ການຕ່າງປະເທດຂອງຫວຽດນາມ: ສານຕໍ່ຄວາມສຳເລັດອັນຍິ່ງໃຫຍ່
ໃນ 80 ປີແຫ່ງການເຕີບໃຫຍ່ຂະຫຍາຍຕົວພ້ອມກັບປະເທດ
ພາຍໃຕ້ການນຳພາຂອງພັກ, ເສີມຂະຫຍາຍບົດບາດໃນຍຸກໃໝ່
ຍຸກແຫ່ງການບືນຕົວຂຶ້ນຂອງຊາດຫວຽດນາມ
ໃນ 80 ປີແຫ່ງການເຕີບໃຫຍ່ຂະຫຍາຍຕົວພ້ອມກັບປະເທດ
ພາຍໃຕ້ການນຳພາຂອງພັກ, ເສີມຂະຫຍາຍບົດບາດໃນຍຸກໃໝ່
ຍຸກແຫ່ງການບືນຕົວຂຶ້ນຂອງຊາດຫວຽດນາມ
ສະຫາຍເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ແລະ ຜູ້ແທນ ພ້ອມເອກອັກຄະລັດຖະທູດຫວຽດນາມ ທີ່ໄດ້ຮັບການແຕ່ງຕັ້ງໃໝ່, ວັນທີ 14 ຕຸລາ 2024 _ແຫຼ່ງ: ສາລະຄະດີ
1- ຕົ້ນສະຕະວັດທີ XX, ເຫດການຊາວໜຸ່ມຮັກຊາດ ຫງວຽນ ອ໋າຍ ກວັ້ກ ເຂົ້າຮ່ວມພັກສັງຄົມຝຣັ່ງ ປີ 1918, ເປັນຜູ້ຮ່ວມສ້າງຕັ້ງພັກກອມມູນິດຝຣັ່ງ ປີ 1920 ນັ້ນ ເປັນຂີດໝາຍການເລີ່ມຕົ້ນເຄື່ອນໄຫວການພົວພັນຕ່າງປະເທດຂອງການປະຕິວັດຫວຽດນາມ. ປີ 1930, ເມື່ອພັກກອມມູນິດຫວຽດນາມກຳເນີດຂຶ້ນ ແລະ ນຳພາປະຊາຊົນຫວຽດນາມ ຍາດເອົາເອກະລາດແຫ່ງຊາດປີ 1945, ບັນດາການເຄື່ອນໄຫວການຕ່າງປະເທດທາງພັກ, ການຕ່າງປະເທດທາງປະຊາຊົນ ນຳໂດຍປະທານໂຮ່ຈີມິນ ແລະ ບັນດານັກປະຕິວັດ, ຜູ້ຮັກຊາດຫວຽດນາມເປັນຜູ້ປະຕິບັດ ໄດ້ມີບົດບາດສຳຄັນ ໃນການນຳພາການປະຕິວັດຫວຽດນາມ ເຂົ້າເຖິງກັບແນວຄິດປະຕິວັດທີ່ກ້າວໜ້າ, ກໍ່ສ້າງສາຍພົວພັນອັນແໜ້ນແຟ້ນກັບບັນດາພັກກອມມູນິດທີ່ສຳຄັນ ເຊັ່ນ ພັກກອມມູນິດສະຫະພາບໂຊວຽດ, ພັກກອມມູນິດຈີນ, ພັກກອມມູນິດຝຣັ່ງ ແລະ ບັນດາກຳລັງທີ່ກ້າວໜ້າ. ພ້ອມກັນກັບການກຳເນີດຂອງປະເທດສາທາລະນະລັດປະຊາທິປະໄຕຫວຽດນາມ ເຊິ່ງປະຈຸບັນແມ່ນ ສາທາລະນະລັດສັງຄົມນິຍົມຫວຽດນາມ, 80 ປີທີ່ຜ່ານມາ, ພື້ນຖານການຕ່າງປະເທດ ແລະ ການທູດຂອງຫວຽດນາມນັບມື້ນັບເຕີບໃຫຍ່ຂະຫຍາຍຕົວ, ປະກອບສ່ວນທີ່ມີປະສິດທິຜົນເຂົ້າໃນການປະຕິບັດໜ້າທີ່ປະຕິວັດຢ່າງສຳເລັດມີໄຊຕະຫຼອດໄລຍະເວລາຕ່າງໆ, ກໍ່ຕັ້ງພື້ນຖານການຕ່າງປະເທດແລະການທູດຫວຽດນາມໃນຍຸກໂຮ່ຈີມິນ.
ໃນໄລຍະ 30 ປີແຫ່ງການຕໍ່ສູ້ອັນຍືດເຍື້ອຍາວນານຕ້ານພວກລ່າເມືອງຂຶ້ນຝຣັ່ງ ແລະ ຈັກກະພັດອາເມລິກາ (1945–1975), ການຕ່າງປະເທດໄດ້ເສີມຂະຫຍາຍບົດບາດການເຊື່ອມຕໍ່ ລະຫວ່າງຫວຽດນາມກັບໂລກ, ກາຍເປັນແນວຮົບຍຸດທະສາດ ແລະ ເປັນຫົວຫອກທີ່ສຳຄັນ ໃນການລະດົມແຫຼ່ງຊັບພະຍາກອນສາກົນອັນໃຫຍ່ຫຼວງ ເພື່ອຮັບໃຊ້ປະເທດຊາດ. ການຕ່າງປະເທດໄດ້ມີສ່ວນປະກອບທີ່ສຳຄັນ ໃນວຽກງານທີ່ປຶກສາຍຸດທະສາດ ໂດຍອາໄສການວິເຄາະ ແລະ ການປະເມີນທີ່ຖືກຕ້ອງ ກ່ຽວກັບສະຖານະການສາກົນແລະພາກພື້ນ, “ປ່ຽນອັນຕະລາຍໃຫ້ເປັນໂອກາດ”. ພັກກອມມູນິດຫວຽດນາມໄດ້ຮັບຮູ້ ແລະ ກຳໂອກາດຍຸດທະສາດທີ່ເກີດຈາກສະຖານະການສາກົນ(1), ຈາກນັ້ນໄດ້ມີການຕັດສິນໃຈທີ່ຖືກຕ້ອງ ແລະ ທັນການ, ນຳພາປະຊາຊົນຫວຽດນາມລຸກຂຶ້ນຍຶດອຳນາດ, ລະດົມກຳລັງແຮງຂອງບັນດາກຳລັງກ້າວໜ້າຂອງໂລກ. ດ້ວຍຈິດໃຈແຫ່ງການສ້າງມິດເພີ່ມ ແລະ ຫຼຸດສັດຕູ(2), “ເປັນເອກະພາບພາຍໃນ, ຊອກຫາເພື່ອນພາຍນອກ”(3), ການເຄື່ອນໄຫວທາງການທູດໄດ້ຊ່ວຍໃຫ້ຫວຽດນາມຂະຫຍາຍການເຊື່ອມໂຍງ ແລະ ທຳລາຍການປິດລ້ອມ ແລະ ໂດດດ່ຽວ. ຫຼັງຈາກປະກາດຄວາມພ້ອມໃນການສະຖາປະນາຄວາມສຳພັນທາງການທູດກັບປະເທດທີ່ເຄົາລົບຄວາມສະເໝີພາບ, ອະທິປະໄຕເໜືອແຜ່ນດິນ ແລະ ອະທິປະໄຕແຫ່ງຊາດຂອງຫວຽດນາມ (ວັນທີ 14 ມັງກອນ 1950) ແລະ ບັນດາການຢ້ຽມຢາມສຳຄັນຂອງປະທານໂຮ່ຈີມິນ ແລະ ຜູ້ນຳພັກແລະລັດອື່ນໆ ເພື່ອຂະຫຍາຍສາຍພົວພັນ, ທຳລາຍການປິດລ້ອມແລະຄວາມໂດດດ່ຽວ, ຈີນ, ສະຫະພາບໂຊວຽດ ແລະ ປະເທດປະຊາທິປະໄຕປະຊາຊົນຈຳນວນໜຶ່ງ ໄດ້ໃຫ້ການຍອມຮັບ ແລະ ສະຖາປະນາການພົວພັນທາງການທູດຢ່າງເປັນທາງການກັບຫວຽດນາມຢ່າງຕໍ່ເນື່ອງ(4).
ຫວຽດນາມໄດ້ຮັບການຊ່ວຍເຫຼືອ ແລະການສະໜັບສະໜູນອັນລ້ຳຄ່າ ຈາກເພື່ອນມິດທີ່ຮັກຫອມສັນຕິພາບ, ກຳລັງສັງຄົມນິຍົມ, ເອກະລາດແຫ່ງຊາດ ແລະ ຄວາມກ້າວໜ້າໃນໂລກ; ນຳກະແສການປະຕິວັດຂອງຫວຽດນາມເຂົ້າສູ່ຄື່ນການປະຕິວັດໂລກ. ທົ່ວໂລກມີການຈັດຕັ້ງແນວຮ່ວມປະຊາຊົນທີ່ກວ້າງຂວາງຂຶ້ນ ເຊິ່ງລວມເຖິງຊາວອາເມລິກາ, ນັກການເມືອງ, ນັກວິຊາການ ແລະ ຜູ້ຊົງຄຸນວຸດທິທີ່ມີຊື່ສຽງ ຈຳນວນຫຼາຍໃນທົ່ວໂລກ ທີ່ຕໍ່ຕ້ານສົງຄາມ ແລະ ສາມັກຄີແລະສະໜັບສະໜູນຫວຽດນາມ. ເພື່ອນມິດສາກົນ ໂດຍສະເພາະສະຫະພາບໂຊວຽດ ແລະ ຈີນ, ໄດ້ໃຫ້ການສະໜັບສະໜູນ ແລະການຊ່ວຍເຫຼືອອັນໃຫຍ່ຫຼວງຕໍ່ຫວຽດນາມ ທັງໃນດ້ານຈິດໃຈ, ວັດຖຸ ແລະ ການຝຶກອົບຮົມພະນັກງານ, ຊ່ວຍຫວຽດນາມສາມາດເອົາໄຊຊະນະສົງຄາມຕໍ່ຕ້ານທັງສອງຄັ້ງໄດ້. ຫວຽດນາມໄດ້ສ້າງພັນທະມິດສູ້ຮົບກັບ ລາວ ແລະ ກຳປູເຈຍ ບົນຫຼັກການຄວາມສະເໝີພາບ, ການຊ່ວຍເຫຼືອເຊິ່ງກັນແລະກັນ ແລະ ການເຄົາລົບອຳນາດອະທິປະໄຕຂອງກັນແລະກັນ, ຍູ້ແຮງການຊ່ວຍເຫຼືອການຕໍ່ຕ້ານຂອງປະຊາຊົນລາວ ແລະ ກຳປູເຈຍ, ເພີ່ມທະວີຄວາມສາມັກຄີຊ່ວຍເຫຼືອເຊິ່ງກັນແລະກັນລະຫວ່າງປະຊາຊົນສາມປະເທດ.
