ບາ​ງບັນຫາ​ກ່ຽວ​ກັບ​ການ​ປ້ອງ​ກັນ​ແລະ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ
​ໃນເວລາ​ທີ່​ຜ່ານ​ມາ

ໂດຍ ຟານດິ່ງຈາກ
ເລຂາທິການສູນກາງພັກ, ຫົວໜ້າຄະນະກິດຈະການພາຍໃນສູນກາງ, ຮອງຫົວໜ້າປະຈຳ ຄະນະຊີ້ນຳສູນກາງກ່ຽວກັບການປ້ອງກັນແລະຕ້ານການສໍ້ລາດບັງຫຼວງ
08:15, 26-01-2021

ວກ. - ນັບ​ແຕ່​ເມື່ອ​ສ້າງ​ຕັ້ງຄະນະ​ຊີ້​ນຳ​ສູນ​ກາງ​ກ່ຽວ​ກັບ​ການ​ປ້ອງ​ກັນ​ແລະ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ (ຄຊສປຕສ) (1) ມາ​ເຖິງດຽວ​ນີ້ (​ເຖິງ​ເດືອນ​ພຶກ​ສະພາ 2020), ​ໂດຍ​ສະ​ເພາະ​ແມ່ນ​ພາຍຫຼັງກວ່າ 4 ປີ​ແຫ່ງ​ການ​ປະຕິບັດ​ມະຕິ​ກອງ​ປະຊຸມ​ໃ​ຫຍ່ຄັ້ງ​ທີ XII ຂອງ​ພັກ, ການ​ຕໍ່ສູ້​ປ້ອງ​ກັນ​ແລະ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ ​ໄດ້​ຮັບ​ການ​ຊີ້​ນຳ​ນຳພາ​ແລະ​ຜັນ​ຂະຫຍາຍ​ປະຕິບັດ ຢ່າງດຸ​ເດືອດ, ​ເຂັ້ມ​ແຂງ, ​ໜຽວ​ແໜ້ນ, ຄົບ​ຊຸດ, ຮອບດ້ານ, ​ເປັນ​ແບບ​ສະບັບ ​ແລະ ​ເຂົ້າ​ສູ່​ລວງ​ເລິກ; ​ເສີມ​ຂະຫຍາຍ​ກຳລັງ​ແຮງ​ສັງ​ລວມ, ສົມທົບ​ລະຫວ່າງ​ການ​ປ້ອງກັນ ກັບ​ການ​ຄົ້ນ​ເຜີຍ​ແລະຈັດການ​ແກ້ໄຂ, ລະຫວ່າງ​ການ​ປ້ອງ​ກັນ ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ ກັບ​ການກໍ່ສ້າງ ປັບປຸງ​ພັກ​​ແລະ​ລະບົບ​ການ​ເມືອງ, ລະ​ຫວ່າງພາຍ​ໃນ​ສຳນັກງານ​ອົງການ​ຈັດ​ຕັ້ງ ກັບ​ໃນ​ສັງຄົມ, ລະຫວ່າງ​ໃນ​ປະ​ເທດ ກັບ​ຕ່າງປະ​ເທດ; ປະຕິບັດ​ບັນດາ​ມາດ​ຕະການທາງ​ການ​ເມືອງ, ​ແນວ​ຄິດ, ການຈັດ​ຕັ້ງ, ການ​ບໍລິຫານ, ​ເສດຖະກິດ ​ແລະ ທາງອາຍາຢ່າງ​ຄົບ​ຊຸດ.

ເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ເຂົ້າຮ່ວມແລະຄວບຄຸມກອງປະຊຸມຄະນະປະຈຳການ ຄຊສປຕສ ເພື່ອປຶກສາຫາລືແລະໃຫ້ຄຳເຫັນຕໍ່ບາງຄະດີແລະວຽກງານພາຍໃຕ້ການຊີ້ນຳແລະນຳພາຂອງຄະນະຊີ້ນຳ, ວັນທີ 26 ພຶກສະພາ 2020 _ພາບ: TTXVN

ບັນດາ​ຜົນ​ໄດ້​ຮັບ​ທີ່ພົ້ນ​​ເດັ່ນ

​ໃນ​ເວລາ​ທີ່​ຜ່ານ​ມາ, ວຽກ​ງານ​ການ​ປ້ອງ​ກັນ​ແລະ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ ​ໄດ້​ມີຄວາມ​ກ້າວໜ້າ, ບັນລຸ​ຜົນງານ​ຫຼາຍ​ຢ່າງ​ທີ່​ສຳຄັນ, ຮອບດ້ານ​ ແລະ​ຈະ​ແຈ້ງ, ສ້າງ​ຄວາມ​ປະ​ທັບ​ໃຈ, ສ້າງ​ຜົນ​ກະທົບ​​ໃນ​ທາງ​ບວກ ​ແລະ ​ແຜ່​ກະຈາຍ​ໄປ​ທົ່ວ​ສັງຄົມຢ່າງ​ແຂງ​ແຮງ, ຄືດັ່ງຄຳ​ຢືນຢັນ​ຂອງ​ສະຫາຍ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ​ຫງວຽນ​ຝູຈ້ອງ: “ວຽກ​ງານ​ປ້ອງ​ກັນ​ແລະ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ, ການ​ໃຊ້​ຈ່າຍ​ຟຸມ​ເຟືອຍ, ຄວາມ​ຫຍໍ້​ທໍ້ ​ໄດ້​ກາຍ​ເປັນ​ຂະ​ບວນການ​ແລະ​ທ່າ​ອຽງ”, ​ໄດ້​ຮັບ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ, ການ​ຕອບ​ສະໜອງ​ແລະ​ຕີລາຄາ​ສູງ ​ຈາກ​ພະນັກງານ ສະມາຊິກ​ພັກ​ແລະ​ປະຊາຊົນ ​ແລະ ​ໄດ້​ຮັບ​ການ​ຍອມຮັບ​ຈາກ​ອົງການ​ຈັດ​ຕັ້ງ​ສາກົນ(2). ການ​ສໍ້​ລາດ​ບັງ​ຫຼວງ​ຄ່ອຍໆ​ຖືກ​ຄວບ​ຄຸມ, ກີດ​ກັ້ນ, ຍູ້​ຖອຍ ​ແລະ​ມີ​ທ່າ​ອຽງ​ທີ່​ຈະ​ຫຼຸ​ດລົງ(3), ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ການ​ຮັກສາ​ຄວາມ​ໝັ້ນຄົງ​ທາງ​ການ​ເມືອງ, ການພັດທະນາ​ເສດຖະກິດ - ສັງຄົມ, ປັບປຸງ​ຄວາມ​ເຊື່ອໝັ້ນ​ຂອງພະນັກງານ ສະມາຊິກ​ພັກ ​ແລະ​ ປະຊາຊົນ​ ຕໍ່​ພັກ, ລັດ ​ແລະ​ລະບອບການ​ປົກຄອງ. ຜົນງານ​ເຫຼົ່າ​ນັ້ນ​ສະ​ແດງ​ອອກ​ໃນ 5 ບັນຫາຕໍ່​ໄປ​ນີ້:

ທີ​ໜຶ່ງ, ສຸມ​ໃສ່​ຊີ້​ນຳ​ວຽກ​ງານກວດ​ຫາ​ແລະ​ຈັດການ​ແກ້​ໄຂ​ການ​ສໍ້​ລາດ​ບັງ​ຫຼວງ, ສົມທົບ​ລະຫວ່າງ​ການ​ຈັດການ​ທາງ​ການ​ບໍລິຫານ, ການ​ປະຕິບັດ​ລະບຽບວິ​ໄນ​ຂອງ​ພັກ, ຂອງ​ລັດ, ຂອງ​ອົງຄະ​ນະມະ​ຫາ​ຊົນ ກັບ​ການ​ຈັດການ​ທາງ​ອາຍາ; ລະບຽບວິ​ໄນ​ຂອງ​ພັກ​ຕ້ອງ​ໄດ້​ປະຕິບັດ​ກ່ອນ, ​ເປີດ​ທາງ, ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ການ​ປະຕິບັດ​ລະບຽບ​ວິ​ໄນ​ຂອງ​ລັດ, ຂອງ​ອົງຄະ​ນະມະ​ຫາ​ຊົນ ​ແລະ ການ​ຈັດການ​ທາງ​ອາຍາ, ບໍ່​ມີ​ເຂດ​ຫວງ​ຫ້າມ, ບໍ່​ມີ​ຂໍ້​ຍົດ​ເວັ້ນ.

ວຽກ​ງານ​ກວດກາ, ຕິດຕາມ​ກວດກາ​ຂອງ​ພັກ ​ແລະ​ ວຽກ​ງານ​ກວດກາ, ກວດ​ສອບ​ຂອງ​ລັດ​ໄດ້​ຮັບ​ການ​ເພີ່ມ​ທະວີ, ຄົ້ນ​ເຜີຍ​ແລະ​ຈັດການ​ການລະ​ເມີດຢ່າງ​ເຂັ້ມ​ງວດ, ຮັດ​ແໜ້ນ​ລະບຽບ​ວິ​ໄນ​ໃຫ້​ເຂັ້ມ​ງວດ, ປະກອບສ່ວນ​ທີ່ຕັ້ງໜ້າ ​ເຂົ້າ​ໃນ​ການ​ຍົກ​ສູງປະສິດທິ​ຜົນ​ຂອງ​ວຽກ​ງານ​ປ້ອງ​ກັນ​ແລະ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ. ຕັ້ງ​ແຕ່​ເລີ່​ມຕົ້ນ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XII ຂອງ​ພັກ​ຈົນ​ເຖິງ​ປະຈຸ​ບັນ​ນີ້, ບັນດາ​ຄະນະ​ພັກ, ຄະນະກຳມະການ​ກວດກາ​ທຸກ​ຂັ້ນ​ ໄດ້​ປະຕິ​ບັດ​ວິ​ໄນ​ຕໍ່ພະນັກງານ ​ແລະ​ສະມາຊິກ​ພັກ 2.300 ກວ່າ​ຄົນ ຍ້ອນ​ການ​ສໍ້​ລາດ​ບັງ​ຫຼວງ, ການ​ກະທຳຜິດໂດຍເຈດຕະນາ; ຄະນະ​ບໍລິຫານ​ງານ​ສູນ​ກາງ​, ກົມ​ການ​ເມືອງສູນ​ກາງ, ຄະນະ​ເລຂາທິການສູນ​ກາງ, ຄະນະ​ກຳມະການ​ກວດກາ​ສູນ​ກາງ, ຄະນະ​ພັກທີ່​ມີ​ອຳນາດ​ຕັດສິນ ​ໄດ້​ລົງ​ໂທດ​ທາງ​ວິ​ໄນຕໍ່​ພະນັກງານພາຍ​ໃຕ້​ການ​ຄຸ້ມ​ຄອງ​ຂອງສູນ​ກາງ​ກວ່າ 90 ຄົນ​ (4). ນີ້​ແມ່ນ​ບາດກ້າວ​ບຸກທະລຸ​ໃນ​ວຽກ​ງານ​ກວດກາ​ແລະວິ​ໄນ​ຂອງ​ພັກ, ຮັດ​ແໜ້ນ​ລະບຽບ​ວິ​ໄນ​ພາຍ​ໃນ​ພັກ​ແລະ​ກົງຈັກ​ຂອງ​ລັດ​ໃຫ້​ເຂັ້ມ​ງວດ. ບັນດາ​ອົງການ​ກວດກາ, ກວດ​ສອບ​ໄດ້​ເພີ່ມ​ທະວີ​ການ​ກວດກາ ກວດ​ສອບຕໍ່​ບັນດາ​ຂົງ​ເຂດ​ທີ່​ມີ​ປະກົດ​ການ​ຫຍໍ້ທໍ້ ມີ​ການສໍ້​ລາດ​ບັງ​ຫຼວງ, ບັນດາ​ໂຄງການ​ທີ່​ມີ​ການ​ສິ້ນ​ເປືອງຮົ່ວ​ໄຫຼ, ຂາດທຶນ​ຫຼາຍ, ​ແກ່ຍາວ, ຖືກ​ປະຊາຊົນ​ຕິ​ຊົມ ​ເພື່ອ​ກວດ​ຫາ​ແລະ​ຈັດການ​ການລະ​ເມີດ​ຢ່າງ​ເຂັ້ມ​ງວດ. ​ແຕ່​ປີ 2016 ​ເຖິງ​ປະຈຸ​ບັນ​ນີ້, ຜ່ານ​ການ​ກວດກາ ກວດ​ສອບ​ ໄດ້​ສະ​ເໜີ​ໃຫ້​ຈັດການກູ້​ຄືນຊັບ​ສິນ​ເກືອບ 455 ພັນ​ຕື້​ດົ່ງ ​ແລະ ທີ່​ດິນ​ຫຼາຍ​ກວ່າ 8.100 ​ເຮັກຕາ; ສະ​ເໜີ​ໃຫ້​ຈັດການ​ຄວາມ​ຮັບຜິດຊອບ​ຂອງ​ເກືອບ 8.000 ກຸ່ມ​ແລະ​ບຸກຄົນ; ​ໂອນ​ໄປ​ໃຫ້​ໜ່ວຍ​ງານ​ສືບ​ສວນ​ເພື່ອ​ຈັດການ​ຄະດີ​ລະ​ເມີດ 409 ຄະດີ.

ວຽກງານ​ການສືບສວນ, ການ​ຟ້ອງ​ຮ້ອງ, ການພິຈາລະນາ​ພິພາກສາ​ໄດ້ຮັບ​ການ​ຊີ້​ນຳ​ຢ່າງ​ເຂັ້ມ​ງວດ​ເລັ່ງລັດ; ​ໄດ້​ຄົ້ນ​ເຜີຍ​ຢ່າງ​ທັນ​ການ, ຈັດການ​ແກ້​ໄຂ​ຢ່າງ​ເຂັ້ມງວດ ຫຼາຍ​ຄະດີ​ສໍ້​ລາດ​ບັງ​ຫຼວງ ຄະດີ​ເສດຖະກິດທີ່​ຮ້າຍ​ແຮງ, ສັບສົນ, ປະຊາຊົນ​ສົນ​ໃຈ, ດ້ວຍ​ຄຳ​ຕັດ​ສິນ​ທີ່​ເຂັ້ມ​ງວດ​ ແຕ່​ກໍ​ມີ​ມະນຸດສະທຳ​ຫຼາຍ, ສ້າງ​ບາດກ້າວ​ບຸກທະລຸ​ໃນ​ວຽກ​ງານ​ການ​ປ້ອງ​ກັນ​ແລະ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ. ຕັ້ງ​ແຕ່​ເມື່ອ​ສ້າງ​ຕັ້ງ ຄ​ຊ​ສປ​ຕ​ສ ຈົນ​ເຖິງ​ປະຈຸ​ບັນ​ນີ້, ບັນດາອົງການດຳ​ເນີນ​ຄະດີ​ໃນ​ທົ່ວ​ປະ​ເທດ​ໄດ້​ເລີ່​ມການ​ຟ້ອງ​ຮ້ອງ​ ສືບສວນ 12.178 ຄະດີ / ຜູ້​ຕ້ອງ​ຫາ 20.668 ຄົນ, ຟ້ອງ​ສານ 10.397 ຄະດີ / ຜູ້​ຕ້ອງ​ຫາ 20.354 ຄົນ, ​ໄດ້​ພິຈາລະນາ​ຄະດີ​ຂັ້ນ​ຕົ້ນ 9.918 ຄະດີ / ຈຳ​ເລີຍ 19.026 ຄົນ ກ່ຽວ​ກັບ​ການ​ສໍ້ຫຼາດບັງ​ຫຼວງ, ລະບຽບ​ການ​ຄຸ້ມ​ຄອງ​ເສດຖະກິດ ​ແລະ ອາ​ຊະ​ຍາ​ກຳ​ອື່ນໆ​ກ່ຽວ​ກັບ​ຕຳ​ແໜ່​ງ (5). ຄະນະ​ຊີ້​ນຳ​ໄດ້​ຈັດ 120 ຄະດີ ​ແລະ 95 ກໍລະນີສໍ້ລາດ​ບັງ​ຫຼວງ​ແລະ​ຄະດີ​ເສດຖະກິດ​ທີ່​ຮ້າຍ​ແຮງ, ສັບສົນ, ຫາງ​ສຽງ​ສັງຄົມ​ສົນ​ໃຈ ​ເຂົ້າ​ໃນ​ການ​ຕິດຕາມຊີ້​ນຳ (​ໃນນັ້ນ, ຄະນະ​ຊີ້​ນຳ 110 ​ທີ່ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ພາຍ​ໃຕ້​ຂໍ້​ຕົກລົງ​ເລກທີ 110-QĐ/TW, ລົງ​ວັນ​ທີ 24 ມັງກອນ 2018, ຂອງ​ຄະນະ​ເລຂາທິການ​ສູນ​ກາງ ​ເປັນ​ຜູ້​ຕິດຕາມ, ຊີ້​ນຳ​ການ​ຈັດການ​ແກ້​ໄຂ 10 ຄະດີ / ຈຳ​ເລີຍ 68 ຄົນ ທີ່​ກ່ຽວຂ້ອງ​ກັບ ຟານ​ວັນ​ແອັງ​ຫວູ ​ແລະ ດິງງ້ອກ​ເຮ້); ໄດ້​ພິພາກ​ສາ​ຂັ້ນ​ຕົ້ນ 76 ຄະດີ / ຈຳ​ເລີຍ 775 ຄົນ, ຕັດສິນ​ປະຫານ​ຊີວິດ​ຈຳ​ເລີຍ 11 ຄົນ (10 ຄົນ), ຕັດສິນຈຳ​ຄຸກ​ຕະຫຼອດ​ຊີວິດຈຳ​ເລີຍ 23 ຄົນ​, ຈຳ​ຄຸກ 30 ປີ​​ຈຳ​ເລີຍ 12 ຄົນ, ຈຳ​ຄຸກ​​ແຕ່ 20 ປີ​ເຖິງ​ຕ່ຳ​ກວ່າ 30 ປີຈຳ​ເລີຍ 23 ຄົນ​, ຈຳ​ຄຸກ​​ແຕ່ 12 ​ເດືອນ​ເຖິງ​ຕ່ຳ​ກວ່າ 20 ປີຈຳ​ເລີຍ 658 ຄົນ (6). ຄະນະ​ບໍລິຫານ​ງານ​ສູນ​ກາງ, ກົມ​ການ​ເມືອງສູນ​ກາງ, ຄະນະ​ເລຂາທິການສູນ​ກາງ, ຄ​ຊ​ສປ​ຕ​ສ ​ໄດ້​ນຳພາ​ຊີ້​ນຳ​ຢ່າງ​ເດັດດ່ຽວ, ຈັດການ​ແກ້​ໄຂ​ຢ່າງ​ເຂັ້ມ​ງວດ, ມີ​ເຫດຜົນ​ແລະ​ດ້ວຍຄວາມ​ຮັກ​ແພງ ຕໍ່​ພະນັກງານ​ຂັ້ນ​ສູງຈຳນວນ​ໜຶ່ງທັງ​ໃນ​ຕຳ​ແໜ່​ງ​ແລະ​ບຳນານ, ທີ່ມີ​ການລະ​ເມີ​ດກ່ຽວຂ້ອງ​ກັບ​ຄະດີ​ສໍ້​ລາດ​ບັງ​ຫຼວງຄະດີ​ເສດຖະກິດທີ່​ຮ້າຍ​ແຮງ, ສັບສົນ, ຫາງ​ສຽງ​ສັງຄົມສົນ​ໃຈ (7). ​ແຕ່​ວາລະ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XII ຂອງ​ພັກ​ຈົນ​ເຖິງ​ປະຈຸ​ບັນ​ນີ້, ບັນດາອົງການດຳ​ເນີນ​ຄະດີ​ທຸກ​ລະດັບ ​ໄດ້​ເລີ່​ມການ​ຟ້ອງ​ຮ້ອງ​ ສືບສວນ 7.270 ຄະດີ / ຜູ້​ຕ້ອງ​ຫາ 12.303 ຄົນ, ຟ້ອງ​ສານ 5.976 ຄະດີ / ຜູ້​ຕ້ອງ​ຫາ 11.613 ຄົນ, ​ໄດ້ພິພາກສາ​ຂັ້ນ​ຕົ້ນ 5.641 ຄະດີ / ຈຳ​ເລີຍ 10.970 ຄົນ ກ່ຽວ​ກັບ​ການ​ສໍ້ຫຼາດບັງ​ຫຼວງ, ລະບຽບ​ການ​ຄຸ້ມ​ຄອງ​ເສດຖະກິດ ​ແລະ ອາ​ຊະ​ຍາ​ກຳ​ອື່ນໆ​ກ່ຽວ​ກັບ​ຕຳ​ແໜ່ງ (8), ດ້ວຍ​ເຫດນັ້ນ, ສະພາບ​ການ “ຂັ້ນ​ເທິງ​ຮ້ອນ, ຂັ້ນ​ລຸ່ມ​ເຢັນ” ຈຶ່ງ​ຄ່ອຍໆ​ໄດ້​ຮັບ​ການ​ແກ້​ໄຂຜ່ານ​ຜ່າ (9); ການ​ກູ້​ຄືນ​ຊັບ​ສິນ​ທີ່​ຖືກສູນ​ເສຍ​ໃນ​ຄະດີ​ສໍ້​ລາດ​ບັງ​ຫຼວງຄະດີ​ເສດຖະກິດ​ ມີ​ການ​ປ່ຽນ​ແປງ​ໃນ​ທາງ​ບວກ​ຫຼາຍ​ຢ່າງ (10). ບາງ​ກໍລະນີ ຄະດີ​​ທີ່ຮ້າຍ​ແຮງ​ເປັນ​ພິ​ເສດ, ທີ່​ຖືກ​ຖື​ວ່າ​ເປັນ “​ເຂດ​ຈຳກັດ, ​ເຂດ​ອ່ອນ​ໄຫວ” ​ແລະ​ ຫຼາຍ​ກໍລະນີຄະດີ​ທີ່​ແກ່ຍາວ​ມາຈາກ​ປີກ່ອນ ​ໄດ້​ຖືກ​ຊີ້​ນຳ​ໃຫ້​ຈັດການ​ແກ້​ໄຂ​ຢ່າງ​ຂາດ​ຕົວ​ແລະ​ເຂັ້ມ​ງວດ, ມີ​ຄຸນ​ປະ​ໂຫຍ​ດປຸກ​ສະຕິ, ກ່າວ​ເຕືອນ ​ແລະ​ ປ້ອງ​ກັນ​ການ​ສໍ້​ລາດ​ບັງ​ຫຼວງ​ຢ່າ​ງ​ມີ​ປະສິດທິ​ຜົນ. ນີ້​ແມ່ນຈຸດ​ສະຫວ່າງ​ໃນ​ການ​ຕໍ່ສູ້​ປ້ອງ​ກັນ​ແລະ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ, ສະ​ແດງ​ເຖິງ​ຄວາມ​ຕັດສິນ​ໃຈ​ຂອງ​ພັກແລະລັດ ກໍ​ຄື​ປະສິດທິ​ຜົນ​ການ​ເຄື່ອນ​ໄຫວຂອງ ​ຄຊສປຕ​ສ ​ແລະ ບັນດາ​ອົງການ​ຮັບຜິດຊອບ​ໃນ​ການຕໍ່ສູ້​ປ້ອງ​ກັນ​ແລະ​ຕ້ານ​ກາ​ນສໍ້ລາດ​ບັງ​ຫຼວງ​ໃນ​ເວລາ​ທີ່​ຜ່ານ​ມາ, ​ໄດ້​ຮັບ​ການ​ເຫັນ​ດີ​ເຫັນ​ພ້ອມ, ສະໜັບສະ​ໜູນ​ແລະ​ຕີ​ລາຄາ​ສູງ​ຈາກ​ປະຊາຊົນ.

