ການທູດຫວຽດນາມ - 80 ປີພາຍໃຕ້ການນຳພາຂອງພັກ

ໂດຍ ບູ່ຍ ແທງ ເຊີນ
ກຳມະການສູນກາງພັກ, ຮອງນາຍົກລັດຖະມົນຕີ
11:36, 19-03-2026

ວກ. - ຕະຫຼອດໄລຍະເວລາ 80 ປີທີ່ຜ່ານມາ, ນັບຕັ້ງແຕ່ເຫດການສຳຄັນທາງປະຫວັດສາດໃນເດືອນສິງຫາ 1945, ການທູດຫວຽດນາມ ເຊິ່ງກໍ່ຕັ້ງໂດຍປະທານໂຮ່ຈີມິນ ຜູ້ນຳທີ່ປີຊາສາມາດແລະນັກການທູດທີ່ໂດດເດັ່ນ ພາຍໃຕ້ການນຳພາຂອງພັກກອມມູນິດ, ໄດ້ຮັກສາຈິດວິນຍານແຫ່ງການປະຕິວັດ, ເສີມຂະຫຍາຍມູນເຊື້ອອັນສະຫງ່າງາມ, ຮັບໃຊ້ປະເທດຊາດແລະປະຊາຊົນ ແລະ ມີສ່ວນສຳຄັນຕໍ່ໄຊຊະນະອັນຍິ່ງໃຫຍ່ຂອງປະເທດຊາດໂດຍຕະຫຼອດ. ການທູດຫວຽດນາມໄດ້ສ້າງຮອຍປະທັບທີ່ເລິກເຊິ່ງໃນທຸກໄລຍະປະຫວັດສາດຂອງປະເທດ, ຕັ້ງແຕ່ການໄດ້ຮັບແລະຮັກສາເອກະລາດຂອງຊາດ, ການທ້ອນໂຮມປະເທດຊາດເປັນເອກະພາບ ຈົນເຖິງໜ້າທີ່ກໍ່ສ້າງແລະປົກປັກຮັກສາປະເທດຊາດ.

ທ່ານປະທານໂຮ່ຈີມິນ ແລະ ເລຂາທິການທີ່ໜຶ່ງ ເລ ຢວນ ເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງທີ XXII ຂອງພັກກອມມູນິດສະຫະພາບໂຊວຽດ, ປີ 1961 _ພາບ: TTXVN

ການທູດໃນພາລະກິດການປົດປ່ອຍຊາດ ແລະ ການທ້ອນໂຮມປະເທດເປັນເອກະພາບ

ນັບຕັ້ງແຕ່ເລີ່ມກໍ່ຕັ້ງ, ພັກກອມມູນິດຫວຽດນາມ ແລະ ປະທານໂຮ່ຈີມິນ ໄດ້ໃຫ້ຄວາມສຳຄັນຢ່າງຍິ່ງຕໍ່ບົດບາດຂອງການທູດ ໃນຖານະວິທີການສຳຄັນ ໃນການປົກປ້ອງຜົນປະໂຫຍດຂອງຊາດ. ປະທານໂຮ່ຈີມິນເຄີຍກ່າວວ່າ: ວິທີທີ່ດີທີ່ສຸດໃນການຕໍ່ສູ້ແມ່ນການໃຊ້ກົນລະຍຸດ, ທີສອງແມ່ນດ້ວຍການທູດ ແລະ ທີສາມແມ່ນດ້ວຍການໃຊ້ກຳລັງທະຫານ(1). ໃນໄລຍະຕໍ່ມາແຫ່ງການປົດປ່ອຍຊາດ ແລະການທ້ອນໂຮມປະເທດເປັນເອກະລາດ, ການທູດໄດ້ສ້າງຮ່ອງຮອຍອັນເລິກເຊິ່ງໄວ້ໃນໄຊຊະນະອັນຍິ່ງໃຫຍ່ຂອງຊາດ, ຕັ້ງແຕ່ການໄດ້ຮັບເອກະລາດແລະຮັກສາເອກະລາດຂອງປະເທດຊາດມາຕັ້ງແຕ່ຊຸມປີຕົ້ນໆ ຂອງລັດຖະບານປະຕິວັດ ຈົນເຖິງໄຊຊະນະໃນສົງຄາມຕໍ່ຕ້ານລັດທິລ່າເມືອງຂຶ້ນແລະຈັກກະພັດ, ການປົດປ່ອຍພາກໃຕ້, ການທ້ອນໂຮມປະເທດເປັນເອກະພາບ ແລະ ພາລະກິດການສ້າງສາປະເທດຊາດຫຼັງສົງຄາມ.

ໃນໄລຍະເວລາຂອງການປົກປ້ອງເອກະລາດທີ່ຍັງໜຸ່ມນ້ອຍຂອງປະເທດ, ຊະຕາກຳຂອງປະເທດຕົກໃນສະຖານະການ ແຂວນເທິງເສັ້ນດ້າຍ”, “ຕ້ອງປະເຊິນໜ້າກັບສັດຕູທັງພາຍໃນແລະພາຍນອກປະເທດ” (ປີ 1945-1946), ການທູດມີບົດບາດສຳຄັນສະເໝີມາໃນການປົກປັກຮັກສາຜົນສຳເລັດຂອງການປະຕິວັດ, ຮັກສາອຳນາດການປົກຄອງປະຊາຊົນ ແລະ ຍືດເວລາໃນການລວມກຳລັງເພື່ອການຕໍ່ສູ້ຕໍ່ຕ້ານອັນຍາວນານຂອງຊາດ. ຄວາມສຳເລັດທາງການທູດທີ່ໂດດເດັ່ນໃນໄລຍະນີ້ແມ່ນ ການລົງນາມໃນສັນຍາເບື້ອງຕົ້ນໃນວັນທີ 6 ມີນາ 1946, ສັນຍາຊົ່ວຄາວໃນວັນທີ 14 ກັນຍາ 1946, ແລະ ຄວາມພະຍາຍາມທາງການທູດໃນກອງປະຊຸມດາລາດ ແລະ ກອງປະຊຸມ ຟອນເຕນໂບລ (ປະເທດຝຣັ່ງ). ຝ່າຍການທູດສາມາດຈັດການກິດຈະການກັບຫ້າປະເທດມະຫາອຳນາດພ້ອມກັນໄດ້ຢ່າງຊານສະຫຼາດ ແລະ ຮັບມືກັບກອງທັບຕ່າງປະເທດ 4 ກອງທັບ ເຊິ່ງປະກອບດ້ວຍທະຫານກວ່າ 30 ໝື່ນຄົນ. ນີ້ແມ່ນກົນລະຍຸດທາງການທູດທີ່ໂດດເດັ່ນ, ເຮັດໃຫ້ປະເທດຢູ່ໃນສະຖານະທີ່ດີທີ່ສຸດເທົ່າທີ່ຈະເປັນໄປໄດ້ ພາຍໃຕ້ສະຖານະການທີ່ຮ້າຍແຮງໃນເວລານັ້ນ.

ເມື່ອກ້າວເຂົ້າໃນສົງຄາມຕໍ່ຕ້ານພວກລ່າເມືອງຂຶ້ນຝຣັ່ງ (ປີ 1946-1954), ການທູດຫວຽດນາມໄດ້ຮັບໃຊ້ທັງສົງຄາມຕໍ່ຕ້ານ ແລະການຕໍ່ສູ້ຢ່າງຫ້າວຫັນເພື່ອທຳລາຍການປິດລ້ອມແລະການໂດດດ່ຽວ, ຂະຫຍາຍສາຍພົວພັນກັບໂລກພາຍນອກ ແລະຍາດແຍ່ງເອົາການສະໜັບສະໜູນ ແລະການຊ່ວຍເຫຼືອຈາກເພື່ອນມິດສາກົນ. ການທູດຫວຽດນາມໄດ້ປະກອບສ່ວນເຂົ້າໃນການສ້າງພັນທະມິດທາງການທະຫານກັບລາວແລະກຳປູເຈຍ, ຊຸກຍູ້ໃຫ້ສະຫະພາບໂຊວຽດ, ຈີນ ແລະ ປະເທດສັງຄົມນິຍົມອື່ນໆ ຮັບຮອງແລະສະຖາປະນາຄວາມສຳພັນທາງການທູດຢ່າງເປັນທາງການກັບຫວຽດນາມ, ກໍ່ຕັ້ງແນວຫຼັງທີ່ສຳຄັນແຫ່ງທີສອງຂອງການຕໍ່ຕ້ານລັດທິອານານິຄົມຝຣັ່ງ. ທາງການທູດຂອງຫວຽດນາມໄດ້ປະສານງານກັບແນວຮົບທາງທະຫານ ໃນການເສີມະຫຍາຍໄຊຊະນະອັນຍິ່ງໃຫຍ່ໃນສະໜາມຮົບ, ໂດຍສະເພາະໄຊຊະນະຄັ້ງປະຫວັດສາດທີ່ດ້ຽນບຽນຟູ ເພື່ອຍູ້ແຮງການຕໍ່ສູ້ຢູ່ໂຕະເຈລະຈາ, ບັງຄັບໃຫ້ປະເທດມະຫາອຳນາດຂອງໂລກລົງນາມໃນສັນຍາ ເຊີແນວ ກ່ຽວກັບການຢຸດຕິສົງຄາມ ແລະຟື້ນຟູສັນຕິພາບໃນອິນດູຈີນ. ການລົງນາມໃນສັນຍາ ເຊີແນວ ໄດ້ຢຸດຕິການປົກຄອງແບບອານານິຄົມໃນຫວຽດນາມທີ່ຍາວນານເກືອບ 100 ປີຢ່າງສິ້ນເຊີງ, ຢືນຢັນສິດທິຂັ້ນພື້ນຖານຂອງຊາດຫວຽດນາມ ໃນດ້ານເອກະລາດ, ອະທິປະໄຕ, ເອກະພາບ ແລະ ຜືນແຜ່ນດິນອັນຄົບຖ້ວນ ເຊິ່ງເປັນພື້ນຖານທາງການເມືອງແລະທາງກົດໝາຍທີ່ສຳຄັນ ສຳລັບການຕໍ່ສູ້ທາງການເມືອງແລະການທູດ ໃນການປົດປ່ອຍພາກໃຕ້ ແລະການໂຮມປະເທດໃນເວລາຕໍ່ມາ.