ໃນໄລຍະນີ້, ການຕ່າງປະເທດແລະການທູດໄດ້ພັດທະນາຂຶ້ນສູ່ລະດັບໃໝ່, ປະສານສົມທັບຢ່າງແໜ້ນແຟ້ນກັບການບຸກໂຈມຕີທາງທະຫານບົນສະໜາມຮົບ ໃນລະຫວ່າງການເຈລະຈາ ແລະການລົງນາມ ສັນຍາເຊີແນວປີ 1954 ແລະ ບັນລຸເຖິງຈຸດສູງສຸດຂອງສິລະປະການໂຈມຕີ-ການເຈລະຈາ ໃນການເຈລະຈາແລະລົງນາມສັນຍາປາຣີ ປີ 1973. ຫວຽດນາມໄດ້ກໍ່ສ້າງພື້ນຖານການທູດອັນເອກະລັກທີ່ເອີ້ນວ່າ “ສອງແຕ່ໜຶ່ງ, ໜຶ່ງແຕ່ສອງ” ລະຫວ່າງສາທາລະນະລັດປະຊາທິປະໄຕຫວຽດນາມ (ປະຈຸບັນແມ່ນສາທາລະນະລັດສັງຄົມນິຍົມຫວຽດນາມ) ແລະແນວໂຮມປົດປ່ອຍແຫ່ງຊາດພາກໃຕ້ຫວຽດນາມ; ເສີມຂະຫຍາຍ ແລະ ປະສານສົມທົບການພົວພັນຂອງພັກ ກັບພັກກອມມູນິດ, ປະເທດສັງຄົມນິຍົມ, ການພົວພັນທາງດ້ານລັດ, ການເຄື່ອນໄຫວຂົນຂວາຍປະຊາຊົນໃນໂລກຢ່າງໃກ້ຊິດ; ເປັນເອກະພາບພາຍໃຕ້ການນຳພາຂອງພັກ, ຍາດແຍ່ງທ່າອຽງສັນຕິພາບ, ຄວາມເປັນກາງ ແລະ ຄວາມສະໜັບສະໜູນອັນໃຫຍ່ຫຼວງຈາກມິດສະຫາຍ ແລະ ປະຊາຊົນທົ່ວໂລກ.
ການຕ່າງປະເທດແລະການທູດໃນໄລຍະນີ້ ມີສ່ວຍປະກອບອັນໃຫຍ່ຫຼວງ ທັງໃນດ້ານທິດສະດີ ແລະການປະຕິບັດ, ຜ່ານນັ້ນ ພັກກອມມູນິດຫວຽດນາມຈຶ່ງຄ່ອຍໆຂະຫຍາຍລະບົບທັດສະນະທິດສະດີການຕ່າງປະເທດໂດຍລວມ ເຊິ່ງລວມທັງທັດສະນະກ່ຽວກັບທ່າອຽງສຳຄັນໃນການເຄື່ອນໄຫວຂອງໂລກ, ບັນດາກຳລັງໃນເວທີສາກົນ, ທັດສະນະກ່ຽວກັບ “ຄູ່ຮ່ວມມື”, “ເປົ້າໝາຍ”, ຜົນປະໂຫຍດຂອງຊາດ-ປະເທດຊາດ, ທີ່ຕັ້ງຂອງຫວຽດນາມ, ຄວາມສາມັກຄີຂອງຊາດ ແລະຄວາມສາມັກຄີສາກົນ, ການສົມທົບກຳລັງແຮງຂອງຊາດກັບກຳລັງແຮງຍຸກສະໄໝ, ການຮັກສາສະພາບແວດລ້ອມທີ່ສັນຕິແລະໝັ້ນຄົງ ເພື່ອການພັດທະນາ ແລະ ການສ້າງພື້ນຖານການຕ່າງປະເທດແລະການທູດ ທີ່ມີສາມເສົາຄ້ຳຄື ການຕ່າງປະເທດຂອງພັກ, ການທູດຂອງລັດ ແລະການຕ່າງປະເທດປະຊາຊົນ. ຂະບວນການຜັນຂະຫຍາຍປະຕິບັດ ໄດ້ນຳເອົາບົດຮຽນອັນລ້ຳຄ່າຫຼວງຫຼາຍມາໃຫ້ພື້ນຖານການທູດຫວຽດນາມ: ຕ້ອງຮັບຮູ້ແລະປະເມີນສະຖານະການໂລກ, ເຫດການປະຈຸບັນ, ສະຖານະການແລະກຳລັງແຮງພາຍໃນປະເທດໄດ້ຢ່າງຖືກຕ້ອງ; ປະສານສົມທົບລັດທິຮັກຊາດ ແລະ ການຕໍ່ສູ້ຂອງຊາດ ກັບ ລັດທິສາກົນນິຍົມ ຢ່າງກົມກຽວ; ເສີມຂະຫຍາຍແລະຍາດແຍ່ງກຳລັງແຮງສາກົນ, ກຳລັງແຮງຂອງຍຸກສະໄໝ, ແຕ່ອີງໃສ່ກຳລັງແຮງຂອງຕົນເອງເປັນນຕົ້ນຕໍ່; ໝູນໃຊ້ຢ່າງຄ່ອງແຄ່ວທິດນຳ “ເອົາຫຼັກການເປັນພື້ນເພື່ອໝູນໃຊ້ຢ່າງໄຫວພິບ”, ຖືເອົາການປົກປັກຮັກສາຜົນປະໂຫຍດຂອງຊາດ-ປະເທດຊາດເປັນເປົ້າໝາຍສູງສຸດຂອງການເຄື່ອນໄຫວທັງໝົດ.
ໃນໄລຍະຟື້ນຟູ ແລະ ພັດທະນາເສດຖະກິດຫຼັງສົງຄາມ ແລະ ການປົກປັກຮັກສາປະເທດຊາດ (1975–1986), ພັກກອມມູນິດຫວຽດນາມສືບຕໍ່ຍູ້ແຮງແລະຂະຫຍາຍການພົວພັນກັບບັນດາປະເທດໃນລະບົບສັງຄົມນິຍົມ, ເພີ່ມທະວີຄວາມສາມັກຄີ, ການຮ່ວມມືຮອບດ້າກັບສະຫະພາບໂຊວຽດ, ປັບປຸງການພົວພັນກັບບັນດາປະເທດໃກ້ຄຽງໃນອາຊີຕາເວັນຕົກສ່ຽງໃຕ້, ຕໍ່ສູ້ຮັກສາຄວາມປອດໄພບໍລິເວນຊາຍແດນດ້ານຕາເວັນຕົກສ່ຽງໃຕ້, ຊ່ວຍເຫຼືອປະຊາຊົນກຳປູເຈຍຫຼຸດພົ້ນອອກຈາກການຂ້າລ້າງເຜົ່າພັນ, ເສີມສ້າງຄວາມສາມັກຄີ, ການພົວພັນອັນສະໜິດສະໜົມ ແລະ ການພົວພັນພິເສດກັບລາວ ແລະ ກຳປູເຈຍ, ແລະປົກປັກຮັກສາຊາຍແດນທາງພາກເໜືອ. ຫວຽດນາມຕັ້ງໝັ້ນໃນການຟື້ນຟູການພົວພັນມິດຕະພາບ ແລະ ບ້ານໃກ້ເຮືອນຄຽງກັບຈີນ, ຕໍ່ສູ້ຕ້ານການປິດລ້ອມ ຂວ້ຳບາດຂອງລັດຖະບານອາເມລິກາ, ພັດທະນາການພົວພັນກັບບັນດາປະເທດຊາດນິຍົມ ແລະ ປະເທດບໍ່ເຂົ້າຮ່ວມກຸ່ມ, ແລະ ຕັ້ງໜ້າຜັນຂະຫຍາຍການພົວພັນກັບບັນດາປະເທດທຶນນິຍົມພັດທະນາ ແລະ ບັນດາອົງການສາກົນ. ນີ້ກໍ່ແມ່ນໄລຍະເວລາທີ່ຫວຽດນາມໄດ້ເຂົ້າຮ່ວມເປັນສະມາຊິກຂອງອົງການແລະເວທີປາໄສຫຼາຍຝ່າຍ ລະດັບພາກພື້ນແລະລະດັບສາກົນຂະໜາດໃຫຍ່ຫຼາຍແຫ່ງ ເຊັ່ນ ທະນາຄານພັດທະນາອາຊີ (ADB, ປີ 1976), ຂະບວນການບໍ່ເຂົ້າຮ່ວມກຸ່ມ (NAM, ປີ 1976), ອົງການສະຫະປະຊາຊາດ (ປີ 1977), ສະພາຊ່ວຍເຫຼືອທາງເສດຖະກິດຮ່ວມກັນ (SEV, ປີ 1978).
ຫວຽດນາມໄດ້ຮັບການຊ່ວຍເຫຼືອຢ່າງຫຼວງຫຼາຍຈາກບັນດາປະເທດສັງຄົມນິຍົມ ແລະ ບັນດາອົງການສາກົນ, ຂະຫຍາຍການພົວພັນຮ່ວມມືທາງເສດຖະກິດກັບຫຼາຍປະເທດນອກລະບົບສັໍງຄົມນິຍົມ, ເພື່ອປະກອບສ່ວນຟື້ນຟູປະເທດຫຼັງສົງຄາມ ແລະ ເສີມຂະຫຍາຍບົດບາດຂອງຫວຽດນາມໃນເວທີສາກົນ. ຫວຽດນາມຍັງບັນລຸເປົ້າໝາຍໃນການປົກປັກຮັກສາເອກະລາດຂອງຊາດ ແລະ ອະທິປະໄຕດ້ານຊາຍແດນຢ່າງໝັ້ນຄົງ, ປົກປັກຮັກສາຜົນງານການປະຕິວັດ ແລະ ທັບມ້າງແຜນການແລະກົນອຸບາຍຂອງອິດທິກຳລັງສັດຕູແລະປະຕິການ ທີ່ຫວັງຕ້ານຢັນທຳລາຍພັກກອມມູນິດຫວຽດນາມ, ກໍ່ການຈະລາຈົນໂຄ່ນລົ້ມໃນຫວຽດນາມ. ການພັດທະນາສາຍພົວພັນກັບບັນດາປະເທດໃນພາກພື້ນໄດ້ຊ່ວຍສ້າງພື້ນຖານທີ່ດີ ເພື່ອຊຸກຍູ້ການພົວພັນຕ່າງປະເທດໃນໄລຍະຕໍ່ໄປ, ມຸ່ງສູ່ການສ້າງອາຊີຕາເວນຕົກສ່ຽງໃຕ້ໃຫ້ເປັນພາກພື້ນແຫ່ງສັນຕິພາບ, ມິດຕະພາບ ແລະ ການຮ່ວມມື.
ຄວາມພະຍາຍາມຢ່າງບໍ່ຢຸດຢັ້ງຂອງພັກ, ກອງທັບ ແລະ ປະຊາຊົນຫວຽດນາມ ໃນໄລຍະການຟື້ນຟູປະເທດຫຼັງປີ 1975, ຕັ້ງແຕ່ການຕໍ່ສູ້ປົກປັກຮັກສາຊາຍແດນ ຈົນເຖິງການແກ້ໄຂບັນຫາແລະຂໍ້ຕິດຂັດກັບປະເທດເພື່ອນບ້ານຢ່າງຂັນແຂງ, ການປັບປຸງຄວາມສຳພັນກັບບັນດາປະເທດໃນສະມາຄົມປະຊາຊາດແຫ່ງອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ), ບາດກ້າວທຳອິດໃນການເຈລະຈາຟື້ນຟູຄວາມສຳພັນກັບສະຫະລັດອາເມລິກາ ແລະ ບັນດາປະເທດຕາເວັນຕົກທີ່ພັດທະນາແລ້ວ ໄດ້ວາງຮາກຖານໃຫ້ຫວຽດນາມສາມາດຂະຫຍາຍການພົວພັນຕ່າງປະເທດ ກັບບັນດາປະເທດທີ່ມີລະບອບການເມືອງແລະເສດຖະກິດທີ່ແຕກຕ່າງກັນຕໍ່ໄປ ແລະ ຄ່ອຍໆບັນລຸຜົນງານການຕ່າງປະເທດອັນສຳຄັນ ແລະມີຄວາມໝາຍປະຫວັດສາດໃນສະໄໝໃໝ່.
ໄລຍະແຫ່ງການປ່ຽນແປງໃໝ່ປະເທດ (ປີ 1986 ຮອດປະຈຸບັນ) ເກີດຂຶ້ນໃນສະພາບການສາກົນທີ່ຜັນຜວນຢ່າງໃຫຍ່ຫຼວງ. ສິ່ງທີ່ກະທົບຢ່າງເລິກເຊິ່ງທີ່ສຸດ, ໂດຍກົງທີ່ສຸດ ແລະ ທັນທີທັນໃດຕໍ່ຫວຽດນາມ ແມ່ນການລົ້ມລະລາຍຂອງລະບອບສັງຄົມນິຍົມແບບໂຊວຽດ ໃນສະຫະພາບໂຊວຽດ ແລະ ບາງປະເທດໃນເອີຣົບຕາເວັນອອກ, ແລະໂລກກໍຄ່ອຍໆປ່ຽນແປງຈາກລະບຽບສອງຂົ້ວ ໄປເປັນລະບຽບຫຼາຍຂົ້ວແລະຫຼາຍສູນກາງ. ໃນການພົວພັນສາກົນ, ການຮ່ວມມື ແລະ ການແຂ່ງຂັນ, ຄູ່ຮ່ວມມື ແລະ ເປົ້າໝາຍຕໍ່ສູ້ ມີຄວາມສະຫຼັບສັບຊ້ອນກັນຫຼາຍຂຶ້ນ; ການເຕົ້າໂຮມກຳລັງມີຄວາມຫຼາກຫຼາຍຫຼາຍຂຶ້ນ. ຜົນສຳເລັດທີ່ໂດດເດັ່ນຂອງການປະຕິວັດວິທະຍາສາດແລະເຕັກໂນໂລຊີ ຊຸກຍູ້ໃຫ້ເກີດການໂລກາພິວັດຂອງເສດຖະກິດໂລກຢ່າງແຂງແຮງ, ກໍ່ຕັ້ງສັງຄົມຂໍ້ມູນຂ່າວສານ ແລະ ເສດຖະກິດພູມປັນຍາຂຶ້ນ. ປະເທດຕ່າງໆໃຫ້ຄວາມສຳຄັນ ແລະ ໃຫ້ບູລິມະສິດກັບການພັດທະນາເສດຖະກິດ, ເຊື່ອມໂຍງຄວາມຄວາມໝັ້ນຄົງເຂົ້າກັບການພັດທະນາ. ອາຊີ-ປາຊີຟິກ ລວມເຖິງອາຊີຕາເວັນອອກສ່ຽງໃຕ້ ໄດ້ກ້າວຂຶ້ນເປັນພາກພື້ນທີ່ພັດທະນາຢ່າງຂະຫຍັນຂັນເຄື່ອນ, ມີຄວາມສຳຄັນເພີ່ມຂຶ້ນ ທັງໃນດ້ານເສດຖະກິດ ແລະ ການເມືອງ-ຄວາມໝັ້ນຄົງ, ແຕ່ຍັງມີປັດໄຈທີ່ເຮັດໃຫ້ເກີດຄວາມບໍ່ໝັ້ນຄົງຢູ່ຫຼາຍປະການ.
ໃນສະຖານະການດັ່ງກ່າວ, ພັກກອມມູນິດຫວຽດນາມ ໄດ້ສ້າງແລະພັດທະນາແນວທາງການຕ່າງປະເທດທີ່ເປັນເອກະລາດ, ເປັນເຈົ້າຕົນເອງ, ສັນຕິພາບ, ມິດຕະພາບ, ການຮ່ວມມື, ການພັດທະນາ, ການຫັນເປັນຫຼາຍກ້ຳຫຼາຍຝ່າຍ ແລະ ຄວາມຫຼາກຫຼາຍໃນການພົວພັນສາກົນ; ເປັນເຈົ້າການ ແລະ ຕັ້ງໜ້າເຊື່ອມໂຍງສາກົດຢ່າງຮອບດ້ານ, ເລິກເຊິ່ງ; ເປັນເພື່ອນ, ເປັນສະມາຊິກທີ່ຕັ້ງໜ້າ ແລະ ມີຄວາມຮັບຜິດຊອບຂອງປະຊາຄົມສາກົນ. ຜ່ານໄລຍະເວລາເກືອບ 40 ປີແຫ່ງການດຳເນີນພາລະກິດການປ່ຽນແປງໃໝ່, ວຽກງານການຕ່າງປະເທດຂອງພັກ ແລະ ລັດຫວຽດນາມບັນລຸໄດ້ຜົນງານທີ່ສຳຄັນແລະໂດດເດັ່ນທີ່ສຸດ:
ທີໜຶ່ງ, ສືບຕໍ່ປະກອບສ່ວນທຳລາຍການປິດລ້ອມ, ໂດດດ່ຽວ ແລະ ຂວ້ຳບາດຂອງຈັກກະພັດນິຍົມ, ສ້າງແລະປັບປຸງກິດຈະການຕ່າງປະເທດທີ່ເປີດກວ້າງ, ພະຫຸພາຄີ ແລະ ຫຼາກຫຼາຍຫຼາຍຂຶ້ນ; ຂະຫຍາຍ ແລະ ຍົກລະດັບການພົວພັນທາງການທູດກັບປະເທດເພື່ອນບ້ານ, ປະເທດສຳຄັນ, ຄູ່ຮ່ວມມືສຳຄັນ ແລະ ມິດສະຫາຍດັ້ງເດີມ(5).
ທີສອງ, ສ້າງສະພາບແວດລ້ອມສາກົນທີ່ເອື້ອອຳນວຍ ແລະ ລະດົມຊັບພະຍາກອນພາຍນອກເພື່ອຍູ້ແຮງການຫັນເປັນອຸດສາຫະກຳ, ທັນສະໄໝ ແລະ ພັດທະນາເສດຖະກິດ-ສັງຄົມ. ຈາກປະເທດທີ່ມີພື້ນຖານເສດຖະກິດແບບແຜນການລວມສູນ, ຖືກປິດລ້ອມ, ຂວ້ຳບາດ, ຫວຽດນາມໄດ້ກາຍເປັນປະເທດທີ່ມີພື້ນຖານເສດຖະກິດຕະຫຼາດຕາມທິດສັງຄົມນິຍົມ ແລະເຊື່ອມໂຍງເສດຖະກິດສາກົນຢ່າງເລິກເຊິ່ງ(6). ການຕ່າງປະເທດແລະການທູດໄດ້ມີການປະສານສົມທົບຢ່າງແໜ້ນແຟ້ນກັບບັນດາກະຊວງ, ຂະແໜງການໃນການລະດົມແຫຼ່ງກຳລັງແຮງອັນສຳຄັນໃຫ້ແກ່ການພັດທະນາ ເຊັ່ນ ການລົງທຶນໂດຍກົງຈາກຕ່າງປະເທດ (FDI), ການຊ່ວຍເຫຼືອດ້ານການພັດທະນາຢ່າງເປັນທາງການ (ODA); ເຮັດໃຫ້ຫວຽດນາມເປັນຈຸດເຊື່ອມໂຍງທາງເສດຖະກິດລະດັບພາກພື້ນ ແລະລະດັບໂລກ. ການທູດເສດຖະກິດກຳລັງກາຍເປັນບຸລິມະສິດໃນຍຸດທະສາດການຕ່າງປະເທດ, ສ້າງໂອກາດອັນຍິ່ງໃຫຍ່ໃຫ້ກັບເສດຖະກິດ, ຊ່ວຍຊຸກຍູ້ການສົ່ງອອກ, ດຶງດູດການລົງທຶນໂດຍກົງຈາກຕ່າງປະເທດ ແລະ ຂະຫຍາຍຕະຫຼາດຜູ້ບໍລິໂພກ. ການມີສ່ວນຮ່ວມຢ່າງແຂງຂັນໃນເວທີປາໄສຫຼາຍຝ່າຍລະດັບພາກພື້ນ ແລະລະດັບສາກົນທີ່ສຳຄັນ ເຊັ່ນ ເວທີປາໄສເສດຖະກິດໂລກ (WEF), ເວທີປາໄສການຮ່ວມມືທາງເສດຖະກິດອາຊີ-ປາຊີຟິກ (APEC) ແລະ ອົງການການຄ້າໂລກ (WTO) ຍັງປະກອບສ່ວນສ້າງໂອກາດໃຫ້ຫວຽດນາມເຂົ້າຮ່ວມໃນການສ້າງກົດເກນການຄ້າສາກົນທີ່ຍຸຕິທຳແລະໂປ່ງໃສ.