ນັບແຕ່ກອງປະຊຸມສູນກາງພັກຄັ້ງທີ 11 (ເດືອນຕຸລາ 2019) ເຖິງປະຈຸບັນນີ້ (ຮອດເດືອນພຶດສະພາ 2020), ສຳລັບ​ບັນດາ​ກໍລະນີຄະດີ​ ພາຍ​ໃຕ້​ການ​ຕິດຕາມຊີ້​ນຳ​ ຂອງ​ ຄ​ຊ​ສ​ປ​ຕ​ສ, ​ໄດ້​ສິ້ນ​ສຸດ​ການ​ສືບສວນ 13 ຄະດີ / ຜູ້​ຕ້ອງ​ຫາ 79 ຄົນ, ຟ້ອງ​ສານ 15 ຄະດີ / ຜູ້​ຕ້ອງ​ຫາ 105 ຄົນ, ພິພາກ​ສາ 19 ຄະດີ / ຈຳ​ເລີຍ 106 ຄົນ, ​ໂດຍ​ສະ​ເພາະ​ຢ່າງ​ຍິ່ງ​ແມ່ນ: 1- ​ເປັນ​ຄັ້ງ​ທຳ​ອິດ​ທີ່​ໄດ້ດຳ​ເນີນ​ການ​ພິພາກ​ສາ​ຄະດີ​ຢ່າງ​ເປີດ​ເຜີຍ​ແລະ​ເຂັ້ມ​ງວດ ຕໍ່​ພະນັກງານ 2 ຄົນ​ທີ່​ເປັນ​ອະດີດກຳມະການ​ສູນ​ກາງ​ພັກ, ອະດີດ​ລັດຖະມົນຕີ​ ໃນ​ຂໍ້​ຫາຮັບ​​ເອົາສິນ​ບົນ ​ແລະ ຜູ້ນຳ​ວິ​ສາ​ຫະກິດທີ່​ບໍ່​ແມ່ນ​ຂອງ​ລັດ ໃນຂໍ້ຫາໃຫ້ສິນບົນ ໃນຄະດີ MobiFone ຊື້ 95% ຫຸ້ນຂອງ AVG (ບໍລິສັດ​ຫຸ້ນ​ສ່ວນ​ເຄື່ອງ​ພາບ​ສຽງ​ທົ່ວ​ໂລກ); 2- ພິພາກສາ​ພະນັກງານ 2 ຄົນ​ທີ່​ເປັນ​ອະດີດ​ປະທານ​ແຂວງ ​ແລະ ພະນັກງານ 2 ຄົນ​ທີ່​ເປັນອະດີດ​ຮອງ​ປະທານ​ແຂວງ ມີ​ຄວາມ​ຜິດ​ທີ່​ກ່ຽວຂ້ອງ​ກັບ​ການລະ​ເມີດ​ໃນ​ການ​ຄຸ້ມ​ຄອງ ນຳ​ໃຊ້​ຊັບ​ສິນ​ຂອງ​ລັດ, ການ​ຄຸ້ມ​ຄອງ​ທີ່​ດິນ​ໃນ​ກໍລະນີ​ຂອງ ຟານ​ວັນ​ແອັງ​ຫວູ; ພະນັກງານ 1 ຄົນ​ທີ່​ເປັນ​ອະດີດ​ລັດຖະມົນຕີ ​ໃນ​ຂໍ້​ຫາ​ກະທຳ​ຜິດ​ໂດຍ​ເຈດ​ຕະນາ​ ລະ​ເມີດກົດ​ລະບຽບ​ຂອງ​ລັດກ່ຽວ​ກັບ​ການ​ຄຸ້ມ​ຄອງ​ເສດຖະກິດ ກໍ່​ໃຫ້​ເກີດ​ຜົນ​ກະທົບ​ຮ້າຍ​ແຮງ; ພະນັກງານ 1 ຄົນ​ທີ່​ເປັນ​ອະດີດ​ຮອງລັດຖະມົນຕີ ​ໃນ​ຂໍ້​ຫາ​ຂາດ​ຄວາມ​ຮັບຜິດຊອບ ກໍ່​ໃຫ້​ເກີດ​ຜົນ​ກະທົບ​ຮ້າຍ​ແຮງ ​ໃນ​ກໍລະນີ​ຂອງ ດິງງ້ອກ​ເຮ້;... 3- ຄະນະ​ບໍລິຫານ​ງານ​ສູນ​ກາງ, ກົມ​ການ​ເມືອງ​ສູນ​ກາງ, ຄະນະ​ເລຂາທິການ​ສູນ​ກາງ, ຄະນະ​ກຳມະການ​ກວດກາ​ສູນ​ກາງ ​ໄດ້​ປະຕິບັດ​ວິ​ໄນ​ຕໍ່ອົງການ​ຈັດ​ຕັ້ງ​ພັກ 2 ອົງການ (11) ​ແລະ​ພະນັກງານ 12 ຄົນ​ທີ່ຢູ່​ພາຍ​ໃຕ້​ການ​ຄຸ້ມ​ຄອງ​ຂອງ​ສູນ​ກາງ (12); 4- ບັນດາ​ອົງການ​ດຳ​ເນີນ​ຄະດີ​ຢູ່​ທ້ອງ​ຖິ່ນ​ໄດ້​ເລິ່ມການ​ຟ້ອງ​ຮ້ອງ 268 ຄະດີ / ຜູ້​ຕ້ອງ​ຫາ 475 ຄົນ; ຟ້ອງ​ສານ 105 ຄະດີ / ຜູ້​ຕ້ອງ​ຫາ 163 ຄົນ; ພິພາກສາ 127 ຄະດີ / ຈຳ​ເລີຍ 268 ຄົນ​ໃນ​ຂໍ້​ຫາ​ສໍ້​ລາດ​ບັງ​ຫຼວງ (13).

ທີ​ສອງ, ຄຽງ​ຄູ່​ກັບ​ການ​ສຸມ​ໃສ່​ຊີ້​ນຳ​ວຽກ​ງານກວດ​ຫາ​ແລະ​ຈັດການກັບການ​ສໍ້​ລາດ​ບັງ​ຫຼວງ, ​ແມ່ນ​ວຽກ​ງານ​ການ​ສ້າງ​ແລະ​ປັບປຸງ​ບູລະນະ​ ລະບຽບ​ກົດໝາຍ​ກ່ຽວ​ກັບ​ການ​ຄຸ້ມ​ຄອງ​ເສດຖະກິດ-ສັງຄົມ ​ແລະ ການ​ປ້ອງ​ກັນ ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ ກໍ​ໄດ້​ຍູ້​ແຮງ, ປັບປຸງ​ບູລະນະ​ເທື່ອ​ລະ​ກ້າວ​ກົນ​ໄກ​ປ້ອງ​ກັນ​ ​ເພື່ອ "ບໍ່​ສາມາດ​ສໍ້​ລາດ​ບັງ​ຫຼວງ​ໄດ້" 14).

ມີ​ຫຼາຍຂໍ້​ກຳນົດ​ຂອງ​ພັກ ​ແລະ ກົດໝາຍ​ຂອງ​ລັດ​ ກ່ຽວ​ກັບ​ການ​ກໍ່ສ້າງ ປັບປຸງ​ພັກ, ຄຸ້ມ​ຄອງ​ເສດຖະກິດ-ສັງຄົມ ​ແລະ ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ ​ໄດ້​ຮັບ​ການ​ປະກາດ​ໃຊ້​ ​ແລະ ​ໄດ້​ຮັບ​ການຈັດ​ຕັ້ງ​ປະຕິບັດຢ່າງ​ຂຸ້ນຂ້ຽວ, ​ເຂົ້າ​ສູ່​ຊີວິດ​ສັງຄົມ, ມີ​ຄຸນ​ປະ​ໂຫຍ​ດ​ໃນ​ການ​ອົບຮົມ​ສຶກສາ, ປ້ອງ​ກັນ, ກີດ​ກັ້ນ, ທັງ​ເປັນຫຼັກ​ຖານ​ເພື່ອ​ກວດຫາ​ແລະ​ຈັດການ​ຕໍ່​ການລະ​ເມີດ​ກົດໝາຍ, ການ​ສໍ້​ລາດ​ບັງ​ຫຼວງ.

ທີ​ສາມ, ວຽກ​ງານ​ພະນັກງານ; ການ​ປະຕິ​ຮູບ​ການ​ບໍລິຫານ, ​ເປີດ​ເຜີຍ, ​​ໂປ່​ງໃສ, ຄວາມ​ຮັບຜິດຊອບ​ໃນ​ການ​ອະທິບາຍ​ລາຍ​ງານ ​ໃນ​ການ​ເຄື່ອນ​ໄຫວ​ຂອງ​ບັນດາ​ສຳນັກງານ ອົງການ ໜ່ວຍ​ງານ ​ແລະ ບັນດາ​ວິທີ​ການ​ປ້ອງ​ກັນ​ການ​ສໍ້​ລາດ​ບັງ​ຫຼວງ ​ໄດ້​ຮັບ​ການ​ເອົາ​ໃຈ​ໃສ່, ສຸມ​ໃສ່​ຊີ້​ນຳ​ນຳພາ ​ແລະ ບັນລຸ​ຜົນ​ໄດ້​ຮັບ​ທີ່​ດີ​ຫຼາຍ​ຢ່າງ.

ຄະນະ​ບໍລິຫານ​ງານ​ສູນ​ກາງ, ກົມ​ການ​ເມືອງ​ສູນ​ກາງ, ຄະນະ​ເລຂາທິການ​ສູນ​ກາງ ​ໄດ້​ມີ​ການ​ປ່ຽນ​ແປງ​ໃໝ່​ຫຼາຍ​ຢ່າງ, ສອດຄ່ອງ​ແລະ​ຊັດ​ເຈນ, ​ໄດ້ຊີ້ນຳ​ແກ້​ໄຂ​ຫຼາຍ​ບັນຫາ​ທີ່​ມີ​ມາ​ກ່ອນໃນວຽກງານພະນັກງານ; “ບໍ່​ວິ້ງ​ເຕັ້ນ​ຫາ​ຕຳ​ແໜ່​ງ, ບໍ່​ວິ້ງ​ເຕັ້ນ​ຫາ​ອຳນາດ” ​ໄດ້​ກາຍ​ເປັນ​ຄຳ​ຖະ​ແຫຼ​ງທີ່​ໜັກແໜ້ນ ພ້ອມ​ດ້ວຍຂໍ້ກຳນົດ​ກົດລະບຽບຫຼາຍ​ສະບັບທີ່​ອອກ​ມາພ້ອມ​ກັນ​ແລະເປັນໄປໄດ້(15). ການ​ຄວບ​ຄຸມ​ຊັບ​ສິນ, ລາຍ​ໄດ້; ການ​ຊຳລະ​ເງິນ​ແບບ​ບໍ່​ໃຊ້​ເງິນສົດ; ການ​ຍູ້​ແຮງ​ການ​ປະຕິ​ຮູບ​ການ​ບໍລິຫານ, ການ​ເພີ່ມ​ທະວີ​ຄວາມ​ເປີດ​ເຜີຍ ​ໂປ່​ງ​ໃສ, ຄວາມ​ຮັບຜິດຊອບ​ໃນ​ການ​ອະທິບາຍ​ລາຍ​ງານ, ການປັບປຸງ​ສະພາບ​ແວດ​ລ້ອມ​ການ​ລົງທຶນ​ທຸລະ​ກິດ​ໃຫ້​ດີ​ຂຶ້ນ, ການ​ຍົກ​ສູງ​ຄວາມ​ສາມາດ​ແຂ່ງຂັນ​ແຫ່ງ​ຊາດ... ​ໄດ້​ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ການ​ເຕີບ​ໂຕ​ເສດຖະກີດ ​ແລະ ປ້ອງ​ກັນ​ຄວາມ​ຫຍໍ້​ທໍ້, ການ​ສໍ້​ລາດ​ບັງ​ຫຼວງ (16). ຄະນະ​ພັກ, ອຳນາດ​ການ​ປົກຄອງ, ພະນັກງານ​ການ​ນຳ​ທຸກ​ຂັ້ນ ​ໄດ້​ເອົາ​ໃຈ​ໃສ່​ໃຫ້​ຄວາມ​ສຳຄັນ​ກັບການ​ຮັບ​ເອົາ ສົນທະນາ ​ແກ້​ໄຂ ການສະທ້ອນ, ຄຳສະ​ເໜີແນະ, ຄຳຮ້ອງທຸກ, ຄຳ ຕຳນິ, ບັນຫາແລະຄວາມຜິດຫວັງຂອງປະຊາຊົນ, ວິ​ສາ​ຫະກິດ.

ທີ​ສີ່, ວຽກ​ງານ​ການ​ສື່ສານ, ການ​ໂຄສະນາ, ການ​ອົບຮົມ​ສຶກສາ​ກ່ຽວ​ກັບ​ການ​ປ້ອງ​ກັນ​ແລະ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ ​ໄດ້​ຮັບ​ການ​ປ່ຽນ​ແປງ​ໃໝ່​ແລະ​ເພີ່ມ​ທະວີ; ບົດບາດ​ຂອງ​ແນວ​ໂຮມ​ແຫ່ງ​ຊາດ, ປະຊາຊົນ ​ແລະ ສື່ມວນ​ຊົນ​ໃນ​ການ​ປ້ອງ​ກັນ​ແລະ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ​ໄດ້​ຮັບ​ການ​ສົ່ງ​ເສີມ​ໃຫ້​ດີ​ຂຶ້ນ.

ຍູ້ແຮງການ​ສື່ສານ, ການ​ໂຄສະນາ, ການ​ອົບຮົມ​ສຶກສາ, ຍົກ​ສູງຄວາມ​ຮັບ​ຮູ້​ແລະ​ຄວາມ​ຮັບຜິດຊອບຂອງ​ພະນັກງານ, ສະມາ​ຊິດ​ພັກ, ລັດຖະກອນ ພາລະ​ກອນ ​ແລະ ປະຊາຊົນ ​ໃນ​ການ​ປ້ອງ​ກັນ​ແລະ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ, ສ້າງ​ຄວາມ​ເປັນ​ເອກະ​ພາບ, ຄວາມ​ຕັດສິນ​ໃຈ​ສູງ​ໃນ​ການ​ກະທຳ, ສ້າງ​ຜົນ​ກະທົບທີ່​ດີ​ໃນສັງຄົມ. ເປີດ​ເຜີຍ​ຜົນຂອງ​ການ​ກວດກາ ກວດ​ສອບ, ຜົນ​ຂອງ​ການ​ຈັດການ​ແກ້​ໄຂ​ກໍ​ລິ​ນີ ຄະດີ​ສໍ້​ລາດ​ບັງ​ຫຼວງ, ​ຄະດີ​ເສດຖະກິດ; ​ເປັນ​ເຈົ້າ​ການ​ໃນ​ການ​ສະໜອງ​ຂໍ້​ມູນ​​ກ່ຽວ​ກັບ​​ບັນຫາ​ລະອຽດ​ອ່ອນ ທີ່ປະຊາຊົນ​ສົນ​ໃຈ, ຊ່ວຍແນະນຳຄວາມຄິດເຫັນຂອງປະຊາຊົນ​ໃຫ້​ໄດ້ເປັນຢ່າງດີ, ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ເປີດ​ເຜີນ, ​ໂປ່​ງ​ໃສ​ຂອງ​ພັກ​ແລະ​ລັດ​ ໃນ​ການ​ຈັດການ​ແກ້​ໄຂ​ການ​ສໍ້​ລາດ​ບັງ​ຫຼວງ. ບັນດາ​ສຳນັກ​ຂ່າວ​ແລະສື່​ມວນ​ຊົນ​ໄດ້​ຮ່ວມ​ກັບ​ພັກ, ລັດ ​ແລະໜ່ວຍ​ງານ​ທີ່​ປະຕິບັດ​ໜ້າ​ທີ່​ໃນການ​ປ້ອງ​ກັນ​ແລະ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ, ຕໍ່ສູ້​ຕ້ານ​ກັບ​ຖ້ອຍ​ທຳນອງບິດ​ເບືອນ​ຂອງ​ອິດ​ທິກຳລັງ​ສັດຕູ ກ່ຽວ​ກັບ​ວຽກ​ງານການ​ປ້ອງ​ກັນ​ແລະ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ. ອົງການ​ໂດຍ​ປະຊາຊົນ​ເລືອກ​ຕັ້ງ, ​ແນວ​ໂຮ​ມປະ​ເທດ​ຊາດ​ຫວຽດນາມທຸກ​ຂັ້ນ ​ແລະອົງການ​ຈັດ​ຕັ້ງ​ສະມາຊິກ ຈະຕ້ອງ​ເພີ່ມ​ທະວີ​ການ​ຕິດຕາມ​ກວດກາ​ວຽກ​ງານການ​ປ້ອງ​ກັນ​ແລະ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ.