ໃນການຕໍ່ສູ້ເພື່ອປົດປ່ອຍພາກໃຕ້ ແລະທ້ອນໂຮມປະເທດເປັນເອກະພາບ (ປີ 1954-1975), ໃນສະພາບການທີ່ຕ້ອງ "ໃຊ້ກຳລັງທີ່ອ່ອນແອກວ່າເພື່ອເອົາຊະນະຝ່າຍທີ່ເຂັ້ມແຂງກວ່າ", ການທູດໄດ້ກາຍເປັນ "ແນວຮົບສຳຄັນທີ່ມີຄວາມໝາຍທາງຍຸດທະສາດ"(2). ການທູດໄດ້ໃຊ້ປະໂຫຍດຈາກພະລັງຂອງກະແສການປະຕິວັດທັງສາມກະແສ, ສ້າງຄວາມສາມັກຄີ ແລະພັນທະມິດໃນການຕໍ່ສູ້ກັບລາວແລະກຳປູເຈຍ, ປະກອບສ່ວນເຂົ້າໃນໄຊຊະນະຂອງການປະຕິວັດໃນແຕ່ລະປະເທດ; ຍາດແຍ່ງເອົາການສະໜັບສະໜູນແລະການຊ່ວຍເຫຼືອຈາກບັນດາປະເທດສັງຄົມນິຍົມອ້າຍນ້ອງ, ໂດຍສະເພາະແມ່ນ ສະຫະພາບໂຊວຽດແລະຈີນ ແລະ ສ້າງຕັ້ງແນວຮ່ວມສາກົນທີ່ກວ້າງຂວາງ ເພື່ອສະໜັບສະໜູນການຕໍ່ສູ້ທີ່ຊອບທຳຂອງປະຊາຊົນຫວຽດນາມ. ຄຳເວົ້າຂອງທ່ານປະທານ ຟີເດນ ຄາສະໂຕຣ ແຫ່ງສາທາລະນະລັດກູບາທີ່ວ່າ "ເພື່ອຫວຽດນາມ, ປະຊາຊົນກູບາພ້ອມທີ່ຈະເສຍສະຫຼະແມ່ນແຕ່ເລືອດເນື້ອຂອງຕົນເອງ" ໄດ້ກາຍເປັນຄຳຂວັນແບບສັນຍະລັກ ທີ່ສະແດງເຖິງການສະໜັບສະໜູນຂອງມະນຸດຊາດຜູ້ກ້າວໜ້າຕໍ່ຫວຽດນາມ. ໂດຍສະເພາະ ການທູດໄດ້ປະສົມປະສານກັບການທະຫານແລະການເມືອງ ໃນການສ້າງທ່າສະໜາມຮົບທີ່ "ທັງສູ້ຮົບ, ທັງເຈລະຈາ" ຢ່າງສຳເລັດຜົນ ໂດຍນຳໄປສູ່ສັນຍາ ປາຣີ ວ່າດ້ວຍການຢຸດຕິສົງຄາມ ແລະຟື້ນຟູສັນຕິພາບໃນຫວຽດນາມໃນທີ່ສຸດ. ໄຊຊະນະໃນການເຈລະຈາໄດ້ບັງຄັບໃຫ້ສະຫະລັດອາເມລິກາຕ້ອງຫຼຸດລະດັບຄວາມຮຸນແຮງຂອງສົງຄາມ ແລະ ລົງນາມໃນສັນຍາປາຣີ ໃນປີ 1973 ໂດຍຖອນທະຫານ ແລະອາວຸດທັງໝົດ ອອກຈາກພາກໃຕ້ຫວຽດນາມ ເຊິ່ງສ້າງເງື່ອນໄຂທີ່ເອື້ອອຳນວຍຕໍ່ການເຕົ້າໂຮມກຳລັງຂອງກອງກຳລັງປະຕິວັດຫວຽດນາມ. ຕັ້ງແຕ່ນັ້ນມາ, ສະຖານະການໃນສະໜາມຮົບກໍ່ປ່ຽນໄປໃນທາງທີ່ເປັນປະໂຫຍດຕໍ່ການປະຕິວັດ, ສ້າງໂອກາດໃຫ້ແກ່ການປົດປ່ອຍພາກໃຕ້ຫວຽດນາມຢ່າງສົມບູນ ແລະ ການທ້ອນໂຮມປະເທດເປັນເອກະພາບ.

ໃນຊ່ວງຫຼັງສົງຄາມ ເຊິ່ງເປັນໄລຍະເວລາຂອງການຟື້ນຟູສ້າງສາປະເທດ ແລະການພັດທະນາເສດຖະກິດ (ປີ 1975-1986), ການທູດແມ່ນແກນກາງແລະກຳລັງບຸກເບີກ ໃນການຕໍ່ສູ້ ເພື່ອນຳພາປະເທດຂອງເຮົາໃຫ້ພົ້ນຈາກຄວາມໂດດດ່ຽວທາງການເມືອງ ແລະ ການປິດລ້ອມແລະການຂວ້ຳບາດທາງເສດຖະກິດ. ຫຼັງຈາກໄຊຊະນະຄັ້ງປະຫວັດສາດໃນວັນທີ 30 ເມສາ 1975, ການທູດຍັງສືບຕໍ່ຢືນຢັນເຖິງຄວາມຖືກຕ້ອງຊອບທຳຂອງພາລະກິດສາກົນອັນສູງສົ່ງຂອງຫວຽດນາມ ໃນການຊ່ວຍເຫຼືອປະຊາຊົນກຳປູເຈຍໃຫ້ຫຼຸດພົ້ນຈາກລະບອບການຂ້າລ້າງເຜົ່າພັນຂອງໂພນປົດ; ໃນຂະນະດຽວກັນ, ປະເທດກໍຄ່ອຍໆ ຫຼຸດພົ້ນຈາກການຖືກໂດດດ່ຽວທາງການເມືອງ ການປິດລ້ອມແລະຂວ້ຳບາດທາງເສດຖະກິດ, ປະກອບສ່ວນເຂົ້າໃນການເອົາຊະນະຄວາມຫຍຸ້ງຍາກທາງດ້ານເສດຖະກິດແລະສັງຄົມ. ຫວຽດນາມໄດ້ພະຍາຍາມຟື້ນຟູສາຍພົວພັນເພື່ອນບ້ານທີ່ເປັນມິດກັບຈີນ ແລະ ສະມາຄົມປະຊາຊາດອາຊີຕາເວັນອອກສຽງໃຕ້ (ອາຊຽນ), ຕໍ່ສູ້ກັບນະໂຍບາຍປິດລ້ອມແລະຂວ້ຳບາດທາງເສດຖະກິດ, ພັດທະນາການພົວພັນກັບບັນດາປະເທດຊາດນິຍົມ ແລະປະເທດທີ່ບໍ່ເຂົ້າຮ່ວມກຸ່ມ ແລະ ຄ່ອຍໆ ຂະຫຍາຍສາຍພົວພັນກັບບັນດາປະເທດທຶນນິຍົມທີ່ພັດທະນາແລ້ວ ແລະເຊື່ອມໂຍງເຂົ້າກັບສາກົນ. ນີ້ແມ່ນໄລຍະເວລາທີ່ຫວຽດນາມໄດ້ເຂົ້າຮ່ວມເປັນສະມາຊິກຂອງອົງການຈັດຕັ້ງ ແລະເວທີປາໄສຫຼາຍຝ່າຍສາກົນທີ່ສຳຄັນ ເຊັ່ນ ຂະບວນການບໍ່ເຂົ້າຮ່ວມກຸ່ມ (NAM, ປີ 1976), ສະຫະປະຊາຊາດ (ປີ 1977). 

