດຍາສິດ ສໍ້ລາດບັງຫຼວງນັບມື້ນັບຮ້າຍແຮງກວ່າເກົ່າ; ພາກສ່ວນສວຍໂອກາດໄດ້ປະກົດໃນຫຼາຍຮູບແບບ, ໂດຍສະເພາະແມ່ນ ພວກສວຍໂອກາດການເມືອງ ພະຍາຍາມຊ່ອນຕົວລໍຖ້າໂອກາດ ເພື່ອປະຕິບັດກົນອຸບາຍທີ່ໂຫດຮ້າຍ.
ໃນຂະນະນັ້ນ, ຫຼັກການຈັດຕັ້ງຂອງພັກບໍ່ໄດ້ຖືກປະຕິບັດຢ່າງເຂັ້ມງວດ, ຫຼາຍບ່ອນໄດ້ປ່ອຍປະລະເຫຼີງ; ຫຼັກການລວມສູນປະຊາທິປະໄຕຖືກລະເມີດ, ການຕິຊົມຕົງເອງຕິຊົມ ກໍ່ຍັງອ່ອນ, ບາງບ່ອນພຽງແຕ່ເຮັດແບບຮູບການ; ປະຊາທິປະໄຕຍັງບໍ່ທັນດີ, ລັກສະນະສູ້ຮົບຂອງອົງການຈັດຕັ້ງຂອງພັກ, ສະມາຊິກພັກຈຳນວນຫຼາຍ ກຳລັງຖືກຊຸດໂຊມລົງ; ການພົວພັນພາຍໃນຢູ່ບາງບ່ອນ, ບາງເວລາ ຖືກຄອບງຳ ໂດຍເງິນຄຳແລະສິດອຳນາດ. ໂດຍສະເພາະແມ່ນ, ຄວາມຊຸດໂຊມດ້ານແນວຄິດການເມືອງ, ຄຸນສົມບັດສິນທຳ, ແບບແຜນດຳລົງຊີວິດ, “ການຜັນປ່ຽນຕົນເອງ”, “ການປ່ຽນແປງຕົນເອງ” ແລະ ອາຍາສິດ, “ຜົນປະໂຫຍດໝູ່ພວກ”, ການສໍ້ລາດບັງຫຼວງ ນັບມື້ນັບຜັນແປຢ່າງແນບນຽນ, ຮ້າຍແຮງ ແລະ ມີລັກສະນະທົ່ວໄປ - ແຕ່ຂົງເຂດເສດຖະກິດ ໄດ້ແຜ່ລາມມາບັນດາຂົງເຂດວັດທະນະທຳ, ການສຶກສາ, ເຄື່ອນໄຫວກຸສົນ..., ສິ່ງທີ່ຮ້າຍແຮງທີ່ສຸດຄື ມັນໄດ້ເລັດລອດເຂົ້າໃນ ບັນດາອົງການປ້ອງກັນຄວາມປອດໄພແລະກົດໝາຍ ເຊັ່ນໄອຍະການ, ສານ, ຕຳຫຼວດ, ກອງທັບ. ຜົນຕາມມາຂອງມັນບໍ່ພຽງແຕ່ສົ່ງຜົນຮ້າຍຢ່າງໃຫຍ່ຫຼວງຕໍ່ຊັບສິນຂອງລວມໝູ່ ແລະ ຂອງລັດ, ເຊິ່ງອັນຕະລາຍກວ່ານັ້ນແມ່ນ ຫຼຸດຜ່ອນຄວາມເຊື່ອໝັ້ນຂອງປະຊາຊົນ ຕໍ່ການນຳພາຂອງພັກ ແລະ ຕໍ່ທາດແທ້ອັນດີງາມຂອງລະບອບສັງຄົມນິຍົມ.