ທີ​ຫ້າ, ​ເອົາ​ໃຈ​ໃສ່​ປັບປຸງ​ທາງ​ດ້ານ​ການຈັດ​ຕັ້ງ, ຍົກ​ສູງ​ຄຸນ​ນະພາ​ບ​ແລະປະສິດທິ​ຜົນຂອງ​ການ​ເຄື່ອນ​ໄຫວ ​ແລະ ການ​ປະສານ​ງານ​ລະຫວ່າງ​ບັນດາ​ອົງການ, ໜ່ວຍງານທີ່​ປະຕິບັດ​ໜ້າ​ທີ່​ປ້ອງ​ກັນ​ແລະ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ; ຍູ້​ແຮງ​ການ​ຮ່ວມ​ມື​ສາກົນ​ກ່ຽວ​ກັບ ການ​ປ້ອງ​ກັນ​ແລະ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ, ​ເປີດ​ກວ້າງ​ການ​ເຄື່ອນ​ໄຫວປ້ອງ​ກັນ​ແລະ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງອອກ​ສູ່​ຂົງ​ເຂດ​ນອກ​ພາກ​ລັດ​ເທື່ອ​ລະ​ກ້າວ.

ບັນດາ​ອົງການ​ກວດກາ​ແລະ​ອົງການ​ກິດຈະການ​ພາຍ​ໃນ​ຂອງ​ພັກ, ອົງການ​ກວດກາ, ກວດ​ສອບ, ຕຳຫຼວດ, ອົງການຕຸລາການໃນກອງທັບ, ອົງການ​ໄອ​ຍະ​ການ, ສານ ​ໄດ້​​ເຄື່ອນ​ໄຫວ​ນັບ​ມື້​ນັບ​ຕັ້ງໜ້າ​ແລະ​ມີ​ປະສິດທິ​ຜົນ; ບັນດາ​ໜ່ວຍ​ງນານ​ສະ​ເພາະ​ກິດ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ ສືບ​ຕໍ່​ໄດ້​ຮັບ​ການ​ປັບປຸງ​ທາງ​ດ້ານ​ການຈັດ​ຕັ້ງ​ກົງຈັກ, ຍົກ​ສູງ​ປະສິດທິ​ຜົນ​ຂອງ​ການກວດຫາ​ແລະ​ຈັດການ​ແກ້​ໄຂ​ກໍລະນີ ຄະດີ​ສໍ້​ລາດ​ບັງ​ຫຼວງ. ການ​ພົວພັນ​ປະສານ​ງານ​ລະຫວ່າງ​ອົງການ, ໜ່ວຍ​ງານ​ທີ່​ປະຕິບັດ​ໜ້າ​ທີ່​ປ້ອງ​ກັນ​ແລະ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ ນັບ​ມື້​ນັບ​ແໜ້ນ​ແຟ້ນ ​ແລະມີ​ປະສິດທິ​ຜົນ​. ປະມວນ​ກົດໝາຍ​ອາຍາ​ປີ 2015 (ສະບັບ​ປັບປຸງ​ເພີ່ມ​ເຕີ​ມປີ 2017) ​ໄດ້​ເພີ່ມ 4 ອາ​ຊະ​ຍາ​ກຳ​ສໍ້​ລາດ​ບັງ​ຫຼວງ ສຳລັບ​ຂົງ​ເຂດ​ນອກ​ພາກ​ລັດ (ການ​ຍັກ​ຍອກ​ເອົາ​ຊັບ, ການກິນ​ສິນ​ບົນ, ການ​ໃຫ້​ສິນ​ບົນ, ການ​ເປັນ​ນາຍ​ໜ້າ​ໃຫ້​ສິນ​ບົນ); ກົດໝາຍ​ວ່າ​ດ້ວຍການ​ປ້ອງ​ກັນ​ແລະ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງປີ 2018 ມີ​ໝວດ​ສະ​ເພາະ ​ກ່ຽວ​ກັບ​ການ​ເຄື່ອນ​ໄຫວປ້ອງ​ກັນ​ແລະ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ ​ໃນ​ຂົງ​ເຂດ​ນອກ​ພາກ​ລັດ. 

ສາ​ເຫດ​ຕົ້ນຕໍ​ຂອງ​ຜົນ​ທີ່​ໄດ້​ຮັບ​ ແມ່ນ: 1- ຄວາມ​ຕັດສິນ​ໃຈ​ການ​ເມືອງ​ສູງ​ຂອງ​ພັກ​ແລະ​ລັດ​ ໃນ​ການຕໍ່ສູ້ປ້ອງ​ກັນ​ແລະ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ; 2- ການ​ນຳພາ​ຊີ້ນຳທີ່​ໃກ້ຊິດ, ຂຸ້ນຂ້ຽວ, ດຸ​ເດືອ​ດ ດ້ວຍ​ການ​ຕັດສິນ​ໃຈ​ທີ່​ຖືກຕ້ອງ​ແລະ​ທັນ​ການ​ ຂອງຄະນະ​ບໍລິຫານ​ງານ​ສູນ​ກາງ, ກົມ​ການ​ເມືອງ​ສູນ​ກາງ, ຄະນະ​ເລຂາທິການ​ສູນ​ກາງ, ຄ​ຊ​ສປ​ຕ​ສ, ສະພາ​ແຫ່ງ​ຊາດ, ລັດຖະບານ; ພິ​ເສດ​ແມ່ນ​ຄວາມ​ເປັນ​ແບບຢ່າງ, ໜັກ​ແໜ້ນ, ​ການເວົ້າ​ໄປ​ຄຽງ​ຄູ່​ກັບ​ການເຮັດ ຂອງ​ສະຫາຍ​ເລຂາທິການ, ປະທານ​ປະ​ເທດ, ຫົວໜ້າ​ ຄ​ຊ​ສປ​ຕ​ສ ​ແລະ ບັນດາ​ຜູ້ນຳ​ຫຼັກ​ແຫຼ່ງຂອງ​ພັກ​ແລະ​ລັດ; 3- ຄວາມ​ມານະ​ພະຍາຍາມ​ຂອງ​ບັນດາ​ອົງການ​ທີ່​ປຶກສາ ​ແລະ ຄະນະ​ພັກ, ອົງການ​ຈັດ​ຕັ້ງ​ພັກ, ກະຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ, ​ໂດຍ​ສະ​ເພາະ​ແມ່ນ​ຄວາມ​ມານະ​ພະຍາຍາມ​ທີ່​ສູງ​ທີ່​ສຸດ​ຂອງບັນດາ​ອົງການ, ໜ່ວຍ​ງານ​ທີ່​ປະຕິບັດ​ໜ້າ​ທີ່​ປ້ອງ​ກັນ​ແລະ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ ​ແລະ ບັນດາ​ອົງການ​ດຳ​ເນີນ​ຄະດີ​ຢູ່​ສູນ​ກາງ ​ແລະ​ທ້ອງ​ຖິ່ນ; 4- ການ​ເຂົ້າ​ຮ່ວມ​ຢ່າງ​ຕັ້ງໜ້າ​ຂອງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ແລະ​ບັນດາ​ອົງການ​ຈັດ​ຕັ້ງ​ການ​ເມືອງ-ສັງຄົມ, ຄວາມ​ເຫັນ​ດີ​ເຫັນ​ພ້ອມ, ສະໜັບສະໜູນ ​ແລະ​ປຸກ​ກຳລັງ​ໃຈ​ຂອງ​ປະຊາຊົນ, ຄວາມ​ເປັນ​ເຈົ້າ​ການ​ເຂົ້າ​ຮ່ວມ​ຢ່າງ​ຂະຫຍັນ​ຂັນ​ແຂງ​ຂອງ​ສື່​ມວນ​ຊົນ, ສ້າງ​ກຳລັງ​ແຮງ​ສັງ​ລວມ​ໃນ​ ການ​ປ້ອງ​ກັນ​ແລະ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ.

ບາງ​ບົດຮຽນ​ປະສົບ​ການ

ຈາກ​ພຶດຕິ​ກຳຂອງ​ວຽກ​ງານການ​ປ້ອງ​ກັນ​ແລະ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ​ໃນ​ເວລາ​ທີ່​ຜ່ານ​ມາ, ສາມາດ​ຖອດ​ຖອນ​ບົດຮຽນ​ປະສົບ​ການ​ຈຳນວນ​ໜຶ່ງ​ດັ່ງ​ນີ້:

1- ຕ້ອງ​ຫັນ​ຄວາມ​ຕັດສິນ​ໃຈ​ການ​ເມືອງ​ຂອງ​ພັກ​ແລະ​ລັດ​ກ່ຽວ​ກັບ ການ​ປ້ອງ​ກັນ​ແລະ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ ​ໃຫ້​ກາຍ​ເປັນ​ການ​ກະທຳ​ຕົວ​ຈິງ​ຂອງ​ພະນັກງານ, ສະມາຊິກ​ພັກ, ລັດຖະກອນ ພາລະ​ກອນ ​ແລະ​ ປະຊາຊົນ; ກ່ອນ​ອື່ນ​ໝົດ​ແມ່ນ​ຄວາມ​ເປັນ​ແບບຢ່າງ, ​ເດັດດ່ຽວ, ການ​ເວົ້າ​ໄປ​ຄຽງ​ຄູ່​ກັບ​ການ​ເຮັດ ​ຂອງ​ບັນດາ​ສະຫາຍ​ການ​ນຳ​ຂອງ​ພັກ, ລັດ, ຫົວໜ້າຂອງ​ຄະນະ​ພັກ, ອົງການ​ຈັດ​ຕັ້ງ​ພັກ, ອຳນາດ​ການ​ປົກຄອງ, ສຳນັກງານ​ອົງການ, ໜ່ວຍ​ງານ​ທີ່​ປະຕິບັດ​ໜ້າ​ທີ່ການ​ປ້ອງ​ກັນ​ແລະ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ; ​ເຊື່ອມ​ຕິດ​ການ​ຕໍ່ສູ້ ປ້ອງ​ກັນ​ແລະ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ ກັບ​ການ​ຍູ້​ແຮງ​ວຽກ​ງານ​ການ​ກໍ່ສ້າງ​ແລະ​ປັບປຸງ​ພັກ, ການ​ຮ່ຳຮຽນ​ແລະ​ປະຕິບັດ​ຕາມ​ແນວ​ຄິດ, ຄຸນສົມບັດ ​ແລະ​ແບບ​ແຜນ​ໂຮ່ຈີ​ມິນ.

2- ຕ້ອງມີ​ການ​ສົມທົບ​ຢ່າງ​ແໜ້ນ​ແຟ້ນລະຫວ່າງ ການ​ສະກັດ​ກັ້ນ​ຢ່າງ​ຫ້າວຫັນ, ການກວດ​ຈັບ​ຢ່າງ​​ເປັນ​ເຈົ້າ​ການ, ການ​ຈັດການ​ແກ້​ໄຂ​ຢ່າງ​ເຂັ້ມ​ງວດ​ແລະ​ທັນ​ການ ຕໍ່ຜູ້​ກະທຳ​ຜິດຖານ​ສໍ້​ລາດ​ບັງ​ຫຼວງ, ຜູ້ທີ່ປົກປິດ ປ່ອຍ​ມື​ໃຫ້ ສະໜັບສະໜູນການສໍ້ລາດບັງຫຼວງ, ຜູ້ທີ່​ແຊກ​ແຊງ​ແລະ​ກີດຂວາງ​ການຕໍ່ສູ້​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ ຕາມຂໍ້ກຳນົດ​ຂອງ​ພັກ ​ແລະ ກົດໝາຍຂອງລັດ, ບໍ່ມີເຂດຫວງຫ້າມ, ບໍ່ມີຂໍ້ຍົກເວັ້ນ. ​ໃນ​ສະພາບ​ການ​ປະຈຸ​ບັນ, ການ​ປ້ອງ​ກັນ​ເປັນຫຼັກ, ພື້ນຖານ​ແລະ​ຍາວ​ນານ, ການກວດ​ພົບ ການ​ຈັດກາ​ແກ້​ໄຂ​ເປັນ​ສຳຄັນ, ຮີບ​ດ່ວນ. 

3- ຕ້ອງ​ສ້າງ​ແລະປັບປຸງ​ບູລະນະ​ ລະບົບ​ສະ​ຖາ​ບັນ​ລະບຽບກົດໝາຍ ກ່ຽວ​ກັບ​ການ​ຄຸ້ມຄອງ​ເສດຖະກິດ-ສັງຄົມ ​ແລະ ການ​ປ້ອງ​ກັນ​ແລະ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ ທີ່​ຄົບ​ຊຸດ, ​ເປັນ​ເອກະ​ພາບ, ປະຕິບັດ​ໄດ້ ​ແລະ ຈັດ​ຕັ້ງ​ປະຕິບັດ​ຢ່າງ​ເຂັ້ມ​ງວດ​ແລະ​ມີ​ປະສິດທິ​ຜົນ. ​ເອົາ​ໃນ​ໃສ່​ຢ່າງ​ແທ້​ຈິງ​ເຖິງການ​ກວດກາ, ຕິດຕາມ​ກວດກາ ​ແລະ​ຄວບ​ຄຸມ​ການ​ໃຊ້​ອຳນາດ​ຂອງ​ຜູ້​ມີ​ຕຳ​ແໜ່​ງ​ແລະ​ອຳນາດ; ລົບ​ລ້າງ​ສະຖານະ​ອະພິສິດ ຜົນ​ປະ​ໂຫຍ​ດພິ​ເສດ,  ຄວບ​ຄຸມ​ການ​ຜູດຂາດ​ຂອງ​ລັດ​ເປັນ​ຢ່າງ​ດີ.

4- ​​ເສີມຂະຫຍາຍ​ຢ່າງ​ເຕັມ​ສ່ວນ ບົດບາດ​ແລະຄວາມ​ຮັບຜິດຊອບ ຂອງ​ອົງການ​ຈັດ​ຕັ້ງ​ແລະຜູ້​ແທນ​ທີ່​ໄດ້​ຮັບ​ເລືອກ​ຕັ້ງ, ​ແນວ​ໂຮມ​ປະ​ເທດ​ຊາດ, ອົງການ​ຈັດ​ຕັ້ງ​ການ​ເມືອງ-ສັງຄົມ, ປະຊາຊົນ, ສຳນັກ​ຂ່າວສານ ​ແລະ ສື່​ມວນ​ຊົນ, ວິ​ສາ​ຫະກິດ ​ແລະ​ນັກທຸລະກິດ ​ໃນການ​ປ້ອງ​ກັນ​ແລະ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ. ​ເປັນ​ເຈົ້າ​ການ​ໃນ​ການ​ເປີດ​ເຜີຍ​ຂໍ້​ມູນ​ຂ່າວສານ, ສະໜອງ​ຂໍ້​ມູນ​ຂ່າວສານ​ຢ່າງ​ທັນ​ການ, ​ແນະນຳ​ທິດ​ທາງ​ໂຄສະນາ​ກ່ຽວ​ກັບ​ຜົນ​ຂອງ​ການກວດ​ພົບ​ແລະການ​ຈັດການ​ແກ້​ໄຂ​ການ​ສໍ້ຫຼາດ​ບັງ​ຫຼວງ ​ເພື່ອ​ໃຫ້​ສື່​ມວນ​ຊົນ​ແລະ​ປະຊາຊົນ​ຕິດຕາມ ກວດກາ. ຕ້ອງ​ຮັບ​ຟັງ​ປະຊາຊົນ, ຮັບ​ຟັງ​ຄຳ​ຄິດ​ເຫັນ​ຂອງ​ສັງຄົມ ​ເພື່ອເລືອກຮັບ​ເອົາ​ສິ່ງ​ທີ່​ຖືກຕ້ອງ​ເໝາະ​ສົມ, ບໍ່​ແລ່ນ​ຕາມ​ກົ້ນຫາງ​ສຽງ. ນີ້​ແມ່ນ​ໜຶ່ງ​ໃນ​ບັນດາ​ປັດ​ໄຈສຳຄັນ ທີ່ສ້າງຄວາມເຫັນດີເຫັນພ້ອມໃນສັງຄົມສູງ ສຳລັບວຽກງານການ​ປ້ອງ​ກັນ​ແລະ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ ​ໃນ​ເວລາ​ທີ່​ຜ່ານ​ມາ.

5- ຮັບປະກັນ​ການ​ຊີ້​ນຳ​ເປັນ​ເອກະ​ພາບ, ​ແໜ້ນ​ແຟ້ນ, ຂຸ້ນຂ້ຽວ, ໝັ້ນ​ຄົງ, ​ສອດຄ່ອງ, “ຖືກ​ກັບ​ບົດບາດ​” ຂອງ ຄ​ຊ​ສ​ປຕ​ສ; ຄວາມ​ເຫັ​ນດີ​ເຫັນ​ພ້ອມ, ການ​ສົມທົບ​ຢ່າງ​ແໜ້ນ​ແຟ້ນ, ທັນ​ການ, ມີ​ປະສິດທິ​ຜົນ​ ຂອງບັນດາ​ອົງການ​ຂອງ​ພັກ ກັບ​ບັນດາ​ອົງການ​ຂອງ​ລັດ​ເວົ້າ​ລວມ, ​ເອົາ​ໃຈ​ໃສ່​ເສີມ​ຂະຫຍາຍ​ບົດບາດ​ເປັນ​ຫຼັກ​​ແຫຼ່ງ ​ແລະ ການ​ປະສານ​ງານ​ລະຫວ່າງບັນດາ​ອົງການ​ກວດກາ, ຕິດຕາມ​ກວດກາ, ອົງການກິດຈະການ​ພາຍ​ໃນ​ຂອງ​ພັກ ກັບອົງການ​ກວດກາ, ກວດ​ສອບ, ສືບສວນ, ອົງການ​​ໄອ​ຍະ​ການ, ພິພາກສາ, ປະຕິບັດ​ຄຳ​ພິພາກສາ (ບັງຄັບ​ຄະດີ) ​ເວົ້າ​ສະ​ເພາະ. ຮັບປະກັນ​ຄວາ​ມຊື່ສັດ​ທ່ຽງ​ທຳ​ຂອງຖັນ​ແຖວ​ພະນັກງານ, ລັດຖະກອນ​ໃນ​ອົງການ, ໜ່ວຍ​ງານ​ທີ່​ເຮັດ​ໜ້າ​ທີ່​ປ້ອງ​ກັນ​ແລະ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ.