ການທູດໃນຂະບວນການປ່ຽນແປງໃໝ່ ແລະ ການເຊື່ອມໂຍງສາກົນ

ໃນໄລຍະເວລາແຫ່ງການປ່ຽນແປງໃໝ່ (ຕັ້ງແຕ່ປີ 1986 ຈົນເຖິງປະຈຸບັນ), ການທູດໄດ້ເສີມຂະຫຍາຍບົດບາດນຳໜ້າ ພາທາງໃນການສ້າງສັນຕິພາບ ແລະປົກປັກຮັກສາປະເທດຊາດ "ຕັ້ງແຕ່ຕົ້ນແລະຈາກໄລຍະໄກ", ເຊິ່ງເປີດສະພາບແວດລ້ອມນະໂຍບາຍການຕ່າງປະເທດທີ່ເອື້ອອຳນວຍ ຕໍ່ການສ້າງສາ ແລະປົກປັກຮັກສາປະເທດຊາດ. ແນວທາງການຕ່າງປະເທດທີ່ເປັນເອກະລາດ, ເປັນເຈົ້າຕົນເອງ, ສັນຕິພາບ, ການຮ່ວມມືແລະການພັດທະນາ, ຂະຫຍາຍການພົວພັນຫຼາຍກ້ຳຫຼາຍຝ່າຍ ຫຼາຍຮູບແບບ, ການເຊື່ອມໂຍງສາກົນຢ່າງຕັ້ງໜ້າ ເພື່ອຜົນປະໂຫຍດຂອງຊາດ-ປະເທດຊາດນັ້ນ ເປັນຜົນຂອງຂະບວນການປ່ຽນແປງໃໝ່ແລະການເປີດປະເທດ ທ່າມກາງການປ່ຽນແປງທັງພາຍໃນແລະພາຍນອກປະເທດ ແລະໄດ້ບັນລຸຜົນສຳເລັດແລະຜົນງານທີ່ສຳຄັນ ແລະມີຄວາມໝາຍທາງປະຫວັດສາດ.

ໃນຊ່ວງຕົ້ນຂອງຂະບນການປ່ຽນແປງໃໝ່ປະເທດ, ປະເທດຕ້ອງປະເຊີນກັບຄວາມຫຍຸ້ງຍາກທາງເສດຖະກິດ-ສັງຄົມພາຍໃນ ທັງຖືກຄັດຄ້ານຕ້ານຢັນຢ່າງຮຸນແຮງຈາກກຳລັງສັດຕູ, ການທູດໄດ້ເປັນເຈົ້າການໃນປະຕິບັດມາດຕະການຫຼາຍຢ່າງ ເຊິ່ງສົ່ງຜົນໃຫ້ຫຼຸດການຕ້ານຢັນທຳລາຍຢ່າງຮຸນແຮງຂອງບັນດາອິດທິກຳລັງສັດຕູ, ຟື້ນຟູການເຈລະຈາ, ປັບປຸງການພົວພັນກັບປະເທດມະຫາອຳນາດແລະປະເທດຕ່າງໆ ໃນພາກພື້ນ ແລະ ສ້າງເງື່ອນໄຂໃໝ່ທີ່ເອື້ອອຳນວຍຕໍ່ການກະຈາຍຄວາມຫຼາກຫຼາຍ ແລະການສ້າງສາຍພົວພັນຫຼາຍຝ່າຍໃນລະດັບສາກົນ. ນັບຕັ້ງແຕ່ທົດສະວັດ 1990 ເປັນຕົ້ນມາ, ຫວຽດນາໄດ້ຜັນຂະຫຍາຍແຜນນະໂຍບາຍ "ຂະຫຍາຍການພົວພັນແບບຫຼາຍກ້ຳຫຼາຍຝ່າຍ ຫຼາຍຮູບແບບ” ໂດຍໄດ້ເປີດກວ້າງແລະຍົກລະດັບສາຍພົວພັນສາກົນກັບບັນດາຄູ່ຮ່ວມມື, ໂດຍສະເພາະບັນດາປະເທດເພື່ອນບ້ານ, ບັນດາປະເທດໃຫຍ່ ແລະ ບັນດາຄູ່ຮ່ວມມືທີ່ສຳຄັນ. ຈາກປະເທດທີ່ຖືກປິດລ້ອມ, ໂດດດ່ຽວ ແລະຂວ້ຳບາດ, ປະຈຸບັນຫວຽດນາມໄດ້ສະຖາປະນາຄວາມສຳພັນທາງການທູດກັບ 194 ປະເທດ, ສ້າງເຄືອຂ່າຍການພົວພັນຄູ່ຮ່ວມມືທີ່ຮອບດ້ານຫຼືສູງກວ່າ ກັບ 38 ປະເທດ, ລວມເຖິງສະມາຊິກຖາວອນທັງໝົດຂອງສະພາຄວາມໝັ້ນຄົງແຫ່ງສະຫະປະຊາຊາດ, ປະເທດອາຊຽນທັງໝົດ, ປະເທດສະມາຊິກ G-7 ທັງໝົດ(3), ປະເທດເສດຖະກິດ 18 ປະເທດຈາກ 20 ປະເທດຂອງກຸ່ມ G-20(4) ແລະ ເປັນສະມາຊິກທີ່ຕັ້ງໜ້າຂອງສະມາຄົມສາກົນຫຼາຍກວ່າ 70 ແຫ່ງ. ການຍົກລະດັບແລະເສີມສ້າງສາຍພົວພັນກັບບັນດາຄູ່ຮ່ວມມືທີ່ສຳຄັນໄດ້ສ້າງມິຕິຍຸດທະສາດໃໝ່, ເພີ່ມທະວີການຮ່ວມມືກັບບັນດາຄູ່ຮ່ວມມື, ວາງຮາກຖານສຳລັບການພັດທະນາສາຍພົວພັນໄລຍະຍາວແລະຍືນຍົງ, ແລະເປີດໂອກາດທາງດ້ານນະໂຍບາຍການຕ່າງປະເທດທີ່ເອື້ອອຳນວຍຫຼາຍຂຶ້ນກວ່າທີ່ເຄີຍເປັນມາ ເພື່ອພາລະກິດການສ້າງສາແລະປົກປັກຮັກສາປະເທດຊາດ.

ພ້ອມກັບການປ້ອງກັນປະເທດ ແລະ ຄວາມໝັ້ນຄົງ, ການທູດປະກອບສ່ວນຮັກສາສະພາບແວດລ້ອມສັນຕິພາບແລະສະຖຽນລະພາບ ເພື່ອປົກປ້ອງປະເທດຊາດ "ຕັ້ງແຕ່ຕົ້ນແລະຈາກໄລຍະໄກ". ບັນຫາຊາຍແດນກັບບັນດາປະເທດທີ່ກ່ຽວຂ້ອງກຳລັງໄດ້ຮັບການແກ້ໄຂເທື່ອລະຂັ້ນ, ສ້າງພື້ນຖານທາງກົດໝາຍ ແລະ ເງື່ອນໄຂທີ່ເອື້ອອຳນວຍຕໍ່ການກໍ່ສ້າງຊາຍແດນທີ່ສະຫງົບສຸກ, ເປັນມິດແລະຮ່ວມມືກັນ, ສົ່ງເສີມການພັດທະນາເສດຖະກິດ-ສັງຄົມ ແລະເສີມສ້າງສັນຕິພາບ ແລະຄວາມໝັ້ນຄົງໃນພາກພື້ນ. ດຳເນີນການຕໍ່ສູ້ຢ່າງມີປະສິດທີພາບຕໍ່ກິດຈະກຳທີ່ລະເມີດອະທິປະໄຕ, ສິດອະທິປະໄຕ, ອຳນາດສານ ແລະ ຜົນປະໂຫຍດແຫ່ງຊາດ ຂອງຫວຽດນາມໃນທະເລ; ການທູດຫວຽດນາມໄດ້ຊຸກຍູ້ການເຈລະຈາ ແລະ ການຮ່ວມມື ເພື່ອແກ້ໄຂບັນຫາທີ່ຍັງຄ້າງຄາຢູ່ ແລະປະຕິບັດຖະແຫຼງການກ່ຽວກັບການປະພຶດຂອງບັນດາຝ່າຍໃນທະຕາເວັນອອກ (DOC) ຢ່າງຄົບຖ້ວນ, ແລະ ເຂົ້າຮ່ວມຢ່າງຕັ້ງໜ້າໃນການສ້າງປະມວນກົດລະບຽບການປະພຶດໃນທະເລຕາເວັນອອກ (COC) ທີ່ມີເນື້ອແທ້ ແລະມີປະສິດທິພາບ ເຊິ່ງສອດຄ່ອງກັບກົດໝາຍສາກັນ, ໂດຍສະເພາະແມ່ນອະນຸສັນຍາສະຫະປະຊາຊາດວ່າດ້ວຍກົດໝາຍທະເລປີ 1982 (UNCLOS). ນອກຈາກນີ້, ການທູດຍັງໄດ້ມີສ່ວນຮ່ວມຢ່າງຕັ້ງໜ້າໃນການຕໍ່ສູ້ເພື່ອປະຊາທິປະໄຕ, ສິດທິມະນຸດ, ສາສະໜາ ແລະ ຊົນເຜົ່າ, ປະກອບສ່ວນຮັກສາຄວາມໝັ້ນຄົງຂອງຊາດ, ຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມປອດໄພທາງສັງຄົມ.

ການທູດຫຼາຍຝ່າຍໄດ້ເສີມຂະຫຍາຍບົດບາດ ແລະສະຖານະຂອງຫວຽດນາມ, ຢືນຢັນວ່າ ຫວຽດນາມເປັນສະມາຊິກທີ່ຕັ້ງໜ້າ ແລະ ມີຄວາມຮັບຜິດຊອບຂອງປະຊາຄົມສາກົນ. ຫວຽດນາມເຂົ້າຮ່ວມເປັນສະມາຊິກອາຊຽນ, ເວທີປາໄສການຮ່ວມມືເສດຖະກິດອາຊີ-ປາຊີຟິກ (APEC) ແລະອົງການການຄ້າໂລກ (WTO) ແລະ ໄດ້ຂະຫຍາຍແລະຊຸກຍູ້ການພົວພັນສາກົນຢ່າງຕໍ່ເນື່ອງ, ຈາກການເຂົ້າຮ່ວມແລະມີສ່ວນຮ່ວມ ໄປສູ່ການປະກອບສ່ວນຢ່າງຕັ້ງໜ້າແລະເປັນຮູບປະທຳ ລວມເຖິງການເປັນສະມາຊິກທີ່ມີຄວາມຮັບຜິດຊອບໃນເວທີຫຼາຍຝ່າຍແລະສາກົນ. ຫວຽດນາມໄດ້ເຂົ້າຮ່ວມໃນການລິເລີ່ມແລະກຳນົດຮູບແບບກົນໄກການຮ່ວມມືໃໝ່ຫຼາຍຢ່າງ, ເຊັ່ນ: ເວທີການຮ່ວມມືອາຊີ-ເອີຣົບ (ASEM), ກອງປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດອາຊຽນບວກ (ADMM+)... ເພື່ອຜັນຂະຫຍາຍປະຕິບັດຄຳສັ່ງເລກທີ 25-CT/TW, ລົງວັນທີ 8 ສິງຫາ 2018, ຂອງຄະນະເລຂາທິການສູນກາງພັກ ເລື່ອງ "ການເສີມສ້າງແລະຍົກລະດັບການທູດຫຼາຍຝ່າຍເຖິງປີ 2030", ຫວຽດນາມໄດ້ປ່ຽນຈາກນະໂຍບາຍການເຂົ້າຮ່ວມ ມາເປັນການເສີມຂະຫຍາຍບົດບາດຂອງຕົນຢ່າງຕັ້ງໜ້າ ໃນຖານະ "ສະມາຊິກທີ່ມີຄວາມຮັບຜິດຊອບ"; ແລະ ໄດ້ປະຕິບັດໜ້າທີ່ສາກົນທີ່ສຳຄັນຫຼາຍຢ່າງ ໂດຍມີສ່ວນຮ່ວມໃນການກຳນົດກົດເກມໃນເວທີລະດັບພາກພື້ນ ແລະລະດັບໂລກທີ່ສຳຄັນ ເຊັ່ນ ສະພາຄວາມໝັ້ນຄົງແຫ່ງສະຫະປະຊາຊາດ, ສະພາສິດທິມະນຸດແຫ່ງສະຫະປະຊາຊາດ, ສະພາເສດຖະກິດແລະສັງຄົມແຫ່ງສະຫະປະຊາຊາດ, ອົງການຢູເນສະໂກ (UNESCO), ກົນໄກອະນຸພາກພື້ນແມ່ນໍ້າຂອງ, ຂະບວນການບໍ່ເຂົ້າຮ່ວມກຸ່ມ, ອົງການສາກົນວ່າດ້ວຍພາສາຝຣັ່ງ (OIF) ແລະອື່ນໆ; ຂະຫຍາຍການປະກອບສ່ວນຂອງຕົນໃນພາລະກິດຮັກສາສັນຕິພາບຂອງສະຫະປະຊາຊາດ ແລະ ປະຕິບັດການຄົ້ນຫາແລະກູ້ໄພສາກົນ. ຫວຽດນາມໄດ້ດຳລົງຕຳແໜ່ງສະມາຊິກບໍ່ຖາວອນຂອງສະພາຄວາມໝັ້ນຄົງແຫ່ງສະຫະປະຊາຊາດສອງຄັ້ງ (ປີ 2008-2009 ແລະ 2020-2021), ເປັນສະມາຊິກຂອງສະພາສິດທິມະນຸດແຫ່ງສະຫະປະຊາຊາດສອງຄັ້ງ (ປີ 2014-2016 ແລະ 2023-2025) ແລະ ເຂົ້າຮ່ວມໃນ 6 ຈາກ 7 ອົງການປົກຄອງທີ່ສຳຄັນຂອງ ຢູເນສະໂກ.

ການທູດທາງເສດຖະກິດທີ່ສະໜັບສະໜູນການພັດທະນາ ມີບົດບາດສຳຄັນຢ່າງຍິ່ງໃນຖານະແຮງຂັບເຄື່ອນໃນການພັດທະນາເສດຖະກິດແລະສັງຄົມ, ການບັນລຸເປົ້າໝາຍການພັດທະນາ ແລະການຍົກລະດັບຄຸນນະພາບຊີວິດຂອງປະຊາຊົນ. ຈາກປະເທດທີ່ລ້າຫຼັງແລະຖືກເສຍຫາຍຢ່າງໜັກໜ່ວງຈາກສົງຄາມ, ປະຈຸບັນ ເສດຖະກິດຂອງຫວຽດນາມກຳລັງເຕີບໂຕຢ່າງແຂງແຮງ ໂດຍຢູ່ອັນດັບ 32 ປະເທດທີ່ມີຜະລິດຕະພັນມວນລວມພາຍໃນປະເທດ (GDP) ສູງທີ່ສຸດ. ກິດຈະການເຊື່ອມໂຍງສາກົນຂອງຫວຽດນາມໄດ້ປ່ຽນຈາກການເຊື່ອມໂຍງເສດຖະກິດຢ່າງດຽວ ໄປສູ່ການເຊື່ອມໂຍງທີ່ຮອບດ້ານແລະເລິກເຊິ່ງຍິ່ງຂຶ້ນ. ມາຮອດປະຈຸບັນ, ຫວຽດນາມມີສາຍພົວພັນທາງເສດຖະກິດກັບປະເທດແລະເຂດແຄວ້ນຫຼາຍກວ່າ 230 ແຫ່ງ; ໄດ້ລົງນາມແລະຈັດຕັ້ງປະຕິບັດສັນຍາການຄ້າເສລີ (FTA) ຈຳນວນ 17 ສະບັບ, ລວມທັງສັນຍາການຄ້າເສລີລຸ້ນໃໝ່. ໂດຍປະຕິບັດຕາມຄຳສັ່ງເລກທີ 15-CT/TW, ລົງວັນທີ 10 ສິງຫາ 2022, ຂອງຄະນະເລຂາທິການສູນກາງພັກ “ກ່ຽວກັບການທູດທາງເສດຖະກິດເພື່ອຮັບໃຊ້ປະເທດຊາດຈົນຮອດປີ 2030”, ການຕ່າງປະເທດແລະການທູດໄດ້ລະດົມຊັບພະຍາກອນທີ່ສຳຄັນຫຼາຍຢ່າງ ເຊັ່ນ ການລົງທຶນໂດຍກົງຈາກຕ່າງປະເທດ (FDI) ແລະການຊ່ວຍເຫຼືອເພື່ອການພັດທະນາຢ່າງເປັນທາງການ (ODA), ຊ່ວຍໃຫ້ຫວຽດນາມສາມາດເຂົ້າຮ່ວມກຸ່ມ 20 ປະເທດຊັ້ນນຳໃນດ້ານປະລິມານການຄ້າ ແລະ ການດຶງດູດການລົງທຶນຈາກຕ່າງປະເທດທົ່ວໂລກ ແລະ ກາຍເປັນສ່ວນສຳຄັນໃນການເຊື່ອມໂຍງທາງເສດຖະກິດຫຼາຍດ້ານ ຜ່ານສັນຍາການຄ້າເສລີສອງຝ່າຍແລະຫຼາຍຝ່າຍຫຼາຍກວ່າ 500 ສະບັບ; ລະດົມການຮ່ວມມືຈາກພັນທະມິດຫຼັກໃນດ້ານຕ່າງໆ ທີ່ກຳລັງເຕີບໂຕ ເຊັ່ນ ການຫັນເປັນສີຂຽວ, ການຫັນເປັນດິຈິຕອນ, ການປ່ຽນແປງໃໝ່ປະດິດສ້າງ, ການເຂົ້າຮ່ວມໃນລະບົບຕ່ອງໂສ້ການສະໜອງ ແລະ ການຍົກລະດັບບົດບາດຂອງຫວຽດນາມໃນລະບົບຕ່ອງໂສ້ຄຸນຄ່າລະດັບໂລກ.