ທີສາມ, ມີບົດບາດນຳໜ້າໃນການຮັກສາສະພາບແວດລ້ອມທີ່ສັນຕິ ແລະ ໝັ້ນຄົງ, ປະກອບສ່ວນສຳຄັນເຂົ້າໃນການປົກປັກຮັກສາເອກະລາດ, ອຳນາດອະທິປະໄຕ, ເອກະພາບ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງປະເທດຢ່າງໝັ້ນຄົງ; ພ້ອມກັນກັບການປ້ອງກັນປະເທດແລະຄວາມໝັ້ນຄົງຂອງຊາດ ໄດ້ເພີ່ມທະວີການປ້ອງກັນປະເທດຊາດ “ຕັ້ງແຕ່ຕົ້ນ, ຈາກໄລຍະໄກ”, ເມື່ອປະເທດຍັງບໍ່ທັນຕົກຢູ່ໃນອັນຕະລາຍ. ບັນຫາຊາຍແດນກັບປະເທກທີ່ກ່ຽວຂ້ອງໄດ້ຮັບການແກ້ໄຂເທື່ອລະກ້າວ, ສ້າງພື້ນຖານທາງກົດໝາຍ ແລະ ເງື່ອນໄຂທີ່ເອື້ອອຳນວຍຕໍ່ການປົກປັກຮັກສາອຳນາດອະທິປະໄຕ ແລະ ຮັກສາຊາຍແດນທີ່ສະຫງົບສຸກ, ເປັນມິດແລະໃຫ້ການຮ່ວມມື, ຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ, ປະກອບສ່ວນປັບປຸງສັນຕິພາບ, ສະຖຽນລະພາບໃນພາກພື້ນ. ຫວຽດນາມໄດ້ຈັດການແກ້ໄຂບັນຫາທີ່ເກີດຂຶ້ນໃນທະເລຢ່າງເໝາະສົມ, ຕັ້ງໝັ້ນໃນການປົກປັກຮັກສາອຳນາດອະທິປະໄຕ, ສິດອະທິປະໄຕ, ສິດຕັດສິນຂອງຊາດ ແລະ ຜົນປະໂຫຍດຂອງປະເທດ; ຕັ້ງໝັ້ນໃນການຮັກສາສະພາບແວດລ້ອມທີ່ສັນຕິແລະໝັ້ນຄົງ, ຍຶດໝັ້ນແຜນນະໂຍບາຍແກ້ໄຂຂໍ້ຂັດແຍ້ງ ຂໍ້ພິພາດໂດຍສັນຕິວິທີ ບົນພື້ນຖານຂອງກົດໝາຍສາກົນ ລວມທັງອະນຸສັນຍາແຫ່ງສະຫະປະຊາຊາດວ່າດ້ວຍກົດໝາຍທະເລ ປີ 1982 (UNCLOS).
ທີສີ່, ຍູ້ແຮງແລະກະຊັບການພົວພັນກັບບັນດາຄູ່ຮ່ວມມື, ໂດຍສະເພາະຄູ່ຮ່ວມມືທີ່ສຳຄັນຕໍ່ການພັດທະນ ແລະ ຄວາມໝັ້ນຄົງຂອງປະເທດ, ນຳກອບການພົວພັນທີ່ຫວຽດນາມໄດ້ກຳນົດໄວ້ໄປປະຕິບັດຈິງ; ເປັນເຈົ້າການແລະຕັ້ງໜ້າເຊື່ອມໂຍງສາກົນໃຫ້ນັບມື້ນັບຮອບດ້ານແລະເລິກເຊິ່ງ. ເປັນເຈົ້າການໃນການເຂົ້າຮ່ວມ ແລະ ເສີມຂະຫຍາຍບົດບາດໃນບັນດາກົນໄກຮ່ວມມືຫຼາຍຝ່າຍລະດັບພາກພື້ນ ແລະສາກົນ, ໂດຍສະເພາະ ອາຊຽນ ແລະ ສະຫະປະຊາຊາດ. ຍູ້ແຮງແລະຂະຫຍາຍການຮ່ວມມືດ້ານການປ້ອງກັນປະເທດ ແລະຄວາມໝັ້ນຄົງ; ຍູ້ແຮງການເຊື່ອມໂຍງສາກົນໃນບັນດາຂົງເຂດ ວັດທະນະທຳ-ສັງຄົມ, ວິທະຍາສາດ-ເຕັກໂນໂລຊີ, ການສຶກສາແລະການຝຶກອົບຮົມ ແລະຂົງເຂດອື່ນໆ.
ທີຫ້າ, ຖານະບົດບາດແລະຊື່ສຽງສາກົນຂອງຫວຽດນາມ ໃນພາກພື້ນແລະໃນໂລກ ໄດ້ຮັບການຍົກລະດັບສູງຂຶ້ນ, ປະກອບສ່ວນອັນຕັ້ງໜ້າແລະເຕັມໄປດ້ວຍຄວາມຮັບຜິດຊອບ ເຂົ້າໃນການຮັກສາສັນຕິພາບ, ການຮ່ວມມືພັດທະນາ ແລະ ຄວາມກ້າວໜ້າໃນໂລກ. ຫວຽດນາມໄດ້ຈັດຕັ້ງກອງປະຊຸມສາກົນທີ່ສຳຄັນຫຼາຍຄັ້ງຢ່າງສຳເລັດຜົນ ແລະ ປະສົບຄວາມສຳເລັດໃນການປະຕິບັດຕາມຄວາມຮັບຜິດຊອບສາກົນທີ່ສຳຄັນຫຼາຍປະການ(7); ເປັນເຈົ້າການແລະຕັ້ງໜ້າໃນການນຳສະເໜີແນວຄິດແລະຂໍ້ລິເລີ່ມຕ່າງໆ ເພື່ອເຂົ້າຮ່ວມແກ້ໄຂບັນຫາຕ່າງໆຮ່ວມກັນຂອງພາກພື້ນ ແລະ ໂລກ. ການຕ່າງປະເທດແລະການທູດຫຼາຍຝ່າຍຂອງຫວຽດນາມ ສະແດງໃຫ້ເຫັນເຖິງບາດກ້າວເຕີບໃຫຍ່ຂະຫຍາຍຕົວຢ່າງແຂງແຮງ, ພິສູດໃຫ້ເຫັນວ່າ ຫວຽດນາມແມ່ນສະມາຊິກທີ່ຕັ້ງໜ້າ ແລະ ມີຄວາມຮັບຜິດຊອບຂອງປະຊາຄົມສາກົນ.
ຫວຽດນາມໄດ້ກໍ່ສ້າງລະບົບທິດສະດີການຕ່າງປະເທດທີ່ນັບມື້ນັ້ບຮອບດ້ານ, ຄົບຖ້ວນ, ກຳນົດແຈ້ງເປົ້າໝາຍ, ໜ້າທີ່, ທັດສະນະທີ່ສຳຄັນ ກ່ຽວກັບການຕ່າງປະເທດ ທີ່ເໝາະສົມກັບຄວາມຕ້ອງການຕົວຈິງ, ຮັບໃຊ້ຢ່າງໄດ້ການໄດ້ງານໃຫ້ແກ່ການປັບປຸງສະຖານະການການຕ່າງປະເທດ. ລະບົບທິດນຳການຕ່າງປະເທດກໍໄດ້ຮັບການປັບປຸງ ເພື່ອຕອບສະໜອງນັບມື້ນັບດີ ຕໍ່ການປ່ຽນແປງຢ່າງໄວວາຂອງສະພາບການໂລກ, ພາກພື້ນ ແລະ ເປົ້າໝາຍນະໂຍບາຍຕ່າງປະເທດ. ອະດີດເລຂາທິການໃຫ່ ຫງວຽນ ຝູ ຈ້ອງ ໄດ້ສະຫຼຸບນະໂຍບາຍການຕ່າງປະເທດແລະການທູດທີ່ເປັນໄປດ້ວຍເອກະລັກຂອງ “ໄມ້ໄຜ່ຫວຽດນາມ” ດ້ວຍຄຸນລັກສະນະ “ຮາກແໜ້ນໜາ, ລຳຕົ້ນແຂງແຮງ, ກິ່ງກ້ານຍືດຫຍຸ່ນ” ເຊິ່ງຖືເປັນການຕົກຜະລຶກຂອງພື້ນຖານການຕ່າງປະເທດຫວຽດນາມໃນໄລຍະ 90 ປີທີ່ຜ່ານມາ ພາຍໃຕ້ການນຳພາຂອງພັກ ແລະ ປະທານໂຮ່ຈີມິນ ບົນພື້ນຖານການໝູນໃຊ້ຫຼັກມູນພື້ນຖານຂອງລັດທິມາກ-ເລນິນ ແລະ ແນວຄິດໂຮ່ຈີມິນ ຢ່າງປະດິດສ້າງ, ສືບທອດ ແລະ ເສີມຂະຫຍາຍມູນເຊື້ອ, ເອກະລັກການຕ່າງປະເທດ, ການທູດ ແລະ ວັດທະນະທຳແຫ່ງຊາດ, ຊຶມຊັບແກ່ນແທ້ຂອງວັດທະນະທຳມະນຸດຊາດຢ່າງເລືອກສັນ.
ຜົນສຳເລັກຂອງວຽກງານການຕ່າງປະເທດຫຼັງຈາກການດຳເນີນພາລະກິດການປ່ຽນແປງໃໝ່ມາເກືອບ 40 ປີ ຢືນຢັນອີກຄັ້ງເຖິງຄຸນຄ່າຂອງບົດຮຽນດ້ານການຕ່າງປະເທດຫຼາຍປະການໃນໄລຍະທີ່ຜ່ານມາ ພ້ອມທັງນຳບົດຮຽນອັນລ້ຳຄ່າໃໝ່ໆຫຼວງຫຼາຍມາໃຫ້. ທີໜຶ່ງ, ບົດຮຽນກ່ຽວກັບການນຳພາເປັນເອກະພາບແລະເດັດຂາດຂອງພັກ, ການຄຸ້ມຄອງລວມສູນຂອງລັດຕໍ່ວຽກງານການຕ່າງປະເທດ; ມີຄວາມຄິດສ້າງສັນຢູ່ສະເໝີ, ເປັນເຈົ້າການໃນການຄົ້ນຄວ້າ, ຄາດຄະເນສະຖານະການຢ່າງຖືກຕ້ອງ, ປະກາດໃຊ້ຂໍ້ຕັດສິນຕົກລົງ, ແຜນນະໂຍບາຍ, ແນວທາງທີ່ຖືກຕ້ອງແລະເໝາະສົມ ຢ່າງທັນທ່ວງທີ່. ທີສອງ, ບົດຮຽນກ່ຽວກັບການຮັບຮູ້ ແລະ ການກຳເອົາໂອກາດ, ການສົມທົບກຳລັງແຮງຂອງຊາດ ກັບກຳລັງແຮງຂອງຍຸກສະໄໝ. ຜົນປະໂຫຍດແຫ່ງຊາດ-ປະເທດຊາດຂອງຫວຽດນາມ ແມ່ນຮັບປະກັນສະພາບແວດລ້ອມສາກົນທີ່ເອື້ອອຳນວຍຕໍ່ການພັດທະນາ, ພ້ອມທັງປະກອບສ່ວນອັນຕັ້ງໜ້າເຂົ້າໃນການຕໍ່ສູ້ຮ່ວມກັນຂອງປະຊາຊົນໂລກ ເພື່ອສັນຕິພາບ, ເອກະລາດແຫ່ງຊາດ, ປະຊາທິປະໄຕ ແລະ ຄວາມກ້າວໜ້າທາງສັງຄົມ. ທີສາມ, ບົດຮຽນກ່ຽວກັບການຢຶດໝັ້ນໃນຫຼັກການ ແລະ ຍືດຫຍຸ່ນໃນຍຸດໂທບາຍ. ຫຼັກການແມ່ນເອກະລາດຂອງຊາດ ແລະ ສັງຄົມນິຍົມ. ຍຸດໂທບາຍແມ່ນຄວາມຄ່ອງຕົວ, ໄຫວພິບ ແລະ ປັບປ່ຽນໄດ້ຕາມບັນຫາ, ເວລາ ແລະ ເປົ້າໝາຍ ຫຼື ຄູ່ຮ່ວມມື, ໂດຍປະຕິບັດຕາມແນວຄິດອັນຍິ່ງໃຫຍ່ຂອງປະທານໂຮ່ຈິມິນ: “ຖືເອົາຫຼັກການເປັນພື້ນເພື່ອໝູນໃຊ້ຢ່າງໄຫວພິບ”, “ເພີ່ມເພື່ອນມິດ, ຫຼຸດຜ່ອນສັດຕູ”, “ຜູກມິດກັບປະເທດປະຊາທິປະໄຕທຸກປະເທດ ແລະ ບໍ່ສ້າງສັດຕູກັບຜູ້ໃດ”. ທີສີ່, ຈັດການແກ້ໄຂຢ່າງກົມກຽວ ການພົວພັນລະຫວ່າງຜົນປະໂຫຍດຂອງຊາດ ກັບ ພັນທະແລະຄວາມຮັບຜິດຊອບສາກົນ, ລະຫວ່າງຄູ່ຮ່ວມມື ແລະ ເປົ້າໝາຍຕໍ່ສູ້, ລະຫວ່າງການຮ່ວມມື ແລະ ການແກ່ງແຍ້ງ. ທີຫ້າ, ບົດຮຽນກ່ຽວກັບວຽກງານກໍ່ສ້າງພະນັກງານ, ປັບປຸງຍົກສູງຄູນນະພາບຂອງຖັນແຖວພະນັກງານທີ່ປະຕິບັດວຽກງານການຕ່າງປະເທດ ຕັ້ງແຕ່ສູນກາງເຖິງທ້ອງຖິ່ນຢ່າງບໍ່ຢຸດຢັ້ງ.