6- ບັນດາ​ວິທີ​ແກ້​​ໄຂ​ໃນການ​ປ້ອງ​ກັນ​ແລະ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ ຕ້ອງ​ສອດຄ່ອງ​ກັບ​ເສດຖະກິດ​ຕະຫຼາດ​ກຳນົດ​ທິດ​ສັງຄົມ​ນິຍົມຫວຽດນາມ, ສອດຄ່ອງ​ກັບປະ​ເພນີ​ວັດທະນະທຳ​ຂອງ​ຊາດ. ​ໃນ​ແຕ່ລະ​ໄລຍະ​ທີ່​ຕ່າງ​ກັນ​ຈະ​ຕ້ອງກຳນົດ​ໜ້າ​ທີ່​ໃຈກາງ​ແລະ​ບັນດາ​ວິທີ​ແກ້​ໄຂ​ທີ່​ມີ​ລັກສະນະ​ບຸກທະລຸ ທີ່​ສອດຄ່ອງ​ກັບ​ສະພາບ​ການ​ຂອງ​ປະ​ເທດ, ຂອງ​ທ້ອງ​ຖິ່ນ ​ເພື່ອ​ຈະ​ສຸມ​ໃສ່​ຊີ້​ນຳ​ນຳພາ​ການ​ປະຕິບັດ​ໃຫ້​ມີ​ປະສິດທິ​ຜົນ. ​ເພີ່ມ​ທະວີ​ແລະ​ເປີດ​ກວ້າງ​ການ​ຮ່ວມ​ມື​ສາກົນກ່ຽວ​ກັບການ​ປ້ອງ​ກັນ​ແລະ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ.

ບາງ​ບັນຫາ​ໄດ້​ມາ​ຈາກ​ການ​ຊີ້​ນຳການຈັດການ​ກັບ​ຄະດີ​ສໍ້​ລາດ​ບັງ​ຫຼວງ​ແລະ​ຄະດີ​ເສດຖະກິດ
​ໃນ​ໄລຍະ​ທີ່​ຜ່ານ​ມາ

ທີ​ໜຶ່ງ, ບັນດາ​ຄະດີ​ສໍ້​ລາດ​ບັງ​ຫຼວງ​ແລະ​ເສດຖະກິດ​ທີ່​ຮ້າຍ​ແຮງ​ແລະສັບສົນ ທີ່​ຄົ້ນ​ພົບ​ແລະ​ຈັດການ​​ແກ້​ໄຂໃນ​ເວລາ​ທີ່​ຜ່ານ​ມາ​ ສ່ວນ​ໃຫຍ່ແມ່ນ​ເກີດ​ຂຶ້ນ​ໃນ​ໄລຍະ​ກ່ອນ(17). ຄວາມ​ເປັນ​ມາ​ແລະ​ສາ​ເຫດ​ຕົ້ນຕໍ​ຂອງ​ສະພາບ​ນັ້ນ​ແມ່ນ: 1- ປະ​ເທດ​ໃນ​ຂະ​ບວນການ​ພັດທະນາ ​ແລະ​ເຊື່ອມ​ໂຍງ​ສາກົນ​ຢ່າງ​ກວ້າງ​ຂວາງ​ເລິກ​ເຊິ່ງ, ມັນ​ຮຽກຮ້ອງ​ໃຫ້​ເລັ່ງການ​ເຕີບ​ໂຕ, ​ແຕ່​ຄວາມ​ຮັບ​ຮູ້​ເບື້ອງ​ຕົ້ນ​ກ່ຽວ​ກັບ​ເສດຖະກິດ​ຕະຫຼາດ ​ແລະ ​ເສດຖະກິດ​ຕະຫຼາດ​ກຳນົດ​ທິດ​ສັງຄົມ​ນິຍົມ, ກ່ຽວ​ກັບ​ການ​ພັດທະນາ​ແບບ​ປົກ​ຫຸ້ມ, ຍືນ​ຍົງ... ​ໃນ​ພະນັກງານ, ລັດຖະກອນ​ຈຳນວນ​ໜຶ່ງ​ ຍັງ​ຖືກ​ຈຳກັດ; ກົນ​ໄກ, ນະ​ໂຍບາຍບໍ່​ສົມບູນ, ​ເຮັດ​ໃຫ້​ເກີດ​ຊ່ອງ​ຫວ່າງ​ແລະ​ຂໍ້ຕິດ​ຂັດລະຫວ່າງ ຄວາມ​ຕ້ອງການ​​ໃນ​ການພັດທະນາ ກັບ​ກອບ​ກົດໝາຍ​ແລະ​ຄວາມ​ສາມາດ​ໃນ​ການ​ຄຸ້ມ​ຄອງບໍລິຫານ, ພາ​ໃຫ້​ເກີດ “ການ​ມ້າງ​ຮົ້ວ” ຢູ່​ຫຼາຍ​ແຫ່ງ; 2- ​ໃນ​ຂະ​ບວນການ​ຫັນປ່ຽນ​ກົນ​ໄກ​ການຄຸ້ມ​ຄອງປະຈຸ​ບັນ, ​ຂາດ​ກອບ​ກົດໝາຍ​ທີ່​ຜູກ​ມັດ​ ແລະ ​ບໍ່​ໄດ້​ເອົາ​ໃຈ​ໃສ່​ຖືກ​ລະດັບ​ເຖິງ​ວຽກ​ງານ​ການ​ກວດກາ ຕິດຕາມ​ກວດກາ ຄຸ້ມ​ຄອງ, ບໍ່​ເອົາ​ໃຈ​ໃສ່​ປະ​ເມີນ​ຢ່າງ​ຈະ​ແຈ້ງວ່າ ສິ່ງ​ທີ່​ຂະຫຍັນ​ຂັນ​ເຄື່ອນ ປະດິດ​ສ້າງ, ສິ່ງ​ທີ່​ເປັນ​ການ​ສ່ຽງ​ໄພ, ການ​ເຮັດ​ລ້ຳ​ໄປ​ເພື່ອ​ຜົນ​ປະ​ໂຫຍ​ດສ່ວນ​ຕົວ; ຂາດ​ການ​ກວດກາ ຄົ້ນ​ເຜີຍ ກ່າວ​ເຕືອນ​ຢ່າງ​ທັນ​ການ ​ເຄັ່ງ​ຄັດ ​ຂອງອົງການ​ທີ່​ປະຕິບັດ​ໜ້າ​ທີ່​ຂັ້ນ​ເທິງ, ນຳ​ໄປ​ສູ່​ການ​ກະທຳ​ຜິດ​ກົດໝາຍ, ສວຍໃຊ້ອຳນາດ, ລະ​ເມີດ​ກົດໝາຍ, ການສໍ້ລາດບັງຫຼວງ; 3- ຜົນ​ສະທ້ອນ​ຂອງ “ຈິນຕະນາ​ການສັ້ນ​ພຽງ​ໄລຍະ”, ຮີບຮ້ອນທີ່​ຈະ​ເຕີບ​ໃຫຍ່, ຈາກ​ນັ້ນຈຶງມັກງ່າຍ, ປ່ອຍປະ​ລະ​ເຫຼີງ​ລະບຽບ​ວິ​ໄນ ​ໃນ​ວຽກ​ງານ​ຊີ້​ນຳ​ນຳພາ ຄຸ້ມຄອງ​ເສດຖະກິດ-ສັງຄົມ; 4- ການ​ຄວບ​ຄຸມ​ອຳນາດຂອງ​ຜູ້​ມີ​ຕຳ​ແໜ່​ງ​ແລະ​ອຳນາດ ແມ່ນບໍ່ມີປະສິດຕິຜົນ; ການ​ກວດກາ​ຕົວເອງ, ການຄົ້ນ​ເຜີຍ​ການ​ສໍ້​ລາດ​ບັງ​ຫຼວງ​ຢູ່​ພາຍ​ໃນ ຍັງ​ແມ່ນ​ຂອດ​ທີ່​ອ່ອນ​ແອ; 5- ຈິດ​ສຳນຶກ​ໃນ​ການ​ບຳລຸງ​ສ້າງ, ຝຶກ​ຝົນ​ຫຼໍ່​ຫຼອມ, ຮັກສາຄຸນສົມບັດ​ສິນ​ທຳ ​ແລະ ບົດບາດ​ເປັນ​ແບບ​ຢ່າງ​ຂອງຫົວໜ້າຄະນະພັກ, ອົງການຈັດຕັ້ງພັກ, ​ອົງການ​ແລະ​ໜ່ວຍ​ງານ​ຕ່າງໆ ຍັງມີຂໍ້ຈຳກັດ, ບາງສະຖານທີ່ບາງຄັ້ງ ຍັງ​ໄດ້ເບິ່ງຂ້າມ; ພະນັກງານ ລັດຖະກອນ​ຈຳນວນໜຶ່ງ​ໄດ້​ເສື່ອ​ມ​ໂຊມທາງດ້ານຄຸນນະທຳ, ຄຸນນະວຸດທິ ແລະ ຄວາມ​ສາມາດ​ທີ່​ຍັງບໍ່​ທັນ​ຕອບ​ສະໜອງ​ໄດ້​ຕາມ​ຄວາມ​ຮຽກຮ້ອງ​ຕ້ອງການ.

ທີ​ສອງ, ການ​ພິຈາລະນາຄະດີ​ແລະ​ການ​ຈັດການ​ກັບການລະ​ເມີດ​ໃນ​ກໍລະນີ ຄະດີ​ທີ່​ຜ່ານ​ມາ ຈະ​ຕ້ອງ​ເຫັນ​ຢ່າງ​ສັດຈະ​ວິພາກທີ່​ສຸດ, ດ້ວຍ​ທັດສະນະ​ຮອບດ້ານ, ທັດສະນະ​ປະຫວັດສາດ-ສະ​ເພາະ ​ແລະ ທັດສະນະການ​ພັດທະນາ; ວິ​ເຄາະ​ໄຈ້​ແຍກ​ສະພາບ​ປະຫວັດສາດ​ສະ​ເພາະ ກ່ຽວ​ກັບ​ສະພາບ​ການ​ຕົວ​ຈິງ ​ແລະ​ ຂໍ້​ບັງຄັບ​ທາງ​ກົດໝາຍ​ໃນ​ເວລາ​ທີ່​ມີ​ການລະ​ເມີດ; ພິຈາລະນາສິ່ງ​ຊຸກຍູ້, ຈຸດປະສົງຂອງ​ການ​ກະທຳ​ຜິດ, ຜົນ​ທີ່​ຕາມ​ມາ, ຄວາມ​ເສຍ​ຫາຍ ​ແລະສາ​ເຫດ ຢ່າງຮອບ​ຄອບ ​ເພື່ອ​ມີ​ການ​ປະ​ເມີນ​ຢ່າງ​ພາວະ​ວິ​ໄສ, ຮອບດ້ານ ​ໃນ​ຜົນ​ລວມຂອງ​ການ​ພົວພັນ. ຈາກ​ນັ້ນ, ກຳນົດລັກສະນະ​ທີ່​ແທ້​ຈິງ​ຂອງ​ຄະດີ​ການລະ​ເມີດ ແມ່ນການລະເມີດທາງການບໍລິຫານ, ທາງແພ່ງ ຫລືທາງອາຍາ ​ເພື່ອ​ຈະ​ຕັດສິນການ​ຈັດການ​ແກ້​ໄຂທີ່​ເໝາະ​ສົມ, “ສົມ​ເຫດ​ສົມ​ຜົນ”, “​ເຂັ້ມ​ງວດ​ທີ່​ສຸດ, ​ແຕ່​ກໍ​ມະນຸດສະທຳ​ທີ່​ສຸດ”, “ຟ້ອງຮ້ອງຄະດີໜຶ່ງ, ກ່າວເຕືອນທົ່ວ​ທັງ​ເຂດ”; ຈັດການ​ລົງ​ໂທດ​ຢ່າງ​ເຂັ້ມ​ງວດ​ຕໍ່​ຜູ້​ກະທຳ​ຜິດ​ເພື່ອຜົນ​ປະ​ໂຫຍ​ດສ່ວນຕົວ​ແລະສິ່ງ​ຊຸກຍູ້​ສ່ວນ​ຕົວ, ພ້ອມ​ກັນ​ນັ້ນ​ກໍ​ປົກ​ປ້ອງ, ສົ່ງ​ເສີມ​ຊົມ​ເຊີຍ​ຜູ້​ທີ່​ກ້າ​ຄິດ, ກ້າ​ເຮັດ, ກ້າ​ບຸກບືນ, ປ່ຽນ​ແປງ​ໃໝ່​ປະດິດ​ສ້າງ ​ເພື່ອ​ພາລະກິດ​ລວມ ຕາມ​ຄຳ​ສະຫຼຸບ​ຂອງ​ສະຫາຍ​ເລຂາ​ທິການ​ໃຫຍ່ ຫງວຽນ​ຝູຈ້ອງ, ຫົວໜ້າ ຄ​ຊ​ສ​ປ​ຕ​ສ(18). ຄະນະ​ປະຈຳ ຄ​ຊ​ສ​ປ​ຕ​ສ ​ໄດ້​ຊາບ​ຊຶມ​ຢ່າງ​ເລິກ​ເຊິ່ງ ຄຳ​ຊີ້​ນຳ​ຂອງ​ສະຫາຍ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ​ໃນ​ການ​ຊີ້​ນຳ​ການ​ຈັດການບັນດາ​ກໍລະນີຄະດີ​​ທີ່​ຜ່ານ​ມາ (19); ຄະນະຈັດ​ຕັ້ງ​ສູນ​ກາງກຳລັງ​ສ້າງ​ແລະ​​ໃຫ້ຄຳ​ແນະນຳ​ແກ່​ກົມ​ການ​ເມືອງຢ່າງ​ຮີບ​ດ່ວນ ກ່ຽວ​ກັບ​ກົນ​ໄກ​ເພື່ອ​ສົ່ງ​ເສີມ​ ແລະ​ປົກ​ປ້ອງພະນັກງານ​ທີ່​ມີ​ຄວາມ​ຂະຫຍັນ​ຂັນ​ເຄື່ອນ, ປ່ຽນ​ແປງ​ໃໝ່, ປະດິດ​ສ້າງ, ກ້າ​ຄິດ, ກ້າ​ເຮັດ, ກ້າ​ຮັບຜິດຊອບ ​ເພື່ອ​ຜົນ​ປະ​ໂຫຍ​ດລວມ.

ທີ​ສາມ, ບັນດາ​ຄະດີ​ສໍ້​ລາດ​ບັງ​ຫຼວງ​ແລະຄະດີ​ເສດຖະກິດທີ່​ເກີດ​ຂຶ້ນ​ໃນ​ເວລາ​ທີ່​ຜ່ານ​ມາ​ແມ່ນ​ສັບສົນ, ຮ້າຍ​ແຮ​ງທີ່​ສຸດ ​ແລະ ຮ້າຍ​ແຮງ​ພິ​ເສດ, ກໍ່​ໃຫ້​ເກີດ​ຄວາມ​ເສຍ​ຫາຍ​ຢ່າງ​ໃຫຍ່​ຫຼວງ(20); ການ​ກະທຳ​ຜິດ​ມີ​ການ​ປະສົມ​ປະສານ​ແລະ​ເຊື່ອມ​ໂຍງ​ລະຫວ່າງການ​ກະທຳ​ລະ​ເມີດລະບຽບ​ການ​ຄຸ້ມ​ຄອງ​ເສດຖະກິດ, ຕຳ​ແໜ່​ງ ​ແລະ ​ການ​ກະທຳ​ສໍ້​ລາດ​ບັງ​ຫຼວງ (21); ຜູ້​ກະທຳ​ຜິດ​ແມ່ນ​ຜູ້​ທີ່​ມີ​ຕຳ​ແໜ່​ງ​ແລະອຳນາດ, ພະນັກງານ​ຂັ້ນ​ສູງ, ນັບ​ທັງ​ພະນັກງານ​ໃນ​ກອງ​ກຳລັງ​ປາບ​ປາມ​ການ​ສໍ້​ລາດ​ບັງ​ຫຼວງ, ​ແມ່ນ​ຜູ້​ທີ່​ມີ​ຄວາມ​ຮູ້​ແລະ​ປະສົບ​ການ, ​ເຂົາ​ໃຊ້​ທຸກກົນອຸບາຍ ວິທີທາງເພື່ອຕ້ານທານ, ຫລີກລ້ຽງ, ປົກປິດຄວາມຜິດພາດ, ທຳລາຍ​ຫຼັກຖານ, ກະແຈກກະຈາຍຊັບສິນ​ທີ່​ໄດ້​ມາ​ຈາກ​ອາດຊະຍາ​ກຳ...,ກໍ່ຄວາມ​ຫຍຸ້ງຍາກ​ໃນການ​ສືບສວນ ແລະຈັດການ​ແກ້​ໄຂ ​ຂອງອົງການດຳ​ເນີ​ນຄະດີ; ​ແຕ່​ກໍ​ມີ​ຜູ້​ທີ່​ເປັນ​ພະນັກງານ, ລັດຖະກອນ, ຜູ້​ອອກ​ແຮງ​ງານທີ່​ຂຶ້ນ​ກັບ, ພາຍ​ໃຕ້ການນຳພາແລະຊີ້​ນຳຂອງຜູ້ກະທຳຜິດທີ່​ເປັນຫົວໜ້າໜ່ວຍ​ງານຫຼືອົງການຈັດຕັ້ງ, ຖືກ​ຜູກ​ມັດ​ດ້ວຍ​ກົນ​ໄກ​ແລະ​ຄຳ​ສັ່ງ​ທາງ​ການ​ບໍລິຫານ, ຍັງ​ບໍ່​ທັນ​ຮູ້​ເຖິງ​ການ​ກະທຳ​ຜິດ​ເທື່ອ.

ດັ່ງ​ນັ້ນ, ຂະ​ບວນການ​ຊີ້​ນຳ, ຈັດການ​ຕ້ອງ​ຊາບ​ຊຶມ​ຫຼັກການ “ບໍ່​ມີ​ເຂດ​ຫວງ​ຫ້າມ”, “ບໍ່​ມີ​ການ​ຍົກ​ເວັ້ນ”, “​ແຈ້ງ​ຊັດ​ຮອດ​​ບ່ອນ​ໃດ, ການ​ຈັດການ​ໄປ​ທີ່​ນັ້ນ”; ພິຈາລະນາ​ແລະ​ປະ​ເມີນຢ່າງຖືກຕ້ອງກ່ຽວກັບ ​ທາດ​ແທ້, ບົດບາດ, ລັກສະນະ, ລະດັບ​ການລະ​ເມີດ​ຂອງ​ຜູ້​ກະທຳ​ຜິດ, ຖືກຕ້ອງຕາມ​ຫຼັກການ​ເຄື່ອນ​ໄຫວ​ຂອງ​ອົງການ​ແລະ​ການຈັດ​ຕັ້ງ​ບໍລິຫານ​ລັດ ​ໃນ​ບັນດາ​ສາຍ​ພົວພັນ​ ລະຫວ່າງອົງການ​ເຈົ້າພາບ​ ແລະ ​ອົງການ​ປະສານ​ງານ (ວຽກ​ງານ​ໜຶ່ງ ​ໄດ້​ມອບ​ໝາຍ​ໃຫ້ພຽງ​ໜ່ວຍ​ງານ​ຫຼື​ອົງການ​ໜຶ່ງ​ເທົ່າ​ນັ້ນ, ຜູ້​ເປັນ​ປະທານ​ຮັບຜິດຊອບ​ຫຼັກ), ລະຫວ່າງ​ຫົວໜ້າ​ແລະພະນັກງານ, ລະຫວ່າງຜູ້ທີ່ມີອຳນາດ​ຕັດ​ສິນ ​ແລະ ຜູ້​ທີ່​ໃຫ້​ຄຳ​ແນະນຳ, ຊ່ວຍເຫຼືອ, ດຳ​ເນີນການ; ຈາກ​ນັ້ນ ​ກຳນົດ​​ຄວາມ​ຮັບຜິດຊອບ​ທາງ​ອາຍາ ຫຼື​ທາງບໍລິຫານຢ່າງ​ຈະ​ແຈ້ງ ​ແລະ​ແຍກ​ເປັນ​ລາຍ​ບຸກຄົນ​ໃຫ້​ເໝາະ​ສົມ(22), ດ້ວຍ​ຈິດ​ໃຈ “ການ​ປິ່ນປົວ​ພະຍາດ​ເພື່ອ​ຊ່ວຍ​ຊີວິ​ຜູ້​ຄົນ”, ຫລີກລ້ຽງການຈັດການທາງອາຍາ​ແບບແຜ່ລາມ; ພ້ອມ​ກັນ​ນັ້ນ ​ຕ້ອງ​ເອົາ​ໃຈ​ໃສ່​ເປັນ​ສຳຄັນ​ ເຖິງ​ການກູ້ຄືນ​ຊັບ​ສິນ​ທີ່​ສູນ​ເສຍ, ​ໃຫ້​ອະ​ໄພ​ຢ່າງ​ເໝາະ​ສົມ​ແກ່ຜູ້ທີ່ຮູ້ກິນ​ແໜງ, ກັບໃຈ, ຕັ້ງໜ້າ​ແກ້​ໄຂ​ຜົນ​ກະທົບ​ທີ່​ເກີດ​ຈາກ​ພວກ​ເຂົາ.