ບັນດາຂົງເຂດວຽກງານການຕ່າງປະເທດ ຍັງສືບຕໍ່ໄດ້ຮັບການຈັດຕັ້ງປະຕິບັດຢ່າງມີປະສິດທິພາບ ແລະ ຮອບດ້ານ. ວຽກງານທີ່ກ່ຽວຂ້ອງກັບຊາວຫວຽດນາມຢູ່ຕ່າງປະເທດປະສົບຄວາມສຳເລັດໃນການປະຕິບັດນະໂຍບາຍຂອງພັກ ແລະລັດຫວຽດນາມ ໃນການເບິ່ງແຍງດູແລຊາວຫວຽດນາມຢູ່ຕ່າງປະເທດເກືອບ 6 ລ້ານຄົນ, ປັບປຸງຄວາມສາມັກຄີໃນຊາດ ແລະລະດົມຊັບພະຍາກອນເພື່ອການພັດທະນາ ດ້ວຍໂຄງການລົງທຶນຫຼາຍພັນໂຄງການ ແລະເງິນໂອນຈາກຊາວຫວຽດນາມໃນຕ່າງປະເທດຫຼາຍຕື້ໂດລາສະຫະລັດຕໍ່ປີ. ວຽກງານຄຸ້ມຄອງພົນລະເມືອງໄດ້ປົກປ້ອງຄວາມໝັ້ນຄົງ, ຄວາມປອດໄພ, ສິດແລະຜົນປະໂຫຍດອັນຊອບທຳຂອງພົນລະເມືອງ ແລະວິສາຫະກິດຫວຽດນາມຢ່າງຕັ້ງໜ້າ, ໂດຍສະເພາະໃນເຂດສົງຄາມ, ເຂດທີ່ປະສົບໄພພິບັດ ແລະຄວາມບໍ່ໝັ້ນຄົງ. ຂໍ້ມູນຂ່າວສານພາຍນອກໄດ້ສົ່ງເສີມຮູບພາບຂອງປະເທດ, ປະຊາຊົນ, ວັດທະນະທຳ ແລະ ຜົນສຳເລັດຂອງຂະບວນການປ່ຽນແປງໃໝ່ຢ່າງແຂງແຮງ ດ້ວຍເນື້ອໃນ ແລະ ວິທີການທີ່ສ້າງສັນ. ການທູດທາງວັດທະນະທຳປະສົບຄວາມສຳເລັດໃນການຊຸກຍູ້ໃຫ້ອົງການ ຢູເນສະໂກ ຮັບຮອງແຫຼ່ງມໍລະດົກໂລກ ແລະສະຖານະມໍລະດົກໂລກຈຳນວນ 72 ແຫ່ງ ເຊິ່ງເປັນການອະນຸລັກຮັກສາຄຸນຄ່າທາງວັດທະນະທຳຂອງຊາດ ແລະ ລະດົມຊັບພະຍາກອນໃໝ່ ເພື່ອການພັດທະນາເສດຖະກິດ, ວັດທະນະທຳ ແລະ ສັງຄົມໃນທ້ອງຖິ່ນ.

ເມື່ອຫວນຄືນເບິ່ງເຖິງປະຫວັດສາດການທູດ 80 ປີທີ່ຜ່ານມາພາຍໃຕ້ການນຳພາຂອງພັກ, ຜົນສຳເລັດອັນຍິ່ງໃຫຍ່ເຫຼົ່ານີ້ບັນລຸໄດ້ດ້ວຍການນຳພາທີ່ຖືກຕ້ອງ, ສະຫຼຽວສະຫຼາດ ແລະສຽບແຫຼມຂອງພັກກອມມູນິດຫວຽດນາມ, ນຳໂດຍປະທານໂຮ່ຈີມິນ ແລະຜູ້ນຳພັກລຸ້ນຕໍ່ໆມາ ແລະການປະກອບສ່ວນອັນໃຫຍ່ຫຼວງຂອງນັກການທູດຜູ້ໂດດເດັ່ນ ເຊັ່ນ ຟ້າມ ວັນ ດົ່ງ, ເລ ດຶກ ທໍ້, ຫງວຽນ ຢຸຍ ຈິງ, ຊວນ ຖູຍ, ຫງວຽນ ທິ້ ບິ່ງ, ຫງວຽນ ເກີ ແຖ້ກ...ເຊິ່ງເປັນສັນຍາລັກແຫ່ງຄວາມກ້າຫານ ແລະສະຕິປັນຍາຂອງການທູດຫວຽດນາມ. ການທູດໄດ້ກາຍເປັນໜ້າທີ່ຂອງລະບົບການເມືອງທັງໝົດຢ່າງແທ້ຈິງ, ໂດຍເສົາຫຼັກຂອງການຕ່າງປະເທດໄດ້ເສີມຂະຫຍາຍກຳລັງແຮງໂດຍລວມແລະປະສານກັນຢ່າງຄົບຊຸດ: ການທູດຂອງລັດໄດ້ປະສົມປະສານຢ່າງກົມກຽວກັບການທູດຂອງພັກ ແລະການທູດປະຊາຊົນ...

ເຖິງວ່າຈະປະສົບຜົນສຳເລັດທີ່ສຳຄັນ, ແຕ່ການຈັດຕັ້ງປະຕິບັດວຽກງານການຕ່າງປະເທດກໍຍັງມີຂໍ້ຈຳກັດບາງຢ່າງ ເຊັ່ນ: ການໃຊ້ປະໂຫຍດຈາກປັດໄຈທີ່ເອື້ອອຳນວຍຈາກສະຖານະການສາກົນບໍ່ມີປະສິດທິພາບ; ການຮ່ວມມືພາຍໃນຂອບຄວາມສຳພັນທີ່ມີຢູ່ຍັງບໍ່ໄດ້ຮັບການໃຊ້ປະໂຫຍດຢ່າງເຕັມທີ່, ໂດຍສະເພາະ ໃນຂົງເຂດເສດຖະກິດແລະການຄ້າ, ການປ້ອງກັນປະເທດແລະຄວາມໝັ້ນຄົງ, ວິທະຍາສາດແລະເຕັກໂນໂລຊີ; ວຽກງານຄົ້ນຄວ້າແລະໃຫ້ຄຳປຶກສາບາງຄັ້ງຍັງຂາດຄວາມລະອຽດອ່ອນແລະທັນທ່ວງທີ. ຂໍ້ຈຳກັດສ່ວນໜຶ່ງເກີດຈາກປັດໄຈພາວະວິໄສ ເຊັ່ນ ສະຖານະການໂລກແລະພາກພື້ນທີ່ປ່ຽນແປງຢ່າງວ່ອງໄວແລະຄາດເດົາບໍ່ໄດ້, ການເກີດຂຶ້ນຂອງບັນຫາໃໝ່ໆ ທີ່ບໍ່ເຄີຍມີມາກ່ອນ ເຮັດໃຫ້ການຮັບມືເປັນໄປໄດ້ຍາກ; ແຕ່ສາເຫດຫຼັກມາຈາກປັດໄຈອັດຕະວິໄນ ເຊິ່ງເກີດຈາກຄວາມສາມາດທີ່ຈຳກັດຂອງພວກເຮົາ.

ຜົນສຳເລັດແລະຂໍ້ຈຳກັດທີ່ຜ່ານມາໄດ້ສ້າງບົດຮຽນອັນມີຄ່າຫຼາຍຢ່າງໃຫ້ແກ່ການຜັນຂະຫຍາຍປະຕິບັດວຽກງານການຕ່າງປະເທດ ແລະ ການທູດໃນອະນາຄົດ: ທີໜຶ່ງ, ບົດຮຽນກ່ຽວກັບການຮັກສາຜົນປະໂຫຍດສູງສຸດຂອງຊາດ-ປະເທດຊາດ. ຕະຫຼອດໄລຍະເວລາ 80 ປີແຫ່ງປະຫວັດສາດຂອງສາທາລະນະລັດສັງຄົມນິຍົມຫວຽດນາມ, ການທູດຂອງຫວຽດນາມໄດ້ຍຶດໝັ້ນໃນຄຳແນະນຳຂອງປະທານໂຮ່ຈີມິນທີ່ວ່າ “ການທູດຕ້ອງຮັບໃຊ້ຜົນປະໂຫຍດຂອງຊາດສະເໝີ" ແລະມີຈິດໃຈຂອງ "ການເອົາຫຼັກການເປັນພື້ນເພື່ອໝູນໃຊ້ຢ່າງໄຫວພິບ”; ທີສອງ, ບົດຮຽນກ່ຽວກັບການນຳພາທີ່ເປັນເອກະພາບ ແລະເດັດຂາດຂອງພັກ, ຄວາມສຽບແຫຼມໃນການປະເມີນແລະເຂົ້າໃຈສະຖານະການ, ຄວາມເດັດຂາດໃນການກຳນົດນະໂຍບາຍແລະມາດຕະການສະເພາະ; ທີສາມ, ບົດຮຽນກ່ຽວກັບການປະສົມປະສານຢ່າງກົມກຽວພະລັງພາຍໃນກັບພະລັງພາຍນອກ, ກຳລັງແຮງຂອງຊາດກັບກຳລັງແຮງຂອງຍຸກສະໄໝ; ການລະດົມການສະໜັບສະໜູນຢ່າງມະຫາສານທັງທາງດ້ານວັດຖຸ ແລະຈິດໃຈຈາກມະນຸດຊາດຜູ້ກ້າວໜ້າເພື່ອຫວຽດນາມ...