2- ພຶດຕິກຳຕົວຈິງໃນໄລຍະ 80 ປີທີ່ຜ່ານມາແມ່ນພື້ນຖານເພື່ອພັດທະນາທັດສະນະ ແລະ ວິໄສທັດກ່ຽວກັບກິດຈະການຕ່າງປະເທດແລະການທູດໃນຍຸກໃໝ່; ເປັນຫຼັກຖານເພື່ອເຮັດໃຫ້ການຕ່າງປະເທດແລະການທູດເຕີບໃຫຍ່ເຂັ້ມແຂງທາງດ້ານສະຖານະ, ປະສິດທິພາບ ແລະ ປະສິດທິຜົນ, ປະກອບສ່ວນສ້າງສະຖານະການຜົນປະໂຫຍດຍຸດທະສາດທີ່ໄຂວ່ກັນລະຫວ່າງຫວຽດນາມກັບປະເທດອື່ນໆ, ໂດຍສະເພະາປະເທດມະຫາອຳນາດ, ປະເທດຄູ່ຮ່ວມມືຍຸດທະສາດ, ປະເທດເພື່ອນບ້ານໃກ້ຄຽງ ແລະ ປະເທດໃນພາກພື້ນ, ສ້າງແລະຮັກສາສະພາບແວດລ້ອມທີ່ສັນຕິແລະໝັ້ນຄົງ, ລະດົມຊັບພະຍາກອນພາຍນອກເພື່ອພັດທະນາປະເທດ, ປະກອບສ່ວນສຳຄັນເຂົ້າໃນພາລະກິດການສ້າງສາ ແລະ ປົກປັກຮັກສາປະເທດຊາດ, ຊ່ວຍໃຫ້ຫວຽດນາມສະສົມທ່າແລະກຳລັງແຮງພຽງພໍສຳລັບການພັດທະນາແບບກ້າວກະໂດດໃນຍຸກສະໄໝໃໝ່, ຍຸກແຫ່ງການບືນຕົວຂຶ້ນຂອງປະເທດຊາດ. ທ່ານເລຂາທິການໃຫຍ່ ໂຕເລິມ ຢືນຢັນວ່າ: “ພາຍຫຼັງເກືອບ 80 ປີແຫ່ງສ້າງຕັ້ງປະເທດ ແລະ ເກືອບ 40 ປີແຫ່ງການປ່ຽນແຫງໃໝ່ ພາຍໃຕ້ການນຳພາຮອບດ້ານຂອງພັກ, ຫວຽດນາມກຳລັງຢືນຢູ່ຈຸດເລິ່ມຕົ້ນປະຫວັດສາດໃໝ່, ຍຸກໃໝ່ - ຍຸກແຫ່ງການບືນຕົວຂຶ້ນຂອງຊາດຫວຽດນາມ”(8). ຈຸດໝາຍປາຍທາງຂອງຍຸກແຫ່ງການບືນຕົວຂຶ້ນຂອງຊາດແມ່ນປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ສັງຄົມສັງຄົມນິຍົມ, ຢືນຄຽງບ່າຄຽງໄລ່ກັບບັນດາປະເທດມະຫາອຳນາດຂອງໂລກ. ສູໍ້ຊົນຮອດກາງສະຕະວັດທີ XXI, ຫວຽດນາມກາຍເປັນປະເທດພັດທະນາແລ້ວ ຕາມທິດທາງສັງຄົມນິຍົມ; ປະຕິບັດເປົ້າໝາຍຍຸດທະສາດໄດ້ສຳເລັດພາຍໃນປີ 2030 ເຮັດໃຫ້ຫວຽດນາມກາຍເປັນປະເທດກຳລັງພັດທະນາທີ່ມີອຸດສາຫະກຳທັນສະໄໝ ແລະ ມີລາຍໄດ້ປານກາງສູງ; ຮອດປີ 2045 ຈະກາຍເປັນປະເທດທີ່ພັດທະນາແລ້ວ ແລະ ມີລາຍໄດ້ສູງ; ປຸກລະດົມມານະຈິດແຫ່ງຊາດ, ຈິດໃຈແຫ່ງອິດສະລະພາບ, ຄວາມໝັ້ນໃຈໃນຕົນເອງ, ການອີງໃສ່ຕົນເອງສ້າງຄວາມເຂັ້ມແຂງໃຫ້ຕົນເອງ, ຄວາມເອກອ້າງທະນົງໃຈໃນຊາດ ແລະ ຄວາມປາຖະໜາໃນການພັດທະນາປະເທດຊາດໃຫ້ໝັ້ນຄົງເຂັ້ມແຂງ; ສົມທົບກຳລັງແຮງຂອງຊາດກັບກຳລັງແຮງຂອງຍຸກສະໄໝ. ທ່ານເລຂາທິການໃຫຍ່ ໂຕເລິມ ຍັງໄດ້ຊີ້ໃຫ້ເຫັນວ່າ: “ຈຸດເວລາທີ່ເລີ່ມຕົ້ນຍຸກໃໝ່ແມ່ນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກ, ຈາກນີ້ໄປ, ປະຊາຊົນຫວຽດນາມທຸກຄົນ, ຮ້ອຍລ້ານຄົນລວມກັນເປັນໜຶ່ງ, ພາຍໃຕ້ການນຳພາຂອງພັກ, ຮ່ວມຈິດຮ່ວມໃຈ, ຮ່ວມແຮງຮ່ວມມືກັນ, ໃຊ້ປະໂຫຍດຈາກໂອກາດແລະຂໍ້ໄດ້ປຽບ, ຍູ້ຖອຍຄວາມສ່ຽງ ແລະ ຄວາມທ້າທາຍ, ນຳພາປະເທດໄປສູ່ການພັດທະນາຢ່າງຮອບດ້ານແລະແຂງແຮງ, ກ້າວກະໂດດ ແລະ ທະຍານໄປຂ້າງໜ້າ”(9).
ໂລກກຳລັງກ້າວເຂົ້າສູ່ຍຸກໃໝ່ທີ່ມີການເຄື່ອນໄຫວຢ່າງໄວວາ, ແຂງແຮງ ແລະ ສັບສົນທີ່ສຸດ. ລະບຽບ “ຫຼາຍຂົ້ວ, ຫຼາຍສູນກາງ” ກຳລັງປະກົດຊັດເຈນຂຶ້ນເລື້ອຍໆ; ບັນດາປະເທດໃຫຍ່ກຳລັງປັບຍຸດທະສາດ, ທັງຮ່ວມມື ປະນິີປະນອມ, ທັງຍູ້ແຮງການແຂ່ງຂັນຍຸດທະສາດ, ຈຳກັດເຊິ່ງກັນແລະກັນ, ສົ່ງເສີມການເຊື່ອມສຳພັນ, ເຕົ້າໂຮມກຳລັງ, ຕັດສິນໃຈຍາດເອົາຖານະຕຳແໜ່ງແລະຜົນປະໂຫຍດ… ການປະທະກັນທາງຊາດພັນແລະສາສະໜາ, ການເຄື່ອນໄຫວກໍ່ການຮ້າຍ, ສົງຄາມພາກສ່ວນ, ຂໍ້ພິພາດເລື່ອງອຳນາດອະທິປະໄຕ, ດິນແດນ ແລະ ຊັບພະຍາກອນ ກຳລັງເກີດຂຶ້ນໃນຮູບແບບໃໝ່ແລະຮຸນແຮງຍິ່ງຂຶ້ນ… ຄວາມແຕກແຍກທາງເສດຖະກິດ ແລະ ການແຂ່ງຂັນທາງພູມສາດການເມືອງ ນັບມື້ນັບເພີ່ມຂຶ້ນ ໃນຂະນະທີ່ບັນຫາໂລກເຊັ່ນ ການປ່ຽນແປງດິນຟ້າອາກາດ, ຄວາມໝັ້ນຄົງດ້ານພະລັງງານ ແລະ ໂລກລະບາດ ຈຳເປັນຕ້ອງໄດ້ຮັບການຮ່ວມມືຢ່າງແໜ້ນແຟ້ນຈາກປະຊາຄົມສາກົນ. ການປະຕິວັດອຸດສາຫະກຳຄັ້ງທີສີ່ພ້ອມດ້ວຍຄວາມກ້າວໜ້າກະໂດດຂັ້ນໃນເຕັກໂນໂລຊີດິຈິຕອນ, ປັນຍາປະດິດ (AI) ແລະ ຂໍ້ມູນຂະໜາດໃຫຍ່ (big data) ໄດ້ເປີດຄວາມສາມາດການພັດທະນາອັນມະຫາສານ ໃຫ້ກັບປະເທດທີ່ມາທີຫຼັງ ແລະ ປະເທດກຳລັງພັດທະນາ ເພື່ອໃຊ້ປະໂຫຍດຈາກຄວາມສຳເລັດດ້ານການພັດທະນາຂອງມະນຸດຊາດ, ຜ່ານການເຊື່ອມໂຍງ, ການລະດົມ ແລະ ການແບ່ງປັນຊັບພະຍາກອນຢ່າງມີປະສິດທິພາບຫຼາຍຂຶ້ນ, ການຮັບເອົາຄວາມຮູ້, ເຕັກໂນໂລຊີ ແລະ ບົດຮຽນສາກົນ, ການປະຕິບັດແບບ “ໄປທາງລັດ, ກ້າວໄປຂ້າງໜ້າ”, ບໍລິຫານຈັດການຄວາມສຳພັນລະຫວ່າງການພັດທະນາທີ່ວ່ອງໄວ ແລະ ຍືນຍົງຢ່າງກົມກຽວ.