ທີ​ສີ່, ຈາກ​ການ​ຈັດການລົງ​ໂທດ​ຢ່າງ​ເຂັ້ມ​ງວດ ​ຕໍ່​ພະນັກງານ ສະມາຊິກ​ພັກ​ທີ່​ກະທຳ​ຜິດ​ຫຼາຍ​ຄົນ​ໃນ​ເວລາ​ທີ່​ຜ່ານ​ມານັ້ນ, ມີ​ຄວາມ​ຄິດ​ເຫັນ​ວ່າ, ການ​ຈັດການ​​ຢ່າງ​ເຂັ້ມ​ງວດຄື​ແນວ​ນັ້ນ​ ຈະຫຼຸດຜ່ອນ​ການ​ປ່ຽນ​ແປງ​ໃໝ່, ຄວາມ​ຄິດ​ສ້າງສັນ, ​ເຮັດ​ໃຫ້​ຜູ້​ທີ່​ກ້າ​ຄິດ, ກ້າ​ເຮັດ, ກ້າ​ຮັບຜິດຊອບ "ທໍ້ຖອຍ​ໃຈ", ​ເຮັດ​ໃຫ້ການ​ພັດທະນາ "ຊ້າ​ລົງ"; ພະນັກງານ ລັດຖະກອນແລະພະນັກງານ​ນຳພາຄຸ້ມຄອງ​ຈຳນວນ​ໜຶ່ງ ມີ​ປະກົດ​ການ​ຂາດ​ຄວາມ​ເດັດດ່ຽວ, ບໍ່​ກ້າ​ເຮັດ, ຫຼີກລ້ຽງ, ຍູ້​ວຽກ, ຢ້ານ​ຄວາມ​ຜິດ, ​ນຳໄປ​ສູ່​ການ​ຢຸດ​ສະ​ງັກຊັກ​ຊ້າ. ຕາມ​ຈິງ​ແລ້ວ, ວຽກ​ງານການ​ປ້ອງ​ກັນ​ແລະ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ ​ແລະ ການ​ປັບປຸງ​ພັກ​ໃນ​ເວລາ​ທີ່​ຜ່ານ​ມາ ບໍ່​ໄດ້​ເຮັດ​ໃຫ້​ການ​ພັດທະນາ“ຢຸດ​ສະ​ງັກຊັກ​ຊ້າ", ​ແຕ່​ໄດ້​ປະກອບສ່ວນ​ຊຸກຍູ້​ການ​ພັດທະນາ​ເສດຖະກິດ-ສັງຄົມ (23); ປັບປຸງ​ຄວາມ​ເຊື່ອ​ໝັ້ນ, ສ້າງ​ຄວາມ​ເຫັດ​ດີ​ເຫັນ​ພ້ອມ, ຄວາມ​ເບີກບານ​ມ່ວນ​ຊື່ນ​ໃນ​ປະຊາຊົນ; ​ເຮັດ​ໃຫ້​ພະນັກງານ ລັດຖະກອນ​ມີ​ຄວາມ​ຮອບ​ຄອບ ​ລະມັດລະວັງ​ກວ່າ​ ໃນ​ການ​ແກ້​ໄຂ​ວຽກ​ງານ. ການ​ຍູ້​​ແຮງການ​ປ້ອງ​ກັນ​ແລະ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ ​ແລະ ການ​ປັບປຸງ​ພັກ ພຽງ​ແຕ່​ເຮັດ​ໃຫ້ຜູ້​ທີ່​ມີ​ເຈດ​ຕະນາ​ບໍ່​ບໍລິສຸດ, ບໍ່​ກຳ​ແໜ້ນ​ແນວທາງ ​ແຜນ​ນະ​ໂຍບາຍ​ຂອງ​ພັກ ​ແລະນະ​ໂຍບາຍ ​ກົດໝາຍ​ຂອງ​ລັດ, ຜູ້​ທີ່​ຂາດ​ຄວາມ​ກ້າຫານ ຕ້ອງ “ທໍ້ຖອຍ”. ດັ່ງ​ນັ້ນ, ຕ້ອງ​ຊາບ​ຊຶມ​ແລະ​ປະຕິບັດ​ຢ່າງ​ເຂັ້ມ​ງວດ ຄຳ​ຊີ້​ນຳ​ຂອງ​ສະຫາຍ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ, ຫົວໜ້າ ຄ​ຊ​ສ​ປ​ຕສ ກ່ຽວ​ກັບ​ການປັບປຸງ​ແລະ​ຕໍ່ສູ້​ກັບ​ແນວ​ຄິດກັງວົນ​ນີ້​ ໃນ​ພະນັກງານ​ສະມາຊິກ​ພັກ, ​ໂດຍ​ສະ​ເພາະ​ແມ່ນ​ພະນັກງານ​ນຳພາ, ຄຸ້ມ​ຄອງ​ທຸກ​ລະດັບ; ຕ້ອງ​ມີ “ວັກ​ຊີ​ນ” ​ເພື່ອ​ປ້ອງ​ກັນ “ໄວຣັດຢຸດ​ນິ່​ງ” ​ໃນ​ໄວໆ​ນີ້​ ຄື​ທີ່​ທ່ານ​ນາຍົກລັດຖະມົນຕີ​ໄດ້​ຊີ້​ນຳ. ​ເດັດຂາດ​ບໍ່​ເປັນ​ອັດຕະວິ​ໄສ, ພຶງ​ພໍ​ໃຈ, ບໍ່​ລັ່ງ​ເລ ລໍຖ້າ, ແຕ່ຕ້ອງສືບຕໍ່ຊຸກຍູ້, ຂຸ້ນຂ້ຽວ, ​ເປັນ​ປົກກະຕິ, ຕໍ່ເນື່ອງ, ດ້ວຍ​ຄວາມ​ຕັດສິນ​ໃຈ​ສູງ​ກວ່າ, ​ແຂງ​ແຮງ​ກວ່າ, ມີ​ປະສິດທິ​ຜົນ​ກວ່າ ​ໃນ​ວຽກ​ງານການ​ປ້ອງ​ກັນ​ແລະ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ ​ແລະປັບປຸງ​ພັກ. ​ເອົາ​ໃນ​ໃສ່​ຊີ້​ນຳການ​ແກ້​ໄຂ​ບັນດາ​ກໍ​ລີ, ​ຄະດີທີ່​ເກີດ​ຂຶ້ນຢ່າງ​ເຄັ່ງ​ຄັດ, ທັງ​ຍູ້​ແຮງການ​ປ້ອງ​ກັນ​ການ​ສໍ້​ບາດ​ບັງ​ຫຼວງ, ພ້ອມທັງ​ຍົກ​ສູງ​ສະຕິ​ລະວັງ​ຕົວ ​ແລະຈັດການ​ກັບ​ການ​ກະທຳ​ທີ່ສວຍ​ໃຊ້​ການ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ​ເພື່ອ​ກໍ່​ຄວາມ​ວຸ້ນວາຍ, ​ໃສ່​ຮ້າຍ​ປ້າຍ​ສີ, ທຳລາຍ​ຄວາມ​ສາມັກຄີ​ພາຍ​ໃນ, ທຳລາຍ​ກອງ​ປະຊຸມ​ໃຫຍ່​ຂອງ​ພັກ​ທຸກ​ຂັ້ນ. 

ທີ​ຫ້າ, ຜ່ານ​ການ​ຈັດການ​ແກ້​ໄຂ​ກໍ​ລະ​ນີ ຄະດີ​ສໍ້​ລາດ​ບັງ​ຫຼວງ​ແລະຄະດີ​ເສດຖະກິດ, ຕ້ອງ​ເອົາ​ໃຈ​ໃສ່​​ໃນ​ການກວດ​ຫາ​ຊ່ອງ​ຫວ່າງ​ແລະ​ຂໍ້​ບົດ​ພ່ອງ ​ເພື່ອ​ຈະ​ໄດ້​ດັດ​ແປງ, ປັບປຸງ, ບູລະນະ ​ແລະ ​ຈັດ​ຕັ້ງ​ປະຕິບັດ ລະບົບ​ສະ​ຖາ​ບັນ​ກົດໝາຍ​ກ່ຽວ​ກັບ​ການ​ຄຸ້ມ​ຄອງ​ເສດຖະກິດ-ສັງຄົມ, ກໍ່ສ້າງ​ພັກ ​ແລະ ປ້ອງ​ກັນ​ແລະ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ ​ຢ່າງ​ເຂັ້ມງວດ ​ແລະ ມີ​ປະສິດທິ​ຜົນ.

ບາງ​ບັນຫາ​ທີ່​ຕ້ອງ​ໄດ້​ຮັບ​ການ​ເອົາ​ໃຈ​ໃສ່​ ​ໃນ​ວຽກ​ງານການ​ປ້ອງ​ກັນ​ແລະ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ
ໃນ​​ໄລຍະ​ທີ່​ຈະ​ມາ​ເຖິງ

ເຖິງວ່າໄດ້ບັນລຸຜົນສຳເລັດທີ່ສຳຄັນຫຼາຍຢ່າງ, ​ແຕ່​ການ​ສໍ້​ລາດ​ບັງ​ຫຼວງ​ໃນ​ບາງ​ຂົງ​ເຂດ​ຍັງ​​ຮ້າຍ​ແຮງ, ສັບສົນ, ສ້າງ​ຄວາມ​​ເດືອດຮ້ອນ​ໃນ​ສັງຄົມ 24); ການ​ສໍ້​ລາດ​ບັງ​ຫຼວງຍັງ​ແມ່ນໜຶ່ງໃນບັນດາໄພອັນຕະລາຍທີ່ນາບຂູ່ຄວາມຢູ່ລອດຂອງພັກ ແລະລະບອບ​ປະຊາທິປະ​ໄຕ​ປະຊາຊົນ.

1- ການ​ສໍ້​ລາດ​ບັງ​ຫຼວງ​ເກີດ​ຂຶ້ນ​​ພາຍ​ໃນ​ໂດຍ​ບຸກຄົນ​ທີ່​ມີ​ຕຳ​ແໜ່​ງ​ແລະ​ອຳນາດ. ການ​ປ້ອງ​ກັນ​ແລະ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ​ແມ່ນ​ການ​ຕໍ່ສູ້​​ພາຍ​ໃນ​ຕົວ​ເຮົາ​ເອງ, ​ໃນ​ແຕ່​ລະ​ອົງການ, ການຈັດ​ຕັ້ງ, ໜ່ວຍ​ງານ, ທ້ອງ​ຖິ່ນ; ມັນ​ກ່ຽວຂ້ອງກັບ​ຜົນ​ປະ​ໂຫຍ​ດ, ​ເງິນ​ຄຳ​ຊັບ​ສິນ, ຕຳ​ແໜ່​ງ, ຊື່​ສຽງ, ກຽດ​ສັກ​ສີ​ຂອງ​ອົງການ​ຈັດ​ຕັ້ງ​ແລະ​ບຸກຄົນ; ດັ່ງ​ນັ້ນ, ​ແມ່ນ​ການ​ຕໍ່ສູ້​ທີ່​ຫຍຸ້ງຍາກ, ສັບສົນ, ຍາວ​ນານ​ທີ່​ສຸດ, ມັກ​ຈະ​ຖືກສວຍ​ໃຊ້​ໂດຍບັນດາ​ອິດທິ​ກຳລັງ​​ສັດຕູ​ແລະ​ພວກຜູ້​ບໍ່​ດີ ​ເພື່ອ​ທຳລາຍ​ແລະ​ເຮັດ​ໃຫ້​ເກີດ​ຄວາມ​ບໍ່​ໝັ້ນຄົງ​ທາງ​ການ​ເມືອງ, ດັ່ງ​ນັ້ນ:

-  ຕ້ອງມີຄວາມ​ເດັດດ່ຽວໃນການກວດຄົ້ນແລະຈັດການກັບການສໍ້ລາດບັງຫຼວງ; ທັງ​ຕ້ອງຕັ້ງໝັ້ນ​ໃນ​ການ​ອົບຮົມ​ສຶກສາ, ຄຸ້ມຄອງ, ປ້ອງ​ກັນ, ບໍ່​ໃຫ້ການ​ສໍ້​ລາດ​ບັງ​ຫຼວງ​ເກີດ​ຂຶ້ນ; ພ້ອມ​ກັນ​ນັ້ນ, ​ເສີມ​ຂະຫຍາຍ​ປັດ​ໄຈ​ທີ່​ຕັ້ງໜ້າ​ ໃນ​ການ​ຕໍ່ສູ້​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ, ກໍ່ສ້າງ​ວັດທະນະທຳ​ການປະຢັດບໍ່​ທຸ​ຈະລິດ​ໃຫ້​ຈົນ​ໄດ້, ກ່ອນ​ອື່ນ​ແມ່ນ​ໃນ​ພະນັກງານ ສະມາຊິກ​ພັກ ລັດຖະກອນ ພາລະ​ກອນ.

- ​ເສີມ​ຂະຫຍາຍ​ບົດ​ບາດ​ຂອງ​ປະຊາຊົນ, ອົງການ​ຈັດ​ຕັ້ງ​ສັງຄົມ, ສື່​ມວນ​ຊົນ ໜັງສືພິມ​ຂ່າວສານ ​ໃນ​ການ​ຕໍ່ສູ້​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ; ທັງ​ຕ້ອງ​ມີ​ສະຕິ​ລະວັງ​ຕົວ ​ແລະຕໍ່ສູ້ກັບ​ກົນອຸບາຍ, ການ​ເຄື່ອນ​ໄຫວຂອງ​ບັນດາ​ອິດ​ທິກຳລັງ​ສັດຕູ​ແລະ​ພວກ​ຜູ້​ບໍ່​ດີ ທີ່​ສວຍ​ໃຊ້​ການ​ຕໍ່ສູ້​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ ​ເພື່ອ​ໃສ່​ຮ້າຍ​ປ້າຍ​ສີ, ທຳລາຍ​ພັກ, ລັດ ​ແລະ​ລະບອບ​ປະຊາທິປະ​ໄຕ​ປະຊາຊົນ.

2- ການ​ປ້ອງ​ກັນ​ແລະ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ​ແມ່ນ​ໜ້າ​ທີ່​ສຳຄັນ​ແລະ​ເປັນ​ປົກກະຕິ; ຕ້ອງ​ໄດ້​ດຳ​ເນີນ​ການໃນ​ທຸກ​ລະດັບ, ຂະ​ແໜງ​ການ ​ແລະ​ທຸກຂົງ​ເຂດ, ປະຕິບັດ​ມາດ​ຕະການ​ຕ່າງໆ​ຢ່າງ​ຄົບ​ຊຸດ; ມີ​ຈຸດ​ໜັກ​ໃຈ​ການ, ບໍ່​ມີ​ເຂດ​ຫວງ​ຫ້າມ, ບໍ່​ມີ​ການ​ຍົກ​ເວັ້ນ.

ຫົວໜ້າຕ້ອງເປັນແບບຢ່າງ, ​ເດັດດ່ຽວ ​ແລະ​ມີ​ຄວາມ​ຮັບຜິດຊອບ​ຕໍ່​ຈຸດ​ອ່ອນ ​ແລະ​ຂໍ້​ຜິດພາດ​ໃນການສໍ້ລາດບັງຫຼວງ ຢູ່ໃນອົງການຈັດຕັ້ງ, ໜ່ວຍງານ ຫຼືທ້ອງຖິ່ນຂອງຕົນ. ຕ້ອງຈັດການ​ແກ້​ໄຂ​ຢ່າງ​ເດັດຂາດ​ ຕໍ່​ການ​ກະທຳທີ່ຫຼີກ​ລ້ຽງ, ປົກ​ປິດ, ປ່ອຍ​ມື​ໃຫ້ການ​ສໍ້​ລາດ​ບັງ​ຫຼວງ; ​ແຕ່​ຕ້ອງ​ປະ​ເມີນ​ຢ່າງ​ຖືກຕ້ອງ ​ແລະ ປົກ​ປ້ອງອົງການ, ການຈັດ​ຕັ້ງ, ໜ່ວຍ​ງານ, ຫົວໜ້າ​ອົງການ​ທີ່​ມີ​ຄວາມເປັນ​ເຈົ້າ​ການ, ຕັ້ງໜ້າ​ໃນ​ການກວດ​ຫາ, ກີດ​ກັ້ນ, ຈັດການ​ແກ້​ໄຂ​ການ​ສໍ້​ລາດ​ບັງ​ຫຼວງ.

3- ການ​ສໍ້​ລາດ​ບັງ​ຫຼວງ​ແມ່ນ “ຂໍ້​ບົກພ່ອງ​​ແຕ່​ກຳ​ເນີ​ດ​ຂອງ​ອຳນາດ”, ດັ່ງ​ນັ້ນ ຜູ້​ທີ່​ໄດ້​ຮັບ​ຕຳ​ແໜ່​ງ​ແລະ​ອຳນາດຕ້ອງ​ຝຶກ​ຝົນ​ຫຼໍ່​ຫຼອມ​ຢ່າງ​ບໍ່​ຢຸດ​ຢັ້ງ, ຕ້ອງ​ກວດາ​ຕົນ​ເອງ​ແລະ​ແກ້​ໄຂ​ຕົນ​ເອງ​ຢ່າງ​ເປັນ​ປະຈຳ; ພ້ອມ​ກັນ​ນັ້ນ​ ກໍ​ຕ້ອງ​ເພີ່ມ​ທະວີ​ການ​ກວດກາ, ຕິດຕາມ​ກວດກາການ​ໃຊ້​ອຳນາດ​ ຂອງ​ຜູ້ທີ່ມີ​ຕຳ​ແໜ່​ງ​ແລະ​ອຳນາດ; ທຸກ​ອຳນາດ​ຕ້ອງ​ຖືກ​ຄວບ​ຄຸມ​ຢ່າງ​ແໜ້ນ​ແຟ້ນດ້ວຍ​ກົນ​ໄກ, ອຳນາດ​ຕ້ອງ​ໄດ້​ຜູດມັດ​ດ້ວຍ​ຄວາມ​ຮັບຜິດຊອບ, ມີ​ອຳນາດ​​ເທົ່າ​ໃດ​ຄວາມ​ຮັບຜິດຊອບ​ເ​ທົ່າ​ນັ້ນ, ອຳນາດ​ຍິ່ງ​ສູງ​ຄວາມ​ຮັບຜິດຊອບ​ກໍ​ຍິ່ງ​ໜັກໜ່ວງ, ການ​ລ່ວງ​ອຳນາດ ໃຊ້ອຳນາດ​ໃນ​ທາງ​ທີ່​ຜິດ ຈະຕ້ອງ​ໄດ້​ຮັບ​ການກວດ​ສອບ​ເພື່ອ​ຮັບຜິດຊອບ​ແລະຈັດການກັບການລະເມີດ. ດັ່ງ​ນັ້ນ, ​ການ​ເຄື່ອນ​ໄຫວ​ຂອງອົງການ, ການຈັດ​ຕັ້ງ, ໜ່ວຍ​ງານຕ້ອງ​​ໄດ້ເປີດ​ເຜີຍ​ໂປ່ງ​ໃສ, ຕ້ອງ​ກວດກາ​ຊັບ​ສິນ, ລາຍ​ໄດ້ຂອງ​ຜູ້​ທີ່​ມີ​ຕຳ​ແໜ່​ງ​ແລະ​ອຳນາດຢ່າງ​ແໜ້ນ​ແຟ້ນ ​ແລະ ຍົກ​ສູງ​ຄວາມ​ຮັບຜິດຊອບ​ໃນ​ການ​ອະທິບາຍລາຍ​ງານຂອງ​ຜູ້​ທີ່​ມີ​ຕຳ​ແໜ່​ງ​ແລະ​ອຳນາດ; ກໍ່ສ້າງ​ແລະ​ປັບປຸງ​ບູລະນະ​ລະບົບ​ສະ​ຖາ​ບັນ​ລະບຽບ​ກົດໝາຍ​ຂອງ​ພັກ​ແລະ​ລັດ ​ເພື່ອ​ໃຫ້ “ບໍ່​ສາມາດ​ສໍ້​ລາດ​ບັງ​ຫຼວງ”, “ບໍ່​ກ້າ​ສໍ້​ລາດ​ບັງ​ຫຼວງ” ​ແລະ “ບໍ່​ຕ້ອງການ​ສໍ້​ລາດ​ບັງ​ຫຼວງ”.