ໄພສໍ້ລາດບັງຫຼວງຍາມໃດກໍ່ຕິດພັນກັບການອາດຍາສິດ, ພະນັກງານ ສະມາຊິກພັກຈຳນວນໜຶ່ງຫ່າງເຫີນປະຊາຊົນ, ຄິດຢ້ານປະຊາຊົນ, ບໍ່ຢາກສົນທະນາກັບປະຊາຊົນ, ບໍ່ເອົາໃຈໃສ່ແກ້ໄຂບັນຫາທີ່ຮີບຮ້ອນຂອງປະຊາຊົນ ເຊິ່ງຜົນຕາມມາແມ່ນ ສະພາບການຮ້ອງຟ້ອງຫຼາຍຄົນ, ເກີນລະດັບ ແລະ ກຳລັງກີດຂຶ້ນ. ຢູ່ບາງທ້ອງຖິ່ນ, ພະນັກງານ, ສະມາຊິກພັກກະທຳຜິດ, ແຕ່ເມື່ອໄດ້ຮັບການປະກອບຄຳຄິດເຫັນ ແລະຄຳຕຳນິຕິຊົມຈາກສາທາລະນະ ພວກເຂົາບໍ່ຍອມຮັບຫາກຍັງມີການນາບຂູ່ຄືນ. ຈາກຄວາມຊຸດໂຊມທາງດ້ານຄຸນສົມບັດແລະແບບແຜນດຳລົງຊີວິດ ຈະພາໃຫ້ເກີດຄວາມຊຸດໂຊມທາງດ້ານແນວຄິດການເມືອງ, ສ້າງເງື່ອນໄຂໃຫ້ພວກສວຍໂອກາດການເມືອງ ແລະ ອິດທິກຳລັງສັດຕູ ສວຍໃຊ້ເພື່ອແບ່ງແຍກພາຍໃນພັກ ແລະ ປະຕິບັດຍຸດທະສາດ “ຜັນປ່ຽນໂດຍສັນຕິ” ຕໍ່ຕ້ານທຳລາຍການປະຕິວັດປະເທດຫວຽດນາມ; ດັ່ງນັ້ນ, ວຽກງານກວດກາ, ຕິດຕາມກວດກາ ຕ້ອງມີການເປັນເຈົ້າການ, ຕັ້ງໜ້າປ້ອງກັນ, ສະກັດກັ້ນ ແລະ ຍູ້ຖອຍສະພາບການຊຸດໂຊມທາງດ້ານແນວຄິດການເມືອງ, ຄຸນສົມບັດສິນທຳ, ແບບແຜນດຳລົງຊີວິດ, “ການຜັນປ່ຽນຕົນເອງ”, “ການປ່ຽນແປງຕົນເອງ”, ອາດຍາສິດ, ສໍ້ລາດບັງຫຼວງ, “ຜົນປະໂຫຍດໝູ່ພວກ”, “ເດີນຫຼັງບ້ານ” ແລະ ສິ່ງເຫຼົ່ານັ້ນກໍ່ໄດ້ປະກອບສ່ວນເຂົ້າໃນການຍົກສູງຄວາມສາມາດການນຳພາ ແລະກຳລັງສູ້ຮົບຂອງພັກນັ້ນເອງ.
ທີສາມ, ວຽກງານກວດກາ, ຕິດຕາມກວດກາຕ້ອງປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຮັກສາຄວາມສາມັກຄີພາຍໃນພັກ. ປະຈຸບັນ, ຢູ່ບາງບ່ອນຍັງມີສະພາບການເສຍຄວາມສາມັກຄີພາຍໃນພັກ, ພາຍໃນຄະນະພັກ, ລະຫວ່າງເລຂາພັກ ກັບ ປະທານ. ແນວຄິດຈົ່ງຈຽມ, ອຽງຂວາ, ຫຼີກລ່ຽງ, “ຖືຄວາມປອງດອງກັນ, ຄວາມສະຫງົບອຸ່ນອ່ຽນເປັນສິ່ງທີ່ປະເລີດກວ່າໝູ່”, ເຫັນແກ່ສ່ວນຕົວ ທ້ອງຖິ່ນ ເຊື້ອສາຍ, ແຍ່ງຊີງຖານະຕຳແໜ່ງ, ສິດອຳນາດ, ພັກພວກ ທີ່ກຳລັງກາຍເປັນ “ຈຸດຮ້ອນ” ໃນການດຳເນີນຊີວິດຂອງພັກ, ໃນການຕໍ່ສູ້ຮັກສາຄວາມສາມັກຄີພາຍໃນ. ການໃຊ້ “ຄັນຮົ່ມ” ປົກປິດເພື່ອຮັກສາຜົນປະໂຫຍດສ່ວນຕົວແບບຜິດພາດ, ພັກຝ່າຍຂອງຕົນ, ກຳຈັດຄົນທີ່ບໍ່ຢູ່ກັບທິມດຽວກັນ..., ໄດ້ເຮັດໃຫ້ມີການອອກປາກອອກສຽງທີ່ບໍ່ຖືກຕ້ອງຕາມແນວທາງມະຕິຂອງພັກ, ສະນັບສະໜູນລັດທິຫຼາຍພັກຫຼາຍຝ່າຍຄັດຄ້ານ, ປະຕິເສດລັດທິມາກ - ເລນິນ, ແນວຄິດໂຮ່ຈິມິນ; ເກັບຮັກສາແລະແຈກຢາຍເອກະສານທີ່ມີເນື້ອໃນເປັນອັນຕະລາຍ; ສະໜອງແລະເປີດເຜີຍຄວາມລັບຂອງພັກແລະລັດ, ຊ້ຳບໍ່ໜຳຍັງໄດ້ຂຽນ, ຕອບການສຳພາດແບບເສດສັນປັ້ນແຕ່ງ, ໃສ່ຮ້າຍປ້າຍສີພັກ, ລັດ ແລະ ບັນດາພະນັກງານທີ່ຈົ່ງຮັກພັກດີຂອງພັກ.
ບັນດາຈຸດອ່ອນແລະຄວາມຫຍໍ້ທໍ້ທີ່ກ່າວມາຂ້າງເທິງ ແມ່ນການລະເມີດລະບຽບວິໄນຂອງພັກ, ກົດໝາຍຂອງລັດ ແລະ ແນ່ນອນວ່າ, ສົ່ງຜົນຮ້າຍເຖິງຄວາມສາມາດນຳພາ ແລະ ກຳລັງສູ້ຮົບຂອງພັກ, ເຮັດໃຫ້ເກີດບັນຫາການເມືອງໃນປະຈຸບັນ. ຄະນະກຳມະການກວດກາຂັ້ນຕ່າງໆ ຕ້ອງມີການເປັນເຈົ້າການ ເກັບກຳສະພາບການ ແລະ ການຜັນແປ ເພື່ອມີບັນດາມາດຕະການສະກັດກັ້ນ ແລະ ແກ້ໄຂຢ່າງທັນເວລາ. ວຽກງານກວດກາ, ຕິດຕາມກວດກາ ປະກອບສ່ວນອັນສຳຄັນ ເຂົ້າໃນການສະກັດກັ້ນແລະຍູ້ຖອຍຈຸດອ່ອນ, ຄວາມຫຍໍ້ທໍ້, ຊຸກຍູ້ເພີ່ມທະວີລະບຽບວິໄນຂອງພັກ; ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນການຍົກສູງຄວາມສາມາດນຳພາ ແລະ ກຳລັງສູ້ຮົບຂອງພັກ, ປັບປຸງ ແລະ ເພີ່ມທະວີຄວາມເຊື່ອໝັ້ນຂອງປະຊາຊົນຕໍ່ການນຳພາຂອງພັກ.