ເສີມຂະຫຍາຍບົດບາດ ບຸກເບີກ, ສຳຄັນ ແລະ ຕໍ່ເນື່ອງຂອງການທູດຫວຽດນາມໃນຍຸກໃໝ່ 

ໃນຊຸມປີຕໍ່ໜ້າ, ສະຖານະການໂລກຄາດວ່າຈະຍັງຄົງດຳເນີນໄປໃນທິດທາງທີ່ຄາດເດົາບໍ່ໄດ້ແລະສັບສົນ. ພູມສັນຖານໂລກຈະຍັງຄົງພັດທະນາໄປສູ່ລະບົບຫຼາຍຂົ້ວ, ຫຼາຍສູນກາງ ແລະ ຫຼາຍລະດັບຊັ້ນ ພ້ອມກັບການປ່ຽນແປງຢ່າງເລິກເຊິ່ງໃນດ້ານການເມືອງ, ຄວາມໝັ້ນຄົງ, ເສດຖະກິດ, ການທະຫານ ແລະ ວິທະຍາສາດ-ເຕັກໂນໂລຊີ. ຄວາມຂັດແຍ່ງໃນທ້ອງຖິ່ນ, ຂໍ້ພິພາກຊາຍແດນ, ຂໍ້ພິພາກດິນແດນ ແລະ ຄວາມຂັດແຍ່ງດ້ານຊັບພະຍາກອນທຳມະຊາດ ມີແນວໂນ້ມທີ່ຈະເກີດຂຶ້ນຕໍ່ໄປ ໂດຍຈະມີຄວາມສັບສົນຫຼາຍຂຶ້ນ, ເກີດຂຶ້ນໃນພື້ນທີ່ໃໝ່ ແລະ ໃນຮູບແບບທີ່ຫຼາກຫຼາຍ. ເສດຖະກິດໂລກຄາດວ່າຈະມີການເຕີບໂຕທີ່ບໍ່ໝັ້ນຄົງຍ້ອນຄວາມເຄັ່ງຕຶງທາງພູມິສາດການເມືອງໃນຫຼາຍພາກພື້ນ. ການແຂ່ງຂັນຍຸດທະສາດລະຫວ່າງບັນດາປະເທດມະຫາອຳນາດຈະສືບຕໍ່ຮຸນແຮງແລະຮອບດ້ານ, ນຳໄປສູ່ການແບ່ງແຍກແລະການແຍກສ່ວນຢ່າງຊັດເຈນໃນຫຼາຍຂົງເຂດ, ໂດຍມີຜົນກະທົບທີ່ເຊື່ອມໂຍງເຖິງຄວາມໝັ້ນຄົງຂອງຊາດ ແລະຜົນປະໂຫຍດດ້ານການພັດທະນາປະເທດ.

ພາຍໃນປະເທດ, ໄລຍະທີ່ກຳລັງຈະມາເຖິງນີ້ມີຄວາມສຳຄັນແລະເປັນຈຸດປ່ຽນສຳຄັນໃນການບັນລຸເປົ້າໝາຍການພັດທະນາເຖິງປີ 2030 ແລະວິໄສທັດປີ 2045 ເຊິ່ງເປັນການເປີດຍຸກໃໝ່ຂອງການພັດທະນາປະເທດຊາດ. ການປ່ຽນແປງທີ່ມີລັກສະນະຍຸກສະໄໝນີ້ ນຳມາເຊິ່ງໂອກາດແລະຂໍ້ໄດ້ປຽບໃໝ່ຫຼາຍຢ່າງ, ແຕ່ກໍຍັງກໍ່ໃຫ້ເກີດຄວາມທ້າທາຍຫຼາຍຢ່າງ

ເຊິ່ງຮຽກຮ້ອງໃຫ້ມີການຕັດສິນໃຈດ້ານນະໂຍບາຍປະຕິວັດເພື່ອທີ່ຈະເຂົ້າໃຈ ແລະເອົາຊະນະຄວາມທ້າທາຍເຫຼົ່ານັ້ນໄດ້ຢ່າງວ່ອງໄວ. ໃນຍຸກໃໝ່ແຫ່ງຄວາມກ້າວໜ້າຂອງປະເທດຊາດ, ການທູດຫວຽດນາມພະຍາຍາມທີ່ຈະກ້າວໄປສູ່ຄວາມສຳເລັດທີ່ຍິ່ງໃຫຍ່ກວ່າເດິມ ເພື່ອປະຕິບັດໜ້າທີ່ອັນສະຫງ່າງາມໃໝ່ ໃນຈິດໃຈຂອງການເສີມສ້າງສາຍພົວພັນຕ່າງປະເທດ ແລະການເຊື່ອມໂຍງສາກົນ ເຊິງເປັນສິ່ງສຳຄັນແລະຕ້ອງດຳເນີນການຢ່າງຕໍ່ເນື່ອງ.

ໂດຍຊາບຊຶມແນວຄິດດັ່ງກ່າວ, ການທູດຫວຽດນາມຈະສືບທອດແລະເສີມຂະຫຍາຍມູນເຊື້ອການທູດຂອງບັນພະບຸລຸດ ແລະ ບົດຮຽນອັນລ້ຳຄ່າຈາກ 80 ປີ ແຫ່ງສາທາລະນະລັດສັງຄົມນິຍົມຫວຽດນາມ, ປ່ຽນແປງໃໝ່ປະດິດສ້າງຢ່າງຕໍ່ເນື່ອງເພື່ອປັບຕົວໃຫ້ເຂົ້າກັບສະພາບການໃໝ່ໆ; ປະກອບສ່ວນຢ່າງເປັນເຈົ້າການແລະຕັ້ງໜ້າ ໃນການບັນລຸເປົ້າໝາຍຍຸດທະສາດຂອງປະເທດໃຫ້ປະສົບຄວາມສຳເລັດ. ໃນນັ້ນ, ທິດທາງທີ່ສຳຄັນມີດັງນີ້:

ທີໜຶ່ງ, ການທູດຕ້ອງມີບົດບາດນຳໜ້າ, "ສຳຄັນຍິ່ງແລະຕໍ່ເນື່ອງ" ໃນການສ້າງແລະປັບປຸງສະພາບແວດລ້ອມການຕ່າງປະເທດທີ່ເອື້ອອຳນວຍ ເພື່ອປະຕິບັດເປົ້າໝາຍຍຸດທະສາດສາມປະການຂອງນະໂຍບາຍການຕ່າງປະເທດຄື: ຄວາມໝັ້ນຄົງ, ການພັດທະນາ ແລະສະຖານະຂອງປະເທດ. ເປົ້າໝາຍໂດຍລວມແມ່ນ ການຮັກສາສະພາບແວດລ້ອມທີ່ສະຫງົບສຸກ, ໝັ້ນຄົງ ແລະ ເອື້ອອຳນວຍຕໍ່ພາລະກິດການສ້າງສາ ແລະປົກປັກຮັກສາປະເທດຊາດ; ປົກປ້ອງເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ, ສິດທິອະທິປະໄຕ, ເຂດອຳນາດສານ ແລະ ຜົນປະໂຫຍດແຫ່ງຊາດຂອງຫວຽດນາມ ຢ່າງເດັດດ່ຽວແລະຕໍ່ເນື່ອງ ຕາມກົດໝາຍຫວຽດນາມ ແລະ ສົນທິສັນຍາສາກົນທີ່ຫວຽດນາມເປັນພາຄີ; ປະກອບສ່ວນເຂົ້າໃນການປະຕິບັດໜ້າທີ່ຍຸດທະສາດໃນການພັດທະນາເສດຖະກິດ-ສັງຄົມ; ເສີມສ້າງບົດບາດ ແລະສະຖານະຂອງປະເທດໃນເວທີສາກົນ. ເພື່ອບັນລຸເປົ້າໝາຍດັ່ງກ່າວ, ການທູດຕ້ອງປັບປຸງປະສິດທິພາບຂອງກິດຈະກຳດ້ານການຕ່າງປະເທດໃຫ້ດີຍິ່ງຂຶ້ນ, ໂດຍສະເພາະແມ່ນການຮ່ວມມືໃນຂົງເຂດການເມືອງ, ການປ້ອງກັນປະເທດ-ຄວາມໝັ້ນຄົງ, ເສດຖະກິດ ແລະ ວັດທະນະທຳກັບບັນດາປະເທດອື່ນໆ; ສືບຕໍ່ເພີ່ມທະວີການພົວພັນກັບຄູ່ຮ່ວມມືຂອງເຮົາໃຫ້ແໜ້ນແຟ້ນ, ໝັ້ນຄົງ ແລະມີປະສິດທິຜົນຍິ່ງຂຶ້ນ ໂດຍສະເພາະແມ່ນ ກັບບັນດາປະເທດເພື່ອນບ້ານ ແລະປະເທດມະຫາອຳນາດ; ເຮົາຕ້ອງໃຫ້ຄວາມສຳຄັນກັບການຮັກສາສະຖຽນລະພາບ ແລະຄວາມກ້າວໜ້າໃນການພົວພັນ, ປັບປຸງແລະເສີມຂະຫຍາຍຄວາມໄວ້ວາງໃຈທາງການເມືອງ, ສົ່ງເສີມການຮ່ວມມືຢ່າງຮອບດ້ານໃນທຸກຂົງເຂດ, ພ້ອມທັງແກ້ໄຂຄວາມແຕກຕ່າງ ແລະບັນຫາທີ່ເກີດຂຶ້ນໃໝ່ ດ້ວຍຈິດໃຈແຫ່ງການຮ່ວມມື, ການຄວບຄຸມຄວາມຂັດແຍ້ງໂດຍອີງໃສ່ກົດໝາຍສາກົນ.