4- ​ເອົາ​ໃຈ​ໃສ່​ຍົກ​ສູງ​ຄຸນ​ນະພາ​ບ​ແລະ​ຄວາມ​ສາມາດ​ຂອງຖັນ​ແຖວ​ພະນັກງານ​ທີ່​ເຮັດ​ໜ້າ​ທີ່​ປ້ອງ​ກັນ​ແລະ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ; ​ໂດຍ​ສະ​ເພາະ​ແມ່ນ​ພະນັກງານ​ກວດກາ, ການ​ເມືອງ​ພາຍ​ໃນ​ພັກ, ອົງກວດກາ​ນ, ກວດ​ສອບ, ສືບສວນ, ​ອົງການໄອ​ຍະ​ການ, ສານ ​ແລະ ອົງການ​ບັງຄັບຄະດີ ທີ່​ເຮັດ​ວຽກ​ງານ​ກວດ​ຫາ, ສືບສວນ ​ແລະ​ຈັດການ​ກໍລະນີ ຄະດີ​ສໍ້​ລາດ​ບັງ​ຫຼວງ​ໂດຍ​ກົງ. ການ​ຄວບ​ຄຸມ​ອຳນາດ​ແລະການ​ປະຕິບັດ​ຄວາມ​ຊື່ສັດ ຈະຕ້ອງ​ໄດ້​ປະຕິບັດ​ຢ່າງ​ມີ​ປະສິດທິ​ຜົນ​ໃນກອງ​ກຳລັງ​ເຫຼົ່າ​ນີ້​ກ່ອນ, ຕ້ອງ “​ຕ້ານ​ການ​ສໍ້ລາດ​ບັງ​ຫຼວງ​ໃນ​ກະ​ໂຕ​ອົງການ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ” ຕາມ​ທີ່​ສະຫາຍ​ເລຂາທິການ​ໃຫຍ່ ຫງວຽນ​ຝູຈ້ອງ ຊີ້​ນຳ (25).

5- ສຸມ​ໃສ່​​​ຊີ້​ນຳນຳພາ​ການ​ຫັນ ຈຸດປະສົງ, ທັດສະນະ, ໜ້າ​ທີ່, ວິທີ​ແກ້​​ໄຂການ​ປ້ອງ​ກັນ​ແລະ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ​ ທີ່​ວາງ​ອອກ​ໃນ​ມະຕິ, ຂໍ້​ສະ​ຫຼຸບ, ຄຳ​ສັ່ງ​ຂອງ​ພັກ ​ເປັນ​ນິຕິ​ກຳ ​ເພື່ອ​ຈັດ​ຕັ້ງ​ປະຕິບັດ​ຢ່າງ​ເຂັ້ມ​ງວດ. ຜ່ານຜ່າ​ສະຖານະ​ການທີ່​ມະຕິ​ຕົກລົງ​ຖືກຕ້ອງ, ຂໍ້​ກຳນົດກົດລະບຽບຂອງພັກແລະກົດໝາຍຂອງ​ລັດ​ບໍ່​ຂາດ​ແຄນ ​ແຕ່​ການຈັດ​ຕັ້ງ​ປະຕິບັດ​ບໍ່​ເຂັ້ມ​ງວດ ແລະບໍ່ມີປະສິດຕິຜົນ.

6- ສຸມ​ໃສ່ຊີ້​ນຳ​ເພື່ອ​ເລ່ງຄວາມ​ຄືບ​ໜ້າ, ​ຊີ້​ແຈງກໍລະນີ​ພະນັກງານສະມາຊິກ​ພັກທີ່​ກ່ຽວຂ້ອງ​ກັບ​ຄະດີຢ່າງ​ຮີບ​ດ່ວນ ​ເພື່ອ​ຮັບ​ໃຊ້​ວຽກ​ງານ​ບຸກຄະລາ​ກອນ​ຂອງ​ກອງ​ປະຊຸມ​ໃຫຍ່​ຂອງ​ພັກ​ທຸກ​ຂັ້ນ.

ສະຫາຍ​ເລຂາ​ທີ​ການ​ໃຫຍ່​ຫງວຽນຝູຈ້ອງຮຽກຮ້ອງ: “ຕ້ອງ​ສຸມ​ໃສ່​ການເຮັດ, ການ​ກະທຳ, ການ​ປະຕິບັດ, ບໍ່​ພຽງ​ແຕ່​ຄຳ​ເວົ້າ, ​ໃນ​ເຈ້ຍ​ໜັງ​ສື, ຮ້ອງ​ໂຮ​ລວມໆ​ເທົ່າ​ນັ້ນ, ​ແຕ່​ດ້ວຍ​ການ​ເຮັດ​ສິ່ງ​ທີ່ສະ​ເພາະ, ​ແທດ​ຈິງ, ມີ​ປະສິດທິ​ຜົນ​ ​ແລະ​ເບິ່ງ​ເຫັນ​ໃນ​ຄວາມ​ເປັນ​ຈິງ”(26); “ສູນ​ກາງ​ໄດ້​ແລະ​ພວມ​ເຮັດ​ຢ່າງ​ເດັດດ່ຽວ, ທ້ອງ​ຖິ່ນ​ກໍ​ຕ້ອງ​ເຮັດ​ຢ່າງ​ເດັດດ່ຽວ. ​ໃນວຽກ​ງານ​ຊີ້​ນຳ​ຂອງ​ພັກ, ​ເອກະສານ​ທາງ​ກົດໝາ​ຍບໍ່​ຂາດ​ແຄນ, ​ແຕ່​ສິ່ງ​ທີ່​ຕ້ອງການ​ທີ່​ສຸດ​ໃນ​ປະຈຸ​ບັນ​ນີ້​ແມ່ນ​ຄວາມ​ຮູ້ສຶກຕື່ນ​ຕົວ, ຄວາມ​ເປັນ​ເອກະ​ພາບ​ສູງ ກ່ຽວ​ກັບເຈດ​ຈຳນົງ​ແລະ​ການ​ກະທຳ. ບັນດາ​ຄະນະ​ພັກ ອົງການ​ຈັດ​ຕັ້ງ​ພັກ, ບັນດາ​ກະຊວງ ຂະ​ແໜງ​ການ ທ້ອງ​ຖິ່ນ, ບັນດາ​ຫົວໜ້າ​ຄະນະ​ພັກ​ແລະ​ອຳນາດ​ການ​ປົກຄອງ ຕ້ອງ​​ເຂົ້າ​ຮ່ວມ​ຢ່າງ​ຄົບ​ຊຸດ ດ້ວຍ​ຄວາມ​ຕັດສິນ​ໃຈ​ສູງ​ ແລະ​ເດັດດ່ຽວ​ຂຸ້ນຂ້ຽວ​ກວ່າ​ອີກ”(27).

-------------------------

 (1) ຄະນະ​ຊີ້​ນຳສູນ​ກາງ​ກ່ຽວ​ກັບ​ການ​ປ້ອງ​ກັນ​ແລະ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ໃນ​ວັນ​ທີ 1 ກຸມພາ 2013 ຕາມ​ມະຕິ​ຕົກ​ລົງ​ເລກທີ 162-QĐ/TW ຂອງ​ກົມ​ການ​ເມືອງ​ສູນ​ກາງ​ພັກ.

(2) ປີ 2019, ທຽບ​ກັບ​ຕົ້ນ​ວາລະ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XII ຂອງ​ພັກ (ປີ 2016), ອັດຕາ​ສ່ວນ​ການ​ປະ​ເມີນ​ວຽກ​ງານ “ການ​ປ້ອງ​ກັນ​ແລະ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ, ການ​ຟຸມ​ເຟືອຍ, ຜົນ​ປະ​ໂຫຍ​ດໝູ່​ພວກ” ​ໄດ້​ບັນລຸຜົນງານ​ທີ່​ໜ້າ​ຍິນ​ດີ, ​ເພີ່ມ​ຂຶ້ນ​ຈາກ 29% ​ເປັນ 48%; ປີ 2020, ອັດຕາ​ສ່ວນ​ການ​ປະ​ເມີນ​ວຽກ​ງານການ​ປ້ອງ​ກັນ​ແລະ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ ຄາດ​ວ່າ​ຈະ​ມີ​ການ​ປ່ຽນ​ແປງ​ໃນ​ທາງ​ບວກ​ບັນ​ລຸ 75% (ປີ 2018 ຄາດ​ວ່າ​ປີ 2019 ຈະ​ບັນລຸ​ອັດຕາ​ສ່ວນ 66%; ປີ 2017 ຄາດ​ວ່າ​ປີ 2018 ຈະ​ບັນລຸ​ອັດຕາ​ສ່ວນ 52%; ປີ 2016 ຄາດ​ວ່າ​ປີ 2017 ຈະ​ບັນລຸ​ອັດຕາ​ສ່ວນ 45% - ຕາມ​ລາຍ​ງານ​ສະບັບ​ເລກທີ 23-BCĐT/DLXH, ວັນ​ທີ 16 ​ເມສາ 2020, ຂອງ​ສະ​ຖາ​ບັນຫາ​ງສຽງ​ສັງຄົມ, ຄະນະ​ໂຄສະນາ​ອົບຮົມ​ສູນ​ກາງ). ຕາມ​ອົງການ​ຄວາມ​ໂປ່​ງ​ໃສ​ສາກົນ, ດັດຊະນີຄວາມ​ຮັບ​ຮູ້​ກ່ຽວ​ກັບ​ການ​ສໍ້​ລາດ​ບັງ​ຫຼວງ (CPI) ຂອງຫວຽດນາມໃນປີ 2015 ບັນລຸໄດ້ 31/100 ຄະແນນ, ເປັນອັນດັບທີ 112/168 ໃນຕາຕະລາງຈັດອັນດັບໂລກ; ປີ 2016 ບັນລຸ 33/100 ຄະ​ແນນ, ​ເປັນອັນ​ດັບ 113/176 ໃນຕາຕະລາງຈັດອັນດັບໂລກ; ປີ 2019 ບັນລຸ 37/100 ຄະ​ແນນ, ​ເປັນອັນ​ດັບ 96/180 ໃນຕາຕະລາງຈັດອັນດັບໂລກ.

(3) ຕາມ​ດັດຊະນີປະສິດທິ​ຜົນ​ການ​ຄຸ້ມ​ຄອງ​ແລະບໍລິຫານ​ສາທາລະນະ​ຂັ້ນ​ແຂວງ​ຢູ່​ຫວຽດນາມ​ປີ 2019 (PAPI 2019), ຄວາມ​ຮັບ​ຮູ້​ກ່ຽວ​ກັບ​ລະດັບ​ການ​ປ່ຽນ​ແປງ​ຂອງການ​ສໍ້​ລາດ​ບັງ​ຫຼວງ ຢູ່​​ອຳນາດ​ການ​ປົກຄອງຂັ້ນ​ຕ່າງ​ໆ ສະ​ແດງ​ອອກ​ດັ່ງ​ນີ້: ​ລະດັບ​ປະ​ເທດ, ລະດັບ​ການ​ສໍ້​ລາດ​ບັງ​ຫຼວງ​ຫຼຸດ​ລົງ ຢູ່​ໃນ​ອັດຕາ​ສ່ວນ 54,22% (ປີ 2018 ຢູ່​ໃນ​ອັດຕາ​ສ່ວນ 49,32%); ​ລະດັບ​ແຂວງ / ນະຄອນ, ລະດັບ​ການ​ສໍ້​ລາດ​ບັງ​ຫຼວງ​ຫຼຸດ​ລົງ ຢູ່​ໃນອັດຕາ​ສ່ວນ 59,71% (ປີ 2018 ຢູ່​ໃນ​ອັດຕາ​ສ່ວນ 55,68%); ​ລະດັບ​ຕາ​ແສງ, ລະດັບ​ການ​ສໍ້​ລາດ​ບັງ​ຫຼວງ​ຫຼຸດ​ລົງ ຢູ່​ໃນ​ອັດຕາ​ສ່ວນ 65,42% (ປີ 2018 ຢູ່​ໃນ​ອັດຕາ​ສ່ວນ 59,78%).

(4) ​ໃນ​ນັ້ນ ກຳມະການ​ສູນ​ກາງ​ພັກ, ອະດີດ​ກຳມະການ​ສູນ​ກາງ​ພັກ​ມີ 23 ສະ​ຫາຍ (2 ສະຫາຍ​ເປັນ​ກຳມະການ​ກົມ​ການ​ເມືອງ​ສູນ​ກາງ, 1 ສະຫາຍ​ເປັນ​ອະດີດ​ກຳມະການ​ກົມ​ການ​ເມືອງ​ສູນ​ກາງ), ນາຍ​ທະຫານຊັ້ນ​ນາຍ​ພົນ​​ໃນກອງ​ກຳລັງປະກອບ​ອາວຸດມີ 22 ສະຫາຍ.

(5) ​ໃນ​ນັ້ນ, ອາດຊະຍາ​ກຳການ​ສໍ້​ລາດ​ບັງ​ຫຼວງ: ເລີ່​ມການ​ຟ້ອງ​ຮ້ອງ,​ ສືບສວນ 1.753 ຄະດີ / ຜູ້​ຕ້ອງ​ຫາ 3.800 ຄົນ, ຟ້ອງ​ສານ 1.796 ຄະດີ / ຜູ້​ຕ້ອງ​ຫາ 4.113 ຄົນ, ພິພາກສາ​ຄະດີ​ຂັ້ນ​ຕົ້ນ 1.691 ຄະດີ / ຈຳ​ເລີຍ 3.841 ຄົນ; ອາດຊະຍາ​ກຳ​ອື່ນ​ກ່ຽວ​ກັບ​ຕຳ​ແໜ່​ງ: ​ເລີ່​ມການ​ຟ້ອງ​ຮ້ອງ,​ ສືບສວນ 226 ຄະດີ / ຜູ້​ຕ້ອງ​ຫາ 712 ຄົນ, ຟ້ອງ​ສານ 204 ຄະດີ / ຜູ້​ຕ້ອງ​ຫາ 721 ຄົນ, ພິພາກສາ​ຄະດີ​ຂັ້ນ​ຕົ້ນ 185 ຄະດີ / ຈຳ​ເລີຍ 704 ຄົນ; ອາດຊະຍາ​ກຳ​ເສດຖະກິດ: ເລີ່​ມການ​ຟ້ອງ​ຮ້ອງ,​ ສືບສວນ 10.199 ຄະດີ / ຜູ້​ຕ້ອງ​ຫາ 16.174 ຄົນ, ຟ້ອງ​ສານ 8.397 ຄະດີ / ຜູ້​ຕ້ອງ​ຫາ 15.517 ຄົນ, ພິພາກສາ​ຄະດີ​ຂັ້ນ​ຕົ້ນ 8.042 ຄະດີ / ຈຳ​ເລີຍ 14.481 ຄົນ.

(6) ​ແຕ່​ຕົ້ນ​ວາລະ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XII ຂອງ​ພັກ​ມາ​ເຖິງ​ປະຈຸ​ບັນ​ນີ້, ​ໄດ້​ຕິດຕາມ​ແລະ​ຊີ້​ນຳ​ການ​ຈັດການ​ແກ້​ໄຂ 114 ຄະດີ, ​ໃນ​ນັ້ນ 92 ຄະດີ​ທາງ​ເສດຖະກິດ​ແລະ​ການ​ສໍ້​ລາດ​ບັງ​ຫຼວງ​ທີ່​ຮ້າຍ​ແຮງ, ສັບສົນ, ​ໄດ້​ຮັບ​ຄວາມ​ສົນ​ໃຈ​ທີ່​ສຸດ​ຈາກ​ປະຊາຊົນ. ມາ​ເຖິງ​ປະຈຸ​ບັນ, ​ໄດ້​ສິ້ນ​ສຸດ​ການ​ສືບສວນ, ຟ້ອງ​ສານ​ ​ແລະ ນຳ​ເຂົ້າ​ສູ່ການ​ພິພາກສາຄະດີຂັ້ນ​ຕົ້ນ 62 ຄະດີ / ຈຳ​ເລີຍ 598 ຄົນ, ຕັດສິນ​ປະຫານ​ຊີວິດ​ຈຳ​ເລີຍ 3 ຄົນ, ຕັດສິນຈຳ​ຄຸກຕະຫຼອດ​ຊີ​ວິດ 12 ​ຈຳ​ເລີຍ (11 ຄົນ), ຈຳ​ເລີຍ 8 ຄົນຖືກຈຳ​ຄຸກ 30 ປີ​, ຈຳ​ເລີຍ 19 ຄົນຖືກຈຳ​ຄຸກ​ຕັ້ງ​ແຕ່ 20 ປີ​ເຖິງ​ຕ່ຳ​ກວ່າ 30 ປີ​, ຈຳ​ເລີຍ 510 ຄົນ​ຖືກ​ຈຳ​ຄຸກ​ຕັ້ງ​ແຕ່ 12 ​ເດືອນ​ເຖິງ​ຕ່ຳ​ກວ່າ 20 ປີ, ​ໃນ​ນັ້ນ​ຈຳ​ເລີຍ 120 ຄົນ​ຖືກ​ຈຳ​ຄຸກ​ດ້ວຍ​ການ​ຜັດ​ໂທດ, ຈຳ​ເລີຍ 16 ຄົນຖືກ​ດັດ​ສ້າງ​ໂດຍ​ບໍ່ຄຸມ​ຕົວ, ຈຳ​ເລີຍ 29 ຄົນ​ຖືກ​ປັບ​ໄໝ, ຈຳ​ເລີຍ 1 ຄົນ​ໄດ້​ຮັບ​ການ​ຍົກ​ເວັ້ນບໍ່​ຕ້ອງ​ຮັບຜິດຊອບ​ທາງ​ອາຍາ; ພິພາກ​ສາ​ຄະດີຂັ້ນອູ​ທອນ 48 ຄະດີ / ຈຳ​ເລີຍ 459 ຄົນ, ຕັດສິນ​ປະຫານ​ຊີວິດ​ຈຳ​ເລີຍ 5 ຄົນ, ຈຳ​ຄຸດ​ຕະຫຼອດ​ຊີວິດ​ຈຳ​ເລີຍ 12 ຄົນ, ຈຳ​ຄຸກ 30 ປີ​ຈຳ​ເລີຍ 14 ຄົນ, ຈຳ​ຄຸກ​ແຕ່ 20 ​ເຖິງ​ຕ່ຳ​ກວ່າ 30 ປີ​ ຈຳ​ເລີຍ 16, ຈຳ​ຄຸກ​ແຕ່ 20 ​ເດື​ອນ​ເຖິງ​ຕ່ຳ​ກວ່າ 20 ປີ​ ຈຳ​ເລີຍ 377 ຄົນ... ​ໃນ​ນັ້ນ, ມີ​ພະນັກງານ​ພາຍ​​ໃຕ້​ກາ​ນຄຸ້ມ​ຄອງ​ຂອງ​ສູນ​ກາງ 14 ຄົນ (4 ຄົນ​ແມ່ນ​ກຳມະການ​ສູນ​ກາງ​ພັກ, 1 ຄົນ​ແມ່ນ​ກຳມະການ​ກົມ​ການ​ເມືອງ​ສູນ​ກາງ​ພັກ); ນາຍທະຫານຊັ້ນ​ສູງ​ໃນ​ກອງກຳລັງ​ປະກອບ​ອາວຸດ​ຫຼາຍຄົນ (3 ຄົນແມ່ນ​ອະດີດຮອງ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ, 6 ຄົນ​ແມ່ນ​ນາຍ​ທະຫານ​ຊັ້ນ​ນາຍ​ພົນ, 11 ຄົນ​ແມ່ນ​ນາຍ​ທະຫານ​ຊັ້ນ​ພັນ​ເອກ, ພັນ​ໂທ).