ເພື່ອກ້າວຢ່າງໝັ້ນຄົງເຂົ້າສູ່ຍຸກໃໝ່ ຍຸກແຫ່ງການບືນຕົວຂຶ້ນຂອງຊາດ, ການພົວພັນຕ່າງປະເທດຂອງຫວຽດນາມ ຕ້ອງສືບຕໍ່ປັບປຸງຄວາມຮັບຮູ້ ແລະ ປ່ຽນແປງໃໝ່ການຄິດສ້າງສັນ, ເປັນເຈົ້າການແລະຄ່ອງແຄ່ວໃນການດຳເນີນງານ ເພື່ອປະຕິບັດບົດບາດການສ້າງແລະກຳນົດສະຖານະການການຕ່າງປະເທດທີ່ເອື້ອອຳນວຍ ໃຫ້ເກີດສະພາບແວດລ້ອມທີ່ສັນຕິແລະໝັ້ນຄົງເພື່ອການພັດທະນາ.
ທີໜຶ່ງ, ສືບຕໍ່ເພີ່ມທະວີການນຳພາຂອງພັກໃນວຽກງານການຕ່າງປະເທດແລະການທູດ, ເສີມຂະຫຍາຍກຳລັງແຮງຂອງການຕ່າງປະເທດໃນເສົາຄ້ຳທັງສາມ ການຕ່າງປະເທດຂອງພັກ, ການທູດຂອງລັດ ແລະ ການຕ່າງປະເທດປະຊາຊົນ. ນີ້ແມ່ນໜຶ່ງໃນບົດຮຽນທີ່ສຳຄັນທີ່ສຸດທີ່ການທູດຫວຽດນາມໄດ້ຮຽນຮູ້ຕັ້ງແຕ່ຕົ້ນ ແລະ ຊາດຊຶມມາຕະຫຼອດ 80 ປີແຫ່ງການເຕີບໃຫຍ່ ແລະ ການພັດທະນາຂອງປະເທດພາຍໃຕ້ການນຳພາຂອງພັກ. ຜົນສຳເລັດດ້ານການຕ່າງປະເທດໃນໄລຍະທີ່ຜ່ານມາ ໄດ້ສະແດງໃຫ້ເຫັນເຖິງຄວາມຖືກຕ້ອງ ແລະ ຄວາມສະຫຼາດສ່ອງໃສຂອງພັກກອມມູນິດຫວຽດນາມ ໃນການປະຕິບັດແນວທາງສັງຄົມນິຍົມຢ່າງໝັ້ນຄົງ ແລະ ຢຶດໝັ້ນໃນຜົນປະໂຫຍດສູງສຸດຂອງປະເທດ ແລະ ປະຊາຊົນ. ໃນໄລຍະຈະມາເຖິງນີ້, ຫວຽດນາມຕ້ອງການສືບຕໍ່ຍົກສູງ ແລະ ເປັນເອກະພພາບທາງດ້ານຄວາມຮັບຮູ້ ແລະ ການປະຕິບັດ; ເສີມຂະຫຍາຍກຳລັງແຮງສັງລວມຂອງລະບົບການເມືອງທັງໝົດ ເພື່ອເພີ່ມປະສິດທິພາບຂອງວຽກງານການຕ່າງປະເທດ; ກຳນົດກິດຈະການຕ່າງປະເທດເປັນພາລະກິດທີ່ສຳຄັນແລະເປັນປະຈຳ; ນຳກິດຈະການຕ່າງປະເທດແລະການທູດເຂົ້າສູ່ທຸກຊ່ອງທາງການພັດທະນາທີ່ສຳຄັນຂອງປະເທດ, ເຂົ້າສູ່ລວງເລິກທຸກແງ່ມູມຂອງຊີວິດທາງເມືອງຂອງປະເທດ. ປະສານສົມທົບກັນຢ່າງແໜ້ນແຟ້ນ, ຄົບຊຸດ ແລະ ເປັນຈັງຫວະໃນແນວໂຮມການຕ່າງປະເທດ ພາຍໃຕ້ການນຳພາເປັນເອກະພາບຂອງພັກ ເພື່ອເປົ້າໝາຍລວມຄື ຜົນປະໂຫຍດຂອງຊາດ-ປະເທດຊາດ, ຮັບປະກັນລັກສະນະສັງລວມແລະເຊື່ອມໂຍງ, ປະຕິບັດຕາມເປົ້າໝາຍ ແລະ ທິດທາງລວມ, ພ້ອມທັງເໝາະສົມກັບບຸລິມະສິດການຕ່າງປະເທດໃນແຕ່ລະໄລຍະ ແລະ ພື້ນທີ່ສະເພາະ. ໃນການດຳເນີນກິດຈະກຳການຕ່າງປະເທດ ຈຳເປັນຕ້ອງສົ່ງເສີມບົດບາດແລະຄຸນລັກສະນະສະເພາະ ໃຫ້ສອດຄ່ອງກັບຈຸດພິເສດແລະທ່າແຮງຂອງແຕ່ລະເສົາຄ້ຳການຕ່າງປະເທດ ບົນພື້ນຖານຄວາມເຂົ້າໃຈຢ່າງຈະແຈ້ງເຖິງລັກສະນະສະເພາະຂອງແຕ່ລະເສົາຄ້ຳ, ທັງໃນດ້ານກຳລັງ, ພື້ນທີ່, ເຄື່ອງມື ຕະຫຼອດຈົນວິທີການດຳເນີນການ, ໃນນັ້ນ ທ່າແຮງທາງດ້ານມູນເຊື້ອການພົວພັນອັນຍາວນານ, ໃກ້ຊິດ ແລະ ພັກດີຂອງກິດຈະການຕ່າງປະເທດຂອງພັກ ຈຳເປັນຕ້ອງປະສານຢ່າງແໜ້ນແຟ້ນເຂົ້າກັບຄວາມສາມາດເຊື່ອມໂຍງທີ່ຂະຫຍັນຂັນເຄື່ອນ, ຕັ້ງໜ້າ, ຮອບດ້ານ, ມີຜົນສັກສິດ ແລະ ມີປະສິດທິຜົນສູງ ຂອງການທູດຂອງລັດ ແລະ ເຂົ້າກັບການແຜ່ກະຈາຍ ແລະ ຄວາມດຶງດູດໃຈທີ່ອີງໃສ່ອຳນາດອັນຊອບທຳ ຂອງການຕ່າງປະເທດປະຊາຊົນ.
ທີສອງ, ສືບຕໍ່ພັດທະນາຄວາມຄິດ ແລະ ເພີ່ມທະວີການປະສານສົມທົບລະຫວ່າງການທູດ ກັບຄວາມໝັ້ນຄົງ ແລະ ການພັດທະນາ. ດ້ວຍພື້ນຖານຄວາມສຳເລັດອັນຍິ່ງໃຫຍ່ໃນ 80 ປີແຫ່ງການກໍ່ຕັ້ງສາທາລະນະລັດປະຊາທິປະໄຕຫວຽດນາມ ເຊິ່ງປະຈຸບັນແມ່ນສາທາລະນະລັດສັງຄົມນິຍົມຫວຽດນາມ ແລະ ດ້ວຍປະສົບການການດຳເນີນຂະບວນການປ່ຽນແປງໃໝ່ເກືອບ 40 ປີ, ຫວຽດນາມຈຶງໝັ້ນໃຈໃນຄວາມສາມາດຂອງຕົນໃນການຮັບປະກັນຄວາມໝັ້ນຄົງດ້ານການຕ່າງປະເທດຂອງປະເທດໄດ້. ໃນຍຸກໃໝ່ນີ້, ຫວຽດນາມຈຳເປັນຕ້ອງພັດທະນາການຄິດແບບສັດຈະວິພາກທີ່ຮອບດ້ານຫຼາຍຂຶ້ນ ກ່ຽວກັບຄວາມໝັ້ນຄົງ ແລະ ການພັດທະນາ, ໃນນັ້ນການຕ່າງປະເທດມີສ່ວນປະກອບໃນການຮັບປະກັນສະພາບແວດລ້ອມທີ່ສັນຕິແລະໝັ້ນຄົງສຳລັບການພັດທະນາ, ພ້ອມກັນນັ້ນ ການພັດທະນາຈຳເປັນຕ້ອງການໄດ້ຮັບການພິຈາລະນາໃຫ້ເປັນເປົ້າໝາຍທີ່ບຸລິມະສິດ ແລະ ຍັງເປັນເງື່ອນໄຂ ແລະຫຼັກຖານໃນການສ້າງຄວາມໝັ້ນຄົງໃຫ້ແກ່ປະເທດ. ໂດຍລວມແລ້ວ, ການຕ່າງປະເທດຕ້ອງປະສານສົມທົບຢ່າງແໜ້ນແຟ້ນກັບການປ້ອງກັນປະເທດແລະຄວາມໝັ້ນຄົງ ເພື່ອປົກປ້ອງອະທິປະໄຕເໝືອດິນແດນ, ແກ້ໄຂບັນຫາທາງທະເລຕາມກົດໝາຍສາກົນ ແລະ ຮັກສາສະພາບແວດລ້ອມທີ່ສະຫງົບສຸກໃນພາກພື້ນ; ພ້ອມທັງເພີ່ມທະວີການພົວພັນກັບປະເທດຕ່າງໆ ເພື່ອສ້າງຜົນປະໂຫຍດທາງຍຸດທະສາດທີ່ເຊື່ອມໂຍງກັນ, ປະກອບສ່ວນປັບປຸງການປ້ອງກັນປະເທດແລະຄວາມໝັ້ນຄົງໃຫ້ເຂັ້ມແຂງຍິ່ງຂຶ້ນ. ໃນການພົວພັນກັບປະເທດມະຫາອຳນາດ ແລະກຸ່ມປະເທດໃຫຍ່, ຫວຽດນາມຈຳເປັນຕ້ອງໃຫ້ຄວາມສຳຄັນເປັນພິເສດ ທັງກັບການຮັບຮອງເອກະລາດ, ການເປັນເຈົ້າຕົນເອງ, ການປະຕິບັດບຸລິມະສິດຂອງນະໂຍບາຍການຕ່າງປະເທດ, ທັງຈັດການແກ້ໄຂຢ່າງສະຫຼາດ, ສົ່ງເສີມການພົວພັນທີ່ກົມກຽວ, ການແກ້ໄຂຜົນກະທົບທາງລົບ “ຕັ້ງແຕ່ຕົ້ນ, ຈາກໄລຍະໄກ”, ພ້ອມທັງໃຊ້ປະໂຫຍດຈາກຄວາມສາມາດບົ່ມຊ້ອນດ້ານເສດຖະກິດ, ສ້າງການບຸກທະລຸໃນການພົວພັນທາງເສດຖະກິດ. ໃນການພົວພັນກັບປະເທດເພື່ອນບ້ານໃກ້ຄຽງ, ຫວຽດນາມຈຳເປັນຕ້ອງສືບຕໍ່ປັບປຸງຮົ້ວຄວາມໝັ້ນຄົງ ແລະ ການພັດທະນາທີ່ຢູ່ຕິດກັນ ຜ່ານການພົວພັນສອງຝ່າຍ ແລະ ພາຍໃນຂອບອາຊຽນ, ພ້ອມກັນນັ້ນກໍປະກອບສ່ວນອັນຕັ້ງໜ້າ ແລະ ເສີມຂະຫຍາຍບົດບາດຂອງຕົນໃນອາຊຽນຢ່າງແຂງຂັນ, ໂດຍສະເພາະໃນບັນຫາທີ່ກ່ຽວຂ້ອງກັບການເຊື່ອມໂຍງເສດຖະກິດ ແລະ ການພັດທະນາ ເພື່ອເພີ່ມທະວີການເຊື່ອມໂຍງທີ່ຮອບດ້ານແລະເລິກເຊິ່ງ ໃນປະຊາຄົມເສດຖະກິດອາຊຽນ ກໍ່ຄືລະຫວ່າງ ອາຊຽນ ກັບເຄືອຂ່າຍຄູ່ຮ່ວມມືຢູ່ພາຍນອກ.