ທີສີ່, ວຽກງານກວດກາ, ຕິດຕາມກວດກາ ຫັນໜ້າທີ່ຈຸດໜັກໃຈກາງເຂົ້າໃນການຮັບໃຊ້ກອງປະຊຸມໃຫຍ່ອົງຄະນະພັກຂັ້ນຕ່າງໆໃນປີ 2020 ແລະ ກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມໃນຕົ້ນປີ 2021 ປະສົບຄວາມສຳເລັດມີໄຊ. ຕິດພັນເປົ້າໝາຍຈັດຕັ້ງກອງປະຊຸມໃຫຍ່ຂອງພັກຂັ້ນຕ່າງໆ ກັບການສືບຕໍ່ປະຕິບັດການປັບປຸງພັກ ຕາມມະຕິກອງປະຊຸມສູນກາງພັກຄັ້ງທີ 4 ຊຸດທີ XI, XII. ເອົາໃຈໃສ່ການພິຈາລະນາ ແລະ ຢັ້ງຢືນບຸກຄະລາກອນຄະນະພັກຂັ້ນຕ່າງໆ ຮັບປະກັນຄຸນນະພາບ, ມາດຕະຖານ, ລຳດັບການດຳເນີນຕາມກຳນົດຂອງສູນກາງພັກ. ບັນດາສະມາຊິກພັກທີ່ໄດ້ຮັບການເລືອກຕັ້ງເຂົ້າໃນຄະນະພັກຄັ້ງນີ້ ຕ້ອງສົມກັບເປັນ “ຜູ້ນຳພາ, ຜູ້ຮັບໃຊ້ທີ່ຈົງຮັກພັກດີຂອງປະຊາຊົນ”. ບໍ່ປະໃຫ້ພວກສວຍໂອກາດທາງການເມືອງ, ລະເມີດມາດຕະຖານການເມືອງ, ຜູ້ທີ່ມີປະກົດການຊຸດໂຊມທາງດ້ານແນວຄິດການເມືອງ, ຄຸມສົມບັດສິນທຳ, ແບບແຜນດຳລົງຊີວິດ, ອາດຍາສິດ, ສໍ້ລາດບັງຫຼວງ, “ຜົນປະໂຫຍດໝູ່ພວກ” ເຂົ້າໃນຄະນະພັກຢ່າງເດັດດ່ຽວ; ຮັບປະກັນຄະນະພັກເປັນອົງການຈັດຕັ້ງທີ່ສະອາດປອດໃສ, ເຂັ້ມແຂງ ເພື່ອແນໃສ່ຍົກສູງຄວາມສາມານຳພາ ແລະ ກຳລັງສູ້ຮົບຂອງພັກ.
ເມື່ອອົງການຈັດຕັ້ງພັກ, ສະມາຊິກພັກ ມີປະກົດການລະເມີດລະບຽບວິໄນ ແມ່ນຕ້ອງມີການຊີ້ນຳການກວດກາໃຫ້ຈະແຈ້ງຢ່າງທັນເວລາ, ໂດຍສະເພາະແມ່ນ ບັນດາກໍລະນີທີ່ພົວພັນເຖິງບຸກຄະລາກອນຄະນະພັກ; ບັນດາບັນຫາທີ່ພົ້ນເດັ່ນທີ່ຫາງສຽງສັງຄົມໄດ້ຄວາມເອົາໃຈໃສ່ ເຊິ່ງຕ້ອງໄດ້ຊີ້ນຳແກ້ໄຂຢ່າງເດັດຂາດ ກ່ອນການຈັດຕັ້ງກອງປະຊຸມໃຫຍ່. ບັນດາໃບຮ້ອງທຸກ, ຈົດໝາຍຮ້ອງຟ້ອງ ກໍ່ຕ້ອງໄດ້ຮັບການພິຈາລະນາ ແລະ ຊີ້ນຳແກ້ໄຂຢ່າງທັນເວລາ, ໂດຍສະເພາະແມ່ນ ກໍລະນີທີພົວພັນເຖິງບຸກຄະລາກອນກອງປະຊຸມໃຫຍ່ອົງຄະນະພັກຂັ້ນຕ່າງໆ ເພື່ອມີພື້ນຖານຕີລາຄາຄຸນສົມບັດສິນທຳຂອງຜູ້ແທນ ຫຼື ມາດຕະຖານບຸກຄະລາກອນຄະນະພັກ; ອີກດ້ານໜຶ່ງ, ຍັງຕ້ອງໃຫ້ຄວາມຈະແຈ້ງທັນທີ ເພື່ອແກ້ຕົວ ປົກປ້ອງຄົນດີເມື່ອພວກເຂົາຖືກຄົນຮ້າຍປ້ານສີ ຫຼືປອງຮ້າຍ. ອົງການຈັດຕັ້ງພັກ, ສະມາຊິກພັກທີ່ລະເມີດເຖິງຂັ້ນຖືກລົງໂທດທາງວິໄນ ແມ່ນຕ້ອງຈັດການຢ່າງຄັ່ງຄັດ, ຮັບປະກັນລັກສະນະຊັດເຈັນ, ພາວະວິໃສ, ຍຸຕິທຳ ແລະ ມະນຸດສະທຳ, ບໍ່ມີເຂດຕ້ອງຫ້າມ, ບໍມີຂໍ້ຍົກເວັ້ນ.