ທີສອງ, ການພົວພັນຕ່າງປະເທດມີບົດບາດສ້າງສັນແລະຂັບເຄື່ອນ, ເປີດໂອກາດໃໝ່ໃຫ້ແກ່ປະເທດ, ເຊື່ອມຕໍ່ກຳລັງພາຍໃນແລະພາຍນອກ ໂດຍກຳລັງພາຍໃນເປັນພື້ນຖານແລະໄລຍະຍາວ, ໃນຂະນະທີ່ກຳລັງພາຍນອກເປັນປັດໄຈສຳຄັນ ແລະເປັນປັດໄຈທີ່ກໍ່ໃຫ້ເກີດການປ່ຽນແປງຢ່າງກ້າວກະໂດດ. ນັ້ນແມ່ນແຫຼ່ງພະລັງທາງການຄ້າແລະການລົງທຶນ; ທ່າອ່ຽງການພັດທະນາເສດຖະກິດ ແລະການເຊື່ອມໂຍງທາງເສດຖະກິດ; ລະບຽບໂລກແບບຫຼາຍຂົ້ວ, ຫຼາຍສູນກາງທີ່ອີງໃສ່ກົດໝາຍສາກົນ; ແລະພະລັງຂອງຍຸກປະຕິວັດວິທະຍາສາດແລະເຕັກໂນໂລຊີ ແລະ ເສດຖະກິດພູມປັນຍາ... ຈາກປະສົບການຂອງບັນດາປະເທດທີ່ຜ່ານມາ, ໃນໄລຍະແຫ່ງການປ່ຽນແປງຢ່າງກ້າວກະໂດດນີ້, ໜ້າທີ່ຂອງການຕ່າງປະເທດແມ່ນການວາງຕຳແໜ່ງປະເທດໃຫ້ຢູ່ໃນຕຳແໜ່ງທີ່ເໝາະສົມທີ່ສຸດ ພາຍໃນແນວໂນ້ມ ແລະການເຄື່ອນໄຫວຫຼັກໆ ຂອງການພັດທະນາໂລກ; ພ້ອມກັນນັ້ນກໍຈຳເປັນຕ້ອງອຳນວຍຄວາມສະດວກ ແລະ ເຊື່ອມໂຍງການຮ່ວມມືກັບຄູ່ຮ່ວມມືຊັ້ນນຳ ໃນຂົງເຂດທີ່ເປັນການບຸກເບີກແລະຍຸດທະສາດ ເຊັ່ນ ປັນຍາປະດິດ, ວັດສະດຸເຊມິຄອນດັກເຕີ ແລະອື່ນໆ. ຄຳສັ່ງຂອງນາຍົກລັດຖະມົນຕີ ສະບັບເລກທີ 05/CT-TTg, ລົງວັນທີ 1 ມີນາ 2025 ວ່າດ້ວຍໜ້າທີ່ສຳຄັນແລະວິທີແກ້ໄຂທີ່ກ້າວກະໂດດ ເພື່ອສົ່ງເສີມການເຕີບໂຕທາງເສດຖະກິດ ແລະເລັ່ງການເບີກຈ່າຍເງິນທຶນເພື່ອການລົງທຶນຂອງພາກລັດ ເພື່ອໃຫ້ບັນລຸເປົ້າໝາຍການເຕີບໂຕຂອງປະເທດທີ່ 8% ຫຼືສູງກວ່າໃນປີ 2025, ໄດ້ລະບຸເຖິງໜ້າທີ່ສຳຄັນແລະວິທີແກ້ໄຂທີ່ກ້າວກະໂດດ ເຊິ່ງລວມເຖິງການເພີ່ມທະວີການທູດທາງເສດຖະກິດ ແລະການທູດດ້ານເຕັກໂນໂລຊີຢ່າງຕໍ່ເນື່ອງ.  

ທີສາມ, ການຍົກລະດັບການປະກອບສ່ວນຂອງຫວຽດນາມຕໍ່ສັນຕິພາບ, ການຮ່ວມມື, ການພັດທະນາ ແລະ ຄວາມກ້າວໜ້າຂອງມະນຸດຊາດ. ທ່າແລະພະລັງໃໝ່ຂອງປະເທດເຮັດໃຫ້ຫວຽດນາມສາມາດມີສ່ວນຮ່ວມຢ່າງເລິກເຊິ່ງ ແລະມີຄວາມຮັບຜິດຊອບຫຼາຍຂຶ້ນ ໃນການແກ້ໄຂບັນຫາຮ່ວມກັນຂອງໂລກ; ອະນາຄົດແລະຊະຕາກຳຂອງປະເທດຕິດພັນກັບສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ການພັດທະນາຂອງພາກພື້ນແລະໂລກ(5). ຫວຽດນາມບໍ່ພຽງແຕ່ມີສ່ວນຮ່ວມໃນການສ້າງແລະກຳນົດຮູບແບບສະຖາບັນຫຼາຍຝ່າຍເທົ່ານັ້ນ, ແຕ່ຍັງເສີມຂະຫຍາຍບົດບາດຫຼັກແລະນຳພາໃນບັນຫາ ແລະກົນໄກທີ່ສຳຄັນຕາມຜົນປະໂຫຍດແລະເງື່ອນໄຂຂອງປະເທດ. ດັ່ງນັ້ນ, ຫວຽດນາມຈະສືບຕໍ່ສົ່ງເສີມການປະກອບສ່ວນຂອງຕົນຕື່ມອີກໃນເວທີປາໄສຫຼາຍຝ່າຍ, ໂດຍສະເພາະການສົ່ງເສີມຄວາມຄິດລິເລີ່ມໃໝ່ໆ; ສະແດງບົດບາດຫຼັກໃນການສ້າງປະຊາຄົມອາຊຽນ, ພ້ອມກັນນັ້ນກໍປັບປຸງບົດບາດສູນກາງຂອງອາຊຽນໃນໂຄງສ້າງຄວາມໝັ້ນຄົງໃນພາກພື້ນ; ເຂົ້າຮ່ວມຢ່າງຕັ້ງໜ້າໃນຂອບກິດຈະກຳຂອງສະຫະປະຊາຊາດ, ໂດຍສະເພາະ ໃນການຜັນຂະຫຍາຍບັນດາເປົ້າໝາຍການພັດທະນາແບບຍືນຍົງ ແລະ ມີສ່ວນຮ່ວມໃນກອງກຳລັງຮັກສາສັນຕິພາບ...

ທີສີ່, ເສີມຂະຫຍາຍ ອຳນາດນຸ່ມນວນຂອງປະເທດເພື່ອເສີມຂະຫຍາຍພາບພົດ ແລະສະຖານະຂອງຫວຽດນາມໃນເວທີສາກົນ. ໃນຍຸກໃໝ່ນີ້, “ອຳນາດນຸ່ມນວນຂອງປະເທດບໍ່ພຽງແຕ່ເປັນຊັບພະຍາກອນສຳຄັນທີ່ຮັບໃຊ້ເປົ້າໝາຍການພັດທະນາເສດຖະກິດ-ສັງຄົມຂອງປະເທດຊາດເທົ່ານັ້ນ, ແຕ່ຍັງເປັນຂົວເຊື່ອມຕໍ່ຫວຽດນາມກັບໂລກ ແລະສົ່ງເສີມມິດຕະພາບລະຫວ່າງປະເທດຕ່າງໆ. ໃນນັ້ນ, ການທູດທາງວັດທະນະທຳ, ຂໍ້ມູນຂ່າວສານພາຍນອກ ແລະ ວຽກງານກ່ຽວກັບຊາວຫວຽດນາມຢູ່ຕ່າງປະເທດ ແມ່ນຊ່ອງທາງທີ່ມີປະສິດທິພາບໃນການສ້າງຄວາມໄວ້ວາງໃຈ, ເສີມສ້າງຄວາມເຂົ້າໃຈເຊິ່ງກັນແລະກັນ ແລະຄວາມພົວພັນທີ່ຍືນຍົງໄລຍະຍາວ ເຊິ່ງຈະນຳມາເຊິ່ງການສະໜັບສະໜູນຢ່າງກວ້າງຂວາງຈາກບັນດາປະເທດ ເພື່ອມິດສາກົນ ແລະຊາວຫວຽດນາມໃນຕ່າງປະເທດ ຕໍ່ຂະບວນການປ່ຽນແປງໃໝ່ຂອງຫວຽດນາມ.