ສະ​ເພາະ​ຄະນະ​ຊີ້​ນຳ 110 ​ໄດ້​ຕິດຕາມ, ຊີ້​ນຳ​ການ​ຈັດການ 10 ຄະດີ / ຜູ້​ຕ້ອງ​ຫາ 68 ຄົນທີ່​ກ່ຽວຂ້ອງ​ກັບ ຟານ​ວັນ​ແອ​ງຫວູ ​ແລະ ດິງງ້ອກ​ເຮ້ (​ໃນ​ນັ້ນ, 7 ຄະດີ / ຜູ້​ຕ້ອງ​ຫາ 39 ຄົນທີ່​ກ່ຽວຂ້ອງ​ກັບ​ ຟານ​ວັນ​ແອ​ງຫວູ; 3 ຄະດີ / ຜູ້​ຕ້ອງ​ຫາ 29 ຄົນທີ່​ກ່ຽວຂ້ອງ​ກັບ​ ດິງງ້ອກ​ເຮ້). ມາ​ຮອດ​ປະຈຸ​ບັນ, ​ໄດ້​ພິພາກສາ​ຄະດີຂັ້ນ​ຕົ້ນ 8 ຄະດີ / ຈຳ​ເລີຍ 50 ຄົນ, ​ໄດ້​ຕັດສິນ​ຈຳ​ຄຸກ 30 ປີ​ຈຳ​ເລີຍ 2 ຄົນ, ຈຳ​ຄຸກ​ແຕ່ 18 ​ເດືອນ​ເຖິງ​ຕ່ຳ​ກວ່າ 20 ປີຈຳ​ເລີຍ 46 ຄົນ (​ໃນ​ນັ້ນ, ຈຳ​ເລີຍ 2 ຄົນ​ຖືກ​ຈຳ​ຄຸກ​ດ້ວຍ​ການ​ຜັດ​ໂທດ), ຈຳ​ເລີຍ 1 ຄົນ​ຖືກ​ດັດ​ສ້າງ​ໂດຍ​ບໍ່​ຄຸມ​ຕົວ, ຈຳ​ເລີຍ 1 ຄົນ​ໄດ້​ຮັບ​ການ​ຍົກ​ເວັ້ນບໍ່​ຕ້ອງ​ຮັບຜິດຊອບ​ທາງ​ອາຍາ; ພິພາກ​ສາຄະດີ​ຂັ້ນອູ​ທອນ 4 ຄະດີ / ຈຳ​ເລີຍ 15 ຄົນ, ຕັດສິນ​ຈຳ​ຄຸກ 30 ປີ​ຈຳ​ເລີຍ 1 ຄົນ, ຈຳ​ຄຸກ​ແຕ່ 18 ​ເດືອນ​ເຖິງ​ຕ່ຳ​ກວ່າ 12 ປີ​ ຈຳ​ເລີຍ 13 ຄົນ, ​ດັດ​ສ້າງ​ໂດຍ​ບໍ່​ຄຸມ​ຕົວຈຳ​ເລີຍ 1 ຄົນ.

(7) ມີ​ພະນັກງານ​ພາຍ​ໃຕ້​ການ​ຄຸ້ມ​ຄອງ​ຂອງ​ສູນ​ກາງ 15 ຄົນຖືກ​ຈັດການ​ທາງ​ອາຍາ (5 ຄົນ​ແມ່ນ​ອະດີດ​ກຳມະການ​ສູນ​ກາງ​ພັກ, 1 ຄົນ​ແມ່ນ​ອະດີດ​ກຳມະການ​ກົມ​ການ​ເມືອງ​ສູນ​ການ, 6 ຄົນ​ແມ່ນ​ນາຍ​ທະຫານ​ຊັ້ນ​ນາຍ​ພົນ), ນາຍ​ທະຫານ​ຊັ້ນ​ພັນ​ເອກ, ພັນ​ໂທ 11 ຄົນ.

(8) ​ໃນ​ນັ້ນ, ອາດຊະຍາ​ກຳ​​ສໍ້​ລາດ​ບັງ​ຫຼວງ: ​​ເລີ່​ມຟ້ອງ​ຮ້ອງ, ສືບສວນ 970 ຄະດີ / ຜູ້​ຕ້ອງ​ຫາ 2.137 ຄົນ, ຟ້ອງ​ສານ 939 ຄະດີ / ຜູ້​ຕ້ອງ​ຫາ 2.209 ຄົນ, ພິພາກສາຄະດີ​ຂັ້ນ​ຕົ້ນ 892 ຄະດີ / ຈຳ​ເລີຍ 2.118 ຄົນ; ອາດຊະຍາ​ກຳ​ອື່ນ​ກ່ຽວ​ກັບ​ຕຳ​ແໜ່​ງ: ໄດ້​ເລີ່​ມຟ້ອງ​ຮ້ອງ, ສືບສວນ 126 ຄະດີ / ຜູ້​ຕ້ອງ​ຫາ 471 ຄົນ, ຟ້ອງ​ສານ 106 ຄະດີ / ຜູ້​ຕ້ອງ​ຫາ 424 ຄົນ, ພິພາກສາຄະດີ​ຂັ້ນ​ຕົ້ນ 101 ຄະດີ / ຈຳ​ເລີຍ 441 ຄົນ; ອາດຊະຍາ​ກຳ​ເສດຖະກິດ: ໄດ້​ເລີ່​ມຟ້ອງ​ຮ້ອງ, ສືບສວນ 6.174 ຄະດີ / ຜູ້​ຕ້ອງ​ຫາ 9.695 ຄົນ, ຟ້ອງ​ສານ 4.868 ຄະດີ / ຜູ້​ຕ້ອງ​ຫາ 9.010 ຄົນ, ພິພາກສາຄະດີ​ຂັ້ນ​ຕົ້ນ 4.648 ຄະດີ / ຈຳ​ເລີຍ 8.411 ຄົນ.

(9) ຫຼາຍ​ທ້ອງ​ຖິ່ນ​ໄດ້​ຊີ້​ນຳ​ການກວດ​ຫາ, ຈັດການ​ຢ່າງ​ເຂັ້ມ​ງວດຕໍ່​ຫຼາຍ​ກໍ​ລະ​ນີ ຄະ​ດິສໍ້​ລາດ​ບັງ​ຫຼວງ ຄະດີ​ເສດຖະກິດ, ​ໄດ້​ຈັດການ​ຢ່າງ​ເຂັ້ມ​ງວດ​ຕໍ່​ພະ​ນັກ​ງານພາຍ​ໃຕ້​ການ​ຄຸ້ມ​ຄອງ​ຂອງ​ຄະນະ​ພັກ​ແຂວງ, ຄະນະ​ພັກ​​ນະຄອນ ​ເຊັ່ນ ຮ່າ​ໂນ້ຍ, ນະຄອນ​ໂຮ່ຈີ​ມິນ, ນາມ​ດິ້ງ, ​ແທັງ​ຫວາ, ກວ໋າງນິງ, ບັກ​ຢາງ, ບັກ​ນິງ, ຝູທໍ້, ບິ່ງ​ເຢືອງ, ດັກ​ລັກ, ດັກ​ນົງ, ອານ​ຢາງ,...

(10) ​ໂດຍ​ສະ​ເພາະ​ແມ່ນ ​ໃນ​ບັນດາຄະດີພາຍ​ໃຕ້​ການ​ຕິດຕາມຊີ້​ນຳຂອງ ຄຊສປຕ​ສ ​ໄດ້​ດຳ​ເນີນ​ການ​ຍຶດ, ຍຶດຊົ່ວຄາວ, ຂຶ້ນ​ບັນຊີ, ປິດ​ລ້ອມ, ຢຸດ​ການ​ທຸລະ​ກຳ ສຳລັບ​ຊັບ​ສິນ​ທີ່​ມີ​ມູນ​ຄ່າ​ກວ່າ 50.000 ຕື້​ດົ່ງ.

ໃນໄລຍະເວລາການປະຕິບັດຄຳຕັດສິນ (ບັງຄັບ​ຄະດີ), ການ​ກູ້​ຄືນ​ຊັບ​ສິນ​ກໍ​ມີ​ການ​ປ່ຽນ​ແປງ; ​ໄລຍະ 2016 - 2018, ​ໄດ້​ກູ້​ຄືນ​ຊັບ​ສິນ​ເປັນ​ເງິນ 10.255 ຕື້​ດົ່ງ, ຫຼາຍ​ກວ່າ​ໄລຍະ 2013 - 2015 ​ເກືອບ 2 ​ເທົ່າ.

(11) ຄະນະ​ປະຈຳ​ຄະນະ​ພັກ​ນະຄອນ​ໂຮ່ຈີ​ມິນ; ຄະນະ​ກຳກັບ​ວຽກ​ງານ​ພັກ ຄະນະ​ກຳມະການ​ປະຊາຊົນ​ແຂວງ​ແຂງ​ຮ່ວາ.

(12) ປະກອບ​ດ້ວຍ: ກຳມະການ​ສູນ​ກາງ​ພັກ, ອະດີດ​ກຳມະການ​ສູນ​ກາງ​ພັກ 6 ຄົນ (​ໃນ​ນັ້ນ, 1 ຄົນ​ແມ່ນ​ກຳມະການ​ກົມ​ການ​ເມືອງ​ສູນ​ກາງ, 1 ຄົນ​ແມ່ນ​ອະດີດ ກຳມະການ​ກົມ​ການ​ເມືອງ​ສູນ​ກາງ, 1 ຄົນ​ແມ່ນ​ອະດີດ​ຮອງ​ນະ​ຍົກ​ລັດຖະມົນຕີ); 3 ຄົນ​​ແມ່ນ​ຮອງ​ລັດ​ຖະມົນຕີ, ອະດີດ​ຮອງ​ລັດຖະມົນຕີ, 5 ຄົນ​ແມ່ນ​ຮອງ​ເລຂາທິການ, ປະທານ​ສະພາ​ປະຊາຊົນ, ປະທານ​ຄະນະ​ກຳມະການ​ປະຊາຊົນ​ແຂວງ, ນະຄອນ​ສັງກັດ​ສູນ​ກາງ.

(13) ບັນດາ​ທ້ອງ​ຖິ່ນ​ທີ່ໄດ້ດຳ​ເນີນ​ການ​ສືບສວນ, ຟ້ອງສານ, ພິພາກສາ​ກໍລະນີ ຄະດີ​ສໍ້​ລາດ​ບັງ​ຫຼວງ, ຄະດີ​ເສດຖະກິດຫຼາຍ​ຄະດີ​ເຊັ່ນ ຮ່າ​ໂນ້ຍ, ນະຄອນ​ໂຮ່ຈີ​ມິນ, ​ແທັງ​ຫວາ, ບັກນິງ, ນາມ​ດິ້ງ, ​ເຊີນ​ລາ, ຮ່ວາບິ່ງ,...

(14) ​ແຕ່​ຕົ້ນ​ວາລະ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XII ມາ​ເຖິງ​ປະຈຸ​ບັນ, ຄະນະ​ບໍລິຫານ​ງານ​ສູນ​ກາງ, ກົມ​ການ​ເມືອງ​ສູນ​ກາງ, ຄະນະ​ເລຂາທິການ​ສູນ​ກາງ ​ໄດ້​ປະກາດ​ໃຊ້​​ເອກະສານ​ເກືອບ 80 ສະບັບ ​ເພື່ອ​ເພີ່ມ​ທະວີ​ວຽກ​ງານ​ກໍ່ສ້າງ​ພັກ, ລະບົບ​ການ​ເມືອງ ​ແລະ ການ​ປ້ອງ​ກັນ​ແລະ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ. ສະພາ​ແຫ່ງ​ຊາດ, ຄະນະ​ກຳມະການ​ປະຈຳ​ສະພາ​ແຫ່ງ​ຊາດ ​ໄດ້ປະກາດ​ໃຊ້ກົດໝາຍ 62 ສະບັບ, ກົດດຳລັດ 1 ສະບັບ, ມະຕິ 66 ສະບັບ; ລັດຖະບານ, ນາຍົກລັດຖະມົນຕີ​ ໄດ້​ອອກດຳລັດ 611 ສະບັບ, ມະຕິ 532 ສະ​ບັນ, ຂໍ້​ຕົກລົງ 197 ສະບັບ ​ເພື່ອ​ຍົກ​ສູງ​ປະສິດທິພາບ​ແລະ​ປະສິດທິ​ຜົນ ຂອງ​ການ​ຄຸ້ມ​ຄອງ​ລັດ​ໃນ​ບັນດາ​ຂົງ​ເຂດ​ຂອງ​ຊີວິດ​ສັງຄົມ.

(15) ບົດ​ສະຫຼຸບ​ເລກທີ 12-KL/TW, ລົງ​ວັນ​ທີ 23 ມີນາ 2017, ຂອງ​ກົມ​ການ​ເມືອງ​ສູນ​ກາງ​, ກ່ຽວ​ກັບ “ປັບປຸງ, ​ເພີ່ມ​ເຕີມ​ບາງ​ຂໍ້​ກຳນົດ​ກ່ຽວ​ກັບ​ວຽກ​ງານ​ພະນັກງານ”; ​ແຈ້ງ​ການ​ຂໍ້​ສະຫຼຸບ​ເລກທີ 36-TB/TW, ລົງ​ວັນ​ທີ 19 ກໍລະກົດ 2017, ຂອງ​ກົມ​ການ​ເມືອງ​ສູນ​ກາງ​​ ກ່ຽວ​ກັບວຽກ​ງານຜັດ​ປ່ຽນ​ພະນັກງານ; ຂໍ້​ກຳນົດ​ເລກທີ 89-QĐ/TW, ລົງ​ວັນ​ທີ 4 ສິງຫາ 2017, ຂອງ​ກົມ​ການ​ເມືອງ​ສູນ​ກາງ​, ກ່ຽວ​ກັບ “ກອບ​ມາດຕະຖານ​ຍົດ​ຕຳ​ແໜ່​ງ, ການ​ກຳນົດ​ທິດ​ກອບ​ເກນ​ການ​ປະ​ເມີນ​ພະນັກງານ​ນຳພາ, ຄຸ້ມ​ຄອງ​ທຸກ​ລະດັບ”; ຂໍ້​ກຳນົດ​ເລກທີ 90-QĐ/TW, ລົງ​ວັນ​ທີ 4 ສິງຫາ 2017, ຂອງ​ກົມ​ການ​ເມືອງ​ສູນ​ກາງ, ກ່ຽວ​ກັບ “ກອບ​ມາດຕະຖານ​ຍົດ​ຕຳ​ແໜ່​ງ, ​ເກນ​ການ​ປະ​ເມີນ​ພະນັກງານພາຍ​ໃຕ້​ການ​ຄຸ້ມຄອງ​ຂອງ​ຄະນະ​ບໍລິຫານ​ງານ​ສູນ​ກາງ, ກົມ​ການ​ເມືອງ​ສູນ​ກາງ, ຄະນະ​ເລຂາທິການ​ສູນ​ກາງ”; ຂໍ້​ກຳນົດ​ເລກທີ 98-QĐ/TW, ລົງ​ວັນ​ທີ 7 ຕຸລາ 2017, ຂອງ​ກົມ​ການ​ເມືອງ​ສູນ​ກາງ, “ກ່ຽວ​ກັບ​ການ​ຜັດປ່ຽນ​ພະນັກງານ”; ຂໍ້​ສະຫຼຸບ​ເລກທີ 24-KL/TW, ລົງ​ວັນ​ທີ 15 ທັນວາ 2017, ຂອງ​ກົມ​ການ​ເມືອງ​ສູນ​ກາງ​, “ກ່ຽວ​ກັບ​ຫຼັກການຍົກຍ້າຍ, ມອບ​ໝາຍ​, ຈັດ​ວາງ​ວຽກ​ງານ​ໃຫ້​ພະນັກງານ​ທີ່​ສູນ​ກາງ​ຜັດປ່ຽນ; ຂໍ້​ກຳນົດ​ເລກທີ 105-QĐ/TW, ລົງ​ວັນ​ທີ 19 ທັນວາ 2017, ຂອງ​ກົມ​ການ​ເມືອງ​ສູນ​ກາງ​, “ກ່ຽວ​ກັບ​ການ​ແບ່ງ​ຂັ້ນ​ຄຸ້ມ​ຄອງ​ພະນັກງານ ​ແລະ ການ​ແຕ່ງ​ຕັ້ງ, ​ແນະນຳ​ພະນັກງານ​ຮັບ​ສະໝັກ​ເລືອກ​ຕັ້ງ”; ຂໍ້​ກຳນົດ​ເລກທີ 179-QĐ/TW, ລົງ​ວັນ​ທີ 25 ກຸມພາ 2019, ຂອງ​ກົມ​ການ​ເມືອງ​ສູນ​ກາງ, “ກ່ຽວ​ກັບ​ລະບອບ​ການ​ກວດກາ, ຕິດຕາມ​ກວດກາ​ພະນັກງານ”; ​ ແຈ້ງ​ການ​ຂໍ້​ສະຫຼຸບ​ເລກທີ 48-KL/TW, ລົງ​ວັນ​ທີ 26 ​ເມສາ 2019, ຂອງ​ຄະນະ​ເລຂາທິການ​ສູນ​ກາງ, “ກ່ຽວ​ກັບ​ຜົນ​ຂອງ​ການ​ກວດກາ​ຕົວ​ເອງ ​ແລະ ທົບ​ທວນ​ການ​ປະຕິບັດ​ວຽກ​ງານ​ພະນັກງານ”; ຄຳ​ສັ່ງ​ເລກທີ 35-CT/TW, ລົງ​ວັນ​ທີ 30 ພຶດສະພາ 2019, ຂອງ​ກົມ​ການ​ເມືອງ​ສູນ​ກາງ​, “ກ່ຽວ​ກັບ​ກອງ​ປະຊຸມ​ໃຫຍ່​ຄະນະ​ພັກ​ຂັ້ນຕ່າງໆ ກ້າວ​ໄປ​ເຖິງກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ XIII ຂອງ​ພັກ”; ຂໍ້​ກຳນົດ​ເລກທີ 205-QĐ/TW, ລົງ​ວັນ​ທີ 23 ກັນຍາ 2019, ຂອງ​ກົມ​ການ​ເມືອງ​ສູນ​ກາງ, “ກ່ຽວ​ກັບ​ການ​ຄວບ​ຄຸມ​ອຳນາດ​ໃນ​ວຽກ​ງານ​ພະນັກງານ ​ແລະ ການ​ຕໍ່ສູ້​ຕ້ານ​ການ​ວິ້ງ​ເຕັ້ນ​ຫາ​ຕຳ​ແໜ່​ງ, ວິ້ງ​ເຕັ້ນ​ຫາ​ອຳນາດ”; ຂໍ້​ກຳນົດ​ເລກທີ 214-QĐ/TW, ລົງ​ວັນ​ທີ 2 ມັງກອນ 2020, ຂອງ​ກົມ​ການ​ເມືອງ​ສູນ​ກາງ, ກ່ຽວ​ກັບ “ກອບ​ມາດຕະຖານ​ຍົດ​ຕຳ​ແໜ່​ງ, ​ເກນ​ການ​ປະ​ເມີນ​ພະນັກງານພາຍ​ໃຕ້​ການ​ຄຸ້ມ​ຄອງ​ຂອງຄະນະ​ບໍລິຫານ​ງານ​ສູນ​ກາງ, ກົມ​ການ​ເມືອງ​ສູນ​ກາງ, ຄະນະ​ເລຂາທິການ​ສູນ​ກາງ; ແຈ້ງ​ການ​ຂໍ້​ສະຫຼຸບ​ເລກທີ 71-KL/TW, ລົງ​ວັນ​ທີ 24 ມີນາ 2020, ຂອງ​ຄະນະ​ເລຂາທິການ​ສູນ​ກາງ, “ກ່ຽວ​ກັບ​ການ​ຈັດການ​ກັບ​ການລະ​ເມີດ​ໃນ​ວຽກ​ງານຮັບສະໝັກ ພະນັກງານ, ລັດຖະກອນ, ພາລະ​ກອນ ຕາມ​ແຈ້ງ​ການ​ຂໍ້ສະຫຼຸບ​ເລກທີ 43-TB/TW ລົງ​ວັນ​ທີ 28 ທັນວາ 2017 ຂອງ​ກົມ​ການ​ເມືອງ​ສູນ​ກາງ...