ທີຫ້າ, ເພື່ອໃຫ້ວຽກງານກວດກາ, ຕິດຕາມກວດກາຂອງພັກມີຄວາມຫັນປ່ຽນຢ່າງແຂງແຮງ ແລະ ມີປະສິດທິຜົນໃນການເຄື່ອນໄຫວ, ຄະນະພັກຂັ້ນຕ່າງໆຕ້ອງເອົາໃຈໃສ່ກວ່າອີກ ກ່ຽວກັບຄຸນນະພາບການເຄື່ອນໄຫວກວດກາ, ຕິດຕາກວດກາ, ຕ້ອງຖືເອົານີ້ແມ່ນວຽກງານເປັນປົກກະຕິ, ເປັນເຄື່ອງມືການນຳພາທີ່ສຳຄັນ. ຄວາມເປັນຈິງໄດ້ໃຫ້ເຫັນວ່າ, ການກວດກາ, ຕິດຕາມກວດກາເປັນເຄື່ອງມີທີ່ມີຜົນສັກສິດ ເພື່ອໃຫ້ພັກປະຕິບັດນຳພາ, ຊື້ນຳການຮັກສາລະບຽບວິໄນ, ກົດຂໍ້ບັງຄັບຂອງພັກ ຢ່າງມີປະສິດທິຜົນ. ບັນດາຄະນະພັກຕ້ອງເອົາໃຈໃສ່ຢ່າງເປັນປະຈຳ ເຖິງການປົວແປງບູລະນະອົງການຈັດຕັ້ງກົນຈັກ ແລະ ຖັນແຖວພະນັກງານເຮັດວຽກງານກວດກາ, ຕິດຕາມກວດກາຂັ້ນຕ່າງໆ. ມີນະໂຍບາຍຝຶກອົບຮົມ, ບຳລຸງສ້າງພະນັກງານທີ່ປະຕິບັດວຽກງານກວດກາ ເພື່ອຍົກສູງຄວາມກ້າຫານທາງການເມືອງ, ກຳລັງແຮງຕໍ່ສູ້, ຍົກສູງຄຸນສົມບັດສິນທຳ ທີ່ສະອາດປອດໃສ, ຊື່ກົງບໍລິສຸດ; ຍົກສູງທັກສະ, ລະດັບຄວາມຮູ້ດ້ານວິຊາສະເພາະ, ນຳໃຊ້ເຕັກໂນໂລຊີ ແນໃສ່ເສີມຂະຫຍາຍປະສິດທິຜົນໃນວຽກງານ. ສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ອຄະນະກຳມະການກວດກາຂັ້ນຕ່າງໆເປັນເຈົ້າການ, ຕັ້ງໜ້າໃນວຽກງານເສນາທິການ ໃຫ້ຄະນະພັກຜັນຂະຫຍາຍຈັດຕັ້ງການປະຕິບັດ ໃຫ້ຖືກຕ້ອງຕາມພາລະໜ້າທີ່ແລະກົດລະບຽບຂອງພັກ. ມີລະບອບເກື້ອກູນທີ່ເໝາະສົມເພື່ອຮັບປະກັນໃຫ້ຖັນແຖວນີ້ສຸມຈິດສຸມໃຈຮັບໃຊ້, ສະກັດກັ້ນບັນດາແນວຄິດ ການກະທຳຫຍໍ້ທໍ້ ທີ່ອາດຈະເກີດຂຶ້ນໃນການປະຕິບັດໜ້າທີ່./.
------------------------------
(1), (2) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII, ຫ້ອງວ່າການສູນກາງພັກ, ຮ່າໂນ້ຍ, ປີ 2016, ໜ້າ 192, 195 – 196.
(3) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII, ເອກະສານທີ່ໄດ້ແນະນຳ, ໜ້າ 208 – 209.
* ບົດນີ້ໄດ້ລົງພິມໃນວາລະສານກອມມູນິດ ສະບັບທີ 938 (ເດືອນມີນາ 2020)