ທີຫ້າ, ປັບປຸງຍົກສູງຄຸນນະພາບຂອງການຄົ້ນຄວ້າ, ການຄາດຄະເນ ແລະ ການໃຫ້ຄຳປຶກສາດ້ານຍຸດທະສາດໃນການວາງແຜນນະໂຍບາຍການຕ່າງປະເທດ, ປະກອບສ່ວນເຂົ້າໃນການເສີມສ້າງພື້ນຖານທິດສະດີຂອງພັກກ່ຽວກັບການຕ່າງປະເທດໃຫ້ເລິກເຊິ່ງຍິ່ງຂຶ້ນ. ໃນສະພາບການໂລກທີ່ມີການຜັນຜວນໃນປະຈຸບັນ, ການຄົ້ນຄວ້າແລະການພະຍາກອນມີບົດບາດສຳຄັນໃນການສ້າງຄວາມຄິດລິເລີ່ມຍຸດທະສາດ. ການທູດຕ້ອງມີຄວາມອ່ອນໄຫວໃນການລະບຸແນວໂນ້ມທາງການເມືອງ, ເສດຖະກິດ, ວັດທະນະທຳ ແລະ ສັງຄົມໃນພາກພື້ນ ແລະ ໃນໂລກ, ໂດຍສະເພາະ ເມື່ອປະເຊີນກັບຜົນກະທົບຢ່າງມະຫາສານຂອງການປະຕິວັດອຸດສາຫະກຳຄັ້ງທີສີ່. ດ້ວຍເຫດນີ້, ເຮົາຈຶງສາມາດໃຊ້ປະໂຫຍດຈາກແນວໂນ້ມສາກົນໄດ້ຢ່າງມີປະສິດທິພາບ, ປະເມີນທິດທາງການພັດທະນາດ້ານນະໂຍບາຍ ແລະ ຄວາມສຳພັນລະຫວ່າງປະເທດ, ໂດຍສະເພາະປະເທດເພື່ອນບ້ານແລະປະເທດມະຫາອຳນາດ ໄດ້ຢ່າງແມ່ນຢຳ ເພື່ອໃຫ້ຄຳແນະນຳກ່ຽວກັບການຕັດສິນໃຈ ແລະຂັ້ນຕອນນະໂຍບາຍການຕ່າງປະເທດທີ່ເໝາະສົມ.

ທີຫົກ, ສ້າງພື້ນຖານການຕ່າງປະເທດແລະການທູດຫວຽດນາມທີ່ຮອບດ້ານ, ທັນສະໄໝ ແລະ ເປັນມືອາຊີບ ເພື່ອຕອບສະໜອງຄວາມຕ້ອງການ ແລະ ໜ້າທີ່ຂອງຍຸກໃໝ່. ການຕ່າງປະເທດຂອງພັກ, ການທູດຂອງລັດ, ການຕ່າງປະເທດຂອງປະຊາຊົນ, ການຕ່າງປະເທດຂອງສະພາແຫ່ງຊາດ, ການຕ່າງປະເທດຂອງຂະແໜງການ, ຂົງເຂດ, ທ້ອງຖິ່ນ ແລະ ວິສາຫະກິດ ຕ້ອງລົງເລິກແລະຍືນຍົງ. ນອກຈາກນັ້ນ, ຍັງຈຳເປັນຕ້ອງຈັດສັນຊັບພະຍາກອນຢ່າງພຽງພໍ ເພື່ອຮັບປະກັນເງື່ອນໄຂດ້ານວັດຖຸ, ໂຄງສ້າງພື້ນຖານ ແລະ ລະບອບຄ່າຕອບແທນທີ່ເໝາະສົມ ເພື່ອຕອບສະໜອງຄວາມຕ້ອງການ ແລະໜ້າທີ່ໃນສະຖານະການໃໝ່. ດັ່ງທີ່ປະທານໂຮ່ຈີມິນ ກ່າວວ່າ "ພະນັກງານແມ່ນຮາກຖານຂອງວຽກງານທັງໝົດ"(6) ວຽກງານພະນັກງານຕ້ອງຕອບສະໜອງຄວາມຕ້ອງການຂອງຍຸກໃໝ່; ດັງນັ້ນ, ພະນັກງານລຸ້ນໃໝ່ໃນຍຸກໃໝ່ບໍ່ພຽງແຕ່ຕ້ອງມີຄຸນສົມບັດ, ຄວາມສາມາດ ແລະ ຄວາມສຽບແຫຼມທາງການເມືອງເທົ່ານັ້ນ, ແຕ່ຍັງຕ້ອງກ້າຄິດ, ກ້າເຮັດ, ກ້າປ່ຽນແປງໃໝ່ປະດິດສ້າງ ແລະມີຄວາມເປັນມືອາຊີບຫຼາຍຂຶ້ນ, ທຽບເທົ່າກັບລະດັບພາກພື້ນແລະສາກົນ. ພ້ອມກັນນັ້ນ, ຕ້ອງສືບຕໍ່ປັບປຸງພື້ນຖານທິດສະດີການຕ່າງປະເທດໃຫ້ສົມບູນ, ສ້າງສຳນັກການທູດໃນຍຸກໂຮ່ຈີມິນ ບົນພື້ນຖານມູນເຊື້ອປະຫວັດສາດການທູດຫວຽດນາມ ແລະແນວຄິດການທູດໂຮ່ຈີມິນ.

ຫຼັງຈາກ 80 ປີນັບຕັ້ງແຕ່ການກໍ່ຕັ້ງສາທາລະນະລັດສັງຄົມນິຍົມຫວຽດນາມ ແລະເກືອບ 40 ປີແຫ່ງການດຳເນີນກິດຈະການປ່ຽນແປງໃໝ່ພາຍໃຕ້ການນຳພາທີ່ສະຫຼາດສ່ອງໃສຂອງພັກ, ປະເທດຂອງພວກເຮົາໄດ້ບັນລຸຄວາມສຳເລັດທາງປະຫວັດສາດຫຼາຍຢ່າງ ນຳມາເຊິ່ງກຽດສັດສີແກ່ຫວຽດນາມໃນເວທີສາກົນ. ໃນທຸກໄຊຊະນະອັນຍິ່ງໃຫຍ່ຂອງຊາດ ການທູດໄດ້ປະກອບສ່ວນທີ່ສຳຄັນຍິ່ງ. ເມື່ອກ້າວເຂົ້າສູ່ຍຸກໃໝ່ຂອງປະເທດ, ຂະແໜງການທູດຫວຽດນາມສືບຕໍ່ພະຍາຍາມດ້ວຍຄວາມສາມາດສຸດຂີດ ໃນການບັນທຶດບົດໃໝ່ອັນຮຸ່ງເຮືອງໃນປະຫວັດສາດການທູດໃນຍຸກໂຮ່ຈີມິນ, ປະຕິບັດໜ້າທີ່ຮັບໃຊ້ປະເທດຊາດແລະປະຊາຊົນ ຢ່າງຂະຫຍັນຂັນແຂງແລະສຸດໃຈ, ເສີມຂະຫຍາຍຈິດໃຈແຫ່ງການບຸກເບີກ, ຄວາມເປັນເຈົ້າການ ແລະ ຄວາມຄິດຕັ້ງໜ້າ ເພື່ອສ້າງແຮງຜັກດັນແລະສະໜັບສະໜູນຄວາມກ້າວໜ້າຢ່າງໝັ້ນຄົງຂອງປະເທດໄປສູ່ລະດັບການພັດທະນາໃໝ່./.

------------------------------------------------

 (1) ໂຮ່ຈີມິນ: ນິພົນຄົບຊຸດ, ສພຈ. ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2011, ເຫຼັ້ມ 3, ໜ້າ 562

(2) ເອກະສານຄົບຊຸດຂອງພັກ, ສພຈ. ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2004, ເຫຼັ້ມ 30, ໜ້າ 106

(3) G-7 ແລະກຸ່ມປະເທດອຸດສາຫະກຳຊັ້ນນຳໃນໂລກ ເຊິ່ງລວມມີປະເທດອາເມລິກາ, ຍີ່ປຸ່ນ, ອັງກິດ, ຝຣັ່ງ, ເຢຍລະມັນ, ອີຕາລີ, ການາດາ.

(4) ກຸ່ມ G-20 ຫຼືທີ່ຮູ້ກັນທົ່ວໄປໃນຊື່ກຸ່ມປະເທດເສດຖະກິດພັດທະນາແລ້ວ ແລະເສດຖະກິດທີ່ພົ້ນເດັ່ນຂອງໂລກ ປະກອບດ້ວຍ 19 ປະເທດ ແລະສະຫະພາບເອີຣົບ. ເມື່ອບໍ່ດົນມານີ້, ສະຫະພາບອາຟຣິກາ (AU) ໄດ້ເຂົ້າຮ່ວມເປັນສະມາຊິກໃໝ່ລ່າສຸດຂອງກຸ່ມ G-20.  

(5) TTXVN/ ລາຍງານຂ່າວ: ຄຳປາໄສຂອງທ່ານປະທານປະເທດ ເລືອງເກື່ອງ ທີ່ກອງປະຊຸມສາກົນວ່າດ້ວຍບົດບາດຂອງການທູດໃນການສ້າງສັນຕິພາບ”, ລາຍງານຂ່າວຂອງສຳນັກຂ່າວຫວຽດນາມ, ອອກວັນທີ 23 ເມສາ 2025, https://baotintuc.vn/thoi-su/phat-bieu-cua-chu-tich-nuoc-luong-cuong-tai-hoi-thao-quoc-te-ve-vai-tro-kien-tao-hoa-binh-cua-ngoai-giao-20250423113213458.htm

(6) ໂຮ່ຈີມິນ: ນິພົນຄົບຊຸດ, ປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 5, ໜ້າ 309