(16) ຕາມ​ການ​ປະ​ເມີນ​ຂອງ​ທະນາຄານ​ໂລກ, ສະພາບ​ແວດ​ລ້ອມທາງ​ທຸລະ​ກິດ​ຂອງ​ຫວຽດນາມ​ໃນ​ປີ 2017 ​ເພີ່ມ​ຂຶ້ນ 14 ຊັ້ນ​ເມື່ອ​ທຽບ​ກັບ​ປີ 2016 (ອັນ​ດັບ​ທີ 68/190 ເສດຖະກິດ​ໃນ​ໂລກ); ປີ 2019 ຢູ່​ໃນ​ອັນ​ດັບ​ທີ 69/190 ​ເສດຖະກິດ​ໃນ​ໂລກ. ຕາມ​ດັດຊະນີ​ຄວາມ​ສາມາດ​ແຂ່ງຂັນ​ລະດັບ​ແຂວງ (PCI) ປີ 2019, 81,3% ຂ​ອງຈຳນວນ​ວິ​ສາ​ຫະກິດ​ເຫັນ​ວ່າ “ພະນັກງານ​ລັດ​ແກ້​ໄຂ​ວຽກງານ​ມີ​ປະສິດທິ​ຜົນ” (​ເພີ່ມ​ຂຶ້ນ​ເມື່ອ​ທຽບ​ກັບ​ລະດັບ 67,4% ​ໃນ​ປີ 2015; 74,1% ​ໃນ​ປີ 2018); 72,6% ຂອງ​ຈຳນວນ​ວິ​ສາ​ຫະກິດ​ເວົ້າ​ວ່າ “​ເວລາ​ປະຕິບັດ​ຂັ້ນ​ຕອນ​ການ​ບໍລິຫານ​​ສັ້ນລົງ​ເມື່ອ​ທຽບ​ໃສ່​ລະບຽບການ” (ປີ 2017 ​ແມ່ນ 67%, ປີ 2018 ​ແມ່ນ 68,9%)… ຕາມ​ຜົນ​ການ​ຄົ້ນຄວ້າ​ຂອງ PAPI ປີ 2019, 87% ຂອງຜູ້ຊົມໃຊ້ ພໍໃຈກັບການບໍລິການກວດສອບ, ຢັ້ງຢືນ ​ແລະ​ການ​ບໍລິການ​ບໍລິຫານ​ລະດັບ​ຕາ​ແສງ,...

(17) ​ເຊັ່ນ ຄະດີ​ເຢືອງຈີ​ຢຸ໊ງ, ຄະດີ​ຫວູ ກວັກ​ບ໋າ​ວ, ຄະດີ​ຮວິ່ງ​ທິຮ່ວຽນຍື, ຄະດີ​ຟ້າ​ມກົງ​ແຢັງ, ຄະດີ​ຮ່າ​ວັນ​ຖຳ, ຄະດີ​ຢາງ​ກິມດາດ, ຄະດີ​ດິງລາ​ທັງ, ຄະດີ​ຈິ້ງ​ຊວັນ​ແທັງ, ຄະດີ​ຟານ​ວັນ​ແອັງ​ຫວູ, ຄະດີການ​ພະນັນ​ແລະ​ການຈັດ​ຕັ້ງ​ການ​ພະນັນ ​ເກີດ​ຂຶ້ນ​ໃນ​ແຂວງ​ຝູທໍ້​ແລະ​ບາງ​ທ້ອງ​ຖິ່ນ, ຄະດີບໍລິສັດ AVG, ຄະດີ​ດິງງ້ອ​ກ​ເຮ້...

(18) “ຄຽງ​ຄູ່​ກັບການ​ຈັດການຢ່າງ​ເຂັ້ມ​ງວດ ກັບ​ກໍລະນີ​ການລະ​ເມີດ, ພວກ​ເຮົາ​ກໍ​ຕ້ອງ​ມີ​ກົນ​ໄກ​ເພື່ອ​ປົກ​ປ້ອງ, ສົ່ງ​ເສີມ​ພະນັກງານ​, ສະມາ​ຊິກ​ພັກ, ຫົວໜ້າ​ອົງການ​ທີ່​ກ້າ​ຄິດ, ກ້າ​ເຮັດ, ກ້າ​ຮັບຜິດຊອບ, ກ້າຫານ​ນຳ​ໜ້າ​ໃນ​ການ​ປ່ຽນ​ແປງ​ໃໝ່ ​ເພື່ອພາລະກິດ​ການ​ພັດທະນາ​ປະ​ເທດ; ການ​ປະ​ເມີນ​ແລະ​ການ​ຮັບ​ຮູ້ຄວາມ​ຜິດພາດ ກໍ​ຕ້ອງ​ໄດ້​ຈັດ​ຢູ່​ໃນ​ເງື່ອນ​ໄຂ​ແລະສະພາບ​ການປະຫວັດສາດສະເພາະ ​ເພື່ອ​​ໃຫ້​ມີ​ທັດສະນະການ​ຈັດການ​ທີ່​ພາວະ​ວິ​ໄສ​ແລະ​ເໝາະ​ສົມ.” (ຄຳ​ສະຫຼຸບ​ຂອງ​ສະຫາຍ​ເລຂາທິການ​ໃຫຍ່ ຫງວຽນ​ຝູຈ້ອງ, ຫົວໜ້າຄະນະ​ຊີ້​ນຳ ກ່າວທີ່​ກອງ​ປະຊຸມ​ທົ່ວ​ປະ​ເທດ​ກ່ຽວ​ກັບ​ວຽກ​ງານ​ປ້ອງ​ກັນ​ແລະ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງປີ 2018)

(19) ​ເຊັ່ນ ​ບັນດາ​ຄະດີ​ທີ່​ເກີດ​ຂຶ້ນ​ຢູ່: ກຸ່​ມບໍລິສັດ​ນ້ຳມັນ​ອາຍ​ແກ໊ສ​ແຫ່ງ​ຊາດ​ຫວຽດນາມ (PVN), ສະຫະ​ບໍລິສັດການ​ຂົນ​ສົ່ງ​ທາງ​ທະ​ເລ​ຫວຽດນາມ (Vinalines), ທະນາຄານ ດ້າຍ​ເຢືອງ, ທະນາຄານ​​ກໍ່ສ້າງ​ຫວຽດນາມ, ທະນາຄານ​ດົງ​ອ໋າ, ທະນາຄານ​ດ້າຍ​ຕິ້ນ, ທະນາຄານ​ເພື່ອ​ການ​ລົງທຶນ​ແລະ​ພັດທະນາ​ຫວຽດນາມ...

(20) ​ເຊັ່ນ ​ຄະດີ​ບໍລິສັດ AVG ​ແມ່ນ​ຫຼາຍ​ກວ່າ 8.770 ຕື້​ດົ່ງ; ບັນດາ​ຄະດີ​ກ່ຽວ​ກັບ​ຟານ​ວັນ​ແອ​ງຫວູ​ ​ແມ່​ປະມານ 20.000 ຕື້​ດົ່ງ; ຄະ​ດີ​​ເກີດ​ຂຶ້ນ​ທີ່​ທະນາຄານ​ດ້າຍ​ຕິ້ນ ​ແມ່ນ​ຫຼາຍ​ກວ່າ 10.000 ຕື້​ດົ່ງ; ຄະ​ດີ​ເກີດ​ຂຶ້ນ​ທີ່​ທະນາຄານ​ກໍ່ສ້າງ​ຫວຽດນາມ​ ແມ່ນ​ຫຼາຍ​ກວ່າ 9.000 ຕື້​ດົ່ງ...

(21) ອັດຕາ​ສ່ວນ​ຄະດີການ​ສໍ້​ລາດ​ບັງ​ຫຼວງ / ຄະດີ​ການ​ສໍ້​ລາດ​ບັງ​ຫຼວງ​ແລະເສດຖະກິດ ທີ່​ຖືກ​ຟ້ອງ​ສານ​​ແຕ່​ປີ 2011 ​ເຖິງ​ປີ 2016 ​ແມ່ນ 19,2% (1.667 ຄະດີ / 8.668 ຄະດີ); ​ແຕ່​ປີ 2016 ​ເຖິງ​ປີ 2019 ​ແມ່ນ 23,5% (1.267 ຄະດີ / 5.380 ຄະດີ). ໃນຄະດີເສດຖະກິດແລະການສໍ້ລາດບັງຫຼວງທັງໝົດ 119 ຄະດີພາຍໃຕ້ການ​ຕິດຕາມຊີ້​ນຳຂອງ ຄຊສປຕສ, ມີຄະດີສໍ້ລາດບັງຫຼວງ 34 ຄະດີ (28,57%); ຫຼາຍ​ຄະດີ​​ໄດ້ຖືກຂະຫຍາຍ​ການ​ສືບສວນ, ​ເຊັ່ນ: 1- ຄະດີ​ເກີດ​ຂຶ້ນ​ທີ່​ສະຫະ​ບໍລິສັດ​ກະສິກຳ​ໄຊ​ງ່ອນ, ໃນເບື້ອງຕົ້ນດຳເນີນຄະດີ​ໃນ​ຄວາມ​ຜິດ “ລະເມີດກົດລະບຽບວ່າ​ດ້ວຍການຄຸ້ມຄອງ ແລະນຳໃຊ້ຊັບສິນຂອງລັດ, ກໍ່​ໃຫ້​ເກີດ​ການສູນເສຍແລະສິ້ນ​ເປືອງ”; ຫຼັງ​ຈາກ​ການ​ສືບສວນ​​ເປີດ​ກວ້າງ, ອົງການ​ສືບສວນ​ໄດ້​ເພີ່ມ​ຄຳ​ຕັດສິນ​ໃນ​ການ​ດຳ​ເນີນ​ຄະດີ ໃນຂໍ້​ຫາ “ການ​ຍັກ​ຍອກ​ເອົາ​ຊັບ​ສິນ”, ດຳເນີນຄະດີຈຳ​ເລີຍ 7 ຄົນໃນຂໍ້​ຫາ “ການ​ຍັກ​ຍອກ​ເອົາ​ຊັບ​ສິນ”; 2- ​ເປີດ​ກວ້າງ​ການ​ສືບສວນ​ໄລຍະ II ຄະດີ​ກາ​ນພະນັນ​ແລະການ​ຈັດ​ຕັ້ງ​ການພະນັນ​ເກີດ​ຂຶ້ນ​ທີ່​​ແຂວງ ຝູທໍ້ ​ແລພ ​ບ້ງທ້ອງ​ຖິ່ນ, ອົງການສືບສວນ​ໄດ້​ດຳ​ເນີນ​ຄະດີ​ຕື່ມ​ອີກໃນ​ຂໍ້​ຫາ “ການ​ສວຍ​ໃຊ້​ຕຳ​ແໜ່​ງ​ແລະ​ອຳນາດ ໃນຂະນະປະຕິບັດໜ້າທີ່”, ດຳ​ເນີນ​ຄະ​ດີກັບ​ຜູ້​ຖືກ​ກ່າວ​ຫາ​ຕໍ່​ຫົວໜ້າອົງ​ການ​ກວດກາກະຊວງ​ຖະ​ແຫຼ​ງຂ່າວ​ແລະ​ສື່ສານ; 3- ຄະດີ Mobifone ຊື້ 95% ຈຳນວນ​ຫຸ້ນ​ສ່ວນ​ຂອງ​ບໍລິສັດ AVG, ​ໃນ​ເບື້ອງ​ຕົ້ນ ດຳ​ເນີນ​ຄະດີໃນ​ຂໍ້​ຫາ “ລະ​ເມີດກົດລະບຽບວ່າ​ດ້ວຍການຄຸ້ມ​ຄອງ​ແລະ​ນຳ​ໃຊ້ທຶນ​ລົງ​ທຶນ ​ກໍ່​ໃຫ້​ເກີດ​ຜົນ​ກະທົບ​ຮ້າຍ​ແຮງ”; ​ໃນ​ຂະ​ບວນການ​ສືບສວນ​​ເປີດ​ກວ້າງ, ໄດ້ດຳເນີນຄະດີຕື່ມອີກ​ໃນ​ຂໍ້​ຫາ “ການຮັບ​ເອົາ​ສິນ​ບົນ” ​ແລະ “ການ​ໃຫ້​ສິນ​ບົນ”, ດຳເນີນຄະດີຕື່ມ​ອີກຈຳ​ເລີຍ 4 ຄົນໃນຂໍ້​ຫາ “ການ​ຮັບ​ເອົາ​ສິນ​ບົນ”, ດຳ​ເນີນ​ຄະດີຈຳ​ເລີຍ 1 ຄົນໃນຂໍ້​ຫາ “ການ​ໃຫ້​ສິນ​ບົນ”; 4- ຄະດີ ຟານ​ວັນ​ແອັງ​ຫວູ ​ແລະ​ຜູ້​ສົມຮູ້​ຮ່ວມ​ຄິດ; ດິງງ້ອກ​ເຮ້ ແລະ​ຜູ້​ສົມຮູ້​ຮ່ວມ​ຄິດ, ມາ​ເຖິງ​ປະຈຸ​ບັນ ໄດ້​ເປີດ​ກວ້າງ​ການ​ສືບສວນ ​ແລະຈັດການ​ຕໍ່ 11 ຄະດີ ​ແລະ 11 ກໍລະນີ​ທີ່​ກ່ຽວຂ້ອງ, ​ໃນ​ນັ້ນ​ຫຼາຍ​ຄະດີ​ແລະ​ຈຳ​ເລີຍ​ຫຼາຍ​ຄົນ  ຖືກນຳຕົວ​ໄປ​ພິພາດ​ສາ​ຄະດີ ໃນຂໍ້ຫາການສໍ້ລາດບັງຫຼວງ.

(22) ລະຫວ່າງກໍລະນີການລະ​ເມີດ​ເຊິ່ງຜູ້​ຕ້ອງ​ຫາ, ຈຳ​ເລີຍ​ເປັນ​ຜູ້ນຳ, ຜູ້​ມີ​ອຳນາດ​ຕັດສິນ ​ແລະ ຜູ້​ເປັນ​ທີ່​ປຶກສາ, ຜູ້​ປະຕິບັດ​ງານ, ຜູ້​ປະຕິບັດ​ໜ້າ​ທີ່​ທີ່​ຂັ້ນ​ເທິງ​ມອບ​ໝາຍ; ລະຫວ່າງ​ຫົວໜ້າ​ ແລະ ​ພະນັກງານ, ຜູ້​ອອກ​ແຮງ​ງານ​ຮັບ​ເງີ​ນ​ເດືອນ; ລະຫວ່າງ ຜູ້​ບົງ​ການ, ຜູ້ນຳ​ການ​ດຳ​ເນີນ​ການ​ຢ່າງ​ຫ້າວຫັນ ​ແລະ ຜູ້​ສົມຮູ້​ຮ່ວມ​ຄິດ; ລະຫວ່າງ​ຜູ້ທີ່​ຄົດ​ໂກງ, ປົກ​ປິດ​ປະຕິ​ເສດ​ຄວາມ​ຜິດ ​ແລະ ຜູ້​ມີ່​ໃຫ້ການ​ດ້ວຍ​ຄວາມ​ຈິງ​ໃຈ, ກັບ​ໃຈ​ກິນ​ແໜງ, ຕັ້ງໜ້າ​ແກ້​ໄຂ​ຜົນ​ທີ່​ຕາມ​ມາ...

(23) ປີ 2017, ສຳເລັດແລະລື່ນກາຍຄາດໝາຍເສດຖະກິດ - ສັງຄົມ ສຳລັບ 12 ​ໃນ 13 ຄາດໝາຍ, ການ​ເຕີບ​ໂຕ ຈີ​ດີ​ພີ ບັນລຸ 6,81%; ປີ 2018, ສຳ​ເລັດ​ແລະ​ລື່ນ​ຄາດໝາຍເສດຖະກິດ - ສັງຄົມ ສຳລັບ 13 ​ໃນ 13 ຄາດໝາຍ, ການ​ເຕີບ​ໂຕ ຈີ​ດີ​ພີ ບັນລຸ 7,08%, ​ແມ່ນລະດັບ​ສູງ​ທີ່​ສຸດ​ໃນ​ຊຸມ​ປີ​ທົດ​ສະ​ວັດ​ທີ່​ຜ່ານ​ມາ; ປີ 2019, ມີ 12 ​ໃນ 12 ຄາດໝາຍໝາຍ​ເສດຖະກິດ - ສັງຄົມ​ ໄດ້​ສຳ​ເລັດ​ແລະ​ລື່ນ​ຄາດໝາຍ​ແຜນການ, ການ​ເຕີບ​ໂຕ ຈີ​ດີ​ພີ ບັນລຸ 7,02%, ​ແມ່ນ​ປີ​ທີ່​ສອງ​ທີ່​ການ​ເຕີບ​ໂຕ ຈີ​ດີ​ພີ ລື່ນ​ລະດັບ 7% ນັບ​ແຕ່​ປີ 2011;…

(24) ຕາມບົດ​ລາຍ​ງານສະບັບ​ເລກທີ 16-BCĐT/DLXH, ວັນທີ 6 ສິງຫາ 2019, ຂອງ​ສະ​ຖາ​ບັນຫາ​ງສຽງ​ສັງຄົມ ຄະນະ​ໂຄສະນາ​ອົບຮົມ​ສູນ​ກາງ, 80% ຂອງ​ຄົນ​ທີ່​ຖືກ​ຖາມ​ກ່າວ​ວ່າ, ບັນຫາ​ສໍ້​ລາດ​ບັງຫຼວງຢູ່ໃນອັນດັບໜຶ່ງຂອງ​ບັນຫາ​ທີ່​ປະຊາຊົນ​ມີ​ຄວາມ​ເປັນ​ຫ່ວງແລະກັງວົນທີ່ສຸດ.

(25), (26) ຄຳ​ຖະ​ແຫຼງສະຫຼຸບ​ຂອງ​ສະຫາຍ​ເລຂາທິການ​ໃຫຍ່​ຫງວຽນ​ຝູຈ້ອງ, ຫົວໜ້າ ຄຊສປຕສ ທີ່​ກອງ​ປະຊຸມ​ທົ່ວ​ປະ​ເທດ​ກ່ຽວ​ກັບ​ວຽກ​ງານ​ການ​ປ້ອງ​ກັນ​ແລະ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ, ວັນ​ທີ 5 ພຶດສະພາ 2014.

(27) ໜັງສືພິມ ປະຊາຊົນ, ສະບັບ​ອອກ​ໃນ​ໂອກາດບຸນປີ​ໃໝ່ ປີ​ຈໍ 2018.

* ບົດ​ນີ້​ໄດ້​ລົງ​ພິມ​ໃນ​ວາລະສານ​ກອມ​ມູນິດ ສະບັບ​ທີ 943 (​ເດືອນ​ມິຖຸນາ 2020)