ທີສາມ, ສືບຕໍ່ຊຸກຍູ້ການທູດທາງເສດຖະກິດ. ບົນພື້ນຖານການກໍ່ສ້າງພື້ນຖານເສດຖະກິດທີ່ເປັນເອກະລາດ, ເປັນເຈົ້າຕົນເອງ ແລະ ເຊື່ອມໂຍງເລິກເຊິ່ງເຂົ້າກັບລະບົບຕ່ອງໂສ້ການສະໜອງລະດັບໂລກ, ສືບຕໍ່ໃຊ້ປະໂຫຍດສູງສຸດຈາກສັນຍາການຄ້າເສລີ ແລະ ການລົງທຶນທີ່ມີຢູ່, ໂດຍສະເພາະໃນຕະຫຼາດ ແລະ ຂົງເຂດທີ່ຍັງບໍ່ໄດ້ຮັບການໃຊ້ປະໂຫຍດ; ເປີດແຫຼ່ງການລົງທຶນ ແລະ ແຫຼ່ງເງິນທຶນ, ຕະຫຼາດໃໝ່ໆ ໂດຍສະເພາະແຫຼ່ງຊັບພະຍາກອນຈາກພາກພື້ນຕ່າງໆ ເຊັ່ນ ຕາເວັນອອກກາງ, ອາເມລິກາລາຕິນ ຫຼື ວິສາຫະກິດ ແລະ ກອງທຶນການລົງທຶນຂະໜາດໃຫຍ່; ແກ້ໄຂໂຄງການໃຫຍ່ທີ່ຍັງຄ້າງ ເພື່ອສ້າງແຮງກະຕູ້ນໃນການດຶງດູດໂຄງການໃໝ່ໆ; ສືບຕໍ່ກວດຄືນ ແລະ ຊຸກຍູ້ການຜັນຂະຫຍາຍປະຕິບັດຕາມຄຳໝັ້ນສັນຍາ ຂໍ້ຕົກລົງສາກົນ ໂດຍເຮັດໃຫ້ຂອບການພົວພັນກັບຄູ່ຮ່ວມມືທີ່ໄດ້ຮັບການປັບປຸງໃໝ່ເປັນຮູບປະທຳ ໃນໂຄງການ, ແຜນງານການຮ່ວມມືທາງເສດຖະກິດທີ່ແທ້ຈິງ ແລະ ມີປະສິດທິຜົນ. ພ້ອມກັນນັ້ນ, ສືບຕໍ່ການຮັບຮູ້ ແລະ ຍາດແຍ່ງໂອກາດຈາກທ່າອ່ຽງເສດຖະກິດໃໝ່ທີ່ພວມເກີດຂຶ້ນ ເຊັ່ນ ການປ່ຽນແປງດິຈິຕອນ, ການປ່ຽນແປງສີຂຽວ ແລະ ການປ່ຽນແປງດ້ານພະລັງງານ; ສ້າງການຮ່ວມມືຢ່າງກວ້າງຂວາງກັບສູນນະວັດຕະກຳລະດັບໂລກໃນຂົງເຂດທີ່ບຸກທະລຸ ເຊັ່ນ ເຕັກໂນໂລຊີຊັ້ນສູງ, ເຊມີຄອນດັກເຕີຣ໌, ປັນຍາປະດິດ ແລະ ຄວອນຕັນ ເພື່ອປະກອບສ່ວນສົ່ງເສີມປັດໄຈຂັບເຄື່ອນການເຕີບໂຕໃໝ່, ບຸກທະລຸເຂົ້າໃນຂົງເຂດໃໝ່, ສ້າງແຮງຜັກດັນໃຫ້ກັບການພັດທະນາແບບກ້າວກະໂດດຂອງປະເທດ.
ທີສີ່, ເສີມຂະຫຍາຍກຳລັງແຮງສັງລວມຂອງການຕ່າງປະເທດ ແລະ ການທູດໃນທຸກຂົງເຂດ ເສດຖະກິດ, ວັດທະນະທຳ, ວິທະຍາສາດ-ເຕັກໂນໂລຊີ, ສາທາລະນະສຸກ, ສິ່ງແວດລ້ອມ ເພື່ອປະກອບສ່ວນເຂົ້າໃນການເຕີບໂຕແບບຍືນຍົງ, ຮັກສາການພັດທະນາຢ່າງປອດໃສແລະໝັ້ນຄົງ, ມີສ່ວນຮ່ວມໃນການຕອບສະໜອງຕໍ່ຄວາມທ້າທາຍລະດັບໂລກໃໝ່ໆ ເຊັ່ນ ການປ່ຽນແປງດິນຟ້າອາກາດ, ຄວາມໝັ້ນຄົງດ້ານພະລັງງານ, ຄວາມໝັ້ນຄົງດ້ານອາຫານ, ຄວາມໝັ້ນຄົງດ້ານຊັບພະຍາກອນ, ຄວາມໝັ້ນຄົງດ້ານສິ່ງແວດລ້ອມ ແລະ ຄວາມໝັ້ນຄົງທາງໄຊເບີຣ໌. ຫວຽດນາມມີເງື່ອນໄຂໃໝ່ຫຼາຍຢ່າງທີ່ເອື້ອອຳນວຍຕໍ່ການສົ່ງເສີມການທູດດ້າວັດທະນະທຳຢ່າງແຂງແຮງ ບົນພື້ນຖານການສ້າງກຳລັງແຮງທາງວັດທະນະທຳພາຍໃນ, ການພັດທະນາວັດທະນະທຳທີ່ເຕັມໄປດ້ວຍເອກະລັກປະຈຳຊາດ, ປະກອບສ່ວນສ້າງພາບພົດຂອງຫວຽດນາມທີ່ຮຸ່ງເຮືອງສີວິໄລ ແລະ ອຸດົມໄປດ້ວຍມູນເຊື້ອ, ຍົກລະດັບ “ພະລັງອ່ອນ” ຂອງປະເທດໃຫ້ກ້າວສູ່ລະດັບໃໝ່. ຄຽງຄູ່ກັນນັ້ນ, ສືບຕໍ່ປ່ຽນແປງໃໝ່, ຍົກສູງປະສິດທິຜົນວຽກງານຂໍ້ມູນຂ່າວສານການຕ່າງປະເທດ, ລະດົມກຳລັງແຮງຂອງກຸ່ມກ້ອນມະຫາສາມັກຄີປວງຊົນທັງຊາດ, ຄວາມປາດຖະໜາໃນການພັດທະນາ, ຍົກສູງຄວາມເຊື່ອໝັ້ນຂອງປະຊາຊົນຕໍ່ຜູ້ນຳພັກ ແລະ ຍາດແຍ່ງການສະໜັບສະໜູນຈາກສາກົນ ເພື່ອຮັກສາສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາທີ່ຍືນຍົງ.
ທີຫ້າ, ກໍ່ສ້າງຖັນແຖວພະນັກງານການຕ່າງປະເທດໃຫ້ເທົ່າທຽມກັບພາລະກິດ. ພະນັກງານການຕ່າງປະເທດເປັນຕົວແທນຂອງຊາດ, ພັກ, ລັດ, ວັດທະນະທຳ, ຄວາມຜ່າເຜີຍອົງອາດ ແລະ ລັກສະນະນິໄສຂອງຄົນຫວຽດນາມ. ໃນສະພາບການປະຈຸບັນ, ກິດຈະການຕ່າງປະເທດ ແລະ ການທູດຫວຽດນາມ ຈຳເປັນຕ້ອງສຸມໃສ່ຍົກສູງຄຸນນະພາບຂອງຊັບພະຍາກອນມະນຸດ, ການລົງທຶນເຂົ້າໃນການອົບຮົມສຶກສາແລະຝຶກອົບຮົມໃໝ່, ການສ້າງຖັນແຖວພະນັກງານທີ່ “ມີທັງຄຸນສົມບັດ ແລະ ມືອາຊີບ”, ໃນປະເທດພວກເຂົາຕ້ອງເປັນຜູ້ຊ່ຽວຊານ ແລະ “ພົດຈະນານຸກົມ” ໃນຂົງເຂດແລະພື້ນທີ່ທີ່ພວກເຂົາຮັບຜິດຊອບ, ເມື່ອເດີນທາງໄປຕ່າງປະເທດພວກເຂົາຕ້ອງເປັນຜູ້ຊ່ຽວຊານດ້ານຫວຽດນາມ; ພ້ອມກັນນັ້ນ, ຮັບປະກັນກົນໄກ ແລະ ນະໂຍບາຍທີ່ເໝາະສົມ ເພື່ອໃຫ້ພະນັກງານສາມາດມີສ່ວນຮ່ວມໄດ້ຢ່າງໝັ້ນໃຈ ແລະ ສ້າງຖັນແຖວພະນັກງານການຕ່າງປະເທດທີ່ມີຄວາມສາມາດສູງ ແລະ ຍອດຢ້ຽມຢ່າງແທ້ຈິງ ເພື່ອຕອບສະໜອງຄວາມຕ້ອງການຂອງຍຸກສະໄໝໃໝ່.
ຜ່ານ 80 ປີແຫ່ງການກໍ່ສ້າງແລະປົກປັກຮັກສາປະເທດຊາດ ແລະເກືອບ 40 ປີແຫ່ງການດຳເນີນກິດຈະການປ່ຽນແປງໃໝ່ປະເທດ ພາຍໃຕ້ການນຳພາຂອງພັກ ດ້ວຍບັນດາຜົນງານທີ່ໜ້າພາກພູມໃຈ, ການຕ່າງປະເທດຂອງຫວຽດນາມຍາມໃດກໍ່ຖືບົດບາດສຳຄັນໃນການສ້າງສະພາບແວດລ້ອມທີ່ສັນຕິແລະໝັ້ນຄົງ ແລະ ຊຸກຍູ້ການເຊື່ອມໂຍງເຂົ້າກັບສາກົນ. ເມື່ອກ້າວເຂົ້າສູ່ຍຸກໃໝ່ ຍຸກແຫ່ງການບືນຕົວຂຶ້ນຂອງຊາດ, ເມື່ອເຈດຕະນາຂອງພັກປະສານກັບຈິດໃຈຂອງປະຊາຊົນ ໃນຄວາມປາດຖະໜາທີ່ຈະນຳປະເທດໄປສູ່ລະດັບການພັດທະນາໃໝ່, ກິດຈະການຕ່າງປະເທດຍິ່ງຢືນຢັນບົດບາດຍຸດທະສາດຂອງຕົນ ໂດຍກາຍເປັນແນວຮົບປະຈັນບານ, ຊ່ວຍໃຫ້ຫວຽດນາມຍົກສູງຖານະບົດບາດ, ຂະຫຍາຍການຮ່ວມມືສາກົນ ແລະ ເຮັດໜ້າທີ່ເປັນພື້ນຖານໃນການເສີມສ້າງກຳລັງແຮງສັງລວມຂອງປະເທດ. ດ້ວຍສາມເສົາຄ້ຳຕົ້ນຕໍ່ຄື ການຕ່າງປະເທດຂອງພັກ, ການທູດຂອງລັດ ແລະ ການຕ່າງປະເທດປະຊາຊົນ, ພື້ນຖານການທູດທີ່ຮອບດ້ານແລະທັນສະໄໝຂອງຫວຽດນາມ ນັບມື້ນັບເສີມຂະຫຍາຍກຳລັງແຮງສັງລວມຂອງຕົນ, ສືບຕໍ່ປະກອບສ່ວນສຳຄັນເຂົ້າໃນການຊ່ວຍໃຫ້ປະເທດໃຊ້ປະໂຫຍດຈາກໂອກາດ, ເອົາຊະຊະຄວາມທ້າທາຍ, ປະສົມປະສານກຳລັງແຮງຂອງຊາດ ແລະກຳລັງແຮງຂອງຍຸກສະໄໝຢ່າງກົມກຽວ, ກ້າວສູ່ອະນາຄົດທີ່ຮຸ່ງເຮືອງ, ມີຄວາມສຸກ ແລະຈະເລີນຮຸ່ງເຮືອງຢ່າງໝັ້ນໃຈ, ມຸ່ງສູ່ສັງຄົມສັງຄົມນິຍົມ ແລະ ຢືນຄຽງບ່າຄຽງໄຫຼ່ກັບບັນດາປະເທດມະຫາອຳນາດທັງ 5 ທະວີບ./.
---------------------
(1) ຍົກຕົວຢ່າງເຊັ່ນ, ໂອກາດ “ຍີ່ປຸ່ນ-ຝຣັ່ງຍິງກັນ ແລະ ການກະທໍາຂອງພວກເຮົາ” (ປີ1945); ການພັດທະນາຢ່າງວ່ອງໄວຂອງສາມກະແສການປະຕິວັດ ໃນທົດສະວັດ 1950 ແລະ 1960 ຂອງສະຕະວັດທີ XX ເຊິ່ງລວມທັງລະບົບສັງຄົມນິຍົມທີ່ນໍາໂດຍສະຫະພາບໂຊວຽດ; ຂະບວນການປົດປ່ອຍຊາດ; ຂະບວນການຕໍ່ສູ້ເພື່ອສັນຕິພາບ, ຊີວິດການເປັນຢູ່ຂອງປະຊາຊົນ, ປະຊາທິປະໄຕ ແລະ ຄວາມກ້າວໜ້າທາງສັງຄົມໃນປະເທດທຶນນິຍົມ.
(2) ກອງປະຊຸມທົ່ວປະເທດຂອງພັກກອມມູນິດຫວຽດນາມ ທີ່ ເຕິນຈ່າວ (ຕວຽນກວາງ) ເດືອນສິງຫາ 1945.
(3) ຖະແຫຼງການກ່ຽວກັບນະໂຍບາຍການຕ່າງປະເທດຂອງລັດຖະບານຊົ່ວຄາວແຫ່ງສາທາລະນະລັດປະຊາທິປະໄຕຫວຽດນາມ (ວັນທີ 3 ຕຸລາ 1945).
(4) ຈີນ (ວັນທີ 18 ມັງກອນ 1950), ສະຫະພາບໂຊວຽດ (ວັນທີ 30 ມັງກອນ 1950), ສາທາລະນະລັດປະຊາທິປະໄຕເກົາຫຼີ (ວັນທີ 31 ມັງກອນ 1950), ເຊັກໂກສະໂລວາເກຍ (ວັນທີ 2 ກຸມພາ 1950), ຮັງກາຣີ (ວັນທີ 3 ກຸມພາ 1950), ບູນກາຣີ (ວັນທີ 8 ກຸມພາ 1950), ໂຣມາເນຍ (ວັນທີ 3 ກຸມພາ 1950), ໂປແລນ (ວັນທີ 4 ກຸມພາ 1950), ອານບານີ (ວັນທີ 11 ກຸມພາ 1950), ມົງໂກເລຍ (ວັນທີ 17 ພະຈິກ 1954).
(5) ປະຈຸບັນ, ຫວຽດນາມມີການພົວພັນທາງການທູດກັບ 194 ປະເທດ, ໃນນັ້ນ 3 ປະເທດມີການພົວພັນແບບພິເສດ, 9 ປະເທດເປັນຄູ່ຮ່ວມມືຮອບດ້ານ, 10 ປະເທດເປັນຄູ່ຮ່ວມມືຍຸດທະສາດ ແລະ 13 ປະເທດເປັນຄູ່ຮ່ວມມືຮອບດ້ານ; ຫວຽດນາມເປັນສະມາຊິກທີ່ຕັ້ງໜ້າແລະມີຄວາມຮັບຜິດຊອບຂອງ 70 ອົງການ ແລະ ເວທີປາໄສສາກົນທີ່ສຳຄັນ ເຊັ່ນ ສະຫະປະຊາຊາດ, ອາຊຽນ, ເອເປກ, ເວທີປາໄສຮ່ວມມື ອາຊີ-ເອີຣົບ (ASEM), ອົງການການຄ້າໂລກ (WTO). ພັກກອມມູນິດຫວຽດນາມມີການພົວພັນກັບ 259 ພັກການເມືອງຢູ່ 119 ປະເທດແລະດິນແດນ, ໃນນັ້ນມີ 92 ພັກກອມມູນິດ, ພັກກຳມະກອນ, 100 ກວ່າພັກກຳອຳນາດ ແລະ ພັກການເມືອງ. ສະພາແຫ່ງຊາດຫວຽດນາມມີການພົວພັນກັບລັດຖະສະພາຂອງຫຼາຍກວ່າ 140 ປະເທດ ແລະ ມີສ່ວນຮ່ວມຢ່າງຕັ້ງໜ້າໃນເວທີປາໄສລັດຖະສະພາລະຫວ່າງປະເທດທີ່ສຳຄັນຫຼາຍແຫ່ງ. ແນວໂຮມປະເທດຊາດຫວຽດນາມ ແລະອົງການມະຫາຊົນ ແລະ ອົງການປະຊາຊົນຂອງຫວຽດນາມ ມີການພົວພັນຕົວຈິງກັບອົງການມະຫາຊົນຕ່າງປະເທດ ແລະ ອົງການນອກພາກລັດປະມານ 1.200 ແຫ່ງ.
(6) ຫວຽດນາມມີການພົວພັນທາງເສດຖະກິດການຄ້າກັບ 230 ປະເທດແລະດິນແດນ; ເຂົ້າຮ່ວມສັນຍາສອງຝ່າຍແລະຫຼາຍຝ່າຍຫຼາຍກວ່າ 500 ສະບັບ; ລົງນາມແລະດຳເນີນການສັນຍາການຄ້າເສລີ 16 ສະບັບ ລວມທັງສັນຍາການຄ້າລຸ້ມໃໝ່ມີມາດຕະຖານສູງ 3 ສະບັບ, ແລະ ພວມເຈລະຈາສັງຍາການຄ້າເສລີໃໝ່ 3 ສະບັບ; ຍອດມູນຄ່າການນຳເຂົ້າແລະສົ່ງອອກໃນປີ 2024 ບັນລຸລະດັບສູງສຸດເປັນປະຫວັດການທີ່ 786 ຕື້ໂດລາສະຫະລັດ; ດຶງດູດເງິນລົງທຶນໂດຍກົງຈາກຕ່າງປະເທດໄດ້ຫຼາຍກວ່າ 440 ຕື້ສະຫະລັດ.
(7) ຫວຽດນາມປະສົບຄວາມສຳເລັດໃນການຮັບບົດບາດສະມາຊິກບໍ່ຖາວອນຂອງສະພາຄວາມໝັ້ນຄົງແຫ່ງສະຫະປະຊາຊາດ, ເປັນປະທານອາຊຽນແບບໝູນວຽນ, ເປັນເຈົ້າພາບຈັດກອງປະຊຸມສຸດຍອດ ອາເຊມ, ສະມາຊິກສະພາສິດທິມະນຸດແຫ່ງສະຫະປະຊາຊາດ, ອົງການການສຶກສາ ວິທະຍາສາດ ແລະ ວັດທະນະທຳແຫ່ງສະຫະປະຊາຊາດ (UNESCO); ເປັນເຈົ້າພາບຈັດກອງປະຊຸມສຸດຍອດ ເອເປກ, ເວທີປາໄສເສດຖະກິດໂລກ ວ່າດ້ວຍອາຊຽນ ແລະ ສົ່ງເຈົ້າໜ້າທີ່ແລະທະຫານຫຼາຍຮ້ອຍຄົນເຂົ້າຮ່ວມກອງກຳລັງຮັກສາສັນຕິພາບແຫ່ງສະຫະປະຊາຊາດຢູ່ອາຟຣິກາ.
(8) ເບິ່ງ: “ຂໍ້ຄວາມເຕັມຂອງບົດປາໄສນະໂຍບາຍຂອງເລຂາທິການໃຫຍ່ ປະທານປະເທດ ໂຕເລິມ ທີ່ມະຫາວິທະຍາໄລ ໂຄລໍາເບຍ, ສະຫະລັດອາເມລິກາ", ໜັງສືພິມອອນໄລ ຂອງລັດຖະບານ, ວັນທີ 24 ກັນຍາ 2024, https://baochinhphu.vn/toan-van-phat-bieu-chinh-sach-cua-tong-bi-thu-chu-tich-nuoc-to-lam-tai-dai-hoc-columbia-hoa-ky-10224092411013163.htm
(9) ໂຕເລິມ “ບາງຄວາມຮັບຮູ້ພື້ນຖານກ່ຽວກັບຍຸກສະໄໝໃໝ່, ຍຸກແຫ່ງການບືນຕົວຂຶ້ນຂອງຊາດ”, ວາລະສານກອມມູນິດ, ສະບັບເລກທີ 1050, ເດືອນພະຈິກ 2024, ໜ້າ 3-11.